| Numbers |
|
![]() |
|
ພຣະທັມຈົດບັນຊີ
ຈົດບັນຊີ
1
ໃນວັນທີ່ນຶ່ງເດືອນທີ່ສອງປີທີ່ສອງ
ຕັ້ງແຕ່ເຂົາທັງຫລາຍອອກຈາກປະເທດເອຢິບ
ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊໃນເຕັນນັດພົບໃນຖິ່ນກັນດານຊີນາອີວ່າ,
2
“ເຈົ້າຈົ່ງທຳສຳມະໂນຄົວຊຸມນຸມຊົນອິສຣາເອນທັງຫມົດຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຜູ້ຊາຍຣຽງຕົວທຸກຄົນ
3
ເຈົ້າແລະອາໂຣນຈົ່ງນັບທຸກຄົນໃນອິສຣາເອນຊຶ່ງອອກຮົບໄດ້
ອາຍຸຕັ້ງແຕ່ຊາວປີຂຶ້ນໄປໄວ້ເປັນກອງໆ
4
ແລະໃຫ້ມີຊາຍຈາກທຸກເຜົ່າມາຢູ່ກັບເຈົ້າເຜົ່າລະຄົນ
ແຕ່ລະຄົນໃຫ້ເປັນຫົວຫນ້າໃນຄອບຄົວຂອງຕົນ
5
ແລະຊື່ຊາຍທັງປວງທີ່ຈະຊ່ອຍເຈົ້ານັ້ນ
ຈາກເຜົ່າຣູເບນ
ຄື ເອລີຊູ
ບຸດຂອງເຊເດອູ
6
ຈາກເຜົ່າຊີເມໂອນ
ຄື
ເຊລູມີເອນ
ບຸດຂອງຊູຣີຊັດດັຍ
7
ຈາກເຜົ່າຢູດາ
ຄື ນາໂຊນ
ບຸດຂອງອັມມີນາດາບ
8
ຈາກເຜົ່າອິສຊາຄາ
ຄື
ເນທານເອນ
ບຸດຂອງຊູອາ
9
ຈາກເຜົ່າເຊບູລູນ
ຄື ເອລີອາບ
ບຸດຂອງເຮໂລນ
10 ຈາກເຊື້ອສາຍຂອງໂຢເຊັບ
ຈາກເຜົ່າເອຟຣາອິມ
ຄື
ເອລິຊາມາ
ບຸດຂອງອັມມີຮູດ
ຈາກເຜົ່າມານັສເຊ
ຄື
ກາມາລີເອນ
ບຸດຂອງເປດາຊູ
11 ຈາກເຜົ່າເບັນຢາມິນ
ຄື
ອາບີດານ
ບຸດຂອງກີເດໂອນີ
12 ຈາກເຜົ່າດານ
ຄື
ອາຮີເອເຊີ
ບຸດຂອງອັມມີຊັດດັຍ
13 ຈາກເຜົ່າອາເຊີ
ຄື
ປາກີເອນ
ບຸດຂອງໂອກຣານ
14 ຈາກເຜົ່າກາດ
ຄື
ເອລີອາສາຟ
ບຸດຂອງເດອູເອນ
15 ຈາກເຜົ່າເນັຟທາລີ
ຄື ອາຮີຣາ
ບຸດຂອງເອນານ
16 ຄົນເຫລົ່ານີ້ເປັນຄົນທີ່ຊຸມນຸມຊົນເລືອກໃຫ້ເປັນຫົວຫນ້າແຫ່ງເຜົ່າຂອງບັນພະບຸຣຸດຂອງເຂົາ
ເປັນຫົວຫນ້າເຊື້ອສາຍຄົນອິສຣາເອນ
17 ໂມເຊ
ແລະອາໂຣນໄດ້ນຳຄົນເຫລົ່ານີ້ທີ່ມີຊື່ມາແລ້ວ
18 ແລ້ວໃນວັນທີ່ນຶ່ງເດືອນທີ່ສອງ
ຄົນເຫລົ່ານີ້ກໍຮຽກປະຊຸມຊົນທັງຫມົດ
ເຂົາມາຂຶ້ນທະບຽນຕາມຕະກູນແລະຕາມຄອບຄົວ
ຕາມຈຳນວນຣາຍຊື່ລຽນຕົວຄົນທັງປວງທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
19 ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້
ທ່ານຈຶ່ງນັບຄົນທີ່ຖິ່ນກັນດານຊີນາອີດັ່ງນີ້
20 ຄົນເຜົ່າຣູເບນບຸດຫົວປີຂອງອິສຣາເອນ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຜູ້ຊາຍຣຽງຕົວທຸກຄົນ
ທີ່ມີອາຍຸຕັ້ງແຕ່ຊາວຂຶ້ນໄປທີ່ອອກຮົບໄດ້ທັງຫມົດ
21 ຈໍານວນຄົນໃນເຜົ່າຣູເບນເປັນສີ່ຫມື່ນຫົກພັນຫ້າຣ້ອຍຄົນ
22 ຄົນເຜົ່າຊີເມໂອນ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ທຸກຄົນທີ່ເຂົານັບຕາມຈຳນວນຣາຍຊື່
ຜູ້ຊາຍຣຽງຕົວທຸກຄົນ
ທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
23 ຈຳນວນຄົນໃນເຜົ່າຊີເມໂອນເປັນຫ້າຫມື່ນເກົ້າພັນສາມຮ້ອຍຄົນ
24 ຄົນເຜົ່າກາດຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ
25 ຈຳນວນຄົນໃນເຜົ່າກາດເປັນສີ່ຫມື່ນຫ້າພັນຫົກຮ້ອຍຫ້າສິບຄົນ
26 ຄົນເຜົ່າຢູດາ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ
27 ຈໍານວນຄົນໃນເຜົ່າຢູດາເປັນເຈັດຫມື່ນສີ່ພັນຫົກຮ້ອຍຄົນ
28 ຄົນເຜົ່າອິສຊາຄາ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ
29 ຈຳນວນຄົນໃນເຜົ່າອິສຊາຄາເປັນຫ້າຫມື່ນສີ່ພັນສີ່ຮ້ອຍຄົນ
30 ຄົນເຜົ່າເຊບູລູນ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈໍານວນຣາຍຊື່ຄົນທີ່ອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ
31 ຈຳນວນຄົນໃນເຜົ່າເຊບູລູນເປັນຫ້າຫມື່ນເຈັດພັນສີ່ຮ້ອຍຄົນ
32 ຄົນເຊື້ອສາຍໂຢເຊັບ
ຄືຄົນເຜົ່າເອຟຣາອິມ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
33 ຈຳນວນຄົນເຜົ່າເອຟຣາອິມເປັນສີ່ຫມື່ນຫ້າຮ້ອຍຄົນ
34 ຄົນເຜົ່າມານັສເຊ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
35 ຈຳນວນຄົນໃນເຜົ່າມານັສເຊເປັນສາມຫມື່ນສອງພັນສອງຮ້ອຍຄົນ
36 ຄົນເຜົ່າເບັນຢາມິນ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
37 ຈຳນວນຄົນໃນເຜົ່າເບັນຢາມິນເປັນສາມຫມື່ນຫ້າພັນສີ່ຮ້ອຍຄົນ
38 ຄົນເຜົ່າດານ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
39 ຈໍານວນຄົນໃນເຜົ່າດານເປັນຫົກຫມື່ນສອງພັນເຈັດຮ້ອຍຄົນ
40 ຄົນເຜົ່າອາເຊີ
ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ
ຕາມຈໍານວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
41 ຈຳນວນຄົນໃນເຜົ່າອາເຊີເປັນສີ່ຫມື່ນນຶ່ງພັນຫ້າຮ້ອຍຄົນ
42 ຄົນເຜົ່າເນັຟທາລີ
ຊາດເຊື້ອສາຍຂອງຕາມຕະກູນຕາມຄອບຄົວ
ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸ
ຕັ້ງແຕ່ຊາວປີຂຶ້ນໄປ
ທີ່ອອກຮົບໄດ້ທັງຫມົດ
43 ຈຳນວນຄົນໃນເຜົ່າເນັບທາລີເປັນຫ້າຫມື່ນສາມພັນສີ່ຮ້ອຍຄົນ
44 ຈຳນວນຄົນເຫລົ່ານີ້ເປັນຄົນທີ່ໂມເຊກັບອາໂຣນ
ແລະປະມຸກທັງສິບສອງຄົນຂອງຄົນອິສຣາເອນ
ຜູ້ແທນຄົນເຜົ່າຂອງຕົນໄດ້ນັບໄວ້
45 ສະນັ້ນຈຳນວນຄົນອິສຣາເອນທັງຫມົດທີ່ນັບຕາມຄອບຄົວ
ຕາມຈຳນວນຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປທຸກຄົນໃນອິສຣາເອນຊຶ່ງອອກຮົບໄດ້
46 ຈຳນວນຄົນທັງຫມົດເປັນຫົກແສນສາມພັນຫ້າຮ້ອຍຫ້າສິບຄົນ
ການແຕ່ງຕັ້ງຄົນເລວີໃຫ້ດູແລຫໍເຕັນສັກສິດ
47 ແຕ່ບໍ່ໄດ້ນັບຄົນເລວີຕາມເຜົ່າບັນພະບຸຣຸດຂອງຕົນຮ່ວມດ້ວຍ
48 ເພາະພຣະເຈົ້າຊົງກ່າວກັບໂມເຊວ່າ,
49 “ສະເພາະເຜົ່າເລວີເຈົ້າຢ່ານັບ
ແລະຢ່າທຳສຳມະໂນຄົວໄວ້ໃນຄົນອິສຣາເອນ
50 ແຕ່ເຈົ້າຈົ່ງຕັ້ງຄົນເລວີໄວ້ສຳລັບຫໍເຕັນພຣະໂອວາດແລະເຄື່ອງໃຊ້
ກັບປະຕິບັດງານຫໍເຕັນນັ້ນ
ແລະຕັ້ງເຕັນຢູ່ຮອບຫໍເຕັນ
51 ເມື່ອຈະຍ້າຍຫໍເຕັນໄປຄົນເລວີຈະຕ້ອງຮື້ຫໍເຕັນລົງ
ແລະເມື່ອຈະຕັ້ງຫໍເຕັນຂຶ້ນ
ກໍໃຫ້ຄົນເລວີເປັນຜູ້ຈັດຕັ້ງ
ຜູ້ອື່ນເຂົ້າມາໃກ້ຫໍເຕັນ
ຜູ້ນັ້ນຕ້ອງຖືກໂທດເຖິງຕາຍ
52 ໃຫ້ຄົນອິສຣາເອນຕັ້ງເຕັນຕາມທີ່ຂອງຕົນແຕ່ລະພວກ
ແລະແຕ່ລະຄົນຕາມຄ້າຍຂອງຕົນ
ແລະແຕ່ລະຄົນຕາມທຸງເຜົ່າຂອງຕົນ
53 ແຕ່ໃຫ້ຄົນເລວີຕັ້ງເຕັນຮອບຫໍເຕັນພຣະໂອວາດ
ເພື່ອບໍ່ໃຫ້ພຣະພິໂຣດເກີດເຫນືອຊຸມນຸມຊົນອິສຣາເອນ
ໃຫ້ເຜົ່າເລວີປະຕິບັດງານຫໍເຕັນພຣະໂອວາດ”
54 ຄົນອິສຣາເອນກໍກະທຳຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ໂມເຊໄວ້ທຸກປະການ
1
ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊແລະອາໂຣນວ່າ,
2
“ໃຫ້ຄົນອິສຣາເອນຕັ້ງຄ້າຍຢູ່ຕາມທຸງຂອງຕົນທຸກຄົນ
ຕາມທຸງຕຣາຄອບຄົວຂອງຕົນ
ໃຫ້ຕັ້ງເຕັນຫັນຫນ້າເຂົ້າຫາເຕັນນັດພົບທຸກດ້ານ
3
ພວກທີ່ຕັ້ງຄ້າຍດ້ານຕາເວັນອອກທາງດວງອາທິດຂຶ້ນ
ໃຫ້ເປັນຂອງທຸງຄ້າຍຢູດາຕາມກອງຂອງເຂົາ
ນາໂຊນບຸດອັມມີນາດາບເປັນຫົວຫນ້າຂອງຄົນຢູດາ
4
ພົນໂຍທາທີ່ນັບໄວ້ນີ້ມີເຈັດຫມື່ນສີ່ພັນຫົກຮ້ອຍຄົນ
5
ໃຫ້ເຜົ່າອິສຊາຄາຕັ້ງຄ້າຍຣຽງຖັດມາ
ເນທານເອນ
ບຸດຂອງຊູອາເປັນຫົວຫນ້າຂອງຄົນເຜົ່າອິສຊາຄາ
6
ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນສີ່ພັນສີ່ຮ້ອຍຄົນ
7
ໃຫ້ເຜົ່າເຊບູລູນຣຽງຖັດຢູດາໄປ
ເອລີອາບບຸດເຮໂລນເປັນຫົວຫນ້າຄົນເຜົ່າເຊບູລູນ
8
ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນເຈັດພັນສີ່ຮ້ອຍຄົນ
9
ຈຳນວນຊົນທັງຫມົດທີ່ນັບເຂົ້າໃນຄ້າຍຢູດາຕາມກອງຂອງເຂົາເປັນນຶ່ງແສນແປດຫມື່ນຫົກພັນສີ່ຮ້ອຍຄົນ
ເມື່ອອອກເດີນຄົນເຫລົ່ານີ້ຈະຍົກໄປກ່ອນ
10 “ໃຫ້ທຸງຄ້າຍຂອງຣູເບນຕັ້ງທາງທິດໃຕ້ຕາມກອງຂອງເຂົາ
ເອລີຊູ
ບຸດຂອງເຊເດອູເປັນຫົວຫນ້າຂອງຄົນເຜົ່າຣູເບນ
11 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນຫົກພັນຫ້າຮ້ອຍຄົນ
12 ໃຫ້ເຜົ່າຊີເມໂອນຕັ້ງຄ້າຍຮຽງຖັດມາ
ເຊລູມີເອນ
ບຸດຂອງຊູຣີຊັດດັຍເປັນຫົວຫນ້າຄົນເຜົ່າຊີເມໂອນ
13 ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນເກົ້າພັນສາມຮ້ອຍຄົນ
14 ໃຫ້ເຜົ່າກາດຮຽງຖັດຕໍ່ຣູເບນໄປ
ເອລີອາສາຟ
ບຸດຂອງຣູອູເອນເປັນຫົວຫນ້າຄົນເຜົ່າກາດ
15 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນຫ້າພັນຫົກຮ້ອຍຫ້າສິບຄົນ
16 ຈຳນວນຄົນທັງຫມົດທີ່ນັບເຂົ້າໃນຄ້າຍຣູເບນຕາມກອງຂອງເຂົາເປັນນຶ່ງແສນຫ້າຫມື່ນນຶ່ງພັນສີ່ຮ້ອຍຫ້າສິບຄົນ
ເມື່ອອອກເດີນຄົນເຫລົ່ານີ້ຈະເປັນພວກທີ່ສອງ
17 “ແລ້ວໃຫ້ຍົກເຕັນນັດພົບເດີນຕາມໄປ
ໃຫ້ຄ້າຍຄົນເລວີຢູ່ກາງຂະບວນຄ້າຍ
ເຂົາຕັ້ງຄ້າຍຢູ່ອັນດັບໃດກໍໃຫ້ອອກເດີນໄປຕາມອັນດັບນັ້ນ
ທຸກຄ້າຍຕາມອັນດັບຕາມທຸງເຜົ່າຂອງຕົນ
18 “ໃຫ້ທຸງຄ້າຍຂອງເອຟຣາອິມຕັ້ງທິດຕາເວັນຕົກຕາມກອງຂອງເຂົາ
ເອລີຊາມາ
ບຸດຂອງອັມມີຮູດເປັນຫົວຫນ້າຂອງຄົນເຜົ່າເອຟຣາອິມ
19 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນຫ້າຮ້ອຍຄົນ
20 ໃຫ້ຄົນເຜົ່າມານັສເຊຮຽງຖັດມາ
ກາມາລີເອນ
ບຸດຂອງເປດາຊູເປັນຫົວຫນ້າຄົນເຜົ່າມານັສເຊ
21 ພົນໂຍທາທີ່ນັບໄວ້ນີ້ມີສາມຫມື່ນສອງພັນສອງຮ້ອຍຄົນ
22 ໃຫ້ເຜົ່າເບັນຢາມິນຮຽງຖັດຕໍ່ເອຟຣາອິມໄປ
ອາບີດານ
ບຸດຂອງກີເດໂອນີເປັນຫົວຫນ້າຂອງຄົນເຜົ່າເບັນຢາມິນ
23 ພົນໂຍທາທີ່ນັບໄວ້ນີ້ມີສາມຫມື່ນຫ້າພັນສີ່ຮ້ອຍຄົນ
24 ຈຳນວນຄົນທັງຫມົດທີ່ນັບເຂົ້າໃນຄ້າຍເອຟຣາອິມຕາມກອງຂອງເຂົາເປັນນຶ່ງແສນແປດພັນນຶ່ງຮ້ອຍຄົນ
25 “ໃຫ້ທຸງຄ້າຍຂອງດານຕັ້ງທາງທິດເຫນືອຕາມກອງຂອງເຂົາ
ອາຮິເອເຊີ
ບຸດຂອງອັມມີຊັດດັຍເປັນຫົວຫນ້າຂອງຄົນເຜົ່າດານ
26 ພົນໂຍທາທີ່ນັບໄວ້ນີ້ມີຫົກຫມື່ນສອງພັນເຈັດຮ້ອຍຄົນ
27 ໃຫ້ເຜົ່າອາເຊີຕັ້ງຄ້າຍຮຽງຖັດມາ
ປາກີເອນ
ບຸດຂອງໂອກຣານເປັນຫົວຫນ້າຂອງຄົນເຜົ່າອາເຊີ
28 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນນຶ່ງພັນຫ້າຮ້ອຍຄົນ
29 ໃຫ້ເຜົ່າເນັຟທາລີຮຽງຖັດດານໄປ
ອາຮີຣາ
ບຸດຂອງເອນານເປັນຫົວຫນ້າຄົນເຜົ່າເນັຟທາລີ
30 ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນສາມພັນສີ່ຮ້ອຍຄົນ
31 ຈຳນວນຄົນທັງຫມົດທີ່ນັບເຂົ້າໃນຄ້າຍດານ
ເປັນນຶ່ງແສນຫ້າຫມື່ນເຈັດພັນຫົກຮ້ອຍຄົນ
ເມື່ອອອກເດີນຄົນເຫລົ່ານີ້ຈະເປັນພວກສຸດທ້າຍ
ເດີນຕາມທຸງເຜົ່າຂອງຕົນ”
32 ຄົນເຫລົ່ານີ້ເປັນຊົນຊາດອິສຣາເອນທີ່ນັບຕາມຄອບຄົວ
ຄົນທັງຫມົດທີ່ຢູ່ໃນຄ້າຍ
ນັບຕາມກອງມີຫົກແສນສາມພັນຫ້າຮ້ອຍຫ້າສິບຄົນ
33 ແຕ່ບໍ່ໄດ້ນັບພວກເລວີຮວມເຂົ້າໃນຄົນອິສຣາເອນ
ຕາມພຣະຜູ້ເປັນເຈົ້າຊົງບັນຊາໂມເຊ
34 ຄົນອິສຣາເອນກໍກະທຳດັ່ງນັ້ນ
ເຂົາທັງຫລາຍຕັ້ງຄ້າຍຢູ່ຕາມທຸງ
ແລະຍົກອອກເດີນໄປທຸກຄົນຕາມຄອບຄົວຂອງຕົນຕາມຕະກູນຂອງຕົນ
ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ທຸກປະການ
1
ຕໍ່ໄປນີ້ເປັນເຜົ່າເຊື້ອສາຍຂອງອາໂຣນແລະໂມເຊ
ຄັ້ງເມື່ອພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊເທິງພູເຂົາຊີນາອີ
2
ຊື່ບຸດຂອງອາໂຣນມີດັ່ງນີ້
ນາດາບບຸດຫົວປີ
ອາບີຮູ
ເອເລອາຊາ
ແລະອິທາມາ
3
ນີ້ແຫລະເປັນຊື່ບຸດຂອງອາໂຣນທີ່ໄດ້ຫົດສົງໄວ້ເປັນປະໂຣຫິດ
ເປັນຜູ້ທີ່ທ່ານສະຖາປະນາໄວ້ໃຫ້ປະຕິບັດໃນຫນ້າທີ່ປະໂຣຫິດ
4
ແຕ່ນາດາບແລະອາບີຮູຕາຍຕໍ່ພຣະພັກພຣະຜູ້ເປັນເຈົ້າ
ເມື່ອເຂົາເອົາໄຟທີ່ຕ້ອງຫ້າມມາຖວາຍບູຊາ
ແດ່ພຣະຜູ້ເປັນເຈົ້າທີ່ຖິ່ນກັນດານຊີນາອີ
ແລະຕ່າງກໍບໍ່ມີບຸດ
ດັ່ງນັ້ນເອເລອາຊາ
ແລະອິທາມາຈຶ່ງໄດ້ປະຕິບັດໃນຫນ້າທີ່ປະໂຣຫິດໃນຄວາມດູແລຂອງອາໂຣນບິດາຂອງເຂົາ
5
ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ,
6
“ຈົ່ງນຳເຜົ່າເລວີເຂົ້າມາໃກ້
ແລະຕັ້ງເຂົາໄວ້ຕໍ່ຫນ້າປະໂຣຫິດອາໂຣນ
ໃຫ້ເຂົາບົວລະບັດອາໂຣນ
7
ເຂົາຈະປະຕິບັດຫນ້າທີ່ແທນອາໂຣນ
ແລະແທນຊຸມນຸມທັງຫມົດຫນ້າເຕັນນັດພົບ
ຂນະເຂົາປະຕິບັດງານທີ່ຫໍເຕັນ
8
ເຂົາຈະດູແລເຄື່ອງໃຊ້ຂອງເຕັນນັດພົບ
ແລະປະຕິບັດຫນ້າທີ່ເທນຄົນອິສຣາເອນ
ເມື່ອເຂົາປະຕິບັດງານທີ່ຫໍເຕັນ
9
ຈົ່ງມອບຄົນເລວີໄວ້ກັບອາໂຣນ
ແລະກັບບຸດທັງຫລາຍຂອງອາໂຣນ
ເຂົາທັງຫລາຍຮັບເລືອກຈາກຄົນອິສຣາເອນມອບໄວ້ກັບອາໂຣນແລ້ວ
10 ເຈົ້າຈົ່ງແຕ່ງຕັ້ງອາໂຣນ
ແລະບຸດຊາຍທັງຫລາຍຂອງອາໂຣນໃຫ້ປະຕິບັດງານຕາມຕຳແຫນ່ງປະໂຣຫິດ
ແຕ່ຄົນອື່ນທີ່ເຂົ້າມາໃກ້ຈະຕ້ອງຖືກລົງໂທດເຖິງຕາຍ”
11 ແລະພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ,
12 “ເບິ່ງແມ໋,
ເຮົາເອງໄດ້ເລືອກຄົນເລວີຈາກຄົນອິສຣາເອນແທນບຸດຫົວປີຖ້າມກາງຄົນອິສຣາເອນທີ່ຄອດຈາກຄັນມານດາກ່ອນ
ຄົນເລວີເປັນຂອງເຮົາ
13 ເພາະບັນດາບຸດຫົວປີເປັນຂອງເຮົາ
ໃນວັນທີ່ເຮົາໄດ້ປະຫານຊີວິດລູກຫົວປີທັງຫລາຍໃນປະເທດເອຢິບນັ້ນ
ເຮົາໄດ້ເລືອກບັນດາລູກຫົວປີໃນອິສຣາເອນ
ທັງມະນຸດແລະສັດເດັຽຣະສານໄວ້ເປັນຂອງເຮົາ
ທັງຫລາຍເຫລົ່ານີ້ຕ້ອງເປັນຂອງເຮົາ
ເຮົາຄືພຣະຜູ້ເປັນເຈົ້າ”
14 ພຣະຜູ້ເປັນເຈົ້າກ່າວກັບໂມເຊທີ່ຖິ່ນກັນດານຊີນາອີວ່າ,
15 “ຈົ່ງນັບເຜົ່າເຊື້ອສາຍເລວີຕາມຕະກູນແລະຕາມຄອບຄົວ
ຄືທ່ານຈົ່ງນັບຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ເດືອນນຶ່ງຂຶ້ນໄປ”
16 ໂມເຊຈຶ່ງໄດ້ນັບເຂົາທັງຫລາຍຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າດັ່ງທີ່ພຣະອົງຕຣັສສັ່ງໄວ້
17 ຕໍ່ໄປນີ້ເປັນຊື່ບຸດຊາຍຂອງເລວີ
ຄື ເກີໂຊນ
ໂກຮາດ
ແລະເມຣາຣີ
18 ຊື່ບຸດຂອງເກີໂຊນຕາມຄອບຄົວ
ຄື ລິບນີ ແລະຊີເມອີ
19 ບຸດຂອງໂກຮາດຕາມຄອບຄົວ
ຄື ອັມຣາມ ອິສຮາ
ເຮໂບຣນ
ແລະອຸສຊີເອນ
20 ແລະບຸດຂອງເມຣາຣີຕາມຄອບຄົວ
ຄື ມາລີ
ແລະມູຊີ
ນີ້ເປັນຄອບຄົວຄົນເລວີ
ຕາມຕະກູນຂອງເຂົາ
21 ວົງເກີໂຊນມີຕະກູນລີບນີ
ແລະຕະກູນຊີເມອີ
ເຫລົ່ານີ້ເປັນວົງວານເກີໂຊນ
22 ຈຳນວນຄົນທັງຫລາຍ
ຄືຈຳນວນຜູ້ຊາຍທັງຫມົດທີ່ມີອາຍຸຕັ້ງແຕ່ເດືອນນຶ່ງຂຶ້ນໄປເປັນເຈັດພັນຫ້າຮ້ອຍຄົນ
23 ວົງວານເກີໂຊນນັ້ນຈະຕ້ອງຕັ້ງຄ້າຍຢູ່ຂ້າງຫລັງຫໍເຕັນດ້ານຕາເວັນຕົກ
24 ມີເອລີອາສາຟບຸດລາເອນເປັນຫົວຫນ້າວົງວານເກີໂຊນ
25 ງານທີ່ວົງເກີໂຊນປະຕິບັດໃນເຕັນນັດພົບ
ມີງານຫໍເຕັນສັກສິດ
ງານເຕັນພ້ອມກັບເຄື່ອງຄຸມເຕັນ
ແລະຜ້າກັ້ງປະຕູເຕັນນັດພົບ
26 ຜ້າກັ້ງບັງລານແລະຜ້າກັ້ງປະຕູລານ
ຊຶ່ງຢູ່ອ້ອມຮອບຫໍເຕັນແລະແທ່ນບູຊາ
ຮວມທັງເຊືອກ
ທັງງານສາຣະພັດກ່ຽວກັບສິ່ງເຫລົ່ານີ້
27 ວົງໂກຮາດມີຕະກູນອັມຣາມ
ຕະກູນອິສຮາ
ຕະກູນເຮໂບຣນ
ຕະກູນອຸສຊີເອນ
ເຫລົ່ານີ້ເປັນວົງວານໂກຮາດ
28 ຕາມຈຳນວນຜູ້ຊາຍທັງຫມົດທີ່ມີອາຍຸຕັ້ງແຕ່ເດືອນນຶ່ງຂຶ້ນໄປເປັນແປດພັນຫົກຮ້ອຍຄົນ
ເປັນຄົນປະຕິບັດຫນ້າທີ່ສະຖານນະມັສການ
29 ບັນດາຕະກູນລູກຫລານຂອງໂກຮາດຈະຕັ້ງຄ້າຍຢູ່ທາງດ້ານໃຕ້ຂອງຫໍເຕັນສັກສິດ
30 ມີເອລີຊາຟານ
ບຸດຂອງອຸສຊີເອນເປັນຫົວຫນ້າຂອງວົງວານໂກຮາດ
31 ຄົນເຫລົ່ານີ້ມີຫນ້າທີ່ດູແລຫິບພຣະບັນຍັດ
ໂຕະເຄື່ອງຮອງຕີນໂຄມ
ແທ່ນບູຊາທັງສອງ
ແລະເຄື່ອງໃຊ້ປະຕິບັດງານແລະຜ້າກັ້ງ
ທັງງານສາຣະພັດທີ່ກ່ຽວກັບສິ່ງເຫລົ່ານີ້
32 ເອເລອາຊາບຸດຂອງປະໂຣຫິດອາໂຣນເປັນນາຍໃຫຍ່ເຫນືອຫົວຫນ້າຂອງຄົນເລວີ
ແລະກວດຕຣາຜູ້ທີ່ມີຫນ້າທີ່ປະຕິບັດສະຖານນະມັສການ
33 ວົງເມຣາຣີມີຕະກູນມາລີ
ແລະຕະກູນມູຊີ
ເຫລົ່ານີ້ເປັນວົງວານເມຣາຣີ
34 ຈຳນວນຄົນທັງຫລາຍຄືຈຳນວນຜູ້ຊາຍທັງຫມົດທີ່ມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປເປັນຫົກພັນສອງຮ້ອຍຄົນ
35 ແລະຊູຣີເອນບຸດຂອງອາບີຮາອີນເປັນຫົວຫນ້າຂອງວົງວານເມຣາຣີ
ຄົນເຫລົ່ານີ້ຈະຕັ້ງຄ້າຍຢູ່ດ້ານເຫນືອຂອງຫໍເຕັນສັກສິດ
36 ງານທີ່ກຳນົດໃຫ້ແກ່ວົງວານເມຣາຣີ
ຄືງານດູແລໄມ້ຂອບຫໍເຕັນສັກສິດ
ໄມ້ກອນ
ໄມ້ເສົາ
ຖານຮອງແລະເຄື່ອງປະກອບ
ສິ່ງເຫລົ່ານີ້ທັງຫມົດ
ທັງງານສາຣະພັດທີ່ກ່ຽວກັບສິ່ງເຫລົ່ານີ້
37 ແລະເສົາອ້ອມຮອບລານ
ພ້ອມກັບຖານຮອງຫລັກຫມຸດ
ແລະເຊືອກ
38 ແລະບຸກຄົນທີ່ຈະຕັ້ງຄ້າຍຢູ່ຫນ້າຫໍເຕັນສັກສິດດ້ານຕາເວັນອອກຫນ້າເຕັນນັດພົບ
ດ້ານທີ່ດວງອາທິດຂຶ້ນ
ມີໂມເຊ
ແລະອາໂຣນກັບບຸດຫລານຂອງທ່ານ
ມີຫນ້າທີ່ດູແລພິທີການພາຍໃນສະຖານນະມັສການ
ແລບັນດາກິຈການທີ່ຄວນກະທຳເພື່ອຄົນອິສຣາເອນ
ແລະຜູ້ໃດອື່ນທີ່ເຂົ້າມາໃກ້ຈະຕ້ອງຖືກລົງໂທດເຖິງຕາຍ
39 ບັນດາຄົນທີ່ນັບເຂົ້າໃນຄົນເລວີ
ຊຶ່ງໂມເຊແລະອາໂຣນໄດ້ນັບຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ
ເປັນບັນດາຜູ້ຊາຍທັງຫມົດຕາມຄອບຄົວທີ່ມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປເປັນສອງຫມື່ນສອງພັນຄົນ
ຄົນເລວີແລະການໄຖ່ບຸດຫົວປີ
40 ແລະພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ,
“ຈົ່ງນັບບຸດຊາຍຫົວປີທັງຫລາຍຂອງຄົນອິສຣາເອນ
ທີ່ມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປ
ຈົ່ງຈົດຈຳນວນລາຍຊື່ໄວ້
41 ເຈົ້າຈົ່ງກັນພວກເລວີໄວ້ໃຫ້ເຮົາ
ເຮົາຄືພຣະຜູ້ເປັນເຈົ້າ
ທັງຫນີ້ເພື່ອແທນບຸດຫົວປີຖ້າມກາງຄົນອິສຣາເອນ
ແລະໃຫ້ສັດທັງປວງຂອງຄົນເລວີແທນສັດຫົວປີທັງຫລາຍຂອງຄົນອິສຣາເອນ”
42 ດັ່ງນັ້ນໂມເຊຈຶ່ງໄດ້ນັບບຸດຫົວປີຖ້າມກາງຄົນອິສຣາເອນ
ຕາມທີ່ພຣະຜູ້ເປັນເຈົ້າຕຣັດສັ່ງທ່ານ
43 ບຸດຊາຍຫົວປີທັງຫລາຍຕາມຈຳນວນຊື່ທີ່ນັບໄດ້
ຊຶ່ງມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປມີສອງຫມື່ນສອງພັນສອງຮ້ອຍເຈັດສິບສາມຄົນ
44 ແລະພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ,
45 “ຈົ່ງເອົາຄົນເລວີແທນບຸດຫົວປີທັງຫມົດຂອງຄົນອິສຣາເອນ
ແລະເອົາສັດທັງຫລາຍຂອງຄົນເລວີແທນສັດຂອງຄົນອິສຣາເອນ
ຄົນເລວີຈະເປັນຂອງເຮົາ
ເຮົາຄືພຣະຜູ້ເປັນເຈົ້າ
46 ສຳລັບເປັນຄ່າໄຖ່ບຸດຫົວປີຂອງຄົນອິສຣາເອນຈຳນວນສອງຮ້ອຍເຈັດສິບສາມຄົນທີ່ເກີນຈຳນວນຜູ້ຊາຍຄົນເລວີນັ້ນ
47 ເຈົ້າຈົ່ງເກັບຄົນລະຫ້າເຊເກລ
ຕາມເຊເກລຂອງສະຖານນະມັສການ
ເຊເກລນຶ່ງມີຊາວເກຣາ
ເຈົ້າຈົ່ງເກັບເງິນນັ້ນໄວ້
48 ແລະມອບເງິນຊຶ່ງຕ້ອງເສັຽເປັນຄ່າໄຖ່ຂອງຄົນທີ່ເກີນເຫລົ່ານັ້ນໃຫ້ໄວ້ແກ່ອາໂຣນແລະບຸດຫລານຂອງທ່ານ”
49 ໂມເຊຈຶ່ງເກັບເງິນຄ່າໄຖ່ຈາກຄົນເຫລົ່ານັ້ນທີ່ເກີນກວ່າຈຳນວນຄົນທີ່ຄົນເລວີໄຖ່ໄວ້
50 ຄືທ່ານເກັບເງິນຈາກບຸດຫົວປີຂອງຄົນອິສຣາເອນ
ເປັນເງິນຈຳນວນນຶ່ງພັນສາມຮ້ອຍຫົກສິບຫ້າເຊເກລ
ນັບຕາມເຊເກລຂອງສະຖານນະມັສການ
51 ແລະໂມເຊໄດ້ນຳເອົາເງິນຄ່າໄຖ່ໃຫ້ແກ່ອາໂຣນ
ແລະລູກຫລານຂອງອາໂຣນຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ
ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້
1
ພຣະຜູ້ເປັນເຈົ້າຊົງສັ່ງໂມເຊວ່າ,
2
ຈົ່ງທຳສຳມະໂນຄົວວົງວານໂກຮາດ
ຈາກເຜົ່າເຊື້ອສາຍເລວີ
ຕາມຕະກູນແລະຕາມຄອບຄົວ
3
ຈາກຄົນທີ່ມີອາຍຸສາມສິບປີເຖິງຫ້າສິບປີ
ທຸກຄົນທີ່ເຂົ້າປະຕິບັດງານໄດ້
ເພື່ອທຳງານໃນເຕັນນັດພົບ
4
ນີ້ເປັນງານທີ່ວົງວານໂກຮາດກະທຳໃນເຕັນນັດພົບ
ຄືງານທີ່ກະທຳຕໍ່ສິ່ງບໍຣິສຸດທີ່ສຸດ
5
ເມື່ອຈະເຄື່ອນຍ້າຍຄ້າຍໄປ
ອາໂຣນແລະບຸດຂອງທ່ານຈະເຂົ້າໄປຂ້າງໃນ
ແລະປົດຜ້າກັ້ງກຳບັງອອກເອົາຄຸມຫິບຄຳສັນຍາໄວ້
6
ແລ້ວເອົາຫນັງສັດເນື້ອດີຄຸມ
ແລະເອົາຜ້າສີຟ້າລ້ວນຄຸມເທິງນັ້ນ
ແລະສອດຄານຫາມ
7
ແລະເອົາຜ້າສີຟ້າປູລົງເທິງໂຕະທີ່ປະທັບແລ້ວວາງຈານແລະຊາມ
ຈານໃສ່ເຄື່ອງບູຊາ
ແລະເຂົ້າຈີ່ຕັ້ງຖວາຍເປັນນິດກໍໃຫ້ວາງເທິງຜ້າສີຟ້ານັ້ນດ້ວຍ
8
ແລ້ວເອົາຜ້າສີແດງຄຸມ
ເທິງນີ້ເອົາຫນັງສັດເນື້ອດີຄຸມອີກແລ້ວສອດຄານຫາມ
9
ແລ້ວໃຫ້ເຂົາເອົາຜ້າສີຟ້າຄຸມເຄື່ອງຮອງຕີນໂຄມທີ່ໃຊ້ຈຸດຄຸມຕະກຽງ
ຄີມຕັດໄສ້ຕະກຽງ
ຖາດແລະພາຊນະໃສ່ນ້ຳມັນເຕີມຕະກຽງ
10 ເອົາຫນັງສັດເນື້ອດີຫໍ່ຕະກຽງແລະເຄື່ອງປະກອບທັງຫມົດ
ແລ້ວໃສ່ໄວ້ເທິງໂຄງຫາມ
11 ໃຫ້ເຂົາເອົາຜ້າສີຟ້າມາຄຸມແທ່ນຄຳ
ເອົາຫນັງສັດເນື້ອດີຄຸມໄວ້
ແລ້ວສອດຄານຫາມ
12 ແລະໃຫ້ເຂົາເອົາຜ້າສີຟ້າຫໍ່ພາຊນະເຄື່ອງໃຊ້ຊຶ່ງໃຊ້ຢູ່ໃນສະຖານນະມັສການແລະຄຸມເສັຽດ້ວຍຫນັງສັດເນື້ອດີ
ແລ້ວໃສ່ໄວ້ເທິງໂຄງຫາມ
13 ໃຫ້ເອົາຂີ້ເທົ່າອອກຈາກແທ່ນບູຊາ
ເອົາຜ້າສີມ່ວງຄຸມແທ່ນເສັຽ
14 ເອົາພາຊນະປະຈຳແທ່ນທັງຫມົດຊຶ່ງເປັນເຄື່ອງໃຊ້ປະຈຳແທ່ນ
ມີຖາດຮອງໄຟ
ຂໍເກາະ
ຊ້ວນແລະອ່າງ
ແລະພາຊນະປະຈຳແທ່ນທັງຫມົດວາງໄວ້ຂ້າງເທິງ
ແລ້ວເອົາຫນັງສັດຢ່າງດີຄຸມ
ແລະສອດຄານຫາມ
15 ເມື່ອອາໂຣນ
ແລະບຸດຊາຍຄຸມສະຖານນະມັສການ
ແລະຄຸມເຄື່ອງໃຊ້ຂອງສະຖານນະມັສການແລ້ວ
ເມື່ອເຖິງເວລາເຄື່ອນຍ້າຍຄ້າຍ
ວົງວານໂກຮາດຈຶ່ງຈະເຂົ້າມາຫາມ
ແຕ່ເຂົາຕ້ອງບໍ່ແຕະຕ້ອງຂອງບໍຣິສຸດເຫລົ່ານັ້ນຢ້ານວ່າເຂົາຈະຕ້ອງຕາຍ
ສິ່ງເຫລົ່ານີ້ແຫລະທີ່ເປັນຂອງປະຈຳເຕັນນັດພົບຊຶ່ງວົງວານໂກຮາດຈະຕ້ອງຫາມ
16 “ແລ້ວເອເລອາຊາບຸດຊາຍຂອງປະໂຣຫິດອາໂຣນຈະຕ້ອງດູແລນ້ຳມັນສຳລັບຕາມຕະກຽງ
ເຄື່ອງຫອມ
ເຄື່ອງທັນຍາບູຊາ
ແລະນ້ຳມັນເຈີມ
ແລະດູແລເຕັນທັງຫມົດກັບບັນດາສິ່ງຂອງໃນເຕັນນັ້ນ
ຄືສະຖານນະມັສການແລະເຄື່ອງປະກອບດ້ວຍ”
17 ພຣະເຈົ້າຊົງກ່າວແກ່ໂມເຊ
ແລະອາໂຣນວ່າ,
18 “ຢ່າຕັດເຜົ່າຄອບຄົວຄົນໂກຮາດອອກເສັຽຈາກຄົນເລວີ
19 ແຕ່ຈົ່ງກະທຳແກ່ເຂົາເພື່ອຈະໃຫ້ມີຊີວິດ
ແລະບໍ່ຕາຍ
ເມື່ອເຂົາທັງຫລາຍເຂົ້າມາໃກ້ຂອງບໍຣິສຸດເຫລົ່ານັ້ນ
ຄືອາໂຣນ
ແລະບຸດທັງຫລາຍຂອງອາໂຣນ
ຈະເຂົ້າໄປຕັ້ງເຂົາທັງຫລາຍໄວ້ຕາມງານແລະພາຣະຂອງເຂົາທຸກຄົນ
20 ແຕ່ຢ່າໃຫ້ໂກຮາດເຂົ້າໄປເບິ່ງຂອງບໍຣິສຸດແມ້ແຕ່ອຶດໃຈດຽວຢ້ານວ່າເຂົາຈະຕ້ອງຕາຍ”
21 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ,
22 “ຈົ່ງທຳສຳມະໂນຄົວວົງວານເກີໂຊນ
ຕາມຕະກູນຕາມຄອບຄົວຂອງເຂົາດ້ວຍ
23 ເຈົ້າຈົ່ງນັບຄົນທີ່ມີອາຍຸຕັ້ງແຕ່ສາມສິບປີເຖິງຫ້າສິບປີ
ທຸກຄົນທີ່ເຂົ້າປະຕິບັດງານໄດ້ເພື່ອທຳງານໃນເຕັນນັດພົບ
24 ຕໍ່ໄປນີ້ເປັນການງານຂອງວົງວານເກີໂຊນ
ຄືງານບົວລະບັດແລະງານແບກພາຣະ
25 ໃຫ້ເຂົາທັງຫລາຍຂົນຜ້າກັ້ງເຕັນ
ແລະຂົນເຕັນນັດພົບພ້ອມກັບຜ້າຄຸມ
ແລະຫນັງສັດເນື້ອດີທີ່ຄຸມຢູ່ຂ້າງເທິງ
ແລະຜ້າກັ້ງສຳລັບບັງປະຕູເຕັນນັດພົບ
26 ແລະຜ້າກັ້ງບັງລານ
ແລະຜ້າກັ້ງທາງເຂົ້າປະຕູລານຊື່ງຢູ່ຮອບເຕັນແລະແທ່ນບູຊາ
ແລະເຊືອກ
ແລະເຄື່ອງໃຊ້ສອຍທັງຫມົດ
ເຂົາຈະຕ້ອງກະທຳງານທີ່ຄວນກະທຳທຸກຢ່າງທີ່ກ່ຽວກັບສິ່ງເຫລົ່ານີ້
27 ໃຫ້ອາໂຣນແລະບຸດຊາຍທັງຫລາຍຂອງອາໂຣນບັງຄັບບັນຊາບຸດຊາຍທັງຫລາຍຂອງເກີໂຊນ
ເຣື່ອງທຸກສິ່ງທີ່ເຂົາຈະຕ້ອງຂົນ
ແລະງານທຸກ
ຢ່າງທີ່ເຂົາຈະຕ້ອງກະທຳ
ແລະເຈົ້າຈະຕ້ອງກຳນົດທຸກສິ່ງທີ່ເຂົາຈະຕ້ອງຂົນ
28 ນີ້ເປັນການງານຂອງວົງວານເກີໂຊນໃນເຕັນນັດພົບ
ແລະອິທາມາບຸດຊາຍຂອງອາໂຣນປະໂຣຫິດຈະບັງຄັບດູແລງານຂອງຄົນເຫລົ່ານັ້ນ
29 “ຝ່າຍເຜົ່າເຊື້ອສາຍຂອງເມຣາຣີນັ້ນເຈົ້າຈົ່ງນັບເຂົາຕາມຕະກູນຕາມຄອບຄົວ
30 ເຈົ້າຈົ່ງນັບຄົນທີ່ມີອາຍຸສາມສິບປີຂຶ້ນໄປເຖິງຫ້າສິບປີ
ທຸກຄົນທີ່ເຂົ້າປະຕິບັດງານໄດ້ເພື່ອທຳງານເຕັນນັດພົບ
31 ແລະຕໍ່ໄປນີ້ເປັນສິ່ງທີ່ກຳນົດໃຫ້ເຂົາຂົນ
ງານທັງຫມົດຂອງເຂົາໃນການບົວລະບັດເຕັນນັດພົບ
ຄືໄມ້ຂອບເຕັນ
ໄມ້ກອນ
ໄມ້ເສົາ
ແລະຖານຮອງ
32 ເສົາອ້ອມລານພ້ອມກັບຖານຮອງ
ຫລັກຫມຸດແລະເຊືອກ
ເຄື່ອງໃຊ້ແລະເຄື່ອງປະກອບສິ່ງເຫລົ່ານີ້ທັງຫມົດເຈົ້າຈົ່ງກໍານົດຊື່ສິ່ງຂອງທີ່ເຂົາຕ້ອງຫາມ
33 ນີ້ເປັນການງານຂອງວົງວານເມຣາຣີ
ເປັນງານທັງຫມົດຂອງເຂົາໃນການບົວລະບັດເຕັນນັດພົບ
ໃນບັງຄັບບັນຊາຂອງອີທາມາບຸດຊາຍຂອງອາໂຣນປະໂຣຫິດ”
34 ໂມເຊແລະອາໂຣນແລະບັນດາຫົວຫນ້າຂອງຊຸມນຸມຊົນໄດ້ນັບເຜົ່າເຊື້ອສາຍຂອງໂກຮາດ
ຕາມຕະກູນແລະຕາມຄອບຄົວ
35 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານໄດ້ເພື່ອທຳງານໃນເຕັນນັດພົບ
36 ແລະຈຳນວນຕາມຕະກູນຂອງເຂົາເປັນສອງພັນເຈັດຮ້ອຍຫ້າສິບຄົນ
37 ນີ້ແຫລະເປັນຈຳນວນຄົນໃນຕະກູນໂກຮາດ
ບັນດາຜູ້ປະຕິບັດງານໃນເຕັນນັດພົບ
ຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຕາມທີ່ພຣະເຈົ້າຊົງສັ່ງໂມເຊ
38 ຈຳນວນຄົນໃນວົງວານເກີໂຊນ
ຕາມຕະກູນຕາມຄອບຄົວ
39 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານໄດ້
ເພື່ອທຳງານໃນເຕັນນັດພົບ
40 ຈຳນວນຄົນຕາມຕະກູນຕາມຄອບຄົວ
ເປັນສອງພັນຫົກຮ້ອຍສາມສິບຄົນ
41 ນີ້ເປັນຈຳນວນຄົນໃນວົງວານເກີໂຊນ
ບັນດາຜູ້ປະຕິບັດງານໃນເຕັນນັດພົບ
ຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ
42 ຈຳນວນຄົນໃນວົງວານເມຣາຣີຕາມຕະກູນຕາມຄອບຄົວ
43 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານໄດ້
ເພື່ອທຳງານໃນເຕັນນັດພົບ
44 ຈຳນວນຄົນຕາມຕະກູນຂອງເຂົາເປັນສາມພັນສອງຮ້ອຍຄົນ
45 ນີ້ແຫລະເປັນຈຳນວນຄົນທີ່ນັບໄດ້ໃນວົງວານເມຣາຣີ
ຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໂມເຊ
46 ບັນດາຄົນເລວີທີ່ນັບໄດ້
ຜູ້ທີ່ໂມເຊແລະອາໂຣນແລະບັນດາຫົວຫນ້າຂອງຄົນອິສຣາເອນໄດ້ນັບໄວ້ຕາມຕະກູນຕາມຄອບຄົວ
47 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານແລະທຳງານຂົນພາຣະໄດ້ໃນເຕັນນັດພົບ
48 ຈຳນວນຄົນທີ່ນັບໄດ້ນັ້ນເປັນແປດພັນຫ້າຮ້ອຍແປດສິບຄົນ
49 ເຂົາທັງຫລາຍໄດ້ຖືກຕັ້ງຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງທາງໂມເຊ
ໃຫ້ທຸກຄົນທຳງານບົວລະບັດ
ຫລືງານຂົນຂອງເຂົາ
ດັ່ງນີ້ແຫລະໂມເຊໄດ້ນັບເຂົາໄວ້ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ໂມເຊ
1
ພຣະຜູ້ເປັນເຈົ້າຊົງສັ່ງໂມເຊວ່າ,
2
“ຈົ່ງບັນຊາຄົນອິສຣາເອນໃຫ້ສັ່ງບັນດາຄົນໂຣກເຮື້ອນ
ແລະທຸກຄົນທີ່ມີສິ່ງໄຫລອອກ
ແລະທຸກຄົນທີ່ມົນທິນເພາະການຖືກຊາກສົບໃຫ້ໄປນອກຄ້າຍ
3
ເຈົ້າຈົ່ງສັ່ງທັງຜູ້ຊາຍແລະຜູ້ຍິງໃຫ້ໄປນອກຄ້າຍ
ເພື່ອບໍ່ໃຫ້ເຂົາກະທຳໃຫ້ຄ້າຍຂອງເຂົາຊຶ່ງເຣົາສະຖິດຢູ່ຖ້າມກາງນັ້ນເປັນມົນທິນ”
4
ແລະຄົນອິສຣາເອນກໍກະທຳຕາມ
ແລະສັ່ງຄົນເຫລົ່ານັ້ນໃຫ້ໄປນອກຄ້າຍ
ພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້ປະການໃດຄົນອິສຣາເອນກໍກະທຳຕາມຢ່າງນັ້ນ
ກົດຫມາຍເຣື່ອງການຄືນຂອງ
( ລລວ 6:1-7 )
5
ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ,
6
“ຈົ່ງກ່າວແກ່ຄົນອິສຣາເອນວ່າ
ຜູ້ຊາຍກໍດີ
ຫລືຍິງກໍດີກະທຳບາບຢ່າງທີ່ມະນຸດກະທຳ
ຄືປະພຶດຝ່າຝືນຕໍ່ພຣະເຈົ້າ
ແລະຜູ້ນັ້ນໄດ້ຜິດແລ້ວ
7
ກໍໃຫ້ຜູ້ນັ້ນສາລະພາບຄວາມຜິດທີ່ເຂົາໄດ້ກະທຳ
ແລະໃຫ້ເຂົາຄືນສິ່ງທີ່ຜິດຊຶ່ງເຂົາໄດ້ມານັ້ນເຕັມຕາມເດີມທັງເພີ້ມອີກນຶ່ງໃນຫ້າສ່ວນໃຫ້ແກ່ເຈົ້າຂອງເດີມຜູ້ທີ່ເຂົາໄດ້ກະທຳຜິດຕໍ່ນັ້ນ
8
ຖ້າຄົນນັ້ນບໍ່ມີພີ່ນ້ອງທີ່ຈະຮັບຂອງຄືນກໍໃຫ້ຖວາຍຂອງທີ່ຄືນນັ້ນແດ່ພຣະຜູ້ເປັນເຈົ້າທາງປະໂຣຫິດ
ຮວມທັງແກະເຖິກສຳລັບບູຊາລ້າງມົນທິນບາບ
9
ແລະຂອງບໍຣິສຸດທີ່ຄົນອິສຣາເອນນຳມາຖວາຍທຸກສິ່ງອັນນຳມາໃຫ້ແກ່ປະໂຣຫິດກໍຕົກເປັນຂອງປະໂຣຫິດ
10 ສິ່ງບໍຣິສຸດຂອງທຸກຄົນໃຫ້ຕົກເປັນຂອງປະໂຣຫິດ
ແລະທຸກສິ່ງທີ່ເຂົານຳໄປຖວາຍປະໂຣຫິດກໍຕ້ອງຕົກເປັນຂອງປະໂຣຫິດ”
ກົດຫມາຍເຣື່ອງການຫຶງຫວງ
11 ແລະພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ,
12 “ຈົ່ງກ່າວແກ່ຄົນອິສຣາເອນວ່າ
ຖ້າເມັຽຂອງຊາຍຄົນໃດຫລົງປະພຶດນອກໃຈຜົວ
13 ມີຊາຍອື່ນມານອນຮ່ວມກັບນາງພົ້ນຕາຜົວຂອງນາງ
ເຖິງແມ່ນນາງໄດ້ກະທຳຕົວໃຫ້ເປັນມົນທິນແລ້ວ
ແຕ່ບໍ່ມີໃຜຮູ້ເຫັນ
ແລະຍັງບໍ່ມີພຍານ
ເພາະຈັບບໍ່ໄດ້ຄາທີ່
14 ຈິດຫຶງຫວງກໍມາສີງຜົວ
ເຂົາຈຶ່ງຫຶງຫວງເມັຽຂອງເຂົາ
ເຖິງແມ່ນວ່າເມັຽບໍ່ໄດ້ທຳຄວາມຜິດ
15 ກໍໃຫ້ຊາຍຜູ້ນັ້ນພາເມັຽຂອງຕົນໄປຫາປະໂຣຫິດນຳເຄື່ອງບູຊາສຳລັບເມັຽໄປ
ມີແປ້ງບເລ
ນຶ່ງໃນສິບເອຟາ
ຢ່າໃຫ້ເຂົາເທນ້ຳມັນຫລືໃສ່ກຳຍານໃນແປ້ງນັ້ນ
ເພາະເປັນທັນຍາບູຊາແຫ່ງຄວາມຣຳລຶກຟື້ນໃຫ້ຣະລຶກເຖິງຄວາມຜິດ
16 “ແລະປະໂຣຫິດຈະນຳນາງມາໃກ້ໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ
17 ແລະປະໂຣຫິດຈະເອົານ້ຳບໍຣີສຸດທີ່ໃສ່ພາຊນະດິນ
ເອົາຂີ້ຝຸ່ນທີ່ພື້ນເຕັນສັກສິດໃສ່ໃນນ້ຳມັນ
18 ແລະປະໂຣຫິດຈະໃຫ້ນາງເຂົ້າເຝົ້າພຣະເຈົ້າ
ແລະແກ້ມ້ວນຜົມຂອງນາງອອກ
ແລະສົ່ງທັນຍາບູຊາແຫ່ງຄວາມຣຳລຶກໃຫ້ນາງຖືໄວ້
ອັນເປັນທັນຍາບູຊາແຫ່ງຄວາມຫຶງຫວງ
ແລ້ວປະໂຣຫິດຈະຖືນ້ຳແຫ່ງຄວາມຂົມຂື່ນທີ່ນຳການແຊ່ງສາບນັ້ນໄວ້ເອງ
19 ແລ້ວປະໂຣຫິດຈະໃຫ້ນາງສາບານຕົວວ່າ
“ຖ້າບໍ່ມີຊາຍໃດມານອນກັບເຈົ້າ
ຫລືເຈົ້າບໍ່ຫັນຫນີໄປກະທຳມົນທິນ
ເມື່ອເຈົ້າຍັງຢູ່ໃນອຳນາດຂອງສາມີ
ກໍໃຫ້ເຈົ້າພົ້ນເສັຽຈາກນ້ຳແຫ່ງຄວາມຂົມຂື່ນທີ່ນຳການສາບແຊ່ງນີ້
20 ແຕ່ຖ້າເຈົ້າໄດ້ຫລົງໄປເຖິງແມ່ນວ່າເຈົ້າຢູ່ໃນອຳນາດຂອງຜົວ
ແລະໄດ້ກະທຳຕົວເອງໃຫ້ເປັນມົນທິນ
ແລະຊາຍອື່ນນອກຈາກຜົວໄດ້ເຂົ້ານອນດ້ວຍແລ້ວ
21 ກໍ
(ໃຫ້ປະໂຣຫິດກະທຳໃຫ້ຍິງນັ້ນກ່າວຄຳສາບານສາບແຊ່ງ
ແລະກ່າວແກ່ຜູ້ຍິງນັ້ນວ່າ)
ຂໍໃຫ້
ພຣະຜູ້ເປັນເຈົ້າຊົງກະທຳເຈົ້າໃຫ້ເປັນຄຳແຊ່ງ
ແລະເປັນຄຳສາບຖ້າມກາງຊົນຊາດຂອງເຈົ້າ
ໃນເມື່ອພຣະຜູ້ເປັນເຈົ້າກະທຳໃຫ້ໂຄ່ນຂາເຈົ້າລີບ
ແລະກະທຳໃຫ້ທ້ອງເຈົ້າໄຄ່ແລ້ວ
22 ຂໍໃຫ້ນ້ຳແຫ່ງຄຳສາບແຊ່ງນີ້ນັ້ນເຂົ້າໃນຕົວເຈົ້າກະທຳໃຫ້ທ້ອງເຈົ້າໄຄ່
ແລະກະທຳໃຫ້ໂຄນຂາເຈົ້າລີບໄປ”
ແລະນາງນັ້ນຈະຕ້ອງກ່າວວ່າ
“ອາແມນ
ອາແມນ”
23 “ແລ້ວປະໂຣຫິດຈະຂຽນຄຳສາບນີ້ລົງໃນຫນັງສື
ແລະລຶບຄວາມນັ້ນອອກເສັຽໃນນ້ຳແຫ່ງຄວາມຂົມຂື່ນ
24 ແລ້ວໃຫ້ຍິງນັ້ນດື່ມນ້ຳແຫ່ງຄວາມຂົມຂື່ນທີ່ນຳການສາບແຊ່ງ
ແລ້ວນ້ຳທີ່ນຳການສາບແຊ່ງນັ້ນຈະເຂົ້າໄປໃນຕົວນາງ
ກະທຳໃຫ້ນາງເຈັບປວດ
25 ແລະປະໂຣຫິດຈະເອົາທັນຍາບູຊາແຫ່ງຄວາມຫຶງຫວງອອກຈາກມືນາງ
ຍື່ນຖວາຍທັນຍາບູຊານັ້ນແດ່ພຣະຜູ້ເປັນເຈົ້າ
ແລ້ວນຳໄປທີ່ແທ່ນບູຊາ
26 ແລະປະໂຣຫິດຈະຫຍິບທັນຍາບູຊາກຳມືນຶ່ງເປັນສ່ວນອະນຸສອນ
ແລ້ວເຜົາເສັຽເທິງແທ່ນບູຊາ
ແລ້ວຈຶ່ງໃຫ້ຍິງນັ້ນດື່ມນ້ຳນັ້ນ
27 ເມື່ອໃຫ້ຍິງນັ້ນດື່ມນ້ຳແລ້ວ
ຖ້ານາງກະທຳຕົວໃຫ້ມົນທິນແລະປະພຶດນອກໃຈຜົວ
ນ້ຳທີ່ນຳການສາບແຊ່ງນັ້ນຈະເຂົ້າໃນຕົວນາງກະທຳໃຫ້ເຈັບປວດຂຶ້ນ
ທ້ອງຈະໄຄ່ແລະໂຄນຂາຈະລີບໄປ
ແລະຍິງນັ້ນຈະເປັນຄຳແຊ່ງສາບຖ້າມກາງຊົນຊາດຂອງນາງ
28 ຖ້າຍິງນັ້ນບໍ່ໄດ້ມີມົນທິນ
ແຕ່ບໍຣິສຸດ
ນາງຈະພົ້ນຄວາມຜິດ
ແລະຕັ້ງທ້ອງ
29 “ນີ້ເປັນກົດເຣື່ອງຄວາມຫຶງຫວງ
ເມື່ອເມັຽເຖິງແມ່ນວ່າຈະຢູ່ໃນອຳນາດຂອງຜົວໄດ້ຫລົງໄປກະທຳຕົນໃຫ້ມີມົນທິນ
30 ຫລືເມື່ອຈິດຫຶງຫວງສີງຜູ້ຊາຍ
ແລະເຂົາຫຶງຫວງເມັຽຂອງເຂົາ
ແລ້ວເຂົາຕ້ອງໃຫ້ນາງໄປເຂົ້າເຝົ້າພຣະຜູ້ເປັນເຈົ້າ
ແລະປະໂຣຫິດຈະປະຕິບັດຕໍ່ນາງຕາມບັນຍັດນີ້ທຸກປະການ
31 ຜູ້ຊາຍຈຶ່ງຈະພົ້ນຄວາມຜິດ
ແຕ່ຜູ້ຍິງຈະຕ້ອງຮັບໂທດຂອງນາງ”
1
ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ,
2
ຈົ່ງກ່າວແກ່ຄົນອິສຣາເອນວ່າ
ເມື່ອຜູ້ຊາຍກໍດີ
ແລະຜູ້ຍິງກໍດີ
ກະທຳສັຕສາບານເປັນພິເສດ
ຄືສາບານເປັນຄົນນາຊີຣີ
ປີກຕົວອອກຖວາຍແດ່ພຣະຜູ້ເປັນເຈົ້າ
3
ກໍໃຫ້ຜູ້ນັ້ນປີກຕົວອອກຈາກເຫລົ້າອະງຸ່ນ
ແລະສຸຣາ
ເຂົາຕ້ອງບໍ່ດື່ມນ້ຳສົ້ມທີ່ໄດ້ຈາກເຫລົ້າອະງຸ່ນ
ຫລືສຸຣາ
ບໍ່ດື່ມນ້ຳອະງຸ່ນຫລືຮັບປະທານອະງຸ່ນ
ບໍ່ວ່າສົດຫລືແຫ້ງ
4
ຕລອດເວລາທີ່ເຂົາປີກຕົວອອກມານັ້ນ
ເຂົາຕ້ອງບໍ່ຮັບປະທານສິ່ງໃດທີ່ໄດ້ຈາກຕົ້ນອະງຸ່ນ
ທັງເປັນເມັດ
ຫລືເປືອກອະງຸ່ນກໍດີ
5
ຕລອດເວລາທີ່ເຂົາສາບານປີກຕົວອອກມານັ້ນ
ຢ່າໃຫ້ມີດໂກນຖືກຫົວຂອງເຂົາ
ເຂົາຕ້ອງບໍຣິສຸດຈົນກວ່າຈະສິ້ນກຳນົດເວລາທີ່ເຂົາປີກຕົວອອກມາຖວາຍແດ່ພຣະຜູ້ເປັນເຈົ້າ
ເຂົາຈະຕ້ອງໄວ້ຜົມຍາວ
6
“ຕລອດເວລາທີ່ເຂົາປີກຕົວອອກມາເພື່ອພຣະຜູ້ເປັນເຈົ້າ
ເຂົາຕ້ອງບໍ່ເຂົ້າໃກ້ສົບຄົນຕາຍ
7
ຢ່າທຳຕົວໃຫ້ມີມົນທິນດ້ວຍບິດາມານດາ
ຫລືພີ່ນ້ອງຊາຍຍີງທີ່ຕາຍ
ເຂົາບໍ່ຄວນເຂົ້າໄປໃກ້ໃຫ້ເສັຽຄວາມບໍຣິສຸດ
ເພາະວ່າຜົມຂອງເຂົາເປັນເຄື່ອງຫມາຍໃນການອຸທິດຖວາຍຕົວຕໍ່ພຣະຜູ້ເປັນເຈົ້າ
8
ຕລອດເວລາທີ່ເປັນຄົນນາຊີຣີຢູ່ນັ້ນ
ເຂົາຕ້ອງທຳຕົນໃຫ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ
9
“ແລະຖ້າມີຄົນມາຕາຍຢູ່ໃກ້ຕົວເຂົາປັດຈຸບັນທັນດ່ວນ
ຫົວຂອງເຂົາທີ່ຊຳຮະໃຫ້ບໍຣິສຸດໄວ້ກໍເປັນມົນທິນເສັຽແລ້ວ
ເຂົາຕ້ອງແຖຜົມຂອງເຂົາໃນວັນຊຳຮະຕົວຄືໃນວັນທີ່ເຈັດນັ້ນເຂົາຕ້ອງແຖຜົມ
10 ໃນວັນທີ່ແປດເຂົາຕ້ອງນຳນົກເຂົາສອງຕົວ
ຫລືນົກພິຣາບສອງຕົວໄປໃຫ້ປະໂຣຫິດທີ່ປະຕູເຕັນນັດພົບ
11 ແລະປະໂຣຫິດຈະຖວາຍບູຊາຕົວນຶ່ງເປັນເຄື່ອງບູຊາໄຖ່ບາບ
ອີກຕົວນຶ່ງຖວາຍເປັນເຄື່ອງເຜົາບູຊາລ້າງມົນທິນໃຫ້ເຂົາ
ເພາະເຂົາໄດ້ກະທໍາຜິດເຫດເຣື່ອງສົບຄົນຕາຍ
ແລະເຂົາຕ້ອງຊຳຮະຫົວໃຫ້ບໍຣິສຸດໃນວັນນັ້ນອີກ
12 ແລະໃຫ້ເຂົາປີກຕົວອອກເພື່ອພຣະຜູ້ເປັນເຈົ້າ
ຕລອດເວລາການປີກຕົວຂອງເຂົາ
ແລະນຳແກະເຖິກອາຍຸນຶ່ງປີມາເປັນເຄື່ອງບູຊາໄຖ່ກັມບາບ
ແຕ່ເວລາກ່ອນນັ້ນນັບບໍ່ໄດ້
ເພາະການປະຕິຍານປີກຕົວຂອງເຂົານັ້ນມີມົນທິນເສັຽແລ້ວ
13 “ເມື່ອເວລາປີກຕົວຂອງເຂົາຄົບແລ້ວ
ກົດຂອງພວກນາຊີຣີມີດັ່ງນີ້
ໃຫ້ນຳເຂົາມາທີ່ປະຕູເຕັນນັດພົບ
14 ໃຫ້ເຂົາຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ
ຄືລູກແກະເຖິກອາຍຸນຶ່ງປີທີ່ປາສຈາກຕຳຫນິເປັນເຄື່ອງເຜົາບູຊາ
ແລະລູກແກະແມ່ອາຍຸນຶ່ງປີທີ່ປາສຈາກຕຳຫນິເປັນເຄື່ອງບູຊາໄຖ່ບາບ
ແລະແກະເຖິກໂຕນຶ່ງທີ່ປາສຈາກຕຳຫນິເປັນເຄື່ອງສານຕິບູຊາ
15 ແລະຂະຫນົມທີ່ບໍ່ມີເຊື້ອແປ້ງຖາດນຶ່ງ
ຂະຫນົມທຳດ້ວຍຍອດແປ້ງປົນໃສ່ນ້ຳມັນ
ຂະຫນົມແຜ່ນທີ່ບໍ່ມີເຊື້ອແປ້ງທານ້ຳມັນ
ພ້ອມກັບເຄື່ອງທັນຍາບູຊາ
ແລະເຄື່ອງດື່ມບູຊາທີ່ຄູ່ກັນ
16 ແລະປະໂຣຫິດຈະນຳຂອງເຫລົ່ານີ້ສເນີພຣະຜູ້ເປັນເຈົ້າແລ້ວຖວາຍເຄື່ອງບູຊາໄຖ່ບາບແລະເຄຶ່ອງເຜົາບູຊາ
17 ແລະປະໂຣຫິດຈະຖວາຍແກະເຖິກເປັນເຄື່ອງສານຕິບູຊາແດ່ພຣະຜູ້ເປັນເຈົ້າ
ພ້ອມກັບຂະຫນົມທີ່ບໍ່ມີເຊື້ອແປ້ງຖາດນຶ່ງ
ປະໂຣຫິດຈະຖວາຍທັນຍາບູຊາແລະເຄື່ອງດື່ມບູຊາທີ່ຄູ່ກັນດ້ວຍ
18 ແລະຜູ້ເປັນນາຊີຣີຈະແຖຫົວທີ່ສາບານນັ້ນທີ່ປະຕູເຕັນນັດພົບ
ແລະນໍາເອົາຜົມທີ່ຫົວທີ່ສາບານໄວ້ນັ້ນໄປໃສ່ໄຟທີ່ຢູ່ໃຕ້ເຄື່ອງສານຕິບູຊາເສັຽ
19 ເມື່ອຜູ້ເປັນນາຊີຣີແຖຜົມທີ່ເຂົາສາບານແລ້ວ
ປະໂຣຫິດຈະນຳຊີ້ນສັນຂາຫນ້າຂອງແກະເຖິກທີ່ຕົ້ມແລ້ວ
ກັບຂະຫນົມບໍ່ມີເຊື້ອແປ້ງກ້ອນນຶ່ງໃນຖາດ
ແລະຂະຫນົມແຜ່ນບໍ່ມີເຊື້ອແປ້ງແຜ່ນນຶ່ງວາງໄວ້ໃນມືຂອງທັງສອງຂອງຜູ້ເປັນນາຊີຣີນັ້ນ
20 ຫລັງຈາກນັ້ນ
ປະໂຣຫິດຈະຕ້ອງນຳສິ່ງເຫລົ່ານີ້ສເນີຕໍ່ພຣະຜູ້ເປັນເຈົ້າ
ເພື່ອເປັນຂອງຂວັນສັກສິດສຳລັບປະໂຣຫິດ
ນອກຈາກນີ້
ຊີ້ນຫນ້າເອີກ
ແລະຂາຂອງແກະຕ້ອງຕັດເປັນຂອງປະໂຣຫິດ
ຈາກນັ້ນຜູ້ເປັນນາຊີຣີຈຶ່ງດື່ມເຫລົ້າອະງຸ່ນໄດ້
21 “ນີ້ເປັນບັນຍັດຂອງຜູ້ເປັນນາຊີຣີຜູ້ສາບານ
ແລະເຄຶ່ອງບູຊາຂອງເຂົາທີ່ຖວາຍແດ່ພຣະຜູ້ເປັນເຈົ້າໃນການປີກຕົວ
ນອກຈາກສິ່ງອື່ນໆທີ່ເຂົາຖວາຍໄດ້ເປັນເຄື່ອງບູຊາຕາມທີ່ເຂົາສາບານເປັນນາຊີຣີນັ້ນ
ດັ່ງນັ້ນແຫລະເຂົາຕ້ອງກະທຳຕາມກົດຂອງການປີກຕົວອອກໄປເປັນນາຊີຣີຕາມທີ່ເຂົາໄດ້ສາບານໄວ້”
ຄຳອວຍພອນແບບປະໂຣຫິດ
22 ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊວ່າ,
23 ຈົ່ງກ່າວແກ່ອາໂຣນ
ແລະບຸດທັງຫລາຍຂອງອາໂຣນວ່າ
ທ່ານທັງຫລາຍຈົ່ງອວຍພອນແກ່ຄົນອິສຣາເອນດັ່ງຕໍ່ໄປນີ້
ຄືວ່າແກ່ເຂົາທັງຫລາຍວ່າ
24 ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ທ່ານ
ແລະພີທັກຮັກສາທ່ານ
25 ຂໍພຣະຜູ້ເປັນເຈົ້າຊົງໃຫ້ພຣະພັກຂອງພຣະອົງທໍແສງແກ່ທ່ານ
ແລະຊົງພຣະກະຣຸນາທ່ານ
26 ຂໍພຣະຜູ້ເປັນເຈົ້າຊົງເງີຍພຣະພັກຂອງພຣະອົງເຫນືອທ່ານ
ແລະປະທານຄວາມສງົບສຸກແກ່ທ່ານ
27 ດັ່ງນັ້ນແຫລະໃຫ້ເຂົາປະທັບນາມຂອງເຮົາເຫນືອຄົນອິສຣາເອນ
ແລະເຮົາຈະໄດ້ອວຍພອນແກ່ເຂົາທັງຫລາຍ”
1
ເມື່ອວັນທີ່ໂມເຊຈັດຕັ້ງຫໍເຕັນສັກສິດແລ້ວ
ແລະໄດ້ຫົດສົງແລະໄດ້ຊຳຮະເຕັນກັບບັນດາເຄື່ອງໃຊ້ສອຍປະຈຳຫໍເຕັນສັກສິດໃຫ້ບໍຣິສຸດ
ແລະໄດ້ຫົດສົງແລະຊຳຮະແທ່ນບູຊາກັບພາຊນະປະຈຳທັງຫມົດໃຫ້ບໍຣິສຸດແລ້ວ
2
ບັນດາຫົວຫນ້າຂອງຄົນອິສຣາເອນ
ຫົວຫນ້າຕະກູນ
ຄືຫົວຫນ້າຂອງເຜົ່າຕ່າງໆຜູ້ຢູ່ເຫນືອຜູ້ທີ່ຂຶ້ນທະບຽນໄວ້
3
ໄດ້ນຳຂອງບູຊາມາຖວາຍແດ່ພຣະຜູ້ເປັນເຈົ້າ
ມີກວຽນຫົກລຳກັບງົວຫົກຄູ່
ຫົວຫນ້າສອງຄົນນຳກວຽນລຳນຶ່ງ
ແລະງົວຄົນລະໂຕຖວາຍເສັຽທີ່ຫນ້າເຕັນສັກສິດ
4
ແລ້ວພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ,
5
“ຈົ່ງຮັບຂອງເຫລົ່ານີ້ໄວ້ຈາກເຂົາເພື່ອຈະໄດ້ໃຊ້ໃນການທຳງານຂອງເຕັນນັດພົບຈົ່ງມອບໄວ້ກັບຄົນເລວີແກ່ທຸກຄົນຕາມງານບົວລະບັດຂອງເຂົາ”
6
ໂມເຊຈຶ່ງນຳກວຽນ
ແລະງົວໄປມອບໃຫ້ແກ່ຄົນເລວີ
7
ທ່ານໃຫ້ກວຽນສອງລຳກັບງົວສອງຄູ່ແກ່ບຸດທັງຫລາຍຂອງເກີໂຊນຕາມງານບົວລະບັດຂອງເຂົາ
8
ທ່ານມອບກວຽນສີ່ລຳ
ແລະງົວສີ່ຄູ່ໃຫ້ແກ່ບຸດທັງຫລາຍຂອງເມຣາຣີ
ຕາມງານບົວລະບັດຂອງເຂົາຊຶ່ງເປັນຕາມຄຳຊີ້ແຈງຂອງອິທາມາບຸດອາໂຣນປະໂຣຫິດ
9
ແຕ່ທ່ານບໍ່ໄດ້ມອບສິ່ງໃດໃຫ້ແກ່ບຸດຂອງໂກຮາດ
ເພາະງານບົວລະບັດຂອງເຂົາເປັນງານທີ່ຕ້ອງຫາມສິ່ງຂອງບໍຣິສຸດ
10 ແລະບັນດາຫົວຫນ້າກໍນຳຂອງບູຊາມາເພື່ອແກ່ການສະຫລອງແທ່ນບູຊາໃນວັນທີ່ທຳພິທີຫົດສົງແທ່ນບູຊານັ້ນ
ແລະພວກຫົວຫນ້າຕ່າງກໍຖວາຍເຄື່ອງບູຊາຂອງຕົນຫນ້າແທ່ນບູຊາ
11 ພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ,
“ໃຫ້ພວກຫົວຫນ້າມາຖວາຍເຄື່ອງບູຊາຂອງເຂົາມື້ລະຄົນໃນງານສະຫລອງແທ່ນບູຊາ
12 ຜູ້ທີ່ຖວາຍເຄື່ອງບູຊາໃນວັນແຣກຄື
ນາໂຊນບຸດອັມມີນາດາບແຫ່ງເຜົ່າຢູດາ
13 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ແລະຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ຕາມເຊເກລຂອງສະຖານນະມັສການ
ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມເພື່ອເປັນທັນຍາບູຊາ
14 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ
ມີເຄື່ອງຫອມສຳລັບເຜົາເຕັມ
15 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ
ເປັນເຄື່ອງເຜົາບູຊາ
16 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ
17 ງົວເຖິກສອງໂຕ
ແກະເຖິກຫ້າໂຕ
ແບ້ເຖິກຫ້າໂຕ
ລູກແກະເຖິກອາຍຸນຶ່ງປີຫ້າໂຕ
ເປັນເຄື່ອງສານຕິບູຊາ
ສິ່ງເຫລົ່ານີ້ເປັນຂອງຖວາຍຂອງນາໂຊນບຸດຂອງອັມມີນາດາບ
18 ວັນທີ່ສອງເນທານເອນບຸດຊູອາ
ຫົວຫນ້າເຜົ່າອິສຊາຄາຖວາຍຂອງ
19 ເຂົາຖວາຍຂອງຖວາຍຂອງເຂົາເປັນຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ເຊເກລຂອງສະຖານນະມັສການ
ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ
ເພື່ອເປັນທັນຍາບູຊາ
20 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລມີເຄື່ອງຫອມສຳລັບເຜົາເຕັມ
21 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງເປັນເຄື່ອງເຜົາບູຊາ
22 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ
23 ແລະງົວເຖິກສອງໂຕ
ແກະເຖິກຫ້າໂຕ
ແບ້ເຖິກຫ້າໂຕ
ລູກແກະເຖິກອາຍຸນຶ່ງປີຫ້າໂຕ
ເປັນເຄື່ອງສານຕິບູຊາ
ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເນທານເອນບຸດຊູອາ
24 ວັນທີ່ສາມເອລີອາບບຸດເຮໂລນ
ຫົວຫນ້າຂອງຄົນເຜົ່າເຊບູລູນ
25 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ຕາມເຊເກລຂອງສະຖານນະມັສການ
ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ
ເພື່ອເປັນທັນຍາບູຊາ
26 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ
ມີເຄື່ອງຫອມສຳລັບເຜົາເຕັມ
27 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ
ເປັນເຄື່ອງເຜົາບູຊາ
28 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ
29 ງົວເຖິກສອງໂຕ
ແກະເຖິກຫ້າໂຕ
ແບ້ເຖິກຫ້າໂຕ
ລູກແກະເຖິກອາຍຸນຶ່ງປີຫ້າໂຕ
ເປັນເຄື່ອງສານຕິບູຊາ
ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີອາບບຸດເຮໂລນ
30 ວັນທີ່ສີ່ເອລີຊູ
ບຸດເຊເດອູ
ຫົວຫນ້າຂອງຄົນເຜົ່າຣູເບນ
31 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ຕາມເຊເກລຂອງສະຖານນະມັສການ
ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ
ເພື່ອເປັນທັນຍາບູຊາ
32 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລມີເຄື່ອງຫອມສຳລັບເຜົາເຕັມ
33 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ
ເປັນເຄື່ອງເຜົາບູຊາ
34 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ
35 ງົວເຖິກສອງໂຕ
ແກະເຖິກຫ້າໂຕ
ແບ້ເຖິກຫ້າໂຕ
ລູກແກະເຖິກອາຍຸນຶ່ງປີຫ້າໂຕ
ເປັນເຄື່ອງສານຕິບູບາ
ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີຊູບຸດເຊເດອູ
36 ວັນທີ່ຫ້າ
ເຊລູມີເອນ
ບຸດຊູຣີຊັດດັຍ
ຫົວຫນ້າຂອງຄົນເຜົ່າຊີເມໂອນ
37 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ຕາມເຊເກລຂອງສະຖານນະມັສການ
ພາຊນະທັງສອງນີ້ມີຍອດແປ້ງປົນນ້ຳໃສ່ມັນເຕັມ
ເພື່ອເປັນທັນຍາບູຊາ
38 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ
ມີເຄື່ອງຫອມສຳລັບເຜົາເຕັມ
39 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ
ເປັນເຄື່ອງເຜົາບູຊາ
40 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ
41 ງົວເຖິກສອງໂຕ
ແກະເຖິກຫ້າໂຕ
ແບ້ເຖິກຫ້າໂຕ
ລູກແກະເຖິກອາຍຸນຶ່ງປີຫ້າໂຕ
ເປັນເຄື່ອງສັນຕິບູຊາ
ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເຊລູມີເອນ
ບຸດຊູຣີຊັດດັຍ
42 ວັນທີ່ຫົກ
ເອລີອາສາຟ
ບຸດເດອູເອນ
ຫົວຫນ້າຂອງຄົນເຜົ່າກາດ
43 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ຕາມເຊເກລຂອງສະຖານນະມັສການ
ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ
ເພື່ອເປັນທັນຍາບູຊາ
44 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ
ມີເຄື່ອງຫອມສຳລັບເຜົາເຕັມ
45 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ
ເປັນເຄື່ອງເຜົາບູຊາ
46 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ
47 ງົວເຖິກສອງໂຕ
ແກະເຖິກຫ້າໂຕ
ແບ້ເຖິກຫ້າໂຕ
ລູກແກະເຖິກອາຍຸນຶ່ງປີຫ້າໂຕ
ເປັນເຄື່ອງສັນຕິບູຊາ
ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີອາສາຟ
ບຸດເດອູເອນ
48 ວັນທີ່ເຈັດ
ເອລີຊາມາ
ບຸດອັມມີຮູດ
ຫົວຫນ້າຂອງຄົນເຜົ່າເອຟຣາອິມ
49 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ
ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ
ຕາມເຊເກລຂອງສະຖານນະມັສການ
ເພື່ອເປັນທັນຍາບູຊາ
50 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ
ມີເຄື່ອງຫອມສຳລັບເຜົາເຕັມ
51 ລູກງົວເຖິກໂຕນຶ່ງ
ແກະເຖິກໂຕນຶ່ງ
ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ
ເປັນເຄື່ອງເຜົາບູຊາ
52