Nehemiah ພຣະທັມ​ເນ​ເຫມີ​ຢາ

 

ພຣະທັມ​ເນ​ເຫມີ​ຢາ

 

1

2

3

4

5

6

7

8

9

10

11

12

13

 

 

 

 

 

 

 

 

 

ເນ​ເຫມີຢາ

1. ຄຳ​ອ້ອນ​ວອນ​ຂອງ​ເນ​ເຫມີ ເພື່ອ​ກຸງ​ເຢ​ຣູ​ຊາ​ເລັມ

1   ຖ້ອຍ​ຄຳ​ຂອງ​ເນ​ເຫມີ ບຸດ​ຮາ​ກາ​ລີ​ຢາ  ຢູ່​ມາ​ໃນ​ເດືອນ​ຄິ​ສ​ເລວ​ ໃນ​ປີ​ທີ່​ຊາວ ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ເມືອງ​ຫລວງ​ຊູ​ຊາ

2   ຮາ​ນາ​ນີ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ນຶ່ງ​ມາ​ຈາກ​ຢູ​ດາ ກັບ​ຊາຍ​ບາງ​ຄົນ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ເຖິງ​ພວກ​ຢິວ​ທີ່​ລອດ​ຕາຍ ຜູ້​ຊຶ່ງ​ລອດ​ພົ້ນ​ຈາກ​ການ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ແລະ​ຖາມ​ເຣື່ອງ​ກ່ຽວ​ກັບ​ເຢ​ຣູ​ຊາ​ເລັມ

3   ເຂົາ​ທັງ​ຫລາຍ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຜູ້​ທີ່​ລອດ​ຊີ​ວິດ​ກັບ​ມາ​ຖິ່ນ​ຖານ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ນັ້ນ ຕົກ​ຢູ່​ໃນ​ຄວາມ​ລຳ​ບາກ​ອັນ​ໃຫຍ່​ຫລວງ ພວກ​ຕ່າງ​ດ້າວ​ທີ່​ຢູ່​ໃກ້​ກໍ​ດູ​ຖູກ​ຢຽບ​ຫຍາມ​ເຂົາ ພວກ​ເຂົາ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ອີກວ່າ ກຳ​ແພງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຍັງ​ຖືກ​ພັງ​ທະ​ລາຍ​ລົງ​ຢູ່ ປະ​ຕູ​ກຳ​ແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ສ້າງ​ຂຶ້ນ​ໃຫມ່ ຕັ້ງ​ແຕ່​ມັນ​ໄດ້​ຖືກ​ຈູດ​ພຸ້ນ

4   ເມື່​ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ກໍ​ນັ່ງ​ຮ້ອງ​ໄຫ້ ຂ້າ​ພະ​ເຈົ້າ​ໄດ້​ໄວ້​ທຸກ ແລະ​ບໍ່ກິນ​ເຂົ້າ​ເປັນ​ເວ​ລາ​ຫລາຍ​ວັນ ແລະ​ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ພຣະ​ເຈົ້າ​ວ່າ,

5   “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້ ຜູ້​ຊົງ​ປະ​ທັບ​ຢູ່​ເທິງ​ຟ້າ​ສວັນ ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່ ພວກ​ຂ້າ​ນ້ອຍ​ຢຳ​ເກງ​ພຣະ​ອົງ ພຣະ​ອົງ​ຊົງ​ສັດ​ຊື່ ແລະ​ຍຶດ​ຫມັ້ນ​ໃນ​ຄຳ​ສັນ​ຍາ​ກັບ​ຜູ້​ທີ່​ຮັກ ແລະ​ຜູ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ

6   ໂອ ພຣະ​ຜູ້​ເປັນ​ເຈົ້ ໃນ​ເວ​ລາ​ທີ່​ຂ້າ​ພຣະ​ອົງ​ອ້ອນວອນ​ທັງ​ວັນ​ແລະ​ຄືນ​ເພື່ອ​ພວກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຄື ໄພ່​ພົນ​ອິສ​ຣາ​ເອນ​ນັ້ນ ຂໍ​ຊົງ​ຫລຽວ​ແລ ແລະ​ສະ​ດັບ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ​ດ້ວຍ ຂ້າ​ພະ​ອົງ​ຂໍ​ສາ​ລະ​ພາບ​ວ່າ ພວກ​ຂ້າ​ພຣະ​ອົງ​ຊາວ​ອິສ​ຣາ​ເອນ​ກໍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ພວກ​ປູ່​ຍ່າ​ຕາ​ຍາຍ ແລະ​ຂ້າ​ພຣະ​ອົງ​ກໍ​ໄດ້​ກະ​ທຳ​ບາບ​ຕໍ່​ສູ້​ພຣະ​ອົງ​ເຫມືອນ​ກັນ

7   ພວກ​ຂ້າ​ພຣະ​ອົງ​ໄດ້​ປະຕິ​ບັດ​ຢ່າງ​ຊົ່ວ​ຊ້າ​ຕໍ່​ພຣະ​ອົງ ພວກ​ຂ້າ​ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້ ແລະ​ບໍ່​ໄດ້​ຍຶດ​ຖື​ພຣະ​ບັນ​ຍັດ​ທີ່ພຣະ​ອົງ​ຊົງ​ມອບ​ຫມາຍ​ໃຫ້​ໂດຍ​ຜ່ານ​ທາງ​ໂມ​ເຊ​ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ​ນັ້ນ

8   ບັດ​ນີ້ ຂໍ​ຊົງ​ຣະ​ລຶກ​ເຖິງ​ຄຳ​ທີ່​ພຣະ​ອົງ​ຊົງ​ບ​ອກ​ໂມ​ເຊວ່າ, “ຖ້າ​ວ່າ ພວກ​ເຈົ້າ​ໄພ່​ພົນ​ອິສ​ຣາ​ເອນ​ບໍ່​ມີ​ຄວາມ​ສັດ​ຊື່​ຕໍ່​ເຮົາ ເຮົາ​ຈະ​ກະ​ທຳ​ໃຫ້​ພວກ​ເຈົ້າ​ແຕກ​ກະ​ຈັດ​ກະ​ຈາຍ​ໄປຖ້າມ​ກາ​ງຊົນ​ຊາດ​ອື່ນ

9   ແຕ່​ວ່າ ຖ້າ​ພວກ​ເຈົ້າ​ກັບ​ຄືນ​ມາ​ຫາ​ເຮົາ ແລະ​ປະ​ຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຖິງ​ແມ່ນ​ວ່າ​ພວກ​ເຈົ້າ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ທຸກ​ມຸມ​ໂລກ​ແລ້ວ​ກໍ​ຕາມ ເຮົາ​ຈະ​ນໍາ​ພວກ​ເຈົ້າ​ກັບ​ຄືນ​ມາ​ຍັງ​ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ ເພື່ອ​ກະ​ທຳ​ໃຫ້​ນາມ​ຂອງ​ເຮົາ​ດຳ​ຣົງ​ຢູ່​ທີ່​ນັ້ນ

10 ເຂົາ​ເຫລົ່າ​ນີ້​ເປັນ​ຂ້າໃຊ້​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ເອງ ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ເຂົາ​ດ້ວຍ​ຣິດ​ທາ​ນຸ​ພບ​ອັນ​ຍິ່ງ​ໃຫຍ່ ແລະ​ດ້ວຍ​ກຳ​ລັງ​ຂອງ​ພຣະ​ອົງ

11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ແລະ​ຄຳ​ອ້ອນວອນ​ຂອງ​ພ​ວກ​ຂ້າ​ໃຊ້​ອື່ນໆທີ່​ຢຳ​ເກງ​ພຣະ​ອົງ ວັນ​ນີ້ ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​ສຳ​ເຣັດ​ໃຫ້​ແກ່​ຂ້າ​ພຣະ​ອົງ ແລະ​ຂໍ​ຊົງ​ບັນ​ດນ​ໃຫ້​ເຈົ້າ​ຊີ​ວິດ​ເມດ​ຕາ​ກະ​ຣຸ​ນາ​ຂ້າ​ພຣະ​ອົງ​ເທີນ” ໃນ​ຄາວ​ນັ້ນ ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຢາຍ​ເຫລົ້າ​ອະ​ງຸ່ນ​ປະ​ຈຳ​ໂຕະ​ເຂົ້າ​ຊີ​ວິດ

 

2. ເຂົາ​ສົ່ງ​ເນ​ເຫມີ​ໄປ​ເຢ​ຣູ​ຊາ​ເລັມ

1   ແລະ​ຢູ່ຕໍ່​ມາ​ໃນ​ເດືອນ​ນີ​ສານ ໃນ​ປີ​ທີ່​ຊາວ​ແຫ່ງ​ຣັ​ຊ​ການ​ກະ​ສັດ​ອາກ​ຕາ​ເຊີ​ເຊ​ສ ເມື່ອ​ເຈົ້າ​ຊີ​ວິດ​ຊົງ​ສະ​ເວີຍ​ພຣະ​ກາ​ຍາ​ຫານ ຂ້າ​ພະ​ເຈົ້າ​ໄດ້​ນຳ​ເຫລົ້​ອະ​ງຸ່ນ​ຖວາຍ​ແດ່​ພຣະ​ອົງ ແຕ່​ກ່ອນ​ພຣະ​ອົງ​ບໍ່​ເຄີຍ​ເຫັນ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ເລີຍ

2   ພຣະ​ອົງ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໂສກ​ເສົ້າ​ແທ້ ບໍ່​ແມ່ນ​ບໍ່​ສະ​ບາຍ​ບໍ ເຈົ້າ​ອຸກ​ໃຈ​ຊື່ ໆ​ຕິ”

3   ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຢ້ານ​ທີ່​ສຸດ ຈຶ່ງ​ທູນ​ຕອບ​ພຣະ​ອົງວ່າ, “ຂໍ​ພຣະ​ອົງ​ຊົງ​ພຣະ​ຈະ​ເຣີນ​ຕລອດ​ໄປ ຈະ​ບໍ່​ໃຫ້​ຂ້າ​ພຣະ​ອົງ​ໂສກ​ເສົ້າ​ໄດ້​ຢ່າງ​ໃດ ໃນ​ເມື່ອ​ເມືອງ​ບ່ອນ​ທີ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ຂ້າ​ພຣະ​ອົງ​ຖືກ​ຝັງ​ໄວ້​ຮ້າງ​ເປົ່າ ແລະ​ປະ​ຕູ​ເມືອງ​ກໍ​ຖືກ​ທຳ​ລາຍຫມົດ”

4   ເຈົ້​ຊີ​ວິດ​ຖາມ​ວ່າ, “ເຈົ້າ​ຕ້ອງ​ການ​ຫຍັງ” ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ຫາ​ພຣະ​ເຈົ້າ ຜູ້​ຊົງ​ປະ​ທັບ​ເທິງ​ຟ້າສວັນ

5   ແລ້ວ​ຈຶ່ງ​ທູນ​ຕໍ່​ເຈົ້າ​ຊີ​ວິດ​ວ່າ, “ຖ້າ​ວ່າ ພຣະ​ອົງ​ຫາກ​ຊົງ​ພໍ​ພຣະ​ທັຍ ແລະ​ຊົງ​ອະ​ນຸ​ຍາດ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ໄປ​ປະ​ເທດ​ຢູ​ດາ ຄື​ໄປ​ຍັງ​ເມືອງບ່ອນ​ທີ່​ຝັງ​ສົບ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ຂ້າ​ພຣະ​ອົງ ເພື່ອ​ວ່າ​ຈະ​ສ້າງ​ເມືອງ​ນັ້ນ​ຂຶ້ນໃຫມ່”

6   ເຈົ້າ​ຊີ​ວິດ​ພ້ອມ​ທັງ​ພຣະ​ມະ​ເຫ​ສີທີ່ນັ່ງ​ຄຽງ​ຂ້າງ​ພຣະ​ອົງ ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ຈະ​ໄປ​ດົນ​ປານ​ໃດ ແລະ​ຈະ​ເຫິງ​ນານ​ປານ​ໃດ​ຈຶ່ງ​ຈະ​ກັບ​ມາ” ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ພຣະ​ອົງ ແລະ​ພຣະ​ອົງ​ກໍ​ໄດ້​ຕົກ​ລົງ​ຕາມ​ຄຳ​ຮ້ອງ​ຂໍ

7   ແລ້ວ​ຂ້າ​ພ​ເຈົ້​ກໍ​ໄດ້​ຮ້ອງ​ຂໍ​ໃຫ້​ເຈົ້າ​ຊີ​ວິດ​ຊົງ​ໂຜດ​ກະ​ຣຸ​ນາ​ຂຽນ​ພຣະ​ຣາ​ຊ​ສານ​ເຖິງ​ພວກ​ຜູ້ປົກ​ຄອງ​ທາງ​ແຂວງ​ເອີ​ຟ​ຣາດທິດ​ຕາ​ເວັນ​ຕົກ​ ເພື່ອ​ແນະ​ນໍາ​ໃຫ້​ພວກ​ທ່ານ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້​ເດີນ​ທາງ​ໄປ​ເຖິງ​ເມືອງ​ຢູ​ດາ

8   ຂ້າ​ພະ​ເຈົ້​ໄດ້​ຮ້ອງ​ຂໍ​ໃຫ້​ພຣະ​ອົງ​ຂຽນ​ພຣະ​ຣາ​ຊ​ສານ​ເຖິງ ອາ​ຊັ​ຟ ຜູ້​ຮັກ​ສາ​ປ່າ​ໄມ້​ຂອງ​ພຣະ​ຣາ​ຊາ ເພື່ອບອກ​ໃຫ້​ເຂົາ​ຈັດ​ສົ່ງ​ໄມ້​ສຳ​ລັບ​ສ້າງ​ປະ​ຕູ​ປ້ອມ​ຍາມ​ຂອງ​ພຣະ​ວິ​ຫານ ສຳ​ລັບ​ສ້າງ​ກໍາແພງ​ເມືອງ ແລະ​ເຮືອນ​ຢູ່​ຂອງ​ຂ້າ​ພ​ເຈົ້າ ເຈົ້າ​ຊີ​ວິດ​ກໍ​ຕົກ​ລົງ​ຕອບ​ສນອງ​ທຸກ​ສິ່ງ​ຕາມ​ຄຳ​ຮ້ອງ​ຂໍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ກັບ​ຂ້າ​ພະ​ເຈົ້າ

9   ເຈົ້າ​ຊີ​ວິດ​ໄດ້​ສັ່ງ​ນາຍ​ທະ​ຫານ​ບາງ​ຄົນ ແລະ​ຫມວດ​ທະ​ຫານ​ມ້າ​ໄປ​ກັບ​ຂ້າ​ພະ​ເຈົ້າ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເດີນ​ທາງ​ໄປ​ສູ່​ເອີ​ຟ​ຣາດ​ທາງ​ທິດ​ຕາ​ເວັນ​ຕົກ ເມື່ອ​ໄປ​ເຖິງ​ຂ້າ​ພະ​ເຈົ້າ​ກໍ​ມອບ​ພຣະ​ຣາ​ຊ​ສານ​ນັ້ນ​ໃຫ້​ພວກ​ຜູ້​ປົກ​ຄອງ​ເມືອງ

10 ແຕ່​ເມື່ອ​ຊານ​ບັ​ນລັດ ຊາວ​ໂຮ​ໂຣນ ແລະ​ໂຕ​ບີ​ຢາ ຊາວ​ອັມ​ໂມນ​ຂ້າ​ຣາ​ຊ​ການ​ຊາບ​ຂ່າວ​ນີ້ ເປັນ​ເຣື່ອງ​ທີ່​ບໍ່​ພໍ​ໃຈ​ເຂົາ​ຢ່າງ​ຍິ່ງ ທີ່ມີ​ຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມ​ສຸກ​ໃຫ້​ແກ່​ຊາວ​ອິສ​ຣາ​ເອນ

ເນ​ເຫມີ​ຊັ​ກ​ຊວນ​ປະ​ຊາ​ຊົນ​ໃຫ້​ສ້າງ​ກຳ​ແພງ​ຂຶ້ນ​ໃຫມ່

11 ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ມາ​ຍັງ​ເຢ​ຣູ​ຊາ​ເລັມ ແລະ​ພັກ​ຢູ່​ຫັ້ນ​ສາມ​ວັນ

12 ແລ້ວ​ຂ້າ​ພະ​ເຈົ້າ​ລຸກ​ຂຶ້ນ​ໃນ​ກາງ​ຄືນ ຄື​ຂ້າ​ພະ​ເຈົ້າ​ກັບ​ບາງ​ຄົນ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ເຖິງ​ເຣື່ອງ​ທີ່​ພຣະ​ເຈົ້າ​ຊົງ​ດົນ​ໃຈ​ຂ້າ​ພະ​ເຈົ້າ​ໃຫ້​ທຳ​ເພື່ອ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຂ້າ​ພະ​ເຈົ້າ​ບໍ່​ມີ​ສັດ​ກັບ​ຂ້າ​ພະ​ເຈົ້າ ນອກ​ຈາກ​ສັດ​ທີ່​ຂ້າ​ພະ​ເຈົ້າ​ຂີ່​ຢູ່

13 ໃນ​ກາງ​ຄືນ​ຂ້າ​ພະ​ເຈົ້າ​ອອກ​ໄປ​ທາງ​ປະ​ຕູ​ເບື້ອງ​ຮ່ອມ​ພູ​ ແ​ລະ​ຜ່ານ​ບໍ່​ມັງ​ກອນ ຈົນ​ໄປ​ຮອດ​ປະ​ຕູ​ບ່ອນ​ຖິ້ມ​ຂີ້​ເຫຍື່ອ ເພື່ອ​ລຽບ​ເບິ່ງ​ກຳ​ແພງ​ເມືອງ​ທີ່​ເພ​ພັງ ແລະ​ປະ​ຕູ​ເມືອງ​ທີ່​ຖືກທຳ​ລາຍ

14 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຍ່າງ​ຕໍ່​ໄປ​ທາງ​ປະ​ຕູບໍ່​ນ້ຳ ແລະ​ທາງ​ສະ​ນ້ຳ​ພຣະ​ຣາ​ຊວັງ ທາງ​ເສັ້ນ​ນີ້​ບໍ່​ມີ​ບ່ອນ​ໃຫ້​ລໍ​ຂອງ​ຂ້າ​ພະ​ເຈົ້າ​ຜ່ານ​ໄປ​ໄດ້

15 ດັ່ງ​ນັ້ນ​ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ທາງ​ຮ່ອມ​ພູ​ເພື່ອກວດ​ເບິ່ງ​ກຳ​ແພງ​ເມືອງ ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄືນ​ມາ​ທາງ​ເກົ່າ ແລະ​ກັບ​ຄືນ​ເມືອເມືອງ​ໂດຍ​ຜ່ານ​ທາງ​ປະ​ຕູ​ເບື້ອງ​ຮ່ອມ​ພູ

16 ພວກ​ບັນ​ດາ​ຂ້າ​ຣາ​ຊການບໍ່​ຮູ້​ເລີຍ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ໄປ​ບ່ອນ​ໃດ ແລະ​ໄດ້​ເຮັດ​ຫຍັງ​ແດ່ ນອກ​ຈາກ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບອກ​ຫຍັງ​ຫມົດ​ແກ່​ພວກ​ຢູ​ດາ ບັນ​ດາ​ປະ​ໂຣຫິດ ພວກ​ຜູ້​ນຳ ພວກ​ບັນ​ດາ​ຂ້າ​ຣ​ຊ​ການ ແລະ​ພວກອື່ນໆ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ການ​ນີ້

17 ແຕ່​ດຽວ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ, “ພວກ​ທ່ານ​ເຫັນ​ບໍ​ວ່າ ຄວາມ​ວຸ້ນ​ວາຍ​ໃຈ​ທີ່​ພວ​ກ​ເຮົາ​ໄດ້​ຫລວງຫລາ​ຍ​ສ່ຳ​ໃດ ຍ້ອນ​ວ່າ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຖືກ​ຮ້າງ​ເປົ່າ ແລະ​ປະ​ຕູ​ເມືອງ​ຖືກ​ທຳ​ລາຍ ດັ່ງ​ນັ້ນ ຂໍ​ໃຫ້​ພວກ​ເຮົາ​ພ້ອມ​ພາ​ກັນ​ສ້າງ​ກຳ​ແພງ​ເມືອງ​ຂຶ້ນ​ໃຫມ່ ເພື່ອ​ພວກ​ເຮົາ​ຈະ​ບໍ່​ອັບ​ອາຍ​ຂາຍ​ຫນ້າ”

18 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ບອດ​ພວກ​ເຂົາ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ຊ່ອຍ​ເຫລືອ ແລະ​ສະ​ຖິດ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຢ່າງ​ໃດ ຕລອດ​ເຖິງ​ສິ່ງທີ່​ເຈົ້າ​ຊີ​ວິດ​ໄດ້​ບອກ​ກັ​ບ​ຂ້າ​ພະ​ເຈົ້າ​ອີກ​ດ້ວຍ ພວກ​ເຂົາ​ເວົ້າ​ຂຶ້ນ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ເລີ້ມ​ລົງ​ມື​ສ້າງ​ເທີນ” ແລ້ວ​ພວກ​ເຂົາ​ກໍ​ຕຽມ​ພ້ອມ​ລົງ​ມື​ທຳ​ງານ

19 ແຕ່​ວ່າ ເມື່​ອຊານ​ບານ​ລັດ ຊາວ​ໂຮ​ໂຣນ ແລະ​ໂຕ​ບີ​ຢາ ຂ້າ​ຣາ​ຊ​ການ ຊາວ​ອັມ​ໂມນ ເກ​ເຊມ​ຊາວ​ອາ​ຣັບ (ຊາວ​ອາ​ຣາ​ເບັຽ) ໄດ້​ຮູ້​ຂ່າວ ພວກ​ເຂົາ​ກໍ​ພາ​ກັນ​ຫົວ​ຂວັນ​ດູ​ຖູກ​ພວກ​ຂ້າ​ພະ​ເຈົ້າ ພວກ​ເຂົາ​ເວົ້າ​ວ່າ, “ພວກ​ເຈົ້າ​ຄິດ​ຢ່າງ​ໃດ​ຈຶ່ງ​ເຮັດ​ຢ່າງ​ນີ້ ພວກ​ເຈົ້າ​ຈະ​ກະ​ບົດ​ເຈົ້າ​ຊີ​ວິດ​ຫລື

20 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຕອບ​ວ່າ, “ພຣະ​​ເຈົ້າ​ຜູ້​ຊົງ​ປະ​ທັບ​ຢູ່​ເທິງຟ້າ​ສວັນ ຈະ​ຊົງ​ປະ​ທານ​ຄວາມ​ສຳ​ເຣັດ​ໃຫ້​ແກ່​ພວກ​ເຮົາ ພວກ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເລີ້ມ​ລົງ​ມື​ສ້າງ​ຂຶ້ນ ເພາະ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແຕ່​ພວກ​ທ່ານ​ບໍ່​ມີ​ສ່ວນ​ໃດ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພວກ​ທ່ານ​ບໍ່​ມີ​ສິດ​ໃດໆ​ໃນ​ບ່ອນ​ນີ້”

 

3. ສ່ວນ​ທີ່​ກຳ​ນົດ​ໃຫ້​ຊ່ອມ

1   ແລ້ວປະ​ໂຣ​ຫິດໃຫ​ຍ່​ເອ​ລີ​ອາ​ຊິບໄດ້​ລຸກ​ຂຶ້ນ​ພ້ອມ​ກັບ​ພີ່​ນ້ອງ​ຂອງ​ທ່ານ ບັນ​ດາ​ປະ​ໂຣ​ຫິດ​ທັງ​ຫລາຍ​ໄດ້​ສ້າງ​ປະ​ຕູ​ແກະ ເຂົາ​ໄດ້​ທຳ​ພິ​ທີ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ແລະ​ໄດ້​ຕັ້ງ​ບານ​ປະ​ຕູ ເຂົາ​ທັງ​ຫລາຍ​ໄດ້​ທຳ​ພິ​ທີ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ຈົນ​ເຖິງ​ຫໍ​ຄອ​ຍນຶ່ງ​ຮ້ອຍ​ໄກ​ໄປ​ຈົນ​ເຖິງ​ຫໍ​ຄອຍ​ຮາ​ນານ​ເອນ

2   ແລະ​ຖັດ​ຕໍ່​ໄປ ຄົນ​ຊາວ​ເຢ​ຣິໂກ​ກໍ​ໄດ້​ສ້າງ ແລະ​ຖັດ​ຕໍ່ເຂົາ​ໄປ ຊັກ​ເກີບຸດ​ອີມ​ຣີ​ກໍ​ໄດ້​ສ້າງ

3   ແລະ​ລູກ​ຫລານ​ຂອງ​ຮັ​ສ​ເຊ​ນາ​ຢາ​ໄດ້​ສ້າງ​ປະ​ຕູ​ປາ ເຂົາ​ໄດ້​ວາງວົງ​ກົບ ແລະ​ໄດ້​ຕັ້ງ​ບານ​ປະ​ຕູ ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ

4   ຖັດຕໍ່​ເຂົາ​ໄປ​ເມ​ເຣ​ໂມ​ທ ບຸດອູຣີ​ຢາ ຜູ້​ເປັນ​ບຸດ​ຂອງ​ຮັກ​ໂກດ​ໄດ້​ສ້ອມ​ແຊມ ແລະ​ຖັດຕໍ່​ເຂົາ​ໄປ​ຊາ​ໂດກ ບຸດ​ບາ​ອາ​ນາ​ໄດ້​ສ້ອມ​ແຊມ

5   ແລະ​ຖັດ​ຕໍ່ໄປ​ຊາວ​ເຕ​ໂກ​ໄດ້ສ້ອມ​ແຊມ ແຕ່​ພວກ​ຂຸນ​ນາງ​ຂອງ​ເຂົາ​ບໍ່​ຍ່ອມ​ເອົາ​ບ່າ​ມາ​ຮັບ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຂອງ​ເຂົາ​ທັງ​ຫລາຍ

6   ແລະ​ຢົວ​ອາ​ດາ​ບຸດ​ຂອງ​ປາ​ເຊຢາ ແລະ​ເມ​ຊູນ​ລາມ​ບຸດ​ຂອງ​ເບ​ໂຊ​ດັຍ​ຢາ​ໄດ້​ສ້ອມ​ແຊມ​ປະ​ຕູ​ເກົ່າ ເຂົາ​ວາງວົງ​ກົບ​ແລະ​ຕັ້ງ​ບານ​ປະ​ຕູ ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ

7   ແລະ​ຖັດ​ຕໍ່ເຂົາ​ໄປ ຄື​ເມ​ລາ​ຕີ​ຢາ ຊາວ​ກີ​ເບ​ໂອນ ແລະ​ຢາ​ໂດນ ຊາວ​ເມ​ໂຣ​ໂນ​ທ ຄົນ​ເມືອງ​ກີ​ເບ​ໂອນ​ແລະ​ເມືອງ​ມີ​ສ​ປາ​ໄດ້​ສ້ອມ​ແຊມ ຊຶ່ງ​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ເຈົ້າ​ເມືອງ​ຟາກ​ຕາ​ເວັນຕົກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ

8   ຖັດຕໍ່​ເຂົາ​ໄປ ຄື​ອຸ​ສ​ຊີ​ເອນ​ບຸດ​ຮາຣ໌​ຮັຍ​ຢາ​ຊ່າງ​ທອງ​ໄດ້​ສ້ອມ​ແຊມ ຖັດຕໍ່​ເຂົາ​ໄປ​ຄື​ຮາ​ນາ​ນີ​ຢາ​ຊ່າງ​ນ້ຳ​ຫອມ​ຄົນ​ນຶ່ງ​ໄດ້​ສ້ອມ​ແຊມ ເຂົາ​ບູຣະ​ນະ​ເຢ​ຣູ​ຊາ​ເລັມ​ໄກ​ໄປ​ຈົນ​ເຖິງ​ຕອນ​ກຳ​ແພງກວ້າງ

9   ຖັດ​ຕໍ່ເຂົາ​ໄປ ຄື​ເຣ​ຟັຍ​ຢາ​ບຸດ​ຮູ​ຣ໌ ຜູ້​ປົກ​ຄອງ​ແຂວງ​ເຄິ່ງ​ນຶ່ງ​ຂອງ​ເຢ​ຣູ​ຊາ​ເລັມ​ໄດ້​ສ້ອມ​ແຊມ

10 ຖັດຕໍ່​ເຂົາ​ໄປ​ຄື ເຢ​ດັຍ​ຢາ​ບຸດ​ຮາ​ຣູ​ມັ​ຟ ໄດ້​ສ້ອມ​ແຊມ​ກົງ​ຂ້າມ​ກັບ​ບ້ານ​ຂອງ​ເຂົາ ແລະ​ຖັດຕໍ່​ເຂົາ​ໄປ​ຄື ຮັດ​ຕຸ​ສ​ບຸດ​​ຮາ​ຊັບ​ນັຍ​ຢາໄດ້​ສ້ອມ​ແຊມ

11 ມັນ​ຄີ​ຢາ​ບຸດ​ຮາ​ລີມ ແລະ​ຮັ​ສ​ຊູບ​ບຸດ​ປາ​ຮັ​ທ​ໂມ​ອາບ​ໄດ້​ສ້ອມ​ແຊມ ອີກ​ສ່ວນ​ນຶ່ງ ແລະ​ຫໍ​ຄອຍ​ເຕົາ​ອົບ

12 ຖັດຕໍ່​ເຂົາ​ໄປ​ຄື ຊັນ​ລູມ​ບຸດ​ຮັນ​ໂລ​ເຮ​ສ ຜູ້​ປົກ​ຄອງ​ແຂວງ​ເຄິ່ງ​ນຶ່ງ​ຂອງ​ເຢຣູ​ຊາ​ເລັມ​ໄດ້​ສ້ອມ​ແຊມ ທັງ​ຕົວ​ເຂົາ​ແລະ​ບຸດ​ຍິງ​ຂອງ​ເຂົາ

13 ຮາ​ນູນ ແລະ​ຊາວ​ເມືອງ​ຊາ​ໂນ​ອາ​ໄດ້​ສ້ອມ​ແຊມ​ປະ​ຕູ​ຫຸບ​ເຂົາ ເຂົາ​ສ້າງ​ປະ​ຕູ​ຂຶ້ນ​ໃຫມ່​ແລະ​ຕັ້ງ​ບານ​ປະ​ຕູ ຕິດ​ລູກ​ສ​ລັກ​ແລະ​ການ​ປະ​ຕູ ແລະ​ສ້ອມ​ແຊມ​ກຳ​ແພງ​ລະຍະ​ພັນ​ສອກ ໄກ​ໄປ​ຈົນ​ເຖິງ​ປະ​ຕູກອງ​ຂີ້​ເຫຍື່ອ

14 ມັນ​ຄີ​ຢາ​ບຸດ​ເຣ​ຄັບ ຜູ້​ປົກ​ຄອງ​ແຂວງ​ເບັດ​ຮັກ​ເຄ​ເຣມ​ໄດ້​ສ້ອມປະ​ຕູ​ກອງ​ຂີ້​ເຫຍື່ອ ເຂົາ​ສ້າງ​ແລະ​ຕັ້ງ​ບານ​ປະ​ຕູ​ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ

15 ຊັນ​ລູມ​ບຸດ​ໂກນ​ໂຮ​ເຊ ຜູ້​ປົກ​ຄອງ​ແຂວງ​ມິ​ສ​ປາ ໄດ້​ສ້ອມ​ແຊມ​ປະ​ຕູ​ນ້ຳ​ພຸ ໄດ້​ສ້າງ​ມຸງ​ແລະ​ຕັ້ງ​ບານ​ປະ​ຕູ​ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ ທ່ານ​ໄດ້​ສ້າງ​ກຳ​ແພງ​ສະ​ເຊ​ຣາ​ຕົງ​ໄປ​ທາງ​ອຸ​ທ​ຍານ​ໄກ​ໄປ​ຈົນ​ເຖິງ​ຂັ້ນ​ໄດ​ຊຶ່ງ​ລົງ​ໄປ​ຈາກ​ນະ​ຄອນ​ດາ​ວິດ

16 ຖັດຕໍ່​ເຂົາ​ໄປ​ເນ​ເຫມີ​ບຸດ​ອັ​ສບຸກ ຜູ້​ປົກ​ຄອງ​ແຂວງ​ເບັດ​ຊູ​ຣ໌​ເຄິ່ງນຶ່ງ​ໄດ້​ສ້ອມ​ແຊມ ໄປ​ຈົນເຖິງ​ທີ່​ກົງກັນ​ຂ້າມ​ກັບ​ອຸບ​ໂມງ​ຝັງ​ສົບ​ຂອງ​ດາ​ວິດ ເຖິງ​ສະ​ຂຸດ​ແລະ​ເຖິງ​ທີ່​ພັກ​ຂອງທະ​ຫານ​ທີ່​ເກັ່ງ​ກ້າ

17 ຖັດຕໍ່​ເຂົາ​ໄປ​ຄົນ​ເລ​ວີ​ໄດ້​ສ້ອມ​ແຊມ ຄື ເຣ​ຮູມ​ບຸດ​ຂອງບາ​ນີ ຖັດ​ຕໍ່ເຂົາ​ໄປ​ຣາ​ຊາ​ບີ​ຢາ ຜູ້​ປົກ​ຄອງ​ແຂວງ​ເກ​ອີ​ລາ​ເຄິ່ງ​ນຶ່ງ​ໄດ້​ສ້ອມ​ແຊມ​ສ່ວນ​ຂອງ​ເຂົາ

18 ຖັດ​ຕໍ່ເຂົາ​ໄປ​ພີ່​ນ້ອງ​ຂອງ​ເຂົ​ໄດ້​ສ້ອມ​ແຊມຄື ບາວວັຍບຸດ​ເຮ​ນາ​ດາດ ຜູ້​ປົກ​ຄອງແຂວງ​ເກ​ອີ​ລາ​ເຄິ່ງ​ນຶ່ງ

19 ຖັດຕໍ່​ເຂົາ​ໄປ​ຄື ເອ​ເຊີ​ບຸດ​ເຢ​ຊູ​ອາ ຜູ້​ປົກ​ຄອງ​ເມືອງ​ມີ​ສ​ປາ​ໄດ້​ສ້ອມ​ແຊມ​ອີກ ສ່ວນ​ນຶ່ງ​ກົງ​ຂ້າມ​ກັບ​ທາງ​ຂຶ້ນ​ໄປ​ຍັງ​ຄັງ​ອາ​ວຸດ​ຕົງ​ທີ່​ແຈ​ມຸມຫັກ​ຂອງ​ກຳ​ແພງ

20 ຖັດຕໍ່​ເຂົາ​ໄປ​ຄື ບາ​ບາ​ຣູກ​ບຸດຊັບ​ບັຍ ໄດ້​ສ້​ອມ​ແຊມ​ຢ່າງ​ຮ້ອນ​ໃຈ​ອີກ​ສ່ວນ​ນຶ່ງ ຕັ້ງ​ແຕ່ແຈ​ມຸມຫັກ​ຂອງ​ກຳ​ແພງຈົນ​ເຖິງ​ປະ​ຕູ​ເຮືອນ​ຂອງ​ປະ​ໂຣ​ຫິດເອ​ລີ​ຢາຊີບ

21 ຖັ​ດຕໍ່​ເຂົາ​ໄປ​ຄື ເມ​ເຣ​ໂມ​ທ​ບຸດ​ອູ​ຣີ​ຢາ ຜູ້​ເປັນ​ບຸດ​ຮັກ​ໂກ​ສ ໄດ້​ສ້ອມ​ແຊມ​ອີກ​ສ່ວນ​ນຶ່ງ ຕັ້ງ​ແຕ່​ປະ​ຕູ​ເຮືອນ​ຂອງ​ເອ​ລີ​ຢາ​ຊີບ​ເຖິງ​ປາຍ​ເຮືອນ​ຂອງ​ເອ​ລີ​ຢາ​ຊີບ

22 ຖັດຕໍ່​ເຂົາ​ໄປ​ຄື​ບັນ​ດາ​ປະ​ໂຣ​ຫິດ​ຊາວ​ທີ່​ຮາບ​ພຽງ​ໄດ້​ສ້ອມ​ແຊມ

23 ຖັດຕໍ່​ເຂົາ​ໄປ​ຄື ເບັນ​ຢາ​ມີນ ແລະ​ຮັ​ສ​ຊູບ​ໄດ້​ສ້ອມ​ແຊມ​ກົງ​ກັນຂ້າມ​ກັບ​ບ້ານ​ຂອງ​ເຂົາ​ທັງ​ຫລາຍ ຖັດຕໍ່​ເຂົາ​ໄປ ອາ​ຊາ​ຣີ​ຢາ​ບຸດ​ມາ​ອາ​ຊັຍ​ຢາ ຜູ້​ເປັນ​ບຸດ​ອາ​ນາ​ນີ​ຢາ ໄດ້​ສ້ອມ​ແຊມ​ຂ້າງ​ເຮືອນ​ຂອງ​ເຂົາ​ເອງ

24 ຖັດຕໍ່​ເຂົາ​ໄປ​ຄື ບີນ​ນູ​ອີບຸດ​ເຮ​ນາ​ດາດ ໄດ້​ສ້ອມ​ແຊມ​ອີກ​ສ່ວນ​ນຶ່ງ ຕັ້ງ​ແຕ່​ບ້ານ​ຂອງ​ອາ​ຊາ​ຣີ​ຢາ ເຖິງ​ແຈ​ມຸມ​ຫັກ​ຂອງ​ກຳ​ແພງ

25 ປາ​ລານ​ບຸດ​ອູ​ຊັຍ ໄດ້​ສ້ອມ​ແຊມ​ທີ່​ກົງກັນ​ຂ້າມ​ກັບ​ແຈ​ມຸມ​ຫັກ ແລະ​ຫໍ​ຄອຍ​ທີ່​ຍື່ນ​ຈາກ​ພຣະ​ຣາ​ຊວັງ​ຫລັງ​ເທິງ​ທີ່​ລານ ທະ​ຫານ​ຮັກ​ສາ​ພຣະ​ອົງ ຖັດ​ຕໍ່ເຂົາ​ໄປ​ຄື ເປ​ດັຍ​ຢາ​ບຸດ​ຂອງ​ປາ​ໂຣ​ສ

26 ແລະ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ຢູ່​ທີ່​ໂອ​ເຟ​ນ ໄດ້​ສ້ອມ​ແຊມ​ໄປ​ຈົນ​ເຖິງ​ທີ່​ກົງກັນ​ຂ້າມ​ກັບ​ປະ​ຕູ​ນ້ຳ​ທາງ​ດ້ານ​ຕາ​ເວັນ​ອອກ ແລະ​ທີ່​ຫໍ​ຄອຍ​ຍື່ນ​ອອກ​ໄປ

27 ຖັດຕໍ່​ເຂົາ​ໄປ​ຊາວ​ເຕ​ໂກ​ໄດ້​ສ້ອມ​ແຊມ​ອີກ​ສ່ວນ​ນຶ່ງ​ກົງກັນ​ຂ້າມ​ກັບ​ຫໍ​ຄອຍໃຫຍ່​ທີ່​ຍື່ນ​ອອກ​ໄປ​ໄກ​ໄປ​ຈົນ​ເຖິງ​ປະ​ຕູ​ເມືອງ​ເອ​ເຟນ

28 ບັນ​ດາ​ປະ​ໂຣ​ຫິດ​ໄດ້​ສ້ອມ​ແຊມ​ເຫນືອ​ປະ​ຕູ​ມ້າ​ຂຶ້ນ​ໄປ ຕ່າງ​ກໍ​ສ້ອມ​ທີ່​ກົງກັນ​ຂ້າມ​ກັບ​ເຮືອນ​ຂອງ​ຕົນ

29 ຖັດ​ຕໍ່ເຂົາ​ໄປ​ຊາ​ໂດກ​ບຸດ​ອີມ​ເມີ​ ໄດ້​ສ້ອມ​ແຊມທີ່​ກົງ​ກັ​ນຂ້າມ​ກັບ​ເຮືອນ​ຂອງ​ເຂົາ ຖັດຕໍ່​ເຂົາ​ໄປ​ເຊ​ມັຍ​ຢາບຸດ​ເຊ​ກາ​ນີ​ຢາ ຄົນ​ເຝົ້າ​ປະ​ຕູ​ຕາ​ເວັນ​ອອກ​ໄດ້​ສ້ອມ​ແຊມ

30 ຖັດຕໍ່​ເຂົາ​ໄປ​ຮາ​ນາ​ນີ​ຢາ​ບຸດ​ເຊ​ເລ​ມີ​ຢາ ແລະ​ຮາ​ນູນ​ບຸດ​ຄົນ​ທີ່​ຫົກ​ຂອງ​ຊາ​ລາ​ຟ ໄດ້​ສ້​ອມ​ແຊມ​ອີກ​ສ່ວນ​ນຶ່ງ ຖັດ​ຕໍ່ເຂົາ​ໄປ​ຄື ເມ​ຊູນ​ລາມ​ບຸດ​ເບ​ເຣ​ຄີ​ຢາ​ ໄດ້​ສ້ອມ​ແຊມ​ກົງກັນ​ຂ້າມ​ກັບ​ຫ້ອງ​ຂອງ​ເຂົາ

31 ຖັດ​ຕໍ່ເຂົາ​ໄປ ມັນ​ຄີ​ຢາ​ຊ່າງ​ທອງ​ຄຳ​ຄົນ​ນຶ່ງ​ໄດ້​ສ້ອມ​ແຊມ​ໄກ​ໄປ​ຈົນ​ເຖິງ​ເຮືອນ​ຂອງ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ແລະ​ຂອງ​ພໍ່​ຄ້າ ກົງກັນ​ຂ້າມ​ກັບ​ປະ​ຕູ​ກວດ​ພົນ ຈົນ​ເຖິງ​ຫ້ອງ​ຊັ້ນ​ເທິງ​ທີ່​ແຈ​ມຸມ

32 ແລະ​ລະ​ຫວ່າງ​ຫ້ອງ​ຊັ້ນ​ເທິງ​ທີ່​ແຈ​ມຸມ ກັບ​ປະ​ຕູແກະ​ນັ້ນ ບັນ​ດາ​ຊ່າງ​ທອງ​ແລະ​ພໍ່​ຄ້າ​ໄດ້​ສ້ອມ​ແຊມ

 

4. ພວກ​ສັດ​ຕຣູ​ຂັດ​ຂວາງວຽກ​ງານ​ຂອງ​ເນ​ເຫມີ

1   ເມື່ອ​ຊານ​ບັນ​ລັດ​ໄດ້​ຍິນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ທີ່​ເປັນ​ຊາວ​ຢູ​ດາ​ກຳ​ລັງ​ສ້າງ​ກຳ​ແພງ​ເມືອງ ທ່ານ​ກໍ​ໂມໂຫ​ຂຶ້ນ ​ແລະ​ເວົ້າ​ເຍາະ​ເຍີ້ຍ​ພວກ​ຢິວ

2   ເຂົາ​ເວົ້າ​ຕໍ່​ຫນ້າ​ພີ່​ນ້ອງ​ຂອງ​ເຂົາ ​ແລະ​ຕໍ່​ຫ​ນ້າ​ກອງ​ທະ​ຫານ​ຊາ​ມາ​ເຣັຽວ່າ, “ຊາວ​ຢູ​ດາ​ທີ່​ຫນ້າ​ສົມ​ເພດ​ເວດ​ທະ​ນາ​ພວກ​ນີ້ ຄິດ​ຢ່າງ​ໃດ​ຈຶ່ງ​ເຮັດຢ່າງ​ນີ້ ພວກ​ເຂົາ​ຄາດ​ຫມາຍ​ວ່າ​ຈະ​ສ້າງ​ເມືອງ​ຂຶ້ນ​ໃຫມ່​ຊັ້ນ​ບໍ ພວກ​ເຂົາ​ຄິດ​ວ່າ​ຈະ​ສາ​ມາດ​ທຳ​ໃຫ້​ແລ້ວ​ໃນ​ວັນ​ດຽວ​ໂດຍ​ການ​ເຜົ​ເຄື່ອງ​ຖວາຍ​ບູ​ຊາ​ຊັ້ນ​ບໍ ພວກ​ເຂົາ​ຈະ​ເອົາ​ເສດ​ກຳ​ແພງ​ທີ່​ຖືກ​ທຳ​ລາຍ​ແລ້ວ​ນັ້ນ​ມາ​ກໍ່​ສ້າງ​ອີກ​ໄດ້​ຊັ້ນ​ບໍ”

3   ໂຕ​ບີ​ຢາ ຊາວ​ອັມ​ໂມນ​ທີ່​ຢືນ​ຢູ່​ຂ້າງ​ທ່ານ​ໄດ້​ເວົ້າ​ຕື່ມ​ຂຶ້ນ​ວ່າ, “ພວກ​ເຂົາ​ກໍ່​ສ້າງກຳ​ແພງ​ແບບ​ໃດ​ກັນ ແມ່ນ​ແຕ່​ຫມາ​ແລ່ນ​ຕຳ​ກໍ​ຍັງ​ຊິ​ລົ້ມ”

4   ຂ້າ​ພະ​ເຈົ້າ​ເນ​ເຫມີ ຈຶ່ງ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຟັງ​ຄຳ​ທີ່​ພວກ​ເຂົາ​ດູ​ຖູກຢຽບ​ຫຍາມ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ ຂໍ​ໃຫ້​ຄຳ​ເຍາະ​ເຍີ້ຍ​ນັ້ນ​ຕົກ​ຖືກ​ຕົວ​ເຂົາ​ເອງ ແລະ​ຂໍ​ໃຫ້​ເຂົາ​ໄປ​ເປັນ​ຄົນ​ຂີ້​ຄຸ​ກ​ຢູ່​ຕ່າງ​ປະ​ເທດ​ເທີນ

5   ຂໍ​ພຣະ​ອົງ​ຢ່າ​ໃຫ້​ອະ​ພັຍ​ໂທດ​ໃນ​ຄວາມ​ຊົ່ວ​ຊ້າ​ຂອງ​ເຂົາ ແລະ​ຂໍ​ຢ່າ​ໄດ້​ລືມ​ຄວາມ​ບາບ​ຂອງ​ພວກ​ເຂົາ ເພາະ​ວ່າ​ພວ​ກ​ເຂົາ​ຫມິ່ນ​ປະ​ຫມາດ​ພວກ​ຂ້າ​ພຣະ​ອົງຜູ້​ກຳ​ລັງ​ສ້າງ​ເມືອງ​ນີ້”

6   ດັ່ງ​ນັ້ນ ພວກ​ຂ້າ​ພ​ເຈົ້າ​ຈຶ່ງ​ພາ​ກັນ​ສ້າງ​ກຳ​ແພງ​ເມືອງ​ຕໍ່​ໄປ ບໍ່​ພໍ​ເທົ່າ​ໃດ​ກຳ​ແພງ​ເມືອງ​ກໍ​ສູງ​ຂຶ້ນ​ໄດ້​ເຄິ່ງ​ນຶ່ງ​ແລ້ວ ຍ້ອນ​ວ່າ​ປະ​ຊາ​ຊົນ​ພ​ກັນ​ຮ້ອນ​ຮົນ​ຕໍ່​ວຽກການ

7   ເມື່ອຊານ​ບັນ​ລັດ ແລະ​ໂຕ​ບີ​ຢາ ຊາວ​ອາ​ຣາ​ເບັຽ ຊາວ​ອັມ​ໂມນ ແລະ​ຊາວ​ອັ​ສ​ໂດດ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຂ້າ​ພະ​ເຈົ້າ​ສ້າງ​ກຳ​ແພງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຄືບ​ຫນ້າ​ຕໍ່​ໄປ ແລະ​ທັງ​ຮູ້​ວ່າ​ປ່ອງ​ທີ່​ແຕກ​ກໍ​ໄດ້​ອັດ​ຫມົດ​ແລ້ວ ພ​ວກ​ເຂົາ​ຈຶ່ງ​ຄຽດ​ແຄ້ນ​ຫລາຍ

8   ດັ່ງ​ນັ້ນ ພວ​ກ​ເຂົາ​ຈຶ່ງ​ພາ​ກັນ​ວາງ​ແຜນ​ຕໍ່​ສູ້​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ສ້າງ​ຄວາມ​ປັ່ນ​ປ່ວນ​ຂຶ້ນ

9    ແຕ່​ພວກ​ຂ້າ​ພ​ເຈົ້າ​ໄດ້​ອ້ອນວອນ​ພຣະ​ເຈົ້າຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ​ຈັດ​ທະ​ຫານ​ເຝົ້າ​ຍາມ​ຕໍ່​ຕ້ານ​ພວກ​ເຂົາ​ຕລອດ​ວັນ​ຕລອດ​ຄືນ

10 ຊາວ​ຢູ​ດາ​ພາ​ກັນ​ຮ້ອງ​ເພງວ່າ “ພວກ​ເຮົາ​ອ່ອນ​ແຮງ​ໃນ​ການ​ຂົນ​ຂອງ ຫີນ​ແຕກ​ຫມຸ່ນ​ທີ່​ຈະ​ຕ້ອງ​ເອົາ​ໄປ​ຖິ້ມ​ນັ້ນ​ຫລາຍ​ໂພດ ວັນ​ນີ້​ພວກ​ເຮົາ​ຈະ​ສ້າງ​ກຳ​ແພງ​ເມືອງ​ໄດ້​ຢ່າງ​ໃດ”

11 ພວກ​ສັດ​ຕ​ຣູ​ຄິດ​ວ່າ ພວກ​ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ເຂົາ ແລະ​ເວົ້າ​ວ່າ “ພວກ​ເຂົາ​ບໍ່​ຮູ້​ຈັກ​ເຫດ​ການ​ທີ່​ເກີດ​ຂຶ້ນ ຈົນ​ວ່າ​ເຂົາ​ໄດ້​ມາ​ຢູ່​ໃນ​ເມືອງ​ນີ້​ແລ້ວ ເພື່ອ​ປະ​ຫານ​ຊີ​ວິດ ແລະ​ຂັດ​ຂວາງວຽກ​ງານ​ຂອງ​ພວກ​ຂ້າ​ພະ​ເຈົ້າ

12 ພວກ​ຢູ​ດາ​ທີ່​ຢູ່​ນຳ​ພວກ​ສັດ​ຕ​ຣູ​ກໍ​ມາ​ເຕືອນ​ພວກ​ເຮົາ​ທຸກ​ລະ​ຍະ​ເຖິງແຜນ​ການ​ທີ່ສັດ​ຕ​ຣູ​ວາງ​ຕໍ່​ສູ້

13 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ຫອກ ດາບ ແລະ​ຫນ້າ​ທະ​ນູ​ໃຫ້​ປະ​ຊາ​ຊົນ ໂດຍ​ຈັດ​ໃຫ້​ເຂົາ​ຢູ່​ເປັ​ນ​ກຸ່ມ​ທາງ​ເບື້ອງ​ຫລັງ​ຂອງ​ກຳ​ແພງ​ຕາມ​ບ່ອນ​ທີ່​ຍັງ​ບໍ່​ທັນ​ແລ້ວ

14 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ປະ​ຊາ​ຊົນ​ມີ​ຄວາ​ມກັງ​ວົນ​ໃຈ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ເຂົ ແລະ​ພວກ​ຜູ້​ນຳ​ພ້ອມ​ທັງພວກ​ຂ້າ​ຣາ​ຊການ​ວ່າ, “ບໍ່​ຕ້ອງ​ຢ້ານ​ພ​ວກ​ສັດ​ຕ​ຣູ​ດອກ ຈົ່ງ​ຈື່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຍິ່ງ​ໃຫຍ່ ແລະ​ເປັນ​ທີ່​ເກງ​ກົວ​ຫລາຍ ພຣະ​ອົງ​ຊົງ​ຕໍ່​ສູ້​ເພື່ອ​ເພື່ອນ​ຮ່ວມ​ຊາດ ເພື່ອ​ລູກ​ເມັຽ ແລະ​ປະ​ເທດ​ຊາດ​ຂອງ​ທ່ານ”

15 ເມື່ອ​ພວກ​ສັດ​ຕ​ຣູ​ໄດ້​ຮູ້​ຂ່າວ​ວ່າ ພວ​ກ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ແຜນ​ການ​ຂອງ​ເຂົາ ພວກ​ເຂົາ​ຈຶ່ງ​ຮູ້​ວ່າ​ພຣະ​ເຈົ້າ​ຊົງ​ທຳ​ໃຫ້​ແຜນ​ການ​ຂອງ​ເຂົາ​ຜ່າຍ​ແພ້​ໄປ ສ່ວນ​ພວກ​ຂ້າພະ​ເຈົ້າ​ທຸກ​ຄົນ​ກໍ​ກັບ​ຄືນ​ເມືອ​ເຮັດ​ວຽກ​ຕາມ​ກຳ​ແພງ​ເມືອງ

16 ຈາກ​ນັ້ນ ປະ​ຊາ​ຊົນ​ຂອງ​ຂ້າ​ພະ​ເຈົ້າ​ເຄິ່ງ​ນຶ່ງ​ກໍ​ພາ​ກັນ​ເຮັດ​ວຽກ ແຕ່​ສ່ວນ​ເຄິ່ງ​ນຶ່ງ​ອີກ​ໄດ້​ເປັນ​ທະ​ຫານ​ຍາມ ພວກ​ເຂົາ​ຖື​ດາບ ທະ​ນູ ແຜ່ນ​ເຫລັກ​ຕ້າ​ນທານ ແລະ​ນຸ່ງ​ເຄື່ອງ​ຫຸ້ມ​ເກາະ ແລະ​ພວກ​ຜູ້​ນຳ​ກໍ​ສ​ນັບ​ສນູນ​ຊາວ​ຢູ​ດາ​ຢ່າງ​ເຕັມ​ທີ່ ຄື​ພວກ​ທີ່​ສ້ອມ​ແຊມ​ເມືອງ​ນັ້ນ

17 ສ່ວນ​ພວກ​ລຳ​ລຽງ​ເຄື່ອງ​ກໍ່​ສ້າງ​ແຕ່​ລະ​ຄົນ​ມື​ນຶ່ງ​ຖື​ເຄື່ອງ ແລະ​ມື​ນຶ່ງ​ອີກ​ຖື​ອາ​ວຸດ

18 ພວກ​ທີ່​ກໍ່​ສ້າງ​ໃນ​ເວ​ລາ​ເຮັດ​ວຽກ​ກໍ​ມີ​ດາບ​ເນັບ​ແອວ​ໄວ້​ທຸກ​ຄົນ ສ່ວນ​ຜູ້​ທີ່​ເປົ່າ​ແກ​ສັນ​ຍານບອກ​ເຫດ​ການ​ນັ້ນໄດ້​ຢູ່​ກັບ​ຂ້າ​ພະ​ເຈົ້າ

19 ຂ້າ​ພະ​ເຈົ້າ​ບອກກັບ​ປະ​ຊາ​ຊົນ ພວກ​ຂ້າ​ຣາ​ຊ​ການ ແລະ​ພວກ​ຜູ້​ນຳ​ໃຫ້​ເຂົ້າ​ໃຈ​ວ່າ “ວຽກ​ງານ​ຂອງ​ພວກ​ເຮົາ​ໄດ້​ຂະ​ຫຍາຍ​ອອກ​ໄປ​ເປັນ​ລະ​ຍະ​ໄກ ແລະ​ພວກ​ເຣົາ​ໄດ້​ຢາຍ​ກັນ​ຢູ່​ຫ່າງໆ​ເທິງ​ກຳ​ແພງ

20 ຖ້າ​ພວກ​ທ່ານ​ໄດ້​ຍິນ​ສຽງ​ສັນ​ຍານບອກ​ເຫດ​ຈົ່ງ​ພາ​ກັນ​ຮີບ​ມາ​ທ້ອນ​ໂຮມ​ຢູ່​ອ້ອມ​ຮອບ​ຂ້າ​ພະ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຈະ​ສູ້​ຮົບ​ໃຫ້​ພວກ​ເຮົາ​ເອງ”

21 ດັ່ງ​ນັ້ນ ທຸກໆ​ວັນ​ຕັ້ງ​ແຕ່​ເຊົ້າ​ມືດ​ຈົນ​ເຖິງ​ດາວ​ອອກ​ໃນ​ເວ​ລາ​ກາງ​ຄືນ ຄົນ​ເຄິ່ງ​ນຶ່ງ​ໃນ​ພວກ​ຂ້າ​ພະ​ເຈົ້າ​ກໍ​ເຣັດ​ວຽກ​ຢູ່​ຕາມ​ກຳ​ແພງ ແລະ​ພວກ​ເຄິ່ງ​ນຶ່ງ​ອີກ​ກໍ​ຖືຫອກ​ຢືນຍາມ

22 ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ບອກ​ໃຫ້​ຜູ້ມີ​ພາ​ຣະ​ເຮັດ​ວຽກ​ທຸກ​ຄົນ​ພ້ອມ​ທັງ​ຜູ້​ຊ່ອຍ​ຂອງ​ພວກ​ເຂົາ​ຄ້າງ​ຄືນ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ໃຫ້​ເຂົາ​ຍມ​ເມືອງ​ໃນ​ເວ​ລາ​ກາງ​ຄືນ ແລະ​ເຮັດ​ວຽກ​ໃນ​ເວ​ລາກາງ​ເວັນ

23 ຂ້າ​ພະ​ເຈົ້າ​ພ້ອມ​ຫມູ່​ເພື່ອນ ຍາດ​ພີ່​ນ້ອງ ຄົນ​ໃຊ້ ແລະ​ຄົນ​ເຝົ້າ​ຍາມ​ປະ​ຈຳ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຖອດ​ເຄື່ອງ​ນຸ່ງ​ໃນ​ຕອ​ນກາງ​ຄືນ ພວກ​ຂ້າ​ພະ​ເຈົ້າ​ທຸກ​ຄົນ​ກໍ​ບໍ່​ໄດ້​ປະ​ອາ​ວຸດ​ຈັກ​ເທື່ອ

 

5. ລົ້ມ​ເລີ​ກ​ການ​ເກັບ​ດອກ​ເບັ້ຽ​ເງິນ​ຢືມ

1   ມີ​ສຽງ​ຮ້ອງ​ຈົ່ມຂອງ​ປະ​ຊາ​ຊົນ​ ແລະ​ຂອງ​ພັ​ຣ​ຍາ​ຂອງ​ເຂົາ​ກ່າວ​ໂທດ​ພີ່​ນ້ອງ​ພວກ​ຢິວ

2   ເພາະ​ມີ​ຄົນ​ທີ່​ກ່າວ​ວ່າ “ເຮົາ​ຫລາຍ​ຄົນ​ດ້ວຍ​ກັນ ທັງ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຮົາ ຂໍ​ໃຫ້​ເຮົາ​ໄດ້​ເຂົ້າ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ປະ​ທານ​ແລະ​ມີ​ຊີ​ວິດ​ຢູ່​ໄດ້”

3   ແລະ​ມີ​ຄົນ​ກ່າວ​ວ່າ, “ເຮົາ​ຕ້ອງ​ຈຳ​ນຳ​ໄຮ່​ນາ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ເຂົ້າ ເພາະ​ເຫດ​ການ​ອຶດ​ຢາກອາ​ຫານ”

4   ແ​ລະ​ຄົນ​ອື່ນໆ​ກ່າວ​ວ່າ, “ເຮົາ​ໄດ້​ຂໍ​ຢືມ​ເງິນ​ມາ​ເປັນ​ຄ່າ​ພາ​ສີ​ຖວາຍ​ກະ​ສັດ ໂດຍຈຳ​ນຳ​ນາ​ແລະ​ສວນ​ອະ​ງຸ່ນ​ຂອງ​ເຮົາ

5   ເນື້ອ​ຂອງ​ເຣົາ​ເປັນ​ເຫມືອນ​ເນື້ອ​ພີ່​ນ້ອງ​ຂອງ​ເຮົາ ລູກ​ຂອງ​ເຮົາ​ກໍເຫມືອນ​ລູກ​ຂອງ​ເຂົາ ແຕ່​ເຣົາ​ກໍ​ຍັງ​ໃຫ້​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຮົາ​ເປັນ​ທາດ ບຸດ​ຍິງ​ຂອງ​ເຮົາ​ບາງ​ຄົນ​ເປັນ​ທາດ​ແລ້ວ ແລະ​ເຮົາ​ຊ່ອຍ​ເຂົາ​ບໍ່​ໄດ້ ເພາະ​ຄົນ​ອື່ນ​ຍຶດ​ນາ​ ແລະ​ສວນ​ອະ​ງຸ່ນຂອງ​ເຮົາ”

6   ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຈົ່ມ​ຂອງ​ເຂົາ ແລະ​ຖ້ອຍ​ຄຳ​ຂອງ​ເຂົາ ຂ້າ​ພະ​ເຈົ້ກໍ​ຄຽດ​ແຄ້ນ

7   ຂ້າ​ພະ​ເຈົ້າ​ຄິດ​ຕຶກ​ຕອງ​ແລ້ວ​ກໍ​ນຳ​ຄວາມ​ນີ້​ໄປ​ກ່າວ​ຫາ​ພວກ​ຂຸນ​ນາງ​ແລະ​ເຈົ້າ​ຫນ້າ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຕ່າງ​ຄົນ​ຕ່າງ​ໄດ້​ໃຫ້​ຢືມ​ເງິນ​ໂດຍ​ຮຽກ​ຂອງ​ປະ​ກັນ​ຈາກ​ພີ່​ນ້ອງ​ຂອງ​ຕົນ” ແລະ​ຂ້າ​ພະ​ເຈົ້າ​ກໍ​ເອີ້ນ​ຊຸມ​ນຸມ​ໃຫຍ່​ມາ​ສູ້​ກັບ​ເຂົາ

8   ຂ້າ​ພະ​ເຈົ້າ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ໄດ້​ໄຖ່​ພວກ​ຢິວ​ພີ່​ນ້ອງ​ຂອງ​ເຮົາ​ຜູ້​ຖືກ​ຂາຍ​ໄປ​ຕ່າງ​ປະ​ເທດ​ຄືນ​ມາ ຕາມ​ແຕ່​ເຮົາ​ຈະ​ສາ​ມາດ​ທຳ​ໄດ້ ແຕ່​ທ່ານ​ກັບ​ຂາຍ​ພີ່​ນ້ອງ​ຂອງ​ທ່ານ ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຂາຍ​ໃຫ້​ແກ່​ພວກ​ເຮົາ” ຄົນ​ທັງ​ຫລາຍກໍ​ງຽບ​ຢູ່ ເວົ້າ​ບໍ່​ອອກ

9   ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ສິ່ງ​ທີ່​ທ່ານ​ທັງ​ຫລາຍ​ທຳ​ຢູ່​ນັ້ນ​ບໍ່​ດີ ບໍ່​ຄວນ​ທີ່​ທ່ານ​ຈະ​ດຳ​ເນີນ​ໃນ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ປ້ອງ​ກັນ​ການ​ເຍາະ​ເຍີ້ຍ​ຂອງ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ສັດ​ຕ​ຣູຂອງ​ເຮົາ​ດອກ​ຫລື

10 ນອກ​ຈາກ​ນີ້ ຂ້າ​ພ​ເຈົ້າກັບ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເຂົາ​ຢືມ​ເງິນ​ແລະ​ຢືມ​ເຂົ້າ ໃຫ້​ເຮົາ​ເລີກກນ​ໃຫ້​ຢືມ​ໂດຍ​ເອີ້ນ​ຂອງ​ປະ​ກັນ​ນັ້ນ​ເສັຽ​ເຖີດ

11 ໃນ​ວັນ​ນີ້ ຂໍ​ຈົ່ງຄືນ​ນາ ສວນ​ອະ​ງຸ່ນ ສວນ​ຫມາກກອກ ແລະ​ເຮືອນ​ຂອງ​ເຂົາ ແລະ​ສ່ວນ​ຮ້ອຍ​ຂອງ​ເງິນ ເຂົ້າ ເຫລົ້າ​ອະ​ງຸ່ນ ແລະ​ນ້ຳ​ມັນ ຊຶ່ງ​ທ່ານ​ໄດ້​ຍຶດ​ເອົາ​ຈາກ​ເຂົາ​ນັ້ນ​ເສັຽ”

12 ແລ້ວ​ເຂົາ​ທັງ​ຫລາຍ​ເວົ້າ​ວ່າ, “ເຮົາ​ຈະ​ຄືນ​ສິ່ງ​ເຫລົ່າ​ນີ້​ແລະ​ຈະ​ບໍ່​ຮຽກ​ຮ້ອງ​ສິ່ງ​ໃດໆ​ຈາກ​ເຂົາ​ທັງ​ຫລາຍ ເຮົາ​ຈະ​ກະ​ທຳ​ຕາມ​ທີ່​ທ່ານ​ເວົ້າ” ແລະ​ຂ້າ​ພະ​ເຈົ້າ​ກໍ​ເອີ້ນ​ບັນ​ດາ​ປະ​ໂຣ​ຫິດ​ມາ ແລະ​ໃຫ້​ປ​ໂຣ​ຫິດ​ເອົາ​ຄຳ​ສາ​ບານ​ຈາກ​ເຂົາ​ທັງ​ຫລາຍ​ວ່າ​ເຂົາ​ຈະ​ກະ​ທຳ​ຕາມ​ທີ່​ເຂົາ​ສັນ​ຍາ​ແລ້ວ​ນັ້ນ

13 ຂ້​ພ​ເຈົ້າ​ກໍ​ແກ້​ຜ້າ​ຄຽນ​ແອວ​ອອກ​ສັ່ນ​ໄປ​ມາ​​ ຂ້າ​ພະ​ເຈົ້າ​ໄດ້ເວົ້າ​ວ່າ, “ດັ່ງ​ນັ້ນ​ແຫລະ ຖ້າ​ຄົນ​ໃດ​ບໍ່​ໄດ້​ກະ​ທຳ​ຕາມ​ສັນ​ຍາ​ນີ້ ຂໍ​ພຣະ​ເຈົ້າ​ຊົງ​ສັ່ນເຂົາ​ເສັຽ​ຈກ​ເຮືອນ​ຂອງ​ເຂົາ​ ແລະ​ຈາກ​ການ​ງານ​ຂອງ​ເຂົາ​ໃຫ້​ເຂົາ​ຖືກ​ສັ່ນ​ອອກ​ແລ້ວ​ໄປ​ຕົວ​ເປົ່າ” ແລະ​ຊຸມ​ນຸມ​ທັງ​ປວງ​ກ່າວ​ວ່າ, “ອາ​ແມນ” ແລະ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ ແລ້ວ​ປະ​ຊາ​ຊົນ​ກໍ​ໄດ້​ກະ​ທຳ​ຕາມ​ທີ່​ເຂົາ​ໄດ້​ສັນ​ຍາ​ໄວ້

14 ນອກ​ຈາກ​ນີ້ ຕັ້ງ​ແຕ່​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ໃນ​ແຜ່ນ​ດິນ​ຢູ​ດາ ຕັ້ງ​ແຕ່​ປີ​ທີ່​ຊາວ​ຈົນ​ປີ​ທີ່​ສາມ​ສິບ​ສອງ​ແຫ່ງ​ຣັ​ຊ​ການ​ອາກ​ຕາ​ເຊີ​ເຊ​ສ​ພຣະ​ຣາ​ຊາ ສິບ​ສອງ​ປີ​ດ້ວຍ​ກັນ ຂ້າ​ພະ​ເຈົ້າ​ຫລື​ພີ່​ນ້ອງ​ຂອງ​ຂ້າ​ພ​ເຈົ້າ​ບໍ່​ໄດ້​ຮັບ​ປະ​ທານ​ອາ​ຫານ​ຂອງ​ຕຳ​ແຫນ່ງຜູ້​ວ່າ​ຣາ​ຊ​ການ

15 ຜູ້​ວ່າ​ຣາ​ຊ​ການ​ຄົນ​ທີ່​ຢູ່​ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ບຽດ​ບຽນ​ປະ​ຊາ​ຊົນ ໄດ້​ເອົາ​ເງິນ​ເປັນ​ຄ່າ​ອາ​ຫານ​ແລະ​ເຫລົ້​ອະ​ງຸ່ນ​ໄປ​ຈາກ​ເຂົາ​ວັນ​ລະ​ສີ່​ສິບ​ເຊ​ເກ​ລ ແມ່ນ​ແຕ່ຂ້າ​ຣາ​ຊ​ການ​ຂອງ​ທ່ານ​ກໍ​ໄດ້​ໃຊ້​ອຳ​ນາດ​ເຫນືອ​ປະ​ຊາ​ຊົນ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກະ​ທຳ​ເຊັ່ນ​ນັ້ນ ເພາະ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ

16 ຂ້າ​ພະ​ເຈົ້​ຍັງ​ຍຶດ​ງານ​ສ້າງ​ກຳ​ແພງ​ເມືອງ​ນີ້​ຢູ່ ແລະ​ບໍ່​ໄດ້​ຫາ​ທີ່​ດິນ​ເລີຍ ແລະ​ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ທັງ​ສິ້ນ​ກໍ​ໄດ້​ຊຸມ​ນຸມ​ກັນ​ທຳ​ງານ​ກັນ​ທີ່​ນັ້ນ

17 ນອກ​ຈາກ​ນີ້ ຂ້າ​ພະ​ເຈົ້າ​ມີ​ຄົນ​ນຶ່ງ​ຮ້ອຍ​ຫ້າ​ສິບ​ ກິນ​ລ້ຽງ​ຮ່ວມ​ໂຕະ​ກັບ​ຂ້າ​ພະ​ເຈົ້າ ຄື​ພວກ​ຢິວ​ແລະ​ເຈົ້​ຫນ້າ​ທີ່​ນອກ​ເຫ​ນືອ​ຈາກ​ບັນ​ດາ​ຜູ້​ທີ່​ມາ​ຢູ່​ກັບ​ເຣົາ​ທັງ​ຫລາ​ຍ​ຈາກ​ປະ​ຊາ​ຊາດ​ຜູ້​ຊຶ່ງ​ຢູ່​ຮອບ​ເຮົາ

18 ສິ່ງ​ທີ່​ຕຽມ​ໄວ້​ໃນ​ວັນ​ນຶ່ງໆ​ມີ​ງົວໂຕນຶ່ງ ແລະ​ແກະ​ທີ່​ຄັດ​ເລືອກ​ແລ້ວ​ຫົກ​ໂຕ ເປັດ​ໄກ່​ເຂົາ​ກໍ​ຈັດ​ໄວ້​ໃຫ້​ຂ້າ​ພະ​ເຈົ້າ​ດ້ວຍ​ໃນ​ທຸກໆ​ສິບ​ວັນ ເຫລົ້​ອະ​ງຸ່ນ​ມາ​ກ​ມາຍ​ຫລາຍ​ຖົງ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ເອົາ​ສ່ວນ​ອາ​ຫານ​ຂອງ​ຕຳ​ແຫນ່ງ​ຜູ້​ວ່າ​ຣາ​ຊ​ການ​ເພາະ​ວ່າ​ການ​ບົວ​ລະ​ບັດ​ນັ້ນ​ຫນັກ​ແຮງ​ເທິງຊົນ​ຊາດ​ນີ້​ຢູ່​ແລ້ວ

19 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຣະ​ລຶກ​ເຖິງ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ຊົນ​ຊາດ​ນີ້ ໃຫ້​ເກີດ​ຜົນ​ດີ​ເຖີດ

 

6. ການ​ປອງ​ຮ້າຍ​ຂອງ​ສັດ​ຕ​ຣູ

1   ຢູ່​ມາ​ເມື່ອ​ມີ​ຣາຍ​ງານ​ໃຫ້​ຊາ​ນ​ບັນ​ລັດ ໂຕ​ບີ​ອາ ແລະ​ເກ​ເຊມ ຊາວ​ອາ​ຣັບ​ກັບ​ສັດ​ຕ​ຣູ​ອື່ນ​ຂອງ​ເຮົາ​ທັງ​ຫລາຍ​ຊາບ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ກໍ່ກຳ​ແພງ ແລະ​ບໍ່​ມີ​ຊ່ອງ​ໂຫວ່​ເຫລື​ອຢູ່ (ແມ່ນ​ວ່າ​ໃນ​ຄວນັ້ນ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ໄດ້​ຕັ້ງ​ບານ​ປະ​ຕູ​ທີ່​ປະ​ຕູ​ເມືອງ)

2   ຊານບັນ​ລັດ ກັບ​ເກ​ເຊມ​ໃຊ້​ໃຫ້​ມາ​ຫາ​ຂ້າ​ພະ​ເຈົ້​ວ່າ, “ຂໍ​ເຊີນ​ມາ​ພົບ​ກັນ​ໃນ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ທີ່ທົ່ງ​ພຽງ​ໂອ​ໂນ” ແຕ່​ເຂົາ​ທັ​ງ​ຫລາຍ​ເຈ​ຕ​ນາ​ຈະ​ທຳ​ອັນ​ຕະ​ຣາຍ​ແກ່​ຂ້າ​ພະ​ເຈົ້າ

3   ຂ້າ​ພະ​ເຈົ້າ​ກໍ​ໃຊ້​ຜູ້​ສົ່ງ​ຂ່າວໄປ​ຫາ​ເຂົາ​ວ່າ, “ຂ້າ​ພະ​ເຈົ້າ​ກຳ​ລັງ​ທຳ​ງານ​ໃຫຍ່ ລົງ​ມາ​ບໍ່​ໄດ້ ເປັນ​ຫຍັງ​ຈະ​ໃຫ້​ງານ​ຢຸດ​ເສັຽ​ໃນ​ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ປະ​ງານ​ລົງ​ມາ​ຫາ​ທ່ານ”

4   ແລ້ວ​ເຂົາ​ໃຊ້​ໃຫ້​ມາ​ຫາ​ຂ້າ​ພະ​ເຈົ້າຢ່າງ​ນີ້​ສີ່​ຄັ້ງ ຂ້າ​ພະ​ເຈົ້າ​ກໍ​ຕອບ​ເຂົາ​ໄປ​ທຳ​ນອງ​ດຽວ​ກັນ

5   ຊານ​ບັນ​ລັດ​ໄດ້​ສົ່ງ​ຄົນ​ຂອງ​ທ່ານ​ມາ​ຫາ​ຂ້າ​ພະ​ເຈົ້າ​ໃນ​ທຳ​ນອງ​ດຽວ​ກັນ​ເປັນ​ຄັ້ງ​ທີ່​ຫ້າ ຄື​ຈົດ​ຫມາຍ​ເປີດ​ຊອງ

6   ໃນ​ນັ້ນມີ​ຂຽນ​ໄວ້​ວ່າ, “ເຂົາ​ກ່າວ​ການ​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ​ແລະ​ເກ​ເຊມ​ກໍ​ກ່າວ​ດ້ວຍ​ວ່າ ທ່ານ​ແລະ​ພ​ວກ​ຢິວ​ເຈ​ຕ​ນາ​ຈະກະ​ບົດ ເຫດ​ນັ້ນ​ແຫລະ​ທ່ານ​ຈຶ່ງ​ສ້າງກຳ​ແພງ ແລະ​ທ່ານ​ປາຖ​ນາ​ຈະ​ເປັນ​ພຣະ​ຣາ​ຊາ​ຕາມ​ຖ້ອຍ​ຄຳ​ນີ້

7   ແລະ​ທ່ານ​ໄດ້​ແຕ່ງ​ຕັ້ງ​ຜູ້​ປະ​ກາດ​ພຣະ​ທັມ​ໄວ້​ໃຫ້​ປ່າວ​ຮ້ອງກ່ຽວ​ກັບ​ຕົວ​ທ່ານ​ໃນ​ເຢ​ຣູ​ຊາ​ເລັມ​ວ່າ, “ມີ​ພຣະ​ຣາ​ຊາ​ໃນ​ຢູ​ດາ” ບັດ​ນີ້​ຈະ​ໄດ້​ຣາຍ​ງານ​ໃຫ້​ພຣະ​ຣາ​ຊາ​ຊົງ​ຊາບ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້ ເຫດ​ສັນນັ້ນ​ຂໍ​ເຊີນ​ທ່ານ​ມາ​ຫາ​ລື​ດ້ວຍ​ກັນ”

8   ແ​ລ້ວ​ຂ້າ​ພະ​ເຈົ້າ​ກໍ​ໃຊ້​ໃຫ້​ໄປ​ຫາ​ເຂົາ​ກ່າວ​ວ່າ, “ສິ່ງ​ທີ່​ທ່ານ​ກ່າວ​ມາ​ນັ້ນ​ເຮົາ​ບໍ່​ໄດ້ກະ​ທຳ​ກັນ​ເລີຍ ທ່ານ​ປັ້ນ​ແຕ່ງ​ເຣື່ອງ​ຂຶ້ນ​ຕາມ​ໃຈ​ຂອງ​ທ່ານ​ເອງ”

9   ເພາະ​ເຂົາ​ທັງ​ຫລາຍ​ຕ້ອງ​ການ​ທີ່​ຈະ​ໃຫ້​ເຮົາ​ຕົກ​ໃຈ​ຄິດ​ວ່າ, “ມື​ຂອງ​ເຂົາ​ຈະ​ຜະ​ອອກ​ຈາກ​ງານ​ໄປ​ເສັຽ ແລະ​ງານ​ຈະ​ໄດ້​ບໍ່​ສຳ​ເຣັດ” ແຕ່​ຂ້າ​ແດ່​ພຣະ​ເຈົ້າ​ ບັດ​ນີ້​ຂໍ​ພຣະ​ອົງ​ຊົງ​ເສີມ​ກຳ​ລັງ​ມື​ຂອງ​ຂ້າ​ພຣະ​ອົງ

10 ແລະ​ຂ້າ​ພ​ເຈົ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊ​ມັຍ​ຢາ ບຸດ​ເດ​ລັຍ​ຢາ ຜູ້ເປັນ​ບຸດ​ເມ​ເຮດ​ອາ​ເບນ ຜູ້​ທີ່​ເກັບ​ຕົວ​ຢູ່ ເຂົາ​ເວົ້າ​ວ່າ, “ໃຫ້​ເຮົາ​ໄປ​ພົບ​ກັນ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ ໃຫ້​ເຮົາ​ປິດ​ປະ​ຕູ​ພຣະ​ວິ​ຫານ​ເສັຽ ເພາະ​ເຂົາ​ທັງ​ຫລາຍ​ຈະ​ມາ​ຂ້າ​ທ່ານ​ເວ​ລາ​ກາງ​ຄືນ​ເຂົາ​ຈະ​ມາ​ຂ້າ​ທ່ານ​ເສັຽ”

11 ແຕ່​ຂ້າ​ພ​ເຈົ້າ​ວ່າ, “ຄົນ​ຢ່າງ​ຂ້າ​ພະ​ເຈົ້າ​ຈະ​ຫນີ​ຫລື ແລະ​ຄົນ​ຢ່າງ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່​ໃນ​ພຣະ​ວິ​ຫານ ແລະ​ມີ​ຊີ​ວິດ​ຢູ່​ໄດ້​ຫລື ຂ້າ​ພະ​ເຈົ້າ​ບໍ່​ໄປ”

12 ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ແລະ​ເຫັນ​ວ່າ ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ໃຊ້​ເຂົາ ແຕ່​ເຂົາ​ໄດ້​ປະ​ກາດ​ພຣະ​ທັມ​ໃສ່​ຮ້າຍ​ຂ້າ​ພະ​ເຈົ້າ ເພາະ​ໂຕ​ບີ​ອາ ແລະ​ຊານ​ບັນ​ລັດ​ໄດ້​ຈ້າງ​ເຂົາ

13 ເຂົາ​ທັງ​ສອງ​ໄດ້​ຈ້າງ​ເຂົາ​ມາ​ດ້ວຍ​ຫວັງ​ຈະ​ໃຫ້ຂ້າ​ພະ​ເຈົ້າ​ຢ້ານ​ແລ້ວ​ກະ​ທຳ​ເຊັ່ນ​ນັ້ນ ຈະ​ໄດ້​ບາບ ແລະ​ເຂົາ​ຈະ​ມີ​ເຣື່ອງ​ປ້າຍ​ຮ້າຍ​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ເຍາະ​ເຍີ້ຍ​ຂ້າ​ພະ​ເຈົ້າ

14 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ຣະ​ລຶກ​ເຖິງ​ໂຕ​ບີ​ອາ ແລະ​ຊານ​ບັນ​ລັດ ຕາມ​ສິ່ງ​ເຫລົ່າ​ນີ້​ທີ່​ເຂົາ​ໄດ້​ກະ​ທຳ ທັງ​ໂນ​ອາ​ດີ​ຢາ​ຍິງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ອື່​ນໆ​ຊຶ່ງ​ຕ້ອງ​ການ​ໃຫ້​ຂ້າ​ພຣະ​ອົງ​ຢ້ານ

15 ກຳ​ແພງ​ຈຶ່ງ​ສຳ​ເຣັດ​ໃນ​ວັນ​ທີ່​ຊາວ​ຫ້າ​ເດືອນ​ເອ​ລູນ ໃນ​ຫ້າ​ສິບ​ສອງວັນ

16 ແລະ​ຢູ່​ມາ​ເມື່ອ​ສັດ​ຕ​ຣູ​ທັງ​ສິ້ນ​ຂອງ​ເຮົາ​ທັງ​ຫລາຍ​ໄດ້​ຍິນ​ປະ​ຊາ​ຊາດ​ທັງ​ປວງ​ຮອບ​ເຮົາ​ກໍ​ຢ້ານ​ແລະ​ເຂົາ​ກໍ​ນ້ອຍ​ເນື້ອ​ຕ່ຳ​ໃຈ ເພາະ​ເຂົາ​ທັງ​ຫລາຍ​ຢັ່ງ​ຮູ້​ວ່າງານ​ນີ້​ທີ່​ໄດ້​ສຳ​ເຣັດ​ໄປ​ກໍ​ດ້ວຍພຣະ​ເຈົ້າ​ຂອງ​ເຮົາ​ຊົງ​ຊ່ອຍ​ເຫລືອ

17 ນອກ​ຈາກ​ນີ້ ໃນ​ຄັ້ງ​ນັ້ນ​ຂຸນ​ນາງ​ທັງ​ຫລາຍ​ຂອງ​ຢູ​ດາ​ກໍ​ໄດ້​ສົ່ງ​ຈົດ​ຫມາຍ​ໄປ​ເຖິງ​ໂຕ​ບີ​ອາ ແລະ​ຈົດ​ຫມາຍ​ຂອງ​ໂຕ​ບີ​ອາ​ກໍ​ມາ​ເຖິງ​ເຂົາ

18 ເພາະ​ມີ​ຫລາຍ​ຄົນ​ໃນ​ຢູ​ດາ​ໄດ້​ຜູກ​ພັນ​ກັບ​ເຂົາ​ໄວ້​ດ້ວຍ​ຄຳ​ສາ​ບານ ເພາະ​ເຂົາ​ເປັນ​ບຸດ​ເຂີຍ​ຂອງ​ເຊ​ກາ​ນີຢາ ຜູ້​ເປັນ​ບຸດ​ອາ​ຣາ ແລະ​ໂຢ​ໂຮ​ຮາ​ນານ​ບຸດ​ຂອງ​ເຂົາ​ໄດ້​ແຕ່ງ​ງານ​ກັບ​ບຸດ​ຍິງ​ຂອງ​ເມ​ຊູນ​ລາມ ຜູ້​ເປັນ​ບຸດ​ເບ​ເຣ​ຄີ​ຢາ

19 ເຂົາ​ທັງ​ຫລາຍ​ເວົ້າ​ເຖິງ​ຄວາມ​ດີ​ຂອງ​ໂຕ​ບີ​ອາ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ​ດ້ວຍ ແລະ​ຣາຍ​ງານ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ໃຫ້​ເຂົາ ແລະ​ໂຕ​ບີ​ອາກໍ​ໄດ້​ສົ່ງ​ຈົດ​ຫມາຍ​ມາ​ໃຫ້​ຂ້າ​ພະ​ເຈົ້າ ເພື່ອ​ໃຫ້​ຢ້ານ

 

7. ເນ​ເຫມີ​ເລືອກ​ຕັ້ງ​ຜູ້​ຄອບ​ຄອງ​ເຢ​ຣູ​ຊາ​ເລັມ

1   ເມື່ອ​ສ້າງ​ກຳ​ແພງ​ເສັດ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຕັ້ງ​ບານ​ປະ​ຕູ ແລະ​ຜູ້​ເຝົ້າ​ປະ​ຕູ ນັກ​ຮ້ອງ​ເພງ ແລະ​ແຕ່ງ​ຕັ້ງ​ຄົນ​ເລ​ວີ​ໄວ້

2   ຂ້າ​ພະ​ເຈົ້າ​ມອບ​ໃຫ້​ຮາ​ນາ​ນີ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຮາ​ນາ​ນີ​ຢາ​ຜູ້​ວ່າ​ການ​ປ້ອມ​ເປັນ​ຜູ້​ດູ​ແລ​ເຢ​ຣູ​ຊາ​ເລັມ ເພາະ​ເຂົາ​ສັດ​ຊື່​ແລະ​ເປັນ​ຄົນ​ຢຳ​ເກງ​ພຣະ​ເຈົ້າ​ຫລາຍກວ່າ​ຄົນ​ອື່ນໆ​ຢູ່

3   ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຂົາ​ວ່າ, “ຢ່າ​ໃຫ້​ປະ​ຕູ​ເມືອງ​ເຢ​ຣູ​ຊາ​ເລັມ​ເປີດ​ຈົນ​ກວ່າ​ແດດ​ຈະ​ຮ້ອນ ແລະ​ເມື່ອ​ເຂົາ​ຢືນ​ເຝົ້າ​ຍາມ​ຢູ່ ກໍ​ໃຫ້​ປິດ​ແລະ​ເອົ​ດານ​ກັ້ນ​ໄວ້ ຈົ່ງ​ແຕ່ງ​ຕັ້ງ​ຍາມ​ຈາກ​ຊາວ​ເຢ​ຣູ​ຊາ​ເລັມ ຕ່າງ​ກໍ​ປະ​ຈະ​ທີ່​ຂອງ​ເຂົາ ແລະ​ຕ່າງ​ກໍ​ຢູ່ຍາມ​ກົງ​ກັນຂ້າມ​ເຮືອນ​ຂອງ​ເຂົາ”

4   ເມືອງ​ນັ້ນ​ກວ້າງ​ແລະ​ໃຫຍ່ ແຕ່​ຄົນ​ພາຍ​ໃນ​ນ້ອຍ​ແລະ​ບ້ານ​ຊ່ອງ​ກໍ​ຍັງ​ບໍ່​ໄດ້​ສ້າງ

ຣາຍ​ຊື່​ຊະ​ເລີຍ​ທີ່​ກັບຄືນ

(ອ​ຊ​ຣ 2:1-70)

5   ແລ້ວ​ພຣະ​ເຈົ້າ​ຊົງ​ດົນ​ໃຈ​ຂ້າ​ພະ​ເຈົ້​ໃຫ້​ເອີ້ນ​ຊຸມ​ນຸມ​ພວກ​ຂຸນ​ນາງ​ແລະ​ເຈົ້າ​ຫນ້າ​ທີ່​ແລະ​ປະ​ຊາ​ຊົນ​ເພື່ອ​ຈະ​ຂຶ້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ຂ້າ​ພະ​ເຈົ້າ​ພົບ​ຫນັງ​ສື​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຂອງ​ຄົນ​ທີ່​ຂຶ້ນ​ມາ​ຄັ້ງ​ກ່ອນ ຂ້າ​ພະ​ເຈົ້າ​ເຫັນ​ຂຽນ​ໄວ້​ວ່າ

6   ຕໍ່​ໄປ​ນີ້ ເປັນ​ປະ​ຊາ​ຊົນ​ແຫ່ງ​ມົນ​ທົນ​ທີ່​ຂຶ້ນ​ມາ​ຈາກ​ການ​ເປັນ​ຊະ​ເລີຍ​ໃນ​ພວກ​ທີ່​ຖືກກວາດ​ໄປ ຊຶ່ງ​ເນ​ບູ​ກາດ​ເນ​ສ​ຊາ​ພຣະ​ຣາ​ຊາ​ແຫ່ງ​ບາ​ບີ​ໂລນ​ໄດ້​ກວາດ​ໄປ ເຂົາ​ທັງ​ຫລາຍ​ກັບ​ຄືນມາ​ຍັງ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ​ຕ່າງ​ກັບ​ຄືນຍັງ​ຫົວ​ເມືອງ​ຂອງ​ຕົນ

7   ເຂົາ​ທັງ​ຫລາຍທີ່​ກັບ​ມາ​ກັບ​ເຊ​ຣູບ​ບາ​ເບ​ນ ເຢ​ຊູ​ອາ ເນ​ເຫມີ ອາ​ຊາ​ຣີ​ຢາ ຣາ​ອາ​ມີ​ຢາ ນາ​ຮາ​ມາ​ນີ ໂມ​ຣ໌​ເດ​ກັຍ ບີນ​ຊານ ມີ​ສ​ເປ​ເຣ​ທ ບີກວັຍ ເນ​ຮູມ ບາ​ອາ​ນາ​ ຈໍາ​ນວນ​ປະ​ຊາ​ກອນ​ອິສ​ຣາ​ເອນ ຄື

8   ເຊື້ອ​ສາຍ​ປາ​ໂຣ​ສ ສອງ​ພັນ​ນຶ່ງ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ

9   ເຊື້ອ​ສາຍ​ເຊ​ຟາ​ຕີ​ຢາ ສາມ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ

10 ເຊື້ອ​ສາຍ​ອາ​ຣາ ຫົກ​ຮ້ອຍ​ຫ້າ​ສິບ​ສອງ​ຄົນ

11 ເຊື້ອ​ສາຍ​ປາ​ຮັ​ທ​ໂມ​ອາບ ຄື​ເຊື້ອ​ສາຍ​ຂອງ​ເຢ​ຊູ​ອາ ແລະ​ໂຢ​ອາບ​ ສອງ​ພັນ​ແປດ​ຮ້ອຍ​ສິບ​ແປດ​ຄົນ

12 ເຊື້ອ​ສຍ​ເອ​ລາມ ນຶ່ງ​ພັນ​ສອງ​ຮ້ອຍ​ຫ້າ​ສິບ​ສີ່​ຄົນ

13 ເຊື້ອ​ສາຍ​ຊັດ​ຕູ ແປດ​ຮ້ອຍ​ສີ່​ສິບ​ຫ້າ​ຄົນ​

14 ເຊື້ອ​ສາຍ​ຊັກ​ກັຍ ເຈັດ​ຮ້ອຍ​ຫົກ​ສິບ​ຄົນ

15 ເຊື້ອ​ສາຍ​ບີນ​ນູຍ ຫົກ​ຮ້ອຍ​ສີ່​ສິບ​ແປດ​ຄົນ

16 ເຊື້ອ​ສາຍ​ເບ​ບັຍ ຫົກ​ຮ້ອຍ​ຊາວ​ແປດ​ຄົນ

17 ເຊຶ້ອ​ສາຍ​ອັ​ສ​ກາດ ສອງ​ພັນ​ສາມ​ຮ້ອຍ​ຊາວ​ສອງ​ຄົນ

18 ເຊື້ອ​ສາຍ​ອາ​ໂດ​ນີ​ກາມ ຫົກ​ຮ້ອຍ​ຫົ​ກ​ສິບ​ເຈັດ​ຄົນ

19 ເຊື້ອ​ສາຍ​ບີກວັຍ ສອງ​ພັນ​ຫົກ​ສິບ​ເຈັດ​ຄົນ

20 ເຊື້ອ​ສາຍ​ອາ​ດີນ ຫົກ​ຮ້ອຍ​ຫ້າ​ສິບ​ຫ້າ​ຄົນ

21 ເຊື້ອ​ສາຍ​ອາ​ເຕີ ຄື​ເຮ​ເຊ​ກີ​ຢາ ເກົ້າ​ສິບ​ແປດ​ຄົນ

22 ເຊື້ອ​ສາຍ​ຮາຊູມ ສາມ​ຮ້ອຍ​ຊາວ​ແປດ​ຄົນ

23 ເຊື້ອ​ສາຍເບ​ຊັຍ ສາມ​ຮ້ອຍ​ຊາວ​ສີ່​ຄົນ

24 ເຊື້ອ​ສາຍ​ຮາ​ຣີ​ຟ ນຶ່ງ​ຮ້ອຍ​ຊາວ​ສິບ​ສອງ​ຄົນ

25 ເຊື້ອ​ສາຍ​ກີ​ເບ​ໂອນ ເກົ້​ສິບ​ຫ້າ​ຄົນ

26 ຄົນ​ຊາວ​ເບັດ​ເລ​ເຮັມ​ແລະ​ເນ​ໂຕ​ຟາ ນຶ່ງ​ຮ້ອຍ​ແປດ​ສິບ​ແປດ​ຄົນ

27 ເຊື້ອ​ສາຍ​ອາ​ນາ​ໂທດ ນຶ່ງ​ຮ້ອຍ​ຊາວ​ແປດ​ຄົນ

28 ເຊື້ອ​ສາຍ​ເບັດ​ອັ​ສ​ມາ​ເວ​ທ ສີ່​ສິບ​ສອງ​ຄົນ

29 ຄົນ​ຊາວ​ກີ​ຣີ​ອາດ​ເຢ​ອາ​ຣີມ ເຄ​ຟີ​ຣາ ແລະ​ເບ​ເອີ​ໂອທ ເຈັດ​ຮ້ອຍ​ສີ່​ສິບ​ສາມ​ຄົນ

30 ຄົນ​ຊາວຣາ​ມາ ແລະ​ເກ​ລາ ຫົກ​ຮ້ອຍ​ຊາວ​ເອັດ​ຄົນ

31 ຄົນ​ຊາວມີກ​ມັ​ສ ນຶ່ງ​ຮ້ອຍ​ຊາວ​ສອງ​ຄົນ

32 ຄົນ​ຊາວເບັດ​ເອນ ແລະ​ອາ​ອີ ນຶ່ງ​ຮ້ອຍ​ຊາວ​ສາມ​ຄົນ

33 ຄົນ​ຊາວເນ​ໂບອີກ​ແຫ່ງ​ນຶ່ງ ຫ້າ​ສິບ​ສອງຄົນ

34 ເຊື້​ອ​ສາຍເອ​ລາມ​ອີກ​ຄົນ​ນຶ່ງ ນຶ່ງ​ພັນ​ສອງ​ຮ້ອຍ​ຫ້າ​ສິບ​ສີ່​ຄົນ

35 ເຊື້ອ​ສາຍຮາ​ຣີມ ສາມ​ຮ້ອຍ​ຊາວ​ຄົນ

36 ເຊື້ອ​ສາຍ​ຊາວເຢ​ຣີ​ໂກ ສາມ​ຮ້ອຍສີ່​ສິບ​ຫ້າ​ຄົນ

37 ເຊຶ້ອ​ສາຍ​ຊາວໂລດ ຊາວ​ຮາ​ດີດ ແລະ​ຊາວ​ໂອ​ໂນ ເຈັດ​ຮ້ອຍ​ຊາວ​ເອັດ​ຄົນ

38 ເຊື້ອ​ສາຍ​ຊາວເຊ​ນາ​ອາ ສາມ​ພັນ​ເກົ້າ​ຮ້ອຍ​ສາມ​ສິບ​ຄົນ

39 ບັນ​ດາ​ປະ​ໂຣ​ຫິດ ເຊື້ອ​ສາຍ​ເຢ​ດັຍ​ຢາ ເກົ້າ​ຮ້ອຍ​ເຈັດ​ສິບ​ສາມ​ຄົນ

40 ເຊື້ອ​ສາຍອີມ​ເມີ ນຶ່ງ​ພັນ​ຫ້າ​ສິບ​ສອງ​ຄົນ

41 ເຊື້ອ​ສາຍປັ​ສ​ຮູ​ຣ໌ ນຶ່ງ​ພັນ​ສອງ​ຮ້ອຍ​ສີ່​ສິບ​ເຈັດ​ຄົນ

42 ເຊື້ອ​ສາຍຮາ​ຣີມ ນຶ່ງ​ພັນ​ສິບ​ເຈັດ​ຄົນ

43 ຄົນ​ເລ​ວີ ຄື ເຊື້ອ​ສາຍ​ເຢຊູ​ອາ ຄື​ຂອງ​ກາດມີ​ເອນແຫ່ງ​ເຊື້ອ​ສາຍ​ໂຮ​ເດ​ວາ ເຈັດ​ສິບ​ສີ່​ຄົນ

44 ບັນ​ດາ​ນັກ​ຮ້ອງ​ຄື ເຊື້ອ​ສາຍ​ອາ​ສາ​ຟ ນຶ່ງ​ຮ້ອຍ​ສີ່​ສິບ​ແປດ​ຄົນ

45 ຄົນ​ເຝົ້າ​ປະ​ຕູ ຄື ເຊື້ອ​ສາຍ​ຊັນ​ລູມ ເຊື້ອ​ສາຍ​ອາ​ເຕີ ເຊື້ອ​ສາຍ​ຕັນ​ໂມນ ເຊື້ອ​ສາຍອັກ​ກູບ ເຊື້ອ​ສາຍ​ຮາ​ຕີ​ຕາ ເຊື້​ອ​ສາຍ​ໂຊ​ບັຍ ນຶ່ງ​ຮ້ອຍ​ສາມ​ສິບ​ແປດ​ຄົນ

46 ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ຄື​ເຊື້ອ​ສາຍ​ຊີ​ຮາ ເຊື້ອ​ສາຍ​ຮາ​ຊູ​ຟາ ເຊື້ອ​ສາຍ​ຕັບ​ບາ​ໂອ​ທ​

47 ເຊື້ອ​ສາຍ​ເກ​ໂຣ​ສ ເຊື້ອ​ສາຍ​ຊີ​ອາ ເຊື້ອ​ສາຍ​ປາ​ໂດນ

48 ເຊື້ອ​ສາຍ​ເລ​ບາ​ນາ ເຊື້ອ​ສາຍ​ຮາ​ກາ​ບາ ເຊື້​ອສຍ​ຊັນ​ມັຍ

49 ເຊື້ອ​ສາຍ​ຮາ​ນານ ເຊື້ອ​ສາຍກີດ​ເດນ ເຊື້ອ​ສາຍ​ກາ​ຮາ​ຣ໌

50 ເຊື້ອ​ສາຍ​ເຣ​ອັຍ​ຢາ ເຊື້ອ​ສາຍເຣ​ຊີນ ເຊື້ອ​ສາຍ​ເນ​ໂກ​ດາ

51 ເຊື້ອ​ສາຍ​ກັ​ສ​ຊາມ ເຊື້ອ​ສາຍ​ອູ​ສ​ຊາ ເຊື້ອ​ສາຍ​ປ​ເຊ​ອາ

52 ເຊື້ອ​ສາຍ​ເບ​ຊັຍ ເຊື້ອ​ສາຍ​ເມ​ອູ​ນີມ ເຊື້​ອ​ສາຍ​ເນ​ຟູ​ເຊ​ຊີມ

53 ເຊື້ອ​ສາຍ​ບາກ​ບູກ ເຊື້ອ​ສາຍ​ຮາ​ກູ​ຟາ ເຊື້​ອ​ສາຍ​ຮາ​ຣ໌​ຣູ​

54 ເຊື້ອ​ສາຍບັ​ສ​ລີ​ທ ເຊື້ອ​ສາຍ​ເມ​ຮີ​ດາ ເຊື້ອ​ສາຍ​ຮາ​ຣ໌​ຊາ

55 ເຊື້ອ​ສາຍ​ບາ​ຣ໌​ໂກ​ສ ເຊື້ອ​ສາຍ​ຊີ​ເສ​ຣາ ເຊື້ອ​ສາຍ​ເຕ​ມາ

56 ເຊື້ອ​ສາຍ​ເນ​ຊີ​ຢາ ເຊື້ອ​ສາຍ ຮາ​ຕີ​ຟ

57 ເຊື້ອ​ສາຍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ໂຊ​ໂລ​ໂມນ ເຊື້ອ​ສາຍ​ໂຊ​ຕັຍ ເຊື້ອສາຍ​ໂຊ​ເຟີ​ເຣ​ທ ເຊື້ອ​ສາຍ​ເປຣີ​ດາ

58 ເຊື້ອ​ສາຍຢາ​ອາ​ລາ ເຊື້ອ​ສາຍ​ດາ​ຣ໌​ໂກນ ເຊື້ອ​ສາຍ​ກີດ​ເດນ

59 ເຊື້ອ​ສາຍເຊ​ຟາ​ຕີ​ຢາ ເຊື້ອ​ສາຍ​ຮັດ​ຕີນ ເຊື້ອ​ສາຍ​ໂປ​ເຄ​ເຣ​ທ​ຮັ​ສ​ເຊ​ບາ​ອີມ ເຊື້ອ​ສາຍ​ອາ​ໂມນ

60 ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ທັງ​ສີ້ນ ແລະ​ເຊື້ອ​ສາຍ​ແຫ່ງ​ຂ້າ​ຣາ​ຊ​ການ​ຂອງ​ໂຊ​ໂລ​ໂມນ ມີ​ສາມ​ຮ້ອຍ​ເກົ້າ​ສິບ​ສອງ​ຄົນ

61 ຕໍ່​ໄປ​ນີ້​ເປັນ​ບັນ​ດາ​ຄົນ​ທີ່​ຂຶ້ນ​ມາ​ຈາກ​ເຕນ​ເມ​ລາ ເຕນ​ຮາ​ຣ໌​ຊາ ເຄ​ຣຸບ ອັດ​ໂດນ ແລະ​ອີມ​ເມີ ແຕ່​ເຂົາ​ພິ​ສູດ​ຕະ​ກູນ​ຂອງ​ເຂົາ​ຫລື​ເຊື້ອ​ວົງ​ຂອງ​ເຂົາ​ບໍ່​ໄດ້ ວ່າ​ເຂົາ​ເປັນ​ຄົນ​ອິສຣາ​ເອນ​ຫລື​ບໍ

62 ຄື​ເຊື້ອ​ສາຍ​ເດ​ລັຍ​ຢາ ເຊື້ອ​ສາຍ​ໂຕ​ບີ​ອາ ເຊື້ອ​ສາຍ​ເນ​ໂກ​ດາ ຫົກ​ຮ້ອຍ​ສີ່​ສິບ​ສອງ​ຄົນ

63 ຈາກ​ບັນ​ດາ​ປະ​ໂຣ​ຫິດ​ຄື ເຊື້ອ​ສາຍ​ໂຮ​ບັຍ​ຢາ ເຊື້ອ​ສາຍຮັກ​ໂກ​ສ ເຊື້ອ​ສາຍ​ບາກຊີນ​ລັຍ (ຜູ້ມີ​ພັ​ຣ​ຍາ​ຄົນ​ນຶ່ງ​ເປັນ​ບຸດ​ຍິງ​ຂອງ​ບາກ​ຊີນລັຍຄົນ​ກີ​ເລ​ອາດ ຈຶ່ງ​ໄດ້​ຊື່​ຕາມ​ນັ້ນ)

64 ຄົນ​ເຫລົ່​ນີ້​ຫາ​ການ​ລົງ​ທະ​ບຽນ​ຂອງ​ເຂົາ​ໃນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ແຕ່​ຫາ​ບໍ່​ພົບ ຈຶ່ງ​ຖື​ວ່າ​ເປັນ​ຄົນ​ທຳ​ມະ​ດາ ແລ​ຖືກ​ຕັດ​ອອກ​ຈາກ​ພວກ​ປະ​ໂຣ​ຫິດ

65 ຜູ້​ວ່າ​ຣາ​ຊການ​ເມືອງ​ສັ່ງ​ເຂົາ​ບໍ່​ໃຫ້​ຮັບ​ປະ​ທານ​ອາ​ຫານ​ບໍ​ຣິ​ສຸດ​ທີ່​ສຸດ​ຈົນ​ກວ່າ​ຈະ​ມີ​ປະ​ໂຣ​ຫິດ​ທີ່​ຈະ​ປຶກ​ສາ​ກັບ​ອູ​ຣີມ ແລະ​ທູມ​ມີມ​ເສັຽກ່ອນ

66 ຊຸມ​ນຸມ​ຊົນ​ທັງ​ຫມົດ​ດ້ວຍ​ກັນ​ມີ​ສີ່​ຫມື່ນ​ສອງ​ພັນ​ສາມ​ຮ້ອຍ​ຫົກ​ສິບ​ຄົນ

67 ນອກ​ເຫນືອ​ຈາກ​ຄົນ​ໃຊ້​ຊາຍ​ຍິງ​ຂອງ​ເຂົາ ຊຶ່ງ​ມີ​ຢູ່​ເຈັດ​ພັນ​ສາມ​ຮ້ອຍ​ສາມ​ສິບ​ເຈັດ​ຄົນ ແລະ​ເຂົາ​ມີ​ນັກ​ຮ້ອງ​ສອງ​ຮ້ອຍ​ສີ່​ສິ​ບ​ຫ້າ​ຄົນ​ທັງ​ຊາຍ​ແລະ​ຍິງ

68 ມ້າ​ຂອງ​ເຂົາ​ມີ​ເຈັດ​ຮ້ອຍ​ສາມ​ສິບ​ຫົກ​ໂຕ ລໍ​ສອງ​ຮ້ອຍ​ສີ່​ສິບ​ຫ້າ​ໂຕ

69 ອູດ​ສີ່​ຮ້ອຍ​ສາມ​ສິບ​ຫ້າ​ໂຕ ແລະ​ລໍ​ຫົກ​ພັນ​ເຈັດ​ຮ້ອຍ​ຊາວ​ໂຕ

70 ຫົວ​ຫນ້າ​ຕະ​ກູນ​ບາງ​ຄົນ​ໄດ້​ຖວາຍ​ໃຫ້​ແກ່​ງານ ຜູ້​ວ່າ​ຣາ​ຊ​ການ​ຖວາຍ​ເຂົາ​ພຣະ​ຄັງ​ເປັນ​ທອງ​ຄຳ​ນຶ່ງ​ພັນ​ດາ​ຣິກ ຊາມ​ຫ້າ​ສິບ​ຫນ່ວຍ ເສື້ອ​ປະ​ໂຣ​ຫິດ​ຫ້າ​ຮ້ອຍ​ສາມ​ສິບ​ໂຕ

71 ແລະ​ຫົວ​ຫນ້າ​ຕະ​ກູນ​ບາ​ງຄົນ​ຖວາຍ​ໃຫ້​ແກ່​ພຣະ​ຄັງ​ຂອງ​ງານ​ເປັນ​ທອງ​ຄຳ​ສອງ​ຫມື່ນ​ດາ​ຣິກ ເງິນ​ສອງ​ພັນ​ສອງ​ຮ້ອຍມີ​ນັ​ສ

72 ແລະ​ສິ່ງ​ທີ່​ປະ​ຊາ​ຊົນ​ສ່ວນ​ທີ່​ເຫລືອ​ຖວາຍ​ນັ້ນ ມີ​ທອງ​ຄຳ​ສອງ​ຫມື່ນ​ດາ​ຣິກ ເງິນ​ສອງ​ພັນ​ມີ​ນັ​ສ ແລະ​ເສື້ອ​ປະ​ໂຣ​ຫິດ​ຫົກ​ສິບ​ເຈັດ​ໂຕ

73 ດັ່ງ​ນັ້ນ​ບັນ​ດາ​ປະ​ໂຣ​ຫິດ ຄົນ​ເລ​ວີ ຄົນ​ເຝົ້າ​ປະ​ຕູ ນັກ​ຮ້ອງ ປະ​ຊາ​ຊົນ​ບາງ​ຄົນ ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຂອງ​ຕົນ

 

8. ເອັ​ຊ​ຣາ​ອ່ານ​ພຣະ​ທັມ​ໃຫ້​ປະ​ຊາ​ຊົນ​ຟັງ

1   ໃນ​ເດືອນ​ທີ່​ເຈັດ ຊາວ​ອິສ​ຣາ​ເອນ​ໄດ້​ຢາຍ​ກັນ​ຢູ່​ຕາມບ້ານ​ເມືອງ​ຂອງ​ພວກ​ເຂົາ ໃນ​ວັນ​ທີ່​ນຶ່ງຂອງ​ເດືອນ​ນັ້ນ ພວກ​ເຂົາ​ທັງ​ຫມົດ​ໄດ້​ໂຮມ​ກັນ​ຢູ່​ເດີ່ນ​ຕໍ່​ຫນ້າ​ປະ​ຕູ​ນ້ຳ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພວກ​ເຂົາ​ໄດ້​ຮ້ອງ​ຂໍ​ປະ​ໂຣ​ຫິດ​ເອັ​ຊ​ຣາ ຜູ້​ຮອບ​ຮູ້​ໃນ​ດ້ານ​ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໃຫ້​ພວກ​ອິສ​ຣາ​ເອນ​ຜ່ານ​ທາງ​ໂມ​ເຊ

2   ໃຫ້​ທ່ານ​ນຳ​ເອົາ​ປື້ມ​ພຣະ​ທັມ​ອອກ​ມາ ເອັຊ​ຣາ​ກໍ​ເອົາ​ປື້ມ​ອອກ​ມາ ແລະ​ນຳ​ໄປ​ຍັງ​ບ່ອນ​ທີ່​ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຢູ່ ມີ​ທັງຜູ້​ຊາຍຜູ້​ຍິງ​ແລະ​ເດັກ​ນ້ອຍ​ທີ່​ເຂົ້າ​ໃຈ​ໄດ້

3   ໃນ​ເດີ່ນ​ຕິດ​ກັບ​ປະ​ຕູ​ນ້ຳ​ນັ້ນ ເອັ​ຊ​ຣາ​ໄດ້​ອ່ານ​ພຣະ​ທັມ​ແຕ່​ເຊົ້າ​ມືດ​ຈົນ​ເຖິງ​ທ່ຽງ ພວກ​ເຂົາ​ທຸກ​ຄົນ​ຟັງ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ

4   ເອັ​ຊ​ຣາ​ອ່ານ​ຢູ່​ເທິງ​ເວ​ທີ​ທີ່​ທຳ​ດ້ວຍ​ໄມ້ ທີ່​ເຂົາ​ເຈົ້າ​ສ້າງ​ຂຶ້ນ​ສຳ​ລັບ​ໂອ​ກາດ​ຢ່າງ​ນີ້ ພວກ​ເຂົາ​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ທ່ານ​ຄື ມັດ​ຕີ​ທີ​ຢາ ເຊ​ມາ ອາ​ນັຍ​ຢາ ອູ​ຣີ​ຢາ ຮີນ​ກີ​ຢາ ແລະ​ມາ​ອາ​ເຊ​ຢາ ສ່ວນ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ທ່ານ​ຄື​ເປ​ດັຍ​ຢາ ມີ​ຊາ​ເອນ ມັນ​ຄີ​ຢາ ຮັ​ສ​ຮູມ ຮັ​ສ​ບັດ​ດາ​ນາ ເຊ​ຄາ​ຣີ​ຢາ ແລະ​ເມ​ຊູນ​ລາມ

5   ໃນ​ຂ​ນະ​ ເອັ​ຊ​ຣາ​ຢືນ​ຢູ່​ເທິງ​ເວ​ທີ ແລະ​ເປີດ​ປື້ມ​ນັ້ນ​ອອກ​ມາ​ອ່ານ​ຕໍ່​ຫນ້າ​ປະ​ຊາ​ຊົນ ທຸກ​ຄົນ​ໄດ້​ລຸກ​ຢືນ​ຂຶ້ນ

6   ເອັ​ຊ​ຣາ​ຈຶ່ງ​ເວົ້າ​ວ່າ, “ໃຫ້​ພວກ​ເຮົາ ສັຣເສີນ​ພຣະ​ຜູ້​ເປັ​ນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່” ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ພາ​ກັນ​ຍົກ​ມື​ຂຶ້ນ ແລະ​ຕອບ​ວ່າ, “ອາ​ແມນ ອາ​ແມນ” ແລ້ວ​ເຂົາ​ກໍ​ຄຸ​ເຂົ່າ​ລົງ ແລະ​ກົ້ມ​ຂບ​ນະ​ມັ​ສ​ການ

7   ຕໍ່​ມາ ທຸກ​ຄົນ​ໄດ້​ລຸກ​ຢືນ​ຂຶ້ນ​ຢູ່​ບ່ອນ​ເກົ່າ ແລ້ວ​ຊາວ​ເລ​ວີ​ບາງ​ຄົນ​ກໍ​ໄດ້​ອະ​ທິ​ບາຍ​ພຣະທັມ​ສູ່​ເຂົາ​ຟັງ ຊາວ​ເລ​ວີ​ນີ້​ຄື ເຢ​ຊູ​ອາ ບາ​ນີ ເຊ​ເຣ​ບີ​ຢາ ຢາ​ມີນ ອັກ​ກູບ ຊັບ​ເບ​ທັຍ ໂຮ​ດີ​ຢາ ມາ​ອາ​ເຊ​ຢາ ເກ​ລີ​ຕາ ອາ​ຊາ​ຣີ​ຢາ ໂຢ​ຊາ​ບາດ ຮາ​ນານ ເປລັຍ​ຢາ

8   ແລະ​ເຂົາ​ທັງ​ຫລາຍອ່ານ​ຈາກ​ຫນັງ​ສື ຈກ​​ທັມ​ບັນ​ຍັດ​ຂອງ​ພຣະ​ເຈົ້າເປັນ​ຂໍ້ໆ ແລະ​ເຂົາ​ກໍ​ແປ​ຄວາມເພື່ອ​ໃຫ້​ປ​ຊາ​ຊົນ​ເຂົ້າ​ໃຈຂໍ້​ຄວາມ​ທີ່​ອ່ານ​ນັ້ນ

9   ເມື່ອ​ເຂົາ​ໄດ້​ຍິນ​ຂໍ້​ພຣະ​ທັມ​ນັ້ນ ພວກ​ເຂົາ​ຮູ້​ສຶກ​ຕື້ນ​ຕັນ​ໃຈ ແລະ​ຮ້ອງ​ໄຫ້​ຂຶ້ນ ແລ້ວ​ເນ​ເຫມີ ເອັ​ຊ​ຣາ ແລະ​ຊາວ​ເລ​ວີ​ຜູ້​ອະ​ທິ​ບາຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ບອກ​ປະ​ຊາ​ຊົນ​ວ່າ, “ວັນ​ນີ້ ເປັນ​ວັນ​ບໍ​ຣິ​ສຸດ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ພວກ​ທ່ານ​ບໍ່​ຕ້ອງ​ຮ້ອງ​ໄຫ້​ຄ່ຳ​ຄວນ

10 ດຽວ​ນີ້ ໃຫ້​ພວກ​ທ່ານ​ພາ​ກັນ​ກັບ​ເມືອ​ກິນ​ເຂົ້າ​ສາ ຈົ່ງ​ແບ່ງ​ປັນ​ອາ​ຫານ​ແລະ​ນ້ຳ​ອະ​ງຸ່ນ​ໃຫ້​ຜູ້​ທີ່​ບໍ່​ມີ​ພຽງ​ພໍ ວັນ​ນີ້ ເປັນ​ວັນ​ບໍ​ຣິ​ສຸດ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ສະ​ນັ້ນ ບໍ່​ຕ້ອງ​ໂສ​ກ​ເສົ້າ ຄວາມ​ຊື່ນ​ບານ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ຊົ​ງ​ປະ​ທານ​ໃຫ້​ພວກ​ທ່ານ​ນັ້ນ ຈະ​ທຳ​ໃຫ້​ພວກ​ທ່ານ​ມີ​ເຫື່ອ​ແຮງ​ຂຶ້ນ”

11 ພວກ​ເລ​ວີ​ໄດ້​ຍ່າງ​ໄປ​ມາ​ຖ້າມ​ກາງ​ປະ​ຊາ​ຊົນ ແລະ​ທຳ​ໃຫ້​ເຂົາ​ງຽບ​ໂດຍ​ເວົ້າ​ວ່າ, “ພາກັນ​ມິດ ແລະ​ຢ່າ​ໄດ້​ໂສກ​ເສົ້າ ເພາະ​ວ່າ​ວັນ​ນີ້​ເປັນ​ວັນ​ບໍ​ຣິ​ສຸດ

12 ດັ່ງ​ນັ້ນ ປະ​ຊາ​ຊົນ​ຈຶ່ງ​ກັບ​ເມືອ​ບ້ານ​ແລ້ວ​ກິນ​ເຂົ້າ​ດື່ມ​ນ້ຳ​ຢ່າງ​ມ່ວນ​ຊື່ນ ພວກ​ເຂົາ​ໄດ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ມີ​ໃຫ້​ແກ່​ຄົນ​ອື່ນ ເພາະ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ຕາມ​ທີ່​ໄດ້​ຟັງ​ທ່ານ​ອ່ານ​ນັ້ນ

ງານ​ສະ​ຫລອງ​ຢູ່​ຕູບ

 (ລ​ລວ 23:33-43)

13 ວັນ​ຕໍ່​ມ ພວກ​ຫົວ​ຫນ້າ​ເຜົ່າ​ພ້ອມ​ດ້ວຍ​ປະ​ໂຣ​ຫິດ ແລະ​ພວກ​ເລ​ວີ ໄດ້​ພາ​ກັນໄປ​ສຶກ​ສາ​ພຣະ​ທັມ​ນຳ ເອັ​ຊ​ຣາ

14 ພວກ​ເຂົາ​ໄດ້​ຮູ້​ເຫັ​ນ​ວ່າ ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໃຫ້​ຜ່ານ​ທາງ​ໂມ​ເຊ ສັ່ງ​ໃຫ້​ເຂົາ​ຢູ່​ໃນ​ຕູບ​ຊົ່ວ​ຄາວ ເນື່ອງ​ໃນ​ໂອກາດ​ງານ​ສະ​ຫລອງ​ເດືອນ​ທີ່​ເຈັດ​ນັ້ນ

15 ແລ້ວ​ພວກ​ເຂົາ​ກໍ​ສົ່ງ​ຄຳ​ແນະ​ນຳ​ອອກ​ໄປ​ທົ່ວ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ທົ່ວ​ຫົວ​ເມືອງ ແລະ​ບ້ານ​ຕ່າງໆ​ວ່າ, “ຈົ່ງ​ອອກ​ໄປ​ເບື້ອງ​ພູ​ດອຍ ແລ້ວ​ເອົາ​ງ່າ​ໄມ້​ຕົ້ນ​ຫມາກກອກ ງ່າ​ຕົ້ນ​ສົນ ງ່າ​ຕົ້ນ​ໄມ້​ຫອມ ງ່າ​ຕົ້ນ​ຕານ ແລະ​ຕົ້ນ​ໄມ້​ອື່ນໆ​ມາ​ເຮັດ​ຕູບ​ຕາມ​ຄຳ​ແນະ​ນຳ​ທີ່​ຂຽນ​ໄວ້​ໃນ​ພຣະ​ທັມ”

16 ດັ່ງ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ເອົາ​ງ່າ​ໄມ້​ມາ​ທຳ​ຕູບ​ຢູ່​ເທິງ​ຫລັງ​ຄາ​ພຽງ ຢູ່​ຕາມ​ເດີ່ນ​ພຣະ​ວິ​ຫານ ແລະ​ຕາມ​ບ່ອນ​ໃກ້​ປະ​ຕູ​ນ້ຳ ແລະ​ໃກ້​ປະ​ຕູ​ເອ​ຟ​ຣາອີ

17 ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ກັບ​ມາ​ຈາ​ກການ​ເປັນ​ຊະ​ເລີຍ​ກໍ​ໄດ້​ພາກັນ​ປຸກ​ຕູບ ແລະ​ຢູ່​ໃນ​ຕູບ​ນັ້ນ ນັບ​ຕັ້ງ​ແຕ່​ສະ​ໄຫມ​ຂອງ​ໂຢ​ຊວຍ​ບຸດ​ນູນ​ນັ້ນ ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເຮັດ​ຢ່າງ​ນີ້ ທຸກ​ຄົນ​ຕ່າງ​ກໍ​ຕື່ນ​ເຕັ້ນ​ຍິນ​ດີ

18 ພວກ​ເຂົາ​ອ່ານ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກໆ​ວັນ ຕັ້ງ​ແຕ່​ວັນທຳ​ອິດ​ຈົນ​ເຖິງ​ວັນສຸດ​ທ້າຍ ພວ​ກ​ເຂົາ​ສະ​ເຫລີມ​ສະ​ຫລ​ອງ​ເຈັດ​ວັນ ສ່ວນ​ໃນ​ວັນ​ທີ່​ແປດ​ເປັນ​ພິ​ທີ​ອັດ​ຕາມ​ຄຳ​ແນະ​ນຳ

 

9. ຄຳ​ສາ​ຣະ​ພາບ​ຂອງ​ເອັ​ຊ​ຣາ ເຣື່ອງ​ບາບ​ຂອງ​ອິສ​ຣາ​ເອນ

1   ໃນ​ວັນ​ທີ່​ຊາວ​ສີ່​ເດືອນ​ນີ້ ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ຊຸມ​ນຸມ​ກັນ​ຖື​ສີນ​ອົດ​ອາ​ຫານ ແລະ​ນຸ່ງ​ຫົ່ມ​ຜ້າ​ກະ​ສອບ ແລະ​ເອົາ​ດິນ​ໃສ່​ຫົວ

2   ​ຄົນ​ອິສ​ຣາ​ເອນ​ໄດ້​ແຍກ​ຕົນ​ອອກ​ຈາກ​ຊົນ​ຕ່າງ​ຊາດ ແລະ​ຢືນ​ສາຣະ​ພາບ​ບາບຂອງ​ຕົນ ແລະ​ສາ​ຣະ​ພາບ​ກັມ​ຊົ່ວ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ

3   ແລະ​ເຂົາ​ລຸກ​ຂຶ້ນ​ໃນ​ທີ່​ຂອງ​ເຂົາ ແລະ​ອ່ານ​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຢູ່​ສາມ​ຊົ່ວ​ໂມງ ອີກ​ສາມ​ຊົ່ວ​ໂມງ​ເຂົາ​ສາ​ຣະ​ພາບ ແລະ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້​ຂອງ​ເຂົາ​ທັງ​ຫລາຍ

4   ເຢ​ຊູ​ອາ ບາ​ນີ ກັດ​ມີ​ເອນ ເຊບນີ​ຢາ ບູນ​ນີ ເຊ​ເຣ​ບີ​ຢາ ບາ​ນີ ແລະ​ເຄ​ນາ​ນີ ໄດ້​ຢືນ​ຂຶ້ນ​ທີ່​ຂັ້ນ​ໄດ​ຂອງ​ຄົນ​ເລ​ວີ ແລະ​ເຂົາ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຂົາ

5   ແລ້ວ​ຄົນ​ເລ​ວີ ເຢ​ຊູ​ອາ ກັດ​ມີ​ເອນ ບາ​ນີ ຮາ​ຊັບ​ເນ​ຢາ ເຊ​ເຣ​ບີ​ຢາ ໂຮ​ດີ​ຢາ ເຊ​ບາ​ນີ​ຢາ ແລະ​ເປ​ທາ​ຮີ​ຢາ ກ່າວ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ ຕັ້ງ​ແຕ່​ນີ​ຣັນ​ດອນ​ຈົນ​ເຖິງ​ນີ​ຣັນ​ນະ​ການ” ສາ​ທຸ​ການ​ແດ່​ພຣະ​ນາມ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ຊຶ່ງ​ຍິ່ງ​ໃຫຍ່​ເຫນືອ​ການ​ໂມ​ທະ​ນາ​ແລະ​ການ​ສັຣ​ເສີນ​ທັງ​ປວງ

6   ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ອົງ​ດຽວ ພຣະ​ອົງ​ໄດ້​ຊົງ​ສ້າງ​ຟ້າ​ສວັນ ຟ້າ​ສວັນ​ອັນ​ສູງ​ສຸດ​ພ້ອມ​ກັບ​ບໍ​ຣິ​ວານ​ທັງ​ສິ້ນ​ຂອງ​ຟ້າ​ສວັນ​ນັ້ນ ແຜ່ນ​ດິນ​ໂລກ​ແລະ​ບັນ​ດາ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ທະ​ເລ​ແລະ​ບັນ​ດາ​ສິ່ງ​ທີ່ຢູ່ໃນ​ນັ້ນ ແລະ​ພຣະ​ອົງ​ຊົງ​ຮັ​ກ​ສາ​ສິ່ງ​ທັງ​ປວງ​ເຫລົ່າ​ນັ້ນ​ໄວ້ ແລະ​ບໍ​ຣິ​ວານ​ຂອງ​ຟ້າ​ສວັນ​ໄດ້​ນະ​ມັ​ສ​ການ​ພຣະ​ອົງ

7   ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຜູ້​ຊົງ​ເລືອກ​ອັບ​ຣາມ ແລ​ຊົງ​ນຳ​ທ່ານ​ອອກ​ມາ​ຈາກ​ເມືອງ​ອູ​ຣ໌ແຫ່ງ​ປະ​ເທດ​ຄັນ​ເດອນ ແລະ​ຊົງ​ປະ​ທານ​ນາມ​ທ່ານ​ວ່າ ອັບ​ຣາ​ຮາມ

8    ແລະ​ພຣະ​ອົງ​ຊົງ​ເຫັນ​ວ່າ​ນ້ຳ​ໃຈ​ຂອງ​ທ່ານ​ຊື່​ສັດ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແຜ່ນ​ດິນ​ຂອງ​ຄົນ​ກາ​ນາ​ອານ ຄົນ​ຮີດ​ຕີ ຄົນ​ອາ​ໂມ​ຣິດ ຄົນ​ເປ​ຣີ​ສ​ຊີ ຄົນ​ເຢ​ບຸ​ສ ແລະ​ຄົນ​ກີ​ຣ໌​ກາ​ຊີ ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ທ່ານ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເຣັດ ເພາະ​ພຣະ​ອົງຊອບທັມ

9   “ແລະ​ພຣະ​ອົງ​ທອດ​ພຣະ​ເນດ​ຄວາມ​ທຸກ​ໃຈ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ໃນ​ເອ​ຢິບ ແລະ​ຟັງ​ສຽງ​ຮ້ອງ​ທຸກ​ຂອງ​ເຂົາ​ທັງ​ຫລາຍ​ທີ່​ທະ​ເລ​ແດງ

10 ແລະ​ພຣະ​ອົງ​ຊົງ​ກະ​ທຳ​ຫມາຍ​ສຳ​ຄັນ ແລະ​ການ​ອັດ​ສະ​ຈັນ​ສູ້​ຟາຣາ​ໂອ ແລະ​ຂ້າ​ຣາ​ຊ​ການ​ທັງ​ສິ້ນ ແລະ​ຕໍ່​ປະ​ຊາ​ຊົນ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ຂອງ​ຟາ​ຣາ​ໂອ ເພາະ​ພຣະ​ອົງ​ຊົງຊາບ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ປະ​ພຶດ​ຢ່າງ​ຍິ່ງ​ຍະ​ໂສ​ຕໍ່​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ຊ່າ​ລື​ໄປ​ດັ່ງ​ທຸກວັນ​ນີ້

11 ແລະ​ພຣະ​ອົງ​ໄດ້​ຊົງ​ແຍກ​ທະ​ເລ​ຕໍ່​ຫນ້າ​ເຂົາ​ທັ​ງ​ຫລາຍ ເຂົາ​ຈຶ່ງ​ເດີນ​ໄປ​ກາງ​ທະ​ເລ​ດິນ​ແຫ້ງ ແລະ​ພຣະ​ອົງ​ໄດ້​ຊົງ​ແກວ່ງຜູ້​ໄລ່​ຕາມ​ເຂົາ​ທັງ​ຫລາຍ​ລົງ​ໃນ​ທີ່​ເລິກ​ຢ່າງ​ກັບ​ຊົງ​ແກວ່ງ​ກ້ອນ​ຫີນ​ລົງ​ໄປ​ໃນ​ມະ​ຫາ​ສະ​ຫມຸດ

12 ນອກ​ຈກ​ນີ້ ພຣະ​ອົງ​ຊົງ​ນຳ​ເຂົາ​ໃນ​ກາງ​ເວັນ​ດ້ວຍ​ເສົາ​ເມກ ແລະ​ໃນ​ກາງ​ຄືນ​ດ້ວຍ​ເສົາ​ໄຟ ເພື່ອ​ໃຫ້​ແສງ​ແກ່​ເຂົາ​ໃນ​ທາງ​ທີ່​ເຂົາ​ຄວນ​ຈະ​ໄປ

13 ພຣະ​ອົງ​ສະ​ເດັດ​ລົງ​ມາ​ເທິງ​ພູ​ຊີ​ນາ​ອີ ແລະ​ກ່າວ​ກັບ​ເຂົາ​ຈາ​ກຟ້າ​ສວັນ ແລະ​ປະ​ທານ​ກົດ​ຫມາຍ​ອັນ​ຊອບ​ແລະ​ທັມ​ ແລະໄດ້​ມອບ​ພຣະ​ບັນ​ຍັດ​ທີ່​ດີ​ແກ່​ເຂົາ ທັງ​ຄຳ​ສັ່ງ​ສອນ​ທີ່​ມີ​ຫລັກ​ແກ່​ເຂົາ

14 ພຣະ​ອົງ​ຊົງ​ໃຫ້​ເຂົາ​ຊາບ​ເຖິງວັນ​ສະ​ບາ​ໂຕບໍ​ຣິ​ສຸດ​ຂອງ​ພຣະ​ອົງ ແລະ​ຊົງ​ຕ​ຣາ​ພຣະ​ບັນ​ຍັດ​ກົດ​ເກນ ແລະ​ທັມ​ບັນ​ຍັດ​ຜ່ານ​ທາງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ

15 ພຣະ​ອົງ​ປະ​ທານ​ອາ​ຫານ​ແກ່​ເຂົາ​ຈາກ​ຟ້າ​ສວັນ​ແກ້​ຄວາມ​ຫິວ ແລະ​ຊົງ​ນຳ​ນ້ຳ​ອອກ​ມາ​ຈາກ​ສີ​ລາ​ໃຫ້​ເຂົາ​ແກ້ກະ​ຫາຍ ແລະ​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ເຂົາ​ເຂົ້າ​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ວ່າ​ຈະ​ປະ​ທານ​ໃຫ້​ເຂົາ​ນັ້ນ

16 “ແຕ່​ເຂົາ​ທັງ​ຫລາຍ​ຄື ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ປະ​ພຶດ​ຢ່າງ​ຍິ່ງ​ຍະ​ໂສ ແລະ​ແຂງ​ຄໍ​ຂອງ​ເຂົາ​ເສັຽບໍ່​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ

17 ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ເຊື່ອ​ຟັງ ແລະ​ບໍ່​ເອົາ​ໃຈ​ໃສ່​ໃນ​ການ​ອັດ​ສະ​ຈັນ​ຊຶ່ງ​ພຣະ​ອົງ​ຊົງ​ປະ​ກອບ​ຂຶ້ນ​ຖ້າມ​ກາງ​ເຂົາ ແຕ່​ເຂົາ​ແຂງ​ຄໍ​ຂອງ​ເຂົາ ແລະ​ໄດ້​ແຕ່ງ​ຕັ້ງ​ຫົວ​ຫນ້າ​ເພື່ອ​ຈະ​ກັບ​ໄປ​ສູ່​ຄວາມ​ເປັນ​ທາດ​ເຂົາ​ໃນ​ເອ​ຢິ​ບ ແຕ່​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ພ້ອມ​ທີ່​ຈະ​ຊົງ​ໃຫ້​ອະ​ພັຍ ມີ​ພຣະ​ທັຍ​ເມດ​ຕາ ແລະ​ກະ​ຣຸ​ນາ ຊົງ​ພຣະ​ພິ​ໂຣດ​ຊ້າ​ ແລະ​ຊົງ​ອຸ​ດົມ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ບໍ່​ໄດ້​ຊົງ​ປະ​ປ່ອຍ​ເຂົາ​ທັງ​ຫລາຍ

18 ເຖິງ​ແມ່ນ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ສ້າງ​ຮູບ​ງົວ​ຫລໍ່ໄວ້​ສຳ​ລັບ​ຕົວ​ແລະ​ກ່າວ​ວ່າ, “ນີ້​ຄື​ພຣະ​ເຈົ້າ​ຂອງ​ເຮົາ ຜູ້​ຊົງ​ນຳ​ເຮົາ​ຂຶ້ນ​ມາ​ຈາກ​ເອ​ຢິບ” ແ​ລະ​ໄດ້​ກະ​ທຳ​ການ​ຫມິ່ນ​ປະ​ຫມາດ​ຢ່າງ​ໃຫຍ່​ຫລວງ

19 ດ້ວ​ຍ​ພຣະ​ກະ​ຣຸ​ນາ​ຊັບ​ຊ້ອນ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ປະ​ປ່ອຍ​ເຂົາ​ໃນ​ຖິ່ນ​ກັນ​ດານ ເສົ​ເມກ​ຊຶ່ງ​ນຳ​ເຂົາ​ໃນ​ກາງ​ເວັນ​ບໍ່​ໄດ້​ພາກ​ຈກ​ເຂົາ​ໄປ ຫລື​ເສົາ​ໄຟ​ໃນ​ກາງ​ຄືນຊຶ່ງ​ໃຫ້​ແສງ​ແກ່​ເຂົາ​ຕາມ​ທາງຊຶ່ງ​ເຂົາ​ຄວນ​ຈະ​ໄປ​ກໍບໍ່​ໄດ້​ຂດ​ໄປ

20 ພຣະ​ອົງ​ປະ​ທານ​ພຣະ​ວິນ​ຍານ​ໃຫ້​ສັ່ງ​ສອນ​ເຂົາ ແລະ​ບໍ່​ໄດ້​ຊົງ​ຢັບ​ຢັ້ງ​ມາ​ນາຂອງ​ພຣະ​ອົງ​ອອກ​ຈາກ​ປາ​ກຂອງ​ເຂົາ​ທັງ​ຫລາຍ ແລະ​ປານ​ນ້ຳ​ແກ້​ກະ​ຫາຍ​ຂອງ​ເຂົາ

21 ພຣະ​ອົງ​ຊົງ​ຊຸບ​ລ້ຽງ​ເຂົາ​ທັງ​ຫລາຍ​ໃນ​ຖິ່ນ​ກັນ​ດານ​ສີ່ສິບ​ປີ ແລະ​ເຂົາ​ບໍ່​ໄດ້​ຂດ​ສິ່ງ​ໃດ​ເລີຍ ເສື້ອ​ຜ້າ​ຂອງ​ເຂົາ​ບໍ່​ຂາດ​ວິ່ນ ແລະ​ຕີ​ນຂອງ​ເຂົາ​ບໍ່​ໄດ້​ບວມ

22 ແ​ລະ​ພຣະ​ອົງ​ຊົງ​ມອບ​ຣາ​ຊ​ອາ​ນາ​ຈັກ ແລະ​ຊົນ​ຊາດ​ທັງ​ຫລາຍ​ແກ່​ເຂົາ ແລະ​ຊົງ​ປັນ​ໃຫ້​ເຂົາ​ຕາມ​ເຂດ​ແດນ ເຂົາ​ຈຶ່ງ​ໄດ້​ຍຶດ​ແຜ່ນ​ດິນ​ແຫ່ງ​ຊີ​ໂຮນ​ກະ​ສັດ​ແຫ່ງ​ເຮັ​ສ​ໂບນ ແລະ​ແຜ່ນ​ດິນ​ຂອງ​ໂອກ​ກະ​ສັດ​ແຫ່ງ​ເມືອງ​ບາ​ຊານ

23 ພຣະ​ອົງ​ຊົງ​ທະ​ວີ​ເຊື້ອ​ສາຍ​ຂອງ​ເຂົາ​ເຫມືອນດວງ​ດາວ​ແຫ່ງ​ຟ້າ​ສວັນ ແລະ​ພຣະ​ອົງ​ຊົງ​ນຳ​ເຂົາ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ອົງ​ໄດ້​ສັ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໃຫ້​ເຂົ້າ​ໄປ​ຍຶດ​ນັ້ນ

24 ເຊື້ອ​ສາຍ​ເຫລົ່າ​ນັ້ນ​ຈຶ່ງ​ເຂົ້າ​ໄປ ແລະ​ຍຶດ​ແຜ່ນ​ດິນ​ນັ້ນ ພຣະ​ອົງ​ຊົງ​ປາບ​ປາມ​ຊາວ​ແຜ່ນ​ດິນ​ນັ້ນ ຄື​ຄົນ​ກາ​ນາອານ​ໃຫ້​ພົ້ນ​ຫນ້າ​ເຂົາ ແລະ​ຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ເຂົາ ພ້ອມ​ກັ​ບ​ກະ​ສັດ​ແລະ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ນັ້ນ ໃຫ້​ໄດ້ກະ​ທຳ​ແກ່​ຄົນ​ເຫລົ່​ນັ້ນ​ຕາມ​ໃຈ​ຊອ​ບຂອງ​ເຂົາ

25 ແລະ​ເຂົາ​ຈຶ່ງ​ເຂົ້າ​ຍຶດ​ຫົວ​ເມືອງ​ທີ່​ມີ​ປ້ອມ ແລະ​ແຜ່ນດິນ​ອຸ​ດົມ ແລະ​ຖື​ກຳ​ມະ​ສິດ​ເຮືອນ​ຊຶ່ງ​ເຕັມ​ດ້ວຍ​ຂອງ​ດີ​ທັງ​ປວງ ທັງ​ທີ່​ຂັງ​ນ້ຳ​ຊຶ່ງ​ສະ​ກັດ​ໄວ້ ສວນ​ອະ​ງຸ່ນ ສວນ​ຫມາກກອກ​ ແລະ​ຕົ້ນ​ໄມ້​ທີ່​ມີ​ຫມາກ​ມາກ​ມາຍ ເຂົາ​ຈຶ່ງ​ໄດ້​ກິນ​ອີ່ມ​ຈົນ​ອ້ວນ ແລະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຸນ​ຍິ່ງ​ຂອງ​ພຣະ​ອົງ

26 “ເຖິງ​ຢ່າງ​ໃດ​ກໍ​ດີ ເຂົາ​ດື້ ແລະ​ໄດ້​ກະ​ບົດ​ຕໍ່​ພຣະ​ອົງ ແກ່ວງ​ທັມ​ບັນ​ຍັດ​ຂອງ​ພຣະ​ອົງ​ໄວ້​ເບື້ອງ​ຫລັງ ແລະ​ໄດ້​ຂ້າ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ໄດ້​ຕັກ​ເຕືອນ​ເຂົາ​ເພື່ອ​ໃຫ້​ເຂົາ​ກັບ​ມາ​ຫາ​ພຣະ​ອົງ ແລະ​ເຂົາ​ກະ​ທຳ​ການຫມິ່ນ​ປະ​ຫມາດ​ຢ່າງ​ໃຫຍ່​ຫລວງ

27 ເພາະ​ສະ​ນັ້ນ​ພຣະ​ອົງ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ສັດ​ຕຣູ​ຂອງ​ເຂົາ ຜູ້​ຊຶ່ງ​ກະ​ທຳ​ໃຫ້​ເຂົາ​ທົນ​ທຸກ ແລະ​ໃນ​ເວ​ລາ​ແຫ່ງ​ການ​ທົນ​ທຸກ​ຂອງ​ເຂົາ​ນັ້ນ ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຟັງ​ເຂົາ​ຈາກ​ຟ້າ​ສວັນ ພຣະ​ອົງ​ໄດ້​ປະ​ທານ​ບັນ​ດາ​ຜູ້​ຊ່ອຍ​ແກ່​ເຂົາ ຜູ້​ໄດ້​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ມືສັດ​ຕ​ຣູ​ຂອງ​ເຂົາ ຕາມ​ພຣະ​ກະ​ຣຸ​ນາ​ຊັບ​ຊ້ອນ​ຂອງ​ພຣະ​ອົງ

28 ແຕ່​ເມື່ອ​ເຂົາ​ພັກ​ສ​ງົບ​ແລ້ວ ເຂົາ​ກໍ​ກະ​ທຳ​ຄວາມ​ຊົ່ວ​ຕໍ່​ພຣະ​ພັກ​ພຣະ​ອົງ​ອີກ ພຣະ​ອົງ​ຈຶ່ງ​ຊົງ​ສ​ລະ​ເຂົາ​ໄວ້ໃນ​ມື​ສັດ​ຕ​ຣູ​ຂອງ​ເຂົາ ສັດ​ຕ​ຣູ​ຈຶ່ງ​ໄດ້​ປົກ​ຄອງ​ເຂົາ ເຖິງ​ປານ​ນັ້ນ​ເມື່ອ​ເຂົາ​ຫັນ​ມາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ພຣະ​ອົງ​ຊົງ​ຟັງ​ເຂົາ​ຈາກ​ຟ້າ​ສວັນ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ເຂົາ​ໄວ້​ຫລາຍ​ຄັ້ງ​ຫລາຍ​ຫົນ ຕາມ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ

29 ແລະ​ພຣະ​ອົງ​ຊົງ​ຕັກ​ເຕືອນ​ເຂົາ ເພື່ອ​ວ່າ​ຈະ​ຊົງ​ຫັນ​ເຂົາ​ໃຫ້​ກັບ​ຄືນ​ມາ​ສູ່​ທັມ​ບັນ​ຍັດ​ຂອງ​ພຣະ​ອົງ ແຕ່​ເຂົາ​ກໍ​ຍັງ​ປະ​ພຶດ​ຢ່າງ​ເຍີ້​ຍິ່ງອວດ​ດີ ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແຕ່​ໄດ້​ກະ​ທຳ​ຜິດ​ຕໍ່​ກົດ​ຫມາຍ​ຂອງ​ພຣະອົງ (ອັນ​ເປັນ​ຂໍ້​ປະ​ຕິ​ບັດ​ຊຶ່ງ​ມະ​ນຸດ​ຈະ​ດຳ​ຣົງ​ຊີ​ພ​ຢູ່​ໄດ້) ແລະ​ໄດ້​ຫັນ​ບ່າ​ດື້ ແລະ​ຄໍ​ແຂງ​ເຂົ້າ​ສູ້ ແລະ​ບໍ່​ໄດ້​ເຊື່ອ​ຟັງ

30 ພຣະ​ອົງ​ຊົງ​ອົດ​ທົນ​ກັບ​ເຂົາ​ຢູ່​ຫລາຍ​ປີ ແລະ​ຊົງ​ເຕືອນ​ເຂົາ​ດ້ວຍ​ພຣະ​ວີນ​ຍານ​ຂອງ​ພຣະ​ອົງ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ເຂົາ​ກໍ​ຍັງ​ບໍ່​ງ່ຽງ​ຫູ​ຟັງ ເພາະ​ສະ​ນັ້ນ​ພຣະ​ອົງ​ຈຶ່ງຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ນັ້ນ

31 ເຖິງປານ​ນັ້ນ​ດ້ວຍ​ພຣະ​ກະ​ຣຸ​ນາ​ຊັບ​ຊ້ອນ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ກະ​ທຳ​ໃຫ້​ເຂົາ​ພິ​ນາດ ຫລື​ປະ​ປ່ອຍ​ເຂົາ​ໄປ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ເມດ​ຕາ​ແລະ​ພຣະ​ກະ​ຣຸ​ນາ

32 “ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຊຶ່ງ​ເປັນ​ພຣະ​ເຈົ້າ​ຜູ້ຍິ່ງ​ໃຫຍ່ ຊົງ​ຣິດ ແລະ​ຫນ້າ​ເກງ​ກົວ ຜູ້​ຊົງ​ຣັກ​ສາ​ຄຳ​ຫມັ້ນສັນ​ຍາ ແລະ​ຄວາມ​ຮັກ​ຫມັ້ນ​ຄົງ ສະ​ນັ້ນ​ຂໍ​ພຣະ​ອົງ​ຢ່າ​ຊົງ​ເຫັນ​ວ່າ​ຄວາມ​ທຸກ​ຍາກ​ລຳ​ບາກ​ທັງ​ສິ້ນ​ນັ້ນ​ເປັນ​ແຕ່​ພຽງ​ເລັກ​ນ້ອຍ​ຊຶ່ງ​ບັງ​ເກີດ​ຂຶ້ນ​ກັບ​ຂ້າ​ພຣະ​ອົງ​ທັງ​ຫລາຍ ກັບ​ບັນ​ດາ​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ ກັບ​ບັນ​ດາ​ເຈົ້າ​ນາຍ ບັນ​ດາ​ປະ​ໂຣ​ຫິດ ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ບັນ​ພະ​ບຸ​ຣຸດ ແລະ​ຊົນ​ຊາດ​ຂອງ​ພຣະ​ອົງ​ທັງ​ສິ້ນ ຕັ້ງ​ແຕ່​ສະ​ໄຫມ​ກະ​ສັດ​ອັ​ສ​ຊີ​ເຣັຽ​ຈົນ​ເຖິງວັນ​ນີ້

33 ແຕ່​ໃນ​ບັນ​ດາ​ສິ່ງ​ທີ່​ເກີດ​ຂຶ້ນ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຍຸດ​ຕິທັມ ເພາະ​ພຣະ​ອົງ​ຊົງ​ປະ​ກອບກິ​ຈ​ຢ່າງ​ທ່ຽງ​ຕົງ ແຕ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ປະ​ພຶດ​ຢ່າງ​ອະ​ທັມ

34 ບັນ​ດາ​ພຣະ​ຣາ​ຊາ ເຈົ້າ​ນາຍ ປະ​ໂຣ​ຫິດ ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ ບໍ່​ໄດ້​ຮັກ​ສາ​ທັມ​ບັນ​ຍັດ ຫລື​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ​ຊຶ່ງ​ພຣະ​ອົງ​ຊົງ​ເຕືອນ​ເຂົາ

35 ເພາະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ບົວ​ລະ​ບັດ​ພຣະ​ອົງ​ໃນຣາ​ຊ​ອາ​ນາ​ຈັກ​ຂອງ​ເຂົາ ແຕ່​ພຣະ​ຄຸນ​ອັນ​ຍິ່ງ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ປະ​ທານ​ແກ່​ເຂົາ ແລະ​ແຜ່ນ​ດິນ​ທີ່​ໃຫຍ່​ອຸ​ດົມ ພຣະ​ອົງ​ຊົງ​ຍົກ​ໃຫ້​ເຂົາ ແລະ​ເຂົາ​ບໍ່​ໄດ້​ຫັນ​ກັບ​ຄືນ​ຈາກ​ການ​ຊົ່ວ​ຮ້າຍ​ຂອງ​ເຂົາ

36 ເບິ່ງ​ແມ໋, ວັນ​ນີ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ທາດ ເປັນ​ທາດ​ໃນ​ແຜ່ນດິນ​ທີ່​ພຣະ​ອົງ​ປະ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ເພື່ອ​ໃຫ້​ໄດ້​ຮັບ​ປະ​ທານ​ພືດ​ຜົນ​ກັບ​ຂອງ​ອັນ​ດີ​ຂອງ​ມັນ

37 ແລະ​ຜລິດ​ຜົນ​ອັນ​ມາກ​ມາຍ​ຂອງແຜ່ນ​ດິນນັ້ນ​ກໍ​ຕົກ​ແກ