Song of Solomon ພຣະທັມ​ຍອດ​ເພງ

 

ພຣະທັມ​ຍອດ​ເພງ

 

1

2

3

4

5

6

7

8

 

ຍອດ​ເພງ

 

1.

1   ບົດ​ຮ້ອງ​ເພງ​ອັນ​ຫນ້າ​ອອນ​ຊອນ​ຂອງ​ກະ​ສັດ​ໂຊໂລ​ໂມນ

ເຈົ້າ​ສາວ​ແລະ​ບຸດ​ຕ​ຣີ​ຂອງ​ເຢ​ຣູ​ຊາ​ເລັມ

ຍິງ​ສາວ:

2   ປາກ​ຂອງ​ອ້າຍ​ໄດ້​ຈູບ​ນ້ອງ ຄວາມ​ຮັກ​ຂອງ​ອ້າຍ​ຫວານກວ່າ​ນ້ຳ​ອະ​ງຸ່ນ

3   ຕົວ​ອ້າຍ​ມີ​ກິ່ນ​ຫອມ​ຫວນ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄິດ​ເຖິງ​ກິ່ນຫອມ​ນັ້ນ ແລະ​ບໍ່ມີ​ຍິງ​ໃດ​ທີ່​ຈະ​ບໍ່​ຮັກ​ອ້າຍ

4   ຂໍ​ໃຫ້​ນ້ອງ​ໄປ​ກັບ​ອ້າຍ ແລະ​ພວກ​ເຮົາ​ພາ​ກັນ​ຫນີ ຈົ່ງ​ເປັນ​ພຣະ​ຣາ​ຊາ​ຂອງ​ນ້ອງ ແລະ​ພາ​ນ້ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ອ້າຍ ຖ້າ​ວ່າ​ອ້າຍ​ຢູ່​ທີ່​ນີ້ ພວກ​ເຮົາ​ທັງ​ສອງ​ກໍ​ຈະ​ມີ​ຄວາມ​ສຸກ ພວກ​ເຮົາ​ຈະ​ດື່ມ​ນ້ຳ​ອະ​ງຸ່ນ​ແລະ​ຊື່ນ​ຊົມ​ໃນ​ຄວາມ​ຮັກ ນ້ອງ​ພໍ​ໃຈ​ທີ່​ສຸດ​ທີ່​ໄດ້​ຮັກ​ກັບ​ອ້າຍ

5   ຍິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ ແສງ​ຕາ​ເວັນ​ທຳ​ໃຫ້​ຂ້ອຍ​ແຫລ້ ແຕ່​ຍັງ​ສວຍ​ງາມຢູ່ ຕົວ​ຂ້ອຍ​ເປັນ​ສີ​ນ້ຳ​ຕານ​ເຫມືອນ​ຜ້າ​ເຕັນ​ກາງ​ໄວ້​ໃນ​ຖິ່ນ​ກັນ​ດານ ແລະ​ມີ​ສີ​ເຫມືອນ​ດັ່ງ​ຜ້າ​ກັ້ງ​ໃນ​ພຣະ​ຣາ​ຊວັງ​ກະ​ສັດ​ໂຊໂລ​ໂມນ

6   ຢ່າ​ຫລຽວ​ເບິ່ງ​ຢ່າງ​ດູ​ຫມິ່ນໃນ​ສີ​ຜິວ​ພັນ​ຂອງ​ຂ້ອຍ​ເພາະ​ຕາ​ເວັນ​ໄດ້​ແຜດ​ເຜົາ​ຂ້ອຍ ອ້າຍ​ນ້ອງ​ຂອງ​ຂ້ອຍ​ໃຈ​ຮ້າຍ​ຂ້ອຍ ແລະ​ໃຊ້​ຂ້ອຍ​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ ຂ້ອຍ​ຈຶ່ງ​ບໍ່​ມີ​ເວ​ລາ​ຮັກ​ສາຕົວ​ຂ້ອຍ​ເອງ

7   ທີ່​ຮັກ​ຂອງ​ນ້ອງ​ເອີຍ ກະ​ຣຸ​ນາ​ບອກ​ນ້ອງ​ແດ່​ວ່າ ອ້າຍ​ຈະ​ພາ​ຝູງ​ສັດ​ຂອງ​ອ້າຍ​ໄປ​ກິນ​ຫຍ້າ​ຢູ່​ບ່ອນ​ໃດ ເວ​ລາ​ຕາ​ເວັນ​ທ່ຽງ​ອ້າຍ​ພາພວກ​ມັນ​ຢຸດ​ພັກ​ຢູ່​ໃສ ເປັນ​ຫຍັງ​ນ້ອງ​ຈຶ່ງ​ຕ້ອງ​ຊອກ​ຫາ​ອ້າຍ ຢູ່​ຖ້າມ​ກາງ​ຝູງ​ສັດ​ຂອງ​ພວກ​ຜູ້​ລ້ຽງ​ແກະ​ຄົນ​ອື່ນ

ຄົນ​ຮັກ​ຂອງ​ນາງ:

8   ຍິງ​ງາມ​ເດັ່ນ​ໃນ​ຖ້າມ​ກາງ​ຍິງ​ທັງ​ຫລາຍ​ເອີຍ ຖ້າ​ຣ້ອງ​ບໍ່​ຮູ້​ຈັກ​ບ່ອນ​ຈົ່ງ​ຕິດ​ຕາມ​ຝູງ​ສັດ​ນັ້ນ​ໄປ ແລ້ວ​ນ້ອງ​ຈະ​ພົບ​ເດີ່ນ​ຫຍ້າ​ສຳ​ລັບຝູງ​ແບ້​ຂອງ​ນ້ອງ ຢູ່​ໃກ້​ຜ້າ​ເຕັນ​ຂອງ​ພວກ​ຜູ້​ລ້ຽງ​ແກະ​ພຸ້ນ

9   ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ປຽບ​ເຫມືອນ​ມ້າ​ແມ່​ທີ່​ທຽມ​ຣົດ​ມ້າ​ຂອງ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ

10 ນ້ອງເປັຽຜົມງາມ ແລະຢ່ອນລົງຕາມຄໍດັ່ງເພັດພອຍ

11 ແຕ່ວ່າອ້າຍຈະເອົາສາຍສ້ອຍຄຳກັບເຄື່ອງເອ້ທີ່ທຳດ້ວຍເງິນໃຫ້ນ້ອງ

ຍິງ​ສາວ:

12 ໃນ​ຂ​ນະ​ທີ່​ເຈົ້າ​ຊີ​ວິດ​ປະ​ທັບ​ຢູ່​ເທິງ​ຕຽງ​ນອນ ກິ່ນ​ນ້ຳ​ຫອມ​ຂອງ​ຂ້ອຍ​ໄດ້​ສົ່ງ​ກິ່ນ​ອອກ​ໄປ

13 ຄົນ​ຮັກ​ຂອງ​ຂ້ອຍ​ເຫມືອນ​ດັ່ງ​ຢາງ​ໄມ້​ຫອມທີ່​ວາງ​ໄວ້​ຢູ່​ເທິງ​ເອິກ​ຂອງ​ຂ້ອຍ

14 ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ເຫມືອນດອກ​ໄມ້​ປ່າ ຊຶ່ງ​ບານ​ຢູ່​ໃນ​ສວນ​ອະ​ງຸ່ນ​ທີ​ເມືອງ​ເອນ​ເກ​ດີ

ຄົນ​ຮັກ​ຂອງ​ນາງ:

15 ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ເປັນ​ຍິງ​ທີ່​ສວຍ​ງາ​ມທີ່​ສຸດ ຕາ​ຂອງ​ນ້ອງ​ສ່ອງ​ແສງ​ດ້ວຍ​ຄວາມ​ຮັກ

ຍິງສາວ:

16 ສຸດ​ທີ່​ຮັກ​ຂອງ​ນ້ອງ​ເອີຍ ອ້າຍ​ເປັນ​ຊາຍ​ສະ​ງ່າ​ງາມ ແລະ​ເຕັມ​ໄປ​ດ້ວຍ​ຄວາມສຳຣານ ຫຍ້າ​ຂຽວ​ສົດ​ຈະ​ເປັນຕຽງ​ນອນ​ຂອງ​ພວກ​ເຮົາ

17 ຕົ້ນ​ສົນ​ຈະ​ເປັນ​ເສົາ​ເຮືອນ​ຂອງ​ພວກ​ເຮົາ ແລະ​ໄມ້​ສົນ​ຈະ​ເປັນ​ເພ​ດານ​ຂອງ​ມັນ

 

2.

1   ນ້ອງ​ເປັນ​ພຽງ​ດອ​ກ​ກຸ​ຫລາບ​ປ່າ​ຢູ່​ໃນ​ທົ່ງ​ຊາ​ໂຣນ ແລະ​ເປັນ​ດອກ​ຊ້ອນ​ຢູ່​ຕາມ​ຮ່ອມ​ພູ

ຄົນ​ຮັກ​ຂອງ​ນາງ:

2   ດອກ​ຊ້ອນ​ຢູ່​ກາງ​ຫນາມ​ສັນ​ໃດ​ກໍ​ເຫມືອນ​ຄົນ​ຮັ​ກ​ຂອງ​ອ້າຍ​ຢູ່​ໃນ​ຖ້າມ​ກາງ​ຜູ້​ຍິງ​ອື່ນ​ສັນ​ນັ້ນ

ຍິງ​ສາວ:

3   ເມື່ອ​ປຽບທຽບ​ຄົນ​ຮັກ​ຂອງ​ຂ້ອຍ​ກັບ​ຊາຍ​ຄົນ​ອື່ນ ກໍ​ເຫມືອນ​ຕົ້ນ​ຫມາກ​ໂປມ​ທີ່​ຢູ່​ຖ້າມ​ກາງ​ຕົ້ນ​ໄມ້​ກາງ​ປ່າ ຂ້ອຍ​ຢາກ​ນັ່ງ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ ແລະ​ຫມາກ​ຂອງ​ມັນ​ກໍ​ຫວານ​ຖືກ​ປາກ​ຂ້ອຍ

4   ເຂົາ​ພາຂ້ອຍ​ໄປ​ໃນ​ງານ​ກິນ​ລ້ຽງ ແລະ​ຍົກ​ທຸງ​ແຫ່ງ​ຄວາມ​ຮັກ​ປົກ​ຫຸ້ມ​ຂ້ອຍ​ໄວ້

5   ເຂົາ​ທຳ​ໃຫ້​ຂ້ອຍ​ມີ​ເຫື່ອ​ແຮງ​ດ້ວຍກິນ​ຫມາກ​ອະ​ງຸ່ນ ແລະ​ທຳ​ໃຫ້​ຂ້ອຍ​ຊື່ນ​ໃຈ​ດ້ວຍ​ກິ່ນ​ຫມາກ​ໂປມ ຂ້ອຍ​ອ່ອນ​ເພັຽ​ໄປ​ດ້ວຍ​ຄວາມ​ຫລົງ​ໄຫ​ລ

6   ເຂົາ​ເອົາ​ມື​ກ້ຳ​ຊ້າຍ​ຮອງ​ຫົວ​ຂ້ອຍ ແລະ​ເອົາ​ມື​ກ້ຳ​ຂວາ​ກອດ​ຂ້ອຍ​ໄວ້

7   ຍິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ສັນ​ຍາ​ກັບ​ຂ້ອຍ​ເທີນ​ວ່າ, “ໃນ​ນາມ​ຂອງກວາງ​ແລະ​ເຍືອງ ເຈົ້າ​ຈະ​ບໍ່ປຸກ​ຄວາມ​ຮັກ​ຂອງ​ຂ້ອຍ​ກ່ອນ​ເວ​ລາ​ອັນ​ສົມ​ຄວນ

ບົດເພງທີ່ສອງ

ຍິງ​ສາວ:

8   ຂ້ອຍ​ໄດ້​ຍິນ​ສຽງ​ຄົນ​ຮັກ​ຂອງ​ຂ້ອຍ ເຂົາ​ກຳ​ລັງ​ແລ່ນ​ຢູ່​ເທິງ​ພູ​ນ້ອຍ ແລະ​ຟ້າວ​ຂ້າມ​ພູ​ນ້ອຍ​ມາ​ຫາ​ຂ້ອຍ

9   ຄົນ​ຮັກ​ຂອງ​ຂ້ອຍ​ປຽບ​ເຫມືອນ​ເຍືອງ ແລະ​ປຽບ​ເຫມືອນກວາງ​ຫນຸ່ມ ນີ້ເດ່ ເຂົາ​ກຳ​ລັງ​ຢືນ​ຢູ່​ທາງ​ດ້ານ​ຫລັງ​ຝາ​ເຮືອນ​ຂ້ອຍ ເຂົາ​ຫລຽວ​ເຂົ້າ​ມາ​ທາງ​ປ່ອງ​ຢ້ຽມ ແລະ​ຄອຍ​ຈອບ​ເບິ່ງ​ຂ້ອຍ​ຕາມ​ປ່ອງ​ລູກ​ກົງ​ໄມ້

10 ຄົນ​ຂອງ​ຂ້ອຍ​ໄດ້​ເອີ່ຍ​ປາກ​ຕໍ່​ຂ້ອຍ​ວ່າ,ຄົນ​ຮັກ​ຂອງ​ນາງ:“ທີ່​ຮັກ​ຂອງ​ອ້າຍ​ຈົ່ງ​ມາ​ພີ້ ສຸດ​ທີ່​ຮັກ​ຂອງ​ອ້າຍ​ຈົ່ງ​ມາ​ນຳ​ອ້າຍ

11 ຣະ​ດູຫນາວ​ໄດ້​ຜ່ານ​ໄປ ຝົນ​ກໍ​ເຊົາ​ຕົກ

12 ຢູ່​ຕາມ​ຊົນ​ນະ​ບົດ​ມີດອກ​ໄມ້​ເບັ່ງ​ບານອ​ອກ​ມາ ນີ້​ເປັນ​ເວ​ລາ​ທີ່​ຮ້ອງ​ລຳ​ທຳ​ເພງ ສຽງ​ນົກ​ເຂົາ​ຂັນ​ກໍ​ໄດ້​ຍິນ​ໄປ​ທົ່ວ​ທົ່ງ​ນາ

13 ຫມາກ​ເດື່ອ​ກຳ​ລັງ​ເລີ້ມ​ສຸກ ນ້ອງ​ຈະ​ໄດ້​ດົມ​ກິ່ນ​ຂອງດອກ​ອະ​ງຸ່ນ ທີ່​ຮັ​ກ​ຂອງ​ອ້າຍ ຈົ່ງ​ມາ​ພີ້ ສຸດ​ທີ່​ຮັກ​ຂອງ​ອ້າຍ​ ຈົ່ງ​ມາ​ກັບ​ອ້າຍ

14 ນ້ອງ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຢູ່​ດັ່ງ​ນົກ​ເຂົາ ຢູ່​ໃນ​ຊ່ອງວ່າງ​ຂອງ​ກ້ອນ​ຫີນ ຂໍ​ໃຫ້​ອ້າຍ​ເຫັນ​ຫນ້າ​ອັນ​ເປັນ​ຕາ​ຮັກ​ຂອງ​ນ້ອງ ແລະ​ຂໍ​ໃຫ້​ອ້າ​ຍໄດ້​ຍິນ​ສຽງ​ເວົ້າ​ອັນ​ມີ​ສ​ເນ່​ຂອງ​ນ້ອງ​ເທີນ

15 ຈົ່ງ​ຈັ​ບ​ພວກ​ຫມາ​ຈອກ ພວກ​ຫມາກ​ຈອກ​ນ້ອຍ ກ່ອນ​ທີ່​ພວກ​ມັນ​ຈະ​ທຳ​ລາຍ​ສວນ​ອະ​ງຸ່ນ​ຂອງ​ພວກ​ເຮົາ​ທີ່​ກຳ​ລັງ​ເບັ່ງ​ບານ

ຍິງ​ສາວ:

16 ຄົນ​ຮັກ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ຂອງ​ເຂົາ ເຂົາ​ລ້ຽງ​ຝູງ​ສັດຢູ່​ຖ້າມ​ກາງ​ບ່ອນທີ່​ມີດ​ອກ​ຊ້ອນ

17 ຈົນ​ເຖິງ​ຍາມ​ເຊົ້າ​ຊຶ່ງ​ມີ​ລົມ​ພັດ​ມາ​ອ່ອນໆ ແລະ​ຈົນ​ເຖິງຄວາມ​ມືດ​ມົວ​ໄດ້​ຈືດ​ຈາງ​ຫາຍ​ໄປ ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ເອີຍ ຈົ່ງ​ກັບ​ມາ​ເຫມືອນເຍືອງ ແລະ​ເຫມືອນກວາງ​ຫນຸ່ມ​ທີ່​ຢູ່​ເທິງ​ພູ

 

3. ຄຳຣຳພຶງຂອງເຈົ້າສາວ

1   ຍາມຣາຣີການເມື່ອຂ້ອຍນອນຢູ່ ຂ້ອຍຊອກຫາເຂົາຜູ້ນັ້ນ ທີ່ດວງໃຈຂອງຂ້ອຍຮັກໃຄ່ ຂ້ອຍຊອກຫາເຂົາ ແຕ່ກໍບໍ່ພົບ

2   ບັດ​ນີ້​ຂ້ອຍ​ຈະ​ລຸກ​ຂຶ້ນ ແລ້ວ​ຈະ​ທ່ຽວ​ໄປ​ໃນ​ເມືອງ​ໃຫ້​ຕ​ລອດ ໄປ​ຕາມ​ທາງ​ນ້ອຍ​ແລະ​ກາງ​ເມືອງ ຂ້ອຍ​ຈະ​ສ​ແວງ​ຫາ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ​ໃຄ່ຂ້ອ​ຍຊອກ​ຫາ​ເຂົາ ແຕ່ກໍ​ບໍ່​ພົບ

3   ຄົນ​ຍາມ​ທີ່​ເລາະ​ລຽບ​ໄດ້​ເຫັນ​ຂ້ອຍ ແລ້ວ​ຂ້ອຍ​ໄດ້​ຖາມ​ເຂົາ​ວ່າ, “ທ່ານ​ເຫັນ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ​​ບໍ່

4   ພໍ​ຂ້ອຍ​ຜ່ານ​ຄົນ​ຍາມ​ພົ້ນ​ມາ​ຫນ້ອຍ​ດຽວ ຂ້ອຍກໍ​ພົບ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ ຂ້ອຍ​ຈັບ​ຕົວ​ເຂົາ​ໄວ້​ແຫນ້ນ ແລະ​ບໍ່​ຍອມ​ປ່ອຍ​ມື​ໃຫ້​ເຂົາ​ຫລຸດ​ໄປ​ເລີຍ ຈົນ​ຂ້ອຍ​ພາ​ເຂົາ​ໃຫ້​ເຂົ້າ​ມາ​ໃນ​ເຣືອນຂອງ​ມານ​ດາ​ຂ້ອຍ ແລະ​ໃຫ້​ເຂົ້າ​ມາ​ໃນ​ຫ້ອງ​ຂອງ​ຜູ້​ທີ່​ໃຫ້​ຂ້ອຍ​ໄດ້​ເກີດ​ມາ​ນັ້ນ

5   ໂອ​ ເຫລົ່າ​ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຂ້ອຍ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ສາ​ບານ​ຕໍ່​ເຍືອງ ຫລືກວາງ​ໂຕ​ເມັຽວ່າ ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ກຸ​ກວນ ຫລື​ປຸກ​ຄວາມ​ຮັກ​ໃຫ້​ຕື່ນ​ຂຶ້ນ​ຈົນ​ກວ່າ​ຄວາມ​ຮັກ​ຈະ​ຈຸ​ໃຈ​ແລ້ວ

6   ນັ້ນແມ່ນຫຍັງຫນໍທີ່ກຳລັງຂຶ້ນມາຈາກຖິ່ນກັນດານ ດຸດດັ່ງເສົາຄວັນຫອມໄປດ້ວຍກິ່ນເຄື່ອງຫອມ ແລະກຳຍານ ທຳດ້ວຍເຄື່ອງຫອມຂອງພໍ່ຄ້າ

7   ເບິ່ງ​ແມ໋, ເປັນ​ພຣະ​ວໍຂອງ​ໂຊ​ໂລ​ໂມນ ຫ້ອມ​ລ້ອມມາ​ດ້ວຍ​ນັກ​ຮົບ​ຜູ້​ກ້າ​ຫານ​ຫົກ​ສິບ​ຄົນ​ ນັກ​ຮົບ​ຜູ້​ກ້າ​ຫານຄົນ​ອິ​ສ​ຣາ​ເອນ

8   ເຂົາ​ທັງ​ຫລາຍ​ຖື​ດາບ ແລະ​ເປັນ​ຜູ້​ຊຳ​ນານ​ເສິກ ເຂົາ​ທຸກ​ຄົນ​ເຫນັບ​ກະ​ບີ່​ໄວ້​ທີ່​ຕົ້ນ​ຂາ​ຂອງ​ຕົນ ເພາະ​ຢ້ານ​ໄພ​ໃນ​ຣາ​ຕ​ຣີ​ການ

9   ກະ​ສັດ​ໂຊ​ໂລ​ໂມນ​ສ້າງ​ພຣະ​ວໍ​ສຳ​ລັບ​ພຣະ​ອົງ ດ້ວຍ​ໄມ້​ມາ​ຈາກ​ເລ​ບາ​ນອນ

10 ພຣະ​ອົງ​ຊົງທຳ​ເສົາ​ພຣະ​ວໍ​ນັ້ນ​ດ້ວຍ​ເງິນ ແທ່ນ​ປະ​ທັບ​ທຳ​ດ້ວຍ​ຄຳ ແລະ​ເບາະ​ນັ່ງ​ດ້ວຍ​ຜ້າ​ສີ​ມ່ວງ ຂ້າງ​ໃນ​ພຣະ​ວໍ​ນັ້ນ​ເປັນ​ຜ້າ​ເບາະ​ງາມ​ຕ່ຳ​ໂດຍ​ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ

11 ໂອ ບຸດ​ຕ​ຣີ​ແຫ່ງ​ຊີ​ໂອນ​ເອີຍ ຈົ່ງ​ອອກ​ໄປ ໄປ​ເບິ່ງ​ກະ​ສັດ​ໂຊ​ໂລໂມນ​ເຖີດ ຊົງ​ມຸງ​ກຸດ​ຊຶ່ງ​ພຣະ​ຣາ​ຊ​ຊົນ​ນີ​ໄດ້​ສວມ​ໃຫ້ ໃນ​ວັນ​ທີ່​ພຣະ​ອົງ​ໄດ້​ຊົງ​ອະ​ພິ​ເສກ​ມະ​ເຫ​ສີ​ນັ້ນ ໃນ​ວັນ​ເມື່ອພຣະ​ທັຍ​ຂອງ​ພຣະ​ອົງຊົງ​ເບີກ​ບານ​ຢູ່

 

4. ເຈົ້າບ່າວສັນເສີນເຈົ້າສາວ

1   ທີ່ຮັກ​ຂອງ​ອ້າຍເອີຍ ເບິ່ງ​ແມ໋​, ນ້ອງ​ຊ່າງ​​ງາມຫລາຍ ດວງຕາ​ຂອງ​ນ້ອງດັ່ງ​ນົກ​ເຂົາ​ຢູ່​ໃນ​ຜ້າ​ຄຸມ ຜົມ​ຂອງ​ນ້ອງ​ດຸດ​ດັ່ງ​ຝູງ​ແບ້​ທີ່​ເຄື່ອນ​ມາ​ຕາມ​ເນີນ​ພູ​​ກິ​ເລ​ອາດ

2   ແຂ້ວ​ຂອງ​ນ້ອງ​ດັ່ງ​ຝູງ​ແກະ​ທີ່​ກຳ​ລັງ​ຈະ​ຕັດ​ຂົນ ຊຶ່ງ​ຂຶ້ນ​ມາ​ຈາກ​ການ​ຊຳ​ຣະ​ລ້າງ ມີ​ລູກແຝດ​ຕິດ​ມາ​ທຸກ​ໂຕ ແລະ​ບໍ່​ມີ​ໂຕ​ໃດ​ແທ້ງ​ລູກ

3   ຮີມ​ຝີ​ປາກ​ຂອງ​ນ້ອງ​ແດງ​ດຸ​ດດັ່ງ​ດ້າຍ​ສີ​ຕັບ​ຫມູ ແລະ​ປາກ​ຂອງ​ນ້ອງ​ກໍ​ງາມ​ຂຳ ພວງ​ແກ້ມ​ຂອງ​ນ້ອງ​ເຫມືອນຫມາກ​ພິ​ລາ​ຜ່າ​ກາງ​ຢູ່​ໃນ​ຜ້າ​ຄຸມ

4   ລຳ​ຄໍ​ຂອງ​ນ້ອງ​ດຸດ​ດັ່ງ​ປ້ອມ​ຂອງ​ດາ​ວິດທີ່ໄດ້​ກໍ່​ສ້າງ​ໄວ້​ເພື່ອ​ເກັບ​ເຄື່ອງ​ອາ​ວຸດ ມີ​ສ້ອຍ​ຮູບ​ໂລ່​ພັນ​ແນວ​ຄ້ອງ​ໄວ້

5   ນົມ​ທັງ​ສອງ​ຂອງ​ນ້ອງ​ດັ່ງ​ລູກ​ສອງ​ໂຕ​ຊຶ່ງ​ເປັນ​ເຍືອງ​ຝາ​ແຝດ​ທີ່​ກຳ​ລັງ​ຫາ​ກິນ​ໃນ​ຖ້າມ​ກາງ​ຫມູ່​ຕົ້ນ​ດອກ​ຊ້ອນ​

6   ຈົນ​ເວ​ລາ​ຄ່ຳ ແລະ​ເງົາ​ຫມົດ​ໄປ​ແລ້ວ ອ້າຍຈະ​ໄປ​ເນີນ​ພູ​ຢາງ​ໄມ້​ຫອມ ແລະ​ໄປ​ເນີນ​ພູ​ຜາ​ກຳ​ຍານ

7   ໂອ ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ຊ່າງ​ງາມໄປ​ຫມົດ ໃນ​ຕົວ​ນ້ອງ​ຈະ​ຫາ​ທີ່​ຕິ​ບໍ່​ໄດ້

8   ຈົ່ງ​ຈາກ​ເລ​ບາ​ນອນ​ໄປ​ກັບ​ອ້າຍ​ເຖີດ ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ຈົ່ງ​ຈາກ​ເລ​ບາ​ນອນ​ໄປ​ກັບ​ອ້າຍ​ເນາະ ໃຫ້​ລົງ​ໄປ​ຈາກຍອດ  ​ເຂົາ​ອາ​ມາ​ນາ ຈາກຍອດ​ເຂົາ​ເຊ​ນີຣ໌ ແລະ​ຍອດ​ເຂົາ​ເຮີ​ໂມນໄປ​ຈາກ​ຖ້ຳ​ຣາ​ຊ​ສີ ຈາກ​ເຂົາ​ເສືອ​ດາວ

9   ນ້ອງ​ຂອງ​ອ້າຍ​ເອີຍ ນ້ອງ​ໄດ້​ປຸ້ນ​ເອົາ​ດວງໃຈ​ຂອງ​ອ້າຍ​ໄປ​ເສັຽ​ແລ້ວ ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ເຈົ້າ​ໄດ້​ປຸ້ນ​ເອົາ​ດວງ​ໃຈ​ຂອງ​ອ້າຍ​ໄປ​ດ້ວຍ ການ​ຊາຍ​ຕາ​ພຽງ​ແວບ​ດຽວ​ເທົ່າ​ນັ້ນ​ຫລື ດ້ວຍ​ສ້ອຍ​ຄໍ​ສາຍ​ດຽວ​ຂອງ​ເຈົ້າ

10 ນ້ອງ​ຂອ​ງອ້າຍ​ເອີຍ ເຈົ້າ​ສາວ​ຂອງ​ອ້າຍ ຄວາມ​ຮັກ​ຂອງ​ນ້ອງ​ຊ່າງ​ຫວານກວ່າ​ເຫລົ້າ​ອະ​ງຸ່ນ ແລະ​ກິ່ນ​ນ້ຳ​ມັນ​ຂອງ​ນ້ອງ​ຊ່າງ​ຫອມກວ່າ​ເຄື່ອງ​ເທດ​ທັງ​ຫ​ລາຍ

11 ໂອ ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ຮີມ​ຝີ​ປາກ​ຂອງ​ນ້ອງ​ປຽບ​ເຫມືອນ​ນ້ຳ​ເຜິ້ງ​ກຳ​ລັງ​ຈະ​ຢົດ​ຍ້ອຍ ນ້ຳ​ເຜິ້ງ​ແລະ​ນ້ຳ​ນົມ​ຢູ່​ໃຕ້​ລີ້ນ​ຂອງ​ນ້ອງ ກິ່ນ​ເສື້ອ​ຜ້າ​ຂອງ​ນ້ອງ​ຫອມ​ດຸ​ດດັ່ງ​ກິ່ນ​ມາ​ຈາກ​ເລ​ບາ​ນອນ

12 ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ນ້ອງ​ຂອງ​ອ້າຍ​ປຽບ​ປະ​ດຸດ​ສວນ​ສງ​ວນ ດຸດ​ດັ່ງ​ອຸ​ທ​ຍານ​ທີ່​ຫວງ​ຫ້າມ​ໄວ້ ແລະ​ດຸ​ດດັ່ງ​ນ້ຳ​ພຸ​ທີ່​ຖືກ​ປະ​ທັບ​ຕ​ຣາ​ໄວ້

13 ຜລິດ​ຜົນ​ຂອງ​ນ້ອງ​ດຸດ​ດັ່ງ​ສວນ​ຕົ້ນ​ພິ​ລາ ອີກທັງ​ຫມາກ​ໄມ້​ອັນ​ໂອ​ຊາຢ່າງ​ອື່ນໆ ອີ​ກ​ທັງ​ທຽ​ນ​ຂາວ ແລະ​ແຝກ​ຫອມ

14 ຕົ້ນ​ແຝກ​ຫອມ​ແລະ​ຕົ້ນ​ຂີ້ຫມິ່ນ ໄມ້​ອໍ້​ຫອມ ແລະ​ຕົ້ນ​ໃບ​ເຕີຍ ອີກ​ທັງ​ຕົ້​ນ​ໄມ້​ຫອມ​ນາໆ​ຊະນິດ​ສຳ​ລັບ​ທຳ​ກຳ​ຍານ​ຄື​ຕົ້ນ​ຢາງ​ໄມ້​ຫອມ ແລະ​ຕົ້ນ​ອາ​ໂລ ອີກ​ທັງ​ເຄື່ອງ​ຫອມ​ຊັ້ນ​ດີ​ທັງ​ສິ້ນ

15 ຕົ​ວ​ນ້ອງ​ປະ​ດຸ​ດດັ່ງ​ນ້ຳ​ພຸ​ໃນ​ອຸ​ທຍານ ປະ​ດຸດ​ບໍ່​ນ້ຳ​ໄຫລ ແລະ​ປະ​ດຸດ​ລຳ​ທານ​ໄຫລ​ຈາກ​ເລ​ບາ​ນອນ

16 ໂອ​ ລົມ​ເຫນືອ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ໂອ ລົມ​ໃຕ້​ເອີຍ ຈົ່ງ​ພັດມາ​ເຖີດ ຈົ່ງ​ພັດ​ໂຊຍ​ສວນ​ຂອງຂ້ອຍ ເພື່ອ​ຂອງ​ຫອມ​ໃນ​ສວນ​ນັ້ນ​ຈະ​ຫອມ​ຟຸ້ງ​ອອກ​ໄປ ຂໍ​ໃຫ້​ທີ່​ຮັກ​ຂອງ​ຂ້ອຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ເຂົາ ແລະ​ຮັບ​ປະ​ທານ​ຜົນ​ລະໄມ້​ອັນ​ໂອ​ຊາ​ເຖີດ

 

5.

1   ນ້ອງ​ຂອງ​ອ້າຍ​ເອີຍ ເຈົ້າ​ສາວ​ຂອງ​ອ້າຍ ອ້າຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ອ້າຍ​ແລ້ວ ອ້າຍ​ມາ​ເກັບ​ເອົາ​ໄມ້​ຢາງ​ຫອມ​ຂອງ​ອ້າຍ​ພ້ອມ​ກັບ​ໄມ້​ສີ​ສຽດ​ຂອງ​ອ້າຍ​ແລ້ວ ອ້າຍ​ດື່ມ​ເຫລົ້າ​ອະ​ງຸ່ນ​ກັບ​ນ້ຳ​ນົມ​ຂອງ​ອ້າຍ​ແລ້ວ ໂອ ສະ​ຫາຍ​ທັງ​ຫລາຍ ຈົ່ງ​ຮັບ​ປະ​ທານ ແລະ​ຈົ່ງ​ດື່ມ​ເຖີດ ທ່ານ​ຜູ້​ເປັນ​ທີ່​ຮັກ​ເອີຍ ຈົ່ງ​ດື່ມ​ໃຫ້​ອີ່ມ​ຫນຳ​ເຖີດ

2   ຂ້ອຍ​ຫລັບ​ແລ້ວ ແຕ່​ໃຈ​ຂອງ​ຂ້ອຍຍັງ​ຕື່ນ​ຢູ່ ຄື​ມີ​ສຽງ​ເຄາະ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ​ເວົ້າ​ວ່າ, “ນ້ອງ​ສາວ​ເອີຍ ທີ່​ຮັກ​ຂອງ​ອ້າຍ​ເອີຍ ເປີດ​ປະ​ຕູ​ໃຫ້​ອ້າຍ​ແດ່ ແມ່​ນົກ​ເຂົາ​ຂອງ​ອ້າຍ​ເອີຍ ແມ່​ຄົນ​ງາມ​ຂອ​ງອ້າຍ​ເອີຍ ເພາະ​ຫົວຂອງ​ອ້າຍ​ກໍ​ຖືກ​ນ້ຳ​ຄ້າງ​ກໍ​ເຕັມ​ຢູ່​ເທິງ​ຫົວ ແລະ​ເສັ້ນ​ຜົມ​ຂອງ​ອ້າຍ​ກໍ​ຊຸ່ມ​ດ້ວຍ​ລະ​ອ່ອງ​ນ້ຳ​ຟ້າ​ແຫ່ງຣາ​ຕ​ຣີ​ການ

3   ຂ້ອຍ​ແກ້​ເສື້ອ​ຂອງ​ຂ້ອຍ​ອອກ​ເສັຽ​ແລ້ວ ເຫດ​ໃດຂ້ອຍ​ຈຶ່ງ​ຕ້ອງ​ນຸ່ງ​ເສື້ອ​ຄືນ​ອີກ ຂ້ອຍ​ລ້າງ​ຕີນຂອງ​ຂ້ອຍ​ແລ້ວ ເປັນ​ຫຍັງ​ຈະ​ໃຫ້​ຕີນ​ຂອງ​ຂ້ອຍ​ກັບ​ເປື້ອນ​ໄປ​ອີກ

4   ທີ່ຮັກຂອງຂ້ອຍສອດມືຂອງເຂົາເຂົ້າມາທາງຮູປະຕູ ແລະໃຈຂ້ອຍກໍເຕັ້ນແຮງເຖິງເຂົາ

5   ຂ້ອຍລຸກຂຶ້ນໄປເປີດປະຕູໃຫ້ທີ່ຮັກຂອງຂ້ອຍ ແລະມືຂອງຂ້ອຍທຳໃຫ້ໄມ້ຢາງຫອມຢົດ ແລະນີ້ວຂອງຂ້ອຍທຳໃຫ້ນ້ຳໄມ້ຫອມຍ້ອຍເທີງຂໍໄຂປະຕູ

6   ຂ້ອຍເປີດປະຕູໃຫ້ທີ່ຮັຂອງຂ້ອຍ ແຕ່ທີ່ຮັກຂອງຂ້ອຍກັບໄປເສັຽແລ້ວ ເມື່ອເຂົາກັບໄປ ຂ້ອຍມົວຕົກຕະລຶງ ຂ້ອຍແວງຫາເຂົາ ແຕ່ຂ້ອຍຫາເຂົາບໍ່ພົບ ຂ້ອຍຮ້ອງຮຽກເຂົາ ແຕ່ເຂົາບໍ່ໄດ້ຂາຕອບ

7   ຄົນຍາມເຫັນຂ້ອຍ ນະທີ່ກວດເວນໃນເມືອງ ເຂົາຕີຂ້ອຍ ເຂົາທຳໃຫ້ຂ້ອຍບາດເຈັບ ຄົນຍາມຮັກສາກຳແພງເມືອງຍາດຊິງເອົາຜ້າຄຸມຕົວຈາກຂ້ອຍໄປ

8   ໂອ ບຸດຣີແຫ່ງເຢຣູຊາເລັມເອີຍ ຂ້ອຍຂໍໃຫ້ພວກເຈົ້າສາບານວ່າ ຖ້າຜູ້ໃດໄດ້ພົບທີ່ຮັກຂອງຂ້ອຍ ເຈົ້າຈະຮັບປາກບອກເຂົາວ່າ ຂ້ອຍກຳລັງເປັນໄຂ້ໃຈ

ເຈົ້າສາວສັນເສີນເຈົ້າບ່າ

9   ໂອ ຄູ່​ຮັກ​ຂອງ​ອ້າຍນັ້ນ​ວິ​ເສດຫຍັງ​ໄປກວ່າ​ຄູ່​ຮັກ​ຂອງ​ຄົນ​ອື່ນ​ຫລື ແມ່​ສາວ​ງາມ​ລ້ຳ​ເລີດ​ໃນ​ຖ້າມ​ກາງ​ສາວ​ອື່ນໆ ຄູ່​ຮັກ​ຂອງ​ອ້າຍ​ນັ້ນ​ວິ​ເສດ​ຫຍັງ​ໄປ​ກວ່າ​ຄູ່​ຮັກ​ຂອງ​ຄົນ​ອື່ນ​ຫລື ອ້າຍ​ຈຶ່ງ​ໄດ້​ມາ​ໃຫ້​ພວກ​ຂ້ອຍ​ສາ​ບານ​ໃຫ້​ເຊັ່ນ​ນັ້ນ

10 ທີ່ຮັກຂອງຂ້ອຍ ຜິວເປັ່ງປັ່ງອົມເລືອດ ເຂົາເປັນນຶ່ງໃນຖ້າມກາງຫມື່ນຄົນ

11 ຫົວຂອງເຂົາດັ່ງຄຳນົພຄຸນ ຜົມຂອງເຂົາຫຍິກ ແລະດຳເຫມືອນນົກກາ

12 ຕາຂອງເຂົາປຽບເຫມືອນນົກເຂົາທີ່ຮີມຫ້ວຍ ອາບນ້ຳນົມ ແລະຈັບຢູ່ທີ່ຮີມກະແສນ້ຳເຕັມຝັ່ງ

13 ແກ້ມຂອງເຂົາເຫມືອນຢ່າງລານປູກໄມ້ສີສຽດ ສົ່ງກິ່ນຫອມຫວນ ຮີມຝີປາກຂອງເຂົາເຫມືອນດອກລິລີ ຢົດນ້ຳຢາງໄມ້ຫອມ

14 ມືຂອງເຂົາເຫມືອນດັ່ງວົງແຫວນຄຳ ອັນປະດັບດ້ວຍໄພທູນ

15 ຂາຂອງເຂົາຫມືອນດັ່ງເສົາຫີນອ່ອນ ຕັ້ງເທິງຖານຄຳນົພຄຸນ ຮູບຮ່າງຂອງເຂົາມີງ່າດັ່ງເລບານອນ ປະເສີດຢ່າງໄມ້ສົນ

16 ວາຈາຂອງເຂົາອ່ອນຫວານທີ່ສຸດ ທຸກສິ່ງໃນຕົວເຂົາລ້ວນແຕ່ຫນ້າຮັກຫນ້າໃຄ່ ໂອ ເຫລົ່າບຸດຕຣີແຫ່ງເຢຣູຊາເລັມເອີຍ ນີ້ຄືທີ່ຮັກຂອງຂ້ອຍ ແລະນີ້ຄືເພື່ອນຍາກຂອງຂ້ອຍ

 

6.

ພວກ​ຜູ້​ຍິງ:

1   ແມ່​ສາວງາມ​ລ້ຳ​ເລີດ​ໃນ​ຖ້າມ​ກາງ​ສາວ​ອື່ນໆ ຄູ່​ຮັກ​ຂອງ​ອ້າຍ​ຢູ່​ທີ່​ໃດ ຄູ່​ຮັກ​ຂອງ​ອ້າຍ​ກັບ​ໄປ​ໃສ​ແລ້ວ ເພື່ອ​ພວກ​ເຮົາ​ຈະ​ໄປ​ສືບ​ຫາ​ກັບ​ອ້າຍ

ຍິງ​ສາວ:

2   ທີ່ຮັກ​ຂອງ​ຂ້ອຍ ລົງ​ໄປ​ໃນ​ສວນ​ຂອງ​ເຂົາ ເພື່​ອຈະ​ໄປ​ທີ່​ລານ​ປູກ​ໄມ້​ສີ​ສຽດ ແລະ​ເພື່ອ​ຈະ​ໄປ​ລ້ຽງ​ຝູງ​ສັດ​ໃນ​ສວນ​ກັບ​ເພື່ອ​ຈະ​ເກັບ​ດອກ​ລີ​ລີ

3   ຕົວ​ຂ້ອຍ​ເປັນ​ກຳ​ມະ​ສິດ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ ແລະ​ທີ່​ຮັກ​ກໍ​ເປັນ​ຂອງ​ຂ້ອຍ ເຂົາ​ລ້ຽງ​ຝູງ​ສັດ​ຢູ່​ຖ້າມກາງ​ຫມູ່​ຕົ້ນ​ລີ​ລີ

ເຈົ້າບ່າວສັນເສີນເຈົ້າສາວ

4   ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ຊ່າງ​ງາມ​ຫລາຍ​ເຫມືອນ​ເມືອງ​ຕີ​ຣ໌ຊາ ແລະ​ງາມ​ເຢັນ​ຕາ​ດັ່ງ​ເຢ​ຣູ​ຊາ​ເລັມ ແມ່​ເປັນ​ສະງ່າ​ຫນ້າ​ເກງ​ຂາມ​ດັ່ງ​ກອງ​ທັບ​ມີ​ທຸງ​ປະ​ຈຳ

5   ຂໍ​ຫັ​ນ​ຫນ້າ​ໄປ​ຈາກ​ອ້າຍ​ເຖີດ ເພາະ​ວ່າ​ອ້າຍ​ແພ້​ນັຍ​ຕາ​ຂອງ​ນ້ອງ​ແລ້ວ ຜົມ​ນ້ອງ​ດຸດ​ດັ່ງ​ຝູງ​ແບ້ ທີ່​ເຄື່ອນ​ໄປ​ມາ​ຕາມ​ເນີນ​ພູ​​ກິ​ເລ​ອາດ

6   ແຂ້ວ​ຂອງ​ນ້ອງ​ດັ່ງ​ຝູງ​ແກະ​ໂຕ​ເມັຽ ຊຶ່ງ​ຂຶ້ນ​ມາ​ຈາກ​ກາ​ນຊຳ​ຮະ​ລ້າງ ມີ​ລູກ​ແຝດ​ຕິດ​ມາ​ທຸກ​ໂຕ ແລະ​ບໍ່​ມີ​ໂຕ​ໃດ​ແທ້ງ​ລູກ

7   ພວງ​ແກ້ມ​ຂອງ​ນ້ອງ​ເຫມືອນ​ຫມາກ​ພິ​ລາ​ຜ່າ​ກາງ​ຢູ່​ໃນ​ຜ້າ​ຄຸມ

8   ມີ​ມະ​ເຫ​ສີ​ຫົກ​ສິບ​ອົງ ແລະ​ນາງ​ຫ້າມ​ແປດ​ສິບ​ຄົນ ສາວໆ​ອີກ​ຫລາຍ​ເຫລືອ​ຄະ​ນາ

9   ແມ່​ນົກ​ເຂົາ​ຂອງ​ອ້າຍ ແມ່​ຄົນ​ງາມຂອງ​ອ້າຍ ເປັນ​ຄົນ​ດຽວ ນ້ອງ​ເປັນ​ຄົນ​ດຽວ​ຂອງ​ແມ່​ທີ່​ເປັນ​ຫົວ​ຮັກ​ຫົວ​ໃຄ່​ຂອງ​ຜູ້​ໃຫ້​ກຳ​ເນີດ ສາວໆ​ທັງ​ຫລາຍ​ເຫັນ​ນ້ອງ ແລະ​ເອີ້​ນ​ວ່າ ຜາ​ສຸກ ທັງ​ເຫລົ່າ​ມະ​ເຫ​ສີ ແລະ​ເຫລົ່າ​ນາງ​ຫ້າມ ກໍ​ສັນ​ເສີນ​ຍ້ອງ​ຍໍ​ນ້ອງວ່າ,

10 ແມ່​ສາວ​ຄົນ​ນີ້​ເປັນ​ຜູ້​ໃດ​ຫນໍ ເມື່ອ​ເບິ່ງ​ລົງ​ກໍ​ດັ່ງ​ຮຸ່ງ​ອາ​ຣຸນ​ຕອນເຊົ້າ ແຈ່ມ​ຈັດ​ດັ່ງ​ດວງ​ຈັນ ກະ​ຈ່າງ​ຈ້າ​ດັ່ງ​ດວງ​ສຸ​ຣິ​ຍັນ ສະງ່າ​ຫນ້າ​ເກງ​ຂາມ​ດັ່ງ​ກອງ​ທັບ​ມີ​ທຸງ​ປະ​ຈຳ

11 ຂ້ອຍ​ລົງ​ໄປ​ໃນ​ສວນ​ຫມາກ​ມັນ ເພື່ອ​ຈະ​ເບິ່ງ​ຫມູ່ໄມ້​ຂຽວ​ຕາມ​ຫຸບ​ເຂົາ​ວ່າ​ເຄືອ​ອະ​ງຸ່ນ​ມີ​ດອກ​ຈູມ​ອອກ​ຫລື​ບໍ່ ແລະ​ເພື່ອ​ຈະ​ເບິ່ງວ່າ​ຫມາກ​ພິ​ລາ​ມີ​ດອກ​ແລ້ວ​ຫລື​ຍັງ

12 ເມື່ອ​ຂ້ອຍ​ຍັງ​ບໍ່​ທັນ​ຮູ້​ຕົວ ມະ​ໂນ​ຄະ​ຕິ​ຂອງ​ຂ້ອຍ​ໄດ້​ກະ​ທຳ​ໃຫ້​ຂ້ອຍ​ເຄິ້ມ​ໄປວ່າ​ໄດ້​ຢູ່​ໃນ​ຣົດ​ຊົງ​ຄຽງ​ຂ້າງ​ເຈົ້າ​ນາຍ​ຂອງ​ຂ້ອຍ

13 ກັບ​ມາ​ເຖີດ ກັບ​ມາ​ເຖີດ ແມ່​ຊາວ​ຊູ​ລາມ ກັບ​ມາ​ເຖີດ ກັບ​ມາ​ເຖີດ ເພື່ອ​ພວກ​ຂ້ອຍ​ຈະ​ໄດ້​ເຈົ້າໄວ້ຊົມ​ເຊີຍ  ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍຈຶ່ງ​ຢາກ​ເບິ່ງຕົວ​ແມ່​ຊາວ​ຊູ​ລາມ ດັ່ງ​ມອງ​ການ​ເຕັ້ນ​ລຳ​ແຫ່ງ​ມະ​ຮາ​ນາ​ອິມ

 

7. ບົດເພງທີສາມ

ຄົນ​ຮັກ​ຂອງ​ນາງ:

1   ໂອ​ ຍິງ​ທີ່​ງາມ​ເລີດ ຕີນນ້ອງ​ທີ່​ສຸບ​ໃສ່​ເກີບ​ຢູ່​ນັ້ນ​ງາມ​ຫລາຍ ທ້າຍ​ຂອງນ້ອງ​ງາມ​ເຫມືອນ​ນັກ​ສິນ​ລະ​ປິນ​ແຕ້ມ

2   ສະ​ບື​ນ້ອງ​ເຫມືອນ​ຂັນ​ນ້ຳ ຊຶ່ງ​ເກັບ​ຮັກ​ສາ​ກິ່ນ​ເຫລົ້າ​ອະ​ງຸ່ນ​ບໍ່​ໃຫ້​ເຫີຍ​ໄປ ທ້ອງ​ນ້ອງເຫມືອນກອງ​ເຂົ້າ​ທີ່​ມີ​ດອກ​ຊ້ອນ​ອ້ອມ​ຮອບ​ໄວ້

3   ນົມຂອງນ້ອງງາມເຫມືອນລູກກວາງຝາແຝ

4   ລຳຄໍຂອງນ້ອງເຫມືອນຫໍຄອຍສູງທີ່ທຳດ້ວຍງາຊ້າງ ຕາຂອງນ້ອງເຫມືອນຫນອງນ້ຳຢູ່ໃນເມືອງເຮັສໂບນ ຊຶ່ງຫນອງນີ້ຢູ່ໃກ້ປະຕູກຳແພງເມືອງ ດັ່ງນ້ອງງາມດັ່ງຫໍຄອຍສູງທີ່ເລບານອນ ຊຶ່ງເປັນບ່ອນເຝົ້າຍາມຢູ່ກົງກັນຂ້າມກັບເມືອງດາມັກັ

5   ຫົວຂອງນ້ອງງສູງດັ່ງພູກາຣ໌ເມນ ຜົມເປັຽນ້ອງມີສີສະງ່າງາມດັ່ງສີມ່ວງ ຄວາມງາມຂອງມັນໃຫ້ພຣະຣາຊາກາຍເປັນຈຳເລີຍຮັກ

6   ທີ່ຮັກຂອງອ້າຍນ້ອງງາມທີ່ສຸດ ຄວາມຍິນດີຢ່າງພາກພູມໃຈທີ່ນ້ອງມອບໃຫ້ອ້ານນັ້ນມີລົ້ນເຫລືອ

7   ນ້ອງເຕັມໄປດ້ວຍຄວາມງົດງາມເຫມືອນດັ່ງຕົ້ນຕານ ນົມນ້ອງເຫມືອນແຊງຫມາກຕານ

8   ອ້າຍຈະປີນຂຶ້ນຕົ້ນຕານ ແລະປິດເອົາຫມາກຂອງມັນມາ ນົມນ້ອງປຽບເຫມືອນພົ້ວຫມາກອະງຸ່ນສຳລັບອ້າຍ ລົມຫາຍໃຈຂອງນ້ອງເຫມືອນກິ່ນຫອມຂອງຫມາກໂປມ

9   ແລະປາກຂອງນ້ອງເຫມືອນດັ່ງເຫລົ້ອະງຸ່ນຊັ້ນດີ  ຂໍໃຫ້ເຫລົ້ອະງຸ່ນໄຫລຊື່ໄປຫາຄົນຮັກຂອງຂ້ອຍ ຂໍໃຫ້ໄຫລໄປຜ່ານສົບ ແລະແຂ້ວຂອງເຂົາ

10 ຂ້ອຍເປັນຂອງຄົນຮັກຂອງຂ້ອຍ ແລະເຂົາກໍຕ້ອງການຂ້ອຍ

ຍິງ​ສາວ:

11 ທີ່​ຮັກ ຈົ່ງ​ມາ​ພີ້ ໃຫ້​ພວກ​ເຮົາ​ອອກ​ໄປ​ທົ່ງ​ນາ​ດ້ວຍ​ກັນ ແລະ​ໄປ​ນອນ​ຄ້າງ​ຄືນ​ຢູ່​ຕາມ​ບ້ານ

12 ພວກ​ເຣົາ​ຈະ​ລຸກ​ແຕ່​ເຊົ້າ​ໄປ​ເບິ່ງ​ຕົ້ນ​ຫມາກ​ອະ​ງຸ່ນ ເພື່ອ​ຢາກ​ຮູ້​ວ່າ​ມັນ​ປົ່ງ​ຍອດ​ແລ້ວ​ຫລື​ຍັງ ດອກ​ຂອງ​ມັນ​ບານ​ແລ້ວ​ບໍ ແລະ​ເພື່ອ​ເບິ່ງວ່າ​ຕົ້ນ​ພິ​ລາ​ມີ​ດອກ​ແລ້ວ​ຫລື​ບໍ່ ຢູ່ບ່ອນ​ນັ້ນ​ນ້ອງ​ຈະ​ມອບ​ຄວາມ​ຮັກ​ໃຫ້​ແກ່​ອ້າຍ

13 ອ້າຍ​ຈະ​ດົມ​ກິ່ນ​ຫອມຂອງ​ຫມາກ​ເຂືອ ແລະ​ພວກ​ເຮົາ​ຈະ​ມີ​ຫມາກ​ໄມ້​ດີໆທຸກ​ຢ່າງ​ຢູ່​ຕໍ່​ຫນ້າ​ເຮືອນ ທີ່​ຮັກ ຫມາກ​ໄມ້​ຫອມ​ຫວານ​ທີ່​ເກັບ​ໄວ້​ແຕ່​ດົນ ແລະ​ເກັບ​ດຽວ​ນີ້ ນ້ອງ​ໄດ້​ຮັກ​ສາ​ໄວ້​ໃຫ້​ອ້າຍ​ສ​ເມີ

 

8.

1   ນ້ອງ​ປາ​ຖ​ນາ​ຢາກ​ໃຫ້​ອ້າຍ​ເປັນ​ຄີງໆ​ຂອງ​ນ້ອງ ຊຶ່ງ​ເປັນ​ຜູ້​ທີ່​ແມ່​ຂອງ​ນ້ອງ​ໄດ້​ລ້ຽງ​ມາ ເພື່ອ​ວ່າ​ຖ້າ​ນ້ອງ​ພົບ​ອ້າຍ​ຢູ່​ຕາມ​ຖ​ນົນ​ຫົນ​ທາງ ນ້ອງ​ຈະ​ຈູບ​ອ້າຍ​ໄດ້​ໂດບ​ບໍ່​ເກງ​ກົວ​ຄຳ​ນີນ​ທາ​ຂອງ​ໃຜ​ທັງ​ຫມົດ

2   ແລະ​ນ້ອງ​ກໍ​ຈະ​ພາ​ອ້າຍ​ໄປ​ຫາ​ແມ່​ຂອງ​ນ້ອງຢູ່​ເຮືອນ ນ້ອງ​ຈະ​ເອົາ​ເຫລົ້າ​ອະ​ງຸ່ນ​ຢ່າງ​ດີ ແລະ​ນ້ຳ​ຫມາກ​ພິ​ລາ​ໃຫ້​ອ້າຍ​ດື່ມ

3   ເຂົາ​ເອົາ​ມື​ກ້ຳຊ້າຍ​ຮອງ​ຫົວ​ຂ້ອຍ ແລະ​ເອົາ​ມື​ຂວາ​ກອດ​ຂ້ອຍ​ໄວ້

4   ຍິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ສັນ​ຍາ​ຕໍ່​ຂ້ອຍ​ເທີນ​ວ່າ ເຈົ້າ​ຈະ​ບໍ່​ປຸກ​ຄວາມ​ຮັກ​ຂອງ​ຂ້ອຍ​ກ່ອນ​ເວ​ລາ​ອັນ​ສົມ​ຄວນ

 

ບົດເພງທີ່ສີ່

ພວກ​ຜູ້​ຍິງ:

5   ຜູ້​ທີ່​ຂຶ້ນ​ມາ​ຈາກ​ຖິ່ນ​ກັນ​ດານ ທີ່​ຢູ່​ໃນ​ອ້ອມ​ແຂນ​ຜູ້​ບ່າວ​ນັ້ນ​ແມ່ນ​ໃຜ

ຍິງ​ສາວ:

ນ້ອງ​ໄດ້​ປຸກອ້າຍ​ລຸກ​ຂຶ້ນ​ຢູ່​ໃຕ້​ຕົ້ນ​ຫມາກ​ໂປມ ຊຶ່ງ​ເປັນ​ບ່ອນ​ທີ່​ແມ່​ອ້າຍ​ຖື​ພາ ແລະ​ເປັນ​ບ່ອນ​ທີ່​ອ້າຍ​ເກີດ

6   ນອກ​ຈາກນ້ອງ​ແລ້ວ ຢ່າ​ຮັກ​ຄົນ​ອື່ນ ຂໍ​ຢ່າ​ໃຫ້​ມີຍິງ​ອື່ນ​ຢູ່​ໃນ​ອ້ອມກອດ​ຂອງ​ອ້າຍ ຄວາມ​ຮັກ​ມີ​ອຳ​ນາດ​ເທົ່າ​ກັບ​ຄວາມ​ຕາຍ ຄວາມ​ຫລົງ​ໄຫລ​ຮ້າຍ​ແຮງ​ເຫມືອນ​ປ່າ​ຊ້າ ມັນ​ໄດ້​ໄຫມ້​ເຫມືອນ​ແປວ​ໄຟ ແລະ​ໄຫມ້​ລຸກ​ລາມ​ຢ່າງ​ເຕັມ​ທີ

7   ນ້ຳ​ຫລວງ​ຫລາຍກໍ​ມອດ ຫລື​ຖ້ວມ​ມັນ​ບໍ່​ໄດ້ ແຕ່​ວ່າ​ຖ້າ​ມີ​ຄົນ​ໃດ​ເອົາ​ຄວາມ​ມັ່ງ​ຄັ່ງ​ສົມ​ບູນ​ຂອງ​ຕົນ​ມາ​ຊື້​ເອົາ​ຄວາມ​ຮັກ ເຂົາ​ກໍ​ຈະ​ໄດ້​ຮັບ​ແຕ່​ຄວາມ​ຫມິ່ນ​ປ​ມາດ

ພວ​ກ​ຜູ້​ຍິງ:

8   ພວກ​ຂ້ອຍ​ຍັງ​ມີ​ນ້ອງ​ສາວ​ຢູ່​ຄົນ​ນຶ່ງ ເຂົາ​ຍັງ​ບໍ່​ທັນ​ເປັນ​ສາວ ແລະ​ຫນ້າ​ເອິກກໍ​ບໍ່​ທັນ​ເຕັມ ພວກຂ້ອຍ​ຈະ​ທຳ​ຢ່າງ​ໃດ​ກັບ​ເຂົາ ຖ້າ​ມີ​ຊາຍ​ຫນຸ່ມ​ເຂົ້າ​ມາ​ຂໍ​ແຕ່ງ​ງານ​ກັ​ບ​ເຂົາ

9   ຖ້າ​ເຂົາ​ເປັນ​ກຳ​ແພງ ພວກ​ຂ້ອຍ​ຈະ​ເອົາ​ແທ່ງ​ເງິນ​ສ້າງ​ຫໍ​ຄອຍ​ປ້ອງ​ກັນ​ເຂົາ​ໄວ້ ຖ້າ​ເຂົາ​ເປັນ​ປະ​ຕູ​ກຳ​ແພງ ພວກ​ຂ້ອຍ​ຈະ​ເອົາ​ແຜ່ນ​ໄມ້​ສົນ​ໃສ່​ໄລ​ປ້ອງ​ກັນ​ເຂົາ​ໄວ້

ຍິງ​ສາວ:

10 ຂ້ອຍ​ເປັນ​ກຳ​ແພງ ແລະ​ນົມ​ຂ້ອຍ​ເປັນ​ເຫມືອນ​ຫໍ​ຄອຍ​ສູງ ໃນ​ສາຍ​ຕາ​ຂອງ​ຄົນ​ຮັກ​ແລ້ວ ຂ້ອຍ​ເປັ​ນ​ຜູ້​ນຶ່ງ​ທີ່​ນຳ​ຄວາມ​ສຸກ​ມາ​ໃຫ້

ຄົນ​ຮັກ​ຂອງ​ນາງ:

11 ກະ​ສັດ​ໂຊໂລ​ໂມນ​ມີ​ສວນ​ອະ​ງຸ່ນ​ທີ່​ບາ​ອານ​ຮາ​ໂມນ ພຣະ​ອົງ​ຊົງ​ໃຫ້​ຄົນ​ມາ​ເຊົ່າ​ສວນ​ນັ້ນ ແຕ່​ຜູ້​ເຊົ່າ​ທຸກ​ຄົນ​ຕ້ອງ​ຈ່າຍ​ເງິນ​ພັນ​ຫລຽນ​ໃຫ້

12 ກະ​ສັດໂ​ຊ​ໂລ​ໂມນ​ເອີຍ ຂ້ອຍ​ມີ​ສວນ​ອະ​ງຸ່ນ​ຂອງ​ຂ້ອຍ​ເອງ ພຣະ​ອົງ​ຊົງ​ຮັບ​ເອົາ​ເງິນ​ພັນ​ຫລຽນ​ຂອງ​ພຣະ​ອົງ​ໄປ​ເທີນ ແລະ​ຜູ້​ເຊົ່າ​ສວນ​ນັ້ນ​ຈະ​ໄດ້​ຮັບ​ຄົນ​ລະ​ສອງ​ຮ້ອຍ

13 ນ້ອງ​ເອີຍ ຫມູ່​ເພື່ອນ​ຂອງ​ອ້າຍ​ກຳ​ລັງ​ຟັງ​ຢູ່ ຂໍ​ໃຫ້​ອ້າຍ​ໄດ້​ຍິນ​ສຽງ​ນ້ອງ​ຈາກ​ສວນ​ນັ້ນ​ເທີນ

ຍິງ​ສາວ:

14 ທີ່​ຮັກ​ຂອງ​ນ້ອງ ຂໍ​ອ້າຍ​ຈົ່ງ​ເປັນ​ເຫມືອນ​ເຍືອງ ແລະ​ກວາງ​ຫນຸ່ມ ແລະ​ມາ​ຫາ​ນ້ອງ​ທີ່​ພູ​ຕົ້ນ​ກະ​ຖິນ