ວັນໂລກອາວະສານ

 

 

ຈຸດ​ຈົບ​ຂອງ​ໂລກ

ການ​ຫລົ້ມ​ສະ­ຫລາຍ​ຂອງ​ເຍ​ຣູ​ຊາ​ເລັມ​ແລະ​ຄວາມ​ໝາຍ​ຂອງ​ມັນ

ພະ​ຄຣິດ​ໄດ້​ຮູ້­ສຶກ​ແນວ­ໃດ​ກ່ຽວ​ກັບ​ເຍ​ຣູ​ຊາ​ເລັມ?

 

ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ແລະ​ເຫັນ​ກຸງ​ແລ້ວ ກໍ​ຊົງ​ພຣະ​ກັນ​ແສງ​ເພາະ​ສົງ​ສານ​ກຸງ​ນັ້ນ ໂດຍ​ຊົງ​ກ່າວ​ວ່າ, ໂອ ເຢ​ຣູ​ຊາ​ເລັມ, ໃນ​ວັນ​ນີ້ ຖ້າ​ເຈົ້າ​ເອງ​ໄດ້​ຮູ້​ເຖິງ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຕິ​ສຸກ ແຕ່​ວ່າ​ບັດ​ນີ້​ສິ່ງ​ເຫລົ່າ​ນັ້ນ​ໄດ້​ບັງ​ລັບ​ໄວ້​ຈາກ​ຕາ​ເຈົ້າແລ້ວ (ລູກາ 19:41, 42)

 

ພະ​ອົງ​ທຳ­ນາຍ​ການ​ຫລົ້ມ​ສະ­ຫລາຍ​ຂອງ​ເຍ​ຣູ​ຊາ​ເລັມ​ວ່າ​ແນວ­ໃດ?

ດ້ວຍ​ວ່າ​ເວ​ລາ​ຈະ​ມາ​ເຖິງເຈົ້າ ເມື່ອ​ສັດ​ຕຣູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ​ແລະ​ຈະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ ແລ້ວ​ເຂົາ​ຈະ​ທຳ​ລາຍ​ເຈົ້າ​ກັບ​ບັນ​ດາ​ລູກ​ທັງ​ຫລາຍ​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ລົງ​ພຽງ​ດິນ ແລະ​ເຂົາ​ຈະ​ປະ​ໃຫ້​ກ້ອນ​ຫີນ​ຊ້ອນ​ທັບ​ກັນ​ໄວ້​ພາຍ​ໃນ​ເຈົ້າ ເພາະ​ເຈົ້າ​ບໍ່​ໄດ້​ຮູ້​ເວ​ລາ​ຂອງ​ການ​ຊົງ​ຢ້ຽມ​ຢາມ​ເຈົ້າ (ລູກາ 19:43, 44)

 

ພະ​ເຍ­ຊູ​ໄດ້​ກ່າວ​ແນວ­ໃດ​ທີ່​ບົ່ງ​ບອກ​ເຖິງ​ຄວາມ​ສົງ­ສານ​ຂອງ​ພະ​ອົງ​ທີ່​ມີ​ຕໍ່​ເມືອງ​ທີ່​ບໍ່​ຮູ້­ຈັກ​ສຳ­ນຶກ​ຜິດ?

ໂອ ເຢ​ຣູ​ຊາ​ເລັມ ເຢ​ຣູ​ຊາ​ເລັມ​ເອີຍ, ເຈົ້າ​ທີ່​ໄດ້​ຂ້າ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເອົາ​ຫີນ​ຄວ່າງ​ໃສ່​ພວກ​ທີ່​ຮັບ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາ​ຖ​ນາ​ຈັກ​ເທື່ອ​ແລ້ວ​ຫນໍ​ ວ່າ​ຈະ​ຮວບ​ຮວມ​ເອົາ​ລູກ​ຂອງ​ເຈົ້າ​ໄວ້ ເຫມືອນ​ດັ່ງ​ແມ່​ໄກ່​ຮວບ​ຮວມ​ລູ​ກໄວ້​ໃຕ້​ປີກ​ຂອງ​ມັນ​ແຕ່​ພວກ​ເຈົ້າ​ບໍ່​ຍິນຍອມ” ( ມັດ​ທາຍ 23:37)

 

ໃນ​ຂະ­ນະ​ທີ່​ພະ​ອົງ​ກຳ­ລັງ​ຈະ​ອອກ​ຈາກ​ພະ​ວິ­ຫານ ພະ​ອົງ​ໄດ້​ກ່າວ​ແນວ­ໃດ?

ເບິ່ງ​ແມ໋, ເຮືອນ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ປະ​ຮ້າງ​ໄວ້​ໃຫ້​ຢູ່ວ່າງ​ເປົ່າແກ່​ເຈົ້າ (ມັດ​ທາຍ 23:38)

ໝາຍ­ເຫດ: ຄົນ​ຢິວ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ອະ​ຍຸດ­ຕິ​ທຳ​ໂດຍ​ການ​ທີ່​ພວກ​ເຂົາ​ປະ­ຕິ­ເສດ​ແລະ​ຄຶງ​ພະ​ຄຣິດ​ທີ່​ໄມ້​ກາງ​ແຂນ ແລະ​ພວກ​ເຂົາ​ກໍ​ກົດ​ຂີ່​ຂົ່ມ­ເຫງ​ຄົນ​ທີ່​ຕິດ­ຕາມ​ພະ​ຄຣິດ​ຫລັງ​ຈາກ​ພະ​ອົງ​ຟຶ້ນ​ຂຶ້ນ​ມາ. (ໃຫ້​ເບິ່ງ ມັດ​ທາຍ 23:29-35; ໂຢ​ຮັນ 19:15; ກິດ­ຈະ­ການ 4-8)

 

ເມື່ອ​ໄດ້​ຍິນ​ດັ່ງ­ນີ້​ແລ້ວ ພວກ​ສາ­ວົກ​ໄດ້​ຖາມ​ຄຳ​ຖາມ​ຫຍັງ?

ເມື່ອ​ພຣະ​ອົງ​ປະ​ທັບ​ຢູ່​ພູ​ຫມາກ­ກອກ​ເທດ ພວກ​ສາ­ວົກ​ມາ​ເຝົ້າ​ພຣະ​ອົງ​ຕ່າງ­ຫາກ​ກາບ​ທູນ​ວ່າ, ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພຣະ​ອົງ​ຊາບ​ແດ່​ວ່າ ເຫດ­ການ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ​ເວ­ລາ​ໃດ ສິ່ງ​ໃດ​ເປັນ​ຫມາຍ​ສຳ​ຄັນ­ວ່າ ທ່ານ​ຈະ​ມາ​ແລະ​ສະ­ໄຫມ​ເກົ່າ​ຈະ​ສິ້ນ​ສຸດ​ລົງ’” (ມັດ​ທາຍ 24:3)

ໝາຍ­ເຫດ: ການ​ລົບ​ລ້າງ​ອຳ­ນາດ​ຂອງ​ເຍ​ຣູ​ຊາ​ເລັມ​ແລະ​ຂອງ​ຊົນ​ຊາດ​ຢິວ​ແມ່ນ​ເປັນ​ການ​ລົ້ມ​ສະ­ຫລາຍ​ປະ­ເພດ​ໜຶ່ງ​ຂອງ​ທຸກໆ​ເມືອງ​ແລະ​ຂອງ​ທຸກໆ​ຊາດ​ໃນ​ໂລກ. ຫລາຍ​ອາດ​ຈຳ­ແນກ​ບໍ່​ໄດ້​ເຖິງ​ຄວາມ​ແຕກ​ຕ່າງ​ຂອງ​ສອງ​ເຫດ­ການ​ນີ້. ຄຳ​ທຳ­ນາຍ​ຂອງ​ພະ​ເຍ­ຊູ​ແມ່ນ​ໝາຍ​ເຖິງ​ຫລາຍ​ການ​ລົ້ມ​ສະ­ຫລາຍ​ຂອງ​ກຸງ​ເຍ​ຣູ​ຊາ​ເລັມ ຄຳ​ພະ­ຍາ­ກອນ​ນີ້​ໄດ້​ໝາຍ​ເຖິງ​ການ​ທຳ­ລາຍ​ລ້າງ­ບາບ​ໃນ​ໂລກ​ດ້ວຍ​ໄຟ ຄຳ​ທຳ­ນາຍ​ນີ້​ບໍ່​ແມ່ນ​ສຳ­ລັບ​ສາ­ວົກ​ຂອງ​ພະ​ອົງ​ໃນ​ຍຸກ​ທຳ​ອິດ​ເທົ່າ​ນັ້ນ ແຕ່​ຍັງ​ສຳ­ລັບ​ຄົນ​ທັງ­ຫລາຍ​ທີ່​ອາ­ໄສ​ໃນ​ຊ່ວງ​ສຸດ​ທ້າຍ​ຂອງ​ປະ­ຫວັດ­ສາດ​ໂລກ. ພະ​ຄຣິດ​ໄດ້​ບອກ​ໃຫ້​ຮູ້​ເຖິງ​ໝາຍ​ສຳ­ຄັນ​ຂອງ​ການ​ລົ້ມ​ສະ­ຫລາຍ​ຂອງ​ເຍ​ຣູ​ຊາ​ເລັມ​ແລະ​ການ​ສະ­ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພະ​ອົງ.

 

 

ພະ​ຄຣິດ​ໄດ້​ບອກ​ບໍ່​ວ່າ​ໜຶ່ງ​ໃນ​ເຫດ­ການ​ເຫລົ່າ​ນີ້​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ?

ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, ຈົ່ງ​ລະ­ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ຫລອກ​ລວງ​ພວກ​ທ່ານ​ໃຫ້​ຫລົງ ດ້ວຍ​ວ່າ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງ​ເຮົາ​ວ່າ ເຮົາ​ນີ້​ແຫລະ, ເປັນ​ພຣະ​ຄຣິດ ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ ພວກ​ທ່ານ​ຈະ​ໄດ້​ຍິນ​ເຖິງ​ເຣື່ອງ​ການ​ເສິກ ແລະ​ຂ່າວ​ເລົ່າ​ລື​ເຖິງ​ເຣື່ອງ​ການ​ເສິກ​ສົງ­ຄາມ ຈົ່ງ​ລະ­ວັງ ຢ່າ​ຕົກ­ໃຈ ດ້ວຍ​ວ່າ​ເຫດ­ການ​ເຫລົ່າ​ນີ້​ຈຳ­ເປັນ​ຕ້ອງ​ເກິດ​ຂຶ້ນ ແຕ່​ວ່າ​ທີ່​ສຸດ​ປາຍ​ຍັງ​ບໍ່​ມາ​ເຖິງ’” (ມັດ​ທາຍ 24:4-6)

 

ພະ​ອົງ​ໄດ້​ກ່າວ​ແນວ­ໃດ​ກ່ຽວ​ກັບ​ສົງ­ຄາມ, ການ​ກັນ­ດານ​ອາ­ຫານ, ໂລກ­ລະ­ບາດ, ແລະ​ແຜ່ນ­ດິນ​ໄຫວ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ເຫດ­ການ​ເລົ່າ​ນີ້?

ເຫດ­ການ​ທັງ​ປວງ​ນີ້​ເປັນ​ເຫມືອນ​ຂັ້ນຕົ້ນ​ຂອງ​ຄວາມ­ເຈັບ​ປວດໃນ​ການ​ເກິດ​ລູກ (ມັດ​ທາຍ 24:8)

ໝາຍ­ເຫດ:ໄພ­ພິ­ບັດ​ເຫລົ່າ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ການ​ລົ້ມ​ສະ­ຫລາຍ​ຂອງ​ກຸງ​ເຍ​ຣູ​ຊາ​ເລັດ​ແລະ​ການ​ສະ­ເດັດ​ມາ​ຄັ້ງ​ທີ​ສອງ. ເໝືອນ​ຢ່າງ​ທີ່​ໄດ້​ກ່າວ​ໄວ້​ແລ້ວ​ວ່າ​ຄຳ​ທຳ­ນາຍ​ນີ້​ແມ່ນ​ມີ​ສອງ​ຄວາມ​ໝາຍ. ຄວາມ​ໝາຍ​ທຳ​ອິດ​ແມ່ນ​ໝາຍ​ເຖິງ​ເຍ​ຣູ​ຊາ​ເລັມ​ແລະ​ຊົນ​ຊາດ​ຢິວ, ຄວາມ​ໝາຍ​ທີ​ສອງ​ແມ່ນ​ໝາຍ​ເຖິງ​ໝົດ​ທັງ​ໂລກ; ກຸງ​ເຍ​ຣູ​ຊາ​ເລັມ​ລົ້ມ​ສະ­ຫລາຍ​ຍ້ອນ​ວ່າ​ປະ­ຊາ­ຊົນ​ເມືອງ​ນັ້ນ​ປະ­ຕິ­ເສດ​ພະ​ຄຣິດ​ໃນ​ຕອນ​ທີ່​ພະ​ອົງ​ສະ­ເດັດ​ມາ​ເທື່ອ​ທຳ​ອິດ ການ​ລົ້ມ​ສະ­ຫລາຍ​ນີ້​ແມ່ນ​ປະ­ເພດ​ໜຶ່ງ​ຂອງ​ການ​ລົ້ມ​ສະ­ຫລາຍ​ທັງ​ໂລກ​ຍ້ອນ​ປະ­ຊາ­ຊົນ​ໃນ​ໂລກ​ປະ­ຕິ­ເສດ​ພະ​ຄຣິດ​ບໍ່​ໃສ່­ໃຈ​ໃນ​ຄຳ­ເຕືອນ​ຂອງ​ພະ​ເຈົ້າ​ທີ່​ສັ່ງ​ໃຫ້​ພວກ​ເຂົາ​ຕຽມ​ພ້ອມ​ໃນ​ການ​ສະ­ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພະ​ຄຣິດ.

 

ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ຂອງ​ພະ​ເຈົ້າ?

ເມື່ອ­ນັ້ນ​ເຂົາ​ຈະ​ມອບ​ພວກ​ທ່ານ​ໄວ້​ໃຫ້​ທົນ​ທຸກ​ລຳ­ບາກ​ແລະ​ຂ້າ​ທ່ານ​ເສ​ັຽ ຄົນ​ທຸກ​ຊາດ​ຈະ​ກຽດ​ຊັງ​ພວກ​ທ່ານ​ເພາະ​ເຫັນ­ແກ່​ນາມ​ຂອງ​ເຮົາ ຄາວ​ນັ້ນ​ຈະ​ມີ​ຫລາຍ​ຄົນ​ສະ­ດຸດ​ໃຈ ຈະ​ຫັກ­ຫລັງ​ກັນ​ແລະ​ກັນ ແລະ​ຈະ​ກຽດ​ຊັງ​ເຊິ່ງ​ກັນ​ແລະ​ກັນ ຫມໍ​ທຳ​ນວາຍ​ຂີ້­ໂລບ​ຫລາຍ​ຄົນ​ຈະ​ເກິດ​ຂຶ້ນ ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ ຄວາມ​ຮັກ​ຂອງ​ຄົນ​ສ່ວນ​ຫລາຍ​ຈະ​ເຢັນ​ລົງ ເພາະ​ຄວາມ​ອະ­ທັມ​ແຜ່​ກວ້າງ​ອອກ​ໄປ (ມັດ​ທາຍ 24:9-12)

 

ແມ່ນ​ໃຜ​ທີ່​ພະ​ອົງ​ກ່າວ​ວ່າ​ຈະ​ໄດ້​ຮັບ​ຄວາມ​ລອດ​ພົ້ນ?

ແຕ່ຜູ້​ໃດ​ອົດ­ທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ແຫລະ, ຈະ​ໄດ້​ລອດ​ພົ້ນ (ມັດ​ທາຍ 24:13)

 

ພະ​ຄຣິດ​ໄດ້​ກ່າວ​ວ່າ​ຈຸດ​ຈົບ​ຈະ​ມາ​ເຖິງ​ຕອນ​ໃດ?

ຂ່າວ​ປະ­ເສີດ​ເຣື່ອງ​ຣາ​ຊ​ອາ­ນາ­ຈັກ​ນີ້​ຈະ​ໄດ້​ປະ­ກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພ​ຍານ​ແກ່​ທຸກໆ ຊາດ​ແລ້ວ​ທີ່​ສຸດ​ປາຍ​ຈະ​ມາ​ເຖິງ  (ມັດ​ທາຍ 24:14)

ໝາຍ­ເຫດ: ກ່ອນ​ການ​ລົ້ມ​ສະ­ຫລາຍ​ຂອງ​ກຸງ​ເຍ​ຣູ​ຊາ​ເລັມ ທ່ານ​ໂປ­ໂລ​ໄດ້​ປະ­ກາດ​ຂ່າວ​ປະ­ເສີດ​ທີ່​ເມືອງ​ໂຣມ ຫລັງ​ຈາກ​ນັ້ນ​ໄປ​ທີ່​ນະ­ຄອນ­ຫລວງ​ຂອງ​ໂລກ. ທ່ານ​ໂປ­ໂລ​ໄດ້​ຂຽນ​ໄປ​ຍັງ​ໄພ່​ພົນ​ຂອງ​ພະ​ເຈົ້າ​ທີ່­ຢູ່​ໃນ​ລາດ​ຊະ​ວັງ​ຂອງ​ກາຍ​ຊາ(ຟິ​ລິບ​ປອຍ 4:22) ຫລັງ​ຈາກ​ນັ້ນ​ກໍ​ໄດ້​ກ່າວ​ອີ​ກວ່າ ຂ່າວ​ປະ­ເສີດ​ໄດ້​ຖືກ​ປະ­ກາດ​ແກ່​ມະ­ນຸດ​ທຸກ​ຄົນ​ໃນ​ໄຕ້​ຟ້າ​ແລ້ວ (ໂກ​ໂລ​ຊາຍ 1:23)

ມັນ​ຈະ​ເປັນ​ວັນ​ຈົບ​ຂອງ​ຊົນ​ຊາດ​ຢິວ ແລະ​ເປັນ​ວັນ​ຈົບ​ຂອງ​ທຸກ​ຊົນ​ຊາດ​ໃນ​ໂລກ. ເມື່ອ​ຂ່າວ​ປະ­ເສີດ​ຫລື​ຂ່າວ​ດີ​ຂອງ​ການ​ສະ­ເດັດ​ມາ​ຂອງ​ອາ­ນາ­ຈັກ​ພະ​ຄຣິດ​ຖືກ​ປະ­ກາດ​ໄປ​ທົ່ວ​ແຜ່ນ­ດິນ​ໂລກ​ເພື່ອ​ໃຫ້​ຊົນ​ຊາດ​ຕ່າງໆ​ໄດ້​ຮູ້ ຫລັງ​ຈາກ​ນັ້ນ​ຈຸດ​ຈົບ​ກໍ​ຈະ​ມາ​ເຖິງ. ເໝືອນ​ຢ່າງ​ທີ່​ຈຸດ​ຈົບ​ຂອງ​ຊາດ​ຢິວ​ໄດ້​ມາ​ພ້ອມ​ກັບ​ການ​ລົ້ມ​ສະ­ຫລາຍ ຈຸດ​ຈົບ​ຂອງ​ໂລກ​ກໍ​ຈະ​ມາ​ເຊັ່ນ​ນັ້ນ.

 

ອັນ​ໃດ​ເປັນ​ສັນ­ຍານ​ບອກ​ການ​ລົ້ມ​ສະ­ຫລາຍ​ຂອງ​ກຸງ​ເຍ​ຣູ​ຊາ​ເລັມ?

ເມື່ອ​ໃດ​ທ່ານ​ເຫັນ​ກອງ­ທັບ​ມາ​ຕັ້ງ​ອ້ອມ​ຮອບ​ກຸງ​ເຢ​ຣູ​ຊາ​ເລັມ ເມື່ອ­ນັ້ນ​ທ່ານ​ຈົ່ງ​ຮູ້​ວ່າ­ຄວາມ​ຈິບ­ຫາຍ​ຂອງ​ກຸງ​ນັ້ນ​ເຂົ້າ​ມາ​ໃກ້​ແລ້ວ (ລູ​ກາ 21:20)

 

ໃນ​ເວ­ລາ​ນີ້​ພວກ​ອັກ​ຄະ​ສາ­ວົກ​ຄວນ​ໄດ້​ເຮັດ​ແນວ­ໃດ?

ເຫດ​ສັນ­ນັ້ນ ເມື່ອ​ໃດ​ທ່ານ​ທັງ­ຫລາຍ​ເຫັນ​ສິ່ງ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ ທີ່​ເຮັດ​ໃຫ້​ເກິດ​ວິ­ບັດ​ຕັ້ງ​ຢູ່​ໃນ​ສະ­ຖານ­ທີ່​ສັກ­ສິດ ຕາມ​ພຣະ​ທັມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ດາ​ນິ​ເອນ​ຜູ້​ປະ­ກາດ​ພຣະ​ທັມ​ນັ້ນ (ໃຫ້​ຜູ້​ອ່ານ​ເຂົ້າ­ໃຈ​ເອົາ)  ເມື່ອ­ນັ້ນ​ໃຫ້​ຜູ້​ທີ່­ຢູ່​ໃນ​ແຂວງ​ຢູ​ດາຍ​ປົບ​ຫນີ​ໄປ​ຍັງ​ພູ (ມັດ​ທາຍ 24:15, 16)

ໝາຍ­ເຫດ: ໃນ​ປີ ຄ.ສ. 66 ເມື່ອ​ເຊ​ສ​ຕິ​ອັສ (Cestius)ຍົກ​ທັບ​ມາ­ຕີ​ເມືອງ​ເຍ​ຣູ​ຊາ​ເລັມ​ແຕ່​ກໍ​ບໍ່​ສາ­ມາດ​ເອົາ​ຊະ­ນະ​ໄດ້​ເລີຍ​ຍົກ​ທັບ​ຖອຍ​ໜີ ຄຣິ​ສ​ຕຽນ​ທັງ­ຫລາຍ​ກໍ​ຮູ້​ດີ​ວ່າ​ນີ້​ເປັນ​ສັນ­ຍານ​ທີ່​ພະ​ຄຣິດ​ໄດ້​ກ່າວ​ໄວ້​ໃນ​ຄຳ­ເຕືອນ​ຂອງ​ພະ​ອົງ ແລະ​ຄຣິ​ສ​ຕຽນ​ເຫລົ່າ​ນີ້​ກໍ​ຫລົບ­ໜີ​ອອກ​ໄປ(ອ້າງ​ອີງ​ຈາກ Eusebius, Church History, Book 3, chap, 5) ໃນ​ປີ ຄ.ສ. 70 ຄົນ​ຢິວ 1,100,000 ຄົນ ຖືກ​ຂ້າ​ຕາຍ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ສັດ­ຕູ. ນີ້​ເປັນ​ບົດ­ຮຽນ​ທີ່​ສຳ­ຄັນ​ຈາກ​ການ​ສຶກ​ສາ​ຄຳ​ພະ­ຍາ­ກອນ ແລະ​ໃຫ້​ຄວາມ​ສົນ­ໃຈ​ແກ່​ສັນ­ຍານ​ເຕືອນ. ຄົນ​ທີ່​ເຊື່ອ​ໃນ​ພະ​ຄຣິດ​ແລະ​ເຝົ້າ​ລະ­ວັງ​ຕໍ່​ສັນ­ຍານ​ທີ່​ພະ​ອົງ​ໄດ້​ກ່າວ​ໄວ້​ກໍ​ໄດ້​ຮັບ​ຄວາມ​ປອດ​ໄພ ແຕ່​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ​ກໍ​ໄດ້​ພິ­ນາດ​ໄປ. ເພາະ­ສະ­ນັ້ນ​ໃນ​ວັນ​ສຸດ​ທ້າຍ​ຂອງ​ໂລກ ຄົນ​ທີ່​ເຝົ້າ​ລະ­ວັງ​ແລະ​ຄົນ​ທີ່​ເຊື່ອ​ໃນ​ພະ​ຄຣິດ​ແລະ​ຄຳ­ເຕືອນ​ຂອງ​ພະ​ອົງ​ຈະ​ໄດ້​ຮັບ​ການ​ລອດ​ພົ້ນ ແລະ​ຄົນ​ທີ່​ບໍ່​ລະ­ມັດ­ລະ­ວັງ​ແລະ​ບໍ່​ເຊື່ອ​ຈະ​ຖືກ​ທຳ­ລາຍ​ໄປ. (ເບິ່ງ ມັດ​ທາຍ 24:36-44; ລູ​ກາ 21:34-36; 1 ເທ​ຊະ​ໂລ​ນິກ 5:1-6)

 

ເມື່ອ​ສັນ­ຍານ​ເຕືອນ​ປາ­ກົດ​ແລ້ວ ພວກ​ເຂົາ​ຄວນ​ໜີ​ຮີບ​ດ່ວນ​ປານ­ໃດ?

ຜູ້​ທີ່­ຢູ່​ເທິງ​ຫລັງ­ຄາ​ເຮືອນ ຢ່າ​ໃຫ້​ລົງ​ມາ​ເກັບ​ເອົາ​ສິ່ງ​ຂອງ​ທີ່­ຢູ່​ໃນ​ເຮືອນ​ຂອງ​ຕົນ​ອອກ​ໄປ ສ່ວນ​ຜູ້​ທີ່­ຢູ່​ຕາມ​ທົ່ງ​ນາ​ກໍ​ຢ່າ​ຕ່າວ​ຄືນ​ມາ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ (ມັດ​ທາຍ 24:17, 18)

 

ພະ​ຄຣິດ​ໄດ້​ກ່າວ​ແນວ­ໃດ​ຕໍ່​ໄປ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ພະ​ອົງ​ເປັນ​ຫ່ວງ​ຕໍ່​ສາ­ວົກ​ຂອງ​ພະ​ອົງ?

ຈົ່ງ​ອ້ອນ­ວອນ​ຂໍ ເພື່ອ​ການ​ທີ່​ທ່ານ​ຕ້ອງ​ຫນີ​ນັ້ນ​ຈະ​ບໍ່​ຕົກ​ໃນຣະ​ດູ​ຫນາວຫລື​ໃນວັນ​ສະ­ບາ​ໂຕ”( ມັດ​ທາຍ 24:20)

ໝາຍ­ເຫດ: ການ​ຫລົບ­ໜີ​ໃນ​ລະ­ດູ​ໜາວ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ­ຍາກ​ລຳ­ບາກ ບໍ່​ຕ້ອງ​ສົງ­ໄສ​ເລີຍ ການ​ພະ­ຍາ­ຍາມ​ຫລົບ­ໜີ​ໃນ​ວັນ​ສະ­ບາ​ໂຕ​ແມ່ນ​ຫຍຸ້ງ­ຍາກ​ລຳ­ບາກ​ຫລາຍ. ພະ​ເຈົ້າ​ຊົງ​ໄດ້​ຍິນ​ຄຳ​ອະ­ທິ­ຖານ​ຂອງ​ຄົນ​ທີ່​ຕິດ­ຕາມ​ພະ​ຄຣິດ ແລະ​ກໍ​ບໍ່​ມີ​ຄົນ​ໃດ​ບໍ່​ວ່າ​ຈະ​ເປັນ​ຢິວ​ຫລື​ໂຣມ​ມັນ​ສາດ​ກິດ​ກັ້ນ​ພວກ​ເຂົາ​ຈາກ​ການ​ຫລົບ­ໜີ​ໄດ້. ໃນ​ຕອນ​ທີ່ ເຊ​ສ​ຕິ​ອັສ (Cestius)ຖອຍ​ກັບ ຄົນ​ຢິວ​ໄດ້​ໄລ່​ຕາມ​ກອງ­ທັບ​ລາວ​ໄປ, ສະ­ນັ້ນ​ຄົນ​ຄຣິ​ສ​ຕຽນ​ໄດ້​ມີ​ໂອ­ກາດ​ອອກ​ຈາກ​ເມືອງ. ຫົນ­ທາງ​ກໍ​ໂລ່ງ​ສຳ­ລັບ​ພວກ​ເຂົາ ເພາະ​ບໍ່​ມີ​ສັດ­ຕູ ແລະ​ພວກ​ຄົນ​ຢິວ​ກໍ​ໄດ້​ໄປ​ເຕົ້າ­ໂຮມ​ທີ່​ເຍ​ຣູ​ຊາ​ເລັມ​ເພື່ອ​ງານ​ສະ­ເຫລີມ­ສະ­ຫລອງ​ພະ​ວິ­ຫານ(Feast of Tabernacle). ສະ­ນັ້ນ​ຄຣິ​ສ​ຕຽນ​ແຫ່ງ​ຢູ​ເດຍ​ສາ­ມາດ​ຫລົບ­ໜີ​ໄດ້​ໂດຍ​ບໍ່​ມີ​ອັນ­ຕະ­ລາຍ​ຫຍັງ​ໃນ​ລະ­ດູ​ໃບ​ໄມ້​ລົ່ນ​ເຊິ່ງ​ເປັນ​ລະ­ດູ​ທີ່​ເໝາະ​ສົມ​ແກ່​ການ​ຫລົບ­ໜີ.

 

ພະ​ຄຣິດ​ໄດ້​ທຳ­ນາຍ​ວ່າ​ຈະ​ເກີດ​ເຫດ­ການ​ຮ້າຍ​ອັນ​ໃດ?

ດ້ວຍ​ວ່າ​ໃນ​ຄາວ​ນັ້ນ​ຈະ​ມີ​ຄວາມ­ທຸກ​ລຳ­ບາກ​ອັນ​ໃຫຍ່​ຫລວງ​ຢ່າງ​ບໍ່​ເຄີຍ​ເກີດ​ມີ​ມາ​ຕັ້ງ­ແຕ່​ຕົ້ນ​ເດີມ​ໂລກ​ຈົນ​ເຖິງ​ບັດ​ນີ້ ແລະ​ເມື່ອ​ຫນ້າ​ຈະ​ບໍ່​ມີ​ຕໍ່​ໄປ​ອີກ​ຈັກ​ເທື່ອ (ມັດ​ທາຍ 24:21)

ໝາຍ­ເຫດ: ຄຳ​ພະ­ຍາ­ກອນ​ຂອງ​ໂມ​ເຊ(ພະ​ບັນ­ຍັດ​ທີ​ສອງ 28:47-53)ໄດ້​ເປັນ​ຈິງ​ໃນ​ຕອນ​ທີ່​ເຍ​ຣູ​ຊາ​ເລັມ​ຖືກ​ລ້ອມ. ທ່ານ​ຈະ​ຕ້ອງ​ຮັບ​ປະ­ທານ​ເຊື້ອ­ສາຍ​ແຫ່ງ​ຮ່າງ­ກາຍ​ຂອງ​ທ່ານ​ເປັນ​ອາ­ຫານ ຄື​ເນື້ອ​ລູກ​ຊາຍ​ແລະ​ລູກ​ຍິງ​ຂອງ​ທ່ານ ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ­ທານ​ແກ່​ທ່ານ ໃນ​ການ​ລ້ອມ​ແລະ​ໃນ​ຄວາມ­ທຸກ​ລຳ­ບາກ​ຊຶ່ງ​ສັດ​ຕຣູ​ຂອງ​ທ່ານ​ມາ​ທຳ​ໃຫ້​ທ່ານ​ທັງ­ຫລາຍ​ທຸກ​ລຳ­ບາກ​ນັ້ນ ໃຫ້​ສຶກ​ສາ​ເພີ່ມ​ເຕີມ​ໃນ Josephus, Wars of the Jews, book 6, chap 3, par. 4. ກ່ຽວ​ກັບ​ຄວາມ​ເປັນ​ຈິງ​ຂອງ​ຄຳ​ພະ­ຍາ­ກອນ

ເມື່ອ​ເຍ​ຣູ​ຊາ​ເລັມ​ລົ້ມ​ສະ­ຫລາຍ ຈັກ­ກະ­ພັດ​ຜູ້​ນອກ​ລີດ​ກໍ​ໄດ້​ກົດ​ຂີ່​ຂົ່ມ­ເຫງ​ຄຣິ​ສ​ຕຽນ​ໃນ​ຊ່ວງ​ລະ­ຫວ່າງ​ສາມ​ສັດ­ຕະ­ວັດ​ທຳ​ອິດ​ຂອງ​ຄຣິ​ສ​ຕຽນ. ຫລັງ​ຈາກ​ນັ້ນ​ຄຣິ​ສ​ຕຽນ​ກໍ​ຖືກ​ກົດ​ຂີ່​ຂົ່ມ­ເຫງ​ຮ້າຍ​ແຮງ​ກວ່າ​ເກົ່າ​ເປັນ​ເວ­ລາ​ຫລາຍ​ສັດ­ຕະ­ວັດ​ເຊິ່ງ​ເປັນ​ຊ່ວງ​ເວ­ລາ​ທີ່​ສັນ­ຕະ­ປາ­ປາ​ມີ​ອຳ­ນາດ​ສູງ​ສຸດ ເຊິ່ງ​ເຫດ­ການ​ເຫລົ່າ​ນີ້​ກໍ​ໄດ້​ຖືກ​ພະ­ຍາ­ກອນ​ໄວ້​ໃນ ດາ​ນິ​ເອນ 7:25 ແລະ ພະ​ນິ­ມິດ 12:6. ຄວາມ​ລຳ​ບານ​ຍາກ­ແຄ້ນ​ນີ້​ເກີດ​ຂຶ້ນ​ພາບ​ໄຕ້​ການ​ປົກ­ຄອງ​ຂອງ​ຄົນ​ນອກ​ລີດ​ແລະ​ໂຣມ​ມັນ.

 

 

ວັນ​ເວ­ລາ​ໄດ້​ຖືກ​ສັ້ນ​ເຂົ້າ​ເພື່ອ​ໃຜ?

ແລະ​ຖ້າ​ວັນ​ທັງ­ຫລາຍ​ນັ້ນ​ບໍ່​ໄດ້​ຊົງ​ບັນ­ດານ​ໃຫ້​ສັ້ນ​ເຂົ້າ ຈະ​ບໍ່​ມີ​ມະ­ນຸດ​ຄົນ​ໃດ​ລອດ​ພົ້ນ​ໄດ້ ແຕ່​ເພາະເຫັນ­ແກ່​ພວກ​ທີ່​ຊົງ​ເລືອກ​ໄວ້​ນັ້ນ ວັນ​ເຫລົ່າ­ນັ້ນ​ຈຶ່ງ​ໄດ້​ຊົງ​ບັນ­ດານ​ໃຫ້​ສັ້ນ​ເຂົ້າ (ມັດ​ທາຍ 24:22)

ໝາຍ­ເຫດ:

 

 

ພະ​ຄຣິດ​ໄດ້​ເຕືອນ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ມີ​ການ​ຫລອກ​ລວງ​ອັນ​ໃດ?

ໃນ​ເວ­ລາ​ນັ້ນ​ຖ້າ​ຜູ້​ໃດ​ຈະ​ບອກ​ພວກ​ທ່ານ​ວ່າ ເບິ່ງ​ແມ໋, ອົງ​ພຣະ​ຄຣິດ​ຢູ່​ທີ່​ນີ້ ຫລື ຢູ່​ທີ່​ນັ້ນ ຢ່າ​ຊູ່​ເຊື່ອ ດ້ວຍ​ວ່າ​ຈະ​ມີ​ພຣະ​ຄຣິດ​ທຽມ ແລະ​ຫມໍ​ທຳ​ນວາຍ​ຂີ້­ໂລບ​ຫລາຍ​ຄົນ​ເກີດ​ຂຶ້ນ ສະ­ແດງ​ຫມາຍ​ສຳ­ຄັນ​ອັນ​ໃຫຍ່​ແລະ​ການ​ອັດ­ສະ­ຈັນ​ຕ່າງໆ ເພື່ອ​ຖ້າ​ເປັນ​ໄດ້ ຈະ​ຫລອກ​ລວງ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ໃຫ້​ຫລົງ (ມັດ​ທາຍ 24:23, 24)

 

ໝາຍ​ສຳ­ຄັນ​ທີ່​ເກີດ​ຂຶ້ນ​ກັບ​ຕາ­ເວັນ ດວງ​ເດືອນ ແລະ​ດາວ

ໝາຍ​ສຳ­ຄັນ​ທີ່​ບອກ​ເຖິງ​ວັນ​ສຸດ​ທ້າຍ​ໃດ​ຈະ​ເກີດ​ຂຶ້ນ​ກັບ​ຟ້າ​ສະ­ຫວັນ?

ຈະ​ມີ​ຫມາຍ​ສຳ­ຄັນ​ໃນ​ດວງ​ອາ­ທິດ ໃນ​ດວງ​ຈັນ ແລະ​ໃນ​ດວງ​ດາວ​ທັງ​ປວງ ແລະ​ຈະ​ມີ​ຄວາມ­ທຸກ​ຮ້ອນ​ເທິງ​ແຜ່ນ­ດິນ​ໂລກ​ຕາມ​ປະ­ເທດ​ຕ່າງໆ​ຊຶ່ງ​ມີ​ຄວາມ ສ​ງົນ​ສົນ­ເທ​ເພາະ​ສຽງ​ກ້ອງ​ອັນ​ໃຫຍ່​ຫລວງ​ຂອງ​ທະ­ເລ​ແລະ​ຟອງ­ນ້ຳ (ລູ​ກາ 21:25)

 

ໝາຍ​ສຳ­ຄັນ​ເລົ່າ​ນີ້​ຈະ​ເກີດ​ຂຶ້ນ​ຕອນ​ໃດ?

ພໍ​ຫມົດ​ຄວາມ­ທຸກ​ລຳ­ບາກ​ຂອງ​ວັນ​ເຫລົ່າ­ນັ້ນ​ແລ້ວ, ດວງ​ອາ­ທິດ​ຈະ​ມືດ​ໄປ ແລະ​ດວງ​ຈັນ​ຈະ​ບໍ່​ສ່ອງ​ແສງ ດວງ​ດາວ​ທັງ​ປວງ​ຈະ​ຕົກ­ລົງ​ຈາກ​ຟ້າ ແລະ​ບັນ­ດາ​ສິ່ງ​ທີ່​ມີ​ອຳ­ນາດ​ໃນ​ທ້ອງ­ຟ້າ​ຈະ​ສະ­ທ້ານ​ຫວັ່ນ­ໄຫວ (ມັດ​ທາຍ 24:29)

 

ໃນ​ວັນ​ເຫລົ່າ­ນັ້ນ​ເມື່ອ​ຄາວ​ທຸກ​ຍາກ​ລຳ­ບາກ​ຜ່ານ​ພົ້ນ​ໄປ​ແລ້ວ ດວງ​ອາ­ທິດ​ຈະ​ມືດ​ໄປ ແລະ​ດວງ​ຈັນ​ຈະ​ບໍ່​ສ່ອງ​ແສງ ດວງ​ດາວ​ທັງ​ປວງ​ຈະ​ຕົກ­ລົງ​ຈາກ​ຟ້າ ແລະ​ບັນ­ດາ​ສິ່ງ​ທີ່​ມີ​ອຳ­ນາດ​ໃນ​ທ້ອງ­ຟ້າ​ຈະ​ສະ­ທ້ານ​ຫວັ່ນ­ໄຫວ (ມາ​ຣະ​ໂກ 13:24, 25)

ໝາຍ­ເຫດ:

 

ສະ­ພາບ​ການ​ຂອງ​ໂລກ, ການ​ຕຽມ​ຕົວ

ຈະ​ເກີດ​ມີ​ໝາຍ​ສຳ­ຄັນ​ອັນ​ໃດ​ທີ່​ບອກ​ເຖິງ​ການ​ສະ­ເດັດ​ມາ​ຂອງ​ພະ​ຄຣິດ?

ຈະ​ມີ​ຫມາຍ​ສຳ­ຄັນ​ໃນ​ດວງ​ອາ­ທິດ ໃນ​ດວງ​ຈັນ ແລະ​ໃນ​ດວງ​ດາວ​ທັງ​ປວງ ແລະ​ຈະ​ມີ​ຄວາມ­ທຸກ​ຮ້ອນ​ເທິງ​ແຜ່ນ­ດິນ​ໂລກ​ຕາມ​ປະ­ເທດ​ຕ່າງໆ​ຊຶ່ງ​ມີ​ຄວາມ ສ​ງົນ​ສົນ­ເທ​ເພາະ​ສຽງ​ກ້ອງ​ອັນ​ໃຫຍ່​ຫລວງ​ຂອງ​ທະ­ເລ​ແລະ​ຟອງ­ນ້ຳ ມະ­ນຸດ​ຈະ​ສລົບ​ລືມ​ຄີງ​ໄປ​ເພາະ​ຄວາມ​ຢ້ານ ເພາະ​ການ​ຄອຍ​ຖ້າ​ເບິ່ງ​ເຫດ­ການ​ທັງ­ຫລາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ ດ້ວຍ​ວ່າ ບັນ­ດາ​ສິ່ງ​ທີ່​ມີ​ອຳ­ນາດ​ໃນ​ທ້ອງ­ຟ້າ​ຈະ​ສະ­ທ້ານ​ຫວັ່ນ­ໄຫວ (ລູ​ກາ 21:25, 26)

 

ເຫດ­ການ​ອັນ​ສຳ­ຄັນ​ໃດ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ?

ເມື່ອ­ນັ້ນ​ເຂົາ​ຈະ​ເຫັນ​ບຸດ​ມະ­ນຸດ​ສະ­ເດັດ​ມາ​ໃນ​ເມກ ດ້ວຍ​ຣິດ​ທາ​ນຸ​ພາບ​ແລະ​ສະ­ງ່າ​ຣາ​ສີ​ອັນ​ຍິ່ງ​ໃຫຍ່ ( ລູ​ກາ 21:27) (ໃຫ້​ເບິ່ງ ມັດ​ທາຍ 24:30)

 

ເມື່ອ​ເຫດ­ການ​ເຫລົ່າ​ນີ້​ເລີ່ມ​ຈະ​ເກີດ​ຂຶ້ນ, ພວກ​ເຮົາ​ຄວນ​ເຮັດ​ແນວ­ໃດ?

ເມື່ອ​ເຫດ­ການ​ເຫລົ່າ​ນີ້​ຕັ້ງ­ຕົ້ນ​ບັງ­ເກີດ​ຂຶ້ນ​ນັ້ນ ທ່ານ​ທັງ­ຫລາຍ​ຈົ່ງ​ຍຶດ​ຕົວ​ແລະ​ເງີຍ​ຫນ້າ​ຂຶ້ນ ດ້ວຍ​ວ່າ­ການ​ຊົງ​ໄຖ່​ທ່ານ​ໃຫ້​ພົ້ນ​ກໍ​ໃກ້​ຈະ​ເຖິງ​ແລ້ວ (ລູ​ກາ 21:28)

 

ເມື່ອ​ຕົ້ນ­ໄມ້​ເລີ່ມ​ປົ່ງ​ໃບ ພວກ​ເຮົາ​ຄວນ​ຮູ້​ເຖິງ​ຫຍັງ?

ຈົ່ງ​ຮຽນ​ຄຳ​ອຸ​ປ​ມາ​ຈາກ​ຕົ້ນ​ເດື່ອ​ເທດ ເມື່ອ​ກິ່ງ​ກ້ານ​ມັນ​ແຕກ​ໃບ​ອ່ອນ​ອອກ​ພວກ​ທ່ານ​ກໍ​ຮູ້​ວ່າ​ຣະ​ດູ​ຮ້ອນ​ໃກ້​ຈະ​ເຖິງ​ແລ້ວ ( ມັດ​ທາຍ 24:32)

ໝາຍ­ເຫດ: ຢູ່​ປະ­ເທດ​ລາວ​ເຮົາ ເບິ່ງ​ຄື​ວ່າ ອາ­ກາດ​ຮ້ອນ​ເກືອບ​ຕະ­ຫລອດ​ປີ ໃບ​ໄມ້​ລົ່ນ ໃບ​ໄມ້​ບົ່ງ​ເກືອບ​ຕະ­ຫລອດ​ປີ ພໍ​ໃກ້​ເຂົ້າ​ລະ­ດູ​ໜາວ ໃບ​ໄມ້​ກໍ​ລົ່ນ​ຢູ່​ແຕ່​ກໍ​ລົ່ນ​ບໍ່​ໝົດ​ກົກ ຢູ່​ປະ­ເທດ​ເຂດ​ອາ­ກາດ​ໜາວ ພໍ​ຮອດ​ລະ­ດູ​ໃບ​ໄມ້​ລົ່ນ​ຫລື​ເລີ່ມ​ເຂົ້າ​ລະ­ດູ​ໜາວ ໃບ​ໄມ້​ຢູ່​ຕາມ​ກົກ​ໄມ້​ຕ່າງໆ​ຈະ​ລົ່ນ​ຈົນ​ໝົດ​ກົກ ໃນ​ຊ່ວງ​ລະ­ດູ​ໜາວ ເບິ່ງ​ຄື​ວ່າ​ຕົ້ນ­ໄມ້​ຕ່າງໆ​ມັນ​ຕາຍ​ຈົນ​ເພາະ​ອາ­ກາດ​ໜາວ​ຫລາຍ ແລະ​ກໍ​ບໍ່​ມີ​ໃບ​ໄມ້​ຕິດ​ຢູ່​ກັບ​ຕົ້ນ­ໄມ້​ເລີຍ ແລະ​ພໍ​ເມື່ອ​ອາ­ກາດ​ເລີ່ມ​ອຸ່ນ​ຂຶ້ນ​ມາ​ໜ້ອຍ​ໜຶ່ງ ໃບ​ໄມ້​ກໍ​ເລີ່ມ​ປົ່ງ​ອອກ​ມາ ແລະ​ບໍ່​ດົນ​ຫລັງ​ຈາກ​ນັ້ນ​ລະ­ດູ​ຮ້ອນ​ກໍ​ມາ​ເຖິງ.

 

ເມື່ອ​ໝາຍ​ສຳ­ຄັນ​ເຫລົ່າ​ນີ້​ເກີດ​ຂຶ້ນ​ພວກ​ເຮົາ​ຄວນ​ຮູ້​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ຕາມ​ມາ?

ຢ່າງ​ນັ້ນ​ແຫລະ, ພວກ​ທ່ານ​ກໍ​ເຫມືອນ​ກັນ ເມື່ອ​ເຫັນ​ເຫດ­ການ​ເຫລົ່າ­ນັ້ນ​ກຳ­ລັງ​ເກີດ​ຂຶ້ນ ຈົ່ງ​ຮູ້​ວ່າ​ຣາ​ຊ​ອາ­ນາ­ຈັກ​ຂອງ​ພຣະ​ເຈົ້າ​ໃກ້​ຈະ​ເຖິງ​ແລ້ວ (ລູ​ກາ 21:31)

 

ພະ​ຄຣິດ​ໄດ້​ກ່າວ​ແນວ­ໃດ​ເຖິງ​ຄວາມ​ແນ່­ນອນ​ຂອງ​ຄຳ​ພະ­ຍາ­ກອນ?

ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ຄົນ​ໃນ​ສະ­ໄຫມ​ນີ້​ຈະ​ບໍ່​ລ່ວງ​ຫລັບ​ໄປ​ກ່ອນ​ເຫດ­ການ​ທັງ​ປວງ​ນີ້​ບັງ​ເກິດ​ຂຶ້ນ ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກ​ເທື່ອ( ມັດ​ທາຍ 24:34, 35)

ໝາຍ­ເຫດ: ເໝືອນ​ຢ່າງ​ທີ່​ຄຳ​ພະ­ຍາ­ກອນ​ຂອງ​ພະ​ຄຣິດ​ກ່ຽວ​ກັບ​ການ​ລົ້ມ​ສະ­ຫລາຍ​ຂອງ​ກຸງ​ເຍ​ຣູ​ຊາ​ເລັມ​ໄດ້​ເປັນ​ຈິງ, ພວກ​ເຮົາ​ກໍ​ຄວນ​ແນ່​ໃຈ​ໄດ້​ວ່າ​ຄຳ​ພະ­ຍາ­ກອນ​ກ່ຽວ​ກັບ​ວັນ​ສຸດ​ທ້າຍ​ຂອງ​ໂລກ​ກໍ​ຕ້ອງ​ກາຍ­ເປັນ​ຈິງ​ແທ້.

 

ໃຜ​ຜູ້​ດຽວ​ທີ່​ຮູ້​ວັນ​ເວ­ລາ​ຂອງ​ການ​ສະ­ເດັດ​ມາ​ຂອງ​ພະ​ຄຣິດ?

ແຕ່​ເຣື່ອງ​ວັນ​ແລະ​ໂມງ​ນັ້ນ​ບໍ່​ມີ​ໃຜ​ຮູ້ ແມ່ນ​ເທວະ​ດາ​ໃນ​ສວັນ​ຫລື​ພຣະ​ບຸດ​ກໍ​ບໍ່​ຮູ້ ຮູ້​ແຕ່​ພຣະ​ບິ­ດາ​ອົງ​ດຽວ (ມັດ​ທາຍ 24:36)

 

ພວກ​ເຮົາ​ຄວນ​ຮຽນ​ຮູ້​ເຖິງ​ການ​ສະ­ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພະ​ຄຣິດ​ຈາກ​ບົດ­ຮຽນ​ອັນ​ໃດ?

ດ້ວຍ​ວ່າ​ສະ­ໄຫມ​ຂອງ​ໂນ​ເອ​ໄດ້​ເປັນ​ຢ່າງ­ໃດ ເມື່ອ​ບຸດ​ມະ­ນຸດ​ສະ­ເດັດ​ມາ​ກໍ​ຈະ​ເປັນ​ຢ່າງ​ນັ້ນ ເພາະ­ວ່າ​ເມື່ອ​ກ່ອນ​ວັນ​ນ້ຳ​ຖ້ວມ​ນັ້ນ ຄົນ​ທັງ­ຫລາຍ​ໄດ້​ກິນ​ແລະ​ດື່ມ ໄດ້​ແຕ່ງ­ງານ​ແລະ​ຍົກ​ໃຫ້​ເປັນ​ຜົວ​ເມ​ັຽ​ກັນ ຈົນ​ເຖິງ​ວັນ​ທີ່​ໂນ​ເອ​ໄດ້​ເຂົ້າ​ໄປ​ໃນ​ນາ­ວາ ແລະ​ນ້ຳ​ໄດ້​ມາ​ຖ້ວມ​ກວາດ​ເຂົາ​ໄປ​ໂດຍ​ບໍ່​ທັນ​ຮູ້​ຕົວ­ຢ່າງ​ໃດ ເມື່ອ​ບຸດ​ມະ­ນຸດ​ສະ­ເດັດ​ມາ​ກໍ​ຈະ​ເປັນ​ຢ່າງ​ນັ້ນ (ມັດ​ທາຍ 24:37-39)

 

 

ພະ​ຄຣິດ​ໄດ້​ເຕືອນ​ເຮົາ​ວ່າ​ແນວ­ໃດ​ກ່ຽວ​ກັບ​ວັນ​ເວ­ລາ​ຂອງ​ການ​ສະ­ເດັດ​ມາ​ຂອງ​ພະ​ອົງ?

ເຫດ​ສັນ­ນັ້ນ​ພວກ​ທ່ານ​ກໍ​ເຫມືອນ​ກັນ ຈົ່ງ​ຕຽມ​ຕົວ​ໄວ້​ໃຫ້​ພ້ອມ ເພາະ​ໃນ​ໂມງ​ທີ່​ພວກ​ທ່ານ​ບໍ່​ທັນ​ຄຶດ​ນັ້ນ ບຸດ​ມະ­ນຸດ​ຈະ​ສະ­ເດັດ​ມາ (ມັດ​ທາຍ 24:44)

 

 

ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຄິດ​ໃນ​ໃຈ​ວ່າ​ພະ​ເຈົ້າ​ບໍ່​ສະ­ເດັດ​ມາ​ໃນ​ໄວໆ?

ແຕ່​ຖ້າ​ຂ້າ​ໃຊ້​ຜູ້​ນັ້ນ​ຊົ່ວ​ແລະ​ຄຶດ​ວ່າ ນາຍ​ຂອງ​ເຮົາ​ມາ​ຊັກ​ຊ້າ​ດອກ ແລ້ວ​ຈຶ່ງ​ຕັ້ງ​ຕົນ​ທຸບ​ຕີ​ເພື່ອນ​ຂ້າ​ໃຊ້​ດ້ວຍ​ກັນ ທັງ​ກິນ​ແລະ​ດື່ມ​ນຳ​ຄົນ​ຂີ້​ເຫລົ້າ ນາຍ​ຂອງ​ຂ້າ​ໃຊ້​ຜູ້​ນັ້ນ​ຈະ​ມາ​ໃນ​ວັນ​ທີ່​ມັນ​ບໍ່​ຄຶດ ແລະ​ໃນ​ໂມງ​ທີ່​ມັນ​ບໍ່​ຮູ້ ແລະ​ຈະ​ຜ່າ​ມັນ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ຫນ້າ​ຊື່​ໃຈ​ຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງ­ໄຫ້​ແລະ​ຂົບ​ແຂ້ວ​ຢູ່ (ມັດ​ທາຍ 24:48-51)