| Psalms
|
|
![]() |
|
1
ຄວາມສຸກເປັນຂອງຄົນຜູ້ທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວຜູ້ທີ່ບໍ່ປະພຶດຕາມແບບຢ່າງຂອງຄົນບາບ
ຫລືບໍ່ຕິດພັນກັບພວກທີ່ຫມິ່ນປະຫມາດພຣະເຈົ້າ
1
ແຕ່ວ່າຄວາມສຸກຂອງຜູ້ທີ່ມັກອ່ານພຣະທັມຂອງພຣະຜູ້ເປັນເຈົ້າ ແລະຮຽນຮູ້ເອົາທຸກມື້ທຸກຄືນ
2
ຄົນຜູ້ນີ້ເປັນຄືຕົ້ນໄມ້ທີ່ປູກຢູ່ໃກ້ລຳນ້ຳ ຊຶ່ງມີໃບຂຽວສົດງົດງາມ ແລະເກີດຫມາກຕາມຣະດູ ເຂົາກະທຳທຸກສິ່ງກໍສຳເຣັດຜົນ
3
ແຕ່ວ່າຄົນຊົ່ວບໍ່ເປັນຢ່າງນີ້ເລີຍ ເຂົາເປັນເຫມືອນຂີ້ແກບທີ່ລົມພັດປິວໄປ
4
ພຣະຜູ້ເປັນເຈົ້າຈະຕັດສິນລົງໂທດຄົນຊົ່ວ ຄົນບາບຈະຖືກກຳຈັດຫນີຈາກຄົນຊອບທັມ
5
ພຣະຜູ້ເປັນເຈົ້າຊົງພິທັກຮັກສາຄົນຊອບທັມ ແຕ່ວ່າຄົນຊົ່ວຈະຖືກປະປ່ອຍໃຫ້ດັບສູນໄປ
1
ເປັນຫຍັງປະຊາຊາດຕ່າງໆຈຶ່ງກໍ່ການກະບົດຂຶ້ນ? ເປັນຫຍັງຊົນຊາດເຫລົ່ານີ້ຈຶ່ງວາງແຜນຢ່າງບໍ່ມີປໂຍດ?
2
ເຈົ້າຊີວິດທັງຫລາຍຂອງເຂົາກໍ່ການກະບົດຕໍ່ສູ້ພຣະເຈົ້າ
ພວກຜູ້ປົກຄອງເຂົາກໍພາກັນຄິດຮ້າຍຕໍ່ພຣະຜູ້ເປັນເຈົ້າ
ແລະເຈົ້າຊີວິດທີ່ພຣະອົງຊົງເລືອກໄວ້ກ່າວວ່າ,
3
“ຂໍໃຫ້ເຮົາເປັນອິສຣະ
ຈາກການປົກຄອງຂອງພຣະອົງ
ຂໍເຮົາຫນີໃຫ້ພົ້ນຈາກການບັງຄັບຂອງພຣະອົງ
4
ຝ່າຍພຣະຜູ້ເປັນເຈົ້າກໍຊົງຫົວຂວັນແລະເຍາະເຍີ້ຍເຂົາຈາກພຣະຣາຊບັນລັງໃນຟ້າສວັນ
5
ພຣະອົງຊົງກ່າວຕໍ່ເຂົາດ້ວຍພຣະພິໂຣດ
ແລະຊົງທຳເຂົາແຕກຕື່ນຕົກໃຈດ້ວຍຄວາມກີ້ວໂກດຂອງພຣະອົງ
6
ພຣະອົງຊົງກ່າວວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າຊີວິດຂອງເຮົາໄວ້ເທິງຊີໂອນ
ພູເຂົາສັກສິດຂອງເຣົາ”
7
ເຈົ້າຊີວິດເມືອງຊີໂອນກ່າວຂຶ້ນວ່າ, “ຂ້າພະເຈົ້າຈະບອກເຖິງຄຳທີ່ພຣະຜູ້ເປັນເຈົ້າຊົງບັນຍັດໄວ້” ພຣະຜູ້ເປັນເຈົ້າຊົງກ່າວແກ່ຂ້າພະເຈົ້າວ່າ, “ມື້ນີ້ເຮົາໄດ້ຮັບເຈົ້າເປັນລູກຊາຍຂອງເຮົາ
ເຮົາເປັນພໍ່ຂອງເຈົ້າ
8
ຈົ່ງຂໍ
ແລ້ວເຮົາຈະມອບຊົນຊາດທັງຫລາຍໃຫ້ແກ່ເຈົ້າ
ຫມົດທັງໂລກຈະເປັນຂອງເຈົ້າ
9
ເຈົ້າຈະໃຊ້ອຳນາດປົກຄອງເຂົາ
ເຈົ້າຈະຕີເຂົາແຕກເຫມືອນຕີຫມໍ້ດິນ
10 ບັດນີ້
ເຈົ້າຊີວິດທັງຫລາຍເອີຍ, ຈົ່ງຕັ້ງໃຈຟັງເທີນ
ທັງພວກຜູ້ປົກຄອງຈົ່ງເອົາໃຈໃສ່
11 ຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍຄວາມເຄົາຣົບຢຳເກງ
ຈົ່ງຖ່ອມຕົວລົງຕໍ່ພຣະພັກຂອງພຣະອົງ
12 ຖ້າພຣະອົງຊົງພຣະພິໂຣດ
ພວກເຈົ້າຈະຕ້ອງຕາຍ
ເພາະພຣະອົງຊົງພິໂຣດຢ່າງຮ້າຍແຮງ
ຄວາມສຸກເປັນຂອງທຸກຄົນທີ່ໄປຫາພຣະອົງ
ເພື່ອຂໍຄວາມຄຸ້ມຄອງ
ເພງສັຣເສີນ
ຂອງດາວິດ
ເມື່ອສະເດັດຫນີຈາກອັບຊາໂລມ
ໂອຣົດຂອງພຣະອົງ
1
ຂ້າແດ່ພຣະຜູ້ເປັນເຈົ້າ
ສັດຕຣູຂອງຂ້າພຣະອົງທະວີຫລາຍຂຶ້ນເຫລືອເກີນ
ຄູ່ສັດຕຣູຫລາຍຄົນກຳລັງລຸກຂຶ້ນຕໍ່ສູ້ຂ້າພຣະອົງ
2
ເຂົາກຳລັງກ່າວເຖິງຂ້າພຣະອົງວ່າ
ໃນພຣະເຈົ້າບໍ່ມີທາງລອດສຳລັບເຂົາ
3
ຂ້າແດ່ພຣະຜູ້ເປັນເຈົ້າ
ພຣະອົງຊົງເປັນໂລ່ອ້ອມຮອບຕົວຂ້າພຣະອົງ
ແລະຊົງເປັນຜູ້ຊູຫົວຂອງຂ້າພຣະອົງໄວ້
4
ຂ້າພຣະອົງຮ້ອງທູນພຣະຜູ້ເປັນເຈົ້າ
ແລະພຣະອົງຊົງຕອບຂ້າພຣະອົງຈາກພູເຂົາອັນບໍຣິສຸດຂອງພຣະອົງ
5
ຂ້າພະເຈົ້າ
ນອນລົງແລະຫລັບໄປ
ຂ້າພະເຈົ້າກັບຕື່ນຂຶ້ນ
ເພາະພຣະຜູ້ເປັນເຈົ້າຊົງອຸປຖັມຂ້າພະເຈົ້າ
6
ຂ້າພະເຈົ້າບໍ່ຢ້ານຄົນເປັນຫມື່ນໆ
ຊຶ່ງຕັ້ງຕົນຕໍ່ສູ້ຂ້າພະເຈົ້າຢູ່ຮອບດ້ານ
7
ຂ້າແດ່ພຣະຜູ້ເປັນເຈົ້າ
ໂຜດຊົງລຸກຂຶ້ນ
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ
ໂຜດຊົງຊ່ອຍກູ້ຂ້າພຣະອົງ
ຂໍພຣະອົງຊົງຕົບຫນ້າສັດຕຣູທັງຫລາຍຂອງຂ້າພຣະອົງ
ແລະຊົງຖອນແຂ້ວຂອງຄົນອະທັມທັງປວງ
8
ການຊ່ອຍກູ້ເປັນຂອງພຣະຜູ້ເປັນເຈົ້າ
ຂໍພຣະພອນຂອງພຣະອົງຫລັ່ງລົງເຫນືອໄພ່ພົນຂອງພຣະອົງເທີນ
1
ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງໃຫ້ປະຈັກວ່າ
ຂ້າພຣະອົງເປັນຝ່າຍຊອບທັມ
ຂໍຊົງໂຜດຕອບເມື່ອຂ້າພຣະອົງຮ້ອງທູນ ເມື່ອຂ້າພຣະອົງເດືອດຮ້ອນ ຂໍພຣະອົງປະທານຊ່ອງທາງໃຫ້ ຂໍຊົງເມດຕາແກ່ຂ້າພຣະອົງ ແລະຊົງຟັງຄຳອ້ອນວອນຂອງຂ້າພຣະອົງ
2
ທ່ານຜູ້ດີເອີຍ, ຂ້າພະເຈົ້າຈະຕ້ອງເຊື່ອມເສັຽກຽດໄປອີກດົນປານໃດ ທ່ານຈະຮັກຄຳໄຮ້ຄ່າ ແລະສແວງການຕົວະອີກດົນປານໃດ
3
ຈົ່ງຮູ້ເຖີດວ່າ
ພຣະຜູ້ເປັນເຈົ້າຊົງແຍກຄົນຊອບທັມໄວ້ສຳລັບພຣະອົງ
ພຣະຜູ້ເປັນເຈົ້າຊົງສະດັບຮັບຟັງເມື່ອຂ້າພະເຈົ້າທູນພຣະອົງ
4
ຮ້າຍກໍຮ້າຍເຖີດ
ແຕ່ “ຢ່າທຳບາບ” ຈົ່ງຄໍານຶງໃນໃຈເວລາຢູ່ເທິງບ່ອນນອນແລະສງົບຢູ່
5
ຈົ່ງຖວາຍເຄື່ອງບູຊາໃຫ້ຖືກຕ້ອງ
ແລະວາງໃຈໃນພຣະຜູ້ເປັນເຈົ້າ
6
ມີຄົນຈໍານວນຫລາຍເວົ້າວ່າ, “ໂອ
ເຮົາຢາກຈະເຫັນສິ່ງດີໆ
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງເງີຍພຣະພັກທີ່ສວ່າງຂອງພຣະອົງມາເຫນືອຂ້າພຣະອົງທັງຫລາຍ”
7
ພຣະອົງໄດ້ປະທານຄວາມຊື່ນບານໃຫ້ແກ່ຈິດໃຈຂອງຂ້າພຣະອົງຫລາຍກວ່າເມື່ອໄດ້ເຂົ້າແລະນ້ຳອະງຸ່ນມາກມາຍ
8
ຂ້າພຣະອົງຈະເອນກາຍລົງນອນຫລັບໃນຄວາມສັນຕິ
ຂ້າແດ່ພຣະຜູ້ເປັນເຈົ້າ
ເພາະພຣະອົງເທົ່ານັ້ນທີ່ຊົງທຳໃຫ້ຂ້າພຣະອົງອາໄສຢູ່ຢ່າງປອດພັຍ
ເຖິງຫົວຫນ້ານັກຮ້ອງ
ສຳລັບພວກຂຸ່ຍ
ເພງສັຣເສີນ
ຂອງດາວິດ
1
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງສະດັບຟັງຖ້ອຍຄຳຂອງຂ້າພຣະອົງ
ຂໍຊົງຟັງສຽງຄ່ຳຄວນຂອງຂ້າພຣະອົງ
2
ຂ້າແດ່ພຣະບໍຣົມກະສັດ
ພຣະເຈົ້າຂອງຂ້າພຣະອົງ
ຂໍຊົງຟັງສຽງຮ້ອງທູນຂອງຂ້າພຣະອົງ
ເພາະຂ້າພຣະອົງອ້ອນວອນທູນຕໍ່ພຣະອົງ
3
ຂ້າແດ່ພຣະຜູ້ເປັນເຈົ້າ
ໃນເວລາເຊົ້າພຣະອົງຊົງສະດັບສຽງຂອງຂ້າພຣະອົງ
ຊຶ່ງຂ້າພຣະອົງຕຽມຖວາຍເຄື່ອງສັກກາຣະບູຊາແດ່ພຣະອົງ
ແລະເຝົ້າຄອຍເບິ່ງຢູ່
4
ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຜູ້ຊົມຊື່ນຍິນດີໃນຄວາມອະທັມ
ຄວາມຊົ່ວຮ້າຍຈະບໍ່ອາໄສຢູ່ກັບພຣະອົງ
5
ຄົນໂອ້ອວດຈະບໍ່ຢືນຢູ່ຕໍ່ພຣະພັກຂອງພຣະອົງພຣະອົງຊົງກຽດຊັງຜູ້ກະທຳການຊົ່ວທັງສິ້ນ
6
ພຣະອົງຊົງທຳລາຍຜູ້ທີ່ມຸສາ
ພຣະຜູ້ເປັນເຈົ້າຊົງດູຖູກຄົນຮຸນແຮງ
ແລະຄົນຫລອກລວງ
7
ແຕ່ດ້ວຍຄວາມຮັກຫມັ້ນຄົງອັນບໍຣິບູນຂອງພຣະອົງ
ຂ້າພຣະອົງຈະເຂົ້າໄປໃນພຣະວິຫານຂອງພຣະອົງ
ຂ້າພຣະອົງຈະນະມັສການໃນທີ່ພຣະວິຫານອັນບໍຣິສຸດຂອງພຣະອົງ
ດ້ວຍຄວາມຢຳເກງພຣະອົງ
8
ຂ້າແດ່ພຣະຜູ້ເປັນເຈົ້າ ເຫດດ້ວຍສັດຕຣູຂອງຂ້າພຣະອົງ ຂໍຊົງນຳຂ້າພຣະອົງໄປໂດຍຄວາມຊອບທັມຂອງພຣະອົງ ຂໍຊົງໂຜດນໍາທາງ ຊຶ່ງຂ້າພຣະອົງນັ້ນໃຫ້ຣາບລື້ນ
9
ເພາະໃນປາກຂອງເຂົາເຫລົ່ານັ້ນບໍ່ມີຄວາມຈິງ ຈິດໃຈຂອງເຂົາກໍຄືການທຳລາຍ ລໍາຄໍຂອງເຂົາຄືຂຸມຝັງສົບທີ່ເປີດຢູ່ ເຂົາປະຈົບສໍພໍດ້ວຍລີ້ນຂອງເຂົາ
10 ຂ້າແດ່ພຣະຜູ້ເປັນເຈົ້າ ໂຜດໃຫ້ເຂົາຮັບກັມຊົ່ວຂອງເຂົາ ແລະໃຫ້ເຂົາທັງຫລາຍລົ້ມລົງດ້ວຍຄວາມຄິດເຫັນຂອງຕົນເອງ ເຫດການທໍຣະຍົດທັງຫລາຍນັ້ນ ຂໍຊົງຂັບໄລ່ເຂົາອອກໄປ ເນື່ອງຈາກເຂົາທັງຫລາຍໄດ້ກະບົດຕໍ່ພຣະອົງ
11 ແຕ່ໃຫ້ຄົນທັງປວງທີ່ລີ້ພັຍຢູ່ໃນພຣະອົງນັ້ນເບີກບານໃຈ ໃຫ້ເຂົາຮ້ອງເພງດ້ວຍຄວາມຊື່ນຊົມຍິນດີຢູ່ສເມີ ແລະຂໍຊົງປ້ອງກັນເຂົາໄວ້ ເພື່ອຄົນທີ່ຮັກພຣະນາມຂອງພຣະອົງຈະໄດ້ສຸກໃຈຢູ່ໃນພຣະອົງ
12 ຂ້າແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງຊົງອວຍພຣະພອນແກ່ຄົນຊອບທັມ ພຣະອົງຊົງຄຸ້ມຄອງເຂົາໄວ້ ດ້ວຍຄວາມໂປດປານເຫມືອນເປັນໂລ່ປ້ອງກັນເຂົາ
ເຖິງຫົວຫນ້ານັກຮ້ອງ
ໃຊ້ເຄື່ອງສາຍຕາມທຳນອງເຊມິນິທ
ເພງສັຣເສີນ
ຂອງດາວິດ
1
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຢ່າຊົງຂະຫນາບຂ້າພຣະອົງ
ເມື່ອຊົງໂກດ
ແລະຂໍຢ່າຊົງລົງໂທດຂ້າພຣະອົງດ້ວຍພຣະພິໂຣດຂອງພຣະອົງ
2
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງພຣະກະຣຸນາແກ່ຂ້າພຣະອົງ
ເພາະຂ້າພຣະອົງເມື່ອຍອ່ອນກຳລັງ
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງຮັກສາຂ້າພຣະອົງເພາະກະດູກຂອງຂ້າພຣະອົງທຸກຍາກລຳບາກນັກ
3
ທັງຈິດໃຈຂອງຂ້າພຣະອົງກໍທຸກຍາກລໍາບາກຫລາຍ
ໂອ ຂ້າແດ່ພຣະຜູ້ເປັນເຈົ້າ
ອີກດົນປານໃດຫນໍ
4
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງຫັນມາຊ່ອຍຊີວິດຂອງຂ້າພຣະອົງໃຫ້ລອດດ້ວຍເຖີດ
ຂໍຊົງຊ່ອຍກູ້ຂ້າພຣະອົງ
ເພາະເຫັນແກ່ຄວາມຮັກຫມັ້ນຄົງຂອງພຣະອົງ
5
ເພາະຖ້າໃນຄວາມຕາຍ
ບໍ່ມີການລະນຶກເຖິງພຣະອົງແລ້ວ
ໃນແດນມໍຣະນາໃຜເດ່ຈະໂມທະນາພຣະຄຸນຂອງພຣະອົງ
6
ຂ້າພຣະອົງອ່ອນແຮງດ້ວຍການຄ່ຳຄວນ
ແລະທຸກຄືນບ່ອນນອນກໍຊຸ່ມປຽກຍ້ອນຫລັ່ງນ້ຳຕາ
ແລະຫມອນກໍຊຸ່ມດ້ວຍນ້ຳຕາທີ່ຮ້ອງໄຫ້
7
ຕາຂອງຂ້າພຣະອົງເມື່ອຍລ້າເພາະຄວາມທຸກໃຈ
ມັນອ່ອນເພັຽລົງ
ເພາະຄູ່ແຂ່ງຂັນທັງປວງຂອງຂ້າພຣະອົງ
8
ບັນດາເຈົ້າຜູ້ກະທຳຄວາມຊົ່ວຈົ່ງຫນີໄປຈາກເຣົາເພາະພຣະຜູ້ເປັນເຈົ້າຊົງສະດັບສຽງຮ້ອງໄຫ້ຂອງເຣົາແລ້ວ
9
ພຣະຜູ້ເປັນເຈົ້າຊົງສະດັບຄຳອ້ອນວອນຂອງຂ້າພຣະອົງ ຊົງຮັບຄຳອ້ອນວອນຂອງຂ້າພຣະອົງ
10 ສັດຕຣູທັງສິ້ນຂອງຂ້າພຣະອົງຈະໄດ້ອາຍ ແລະຍາກລຳບາກ
ເຂົາທັງຫລາຍຈະກັບຄືນ ແລະຈະໄດ້ຮັບຄວາມອັບອາຍໃນພິບຕາດຽວ
ຊິກກັຍໂອນ
ຂອງດາວິດ
ຊຶ່ງທ່ານຮ້ອງຖວາຍພຣະເຈົ້າກ່ຽວກັບກູຊ,ເບັນຢາມິນ
1
ໂອ
ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ
ຂ້າພຣະອົງລີ້ພັຍຢູ່ໃນພຣະອົງ
ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍຈາກຜູ້ໄລ່ຕາມທັງມວນ
ຂໍຊົງຊ່ອຍກູ້ຂ້າພຣະອົງ
2
ຢ້ານວ່າເຂົາຈະຈີກຂ້າພຣະອົງເສັຽດັ່ງສິງ
ແລະລາກຂ້າພຣະອົງໄປ
ໂດຍບໍ່ມີຜູ້ໃດຊ່ອຍໄດ້
3
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ
ຖ້າຂ້າພຣະອົງກະທຳເຊັ່ນນີ້
ຄືຖ້າມີຄວາມຜິດໃນມືຂອງຂ້າພຣະອົງ
4
ຖ້າຂ້າພຣະອົງທຳຄວາມຊົວແກ່ເພື່ອນບ້ານຂອງຂ້າພຣະອົງ
ຫລືປຸ້ນສັດຕຣູຂອງຂ້າພຣະອົງໂດຍປາສຈາກສາເຫດ
5
ກໍຂໍໃຫ້ສັດຕຣູໄລ່ຕາມຂ້າພຣະອົງທັນ
ແລະໃຫ້ເຂົາຢຽບຍ່ຳຊີວິດຂ້າພຣະອົງລົງເຖິງດິນ
ແລະວາງວິນຍານຂອງຂ້າພຣະອົງໄວ້ໃນຝຸ່ນດິນ
6
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍພຣະອົງຊົງລຸກຂຶ້ນດ້ວຍພຣະພິໂຣດຂອງພຣະອົງ
ຂໍຊົງຂຶ້ນສູ້ຄວາມໂຫດຮ້າຍສັດຕຣູຂອງຂ້າພຣະອົງ
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ
ຂໍຊົງຕື່ນຂຶ້ນ
ພຣະອົງຊົງກຳນົດການພິພາກສາ
7
ຂໍໃຫ້ຊຸມນຸມຊົນຊາດທັງຫລາຍມາຢູ່ຮອບພຣະອົງ
ແລະຂໍຊົງກັບໄປປະທັບເດັ່ນຢູ່ເຫນືອຊຸມນຸມນັ້ນ
8
ພຣະຜູ້ເປັນເຈົ້າຊົງພິພາກສາຊົນຊາດທັງຫລາຍ
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງພິພາກສາ
ຂ້າພຣະອົງຕາມຄວາມຊອບທັມຂອງຂ້າພຣະອົງ
ແລະຕາມຄວາມສັຕສຸຈຣິດ
ຊຶ່ງມີຢູ່ໃນຂ້າພຣະອົງ
9
ຂ້າແດ່ພຣະເຈົ້າຜູ້ຊົງທັມ
ຜູ້ຊົງທົດລອງຄວາມຄິດແລະຈິດໃຈທັງຫລາຍ
ຂໍໃຫ້ຄວາມຊົ່ວຂອງຄົນອະທັມຈົ່ງເຖິງທີ່ສິ້ນສຸດ
ແຕ່ຂໍຊົງສະຖາປະນາຄົນຊອບທັມຂຶ້ນ
10 ພຣະຜູ້ເປັນເຈົ້າເປັນທີ່ກຳບັງຂອງຂ້າພຣະອົງ ພຣະອົງຊົງຊ່ອຍຊູຜູ້ໃຈທ່ຽງຕົງໃຫ້ລອດ
11 ພຣະຜູ້ເປັນເຈົ້າຊົງເປັນຜູ້ພິພາກສາທີ່ຊອບທັມ ແລະເປັນຜູ້ປະທານຄຳພິພາກສາທຸກວັນ
12 ຖ້າມະນຸດຄົນໃດບໍ່ກັບໃຈ ພຣະອົງຈະຊົງລັບຄົມດາບຂອງພຣະອົງ ພຣະອົງຊົງກົ່ງທະນູຕຽມພ້ອມໄວ້
13 ພຣະອົງຊົງຕຽມອາວຸດອັນຮ້າຍແຮງ ຊົງກະທຳໃຫ້ລູກທະນູຂອງພຣະອົງເປັນສອນໄຟ
14 ເບິ່ງແມ໋, ຄົນອະທັມກໍ່ຄວາມຊົ່ວຮ້າຍຂຶ້ນແລ້ວ ກຳລັງຕັ້ງທ້ອງຄວາມຊົ່ວຊ້າ ແລະຄອດອອກມາເປັນການຕົວະ
15 ເຂົາຂຸດຫລຸມໄວ້ ແລະຕົກລົງໄປໃນຫລຸມທີ່ເຂົາເຮັດໄວ້ນັ້ນ
16 ຄວາມຊົ່ວຊ້າຂອງເຂົາກັບມາສຸມຫົວເຂົາ
ແລະຄວາມທາຣຸນຂອງເຂົາລົງມາເທິງຫົວຂອງເຂົາເອງ
17 ຂ້າພະເຈົ້າຈະຖວາຍໂມທະນາຂອບພຣະຄຸນພຣະເຈົ້າເນື່ອງດ້ວຍຄວາມຊອບທັມຂອງພຣະອົງ
ແລະຂ້າພະເຈົ້າຈະຮ້ອງເພງສັຣເສີນພຣະນາມຂອງພຣະເຈົ້າຜູ້ສູງສຸດ
ເຖິງຫົວຫນ້ານັກຮ້ອງ
ຕາມທຳນອງກິດຕິທ
ເພງສັຣເສີນ
ຂອງດາວິດ
1
ໂອ
ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງທັງຫລາຍ
ຄວາມຍິ່ງໃຫຍ່ຂອງພຣະອົງເກີນວ່າລືຊາໄປທົ່ວທັງໂລກ
ຄວາມສັຣເສີນພຣະອົງດັງກ້ອງຂຶ້ນສູ່ຟ້າສວັນ
2
ຊຶ່ງເປັນເພງສັຣເສີນຈາກເດັກຫນຸ່ມນ້ອຍ
ແລະເດັກອ່ອນ
ພຣະອົງໄດ້ສ້າງກຳແພງ
ເພື່ອຕໍ່ສູ້ກັ້ນກາງສັດຕຣູແລະຄູ່ແຂ່ງຂັນຂອງພຣະອົງ
3
ເມື່ອຂ້າພຣະອົງຫລຽວເບິ່ງທ້ອງຟ້າທີ່ພຣະອົງຊົງສ້າງ
ແລະຫລຽວເບິ່ງເດືອນດາວທີ່ພຣະອົງຕັ້ງໄວ້
4
ມະນຸດສຳຄັນຫຍັງພໍທີ່ພຣະອົງຈະຄິດເຖິງເຂົາ
ແລະດູແລຮັກສາເຂົາ
ເປັນການປະຫລາດໃຈແທ້
5
ແຕ່ພຣະອົງຍັງຊົງແຕ່ງຕັ້ງໃຫ້ເຂົາມີຖານະຮອງຈາກພຣະອົງລົງມາ
ພຣະອົງຊົງໃຫ້ມະນຸດມີສັກສີ
ແລະໄດ້ຮັບກຽດຕິຍົດ
6
ພຣະອົງແຕ່ງຕັ້ງໃຫ້ມະນຸດຄຸ້ມຄອງເຫນືອທຸກສິ່ງທີ່ພຣະອົງຊົງສ້າງໄວ້
7
ເຫນືອຝູງແກະ
ຝູງງົວ
ຄວາຍ
ແລະສັດປ່າ
8
ທັງນົກຫນູໃນອາກາດ
ຕລອດທັງທຸກໆສິ່ງທີ່ສ້າງຂຶ້ນໃນທ້ອງທະເລ
9
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ
ຄວາມຍິ່ງໃຫຍ່ຂອງພຣະອົງຊົງປາກົດກະຈາຍທົ່ວແຜ່ນດິນໂລກ
ພຣະເຈົ້າ
ເຖິງຫົວຫນ້ານັກຣ້ອງ
ຕາມທຳນອງມຸທລັບເບນ
ເພງສັຣເສີນ
ຂອງດາວິດ
1
ຂ້າພຣະອົງຈະຂອບພຣະຄຸນພຣະຜູ້ເປັນເຈົ້າດ້ວຍສິ້ນສຸດໃຈຂອງຂ້າພຣະອົງ
ຂ້າພຣະອົງຈະບອກເຖິງການອັດສະຈັນທັງສິ້ນຂອງພຣະອົງ
2
ຂ້າພຣະອົງຈະຊົມຊື່ນ
ແລະຍິນດີໃນພຣະອົງ
ຂ້າແດ່ອົງຜູ້ສູງສຸດ
ຂ້າພຣະອົງຈະຮ້ອງເພງສັຣເສີນພຣະນາມຂອງພຣະອົງ
3
ເມື່ອສັດຕຣູຂອງຂ້າພຣະອົງກັບຄືນ
ເຂົາທັງຫລາຍກໍສະດຸດ
ແລະພິນາດໄປຕໍ່ເບື້ອງພຣະພັກຂອງພຣະອົງ
4
ເພາະພຣະອົງຊົງໃຫ້ຄວາມຍຸດຕິທັມ
ແລະຄວາມທ່ຽງຕົງແກ່ຂ້າພຣະອົງ
ພຣະອົງປະທັບເທິງພຣະທີ່ນັ່ງ
ແລະປະທານການພິພາກສາອັນຊອບທັມ
5
ພຣະອົງໄດ້ຊົງຂະຫນາບບັນດາປະຊາຊາດ
ແລະຊົງທຳລາຍຄົນອະທັມ
ແລ້ວຊົງລຶບຊື່ຂອງເຂົາອອກເສັຽເປັນນິດ
6
ສັດຕຣູໄດ້ສາບສູນໄປໃນຄວາມພິນາດເປັນນິດ
ພຣະອົງຊົງຖອນຮາກບັນດາຫົວເມືອງຂອງເຂົາແລະອະນຸສອນຂອງເຂົາກໍວອດວາຍ
7
ແຕ່ພຣະເຈົ້າຍັງຄອບຄອງ ຍັງຊົງຄອບຄອງຢູ່ເປັນນິດ ພຣະອົງຊົງສະຖາປະນາບັນລັງຂອງພຣະອົງເພື່ອການພິພາກສາ
8
ພຣະອົງຊົງພິພາກສາໂລກດ້ວຍຄວາມຊອບທັມ ພຣະອົງຊົງພິພາກສາບັນດາປະຊາຊາດດ້ວຍຄວາມທ່ຽງທັມ
9
ພຣະຜູ້ເປັນເຈົ້າຊົງເປັນທີ່ກຳບັງເຂັ້ມແຂງຂອງຄົນທີ່ຖືກກົດຂີ່
ຊົງເປັນທີ່ກຳບັງເຂັ້ມແຂງໃນເວລາຍາກລຳບາກ
10 ບັນດາຜູ້ທີ່ຮູ້ຈັກພຣະນາມຂອງພຣະອົງກໍວາງໃຈໃນພຣະອົງ
ຂ້າແດ່ພຣະຜູ້ເປັນເຈົ້າ
ເພາະວ່າພຣະອົງບໍ່ໄດ້ຊົງປະຖິ້ມບັນດາຜູ້ທີ່ຊອກສແວງຫາພຣະອົງ
11 ຈົ່ງຮ້ອງເພງສັຣເສີນພຣະເຈົ້າ
ຜູ້ຊຶ່ງປະທັບໃນຊີໂອນ
ຈົ່ງບອກເລົ່າເຖິງພຣະຣາຊກິຈຂອງພຣະອົງໃນຖ້າມກາງຊົນຊາດທັງຫລາຍ
12 ເພາະພຣະອົງຊົງແກ້ແຄ້ນແທນໂລຫິດ
ແລະຊົງເອົາພຣະທັຍໃສ່ໃນເຂົາທັງຫລາຍ
ພຣະອົງບໍ່ໄດ້ຊົງລືມຄຳຮ້ອງທຸກຂອງຜູ້ຖືກກົດຂີ່
13 ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງພຣະກະຣຸນາແກ່ຂ້າພຣະອົງ
ຂໍຊົງທອດພຣະເນດເບິ່ງວ່າ
ຂ້າພຣະອົງຕ້ອງທົນທຸກທໍຣະມານເພາະຄົນທີ່ກຽດຊັງຂ້າພຣະອົງພຽງໃດ
ຂ້າແດ່ພຣະອົງ
ຜູ້ຊົງຍົກຂ້າພຣະອົງຂຶ້ນຈາກປະຕູຂອງຄວາມຕາຍ
14 ເພື່ອຂ້າພຣະອົງຈະກ່າວຄຳສັຣເສີນພຣະອົງແລະຈະຍິນດີໃນການຊ່ອຍກູ້ຂອງພຣະອົງ
ທີ່ໃນປະຕູທັງຫລາຍແຫ່ງຊາວຊີໂອນ
15 ບັນດາປະຊາຊາດໄດ້ຈົມລົງໃນຫລຸມຊຶ່ງເຂົາທຳໄວ້
ແລະຕີນຂອງເຂົາຕິດຕາຂ່າຍຊຶ່ງເຂົາເອງເຊື່ອງດັກໄວ້
16 ພຣະຜູ້ເປັນເຈົ້າຊົງເຜີຍພຣະອົງໃຫ້ປາກົດແຈ້ງ
ແລ້ວພຣະອົງຊົງພິພາກສາ
ຊົງດັກຈັບຄົນອະທັມດ້ວຍກິຈການຂອງເຂົາເອງ
17 ຄົນອະທັມຈະຕ້ອງຖອຍໄປສູ່ແດນມໍຣະນາ
ຄືປະຊາຊາດທັງມວນທີ່ລືມພຣະຜູ້ເປັນເຈົ້າ
18 ເພາະພຣະອົງຈະບໍ່ຊົງລືມຄົນຂັດສົນສເມີໄປ
ແລະຄວາມຫວັງຂອງຄົນຍາກຈົນຈະບໍ່ພິນາດໄປເປັນນິດ
19 ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງລຸກຂຶ້ນ
ຢ່າໃຫ້ມະນຸດມີໄຊໄດ້
ແຕ່ໃຫ້ບັນດາປະຊາຊາດຖືກພິພາກສາຕໍ່ເບື້ອງພຣະພັກຂອງພຣະອົງທັງສິ້ນ
20 ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍຊົງໃຫ້ເຂົາຢຳເກງ
ແລະໃຫ້ບັນດາປະຊາຊາດຮູ້ວ່າ
ເຂົາທັງຫລາຍເປັນພຽງມະນຸດເທົ່ານັ້ນ
1
ຂ້າແດ່ພຣະຜູ້ເປັນເຈົ້າ
ເຫດໃດພຣະອົງປະທັບຢືນຢູ່ຫ່າງໄກ
ແລະຊົງລີ້ຊ່ອນພຣະອົງເສັຽໃນຍາມຍາກລໍາບາກ
2
ຄົນອະທັມໄລ່ກວດຄົນຍາກຈົນຢ່າງທະນົງອົງອາດ
ຂໍໃຫ້ເຂົາຕິດກັບ
ຄືບ້ວງແຮ້ວແຫ່ງອຸບາຍທີ່ເຂົາຄິດຂຶ້ນນັ້ນ
3
ເພາະຄົນອະທັມອວດເຖິງສິ່ງທີ່ໃຈເຂົາຢາກໄດ້ນັ້ນ
ແລະຄົນທີ່ໂລບມາກໃນກຳໄຣ
ກໍແຊ່ງດ່າ
ແລະປະນາມພຣະເຈົ້າ
4
ເພາະຄວາມທະນົງຕົວ
ຄົນອະທັມກ່າວວ່າ, “ພຣະເຈົ້າບໍ່ຊົງລົງໂທດ” ຄວາມຄິດທັງສິ້ນຂອງເຂົາຄື
“ບໍ່ມີພຣະເຈົ້າ”
5
ວິທີການຂອງຄົນອະທັມຈະເຣີນຢູ່ທຸກເວລາ ການພິພາກສາຂອງພຣະອົງຢູ່ສູງພົ້ນສາຍຕາຂອງເຂົາ ເຂົາພົ່ນຄວາມຮ້າຍໃສ່ບັນດາຄູ່ແຂ່ງຂັນຂອງເຂົາ
6 ໂດຍຄີດໃນໃຈຂອງເຂົາວ່າ, “ຂ້າຈະບໍ່ຫວັ່ນໄຫວຕລອດທຸກຊົ່ວຊາດເຊຶ້ອຂອງຂ້າ ຈະບໍ່ພົບຄວາມ