ຄົນຕາຍແລ້ວໄປໃສ?

 

ການຊົງເນລະມິດສ້າງມະນຸດ

ມະນຸດໄດ້ຖືກສ້າງມາຈາກຫຍັງໃນຕອນທຳອິດ?

 

ເມື່ອ​ນັ້ນ ພຣະ​ຜູ້​ເປັນ​ເຈົ້​ໄດ້​ເອົາ​ດິນ​ມາ​ປັ້ນ​ເປັນຮູບ​ຄົນ​ແລ້ວ​ເປົ່າ​ລົມ​ຫາຍ​ໃຈ​ໃສ່​ຮູ​ດັງ​ໃຫ້​ມີ​ຊິ​ວິດ ຮູບ​ປັ້ນ​ນັ້ນ​ກໍ​ກັບ​ກາຍ​ເປັນ​ຄົນ​ທີ່​ມີ​ຊີ​ວິດ​ຈິດ​ໃຈ  ປະ​ຖົມ​ມະ​ການ 2:7

 

ແມ່ນຫຍັງທີ່ເຮັດໃຫ້ມະນຸດມີຊີວິດຈິດໃຈ?

ເມື່ອ​ນັ້ນ ພຣະ​ຜູ້​ເປັນ​ເຈົ້​ໄດ້​ເອົາ​ດິນ​ມາ​ປັ້ນ​ເປັນຮູບ​ຄົນ​ແລ້ວ​ເປົ່າ​ລົມ​ຫາຍ​ໃຈ​ໃສ່​ຮູ​ດັງ​ໃຫ້​ມີ​ຊິ​ວິດ ຮູບ​ປັ້ນ​ນັ້ນ​ກໍ​ກັບ​ກາຍ​ເປັນ​ຄົນ​ທີ່​ມີ​ຊີ​ວິດ​ຈິດ​ໃຈ  ປະ​ຖົມ​ມະ​ການ 2:7

 

ນອກຈາກມະນຸດ ສິ່ງອື່ນໆທີ່ຖືກສ້າງເອີ້ນວ່າເປັນສິ່ງທີ່ “ມີຊີວິດຈິດໃຈ” ບໍ?

ສະ​ນັ້ນ ພຣະ​ເຈົ້າ​ຈຶ່ງ​ຊົງ​ນິ​ລະ​ມິດ​ສ້າງ​ສັດ​ທະ​ເລ​ຂະ​ຫນາດ​ໃຫຍ່​ແລະ​ສິ່ງ​ທີ່​ມີ​ຊີວິິດ​ທຸກ​ຊະ​ນິດ​ເກີດຂຶ້ນມ​ໃນ​ນໍ້າ ແລະ​ຊົງ​ສ້າງນົກ​ທຸກ​ຊະ​ນິດ​ໃນ​ທ້ອງ​ຟ້າ​ອາກາດ ພຣະ​ອົງ​ຊົງ​ທອ​ດ​ພຣະ​ເນດ​ສິ່ງ​ທີ່​ນິລະ​ມິດ​ສ້າງ​ກໍ​ຊົງ​ພໍ​ພຣະ​ທັຍ ປະ​ຖົມ​ມະ​ການ 1:21

 

ຄັນ​ແລ້ວ ພຣະ​ອົງ​ຈຶ່ງເອົາ​ຂີ້​ດິນ​ປັ້ນ​ເປັນ​ສັດ ແລະ​ນົກ​ຕ່າງໆ ແລ້ວ​ເອົາ​ສັດ ແລະ​ນົກ​ທີ່​ປັ້ນ​ນັ້ນ​ໃຫ້​ຊາຍ​ຜູ້​ຮັກ​ສາ​ສວນ​ເບິ່ງ ເພື່ອ​ຢາກ​ຮູ້ວ່າ​ເຂົາ​ຈະ​ໃສ່ຊື່​ຫຍັງໃຫ້ ຄັນ​ແລ້ວ​ຊື່​ທີ່​ເຂົາ​ຕັ້ງ​ໃຫ້​ນັ້ນ​ກໍ​ເປັນ​ຊື່​ຂອງ​ສັດ​ຕ່າງໆ​ຕໍ່ໆ​ມາ ປະ​ຖົມ​ມະ​ການ 2:19

 

ນອກຈາກມະນຸດ ທຸກສິ່ງທຸກຢ່າງມີ “ລົມຫາຍໃຈແຫ່ງຊີວິດບໍ່”?

ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ຄື ນົ​ກ ສັດ​ທຸກ​ຊະ​ນິດ​ຕ​ລອດ​ທັງ​ຄົນ​ກໍ​ຈົມ​ນ້ຳ​ຕາຍ ບັນ​ດາ​ສັດ​ທີ່​ມີ​ລົມ​ຫາຍ​ໃຈ​ເຂົ້າ​ອອກ​ທາງ​ດັງ ຄື​ສັດ​ທີ່​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ກໍ​ຕາຍ​ຫມົດ ປະ​ຖົມ​ມະ​ການ 7:21, 22

 

ເມື່ອວິຍານອອກຈາກມະນຸດແລ້ວ ພວກເຂົາກາຍເປັນຫຍັງ?

ແລະຜົງ​ຂີ້​ດິນ​ກັບ​ເປັນ​ດິນ​ຢ່າງເດີມ ແລະ​ຈິດ​ວິນ​ຍານ​ກັບ​ໄປ​ສູ່​ພຣະ​ເຈົ້າ​ຜູ້​ປະ​ທານ​ໃຫ້​ມາ​ນັ້ນ ປັນ​ຍາ​ຈານ 2:19

 

ຈາກຄວາມພິໂລດແລະຄວາມຕາຍສູ່ຊີວິດ

ໃຜມີຊີວິດນິລັນ?

ຜູ້​ທີ່​ມີ​ພຣະ​ບຸດ​ກໍ​ມີ​ຊີ​ວິດ ຜູ້​ທີ່​ບໍ່​ມີ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ບໍ່​ມີ​ຊີ​ວິດ 1ໂຢ​ຮັນ 5:12

 

ເປັນຫຍັງອາດາມຈິ່ງຖືກຂັບໄລ່ອອກຈາກສວນເອເດັນແລະຕົ້ນໄມ້ແຫ່ງຊີວິດ?

ຫລັງ​ຈາ​ກ​ນັ້ນ​ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້​ຊົງ​ກ່າວ​ວ່າ, ບັດ​ນີ້ ມະ​ນຸດ​ໄດ້​ກາຍ​ເປັນ​ເຫມືອນ​ພວກ​ເຮົາ​ໄດ້​ຮູ້​ຈັກ​ການ​ດີ ​ແລະ​ການ​ຊົ່ວ ເຂົາ​ຈະ​ບໍ່​ໄດ້​ກິນ​ຫມາກ​ໄມ້​ທີ່​ໃຫ້​ມີ​ຊີ​ວິດຕລອດ​ໄປ​ເປັນ​ນິດ​ອີກ ປະ​ຖົມ​ມະ​ການ 3:22

 

ພຣະເຈົ້າໄດ້ເຮັດຫຍັງເພື່ອບໍ່ໃຫ້ມະນຸດເຂົ້າໄກ້ຕົ້ນໄມ້ແຫ່ງຊີວິດ?

ເມື່ອ​ພຣະ​ເຈົ້າ​ໄດ້​ຂັບ​ໄລ່​ມະ​ນຸດ​ອອກ​ຈາກ​ສວນ​ແລ້ວ ພຣະ​ອົງ​ໄດ້​ຊົງ​ແຕ່​ງຕັ້ງ​ເທວະ​ດາ ເຊ​ຣູ​ບິມ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ສວນ ແລະ​ດາບ​ທີ່​ມີ​ແສງ​ໄຟ​ແກວ່ງ​ໄປ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ເຂົ້າ​ໄປ​ໃກ້​ກົກ​ໄມ້​ທີ່​ໃຫ້​ມີ​ຊີ​ວິດ​ຕລອດ​ໄປ​ເປັນ​ນິດ​ນັ້ນ ປະ​ຖົມ​ມະ​ການ 3:24

 

ມະນຸດທັງປວງໄດ້ຖືກວ່າຕົນເປັນຄົນແບບໃດ?

ເມື່ອ​ກ່ອນ, ເຮົາ​ທັງ​ປວງ​ເຄີຍ​ດຳ​ເນີນ​ຊີ​ວິດ​ຕາມ​ຕັນ​ຫາ​ຂອງ​ຝ່າຍ​ມະ​ນຸດ​ທັມ​ມະ​ດາ​ເຫມືອນ​ຄົນ​ເຫລົ່າ​ນັ້ນ ຄື​ດຳ​ເນີນ​ໄປ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ຮ່າງ​ກາຍ​ແລະ​ຂອງ​ຈິດ​ໃຈ ຕາມ​ສັນ​ດານ​ພວກ​ເຮົາ​ເປັນ​ຄົນ​ຄວນ​ຖືກ​ພຣະ​ພິ​ໂຣດ​ເຫມືອນ​ດັ່ງ​ຄົນ​ອື່ນ ເອ​ເຟ​ໂຊ 2:3

 

ຍ້ອນຫຍັງພຣະເຈົ້າຈິ່ງພິໂລດຜູ້ໃດໜຶ່ງ?

ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ມີ​ຊີ​ວິດ​ຕລອດ​ໄປ​ເປັນ​ນິດ ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ເຫັນ​ຊີ​ວິດ ແຕ່​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ປົກ​ຄຸມ​ຢູ່​ເທິງ​ຜູ້​ນັ້ນ ໂຢ​ຮັນ 3:36

 

ພວກເຮົາໄດ້ຮັບຄວາມລອດພົ້ນຈາກພຣະພິໂລດ ແລະໄດ້ຮັບຊີວິດນິລັນໂດຍຜ່ານຜູ້ໃດ?

ເຫດ​ສັນ​ນັ້ນ​ເມື່ອ​ພວກ​ເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບ​ທັມ​ແລ້ວ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຫລາຍກວ່າ​ນັ້ນ​ອີກ​ເຮົາ​ທັງ​ຫລາຍ​ຈະ​ພົ້ນ​ຈາກ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ໂດຍ​ພຣະ​ອົງ ໂຣມ 5:9

 

ແລະ​ບັດ​ນີ້​ໄດ້​ຊົງ​ສະ​ແດງ​ໃຫ້​ແຈ່ມ​ແຈ້ງ ໂດຍ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ ສະ​ເດັດ​ສ່ອງ​ສວ່າງ​ມາ​ປາ​ກົດ ຜູ້​ໄດ້​ຊົງ​ກຳ​ຈັດ​ຄວາມ​ຕາຍ​ໃຫ້​ສູນ​ສິ້ນ​ໄປ ແລະ​ໄດ້​ຊົງ​ນຳ​ຊີ​ວິດ​ແລະ​ສະ​ພາບ​ອະ​ມະ​ຕະ​ໃຫ້​ປາ​ກົດ​ແຈ້ງ​ໂດຍ​ຂ່າວ​ປະ​ເສີດ 2 ຕິ​ໂມ​ທຽວ 1:10

 

ໃຜທີ່ເປັນເຈົ້າຂອງຊີວິດນິລັນ?

ຊຶ່ງ​ພຣະ​ເຈົ້າ​ຜູ້​ສ​ເວີຍສຸກ ແລະ​ຊົງ​ຣິດ​ສູງ​ສຸດ​ແຕ່​ພຣະ​ອົງ​ດຽວ ຊົງ​ເປັນ​ພຣະ​ມະ​ຫາ​ກະ​ສັດ​ເຫນືອ​ກະ​ສັດ​ທັງ​ປວງ ແລະ​ຊົງ​ເປັນ​ເຈົ້າ​ເຫນືອ​ເຈົ້າ​ທັງ​ປວງ ຈະ​ຊົງ​ສະ​ແດງ​ໃຫ້​ປາ​ກົດ​ຕາມ​ເວ​ລາ​ກຳ​ນົດ ພຣະ​ອົງ​ຜູ້​ດຽວ​ຊົງ​ເປັນ​ອະ​ມະ​ຕະ ແລະ​ຊົງ​ສະ​ຖິດ​ຢູ່​ໃນ​ຄວາມ​ສວ່າງ ຊຶ່ງ​ບໍ່​ມີ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນອົງ​ທີ່​ມະ​ນຸດ​ບໍ່​ໄດ້​ເຫັນ​ຈັກ​ເທື່ອ ແລະ​ບໍ່​ສາ​ມາດ​ຈະ​ເຫັນ​ໄດ້ ພຣະ​ກຽດ ແລະ​ຣິດ​ທາ​ນຸ​ພາບ​ອັນ​ຖາ​ວອນ ຈົ່ງ​ມີ​ແກ່​ພຣະ​ອົງ​ນັ້ນ ອາ​ແມນ 1 ຕິ​ໂມ​ທຽວ 6:15-16

 

ແມ່ນໃຜທີ່ຈະໄດ້ຮັບຊີວິດນິລັນຕາມຄຳສັນຍາ?

ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພ​ຍາ​ຍາມ​ເຮັດ​ການ​ດີ ສ​ແວງ​ຫາ​ສະ​ງ່າ​ຣາ​ສີ ຍົດ​ສັກ ແລະ​ຄວາມ​ບໍ່​ຮູ້​ຕາຍ​ນັ້ນ ພຣະ​ອົງ​ຈະ​ຊົງ​ປະ​ທານ​ຊີ​ວິດ​ອັນ​ຕລອດໄປ​ເປັນ​ນິດ​ໃຫ້​ແກ່​ເຂົາ ໂຣມ 2:7

 

ເມື່ອໃດຄົນທີ່ເຊື່ອສັດທາຈະຖືກປ່ຽນໃຫ້ມີຮ່າງກາຍທີ່ຕາຍບໍ່ເປັນ?

ນີ້ແຫລະ, ເຮົາມີຂໍ້ລັລິກບອກພວກເຈົ້າວ່າ ເຮົາທັງຫລາຍຈະບໍ່ລ່ວງຫລັບໄປຫມົດທຸກຄົນ ແຕ່ເຮົາທັງຫລາຍຈະຖືກຊົງປ່ຽນແປງໃຫມ່ຫມົດທຸກຄົນ ໃນຊົ່ວນະດຽວ ໃນພັບຕາດຽວ ເມື່ອເປົ່າແກຄັ້ສຸດທ້າຍນັ້ນ ດ້ວຍວ່າຈະມີສຽງແກ ແລະຄົນທີ່ຕາຍແລ້ວຈະຖືກຊົງບັນດານໃຫ້ເປັນຄືນຂຶ້ນມາໂດຍບໍ່ເປື່ອຍເນົ່າ ແລະຝ່າຍພວກເຮົາກໍຈະຖືກຊົງປ່ຽນແປງໃຫມ່ 1 ​ໂກຣິນ​ໂທ 15:51, 52

 

ຫລັງຈາກນັ້ນແມ່ນຫຍັງຈະຕ້ອງໝົດໄປ?

ແລະເມື່ອໃດກາຍທີ່ຮູ້ຈັກເປື່ອຍເນົ່ານີ້ຈະໄດ້ສວມກາຍທີ່ບໍ່ຮູ້ຈັກເປື່ອຍເນົ່າ ແລະກາຍທີ່ຕາຍເປັນນີ້ຈະໄດ້ສວມກາຍທີ່ຕາຍບໍ່ເປັນ ເມື່ອນັ້ນແຫລະ, ຄວາມທີ່ຂຽນໄວ້ໃນພຣະຄັພີນັ້ນຈະສຳເຣັດ ຄືວ່າ, ຄວາມຕາຍໄດ້ຕົກເຖິງປະຣາຊັຍແລ້ວ 1 ​ໂກຣິນ​ໂທ 15:54

 

ຄ່າຈ້າງຂອງຄວາມບາບແມ່ນຫຍັງ?

ດ້ວຍ​ວ່າ​ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະ​ຣາ​ຊ​ທານ​ອັນ​ໂຜດ​ມາ​ແຕ່​ພຣະ​ເຈົ້າ ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃນ​ພຣະຄຣິດ ຄື​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ ໂຣມ 6:23

 

ໃຜຜູ້ດຽວທີ່ສາມາດປະທານຄວາມລອດພົ້ນຈາກບາບ?

ໃນ​ຜູ້​ອື່ນ​ຄວາມ​ລອດ​ພົ້ນ ດ້ວຍ​ວ່າ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະ​ທານ​ແກ່​ມະ​ນຸດ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍຕ້ອງ​ໄດ້​ພົ້ນ ກິ​ຈການ 4:12

 

ເປັນຫຍັງພຣະເຈົ້າຈຶ່ງປະທາຍພຣະບຸດອົງດຽວຂອງພຣະອົງ?

ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ​ ແຕ່​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ໂຢຮັນ 3:16

 

ພຣະເຢຊູໄດ້ປະກາດວ່າ ພຣະອົງເປັນຫຍັງ?

ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, ເຮົາ​ນີ້​ແຫລະ, ເປັນ​ທາງ​ນັ້ນ ເປັນ​ຄວາມ​ຈິງ ແລະ​ເປັນ​ຊີ​ວິດ ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້​ນອກ​ຈາກ​ຈະມາ​ທາງ​ເຮົາ ໂຢຮັນ 14:6

 

ພຣະອົງປະທານຫຍັງໃຫ້ແກ່ຜູ້ທີ່ເດີນຕາມພຣະອົງ?

ແກະຂອງເຮົາບໍ່ຟັງສຽງຂອງເຮົາ ແລະເຮົາກໍຮູ້ຈັກຝູງແກະນັ້ນແລະເຂົາຕາມເຮົາໄປ ຝ່າຍເຮົາກໍປະທານຊີວິດອັນຕລອດໄປເປັນນິດໃຫ້ແກ່ແກະນັ້ນ ແລະເຂົາຈະບໍ່ຈິບຫາຍຈັກເທື່ອ ບໍ່ມີຜູ້ໃດຈະຍາດເຂົາອອກຈາກມືຂອງເຮົາໄດ້ ໂຢຮັນ 10:27-28

 

ຊີວິດນິລັນນີ້ມີຢູ່ໃນໃຜ?

ນີ້ແຫລະ​, ເປັນພຍານ​ຫລັກ​ຖານ​ນັ້ນ ຄື​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ໃຫ້​ເຮົາ​ທັງ​ຫລາຍ ແລະ​ຊີ​ວິດ​ນີ້​ມີ​ຢູ່​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ 1ໂຢຮັນ 5:11

 

ແມ່ນໃຜທີ່ມີຊີວິດນິລັນ?

ຜູ້​ທີ່​ມີ​ພຣະ​ບຸດ​ກໍ​ມີ​ຊີ​ວິດ ຜູ້​ທີ່​ບໍ່​ມີ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ບໍ່​ມີ​ຊີ​ວິດ 1ໂຢຮັນ 5:12

 

ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຟັງ​ຄຳ​ຂອງ​ເຮົາ​ແລະ​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຜູ້​ນັ້ນກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ບໍ່​ເຂົ້າ​ໃນ​ການ​ພິ​ພາກ​ສາ​ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີ​ວິດແລ້ວ ໂຢຮັນ 5:24

 

ສິ່ງຄວາມຕາຍເຊື່ອມໂຍງ

ພຣະຄຳພີໄດ້ເວົ້າແນວໃດກ່ຽວກັບຄວາມຕາຍ?

ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ຄວາມ​ຈີງ​ເຣື່ອງ​ຄົນ​ທີ່​ຫລັບ​ໄປ​ນັ້ນ ເພື່​ອ​ພວກ​ເຈົ້າ​ຈະ​ບໍ່​ໂສກ​ເສົ້າ​ເຫມືອນ​ດັ່ງ​ຄົນ​ອື່ນ​ທີ່​ບໍ່​ມີ​ຄວາມ​ຫວັງ 1 ​ເທ​ຊະ​ໂລ​ນິກ 4:13

 

ບ່ອນໃດທີ່ດານີ້ເອນໄດ້ບອກວ່າການຕາຍຄືການນອນຫລັບ?

ຫລາຍ​ຄົນໃນ​ພວກ​ເຫລົ່າ​ນີ້​ທີ່​ໄດ້​ຕາຍ​ໄປ​ແລ້ວ​ຈະ​ມີ​ຊີ​ວິດ​ຄືນ​ມາ​ອີກ ລາງ​ຄົນ​ຈະ​ມີ​ຊິ​ວິດ​ຕ​ລອດ​ໄປບາງ​ຄົນ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຕ​ລອດ​ໄປ ​ດາ​ນີ​ເອນ 12:2

 

ຜູ້ທີ່ຢູ່ໃນສະພາບນີ້ຮູ້ຫຍັງແດ່ກ່ຽວກັບຄອບຄົວຂອງຕົນ?

ບັນ​ດາ​ບຸດ​ຂອງ​ເຂົາ​ໄດ້​ຮັບ​ກຽດ ແລະ​ເຂົາ​ກໍ​ບໍ່​ຮູ້ ເຂົາ​ທັງ​ຫລາຍ​ຕົກ​ຕ່ຳ​ລົງ ແຕ່​ເຂົາ​ບໍ່​ຢັ່ງ​ຮູ້​ໄດ້  ໂຢບ 14:21

 

ເມື່ອຕາຍໄປແລ້ວ ມະນຸດກາຍເປັນຫຍັງ?

ເວລາເຂົາຕາຍ ເຂົາກໍກັບຄືນເປັນຂີ້ຝຸ່ນດິນ ໃນວັນນັ້ນແຜນການທຸກຢ່າງກໍຈະເຖິງຈຸດຈົບ ເພງ​ສັຣ​ເສີນ 146:4

 

ຄົນຕາຍແລ້ວຮູ້ຫຍັງແດ່?

ເພາະ​ວ່າ​ຄົນ​ເປັນຍ່ອມ​ຮູ້​ວ່າເຂົາ​ເອງຄົງ​ຈະ​ຕາຍ ແຕ່​ຄົນ​ຕາຍ​ແລ້ວ​ກໍບໍ່​ຮູ້​ອັນ​ໃດ​ເລີຍ​ ເຂົາ​ບໍ່​ໄດ້ຮັບ​ຣາງ​ວັນ​ອີກ ດ້ວຍ​ວ່າ​ໃຜໆ​ກໍ​ພາ​ກັນ​ລື​ມ​ເຂົາ​ເສັຽ​ຫມົດ ປັນຍາ​ຈານ 9:5

 

ເຂົາມີສ່ວນຮ່ວມບໍ່ກັບສິ່ງຂອງໃນໂລກນີ້?

ຄວາມ​ຮັກ​ຂອງ​ເຂົາ​ບໍ່​ຫນ້ອຍກວ່າ​ຄວາມ​ຊັງ ແລະ​ຄວາມ​ອິ​ດ​ສາ​ຂອງ​ເຂົາ​ໄດ້​ສາບ​ສູນ​ໄປ​ຕາມ​ກັນ​ນານ​ມາ​ແລ້ວ ໃນ​ບັນ​ດາ​ການ​ທີ່​ບັງ​ເກີດ​ຂຶ້ນ​ພາຍ​ໃຕ້ດວງ​ອາ​ທິດ ເຂົາ​ທັງ​ຫລາຍ​ບໍ່​ມີ​ສ່ວນ​ຮ່ວມ​ອີກ​ຕໍ່​ໄປ ປັນຍາ​ຈານ 9:6

 

ຄົນທີ່ຕາຍໄປແລ້ວຮູ້ຫຍັງຫລາຍປານໃດກ່ຽວກັບພຣະເຈົ້າ?

ເພາະ​ຖ້າ​ໃນ​ຄວາມ​ຕາຍ ບໍ່​ມີ​ການ​ລະ​ນຶກ​ເຖິງ​ພຣະ​ອົງ​ແລ້ວ ໃນ​ແດນ​ມໍ​ຣະ​ນາໃຜ​ເດ່​ຈະ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະ​ອົງ ເພງ​ສັຣ​ເສີນ 6:5

 

ດຽວນີ້ຄົນຕາຍຢູ່ໃສ?

ຄົນຊອບທຳທີ່ຕາຍໄປແລ້ວດຽວນີ້ກໍາລັງຢູ່ສະຫວັນສັນລະເສີນພຣະເຈົ້າຫລືບໍ່?

ເຫດ​ວ່າ​ກະ​ສັດ​ດາ​ວິດ​ບໍ່​ຂຶ້ນ​ໄປ​ຍັງ​ສວັນ ແລະ​ທ່ານ​ເອງ​ໄດ້​ຊົງ​ກ່າວ​ວ່າ, ພຣະ​ເຈົ້າ​ຊົງ​ກ່າວ​ແດ່​ອົງ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຈົ່ງ​ນັ່ງ​ທີ່​ຂວາ​ມື​ຂອງ​ເຮົາ, ກິ​ຈການ 2:34

 

ຄົນ​ຕາຍ​ບໍ່​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ຜູ້​ທີ່​ລົງ​ໄປ​ສູ່ທີ່​ສ​ງັດກໍ​ເຫມືອນ​ກັນ ເພງ​ສັຣ​ເສີນ 115:17

 

ໂຢບໄດ້ເວົ້າວ່າລາວຈະລໍການປ່ຽນແປງເທື່ອສຸດທ້າຍຂອງລາວຢູ່ໃສ?

ຖ້າ​ມະ​ນຸດ​ຕາຍ​ແລ້ວ ເຂົາ​ຈະ​ມີ​ຊີ​ວິດ​ອິກ​ຫລື ຂ້າ​ພຣະ​ອົງ​ຈະ​ຄອຍ​ຢູ່​ຄລອດ​ວັນ ປະ​ຈຳ​ການ​ຂອງ​ຂ້າ​ພຣະ​ອົງ​ຈົນ​ກວ່າ​ການ​ປົດ​ປ່ອຍ​ຂອງ​ຂ້າ​ພຣະ​ອົງ​ຈະ​ມາເຖິງ  ໂຢບ 14:14

 

ຖ້າ​ຂ້າ​ພະ​ເຈົ້າ​ຈະ​ເບິ່ງ​ພິ​ພົບຄົນ​ຕາຍ​ໃຫ້​ເປັນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ ຖ້າ​ຂ້າ​ພະ​ເຈົ້າ​ຈະ​ກາງ​ທີ່​ນອນ​ອອກ​ໃນ​ຄວາມ​ມືດ ໂຢບ

17:13

 

ເມື່ອຄົນທີ່ຕາຍໄປແລ້ວຟືຶ້ນຂຶ້ນມາ

ແມ່ນຫຍັງຈະຕ້ອງເກີດຂຶ້ນກ່ອນຄົນຕາຍສາມາດສັນລະເສີນພຣະເຈົ້າສ

ຄົນ​ຕາຍ​ຂອງ​ພຣະ​ອົງ​ຈະ​ມີ​ຊີ​ວິດ ສົ​ບ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ລຸກ​ຂຶ້ນ ໂອ ຜູ້​ອາ​ໄສ​ຢູ່​ໃນ​ຂີ້ດິນ ຈົ່ງ​ຕື່ນເຖີດ ແລະ​ຮ້ອງ​ເພງ​ເພາະ​ຄວາມຊື່ນ​ບານ ເພາະ​ນ້ຳ​ຄ້າງ​ຂອງ​ເຈົ້າ​ເປັນ​ນ້ຳ​ຄ້າງ​ຂອງ​ຄວາມ​ສວ່າງ ແລະ​ແຜ່ນດິນ​ໂລກ​ຈະ​ໃຫ້​ຊາວ​ແດນ​ຄົນ​ຕາຍ​ເປັນ​ຂຶ້ນ ເອຊາ​ຢາ 26:19

 

ຕອນໃດທີ່ນັກຂຽນເພງສັນລະເສີນໄດ້ເວົ້າວ່າລາວຈະເບີກບານໃຈ?

ສ່ວນ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ​ໃນ​ຄວາມ​ຊອບ​ທັມ ເມື່ອ​ຂ້າ​ພຣະ​ອົງ​ຕື່ນ​ຂຶ້ນ ຂ້າ​ພຣະ​ອົງ​ຈະ​ເບີກ​ບານ​ໃຈ​ດ້ວຍ​ພຣະ​ລັກ​ສນະ​ຂອງ​ພຣະ​ອົງ ເພງ​ສັຣ​ເສີນ 17:15

 

ຖ້າບໍ່ມີການຟືນຂຶ້ນມາຈາກຕາຍ ແລ້ວຄົນທີ່ນອນຫລັບໃນພຣະຄຣິດນັ້ນເປັນແນວໃດ?

ເພາະວ່າຖ້າຄົນຕາຍບໍ່ເປັນຄືນມາ ເຖິງແມ່ນພຣະຄຣິດກໍບໍ່ໄດ້​​ຖືກຊົງບັນດານໃຫ້ຄືນພຣະຊົນ ແລະຖ້າວ່າພຣະຄຣິດບໍ່ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວ ຄວາມເຊື່ອຂອງເຈົ້າທັງຫລາຍກໍໄຮ້ໂຍດ ເຈົ້າທັງຫລາຍກໍຍັງຄົງຢູ່ໃນຜິດບາບຂອງຕົນ ຊ້ຳກວ່ານັ້ນ, ພວກຄົເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວນັ້ນກໍຈິບຫາຍໄປດ້ວຍ 1 ​ໂກຣິນ​ໂທ 15:16-18

 

ເມື່ອໃດຄົນຊອບທຳຈະເປັນຄືນມາຈາກຕາຍ?

ດ້ວຍ​ວ່າ​ຈະ​ມີ​ຄຳ​ສັ່ງ​ອັນ​ດັງ ຈະ​ມີ​ສຽງ​ຂອງ​ອັ​ຄ​ເທວະ​ດາ ແລະ​ສຽງ​ແກ​ຂອງ​ພຣະ​ເຈົ້າ ແລ້ວ​ອົງ​ພຣະຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ລົງ​ມາ​ຈາກ​ສວັນ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຈະ​ຄື​ນ​ຂຶ້ນ​ມາ​ກ່ອນ 1 ​ເທ​ຊະ​ໂລ​ນິກ 4:16