| Joel |
|
![]() |
|
ພຣະທັມໂຢເອນ
1
ພຣະຄໍາຂອງພຣະຜູ້ເປັນເຈົ້າທີ່ຊົງກ່າວຕໍ່ໂຢເອນ
ບຸດຊາຍຂອງເປທູເອນມີດັ່ງນີ້:
2
ພວກຜູ້ເຖົ້າທັງຫລາຍ
ແລະທຸກຄົນໃນແຜ່ນດິນຢູດາຈົ່ງຟັງທ້ອນ
ສິ່ງເຫລົ່ານິ້ເຄີຍເກີດຂຶ້ນໃນແຜ່ນດິນຂອງພວກເຈົ້າ
ຫລືໃນສະໄຫມບັນພະບຸຣຸດຂອງພວກເຈົ້າບໍ່?
3
ຈົ່ງເລົ່າເຣື່ອງຕໍ່ໄປນິ້ໃຫ້ລູກຂອງພວກເຈົ້າຮູ້
ເພື່ອພວກເຂົາຈະບອກລູກຂອງເຂົາ
ແລະລູກຂອງເຂົາກໍຈະເລົ່າຕໍ່ໄປໃນພາຍຫນ້າ
4
ພືດຜົນທີ່ເຫລືອຈາກຕັກແຕນກິນ
ພວກແມງໄມ້ທັງຫລາຍກໍກິນຊ້ຳ
5
ພວກຂີ້ເຫລົ້າເອີຍ,
ຈົ່ງຕື່ນຂຶ້ນຮ້ອງໄຫ້
ນັກດື່ມເຫລົ້າອະງຸ່ນເອີຍ,
ຈົ່ງຮ້ອງຄາງເດີ
ເພາະວ່າຫມາກອະງຸ່ນສຳລັບເຮັດເຫລົ້າຖືກທໍາລາຍຫມົດແລ້ວ
6
ດ້ວຍວ່າກອງທັບຕັກແຕນໄດ້ໂຈມຕີແຜ່ນດິນຂອງເຣົາ
ພວກມັນມີກຳລັງຫລາຍແລະນັບຈຳນວນບໍ່ຖ້ວນ
ແຂ້ວຂອງມັນກໍແຫລມຄົມເຫມືອນແຂ້ວສິງ
7
ມັນໄດ້ທຳລາຍກົກອະງຸ່ນແລະກົກເດື່ອຂອງເຮົາ
ໄດ້ກັດກິນກາບຫມົດ
ຈົນກິ່ງກ້ານຫລ້ອນແກກແຊກ
8
ປະຊາຊົນເອີຍ,
ຈົ່ງຮ້ອງໄຫ້ເຫມືອນຍິງສາວຮ້ອງໄຫ້
ນຳການຕາຍຂອງຊາຍຜູ້ເປັນຜົວ
9
ຝ່າຍປະໂຣຫິດຜູ້ຖວາຍບູຊາແດ່ພຣະຜູ້ເປັນເຈົ້າ
ຈົ່ງໂສກເສົ້າທ້ອນ
ເພາະວ່າໃນວິຫານບໍ່ມີເຂົ້າ
ຫລືເຫລົ້າອະງຸ່ນຖວາຍເລີຍ
10 ທົ່ງນາກໍແປນເປົ່າ
ແຜ່ນດິນກໍງຽບເຫງົາ
ເພາະວ່າເຂົາຖືກທຳລາຍ
ກົກອະງຸ່ນແລະກົກຫມາກກອກເທດກໍຫ່ຽວແຫ້ງ
11 ຊາວນາທັງຫລາຍເອີຍ,
ຈົ່ງໂສກເສົ້າທ້ອນ
ຜູ້ເຝົ້າສວນອະງຸ່ນເອີຍ,
ຈົ່ງຮ້ອງໄຫ້ເດີ
ເພາະວ່າເຂົ້າບເລ
ເຂົ້າເດື່ອຍ
ແລະພືດຜົນທັງປວງຖຶກທຳລາຍຫມົດກ້ຽງ
12 ກົກອະງຸ່ນກໍຫ່ຽວຕາຍ
ກົກເດື່ອກໍຮ່ວງໂຮຍ
ກົກຫມາກພິລາ
ກົກຫມາກພລັມ
ກົກຫມາກໂປມ
ແລະກົກໄມ້ທັງປວງໄດ້ຫ່ຽວແຫ້ງຕາຍໄປ
ຄວາມມ່ວນຊື່ນຂອງຄົນທັງຫລາຍກໍສູນຫາຍໄປດ້ວຍ
13 ປະໂຣຫິດຜູ້ຖວາຍບູຊາ
ແລະຮັບໃຊ້ເທິງແທ່ນຂອງພຣະຜູ້ເປັນເຈົ້າເອີຍ,
ຈົ່ງນຸ່ງເຄື່ອງໄວ້ທຸກເຂົ້າໄປຮ້ອງໄຫ້ໃນວິຫານຕລອດຄືນ
ໃນພຣະວິຫານແຫ່ງພຣະເຈົ້າຂອງເຈົ້າ
ບໍ່ມີເຂົ້າແລະເຫລົ້າອະງຸ່ນຖວາຍເລີຍ
14 ຈົ່ງຈັດແຈ່ງທຳພິທີອົດອາຫານ
ໃຫ້ເອີ້ນກັນມາຊຸມນຸມເພື່ອຂາບໄຫວ້ພຣະເຈົ້າ
ຈົ່ງເຕົ້າໂຮມບັນດາຜູ້ນຳ
ແລະຊາວຢູດາທັງປວງເຂົ້າໄປຍັງພຣະວິຫານແຫ່ງພຣະຜູ້ເປັນເຈົ້າຂອງເຈົ້າ
ແລ້ວຮ້ອງຂໍຕໍ່ພຣະອົງທ້ອນ
15 ວັນຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາແລ້ວ
ຜູ້ຊົງຣິດທານຸພາບຈະມາທຳລາຍໃນວັນນັ້ນ
ຈະເປັນວັນໂຫດຮ້າຍທີ່ສຸດ
16 ພືດຜົນລະປູກກໍຖືກທຳລາຍໄປຕໍ່ຫນ້າຕໍ່ຕາພວກເຮົາ
ຄວາມມ່ວນຊື່ນບໍ່ມີເລີຍໃນວິຫານແຫ່ງພຣະເຈົ້າຂອງເຮົາ
17 ເມັດພືດກໍແຫ້ງຕາຍຢູ່ໃນດິນແກ່ນ
ໃນຍຸ້ງສາງບໍ່ມີເຂົ້າເລີຍ
ເລົ້າເປົ່າກໍຖືກທຳລາຍເສັຽຫາຍຫມົດ
18 ຝູງແກະກໍຫິວໂຫຍ
ແລະງົວຄວາຍກໍຮ້ອງຄາງ
ຝູງສັດລ້ຽງກໍສັບສົນວຸ້ນວາຍ
ເພາະວ່າບໍ່ມີຫຍັງຈະກິນ
ຝູງແກະກໍເປັນທຸກດ້ວຍ
19 ຂ້າແດ່ພຣະຜູ້ເປັນເຈົ້າ
ຂ້າພຣະອົງຮ້ອງທູນພຣະອົງ
ເພາະວ່າທົ່ງຫຍ້າແລະກົກໄມ້ໄດ້ຫ່ຽວແຫ້ງຕາຍໄປ
ເປັນເຫມືອນກັບວ່າໄຟໄດ້ເຜົາຜານພວກມັນ
20 ແມ່ນແຕ່ສັດປ່າກໍຮ້ອງທູນພຣະອົງດ້ວຍ
ເພາະວ່ານ້ຳໃນຫ້ວຍໄດ້ແຫ້ງຫມົດໄປ
ແລະຫຍ້າໃນທົ່ງກໍຖືກໄຟໄຫມ້ຫມົດ
1
ຈົ່ງເປົ່າແກປຸກຢູ່ພູຊີໂອນ
ເທິງຈອມພູສັກສິດຂອງພຣະເຈົ້າ
ຊາວຢູດາທັງປວງຈະຢ້ານສັ່ນ
ເພາະວ່າວັນຂອງພຣະຜູ້ເປັນເຈົ້າກຳລັງມາໃກ້ແລ້ວ
2
ວັນນີ້ຈະມືດແລະເປັນທຸກ
ຈະມີເມກຫນາແລະດຳມືດ
ຕັກແຕນໄດ້ບຸກໄປຂ້າງຫນ້າເຫມືອນກອງທັບໃຫຍ່
ເຫມືອນແສງຕາເວັນໃນຕອນເຊົ້າສ່ອງແສງໄປຕາມພູ
ບໍ່ເຄີຍມີສິ່ງໃດເຫມືອນສິ່ງນີ້ມາກ່ອນ
ແລະຈະບໍ່ມີຢ່າງນິ້ອີກຈັກເທື່ອ
3
ມັກກິນເຄື່ອງປູກຈົນກ້ຽງເຫມືອນໄປເຜົາຜານແຜ່ນດິນເບື້ອງຫນ້າຂອງມັນເປັນເຫມືອນສວນເອເດນ
ແຕ່ເບື້ອງຫລັງເປັນດິນເປົ່າແປນ
ບໍ່ມີຫຍັງຫນີພົ້ນມັນໄປໄດ້
4
ຮູບຮ່າງຂອງມັນເຫມືອນມ້າ
ມັນແລ່ນເຫມືອນມ້າຮົບແລ່ນ
5
ເມື່ອມັນທະຍານເຕັ້ນຢູ່ເທິງຈອມພູ
ມີສຽງດັງເຫມືອນສຽງຣົດຮົບ
ຫລືເຫມືອນສຽງໄຟໄຫມ້ຕໍເຟືອງໃນທົ່ງນາ
ມັນມາເປັນແຖວເຫມືອນກອງທັບໃຫຍ່ຕຽມເຂົ້າສນາມຮົບ
6
ທຸກໆຄົນຢ້ານກົວຈົນຫນ້າຊີດ
ເມື່ອມັນມາໃກ້
7
ພວກມັນບຸກໂຈມຕີເຫມືອນນັກຮົບປີນກຳແພງເຫມືອນທະຫານ
ຕ່າງກໍເດີນໄປເປັນຖັນແຖວ
8
ຫລືບໍ່ກີດກັນທາງເດີນຊຶ່ງກັນແລະກັນ ມັນບຸກຜ່ານແນວປ້ອງກັນບໍ່ມີການຢຸດຢັ້ງ
9
ມັນກະໂດດເຂົ້າໄປໂຈມຕີເມືອງແລ່ນຢູ່ເທິງກຳແພງ
ປີນຂື້ນໄປເຮືອນຊານທັງຫລາຍ
ແລະລອດປ່ອງຢ້ຽມເຂົາໄປເຫມືອນຂະໂມຍ
10 ແຜ່ນດິນແລະທ້ອງຟ້າສະທ້ານຫວັ່ນໄຫວຍ້ອນມັນ
ດວງອາທິດ
ແລະດວງຈັນດຳມືດ
ດວງດາວທັງຫລາຍບໍ່ສ່ອງແສງອີກຕໍ່ໄປ
11 ພຣະຜູ້ເປັນເຈົ້າຊົງບັນຊາກອງທັບທີ່ເຊື່ອຟັງຂອງພຣະອົງ
ກອງທັບນິ້ມີຣິດເດດແລະຈຳນວນຫລາຍ
ວັນອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າຫນ້າຢ້ານກົວຢ່າງນິ້ແຫລະ,
ແມ່ນຜູ້ໃດຫນໍຈະທົນໄດ້
ພຣະເຈົ້າຊົງເອີ້ນໃຫ້ປ່ຽນໃຈໃຫມ່
12 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ເຖິງປານນັ້ນກໍດີ
ຈົ່ງກັບໃຈເສັຽໃຫມ່ດ້ວຍຄວາມເຕັມໃຈ
ໃຫ້ກັບມາຫາເຮົາ
ແລ້ວອົດອາຫານ
ຮ້ອງໄຫ້ແລະຮ້ອງຄາງ
13 ຢ່າສະແດງຄວາມເສັຽໃຈດ້ວຍການຈີກເສື້ອຜ້າຂອງຕົນ
ແຕ່ຄວນໃຫ້ມີໃຈອຸກອັ່ງແທ້
ຈົ່ງກັບມາຫາພຣະຜູ້ເປັນເຈົ້າຂອງເຈົ້າ ພຣະອົງຊົງເຕັມປ່ຽມດ້ວຍຄວາມເມດຕາກະຣຸນາ
ຊົງອົດທົນແລະປະຕິບັດຕາມຄຳຫມັ້ນສັນຍາຂອງພຣະອົງ
ຊົງພ້ອມສເມີທີ່ຈະໃຫ້ອະພັຍບາບແລະຍົກໂທດ
14 ບາງທີ
ພຣະຜູ້ເປັນເຈົ້າຂອງເຮົາອາດຈະຊົງປ່ຽນພຣະທັຍ
ແລະຊົງອວຍພຣະພອນໃຫ້ເຮົາມີເຂົ້າປາອາຫານກິນຢ່າງສົມບູນ
ແລ້ວເຮົາກໍຈະໄດ້ຖວາຍບູຊາເຂົ້າປາອາຫານ
ແລະເຫລົ້າອະງຸ່ນແດ່ພຣະອົງ
15 ຈົ່ງເປົ່າແກເທິງພູຊີໂອນ
ເພື່ອຕຽມຕົວອົດອາຫານແລະຮຽກຊຸມນຸມຂາບໄຫວ້ພຣະເຈົ້າ
16 ຈົ່ງເຕົ້າໂຮມບັນດາປະຊາຊົນ
ໃຫ້ຈັດເອົາເຂົາເຂົ້າຮ່ວມການປະຊຸມອັນບໍຣິສຸດ
ຈົ່ງນຳພວກເຖົ້າແກ່ມາໃຫ້ເຕົ້າໂຮມພວກເດັກນ້ອຍ
ແລະເດັກອ່ອນດ້ວຍ
ແມ່ນແຕ່ຜູ້ແຕ່ງງານໃຫມ່ກໍຕ້ອງໃຫ້ອອກຈາກຫ້ອງນອນມາ
17 ພວກປະໂຣຫິດຜູ້ຮັບໃຊ້ພຣະຜູ້ເປັນເຈົ້າຢູ່ໃນວິຫານລະຫວ່າງປະຕູ
ແລະແທ່ນບູຊາ
ຕ້ອງຮ້ອງໄຫ້ແລະອ້ອນວອນວ່າ,
“ຂ້າແດ່ພຣະຜູ້ເປັນເຈົ້າ
ຈົ່ງສົງສານໄພ່ພົນຂອງພຣະອົງແດ່ທ້ອນ
ຂໍຢ່າໃຫ້ຊົນຊາດອື່ນດູຖູກຢຽດຫຍາມພວກຂ້າພຣະອົງ
ແລະເວົ້າເຍາະເຍີ້ຍພວກຂ້າພຣະອົງວ່າ
ພຣະເຈົ້າຂອງເຈົ້າຢູ່ໃສ?
ພຣະເຈົ້າຊົງໂຜດໃຫ້ແຜ່ນດິນອຸດົມສົມບູນຄືເກົ່າ
( ກຈກ 2:17)
18 ແລ້ວພຣະຜູ້ເປັນເຈົ້າຊົງສະແດງຄວາມເປັນຫ່ວງແຜ່ນດິນຂອງພຣະອົງ
ແລະຊົງສົງສານໄພ່ພົນຂອງພຣະອົງ
19 ພຣະອົງຕອບພວກເຂົາວ່າ,
“ບັດນິ້
ເຮົາຈະໃຫ້ພວກເຈົ້າມີເຂົ້າກິນ
ມີເຫລົ້າອະງຸ່ນ
ແລະນ້ຳມັນ
ພວກເຈົ້າຈະໄດ້ອີ່ມຫນຳສຳຣານ
ຊົນຊາດອື່ນຈະບໍ່ຫມິ່ນປມາດພວກເຈົ້າອີກຕໍ່ໄປ
20 ເຮົາຈະຂັບໄລ່ພວກທີ່ມາຈາກທາງເຫນືອອອກໄປຈາກເຈົ້າ
ຈະຂັບໄລ່ພວກເຂົາບາງຄົນໄປຍັງຖິ່ນກັນດານ
ຂະບວນຫນ້າຂອງພວກເຂົາຈະຖືກໄລ່ໄປທະເລດ້ານຕາເວັນອອກ
ຂະບວນຫລັງຈະຕົກໄປທະເລດ້ານຕາເວັນຕົກ
ຊາກສົບຂອງພວກເຂົາຈະເຫມັນເນົ່າ
ເຮົາເຮັດດັ່ງນິ້ກໍເພາະພວກເຂົາໄດ້ເຮັດແກ່ເຈົ້າ
21 “ໂອ
ແຜ່ນດີນເອີຍ,
ຢ່າສູ່ຢ້ານເລີຍ
ຈົ່ງມ່ວນຊື່ນແລະຍິນດີຖ້ອນ
ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງກະທຳການຍິ່ງໃຫຍ່ສຳລັບພວກເຈົ້າແລ້ວ
22 ສັດທັງຫລາຍເອີຍ
ຢ່າສູ່ຢ້ານເລີຍ
ເພາະວ່າຫຍ້າກໍຂຽວສົດແລ້ວ
ກົກໄມ້ກໍເກີດຫມາກ
ກົກເດື່ອແລະກົກອະງຸ່ນກໍມີບໍຣິບູນ
23 ຊາວຊີໂມນເອີຍ,
ຈົ່ງຍີນດີໃນພຣະຜູ້ເປັນເຈົ້າຂອງເຈົ້າ ພຣະອົງຊົງໂຜດເທຝົນລົງມາໃຫ້ພວກເຈົ້າຖືກຕ້ອງຕາມຣະດູການ
ຄືຝົນຕົ້ນຣະດູ
ແລະປາຍຣະດູຢ່າງແຕ່ກ່ອນ
24 ໃນລານຈະມີເຂົ້າເຕັມບໍຣິບູນ
ອ່າງຢູ່ຂ້າງເຄື່ອງບີບຈະເຕັມລົ້ນດ້ວຍນ້ຳອະງຸ່ນ
ແລະນ້ຳມັນ
25 ສິ່ງທີ່ເຈົ້າສູນເສັຽໃນປີຕັກແຕນກິນເຄື່ອງປູກຂອງເຈົ້ານັ້ນ
ເຮົາຈະທົດແທນໃຫ້
ແມ່ນເຮົາເອງທີ່ສົ່ງກອງທັບຕັກແຕນນິ້ມາທຳລາຍພວກເຈົ້າ
26 ບັດນິ້
ພວກເຈົ້າຈະມີອາຫານກິນອີ່ມຫນຳສຳຣານ
ເຈົ້າຈົ່ງສັຣເສີນພຣະຜູ້ເປັນເຈົ້າຂອງເຈົ້າ
ຜູ້ຊົງເຮັດການອັດສະຈັນສຳລັບພວກເຈົ້າ
ໄພ່ພົນຂອງເຮົາຈະບໍ່ຖືກດູຖູກຢຽບຫຍາມອີກ
27 ອິສຣາເອນເອີຍ,
ແລ້ວພວກເຈົ້າຈະຮູ້ວ່າເຮົາຢູ່ຖ້າມກາງພວກເຈົ້າແລະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າຂອງພວກເຈົ້າ
ບໍ່ມີພຣະເຈົ້າອື່ນອີກນອກຈາກເຮົາ
ໄພ່ພົນຂອງເຮົາຈະບໍ່ຖືກດູຖູກຢຽບຫຍາມອີກ
ພຣະເຈົ້າຊົງປະທານພຣະວິນຍານ
28 ຫລັງຈາກນັ້ນ
ເຮົາຈະໃຫ້ຄົນທັງປວງໄດ້ຮັບພຣະວິນຍານຂອງເຮົາ
ບຸດຊາຍຍິງຂອງພວກເຈົ້າຈະປະກາດພຣະຄຳຂອງເຮົາ
ພວກຄົນເຖົ້າກໍຈະຝັນ
ແລະພວກຄົນຫນຸ່ມກໍຈະເຫັນນີມິດ
29 ໃນເວລານັ້ນ
ຄົນໃຊ້ຊາຍຍິງທັງຫລາຍ
ຈະໄດ້ຮັບພຣະວິນຍານຂອງເຮົາ
ຄຳຕັກເຕືອນກ່ຽວກັບວັນຂອງພຣະຜູ້ເປັນເຈົ້າ
30 ເຮົາຈະເຮັດການອັດສະຈັນໃນທ້ອງຟ້າແລະແຜ່ນດິນ
ຄືຈະມີເລືອດ
ມີໄຟ
ແລະຄວັນເມກ
31 ດວງອາທິດຈະດຳມືດ
ດວງຈັນຈະກາຍເປັນສີແດງເຫມືອນເລືອດ
ກ່ອນວັນອັນຍິ່ງໃຫຍ່
ແລະຫນ້າຢ້ານຂອງພຣະຜູ້ເປັນເຈົ້າມາເຖິງ
32 ແຕ່ຄົນທັງປວງທີ່ຮ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າຈະປອດພັຍ
ດັ່ງທີ່ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ຈະມີຜູ້ພົ້ນໄດ້ເທິງພູຊີໂອນ
ແລະໃນກຸງເຢຣູຊາເລັມ
ຄົນເຫລົ່ານິ້ທີ່ພຣະຜູ້ເປັນເຈົ້າຊົງເລືອກຈະລອດພົ້ນໄດ້”
1
ໃນເວລານັ້ນ
ເຮົາຈະທຳໃຫ້ຊົນຊາດຢູດາ
ແລະເຢຣູຊາເລັມອຸດົມສົມບູນ
2
ເຮົາຈະເຕົ້າໂຮມຊົນຊາດທັງປວງ
ແລະນຳເຂົາໄປຍັງຮ່ອມພູເຢໂຣຊາຟັດ
ເພື່ອພິພາກສາເຂົາໃນທີ່ນັ້ນ
ເພາະວ່າເຂົາທັງປວງໄດ້ທຳຕໍ່ໄພ່ພົນຂອງເຮົາ
ເຂົາໄດ້ທຳໃຫ້ຊາວອິສຣາເອນກະຈັດກະຈາຍໄປໃນຕ່າງປະເທດ
ແລະໄດ້ແບ່ງແຜ່ນດິນອິສຣາເອນຂອງເຮົາ
3
ພວກເຂົາໄດ້ຈົກສະຫລາກເອົາພວກຊະເລີຍໄປຂາຍ
ແລະຂາຍເດັກຊາຍຍິງໄປເປັນທາດ
ເພື່ອເອົາເງິນມາກິນເຫລົ້າແລະຫລິ້ນສາວ
4
ເມືອງຕີເຣ
ເມືອງຊີໂດນ
ແລະທົ່ວປະເທດຟີລິສຕິນເອີຍ,
ພວກເຈົ້າຢາກຈະເຮັດຫຍັງກັບເຮົາ
ຢາກຈະແກ້ແຄ້ນເຮົາບໍ່?
ຖ້າເຈົ້າຈະຄິດແກ້ແຄ້ນເຮົາ
ເຮົາຈະຕອບແທນການກະທຳນັ້ນໃນທັນທີ
5
ເຈົ້າໄດ້ຂົນເອົາເງິນຄຳຂອງເຮົາໄປ
ແລະເອົາຂອງມີຄ່າຂອງເຣົາໄປຍັງວິຫານທັງຫລາຍຂອງພວກເຈົ້າ
6
ໄດ້ເອົາປະຊາຊົນຢູດາ
ແລະເຢຣູຊາເລັມໄປຈາກປະເທດຂອງເຮົາ
ເພື່ອຂາຍເຂົາໃຫ້ແກ່ຊາວກຣິກ
7
ບັດນິ້
ເຮົາຈະນຳເຂົາອອກຈາກບ່ອນທີ່ເຈົ້າຂາຍເຂົາໄວ້ນັ້ນ
ຈະທຳຕໍ່ເຈົ້າເຫມືອນເຈົ້າໄດ້ທຳຕໍ່ເຂົາ
8
ຈະຂາຍບຸດຊາຍຍິງຂອງພວກເຈົ້າໃຫ້ຊາວຢູດາ
ແລ້ວຊາວຢູດາຈະຂາຍເຂົາຕໍ່ໄປໃຫ້ຊາວຊາເບອານທີ່ຢູ່ຫ່າງໄກ
ພຣະຜູ້ເປັນເຈົ້າຊົງກ່າວດັ່ງນິ້ແຫລະ
ພິພາກສາໃນຮ່ອມພູຂອງເຢໂຮຊາຟັດ
( ອຊຢ 2:4; ມີ
ກາ 4:3)
9
ຈົ່ງປະກາດຂໍ້ຄວາມນິ້ໃຫ້ນາໆຊາດຮູ້
ຄືຈົ່ງຈັດຕຽມການຮົບແລະຮຽກລະດົມພົນໃຫ້ທະຫານທັງຫມົດມາໂຮມກັນ
10 ຈົ່ງຕີຫມາກສົບໄຖຂອງເຈົ້າໃຫ້ເປັນດາບ
ກ່ຽວຂອງເຈົ້າກໍໃຫ້ຕີເປັນຫອກ
ແມ່ນແຕ່ຄົນອ່ອນແອກໍຕ້ອງລຸກຂຶ້ນສູ້
11 ຊົນຊາດທັງປວງທີ່ຢູ່ອ້ອມແອ້ມຈົ່ງມາໄວໆ
ໃຫ້ເຕົ້າໂຮມກັນຢູ່ໃນຮ່ອມພູນັ້ນ
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍໂຜດຊົງນຳທັບອັນເກັ່ງກ້າຂອງພຣະອົງລົງມາ
12 ຊົນຊາດທັງຫລາຍຕ້ອງຕຽມພ້ອມມາຍັງຮ່ອມພູເຢໂຮຊາຟັດ
ຢູ່ທີ່ນັ້ນພຣະຜູ້ເປັນເຈົ້າຈະພິພາກສາຊົນຊາດທັງປວງທີ່ຢູ່ອ້ອມແອ້ມນັ້ນ
13 ພວກເຂົາຊົ່ວຮ້າຍຫລາຍ
ໃຫ້ຕັດເຂົາເຫມືອນກັບກ່ຽວເຂົ້າ
ຈົ່ງບີບເຂົາເຫມືອນເຄື່ອງບີບໆຫມາກ
ອະງຸ່ນທີ່ໄດ້ທຳໃຫ້ນ້ຳໄຫລລົງຈົນລົ້ນອ່າງ
14 ມະຫາຊົນຈຳນວນຫລາຍ
ຢູ່ໃນຮ່ອມພູແຫ່ງການພິພາກສາ
ໃນທີ່ນັ້ນ
ວັນຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາແລ້ວ
15 ດວງຕາເວັນ
ແລະດວງຈັນຈະມືດໄປ
ດາວທັງຫລາຍກໍບໍ່ສ່ອງແສງອີກ
ພຣະເຈົ້າຊົງອວຍພອນຊາວຢູດາ
16 ພຣະຜູ້ເປັນເຈົ້າຊົງເປັ່ງພຣະສຸຣະສຽງຈາກພູຊີໂອນ
ຊົງຮ້ອງສຽງດັງສະຫນັ່ນຈາກເຢຣູຊາເລັມ
ຈົນແຜ່ນດິນແລະທ້ອງຟ້າສະທ້ານຫວັ່ນໄຫວ
ແຕ່ພຣະອົງຈະເປັນກຳແພງປ້ອງກັນປະຊາຊົນອິສຣາເອນ
17 ອິສຣາເອນເອີຍ,
ແລ້ວພວກເຈົ້າຈະຮູ້ວ່າ
ເຮົາຄືພຣະຜູ້ເປັນເຈົ້າຂອງເຈົ້າ
ເຮົາຢູ່ເທິງພູຊີໂອນອັນສັກສິດຂອງເຮົາ
ເຢຣູຊາເລັມຈະເປັນນະຄອນທີ່ສັກສິດ
ຊາວຕ່າງປະເທດຈະບໍ່ຊະນະອີກ
18 ໃນເວລານັ້ນ
ເທີງພູຈະເຕັມໄປດ້ວຍກົກອະງຸ່ນ
ແລະສັດລ້ຽງທັງຫລາຍ
ຊາວຢູດາຈະມີນ້ຳຢ່າງບໍຣິບູນ
ແມ່ນ້ຳຈະໄຫລຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ
ນ້ຳນັ້ນຈະໄຫລຜ່ານຮ່ອມພູກົກກະຖິນ
19 ປະເທດເອຢິບຈະກາຍເປັນຖິ່ນກັນດານ
ເມືອງເອໂດມຈະຖືກທຳລາຍກ້ຽງ
ເພາະວ່າເຂົາໂຈມຕີປະເທດຢູດາ
ແລະຂ້າປະຊາຊົນຜູ້ບໍ່ມີຄວາມຜິດໃນເມືອງນັ້ນ
20 ຊາວຢູດາແລະເຢຣູຊາເລັມຈະອາໄສຢູ່ໃນທີ່ນັ້ນຕລອດໄປ
21 ເຮົາຈະແກ້ແຄ້ນແທນຜູ້ທີ່ຖືກຂ້າ
ຈະບໍ່ປານີຜູ້ທີ່ທຳຜິດ
ແລະພຣະຜູ້ເປັນເຈົ້າກໍຈະຊົງສະຖິດຢູ່ເທິງພູຊີໂອນນັ້ນ