| Nahum |
|
![]() |
|
ພຣະທັມນາຮູມ
ນາຮູມ
1
ຕໍ່ໄປນີ້ກ່ຽວຂ້ອງກັບນະຄອນນີເນເວ
ຫນັງສືເຣື່ອງນິມິດຂອງນາຮູມຊາວເມືອງເອນໂກສ
ພຣະພິໂຣດຂອງພຣະເຈົ້າເພື່ອແກ້ແຄ້ນ
2
ພຣະເຈົ້າຊົງເປັນພຣະເຈົ້າຜູ້ຊົງຫວງແຫນແລະຊົງແກ້ແຄ້ນ ພຣະເຈົ້າຊົງແກ້ແຄ້ນແລະຊົງມີພຣະພິໂຣດ ພຣະເຈົ້າຊົງແກ້ແຄ້ນສັດຕຣູຂອງພຣະອົງ
ແລະຊົງເກັບຄວາມໂກດໄວ້ໃຫ້ປັດຈາມິດຂອງພຣະອົງ
3
ພຣະຜູ້ເປັນເຈົ້າຊົງກີ້ວຊ້າ
ຊົງຣິດທານຸພາບຍິ່ງໃຫຍ່ ພຣະຜູ້ເປັນເຈົ້າຈະບໍ່ຊົງງົດໂທດເລີຍ
ພຣະມັນຄາຂອງພຣະອົງຢູ່ໃນລົມບ້າຫມູແລະພະຍຸ
ແລະເມກເປັນຜົງຝຸ່ນດິນແຫ່ງພຣະບາດຂອງພຣະອົງ
4
ພຣະອົງຊົງຫ້າມທະເລ
ຊົງກະທໍາໃຫ້ມັນແຫ້ງ
ຊົງໃຫ້ແມ່ນ້ຳທັງຫລາຍແຫ້ງໄປ
ບາຊານແລະກາເມນກໍຫ່ຽວ
ແລະແຂນອ່ອນໆຂອງເລບານອນກໍແຫ້ງໄປ
5
ຕໍ່ເບື້ອງພຣະພັກພຣະອົງ
ພູເຂົາກໍສັ່ນສະເທືອນ
ແລະເນີນເຂົາກໍລະລາຍໄປ ແຜ່ນດິນກໍຫວັ່ນໄຫວຕໍ່ເບື້ອງພຣະພັກພຣະອົງ
ທັງໂລກແລະສິ່ງທີ່ອາໄສຢູ່ໃນໂລກດ້ວຍ
6
ໃຜຈະຕ້ານທານພຣະພິໂຣດຂອງພຣະອົງໄດ້?
ໃຜຈະທົນຕໍ່ຄວາມຮ້ອນແຮງແຫ່ງຄວາມກີ້ວຂອງພຣະອົງໄດ້?
ພຣະພິໂຣດຂອງພຣະອົງພຸ່ງອອກມາຢ່າງກັບໄຟ
ໂດຍພຣະອົງສີລາກໍແຕກ
7
ພຣະເຈົ້າປະເສີດ ຊົງເປັນທີ່ກຳບັງເຂັ້ມແຂງໃນວັນຍາກລຳບາກ ພຣະອົງຊົງຮູ້ຈັກຜູ້ທີ່ເຂົ້າມາລີ້ໄພຢູ່ໃນພຣະອົງ
8
ແຕ່ພຣະອົງຈະຊົງກະທຳໃຫ້ສັດຕຣູຂອງພຣະອົງສິ້ນສຸດລົງ
ດ້ວຍນ້ຳຖ້ວມທີ່ໄຫລຖ້ວມທົ້ນ
ແລະຈະຊົງໄລ່ໃຫ້ຜູ້ທີ່ແຂງຂໍ້ຂອງພຣະອົງເຂົ້າໄປໃນຄວາມມືດ
9
ເຈົ້າຄິດອຸບາຍອັນໃດຕໍ່ພຣະເຈົ້າ
ພຣະອົງຈະຊົງທຳລາຍໃຫ້ສິ້ນໄປ ການບີບບັງຄັບຈະບໍ່ໂຜ່ຂຶ້ນເປັນຄຳຣົບທີ່ສອງ
10 ແມ້ວ່າເຂົາທັງຫລາຍເຫມືອນຫນາມໄກ່ໄຫ້ທີ່ກ່ຽວກັນຫຍຸ້ງ
ແລະເມົາຕາມຂະຫນາດທີ່ເຂົາດື່ມ
ເຂົາຈະຖືກເຜົາຜານສິ້ນເຫມືອນຕໍເຂົ້າທີ່ແຫ້ງແລ້ວ
11 ເຄີຍມີຜູ້ນຶ່ງມາຈາກພວກເຈົ້າ
ທີ່ຄິດອຸບາຍຊົ່ວຮ້າຍຕໍ່ພຣະເຈົ້າ
ແລະແນະນຳການອະທັມ
12 ພຣະເຈົ້າຊົງກ່າວດັ່ງນີ້ວ່າ,
“ແມ້ວ່າ ພວກນັ້ນຈະແຂງແຮງແລະມີຈຳນວນມາກມາຍດ້ວຍ
ເຂົາກໍຈະຖືກຕັດຂາດແລະສິ້ນໄປ ເຖິງແມ່ນວ່າເຮົາໃຫ້ເຈົ້າທຸກໃຈ
ແຕ່ເຮົາຈະບໍ່ໃຫ້ເຈົ້າທຸກໃຈອີກຕໍ່ໄປ
13 ບັດນີ້
ເຮົາຈະຫັກແອກຂອງເຂົາເສັຽຈາກເຈົ້າ
ແລະຈະລະເບີດເຄື່ອງຈຳຈອງຂອງເຈົ້າໃຫ້ສລາຍໄປ”
14 ພຣະເຈົ້າໄດ້ຊົງບັນຊາດ້ວຍເຣື່ອງເຈົ້າວ່າ,
“ເຂົາຈະບໍ່ຫວ່ານຊື່ຂອງເຈົ້າໃຫ້ແຜ່ຫລາຍອີກຕໍ່ໄປ
ເຮົາຈະກຳຈັດຮູບເຄົາຣົບທີ່ສລັກແລະຮູບເຄົາຣົບທີ່ຫລໍ່ອອກເສັຽຈາກວິຫານແຫ່ງພຣະຂອງເຂົາ
ເຮົາຈະຂຸດຫລຸມສົບໃຫ້ເຈົ້າ
ເພາະເຈົ້າຊົ່ວຫລາຍ”
ຂ່າວເຣື່ອງກຸງນີເນເວຫລົ່ມ
15 ເບິ່ງແມ໋, ຕີນຂອງຜູ້ນຳຂ່າວດີມາທີ່ເທິງພູເຂົາ
ຜູ້ໂຄສະນາສັນຕິພາບ ໂອ
ຢູດາເອີຍ
ຈົ່ງຮັກສາປະເພນີການລ້ຽງຂອງເຈົ້າໄວ້
ຈົ່ງແກ້ບົນຂອງເຈົ້າເສັຽ
ເພາະວ່າຄົນອະທັມຈະບໍ່ມາຫາເຈົ້າອີກ ເຂົາຖືກກຳຈັດເສັຽສິ້ນແລ້ວ
1
ຜູ້ໂຈມຕີໄດ້ຂຶ້ນມາຕໍ່ສູ້ກັບເຈົ້າແລ້ວ ຈົ່ງເຂົ້າປະຈຳປ້ອມ ຈົ່ງເຝົ້າທາງໄວ້ ຈົ່ງຄາດເອວໄວ້ ຈົ່ງຮວມກຳລັງໄວ້ໃຫ້ຫມົດ
2
(ເພາະວ່າພຣະຜູ້ເປັນເຈົ້າຊົງກະທຳໃຫ້ຄວາມໂອ່ອ່າຕະການຂອງຢາໂຄບກັບສູ່ສະພາບເດີມ
ຢ່າງກັບຄວາມໂອ່ອ່າຕະການຂອງອິສຣາເອນ
ເພາະວ່າພວກປຸ້ນໄດ້ປຸ້ນເອົາໄປ
ແລະໄດ້ທຳລາຍກິ່ງກ້ານຂອງເຂົາໃຫ້ພິນາດ)
3
ໂລ່ຂອງທະຫານນັ້ນສີແດງ
ແລະທະຫານຂອງເຂົາກໍແຕ່ງກາຍສີແດງເຂັ້ມໃນວັນຕຽມພ້ອມ ຣົດຮົບກໍແວວວັບເປັນແສງ
ແລະມ້າເສິກກໍຜາດໂຜນໄປມາ
4
ຣົດຮົບແລ່ນໄປຕາມຖນົນ ມັນຮິບໄປຮີບມາທີ່
ກາງເມືອງສ່ອງແສງເຫມືອນໄຟ
ແລະພຸ່ງໄປຢ່າງສາຍຟ້າແມບເຫລື້ອມ
5
ນາຍທະຫານຖືກເອີ້ນຕົວ
ເຂົາກໍສະດຸດເມື່ອເຂົາຍ່າງໄປ
ເຂົາຮີບກົງໄປທີ່ກຳແພງເມືອງມີໄຟກັບອາວຸດຕັ້ງຂຶ້ນ
6
ປະຕູທີ່ແມ່ນ້ຳເປີດແລ້ວ
ທີ່ພຣະຣາຊວັງກໍອົນລະຫມ່ານ
7
ພຣະນາງຖືກປ່ຽນເຄື່ອງຊົງ ເຂົາຈັບພຣະນາງເອົາໄປ
ບັນດາສາວໃຊ້ກໍໂອດຄວນສຽງນາງໂສກເສົ້າດັ່ງສຽງນົກເຂົາ
ຕີເອິກຊົກໃຈຂອງຕົນ
8
ນີເນເວກໍເຫມືອນສະນ້ຳທີ່ນ້ຳໄຫລອອກມາ
ເຂົາທັງຫລາຍຮ້ອງວ່າ,
“ຢຸດ ຢຸດ”
ແຕ່ບໍ່ມີໃຜຫັນກັບ
9
ປຸ້ນເອົາເງິນເຖີດ
ປຸ້ນເອົາທອງຄຳ
ມີຊັບສົມບັດມາກມາຍບໍ່ຮູ້ສິ້ນສຸດ
ມີຂອງມີຄ່າທຸກຢ່າງເປັນຊັບມັ່ງຄັ່ງ
10 ວ່າງເປົ່າ
ຄວາມເປົ່າປ່ຽວ
ແລະຄວາມພິນາດ
ຈິດໃຈກໍສະລາຍໄປແລະຫົວເຂົ່າກໍສັ່ນ ບັ້ນເອວກໍປວດຣ້າວໄປຫມົດ ໃບຫນ້າທຸກຄົນຊີດເຫລືອງ
11 ບ່ອນຂອງສິງຢູ່ທີ່ໃດ?
ຄືຖ້ຳຂອງສິງຫນຸ່ມບ່ອນທີ່ສິງເຄີຍຍ່າງເຂົ້າໄປ
ບ່ອນທີ່ລູກຂອງມັນເຄີຍຢູ່ບໍ່ມີຜູ້ໃດໄປຣົບກວນໄດ້
12 ສິງນັ້ນໄດ້ຈີກອາຫານໃຫ້ລູກຂອງມັນພໍກິນ
ແລະໄດ້ຄາບຄໍເຫຍື່ອມາໃຫ້ເຫລົ່າເມັຽຂອງມັນ
ມັນສະສົມເຫຍື່ອເຕັມຖ້ຳ
ແລະສະສົມຊີ້ນທີ່ມັນຂ້າມາໄດ້
13 ພຣະຜູ້ເປັນເຈົ້າຈອມໂຍທາສັ່ງວ່າ, “ເບິ່ງແມ໋
ເຮົາຕໍ່ສູ້ເຈົ້າ
ເຮົາຈະຜານຣົດຮົບຂອງເຈົ້າໃຫ້ເປັນຄວັນ
ແລະດາບຈະສັງຫານສີງຫນຸ່ມຂອງເຈົ້າ
ເຮົາຈະກຳຈັດເຫຍື່ອຂອງເຈົ້າເສັຽຈາກໂລກ
ແລະຈະບໍ່ມີໃຜໄດ້ຍິນສຽງຜູ້ນຳຂ່າວຂອງເຈົ້າອີກ
1
ວີບັດແກ່ເມືອງທີ່ແປະເປື້ອນໄປດ້ວຍໂລຫີດ ເຕັມດ້ວຍການມຸສາ
ແລະຂອງຍຶດທຳການປຸ້ນເຂົາຢ່າງບໍ່ຢຸດຢ່ອນເລີຍ
2
ສຽງຂອງໄມ້ແສ້
ແລະສຽງລໍ້ຣົດຫມູນໄປ
ສຽງມ້າແລ່ນຫອບໄປ
ແລະຣົດຮົບກະທົບກະແທກ
3
ພົນມ້າເຂົ້າປະຈັນບານ ດາບແວບວາບ
ແລະຫອກແວວວາວ
ຄົນຖືກຂ້າເປັນກ່າຍກອງ
ຊາກສົບກອງຂຶ້ນ
ຮ່າງຄົນຕາຍບໍ່ຮູ້ຈັກຈົບສິ້ນ
ເຂົາຈະສະດຸດຮ່າງນັ້ນ
4
ທັງນີ້ເພາະການແພດສະຍາ
ນັບບໍ່ຖ້ວນຂອງຍິງແພດສະຍານັ້ນ ຜູ້ມີສເນ່ແລະເປັນຈອມຍົ້ວຍວນ
ນາງໄດ້ຂາຍປະຊາຊາດເສັຽດ້ວຍການແພດສະຍາຂອງນາງ
ແລະຂາຍບັນດາຕະກູນມະນຸດດ້ວຍວີທະຍາຄົມຂອງນາງ
5
ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ
ເບິ່ງແມ໋,
ເຮົາຕໍ່ສູ້ເຈົ້າ
ແລະຈະຍົກກະໂປງຂອງເຈົ້າຄຸມຫນ້າເຈົ້າ
ເຮົາຈະໃຫ້ບັນດາປະຊາຊາດມອງເບິ່ງຄວາມເປື່ອຍເປົ່າຂອງເຈົ້າ
ແລະໃຫ້ຣາຊອານາຈັກທັງຫລາຍ ມອງເບິ່ງຄວາມອັບອາຍຂອງເຈົ້າ
6
ເຮົາຈະໂຍນສິ່ງໂສໂຄກໃສ່ເຈົ້າ ແລະຢຽດຫຍາມເຈົ້າ
ແລະຈະປະຈານເຈົ້າ
7
ທຸກຄົນທີ່ແລເຫັນເຈົ້າຈະຫນີໄປຈາກເຈົ້າ
ແລະກ່າວວ່າ
ນີເນເວເປັນເມືອງຮ້າງເສັຽແລ້ວ
ໃຜຈະສົງສານນາງ
ຈະໄປຫາໃຜທີ່ໃດມາເລົ້າໂລມນາງໄດ້
8
ເຈົ້າວີເສດກວ່າເມືອງເທເບສ
ຊຶ່ງຕັ້ງຢູ່ຮິມແມ່ນ້ຳນິນຫລື
ຊຶ່ງມີນ້ຳອ້ອມນະຄອນ
ມີທະເລເປັນທີ່ກຳບັງ ມີຫ້ວງນ້ຳເປັນກຳແພງເມືອງ
9
ເອທີໂອເປັຽເປັນກຳລັງຂອງເມືອງນີ້ ທັງເອຢິບ ແລະກໍບໍ່ຈຳກັດເສັຽດ້ວຍ
ພູທ
ແລະລິເບັຽເປັນຜູ້ຊ່ອຍເມືອງນັ້ນ
10 ເຖິງປານນັ້ນເມືອງນັ້ນກໍຍັງຖືກກວາດໄປ
ນາງຕົກໄປເປັນຊະເລີຍ ລູກໆຂອງນາງໄດ້ຖືກຕີຈົນຕາຍຕາມຖນົນຫົນທາງ ເຂົາຈັບສະຫລາກແບ່ງຜູ້ມີກຽດຂອງເມືອງນັ້ນ
ແລະຄົນໃຫຍ່ຄົນໂຕທັງສິ້ນຂອງເມືອງນັ້ນກໍຖືກລ່າມໂຊ່
11 ເຈົ້າຈະມືນເມົາໄປດ້ວຍ ເຈົ້າຈະງົງງວຍໄປ
ເຈົ້າຈະຊອກຫາທີ່ລີ້ພັຍຈາກສັດຕຣູ
12 ປ້ອມປ້ອງກັນທັງຫມົດຂອງເຈົ້າ
ຈະເປັນເຫມືອນຕົ້ນຫມາກເດື່ອ ມີຜົນຫມາກເດື່ອສຸກຣຸ່ນທຳອິດ ຖ້າສັ່ນຕົ້ນຂອງມັນກໍຈະຕົກລົງໄປໃນປາກຂອງຜູ້ກິນ
13 ເບິ່ງແມ໋, ກອງທັບຂອງເຈົ້າ
ກໍເຫມືອນຜູ້ຍິງຢູ່ຖ້າມກາງເຈົ້າ
ປະຕູເມືອງແຫ່ງແຜ່ນດິນຂອງເຈົ້າກໍເປີດກວ້າງໃຫ້ແກ່ສັດຕຣູຂອງເຈົ້າ
ໄຟໄດ້ໄຫມ້ດານປະຕູຂອງເຈົ້າຫມົດແລ້ວ
14 ຈົ່ງຂົນນ້ຳຂຶ້ນໄວ້ເພາະຈະຖືກລ້ອມ
ຈົ່ງເສີມກຳລັງປ້ອມປ້ອງກັນຂອງເຈົ້າ
ຈົ່ງລົງໄປໃນບໍ່ດິນປຽກ
ຍ່ຳປູນສໍໃຫ້ເຂົ້າກັນດີ
ແລະໄປເອົາພີມອິດມາ
15 ໄຟກໍເຜົາເຈົ້າທີ່ນັ້ນ ດາບກໍຈະຟັນເຈົ້າ
ມັນຈະກິນເຈົ້າເສັຽຢ່າງຕັກແຕນວັຍກະໂດດ ຈົ່ງເພີ້ມພວກເຈົ້າໃຫ້ຫລາຍຢ່າງຕັກແຕນວັຍກະໂດດ ຈົ່ງເພີ້ມໃຫ້ຫລາຍເຫມືອນຕັກແຕນວັຍບີນ
16 ເຈົ້າເພີ້ມພວກພໍ່ຄ້າໃຫ້ຫລາຍກວ່າດວງດາວໃນທ້ອງຟ້າ ຕັກແຕນວັຍກະໂດດນັ້ນລອກຄາບແລ້ວກໍບິນໄປເສັຽ
17 ເຈົ້ານາຍຂອງເຈົ້າກໍເຫມືອນຕັກແຕນວັຍບິນ
ພວກຂ້າຣາຊການຂອງເຈົ້າກໍເຫມືອນກໍເປັນເຫມືອນຝູງຕັກແຕນທີ່ຈັບຢູ່ຮົ້ວໃນຍາມອາກາດເຢັນ
ພໍດວງຕາເວັນຂຶ້ນມັນກໍບິນໄປຫມົດ
ບໍ່ມີໃຜຮູ້ວ່າມັນໄປທີ່ໃດ?
18 ໂອ
ກະສັດແຫ່ງອັສຊີເຣັຽເອີຍ ຜູ້ລ້ຽງແກະຂອງເຈົ້າຫລັບເສັຽແລ້ວ
ເຈົ້ານາຍຂອງເຈົ້າກໍເຄີ້ມຫລັບໄປ
ຊົນຊາດຂອງເຈົ້າກະຈັດກະຈາຍຢູ່ເທິງພູເຂົາ
ບໍ່ມີຜູ້ໃດຮວບຮວມເອົາມາໄດ້
19 ຄວາມເຈັບປວດຂອງເຈົ້າບໍ່ມີບັນເທົາ
ບາດແຜຂອງເຈົ້າກໍສາຫັດ
ທຸກຄົນໄດ້ຍິນຂ່າວຂອງເຈົ້າ
ເຂົາກໍຕົບມືເຍາະເຍີ້ຍເຈົ້າ
ມີໃຜແດ່ທີ່ບໍ່ໄດ້ຮັບໄພອັນຮ້າຍແຮງທີ່ບໍ່ມີສິ້ນສຸດຂອງເຈົ້າ