Judges ພຣະທັມ​ພວກ​ຜູ້​ປົກຄອງ

 

ພຣະທັມ​ພວກ​ຜູ້​ປົກຄອງ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

 

 

 

 

 

 

 

 

 

 

 

ພວກ​ຜູ້​ປົກ​ຄອງ

 

1  ເຜົ່ຢູ​ດາ ແລະ​ຊີ​ເມ​ໂອນ​ຈັບ​ອາ​ໂດ​ນີ​ເບ​ເຊກ

 (ຢ​ຊຍ 15:13-19)

1   ຢູ່​ມາ​ເມື່ອ​ໂຢ​ຊວຍ​ໄດ້​ເສັຽ​ຊີ​ວິດ​ແລ້ວ ຄົນ​ອິສ​ຣາ​ເອນ​ທູນ​ຖາມ​ພຣະ​ຜູ້​ເປັນເຈົ້າ​ວ່າ, “ໃຜ​ໃນ​ພວກ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ຂຶ້ນ​ໄປ​ກ່ອນ​ເພື່ອ​ສູ້​ຮົບ​ກັບ​ຄົນ​ກາ​ນາ​ອານ”

2   ພຣະ​ຜູ້​ເປັນເຈົ້າ​ກ່າວວ່າ, “ຢູ​ດາ​ຈະ​ຂຶ້ນ​ໄປ ເບິ່ງ​ແມ໋, ເຣົາ​ໄດ້​ມອບ​ແຜ່ນ​ດິນ​ນັ້ນ​ໄວ້​ໃນ​ກໍາ​ມື​ເຂົາ​ແລ້ວ”

3   ຢູ​ດາ​ຈຶ່ງ​ເວົ້າ​ກັບ​ຊີ​ເມ​ໂອນ​ອ້າຍ​ຂອງ​ຕົນ​ວ່າ, “ຈົ່ງ​ຂຶ້ນ​ໄປ​ກັບ​ເຣົາ ໃນ​ເຂດ​ແດນ​ທີ່​ກຳ​ນົດ​ໃຫ້​ແກ່​ເຣົາ ເພື່ອ​ເຣົາ​ຈະ​ໄດ້​ຕໍ່​ສູ້​ກັບ​ຄົນ​ກາ​ນາ​ອານ ແລະ​ເຮົາ​ຈະ​ໄປ​ຮ່ວມ​ຮົບ​ໃນ​ເຂດ​ແດນ​ທີ່​ກຳ​ນົດ​ໃຫ້​ແກ່​ທ່ານ​ນັ້ນ​ເຫມື​ອນ​ກັນ” ຊີ​ເມ​ໂອນ​ກໍ​ໄປ​ກັບ​ເຂົາ

4   ແລ້ວ​ຢູ​ດາກໍ​ຂຶ້ນ​ໄປ ແລະ​ພຣະຜູ້​ເປັນ​ເຈົ້າ​ຊົງ​ມອບ​ຄົນ​ກາ​ນາ​ອານ ຄົນ​ເປ​ຣິ​ສ​ຊີ​ໄວ້​ໃນ​ມື​ຂອງ​ເຂົາ ແລະ​ເຂົາ​ກໍ​ປະ​ຫານ​ຄົນ​ທີ່​ເມືອງ​ເບ​ເຊກ ແລະ​ເຂົາ​ໄດ້​ປະ​ຫານ​ຄົນ​ໃນ​ເມືອງ​ເບ​ເຊກ​ນຶ່ງ​ຫມື່ນ​ຄົນ

5   ​ເຂົາ​ທັງ​ຫລາຍ​ພົບ​ອາ​ໂດ​ນີ​ເບ​ເຊກ​ໃນ​ເມືອງ​ເບ​ເຊກ ແລະ​ຕໍ່​ສູ້​ກັບ​ທ່ານ ເຂົາ​ໄດ້​ປະ​ຫານ​ຄົນ​ກາ​ນາ​ອານ ແລະ​ຄົນ​ເປ​ຣິ​ສ​ຊີ

6   ອາ​ໂດ​ນີ​ເບ​ເຊກໄດ້​ຫນີ​ໄປ ແຕ່​ເຂົາ​ຕາມ​ຈັບ​ໄດ້​ຕັດ​ນິ້ວ​ຫົວ​ໂປ້​ມື ແລະ​ນິ້ວ​ຫົວ​ໂປ້​ຕີນ​ຂອງ​ທ່ານ​ອອກ​ເສັຽ

7   ອາ​ໂດ​ນີ​ເບ​ເຊກ​ກ່າວ​ວ່າ, “ມີ​ກະ​ສັດ​ເຈັດ​ສິບ​ອົງ​ທີ່​ມີ​ຫົວ​ໂປ້​ມື​ແລະ​ຫົວ​ໂປ້​ຕີນ​ດ້ວນ ເກັບ​ເສດ​ອາ​ຫານ​ຢູ່​ໃຕ້​ໂຕະ​ຂອງ​ເຣົາ ເຮົາ​ກະ​ທຳ​ແກ່​ເຂົາ​ຢ່າງ​ໃດ ພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກະ​ທຳ​ແກ່​ເຮົາ​ຢ່າງ​ນັ້ນ” ເຂົາ​ທັງ​ຫລາຍກໍ​ຄຸມ​ຕົວ​ທ່ານ​ມາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ທ່ານ​ກໍ​ເສັຽ​ຊີ​ວິດ​ຢູ່​ທີ່​ນັ້ນ

ເຜົ່າ​ຢູ​ດາ​ຊນະ​ເມືອງ​ເຢ​ຣູ​ຊາ​ເລັມ ແລະ​

ເມືອງ​ເຮ​ໂບ​ຣນ

8   ແລະ​ຄົນ​ຢູ​ດາ​ໄດ້​ເຂົ້​ໂຈມ​ຕີເມືອງ​ເຢ​ຣູ​ຊາ​ເລັມ ແລະ​ຍຶດ​ເມືອງ​ໄດ້ ຈຶ່ງ​ຂ້າ​ຟັນ​ຊາວ​ເມືອງ​ເສັຽ​ດ້ວຍ​ຄົມ​ດາບ ແລະ​ເອົາ​ໄຟ​ເຜົາ​ເມືອງ​ເສັຽ

9   ພາຍ​ຫລັງ​ຄົນ​ເຜົ່າ​ຢູ​ດາ​ໄດ້​ລົງ​ໄປ​ສູ້​ຮົບ​ກັບ​ຄົນ​ກາ​ນາ​ອານ​ຜູ້​ຊຶ່ງ​ຕັ້ງ​ຢູ່ຕາມ​ແຖບ​ພູ​ໃນ​ເນເກັບ ແລະ​ທີ່​ຢູ່​ຕາມ​ຕີນ​ພູ

10 ແລະ​ຢູດາ​ໄດ້​ໄປ​ສູ້​ຮົບ​ກັບ​ຄົນ​ກາ​ນາ​ອານ​ຜູ້​ຢູ່​ໃນ​ເຮ​ໂບ​ຣນ (ເມືອງ​ເຮ​ໂບ​ຣນ​ນັ້ນ​ແຕ່​ກ່ອນ​ມີ​ຊື່​ວ່າ ກິຣີ​ອາດ​ອາ​ຣ໌​ບາ) ແລະ​ເຂົາ​ທັງ​ຫລາຍ​ໄດ້​ປະ​ຫານ​ເຊ​ຊັຍ ແລະ​ອາ​ຮີ​ມານ ແລະ​ຕັນ​ມັຍ

ໂອດ​ນີ​ເອນ​ຊນະ​ເມືອງ​ເດ​ບີ​ຣ໌ ແລະ​ໄດ້​ຮັບ​ນາງ​ສາວ​ອັກ​ສາ

11 ເຂົາ​ທັງ​ຫລາຍ​ຍົກ​ມາ​ຈາກ​ທີ່​ນັ້ນ​ໄປ​ຕໍ່​ສູ້​ຮົບ​ກັບ​ຊາວ​ເມືອງ​ເດ​ບີ​ຣ໌ (ເມືອງ​ເດ​ບີ​ຣ໌​ນັ້ນ​ແຕ່​ກ່ອນມີ​ຊື່​ວ່າ ກິຣີ​ອາດ​ເຊ​ເຟີ)

12 ແລະ​ກາ​ເລັບ​ກ່າວ​ວ່າ, “ໃຜ​ໂຈມ​ຕີ​ເມືອງ​ກິຣີ​ອາດ​ເຊ​ເຟີ ແລະ​ຍຶດ​ໄດ້ ເຮົາ​ຈະ​ຍົກ​ອັກ​ສາ​ບຸດ​ສາວ​ຂອງ​ເຮົາ​ໃຫ້​ເປັນ​ເມັຽ”

13 ໂອດ​ນີ​ເອນ​ບຸດ​ເກ​ນັ​ສ ນ້ອງ​ຊາຍ​ຂອງ​ກາ​ເລັບ​ຕີ​ເມືອງ​ນັ້ນ​ໄດ້ ທ່ານ​ຈຶ່ງ​ຍົກ​ອັກ​ສາ​ບຸດ​ສາວ​ຂອງ​ຕົນ​ໃຫ້​ເປັນ​ເມັຽ

14 ຢູ່​ມາ​ເມື່ອ​ແຕ່ງ​ງານ​ກັນ​ແລ້ວ ນາງ​ຈຶ່ງ​ຊວນ​ຜົວ​ໃຫ້​ຂໍ​ທີ່​ດິນ​ຈາກ​ບິ​ດາ ນາງ​ກໍ​ລົງ​ມາ​ຈາກ​ຫລັງ​ລໍ ກາ​ເລັບ​ຈຶ່ງ​ຖາມ​ນາງວ່າ, “ເຈົ້າ​ມາ​ມີ​ເຣື່ອງ​ຫຍັງ”

15 ນາງ​ຈຶ່ງ​ຕອບ​ທ່ານ​ວ່າ, “ຂໍ​ຂອງ​ຂວັນ​ໃຫ້​ລູກ​ຈັກ​ຢ່າງ​ນຶ່ງ​ເຖີດ ເມື່​ອພໍ່​ໃຫ້​ຂ້າ​ນ້ອຍ​ມາ​ຢູ່​ໃນ​ດິນ​ແດນ​ເນເກັບ​ແລ້ວ ລູກ​ຂໍ​ນ້ຳ​ພຸນຳ” ແລະ​ກາ​ເລັບ​ກໍ​ຍົກ​ນ້ຳ​ພຸ​ທາງ​ເທິງ​ແລນ້ຳ​ພຸ​ທາງ​ລຸ່ມ​ໃຫ້​ແກ່​ນາງ

ເຂດ​ແດນ​ທີ່​ເຜົ່​ຢູ​ດາ ແລະ​ເບັນ​ຢາ​ມິນ​ຍຶດ​ຄອງ

16 ຄົນ​ເກ​ນິດ​ພໍ່​ເຖົ້າ​ຂອງ​ໂມ​ເຊ​ໄດ້​ຂຶ້ນ​ໄປ​ຈາກ​ເມືອງ​ດົງ​ຕົ້ນ​ຕານ ພ້ອມ​ກັ​ບ​ຄົນ​ຢູ​ດາ​ມາ​ເຖິງ​ຖິ່ນ​ກັນ​ດານ​ຢູ​ດາ​ຊຶ່ງ​ຢູ່​ໃນ​ເນ​ເກັບ​ໃກ້​ອາ​ຣາດ ແລະ​ເຂົາ​ກໍ​ເຂົ້າ​ໄປ​ຕັ້ງ​ຢູ່​ກັບ​ຊົນ​ຊາດ​ນັ້ນ

17 ຢູ​ດາກໍ​ຍົກ​ໄປ​ຮ່ວມ​ກັບ​ຊີ​ເມ​ໂອນ​ອ້ຍ​ຂອງ​ເຂົາ​ປະ​ຫານ​ຄົນ​ກາ​ນາ​ອານ​ຊຶ່ງ​ຢູ່​ໃນ​ເມືອງ​ເຊ​ຟັ​ທ ແລະ​ທຳ​ລາຍ​ເມືອງ​ນັ້ນ​ເສັຽຢ່າງ​ສິ້ນ​ເຊີງ ເຂົາ​ຈຶ່ງ​ເອີ້ນ​ຊື່​ເມື​ອງ​ນັ້ນ​ວ່າ​ໂຮ​ຣ໌​ມາ

18 ຢູ​ດາ​ໄດ້​ຍຶດ​ເມືອງ​ກາ​ຊາ​ພ້ອມ​ທັງ​ອາ​ນາ​ເຂດ ແລະ​ເມືອງ​ອັ​ສ​ເກ​ໂລນ​ພ້ອມ​ທັງ​ອາ​ນາ​ເຂດ ແລະ​ເມືອງ​ເອກ​ໂລນ​ພ້ອມ​ທັງ​ອາ​ນາເຂດ​ໄວ້​ດ້ວຍ

19 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ຢູ​ດາ ເຂົາ​ຈຶ່ງ​ຂັບ​ໄລ່​ຊາວພູ​ດອຍ​ອອກ​ໄປ ແຕ່​ຈະ​ຂັບໄລ່​ຊາວ​ເມືອງ​ທີ່​ຢູ່​ໃນ​ທີ່​ຮາບ​ພຽງ​ນັ້ນບໍ່​ໄດ້ ເພາະ​ພວກເຫລົ່າ​ນັ້ນ​ມີ​ຣົດ​ຮົບ​ເຫລັກ

20 ເມືອງ​ເຮ​ໂບ​ຣນ​ນັ້ນ​ເຂົາ​ຍົກ​ໃຫ້​ກາ​ເລັບ​ດັ່ງ​ທີ່​ໂມ​ເຊ​ໄດ້​ກ່າວໄວ້ ກາ​ເລັບ​ຈຶ່ງ​ຂັບ​ໄລ່​ບຸດ​ຊາຍ​ທັງ​ສາມ​ຄົນ​ຂອງ​ອາ​ນາກ​ອອກ​ໄປ​ເສັຽ

21 ແຕ່​ຄົນ​ເບັນ​ຢາ​ມິນ​ບໍ່ໄດ້​ຂັບ​ໄລ່​ຄົນ​ເຢບຸສ​ຜູ້​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ໃຫ້​ອອກ​ໄປ ດັ່ງ​ນັ້ນ​ຄົນ​ເຢ​ບຸ​ສ​ຈຶ່ງ​ອາ​ໄສ​ຢູ່​ກັບ​ຄົນ​ເບັນ​ຢາ​ມິນ​ໃນ​ເຢ​ຣູ​ຊາ​ເລັມ​ຈົນ​ເຖິງ​ທຸກວັນ​ນີ້

ເຊື້ອ​ສາຍ​ໂຢ​ເຊັບ​ຊນະ​ເມືອງ​ເບັດ​ເອນ

22 ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ໄດ້​ຂຶ້ນ​ໄປ​ໂຈມ​ຕີ​ເມືອງ​ເບັດ​ເອນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ເຂົາ

23 ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ໄດ້​ໃຊ້​ຄົນ​ໄປ​ສອດ​ແນມ​ເມືອງ​ເບັດ​ເອນ (ແຕ່​ກ່ອນ​ເມືອງ​ນີ້​ຊື່ ລູ​ຊ)

24 ແລະ​ຜູ້​ສອດ​ແນມ​ເຫັນ​ຊາຍ​ຄົນ​ນຶ່ງ​ຍ່າງ​ອອກ​ມາ​ຈາກ​ເມືອງ ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ຂໍ​ຊີ້​ທາງ​ເຂົ້າ​ເມືອງ​ນີ້​ໃຫ້​ແກ່​ເຮົາ ແລະ​ເຣົາ​ຈະ​ປາ​ນີ​ເຈົ້າ”

25 ຊາຍ​ຄົນ​ນັ້ນກໍ​ຊີ້​ທາງ​ເຂົ້າ​ເມືອງ​ໃຫ້ ແລະ​ເຂົາ​ປະ​ຫານ​ເມືອງ​ນັ້ນ ທຳ​ລາຍ​ເສັຽດ້ວຍ​ຄົມ​ດາບ ແຕ່​ເຂົາ​ປ່ອຍ​ໃຫ້​ຊາຍ​ຄົນ​ນັ້ນ ແລະ​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ​ລອດ​ໄປ

26 ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ຮີດ​ຕີ ແລະ​ສ້າງ​ເມືອງ​ຂຶ້ນ​ເມືອງ​ນຶ່ງ​ເອີ້ນ​ຊື່​ວ່າ​ເມືອງ ລູ​ຊ ຊຶ່ງ​ເປັນ​ຊື່​ຢູ່​ຈົນ​ເຖິງ​ທຸກວັນ​ນີ້

27 ມາ​ນັ​ສ​ເຊ​ບໍ່ໄດ້​ຂັບ​ໄລ່​ຊາວ​ເມືອງ​ເບັດ​ເຊ​ອານ ແລະ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ໃຫ້​ອອກ​ໄປ ຫລື​ຊາວ​ເມືອງ​ຕາ​ອາ​ນາກ​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຫລື​ຊາວ​ເມືອງ​ໂດ​ຣ໌​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຫລື​ຊາວ​ເມືອງ​ອິບ​ເລ​ອາມ​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຫລື​ຊາວ​ເມືອງ​ເມ​ກິດ​ໂດ​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແຕ່​ຄົນ​ກາ​ນາ​ອານ​ຍັງ​ສືບ​ຕໍ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ

28 ຢູ່​ມາ​ເມື່ອ​ຄົນ​ອິສ​ຣາ​ເອນ​ມີ​ກຳ​ລັງ​ເຂັ້ມ​ແຂງ​ຂຶ້ນ​ກໍ​ບັງ​ຄັບ​ຄົນ​ກາ​ນາ​ອານ​ໃຫ້​ທຳ​ງານ​ໂຍ​ທາ ແຕ່​ບໍ່​ໄດ້​ຂັບ​ໄລ່​ໃຫ້​ເຂົາ​ອອກ​ໄປ​ໃຫ້​ຫມົດ

29 ແລະ​ເອ​ຟ​ຣາ​ອິມ​ບໍ່​ໄດ້​ຂັບ​ໄລ່​ຄົນ​ກາ​ນາ​ອານ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ເກ​ເຊີ​ໃຫ້​ອອກ​ໄປ ແຕ່​ຄົນ​ກາ​ນາອານ​ຍັງ​ອາ​ໄສ​ຢູ່​ໃນ​ເມືອງ​ເກ​ເຊີ​ຖ້າມ​ກາງ​ເຂົາ

ເຂດ​ແດນ​ທີ່​ເຜົ່າ​ອື່ນໆ​ຍຶດ​ຄອງ

30 ເຊ​ບູ​ລູນ​ບໍ່​ໄດ້​ຂັບ​ໄລ່ຊາວ​ເມືອງ​ກິດ​ໂຣນ ຫລື​ຊາວ​ເມືອງ​ນາ​ຮາ​ໂລນ ແຕ່​ຄົນ​ກາ​ນາ​ອານ​ໄດ້​ອາ​ໄສ​ຢູ່​ຖ້າມ​ກາງ​ເຂົາ​ແລະ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ

31 ອາ​ເຊີ​ບໍ່​ໄດ້​ຂັບ​ໄລ່​ຊາວ​ເມືອງ​ອັກ​ໂກ ຫລື​ຊາວ​ເມືອງ​ຊີ​ໂດນ ຫລື​ຊາວ​ເມືອງ​ອາ​ລາບ ຫລື​ຊາວ​ເມືອງ​ອັກ​ຊີບ ຫລື​ຊາວ​ເມືອງ​ເຮນ​ບາ ຫລື​ຊາວ​ເມືອງ​ອາ​ຟິກ ຫລື​ຊາວ​ເມືອງ​ເຣ​ໂຮບ

32 ແຕ່​ຄົນ​ເຜົ່າ​ອາ​ເຊີ​ໄດ້​ອາ​ໄສ​ຢູ່​ຖ້າມ​ກາງ​ຄົນ​ກາ​ນາ​ອານ​ຊາວ​ແຜ່ນ​ດິນ​ນັ້ນ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ບໍ່ໄດ້​ຂັບ​ໄລ່​ໃຫ້​ອອກ​ໄປ​ເສັຽ

33 ເນັຟທາ​ລີ​ບໍ່​ໄດ້​ຂັບ​ໄລ່​ຊາວ​ເມືອງ​ເບັດ​ເຊ​ເມ​ສ ຫລື​ຊາວ​ເມືອງ​ເບັດ​ອາ​ນັ​ທ ແຕ່​ອາ​ໄສ​ຢູ່​ໃນ​ຫມູ່​ຄົນ​ກາ​ນາ​ອານ​ຊາວ​ແຜ່ນ​ດິນ​ນັ້ນ ແຕ່​ຢ່າງ​ໃດ​ກໍ​ດີ​ຊາວ​ເມືອງ​ເບັດ​ເຊ​ເມ​ສ ແລະ​ຊາວ​ເມືອງ​ເບັດ​ອາ​ນັທ​ກໍ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ

34 ຄົນ​ອາ​ໂມ​ຣິດ​ໄດ້​ບັງ​ຄັບ​ຄົນ​ເຜົ່​ດານ​ໃຫ້​ກັບ​ເຂົ້າ​ໄປ​ໃນ​ພູ​ດອຍ​ບໍ່​ຍອມ​ໃຫ້​ລົງ​ມາ​ຍັງ​ທີ່​ລຸ່ມ

35 ຄົນ​ອາ​ໂມ​ຣິດ​ຍັງ​ສືບ​ຕໍ່​ອາ​ໄສ​ຢູ່​ທີ່​ຮາ​ຣ໌​ເຮ​ເຣ​ສ​ໃນ​ເມືອງ​ອັຍ​ຢາ​ໂລນ ແລະ​ໃນ​ເມືອງ​ຊາ​ອັນ​ບິມ ແຕ່​ມີ​ເຊື້ອ​ສາຍ​ໂຢ​ເຊັບ​ເຫນືອກວ່າ​ມື​ເຂົາ​ທັງ​ຫລາຍ ເຂົາ​ຈຶ່ງ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ

36 ອາ​ນາ​ເຂດ​ຂອງ​ຄົນ​ອາ​ໂມ​ຣິດ​ຕັ້ງ​ຕົ້ນ​ແຕ່​ທາງ​ຂ້າມ​ພູ​ອັກ​ຣັບ​ບິມ ຕັ້ງ​ແຕ່​ເມືອງ​ເຊ​ລາ​ຂຶ້ນ​ໄປ

 

2.ທູດຂອງພຣະ​ຜູ້​ເປັ​ນ​ເຈົ້າ​ທີ່ໂບ​ຄີມ

1   ຕໍ່​ມາ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຈາກ​ເມືອງ​ກິນ​ການ​ເພື່ອ​ໄປ​ໂບ​ຄິມ ທູດ​ອົງ​ນີ້​ເວົ້າ​ຕໍ່​ພວກອິສ​ຣາເອນ​ວ່າ, “ເຮົາ​ພາພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ແລະ​ນຳ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ ເຮົາ​ໄດ້​ບອກ​ພວກ​ເຈົ້​ວ່າ ເຮົາ​ຈະ​ບໍ່​ລົບ​ລ້າງ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ມີ​ໄວ້​ກັບ​ພວກ​ເຈົ້າ​ຈັກ​ເທື່ອ

2   ແລະ​ພວກ​ເຈົ້າ​ຕ້ອງ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພວກ​ເຂົາ​ນັ້ນ​ຖິ້ມ​ຫມົດ​ເສັຽ ແຕ່​ພວກ​ເຈົ້າ​ບໍ່​ໄດ້​ທຳ​ຕາມ​ທີ່​ເຮົາ​ໄດ້​ບອກ​ໄວ້ ພວກ​ເຈົ້າ​ກບ​ໄປ​ທຳ​ຢ່າງ​ອື່ນ​ແທນ

3   ສະ​ນັ້ນ​ເຣົາ​ຂໍ​ບອກ​ພວກ​ເຈົ້າ​ດຽວ​ນີ້​ວ່າ ເຮົາ​ຈະ​ບໍ່​ຂັບ​ໄລ່​ປະ​ຊາ​ຊົນ​ເຫລົ່າ​ນີ້​ອອກ​ໄປ​ຈາກ​ບ່ອນ​ທີ່​ພວກ​ເຈົ້າ​ຈະ​ໄປ​ຢູ່​ນັ້ນ ພວກ​ເຂົາ​ຈະ​ເປັນ​ຜູ້​ຂົ່ມ​ເຫັງ​ພວກ​ເຈົ້າ ແລພຣະ​ຂອງ​ເຂົ​ຈະ​ເປັນ​ສິ່ງ​ທີ່​ລໍ້​ລວງ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ເຄາະ​ຮ້າຍ”

4   ເມື່ອ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເວົ້າ​ດັ່ງ​ນັ້ນ​ແລ້ວ ພວກ​ອິສ​ຣາ​ເອນ​ກໍ​ພາ​ກັນ​ຮ້ອງ​ໄຫ້

5   (ດັ່ງ​ນັ້ນ​ບ່ອນ​ນີ້​ຈຶ່ງ​ໄດ້​ເອີ້ນ​ວ່າໂບ​ຄີມ) ແລ້ວ​ພວກ​ເຂົາ​ກໍ​ເອົາ​ເຄື່ອງ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ

ໂຢ​ຊວຍ​ເສັຽ​ຊີ​ວິດ

 (ຢ​ຊຍ 24:29-31)

6   ເມື່ອ​ໂຢ​ຊວຍ​ໄດ້​ສົ່ງ​ພວກ​ອິສ​ຣ​ເອນ​ກັບ​ຄືນ​ເມືອ ພວກ​ເຂົາ​ແຕ່​ລະຄົນ​ກໍ​ໄປ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງ​ຕົນ​ໃນ​ແຜ່ນ​ດິນ​ນັ້ນ

7   ພວກ​ອິສ​ຣາ​ເອນ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ໂຢ​ຊວຍ ແລະ​ຫ​ລັງ​ຈາກ​ທ່ານ​ເສັຽ​ຊີ​ວິດ​ໄປ​ແລ້ວ ພວ​ກ​ເຂົາ​ກໍ​ຍັງ​ຮັບ​ໃຊ້​ພຣະ​ອົງ​ຕໍ່​ໄປ​ຈົນຕລອດ​ຊົ່ວ​ອາ​ຍຸ​ຂອງ​ພວກ​ຜູ້​ນຳ ພວກ​ຜູ້​ນຳ​ເຫລົ່າ​ນີ້​ເປັນ​ຜູ້​ຮູ້​ຈັກ​ກິ​ຈ​ການ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຕໍ່​ພວກ​ອິສ​ຣາ​ເອນ

8   ໂຢ​ຊວຍ​ບຸດ​ຂອງ​ນູນ​ຜູ້​ຮັ​ບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ເສັຽ​ຊີ​ວິດ​ໄປ​ເມື່ອ​ອາຍຸ​ໄດ້​ຮ້ອຍ​ສິບ​ປີ

9   ສົບ​ຂອງ​ທ່ານ​ໄດ້​ຝັງ​ໄວ້​ໃນ​ດິນ​ຂອງ​ທ່ານ​ເອງ ຢູ່​ເທິງ​ພູ​ເອ​ຟ​ຣາ​ອິມ​ທີ່​ເມືອງ​ຕິມ​ນັ​ທ​ເຮ​ເຣສ ຢູ່​ທາງ​ທິດ​ເຫນືອ​ຂອງ​ພູ​ກາ​ອັ​ສ

10 ຕໍ່​ມາ ຄົນ​ທຸກ​ຄົນ​ໃນ​ສະ​ໄຫມ​ດຽວ​ກັນ​ນັ້ນ​ກໍ​ເສັຽ​ຊີ​ວິດ​ໄປ​ເຊັ່ນ​ດຽວ​ກັນ ແຕ່​ພວກ​ທີ່​ເກີດ​ໃຫມ່​ໃຫຍ່​ລຸນ​ໄດ້​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ຫມົດ​ຕລອດ​ທັງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່​ພວກ​ອິສ​ຣາ​ເອນ

ອິສ​ຣາ​ເອນ​ປະ​ລະ​ການ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ

11 ເມື່ອ​ພວກ​ອິສ​ຣາ​ເອນ​ທຳ​ຜິດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຣັບ​ໃຊ້​ພຣະ​ບາ​ອານ

12 ພວກ​ເຂົາ​ໄດ້​ປະ​ລະ​ການ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາ ຜູ້​ຊົງ​ນຳ​ຫນ້າ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ ພ​ວກ​ເຂົາ​ພາ​ກັນ​ເລີ້ມ​ນະ​ມັ​ສ​ການ​ພຣະ​ອື່ນ ຊຶ່ງ​ເປັນ​ພຣະ​ຂອງ​ຊົນ​ຊາດ​ຕ່າງໆ​ທີ່​ຢູ່ອ້ອມ​ຮອບ​ເຂົ​ນັ້ນ ພວກ​ເຂົາ​ໄດ້​ພາ​ກັນ​ຂາບ​ໄຫວ້​ພຣະ​ເຫລົ່າ​ນີ້ ແລະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ

13 ພວກ​ເຂົາ​ໄດ້​ປະ​ຖິ້ມ​ການ​ນະ​ມັ​ສການ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຮັບ​ໃຊ້​ພຣະ​ບາ​ອານ​ກັບ​ພຣະ​ອັ​ຊຕາຣ໌ເຕ​ສທັງ​ຫລາຍ

14 ສ່ວນ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ພຣະ​ພິ​ໂຣດ​ຕໍ່​ພວກ​ອິສ​ຣາ​ເອນ ພຣະ​ອົງ​ຈຶ່ງ​ຊົງ​ທຳ​ໃຫ້​ພວກ​ໂຈນ​ເຂົ້າ​ມາ​ໂຈມ​ຕີ​ແລະ​ປຸ້ນ​ພວກ​ເຂົາ ແລະ​ພຣະ​ອົງ​ຍັງ​ຊົງ​ປ່ອຍ​ໃຫ້​ພວກ​ສັດ​ຕຣູ​ທີ່​ຢູ່​ອ້ອມ​ຮອບ​ນັ້ນ​ຊນະ​ພວກ​ເຂົາ ພວກ​ອິສ​ຣາ​ເອນ​ກໍ​ບໍ່​ສາ​ມາດ​ປ້ອງ​ກັນ​ຕົວ​ເອງ​ໄດ້

15 ທຸກໆ​ເທື່ອ​ທີ່​ພວກ​ເຂົາ​ອອກ​ໄປ​ສູ້​ຮົບ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຕໍ່​ສູ້​ພວກ​ເຂົາ​ຕາມ​ທີ່​ພຣະ​ອົງ​ຊົງ​ບອກ​ໄວ້​ແລ້ວ ພວກ​ເຂົາ​ໄດ້​ຕົກ​ຢູ່​ໃນ​ພາ​ວະ​ຂັດ​ສົນ​ຢ່າງ​ໃຫຍ່​ຫລ​ວງ

16 ເວ​ລາ​ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ພວກ​ອິສ​ຣາ​ເອນ​ມີ​ຜູ້​ປົກ​ຄອງ​ທີ່​ເຂັ້ມ​ແຂງ ເພື່ອ​ຊ່ອຍ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ພວກ​ໂຈນ

17 ແຕ່​ພວກ​ເຂົາ​ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ​ຜູ້​ປົກ​ຄອງ​ເຫລົ່າ​ນັ້ນ ແລ້ວ​ບໍ່​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ໄປ​ນະ​ມັ​ສ​ການ​ພຣະ​ອື່ນ ພໍ່​ແມ່​ຂອງ​ພວກ​ເຂົາ​ໄດ້​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນເຈົ້າ​ແຕ່​ເຂົາ​ເອງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ

18 ທຸກ​ເທື່ອ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ໃຫ້​ເຂົາ​ມີ​ຜູ້​ປົກ​ຄອງ ພຣະ​ອົງ​ກໍ​ຊົງ​ຊ່ອຍ​ເຫລືອ​ຜູ້ນັ້ນ ແລະ​ຊົງ​ຊ່ອຍ​ປະ​ຊາ​ຊົນ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ສັດ​ຕຣູ​

ຕ​ລອ​ດຊົ່ວ​ຊີ​ວິດ​ຂອງ​ຜູ້​ປົກ​ຄອງ​ຄົນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຄວາມ​ເມດ​ຕາ​ເຂົາ ເພາະ​ວ່າ​ພວກ​ເຂົາ​ໄດ້​ຮ້ອງ​ຄວນ​ຄາງ​ຢ່າງ​ທໍ​ຣະ​ມານ​ຍ້ອນ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ

19 ແຕ່​ເມື່ອ​ຜູ້ປົກ​ຄອງ​ເສັຽ​ຊີ​ວິດ​ໄປ​ແລ້ວ ພວກ​ປະ​ຊາ​ຊົນ​ກໍ​ກັບ​ຄືນ​ມາ​ທຳ​ຢ່າງ​ເກົ່າ ແລະ​ທຳ​ການ​ຊົ່ວ​ຮ້າຍ​ຫລາຍກວ່າ​ພໍ່​ແມ່​ເຂົາ ພວກ​ເຂົາ​ຕິດ​ຕາມ​ພຣະ​ອື່ນ​ທັງ​ຮັບ​ໃຊ້​ແລະ​ບົວ​ລະ​ບັດ​ພຣະ​ນັ້ນ ພວກ​ເຂົາ​ດື້​ດ້ານ​ຖື​ຮີດ​ຄອງ​ອັນ​ຊົ່ວ​ຮ້າຍ

20 ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ພຣະ​ພິ​ໂຣດ​ພວກ​ອິສ​ຣາ​ເອນ​ຫລາຍ​ຂຶ້ນ ແລະ​ຊົງ​ກ່າວ​ວ່າ, “ເພາະ​ຊົນ​ຊາດ​ເຫລົ່າ​ນີ້ ໄດ້​ທຳ​ລາຍ​ຄຳ​ສັນ​ຍາ​ທີ່​ເຮົາ​ມີ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ ແລະ​ເຂົາ​ບໍ່​ໄດ້​ຟັງ​ຄຳ​ຂອງ​ເຮົາ

21 ແຕ່​ນີ້​ຕໍ່​ໄປ ເຮົາ​ຈະ​ບໍ່​ຂັບ​ໄລ່​ຊົນ​ຊາດ​ໃດ​ທີ່​ຍັງ​ເຫລືອຢູ່​ໃນ​ປະ​ເທດ​ນີ້ ຊຶ່ງ​ນັບ​ຕັ້ງ​ແຕ່​ການ​ເສັຽ​ຊີ​ວິດ​ຂອງ​ໂຢ​ຊວຍ​ມາ

22 ເພື່ອ​ເຮົາ​ຈະ​ໄດ້​ຮູ້​ວ່າ ພວກ​ອິສ​ຣາ​ເອນ​ຈະ​ຕິດ​ຕາມ​ເສັ້ນ​ທາງ​ຂອງ​ເຮົາ​ຕາມ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ​ໄດ້​ປະ​ຕິ​ບັດ​ມາ​ນັ້ນ​ຫລື​ບໍ່”

23 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ຊົນ​ຊາດ​ທີ່​ບໍ່​ໄດ້​ຢູ່​ໃຕ້​ອຳ​ນາດ​ຂອງ​ໂຢ​ຊວຍ​ນັ້ນ​ໄວ້ ໂດຍ​ບໍ່​ໄດ້​ຂັບ​ໄລ່​ເຂົາ​ອອກ​ຢ່າງ​ກະ​ທັນ​ຫັນ

 

3. ປະ​ຊາ​ຊາດ​ຊຶ່ງ​ຊົງ​ໃຫ້​ເຫລືອ​ໄວ້​ເພື່ອ​ທົດ​ສອບ​ຄົນ​ອິສ​ຣ​ເອນ

1   ຕໍ່​ໄປ​ນີ້​ເປັນ​ປະ​ຊາ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຫລືອ​ໄວ້ ເພື່ອ​ໃຊ້​ທົດ​ສອບ​ຄົນ​ອິສ​ຣາ​ເອນ ຜູ້​ຊຶ່ງ​ຍັງ​ບໍ່​ເຄີຍ​ປະ​ສົບ​ສົງ​ຄາມ​ໃນກາ​ນາ​ອານ

2   ແຕ່​ພຽງ​ຊົງ​ໃຫ້​ຊາດ​ເຊື້ອ​ສາຍ​ຄົນ​ອິສ​ຣ​ເອນ​ເຂົ້າ​ໃຈ​ເຣື່ອງ​ການສົງ​ຄາມ ເພື່ອ​ຢ່າງນ້ອຍ​ພຣະ​ອົງ​ຈະ​ໄດ້​ຊົງ​ສອນ​ແກ່​ຜູ້​ທີ່​ຍັງ​ບໍ່​ຮູ້​ມາ​ກ່ອນ

3   ຄື​ເຈົ້າ​ນາຍ​ທັງ​ຫ້າ​ຂອງ​ພວກ​ຟີ​ລິ​ສ​ຕີນ ຄົນກາ​ນາ​ອານ​ທັງ​ຫມົດ ຊາວ​ຊີ​ໂດນ ແລະ​ຄົນ​ຮີ​ວີ​ຜູ້​ອາ​ໄສ​ຢູ່​ເທິງ​ພູ​ເລ​ບາ​ນອນ ຕັ້ງ​ແຕ່​ພູ​ບາອັນ​ເຮີ​ໂມນ​ຈົນ​ເຖິງ​ທາງ​ເຂົ້າ​ເມືອງ​ເລ​ໂບ​ຮາ​ມັທ

4   ເຫລືອ​ຄົນ​ເຫລົ່​ນີ້​ຢູ່​ເພື່ອ​ທົດ​ສອບ​ຄົນ​ອິສ​ຣາ​ເອນ​ເພື່ອ​ໃຫ້​ຮູ້​ວ່າ​ອິສ​ຣາ​ເອນ​ຈະ​ເຊື່ອ​ຟັງ​ພຣະ​ທັມ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຊຶ່ງ​ພຣະ​ອົງ​ຊົງ​ບັນ​ຊາ​ໄວ້​ກັບ​ບັນ​ພ​ບຸ​ຣຸດ​ຂອງ​ເຂົາ​ໂດຍ​ຜ່ານ​ທາງ​ໂມ​ເຊ​ນັ້ນ​ຫລື​ບໍ

5   ດັ່ງ​ນັ້ນ​ແຫລະ ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ອາ​ໄສ​ຢູ່​ໃນ​ຫມູ່​ຄົນ​ກາ​ນາ​ອານ ຄົນ​ຮິດ​ຕີ ຄົນ​ອາ​ໂມ​ຣິດ ຄົນ​ເປ​ຣິ​ສ​ຊີ ຄົນ​ຮີ​ວີ ແລະ​ຄົນ​ເຢ​ບຸ​ສ

6   ເຂົາ​ໄປ​ສູ່​ຂໍ​ບຸດ​ສາວ​ຊົນ​ຊາດ​ເຫລົ່າ​ນັ້ນ​ມາ​ເປັນເມັຽແລະ​ຍົກ​ບຸດ​ສາວ​ຂອງ​ຕົນ​ໃຫ້​ແກ່​ບຸດ​ຊາຍ​ຂອງ​ຄົນ​ເຫລົ່າ​ນັ້ນ ແລະ​ໄດ້​ບົວ​ລະ​ບັດ​ພຣະ​ຂອງ​ເຂົາ​ເຫລົ່າ​ນັ້ນ

ໂອ​ທ​ນີ​ເອນ

7   ຄົນ​ອິສ​ຣາ​ເອນ​ໄດ້​ກະ​ທຳ​ຄວາມ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ລືມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຕົນ​ເສັຽ ໄປ​ບົວ​ລະ​ບັດ​ພຣະ​ບາ​ອານ​ທັງ​ຫລາຍ​ແລະ​ພວກ​ພຣະ​ອັ​ຊ​ຕາ​ຣ໌ເຕ​ສ

8   ເພາະ​ສະ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ພຸ່ງ​ຂຶ້ນ​ຕໍ່​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຊົງ​ຂາຍ​ເຂົາ​ໄວ້​ໃນ​ມື​ກູ​ຊານ​ຣິ​ຊາ​ທາ​ອິມ​ກະ​ສັດ​ເມືອງ​ເມ​ໂຊ​ໂປ​ຕາ​ເມັຽ​ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ປະ​ຕິ​ບັດກູ​ຊານ​ຣິ​ຊາ​ທາ​ອິມ​ແປດ​ປີ

9   ແຕ່​ເມື່ອ​ຄົນ​ອິສ​ຣາ​ເອນ​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເກີດ​ຜູ້​ຊ່ອຍ​ແກ່​ຄົນ​ອິສ​ຣາ​ເອນ ຜູ້​ໄດ້​ຊ່ອຍ​ເຂົາ​ທັງ​ຫລາຍ​ໃຫ້​ລອດ ຄື​ໂອ​ທ​ນີ​ເອນ​ບຸດ​ເກ​ນັ​ສ ນ້ອງ​ຊາຍ​ຂອງ​ກາ​ເລັບ

10 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ໂອ​ທ​ນີ​ເອນ ແລະ​ທ່ານ​ຈຶ່ງ​ປົກ​ຄອງ​ຄົນ​ອິສ​ຣາ​ເອນ ແລະ​ອອກ​ໄປ​ທຳ​ສົງ​ຄາມ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ກູ​ຊານ​ຣີ​ຊາ​ທາ​ອິມ​ກະສັດ​ເມືອງ​ເມ​ໂຊ​ໂປ​ຕາ​ເມັຽ​ໄວ້​ໃນ​ມື​ຂອງ​ທ່ານ ແລະ​ມື​ຂອງ​ທ່ານ​ຊນະ​ກູ​ຊນ​ຣີ​ຊາ​ທາ​ອິມ

11 ດັ່ງ​ນັ້ນ​ແຜ່ນ​ດິນ​ຈຶ່ງ​ໄດ້​ຢຸດ​ພັກ​ສ​ງົບ​ຢູ່​ເປັນ​ເວ​ລາສີ່​ສິບ​ປີ ແລ້ວ​ໂອ​ທ​ນີ​ເອນ​ບຸດ​ເກ​ນັ​ສ​ກໍ​ເສັຽ​ຊີ​ວິດ

ເອ​ຮູດ

12 ​ຄົນ​ອິສ​ຣາ​ເອນ​ກະ​ທໍາ​ຄວາມ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້​ອີກ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ເສີມ​ກຳລັງ​ເອກ​ໂລນ ກະ​ສັດ​ເມືອງ​ໂມ​ອາບ​ເພື່ອ​ຕໍ່​ສູ້​ອິສ​ຣາ​ເອນ ເພາະ​ວ່າ​ເຂົາ​ທັງຫລາຍ​ໄດ້​ປະ​ພຶດ​ຊົ່ວ​ໃນ​ໃນສາຍພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

13 ທ່ານ​ຈຶ່ງ​ໄດ້​ໃຫ້​ຄົນ​ອັມ​ໂມນ ແລະ​ຄົນ​ອາ​ມາ​ເລກ​ມາ​ສົມ​ທົບ ຍົກ​ໄປ​ໂຈມ​ຕີອິສ​ຣາ​ເອນ ແລະ​ໄດ້​ຍຶດ​ເມືອງ​ດົງ​ຕົ້ນ​ຕານ​ໄວ້

14 ແລະ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ປະ​ຕິ​ບັດ​ເອກ​ໂລນ​ກະ​ສັດ​ເມືອ​ງໂມ​ອາບ​ຢູ່​ເຖິງ​ສິບ​ແປດ​ປີ

15 ແຕ່​ເມື່ອ​ຄົນ​ອິສ​ຣາ​ເອນ​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເກີດ​ຜູ້ຊ່ອຍ​ຄົນ​ນຶ່ງ​ແກ່​ເຂົາ​ທັງ​ຫລາຍ ຄື​ເອ​ຮູດ ບຸດ​ເກ​ຣາ​ເຜົ່າ​ເບັນ​ຢາ​ມິນ ຄົນ​ຖະ​ນັດ​ມື​ຊ້າຍ ຄົນ​ອິສ​ຣາ​ເອນ​ໃຫ້​ທ່ານ​ເປັ​ນ​ຜູ້​ນຳ​ເອົາ​ຂອງ​ຂວັນ​ໄປ​ມອບ​ແກ່​ເອ​ກ​ໂລນ​ກະສັ​ດ​ເມືອງ​ໂມ​ອາບ

16 ເອ​ຮູດ​ໄດ້​ທຳ​ດາບ​ສອງ​ຄົມ​ໄວ້​ປະ​ຈຳ​ຕົວ​ເຫລັ້ມ​ນຶ່ງ​ຍາວ​ສອກ​ນຶ່ງ ເຫນັບ​ໄວ້ໃຕ້​ຜ້າ​ທີ່​ຕົ້ນ​ຂາ​ຂວາ

17 ເຂົາ​ກໍ​ນຳ​ຂອງ​ຂວັນ​ໄປ​ມອບ​ແກ່​ເອກ​ໂລນ ກະ​ສັດ​ເມືອງ​ໂມ​ອາບ ຝ່າຍ​ເອກ​ໂລນ​ເປັນ​ຄົນ​ອ້ວນຫລາຍ

18 ​ເມື່ອ​ເອ​ຮູດມ​ອ​ບຂອງ​ຂວັນ​ແລ້ວ ທ່ານ​ຈຶ່ງ​ໄປ​ສົ່ງ​ຄົນ​ທີ່​ຫາບ​ຫາມ​ຂອງ​ຂວັນ​ນັ້ນ

19 ແລ້ວ​ຕົວ​ທ່ານ​ກັບ​ຄືນໄປ​ຍັງຮູບ​ເຄົາ​ຣົບ​ແກະສ​ລັກ​ທີ່​ຢູ່​ໃກ້ກິນ​ການ​ທູນ​ວ່າ, “ຂ້າ​ແຕ່​ກະ​ສັດ ຂ້າ​ພຣະ​ອົງ​ມີ​ຂໍ້​ຣາ​ຊ​ການ​ລັບ​ທີ່​ຈະ​ກາບ​ທູນ​ໃຫ້​ຊົງ​ຊາບ” ກະ​ສັດ​ຈຶ່ງ​ມີ​ບັນ​ຊາ​ວ່າ, “ມິດ ມິດ” ບັນ​ດາ​ມະ​ຫາດ​ເລັກ​ທີ່​ເຝົ້າ​ຢູ່​ກໍ​ທູນ​ລາ​ອອກ​ໄປ​ຫມົດ

20 ເອ​ຮູດ​ກໍ​ເຂົ້​ໄປ​ເຝົ້າ​ທ່ານ ຂນ​ນັ້ນ​ທ່ານ​ປະ​ທັບ​ຢູ່​ຄົນ​ດຽວ​ໃນ​ຫ້ອງ​ເຢັນ​ຊັ້ນ​ເທິງ​ຂອງ​ທ່ານ ແລະ​ເອ​ຮູດ​ທູນ​ວ່າ, “ຂ້າ​ພຣະ​ອົງ​ມີ​ພຣະ​ດຳ​ຣັ​ດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຖວາຍ​ພຣະ​ອົງ” ທ່ານ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພຣະ​ທີ່​ນັ່ງ

21 ເອ​ຮູດ​ກໍ​ຍື່ນ​ມື​ຊ້າຍ​ຊັກ​ດາບ​ນັ້ນ​ອອກ​ຈາກ​ຕົ້ນ​ຂາ​ຂວາ​ແທງ​ເຂົາ​ໄປ​ໃນ​ທ້ອງ​ຂອງ​ເອກ​ໂລນ

22 ດາບ​ຈົມ​ເຂົາ​ໄປ​ຫມົດ​ທັງ​ດ້າມ ໄຂ​ມັນ​ຫຸ້ມ​ດາບ​ໄວ້ ທ່ານ​ເອກ​ໂລນ​ກໍ​ບໍ່​ຊັກ​ດາບ​ອອກ​ຈາກ​ທ້ອງ​ຂອງ​ທ່ານ ຂອງ​ເປິເປື້ອນໄດ້​ໄຫລ​ອອກ​ມາ

23 ແລ້ວ​ເອ​ຮູດ​ອອກ​ໄປ​ທີ່​ສະ​ລຽງ​ປິດ​ປະ​ຕູ​ໄວ້ ແລະ​ລັ່ນ​ກຸນ​ແຈ​ເສັຽ

24 ເມື່ອ​ເອ​ຮູ​ດ​ໄປ​ແລ້ວ​ມະ​ຫາດ​ເລັກ​ກໍ​ເຂົ້າ​ມາ​ເບິ່ງ ເມື່ອ​ເຂົາ​ເຫັນ​ວ່າ​ຫ້ອງ​ຊັ້ນ​ເທິງ​ປິດ​ໃສ່​ກຸນແຈ​ຢູ່ ເຂົາ​ທັງ​ຫລາຍ​ຄິດ​ວ່າ, “ພຣະ​ອົງ​ກຳ​ລັງ​ຊົງຢູ່​ໃນ​ຫ້ອງ​ເຢັນ”

25 ເມື່ອ​ຄອຍ​ຢູ່​ດົນ​ສົມ​ຄວນ​ຈົນ​ຣຳ​ຄານ ບໍ່​ເຫັນ​ມີ​ຜູ້​ໃດ​ເປີດ​ຫ້ອງ​ຊັ້ນ​ເທິງ ເຂົາ​ຈຶ່ງ​ເອົາ​ກະ​ແຈ​ມາ​ໄຂ​ເປີດ​ອອກ​ເບິ່ງ ເຫັນ​ເຈົ້າ​ນາຍ​ຂອງ​ຕົນ​ນອນ​ສິ້ນຊີ​ວິດ​ຢູ່​ເທິງ​ພື້ນ

26 ເມື່ອ​ເຂົາ​ຕ່າງ​ກໍ​ຄອຍ​ກັນຢູ່​ນັ້ນ​ ເອ​ຮູດ​ກໍ​ຫນີ​ຜ່ານ​ທາງ​ຮູບ​ເຄົາ​ຣົບ​ຫີນແກະ​ສ​ລັກ​ແລະ​ປົບ​ຫນີ​ໄປ​ເຖິງ​ເມືອງເຊ​ອີ​ຣາ

27 ເມື່ອ​ທ່ານ​ມາ​ເຖິງ​ແລ້ວ​ຈຶ່ງ​ເປົ່າ​ເຂົາ​ສັຕ​ຂຶ້ນ​ໃນ​ພູ​ດອຍ​ເອ​ຟ​ຣາ​ອິມ ແລ້ວ​ຄົນ​ອິສ​ຣາ​ເອນກ​ຍົກ​ລົງ​ໄປ​ກັບ​ທ່ານ​ຈາ​ກພູ​ດອຍ​ແລະ​ທ່ານ​ນຳ​ເຂົາ

28 ທ່ານ​ຈຶ່ງ​ສັ່ງ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ສັດ​ຕຣູ​ຂອງ​ທ່ານ ຄື​ຊາວ​ໂມ​ອາບ​ໄວ້​ໃນ​ມື​ຂອງ​ທ່ານ​ແລ້ວ” ເຂົາ​ທັງ​ຫລາຍ​ຈຶ່ງ​ລົງ​ຕາມ​ທ່ານ​ໄປ ແລະ​ຍຶດ​ທ່າ​ຂ້າມ​ນ້ຳ​ຈໍ​ແດນ​ສະ​ກັດ​ຄົນ​ໂມ​ອາບ​ໄວ້​ບໍ່​ຍອມ​ໃຫ້​ໃຜ​ຂ້າມ​ໄປ​ໄດ້​ຈັກ​ຄົນ​ດຽວ

29 ໃນ​ຄາ​ວ​ນັ້ນ​ເຂົາ​ປະ​ຫານ​ຄົນ​ໂມ​ອາບ​ເສັຽ​ປະ​ມານ​ນຶ່ງ​ຫມື່ນ​ຄົນ ລ້ວນ​ແຕ່​ຄົນ​ສະ​ກັນ​ແລະ​ລ່ຳ​ສັນ​ທັງ​ສິ້ນ ບໍ່​ພົ້ນ​ໄປ​ໄດ້​ຈັກ​ຄົນ​ດຽວ

30 ໂມ​ອາບ​ຈຶ່ງ​ຜ່າຍ​ແພ້​ຢູ່​ໃຕ້​ມື​ຂອງ​ອິສ​ຣາ​ເອນ​ໃນ​ວັນ​ນັ້ນ ແລະ​ແຜ່ນ​ດິນ​ອິສ​ຣາ​ເອນ​ກໍ​ໄດ້​ຢຸດ​ພັກ​ສ​ງົບ​ຢູ່​ແປດ​ສິບ​ປີ

ຊັມ​ກາ​

31 ພາຍຫລັງ​ເອ​ຮູດ ຕໍ່​ມາ​ແມ່ນ​ຊັມ​ກາ​ບຸດ​ອາ​ນັ​ທ​ຜູ້​ໃຊ້​ໄມ້​ບັງ​ຄັບ​ງົວ​ຂ້າ​ຄົນ​ຟີ​ລິ​ສ​ຕີນ​ເສັຽ​ຫົກ​ຮ້ອຍ​ຄົນ ທ່ານ​ກໍ​ເປັນ​ຜູ້​ຊ່ອຍອິສ​ຣາ​ເອນ​ໃຫ້​ລອດ​ດ້ວຍ​ເຫມືອນ​ກັນ

 

4. ເດ​ໂບ​ຣາ ແລະ​ບາ​ຣາກ

1   ຫລັງ​ຈກ​ເອ​ຮຸດ​ເສັຽ​ຊີ​ວິດ​ໄປ​ແລ້ວ ພວກ​ອິສ​ຣາ​ເອນ​ກໍ​ທຳ​ຜິດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ

2   ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ມອບ​ເຂົາ​ໄວ້​ໃຕ້​ອຳ​ນາດ​ຂອງ​ຢາ​ບີນ​ເຈົ້​ຊີ​ວິດ​ຊາວ​ກາ​ນາ​ອານ​ທີ່​ປົກ​ຄອງ​ຢູ່​ໃນ​ເມືອງ​ຮາ​ໂຊຣ໌ ແມ່​ທັບ​ຂອງ​ທ່ານ​ຊື່​ວ່າ ຊີ​ເຊ​ຣາ​ເປັນ​ຊາວ​ເມືອງ​ຮາ​ໂຣ​ເຊທ​ຮາ​ກົວ​ອິມ

3   ແລ້ວ​ພວ​ກ​ອິສ​ຣາ​ເອນ​ກໍ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ກະ​ສັດ​ຢາ​ບີນມີ​ຣົດ​ຮົບ​ເກົ້າ​ຮ້ອຍ​ຄັນ ແລະ​ໄດ້​ບີບ​ບັງ​ຄັບ​ຊາວ​ອິສ​ຣາ​ເອນ​ຢ່າງ​ຫນັກ​ຢູ່ເຖິງ​ຊາວ​ປີ

4   ໃນ​ເວ​ລາ​ນັ້ນ ນາງເດ​ໂບ​ຣາ​ເມັ​ຽ​ຂອງ​ລັ​ປ​ປີ​ໂດດ ເປັນ​ຜູ້ປະ​ກາດ​ພຣະ​ທັມ ແລະ​ປົກ​ຄອງ​ພວກ​ອິສ​ຣາ​ເອນ

5   ພວກ​ອິສ​ຣາ​ເອນ​ໄດ້​ມາ​ຫາ​ທ່ານ​ຢູ່​ໃຕ້​ຕົ້ນ​ໄມ້​ຂອງ​ເດ​ໂບ​ຣາ ຢູ່​ລະ​ຫວ່າງ​ກາງ​ເມືອງ​ຣາ​ມາ​ແລະ​ເບັດ​ເອນ ເພື່ອ​ໃຫ້​ທ່ານ​ຕັດ​ສິນ​ຢ່າງ​ຍຸດ​ຕິ​ທັມ​ໃນ​ບັນ​ຫາ​ຕ່າງໆ

6   ນາງ​ເດ​ໂບ​ຣາ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ບາ​ຣາກ​ບຸດ​ຂອງ​ອາ​ບີ​ໂນ​ອາມ​ທີ່​ມາ​ຈາກ​ເມືອງ​ເກ​ເດ​ສ​ໃນ​ແຂວງ​ເນັຟທາ​ລີ ໂດຍ​ເວົ້​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄດ້​ສັ່ງ​ແກ່​ເຈົ້າ​ວ່າ ໃຫ້​ເກນ​ເອົາ​ພວກ​ຜູ້​ຊາຍ​ສິບ​ພັນ​ຄົນ​ຈາກ​ຕະ​ກູນ​ເນັຟທາ​ລີ​ແລະ​ເຊ​ບູ​ລູນ ເພື່ອ​ພາ​ໄປ​ຍັງ​ພູ​ຕາ​ໂບ​ຣ໌

7   ສ່ວນ​ເຮົາ​ຈະ​ທຳ​ໃຫ້​ຊີ​ເຊ​ຣາ​ແມ່​ທັບ​ຂ​ອງ​ເຈົ້າ​ຊີ​ວິດ​ຢາ​ບີນ ພ້ອມ​ທັງ​ຣົດ​ຮົບ​ແລະ​ຝູງ​ທະ​ຫານ​ອອກ​ໄປ​ຕໍ່​ສູ້​ເຈົ້າ​ທີ່​ຫ້ວຍ​ກິໂຊນ ແລະ​ເຮົາ​ຈະ​ມອບ​ເຂົາ​ໄວ້​ໃນ​ມືຂອງ​ເຈົ້າ”

8   ບາ​ຣາກ​ໄດ້​ເວົ້າ​ຕໍ່​ນາງ​ເດ​ໂບ​ຣາ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ອອກ​ໄປ ຖ້າ​ວ່າ​ທ່ານ​ໄປ​ກັບ​ຂ້າ​ພະ​ເຈົ້າ ແຕ່​ວ່າ​ຖ້າ​ທ່ານ​ບໍ່​ໄປ ຂ້າ​ພະ​ເຈົ້າ​ກໍ​ຈະ​ບໍ່​ໄປ​ຄື​ກັນ”

9   ນາງ​ເດ​ໂບ​ຣາ​ຈຶ່ງ​ຕອບ​ວ່າ, “ຕົກ​ລົງ ຂ້າ​ພະ​ເຈົ້າ​ຈະ​ໄປ​ກັບ​ທ່ານ ແຕ່​ວ່າ​ທ່ານ​ຈະ​ບໍ່​ໄດ້​ຊື່​ສຽງ​ໃນ​ໄຊ​ຊະ​ນະ​ຄັ້ງ​ນີ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ຊີ​ຊາ​ເຣ​ໄວ້​ໃນ​ກຳ​ມື​ຂ​ອງ​ແມ່​ຍິງ​ຄົນ​ນຶ່ງ” ແລ້ວ​ນາງ​ເດ​ໂບ​ຣາ​ກໍ​ໄປ​ເມືອງ​ເກ​ເດ​ສກັບ​ບາ​ຣ

10 ບາ​ຣາກ​ໄດ້​ເກນ​ເອົາ​ສິບ​ພັນ​ຄົນ​ຈາກ​ຕະ​ກູນ​ເຊ​ບູ​ລູນ​ແລະ​ເນັຟທາ​ລີ ເພື່ອ​ໃຫ້ຕິດ​ຕາມ​ທ່ານ​ໄປ​ເມືອງ​ເກ​ເດສ ສ່ວນ​ນາງ​ເດ​ໂບ​ຣາ​ກໍ​ໄປ​ເຫມືອນ​ກັນ

11 ໃນ​ຂ​ນະ​ນັ້ນ ເຮ​ເບີ​ຊາວ​ເກ​ນິດ ໄດ້​ກາງ​ຜ້າ​ເຕັນ​ພັກ​ຢູ່​ໃຕ້​ຕົ້ນ​ໄມ້​ໃຫຍ່​ທີ່​ເອ​ໂລນ​ເບ​ຊາ​ອາ​ນັນ​ນິມໃກ້​ເມືອງ​ເກ​ເດ​ສ ເພາະ​ເຂົາ​ໄດ້​ແຍກ​ຫນີ​ຈາກ​ພວກ​ເກ​ນິດ​ເປັນ​ເຊື້ອ​ສາ​ຍ​ໂຮ​ບັບ​ຜູ້​ເປັນ​ພໍ່ເຖົ້າ​ຂອງ​ໂມ​ເຊ

12 ຕໍ່​ມາ ມີ​ຄົນ​ບອກ​ຊີ​ເຊ​ຣາ​ວ່າ, “ບາ​ຣາກ​ບຸດ​ຂອງ​ອາ​ບິ​ໂນ​ອາມໄດ້​ໄປ​ເຖິງ​ພູ​ຕາ​ໂບ​ຣ໌​ແລ້ວ”

13 ສ່ວນ​ຊີ​ເຊ​ຣາ​ກໍ​ເອົາ​ຣົດ​ຮົບ​ເກົ້າ​ຮ້ອຍ​ຄັນ​ພ້ອມ​ທັງ​ກຳ​ລັງ​ພົນ​ທັງ​ຫມົດ ຍົກ​ທັບ​ອອກ​ຈາກ​ເມືອງ​ຮາ​ໂຣ​ເຊັດ​ຮາ​ກົວ​ອິມ​ໄປ​ຍັງ​ຫ້ວ​ຍ​ກິໂຊນ

14 ຝ່າຍ​ນາງ​ເດ​ໂບ​ຣາ​ໄດ້​ບອກ​ບາ​ຣາກວ່າ, “ຈົ່ງ​ອອກ​ໄປ ວັນ​ນີ້​ເປັນ​ວັນ​ທີ່​ພຣະຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຈົ້າ​ຊນະ​ຊີ​ເຊ​ຣາ ພຣະ​ອົງ​ຊົງ​ນຳ​ຫນ້າ​ເຈົ້າ” ດັ່ງ​ນັ້ນ ບາ​ຣາກ​ຈຶ່ງ​ນຳ​ທະ​ຫານ​ສິບ​ພັນ​ຄົນ​ລົງ​ຈາກ​ພູ​ຕາ​ໂບ​ຣ໌​ໄປ​ຕໍ່​ສູ້​ຊີ​ເຊຣາ

15 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ບັນ​ດານ​ໃຫ້​ຊີ​ເຊ​ຣາ​ພ້ອມ​ດ້ວຍກອງ​ທະ​ຫານ​ແລະ​ຣົດ​ຮົບ​ສັບ​ສົນ​ວຸ້ນ​ວາຍ​ກັນ ຊີ​ເຊ​ຣາ​ຈຶ່ງ​ໂດດ​ອອກ​ຈາກ​ຣົດ​ຮົບ​ແລະ​ແລ່ນ​ຫນີ​ໄປ

16 ສ່ວນບາ​ຣາກ​ກໍ​ໄລ່​ຕິດ​ຕາມ​ຣົດ​ຮົບ​ແລະ​ກອງ​ທະ​ຫານ​ໄປ ຈົນ​ເຖິງ​ເມືອງ​ຮາ​ໂຣ​ເຊທ​ຮາ​ກົວ​ອິມ ແລ້ວ​ທະ​ຫານ​ທັງ​ຫມົດ​ຂອງ​ຊີ​ເຊ​ຣາ​ໄດ້​ຖືກ​ຂ້າ​ໂດຍ​ບໍ່​ເຫລືອ​ຈັກ​ຄົນ

17 ສ່ວນ​ຊີ​ເຊ​ຣາ​ໄດ້​ປົບ​ຫນີ​ໄປ​ຍັງ​ຕູບ​ຜ້າ​ເຕັນ​ຂອງ​ນາງ​ຢາ​ເອນ​ເມັຽ​ຂອງ​ເຮ​ເບີ​ຊາວ​ເກນິດ ທ່ານ​ຜູ້​ນີ້​ພ້ອມ​ທັງ​ຄອບ​ຄົວ​ເຄີຍ​ຜູກ​ສຳ​ພັນ​ທະ​ໄມ​ຕ​ຣີ​ກັບ​ຢາບີນ​ກະ​ສັດ​ແຫ່ງ​ຮາ​ໂຊ​ຣ໌ມາ​ແລ້ວ

18 ນາງ​ຢາ​ເອນ​ໄດ້​ອອກ​ມາ​ພົບ​ຊີ​ເຊ​ຣາ​ແລະ​ເວົ້າ​ວ່າ, “ເຊີນ​ທ່ານ​ເຂົ້າມາ​ທາງ​ໃນ​ແລະ​ບໍ່​ຕ້ອງ​ຢ້ານ​ຫຍັງ​ດອກ” ແລ້ວ​ຊີ​ເຊ​ຣາ​ກໍ​ເຂົ້າ​ໄປ ນາງ​ຢາ​ເອນ​ຈຶ່ງ​ເອົາ​ຜ້າ​ມາ​ປົກ​ຄຸມ​ຕົວ​ໃຫ້

19 ຊີ​ເຊ​ຣາ​ໄດ້​ເວົ້າ​ຕໍ່​ນາງວ່າ, “ຂ້າ​ພະ​ເຈົ້າ​ຂໍ​ດື່ມ​ນ້ຳ​ແດ່ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ກະ​ຫາຍ​ນ້ຳ​ຫລາຍ” ນາງ​ຢາ​ເອນຈຶ່ງ​ໄຂ​ຖົງ​ນ້ຳ​ນົມ​ອອກ​ໃຫ້​ດື່ມ ແລ້ວ​ເຊື່ອງ​ທ່ານ​ໄວ້​ອີກ

20 ແລ້ວ​ຊີ​ເຊ​ຣາ​ບອກ​ນາງ​ອີກວ່າ,  “ຂໍ​ໃຫ້​ເຈົ້າ​ອອກ​ໄປ​ຢືນ​ຢູ່​ປາກ​ປະ​ຕູ​ຜ້າ​ເຕັນ​ນີ້ ຖ້າ​ມີ​ຄົນ​ມາ​ຖາມ​ວ່າ ມີ​ຄົນ​ມາ​ລີ້​ຢູ່​ນີ້​ບໍ ໃຫ້​ບອກ​ເຂົາ​ວ່າ ບໍ່​ມີ​ເດີ”

21 ຍ້ອນ​ຄວາມ​ອິດ​ເມື່ອຍ ຊີ​ເຊ​ຣາ​ຈຶ່ງນອນ​ຫລັບ​ສນິດ ຝ່າຍ​ນາງ​ຢາ​ເອນ​ກ​ເອົາ​ຄ້ອນ​ຕີ​ແລະ​ຫລັກ​ໄມ້​ຜ້າ​ເຕັນ​ຍ່າງ​ຄ່ອຍໆ​ເຂົ້າ​ໄປ​ຂ້າ​ທ່ານ ໂດຍ​ຕອກ​ໄມ້​ຫລັກ​ນັ້ນ​ໃສ່​ຂະ​ຫມັບ​ຂອງ​ຊີ​ເຊ​ຣາ​ຈົນ​ຊອດ​ຮອດ​ຂີ້​ດິນ

22 ເມື່ອ​ບາ​ຣາກ​ມາ​ຊອກ​ຫາ​ຊີ​ເຊ​ຣາ ນາງ​ຢາ​ເອນ​ກໍ​ອອກ​ໄປ​ພົບ​ທ່ານ​ແລະ​ເວົ້າ​ວ່າ, “ເຊີນ​ມາ​ທາງ​ນີ້ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ທ່ານ​ພົບ​ຜູ້​ທີ່​ທ່ານ​ກຳ​ລັງ​ຊອກ​ຫາ” ດັ່ງ​ນັ້ນ ທ່ານ​ຈຶ່ງ​ເຂົ້າ​ໄປ​ກັບ​ນາງ​ແລະ​ພົບ​ຊີ​ເຊ​ຣາ​ນອນ​ຕາຍ​ຢູ່​ໃນ​ດິນ​ໂດຍ​ມີ​ຫລັກ​ໄມ້​ສຽບ​ຫົວ​ຢູ່

23 ໃນ​ວັນ​ນັ້ນ ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເຈົ້າ​ຊີ​ວິດ​ຢາ​ບີນ​ທີ່​ປົກ​ຄອງ​ພວກ​ກາ​ນາ​ອານ​ເສັຽ​ໄຊ​ໃຫ້​ພວກ​ອິສ​ຣາ​ເອນ

24 ຝ່າຍ​ພວກ​ອິສ​ຣາ​ເອນ​ກໍ​ເພີ້ມ​ກຳ​ລັງ​ຕໍ່​ສູ້​ຢາ​ບີນກະ​ສັດກາ​ນາ​ອານ​ຈົນ​ເຖິງ​ພວກ​ເຂົາ​ໄດ້​ທຳ​ລາຍ​ພຣະ​ອົງ​ເສັຽ

 

5. ເພງ​ໄຊ​ຊນະ​ຂອງ​ເດ​ໂບ​ຣາ​ແລະ​ບາ​ຣາກ

1   ໃນ​ວັນ​ນັ້ນ ນາງ​ເດ​ໂບ​ຣາ​ແລະ​ບາ​ຣາກ ຜູ້​ເປັນ​ບຸດຂ​ອງ​ອາ​ບິ​ໂນ​ອາມ​ໄດ້​ຮ້ອງ​ເພງວ່າ, “

2   ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຊາວ​ອິສ​ຣາ​ເອນ​ເຕັມ​ໃຈ​ໃນການ​ເລວ​ເສິ​ກ ພວ​ກ​ເຂົາ​ຍິນ​ດີ​ຮັບ​ອາ​ສາ​ສ​ມັກ

3   ເຈົ້າ​ຊີ​ວິດ​ທັງ​ຫລາຍ​ຈົ່ງ​ຟັງ​ເທີນ ແລະ​ເຈົ້າ​ຂຸມ​ມຸນ​ນາຍ​ຈົ່ງ​ຟັງ​ດ້ວຍ ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ແລະ​ເສບ​ດົນ​ຕ​ຣີ ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງພວກ​ອິສ​ຣາ​ເອນ

4   ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ຈາກ​ພູ​ເຊ​ອີ​ຣ໌ ແລະ​ສະ​ເດັດ​ອອກ​ມາ​ຈາກ​ເຂດ​ເມືອງ​ເອ​ໂດມ​ນັ້ນ ແຜ່ນ​ດິນ​ກໍ​ຫວັ່ນ​ໄຫວ ແລະ​ຝົນ​ກໍ​ຕົກ​ລົງ​ມາ​ຈາກ​ທ້ອງ​ຟ້າ ຊຶ່ງ​ເປັນ​ນ້ຳ​ທີ່​ຢາດ​ຍ້ອຍ​ລົງ​ມາ​ຈາກ​ກ້ອນ​ເຝື້ອ

5   ພູ​ທັງ​ຫລາຍ​ກໍ​ເຈື່ອນ​ລົງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້​ຂອງ​ພູ​ຊາ​ນາ​ອີ ແລະ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ

6   ໃນ​ສະ​ໄຫມ​ຂອງ​ຊັມ​ກາ​ຣ໌​ບຸດ​ຂອງ​ອາ​ນັ​ທ ແລະ​ໃນ​ສະ​ໄຫມ​ຂອງ​ຢາ​ເອນ​ນັ້ນ ບໍ່​ມີຍວດ​ຍານ​ພາ​ຫະ​ນະ​ທ່ອງ​ທ່ຽວ​ໃນ​ດິນ​ແດນ​ນີ້ ແລະ​ຜູ້​ທີ່​ເຄີຍ​ສັນ​ຈອນ​ໄປ​ມາ​ກໍ​ທ່ຽວ​ທາງ​ໂຄ້ງ

7   ເດໂບ​ຣາ​ເອີຍ ສ່ວນ​ຫົວ​ເມືອງ​ຕ່າງໆ​ຂອງ​ພວກ​ອິສ​ຣາ​ເອນກໍ​ຖືກ​ປະ​ປ່ອຍ ເປັນ​ເມືອງ​ຮ້າງ​ເປົ່າ​ຈົນ​ເຖິງ​ເຈົ້າ​ມາ ມາ​ເປັນ​ເຫມືອນ​ແມ່​ຂອງ​ອິສ​ຣາ​ເອນ

8   ເມື່ອ​ພວກ​ອິສ​ຣາ​ເອນ​ໄດ້​ເລືອກ​ເອົາ​ພຣະ​ອົງ​ໃຫມ່ ໄດ້​ມີ​ເສິກ​ເສືອ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ ແຕ່​ວ່າ​ໃນ​ຈຳ​ນວນ​ພວກ​ຜູ້​ຊາຍ​ອິສ​ຣາ​ເອນ​ສີ່​ສິບ​ພັນ​ຄົນ​ນີ້ ບໍ່​ມີ​ຜູ້​ໃດ​ຖື​ແຜ່ນ​ເຫລັກ​ຕ້ານ​ທານ ຫລື​ຖື​ຫອກ

9   ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຢູ່​ກັບ​ຜູ້​ຄຸ້ມ​ຄອງ​ອິສ​ຣາ​ເອນ ແລະ​ປະ​ຊາ​ຊົນ​ທີ່​ມີ​ໃຈ​ອາ​ສາ​ສ​ມັກ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ

10 ພວກ​ຂີ່ລໍ​ຂາວ ພວກ​ທີ່​ນັ່ງ​ຢູ່​ເທິງ​ອານ​ລໍ ພ້ອມ​ທັງ​ຜູ້​ທີ່​ຍ່າງ​ໄປ​ມາ ຈົ່ງ​ຄິດ​ເຖິງ​ເຣື່ອງ​ນີ້

11 ຈົ່ງ​ຟັງ​ເທີນ ສຽງ​ໂຮ່​ຣ້ອງ​ຍິນ​ດີ​ຂອງ​ຝູງ​ຊົນ​ທີ່​ຢູ່​ອ້ອມ​ຮອບ​ນ້ຳ​ສ້າງ​ນັ້ນ ໄດ້​ກ່າວ​ເຖິງ​ໄຊ​ຊະ​ນະ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄຊ​ຊະ​ນະ​ຂອງ​ພວກ

ອິສ​ຣ​ເອນ ພວກ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍພາ​ກັນຍ່າງ​ລົງ​ໄປ​ຈາກ​ເມືອງ​ຂອງ​ພວກ​ເຂົາ

12 ຈົ່ງ​ຕື່ນ​ເຖີດ ນາງ​ເດ​ໂບ​ຣາ ຈົ່ງ​ຕື່ນ​ເທີນ ຈົ່ງ​ຕື່ນ​ເຖີດ ຈົ່ງ​ຮ້ອງ​ເພງ ຈົ່ງ​ຕື່ນ​ເທີນ ບາ​ຣາກບຸດ​ຂອງ​ອາ​ບິ​ໂນ​ອາມ​ເອີຍ ຈົ່ງ​ລຸກ​ຂຶ້ນ ນຳ​ເອົາ​ພວກ​ຊະ​ເລີຍ​ຂອງ​ເຈົ້​ອອກ​ໄປ

13 ແລ້ວ​ຜູ້​ທີ່​ສັດ​ຊື່​ກໍ​ມາ​ຫາ​ເຈົ້າ​ນາຍ​ຂອງ​ເຂົາ ພວກ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຟ້າວ​ເຂົ້າ​ມາ​ສູ້​ຮົບ​ເຂົາ

14 ພວກ​ເຂົາ​ມາ​ຈາກ​ຕະ​ກູນ​ເອ​ຟ​ຣາ​ອິມ​ມາ​ສູ່​ຮ່ອມ​ພູ ຕາມ​ຫລັງ​ພວກ​ຕະ​ກູນ​ເບັນ​ຢາ​ມິນ ແລະ​ປະ​ຊາ​ຊົນ​ຂອງ​ເຂົາ ສ່ວນ​ພວກ​ຜູ້​ບັນ​ຊາ​ການ​ນັ້ນ​ມາ​ຈາກ​ມາ​ຄີ​ຣ໌ ແລະ​ພວກ​ນາຍ​ທະ​ຫານ​ມາ​ຈາກ​ເຊ​ບູ​ລູນ

15 ຝ່າຍ​ພວກ​ຜູ້​ນຳ​ຂອງ​ອິສ​ຊາ​ຄາ​ກໍ​ມາ​ນຳ​ເດ​ໂບ​ຣາ ແລະ​ຕະ​ກູນ​ອິສ​ຊາ​ຄາ ແລະ​ບາ​ຣາກ​ກໍ​ມາ​ເຫມືອນ​ກັນ ພວກ​ເຂົາ​ໄດ້​ຕິດ​ຕາມ​ບາ​ຣາກ​ລົງ​ໄປ​ໃນ​ຮ່ອມ​ພູ ແຕ່​ວ່າ​ຕະ​ກູນ​ຣູ​ເບນ​ໄດ້​ແຕກ​ແຍ​ກ​ກັນ ພວກ​ເຂົາ​ຈຶ່ງ​ຕັດ​ສິນ​ໃຈ​ມາ​ບໍ່​ໄດ້

16 ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຢູ່​ນຳ​ແຕ່​ຝູງ​ແກະ ແລະ​ຟັງ​ຄົນ​ລ້ຽງ​ສັດ​ເອີ້ນ​ຝູງ​ແກະ​ນັ້ນ ແມ່ນ​ແທ້ ຕະ​ກູນ​ຣູ​ເບນ​ໄດ້​ແຕກແຍກ​ກັນ ພວກ​ເຂົາ​ຈຶ່ງ​ຕັດ​ສິນ​ໃຈ​ມາ​ບໍ່​ໄດ້

17 ສ່ວ​ນຕະ​ກູນ​ກາດ​ນັ້ນ​ໄດ້​ພັກ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ແລະ​ຕະ​ກູນ​ດານ​ກໍ​ຢູ່​ຕາມ​ທົ່ງ​ຫຍ້າ ຕະ​ກູນ​ອາ​ເຊີ​ກໍ​ຢູ່​ຕາມ​ຊາຍ​ທະ​ເລ ເຂົາ​ບໍ່​ຍອມ​ຈາກ​ບ່ອນ​ສ​ງົບ​ຂອງ​ເຂົາ​ໄປ

18 ແຕ່​ວ່າ​ພວກ​ເຊ​ບູ​ລູນ ແລ​ເນັຟ​ທາ​ລີ​ໄດ້​ສ່ຽງ​ຊີ​ວິດ​ຢູ່​ຕາມ​ສະ​ຫນມ​ຮົບ

19 ດັ່ງ​ນັ້ນ ພວກ​ກະ​ສັດ​ກໍພາ​ກັນ​ມາ​ຕໍ່​ສູ້ ຢູ່​ທີ່​ຕາ​ອາ​ນາກ​ໃກ້​ຫ້ວຍ​ນ້ຳ​ເມກິດ​ໂດ ແມ່ນ​ພວກ​ກະ​ສັດ​ຊາວ​ກາ​ນາ​ອານ​ທີ່​ມາ​ຕໍ່​ສູ້ ແຕ່​ວ່າ​ພວກ​ເຂົາ​ບໍ່​ໄດ້​ຍຶດ​ເອົາ​ເງິນ​ຄຳ​ໄປ​ນຳ

20 ດວງ​ດາວ​ທັງ​ຫລາຍ​ກໍ​ຈາກ​ທ້ອງ​ຟ້າ​ລົງ​ມາ​ຕໍ່​ສູ້ ຄ້າຍ​ກັບ​ວ່າ​ພວກ​ມັນ​ໄດ້​ຍ້າຍ​ຜ່ານ​ທ້ອງ​ຟ້າ​ມາ​ເພື່ອ​ທຳ​ເສິກ​ຕໍ່​ສູ້​ຊີ​ເຊ​ຣາ

21 ພວກ​ສັດ​ຕຣູ​ໄດ້​ຖືກ​ນ້ຳ​ກີ​ໂຊນ​ພັດ​ອອກ​ໄປ ຊຶ່ງ​ເປັນສາຍ​ນ້ຳ​ຕັ້ງ​ແຕ່​ດັ້ງ​ເດີມ ສ່ວນ​ຂ້າ​ພະ​ເຈົ້າ​ຕ້ອງ​ຍ່າງ​ໄປ​ຈົນ​ສຸດ​ກຳ​ລັງ

22 ສ່ວນ​ມ້າ​ທັງ​ຫລາຍ​ກໍ​ແລ່ນ​ຫອບ​ຫນີ ເລັບ​ຕີນ​ຂອງ​ມັນ​ກໍ​ຢັນ​ຂີ້​ດິນ​ໄປ

23 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ຈົ່ງ​ສາ​ບ​ແຊ່ງ​ເມືອງ​ເມ​ໂຣ​ສ ຄຳ​ສາບ​ແຊ່ງ​ຈົ່ງ​ຕົກ​ຖືກ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ ເພາະ​ພວກ​ເຂົາ​ບໍ່​ໄດ້​ມາ​ຊ່ອຍ​ເຫລືອ​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ເຫມືອນ​ດັ່ງ​ພວກ​ນັກ​ຮົບ​ທີ່​ຕໍ່​ສູ້​ເພື່ອ​ພຣະ​ອົງ”

24 ນາງ​ຢາ​ເອນ​ເມັຽຂອງ​ເຮ​ເບີ​ຊາວ​ເກ​ນິດ ເປັນ​ຍິງ​ຜູ້​ນຶ່ງ​ທີ່​ມີ​ພຣະ​ພອນ​ຫລາຍກວ່າຫ​ມູ່ ນາງ​ມີ​ພຣະ​ພອນ​ຫລາຍກວ່າ​ຜູ້​ຍິງ​ທຸກ​ຄົນ​ທີ່​ຢູ່​ໃນ​ຕູບ​ຜ້າເຕັນ

25 ເມື່ອ​ຊີ​ເຊ​ຣາ​ຂໍ​ດື່ມ​ນ້ຳ ນາງ​ຢາ​ເອນ​ກໍ​ເອົາ​ນ້ຳ​ນົມ​ໃຫ້​ດື່ມ​ແທນ ພ້ອມ​ທັງ​ນ້ຳ​ນົມ​ຂຸ້ນ​ໃສ່​ພ​ຊ​ນະ​ອັນ​ສວຍ​ງາມ

26 ນາງ​ໄດ້​ຖື​ເອົາ​ຫລັກ​ຜ້າ​ເຕັ​ນ​ໄວ້​ໃນ​ມືເບື້ອງ​ນຶ່ງ ແລະ​ມື​ເບື້ອງ​ນຶ່ງ​ອີກ​ກໍ​ຖື​ໄມ້​ຄ້ອນ ນາງ​ຕີ​ຊີ​ເຊ​ຣາ​ຈົນ​ຫົວ​ແຕກ ແລະ​ແທງ​ຂະ​ຫມັບ​ຈົນ​ຊອດ

27 ສ່ວນ​ຊີ​ເຊ​ຣາ​ກໍ​ລົ້ມລົງ ແລະ​ນອນຢຽດ​ທີ່​ຕີນ​ຂອງ​ນາງ ທີ່​ຕີນຂອງ​ນາງ​ຢາ​ເອນ​ບ່ອນ​ທີ່​ຊີ​ເຊ​ຣາ​ລົ້ມ​ລົງ ຊີ​ເຊ​ຣາ​ໄດ້​ລົ້ມ​ຕາຍ​ຢູ່​ໃນ​ດິນບ່ອນ​ນັ້ນ

28 ຝ່າຍ​ແມ່​ຂອງ​ຊີ​ເຊ​ຣາ​ກໍ​ຫລຽວ​ອອກ​ມາ​ທາງ​ປ່ອງ​ຢ້ຽມ ນາງ​ຈອບ​ເບິ່ງ​ທາງ​ເບື້ອງ​ຫລັງ​ຂອງ​ຕາ​ນ່າງ ແລະ​ເອີ້ນ​ຖາມ​ວ່າ, “ເປັນ​ຫຍັງ​ຣົດ​ຮົບ​ຂອງ​

ຊີ​ເຊ​ຣາ​ຈຶ່ງ​ມາ​ຊ້າ​ແທ້ ເປັນ​ຫຍັງ​ມ້າ​ຂອງ​ເຂົາ​ຈຶ່ງ​ນານ​ກັບ​ມາ​ແທ້”

29 ບັນ​ດາ​ສ​ຕ​ຣີ​ຜູ້​ສ​ລາດ​ຂອງ​ນາງ​ຈຶ່ງ​ຕອບ​ນາງ ບໍ່​ດອກ ນາງ​ນຶກ​ຕອບ​ເອົາ​ເອງວ່າ

30 ​“ເຂົາ​ທັງ​ຫລາຍ​ຍັງ​ບໍ່​ພົບ​ແລະ​ຍັງ​ບໍ່​ແບ່ງ​ຂອງ​ທີ່​ຍຶດ​ມາ​ໄດ້​ຫລື ຍິງ​ຄົນ​ນຶ່ງ​ຫລື​ສອງ​ຄົນ​ໄດ້​ແກ່​ຊາຍ​ຄົນ​ນຶ່ງ ສິ່ງ​ຂອງ​ຍ້ອມ​ສີ​ທີ່ຍຶດ​ມາ​ເປັນ​ຂອງ​ຊີ​ເຊ​ຣາ ຂອງ​ຍ້ອມ​ສີ​ທີ່​ແສ່ວ​ລວດ​ລາຍ ຂອງຍ້ອມ​ສີ​ທີ່​ແສ່ວ​ລາຍ​ສອງ​ຫນ້າ​ສຳ​ລັບ​ພັນ​ຄໍ​ຂອງ​ຂ້າ​ເປັນ​ຂອງ​ທີ່​ຍຶດ”

31 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໃຫ້​ສັດ​ຕຣູ​ທັງ​ຫລາຍ​ຂອງ​ພຣະ​ອົງ​ຕາຍ​ໄປ​ດັ່ງ​ດຽວ​ກັນ​ນີ້ ແຕ່​ວ່າ​ຂໍ​ໃຫ້​ຜູ້​ຕິດ​ສ​ນິດ​ກັບ​ພຣະ​ອົງ​ສ່ອງ​ແສງ​ເຫມືອນ​ດັ່ງ​ຕາ​ເວັນ​ກຳ​ລັງ​ຂຶ້ນ” ຕໍ່​ມາ​ຄວາມ​ສ​ງົບ​ສຸກ​ກໍ​ເກີດ​ຂຶ້ນ​ໃນ​ປະ​ເທດ​ເປັນ​ເວ​ລາ​ສີ່​ສິບ​ປີ

 

6. ຊົງ​ເອີ້ນ​ກິເດ​ໂອນ

1   ຍ​ຫລັງ​ການ​ນີ້ ພວກອິສ​ຣາ​ເອນ​ໄດ້​ກະ​ທຳ​ບາບ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ມອບ​ພວກ​ເຂົາ​ໄວ້​ໃນ​ກຳ​ມື​ຂອງ​ພວກ​ມີ​ດີ​ອານ​ເປັນ​ເວ​ລາ​ເຈັດ​ປີ

2   ຝ່າຍ​ພວກ​ມີ​ດີ​ອານ​ກໍ​ມີ​ກຳ​ລັງ​ເຫນືອກວ່າ​ພວກ​ເຂົາ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງໄປ​ລີ້​ຢູ່​ໃນ​ຖ້ຳ ແລະ​ໃນ​ບ່ອນ​ປອດ​ພັຍ​​ອື່ນ​ຕາມ​ຫນ່ວຍ​ພູ

3   ທຸກ​ເທື່ອ​ທີ່​ພວກ​ອິສ​ຣາ​ເອນ​ຫວ່ານ​ເຂົ້າ​ແລ້ວ ພວກ​ມີ​ດີ​ອານພ້ອມ​ທັງ​ຊາວ​ອາ​ມາ​ເລກ ແລະ​ຊາວ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານກໍ​ມາ​ບຸກ​ໂຈມ​ຕີ​ພວກ​ເຂົາ ພ​ວກ​ເຫລົ່າ​ນີ້​ພາກັນ​ຕັ້ງ​ຄ້າຍ​ພັກ​ຢູ່​ໃນ​ປະ​ເທດ​ນັ້ນ

4   ພວກ​ເຂົາ​ທຳ​ລາຍ​ຜົ​ນ​ລະ​ປູກ​ຕ່າງໆ​ທາງ​ທິດໃຕ້​ຈົນ​ເຖິງ​ເຂດ​ອ້ອມ​ແອ້ມ​ເມືອງ​ກາ​ຊາ ພວກ​ເຂົາ​ບໍ່​ໄດ້​ປະ​ສິ່ງ​ໃດ​ເຫລືອ​ໄວ້​ໃຫ້ພວກ​ອິສ​ຣາ​ເອນ​ເລີຍຕລອດ​ທັງ​ແກະ​ງົວ​ລໍ​ທີ່​ຈະ​ລ້ຽງ​ກໍ​ບໍ່​ມີ

5   ພວກ​ນີ້​ໄດ້​ບຸກ​ເຂົ້າ​ມາ​ທຳ​ລາຍ​ປະ​ເທດ​ອິສ​ຣາ​ເອນ​ຢ່າງ​ຫນາ​ແຫນ້ນ​ດັ່ງ​ຝູງ​ຕັກ​ແຕ​ນ ພ້ອມ​ດ້ວຍ​ຝູງ​ສັດ​ແລະ​ຜ້າ​ເຕັນ ທັງ​ຄົນ​ແລະ​ອູດ​ຂອງ​ພວກ​ເຂົາ​ກໍ​ຫລາຍ​ຈົນ​ນັບ​ບໍ່​ໄດ້

6   ຍ້ອນ​ພວກ​ມີ​ດີ​ອານ ພວກ​ອິສ​ຣາ​ເອນ​ຈຶ່ງ​ຕົກຢູ່​ໃນ​ຄວາມ​ຂັດ​ສົນ​ຫລາຍ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ພກັນ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈກ​ພຣະ​ຜູ້​ເປັນ​ເຈົ້າ

7   ເວ​ລາ​ທີ່​ພວກ​ອິສ​ຣາ​ເອນ​ຮ້ອງ​ທູນ​ຂໍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ການ​ຮຸກ​ຮານ​ຂອງ​ພວກ​ມີ​ດີ​ອານ​ນັ້ນ

8   ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ​ມາ​ບອກ​ພວກ​ເຂົາ​ວ່າ, “ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ​ຊົງ​ກ່າວ​ດັ່ງ​ນີ້​ ເຮົາ​ໄດ້​ນຳ​ເອົາ​ພວກ​ເຈົ້າ​ອອກ​ມາ​ຈາກການ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ​

9   ໄດ້​ຊ່ອຍ​ຊີ​ວິດ​ຂອງ​ພວກ​ເຈົ້າ​ອອກ​ຈາກ​ເງື້ອມ​ມື​ພວກ​ເອຢິບ ແລະ​ອອກ​ຈາກ​ຜູ້​ທີ່​ຕໍ່​ສູ້​ພວກ​ເຈົ້າ​ຢູ່​ທີ່​ນີ້ ເຮົ​ໄດ້​ໄລ່​ເຂົາ​ຫນີ​ອອກ​ຈາກ​ພວກ​ເຈົ້າ ແລະ​ໄດ້​ມອບ​ດິນ​ແດນ​ຂອງ​ເຂົາ​ໃຫ້​ແກ່​ພວກ​ເຈົ້າ

10 ເຮົາ​ໄດ້​ບອກ​ພວກ​ເຈົ້າ​ວ່າ ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ​ພ​ວກ​ເຈົ້າ​ບໍ່​ຕ້ອງ​ຂາບ​ໄຫວ້​ພຣະ​ທັງ​ຫລາຍ​ຂອງ​ພວກອາ​ໂມ​ຣິດ ຊຶ່ງ​ພວກ​ເຈົ້​ກຳ​ລັງ​ອາ​ໄສ​ຢູ່​ໃນ​ດິນ​ແດນ​ຂອງ​ເຂົາ​ນີ້ ແຕ່​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ​ເລີຍ”

ຊົງ​ເອີ້ນ​ກິເດ​ໂອນ

11 ວັນ​ນຶ່ງ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ນັ່ງ​ຢູ່​ໃຕ້​ຕົ້ນ​ສົນ​ໃກ້​ບ້ານ​ໂອ​ຟ​ຣາ ຊຶ່ງ​ເປັນ​ບ້ານຂອງ​ໂຢ​ອັ​ສ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ອາ​ບີ​ເອ​ເຊີ ກິເດ​ໂອນ​ບຸດ​ຂອງ​ໂຢ​ອັ​ສ​ກໍ​ລີ້​ຟາດ​ເຂົ້າ​ຢູ່​ໃນ​ບ່ອນ​ບີບ​ເອົາ​ນ້ຳ​ອະ​ງຸ່ນ ເພື່ອ​ລີ້​ພວກ​ມີ​ດີ​ອານ

12 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໄດ້​ປາ​ກົດ​ຕໍ່​ເຂົາ​ແລະ​ເວົ້າ​ວ່າ, “ເຈົ້​ເປັນ​ຄົນ​ກ້າ​ຫານ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ”

13 ຝ່າຍ​ກິເດ​ໂອນ​ຈຶ່ງ​ເວົ້າ​ຕໍ່​ທູດ​ອົງ​ນັ້ນ​ວ່າ, “ທ່ານ​ເຈົ້າ​ເອີຍ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຮົ ເປັນ​ຫຍັງ​ເຫດ​ຮ້າຍ​ທັງ​ຫມົດ​ນີ້​ຈຶ່ງ​ເກີດ​ຂຶ້ນ​ແກ່​ພວກ​ເຣົາ ແລະ​ການ​ອັດ​ສະ​ຈັນ​ຕ່າງໆ​ທີ່​ພວກ​ປູ່​ຍ່າ​ຕາ​ຍາຍ​ໄດ້​ເລົ່າ​ໃຫ້​ພວ​ກ​ເຣົາ​ຟັງ​ນັ້ນ​ເປັນ​ຢ່າງ​ໃດ ຄື​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ນຳ​ຫນ້າ​ພວກ​ເຮົາ​ທັງ​ຫລາຍ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ ແຕ່​ດຽ​ວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຖິ້ມ​ພວກ​ເຮົາ​ແລ້ວ ແລະ​ໄດ້​ມອບ​ພວກ​ເຮົາ​ໄວ້​ໃຕ້​ອຳ​ນາດ​ພວກ​ມີ​ດີ​ອານ”

14 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສັ່ງ​ຕໍ່​ທ່ານ​ວ່າ, “ເຈົ້າ​ຈົ່ງ​ໄປ​ຊ່ອຍ​ຊີ​ວິດ​ພວກ​ອິສ​ຣາ​ເອນ​ອອກ​ຈາກ​ອຳ​ນາດ​ຂອງ​ພວກ​ມີ​ດີ​ອານ ດ້ວຍ​ກຳ​ລັງ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ​“

15 ກິເດ​ໂອນ​ໄດ້​ທູນ​ຕອບ​ວ່າ ຂ້າ​ພຣະ​ອົງ​ຈະ​ຊ່ອຍ​ຊີ​ວິດພວກ​ອິສ​ຣາ​ເອນ​ໄດ້​ຢ່າງ​ໃດ ເພາະ​ວ່າ​ເຊື້ອ​ສາຍ​ຂອງ​ຂ້າ​ພະ​ອົງ​ອ່ອນ​ແອກວ່າຫມູ່​ໃນ​ຕະ​ກູນ​ມາ​ນັ​ສ​ເຊ ແລະ​ຂ້າ​ພຣະ​ອົງ​ເອງ​ກໍ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຳ​ຄັນ​ໃນ​ຄອບ​ຄົວ​ຂ້າ​ພຣະ​ອົງ”

16 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ທ່ານ​ວ່າ, “ເຈົ້າ​ສາ​ມາດ​ທຳ​ສິ່ງ​ນີ້​ໄດ້ ເພາະ​ເຮົາ​ຈະ​ສະ​ຖິດ​ຢູ່​ນຳ​ເຈົ້າ ເຈົ້າ​ຈະ​ທຳ​ລາຍ​ພວກ​ມີ​ດີອນ​ໄດ້​ງ່າຍ​ທີ່​ສຸດ ຄ້າຍ​ກັບ​ວ່າ​ພວກ​ເຂົາ​ມີ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ”

17 ກິເດ​ໂອນ​ໄດ້​ທູນ​ຕອບ​ວ່າ, “ຖ້າ​ພຣະ​ອົງ​ໂຜດ​ເມດ​ຕາ​ຂ້າ​ພຣະ​ອົງ ຂໍ​ໃຫ້​ຂ້າ​ພຣະ​ອົງ​ພິ​ສູດ​ເຫັນ​ຄວາມ​ຈິງວ່າ ແມ່ນ​ພຣະ​ຜູັ້​ເປັນ​ເຈົ້າ​ແທ້​ຈິງ​ທີ່​ຊົງ​ສັ່ງ​ໃຫ້​ແກ່​ຂ້າ​ພຣະ​ອົງ

18 ຂໍພຣະ​ອົງ​ຈົ່ງ​ຢ່າ​ຟ້າວ​ຫນີ​ຈາກ​ບ່ອນ​ນີ້ ຈົນ​ກວ່າ​ຂ້າ​ພຣະ​ອົງ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ໃຫ້​ແກ່​ພຣະ​ອົງ” ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ພັກ​ຢູ່​ທີ່​ນີ້​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ມາ”

19 ຄັນ​ແລ້ວ​ກິເດ​ໂອນ​ກໍ​ໄປ​ຂ້າ​ເອົາ​ແບ້​ຫນຸ່ມ​ໂຕ​ນຶ່ງ​ຈັດ​ແຈ່ງ​ເປັນ​ອາ​ຫານ ແລະ​ເຮັດ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ດ້ວຍ​ແປ້ງ​ນຶ່ງ​ເອ​ຟາ ທ່ານ​ໄດ້​ຈັດ​ຊີ້ນ​ໃສ່​ກະ​ຕ່າ​ແລະ​ນ້ຳ​ແກງ​ໃສ່​ຫ​ມໍ້ ແລ້​ວ​ນຳ​ເອົາ​ສິ່ງ​ເຫລົ່ນີ້​ມາ​ຖວາຍ​ພຣະ​ອົງ​ຢູ່ໃຕ້​ຕົ້ນ​ສົນ​ໃຫ້

20 ຝ່າຍ​ທູດ​ອົງ​ນັ້ນ​ຈຶ່ງ​ກ່າວ​ແກ່​ທ່ານ​ວ່າ, “ຈົ່ງ​ເອົາ​ຊີ້ນ​ແລະ​ເຂົ້າ​ຈີ່​ວາງ​ໄວ້​ເທິງ​ໂງ່ນ​ຫີນ ແລ້ວ​ຖ​ອກ​ນ້ຳ​ແກງ​ລົງ​ໃສ່” ກິເດ​ໂອນ​ກໍ​ປະ​ຕິ​ບັດ​ຕາມ

21 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອົາ​ປາຍ​ໄມ້​ເທົ້າ​ຂອງ​ຕົນ​ແຕະ​ຕ້ອງ​ຊີ້ນ​ແລະ​ເຂົ້າ​ຈີ່​ນັ້ນ ໃນ​ທັນ​ໃດ​ນັ້ນ​ໄຟ​ໄດ້​ລຸກ​ຂຶ້ນ​ຈາກ​ໂງ່ນ​ຫີນ​ແລະ​ໄຫມ້​ຊີ້ນ​ກັບ​ເຂົ້າ​ຈີ່​ຈົນ​ຫມົດ ຕໍ່​ມາ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຫາຍ​ຕົວ​ໄປ

22 ຝ່າຍ​ກິເດ​ໂອນກໍ​ຮູ້​ສຶກ​ໃນ​ໃຈ​ວ່າ ທູດ​ອົງ​ນັ້ນ​ເປັນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ ທ່ານ​ຈຶ່ງ​ເວົ້າ​ດ້ວຍ​ຄວາມ​ຢ້ານ​ແລະ​ຕົກ​ໃຈ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ເຫັນ​ທູດ​ຂອງ​ພຣະ​ອົງ​ຫນ້າ​ຕໍ່​ຫນ້າ​ແລ້ວ”

23 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ທ່ານ​ວ່າ, “ບໍ່​ເປັນ​ຫຍັງ​ດອກ ຢ່າ​ສູ່​ຢ້ານ​ເຈົ້າ​ຈະ​ບໍ່​ຕາຍ”

24 ແລ້ວ​ກິເດ​ໂອນ​ໄດ້​ສ້າງ​ແທ່ນ​ບູ​ຊາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄວາມ​ສ​ງົບ​ສຸກ” ແທ່ນ​ບຸ​ຊາ​ນີ້​ຢູ່​ໃນ​ບ້ານ​ໂອ​ຟ​ຣາ ແລະ​ເປັນ​ຂອງ​ຊາວ​ອາ​ບີ​ເອ​ເຊີ​ຈົນ​ເທົ່າເຖິງ​ທຸກວັນ​ນີ້

25 ໃນ​ຄໍ່າ​ຄືນ​ຂອງວັນ​ນຶ່ງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ທ່ານ​ວ່າ, “ຈົ່ງ​ເອົາ​ງົວ​ເຖິກ​ຂອງ​ບິດາ​ເຈົ້າ ແລະ​ງົວ​ເຖິກ​ໂຕ​ອື່ນ​ທີ່​ມີ​ອາ​ຍຸ​ເຈັດ​ປີ ພ້ອມ​ທັງ​ທຳ​ລາຍ​ແທ່ນບູ​ຊາ​ທີ່​ບິ​ດາ​ເຈົ້າ​ທຳ​ໄວ້​ເພື່ອ​ພຣະ​ບາ​ອານ ແລ້ວ​ຕັດ​ຫລັ​ກ​ໄມ້​ສັກ​ສິດ​ຢູ່​ທາງ​ຂ້າງນັ້ນ​ອອກ

26 ຈົ່ງ​ສ້າງ​ແທ່ນ​ບູ​ຊາ​ຢ່າງ​ແຫນ້ນ​ຫນາ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົາ​ຢູ່​ເທິງ​ຈອມ​ໂພນ​ນີ້ ແລ້ວ​ເອົາ​ງົວ​ເຖິກ​ໂຕ​ທີ່​ສອງ​ເຜົາ​ຖວາຍ​ບູ​ຊາ​ເທິງ​ແທ່ນ​ນັ້ນ ໂດຍ​ເອົາ​ຫລັກ​ໄມ້​ສັ​ກ​ສິດ​ທີ່​ເຈົ້າ​ຕັດ​ລົງ​ນັ້ນ​ເຮັດ​ຟືນ”

27 ຝ່າຍ​ກິເດ​ໂອນ​ກໍ​ເລືອກ​ເອົາ​ຄົນ​ໃຊ້​ສິບ​ຄົນ ແລະ​ປະ​ຕິ​ບັດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ບອກ​ໄວ້ ທ່ານ​ບໍ່​ສາ​ມາດ​ທຳ​ກາງ​ເວັນ​ໄດ້ ເພາະ​ຢ້ານ​ຄົນ​ໃນ​ຄອບ​ຄົວ​ຂອງ​ຕົນ​ແລະ​ປະ​ຊາ​ຊົນ​ໃນ​ເມືອງ​ເຫັນ ສະ​ນັ້ນ ທ່ານ​ຈຶ່ງ​ທຳ​ໃນ​ເວ​ລາ​ກາງ​ຄືນ

ກິ​ເບ​ໂອນ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພຣະ​ບາ​ອານ

28 ເມື່ອ​ຕື່ນ​ເຊົ້າ​ມາ ປະ​ຊາ​ຊົນ​ໃນ​ເມືອງ​ນັ້ນ​ໄດ້​ລຸກ​ແຕ່​ເດິກ ພວກ​ເຂົາ​ໄດ້​ເຫັນ​ແທ່ນ​ບູຊາ​ຂອງ​ພຣະ​ບາ​ອານ ແລະ​ເຫັນ​ຫລັກ​ໄມ້​ສັກ​ສິດ​ຖືກ​ທຳ​ລາຍ​ລົງ ແລ້ວ​ໄດ້​ເຫັນ​ງົວ​ເຖິກ​ໄຫມ້​ຢູ່​ເທິງ​ແທ່ນ​ບູ​ຊາ​ທີ່​ສ້າງ​ຂຶ້ນ​ໃຫມ່​ນັ້ນ ພວກ​ເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ແມ່ນ​ໃຜ​ທຳ​ສິ່ງ​ນີ້”

29 ເມື່ອ​ພວກ​ເຂົາ​ສືບ​ຖາມ​ກໍ​ພົບ​ວ່າ​ແມ່ນ​ກິເດ​ໂອນ​ບຸດ​ຊາຍ​ຂອງ​ໂຢ​ອັ​ສ​ໄດ້​ເປັນ​ຜູ້​ທຳ​ສິ່ງ​ນັ້ນ

30 ພວ​ກ​ເຂົາ​ຈຶ່ງ​ເວົ້າ​ຕໍ່​ໂຢ​ອັ​ສວ່າ, “ເອົາ​ບຸດ​ຂອງ​ເຈົ້າ​ອອກ​ມາ​ນອກ​ພີ້ ພວກ​ເຮົາ​ຈະ​ຂ້າ​ເຂົາ​ຖິ້ມ ເພາະ​ເຂົາ​ເປັນ​ຄົນ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພຣະ​ບາ​ອານ ແລະ​ຕັດ​ຫລັກ​ໄມ້​ສັກ​ສິດ​ຢູ່​ທີ່​ທາງ​ຂ້າງ​ນັ້ນ​ອອກ”

31 ແຕ່ໂຢ​ອັ​ສ​ໄດ້​ຕອບ​ທຸກ​ຄົນ​ທີ່​ພາ​ກັນ​ມາ​ຟ້ອງ​ນັ້ນ​ວ່າ, “ພວກ​ເຈົ້າ​ມາ​ຕໍ່​ວ່າ​ຂ້າ​ພະ​ເຈົ້າ​ແທນ​ພຣະ​ບາ​ອານ​ບໍ ພວກ​ເຈົ້າ​ປ້ອງ​ກັນ​ພຣະ​ບາ​ອານບໍ ຖ້າ​ວ່າ​ຜູ້​ໃດ​ຕໍ່​ວ່າ​ແທນ​ມັນ ຜູ້​ນັ້ນ​ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້ ຄັນ​ວ່າ​ພຣະ​ບາ​ອານ​ເປັນ​ພຣະ​ເຈົ້າ​ ຈົ່ງ​ໃຫ້​ມັນ​ປ້ອງ​ກັນ​ຕົວ​ມັນ​ເອງ ເພາະ​ເປັນ​ແທ່ນ​ບູ​ຊາ​ຂອງ​ມັນ​ທີ່​ຖືກ​ທຳ​ລາຍ​ລົງ”

32 ຈາກ​ນັ້ນ​ມາ​ຄົນ​ທັງ​ຫລາຍ​ກໍ​ເອີ້ນ​ກິເດ​ໂອນ​ວ່າ ເຢ​ຣຸບ​ບາ​ອານ ເພາະ​ທ່ານ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພຣະ​ບາ​ອານ​ແລະ​ເວົ້າ​ວ່າ, “ຈົ່ງ​ໃຫ້​ພຣະ​ບາ​ອານ​ປ້ອງ​ກັນ​ຕົວ​ມັນ​ເອງ”

33 ແລ້ວ​ພວກ​ມີ​ດີ​ອານ​ທຸກໆ​ຄົນ ພ້ອມ​ທັງ​ຊາວ​ອາ​ມາ​ເລກ ແລະ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານ ກໍ​ພາ​ກັນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາ​ພ້ອມ​ພຽງ​ກັນ​ແລ້ວ​ຕັ້ງ​ຄ້າຍ​ພັກ​ຢູ່​ຮ່ອມ​ພູ ຢິ​ສ​ເຣ​ເອນ

34 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ນຳ​ກິເດ​ໂອນ ກິ​ເດ​ໂອນ​ກໍ​ເປົ່​ແກ​ເອີ້ນ​ເອົາ​ຝູງ​ຊົນ​ອາ​ບີ​ເອ​ເຊີ​ໃຫ້​ຕິດ​ຕາມ​ຕົນ​ໄປ

35 ຕໍ່​ມາ ທ່ານ​ໄດ້​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ແດນ​ຕະ​ກູ​ນມາ​ນັ​ສ​ເຊ ເຊ​ບູ​ລູນ ແລະ​ເນັຟທາ​ລີ ເພື່ອ​ໃຫ້​ພວກ​ເຫລົ່າ​ນີ້​ຕິດ​ຕາມ​ທ່ານ​ໄປ ພວກ​ເຂົາ​ກໍ​ຕິດ​ຕາມ​ທ່ານ​ໄປ

36 ຈາກ​ນັ້ນ ກິເດ​ໂອນ​ໄດ້​ທູນ​ພຣະ​ເຈົ້າ​ວ່າ, “ພຣະ​ອົງ​ຊົງ​ກ່າວ​ວ່າ ພຣະ​ອົງ​ຕ້ອງ​ການ​ໃຫ້​ຂ້າ​ພຣະ​ອົງ​ຊ່ອຍ​ຊີ​ວິດ​ພວກ​ອິສ​ຣາ​ເອນ

37 ສະ​ນັ້ນ ຂ້າ​ພຣະ​ອົງ​ຈະ​ເອົາ​ຂົນ​ແກະ​ວາງ​ໄວ້​ເທິງ​ດິນ ບ່ອນ​ທີ່​ພວກ​ຂ້າ​ພຣະ​ອົງ​ຟາດ​ເຂົ້າ ຖ້າ​ວ່າ​ມື້​ເຊົ້າ​ມາ​ນ້ຳ​ຫມອກ​ຕົກ​ຖືກ​ແຕ່​ຂົນ​ແກະ​ເທົ່າ​ນັ້ນ ແຕ່​ດິນ​ຍັງ​ແຫ້ງ​ຢູ່​ຄືເກົ່າ ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ຮູ້​ວ່າ ພຣະ​ອົງ​ຊົງ​ຕ້ອງ​ການ​ໃຫ້​ຂ້າ​ພຣະ​ອົງ​ຊ່ອຍ​ຊີ​ວິດ​ພວກ​ອິສ​ຣາເອນ​ແທ້”

38 ແລ້ວ​ເຫດ​ການ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ເມື່ອ​ກິເດ​ໂອນ​ລຸກ​ມາ​ແຕ່​ເດິກ ໃນເຊົ້າ​ວັນ​ໃຫມ່​ທ່ານ​ກໍ​ເອົາ​ຂົນ​ແກະ​ນັ້ນ​ມາ​ປັ້ນ ນ້ຳ​ໄດ້​ໄຫລ​ອອກ​ມາ​ຈົນ​ເຕັມ​ຊາມ

39 ທ່ານ​ຈຶ່ງ​ທູນ​ພຣະ​ເຈົ້າ​ອີກວ່າ, “ຂໍ​ຢ່າ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພຣະ​ອົງ​ຖ້ອນ ຂໍ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ເວົ້າ​ຕື່ມອີກເປັນ​ເທື່ອ​ສຸດ​ທ້າຍ ຄື​ຂ້າ​ພຣະ​ອົງ​ຈະ​ທົດ​ລອງ​ເບິ່ງ​ຂົນ​ແກະ​ອີກ​ເທື່ອນຶ່ງ ໃນ​ຄັ້ງ​ນີ້​ໃຫ້​ຂົນ​ແກະ​ນັ້ນ​ແຫ້ງ​ຢູ່ ແຕ່​ໃຫ້​ນ້ຳ​ຫມອກ​ຕົກ​ລົງ​ໃສ່​ແດ່​ດິນ​ເທົ່າ​ນັ້ນ”

40 ໃນ​ຄືນ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ການ​ນັ້ນ ໂດຍ​ຊົງ​ໃຫ້​ຂົນ​ແກະ​ແຫ້ງ ແຕ່​ໃຫ້​ດິນ​ເຕັມ​ໄປ​ດ້ວຍ​ນ້ຳ​ຫມອກ

 

7. ກິເດ​ໂອນ​ຊະ​ນະ​ພວກ​ມີ​ດີ​ອານ

1   ເຢຣຸບ​ບາ​ອານ (ຄື​ກິເດ​ໂອນ) ພ້ອມ​ດ້ວຍ​ທະ​ຫານ​ທັງ​ຫມົດ​ຂອງ​ທ່ານ​ໄດ້​ລຸກ​ແຕ່​ເຊົ້າ ໄປ​ຕັ້ງ​ຄ້າຍ​ພັກ​ອາ​ໄສ​ຢູ່​ທາງ​ບໍ່​ນ້ຳ​ຮາ​ໂຣດ ສ່ວນ​ຄ້າຍ​ພັກ​ຂອງ​ພວກ​ມີ​ດີ​ອານ​ກໍຕັ້ງ​ຢູ່​ຮ່ອມ​ພູ​ທາງ​ທິດ​ເຫນືອ​ໃກ້ໆ​ພູ​ໂມ​ເຣ​

2   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ກິເດ​ໂອນ​ວ່າ, “ປະ​ຊາ​ຊົນ​ທີ່ມ​ນຳ​ເຈົ້າ​ມີ​ຫລາຍ​ໂພດ ເຮົາ​ບໍ່​ຕ້ອງ​ການ​ຫລານ​ປານ​ນັ້ນ ເພື່ອ​ເອົາ​ຊນະ​ພວກ​ມີ​ດີ​ອານ ເພາະ​ເມື່ອ​ໄຊ​ຊະ​ນະ​ແລ້ວ​ຢ້ານ​ເຂົາ​ອວດ​ວ່າ ເຂົາ​ຊະ​ນະ​ດ້ວຍກຳ​ລັງ​ຂອງ​ຕົນ​ເອງ ໂດຍ​ບໍ່​ຄິດ​ເຖິງ​ການ​ຊ່ອຍ​ເຫລືອ​ຂອງ​ເຮົາ

3   ສະ​ນັ້ນ ເຈົ້າ​ຈົ່ງ​ບອກ​ປະ​ຊາ​ຊົນ​ວ່າ ຖ້າ​ຜູ້​ໃດ​ຢ້ານ ຈົ່ງ​ກັບ​ຄືນ​ເມືອ​ສາ ແລະ​ໄປ​ຈາກ​ພູ​ກິເລ​ອາດ” ດັ່ງ​ນັ້ນ​ຈຶ່ງ​ມີ​ຄົນ​ກັບ​ຄືນ​ເມືອງ​ສອງ​ຫມື່ນ​ສອງ​ພັນ​ຄົນ ແລະ​ຍັງ​ເຫ​ລືອ​ພຽງ​ແຕ່​ນຶ່ງ​ຫມື່ນ​ຄົນ​ເທົ່າ​ນັ້ນ

4   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ກິເດ​ໂອນ​ວ່າ, “ພວກ​ນີ້​ຍັງ​ມີ​ຢູ່​ຫລາຍ​ໂພດ ຈົ່ງ​ພາເຂົາ​ລົງ​ໄປ​ແຄມ​ນ້ຳ ແລ້ວ​ເຣົາ​ຈະ​ຄັດ​ເລືອກ​ເຂົາ​ໃຫ້​ເຈົ້າ​ຢູ່​ທີ່​ນັ້ນ ຖ້າ​ເຮົາ​ບອກຜູ້​ໃດ​ໄປ​ກັບ​ເຈົ້າ ເຂົາ​ຈະ​ໄປ​ທັນ​ທີ ຖ້າ​ວ່າ​ເຮົາ​ບອກ​ບໍ່​ໃຫ້​ຜູ້​ໃດ​ໄປ​ກັບ​ເຈົ້າ ເຂົາ​ກໍຈະ​ບໍ່​ໄປ​ເດັດ​ຂາດ”

5   ດັ່ງ​ນັ້ນ​ ກິເດ​ໂອນ​ຈຶ່ງ​ນຳ​ຊາວ​ອິສ​ຣເອນ​ໄປ​ແຄມ​ນ້ຳ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ກິເດໂອນ​ວ່າ, “ຈົ່ງ​ແຍກ​ພວກ​ທີ່​ດື່ມ​ນ້ຳ​ດ້ວຍ​ລີ້ນ​ຄື​ກັນ​ກັບຫມາ​ອອກ​ຈາກ​ພວກ​ທີ່​ຄຸ​ເຂົ່າ​ລົງ​ດື່ມ”

6   ດັ່ງ​ນັ້ນ ຈຳ​ນວນຜູ້​ທີ່​ເອົາ​ມື​ກອບ​ນ້ຳ​ຂຶ້ນ​ມາ​ເລັຽກິນ​ມີ​ຢູ່​ສາມ​ຮ້ອຍ​ຄົນ ສ່ວນ​ພວກ​ທີ່​ເຫລືອ​ນັ້ນ​ແມ່ນ​ພວກ​ທີ່​ຄຸ​ເຂົ່າ​ລົງ​ດື່ມ

7   ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ກິເດ​ໂອນ​ວ່າ, “ເຮົາ​ຈະ​ຊ່ອຍ​ຊີ​ວິດ​ເຈົ້າ​ໄວ້ ແລະ​ໃຫ້​ເຈົ້າ​ຊນະ​ພວກ​ມີ​ດີ​ອານ​ດ້ວຍ​ຄົນ​ຈຳ​ນວນ​ສາມ​ຮ້ອຍ​ຄົນ​ທີ່ກອບ​ນ້ຳ​ເລັຽກິນນັ້ນ ແ​ລ້ວ​ໃຫ້​ພວກ​ທີ່​ຍັງ​ເຫລືອ​ກັບ​ຄືນ​ເມືອ​ຫມົດ”

8   ກິເດ​ໂອນ​ກໍ​ສັ່ງ​ພວກ​ອິສ​ຣາ​ເອນ​ກັບ​ຄື​ນ​ເມືອ​ຫມົດ ເວັ້ນ​ໄວ້​ແຕ່​ພວກ​ສາມ​ຮ້ອຍ​ຄົນ​ເທົ່າ​ນັ້ນ​ທີ່​ຍັງ​ເຫລືອ​ຢູ່ ພວກ​ນີ້​ໄດ້​ຈັດ​ເອົາ​ສະ​ບ່ຽງ​ອາ​ຫານ​ແລະ​ແກ​ຂອງຕົນ ສ່ວນ​ພວກ​ມີ​ດີ​ອານ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ຮ່ອມ​ພູ​ທາງ​ເບື້ອງ​ລຸ່ມ​ອິສ​ຣາ​ເອນ

9   ໃນ​ຄືນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ກິເດ​ໂອນ​ວ່າ, “ຈົ່ງ​ບຸກ​ໂຈມ​ຕີ​ຄ້າຍ​ພວກ​ເຂົາ​ເທີນ ເຣົາ​ຈະ​ໃຫ້​ເຈົ້າ​ຊນະ​ພວກ​ເຂົາ

10 ແຕ່​ຖ້າ​ເຈົ້າ​ບໍ່​ກ້າ​ລົງ​ໄປ​ຕໍ່​ສູ້ ໃຫ້​ເຈົ້າ​ແລະ​ຄົນ​ໃຊ້​ຂອງ​ເຈົ້າ​ຜູ້​ຊື່​ວ່າປຸຣາ ລົງ​ໄປ​ສືບ​ເບິ່ງ​ເສັຽກ່ອນ ເຈົ້າ​ຈະ​ໄດ້​ຍິນ​ວ່າ​ເຂົາ​ເວົ້າ​ກັນ​ຫຍັງ​ແດ່

11 ແລ້ວ​ເຈົ້າ​ຈະ​ກ້າ​ຫານ​ບຸກ​ໂຈ​ມ​ຕີ​ຄ້າຍ​ນັ້ນ” ດັ່ງ​ນັ້ນ ກິເດ​ໂອນ ແລະ​ຄົນ​ໃຊ້​ປຸ​ຣາ​ຈຶ່ງ​ພາ​ກັນລົງ​ໄປ​ຍັງ​ເຂດ​ແດນ​ຄ້າຍ​ພັກ​ຂອງ​ສັດ​ຕຣູ

12 ຝ່າຍ​ພວກ​ມີ​ດີ​ອານ ພວກ​ອາ​ມາ​ເລກ ແລະ​ຊາວ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານ ໄດ້​ຂະ​ຫຍາຍ​ອອກ​ໄປ​ທາງ​ຮ່ອມ​ພູ​ເຫມືອນ​ດັ່ງ​ຝູງ​ຕັກ​ແຕນ ພວກ​ເຂົາ​ມີ​ຝູງ​ອູດ​ຫລາຍ​ຄ້າຍ​ກັບ​ເມັດ​ດິນ​ຊາຍ​ເທິງ​ແຄມ​ທະ​ເລ

13 ເມື່ອ​ກິ​ເດ​ໂອນ​ມາ​ເຖິງ​ກໍ​ໄດ້​ຍິນ​ຊາຍຜູ້​ນຶ່ງ​ເລົ່າ​ຄວາມ​ຝັນ​ຂອງ​ຕົນ​ສູ່​ຫມູ່​ຟັງ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຝັນ​ວ່າ​ມີ​ເຂົ້າ​ຈີ່​ກ້ອນ​ນຶ່ງ​ທີ່​ເຮັດ​ດ້ວຍ​ເຂົ້​ເດື່​ອຍ​ກັ້ງ​ເຂົ້າ​ມາ​ໃນ​ຄ້າຍ​ພັກ​ຂອງ​ເຮົາ ເຂົາ​ຈີ່​ກ້ອນ​ນີ້​ຕຳ​ຜ້າ​ເຕັ​ນ​ຂວ້ຳ​ເພພັງ​ລົງ​ຫມົດ”

14 ຫມູ່​ຂອງ​ເຂົ​ຈຶ່ງ​ຕອບ​ວ່າ, “ອັນ​ນີ້​ຕ້ອງ​ຫມາຍ​ເຖິງ​ດາບ​ຂອງ​ກິເດ​ໂອນ​ຊາວ​ອິສ​ຣາ​ເອນ ຊຶ່ງ​ເປັນ​ບຸດ​ຂອງ​ໂຢ​ອັ​ສ ຄົງ​ບໍ່​ຫມາຍ​ເຖິງ​ສິ່ງ​ອື່ນໄປ​ໄດ້ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ທ່າ​ນຊນະ​ກອງ​ທັບ​ທັງ​ຫມົດ​ຂອງ​ພ​ວກ​ເຣົາ​ແລ້ວ”

15 ສ່ວນ​ກິເດ​ໂອນ​ເມື່ອ​ໄດ້​ຍິນ​ເຣື່ອງ​ຄວາມ​ຝັນ​ພ້ອມ​ທັງ​ຄວາມ​ຫມາຍ ທ່ານ​ກໍ​ຄຸ​ເຂົ່າ​ລົງ​ຂາບ​ໄຫວ້​ພຣະ​ເຈົ້າ ແລ້ວ​ທ່ານ​ກໍ​ກັບ​ຄືນ​ເມືອ​ຫາ​ຄ້າຍ​ພັກ​ຊາວ​ອິສ​ຣາ​ເອນ​ແລະ​ເວົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ພວກ​ເຈົ້າ​ຊະ​ນະ​ກອງ​ທັບ​ພວກ​ມີ​ດີ​ອານ​ແລ້ວ”

16 ຄັນ​ແລ້ວ ທ່ານ​ກໍ​ແບ່ງ​ພວກ​ສາມ​ຮ້ອຍ​ຄົນ​ນັ້ນ​ອອກ​ເປັນ​ສາມ​ຫມວດ ໂດຍ​ເອົາ​ແກ​ແຈກ​ໃຫ້​ຄົນ​ລະ​ອັນ​ພ້ອມ​ທັງ​ໄຫ​ໃສ່​ກະ​ບອງ​ຜູ້​ລະ​ຫນ່ວຍ

17 ທ່ານ​ໄດ້​ບອກ​ເຂົາ​ວ່າ, “ຈົ່ງ​ຄອຍ​ເບິ່ງ​ຂ້າ​ພະ​ເຈົ້າ​ແລ້ວ​ໃຫ້​ເຮັດ​ເຫມືອນ​ກັນ ແລະ​ເມື່ອ​ຂ້າ​ພະ​ເຈົ້າໄປ​ເຖິງ​ຄ້າຍ​ດ່ານນອກ​ແລ້ວ ຂ້າ​ພະ​ເຈົ້າ​​ເຮັດ​ຢ່າງ​ໃດກໍ​ໃຫ້​ເຮັດ​ຢ່າງ​ນັ້ນ

18 ຖ້າ​ວ່າ​ຂ້າ​ພະ​ເຈົ້າ ແລະ​ຄ​ນະ​ຂອງ​ຂ້າ​ພະ​ເຈົ້າ​ພາ​ກັນ​ເປົ່າ​ແກ​ຂຶ້ນ ໃຫ້​ພວກ​ເຈົ້າ​ເປົ່າ​ແກ​ຂອງ​ພວກ​ເຈົ້າ​ຕອບ​ໂລດ ແລ້ວ​ໃຫ້​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຄ້າຍ​ທັງ​ຫມົດ ​ຮ້ອງ​ຂຶ້ນ​ວ່າ “ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເພື່ອ​ກິເດ​ໂອນ”

19 ຝ່າຍ​ກິເດ​ໂອນ ພ້ອມ​ທັງ​ພວກ​ຂອງ​ທ່ານ​ຮ້ອຍ​ຄົນ ກໍ​ຮອດ​ແຄມ​ຄ້າຍ​ໃນ​ເວ​ລາ​ກ່ອນ​ທ່ຽງ​ຄືນ ຊຶ່ງ​ເປັນ​ເວ​ລາ​ປ່ຽນ​ຄົນ​ຍາມ​ໃຫມ່ ພວກ​ເຂົາ​ເປົ່າ​ແກ​ຂຶ້ນ ແລະ​ທັບ​ໄຫ​ທີ່​ພວກ​ເຂົາ​ຖື​ໄປ​ນັ້ນ

20 ຫມົດ​ທັງ​ສາມ​ຫມວດ​ກໍ​ເປົ່າ​ແກ​ຂຶ້ນ ແລະ​ທັບ​ໄຫ​ຂອງ​ຕົນ ມືຊ້າຍ​ຂອງ​ພວກ​ເຂົາ​ຖື​ກະ​ບອງ​ແລະ​ມື​ຂວາ​ຖື​ແກ ພ້ອມ​ທັງ​ຮ້ອງວ່າ, “ດາບ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ເພື່ອ​ກິເດ​ໂອນ”

21 ທະ​ຫານ​ອິສ​ຣາ​ເອນ​ທຸກໆ​ຄົນ​ກໍ​ຢືນ​ຢັນ​ປະ​ຈຳ​ຢູ່​ບ່ອນ​ຂອງ​ຕົນ​ອ້ອມ​ຮອບ​ຄ້າຍພັກ​ນັ້ນ ສ່ວນ​ທະ​ຫານ​ມີ​ດີ​ອານ​ທັງ​ຫມົດ​ໄດ້​ແລ່ນ​ຫນີ​ໄປ​ພ້ອມ​ທັງ​ຮ້ອງ​ສຽງ​ດັງ​ສະ​ຫນັ່ນ

22 ເມື່ອ​ພວກ​ສາມ​ຮ້ອຍ​ເປົ່າ​ແກ​ຂອງ​ເຂົາ​ຂຶ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ບັນ​ດານ​ໃຫ້​ຄົນ​ຢູ່​ໃນ​ຄ້າຍ​ພັກ​ນັ້ນ​ຈັບ​ດາບ​ຕໍ່​ສູ້​ກັນ​ແລະ​ກັນ ພວກ​ເຂົາ​ພາ​ກັນ​ແລ່ນ​ໄປ​ທາງ​ເມືອງ​ເຊ​ເຣ​ຣາ ໄປ​ເມືອງ​ເບັດຊີດ​ຕາ ແລະ​ເມືອງ​ອາ​ເບນ​ເມ​ໂຮ​ລາ​ໃກ້​ບ້ານ​ຕັບ​ບັ​ທ

23 ພວກ​ອິສ​ຣາ​ເອນ​ທີ່​ມາ​ຈາ​ກຕ​ກູນ​ເນັຟທາ​ລີ ຕະ​ກູນ​ອາ​ເຊີ ແລະ​ທຸກໆ​ຄົນ​ທີ່​ມາ​ຈາກ​ມາ​ນັ​ສ​ເຊ​ໄດ້​ອອກ​ມາ​ໄລ່​ຕິດ​ຕາມ​ພວກ​ມີ​ດີ​ອານ​ໄປ

24 ກິເດ​ໂອນ​ກໍ​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ພູ​ເອ​ຟ​ຣາ​ອິມ​ວ່າ, “ຈົ່ງ​ພາ​ກັນ​ມາ​ຕໍ່​ສູ້​ພວກ​ມີ​ດີ​ອານ ໃຫ້​ພາ​ກັນ​ໄປ​ປະ​ຈຳ​ຢູ່​ຕາມ​ແຄມ​ແມ່​ນ້ຳ​ຈໍ​ແດນ ແລະ​ຕາມ​ທາງ​ສາຍ​ນ້ຳ​ຕ່າງໆ​ຈົນ​ເຖິງ​ເບັດ​ບາ​ຣາ

25 ພວກ​ເຂົາ​ຈັບ​ຫົວ​ຫນ້າ​ພວກ​ມີ​ດີ​ອານ​ໄດ້​ສອງ​ຄົນ ຄື​ໂອ​ເຣັບ​ ແລະ​ເຊ​ເອັບ ແລ້ວ​ຂ້າ​ໂອ​ເຣັບ​ຢູ່​ເທິງ​ຫີນດ່ານ​ໂອ​ເຣັບ ແລະ​ຂ້າ​ເຊເອັບ​ຢູ່​ບ່ອນ​ບີບ​ນ້ຳ​ອະ​ງຸ່ນ ຊື່​ເຊ​ເອັບ ແລ້ວ​ພວກ​ເຂົາ​ກໍ​ຂັບ​ໄລ່​ກວາດ​ລ້າງ​ພວກ​ມີ​ດີ​ອານ​ຕໍ່​ໄປ ພ້ອມ​ທັງ​ຖື​ເອົາ​ຫົວ​ຂອງ​ໂອ​ເຣັບ ແລະ​ເຊ​ເອັບ​ໄປ​ໃຫ້​ກິເດ​ໂອນ​ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ເບື້ອງ​ນັ້ນ

 

8. ການ​ເສັຽ​ໄຊ​ຄັ້ງ​ສຸດ​ທ້າຍ​ຂອງພວກ​ມີ​ດີ​ອານ

1   ຄັນ​ຕໍ່​ມາ ພວກ​ເອ​ຟ​ຣາ​ອີມ​ໄດ້​ເວົ້າ​ຕໍ່​ກິເດ​ໂອນ​ວ່າ, “ເວ​ລາ​ໄປ​ສູ້​ຮົບ​ພວກ​ມີ​ດີ​ອານ​ນັ້ນ ເປັນ​ຫຍັງ​ບໍ່​ເອີ້ນ​ເອົາ​ພວກ​ເຮົາ​ແດ່ ເປັນ​ຫຍັງ​ຈຶ່ງ​ທຳ​ກັບ​ພວກ​ເຮົາ​ແບບ​ນີ້” ພວກ​ເຂົາ​ຕໍ່​ວ່າ​ຕໍ່​ຂານ​ເຣື່ອງ​ນີ້​ຢ່າງ​ແຂງ​ແຮງ

2   ແຕ່​ກິເດ​ໂອນບອກ​ເຂົາ​ວ່າ, “ການ​ໄຊ​ຊນະ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ເມື່ອ​ປຽບ​ທຽບ​ກັບ​ສິ່ງ​ທີ່​ເຈົ້າ​ທຳ​ກໍ​ບໍ່​ມີ​ຫຍັງ​ຫມົດ ແມ່ນ​ແຕ່​ການ​ເລັກ​ນ້ອຍ​ທີ່​ຊາວ​ເອ​ຟ​ຣາ​ອິມ​ໄດ້​ທຳ ກໍ​ມີ​ຄຸນ​ຄ່າກວ່າ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ທຳ​ມາ

3   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໂອ​ເຣັບ ແລະ​ເຊ​ເອັບ ຜູ້​ເປັນ​ເຈົ້າ​ນາຍ​ຂອງ​ຊາວ​ມີ​ດີ​ອານ​ໄວ້​ໃນ​ກຳ​ມື​ຂອງ​ພວກ​ເຈົ້າ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ທຳ​ນັ້ນ​ຈະ​ປຽບ​ທຽບ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ທຳ​ໄດ້​ຢ່າງ​ໃດ” ເມື່ອ​ທ່ານ​ເວົ້າ​ດັ່ງ​ນັ້ນ​ແລ້ວ​ພວກ​ເຂົາ​ກໍ​ເຊົ​ຄຽດ

4   ກິ​ເດ​ໂອນ​ກັບ​ສາມ​ຮ້ອຍ​ຄົນ​ໄດ້​ພາ​ກັນ​ໄປ​ເຖິງ​ແມ່​ນ້ຳ​ຈໍ​ແດນ ແລ້ວ​ກໍ​ຂ້າມ​ແມ່​ນ້ຳ​ນັ້ນ​ໄປ ພວກ​ເຂົາ​ມີ​ຄວາມ​ອິດ​ເມື່ອຍ​ອ່ອນ​ແຮງ​ລົງ ແຕ່​ກໍ​ຍັງ​ຂັບ​ໄລ່​ພວກ​ສັດ​ຕຣູ​ນັ້ນ​ຫນີ​ໄປ​ໄດ້

5   ກິ​ເດ​ໂອນ​ໄດ້​ຮ້ອງ​ຂໍ​ຕໍ່​ຊາວ​ເມືອງ​ຊຸກ​ໂກດ​ວ່າ, “ຂ້​ພະ​ເຈົ້າ​ຂໍ​ເຂົ້າ​ໃຫ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກິນ​ແດ່ ເພາະ​ເຂົາ​ອິດ​ເມື່ອຍ​ຫລາຍ ຂ້າ​ພະ​ເຈົ້າ​ກຳ​ລັງ​ໄ​ລ່​ຕິດ​ຕາມ​ເຊ​ບາ​ແລະ​ຊັນ​ມູນ​ນາ ເຈົ້າ​ຊີ​ວິດ​ຂອງ​ພວກມີ​ດີ​ອານ​ຢູ່”

6   ແຕ່​ພວກ​ຜູ້​ນຳ​ຂອງ​ພວກ​ຊຸກ​ໂກດ​ເວົ້າ​ວ່າ, “ເຫດໃດ​ພວກ​ເຣົາ​ຈຶ່ງ​ຈະ​ຕ້ອງ​ເອົາ​ອາ​ຫານ​ໃຫ້​ທະ​ຫານ​ຂອງ​ທ່ານ​ກິນ ໃນ​ເມື່ອທ່ານ​ຍັງ​ບໍ່​ທັນ​ຈັບ​ເຊ​ບາ​ແລະ​ຊັນ​ມູນ​ນາ​ໄດ້​ເທື່ອ”

7   ດັ່ງ​ນັ້ນ ກິເດ​ໂອນ​ຈຶ່ງ​ເວົ້າ​ວ່າ, “ດີ​ແລ້ວ ເມື່ອ​ໃດ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຊ​ບາ ​ແລະ​ຊັນ​ມູນ​ນາ​ໄວ້​ໃນ​ກຳ​ມື​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ເອົາ​ຫວາຍ​ທີ່​ຍັງ​ມີ​ຫນາມ​ແລະ​ໄມ້​ຫນາມ​ມາ​ຂ້ຽນ​ພວກ​ເຈົ້າ”

8   ຈາກ​ນັ້ນ ກິເດ​ໂອນກໍ​ໄປ​ຍັງ​ເມືອງ​ເປ​ນູ​ເອນ ແລ້ວ​ຮ້ອງ​ຂໍ​ຕໍ່​ຊາວ​ເມືອງ​ນັ້ນ​ຢ່າງ​ດຽວ​ກັນ ຊາວ​ເມືອງ​ເປ​ນູ​ເອນ​ກໍ​ຕອບ​ຢ່າງ​ດຽວ​ກັນ​ກັບ​ຊາວ​ເມືອງ​ຊຸກ​ໂກດ

9   ກິເດ​ໂອນ​ຈຶ່ງ​ເວົ້າ​ວ່າ, “ເວ​ລາ​ຂ້າ​ພະ​ເຈົ້າ​ກັບ​ຄືນ​ມາ​ຢ່າງປອດ​ພັຍ​ແລ້ວ ຂ້າ​ພະ​ເຈົ້າ​ຈະ​ທຳ​ລາຍ​ຫໍ​ຄອຍ​ນີ້​ລົງ”

10 ຝ່າຍ​ເຊ​ບາ ແລະ​ຊັນ​ມູນ​ນາ ພ້ອມ​ທັງ​ກອງ​ທັບ​ໄດ້​ຢູ່​ທີ່​ກາ​ຣ໌​ໂກ​ຣ໌ ກອງ​ທັ​ບ​ຂອງ​ເຜົ່າ​ຕ່າງໆ​ທີ່​ມາ​ຈາກ​ຖິ່ນ​ກັນ​ດານມີ​ທະ​ຫານ​ນຶ່ງ​ຫມື່ນ​ຫ້າ​ພັນ​ຄົນ ເປັນ​ກອງ​ທັບ​ຊາວ​ຕາ​ເວັນ​ອອກ​ທີ່​ເຫລື​ອຢູ່​ທັງ​ຫມົດ ແລະ​ມີນຶ່ງ​ແສນ​ສອງ​ຫມື່ນ​ຄົນທີ່​ຖືກ​ຂ້າ​ຕາຍ

11 ກິເດ​ໂອນ​ໄດ້​ໄປ​ຕາມ​ເສັ້ນ​ທາງ​ແຄມ​ຖິ່ນ​ກັນ​ດານ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ໂນ​ບາ ແລະ​ໂຢກ​ເບ​ຮາ ແລ້ວ​ບຸກ​ໂຈມ​ຕີ​ທະ​ຫານ​ເຫລົ່າ​ນັ້ນ​ຢ່າງ​ບໍ່​ທັນ​ຮູ້​ຕົວ

12 ຝ່າຍກະ​ສັດ​ທັງ​ສອງ​ຂອງ​ຊາວ​ມີ​ດີ​ອານ ຄື​ເຊ​ບາ​ແລະ​ຊັນ​ມູນ​ນາ​ກໍ​ແລ່ນ​ປົບ​ຫນີ ແຕ່​ກິເດ​ໂອນ​ໄລ່​ຕິດ​ຕາມ​ແລະ​ຈັບ​ທັງ​ສອງ​ຄົນ​ມາ​ໄດ້ ສ່ວນກອງ​ທະ​ຫານ​ຂອງ​ເຂົາ​ກໍ​ຕື່ນ​ຕົກ​ໃຈ​ແລະ​ແຕກ​ກະ​ຈັດກະ​ຈາຍ​ໄປ

13 ແລ້ວ​ກິເດ​ໂອນບຸດ​ຂອງ​ໂຢ​ອັ​ສ​ກໍ​ກັບ​ມາ​ຈາກ​ເລວ​ເສິກ ໄດ້​ຜ່ານ​ມາ​ທາງ​ເຮ​ເຣ​ສ

14 ທ່ານ​ໄດ້​ຈັບ​ເອົາ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ຈາກ​ເມືອງ​ຊຸກ​ໂກດ ແລະ​ໄດ້​ສອບ​ຖາມ​ເອົາ​ເຣື່ອງ​ຕ່າງໆ​ນຳ​ເຂົາ ຊາຍ​ຫນຸ່ມ​ຜູ້​ນັ້ນ​ໄດ້​ຈົດ​ຊື່ພວກ​ເຈົ້າ​ນາຍ ແລະ​ພວກ​ເຖົ້າ​ແກ່​ເຈັດ​ສິບ​ຄົນ​ຂອງ​ເມືອງ​ຊຸກ​ໂກດ​ໃຫ້​ກິເດ​ໂອນ

15 ແລ້ວ​ກິເດ​ໂອນ​ໄດ້​ໄປ​ຫາ​ພວກ​ຊຸກ​ໂກດ​ແລະ​ເວົ້າ​ວ່າ, “ພວກ​ເຈົ້າ​ຈື່​ເວ​ລາ​ທີ່​ພວກ​ເຈົ້າ​ດູ​ຫມິ່ນ​ປ​ມາດ​ຂ້າ​ພະ​ເຈົ້າ​ຫລື​ບໍ ພວກ​ເຈົ້າ​ໄດ້​ເວົ້າ​ວ່າ​ພວກ​ເຈົ້າ​ບໍ່​ສາ​ມາດ​ເອົາ​ອາ​ຫານ​ໃຫ້​ພວກ​ທະ​ຫານ​ທີ່​ອ່ອນ​ແຮງ​ຂອງ​ຂ້າ​ພະ​ເຈົ້າ​ກິນ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈັບ​ເຊບາ ​ແລະ​ຊັນ​ມູນ​ນາ​ບໍ່​ທັນ​ໄດ້ ແຕ່​ດຽວ​ນີ້ ພວກ​ເຂົາ​ຢູ່​ນີ້​ແລ້ວ”

16 ກິເດ​ໂອນ​ຈຶ່ງ​ເອົາ​ຫວາຍ​ທີ່​ມີ​ຫນາມ ແລະ​ໄມ້​ຫນາມ​ຈາກ​ຖິ່ນ​ກັນ​ດານ​ມາ​ລົງ​ໂທດ​ຜູ້​ນຳ​ເມືອງ​ຊຸກ​ໂກດ

17 ແລ້ວ​ທຳ​ລາຍ​ຫໍ​ຄອຍ​ທີ່​ເປ​ນູ​ເອນ​ແລະ​ຂ້າ​ຊາວ​ເມືອງ​ນັ້ນ​ຖິ້ມ

18 ແລ້ວ​ທ່ານ​ໄດ້​ຖາມ​ເຊ​ບາ ແລະ​ຊັນ​ມູນ​ນາ​ວ່າ, “ຄົນ​ທີ່​ພວກ​ເຈົ້າ​ຂ້າ​ນັ້ນ​ມີ​ຮູບ​ຮ່າງ​ຢ່າງ​ໃດ” ພວ​ກ​ເຂົາ​ໄດ້​ຕອບ​ວ່າ, “ຄື​ກັນ​ກັບ​ທ່ານ ພວກ​ເຂົາ​ທຸກໆ​ຄົນ​ຄື​ກັນ​ກັບ​ພຣະ​ຣາ​ຊກຸມ​ມານ”

19 ກິເດ​ໂອນ​ຈຶ່ງ​ຕອບວ່າ, “ພວກ​ເຂົາ​ເປັນ​ອ້າຍ​ນ້ອງ​ລູກ​ແມ່​ດຽວ​ກັບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຂໍ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຂ້າ​ເຂົາ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂ້າ​ພວກ​ເຈົ້າ”

20 ທ່ານ​ຈຶ່ງ​ບອກ​ເຢ​ເທີ​ບຸດ​ຊາຍ​ກົກ​ຂອງ​ທ່ານ​ວ່າ, “ຈົ່ງ​ໄປ​ຂ້າ​ພວກ​ເຂົາ​ເສັຽ” ແຕ່​ວ່າ​ເດັກ​ຊາຍ​ຄົນ​ນັ້ນ​ບໍ່​ກ້າ​ຖອດ​ດາບ​ອອກ ເຂົາ​ຢ້ານ ເພາ​ວ່າ​ເຂົາ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່

21 ແຕ່​ເຊ​ບາ ແລະ​ຊັນ​ມູນ​ນາ​ເວົ້າ​ວ່າ, “ຈົ່ງ​ມາ​ຂ້າ​ພວກ​ເຮົາ​ດ້ວຍ​ຕົນ​ເອງ​ເທີນ ເພາ​ວ່າ​ທ່ານ​ເອງ​ເປັນ​ຜູ້​ຊາຍ​ເຕັມ​ໂຕ​ຢູ່​ແລ້ວ” ດັ່ງ​ນັ້ນ ກິເດ​ໂອນ​ຈຶ່ງ​ຂ້າ​ເຊ​ບາ ແລະ​ຊັນ​ມູນ​ນາ ແລະ​ເອົາ​ຫລຽນ​ຮູບ​ເດືອນ​ທີ່​ເອ້​ຄໍ​ອູດ​ໄປ​ພ້ອມ

ກິ​ເດ​ໂອນ​ໄດ້​ສ້າງ​ຮູບ​ພຣະ

22 ຫລັງ​ຈາກ​ນັ້ນ ພວກ​ອິສ​ຣາ​ເອນ​ໄດ້​ເວົ້າ​ຕໍ່​ກິເດ​ໂອນ​ວ່າ, “ຂໍ​ທ່ານ​ພ້ອມ​ທັງ​ບຸ​ດ​ຊາຍ​ແ​ລະ​ຫລານ​ຂອງ​ທ່ານ ຈົ່ງ​ເປັນ​ຜູ້​ຄຸ້ມ​ຄອງ​ພວກ​ເຮົາ​ເທີນ ເພາະ​ວ່າ​ທ່ານ​ໄດ້​ຊ່ອຍ​ເຫລືອ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ພວກ​ມີ​ດີ​ອານ”

23 ກyເດ​ໂອນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ແລະ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ