Ruth ພຣະທັມ​ນາງຣູດ

 

ພຣະທັມ​ນາງຣູດ

 

1

2

3

4

 

ຣູດ

 

1. ເອ​ລີ​ເມ​ເລກ​ກັບ​ຄອບ​ຄົວ​ໄປ​ອາ​ໄສ​ຢູ່​ປະ​ເທດ​ໂມ​ອາບ

1   ໃນ​ຄາວ​ພວກ​ຜູ້​ຕັດ​ສິນ​ປົກ​ຄອງພວກ​ອິ​ສ​ຣາ​ເອນຢູ່​ນັ້ນ ໄດ້​ມີ​ການ​ອຶດ​ຢາກ​ເກີດ​ຂຶ້ນ​ໃນ​ປະ​ເທດ

2   ຈົນ​ເປັນ​ເຫດ​ໃຫ້​ຊາຍ​ຄົນ​ນຶ່ງ​ຊື່​ວ່າ ເອ​ລີ​ເມ​ເລກ ພ້ອມ​ກັບ​ນາງ​ນາ​ໂອ​ມີ​ຜູ້​ເປັນ​ພັ​ຣ​ຍາ ແລະ​ລູກ​ຊາ​ຍ​ສອງ​ຄົນ​ຄື ມາ​ໂລນ ແລະກີ​ລີ​ໂອນ ຫນີ​ຈາກ​ເມືອງ​ເບັດ​ເລ​ເຮັມ​ຣາ​ຊ​ອາ​ນາ​ຈັກ​ຢູດາ ໄປ​ອາ​ໄສຢູ່​ໃນ​ປະ​ເທດ​ໂມ​ອາບ ພວກ​ເຂົາ​ເປັນ​ຄົນ​ເອ​ຟ​ຣາ​ທາ

3   ຢູ່​ຕໍ່​ມາ ເອ​ລີ​ເມ​ເລກ​ກໍ​ຕາຍ​ໄປ ນາງ​ນາ​ໂອ​ມີ​ຜູ້​ເປັນ​ເມັຽ​ຈຶ່ງໃຊ້​ຊີ​ວິດ​ຢູ່​ກັບ​ລູກຊາຍ​ທັງ​ສອງ

4   ຕໍ່​ມາ​ອີກ​ບໍ່​ດົນ ລູກຊາຍ​ທັງ​ສອງ​ກໍ​ໄດ້​ແຕ່ງງານ​ກັບ​ຍິງສາວ​ຊາວ​ໂມ​ອາບ ຄື​ນາງ​ໂອ​ປາ ແລະ​ນາງ​ຣູດ ພວກ​ເຂົາ​ໄດ້​ພາ​ກັນ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ​ປະ​ມານ​ສິບ​ປີ ແລ້ວ​ມາ​ໂລນ​ແລະ​ກີ​ລີ​ໂອນກໍ​ຕາຍ​ໄປ​ອີກ

5   ນາງ​ນາ​ໂອ​ມີ​ຈຶ່ງ​ໃຊ້​ຊີ​ວິດ​ຢູ່​ກັບ​ລູກສະໃພ້​ທັງ​ສອງ

ນາ​ໂອ​ມີ​ແລະ​ນາງ​ຣູດ​ກັບ​ຄືນ​ເມືອ

6   ຄັນ​ຕໍ່​ມາ ນາງ​ນາ​ໂອ​ມີ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ເຂົ້າ​ປາ​ອາ​ຫານ​ແກ່​ຊາວ​ເມືອງ​ເບັດ​ເລ​ເຮັມ​ແລ້ວ

7   ນາງ​ພ້ອມ​ດ້ວຍ​ລູກ​ສະ​ໃພ້​ທັງ​ສອງ​ຈຶ່ງ​ຕຽມ​ຕົວ​ອອກ​ເດີນ​ທາງ​ມຸ່ງ​ຫນ້າ​ຄືນ​ສູ່​ເມືອງ​ເບັດ​ເລ​ເຮັມ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ

8   ໃນ​ລະ​ຫວ່າງເດີນ​ທາງ​ໄປ​ນັ້ນ ນາງ​ນາ​ໂອ​ມີ​ໄດ້ເວົ້າ​ກັບ​ລູກ​ສະໃພ້​ທັງ​ສອງວ່າ, “ຈົ່ງ​ພາ​ກັນ​ກັບ​ຄືນ​ເມືອ​ຢູ່​ບ້ານ​ພໍ່​ແມ່ຂອງ​ພວກ​ເຈົ້າ​ສາ ແລະ​ຂໍ​ໃຫ້ພຣະຜູ້​ເປັ​ນ​ເຈົ້າ​ຊົງ​ໂຜດ​ປະ​ທານ​ຄວມ​ຜາ​ສຸກ​ໃຫ້​ແກ່​ພວກ​ເຈົ້າເຫມືອນ​ດັ່ງ​ທີ່​ພວກ​ເຈົ້າ​ເຄີຍ​ເຮັດ​ແກ່​ແມ່​ ແລະ​ແກ່​ຜູ້​ທີ່​ຕາຍ​ໄປ​ແລ້ວ​ນັ້ນ

9   ນອກ​ນີ້ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ປະ​ທານ​ຄວາມ​ສງົບ​ສຸກ ເມື່ອ​ເວ​ລາພວກ​ເຈົ້າ​ມີ​ຄອບ​ຄົວ​ໃຫມ່”  ຫລັງ​ຈາກ​ນັ້ນ ນາງ​ນາໂອ​ມີ​ກໍ​ກອດ​ຈູບ​ສັ່ງ​ລາ​ລູກ​ສະໃພ້​ທັງ​ສອງ​ດ້ວຍ​ຄວາ​ມສົງ​ສານ ເຂົາ​ທັງ​ສອງ​ຈຶ່ງ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ອາ​ລັຍ​ອາ​ວອນ

10 ພ້ອມ​ທັງ​ໄດ້​ເວົ້າ​ກັບ​ແມ່​ຍ່າ​ວ່າ, “ພວກ​ລູກ​ຈະ​ບໍ່​ເມືອ ຈະ​ໄປ​ຢູ່​ນຳ​ແມ່​ ແລະ​ພີ່​ນ້ອງ​ຂອງ​ແມ່” 

11 ນາງ​ນາ​ໂອ​ມີ​ຂໍ​ຮ້ອງ​ຕື່ມ​ອີກວ່າ, “ຈົ່ງ​ກັບ​ຄືນເມືອບ້ານ​ຂອງ​ພວກ​ລູກ​ສາ ຢາກ​ໄປ​ນຳ​ແມ່​ເຮັດ​ຫຍັງ ຫລື​ພວກ​ລູກ​ຄິດ​ວ່າ​ແມ່​ຍັງ​ມີ​ລູກຊາຍ​ທີ່​ພໍ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ແຕ່ງ​ງານ​ນຳ​ອີກ​ບໍ່?

12 ຈົ່ງ​ກັບ​ຄືນ​ເມືອ​ເສັຽ​ເທີນ ແມ່​ນີ້​ກໍ​ເຖົ້າກາຍ​ຍາມ​ຈະ​ແຕ່ງ​ງານ​ໃຫມ່​ອີກ​ແລ້ວ ສົມ​ມຸດ​ວ່າ ແມ່​ຈະ​ແຕ່ງ​ງານໃນ​ຄືນ​ນີ້​ແລ້​ວມີ​ລູກຊາຍ​ໃຫມ່​ອີກ

13 ພວກ​ລູກ​ກໍ​ຈະ​ພາ​ກັນ​ຢູ່​ຖ້າ​ຈົນ​ເຂົາ​ໃຫຍ່ ແລ້ວ​ແຕ່ງ​ງານ​ກັບ​ເຂົາ​ອີກ​ຫລື ລູກ​ຈະບໍ່​ແຕ່ງ​ງານ​ກັບ​ຄົນ​ອື່ນ​ອີກ​ຫລື ເປັນ​ໄປ​ບໍ່​ໄດ້​ດອກ​ລູກ​ເອີຍ, ແມ່​ມີ​ຄວາມ​ສົງ​ສານ​ພວກ​ເຈົ້າ​ຫລາຍ ຍ້ອນວ່າ​ການ​ກະ​ທຳ​ຂອງ​ແມ່​ອາດ​ເປັນ​ທີ່​ບໍ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ”

14 ເມື່ອ​ໄດ້​ຍິນ​ແມ່​ຍ່າເວົ້າ​ດັ່ງ​ນັ້ນ ພວກ​ເຂົາ​ກໍ​ພາ​ກັນ​ຮ້ອງ​ໄຫ້​ອີກ ແລ້ວ​ນາງ​ໂອ​ປາ​ໄດ້​ກອດ​ຈູບ​ຍ່າ ແລະ​ອຳ​ລາ​ກັບ​ຄືນ​ໄປ​ຫາ​ພີ່​ນ້ອງ​ຂອງ​ຕົນ ສ່ວນ​ນາງ​ຣູດ​ບໍ່​ຍອມ​ຫນີ​ຈາກ​ຍ່າ​ເດັດ​ຂາດ

15 ນາງ​ນາ​ໂອ​ມີ​ຈຶ່ງ​ເວົ້າ​ຕໍ່​ນາງ​ຣູດ​ວ່າ, “ເບິ່ງ​ດູ ນາງ​ໂອ​ປາ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ພີ່​ນ້ອງ ແລະ​ພຣະ​ເຈົ້າ​ຂອງ​ເຂົ​ທີ່ບ້ານ​ເກົ່​ແລ້ວ”

16 ແຕ່​ນາງ​ຣູດ​ໄດ້​ຕອບ​ຍ່າ​ວ່າ, “ຢ່າ​ຮ້ອງ​ຂໍ​ໃຫ້​ຂ້າ​ນ້ອຍ​ເຊົາ​ຕິດ​ຕາມ​ແລະ​ຈາກ​ແມ່​ຍ່າ​ໄປ​ທ້ອນ ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ ແມ່​ຢູ່​ບ່ອນ​ໃດ​ລູກ​ກໍ​ຂໍ​ຢູ່​ບ່ອນ​ນັ້ນ​ດ້ວຍ ຍາດ​ພີ່​ນ້ອງ​ຂອງ​ແມ່ກໍ​ແມ່ນ​ຍາດ​ພີ່​ນ້ອງ​ຂອງ​ລູກ ພຣະ​ເຈົ້າ​ຂອງ​ແມ່​ກໍ​ແມ່ນ​ພຣະ​ເຈົ້າ​ຂອງ​ລູກ

17 ແມ່ຕາຍ​ຢູ່ບ່ອນ​ໃດ ລູກ​ກໍ​ຂໍ​ຕາຍ​ຢູ່​ບ່ອນ​ນັ້ນ ແລະ​ສົ​ບ​ຂອງ​ລູກ​ຈະ​ຝັງ​ຢູ່​ທີ່​ນັ້ນ​ດ້ວຍ ຖ້າ​ຂ້າ​ນ້ອຍ​ປະ​ແມ່​ໄປ​ກ່ອນ​ຕາຍ ກໍ​ຂໍ​ໃຫ້​ພຣະ​ເຈົ້​ຊົງ​ລົງ​ໂທດ​ຢ່າງ​ຫນັກ”

18 ເມື່ອ​ນາງ​ນາ​ໂອ​ມີ​ເຫັນ​ນາງ​ຣູດ​ມີ​ຄວາມ​ຕັ້ງ​ໃຈ​ໄປ​ກັບ​ຕົນ​ແທ້ ນາງ​ກໍ​ບໍ່​ເວົ້າ​ຫຍັງ​ອີກ

19 ທັງ​ສອງໄດ້​ພາ​ກັນ​ເດີນ​ທາງ​ໄປ​ຈົນ​ເຖິງ​ເມືອງ​ເບັດ​ເລ​ເຮັມ ເມື່ອ​ເຂົາ​ເຂົ້າ​ໄປ​ເຖິງ​ເມືອງ​ນັ້ນ ຊາວ​ເມືອງ​ກໍ​ພາ​ກັນ​ຕື່ນ​ເຕັ້ນ​ທີ່​ເຫັນ​ນາງ​ກັບ​ມາ

20 ພວກ​ຜູ້​ຍິງ​ຈຶ່ງ​ຖາມ​ກັນ​ວ່າ, “ນີ້​ບໍ່​ແມ່ນ​ນາງ​ນາ​ໂອ​ມີ​ບໍ່?”  ງ​ນາ​ໂອ​ມີ​ຈຶ່ງ​ຕອບ​ເຂົາ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາງ​ນາ​ໂອ​ມີ​ອີກ ຈົ່ງ​ເອີ້ນ​ວ່າ​ມາ​ຣາ ເພາະ​ວ່າ​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຊົງ​ໃຫ້​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຂົມ​ຂື່ນ

21 ຂ້ອຍ​ຈາກ​ທີ່​ນີ້​ໄປ​ດ້ວຍ​ຄວາມ​ພ້ອມ​ພຽງ ແຕ່​ພຣະ​ເຈົ້​ໄດ້​ໃຫ້​ຂ້ອຍ​ກັບ​ມາ​ມື​ເປົ່າ ຍ້ອນ​ວ່າ​ພຣະ​ເຈົ້​ຊົງ​ລົງ​ໂທດ​ຂ້ອຍ ແລະ​ປະ​ທານ​ຄວາມ​ທຸກ​ຍາກ​ລຳ​ບາກ​ໃຫ້​ແກ່​ຂ້ອຍ ສະ​ນັ້ນ ເປັນ​ຫຍັງ​ຈຶ່ງ​ເອີ້ນຂ້ອຍວ່າ ນາ​ໂອ​ມີ ຜູ້​ຊົມ​ຊື່ນ​ຍິນ​ດີ

22 ນາງ​ນາ​ໂອ​ມີ​ກັບ​ນາງ​ຣູດ​ຊາວ​ເມືອງ​ໂມ​ອາບ​ລູກ​ສະໃພ້​ຂອງ​ນາງ ໄດ້​ກັບ​ມາ​ເຖິງ​ເມືອງ​ເບັດ​ເລ​ເຮັມ ພໍ​ດີ​ກັບ​ເວ​ລາ​ຕົ້ນ​ຣະ​ດູ​ກ່ຽວ​ເຂົ້າ

 

2. ນາງ​ຣູດ​ເກັບ​ຮວງ​ເຂົ້າ​ເຮັ່ຽ​ທີ່​ທົ່ງ​ນາ​ຂອງ​ໂບ​ອັ​ສ

1   ທີ່​ເມືອງ​ເບັດ​ເລ​ເຮັມ ນາງ​ນາ​ໂອ​ມີ​ໄດ້​ມີ​ພີ່​ນ້ອງ​ທາງ​ຜົວ​ຢູ່​ຜູ້​ນຶ່ງ​ຊື່ ໂບ​ອັ​ສ ທ່ານ​ຜູ້​ນີ້​ເປັນ​ຄົນ​ຣັ່ງ​ມີ ແລະ​ມີ​ອິດ​ທິ​ພົນ

2   ຢູ່​ຕໍ່​ມາ ນາງ​ຣູດ​ໄດ້​ເວົ້າ​ກັບ​ຍ່າ​ວ່າ, “ແມ່ ຂ້າ​ນ້ອຍ​ຂໍ​ໄປ​ເກັບ​ຮວງ​ເຂົ້າ​ຕົກ​ເຮັ່ຽຢູ່​ຕາມ​ທົ່ງ​ນາ ຂ້າ​ນ້ອຍ​ຈະ​ເກັບ​ເອົາ​ຕາມ​ຫລັງ​ຜູ້​ທີ່​ອະ​ນຸ​ຍາດ​ໃຫ້​ເກັບ” ນາງ​ນາ​ໂອ​ມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ສາ​ລູກ​ເອີຍ”

3   ແລ້ວ​ນາງ​ກໍ​ອອກ​ໄປ​ໃນ​ທົ່ງ​ນາ​ຫາ​ເກັບ​ເອົາ​ຮວງ​ເຂົ້າ​ເຮັ່ຽ​ຕາມ​ຫລັງ​ພວກ​ກ່ຽວ​ເຂົ້າ ໂດຍ​ບັງ​ເອີນ​ນາ​ທີ່ບ່ອນ​ນາງ​ເກັບ​ຮວງ​ເຂົ້າ​ນັ້ນ ແມ່ນ​ນາ​ຂອງ​ໂບອັ​ສພີ່​ນ້ອງ​ຂອງ​ເອ​ລີ​ເມ​ເລກ

4   ໃນ​ຂ​ນະ​ນັ້ນ ໂບ​ອັ​ສ​ໄດ້​ອອກ​ມາ​ແຕ່​ເມືອງ​ເບັດ​ເລ​ເຮັມ ເພື່ອ​ເບິ່ງ​ຄົນ​ເຮັດ​ວຽກ​ໃນ​ນາ ທ່ານ​ໄດ້​ກ່າວອວຍ​ພອນ​ໃຫ້​ພວກ​ເຂົາ​ວ່າ, “ຂໍ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ພວກ​ເຈົ້າ​ເທີນ” ແລ້ວ​ພວກ​ລູກ​ຈ້າງ​ກໍ​ຕອບ​ວ່າ, “ຂໍ​ພຣະ​ເຈົ້​ຊົງ​ອວຍ​ພອນ​ໃຫ້​ທ່ານ​ເຫມືອນ​ກັນ​ເທີນ”

5   ແລະ​ໂບ​ອັ​ສ​ໄດ້​ຖາມ​ຫົວ​ຫນ້າ​ລູກ​ຈ້າງວ່າ, “ຍິງ​ຜູ້​ນັ້ນ​ແມ່ນ​ໃຜ?”

6   ຫົວ​ຫນ້າ​ຈີ່ງ​ຕອບ​ວ່າ, “ແມ່ນ​ຍິງ​ທີ່​ມາ​ຈາກ​ປະ​ເທດ​ໂມ​ອາບ​ນຳ​ນາງ​ນາ​ໂອ​ມີ

7   ນາງ​ໄດ້​ມາ​ຂໍ​ອະ​ນຸ​ຍາດ​ນຳ​ຂ້າ​ນ້ອຍ ເພື່ອເກັບ​ຮວງ​ເຂົ້າ​ທີ່​ເຮັ່ຽ​ຈາກ​ພວກ​ກ່ຽວ​ເຂົ້າ ດັ່ງ​ນັ້ນ ນາງ​ຈຶ່ງ​ໄດ້​ເກັບ​ຕັ້ງ​ແຕ່​ເຊົ້າ​ຈົນ​ເຖິງ​ດຽວ​ນີ້ ແລະ​ໄດ້​ພັກ​ຜ່ອນ​ແຕ່​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ”

8   ເມື່ອ​ໄດ້​ຍິນ​ເຊັ່ນ​ນັ້ນ ໂບ​ອັ​ສ​ກໍ​ເວົ້າ​ກັບ​ນາງ​ຣູດ​ວ່າ, “ນາງ​ເອີຍ ເຈົ້າ​ຢ່າ​ໄປ​ເກັບ​ຮວງ​ເຂົ້າ​ບ່ອນ​ອື່ນ​ເດີ ຈົ່ງ​ມາ​ເກັບ​ແຕ່​ໃນ​ທົ່ງ​ນາ​ນີ້ ແລະ​ເຮັດ​ວຽກ​ຢູ່​ນຳ​ຄົນ​ງານ​ຍິງ​ຂອງ​ຂ້ອຍ

9   ຈົ່ງ​ເບິ່ງ ຖ້າ​ພວກ​ເຂົາ​ກ່ຽວ​ເຂົ້າ​ຢູ່ບ່ອນ​ໃດ ເຈົ້າ​ຈົ່ງ​ໄປ​ເກັບ​ຢູ່​ບ່ອນ​ນັ້ນ ຂ້ອຍ​ໄດ້​ສັ່ງ​ຫ້າມ​ບໍ່​ໃຫ້​ພວກ​ຜູ້​ຊາຍ​ຮົບ​ກວນ​ເຈົ້າ ຖ້າ​ເຈົ້າ​ຫິວ​ນ້ຳ ຈົ່ງ​ໄປ​ດື່ມ​ໃນ​ໄຫ​ທີ່​ພວກ​ລູກ​ຈ້າງ​ໄດ້​ຕັກ​ມາ​ໄວ້​ແລ້ວ​ນັ້ນ”

10 ເມື່ອ​ໄດ້​ຍິນ​ເຊັ່ນ​ນັ້ນ ນາງ​ກໍ​ກົ້ມ​ຂບ​ລົງ ແລະເວົ້າກັບ​ໂບ​ອັ​ສ​ວ່າ, “ຂ້າ​ນ້ອຍ​ເປັນ​ພຽງ​ຄົນ​ຕ່າງ​ປະ​ເທດ ເປັນ​ຫຍັງ​ທ່ານ​ຈຶ່ງ​ມີ​ຄວາມ​ເມດ​ຕາ​ກະ​ຣຸ​ນາ​ຕໍ່​ຂ້າ​ນ້ອຍ​ເຊັ່ນ​ນີ້?”

11 ໂບ​ອັ​ສ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ໄດ້​ຍິນ​ເຣື່ອງ​ທີ່​ເຈົ້າ​ປະ​ຕິ​ບັດ​ຕໍ່​ຍ່າ​ຕັ້ງ​ແຕ່​ຜົວ​ຂອງ​ເຈົ້າ​ໄດ້​ຕາຍ​ໄປ ຂ້ອຍ​ໄດ້​ຮູ້​ວ່າ​ເຈົ້າ​ຈາກ​ພໍ່​ແມ່ ແລະ​ບ້ານ​ເກີດ​ເມືອງນອນ ມາ​ຢູ່​ໃນ​ປະ​ເທດ​ທີ່​ເຈົ້າ​ບໍ່ຮູ້​ຈັກ​ມາ​ກ່ອນ

12 ຂໍ​ໃຫ້​ພຣະ​ເຈົ້​ຊົງ​ຕອ​ບ​ແທນ​ຄຸນ​ຄວາມ​ດີ​ທີ່​ເຈົ້າ​ໄດ້​ປະ​ຕິ​ບັດ​ມາ ຂໍ​ໃຫ້​ພຣະ​ເຈົ້າຂອງ​ພວກ​ອິ​ສ​ຣາ​ເອນ ຜູ້ຊຶ່ງ​ເຈົ້າ​ໄດ້​ເພິ່ງ​ພາ​ອາ​ໄສ ຈົ່ງ​ປະ​ທານ​ບຳ​ເຫນັດ​ອັນ​ປະ​ເສີດ​ໃຫ້​ແກ່​ເຈົ້າ​ດ້ວຍ”

13 ນາງ​ຣູດ​ກໍ​ຕອບ​ວ່າ, “ທ່ານ​ດີ​ຕໍ່​ຂ້າ​ນ້ອຍ​ຫລາຍ ນອກ​ນີ້​ທ່ານ​ຍັງ​ໄດ້​ເລົ້າ​ໂລມ​ໃຫ້​ກຳ​ລັງ​ໃຈ​ແກ່​ຂ້າ​ນ້ອຍ ທັງໆ​ທີ່​ຂ້າ​ນ້ອຍ​ບໍ່​ມີ​ຄຸນ​ຄ່າເທົ່າ​ທຽມ​ກັບ​ຄົນ​ໃຊ້​ຍິງ​ຄົນ​ນຶ່ງ​ຂອງ​ທ່ານ​ຊ້ຳ”

14 ເມື່ອ​ເວ​ລາ​ຮັບ​ປະ​ທານ​ອາ​ຫານ ໂບ​ອັ​ສ ບອກ​ນາງຣູດ​ວ່າ, “ຈົ່ງ​ຫ​ຍັບ​ເຂົ້າ​ມາ​ເອົາ​ເຂົ້າ​ຈີ່ ແລ້ວ​ເອົາ​ອາ​ຫານ​ມາຈ້ຳ​ນ້ຳສົ້ມ” ນາງ​ຣູດ​ຈຶ່ງ​ຫຍັບມາ​ນັ່ງ​ນຳ​ພວກ​ລູກ​ຈ້າງ ໂບ​ອັ​ສ​ໄດ້​ເອົາ​ອາ​ຫານ​ໃຫ້​ນາງ ຈົນ​ນາງຮັບ​ປະ​ທານ​ອີ່ມ ແລ້ວ​ຍັງ​ມອບ​ອາ​ຫານ​ທີ່​ເຫລືອ​ນັ້ນ​ໃຫ້​ອີກ​ດ້ວຍ

15 ຫລັງ​ຈາກ​ຮັບປະ​ທານ​ອາ​ຫານ​ອີ່ມ​ແລ້ວ ກ່ອນ​ນາງຈະ​ໄປ​ເກັບ​ຮວງ​ເຂົ້າ​ຕໍ່​ອີກ ໂບ​ອັ​ສໄດ້​ສັ່ງ​ລູກ​ຈ້າງວ່າ, “ຈົ່ງ​ອະ​ນຸ​ຍາດ​ໃຫ້​ນາງ​ເກັບ​ຮວງ​ເຂົ້າ​ໃນ​ບ່ອນ​ທີ່​ຍັງ​ມີ​ຝ່ອນ​ເຂົ້າ

16 ຢ່າ​ຮົບ​ກວນ​ນາງ ໃຫ້​ພວກ​ເຈົ້າ​ດືງ​ເອົາ​ເຂົ້າ​ບາງ​ຮວງ​ອອກ​ຈາກ​ມັດ​ປະ​ໄວ້​ໃຫ້​ນາງເກັບ​ຕາມ​ສະ​ບາຍ ແລະ​ຢ່າ​ເວົ້າ​ຫຍໍ້​ຫຍັນ​ຫຍັງ​ໃຫ້​ນາງ​ເດີ

17 ນາງ​ຣູດ​ໄດ້​ເກັບ​ຮວງ​ເຂົ້າ​ໃນ​ນາ​ຈົນ​ຮອດ​ຄ່ຳ ແລ້ວ​ຟາດ​ເອົາ​ເຂົ້າ​ທີ່​ເກັບ​ມາ​ນັ້ນ​ໄດ້​ປະ​ມານ​ເອ​ຟ​ນຶ່ງ

18 ຫລັງ​ຈາກ​ນັ້ນ ນາງກໍ​ຖື​ເອົາ​ເຂົ້​ກັບ​ຄືນ​ເມືອ​ບ້ານ​ຫາ​ຍ່າ​ໃນ​ເມືອງ ພ້ອມ​ທັງ​ອາ​ຫານ​ທີ່​ໂບ​ອັ​ສ​ໃຫ້​ມາ​ນັ້ນ​ໃຫ້​ຍ່າ​ເບິ່ງ

19 ນາງ​ນາ​ໂອ​ມີ​ຈຶ່ງ​ຖາມ​ວ່າ, “ມື້​ນີ້​ລູກ​ໄດ້​ໄປ​ເກັບ​ເຂົ້າ​ຢູ່​ບ່ອນ​ໃດ ແມ່ນ​ນາ​ຂອງ​ໃຜ​ທີ່​ລູກ​ໄປ​ເຮັດ​ວຽກ​ນຳ ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ອວຍ​ພອນ​ທ່ານ​ຜູ້​ມີ​ເມດ​ຕາ​ຈິດ​ເທີນ”  ແລ້ວ​ນາງ​ຣູດ​ໄດ້​ເວົ້​ໃຫ້​ຍ່າ​ຟັງ​ວ່າ ນາງ​ໄດ້​ໄປ​ເຮັດ​ວຽກ​ໃນ​ນາຂອງ​ທ່ານ​ຜູ້​ນຶ່ງຊື່ ໂບ​ອັ​ສ

20 ນາງ​ນາ​ໂອ​ມີ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຂໍ​ທ່ານ​ຜູ້​ນັ້ນ​ຈົ່ງ​ໄດ້ຮັບ​ພອນ​ຈາກ​ອົງ​ພຣະ​ເຈົ້າ​ຜູ້​ຊົງ​ປະ​ຕິ​ບັດ​ສັນ​ຍາ​ທີ່​ຊົງ​ໃຫ້​ໄວ້​ກັບ​ຜູ້​ຍັງ​ມີ​ຊີ​ວິດ ແລະ​ຜູ້​ຕາຍ​ໄປ​ແລ້ວ”  ນາງ​ເວົ້າ​ຕໍ່​ໄປ​ອີກວ່າ, “ທ່ານ​ຜູ້​ນັ້ນ​ແມ່ນ​ຍາດ​ພີ່​ນ້ອງ​ໃກ້​ຊິດ​ຂອງ​ເຮົຊຶ່ງ​ເປັນ​ຜູ້​ນຶ່ງ​ທີ່​ມີ​ສິດ​ໄຖ່ ແລະ​ອຸ​ປ​ຖັມ​ຄ້ຳ​ຊູ​ພວກ​ເຮົາ”

21 ນາງ​ຣູດ​ຍັງ​ໄດ້​ເວົ້າ​ກັບ​ຍ່າ​ອີກວ່າ, “ທ່ານ​ຍັງ​ບອກ​ໃຫ້​ຂ້າ​ນ້ອຍ​ຢູ່​ກັບ​ລູກ​ຈ້າງ​ຂອງ​ທ່ານຈົນ​ກ່ຽວ​ເຂົ້າ​ແລ້ວ”

22 ນາງ​ນາ​ໂອ​ມີ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ​ລູກ​ເອີຍ, ເປັນ​ການ​ດີ​ຖ້າ​ລູກ​ຢູ່​ນຳ​ລູກ​ຈ້າງ​ຂອງ​ທ່ານ ແຕ່​ຖ້າ​ລູກ​ໄປ​ນາ​ຂອງ​ຜູ້​ອື່ນ​ອາດ​ຈະ​ຖືກ​ຣົບ​ກວນ”

23 ດັ່ງ​ນັ້ນ ນາງ​ຣູດ​ຈຶ່ງ​ທຽວ​ໄປ​ເຮັດ​ວຽກ​ນຳ​ລູກ​ຈ້າງ​ຂອງ​ໂບ​ອັ​ສ​ຈົນ​ກ່ຽວ​ເຂົ້າ​ແລ້ວ ແຕ່​ນາງ​ຍັງ​ຢູ່​ກັບ​ແມ່​ຍ່າ​ຂອງ​ນາງ

 

3. ໂບ​ອັ​ສເມດ​ຕາ​ນາງ​ຣູດ

1   ຄັນ​ຕໍ່​ມາ ນາງ​ນາ​ໂອ​ມີ​ໄດ້​ກ່າວ​ຕໍ່​ນາງ​ຣູດ​ລູກ​ສະໃພ້​ຂອ​ງຕົນ​ວ່າ, “ລູກ​ເອີຍ, ແມ່​ຄວນ​ຈະ​ຊອກ​ຫາ​ຜົວ​ໃຫ້​ເຈົ້າ ເພື່ອ​ຈະ​ມີ​ຄອບ​ຄົວ​ໃຫມ່​ອີກ​ໄດ້​ແລ້ວ

2   ເຈົ້າ​ຈົ່ງ​ຮູ້​ໄວ້​ວ່າ ໂບ​ອັ​ສນາຍ​ຂອງ​ພວກ​ສາວ​ໃຊ້​ທີ່​ເຈົ້າ​ໄດ້​ໄປ​ເຮັດ​ວຽກ​ນຳ​ນັ້ນ ເປັນ​ພີ່​ນ້ອງ​ຜູ້​ນຶ່ງ​ຂອງ​ພວກ​ເຮົາ ລູກ​ຈົ່ງ​ຟັງ​ໃຫ້​ດີ ໃນ​ມື້​ແລງ​ນີ້​ທ່ານ​ຈະ​ໄປ​ຟາດ​ເຂົ້າ​ໃນ​ລານ

3   ດັ່ງ​ນັ້ນ ເຈົ້າ​ຈົ່ງ​ອາບ​ນ້ຳ ທາ​ນ້ຳ​ມັນ ແຕ່ງ​ເນື້ອ​ແຕ່ງ​ຕົວ ແລະ​ນຸ່ງ​ເຄື່ອງ​ອັນ​ງາມ​ທີ່​ສຸດ ແລ້ວ​ລົງ​ໄປ​ໃນ​ລານ​ບ່ອນ​ທີ່​ທ່ານ​ຟາດ​ເຂົ້າ​ນັ້ນ ແຕ່​ຢ່າ​ໃຫ້​ທ່ານ​ຮູ້​ຈັກ​ວ່າ​ເຈົ້າ​ຢູ່​ຫັ້ນ ຈົນ​ກວ່າ​ທ່ານ​ຮັບ​ປະ​ທານ ແລະ​ດື່ມ​ອີ່ມ​ແລ້ວ

4   ເມື່ອ​ທ່ານໄປ​ນອນ ໃຫ້​ເຈົ້າ​ຈື່ບ່ອນ​ທ່ານນອນ​ໄວ້ ແລ້ວ​ໃຫ້​ເຈົ້າ​ຄ່ອຍໆ​ເຂົ້າ​ໄປ​ເປີດ​ຜ້າ​ຫົ່ມ​ທີ່​ຕີ​ນ​ທ່ານ​ອອກ​ແລ້ວນອນ​ລົງ ໃນ​ເວ​ລາ​ນັ້ນ​ທ່ານຈ​ເວົ້າ​ກັບ​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ຄວນ​ຈະ​ເຮັດ”

5   ນາງ​ຣູດ​ໄດ້​ຕອບ​ຍ່າ​ວ່າ, “ຂ້າ​ນ້ອຍ​ຈະ​ເຮັດ​ຕາມ​ທີ່​ຍ່າ​ບອກ”

6   ແລ້ວ​ນາງ​ຣູດ​ກໍ​ລົງ​ໄປ​ໃນ​ລານເຂົ້າ ແລະ​ເຮັດ​ຕາມ​ທີ່​ຍ່າໄດ້​ບອກ​ໄວ້​ທຸກ​ປະ​ການ

7   ຫລັງ​ຈາກໂບ​ອາດ​ໄດ້​ກິນ​ແລະ​ດື່ມ​ອີ່ມ​ຫນຳ​ສຳ​ຣານ​ໃຈ​ແລ້ວ ທ່ານ​ກໍ​ໄປ​ນອນ​ພັກ​ຜ່ອນ​ຢູ່​ໃກ້ໆ​ກອງ​ຟ່ອນ​ເຂົ້າ ນງ​ຣູດ​ຈຶ່ງ​ຄ່ອຍໆ​ຫຍັບ​ເຂົ້າ​ໄປ​ເປີດ​ຜ້າ​ຫົ່ມ​ທີ່​ຕົນ​ທ່ານ​ອອກ ແລ້ວ​ຄ່ອຍໆ​ນອນ​ລົງ

8   ເມື່ອ​ໂບ​ອັ​ສ​ຮູ້​ເມື່ອຂຶ້ນ​ໃນເວ​ລາ​ກາງ​ຄືນ ກໍ​ຮູ້​ສຶກ​ປ​ຫລາດ​ໃຈ​ທີ່​ເຫັນ​ຜູ້ຍິງ​ມາ​ນອນ​ຢູ່​ໃຕ້​ຕີນ​ຂອງ​ຕົນ

9   ທ່ານຈຶ່ງ​ຖາມ​ຂຶ້ນ​ວ່າ, “ເຈົ້າ​ແມ່ນ​ໃຜ?” ນາງ​ຣູດ​ກໍ​ຕອບ​ວ່າ, “ຂ້າ​ນ້ອຍ​ແມ່ນ​ຣູດ​ສາວ​ໃຊ້​ຂອງ​ທ່ານ ຂໍ​ໃຫ້​ທ່ານ​ປົກ​ປັກ​ຮັກ​ສາ​ເບິ່ງ​ແຍງ​ຂ້າ​ນ້ອຍ​ແດ່​ທ້ອນ ເພາະ​ທ່ານ​ເປັນ​ພີ່​ນ້ອງໃກ້​ຊິດ​ມີ​ສິ​ດໄຖ່ ແລະ​ອຸ​ປ​ຖັມ​ຄ້ຳ​ຊູ​ຂ້າ​ນ້ອຍ”

10 ໂບ​ອັ​ສ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພຣະ​ເຈົ້າ​ອວຍ​ພອນ​ເຈົ້າ ການ​ກະ​ທຳ​ຂອງ​ເຈົ້າ ຄັ້ງ​ນີ້​ເປັນ​ທີ່​ຫນ້າ​ສົງສານກວ່າ​ຄາວ​ກ່ອນ ຊຶ່ງ​ຊີ້​ໃຫ້​ເຫັນ​ຄວາມ​ສຸ​ດຈະ​ຣິດ​ທີ່​ເຈົ້າ​ມີ​ຕໍ່​ຄອບ​ຄົວ ແລະ​ຕໍ່​ຍ່າ​ຂອງ​ເຈົ້າ ໂດຍ​ບໍ່​ໄດ້​ໄປ​ຫຍຸ້ງ​ກ່ຽວ​ກັບ​ຜູ້​ບ່າວ​ຄົນ​ອື່​ນ​ທີ່​ຮັ່ງ​ມີ ຫລື​ຍາກ​ຈົນ

11 ບັດ​ນີ້ ເຈົ້າ​ບໍ່​ຕ້ອງ​ຢ້ານ ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ເວົ້າ​ນັ້ນ​ທຸກ​ຢ່າງ ເພາະ​ທຸກ​ໆ​ຄົນ​ໃນ​ເມືອງ​ນີ້​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຍິງ​ດີ

12 ເປັນ​ຄວາມຈີງ​ທີ່​ວ່າ​ຂ້ອຍ​ເປັນ​ພີ່​ນ້ອງ​ໃກ້​ຊິດ​ແລະ​ມີ​ສິດ​ໄຖ່​ເຈົ້າ ແຕ່​ວ່າ​ຍັງ​ມີ​ພີ່​ນ້ອງ​ທີ່​ໃກ້​ຊິດກວ່າ​ຂ້ອຍ​ອີກ​ຜູ້​ນຶ່ງ​ທີ່​ມີ​ສິດ​ໄຖ່​ເຈົ້າ​ກ່ອນ

13 ເຈົ້າ​ຈົ່ງ​ນອນ​ຢູ່​ທີ່​ນີ້​ກ່ອນ ແລ້ວ​ມື້​ອື່ນເຊົ້​ຖ້າ​ຜູ້​ນັ້ນ​ຫາກ​ຮັບໄຖ່​ເຈົ້າ ກໍ​ຈົ່ງ​ໃຫ້​ທ່ານ​ກະ​ທຳ​ໄດ້​ ແຕ່​ຖ້າ​ທ່ານປະ​ຕິ​ເສດ ຂ້ອຍ​ຂໍ​ສາ​ບານ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ວ່າ ຂ້ອຍ​ຈະ​ຮັບ​ຜິດ​ຊອບ​ໃນ​ເຣື່ອງ​ນີ້​ເອງ ເຈົ້າ​ຈົ່ງ​ຫລັບ​ນອນ​ໃຫ້​ສະ​ບາຍ​ໃຈ​ເທີນ”

14 ຄືນ​ນັ້ນ ນາງ​ໄດ້​ນອນ​ໃຕ້​ຕີນ​ຂອງ​ໂບ​ອັ​ສ​ຈົນ​ຂ້ອນ​ແຈ້ງ ແຕ່​ນາງ​ໄດ້​ລຸກ​ກ່ອນ​ຄົນ​ຈະ​ເຫັນ​ຫນ້າ ໂບ​ອັ​ສ​ຈຶ່ງ​ເວົ້າ​ວ່າ, “ຄົງ​ບໍ່​ມີ​ຜູ້​ໃດ​ຮູ້​ວ່າ​ນາງ​ມາ​ທີ່​ນີ້​ດອກ”

15 ຄັນ​ແລ້ວ ໂບ​ອັ​ສໄດ້​ເວົ້າ​ຕໍ່​ນາງວ່າ, “ຈົ່ງ​ເອົາ​ເສື້ອ​ຊັ້ນ​ນອກ​ທີ່​ເຈົ້າ​ນຸ່ງ​ນັ້ນ​ພື​ອອກ”  ນາງ​ຣູດ​ກໍ​ເຮັດ​ຕາມ ໂບ​ອັ​ສຈຶ່ງ​ຜອງ​ເຂົ້າ​ໃຫ້​ນາງ​ຫົກ​ຫົວ​ຫນ່ວຍ​ຊັ່ງ​ຂອງເຂົ້າ​ບ​ເລ ນາງ​ໄດ້​ແບກ​ເອົາ​ເຂົ້າ​ແລ້ວ​ກັບ​ຄືນ​ເມືອ​ເມືອງ

16 ເມື່ອ​ນາງ​ກັບ​ມາ​ເຖິງ​ບ້ານ ຍ່າ​ກໍ​ຖາມ​ວ່າ, “ເປັນ​ແນວ​ໃດ​ລູກ?”  ນາງ​ຣູດ​ກໍ​ເລົ່າ​ເຣື່ອງ​ທຸກ​ຢ່າງ​ທີ່​ໂບ​ອັ​ສໄດ້​ເວົ້າ ແລະ​ໄດ້​ເຣັດຕໍ່​ນາງ​ສູ່​ຍ່າ​ຟັງ

17 ນາງໄດ້​ເວົ້າ​ວ່າ, “ທ່ານ​ຍັງ​ໄດ້​ເອົາ​ເຂົ້າ​ຫົກ​ຫົວ​ຫນ່ວຍ​ຊັ່ງຂອງ​ເຂົ້າ​ບ​ເລນີ້​ໃຫ້ ເພາະ​ທ່ານ​ບໍ່​ຢາກ​ໃຫ້​ຂ້າ​ນ້ອຍ​ກັບ​ມາ​ມື​ເປົ່າ”

18 ນາງ​ນາ​ໂອ​ມີ​ຈຶ່ງ​ເວົ້າ​ວ່າ, “ລູກ​ຈົ່ງ​ສະ​ບາຍໃຈ​ເທີນ ຕົກ​ມາ​ຮອດ​ນີ້​ລູກ​ກໍ​ຄົງ​ຈະ​ຮູ້​ແລ້ວ​ວ່າ ເຣື່ອງ​ມັນ​ຈະ​ຈົບ​ລົງ​ແນວ​ໃດ ເພາະ​ໂບ​ອັ​ສ​ຄົງ​ຈະ​ບໍ່​ສະ​ບາຍ​ໃຈ ຖ້າ​ບໍ່​ໄດ້​ຈັດ​ການ​ກັບ​ເຣື່ອງ​ນີ້​ໃຫ້​ຮຽບ​ຮ້ອຍ​ໃນ​ມື້​ນີ້”

 

4. ໂບ​ອັ​ສ​ເອົາ​ຣູດ​ເປັນ​ພັ​ຣ​ຍາ

1   ໂບ​ອັ​ສ​ໄດ້​ໄປ​ນັ່ງ​ຢູ່​ໃນ​ຫໍ​ປະ​ຊຸມ​ທີ່​ປະ​ຕູ​ເຂົ້າ​ເມືອງ ໃນ​ຂ​ນະ​ນັ້ນ​ພໍ​ດີ​ກັບ​ພີ່​ນ້ອງ​ຜູ້​ໃກ້​ຊິດ​ກັບ​ເອ​ລີ​ເມ​ເລກ ຜູ້​ມີ​ສິດ​ໄຖ່​ແລະ​ອຸ​ປ​ຖັມຄ້ຳ​ຊູ​ທີ່​ທ່ານ​ເວົ້າ​ນັ້ນ​ຍ່າງ​ຜ່ານ​ມາ ໂບ​ອັ​ສ​ຈຶ່ງ​ຖືໂອ​ກາດ​ເຊື້ອ​ເຊີນ​ເຂົາ​ນັ່ງ​ລົງ

2   ນອກ​ນີ້​ທ່ານ​ຍັງ​ໄດ້​ເຊື້ອ​ເຊີນພວກ​ເຖົ້າ​ແກ່​ໃນ​ເມືອງ​ສິບ​ຄົນ​ມາ​ຮ່ວມ​ດ້ວຍ ເມື່ອ​ມາ​ພ້ອມ​ພຽງ​ກັນ​ແລ້ວ

3   ໂບ​ອັ​ສ​ກໍ​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ເອ​ລີ​ເມ​ເລກວ່າ, “ບັດ​ນີ້ ນາງ​ນາ​ໂອ​ມີ​ໄດ້​ກັບ​ມາ​ແຕ່​ປະ​ເທດ​ໂມ​ອາບ ມາ​ຮອດ​ບ້ານ​ເກີດ​ເມືອງນອນ​ແລ້ວ ນາງ​ຕ້ອງ​ການ​ຂາຍ​ດິນ​ຂອງ​ເອ​ລີ​ເມ​ເລກ ຜູ້​ເປັນ​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຮົາ

4   ຂ້ອຍ​ໄດ້​ຕັດ​ສິນ​ໃຈ​ຄັກ​ແນ່​ແລ້ວ​ທີ່​ຈະ​ເວົ້າ​ເຣື່ອງ​ນີ້​ກັບ​ເຈົ້າ ຄື​ວ່າ​ຖ້າ​ເຈົ້າ​ຕ້ອງ​ການ​ຢາກ​ຊົດ​ຊ່ອຍ​ຍົກ​ຊື່​ສຽງ​ຂອງ​ຜູ້​ທີ່​ຕາຍ​ໄປ​ແລ້ວ ຈົ່ງ​ຕັດ​ສິນ​ໃຈ​ຊື້​ດິນ​ນີ້​ເສັຽ​ຕໍ່​ຫນ້າ​ພວກ​ເຖົ້າ​ແກ່​ທີ່​ນັ່ງ​ຢູ່​ນີ້ ເພື່ອ​ເປັນພ​ຍານ

ຫລັກ​ຖານ​ໃຫ້ ແຕ່​ຖ້າ​ເຈົ້າ​ບໍ່​ຕ້ອງ​ການ​ຈົ່ງ​ໄດ້​ບອກ​ໃຫ້​ຂ້ອຍ​ຮູ້ ເພາະ​ວ່າ​ສິດ​ທິ​ໃນ​ການ​ຊື້​ນັ້ນເປັນ​ຂອງ​ເຈົ້າ​ກ່ອນ ແລ້ວ​ຈຶ່ງ​ເປັນ​ຂ​ອງ​ຂ້ອຍ​ຕາມ​ພາຍ​ຫລັງ” ຊາຍ​ຜູ້​ນັ້ນ​ໄດ້​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຍິນ​ດີ​ຈະ​ຊື້​ດິນ​ນັ້ນ”

5   ໂບ​ອັ​ສຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຖ້າ​ເຈົ້າ​ຊື້​ດິນ​ຈາກ​ນາງ​ນາ​ໂອ​ມີ ນາງ​ຣູດ​ຊຶ່ງ​ເປັນ​ແມ່​ຫມ້າຍ​ຕ້ອງ​ເປັນ​ເມັຽຂອງ​ເຈົ້າ ແລະ​ດິນ​ທີ່​ເຈົ້າ​ຈະ​ຊື້​ຕ້ອງ​ຕົກ​ເປັນ​ຂອງ​ຄອບ​ຄົວ​ຂອງ​ຜູ້​ທີ່​ຕາຍ​ແລ້ວ​ນັ້ນ”

6   ຊາຍ​ຜູ້​ນັ້ນ​ກໍ​ຕອບ​ວ່າ, “ຖ້າ​ເປັນ​ຢ່າງ​ນີ້ ຂ້ອຍ​ກໍ​ບໍ່​ສາ​ມາດ​ຈະຊື້​ໄດ້ ເພາະ​ການ​ຊື້​ອາດຈະ​ເຮັດ​ໃຫ້​ມໍ​ຣະ​ດົກ​ຂອງ​ຂ້ອຍ​ເອງ​ສູນ​ເສັຽ​ໄປ ເຈົ້າ​ຈົ່ງ​ໃຊ້​ສິດ​ທິ​ຂອງ​ຂ້ອຍ​ຊື້​ດິນ​ນັ້ນ​ເສັຽ​ເທີນ ຂ້ອຍ​ບໍ່​ຕ້ອງ​ການ​ອີກແລ້ວ”

7   ໃນ​ສະ​ໄຫມ​ກ່ອນ ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ​ມີ​ທຳ​ນຽມ​ຢູ່​ວ່າ ເມື່ອ​ຜູ້​ນຶ່ງມອ​ບ​ສິດ​ທິ​ໃຫ້​ຜູ້​ນຶ່ງ​ອີກ ຫລື​ແລກ​ປ່ຽນ​ຊື້​ຂາຍ​ກັນ ຜູ້​ຂາຍ​ຕ້ອງ​ປົດ​ເກີບ​ສົ່ງ​ໃຫ້​ຜູ້​ຊື້ ການ​ກະ​ທຳ​ເຊັ່ນ​ນີ້ ໃຊ້​ເປັນ​ພຍານ​ຫລັກ​ຖານ​ທີ່​ນິ​ຍົມ​ກັນ​ໃນ​ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ

8   ດັ່ງ​ນັ້ນ ຍາດ​ຂອງ​ເອ​ລີ​ເມ​ເລກ​ຜູ້​ມີ​ສິດ​ທິ​ໃນ​ກາ​ນ​ໄຖ່​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ຈົ່ງ​ຊື້​ສິ່ງ​ເຫລົ່າ​ນີ້​ເສັຽ​ເທີນ” ແລ້ວ​ເຂົາ​ກໍ​ໄດ້​ປົດ​ເກີບ​ໃຫ້​ແກ່​ໂບ​ອັ​ສ

9   ໂບອັ​ສ​ຈຶ່ງ​ກ່າວ​ກັບ​ພວກ​ເຖົ້າ​ແກ່ ແລະ​ພວກ​ທີ່​ມາ​ຮ່ວມ​ໃນ​ພິ​ທີ​ນັ້ນ​ວ່າ, “ມື້​ນີ້​ທ່ານ​ທັງ​ຫລາຍ​ຈົ່ງ​ເປັນ​ພຍານໃຫ້​ຂ້າ​ພະ​ເຈົ້າ​ດ້ວຍ​ວ່າ ຂ້າ​ພະ​ເຈົ້​ໄດ້​ຊື້​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ເອ​ລີ​ເມ​ເລກ​ຂອງ​ກີ​ລີ​ໂອນ ແລະ​ຂອງ​ມາ​ໂລນ​ຈາກນາງ​ນາ​ໂອ​ມີ​ແລ້ວ

10 ນອກ​ຈາກ​ນີ້ ນາງ​ຣູດ​ຊາວ​ໂມ​ອາບ​ພັ​ຣ​ຍາ​ຂອງ​ມາ​ໂລນ​ຜູ້ ທີ່​ຕາຍ​ໄປ​ແລ້ວ ກໍ​ຕົກ​ເປັນ​ພັ​ຣຍຂອງ​ຂ້າພ​ເຈົ້າ​ນຳ​ດ້ວຍ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ມໍ​ຣະ​ດົກມີຢູ່​ໃນ​ຄອບ​ຄົວ​ຂອງ​ຜູ້​ທີ່​ຕາຍ ເພື່ອ​ໃຫ້​ຊື່​ຂອງ​ເຂົາຍັງ​ມີ​ຢູ່​ໃນ​ຖ້າມ​ກາງ​ຍາດ​ພີ່​ນ້ອງ​ແລະ​ບ້ານ​ເມືອງ ຂໍ​ໃຫ້​ທ່ານ​ຈົ່ງ​ເປັນ​ພ​ຍານ​ຕໍ່​ເຫດ​ການ​ໃນ​ມື້​ນີ້​ດ້ວຍ”

11 ພວກ​ປະ​ຊາ​ຊົນ​ທີ່​ຢູ່​ໃນ​ທີ່​ນັ້ນ​ກໍ​ພ້ອມ​ກັນ​ຕອບວ່າ, “ພວກ​ເຣົາ​ຍິນ​ດີ​ເປັນ​ພ​ຍານ​ໃຫ້”  ຝ່າຍ​ພວກ​ເຖົ້າ​ແກ່​ກໍ​ເວົ້າ​ວ່າ, “ຂໍ​ພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ຊ່ອຍ​ໃຫ້​ຍິງ​ທີ່​ຈະ​ໄປ​ຢູ່​ບ້ນ​ຂອງ​ເຈົ້າ​ນັ້ນ ເປັນ​ເຫມືອນ​ນາງ​ຣາ​ເຊັນ​ແລະ​ນາງ​ເລ​ອາ ຜູ້​ຊຶ່ງ​ມີ​ລູກ​ຫລານ​ຫລາຍ​ສືບ​ເຊື້ອ​ສາຍໃຫ້​ແກ່​ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ຮັ່ງ​ມີໃນ​ ເອ​ຟ​ຣາ​ທາ ແລະ​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ເມືອງ​ເບັດ​ເລ​ເຮັມ​ເທີນ

12 ຂໍ​ໃຫ້​ເດັກ​ນ້ອຍ​ທີ່​ພຣະ​ຜູ້​ເປັນ​ເຈົ້​ໂຜດ​ປະ​ທານ​ໃຫ້​ເຈົ້າ​ຈາກຍິງ​ສາວ​ຄົນ​ນີ້ ຈົ່ງ​ເປັນ​ເຫມືອນ​ຄອບ​ຄົວ​ຂອງ​ເປ​ເຣດ​ບຸດຊາ​ຍ​ຂອງຢູດາ​ແລະ​ນາງ​ທາ​ມາ​ເທີນ

13 ແລ້ວ​ໂບ​ອັ​ສກໍ​ເອົາ​ນາງ​ຣູດ​ມາ​ເປັນ​ເມັຽ ແລະ​ສົມ​ສູ່​ຢູ່​ກິນ​ດ້ວຍ​ກັນ

14 ຕໍ່​ມາ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ນາງ​ຕັ້ງ​ທ້ອງ ແລະ​ໄດ້​ບຸດ​ຊາຍ​ຜູ້​ນຶ່ງ

15 ຜູ້​ຍິງ​ທັງ​ຫລາຍ​ໃນ​ເມືອງ​ເບັດ​ເລ​ເຮັມ​ຈຶ່ງ​ເວົ້າກັບ​ນາງ​ນາ​ໂອ​ມີ​ວ່າ, “ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ ເພາະ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ເຈົ້​ມີ​ຫລານ​ຊາຍ ຜູ້​ຈະ​ບົວ​ລະ​ບັດ​ຮັກ​ສາ​ເຈົ້າ ຂໍ​ໃຫ້​ເດັກ​ນ້ອຍ​ຜູ້​ນີ້​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ ເປັນ​ກຳ​ລັງ​ໃຈ ແລະ​ເປັນ​ຜູ້​ຄຸ້ມ​ຄອງ​ຮັກ​ສາ​ເຈົ້າ​ໃນ​ເວ​ລາ​ເຖົ້າ​ແກ່ ລູກສະ​ໃພ້​ຜູ້​ເປັນ​ແມ່ຂອງ​ເດັກ​ນ້ອຍ​ນີ້​ຮັກ​ເຈົ້າ​ຫລາຍ ນາງ​ສາ​ມາດ​ບົວ​ລະ​ບັດ​ຮັກ​ສາ​ເຈົ້າ​ໄດ້​ດີກວ່າ​ບຸດ​ຊາຍ​ເຈັດ​ຄົນ​ຂອງ​ເຈົ້າ”

16 ນາງ​ນາ​ໂອ​ມີ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ ແລະ​ລ້ຽງ​ເກືອ​ຫລານ​ຊາຍ​ຜູ້​ນີ້​ເປັນ​ຢ່າງດີ

17 ພວກ​ຜູ້​ຍິງບ້ານ​ໃກ້​ເຮືອນ​ຄຽງ​ໄດ້​ຕັ້ງ​ຊື່​ໃຫ້​ເດັກ​ນ້ອຍ​ຜູ້​ນັ້ນ​ວ່າ ໂອ​ເບດ ພວກ​ເຂົາ​ພາກັນ​ເວົ້າ​ວ່າ, “ເດັກ​ນ້ອຍ​ນີ້​ແມ່​ນບຸດ​ນາງ​ນາ​ໂອ​ມີ”  ຕໍ່​ມາ ໂອ​ເບດ​ໄດ້ເປັນ​ບິ​ດາຂອງເຈ​ສ​ຊີ ແລະ​ເຈ​ສ​ຊີໄດ້​ເປັນ​ບິ​ດາຂອງ​ດາ​ວິດ

18 ເຊື້ອ​ສາຍ​ຂອງ​ດາ​ວິດ ນັບ​ຕັ້ງ​ແຕ່​ເປ​ເຣສ​ມາ​ມີ​ດັ່ງ​ນີ້, ເປ​ເຣສເປັນ​ບິ​ດາ​ເຮສໂຣນ

19 ເຮສ​ໂຣນ​ເປັນບິ​ດາ​​ຮາມ  ຮາມ​ເປັນ​ບິ​ດາອັມ​ມີ​ນາ​ດາບ

20 ອັມ​ມີ​ນາ​ດາບ​ເປັນ​ບິ​ດານາ​ໂຊນ ນາ​ໂຊນ​ເປັນ​ບິ​ດາຊັນ​ໂມນ

21 ຊັນ​ໂມນ​ເປັນ​ບິ​ດາ​ຂອງ​ໂບ​ອັ​ສ ໂບ​ອັ​ສ​ ໂບ​ອັ​ສ​ເປັນ​ບິດາ​ຂອງ​ໂອ​ເບດ


22 ໂອ​ເບດ​ເປັ​ນ​ບິ​ດາ​ຂອງ​ເຈ​ສ​ຊີ ເຈ​ສ​ຊີເປັນ​ບິ​ດາ​ດາ​ວິດ