ຢາດີແກ້ບາບ

 

ຄວາມ​ລອດ​ພົ້ນ

ຄວາມ​ບາບ​ແລະ​ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່

ແມ່ນ​ໃຜ​ຖືກ​ຮ້ອງ​ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່?

“ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນນອກ​ສິນ​ທັມໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃຫມ່” (ລູ​ກາ 5:32)

ແມ່ນ​ຫຍັງ​ທີ່​ມາ​ພ້ອມ​ກັບ​ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່?

“ແລະ​ຈະ​ຕ້ອງ​ປະ­ກາດ​ທົ່ວ​ທຸກ​ປະ­ເທດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃຫມ່ຮັບ​ການ​ຍົກ​ບາບ​ໂທດ ຕັ້ງ­ແຕ່​ກຸງ​ເຢ​ຣູ​ຊາ​ເລັມ​ໄປ” (ລູ​ກາ 24:47)

ເຮົາ​ຮູ້­ຈັກ​ຄວາມ​ບາບ​ໄດ້​ແນວ­ໃດ?

“ພຣະ​ບັນ­ຍັດ​ໄດ້​ເຮັດ​ໃຫ້​ສັງ­ເກດ​ຮູ້­ຈັກ​ຄວາມ​ບາບ” (ໂຣມ 3:20)

ແມ່ນ​ໃຜ​ແນ່​ເປັນ​ຄົນ​ບາບ?

“ດ້ວຍ​ວ່າ​ເຮົາ​ໄດ້​ຟ້ອງ​ແລ້ວ​ວ່າ ທັງ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດ​ກໍ​ຢູ່​ໃຕ້​ອຳ­ນາດ​ຂອງ​ຄວາມ​ຜິດ​ບາບ​ທຸກ​ຄົນ” (ໂຣມ 3:9)

ຄົ​ທີ່​ບໍ່​ຍອມ​ເຊື່ອ​ຟັງ​ຈະ​ໄດ້​ຮັບ​ຫຍັງ?

“ຢ່າ​ໃຫ້​ຜູ້​ໃດ​ລໍ້​ລວງ​ພວກ​ທ່ານ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປ​ໂຍດ ເພາະ​ການ​ເຮັດ​ເຫລົ່າ​ນີ້​ແຫລະ, ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າຈຶ່ງ​ຕົກ​ໃສ່​ຄົນ​ທັງ­ຫລາຍ​ທີ່​ບໍ່​ຍອມ​ເຊື່ອ​ຟັງ” (ເອ​ເຟ​ໂຊ 5:6)

ປະ­ສົບ​ການ​ແຫ່ງ​ຄວາມ​ລອດ​ພົ້ນ

ໃຜ​ເປັນ​ຜູ້​ບອກ​ຄົນ​ທັງ­ຫລາຍ​ໃຫ້​ຮູ້​ເຖິງ​ສະ­ພາບ​ຄວາມ​ຜິດ​ບາບ?

“ເມື່ອ​ພຣະ​ອົງ(ຜູ້​ປະ​ລົ້ມ​ປະ­ໂລມ)ສະ­ເດັດ​ມາ​ແລ້ວ ພຣະ​ອົງ​ນັ້ນ​ແຫລະ, ຈະຊົງ​ບັນ​ດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເຣື່ອງ​ຄວາມ​ຜິດ​ບາບ ຄວາມ​ຊອບ​ທັມ ແລະ​ການ​ພິ­ພາກ­ສາ” (ໂຢ​ຮັນ 16:8)

ແລ້ວ​ຄົນ​ທີ່​ກັບ​ໃຈ​ໃໝ່​ເຂົາ​ຈະ​ມີ​ຄວາມ​ຂ້ອງ​ໃຈ​ຫຍັງ?

“ເມື່ອ​ຄົນ​ທັງ­ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ­ແລ້ວ​ກໍ​ຮູ້­ສຶກ​ເຈັບ​ຊ້ຳ​ກິນ­ແຫນງ​ໃຈ ຈຶ່ງ​ກ່າວ​ແກ່​ເປ​ໂຕ​ແລະ​ອັຄ​ສາ­ວົກ​ວ່າ, ‘ພີ່­ນ້ອງ​ເອີຍ, ພວກ​ເຮົາ​ຈະ​ເຮັດ​ຢ່າງ­ໃດ?’ “ແລະ​ໄດ້​ພາ​ທ່ານ​ສອງ​ອອກ​ມາ​ຖາມ​ວ່າ, ‘ທ່ານ​ເອີຍ, ຂ້າ­ນ້ອຍ​ຈະ​ຕ້ອງ​ເຮັດ​ແນວ­ໃດ​ຕໍ່​ໄປ​ຈຶ່ງ​ຈະ​ພົ້ນ​ໄດ້’” (ກິດ­ຈະ­ການ 2:37; 16:30)

ແລ້ວ​ເຂົາ​ໄດ້​ຮັບ​ຄຳ​ຕອບ​ແນວ­ໃດ?

“ຝ່າຍ​ເປ​ໂຕ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, ‘ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃຫມ່ ແລະ​ຣັບ​ບັບ​ຕິ​ສະ​ມາໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ທຸກ​ຄົນ ເພື່ອ​ການ​ຊົງ​ຍົກ​ບາບ​ໂທດ​ຂອງ​ພວກ​ທ່ານ ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ ຄື​ພຣະ​ວິນ​ຍານ​ບໍ​ຣິ​ສຸດ’” “ໂປ­ໂລ​ກັບ​ຊີ​ລາ​ຕອບ​ວ່າ, ‘ຈົ່ງ​ເຊື່ອ​ວາງ­ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າແລ້ວ​ທ່ານ​ຈະ​ໄດ້​ພົ້ນ ທັງ​ຄົວ​ເຮືອນ​ຂອງ​ທ່ານ​ດ້ວຍ’” (ກິດ­ຈະ­ການ 2:38; 16:31)

ຜົນ​ຂອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່​ທີ່­ແທ້​ຈິງ

ແລ້ວ​ຄົນ​ສຳ­ນຶກ​ຜິດ​ທີ່­ແທ້​ຈິງ​ຈະ​ເຮັດ​ແນວ­ໃດ?

“ຂ້າ​ພຣະ​ອົງສາ­ລະ­ພາບ​ບາບ​ຜິດຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງເປັນ​ທຸກເພາະ​ບາບ​ຂອງ​ຂ້າ​ພຣະ​ອົງ” (ເພງ​ສັນ­ລະ­ເສີນ 38:18)

ໝາຍ­ເຫດ: ນີ້​ແມ່ນ​ປະ­ໂຫຍກ​ພາ­ສາ​ອັງ­ກິດ “I will declare mine iniquity; I will be sorry for my sin.”

ແມ່ນ​ຫຍັງ​ແມ່ນ​ຜົນ​ຂອງ​ຄວາມ­ທຸກ​ໃຈ​ຢ່າງ​ຊອບ​ພະ​ໄທ​ຂອງ​ພະ​ເຈົ້າ?

“ດ້ວຍ​ວ່າຄວາມ­ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ນັ້ນ ຍ່ອມ​ເຮັດ​ໃຫ້​ກັບ​ໃຈ​ເສ​ັຽ​ໃຫມ່ ຊຶ່ງ​ນຳ­ໄປ​ສູ່​ຄວາມ​ພົ້ນ” (2 ໂກ​ຣິນ​ໂທ 7:10)

ແມ່ນ​ຫຍັງ​ແມ່ນ​ຜົນ​ຂອງ​ຄວາມ­ທຸກ​ໃຈ​ຕາມ​ແບບ­ຢ່າງ​ຂອງ​ໂລກ?

“ແຕ່ຄວາມ­ທຸກ​ໃຈ​ຕາມ​ຢ່າງ​ໂລກ​ນັ້ນ ຍ່ອມ​ນຳ­ໄປ​ເຖິງ​ຄວາມ​ຕາຍ” (2 ໂກ​ຣິນ​ໂທ 7:10)

ຄວາມ­ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພະ​ໄທ​ພະ​ເຈົ້າ​ໄດ້​ສະ­ແດງ​ອອກ​ໃນ​ຕົວ​ເຮົາ​ແນວ­ໃດ​ແດ່?

“ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ວ່າ ການ​ທີ່​ເຈົ້າ​ທັງ­ຫລາຍ​ໄດ້​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ເກີດ​ມີ​ຄວາມຂ​ຍັນ​ຂັນ​ແຂງຫລາຍ​ເທົ່າ­ໃດ ເອົາ­ໃຈ­ໃສ່​ທີ່​ຈະ​ແກ້​ຕົວຫລາຍ​ເທົ່າ­ໃດ ຄວາມ​ເຄືອງ​ໃຈ ຄວາມ​ຕື່ນ​ຕົວ ຄວາມ​ອາ­ລັຍ ຄວາມ​ຮ້ອນ­ຮົນ ແລະ​ການ​ລົງ­ໂທດ​ຕອບ​ແທນ​ຫລາຍ​ເທົ່າ­ໃດ ໃນ​ທຸກ​ສິ່ງ​ເຫລົ່າ​ນີ້​ເຈົ້າ​ທັງ­ຫລາຍ​ໄດ້​ສະ­ແດງ​ຕົວ​ວ່າ​ເປັນ​ຄົນ​ບໍ່​ມີ​ຜິດ​ໃນ​ການ​ນັ້ນ­ແລ້ວ” (2 ໂກ​ຣິນ​ໂທ 7:11)

ໝາຍ­ເຫດ: ສຳ­ລັບ​ຂໍ້­ຄວາມ​ທີ່​ຂີດ​ກ້ອງ​ຂ້າງ​ເທິງ ພາ­ສາ​ອັງ­ກິດ​ໃຊ້​ຄຳ​ວ່າ “carefulness” ແລະ “clearing of yourselves”

ເມື່ອ​ໂຢ​ຮັນ​ຜູ້​ໃຫ້​ບັບ​ຕິ​ສະ​ມາ​ເຫັນ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ກາ​ດູ​ຊາຍ​ເຂົ້າ​ມາ​ຫາ​ເພື່ອ​ຮັບ​ບັບ​ຕິ​ສະ​ມາ ທ່ານ​ໂຢ​ຮັນ​ໄດ້​ກ່າວ​ແກ່​ເຂົາ​ແນວ­ໃດ?

“ຄັນ​ໂຢ​ຮັນ​ເຫັນ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ ພາ­ກັນ​ມາ​ຈຳ­ນວນ​ຫລວງ­ຫລາຍ​ເພື່ອ​ຈະ​ຮັບ​ບັບ​ຕິ​ສະ​ມາ ທ່ານ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, ‘ອ້າຍ​ຊາດ​ງູ​ຮ້າຍ​ເຮີຍ, ໃຜ​ໄດ້​ບອກ​ສູ​ໃຫ້​ປົບ​ຫນີ​ຈາກ​ພຣະ​ພິ​ໂຣດ​ທີ່​ຈວນ​ຈະ​ມາ​ເຖິງ​ນັ້ນ’” (ມັດ​ທາຍ 3:7)

ແລ້ວ​ໂຢ​ຮັນ​ໄດ້​ບອກ​ເຂົາ​ໃຫ້​ເຮັດ​ຫຍັງ?

“ເຫດ​ສັນ­ນັ້ນ​ຈົ່ງ​ປະ­ຕິ­ບັດ​ໃຫ້​ໄດ້­ຜົນ​ສົມ​ກັບ​ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃຫມ່” (ມັດ​ທາຍ 3:8)

ໝາຍ­ເຫດ: ຖ້າ​ບໍ່​ມີ​ການ​ປ່ຽນ­ແປງ​ກໍ​ບໍ່​ມີ​ການ​ຖິ້ມ​ໃຈ​ເກົ້າ​ເອົາ­ໃຈ​ໃໝ່​ທີ່­ແທ້​ຈິງ. ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່​ແມ່ນ​ການ​ປ່ຽນ­ແປງ​ທັງ​ຈິດ­ໃຈ​ແລະ​ການ​ກະ­ທຳ.

ເມື່ອ​ພະ​ເຈົ້າ​ສົ່ງ​ໂຢ​ນາ​ໄປ​ເຕືອນ​ຊາວ​ເມືອງ​ນິ​ເນ​ເວ ຊາວ​ເມືອງ​ນັ້ນ​ໄດ້​ເຮັດ​ແນວ­ໃດ​ເພື່ອ​ບົ່ງ​ບອກ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່​ຂອງ​ພວກ​ເຂົາ ແລະ​ຜົນ​ທີ່​ຕາມ​ມາ​ແມ່ນ​ຫຍັງ?

“ຕໍ່​ມາ ພຣະ​ເຈົ້າ​ໄດ້​ຊົງ​ເຫັນຊາວ​ນະ­ຄອນ​ນິ​ເນ​ເວ​ເລີກ​ປະ­ພຶດ​ຊົ່ວ ພຣະ​ອົງ​ຈຶ່ງ​ຊົງ​ປ່ຽນ​ພຣະ​ທັຍ ແລະ​ບໍ່​ຊົງ​ລົງ­ໂທດ​ເຂົາ​ຕາມ​ທີ່​ໄດ້​ຊົງ​ສັນ­ຍາ​ໄວ້” (ໂຢ​ນາ 3:10)

ແມ່ນ​ຫຍັງ​ເປັນ​ຕົວ​ນຳ​ຄົນ​ບາບ​ໃຫ້​ກັບ​ໃຈ​ໃໝ່?

“ຫລື​ວ່າ​ເຈົ້າ​ປ​ມາດ​ພຣະ​ກະ​ຣຸ​ນາ​ຄຸນ​ອັນ​ສົມ­ບູນ ແລະ​ຄວາມ​ອົດ​ກັ້ນ​ພຣະ​ທັຍ​ກັບ​ຄວາມ​ອົດ­ທົນ​ຂອງ​ພຣະ​ອົງ ເຈົ້າ​ບໍ່​ຮູ້​ຫລື​ວ່າພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ເຈົ້າ​ນັ້ນ ຊົງ​ປະ­ສົງ​ຈະ​ນຳ​ເຈົ້າ​ໃຫ້​ກັບ​ໃຈ​ເສ​ັຽ​ໃຫມ່” (ໂຣມ 2:4)

ການ​ສາ­ລະ­ພາບ​ແລະ​ການ​ໃຫ້​ອະ­ໄພ

ພະ​ເຈົ້າ​ໄດ້​ໃຫ້​ຄຳ​ສັ່ງ​ແນວ­ໃດ​ກ່ຽວ​ກັບ​ຄວາມ​ບາບ​ທີ່​ໄດ້​ກະ­ທຳ?

“ຈົ່ງ​ກ່າວ​ແກ່​ຄົນ​ອິ​ສຣາ​ເອນ​ວ່າ ຜູ້​ຊາຍ​ກໍ​ດີ ຫລື​ຍິງ​ກໍ​ດີ​ກະ­ທຳ​ບາບ​ຢ່າງ​ທີ່​ມະ­ນຸດ​ກະ­ທຳ ຄື​ປະ­ພຶດ​ຝ່າ­ຝືນ​ຕໍ່​ພຣະ​ເຈົ້າ ແລະ​ຜູ້​ນັ້ນ​ໄດ້​ຜິດ​ແລ້ວ ກໍ​ໃຫ້​ຜູ້​ນັ້ນ​ສາ­ລະ­ພາບ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ­ທຳ” (ຈົດ​ບັນ­ຊີ 5:6,7)

ມັນ​ເປັນ​ການ​ໄຮ້​ປະ­ໂຫຍດ​ປານ­ໃດ​ທີ່​ຈະ​ປິດ​ບັງ​ບາບ​ໄວ້?

“ແຕ່​ຖ້າ​ທ່ານ​ທັງ­ຫລາຍ​ບໍ່​ໄດ້​ກະ­ທຳ​ເຊັ່ນ​ນີ້ ທ່ານ​ທັງ­ຫລາຍ​ໄດ້​ກະ­ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຮູ້​ແນ່​ເຖີດ​ວ່າ ບາບ​ຂອງ​ທ່ານ​ກໍ​ຕາມ​ທັນ” (ຈົດ​ບັນ­ຊີ 32:23) “ພຣະ​ອົງ​ຊົງ​ຮູ້­ຈັກ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ເຫັນ​ຄວາມ​ຜິດ​ອັນ​ທີ່​ຂ້າ​ພຣະ​ອົງ​ອຳ​ໄວ້” (ເພງ​ສັນ­ລະ­ເສີນ 90:8) “ໃນ​ທຸກ​ສິ່ງ​ທີ່​ສ້າງ​ຂຶ້ນ​ນັ້ນ ບໍ່​ມີ​ສິ່ງ​ໃດ​ບັງ​ລັບ​ໄວ້​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ແຕ່​ທຸກ​ສິ່ງ​ໄດ້​ປາ­ກົດ​ແຈ້ງ​ຕໍ່​ພຣະ​ເນດ​ຂອງ​ພຣະ​ອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້­ການ​ນັ້ນ” (ເຮັບ​ເຣີ 4:13)

ພະ​ອົງ​ຊົງ​ສັນ­ຍາ​ວ່າ​ແນວ­ໃດ​ເມື່ອ​ເຮົາ​ສາ­ລະ­ພາບ​ບາບ​ຂອງ​ເຮົາ​ທັງ​ໝົດ?

“ຖ້າ​ເຮົາ​ທັງ­ຫລາຍ​ສາ​ຣະ​ພາບ​ຜິດ​ບາບ​ຂອງ​ພວກ​ເຮົາ ພຣະ​ອົງ​ຊົງ​ສັດ­ຊື່​ແລະ​ທ່ຽງ​ທັມ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກ​ເຮົາ ແລະ​ຈະ​ຊົງ​ໂຜດ​ຊຳ­ຮະ​ລ້າງ​ເຮົາ​ທັງ­ຫລາຍ​ຈາກ​ການ​ອະ­ທັມ​ຫມົດ​ສິ້ນ” (1 ໂຢ​ຮັນ 1:9)

ຜົນ​ຂອງ​ການ​ປິດ​ບັງ​ບາບ​ໄວ້​ແລະ​ຜົນ​ຂອງ​ການ​ສາ­ລະ­ພາບ​ບາບ​ອອກ​ມາ​ແຕກ​ຕ່າງ​ກັນ​ແນວ​ໃ?

“ຖ້າ​ເຈົ້າ​ພ​ຍາ​ຍາມ​ປິດ​ບັງ​ບາບ​ໄວ້ ຊີ­ວິດ​ຂອງ​ເຈົ້າກໍ​ຈະ​ບໍ່​ຈະ​ເຣີນ ຈົ່ງ​ສາ­ລະ­ພາບ​ແລະ​ປ່ຽນ​ໃຈ​ເສ​ັຽ ແລ້ວ​ພຣະ​ເຈົ້າ​ຈະ​ຊົງສຳ­ແດງ​ພຣະ​ກະ​ຣຸ​ນາຕໍ່​ເຈົ້າ” (ສຸ­ພາ­ສິດ 28:13)

ສາ­ລະ­ພາບ​ບາບ​ທຸກ​ຢ່າງ

ບາບ­ກຳ​ໃດ​ແດ່​ທີ່​ຄວນ​ສາ­ລະ­ພາບ​ອອກ​ມາ?

“ເມື່ອ​ຜູ້​ນຶ່ງ​ຜູ້​ໃດ​ກະ­ທຳ​ບາບ​ກັມ​ໃດໆ​ທີ່​ກ່າວ​ມາ​ນີ້ ກໍ​ໃຫ້​ເຂົາ​ສາ­ລະ­ພາບ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ­ທຳ” ( ລະ­ບຽບ​ພວກ​ເລ​ວີ 5:5)

ພວກ​ອິ​ສຣາ​ເອນ​ເຄີຍ​ສາ­ລະ­ພາບ​ອອກ​ມາ​ຫລາຍ​ປານ­ໃດ​ກ່ຽວ​ກັບ​ການ​ກະ­ທຳ​ຜິດ​ຂອງ​ພວກ​ເຂົາ?

“ພວກ​ເຂົາ​ໄດ້​ເວົ້າ​ຕໍ່​ຊາ​ມູ​ເອນ​ວ່າ, ‘ທ່ານ​ເອີຍ ຂໍ​ໄດ້​ໂຜດ​ກະ​ຣຸ​ນາ​ອ້ອນ­ວອນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ສຳ­ລັບ​ພວກ​ຂ້າ­ພະ­ເຈົ້າ​ແດ່ ເພື່ອ​ວ່າ​ພວກ​ຂ້າ­ພະ­ເຈົ້າ​ຈະ​ບໍ່​ຕາຍ ນອກ­ຈາກ​ຄວາມ​ຜິດ​ຢ່າງ​ອື່ນ​ຂອງ​ພວກ​ຂ້າ­ພະ­ເຈົ້າ​ແລ້ວ ພວກ​ຂ້າ­ພະ­ເຈົ້າ​ກໍ​ໄດ້​ເຮັດ​ຜິດ​ໂດຍ​ການ​ຮ້ອງ​ຂໍ​ເອົາ​ເຈົ້າ​ຊີ­ວິດ’” (1 ຊາ​ມູ​ເອນ 12:19)

ເມື່ອ​ກະ­ສັດ​ດາ​ວິດ​ສາ­ລະ­ພາບ​ບາບ​ຂອງ​ພະ​ອົງ ພະ​ອົງ​ໄດ້​ກ່າວ​ວ່າ​ພະ​ເຈົ້າ​ໄດ້​ກະ­ທຳ​ຫຍັງ?

“ແຕ່​ເມື່ອ​ຂ້າ​ພຣະ​ອົງ​ຍອມ­ຮັບ​ຜິດ​ຕໍ່​ພຣະ​ອົງ ໂດຍ​ບໍ່​ໄດ້​ປົກ​ປິດ​ຫຍັງ​ໄວ້ ຂ້າ​ພຣະ​ອົງ​ສາ­ລະ­ພາບ​ທຸກ​ຢ່າງ ແລ້ວພຣະ​ອົງ​ກໍ​ຊົງ​ອະ­ພັຍ​ໃນ​ການ​ລ່ວງ​ລະ​ເມິດ​ຂອງ​ຂ້າ​ພຣະ​ອົງ” (ເພງ​ສັນ­ລະ­ເສີນ 32:5)

ພະ​ເຈົ້າ​ຍິນ​ດີ​ໃນ​ການ​ໃຫ້​ອະ­ໄພ

ພະ​ອົງ​ພ້ອມ​ທີ່​ຈະ​ເຮັດ​ຫຍັງ ເມື່ອ​ທຸກ​ຄົນ​ສະ­ແຫວງ­ຫາ​ການ​ໃຫ້​ອະ­ໄພ?

“ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ປະ­ເສີດ​ແລະຊົງ​ພ້ອມ​ທີ່​ຈະ​ປະ­ທານ​ອະ­ພັຍ  ອຸ­ດົມ​ດ້ວຍ​ຄວາມ​ຮັກ​ຫມັ້ນ­ຄົງ​ຕໍ່​ບັນ­ດາ​ຜູ້​ຮ້ອງ​ທູນ​ພຣະ​ອົງ” (ເພງ​ສັນ­ລະ­ເສີນ 86:5)

ກະ­ສັດ​ດາ​ວິດ​ໄດ້​ຝາກ​ຄວາມ​ຫວັງ​ແຫ່ງ​ການ​ໄດ້​ຮັບ​ການ​ໃຫ້​ອະ­ໄພ​ໄວ້​ກັບ​ຫຍັງ?

“ໂອ້ ພຣະ​ອົງ​ເຈົ້າ​ຂ້າ ຍ້ອນ​ຄວາມ​ຮັກ​ຫມັ້ນ­ຄົງ​ຂອງ​ພຣະ​ອົງ ຂໍ​ຊົງ​ໂຜດ​ເມດ​ຕາ​ຂ້າ​ພຣະ​ອົງ​ເທີ້ນ ຍ້ອນ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ຂໍ​ຊົງ​ປັດ​ເປົ່າ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ​ອອກ​ໄປ​ດ້ວຍ” (ເພງ​ສັນ­ລະ­ເສີນ 51:1)

ອັນ​ໃດ​ເປັນ​ຕົວ​ວັດ­ແທກ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ພະ​ກະ­ລຸ­ນາ​ຂອງ​ພະ​ເຈົ້າ?

“ຟ້າ​ສວັນ​ສູງ​ເຫນືອ​ແຜ່ນ­ດິນ​ໂລກ​ຫລາຍ​ເທົ່າ­ໃດ ຄວາມ​ຮັກ​ທີ່​ພຣະ​ອົງ​ຊົງ​ມີ​ແກ່​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ​ກໍ​ສູງ​ຫລາຍ​ເທົ່າ​ນັ້ນ” (ເພງ​ສັນ­ລະ­ເສີນ 103:11)

ພະ​ເຈົ້າ​ຊົງ​ໃຫ້​ອະ­ໄພ​ຫລາຍ​ປານ­ໃດ​ແກ່​ຜູ້​ທີ່​ກັບ​ໃຈ​ໃໝ່?

“ຊົງ​ໃຫ້​ຄົນ​ອະ­ທັມ​ຫນີ​ຈາກ​ທາງ​ດຳ­ເນີນ​ຊີ­ວິດ​ຂອງ​ເຂົາ ແລະ​ຊົງ​ປ່ຽນ​ແນວ­ທາງ​ຄິດ​ຂອງ​ເຂົາ ຊົງ​ໃຫ້​ເຂົາ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ພຣະ​ອົງ​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ແລະ​ຊົ​ໃຫ້​ອະ­ພັຍ​ໄວ” (ເອ​ຊາ​ຢາ 55:7)

ໝາຍ­ເຫດ: ສຳ­ລັບ​ຂໍ້­ຄວາມ​ທີ່​ຂີດ​ກ້ອງ​ໄວ້​ຂ້າງ​ເທິງ ພາ­ສາ​ອັງ­ກິດ​ເຂົາ​ໄດ້​ແປ​ອອກ​ມາ​ວ່າ “ພະ​ອົງ​ຈະ​ຊົງ​ໃຫ້​ອະ­ໄພ​ຢ່າງ​ເຫລືອ​ລົ້ນ” “He will abundantly pardon.”

ແມ່ນ​ຫຍັງ​ແມ່ນ​ເຫດ­ຜົນ​ຂອງ​ການ​ພ້ອມ​ທີ່​ຈະ​ໃຫ້​ອະ­ໄພ​ຂອງ​ພະ​ເຈົ້າ

“ໂອ ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ບໍ່​ມີ​ພຣະ​ເຈົ້າ​ອົງ​ໃດ​ເຫມືອນ​ພຣະ​ອົງ​ເລີຍ ພຣະ​ອົງ​ຊົງ​ຍົກ­ໂທດ​ຄວາມ​ບາບ​ຂອງ​ໄພ່​ພົນ​ຜູ້​ທີ່​ຍັງ​ເຫລືອ​ຢູ່ ພຣະ​ອົງ​ຈະ​ບໍ່​ພິ​ໂຣດ​ອີກ​ຕໍ່​ໄປ ແຕ່ຍິນ​ດີ​ຈະ​ສະ­ແດງ​ຄວາມ​ຮັກ​ຫມັ້ນ­ຄົງຕໍ່​ພວກ​ຂ້າ​ພຣະ​ອົງ” (ມີ​ກາ 7:18) (ເບິ່ງ​ເພີ່ມ​ເຕີມ​ໃນ ເພງ​ສັນ­ລະ­ເສີນ 78:38)

ເປັນ​ຫຍັງ​ພະ​ອົງ​ຄື​ອົດ​ກັ້ນ​ພະ​ໄທ​ໄວ້​ດົນ​ນານ​ຕໍ່​ຄົນ​ທີ່​ສືບ­ຕໍ່​ເຮັດ​ບາບ?

“ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເສີຍ​ຊ້າ​ໃນ​ເຣື່ອງ​ພຣະ​ສັນ­ຍາ​ຂອງ​ພຣະ​ອົງ ເຫມືອນ​ດັ່ງ​ບາງ​ຄົນ ຄຶດ​ວ່າ​ຊ້າ ແຕ່​ພຣະ​ອົງ​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້​ດົນ​ນານ​ເພາະ​ເຫັນ­ແກ່​ທ່ານ​ທັງ­ຫລາຍ ພຣະ​ອົງ​ບໍ່​ຊົງ​ປະ­ສົງ​ທີ່​ຈະ​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ຈິບ­ຫາຍ​ເສ​ັຽ ແຕ່​ຊົງ​ປາ​ຖ​ນາ​ທີ່​ຈະ​ໃຫ້​ຄົນ​ທັງ​ປວງ​ມາ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃຫມ່” ( 2 ເປ​ໂຕ 3:9)

ເລື່ອງ​ຕົວ­ຢ່າງ

ໃນ​ຄຳ​ອຸ­ປະ­ມາ​ເລື່ອງ​ບຸດ​ລົງ​ຫາຍ ເມື່ອ​ລູກ​ຊາຍ​ນ້ອຍ​ກັບ​ໃຈ​ແລະ​ຕ່າວ​ກັບ​ຄືນ​ເຮືອນ ພໍ່​ຂອງ​ລາວ​ໄດ້​ເຮັດ​ແນວ­ໃດ​ຕໍ່​ລາວ?

“ແລ້ວ​ເຂົາ​ກໍ​ລຸກ­ຂຶ້ນ​ຄືນ​ເມືອ​ຫາ​ພໍ່​ຂອງ​ຕົນ ແຕ່​ເມື່ອ​ເຂົາ​ຍັງ​ຢູ່​ໄກ ພໍ­ໄດ້​ແລ​ເຫັນ​ເຂົາ​ກໍມີ​ຄວາມ​ເມດ​ຕາ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ຄໍ​ຈູບ​ເຂົາ​ດ້ວຍ​ຄວາມ​ຮັກ­ແພງ” (ລູ​ກາ 15:20)

ຜູ້​ເປັນ​ພໍ່​ໄດ້​ເຮັດ​ຫຍັງ​ເພື່ອ​ສະ­ແດງ​ອອກ​ເຖິງ​ຄວາມ​ຍິນ​ດີ​ທີ່​ລູກ​ຊາຍ​ກັບ​ຄືນ​ເຮືອນ?

“ແຕ່​ພໍ່​ໄດ້​ເອີ້ນ​ບອກ​ພວກ​ຂ້ອຍ​ໃຊ້​ຂອງ​ຕົນ​ວ່າ, ‘ຈົ່ງ​ຮີບ​ເອົາ​ເຄື່ອງ­ນຸ່ງ​ຢ່າງ​ດີ​ທີ່​ສຸດ​ອອກ​ມາ​ນຸ່ງ​ໃຫ້​ລູກ​ຂອງ​ເຮົາ ແລະ​ເອົາ​ແຫວນ​ມາ​ສວມ​ໃສ່​ມື​ກັບ​ເອົາ​ເກີບ​ມາ​ສຸບ​ໃສ່​ຕີນ ແລ້ວ​ຈົ່ງ​ເອົາ​ງົວ​ຫນຸ່ມ​ໂຕ​ອ້ວນ​ພີ​ມາ​ຂ້າ​ລ້ຽງ​ກັນ​ເພື່ອ​ຊື່ນ​ຊົມ​ຍິນ​ດີ ເພາະ​ລູກ​ຂອງ​ເຮົາ​ຄົນ​ນີ້​ຕາຍ​ແລ້ວ​ກໍ​ໄດ້​ຄືນ​ມາ ເສ​ັຽ​ໄປ​ແລ້ວ​ກໍ​ໄດ້​ພົບ​ກັນ​ອີກ’ ແລະ​ເຂົາ​ທັງ­ຫລາຍ​ກໍ​ຕັ້ງ­ຕົ້ນ​ມີ​ຄວາມ​ຊົມ­ຊື່ນ​ຍິນ​ດີ” (ລູ​ກາ 15:22-24)

ຈະ​ມີ​ຄວາມ​ຮູ້­ສຶກ​ແນວ­ໃດ​ໃນ​ສະ­ຫວັນ​ເມື່ອ​ຄົນ​ບາບ​ກັບ​ໃຈ?

“ດັ່ງ­ນັ້ນ​ແຫລະ, ເຮົາ​ບອກ​ທ່ານ​ທັງ­ຫລາຍ​ວ່າ ຈະ​ມີ​ຄວາມ​ປິ​ຕິ​ຍີນ​ດີ​ໃນ​ຖ້າມ­ກາງ​ພວກ​ເທວະ​ດາ​ຂອງ​ພຣະ​ເຈົ້າ ເພາະ​ເຫັນ­ແກ່​ຄົນ​ນອກ​ສິນ​ທັມ​ຄົນ​ດຽວ ທີ່​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃຫມ່” (ລູ​ກາ 15:10)

ເຮ​ເຊ​ກີ​ຢາ​ໄດ້​ກ່າວ​ວ່າ​ພະ​ເຈົ້າ​ໄດ້​ກະ­ທຳ​ຫຍັງ​ແກ່​ລາວ?

“ເພາະ​ເຫັນ­ແກ່​ສະ​ວັດ​ດີ​ພາບ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈຶ່ງ​ມີ​ຄວາມ​ຂົມ­ຂື່ນ​ມາກ​ຍິ່ງ ແຕ່​ພຣະ​ອົງ​ຊົງ​ຮັກ​ຊີ­ວິດ​ຂອງ​ຂ້າ​ພຣະ​ອົງ ບໍ່​ໃຫ້​ຕົກ​ຫລຸມ​ແຫ່ງ​ຄວາມ​ພິ­ນາດ ເພາະ​ການ​ບາບ​ຂອງ​ຂ້າ​ພຣະ​ອົງ​ກໍ​ໄດ້​ຮັບ​ອະ­ພັຍ” (ເອ​ຊາ​ຢາ 38:17)

ພະ​ເຈົ້າ​ຢາກ​ແຍກ​ບາບ​ອອກ​ຈາກ​ເຮົາ​ໃຫ້​ບາບ​ນັ້ນ​ໄກ​ຫ່າງ​ຫລາຍ​ປານ­ໃດ?

“ພຣະ​ອົງ​ຍັງ​ຈະ​ເມດ​ຕາ​ຕໍ່​ພວກ​ຂ້າ​ພຣະ​ອົງ​ອີກ​ເທື່ອ​ນຶ່ງ​ຄື ພຣະ​ອົງ​ຈະ​ຢຽບ​ຄວາມ​ຜິດ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄວ້​ໃຕ້​ພຣະ​ບາດ ແລະ​ໂຍນ​ຄວາມ​ບາບ​ຂອງ​ພວກ​ຂ້າ​ພຣະ​ອົງ​ລົງ​ໃນ​ທະ­ເລ​ເລິກ” (ມີ​ກາ 7:19) “ທິດ­ຕາ­ເວັນ­ອອກ​ໄກ​ຈາກ​ທິດ­ຕາ­ເວັນ­ຕົກ​ຫລາຍ​ເທົ່າ­ໃດ ພຣະ​ອົງ​ກໍ​ຊົງ​ຍົກ​ຄວາມ​ບາບ​ຂອງ​ພວກ​ເຮົາ​ອອກ​ໄປ​ໄກ​ຫລາຍ​ເທົ່າ​ນັ້ນ” (ເພງ​ສັນ­ລະ­ເສີນ 103:12)

ຄົນ​ໃນ​ເມືອງ​ເອ​ເຟ​ໂຊ​ເຮັດ​ຫຍັງ​ເພື່ອ​ສະ­ແດງ​ໃຫ້​ຮູ້​ວ່າ ພວກ​ເຂົາ​ໄດ້​ກັບ​ໃຈ​ຢ່າງ​ແທ້​ຈິງ?

“ມີ​ຫລາຍ​ຄົນ​ທີ່​ເຊື່ອ​ແລ້ວໄດ້​ມາ​ສາ​ຣະ​ພາບ​ແລະ​ເປີດ­ເຜີຍ​ການ​ທີ່​ເຂົາ​ເຄີຍ​ເຮັດ ມີ​ຫລາຍ​ຄົນ​ທີ່​ໃຊ້​ເວດ­ມົນ​ຄາ­ຖາ​ໄດ້ເອົາ​ຕຳ​ຣາ​ຂອງ​ຕົນ​ມາ​ເຜົາ​ໄຟ​ເສັຽຕໍ່­ຫນ້າ​ຄົນ​ທັງ​ປວງ ຕຳ​ຣາ​ເຫລົ່າ­ນັ້ນ​ຄິດ​ຣາ​ຄາ​ເປັນ​ເງິນ​ຫ້າ​ຫມື່ນ​ຫລຽນ” (ກິດ­ຈະ­ການ 19:18-19)

ເງື່ອນ­ໄຂ​ຂອງ​ການ​ໃຫ້​ອະ­ໄພ

ພະ​ຄຣິດ​ໄດ້​ບອກ​ໃຫ້​ເຮົາ​ຂໍ​ການ​ໃຫ້​ອະ­ໄພ​ເທິງ​ພື້ນ­ຖານ​ອັນ​ໃດ?

“ຂໍ​ຊົງ​ໂຜດ​ຍົກ­ໂທດ​ໃຫ້​ຂ້າ​ພຣະ​ອົງ ເຫມືອນຂ້າ​ພຣະ​ອົງ​ຍົກ­ໂທດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະ​ອົງ​ນັ້ນ” (ມັດ​ທາຍ 6:12)

ເຮົາ​ຄວນ​ມີ​ຈິດ­ໃຈ​ຂອງ​ການ​ໃຫ້​ອະ­ໄພ​ແນວ­ໃດ ຖ້າ​ເຮົາ​ຢາກ​ຮັບ​ການ​ໃຫ້​ອະ­ໄພ​ຈາກ​ພະ​ເຈົ້າ?

“ເພາະ­ວ່າ​ຖ້າ­ວ່າ​ທ່ານ​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ­ນຸດ ພຣະ​ບິ­ດາ​ຂອງ​ທ່ານ​ຜູ້​ຊົງ​ສະ­ຖິດ​ໃນ​ສວັນ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ດ້ວຍ ແຕ່​ຖ້າ​ທ່ານ​ບໍ່​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ­ນຸດ ພຣະ​ບິ­ດາ​ຂອງ​ທ່ານ​ກໍ​ຈະ​ບໍ່​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ເຫມືອນ​ກັນ” (ມັດ​ທາຍ 6:14-15)

ຄວາມ​ຈິງ​ທີ່​ພະ​ເຈົ້າ​ຊົງ​ໃຫ້​ອະ­ໄພ​ເຮົາ​ນັ້ນ​ແມ່ນ​ຢືນ​ຢູ່​ເທິງ​ພື້ນ­ຖານ​ອັນ​ໃດ?

“ຈົ່ງ​ມີ­ໃຈ​ເມດ​ຕາ​ຕໍ່​ກັນ ມີ­ໃຈ​ເອັນ­ດູ​ກັນ ແລະອະ­ພັຍ­ໂທດ​ໃຫ້​ກັນ ເຫມືອນ​ດັ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ອະ­ພັຍ­ໂທດ​ໃຫ້​ແກ່​ພວກ​ທ່ານ​ໃນ​ອົງ​ພຣະ​ຄຣິດ​ນັ້ນ” (ເອ​ເຟ​ໂຊ 4:32)

ຄວາມ­ສຸກ​ຂອງ​ຜູ້​ໃຫ້​ແລະ​ຜູ້​ຮັບ

ການ​ໃຫ້​ກັບ​ໃຈ​ໃໝ່​ແລະ​ການ​ໃຫ້​ອະ­ໄພ​ຖືກ​ປະ­ທານ​ໃຫ້​ຜ່ານ​ໃຜ?

“ພຣະ​ເຢ​ຊູຊຶ່ງ​ທ່ານ​ທັງ­ຫລາຍ​ໄດ້​ຂ້າ​ເສັຽ​ໂດຍ​ແຂວນ​ໄວ້​ທີ່​ຕົ້ນ­ໄມ້​ນັ້ນ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ຊົງ​ບັນ­ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່ ພຣະ​ອົງ​ນັ້ນ​ແຫລະ, ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ຕັ້ງ​ໄວ້​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ອົງ ໃຫ້​ເປັນ​ອົງ​ພຣະ​ຜູ້­ນຳ​ແລະ​ອົງ​ພຣະ​ຜູ້​ໂຜດ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ຊົນ​ອິ​ສຣາ​ເອນ​ກັບ​ໃຈ​ໃຫມ່ ແລ້ວ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ” (ກິດ­ຈະ­ການ 5:30-31)

ຜູ້​ທີ່​ໄດ້​ຮັບ​ການ​ໃຫ້​ອະ­ໄພ​ຈະ​ມີ​ສະ­ພາບ​ແບບ​ໃດ?

“ຄວາມ­ສຸກເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ໃຫ້​ອະ­ພັຍ ແລະ​ຜູ້​ທີ່​ໄດ້​ຮັບ​ການ​ຍົກ­ໂທດ ຄວາມ­ສຸກ​ເປັນ​ຂອງ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຕໍ່​ວ່າ­ການ​ກະ­ທຳ​ຜິດ​ຂອງ​ເຂົາ ແລະ​ຜູ້​ບໍ່​ມີ​ກົນ­ອຸ­ບາຍ​ຫລອກ​ລວງ​ຄົນ​ອື່ນ” (ເພງ​ສັນ­ລະ­ເສີນ 32:1-2)