ຄໍາທໍານາຍກາຍເປັນຈິງ

 

 

ຄວາມຝັນຂອງກະສັດ

ກະສັດ​ເນ​ບຸ​ກາດ​ເນ​ສ​ຊາ(ກະສັດ​ກຸງ​ບາ​ບິ​ໂລນ)ໄດ້​ຮ້ອງ​ພວກ​ໝໍ​ດູ​ໝໍ​ມົນ​ມາ​ເຂົ້າ​ເຝົ້າ​ແລະ​ພະ​ອົງ​ໄດ້​ກ່າວ​ຫຍັງ​ຕໍ່​ພວກ​ເຂົາ?

ພຣະອົງ​ຊົງ​ກ່າວຕໍ່​ພວກ​ເຂົາ​ວ່າ, ເຮົາ​ໄດ້​ຝັນ​ບໍ່​ດີ​ເປັນ​ທຸກ​ໃຈ​ຫ​ລາຍ ເຮົາ​ຢາກ​ຮູ້​ວ່າ​ຄວາມ​ຝັນ​ນັ້ນ​ເປັນ​ຢ່າງ​ໃດ  (ດາ​ນີເອ​ນ 2:3)

 

ຫລັງ​ຈາກ​ທີ່​ກະສັດ​ໄດ້​ຂູ່​ພວກ​ໝໍ​ມົນ​ໝໍ​ດູ​ວ່າ ພວກ​ເຂົາ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ​ຖ້າ​ພວກ​ເຂົາ​ບໍ່​ສາມາດ​ບອກ​ຄວາມ​ຝັນ​ແລະ​ຄຳ​ແກ້ຄວາມ​ຝັນ​ຂອງ​ພະ​ອົງ ແລະ​ພວກ​ເຂົາ​ໄດ້​ຕອບ​ກະສັດ​ວ່າ​ແນວໃດ?

ພວກ​ຫມໍ​ວິ​ຊາ​ອາ​ຄົມ​ໄດ້​ທູນ​ພຣະ​ຣາ​ຊາ​ວ່າ, ບໍ່​ມີ​ຄົນ​ໃດ​ດອກ​ໃນ​ພື້ນ​ພິ​ພົບ​ນີ້​ທີ່​ສາ​ມາດບອກ​ສິ່ງ​ທີ່ພຣະ​ອົງ​ຢາກ​ຮູ້​ໄດ້ ບໍ່​ມີ​ພຣະ​ຣາ​ຊາ​ອົງ​ຍິ່ງ​ໃຫຍ່​ແລະ​ຊົງ​ຣິດ​ອົງ​ໃດ​ໄຕ່​ຖາມ​ເຊັ່ນ​ນີ້​ກັບ​ພວກ​ຫມໍ​ດູ ຫມໍ​ມົນ​ແລະ​ຫມໍ​ວິ​ຊາ​ອາ​ຄົມ ສິ່ງ​ທີ່​ພຣະ​ຣາ​ຊາ​ຖາມ​ມາ​ນັ້ນ​ຍາກ​ຫລາຍ ບໍ່​ມີ​ໃຜ​ຈະ​ຖວາຍ​ຄຳ​ຕອບ​ແກ່​ພຣະ​ອົງ​ໄດ້ ນອກ​ຈາກ​ພວກ​ພຣະ​ຊຶ່ງ​ບໍ່​ໄດ້​ເປັນ​ມະ​ນຸດ

(ດາ​ນີເອ​ນ 2:10-11)

 

 

 

ຫລັງຈາກພວກໝໍດູໝໍມົນສາລະພາບວ່າພວກເຂົາບໍ່ສາມາດບອກແລະແກ້ຄວາມຝັນຂອງກະສັດໄດ້ ແມ່ນໃຜທີ່ສະໝັກແປຄາມຝັນໃຫ້ກະສັດ?

ດາ​ນີ​ເອນ​ໄດ້​ເຂົ້າ​ເຝົ້າພຣະ​ຣາ​ຊາ​ໃນ​ທັນ​ທີ ແລະ​ທູນ​ຂໍ​ໃຫ້​ພຣະ​ອົງ​ເລື່ອນ​ກຳ​ນົດ​ເວ​ລາ​ປະ​ຫານ ເພື່ອ​ວ່າທ່ານ​ຈະ​ໄດ້​ຖວາຍ​ຄຳ​ແກ້​ຄວາມ​ຝັນ​ແດ່​ພຣະ​ອົງ (ດາ​ນີເອ​ນ 2:16)

 

ຫລັງ​ຈາກ​ດາ​ນີ​ເອນ​ແລະ​ໝູ່​ຂອງ​ລາວ​ໄດ້​ອ້ອນ­ວອນ​ຕໍ່​ພຣະ​ເຈົ້າ ຄວາມ​ຝັນ​ແລະ​ຄຳ​ແກ້​ຝັນ​ໄດ້​ຖືກ​ເປີດ​ເຜີດ​ໃດ້​ດາ​ນີ​ເອນ​ຮູ້​ໂດຍ​ຜ່ານ​ທາງ​ໃດ?

ແລ້ວ​ໃນ​ຄືນ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ເຜີຍ​ເຣື່ອງ​ເລິກ​ລັບ​ນີ້​ໃຫ້​ດາ​ນີ​ເອນ​ຮູ້​ທາງ​ນີ​ມິດ ດັ່ງ​ນັ້ນ ດາ​ນີ​ເອນ​ຈຶ່ງ​ສັຣເສີນ​ພຣະ​ເຈົ້າ​ເທິງ​ຟ້າສວັນ​​ (ດາ​ນີເອ​ນ 2:19)

 

ເມື່ອຖືກນຳໂຕມາເຂົ້າເຝົ້າກະສັດ ດານີເອນໄດ້ທູກພະອົງວ່າແນວໃດ?

ດາ​ນີ​ເອນ​ທູນ​ພຣະ​ຣາ​ຊາ​ວ່າ, ຂ້າ​ແດ່​ພຣະ​ຣາ​ຊາ ບໍ່​ມີ​ຫມໍວິ​ຊາ​ອາ​ຄົມ ຫມໍມົນ ຫມໍ​ມໍ ຫລື​ຫມໍ​ດູ​ຣືກ​ຍາມ​ຄົນ​ໃດ​ດອກບອກ​ພຣະ​ອົງ​ຢ່າງ​ນັ້ນ​ໄດ້ ມີ​ແຕ່​ພຣະ​ເຈົ້າ​ເທິງຟ້າ​ສວັນ​ທີ່​ຊົງ​ສາ​ມາດ​ເຜີຍ​ຄວາມ​ເລິກ​ລັບ​ທັງ​ຫລາຍ​ໄດ້ ຂ້າ​ແດ່​ພຣະ​ຣາ​ຊາ ພຣະ​ເຈົ້າ​ໄດ້​ຊົງ​ບອກ​ໃຫ້​ພຣະ​ອົງ​ຮູ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ ຄວາມ​ຝັນ​ແລະ​ນິມິດ​ທີ່​ເກີດ​ຂຶ້ນ​ໃນ​ຂ​ນະ​ທີ່​ພຣະ​ອົງຊົງ​ບັນ​ທົມ​ນັ້ນ​ມີ​ດັ່ງ​ນີ້ (ດາ​ນີເອ​ນ 2:27, 28)

 

ຮູບຂະໜາດໃຫຍ່

ດານີເອນໄດ້ທູນວ່າກະສັດຝັນເຫັນຫຍັງ?

ຄວາມ​ຝັນ​ແລະ​ນິມິດ​ທີ່​ເກີດ​ຂຶ້ນ​ໃນ​ຂ​ນະ​ທີ່​ພຣະ​ອົງຊົງ​ບັນ​ທົມ​ນັ້ນ​ມີ​ດັ່ງ​ນີ້: ຄື​ພຣະ​ອົງ​ຊົງ​ຝັນ​ເຖິງ​ເຣື່​ອງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ ເພາະ​ພຣະ​ເຈົ້າ​ຜູ້​ຊົງ​ເຜີຍ​ເຣື່ອງ​ເລິກ​ລັບ​ໄດ້​ສະ​ແດງ​ໃຫ້​ພຣະ​ອົງ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ເຣື່ອງ​ເລິກ​ລັບ​ນີ້​ຊົງ​ເຜີຍ​ໃຫ້​ຂ້າ​ພຣະ​ອົງ​ຮູ້ ບໍ່​ແມ່ນ​ຍ້ອນ​ຂ້າ​ພຣະ​ອົງເປັນ​ຄົນ​ສ​ລາດກວ່າ​ຄົນ​ອື່ນໆ​ດອກ ແຕ່​ຍ້ອນ​ພຣະ​ເຈົ້າ​ຢາກ​ໃຫ້​ພຣະ​ຣາ​ຊາ​ຮູ້​ຄຳ​ແກ້​ຄວາມ​ຝັນ ແລະ​ເຂົ້າ​ໃຈ​ພຣະ​ດຳ​ຣິ​ໃນ​ພຣະ​ທັຍ​ຂອງ​ພຣະ​ອົງ​ເອງ ຂ້າ​ແດ່​ພຣະ​ຣາ​ຊາ ໃນນີ​ມິດ​ຂອງ​ພຣະ​ອົງ​ນັ້ນ ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເຫັນ​ຮູບ​ຂ​ນາດ​ໃຫຍ່​ຢືນ​ຢູ່​ຊ້ອງ​ພຣະ​ພັກ ຮູບ​ນີ້​ສ່ອງ​ແສງ​ເຫລື້ອມ​ແລະ​ເປັນ​ຕາ​ຢ້ານ (ດາ​ນີເອ​ນ 2:28-31)

 

ສ່ວນຕ່າງໆຂອງຮູບນີ້ປະກອບດ້ວຍຫຍັງ?(ເປັນໂລຫະຫຍັງ)

ຫົວຂອງ​ຮູບ​ນີ້​ເປັນ​ຄຳ​ຢ່າງ​ດີ​ທີ່​ສຸດ ເອິກ​ແລະ​ແຂນ​ເປັນ​ເງິນ ແອວ​ແລະ​ກະ​ໂພກ​ເປັນ​ທອງ​ສຳ​ລິດ ຂາ​ເປັນ​ເຫລັກ ຕີນ​ເປັນ​ເຫ​ລັກ​ປົນ​ດິນ (ດາ​ນີເອ​ນ 2:32, 33)

 

ແມ່ນຫຍັງທີ່ເຮັດໃຫ້ຮູບໃຫ້ແຕກຫມຸ່ນໄປ?

ຂ​ນະ​ພຣະ​ອົງ​ທອດ​ພຣະ​ເນດ​ຢູ່​ນັ້ນ ມີ​ຫີນ​ໃຫຍ່​ກ້ອນ​ນຶ່ງ​ແຕກ​ອອກ​ມາ​ເອງ​ໂດຍ​ບໍ່​ມີ​ໃຜ​ເຮັດ ຫີນ​ນີ້​ໄດ້​ກະ​ທົບ​ໃສ່​ຕີນ​ເຫລັກ​ປົນ​ດິນ​ຂອງ​ຮູບ​ນັ້ນ​ຈົ​ນ​ແຕກ​ຫມຸ່ນ​ໄປ (ດາ​ນີເອ​ນ 2:34)

 

ແລ້ວສ່ວນຕ່າງໆຂອງຮູບນັ້ນກາຍເປັນຫຍັງ?

ແລ້ວ​ໃນ​ທັນ​ໃດ​ນັ້ນ ສ່ວນ​ເປັນ​ເຫລັກ ເປັນ​ດິນ ເປັນ​ທອງ​ສຳ​ລິດ ເປັນ​ເງິນແລະ​ຄຳ​ກໍ​ແຕກ​ຫມຸ່ນ​ໄປ​ເຫມືອນ​ເຂົ້າ​ລີບ​ໃນ​ລານ ທີ່​ລົມ​ພັດ​ປີວ​ໄປ​ໃນ​ຍາມ​ຮ້ອນ ໂດຍ​ບໍ່​ມີ​ຮ່ອງ​ຮອຍ​ໃຫ້​ພົບ​ເຫັນ​ເລີຍ ແຕ່​ກ້ອນ​ຫີນ​ນັ້ນ​ໄດ້​ກາຍ​ເປັນ​ພູ​ເຕັມ​ພື້ນ​ພິ​ພົບ ຄວາມ​ຝັນ​ນັ້ນ​ເປັນ​ດັ່ງ​ນີ້ແຫລະ (ດາ​ນີເອ​ນ 2:35)

 

ດານີເອນແລະຄຳແກ້ຝັນ

 

ດານີເອນໄດ້ເລີ່ມແກ້ຄວາມຝັນດ້ວຍຂໍ້ຄວາມໃດ?

ພຣະ​ເຈົ້າ​ເທິງ​ຟ້າສວັນ​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ເປັນ​ພຣະ​ຣາ​ຊາ ຊົງ​ປະ​ທານ​ຣິດອຳ​ນາດ​ແລະ​ກຽດ​ຕິ​ຍົດ​ໃຫ້​ພຣະ​ອົງ ພຣະ​ເຈົ້າ​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ເປັນ​ຜູ້​ປົກ​ຄອງ​ຄົນຕ​ລອດ​ທັງ​ສັດ​ແລະ​ນົກ​ທັງ​ປວງ​ທີ່​ອາ​ໄສ​ຢູ່​ໃນ​ໂລກ ຫົວຄຳ​ນັ້ນ​ແມ່ນ​ພຣະ​ອົງ​ເອງ (ດາ​ນີເອ​ນ 2:37, 38)

ໝາຍ­ເຫດ: ເໝືອນ​ດັ່ງ​ຫົວ​ທອງ­ຄຳ​ທີ່​ເປັນ​ຕົວ​ແທນ​ຂອງ​ອາ​ນາ​ຈັກ​ນີ້  ອາ​ນາ​ຈັກ​ບາ​ບິ​ໂລນ​ແມ່ນ ອາ​ນາ​ຈັກ​ທອງ­ຄຳ​ແຫ່ງ​ສະ­ໄໝ​ທອງ­ຄຳພາຍ​ໄຕ້​ການ​ຄອງ​ລາດ​ຂອງ​ກະ­ສັດ​ເນ​ບຸ​ກາດ​ເນ​ສ​ຊາ ບາ​ບິ​ໂລນ​ໄດ້​ເປັນ​ອາ​ນາ​ຈັກ​ທີ່​ຍິ່ງ​ໃຫຍ່ ແລະ​ເປັນ​ມະ­ຫາ​ນະ­ຄອນ​ທີ່​ສວຍ​ງາມ​ຢ່າງ​ທີ່​ຫາ​ອາ​ນາ​ຈັກ​ອື່ນ​ປຽບ­ປານ​ບໍ່​ໄດ້. ນັກ​ໂບ­ຮານ​ນະ​ຄະ­ດີ​ໄດ້​ຄົ້ນ​ພົບ​ວ່າ​ບົດ​ພັນ​ລະ​ນາ​ຂອງ​ນັກ​ຂຽນ​ສະ­ໄໝ​ໂລ​ບານ​ເຊັ່ນ ເຮ​ໂຣ​ໂດ​ຕັສ (Herodotus)  ແມ່ນ​ເປັນ​ບົດ​ພັນ​ລະ​ນາ​ທີ່​ຖືກ­ຕ້ອງ​ຕາມ​ຈິງ​ຫລາຍ ຍົກ­ເວັ້ນ​ບາງ​ຕອນ​ທີ່​ອາດ​ຈະ​ກ່າວ​ເກີນ​ຈິງ​ກ່ຽວ​ກັບ​ຂະ­ໜາດ​ຂອງ​ເມືອງ​ແລະ​ປ້ອມ​ປາ­ການ​ອັນ​ມະ­ຫຶ­ມາ, ເຄື່ອງ​ປະ­ດັບ​ຂອງ​ວິ­ຫານ​ແລະ​ລາດ​ຊະ​ວັງ​ຕ່າງໆ, ຫໍຄອຍອັນສະງ່າຂອງວິຫານ, ສວນ​ດອກ​ໄມ້​ຫລາຍ​ຊັ້ນ​ເຊິ່ງ​ເປັນ​ທີ່​ຮູ້​ດີ​ໃນ​ຄົນ​ກຣີ​ກວ່າ​ເປັນ​ໜຶ່ງ​ໃນ​ເຈັດ​ສິ່ງ​ໂບ­ຮານ​ມະ­ຫັດ­ສະ­ຈັນ​ຂອງ​ໂລກ

 

ລັກສະນະຂອງອານາຈັກຖັດຈາກອານາຈັກບາບິໂລນເປັນແນວໃດ?

ຕໍ່​ຈາກພຣະອົງ​ໄປ​ຈະ​ມີ​ຣາ​ຊ​ອາ​ນາ​ຈັກນຶ່ງອີກ ປັນ​ຣາ​ຊ​ອາ​ນາ​ຈັກນ້ອຍກວ່າ​ຂອ​ງ​ພຣະອົງ” (ດານີເອນ 2:39)

 

ກະສັດໃດແມ່ນກະສັດອົງສຸດທ້າຍຂອງອານາຈັກບາບິໂລນ?

ໃນ​ຄືນ​ມື້​ນັ້ນ​ເອງ ເບນ​ຊັສ​ຊາ​ກະ​ສັດ​ບາ​ບີ​ໂລນ​ກໍ​ຖືກ​ປະ​ຫານ​ຊີ​ວິດກະ​ສັດ​ດາ​ຣິ​ອຸສ​ຄົນ​ເມ​ເດັຽ ຈຶ່ງຍຶດ​ອຳ​ນາດ ​ໄດ້​ປົກຄອງ​ຣາ​ຊ​ອາ​ນາ​ຈັກ (ເວ​ລາ​ນັ້ນ​ກະ​ສັດ​ດາ​ຣິ​ອຸສຊົງ​ມີ​ພຣະຊົນ​ໄດ້ຫົກສິບສອງປີ)” (ດານີເອນ 5:30,31) (ໃຫ້ເບິ່ງ ດານີເອນ 5:1,2 ເຊັ່ນກັນ)

 

ອານາຈັກຂອງເບນຊັສຊາໄດ້ຕົກເປັນຂອງຫລັງຈາກນັ້ນ?

ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ແບ່ງ​ອອກ​ໃຫ້​ຄົນ​ເມເ​ດັຽ ແລະ​ຄົນ​ເປີເຊັຽ (ດາ​ນີເອ​ນ 5:28)

 

ໃນຮູບນັ້ນ ແມ່ນຫຍັງທີ່ເປັນຕົວແທນຂອງອານາຈັກເມເດຍແລະເປີເຊຍ?

ເອິກ​ແລະ​ແຂນ​ເປັນ​ເງິນ (ດາ​ນີເອ​ນ 2:32)

 

ໃນ​ຮູບ​ນັ້ນ ແມ່ນ​ຫຍັງ​ທີ່​ເປັນ​ຕົວ​ແທນ​ຂອງ​ອາ­ນາ­ຈັກ​ກຣີກ ຫລື ເມ​ເກ​ໂດ​ເນຍ ເຊິ່ງ​ໄດ້​ໂຄ່ນ​ລົມ​ອາ­ນາ­ຈັກ​ເມ​ເດຍ​ແລະ​ເປີ​ເຊຍ?

ຫລັງ​ຈາກ​ນັ້ນ​ແມ່ນ​ຣາ​ຊ​ອາ​ນາ​ຈັກ​ທີ່​ສາມ ເປັນ​ຣາ​ຊ​ອາ​ນາ​ຈັກ​ທອງສໍາ​ລິດ ຊຶ່ງ​ຈະ​ມີ​ອຳ​ນາດແຜ່​ໄປ​ທົ່ວ​ໂລກ (ດາ​ນີເອ​ນ 2:39)

ໝາຍ­ເຫດ: ອາ​ນາ​ຈັກ​ທີ່​ຂຶ້ນ​ມາ​ແທນ​ອາ​ນະ​ຈັກ​ເປີ​ເຊຍ​ແມ່ນ​ອາ​ນາ​ຈັກ​ກຣີກ ເຊິ່ງ​ໄດ້​ຖືກ​ກວ່າ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ໃນ ດາ​ນີ​ເອນ 8:5-8, 20,21

 

ອານາຈັກທີສີ່ແມ່ນເປັນແນວໃດ?

ແລ້ວ​ຈະ​ມີ​ຣາ​ຊ​ອາ​ນາ​ຈັກ​ທີ່​ສີ່ ​ເປັນ​ອາ​ນາ​ຈັກ​ທີ່​ມີ​ອຳ​ນາດ​ແລະ​ແຂງ​ດັ່ງ​ເຫລັກ ຊຶ່ງ​ສາ​ມາດ​ຕີ​ສິ່ງ​ທັງ​ຫລາຍ​ໃຫ້​ຫັກ​ແລະ​ແຕກ​ຫມຸ່ນ​ໄດ້ ຣາ​ຊ​ອາ​ນາ​ຈັກ​ນີ້​ຈະ​ຫັກ​ແລະ​ທັບ​ມ້າງ​ຣາ​ຊ​ອາ​ນາ​ຈັກ​ກ່ອນໆ​ທັງ​ປວງ (ດາ​ນີເອ​ນ 2:40)

 

ຂໍ້ພຣະຄັມພີໃດທີ່ບອກໃຫ້ຮູ້ວ່າຈັກກະພັດໂຣມມັນໄດ້ຂຶ້ນຄອງໂລກ?

ຢູ່​ມາ​ໃນ​ຄາວ​ນັ້ນ​ມີ​ຄຳ​ສັ່ງ​ຈາກ​ກາຍ​ຊາ​ໂອ​ຄຸ​ໂຕ​ໃຫ້​ຈົດ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ທົ່ວ​ແຜ່ນ​ດິນ(ໂລກ)” (ລູ​ກາ 2:1)

ໝາຍເຫດ: ເມື່ອ​ເວົ້າ​ເຖິງ​ການ​ໂຈມ​ຕີ​ຂອງ​ໂຣມ​ມັນ ກິບ​ບອນ (Gibbon) ໄດ້​ໃຊ້​ການ​ອຸ­ປະ­ໄມ​ທີ່​ໄດ້​ກ່າວ​ໄວ້​ໃນ​ດາ​ນີ​ເອນ 2 ລາວ​ໄດ້​ກ່າວ​ວ່າ ອາ­ວຸດ​ຂອງ​ສາ­ທາ­ລະ­ນະ​ຊົນ ທີ່​ບາງ​ຄັ້ງ​ກໍ​ຖືກ​ພ່າຍ​ແພ້ ແຕ່​ສ່ວນ​ໃຫຍ່​ແມ່ນ​ໄດ້​ຮັບ​ໄຊ­ຊະ­ນະ​ມາ​ຕະ­ຫລອດ ແມ່ນ​ມີ​ຄວາມ​ວ່ອງ­ໄວ​ໃນ​ເສິກ​ສົງ­ຄາມ​ຕີ​ອູ​ເຟຣດ ແດ​ນູ​ບີ ຣາຍ ແລະ​ປະ­ເທດ​ຕ່າງໆ ແລະ​ຮູບ​ຕ່າງໆ​ທີ່​ເປັນ​ທອງ­ຄຳ ຫລື ເງິນ ທອງ​ສຳ­ລິດ ອາດ​ຕົກ​ເປັນ​ທາດ​ຂອງ​ອາ​ນາ​ຈັກ​ແລະ​ກະ­ສັດ​ຕ່າງ ອາ­ວຸດ​ເຫລົ່າ​ນີ້​ໄດ້​ຖືກ​ທຳ­ລາຍ​ລົງ​ດ້ວຍ​ລາ­ຊະ­ວົງ​ເຫ​ລັດ​ແຫ່ງ​ໂຣມ ອ້າງ​ອີງ​ຈາກ​ໜັງ­ສື​ປະ­ຫວັດ​ການ​ລົ້ມ​ສະ­ຫລາຍ​ຂອງ​ອາ​ນາ​ຈັກ​ໂຣມ​ມັນ ໜ້າ 38

 

ຄວາມລົ້ມເຫລວຂອງມະນຸດທີ່ຈະລວມປະເທດຊາດຕ່າງໆເຂົ້າເປັນໜຶ່ງດຽວ

ຕີນແລະນີ້ວຕີນທີ່ເປັນເຫລັກປົນດິນມີຄວາມໝາຍວ່າແນວໃດ?

ທີ່​ພຣະອົງ​ທອດ​ພຣະ​ເນດ​ເຫັນ​ຕີນ​ແລະ​ນີ້ວ​ຕີນ​ເປັນ​ດີນ​ປົນ​ເຫລັກ​ນັ້ນ ຫມາຍ​ຄວາມ​ວ່າ​ຈະ​ເປັນ​ຣາ​ຊ​ອາ​ນາ​ຈັກ​ປະ​ສົມ (ອານາຈັກຈະຖືກແບ່ງແຍກອອກ) ມັນ​ຈະ​ມີ​ຄວາມ​ແຂງຂອງ​ເຫລັກ​ປົນ​ຢູ່​ດ້ວຍ ເພາະ​ວ່າ​ໄດ້​ມີ​ເຫລັກ​ປະ​ສົມ​ຢູ່​ກັບ​ດິນຫນຽວ (ດາ​ນີເອ​ນ 2:41)

ໝາຍ­ເຫດ: ເຜົ່າ​ບາ​ບາ​ຣຽນ​ທີ່​ຄອບ​ຄອງ​ອາ­ນາ­ຈັກ​ໂຣມ​ໄດ້​ສ້າງ­ຕັ້ງ​ອາ­ນາ­ຈັກ​ຕ່າງໆ​ທີ່​ໄດ້​ກາຍ­ເປັນ​ຊົນ​ຊາດ​ຕ່າງໆ​ຂອງ​ຢູ​ໂຣບ​ສະ­ໄໝ​ໃໝ່

 

ໄດ້​ມີ​ຄົນ​ພະ­ຍາ­ຍາມ​ລວບ​ລວມ​ອາ­ນາ­ຈັກ​ຕ່າງໆ​ທີ່​ແຕກ​ອອກ​ມາ​ຈາກ​ອາ­ນາ­ຈັກ​ໂຣມ​ເຂົ້າ​ເປັນ​ໜຶ່ງ​ດຽວ​ບໍ່?

ທີ່​ພຣະ​ອົງ​ທອດ​ພຣະ​ເນດ​ເຫັນ​ເຫລັກ​ປະ​ສົມ​ດ້ວຍ​ດິນ​ຫນຽວ​ນັ້ນ ພວກ​ຜູ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ຈະ​ພຍາ​ຍາມ​ຮວບ​ຮວມ​ຄອບ​ຄົວ​ຂອງ​ເຂົາ​ເຂົ້າ​ກັນ​ດ້ວຍ​ການ​ແຕ່ງ​ງານ ແຕ່​ພວກ​ເຂົາ​ຈະ​ເຮັດ​ບໍ່​ໄດ້​ຢ່າງ​ດຽວ​ກັບ​ເຫລັກ​ທີ່​ປະ​ສົມ​ເຂົ້າ​ກັບ​ດິນ​ບໍ່​ໄດ້ (ດາ​ນີເອ​ນ 2:43)

ໝາຍເຫດ: ໄດ້ມີຜູ້ນໍາຫລາຍຄົນ ເຊັ່ນ Charlemgne, Charles V, Louis XIV, Napoleon, Kaiser Wilhelm, ແລະ  Hitler ໄດ້​ພະ­ຍາ­ຍາມ​ລວບ​ລວມ​ອະ​ນາ​ຈັກ​ຕ່າງໆ​ທີ່​ແຍກ​ອອກ​ມາ​ຈາກ​ໂຣມ ແລະ​ພວກ​ເຂົາ​ກໍ​ເຮັດ​ບໍ່​ສຳ­ເລັດ ລາດ​ລາດ​ຊະ​ວົງ​ໄດ້​ພະ­ຍາ­ຍາມ​ລວບ​ລວມ​ເຂົ້າ­ກັນ​ໂດຍ​ການ​ໃຫ້​ລູກ​ຫລານ​ຂອງ​ພວກ​ເຂົາ​ແຕ່ງ­ງານ​ກັນ ເພື່ອ​ຈະ​ໃຫ້​ອາ­ນາ­ຈັກ​ຂອງ​ເຂົາ​ແຂງ­ແຮງ​ແລະ​ເປັນ​ໜຶ່ງ​ດຽວ ແຕ່​ພວກ​ເຂົາ​ກໍ​ຍັງ​ເຮັດ​ບໍ່​ສຳ­ເລັດ ອາ­ນາ­ຈັກ​ເຫລົ່າ­ນັ້ນ​ກໍ​ຍັງ​ແບ່ງ​ແຍກ​ກັນ​ຢູ່ ໄດ້​ມີ​ການ​ປະ­ຕິ­ວັດ​ທາງ​ດ້ານ​ການ­ເມືອງ​ແລະ​ມີ​ການ​ປ່ຽນ­ແປງ​ຫລັກ​ໝາຍ​ເຂດ​ແດນ​ໃນ​ທະ­ວີບ​ຢູ​ໂຣບ​ຫລາຍໆ​ເທື່ອ​ນັບ​ຕັ້ງ­ແຕ່​ຕອນ​ທ້າຍ​ຂອງ​ອາ­ນາ­ຈັກ​ໂຣມ​ມັນ​ຕາ­ເວັນ­ຕົກ ແຕ່​ວ່າ​ອາ­ນາ­ຈັກ​ຕ່າງໆ​ກໍ​ຍັງ​ແບ່ງ​ແຍກ​ກັນ​ຢູ່

 

ແມ່ນຫຍັງຈະຕ້ອງເກີດຂຶ້ນໃນຊ່ວງເວລາຂອງອານາຈັກເຫລົ່ານີ້?

ໃນ​ສະ​ໄຫມ​ພຣະ​ຣາ​ຊາ​ເຫລົ່າ​ນັ້ນ​ປົກ​ຄອງ​ຢູ່ ພຣະ​ເຈົ້າ​ເທິງຟ້າ​ສວັນ​ຈະ​ຊົງ​ຈັດ​ຕັ້ງ​ຣາ​ຊ​ອາ​ນາ​ຈັກ​ອັນ​ນຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ຖືກ​ທຳ​ລາຍ​ແລະ​ຈະ​ຕັ້ງ​ຢູ່​ຕ​ລອດ​ໄປ ຣາ​ຊ​ອາ​ນາ​ຈັກ​ນີ້​ຈະ​ບໍ່​ປຣາ​ໄຊ​ແຕ່​ຈະ​ທຳ​ລາຍ​ຣາ​ຊ​ອາ​ນາ​ຈັກ​ອື່ນ​ທັງ​ປວງໃຫ້​ຫມົດ​ສິ້ນ (ດາ​ນີເອ​ນ 2:44)

ໝາຍ­ເຫດ: ຂໍ້​ນີ້​ໄດ້​ທຳ­ນາຍ​ເຖິງ​ການ​ສ້າງ­ຕັ້ງ​ຂອງ​ອາ­ນາ​ສາ­ກົນ​ອາ­ນາ­ຈັກ​ໜຶ່ງ ເຊິ່ງ​ເປັນ​ອາ­ນາ­ຈັກ​ຂອງ​ພຣະ​ເຈົ້າ. ອາ­ນາ­ຈັກ​ນີ້​ຈະ​ມາ​ແທນ​ທີ່​ອາ­ນາ­ຈັກ​ຕ່າງໆ​ໃນ​ໂລກ​ທີ່​ເຄີຍ​ມີ​ມາ ແລະ​ຈະ​ຕັ້ງ​ຢູ່​ຕະ­ຫລອດ​ໄປ ເວ­ລາ​ທີ່​ຈະ​ກໍ່​ຕັ້ງ​ອາ­ນາ­ຈັກ​ນີ້​ແມ່ນ ໃນ​ສະ­ໄໝ​ຂອງ​ອາ­ນາ­ຈັກ​ເຫລົ່າ​ນີ້ອາ­ນາ­ຈັກ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ສີ່​ອາ­ນາ­ຈັກ​ໃນ​ອາ​ດີດ ເພາະ­ວ່າ​ພວກ​ມັນ​ບໍ່​ໄດ້​ມີ​ຢູ່​ພ້ອມ​ກັນ ພວກ​ມັນ​ເກີດ​ຂຶ້ນ​ມາ​ຍ້ອນ​ການ​ໂຄ່ນ​ລົ້ມ​ອາ­ນາ­ຈັກ​ໜຶ່ງ​ທີ່​ມີ​ກ່ອນ​ໜ້າ​ມັນ ອາ­ນາ­ຈັກ​ຂອງ​ພຣະ​ເຈົ້າ​ນີ້​ກໍ​ບໍ່​ໄດ້​ໝາຍ​ເຖິງ​ອາ­ນາ­ຈັກ​ໃນ​ສະ­ໄໝ​ທີ່​ພຣະ​ຄຣິດ​ໄດ້​ສະ­ເດັດ​ມາ​ເປັນ​ເທື່ອ​ທຳ​ອິດ ເພາະ­ວ່າ​ໃນ​ສະ­ໄໝ​ຂອງ​ພຣະ​ຄຣິດ​ນັ້ນ ອາ­ນາ­ຈັກ​ທັງ​ສິບ​ທີ່​ແຍກ​ອອກ​ມາ​ຈາກ​ອາ­ນາ­ຈັກ​ໂຣມ​ຍັງ​ບໍ່​ທັນ​ເກີດ​ມາ​ເທື່ອ ເພາະ­ສະ­ນັ້ນ​ອະ​ນາ​ຈັກ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ໃນ​ອະ­ນາ­ຄົດ​ແນ່­ນອນ

 

ມີ​ຄຳ​ປະ­ກາດ​ອັນ​ໃດ​ໃນ​ພຣະ​ຄັມ​ພີ​ພາກ​ພັນ­ທະ​ສັນ­ຍາ​ໃໝ່​ທີ່​ໄດ້​ກ່າວ​ໃຫ້​ຮູ້​ກ່ຽວ​ກັບ​ການ​ສ້າງ­ຕັ້ງ​ອາ­ນາ­ຈັກ​ຂອງ​ພຣະ​ເຈົ້າ?

ເມື່ອ​ເທວະ​ດາຕົນ​ທີ່​ເຈັດ​ໄດ້​ເປົ່າ​ແກ​ຂຶ້ນ​ແລ້ວ ມີ​ຫລາຍ​ສຽງ​ໃນ​ສວັນ​ກ່າວ​ດັງ​ຂຶ້ນ​ວ່າ, ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ພິ​ພົບ​ນີ້ ໄດ້​ກາຍ​ເປັນ​ກຳ​ມະ​ສິດ​ແຫ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ເປັນ​ຂອງ​ພຣະຄຣິດ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ສ​ເວີຍ​ຣາດ​ຕລອດ​ໄປ​ເປັນ​ນິດ (ພຣະ​ນິ​ມິດ 11:15)