Obediah ໂອ​ບາ​ດີ​ຢາ

 

ໂອ​ບາ​ດີ​ຢາ

1   ນິ​ມິດຂອງ​ໂອ​ບາ​ດີ ພຣະ​ເຈົ້າ​ກ່າວ​ດ້ວຍ​ເຣື່ອງ ເອ​ໂດມ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ຍິ​ນ​ຂ່າວ​ຈາກ​ພຣະ​ຜູ້​ເປັນເຈົ້າ ທູດ​ຄົນ​ນຶ່ງ​ຖືກ​ສົ່ງ​ໄປ​ໃນ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ໃຫ້​ເວົ້າ​ວ່າ, “ຈົ່ງ​ລຸ​ກຂຶ້ນ​ເຖີດ ໃຫ້​ເຮົາ​ລຸກ​ໄປ​ທຳ​ສົງ​ຄາມ​ກັບ​ເມືອງ​ເອ​ໂດມ”

2   ເບິ່ງ​ແມ໋, ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ນ້ອຍ​ຖ້າມ​ກາງ​ບັນ​ດາ​ປ​ຊາ​ຊາດ ໃຫ້​ເຈົ້າ​ເປັນ​ທີ່​ດູ​ຫມິ່ນ​ຢ່າງ​ມາກ

3   ຄວາມ​ອວດ​ອົ່ງ​ແຫ່ງ​ໃຈ​ຂອງ​ເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ ເຈົ້າ​ຜູ້​ຊຶ່ງ​ອາ​ໄສ​ຢູ່​ໃນ​ຊອກ​ຫີນ​ທີ່​ອາ​ໄສ​ຂອງ​ເຈົ້າ​ຢູ່​ສູງ ເຈົ້າຄິດ​ຢູ່​ໃນ​ໃຈ​ວ່າ, “ຜູ້ໃດ​ຈະ​ໃຫ້​ເຮົາ​ລົງ​ມາ​ຍັງ​ພື້ນ​ດິນ”

4   ເຖິງວ່າ​ເຈົ້າ​ເຫີນ​ຂຶ້ນ​ໄປ​ສູງ​ເຫມືອນ​ນົກ​ອິນ​ຊີ ເຖິງວ່າຮັງ​ຂອງ​ເຈົ້າ​ຢູ່​ໃນ​ຫມູ່​ດວງ​ດາວ​ທັງ​ຫລາຍ ເຮົາ​ຈະ​ດຶງ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ ພຣະຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ

5   ຖ້າຂະ​ໂມຍ​ເຂົ້າ​ມາ​ຫາ​ເຈົ້າ ຖ້າ​ພວກ​ປຸ້ນ​ເຂົ້າ​ມາ​ໃນ​ເວ​ລາ​ກາງ​ຄືນ (ເຈົ້າ​ຖືກ​ທຳ​ລາຍຫມົດ​ກ້ຽງ​ແບບໃດ) ເຂົາ​ຈະ​ບໍ່​ຂະ​ໂມຍ​ພຽງ​ພໍ​ແກ່​ຕົວ​ຂອງ​ເຂົາ​ເທົ່າ​ນັ້ນ​ຫລື ຖ້າ​ຄົນ​ເກັບ​ອະ​ງຸ່ນ​ມາ​ຫາ​ເຈົ້າ ເຂົາ​ຈະ​ບໍ່​ຖິ້ມ​ອະ​ງຸ່ນ​ປະ​ໄວ້​ຫນ້ອຍ​ດຽວ​ຫລື?

6   ເອ​ຊາວ​ໄດ້​ຖືກ​ປຸ້ນ​ຢ່າງ​ຮ້າຍ​ແຮງ​ແລ້ວ​ແບບໃດ​ຫນໍ ຊັບ​ສົມ​ບັດ​ກໍ​ຖືກ​ຄົ້ນ​ໄປ​ຫມົດ

7   ພັນ​ທະ​ມິດ​ທັງ​ຫມົດ​ຂອງ​ເຈົ້າ​ໄດ້​ລໍ້​ລວງ​ເຈົ້າ ເຂົາ​ໄດ້​ໄລ່​ເຈົ້າ​ໄປ​ເຖິງ​ເຂດ​ແດນ ພວກ​ເຂົາໄດ້​ກັບ​ສູ້​ຊະນະ​ເຈົ້າ​ເສັຽ​ແລ້ວ ມິດ​ທີ່​ກິນ​ເຂົ້າ​ຫມໍ້​ດຽວ​ກັນ​ກັບ​ເຈົ້າ​ກໍຫ້າງ​ແຮ້ວ​ດັກ​ຈັບ​ເຈົ້າ ເຣື່ອງ​ນີ້​ບໍ່​ມີ​ໃຜ​ເຂົ້​ໃຈ​ອັນ​ໃດ​ເລີຍ

8   ພຣະຜູ້​ເປັນ​ເຈົ້າ​ຊົງກ່າວ​ວ່າ, ໃນ​ວັນ​ນັ້ນ ເຮົາ​ຈະ​ບໍ່​ທຳ​ລາຍ​ຄົນ​ສ​ລາດ​ໃຫ້​ສິ້ນ​ໄປ​ຈາກ​ເອ​ໂດມ ແລະ​ທຳ​ລາຍ​ຄວາມ​ເຂົ້​ໃຈ​ເສັຽ​ຈາກ​ພູ​ເຂົາ​ເອຊວ​ຫລື

9   ນັກ​ຮົບ​ຂອງ​ເຕ​ມານ​ຈະ​ສະ​ທ້ນ​ຢ້ານ​ກົວ ດັ່ງ​ນັ້ນ​ແຫລະ ທຸກ​ຄົນ​ທີ່​ມາ​ຈາກ​ພູ​ເຂົາ​ເອ​ຊາວ​ຈະ​ຖືກ​ຕັດ​ຂາດ​ເສັຽດ້​ວຍ​ການ​ສັງ​ຫານ

10 ຍ້ອນ​ວ່າ​ຄວາມ​ທຳ​ຣຸນ​ທີ່​ກະ​ທຳ​ແກ່​ຢາ​ໂຄບ​ນ້ອງ​ຊາຍ​ຂອງ​ເຈົ້າ ຄວາມ​ອັບ​ອາຍ​ຈະ​ຄຸມ​ເຈົ້າ​ໄວ້ ເຈົ້າ​ຈະ​ຕ້ອງ​ຖືກ​ຕັດ​ຂາດ​ອອກ​ໄປ​ເປັນ​ນິດ

11 ໃນ​ວັນ​ທີ່​ເຈົ້າ​ຢືນຊື່ ໃນ​ວັນ​ທີ່​ຄົນ​ຕ່າງ​ດ້າວ​ເອົາ​ຊັບ​ສົມບັດ​ຂອງ​ເຂົາ​ໄປ ແລະ​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ທາງ​ປະ​ຕູ​ເມືອງ ເຂົາ​ຈັບ​ສ​ລາກເອົາ​ກຸງ​ເຢ​ຣູ​ຊາ​ເລັມ​ກັນ ເຈົ້າ​ກໍ​ເຫມືອນ​ຄົນ​ເຫລົ່າ​ນັ້ນ​ຄົນ​ນຶ່ງ

12 ເຈົ້າ​ບໍ່​ຄວນ​ຢືນ​ຍີ້​ມ​ຢູ່​ດ້ວຍ​ຄວມ​ພໍ​ໃຈ ໃນ​ເມື່ອ​ນ້ອງ​ຊາຍ​ຂອງ​ເຈົ້າ​ຮັບ​ເຄາະ​ໃນ​ຄັ້ງ​ນັ້ນ ເຈົ້າ​ບໍ່​ຄວນ​ຍິນ​ດີ​ເຍີ້ຍ​ປະ​ຊາ​ຊົນ​ຢູ​ດາ ໃນ​ເມື່ອ​ເຂົ​ທັງ​ຫລາຍ​ຖືກ​ທຳ​ລາຍ​ເຈົ້າ​ບໍ່​ຄວນ​ຈະ​ໂອ້ອວດ​ໃນ​ວັນທີ່​ເຂົາ​ຕົກ​ທຸກ​ໄດ້​ຍາກ

13 ເຈົ້າ​ບໍ່​ຄວນ​ເຂົ້າ​ປະ​ຕູ​ເມືອງ​ແຫ່ງ​ປະ​ຊາຊົນ​ຂອງ​ເຮົາ ໃນ​ວັນ​ນັ້ນ ເມື່ອ​ເຂົາ​ຖືກ​ທຳ​ລາຍ ເຈົ້າ​ບໍ່​ຄວນ​ຢືນຍິ້ມ​ຢູ່​ໃນ​ເຣື່ອງ​ໄພ​ວິບັດຂອງ​ເຂົາ ໃນ​ວັນ​ນັ້ນ ເມື່ອ​ເຂົາ​ຖືກ​ທຳ​ລາຍ​ເຈົ້າ​ບໍ່​ຄວນ​ຈະ​ເຂົ້າຍຶດ​ຊັບ​ສິນ​ຂອງ​ເຂົາ​ໄປ ໃນ​ວັນ​ນັ້ນເຂົາ​ຖືກ​ທຳ​ລາຍ

14 ເຈົ້າ​ບໍ່​ຄວນ​ຈະ​ຢືນ​ຕັນ​ທາງ​ແຍກ​ຂອງ​ເຂົາ ເພື່ອ​ຈະ​ດັກ​ຈັບ​ພວກ​ຫລົບ​ຫນີ​ຂອງ​ເຂົາ ເຈົ້າ​ບໍ່​ຄວນມອບ​ຜູ້​ທີ່​ລອດ​ມາ​ໄດ້​ໃຫ້​ແກ່​ສັດ​ຕຣູຂອງ​ເຂົາ ໃນ​ວັນ​ທີ່​ເຂົາ​ຕົກ​ທຸກ​ໄດ້​ຍາກ

15 ເພາະ​ວັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ປະ​ຊາ​ຊາດ​ທັງ​ສິ້ນ​ເຂົ້​ມາ​ແລ້ວ ເຈົ້າ​ກະ​ທຳ​ແກ່​ເຂົາ​ຢ່າງ​ໃດ ກໍ​ຈະ​ມີ​ຜູ້​ມາ​ກະ​ທຳ​ແກ່​ເຈົ້າ​ຢ່າງ​ນັ້ນ ການ​ກະ​ທຳ​ຂອງ​ເຈົ້​ຈະ​ກັບ​ມາ​ຕົກ​ເທິງ​ຫົວ​ຂອງ​ເຈົ້າ​ເອງ

16 ເຈົ້າ​ດື່ມ​ຢູ່​ເທິງ​ພູ​ເຂົາ​ບໍ​ຣິ​ສຸດ​ຂອງ​ເຮົາ​ສັນ​ໃດ ປະ​ຊາ​ຊາດ​ທີ່​ຢູ່​ລ້ອມ​ຮອບ​ທັງ​ສິ້ນ​ກໍ​ຈະ​ດື່ມ​ສັນ​ນັ້ນ ເຂົາ​ຈະ​ດື່ມ​ແລ້ວ​ກໍ​ໂອນ​ເອນ​ໄປ​ເຂົາ​ຈະ​ເປັນ​ເຫມືອນ​ຢ່າງ​ທີ່​ບໍ່​ເຄີຍ​ເກີດ​ມາ

17 ແຕ່​ຈະ​ມີ​ຄົນ​ລອດ​ພົ້ນ​ໃນ​ພູ​ເຂົາ​ຊີ​ໂອນ ແລະ​ທີ່​ນັ້ນ​ຈະ​ບໍ​ຣິ​ສຸດ ແລະ​ເຊື້ອສາຍ​ຂອງ​ຢາ​ໂຄບ​ຈະຖື​ກຳ​ມະ​ສິດ​ທີ່​ດີນ​ອັນ​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ

18 ເຊື້ອ​ສາຍ​ຂ​ອງ​ຢາ​ໂຄບ​ຈະ​ເປັນ​ໄຟ ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ຈະ​ເປັນ​ແປວ​ໄຟ ແລະ​ເຊື້ອ​ສາຍ​ຂອງ​ເອ​ຊາວ​ຈະ​ເປັນ​ຕໍ​ເຂົ້າ ໄຟ​ແລະ​ແປວ​ໄຟ​ຈະ​ໄຫມ້​ແລະ​ເຜົາ​ຜານ​ເສັຽ ເຊື້ອ​ສາຍ​ຂອງ​ເອ​ຊາວຈະ​ບໍ່​ມີ​ໃຜ​ລອດ​ໄດ້​ເລີຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ພຣະ​ວາ​ຈາ​ແລ້ວ

19 ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ເນ​ເກັບ​ຈະ​ໄດ້​ພູ​ເຂົາ​ເອ​ຊາວ​ເປັນ​ກຳ​ມະ​ສິດ ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ເນີນ​ເຊ​ເຟ​ລາຈະ​ໄດ້​ແຜ່ນ​ດິນ​ຟີ​ລິ​ສ​ຕິນ ເຂົ​ຈະ​ໄດ້​ແຜ່​ນດິນ​ເອ​

ຟ​ຣາ​ອິມ ແລະ​ແຜ່ນ​ດິນ​ຊາມາ​ເຣັຽເປັນ​ກຳ​ມະ​ສິດ ແລະ​ເບັນ​ຢາ​ມີນ​ຈະ​ໄດ້​ກີ​ເລ​ອາດ​ເປັນ​ກຳ​ມະ​ສິດ

20 ຈາກ​ທິດ​ເຫນືອ ພົນ​ໂຍ​ທາ​ຂອງ​ອິສ​ຣາ​ເອນ​ທີ່​ເປັນ​ຊະ​ເລີຍ​ຈະ​ໄດ້​ໂຟ​ນີ​ເຊັຽ​ໄກ​ໄປ​ຈົນ​ເຖິງ​ຊາ​ເຣ​ຟັ​ທ​ເປັນ​ກຳ​ມະ​ສິດ ສ່ວນ​ພວກ​ຊະ​ເລີຍ​ຊາວ​ເຢ​ຣູ​ຊາ​ເລັມ​ທີ່​ຢູ່​ໃນ​ເຊ​ຟາ​ຣາດ​ຈະ​ໄດ້​ຫົວ​ເມືອງ​ເນ​ເກັບເປັນ​ກຳ​ມະ​ສິດ

21 ພວກ​ກູ້​ຊາດ​ຈະ​ຂຶ້ນ​ໄປ​ທີ່​ພູ​ເຂົາ​ຊີ​ໂອນ​ເພື່ອ​ປົກ​ຄອງ​ພູ​ເຂົາ​ເອ​ຊາວ ແລະ​ຣາ​ຊອາ​ນາ​ຈັກ​ນັ້ນ​ຈະ​ຕົກ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້