| Joshua |
|
![]() |
|
1
ຫລັງຈາກໂມເຊ
ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ເສັຽຊີວິດໄປແລ້ວ
ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂຢຊວຍບຸດນູນທີ່ເປັນຜູ້ຊ່ອຍວຽກໂມເຊວ່າ,
2
“ໂມເຊຜູ້ຮັບໃຊ້ຂອງເຮົາກໍເສັຽຊີວິດໄປແລ້ວ
ສ່ວນເຈົ້າພ້ອມດ້ວຍຊາວອິສຣາເອນທຸກຄົນ
ຈົ່ງຕຽມຕົວອອກໄປຂ້າມແມ່ນ້ຳຈໍແດນ
ແລ້ວເຂົ້າໄປໃນແຜ່ນດິນທີ່ເຮົາຈະມອບໃຫ້ພວກເຈົ້າ
3
ຕາມທີ່ເຮົາໄດ້ສັນຍາໄວ້ກັບໂມເຊວ່າ
ດິນທຸກບ່ອນທີ່ພວກເຈົ້າຈະຢຽບໄປນັ້ນແຫລະ
ເປັນບ່ອນທີ່ເຮົາມອບໃຫ້
4
ເຂດແດນຂອງເຈົ້າຕັ້ງແຕ່ຖິ່ນກັນດານທາງທິດໃຕ້ຈົນເຖິງພູເລບານອນທາງທິດເຫນືອ
ຕັ້ງແຕ່ແມ່ນນ້ຳໃຫຍ່ເອີຟຣາດທາງທິດຕາເວັນອອກພ້ອມທັງທົ່ວປະເທດຂອງຊາວຮິດຕີຈົນເຖິງທະເລເມດິເຕຣາເນທາງທິດຕາເວັນຕົກ
5
ໃນຊົ່ວຊີວິດຂອງເຈົ້າ
ຈະບໍ່ມີໃຜສາມາດຕໍ່ສູ້ເຈົ້າໄດ້ເຮົາຈະບໍ່ປະຖິ້ມເຈົ້າ
ເພາະວ່າເຮົາໄດ້ສະຖິດຢູ່ກັບໂມເຊຢ່າງໃດ
ເຮົາຈະສະຖິດຢູ່ກັບເຈົ້າຢ່າງນັ້ນດ້ວຍ
6
ສະນັ້ນ
ເຈົ້າຈົ່ງມີໃຈເຂັ້ມແຂງ
ແລະກ້າຫານ
ເພາະວ່າເຈົ້າຈະເປັນຜູ້ນຳພາຊົນຊາດເຫລົ່ານີ້ເຂົ້າໄປຮັບເອົາແຜ່ນດິນທີ່ເຣົາສັນຍາວ່າຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ
7
ເຈົ້າຈົ່ງມີໃຈເຂັ້ມແຂງແລະກ້າຫານແທ້
ຈົ່ງທຳຕາມພຣະທັມທັງຫມົດຂອງເຮົາ
ຊຶ່ງໂມເຊຜູ້ຮັບໃຊ້ຂອງເຮົາໄດ້ສັ່ງເຈົ້າໄວ້
ຢ່າປະຖິ້ມຈັກຂໍ້ເລີຍ
ເພື່ອຈະໄດ້ຮັບຜົນສຳເຣັດໃນທຸກໆບ່ອນທີ່ເຈົ້າຈະໄປ
8
ເຈົ້າຢ່າລືມພຣະທັມຂອງເຮົາຈັກເທື່ອ
ເຈົ້າຕ້ອງຮຽນຮູ້ຈາກປື້ມພຣະທັມນັ້ນທຸກມື້ທຸກຄືນ
ແລະຈົ່ງຕັ້ງໃຈປະຕິບັດຕາມຖ້ອຍຄຳທີ່ຂຽນໄວ້ນັ້ນ
ແລ້ວເຈົ້າຈະໄດ້ຮັບຜົນສຳເຣັດໃນທຸກວິທີທາງພ້ອມທັງມີຄວາມຈະເຣີນກ້າວຫນ້າຂຶ້ນດ້ວຍ
9
ຈົ່ງຈົດຈຳເອົາຖ້ອຍຄຳທີ່ເຮົາໄດ້ສັ່ງແກ່ເຈົ້າວ່າ
ໃຫ້ມີໃຈເຂັ້ມແຂງແລະກ້າຫານ
ຢ່າຢ້ານ
ຫລືຕົກໃຈ
ເພາະວ່າເຮົາຜູ້ເປັນພຣະຜູ້ເປັນເຈົ້າຂອງເຈົ້າກໍສະຖິດຢູ່ກັບເຈົ້າໃນທຸກຫົນທຸກແຫ່ງທີ່ເຈົ້າຈະໄປເຖິງ”
10 ເມື່ອນັ້ນ
ໂຢຊວຍໄດ້ສັ່ງກັບພວກຫົວຫນ້າວ່າ,
11 “ຈົ່ງໄປປ່າວເຕືອນໃຫ້ປະຊາຊົນຕາມສະຖານທີ່ພັກເຊົາ
ເພື່ອໃຫ້ເຂົາຈັດແຈງເອົາອາຫານໃຫ້ພຽງພໍ
ເພາະວ່າຍັງອີກສາມວັນພວກເຈົ້າຈະພາກັນຂ້າມແມ່ນ້ຳຈໍແດນນີ້ໄປຍຶດຄອງເອົາດິນແດນທີ່ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງປະທານໃຫ້”
12 ຕໍ່ມາ
ໂຢຊວຍເວົ້າກັບຊາວຣູເບນ
ຊາວກາດ
ແລະເຄິ່ງນຶ່ງຂອງຊາວມານັສເຊວ່າ,
13 “ຈົ່ງຈື່ຄຳທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າບອກໄວ້ວ່າ
ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງ
ປະທານແຜ່ນດິນທາງທິດຕາເວັນອອກຂອງແມ່ນ້ຳຈໍແດນນີ້ໃຫ້ພວກເຈົ້າອາໄສຢູ່
14 ໃຫ້ລູກເມັຽ
ແລະງົວຄວາຍຂອງພວກເຈົ້າພັກພາອາໄສຢູ່ບ່ອນນີ້ເສັຽກ່ອນ
ຊຶ່ງເປັນແຜ່ນດິນທີ່ໂມເຊໄດ້ມອບໃຫ້ແລ້ວ
ສ່ວນຜູ້ເປັນທະຫານໃຫ້ຂ້າມແມ່ນ້ຳອອກນຳຫນ້າໄປຊ່ອຍພວກພີ່ນ້ອງທີ່ຍັງບໍ່ມີບ່ອນຢູ່ຕີເອົາແຜ່ນດິນທີ່ພຣະຜູ້ເປັນເຈົ້າຂອງພວກເຈົ້າຈະປະທານໃຫ້ພວກເຂົາ
15 ເມື່ອພວກພີ່ນ້ອງໄດ້ແຜ່ນດິນຢູ່ແລ້ວ
ພວກເຈົ້າຈົ່ງກັບຄືນມາຢູ່ໃນແຜ່ນດິນຂອງຕົນເອງຢູ່ທີ່ນີ້
ຊຶ່ງເປັນບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ມອບໃຫ້ພວກເຈົ້າ”
16 ເຂົາຕອບໂຢຊວຍວ່າ,
“ພວກຂ້າພະເຈົ້າທັງຫລາຍຈະທຳທຸກສິ່ງທີ່ທ່ານບອກ
ແລະຈະໄປທຸກໆບ່ອນທີ່ທ່ານຈະສົ່ງພວກຂ້າພະເຈົ້າໄປ
17 ພວກຂ້າພະເຈົ້າຈະເຊື່ອຟັງຄວາມຂອງທ່ານເຫມືອນດັ່ງໄດ້ເຊື່ອຟັງຄວາມຂອງໂມເຊ
ຂໍພຽງແຕ່ວ່າໃຫ້ພຣະຜູ້ເປັນເຈົ້າຂອງທ່ານສະຖິດຢູ່ກັບທ່ານ
ດັ່ງທີ່ພຣະອົງຊົງສະຖິດຢູ່ກັບໂມເຊ
18 ຖ້າຜູ້ໃດຂັດຂວາງ
ແລະບໍ່ຍອມຟັງທີ່ທ່ານສັ່ງນັ້ນ
ຈະຕ້ອງຖືກໂທດປະຫານຊີວິດ
ສ່ວນທ່ານຈົ່ງມີໃຈເຂັ້ມແຂງແລະກ້າຫານເທີນ”
1
ຕໍ່ມາ
ໂຢຊວຍໄດ້ສົ່ງສອດແນມສອງຄົນໄປຢ່າງລັບໆ
ຈາກຄ້າຍພັກທີ່ຊິດຕີມ
ເພື່ອໄປເບິ່ງປະເທດ
ແລະເມືອງເຢຣິໂກ
ດັ່ງນັ້ນສອດແນມທັງສອງຈຶ່ງພາກັນອອກໄປ
ເມື່ອຮອດເມືອງເຢຣິໂກແລ້ວ
ເຂົາທັງສອງກໍເຂົ້າໄປພັກເຊົາຢູ່ໃນເຮືອນຂອງຍິງໂສເພນີຄົນນຶ່ງຊື່ວ່າ
ຣາຮາບ
2
ເມື່ອເຈົ້າຊີວິດເມືອງເຢຣິໂກ
ໄດ້ຍິນຂ່າວວ່າໃນຕອນແລງວັນນີ້ມີຊາວອິສຣາເອນສອງຄົນໄດ້ເຂົ້າມາສອດແນມເບິ່ງປະເທດຂອງຕົນ
3
ພຣະອົງກໍຈັດສົ່ງຄົນໄປຫານາງຣາຮາບແລ້ວບອກວ່າ,
“ຈົ່ງມອບຊາຍສອງຄົນທີ່ພັກຢູ່ໃນເຮືອນຂອງເຈົ້ານີ້ໃຫ້ເຮົາເສັຽ
ເພາະວ່າເຂົາມາສອດແນມເບິ່ງປະເທດຂອງເຮົາ”
4
ຝ່າຍນາງຣາຮາບກໍເຊື່ອງຊາຍສອງຄົນນັ້ນໄວ້ເທິງຫລັງຄາພຽງ
ໃນກອງລຳຕົ້ນປ່ານທີ່ນາງໄດ້ລຽນໄວ້ຢູ່ເທິງນັ້ນ
5
ນາງຈຶ່ງຕອບວ່າ,
“ຊາຍພວກນັ້ນມາພັກຢູ່ເຮືອນຂອງຂ້ານ້ອຍແທ້ຈິງ
ແຕ່ຂ້ານ້ອຍບໍ່ຮູ້ຈັກການເປັນມາຂອງພວກເຂົາ
6
ດຽວນີ້
ເຂົາໄດ້ອອກຫນີໄປແລ້ວຕັ້ງແຕ່ເວລາມືດຊຸ້ມ
ເພື່ອໃຫ້ຫວິດກ່ອນປະຕູເມືອງຈະອັດ
ສ່ວນຂ້ານ້ອຍເອງກໍບໍ່ຮູ້ຈັກວ່າເຂົາໄປທາງໃດ
ຈົ່ງຟ້າວອອກໄປຕິດຕາມເຂົາໃຫ້ທັນ”
7
ດັ່ງນັ້ນ
ພວກເຂົາຈຶ່ງຟ້າວອອກຕິດຕາມຈົນຮອດທ່ານແມ່ນ້ຳຈໍແດນ
ເມື່ອເຂົາອອກຫວິດເມືອງແລ້ວປະຕູເມືອງກໍອັດ
8
ກ່ອນຊາຍທັງສອງຍັງບໍ່ນອນ
ນາງຣາຮາບກໍຂຶ້ນໄປຫາເຂົາຢູ່ເທິງຫລັງຄາພຽງ
9
ແລະເວົ້າວ່າ,
“ຂ້ານ້ອຍຮູ້ວ່າພຣະຜູ້ເປັນເຈົ້າຊົງປະທານແຜ່ນດິນນີ້ໃຫ້ແກ່ພວກທ່ານ
ແລະຂ້ານ້ອຍຍອມຮັບວ່າ
ພວກຂ້ານ້ອຍທຸກຄົນຢ້ານພວກທ່ານຫລາຍ
ແລະຄົນທົ່ວທຸກອານາເຂດກໍເກີດຄວາມຢ້ານຕົກໃຈຕໍ່ຫນ້າພວກທ່ານ
10 ເພາະພວກຂ້ານ້ອຍໄດ້ຍິນຂ່າວວ່າ ພຣະຜູ້ເປັນເຈົ້າຊົງບັນດານໃຫ້ນ້ຳທະເລໄມ້ອໍ້ແຫ້ງແລ້ງຕໍ່ຫນ້າພວກທ່ານ
ໃນຂນະທີ່ພວກທ່ານເດີນທາງອອກມາຈາກປະເທດເອຢິບ
ແລະພວກຂ້ານ້ອຍກໍໄດ້ຍິນຂ່າວອີກວ່າພວກທ່ານໄດ້ຂ້າເຈົ້າຊີວິດຊາວອາໂມຣິດທັງສອງອົງ
ຄື ຊີໂຮນ
ແລະໂອກ ຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ
11 ຍ້ອນພວກຂ້ານ້ອຍໄດ້ຍິນເຣື່ອງຕ່າງໆນີ້ແຫລະ
ທຸກຄົນຈຶ່ງເກີດມີຄວາມວຸ້ນວາຍໃຈ
ແລະຢ້ານກົວຕໍ່ຫນ້າພວກທ່ານ
ເພາະພຣະຜູ້ເປັນເຈົ້າຂອງພວກທ່ານ
ແມ່ນອົງທີ່ສະຖິດຢູ່ເທິງຟ້າສວັນແລະແຜ່ນດິນໂລກ
12 ບັດນີ້
ຂໍໃຫ້ພວກທ່ານຈົ່ງສາບານຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ
ເນື່ອງຈາກຄວາມດີທີ່ຂ້ານ້ອຍໄດ້ທຳມາຕໍ່ພວກທ່ານນີ້
ຂໍໃຫ້ຄິດເຫັນຂ້ານ້ອຍແລະຄອບຄົວຍາດຕິພີ່ນ້ອງຂອງຂ້ານ້ອຍດ້ວຍ
ແລະຂໍໃຫ້ສະແດງຫລັກຖານກ່ຽວກັບຄໍາສາບານນີ້ແກ່ຂ້ານ້ອຍ
13 ເພື່ອຊ່ອຍພໍ່ແມ່ອ້າຍນ້ອງຕລອດທັງຄອບຄົວຂອງຂ້ານ້ອຍໃຫ້ພົ້ນຈາກຄວາມຕາຍ”
14 ດັ່ງນັ້ນ
ຊາຍທັງສອງຈຶ່ງເວົ້າຕໍ່ນາງວ່າ,
“ພວກຂ້າພະເຈົ້າຈະຕອບສນອງຄຸນງາມຄວາມດີ
ແລະຄວາມສັດຊື່ຂອງເຈົ້າໃນເວລາທີ່ພຣະຜູ້ເປັນເຈົ້າຊົງປະທານແຜ່ນດິນນີ້ໃຫ້ແກ່ພວກຂ້າພະເຈົ້າ”
15 ເນື່ອງຈາກວ່າເຮືອນຂອງນາງຣາຮາບ
ຕິດກັບກຳແພງເມືອງ
ນາງຈຶ່ງຢ່ອນເຊືອກໃຫ້ຊາຍທັງສອງລົງທາງປ່ອງຢ້ຽມ
16 ແລະເວົ້າແກ່ເຂົາວ່າ,
“ຈົ່ງຂຶ້ນໄປລີ້ຢູ່ເທິງພູນັ້ນສາມວັນ
ຈົນພວກທີ່ຕິດຕາມນັ້ນກັບມາເສັຽກ່ອນ
ເພື່ອເຂົາຈະບໍ່ພົບພໍ້ພວກທ່ານ
ຫລັງຈາກນັ້ນ
ຈຶ່ງພາກັນໄປຕາມຫົນທາງຂອງພວກທ່ານ”
17 ສອດແນມທັງສອງຈຶ່ງບອກນາງວ່າ,
“ພວກຂ້າພະເຈົ້າຈະທຳຕາມຄຳສັນຍາທີ່ມີໄວ້ກັບເຈົ້າ
18 ຈົ່ງຟັງເທີນ
ໃນເວລາທີ່ພວກຂ້າພະເຈົ້າກັບມາໂຈມຕີປະເທດນີ້
ເຈົ້າຈົ່ງເອົາເຊືອກສີແດງເຂັ້ມຜູກໄວ້ທີ່ປ່ອງຢ້ຽມບ່ອນທີ່ເຈົ້າຢ່ອນພວກຂ້າພະເຈົ້າລົງນີ້
ແລະໃຫ້ພວກພໍ່ແມ່ອ້າຍນ້ອງຕລອດທັງຄອບຄົວຂອງເຈົ້າມາໂຮມກັນຢູ່ເຮືອນຫລັງນີ້ຫມົດ
19 ຖ້າວ່າຜູ້ໃດອອກຈາກເຮືອນເຈົ້າໄປ
ຄວາມຕາຍຈະມາເຖິງຜູ້ນັ້ນຍ້ອນຄວາມຜິດຂອງເຂົາເອງ
ພວກຂ້າພະເຈົ້າຈະບໍ່ຮັບຜິດຊອບ
ແຕ່ວ່າຖ້າຜູ້ນຶ່ງຜູ້ໃດຢູ່ໃນເຮືອນຂອງເຈົ້າຖືກຂ້າ
ຈຶ່ງແມ່ນຄວາມຜິດຂອງພວກຂ້າພະເຈົ້າ
20 ແລະຖ້າເຈົ້າເປີດເຜີຍສິ່ງທີ່ໄດ້ທຳນີ້
ພວກຂ້າພະເຈົ້າກໍຈະຕ້ອງພົ້ນຈາກຄຳສາບແຊ່ງນັ້ນ
21 ນາງຈຶ່ງຕອບວ່າ,
“ຂ້ານ້ອຍຍິນຍອມທຸກຢ່າງ”
ເມື່ອຊາຍສອງຄົນອອກໄປແລ້ວ
ນາງກໍເອົາເຊືອກສີແດງເຂັ້ມຜູກໄວ້ທີ່ປ່ອງຢ້ຽມ
22 ຫລັງຈາກນັ້ນ
ຊາຍທັງສອງກໍຂຶ້ນໄປລີ້ຢູ່ເທິງພູເປັນເວລາສາມວັນ
ສ່ວນພວກທີ່ອອກຕິດຕາມກໍຊອກຫາທົ່ວທຸກບ່ອນແຕ່ບໍ່ພົບຈຶ່ງພາກັນກັບຄືນເມືອ
23 ເມື່ອນັ້ນ
ສອດແນມທັງສອງຄົນກໍພາກັນລົງມາຈາກພູຂ້າມແມ່ນ້ຳແລ້ວມຸ່ງຫນ້າໄປຫາໂຢຊວຍ
ແລະເລົ່າເຫດການທີ່ເກີດຂຶ້ນນັ້ນສູ່ທ່ານຟັງ
24 ເຂົາເວົ້າວ່າ,
“ພວກຂ້າພະເຈົ້າແນ່ໃຈວ່າ
ພຣະຜູ້ເປັນເຈົ້າຊົງປະທານແຜ່ນດິນນັ້ນໃຫ້ແກ່ພວກເຮົາ
ເພາະວ່າປະຊາຊົນທຸກຄົນໃນເມືອງນັ້ນພາກັນເກີດຄວາມວິຕົກວຸ້ນວາຍຍ້ອນພວກເຮົາ”
1
ມື້ໃຫມ່ຕໍ່ມາ
ໂຢຊວຍກໍຕື່ນແຕ່ເຊົ້າ
ພາພວກອິສຣາເອນທຸກຄົນອອກຈາກຄ້າຍພັກທີ່
ຊິດຕີມ
ມຸ່ງຫນ້າສູ່ແມ່ນ້ຳຈໍແດນ
ເຂົາຢຸດພັກຢູ່ທີ່ນັ້ນກ່ອນຈະຂ້າມແມ່ນ້ຳໄປ
2
ຄັນເວລາລ່ວງມາໄດ້ສາມວັນແລ້ວ
ພວກຫົວຫນ້າກໍຍ່າງເລາະໄປມາໃນບ່ອນທີ່ຕັ້ງຄ້າຍພັກນັ້ນ
3
ແລະສັ່ງຕໍ່ປະຊາຊົນວ່າ,
“ເວລາພວກເຈົ້າເຫັນປະໂຣຫິດຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂອງພວກເຈົ້າອອກໄປ
ຈົ່ງອອກຕິດຕາມໂລດ
4
ເພື່ອໃຫ້ຮູ້ຈັກຫົນທາງທີ່ຈະໄປ
ເພາະວ່າພວກເຈົ້າຍັງບໍ່ເຄີຍຜ່ານທາງເສັ້ນນັ້ນຈັກເທື່ອ
ແຕ່ວ່າ
ຢ່າຫຍັບເຂົ້າໄປໃກ້ຫີບນັ້ນ
ຈົ່ງຍ່າງໃຫ້ມີລະຍະໄກຈາກຫີບຄຳສັນຍາປະມານສອງພັນສອກ”
5
ແລ້ວໂຢຊວຍກໍບອກປະຊາຊົນວ່າ,
“ຈົ່ງບຳເພັນຕົນໃຫ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ
ເພາະວ່າມື້ອື່ນພຣະອົງຈະຊົງທຳການອັດສະຈັນຖ້າມກາງພວກເຈົ້າ”
6
ແລ້ວໂຢຊວຍໄດ້ບອກພວກປະໂຣຫິດຫາມຫີບຄຳສັນຍາອອກຫນ້າໄປກ່ອນຄົນທັງຫລາຍ
ພວກເຂົາກໍປະຕິບັດຕາມ
7
ຕໍ່ມາ
ພຣະຜູ້ເປັນເຈົ້າຊົງບອກໂຢຊວຍວ່າ,
“ມື້ອື່ນ
ເຮົາຈະບອກອິສຣາເອນທຸກຄົນໃຫ້ກຽດແກ່ເຈົ້າເປັນຜູ້ຍິ່ງໃຫຍ່
ແລ້ວເຂົາຈະໄດ້ຮູ້ວ່າເຮົາໄດ້ສະຖິດຢູ່ນຳເຈົ້າເຫມືອນດັ່ງໄດ້ສະຖິດຢູ່ນຳໂມເຊ
8
ດັ່ງນັ້ນ
ເຈົ້າຈົ່ງສັ່ງພວກປະໂຣຫິດທີ່ຫາມຫີບຄຳສັນຍານັ້ນວ່າ
ເມື່ອໄປຮອດແມ່ນ້ຳຈໍແດນແລ້ວ
ໃຫ້ຢຸດຢູ່ໃນແມ່ນ້ຳໃກ້ໆກັບຕາຝັ່ງເສັຽກ່ອນ”
9
ແລ້ວໂຢຊວຍກໍສັ່ງປະຊາຊົນວ່າ,
“ຈົ່ງພາກັນຫຍັບເຂົ້າມາໃກ້ໆພີ້
ເພື່ອຟັງຄຳທີ່ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງສັ່ງໄວ້
10 ວັນນີ້ພວກເຈົ້າຈະຮູ້ຈັກວ່າ
ພຣະເຈົ້າຜູ້ຊົງມີຊີວິດຢູ່ກໍຊົງສະຖິດຢູ່ໃນຖ້າມກາງພວກເຈົ້າ
ເພາະພຣະອົງຈະຊົງຂັບໄລ່ຊາວການາອານ
ຮິດຕີ ຮີວີ
ເປຣິສຊີ
ກີຣ໌ກາຊີ
ອາໂມຣິດ
ແລະເຢບຸສ
ໃຫ້ຫນີອອກໄປຕໍ່ຫນ້າພວກເຈົ້າ
11 ສ່ວນຫີບຄຳສັນຍາແຫ່ງພຣະຜູ້ເປັນເຈົ້າຂອງແຜ່ນດິນໂລກຈະຂ້າມໄປຂ້າງຫນ້າກ່ອນພວກເຈົ້າລົງໄປໃນແມ່ນ້ຳຈໍແດນ
12 ດັ່ງນັ້ນ
ຈົ່ງຄັດເລືອກເອົາສິບສອງຄົນຈາກຕະກູນອິສຣາເອນ
ແຕ່ລະຕະກູນໃຫ້ໄດ້ຜູ້ນຶ່ງ
13 ເມື່ອເວລາພວກປະໂຣຫິດທີ່ຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຍ່າງໄປຢຽບນ້ຳ
ແມ່ນ້ຳຈໍແດນຈະແຍກອອກຈາກກັນ
ແລະນ້ຳທີ່ໄຫລມາແຕ່ທາງເຫນືອຈະຢຸດໂຮມຢູ່ບ່ອນດຽວ
14 ເວລານັ້ນເປັນເວລາເກັບກ່ຽວ
ນ້ຳໄດ້ຂຶ້ນເຕັມຕາຝັ່ງ
ດັ່ງນັ້ນພວກປະຊາຊົນຈຶ່ງມຸ່ງຫນ້າອອກຈາກຄ້າຍພັກໄປຂ້າມແມ່ນ້ຳຈໍແດນ
ສ່ວນປະໂຣຫິດກໍຫາມຫິບຄຳສັນຍາອອກໄປກ່ອນ
15 ພໍຮອດແມ່ນ້ຳຈໍແດນພວກປະໂຣຫິດກໍລົງຢຽບນ້ຳ
16 ທັນໃດນັ້ນ
ນ້ຳກໍໂຮມເຂົ້າກັນ
ແລະຢຸດໄຫລໄກຈາກພວກເຂົາທີ່ເມືອງອາດາມ
ໃກ້ໆກັບເມືອງຊາເຣທານ
ນ້ຳນັ້ນກໍບໍ່ໄຫລລົງສູ່ທະເລຕາຍອີກ
ຝ່າຍປະຊາຊົນກໍຂ້າມໄປໃກ້ເມືອງເຢຣິໂກ
17 ໃນຂນະທີ່ພວກເຂົາຂ້າມໄປຢູ່ເທິງດິນແຫ້ງນັ້ນ
ພວກປະໂຣຫິດທີ່ຫາມຫິບຄຳສັນຍາຂອງພຣະຜູ້ເປັນເຈົ້າ
ກໍຢືນຢູ່ເທິງດິນແຫ້ງກາງແມ່ນ້ຳຈໍແດນຈົນພວກປະຊາຊົນທຸກຄົນຂ້າມໄປຫວິດຫມົດ
1
ຫລັງຈາກປະຊາຊົນຂ້າມແມ່ນ້ຳຈໍແດນໄປແລ້ວ
ພຣະຜູ້ເປັນເຈົ້າກໍຊົງກ່າວຕໍ່ໂຢຊວຍວ່າ,
2
“ຈົ່ງເລືອກເອົາສິບສອງຄົນຈາກແຕ່ລະຕະກູນອິສຣາເອນ
ແລ້ວສັ່ງໃຫ້ເຂົາຍົກເອົາກ້ອນຫີນສິບສອງກ້ອນອອກຈາກກາງແມ່ນ້ຳ
3
ໃນບ່ອນທີ່ພວກປະໂຣຫິດໄດ້ຢືນຢູ່
ແລະຂົນໄປວາງໄວ້ໃນບ່ອນຈະຕັ້ງທີ່ພັກຄືນນີ້”
4
ດັ່ງນັ້ນ
ໂຢຊວຍຈຶ່ງເອີ້ນເອົາສິບສອງຄົນທີ່ເລືອກໄວ້ນັ້ນມາ
5
ແລະເວົ້າກັບເຂົາວ່າ,
“ຈົ່ງໄປໃນແມ່ນ້ຳຈໍແດນ
ທາງດ້ານຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂອງພວກເຈົ້າ
ແຕ່ລະຄົນຈົ່ງແບກເອົາຫີນກ້ອນນຶ່ງມາສຳລັບຕະກູນຂອງຕົນ
6
ກ້ອນຫີນເຫລົ່ານັ້ນເປັນສິ່ງທີ່ເຕືອນໃຫ້ປະຊາຊົນ
ຈື່ຈຳວ່າ
ພຣະຜູ້ເປັນເຈົ້າຊົງໄດ້ຊ່ອຍເຫລືອເຂົາຢ່າງໃດ
ຖ້າວ່າພາຍຂ້າງຫນ້າລູກຫລານຂອງພວກເຈົ້າຈະຖາມເຖິງຄວາມຫມາຍຂອງກ້ອນຫີນເຫລົ່ານັ້ນ
7
ພວກເຈົ້າຈະບອກເຂົາໄດ້ວ່າ
ກ້ອນຫີນເຫລົ່ານັ້ນເປັນສິ່ງທີ່ເຕືອນໃຫ້ປະຊາຊົນຊາດອິສຣາເອນຈື່ຈຳຕລອດໄປວ່າ
ແມ່ນ້ຳຈໍແດນຢຸດໄຫລເມື່ອເວລາຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂ້າມແມ່ນ້ຳມາ”
8
ຕໍ່ມາພວກນັ້ນກໍທຳຕາມຄຳສັ່ງຂອງໂຢຊວຍ
ຕາມທີ່ພຣະຜູ້ເປັນເຈົ້າໄດ້ບອກແກ່ທ່ານ
ພວກເຂົາແບກເອົາກ້ອນຫີນສິບສອງກ້ອນອອກຈາກກາງແມ່ນ້ຳຈໍແດນຕາມຈຳນວນຕະກູນອິສຣາເອນ
ເພື່ອເອົາໄປວາງໄວ້ໃນບ່ອນທີ່ຕັ້ງຄ້າຍພັກເຊົາ
9
ຕໍ່ມາໂຢຊວຍຕັ້ງຫີນອີກສິບສອງກ້ອນໄວ້ກາງແມ່ນ້ຳຈໍແດນ
ໃນບ່ອນທີ່ພວກປະໂຣຫິດຫາມຫີບຄຳສັນຍາຢືນຢູ່ນັ້ນ
ຫີນນັ້ນຍັງມີຢູ່ຈົນເຖິງເທົ່າທຸກວັນນີ້
10 ສ່ວນພວກປະໂຣຫິດກໍຢືນຢູ່ກາງແມ່ນ້ຳຈໍແດນຈົນເທົ່າຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງສັ່ງໄວ້ກັບໂຢຊວຍສຳເຣັດລົງຕາມທີ່ໂມເຊໄດ້ສັ່ງໄວ້
11 ປະຊາຊົນກໍຟ້າວຂ້າມໄປ
ເມື່ອທຸກຄົນຂ້າມໄປຫມົດແລ້ວ
ພວກປະໂຣຫິດພ້ອມດ້ວຍຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າກໍຂຶ້ນຈາກແມ່ນ້ຳ
ແລະອອກໄປກ່ອນຫນ້າເຂົາ
12 ສ່ວນຊາວຄົນຣູເບນ
ຄົນກາດແລະຄົນມານັສເຊເຄິ່ງເຜົ່າ
ຖືອາວຸດນຳຫນ້າຄົນອິສຣາເອນຂ້າມໄປຕາມທີ່ໂມເຊໄດ້ສັ່ງເຂົາໄວ້
13 ຄົນທັງຫມົດນີ້ມີປະມານສີ່ຫມື່ນຄົນ
ຊຶ່ງຕຽມພ້ອມໃນການເລວເສິກໄດ້ຂ້າມໄປສູ່ທົ່ງຮາບພຽງໃກ້ເມືອງເຢຣິໂກ
ແລະພຣະຜູ້ເປັນເຈົ້າຊົງທອດພຣະເນດເບິ່ງເຂົາຢູ່
14 ໃນວັນນັ້ນ
ພຣະຜູ້ເປັນເຈົ້າຊົງກະທຳໃຫ້ພວກອິສຣາເອນໃຫ້ກຽດແກ່ໂຢຊວຍເປັນຜູ້ຍິ່ງໃຫຍ່
ເພື່ອເຂົາຈະຢ້ານຢໍາຕລອດຊົ່ວຊີວິດຂອງທ່ານເຫມືອນດັ່ງໄດ້ຢ້ານຢຳໂມເຊ
15 ແລ້ວພຣະຜູ້ເປັນເຈົ້າຊົງບອກໂຢຊວຍວ່າ,
16 “ຈົ່ງບອກປະໂຣຫິດທີ່ຫາມຫີບຄຳສັນຍານັ້ນຂຶ້ນມາຈາກກາງແມ່ນ້ຳຈໍແດນ”
17 ໂຢຊວຍຈຶ່ງສັ່ງປະໂຣຫິດວ່າ,
“ຈົ່ງຂຶ້ນມາຈາກຈໍແດນເຖີດ”
18 ເມື່ອປະໂຣຫິດຂຶ້ນມາຮອດດິນແຫ້ງແລ້ງ
ແລະແມ່ນ້ຳກໍໄຫລເຂົ້າໃສ່ກັນເຕັມຕາຝັ່ງຄືເກົ່າອີກ
19 ໃນວັນທີ່ປະຊາຊົນຂ້າມແມ່ນ້ຳນັ້ນ
ເປັນວັນທີ່ສິບຂອງເດືອນທີ່ນຶ່ງ
ແລະພວກເຂົາພາກັນຢຸດພັກທີ່ກີນການທາງທິດຕາເວັນອອກຂອງເມືອງເຢຣິໂກ
20 ສ່ວນໂຢຊວຍກໍເອົາຫີນສິບສອງກ້ອນທີ່ເອົາຂຶ້ນມາຈາກແມ່ນ້ຳຈໍແດນຕັ້ງໄວ້ຢູ່ທີ່ນັ້ນ
21 ແລະທ່ານໄດ້ເວົ້າຕໍ່ພວກອິສຣາເອນວ່າ,
“ໃນອະນາຄົດຂ້າງຫນ້າ
ຖ້າລູກຖາມພໍ່ວ່າ
ຫີນນີ້ຫມາຍເຖິງຫຍັງ
22 ພວກເຈົ້າຈົ່ງບອກລູກວ່າ
ຫມາຍເຖິງເວລາທີ່ພວກອິສຣາເອນໄດ້ຂ້າມແມ່ນ້ຳຈໍແດນເທິງດິນແຫ້ງ
23 ດ້ວຍວ່າພຣະຜູ້ເປັນເຈົ້າຂອງພວກເຈົ້າໄດ້ໃຫ້ແມ່ນ້ຳຈໍແດນແຫ້ງລົງຈົນທຸກໆຄົນຂ້າມໄປໄດ້ເຫມືອນດັ່ງທີ່ພຣະອົງຊົງບັນດານໃຫ້ນ້ຳທະເລໄມ້ອໍ້ແຫ້ງລົງ
ເພື່ອໃຫ້ພວກເຮົາຂ້າມມານີ້
24 ຍ້ອນເຣື່ອງນີ້ທຸກໆຄົນໃນໂລກຈະຮູ້ຈັກອຳນາດຂອງພຣະຜູ້ເປັນເຈົ້າ
ແລະພວກເຈົ້າຈະຢ້ານຢຳພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າຕລອດໄປ”
1
ເມື່ອໄດ້ຍິນຂ່າວວ່າ
ພຣະຜູ້ເປັນເຈົ້າຊົງໃຫ້ແມ່ນ້ຳຈໍແດນແຫ້ງລົງ
ເພື່ອຊົງໂຜດໃຫ້ຄົນອິສຣາເອນຂ້າມໄປ
ເຈົ້າຊີວິດຊາວອາໂມຣິດທີ່ຢູ່ທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນ
ແລະບັນດາເຈົ້າຊີວິດການາອານທີ່ຢູ່ໃກ້ທະເລ
ຈຶ່ງເກີດມີຄວາມຢ້ານກົວ
ແລະເສັຽຂວັນຍ້ອນພວກອິສຣາເອນ
2
ໃນຄາວນັ້ນ
ພຣະຜູ້ເປັນເຈົ້າຊົງບອກໂຢຊວຍວ່າ,
“ໃຫ້ລົງມືທຳມີດຫີນ
ເພື່ອໃຫ້ຄົນອິສຣາເອນຮັບພິທີຕັດອີກ”
3
ດັ່ງນັ້ນ
ໂຢຊວຍຈຶ່ງທຳມີດຫີນ
ເພື່ອໃຫ້ພວກອິສຣາເອນຮັບພິທີຕັດທີ່ພູກີເບອາດຮາອາຣາໂລທ
4
ການທີ່ທ່ານໄດ້ທຳດັ່ງນັ້ນກໍເພາະວ່າຈຳນວນຜູ້ຊາຍທີ່ພໍເປັນທະຫານໄດ້ເວລາອອກຈາກປະເທດເອຢິບມາ
ພວກເຂົາໄດ້ຕາຍຫມົດໃນຖິ່ນກັນດານ
5
ພວກນັ້ນແມ່ນພວກທີ່ຮັບພິທີຕັດແລ້ວ
ແຕ່ຜູ້ທີ່ເກີດໃນຖິ່ນກັນດານຍັງບໍ່ໄດ້ຮັບພິທີຕັດຈັກຄົນ
6
ໃນເວລາທີ່ພວກອິສຣາເອນທ່ຽວໄປມາໃນຖິ່ນກັນດານລະຫວ່າງສີ່ສິບປີນັ້ນ
ພວກຜູ້ຊາຍທີ່ເຂົ້າຮົບເສິກໄດ້ຊຶ່ງອອກມາຈາກປະເທດເອຢິບກໍຕາຍຫມົດແລ້ວ
ເພາະເຂົາບໍ່ຍອມຟັງຄວາມພຣະຜູ້ເປັນເຈົ້າ
ພຣະອົງຊົງສັນຍາກັບເຂົາວ່າ
“ພວກເຈົ້າຈະບໍ່ເຫັນແຜ່ນດິນອັນອຸດົມສົມບູນທີ່ເຮົາໄດ້ສັນຍານຳປູ່ຍ່າຕາຍາຍວ່າຈະໃຫ້ແກ່ພວກເຈົ້າ”
7
ສ່ວນບຸດຊາຍທັງຫລາຍຂອງເຂົາຊຶ່ງຈະເປັນຜູ້ແທນເຂົານັ້ນ
ໂຢຊວຍໄດ້ທໍາພິທີຕັດໃຫ້ເພາະເຂົາຍັງບໍ່ທັນໄດ້ຮັບມາກ່ອນໃນເວລາເດີນທາງຢູ່ຖິ່ນກັນດານ
8
ຫລັງຈາກຮັບພິທີຕັດແລ້ວ
ຊົນຊາດທັງຫມົດກໍພາກັນພັກເຊົາຢູ່ຈົນບາດແຜຫາຍເຈັບ
9
ຕໍ່ມາພຣະຜູ້ເປັນເຈົ້າໄດ້ຊົງບອກໂຢຊວຍວ່າ,
“ມື້ອື່ນເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມຫມິ່ນປະຫມາດໃນການເປັນທາດທີ່ປະເທດເອຢິບ”
ດັ່ງນີ້ ບ່ອນນັ້ນເຂົາຈຶ່ງເອີ້ນວ່າ
ກິນການເທົ່າເຖິງທຸກວັນນີ້
10 ໃນເວລາທີ່ພວກອິສຣາເອນພັກເຊົາຢູ່ທີ່ກນການຕາມທົ່ງຮາບພຽງຂອງເມືອງເຢຣິໂກ
ພວກເຂົາໄດ້ສະຫລອງປັສຄາໃນຕອນຄ່ຳວັນທີ່ສິບສີ່ຂອງເດືອນນັ້ນ
11 ຫລັງຈາກປັສຄາແລ້ວ
ເຂົາໄດ້ກິນແຕ່ສິ່ງທີ່ຊາວການາອານປູກໄວ້
ຄືເຂົ້າຂົ້ວ
ແລະເຂົ້າຈີ່ບໍ່ມີເຊື້ອ
12 ຕັ້ງແຕ່ວັນນັ້ນມາພວກອິສຣາເອນບໍ່ມີມານາອີກ
ໃນປີນັ້ນພວກເຂົາກິນແຕ່ສິ່ງທີ່ຊາວການາອານປູກໄວ້
13 ເວລາໂຢຊວຍໄປໃກ້ຈະຮອດເມືອງເຢຣີໂກ
ໃນທັນໃດນັ້ນ
ທ່ານໄດ້ເຫັນຊາຍຜູ້ນຶ່ງຖືດາບຢືນຢູ່ຕໍ່ຫນ້າທ່ານ
ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້
ແລະຖາມວ່າ,
“ທ່ານເປັນທະຫານຝ່າຍເຮົາ
ຫລືຝ່າຍສັດຕຣູ”
14 ຊາຍຜູ້ນັ້ນຕອບວ່າ,
“ເຮົາບໍ່ເປັນທະຫານຝ່າຍໃດ
ເຣົາມານີ້ໃນຖານະເປັນຜູ້ບັນຊາການກອງທັບຂອງພຣະຜູ້ເປັນເຈົ້າ”
ໂຢຊວຍຈຶ່ງຫມູບລົງຂາບໄຫວ້
ແລະທູນຖາມວ່າ,
“ຂ້າພຣະອົງເປັນຜູ້ຣັບໃຊ້ຂອງພຣະອົງ ພຣະອົງຢາກຈະໃຫ້ຂ້າພຣະອົງເຮັດຫຍັງ”
15 ຜູ້ບັນຊາການກອງທັບຂອງພຣະຜູ້ເປັນເຈົ້າກ່າວແກ່ໂຢຊວຍວ່າ,
“ຈົ່ງຖອດເກີບຂອງເຈົ້າອອກ
ເພາະບ່ອນທີ່ເຈົ້າຢືນຢູ່ນັ້ນເປັນບ່ອນສັກສິດ”
ແລ້ວໂຢຊວຍກໍທຳຕາມຄຳສັ່ງ
1
ຍ້ອນຊາວອິສຣາເອນໃກ້ເມືອງເຢຣິໂກ
ປະຕູເມືອງກໍອັດໄວ້ຢ່າງແຫນ້ນຫນາ
ໂດຍບໍ່ມີໃຜເຂົ້າອອກໄດ້
2
ພຣະຜູ້ເປັນເຈົ້າຈຶ່ງຊົງບອກໂຢຊວຍວ່າ,
“ຈົ່ງຟັງເທີນ
ເຮົາຈະມອບເມືອງເຢຣິໂກ
ແລະເຈົ້າຊີວິດໃນເມືອງນີ້ພ້ອມທັງທະຫານຜູ້ກ້າຫານໄວ້ໃນກຳມືຂອງເຈົ້າ
3
ເຈົ້າພ້ອມບັນດາທະຫານຂອງເຈົ້າ
ຈົ່ງພາກັນຍ່າງອ້ອມເມືອງນີ້ວັນລະເທື່ອພາຍໃນຫົກວັນ
ໃຫ້ປະໂຣຫິດເຈັດຄົນຖືແກອອກໄປກ່ອນຫີບຄຳສັນຍາ
4
ແລ້ວໃນວັນທີ່ເຈັດ
ພວກເຈົ້າຈົ່ງຍ່າງອ້ອມເຈັດຮອບ
ໂດຍມີພວກປະໂຣຫິດເປົ່າແກນຳຫນ້າ
5
ເມື່ອໄດ້ຍິນສຽງແກດັງຂຶ້ນເປັນສຽງຍາວໆທຸກຄົນຈົ່ງພາກັນຮ້ອງໂຮ່ດ້ວຍສຽງດັງ
ແລ້ວກຳແພງເມືອງຈະເຈື່ອນລົງ
ເມື່ອນັ້ນໃຫ້ທຸກຄົນເຂົ້າໄປໃນເມືອງທັນທີ”
6
ດັ່ງນັ້ນ
ໂຢຊວຍຈຶ່ງເອີ້ນພວກປະໂຣຫິດມາແລ້ວບອກວ່າ,
“ຈົ່ງຫາມຫີບຄຳສັນຍາໄປ
ສ່ວນປະໂຣຫິດອີກເຈັດຄົນໃຫ້ຖືແກນຳຫນ້າຫີບຄຳສັນຍາໄປ”
7
ແລ້ວໂຢຊວຍໄດ້ບອກປະຊາຊົນວ່າ,
“ຈົ່ງເດີນອ້ອມເມືອງ
ແລະໃຫ້ພວກທະຫານຍ່າງອອກຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ”
8
ເມື່ອໂຢຊວຍສັ່ງແລ້ວ
ປະໂຣຫິດເຈັດຄົນກໍເປົ່າແກຍ່າງນຳຫນ້າຫີບຄຳສັນຍາຂອງພຣະຜູ້ເປັນຈົ້າ
9
ສ່ວນທະຫານກອງຫນ້າກໍຍ່າງອອກໄປກ່ອນພວກປະໂຣຫິດທີ່ເປົ່າແກ
ແລະພວກກອງຫລັງກໍຍ່າງຕາມຫີບຄຳສັນຍາໄປ
ສຽງແກດັງຢູ່ຕລອດເວລາ
10 ແຕ່ໂຢຊວຍໄດ້ບອກພວກປະຊາຊົນແລ້ວວ່າ
ບໍ່ໃຫ້ຮ້ອງໂຮ່
ຫລືໃຊ້ສຽງຈົນກວ່າຈະມີຄຳສັ່ງໃຫມ່
11 ດັ່ງນັ້ນ
ທ່ານໄດ້ສັ່ງໃຫ້ປະໂຣຫິດຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຍ່າງອ້ອມເມືອງນຶ່ງຮອບ
ແລ້ວຈຶ່ງພາກັນກັບໄປຄ້າຍພັກ
ເພື່ອພັກຜ່ອນໃນເວລາກາງຄືນ
12 ເຊົ້າວັນໃຫມ່ມາໂຢຊວຍລຸກແຕ່ເດິກ
ສ່ວນພວກປະໂຣຫິດກໍຫາມຫີບຄຳສັນຍາອອກໄປ
13 ເມື່ອພວມຍ່າງໄປນັ້ນປະໂຣຫິດເຈັດຄົນຖືເຂົາແກະເຈັດອັນເດີນອອກຫນ້າຫີບຄຳສັນຍາຂອງພຣະເຈົ້າ
ເປົ່າເຂົາແກະເລື້ອຍໄປ
ສ່ວນທະຫານກອງຫນ້າກໍຍ່າງຢູ່ຂ້າງຫນ້າເຂົາ
ແລະກອງລະວັງຫລັງກໍຍ່າງຢູ່ຂ້າງຫລັງຫີບແຫ່ງພຣະຜູ້ເປັນເຈົ້າໄປພ້ອມທັງສຽງແກດັງຢູ່ຕລອດເວລາ
14 ໃນວັນທີ່ສອງພວກເຂົາຍ່າງອ້ອມເມືອງອີກຮອບນຶ່ງ
ແລ້ວກໍຫລົບຄືນເມືອຄ້າຍພັກ
ພວກເຂົາກໍພາກັນທຳດັ່ງນີ້ຕລອດທັງຫົກວັນ
15 ສ່ວນວັນທີ່ເຈັດເຂົາໄດ້ລຸກແຕ່ເດີກ
ແລະຍ່າງອ້ອມເມືອງເຖິງເຈັດຮອບໃນວັນດຽວກັນນັ້ນ
ມີແຕ່ວັນດຽວເທົ່ານີ້ທີ່ພວກເຂົາໄດ້ຍ່າງອ້ອມເມືອງເຈັດຮອບ
16 ພໍຮອບທີ່ເຈັດ
ໃນຂນະທີ່ພວກປະໂຣຫິດກຳລັງເປົ່າແກຢູ່
ໂຢຊວຍຮ້ອງບອກແກ່ປະຊາຊົນວ່າ,
“ຈົ່ງຮ້ອງໂຮ່ຂຶ້ນ
ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງປະທານເມືອງນີ້ໃຫ້ແກ່ພວກເຈົ້າແລ້ວ
17 ແຕ່ວ່າຈົ່ງທຳລາຍເມືອງ
ແລະທຸກໆສິ່ງໃນເມືອງນີ້ຖິ້ມຫມົດ
ເພື່ອເປັນການຖວາຍແກ່ພຣະຜູ້ເປັນເຈົ້າ
ເວັ້ນໄວ້ແຕ່ນາງຣາຮາບຍິງໂສເພນີ
ພ້ອມທັງທຸກຄົນທີ່ຢູ່ພາຍໃນເຮືອນຂອງນາງໃຫ້ມີຊີວິດຢູ່ໄດ້
ເພາະວ່ານາງໄດ້ເຊື່ອງສອດແນມສອງຄົນຂອງເຮົາໄວ້
18 ແຕ່ສ່ວນທ່ານທັງຫລາຍຈົ່ງຫ່າງໄກຈາກຂອງທີ່ຕ້ອງທຳລາຍຖວາຍນັ້ນຢ້ານວ່າ
ຖ້າພວກທ່ານເອົາສິ່ງເຫລົ່ານັ້ນ
ພວກທ່ານຈະນຳຄວາມເດືອດຮ້ອນ
ແລະຄວາມຈິບຫາຍມາສູ່ຄ້າຍອິສຣາເອນ
19 ສ່ວນເງິນຄຳ
ແລະເຄື່ອງໃຊ້ທີ່ເປັນທອງເຫລືອງ
ຫລືເຫລັກ
ຕ້ອງເປັນສິ່ງທີ່ຖວາຍແກ່ພຣະຜູ້ເປັນເຈົ້າ
ແລະຕ້ອງເກັບໄວ້ໃນຫໍພຣະຄັງຂອງພຣະອົງ”
20 ແລ້ວປະໂຣຫິດກໍເປົ່າແກຂຶ້ນ
ເມື່ອປະຊາຊົນໄດ້ຍິນສຽງແກ
ເຂົາກໍຮ້ອງໂຮ່ດ້ວຍສຽງດັງ
ແລະກຳແພງເມືອງກໍເຈື່ອນລົງ
ທຸກໆຄົນກໍເຂົ້າໄປໃນເມືອງ
ແລະຍຶດເອົາທັນທີ
21 ເຂົາໃຊ້ດາບຂ້າທັງຊາຍຍິງ
ແລະເດັກນ້ອຍ
ຜູ້ເຖົ້າຕລອດທັງງົວຄວາຍ
ແກະແລະລໍ
22 ແລ້ວໂຢຊວຍໄດ້ບອກຊາຍສອງຄົນຜູ້ເປັນສອດແນມວ່າ,
“ໃຫ້ພວກເຈົ້າເຂົ້າໄປໃນເຮືອນຂອງຍິງໂສເພນີເພື່ອນຳເອົານາງພ້ອມທັງທຸກຄົນໃນເຮືອນຂອງນາງອອກມາຕາມທີ່ໄດ້ສັນຍາໄວ້”
23 ດັ່ງນັ້ນ
ຊາຍທັງສອງຈຶ່ງເຂົ້າໄປໃນເຮືອນ
ພາເອົານາງຣາຮາບພ້ອມດ້ວຍພໍ່ແມ່ອ້າຍນ້ອງ
ແລະພວກອື່ນໆທີ່ຢູ່ໃນເຮືອນຂອງນາງອອກມາ
ພາໄປອາໄສຢູ່ທາງນອກຄ້າຍພັກຂອງພວກອິສຣາເອນ
24 ແລ້ວພວກອິສຣາເອນກໍຈູດເຜົາເມືອງ
ແລະທຸກໆສິ່ງທີຢູ່ໃນເມືອງນັ້ນ
ເວົ້ນໄວ້ແຕ່ເງິນຄຳແລະເຄື່ອງໃຊ້ທີ່ເປັນທອງເຫລືອງ
ຫລືເຫລັກທີ່ເຂົາເອົາໄວ້ໃນຫໍພຣະຄັງຂອງພຣະຜູ້ເປັນເຈົ້າ
25 ຍ້ອນນາງຣາຮາບໄດ້ເຊື່ອງສອດແນມທັງສອງຄົນທີ່ໃຊ້ໄປຈອບເບິ່ງເມືອງເຢຣິໂກ
ໂຢຊວຍຈຶ່ງໄດ້ຊ່ອຍຊີວິດຂອງນາງພ້ອມທັງພໍ່ແມ່ອ້າຍນ້ອງ
ເຊື້ອສາຍຂອງນາງຣາຮາບກໍຢູ່ກັບອິສຣາເອນຈົນເຖິງທຸກວັນນີ້
26 ຕໍ່ມາ
ໂຢຊວຍໄດ້ເຕືອນຢ່າງຫນັກແຫນ້ນວ່າ,
“ຖ້າຜູ້ນຶ່ງຜູ້ໃດຈະສ້າງເມືອງເຢຣິໂກນີ້ຂຶ້ນໃຫມ່
ຈົ່ງໃຫ້ຄວາມສາບແຊ່ງຂອງພຣະຜູ້ເປັນເຈົ້າຕົກຖືກຜູ້ນັ້ນ
“ໃຜກໍຕາມທີ່ລົງມືສ້າງເມືອງນີ້
ຈະຕ້ອງເສັຽບຸດຊາຍກົກຂອງຕົນ
ແລະຜູ້ທີ່ສ້າງຈະສ້າງປະຕູເມືອງນີ້ຈະເສັຽບຸດຊາຍຫລ້າຂອງຕົນ”
27 ດັ່ງນັ້ນ
ພຣະຜູ້ເປັນເຈົ້າຈຶ່ງຊົງສະຖິດຢູ່ກັບໂຢຊວຍ
ແລະຊື່ສຽງຂອງທ່ານໄດ້ຊ່າລືໄປທົ່ວທັງປະເທດນັ້ນ
1
ແຕ່ຄົນອິສຣາເອນໄດ້ລະເມີດໃນເຣື່ອງຂອງຕ້ອງຖວາຍນັ້ນ
ເພາະອາຄານບຸດກາຣ໌ມີ
ຜູ້ເປັນບຸດຊັບ
ດີ
ຜູ້ເປັນບຸດເຊຣາ
ເຜົ່າຢູດາ
ໄດ້ນຳຂອງຖວາຍບາງສ່ວນໄປເປັນຂອງຕົນ
ແລະພຣະພິໂຣດຂອງພຣະຜູ້ເປັນເຈົ້າກໍພຸ່ງຂຶ້ນຕໍ່ຄົນອິສຣາເອນ
2
ຝ່າຍໂຢຊວຍໃຫ້ຄົນອອກຈາກເມືອງເຢຣິໂກໄປຍັງເມືອງອາອີ
ຊຶ່ງຢູ່ໃກ້ເບັດອາເວນຂ້າງທິດຕາເວັນອອກຂອງເມືອງເບັດເອນບອກເຂົາວ່າ,
“ຈົ່ງຂຶ້ນໄປແລະສອດແນມເບິ່ງເມືອງນັ້ນ”
ຄົນເຫລົ່ານັ້ນກໍຂຶ້ນໄປ
ແລະສອດແນມເບິ່ງເມືອງອາອີ
3
ແລະເຂົາກັບມາຣາຍງານແກ່ໂຢຊວຍວ່າ,
“ບໍ່ຕ້ອງໃຫ້ປະຊາຊົນທັງຫມົດຂຶ້ນໄປ
ໃຫ້ຈັກສອງສາມພັນຄົນຂຶ້ນໄປຕີເມືອງອາອີກໍພໍ
ບໍ່ຕ້ອງໃຫ້ປະຊາຊົນປີນປ່າຍໄປທີ່ນັ້ນເພາະເຂົາມີຄົນຫນ້ອຍ”
4
ເຫດສັນນັ້ນຈຶ່ງມີປະຊາຊົນຂຶ້ນໄປທີ່ນັ້ນພຽງສາມພັນຄົນ
ແຕ່ຕ້ອງແຕກຫນີຈາກຊາວເມືອງອາອີ
5
ຝ່າຍຊາວເມືອງອາອີກໍຂ້າຟັນຄົນເຫລົ່ານັ້ນຕາຍປະມານສາມສິບຫົກຄົນ
ໂດຍຂັບໄລ່ຄົນເຫລົ່ານັ້ນຈາກປະຕູເມືອງໄປຍັງເຊບາຣິມ
ຟັນເຂົາຕາມທາງລົງ
ແລະຈິດໃຈຂອງປະຊາຊົນກໍແຫລກເຫລວໄປເຫມືອນນ້ຳ
6
ຝ່າຍໂຢຊວຍກໍຈີກເສື້ອຜ້າຂອງຕົນຊົບຫນ້າລົງເຖິງດິນຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຈົນເຖິງເວລາຄ່ຳ
ທັງທ່ານກັບພວກຜູ້ໃຫຍ່ຂອງຄົນອິສຣາເອນຕ່ງກໍເອົາຝຸ່ນຂີ້ດິນໃສ່ຫົວຂອງຕົນ
7
ໂຢຊວຍກາບທູນວ່າ,
“ຂ້າແດ່ພຣະຜູ້ເປັນເຈົ້າ
ດ້ວຍເຫດໃດພຣະອົງຈຶ່ງຊົງນຳຊົນຊາດນີ້ຂ້າມແມ່ນ້ຳຈໍແດນມາ
ເພື່ອຈະມອບເຮົາທັງຫລາຍໄວ້ໃນມືຂອງຄົນອາໂມຣິດໃຫ້ທຳລາຍເສັຽ
ພວກຂ້າພຣະອົງມີຄວາມເສັຽດາຍທີ່ບໍ່ພໍໃຈຢູ່ພຽງຟາກຕາເວັນອອກຂອງຈໍແດນ
8
ຂ້າແດ່ພຣະຜູ້ເປັນເຈົ້າ
ຂ້າພຣະອົງຈະທູນປະການໃດໄດ້
ເມື່ອອິສຣາເອນຫັນຫລັງຫນີສັດຕຣູເສັຽແລ້ວ
9
ເພາະວ່າຄົນການາອານກັບບັນດາຊາວເມືອງຄົງຈະໄດ້ຍິນ
ແລ້ວຄົງຈະຍົກມາຕັ້ງລ້ອມພວກຂ້າພຣະອົງ
ແລະຕັດຊື່ຂອງບັນດາຂ້າພຣະອົງເສັຽຈາກໂລກ
ແລະພຣະອົງຈະຊົງກະທຳປະການໃດ
ເພື່ອພຣະນາມອັນຍິ່ງໃຫຍ່ຂອງພຣະອົງ”
10 ຝ່າຍພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂຢຊວຍວ່າ,
“ຈົ່ງລຸກຂຶ້ນເຖີດ
ເປັນຫຍັງເຈົ້າຈຶ່ງຫມູບຫນ້າລົງດັ່ງນີ້
11 ຄົນອິສຣາເອນໄດ້ກະທຳບາບ
ເຂົາໄດ້ລະເມີດຄຳສັນຍາຊຶ່ງເຣົາໄດ້ສັ່ງເຂົາໄວ້
ເຂົາໄດ້ຍັກຍອກຂອງທີ່ຕ້ອງຖວາຍ
ເຂົາໄດ້ລັກ
ແລະປິດບັງ
ແລະໄດ້ເອົາຂອງຮວມໄວ້ກັບສິ່ງຂອງຂອງຕົນ
12 ເຫດສັນນັ້ນຄົນອິສຣາເອນຈຶ່ງຢືນຢັດຕໍ່ສູ້ສັດຕຣູຂອງຕົນບໍ່ໄດ້
ໄດ້ຫັນຫລັງຫນີສັດຕຣູ
ເພາະເຂົາກາຍເປັນສິ່ງທີ່ຕ້ອງຖືກທຳລາຍ
ເຮົາຈະບໍ່ຢູ່ກັບເຈົ້າທັງຫລາຍອີກຕໍ່ໄປ
ເວັ້ນແຕ່ເຈົ້າຈະທຳລາຍສິ່ງຂອງທີ່ຕ້ອງຖວາຍເຫລົ່ານັ້ນເສັຽຈາກຖ້າມກາງພວກເຈົ້າ
13 ຈົ່ງລຸກຂຶ້ນຊຳຣະປະຊາຊົນໃຫ້ບໍຣິສຸດ
ແລະກ່າວວ່າ
“ຈົ່ງຊຳຮະຕົວເສັຽເພື່ອມື້ອື່ນ
ເພາະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຄົນອິສຣາເອນກ່າວເຊັ່ນນີ້ວ່າ
“ໂອ ອິສຣາເອນເອີຍ
ມີສິ່ງຂອງທີ່ຕ້ອງຖວາຍໃນຫມູ່ພວກເຈົ້າ
ເຈົ້າຈະຢືນຢັດຕໍ່ສູ້ສັດຕຣູຂອງເຈົ້າບໍ່ໄດ້ຈົນກວ່າເຈົ້າຈະນຳສິ່ງຂອງທີ່ຕ້ອງຖວາຍນັ້ນອອກເສັຽຈາກຫມູ່ພວກເຈົ້າ”
14 ພໍຮຸ່ງເຊົ້າເຈົ້າທັງຫລາຍຈົ່ງເຂົ້າມາທີ່ລະເຜົ່າ
ເຜົ່າໃດທີ່ພຣະຜູ້ເປັນເຈົ້າຊົງເລືອກຈັບໄວ້ກໍຕ້ອງເຂົ້າມາທີ່ລະຕະກູນ
ຕະກູນໃດທີ່ພຣະຜູ້ເປັນເຈົ້າຊົງເລືອກຈັບໄວ້ກໍເຂົ້າມາທີ່ລະຄອບຄົວ
ຄອບຄົວໃດທີ່ພຣະຜູ້ເປັນເຈົ້າຊົງເລືອກຈັບໄວ້ກໍໃຫ້ເຂົ້າມາທີ່ລະຄົນ
15 ຜູ້ໃດຖືກຈັບວ່າມີຂອງຕ້ອງຖວາຍ
ກໍຕ້ອງຖືກເຜົາເສັຽດ້ວຍໄຟ
ທັງຕົວເຂົາແລະສາຣະພັດທີ່ເປັນຂອງເຂົາ
ເພາະເຂົາໄດ້ລະເມີດຄຳສັນຍາຂອງພຣະຜູ້ເປັນເຈົ້າ
ແລະເພາະເຂົາໄດ້ກະທຳສິ່ງທີ່ຫນ້າອາຍໃນອິສຣາເອນ”
16 ໂຢຊວຍຈຶ່ງລຸກຂຶ້ນແຕ່ເດິກ
ແລະນຳຄົນອິສຣາເອນເຂົ້າມາທີ່ລະເຜົ່າ
ແລະພຣະຜູ້ເປັນເຈົ້າຊົງເລືອກເຜົ່າຢູດາ
17 ຈຶ່ງນຳຕະກູນໃນເຜົ່າຢູດາເຂົ້າມາ
ແລະຕະກູນເຊຣາຖືກຊົງເລືອກ
ແລ້ວຈຶ່ງນຳຕະກູນເຊຣາມາທີ່ລະຄົນ
ແລະຊັບດີຖືກຊົງເລືອກ
18 ແລະນຳຄອບຄົວຂອງທ່ານເຂົ້າມາທີ່ລະຄົນ
ແລະຄົນທີ່ຖືກຊົງເລືອກຄື
ອາຄານບຸດກາຣ໌ມີ
ຜູ້ເປັນບຸດຊັບດີ
ຜູ້ເປັນບຸດເຊຣາ
ເຜົ່າຢູດາ
19 ຝ່າຍໂຢຊວຍຈຶ່ງກ່າວແກ່ອາຄານວ່າ,
“ລູກເອີຍ ຈົ່ງຖວາຍສະງ່າຣາສີແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ
ແລະຖວາຍສັຣເສີນແດ່ພຣະອົງ
ຈົ່ງບອກເຮົາມາວ່າເຈົ້າໄດ້ກະທຳສິ່ງໃດໄປ
ຢ່າປິດບັງໄວ້ຈາກເຮົາເລີຍ”
20 ແລະອາຄານຕອບໂຢຊວຍວ່າ,
“ເປັນຄວາມຈິງແລ້ວທີ່ຂ້າພະເຈົ້າໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ
ຂ້າພະເຈົ້າໄດ້ກະທຳຜິດດັ່ງນີ້
21 ໃນຫມູ່ຂອງທີ່ຍຶດມາຂ້າພະເຈົ້າໄດ້ເຫັນເສື້ອຄຸມງາມໂຕນຶ່ງຂອງເມືອງບາບີໂລນ
(ຊີນາຣ໌)
ກັບເງິນສອງຮ້ອຍເຊເກລ
ແລະທອງຄຳແທ່ງນຶ່ງຫນັກຫ້າສິບເຊເກລ
ຂ້າພະເຈົ້າກໍໂລບຢາກໄດ້ຂອງເຫລົ່ານັ້ນ
ຂ້າພະເຈົ້າຈຶ່ງເອົາມາ
ເບິ່ງແມ໋,ຂອງເຫລົ່ານັ້ນເຊື່ອງຢູ່ໃຕ້ດິນໃນເຕັນຂອງຂ້າພະເຈົ້ານັ້ນຢູ່ຂ້າງລຸ່ມ”
22 ຝ່າຍໂຢຊວຍກໍໃຫ້ຜູ້ສົ່ງຂ່າວອອກໄປ
ແລະເຂົາທັງຫລາຍກໍແລ່ນໄປຫາເຕັນ
ເບິ່ງແມ໋,
ຂອງນັ້ນຝັງຢູ່ພາຍໃນເຕັນຂອງເຂົາມີເງິນຢູ່ຂ້າງລຸ່ມ
23 ເຂົາກໍເອົາອອກມາຈາກເຕັນນຳໄປໃຫ້ໂຢຊວຍ
ແລະຄົນອິສຣາເອນທັງປວງ
ແລ້ວເຂົາກໍວາງຂອງເຫລົ່ານັ້ນລົງຕໍ່ພຣະພັກພຣະຜູ້ເປັນເຈົ້າ
24 ໂຢຊວຍກັບບັນດາຄົນອິສຣາເອນຈຶ່ງພາອາຄານບຸດເຊຣາ
ພ້ອມກັບເງິນ
ເສື້ອຄຸມໂຕນັ້ນ
ແລະທອງແທ່ງນັ້ນ
ທັງບຸດຊາຍຍິງຂອງເຂົາ
ທັງງົວ ລໍ ແບ້ແກະ
ແລະເຕັນຂອງເຂົາທຸກສິ່ງທີ່ເຂົາມີຢູ່
ແລະນຳຄົນກັບຂອງທັງຫມົດຂຶ້ນໄປຍັງຫຸບເຂົາ
ອາໂຄຣ໌
25 ແລະໂຢຊວຍກ່າວວ່າ,
“ເປັນຫຍັງເຈົ້າຈຶ່ງນຳຄວາມເດືອດຮ້ອນມາໃຫ້ເຮົາ
ພຣະຜູ້ເປັນເຈົ້າຊົງນຳຄວາມເດືອດຮ້ອນມາເຖິງເຈົ້າໃນວັນນີ້”
ແລະບັນດາຄົນອິສຣາເອນກໍເອົາຫີນແກວ່ງໃສ່ເຂົາໃຫ້ຕາຍ
ເຜົາເຂົາທັງຫລາຍດ້ວຍໄຟ
ແລະແກວ່ງເຂົາດ້ວຍກ້ອນຫີນ
26 ແລ້ວເອົາຫີນຖົມກອງທັບເຂົາໄວ້ເປັນກອງໃຫຍ່ຢູ່ຈົນທຸກວັນນີ້
ແລະພຣະຜູ້ເປັນເຈົ້າກໍຊົງຫັນກັບຄືນຈາກພຣະພິໂຣດອັນແຮງກ້າຂອງພຣະອົງ
ເພາະສະນັ້ນຈົນເຖິງທຸກວັນນີ້ເຂົາຍັງເອີ້ນທີ່ນັ້ນວ່າຫຸບເຂົາ
ອາໂຄຣ໌
1
ພຣະຜູ້ເປັນເຈົ້າກ່າວກັບໂຢຊວຍວ່າ,
“ຢ່າຢ້ານ
ຫລືທໍ້ຖອຍເລີຍ
ຈົ່ງນຳທະຫານທັງຫມົດໄປກັບເຈົ້າ
ລຸກຂຶ້ນໄປຍັງເມືອງອາອີເຖີດ
ເຣົາໄດ້ມອບກະສັດເມືອງອາອີໄວ້ໃນມືເຈົ້າແລ້ວ
ພ້ອມທັງປະຊາຊົນຂອງເຂົາ
ເມືອງຂອງເຂົາແລະແຜ່ນດິນຂອງເຂົາດ້ວຍຂອງເຂົາດ້ວຍ
2
ເຈົ້າຈົ່ງກະທຳແກ່ເມືອງອາອີ
ແລະກະສັດຂອງເມືອງນັ້ນເຊັ່ນດຽວກັບທີ່ເຈົ້າກະທຳກັບເມືອງເຢ
ຣິໂກ
ແລະກະສັດຂອງເມືອງນັ້ນ
ແຕ່ສິ່ງຂອງແລະສັດທີ່ຍຶດມານັ້ນຕົກເປັນເຈົ້າໄດ້
ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ
ໂດຍບໍ່ໃຫ້ພວກເຂົາຮູ້ຕົວ
3
ໂຢຊວຍຈຶ່ງລຸກຂຶ້ນພ້ອມກັບທະຫານໄປຍັງເມືອງອາອີ
ແລະໂຢຊວຍໄດ້ຄັດເລືອກທະຫານເອກ
ທະຫານສາມຫມື່ນຄົນໃຫ້ຍົກໄປໃນເວລາກາງຄືນ
4
ແລະທ່ານສັ່ງເຂົາວ່າ,
“ເບິ່ງແມ໋,
ທ່ານຈົ່ງຊຸ່ມຢູ່ຂ້າງຫລັງເມືອງ
ຢ່າໃຫ້ຫ່າງໄກຈາກເມືອງຫລາຍ
ແລະໃຫ້ຕຽມຕົວໄວ້ພ້ອມທຸກຄົນ
5
ສ່ວນຕົວເຮົາແລະປະຊາຊົນທັງຫມົດທີ່ຢູ່ກັບເຮົາຈະເຂົ້າໄປເຖິງຕົວເມືອງ
ແລະເມື່ອເຂົາອອກມາຕໍ່ສູ້ເຮົາຢ່າງຄາວກ່ອນ
ເຮົາກໍຈະຖອຍຫນີຈາກເຂົາ
6
ເຂົາຈະຕາມເຮົາອອກມາ
ຈົນເຮົາຈະໄດ້ລວງເຂົາໃຫ້ອອກມາຫ່າງຈາກຕົວເມືອງເພາະເຂົາຈະເວົ້າວ່າ
“ເຂົາທັງຫລາຍກຳລັງຫນີຈາກເຮົາຢ່າງຄາວກ່ອນ”
ສະນັ້ນເຮົາຈະຫນີເຂົາເລື້ອຍມາ
7
ແລ້ວທ່ານທັງຫລາຍຈົ່ງລຸກຈາກທີ່ຊຸ່ມລີ້ໂຕເຂົ້າຍຶດເມືອງນັ້ນໄວ້
ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງມອບເມືອງນັ້ນໄວ້ໃນມືທ່ານແລ້ວ
8
ແລະເມື່ອທ່ານທັງຫລາຍເຂົ້າຍຶດເມືອງໄດ້ແລ້ວ
ທ່ານຈົ່ງຈູດໄຟເຜົາເມືອງເສັຽ
ຈົ່ງກະທຳຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້
ເບິ່ງດູ ຂ້າພະເຈົ້າໄດ້ສັ່ງທ່ານໄວ້ແລ້ວ”
9
ແລ້ວໂຢຊວຍກໍໃຫ້ເຂົາໄປ
ເຂົາກໍອອກໄປຍັງທີ່ຊຸ່ມຢູ່ລະຫວ່າງເບັດເອນກັບເມືອງອາອີ
ທາງທິດຕາເວັນຕົກຂອງເມືອງອາອີ
ແຕ່ຄືນວັນນັ້ນໂຢຊວຍນອນຄ້າງຢູ່ກັບປະຊາຊົນ
10 ໂຢຊວຍຕື່ນຂຶ້ນແຕ່ເດິກກໍອອກກວດພົນ
ແລ້ວຂຶ້ນໄປພ້ອມກັບພວກຜູ້ໃຫຍ່ຂອງອິສຣາເອນນຳຫນ້າພົນໄປເມືອງອາອີ
11 ທະຫານທີ່ຢູ່ນຳທ່ານທຸກຄົນກໍຂຶ້ນໄປແລ້ວບຸກໃກ້ຕົວເມືອງເຂົ້າໄປ
ແລະຕັ້ງຄ້າຍຢູ່ດ້ານເຫນືອຂອງເມືອງອາອີ
ມີຫ້ວຍຂັ້ນລະຫວ່າງເຂົາກັບເມືອງອາອີ
12 ແລະທ່ານຈັດຄົນປະມານຫ້າພັນຄົນ
ໃຫ້ເຂົາແອບຊຸ່ມຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີທາງທິດຕາເວັນຕົກຂອງຕົວເມືອງ
13 ດັ່ງນັ້ນເຂົາທັງຫລາຍກໍວາງກຳລັງຮົບໃຫ້ກອງຫລວງຢູ່ດ້ານເຫນືອຂອງເມືອງ
ແລະກອງລະວັງຫລັງຢູ່ດ້ານຕາເວັນຕົກຂອງເມືອງ
ໃນຄືນວັນນັ້ນໂຢຊວຍນອນຢູ່ໃນຫຸບເຂົາ
14 ເມື່ອກະສັດເມືອງອາອີເຫັນດັ່ງນັ້ນ
ຊາວເມືອງກໍລຸກຂຶ້ນແຕ່ເດິກອອກໄປສູ້ຮົບກັບອິສຣາເອນໃນທີ່ປະທະກັນຫນ້າອາຣາບາ
ທັງທ່ານແລະປະຊາຊົນທັງຫມົດຂອງທ່ານ
ແຕ່ທ່ານບໍ່ຮູ້ວ່າມີກອງຊຸ່ມຄອຍຢູ່ຕໍ່ສູ້ທ່ານຂ້າງຫລັງເມືອງ
15 ໂຢຊວຍຈຶ່ງເຮັດເປັນຜ່າຍແພ້ຝີມືຂອງເຂົາແລ້ວຫນີໄປຍັງຖິ່ນກັນດານ
16 ຄົນໃນເມືອງທັງຫມົດກໍຖືກເອີ້ນໃຫ້ຕາມອອກໄປ
ເມື່ອເຂົາໄລ່ຕາມໂຢຊວຍໄປນັ້ນເຂົາກໍອອກຫ່າງຈາກເມືອງໄປທຸກທີ
17 ບໍ່ມີຊາຍຈັກຄົນນຶ່ງທີ່ເຫລືອຢູ່ໃນເມືອງອາອີ
ຫລືເມືອງເບັດເອນ
ທີ່ບໍ່ໄດ້ອອກໄປໄລ່ຕິດຕາມອິສຣາເອນ
ເຂົາປ່ອຍໃຫ້ເມືອງເປີດຢູ່ໄລ່ຕາມອິສຣາເອນໄປ
18 ແລ້ວພຣະຜູ້ເປັນເຈົ້າໄດ້ສັ່ງໂຢຊວຍວ່າ,
“ຈົ່ງຍື່ນຫອກຊຶ່ງຢູ່ໃນມືຂອງເຈົ້າອອກຕົງໄປຍັງເມືອງອາອີ
ເພາະເຮົາຈະມອບເມືອງນັ້ນໄວ້ໃນມືຂອງເຈົ້າ”
ແລ້ວໂຢຊວຍກໍຍື່ນຫອກຊຶ່ງຢູ່ໃນມືອອກໄປຍັງເມືອງນັ້ນ
19 ທະຫານທີ່ຊຸ່ມຢູ່ກໍລຸກອອກຈາກບ່ອນລີ້ໂຕຢ່າງໄວ
ພໍໂຢຊວຍຍື່ນມືຂອງທ່ານອອກ
ທະຫານກໍແລ່ນຕົງເຂົ້າໄປຍັງເມືອງແລະຍຶດເມືອງໄວ້
ແລ້ວເຂົາກໍຮິບຈູດໄຟເຜົາເມືອງ
20 ເມື່ອຊາວເມືອງອາອີຫລຽວຫລັງມາເບິ່ງ
ເບິ່ງແມ໋,
ຄວັນໄຟທີ່ໄຫມ້ເມືອງພຸ່ງຂຶ້ນໄປຍັງທ້ອງຟ້າ
ເຂົາກໍຫມົດກຳລັງທີ່ຈະຫນີໄປທາງນີ້ຫລືຫນີໄປທາງນັ້ນ
ເພາະວ່າປະຊາຊົນທີ່ຫນີໄປທາງຖິ່ນກັນດານຫັນກັບມາຕໍ່ສູ້ກັບຜູ້ທີ່ໄລ່ຕິດຕາມ
21 ເມື່ອໂຢຊວຍກັບບັນດາອິສຣາເອນເຫັນວ່າກອງຊຸ່ມຍຶດເມືອງໄດ້ແລ້ວ
ແລະຄວັນໄຟທີ່ໄຫມ້ເມືອງພຸ່ງຂຶ້ນ
ເຂົາກໍຫັນກັບຄືນມາໂຈມຕີຊາວເມືອງອາອີ
22 ຄົນອື່ນໆກໍອອກມາຈາກເມືອງສູ້ຮົບກັບເຂົາ
ກະທຳໃຫ້ເຂົາຢູ່ລະຫວ່າງກາງອິສຣາເອນ
ຜູ້ຢູ່ຂ້າງນີ້ແລະຂ້າງນັ້ນ
ແລະຄົນອິສຣາເອນກໍໂຈມຕີເຂົາຈົນບໍ່ມີຈັກຄົນນຶ່ງລອດຊີວິດຫລືຫນີໄປໄດ້
23 ແຕ່ກະສັດເມືອງອາອີຍັງມີຊີວິດຢູ່
ໄດ້ຖືກຈັບແລະຄຸມຕົວມາຫາໂຢຊວຍ
24 ເມື່ອອິສຣາເອນໄລ່ຂ້າຟັນຊາວເມືອງອາອີໃນທົ່ງໃນຖິ່ນກັນດານທີ່ເຂົາໄລ່ຕາມໄປນັ້ນ
ແລະຄົນເຫລົ່ານັ້ນລົ້ມຕາຍຫມົດດ້ວຍດາບຈົນສຸດທ້າຍບັນດາຄົນອິສຣາເອນກໍກັບເຂົ້າເມືອງອາອີໂຈມຕີຄົນໃນເມືອງດ້ວຍຄົມດາບ
25 ຄົນທີ່ລົ້ມຕາຍທັງຫມົດວັນນັ້ນທັງຊາຍແລະຍິງຈຳນວນຫມື່ນສອງພັນຄົນ
ຄືຊາວເມືອງອາອີທັງຫມົດ
26 ເພາະໂຢຊວຍບໍ່ໄດ້ຫົດມືທີ່ຖືຫອກຍື່ນຢູ່ນັ້ນ
ຈົນກວ່າຈະໄດ້ຜານຊາວເມືອງອາອີພິນາດສິ້ນ
27 ແຕ່ຄົນອິສຣາເອນໄດ້ຍຶດເອົາຝູງສັດ
ແລະສິ່ງຂອງຂອງເມືອງນັ້ນມາເປັນຂອງຕົນ
ຕາມພຣະທັມຂອງພຣະຜູ້ເປັນເຈົ້າ
ຊຶ່ງຊົງບັນຊາໄວ້ກັບໂຢຊວຍ
28 ດັ່ງນີ້ແຫລະໂຢຊວຍຈຶ່ງຜານເມືອງອາອີເສັຽ
ກະທຳໃຫ້ເປັນກອງເມືອງຮ້າງຢູ່ເປັນນິດຈົນເຖິງທຸກວັນນີ້
29 ແລະທ່ານແຂວນກະສັດເມືອງອາອີໄວ້ທີ່ຕົ້ນໄມ້ຈົນເຖິງເວລາຄ່ຳ
ເມື່ອດວງອາທິດຕົກໂຢຊວຍຈຶ່ງສັ່ງ
ແລະເຂົາກໍປົດສົບລົງຈາກຕົ້ນໄມ້ນຳໄປຖິ້ມໄວ້ທີ່ທາງເຂົ້າປະຕູເມືອງ
ແລ້ວເອົາຫີນຖົມທັບໄວ້ທີ່ທາງເຂົ້າປະຕູເມືອງ
ແລ້ວເອົາຫີນຖົມທັບໄວ້ກອງໃຫຍ່ຊຶ່ງຍັງຢູ່ຈົນເຖິງທຸກວັນນີ້
ຂຽນທັມບັນຍັດທີ່ພູເອບານ
(ພບຍ 27:4-5)
30 ແລ້ວໂຢຊວຍໄດ້ສ້າງແທ່ນບູຊາໃນພູເອບານຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ
31 ດັ່ງທີ່ໂມເຊຜູ້ຣັບໃຊ້ຂອງພຣະຜູ້ເປັນເຈົ້າສັ່ງປະຊາຊົນອິສຣາເອນ
ຕາມທີ່ຈາຣຶກໄວ້ໃນຫນັງສືທັມບັນຍັດຂອງໂມເຊວ່າ
“ແທ່ນບູຊາທຳດ້ວຍຫີນບໍ່ໄດ້ຕົກແຕ່ງ
ຊຶ່ງບໍ່ມີຜູ້ໃດໃຊ້ເຄື່ອງມືເຫລັກຖືກຕ້ອງເລີຍ”
ແລ້ວເຂົາກໍຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າເທິງແທ່ນນັ້ນ
ແລະຖວາຍສານຕິບູຊາ
32 ໃນທີ່ນັ້ນທ່ານຂຽນທັມບັນຍັດຂອງໂມເຊເທິງຫີນຕໍ່ຫນ້າປະຊາຊົນອິສຣາເອນ
ຊຶ່ງເປັນສິ່ງທີ່ໂມເຊໄດ້ຂຽນໄວ້
33 ຄົນອິສຣາເອນທັງຫມົດ
ທັງຄົນຕ່າງດ້າວແລະຄົນທີ່ເກີດໃນອິສຣາເອນ
ພ້ອມທັງຜູ້ໃຫຍ່
ເຈົ້າຫນ້າທີ່ແລະຜູ້ພິພາກສາຢືນຢູ່ທັງສອງຂ້າງຂອງຫີບຕໍ່ຫນ້າຄົນເລວີທີ່ເປັນປະໂຣຫິດຜູ້ທີ່ຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ
ເຄິ່ງນຶ່ງຢືນຢູ່ຂ້າງຫນ້າພູເຂົາເກຣີຊີມ
ອີກເຄິ່ງນຶ່ງຂ້າງພູເຂົາເອບານ
ດັ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ໃນຄັ້ງແຣກໃຫ້ເຂົາທັງຫລາຍອວຍພອນແກ່ຄົນອິສຣາເອນ
34 ພາຍຫລັງທ່ານຈຶ່ງອ່ານຖ້ອຍຄຳໃນທັມບັນຍັດເປັນຄຳອວຍພອນແລະຄຳສາບແຊ່ງຕາມທີ່ມີຈາຣຶກໄວ້ໃນຫນັງສືທັມບັນຍັດທຸກປະການ
35 ບໍ່ມີຄຳຊຶ່ງໂມເຊໄດ້ສັ່ງໄວ້ຈັກຄຳດຽວທີ່ໂຢຊວຍບໍ່ໄດ້ອ່ານຕໍ່ຫນ້າປະຊຸມຊົນອິສຣາເອນ
ຜູ້ຍິງກັບເດັກນ້ອຍ
ແລະຄົນຕ່າງດ້າວຢູ່ໃນຫມູ່ພວກເຂົາ
1
ເມື່ອກະສັດທີ່ຢູ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ
ຄືທີ່ຢູ່ໃນແດນພູດອຍ
ແລະໃນທີ່ເນີນພູ
ແລະຕາມທົ່ງຮາບພຽງ
ແລະຕາມຝັ່ງທະເລເມດິເຕຣາເນທາງເຫນືອຈົນເຖິງເລບານອນ
ເປັນຊາວຮິດຕີ
ຊາວອາໂມຣິດ
ຊາວການາອານ
ຊາວເປຣີສຊີ
ຊາວຮີວີ
ແລະຊາວເຢບຸສໄດ້ຍິນຂ່າວນີ້
2
ຈຶ່ງພ້ອມໃຈຮ່ວມກຳລັງກັນຈະຕໍ່ສູ້ໂຢຊວຍ
ແລະອິສຣາເອນ
3
ແຕ່ເມື່ອຊາວກິເບໂອນໄດ້ຍິນຂ່າວການຊຶ່ງໂຢຊວຍກະທຳແກ່ເມືອງເຢຣິໂກ
ແລະເມືອງອາອີ
4
ຝ່າຍເຂົາຈຶ່ງທຳຢ່າງສລາດ
ທຳເປັນທູດ
ເອົາກະສອບຂາດໆບັນທຸກເທິງລໍຂອງເຂົາ
ກັບຖົງຫນັງທີ່ເກົ່າຂາດ
ແລະປະໄວ້ບັນຈຸເຫລົ້າອະງຸ່ນ
5
ສວມເກີບເກົ່າແລະປະໄວ້
ແລະສວມເສື້ອຜ້າເກົ່າ
ສ່ວນສະບ່ຽງອາຫານກໍແຫ້ງທີ່ຕົກໂມະ
6
ເຂົາເດີນທາງມາຫາໂຢຊວຍທີ່ຄ້າຍໃນເມືອງກິນການ
ກ່າວແກ່ທ່ານແລະຄົນອິສຣາເອນວ່າ,
“ພວກຂ້າພະເຈົ້າມາຈາກປະເທດທີ່ຫ່າງໄກ
ຂໍທຳຂໍ້ຕົກລົງກັບພວກຂ້າພະເຈົ້າເຖີດ”
7
ແຕ່ຄົນອິສຣາເອນກ່າວແກ່ຄົນຮີວີເຫລົ່ານັ້ນວ່າ,
“ເຈົ້າອາໄສໃນຫມູ່ພວກເຮົາ
ເຮົາຈະທຳຂໍ້ຕົກລົງກັບເຈົ້າໄດ້ຢ່າງໃດ”
8
ເຂົາກ່າວແກ່ໂຢຊວຍວ່າ,
“ຂ້າພະເຈົ້າທັງຫລາຍເປັນຜູ້ຮັບໃຊ້ຂອງທ່ານ”
ແລະໂຢຊວຍກ່າວແກ່ເຂົາວ່າ,
“ພວກເຈົ້າເປັນໃຜກັນ
ແລະມາຈາກທີ່ໃດ”
9
ເຂົາຕອບທ່ານວ່າ,
“ເນື່ອງດ້ວຍພຣະນາມແຫ່ງ
ພຣະຜູ້ເປັນເຈົ້າຂອງພຣະເຈົ້າຂອງທ່ານ
ຜູ້ຮັບໃຊ້ຂອງທ່ານມາຈາກປະເທດທີ່ໄກຫລາຍ
ເຮົາໄດ້ຊາບເຖິງກິດຕິສັບຂອງພຣະອົງແລະເຖິງບັນດາພຣະຣາຊກິຈທີ່ພຣະອົງຊົງກະທຳໃນເອຢິບ
10 ແລະໄດ້ຊາບເຖິງບັນດາສິ່ງທີ່ພຣະອົງຊົງກະທຳຕໍ່ກະສັດຄົນອາໂມຣິດທັງສອງພຣະອົງຜູ້ຢູ່ທາງ
ຟາກຕາເວັນອອກຂອງແມ່ນ້ຳຈໍແດນ
ຄືຊີໂຮນກະສັດເມືອງເຣສໂບນ
ແລະໂອກກະສັດເມືອງບາຊານຜູ້ຢູ່ທີ່ອັສຕາໂຣທ
11 ເຫດສະນີ້
ພວກຜູ້ໃຫຍ່
ແລະຊາວເມືອງທັງຫລາຍຂອງເມືອງຂ້າພະເຈົ້າໄດ້ກ່າວແກ່ພວກຂ້າພະເຈົ້າວ່າ
“ຈົ່ງເອົາສະບ່ຽງສຳລັບເດີນທາງໄປຫາພວກເຂົາຮຽນເຂົາວ່າ
“ພວກຂ້າພະເຈົ້າທັງຫລາຍເປັນຜູ້ຣັບໃຊ້ຂອງທ່ານ
ຂໍທຳຂໍ້ຕົກລົງກັບພວກຂ້າພະເຈົ້າເຖີດ”
12 ເຂົ້າຈີ່ຂອງພວກຂ້າພະເຈົ້ານີ້ໃນວັນທີ່ຂ້າພະເຈົ້າອອກມາຫາທ່ານ
ຂ້າພະເຈົ້າເອົາອອກຈາກບ້ານຍັງຮ້ອນໆຢູ່ເພື່ອໃຊ້ເປັນອາຫານຮັບປະທານຕາມທາງ
ແຕ່ບັດນີ້
ເບິ່ງແມ໋,
ແຫ້ງແລະເປັນໂມະຂຶ້ນແລ້ວ
13 ຖົງນີ້ເມື່ອຂ້າພະເຈົ້າເຕີມເຫລົ້າອະງຸ່ນກໍຍັງໃຫມ່ຢູ່
ແຕ່ເບິ່ງແມ໋,
ມັນຂາດອອກ
ເສື້ອຜ້າແລະເກີບຂອງຂ້າພະເຈົ້າກໍເກົ່າ
ເພາະຫົນທາງໄກຫລາຍ”
14 ຝ່າຍຄົນເຫລົ່ານັ້ນກໍຮັບສະບ່ຽງຂອງເຂົາ
ແຕ່ບໍ່ໄດ້ທູນຂໍການແນະນຳຈາກພຣະຜູ້ເປັນເຈົ້າ
15 ແລະໂຢຊວຍກໍທຳສັນຕິພາບກັບເຂົາ
ແລະນຳຂໍ້ຕົກລົງກັບເຂົາໃຫ້ໄວ້ຊີວິດພວກເຂົາ
ແລະບັນດາຜູ້ນຳຂອງຊຸມນຸມຊົນກໍສາບານຕໍ່ເຂົາ
16 ເມື່ອໄດ້ຂໍ້ຕົກລົງກັບເຂົາລ່ວງໄດ້ມາສາມວັນ
ກໍໄດ້ຍິນວ່າພວກເຫລົ່ານັ້ນເປັນຊາວເມືອງຢູ່ໃນຫມູ່ພວກຕົນ
17 ຄົນອິສຣາເອນກໍອອກໄປເຖິງເມືອງຂອງເຂົາໃນວັນທີ່ສາມ
ເມືອງຂອງເຂົານັ້ນຄືເມືອງກີເບໂອນ
ເຄຟີຣາ
ເບເອີໂອທ ແລະກິຣີອາດເຢອາຣີມ
18 ແຕ່ຄົນອິສຣາເອນບໍ່ໄດ້ຂ້າເຂົາ
ເພາະວ່າບັນດາຜູ້ນຳຂອງຊຸມນຸມຊົນໄດ້ສາບານຕໍ່ເຂົາໃນພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນແລ້ວຊຸມນຸມຊົນກໍຈົ່ມຕໍ່ວ່າພວກຜູ້ນຳ
19 ແຕ່ບັນດາຜູ້ນຳໄດ້ກ່າວແກ່ຊຸມນຸມຊົນທັງປວງວ່າ,
“ເຮົາໄດ້ສາບາານຕໍ່ເຂົາໃນພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ
ເຫດສະນີ້ເຮົາຈະແຕະຕ້ອງເຂົາບໍ່ໄດ້
20 ເຣົາຕ້ອງກະທຳແກ່ເຂົາຢ່າງນັ້ນໂດຍໃຫ້ເຂົາມີຊີວິດຢູ່ໄດ້
ຢ້ານວ່າພຣະພິໂຣດຈະຕົກລົງເຫນືອເຣົາ
ຕາມຄຳສາບານຊຶ່ງເຮົາໄດ້ສາບານແກ່ເຂົານັ້ນ”
21 ແລະຜູ້ນຳກໍກ່າວແກ່ເຂົາທັງຫລາຍວ່າ,
“ໃຫ້ເຂົາມີຊີວິດຢູ່ເຖີດ”
ເຫດສັນນັ້ນເຂົາຈຶ່ງເປັນຄົນຕັດຟືນແລະເປັນຄົນຕັກນ້ຳໃຫ້ຊຸມນຸມຊົນ
ດັ່ງທີ່ຜູ້ນຳໄດ້ບອກເຂົາໄວ້ແລ້ວ
22 ໂຢຊວຍຈຶ່ງເອີ້ນຄົນເຫລົ່ານັ້ນມາ
ແລະທ່ານກ່າວແກ່ເຂົາວ່າ,
“ເຫດໃດເຈົ້າທັງຫລາຍຈຶ່ງຫລອກລວງເຣົາໂດຍກ່າວວ່າ
“ຂ້າພະເຈົ້າທັງຫລາຍຢູ່ຫ່າງໄກຈາກທ່ານຫລາຍ”
ໃນເມື່ອເຈົ້າທັງຫລາຍຢູ່ຖ້າມກາງເຣົາ
23 ເຈົ້າທັງຫລາຍຕ້ອງຮັບຄຳສາບແຊ່ງ
ແລະພວກເຈົ້າຈະບໍ່ຂາດທີ່ຕ້ອງເປັນທາດຢູ່
ເປັນຄົນຕັດຟືນ
ແລະເປັນຄົນຕັກນ້ຳສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າຂອງເຮົາ”
24 ເຂົາທັງຫລາຍຕອບໂຢຊວຍວ່າ,
“ເພາະເຂົາໄດ້ບອກຜູ້ຮັບໃຊ້ຂອງທ່ານຢ່າງແນ່ນອນວ່າ
ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຣັບໃຊ້ຂອງພຣະອົງໃຫ້ມອບແຜ່ນດິນນີ້ທັງຫມົດແກ່ທ່ານ
ແລະໃຫ້ທຳລາຍຊາວແຜ່ນດິນໃຫ້ພົ້ນຫນ້າທ່ານ
ເຫດສະນັ້ນຂ້າພະເຈົ້າທັງຫລາຍກໍວິຕົກຢ້ານທ່ານທັງຫລາຍຈະທຳອັນຕະຣາຍແກ່ຊີວິດຂອງຂ້າພະເຈົ້າ
ພວກຂ້າພະເຈົ້າຈຶ່ງກະທຳຢ່າງນີ້”
25 ເບິ່ງແມ໋,
ບັດນີ້ຂ້າພະເຈົ້າທັງຫລາຍຢູ່ໃນກຳມືຂອງທ່ານ
ຈົ່ງກະທຳແກ່ຂ້າພະເຈົ້າທັງຫລາຍຕາມທີ່ທ່ານເຫັນສົມຄວນເຖີດ”
26 ໂຢຊວຍຈຶ່ງກະທຳເຊັ່ນນັ້ນ
ຄືໃຫ້ເຂົາລອດຈາກມືຄົນອິສຣາເອນ
ບໍ່ໃຫ້ປະຫານຊີວິດເຂົາເສັຽ
27 ໃນວັນນັ້ນໂຢຊວຍຕັ້ງເຂົາໃຫ້ເປັນຄົນຕັດຟືນ
ແລະຄົນຕັກນ້ຳສຳລັບອິສຣາເອນ
ແລະສຳລັບແທ່ນບູຊາຂອງພຣະຜູ້ເປັນເຈົ້າສືບມາຈົນເຖິງທຸກວັນນີ້ຊຶ່ງຢູ່ໃນສະຖານທີ່ຊຶ່ງພຣະອົງຊົງເລືອກ
1
ອາໂດນີເຊເດກ
ເຈົ້າຊີວິດກຸງເຢຣູຊາເລັມໄດ້ຍິນຂ່າວວ່າ
ໂຢຊວຍຍຶດ
ແລະທຳລາຍເມືອງອາອີ
ພ້ອມທັງຂ້າເຈົ້າຊີວິດໃນເມືອງນັ້ນເຫມືອນດັ່ງໄດ້ທຳລາຍເມືອງເຢຣິໂກແລ້ວ
ທັງໄດ້ຍິນວ່າຊາວກິເບໂອນກໍທຳສັນຍາສັນຕິພາບແລະຮ່ວມມືກັບຄົນອິສຣາເອນ
2
ດ້ວຍເຫດນີ້
ປະຊາຊົນໃນກຸງເຢຣູຊາເລັມຈຶ່ງພາກັນຢ້ານຫລາຍ
ເພາະເມືອງກິເບໂອນເປັນເມືອງໃຫຍ່ເທົ່າກັບມະຫານະຄອນເມືອງນຶ່ງ
ແລະໃຫຍ່ກວ່າເມືອງອາອີອີກ
ພ້ອມທັງທະຫານກໍເປັນຄົນເກັ່ງກ້າ
3
ດັ່ງນັ້ນ
ເຈົ້າຊີວິດອາໂດນີເຊເດກຈຶ່ງຊົງຄົນໄປບອກ
ໂຮຣາມເຈົ້າຊີວິດເມືອງເຮໂບຣນ
ປີຣາມ
ເຈົ້າຊີວິດຢາຣ໌ມູທ
ຢາຟີອາ
ເຈົ້າຊີວິດລາຄິສ
ແລະເດບີຣ໌
ເຈົ້າຊີວິດເອກໂລນ
ໂດຍບອກວ່າ
4
“ຂໍໃຫ້ມາຊ່ອຍຂ້າພະເຈົ້າຕີເອົາເມືອງກິເບໂອນແດ່
ເພາະວ່າປະຊາຊົນໃນເມືອງນີ້ໄດ້ທຳສັນຍາສັນຕິພາບກັບໂຢຊວຍ
ແລະພວກອິສຣາເອນແລ້ວ”
5
ຝ່າຍເຈົ້າຊີວິດຂອງພວກອາໂມຣິດທັງຫ້າອົງນີ້
ຄືເຈົ້າເມືອງກຸງເຢຣູຊາເລັມ
ເຈົ້າເມືອງເຮໂບຣນ
ເຈົ້າເມືອງຢາຣ໌ມູທ
ເຈົ້າເມືອງລາຄິສ
ເຈົ້າເມືອງເອກໂລນ
ໄດ້ພ້ອມພາກັນຍົກກອງທັບມາອ້ອມ
ແລະເຂົ້າໂຈມຕີເມືອງກິເບໂອນ
6
ໃນເວລານັ້ນ
ຊາວກິເບໂອນກໍຟ້າວສົ່ງຄົນໄປຫາໂຢຊວຍຊຶ່ງໃນຄ້າຍທີ່ກິນການ
ໂດຍບອກວ່າ
“ຈົ່ງຟ້າວມາຊ່ອຍພວກຂ້າພະເຈົ້າໃຫ້ພົ້ນການນີ້
ເພາະວ່າເຈົ້າຊີວິດຂອງພວກອາໂມຣິດທັງຫມົດ
ຊຶ່ງຢູ່ເທິງພູຂອງປະເທດນີ້ໄດ້ພາກັນຍົກກອງທັບມາຕໍ່ສູ້ພວກຂ້າພະເຈົ້າ
ຂໍຢ່າປະຖິ້ມພວກຂ້າພະເຈົ້າຖ້ອນ”
7
ໂຢຊວຍພ້ອມທັງກອງທັບກໍພາກັນອອກຈາກ
ກິນການ
8
ພຣະຜູ້ເປັນເຈົ້າຊົງກ່າວແກ່ໂຢຊວຍວ່າ,
“ຢ່າຢ້ານເຂົາ
ເພາະວ່າເຮົາໄດ້ມອບພວກເຂົາໄວ້ໃນມືຂອງເຈົ້າແລ້ວ
ບໍ່ມີຜູ້ໃດຈະສາມາດຕໍ່ສູ້ເຈົ້າໄດ້”
9
ຫລັງຈາກນັ້ນ
ໂຢຊວຍກໍເຄື່ອນທັບອອກໄປຈາກກິນການ
ໂດຍເດີນທາງຕລອດທັງຄືນ
ແລະເຂົ້າບຸກໂຈມຕີພວກເຂົາທັນທີ
10 ພຣະຜູ້ເປັນເຈົ້າກໍຊົງທຳໃຫ້ພວກເຂົາແຕກຕື່ນກະຈັດກະຈາຍຕໍ່ຫນ້າກອງທັບຂອງພວກອິສຣາເອນ
ຝ່າຍພວກອິສຣາເອນກໍຂ້າເຂົາເປັນຈຳນວນຫລວງຫລາຍຢູ່ທີ່ເມືອງກິເບໂອນ
ແລະໄລ່ຕິດຕາມພວກທີ່ຍັງເຫລືອລົງຈາກພູທີ່ເມືອງເບັດໂຮໂຣນ
ແລ້ວໄລ່ຕິດຕາມເຂົາໄປຈົນເຖິງເມືອງອາເຊກາ
ແລະເມືອງມັກເກດາ
11 ໃນຂນະທີ່ພວກເຂົາກຳລັງຫລົບຫນີຈາກເມືອງເບັດໂຮໂຣນ
ໄປສູ່ເມືອງອາເຊກາ
ພຣະຜູ້ເປັນເຈົ້າຊົງທຳໃຫ້ຫມາກເຫັບໃຫຍ່ຈາກທ້ອງຟ້າຕົກລົງມາຖືກເຂົາຕາຍ
ພວກທີ່ຕາຍຍ້ອນຫມາກເຫັບຕົກຖືກນັ້ນມີຫລາຍກວ່າພວກທີ່ຕາຍຍ້ອນດາບຂອງພວກອິສຣາເອນ
12 ໃນວັນທີ່ພຣະຜູ້ເປັນເຈົ້າຊົງທຳໃຫ້ພວກອິສຣາເອນຊະນະພວກອາໂມຣິດນັ້ນ
ໂຢຊວຍກາບທູນພຣະຜູ້ເປັນເຈົ້າຕໍ່ຫນ້າອິສຣາເອນວ່າ,
“ດວງຕາເວັນເອີຍ
ຈົ່ງຢຸດຢູ່ເມືອງກິເບໂອນ
ດວງເດືອນເອີຍ
ຈົ່ງຢຸດຢູ່ລະຫວ່າງຮ່ອມພູອັຍຢາໂລນ”
13 ແລ້ວຕາເວັນ
ແລະດວງເດືອນກໍຢຸດຢູ່ບ່ອນດັ່ງກ່າວ
ຈົນເຖິງຄົນໃນຊາດນັ້ນໄດ້ຜາບແພ້ສັດຕຣູ
ເຣື່ອງນີ້ບໍ່ໄດ້ບັນທຶກໄວ້ໃນປື້ມຜູ້ຊອບທັມຢາຊາຣ໌ຫລື
ແລະຕາເວັນນັ້ນໄດ້ຢຸດຢູ່ກາງທ້ອງຟ້າໂດຍບໍ່ໄດ້ຕົກຈົນຄົບນຶ່ງວັນ
14 ນັບຕັ້ງແຕ່ກ່ອນຕລອດມາເຖິງດຽວນີ້
ບໍ່ເຄີຍມີວັນນຶ່ງວັນໃດທີ່ພຣະຜູ້ເປັນເຈົ້າໄດ້ຟັງຄວາມຂອງມະນຸດດັ່ງວັນນັ້ນ
ເຫດວ່າພຣະອົງຊົງທຳເສິກຢູ່ນຳຝ່າຍພວກອິສຣາເອນ
15 ຫລັງຈາກນັ້ນ
ໂຢຊວຍທັງກອງທັບກໍກັບຄືນສູ່ຄ້າຍທີ່ກິນການ
16 ເຈົ້າເມືອງທັງຫ້ານັ້ນຫນີໄປຫລົບລີ້ຢູ່ໃນຖ້ຳມັກເກດາ
17 ມີຄົນໄປບອກໂຢຊວຍວ່າ,
“ມີຄົນພົບເຈົ້າເມືອງທັງຫ້າລີ້ຊ່ອນຕົວຢູ່ໃນຖ້ຳທີ່ມັກເກດາ”
18 ໂຢຊວຍຈຶ່ງກ່າວວ່າ,
“ຈົ່ງກີ້ງກ້ອນຫີນໃຫຍ່ປິດປາກຖ້ຳເສັຽ
ແລະວາງຍາມໃຫ້ເຝົ້າຮັກສາໄວ້
19 ແຕ່ທ່ານທັງຫລາຍຢ່າຄອຍຢູ່ເລີຍຈົ່ງຕິດຕາມສັດຕຣູຂອງທ່ານເຖີດ
ຈົ່ງເຂົ້າໂຈມຕີກອງລະວັງຫລັງຢ່າໃຫ້ກັບເຂົ້າໃນເມືອງຂອງເຂົາໄດ້
ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ
ໄດ້ມອບເຂົາທັງຫລາຍໄວ້ໃນມືຂອງທ່ານແລ້ວ”
20 ເມື່ອໂຢຊວຍກັບອິສຣາເອນຂ້າພວກເຫລົ່າເປັນຈຳນວນຫລວງຫລາຍຫມົດແລ້ວ
ສ່ວນຜູ້ທີ່ເຫລືອຢູ່ກໍຫນີກັບເຂົ້າໄປໃນເມືອງທີ່ມີກຳແພງລ້ອມ
21 ປະຊາຊົນທັງປວງກໍກັບມາຫາໂຢຊວຍໃນຄ້າຍທີ່ມັກເກດາ
ໂດຍສວັດດີພາບທຸກຄົນ
ຢູ່ໃນດິນແດນນັ້ນບໍ່ມີຜູ້ໃດກ້າຕໍ່ຕ້ານອິສຣາເອນໄດ້
22