| Proverbs |
|
![]() |
|
ພຣະທັມສຸພາສິດ
ສຸພາສິດ
1
ຄຳສຸພາສິດເຫລົ່ານີ້ເປັນຂອງໂຊໂລໂມນກະສັດອິສຣາເອນ
ພຣະຣາຊໂອຣົດຂອງກະສັດດາວິດ
2
ສຸພາສິດນີ້ຈະຊ່ອຍໃຫ້ທ່ານຮູ້ຈັກຄຸນຄ່າຂອງປັນຍາແລະຄຳແນະນຳທີ່ດີ
ຊ່ອຍໃຫ້ເຂົ້າໃຈຖ້ອຍຄຳທີ່ມີຄວາມຫມາຍເລິກເຊິ່ງ
3
ສາມາດສອນທ່ານໃຫ້ຮູ້ຈັກທາງດໍາເນີນຊີວິດຢ່າງສລາດ
ໃຫ້ຮູ້ຈັກທາງສຸຈຣິດ
ຄວາມຍຸດຕິທັມ
ແລະທາງຖືກຕ້ອງ
4
ທຳໃຫ້ຄົນໂງ່ມີຄວາມສລາດຊຳນານ
ແລະສອນຄົນຫນຸ່ມໃຫ້ຮູ້ຈັກການດຳເນີນຊີວິດ
5
ຊ່ອຍເພີ້ມພູນຄວາມຮູ້ໃຫ້ພວກນັກປາດ
ຊີ້ແນວທາງການສຶກສາອົບຣົມ
6
ຊ່ອຍໃຫ້ເຂົ້າໃຈຄວາມຫມາຍອັນເລິກແລບຂອງສຸພາສິດ
ແລະຄຳເວົ້າຂອງພວກນັກປາດ
7
ທາງທີ່ພາໃຫ້ເກີດຄວາມຮູ້ນັ້ນ
ຄືກ່ອນອື່ນພວກເຈົ້າຕ້ອງຢໍາເກງພຣະຜູ້ເປັນເຈົ້າ
ຄົນໂງ່ມັກປມາດປັນຍາ
ແລະບໍ່ຍອມສຶກສາຮ່ຳຮຽນ
ຄຳແນະນຳພວກຄົນຫນຸ່ມ
8
ລູກເອີຍ
ຈົ່ງເອົາໃຈໃສ່ແລະເຊື່ອຟັງສິ່ງທີ່ພໍ່ແມ່ເຈົ້າບອກສອນ
9
ການສອນຂອງທ່ານເປັນເຫມືອນກະໂຈມໃສ່ຫົວອັນງົດງາມ
ຫລືເຫມືອນສາຍສ້ອຍປະດັບຄໍຂອງເຈົ້າ
10 ລູກເອີຍ
ເມື່ອຄົນຊົ່ວລໍ້ເຈົ້າໃຫ້ເຈົ້າທຳຊົ່ວ
ຢ່າໄດ້ເຮັດຕາມ
11 ສົມມຸດເຂົາເວົ້າວ່າ,
“ໄປເທາະ
ໄປດັກສະກັດຈັບເອົາຄົນບໍ່ມີຄວາມຜິດມາຂ້າຖີ້ມເທາະ
12 ໃຫ້ມັນເຫມືອນຄວາມຕາຍກືນກິນມະນຸດ
ຄືເມື່ອພວກເຮົາພົບເຂົາທີ່ມີຊີວິດຢູ່
13 ພວກເຮົາກໍຈະໄດ້ຂອງມີຄ່າຫລາຍຢ່າງເມືອໄວ້ໃນເຮືອນຂອງເຮົາ
14 ສະນັ້ນ
ຈົ່ງມາຮ່ວມກັບພວກເຮົາເທາະ
ແລ້ວຈຶ່ງເອົາສິ່ງຂອງທີ່ຍາດຊິງມາໄດ້ນັ້ນແບ່ງປັນກັນ”
15 ລູກເອີຍ
ເຈົ້າຢ່າເດີນຕາມທາງຂອງຄົນເຊັ່ນນັ້ນ
ຈົ່ງຫລົບຫລີກເສັຽ
16 ເພາະວ່າພວກເຂົາພ້ອມສເມີທີ່ຈະທຳຊົ່ວ
ແລະຂ້າຄົນ
17 ເປັນການບໍ່ຖືກຕ້ອງທີ່ຈະກາງຂ່າຍໃຫ້ນົກເຫັນ
18 ແຕ່ຖ້າເຈົ້າທຳເຊັ່ນນັ້ນ
ມັນຈະເປັນເຫມືອນກາງຂ່າຍໃສ່ຕົວເອງ
ເພາະວ່າຈະຈັບຫຍັງບໍ່ໄດ້ນອກຈາກຊີວິດຂອງເຈົ້າເອງ
19 ຄວາມໂຫດຮ້າຍທາຣຸນຍ່ອມຕົກຖືກຕົນຕົວ
ແລະຊີວິດຂອງຜູ້ທຳສເມີ
ນີ້ເປັນສິ່ງທີ່ເກີດຂຶ້ນກັບທຸກໆຄົນທີ່ມີຊີວິດຢູ່ດ້ວຍການເປັນຂະໂມຍ
ສຽງຮຽກຮ້ອງຂອງປັນຍາ
20 ຈົ່ງຟັງ
ປັນຍາຈະຮ້ອງອອກໄປຕາມຖນົນ
ຕາມທີ່ສາທາລະນະ
21 ຕາມປະຕູເມືອງ
ແລະໃນທຸກໆບ່ອນທີ່ປະຊາຊົນມາຊຸມນຸມກັນຢູ່
ປັນຍາຈະຮ້ອງວ່າ,
22 “ຄົນໂງ່ເອີຍ
ພວກເຈົ້າຍັງຈະດີໃຈເປັນຄົນໂງ່ຢ່າງນີ້ຢູ່ເຫິງປານໃດ?
ຈະຫມິ່ນປມາດຄວາມຮູ້ຢູ່ອີກເຫິງປານໃດ?
ຈະບໍ່ສຶກສາຮ່ຳຮຽນບໍ?
23 ຈົ່ງຟັງເມື່ອເຮົາຕັກເຕືອນເຈົ້າ
ເຮົາຈະບອກຖ້ອຍຄຳທີ່ດີແກ່ເຈົ້າ
ແລະແຈກຢາຍປັນຍາຄວາມຮູ້ຂອງເຮົາໃຫ້ເຈົ້າ
24 ເຮົາກຳລັງເອີ້ນ
ແລະເຊີນເຈົ້າມາ
ແຕ່ເຈົ້າບໍ່ຟັງ
ແລະບໍ່ສົນໃຈໃນເຮົາ
25 ບໍ່ເອົາໃຈໃສ່ໃນຄຳແນະນຳທັງປວງຂອງເຮົາ
ແລະບໍ່ເຊື່ອຟັງທີ່ເຮົາສອນເຈົ້າໃຫ້ດີ
26 ດັ່ງນັ້ນ
ເມື່ອເຈົ້າຕົກທຸກໄດ້ຍາກ
ເຮົາຈະຫົວຂວັນເຈົ້າ
ຈະຫົວເຍາະເຍີ້ຍເມື່ອເຈົ້າຢ້ານກົວ
27 ເມື່ອຄວາມຢ້ານແລະຄວາມຍາກລໍາບາກມາຖືກເຈົ້າໂດຍໄວ
ເຫມືອນລົມພະຍຸແລະລົມຫົວກຸດເຈົ້າຈະເຈັບປວດ
ແລະໄດ້ຮັບຄວາມຈິບຫາຍ
28 ເມື່ອນັ້ນເຈົ້າຈະເອີ້ນຫາເຮົາ
ແຕ່ເຮົາຈະບໍ່ຕອບ
ເຈົ້າຈະຊອກຫາເຣົາໃນທຸກໆບ່ອນ
ແຕ່ຈະບໍ່ພົບເຫັນເຮົາຈັກບ່ອນ
29 ເຈົ້າບໍ່ເຄີຍໃຊ້ຄວາມຮູ້ຈັກເທື່ອ
ບໍ່ຍອມຢຳເກງພຣະຜູ້ເປັນເຈົ້າເລີຍ
30 ແລະບໍ່ຍອມຮັບເອົາຄຳແນະນຳຈາກເຮົາ
ຫລືບໍ່ສົນໃຈໃດໆເມື່ອເຮົາສອນເຈົ້າໃຫ້ດີ
31 ດ້ວຍເຫດນີ້ແຫລະ
ເຈົ້າຈຶ່ງຈະໄດ້ຮັບຜົນຕອບແທນສົມຄວນກັບເຫດການກະທຳຂອງເຈົ້າເອງຈະທຳໃຫ້ເຈົ້າເຈັບປວດ
32 ຄົນໂງ່ຕາຍຍ້ອນຂາດສະຕິປັນຍາ
ແລະຄວາມປມາດເປັນທາງແຫ່ງຄວາມຕາຍ
33 ແຕ່ໃຜກໍຕາມທີ່ເຊື່ອຟັງເຮົາຈະປອດພັຍ
ແລະຈະບໍ່ຢ້ານອັນຕະຣາຍໃດໆທັງສິ້ນ“
1
ລູກເອີຍ
ຈົ່ງຈື່ຈຳສິ່ງທີ່ພໍ່ບອກສອນເຈົ້າ
2
ຈົ່ງຕັ້ງໃຈຟັງເອົາປັນຍາ
ແລະພຍາຍາມອ່ຽງໃຈຂອງເຈົ້າເຂົ້າຫາຄວາມເຂົ້າໃຈ
3
ໃຫ້ສແວງຫາຄວາມຮູ້
ອ້ອນວອນຂໍຄວາມເຂົ້າໃຈ
4
ຈົ່ງຊອກຫາປັນຍາເຫມືອນຫາເງິນ
ຫລືຂຸມຊັບທີ່ເຊື່ອງໄວ້
5
ຖ້າທຳດັ່ງນີ້ເຈົ້າຈະຮູ້ຈັກຢຳເກງພຣະຜູ້ເປັນເຈົ້າ
ແລະຮູ້ເຣື່ອງພຣະເຈົ້າເປັນຢ່າງດີ
6
ແມ່ນພຣະຜູ້ເປັນເຈົ້າຊົງໃຫ້ປັນຍາ
ພຣະຄັມຂອງພຣະອົງທຳໃຫ້ມີຄວາມຮອບຮູ້
ແລະຄວາມເຂົ້າໃຈ
7
ພຣະອົງຊົງຊ່ອຍເຫລືອຄຸ້ມຄອງຄົນຊອບທັມ
ແລະສັດຊື່
8
ຊົງຮັກສາຄົນທັງຫລາຍທີ່ທຳຕໍ່ຄົນອື່ນຢ່າງຍຸດຕິທັມ
ແລະຊົງເບິ່ງແຍງຄົນທັງຫລາຍທີ່ຈົ່ງຮັກພັກດີຕໍ່ພຣະອົງ
9
ຖ້າເຈົ້າເຊື່ອຟັງເຮົາ
ເຈົ້າຈະຮູ້ຈັກສິ່ງທີ່ຖືກຕ້ອງ
ສິ່ງທີ່ຍຸດຕິທັມ
ສິ່ງທີ່ດີງາມແລະທາງແຫ່ງຄວາມສຸກ
10 ຈະກາຍເປັນຄົນສລາດ
ແລະມີຄວາມຍິນດີຍ້ອນຄວາມຮູ້ຂອງເຈົ້າ
11 ຄວາມສລາດແລະຄວາມເຂົ້າໃຈຂອງເຈົ້າຈະຄຸ້ມຄອງເຈົ້າ
12 ມັນຈະຊ່ອຍໃຫ້ເຈົ້າປະທາງຊົ່ວຮ້າຍເສັຽ
ແລະຊ່ອຍໃຫ້ພົ້ນຈາກຄົນເຫລົ່ານີ້
ຄືຄົນທີ່ເວົ້າກໍ່ກວນ
13 ຄົນທີ່ປະຖິ້ມທາງຊອບທັມໄປດຳເນີນຊີວິດໃນທາງບາບ
14 ຄົນທີ່ຫາຄວາມສຸກໃນທາງຜິດ
ແລະທາງຊົ່ວຮ້າຍ
15 ຕລອດທັງຄົນໃຈຄົດທີ່ໄວ້ວາງໃຈບໍ່ໄດ້
16 ເຈົ້າຈະລອດພົ້ນຈາກຍິງຊົ່ວ
ຈາກຍິງສັນຈອນທີ່ເວົ້າຈາພະເນົ້າພະນໍ
17 ຜູ້ປະຖິ້ມຄູ່ຄຽງທີ່ນາງໄດ້ມາເມື່ອຍັງສາວໆນັ້ນເສັຽ
ແລະລືມຄຳຫມັ້ນສັນຍາແຫ່ງພຣະເຈົ້າຂອງຕົນ
18 ເພາະເຮືອນຂອງນາງຈົມລົງໄປສູ່ຄວາມມໍຣະນາ
ແລະວິຖີຂອງນາງໄປສູ່ຄວາມຕາຍ
19 ຜູ້ທີ່ໄປຫານາງບໍ່ກັບຄືນມາຈັກຄົນດຽວ
ຫລືຫາມີຜູ້ໃດກັບຄືນມາສູ່ຫົນທາງແຫ່ງຊີວິດອີກຈັກເທື່ອ
20 ດັ່ງນັ້ນ
ເຈົ້າຄວນຈະດຳເນີນໃນທາງຂອງຄົນດີ
ແລະຮັກສາວິຖີຂອງຄົນຊອບທັມ
21 ເພາະວ່າຄົນທີ່ທ່ຽງທັມຈະໄດ້ຢູ່ໃນແຜ່ນດິນ
ແລະຄົນສັດຊື່ຈະຄົງຢູ່ໃນນັ້ນ
22 ແຕ່ຄົນຊົ່ວຮ້າຍຈະຖືກຕັດຂາດເສັຽຈາກແຜ່ນດິນ
ແລະຄົນທໍຣະຍົດຈະຖືກຖອນຮາກອອກໄປ
1
ລູກເອີຍ
ຢ່າລືມຄຳສອນຂອງເຮົາ
ແຕ່ໃຫ້ໃຈຂອງເຈົ້າຮັກສາບັນຍັດຂອງເຮົາ
2
ເພາະສິ່ງເຫລົ່ານີ້ຈະໃຫ້ວັນເດືອນປີຊີວິດຍືນຍາວ
ແລະອວຍຄວາມສຸກສົມບູນແກ່ເຈົ້າ
3
ຢ່າໃຫ້ຄວາມຈົ່ງຮັກພັກດີ
ແລະຄວາມສັດຊື່ປະຖິ້ມເຈົ້າ
ຈົ່ງຜູກມັນໄວ້ທີ່ຄໍຂອງເຈົ້າ
ຈົ່ງຂຽນມັນໄວ້ທີ່ແຜ່ນຈາຣຶກແຫ່ງຫົວໃຈຂອງເຈົ້າ
4
ດັ່ງນັ້ນ
ເຈົ້າຈົ່ງຫາຄວາມພໍໃຈ
ແລະຊື່ສຽງດີ
ໃນສາຍພຣະເນດພຣະຜູ້ເປັນເຈົ້າ
ແລະໃນສາຍຕາມະນຸດ”
5
ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າໃຫ້ສຸດຈິດສຸດໃຈຂອງເຈົ້າ
ຢ່າເຊື່ອຫມັ້ນໃນຄວາມຮູ້ຂອງຕົນ
6
ເວລາທຳທຸກສິ່ງໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າ
ແລ້ວພຣະອົງຈະຊົງສະແດງໃຫ້ເຫັນທາງອັນຖືກຕ້ອງ
7
ຢ່າຄິດວ່າຕົນສລາດ
ຈົ່ງເຄົາຣົບຢຳເກງພຣະຜູ້ເປັນເຈົ້າ
ແລະໃຫ້ເວັ້ນຈາກການທຳຜິດ
8
ຖ້າເຈົ້າປະຕິບັດຕາມນີ້ມັນຈະເປັນເຫມືອນຢາວິເສດທີ່ປິ່ນປົວບາດແຜຂອງເຈົ້າໃຫ້ດີ
ແລະທຳໃຫ້ຄວາມເຈັບປວດຂອງເຈົ້າຜ່ອນຄາຍລົງ
9
ຈົ່ງຖວາຍກຽດແດ່ພຣະຜູ້ເປັນເຈົ້າ
ດ້ວຍການຖວາຍຜົນລະປູກອັນດີທີ່ສຸດແກ່ພຣະອົງ
10 ຖ້າທຳໄດ້ດັ່ງນີ້
ເຈົ້າຈະມີເຂົ້າເຕັມເລົ້າ
ແລະມີເຫລົ້າອະງຸ່ນຫລາຍຈົນບໍ່ມີໄຫໃສ່
11 ລູກເອີຍ
ເມື່ອພຣະຜູ້ເປັນເຈົ້າຊົງບອກສອນເຈົ້າ
ຈົ່ງຕັ້ງໃຈຟັງ
ແລະຍຶດຖືເປັນເຄື່ອງເຕືອນໃຈ
12 ພຣະຜູ້ເປັນເຈົ້າຊົງບອກສອນຜູ້ທີ່ພຣະອົງຊົງຮັກ
ເຫມືອນບິດາບອກສອນລູກຊາຍຜູ້ທີ່ຕົນຫວັງເພິ່ງ
13 ມະນຸດຜູ້ມີປັນຍາ
ແລະມີຄວາມເຂົ້າໃຈຍ່ອມມີຄວາມສຸກ
14 ປໂຍດທີ່ໄດ້ຈາກປັນຍາມີຫລາຍກວ່າທີ່ໄດ້ຈາກເງິນຄຳມັນມີຄຸນຄ່າຫລາຍກວ່າເພັດ
15 ບໍ່ມີອັນໃດໃນໂລກຈະປຽບກັບປັນຍາໄດ້
16 ປັນຍາໃຫ້ເຈົ້າມີຊີວິດຍືນຍາວເຊັ່ນດຽວກັບຊັບສົມບັດແລະກຽດຕິຍົດ
17 ທາງຂອງປັນຍາທຳໃຫ້ຊີວິດຂອງເຈົ້າມ່ວນຊື່ນປອດພັຍ
ຜູ້ທີ່ມີປັນຍາຍ່ອມມີຄວາມສຸກ
18 ປັນຍາຈະໃຫ້ຊີວິດແກ່ເຂົາເຫມືອນກົກໄມ້ໃຫ້ຫມາກສັນນັ້ນ
19 ພຣະຜູ້ເປັນເຈົ້າຊົງວາງຮາກແຜ່ນດິນໂລກໂດຍປັນຍາ
ພຣະອົງຊົງສະຖາປະນາຟ້າສວັນໂດຍຄວາມເຂົ້າໃຈ
20 ໂດຍຄວາມຮູ້ຂອງພຣະອົງ
ທຳໃຫ້ແມ່ນ້ຳລ່ອງໄຫລ
ແລະເມກກໍເທຝົນລົງມາ
21 ລູກເອີຍ
ຈົ່ງຮັກສາສະຕິປັນຍາ
ແລະຄວາມສລຽວສລາດໄວ້
ຢ່າໃຫ້ທັງສອງນີ້ຫນີໄປຈາກສາຍຕາຂອງເຈົ້າ
22 ແລະທັງສອງຈະເປັນຊີວິດແກ່ເຈົ້າ
ເປັນອາພອນປະດັບຄໍຂອງເຈົ້າ
23 ແລ້ວເຈົ້າຈະດຳເນີນໃນທາງຂອງເຈົ້າຢ່າງປອດພັຍ
ແລະຕີນຂອງເຈົ້າຈະບໍ່ສະດຸດ
24 ຖ້າເຈົ້ານັ່ງ
ເຈົ້າຈະບໍ່ຢ້ານ
ເມື່ອເຈົ້ານອນ
ກໍຈະຫລັບໄປຢ່າງຜາສຸກສົດຊື່ນ
25 ຢ່າຢ້ານຄວາມກົວທີ່ມາເຖິງປັດຈຸບັນທັນດ່ວນ
ຫລືຢ້ານຄວາມພິນາດຂອງຄົນຊົ່ວຮ້າຍທີ່ເກີດຂຶ້ນ
26 ເພາະພຣະຜູ້ເປັນເຈົ້າຈະຊົງເປັນຄວາມໄວ້ວາງໃຈຂອງເຈົ້າ
ແລະຈະຊົງຮັກສາຕີນຂອງເຈົ້າໃຫ້ພົ້ນຈາກການຖືກຈັບ
27 ຢ່າຍຶດຄວາມດີໄວ້ຈາກຜູ້ທີ່ສົມຄວນຈະໄດ້ຮັບ
ໃນເມື່ອສິ່ງນີ້ຢູ່ໃນອຳນາດຂອງເຈົ້າທີ່ຈະກະທຳໄດ້
28 ຢ່າເວົ້າກັບເພື່ອນບ້ານຂອງເຈົ້າວ່າ,
“ໄປເຖີດ
ແລ້ວກັບມາອີກ
ມື້ອື່ນນີ້ເຮົາຈະໃຫ້”
ໃນເມື່ອເຈົ້າມີໃຫ້ຢູ່ແລ້ວ
29 ຢ່າວາງແຜນງານຊົ່ວຮ້າຍຕໍ່ເພື່ອນບ້ານຂອງເຈົ້າ
ຜູ້ອາໄສຢ່າງໄວ້ວາງໃຈຢູ່ຂ້າງໆເຈົ້າ
30 ຢ່າໂຕ້ຕອບກັບຜູ້ໃດຢ່າງໄຮ້ເຫດຜົນ
ໃນເມື່ອເຂົາບໍ່ໄດ້ທຳອັນຕະຣາຍຢ່າງໃດແກ່ເຈົ້າ
31 ຢ່າອິດສາຄົນທີ່ທາຣຸນ
ຢ່າເລືອກທາງໃດໆຂອງເຂົາເລີຍ
32 ເພາະຄົນຕະລົບຕະແລງເປັນທີ່ກຽດຊັງຕໍ່ພຣະຜູ້ເປັນເຈົ້າ
ແຕ່ຄົນທ່ຽງທັມຢູ່ໃນຄວາມໄວ້ພຣະທັຍຂອງພຣະອົງ
33 ຄຳສາບຂອງພຣະຜູ້ເປັນເຈົ້າຢູ່ເທິງເຣືອນຂອງຄົນຊົ່ວຮ້າຍ
ແຕ່ພຣະອົງຊົງອວຍພຣະພອນແກ່ທີ່ອາໄສຂອງຄົນຊອບທັມ
34 ພຣະອົງຊົງເຍາະເຍີ້ຍຄົນທີ່ມັກເຍາະເຍີ້ຍ
ແຕ່ພຣະອົງຊົງສຳແດງພຣະຄຸນແກ່ຄົນທີ່ຖ່ອມໃຈ
35 ຄົນສລາດຈະໄດ້ກຽດເປັນມໍຣະດົກ
ແຕ່ຄົນໂງ່ຈະໄດ້ຄວາມອັປຍົດ
1
ລູກເອີຍ
ຈົ່ງຟັງຄຳສັ່ງສອນຂອງພໍ່ເຈົ້າ
ຢ່າງຕັ້ງໃຈເພື່ອເຈົ້າຈະໄດ້ຮັບຄວາມຮອບຮູ້
2
ເພາະເຮົາໃຫ້ພາສິດດີແກ່ເຈົ້າ
ຢ່າປະຖິ້ມຄຳສອນຂອງເຮົາ
3
ເມື່ອເຮົາເປັນລູກຢູ່ກັບພໍ່ຂອງເຮົາ
ເປັນແກ້ວຕາຂອງແມ່ເຮົາ
ເບິ່ງເປັນຫນ້າຮັກແລະອ່ອນໂຍນ
4
ບິດາສອນເຮົາ
ແລະເວົ້າກັບເຮົາວ່າ,
“ໃຫ້ໃຈຂອງເຈົ້າຍຶດຄຳສອນຂອງເຮົາໄວ້ໃຫ້ຫມັ້ນ
ຈົ່ງຮັກສາບັນຍັດຂອງເຮົາ
ແລະມີຊີວິດຢູ່
5
ຢ່າລືມແລະຝ່າຝືນຈາກຖ້ອຍຄໍາແຫ່ງປາກຂອງເຮົາ
ຈົ່ງເອົາປັນຍາ
ແລະເອົາຄວາມຮອບຮູ້
6
ຢ່າປະຖິ້ມປັນຍາ
ແລະປັນຍາຈະຮັກສາເຈົ້າໄວ້
ຈົ່ງຮັກປັນຍາ
ແລະປັນຍາຈະຊ່ອຍລະວັງເຈົ້າ
7
ທີ່ເລີ້ມຕົ້ນຂອງປັນຍາເປັນຢ່າງນີ້
ຄືຈົ່ງເອົາປັນຍາ
ແມ້ເຈົ້າຈະໄດ້ສິ່ງໃດກໍຕາມ
ຈົ່ງເອົາຄວາມຮອບຮູ້ໄວ້
8
ຈົ່ງຕີຣາຄາປັນຍາໃຫ້ສູງ
ແລະປັນຍາຈະຍົກຍ່ອງເຈົ້າ
ຖ້າເຈົ້າກອດປັນຍາໄວ້
ປັນຍາຈະໃຫ້ກຽດເຈົ້າ
9
ປັນຍາຈະເອົາມົງຄຸນງາມສວມຫົວເຈົ້າ
ຈະໃຫ້ມົງກຸດງາມແກ່ເຈົ້າ”
10 ລູກເອີຍ
ຈົ່ງຟັງແລະຮັບຖ້ອຍຄຳຂອງເຮົາ
ເພື່ອປີເດືອນແຫ່ງຊີວິດຂອງເຈົ້າຈະມີຫລາຍ
11 ເຮົາໄດ້ສອນເຈົ້າໃນເຣື່ອງທາງປັນຍາແລ້ວ
ເຮົາໄດ້ນຳເຈົ້າໃນວິຖີຂອງຄວາມທ່ຽງທັມ
12 ເມື່ອເຈົ້າເດີນ
ກ້າວຕີນຂອງເຈົ້າຈະບໍ່ຖືກຂັດຂວາງ
ແລະຖ້າເຈົ້າແລ່ນ
ເຈົ້າຈະບໍ່ສະດຸດ
13 ຈົ່ງຍຶດວິນັຍໄວ້
ແລະຢ່າປ່ອຍໄປ
ຈົ່ງລະວັງປັນຍາໄວ້
ເພາະປັນຍາເປັນຊີວິດຂອງເຈົ້າ
14 ຢ່າເຂົ້າໄປໃນວິຖີຂອງຄົນຊົ່ວຮ້າຍ
ແລະຢ່າເດີນໃນທາງຂອງຄົນອະທັມ
15 ຈົ່ງຫລີກເສັຽ
ຢ່າເດີນທາງນັ້ນ
ລ້ຽວອອກໄປເສັຽ
ແລະຈົ່ງຜ່ານໄປ
16 ເພາະຖ້າຄົນຊົ່ວຮ້າຍບໍ່ໄດ້ທຳຄວາມຜິດ
ເຂົານອນບໍ່ຫລັບ
ຖ້າເຂົາບໍ່ໄດ້ທຳໃຫ້ຄົນໃດສະດຸດເຂົາຈະຫລັບບໍ່ລົງ
17 ເພາະເຂົາຮັບປະທານອາຫານຂອງຄວາມໂຫດຮ້າຍ
ແລະດື່ມເຫລົ້າອະງຸ່ນແຫ່ງຄວາມທາຣຸນ
18 ແຕ່ວິຖີຂອງຄົນຊອບທັມເຫມືອນແສງອະຣຸນ
ຊຶ່ງສ່ອງແສງເຫລື້ອມໃສຍິ່ງໆຂຶ້ນຈົນເຕັມວັນ
19 ທາງຂອງຄົນຊົ່ວຮ້າຍກໍເຫມືອນຄວາມມືດຕຶບ
ເຂົາບໍ່ຮູ້ວ່າ
ເຂົາສະດຸດອັນໃດ
20 ລູກເອີຍ
ຈົ່ງຕັ້ງໃຈຕໍ່ຖ້ອຍຄຳຂອງເຮົາ
ຈົ່ງອ່ຽງຫູຂອງເຈົ້າເຂົ້າຫາຄຳເວົ້າຂອງເຮົາ
21 ຢ່າໃຫ້ມັນຫນີໄປຈາກສາຍຕາຂອງເຈົ້າ
ຈົ່ງຮັກສາມັນໄວ້ພາຍໃນໃຈຂອງເຈົ້າ
22 ເພາະມັນເປັນຊີວິດແກ່ຜູ້ທີ່ຄົ້ນພົບ
ແລະມັນຮັກສາເນື້ອຂອງຜູ້ນັ້ນທັງສິ້ນ
23 ຈົ່ງເຝົ້າລະວັງແນວຄິດຈິດໃຈຂອງເຈົ້າໃຫ້ດີ
ເພາະຊີວິດເລີ້ມຕົ້ນອອກມາຈາກແນວຄິດຈິດໃຈ
24 ຈົ່ງຖິ້ມວາຈາອັນບໍ່ແມ່ນຄວາມຈິງເສັຽ
ແລະໃຫ້ຄໍາເວົ້າຄົດລ້ຽວຫ່າງຈາກເຈົ້າ
25 ໃຫ້ຕາຂອງເຈົ້າເບິ່ງໄປຂ້າງຫນ້າ
ແລະໃຫ້ການຈ້ອງຂອງເຈົ້າຊື່ໄປຂ້າງຫນ້າເຈົ້າ
26 ຈົ່ງສົນໃຈໃນວິຖີແຫ່ງຕີນຂອງເຈົ້າ
ແລ້ວທາງທັງສິ້ນຂອງເຈົ້າຈະແນ່ນອນ
27 ຢ່າເຫໄປຂ້າງຂວາ
ຫລືຫັນມາຂ້າງຊ້າຍ
ຈົ່ງຫລີກເວັ້ນທາງຂອງເຈົ້າເສັຽຈາກຄວາມຊົ່ວຮ້າຍ
1
ລູກເອີຍ
ຈົ່ງຕັ້ງໃຈຕໍ່ປັນຍາຂອງເຮົາ
ຈົ່ງອ່ຽງຫູຂອງເຈົ້າຟັງຄວາມເຂົ້າໃຈຂອງເຮົາ
2
ເພື່ອຈະຮັກສາຄວາມສລຽວສລາດໄວ້
ແລະຮີມຝີປາກຂອງເຈົ້າຈະລະມັດລະວັງຄວາມຮູ້
3
ເພາະຮີມຝີປາກຂອງຍິງຊົ່ວນັ້ນກໍຢາດນ້ຳເຜິ້ງອອກມາ
ແລະຄຳເວົ້າຂອງນາງກໍຫມື່ນຍິ່ງກວ່ານ້ຳມັນ
4
ແຕ່ໃນທີ່ສຸດ
ນາງຂົມຂື່ນຍິ່ງກວ່າບໍຣະເພັດ
ແລະຄົມຢ່າງດາບສອງຄົມ
5
ຕີນຂອງນາງກ້າວລົງໄປສູ່ຄວາມຕາຍ
ບາດກ້າວຕີນຂອງນາງຕິດຕາມວິຖີສູ່ແດນຜູ້ຕາຍ
6
ນາງບໍ່ສົນໃຈໃນວິຖີແຫ່ງຊີວິດ
ທາງຂອງນາງວົນວຽນໄປ
ແລະບໍ່ຮູ້ຈັກແຈ້ງວ່າແມ່ນຫຍັງຈະເກີດຂຶ້ນ
7
ລູກເອີຍ
ບັດນີ້ຈົ່ງຟັງເຮົາ
ແລະຢ່າພາກຈາກຖ້ອຍຄຳແຫ່ງປາກຂອງເຮົາ
8
ຈົ່ງຫລີກທາງຂອງເຈົ້າໃຫ້ໄກຈາກນາງ
ຢ່າໄປໃກ້ປະຕູເຮືອນຂອງນາງ
9
ຢ້ານວ່າເຈົ້າຈະໃຫ້ກຽດຂອງເຈົ້າແກ່ຄົນອື່ນ
ແລະໃຫ້ປີເດືອນຂອງເຈົ້າແກ່ຄົນໄຮ້ເມດຕາ
10 ຢ້ານວ່າແຂກແປກຫນ້າຈະກິນກຳລັງຂອງເຈົ້າຈົນອີ່ມ
ແລະແຮງງານຂອງເຈົ້າຕົກໄປໃນເຮືອນຂອງຄົນຕ່າງດ້າວ
11 ແລະເຖິງບັ້ນປາຍຊີວິດຂອງເຈົ້າ
ເຈົ້າຄ່ຳຄວນ
ເມື່ອເນື້ອແລະກາຍຂອງເຈົ້າຖືກລ້າງຜານ
12 ແລະເຈົ້າວ່າ,
“ເຮົາເຄີຍກຽດການຕີສອນ
ແລະຈິດໃຈຂອງເຮົາດູຫມິ່ນການຕັກເຕືອນ
13 ເຮົາບໍ່ເຄີຍຟັງສຽງຄຣູຂອງເຮົາ
ຫລືອ່ຽງຫູໃຫ້ແກ່ຜູ້ສັ່ງສອນຂອງເຮົາ
14 ເຮົາຈວນຈະລົ້ມລະລາຍສູ່ຄວາມພິນາດຢູ່ແລ້ວ
ໃນຫມູ່ຄົນທີ່ປະຊຸມກັນຢູ່ນັ້ນ”
15 ຈົ່ງດື່ມນ້ຳຈາກຖັງເກັບນ້ຳຂອງເຈົ້າ
ດື່ມນ້ຳໄຫລຈາກບໍ່ຂອງເຈົ້າເອງ
16 ຄວນຫລືທີ່ຈະໃຫ້ນ້ຳພຸຂອງເຈົ້າໄຫລເຝື່ອນອອກໄປນອກບ້ານ
ແລະໃຫ້ທານນ້ຳນັ້ນໄຫລໄປທີ່ກາງເມືອງ
17 ຈົ່ງໃຫ້ມັນເປັນຂອງເຈົ້າແຕ່ຜູ້ດຽວ
ແລະບໍ່ແມ່ນສຳລັບຄົນແປກຫນ້າດ້ວຍ
18 ຈົ່ງໃຫ້ນ້ຳພຸຂອງເຈົ້າໄດ້ຮັບພອນ
ແລະຍິນດີຢູ່ກັບເມັຽຄົນທີ່ເຈົ້າໄດ້ເມື່ອຫນຸ່ມນັ້ນ
19 ເຫມືອນນາງກວາງແມ່ທີ່ຫນ້າຮັກ
ແລະນິ້ມນວນ
ຈົ່ງໃຫ້ສເນ່ຂອງນາງທຳໃຫ້ເຈົ້າມີຄວາມສຸກໃຈ
ຈົ່ງໃຫ້ຄວາມຮັກຂອງນາງຈັບໃຈຂອງເຈົ້າໄວ້
20 ລູກເອີຍ
ເປັນຫຍັງເຈົ້າຈຶ່ງຕ້ອງເອົາຄວາມຮັກຂອງເຈົ້າໃຫ້ແກ່ຍິງອື່ນ
ເປັນຫຍັງເຈົ້າຈຶ່ງໄປຫາຄວາມສຸກກັບເມັຽຂອງຊາຍອື່ນ
21 ເພາະວ່າທາງຂອງຄົນກໍຢູ່ໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ
ແລະພຣະອົງຊົງເຝົ້າເບິ່ງວິຖີທັງສິ້ນຂອງເຂົາ
22 ຄວາມບາບຊົ່ວຂອງຄົນຊົ່ວຮ້າຍດັກຈັບເຂົາເອງ
ແລະເຂົາກໍຕິດຢູ່ກັບຕາຂ່າຍບາບຂອງເຂົາ
23 ເຂົາຕາຍເພາະຂາດວິນັຍໃນຊີວິດ
ແລະເພາະຄວາມໂງ່ຢ່າງຍິ່ງຂອງເຂົາ
ເຂົາຈຶ່ງຫລົງຫນີໄປ
1
ລູກເອີຍ
ຖ້າເຈົ້າເປັນຜູ້ປະກັນເພື່ອນບ້ານຂອງເຈົ້າ
ໄດ້ທຳສັນຍາໃຫ້ແກ່ຄົນອື່ນ
2
ຖ້າເຈົ້າຕິດບ້ວງເພາະຄຳຈາກປາກຂອງເຈົ້າ
ແລະເຈົ້າຕິດກັບເພາະຄຳເວົ້າຂອງເຈົ້າ
3
ລູກເອີຍ
ຈົ່ງທຳຢ່າງນີ້
ແລະຊ່ອຍຕົວເຈົ້າໃຫ້ລອດເຖີດ
ເພາະເຈົ້າຕົກຢູ່ໃນກຳມືຂອງເພື່ອນບ້ານຂອງເຈົ້າແລ້ວ
4
ຢ່າໃຫ້ຕາຂອງເຈົ້າຫລັບລົງ
ຢ່າໃຫ້ຫນັງຕາຂອງເຈົ້າງ່ວງໄປ
5
ຈົ່ງຫລີກຫນີຈາກບ້ວງແຮ້ວ
ດັ່ງກວາງທີ່ປົບຫນີຈາກນາຍພານ
ດັ່ງນົກຈາກມືຂອງຄົນຈັບນົກ
6
ຄົນຂີ້ຄ້ານເອີຍ
ຈົ່ງເບີ່ງເອົາຊີວິດຂອງມົດ
ເຈົ້າຈຶ່ງຈະເປັນຄົນສລາດ
7
ຄືມັນບໍ່ມີຜູ້ນຳ
ບໍ່ມີຫົວຫນ້າ
ຫລືຜູ້ປົກຄອງ
8
ແຕ່ມັນກໍຮູ້ຈັກສະສົມອາຫານໄວ້ໃນຣະດູຮ້ອນ
ເພື່ອຕຽມໄວ້ສຳລັບຣະດູຫນາວ
9
ຄົນຂີ້ຄ້ານເອີຍ
ເຈົ້າຈະນອນຢູ່ເຫິງປານໃດ
ເມື່ອໃດຈະຕື່ນຂຶ້ນ
10 ຄົນຂີ້ຄ້ານມັກເວົ້າວ່າ,
“ເຮົາຈະນອນພັກຜ່ອນຈັກຫນ່ອຍ”
11 ແຕ່ໃນຂນະທີ່ເຂົາຫລັບຢູ່ນັ້ນ
ຄວາມທຸກຍາກຈະມາບຽດບຽນເຂົາເຫມືອນຄົນມາປຸ້ນ
12 ຄົນໄຮ້ຄ່າ
ຄືຄົນຊົ່ວຮ້າຍ
ທີ່ທ່ຽວໄປດ້ວຍວາຈາຄົດລ້ຽວ
13 ຕາຂອງເຂົາກໍຂະຫຍິບ
ຕີນຂອງເຂົາກໍຂະຫຍັບ
ນີ້ວຂອງເຂົາກໍຊີ້ໄປ
14 ປະດິດຄວາມຊົ່ວຮ້າຍດ້ວຍໃຈຕະລົບຕະແລງ
ຫວ່ານຄວາມແຕກແຍກຢູ່ເລື້ອຍໄປ
15 ເຫດສັນນັ້ນ
ຄວາມພິນາດຈະມາຫາເຖິງເຂົາຢ່າງປັດຈຸບັນທັນດ່ວນ
ໃນພິບຕານັ້ນເອງເຂົາຈະແຕກຢ່າງແປງບໍ່ໄດ້
16 ມີຫົກສິ່ງຊຶ່ງພຣະຜູ້ເປັນເຈົ້າຊົງກຽດ
ມີເຈັດຢ່າງ
ຊຶ່ງພຣະຜູ້ເປັນເຈົ້າຊົງກຽດຊັງຫລາຍ
17 ຕາຈອງຫອງ
ປາກເວົ້າຂີ້ຕົວະ
ແລະມືທີ່ຂ້າຄົນຜູ້ບໍ່ມີຄວາມຜິດ
18 ຈິດໃຈທີ່ຄິດແຜນການຊົ່ວຮ້າຍ
ຕີນທີ່ແລ່ນໄປທຳຊົ່ວ
19 ພຍານເວົ້າຕົວະຕໍ່ສູ້ຄົນອື່ນ
ແລະຜູ້ຫາເຣື່ອງໃຫ້ຍາດພີ່ນ້ອງຜິດຖຽງກັນ
ຕັກເຕືອນໃຫ້ລະວັງການຫລິ້ນຊູ້
20 ລູກເອີຍ
ຈົ່ງຮັກສາບັນຍັດຂອງພໍ່ເຈົ້າ
ແລະຢ່າປະຖິ້ມຄຳສັ່ງສອນຂອງແມ່ເຈົ້າ
21 ມັດມັນຕິດໄວ້ໃນໃຈຂອງເຈົ້າສເມີ
ຜູກມັນໄວ້ທີ່ຄໍຂອງເຈົ້າ
22 ເມື່ອເຈົ້າຍ່າງ
ມັນຈະນຳເຈົ້າ
ເມື່ອເຈົ້ານອນລົງ
ມັນຈະເຝົ້າເຈົ້າ
ແລະເມື່ອເຈົ້າຕື່ນຂຶ້ນ
ມັນຈະເວົ້າກັບເຈົ້າ
23 ເພາະພຣະບັນຍັດເປັນແສງປະທີບ
ແລະຄຳສອນເປັນສວ່າງ
ແລະຄຳຕັກເຕືອນຂອງວິນັຍເປັນທາງແຫ່ງຊີວິດ
24 ເພື່ອສງວນເຈົ້າໄວ້ຈາກຍິງຊົ່ວຮ້າຍ
ຈາກລີ້ນພະເນົ້າພະນໍຂອງຍິງສັນຈອນ
25 ຢ່າປາຖນາຄວາມງາມຂອງນາງຢູ່ໃນໃຈຂອງເຈົ້າ
ຢ່າໃຫ້ນາງຈັບເຈົ້າດ້ວຍຂົນຕາຂອງນາງ
26 ເພາະຈະຈ້າງຍິງແພດສະຍາດ້ວຍເຂົ້າຈີ່ກ້ອນດຽວກໍຍັງໄດ້
ແຕ່ຍິງຫລີ້ນຊູ້ລ່າເອົາຊີວິດປະເສີດຂອງຊາຍເຂົ້າໄປສ່ຽງ
27 ຜູ້ຊາຍຈະຫອບໄຟໄວ້ທີ່ເອິກຂອງເຂົາ
ໂດຍບໍ່ໃຫ້ເຄື່ອງນຸ່ງຂອງເຂົາໄຫມ້ໄດ້ຫລື
28 ຫລືຜູ້ໃດຈະເດີນເທິງຖ່ານໄຟແດງແລ້ວ
ໂດຍບໍ່ໃຫ້ຕີນຂອງເຂົາຖືກໄຟລວກໄດ້ຫລື
29 ບຸກຄົນຜູ້ເຂົ້າຫາເມັຽຂອງເພື່ອນບ້ານກໍເປັນຢ່າງນັ້ນແຫລະ
ບໍ່ມີຜູ້ໃດທີ່ແຕະຕ້ອງນາງແລ້ວຈະບໍ່ຖືກປັບໂທດ
30 ຖ້າຂະໂມຍເຂົ້າລັກ
ເພື່ອບັນເທົາຄວາມຢາກເມື່ອເຂົາຫີວ
ຄົນກໍດູຫມິ່ນຂະໂມຍນັ້ນບໍ່ແມ່ນຫລື
31 ຖ້າຈັບເຂົາໄດ້
ເຂົາຕ້ອງຊຳຮະຄືນເຈັດເທົ່າ
ເຂົາຈະຕ້ອງໃຫ້ສິ່ງຂອງທັງສິ້ນໃນບ້ານຂອງເຂົາ
32 ຊາຍໃດທີ່ລ່ວງປະເວນີຜົວເມັຽ
ຍ່ອມບໍ່ມີສາມັນສຳນຶກ
ຜູ້ໃດທີ່ກະທຳຢ່າງນັ້ນກໍທຳລາຍຕົນເອງ
33 ເຂົາໄດ້ຮັບບາດແຜແລະຄວາມອັປຍົດ
ແລະຈະລ້າງຄວາມຂາຍຫນ້າຂອງຕົນກໍບໍ່ໄດ້
34 ເພາະຄວາມໂມໂຫກະທຳໃຫ້ຄົນຫຶງຫວງ
ໃນວັນທີ່ເຂົາແກ້ແຄ້ນ
ເຂົາຈະບໍ່ມີຂອບເຂດ
35 ເຂົາຈະບໍ່ຮັບຄ່າທຳຂວັນໃດໆ
ເຖິງເຈົ້າຈະທະວີຂອງກຳນັນ
ເຂົາກໍບໍ່ຍອມສງົບ
1
ລູກເອີຍ
ຈົ່ງຈົດຈຳສິ່ງທີ່ພໍ່ເວົ້າ
ແລະຢ່າລືມສິ່ງທີ່ພໍ່ບອກໃຫ້ເຈົ້າທຳ
ຈົ່ງທຳສິ່ງທີ່ພໍ່ບອກ
ແລ້ວຊີວິດຂອງເຈົ້າຈະຮຸ່ງເຮືອງ
2
ຈົ່ງບົວລະບັດຮັກສາຄຳສອນຂອງເຮົາເຫມືອນເຈົ້າຮັກສາຕາ
3
ໃຫ້ຍຶດຖືແລະບັນທຶກຄຳສອນຂອງເຮົາໄວ້ໃນໃຈຂອງເຈົ້າຕລອດເວລາ
4
ຈົ່ງຮັກແພງປັນຍາເຫມືອນຮັກແພງນ້ອງສາວ
ແລະເພື່ອນສນິດຂອງເຈົ້າ
5
ປັນຍາຈະຮັກສາບໍ່ໃຫ້ເຈົ້າໄປຫຍຸ້ງກ່ຽວກັບເມັຽຂອງຄົນອື່ນ
ແລະກັບຍິງປາກຫວານໃຈຊົ່ວທັງຫລາຍ
6
ມື້ນຶ່ງ
ຂ້າພະເຈົ້າໄດ້ຫລຽວອອກໄປທາງປ່ອງຢ້ຽມເຮືອນ
ໄດ້ເຫັນພວກຄົນຫນຸ່ມທີ່ຍັງອ່ອນຕໍ່ໂລກຫລາຍຄົນຍ່າງໄປມາ
7
ໃນບັນດາຄົນເຫລົ່ານີ້
ຂ້າພະເຈົ້າໄດ້ເຫັນຄົນນຶ່ງໂງ່ກວ່າຫມູ່
8
ຄືຄົນນັ້ນໄດ້ຍ່າງໄປຕາມຖນົນ
ເມື່ອເຖິງແຈທາງບ່ອນຍິງຄົນນຶ່ງອາໄສຢູ່
ເຂົາກໍຍ່າງກາຍໄປໃກ້ເຮືອນນາງ
9
ໃນເວລາຄ່ຳພໍມືດຊຸ່ມ
ເວລາຄ່ຳຄືນ
ແລະຄວາມມືດ
10 ຍິງຄົນນັ້ນກໍໄດ້ພົບຊາຍຄົນນີ້
ນາງໄດ້ແຕ່ງຕົວເຫມືອນຍິງໂສເພນີ
ແລະມີອຸບາຍຫລອກລໍ້
11 ນາງເປັນແມ່ເລງບໍ່ມີຢ່າງອາຍ
ແລະມັກອອກໄປຍ່າງຫລິ້ນຕາມຖນົນສເມີ
12 ນາງມັກຈະຢືນຄອຍຢູ່ແຈທາງແຍກບ່ອນໃດບ່ອນນຶ່ງ
ລາງເທື່ອກໍຢູ່ຕາມຖນົນ
ແລະລາງເທື່ອກໍຢູ່ໃນຕລາດ
13 ນາງໂດດກອດຊາຍຫນຸ່ມ
ແລະໃຊ້ແສງຕາຫລຽວເບິ່ງຫນ້າເຂົາທັງເວົ້າວ່າ,
14 “ມື້ນີ້ນ້ອງມີອາຫານທີ່ນຳມາ
ຢາກເອົາຖວາຍບູຊາພຣະຜູ້ເປັນເຈົ້າ
15 ດັ່ງນັ້ນ
ນ້ອງຈຶ່ງອອກມາຄອຍຖ້າພົບກັບອ້າຍ
ດຽວນີ້ນ້ອງກໍພົບອ້າຍແລ້ວ
16 ນ້ອງໄດ້ເອົາຜ້າໄຫມສີຕ່າງໆຈາກເອຢິບປູຕຽງນອນ
17 ພ້ອມກັບອົບຜ້າປູນອນດ້ວຍນ້ຳຫອມກິສນາ
ແລະອົບເຊີຍ
18 ໄປເທາະ
ໃຫ້ພວກເຮົາໄປມ່ວນຊື່ນກັນດ້ວຍຄວາມຮັກຕລອດຄືນ
ພວກເຮົາຈະມີຄວາມສຸກຢູ່ໃນອ້ອມແຂນເຊິ່ງກັນແລະກັນ
19 ເພາະວ່າຜົວຂອງນ້ອງບໍ່ຢູ່ເຮືອນ
ເຂົາເດີນທາງໄປໄກ
20 ພ້ອມກັບຖືເງິນໄປນຳຈຳນວນຫລາຍ
ມື້ເພັງເຂົາຈຶ່ງຈະກັບມາ”
21 ນາງໄດ້ລໍ້ຊາຍຜູ້ນັ້ນດ້ວຍຄວາມອ່ອນຫວານອັນຫນ້າຮັກດັ່ງນີ້ແຫລະ
ເຂົາຈຶ່ງຫລົງກົນໃນຄວາມເວົ້າອັນຫວານຊື່ນຂອງນາງ
22 ທັນໃດນັ້ນ
ເຂົາກໍຕິດຕາມນາງໄປເຫມືອນເຂົາຈູງງົວເຖິກໄປສູ່ບ່ອນຂ້າ
ຫລືເຫມືອນຕ້ອນກວາງລົງໄປໃນຫລຸມ
23 ໃນບ່ອນນັ້ນລູກທະນູຈະແທງທະລຸເຂົ້າໄປເຖິງຫົວໃຈຂອງມັນ
ຄົນຜູ້ນັ້ນເປັນເຫມືອນນົກເຂົ້າໄປຫາຂ່າຍ
ເຂົາບໍ່ຮູ້ເລີຍວ່າຊີວິດຂອງຕົນຈະເປັນອັນຕະຣາຍ
24 ພວກລູກເອີຍ
ບັດນີ້ຈົ່ງຟັງພໍ່
ຈົ່ງເອົາໃຈໃສ່ໃນສິ່ງທີ່ພໍ່ບອກສອນ
25 ຢ່າໃຫ້ຜູ້ຍິງເຊັ່ນນັ້ນຊນະໃຈໄດ້
ຢ່າຫລົງເດີນໄປນຳນາງ
ເພາະວ່ານາງໄດ້ເຮັດໃຫ້ຜູ້ຊາຍຈິບຫາຍໄປຫລາຍຄົນແລ້ວ
26 ແລະເປັນເຫດໃຫ້ຄົນຕາຍກໍຫລວງຫລາຍນັບບໍ່ຖ້ວນ
27 ການໄປຍັງເຮືອນຂອງຜູ້ຍິງເຊັ່ນນີ້
ກໍຄືເຈົ້າໄປສູ່ພິພົບຄົນຕາຍ
ມັນເປັນທາງລັດສຳລັບໄປຕາຍ
1
ຈົ່ງຟັງ
ປັນຍາຈະເອີ້ນອອກໄປ
ຄົນທັງຫລາຍຈະໄດ້ຍິນປັນຍາເອີ້ນ
2
ປັນຍາຢືນຢູ່ເທິງຈອມພູຂ້າງຖນົນ
ແລະຢູ່ທີ່ສີ່ແຍກ
3
ຢູ່ທີ່ປາກປະຕູເຂົ້າເມືອງ
ປັນຍາໄດ້ເອີ້ນວ່າ,
4
“ມະນຸດເອີຍ
ຈົ່ງຟັງສຽງຮ້ອງຂອງເຮົາ
ເຮົາເອີ້ນມະນຸດທຸກຄົນໃນໂລກ
5
ພວກເຈົ້າຍັງເປັນເດັກນ້ອຍຢູ່ບໍ
ຖ້າຢ່າງນັ້ນຈົ່ງຮຽນເປັນຜູ້ໃຫຍ່ສາ
ພວກເຈົ້າໂງ່ບໍ
ຈົ່ງຮ່ຳຮຽນໃຫ້ສລາດສາ
6
ຈົ່ງຟັງຖ້ອຍຄຳອັນລ້ຳຄ່າຂອງເຣົາ
ຖ້ອຍຄຳທັງປວງທີ່ເຮົາບອກເຈົ້ານັ້ນຖືກຕ້ອງ
7
ສິ່ງທີ່ເຮົາເວົ້າເປັນຄວາມຈິງທັງນັ້ນຄວາມໂຫດຮ້າຍເປັນສິ່ງຫນ້າກຽດຊັງຕໍ່ຮິມຝີປາກຂອງເຮົາ
8
ບັນດາຄຳປາກຂອງເຮົານັ້ນຊອບທັມ
ໃນນັ້ນບໍ່ມີອັນໃດບໍ່ຈິງ
ຫລືທຳໃຫ້ຫລົງທາງ
9
ສຳລັບຜູ້ທີ່ເຂົ້າໃຈກໍແຈ່ມແຈ້ງ
ແລະສຳລັບຜູ້ມີຄວາມຮູ້ກໍງ່າຍດີ
10 ຈົ່ງຊອກຫາຄຳສອນຂອງເຮົາຫລາຍກວ່າຊອກຫາເງິນ
ແລະຊອກຫາຄວາມຮູ້ຫລາຍກວ່າຊອກຫາຄຳ
11 ເພາະວ່າປັນຍາປະເສີດກວ່າເພັດ
ສິ່ງທີ່ເຈົ້າປາຖນານັ້ນຈະທຽບເທົ່າກັບປັນຍາບໍ່ໄດ້
12 ເຮົາມີຄວາມຮອບຮູ້ແລະເຫັນແຈ້ງງທຸກຢ່າງ
13 ການກຽດຊັງຄວາມຊົ່ວຄືການຢຳເກງພຣະຜູ້ເປັນເຈົ້າ
ເຮົາກຽດຊັງຄວາມທະເຍີທະຍານ
ກຽດຊັງຄວາມຊົ່ວຮ້າຍແລະຄຳຕົວະ
14 ເຣົາມີແຜນການ
ແລະດຳເນີນຕາມແຜນການນັ້ນ
ມີຄວາມເຂົ້າໃຈແລະມີກຳລັງ
15 ເຮົາຊ່ອຍໃຫ້ກະສັດທັງຫລາຍໄດ້ຄອບຄອງເມືອງ
ແລະຊ່ອຍພວກປົກຄອງອອກກົດຫມາຍຢ່າງຍຸດຕິທັມ
16 ພວກເຂົາໃນທົ່ວໂລກໄດ້ປົກຄອງຍ້ອນເຣົາຊ່ອຍເຫລືອ
ພວກບຸຣຸດ
ແລະເຈົ້າຂຸນມຸນນາຍກໍເຫມືອນກັນ
17 ເຮົາຮັກຜູ້ທີ່ຮັກເຮົາ
ໃຜກໍຕາມທີ່ສແວງຫາເຮົາກໍຈະພົບເຣົາ
18 ເຣົາມີຊັບສົມບັດ
ແລະກຽດຕິຍົດ
ມີຄວາມຈະເຣີນຮຸ່ງເຮືອງ
ແລະທຳທຸກຢ່າງສຳເຣັດຜົນ
19 ຫມາກຜົນທີ່ເຈົ້າໄດ້ຈາກເຮົານັ້ນດີກວ່າເງິນຄຳບໍຣິສຸດ
20 ເຣົາດຳເນີນຊີວິດໃນທາງຊອບທັມ
ແລະເຄັ່ງຄັດຢູ່ໃນຄວາມຍຸດຕິທັມ
21 ໃຫ້ຊັບສົມບັດແກ່ຜູ້ທີ່ເຣົາຮັກ
ແລະບັນຈຸຊັບໄວ້ເຕັມເຮືອນຂອງເຂົາ
22 ພຣະຜູ້ເປັນເຈົ້າຊົງສ້າງເຮົາກ່ອນທຸກສິ່ງ
ເປັນພຣະຣາຊກິຈເບື້ອງຕົ້ນຂອງພຣະອົງຕັ້ງແຕ່ເຫິງມາແລ້ວ
23 ເຣົາຖືກສ້າງໄວ້ຕັ້ງແຕ່ໃດໆມາ
ຕັ້ງແຕ່ກ່ອນເລີ້ມສ້າງໂລກ
24 ເຮົາເກີດກ່ອນມະຫາສະຫມຸດ
ແລະບໍ່ນ້ຳ
25 ກ່ອນພູນ້ອຍ
ພູໃຫຍ່ທັງຫລາຍ
26 ກ່ອນພຣະເຈົ້າຊົງສ້າງໂລກ
ແລະພື້ນດິນ
ຫລືກ່ອນດິນແດນເມັດທຳອິດ
27 ເມື່ອພຣະອົງຊົງສ້າງທ້ອງຟ້າ
ຊົງຄຶງຂອບຟ້າຂ້າມມະຫາສະຫມຸດ
28 ຊົງບັນຈຸເມກໃສ່ໃນທ້ອງຟ້າ
ຊົງໄຂຮູນ້ຳບາດານ
29 ຊົງສັ່ງໃຫ້ນ້ຳທະເລຢູ່ເປັນທີ່ເປັນບ່ອນ
ແລະເມື່ອຊົງວາງສີລາລຶກຂອງໂລກ
ເຮົາຢູ່ທີ່ນັ້ນແລ້ວ
30 ເຮົາເຫມືອນນາຍຊ່າງຢູ່ຄຽງຂ້າງພຣະອົງ
ທຸກໆວັນເຮົາທຳໃຫ້ພຣະອົງປິຕິຍິນດີ
31 ເຮົາຫລິ້ນຢ່າງມີຄວາມສຸກຢູ່ນຳພຣະອົງ
ຢູ່ນຳໂລກ
ແລະມະນຸດຊາດທັງປວງ
32 ພວກຄົນຫນຸ່ມເອີຍ
ບັດນີ້ຈົ່ງຟັງເຮົາ
ຈົ່ງດຳເນີນຕາມທາງຂອງເຣົາ
ແລ້ວພວກເຈົ້າຈະມີຄວາມສຸກ
33 ໃຫ້ຟັງຄຳສັ່ງສອນ
ຢ່າລະເລີຍ
ແລະໃຫ້ສລາດ
34 ຄົນຜູ້ທີ່ຟັງເຮົາ
ຜູ້ທີ່ຢູ່ໃນປະຕູ
ແລະຢູ່ທາງເຂົ້າເຮືອນຂອງເຮົາທຸກວັນຈະມີຄວາມສຸກ
35 ຜູ້ທີ່ພົບເຫັນເຮົາກໍພົບຊີວິດ
ແລະພຣະຜູ້ເປັນເຈົ້າຈະຊົງພໍພຣະທັຍຜູ້ນັ້ນ
36 ຜູ້ທີ່ທຳຜິດຕໍ່ເຣົາກໍທຳຮ້າຍຕົວເອງ
ຜູ້ໃດຊັງເຮົາ
ຜູ້ນັ້ນຮັກຄວາມຕາຍ
1
ປັນຍາໄດ້ສ້າງເຮືອນຂອງຕົນແລ້ວ
ນາງໄດ້ຕັ້ງເສົາເຈັດຕົ້ນ
2
ປັນຍາໄດ້ຂ້າສັດຂອງນາງ
ໄດ້ປະສົມເຫລົ້າອະງຸ່ນຂອງນາງ
ໄດ້ຈັດໂຕະຂອງນາງແລ້ວ
3
ແລະໄດ້ສົ່ງສາວໃຊ້ຂອງນາງອອກໄປ
ສົ່ງສຽງເອີ້ນຈາກທີ່ສູງໃນເມືອງ
4
ວ່າ,
“ຜູ້ໃດທີ່ເປັນຄົນໂງ່
ໃຫ້ເຂົາຫັນເຂົ້າມາທາງນີ້”
ນາງເວົ້າກັບຜູ້ທີ່ໄຮ້ສາມັນສຳນຶກວ່າ
5
“ມາເຖີດ
ມາຮັບປະທານເຂົ້າຈີ່ຂອງເຮົາ
ແລະດື່ມເຫລົ້າອະງຸ່ນທີ່ເຮົາໄດ້ປະສົມ
6
ຈົ່ງຖິ້ມຄວາມໂງ່ເສັຽ
ແລະດຳຣົງຊີວິດຢູ່
ດຳເນີນໃນທາງຂອງຄວາມຮອບຮູ້ນັ້ນເຖີດ”
7
ຜູ້ທີ່ວ່າກ່າວຄົນມັກເຍາະເຍີ້ຍ
ຈະໄດ້ຮັບການດູຫມິ່ນ
ແລະຜູ້ທີ່ຕັກເຕືອນຄົນຊົ່ວຮ້າຍຈະຖືກກ່າວຫຍາບຊ້າ
8
ຢ່າຕັກເຕືອນຄົນມັກເຍາະເຍີ້ຍ
ເພາະເຂົາຈະກຽດຊັງເຈົ້າ
ຈົ່ງຕັກເຕືອນຄົນມີປັນຍາ
ແລະເຂົາຈະຮັກເຈົ້າ
9
ຈົ່ງໃຫ້ຄຳສັ່ງສອນແກ່ຄົນມີປັນຍາ
ແລະເຂົາຈະສລາດຍິ່ງຂຶ້ນ
ຈົ່ງສອນຄົນຊອບທັມ
ແລະເຂົາຈະເພີ້ມການຮຽນຮູ້ຫລາຍຂຶ້ນ
10 ຄວາມຢຳເກງພຣະເຈົ້າ
ເປັນທີ່ເລີ້ມຕົ້ນຂອງປັນຍາ
ແລະຊຶ່ງຮູ້ຈັກອົງບໍຣິສຸດ
ເປັນຄວາມຮອບຮູ້
11 ເນື່ອງຈາກເຮົາ
ວັນຄືນຂອງເຈົ້າຈະເພີ້ມທະວີຄູນ
ແລະປີເດືອນແຫ່ງຊີວິດຂອງເຈົ້າຈະເພີ້ມພູນ
12 ຖ້າເຈົ້າສລາດ
ເຈົ້າກໍສລາດເພື່ອຕົນເອງ
ຖ້າເຈົ້າເຍາະເຍີ້ຍ
ເຈົ້າກໍຈະທົນແຕ່ລຳພັງ
13 ຍິງໂງ່ນັ້ນສຽງປາກດັງ ນາງປ່ອຍຕົວ
ແລະບໍ່ຮູ້ຈັກອາຍ
14 ນາງນັ່ງທີ່ປະຕູເຮືອນຂອງນາງ
ແລະໃນທີ່ສູງໃນເມືອງ
15 ແລະເອີ້ນໃສ່ບັນດາຜູ້ທີ່ຜ່ານໄປ
ຜູ້ເດີນຊື່ໄປຕາມທາງຂອງເຂົາ
16 ວ່າ,
“ຜູ້ໃດທີ່ເປັນຄົນໂງ່
ໃຫ້ເຂົາຫັນເຂົ້າມາທີ່ນີ້”
ນາງເວົ້າກັບເຂົາຜູ້ໄຮ້ສາມັນສຳນຶກ
17 ວ່າ,
“ນ້ຳທີ່ຂະໂມຍມາຫວານດີ
ແລະຂະຫນົມທີ່ຮັບປະທານໃນທີ່ລັບກໍແຊບ”
18 ແຕ່ເຂົາບໍ່ຮູ້ວ່າຄົນຕາຍຢູ່ທີ່ນັ້ນ
ແລະແຂກຂອງນາງກໍຢູ່ໃນຫ້ວງເລິກຂອງແດນຜູ້ຕາຍ
1
ສຸພາສິດຂອງໂຊໂລໂມນ
ບຸດຊາຍທີ່ສລາດກະທຳໃຫ້ບິດາຍິນດີ
ແຕ່ບຸດຊາຍທີ່ໂງ່ເປັນຄວາມໂສກຂອງມານດາເຂົາ
2
ຄັງຊັບອະທັມບໍ່ເປັນກຳໄຣ
ແຕ່ຄວາມຊອບທັມຊ່ອຍກູ້ຈາກຄວາມຕາຍ
3
ພຣະຜູ້ເປັນເຈົ້າບໍ່ໄດ້ຊົງປ່ອຍໃຫ້ຄົນຊອບທັມຫິວ
ແຕ່ພຣະອົງຊົງຂັດຂວາງຄວາມຢາກຂອງຄົນຊົ່ວຮ້າຍ
4
ມືທີ່ຢ່ອນເປັນເຫດໃຫ້ເກີດຄວາມຍາກຈົນ
ແຕ່ມືທີ່ຂະຫຍັນຂັນແຂງກະທຳໃຫ້ຮັ່ງມີ
5
ບຸດຊາຍທີ່ສະສົມໄວ້ໃນຣະດູແລ້ງກໍເປັນຄົນຫຍັ່ງຮູ້
ແຕ່ບຸດຊາຍຜູ້ຫລັບໃນຣະດູກ່ຽວກໍນຳຄວາມອັບອາຍມາ
6
ພຣະພອນຢູ່ເທິງຫົວຂອງຜູ້ຊອບທັມ
ແຕ່ຄວາມທາຣຸນຖ້ວມປາກຄົນຊົ່ວຮ້າຍ
7
ການຣະລຶກເຖິງຂອງຄົນຊອບທັມເປັນພຣະພອນ
ແຕ່ຊື່ສຽງຂອງຄົນຊົ່ວຮ້າຍຈະເນົ່າເສັຽ
8
ໃຈທີ່ປະກອບດ້ວຍປັນຍາຈະສົນໃຈໃນບັນຍັດ
ແຕ່ຄົນທີ່ເວົ້າໂງ່ຈະເຖິງຄວາມພິນາດ
9
ຜູ້ໃດທີ່ດຳເນີນໃນຄວາມຊື່ສັດກໍດຳເນີນຢ່າງຫມັ້ນຄົງດີ
ແຕ່ຜູ້ທີ່ທຳທາງຂອງຕົນໃຫ້ຊົ່ວກໍຈະປາກົດແຈ້ງແກ່ຄົນອື່ນ
10 ຜູ້ທີ່ຂະຫຍິບຕາກໍກວນຄວາມຫຍຸ້ງຍາກ
ແຕ່ຜູ້ທີ່ຕັກເຕືອນຢ່າງກ້າຫານຈະສ້າງສັນຕິພາບ
11 ປາກຂອງຄົນຊອບທັມເປັນບໍ່ນ້ຳຊີວິດ
ແຕ່ປາກຂອງຄົນຊົ່ວຮ້າຍປິດບັງຄວາມທາຣຸນ
12 ຄວາມກຽດຊັງກະຕຸ້ນໃຫ້ເກີດຄວາມວິວາດ
ແຕ່ຄວາມຮັກຄອບງຳບັນດາການທໍຣະຍົດເສັຽ
13 ທີ່ຮີມຝີປາກຂອງຜູ້ທີ່ມີຄວາມເຂົ້າໃຈຈະພົບປັນຍາ
ແຕ່ໄມ້ແສ້ກໍເຫມາະສຳລັບຫລັງຂອງຄົນໂງ່ນຳຄວາມພິນາດມາໃກ້
14 ຄົນມີປັນຍາກໍສະສົມຄວາມຮູ້ໄວ້
ແຕ່ປາກຂອງຄົນໂງ່ນຳຄວາມເດືອດຮ້ອນມາໃກ້
15 ຊັບສົມບັດຂອງຄົນຮັ່ງມີ
ຄືເມືອງເຂັ້ມແຂງຂອງເຂົາ
ແຕ່ຄວາມຍາກຈົນຂອງຄົນຈົນ
ຄືຄວາມທຸກລຳບາກຂອງເຂົາ
16 ຜົນງານຂອງຄົນຊອບທັມນຳໄປເຖິງຊີວິດ
ແຕ່ຂອງຄົນຊົ່ວຮ້າຍນຳໄປເຖິງບາບ
17 ເຂົາຜູ້ສົນໃຈໃນຄຳສັ່ງສອນກໍຢູ່ໃນວິຖີແຫ່ງຊີວິດ
ແຕ່ເຂົາຜູ້ປະຕິເສດຄຳເຕືອນສະຕິກໍຫລົງຫນີໄປ
18 ເຂົາຜູ້ປິດບັງຄວາມກຽດຊັງມີຮີມຝີປາກມຸສາ
ແລະເຂົາຜູ້ອອກປາກໃສ່ຮ້າຍເປັນຄົນໂງ່
19 ການເວົ້າຫລາຍກໍສະສົມການທໍຣະຍົດ
ແຕ່ເຂົາຜູ້ຢັບຢັ້ງຮິມຝີປາກຂອງຕົນເປັນຜູ້ຫຍັ່ງຮູ້
20 ລີ້ນຂອງຄົນຊອບທັມ
ຄືເງິນເນື້ອບໍຣິສຸດ
ຄວາມຄິດຂອງຄົນຊົ່ວຮ້າຍມີຄ່າແຕ່ຫນ້ອຍ
21 ຮິມຝີປາກຂອງຄົນຊອບທັມລ້ຽງຄົນເປັນອັນມາກ
ແຕ່ຄົນໂງ່ຕາຍເພາະຂາດສາມັນສຳນຶກ
22 ພຣະພອນຂອງພຣະຜູ້ເປັນເຈົ້າກະທຳໃຫ້ຮັ່ງມີ
ແລະພຣະອົງບໍ່ໄດ້ແຖມຄວາມໂສກເສົ້າໄວ້ດ້ວຍ
23 ຄົນໂງ່ກະທຳຄວາມຜິດເຫມືອນການຫລິ້ນສນຸກ
ແຕ່ຄວາມປະພຶດອັນປະກອບດ້ວຍປັນຍາ
ເປັນຄວາມເພີດເພີນແກ່ຄົນທີ່ມີຄວາມເຂົ້າໃຈ
24 ສິ່ງໃດທີ່ຄົນຊົ່ວຮ້າຍຄິດຢ້ານກົວ
ມັນຈະມາເຖິງເຂົາ
ແຕ່ສິ່ງໃດທີ່ຄົນຊອບທັມປາຖນາ
ພຣະອົງຊົງທຳຕາມໃຫ້
25 ເມື່ອພະຍຸຮ້າຍຜ່ານໄປແລ້ວ
ຄົນຊົ່ວກໍບໍ່ມີອີກ
ແຕ່ຄົນຊອບທັມຈະໄດ້ຮັບການສະຖາປະນາໄວ້ເປັນນິດ
26 ຢ່າງນ້ຳສົ້ມກັບແຂ້ວ
ແລະຄວັນກັບຕາເປັນສັນໃດ
ຄົນຂີ້ຄ້ານກັບຜູ້ທີ່ໃຊ້ເຂົາກໍເປັນສັນນັ້ນ
27 ຄວາມຢຳເກງພຣະຜູ້ເປັນເຈົ້ານັ້ນຍຶດຊີວິດໃຫ້ຍາວໄປ
ແຕ່ປີເດືອນຂອງຄົນຊົ່ວຮ້າຍນັ້ນຈະສັ້ນເຂົ້າ
28 ຄວາມຫວັງຂອງຄວາມຊອບທັມຈົບລົງໃນຄວາມຍິນດີ
ແຕ່ຄວາມມຸ່ງຫວັງຂອງຄວາມຊົ່ວຮ້າຍກໍສູນເປົ່າ
29 ພຣະເຈົ້າຊົງເປັນທີ່ກຳບັງເຂັ້ມແຂງແກ່ຜູ້ປະພຶດຢ່າງທ່ຽງທັມ
ແຕ່ຜູ້ກະທຳຊົ່ວພຣະອົງຊົງທຳລາຍ
30 ຜູ້ຊອບທັມຈະບໍ່ຖືກກຳຈັດເລີຍ
ແຕ່ຄົນຊົ່ວຮ້າຍຈະບໍ່ໄດ້ຢູ່ໃນແຜ່ນດິນ
31 ປາກຂອງຄົນຊອບທັມນຳປັນຍາອອກມາ
ແຕ່ລີ້ນຂອງຄົນຕະລົບຕະແລງຈະຖືກຕັດອອກ
32 ຮິມຝີປາກຂອງຄົນຊອບທັມຮູ້ວ່າອັນໃດພໍຫູຄົນ
ແຕ່ປາກຂອງຄົນຊົ່ວຮ້າຍຮູ້ວ່າສິ່ງໃດຕະລົບຕະແລງ
1
ຕາຊັ່ງຂີ້ລັກນັ້ນເປັນທີ່ກຽດຊັງຕໍ່ພຣະຜູ້ເປັນເຈົ້າ
ແຕ່ລູກຕຸ້ມທີ່ຍຸດຕິທັມເປັນທີ່ປິຕິຍິນດີແດ່ພຣະອົງ
2
ເມື່ອຄວາມເຍີ້ຍິ່ງມາເຖິງ
ຄວາມຫຢາມນ້ຳຫນ້າກໍມາດ້ວຍ
ແຕ່ປັນຍາຢູ່ກັບຄົນຖ່ອມໃຈ
3
ຄວາມສັດຊື່ຂອງຄົນທີ່ທ່ຽງທັມຍ່ອມນຳເຂົາ
ແຕ່ຄວາມຄົດໂກງຂອງຄົນທໍຣະຍົດຍ່ອມທຳລາຍເຂົາ
4
ຄວາມຮັ່ງມີບໍ່ອຳນວຍກຳໄຣໃນວັນຊົງພຣະພິໂຣດ
ແຕ່ຄວາມຊອບທັມຊ່ອຍກູ້ໃຫ້ພົ້ນຄວາມມໍຣະນາ
5
ຄວາມຊອບທັມຂອງຄົນທີ່ບໍ່ມີຕຳຫນິຍ່ອມຮັກສາທາງຂອງເຂົາໃຫ້ຊື່
ແຕ່ຄົນຊົ່ວຮ້າຍກໍລົ້ມລົງດ້ວຍຄວາມຊົ່ວຮ້າຍ່ຂອງເຂົາເອງ
6
ຄວາມຊອບທັມຂອງຄົນທ່ຽງທັມຍ່ອມຊ່ອຍກູ້ເຂົາ
ແຕ່ຄົນທໍຣະຍົດຈະຖືກຣາຄະຂອງເຂົາຈັບເປັນຊະເລີຍ
7
ເມື່ອຄົນຊົ່ວຮ້າຍຕາຍ
ຄວາມຫວັງຂອງເຂົາກໍພິນາດ
ແລະຄວາມມຸ່ງຫວັງຂອງຄົນຊົ່ວຊ້າກໍສູນເປົ່າ
8
ຄວາມຊອບທັມຮັບການຊ່ອຍເຫລືອໃຫ້ພົ້ນຄວາມລຳບາກ
ແລະຄົນຊົ່ວຮ້າຍເຂົ້າໄປແທນທີ່
9
ຄົນບໍ່ຮູ້ພຣະເຈົ້າທຳລາຍເພື່ອນບ້ານຂອງເຂົາດ້ວຍປາກ
ແຕ່ຄົນຊອບທັມໄດ້ຮັບການຊ່ອຍໃຫ້ພົ້ນດ້ວຍອາໄສຄວາມຮູ້
10 ເມື່ອຄົນຊອບທັມຢູ່ເຢັນເປັນສຸກບ້ານເມືອງກໍຊົມຊື່ນຍິນດີ
ແລະເມື່ອຄົນຊົ່ວຮ້າຍພິນາດ
ກໍມີສຽງໂຮ່ຮ້ອງດ້ວຍຄວາມຍິນດີ
11 ໂດຍພອນຂອງຄົນທ່ຽງທັມບ້ານເມືອງກໍເປັນທີ່ຍົກຍ້ອງ
ແຕ່ວ່າມັນຄວ່ຳລົງໂດຍປາກຂອງຄົນຊົ່ວຮ້າຍ
12 ບຸກຄົນດູຖູກເພື່ອນບ້ານຂອງຕົນຍ່ອມຂາດສາມັນສຳນຶກ
ແຕ່ຄົນທີ່ມີຄວາມເຂົ້າໃຈກໍຍັງມິດງຽບຢູ່
13 ບຸກຄົນທີ່ທ່ຽວຊຸບຊິບກໍເຜີຍຄວາມລັບ
ແຕ່ບຸກຄົນທີ່ໄວ້ວາງໃຈໄດ້ຍ່ອມປິດບັງສິ່ງນຶ່ງສິ່ງໃດໄວ້ໄດ້
14 ທີ່ໃດທີ່ບໍ່ມີການນຳ
ປະຊາຊົນກໍລົ້ມລົງ
ແຕ່ໃນທີ່ຊຶ່ງມີທີ່ປຶກສາຫລາຍຍ່ອມມີຄວາມປອດພັຍ
15 ບຸກຄົນຜູ້ຮັບປະກັນຄົນອື່ນຈະຕ້ອງທົນທຸກ
ແຕ່ຄົນທີ່ກຽດການຮັບປະກັນຍ່ອມປອດພັຍ
16 ສະຕຣີງາມສງ່າຍ່ອມໄດ້ຮັບກຽດ
ແລະຊາຍຫນ້າເລືອດຍ່ອມຮັ່ງມີ
17 ຊາຍຜູ້ມີຄວາມເອັນດູຍ່ອມໃຫ້ປໂຍດແກ່ຕົນ
ແຕ່ຊາຍທີ່ດຸຮ້າຍຍ່ອມທຳໃຫ້ຕົວເອງເຈັບ
18 ຊາຍຊົ່ວຮ້າຍໄດ້ຜົນຈ້າງທີ່ຫລອກລວງ
ແຕ່ບຸກຄົນທີ່ຫວ່ານຄວາມຊອບທັມຈະໄດ້ບຳເຫນັດທີ່ແນ່ນອນ
19 ບຸກຄົນຜູ້ຕັ້ງຫມັ້ນຢູ່ໃນຄວາມຊອບທັມຈະມີຊີວິດຢູ່
ແຕ່ບຸກຄົນຜູ້ຕິດຕາມຄວາມຊົ່ວຮ້າຍຈະເຖິງຄວາມຕາຍ
20 ຄົນທີ່ຄວາມຄິດຕະລົບຕະແລງເປັນທີ່ຫນ້າກຽດຊັງແດ່ພຣະຜູ້ເປັນເຈົ້າ
ແຕ່ຄົນທີ່ມີທາງໄຮ້ຕຳຫນິຍ່ອມເປັນທີ່ປິຕິຍິນດີຂອງພຣະອົງ
21 ຈົ່ງແນ່ໃຈເຖີດ
ຄົນຊົ່ວຮ້າຍຈະຕ້ອງຖືກທຳລາຍຢ່າງແນ່ນອນ
ແຕ່ບັນດາຜູ້ທີ່ເປັນຄົນຊອບທັມຈະໄດ້ຮັບການຊ່ອຍກູ້
22 ສະຕຣີງາມທີ່ປາສຈາກຄວາມສລຽວສລາດກໍເຫມືອນຮ່ວງຄຳທີ່ດັງຂອງຫມູ
23 ຄວາມປາຖນາຂອງຄົນຊອບທັມຈົບລົງໃນຄວາມດີເທົ່ານັ້ນ
ຄວາມມຸ່ງຫວັງຂອງຄົນຊົ່ວຮ້າຍຈົບລົງໃນຄວາມພິໂຣດ
24 ບາງຄົນຍິ່ງຈຳຫນ່າຍຍິ່ງຮັ່ງມີ
ບາງຄົນຍິ່ງຍຶດສິ່ງທີ່ຄວນຈຳຫນ່າຍໄວ້ຍິ່ງຂັດສົນກໍມີ
25 ບຸກຄົນທີ່ໃຈກວ້າງຂວາງຍ່ອມໄດ້ຮັບຄວາມມັ່ງຄັ່ງ
ບຸກຄົນທີ່ຫົດນ້ຳ
ເຂົາເອງຈະຮັບການຫົດນ້ຳ
26 ປະຊາຊົນສາບແຊ່ງຜູ້ທີ່ກັກເຂົ້າ
ແຕ່ພຣະພອນຢູ່ເທິງຫົວຂອງຜູ້ທີ່ຂາຍເຂົ້າ
27 ບຸກຄົນຜູ້ສແວງຄວາມດີ
ກໍສແວງຄວາມພໍໃຈ
ແຕ່ຄວາມເດືອດຮ້ອນມາເຖິງຜູ້ທີ່ສແວງຫາທຳຄວາມຊົ່ວ
28 ບຸກຄົນຜູ້ວາງໃຈໃນຄວາມຮັ່ງມີຈະລົ້ມລະລາຍ
ແຕ່ຄົນຊອບທັມຈະຮຸ່ງເຮືອງຢ່າງໃບໄມ້ຂຽວ
29 ບຸກຄົນຜູ້ທຳໃຫ້ຄົວເຮືອນຂອງເຂົາລຳບາກຈະຮັບລົມເປັນມໍຣະດົກ
ແລະຄົນໂງ່ຈະເປັນຄົນໃຊ້ຂອງຄົນສລາດ
30 ຜົນຂອງຄົນຊອບທັມເປັນຕົ້ນໄມ້ແຫ່ງຊີວິດ
ການຝ່າຝືນກົດຫມາຍຍ່ອມທຳລາຍຊີວິດ
31 ເບິ່ງແມ໋,
ແມ້ຄົນຊອບທັມອາດຈະຖືກທຳໂທດໃນແຜ່ນດິນໂລກ
ຄົນຊົ່ວຮ້າຍແລະຄົນບາບຈະຍິ່ງກວ່ານັ້ນສັກເທົ່າໃດ
1
ຜູ້ໃດທີ່ຮັກວິນັຍກໍຮັກຄວາມຮູ້
ແຕ່ບຸກຄົນທີ່ກຽດຊັງການຕັກເຕືອນກໍເປັນຄົນໂງ່ຈ້າ
2
ຄົນດີເປັນທີ່ພໍພຣະທັຍຂອງພຣະເຈົ້າ
ແຕ່ຄົນທີ່ຄິດການຊົ່ວຮ້າຍພຣະອົງຊົງລົງໂທດ
3
ຄົນຈະຕັ້ງຢູ່ດ້ວຍຄວາມໂຫດຮ້າຍບໍ່ໄດ້
ແຕ່ຮາກຂອງຄົນຊອບທັມຈະບໍ່ຮູ້ຈັກເຄື່ອນຍ້າຍ
4
ເມັຽດີເປັນມົງກຸດຂອງຜົວຕົນ
ແຕ່ນາງຜູ້ທີ່ນຳຄວາມອັບອາຍມາກໍເຫມືອນຄວາມເນົ່າເປື່ອຍໃນກະດູກຜົວ
5
ຄວາມຄິດຂອງຄົນຊອບທັມນັ້ນຍຸດຕິທັມ
ແຕ່ຄຳຫາຣືຂອງຄົນຊົ່ວຮ້າຍນັ້ນທໍຣະຍົດ
6
ຖ້ອຍຄຳຂອງຄົນຊົ່ວຮ້າຍຫມອບຄອຍປະຫັດປະຫານ
ແຕ່ປາກຂອງຄົນທ່ຽງທັມຊ່ອຍຄົນໃຫ້ລອດ
7
ຄົນຊົ່ວຮ້າຍຄວ່ຳແລ້ວແລະບໍ່ມີອີກ
ແຕ່ເຮືອນຂອງຄົນຊອບທັມຍັງດຳຣົງຢູ່
8
ຄົນຈະໄດ້ຄຳຊົມເຊີຍຕາມສາມັນສຳນຶກທີ່ດີຂອງເຂົາ
ແຕ່ຄົນທີ່ຄວາມຄິດຕະລົບຕະແລງກໍເປັນທີ່ດູຫມິ່ນ
9
ຜູ້ນ້ອຍທີ່ທຳມາຫາກິນເອງ
ກໍດີກວ່າຄົນທີ່ທຳທີ່ວ່າເປັນຜູ້ຍິ່ງໃຫຍ່ແຕ່ຂາດອາຫານ
10 ຄົນຊອບທັມຍ່ອມເຫັນແກ່ຊີວິດສັດຂອງເຂົາ
ແຕ່ຄວາມກະຣຸນາຂອງຄົນໂຫດຮ້າຍຄືຄວາມດຸຮ້າຍ
11 ບຸກຄົນທີ່ໄຖນາຂອງຕົນຈະມີອາຫານອຸດົມ
ແຕ່ບຸກຄົນທີ່ຕິດຕາມການງານທີ່ໄຮ້ຄ່າຍ່ອມບໍ່ມີສາມັນສຳນຶກ
12 ຫໍຄອຍແຂງແຮງຂອງຄົນຊົ່ວຮ້າຍຫັກພັງລົງ
ແຕ່ຮາກຖານຂອງຄົນຊອບທັມຕັ້ງຫມັ້ນຄົງຢູ່
13 ຄົນຊົ່ວຮ້າຍຍ່ອມຕິດບ້ວງໂດຍການລະເມີດແຫ່ງຮິມຝີປາກຂອງຕົນ
ແຕ່ຄົນຊອບທັມຫນີພົ້ນຈາກຄວາມລຳບາກ
14 ຈາກຜົນແຫ່ງຖ້ອຍຄຳຂອງຕົນຄົນກໍອີ່ມໃຈໃນຄວາມດີ
ແລະຜົນງານແຫ່ງມືຂອງເຂົາກໍກັບມາຫາເຂົາ
15 ທາງຂອງຄົນໂງ່ນັ້ນຖືກຕ້ອງໃນສາຍຕາຂອງເຂົາເອງ
ແຕ່ຄົນມີປັນຍາຍ່ອມຟັງຄຳແນະນຳ
16 ຈະຮູ້ຄວາມຮ້ອນໃຈຂອງຄົນໂງ່ໄດ້ທັນທີ
ແຕ່ຄົນທີ່ຫຍັ່ງຮູ້ຍ່ອມບໍ່ສົນໃຈຕໍ່ການດູຫມິ່ນ
17 ບຸກຄົນຜູ້ໃດເວົ້າຄວາມຈິງໃຫ້ຫລັກຖານທີ່ຊື່ຕົງ
ແຕ່ພຍານເທັດກ່າວຄຳຫລອກລວງ
18 ມີບາງຄົນທີ່ຄຳເວົ້າບໍ່ຈິງຂອງເຂົາເຫມືອນດາບແທງ
ແຕ່ລີ້ນຂອງຄົນມີປັນຍານຳການຮັກສາມາໃຫ້
19 ຮິມຝີປາກທີ່ເວົ້າຈິງທົນຢູ່ໄດ້ເປັນນິດ
ແຕ່ລີ້ນທີ່ເວົ້າຕົວະຢູ່ໄດ້ພຽງຊົ່ວຄາວ
20 ຄວາມຫລອກລວງຢູ່ໃນໃຈຂອງບັນດາຜູ້ຄິດແຜນການຊົ່ວຮ້າຍ
ແຕ່ບັນດາຜູ້ກະແຜນງານທີ່ດີມີຄວາມຊື່ນບານ
21 ບໍ່ມີຄວາມຊົ່ວຕົກຢູ່ກັບຄົນຊອບທັມ
ແຕ່ຄົນຊົ່ວຮ້າຍເຕັມດ້ວຍຄວາມລຳບາກ
22 ຮີມຝີປາກທີ່ເວົ້າມຸສາເປັນທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າ
ແຕ່ບັນດາຜູ້ທີ່ປະພຶດຄວາມຊື່ສັດເປັນທີ່ປິຕິຍິນດີແດ່ພຣະອົງ
23 ຄົນທີ່ຫຍັ່ງຮູ້ຍ່ອມເກັບຄວາມຮູ້ໄວ້
ແຕ່ຄົນໂງ່ປ່າວຮ້ອງຄວາມໂງ່ຂອງຕົນ
24 ມືຂອງຄົນທີ່ດຸຫມັ່ນຈະຄອບຄອງ
ຝ່າຍຄົນຂີ້ຄ້ານຈະຖືກບັງຄັບໃຫ້ທຳງານເປັນທາດ
25 ຄວາມກະວົນກະວາຍຂອງຄົນຖວ່ງເຂົາລົງ
ແຕ່ຖ້ອຍຄຳທີ່ດີກະທຳໃຫ້ເຂົາຊື່ນຊົມ
26 ຄົນຊອບທັມຫັນຈາກທາງຊົ່ວຮ້າຍ
ແຕ່ທາງຂອງຄົນຊົ່ວຮ້າຍນຳເຂົາເອງໃຫ້ຫນີໄປ
27 ຄົນຂີ້ຄ້ານຈະຈັບເຫຍື່ອຂອງເຂົາບໍ່ໄດ້
ແຕ່ຄົນດຸຫມັ່ນຈະໄດ້ຊັບສົມບັດປະເສີດ
28 ໃນວິຖີຂອງຄວາມຊອບທັມເປັນຊີວິດ
ແຕ່ທາງຂອງຄວາມຜິດນຳໄປເຖິງຄວາມມໍຣະນາ
1
ບຸດຊາຍທີ່ສລາດຍ່ອມເອົາໃຈໃສ່ເມື່ອບິດາບອກສອນ
ແຕ່ບຸດທີ່ໂງ່ບໍ່ຍ່ອມຮັບຟັງ
2
ຄົນດີຈະໄດ້ຮັບຮາງວັນຍ້ອນການເວົ້າດີ
ແຕ່ຄົນໃຈຊົ່ວຕ້ອງການຄວາມໂຫດຮ້າຍ
3
ໃຫ້ລະມັດລະວັງສິ່ງທີ່ເຈົ້າເວົ້າ
ເພື່ອຮັກສາຊີວິດຂອງຕົນ
ເພາະຄົນທີ່ເວົ້າບໍ່ລະມັດລະວັງກໍທຳລາຍຕົນເອງ
4
ຄົນຂີ້ຄ້ານອາດຢາກໄດ້ສິ່ງໃດສິ່ງນຶ່ງຢ່າງແຮງກ້າ
ແຕ່ເຂົາຈະບໍ່ໄດ້ມັນ
ຄົນດຸຫມັ່ນຈະໄດ້ທຸກສິ່ງຕາມຄວາມຕ້ອງການ
5
ຄົນສັດຊື່ກຽດຊັງການຕົວະ
ຄຳເວົ້າຂອງຄົນຊົ່ວບໍ່ມີຄຸນຄ່າ
ແລະເປັນຫນ້າລະອາຍ
6
ຄວາມຊອບທັມຍ່ອມຮັກສາຄົນຊອບທັມ
ຄົນອະທັມຍ່ອມເຊື່ອມເສັຽຍ້ອນຄວາມອະທັມ
7
ບາງຄົນສະແດງຕົນວ່າເປັນຄົນຮັ່ງມີ
ແຕ່ວ່າບໍ່ມີຫຍັງເລີຍ
ບາງຄົນສະແດງຕົນວ່າເປັນຄົນທຸກຍາກ
ແຕ່ມີຊັບສົມບັດຢ່າງຫລວງຫລາຍ
8
ຄົນຮັ່ງມີໃຊ້ເງິນໄຖ່ເອົາຊີວິດໄວ້
ແຕ່ຄົນທຸກຍາກຈະບໍ່ຖືກຂູ່ເຂັນຍ້ອນເງິນ
9
ຄົນຊອບທັມເປັນເຫມືອນດວງອາທິດທີ່ສອ່ງແສງຮຸ່ງເຮືອງ
ຄົນຊົ່ວຮ້າຍເປັນເຫມືອນຕະກຽງທີ່ໃກ້ຈະມອດແລ້ວ
10 ການຍອມຮັບຟັງຄວາມຄິດເຫັນຂອງຄົນອື່ນເປັນການສລາດ
ແຕ່ການບໍ່ຍອມຟັງຄວາມຄິດເຫັນຂອງຄົນອື່ນເປັນການບໍ່ດີ
ເພາະມັນເປັນເຫດໃຫ້ຄົນເຣົາຜິດຖຽງກັນ
11 ຊັບສົມບັດທີ່ເຈົ້າຫາມາໄດ້ດ້ວຍວິທີງ່າຍໆນັ້ນ
ບໍ່ເຫິງມັນກໍຈະສູນເສັຽຫມົດ
ແຕ່ຊັບທີ່ໄດ້ມາດ້ວຍເຫື່ອແຮງຂອງເຈົ້າຈະພາໃຫ້ເຈົ້າຈະເຣີນຂຶ້ນ
12 ເມື່ອຫມົດຫວັງຫົວໃຈກໍເຈັບຊ້ຳ
ແຕ່ເມື່ອໄດ້ມາສົມຄວາມປາຖນາກໍຊົມຊື່ນຍິນດີ
13 ການບໍ່ຍອມຮັບເອົາຄຳແນະນຳທີ່ດີ
ກໍຄືເຈົ້າແກວ່ງຕີນຫາສ້ຽນ
ຖ້າເຈົ້າປະພຶດຕາມຄຳແນະນຳຂອງພຣະເຈົ້າ
ເຈົ້າກໍຈະປອດພັຍ
14 ຄຳສອນຂອງນັກປາດເປັນບໍ່ເກີດແຫ່ງຊີວິດ
ມັນຈະຊ່ອຍໃຫ້ເຈົ້າຫລີກຫນີໄປໄດ້ເມື່ອຕົກຢູ່ໃນອັນຕະຣາຍ
15 ຜູ້ສລາດຮອບຄອບຍ່ອມໄດ້ຮບັຄວາມເຄົາຣົບນັບຖື
ແຕ່ຄົນໃຈຄົດຍ່ອມນຳໄພວິບັດມາສູ່ຕົນເອງ
16 ຄົນຜູ້ມີປັນຍາຍ່ອມຄິດກ່ອນສເມີຈຶ່ງກະທຳ
ແຕ່ຄົນໂງ່ກໍອວດຄວາມໂງ່ຂອງຕົນ
17 ທູດທີ່ບໍ່ສັດຊື່ຍ່ອມນຳຄວາມຍາກລຳບາກມາໃຫ້
ແຕ່ຜູ້ທີ່ສັດຊື່ກໍນຳສັນຕິມາ
18 ຄົນທີ່ບໍ່ສຶກສາຮ່ຳຮຽນຈະຍາກຈົນແລະໄຮ້ກຽດ
ຜູ້ທີ່ເຊື່ອຟັງຄຳຕັກເຕືອນຈະໄດ້ຮັບການຍ້ອງຍໍ
19 ການໄດ້ມາສົມຄວາມປາຖນາກໍດີແທ້
ສະນັ້ນຄົນໂງ່ຈຶ່ງບໍ່ຍອມປະຄວາມປາຖນາຊົ່ວ
20 ເມື່ອເຈົ້າຄົບກັບຄົນດີກໍມີສີແກ່ຕົວ
ເມື່ອຄົບກັບຄົນຊົ່ວກໍພາຕົວເສົ້າຫມອງ
21 ຄວາມເຄາະຮ້າຍຕາມຕິດຄົນບາບ
ແຕ່ຄວາມຈະເຣີນຮຸ່ງເຮືອງໃຫ້ບຳເຫນັດແກ່ຄົນຊອບທັມ
22 ຄົນດີປະມໍຣະດົກໄວ້ໃຫ້ແກ່ຫລານໆ
ແຕ່ຊັບສົມບັດຂອງຄົນບາບນັ້ນສະສົມໄວ້ໃຫ້ຄົນຊອບທັມ
23 ດິນຂອງຄົນຍາກຈົນທີ່ໄຖ່ຖິ້ມໄວ້ກໍເກີດຜົນອຸດົມ
ແຕ່ມັນຖືກກວາດໄປຕາມຄວາມອະຍຸດຕິທັມ
24 (ຮັກງົວໃຫ້ຜູກ
ຮັກລູກໃຫ້ແອບສອນ)
ບຸກຄົນທີ່ສງວນໄມ້ແສ້ກໍກຽດຊັງບຸດຂອງຕົນ
ແຕ່ຜູ້ທີ່ຮັກເຂົາພຍາຍາມຕີສອນເຂົາ
25 ຄົນຊອບທັມຮັບປະທານໄດ້ຈົນພໍໃຈ
ແຕ່ທ້ອງຂອງຄົນຊົ່ວຮ້າຍກໍຫິວ
1
ປັນຍາສ້າງເຮືອນຂອງນາງຂຶ້ນ
ແຕ່ຄວາມໂງ່ມ້າງມັນລົງດ້ວຍມືຂອງຕົນ
2
ບຸກຄົນຜູ້ທີ່ດຳເນີນໃນຄວມທ່ຽງທັມ
ຢຳເກງພຣະຜູ້ເປັນເຈົ້າ
ແຕ່ບຸກຄົນທີ່ຄົດລ້ຽວໃນທາງຂອງເຂົາກໍດູຫມິ່ນພຣະອົງ
3
ໃນປາກຂອງຄົນໂງ່ມີໄມ້ແສ້ສຳລັບຫລັງຂອງເຂົາ
ແຕ່ຮິມຝີປາກຂອງນັກປາດຈະສງວນເຂົາໄວ້
4
ທີ່ໃດທີ່ບໍ່ມີງົວເຖິກ
ທີ່ນັ້ນບໍ່ມີເຂົ້າ
ແຕ່ພືດຜົນອຸດົມໄດ້ມາດ້ວຍແຮງງົວ
5
ພານທີ່ຊື່ສັດບໍ່ຕົວະ
ແຕ່ພຍານເທັດຫາຍໃຈຄຳຕົວະອອກມາ
6
ຄົນມັກເຍາະເຍີ້ຍສແວງປັນຍາເສັຽເປົ່າ ແຕ່ຄວາມຮູ້ນັ້ນກໍງ່າຍແກ່ຄົນທີ່ມີຄວາມເຂົ້າໃຈ
7
ຈົ່ງໄປໃຫ້ພົ້ນຫນ້າຄົນໂງ່
ເພາະທີ່ນັ້ນເຈົ້າບໍ່ພົບຖ້ອຍຄຳແຫ່ງຄວາມຣຼ້
8
ປັນຍາຂອງຄົນຫຍັ່ງຮູ້ຄືການເຂົ້າໃຈທາງຂອງເຂົາ
ແຕ່ຄວາມໂງ່ຂອງຄົນໂງ່ເປັນທີ່ຫລອກລວງ
9
ພຣະເຈົ້າຊົງເຍາະເຍີ້ຍຄົນຊົ່ວຮ້າຍ
ແຕ່ຄົນທ່ຽງທັມຊື່ນບານໃນຄວາມໂປດປານຂອງພຣະອົງ
10 ຈິດໃຈຮູ້ຄວາມຂົມຂື່ນຂອງໃຈເອງ
ແລະບໍ່ມີໃຜອື່ນມາເຂົ້າສ່ວນຄວາມຊື່ນບານຂອງມັນ
11 ເຮືອນຂອງຄົນຊົ່ວຮ້າຍຈະຖືກທຳລາຍ
ແຕ່ເຕັນຂອງຄົນທ່ຽງທັມຈະຮຸ່ງເຮືອງ
12 ມີທາງນຶ່ງຊຶ່ງຄົນເຣົາເບິ່ງເຫມືອນຖືກ
ແຕ່ມັນສິ້ນສຸດລົງທີ່ທາງຂອງຄວາມມໍຣະນາ
13 ແມ້ໃຈຂອງຄົນທີ່ຫົວເລາະກໍເສົ້າ
ແລະທີ່ສຸດຂອງຄວາມຊື່ນບານຄືຄວາມໂສກສລົດ
14 ຄົນຕະລົບຕະແລງຈະໄດ້ຜົນຈາກທາງຂອງເຂົາຈົນເຕັມ
ແລະຄົນດີກໍຈະໄດ້ຜົນແຫ່ງການກະທຳຂອງເຂົາ
15 ຄົນໂງ່ເຊື່ອຖືທຸກຢ່າງ
ແຕ່ຄົນຫຍັ່ງຮູ້ມອງເບິ່ງວ່າເຂົາກຳລັງໄປທາງໃດ
16 ຄົນມີປັນຍາກໍລະວັງຕົວ ແລະຫັນເສັຽຈາກຄວາມຊົ່ວຮ້າຍ ແຕ່ຄົນໂງ່ຂາດຄວາມຍັບຍັ້ງແລະຈຶ່ງລົງມື