ມືຖືສາກ ປາກຖືສິນ

 

ຄົນ​ບາບ​ຜູ້​ທຳ​ອິດ

ຄວາມ​ບາບ​ເລີ່ມ​ຕົ້ນ​ມາ​ຈາກ​ໃຜ?

ຜູ້​ທີ່​ເຮັດ​ບາບ​ຕາມ​ເຄີຍ​ກໍ​ມາ​ຈາກ​ມານ ເພາະວ່າມານ​ໄດ້​ເຮັດ​ບາບ​ຕັ້ງ­ແຕ່​ຕົ້ນ​ເດີມ​ມາ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ສະເດັດ​ມາ​ປາກົດ​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຊົງ​ທຳລາຍ​ກິ​ຈ​ການ​ຂອງ​ມານ​ເສ​ັຽ” (1 ໂຢ​ຮັນ 3:8)

ໝາຍເຫດ: ຖ້າ​ຫາກ​ບໍ່​ມີ​ພຣະ​ຄຳ​ພີ ຄຳ​ກ່ຽວ​ກັບ​ການ​ກຳເນີດ​ຂອງ​ໂລກ​ກໍ​ຄົງ​ບໍ່​ມີ​ຄຳ​ຕອຍ

 

ມານ​ໄດ້​ເລີ່ມ​ຕົ້ນ​ເປັນ​ອາດຊະຍາ​ກອນ​ນັບ​ຕັ້ງແຕ່​ເວລາ​ໃດ​ມາ?

ທ່ານ​ທັງ­ຫລາຍ​ມາ​ຈາກ​ພໍ່​ຂອງ​ທ່ານ​ຄື​ມານ ພວກ​ທ່ານ​ມີໃຈ​ຢາກ​ເຮັດ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ພໍ່​ທ່ານ ມັນ​ເປັນ​ຜູ້​ຂ້າ​ຄົນຕັ້ງແຕ່​ເດີມ​ມາ​ແລ້ວ ແລະ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ ...” (ໂຢ​ຮັນ 8:44)

ໝາຍເຫດ: ພຣະ​ຄຳ​ພີ​ພາສາ​ອັງກິດ​ໄດ້​ໃຊ້​ຄຳ​ວ່າ “ເລີ່ມ​ຕົ້ນ(beginning)” ເຊິ່ງ​ພາສາ​ລາວ​ໃຊ້​ຄຳ​ວ່າ “ເດີມ”

 

ມານ​ມີ​ຄວາມ​ສຳ­ພັນ​ຫຍັງ​ກັບ​ການ​ຕົວະ?

“...ເພາະ​ໃນ​ຕົວ​ມັນ(ມານ)ບໍ່​ມີ​ຄວາມ​ຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນ­ດານ​ຂອງ​ມັນ​ເອງ ເພາະ(ມານ)ເປັນ​ຜູ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ” (ໂຢ​ຮັນ 8:44)

 

 

ມານໄດ້ຖືກສ້າງມາພ້ອມກັບຄວາມບາບບໍ?

ເຈົ້າກໍປາຈາກຕຳຫນິໃນວິທີການທັງຫລາຍຂອງເຈົ້າ ຕັ້ງຕ່ວັນທີ່ເຈົ້າໄດ້ຖືກສ້າງຂຶ້ມາຈົນພົບຄວາມບາບຊົ່ວໃນຕົວເຈົ້າ” (ເອເຊກຽນ 28:15)

ໝາຍ­ເຫດ: ໃນ​ທີ່​ນີ້​ເອ​ເຊ​ກຽນ​ໄດ້​ເວົ້າ​ເຖິງ​ມານ​ຊານ​ຕານ​ພາບ​ໄຕ້​ຮູບ​ຮ່າງ​ຂອງກະ­ສັດ​ເມືອງ​ຕີ​ເຣ (ເບິ່ງ​ເອ​ເຊ​ກຽນ 28:12) ພຣະ​ຄຳ​ພີ​ຂໍ້​ນີ້ ແລະ ໂຢ​ຮັນ 8:44 ທີ່​ວ່າ ຜູ້​ທີ່ບໍ່​ໄດ້ຕັ້ງຢູ່​ໃນ​ຄວາມ​ຈິງໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ​ມານ​ຊາ​ຕານ​ເຄີຍ​ເປັນ​ຜູ້​ທີ່ດີ­ເລີດ​ປະ­ເສີດ ແລະ​ຕັ້ງຢູ່​ໃນ​ຄວາມ​ຈິງ ເປ​ໂຕ​ໄດ້​ເວົ້າ​ວ່າ​ຊາ​ມານ​ແມ່ນເທວະ​ດາ​ທີ່ເຮັດ​ບາບ” (2 ເປ​ໂຕ 2:4) ແລະ​ຢູ​ດາ​ໄດ້​ເວົ້າ​ວ່າ​ມານ​ແມ່ນ​ເທວະ​ດາ​ທີ່ບໍ່​ພໍ­ໃຈ​ຮັກ­ສາ​ອຳ­ນາດ​ອະ­ທິ­ປະ​ໄຕ​ທີ່​ຊົງ​ປະ­ທານ​ແກ່​ຕົນ” (ຢູ​ດາ 1:6) ເທວະ​ດາ​ເຫລົ່າ​ນີ້ ຄັ້ງ​ໜຶ່ງ​ເຄີຍ​ຢູ່​ໃນ​ສະ­ພາບ​ທີ່​ບໍ່​ມີ​ບາບ

 

ພຣະຄຣິດໄດ້ກ່າວຫຍັງທີ່ເບິ່ງຄືວ່າໄດ້ຈັດຕຽມໄວ້ສໍາລັບມານແລະເທວະດູລູກນ້ອງຂອງມັນ?

ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ກ່າວ​ກັບ​ບັນ​ດາ​ຜູ້​ທີ່​ຢູ່​ເບື້ອງ ພຣະ​ຫັດ​ຊ້າຍ​ຂອງ​ພຣະ​ອົງ​ວ່າ ສູ​ທັງ​ຫລາຍ​ຜູ້​ຖືກ​ປ້ອຍ​ເວນ, ຈົ່ງ​ຖອຍ​ຫນີ​ຈາກ​ເຮົາ​ເຂົ້າ​ໄປ​ໃນ​ໄຟ​ທີ່​ໄຫມ້​ຢູ່​ເປັນ​ນິດ​ຊຶ່ງ​ຊົງຈັດ​ຕຽມ​ໄວ້​ສຳ​ລັບ​ ພ​ຍາມານ​ກັບ​ບໍ​ຣິ​ວານ​ຂອງມັ” (ມັດທາຍ 25:41)

 

ການຕໍ່ສູ້ກັນຂອງຊາຕານແລະພຣະຄຣິດ

ແມ່ນຫຍັງທີ່ເຮັດໃຫ້ມາຊາຕານຫລົງຜິດ ແລະເຮັດບາບ?

ຈິດ​ໃຈ​ຂອງ​ເຈົ້າ​ຜະ​ຍອງ​ຂຶ້ນ​ເພາະ​ຄວາມ​ງາມ​ຂອງ​ເຈົ້າ ເຈົ້າ​ກະ​ທຳ​ໃຫ້​ສະ​ຕິ​ປັນ​ຍາ​ຂອງ​ເຈົ້າ​ເສື່ອມ​ເສັຽ​ລົງ ເພາະ​ເຫັນ​ກ່​ຄວາມ​ງາມ​ຂອງ​ເຈົ້າ ເຮົາ​ຄວ່າງ​ເຈົ້າ​ລົງ​ທີ່​ດິນ​ລ້ວ ເຮົາ​ຕີ​ຜ່​ເຈົ້າ​ຕໍ່​ຫນ້າ​ກະ​ສັດ​ທັງ​ຫລາຍ ເພື່ອ​ຕາ​ຂອງ​ທ່ານ​ທັງ​ຫລາຍ​ເຫລົ່າ​ນັ້ນ​ຈະ​ເພີນ​ຢູ່​ທີ່​ເຈົ້າ” (ເອເຊກຽນ 28:17) “ເຈົ້​ຣຳ​ພຶງ​ໃນ​ໃຈ​ຂອ​ງ​ເຈົ້າ​ວ່າ ຂ້າ​ຈະ​ຂຶ້ນ​ໄປ​ຍັງ​ຟ້າ​ສວັນ ເຫນືອດວງ​ດາວ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ ຂ້າຈະ​ຕັ້ງ​ພຣະ​ທີ່​ນັ່ງ​ຂອ​ງ​ຂ້າໃນ​ທີ່​ສູງ​ນັ້ນ ຂ້າ​ຈະ​ນັ່ງ​ເທິງ​ຂຸນ​ເຂົາ​ຊຸມ​ນຸມ​ສະ​ຖນ​ໃນ​ທີ່​ອຸ​ດອນ​ໄກ ຂ້າ​ຈະ​ຂຶ້ນ​ໄປ​ເຫນືອ​ຄວມ​ສູງ​ຂອງ​ເມກ ຂ້າຈະ​ກະ​ທຳ​ຕົວ​ຂອງ​ຂ້າ​ເຫມືອນ​ອົງ​ຜູ້​ສູງ​ສຸດ (ເອຊາຢາ 14:13,14)

ໝາຍເຫດ: ຄວາມຍິ່ງ ແລະຄວາມຢາກຍົກສູງຕົວເອງໄດ້ເຮັດໃຫຊາຕານຫລົງຜິດ ຢ່າງນີ້ເອງ ຈຶ່ງບໍ່ມີເຫດຜົນໃດໆທີ່ຈະແກ້ໂຕໄດ້ “ຄວາມ​ເຍີ້​ຍິ່ງ​ເດີນ​ຫນ້າ​ການ​ຖືກ​ທຳ​ລາຍ ແລະ​ຈິດ​ໃຈ​ທີ່​ຍະ​ໂສ​ນຳ​ຫນ້າ​ການ​ລົ້ມ” (ສຸພາສິດ 16:18) ເພາະສະນັ້ນເຮົາອາດຮູ້ແລ້ວວ່າຄວາມບາບເລີ່ມຕົ້ນມາຈາກໄສ ອັນໃດເປັນສາເຫດ ແລະອັນໃດເປັນຜົນຂອງຄວາມຊົ່ວ ບໍ່ມີເຫດຜົນໃດໆທີ່ຈະສາມາດໃຊ້ແກ້ໂຕເພື່ອໃຫ້ພົ້ນຈາກບາບ. ຜູ້ໃດໜຶ່ງຈະພົ້ນບາບໄດ້ ກໍຕໍ່ເມື່ອຜູ້ນັ້ນໄດ້ອະທິບາຍໃຫ້ຮູ້ວ່າຜູ້ນັ້ນບໍລິສຸດ ແລະເມື່ອເຂົາສາມາດພິສູດໄດ້ວ່າເຂົາບໍລິສຸດ ເຂົາກໍພົ້ນຈາກບາບ ຄວາມບາບທັງປວງແມ່ນຮູບແບບໜຶ່ງຂອງການເຫັນແກ່ໂຕ ແລະຜົນຂອງມັນກໍກົງກັນຂ້າມກັບຜົນຂອງຄວາມຮັກ ຜົນສຸດທ້າຍຂອງຄວາບກໍຄືການຖືກທອດທິ້ງແລະການຖືກເນລະເທດອັນຕະຫລອດໄປຈາກກາຍທັງປວງໃນຈັກກະວານທີ່ພຣະເຈົ້າສ້າງມາ ມີແຕ່ຄົນທີ່ໂງ່ແລະດື້ງດຶງເທົ່ານັ້ນທີ່ເຮັດບາບ ແລະເຂົາກໍຈະຖືກບາບທຳລາຍ ຄົນຊົ່ວທັງຫລາຍຈະຖືກທຳລາຍ (ມາລາກີ 4:1) ແລະຄົນຊອບທຳຈະ​ຮຸ່ງ​ເຮືອງ ເຫມືອນດວງ​ດາວ​ສວ່າງ​ເທີງ​ທ້ອງ​ຟ້າ ລະ​ຜູ້​ທີ່ສັ່ງ​ສອນ​ຄົນ​ທັງ​ຫລາຍ​ໃຫ້​ເປັນ​ຜູ້​ຊອບ​ທັມ ຈະ​ຮຸ່ງ​ເຮືອງ​ເຫ​ມືອນ​ດວງ​ດາວ​ຕ​ລ​ອດ​ໄປ (ດານີເອນ 12:3)

 

 

ເຊິ່ງກົງກັນຂ້າມກັບຄວາມຍິ່ງພະຫຍອງແລະຄວາມເຫັນແກ່ໂຕຂອງຊາຕານ ພຣະຄຣິດຊົງມີນໍ້າໃຈແບບໃດ?

“ພຣະ​ອົງ​ຊົງ​ສະ​ພາບ​ຂອງ​ພຣະ​ເຈົ້າ ແຕ່​ບໍ່​ໄດ້​ຊົງ​ຖືວ່າ​ການ​ເທົ່າ​ທຽມ​ກັບ​ພຣະ​ເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງຍຶດ​ຫວງ​ໄວ້ ແຕ່​ໄດ້​ກັບ​ຊົງ​ຍອມ​ສ​ລະ ແລະ​ຊົງ​ຮັບ​ສະ​ພາບ​ຂ້ອຍ​ຂ້ ຊົງ​ຖືກຳ​ເນີດ​ເປັນ​ມະ​ນຸດ ແລະ​ເມື່​ອຊົງ​ປາ​ກົດ​ພຣະ​ອົງ​ໃນ​ສະ​ພາ​ບ​ມະ​ນຸດ​ແລ້ວ ພຣະ​ອົງ​ກໍ​ຊົງ​ຖ່ອມ​ພຣະ​ອົງ​ລົງ ຍອມ​ເຊື່ອ​ຟັງ​ຈົນ​ເຖິງ​ຄວາມ​ມໍ​ຣະ​ນາ ຄື​ເຖິງ​ຄວາມ​ມໍ​ຣະ​ນາ​ທີ່​ໄມ້​ກາງ​ແຂນ” (ຟິລິບປອຍ 2:6-8)

 

ຫລັງຈາກມະນຸດໄດ້ເຮັດບາບ ພຣະເຈົ້າໄດ້ກະທຳການອັນໃດເພື່ອສະແດງໃຫ້ເຫັນເຖິງຄວາມຮັກ ແລະພຣະປະສົງທີ່ຈະໃຫ້ອະໄພເຂົາ?

ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ​ ແຕ່​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ” (ໂຢຮັນ 3:16)

 

ຄວາມໝາຍແລະທຳມະຊາດຂອງຄວາມບາບ

ຄວາມບາບຄືຫຍັງ?

ທຸກ​ຄົນ​ທີ່​ເຮັດ​ບາບ​ກໍ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ເຫມືອນ​ກັນ ບາບ​ເປັນ​ສິ່ງ​ທີ່​ຜິດ​ຕໍ່​ພຣະ​ບັນ​ຍັດ” (1 ໂຢຮັນ 3:4)

 

ແມ່ນຫຍັງນໍາມາຊຶ່ງຄວາມບາບ?

ເມື່ອ​ກິ​ເລດ​ຕັ້ງ​ຮາກ​ແລ້ວ​ກໍ​ໃຫ້​ເກິດ​ຄວາມ​ຜິດ​ບາບ ແລະ​ເມື່ອ​ຄວາມ​ຜິດ​ບາບ​ຄົບ​ຖ້ວນ​ແລ້ວ​ກໍ​ໃຫ້​ເກີດ​ຄວາມ​ຕາຍ” (ຢາໂກໂບ 1:15)

 

ຜົນຂອງຄວາມບາບ

ຜົນສຸດທ້າຍຂອງຄວາມບາບແມ່ນຫຍັງ?

“... ແລະ​ເມື່ອ​ຄວາມ​ຜິດ​ບາບ​ຄົບ​ຖ້ວນ​ແລ້ວ​ກໍ​ໃຫ້​ເກີດ​ຄວາມ​ຕາຍ” (ຢາໂກໂບ 1:15) “ດ້ວຍ​ວ່າ​ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ກໍ​ຄື​ຄວາມ​ຕາຍ ...” (ໂຣມ 6:23)

ຍ້ອນການລ່ວງລະເມີດຂອງອາດາມ ຄວາມຕາຍໄດ້ຖືກຕົກທອດມາເຖິງຈັກຄົນ?

ເຫດ​ສັນ​ນັ້ນ​ຄວາມ​ຜິດ​ບາບ​ໄດ້​ເຂົ້​ມາ​ໃນໂລກເພາະ​ດ້ວຍ​ມະ​ນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍ​ໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດ​ບາບ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະ​ນຸດ​ທຸກ​ຄົນ ເພາະ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ບາບ​ແລ້ວ” (ໂຣມ 5:12) “ດ້ວຍວ່າຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມ...” (1 ໂກຣິນໂທ 15:22)

 

ດິນແລະພືດພັນໄດ້ຮັບຜົນກະທົບຫຍັງຈາກຄວາມບາບຂອງອາດາມ?

“... ຂີ້​ດິນ​ຈະ​ຖືກ​ສາບ​ແຊ່ງ ກ່ອນ​ຈະ​ໄດ້​ອາ​ຫານ​ມາ​ລ້ຽງ​ຊີບ ເຈົ້າ​ຈະ​ຕ້ອງ​ເຮັດ​ວຽກ​ຢ່າງຫນັກ ຂຸດ​ດິນ​ຟັນ​ໄມ້​ຈົນ​ຫນ້າ​ແຫລ້​ຫນ້າ​ກໍ່າ​ເທົ່າ​ສ້ຽງ​ຊີ​ວິດ ກົກ​ໄມ້​ແລະ​ພືດ​ຕ່າງໆ​ທີ່​ມີ​ຫນາມ​ຈະ​ເກີ​ດຂຶ້ນ...” (ປະຖົມມະການ 3:17,18)

 

ຄຳສາບແຊ່ງອີກຢ່າງໜຶ່ງຊຶ່ງມີມາຍ້ອນອາຊະຍາກອນຜູ້ທຳອິດຄືຫຍັງ?

“ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ອີກວ່າ, “ກາ​ອິນ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທໍາ​ເຣື່ອງ​ໂຫດ​ຮ້າຍ​ເຊັ່ນ​ນີ້? ນ້ອງ​ຊາຍ​ເຈົ້າ​ນອນ​ເລືອດ​ອາບ​ຕົວ​ຢູ່​ໃນ​ທົ່ງ​ນາ ...ເຈົ້າ​ຈະ​ຖືກ​ດ່າ ຖືກ​ສາບ​ແຊ່ງ ແລະ​ຖືກ​ເນ​ຣະ​ເທດ​ອອກ​ຈາກ​ທົ່ງ​ນາ​ບ່ອນ​ຊຶ່ງ​ດູດ​ກິນ​ເລືອດຂອງ​ນ້ອງ​ຊາຍ​ຊຶ່ງ​ເຈົ້າ​ໄດ້​ຂ້າ ຖ້າ​ເຈົ້າ​ເຮັດ​ໄຮ່​ທໍາ​ນາດິນ​ນັ້ນ​ຈະ​ບໍ່​ນໍາ​ຄວາມ​ອຸ​ດົມ​ສົມ​ບູນ​ມາ​ໃຫ້ ... (ປະຖົມມະການ 4:10-12)

 

 

ເຫດການຮ້າຍແຮງອັນໃດທີ່ໄດ້ເກີດຂຶ້ນຍ້ອນການສືບຕໍ່ເຮັດບາບຜິດຕໍ່ພຣະເຈົ້າ?

ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ກ່າວ​ວ່າ, ເຮົາ​ຈະ​ທໍາ​ລາຍ​ມະ​ນຸດ​ທຸກໆ​ຄົນ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ແລ້ວ​ໃນ​ທຸກ​ຫົນ​ທຸກ​ແຫ່ງ ເຮົາ​ຈະ​ທໍາ​ລາຍ​ຝູງສັດ ແລະ​ຝູງ​ນົກ​ຕ່າງໆ ເພາະ​ວ່າ​ເຣົາ​ເສັຽ​ໃຈ​ທີ່​ໄດ້​ສ້າງ​ມັນ​ມາ ຄັນ​ຕໍ່​ມາ ພຣະ​ເຈົ້າ​ຊົງ​ກ່າວ​ກັບ​ໂນ​ອາ​ວ່າ, ເຮົາ​ໄດ້​ຕັດ​ສິນ​ໃຈ​ຈະ​ທໍາ​ລາຍ​ມະ​ນຸດ​ສະ​ໂລກ​ແລ້ວ ເຮົ​ຈະ​ທໍາ​ລາຍ​ພວກ​ເຂົາ​ຈົນ​ຫມົດ​ສິ້ນ ເພາະ​ວ່າ​ໂລກ​ນີ້ເຕັມ​ໄປ​ດ້ວຍ​ການ​ຊົ່ວ​ຮ້າຍ​ຂອງ​ເຂົາ ຄາວ​ນໍ້າ​ຖ້ວມ​ໂລກຢູ່​ນັ້ນ ໂນ​ອາ​ມີ​ອາ​ຍຸ​ຫົກ​ຮ້ອຍ​ປີ ໃນ​ວັນ​ທີ່​ສິບ​ເຈັດ​ເດືອນ​ທີ່​ສອງ ເມື່ອ​ໂນ​ອາ​ມີ​ອາ​ຍຸ​ຫົກ​ຮ້ອຍ​ປີ ຟ້າ​ກໍ​ມືດ​ຄຶ້ມ​ແລ້ວ​ຖອກ​ເທ​ຫ່າ​ຝົນ​ລົງ​ມາ​ສູ່​ໂລກ ນໍ້າ​ໃນ​ບໍ່ ໃນ​ເຫວແລະ​ຫ້ວຍ​ຮ່ອງ​ກໍ​ພຸ່ງ​ຂຶ້ນ” (ປະຖົມມະການ 6:7, 13; 7:6,11)

 

ຫລັງຈາກນໍ້າຖ້ວນໂລກ ແມ່ນຫຍັງໄດ້ເກີດຂຶ້ນທີ່ເປັນຜົນມາຈາກການທີ່ມະນຸດໄດ້ປະຖິ້ມຄວາມເຊື່ອໃນພຣະເຈົ້າ?

ແລ້ວ​ພຣະ​ອົງ​ຈຶ່ງ​ສະ​ເດັດ​ລົງ​ມາ​ທອດ​ພຣະ​ເນດ​ເມືອງ​ແລະ​ຫໍ​ຄອຍ​ສູງ​ທີ່​ມະ​ນຸດ​ໄດ້​ສ້າງ​ຂຶ້ນ ພຣະ​ອົງ​ຊົງ​ກ່າວ​ວ່າ, ບັດ​ນີ້ ມະ​ນຸດ​ທ້ອນ​ໂຮມ​ກັນ​ເປັນ​ອັນ​ນຶ່ງ​ອັນ​ດຽວ ເຂົາ​ເວົ້າ​ພາ​ສາ​ດຽວ​ກັນ ນີ້​ກໍ​ເປັນ​ພຽງ​ຂັ້ນ​ເລີ້ມ​ຕົ້ນ​ທີ່​ເຂົາ​ໄດ້​ກະ​ທໍາ​ມາ ໃນ​ຂັ້ນ​ຕໍ່​ໄປ ພວກ​ເຂົາ​ກໍ​ຈະ​ສາ​ມາດ​ທໍາທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ປາ​ຖ​ນາ​ຢາກ​ທໍາ ສະ​ນັ້ນ ເຮົາ​ຕ້ອງ​ລົງ​ໄປ​ທໍາ​ໃຫ້​ພາ​ສາ​ຂອງ​ເຂົາ​ແຕກ​ຕ່າງ​ກັນ ເພື່ອ​ພວກ​ເຂົາ​ຈະ​ເວົ້າ​ບໍ່​ເຂົ້າ​ໃຈ​ກັນ​ອີກ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທໍາໃຫ້​ພວກ​ເຂົາ​ພັດ​ພາກ​ຈາກ​ກັນ​ໄປ​ຢູ່​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ ພວກ​ເຂົາ​ຈຶ່ງ​ເຊົ​ສ້າງ​ເມືອງ​ນັ້ນ” (ປະຖົມມະການ 11:5-8)

 

ສິ່ງທັງປວງທີ່ຖືກສ້າງມາໄດ້ຕົກຢູ່ໃນສະພາບອັນໃດ?

ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ມາ​ນັ້ນ ກໍ​ກຳ​ລັງ​ໂອ່ຍ​ຄາງ​ແລະ​ເປັນທຸກ​ເຈັບ​ປວດ​ດ້ວຍ​ກັນ​ມາ​ຈົນ​ທຸກວັນ​ນີ້​” (ໂຣມ 8:22)

 

ການທີ່ພຣະເຈົ້າລ່າຊ້າທີ່ຈະທຳລາຍບາບ

ແມ່ນຫຍັງທີ່ບົ່ງບອກວ່າພຣະເຈົ້າໄດ້ລ່າຊ້າໃນການຈັດການກັບຄວາມບາບ?

ອົງ​ພຣະ​ຜູ້​ເປັນ​ເຈົ້​ບໍ່​ໄດ້​ຊົງ​ເສີຍ​ຊ້າ​ໃນ​ເຣື່ອງ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ ເຫມືອນ​ດັ່ງ​ບາງ​ຄົນ​ ຄຶດ​ວ່າ​ຊ້າ ແຕ່​ພຣະ​ອົງ​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້​ດົນ​ນານ​ເພາະ​ເຫັນ​ແກ່​ທ່ານ​ທັງຫລາຍ ພຣະ​ອົງ​ບໍ່​ຊົງ​ປະ​ສົງ​ທີ່​ຈະ​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ຈິບ​ຫາຍ​ເສັຽ ແຕ່​ຊົງ​ປາ​ຖ​ນາ​ທີ່​ຈະ​ໃຫ້​ຄົນ​ທັງ​ປວງ​ມາ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່” (1 ເປໂຕ 3:9)

 

ພຣະເຈົ້າຊົງມີທັດສະນະແນວໃດກ່ຽວກັບຄົນບາບ?

“ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ອີກວ່າ, ເຣົາ​ບໍ່​ຢາກ​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ຕາຍ ສະ​ນັ້ນ ຈົ່ງ​ເຊົ​ເຣັດ​ບາບ ລະ​ມີ​ຊີ​ວິດ​ຢູ່​ເທີນ” (ເອເຊກຽນ 18:32)

 

ມະນຸດສາມາດຊ່ອຍໂຕເອງໃຫ້ພົ້ນຈາກບາບໄດ້ບໍ່?

ຄົນ​ເອ​ທິ​ໂອ​ເປັຽ​ປ່ຽນ​ວັນ​ນະ​ຂອງ​ຕົນ​ເອງ​ໄດ້​ຫລື ຫ​ລື​ເສືອ​ດາວ​ປ່ຽນ​ລາຍ​ຂອງ​ມັນ ຖ້າ​ໄດ້​ແລ້ວ​ເຈົ້າ​ທັງ​ຫລາຍ​ຜູ້​ທີ່​ເຄີຍ​ຕໍ່​ການ​ກະ​ທຳ​ຄວາມ​ຊົ່ວ​ຈະ​ມາ​ກະ​ທຳ​ຄວາມ​ດີ​ກໍ​ໄດ້ ” (ເຢເຣມີຢາ 13:23)

 

ໃຈປາດຖະໜາມະນຸດມີສ່ວນຮ່ວມຫຍັງໃນການຕັດສິນວ່າໃຜຈະໄດ້ຊີວິດ?

ຝ່າຍ​ພຣະ​ວິນ​ຍານ​ແລະ​ເຈົ້າ​ສາວ​ຊົງ​ກ່າວ​ວ່າ, ເຊີນ​ມາ ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ທູນ​ວ່າ, ເຊີນ​ມາ ໃຫ້​ຜູ້​ຫິວ​ນ້ຳ​ເຂົ້າ​ມາ ຜູ້​ໃດ​ມີ​ໃຈ​ປາ​ຖ​ນາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ນ້ຳ​ສຳ​ລັບ​ຊີ​ວິດ​ໂດຍ​ບໍ່​ຕ້ອງ​ເສັຽ​ຄ່າ” (ພຣະນິມິດ 22:17)

 

ພຣະຄຣິດ, ຄົນບາບ, ຊາຕານ

ພຣະຄຣິດໄດ້ທົນທຸກຫຍັງເພື່ອຄົນບາບ?

ແຕ່​ເຂົາ​ຖືກ​ບາດ​ເຈັບ​ຍ້ອນ​ບາບ​ຂອງ​ພວກ​ເຣົາ​ທັງ​ຫລາຍ ເຂົາ​ຖືກ​ຕີ​ຍ້ອນ​ພວກ​ເຮົ​ທຳ​ຊົ່ວ ການ​ລົງ​ໂທດ​ທີ່​ເຂົາ​ໄດ້​ຮັບ​ນັ້ນ​ທຳ​ໃຫ້​ພວກ​ເຮົາ​ເປັນ​ອິສ​ຣະ​ສົມ​ບູ​ນ ທີ່​ເຂົາ​ຖືກ​ຕີ​ນັ້ນ​ກໍ​ເພື່ອ​ໃຫ້​ເຮົາ​ຫາຍ​ດີ” (ເອຊາຢາ 53:5)

 

ພຣະຄຣິດໄດ້ຊົງປາກົດເພື່ອຫຍັງ?

ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ພຣະຄຣິດ​ໄດ້​ຊົງ​ປາ​ກົດ​ເພື່ອ​ຍົກ​ເອົາ​ຜິດ​ບາບ​ໄປ​ເສັຽ ...ຜູ້​ທີ່​ເຮັດ​ບາບ​ຕາມ​ເຄີຍກໍ​ມາ​ຈາກ​ມານ ເພາະ​ວ່າ​ມານ​ໄດ້​ເຮັດ​ບາບ​ຕັ້ງ​ແຕ່​ຕົ້ນ​ເດີມ​ມາ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ປາ​ກົດ​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຊົງ​ທຳ​ລາຍ​ກິ​ຈ​ການ​ຂອງ​ມານ​ເສັຽ” (1 ໂຢຮັນ 3:5,8)

 

ຈຸດປະສົງໂດຍກົງອັນດຽວຂອງການມາປະນູດຂອງພຣະຄຣິດແມ່ນຫຍັງ?

ເຫດ​ສັນ​ນັ້ນ, ເພາະ​ພວກ​ລູກ​ໄດ້​ຮ່ວມ​ຊາດ​ມະ​ນຸດ​ອັນ​ດຽວ​ກັນ ຝ່າຍ​ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ຊາດ​ມະ​ນຸດ​ເຫມືອນ​ກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະ​ອົງ​ຈະ​ໄດ້​ຊົງ​ທຳ​ລາຍ​ຜູ້​ທີ່​ມີ​ອຳ​ນາດ​ແຫ່ງ​ຄວາມ​ຕາຍ ຄື​ພ​ຍາ​ມານ” (ເຮັບເຣີ 2:14)

 

ຈຸດຈົບຂອງຄວາມບາບ ແລະຄວາມໂສກເສົ້າ

ສຽງປະສານແຫ່ງໄຊຊະນະອັນໃດທີ່ເປັນເຄື່ອງໝາຍຂອງການສິ້ນສຸດຂອງຄວາມບາບ?

ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ສິ່ງ​ທີ່​ມີ​ຊີ​ວິດ​ທັງ​ຫມົດ ທັງ​ໃນ​ສວັນ ເທິງ​ແຜ່ນ​ດິນ​ໂລກ ໃຕ້​ແຜ່ນ​ດິນ ແລະ​ໃນ​ມະ​ຫາ​ສະ​ຫມຸດ ຄື​ສິ່ງ​ທັງ​ປວງ​ຊຶ່ງ​ຢູ່​ໃນ​ທີ່ນັ້ນ​ຮ້ອງວ່າ, ຂໍໃຫ້​ຄຳ​ສັຣ​ເສີນ ກຽດ​ຕິ​ຍົດ ສະ​ງ່າ​ຣາ​ສີ ແລະ​ຣິດ​ທາ​ນຸ​ພາບ ຈົ່ງ​ມີ​ແດ່​ພຣະ​ອົງ ຜູ້​ຊົງປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ ແລະ​ແດ່​ພຣະ​ເມ​ສາ​ນ້ອຍ​ຕລອດ​ໄປ​ເປັນ​ນິດ (ພຣະນິມິດ 5:13)

 

ເມື່ອໃດແລະດ້ວຍເຫດການໃດ ຜົນຂອງຄວາມບາບຈະຖືກທຳລາຍ?

ວັນ​ຂອງ​ອົງ​ພຣະຜູ້ເປັນ​ເຈົ້າ​ຈະ​ມາ​ເຖິງ​ເຫມືອນ​ດັ່ງ​ຂະ​ໂມຍ​ມາ ໃນ​ວັນ​ນັ້ນ​ທ້ອງ​ຟ້າ​ຈະ​ລ່ວງ​ເສັຽ​ໄປ​ດ້ວຍ​ສຽງ​ດັງ​ກ້ອງ​ສ​ນັ່ນ ໂລກ ທາດ​ຈະ​ສ​ລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນ​ດິນ​ໂລກ​ກັ​ບ​ສາ​ຣະ​ພັດ​ທຸກ​ສິ່ງ​ຈະ​ໄຫມ້​ເສັຽ​ຫມົດ” (2 ເປໂຕ 3:10)

 

ຜົນຂອງຄວາມບາບຈະຖືກທຳລາຍຢ່າງໝົດກ້ຽງຂະໜາດໃດ?

“ພຣະ​ເຈົ້າ​ຈະ​ຊົງ​ເຊັດ​ນ້ຳ​ຕາ​ທຸກໆ​ຢົດ​ຈກ​ຕາ​ຂອງ​ເຂົາ ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກ​ເສົ້ ການ​ຮ້ອງ​ໄຫ້ ແລະ​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ເພາະ​ວ່າ​ສິ່ງ​ທີ່​ມີ​ຢູ່​ຄາວ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ” (ພຣະນິມິດ 21:4) “ຈະ​ບໍ່​ມີ​ສິ່ງ​ໃດ​ຖືກ​ຊົງ​ປ້ອຍ​ດ່າ​ອີ​ກຕໍ່​ໄປ ແຕ່​ພຣະຣາ​ຊ​ບັນ​ລັງ​ຂອງ​ພຣະ​ເຈົ້າ​ແລະ​ຂອງ​ພຣະ​ເມ​ສາ​ນ້ອຍ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ ແລະ​ບັນ​ດາ​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ​ຈະ​ບົວ​ລະ​ບັດ​ພຣະ​ອົງ” (ພຣະນິມິດ 22:3)

ແລ້ວຄວາມບາບແລະຜົນອັນຊົ່ວຮ້າຍຂອງມັນຈະມີມາອີກບໍ່?

“... ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ...” (ພຣະນິມິດ 21:4) “ຈະ​ບໍ່​ມີ​ສິ່ງ​ໃດ​ຖືກ​ຊົງ​ປ້ອຍ​ດ່າ​ອີ​ກຕໍ່​ໄປ ...” (ພຣະນິມິດ 22:3)