Zephaniah ພຣະທັມ​ເຊ​ຟັນ​ຢາ

 

ພຣະທັມ​ເຊ​ຟັນ​ຢາ

 

1

2

3

 

 

ເຊ​ຟັນຢາ

1.

1   ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ມາ​ເຖິງ​ເຊ​ຟັນຢາ ບຸດ​ກູ​ຊີ ຜູ້​ເປັນ​ບຸດ​ຂອງ​ເກ​ດາ​ລີ​ຢາ ຜູ້​ເປັນ​ບຸດ​ຂອງ​ອາ​ມາ​ຣີ​ຢາ ຜູ້​ເປັນ​ບຸດ​ຂອງ​ເຮ​ເຊ​ກີ​ຢາ ໃນ​ຣັ​ຊ​ການ​​ໂຢ​ຊີ​ຢາ ຣາ​ຊ​ໂອ​ຣົດ​ຂອງ​ອາ​ໂມນ ກະ​ສັດ​ຂອງ​ຢູ​ດາ

ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ

2   ພຣະຜູ້ເປັນ​ເຈົ້າ​ສັ່ງ​ວ່າ, “ເຣົາ​ຈະ​ກວາດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ກ້ຽງ​ຈາກ​ພື້ນ​ພິ​ພົບ”

3   ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ວ່າ, “ເຣົາ​ຈະ​ກວດ​ມະ​ນຸດ ແລະ​ສັດ​ເດັຽ​ຣະ​ສານ​ໄປ​ເສັຽ ເຣົາ​ຈະ​ກວາດ​ນົກ​ໃນ​ອາ​ກາດ​ໄປ​ເສັຽ ທັງ​ປາ​ໃນ​ທະ​ເລ​ດ້ວຍ ເຮົາ​ຈະ​ກວາດ​ລ້າງ​ຄົນ​ອະ​ທັມ ເຣົາ​ຈະ​ກຳ​ຈັດ​ມະ​ນຸດ​ຊາດ​ເສັຽ​ຈາກ​ພື້ນ​ພິ​ພົບ

4   ເຣົາ​ຈະ​ຢຽດ​ມື​ຂອງ​ເຣົາ​ອອກ​ຕໍ່​ສູ້​ຢູ​ດາ ແລະຕໍ່​ຊາວ​ເຢຣູ​ຊາ​ເລັມ​ທັງ​ມວນ ເຮົາ​ຈະ​ກຳ​ຈັດ​ເດນ​ເຫລືອ​ຂອງ​ພຣະ​ບາ​ອານ​ເສັຽ​ຈາກ​ສະ​ຖານ​ທີ່​ນີ້ ແລະ​ກຳ​ຈັດ​ຊື່​ບັນ​ດາ​​ປະ​ໂຣ​ຫິດຜູ້​ຮັບ​ໃຊ້​ພຣະ​ບາ​ອານເສັຽ

5   ກຳ​ຈັດ​ຄົນ​ເຫລົ່າ​ນັ້ນ​ທີ່​ຂາບ​ໄຫວ້​ລົງ​ເທິງ​ດາດ​ຟ້າ​ຫລັງ​ຄາ​ຕຶກ ເພື່ອ​ໄຫວ້​ບໍ​ຣິ​ວານ​ແຫ່ງ​ຟ້າສວັນ ຄົນ​ເຫລົ່າ​ນັ້ນ​ທີ່​ຂາບ​ລົງ​ສາ​ບານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ປານ​ນັ້ນ​ກໍ​ຍັງ​ສາ​ບານ​ໂດຍ​ພຣະ​ມີນ​ໂກມ

6   ຄົນ​ເຫລົ່າ​ນັ້ນ​ທີ່​ຫັນ​ກັບ​ຈາກ​ການ​ຕິ​ດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ບໍ່​ໄດ້​ສ​ແວງຫາ​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ທູນ​ຖາມພຣະ​ອົງ”

7   ຈົ່ງ​ງຽບ​ສ​ງົບ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ວັນ​ແຫ່ງ​ພຣະ​ເຈົ້າ​ມາໃກ້​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕຽມ​ເຄື່ອງ​ບູ​ຊາ ແລະ​ຊົງ​ກະ​ທຳ​ແຂກ​ຂອງ​ພຣະ​ອົງ​ໃຫ້​ບໍ​ຣິ​ສຸດ

8   ແລະ​ໃນ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂ້າ​ບູ​ຊາ​ນັ້ນ (ຄືພຣະ​ອົງ​ກ່າວວ່າ) “ເຮົາ​ຈະ​ລົງ​ໂທດ​ບັນ​ດາ​ເຈົ້າ​ນາຍ ແລະ​ໂອ​ຣົດ​ຂອງ​ກະ​ສັດ ແລະ​ບັນ​ດາ​ຜູ້​ທີ່​ຕົກ​ແຕ່ງ​ຕົວ​ດ້ວຍ​ເຄື່ອງ​ແຕ່ງ​ກາຍ​ຕ່າງ​ດ້າວ

9   ໃນ​ວັນ​ນັ້ນ ເຮົາ​ຈະ​ລົງ​ໂທດ​ທຸກ​ຄົນ​ທີ່​ກະ​ໂດດ​ຂ້າມ​ປະ​ຕູ ແລະ​ບັນ​ດາ​ຜູ້​ທີ່​ກະ​ທຳ​ໃຫ້​ເຮືອນ​ຂອງ​ນາຍ​ເຕັມ​ໄປ​ດ້ວຍ​ຄວາມ​ທາ​ຣຸນ ແລະ​ການ​ຄົດ​ໂກງ”

10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ໃນ​ວັນ​ນັ້ນ ຈະ​ໄດ້​ຍິນ​ສຽງ​ຮ້ອງ​ຈາກ​ປະ​ຕູ​ປາ ແລະ​ສຽງ​ຮ້ອງ​ໄຫ້​ໃນ​ເຂດ​ສ້າງ​ໃຫມ່​ໃນ​ຕົວ​ເມືອງ ແລະ​ສຽງ​ໂຄມ​ຄາມ​ຈາກ​ເນີນ​ພູ

11 ໂອ ຊາວ​ເມືອງ​ທີ່​ຢູ່​ເຂດ​ລຸ່ມ ຈົ່ງ​ຮ້ອງ​ໄຫ້​ເຖີດ ເພາະ​ພໍ່​ຄ້າ​ທັງ​ປວງ​ກໍ​ບໍ່​ມີ​ເຫລືອ​ແລ້ວ ຜູ້​ທີ່​ຊັ່ງ​ເງິນ​ຄ້າ​ຂາຍ​ກໍ​ຖືກ​ກຳ​ຈັດ​ເສັຽ​ແລ້ວ​

12 ໃນ​ເວ​ລາ​ນັ້ນ​ເຣົາ​ຈະ​ເອົາ​ຕະ​ກຽງ​ສ່ອງ​ເບິ່ງ​ເຢ​ຣູ​ຊາ​ເລັມ ແລະ​ເຮົາ​ຈະ​ລົງ​ໂທດ​ຄົນ​ທີ່​ສ້າງ​ຄວາມ​ອີ່ມ​ອົກ​ອີ່​ມ​ໃຈ ແລະ​ເຊື່ອ​ຫມັ້ນ​ໃຈ​ຕົນ​ເອງ ຜູ້​ທີ່​ກ່າວ​ໃນ​ໃຈ​ຂອງ​ຕົນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ກະ​ທຳ​ການ​ດີ ແລະ​ພຣະ​ອົງ​ກໍ​ຈະ​ບໍ່​ຊົງ​ກະ​ທຳ​ການ​ຊົ່ວ”

13 ຊັບ​ສິ່ງ​ຂອງ​ຂອງ​ເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ເຂົາ​ຈະ​ຖືກ​ທຳ​ລຍ ເຖິງ​ເຂົາ​ຈະ​ສ້າງ​ເຮືອນ ເຂົາ​ກໍ​ຈະ​ບໍ່​ໄດ້​ຢູ່​ໃນ​ເຮືອນ​ນັ້ນ ເຖິງ​ເຂົາ​ຈະ​ທຳ​ສວນ​ອະ​ງຸ່ນ ເຂົາ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ​ຈາກ​ສວນ​ນັ້ນ”

14 ວັນ​ສຳ​ຄັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ເຂົ້າ​ມາ ໃກ້​ເຂົ້​ມາ ແລະມາ​ໄວ​ທີ່​ສຸດ ສຽງ​ແຫ່ງວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຂົມ​ຂື່ນ ທະ​ຫານ​ທີ່​ເກັ່ງ​ກ້າ​ຈະ​ຮ້ອງ​ສຽງ​ດັງ​ທີ່​ນັ້ນ

15 ວັນ​ນັ້ນ​ເປັນ​ວັນ​ແຫ່ງ​ພຣະ​ພິ​ໂຣດ ເປັນ​ວັນ​ແຫ່ງ​ຄວາມ​ທຸກ​ໃຈ ແລະ​ເປັນ​ວັນ​ລະ​ທົມ ເປັນ​ວັນ​ພິ​ນາດ ແລະ​ວັນ​ທຳ​ລາຍ ເປັນ​ວັນແຫ່ງ​ຄວາມ​ມືດ ແລະ​ຄວາມ​ມືດ​ຄຶ້ມ ເປັນ​ວັນ​ທີ່​ມີ​ເມກ​ແລະ​ຄວາມ​ມືດ​ຕຶບ

16 ເປັນ​ວັນ​ທີ່​ມີ​ສຽງ​ເຂົາ​ສັດ ແລະ​ວັນ​ໂຫ່​ຮ້ອງ​ຕໍ່​ເມືອງ​ທັງ​ຫລາຍ​ທີ່​ມີ​ປ້ອມ​ປ້ອງ​ກັນ ແລະ​ຫໍ​ຄອຍ​ສູງ

17 ເຮົາ​ຈະ​ນຳ​ທຸກ​ໄພ​ມາ​ສູ່​ມະ​ນຸດ ເຂົ​ຈະ​ໄດ້​ເດີນ​ໄປ​ເຫມືອນ​ຄົນ​ຕາ​ບອດ ເພາະ​ເຂົາ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໂລ​ຫິດ​ຂອງ​ເຂົາ​ຈະ​ຖືກ​ເທ​ອອກ​ເຫມືອນຝຸ່ນ ແລະ​ເນື້ອ​ຂອງ​ເຂົາ​ຈະ​ຖືກ​ເທ​ອອກ​ເຫມືອນ​ຊາກ​ສົບ​ທີ່​ເນົ່າ​ເປື່ອຍ

18 ເງິນ​ຫລື​ທອງ​ຄຳ​ຂອງ​ເຂົາ​ກໍ​ດີ ຈະ​ບໍ່​ສາ​ມາດ​ຊ່ອຍ​ກູ້​ເຂົາ​ໄດ້ ໃນ​ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພິ​ພົບ​ທັງ​ສິ້ນ​ຈະ​ຖືກ​ເຜົາ​ຜານ​ໃນ​ໄຟ​ແຫ່ງ​ຄວາມ​ຫວງ​ແຫນ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ຊາວ​ພື້ນ​ພິ​ພົບ​ທັງ​ສິ້ນ​ເຖິງ​ທີ່​ສິ້ນ​ສຸດ ເຖິງ​ທີ່​ສິ້ນ​ສຸດ​ຢ່າງ​ກະ​ທັນ​ຫັນ

 

2. ຄວາມ​ພິ​ນາດ​ຂອງ​ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ

1   ໂອ ປ​ຊາ​ຊາດ​ທີ່​ໄຮ້​ຄວາມ​ອາຍ​ເອີຍ, ຈົ່ງ​ມາ​ກັນ ມາ​ຊຸມ​ນຸມ​ກັນ

2   ກ່ອນ​ທີ່​ເຈົ້າ​ຈະ​ຖືກ​ຂັບໄລ່​ໄປ​ດັ່ງ​ແກບ​ທີ່​ປິວ ກ່ອນ​ທີ່​ພຣະ​ພິ​ໂຣດ​ອັນ​ຮ້າຍ​ແຮງ​ແຫ່ງ​ພຣະຜູ້ເປັນ​ເຈົ້າ​ຈະ​ລົງ​ມາ​ເຫນືອ​ເຈົ້າ ກ່ອນ​ທີ່​ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລົງ​ມາ​ເຫນືອ​ເຈົ້າ

3   ທຸກ​ຄົນ​ທີ່​ໃຈ​ຖ່ອມ​ໃນ​ແຜ່ນ​ດິນ​ນີ້ ຄື​ຜູ້​ທີ່​ກະ​ທຳ​ຕາມ​ພຣະ​ຄຳ​ສັ່ງ​ຂອງ​ພຣະ​ອົງ ຈົ່ງ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສ​ແວງ​ຫາ​ຄວາມ​ຊອບ​ທັມ ສ​ແວງ​ຫາ​ຄວາມ​ຖ່ອມ​ໃຈ ຊຶ່ງ​ເຈົ້າ​ຈະ​ໄດ້​ຮັບ​ການ​ກຳ​ບັງ​ໃນ​ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

4   ເພາະ​ວ່າ​ເມືອງ​ກາ​ຊາ​ຈະ​ຖືກ​ປະຖິ້ມ ແລະ​ເມືອງອັ​ສ​ເກ​ໂລນ​ຈະ​ເປັນ​ເມືອງ​ຮ້າງ ຊາວ​ເມືອງ​ອັ​ສ​ໂດດ​ຈະ​ຖືກ​ຂັບ​ໄລ່​ໃນ​ເວ​ລາ​ທ່ຽງ​ວັນ ແລະ​ເມືອງ​ເອກ​ໂຣນ​ຈະ​ຖືກ​ຖອນ​ຮາກ​

5   ວິ​ບັດ​ແກ່​ເຈົ້າ ຊາວ​ເມືອງ​ຊາຍ​ທະ​ເລ ເຈົ້າ​ຜູ້​ເປັນ​ປ​ຊາຊາດ​ເຄ​ເຣ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ມາ​ກ່າວ​ໂທດ​ເຈົ້າ ໂອ ກາ​ນາ​ອານ ແຜ່ນ​ດິນ​ຂອງ​ຄົນ​ຟີ​ລິ​ສ​ຕິນ ເຣົາ​ຈະ​ທຳ​ລາຍ​ເຈົ້າ​ຈົນ​ບໍ່​ມີ​ຊາວ​ເມືອງ​ເຫລືອ

6   ໂອ​ ຊາຍ​ທະ​ເລ​ເອີຍ, ເຈົ້າ​ຈະ​ເປັນ​ລານ​ຫຍ້າ ເປັນ​ທົ່ງ​ຫຍ້າ​ສຳ​ລັບ​ຜູ້​ລ້ຽງ​ແກະ ແລະ​ເປັນ​ຄອກ​ສຳ​ລັບ​ຝູງ​ແບ້ ແກະ

7   ຊາຍ​ທະ​ເລ​ນັ້ນ ຈະ​ເປັນ​ກຳ​ມະ​ສິດ​ຂອງ​ເຊື້ອ​ສາຍ​ຢູ​ດາ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ຈະ​ຫາກິນ​ທີ່​ນັ້ນ​ພໍ​ເຖິງ​ເວ​ລາ​ຄ່ຳ​ເຂົາ​ຈະ​ນອ​ນລົງ​ທີ່​ໃນ​ເຮືອນ​ທັງ​ຫລາຍ​ຂອງອັ​ສ​ເກ​ໂລ​ນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຈະ​ເອົາ​ພຣະ​ທັຍ​ໃສ່​ເຂົາ ແລະ​ໃຫ້​ເຂົາ​ກັບ​ສູ່​ສະ​ພາບ​ເດີມ

8   “ເຮົ​ໄດ້​ຍິນ​ຄຳ​ດ່າ​ຂອງ​ໂມ​ອາບ ແລະ​ຄຳ​ຫມິ່ນປ​ມາດ​ຂອງ​ຄົນ​ອັມ​ໂມນແ​ລ້ວ ຊຶ່ງ​ເຂົາ​ດ່າ​ປະ​ຊາ​ຊົນ​ຂອງ​ເຣົາ ແລະ​ອວດ​ອ້າງ​ເຣື່ອງ​ເຂດ​ແດນ​ຂອງ​ເຂົາ​ທັງ​ຫລາຍ

9   ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ​ສັ່ງ​ວ່າ, “ເຫດ​ນີ້​ເຮົາ​ມີ​ຊີ​ວິດ​ຢູ່​ແນ່​ແທ້​ສັນ​ໃດ ໂມ​ອາບ​ຈະ​ກາຍ​ເປັນ​ເຫມືອນ​ເມືອງ​ໂຊ​ໂດມ ແລະ​ຄົນ​ອັມ​ໂມນ​ຈະ​ເຫມືອນ​ເມືອງ​ໂກ​ໂມ​ຣາ ຄື​ເປັນ​ແຜ່ນ​ດິນ​ທີ່​ມີ​ຕົ້ນ​ຫນາມ​ແລະ​ບໍ່​ເກ​ືອ ແລະ​ເປັນ​ທີ່ຮ້າງ​ເປົ່າ​ເປັນ​ນິດ ຊົ​ນ​ຊາດ​ຂອງ​ເຮົາ​ທີ່​ເຫລືອ​ຢູ່​ຈະ​ປຸ້ນ​ເຂົາ ແລະ​ຄົນ​ໃນ​ປະ​ຊາ​ຊົນ​ຂອງ​ເຮົາ​ທີ່​ລອດ​ຕາຍ​ຢູ່​ຈະ​ຍຶດ​ເຂົາ​ເປັນ​ກຳ​ມະ​ສິດ”

10 ນີ້​ຈະ​ເປັນ​ຜົນ​ຕອບ​ແທນ​ຄວາມ​ຈອງ​ຫອງ​ຂອ​ງ​ເຂົາ ເພາະ​ເຂົາ​ດ່າ ແລະ​ໂອ້ອວດ​ຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທີ່​ເກງ​ກົວ​ຂອ​ງ​ເຂົາ​ທັງ​ຫລາຍ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ພຣະ​ທັງ​ຫລາຍ​ຂອງ​ໂລກ​ຜ່າຍ​ຜອມ ແລ​ແຜ່ນ​ດິນ​ແຫ່ງ​ປະ​ຊາ​ຊາດ​ທັງ​ສິ້ນ​ຈະ​ກົ້ມ​ລົງ​ນະ​ມັ​ສ​ການ​ພຣະ​ອົງ​ຕ່າງຕາມ​ທ້ອງ​ຖິ່ນ​ຂອງ​ຕົນ

12 ໂອ ຄົນ​ເອ​ທີ​ໂອເປັຽ​ເອີຍ, ເຈົ້າ​ດ້ວຍ​ເຫມືອນ​ກັນ ຈະ​ຕ້ອງ​ຖືກ​ປະ​ຫານ​ເສັຽດ້ວຍ​ດາບ​ຂອງ​ເຮົາ

13 ແລ້ວ​ພຣະ​ອົງ​ຈະ​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຕໍ່​ເມືອງ​ທາງ​ທິດ​ເຫນືອ ແລະ​ທຳ​ລາຍ​ອັ​ສ​ຊີ​ເຣັຽ ແລະ​ຈະ​ກະ​ທຳ​ໃຫ້​ເມືອງ​ນີ​ເນເວ​ເປັນ​ເມືອງ​ຮ້າງ ເປັນ​ທີ່​ແຫ້ງ​ແລ້ງ​ເຫມືອນ​ຖິ່ນ​ກັນ​ດານ

14 ບັນ​ດາ​ຝູງ​ສັດ​ຈະ​ນອນ​ຢູ່​ໃນ​ທີ່​ນັ້ນ ສັດ​ປ່າ​ທັງ​ສິ້ນ ນົກ​ກະ​ທຸງ ແລະ​ກາ​ ຈະ​ອາ​ໄສ​ຢູ່​ທີ່​ຫົວ​ເສົາ​ທັງ​ຫລາຍ​ຂອງ​ເມືອງ​ນັ້ນ ນົກ​ເຄົ້າ​ແມວ​ຈະ​ມາ​ຮ້ອງ​ຢູ່​ທີ່​ປ່ອງ​ຢ້ຽມ ນົກ​ກາ​ຈະ​ສົ່ງ​ສຽງ​ຢູ່​ທີ່​ຂັ້ນ​ໄດ​ປະ​ຕູ ເພາະ​ຝາ​ເຮືອນ​ທີ່​ທຳ​ດ້ວຍ​ໄມ້​ສົນ​ສີ​ດາ​ຈະ​ຕາກແດດ​ຕາກ​ຝົນ

15 ນີ້​ເປັນ​ເມືອງ​ທີ່​ສ​ນຸກ​ສ​ນານ​ທີ່​ຢູ່​ຢ່າງ​ປອດ​ໄພ ເປັນ​ເມືອງ​ທີ່​ຄິດ​ໃນ​ໃຈ​ຂອງ​ຕົນ​ວ່າ, “ຂ້ອຍ​ນີ້​ແຫລະ ແລະ​ບໍ່​ມີ​ເມືອງ​ອື່ນ​ໃດ​ອີກ” ມັນ​ເປັນ​ເມືອງ​ຮ້າງ​ເສັຽ​ແລ້ວ ເປັນ​ທີ່​ອາ​ໄສ​ນອນ​ຂອງ​ສັດ​ປ່າ ທຸກ​ຄົນ​ທີ່​ຜ່ານ​ເມື​ອງ​ນີ້​ໄປ​ຈະ​ເບະ​ປາກ​ແລະ​ສັ່ນ​ກຳ​ປັ້ນ​ຂອງ​ເຂົາ

 

3. ບາບ​ຂອງ​ເຢ​ຣູ​ຊາ​ເລັມ​ແລະ​ການ​ໄຖ່

1   ວິ​ບັດ​ແກ່​ເມືອງ​ນີ້​ທີ່​ເປັນ​ເມືອງ​ກະ​ບົດ ແລະ​ເປັນ​ມົນ​ທິນ ເປັນ​ເມືອງ​ທີ່​ບີບ​ບັງ​ຄັບ​ເຂົາ

2   ເມືອງ​ນີ້ບໍ່​ຍອມ​ຟັງ​ສຽງໃດໆ ແລະ​ບໍ່​ຍອມ​ຮັບ​ການ​ຕີ​ສອນ​ໃດໆ ເມືອງ​ນີ້​ບໍ່​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້ ແລະ​ບໍ່​ຍອມເຂົ້າ​ມາໃກ້​ພຣະ​ເຈົ້າ​

3   ເຈົ້າ​ນາຍ​ທີ່​ຢູ່​ໃນ​ເມືອງ​ນີ້ກໍ​ເຫມືອນ​ສີງ​ທີ່​ຄຳ​ຣາມ ຜູ້​ພິ​ພາກ​ສາ​ຂອງ​ເມືອງ​ກໍ​ເຫມືອນ​ຫມາ​ປ່າ​ຍາມ​ຄ່ຳ ຊຶ່ງ​ບໍ່​ຍອມ​ຖີ້ມ​ສິ່ງ​ໃດ​ໄວ້​ຈົນ​ຮຸ່ງ​ເຊົ້າ

4   ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເມືອງ​ນີ້​ເປັນ​ຄົນ​ພານ ເປັນ​ຄົນ​ທໍ​ຣະ​ຍົດ ບັນ​ດາ​ປະ​ໂຣ​ຫິດ​ຂອງ​ເມືອງ​ນີ້ກໍກະ​ທຳ​ສິ່ງ​ສັກ​ສິດ​ໃຫ້​ເປັນ​ມົນ​ທິນ ເຂົາ​ຝ່າ​ຝືນ​ຕໍ່​ທັມ​ບັນ​ຍັດ

5   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ດຳ​ຣົງ​ຢູ່​ໃນ​ເມືອງ​ນັ້ນ​ຊອບ​ທັມ ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ຜິດ​ເລີຍ ທຸກ​ເຊົ້ພຣະ​ອົງ​ສຳ​ແດງ​ຄວາມ​ຍຸດ​ຕິ​ທັມຂອງ​ພຣະ​ອົງ ທຸກ​ຕອນ​ເຊົ້າ​ບໍ່​ໄດ້​ຂາດ​ເລີຍ ແຕ່​ຄົນ​ອະ​ຍຸດ​ຕິ​ທັມ​ບໍ່​ຮູ້​ຈັກ​ອາຍ

6   “ເຮົາ​ໄດ້​ກຳ​ຈັດ​ປະ​ຊາ​ຊາດ​ທັ​ງ​ຫລາຍ​ເສັຽ ກຳ​ແພງ​ເມືອງ​ຂອງ​ເຂົາ​ພັງ​ທະ​ລາຍ ເຮົາ​ກະ​ທຳ​ໃຫ້ຖ​ນົນ​ໃນ​ເມືອງ​ນັ້ນ​ຮ້າງ​ເປົ່າ ບໍ່​ມີ​ຜູ້​ໃດ​ຍ່າງ​ໃນ​ນັ້ນ ຫົວ​ເມືອງ​ຂອງ​ເຂົາ​ເປັນ​ເມືອງ​ຮ້າງ​ບໍ່​ມີ​ຄົນ ບໍ່​ມີ​ຊາວ​ເມືອງ​ເຫລືອ

7   ເຣົາ​ກ່າວ​ວ່າ “ແທ້​ຈິງ ເມືອງ​ນັ້ນ​ຄົງ​ຈະ​ຢຳ​ເກງ​ເຣົາ ເມືອງ​ຈະ​ຍອມ​ຮັບ​ການ​ຕີ​ສອນ ເມືອງ​ຄົງ​ຈະ​ບໍ່​ຖີ້ມ​ສາຍ​ຕາ​ໄປ​ເສັຽ​ຈາກບັນ​ດາ​ສິ່ງ​ຕ່າງໆ​ທີ່​ເຮົາ​ກຳ​ຊັບ​ໄວ້” ແຕ່​ເຂົາ​ທັ​ງ​ຫລາຍ​ຍິ່ງ​ກັບ​ຮ້ອນ​ໃຈ​ທີ່​ຈະ​ໃຫ້​ການ​ກະ​ທຳ​ຂອງ​ເຂົາ​ເສື່ອມ​ຊາມ”

8   ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຫດ​ສັນນັ້ນ​ຈົ່ງ​ຄອຍ​ເຮົາ ຄອຍ​ວັນ​ທີ່​ເຮົາ​ລຸກ​ຂື້ນ​ເປັນ​ພ​ຍານ​ເພາະ​ການ​ຕົກ​ລົງ​ໃຈ​ຂອງ​ເຮົາ​ກໍ​ຄື​ຈະ​ຮວມ​ປະ​ຊາ​ຊາດ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ຊຸມ​ນຸມກັນ ເພື່ອ​ເທ​ຄວາມ​ກີ້ວ​ຂອງ​ເຣົາ​ເທິງ​ເຂົາ​ທັງ​ຫລາຍ ຄື​ຄວາມ​ຮ້ອນ​ແຮງ​ແຫ່ງ​ຄວາມ​ໂກດ​ຂອງ​ເຮົາ ເພາະ​ວ່າ​ພິ​ພົບ​ທັງ​ສິ້ນ​ຖືກ​ເຜົ​ຜານ​ໃນ​ໄຟ​ແຫ່ງ​ຄວາມ​ຫວງ​ແຫນ​ຂອງ​ເຣົາ

9   ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ປ່ຽນ​ຮີມ​ຝີ​ປາກ​ຂອ​ງຊົນ​ຊາດ​ທັງ​ຫລາຍ​ໃຫ້​ເປັນ​ຮີມ​ຝີ​ປາກ​ບໍ​ຣິສຸດ ເພື່ອ​ວ່າ​ທຸກ​ຄົນ​ຈະ​ຮ້ອງ​ທູນ​ອອກ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບົວ​ລະ​ບັດ​ພຣະ​ອົງ​ເປັນ​ໃຈ​ດຽວ​ກັນ

10 ບຸກ​ຄົນ​ທີ່​ທູນ​ຂໍ​ຕໍ່​ເຮົາ ຄື​ຄົນ​ຂອງ​ເຮົາ​ທີ່​ຖືກ​ກຳ​ຈັດ​ພັດ​ພາກ​ໄປ ຈະ​ນຳ​ເອົາ​ເຄື່ອງ​ບູ​ຊາ​ຂອງ​ເຣົາ​ມາ​ຈາກ​ຟາກ​ຂ້າງ​ນັ້ນ​ຂອງ​ແມ່​ນ້ຳ​ແຫ່ງ​ເອ​ທີ​ໂອ​ເປັຽ

11 “ໃນ​ວັນ​ນັ້ນ ເຈົ້າ​ຈະ​ບໍ່​ຖືກ​ກະ​ທຳ​ໃຫ້​ອັບ​ອາຍ ດ້ວນກນ​ກະ​ທຳ​ຊຶ່ງ​ເຈົ້າ​ໄດ້​ກະ​ບົດ​ຕໍ່​ເຮົາ ເພາະ​ໃນ​ເວ​ລາ​ນັ້ນ​ເຮົາ​ຈະ​ຄັດ​ຜູ້​ໂອ້ອວດ​ຈອງ​ຫອງ​ນັ້ນ​ອອກ​ເສັຽ​ຈາກ​ຖ້າມ​ກາງ​ເຈົ້າ ເຈົ້າ​ຈຶ່ງ​ຈະ​ບໍ່​ເຍີ້​ຍິ່ງ​ຈອງ​ຫອງ​ໃນ​ພູ​ເຂົາ​ບໍ​ຣິ​ສຸດ​ຂອງ​ເຮົາ​ອີກ​ຕໍ່​ໄປ

12 ເພາະ​ເຮົາ​ຈະ​ເຫລືອ​ແຕ່​ຄົນ​ທີ່​ຖ່ອມ​ໃຈ​ແລະ​ຈຽມ​ຕົວ​ໄວ້​ໃນ​ຖ້າມ​ກາງ​ເຈົ້າ ເຂົາ​ຈະ​ສ​ແວງ​ຫາ​ທີ່​ລີ້​ໄພ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ

13 ບັນ​ດາ​ຄົນ​ທີ່​ເຫລືອ​ຢູ່​ໃນ​ອິ​ສ​ຣາ​ເອນ ເຂົາ​ຈະ​ບໍ່​ກະ​ທຳ​ຄວາມ​ຜິດ​ແລະ​ບໍ່​ກ່າວ​ຄຳ​ມຸ​ສາ ແລະ​ໃນ​ປາກ​ຂອງ​ເຂົາ​ນັ້ນ​ຈະ​ຫາ​ລີ້ນ​ທີ່​ລໍ້​ລວງ​ກໍ​ບໍ່​ມີ ເພາະ​ເຂົາ​ທັງ​ຫລາຍ​ຈະ​ທ່ຽວ​ຫາ​ກີນ​ແລະ​ນອນ​ລົງ ແລະ​ບໍ່​ມີ​ຜູ້​ໃດ​ກະ​ທຳ​ໃຫ້​ເຂົາ​ກົວ​ເກງ”

14  “ໂອ ບຸດ​ຕ​ຣີ​ແຫ່ງ​ຊີ​ໂອນ​ເອີຍ, ຈົ່ງ​ຮ້ອງ​ເພງ​ສຽງ​ດັງ ໂອ ອິ​ສ​ຣາ​ເອນ​ເອີຍ ຈົ່ງ​ໂຮ່​ຮ້ອງ​ເຖີດ ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ແລະ​ລິງ​ໂລດ​ດ້ວຍ​ເຕັມ​ໃຈ​ຂອງ​ເຈົ້າ ໂອ ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ

15 ພຣະຜູ້ເປັນ​ເຈົ້າ​ຊົງ​ລົ້ມ​ເລີກ​ກາ​ນພິ​ພາກ​ສາ​ລົງ​ໂທດ​ເຈົ້າ​ແ​ລ້ວ ພຣະອົງ​ຊົງ​ຂັບ​ໄລ່​ສັດ​ຕຣູ​ຂອງ​ເຈົ້າ​ອອກ​ໄປ​ແລ້ວ ກະ​ສັດ​ແຫ່ງ​ອິ​ສ​ຣາ​ເອນ​ຄື​ພຣະ​ຜູ້​ເປັນ​ເຈົ້​ຊົງ​ຢູ່​ຖ້າມ​ກາງ​ເຈົ້າ ເຈົ້າ​ຈະບໍ່​ຢ້ານ​ໄພ​ວິ​ບັດ​ອີກ​ຕໍ່​ໄປ

16 ໃນ​ວັນ​ນັ້ນ ເຂົາ​ຈະ​ເວົ້າ​ກັບ​ເຢ​ຣູ​ຊາ​ເລັມ​ວ່າ “ໂອ ຊີ​ໂອນ​ເອີຍ, ຢ່າ​ຢ້ານ​ເລີຍ ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ເພັຽ​ໄປ

17 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້​ຢູ່​ຖ້າມ​ກາງ​ເຈົ້າ ເປັນ​ນັກ​ຮົບ​ຜູ້​ປະ​ທານ​ຄວາມ​ມີ​ຊັຍ ພຣະ​ອົງ​ຊົງ​ຊົມ​ຊື່ນ​ເພາະ​ເຈົ້າ​ດ້ວຍ​ຄວາມ​ຍິນ​ດີ ພຣະ​ອົງຈະ​ຊົງ​ຮື້​ຟື້ນ​ເຈົ້າ​ໃຫມ່​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ ພຣະອົງ​ຈະ​ຊົງເລີງ​ໂລດ​ເພາະ​ເຈົ້າ​ດ້ວຍ​ຣ້ອງ​ເພງ​ສຽງ​ດັງ

18 ດັ່ງ​ໃນ​ວັນ​ທີ່​ມີ​ການ​ລ້ຽງ ເຮົາ​ຈະ​ທຳ​ໃຫ້​ໄພ​ວິ​ບັດ​ອອກ​ເສັຽ​ຈາ​ກ​ເຈົ້າ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ທົນ​ຕໍ່​ການ​ເຍາະ​ເຍີ້ຍ​ເພາະ​ເຣື່ອງ​ນີ້

19 ເບິ່ງ​ແມ໋, ໃນ​ເວ​ລາ​ນັ້ນ​ເຮົາ​ຈະ​ທຳ​ໂທດ​ຜູ້​ທີ່​ບີບ​ບັງ​ຄັບ​ເຈົ້າ​ທຸກ​ຄົນ ເຮົາ​ຈະ​ຊ່ອຍ​ຄົນ​ຂາ​ພິ​ການ​ແລະ​ຮວບ​ຮວມ​ຄົນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ ແລະ​ເຮົາ​ຈະ​ປ່ຽນ​ຄວມ​ອັບ​ອາຍ​ຂອງ​ເຂົ​ໃຫ້​ເປັນ​ຄວາມຫນ້າ​ສັຣເສີນ ແລະ​ໃຫ້​ເປັນ​ສຽງ​ລື​ໄປ​ໃນ​ໂລກ

20 ໃນ​ເວ​ລ​ນັ້ນ ເຮົາ​ຈະ​ນຳ​ເຈົ້າ​ກັບ​ເຂົ້າ​ມາ ຄື​ໃນ​ເວ​ລາ​ທີ່​ເຮົາ​ຮວບ​ຮວມ​ພວກ​ເຈົ້າ​ເຂົ້າ​ດ້ວຍ​ກັນ ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ມີ​ຊື່​ສຽງ ແລະ​ເປັນ​ທີ່​ສັຣເສີນ ໃນ​ຖ້າມ​ກາງ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ໃນ​ໂລກ ຄື​ເມື່ອ​ເຮົາ​ໃຫ້​ເຈົ້າ​ກັບ​ສູ່​ສະ​ພາບ​ເດີມ​ຕໍ່​ຫນ້າ​ຕໍ່​ຕາ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ