Zechariah ພຣະທັມ​ເຊ​ຄາຣີຢາ

 

ພຣະທັມ​ເຊ​ຄາຣີຢາ

 

1

2

3

4

5

6

7

8

9

10

11

12

13

14

 

 

 

 

 

 

 

 

ເຊ​ຄາ​ຣີ​ຢາ

1. ເອີ້ນປະ​ຊາ​ຊົນ​ໃຫ້​ກັບຄືນ

1   ໃນ​ເດືອນ​ທີ່​ແປດ ປີ​ທີ່​ສອງແຫ່ງ​ຣັ​ຊ​ການ​ດາ​ຣີ​ອຸ​ສ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ມາ​ທາງ ເຊ​ຄາ​ຣີ​ຢາ ບຸດ​ເບ​ເຣ​ຄີ​ຢາ​ຜູ້​ເປັນ​ບຸດ​ອີດ​ໂດ ຜູ້​ປະ​ກາດພຣະ​ທັມ​ວ່າ,

2   “ພຣະຜູ້​ເປັນ​​ເຈົ້າ​ຊົງ​ກີ້ວ​ຕໍ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທັງ​ຫລາຍ​ເປັນ​ຢ່າງ​ຍິ່ງ

3   ເຫດ​ສັນນັ້ນ ຈົ່ງ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາສັ່ງ​ດັ່ງ​ນີ້​ວ່າ ຈັ່ງ​ກັບ​ຄືນມາ​ຫາ​ເຣົາ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ ເຮົ​າ​ຈະ​ກັບ​ຄືນມາ​ຫາ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ

4   ຢ່າ​ເປັນ​ເຫມືອ​ນປູ່​ຍ່າ​ຕາ​ຍາຍ​ຂອງ​ເຈົ້າ ຊຶ່ງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ກ່ອນໆ​ຮ້ອງບອກ​ເຂົາ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ກັບ​ຄືນເສັຽ​ຈາກທາງ​ຊົ່ວ​ຂອງ​ເຈົ້າ ແລະ​ຈາກ​ການ​ກະ​ທຳ​ທີ່​ຊົ່ວ​ຂອງ​ເຈົ້າ​ເຖີດ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ແຕ່​ເຂົາ​ບໍ່​ໄດ້​ຍິນ ແລະ​ບໍ່​ໄດ້​ຟັງ​ເຣົາ

5   ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ເຂົາ​ຢູ່​ທີ່​ໃດ ພວກ​ຜູ້​ປະ​ກາດ​ພຣະ​ທັມ​ ເຂົ​າ​ມີ​ຊີ​ວິດ​ຢູ່​ເປັນ​ນິດ​ຫລື

6   ແຕ່​ຖ້ອຍ​ຄຳ​ຂອງ​ເຣົາ ແລະ​ກົດ​ເກນ​ຂອງ​ເຮົາ ຊຶ່ງ​ໄດ້​ສັ່ງ​ແກ່​ຜູ້​ປະ​ກາດ​ພຣະ​ທັມຜູ້​ຣັບ​ໃຊ້​ຂອງ​ເຮົາ​ກໍ​ໄດ້​ຕິດ​ຕ​າມ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທັນ​ບໍ່​ແມ່ນ​ຫລື?” ຈົນ​ເຂົາ​ກັບ​ໃຈ​ແລ້ວ​ກ່າ​ວ​ວ່າ “ພຣະຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ດຳ​ຣີ​ວ່າ​ຈະ​ຊົງ​ກະ​ທຳ​ແກ່​ເຣົາ​ປະ​ການ​ໃດ ໃນ​ເຣື່ອງ​ທາງ​ແລະ​ການ​ກະ​ທຳ​ຂອງ​ເຮົາ ພຣະ​ອົງ​ຊົງ​ກະ​ທຳ​ແກ່​ເຮົາ​ຢ່າງ​ນັ້ນ”

ນິ​ມິດ​ຂອງ​ຜູ້​ປະ​ກາດພຣະ​ທັມ ເຣື່ອງມ້

7   ເມື່ອ​ວັນ​ທີ່​ຊາວ​ສີ່ ເດືອນ​ທີ່​ສິບ​ເອັດ ຊຶ່ງ​ເປັນ​ເດືອນ​ເຊ​ບັ​ດ ໃນ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ດາ​ຣີ​ອຸ​ສ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ມາ​ທາງ​ເຊ​ຄາ​ຣີ​ຢາ ຜູ້​ປະ​ກາດ​ພຣະ​ທັມ ບຸດ​ເບ​ເຣ​ຄີ​ຢາ​ຜູ້​ເປັນ​ບຸດ​ບຸດ​ໂດ ແລະ​ເຊ​ຄາ​ຣີ​ຢາ​ກ່າວ​ວ່າ,

8   “ໃນ​ກາງ​ຄືນ​ວັນ​ນຶ່ງ ຂ້າ​ພະ​ເຈົ້າ​ໄດ້​ມອງ​ເບິ່ງ ແລະເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ​ຂີ່​ມ້າ​ສີ​ແດງ ຢືນ​ຢູ່​ຖ້າມ​ກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ທີ່​ລານ​ຫຸບ​ເຂົາ​ໃນ​ເບື້ອງ​ຫລັງ​ທ່ານ​ຜູ້​ນັ້ນ​ມີ​ມ້າ​ສີ​ແດງ ສີ​ແສດ ແລະ​ສີ​ຂາວ

9   ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ “ນາຍ​ເຈົ້າ​ຂ້າ ເຫລົ່າ​ນີ້​ຄື​ຫຍັງ?” ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ເຮົາ​ຈະ​ສຳ​ແດງ​ໃຫ້​ເຈົ້າ​ຊາບ​ວ່າ ເຫລົ່າ​ນີ້​ຄື​ຫຍັງ?”

10 ເຫດ​ສັນນັ້ນ ​ຊາຍ​ທີ່​ຢືນ​ຢູ່​ຖ້າມ​ກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ຈຶ່ງບອກວ່າ “ເຫລົ່າ​ນີ້​ຄື​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ໃຊ້​ໃຫ້​ໄປ​ທ່ຽວກວດ​ຕ​ຣາ​ໂລກ”

11 ແລະ​ເຂົາ​ເຫລົ່າ​ນັ້ນ​ໄດ້​ຕອບ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຢືນ​ຢູ່​ຖ້າມ​ກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ວ່າ “ເຮົາ​ໄດ້​ກວດ​ຕ​ຣາ​ໂລກ​ແລ້ວ ເບິ່ງ​ແມ໋ ທັງ​ໂລກ​ກໍ​ງຽບ​ສ​ງົບ​ຢູ່”

12 ແລ້ວ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ອີກ​ດົນ​ປານ​ໃດ ພຣະ​ອົງ​ຈະ​ຊົງ​ເມດ​ຕາ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຫົວ​ເມືອງ​ຂອງ​ຢູ​ດາ ຊຶ່ງ​ພຣະ​ອົງ​ກໍ​ຊົງ​ກີ້ວ​ມາ​ເຈັດ​ສິບ​ປີ​ແລ້ວ​ພຣະ​ເຈົ້າ​ຂ້າ?”

13 ແລພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ ເປັນ​ຖ້ອຍ​ຄຳ​ທີ່​ປະ​ເສີດ ແລະ​ເລົ້າ​ໂລມ​ໃຈ

14 ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ຮ້ອງວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອ​ມໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ມີ​ຄວາມ​ຫວງ​ແຫນ​ກຸງ​ເຢ​ຣູ​ຊ​າ​ເລັມ ຄື​ກຸງ​ຊີ​ໂອນ​ເປັນ​ຢ່າງຍິ່ງ

15 ເຮົາ​ໂກດປະ​ຊາ​ຊາດ​ຫລາຍ​ທີ່​ຢູ່​ຢ່າງ​ສະ​ບາຍໆ ເພາະ​ເມື່ອ​ເຮົາ​ໂກດ​ແຕ່​ນ້ອຍ ເຂົາ​ກໍ​ກໍ່​ໄພ​ວິ​ບັດ​ເກີນ​ຂະ​ຫນາດ

16 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ ເພາ​ສະນັ້ນ ເຮົາ​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ຄວາມ​ກະ​ຣຸ​ນາ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ກ່າວ​ວ່າ ຈະ​ຕ້ອງ​ສ້າງ​ພຣະ​ວິ​ຫານ​ຂອງ​ເຮົາ​ຂື້​ນໄວ້​ໃນ​ນັ້ນ ແລະ​ຄືງ​ເຊືອກວັດ​ໄວ້​ເຫນືອ​ກຸງ​ເຢ​ຣູ​ຊາ​ເລັມ

17 ຈົ່ງ​ຮ້ອງ​ອີກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເມືອງ​ຂອງ​ເຮົາ​ຈະຈະ​ເຣີນ​ຮຸ່ງ​ເຮືອງ​ຖ້ວມ​ທົ້ນ​ດ້ວຍ​ຄວາມ​ມັ່ງ​ຄັ່ງ​ອີກ ແລະ​ພຣະ​ເຈົ້າ​ຈະ​ເລົ້າ​ໂລມ​ຊີ​ໂອນ ແລະ​ເລືອກ​ກຸງ​ເຢຣູ​ຊາ​ເລັມ​ໄວ້​ອີກ​ຄັ້ງ​ນຶ່ງ”

ນີ​ມິດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ເຣື່ອງ​ສີງ​ແລະ​ຊ່າງ​ເຫລັກ

18 ຂ້າ​ພະ​ເຈົ້າ​ເງີຍ​ຫນ້າ​ຂື້​ນ​ແລ​ເຫັນ ເບິ່ງ​ແມ໋, ມີ​ສີງ​ສີ່​ສີງ

19 ຂ້າ​ພ​ເຈົ້​າ​ຈຶ່ງ​ຖາມ​ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຫລົ່າ​ນີ້​ຄື​ຫຍັງ?” ທ່ານ​ຈຶ່ງ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ເຫລົ່າ​ນີ້​ຄື​ສີງ​ທີ່​ທຳ​ໃຫ້​ຢູ​ດາ ອິສ​ຣາ​ເອນ ແລະ​ເຢ​ຣູ​ຊາ​ເລັມ ໃຫ້​ກະ​ຈັດ​ກະ​ຈາຍ​ໄປ”

20 ແ​ລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສໍາ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ຊ່າງ​ເຫລັກ​ສີ່​ຄົນ

21 ແລະ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ຄົນ​ເຫລົ່າ​ນີ້​ເຮັດ​ຫຍັງ​ກັນ?” ພຣະ​ອົງ​ຊົງ​ຕອບ​ວ່າ, “ສິ່ງ​ເຫລົ່າ​ນີ້​ມາ​ຂວິດໃຫ້​ຢູ​ດາ​ກະ​ຈັດ​ກະ​ຈາຍ​ໄປ ຈົນ​ບໍ່​ມີ​ຜູ້​ໃດ​ຍົກ​ຫົວ​ຂື້​ນ​ໄດ້​ອີກ ແລະ​ຊ່າງ​ເຫລົ່າ​ນີ້​ມາ​ກະ​ທຳ​ໃຫ້​ສີງ​ຫວາດກົວ ເພື່ອ​ຈະ​ແກວ່ງ​ລົງ​ຊຶ່ງ​ສີງ​ແຫ່ງ​ປະ​ຊາ​ຊາດ ທີ່​ຍົກ​ສີງ​ຂອງ​ຕົນ​ມາ​ຂວິດ​ແຜ່ນ​ດິນຢູ​ດາ​ກະ​ທຳ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ”

 

2. ນິ​ມິດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ເຣື່ອງ​ຄົນ​ທີ່​ມີ​ເຊືອກວັດ

1   ຂ້າ​ພະ​ເຈົ້າ​ເງີຍ​ຫນ້າ​ຂື້ນ​ແລ​ເຫັນ ເບິ່ງ​ແມ໋ ຊາຍ​ຄົນ​ນຶ່ງ​ມີ​ເຊືອກວັດ​ຢູ່​ໃນ​ມື

2   ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ທ່ານ​ຈະ​ໄປ​ໃສ?” ເຂົາ​ຈຶ່ງບອກ​ຂ້າ​ພະ​ເຈົ້າ​ວ່າ “ຈະ​ໄປ​ວັດ​ເຢ​ຣູ​ຊາ​ເລັມ​ເບິ່ງວ່າ ກວ້າງ​ເທົ່າ​ໃດ? ຍາວ​ເທົ່າ​ໃດ?”

3   ແລະ​ເບິ່ງ​ແມ໋ ທູດ​ສວັນ​ທີ່​ໄດ້​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ກໍ​ກ້າວອ​ອກ​ໄປ ແລະ​ທູດ​ສວັນ​ອີກ​ອົງ​ນຶ່ງ​ກໍ​ກ້າວ​ອອກ​ໄປ​ພົບ​ກັບ​ທ່ານ

4   ແລະ​ບອກ​ທ່ານ​ວ່າ, “ຈົ່ງ​ແລ່ນ ບອກ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ວ່າ “ຈະ​ມີ​ຄົນ​ມາ​ອາ​ໄສ​ຢູ່ໃນ​ເຢ​ຣູ​ຊາ​ເລັມຢ່າງ​ກັບ​ຊົນ​ນະ​ບົດ​ທີ່​ບໍ່​ມີ​ກຳ​ແພງ​ລ້ອມ ເພາະ​ວ່າ​ປະ​ຊາ​ຊົນ ແລະ​ສັດ​ລ້ຽງ​ໃນ​ນັ້ນ​ຈະ​ມີ​ຫລວງ​ຫລາຍ

5   ເພາະ​ວ່າ​ເຮົາ​ຈະ​ເປັນ​ເຫມືອນ​ກຳ​ແພງ​ໄຟ​ລ້ອມ​ນະ​ຄອນ​ນີ້​ໄວ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ແລະ​ເຮົາ​ຈະ​ເປັນ​ສັກ​ສີ​ໃນ​ເມືອງ​ນັ້ນ”

6   ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ ຈົ່ງ​ຫນີ​ໄປ​ໃຫ້​ພົ້ນ​ຈາກ​ເມືອງ​ເຫນືອ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ໄດ້​ແຜ່ພວກ​ເຈົ້າ​ອອ​ກດັ່ງ​ລົມ​ທັງ​ສີ່​ທິດ​ຂອງ​ທ້ອງ​ຟ້າ

7   ເຈົ້າ​ຜູ້​ທີ່​ຢູ່​ກັບ​ທິ​ດາ​ຂອງ​ບາ​ບີ​ໂລນ ຈົ່ງ​ຫນີ​ໄປ​ຍັງ​ຊີ​ໂອນ

8   ເມື່ອ​ພຣະ​ຣັສ​ມີ​ຂອງ​ພຣະ​ອົງໃຊ້​ເຮົາ​ໃຫ້​ໄປ​ຍັງ​ປະ​ຊາ​ຊາດ​ທີ່​ປຸ້ນ​ເຈົ້າ (ເພາະ​ວ່າ​ຜູ້​ໃດ​ໄດ້​ແຕະ​ຕ້ອງ​ເຈົ້າ ກໍ​ໄດ້​ແຕະ​ຕ້ອງ​ແກ້ວ​ພຣະ​ເນດ​ຂອງ​ພຣະ​ອົງ) ພຣະ​ຜູ້​ເປັນເຈົ້​າ​ຈອມ​ໂຍທາຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ

9   “ເບິ່ງ​ແມ໋, ເຮົ​າ​ຈະ​ສັ່ນ​ມື​ຂອງ​ເຣົາເຫນືອ​ເຂົາ ແລະ​ເຂົາ​ຈະ​ເປັນ​ຂອງ​ລູກ​ປຸ້ນ​ໃຫ້​ແກ່​ບຸກ​ຄົນ​ທີ່​ໄດ້​ບົວ​ລະ​ບັດ​ເຂົາ” ແລ້ວ​ເຈົ້າ​ຈະ​ໄດ້​ຊາບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໃຊ້​ຂ້າ​ພະ​ເຈົ້າ​ມາ

10 “ໂອ ບຸດ​ຕ​ຣີ​ແຫ່ງ​ຊີ​ໂອນເ​ອີຍ, ຈົ່ງ​ຮ້ອງ​ເພງ ແລະ​ລ່າ​ເລີງ​ເຖີດ ເພາະ​ເຮົາ​ມາ ແລະ​ຈະ​ຢູ່​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ

11 ແລະ​ປະ​ຊາ​ຊາດ​ທີ່​ຫລວງ​ຫລາຍ​ຈະ​ສົມ​ທົບ​ກັນ​ເຂົ້າ​ເປັນ​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນັ້ນ ແລະ​ຈະ​ເປັນ​ປ​ຊາ​ຊົນ​ຂອງ​ເຮົ​າ ແລະ​ເຮົາ​ຈະ​ຢູ່​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ ແລະ​ເຈົ້າ​ຈະ​ຊາບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອ​ມໂຍ​ທາ​ໄດ້​ໃຊ້​ເຮົາ​ມາ​ຫາເຈົ້າ

12 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັບ​ຢູ​ດາ​ເປັນ​ມໍຣະ​ດົກ ເປັນ​ສ່ວນ​ຂອງ​ພຣະ​ອົງ​ໃນ​ແຜ່ນ​ດິນ​ບໍ​ຣິ​ສຸດ ແລະ​ຈະ​ເລືອກ​ເຢ​ຣູ​ຊາ​ເລັມ​ໄວ້​ອີກ​ຄັ້ງ​ນຶ່ງ”

13 ບັນ​ດາ​ມະ​ນຸດ​ເອີຍ, ຈົ່ງ​ງ​ຽບ​ສງົບ​ຢູ່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ຊົງ​ຕື່ນ ແລະ​ສະ​ເດັດ​ຈາກ​ທີ່​ປະ​ທັບ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ແລ້ວ

 

3. ນິ​ມິ​ດຂອງ​ຜູ້​ປະ​ກາດ​ພຣະ​ທັມ ເຣື່ອງ​ໂຢ​ຊວຍ​ມະ​ຫາ​ປະ​ໂຣ​ຫິດ

1   ແລ້ວ​ທ່ານ​ໄດ້​ສ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ໂຢ​ຊວຍ​ມະ​ຫາ​ປະ​ໂຣ​ຫິດ ຊຶ່ງ​ຢືນ​ຢູ່​ຫນ້າ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊາ​ຕານ​ຢືນ​ຢູ່​ຂ້າງ​ຂວາ​ມື​ຂອງ​ທ່ານ ຈະ​ຟ້ອງ​ທ່ານ

2   ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຊາ​ຕານ​ວ່າ, “ໂອ ຊາ​ຕານ ພຣະ​ຜູ້​ເປ​ັນ​ເຈົ້າ​ສັ່ງ​ຫ້າມ​ເຈົ້າ​ເຖີດ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ເລືອກ​ກຸງ​ເຢຣູ​ຊາ​ເລັມ​ໄວ້​ ຊົງ​ຫ້າມ​ເຈົ້າ​ເຖີດ ນີ້​ບໍ່​ແມ່ນດົ້ນຟືນ​ທີ່​ອອກ​ມາ​ຈາກ​ໄຟ​ດອກ​ຫລື”

3   ຝ່າຍ​ໂຢ​ຊວຍ​ນັ້ນ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ເປື້ອນ​ຢືນ​ຢູ່​ຫນ້າ​ທູດ​ສວັ

4   ແລະ​ທູດ​ສວັນ​ຈຶ່ງບອກ​ຜູ້​ທີ່​ຢືນ​ຢູ່​ຂ້າງ​ຫນ້າ​ທ່ານ​ວ່າ, “ຈົ່ງ​ແກ້​ເຄື່ອງ​ແຕ່ງ​ກາຍ​ທີ່​ເປື້ອນ​ຈາກ​ທ່ານ​ເສັຽ” ແລະ​ທູດ​ສວັນ​ເວົ້າ​ກັບ​ທ່ານ​ວ່າ, “ເບິ່ງ​ແມ໋ ເຣົາ​ໄດ້​ເອົ​າ​ຄວາມ​ຜິດ​ບາບ​ອອກ​ໄປ​ເສັຽ​ຈາກ​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ປະ​ດັບ​ຕົວ​ເຈົ້າ​ດ້ວຍ​ເສື້ອ​ຜ້າອັນ​ສະ​ອາດ

5   ແລະ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ໃຫ້​ເຂົາ​ທັງ​ຫລາຍ​ເອົ​າ​ຜ້າ​ສະ​ອາດ​ມາ​ປົກ​ຫົງ​ຂອງ​ທ່ານ” ເຂົາ​ຈຶ່ງປົກ​ຜ້າ​ສະ​ອາດ ແລະ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ໃຫ້​ທ່ານ ແລະ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຢືນ​ຢູ່

6   ແລະ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈຶ່ງ​ກ່າວ​ແກ່​ໂຢ​ຊວຍ​ວ່າ,

7   “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ດັ່ງ​ນີ້​ວ່າ, “ຖ້າ​ເຈົ້າ​ດຳ​ເນີນ​ໃນ​ຫົນ​ທາງ​ຂອງ​ເຣົາ ແລະ​ຮັກ​ສາ​ຄຳ​ກຳ​ຊັບ​ຂອງ​ເຮົາ ເຈົ້າ​ຈະ​ໄດ້​ປົກ​ຄອງວິ​ຫານ​ຂອງ​ເຮົາ ແລະ​ດູ​ແລບໍ​ຣິ​ເວນຂອງ​ເຣົາ ແລະ​ເຮົ​າ​ຈະ​ໃຫ້​ເຈົ້າ​ມີ​ສິດ​ທີ່​ຈະ​ເຂົ້າ​ໄປ​ຖ້າ​ມກາງຜູ້​ເຫລົ່າ​ນັ້ນ​ທີ່​ຢືນ​ຢູ່​ທີ່​ນີ້

8   ໂອ ໂຢ​ຊວຍ​ມະ​ຫາປະ​ໂຣ​ຫິດ ຈົ່ງ​ຟັງ​ເຖີດ ເຈົ້າ​ແລະ​ສະ​ຫາຍ​ຂອງ​ເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ຂ້າງ​ຫນ້າ​ເຈົ້າ ເພາະ​ຄົນ​ເຫລົ່າ​ນີ້​ເປັນ​ລາງ​ດີ ເຮົາ​ຈະ​ນຳ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມາ ຄື ກິ່ງ

9   ເພາະ​ວ່າ ເບິ່ງ​ແມ໋ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ວ່າ ເຮົາ​ຈະ​ສ​ລັກ​ເທິງ​ສີ​ລາ​ຊຶ່ງ​ເຮົາ​ຕັ້ງ​ໄວ້​ຫນ້າ​ໂຢ​ຊ​ວຍ​ເປັນ​ສີ​ລາ​ກ້ອນດຽວ​ທີ່​ມີ​ເຈັດ​ຫນ້າ ແລະ​ເຮົ​າຈະ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເມືອງ​ນີ້​ອອກ​ເສັຽໃນ​ວັນ​ດຽວ

10 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ວ່າ ໃນ​ວັນ​ນັ້ນ​ເຈົ້າທຸກ​ຄົນຈະ​ເຊີນ​ເພື່ອນ​ບ້ານ​ຂອງ​ເຈົ້າ ໃຫ້​ມາໃຕ້​ເຄືອ​ອະ​ງຸ່ນ ແລະ​ໃຕ້​ຕົ້ນ​ຫມາກ​ເດື່ອ

 

4. ນິ​ມິດ​ເຣື່ອງ ເຄື່ອງ​ຮອງ​ຕະ​ກຽງ ແລະ​ຕົ້ນ​ຫມາກກອກ

1   ແລະ​ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ມາ​ອີກ ແລະ​ປຸກ​ຂ້າ​ພະ​ເຈົ້າ​ເຫມືອນ​ຄົນ​ທີ່​ຫາ​ກໍ​ຕື່ນ​ຈາກ​ການນອນ​ຂອງ​ເຂົາ

2   ແລະ​ທ່ານ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ເບິ່ງ​ແມ໋, ຂ້າ​ພ​ເຈົ້າ​ເຫັນ​ເຄື່ອງ​ຮອງ​ຕະ​ກຽງທຳ​ດ້ວຍ​ທອງ​ຄຳ​ລ້ວນ​ອັນ​ນຶ່ງ​ມີ​ຊາມ​ຢູ່​ທີ່​ຍອດ ແລະ​ມີ​ຕະ​ກຽງ​ຢູ່​ເທິງ​ນັ້ນ​ເຈັດ​ດວງ ແລະ​ມີ​ທໍ່​ເຈັດ​ທໍ່ນຳໄປ​ຍັງ​ຕະ​ກຽງ ຊຶ່ງ​ຢູ່​ເທິງ​ຍອດ​ນັ້ນ​ດວງ​ລະ​ທໍ່

3   ແລະ​ມີ​ຕົ້ນ​ຫມາກກອກ​ເທດ​ສອງ​ຕົ້ນ​ຢູ່​ຂ້າງໆ ຢູ່​ຂ້າງ​ຂວາ​ຊາມ​ນັ້ນ​ຕົ້ນ​ນຶ່ງ ຢູ່​ຂ້າງ​ຊ້າຍ​ຊາມ​ນັ້ນ​ຕົ້ນ​ນຶ່ງ

4   ແລະ​ຂ້າ​ພະ​ເຈົ້າ​ຖາມ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ນາຍ​ເອີຍ ນີ້​ຄື​ຫຍັງ?”

5   ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ຄື​ຫຍັງ​ເຈົ້າ​ບໍ່​ຮູ້ຫລື?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ ຂ້າ​ພະ​ເຈົ້າ​ບໍ່​ຮູ້”

6   ແລ້ວ​ທ່ານ​ຈຶ່ງ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ເປັນ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໃຫ້​ໄວ້​ກັບ​ເຊ​ຣຸບ​ບາ​ເບ​ນ​ວ່າ ບໍ່​ແມ່ນ​ດ້ວຍ​ກຳ​ລັງ ບໍ່​ແມ່ນ​ດ້ວຍ​ຣິດ​ທາ​ນຸ​ພາບ ແຕ່​ດ້ວຍ​ວິນ​ຍານ​ຂອງ​ເຣົາ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ

7   ໂອ ພູ​ເຂົາ​ໃຫຍ່ ເຈົ້າ​ເປັນ​ຫຍັງ​ຫນໍ​ຕໍ່​ຫນ້າ​ເຊ​ຣຸບ​ບາ​ເບນ ເຈົ້າ​ຈະ​ເປັນ​ທີ່​ຮາບ ແລະ​ທ່ານ​ຈະ​ນຳ​ສີ​ລາ​ກ້ອນ​ທີ່​ຢູ່ຍອດ​ອອກ​ມາ​ຖ້າມ​ກາງ​ການ​ໂຫ່ຮ້ອງວ່າ “ງາມ​ແທ້ ພຣະ​ວິ​ຫານ ງາມ​ແທ້”

8   ຍິ່ງກວ່າ​ນັ້ນ ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຂ້າ​ພ​ເຈົ້າ​ກ່າວ​ວ່າ,

9   “ມື​ຂອງ​ເຊ​ຣຸບ​ບາ​ເບນ​ໄດ້​ວາງ​ຮາກ​ຖານ​ຂອງ​ພຣະ​ວິ​ຫານ​ນີ້ ແລະ​ມື​ຂອງ​ເຂົ​າ​ຈະ​ສ້າງ​ໃຫ້​ສຳ​ເຣັດ” ແລ້ວ​ເຈົ້​າ​ຈຶ່ງ​ຈະ​ຊາບ​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍທາ​ໄດ້​ໃຊ້​ຂ້າ​ພະ​ເຈົ້າ​ມາ​ຫາ​ເຈົ້າ​ທັງ​ຫລາຍ

10 ເພາະ​ວ່າ​ຜູ້​ໃດ​ທີ່​ດູ​ຫມິ່ນ​ວັນ​ແຫ່ງ​ການ​ເລັກ​ນ້ອຍ​ເຮົາ​ຈະ​ຊົມ​ຊື່ນຍິນ​ດີ ແລະ​ຈະ​ໄດ້​ເຫັນ​ສາຍ​ດິ່ງ​ທີ່​ຢູ່​ໃນ​ມື​ຂອງ​ເຊ​ຣຸບ​ບາ​ເບນ “ທັງ​ເຈັດ​ນີ້​ຄື​ບັນ​ດາ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຊຶ່ງມອງ​ເບິ່ງ​ທົ່ວ​ພິ​ພົບ”

11 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ຕົ້ນ​ຫມາກກອກ​ເທດ​ສອງ​ຕົ້ນ​ທີ່​ຢູ່​ຂ້າງ​ຂວາ​ແລະ​ຂ້າງ​ຊ້າຍ​ຂອງ​ເຄື່ອງ​ຮອງ​ນັ້ນ​ຄື​ຫຍັງ?”

12 ແລະຂ້າ​ພະ​ເຈົ້າ​ຖາມ​ທ່ານ​ເປັນ​ຄັ້ງ​ທີ່​ສອງວ່າ, “ກິ່ງ​ທັງ​ສອງ​ຂອງ​ຕົ້ນ​ຫມາກກອກ​ເທດ ຊຶ່ງ​ຢູ່​ຂ້າງ​ທໍ່​ທອງ​ຄຳ​ທັງ​ສອງ ຊຶ່ງ​ເທ​ນ້ຳ​ມັນ​ອອກ​ນັ້ນ​ຄື​ຫຍັງ?”

13 ທ່ານ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ບໍ່​ຮູ້​ຫລື ເຫລົ່າ​ນີ້​ຄື​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ເຈົ້າ​ນາຍ​ເອີຍ ຂ້າ​ພະ​ເຈົ້າ​ບໍ່​ຮູ້”

14 ແລ້ວ​ທ່ານ​ຈຶ່ງ​ກ່າວ​ວ່າ, “ທັງ​ສອງ​ນີ້​ຄື​ຜູ້​ທີ່​ໄດ້​ຮັບ​ການ​ເຈີມ​ເປັນ​ຜູ້​ຢືນ​ຢູ່​ຂ້າງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ພິ​ພົບ​ທັງ​ສີ້​ນ”

 

5. ນິ​ມິດ​ເຣື່ອງ ຫນັງ​ສື​ມ້ວນ​ທີ່​ເຫາະ​ໄປ

1   ຂ້າ​ພະ​ເຈົ້າ​ເງີຍ​ຫນ້າ​ຂື້ນ​ອີກ​ກໍ​ແລ​ເຫັນ ເບິ່ງ​ແມ໋ ຫນັງ​ສື​ມ້ວນ​ນຶ່ງ​ເຫາະ​ຢູ່​ນັ້ນ

2   ທ່ານ​ຈຶ່ງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ແລ​ເຫັນ​ຫນັງ​ສື​ມ້ວນ​ນຶ່ງ​ເຫາະ​ຢູ່ ມັນ​ຍາວ​ຊາວ​ສອກ​ ແລະ​ກວ້າງ​ສິບ​ສອກ”

3   ລ້ວ​ທ່ານ​ຈຶ່ງບອກ​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ແຫລະ,​ເປັນ​ຄຳ​ສາບ​ແຊ່ງທີ່​ແຜ່​ອອກ​ໄປ​ທົ່ວ​ພື້ນ​ແຜ່ນ​ດິນ​ທັງ​ສິ້ນ ຜູ້​ທີ່​ທຳ​ການ​ໂຈ​ຣະ​ກັມ​ທຸກ​ຄົນ​ຕ້ອງ​ຖືກ​ກຳ​ຈັດ ຕັ້ງ​ແຕ່​ນີ້​ໄປ​ຕາມ​ຄວາມ​ໃນ​ຫນັງ​ສື​ມ້ວນ​ນັ້ນ ແລະ​ທຸກ​ຄົນ​ທີ່​ສາ​ບານ​ເທັດຈະ​ຕ້ອງ​ຖືກ​ກຳ​ຈັດ​ຕັ້ງ​ແຕ່​ນີ້​ໄປ​ຕາມ​ທີ່​ກຳ​ນົດ​ໄວ້

4   ພຣະຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ສັ່ງ​ວ່າ ເຮົາ​ສົ່ງ​ຄຳ​ສາບ​ນັ້ນ​ອອກ​ໄປ ແລະ​ຄຳ​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂຈນ ແລະ​ໃນ​ເຮືອນ​ຂອງ​ຄົນ​ທີ່​ສາ​ບານ​ເທັດ​ໂດຍ​ອອກ​ນາມ​ຂອງ​ເຮົາ ແລະ​ຄຳ​ນີ້​ຈະ​ຄ້າງ​ຄືນ​ຢູ່​ໃນ​ເຮືອນ ຜານ​ເຮືອນ​ນັ້ນ​ເສັຽ​ທັງ​ຕົວໄມ້​ແລະ​ສີ​ລາ”

ຜູ້​ຍິງ​ໃນ​ກະ​ຕ່າ

5   ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ເງີຍ​ຫນ້າ​ຂື້ນ​ເບິ່ງວ່າ ສິ່ງ​ທີ່​ອອກ​ໄປ​ນັ້ນ​ຄື​ຫຍັງ?”

6   ຂ້າ​ພະ​ເຈົ້າ​ຈຶ່ງວ່າ, “ນັ້ນ​ຄື​ຫຍັງ?” ທ່ານ​ຈຶ່ງ​ຕອບ​ວ່າ, “ນີ້​ຄື​ ກະ​ຕ່າ ທີ່​ອອກ​ໄປ” ແລະ​ທ່ານ​ຈຶ່ງວ່າ, “ນີ້​ຄື​ຄວາມ​ຜິດ​ໃນ​ແຜ່ນ​ດິນ​ທັງ​ສິ້ນ”

7   ແລະ​ເບິ່ງ​ແມ໋, ຝາ​ກະ​ຕ່າ​ທີ່​ທຳ​ດ້ວຍ​ຕະ​ກົ່ວ​ກໍ​ຖືກ​ຍົກ​ຂື້ນ ແລະ​ມີ​ຜູ້​ຍິງ​ຄົນ​ນຶ່ງ​ນັ່ງ​ຢູ່​ໃນ​ກະ​ຕ່າ​ນັ້ນ

8   ແລະ​ເຂົາ​ກ່າວ​ວ່າ, “ນີ້​ຄື​ຄວາມ​ອະ​ທັມ” ແລະ​ທ່ານ​ກໍ​ຂົ່ມ​ຫົວ​ນາງ​ນັ້ນ​ເຂົ້າ​ໄປ​ໃນ​ກະ​ຕ່າ ແລ້ວ​ກໍ​ຂົ່ມ​ຝາ​ທີ່​ທຳ​ດ້ວຍ​ຕະ​ກົ່ວ​ນັ້ນ​ປິດ​ປາກ​ມັນ​ໄວ້

9   ແລ້ວ​ຂ້າ​ພະ​ເຈົ້າ​ກໍເງີຍ​ຫນ້າ​ຂື້ນ​ແລ​ເຫັນ ເບິ່ງ​ແມ໋, ມີ​ຜູ້​ຍິງ​ສອງ​ຄົນ​ເດີນ​ອອກ​ມາ​ນັ້ນ ມີ​ລົມ​ຢູ່​ໃນ​ປີກ​ຂອງ​ນາງ ນາງ​ມີ​ປີກ​ເຫມືອນ​ປີ​ກ​ຂອງ​ນົກ​ກະ​ສາ​ດຳ ແລະ​ນາງ​ກໍ​ຍົກ​ກະ​ຕ່າ​ຂື້ນ​ລະ​ຫວ່າງ​ໂລກ​ແລະ​ຟ້າ​ສວັນ

10 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ນາງ​ເຫລົ່າ​ນັ້ນ​ຈະ​ນຳ​ກະ​ຕ່າ​ໄປ​ທີ່​ໃດ?”

11 ທ່ານ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ໄປ​ຍັງ​ແຜ່ນ​ດິນ​ຊີ​ນາ​ຣ໌ ໄປ​ສ້າງ​ເຮືອນ​ໃຫ້​ກະ​ຕ່າ ເມື່ອ​ຕຽມ​ຢ່າງ​ນີ້​ເສັດ​ແລ້ວ ນາງ​ເຫລົ່າ​ນັ້ນ​ຈະ​ວາງ​ກະ​ຕ່າ​ໄວ້​ເທິງ​ຖານ​ຂອງ​ມັນ”

 

6. ນິ​ມິດ​ເຣື່ອງ ຣົດ​ຮົບ​ສີ່​ຄັນ

1   ແ​ລະ​ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ຫນ້າ​ຂື້ນ​ອີກ​ແລ​ເຫັນ ເບິ່ງ​ແມ໋ ມີ​ຣົດ​ຮົບ​ສີ່​ຄັນ​ອອກ​ມາ​ລະ​ຫວ່າງ​ພູ​ເຂົາ​ສອງ​ຫນ່ວຍ ພູ​ເຂົາ​ເຫລົ່າ​ນັ້ນ​ເປັນ​ພູ​ເຂົາ​ທອງ​ສຳ​ຣິດ

2   ຣົດ​ຮົບ​ຄັນ​ແຣກ​ທຽມ​ມ້​າ​ແດງ ຄັນ​ທີ່​ສອງ​ມ້າ​ດຳ

3   ຄັນ​ທີ່​ສາມ​ມ້າ​ຂາວ ຄັນ​ທີ່​ສີ່​ມ້າ​ດ່າງ​ສີ​ເທົາ

4   ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ນາຍ​ເອີຍ ເຫລົ່າ​ນີ້​ຄື​ຫຍັງ?”

5   ແລະ​ທູດ​ສວັນ​ນັ້ນ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ເຫລົ່າ​ນີ້​ອອກ​ໄປ​ຍັງ​ລົມ​ທັງ​ສີ່​ທິດ​ຂອງ​ຟ້າສວັນ ຫລັງ​ຈາກ​ໄດ້​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ພິ​ພົບ​ທັງສິ້ນ​ແລ້ວ

6   ຣົດ​ຮົບ​ທີ່​ທຽມ​ມ້າ​ດຳ​ຕົງ​ໄປ​ຍັງ​ປະ​ເທດ​ເຫນືອ ຕົວ​ຂາວ​ຕົງ​ໄປ​ຍັງ​ປະ​ເທດ​ຕາ​ເວັນ​ຕົກ ແລະ​ຕົວ​ສີ​ດ່າງ​ຕົງ​ໄປ​ຍັງ​ປະ​ເທດ​ໃຕ້”

7   ເມື່ອ​ມ້າ​ເຫລົ່າ​ນີ້​ອອກ​ໄປ ມັ​ນ​ກໍ​ຮ້ອນ​ໃຈ​ທີ່​ຈະ​ອອກ​ໄປ ແລະ​ກວດ​ຕ​ຣາ​ພື້ນ​ພິ​ພົບ ແລະ​ທ່ານ​ກ່າວ​ວ່າ, “ຈົ່ງ​ໄປ ໄປ​ກວດ​ຕ​ຣາ​ພິພົບ” ດັ່ງ​ນັ້ນ​ມ້າ​ເຫລົ່າ​ນັ້ນ​ຈຶ່ງກວດ​ຕ​ຣາ​ພິ​ພົບ

8   ແລ້ວ​ທ່ານ​ຈຶ່ງ​ຮ້ອງບອກຂ້າ​ພະ​ເຈົ້າ​ວ່າ, “ເບິ່ງ​ແມ໋, ມ້າ​ທີ່​ໄປ​ຍັງ​ປະ​ເທດ​ເຫນືອ​ນັ້ນ​ໄດ້​ກະ​ທຳ​ໃຫ້​ຈີດ​ວິນ​ຍານ​ຂອງ​ເຣົາ​ງຽບ​ສງົບ​ນິ່ງ​ໃນ​ປະ​ເທດ​ເຫນືອ​ນັ້ນ”

 

ນິ​ມິດ​ເຣື່ອງ ການ​ສວມ​ມົງ​ກຸດ​ໃຫ້​ໂຢ​ຊວຍ​

ເປັນ​ສັນ​ຍາ​ລັກ

9   ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາເຖິງຂ້າ​ພະ​ເຈົ້າ​ວ່າ,

10 “ຈົ່ງ​ນຳ​ເອົາ ເຮນດັຍ ໂຕບີ​ຢາ ແລະ​ເຢດັຍຢາ ໄປ​ເສັຽ​ຈາກ​ບັນ​ດາ​ຊະ​ເລີຍ ຜູ້​ຊຶ່ງ​ກັບ​ມາ​ຈາກ​ບາ​ບີ​ໂລ​ນ ໃນ​ວັນ​ດຽ​ວ​ກັນ​ນັ້ນ​ໄປ​ຍັງ​ເຮືອນ​ຂອງ​ໂຢ​ຊີ​ຢາ ບຸດ​ເຊ​ຟານີ​ຢາ

11 ຈົ່ງ​ເອົາ​ເງິນ​ແລະ​ທອງ​ຄຳ​ທໍາ​ເປັນ​ມົງ​ກຸດ ແລະ​ສວມ​ເທິງຫົວ​ຂອງ​ໂຢ​ຊວຍ ບຸດ​ເຢ​ໂຮ​ຊາ​ດັກ ມະ​ຫາ​ປະ​ໂຣ​ຫິດ

12 ແລະ​ກ່າວ​ແກ່​ເຂົາ​ວ່າ, “ພຣະຜູ້​ເປັນ​​ເຈົ້າ​ຈອມ​ໂຍ​ທາສັ່ງ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋ ຊາຍ​ຜູ້ທີ່​ມີ​ຊື່​ວ່າ ກິ່ງ ເພາະ​ທ່ານ​ຈະ​ຈະ​ເຣີນ​ຮຸ່ງ​ເຮືອງ​ໃນ​ສະ​ຖານ​ທີ່​ຂອງ​ທ່ານ ແລະ​ຈະ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

13 ທ່ານ​ຜູ້​ນີ້​ແຫລະ​ຈະ​ເປັນ​ຜູ້​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈະ​ຮັບ​ກຽດຕິ​ຍົດ ແລະ​ຈະ​ປະ​ທັບ ​ແລະ​ປົກ​ຄອງ​ຢູ່​ເທິງ​ຣາ​ຊ​ບັນ​ລັງ​ຂອງ​ທ່ານ ແລະ​ຈະ​ມີ​ປະ​ໂຣ​ຫິດ​ຜູ້​ນຶ່ງ​ຢູ່​ຂ້າງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ ແລະ​ການ​ຫາ​ລື​ກັນ​ຢ່າງ​ສັນ​ຕິ ຈະ​ມີ​ຢູ່​ລະ​ຫວ່າງ​ທ່ານ​ທັງ​ສອງ”

14 ແລະ​ມົງ​ກຸດ​ນັ້ນ​ຈະ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ເປັນ​ທີ່​ຣະ​ລຶກ​ເຖີງ​ເຮ​ລ​ດັຍ ໂທ​ບີ​ຢາ ເຢ​ດັຍ​ຢາ ແລະ​ໂຢ​ຊີ​ຢາ ບຸດ​ຂອງ​ເຊ​ຟານີ​ຢາ

15 “ບັນ​ດາ​ຜູ້​ທີ່​ຢູ່​ຫ່າງ​ໄກ​ຈະ​ມາ​ຊ່ອຍ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ ແລະ​ທ່ານ​ທັງ​ຫລາຍ​ຈະ​ຊາບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ຍັງ​ທ່ານ ຖ້າ​ທ່ານ​ທັງ​ຫລາຍ​ຈະ​ເຊື່ອຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຢ່າງ​ເຄັ່ງ​ຄັດ ສິ່ງ​ນີ້​ຈະ​ເປັນ​ໄປດັ່ງ​ກ່າວ​ນັ້ນ”

 

7. ຊົງ​ດຳ​ເນີນ​ການ​ອົດ​ອາ​ຫານ​ຢ່າງ​ບໍ່​ຈິງ​ໃຈ

1   ໃນ​ປີ​ທີ່​ສີ່​ຂອງ​ຣັ​ຊ​ການ​ກະ​ສັດດາ​ຣີ​ອຸ​ສ ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຊ​ຄາ​ຣີ​ຢາ​ໃນ​ວັນ​ທີ່​ສີ່​ເດືອນ​ທີ່​ເກົ້າ ຊຶ່ງ​ເປັນ​ເດືອນ​ຄີ​ສ​ລີວ

2   ຝ່າຍ​ເມືອງ​ເບັດ​ເອນ​ໄດ້​ໃຊ້​ໃຫ້​ຊາ​ເຣ​ເຊີ ແລະ​ເຣ​ເກມ​ເມ​ເລກ ພ້ອມ​ກັບ​ພັກ​ພວກ​ຂອງ​ເຂົາ​ໄປ​ທູນຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ

3   ແລະ​ຮ້ອງ​ຂໍ​ຕໍ່​ບັນ​ດາ​ປະ​ໂຣ​ຫິດ​ທີ່​ພຣະ​ວິ​ຫານແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ແລະ​ຕໍ່​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ຄວນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄວ້​ທຸກ ແລະ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ຫ້າ ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ມາ​ແລ້ວ​ເປັນ​ຫລາຍ​ປີ​ນັ້ນ​ຫລື​ບໍ?”

4   ແລ້ວ​ພຣະຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ມາຍັງ​ຂ້າ​ພະ​ເຈົ້າ​ວ່າ,

5   “ຈົ່ງ​ກ່າວ​ແກ່​ປະ​ຊາ​ຊົນ​ທັງ​ສິ້ນ ແລະແ​ກ່​ບັນດາ​ປະ​ໂຣ​ຫິດ​ວ່າ ເມື່ອ​ເຈົ້າ​ທັງ​ຫລາຍ​ອົດ​ອາ​ຫານ ແລະ​ໄວ້​ທຸກ​ໃນ​ເດືອນ​ທີ່​ຫ້າ ແລະ​ໃນ​ເດືອນ​ທີ່​ເຈັດ ຕັ້ງ​ເຈັດ​ສິບ​ປີ​ນັ້ນ ເຈົ້າ​ໄດ້​ອົດ​ອາ​ຫານ​ເພື່ອ​ເຮົາ​ຄື​ເຣົາ​ເອງ​ຫລື

6   ແລະ​ເມື່ອ​ເຈົ້າ​ຮັບ​ປະ​ທານ ແລະ​ເມື່ອ​ເຈົ້າ​ດື່ມ ເຈົ້າ​ກໍ​ຮັບ​ປະ​ທານ​ເພື່ອ​ຕົວ​ເຈົ້າ​ເອງ ແລະ​ດື່ມ​ເພື່ອ​ຕົວ​ເຈົ້າ​ເອງ​ບໍ່​ແມ່ນ​ຫລື?

7   ໃນ​ເມື່​ອ​ເຢ​ຣູ​ຊາ​ເລັມ​ມີ​ຄົນ​ຢູ່ ແລະ​ມັ່ງ​ຄັ່ງ ມີ​ຫົວ​ເມືອງ​ລ້ອມ​ຮອບເນເກັບ​ແລະ​ແດນ​ເນີນ​ເຊ​ຟາ​ລາ​ກໍ​ມີ​ຄົນ​ຢູ່ ຖ້ອຍ​ຄຳ​ເຫລົ່າ​ນີ້​ເປັນ​ພຣະ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ກາດ​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ຣຸ່ນ​ກ່ອນໆ​ບໍ່​ແມ່ນ​ຫລື?”

ຄວາມ​ບໍ່​ເຊື່ອ​ຟັງ​ເປັນ​ສາ​ເຫດ​ຂອງ​ການ​ເປັນ

ຊະ​ເລີຍ

8   ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ມາ​ເຖິງ​ເຊ​ຄາ​ຣີ​ຢາ​ວ່າ,

9   ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາສັ່ງ​ດັ່ງ​ນີ້​ວ່າ ຈົ່ງ​ພິ​ພາກ​ສາ​ຕາມ​ຄວາມ​ຈິງ ຈົ່ງ​ສະ​ແດງ​ຄວາມ​ກະ​ຣຸ​ນາ​ແລະ​ຄວາມ​ປາ​ນີ​ຕໍ່​ພີ່​ນ້ອງ​ຂອງ​ຕົນ

10 ຢ່າ​ບີບ​ບັງ​ຄັບ​ຍິງ​ຫມ້າຍ ລູກ​ກໍາ​ພ້າ​ພໍ່ ຄົນ​ຕ່າງ​ດ້າວ ຫລື​ຄົນ​ຍາກ​ຈົນ ແລະ​ຢ່າ​ຄິດ​ອຸບາຍ​ຊົ່ວ​ໃນ​ໃຈ​ຕໍ່​ພີ່​ນ້ອງ​ຂອງ​ຕົນ”

11 ແຕ່​ເຂົາ​ປະ​ຕິ​ເສດ​ບໍ່​ຍອມ​ຟັງ ແລະ​ຫັນ​ບ່າ​ດື້​ເຂົ້າ​ໃສ່ ແລະ​ອຸດ​ຫູ​ຂອງ​ເຂົາ​ເສັຽ​ເພື່ອ​ເຂົາ​ຈະ​ບໍ່​ໄດ້​ຍິນ

12 ເຂົາ​ໄດ້​ກະ​ທຳ​ໃຈ​ຂອງ​ເຂົາ​ໃຫ້​ແຂງ​ເຫມືອນເພັດ ຢ້ານ​ວ່າ​ເຂົາ​ຈະ​ໄດ້​ຍິນ​ພຣະ​ທັມ ແລະ​ພຣະ​ຄຳ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຊົງ​ສົ່ງ​ໄປ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຣຸ່ນ​ກ່ອນ​ໂດຍ​ວິ​ນ​ຍານ​ຂອງ​ພຣະ​ອົງ ເຫດ​ສະ​ນັ້ນ​ ພຣະ​ພິ​ໂຣດອັນ​ຍິ່ງ​ໃຫຍ່​ຈຶ່ງ​ໄດ້ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ

13 ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາກ່າວ​ວ່າ “ເມື່ອ​ເຮົ​າ​ຮ້ອງ​ຮຽກ ເຂົາ​ບໍ່​ຟັງ​ສັນ​ໃດ ເມື່ອ​ເຂົາ​ຮ້ອງ​ທູນ ເຮົາ​ກໍ​ບໍ່​ຟັງ​ສັນ​ນັ້ນ

14 ແລະ​ເຮົາ​ກໍ​ໃຫ້​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ​ດ້ວຍ​ລົມ​ບ້າ​ຫມູ​ຖ້າມ​ກາງ​ປ​ຊາ​ຊາດ​ທັງ​ສິ້ນ​ຊຶ່ງ​ເຂົາບໍ່​ໄດ້​ຮູ້​ຈັກ ດັ່ງ​ນັ້ນ​ແຜ່ນດິນ​ທີ່​ເຂົາ​ຖີ້ມ​ໄປ​ຈຶ່ງວ່າງ​ເປົ່າ​ບໍ່​ມີ​ໃຜ​ເຂົ້າ​ອອກ ແລະ​ແຜ່ນ​ດິນ​ທີ່​ສຸກ​ສະ​ບາຍ​ກໍ​ເປັນ​ທີ່​ຮ້າງ​ເປົ່​າ”

 

8. ຊົງ​ສັນ​ຍາ​ຈະ​ໃຫ້​ກຸງ​ເຢ​ຣູ​ຊາ​ເລັມ​ຄືນ​ສູ່​

ສະ​ພາບ​ເດີມ

1   ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ມາ​ຍັງ​ຂ້າ​ພ​ເຈົ້າ​ວ່າ,

2   ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ດັ່ງ​ນີ້​ວ່າ ເຮົາ​ຫວງ​ແຫນ​ຊີ​ໂອນ​ດ້ວຍ​ຄວາມ​ຫວງ​ແຫນ​ອັນ​ຍິ່ງ​ໃຫຍ່ ແລະ​ເຮົາ​ຫວງ​ແຫນ​ນາງ​ດ້ວຍ​ຄວາມ​ໂກດ​ຫລາຍ

3   ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຣົາ​ຈະ​ກັບ​ໄປ​ຍັງ​ຊີໂອນ ແລະ​ຢູ່​ຖ້າມ​ກາງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ຈະ​ເອີ້​ນ​ເຢ​ຣູ​ຊາ​ເລັມ​ວ່າ ເມືອງ​ຊື່​ສັດ ແລະ​ເອີ້ນ​ພູ​ເຂົາ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ວ່າ ພູ​ເຂົ​າ​ບໍ​ຣີ​ສຸດ

4   ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ “ຊາຍ​ເຖົ້າຊະ​ຣາ​ແລະ​ຍິງ​ເຖົ້າຊ​ຣາ​ຈະ​ນັ່ງ​ຢູ່​ຕາມ​ລານ​ເມືອງ​ເຢຣູ​ຊາ​ເລັມ​ອີກ ຕ່າງກໍ​ມີ​ໄມ້​ເທົ້າ​ຢູ່​ໃນ​ມືເພາະມີ​ອາ​ຍຸ​​ຫລາຍ

5   ແລະ​ໃນ​ລານ​ເມືອງ​ນັ້ນ​ກໍ​ຈະ​ມີ​ເດັກ​ນ້ອຍ​ຜູ້​ຊາຍ​ແລະ​ຜູ້​ຍິງ​ແລ່ນ​ຢູ່​ທົ່ວ​ໄປ

6   ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ຖ້າ​ເຣື່ອງ​ນີ້​ເປັນ​ເຣື່ອງ​ປະ​ຫ​ລາດ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ໃນ​ສະ​ໄຫມ​ນີ້​ແລ້ວ​ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ກໍ​ຄວນ​ຈະ​ປ​ຫລາດ​ໃນ​ສາຍ​ຕາ​ຂອງ​ເຮົາ​ດ້ວຍ

7   ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົ​າ​ຈະ​ຊ່ອຍ​ປະ​ຊາ​ຊົນ​ຂອງ​ເຮົ​າ​ໃຫ້​ພົ້ນ​ຈາກ​ປະ​ເທດ​ຕາ​ເວັນ​ອອກ ແລະ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ

8   ແລະ​ເຮົາ​ຈະ​ພາ​ເຂົາ​ທັງ​ຫລາຍ​ໃຫ້​ມາ​ອາ​ໄສ​ຢູ່​ຖ້າມ​ກາງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ດ້ວຍ​ຄວ​າມ​ທ່ຽງ​ຕົງ​ແລະ​ຊອບ​ທັມ

9   ພຣະຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ຈົ່ງ​ໃຫ້​ມື​ຂອງ​ເຈົ້າ​ທັງ​ຫລາຍ​ແຂງ​ແຮງ ຄື​ເຈົ້​າ​ທັງ​ຫລາຍ​ຜູ້​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໃນ​ການ​ນີ້ ຊຶ່ງ​ມາ​ຈາກ​ປາກ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ໃນ​ວັນ​ທີ່​ໄດ້​ວາງ​ຮາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ ເພື່ອ​ວ່າ​ຈະ​ໄດ້​ກໍ່​ສ້າງ​ພຣະ​ວິ​ຫ​ານ​ນັ້ນ​ຂື້​ນ

10 ເພາະ​ວ່າ​ກ່ອນ​ສະ​ໄຫມ​ນັ້ນ​ບໍ່​ມີ​ຄ່າ​ຈ້າງ​ໃຫ້​ແກ່​ຄົນ ຫລື​ໃຫ້​ແກ່​ສັດ ທັງ​ຜູ້​ທີ່​ເຂົ້າ​ອອກ​ກໍ​ບໍ່​ມີ​ຄວາມ​ປອດ​ພັຍ​ຈ​າກ​ສັດ​ຕຣູ ເພາະ​ເຮົາ​ປ່ອຍ​ໃຫ້​ຄົນ​ທັງ​ຫລາຍ​ຕໍ່​ສູ້​ກັບ​ເພື່ອນ​ບ້ານ​ຂອງ​ຕົນ

11 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ບັດ​ນີ້​ເຮົາ​ຈະ​ບໍ່​ກະ​ທຳ​ຕໍ່​ປະ​ຊາ​ຊົນ​ທີ່​ເຫລື​ອ​ຢູ່​ນີ້​ຢ່າງ​ກັບ​ສະ​ໄຫມ​ກ່ອນ

12 ເພາະ​ວ່າ​ຈະ​ມີ​ການວຫວ່ານ​ຄວາມ​ສົມ​ບູ​ນພູນ​ສຸກ ເຄືອ​ອະ​ງຸ່ນ​ຈະ​ມີ​ຫມາກ​ແລະ​ແຜ່ນ​ດິນ​ຈະ​ໃຫ້​ຜົນ ແລະ​ທ້ອງ​ຟ້າ​ຈະ​ໃຫ້​ນ້ຳ​ຄ້າງ ແລະ​ເຮົ​າຈະ​ກະ​ທຳ​ໃຫ້​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ນີ້​ຖື​ກຳ​ມະ​ສິດ​ສິ່ງ​ເຫລົ່າ​ນີ້​ທັງ​ຫມົດ

13 ໂອ ເຊື້ອ​ສາຍ​ຂອງ​ຢູ​ດາ​ ແລະ​ເຊື້​ອ​ສາຍ​ຂອງ​ອິສ​ຣ​າເອນ​ເອີຍ, ເຈົ້າ​ເຄີຍ​ເປັນ​ຂີ້​ປາກ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ເຂົາ​ແຊ່ງ​ສັນ​ໃດ ເຣົາ​ຈະ​ຊ່ອຍ​ເຈົ້າ​ແລະ​ເຈົ້າ​ຈະ​ໄດ້​ເປັນ​ແຫລ່ງ​ພຣະ​ພອນ​ສັນ​ນັ້ນ ຢ່າ​ຢ້ານ​ເລີຍ ແຕ່​ຈົ່ງ​ໃຫ້​ມື​ຂອງ​ເຈົ້າ​ແຂງ​ແຮງ​ເຖີດ

14 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ຍົວະ​ເຍົ້​າ​ໃຫ້​ເຮົາ​ໂກດ​ນັ້ນ ເຮົາ​ກໍ​ຕັ້ງ​ໃຈ​ວ່າ​ຈະ​ລົງ​ໂທດ​ເຈົ້າ ເຮົາ​ບໍ່​ໄດ້​ຜ່ອນ​ຄວາມ​ຕັ້ງ​ໃຈ​ລົງ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນິ້​ແຫລະ

15 ດັ່ງ​ນັ້ນ ໃນ​ວັນ​ນີ້​ເຮົາ​ຕັ້ງ​ໃຈ​ອີກວ່າ ເຮົາ​ຈະ​ກະ​ທຳ​ດີ​ຕໍ່​ເຢ​ຣູ​ຊາ​ເລັມ ແລະຕໍ່​ເຊື້ອ​ສາຍ​ຂອງ​ຢູ​ດາ ຢ່າ​ຢ້ານ​ເລີຍ

16 ຕໍ່​ໄປ​ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຕ້ອງ​ກະ​ທຳ ຈົ່ງ​ເວົ້າ​ຄວາມ​ຈິງ​ແກ່​ກັນ​ແລະ​ກັນ ຈົ່ງ​ໃຫ້​ການ​ພິ​ພາກ​ສາ​ທີ່​ປະ​ຕູ​ເມືອງ​ຂອງ​ເຈົ້າ​ທ່ຽງ​ຕົງ ແລະ​ກະ​ທຳ​ເພື່ອ​ສັນ​ຕິ

17 ຢ່າ​ຄິດ​ອຸ​ບາຍ​ຊົ່ວ​ໃນ​ໃຈ​ຕໍ່​ກັນ​ແລະ​ກັນ ຢ່າ​ຮັກ​ຄຳ​ສາ​ບານ​ເທັດ ສິ່ງ​ເຫລົ່າ​ນີ້​ເຮົ​າ​ກຽດ​ຊັງ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ

18 ແລພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ມາ​ຍັງ​ຂ້າ​ພະ​ເຈົ້າ​ວ່າ,

19 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ສີ່ ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ຫ້າ ແລະ​ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ເຈັດ ແ​ລະ​ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ສິບ ຈະ​ເປັນ​ທີ່​ໃຫ້​ຄວາມ​ບັນ​ເທີງ ແລະ​ຄວາມ​ຣ່າ​ເຣີງ ແລະ​ເປັນ​ການ​ລ້ຽງ​ທີ່​ໃຫ້​ຊື່​ນຊົມ​ແກ່​ເຊື້ອ​ສາຍ​ຢູ​ດາ ເຫດ​ສັນ​ນັ້ນ​ເຈົ້າ​ຈົ່ງ​ຮັກ​ຄວາມ​ທ່ຽງ​ຕົງ ແລະ​ສັນ​ຕິ​ພາບ

20  “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ຊົນ​ຊາດ​ທັງ​ຫລາຍ​ຍັງ​ຈະ​ມາ ຄື​ປະ​ຊາ​ຊົນ​ທີ່​ຍັງ​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ອັນ​ຫລວງ​ຫລາຍ

21 ຊາວ​ເມືອງ​ນີ້​ຈະ​ໄປ​ຫາ​ຊາວ​ເມືອງ​ອີກ​ເມືອງ​ນຶ່ງ ກ່າວ​ວ່າ “ໃຫ້​ເຮົາ​ໄປ​ກັນ​ທັນ​ທີ ໄປ​ທູນ​ຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທ​າ ຂ້າ​ພະ​ເຈົ້າ​ກໍ​ຈະ​ໄປ”

22 ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ ແລະ​ບັນ​ດາ​ປະ​ຊາ​ຊາດ​ທີ່​ເຂັ້ມ​ແຂງ​ຈະ​ມາ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ທູນ​ຂໍພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ

23 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ໃນ​ສະ​ໄຫມ​ນັ້ນ​ສິບ​ຄົນ​ຈາກ​ປະ​ຊາ​ຊາດ​ທຸກໆ​ພາ​ສາ ຈະ​ຍຶດ​ຊາຍ​ເສື້ອ​ຄຸມ​ຂອງ​ຢິວ​ຄົນ​ນື່ງ​ໄວ້​ແລ້ວ​ກ່າວ​ວ່າ “ຂໍ​ໃຫ້​ເຮົາ​ໄປ​ກັບ​ທ່ານ​ທັງ​ຫລາຍ​ເຖີດ ເພາະ​ເຮົາ​ໄດ້​ຍິນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ພວກ​ທ່ານ”

 

9. ການ​ພິ​ພາກ​ສາ​ປະ​ຊາ​ຊາດ​ເພື່ອນ​ບ້ານ

1   ພຣະຄໍາຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີມາ​ກ່າວ​ໂທດ​ເມືອງຮາດ​ຣັກ ແລະ​ຈະ​ມາ​ຢູ່​ເຫນືອ​ເມືອງ​ດາ​ມັ​ສ​ກັ​ສ ດ້ວຍ​ວ່າ​ຫົວ​ເມືອງ​ອາ​ຣາມ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ້​ແຕ່​ອິສ​ຣ​າ​ເອນ​ທຸກ​ເຜົ່າ​ດ້ວຍ

2   ເມືອງ​ຮາ​ມັ​ທ​ຊຶ່ງ​ມີ​ເຂດ​ແດນ​ຕິດ​ກັນ​ກໍ​ຮວມ​ຢູ່​ດ້ວຍ ຕີ​ເຣ ແລະ​ຊີ​ໂດນ ເຖິງ​ຈະ​ເປັນ​ເມືອງ​ສ​ລາດ​ກໍ​ຕາມ​

3   ຕີ​ເຣ​ສ້າງ​ກຳ​ແພງ​ປ້ອມ​ໄວ້​ກັນ​ເມືອງ ແລະ​ສະ​ສົມ​ເງິນ​ໄວ້​ເປັນ​ກອງ​ຢ່າງ​ກອງ​ຝຸ່ນ ແລະ​ທອງ​ຄຳ​ຢ່າງ​ຂີ້​ຝຸ່ນ​ຕາມ​ຖ​ນົນ

4   ແຕ່​ນີ້​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຍົກ​ເອົາ​ເຂົ້າ​ຂອງ​ຂອງ​ເມືອງ​ນີ້​ໄປ​ເສັຽ ແລະ​ແກວ່ງ​ຊັບ​ສິນ​ຂອງ​ເມືອງ​ນີ້​ລົງ​ທະ​ເລ ແລະ​ເມືອງ​ນີ້​ຈະ​ຖືກ​ໄຟ​ເຜົ​າ​ຜານ​ເສັຽ

5   ເມືອງ​ອັ​ສ​ເກ​ໂລນຈະ​ເຫັນ ແລະ​ຢ້ານ​ ເມືອງ​ກາ​ຊາ​ຈະ​ເຫັນ ແລະ​ສັ່ນ​ສະ​ທ້ານ​ຢ່າງ​ຍິ່ງ ເມືອງ​ເອ​ກ​ໂລນ​ດ້ວຍ​ເຫມືອນກັນ ເພາະ​ຄວາມ​ຫວັງ​ຂອງ​ເມືອງ​ນີ້ຈະ​ຫຍຸ້ງ ກະ​ສັດ​ຈະ​ພິ​ນາດ​ຈາກ​ເມືອງ​ກາ​ຊາ ເມືອງ​ອັ​ສ​ເກ​ໂລນ​ຈະ​ບໍ່ມີ​ຄົນ​ອາ​ໄສ​ຢູ່

6   ຄົນ​ເລືອດ​ປະ​ສົມ​ຈະ​ມາ​ຢູ່​ໃນ​ເມືອງ​ອັ​ສ​ໂດດ ເຮົາ​ຈະ​ກະ​ທຳ​ໃຫ້​ຄວາມ​ຍິ່ງ​ຜະ​ຍອງ​ຂອງ​ຟີ​ລິ​ສ​ຕີນ​ສູນ​ສິ້ນ​ໄປ

7   ເຮົາ​ຈະ​ເອົາ​ໂລ​ຫິດ​ອອກ​ໄປ​ເສັຽ​ຈາກ​ປາກ​ຂອງ​ເຂົາ ແລະ​ເອົ​າຂອງ​ເປື້ອນ​ເປິ​ອອກ​ໄປ​ຈາກ​ລະ​ຫວ່າງ​ແຂ້ວ​ຂອງ​ເຂົາ​ເສັຽ ເມືອງ​ນີ້​ຈະ​ເປັນ​ຄົນ​ທີ່​ເຫລືອ​ຢູ່​ແກ່​ພຣະຜູ້ເປັນ​ເຈົ້າ​ຂອງ​ເຮົາ​ດ້ວຍ ຈະ​ເປັນ​ເຫມືອນ​ຕະ​ກູນ​ນຶ່ງ​ໃນ​ຢູ​ດາ ແລະ​ເອກ​ໂລນ​ຈະ​ເຫມືອນ​ຄົນ​ເຢບຸ​ສ

8   ແລະ​ເຮົາ​ຈະ​ຕັ້ງ​ຄ້າຍ​ທີ່​ວິ​ຫານ​ຂອງ​ເຮົາ​ເປັນ​ກອງ​ຍາມ ເພື່ອ​ຈະ​ບໍ່​ໃຫ້​ຜູ້​ໃດ​ເດີນ​ທັບ​ໄປ​ມາ​ໄດ້ ຈະ​ບໍ່​ມີ​ຜູ້​ບີບ​ບັງ​ຄັບ​ມາ​ຂົ່ມ​ຂີ່​ເຂົາ​ໄດ້ ເພາະ​ບັດ​ນີ້​ເຣົາ​ເຫັນ​ກັບ​ຕາ​ຂອງ​ເຣົາ​ເອງ

ກະ​ສັດ​ໃນ​ອະ​ນາ​ຄົດ​ຂອງ​ຊີ​ໂອນ

 (ມທ 21:5; ໂຢ​ຮັນ 12:14-15)

9   ທິດາແຫ່ງ​ຊີ​ໂອນ​ເອີຍ ຈົ່ງ​ລ່າ​ເລີງ​ຢ່າງ​ຍິ່ງ​ເຖີດ ໂອ ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ໂຫ່​ຮ້ອງ ເບິ່ງ​ແມ໋, ກະ​ສັດ​ຂອງ​ເຈົ້າ​ສະ​ເດັດ​ມາ​ຫາເຈົ້າ ຊົງ​ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ລອດ ພຣະ​ອົງ​ຊົງ​ອ່ອນ​ສຸ​ພາບ​ແລະ​ຊົງ​ຖ່ອມຕົວ​ລົງ​ມາ​ນັ່ງ​ເທິງ​ຫລັງ​ລໍ ແລະຂີ່​ລໍ​ນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍ​ແມ່

10 ເຮົາ​ຈະ​ກຳ​ຈັດ​ຣົດ​ຮົບ​ເສັຽ​ຈາກ​ເອຟ​ຣາ​ອິມ ແລະ​ມ້າ​ເສັຽ​ຈາກ​ເຢ​ຣູ​ຊາ​ເລັມ ທະ​ນູ​ສົງ​ຄາມ​ຖືກ​ກຳ​ຈັດ​ເສັຽດ້ວຍ ແລະ​ທ່ານ​ຈະ​ບັນ​ຊາ​ສັນຕິ​ໃຫ້​ມີ​ແດ່​ປະ​ຊາ​ຊາດ​ທັງ​ຫລາຍ ອາ​ນາ​ຈັກ​ຂອງ​ທ່ານ​ຈະ​ມີ​ຈາກ​ທະ​ເລ​ນີ້​ໄປ​ເຖິງ​ທະ​ເລ​ນັ້ນ ແລະ​ຈາກແມ່​ນ້ຳ​ນັ້ນ​ໄປ​ເຖິງ​ສຸດ​ປາຍ​ພິ​ພົບ

ການ​ໃຫ້​ຊີ​ໂອນ​ຄືນ​ສູ່​ສະ​ພາບ​ເດີມ

11 ສ່ວນ​ເຈົ້າ​ ເພາະ​ໂລ​ຫິດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ເຮົາ​ຊຶ່ງ​ມີ​ຕໍ່​ເຈົ້​າ ເຮົາ​ຈະ​ປົດ​ປ່ອຍ​ຊະ​ເລີຍ​ໃນ​ພວກ​ເຈົ້າ​ໃຫ້​ເປັນ​ອິສ​ຣະ​ຈາກ​ບໍ່​ແຫ້ງ​ນັ້ນ

12 ໂອ ນັກ​ໂທດ​ທີ່​ມີ​ຄວາມ​ຫວັງ​ເອີຍ, ຈົ່ງ​ກັບ​ໄປ​ຍັງ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຈົ້າ ວັນ​ນີ້​ເຮົ​າ​ປະ​ກາດ​ວ່າ ເຮົາ​ຈະ​ຄືນ​ແກ່​ເຈົ້າ​ສອງ​ເທົ່າ

13 ເພາະ​ເຮົາ​ໄດ້​ດັດ​ຢູ​ດາ​ເຫມືອນ​ໂຄ້ງ​ຄັນ​ທະ​ນູ ເຮົາ​ໄດ້​ກະ​ທຳ​ເອ​ຟ​ຣາ​ອິມ​ໃຫ້​ເປັນ​ລູກ​ທະ​ນູ ໂອ​ ຊີ​ໂອນ​ເອີຍ ເຣົາ​ຈະ​ແກວ່ງ​ບຸດ​ທັງ​ຫລາຍ​ຂອງ​ເຈົ້​າເປັນ​ອາ​ວຸດ​ຕໍ່​ສູ້​ບຸດ​ທັງ​ຫລາຍ​ຂອງ​ເຈົ້າເດີ ກ​ຣີ​ກ​ເອີຍ ແ​ລະ​ແກວ່ງ​ເຈົ້າ​ຢ່າງ​ດາບ​ຂອງ​ນັກ​ຮົບ

14 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປາ​ກົດ​ເຫນືອ​ເຂົາ​ທັງ​ຫລາຍ ແລະ​ລູກ​ທະ​ນູ​ຂອງ​ພຣະ​ອົງ​ຈະ​ອອກ​ໄປ​ເຫມືອນ​ຟ້າ​ແລບ ພຣະ​ຜູ້​ເປັ​ນ​ເຈົ້​າ​ຈະ​ຊົງ​ເປົ່າ​ເຂົ​າ​ສັດ ແລ​ສະ​ເດັດ​ໄປ​ໃນ​ລົມ​ບ້າ​ຫມູ​ທິດ​ໃຕ້

15 ພຣະ​ຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ພິ​ທັກ​ຮັ​ກສາ​ເຂົາ​ທັງ​ຫລາຍ​ໄວ້ ແລະ​ເຂົາ​ທັງ​ຫລາຍ​ຈະ​ລ້າງ​ຜານ ແລະ​ຢຽບ​ນັກ​ຍິງ​ສະ​ລິ່ງ​ລົງ ແລະ​ຈະ​ດື່ມ​ໂລ​ຫິດ​ຂອງ​ເຂົາ​ຢ່າງ​ເຫລົ້າ​ອະ​ງຸ່ນ ແລະ​ຈະ​ອີ່ມ​ເຫມືອນ​ຊາມ​ປຽກ​ເຫມືອນ​ແຈ​ແທ່ນ​ບູ​ຊາ

16 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຈະ​ຊົງ​ຊ່ອຍ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ດັ່ງ​ຝູງ​ແກະ ເຂົາ​ທັງ​ຫລາຍ​ຈະ​ສ່ອງ​ແສງ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ອົງ ຢ່າງ​ກັບ​ເພັດ​ທີ່​ຢູ່​ໃນ​ມົງ​ກຸດ

17 ນັ້ນ​ຊ່າງ​ດີ ແລະ​ງາມ​ແທ້ໆ ເມັດ​ເຂົ້​າ​ຈະ​ກະ​ທຳ​ໃຫ້​ຄົນ​ຫນຸ່ມ​ເຕີບ​ໂຕ ແລະ​ຫມາກ​ອະ​ງຸ່ນ​ຈະ​ກະ​ທຳ​ໃຫ້​ຍີງ​ສາວ​ຈະ​ເຣີນ​ວັຍ

 

10. ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄຖ່​ຊົນ​ຊາດ​ຂອງ​ພຣະ​ອົງ

1   ຈົ່ງ​ຂໍ​ຝົນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຣະ​ດູ​ຝົນ​ຊຸກ​ປາຍ​ຣະ​ດູ ຂໍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ປັ້ນ​ເມ​ກ​ພະ​ຍຸ ຜູ້​ຊົງ​ປະ​ທານ​ຫ່າ​ຝົນ​ແກ່​ມະ​ນຸດ ແລະ​ຜັກ​ໃນ​ທົ່ງ​ນາ​ແກ່​ທຸກ​ຄົນ

2   ເພາະ​ວ່າ​ຮູບ​ເຄົາ​ຣົບ​ປະ​ຈຳ​ບ້ານ​ເວົ້າ​ບໍ່​ໄດ້​ເຣື່ອງ ແລະ​ຜູ້​ທຳ​ນ​ວາຍ​ກໍ​ເຫັນ​ນິ​ມິດ​ເທັດ ຄົນ​ຊ່າງ​ຝັນ​ເລົ່າ​ຄວາມ​ຝັນ​ເທັດ ແລະ​ໃຫ້​ຄຳ​ເລົ້າ​ໂລມ​ທີ່​ເປົ່າ​ປໂຍດ ເຫດ​ສັນນັ້ນ​ປະ​ຊາ​ຊົນ​ຈຶ່ງ​ຫລົງ​ໄປ​ຢ່າງ​ແກະ ເຂົາ​ທຸກ​ໃຈ​ເພາະ​ຂາດ​ຜູ້​ນຳ​ພາ

3   “ເຮົາ​ໂກດ​ຜູ້​ນຳ​ຢ່າງ​ຮຸນ​ແຮງ ແລະ​ຈະ​ລົງ​ໂທດ​ບັນ​ດາ​ແບ້​ເຖິກ ເພາະ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ເອົາ​ພຣະ​ທັຍ​ໃສ່​ຝູງ​ສັດ​ຂອງ​ພຣະ​ອົງ ຄື​ເຊື້ອ​ສາຍ​ຢູ​ດາ ແລະ​ຈະ​ຊົງ​ກະ​ທຳ​ເຂົາ​ໃຫ້​ເປັນ​ເຫມືອນ​ມ້​າ​ເສິກ​ຮຶກ​ເຫີມ​ໃນ​ສົງ​ຄາມ

4   ສີ​ລາ​ມຸມ​ເອກ​ຈະ​ອອກ​ມາ​ຈາກ​ເຂົາ ຫມຸດ​ຄຶງ​ເຕັນ​ຈະ​ອອກ​ມາ​ຈາກ​ເຂົາ ຄັນ​ທະ​ນູ​ຈະ​ອອກ​ມາ​ຈາກ​ເຂົາ ແລະ​ຜູ້​ປົກ​ຄອງ​ທຸກ​ຄົນ​ຈະ​ອອກ​ມາ​ຈາກ​ເຂົາ

5   ຮວມ​ກັນ​ເຂົ້າ​ເຂົາ​ຈະ​ເປັນ​ຢ່າງ​ຊາຍ​ສະ​ກັນ​ໃນ​ສົງ​ຄາມ ຢຽບ​ຢ່ຳ​ສັດ​ຕຣູ​ໄປ​ໃນ​ຂີ້​ຕົມ​ຕາມ​ຖ​ນົນ ເຂົາ​ຈະ​ຕໍ່​ສູ້​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ເຂົາ ເຂົາ​ຈະ​ຜາບ​ແພ້​ແມ່ນ​ແຕ່ຜູ້​ທີ່​ຢູ່​ເທິງ​ຫລັງ​ມ້າ

6   “ເຮົາ​ຈະ​ຫນຸນ​ກຳ​ລັງ​ເຊື້ອ​ສາຍ​ຂອງ​ຢູ​ດາ ແລະ​ເຮົາ​ຈະ​ຊ່ອຍ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ໃຫ້​ລອດ ເຮົາ​ຈະ​ນຳ​ເຂົາ​ກັບ​ມາ​ເພາະ​ເຮົາ​ສົງ​ສານ​ເຂົາ ແລະ​ເຂົາ​ຈະ​ເປັນ​ເຫ​ມື​ອນ​ຢ່າງວ່າ​ ເຮົາ​ບໍ່​ໄດ້​ປະ​ຖີ້ມ​ເຂົາ ເພາະ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້​າ​ພຣະ​ເຈົ້າ​ຂອງ​ເຂົາ ເຮົາ​ຈະ​ຕອບ​ເຂົາ

7   ແລ້ວ​ເອ​ຟ​ຣາ​ອິມ​ຈະ​ເປັນ​ເຫມືອນ​ຊາຍ​ສະ​ກັນ ແລະ​ຈິດ​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ຊື່ນ​ຊົມ​ຍີນ​ດີ​ເຫມືອນ​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ ລູກ​ຫລານ​ຂອງ​ເຂົາ​ຈະ​ໄດ້​ເຫັນ​ແລະ​ຊົມ​ຊື່ນ​ຍິນ​ດີ ແລະ​ຈິດ​ໃຈ​ຂອງ​ເຂົາ​ຈະ​ຍິນ​ດີ​ເຫລືອ​ລົ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ

8   “ເຮົາ​ຈະ​ຜີວ​ປາກ​ເອີ້ນ​ເຂົາ ແລະ​ຮວບ​ຮວມ​ເຂົາ​ເຂົ້າ​ມາ ເພາະ​ເຣົາ​ໄດ້​ໄຖ່​ເຂົາ​ໄວ້​ແລ້ວ ແລະ​ເຂົາ​ຈະ​ມີ​ມາກ​ມາຍ​ເຫມືອນ​ການ​ກ່ອນ

9   ເຖິງວ່າ​ເຮົາ​ໄດ້​ຫວ່ານ​ເຂົາ​ໄປ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ແຕ່​ເຂົາ​ຈະ​ຣະ​ລຶກ​ເຖິງ​ເຮົາ​ໃນ​ປະ​ເທດ​

ທີ່​ຫ່າງ​ໄກ​ນັ້ນ ເຂົາ​ຈະ​ດຳ​ຣົງ​ຊີ​ວິດ​ຢູ່​ກັບ​ບຸດ​ຫລານ​ຂອງ​ເຂົາ​ແລະ​ກັບ​ມາ

10 ເຮົາ​ຈະ​ນຳ​ເຂົາ​ກັບ​ຈາກ​ແຜ່ນ​ດິນ​ເອ​ຢິບ ແລະ​ຮວບ​ຮວມ​ເຂົາ​ມາ​ຈາກ​ອັ​ສ​ຊີ​ເຣັຽ ແລະ​ເຮົ​າ​ຈະ​ນຳ​ເຂົາ​ມາ​ຍັງ​ແຜ່ນ​ດິນ​ກີ​ເລ​ອາດ​ແລະ​ເລບາ​ນອນ​ຈົນຈະ​ບໍ່​ມີ​ທີ່​ໃຫ້​ເຂົາ​ຢູ່

11 ພຣະ​ອົງ​ສະ​ເດັດ​ຜ່ານ​ຂ້າມ​ທະ​ເລ​ແຫ່ງ​ຄວາມ​ລະ​ທົມ ແລະ​ຈະ​ຊົງ​ທຸບ​ຄື່ນ​ທະ​ເລ ແລະ​ທີ່​ເລິກ​ທັງ​ສິ້ນ​ຂອງແມ່​ນ້ຳ​ນິນ​ຈະ​ແຫ້ງ​ໄປ ຄວາມ​ຈອງ​ຫອງ​ຂອງ​ອັ​ສ​ຊີ​ເຣັຽ​ຈະ​ຕົກ​ຕ່ຳ ແລະ​ກະ​ບອງ (ຄະ​ທາ) ຂອງ​ເອ​ຢິບ​ຈະ​ພາກ​ໄປ​ເສັຽ

12 ເຣົາ​ຈະ​ຊົງ​ທຳ​ໃຫ້​ເຂົາ​ທັງ​ຫລາຍ​ເຂັ້ມ​ແຂງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ຈະ​ອວດ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນີ້​ແຫລະ

 

11.

1   ໂອ ເລ​ບາ​ນອນ​ເອີຍ, ຈົ່ງ​ເປີດ​ບັນ​ດາ​ປະ​ຕູ​ຂອງເຈົ້​າ ເພື່ອ​ໄຟ​ຈະ​ໄດ້​ເຜົາ​ຜານ​ໄມ້​ສົນ​ສີ​ດາ​ຂອງ​ເຈົ້າ​ເສັຽ

2   ໂອ ຕົ້ນ​ແປກ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ເຖີດ ເພາະ​ໄມ້​ສົນ​ສີ​ດາ​ລົ້ມ​ເສັຽ​ແລ້ວ ເພາະ​ບັນ​ດາ​ໄມ້​ທີ່​ສະ​ງ່າ​ງາມ​ພິ​ນາດ​ລົງ​ໄປ​ແລ້ວ ຕົ້ນ​ກໍ່​ເມືອງ​ບາ​ຊານ​ເອີຍ ຈົ່ງ​ຮ້ອງ​ໄດ້​ເຖີດ ເພາະ​ປ່າ​ທຶບ​ຖືກປ້ຳ​ລົງເສັຽແລ້ວ

3    ຟັງ​ເດີ ສຽງ​ຜູ້​ປົກ​ຄອງຮ້ອງ​ຄວນ​ຄາງ ເພາະ​ສັກ​ສີ​ຂອງ​ເຂົາ​ທັງ​ຫລາຍ​ກໍ​ຖືກ​ທຳ​ລາຍ​ໄປ​ແລ້ວ ຟັງ​ເດີ ສຽງ​ສີງ​ຫນຸ່ມ​ຄຳ​ລາມ ເພາະ​ວ່າ​ດົງ​ລຸ່ມ​ແມ່​ນ້ຳ​ຈໍ​ແດນ​ໄດ້​ຖືກ​ທຳ​ລາຍ​ລົງ

ຄົນ​ລ້ຽງ​ແກະ​ສອງ​ຄົນ

4   ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ສັ່ງ​ດັ່ງ​ນີ້​ວ່າ, “ຈົ່ງ​ລ້ຽງ​ຝູງ​ແບ້ ແກະ​ທີ່​ຕ້ອງ​ຖືກ​ຂ້າ

5   ບັນ​ດາ​ຜູ້​ທີ່​ຊື້​ມັນ​ໄປ​ກໍ​ຂ້າ​ມັນ​ເສັຽ ແລະ​ບໍ່​ຕ້ອງ​ມີ​ໂທດ ແລະ​ບັນ​ດາ​ຄົນ​ທີ່​ຂ​າຍ​ມັນ​ກ່າວ​ວ່າ, “ສາ​ທຸການ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຂ້າ​ພະ​ເຈົ້າ​ຮັ່ງ​ມີ​ແລ້ວ” ແລະ​ຜູ້​ລ້ຽງ​ແກະຂອງມັນ​ທັງ​ຫລາຍ​ບໍ່​ສົງ​ສານ​ມັນ​ເລີຍ

6   ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາ​ເຮົາ​ຈະ​ບໍ່​ສົງ​ສານ​ຊາວ​ແຜ່ນ​ດິນ​ນີ້​ອີກ​ຕໍ່​ໄປ ເຣົາ​ກໍ​ຈ​ກະ​ທຳ​ໃຫ້​ເຂົາ​ຕ່າງ​ຄົນ​ຕົກ​ເຂົ້າ​ໄປ​ໃນ​ມື​ຂອງ​ຜູ້​ລ້ຽງ​ແກະ​ຂອງ​ເຂົາ ແລະ​ຕ່າງ​ກໍ​ຕົກ​ໄປ​ໃນ​ຫັດ​ຂອງ​ກະ​ສັດ​ຂອງ​ເຂົາ ແລະ​ທ່ານ​ຈະ​ບີບ​ໂລກ​ໃຫ້​ແຫລກ ແລະ​ເຣົາ​ຈະບໍ່​ຊ່ອຍ​ເຫລືອ​ຄົນ​ນື່ງ​ຄົນ​ໃດ​ໃຫ້​ພົ້ນ​ມື​ຂອງ​ທ່ານ​ທັງ​ຫລາຍ”

7   ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ລ້ຽງ​ດູ​ຝູງ​ແບ້ ແກະ​ທີ່​ຖືກ​ຂ້າ ເພື່ອ​ເຫັນ​ແກ່​ຜູ້​ທີ່​ຄ້າ​ແກະ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ໄມ້​ເທົ້າ​ສອງ​ອັນ ອັນ​ນຶ່ງ​ໃຫ້​ຊື່​ວ່າ ພຣະ​ຄຸນ ອີກ​ອັນ​ນຶ່ງ​ໃຫ້​ຊື່​ວ່າ ນ້ຳ​ນຶ່ງ​ໃຈ​ດຽວ ແລະ​ຂ້າ​ພະ​ເຈົ້າ​ກໍ​ລ້ຽງ​ດູ​ແກະ

8   ໃນ​ເດືອນ​ດຽວ​ຂ້າ​ພະ​ເຈົ້າ​ທຳ​ລາຍ​ຜູ້​ລ້ຽງ​ແກະ​ສາມ​ຄົນ​ນັ້ນ​ເສັຽ ແຕ່​ຂ້າ​ພະ​ເຈົ້າ​ເບື່ອ​ແກະ​ເສັຽ​ແລ້ວ ແລະ​ແກະ​ກໍ​ກຽດ​ຊັງ​ຂ້າ​ພະ​ເຈົ້າ​ດ້ວຍ

9   ຂ້າ​ພະ​ເຈົ້າ​ຈຶ່ງວ່າ “ຂ້າ​ຈະ​ບໍ່​ລ້ຽງ​ດູ​ເຈົ້າ ພວກ​ທີ່​ຕາຍ​ໄປ​ກໍ​ໃຫ້​ຕາຍ​ໄປ ພວກ​ທີ່​ຈະ​ຕ້ອງ​ຖືກ​ທຳ​ລາຍ​ກໍ​ໃຫ້​ຖືກ​ທຳ​ລາຍ​ໄປ ແລະ​ໃຫ້​ບັນ​ດາ​ທີ່​ເຫລືອ​ຢູ່​ນັ້ນ​ກິນ​ຊີ້ນ​ຊຶ່ງ​ກັນ​ແລະ​ກັນ

10 ຂ້າ​ພະ​ເຈົ້າ​ກໍ​ເອົາໄມ້​ເທົ້າ​ທີ່​ຊື່​ພຣະ​ຄຸນ​ນັ້ນ​ມາ​ຫັກ ລົ້ມ​ເລີກ​ພັນ​ທະ​ສັນ​ຍາ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ທຳ​ໄວ້​ກັບ​ຊົນ​ຊາດ​ທັງ​ຫລາຍ​ເສັຽ

11 ຈຶ່ງ​ເປັນ​ອັນ​ລົ້ມ​ເລີກ​ໃນ​ວັນ​ນັ້ນ ແລະ​ບັນ​ດາ​ນັກ​ຄ້າ​ແກະ ຜູ້​ຊຶ່ງ​ຄອຍ​ເບິ່ງ​ຂ້າ​ພະ​ເຈົ້າຢູ່​ກໍ​ຮູ້​ວ່າ​ນັ້ນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

12 ແລ້ວ​ຂ້າ​ພ​ເຈົ້​າ​ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ຖ້າ​ທ່ານ​ເປັນ​ຄວນ​ກໍ​ຂໍ​ຄ່າ​ຈ້າງ​ແກ່​ເຣົາ ຖ້າ​ບໍ່​ເຫັນ​ຄວນ​ກໍ​ບໍ່​ຕ້ອງ​ໃຫ້” ແລ້ວ​ເຂົາ​ກໍ​ຊັ່ງ​ເງິນ​ສາມ​ສິບ​ເຊ​ເກ​ລ​ອອກ​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ເປັນ​ຄ່າ​ຈ້າງ

13 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ໂຍນ​ເງິນ​ນັ້ນ​ເຂົ້າ​ໄປ​ໃນ​ຄັງ” ຄື​ເງີນ​ກ້ອນ​ງາມ​ທີ່​ເຂົາ​ຈ່າຍ​ໃຫ້​ຂ້າ​ພະ​ເຈົ້າ ດັ່ງນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ເງິນ​ສາມ​ສິບ​ເຊເກ​ລ​ໂຍນ​ເຂົ້າ​ໄປ​ໃນ​ພຣະ​ຄັງ​ໃນພຣະ​ວິ​ຫາ​ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

14 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຫັກ​ໄມ້​ເທົ້າ​ອັນ​ທີ່​ສອງ​ທີ່​ຊື່​ວ່າ ນ້ຳ​ນຶ່ງ​ໃຈ​ດຽວ​ນັ້ນ​ເສັຽ ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ຂອງ​ຢູ​ດາ​ແລະ​ອິສ​ຣ​າ​ເອນກໍ​ຫັກ​ສະ​ບັ້ນ​ລົງ

15 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ຫຍິບ​ເຄື່ອງ​ໃຊ້​ຂອງ​ຄົນ​ລ້ຽງ​ແກະ​ທີ່​ໄຮ້​ຄ່າ​ຂື້ນ​ມາ​ອີກ​ຄັ້ງ​ນຶ່ງ

16 ເພາະ​ເຮົາ​ກຳ​ລັງ​ຕັ້ງ​ຄົນ​ລ້ຽງ​ແກະ​ຜູ້​ນຶ່ງ​ໃນ​ແຜ່ນ​ດິນ​ນີ້ ຜູ້​ບໍ່​ສົນ​ໃຈ​ຕົວ​ທີ່​ກຳ​ລັງ​ພິ​ນາດ ຫລື​ສ​ແວງ​ຫາ​ຕົວ​ທີ່​ຍັງ​ຫນຸ່ມ ຫລື​ຮັກ​ສາ​ຕົວ​ທີ່​ກະ​ດູກ​ຫັກ ຫລື​ລ້ຽງ​ດູ​ຕົວ​ທີ່​ເປັນ​ປົກ​ກະ​ຕິ ແຕ່​ກິນ​ຊີ້ນ​ຂອງ​ແກະ​ອ້ວນ​ທຸກ​ໂຕ ຈີກ​ກິນ​ຈົນ​ກະ​ທັ່ງ​ເຖິງກີບ​ຂອງ​ມັນ

17 ວິ​ບັດ​ແກ່​ຄົນລ້ຽງ​ແກະ​ຜູ້​ໄຮ້​ຄ່າ​ຂອງ​ເຮົາ ຜູ້​ທີ່​ປະ​ຖິ້ມ​ຝູງ​ແກະ​ເສັຽ ຂໍ​ໃຫ້​ດາບ​ຟັນ​ແຂນ​ຂອງ​ເຂົາ​ເຖີດ ແລະ​ຟັນ​ຕາ​ຂວາ​ຂອງ​ເຂົາ​ເຖີດ ຂໍ​ໃຫ້​ແຂນ​ຂອງ​ເຂົາ​ລີບ​ໄປ​ເສັຽ ແລະ​ໃຫ້​ຕາ​ຂວາ​ຂອງ​ເຂົາ​ບອດ​ທີ່​ດຽວ”

 

12. ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ປົດ​ປ່ອຍ​ໃນ​ອະ​ນາ​ຄົດ

1   ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ດ້ວຍ​ເຣື່ອງອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄຶງ​ທ້ອງ​ຟ້າ​ອອກ ແລະ​ວາງ​ຮາກ​ພິ​ພົບ ແລະ​ປັ້ນ​ຈິດ​ວິນ​ຍານ​ໃຫ້​ມີ​ຢູ່​ໃນ​ມະ​ນຸດ ກ່າວ​ວ່າ,

2   “ເບິ່ງ​ແມ໋, ເຮົາ​ກຳ​ລັງຈະ​ທຳ​ກຸງ​ເຢ​ຣູ​ຊ​າ​ເລັມ​ໃຫ້​ເປັນ​ຖ້ວຍ​ນ້ຳ​ເມົາ​ສຳ​ລັບ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຢູ່​ລ້ອມ​ຮອບ ຖ້ວຍ​ນັ້ນ​ຈະ​ຢູ່​ເຫນືອ​ຢູ​ດາ​ເມື່ອກຸງເຢ​ຣູ​ຊາ​ເລັມ​ຖືກ​ລ້ອມ

3   ໃນ​ວັນ​ນັ້ນ ເຣົາ​ຈະ​ກະ​ທຳ​ໃຫ້​ເຢ​ຣູ​ຊາ​ເລັມ​ເປັນ​ສີ​ລາ​ຫນັກ​ແກ່ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ຜູ້​ໃດ​ທີ່​ພ​ຍາ​ຍາມ​ຍົກ​ຫີນ​ນັ້ນ​ຂື້ນ​ຈະ​ກະ​ທຳ​ໃຫ້​ຕົວ​ເຂົາ​ເອງ​ບາດ​ເຈັບຢ່າງ​ສາ​ຫັດ ແລະ​ປະ​ຊາ​ຊາດ​ທັງ​ຫລາຍໃນ​ພິ​ພົບ​ຈະ​ສົມ​ທົບ​ກັນ​ສູ້​ເຢ​ຣູ​ຊາ​ເລັມ

4   ພຣະຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຣົາ​ຈະ​ໃຫ້​ມ້າ​ທຸກ​ໂຕ​ວຸ້ນ​ວາຍ ແລະ​ກະ​ທຳ​ໃຫ້​ຄົນຂີ່ບ້າ​ຄັ່ງ ແຕ່​ເຮົາ​ຈະ​ລືມ​ຕາ​ເບິ່ງ​ເຊື້ອ​ສາຍ​ຢູ​ດາ ແລະ​ເຮົາ​ກະ​ທຳ​ໃຫ້​ມ້າ​ທຸກ​ໂຕ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ຕາ​ບອດ​ໄປ

5   ແລ້ວ​ຫົວ​ຫ​ນ້າ​ຕະ​ກູນ​ຢູ​ດາ​ຈະ​ຣຳ​ພຶງ​ໃນ​ໃຈ​ວ່າ “ຊາວ​ເຢ​ຣູ​ຊາ​ເລັມ​ເປັນ​ກຳ​ລັງ​ຂອງ​ເຣົາ ເນື່ອງ​ຈາກ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ຂອງ​ເຂົາ”

6   “ໃນ​ວັນ​ນັ້ນ ເຮົາ​ຈະ​ກະ​ທຳ​ໃຫ້​ຫົວ​ຫນ້າ​ຕະ​ກູນ​ຢູ​ດາ​ທັງ​ຫລາຍ​ເຫມືອນຫມໍ້​ຮ້ອນ​ແດງ​ຢູ່​ຖ້າມ​ກາງກອງ​ຟືນ ເຫມືອນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງ​ນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ແລະ​ຈະ​ເຜົາ​ຜານ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຢູ່​ລ້ອມ​ຮອບ​ໄປ​ທາງ​ຂວາ​ແລະ​ໄປ​ທາງ​ຊ້າຍ​ເສັຽ ຝ່າຍ​ເຢ​ຣູ​ຊາ​ເລັມ​ຈະ​ມີ​ຄົນ​ອາ​ໄສ​ຢູ່​ໃນ​ທີ່​ດິນ​ນັ້ນ​ເອງ ຄື​ເຢ​ຣູ​ຊາ​ເລັມ

7   “ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ປະ​ທານ​ໄຊ​ຊະນ​ແກ່​ເຕັນ​ຂອງ​ຢູ​ດາ​ກ່ອນ ເພື່ອ​ວ່າ​ສັກ​ສີ​ແຫ່ງ​ຣາ​ຊວົງ​ດາ​ວິດ ແລະ​ສັກ​ສີ​ແຫ່ງ​ຊາວ​ເຢ​ຣູ​ຊາ​ເລັມ​ຈະ​ບໍ່​ໄດ້​ເປັນ​ທີ່​ຍົກ​ຍ້ອງ​ເຫນືອກວ່າ​ຂອງ​ຢູ​ດາ

8   ໃນ​ວັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັງ​ຊາວ​ເຢ​ຣູ​ຊາ​ເລັມ​ໄວ້ ເພື່ອ​ວ່າ​ຄົນ​ທີ່​ອ່ອນ​ແອ​ທີ່​ສຸດ​ຖ້າມ​ກາງ​ເຂົາ ໃນ​ວັນ​ນ​ນັ້ນ​ຈະ​ເປັນ​ເຫມືອນ​ດາ​ວິດ ແລະ​

ຣາ​ຊວົງ​ຂອງ​ດາ​ວິດ​ຈະ​ເປັນ​ເຫມືອນ​ພຣະ​ຜູ້​ເປັນ​ເຈົ້າ ເຫມືອນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ຫນ້າ​ເຂົາ​ທັງ​ຫລາຍ​

9   ໃນ​ວັນ​ນັ້ນ ເຮົາ​ຈະ​ສ​ແວງ​ທີ່​ຈະ​ທຳ​ລາຍ​ປ​ຊາ​ຊາດ​ທັງ​ສິ້ນ​ຊຶ່ງ​ເຂົ້າ​ມາ​ຕໍ່​ສູ້​ເຢ​ຣູ​ຊາ​ເລັມ

10  “ແລະ​ເຣົາຈະ​ເທວິນ​ຍານ​ແຫ່ງ​ຄວາມ​ເມດ​ຕາ​ເອັນ​ດູ ແລະ​ການ​ອ້ອ​ນວອນ​ເທິງ​ຣາ​ຊວົງ​ດາ​ວິດ ແລະ​ຊາວ​ເຢ​ຣູ​ຊາ​ເລັມ ດັ່ງ​ນັ້ນ​ເມື່ອ​ເຂົ​າ​ທັງ​ຫລາຍມອງ​ເບິ່ງ​ເຮົາ ຜູ້​ຊຶ່ງ​ເຂົາ​ເອງ​ໄດ້​ແທງ ເຂົາ​ຈະ​ໄວ້​ທຸກ​ເພື່ອ​ບຸດ​ຄົນ​ດຽວ​ຂອງ​ຕົນ ແລະ​ຮ້ອງ​ໄຫ້​ຢ່າງ​ຂົ່ມ​ຂື່ນ​ເພື່ອ​ທ່ານ ເຫມືອນ​ຢ່າງ​ຄົນ​ຮ້ອງ​ໄຫ້​ເພື່ອ​ບຸດ​ຫົວ​ປີ​ຂອງ​ຕົນ

11 ໃນ​ວັນ​ນັ້ນ ການ​ໄວ້​ທຸກ​ໃນ​ເຢ​ຣູ​ຊາ​ເລັມ​ຈະ​ໃຫຍ່​ໂຕ​ຢ່າງ​ການ​ໄວ້​ທຸກ​ເພື່ອຮາດາດ​ຣີມ​ໂມນ​ໃນ​ທີ່​ຮາບ​ເມ​ກິດ​ໂດ

12 ແຜ່ນ​ດິນ​ຈະ​ໄວ້​ທຸກ ຕາມ​ຄອບ​ຄົວ​ແຕ່​ລະ​ຄອບ​ຄົວ ຄອບ​ຄົວ​ຣາ​ຊວົງ​ດາ​ວິດຕ່າງ​ຫາກ ແລະ​ບັນ​ດາ​ພັ​ຣ​ຍາ​ຂອງ​ທ່ານ​ຕ່າງ​ຫາກ ຄອບ​ຄົວ​ຂອງວົງ​ນາ​ທານ​ຕ່າງ​ຫາກ ແລະ​ບັນ​ດາ​ພັ​ຣ​ຍາ​ຂອງ​ເຂົາ​ຕ່າງ​ຫາກ

13 ຄອບ​ຄົວ​ຂອງວົງ​ເລ​ວີ​ຕ່າງ​ຫາກ ແລະ​ພັ​ຣ​ຍາ​ຂອງ​ເຂົ​າ​ຕ່າງ​ຫາກ ຄ​ອບ​ຄົວ​ຕະ​ກູນ​ຊີເມ​ອີ​ຕ່າງຫາກ ແລະ​ພັ​ຣ​ຍາ​ຂອງ​ເຂົາ​ຕ່າງ​ຫາກ

14 ແລະ​ທຸກ​ຄອບ​ຄົວ​ທີ່​ເຫລືອ​ຢູ່​ກໍ​ໄວ້​ທຸກ​ຕ່າງ​ຫາກ ແລະ​ພັ​ຣ​ຍາ​ຂອງ​ເຂົາ​ຕ່າງ​ຫາກ

 

13.

1    “ໃນ​ວັນ​ນັ້ນ ຈະ​ມີ​ນ້ຳ​ພຸ​ພຸ່ງ​ຂື້​ນ​ສຳ​ລັບ​ຣາ​ຊວົງ​ຂອງ​ດາ​ວິດ ແລະ​ຊາວ​ເຢ​ຣູ​ຊາ​ເລັມ ເພື່ອ​ຈະ​ຊຳ​ຮະ​ເຂົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ບໍ່​ສະ​ອາດ

2    ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ໃນ​ວັນ​ນັ້ນ ເຮົາ​ຈະ​ກຳ​ຈັດ​ຊື່ຂອງ​ຮູບ​ເຄົາ​ຣົບ​ເສັຽ​ຈາກ​ແຜ່ນ​ດິນ ເພື່ອ​ວ່າ​ເຂົາ​ຈະ​ຣະ​ລຶກ​ເຖິງ​ອີກ​ບໍ່​ໄດ້​ເລີຍ ແລະ​ເຮົ​າ​ຈະ​ໄລ່​ຜູ້​ປະ​ກາດ​ພຣະ​ທັມ ແລະ​ວິນ​ຍານ​ທີ່​ບໍ່​ສະ​ອາດ​ໄປ​ເສັຽ​ຈາກ​ແຜ່ນ​ດິນ

3   ຖ້າ​ມີ​ຜູ້​ໃດ​ປາ​ກົດ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມອີກ ບິ​ດາ​ມານ​ດາ​ຜູ້​ໃຫ້​ເຂົາ​ບັງ​ເກີດ​ມາ​ນັ້ນ​ຈະ​ເວົ້າ​ກັບ​ເຂົາ​ວ່າ “ເຈົ້າ​ຢ່າ​ມີ​ຊີ​ວິດ​ຢູ່​ເລີຍ ເພາະ​ເຈົ້າ​ເວົ້າ​ຕົວະ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ເມື່ອ​ເຂົາ​ປະ​ກາດ​ພຣະ​ທັມ ບິ​ດາ​ມານ​ດາ​ຜູ້​ໃຫ້​ເຂົາ​ເກີດ​ມາ​ຈະ​ແທງ​ເຂົາ​ໃຫ້​ທະ​ລຸ

4   ໃນ​ວັນ​ນັ້ນ ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຈະ​ມີ​ຄວາມ​ລະ​ອາຍ​ເພາະ​ນິ​ມິດ​ຂອງ​ເຂົາ​ເມື່ອ​ປະ​ກາດ​ພຣະ​ທັມ ເຂົາ​ຈະ​ບໍ່​ສວມ​ຜ້າ​ມີ​ຂົນ​ເພື່ອ​ລໍ້​ລວງ​ອີກ​ຕໍ່​ໄປ

5   ແຕ່​ເຂົາ​ຈະ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ ຂ້າ​ພະ​ເຈົ້າ​ເປັນ​ຊາວ​ນາ ເພາະ​ວ່າ​ພື້ນ​ດິນ​ເປັນ​ກຳ​ມະ​ສິດ​ຂອງ​ຂ້າ​ພະ​ເຈົ້າ ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຫນຸ່ມ”

6   ແລະ​ຖ້າ​ຜູ້​ໃດ​ຈະ​ຖາມ​ເຂົາ​ວ່າ, “ເປັນ​ຫຍັງ​ທ່ານ​ມີ​ແຜ​ເປັນ​ທີ່​ຫລັງ?” ເຂົາ​ຈະ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ແຜ​ເປັນ​ນັ້ນ​ໃນ​ເຮືອນ​ຂອງ​ພວກ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ”

ກ​ານ​ຕີ​ຄົນ​ລ້ຽງ​ແກະ​ຂອງ​ພຣະ​ເຈົ້າ

7   ພຣະ​ຜູ້​ເປັນ​ເຈົ້າ​ຈອມໂຍ​ທາ​ສັ່ງ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂື້​ນ​ຕໍ່​ສູ້​ຄົນ​ລ້ຽງ​ແກະ​ຂອງ​ເຣົາ ຈົ່ງ​ຕໍ່​ສູ້​ຄົນ​ລ້ຽງ​ແກະ ແລະ​ຝູງ​ແກະ​ນັ້ນ​ຈະ​ກະ​ຈັດ​ກະ​ຈາຍ​ໄປ ເຣົາ​ຈະ​ກັບ​ມື​ຂອງ​ເຮົ​າ​ຕໍ່​ສູ້​ກັບ​ຕົວ​ເລັກ​ຕົວ​ນ້ອຍ

8   ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ທົ່ວ​ທັງ​ແຜ່ນ​ດິນ​ຈະ​ຕ້ອງ​ກຳ​ຈັດ​ເສັຽໃຫ້​ພິ​ນາດສອງ​ໃນ​ສາມ ແລະ​ເຫລືອ​ໄວ້​ນຶ່ງ​ໃນ​ສາມ

9   ເຮົາ​ຈະ​ເອົາ​ນຶ່ງ​ໃນ​ສາມ​ນີ້​ໃສ່​ໃນ​ໄຟ ແລະ​ເຮົາ​ຈະ​ຫລໍ່​ຫລອມ​ເຂົາ​ເຫມືອນ​ຫລໍ່​ຫລອມ​ເງິນ ແລະ​ລອງ​ເບິ່ງ​ເຂົາ​ເຫມືອນ​ທົດ​ລອງ​ທອງ​ຄຳ ເຂົາ​ຈະ​ຮ້ອງ​ທູນ​ອອກ​ພຣະ​ນາມ​ຂອງ​ເຣົາ ແລະ​ເຮົາ​ຈະ​ຕອບ​ເຂົາ ເຮົາ​ຈະ​ກ່າວ​ວ່າ “ເຂົາ​ທັງ​ຫລາຍ​ເປັນ​ຊົນ​ຊາດ​ຂອງ​ເຣົາ” ແລະ​ເຂົາ​ຈະ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ”

 

14. ເຢ​ຣູ​ຊາ​ເລັມ​ແລະ​ປະ​ຊາ​ຊາດ​ຕ່າງໆ

 (ອ​ຊ​ກ 38-39; ມຣກ 13; ພ​ນມ 20-22)

1   ເບິ່ງ​ແມ໋ ວັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ແລ້ວ ເມື່ອ​ຊັບ​ສິນ​ທີ່​ເຂົາ​ຍຶດ​ໄປ​ຈາກ​ເຈົ້າ​ນັ້ນ ເຂົາ​ຈະ​ແບ່ງ​ກັນ​ຖ້າມ​ກາງ​ເຈົ້າ

2   ເພາະ​ເຮົາ​ຈະ​ຮວບ​ຮວມ​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ທຳ​ເສິກ​ກັບ​ເຢ​ຣູ​ຊາ​ເລັມ ເມືອງ​ນັ້ນ​ຈະ​ຖືກ​ຍຶດ ເຂົາ​ຈະ​ປຸ້ນ​ເອົາ​ຊັບ​ໃນ​ເຮືອນ​ແລະ​ຂົ່ມ​ຂືນ​ຜູ້​ຍິງ ພົລ​ເມືອງ​ເຄິ່ງ​ນຶ່ງ​ຈະ​ຕົກ​ໄປ​ເປັນ​ຊະ​ເລີຍ ປະ​ຊາ​ຊົນ​ສ່ວນ​ທີ່​ເຫລືອ​ຢູ່​ຈະ​ບໍ່​ຖືກ​ຕັດ​ອອກ​ເສັຽ​ຈາກ​ເມືອງ

3   ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ອອກ​ໄປ​ຕໍ່​ສູ້​ກັບ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ​ເຫມືອນ​ເມື່ອ​ພຣະ​ອົງ​ຊົງ​ຕໍ່​ສູ້​ໃນ​ວັນ​ສົງ​ຄາມ

4   ໃນ​ວັນ​ນັ້ນ​ພຣະ​ບາດ​ຂອງ​ພຣະ​ອົງ​ຈະ​ຢືນ​ຢູ່​ທີ່​ພູ​ເຂົາ​ຫມາກກອກ​ເທດ ຊຶ່ງ​ຢູ່​ຫນ້າ​ເມືອງ​ເຢ​ຣູ​ຊາ​ເລັມ​ດ້ານ​ຕາ​ເວັນ​ອອກ ແລະ​ພູ​ເຂົາ​ຫມາກກອກ​ເທດ​ນັ້ນ​ຈະ​ແຍກ​ອອກ​ເປັນ​ສອງ​ສ່ວນ​ຈາກ​ທິດ​ຕາ​ເວັນ​ອອກ​ໄປ​ທິດ​ຕາ​ເວັນ​ຕົກ ໂດຍ​ມີ​ຫຸບ​ເຂົາ​ອັນກວ້າງ​ຂວາງຢູ່ຫວ່າງ​ກາງ ພູ​ເຂົາ​ເຄິ່ງ​ນຶ່ງ​ຈຶ່ງ​ຈະ​ເຄື່ອນໄປ​ທາງ​ເຫນືອ ແລະ​ອີກ​ເຄິ່ງ​ນຶ່ງ​ຈະເຄື່ອນ​ໄປ​ທາງ​ໃຕ້

5   ແລະຫຸບ​ເຂົາ​ແຫ່ງ​ບັນ​ດາ​ພູ​ເຂົາ​ຂອງ​ເຮົາ​ນັ້ນ​ຈະ​ຖືກ​ກັ້ນ​ເສັຽ ເພາ​ວ່າ​ຫຸບ​ເຂົາ​ແຫ່ງ​ບັນ​ດາ​ພູ​ເຂົາ​ຈະ​ມາ​ເຖິງ​ອາ​ຊານ ແລະ​ທ່ານ​ທັງ​ຫລາຍ​ຈະ​ຕ້ອງ​ຫນີ​ໄປ ຢ່າງ​ທີ່​ຫນີ​ຈາກ​ແຜ່ນ​ດິນ​ໄຫວ​ສະ​ໄຫມ​ອຸ​ສ​ຊີ​ຢາ​ກະ​ສັດ​ປະ​ເທດ​ຢູ​ດາ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ​ຈະ​ສະ​ເດັດ​ມາ ແລະ​ຝູງ​ທູດ​ສວັນ​ຈະ​ມາ​ກັບ​ພຣະ​ອົງ

6   ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ຄວາມ​ຫນາວ​ແລະ​ນ້ຳ​ຄ້າງ​ແຂງ

7   ຈະ​ມີ​ແຕ່​ວັນ (ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ຊາບ) ບໍ່​ແມ່ນ​ກາງວັນ​ສ​ລັບ​ກາງຄືນ ແຕ່​ເວ​ລາ​ຄ່ຳ​ຈະ​ມີ​ແສງ​ສວ່າງ

8   ໃນ​ວັນ​ນັ້ນ​ນ້ຳ​ພູ​ຈະ​ໄຫລ​ອອກ​ຈາກ​ເຢ​ຣູ​ຊາ​ເລັມ ເຄິ່ງ​ນຶ່ງ​ຈະ​ໄຫລໄປ​ສູ່​ທະ​ເລ​ດ້ານ​ຕາ​ເວັນ​ອອກ ແລະ​ເຄິ່ງ​ນຶ່ງ​ຈະ​ໄຫລ​ໄປ​ສູ່ທະ​ເລ​ດ້ານ​ຕາເວັນ​ຕົກ ໃນ​ຣະ​ດູ​ຮ້ອນກໍ​ຈະ​ໄຫລ​ເລື້ອຍ​ໄປ​ດັ່ງ​ໃນ​ຣະ​ດູ​ຫນາວ

9   ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ກະ​ສັດ​ເຫນືອ​ພິ​ພົບ​ທັງ​ສິ້​ນ ໃນ​ວັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ເອກ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ເປັນ​ເອກ

10 ແຜ່ນ​ດີນ​ທັງ​ສິ້ນ​ຈະ​ກາຍ​ເປັນ​ທີ່​ຮາບ​ພຽງ​ຈາກ​ເກ​ບາ​ເຖິງ​ຣີມ​ໂມນໃຕ້​ເຢ​ຣູ​ຊາ​ເລັມ ແຕ່​ເຢ​ຣູ​ຊາ​ເລັມ​ຈະ​ດຳ​ຣົງ​ສູງເດັ່ນ​ຢູ່​ໃນ​ທີ່​ຕັ້ງ​ຂອງ​ເມືອງ​ນັ້ນ​ຈາກ​ປະ​ຕູ​ເບັນ​ຢາ​ມິນ​ເຖິງ​ສະ​ຖານ​ທີ່​ທີ່​ເປັນ​ປະ​ຕູ​ເກົ່າ ເຖິງ​ປະ​ຕູ​ແຈ ແລະ​ຈາກ​ຫໍຄອຍ​ຮາ​ນານ​ເອນ​ເຖິງບໍ່​ຢ່ຳ​ອະ​ງຸ່ນ​ຂອງ​ກະ​ສັດ

11 ແລະ​ຈະ​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ເພາະ​ບໍ​ມີ​ຄຳ​ສາບ​ແຊ່ງ​ອີກ​ແລ້ວ ເຢ​ຣູ​ຊາ​ເລັມ​ຈະ​ຢູ່​ຢ່າງ​ປອດ​ພັຍ

12 ຕໍ່​ໄປ​ນີ້​ເປັນ​ໄພ​ວິ​ບັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຊ້​ໂຈມ​ຕີ​ບັນ​ດາ​ຊົນຊາດ​ທັງ​ຫລາຍ​ທີ່​ທຳ​ສົງ​ຄາມ​ກັບ​ເຢ​ຣູ​ຊາ​ເລັມ ຄື​ຊີ້ນ​ຂ​ອງ​ເຂົາ​ຈະ​ເນົ່​າ​ໄປ​ເມື່ອ​ເຂົາ​ຍັງ​ຢືນ​ຢູ່​ໄດ້ ຕາ​ຂອງ​ເຂົາ​ຈະ​ເນົ່າ​ຄາ​ເບົ້າ​ຕາ ແລະ​ລີ້ນ​ຂອງ​ເຂົາ​ຈະ​ເນົ່​າ​ຄາ​ປາກ

13 ໃນ​ວັນ​ນັ້ນ ການ​ສັບສົນ​ອົນ​ລະ​ຫມ່ານ​ຢ່າງ​ໃຫຍ່​ໂຕ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕົກ​ລົງ​ເຫນືອ​ເຂົາ​ທັງ​ຫລາຍ ເພາະ​ສະ​ນັ້ນ​ຄົນ​ນຶ່ງ​ຈະ​ຈັບ​ຄຸມ​ເພື່ອນ​ຂອງ​ຕົນ ແລະ​ເຂົາ​ຈະ​ຍົກ​ມື​ຂື້ນ​ຕໍ່​ສູ້​ກັນແລະ​ກັນ

14 ແມ້ວ່າ​ຢູ​ດາກໍ​ຈະ​ຕໍ່​ສູ້​ກັນ​ທີ່​ເຢ​ຣູ​ຊາ​ເລັມ ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​ທັງສິ້ນ​ທີ່​ຢູ່​ລ້ອມ​ຮອບ​ຈະ​ຖືກ​ເກັບ ມີ​ທອງ​ຄຳ ເງິນ ແລະ​ເສື້ອ​ຜ້າ​ຫລວງ​ຫລາຍ

15 ແລະ​ໄພ​ວິບັດ​ຢ່າງ​ນຶ່ງ​ທີ່​ເຫມືອນ​ໄພ​ວິ​ບັດ​ຢ່າງ​ນີ້​ຈະ​ບັງ​ເກີດ​ແກ່​ມ້າ ລໍ ອູດ ແລະ​ລາ ແ​ລະ​ບໍ່​ວ່າ​ສັດ​ຊະ​ນິດ​ໃດຊຶ່ງ​ມີ​ຢູ່​ໃນ​ຄ້າຍ​ເຫລົ່າ​ນັ້ນ

16 ແລະ​ຢູ່​ມາ​ບັນ​ດາ​ຄົນ​ທີ່ເຫລືອ​ຢູ່​ໃນ​ປະ​ຊາ​ຊາດ​ທັງ​ປວງ​ຊຶ່ງ​ຍົກ​ຂື້ນ​ມາ​ສູ້​ຮົບ​ກັບ​ເຢ​ຣູ​ຊາ​ເລັມ ຈະ​ຂື້ນ​ໄປ​ນະ​ມັ​ສ​ການ​ກະ​ສັດ​ປີ​ແລ້ວ​ປີ​ເລົ່າ​ ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ແລະ​ຈະ​ຖື​ເທສ​ການ​ປຸກຕູບ​ຢູ່

17 ຖ້າ​ຕະ​ກູນ​ໃດ​ໃນ​ພື້ນ​ພິ​ພົບ​ບໍ່​ຂື້ນ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ ເພື່ອ​ນະ​ມັ​ສາການ​ກະ​ສັດ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ ຝົນ​ກໍ​ຈະ​ບໍ່​ຕົກ​ເຫນືອ​ເຂົາ​ເຫລົ່​າ​ນັ້ນ

18 ແລະ​ຖ້າ​ຕະ​ກູນ​ເອຢິບ​ບໍ່​ຂື້ນ​ມາ​ປາ​ກົດ​ຕົວ​ທີ່​ນັ້ນ ເຂົາ​ກໍ​ຈະ​ບັງເກີດ​ໄພ​ວິ​ບັດ​ບໍ່​ເຫມືອນ​ໄພ​ວິ​ບັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຊ້​ໂຈມ​ຕີ​ປະ​ຊາ​ຊາດ​ອື່ນໆ ຊຶ່ງບໍ່ຂື້ນ​ໄປ​ຖື​ເທ​ສ​ການ​ປຸກ​ຕູບ​ຢູ່

19 ທີ່​ກ່າວ​ນີ້ຈະ​ເປັນ​ການ​ລົງ​ໂທດ​ເອ​ຢິບ ແລະ​ປະ​ຊາ​ຊາດ​ທັງ​ສິ້ນ ຊຶ່ງ​ບໍ່​ຂື້ນ​ໄປ​ຖື​ເທ​ສ​ການ​ປຸກ​ຕູບ​ຢູ່

20 ແລະ​ໃນ​ວັນ​ນັ້ນ​ໂສ້​ທີ່​ຜູກ​ມ້າ​ຈະ​ມີ​ຄຳ​ຈາ​ຣຶກວ່າ “ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ແລະ​ຫມໍ້​ຊຶ່ງຢູ່​ໃນ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ເຫມືອນ​ຊາມ​ຊຶ່ງ​ຢູ່​ຫນ້າ​ແທ່ນ​ບູ​ຊາ

21 ແລະ​ຫມໍ້​ທຸກ​ຫນ່ວຍ​ໃນ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ ຈະ​ເປັນ​ຂອງ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ເພື່ອ​ວ່າ​ທຸກ​ຄົນ​ທີ່​ມາ​ຖວາຍ​ສັ​ຕ​ບູ​ຊາ​ຈະ​ເອົາ​ຫມໍ້​ໄປ ແລະ​ຈະ​ຕົ້ມ​ຊີ້​ນ​ໃນ​ຫ​ມໍ້​ເຫລົ່າ​ນັ້ນ ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ພໍ່​ຄ້າ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ອີກ​ຕໍ່​ໄປ