Leviticus ພຣະທັມ​ລະບຽບ​ພວກ​ເລ​ວ

 

ພຣະທັມ​ລະບຽບ​ພວກ​ເລ​ວີ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

 

 

 

 

 

ລະ​ບຽບຂອງ​ພວກ​ເລ​ວີ

 

1. ເຄື່ອງເຜົາບູຊາ

1   ພຣະຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ໂມ​ເຊ​ສັ່ງ​ກັບ​ທ່ານ​ຈາກ​ເຕັນ​ນັດ​ພົບ​ວ່າ,

2   “ຈົ່ງ​ເວົ້າ​ກັບ​ຊາວ​ອິສ​ຣາ​ເອນ ແລະ​ກ່າວ​ແກ່​ເຂົາ​ວ່າ ເມື່ອ​ຄົນ​ໃດ​ໃນ​ພວກ​ທ່ານ​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ພຣະຜູ້​ເປັນ​ເຈົ້າ ໃຫ້​ນຳ​ສັດ​ລ້ຽງ​ອັນ​ເປັນ​ເຄື່ອງ​ບູ​ຊາ​ຂອງ​ທ່ານ​ມາ​ຈາກ​ຝູງ​ງົວ ຫລືຝູງ​ແກະ ຫລື​ແບ້

3   “ຖ້າ​ເຄື່ອງ​ບູ​ຊາ​ນີ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ມາ​ຈາ​ກ​ຝູງງົວ ກໍ​ໃຫ້​ເຂົາ​ນໍາ​ສັດ​ໂຕ​ເຖິກທີ່​ບໍ່ມີ​ຕຳ​ຫນິ ໃຫ້​ເຂົາ​ນໍາ​ເຄື່ອງ​ບູ​ຊ​ນັ້ນ​ມາ​ທີ່​ປະ​ຕູ​ເຕັນ​ນັດພົບ ເພື່ອ​ໃຫ້​ເຂົາ​ເປັນ​ທີ່​ຊອບ​ພຣະ​ທັຍ​ຕໍ່​ພຣະ​ຜູ້​ເປັນເຈົ້າ

4   ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ສັດ​ຊຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ ແລະ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ຈະ​ເປັນ​ທີ່​ຊົງ​ຊອບ​ພຣະ​ທັຍ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ຂອງ​ຜູ້​ນັ້ນ

5   ແລ້ວ​ໃຫ້​ເຂົາ​ຂ້າ​ງົວ​ເຖິກນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນເຈົ້າ ຝ່າຍ​ບຸດຊາຍ​ຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ຖວາຍ​ເລືອດ ແລ​ເອົ​ເລືອດ​ມາ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ​ບູ​ຊາ​ຊຶ່ງ​ຢູ່​ຊື່​ປະ​ຕູ​ເຕັນ​ນັດ​ພົບ

6   ແ​ລະ​ໃຫ້​ເຂົາ​ດືງ​ຫນັງ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ອອກ​ເສັຽ ແລ້ວ​ຕັດ​ເປັນ​ຕ່ອນໆ

7   ແລະ​ໃຫ້​ບຸດຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ກໍ່​ໄຟ​ທີ່​ແທ່ນ ແລະ​ຮຽງ​ຟືນ​ເທິງ​ໄຟ

8   ແລະ​ພວກ​ບຸດ​ຊາຍ​ຂອງ​ອາ​ໂຣນ ຜູ້​ເປັ​ນ​ປະ​ໂຣ​ຫິດ​ຈະ​ວາງ​ຕ່ອນ​ຊີ້ນ ຫົວ ແລະ​ໄຂມັນ​ສັດ​ຕາມ​ລຳ​ດັບ​ໄວ້​ເທິງ​ຟືນ​ເທິງ​ໄຟ​ທີ່​ແທ່ນ​ບູ​ຊາ

9   ແຕ່​ໃຫ້​ເຂົາ​ເອົາ​ນ້ຳ​ລ້າງ​ເຄື່ອງ​ໃນ ​ແລະ​ຂາ​ສັດ​ ແລ້ວ​ປະ​ໂຣ​ຫິດ​ຈຶ່ງ​ເຜົາ​ຂອງ​ທັງ​ຫມົດ​ເທິງ​ແທ່ນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະຜູ້​ເປັນ​ເຈົ້າ

10 “ຖ້າ​ຂອງ​ຖວາຍ​ທີ່​ຜູ້​ໃດ​ຈະ​ໃຊ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ມາ​ຈາກ​ຝູງ​ແກະ ຫລື​ຝູງ​ແບ້ ໃຫ້​ຜູ້​ນັ້ນ​ເລືອກ​ເອົາ​ສັດ​ໂຕ​ເຖິກ​ທີ່​ບໍ່​ມີ​ຕໍາ​ຫນິ

11 ໃຫ້​ເຂົາ​ຂ້າ​ສັດ​ນັ້ນ​ເສັຽ​ທີ່​ແທ່ນ​ບູ​ຊາ​ຂ້າງ​ດ້ານ​ເຫນືອ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນເຈົ້າ ແລະ​ບຸດຊາຍ​ຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ສັດ​ນັ້ນ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ​ບູ​ຊາ

12 ໃຫ້​ເຂົາ​ຟັນ​ສັດ​ນັ້ນ​ໃຫ້​ເປັນ​ຕ່ອນໆ ທັງ​ຫົວ​ແລະ​ໄຂ​ມັນ​ນຳ ແລະ​ປະ​ໂຣ​ຫິດ​ຈະ​ວາງ​ເຄື່ອງ​ເຫລົ່າ​ນີ້​ຕາມ​ລຳ​ດັບ​ໄວ້​ເທິງ​ຟືນ​ເທິງ​ໄຟ​ທີ່​ແທ່ນ​ບູ​ຊາ

13 ແຕ່​ເຄື່ອງ​ໃນ​ກັບ​ຂາ​ນັ້ນ​ຜູ້​ຖວາຍ​ບູ​ຊາ​ຈະ​ລ້າງ​ເສັຽດ້ວຍ​ນ້ຳ ແລະ​ໃຫ້​ປະ​ໂຣ​ຫິດ​ເອົາ​ເຄື່ອງ​ທັງ​ຫມົດ​ເຫລົ່າ​ນີ້​ເຜົາ​ບູ​ຊາ​ດ້ວຍ​ກັນ​ເທິງ​ແທ່ນ ເປັນ​ເຄື່ອງ​ເຜົາ​ບູ​ຊາ ຄື​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະຜູ້​ເປັນ​ເຈົ້

14 “ຖ້າ​ຜູ້​ໃດ​ຈະ​ນຳ​ນົກ​ມາ​ຖວາຍ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນເຈົ້າ ກໍ​ໃຫ້​ຜູ້​ນັ້ນ​ນຳ​ຂອງ​ບູ​ຊາ​ທີ່​ເປັນ​ນົກ​ເຂົາ ຫລື​ນົກ​ກາງ​ແກຣຸ່ນໆມາ​ຖວາຍ

15 ຈົ່ງ​ໃຫ້​ປະ​ໂຣ​ຫິດນໍາ​ນົກ​ນັ້ນ​ມາ​ທີ່​ແທ່ນ ໃຫ້​ເລືອດ​ໄຫລ​ອອກ​ມາ​ຂ້າງໆ​ແທ່ນ

16 ແລະ​ໃຫ້​ດຶງ​ຫນຽງ ​ແລະ​ຫລົກ​ຂົນ​ນົກ​ອອກ​ເສັຽ ແລ້ວ​ຖິ້ມ​ລົງ​ແທ່ນ​ດ້ານ​ຕາ​ເວັນ​ອອກ​ໃນ​ບ່ອນ​ທີ່​ຖິ້ມ​ຂີ້​ເທົ່າ

17 ແລະ​ໃຫ້​ເຂົາ​ຈີກ​ປີ​ກ​ຢ່າໃຫ້​ຂາດ​ອອກ​ຈາກ​ໂຕ ແລະ​ປະ​ໂຣ​ຫິດ​ຈະ​ເຜົ​ນົກ​ນັ້ນ​ເທິງ​ແທ່ນ​ທີ່​ກອງ​ຟືນ​ເທິງ​ໄຟ ເປັນ​ເຄື່ອງ​ເຜົ​ບູ​ຊາ ຄື​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່ພຣະ​ຜູ້​ເປັນ​ເຈົ້າ

 

2. ທັນ​ຍາ​ບູ​ຊາ

1    “ເມື່ອ​ຜູ້​ໃດ​ນຳທັນ​ຍາ​ບູ​ຊາ​ມາ​ເປັນ​ເຄື່ອງ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້ ກໍ​ໃຫ້​ຜູ້​ນັ້ນ​ນຳ​ຍອດ​ແປ້ງ​ມາ​ຖວາຍ ໃຫ້​ເຂົາ​ເທ​ນ້ຳ​ມັນ​ລົງ​ທີ່​ແປ້ງ​ແລະ​ໃສ່​ກຳ​ຍານ​ດ້ວຍ

2   ແລ້ວ​ນຳ​ມາ​ໃຫ້​ບຸດ​​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ ຜູ້ທຳ​ພິ​ທີ​ຈະ​ເອົາ​ແປ້ງ​ກຳ​ນຶ່ງ​ພ້ອມ​ນ້ຳ​ມັນ​ແລະ​ກຳ​ຍານ​ທັງ​ຫມົດ​ອອກ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ເຄື່ອງ​ບູ​ຊາສ່ວນ​ນີ້​ເປັນ​ສ່ວນ​ອະ​ນຸສອນ​ເທິງ​ແທ່ນ ຄື​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະຜູ້​ເປັນ​ເຈົ້າ

3   ສ່ວນພືດ​ຜົນ​ເປັນ​ເມັດ​​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ເປັນ​ຂອງ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ ເປັນ​ສ່ວນ​ບໍ​ຣິ​ສຸດ​ຢ່າງ​ຍິ່ງ​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

4   “ເມື່ອ​ທ່ານ​ນຳທັນ​ຍາ​ບູ​ຊາ​ເປັນ​ເຂົ້າ​ຈີ່​ອົບ​ໃນເຕົາ​ອົບ​ມາ​ຖວາຍ​ເປັນ​ເຄື່ອງບູ​ຊາ ໃຫ້​ເປັນ​ເຂົ້າ​ຈີ່ທີ່​ບໍ່​ມີເຊື້ອແປ້ງ​ທຳ​ດ້ວຍຍອດ​ແປ້ງ​ປົນໃສ່​ນ້ຳ​ມັນ ຫລື​ເຂົ້າ​ຈີ່​ແຜ່ນ​ທີ່​ບໍ່ມີເຊື້ອ​ແປ້ງທານ້ຳ​ມັນ

5   ແລະ​ຖ້າທ່ານ​ນຳ​ທັນ​ຍາ​ບູ​ຊາເປັນ​ເຂົ້າ​ຈີ່​ປີ້ງ​ເທິງ​ເຫລັກ ກໍ​ໃຫ້​ເປັນ​ເຂົ້າ​ຈີ່​ທຳ​ດ້ວຍຍອດ​ແປ້ງ​ທີ່​ບໍ່​ມີ​ເຊື້ອແປ້ງ​ປົນ​ນ້ຳ​ມັນ

6   ທ່ານຈົ່ງ​ຫັກ​ເຂົ້​ຈີ່ນັ້ນ​ເປັນ​ຕ່ອນ​ນ້ອຍໆ​ພ້ອມ​ທັງ​ເທ​ນ້ຳ​ມັນ​ລາດໃສ່​ ເມື່ອ​ນຳ​ມາ​ຖວາຍເປັນ​ທັ​ນ​ຍາ​ບູ​ຊາ

7   ຖ້າ​ເຄື່ອງ​ບູ​ຊາ​ຂອງ​ທ່ານ​ເປັນ​ທັນ​ຍາ​ບູ​ຊາຈືນ​ດ້ວຍ​ກະ​ທະ​ໃຫ້​ທຳ​ດ້ວຍຍອດ​ແປ້ງ​ປົນ​ນ້ຳ​ມັນ

8   ທ່ານ​ຈະ​ນຳ​ທັນ​ຍາ​ບູ​ຊາ​ຊຶ່ງ​ທຳ​ດ້ວຍ​ສິ່ງ​ເຫລົ່​ນີ້​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ນຳ​ມາ​ໃຫ້​ປະ​ໂຣ​ຫິດ​ແລ້ວ ປະ​ໂຣ​ຫິດຈະ​ນຳ​ມາ​ເຖິງ​ແທ່ນ​ບູ​ຊາ

9   ແລະ​ປະ​ໂຣ​ຫິດ​ຈະ​ນຳ​ສ່ວນ​ທີ່​ຣະ​ລຶກ​ອອກ​ຈາກ​ທັນ​ຍາ​ບູ​ຊາ ແລະ​ເຜົ​ເສັຽ​ເທິງ​ແທ່ນ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

10 ສ່ວນ​ທັນ​ຍາ​ບູ​ຊາ​ທີ່​ເຫລືອ​ຢູ່​ນັ້ນ​ຕົກ​ເປັນ​ຂອງ​ອາ​ໂຣນ​ແລະ​ຂອງ​ບຸດ​ທ່ານ ເປັນ​ສ່ວນ​ບໍ​ຣິ​ສຸດ​ຢ່າງ​ຍິ່ງ​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ

11 “ບັນ​ດາ​ທັນ​ຍາ​ບູ​ຊາ​ຊຶ່ງ​ນຳ​ມາ​ຖວາຍແດ່​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຢ່າ​ໃຫ້​ມີ​ເຊື້ອ​ແປ້ງ ເຈົ້າ​ຢ່າ​ເຜົາ​ເຊື້ອ​ແປ້ງ​ແລະ​ນ້ຳ​ເຜີ້ງ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

12 ຖ້າ​ເຈົ້າ​ຈະ​ນຳ​ສິ່ງ​ທັງ​ສອງ​ນີ້​ເປັນ​ຜົນ​ຣຸ່ນ​ທຳ​ອິດ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້ ແຕ່​ຢ່າ​ເຜົາ​ຖວາຍ​ເທິງ​ແທ່ນ​ໃຫ້​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ

13 ເຈົ້າ​ຈົ່ງ​ປຸງ​ບັນ​ດາ​ທັນ​ຍາ​ບູ​ຊາ​ດ້ວຍ​ໃສ່​ເກືອ ເຈົ້າ​ຢ່າ​ໃຫ້​ເກືອ​ແຫ່ງ​ຄຳ​ຫມັ້ນສັນ​ຍາ​ກັບ​ພຣະ​ເຈົ້​ຂອງ​ເຈົ້າ​ຂາດ​ເສັຽ​ຈາກ​ທັນ​ຍາ​ບູ​ຊາ​ຂອ​ງ​ເຈົ້າ ເຈົ້າ​ຈົ່ງ​ຖວາຍ​ເກືອ​ພ້ອມ​ກັບ​ບັນ​ດາ​ເຄື່ອງ​ບູ​ຊາ​ຂອງ​ເຈົ້າ

14 “ຖ້າ​ເຈົ້າ​ຖວາຍ​ທັນ​ຍາ​ບູ​ຊາ​ເປັນ​ຜົນ​ຣຸ່ນ​ທຳ​ອິດ​ແດ່​ພຣະ​ຜູ້​ເປັນ​ເຈົ້ ທັນ​ຍາ​ບູ​ຊາ​ອັນ​ເປັນ​ຜົນ​ຣຸ່ນ​ທຳ​ອິດ​ນັ້ນ​ເຈົ້າ​ຈົ່ງ​ຖ​ວາຍ​ຮວງ​ໃຫມ່ໆ​ຢ້າງ​ໃຫ້​ແຫ້ງ ບົດ​ເມັດ​ໃຫ້​ລະ​ອຽດ

15 ເຈົ້າ​ຈົ່ງ​ໃສ່​ນ້ຳ​ມັນ ແລະ​ວາງ​ເຄື່ອງ​ກຳ​ຍານ​ໄວ້​ເທິງ​ນັ້ນເປັນ​ທັນ​ຍາ​ບູ​ຊາ

16 ປະ​ໂຣ​ຫິດ​ຈະ​ເອົາ​ສ່ວນ​ນຶ່ງ​ຂອງ​ເມັດ​ທີ່​ບົດ ນ້ຳ​ມັນ​ແລະ​ເຄື່ອງ​ກຳ​ຍານ​ເຜົາ​ຖວາຍ​ເປັນ​ສ່ວນ​ອະ​ນຸ​ສອນ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

3.​ ສານ​ຕິ​ບູ​ຊາ

1    “ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ຖວາຍ​ເຄື່ອງ​ບູ​ຊາ​ເປັນ​ສານ​ຕິ​ບູ​ຊາ ຖ້າ​ເຂົາ​ຖວາຍງົວ​ເຖິກ ຫລືງົວ​ແມ່​ຈາກ​ຝູງ ໃຫ້​ເຂົ​ຖວາຍ​ສັ​ດໂຕ​ທີ່​ບໍ່​ມີ​ຕຳ​ຫນິ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

2   ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ສັດ​ຕົວ​ທີ່​ຈະ​ຖວາຍ ແລະ​ຈົ່ງ​ຂ້າ​ເສັຽ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ບຸດ​ຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຊິດ​ໃສ່​ທີ່​ແທ່ນ​ແລະອ້ອມ​ຮອບ​ແທ່ນ​ບູ​ຊາ

3   ກ​ເຄື່ອງ​ບູ​ຊາ​ທີ່​ຖວາຍ​ເປັນ​ສານ​ຕິ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຖວາຍ​ຈະ​ນຳ​ໄຂມັນ​ທີ່​ຕິດ​ກັບ​ເຄື່ອງ​ໃນ​ແລະ​ໄຂມັນ​ທີ່​ໃນ​ເຄື່ອງ​ໃນ​ທັງ​ຫມົດ

4   ແລະ​ຫມາກ​ໄຂ່​ຫລັງທັງ​ສອງ​ຫນ່ວຍ​ກັບ​ໄຂ​ມັນ​ທີ່​ຕິດບັ້ນ​ແອວ​ນັ້ນ​ ແລະ​ໃຫ້​ເອົ​ສ່ວນທີ່​ດີ​ທີ່​ສຸດຂອງຕັບ​ນັ້ນ​ອອກ​ເສັຽ​ພ້ອມ​ກັບຫມາກ​ໄຂ່​ຫລັງ

5   ບຸດ​ອາ​ໂຣນ​ຈະ​ເຜົາ​ເສັຽ​ເທິງ​ແທ່ນ​ບູ​ຊາ​ເທິງ​ເຄື່ອງ​ເຜົາ​ບູ​ຊາ​ຊຶ່ງ​ຢູ່​ເທິງ​ຟືນ​ເທິງ​ໄຟ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ຫອມ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

6   “ຖ້າ​ຜູ້​ໃດ​ນຳ​ເຄື່ອ​ງບູ​ຊາທີ່​ເປັນ​ສານ​ຕິ​ບູ​ຊາ​ເປັນ​ສັດ​ໂຕ​ເຖິກຫລື​ໂຕ​ແມ່​ທີ່​ໄດ້​ມາ​ຈາກ​ຝູງ​ແບ້ ແກະ ກໍ​ຢ່າ​ໃຫ້​ສັດ​ນັ້ນ​ມີ​ຕຳ​ຫນິ

7   ຖ້າ​ເຂົາ​ຈະ​ຖວາຍ​ລູກ​ແກະ​ເປັນ​ເຄື່ອງ​ບູ​ຊາ​ກໍ​ໃຫ້ເຂົາ​ນຳ​ມ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້

8   ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ສັດ​ນັ້ນ ແລະ​ໃຫ້​ຂ້າ​ເສັຽ​ທີ່​ຫນ້າ​ເຕັນ​ນັດ​ພົບ ແລະ​ບຸດ​ອາ​ໂຣນ​ຈະ​ເອົາ​ເລືອດ​ຊິດ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນ​ບູ​ຊາ

9   ຈາກ​ເຄື່ອງ​ບູ​ຊາ​ທີ່​ຖວາຍ​ເປັນ​ສານ​ຕິ​ບູ​ຊາ ຄື​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເຂົາ​ຖວາຍ​ໄຂມັນ ຫາງ​ທີ່​ເປັນ​ໄຂ​ມັນ​ທັງ​ຫມົດ​ແປະກະ​ດູກ​ສັນ​ຫລັງ ແລະ​ໄຂ​ມັນ​ທີ່ຫຸ້ມເຄື່ອງ​ໃນ ກັບ​ໄຂມັ​ນ​ທີ່​ໃນ​ເຄື່ອງ​ໃນ

10 ຫມາກ​ໄຂ່​ຫລັງສອງ​ຫນ່ວຍ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່​ບັ້ນ​ແອວ ໃຫ້​ເອົາ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ​ອອກ​ເສັຽ​ພ້ອມ​ກັບ​ຫມກ​ໄຂ່​ຫລັງ

11 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ເຜົາ​ເທິງ​ແທ່ນ​ເປັນ​ອາ​ຫານ​ເຜົາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

12 “ຖ້າ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ເປັນ​ແບ້ ກໍ​ໃຫ້​ເຂົາ​ນຳ​ມາ​ຖວາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ

13 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ມັນ ແລະ​ຂ້າ​ມັນ​ເສັຽ​ທີ່​ຫນ້າ​ເຕັນ​ນັດ​ພົບ ແລະ​ບຸດ​ອາ​ໂຣນ​ຈະ​ເອົາ​ເລືອດ​ຊິດ​ໃສ່ທັງ​ສີ່​ຂ້າງຂອງ​ແທ່ນ​ບູ​ຊາ

14 ແລ້ວ​ໃຫ້​ເຂົາ​ເອົາ​ສິ່ງ​ເຫລົ່າ​ນີ້​ຈາກ​ແບ້​ໂຕ​ນັ້ນ​ເປັນ​ເຄື່ອງ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່ພຣະ​ຜູ້​ເປັ​ນ​ເຈົ້າ ຄື​ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໄຂ​ມັນ​ທີ່​ຢູ່​ໃນ​ເຄື່ອງ​ໃນ

15 ຫມາກ​ໄຂ່​ຫລັງ​ສອງ​ຫນ່ວຍ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່​ບັ້ນ​ແອວ ສ່ວນ​ທີ່​ດີ​ທີ່​ສຸດ​ຂອງຕັບ ຊຶ່ງ​ເຂົາ​ຈະ​ຕ້ອງ​ເອົາ​ອອກ​ເສັຽ​ພ້ອມ​ກັບ​ຫ​ມາກ​ໄຂ່​ຫລັງ

16 ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ​ເປັນ​ອາ​ຫານ​ເຜົາ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ໄຂ​ມັນ​ທັງ​ຫມົດ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

17 ໃຫ້​ເປັນ​ກົດ​ເກນ​ຖາ​ວອນ​ປະ​ຈຳ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ​ໃນ​ບ່ອນທີ່​ເຈົ້າ​ອາ​ໄສ​ຢູ່​ທົ່ວໆ​ໄປ​ວ່າ ເຈົ້າ​ຢ່າ​ຮັບ​ປະ​ທານ​ໄຂ​ມັນ​ຫລື​ເລືອດ”

 

4. ເຄື່ອງ​ບູ​ຊາ​ໄຖ່​ບາບ

1   ພຣະ​ຜູ້​ເປັນເຈົ້າຊົງ​ກ່າວ​ແກ່​ໂມ​ເຊວ່າ,

2   “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ກະ​ທຳ​ຜິດ​ສິ່ງ​ໃດ​ຊຶ່ງພ​ຣ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ໂດຍ​ເຂົາ​ບໍ່​ໄດ້​ເຈ​ຕນາ​ກະ​ທຳ​ສິ່ງ​ເຫລົ່າ​ນັ້ນ​ປະ​ການ​ນຶ່ງ​ປະ​ການ​ໃດ

3   ຖ້າ​ຜູ້​ກະ​ທຳ​ຜິດ​ເປັນ​ປະ​ໂຣ​ຫິດ​ທີ່​ໄດ້​ຮັບ​ການ​ຫົດ​ສົງ​ໄວ້ ຍ່ອມ​ນຳ​ກັມ​ບາບ​ມາ​ສູ່​ປະ​ຊາ​ຊົນ ເຫດ​ດ້ວຍ​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ກໍ​ໃຫ້​ເຂົາ​ງົວ​ເຖິກ​ຊຶ່ງ​ບໍ່​ມີ​ຕຳ​ຫນິ​ມາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ

4   ໃຫ້​ເຂົາ​ນຳ​ງົວ​ນັ້ນ​ມາ​ທີ່​ເຕັນ​ນັດ​ພົບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ງົວ​ໂຕ​ນັ້ນ ແລະ​ໃຫ້​ຂ້າ​ມັນ​ເສັຽ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້

5   ແລະ​ປະ​ໂຣ​ຫິດ​ຜູ້​ໄດ້​ຮັບ​ການ​ຫົດ​ສົງ​ແລ້ວ​ຈະ​ນຳ​ເລືອດ​ງົວ​ນັ້ນ​ມາທີ່​ເຕັນ​ນັດ​ພົບ

6   ປະ​ໂຣ​ຫິດ​ຈະ​ເອົາ​ນິ້ວ​ຈຸ່ມ​ລົງ​ໃນ​ເລືອດ ແລະ​ຊິດ​ໃສ່ທີ່​ຫນ້າ​ເຕັນ​ສະ​ຖານ​ນະ​ມັ​ສການ​ເຈັດ​ຄັ້ງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ

7   ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຫນ້​ອຍ​ນຶ່ງ​ເຈີມ​ທີ່​ຍອດຂອງ​ແທ່ນ​ເຜົາ​ເຄື່ອງ​ຫອມ​ຊຶ່ງ​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົ

8   ແລະ​ເຂົາ​ຈະ​ເອົາ​ໄຂ​ມັນ​ອອກ​ເສັຽ​ຈາກ​ງົວ​ໂຕ​

ທີ່​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນີ້ ຄື​ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໄຂ​ມັນ​ທີ່​ໃນ​ເຄື່ອງ​ໃນ

9   ແລະ​ຫມາກ​ໄຂ່​ຫລັງສອງອັນ​ກັບ​ໄຂມັນ​ທີ່​ຕິດ​ຢູ່ ແລະ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງຕັບ ຊຶ່ງ​ເຂົາ​ຈະ​ຕ້ອງ​ເອົາ​ອອກ​ເສັຽ​ພ້ອມ​ກັບຫມາກ​ໄຂ່​ຫລັງ

10 (ໃຫ້​ເອົາ​ອອກ​ເຊັ່ນ​ດຽວ​ກັບ​ເອົາ​ອອກ​ຈາກ​ງົວ​ທີ່​ຖວາຍ​ເປັນ​ສານ​ຕິ​ບູ​ຊາ) ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ​ເຄື່ອງ​ເຜົບູ​ຊາ

11 ແຕ່​ຫນັງ​ຂອງ​ງົວ​ພ້ອມ​ກັບ​ຊີ້ນ​ງົວ ຫົວ ຂາ ເຄື່ອງ​ໃນ ແລະ​ມູນ​ຂອງ​ມັນ

12 ຄື​ງົວ​ທັງ​ໂຕ​ນີ້ ໃຫ້​ເອົາ​ອອກ​ໄປ​ເສັຽ​ຈາກ​ຄ້າຍ​ເຖິງ​ບ່ອນ​ສະ​ອາດ ບ່ອນຖິ້ມ​ຂີ້​ເທົ່າ ແລະ​ໃຫ້​ສຸມ​ໄຟ​ເຜົາ​ເສັຽ ບ່ອນ​ຖິ້ມ​ຂີ້​ເທົ່າຢູ່​ທີ່​ໃດ​ກໍ​ໃຫ້​ເຜົາ​ທີ່​ນັ້ນ

13 “ຖ້າ​ຊຸມ​ນຸມ​ຊົນ​ອິສ​ຣ​ເອນ​ທັງ​ຫມົດ​ກະ​ທຳ​ຜິດ​ໂດຍ​ບໍ່​ຮູ້​ຕົວ ແລະ​ຄວາມ​ຜິດ​ນັ້ນ​ກໍ​ປາ​ກົດ​ແກ່​ທີ່​ປະ​ຊຸມ ແລະ​ເຂົາ​ໄດ້​ກະ​ທຳ​ສິ່ງ​ນຶ່ງ​ສິ່ງ​ໃດ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ຈຶ່ງ​ເປັນ​ການ​ກະ​ທຳ​ກັມ​ບາບ

14 ເມື່ອ​ຄວາມຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ນັ້ນ​ເປັນ​ທີ່​ປະ​ຈັກ​ຂຶ້ນ ໃຫ້​ທີ່​ປະ​ຊຸມ​ຖວາຍ​ງົວ​ຫນຸ່ມ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ໃຫ້​ນຳ​ງົວ​ນັ້ນ​ມາ​ທີ່​ຫນ້າ​ເຕັນ​ນັດ​ພົບ

15 ແລະ​ຜູ້​ໃຫຍ່​ຂອງ​ຊຸມ​ນຸ​ມ​ຊົນ​ຈ​ເອົາ​ມື​ວາ​ງເທິງ​ຫົວ​ຂອງງົວ​ນັ້ນ​ຕໍ່​ພຣະ​ພັກ​ພຣະຜູ້​ເປັນ​ເຈົ້າ

16 ແລ້ວ​ປະ​ໂຣ​ຫິດຜູ້​ຮັບ​ການ​ເຈີມ​ຈະ​ນຳ​ເລືອດ​ຂອງ​ງົວ​ມາ​ທີ່​ເຕັນ​ນັດ​ພົບ

17 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ລົງ​ໃນ​ເລືອດ​ແລະ​ຊິດ​ເລືອດ​ນັ້ນ​ໃສ່​ຫນ້າ​ຜ້​ກັ້ງ​ເຈັດ​ຄັ້ງຕໍ່​ພຣະ​ພັກພຣະ​ເຈົ້າ

18 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຫນ້ອຍ​ນຶ່ງ​ທາ​ໃສ່​ຍອດຂອງ​ແທ່ນ​ບູ​ຊາ​ຊຶ່ງ​ຢູ່​ໃນ​ເຕັນ​ນັດ​ພົບ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ສ່ວນ​ເລືອດ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ຈະ​ເທ​ລົງ​ທີ່​ຖານ​ແທ່ນ​ເຄື່ອງ​ບູ​ຊາ​ຊຶ່ງ​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົບ

19 ແລະ​ເຂົາ​ຈະ​ເອົາ​ໄຂ​ມັນ​ອອກ​ຈາກ​ງົວ​ນັ້ນ​ທັງ​ຫມົດ ນຳ​ໄປ​ເຜົາ​ເສັຽ​ເທິງ​ແທ່ນ

20 ເຂົາ​ຈະ​ກະ​ທຳ​ດັ່ງ​ນີ້​ແກ່​ງົວ​ຕົວ​ນີ້ ເຂົາ​ໄດ້​ກະ​ທຳ​ກັບງົວ​ຕົວ​ທີ່​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຢ່າງ​ໃດ​ກໍ​ໃຫ້​ເຂົາ​ກະ​ທຳ​ແກ່​ງົວ​ຕົວ​ນີ້​ຢ່າງ​ນັ້ນ ດັ່ງ​ນີ້​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົ​ບມົນ​ທິນ​ບາບຂອງ​ຊຸມ​ນຸມ​ຊົນ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຮັບ​ການ​ອະ​ພັຍ

21 ແລ້ວ​ປະ​ໂຣ​ຫິດ​ຈະ​ນຳ​ງົວ​ອອກ​ໄປ​ນອກ​ຄ້າຍ ແລະ​ເຜົ​ເສັຽຢ່າງ​ກັບ​ເຜົາ​ງົວ​ໂຕ​ກ່ອນ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຂອງ​ທີ່​ປະ​ຊຸມ

22 “ຖ້າ​ຜູ້​ປົກ​ຄອງ​ກະ​ທຳ​ຄວາມ​ຜິດ ກະ​ທຳ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ​ໂດຍ​ບໍ່​ຮູ້​ຕົວ ແລ້ວ​ມີ​ກັມ​ບາບ

23 ຖ້າ​ໄດ້​ແຈ້ງ​ໃຫ້​ເຂົາ​ຊາບ​ເຖິງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ນັ້ນ​ແລ້ວ ກໍ​ໃຫ້​ເຂົາ​ນຳ​ແບ້​ເຖິກ​ທີ່​ບໍ່​ມີ​ຕຳ​ຫນິ​ໂຕ​ນຶ່ງ​ມາ​ເປັນ​ເຄື່ອງ​ບູ​ຊາ

24 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ແບ້ ແລະ​ໃຫ້​ຂ້າແບ້​ໃນ​ບ່ອນ​ທີ່​ເຂົາ​ຂ້າ​ສັດ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນີ້​ເປັນ​ເຄື່ອງບູ​ຊາ​ໄຖ່​ບາບ

25 ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວມື​ຈຸ່ມ​ເລືອດ ເຄື່ອງ​ບູ​ຊາ​ໄຖ່​ບາບ​ນຳ​ໄປ​ທາ​ທີ່​ຍອດ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເທເລືອດ​ທີ່​ເຫລືອ​ຢູ່​ນັ້ນ​ທີ່​ຖານ​ຂອງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ

26 ແລະ​ໃຫ້​ເຂົາ​ເຜົາ​ໄຂ​ມັນ​ທັງ​ຫມົດ​ເທິງ​ແທ່ນ ເຫມືອນ​ຢ່າງ​ກັບ​ເຜົາ​ໄຂ​ມັນ​ເຄື່ອງ​ສານ​ຕິ​ບູ​ຊາ ດັ່ງ​ນີ້​ແຫລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ບາບ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

27 “ຖ້າ​ປະ​ຊາ​ຊົນ​ສາ​ມັນ​ຄົນ​ນຶ່ງ​ຄົນ​ໃດ​ກະ​ທຳ​ຄວາມ​ຜິດ​ໂດຍ​ບໍ່​ໄດ້​ເຈ​ຕນາ ຄື​ກະ​ທຳ​ສິ່ງນຶ່ງ​ສິ່ງ​ໃດຊຶ່ງ​ພຣະ​ເຈົ້າ​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ແລະ​ກໍ​ມີ​ກັມ​ບາບ

28 ເມື່ອ​ໄດ້​ແຈ້ງ​ໃຫ້​ເຂົາ​ຊາບ​ເຖິງ​ຄວາມ​ຜິດ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ແລ້ວ ຫ້​ເຂົາ​ນຳ​ແບ້​ແມ່​ໂຕ​ນຶ່ງ​ຊຶ່ງ​ບໍ່​ມີ​ຕຳ​ຫນິ​ມາ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ນັ້ນ

29 ​ເຂົາ​ຈະ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ເຄື່ອງ​ເຜົ​ບູ​ຊາ​ໄຖ່​ບາບ ແລະ​ຂ້າ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ​ໃນ​ບ່ອນ​ທີ່​ເຂົາ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ

30 ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ເລືອດແບ້​ນັ້ນ​ໄປ​ທາ​ທີ່ຍອດ​ຂອງແທ່ນ​ເຄື່ອງ​ເຜົ​ບູ​ຊາ

31 ເຂົາ​ຈະ​ເອົາ​ໄຂ​ມັນ​ອອກ​ເສັຽ​ໃຫ້​ຫມົດ​ຢ່າງ​ທີ່​ເອົ​ອອກ​ເສັຽ​ຈາກ​ເຄື່ອງ​ສານ​ຕິ​ບູ​ຊາ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ໄຂ​ມັນ​ນັ້ນເທິງ​ແທ່ນ ເປັນ​ກິ່ນ​ທີ່ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແ​ລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

32 “ຖ້າ​ເຂົາ​ນຳ​ລູກ​ແກະ​ມາ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ກໍ​ໃຫ້​ເຂົາ​ນຳ​ລູກ​ແກະ​ແມ່ບໍ່​ມີ​ຕໍາ​ຫນິ​ມາ

33 ເຂົາ​ຈະ​ເອົາ​ມື​ວາງ​ເທິງ​ຫົວຂອ​ງ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ຂ້າ​ເສັຽ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໃນ​ບ່ອນ​ທີ່​ເຂົາ​ຂ້າ​ເຄື່ອງ​ເຜົາ​ບູ​ຊາ

34 ​ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ເລືອດ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ ນຳ​ໄປ​ທາ​ທີ່​ຍອດ​ຂອງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເທເລືອດ​ທີ່​ເຫລືອ​ນັ້ນ​ລົງ​ທີ່​ຖານ​ຂອງ​ແທ່ນ

35 ​ເຂົາ​ຈະ​ເອົາ​ໄຂ​ມັນ​ທັງ​ຫມົດ​ອອກ​ເສັຽຢ່າງ​ທີ່​ເອົາ​ໄຂ​ມັນ​ຂອງ​ລູກ​ແກະ​ອອກ​ຈາ​ກ​ເຄື່ອງ​ສາ​ນ​ຕິ​ບູ​ຊາ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ໄຂ​ມັນ​ເທິງ​ແທ່ນ​ເທິງ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ຜິດ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

 

5.

1    “ຖ້າ​ຜູ້​ໃດ​ກະ​ທຳ​ຄວາມ​ຜິດ​ໃນ​ຂໍ້​ທີ່​ໄດ້​ຍິນ​ຄຳ​ໃຫ້​ສາ​ບານ​ຕົວ​ເປັນ​ພ​ຍານ ແລະ​ແມ້​ວ່າ​ເຂົາ​ເປັນ​ພຍານ ໂດຍ​ທີ່​ເຂົາ​ເຫັນ​ຫລື​ຮູ້​ເຣື່ອງ​ກໍ​ຕາມ ແຕ່​ເຂົາ​ບໍ່​ຍອມ​ໃຫ້​ການ​ເປັນ​ພ​ຍານ ເຂົາ​ຕ້ອງ​ຮັບ​ຄວາມຜິດ

2   ຫລື​ຜູ້​ນຶ່ງ​ຜູ້​ໃດ​ແຕະ​ຕ້ອງ​ສິ່ງ​ທີ່​ເປັນ​ມົນ​ທິນ ຈະ​ເປັນ​ຊາກ​ສັດ​ປ່າ​ທີ່​ມົນ​ທິນ ​ຫລື​ຊາກ​ສັດ​ລ້ຽງ​ທີ່​ມົນ​ທິນ ຫລື​ຊາກ​ສັດ​ນ້ອຍໆ​ທີ່​ມີ​ຫລາຍ​ທີ່​ເປັນ​ມົນ​ທິນ ໂດຍ​ບໍ່​ທັນ​ຮູ້​ຕົວ ເຂົາ​ຈຶ່ງ​ເປັນ​ຄົນ​ມີ​ມົນ​ທິນ ເຂົາ​ກໍ​ມີ​ບາບ​ກັມ

3   ຖ້າ​ເຂົາ​ແຕະ​ຕ້ອງ​ມົນ​ທິ​ນ​ຂອງ​ຄົນ ຈະ​ເປັນ​ສິ່ງ​ໃດໆ​ຊຶ່ງ​ເປັນ​ມົນ​ທິນ​ອັນ​ເປັນ​ສິ່ງ​ທີ່​ກະ​ທຳ​ໃຫ້​ຄົນ​ນັ້ນ​ເປັນ​ມົນ​ທິນ ໂດຍ​ເຂົາ​ບໍ່​ຮູ້​ຕົວ ເມື່ອ​ເຂົາ​ຮູ້​ແລ້ວ​ເຂົາ​ກໍ​ມີ​ບາບ​ກັມ

4   ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ເຜີ​ຕົວ​ກ່າວ​ຄຳ​ສາ​ບານ​ວ່າ​ຈະ​ກະ​ທຳ​ຊົ່ວ​ຫລື​ດີ ຫລື​ເຜີ​ຕົວກ່າວ​ຄຳ​ສາ​ບານ​ໃດໆ ແລະ​ເຂົາ​ກະ​ທຳ​ໂດຍ​ບໍ່​ທັນ​ຮູ້​ຕົວ ເມື່ອ​ເຂົາ​ຮູ້​ສຶກ​ຕົວ​ແລ້ວ​ໃນ​ປະ​ການ​ໃດກໍ​ຕາມ ເຂົາ​ກໍ​ມີ​ບາບ​ກັມ

5   ເມື່ອ​ຜູ້ນຶ່ງ​ຜູ້​ໃດ​ກະ​ທຳ​ບາບ​ກັມ​ໃດໆ​ທີ່​ກ່າວ​ມາ​ນີ້ ກໍ​ໃຫ້​ເຂົາ​ສາ​ລະ​ພາບ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ​

6   ແລະ​ໃຫ້​ເຂົາ​ນຳ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັມມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້ ເພາະ​ບາບ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ນັ້ນ ເຄື່ອງ​ບູ​ຊາ​ນັ້ນ​ຈະ​ເປັນ​ສັດ​ໂຕ​ແມ່ຈາກ​ຝູງ ຄື​ລູກ​ແກະ​ຫລື​ແບ້ ກໍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໄດ້ ດັ່ງ​ນີ້​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ໃຫ້​ເຂົາ ເພາະ​ເຂົາ​ທຳ​ບາບ

7   “ຖ້າ​ເຂົາ​ບໍ່​ສາ​ມາດ​ຖວາຍ​ລູກ​ແກະ​ຕົວ​ນຶ່ງ ກໍ​ໃຫ້​ເຂົາ​ນຳ​ນົກ​ເຂົາ​ສອງ​ຕົວ ຫລືນົກ​ກາງ​ແກສອງ​ຕົວ ນົກ​ຕົວ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ນົກ​ອີກ​ຕົວ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ໃຫ້​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັມ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ລ້າງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ

8   ໃຫ້​ເຂົາ​ນຳ​ນົກ​ທັງ​ສອງ​ນີ້​ມາ​ໃຫ້​ປະ​ໂຣ​ຫິດ ປະ​ໂຣ​ຫິດ​ກໍ​ຖວາຍ​ຈົກ​ຕົວ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ໃຫ້​ເຂົາ​ບິດ​ຫົວ​ນົກ​ຫ​ລຸດ​ຈາກ​ຄໍ​ແຕ່​ຢ່າ​ໃຫ້​ຂາດ

9   ແລະ​ໃຫ້​ເອົາ​ເລືອດ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຊິດ​ໃສ່​ທີ່​ຂ້າງ​ແທ່ນເສັຽ ສ່ວນ​ເລືອດ​ທີ່​ເຫລືອຢູ່ປ່ອຍ​ໃຫ້​ໄຫລ​ອອກ​ຈາ​ກທີ່ຖານ​ແທ່ນ ນີ້​ເປັນ​ເຄື່ອງ​ບູ​ຊາໄຖ່​ບາບ

10 ແລ້ວ​ເຂົາ​ຈະ​ຖວາຍ​ນົກ​ຕົວ​ທີ່​ສອງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຕາມ​ກົດ​ຫມາຍ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທີນ​ບາບ​ຂອງ​ເຂົາ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ໄປ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

11 “ແຕ່​ຖ້າ​ເຂົາ​ຍັງ​ບໍ່​ສາ​ມາດ​ທີ່​ຈະ​ນຳ​ນົກ​ເຂົາ​ສອງ​ຕົວ ຫລື​ນົກ​ກາງ​ແກ​ຫນຸ່ມ​ສອງ​ຕົວ​ມາ ກໍ​ໃຫ້​ເຂົາ​ນຳ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ນັ້ນ​ມາ ຄື​ຍອດ​ແປ້ງ​ນຶ່ງ​ໃນ​ສິບ​ເອ​ຟາ ເອົາ​ມາ​ເປັນ​ເຄື່ອງບູ​ຊາ​ໄຖ່​ບາບ ຢ່າ​ໃສ່​ນ້ຳ​ມັນ ຫລື​ໃສ່​ເຄື່ອງ​ກຳ​ຍານ​ໃນ​ແປ້ງ ເພາະ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ

12 ໃຫ້​ເຂົາ​ນຳ​ແປ້ງ​ມາ​ໃຫ້​ປະ​ໂຣ​ຫິດ ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ແປ້ງ​ກຳ​ມື​ນຶ່ງ​ເປັນ​ສ່ວນ​ອະ​ນຸ​ສອນ ແລະ​ເຜົາ​ເສັຽ​ເທິງ​ແທ່ນ​ເທິງ​ເຄື່ອງ​ເຜົາ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ​ເປັນ​ເຄື່ອງ​ບູ​ຊາໄຖ່​ບາບ

13 ຢ່າງ​ນີ້​ແຫ​ລະ ປະ​ໂຣ​ຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ບາບ​ຂອງ​ເຂົາ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ໃນ​ເຣື່ອງ​ນຶ່ງ​ເຣື່ອງ​ໃດ​ທີ່​ກ່າວ​ມາ​ນີ້ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ ສ່ວນ​ທີ່​ເຫລືອ​ນັ້ນ​ຈະ​ເປັນ​ຂອງ​ປະ​ໂຣ​ຫິດ ເຊັ່ນ​ດຽວ​ກັບ​ເຄື່ອງ​ຖວາຍ​ພື​ດ​ຜົນ​ເປັນ​ເມັດ”

ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັມ

14 ພຣະ​ເຈົ້າ​ສັ່ງ​ກັບ​ໂມ​ເຊວ່າ,

15 “ຖ້າຜູ້​ໃດ​ທຳ​ການ​ບໍ່​ຊື່​ສັດ ແລະ​ທຳ​ບາບ​ໂດຍ​ບໍ່​ຮູ້​ຕົວ​ໃນ​ເຣື່ອງ​ຂອງ​ບໍ​ຣິ​ສຸດ​ແຫ່ງ​ພຣະ​ເຈົ້າ ໃຫ້​ຜູ້ນັ້ນ​ນຳ​ແກະ​ໂຕເຖິກ​ທີ່​ປ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ຖວາຍ​ແດ່​ພຣະ​ເຈົ້າ ໃຫ້​ເຈົ້າ​ຕີ​ຣາ​ຄາ​ເປັນ​ເງິນ​ເຊ​ເກ​ລ​ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະມັ​ສ​ການ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ

16 ແລະ​ໃຫ້​ຜູ້​ນັ້ນ​ຊົດ​ໃຊ້​ຂອງ​ບໍ​ຣິ​ສຸດ​ທີ່​ຂາດ​ໄປ ແລະ​ເພີ້ມ​ອີກ​ນຶ່ງ​ໃນ​ຫ້າ​ຂອງ​ຣາ​ຄາ​ສິ່ງທີ່​ຂາດ​ໄປ​ນັ້ນ ນຳ​ມອບ​ໃຫ້​ແກ່​ປະ​ໂຣ​ຫິດ ແລະ​ປະ​ໂຣຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ບາບຂອງ​ເຂົ​ດ້ວຍ​ແກະ​ເຖິກ ທີ່​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

17 “ຖ້າ​ຜູ້​ໃດ​ກະ​ທຳ​ຜິດ ຄື​ກະ​ທຳ​ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ເຖິງແມ່ນ​ວ່າ​ເຂົາ​ກະ​ທຳ​ໂດຍ​ບໍ່​ຮູ້ເທົ່າ​ເຖິງ​ການເຂົາ​ກໍ​ມີ​ຄວາມ​ຜິດ​ຈະ​ຕ້ອງ​ຮັບ​ໂທດ

18 ໃຫ້​ຜູ້​ນັ້ນ​ນຳ​ແກະ​ເຖິກ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ມາ​ຈາກ​ຝູງ ໃຫ້​ເຈົ້າ​ຕີ​ຣາ​ຄາ ເປັນ​ຣາ​ຄາ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ແລະ​ໃຫ້​ປະ​ໂຣ​ຫິດ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ​ຕາມ​ຄວາມ​ຜິດ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ດ້ວຍ​ບໍ່​ໄດ້​ເຈ​ຕນາ​ນັ້ນ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

19 ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ເພາະ​ເຂົາ​ໄດ້​ກະ​ທຳ​ກັມ​ບາບ​ຕໍ່​ພຣະ​ເຈົ້າ”

 

6.

1   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ,

2   “ຜູ້​ໃດ​ທຳ​ບາບ​ແລະ​ທຳ​ການ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ການ​ຫລອກ​ລວງ​ເພື່ອນ​ບ້ານ​ໃນ​ເຣື່ອງ​ການ​ຝາກ ຫລື​ການ​ປະ​ກັນ ຫລື​ທາງ​ການ​ໂຈ​ຣະ​ກັມ ຫລື​ຖ້າ​ເຂົາ​ໄດ້​ບີບ​ບັງ​ຄັບ​ເພື່ອນ​ບ້ານ

3   ຫລື​ພົບ​ສິ່ງ​ທີ່​ຫາຍ​ໄປ​ແລ້ວ​ແຕ່​ບໍ່​ຍອມ​ຮັບ ສາ​ບານ​ຕົນ​ເປັນ​ຄວາມ​ເທັດ ຫລື​ກະ​ທຳ​ສິ່ງ​ໃດ​ທີ່​ຄົນ​ກະ​ທຳ​ຜິດ

4   ເມື່ອ​ຜູ້​ໃດ​ໄດ້​ທຳ​ບາບ ແລະ​ມີ​ກັມ​ບາບ​ແລ້ວ ກໍ​ໃຫ້​ຜູ້​ນັ້ນ​ຄືນ​ຂອງໄດ້​ມາ​ທາງ​ໂຈ​ຣະ​ກັມ​ນັ້ນ​ເສັຽ ຫລື​ສິ່ງ​ໃດ​ທີ່​ເຂົາ​ໄດ້​ມາ​ດ້ວຍ​ການ​ປີບ​ບັງ​ຄັບ ຫລື​ສິ່ງ​ທີ່​ຝາກ​ເຂົາ​ໄວ້ ຫລື​ສິ່ງ​ສູນ​ຫາຍ​ທີ່​ເຂົາ​ໄດ້​ພົບ​ເຂົ້າ

5   ຫລື​ສິ່ງ​ໃດໆ​ທີ່​ໄດ້​ສາ​ບານ​ເທັດ​ໄວ້ ເຂົາ​ຕ້ອງ​ຄືນ​ໃຫ້​ເຕັມ​ຕາມ​ຈຳ​ນວນ ແລະ​ຈົ່ງ​ເພີ້ມ​ອີກ​ນຶ່ງ​ໃນ​ຫ້າ ແລະ​ມອບ​ໃຫ້​ແກ່​ເຈົ້າ​ຂອງ​ໃນ​ວັນ​ທີ່​ເຂົາ​ຖວາຍ​ເຄື່ອ​ງ​ບູ​ຊາ​ໄຖ່ກັມ​ບາບ

6   ໃຫ້​ຜູ້​ນັ້ນ​ນຳ​ແກະ​ໂຕ​ເຖິກ​ທີ່​ບໍ່​ມີ​ຕຳ​ຫນິ​ມາ​ຈາກ​ຝູງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ຖວາຍ​ແດ່​ພຣະ​ເຈົ້າ ມາ​ມອບ​ໃຫ້​ປະ​ໂຣ​ຫິດ ໃຫ້​ເຈົ້າ​ຕີ​ຣາ​ຄາ​ເອງ​ເປັນ​ຣາ​ຄາ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ

7   ແລະ​ໃຫ້​ປະ​ໂຣ​ຫິດ​ທຳ​ການ​ລົບ​ມົນ​ທິ​ນ​ບາບ​ຂອງເຂົາ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ຊຶ່ງ​ໃຫ້​ຮັບ​ກັມ​ບາບ”

ກົດ​ອື່ນໆ​ຂອງ​ການ​ຖວາຍ​ບູ​ຊາ

8   ພຣະ​ເຈົ້າ​ຊົງ​ບອກກັບ​ໂມ​ເຊວ່າ,

9   “ຈົ່ງ​ບັນ​ຊາແກ່​ອາ​ໂຣນ ແລະ​ບຸດ​ຂອງ​ເຂົາ​ວ່າ ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ຈະ​ຕ້ອງ​ເຜົ​ຢູ່​ເທິງ​ແທ່ນ​ຕລອດ​ຄືນ​ຈົນ​ຮຸ່ງ​ເຊົ້າ ຈົ່ງ​ໃຫ້​ໄຟ​ເທິງ​ແທ່ນເຜົ​ເຄື່ອງ​ບູ​ຊາ​ລຸກ​ຢູ່​ເລື້ອຍ​ໄປ

10 ໃຫ້​ປ​ໂຣ​ຫິດ​ນຸ່ງ​ເສື້ອ​ຜ້າ​ປ່ານ​ແລະ​ນຸ່ງສົ້ງ​ຜ້າ​ປ່ານ ແລະ​ໃຫ້​ຕັກ​ຂີ້​ເທົ່າ​ອອກ​ຈາກ​ໄຟ​ທີ່​ໄຫມ້​ເຄື່ອງ​ເຜົ​ບູ​ຊາ​ຢູ່​ເທິງ​ແທ່ນ​ນຳ​ໄປ​ໄວ້​ຂ້າງ​ແທ່ນ

11 ໃຫ້​ຖອດ​ເສື້ອ​ທີ່​ນຸ່ງ​ຢູ່ອອ​ກ​ແລ້ວ ສວມ​ເສື້ອ​ອີກ​ໂຕ​ນຶ່ງ ນຳ​ຂີ້​ເທົ່າ​ອອກ​ໄປ​ນອກ​ຄ້າຍ​ຍັງ​ທີ່​ສະ​ອາດ

12 ໃຫ້​ຮັກ​ສາ​ໄຟ​ທີ່​ເທິງ​ແທ່ນ​ໃຫ້​ລຸກ​ຢູ່ ຢ່າ​ໃຫ້​ດັບ​ເລີຍ​ທີ່​ດຽວ ໃຫ້​ປະ​ໂຣ​ຫິດ​ໃສ່​ຟືນ​ທຸກ​ເຊົ້າ​ແລະ​ໃຫ້​ຮຽງ​ເຄື່ອງ​ເຜົາ​ບູ​ຊາ​ໃຫ້​ເປັນ​ລະ​ບຽບ​ໄວ້​ເທິງ​ແທ່ນ ແລະ​ເຜົາ​ໄຂ​ມັນ​ຂອງ​ເຄຶ່ອງ​ສານ​ຕິ​ບູ​ຊາ​ເທິງ​ນັ້ນ

13 ຕ້ອງ​ຮັກ​ສາ​ໃຫ້​ໄຟ​ຕິດ​ຢູ່​ເທິງ​ແທ່ນ​ເລື້ອຍ​ໄປ ຢ່າ​ໃຫ້​ດັບ​ເປັນ​ອັນ​ຂາດ

14 “ຕໍ່​ໄປ​ນີ້​ເປັນ​ກົດ​ຂອງ​ການ​ຖວາຍ​ທັນ​ຍາ​ບູ​ຊາ ໃຫ້​ບຸດ​ອາ​ໂຣນ​ຖວາຍ​ເຄື່ອງ​ບູ​ຊາ​ນີ້​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ທີ່​ຫນ້າ​ແທ່ນ​ບູ​ຊາ

15 ໃຫ້​ປະ​ໂຣ​ຫິດ​ຄົນ​ນຶ່ງ​ຫຍິບຍອດ​ແປ້ງ​ກຳ​ມື​ນຶ່ງ​ມາ​ຈາກ​ທັນ​ຍາ​ບູ​ຊາ ປົນ​ໃສ່​ນ້ຳ​ມັນ​ແລະ​ເຄື່ອງ​ກຳ​ຍານ​ທັງ​ຫມົດ​ຊຶ່ງ​ຢູ່​ເທິງ​ທັນ​ຍາ​ບູ​ຊາ ແລະ​ເຜົາ​ສ່ວນ​ນີ້​ເທິງ​ແທ່ນ​ເປັນ​ສ່ວນ​ອະ​ນຸ​ສອນ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ເຈົ້າ

16 ສ່ວນ​ທີ່​ເຫລືອ​ຢູ່​ໃຫ້​ອາ​ໂຣນ ແລະ​ບຸດ​ຂອ​ງ​ເຂົາ​ຮັບ​ປະ​ທານ ໃຫ້​ເປັນ​ເຂົ້າ​ຈີ່ທີ່​ບໍ່​ມີ​ເຊື້ອ​ແປ້​ງ​ຮັບ​ປະ​ທານ​ໃນ​ສະ​ຖານ​ສັກ​ສິດ ໃຫ້​ຮັບ​ປະ​ທານ​ໃນລານຂອງ​ເຕັນ​ນັດ​ພົບ

17 ຢ່າ​ໃສ່​ເຊື້ອ​ແປ້ງ​ໃນ​ເຂົ້າ​ຈີ່​ນັ້ນ​ແລ້ວ​ປີ້ງ ເຮົາ​ໄດ້​ໃຫ້​ສ່ວນ​ນີ້​ເປັນ​ສ່ວນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຂອງ​ເຣົາ​ອັນ​ຕົກ​ແກ່​ເຂົາ ເປັນ​ສິ່ງ​ບໍ​ຣິ​ສຸດ​ທີ່​ສຸດ​ເຊັ່ນ​ດຽວ​ກັບ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ

18 ໃຫ້​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ​ຮັບ​ປະ​ທານ​ສິ່ງ​ນີ້ ເປັນ​ກົດ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ ຈກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຂອງ​ພຣະ​ເຈົ້າ ຜູ້​ໃດ​ທີ່​ຖືກ​ຕ້ອງ​ສິ່ງ​ເຫລົ່າ​ນີ້​ຈະ​ບໍ​ຣິ​ສຸດ”

19 ພຣະ​ເຈົ້າ​ຊົງ​ບອກ​ກັບ​ໂມ​ເຊວ່າ,

20 “ຕໍ່​ໄປ​ນີ້​ເປັນ​ເຄື່ອງ​ບູ​ຊາ​ທີ່​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ຈະ​ຕ້ອງ​ຖວາຍ​ແດ່​ພຣະ​ເຈົ້າ​ໃນ​ວັນ​ທີ່​ເຂົາ​ຮັບ​ການ​ເຈີມ ຄື​ຍອດ​ແປ້ງ​ນຶ່ງ​ໃນ​ສິບ​ເອ​ຟາ​ເປັນ​ທັນ​ຍາ​ບູ​ຊາ​ປະ​ຈຳ​ໃຫ້​ຖວາຍ​ຕອນ​ເຊົ້າ​ເຄິ່ງ​ນຶ່ງ ຕອນ​ແລງ​ເຄິ່ງ​ນຶ່ງ

21 ໃຫ້​ປົນ​ໃສ່​ກັບ​ນ້ຳ​ມັນ​ໃຫ້​ເຂົ້​ກັນ​ດີ​ແລ້ວ​ຈືນ​ເທິງ​ເຫລັກ ທຳ​ເປັນ​ແຜ່ນ​ເຫມືອນ​ທັນ​ຍາ​ບູ​ຊາ ແລ້ວ​ຖວາຍ​ເປັນ​ກິ່ນ​ພໍພຣະ​ທັຍ​ແດ່​ພຣະ​ເຈົ້າ

22 ໃຫ້​ປະ​ໂຣ​ຫິດ​ຈກ​ບັນ​ດາ​ບຸດ​ຂອງ​ອາ​ໂຣນ​ຜູ້​ຮັບ​ການ​ເຈີມ​ຕັ້ງ​ແທນ​ເຂົາ ໃຫ້​ຖວາຍ​ສິ່ງ​ນີ້​ແດ່​ພຣະ​ເຈົ້າ​ເປັນ​ກົດ​ສືບ​ໄປ​ເປັນ​ນິດ ໃຫ້​ເຜົາ​ເຄື່ອງ​ບູ​ຊາ​ທັງ​ຫມົດ​ເສັຽ

23 ທັນຍາ​ບູ​ຊາ​ຂອງ​ປະ​ໂຣ​ຫິດ​ທຸກ​ຣາຍ​ໃຫ້​ເຜົ​ເສັຽ​ໃຫ້​ຫມົດ ຢ່າ​ໃຫ້​ຮັບ​ປະ​ທານ

24 ພຣະ​ເຈົ້າ​ຊົງ​ບອກ​ກັບ​ໂມ​ເຊວ່າ,

25 “ຈົ່ງ​ກ່າວ​ແກ່​ອາ​ໂຣນ​ແລະບຸດ​ຂອງ​ເຂົາ​ວ່າ ຕໍ່​ໄປ​ນີ້​ເປັນ​ກົດ​ຂອງ​ການ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ ໃຫ້​ຂ້າ​ສັດ​ທີ່​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໃນ​ບ່ອນ​ທີ່​ຂ້າ​ສັດ ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ

26 ໃຫ້​ປະ​ໂຣ​ຫິດ​ຜູ້​ຖວາຍ​ບູ​ຊາ​ໄຖ່​ບາບ​ຮັບ​ປະ​ທານ​ສັດ​ນັ້ນ ໃຫ້​ເຂົາ​ຮັບ​ປະ​ທານ​ໃນ​ສະ​ຖາ​ນສັກ​ສິດ​ໃນ​ລານ​ເຕັນ​ນັດ​ພົບ

27 ສິ່ງ​ໃດ​ທີ່​ແຕະ​ຕ້ອງ​ຊີ້ນ​ສັດ​ນັ້ນ​ຈະ​ບໍ​ຣິ​ສຸດ ແລະ​ເມື່ອປະ​ພົມ​ມີ​ເລືອດ​ຕິດ​ເສື້ອ ກໍ​ໃຫ້​ຊັກ​ເສື້ອ​ສ່ວນ​ທີ່​ຕິດ​ເລືອດ​ນັ້ນ​ໃນ​ສະ​ຖານ​ສັກ​ສິດ

28 ຈົ່ງ​ທຳ​ລາຍ​ພາຊ​ນະ​ດິນ​ທີ່​ໃຊ້​ຕົ້ມ​ຊີ້ນ​ນັ້ນ​ເສັຽ ຖ້າ​ຕົ້ມ​ໃນ​ພາ​ຊ​ນະ​ທອງ​ສຳ​ຣິດ​ກໍ​ໃຫ້​ຂັດ​ແລ​ລ້າງ​ເສັຽດ້ວຍ​ນ້ຳ

29 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ປະ​ໂຣ​ຫິດ​ຮັບ​ປະ​ທານ​ໄດ້ ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ

30 ແຕ່​ເຄື່ອງ​ບູ​ຊາ​ໄຖ່​ບາບ ຊຶ່ງ​ປະ​ໂຣ​ຫິດ​ນຳ​ເລືອດ​ໄປ​ໃນ​ເຕັນ​ນັດ​ພົບ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ໃນ​ສະ​ຖານ​ສັກ​ສິດ​ນັ້ນ​ຢ່າ​ຮັບ​ປະ​ທນ​ເລີຍ ຕ້ອງ​ເຜົາ​ໄຟ​ເສັຽ

 

7.

1   ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ເປັນ​ສິ່ງ​ບໍ​ຣິ​ສຸດ​ທີ່​ສຸດ

2   ໃຫ້​ຂ້າ​ສັດ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ໃນ​ບ່ອນ​ທີ່​ຂ້າ​ສັດ​ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ໃຫ້​ເອົາ​ເລືອດ​ສັດ​ນັ້ນ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ

3   ແລະ​ໃຫ້​ເອົາ​ໄຂ​ມັນ​ຂອງ​ສັດ​ນັ້ນ​ຖວາຍ​ບູ​ຊາ​ເສັຽ​ທັງ​ຫມົດ​ດ້ວຍ ຫາງມັນໆ ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ

4   ຫ​ມາກ​ໄຂ່​ຫລັງ​ສອງ​ອັນ​ພ້ອມ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່​ຊື່​ບັ້ນ​ແອວ ແລະ​ສ່ວນ​ດີ​ທີ່​ສຸດ​ຂອງ​ຕັບ ​ຊຶ່ງ​ຕ້ອງ​ເອົາ​ອອກ​ພ້ອມ​ກັບ​ຫມາກ​ໄຂ່​ຫລັງ

5   ໃຫ້​ປະ​ໂຣ​ຫິດ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ

6   ຜູ້ຊາຍ​ທຸກ​ຄົນ​ທີ່​ເປັນ​ປະ​ໂຣ​ຫິດ​ຮັບ​ປະ​ທານ​ໄດ້ ໃຫ້​ຮັບ​ປະ​ທານ​ໃນ​ສ​ຖານ​ບໍ​ຣິ​ສຸດ ເປັນ​ຂອງ​ບໍ​ຣີ​ສຸດ​ທີ່​ສຸດ

7   ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ກໍ​ເຫມືອນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ມີ​ກົດ​ຢ່າງ​ດຽວ​ກັນ ປະ​ໂຣ​ຫິດ​ຜູ້​ໃຊ້​ເຄື່ອງ​ບູ​ຊາ​ທຳ​ການ​ລົບ​ມົນ​ທິນ​ຈະ​ໄດ້​ເຄື່ອງ​ບູ​ຊາ​ນັ້ນ

8   ປະ​ໂຣ​ຫິດ​ຄົນ​ໃດ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ຜູ້​ໃດ ປະ​ໂຣ​ຫິດ​ຜູ້ນັ້ນ​ຍ່ອມ​ໄດ້​ຫນັງ​ຂອງ​ເຄື່ອງ​ເຜົາ​ບູ​ຊາ​ທີ່​ຕົນ​ຖວາຍ

9   ເຄື່ອງ​ທັນ​ຍາ​ບູ​ຊາ​ທຸກ​ຢ່າງ​ທີ່​ປີ້ງ​ໃນ​ເຕົາ​ອົບ ແລະ​ສິ່ງທັງ​ຫມົດ​ຊຶ່ງ​ຕຽມ​ໃນ​ກະ​ທະ​ຫລື​ທີ່​ເຫລັກ​ໃຫ້​ຕົກ​ເປັນ​ຂອງ​ປະ​ໂຣ​ຫິດ​ຜູ້​ຖວາຍ​ຂອງ​ເຫລົ່າ​ນັ້ນ

10 ທັນ​ຍາ​ບູ​ຊາ​ທຸກ​ຢ່າງ​ທີ່​ປົນ​ນ້ຳ​ມັນ​ຫລື​ບໍ່​ປົນ​ຈະ​ຕົກ​ເປັນ​ຂອງ​ບຸດ​ອາ​ໂຣນ​ທົ່ວ​ກັນ

11  “ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ສານ​ຕິ​ບູ​ຊາ​ຊຶ່ງ​ຜູ້​ນຶ່ງ​ຜູ້ໃດ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

12 ຖ້າ​ເຂົາ​ຖວາຍ​ເປັນ​ເຄື່ອງ​ໂມ​ທະ​ນາ​ພຣະ​ຄຸນ ກໍ​ໃຫ້​ເຂົາ​ຖວາຍ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ​ປົນໃສ່​ກັບ​ນ້ຳ​ມັນ ເຂົ້າ​ຫນົມ​ເປັນ​ແຜ່ນ​ບໍ່​ມີ​ເຊື້ອ​ແປ້ງ​ທາ​ນ້ຳ​ມັນ ເຂົ້າ​ຫນົມ​ຍອດ​ແປ້ງ​ປົນ​ນ້ຳ​ມັນ​ໃຫ້​ດີ​ພ້ອມ​ກັບ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ

13 ໃຫ້​ເຂົາ​ນຳ​ເຂົ້າ​ຈີ່​ໃສ່​ເຊື້ອ​ແປ້ງ​ມາ​ຖວາຍ​ເປັນ​ສ່ວນ​ຂອງ​ເຄື່ອງ​ບູ​ຊາ​ພ້ອມ​ກັບ​ສັດ​ອັນ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ​ທີ່​ຖວາຍ​ເປັນ​ການ​ໂມ​ທະ​ນາ​ພຣະ​ຄຸນ

14 ໃຫ້​ເຂົາ​ຖວາຍ​ຂອງ​ບູ​ຊາ​ເຫລົ່າ​ນີ້​ຢ່າງ​ລະ​ກ້ອນແດ່​ພຣະ​ຜູ້​ເປັ​ນເຈົ້າ ຊຶ່ງ​ເປັນ​ສ່ວນ​ທີ່​ຕົກ​ແກ່​ປະ​ໂຣ​ຫິດ​ຜູ້​ເອົາ​ເລືອດ​ສານ​ຕິ​ບູ​ຊາ​ໄປຊິດ​ໃສ່​ແທ່ນບູຊາ

15 ສ່ວນຊີ້ນ​ສັຕ​ເຄື່ອງ​ສານ​ຕິ​ບູ​ຊາ​ເພື່ອ​ໂມ​ທະ​ນາ​ພຣະ​ຄຸນ​ນັ້ນ ເຂົາ​ຈະ​ຕ້ອງ​ຮັບ​ປະ​ທານ​ເສັຽ​ໃນ​ວັນ​ທຳ​ການ​ຖວາຍ​ບູ​ຊາ ຢ່າ​ເຫລືອ​ໄວ້​ຈົນ​ເຖິງ​ຮຸ່ງ​ເຊົ້າ​ເລີຍ

16 ຖ້າ​ເຄື່ອງ​ບູ​ຊາ​ນັ້ນ​ເປັນ​ເຄື່ອງ​ບູ​ຊາ​ແກ້​ບົນ ຫລື​ເປັນ​ເຄື່ອງ​​ບູ​ຊາ​ຕາມ​ໃຈ​ສມັກ​ໃຫ້​ເຂົາ​ຮັບ​ປະ​ທານ​ເສັຽ​ໃນ​ວັນ​ທຳ​ການ​ຖວາຍ​ບູ​ຊາ ແລະ​ໃນ​ວັນ​ຮຸ່ງ​ຂຶ້ນ​ເຂົາ​ຍັງ​ຮັບ​ປະ​ທານ​ສ່ວນ​ທີ່​ເຫລືອ​ໄດ້

17 ສ່ວນ​ຊີ້ນ​ຂອງ​ເຄື່ອງ​ບູ​ຊາ​ທີ່​ເຫລືອເຖິງວັນ​ທີ່​ສາມ​ໃຫ້​ເຜົາ​ເສັຽດ້ວຍ​ໄຟ

18 ຖ້າຜູ້​ໃດ​ຮັບ​ປະ​ທານ​ຊີ້ນ​ສັດ​ອັນ​ເປັນ​ເຄື່ອງສານ​ຕິ​ບູ​ຊາ​ໃນ​ວັນ​ທີ່​ສາມ ຜູ້​ຖວາຍ​ນັ້ນ​ຈະ​ບໍ່​ເປັນ​ທີ່​ໂປດ​ປານ ​ແລະ​ບໍ່​ຊົງ​ຖື​ວ່າ​ ເຄື່ອງ​ບູ​ຊາ​ນັ້ນ​ເປັນ​ທີ່​ພໍ​ພຣະ​ທັຍ ເປັນ​ການ​ກະ​ທຳ​ທີ່​ຫນ້າ​ລັງ​ກຽດ​ແລະ​ຜູ້​ທີ່​ຣັບ​ປະ​ທານ​ຈະ​ຕ້ອງ​ໄດ້​ຮັບ​ໂທດ

19 “ຊີ້ນ​ທີ່​ໄປ​ຖືກ​ຂອງ​ທີ່​ເປັນ​ມົນ​ທິນ​ໃດໆ​ຢ່າ​ຮັບ​ປະ​ທານ ຈົ່ງ​ເຜົາ​ເສັຽດ້ວຍ​ໄຟ ຜູ້​ໃດ​ທີ່​ສະ​ອາດ​ທຸກ​ຄົ​ນ​ຮັບ​ປະ​ທານ​ຊີ້ນ​ໄດ້

20 ຖ້າ​ຜູ້​ໃດ​ຮັບ​ປະ​ທານ​ຊີ້ນ​ສັດ​ບູ​ຊາ​ອັນ​ເປັນ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ທີ່​ຕົນ​ຍັງ​ມີ​ມົນ​ທິນ​ຕິດ​ຕົວ​ຢູ່ ຕ້ອງ​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ປະ​ຊາ​ຊົນ (ຈະ​ບໍ່​ມີ​ໄດ້​ມີ​ຊື່​ວ່າ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ເຈົ້າ​ອີກ​ຕໍ່​ໄປ)

21 ຖ້າ​ຜູ້​ໃດ​ແຕະ​ຕ້ອງສິ່ງ​ທີ່​ເປັນ​ມົນ​ທິນ ບໍ່​ວ່າ​ຈະ​ເປັນ​ມົນ​ທິນ​ຂອງ​ຄົນ ຫລື​ເປັນ​ສັດ​ທີ່​ມົນ​ທິນ ຫລື​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ອັນ​ໃດ​ທີ່​ມົນ​ທິນ ແລະ​ຜູ້​ນັ້ນ​ມາ​ຮັບ​ປະ​ທານ​ຊີ້ນ​ເຄື່ອງ​ບູ​ຊາ​ຂອງ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ໃຫ້​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ”

22 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ,

23 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເຈົ້າ​ທັງ​ຫລາຍຢ່າ​ຮັບ​ປະ​ທານ​ໄຂ​ມັນ​ຂອງ​ງົວ ຂອງ​ແກະ ຫລື​ຂອງ​ແບ້​

24 ໄຂ​ມັນ​ຂອງ​ສັດ​ທີ່​ຕາຍ​ເອງ ແລະ​ໄຂ​ມັນ​ຂອງ​ສັດ ທີ່​ສັດ​ກັດ​ຕາຍ​ຈະ​ນຳ​ໄປ​ໃຊ້​ຢ່າງ​ອື່ນ​ກໍ​ໄດ້ ແຕ່​ຢ່າ​ຮັບ​ປະ​ທານ​ເລີຍ​ເປັນ​ອັນ​ຂາດ

25 ຖ້າ​ຜູ້​ໃດ​ຮັບ​ປະ​ທານ​ໄຂ​ມັນ​ສັດ​ອັນ​ເປັນ​ເຄື່ອງ​ບູ​ຊາດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປ​ນັ​ເຈົ້າ ໃຫ້​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ

26 ນອກ​ຈາກ​ນີ້ ເຈົ້າ​ຢ່າ​ຮັບ​ປະ​ທານ​ເລືອດ​ເລີຍ ບໍ່​ວ່າ​ເລືອດ​ນົກ​ຫລື​ເລືອດ​ສັດ​ໃນ​ທີ່​ໃດໆ​ທີ່​ເຈົ້າ​ອາ​ໄສ​ຢູ່

27 ຜູ້​ໃດ​ຮັບ​ປະ​ທານ​ເລືອດ​ຢ່າງ​ໃດໆ​ໃຫ້​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ”

28 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ,

29 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຜູ້​ໃດ​ຈະ​ຖວາຍ​ສັ​ຕ​ບູ​ຊາ​ອັນ​ເປັນ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ໃຫ້​ຜູ້​ນັ້ນ​ນຳ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈກ​ສັ​ຕ​ບູ​ຊາ​ອັນ​ເປັນ​ສານ​ຕິ​ບູ​ຊາຂອງ​ເຂົາ

30 ໃຫ້​ເຂົາ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ມາ​ດ້ວຍ​ຕົນ​ເອງ ໃຫ້​ເຂົາ​ນຳ​ໄຂມັນ​ມາ​ພ້ອມ​ກັບ​ຊີ້ນຫນ້າ​ເອິກ​ນັ້ນ ເພື່ອ​ເອົາ​ຊີ້ນຫນ້າເອິກ​ນັ້ນ​ທຳ​ພິ​ທີ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ຍື່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

31 ໃຫ້​ປະ​ໂຣ​ຫິດ​ເຜົາ​ໄຂ​ມັນ​ເສັຽ​ເທິງ​ແທ່ນ​ບູ​ຊາ ແຕ່​ຊີ້ນຫນ້າ​ເອິກ​ນັ້ນ​ຕົກ​ເປັນ​ຂອງ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ

32 ແຕ່​ຂ​ຂວາຂອງ​ສັດ​ນັ້ນ​ເຈົ້າ​ຈົ່ງ​ໃຫ້​ປະ​ໂຣ​ຫິດ​ເປັນ​ສ່ວນ​ຖວາຍ​ຈາກ​ເຄື່ອງ​ບູ​ຊາ​ແຫ່ງ​ສານ​ຕິ​ບູ​ຊາ

33 ບຸດ​ອາ​ໂຣນ​ຜູ້​ທຳ​ພິ​ທີ​ຖວາຍ​ເລືອດ​ແຫ່ງ​ສານ​ຕິ​ບູ​ຊາ​ແລະ​ໄຂ​ມັນ​ຈະ​ໄດ້​ຮັບ​ຂ​ຂວາ​ເປັນ​ສ່ວນ​ຂອງ​ເຂົາ

34 ເພາະ​ວ່າ​ຊີ້ນ​ຫນ້າເອິກ​ທີ່​ຍື່ນ​ຖວາຍ ແລະ​ຊີ້ນ​ຂາ​ທີ່​ຖວາຍ​ນັ້ນ​ເຮົາ​ໄດ້​ເອົາ​ຈາກ​ຄົນ​ອິສ​ຣາ​ເອນ​ຈາກ​ເຄື່ອງ​ສານ​ຕິ​ບູ​ຊາ​ຂອງ​ເຂົາ ແລະ​ເຮົາ​ໄດ້​ມອບ​ໃຫ້​ແກ່​ອາ​ໂຣນ​ປະ​ໂຣ​ຫິດ​ແລະ​ບຸດ​ຂອງ​ເຂົາ ເປັນ​ສ່ວນ​ໄດ້​ອັນ​ຖາ​ວອນ​ຈາກ​ຄົນ​ອິສ​ຣາ​ເອນ

35 ນີ້​ເປັນ​ສ່ວນ​ຂອງ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ ໄດ້​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້ ມອບ​ຫມາຍ​ໃຫ້​ແກ່​ເຂົາ​ທັງ​ຫລາຍ​ໃນ​ວັນ​ທີ່​ເຂົາ​ທັງ​ຫລາຍ​ຖືກ​ຖວາຍ​ໄວ້​ເປັນ​ປະ​ໂຣ​ຫິດ​ບົວຣະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ

36 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ຄົນ​ອິສ​ຣ​ເອນ​ໃຫ້​ມອບ​ສິ່ງ​ເຫລົ່າ​ນີ້​ແກ່​ເຂົາ​ທັງ​ຫລາຍ ໃນ​ວັນ​ທີ່​ເຂົາ​ທັງ​ຫລາຍ​ໄດ້​ຣັບ​ການ​ເຈີມ​ເປັນ​ປະ​ໂຣ​ຫິດ ເປັນສ່ວນ​ໄດ້​ອັນ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ”

37 ທັງ​ຫມົດ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ທັນ​ຍາ​ບູ​ຊາ ເຄື່ອງ​ໄຖ່​ບາບ ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ພິ​ທີ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ ແລະ​ເຄື່ອງ​ສານ​ຕິ​ບູ​ຊາ

38 ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ໂມ​ເຊ​ເທິງ​ພູ​ເຂົາ​ຊີ​ນາ​ອີ ໃນ​ວັນ​ທີ່​ພຣະ​ອົງ​ຊົງ​ບັນ​ຊ​ຄົນ​ອິສ​ຣາ​ເອນ​ໃຫ້​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖິ່ນ​ກັນ​ດານ​ຊີ​ນາ​ອີ

 

8. ອາ​ໂຣນ​ແລະ​ບຸດ​ຂອງ​ທ່ານ​ຖວາຍ​ຕົວ

 (ອ​ພຍ 29:1-37)

1   ພຣະ​ຜູ້​ເປັ​ນ​ເຈົ້​ຊົງ​ກ່າວ​ແກ່​ໂມ​ເຊວ່າ,

2   “ຈົ່ງ​ນຳ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ​ມາ​ພ້ອມ​ກັບ​ເສື້ອ​ຍົດ ນ້ຳ​ມັນ​ເຈີມ ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແກະເຖິກ​ສອງ​ໂຕ ຖາດ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ

3   ແລະ​ຈົ່ງ​ເອີ້ນ​ຊຸມ​ນຸມ​ຊົນ​ທັ​ງ​ຫມົດ​ໃຫ້​ປະ​ຊຸມ​ກັນ​ທີ່​ປະ​ຕູ​ເຕັນ​ນັດ​ພົບ”

4   ແລະ​ໂມ​ເຊ​ກໍ​ກະ​ທຳ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້​ຊົງ​ບັນ​ຊາ​ແກ່​ທ່ານ ແລະ​ຊຸມ​ນຸມ​ຊົນ​ກໍ​ປະ​ຊຸມ​ກັນ​ທີ່​ປະ​ຕູ​ເຕັນ​ນັດ​ພົບ

5   ໂມ​ເຊ​ກ່າວ​ແກ່​ຊຸມ​ນຸມ​ຊົນ​ວ່າ, “ຕໍ່​ໄປ​ນີ້​ເປັນ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໃຫ້​ກະ​ທຳ”

6   ໂມ​ເຊ​ກໍ​ນຳ​ອ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ມາ​ຊຳ​ຮະ​ກາຍ​ດ້ວຍ​ນ້ຳ

7   ແລ້ວ​ສວມເສື້ອ​ໃຫ້​ແລະ​ເອົາ​ຜ້າ​ມັດ​ແອວ​ໃຫ້ ແ​ລ້ວ​​ສວມເສື້ອ​ໃນ​ໃຫ້ ແລະ​ສວມ​ເອ​ໂຟດ​ໃຫ້​ເຂົາ​ເອົາຜ້າ​ຮັດ​ແອວ​ຂອງ​ເອ​ໂຟດ​ທີ່​ເຮັດ​ດ້ວຍ​ຜ້າ​ປ່ານ​ຢ່າງ​ດີຮັດແອວ​ໃຫ້ ຜູກ​ເອ​ໂຟດ​ໃຫ້​ຕິດ​ເຂົາ​ໄວ້

8   ແລະ​ໂມ​ເຊ​ສວມແຜ່ນ​ຮອງ​ເອິກ​ໃຫ້​ອາ​ໂຣນ​ ແລະ​ໃສ່​ອູ​ຣິມ​ກັບ​ທຸມ​ມິມ ໄວ້​ໃນນັ້ນດ້​ວຍ

9   ແລະ​ສວມ​ຜ້າມາ​ລາ​ໄວ້​ເທິງ​ຫົວ ແລະ​ຕິດ​ແຜ່ນ​ທອງ​ຄຳ​ອັນ​ເປັນ​ມົງ​ກຸດ​ທີ່​ຜ້າ​ມາ​ລາ​ດ້ານ​ຫນ້າ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້​ນັ້ນ

10 ແລ້ວ​ໂມ​ເຊ​ນຳ​ນ້ຳ​ມັນ​ເຈີມ​ມາ​ເຈີມ​ເຕັນ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ຊຳ​ຮະ​ໃຫ້​ເປັນ​ຂອງ​ບໍ​ຣິ​ສຸດ

11 ແລະ​ທ່ານ​ເອົາ​ນ້ຳ​ມັນ​ເຈີມ​ຊິດ​ໃສ່​ເທິງ​ແທ່ນ​ເຈັດ​ເທື່ອ ເຈີມ​ແທ່ນ​ແລະ​ເຈີມ​ພາ​ຊ​ນະ​ປະ​ຈຳ​ແທ່ນ​ທັງ​ຫມົດ ເຈີມ​ຂັນ​ແລະ​ພານ​ຮອງ​ຂັນ​ເພື່ອ​ຊຳ​ຮະ​ໃຫ້​ເປັນ​ຂອງ​ບໍ​ຣິ​ສຸດ

12 ແລະ​ທ່ານ​ເທ​ນ້ຳ​ມັນ​ເຈີມ​ລົງ​ເທິງ​ຫົວ​ຂອງ​ອາໂຣນແລະ​ເຈີມ​ເຂົາ​ໄວ້​ເພື່ອ​ຊຳ​ຮ​ໃຫ້​ບໍ​ຣິ​ສຸດ

13 ແລະ​ໂມ​ເຊ​ກໍ​ນຳ​ບຸດ​ອາ​ໂຣນ​ເຂົ້າ​ມາ​ສວມ​ເສື້ອ​ແລ້ວ​ຮັດ​ສາຍ​ແອວ​ໃຫ້ ແລະ​ສວມ​ມາ​ລາ​ໃຫ້ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້

14 ແລ້ວ​ທ່ານ​ຈຶ່ງ​ນຳ​ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ເຂົ້າ​ມາ ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ

15 ໂມ​ເຊ​ກໍ​ຂ້າ​ງົວ​ຕົວ​ນັ້ນເສັຽ ເອົນິ້ວ​ມື​ຈຸ່ມ​ເລືອດ​ໄປ​ເຈີມ​ໃສ່ຍອດ​ທີ່​ແຈ​ແທ່ນ​ ຊໍາຮະ​ແທ່ນ​ໃຫ້​ບໍ​ຣິ​ສຸດ ແລ້ວ​ເທ​ເລືອດ​ທີ່​ຖານ​ຂອງ​ແທ່ນ ຖວາຍ​ແທ່ນ​ໄວ້​ເປັນ​ສິ່ງ​ບໍ​ຣີ​ສຸດ​ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ຂອງ​ແທ່ນ​ນັ້ນ

16 ແລະ​ທ່ານ​ນຳ​ໄຂມັນ​ທີ່​ຢູ່ກັບເຄື່ອງ​ໃນ​ແລະສ່ວນ​ດີ​ທີ່​ສຸດ​ຂອງ​ຕັບ ແລະ​ຫມາກ​ໄຂ່​ຫລັງ​ສອງ​ອັນ​ພ້ອມກັບ​ໄຂ​ມັນ ແລ້ວ​ໂມ​ເຊ​ກໍ​ເຜົາ​ສິ່ງ​ເຫລົ່​ນີ້​ເສັຽ​ເທິງ​ແທ່ນ

17 ແຕ່ງົວ​ແລະ​ຫນັງ​ງົວ ກັບ​ຊີ້ນ​ແລະ​ເຄື່ອງ​ໃນ​ໃສ້​ພຸງ​ຂອງ​ມັນ ທ່ານ​ເຜົ​ເສັຽດ້ວຍ​ໄຟ​ຂ້າງນອກ​ຄ້າຍ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊໄວ້

18 ແລ້ວ​ທ່ານ​ກໍ​ນຳ​ແກະ​ເຖິກ​ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ເຂົ້າ​ມາ ອາ​ໂຣນ​ກັບ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​​ຂອງ​ແກະ​ເຖິກນັ້ນ

19 ໂມ​ເຊ​ກໍ​ຂ້າ​ແກະ​ນັ້ນ​ເສັຽ ເອົາ​ເລືອດ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ

20 ເມື່ອ​ເຂົາ​ຟັນ​ແກະ​ອອກ​ເປັນ​ຕ່ອນໆ ໂມ​ເຊ​ກໍ​ເຜົາ​ຫົວ​ແລະ​ແກະ​ຕ່ອນໆ​ກັບ​ໄຂ​ມັນ​ເສັຽ

21 ເມື່ອ​ເອົາ​ນ້ຳ​ລ້າງ​ເຄື່ອງ​ໃນ​ແລະ​ຂາແກະ​ແລ້ວ ໂມ​ເຊ​ກໍ​ເຜົາ​ແກະ​ທັງ​ໂຕ​ເທິງ​ແທ່ນ ເປັນ​ເຄື່ອງ​ເຜົາ​ບູ​ຊາ​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ

22 ທ່ານ​ຈຶ່ງ​ນຳ​ແກະ​ເຖິກ​ອີກ​ໂຕ​ນຶ່ງ​ນັ້ນ​ເຂົ້າ​ມາ ຄື​ແກະ​ໂຕ​ທີ່​ເປັນ​ເຄື່ອງ​ສະ​ຖາ​ປະ​ນາ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ຂອງ​ແກະ​ເຖິກ​ນັ້ນ

23 ໂມ​ເຊ​ກໍ​ຂ້າ​ແກະ​ນັ້ນ​ເສັຽ ເອົາ​ເລືອດ​ເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາ​ຂອງ​ອາ​ໂຣນ ແລະ​ທີ່​ນີ້ວ​ຫົວ​ແມ່​ມື​ຂວາ​ຂອງ​ເຂົາ ແ​ລະ​ທີ່​ນິ້ວ​ຫົວ​ໂປ້ຕີນ​ຂວາ​ຂອງ​ເຂົາ

24 ແລ້ວກໍນຳ​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ​ເຂົ້​ມາແລະ​ໂມ​ເຊ​ເອົາ​ເລືອດ​ເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາ ທີ່​ນິ້ວ​ຫົວ​ໂປ້​ມື​ຂ້າງ​ຂວາ ທີ່​ນິ້ວ​ຫົວ​ໂປ້​ຕີນ​ຂ້າງ​ຂວາ​ຂອງ​ເຂົາ ແລະ​ໂມ​ເຊ​ເອົາ​ເລືອດ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ

25 ແລ້ວ​ທ່ານ​ຈຶ່ງ​ນຳ​ໄຂ​ມັນ​ແລະ​ຫາງ​ມັນໆ ແລະ​ໄຂ​ມັນ​ທັງ​ຫມົດ​ທີ່​ຢູ່​ກັບ​ເຄື່ອງ​ໃນ ແລະ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ ແລະ​ຫມາກ​ໄຂ່​ຫລັງ​ສອງ​ອັນ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່ ແ​ລະ​ຂາ​ຂ້າງ​ຂວາ

26 ແລະ​ທ່ານ​ຈັບ​ເຂົ້າ​ຫນົມ​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ກ້ອນ​ນຶ່ງ​ຈາກ​ຖາດ​ເຂົ້າ​ຫນົມ​ທີ່​ບໍ່​ມີ​ເຊື້​ອ ຊຶ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້ ແລະ​ຈັບ​ເຂົ້າ​ຫນົມ​ປົນ​ນ້ຳ​ມັນ​ກ້ອນ​ນຶ່ງ ເຂົ້ຫນົມ​ແຜ່ນ​ອັນນຶ່ງ ວາງ​ຂອງ​ເຫລົ່າ​ນີ້​ໄວ້​ເທິງ​ໄຂ​ມັນ ແລະ​ເທິງ​ຂາ​ຂ້າງ​ຂວາ

27 ທ່ານ​ເອົາ​ສິ່ງ​ເຫລົ່າ​ນີ້​ວາງ​ໄວ້​ໃນ​ມື​ຂອງ​ອາ​ໂຣນ ແລະ​ມື​ຂອງ​ບຸດ​ທັ​ງ​ຫລາຍ​ຂອງ​ເຂົາ ແລະ​ທຳ​ພິ​ທີ​ຍື່ນ​ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

28 ແລ້ວ​ໂມ​ເຊ​ກໍ​ຮັບ​ຂອງ​ເຫລົ່າ​ນັ້ນ​ມາ​ຈາກ​ມື​ຂອງ​ເຂົາ​ທັ​ງ​ຫລາຍ​ແລະ​ເຜົາ​ເສັຽ​ເທິງ​ແທ່ນ ພ້ອມກັບ​ເຄື່ອງ​ເຜົາ​ບູ​ຊາ ເປັນ​ເຄື່ອງ​ສຳ​ລັບ​ການ​ແຕ່ງ​ຕັ້ງ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

29 ແລະ​ໂມ​ເຊ​ເອົາ​ຊີ້​ນເອິກ​ທຳ​ພິ​ທີ​ຍື່ນ ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນີ້​ເປັນ​ແກະ​ສະ​ຖາ​ປະ​ນາ​ສ່ວນ​ຂອງ​ໂມ​ເຊ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ

30 ແລ້ວໂມ​ເຊ​ນຳ​ນ້ຳ​ມັນ​ເຈີມ​ແລະ​ເລືອດ​ຊຶ່ງ​ຢູ່​ເທິງ​ແທ່ນ ປະ​ພົມ​ເທິງ​ອາ​ໂຣນ​ແລະ​ເຄື່ອງ​ຍົດ​ຂອງ​ເຂົາ ແລະ​ເທິງ​ບຸດ​ທັງ​ຫລາຍ ກັບ​ເທິງ​ເສື້ອ​ຂອງ​ບຸດ​ທັງ​ຫລາຍ​ຂອງ​ເຂົາ ດັ່ງ​ນີ້​ແຫລະ​ທ່ານ​ກໍ​ຊຳ​ຮະ​ອາ​ໂຣນ​ກັບ​ເຄື່ອງ​ຍົດ​ຂອງ​ເຂົາ​ໃຫ້​ບໍ​ຣິ​ສຸດ ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກັບ​ເຄື່ອງ​ຍົດ​ຂອງ​ບຸດ​ນັ້ນ​ດ້ວຍ

31 ໂມ​ເຊ​ສັ່ງ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ວ່າ, “ຈົ່ງ​ຕົ້ມ​ຊີ້ນ​ເສັຽ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລະ​ຮັບ​ປະ​ທານ​ເສັຽ​ທີ່​ນັ້ນ​ກັບ​ເຂົ້າ​ຫນົມ​ຊຶ່ງ​ຢູ່​ໃນ​ຖາດ​ສໍາລັບ​ການ​ແຕ່ງ​ຕັ້ງ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ບັນ​ຊາ​ທ່ານ​ໄວ້ ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ຈະ​ຮັບ​ປະ​ທານ

32 ຊີ້ນ​ແລະ​ເຂົ້າ​ຫນົມ​ທີ່​ເຫລືອ​ນັ້ນ​ທ່ານ​ຈົ່ງ​ເຜົາ​ເສັຽດ້ວຍ​ໄຟ

33 ແລະ​ທ່ານ​ທັງ​ຫລາຍ​ຢ່າ​ອອກ​ໄປ​ນອກ​ປະ​ຕູເຕັນ​ນັດ​ພົບຕລອດ​ເຈັດ​ວັນ​ຈົນ​ກວ່າ​ວັນ​ກຳ​ນົດ​ສະ​ຖາ​ປະ​ນາ​ຂອງ​ທ່ານ​ຈະ​ຄົບ ເພາະ​ທີ່​ຈະ​ສະ​ຖາ​ປະ​ນາ​ທ່ານ​ນັ້ນ​ກໍ​ກິນ​ເວ​ລາ​ເຈັດ​ວັນ

34 ສິ່ງ​ທີ່​ໄດ້​ກະ​ທຳ​ໃນ​ວັນ​ນີ້ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບັນ​ຊາ​ໃຫ້​ກະ​ທຳ​ເພື່ອ​ລົບ​ມົນ​ທິນ​ຂອງ​ທ່ານ

35 ທ່ານ​ຈົ່ງ​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົບ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ຕລອດ​ເຈັດ​ວັນ ກະ​ທຳ​ກິຈ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ຊັບ​ໄວ້ ຢ້ານ​ວ່າ​ທ່ານ​ຈະ​ຕ້ອງ​ເຖິງ​ຕາຍ ເພາະ​ນີ້​ເປັນ​ສິ່​ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ມາ”

36 ອາ​ໂຣນ​ກັບ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ທາງ​ໂມ​ເຊ​ທຸກ​ປະ​ການ

 

9. ອາ​ໂຣນ​ຖວາຍ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ

1   ໃນ​ວັນ​ທີ່​ແປດ​ໂມ​ເຊ​ກໍ​ເອີ້ນ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ ແລະ​ພວກ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ

2   ທ່ານ​ກ່າວ​ແກ່​ອາ​ໂຣນ​ວ່າ, “ຈົ່ງ​ນຳ​ລູກ​ງົວ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະແກະ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ ທັງ​ສອງ​ຢ່າໃຫ້​ມີ​ຕໍາ​ຫນິ ຈົ່ງ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

3   ແລະ​ກ່າວ​ແກ່​ຄົນອິສ​ຣາ​ເອນ​ວ່າ, “ຈົ່ງ​ເອົາ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ລູກ​ງົວ​ໂຕ​ນຶ່ງ​ກັບ​ລູກ​ແກະ​ໂຕ​ນຶ່ງ ທັງ​ສອງ​ໃຫ້​ມີ​ອາ​ຍຸນຶ່ງ​ປີ ປ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ເຜົາ​ບູ​ຊາ

4   ແລະ​ເອົາ​ງົວ​ເຖິກ​ໂຕ​ນຶ່ງ​ແລະ​ແກະ​ເຖິກ​ໂຕ​ນຶ່ງ​ເປັນ​ສານ​ຕິ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເອົາ​ທັນຍາ​ບູ​ຊາ​ປົນ​ນ້ຳ​ມັນ​ມາ​ຖວາຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະຊົງ​ປາ​ກົດ​ແກ່​ທ່ານ​ໃນ​ວັນ​ນີ້”

5   ເຂົາ​ທັງ​ຫລາຍ​ກໍ​ນຳ​ສິ່ງ​ທີ່​ໂມ​ເຊ​ບັນ​ຊາ​ນັ້ນ​ມາ​ທີ່​ເຕັນ​ນັດ​ພົບ ແລະ​ຊຸມ​ນຸມ​ຊົນ​ທັງ​ຫມົດ​ກໍ​ເຂົ້າ​ມາ​ໃກ້ ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ

6   ໂມ​ເຊ​ກ່າວ​ວ່າ, “ນີ້​ເປັນ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້!ຊົງ​ບັນ​ຊາ​ໃຫ້​ທ່ານ​ທັງ​ຫລາຍ​ກະ​ທຳ ແລະ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປ​ກົດ​ແກ່​ທ່ານ​ທັງ​ຫລາຍ”

7   ແລ້ວ​ໂມ​ເຊ​ຈຶ່ງ​ສັ່ງ​ອາ​ໂຣນ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃກ້​ແທ່ນ​ບູ​ຊາ ຖວາຍ​ເຄື່ອງບູ ​ຊາ​ໄຖ່​ບາບ ແລະ​ເຄື່ອງບູຊາ​ຂອງ​ທ່ານ​ເສັຽ ແລະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ຕົວ​ທ່ານ​ກັບ​ປະ​ຊາ​ຊົນ​ທັງ​ຫລາຍ ແລະ​ຈົ່ງ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ຂອງ​ປະ​ຊາ​ຊົນ​ມາ ແລະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ”

8   ອາ​ໂຣນ​ຈຶ່ງ​ເຂົ້າ​ໄປ​ໃກ້​ແທ່ນ​ບູ​ຊາ ແລະ​ຂ້າ​ລູກ​ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຊຶ່ງ​ເປັນ​ຂອງ​ເພື່ອ​ຕົນ

9   ແລະ​ບຸດ​ອາ​ໂຣນ​ກໍ​ນຳ​ເລືອດ​ມາ​ໃຫ້​ເຂົາ ເຂົາ​ກໍ​ເອົາ​ນິ້ວ​ມື​ຈຸ່ມ​ເລື​ອດ​ໄປ​ທາ​ໃສ່ຍອດ​ແທ່ນ ແລະ​ເທ​ເລືອດ​ລົງ​ທີ່​ຖານແທ່ນ

10 ສ່ວນ​ໄຂ​ມັນ​ແລະ​ຫມາກ​ໄຂ​ຫລັງ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ ຈກ​ເຄື່ອງ​ບູ​ຊ​ໄຖ່​ບາບ​ນັ້ນ​ເຂົາ​ເຜົາ​ເສັຽ​ເທິງ​ແທ່ນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ

11 ເຂົາ​ກໍ​ເຜົາ​ຊີ້ນ​ແລະ​ຫນັງ​ເສັຽດ້ວຍ​ໄຟ​ທີ່​ພາຍນອກ​ຄ້າຍ

12 ເຂົາ​ຂ້າ​ສັດ​ເຄື່ອງ​ເຜົາ​ບູ​ຊາ ແລ້ວ​ບຸດ​ອາ​ໂຣນ​ກໍ​ນຳ​ເລືອດ​ມາ​ໃຫ້​ເຂົາ ເຂົາ​ຈຶ່ງ​ເອົາ​ເລືອດ​ນັ້ນ​ຊິດ​ໃສ່​ທີ່​ແທ່ນແລະ​ຮອບ​ແທ່ນ

13 ແລະ​ບຸດ​ອາ​ໂຣນ​ກໍ​ສົ່ງ​ເຄື່ອງ​ເຜົາ​ບູ​ຊາ​ທີ່​ລະ​ທ່ອນ​ກັບ​ຫົວ​ມາ​ໃຫ້​ອາ​ໂຣນ ອາ​ໂຣນກໍ​ເຜົ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ

14 ອາ​ໂຣນ​ຈຶ່ງ​ລ້າງ​ເຄື່ອງ​ໃນ​ແລະ​ຂາ​ສັດ ແລະ​ເຜົາ​ເສັຽ​ພ້ອມ​ກັບ​ເຄື່ອງ​ເຜົ​ບູ​ຊາ​ທີ່​ເທິງ​ແທ່ນ​ບູ​ຊາ

15 ແລ້ວ​ອາ​ໂຣນ​ກໍ​ນຳ​ເຄື່ອງ​ບູ​ຊາ​ຂອງ​ປະ​ຊາ​ຊົນ​ມາ​ຖວາຍ ຄື​ນຳ​ແບ້​ຊຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ຊຶ່ງ​ເປັນ​ຂອງ​ເພື່ອ​ປະ​ຊາ​ຊົນ​ມາ​ຂ້າ​ເສັຽບູ​ຊ​ໄຖ່​ບ​ບ ດັ່ງ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຄັ້ງ​ກ່ອນ​ນັ້ນ

16 ເຂົາ​ກໍ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ຕາມ​ກົດ​ຫມາຍ

17 ແລະ​ເຂົາ​ກໍ​ຖວາຍ​ທັນ​ຍາ​ບູ​ຊາ​ໂດຍ​ຈັບ​ມາ​ກຳ​ມື​ນຶ່ງ​ເຜົ​ເສັຽ​ເທິງ​ແທ່ນ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ​ປະ​ຈຳ​ຕອນເຊົ້າ

18 ເຂົາ​ຂ້າ​ງົວ​ເຖິກ​ແລະ​ແກ​ກະ​ເຖິກ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ​ສຳ​ລັບ​ປະ​ຊາ​ຊົນ ແລະ​ບຸດ​ອາ​ໂຣນ​ນຳ​ເລືອດ​ມາ​ໃຫ້​ອາ​ໂຣນ ອາ​ໂຣນ​ກໍ​ເອົາ​ເລືອດ​ຊິດ​ທີ່​ແທ່ນ​ແລະ​ຮອບ​ແທ່ນ

19 ແລະ​ນຳ​ໄຂ​ມັນ​ງົວ ແລະ​ໄຂ​ມັນ​ແກະ​ກັ​ບ​ຫາງມັນ ແລະ​ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ຫມາກໄຂ່ຫລັງ​ກັບ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ​ມາ​ໃຫ້

20 ແລະ​ເຂົາ​ທັງ​ຫລາຍ​ວາງ​ໄຂ​ມັນ​ເສັຽ​ເທິງ​ແທ່ນ

21 ສ່ວນ​ຊີ້ນ​ຫນ້າ​ເອິກ​ແລະ​ຊີ້ນ​ຂາ​ຂວານັ້ນ ອາ​ໂຣນ​ທຳ​ພິ​ທີ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ​ໂມ​ເຊ​ໄດ້​ບັນ​ຊາ​ໄວ້

22 ແລ້ວ​ອາ​ໂຣນ​ຍົກ​ມື​ຂຶ້ນອວຍ​ພອນ​ປະ​ຊາ​ຊົນ ແລະ​ອາ​ໂຣນ​ກໍ​ລົງ​ມາ​ຈາກ​ການ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເຄື່ອງ​ເຜົາ​ບູ​ຊາ​ແລະ​ສານ​ຕິ​ບູ​ຊາ

23 ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ເຂົ້າ​ໄປ​ໃນ​ເຕັນ​ນັດ​ພົບ ເມື່ອ​ເຂົາ​ທັງ​ສອງ​ອອກ​ມາ ເຂົາ​ກໍ​ອວຍ​ພອນ​ປະ​ຊາ​ຊົນ ແລະ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້ ກໍ​ປາ​ກົດ​ແກ່​ປະ​ຊາ​ຊົນ​ທັງ​ມວນ

24 ແປວ​ໄຟ​ພຸ່ງ​ອອກ​ມາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເຜົາ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ໄຂ​ມັນ​ຊຶ່ງ​ຢູ່​ເທິງ​ແທ່ນ ເມື່ອ​ປະ​ຊາ​ຊົນ​ທັງ​ຫລາຍ​ເຫັນ​ກໍ​ໂຮ່​ຣ້ອງ​ແລະ​ນ້ອມ​ຫນ້າ​ລົງ​ທີ່​ດິນ

 

10.ບາບ​ຂອງ​ນາ​ດາບ​ແລະ​ອາບີ​ຮູ

1   ຝ່າຍ​ນາ​ດາບ​ແລະ​ອາ​ບີ​ຮູ​ບຸດ​ຂອງ​ອາ​ໂຣນ ຕ່າງ​ນຳ​ຫມໍ້​ຂາງ​ໄຟ​ຂອງ​ເຂົາ​ມາ ແລະ​ເອົາ​ໄຟ​ໃສ່​ໃນ​ນັ້ນ ແລ້ວ​ໃສ່​ເຄື່ອງ​ຫອມ​ລົງ ເອົາ​ໄຟ​ທີ່​ຕ້ອງ​ຫ້າມ​ມາ​ເຜົາ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ບໍ່​ໄດ້​ຊົງ​ບັນ​ຊາ​ໃຫ້​ເຂົາ​ກະ​ທຳ​ເຊັ່ນ​ນັ້ນ

2   ໄຟ​ກໍ​ພຸ່ງ​ຂຶ້ນ​ມາ​ຈາກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ໄຫມ້​ເຂົາ​ທັງ​ສອງ ແລະ​ເຂົ​ກໍ​ຕາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້

3   ໂມ​ເຊ​ຈຶ່ງບອກ​ອາ​ໂຣນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ຖ້າ​ມ​ກາງ​ຜູ້​ທີ່​ຢູ່​ໃກ້​ເຮົາ ເຂົ​ຈະ​ຖວາຍ​ຄວາມ​ຍິ່ງ​ໃຫຍ່​ແກ່​ເຮົາ​ຕໍ່​ຫນ້າ​ປະ​ຊົນ​ຊົນ​ທັງ​ປວງ” ແລະ​ອາ​ໂຣນ​ກໍ​ມິດຢູ່

4   ໂມ​ເຊ​ເອີ້ນ​ມີ​ຊາ​ເອນ ແລະ​ເອນ​ຊາ​ຟານ ບຸດ​ຂອງ​ອຸ​ສ​ຊີ​ເອນ ລຸງຂອງ​ອາ​ໂຣນບອກ​ເຂົາ​ວ່າ, “ຈົ່ງເຂົ້າ​ມາ​ໃກ້ ຫາມ​ເອົາ​ພີ່​ນ້ອງ​ຂອງ​ເຈົ້າ​ອອກ​ໄປ​ເສັຽນ​ອກ​ຄ້າຍ​ຈາກ​ຫນ້າ​ສະ​ຖານ​ນະ​ມັ​ສ​ການ”

5   ເຂົາ​ກໍ​ເຂົ້າ​ມາ​ໃຫ້​ຫາມ​ສົບ​ທັງ​ເສື້ອ​ອອກ​ໄປ​ໄວ້​ນອກ​ຄ້າຍ​ຕາມ​ທີ່​ໂມ​ເຊສັ່ງ

6   ແລະ​ໂມ​ເຊ​ກ່າວ​ແກ່​ອາ​ໂຣນ ແລະ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ ບຸດ​ອາ​ໂຣນ​ວ່າ, “ທ່ານທັງ​ຫລາຍ​ຢ່າ​ປ່ອຍ​ຜົມ​ຫ້ອຍ ຫລື​ຈີກ​ເສື້ອ​ຜ້າ​ຂອງ​ທ່ານ ຢ້ານ​ວ່າ​ທ່ານ​ຈະ​ຕ້ອງ​ຕາຍ ແລະ​ຢ້ານ​ວ່າ​ພຣະ​ພິ​ໂຣດ​ຈະ​ຕົກ​ຢູ່​ເຫນືອ​ຊຸ​ມ​ນຸມ​ຊົນ ແຕ່​ພີ່​ນ້ອງ​ຂອງ​ທ່ານ​ຄື​ວົງ​ວານ​ອິສ​ຣາ​ເອນ​ທັງ​ປວງ ຈະ​ໄວ້​ທຸກ​ເພາະ​ພຣະ​ເຈົ້າ​ຊົງ​ໃຫ້​ບັງ​ເກີດ​ການ​ເຜົາ​ໄຫມ້ກໍ​ໄດ້

7   ແລະ​ຢ່າ​ອອກ​ໄປ​ຈາກ​ປະ​ຕູ​ເຕັນ​ນັດ​ພົບ​ ຢ້ານ​ວ່າ​ທ່ານ​ຕ້ອງ​ຕາຍ ເພາະ​ວ່າ​ນ້ຳ​ມັນ​ເຈີມ​ແຫ່ງ​ພຣະ​ເຈົ້າ​ຢູ່​ເຫນືອ​ທ່ານ​ທັງ​ຫລາຍ” ແລະ​ເຂົາ​ທັງ​ຫລາຍ​ກໍ​ກະ​ທຳ​ຕາມ​ຄຳ​ຂອງ​ໂມ​ເຊ

ສ່ວນ​ໄດ້​ແລະ​ຫນ້າ​ທີ່​ຂອງ​ປະ​ໂຣ​ຫິດ

8   ພຣະ​ເຈົ້າ​ຊົງ​ກ່າວ​ກັບ​ອາ​ໂຣນ​ວ່າ,

9   “ເມື່ອ​ຕົວ​ເຈົ້າ​ຫລື​ບຸດ​ຂອງ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເຕັ​ນ​ນັດ​ພົບ ຢ່າ​ດື່ມ​ເຫລົ້າ​ອະ​ງຸ່ນ ຫລື​ສຸ​ຣາ​ຢ້ານ​ວ່າ​ເຈົ້າ​ຈະ​ຕ້ອງ​ຕາຍ ທັງ​ນີ້​ໃຫ້​ເປັນ​ກົດ​ເກນ​ຖາ​ວອນຢູ່​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້

10 ເຈົ້າ​ຈົ່ງ​ແຍກ​ຂອງ​ບໍ​ຣິ​ສຸດ​ລະ​ຫວ່າງ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ແ​ລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວ​ໄປ ຂອງ​ມົນ​ທິນ​ຈາກ​ຂອງ​ບໍ່​ມົນ​ທິນ

11 ແລະ​ເຈົ້າ​ຈະ​ຕ້ອງ​ສອນ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໃຫ້​ຊາບເຖິງ​ກົດ​ເກນ​ທັງ​ມວນ ຊຶ່ງ​ພຣະ​ເຈົ້​ໄດ້​ຊົງກ່າວ​ແກ່ເຂົາ​ທັງ​ຫລາຍ​ຜ່ານ​ທາງ​ໂມ​ເຊ

12 ໂມ​ເຊ​ກ່າວ​ແກ່​ອາ​ໂຣນ​ ແລະ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ ບຸດ​ຂອງ​ເຂົາ​ຜູ້​ທີ່​ເຫລືອ​ຢູ່​ວ່າ, “ຈົ່ງ​ເອົາ​ທັນ​ຍາ​ບູ​ຊາ ຊື່ງ​ເຫລືອ​ຈາກ​ການ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ເຈົ້າ ມາ​ຮັບ​ປະ​ທານ​ທີ່​ແຄມ​ແທ່ນ​ບູ​ຊາ ບໍ່​ໃສ່​ເຊື້ອ​ແປ້ງ ເພາະ​ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ

13 ເຈົ້າ​ຈົ່ງ​ຮັບ​ປະ​ທານ​ໃນ​ສະ​ຖານ​ບໍ​ຣິ​ສຸດ ເພາະ​ເປັນ​ສ່ວນ​ຂອງ​ເຈົ້າ ແລະ​ສ່ວນ​ຂອງ​ບຸດ​ຂອງ​ເຈົ້າ ຈກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວຍແດ່​ພຣະ​ເຈົ້າ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ດັ່ງ​ນີ້

14 ແຕ່​ຊີ້ນຫນ້າ​ເອິກ​ທີ່​ຍື່ນ​ບູ​ຊາ ແລະ​ຊີ້ນ​ຂາ​ທີ່​ບູ​ຊາ​ແລ້ວ​ນັ້ນ ເຈົ້າ​ຈົ່ງ​ຮັບ​ປະ​ທານ​ໃນ​ບ່ອນ​ສະ​ອາດ​ທີ່​ໃດ​ກໍ​ໄດ້ ທັງ​ຕົວ​ເຈົ້າ​ແລະ​ບຸດ​ຊາຍ​ບຸດ​ຍິງ​ຂອງ​ເຈົ້າ​ກໍ​ຮັບ​ປະ​ທານ​ໄດ້ ເພາະ​ເປັນ​ສ່ວນ​ທີ່​ໄດ້​ມາ​ຈາກ​ສານ​ຕິ​ບູ​ຊາ​ຂອງ​ປະ​ຊາ​ຊົນ​ອັນ​ຕົກ​ຢູ່​ກັບ​ທ່ານ​ທັງ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ທ່ານ​ດ້ວຍ

15 ຊີ້ນ​ຂາ​ທີ່​ບູ​ຊາ ແລະ​ຊີ້ນ​ຫນ້າເອິກ​ທີ່​ຍື່ນ​ຖວາຍ​ເຂົາ​ຈະ​ນຳ​ມາ​ບູ​ຊາ​ພ້ອມ​ກັບ​ເຄື່ອງ​ໄຂ​ມັນ​ທີ່​ບູ​ຊາ​ດ້ວຍ​ໄຟ ເພື່ອ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ຍື່ນ​ບູ​ຊາ​ຖວາຍ​ແດ່

ພຣະ​ເຈົ້າ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ທ່ານ​ແລະ​ບຸດ​ທັງ​ຫລາຍ​ຂອງ​ທ່ານ ເປັນ​ສ່ວນ​ໄດ້​ຂອງ​ທ່ານ​ເປັນ​ນິດ ດັ່ງ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ຊາ​ໄວ້”

16 ຝ່າຍ​ໂມ​ເຊ​ໄດ້​ພ​ຍາຍາມ​ໄຕ່​ຖາມ​ເຖິງ​ເຣື່ອງ​ແບ້​ຊຶ່ງເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເບິ່ງ​ແມ໋ ແບ້​ໂຕ​ນັ້ນ​ຖືກ​ເຜົາ​ເສັຽ​ແລ້ວ ທ່ານ​ຈຶ່ງ​ໃຈ​ຮ້າຍ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ ບຸດ​ຊາຍ​ຂອງ​ອາ​ໂຣນ​ທີ່​ເຫລືອ​ຢູ່ ທ່ານບອກ​ເຂົາ​ວ່າ,

17 “ເຫດ​ໃດ ທ່ານ​ຈຶ່ງ​ບໍ່​ໄດ້​ຮັບ​ປະ​ທານ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໃນ​ສະ​ຖານ​ສັກ​ສິດ? ໃນ​ເມື່ອ​ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ ແລະ​ເຂົາ​ໄດ້​ໃຫ້​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ຣັບ​ຄວາມ​ຜິ​ດ​ຂອງ​ຊຸມ​ນຸມ​ຊົນ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ​ທັງ​ຫລາຍ​ຕໍ່​ພຣະ​ເຈົ້າ

18 ເບິ່ງ​ແມ໋, ເລືອດ​ສັດ​ນັ້ນ​ກໍ​ບໍ່​ໄດ້​ນຳ​ເຂົ້າ​ມາ​ຍັງ​ສະ​ຖານ​ສັກ​ສິດ​ທີ່​ຫ້ອງ​ຂ້າງ​ໃນ ທ່ານ​ຄວນ​ຈະ​ໄດ້​ຮັບ​ປະ​ທານ​ສິ່ງ​ເຫລົ່າ​ນີ້​ໃນ​ສະ​ຖານ​ສັກ​ສິດ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ຊາ​ແລ້ວ​ນັ້ນ”

19 ອາ​ໂຣນ​ຈຶ່ງ​ກ່າວ​ແກ່​ໂມ​ເຊວ່າ, “ເບິ່ງ​ແມ໋, ມື້​ນີ້​ເຂົາ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ແລ້ວ​ ແລະ​ເຫດ​ການ​ເຫລົ່​ນີ້​ກໍ​ຕົກ​ທີ່​ຂ້າ​ພະ​ເຈົ້າ ​ຖ້າ​ມື້​ນີ້​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ທານ​ເຄື່ອງ​ບູ​ຊາ​ໄຖ່​ບາບ ຈະ​ເປັນ​ທີ່​ໂປດ​ປານ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຫລື”