| Micah |
|
![]() |
|
ພຣະທັມມີກາ
ມີກາ
1
ພຣະທັມເຣື່ອງນີ້
ບັນຈຸຖ້ອຍຄຳທີ່ພຣະຜູ້ເປັນເຈົ້າສົ່ງເຖິງມີກາ
ຊາວເມືອງໂມເຣເຊທ
ໃນສະໄຫມຂອງໂຢທາມ
ອາຮັສ
ແລະເຮເຊກີຢາ
ເປັນກະສັດຂອງຊາວຢູດາ
ພຣະຜູ້ເປັນເຈົ້າໄດ້ຊົງສະແດງສິ່ງທີ່ຈະເວົ້າດັ່ງຕໍ່ລົງໄປນີ້
ທີ່ກ່ຽວກັບເມືອງຊາມາເຣັຽ
ແລະເມືອງເຢຣູຊາເລັມຕໍ່
ມີກາ
2
ຈົ່ງຟັງເຣື່ອງນີ້
ຊົນຊາດທັງຫລາຍເອີຍ,
ຈົ່ງຟັງເຣື່ອງນີ້
ປວງຊົນທີ່ອາໄສຢູ່ເທິງແຜ່ນດິນໂລກ
ພຣະຜູ້ເປັນເຈົ້າຈະເປັນພຍານຕໍ່ສູ້ເຈົ້າ
ຈົ່ງຟັງແມ໋,
ສຽງຂອງພຣະອົງສົ່ງລົງມາຈາກພຣະວິຫານບ່ອນສັກສິດຂອງພຣະອົງ
3
ພຣະຜູ້ເປັນເຈົ້າກຳລັງສະເດັດມາແຕ່ເບື້ອງເທິງ
ພຣະອົງຈະຊົງສະເດັດລົງມາຍ່າງເທິງຈອມພູທັງຫລາຍ
4
ແລ້ວພູທັງຫລາຍຈະເປື່ອຍລະລາຍໄປໃຕ້ພຣະບາດຂອງພຣະອົງ
ເຫມືອນດັ່ງຂີ້ເຜິ້ງຖືກໄຟ
ມັນຈະໄຫລລົງສູ່ຮ່ອມພູ
ເຫມືອນດັ່ງນ້ຳໄຫລລົງມາແຕ່ພູ
5
ເຫດການທັງປວງນີ້ບັງເກີດຂຶ້ນ
ກໍເພາະວ່າປະຊາຊົນອິສຣາເອນໄດ້ກະທຳບາບ
ແລະກະບົດຕໍ່ສູ້ພຣະເຈົ້າ
ເປັນຄວາມຜິດຂອງໃຜທີ່ອິສຣາເອນເປັນກະບົດ
ແມ່ນປະຊາຊົນຊາມາເຣັຽຫັ້ນແລ້ວ
ໃຜບູຊາຮູບເຄົາຣົບໃນປະເທດຢູດາ
ແມ່ນປະຊາຊົນເຢຣູຊາເລັມຫັ້ນແລ້ວ
6
ສະນັ້ນ
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ເຮົາຈະທຳໃຫ້ຊາມາເຣັຽເປັນກອງສິ່ງຫັກເພພັງຢູ່ໃນທົ່ງນາ
ແລະໃຫ້ເປັນສ່ວນສຳລັບປູກຕົ້ນອະງຸ່ນ
ເຮົາຈະເທກ້ອນຫີນທີ່ໃຊ້ສ້າງເມືອງນັ້ນລົງທີ່ຮ່ອມພູ
ແລະຈະໃຫ້ເຫັນຮາກຖານຂອງເມືອງ
7
ຮູບເຄົາຣົບທັງຫມົດຈະຖືກທຸບໃຫ້ຫມຸ່ນ
ແລະຖືກທຳລາຍດ້ວຍໄຟ
ປະຊາຊົນໄດ້ຮູບເຄົາຣົບເຫລົ່ານັ້ນມາຢ່າງບໍ່ສັດຊື່ຕໍ່ພຣະເຈົ້າ
ແລະບັດນີ້
ພວກເຂົາຈະໄດ້ໂທດຈາກການບໍ່ສັດຊື່ນັ້ນຢ່າງເຫມາະສົມ”
8
ແລ້ວມີກາເວົ້າຕໍ່ໄປວ່າ,
“ກໍເພາະເຫດເຫລົ່ານີ້ແຫລະ,
ຂ້າພະເຈົ້າຈຶ່ງເສົ້າໃຈແລະຄ່ຳຄວນ
ຂ້າພະເຈົ້າຈະຍ່າງຕີນເປົ່າແລະເປືອຍກາຍ
ເພື່ອສະແດງຄວາມເສົ້າຫມອງໃຈ
ຂ້າພະເຈົ້າຈະຫອນເຫມືອນຫມາປ່າແລະອືດຄາງເຫມືອນນົກຈອກປ່າ
9
ເພາະວ່າບາດແຜຂອງເມືອງຊາມາເຣັຽຮັກສາໃຫ້ດີບໍ່ໄດ້
ເມືອງຢູດາກໍກຳລັງຈະເປັນບາດແຜຄືກັນ
ເພາະການທຳລາຍໄດ້ມາຮອດປະຕູເມືອງເຢຣູຊາເລັມ
ບ່ອນທີ່ປະຊາຊົນໄດ້ອາໄສຢູ່ແລ້ວ”
ສັດຕຣູມາໃກ້ເມືອງເຢຣູຊາເລັມ
10 ຢ່າໄດ້ບອກເຣື່ອງຜ່າຍແພ້ຂອງພວກເຮົາ
ໃຫ້ຊາວເມືອງກາດຮູ້
ຢ່າໃຫ້ພວກເຂົາເຫັນການຮ້ອງໄຫ້ຂອງພວກເຮົາ
ຈົ່ງກີ້ງເກືອກຢູ່ໃນຂີ້ຝຸ່ນດ້ວຍຄວາມສິ້ນຫວັງໃນເມືອງເບດເລອາຟຣາ
11 ຊາວເມືອງຊາຟີເອີຍ,
ຈົ່ງຫນີໄປຕ່າງຖິ່ນຢ່າງສິ້ນເນື້ອປະດາຕົວ
ແລະຢ່າງອັບອາຍຂາຍຫນ້າ
ພວກທີ່ອາໄສຢູ່ໃນເມືອງຊາອານານ
ຈະບໍ່ມີຊີວິດລອດອອກມາໄດ້
ເມື່ອພວກເຈົ້າໄດ້ຍິນຊ່າງເບເທເຊນ
ຮ້ອງໄຫ້ຮໍ່າໄຮ
ເຈົ້າຈົ່ງຮູ້ເສັຽວ່າ
ບ່ອນນັ້ນບໍ່ແມ່ນບ່ອນລີ້ໄພເສັຽແລ້ວ
12 ຊາວເມືອງມາໂຣທເຈັບແສບຢ່າງສາຫັດ
ພວກເຂົາຕ້ອງການຄວາມບັນເທົາ
ກໍຍ້ອນວ່າພຣະຜູ້ເປັນເຈົ້າໄດ້ນຳຄວາມຫາຍຍະນະໃກ້ເມືອງເຢຣູຊາເລັມ
13 ພວກເຈົ້າທີ່ອາໄສຢູ່ໃນເມືອງລາຄິສ
ຈົ່ງເອົາມ້າໃສ່ກວຽນຂອງເຈົ້າຕຽມໄວ້
ເຈົ້າເລີ້ມສ້າງບາບກັມໃຫ້ແກ່ບຸດຕຣີຂອງຊີໂອນ
ເພາະໄດ້ພົບການທໍຣະຍົດຂອງອິສຣາເອນໃນເຈົ້າ
14 ເພາະສະນັ້ນ
ເຈົ້າຈົ່ງສັ່ງລາເມືອງໂມເຣເຊທກາດ
ພວກກະສັດອິສຣາເອນຈະບໍ່ໄດ້ຮັບການຊ່ອຍເຫລືອຈາກເມືອງອັຄຊິບເລີຍ
15 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ຊາວເມືອງມາເຣຊາເອີຍ,
ເຮົາຈະມອບເຈົ້າໃຫ້ສັດຕຣູທີ່ກຳລັງຈະຍຶດເອົາເມືອງຂອງພວກເຈົ້າ
ສ່ວນກະສັດອິສຣາເອນກໍຈະປົບຫນີໄປລີ້ຢູ່ໃນຖ້ຳທີ່ອາດຸນລາມ
16 ຈົ່ງແຖຫົວຂອງພວກເຈົ້າ
ເພື່ອໄວ້ທຸກໃຫ້ແກ່ບຸດທີ່ຮັກຂອງພວກເຈົ້າສາ
ຈົ່ງແຖຫົວໃຫ້ໂລ້ນເຫມືອນແຮ້ງ
ກໍເພາະວ່າ
ພວກບຸດຂອງພວກເຈົ້າຈະຖືກເອົາຫນີໄປເລີຍ
1
ຜູ້ທີ່ນອນຄິດວາງແຜນການກະທຳຄວາມຊົ່ວ
ຈະໄດ້ຮັບຄວາມວິບັດຢ່າງຫນັກ
ເມື່ອຮຸ່ງເຊົ້າຂຶ້ນ
ພໍເຂົາໄດ້ໂອກາດພວກເຂົາກໍເຮັດຄວາມຊົ່ວທີ່ໄດ້ວາງແຜນໄວ້ນັ້ນ
2
ເມື່ອພວກເຂົາຕ້ອງການທົ່ງນາ
ແລະບ້ານເຮືອນພວກເຂົາກໍຍຶດເອົາໄປ
ພວກເຂົາໃຊ້ກຳລັງແລະເລ່ຫລ່ຽມຫລອກເອົາເຮືອນແລະທີ່ດິນຂອງເຈົ້າຊັບ
3
ເຫດສັນນັ້ນ
ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ,
“ເຮົາກຳລັງວາງແຜນເອົາໄພວິບັດມາໃສ່ພວກເຈົ້າ
ຊຶ່ງບໍ່ມີໃຜຈະຫລົບຫລີກໄດ້
ພວກເຈົ້າຈະຍ່າງໄປຢ່າງສະງ່າຜ່າເຜີຍຕໍ່ໄປບໍ່ໄດ້ອີກ
ເພາະວ່າມັນເປັນຍາມເຄາະຮ້າຍສຳລັບພວກເຈົ້າ
4
ເວລາຍາມນັ້ນມາຮອດ
ຈະມີຄົນເອົາເຣື່ອງຂອງພວກເຈົ້າມາກ່າວເປັນຄຳຂວັນ
ໃນຄາວໄພວິບັດແລະຮ້ອງເພງອັນຂົ່ມຂື່ນນີ້ວ່າ,
“ພວກເຮົາພິນາດໄປຈົນຫມົດກ້ຽງສາແລ້ວ
ພຣະຜູ້ເປັນເຈົ້າໄດ້ຍຶດເອົາດິນຫມູ່ເຮົາໄປແລ້ວເອົາໄປມອບໃຫ້ສັດຕຣູ”
5
ດັ່ງນັ້ນ
ບໍ່ມີໃຜໃນພວກເຈົ້າຈະໄດ້ຮັບດິນຕອນນຶ່ງຕອນໃດໃນມື້ທີ່ແບ່ງປັນດິນ
ລະຫວ່າງໄພ່ພົນຂອງພຣະຜູ້ເປັນເຈົ້າ
6
ປະຊາຊົນເທສນາສັ່ງສອນຂ້າພະເຈົ້າວ່າ,
“ຢ່າສັ່ງສອນພວກເຮົາກ່ຽວກັບເຣື່ອງເຫລົ່ານັ້ນເລີຍ
ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາເຊື່ອມເສັຽດອກ
ປະຊາຊົນອິສຣາເອນໄດ້ຖືກສາບແຊ່ງຊັ້ນບໍ່
7
ພຣະຜູ້ເປັນເຈົ້າຫມົດຄວາມອົດທົນແລ້ວຫລື
ພຣະອົງຈະກະທຳສິ່ງເຫລົ່ານັ້ນອີ່ຫລີຫວາ
ພຣະອົງຈະບໍ່ກ່າວຢ່າງເປັນມິດຕໍ່ຜູ້ທີ່ປະພຶດຊອບທັມບໍ່
8
ພຣະຜູ້ເປັນເຈົ້າຊົງຕອບວ່າ,
“ພວກເຈົ້າເອງເປັນປໍຣະປັກຕໍ່ໄພ່ພົນຂອງເຮົາ
ພວກເຈົ້າໄດ້ລັກເອົາແມ້ແຕ່ເສື້ອຂອງຄົນທີ່ຢູ່ຢາງສງົບ
ຄືບັນດາຜູ້ທີ່ກັບຈາກສະຫນາມຮົບຊຶ່ງຄິດວ່າຕົນປອດພັຍແລ້ວ
9
ພວກເຈົ້າຂັບໄລ່ພວກຜູ້ຍິງໄພ່ພົນຂອງເຮົາອອກຈາກເຮືອນອັນຜາສຸກຂອງພວກເຂົາ
ແລະຍັງໃຫ້ລູກຂອງພວກເຂົາບໍ່ໄດ້ຮັບພອນຂອງເຮົາຕລອດໄປ
10 ຈົ່ງຫນີໄປສາ
ບ່ອນທີ່ບໍ່ມີທີ່ພັກພາອາໄສ
ຍ້ອນຄວາມບາບພວກເຈົ້າຈຶ່ງຈະພົບກັບຄວາມພິນາດອັນຮ້າຍແຮງ
11 ບຸກຄົນຜູ້ນຶ່ງຊຶ່ງທ່ຽວໄປຕົວະ
ແລະຫລອກລວງປະຊາຊົນໂດຍກ່າວວ່າ
ນ້ຳອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ
ອັນນີ້
ຄືການທຳນວາຍຢ່າງນຶ່ງທີ່ປະຊາຊົນມັກ
12 ແຕ່ເຮົາຈະທ້ອນໂຮມປະຊາຊົນອິສຣາເອນທັງຫມົດ
ພ້ອມທັງພວກທີ່ເຫລືອຢູ່
ເຣົາຈະທ້ອນໂຮມພວກເຈົ້າໃຫ້ຢູ່ນຳກັນເຫມືອນຝູງແກະຢູ່ໃນຄອກ
ແລະເຫມືອນຝູງສັດຢູ່ໃນທົ່ງຫຍ້າ
ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍສຽງຂອງຝູງຊົນທັງຫລາຍ”
13 ພຣະເຈົ້າຈະໄຂຫົນທາງສຳລັບນຳພວກເຂົາອອກໄປ
ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງແລະໄປຢ່າງມີອິສຣະ ພຣະຜູ້ເປັນເຈົ້າຜູ້ຈະເປັນເຈົ້າຊີວິດຂອງພວກເຂົາຈະນຳພາອອກໄປ
1
ບັນດາຜູ້ປົກຄອງອິສຣາເອນເອີຍ,
ຈົ່ງຟັງພວກເຈົ້າຄວນຈະເປັນຜູ້ຮັກສາຄວາມຍຸດຕິທັມ
2
ແຕ່ພວກເຈົ້າກຽດຊັງຄວາມດີ
ແລະຮັກຄວາມຊົ່ວ
ພວກເຈົ້າຂູດຮີດ
ແລະທໍຣະມານໄພ່ພົນຂອງເຮົາຢ່າງທາຣຸນຄື
3
ພວກເຈົ້າກັດກິນຊີ້ນ
ແລະລອກຫນັງຂອງພວກເຂົາອອກ
ຫັກກະດູກຂອງພວກເຂົາ
ແລະຕັດໃຫ້ເປັນຕ່ອນໆເຫມືອນຊີ້ນຢູ່ໃນຫມໍ້
4
ແລະຈະມີວັນນຶ່ງທີ່ພວກເຈົ້າຈະຮ້ອງຫາພຣະຜູ້ເປັນເຈົ້າ
ແຕ່ພຣະອົງຈະບໍ່ຊົງຕອບພວກເຈົ້າ
ພຣະອົງຈະບໍ່ຟັງການອ້ອນວອນຂອງພວກເຈົ້າ
ກໍເພາະວ່າພວກເຈົ້າໄດ້ປະພຶດຊົ່ວ
5
ປະຊາຊົນໄດ້ຖືກຜູ້ປະກາດພຣະທັມຫລອກລວງ
ຄືພວກສັນຍາໃຫ້ຄວາມສງົບແກ່ຜູ້ທີ່ລ້ຽງພວກເຂົາ
ແຕ່ນາບຂູ່ເອົາເສິກສົງຄາມມາສູ່ຜູ້ທີ່ບໍ່ໄດ້ຍິນຍອມປະຕິບັດຕາມ
ສຳລັບພວກຜູ້ປະກາດພຣະທັມເຫລົ່ານັ້ນ
ພຣະຜູ້ເປັນເຈົ້າຊົງກ່າວແກ່ເຂົາວ່າ,
6
“ກໍຍ້ອນວ່າ
ພວກເຈົ້າໄດ້ນຳໄພ່ພົນຂອງເຮົາໄປໃນທາງທີ່ຜິດ
ພວກເຈົ້າຈະບໍ່ມີນີມິດອີກຕໍ່ໄປ
ແລະພວກເຈົ້າຈະບໍ່ສາມາດທຳນວາຍເຣື່ອງໃດໆໄດ້ເລີຍ
ພວກຜູ້ປະກາດພຣະທັມເອີຍ,
ຄວາມສຳຄັນຂອງພວກເຈົ້າກໍໃກ້ຈະຫມົດແລ້ວ
ດັ່ງຕາເວັນກໍາລັງຈະຕົກ
7
ຜູ້ທີ່ທຳນວາຍເຫດການໃນອະນາຄົດ
ຈະໄດ້ຮັບຄວາມອັບອາຍຂາຍຫນ້າ
ຈາກການລົ້ມເຫລວຂອງພວກເຂົາ
ພວກເຂົາທຸກຄົນເສັຽໃຈກໍຍ້ອນວ່າ
ພຣະເຈົ້າບໍ່ໄດ້ປະທານຄຳຕອບໃຫ້ແກ່ເຂົາ
8
ແຕ່ສຳລັບຂ້າພະເຈົ້າແລ້ວ
ຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານຂອງພຣະຜູ້ເປັນເຈົ້າ
ຄືດ້ວຍຣິດເດດ
ດ້ວຍຄວາມຍຸດຕິທັມ
ແລະດ້ວຍຄວາມກ້າຫານ
ເພື່ອບອກປະຊາຊົນອິສຣາເອນໃຫ້ສຳນຶກເຖິງຄວາມບາບຂອງພວກເຂົາ
9
ບັນດາຜູ້ປົກຄອງອິສຣາເອນເອີຍ,
ຈົ່ງຟັງຂ້າພະເຈົ້າເທີນ
ພວກເຈົ້າກຽດຊັງຄວາມຍຸດຕິທັມ
ແລະປ່ຽນຄວາມຊອບທັມມາເປັນຄວາມອະທັມ
10 ພວກເຈົ້າສ້າງເຢຣູຊາເລັມ
ເມືອງຂອງພຣະເຈົ້າຂຶ້ນມາດ້ວຍການຄາດຕະກຳແລະດ້ວຍການອະທັມ
11 ບັນດາພວກຜູ້ປົກຄອງເມືອງ
ກໍປົກຄອງດ້ວຍເຫັນແກ່ສິນບົນ
ບັນດາປະໂຣຫິດກໍໃຊ້ກົດຫມາຍເພື່ອເຫັນແກ່ສີນຈ້າງຮາງວັນ
ບັນດາຜູ້ປະກາດພຣະທັມກໍຖວາຍດ້ວຍເຫັນແກ່ເງິນ
ແລະພວກເຂົາທັງຫມົດຍັງອ້າງວ່າ
ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ກັບພວກເຂົາໂດຍເວົ້າວ່າ,
“ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ນຳເຮົາແມ່ນບ?
ບໍ່ມີໄພອັນຕະຣາຍໃດໆຈະມາເຖິງພວກເຮົາດອກ”
12 ດ້ວຍເຫດນີ້ແຫລະ,
ຍ້ອນພວກເຈົ້າເມືອງຊີໂອນຈະຖືກໄຖເຫມືອນດັ່ງໄຖນາ
ເຢຣູຊາເລັມຈະກາຍເປັນກອງສິ່ງສລັກຫັກເພພັງແລະພູເຂົາວິຫານຈະເປັນປ່າ
1
ໃນຍຸກຕໍ່ມາ
ຈະເປັນດັ່ງນີ້ຄື
ພູເຂົາບ່ອນພຣະວິຫານຕັ້ງຢູ່
ຈະເປັນພູເຂົາທີ່ສູງສຸດ
ໃນຈຳນວນພູທັງຫລາຍ
ຫລາຍຊົນຊາດຈະຫລັ່ງໄຫລມາຫາທີ່ນັ້ນ
2
ແລະປະຊາຊົນຂອງຊົນຊາດເຫລົ່ານັ້ນຈະເວົ້າວ່າ,
“ມາເທາະ,
ເຮົາພາກັນໄປຍັງພູເຂົາຂອງພຣະຜູ້ເປັນເຈົ້າ
ຂຶ້ນໄປຍັງພຣະວິຫານຂອງພຣະເຈົ້າອິສຣາເອນ
ພວກເຮົາຈະໄດ້ຮູ້ສິ່ງທີ່ພຣະອົງຕ້ອງການໃຫ້ພວກເຮົາທຳ
ພວກເຮົາຈະເດີນໄປໃນຫົນທາງທີ່ພຣະອົງຊົງໄດ້ເລືອກໄວ້”
ພຣະທັມຂອງພຣະຜູ້ເປັນເຈົ້າມາຈາກເຢຣູຊາເລັມ
ຈາກຊີໂອນບ່ອນທີ່ພຣະອົງຊົງເວົ້າກັບໄພ່ພົນຂອງພຣະອົງ
3
ພຣະອົງຈະຊົງໄກ່ເກັ່ຽການຜິດຖຽງກັນລະຫວ່າງຊົນຊາດແລະເປັນຜູ້ພິພາກສາຄະດີລະຫວ່າງມະຫາອຳນາດທັງຫລາຍທີ່ຢູ່ຫ່າງໄກຈາກອິສຣາເອນ
ພວກເຂົາຈະຕີດາບໃຫ້ເປັນຫມາກສົບໄຖ
ແລະຈະຕີຫອກໃຫ້ເປັນມີດຕັດກິ່ງໄມ້
ຊົນຊາດທັງຫລາຍຈະບໍ່ເຣັດເສິກຕໍ່ສູ້ກັນອີກຕໍ່ໄປ
ຫລືຈະບໍ່ຈັດຕຽມເພື່ອເຮັດເສິກອີກ
4
ທຸກໆຄົນຢູ່ໃນຄວາມສງົບສຸກ
ຢູ່ໃຕ້ຮົ່ມອະງຸ່ນ
ແລະຕົ້ນຫມາກເດື່ອຂອງຕົນ
ໂດຍບໍ່ມີໃຜເຮັດໃຫ້ເຂົາຢ້ານກົວ
ພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ໄດ້ສັນຍາໄວ້ດັ່ງນີ້
5
ແຕ່ລະຊົນຊາດນະມັສການ
ແລະເຊື່ອຟັງພຣະເຈົ້າຂອງພວກຕົນແຕ່ພວກເຮົາຈະນະມັສການ
ແລະເຊື່ອຟັງພຣະຜູ້ເປັນເຈົ້າຂອງພວກເຮົາຕລອດໄປເປັນນິດ
ອິສຣາເອນຈະກັບຄືນສູ່ປະເທດເດີມ
6
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ເມື່ອຍາມຂອງເຮົາມາຮອດແລ້ວ
ເຮົາຈະທ້ອນໂຮມໄພ່ພົນຂອງເຮົາ
ຊຶ່ງແມ່ນພວກທີ່ເຮົາໄດ້ລົງໂທດ
ແລະໄດ້ຮັບກຳຈາກການເນລະເທດ
7
ພວກເຂົາເປັນຄົນອ່ອນແຮງແລະຫ່າງໄກຈາກເຮືອນຊານບ້ານຊ່ອງ
ແຕ່ເຮົາຈະໃຫ້ເຂົາຕັ້ງປະເທດໃຫມ່
ແລະຈະກາຍເປັນປະເທດທີ່ຍິ່ງໃຫຍ່
ເຮົາຈະປົກຄອງພວກເຂົາຕລອດກາລະນານຢູ່ເທິງພູຊີໂອນ
8
ເຢຣູຊາເລັມບ່ອນທີ່ພຣະເຈົ້າຊົງເຝົ້າເບິ່ງໄພ່ພົນຂອງພຣະອົງເອີຍ,
ເຈົ້າຈະເປັນເມືອງເອກຂອງຣາຊອານາຈັກອິສຣາເອນອິກເທື່ອນຶ່ງ
9
ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້ສຽງດັງແທ້?
ເປັນຫຍັງພວກເຈົ້າຈຶ່ງເຈັບປວດເຫມືອນຜູ້ຍິງອອກລູກ?
ບໍ່ແມ່ນພວກເຈົ້າບໍ່ມີກະສັດປົກຄອງບໍ່?
ແລະພວກ
ທີ່ປຶກສາຂອງພວກເຈົ້າຕາຍຫມົດແລ້ວບໍ່?
10 ປະຊາຊົນອິສຣາເອນເອີຍ,
ເຈົ້າເຈັບປວດ
ແລະຮ້ອງຄາງເຫມືອນຍິງຄອດບຸດ
ມາບັດນີ້
ພວກເຈົ້າຕ້ອງຫນີຈາກເມືອງນີ້ໄປຢູ່ໃນທົ່ງນາ
ແລ້ວພວກເຈົ້າຕ້ອງໄປເມືອງບາບິໂລນ
ເພາະວ່າໃນທີ່ນັ້ນ
ພຣະຜູ້ເປັນເຈົ້າຈະຊົດຊ່ອຍພວກເຈົ້າໃຫ້ພົ້ນໄພຈາກອຳນາດຂອງສັດຕຣູ
11 ຫລາຍຊົນຊາດໄດ້ຮ່ວມມືກັນໂຈມຕີເຈົ້າ
ພວກເຂົາເວົ້າວ່າ,
“ຈົ່ງໃຫ້ມັນຫມົດຄວາມສັກສິດ
ໃຫ້ຕາຂອງເຮົາເພ່ງເບິ່ງ
ຊີໂອນ”
12 ແຕ່ຊົນຊາດເຫລົ່ານັ້ນບໍ່ຮູ້ຈັກພຣະດຳຣັດຂອງພຣະຜູ້ເປັນເຈົ້າ
ພວກເຂົາບໍ່ຮູ້ຈັກວ່າ
ພຣະອົງໄດ້ວາງແຜນການທ້ອນໂຮມພວກເຂົາ
ເພື່ອເອົາມາລົງໂທດດັ່ງດຽວກັນກັບໂຮມເອົາມັດເຂົ້າມາຟາດໃນລານ
13 ໂອ
ບຸດຕຣີ
ຊີໂອນເອີຍ,
ຈົ່ງລຸກຂຶ້ນແລະນວດເຖີດເອີຍ,
ເຮົາຈະທຳໃຫ້ພວກເຈົ້າແຂງແຮງເຫມືອນດັ່ງງົວກະທິງທີ່ມີເຂົາເຫລັກ
ແລະມີຕີນໂລຫະ
ພວກເຈົ້າຈະຢຽບທຳລາຍຫລາຍປະເທດໃຫ້ມຸ່ນ
ແລະຊັບສົມບັດຂອງພວກເຂົາຈະເປັນຂອງເຮົາ
ສິ່ງເຫລົ່ານັ້ນຈະຖືກຖວາຍໃຫ້ແກ່ພຣະຜູ້ເປັນເຈົ້າແຫ່ງພິພົບທັງຫມົດ
1
ປະຊາຊົນອິສຣາເອນເອີຍ,
ຈົ່ງຕຽມພົນໄວ້ຮົບເສິກ
ເພາະສັດຕຣູລ້ອມເຮົາໄວ້ແລ້ວ
ແລະຜູ້ນຳອິສຣາເອນກໍຖືກສັດຕຣູຕີຫນ້າແລ້ວ
ພຣະຜູ້ເປັນເຈົ້າຊົງສັນຍາຈະປະທານຜູ້ປົກຄອງຈາກເມືອງເບັດເລເຮັມ
2
ເບັດເລເຮັມ
ເອຟຣາທາເອີຍ,
ເຈົ້າເປັນເມືອງນ້ອຍເມືອງນຶ່ງໃນເຂດຢູດາ
ແຕ່ວ່າ
ເຮົາຈະແຕ່ງໃຫ້ມີຜູ້ນຶ່ງມາປົກຄອງພວກອິສຣາເອນຫນໍ່ເຊື້ອສາຍຂອງທ່ານຈະມາຈາກສະໄຫມເດີມ
3
ດັ່ງນັ້ນ
ພຣະຜູ້ເປັນເຈົ້າ
ຈະປະໄພ່ພົນຂອງພຣະອົງໃຫ້ສັດຕຣູ
ຈົນເຖິງເວລາທີ່ຍິງຖືພາຄອດບຸດ
ຄັນແລ້ວ
ບັນດາພີ່ນ້ອງໃນເມືອງທີ່ຍັງຖືກເນລະເທດກໍຈະມາທ້ອນໂຮມກັນກັບປະຊາຊົນອິສຣາເອນ
4
ເວລາຜູ້ນັ້ນມາ
ທ່ານຈະມາປົກຄອງປະຊາຊົນດ້ວຍອຳນາດມາແຕ່ພຣະຜູ້ເປັນເຈົ້າ
ແລະດ້ວຍຄວາມສະງ່າຣາສີ
ປະຊາຊົນຂອງທ່ານຈະຢູ່ຢ່າງປອດພັຍ
ກໍຍ້ອນວ່າມະນຸດທຸກໆຄົນໃນໂລກ
ຈະຮັບຮູ້ທ່ານ
5
ແລະທ່ານຈະເປັນຜູ້ນຳເອົາຄວາມສງົບສຸກມາ
ການຊ່ອຍໃຫ້ພົ້ນແລະການລົງໂທດ
ເມື່ອຊາວອັສຊີເຣັຽຢຽບຢ່ຳແລະບຸກລຸກຄຸກຄາມດິນແດນຂອງພວກເຮົາ
ພວກເຮົາຈະສົ່ງພວກຜູ້ລ້ຽງແກະເຈັດຄົນແລະຜູ້ນຳ
ແປດຄົນມາຕໍ່ສູ້ພວກເຂົາ
6
ພວກຜູ້ນຳຈະຍຶດເອົາດິນແດນຂອງອັສຊີເຣັຽມາປົກຄອງດ້ວຍກຳລັງ
ເມື່ອຊາວອັສຊີເຣັຽບຸກລຸກຄຸກຄາມດິນແດນຂອງພວກເຮົາ
ພວກຜູ້ນຳກໍຈະຊ່ອຍພວກເຮົາໃຫ້ພົ້ນໄພດ້ວຍວິທີຍຶດຄອງນັ້ນ
7
ປະຊາຊົນອິສຣາເອນຜູ້ຍັງມີຊີວິດເຫລືອຢູ່ກໍຈະເປັນເຫມືອນນ້ຳຄ້າງອັນສົດຊື່ນທີ່ພຣະຜູ້ເປັນເຈົ້າເທລົງມາສຳລັບຊົນຊາດແລະເຫມືອນຫ່າຝົນທີ່ຕົກເທີງຫຍ້າກຳລັງປົ່ງ
ພວກເຂົາຈະອາໄສພຣະເຈົ້າບໍ່ແມ່ນອາໄສມະນຸດ
8
ປະຊາຊົນອິສຣາເອນບາງຄົນທີ່ຍັງເຫລືອຢູ່ຈະຢູ່ຖ້າມກາງຊົນຊາດຕ່າງໆ
ພວກເຂົາຈະເປັນເຫມືອນໂຕສິງທີ່ກຳລັງຊອກຫາອາຫານໃນປ່າ
ຫລືໃນທົ່ງຫຍ້າ
ມັນຄຸບເອົາແກະໃນຝູງແລ້ວຈີກເປັນຕ່ອນໆ
ແລະບໍ່ມີແກະຕົວໃດໃນທີ່ນັ້ນຈະລອດພົ້ນຈາກມັນໄປໄດ້
9
ອິສຣາເອນຈະຜາບແພ້ສັດຕຣູ ແລະທຳລາຍພວກເຂົາທຸກຄົນຈົນຫມົດກ້ຽງ
10 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ໃນເວລານັ້ນ
ເຮົາຈະເອົາມ້າຂອງພວກເຈົ້າຫນີໄປ
ແລະຈະທຳລາຍລໍ້ຂອງພວກເຈົ້າ
11 ເຮົາຈະຢຽບຢ່ຳຄ້າຍປ້ອງກັນໃຫ້ຫມົດ
ແລະທຳລາຍເມືອງທັງຫລາຍໃນດິນແດນຂອງເຈົ້າ
12 ເຮົາຈະທຳລາຍເຄື່ອງລາງຂອງດີທີ່ເຈົ້າໃຊ້ແລະບໍ່ໃຫ້ມີຫມໍມໍອີກຕໍ່ໄປ
13 ເຮົາຈະທຳລາຍຮູບເຄົາຣົບ
ແລະເສົາສັກສິດທີ່ພວກເຈົ້າໄດ້ນະມັສການ
ພວກເຈົ້າຈະບໍ່ໄດ້ນະມັສການສິ່ງທີ່ພວກເຈົ້າໄດ້ເຮັດນັ້ນອິກຕໍ່ໄປ
14 ເຮົາຈະຖອນຫລັກສັກສິດໃນປະເທດຂອງພວກເຈົ້າ
ແລະທຳລາຍຫົວເມືອງຕ່າງໆຂອງພວກເຈົ້າ
15 ແລະດ້ວຍຄວາມຮ້າຍອັນໃຫຍ່ຂອງເຮົາ
ເຮົາຈະແກ້ແຄ້ນຊົນຊາດທັງຫລາຍທີ່ບໍ່ເຊື່ອຟັງເຮົາ”
1
ຈົ່ງຟັງ
ພຣະຜູ້ເປັນເຈົ້າສູ້ຄວາມກັບອິສຣາເອນ
ພຣະຜູ້ເປັນເຈົ້າຈົ່ງລຸກຂຶ້ນແລ້ວຖະແຫລງຄະດີຂອງພຣະອົງຕໍ່ພູເຂົາ
ເພື່ອເປັນພຍານຂໍໃຫ້ເນີນພູໄດ້ຍິນສິ່ງທີ່ພຣະອົງຊົງກ່າວ
2
ພູເຂົາທັງຫລາຍ
ແລະຮາກຖານອັນຫມັ້ນຄົງຂອງພິພົບເອີຍ,
ຈົ່ງຟັງຄະດີຂອງພຣະຜູ້ເປັນເຈົ້າແມ໋,
ພຣະຜູ້ເປັນເຈົ້າກຳລັງສູ້ຄວາມກັບໄພ່ພົນຂອງພຣະອົງ ພຣະອົງກຳລັງກ່າວໂທດຕໍ່ປະຊາຊົນອິສຣາເອນ
3
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ໄພ່ພົນຂອງເຣົາເອີຍ,
ເຮົາໄດ້ເຮັດຫຍັງແດ່ແກ່ເຈົ້າ
ເຮົາໄດ້ເຮັດຫຍັງໃຫ້ເຈົ້າລຳບາກຍາກແຄ້ນແດ່
ຈົ່ງຕອບເຮົາມາເບິ່ງດູ
ເຮົາໄດ້ນຳພວກເຈົ້າອອກຈາກປະເທດເອຢິບ
4
ເຮົາໄດ້ໄຖ່ພວກເຈົ້າອອກຈາກການເປັນຂ້າທາດ
ເຮົາໄດ້ສົ່ງໂມເຊ
ອາໂຣນ
ແລະນາງມີຣິອານເພື່ອເປັນຜູ້ນຳພາພວກເຈົ້າ
5
ໄພ່ພົນຂອງເຮົາເອີຍ,
ຈົ່ງລະນຶກເຖິງສິ່ງທີ່ລາບາກ
ເຈົ້າຊີວິດແຫ່ງໂມອາບວາງແຜນຕໍ່ສູ້ເຈົ້າ
ແລະຈົ່ງລະນຶກເຖິງຖ້ອຍຄຳທີ່ບາລາອາມ
ບຸດຊາຍຂອງເບໂອຣ໌ຕອບກະສັດວ່າຢາງໃດ?
ຂໍໃຫ້ລະນຶກເຖິງສິ່ງທັງຫລາຍທີ່ເກີດຂຶ້ນອີກໃນລະຫວ່າງທາງແຕ່ເມືອງຊິດຕິມຫາເມືອງກິນການ
ເພື່ອວ່າເຈົ້າຈະໄດ້ສຳນຶກໃນສິ່ງທີ່ເຮົາໄດ້ທຳເພື່ອຊ່ອຍຊີວິດຂອງພວກເຈົ້າ”
ພຣະຜູ້ເປັນເຈົ້າຕ້ອງການຫຍັງຈາກມະນຸດ
(ອມສ 5:24)
6
ເມື່ອຂ້າພຣະອົງມານະມັສການພຣະຜູ້ເປັນເຈົ້າແຫ່ງສວັນ
ຂ້າພຣະອົງຈະນຳເອົາສິ່ງໃດເຂົ້າມາເຝົ້າພຣະອົງ ຂ້າພຣະອົງຈະນຳເອົາລູກງົວຕົວຕຸ້ຍພີທີ່ສຸດມາເຜົາຖວາຍບູຊາພຣະອົງບໍ່?
7
ພຣະຜູ້ເປັນເຈົ້າຈະພໍພຣະທັຍບໍ່
ຖ້າຂ້າພຣະອົງນຳແກະພັນໂຕ
ຫລືຖັງນ້ຳມັນສົດອັນບໍ່ຫມົດເປັນຈັກເທື່ອມາຖວາຍພຣະອົງ ຂ້າພຣະອົງຄວນຖວາຍບຸດຫົວປີໃຫ້ພຣະອົງ
ເພື່ອໄຖ່ຄວາມບາບຂອງຂ້າພຣະອົງ
8
ມະນຸດເອີຍ,
ພຣະຜູ້ເປັນເຈົ້າໄດ້ບອກພວກເຈົ້າແລ້ວວ່າແມ່ນຫຍັງດີ
ສິ່ງທີ່ພຣະອົງປະສົງຈາກເຈົ້າກໍຄື
ໃຫ້ກະທຳຄວາມຍຸດຕິທັມສະແດງຄວາມຮັກຫມັ້ນຄົງ
ແລະເຊື່ອຟັງພຣະເຈົ້າຂອງເຈົ້າຢ່າງອ່ອນນ້ອມ
9
ການຢຳເກງພຣະຜູ້ເປັນເຈົ້າເປັນການສລາດແທ້
ພຣະອົງຊົງຮ້ອງໃສ່ເມືອງນຶ່ງວ່າ,
“ຈົ່ງຟັງ
ໄພ່ພົນທີ່ໄດ້ປະຊຸມກັນຢູ່ໃນເມືອງ
10 ໃນເຮືອນຂອງຄົນຊົ່ວມີຊັບສົມບັດ
ຊຶ່ງພວກເຂົາໄດ້ມາດ້ວຍການທຸຈຣິດ
ພວກເຂົາໃຊ້ຕາຊິງປອມຊຶ່ງເຮົາກຽດຊັງ
11 ເຮົາຈະຍົກໂທດມະນຸດຜູ້ໃຊ້ຕາຊັ່ງແລະຕາຊິງໂກງໄດ້ຫລື
12 ຄົນຮັ່ງມີໃນເມືອງຫາຜົນປໂຍດນຳຄົນທຸກຍາກ
ປະຊາຊົນກໍຂີ້ຕົວະ
13 ມາບັດນີ້
ເຮົາໄດ້ລົງມືມ້າງເພແລະທຳລາຍແລ້ວ
ກໍຍ້ອນຄວາມບາບຂອງພວກເຈົ້າ
14 ເຈົ້າຈະກິນແຕ່ບໍ່ຣູ້ອີ່ມ
ເຈົ້າຈະຫິວເລື້ອຍໆໄປ
ເມື່ອເຈົ້າສະສົມສິ່ງຂອງໄວ້
ເຮົາກໍຈະທຳລາຍສິ່ງເຫລົ່ານັ້ນດ້ວຍສົງຄາມເສັຽ
15 ເຈົ້າຈະຫວ່ານເມັດເຂົ້າແຕ່ຈະບໍ່ໄດ້ເກັບກ່ຽວ
ເຈົ້າຈະອີ້ວນ້ຳມັນຈາກຫມາກກອກເທດ
ແຕ່ເຈົ້າຈະບໍ່ໄດ້ໃຊ້ນ້ຳມັນນັ້ນ
ເຈົ້າຈະເຮັດເຫລົ້າອະງຸ່ນ
ແຕ່ເຈົ້າຈະບໍ່ໄດ້ດື່ມເຫລົ້ານັ້ນ
16 ເຈົ້າໄດ້ທຳຊົ່ວຕາມກະສັດອົມຣີ
ແລະບຸດຊາຍຂອງພຣະອົງຄື
ກະສັດອາຮາບ
ໂດຍໄດ້ດຳເນີນຕາມກົນອຸບາຍຂອງພວກເຂົາ
ດັ່ງນີ້ແຫລະ,
ເຮົາຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ
ແລະທຳໃຫ້ປະຊາຊົນທຸກຄົນຂອງພວກເຈົ້າຖືກຢຽບຫຍາມ
ປະຊາຊົນທຸກບ່ອນຈະດູຫມິ່ນປມາດພວກເຈົ້າ
1
ສິ້ນຫວັງສາແລ້ວ
ຂ້າພະເຈົ້າເປັນເຫມືອນຄົນຫິວຜູ້ນຶ່ງຊຶ່ງຫາຜົນລະໄມ້ແລະຜົນອະງຸ່ນໃນຕົ້ນບໍ່ໄດ້
ຫມາກອະງຸ່ນແລະຫມາກເດື່ອກໍຖືກເກັບໄປຫມົດແລ້ວ
2
ຢູ່ໃນປະເທດນີ້ບໍ່ມີຄົນສຸຈຣິດ
ແລະຄົນຊື່ສັດຕໍ່ພຣະເຈົ້າສັກຄົນດຽວ
ພວກເຂົາຕາຍຫມົດແລ້ວ
ຕ່າງກໍຫາໂອກາດຂ້າຟັນລັນແທງຊຶ່ງກັນແລະກັນ
ຕ່າງກໍຫ້າງແຮ້ວດັກຈັບພີ່ນ້ອງຂອງຕົນເອງ
3
ພວກເຂົາຊຳນິຊຳນານໃນການກະທຳຊົ່ວ
ພວກເຈົ້າຫນ້າທີ່ແລະຜູ້ພິພາກສາຕ້ອງການສິນບົນ
ຄົນທີ່ມີອິດທິພົນກໍເອີ່ຍເຖິງແຕ່ສິ່ງທີ່ເຂົາຕ້ອງການ
ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ
4
ແມ່ນແຕ່ຄົນດີແລະຄົນສຸຈຣິດກວ່າຫມູ່ໃນພວກເຂົາກໍເປັນເຫມືອນຫນາມ
ເມື່ອເວລານັ້ນມາເຖິງພຣະເຈົ້າກໍຈະລົງໂທດໄພ່ພົນຂອງພຣະອົງ
ຕາມທີ່ຊົງເຕືອນເຂົາໄວ້
ບັດນີ້
ພວກເຂົາກຳລັງວຸ້ນວາຍ
5
ຢ່າເຊື່ອໃຈທາງຢ່າວາງໃຈຄົນ
ຈົ່ງລະມັດລະວັງໃນສິ່ງທີ່ເຈົ້າເວົ້າແມ່ນແຕ່ກັບພັຣຍາກໍດີ
6
ໃນເວລານັ້ນ
ບຸດຊາຍຈະປະພຶດຮ້າຍຕໍ່ບິດາ
ແລະບຸດຕຣີຈະຕໍ່ສູ້ມານດາ
ບຸດສະໃໄພ້ຈະຕໍ່ສູ້ແມ່ຍ່າ
ແມ່ນແຕ່ສະມາຊິກໃນຄອບຄົວດຽວກໍກາຍເປັນສັດຕຣູກັນ
7
ແຕ່ຂ້າພະເຈົ້າຈະເຝົ້າແຍງເບິ່ງພຣະຜູ້ເປັນເຈົ້າ
ຂ້າພະເຈົ້າຈະເຝົ້າຄອຍພຣະເຈົ້າດ້ວຍຄວາມຫວັງ
ເພາະພຣະອົງຈະຊົດຊ່ອຍຂ້າພະເຈົ້າໃຫ້ພົ້ນພັຍ
ພຣະເຈົ້າຈະຊົງຟັງຂ້າພະເຈົ້າ
8
ສັດຕຣູຂອງຂ້າເອີຍ,
ຢ່າເຍາະເຍີ້ຍຂ້າເລີຍ
ຂ້າລົ້ມລົງແຕ່ຂ້າຈະລຸກຂື້ນໃຫມ່
ເວລານີ້ຂ້າຢູ່ໃນຄວາມມືດ
ແຕ່ພຣະຜູ້ເປັນເຈົ້າເປັນແສງສວ່າງຂອງຂ້າ
ຂ້າໄດ້ເຄີຍທຳບາບຕໍ່ສູ້ພຣະເຈົ້າ
9
ເຫດສັນນັ້ນ
ຂ້າພະເຈົ້າຈະຕ້ອງອົດທົນຕໍ່ພຣະພິໂຣດຂອງພຣະອົງຢູ່ຊົ່ວລະຍະນຶ່ງ
ໃນທີ່ສຸດ ພຣະອົງຈະປົກປ້ອງຂ້າພະເຈົ້າ
ແລະທຳໃຫ້ຜູ້ທີ່ກ່າວຜິດຕໍ່ຂ້າພະເຈົ້ານັ້ນຜ່າຍແພ້ຄະດີໄປ
10 ແລ້ວສັດຕຣູຂອງຂ້າພະເຈົ້າຈະເຫັນສິ່ງນັ້ນ
ແລະກໍຈະໄດ້ຮັບຄວາມອັບອາຍຂາຍຫນ້າສັດຕຣູຜູ້ຊຶ່ງກ່າວທັບຖົມຂ້າພະເຈົ້າໄດ້ເວົ້າວ່າ,
“ພຣະຜູ້ເປັນເຈົ້າຂອງເຈົ້າຢູ່ໃສ?”
ຂ້າພະເຈົ້າກໍຈະເຫັນເຂົາຜ່າຍແພ້ໄປ
ແລະຖືກຢຽບຢໍ່າລົງເຫມືອນຂີ້ຕົມໃນຖນົນ
11 ເວລາທີ່ຈະສ້າງກຳແພງເມືອງຂຶ້ນໃຫມ່ມາຮອດແລ້ວ
ໃນເວລານັ້ນ
ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ
12 ປະຊາຊົນຂອງພວກເຈົ້າ
ກໍຈະກັບຄືນຈາກທົ່ວທຸກບ່ອນຄືຈາກອັສຊີເຣັຽທາງທິດຕາເວັນອອກ
ຈາກເອຢິບທາງທິດໃຕ້
ຈາກທະເລແລະພູທີ່ແສນໄກ
13 ແຕ່ທົ່ວໂລກຈະກາຍເປັນຖິ່ນກັນດານກໍຍ້ອນວ່າ
ຄົນທີ່ອາໄສຢູ່ໃນໂລກນີ້ໄດ້ກະທຳຊົ່ວ
14 ໂອ
ພຣະຜູ້ເປັນເຈົ້າ
ຂໍຊົງເປັນຜູ້ລ້ຽງໄພ່ພົນຊຶ່ງພຣະອົງໄດ້ເລືອກໄວ້ແລ້ວທ້ອນ
ດຽວນີ້
ພວກເຂົາກຳລັງຢູ່ໂດດດ່ຽວໃນປ່າ
ຢູ່ເຂດອ້ອມແອ້ມເຂົາມີດິນດີສຳລັບການເພາະປູກຄື
ດິນໃນທົ່ງຫຍ້າທີ່ບາຊານ
ແລະກິເລອາດ
ຂໍໃຫ້ພວກເຂົາໄປທຳມາຫາກິນໃນທີ່ນັ້ນທ້ອນ
ດັ່ງທີ່ພວກເຂົາໄດ້ທຳມາຫາກິນມາແລ້ວແຕ່ບູຮານນະການທ້ອນ
15 ໂອ
ພຣະຜູ້ເປັນເຈົ້າ
ຂໍທຳການອັດສະຈັນສຳລັບພວກຂ້າພຣະອົງເຫມືອນຄາວທີ່ພຣະອົງຊົງເຮັດຍາມອອກຈາກປະເທດເອຢິບທ້ອນ
16 ຊົນຊາດທັງຫລາຍຈະເຫັນການກະທຳນັ້ນ
ແລະຈະໄດ້ຮັບຄວາມອັບອາຍຂາຍຫນ້າ
ແມ່ນວ່າພວກເຂົາຈະມີອຳນາດຫລາຍປານໃດກໍຕາມ
ພວກເຂົາກໍຈະເວົ້າຫຍັງບໍ່ໄດ້
ແລະຟັງຫຍັງບໍ່ອອກ
17 ພວກເຂົາຈະລິເລືອໄປຕາມດິນເຫມືອນງູ
ພວກເຂົາຢ້ານກົວຈົນຕົວສັ່ນ
ແລະອອກມາຈາກບ່ອນລັບລີ້ເຫມືອນສັດເລືອຄານ
ພວກເຂົາຈະກັບມາຫາພຣະຜູ້ເປັນເຈົ້າຂອງພວກເຂົາດ້ວຍຄວາມຢ້ານກົວ
18 ໂອ
ພຣະຜູ້ເປັນເຈົ້າເອີຍ,
ບໍ່ມີພຣະເຈົ້າອົງໃດເຫມືອນພຣະອົງເລີຍ
ພຣະອົງຊົງຍົກໂທດຄວາມບາບຂອງໄພ່ພົນຜູ້ທີ່ຍັງເຫລືອຢູ່
ພຣະອົງຈະບໍ່
ພິໂຣດອີກຕໍ່ໄປ
ແຕ່ຍິນດີຈະສະແດງຄວາມຮັກຫມັ້ນຄົງຕໍ່ພວກຂ້າພຣະອົງ
19 ພຣະອົງຍັງຈະເມດຕາຕໍ່ພວກຂ້າພຣະອົງອີກເທື່ອນຶ່ງຄື
ພຣະອົງຈະຢຽບຄວາມຜິດຂອງພວກຂ້າພຣະອົງໄວ້ໃຕ້ພຣະບາດ
ແລະໂຍນຄວາມບາບ
ຂອງພວກຂ້າພຣະອົງລົງໃນທະເລເລິກ
20 ພຣະອົງຈະສະແດງຄວາມຊື່ສັຕສຸຈຣິດ
ແລະຄວາມຮັກຫມັ້ນຄົງຕໍ່ພວກອິສຣາເອນໄພ່ພົນຂອງພຣະອົງ
ຕໍ່ເຊື້ອສາຍຂອງອັບຣາຮາມດັ່ງທີ່ພຣະອົງໄດ້ຊົງສັນຍາຢ່າງຄັກແນ່ໄວ້ຕໍ່ປູ່ຍ່າຕາຍາຍຂອງພວກຂ້າພຣະອົງແຕ່ບູຮານນະການ