| Jonah |
|
![]() |
|
1
ພຣະຜູ້ເປັນເຈົ້າຊົງບອກໂຢນາວ່າ,
2
ຈົ່ງຕຽມຕົວໄປຍັງມະຫານະຄອນນິເນເວ
ເພື່ອຕັກເຕືອນໃຫ້ຊາວນະຄອນນັ້ນຮູ້ວ່າ
ເຮົາຮູ້ເຫັນຄວາມປະພຶດຊົ່ວຂອງເຂົາແລ້ວ
3
ແຕ່ແທນທີ່ໂຢນາຈະປະຕິບັດຕາມພຣະດໍາຣັດນັ້ນ
ທ່ານກັບຫນີໄປຍັງເມືອງຕາຣ໌ຊິດ
ເພື່ອຈະໃຫ້ພົ້ນຈາກພຣະພັກພຣະຜູ້ເປັນເຈົ້າ
ຄືທ່ານໄດ້ລົງໄປຍັງເມືອງໂຢບປາ
ທີ່ນັ້ນທ່ານໄດ້ພົບເຮືອລຳນຶ່ງທີ່ຈະແລ່ນໄປຍັງເມືອງຕາຣ໌ຊິດ
ທ່ານຈຶ່ງໄດ້ເສັຽຄ່າໂດຍສານແລະລົງໄປໃນເຮືອເດີນທາງໄປຍັງເມືອງຕາຣ໌ຊິດກັບພວກລູກເຮືອ
4
ແຕ່ພຣະຜູ້ເປັນເຈົ້າໄດ້ຊົງບັນດານໃຫ້ເກີດລົມພະຍຸໃຫຍ່ພັດຜ່ານທະເລ
ຈົນເຮືອລຳນັ້ນເກືອບແຕກຈົມລົງ
5
ບັນດາພວກລູກເຮືອເກີດຄວາມຕົກໃຈ
ຕ່າງຄົນຈຶ່ງຮ້ອງຂໍໃຫ້ຄຸນພຣະຄຸນເຈົ້າຂອງພວກເຂົາມາຊ່ອຍເຫລືອ
ແລະຕ່າງຄົນກໍຂົນສິນຄ້າທີ່ບັນທຸກມານັ້ນຖິ້ມລົງທະເລ
ເພື່ອໃຫ້ເຮືອເບົາລົງ
ສ່ວນໂຢນາໄດ້ລົງໄປນອນຫລັບຢູ່ໃນທ້ອງເຮືອ
6
ນາຍເຮືອຈຶ່ງລົງໄປຫາທ່ານ
ແລະເວົ້າວ່າ,
ເປັນຫຍັງເຈົ້າຈຶ່ງຍັງນອນຫລັບຢູ່?
ຈົ່ງລຸກຂຶ້ນມາຮ້ອງຫາຄຸນພຣະຄຸນເຈົ້າຂອງເຈົ້າໃຫ້ຊ່ອຍ
ບາງທີ່ພຣະເຈົ້າຈະຊົງພຣະກະຣຸນາ
ແລະພວກເຮົາກໍຈະບໍ່ຕາຍ
7
ຕໍ່ມາ
ພວກລູກເຮືອໄດ້ຊັກຊວນກັນຈົກສະຫລາກ
ເພື່ອຢາກຈະຮູ້ວ່າໃຜເປັນຕົ້ນເຫດໃຫ້ເກີດໄພອັນຕະຣາຍນີ້
ທຸກຄົນຈຶ່ງເຫັນດີ
ເມື່ອຈົກສະຫລາກຂຶ້ນມາກໍຖືກຊື່ໂຢນາ
8
ພວກເຂົາຈຶ່ງຖາມໂຢນາວ່າ,
ບັດນິ້ ຂໍຈົ່ງບອກໃຫ້ພວກເຮົາຮູ້ວ່າ
ແມ່ນໃຜເປັນຕົ້ນເຫດໃນການນິ້?
ເຈົ້າມາຈາກໃສ?
ເປັນຄົນຊາດໃດ?
ປະເທດຂອງເຈົ້າຊື່ຫຍັງ?
ແລະເຈົ້າມານິ້ເພື່ອມີກິດທຸຣະຫຍັງ?
9
ທ່ານໄດ້ຕອບວ່າ,
ຂ້າພະເຈົ້າເປັນຄົນຊາດເຮັບເຣິ
ທີ່ນັບຖືພຣະຜູ້ເປັນເຈົ້າຜູ້ສະຖິດຢູ່ຟ້າສວັນ
ຜູ້ຊົງທະເລແລະແຜ່ນດິນ
10 ພໍໂຢນາເວົ້າດັ່ງນັ້ນ
ພວກລູກເຮືອກໍຕົກໃຈຢ່າງໃຫຍ່
ຈຶ່ງເວົ້າໃສ່ທ່ານວ່າ,
ເປັນຫຍັງເຈົ້າຈຶ່ງເຮັດຜິດຢ່າງໃຫຍ່ຫລວງປານນິ້?
(ການທີ່ເວົ້າຢ່າງນີ້ກໍເພາະເຂົາຮູ້ແລ້ວ
ເຣື່ອງທີ່ເຂົາໄດ້ຫນີຈາກພຣະພັກພຣະຜູ້ເປັນເຈົ້າ)
11 ເມື່ອລົມພະຍຸພັດແຮງຂຶ້ນເລື້ອຍໆ
ພວກລູກເຮືອກໍຖາມໂຢນາວ່າ,
ເຮົາຈະເຮັດແນວໃດກັບເຈົ້າ
ລົມພະຍຸຈຶ່ງຈະສງົບລົງ?
12 ໂຢນາຕອບວ່າ,
ໃຫ້ຈັບຂ້າພະເຈົ້າຖີ້ມລົງທະເລເສັຽ
ແລ້ວລົມພະຍຸກໍຈະສງົບລົງເພາະຂ້າພະເຈົ້າຮູ້ຢູ່ແລ້ວວ່າ
ແມ່ນຂ້າພະເຈົ້າເອງເປັນຕົ້ນເຫດທີ່ພາໃຫ້ເກີດລົມຮ້າຍ
13 ພວກລູກເຮືອໄດ້ພ້ອມກັນພາຍເຮືອເຂົ້າມາຝັ່ງຢ່າງເຕັມກຳລັງແຕ່ບໍ່ສຳເຣັດ
ເພາະລົມພະຍຸຍິ່ງພັດແຮງຂຶ້ນເລື້ອຍໆ
14 ເມື່ອເປັນດັ່ງນັ້ນ
ພວກລູກເຮືອກໍຮ້ອງໄຫວ້ວອນຕໍ່ພຣະຜູ້ເປັນເຈົ້າວ່າ,
ຂ້າແດ່ພຣະຜູ້ເປັນເຈົ້າ
ໃນການທີ່ຈະຂ້າຄົນຜູ້ນີ້
ຂໍພຣະອົງຢ່າລົງໂທດພວກຂ້າພຣະອົງເຖິງຕາຍທ້ອນ
ດ້ວຍເຫດວ່າພຣະອົງເອງທີ່ສຳແດງໃຫ້ພວກຂ້າພຣະອົງເຮັດແນວນິ້
15 ແລ້ວພວກເຂົາກໍຈັບໂຢນາຖິ້ມລົງນ້ຳທະເລ
ຄວາມປັ່ນປ່ວນໃນນ້ຳທະເລກໍສງົບທັນທີ
16 ເມື່ອເຫັນດັ່ງນັ້ນ
ພວກເຂົາກໍຢ້ານກົວພຣະຜູ້ເປັນເຈົ້າຫລາຍທີ່ສຸດ
ຈຶ່ງພ້ອມກັນນ້ອມຖວາຍເຄື່ອງບູຊາ
ແລະກ່າວວຄຳປະຕິຍານຕົນຕໍ່ພຣະອົງ
17 ຝ່າຍພຣະຜູ້ເປັນເຈົ້າຈຶ່ງຊົງສັ່ງປາໃຫຍ່ໃຫ້ກືນກິນໂຢນາ
ເຂົາຈຶ່ງຢູ່ໃນທ້ອງປານັ້ນເປັນເວລາສາມວັນສາມຄືນ
1
ໃນຂນະທີ່ໂຢນາຢູ່ໃນທ້ອງປານັ້ນ
ທ່ານໄດ້ກ່າວຂອບພຣະຄຸນພຣະຜູ້ເປັນເຈົ້າຂອງທ່ານວ່າ,
2
ຂ້າແດ່ພຣະຜູ້ເປັນເຈົ້າ
ໃນຄາວຂ້າພຣະອົງຖືກທໍຣະມານ
ຂ້າພຣະອົງໄດ້ຮ້ອງຂໍໃຫ້ພຣະອົງຊ່ອຍ
ແລະພຣະອົງກໍຊົງຕອບຂ້າພຣະອົງ
ຂ້າພຣະອົງຂໍ
ຄວາມຊ່ອຍເຫລືອຈາກບ່ອນເລິກໃນພິພົບຄົນຕາຍ
ພຣະອົງຊົງໄດ້ຍິນສຽງຂອງຂ້າພຣະອົງ
3
ພຣະອົງຊົງໂຍນຂ້າພຣະອົງລົງໄປ
ເຖິງພື້ນທະເລເລິກ
ຢູ່ທີ່ນັ້ນນ້ຳໄດ້ຖ້ວມຂ້າພຣະອົງ
ຄື້ນອັນຮ້າຍແຮງທັງປວງຂອງພຣະອົງໄດ້ຕີກະທົບຂ້າພຣະອົງແລ້ວ
4
ຂ້າພຣະອົງຈຶ່ງທູນວ່າ
ຂ້າພຣະອົງຖືກປັດເຂັ່ຽອອກຈາກພຣະພັກຂອງພຣະອົງ
ຂ້າພຣະອົງຈະບໍ່ເຫັນພຣະວິຫານສັກສິດຂອງພຣະອົງອີກ
5
ນ້ຳໄດ້ຖ້ວມຂ້າພຣະອົງແລະຂ້າພຣະອົງຫາຍໃຈບໍ່ໄດ້
ນ້ຳທະເລໄດ້ໂອບຕົວຂ້າພຣະອົງຫມົດສິ້ນແລະເທົາກໍພັນຫົວຂ້າພຣະອົງຢູ່
6
ຂ້າພຣະອົງໄດ້ລົງເຖິງຕີນພູ
ລົງໄປເຖິງດິນບ່ອນມີປະຕູອັດໄວ້ຕລອດໄປ
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ
ແຕ່ພຣະອົງຊົງນຳຂ້າພຣະອົງຂຶ້ນມາຈາກບ່ອນເລິກນັ້ນໂດຍຍັງມີຊີວິດຢູ່
7
ຂ້າແດ່ພຣະຜູ້ເປັນເຈົ້າ
ເມື່ອຊີວິດຂອງຂ້າພຣະອົງສະຫລົບໄປ
ຂ້າພຣະອົງກໍລະນຶກເຖິງພຣະອົງ
ແລະຄຳອ້ອນວອນຂອງຂ້າພຣະອົງກໍມາເຖິງພຣະອົງເຂົ້າສູ່ພຣະວິຫານສັກສິດຂອງພຣະອົງ
8
ຄົນທັງຫລາຍທີ່ຂາບໄຫວ້ຮູບພຣະອັນບໍ່ມີປໂຍດ
ໄດ້ປະຖີ້ມຄວາມຈົ່ງຮັກພັກດີທີ່ມີຕໍ່ພຣະອົງເສັຽ
9
ແຕ່ຂ້າພຣະອົງຈະຮ້ອງເພງສັຣເສີນພຣະອົງ
ຂ້າພຣະອົງຈະຖວາຍສັຕບູຊາແດ່ພຣະອົງ
ຈະກະທຳຕາມສິ່ງທີ່ຂ້າພຣະອົງໄດ້ສັນຍາໄວ້
ຄວາມລອດພົ້ນມາຈາກພຣະຜູ້ເປັນເຈົ້າ
10 ແລ້ວພຣະຜູ້ເປັນເຈົ້າຊົງສັ່ງໃຫ້ປາໃຫຍ່ໂຕນັ້ນຂຶ້ນມາຄາຍໂຢນາໄວ້ແຄມຫາດຊາຍ
1
ຕໍ່ມາ
ພຣະຜູ້ເປັນເຈົ້າຊົງບອກໂຢນາອີກວ່າ,
2
ຈົ່ງຕຽມຕົວໄປຍັງມະຫານະຄອນນິເນເວ
ເພື່ອປະກາດໃຫ້ຊາວນະຄອນນັ້ນຮູ້ຖ້ອຍຄຳທີ່ເຮົາໄດ້ບອກເຈົ້າ
3
ໃນເທື່ອນິ້ໂຢນາໄດ້ທຳຕາມພຣະຜູ້ເປັນເຈົ້າຊົງສັ່ງ
ຄືໄດ້ຕຽມຕົວອອກເດີນທາງໄປຍັງມະຫານະຄອນນິເນເວທັນທີ
ນະຄອນນິ້ເປັນເມືອງໃຫຍ່ຫລາຍ
ຕ້ອງໃຊ້ເວລາຍ່າງເຖິງສາມວັນຈຶ່ງຈະພົ້ນຕົວເມືອງ
4
ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນນະຄອນນັ້ນເປັນລະຍະທາງນຶ່ງວັນ
ແລ້ວໄດ້ຮ້ອງປະກາດວ່າ,
ອີກສີ່ສິບວັນ
ນະຄອນນິເນເວກໍຈະຖືກທຳລາຍ
5
ປະຊາຊົນຊາວນະຄອນນິເນເວກໍເຊື່ອຟັງພຣະເຈົ້າ
ພວກເຂົາໄດ້ປະກາດໃຫ້ທຸກໆຄົນທັງຄົນຊັ້ນສູງແລະຄົນຊັ້ນຕ່ຳ
ອົດອາຫານແລະນຸ່ງຫົ່ມເຄື່ອງໄວ້ທຸກ
ເພື່ອເປັນການສະແດງວ່າ
ເຂົາທັງຫມົດໄດ້ເຊື່ອຟັງພຣະເຈົ້າແລ້ວ
6
ເມື່ອກະສັດນະຄອນນິເນເວຊົງຊາບເຫດການນິ້
ກໍຊົງລຸກຂຶ້ນຈາກບັນລັງ
ຊົງແກ້ເຄື່ອງນຸ່ງອອກ
ຊົງໃສ່ເຄື່ອງນຸ່ງໄວ້ທຸກແທນ
ແລະຊົງນັ່ງເທິງຂີ້ເຖົ່າໄຟ
7
ແລ້ວພຣະອົງໄດ້ມີພຣະຣາຊດຳຣັດປະກາດໃຫ້ຊາວນະຄອນນິເນເວຊາບທົ່ວເຖິງກັນວ່າ,
ໃນນາມກະສັດແລະຄະນະຣາຊມົນຕຣີ
ເຮົາຂໍປະກາດຫ້າມບໍ່ໃຫ້ປະຊາຊົນແລະສັດກິນ
ຫລືດື່ມສິ່ງໃດໆທັງຫມົດ
8
ທັງຄົນແລະສັດຈະຕ້ອງໄວ້ທຸກ
ໃຫ້ທຸກຄົນຕັ້ງຈິດຕັ້ງໃຈອ້ອນວອນພຣະເຈົ້າ
ໃຫ້ເລີກປະພຶດຊົ່ວແລະອາດຈະຊົງເຊົາພຣະພິໂຣດອັນຮ້າຍແຮງ
ແລ້ວພວກເຮົາກໍຈະບໍ່ຕາຍ
9
ຕໍ່ມາ
ພຣະເຈົ້າໄດ້ຊົງເຫັນຊາວນະຄອນນິເນເວເລີກປະພຶດຊົ່ວ
ພຣະອົງຈຶ່ງຊົງປ່ຽນພຣະທັຍ
ແລະບໍ່ຊົງລົງໂທດເຂົາຕາມທີ່ໄດ້ຊົງສັນຍາໄວ້
1
ໂຢນາຄຽດ
ແລະບໍ່ພໍໃຈທີ່ພຣະເຈົ້າຊົງປ່ຽນພຣະທັຍ
2
ທ່ານໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ,
ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຂໍທູນພຣະອົງວ່າ
ເມື່ອຄາວຍັງຢູ່ໃນບ້ານເມືອງຕົນເອງ
ຂ້າພຣະອົງໄດ້ເວົ້າແລ້ວແມ່ນບໍ່ວ່າພຣະອົງຈະປ່ຽນພຣະທັຍ?
ສະນັ້ນຂ້າພຣະອົງຈຶ່ງຢາກຫນີໄປຍັງເມືອງຕາຣ໌ຊິດເສັຽ
ເພາະຂ້າພຣະອົງຮູ້ດີວ່າ
ພຣະອົງເປັນພຣະເຈົ້າຜູ້ປະກອບໄປດ້ວຍພຣະມະຫາກະຣຸນາທິຄຸນ
ແລະເມດຕາປານີ
ບໍ່ຄ່ອຍຊົງພິໂຣດຊົງພ້ອມຢູ່ສເມີທີ່ຈະປ່ຽນພຣະທັຍແລະບໍ່ລົງໂທດຜູ້ໃດ
3
ຂ້າແດ່ພຣະຜູ້ເປັນເຈົ້າ
ບັດນິ້ຂໍພຣະອົງຊົງເອົາຊີວິດຂອງຂ້າພຣະອົງໄປເສັຽເທີນ
ເພາະຂ້າພຣະອົງຢາກຈະຕາຍເສັຽດີກວ່າຈະມີຊີວິດຢູ່ຕໍ່ໄປ
4
ພຣະຜູ້ເປັນເຈົ້າຊົງຕອບໂຢນາວ່າ,
ການທີ່ເຈົ້າຄຽດນັ້ນ
ມັນຖືກຕ້ອງແລ້ວຫລື?
5
ຄັນແລ້ວ
ໂຢນາໄດ້ອອກໄປນັ່ງຢູ່ທາງທິດຕາເວັນອອກຂອງນະຄອນ
ຢູ່ທີ່ນັ້ນ
ທ່ານໄດ້ປຸກຕູບຂື້ນຫລັງນຶ່ງ
ເພື່ອຢູ່ຄອຍເບິ່ງວ່າຈະມີເຫດການອັນໃດເກີດຂຶ້ນແກ່ມະຫານະຄອນນິ້
6
ຝ່າຍພຣະຜູ້ເປັນເຈົ້າຊົງສັ່ງໃຫ້ກົກຫມາກຫຸ່ງເທດເກີດຂຶ້ນໃກ້ໆຕູບໂຢນາ
ເພື່ອທ່ານຈະໄດ້ອາໄສຮົ່ມ
ແລະເພື່ອບັນເທົາທຸກບໍ່ໃຫ້ອຸກໃຈ
ທ່ານດີໃຈຫລາຍທີ່ສຸດນຳກົກຫມາກຫຸ່ງນິ້
7
ແຕ່ໃນຕອນເຊົ້າວັນຕໍ່ມາ
ພຣະເຈົ້າໄດ້ຊົງສັ່ງໃຫ້ດ້ວງມາກັດກົກຫມາກຫຸ່ງນັ້ນ
ແລະມັນໄດ້ຫ່ຽວແຫ້ງຕາຍໄປ
8
ພໍຕາເວັນຂຶ້ນ
ພຣະເຈົ້າກໍຊົງສັ່ງໃຫ້ລົມຮ້ອນພັດມາແຕ່ທາງຕາເວັນອອກ
ຄວາມຮ້ອນຂອງແສງແດດໄດ້ແຜດເຜົາໂຢນາຈົນສະຫລົບໄປ
ທ່ານຈຶ່ງເວົ້າວ່າ,
ຂ້າພຣະອົງຢາກຈະຕາຍເສັຽດີກວ່າຈະມີຊີວິດຢູ່
9
ພຣະເຈົ້າຊົງຖາມໂຢນາວ່າ,
ການທີ່ເຈົ້າຄຽດຮ້າຍກົກຫມາກຫຸ່ງນັ້ນ
ມັນຖືກຕ້ອງແລ້ວຫລື?
ໂຢນາໄດ້ທູນຕອບວ່າ,
ການທີ່ຂ້າພຣະອົງຄຽດຈົນກັບຢາກຕາຍນັ້ນກໍຖືກຕ້ອງແລ້ວ
10 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
ກົກຫມາກຫຸ່ງນິ້
ເຈົ້າບໍ່ໄດ້ລົງແຮງປູກ
ມັນເກີດຂຶ້ນເອງໃນຄືນດຽວ
ແລ້ວກໍຫ່ຽວແຫ້ງຕາຍໄປໃນຄືນດຽວ
ເຈົ້າກໍຍັງຄຶດຮອດມັນຢູ່
11 ເມື່ອເປັນດັ່ງນີ້
ເຮົາຈະບໍ່ສົງສານມະຫານະຄອນນິເນເວຫລື
ຊຶ່ງມີເດັກນ້ອຍທີ່ບໍ່ຮູ້ດຽງສາກວ່າແສນສອງຫມື່ນຄົນ
ແລະມີສັດລ້ຽງເປັນຈຳນວນຫລາຍອີກດ້ວຍ