Lamentations ພຣະທັມ​ເພງ​ຄ່ຳ​ຄວນ

ພຣະທັມ​ເພງ​ຄ່ຳ​ຄວນ

 

1

2

3

4

5

 

ເພງ​ຄ່ຳ​ຄວນ

 

1. ຄວາມ​ໂສກ​ເສົ້​ຂງ​ຊີ​ໂອນ​ທີ່​ເປັນ​ຊະ​ເລີຍ

1   ກຸ​ງ​ທີ່​ແຫນ້ນ​ຫນາ​ດ້ວຍ​ພົ​ລ​ເມືອງມາອ້າງວ້າງ​ຢູ່​ໄດ້​ຫນໍ ນະ​ຄອນທີ່​ຮຸ່ງ​ເຮືອງ​ຢູ່​ຖ້າມ​ກາງ​ປະ​ຊາ​ຊາດມາ​ກາຍ​ເປັນ​ດັ່ງ​ຍິງ​ຫມ້າຍ​ຫນໍ ນະ​ຄອນທີ່​ເປັນ​ດັ່ງ​ເຈົ້າ​ຍິງ​ຖ້າມ​ກາງ​ເມືອງ​ທັງ​ຫລາຍ ກໍ​ກັ​ບ​ເປັນ​ເມືອງ​ຂຶ້ນ​ເຂົ​ໄປ

2   ນະ​ຄອນ​ນັ້ນ​ຮ້ອງ​ໄຫ້​ສະ​ອື້ນ​ໃນ​ຣາ​ຕ​ຣີ​ກາ​ນ ແລະ​ນ້ຳ​ຕາ​ຂອງ​ນາງ​ກໍ​ອາບ​ແກ້ມ ນາງ​ຈະ​ຫາ​ໃຜ​ຖ້າມ​ກາງ​ຄົນ​ທີ່​ຮັກ​ນາງ​ໃຫ້​ມາ​ເລົ້​ໂລມ​ກໍ​ຫາ​ບໍ່​ພົບ ບັນ​ດາ​ຫມູ່​ເພື່ອນ​ຂອງ​ນາງ​ຫມົດ​ທຸກ​ຄົນ​ໄດ້​ທໍ​ຣະ​ຍົດ​ຕໍ່​ນາງ ເຂົາ​ທັງ​ປວງ​ກັບ​ເປັນ​ສັດ​ຕຣູ​ຂອງ​ນາງ

3   ຢູ​ດາ​ໄດ້​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ໄດ້​ຮັບ​ຄວາມ​ທຸກ​ໃຈ ຕ້ອງ​ທຳ​ງານ​ຢ່າງ​ທາດ ນາງ​ຕ້ອງ​ອາ​ໄສ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ນາງ​ບໍ່​ພົບ​ທີ່​ພັກ​ສ​ງົບ​ເລີຍ ບັນ​ດາ​ຜູ້​ຂົ່ມ​ເຫັງ​ໄດ້​ໄລ່​ທັນ​ນາງ ເມື່ອ​ເວ​ລາ​ນາງ​ທຸກ​ໃຈ

4   ຖ​ນົນ​ຫົນ​ທາງ​ທີ່​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ໂສກ​ເສົ້າ​ຢູ່ ເພາະ​ບໍ່​ມີ​ຜູ້​ໃດ​ເດີນ​ໄປ​ໃນ​ງານ​ເທ​ສ​ການ ບັນ​ດາ​ປະ​ຕູ​ເມືອງ​ຂອງ​ນາງ​ຫວ່າງ​ເປົ່ ພວກ​ປ​ໂຣ​ຫິດ​ທັງ​ປວງ​ຂອງ​ນາງ​ໄດ້​ພາ​ກັນ​ຖອນ​ໃຈ ສາວ​ພົມ​ມະ​ຈາ​ຣີ​ທັງ​ຫລາຍ​ຂອງ​ນາງ​ກໍຕ້ອງ​ທົນ​ທຸກ ແລະ​ຕົວ​ນງ​ເອງ​ກໍ​ໄດ້​ຣັບ​ຄວາມ​ຂົ່ມ​ຂືນ​ຍິ່ງ​ນັກ

5   ພວກ​ຄົ​ນ​ທີ່​ຂັດ​ຂວາງນາງ​ກາຍ​ເປັນ​ຫົວ​ຫນ້າ ພວກສັດ​ຕຣູ​ຂອງ​ນາງ​ໄດ້​ຈະ​ເຣີນ​ຂຶ້ນ ດ້ວຍ​ວ່າ​ພຣະ​ເຈົ້​ໄດ້​ຊົງ​ກະ​ທຳ​ໃຫ້​ນາງ​ທົນ​ທຸກ ເພາະ​ຄວາມ​ທໍ​ຣະ​ຍົດ​ອັນ​ມະ​ຫັນ​ຂອງ​ນາງ ລູກ​ເຕົ້າ​ທັງ​ຫລາຍ​ຂອງ​ນາງ​ຕົກ​ເປັນ​ຊະ​ເລີຍ​ຕໍ່​ຫນ້າ​ສັດ​ຕ​ຣູ

6   ແລະ​ຄວາມຮຸ່ງ​ເຮືອງ​ຕະ​ກາ​ນ ໄດ້​ພາກ​ໄປ​ຈາກ​ທິ​ດາ​ແຫ່ງ​ຊີ​ໂອນ​ເສັຽ​ແລ້ວ ພວກ​ເຈົ້າ​ນາຍ​ຂອງ​ນາງ​ກໍ​ກັບ​ເປັນ​ດັ່ງ​ຝູງກວາງ ທີ່​ຫາ​ທົ່ງ​ຫຍ້າ​ລ້ຽງ​ຊີ​ວິດ​ບໍ່​ໄດ້ ແລະ​ໄດ້​ແລ່ນ​ຫນີ​ໄປ​ຂ້າງ​ຫນ້າ​ຜູ້​ໄລ່​ຕິດ​ຕາມ

7   ເຢ​ຣູ​ຊາ​ເລັມ​ເມື່ອ​ຕົກ​ຢູ່​ໃນ​ຍາມທຸກ​ໃຈ ແລະ​ຍາມ​ລຳ​ເຄັນ​ກໍ​ໄດ້​ຫວນ​ລະ​ນຶກ​ເຖິງ​ສິ່ງ​ປະ​ເສີດ ທີ່​ຕົນ​ເຄີຍ​ມີໃນ​ຄັ້ງ​ກ່ອນ ເມື່ອ​ພົລ​ເມືອງ​ຂອງ​ນາງ​ຕົກຢູ່​ໃນ​ມື​ຂອງ​ສັດ​ຕຣູ ແລະ​ຫາ​ບໍ່ມີ​ຜູ້​ໃດ​ຈະ​ສົງ​ເຄາະ​ນາງ ພວກ​ສັດ​ຕຣູ​ເຫັນ​ນາງ​ແລ້ວກໍເຍາະ​ເຍີ້ຍ​ຄວາມ​ລົ້ມ​ຈົມ​ຂອງ​ນາງ

8   ເຢ​ຣູ​ຊາ​ເລັມ​ໄດ້​ທຳ​ບາບ​ຢ່າງ​ໃຫຍ່​ຫລວງ ເຫດ​ສະ​ນີ້​ນາງ​ຈຶ່ງ​ເປັນ​ສິ່ງ​ມົນ​ທິນ ບັນ​ດາ​ຄົນ​ທີ່​ເຄີຍ​ໃຫ້​ກຽດ​ນາງ​ກໍ​ລົ​ບ​ລູ່​ນາງ ເພາະ​ເຫດ​ເຂົາ​ທັງ​ຫລາຍ​ເຫັນ​ຄວາມ​ອັປຍົດ​ຂອງ​ນາງ ໂອ ນາງ​ເອງ​ໄດ້​ຖອນ​ໃຈ​ ແ​ລະ​ຫັນ​ຫນ້າ​ຂອງ​ນາງ​ໄປເສັຽ

9   ມົນ​ທິນ​ຂອງ​ນາງ​ກໍ​ຂັງ​ໃນ​ກະ​ໂປງ​ຂອງ​ນາງ ແລະ​ນາງ​ບໍ່​ໄດ້​ຄຳ​ນຶງ​ເຖິງ​ອະ​ນາ​ຄົດ​ ດັ່ງ​ນັ້ນ​ນາງ​ຈຶ່ງ​ເສື່ອມ​ໂຊມ​ລົງ​ໄວ​ຢ່າງ​ຫນ້າ​ໃຈ​ຫາຍ ນາງກໍ​ບໍ່​ມີຜູ້​ໃດ​ເລົ້າ​ໂລມ “ຂ້າ​ແດ່​ພຣະ​ເຈົ້າ ຂໍ​ທອດ​ພຣະ​ເນດ ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ ເພາະ​ພວກ​ສັດ​ຕຣູ​ໄດ້ລຳ​ພອງ​ຕົວ​ຂຶ້ນ​ແລ້ວ”

10 ພວກ​ສັດ​ຕຣູ​ໄດ້​ຍື່ນ​ມື​ຂອງ​ເຂົາ ຍຶດ​ເອົາ​ບັນ​ດາ​ຂອງ​ປະ​ເສີດ​ຂອງ​ນາງ ດ້ວຍ​ນາງ​ໄດ້​ເຫັນ​ບັນ​ດາ​ປະ​ຊາ​ຊາດ​ບຸກ​ເຂົ້າ​ມ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ນາງ ຄື​ຄົນ​ທີ່​ພຣະ​ອົງ​ໄດ້​ຊົງ​ຫ້າມ​ບໍ່​ໃຫ້​ເຂົ້າມາ​ໃນຊຸມ​ນຸມ​ຊົນ​ຂອງ​ພຣະ​ອົງ

11 ບັນ​ດາ​ພົລເມືອງ​ຂອງ​ນາງ​ໄດ້​ຖອນ​ໃຈ​ໃຫຍ່ ເມື່ອ​ເຂົາ​ທັງ​ຫລາຍ​ຊອ​ກຫາ​ອາ​ຫານ​ແລະ​ພວກ​ເຂົາ​ໄດ້​ເອົາ​ຊັບ​ສິນ​ຂອງ​ຕົວ​ອອກ​ແລກ​ອາ​ຫານ​ກິນ​ເພື່ອ​ຈະ​ໄດ້​ລ້ຽງ​ຊີ​ວິດ “ຂ້າ​ແຕ່​ພຣະເຈົ້າ ຂໍ​ຊົງ​ທອດ​ພຣະ​ເນດ ເພາະ​ຂ້າ​ພຣະ​ອົງ​ເປັນ​ທີ່ຢຽດ​ຫຍາມ​ເສັຽ​ແລ້ວ”

12 ດູ​ກ່ອນ ທ່ານ​ທັງ​ຫລາຍ​ທີ່​ເດີນ​ຜ່ານ​ໄປ ທ່ານ​ບໍ່​ໄດ້​ເກີດມີ​ຄວາມ​ຮູ້​ສຶກຫຍັງ​ບໍ ຈົ່ງ​ເບິ່ງ​ດູ ວ່າ​ມີ​ຄວາມ​ທຸກ​ອັນ​ໃດ​ແດ່​ທີ່​ເຫມືອນ​ຄວາມ​ທຸກ​ທີ່​ມາ​ສູ່​ຂ້າ​ພະ​ເຈົ້າ ເປັນ​ຄວາມ​ທຸກ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ແກ່​ຂ້າ​ພະ​ເຈົ້ ໃນ​ວັນ​ທີ່​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພະ​ເຈົ້າ​ຢ່າງ​ຮ້າຍ​ແຮງ​ນັ້ນ

13 ພຣະ​ອົງ​ໄດ້​ຊົງ​ສົ່ງ​ໄຟ​ລົງມາ​ຈາກ​ເບື້ອງ​ເທິງ ໃຫ້​ເຂົ້າ​ໄປ​ໃນ​ກະ​ດູກ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ຫ້າງ​ແຮ້ວ​ໄວ້​ດັກ​ຕີນຂອງ​ຂ້າ​ພະ​ເຈົ້າ

ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຕ້ອງ​ຫັນ​ກັບ​ຄືນ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຢູ່​ໂດດ​ດ່ຽວ ​ແລະ​ອ່ອນ​ລະ​ອາ​ຢູ່​ຕລອດ​ວັນ

14 “ພາ​ຣະ​ແຫ່ງ​ການ​ທໍ​ຣະ​ຍົດ​ທັງ​ມວນ​ຂອງ​ຂ້າ​ພ​ເຈົ້າ​ກໍ​ຖືກ​ຮວມ​ເຂົ້າ​ກັນ​ເປັນ​ແອກ ໂດຍ​ພຣະ​ຫັດ​ຂອງ​ພຣະ​ອົງ​ຊົງ​ຮວບ​ມັດ​ໄວ້ ແອກ​ນັ້ນ​ຮັດ​ຕຶງຮອບ​ຄໍ​ຂ້າ​ພະ​ເຈົ້ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ກຳ​ລັງ​ຂ້າ​ພະ​ເຈົ້າ​ຖອຍ​ໄປ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ມອບ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ມື​ຂອງ​ເຂົາ​ທັງ​ຫລາຍ ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຕໍ່​ຕ້າ​ນໄດ້

15 “ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ຖິ້ມ​ນັກ​ຮົບ​ຂອງ​ຂ້າ​ພະ​ເຈົ້າ​ຖ້າມ​ກາງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ເກນ​ຊຸມ​ນຸມ​ຊົນ​ເຂົ້າ​ມາ​ຕໍ່​ສູ້​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ຢຽບ​ຢໍ່າຊາຍ​ສະ​ກັນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ແຫລກ​ໄປ ພຣະ​ເຈົ້າ​ໄດ້​ຊົງ​ຍ່ຳ​ລູກ​ສາວ​ພົມ​ມະ​ຈາ​ຣີ​ແຫ່ງ​ຢູ​ດາ ດັ່ງ​ຢຽບ​ຫມາກອ​ງຸ່ນ​ລົງ​ໃນ​ບໍ່​ຍ່ຳ​ຫມາກ​ອະ​ງຸ່ນ

16 “ເພາະ​ເຫດ​ນີ້​ເອງ​ທີ່​ຂ້າ​ພະ​ເຈົ້າ​ຮ້ອງ​ໄຫ້ ໃນ​ຕາ​ຂອງ​ຂ້າ​ພ​ເຈົ້າ​ມີ​ນ້ຳ​ຕາ​ໄຫລ​ລົງ​ມາ ເພາະ​ຜູ້​ອອຍ​ໃຈ​ຢູ່ໄກ​ຈາກ​ຂ້າ​ພະ​ເຈົ້າ ຄື​ຜູ້​ທີ່​ໃຫ້​ກຳ​ລັງ​ໃຈ​ຂ້າ​ພະ​ເຈົ້າ ແລະ​ພວກ​ລູກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໂດດ​ດ່ຽວ​ເພາະ​ພວກ​ສັດ​ຕຣູ​ໄດ້​ໄຊ​ຊະ​ນະ”

17 ເມືອງ​ຊີ​ໂອນ​ໄດ້​ຢຽດ​ມື​ທັງ​ສອງ​ອອກອ້ອນວອນ ແຕ່​ກໍ​ບໍ່​ມີ​ໃຜ​ທີ່​ເລົ້າ​ໂລມ​ນາງ​ໄດ້ ພຣະ​ເຈົ້າ​ຊົງ​ມີ​ພຣະ​ບັນ​ຊາ ກ່າວ​ໂທດ​ຢາ​ໂຄບ ວ່າ​ໃຫ້​ພວ​ກ​ທີ່​ຢູ່​ອ້ອມ​ຮອບ​ຢາ​ໂຄບ​ຕັ້ງ​ຕົວ​ຂຶ້ນ​ເປັນ​ຄູ່​ສັດ​ຕຣູ ເຢ​ຣູ​ຊາ​ເລັ​ມ​ເປັນ​ສິ່ງ​ເປິເປື້ອນ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ

18 ພຣະ​ເຈົ້າ​ຊົງ​ຊອບ​ທັມ​ແລ້ວ ເພາະ​ຂ້າ​ພະ​ເຈົ້​ໄດ້​ຂັດ​ຂືນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ດູ​ກ່ອນ ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ຂ້າ​ພະ​ເຈົ້າ​ຂໍ​ທ່ານ​ໄດ້​ຟັງ ແລະ​ຂໍ​ມາ​ມອງ​ເບິ່ງ​ຄວາມ​ທົນ​ທຸກ​ຂອງ​ຂ້າ​ພະ​ເຈົ້າ ສາວ​ພົມ​ມະ​ຈາ​ຣີ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຫນຸ່ມໆ​ຂອງ​ຂ້າ​ພະ​ເຈົ້າ​ຕົກ​ໄປເປັນ​ຊະ​ເລີຍ​ແລ້ວ

19 “ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ເອີ້​ນບັນ​ດາ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແຕ່​ເຂົາ​ທັງ​ຫລາຍ​ໄດ້​ຫລອກ​ລວງ​ຂ້າ​ພະ​ເຈົ້າ ພວກ​ປະ​ໂຣ​ຫິດ​ແລະ​ພວກ​ຜູ້​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຕາຍ​ທີ່​ກາງ​ເມືອງ ຂ​ນະ​ເມື່ອ​ເຂົາ​ອອກ​ຫາ​ອາ​ຫານ​ເພື່ອ​ລ້ຽງ​ຊີ​ວິດ​ຂອງ​ຕົນ

20 “ຂ້າ​ແດ່​ພຣະ​ເຈົ້າ ໂຜດ​ທອດ​ພຣະ​ເນດ ເພາະ​ຂ້າ​ພຣະ​ອົງ​ມີ​ຄວາມ​ທຸກ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ມີ​ຄວາມ​ທຸ​ລົນ​ທຸ​ລາຍ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເຈັບ​ປວດ ເພາະ​ຂ້າ​ພຣະ​ອົງ​ມັ​ກ​ກະ​ບົດ​ຢ່າງ​ຮ້າຍ​ກາດ ນອກ​ບ້ານ​ມີ​ຄົນ​ຕ້ອງ​ຄົມ​ດາບ​ຕາຍ ໃນ​ບ້ານ​ກໍ​ມີ​ຄົນ​ຕາຍ​ດ້ວຍ

21 ເຂົາ​ທັງ​ຫລາຍ​ໄດ້​ຍິນ​ວ່າ ຂ້າ​ພຣະ​ອົງ​ຖອນ​ໃຈ​ຢ່າງ​ໃດ ຫາ​ມີ​ຜູ້​ໃດ​ມາ​ເລົ້າ​ໂລມ​ໃຈ​ຂ້າ​ພຣະ​ອົງ ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ໄດ້​ຍິນ​ເຖິງ​ເຫດ​ຮ້າຍ​ທີ່​ຕົກ​ແກ່​ຂ້າ​ພຣະ​ອົງ ເຂົາ​ທັງ​ຫລາຍ​ກໍ​ພາ​ກັນ​ດີ​ໃຈ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຢ່າງ​ນີ້ ຂໍ​ໂຜດ​ນຳ​ເອົາ​ມື້​ທີ່​ພຣະ​ອົງ​ຊົງ​ປະ​ກາດ​ໄວ້​ນັ້ນ​ໃຫ້​ມາ​ເຖິງ ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ຢ່າງ​ທີ່​ຂ້າ​ພຣະ​ອົງ​ເປັນ​ຢູ່​ນີ້

22 “ຂໍ​ໃຫ້​ບັນ​ດາ​ການ​ຊົ່ວ​ຂອງ​ເຂົາ​ທັງ​ຫລາຍ​ມາ​ປາ​ກົດ​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ຂໍ​ຊົງ​ກະ​ທຳ​ແກ່​ເຂົາ​ທັງ​ຫລາຍ​ເຫມືອນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ແກ່​ຂ້າ​ພຣະ​ອົງ ເພາະ​ການ​ທໍ​ຣະ​ຍົດ​ທັງ​ສິ້ນ​ຂອງ​ຂ້າ​ພຣະ​ອົງ​ເຖີດ ດ້ວຍ​ຄວາມ​ສະ​ທ້ອນ​ຖອນ​ໃຈ​ຂອງ​ຂ້າ​ພຣະ​ອົງ​ນັ້ນ​ມິ​ຫ​ລາຍ​ຄັ້ງ ແລະ​ຈິດ​ໃຈ​ຂອງ​ຂ້ພຣະ​ອົງ​ກໍ​ອ່ອນ​ເພັຽ​ເຕັມ​ທີ​ແລ້ວ”

 

2. ຄວາມ​ເສົ້າ​ໂສກ​ຂອງ​ຊີ​ໂອນ​ຈາກ​ພຣະເຈົ້າ

1   ດ້ວຍ​ພຣະ​ພິ​ໂຣດ ພຣະ​ເຈົ້າ​ຊົງ​ໃຊ້​ເມກ​ບັງທິ​ດາ​ຂອງ​ຊີ​ໂອນ​ຫນໍ ພຣະ​ອົງ​ໄດ້​ຊົງ​ແກວ່ງ​ສະ​ງ່າ​ຣາ​ສີ​ຂອງ​ອິສ​ຣາ​ເອນ​ໃຫ້​ຕົກ​ລົງ​ຈາກ​ຟ້າ​ເຖິງ​ດິນ ພຣະ​ອົງ​ບໍ່​ໄດ້​ຊົງ​ລະ​ນຶກ​ເຖິງ​ແທ່ນ​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ​ເລີຍ ໃນ​ຍາມ​ທີ່​ພຣະ​ອົງ​ຊົງ​ໂກດ​ຣ້າຍ

2   ພຣະ​ເຈົ້າ​ຊົງ​ທຳ​ລາຍ​ທີ່ຢູ່​ຂອງ​ຢາ​ໂຄບ​ເສັຽ​ສິ້ນ​ແລ້ວ​ໂດຍ​ປ​ສ​ຈາກ​ພຣະ​ກະ​ຣຸ​ນາ ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ໄດ້​ຊົງ​ພັງ​ ທີ່​ກຳ​ບັງທັງ​ຫລາຍ​ຂອງ​ທິ​ດາ​ແຫ່ງ​ຢູ​ດາ​ໃຫ້​ທະ​ລາຍ​ລົງ ພຣະອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຕ່ຳ​ລົງ​ເຖິງ​ດິນ ແລະ​ຊົງ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ແລະ​ເຈົ້າ​ນາຍ​ເປັນ​ສິ່ງ​ມົນ​ທິນ

3   ດ້ວຍ​ພຣະ​ພິ​ໂຣດ​ພຣະ​ອົງ​ໄດ້​ຊົງ​ຕັດ​ບັນ​ດາ​ອຳ​ນາດ​ແຫ່ງ​ອິສ​ຣາເອນ​ໃຫ້​ຂາດ​ສິ້ນ​ໄປ ພຣະ​ອົງ​ຊົງ​ຫົດ​ພຣະ​ຫັດເບື້ອງ​ຂວາ​ມາ​ເສັຽ​ຈາກ​ເຂົາ​ຕໍ່​ຫນ້າ​ສັດ​ຕຣູ ພຣະ​ອົງ​ຊົງ​ເຜົາ​ຜານ​ຕະ​ກູນ​ຢາ​ໂຄບ​ດັ່ງ​ໄຟ​ທີ່​ລຸກ​ເຜົາ​ໄຫມ້​ໄປ​ຮອບໆ

4   ພຣະ​ອົງ​ຊົງ​ກົ່ງ​ທະ​ນູ​ຂອງ​ພຣະ​ອົງ​ຢ່າງ​ສັດ​ຕຣູ ຊົງ​ຍົກ​ພຣະ​ຫັດ​ເບື້ອງ​ຂວາ​ເຫມືອນ​ດັ່ງ​ເປັນ​ຜູ້​ຂັດ​ຂວາງ ແລະ​ໄດ້​ຊົງ​ປະ​ຫານ​ບັນ​ດາ​ຄົນ​ທີ່ຕາ​ຂອງ​ເຮົາ​ຈະ​ອວດ​ໄດ້​ນັ້ນ​ເສັຽໃນ​ກະ​ໂຈມ​ທິ​ດາ​ແຫ່ງ​ຊີ​ໂອນ ພຣະ​ອົງ​ໄດ້​ຊົງ​ລະ​ບາຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ອອກ​ມາ​ເຫມືອນ​ດັ່ງໄຟ

5   ພຣະ​ເຈົ້າ​ຊົງ​ກາຍ​ເປັນ​ສັດ​ຕຣູ ພຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ພວກ​ອິສ​ຣາ​ເອນ​ເສັຽ ພຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ບັນ​ດາ​ວັງ​ຂອງ​ເຂົາ​ຫມົດ ແລະ​ໄດ້​ຊົງ​ທຳ​ລາຍ​ທີ່​ກຳ​ບັງ​ຂອງ​ເຂົາ​ໃຫ້​ຫັກເພ​ພັງ ຊົງ​ເພີ້ມ​ຄວາມ​ເສົ້າ​ໂສກ​ແລະ​ການ​ຄ່ຳ​ຄວນ​ໃນ​ທິ​ດາ​ແຫ່ງ​ຢູ​ດາ

6   ພຣະ​ອົງ​ໄດ້​ຊົງທຳ​ລາ​ຍພຣະວິ​ຫານ​ຂອງ​ພຣະ​ອົງ​ເສັຽ​ເຫມືອນ​ນຶ່ງ​ເປັນ​ໄຟ​ໃນ​ສວນ ຊົງ​ໃຫ້ສະ​ຖານ​ທີ່​ປະ​ຊຸມ​ຂອງ​ພຣະ​ອົງ​ມຸ່ນ​ທະ​ລາຍ​ໄປ ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ທັງ​ເທ​ສ​ການ​ແລະ​ວັນ​ສະ​ບາ​ໂຕ​ໃຫ້​ຫມົດ​ສິ້ນ​ໄປ​ໃນ​ຊີ​ໂອນ​ດ້ວຍ​ພຣະ​ພິ​ໂຣດ ພຣະ​ອົງ​ຊົງ​ດູ​ຫມິ່ນອົງ​ກະ​ສັດ​ແລະ​ປະ​ໂຣ​ຫິດ

7   ພຣະ​ເຈົ້າ​ໄດ້​ຊົງ​ຖິ້ມ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ເສັຽ ພຣະ​ອົງ​ຊົງ​ກຽດ​ຊັງ​ສະ​ຖານ​ທີ່​ນະ​ມັ​ສ​ການ​ຂອງ​ພຣະ​ອົງ ກຳ​ແພງວັງ​ທັງ​ຫລາຍ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ມອບ​ໄວ້​ໃນ​ເງື້ອມ​ມືຂອງ​ສັດ​ຕຣູ ເຂົາ​ທັງ​ຫລາຍ​ໄດ້​ສົ່ງ​ສຽງ​ອຶກ​ກະ​ທຶກ​ໃນ​ພຣະ​ວິ​ຫານແຫ່ງ​ພຣະ​ເຈົ້າ​ເຫມືອນ​ຢ່າງ​ໃນ​ວັນ​ເທ​ສ​ການ

8   ພຣະ​ເຈົ້າໄດ້​ຊົງ​ຕັ້ງ​ພຣະ​ທັຍ​ໄວ້​ແລ້ວ​ທີ່​ຈະ​ທຳ​ລາຍ ກຳ​ແພງ​ຂອງ​ທິ​ດາ​ຊີ​ໂອນ​ເສັຽ ພຣະ​ອົງ​ໄດ້​ຊົງ​ຂີດ​ເສັ້ນ​ວັດແທກ​ໄວ້​ແລ້ວ ພຣະ​ອົງ​ບໍ່​ໄດ້​ຊົງຫົດ​ພຣະ​ຫັດເລີກ​ການ​ທຳ​ລາຍ ເຫດ​ສັນ​ນີ້ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຫໍ​ຄອນ​ແລະ​ກຳ​ແພງ​ນັ້ນ​ຄ່ຳ​ຄວນ ໃຫ້​ຫັກ​ເພ​ພັງ​ຮ່ວງ​ໂຮຍ​ໄປ​ດ້ວຍ​ກັນ

9   ປະ​ຕູ​ເມືອງ​ຊີ​ໂອນ​ທັງ​ຫມົດ​ຍຸບ​ລົງ​ໃນ​ດິນ​ແລ້ວ ພຣະ​ອົງ​ໄດ້​ຊົງ​ທຳ​ລາຍ ແລະ​ຊົງ​ຫັກ​ດານ​ປະ​ຕູ​ທັງ​ປວງ​ເສັຽ​ສິ້ນ ກະ​ສັດ​ແລະ​ເຈົ້າ​ນາຍ​ທັງ​ຫລາຍ​ແຫ່ງ​ຊີ​ໂອນ​ກໍ​ຕົກ​ຢູ່​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທີ່​ບໍ່​ມີ​ທັມ​ບັນ​ຍັດ ໂອ ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ແຫ່ງ​ເມືອງ​ຊີ​ໂອນບໍ່​ໄດ້​ຮັບ​ນີ​ມິດ​ຈາກ​ພຣະ​ເຈົ້າ​ອີກ

10 ພວກ​ຜູ້​ໃຫຍ່​ຂອງ​ທິ​ດາ​ແຫ່ງ​ຊີ​ໂອນ” ກໍ​ກຳ​ລັງ​ນັ່ງ​ງຽບ​ຢູ່​ເທິງ​ພື້ນ​ແຜ່ນ​ດິນ ເຂົ​ທັງ​ຫລາຍ​ເອົາ​ຜົງ​ຂີ້​ດິນ​ໂຮຍ​ໃສ່​ຫົວ​ຂອງ​ຕົວ ແລະ​ນຸ່ງ​ຫົ່ມ​ຜ້າ​ກະ​ສອບ ສາວ​ພົມ​ມະ​ຈາ​ຣີ​ທັງ​ຫລາຍ​ແຫ່ງ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ພາກັນ​ກົ້ມ​ຫົວລົງ​ກັ​ບ​ພື້ນ

11 ນັຍ​ຕາ​ຂອງ​ຂ້າ​ພ​ເຈົ້າ​ກໍ​ອິດ​ອ່ອນ​ເພາະ​ຮ້ອງ​ໄຫ້ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ລະ​ທົມ ເພາະ​ຄວາມ​ພິ​ນາດ​ຂອງ​ທິ​ດາ​ແຫ່ງ​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ລະ​ທົມ ແລະ​ເພາະ​ເຫ​ລົ່​ເດັກ​ເລັກ​ເດັກ​ນ້ອຍ​ທີ່​ດູດ​ນົມ​ຢູ່​ນັ້ນ ເປັນ​ລົມ​ສະ​ລົບ​ຢູ່​ຕາມ​ທາງ​ໃນ​ກຸງ

12 ລູກ​ທັງ​ຫລາຍຖາມ​ແມ່​ຂອງ​ຕົວ​ວ່າ, “ແມ່​ເອີຍ ເຂົ້າ​ແລະ​ເຫລົ້າ​ອະ​ງຸ່ນ​ຢູ່​ໃສ?” ເຂົາ​ພາ​ກັນ​ຖາມ ຂນະ​ທີ່​ເຂົາ​ເປັນລົມ​ເຫມືອນ​ຄົນ​ທີ່​ຖືກ​ບາດ​ເຈັບຢູ່​ຕາມ​ທາງ​ໃນ​ກຸງ ເມື່ອ​ຊີ​ວິດ​ຂອງ​ເຂົາ​ຕ້ອງ​ສິ້ນ​ໄປ ທີ່​ເອີກ​ແມ່​ຂອງ​ເຂົາ​ທັງ​ຫລາຍ

13 ໂອ ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຂ້າ​ພະ​ເຈົ້າ​ຈະເອົາ​ມາ​ປຽບ​ກັບ​ເຈົ້າ​ໄດ້ ຂ້າ​ພະ​ເຈົ້າ​ຈະ​ປຽບ​ເຈົ້າ​ກັບ​ຫຍັງ ໂອ ທິ​ດາ​ພົມ​ມະ​ຈາ​ຣີ​ແຫ່ງ​ຊີ​ໂອນ​ເອີຍ ຂ້າ​ພະ​ເຈົ້າຈະ​ເອົາ​ເຈົ້າ​ໄປ​ປຽບ​​ແກ່ຫຍັງ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ເລົ້າ​ໂລ​ມ​ເຈົ້າ​ໄດ້ ເພາະ​ຄວາມອັ​ບ​ປາງ​ຂອງ​ເຈົ້າ​ກໍ​ໃຫຍ່​ທຽມ​ເທົ່າ​ມະ​ຫາ​ສະ​ມຸດ ຜູ້​ໃດ​ຈະ​ໃຫ້​ເຈົ້າ​ກັບ​ຄືນ​ສູ່ພາບ​ເດີມ

14 ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຈົ້າ​ໄດ້​ເຫັນ​ນິມິດ​ລວງ ແລະ​ນິມິດ​ບໍ່​ເປັນ​ເຣື່ອງ​ເປັນ​ຣາ​ວ​ມາ​ບອກ​ເຈົ້າ ແທນ​ທີ່​ເຂົາ​ຈະ​ເຜີຍ​ບາບ​ຂອງ​ເຈົ້າ​ອອກ​ມາ​ໃຫ້​ປະ​ຈັກ ເພື່ອ​ຈະ​ໃຫ້​ເຈົ້າ​ກັບ​ສູ່​ສະ​ພາບ​ດີ ແຕ່ເຂົາ​ທັງ​ຫລາຍ​ໄດ້​ເຫັນ​ຄຳ​ໂອ​ວາດ​ເປັນ​ຄວາມ​ເປົ່າໆ​ແລະ​ຄວາມ​ລໍ້​ລວງ​ສຳ​ລັບ​ເຈົ້າ

15 ບັນ​ດາ​ຄົນ​ທີ່​ໄດ້​ຜ່ານ​ເຈົ້າ​ໄປ​ກໍ​ໄດ້​ຕົບ​ມື​ເຍາະ​ເຍີ້ຍ​ເຈົ້າ ເຂົາ​ທັງ​ຫລາຍ​ໄດ້​ຫຍໍ້​ຫຍັນ ແລະ​ໄດ້​ສັ່ນ​ຫົວ​ເຍາະ​ເຍີ້ຍ​ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ແລ້ວ​ວ່າ, “ນີ້​ຫລື​ຄື​ກຸງ ທີ່​ຄົນ​ທັງ​ຫລາຍ​ໄດ້​ຂະ​ຫນນ​ນາມວ່າ​ງາມ​ຫມົດ​ຈົດ​ວ່າ​ເປັນ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຂອງ​ຄົນ​ທົ່ວ​ທັງ​ໂລກ”

16 ບັນ​ດາ​ສັດ​ຕຣູ​ຂອງ​ເຈົ້າ ໄດ້​ອ້າ​ປາກ​ຮ້ອງ​ໃສ່​ເຈົ້າ ເຂົາ​ທັງ​ຫລາຍ​ເບະ​ປາກ ແລະ​ກັດ​ແຂ້ວ​ຄ້ຽວ​ຟັນ ເຂົາ​ພາ​ກັນ​ຮ້ອງວ່າ, “ພວກ​ເຮົາ​ໄດ້​ທຳ​ລາຍ​ເມືອງ​ນີ້​ແລ້ວ ວັນ​ນີ້​ແຫລະ​,ຄື​ວັນ​ທີ່​ພວກ​ເຮົາ​ໄດ້​ຄອງ​ຫາ ພວກ​ເຮົາ​ໄດ້​ພົບ​ແລ້ວ ພວ​ກ​ເຮົາ​ເຫັນ​ແລ້ວ”

17 ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ຕາມ​ແລະ​ພຣະ​ປະ​ສົງ​ແລ້ວ ໄດ້​ຊົງ​ກະ​ທຳ​ໃຫ້​ພຣະ​ດຳ​ຣັ​ດຂອງ​ພຣະ​ອົງ​ສຳ​ເຣັດ ຕາມ​ທີ່​ພຣະ​ອົງ​ໄດ້​ສະ​ຖາ​ປະ​ນາ​ໄວ້​ນານ​ແລ້ວ

ພຣະ​ອົງ​ກໍ​ໄດ້​ຊົງ​ທຳ​ລາຍ​ລົງ​ຢ່າງບໍ່​ມີ​ພຣະ​ເມດ​ຕາ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສັດ​ຕຣູ​ຍິນ​ດີ​ເຍີ້ຍ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ຊູ​ກຳ​ລັງ​ຂອງ​ພວກ​ສັດ​ຕຣູ​ຂອງ​ເຈົ້າ​ຂຶ້ນ

18 ຈິດ​ໃຈ​ຂ​ອງ​ເຂົາ​ທັງ​ຫລາຍ​ຮ້ອງ​ທູນ​ພຣະ​ເຈົ້າ​ວ່າ ໂອ​ ກໍາ​ແພງ​ຂອງ​ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ຫລັ່ງ​ນ້ຳ​ຕາ​ໃຫ້​ໄຫລ​ອາບ ທັງ​ກາງເວັນ​ແລະ​ກາງ​ຄືນ​ດັ່ງ​ນ້ຳ​ໃນ​ລຳ​ທານ ເຈົ້າ​ຢ່າ​ໄດ້​ຢຸດ​ຢ່ອນ​ເລີຍ ຢ່າ​ໃຫ້​ນ້ຳ​ຕາ​ແຫ້ງ​ຈາກ​ຫນ່ວຍ​ຕາ​ເລີຍ

19 ຈົ່ງ​ລຸກ​ຂຶ້ນຮ້ອງ​ໄຫ້​ໃນ​ກາງ​ຄືນ​ຕາມ​ຍາມ​ລ​ບາຍ​ຄວາມ​ໃນ​ໃຈ​ຂອງ​ເຈົ້​ອອກ​ມາ​ຢ່າງ​ນ້ຳ ຕໍ່​ພຣະ​ພັກ​ພຣະ​ເຈົ້າ ຈົ່ງ​ຊູ​ມື​ທັງ​ສອງ​ຂອງ​ເຈົ້າ​ຂຶ້ນ​ຕໍ່​ໄປ​ຍັງ​ພຣະ​ອົງ ເພື່ອ​ຂໍ​ຊີ​ວິດ​ຂອງ​ບັນ​ດາ​ລູກ​ໆ​ຂອງ​ເຈົ້າ​ທີ່​ຫິວ​ຈົນ​ເປັນ​ລົມ​ສ​ລົ​ບ​ໄປ ຕາມ​ຖ​ນົນ​ຫົນ​ທາງ​ທຸກ​ແຫ່ງ

20 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ທອດ​ພຣະ​ເນດ​ເຖີດ​ວ່າ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ເຊັ່ນ​ນີ້​ແກ່​ຜູ້​ໃດ ຄວນ​ທີ່​ພວກ​ຜູ້​ຍິງ​ຈະ​ກິນ​ລູກ​ຂອງ​ຕົນ ຫລື​ຈະ​ກິນ​ທາ​ຣົກ​ທີ່​ຍັງອຸ້ມ​ຢູ່​ຫລື ພ​ວກ​ປະ​ໂຣ​ຫິດ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຄວນ​ຈະ​ຖືກ​ປະ​ການ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຫລື

21 ຄົນ​ຫນຸ່ມ​ແລະ​ຄົນ​ແກ່​ ນອນ​ຢຽດ​ຢູ່​ຕາມ​ພື້ນ​ດິນ​ໃນ​ຖ​ນົນ ສາວ​ພົມ​ມະ​ຈາ​ຣີ ແລະ​ຊາຍ​ຫນຸ່ມ​ຂອງ​ຂ້າ​ພຣະ​ອົງ​ຖືກ​ຄົມ​ດາບ​ຫ​ວດ​ລົ້ມ​ລົງ ພຣະ​ອົງ​ໄດ້​ຊົງ​ປະ​ຫານ​ເຂົາ​ໃນ​ວັນ​ເມື່ອ​ພຣະ​ອົງ​ຊົງ​ກິ້ວ ໄດ້​ຊົງ​ສັງ​ຫານ​ເຂົາ​ເສັຽ​ໂດຍ​ປາ​ສ​ຈາກ​ພຣະ​ກະ​ຣຸ​ນາ

22 ພຣະ​ອົງ​ໄດ້​ຊົງ​ເຊີນ​ເຫລົ່າ​ສັດ​ຕຣູ​ຜູ້​ທີ່​ຂ້າ​ພຣະ​ອົງຢ້ານ​ອ້ອມ​ຮອບ​ທຸ​ກດ້ານ​ມາ ຢ່າງ​ໃນ​ວັນ​ເທ​ສ​ການ ພໍ​ເຖິງວັນ​ທີ່​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ກໍ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ຫນີ​ເອົາ​ຕົວ​ລອດ​ໄດ້ ຫລື​ຄົງ​ເຫລືອ​ຕົກ​ຄ້າງ​ລອດ​ຕາຍ​ຢູ່ ຜູ້​ທີ່​ຂ້າ​ພຣະ​ອົງ​ໄດ້​ອຸ້ມ​ຊູ​ແລະ​ລ້ຽງ​ດູ​ມາ​ນັ້ນ ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ໄດ້​ເຜົາ​ຜານ​ເສັຽ​ຫມົດ​ແລ້ວ

 

3. ຄວາມ​ຫວັງ​ທີ່​ໄດ້​ຮັບ​ຄວາມ​ບັນ​ເທົາ​ໂດຍ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະເຈົ້າ

1   ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທີ່​ໄດ້​ເຫັນ​ຄວາມ​ທຸກ​ໃຈ ໂດຍ​ໄມ້​ແສ້​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ

2   ພຣະ​ອົງ​ຊົງ​ນຳ ແລະ​ພາ​ຂ້າ​ພະ​ເຈົ້າ​ມາ​ໃນ​ຄວາມ​ມືດ​ແລ​ບໍ່​ແມ່ນໃນ​ຄວາມ​ສວ່າງ

3   ແທ້​ຈິງ​ພຣະ​ອົງ​ຊົງ​ພິກ​ພຣະ​ຫັດ​ຂອງ​ພຣະ​ອົງ ຕໍ່​ສູ້​ຂ້າ​ພະ​ເຈົ້າ​ຢູ່​ຕລອດ​ວັນ​

4   ເນື້ອ​ແລະ​ຫນັງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຊູບ​ຊີບ​ລົງ ພຣະ​ອົງ​ຊົງ​ຫັກ​ກະ​ດູກ​ຂ້າ​ພະ​ເຈົ້າ​ແລ້ວ

5   ພຣະ​ອົງ​ຊົງ​ສ້າງ​ຮົ້ວ​ຂັງ​ຂ້າ​ພະ​ເຈົ້າ ຊົງ​ເອົາ​ຄວາມ​ຂົມ​ຂື່ນ​ແລະ​ຄວາມ​ທຸກ​ຍາກ​ລຳ​ບາກ​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້

6   ພຣະ​ອົງ​ໄດ້​ຊົງ​ບັງ​ຄັບ​ຂ້າ​ພະ​ເຈົ້າ​ໃຫ້​ຢູ່​ໃນ​ທີ່​ມືດ ດັ່ງ​ຄົນ​ທີ່​ຕາຍ​ນານ​ແລ້ວ

7   ພຣະ​ອົງ​ຊົງ​ກະ​ທຳ​ຮົ້ວ​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້​ເພື່ອ​ຈະ​ກັກ​ຂັງບໍ່​ໃຫ້​ອອກ​ໄປ​ໄດ້ ພຣະ​ອົງ​ຊົງ​ຕີ​ໂຊ່​ລ່າມ​ຂ້າ​ພະ​ເຈົ້າ​ໄວ້

8   ເມື່ອ​ຂ້າ​ພະ​ເຈົ້າ​ຮ້ອງ​ກາບທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ ພຣະ​ອົງ​ບໍ່​ຊົງ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພ​ເຈົ້າ

9   ພຣະ​ອົງ​ຊົງ​ລ້ອມ​ຂ້າ​ພະ​ເຈົ້າ​ດ້ວຍກ້ອນ​ຫີນ​ທີ່​ສະ​ກັດ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຫົນ​ທາງ​ຂ້າ​ພະ​ເຈົ້າ​ຄົດ​ລ້ຽວ​ໄປ

10 ທີ່​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ທຳ​ທ່າ ເຫມືອນ​ຫມີ​ຄອຍ​ຕະ​ຄຸບ ແລະດັ່ງ​ສີງ​ແອ​ບ​ຊຸ່ມ​ຢູ່​ໃນ​ທີ່​ລັບ

11 ພຣະ​ອົງ​ຊົງ​ພາຂ້າ​ພະ​ເຈົ້າ​ໄຫລ​ໄປ​ຈາກ​ທາງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຈີກ​ຂ້າ​ພະ​ເຈົ້າ​ເປັນ​ຕ່ອນໆ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພ​ເຈົ້າ​ຖືກ​​ຖີ້ມ​ໄວ້

12 ພຣະ​ອົງ​ຊົງ​ກົ່ງ​ທະ​ນູ​ຂອງ​ພຣະ​ອົງ ແລະ​ເອົາ​ຂ້າ​ພະ​ເຈົ້າ​ຕັ້ງ​ເປັນ​ເປົ້​ສຳ​ລັບ​ລູກ​ທະ​ນູ

13 ພຣະ​ອົງ​ຊົງ​ເອົາ​ລູກ​ທະ​ນູ​ໃນ​ແຫລ່ງ​ຂອງ​ພຣະ​ອົງ ຍິງ​ເຂົ້າ​ໃນ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ

14 ຂ້າ​ພ​ເຈົ້າ​ໄດ້​ກາຍ​ເປັນ​ຂີ້​ປາກ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຫົວ​ເລາະ​ເຍາະເຍີ້ຍ ເປັນ​ເນື້ອ​ເພງ​ໃຫ້​ເຂົາ​ຮ້ອງ​ຫລິ້ນ​ຕລອດ​ທັງ​ວັນ

15 ພຣະ​ອົງ​ໃຫ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າເຕັມ​ແຕ່​ຄວາມ​ຂົ່ມ​ຂື່ນ ໃຫ້​ໂສກເສົ້າ​ເຫງົາ​ຫງ່ອຍ​ຕລອດ​ເວ​ລ

16 ພຣະ​ອົງ​ກະ​ທຳ​ໃຫ້​ແຂ້ວຂ້າ​ພະ​ເຈົ້ໄດ້​ຫັກ​ດ້ວຍ​ຫີນ​ແຮ່ ແລະ​ຊົງ​ຢຽດ​ຂ້າ​ພະ​ເຈົ້າ​ໃຫ້​ຢູ່​ໃນ​ກອງ​ຂີ້​ເຖົ່າ

17 ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຂາດ​ຄວາມ​ສງົບ​ສຸກ ຈົນ​ຂ້າ​ພະ​ເຈົ້າ​ລື​ມ​ຄວາມ​ສຳ​ຣານ​ວ່າ​ເປັນ​ຢ່າງໃດ

18 ຂ້າ​ພະ​ເຈົ້າ​ຈຶ່ງວ່າ, “ສັກ​ສີ​ຂອງ​ຂ້າ​ພະ​ເຈົ້າ​ສູນ​ໄປ​ແລ້ວ ແລະ​ຄວາມ​ຫວັງ​ໃນ​ພຣະ​ເຈົ້າ​ກໍ​ດັບ​ຫມົດ”

19 ຂໍ​ຊົງ​ຈຳ​ຄວາມທຸກ​ໃຈ ແລະ​ຄວາມ​ຖືກ​ບີບ​ຄັ້ນ​ຂອງ​ຂ້າ​ພະ​ເຈົ້າ​ ກໍ​ເຕັມ​ດ້ວຍ​ຢາ​ພິດ​ອັນ​ຂົມ​ຂື່ນ

20 ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ນຶກ​ເຖິງ​ຢ່າງ​ບໍ່​ສິ້ນ​ສຸດ ແລະ​ຕ້ອງ​ຄ້ອມ​ລົງ​ພາຍ​ໃນ​ຕົວ​ຂ້າ​ພະ​ເຈົ້າ

21 ຂ້າ​ພະ​ເຈົ້າ​ຫວນ​ຄິດ​ຂຶ້ນ​ມາ​ໄດ້ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຂຶ້ນ​ເມື່ອ​ຄິດ​ໄດ້​ວ່າ

22 ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ​ບໍ່​ເຄີຍຢຸດ​ຢັ້ງ ແລະ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ສິ້ນ​ສຸດ

23 ເປັນ​ຂອງ​ໃຫມ່​ຢູ່​ທຸກ​ເວ​ລາ​ເຊົ້າ ຄວາມ​ທ່ຽງ​ຕົງ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່​ນັກ

24 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ພຣະ​ເຈົ້າ​ຊົງ​ເປັນ​ສ່ວນ​ຂອງ​ຂ້າ​ພະ​ເຈົ້າ ເຫດ​ສັນ​ນີ້​ຂ້າ​ພະ​ເຈົ້າ​ຈະ​ຫວັງ​ໃນ​ພຣະ​ອົງ”

25 ພຣະ​ເຈົ້າ​ຊົງ​ດີ​ຕໍ່​ຄົນ​ທັງ​ປວງ​ທ່​ຄອຍ​ຖ້າ​ພຣະ​ອົງ​ຢູ່ ແລະ​ຊົງ​ດີ​ຕໍ່​ຄົນ​ທີ່​ສ​ແວງຫາ​ພຣະ​ອົງ

26 ເປັນ​ການ​ດີ​ທີ່​ຈະ​ຫ​ວັງ​ໃຈ ແລະ​ລໍ​ຄອຍ​ຄວາມ​ລອດ​ຈາກ​ພຣະ​ຜູ້​ເປັນ​ເຈົ້

27 ເປັນ​ການ​ດີ​ທີ່​ຄົນ​ເຮົາ​ຈະ​ແບກ​ແອກ​ໃນ​ປະ​ຖົມ​ວັຍ

28 ໃຫ້​ເຂົາ​ນັ່ງ​ງຽບໆ ຢູ່​ແຕ່​ລຳ​ພັງ ເພາະ​ພຣະ​ອົງ​ຊົງ​ວາງ​ແອກ​ນັ້ນ​ເອງ

29 ໃຫ້​ເຂົາ​ເອົາ​ປາກ​ຈົດ​ໄວ້​ໃນ​ຜົງ​ຂີ້​ດິນ (ຖ້າ​ທຳ​ດັ່ງ​ນັ້ນຍັງ​ຈະ​ມີ​ຫວັງ)

30 ຫ້​ເຂົາ​ອ່ຽງ​ແກ້ມ​ໃຫ້​ຜູ້​ທີ່​ຕົບ​ເຂົາ ໃຫ້​ເຂົາ​ຍອ​ມຮັບ​ຄວາ​ມອັບ​ອາຍ​ຢ່າງ​ເຕັມ​ປ່ຽມ​ເຖີດ

31 ດ້ວຍ​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ​ເປັນ​ນິດ​ດອກ

32 ແຕ່​ວ່າ​ຖ້າພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເກີດ​ຄວາມ​ເສົ້າ​ໂສກ​ ພຣະ​ອົງ​ຈະ​ຊົງ​ພຣະ​ກະ​ຣຸ​ນາ​ຕາມ​ຄວາມ​ຮັກ​ຫມັ້ນ​ຄົງ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ

33 ເພາະ​ພຣະ​ອົງ​ບໍ່​ຊົງ​ພໍ​ພຣະ​ທັຍ​ທີ່​ໄດ້​ທຳ​ໃຫ້​​ເກີດ​ຄວາມ​ທຸກ​ໃຈ ຫລື​ລູກ​ຫລານ​ມະ​ນຸດ​ມີ​ຄວາມ​ໂສກ

34 ການ​ຢຽບ​ຢໍ່າ ບັນ​ດາ​ຊ​ເລີຍ​ແຫ່ງ​ແຜ່ນ​ດິນ​ໂລກ​ໄວ້​ໃຕ້​ຕີນກໍ​ດີ

35 ການ​ຕັດ​ສີດ​ຂອງ​ມະ​ນຸດ​ຜູ້​ນຶ່ງ​ຜູ້​ໃດ​ຕໍ່​ພຣະ​ພັກ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ກໍ​ດີ

36 ຖ້າ​ເຂົາ​ທຳ​ຜິດ​ຕໍ່​ຜູ້​ນຶ່ງຜູ້ໃດ​ໃນ​ຄະ​ດີ​ແຫ່ງ​ຕົນ ພຣະ​ເຈົ້າ​ບໍ່​ຊົງ​ພໍພຣະ​ທັຍ​ເລີຍ

37 ຜູ້​ໃດ​ຈະ​ສັ່ງ​ແລະ​ໃຫ້​ເປັນ​ໄປ​ໄດ້​ນອກ​ຈາກ​ເມື່ອ​ພຣະ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ໃຫ້​ເປັນ​ໄປ

38 ນອກ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ສູງ​ສຸດ​ນັ້ນ​ບໍ່​ແມ່ນ​ມີ​ມາ​ທັງ​ຮ້າຍ​ແລະ​ດີ ຍາກ​ແລະ​ສະ​ບາຍ​ຫລື

39 ມະ​ນຸດ​ເປັນໆ​ຈະ​ໄປ​ຈົ່ມ​ເອົາ​ກັບ​ໃຜ ຄື​ມະ​ນຸດ​ທີ່​ຖືກ​ທຳ​ໂທດ​ເພາະ​ບາບ​ຂອງ​ຕົນ

40 ໃຫ້​ພວກ​ເຮົາ​ທົດ​ສອບ ແລະ​ພິ​ຈາ​ຣະ​ນາ​ວິ​ຖີ​ຂອງ​ພວ​ກ​ເຮົາ ແລະ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ

41 ໃຫ້​ພວກ​ເຣົາ​ຍົກ​ຈິດ​ໃຈ ແລະ​ມື​ຂອງ​ພວກ​ເຮົາ​ຂຶ້ນ​ຕໍ່​ພຣະພຣະ​ເຈົ້າ​ໃນ​ຟ້າ​ສວັນ​ທູນ​ວ່າ,

42 “ພວກ​ຂ້າ​ພຣະ​ອົງ​ໄດ້​ທໍ​ຣະ​ຍົດ ແລ​ໄດ້​ກະ​ບົດ​ແລ້ວ ແລະ​ພຣະ​ອົງ​ຍັງ​ບໍ່​ໄດ້​ຊົງ​ອະ​ພັຍ​ໂທດ”

43 ພຣະ​ອົງ​ຊົງ​ຫົ່ມ​ຄວາມ​ກີ້ວ ແລະ​ໄລ່​ຕາມ​ພວກ​ຂ້າ​ພຣະ​ອົງ​ໄດ້​ຊົງ​ປະ​ຫານ​ຢ່າງ​ບໍ່​ສົງ​ສານ

44 ພຣະ​ອົງ​ຊົງ​ຄຸມ​ພຣະ​ອົງ​ໄວ້​ເສັຽ​ດ້ວຍ​ເມກ ເພື່ອ​ວ່າ​ການ​ອ້ອນວອນ​ຂອງ​ພວກ​ຂ້າ​ພຣະ​ອົງ​ຈະ​ບໍ່​ທະ​ລຸ​ໄປ​ເຖິງ​ພຣະ​ອົງ​ໄດ້

45 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ພວກ​ຂ້າ​ພຣະ​ອົງເປັນ​ເຫມືອນ​ສິ່ງ​ເສດ​ເຫລືອແລະ​ຂີ້​ເຍື່ອ​ທີ່​ຖິ້ມ​ຢູ່​ໃນ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ

46 “ບັນ​ດາ​ສັດ​ຕຣູ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ອ້າ​ປາກ​ຮ້ອງ​ໃສ່​ພວກ​ຂ້າ​ພຣະ​ອົງ

47 ເຫດ​ສະຍົດ​ສຍອງແລະ​ຫລຸມ​ພາງ​ມາ​ເຖິງ​ຂ້າ​ພຣະ​ອົງ ທັງ​ຄວາມ​ວ່າງ​ເປົ່າ​ແລະ​ຄວາມ​ພິ​ນາດ

48 ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ​ໄຫລ​ເປັນ​ແມ່​ນ້ຳ ເນື່ອງ​ດ້ວຍ​ຄ​ວາມ​ພິ​ນາດ​ແຫ່ງ​ທິ​ດາ​ຂອ​ງ​ຊົນ​ຊດ​ຂອງ​ຂ້າ​ພຣະ​ອົງ

49 “ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ​ໄຫລ​ລົງ​ບໍ່​ຢຸດ ແລະ​ບໍ່​ມີ​ເວ​ລາ​ສ່າງ​ເລີຍ

50 ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທອດ​ພຣະ​ເນດ​ລົງ​ແລ​ດູ​ຈາກ​ສວັນ

51 ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ທຳ​ໃຫ້​ລະ​ທົມ​ເພາະ​ເຄາະ​ກັມ​ຂອງ​ບັນ​ດາບຸດ​ຕ​ຣີ​ແຫ່ງ​ກຸງ​ຂ້າ​ພຣະ​ອົງ

52 “ພວກ​ທີ່​ຕັ້ງ​ຕົນ​ເປັນ​ສັດ​ຕຣູ​ຕໍ່​ຂ້າ​ພຣະ​ອົງ​ໂດຍ​ບໍ່​ມີ​ເຫດ​ຜົນ​ນັ້ນ ໄດ້​ຂັບ​ໄລ່​ຂ້າ​ພຣະ​ອົງ​ດັ່ງ​ຂັບ​ໄລ່​ນົກ

53 ເຂົາ​ທັງ​ຫລາຍ​ແກ່ວງ​ຂ້າ​ພຣະ​ອົງ​ລົງ​ໃນ​ບໍ່​ໃຫ້​ຕາຍ ແລະ​ເອົາ​ຫີນ​ຖົມ​ທັບ​ຂ້າ​ພຣະ​ອົງ​ເສັຽ

54 “ນ້ຳ​ໄດ້​ຖ້ວມ​ຫົວຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ວ່າ, “ຂ້າ​ພະ​ເຈົ້າ​ສູນເສັຽ​ແນ່​ແລ້ວ”

55 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ຣ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ​ຈາກ​ທີ່​ເລິກ​ໃນ​ບໍ່

56 ພຣະ​ອົງ​ຊົງ​ສະ​ດັບ​ສຽງ​ຂ້າ​ພຣະອົງ​ທີ່​ວ່າ, “ຂໍ​ຢ່າ​ຊົງບັງ​ພຣະ​ກັນ​ຕໍ່​ຄຳ​ຂອງ​ຂ້າ​ພຣະ​ອົງ​ທີ່​ຮ້ອງ​ທູນ​ຂໍ​ໃຫ້​ຊ່ອຍ”

57 ພຣະ​ອົງ​ຊົງ​ເຂົ້າ​ມາ​ໃກ້​ໃນ​ວັນ​ທີ່​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ ພຣະ​ອົງ​ຕຣັສວ່າ, “ບໍ່​ຕ້ອງ​ຢ້ານ”

58 “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ເຂົ້​ກັບ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ​ແລ້ວ ພຣະ​ອົງ​ຊົງ​ໄຖ່​ຊີ​ວິດຂ້າ​ພຣະ​ອົງ

59 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເຫັນ​ທີ່​ເຂົາ​ຜິດ​ຕໍ່​ຂ້າ​ພຣະ​ອົງ​ແລ້ວ ຂໍ​ຊົງ​ພິ​ພາກ​ສາ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ​ເຖີດ

60 ພຣະ​ອົງ​ໄດ້​ຊົງ​ເຫັນ​ໃຈ​ແກ້​ແຄ້ນ​ຂອງ​ເຂົາແລະແຜນ​ການ​ທຳ​ຮ້າຍ​ຂ້າ​ພຣະ​ອົງ​ແ​ລ້ວ

61 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ເຍາະ​ເຍີ້ຍ ແລະ​ແຜນ​ການ​ທຳ​ຮ້າຍ​ຂ້າ​ພຣະ​ອົງ​ແລ້ວ

62 ຄື​ຮີມ​ຝີ​ປາກ​ແລະ​ຄວາມ​ຄິດ​ຂອງ​ຜູ້​ທີ່​ໄດ້​ຮຸກ​ຮານ​ຂ້າ​ພຣະ​ອົງ ກໍ​ຕໍ່​ສູ້​ຂ້າ​ພຣະ​ອົງ​ຢູ່​ຕລອດ​ວັນ

63 ເບິ່ງ​ແມ໋, ບໍ່​ວ່າ​ເຂົາ​ຈະ​ນັ່ງ​ຫລື​ລຸກ ຕົວ​ຂ້າ​ພຣະ​ອົງ​ກຳ​ເປັນ​ເນື້ອ​ເພງ​ໃຫ້​ເຂົາ​ຮ້ອງ​ຫລິ້ນ

64 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສະ​ຫນອງ​ເຂົາ​ທັງ​ຫລາຍ ຕາມ​ກັມ​ແຫ່ງ​ນ້ຳ​ມື​ຂອງ​ເຂົາ

65 ພຣະ​ອົງ​ຄົງ​ຈະ​ຊົງ​ກະ​ທຳ​ໃຫ້​ໃຈ​ຂອງ​ເຂົາ​ທັງ​ປວງ​ມືດ​ມົວ​ໄປ ຄຳ​ສາບ​ຂອງ​ພຣະ​ອົງ​ຄົງ​ຕົກ​ເຫນືອ​ເຂົາ

66 ພຣະ​ອົງ​ຍັງ​ຄົງ​ໄລ່​ຕິດ​ເຂົາ​ໄປ​ດ້ວຍ​ພຣະ​ພິ​ໂຣດ​ແລະ​ທຳ​ລາຍ​ເຂົາ​ເສັຽ ຈາກ​ໃຕ້​ຟ້າສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

 

4. ສໍາເຣັດ​ການ​ລົງ​ໂທດ​ຊີ​ໂອນ

1   ນີ້​ຢ່າງ​ໃດ​ຫນໍ ທອງ​ຄຳ​ຈຶ່ງ​ມີ​ສີ​ສ​ຫລົວ ແລະ​ທອງ​ນົ​ພ​ຄຸນ​ກໍ​ປ່ຽນ​ໄປ ເພັດ​ພອຍ​ສັກ​ສິດ​ກໍ​ແຕກ​ກະ​ຈາຍ​ຕາມ​ທຸກ​ທາງ​ຖ​ນົນ

2   ບຸດ​ຊາຍ​ຜູ້​ປະ​ເສີດ​ຂອງ​ກຸງ​ຊີ​ໂອນ ມີ​ຄ່າ​ປຽບ​ໄດ້​ກັບ​ທອງ​ນົ​ພ​ຄຸນ​ນັ້ນ ຖືກ​ຕີ​ຣາ​ຄາ​ພຽງ​ເທົ່າ​ຫມໍ້​ດິນ​ທີ່​ປັ້ນ​ຂຶ້ນ​ດ້ວຍ​ມື​ຂອງ​ຊ່າງ​ຫມໍ້​ເທົ່າ​ນັ້ນ​ຫນໍ

3   ແມ້​ແຕ່​ຫມາ​ປ່າ​ຍັງ​ໄດ້​ເອົາ​ນົມ​ອອກ​ໃຫ້​ລູກ​ຂອງ​ມັນ​ດູດ ແຕ່​ທິ​ດາ​ແຫ່ງ​ຊົນຊດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໃຈ​ຮ້າຍ​ດັ່ງ​ນົກ​ກະ​ຈອກ​ເທດ​ໃນ​ຖິ່ນ​ການ​ດານ

4   ລີ້ນຂອງ​ທາ​ຣົກ​ທີ່​ຍັງ​ບໍ່​ຢ່າ​ນົມ​ກະ​ຫາຍ​ຈົນ​ຕິດ​ເພ​ດານ ພວກ​ເດັກ​ໄດ້​ຂໍ​ອາ​ຫນ​ແຕ່​ບໍ່​ມີ​ໃຜ​ຍື່ນ​ໃຫ້​ເຂົາ

5   ຄົນ​ທັງ​ປວງ​ທີ່​ເຄີຍ​ຮັບ​ປະ​ທານ​ອາ​ຫານ​ຢ່າງວິ​ເສດ​ກັບ​ຕ້ອງ​ພິ​ນາດ​ຢູ່​ຕາມ​ຖ​ນົນ​ ຄົນ​ທັງ​ຫລາຍ​ທີ່​ເຄີຍ​ສວມ​ເສື້ອ​ສີ​ມ່ວງ​ກັບ​ຕ້ອງນອນ​ເທິງກອງ​ຂີ້​ເຍື່ອ

6   ເພາະ​ໂທດ​ຜິດ​ຂອງ​ທິ​ດາ​ແຫ່ງ​ຊົນ​ຊາດ ຂ້າ​ພ​ເຈົ້າ​ນັ້ນ​ກໍ​ຍິ່ງ​ໃຫຍ່ກວ່າ​ໂທດ​ຂອງ​ເມືອງ​ໂຊ​ໂດມ ທີ່​ຕ້ອງ​ຄວ່ຳ​ທະ​ລາຍ​ລົງ​ໃນ​ພິບ​ຕາ​ດຽວ​ໂດຍ​ບໍ່​ມີ​ມື​ໃຜ​ໄດ້​ແຕະ​ຕ້ອງ​ເລີຍ

7   ພວກ​ເຈົ້າ​ນາຍ​ນັ້ນ​ບໍ​ຣິ​ສຸດກວ່າ​ຫິມ​ມະ ແລະ​ຂາວກວ່າ​ນ້ຳ​ນົມ ຜິວ​ພັນ​ຂອງ​ເຂົາ​ເປັ່ງ​ປັ່ງ່​ຍິ່ງກວ່າ​ຫີນ​ແກ້ວ​ພິ​ລາ ເຂົາ​ມີ​ຮູບ​ຮ່າງ​ງາມ​ດັ່ງ​ໄພ​ທູນ

8   ບັດ​ນີ້​ຜິວ​ພັນ​ຂອງ​ເຂົາ​ກໍ​ມືດກວ່າສີ​ດຳ ໃຜໆຕາມ​

ຖ​ນົນ​ກໍ​ຈື່​ເຂົາ​ບໍ່​ໄດ້ ຫນັງ​ຂອງ​ເຂົາ​ຫ່ຽວຫຸ້ມກະ​ດູກ ແລະ​ຈ່ອຍ​ຜອມ​ສ່ຳ​ກັບ​ຟືນ

9   ຄົນ​ທີ່​ຕາຍ​ດ້ວຍ​ຄົມ​ດາບ​ຍັງ​ດີກວ່າ ຄົນ​ທີ່​ຕ້ອງ​ອົດ​ຢາກ​ຕາຍ ເພາະ​ຄົນ​ເຫລົ່ນີ້​ຄ່ອຍ​ຜອມ​ຄ່ອຍ​ຕາຍ​ໄປ ເພາະ​ຂາດ​ຜົນ​ຈາກ​ທ້ອງ​ນາ

10 ມື​ຂອງ​ຍິງທີ່​ໃຈ​ອ່ອນ​ກັບ​ເອົາ​ລູກ​ຂອງ​ຕົວ​ຕົ້ມ​ກິນ ລູກ​ທີ່​ຖືກ​ຕົ້ມ​ກິນ​ເປັນ​ອາ​ຫານ​ນັ້ນ ກິນ​ກັນ​ເມື່ອ​ຍາມ​ໄພ​ວິບັດ​ມາ​ສູ່​ທິ​ດາ​ແຫ່ງ​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໂທ​ໂສ​ອອກ​ມາ​ແລ້ວ​ ພຣະ​ອົງ​ຊົງ​ເທ​ພຣະ​ພິ​ໂຣດ​ອັນ​ກ້ຽວ​ກາດ​ຂອງ​ພຣະ​ອົງ​ລົງ​ແລ້ວ ແລະ​ໄດ້​ຊົງ​ຈຸດ​ໄຟ​ຂຶ້ນ​ໃນ​ກຸງ​ຊີ​ໂອນ ຊຶ່ງ​ເຜົາ​ຜານ​ແມ້​ແຕ່​ຮາກ​ຂອງ​ເມືອງ​ນັ້ນ

12 ກະ​ສັດ​ທັງ​ປວງ​ແຫ່ງ​ແຜ່ນ​ດິນ​ໂລກ ແລະ​ບັນ​ດາ​ຊາວ​ພິ​ພົບ​ພາ​ກັນ​ບໍ່​ເຊື່ອ​ວ່າ ສັດ​ຕຣູ​ຈະ​ໄດ້​ເຂົ້າ​ໄປ​ໃນ​ປະ​ຕູ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້

13 ເພາະ​ຄວາມ​ຜິດ​ບາບ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ກຸງ​ຊີ​ໂອນ ແລະ​ເພາະ​ການ​ບາບ​ຂອງ​ພວກ​ປະ​ໂຣ​ຫິດ​ຂອງ​ກຸງ​ນັ້ນ ທີ່​ໄດ້ກະ​ທຳ​ໂລ​ຫິດ​ຂອງ​ຜູ້​ຊອບ​ທັມ​ໃຫ້​ໄຫລ​ອອກ​ໃນ​ຖ້າມ​ກາງ​ກຸງ

14 ເຂົາ​ທັງ​ຫລາຍ​ຍ່າງ​ເປະ​ປະ​ແລະ​ຕາ​ບອດ​ໄປ​ຕາມ​ຖນົນ ທຳ​ຕົວ​ໃຫ້​ມົນ​ທິນ​ດ້ວຍ​ໂລ​ຫິດ ຈົນ​ຄົນ​ຈະ​ຈັບ​ຕ້ອງ​ບໍ່​ໄດ້​ທີ່​ເສື້ອ​ຜ້າ​ຂອງ​ເຂົາ

15 “ຫນີ​ໄປ​ສາ ຄົນ​ມີ​ມົນ​ທິນ”ຄົນ​ທັງ​ຫລາຍ​ຮ້ອງວ່າ​ໃສ່​ເຂົາ​ “ຫນີ​ໄປ ຫນີ​ໄປ ຢ່າ​ມາ​ແຕະ​ຕ້ອງ” ສະ​ນັ້ນ​ເຂົາ​ຈຶ່ງ​ຫນີ​ໄປ​ເປັນ​ຄົນ​ພະ​ເນ​ຈອນ ພົລເມືອງຂອງ

​ປະ​ຊາ​ຊາດ​ເວົ້າ​ກັນ​ວ່າ,”ເຂົາ​ບໍ່​ຄວນ​ຢູ່​ທີ່​ນີ້​ອີກ​ຕໍ່ໄປ”

16 ພຣະ​ຜູ້​ເປັນ​ເຈົ້າ​ເອງ​ຊົງ​ກະ​ທຳ​ໃຫ້​ເຂົາ​ທັງ​ປວງ​ກະ​ຈັດ​ກະ​ຈາຍ​ໄປ ພຣະ​ອົງ​ຈະ​ບໍ່​ຊົງ​ສົນ​ພຣະ​ທັຍ​ໃນ​ເຂົາ​ອີກ​ເລີຍ ຄົນ​ທັງ​ຫລາຍ​ຈຶ່ງ​ບໍ່​ນັບ​ຖື​ພວກ​ປະ​ໂຣ​ຫິດ ບໍ່​ໃຫ້​ຄວາມ​ນັບ​ຖື​ຕໍ່​ພວກ​ຜູ້​ນຳ

17 ນັຍ​ຕາ​ຂອງ​ພວກ​ເຮົາ​ມອງ​ຫາ​ຄວາມ​ຊ່ອຍ​ເຫລືອ ການ​ຊ່ອຍ​ເຫລືອ​ນັ້ນ​ເປັນ​ລົມ​ເປັນ​ແລ້ງ ສ່ວນ​ການ​ເຝົ້າ​ລໍ​ຄອຍ​ພວກ​ເຮົາ​ໄດ້​ຄອຍ ເມື​ອງ​ທີ່​ບໍ່​ອາດ​ຊ່ອຍ​ເຮົາ​ໄດ້

18 ມີ​ຄົນ​ສະ​ກົດ​ຮອຍ​ຕາມ​ເຮົາ​ ຈົນ​ພວກ​ເຮົາ​ຍ່າງ​ທີ່​ລານ​ເມືອ​ງຂອງ​ພວກ​ເຮົາ​ບໍ່​ໄດ້ ເບື້ອງ​ປາຍ​ຂອງ​ພວກ​ເຮົາ​ກໍໃກ້​ເຂົ້​ມາ​ແລ້ວ ວັນ​ເດືອນ​ທັງ​ຫລາຍ​ຂອງ​ພວກ​ເຣົາກໍ​ຈະ​ຈົມ​ຢູ່​ເພາະ​ບັ້ນ​ປາຍ​ຂອງ​ພວກ​ເຮົາ​ມາ​ເຖິງ

19 ພວກ​ທີ່​ໄລ່​ຕາມ​ຈັບ​ເຮົາ​ກໍ​ໄວ​ກວ່າ​ນົກ​ອີນ​ຊີ​ໃນ​ທ້ອງ​ຟ້າ ເຂົາ​ທັງ​ຫລາຍ​ແລ່ນກວາດ​ພວກ​ເຮົາ​ເທິງ​ພູ ເຂົາ​ທັງ​ຫລາຍ​ຊຸ່ມ​ຄອຍ​ຈັບ​ເຣົາ​ໃນ​ຖິ່ນ​ກັນ​ດານ

20 ເຈົ້າ​ຊີ​ວິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ຄື​ກະ​ສັດ​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ນັ້ນ​ກໍ​ຕົກ​ຫລຸມ​ພາງ​ຂອງ​ເຂົາ​ທັງ​ຫລາຍ​ແລ້ວ ຄື​ພວກ​ເຮົາ​ກ່າວ​ຂວັນ​ເຖິງ​ພຣະ​ອົງ​ທ່ານ​ວ່າ,” ເຮົາ​ຈະ​ດຳ​ຣົງ​ຊີ​ວິດ​ຂອງ​ເຣົາ​ຖ້າ​ມກາງ​ປະ​ຊາ​ຊາດ​ໄດ້ ກໍ​ດ້ວຍ​ອາ​ໄສ​ຮົ່ມ​ເງົາ​ຂອງ​ພຣະ​ອົງ​ທ່ານ”

21 ໂອ​ ທິ​ດາ​ແຫ່ງ​ເມືອງ​ເອ​ໂດມ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ອູ​ຊ ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ເຖີດ ຂັນ​ໃບ​ນັ້ນ​ຄົງ​ຈະ​ສົ່ງ​ຜ່ານ​ມາ​ເຖິງ​ເຈົ້າ​ດ້ວຍ​ເປັນ​ແນ່ ເຈົ້າ​ຈະ​ຕ້ອງ​ເມົາ​ໄປ ແລະ​ຈະ​ຕ້ອງ​ແກ້​ຜ້າເປື່ອຍ​ຕົວ​ລ້ອນ​ຈ້ອນ

22 ໂອ​ ທິ​ດາ​ແຫ່ງ​ກຸງ​ຊີ​ໂອນ​ເອີຍ ການ​ລົງ​ໂທດ​ເພາະ​ການ​ອະ​ທັມ​ຂອງ​ເຈົ້າ​ກໍ​ຄົບ​ແລ້ວ ພຣະ​ອົງ​ຈະ​ບໍ່​ຊົງ​ພາເຈົ້າ​ອອກ​ໄປ​ໃຫ້​ເປັນ​ຊະ​ເລີ​ຍອີກ​ຕໍ່​ໄປ ໂອ ທິ​ດາ​ແຫ່ງ​ເມືອງ​ເອ​ໂດມ​ເອີຍ ພຣະ​ອົງ​ຈະ​ຊົງ​ລົງ​ໂທດ ເພາະ​ຄວາມ​ບາບ​ຜິດ​ຂອງ​ເຈົ້າ ພຣະ​ອົງ​ຈະ​ຊົງ​ເປີດເຜີຍ​ບາບ​ຂອງ​ເຈົ້

 

5. ຄໍາ​ອ້ອນວອນ​ຂອງພຣະ​ກະ​ຣຸ​ນາ​ທິ​ຄຸນ

1   ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລະ​ຣຶກວ່າ​ມີ​ສິ່ງ​ໃດ​ຕົກ​ເຖິງ​ຂ້າ​ພຣະ​ອົງ ເບິ່ງ​ແມ໋, ຂໍ​ຊົງ​ພິ​ຈາ​ຣະ​ນາ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຂອງ​ຂ້າ​ພຣະ​ອົງ

2   ມໍ​ຣະ​ດົກ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ໄປ​ຕົກ​ຢູ່​ກັບ​ພວກ​ຕ່າງ​ປະ​ເທດ ບ້າ​ນ​ເຮືອນ​ຂອງ​ພວກ​ຂ້າ​ພຣະ​ອົງ​ເປັນ​ຂອງຄົນ​ຕ່າງ​ດ້າວ

3   ພວກ​ຂ້າ​ພຣະ​ອົງ​ເປັນ​ຄົນ​ກຳ​ພ້າ​ພໍ່ ແລະ​ເຫລົ່​ແມ່ຂອງ​ຂ້າ​ພຣະ​ອົງ​ເປັນ​ດັ່ງ​ຍິງ​ຫມ້າຍ

4   ນ້ຳ​ກໍ​ຕ້ອງ​ຊື້​ເຂົາ​ດື່ມ ຟືນກໍ​ຕ້ອງ​ຊື້ເຂົາ​ໃຊ້

5   ຜູ້​ຂົ່ມ​ຂີ່​ໄດ້​ຂີ່​ຄໍ​ພວກ​ຂ້າ​ພຣະ​ອົງ​ໄວ້ ພວກ​ຂ້າ​ພຣະ​ອົງ​ອ່ອນ​ເພັຽ ແລະ​ເຂົ​ບໍ່​ໃຫ້​ມີ​ເວ​ລາ​ພັກ​ເລີຍ

6   ພວກ​ຂ້າ​ພຣະ​ອົງ​ພະ​ນົມ​ມື​ໃຫ້​ຄົນ​ເອ​ຢິບ ແລະ​ຄົນ​ອັສຊີ​ເຣັຽ ເພື່ອ​ຈະ​ໄດ້​ອ​ຫານ​ກິນ​ອີ່ມ​

7   ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ບາບ ແລະ​ກໍ​ຕາຍ​ຫມົດ​ແລ້ວ ພວກ​ຂ້າ​ພຣະ​ອົງ​ຕ້ອງ​ຖືກ​ໂທດ​ເພາະ​ບາບ​ຂອງ​ພວກ​ເຂົາ

8   ທາດ​ກັບ​ປົກ​ຄອງ​ພວກ​ຂ້າ​ພຣະ​ອົງ ບໍ່​ມີ​ຜູ້​ໃດ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ມື​ຂອງ​ເຂົາ​ໄດ້

9   ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ອາ​ຫານ​ມາ​ໂດຍ​ເອົາ​ຊີ​ວິດ​ເຂົ້າ​ສ່ຽງ ເພາະ​ດາບ​ແຫ່ງ​ຖິ່ນ​ກັນ​ດານ

10 ຜີວ​ຫນັງ​ຂອງ​ພວກ​ຂ້າ​ພຣະ​ອົງ​ກໍ​ຮ້ອນ​ປານ​ເຕົາ​ອົບ ເພາະ​ຄວາມ​ເດືອດ​ຮ້ອນ​ເຮັດ​ໃຫ້​ເຈັບ​ໄຂ້

11 ເຂົາ​ທັງ​ຫລາຍ​ຂືນ​ໃຈ​ພວກ​ຜູ້​ຍິງ​ໃນ​ກຸງ​ຊີ​ໂອນ ແລະ​ຂົ່ມ​ໃຈ​ສາວ​ພົມ​ມະ​ຈາ​ຣີ​ໃນ​ຫົວ​ເມືອງ​ແຫ່ງ​ຢູ​ດາ

12 ພວກ​ເຈົ້າ​ນາຍ​ຕ້ອງ​ຖືກ​ຜູກ​ມື​ແຂວນ​ບໍ່​ມີ​ໃຜ​ນັບ​ຖື​ພວກ​ຜູ້​ນຳ

13 ພວກ​ຄົນ​ຫນຸ່ມ​ຖືກ​ບັງ​ຄັບ​ໃຫ້​ໂມ່​ແປ້ງ ແລະ​ພວກ​ເດັກ​ຕ້ອງ​ແບກ​ຟືນ​ຫນັກ​ລົ້ມ​ລຸກ​ຄຸກ​ຄານ

14 ພວກ​ຜູ້​ໃຫຍ່​ຫາຍ​ຕົວ​ໄປ​ຈາກ​ປະ​ຕູ​ເມືອງ ພວກ​ຄົນ​ຫນຸ່ມ​ໄດ້​ຢຸດ​ດີດ​ສີ​ຕີ​ເປົ່າ​ແລ້ວ

15 ຄວາມ​ສຸກ​ຫາຍ​ໄປ​ສິ້ນ​ຈາກ​ໃຈ​ຂອງ​ພວກ​ຂ້າ​ພຣະ​ອົງ ການ​ເຕັ້ນ​ຣຳ​ຂອງ​ພວກ​ຂ້າ​ພຣະ​ອົງ​ກາຍ​ເປັນ​ການ​ໂສກ​ເສົ້າ

16 ມົງ​ກຸດ​ໄດ້​ຣ່ວງ​ຫລົ່ນ​ຈາກ​ຫົວ​ຂ້າ​ພຣະ​ອົງ​ແລ້ວ ວິບັດ​ແກ່​ພວກ​ຂ້າ​ພຣະ​ອົງ​ເພາະ​ພວກ​ຂ້າ​ພຣະ​ອົງ​ກະ​ທຳ​ບາບ​ໄວ້

17 ເຫດ​ນີ້​ເອງ​ໃຈ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ເຈັບ​ປວດ ເພາະ​ການ​ເຫລົ່​ນີ້​ເອງ ນັຍ​ຕາ​ຂ້າ​ພຣະ​ອົງ​ຈຶ່ງ​ມົວ​ໄປ

18 ເຫດ​ດ້ວຍ​ພູ​ຊີ​ໂອນ​ຊຶ່ງ​ເກີດ​ຮ້າງ​ເປົ່າ ພວກ​ຫມາ​​ຈອກ​ມາ​ຍ່າງ​ເພ່ນ​ພ່ານ​ຢູ່​ເທິງນັ້ນ

19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ຄອບ​ຄອງຢູ່​ເປັນ​ນິດ ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວ​ຊາດ​ພັນ

20 ເຫດ​ໃດພຣະ​ອົງ​ຊົງ​ລືມ​ພວກ​ຂ້ພຣະ​ອົງ​ເສັຽ​ເປັນ​ນິດ ເຫດ​ໃດ​ໄດ້​ຊົງ​ປະ​ຖິ້ມ​ພວກ​ຂ້າ​ພຣະ​ອົງ​ເສັຽນານ​ດັ່ງ​ນີ້

21 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ກັບ​ສູ່​ພຣະ​ອົງ​ເຖີດ ແລ້ວ​ພວກ​ຂ້າ​ພຣະ​ອົງ​ຈະ​ກັບ​ສູ່​ພຣະອົງ ຂໍ​ຊົງ​ຟື້ນ​ເດືອນ​ປີຂອງ​ຂ້າ​ພຣະ​ອົງ​ໃຫ້​ເຫມືອນ​ດັ່ງ​ກ່ອນ

22 ເວັ້ນ​ເສັຽ​ແຕ່ພຣະ​ອົງ​ຊົງ​ປະ​ຖິ້ມ​ພວກ​ຂ້າ​ພຣະ​ອົງ​ເສັຽ​ແລ້ວ ແລະ​ພຣະ​ອົງ​ຊົງ​ກີ້ວ​ພວກ​ຂ້າ​ພຣະ​ອົງ​ຢ່າງ​ລົ້ນ​ເຫລືອ