Job ພຣະທັມ​ໂຢບ

 

ພຣະທັມ​ໂຢບ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

28

29

30

31

32

33

34

35

36

37

38

39

40

41

42

 

 

 

 

 

 

 

 

 

 

ໂຢບ

1. ພ​ຍາ​ມານ​ທົດ​ລອງໂຢບ

1   ໃນ​ປະ​ເທດ​ອູ​ຊ ມີ​ຊາຍ​ຄົນ​ນຶ່ງ​ຊື່  ໂຢບເປັນ​ຄົນ​ສັ​ດ​ຊື່ ແລະ​ຂາບ​ໄຫວ້​ພຣະ​ເຈົ້າ ເຂົາ​ເປັນ​ຄົນ​ດີ​ບໍ່​ທຳ​ສິ່ງ​ຊົ່ວ​ຮ້າຍ

2   ໂຢບ​ມີ​ບຸດ​ຊາຍ​ເຈັດ​ຄົນ ແລະ​ບຸດ​ສາວ​ສາມ​ຄົນ

3    ເຂົາ​ມີ​ແກະ​ເຈັດ​ພັນ​ໂຕ ອູດ​ສາມພັນໂຕ ງົວ​ກວຽນ​ຫ້າ​ຮ້ອຍ​ຄູ່ ແລະ​ລໍ​ແມ່ຫ້າ​ຮ້ອຍ​ໂຕ ມີ​ຂ້ອຍ​ໃຊ້​ຈຳ​ນວນ​ຫລາຍ ເຂົາ​ເປັນ​ຄົນ​ຮັ່ງ​ມີ​ທີ່​ສຸດ ໃນ​ບັນ​ດາ​ຊາວ​ຕາ​ເວັນ​ອອກ

4   ພວກ​ບຸ​ດ​ຊາຍ​ຂອງ​ໂຢບ​ເຄີຍ​ຈັດ​ງານ​ກິນ​ລ້ຽງ​ຂຶ້ນ ຕາມ​ຜຽນ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້ ພວກ​ເຂົາ​ໄດ້​ເຊີນ​ນ້ອງ​ສາວ​ທັງ​ສາມ​ຂອງ​ເຂົາ​ມາ​ຮ່ວມ​ນຳ​ດ້ວຍ

5   ພາຍ​ຫລັງ​ວັນຈັດ​ງານ​ກິນ​ລ້ຽງ​ແຕ່​ລະ​ເທື່ອ​ສິ້ນ​ສຸດ​ລົງ ໂຢບ​ຕ້ອງ​ຕື່ນ​ແຕ່​ເຊົ້າແລະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ເພື່ອ​ໃຫ້​ບຸດ​ຂອງ​ເຂົາ​ແຕ່​ລະ​ຄົນ​ອາດ​ຈະ​ທຳ​ບາບ​ດ້ວຍ​ການ​ປ​ມາດ​ພຣະ​ເຈົ້າ​ຢ່າງ​ບໍ່​ຮູ້​ສຶກ​ຕົວ

6   ຢູ່​ມາ​ວັນ​ນຶ່ງ ມີ​ຄ​ນະ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ມາ​ສູ່​ພຣະ​ພັກ​ຂອງ​ພຣະ​ອົງ ພ​ຍາ​ມານກໍ​ໄດ້​ມາ​ດ້ວຍ

7   ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຖາມ​ພ​ຍາ​ມານ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ພ​ຍາ​ມານ​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ໄປໆ​ມາໆ​ທົ່ວ​ໂລກ”

8   ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ພຍາ​ມານ​ວ່າ, “ເຈົ້າ​ໄດ້​ພິ​ຈາ​ຣະ​ນາ​ໄຕ່​ຕອງ​ເບິ່ງ​ໂຢ​ບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຫລື​ບໍ່ ໃນ​ໂລກ​ນີ້​ບໍ່​ມີ​ໃຜ​ຊື່​ສັດ ແລະ​ດີ​ເຫມືອນ​ເຂົາ ເຂົາ​ຂາບ​ໄຫວ້​ເຮົາ ແລະ​ບໍ່​ກະ​ທຳ​ໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃດໆ​ທັງ​ສິ້ນ”

9   ພ​ຍາ​ມານ​ໄດ້​ທູນ​ຕອບ​ວ່າ, “ຖ້າ​ໂຢບ​ບໍ່​ໄດ້​ຫຍັງ​ເຂົາ​ຈະ​ຂາບ​ໄຫວ້​ພຣະ​ອົງ​ຫລື

10 ພຣະ​ອົງ​ໄດ້​ຄຸ້ມ​ຄອງ​ຮັກ​ສາ​ເຂົາ ແລະ​ຄ​ອບ​ຄົວ​ເຮືອນ​ຊານ​ຂອງ​ເຂົາ​ກັບ​ຊັບ​ສົມ​ບັດ​ຂອງ​ເຂົາ​ທຸກ​ຢ່າງ ພຣະ​ອົງ​ໄດ້​ອວຍ​ພອນ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ຂອງ​ເຂົາ​ຈະ​ເຣີນ​ຂຶ້ນ ແລະ​ໄດ້​ໃຫ້​ເຂົາ​ມີຝູງ​ສັດ​ເພີ້ມ​ທະ​ວີ​ຂຶ້ນທົ່ວ​ປະ​ເທດ

11 ແຕ່​ບັດ​ນີ້ ສົມ​ມຸດ​ວ່າ​ພຣະ​ອົງ​ເອົາ​ທຸກ​ສິ່ງ​ທີ່​ເຂົາ​ມີ​ນັ້ນ​ຫນີ​ໄປ ເຂົາ​ກໍ​ຈະ​ປ້ອຍ​ດ່າ​ພຣະ​ອົງ​ຕໍ່​ຫນ້າ​ພຣະ​ອົງ”

12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກພຍາ​ມານ​ວ່າ, “ແມ່ນ​ແລ້ວ ທຸກ​ສິ່ງ​ທີ່​ໂຢບ​ມີ​ນັ້ນເຈົ້​ເອົາ​ໄປ​ໄດ້​ແຕ່​ເຈົ້າ​ຢ່າ​ທຳ​ຮ້າຍ​ເຂົາ” ແລ້ວ​ພຍາ​ມານ​ໄດ້​ອອກ​ໄປ​ຈາກ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ລູກແລະ​ຊັບ​ສົມ​ບັດ​ຂອງ​ໂຢບ​ຖືກ​ທຳ​ລາຍ

13 ວັນ​ນຶ່ງ ຂ​ນະ​ທີ່​ບຸດ​ທັງ​ຫລາຍ​ຂອງ​ໂຢບ​ກຳ​ລັງ​ກິນ​ລ້ຽງ​ຢູ່​ໃນ​ເຮືອນ​ຂອງ​ອ້າຍ​ກົກ

14 ມີ​ຜູ້​ສົ່ງ​ຂ່າວມາ​ບອກ​ຂ່າວ​ແກ່​ໂຢບ​ວ່າ, “ຂ​ນະ​ທີ່​ພວກ​ເຮົາ​ເອົາ​ງົວ​ໄຖ​ນາ​ຢູ່ ແລະ​ລໍ​ກຳ​ລັງ​ກິນ​ຫຍ້າ​ຢູ່​ໃກ້ໆ

15 ມີ​ພວ​ກ​ຊາ​ເບ​ອານເຂົ້​ມາ​ປຸ້ນ​ເອົາ​ງົວ​ກັບ​ລໍ​ທັງ​ຫມົດ​ໄປ ແລະ​ຂ້າ​ຄົນ​ໃຊ້​ເສັຽດ້ວຍ​ດາບ ແລະ​ຍັງຂ້ານ້ອຍ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ”

16 ຂ​ນະ​ທີ່​ຄົນ​ໃຊ້​ຜູ້​ນັ້ນ​ພວມ​ເວົ້າ​ຢູ່ ກໍ​ມີ​ຄົນ​ໃຊ້​ອີກ​ຜູ້​ນຶ່ງ​ມາ​ບອກວ່າ, “ໄຟຂອງ​ພຣະ​ເຈົ້າ​ຕົກ​ລົງ​ຈາກ​ຟ້າ​ສວັນ​ໄຫມ້​ແກະ ແລະ​ຄົນ​ໃຊ້​ ແລະ​ເຜົ​ຜານ​ເສັຽ​ຫມົດ ຍັງ​ແຕ່​ຂ້າ​ນ້ອຍ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ

17 ຂ​ນະ​ທີ່​ກຳ​ລັງ​ເວົ້າ​ຢູ່ ມີ​ອີກ​ຄົນ​ນຶ່ງ​ມາ​ບອກວ່າ, “ມີ​ຊາວ​ຄັນ​ເດ​ອານ​ໄດ້​ຈັດ​ສາມ​ພວກ ເຂົ້າ​ມາ​ປຸ້ນ​ພວກ​ຂ້າ​ນ້ອຍ ເຂົາ​ໄດ້​ອູດ​ໄປ​ຫມົດ​ທັງ​ໄດ້​ຂ້າ​ຄົນ​ໃຊ້​ຂອງ​ທ່ານ​ທັງ​ຫມົດ​ ຍັງ​ແຕ່​ຂ້າ​ນ້ອຍ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ”

18 ຂະ​ນະ​ທີ່​ເຂົາ​ກຳ​ລັງ​ເວົ້າ​ຢູ່ ມີ​ອີກ​ຄົນ​ນຶ່ງ​ມາ​ບອກວ່າ, “ເວ​ລາ​ລູກ​ຊາຍ​ຍິງ​ຂອງ​ທ່ານ​ກິນ​ລ້ຽງ​ຢູ່​ທີ່​ເຮືອນ​ລູກ​ຊາຍ​ກົກ​ຂອງ​ທ່ານ

19 ແລະໄດ້​ມີ​ລົມ​ພະ​ຍຸ​ໃຫຍ່​ພັດ​ມາ​ຈາກ​ທະ​ເລຊາຍ ລົມ​ນີ້​ໄດ້​ກະ​ທົບ​ເຮືອນ​ທັງ​ສີ່​ມຸມ ແລະ​ເຮືອນ​ນັ້ນ​ພັງ​ທັບ ລູກ​ຊາຍ​ຍິງ​ຂອງ​ທ່ານ​ ແລະເຂົາໄດ້​ຕຍ​ຫມົດ ຍັງ​ແຕ່​ຂ້າ​ພະ​ເຈົ້າ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ”

20 ແລ້ວ​ໂຢບ​ໄດ້​ລຸກ​ຂຶ້ນ​ຈີກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ດ້ວຍ​ຄວາມທຸກ​ໃຈ ເຂົາ​ໄດ້​ແຖ​ຜົມ​ແລ້ວ​ຂາບ​ລົງ​ດິນ

21 ແລ້ວ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວ​ເປົ່າ ແລະ​ຂ້າ​ພະ​ເຈົ້າ​ຈະ​ກັບ​ໄປ​ດ້ວຍ​ຕົວ​ເປົ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ປະ​ທານ ແລະ​ບັດ​ນີ້​ພຣະ​ອົງ​ຊົງ​ເອົາ​ໄປ​ເສັຽ ສາ​ທຸ​ການ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ”

22 ເຖິງ​ແມ່ນ​ວ່າ​ທຸກ​ຢ່າງ​ນີ້​ໄດ້​ເກີດ​ຂຶ້ນ ໂຢບ​ກໍ​ບໍ່​ໄດ້​ທຳ​ບາບ ຫລື​ກ່າວ​ໂທດ​ພຣະເຈົ້າ​ແຕ່​ຢ່າງ​ໃດ​ເລີຍ

 

2. ພຍາ​ມານ​ທົ​ດ​ລອງ​ໂຢບ​ອີກ

1   ຢູ່​ມາ​ວັນ​ນຶ່ງ ຄ​ນະ​ທູດ​ຂອງ​ພຣະ​ເຈົ້າ​ໄດ້​ມາສູ່ພຣະ​ພັກ​ຂອງ​ພຣະ​ອົງ​ອີກ ພ​ຍາ​ມານກໍ​ມາ​ນຳ​ດ້ວຍ

2   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ພຍາ​ມານ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ພຍາ​ມານ​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ໄປໆ​ມາໆ​ທົ່ວ​ໂລກ”

3   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ເຈົ້າ​ໄດ້​ພິ​ຈາຣະ​ນາໄຕ່​ຕອງ​ເບິ່ງ​ໂຢບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຫລື​ບໍ ໃນ​ໂລກ​ນີ້​ບໍ່​ມີ​ຜູ້​ໃດ​ຊື່​ສັດ ແລະ​ດີ​ທໍ່​ເຂົາ ເຂົາ​ຂາບ​ໄຫວ້​ເຮົາ ແລະ​ບໍ່​ກະ​ທຳ​ໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃດໆ​ທັງ​ສິ້ນ ເຖິງ​ແມ່ນ​ເຮົ​ໄດ້​ອະ​ນຸ​ຍາດ​ໃຫ້​ເຈົ້າ​ທຳ​ໃຫ້​ໂຢບ​ເດືອດ​ຮ້ອນ ຍ້ອນ​ເຈົ້າ​ຊັກ​ຊວນ​ໂດຍ​ບໍ່​ມີ​ເຫດ​ຜົນ ເຂົາ​ກໍ​ຍັງ​ຍຶດ​ຫມັ້ນ​ໃນ​ຄວາມ​ຊື່​ສັດ​ຕໍ່​ໄປ”

4   ພ​ຍາ​ມານ​ໄດ້​ທູນ​ຕອບ​ວ່າ, “ມະ​ນຸດ​ຍ່ອມ​ສ​ລະ​ທຸກ​ສິ່ງເພື່ອ​ໃຫ້​ມີ​ຊີ​ວິດຄົງ​ຢູ່

5   ແຕ່​ບັດ​ນີ້ ສົມ​ມຸດ​ວ່າ​ພຣະ​ອົງ​ທຳ​ຮ້າຍ​ຮ່າງ​ກາຍ​ຂອງ​ເຂົາ ເຂົາ​ກໍ​ຈະ​ປ້ອຍ​ດ່າ​ພຣະ​ອົງ​ຕໍ່​ຫນ້າ​ພຣະ​ອົງ”

6   ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້​ຈົ່ງ​ຊົງ​ກ່າວ​ຕໍ່​ພຍາ​ມານ​ວ່າ, “ແມ່ນ​ແລ້ວ ເຂົາ​ຢູ່ໃຕ້​ອຳ​ນາດ​ຂອງ​ເຈົ້າ ຂໍ​ແຕ່​ເຈົ້າ​ຢ່າ​ຂ້າ​ເຂົາ​ເທົ່​ນັ້ນ”

7   ແລ້ວ​ພຍາ​ມານ​ໄດ້​ຫນີ​ອອກ​ຈາກ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ມັນ​ໄດ້​ທຳ​ໃຫ້​ຮ່າງ​ກາຍ​ຂອງ​ໂຢບ​ເປັນ​ບາດ​ທົ່ວ​ໄປ

8   ໂຢບ ໄດ້​ໄປ​ນັ່ງ​ຢູ່ໃກ້ໆ​ກອງ​ຂີ້​ເຖົ່າ ແລະ​ໄດ້​ເອົາ​ກະ​ບີ້ງ​ຫມໍ້​ແຕກ​ຂູດ​ຕາມ​ເນື້ອ​ຕົວ​ຂອງ​ຕົນ

9   ແລ້ວ​ພັ​ຣ​ຍາ​ຂອງ​ໂຢບ​ໄດ້​ເວົ້າ​ຕໍ່​ເຂົາ​ວ່າ, “ເຈົ້າ​ຍັງ​ຈະ​ຍຶດ​ຫມັ້ນ​ໃນ​ຄວາມ​ຊື່​ສັດ​ຢູ່​ຕໍ່​ໄປ​ຫລື ເປັນ​ຫຍັງ​ຈຶ່ງ​ບໍ່​ດ່າ​ພຣະ​ເຈົ້ ແລ້ວ​ຕາຍ​ເສັຽ”

10 ໂຢບ​ໄດ້​ຕອບ​ວ່າ, “ເຈົ້າ​ເວົ້າ​ຢ່າງ​ບ້າໆ ເມື່ອ​ພຣະ​ເຈົ້າ​ປະ​ທານ​ຂອງ​ດີ​ໃຫ້​ເຮົາ ເຮົາ​ກໍ​ຍິນ​ດີ​ຮັບ​ເອົາ ແຕ່​ເມື່ອ​ພຣະ​ອົງ​ປະ​ທານ​ຄວາມ​ຍາກ​ລຳ​ບາກ​ໃຫ້​ເຮົາ ເປັນ​ຫຍັງ​ເຮົາ​ຈຶ່ງ​ຈົ່ມ​ທຸກ” ເຖິງ​ແມ່ນ​ຄວາມ​ທຸກ​ທັງ​ຫມົດ​ນີ້​ໄດ້​ເກີດ​ຂຶ້ນ ໂຢບ​ກໍ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ປມາດ​ພຣະ​ເຈົ້າ​ເລີຍ

11 ເມື່ອ​ມິດ​ສະ​ຫາຍ​ສາມ​ຄົນ​ຂອງ​ໂຢບ​ມາ ຄື​ເອ​ລີ​ຟັ​ສ ຊາວ​ເມືອງ​ເຕ​ມານ ບີນ​ດັດ ຊາວ​ເມືອງ​ຊູ​ອາ ແລະ​ໂຊ​ຟາ​ຣ໌ ຊາວ​ເມືອງ​ນາ​ອາ​ມາ ໄດ້​ຍິນ​ຂ່າວ​ວ່າ ໂຢບ​ມີ​ຄວາມ​ທຸກ​ລຳ​ບາກຫລາຍ ພວກ​ເຂົາ​ກໍ​ນັດ​ກັນ​ມາ​ຢ້ຽມ​ຢາມ​ທ່ານ ເພື່ອ​ເລົ້າ​ໂລມ​ຈິ​ດ​ໃຈ​ທ່ານ

12 ໃນ​ລະ​ຫວ່າງ​ທີ່​ພວກ​ເຂົາ​ຍັງ​ຢູ່​ບໍ່​ໄກ​ປນ​ໃດ​ກັບ​ໂຢບ ພວກ​ເຂົາ​ກໍ​ຫລຽວ​ເຫັນ​ໂຢບ ແຕ່​ຈຳ​ບໍ່​ໄດ້ ເມື່ອ​ພວກ​ເຂົາ​ມາ​ເຖິງ​ກໍ່​ຮ້ອງ​ໄຫ້ຄ່ຳຄວນ ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ສ​ແດງ​ຄວາມ​ເສັຽໃຈ ແລ້ວ​ຫວ່ານ​ຂີ້​ຝຸ່ນ​ດິນຂຶ້ນເທິງ​ອາ​ກາດ ແລະ​ໃສ່​ຫົວ​ຂອງ​ຕົນ

13 ຕໍ່​ມກໍ​ນັ່ງ​ຢູ່​ໃນ​ດິນ​ກັບ​ທ່ານ​ຄລອດ​ເຈັດ​ວັນ​ເຈັດ​ຄືນ​ໂດຍ​ບໍ່​ເວົ້າ​ຈາ​ຫຍັງ ເພາະ​ພວກ​ເຂົາ​ເຫັນ​ວ່າ ໂຢບ​ມີ​ຄວາມ​ທຸກ​ຢ່າງ​ຫລວງ​ຫລາຍ

 

3. ໂຢບ​ຈົ່ມ​ທຸກ​ຕໍ່​ພຣະ​ເຈົ້າ

1   ໃນ​ທີ່​ສຸດ ໂຢບ​ກໍ​ຮ້ອງ​ດ່າ​ວັນ​ເກີດ​ຂອງ​ຕົນ​ວ່າ

2   ໂຢບ​ກ່າວ​ວ່າ,

3   “ຂໍ​ພຣະ​ເຈົ້າ​ຈົ່ງ​ສາບ​ແຊ່ງວັນ​ເກີດ​ຂອງ​ຂ້າ​ພຣະ​ອົງ ຈົ່ງ​ສາບ​ແຊ່ງ​ຄ່ຳ​ຄືນວັນ​ຂ້າ​ພຣະ​ອົງ​ມາ​ເກີດ

4   ໂອ ພຣະຜູ້​ເປັນ​ເຈົ້າ ຂໍ​ຈົ່ງ​ໃຫ້​ວັນ​ນັ້ນ​ດຳ​ມືດ ຢ່າ​ລະ​ນຶກ​ເຖິງວັນ​ນັ້ນ​ອີກ ຢ່າ​ໃຫ້​ແສງ​ສວ່າງ​ສ່ອງ​ໃນ​ວັນ​ນັ້ນ

5   ຈົ່ງ​ທຳ​ໃຫ້​ວັນ​ນັ້ນ​ມືດ​ຕຶບ ຂໍ​ໃຫ້​ເມກ​ປົກ​ຄຸມ​ແສງ​ຕາ​ເວັນ​ໃຫ້​ດຳ​ມືດ

6   ຈົ່ງ​ລຶບ​ຄືນ​ນັ້ນ​ອອກ​ຈາກ​ປີ ຢ່າ​ນັບ​ມັນ​ເຂົ້າ​ເປັນ​ມື້​ນຶ່ງ​ຂອງ​ປີ​ອີກ​ເລີຍ

7   ຈົ່ງ​ທຳ​ໃຫ້​ຄືນ​ນັ້ນ ເປັນ​ຫມັນ​ປ​ສ​ຈາກ​ຄວາມ​ມ່ວນ​ຊື່ນ

8   ຈົ່ງ​ບອກ​ຫມໍ​ມົນ​ສາບ​ແຊ່ງວັນ​ນັ້ນ ເພາະ​ເຂົາ​ມີ​ຄວາມ​ສາ​ມາດ​ສັ່​ງ​ໃຫ້​ເງືອກ​ຂຶ້ນ​ມາ​ໄດ້

9   ຂໍ​ໃດ້​ດາວ​ພຣະ​ສຸກ​ດຳ​ມື​ດໄປ ຈົ່ງ​ໃຫ້​ຄວາມ​ຫວັງ​ຄອຍ​ຖ້າ​ແສງ​ອາ​ຣຸນ​ຂອງ​ຄືນ​ນັ້ນ​ຫມົດ​ໄປ

10 ຈົ່ງ​ສາບ​ແຊ່ງ​ຄືນ​ນັ້ນ ເພາະ​ວ່າ​ມັນ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ເກີດ ແລະ​ເພາະ​ມັນ​ໄດ້​ຊ່ອງ​ທາງ​ໃຫ້​ຂ້າ​ພຣະ​ອົງ​ມີ​ຄວາມ​ລຳ​ບາກ​ເສັຽ​ໃຈ

11 ຂ້າ​ພຣະ​ອົງ​ຢາກ​ຕາຍ​ເສັຽຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ແມ່ ຫລື​ຕາຍ​ເສັຽ​ແຕ່​ເວ​ລາ​ເກີດ​ທຳ​ອິດ

12 ປັນ​ຫຍັງ​ແມ່​ຂອງ​ຂ້າ​ພຣະ​ອົງ​ຈິ່ງ​ອຸ້ມ​ຂ້າ​ພຣະ​ອົງ​ໄວ້​ໃນ​ຕັກ​ຂອງ​ທ່ານ ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຫ້​ຂ້າພຣະ​ອົງ​ກິນ​ນົມ

13 ຖ້າ​ຫາກຂ້າ​ພຣະ​ອົງ​ຕາຍ​ເສັຽ​ໃນ​ເວລາ​ນັ້ນ ບັດ​ນີ້​ຂ້າ​ພຣະ​ອົງ​ກໍ​ຫມົດ​ທຸກ

14 ຈະ​ຫລັບ​ສະ​ບາຍ​ຢູ່​ກັບ​ກະ​ສັດ ແລະ​ທີ່​ປຶກ​ສາ​ທັງ​ຫລາຍ​ຂອງ​ພຣະ​ອົງ ຜູ້​ໄດ້​ສ້າງ​ພຣະ​ຣາ​ຊວັງ​ເກົ່າ​ແກ່​ຂຶ້ນ​ໃຫມ່

15 ແລ້ວ​ຂ້າ​ພຣະ​ອົງ​ກໍ​ຈະ​ນອນ​ຫລັບ​ເຫມືອນ​ເຈົ້າ​ນາຍ​ທັງ​ຫລາຍ ຊຶ່ງ​ມີ​ເງິນ​ຄຳ​ໄວ້​ເຕັມ​ເຮືອນ

16 ຫລື​ນອນ​ຫລັບ​ເຫມືອນ​ເດັກ​ທີ່​ຕາຍ​ໃນ​ທ້ອງ​ແມ່

17 ໃນ​ຂຸມ​ຝັງ​ສົບ​ນັ້ນ ຄົນ​ຊົ່ວ​ຈະ​ຢຸດ​ທຳ​ຊົ່ວ ແລະ​ຄົນ​ງານ​ຜູ້​ອິດ​ເມື່ອ​ຍກໍ​ໄດ້​ຢຸດ​ພັກ

18 ແມ່ນ​ແຕ່​ນັກ​ໂທດ​ກໍ​ຢູ່​ສງົບ​ສຸກ ເພາະ​ບໍ່​ໄດ້​ຍິນ​ສຽງ​ຮ້າຍ​ຂອງ​ນາ​ຍຄຸມ​ເອີ້ນບອກ

19 ຢູ່​ທີ່​ນັ້ນ​ທຸກໆ​ຄົນ​ທັງ​ຜູ້​ໃຫຍ່​ຜູ້​ນ້ອຍ ແລະ​ພວກ​ຂ້າ​ທາດ​ກໍ​ເປັນ​ອິສ​ຣະ

20 ເປັນ​ຫຍັງ​ຈຶ່ງ​ໃຫ້​ຄົນ​ທີ່​ທຸກ​ຂະ​ເວ​ທ​ນາ​ມີ​ຊີ​ວິດ​ຢູ່ ເປັນ​ຫຍັງ​ຈຶ່ງ​ໃຫ້​ແສງ​ສວ່າງ​ແກ່​ຜູ້​ໂສກ​ເສົ້າ​ເສັຽ​ໃຈ

21 ພວກ​ເຂົາ​ລໍ​ຄອຍ​ຄວາມ​ຕາຍ ແຕ່​ມັນ​ກໍ​ບໍ່​ຕາຍ ເຂົາ​ມັກ​ຂຸມ​ຝັງ​ສົບ​ຫລາຍກວ່າ​ມັກ​ຊັບ​ສິນ

22 ເຂົ​ບໍ່​ມີ​ຄວາມ​ສຸກ​ຖ້າ​ບໍ່​ຕາຍ ແລະ​ຝັງ​ເສັຽກ່ອນ

23 ພຣະ​ເຈົ້າ​ຊົງ​ຕັດ​ອະ​ນາ​ຄົດ​ຂອງ​ເຂົາ ແລະ​ປິດ​ລ້ອມ​ເຂົາ​ໃນ​ທຸກ​ດ້ານ

24 ຂ້າ​ພຣະ​ອົງ​ຮ້ອງ​ໄຫ້​ແທນ​ການ​ກິນ​ເຂົ້າ ຂ້າ​ພຣະ​ອົງ​ບໍ່​ເຄີຍ​ຢຸດ​ຮ້ອງ​ໄຫ້

25 ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ຢ້ານ​ກົວ​ຕົກ​ຖືກ​ຂ້າ​ພຣະ​ອົງ

26 ຂ້າ​ພຣະ​ອົງ​ບໍ່​ມີ​ຄວາມ​ສ​ງົບ ຫລື​ໄດ້​ຢຸດ​ພັກ ແລະ​ຄວາມ​ຍາກ​ລຳ​ບາກ​ບໍ່​ເຄີຍ​ຫມົດ​ສິ້ນ​ໄປ

 

4. ມິດ​ສະ​ຫາຍ​ສົນ​ທະ​ນາ​ກັບ​ໂຢບ

1   ຕໍ່​ມາ ເອ​ລີ​ຟັ​ສ ຊາວ​ເຕ​ມານ​ໄດ້​ເວົ້າ​ກັບ​ໂຢບ​ວ່າ,

2   “ຖ້າ​ຂ້າ​ພະ​ເຈົ້າ​ເວົ້າ ທ່ານ​ຊິ​ບໍ່​ຮ້າຍ​ບໍ ຂ້າ​ພະ​ເຈົ້າບໍ່​ສາ​ມາດ​ອົດ​ເວົ້​ຕໍ່​ໄປ​ໄດ້

3   ທ່ານ​ໄດ້​ສອນ​ຄົນ​ມາ​ຫລາຍ​ແລ້ວ ແລະ​ໄດ້​ໃຫ້​ຄົນ​ມື​ອ່ອນມີ​ກຳ​ລັງ​ແຂງ​ແຮງ

4   ເມື່ອ​ຄົນ​ໃດ​ຄົນ​ນື່ງ​ຕຳ​ສະ​ດຸດ ເມື່ອຍ ​ແລະ​ຫມົດ​ແຮງ ຄຳ​ເວົ້າ​ຂອງ​ທ່ານ​ກໍ​ຊ່ອຍ​ໃຫ້​ເຂົາ​ຢືນ​ຂື້​ນ​ໄດ້

5   ແຕ່ບັດ​ນີ້ ຄວາມ​ຍາກ​ລຳ​ບາກ​ໄດ້​ມາ​ຖືກ​ທ່ານ​ແລ້ວ ທ່ານ​ຫມົດ​ກຳ​ລັງ​ໃຈ​ທີ່​ຈະ​ສູ້​ກັບ​ມັນ

6   ທ່ານ​ຂາບ​ໄຫວ້​ພຣະ​ເຈົ້າ ແລະ​ຊີ​ວິດ​ຂອງ​ທ່ານ​ກໍ​ບໍ່​ດ່າງ​ພ້ອຍ ດັ່ງ​ນັ້ນ ທ່ານ​ຄວນ​ມີ​ຄວາມ​ຫ​ມັ້ນ​ໃຈ ແລະ​ຄວາມ​ຫວັງ

7   ຈົ່ງ​ຄິດ​ເບິ່ງວ່າ ທ່ານ​ເຫັນ​ໃຜ​ແດ່​ຈັກ​ຄົນ​ນື່ງ ທີ່​ເປັນ​ຄົນ​ຊອ​ບ​ທັມ​ແຕ່​ໄດ້ຮັບ​ຄວາມ​ພິ​ນາດ

8   ຕາມ​​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄື ບຸກ​ຄົນ​ຜູ້​ໄຖ່​ຄວາມຜິດ ແລະ​ຫວ່ານ​ຄວາມ​ຊົ່ວ​ກໍ​ໄດ້​ເກັບ​ກ່ຽວ​ຢ່າງ​ນັ້ນ

9   ພຣະ​ເຈົ້າ​ຊົງ​ທຳ​ລາຍ​ເຂົາ​ດ້ວຍພຣະ​ພິ​ໂຣດ​ເຫມືອນ​ລົມ​ພະ​ຍຸ

10 ຄົນ​ຊົ່ວ​ແຜດ​ສຽງ​ຮ້ອງ​ຄາງ​ເຫມືອນ​ດັ່ງ​ສິງ ແຕ່​ພຣະ​ເຈົ້​ຊົງ​ໃຫ້​ເຂົາ​ງຽ​ບ ແລະ​ຫັກ​ແຂ້ວ​ເຂົາ​ເສັຽ

11 ເຫມືອນ​ສິງ​ທີ່​ບໍ່​ມີ​ຫຍັງ​ຂົບ​ກິນ​ເປັນ​ອາ​ຫານ ມັນ​ຕ້ອງ​ຕາຍ​ແລະ​ລູກ​ຂອງ​ມັນ​ກໍ​ກະ​ຈັດ​ກະ​ຈາຍ​ໄປ

12 ມີ​ຄຳ​ນື່ງ​ດັງ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ຢ່າງ​ຄ່ອຍໆ ຄຳ​ນັ້ນ​ດັງ​ມາ​ຄ່ອຍ​ຫລາຍ​ເກືອບ​ຂ້າ​ພະເຈົ້າ​ບໍ່​ໄດ້​ຍິນ

13 ມັນ​ເຫມືອນ​ກັບ​ຄວາມ​ຝັນ​ຮ້າຍ​ຊື່ງ​ຮົບ​ກວນ​ຄວາມ​ຫລັບ​ຂອງ​ຂ້າ​ພະ​ເຈົ້າ

14 ຂ້າ​ພະ​ເຈົ້າ​ຢ້ານ​ກົວ​ຕົວ​ສັ່ນ ທົ່ວ​ຕົນ​ຕົວ​ຂອງ​ຂ້າ​ພະ​ເຈົ້າສັ່ນ​ສະ​ທ້ານ​ດ້ວຍ​ຄວາມ​ຢ້ານ

15 ມີ​ລົມ​ເບົໆ​ພັດ​ຫນ້າ​ຂອງ​ຂ້າ​ພະ​ເຈົ້າ ຂົນ​ຫນັງ​ຂອງ​ຂ້າ​ພະ​ເຈົ້າ​ລຸກ​ຊັນ​ດ້ວຍ​ຄວາມ​ຕົກ​ໃຈ

16 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແນວ​ນື່ງ​ຢູ່​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຈ້ອງ​ເບິ່ງ ແຕ່ບອກ​ບໍ່​ໄດ້​ວ່າ​ແມ່ນ​ຫຍັງ ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັ່ງ​ອອກ​ມາ​ແຕ່​ຄວາມງຽບ​ວ່າ,

17 “ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ ຄົນ​ຊອບ​ທັມ​ມີຫລື ມະ​ນຸດ​ຈະ​ບໍ​ຣິ​ສຸດ​ຕໍ່​ຫນ້າ​ຜູ້​ສ້າງ​ເຂົາ​ໄດ້​ຫລື

18 ພຣະ​ເຈົ້າ​ບໍ່​ໄວ້​ພຣະ​ທັຍ​ໃນ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ພົບ​ເຫັນ​ຄວາມ​ຜິດ​ໃນ​ເທວະ​ດາ​ເຫລົ່າ​ນັ້ນ

19 ທ່ານ​ຄິດວ່າ​ພຣະ​ອົງ​ຈະ​ຊົງ​ໄວ້​ວາງ​ພຣະ​ທັຍ​ໃນ​ສິ່ງ​ທີ່​ສ້າງ​ດ້ວຍ​ດິນ​ຫນຽວ​ຫລື ສິ່ງ​ທີ່​ເປັນ​ດິນ​ນັ້ນ​ຈະ​ຖືກ​ຂະ​ຍີ້​ເຫມືອນ​ບີບ​ແມງ​ເມົ່າ

20 ຄົນ​ຜູ້​ນື່ງ​ອາດ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ເຊົ້າ ແຕ່​ກ່ອນ​ຄ່ຳ​ເຂົາ​ອາດ​ຈະ​ຕາຍ​ເສັຽ​ໂດຍ​ບໍ່​ມີ​ໃຜ​ຮູ້

21 ສິ່ງ​ທັງ​ຫມົດທີ່​ເຂົາ​ມີ​ມາ​ນັ້ນ​ກໍ​ສູນ​ເສັຽ​ໄປ ເຂົາ​ຕາຍ​ໄປ​ໂດຍ​ບໍ່​ທັນ​ຮູ້​ຫຍັງ”

 

5.

1   ໂຢບ​ເອີຍ ຈົ່ງ​ເອີ້ນ​ເບິ່ງ​ດູ ມີ​ຜູ້​ໃດ​ຈະ​ຕອບ​ທ່ານ ເທວະ​ດາ​ອົງ​ໃດ​ຈະ​ມາ​ຊ່ອຍ​ທ່ານ

2   ຄົນ​ໃຈ​ຮ້ອນ​ຕາຍ​ຍ້ອນ​ຄວາມ​ໂກດ ຄົນ​ໂງ່​ຕາຍ​ຍ້ອນ​ຄວາມ​ຮ້າຍ

3   ຂ້າ​ພະ​ເຈົ້າ​ໄດ້ເຫັນ​ພວກ​ຄົນ​ໂງ່​ເບິ່ງ​ຄື​ວ່າ​ມີ​ຖາ​ນະ​ຫມັ້ນ​ຄົງ ແຕ່​ທັນ​ໃດ​ນັ້ນ​ຄຳ​ແຊ່ງ​ດ່າ​ກໍ​ຕົກ​ຖືກ​ເຮືອນ​ຂອງ​ເຂົາ

4   ພວກ​ລູກ​ຫລານ​ຂອງ​ເຂົາ​ບໍ່​ເຄີຍ​ໄດ້​ພົບ​ຄວາມ​ປອດ​ໄພ ໃນ​ສານ​ຕັດ​ສີນ​ບໍ່​ມີ​ໃຜ​ຢືນ​ຂຶ້ນ​ຊ່ອຍ​ເຂົາ

5   ຄົນ​ຜູ້​ຫິວ​ເຂົ້າ​ຈະ​ຮັບ​ປະ​ທານ​ຜົນ​ເກັບ​ກ່ຽວ​ຂອງ​ເຂົາ ແມ່ນ​ແຕ່​ພືດ​ຜົນ​ທີ່​ງອກ​ຂຶ້ນ​ໃນ​ກາງ​ຫນາມ​ຂອງ​ເຂົກໍ​ເອົາ​ໄປ ຄົນອຶດ​ຢາກ​ໄດ້​ສົມ​ບັດ​ຂອງ​ເຂົາ

6   ບາບ​ແລະ​ຄວາມ​ຍາກ​ລຳ​ບາກ​ບໍ່ໄດ້​ງອກ​ອອກ​ມາ​ຈາ​ກດິ

7   ແມ່ນ​ແ​ລ້ວ ມະ​ນຸດ​ໄດ້​ຮັບ​ຄວາມ​ຍາກ​ລຳ​ບາກ​ມາ​ຈາກ​ການ​ກະ​ທຳ​ຂອງ​ຕົນ ແນ່ນອນ​ເຫມືອນ​ກັບ​ແປວ​ໄຟ​ຍ່ອມ​ປິວ​ຂຶ້ນ​ຈາກກອງ​ໄຟ

8   ຖ້າ​ຂ້າ​ພະ​ເຈົ້າ​ເປັນ​ທ່ານ ຂ້າ​ພະ​ເຈົ້າ​ຄືນ​ໄປ​ຫາ​ພຣະ​ເຈົ້າ ແລະ​ມອບ​ເຣື່ອງ​ຣາວ​ຂອງ​ທ່ານ​ຕໍ່​ພຣະ​ອົງ

9   ພຣະອົງ​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່​ທີ່​ພວກ​ເຮົາ​ເຂົ້າ​ໃຈ​ບໍ່​ໄດ້ ແລະ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ກໍ​ນັບ​ບໍ່​ຖ້ວນ

10 ພຣະ​ອົງ​ຊົງ​ໃຫ້​ຝົນ​ຕົກ​ລົງ​ມາ​ເທິງ​ແຜ່ນ​ດິນ ແລະ​ຊົງ​ໃຫ້​ນ້ຳ​ມີ​ໃນ​ທົ່ງ​ນາ

11 ເອີ ແມ່ນ​ພຣະ​ເຈົ້າ​ເປັນ​ຜູ້​ຊົງ​ຍົກ​ຄົນ​ຕ່ຳ​ຕ້ອຍ​ຂຶ້​ນ ແລະ​ຊົງ​ໂຜດ​ຜູ້​ໂສກ​ເສົ້າ​ເສັຽ​ໃຈ​ໃຫ້​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ

12 ພຣະ​ອົງ​ຊົງ​ຂັດ​ຂວາງ​ເລ່​ກົນ​ຫລອກ​ລວງ ເພື່ອ​ມື​ຂອງ​ເຂົາ​ຈະ​ທຳ​ບໍ່​ສຳ​ເຣັດ

13 ຊົງ​ດັກ​ຈັບ​ຄົນ​ສ​ລາດ​ດ້ວຍ​ອຸ​ບາຍ​ຂອ​ງ​ເຂົາ​ເອງ ແລະ​ໂຄງ​ການ​ຂອງ​ຄົນ​ຫລັກ​ແຫລມ​ກໍສິ້ນ​ລົງ​ໂດຍ​ດ່ວນ

14 ເຖິງ​ແມ່ນ​ກາງ​ເວັນ​ເຂົາ​ກໍ​ຢູ່​ໃນ​ໃນ​ມືດ

15 ແຕ່​ພຣະ​ເຈົ້າ​ຊົງ​ຊ່ອຍ​ຄົນ​ຍາກ​ຈົນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ຊົງ​ຊ່ອຍ​ຄົນ​ຂັດ​ສົນ​ໃຫ້​ພົ້ນ​ຈາກ​ການ​ກົດ​ຂີ່

16 ພຣະ​ອົງ​ຊົງ​ໃຫ້​ຄວາມ​ຫວັງ​ແກ່​ຄົນ​ຍາກ​ຈົນ ແລະ​ຊົງ​ປິດ​ປາກ​ຄົນ​ອະ​ທັມ

17 ຄວາມ​ສຸກ​ຍ່ອມ​ມີ​ກັບ​ບຸກ​ຄົນ​ຜູ້​ພຣະ​ເຈົ້າ​ຊົງ​ຕີ​ສອນ ຢ່າ​ເສັຽ​ໃຈ​ເມື່ອ​ພຣະ​ອົງ​ຊົງ​ຕຳ​ຫນິ

18 ພຣະ​ເຈົ້າ​ຊົງ​ທຳ​ໃຫ້​ບາດ​ເຈັບ​ ແຕ່​ພຣະ​ອົງ​ຊົງ​ພັນ​ບາດ​ແຜ​ໃຫ້​ພຣະ​ຫັດ​ຂອງ​ພຣະ​ອົງ​ຊົງຂ້ຽນ​ຕີ​ທ່ານ ແຕ່​ພຣະ​ອົງ​ຊົງ​ຮັກ​ສາ​ໃຫ້​ດີ

19 ພຣະ​ອົງ​ຈະ​ຮັກ​ສາ​ທ່ານ​ໃຫ້​ພົ້ນ​ຈາກ​ອັນ​ຕະ​ຣາຍ​ຄລອດ​ເວ​ລາ

20 ເມື່ອ​ມີ​ການ​ອຶດ​ຢາກ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ທ່ານບໍ່​ໃຫ້​ຕາຍ ແລະ​ຈະ​ຊົງ​ປ້ອງ​ກັນ​ທ່າ​ນບໍ່​ໃຫ້​ຕາຍ​ໃນ​ສົງ​ຄາມ

21 ພຣະ​ເຈົ້າ​ຈະ​ຊົງ​ຊ່ອຍ​ທ່ານ​ໃຫ້​ພົ້ນ​ຈາກ​ການ​ຕົວະ ແລະ​ຫມີ່ນ​ປ​ມາດ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ທ່ານ​ເມື່ອ​ໄພ​ວິ​ບັດ​ມາ​ເຖິງ

22 ທ່ານ​ຈະ​ຫົວ​ຂວັນ​ການ​ທຳ​ລາຍ ແລະ​ການ​ອຶດ​ຢາກ ຈະ​ບໍ່​ຢ້ານ​ກົວ​ສັດ​ປ່າ

23 ທົ່ງນາ​ທີ່​ທ່ານໄຖ​ຈະ​ບໍ່​ມີ​ຫີນ ສັດ​ປ່າ​ທີ່​ໂຫດ​ຮ້າຍ​ຈະບໍ່​ທຳ​ລາຍ​ທ່ານ

24 ທ່ານ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ຕູ​ບ​ຜ້າ​ເຕັນ​ຢ່າງ​ສ​ງົບ​ສຸກ ແລ້ວ​ທ່ານ​ຈະ​ເຫັນ​ແກະ​ຂອງ​ທ່ານ​ມີ​ຄວາມ​ປອດ​ໄພ

25 ທ່ານ​ຈະ​ມີ​ລູກ​ຫລານ​ຫລາຍ​ເຫມືອນ​ກັບ​ຫຍ້າ

26 ທ່ານ​ຈະ​ມີ​ອາ​ຍຸ​ຍືນຈົນ​ເຖົ້າ​ແກ່ ເຫມືອນ​ເມັດ​ເຂົ້າ​ສຸກ​ໃນ​ຣະ​ດູ​ເກັບ​ກ່ຽວ

27 ໂຢບ​ເອີຍ ພວກ​ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ນີ້​ຢ່າງ​ຄັກ​ແນ່​ແລ້ວ ມັນ​ເປັນ​ຄວາມ​ຈີງ ບັດ​ນີ້​ຈົ່ງ​ຮັບ​ໄວ້​ເທີນ”

 

6. ໂຢບ​ຕຳ​ຫນິ​ສະ​ຫາຍ​ຂອງ​ຕົນ

1   ແລ້ວ​ໂຢບ​ຕອບ​ວ່າ,

2   “ໂອ ຂ້າ​ພະ​ເຈົ້າ​ຢາກ​ຈະ​ຊັ່ງ​ເບິ່ງຄວາມ​ຮ້ອນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ແລະ​ເອົາ​ຄວາມ​ຍາກລຳ​ບາກຂອງ​ຂ້າ​ພະ​ເຈົ້າ​ໃສ່​ໃນ​ຕຣາ​ຊີງ

3   ກໍ​ຈະ​ຫນັກ​ກວ່າ​ຂີ້​ດິນຊາຍ​ໃນ​ທະ​ເລ ເພາະ​ເຫດ​ນີ້​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຫຸນ​ຫັນ

4   ເພາະ​ທະ​ນູ​ຂອງ​ອົງ​ຜູ້​ມີ​ອຳ​ນຍິ່ງ​ໃຫຍ່ກໍ​ຢູ່​ໃນ​ຕົວ​ຂ້າ​ພະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ດື່ມ​ພິດ​ຂອງ​ມັນ ຄວາມ​ຫນ້າຫ​ວາດ​ກົວ​ຈກ​ພຣະ​ເຈົ້າ ​ລຽນ​ເປັນ​ແຖວ​ສຸມ​ເຂົ້າ​ໃສ່​ຂ້າ​ພະ​ເຈົ້າ

5   ລໍປ່າຮ້ອງ​ເມື່ອມັນ​ມີ​ຫຍ້າ​ຫລື ງົວ​ເຖິກ​ຮ້ອງ​ເທິງກອງ​ຫຍ້າ​ຂອງ​ມັນ​ຫລື

6   ຈະ​ຮັບ​ປະ​ທານ​ສິ່ງທີ່ຈືດ​ໂດຍ​ບໍ່​ໃສ່​ເກືອ​ໄດ້​ຫລື ຫລື​ຫມາກ​ເຂືອ​ມີ​ຣົດ​ຢ່າງໃດ​ແດ່

7   ສິ່ງ​ທີ່​ຈິດ​ໃຈ​ຂອງ​ຂ້າ​ພ​ເຈົ້າ​ບໍ່​ຍອມ​ແຕະ​ຕ້ອງ​ນັ້ນ ກັບ​ເປັນ​ອາ​ຫານ​ທີ່​ເບື່ອ​ຫນ່າຍ​ຂອງ​ຂ້າ​ພະ​ເຈົ້າ

8   “ໂອ ຂ້າ​ພະ​ເຈົ້າ​ຢາກ​ຈະ​ໄດ້​ສົມ​ດັ່ງ​ທີ່​ທູນ​ຂໍ ແລະ​ຂໍ​ພຣະ​ເຈົ້າ​ຊົງ​ປະ​ທານ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ຂ້າ​ພະ​ເຈົ້າ

9   ວ່າ​ພຣະ​ເຈົ້າ​ພໍ​ພຣະ​ທັຍ​ທີ່​ຈະ​ຂະ​ຍີ້​ຂ້າ​ພະ​ເຈົ້ ວ່າ​ພຣະ​ອົງ​ຈະ​ໃຊ້​ພຣະ​ຫັດ​ຂອງ​ພຣະ​ອົງຢ່າງ​ເຕັມ​ທີ ແລະ​ຕັດ​ຂ້າ​ພະ​ເຈົ້າ​ອອກ​ເສັຽ

10 ນີ້​ຈະ​ເປັນ​ການ​ເລົ້າ​ໂລມ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຄົງ​ຈະ​ເຕັ້ນ​ໂລດ​ແມ່ນ​ວ່າໃນ​ຄວາມ​ເຈັບ​ປວດ​ຈະ​ຂາດ​ໃຈ ເພາະ​ຂ້າພະ​ເຈົ້າ​ບໍ່​ໄດ້​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ອົງ​ຜູ້​ບໍ​ຣິ​ສຸດ​ນັ້ນ

11 ຂ້າ​ພະ​ເຈົ້າ​ບໍ່ມີ​ກໍາ​ລັງ​ ທີ່​ຂ້າ​ພະ​ເຈົ້າ​ຈະ​ຄອຍ ແລະ​ສິ່ງ​ໃດ​ເປັນ​ອະ​ວະ​ສານ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ອົດ​ທົນ

12 ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ກຳ​ລັງ​ຂອງ​ຫີນ​ຫລື ເນື້ອ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເນື້ອ​ທອງ​ສຳ​ຣິດ​ຫລື

13 ທີ່​ຈີງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ຊ່ອຍ​ເຫລືອ​ໃນ​ຕົວ​ຂ້າ​ພະ​ເຈົ້າ​ເລີຍ ຂ້າ​ພະ​ເຈົ້າ​ຈົນ​ປັນ​ຍາ​ເສັຽ​ແລ້ວ

14 “ບຸກ​ຄົນ​ຜູ້​ໃດ​ຫນ່ວງ​ຫນ່ຽວ​ຄວາມ​ກະ​ຣຸ​ນາ​ໄວ້​ຈາກ​ເພື່ອນ​ກໍ​ປະ​ຖິ້ມ​ຄວາມ​ຢຳ​ເກງ​ອົງ​ພຣະຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່

15 ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທໍ​ຣະ​ຍົດຢ່າງ​ຫ້ວຍ ຢ່າງ​ຫ້ວຍທີ່​ນ້ຳ​ໄຫລ​ລົ້ນ

16 ຊື່ງ​ດຳ​ໄປ​ເຫດ​ດ້ວຍ​ນ້ຳ​ແຂງ ແລະ​ຫີມ​ມະ​ເປື່ອຍ​ລະ​ລາຍ​ໄປ​ນັ້ນ

17 ໃນ​ເວ​ລາ​ຮ້ອນ​ມັນ​ກໍ​ຫາຍ​ໄປ ເມື່ອ​ຮ້ອນ​ມັນ​ກໍ​ສູນ​ໄປ​ຈາກ​ທີ່​ຂອງ​ມັນ

18 ຫມູ່​ຄົນ​ເດີນ​ທາງ​ຫັນ​ອອກ​ຈາກ​ທາງ​ຂອງ​ເຂົາ ເຂົາ​ຂຶ້ນ​ໄປ​ຍັງ​ທີ່​ຮ້າງ​ເປົ່າ ແລະ​ພິ​ນາດ

19 ຫ​ມູ່​ຄົນ​ເດີນ​ທາງ​ຈາກ​ເຕ​ມາມອງ​ເບິ່ງ ຄົນ​ເດີນທາງ​ຂອງ​ເມືອງ​ເຊບາ​ລໍ​ຄອຍ​ຫມູ່​ຄົນ​ເຫລົ່າ​ນັ້ນ

20 ເພາະ​ເຂົາທັງ​ຫລາຍ​ຫວັງ​ໃຈ ເຂົຈິ່ງ​ຕ້ອງ​ຜິດຫວັງ ເຂົາ​ມາ​ເຖິງ​ທີ່​ນັ້ນ ແລະ​ຕ້ອງ​ຫຍຸ້ງ​ໃຈ

21 ບັດ​ນີ້ ທ່ານ​ທັງ​ຫລາຍ​ເປັນ​ຢ່າງ​ນັ້ນ​ແກ່​ຂ້າ​ພະ​ເຈົ້າ ທ່ານ​ເຫັນ​ຄວາມ​ຍາກ​ລຳ​ບາກ ແລະ​ທ່ານກໍ​ຢ້ານ

22 ຂ້າ​ພ​ເຈົ້າ​ເວົ້າ​ວ່າ, “ຂໍ​ຂອງ​ຂວັນ​ໃຫ້​ຂ້າ​ພະ​ເຈົ້າ​ແດ່ ຫລື​ຂໍ​ສີນ​ຈ້າງ​ຈາກ​ຊັບ​ສົມ​ບັດ​ຂອງ​ທ່ານໃຫ້​ຂ້າ​ພະ​ເຈົ້າ

23 ຫລື​ວ່າຂໍ​ຊ່ອຍ​ຂ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ສັດ​ຕູ ຫລື​ວ່າຂໍ​ໄຖ່​ຂ້າ​ພະ​ເຈົ້າ​ຈາກ​ມື​ຂອງ​ຜູ້​ບີບ​ບັງ​ຄັບ​ຫລື

24 “ສອນ​ຂ້າ​ພະ​ເຈົ້າ​ ແລະ​ຂ້າ​ພະ​ເຈົ້າ​ຈະ​ງຽບ ຂໍ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ຜິດ​ສິ່ງ​ໃດ

25 ຄຳ​ຊື່​ຕົງ​ມີ​ອຳ​ນາດ​ຫລາຍ​ແທ້ໆ ແຕ່​ຄຳ​ຕິ​ເຕືອນ​ຂອງ​ທ່ານ​ຕິ​ເຕືອນ​ສິ່ງ​ໃດທ່ານ​ຄິດ​ວ່າ​ທ່ານ​ຕິ​ຕຽນ​ຖ້ອຍ​ຄຳ​ໄດ້​ຫລື ເມື່ອ​ຄຳ​ປາ​ໄສ​ຂອງ​ຄົນ​ສິ້ນ​ຫວັງ​ເປັນ​ແຕ່​ລົມ

26 ທ່ານ​ທັງ​ຫລາຍ​ຄົງ​ຈະ​ໄດ້​ຈັບ​ສ​ລາກ​ເອົາ​ລູກ​ກຳ​ພ້າ​ພໍ່ ແລະ​ຕໍ່​ຣອງ​ເອົາ​ເພື່ອນ​ຂອງ​ທ່ານ​ເຫມືອນ​ເປັນ​ສີນ​ຄ້າ

27 “ແຕ່​ບັດ​ນີ້ ຂໍ​ມອງ​ດູ​ຂ້າ​ພະ​ເຈົ້າ ເພາະ​ຂ້າ​ພະເຈົ້າ​ຈະ​ບໍ່​ມຸ​ສາ​ຕໍ່​ຫນ້າ​ຂອງ​ທ່ານ

28 ຂໍ​ຈົ່ງ​ຄິດ​ໃຫມ່ ຢ່າ​ຜິດ​ທັມ​ເລີຍ ກັບ​ຄິດ​ໃຫມ່​ເຖີດ ຂ້າ​ພະ​ເຈົ້າ​ຍັງ​ຖືກ​ຢູ່

29 ມີ​ຄວາມ​ຜິດ​ສິ່ງໃດ​ເທິງ​ລີ້ນ​ຂ້າ​ພະ​ເຈົ້າ​ຫລື ຂ້າ​ພະ​ເຈົ້າ​ນັ້ນ​ຫລື​ບໍ່​ຮູ້​ເຖິງ​ໄພ​ວິ​ບັດ

 

7. ໂຢບ​ເວົ້າ​ທັກ​ທ້ວງ​ພຣະ​ເຈົ້

1    “ມະ​ນຸດ​ບໍ່​ມີ​ການ​ເຂົ້າ​ປະ​ຈຳ​ການ​ເທິງ​ແຜ່ນ​ດິນ​ໂລກ​ຫລື ແລະ​ຊີ​ວິດ​ຂອງ​ເຂົາ​ບໍ່​ເຫມືອນ​ຂອ​ງລູກ​ຈ້າງດອກ​ຫລື

2   ເຫມືອນ​ຢ່າງ​ທາດ​ທີ່​ຄິດ​ເຖິງ​ເວ​ລາ​ຄ່ຳ ແລະ​ເຫມືອນ​ຢ່າງ​ລູກ​ຈ້າງ​ຜູ້​ລໍ​ຄອຍຄ່າ​ຈ້າງ

3   ເຊັ່ນ​ດຽວ​ກັນ ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຮັບ​ສ່ວນ​ຄວາມ​ອະ​ນິດ​ຈັງ​ເປັນ​ເດືອນໆ ແລະ​ເຂົາ​ແບ່ງ​ຄືນ​ແຫ່ງ​ຄວາມຫນ້າ​ສັງ​ເວດ​ແກ່​ຂ້າພ​ເຈົ້

4    ເມື່ອ​ຂ້າ​ພະ​ເຈົ້າ​ນອນ​ລົງ ຂ້າ​ພະ​ເຈົ້າ​ວ່າ “ເມື່ອ​ໃດ​ຫນໍ ຂ້າ​ຈະ​ລຸກ​ຂຶ້ນ​“ ແຕ່​ກາງ​ຄືນ​ກໍ​ຍາວ ແລະ​ຂ້າ​ພະ​ເຈົ້າ​ກໍ​ພິກ​ໄປ​ພິກ​ມາ​ຈົນ​ຮອດ​ຮຸ່ງ​ເຊົ້າ

5   ເນື້ອຂອງ​ຂ້າ​ພະ​ເຈົ້າ​ຫົ່ມ​ຫນອນ ແລະ​ຝຸ່ນ ຫນັງ​ຂອງ​ຂ້ພະ​ເຈົ້າ​ແຂງ​ຂຶ້ນ ແລ້ວ​ກໍ​ຍະອອກໃຫມ່

6   ວັນ​ຄືນ​ຂອງ​ຂ້າ​ພະ​ເຈົ້າ​ໄວ​ກວ່າ​ກະ​ສວຍ​ຂອງ​ຊ່າງ​ຕ່ຳຜ້າ​ ແລະ​ສິ້ນ​ສຸດ​ລົງ​ດ້ວຍ​ປາ​ສ​ຈາກ​ຄວາມ​ຫວັງ

7   “ຂໍ​ຊົງ​ຈຳ​ໄວ້​ວ່າ ຊີ​ວິດ​ຂອງ​ຂ້າ​ພຣະ​ອົງເປັນ​ແຕ່​ລົມ​ຫາຍ​ໃຈ ຕາ​ຂອງ​ຂ້າ​ພຣະ​ອົງ​ຈະ​ບໍ່​ເຫັນ​ສິ່ງ​ໃດ​ອີກ​ເລີຍ

8   ຕາ​ຂອງ​ຜູ້​ທີ່​ເຫັນ​ຂ້າ​ພຣະ​ອົງ​ຈະ​ບໍ່​ໄດ້​ເບິ່ງ​ຂ້າ​ພຣະ​ອົງ​ອີກ​ຕໍ່​ໄປ ຝ່າຍ​ພຣະ​ເນດ​ຂອງ​ພຣະ​ອົງ​ມອງ​ຫາ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ໄປ​ເສັຽ​ແລ້ວ

9   ເມກ​ຈາງ ແລະ​ຫາຍ​ໄປ​ສັນ​ໃດ ບຸກ​ຄົນ​ທີ່​ລົງ​ໄປ​ຍັງ​ພິ​ພົບຄົນ​ຕາຍ​ກໍ​ບໍ່​ໄດ້​ກັບ​ມາ​ສັນ​ນັ້ນ

10 ເຂົາ​ບໍ່​ກັບ​ໄປ​ເຮືອນ​ຂອງ​ເຂົາ​ອີກ ຫລືທີ່​ຢູ່​ຂອງ​ເຂົາ​ກໍ​ບໍ່​ຮູ້​ຈັກ​ເຂົາ​ອີກ​ເລີຍ

11 “ເພາະ​ສະ​ນັ້ນ ຂ້າ​ພຣະ​ອົງ​ຈີ່​ງບໍ່​ຍັງ​ຢັ້ງ​ປາກ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ເວົ້າ​ດ້ວຍ​ຄວາມ​ແສນ​ລະ​ທົມ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຈົ່ມ​ດ້ວຍ​ຄວາມ​ຂົ່ມ​ຂື່ນ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ

12 ຂ້າ​ພຣະ​ອົງ​ເປັນ​ທະ​ເລ ຫລື​ເປັນ​ມັງ​ກອນ​ຫລື ພຣະ​ອົງ​ຈິ່ງ​ຊົງ​ວາງ​ຍາມ​ເຝົ້າ​ຂ້າ​ພຣະ​ອົງ

13 ເມື່ອ​ຂ້າ​ພຣະ​ອົງ​ເວົ້າ​ວ່າ “ຕຽງ​ຂອ​ງ​ຂ້າ​ພະ​ເຈົ້າ​ຈະ​ເລົ້າ​ໂລມ​ຂ້າ​ພະ​ເຈົ້າ ບ່ອນ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ບັນ​ເທົາ​ການ​ຮ້ອງ​ທຸກ​ຂອງ​ຂ້າ​ພ​ເຈົ້າ”

14 ແລ້ວ​ພຣະ​ອົງ​ກໍ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຢ້ານ​ດ້ວຍ​ຄວາມ​ຝັນ ແລະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຫວາດ​ກົວ​ດ້ວຍ​ນິ​ມິດ

15 ຈິ​ດ​ໃຈ​ຂອງ​ຂ້າ​ພຣະອົງ​ຈິ່ງ​ເລືອກ​ທີ່​ຈະ​ອຶດ​ອັດ​ຕາຍ ຍິ່ງກວ່າ​ເຫລືອ​ແຕ່​ກະ​ດູກ​ຢ່າງ​ນີ້

16 ຂ້ພຣະ​ອົງ​ເບື່ອ​ຊີ​ວິດ ຂ້າ​ພຣະອົງ​ຈະ​ບໍ່​ຢູ່​ຄ້ຳ​ຟ້າ ປ່ອຍ​ຂ້າ​ພຣະ​ອົງ​ແຕ່​ລຳ​ພັງ​ເຖີດ ເພາະ​ວັນ​ຄືນ​ຂອງ​ຂ້າ​ພຣະ​ອົງ​ເປັນ​ແຕ່​ພຽງ​ລົມ​ຫາຍ​ໃຈ

17 ມະ​ນຸດ​ເປັນຫຍັງ ພຣະ​ອົງຈິ່ງ​ຊົງ​ຖືວ່າ​ເຂົາ​ສຳ​ຄັນ​ ແລະ​ທີ່​ພຣະ​ອົງໃສ່​ພຣະ​ທັຍ​ເຂົາ

18 ຊົງ​ຢ້ຽມ​ເຂົາ​ທຸກ​ເຊົ້າ ຊົງທົດ​ລອງ​ເບິ່ງ​ເຂົາ​ທຸກ​ຂ​ນະ

19 ອີກ​ດົນປານ​ໃດ​ພຣະ​ອົງ​ຈິ່ງ​ຈະ​ບໍ່​ຊົງ​ມອງ​ເບິ່ງຂ້າ​ພຣະ​ອົງ ຫລື​ປ່ອຍ​ຂ້າ​ພຣະ​ອົງ​ແຕ່​ລຳ​ພັງ ຈົນ​ຂ້າ​ພຣະອົງຈະ​ກືນ​ນ້ຳ​ລາຍ​ຂອງ​ຕົນ​ໄດ້

20 ຂ້າ​ແຕ່​ພຣະ​ອົງ​ຜູ້​ເຝົ້​ມະ​ນຸດ ຖ້າ​ຂ້າ​ພຣະ​ອົງ​ທຳ​ບາບ ຂ້າ​ພຣະ​ອົງ​ທຳ​ສິ່ງໃດ​ແກ່​ພຣະ​ອົງ​ ເປັນ​ຫຍັງ​ພຣະ​ອົງ​ຈິ່ງ​ຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ເປົ້າ​ຫມາຍ​ຂອງ​ພຣະອົງ ເປັນ​ຫຍັງ​ຂ້າ​ພຣະອົງ​ຈິ່ງ​ເປັນ​ພາ​ຣະ​ຂ4ອງ​ພຣະ​ອົງ

21 ເປັນ​ຫຍັງ​ພຣະ​ອົງ​ບໍ່​ຊົງ​ປະ​ທານອ​ໄພ​ແກ່​ການ​ທໍ​ຣະ​ຍົດ​ຂອງ​ຂ້າ​ພຣະ​ອົງ ແລະ​ນຳ​ເອົາ​ບາບ​ຂອງ​ຂ້າ​ພຣະອົງ​ໄປ​ເສັຽ ເພາະ​ບັດ​ນີ້​ຂ້າ​ພຣະ​ອົງ​ຈະ​ນອນ​ລົງ​ໃນ​ຝຸ່ນ​ຂີ້​ດິນ ພຣະ​ອົງ​ຈະ​ຊົງ​ຊອກ​ຫາ​ຂ້າ​ພຣະ​ອົງ ແຕ່​ຂ້າ​ພຣະ​ອົງ​ຈະ​ບໍ່​ຢູ່​ແລ້ວ”

 

8. ບີນ​ດັດ​ຢືນ​ຢັນ​ຄວາມ​ຍຸດ​ຕິ​ທັມ​ຂອງພຣະ​ເຈົ້າ

1   ແລ້ວ​ບີນ​ດັດ​ຕະ​ກູນ​ຊູ​ອາ​ຕອບ​ວ່າ,

2   “ທ່ານ​ຈະ​ເວົ້າ​ຢ່າງ​ນີ້​ຢູ່​ດົນ​ປານ​ໃດ ແລະ​ຄຳ​ເວົ້າຂອງ​ທ່ານ​ຈະ​ເປັນ​ພະ​ຍຸ​ນານ​ປານ​ໃດ

3   ພຣະ​ເຈົ້າ​ຊົງ​ບິດ​ເບືອນ​ຄວາມ​ຍຸດ​ຕິທັມ​ຫລື ຫລື​ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ບິດ​ເບືອນ​ຄວາມ​ຍຸດ​ຕິ​ທັມ​ຫລື

4   ຖ້າ​ລູກ​ຂອງ​ທ່ານ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໄວ້​ໃນ​ອຳ​ນາດ​ຂອງ​ການທໍ​ຣະ​ຍົດ​ຂອງ​ເຂົາ

5   ຖ້າ​ທ່ານ​ຈະ​ຫມັ່ນ​ສ​ແວງ​ຫາພຣະ​ເຈົ້າ ແລະ​ອ້ອນວອນ​ຕໍ່​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່

6   ຖ້າ​ທ່ານ​ບໍ​ຣິ​ສຸດ ແລະ​ທ່ຽງ​ທັມ ແນ່ນອນ ແລ້ວ​ພຣະ​ອົງ​ຈະ​ຊົງ​ຕື່ນ​ຂຶ້ນ​ເພື່ອ​ທ່ານ ແລະ​ຊົງ​ຄືນ​ທີ່​ອາ​ໄສ​ແຫ່ງ​ຄວາມ​ຊອບ​ທັມ​ໃຫ້

7   ເຖິງ​ແມ່ນ​ວ່າ​ການ​ເລີ້ມ​ຕົ້ນ​ຊີ​ວິດ​ຂອງ​ທ່ານ​ຈະ​ເລັກ​ນ້ອຍ ແຕ່ຕໍ່ໄປ​ປາຍໆ​ຈະ​ໃຫຍ່​ໂຕຂຶ້ນ

8   “ຂ້າພະ​ເຈົ້າ​ຂໍ​ຮ້ອງ ໃຫ້​ທ່ານ​ຖາມ​ຄົນ​ບູ​ຮານ​ເບິ່ງ ແລະ​ຄິດ​ເບິ່ງວ່​ບັນ​ພະ​ບຸ​ຣຸດ​ຄົ້ນ​ພົບ​ສິ່ງ​ໃດ​ແດ່

9   ເພາະ​ສ່ວນ​ເຮົາ ຊີ​ວິດ​ສັ້ນ​ເຫມືອນ​ຢ່າງ​ເກີດມື້​ວານ​ນີ້ ບໍ່ຮູ້​ຈັກ​ຫຍັງເລີຍ ເພາະ​ວັນ​ຄືນ​ຂອງ​ເຮົາ​ເທິງ​ແຜ່ນ​ດິນ​ໂລກ​ປຽບ​ເຫມືອນ​ເງົ

10 ເຂົາ​ຈະ​ບໍ່​ສອນ​ທ່ານ​ແລະ​ບອກ​ທ່ານ ແລະ​ກ່າວ​ຄຳ​ຈາກ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ຫລື

11 “ຕົ້ນ​ອໍ້​ຈະ​ງອກ​ຂື້​ນ​ໃນ​ບ່ອນ​ທີ່ບໍ່​ມີ​ຕົມ​ໄດ້​ຫລື ແລະຈະ​ງອກ​ງາມ​ໃນ​ບ່ອນ​ທີ່​ບໍ່​ມີ​ນ້ຳ​ໄດ້​ຫລື

12 ຂ​ນະ​ທີ່ມີ​ດອກ​ຍັງ​ບໍ່​ໄດ້​ຕັດ​ລົງ ມັນ​ກໍ​ຫ່ຽວ​ແຫ້ງ​ໄປ​ກ່ອນ​ຕົ້ນ​ໄມ້​ອື່ນໆ

13 ທາງ​ຂອງ​ບັນ​ດາ​ຜູ້​ທີ່​ລືມ​ພຣະ​ເຈົ້ກໍ​ເປັນ​ຢ່າງ​ນັ້ນ​ແຫລະ ຄວາມ​ຫວັງ​ຂອງ​ຄົນ​ທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ​ຈະ​ພິ​ນາດ​ໄປ

14 ສິ່ງ​ທີ່​ເຂົາ​ໄວ້​ໃຈ​ຫັກ​ສະ​ບັ້ນລົງ ແລະ​ສິ່ງທີ່​ເຂົາ​ວາງ​ໃຈ​ຍຸ່ຍ​ເຫມືອນດັ່ງ​ໃຍ​ແມງ​ມຸມ

15 ເຂົາເອື່ອຍ​ອີງເຮືອນ​ຂອງ​ເຂົາ ແຕ່​ມັນ​ທົນ​ທານ​ບໍ່​ໄຫວ ເຂົາ​ຍຶດ​ມັນ​ໄວ້ ແຕ່​ມັນ​ກໍ​ບໍ່​ທົນ​ຢູ່​ບໍ່​ໄດ້

16 ຄົນ​ຊົ່ວຂຽວ​ສົດ​ຢູ່​ຕໍ່​ຫນ້າ​ດວງ​ຕາ​ເວັນ ດັ່ງຕົ້ນ​ຫຍ້າ​ແຜ່​ຂະ​ຫຍາຍ​ທົ່ວ​ທັງ​ສວນ​ນັ້ນ

17 ຮາກ​ຂອງ​ມັນ​ເລື້ອຍ​ໄປເກາະ​ກອງ​ຫີນ ແລະ​ຫ​ຍັ່ງ​ລົງ​ໄປ​ໃນ​ອ້ອມກ້ອນ​ຫີນ

18 ຖ້າ​ມັນຖືກ​ທຳ​ລາຍໄປຈາກ​ບ່ອນ​ຂອງ​ມັນ ແລ້ວ​ທີ່​ນັ້ນ​ຈະ​ປະ​ຕິ​ເສດ​ວ່າ “ຂ້າ​ບໍ່​ເຄີຍ​ເຫັນ​ເຈົ້າ”

19 ເບິ່ງ​ແມ໋ ນີ້​ເປັນ​ຄວາມ​ຊື່ນ​ບານ​ແຫ່ງ​ທາງ​ຂ​ອງ​ມັນ ແລະ​ສິ່ງ​ອື່ນ​ຈະ​ງອກ​ອອກ​ມາ​ຈາກ​ດິນ

20 ເບິ່ງ​ແມ໋ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ​ຄົນ​ດີ​ຮອບ​ຄອບ ຫລື​ຄ້ຳ​ຈູນ​ຜູ້​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ

21 ພຣະ​ອົງ​ຍັງ​ຈະ​ຊົງ​ໃຫ້​ປາກ​ຂອງ​ທ່ານ​ຫົວ​ເລາ ແລະ​ທຳ​ໃຫ້​ຮີມ​ຝີ​ປາກ​ຂອງ​ທ່ານ​ໂຮ່​ຮ້ອງ​ສ​ເມີ

22 ຄົນ​ເຫລົ່າ​ນັ້ນ​ທີ່​ກຽດ​ຊັງ​ທ່ານ​ ຈະຫົ່ມ​ຄວາ​ມອັ​ບ​ ອາຍ ແລະ​ເຕັນ​ຂອງ​ຄົນ​ອະ​ທັມ​ຈະ​ບໍ່​ມີ​ຕໍ່​ໄປ​ອີກ​ເລີຍ                                                        

 

9. ໂຢບບໍ່​ສາ​ມາດ​ທີ່​ຈະ​ທູນ​ຕອບ​ພຣະ​ເຈົ້າ​ໄດ້

1   ແລ້ວ​ໂຢບ​ຕອບ​ວ່າ,

2   “ແມ່ນ​ແທ້ ຂ້າ​ພະ​ເຈົ້າ​ຊາບ​ວ່າ​ເປັນ​ຢ່າງ​ນັ້ນ ແຕ່​ຄົນ​ເຣົາ​ຈະ​ຊອບ​ທັມ​ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້​ໄດ້​ຢ່າງ​ໃດ

3   ຖ້າ​ຄົນ​ນື່ງ​ຄົນ​ໃດ​ປາ​ຖ​ນາ​ຈະໂຕ້​ຖຽງ​ກັບ​ພຣະ​ອົງ ໃນ​ພັນ​ຄັ້ງ​ຜູ້​ນັ້ນ​ກໍ​ຕ​ອບ​ພຣະ​ອົງ​ບໍ່​ໄດ້​ຈັກ​ຄັ້ງ​ດຽວ

4   ພຣະ​ອົງ​ສ​ລາດ​ຢູ່​ໃນ​ພຣະ​ທັຍ ແລະ​ພຣະ​ກຳ​ລັງ​ກໍ​ແຂງ​ແຮງ ຜູ້​ໃດ​ເຄີຍ​ໄດ້​ແຂງຕໍ່ພຣະ​ອົງ ແລະ​ຊ​ນະ​ພຣະ​ອົງ​

5   ພຣະ​ອົງ​ຜູ້ຊົງ​ເຄື່ອນ​ພູ​ເຂົາ ແລະ​ພູ​ເຂົາ​ທັງ​ຫລາຍ​ກໍ​ບໍ່​ຮູ້​ ເມື່ອ​ພຣະ​ອົງ​ຊົງ​ຄວ່ຳ​ມັນ​ເສັຽດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ

6   ຜູ້​ຊົງ​ສັ່ນ​ແຜ່ນ​ດິນ​ໂລກ​ໃຫ້​ອອກ​ຈາກ​ທີ່​ຂອງ​ມັນ​ ແລະ​ເສົາ​ຂອງ​ມັນ​ກໍ​ສັ່ນ​ສະ​ເທືອນ

7   ຜູ້​ຊົງ​ບັນ​ຊາ​ດວງ​ຕາ​ເວັນ ແລະ​ມັນ​ບໍ່​ຂຶ້ນ ຜູ້​ຊົງ​ຜະ​ນຶກ​ເກັບ​ດວງ​ດາວ​ໄວ້

8   ຜູ້​ຊົງ​ຄືງ​ຟ້າ​ສວັນ​ອອກ​ແຕ່​ພຣະ​ອົງ​ດຽວ ແລະ​ຊົງ​ຢ່ຳ​ຄືນຂອງ​ທະ​ເລ

9   ຜູ້​ຊົງ​ສ້າງ​ດາວ​ແຂ້ແລະດາ​ວໄຖ ດາວລູກ​ໄກ່ ແລະ​ຫມ່​ດາວ​ທິດໃຕ້

10 ຜູ້​ຊົງ​ກະ​ທຳ​ຣິດ​ອຳ​ນາດ​ເຫລືອ​ທີ່​ຈະ​ເຂົ້າ​ໃຈ​ໄດ້ ແລະ​ການ​ອັດ​ສະ​ຈັນ​ຢ່າງ​ນັບ​ບໍ່​ຖ້ວນ

11 ພຣະ​ອົງ​ຊົງ​ຜ່ານ​ໄປ ແລະ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ສັງ​ເກດເຫັນ​ພຣະ​ອົງ​ໄດ້

12 ເບິ່ງ​ແມ໋ ພຣະ​ອົງ​ຊົງ​ເອົ​ໄປ ໃຜ​ຈະ​ຫ້າມ​ພຣະ​ອົງ​ໄດ້ ໃຜ​ຈະ​ທູນ​ພຣະ​ອົງ​ວ່າ “ພຣະ​ອົງຊົງ​ກະ​ທຳ​ສິ່ງ​ໃດນັ້ນ”

13 ພຣະ​ເຈົ້າ​ຈະ​ບໍ່​ບິດ​ເບືອນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ ໃຜ​ຊ່ອຍ​ຣາ​ຮາບ ມັງ​ກອນ​ທະ​ເລ​ຕໍ່​ຕ້ານ​ພຣະ​ອົງ​ໄດ້

14 ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ຕອ​ບ​ພຣະ​ອົງ​ໄດ້​ຢ່າງ​ໃດ ຈະ​ເລືອກ​ຖ້ອຍ​ຄຳ​ອັນ​ໃດ​ມາ​ໂຕ້​ຕອບ​ພຣະ​ອົງ

15 ແມ່ນວ່າ​ຂ້າ​ພະ​ເຈົ້າ​ປາສ​ຈາກຄວາມຜິດ ຂ້າພະ​ເຈົ້າກໍ​ຕອບ​ພຣະ​ອົງ​ບໍ່​ໄດ້ ຂ້າ​ພະ​ເຈົ້າຈະ​ຕ້ອງ​ຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ໂຈດຂອງ​ຂ້າ​ພະ​ເຈົ້າ

16 ຖ້າ​ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຕອ​ບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ບໍ່ເຊື່ອວ່າ​ພຣະ​ອົງ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ

17 ເພາະ​ພຣະ​ອົງ​ຊົງ​ຂະ​ຍີ້​ຂ້າ​ພ​ເຈົ້າ​ດ້ວຍ​ພະ​ຍຸ ແລະ​ທະ​ວີ​ບາດ​ແຜ​ຂອງ​ຂ້າ​ພ​ເຈົ້າ​ໂດຍ​ບໍ່​ມີ​ເຫດ

18 ພຣະ​ອົງ​ຈະ​ບໍ່​ຊົງ​ໃຫ້​ຂ້າພະ​ເຈົ້​ຫາຍ​ໃຈ​ໄດ້ ແຕ່ເຕີມ​ຄວາມ​ຂົ່ມ​ຂືນ​ໃຫ້​ຂ້າ​ພະ​ເຈົ້າ​ເຕັມ

19 ຖ້າ​ເປັນ​ການ​ປະ​ລອງ​ກຳ​ລັງ ກໍເບິ່ງພຣະ​ອົງ​ແມ໋ ຖ້າ​ເປັນ​ເຣື່ອງ​ການ​ພິ​ພາກ​ສາໃຜ​ຈະ​ນັດ​ຟ້ອງ​ພຣະ​ອົງ​ໄດ້

20 ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຊອບ​ທັມ ປາກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ໂທດ​ຂ້າ​ພະ​ເຈົ້າ ແມ່ນ​ວ່າ​ຂ້າພະ​ເຈົ້າ​ຈະ​ດີ​ຮອບ​ຄອບ ພຣະ​ອົງ​ຈະ​ພິ​ສູດ​ວ່າ​ຂ້າ​ພ​ເຈົ້າ​ບົກ​ພ່ອງ

21 ຂ້າ​ພະ​ເຈົ້າ​ດີ​ຮອບ​ຄອບ ຂ້າ​ພະ​ເຈົ້າ​ບໍ່​ໄຍ​ດີ​ໃນ​ຕົວ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າກຽດ​ຊັງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ

22 ກໍ​ເຫມືອນ​ກັນ​ຫມົດ ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈິ່ງວ່າ ພຣະ​ອົງ​ຊົງ​ທຳ​ລາຍ​ທັງ​ຄົນ​ດີ​ຮອບ​ຄອບ​ແລະ​ຄົນ​ອະ​ທັມ

23 ເມື່ອ​ໄພ​ວິ​ບັດ​ນຳ​ຄວາມ​ຕາຍ​ມາ​ໂດຍ​ບໍ່​ຄາດ​ຝັນ ພຣະ​ອົງ​ຊົງ​ເຍາ​ເຍີ້ຍ​ຄວາມ​ທຸກ​ລຳ​ບາກ​ຂອງ​ຜູ້​ປາ​ສ​ຈາ​ກຄວາມ​ຜິດ

24 ແຜ່ນ​ດິນ​ໂລກ​ນີ້​ຊົງ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ອະ​ທັມ ພຣະ​ອົງ​ຊົງ​ປິດ​ຫນ້າ​ບັນ​ດາ​ຜູ້​ປົກ​ຄອງ​ໂລກ ຖ້າ​ບໍ່​ແມ່ນ​ພຣະ​ອົງ ແລ້ວ​ໃຜ​ຫນໍທີ່​ຈະ​ທຳ​ສິ່ງ​ເຫລົ່າ​ນີ້

25 “ວັນ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ​ໄວກວ່າ​ນັກ​ແລ່ນ ມັນຜ່ານ​ພົ້ນ​ໄປ ມັນ​ບໍ່​ເຫັນມີ​ສິ່ງ​ໃດ​ດີ

26 ມັນ​ຜ່ານ​ໄປ​ຢ່າງ​ກັບ​ເຮືອໄວ ດັ່ງ​ນົກ​ອີນ​ຊີ​ເຈີດ​ລົງ​ຂຸບ​ເຫຍື່ອ

27 ຖ້າ​ຂ້າ​ພຣະ​ອົງ​ວ່າ, “ຂ້າ​ພະ​ຈົ້ຈະ​ລືມ​ຄຳ​ຮ້ອງ​ທຸກ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຖິ້ມ​ຫນ້າ​ໂສກ​ເສົ້າ​ຂອງ​ຂ້າ​ພະ​ເຈົ້າ​ເສັຽ ແລະ​ເບີກ​ບານມ່ວນ​ຊື່ນ”

28 ຂ້າ​ພຣະ​ອົງ​ເກີດ​ຄວາມ​ຢ້ານບັນ​ດາ​ຄວາມ​ທຸກ​ຂອ​ງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຮູ້​ວ່າ ພຣະ​ອົງ​ຈະບໍ່​ຖື​ວ່າ​ຂ້າ​ພຣະ​ອົງ​ປາ​ສ​ຈກຄວາມ​ຜິດ

29 ຂ້າ​ພຣະ​ອົງ​ຈະ​ຖືກ​ກ່າວ​ໂທດ ແລະ​ເປັນ​ຫຍັງ​ຈະ​ຕ້ອງ​ມາ​ຮົບ​ກວນ​ຂ້າ​ພຣະ​ອົງ

30 ຖ້າ​ຂ້າ​ພຣະ​ອົງ​ຊຳ​ຮະ​ຕົວ​ຂອງ​ຂ້າ​ພຣະ​ອົງ​ດ້ວຍ​ສະ​ບູ ແລະ​ລ້າງ​ມື​ຂອງ​ຂ້າ​ພຣະ​ອົງ​ຈກ​ການ​ບາບ

31 ພຣະ​ອົງ​ຍັງ​ຈະ​ຊົງ​ຈຸ່ມ​ຂ້າ​ພຣະ​ອົງ​ລົງ​ໄປ​ໃນ​ບໍ່ ເສື້ອ​ຜ້າ​ຂອງ​ຂ້າ​ພຣະ​ອົງ​ຈະ​ລັງ​ກຽດ​ຂ້າ​ພຣະ​ອົງ

32 ພຣະ​ອົງ​ບໍ່​ແມ່ນ​ມະ​ນຸດ​ຢ່າງ​ຂ້າ​ພຣະ​ອົງ ທີ່​ຂ້າ​ພຣະ​ອົງ​ຈະ​ຕອບ​ພຣະ​ອົງ ຊື່ງ​ເຮົາ​ຈະ​ມາ​ສູ້​ຄະ​ດີ​ດ້ວຍ​ກັນ

33 ບໍ່​ມີ​ຄົນ​ກາງ​ລະ​ຫວ່າງ​ເຮົຜູ້ຊຶ່ງ​ຈະຕັດ​ສີນ​ຄວາມ​ເຮົ​ທັງ​ສອງ​ໄດ້

34 ຂໍ​ໃຫ້​ພຣະ​ອົງ​ຊົງ​ນຳ​ໄມ້​ແສ້​ໄປ​ຈາກ​ຂ້າ​ພຣະ​ອົງ​ເສັຽ​ ແລະ​ຂໍ​ຈົ່ງ​ເອົາ​ຄວາມ​ຢ້ານ​ອັນ​ໃຫຍ່​ໄປ​ຈາກ​ຂ້າ​ພຣະ​ອົງ

35 ແລ້ວ​ຂ້າ​ພະ​ອົງຈະ​ເວົ້ ແລະ​ບໍ່​ຢ້ານ​ພຣະ​ອົງ ເພາະ​ໃຈ​ຈິງ​ຂອງ​ຂ້າ​ພຣະ​ອົງ​ບໍ່​ເປັນ​ຢ່າງ​ນັ້ນ

 

10. ໂຢບ​ຄ່ຳ​ຄວນ​ເຖິງ​ສະ​ພາບ​ຂອງ​ຕົນ

1    “ຂ້າ​ພະ​ເຈົ້າ​ເບື່ອ​ຊີ​ວິ​ດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ທຸກ​ຢ່າງ​ບໍ່​ຢັບ​ຢັ້ງ ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ດ້ວຍ​ຈິດ​ໃຈ​ຂົ່ມ​ຂື່ນ​ຂອງ​ຂ້າ​ພ​ເຈົ້າ

2   ຂ້າ​ຈະ​ທູນ​ພຣະ​ເຈົ້າ​ວ່າ ຂໍ​ຢ່າ​ຊົງ​ກ່າວ​ໂທດ​ຂ້າ​ພຣະ​ອົງ ຂໍໃຫ້​ຂ້າ​ພຣະ​ອົງ​ຮູ້​ວ່າ​ເປັນ​ຫຍັງ​ພຣະ​ອົງ​ຈິ່ງ​ຊົງ​ກ່າວ​ຟ້ອງ​ກັບ​ຂ້າ​ພຣະ​ອົງ

3   ພຣະ​ອົງ​ຊົງ​ເຫັນ​ຊອບ​ແລ້ວ​ຫລື​ທີ່​ຈະ​ບີບ​ບັງ​ຄັບ ທີ່​ຈະ​ຫມີ່ນ​ພຣະ​ຫັດຖະ​ກິດ​ຂອງ​ພຣະ​ອົງ ແລະ​ຊົງ​ໂຜດ​ແຜນ​ການ​ຂອງ​ຄົນ​ອະ​ທັມ

4   ພຣະ​ອົງ​ຊົງ​ມີ​ພຣະ​ເນດ​ຢ່າງ​ຕາ​ຄົນ​ຫລື ພຣະ​ອົງ​ຊົງເຫັນ​ຢ່າງມະ​ນຸດ​ເຫັນ​ຫລື

5   ວັນ​ຂອງ​ພຣະ​ອົງ​ເຫມືອນ​ວັນ​ຂອງ​ມະ​ນຸດ​ຫລື ປີ​ຂອງ​ພຣະ​ອົງ​ເຫມືອນ​ວັນ​ຄືນ​ຂອງ​ຄົນ​ເຣົາ​ຫລື

6   ທີ່​ພຣະ​ອົງ​ຊົງ​ຄອຍຈັບ​ຜິດ​ຂ້າ​ພຣະ​ອົງ ແລະ​ຊ​ອກ​ຫາ​ບາບ​ຂອງ​ຂ້າ​ພຣະ​ອົງ

7   ພຣະ​ອົງ​ຊົງ​ຮູ້​ດີ​ວ່າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ເປັນ​ຄົນ​ຊອບ​ທັມ ແລະ​ບໍ່​ມີ​ໃຜ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ຫວິດ​ອອກ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ​ໄດ້

8   ພຣະ​ຫັດ​​ຂອງ​ພຣະ​ອົງ​ປັ້ນ ແລະ​ຊົງ​ສ້າງ​ຂ້າ​ພຣະ​ອົງ ແລະ​ບັດ​ນີ້ພຣະ​ອົງ​ຊົງ​ກັບ​ຄືນ​ມາ​ທຳ​ລາຍ​ຂ້າ​ພຣະ​ອົງ

9   ຂໍ​ຊົງ​ຣະ​ລຶກ​ເຖິງວ່າ​ພຣະ​ອົງ​ຊົງ​ສ້າງ​ຂ້າ​ພຣະ​ອົງ​ດ້ວຍ​ດິນ ພຣະ​ອົງ​ຈະ​ຊົງ​ນຳ​ຂ້າ​ພຣະ​ອົງ​ໃຫ້​ກັບ​ຄືນ​ເປັນ​ຝຸ່ນ​ຂີ້​ດີ​ນອີ​ກ​ຫລື

10 ພຣະ​ອົງ​ບໍ່​ໄດ້​ຊົງຖອກ​ເທ​ຂ້າ​ພຣະ​ອົງ​ອອກ​ຢ່າງ​ນ້ຳ​ນົມ ແລະ​ທຳ​ຂ້າ​ພຣະ​ອົງ​ໃຫ້​ແຂງ​ເຫມືອນ​ເນີຍ​ແຂງ​ຫລື

11 ພຣະ​ອົງ​ຊົງ​ຫົ່ມ​ຂ້າ​ພຣະ​ອົງ​ໄວ້​ດ້ວຍ​ຫນັງ​ແລະ​ເນື້​ອ ແລະ​ຊົງ​ສານ​ຂ້າ​ພຣະ​ອົງ​ດ້ວຍ​ກະ​ດູກ​ ແລະ​ເສັ້ນ​ເອັນ

12 ພຣະ​ອົງ​ຊົງ​ໄດ້​ໃຫ້​ຊີ​ວິດ ແລະ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຂ້າ​ພຣະ​ອົງ ແລະ​ຄວາມ​ດູ​ແລ​ຮັກ​ສາ​ຂອງ​ພຣະ​ອົງ​ໄດ້​ສວມ​ຈິດ​ວິນ​ຍານ​ຂ້າ​ພຣະ​ອົງ​ໄວ້

13 ແຕ່​ສິ່ງ​ຕໍ່​ໄປ​ນີ້​ພຣະ​ອົງ​ຊົງ​ເຊື່ອງ​ໄວ້​ໃນ​ພຣະ​ທັຍ​ຂອງ​ພຣະ​ອົງ​ ຂ້າ​ພຣະອົງ​ຮູ້​ວ່າ​ນີ້​ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ

14 ຖ້າ​ຂ້ພຣະ​ອົງ​ທຳ​ບາບ ພຣະ​ອົງ​ຊົງ​ຫມາຍ​ຂ້າ​ພຣະ​ອົງ​ໄວ້ ແລະ​ບໍ່​ຊົງ​ປ່ອຍ​ຕົວ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ໂທດ​ຄວາມ​ຜິດບາບ​ຂອງ​ຂ້າ​ພຣະ​ອົງ

15 ຖ້າ​ຂ້າ​ພຣະ​ອົງ​ຊົ່ວ​ຮ້າຍ ວິ​ບັດ​ແກ່​ຂ້າ​ພຣະ​ອົງ ຖ້າ​ຂ້າ​ພຣະ​ອົງ​ຊອບ​ທັມ ຂ້າ​ພຣະ​ອົງ​ຍັງ​ເງີຍ​ສີ​ສະ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ບໍ່​ໄດ້ ເພາະ​ຂ້າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ອັບ​ອຍ ແລະ​ມອງ​ເບິ່ງ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ

16 ແລະ​ຖ້າ​ຂ້າ​ພຣະ​ອົງ​ຈະ​ຍົກ​ຕົວ​ຂຶ້ນ ພຣະ​ອົງ​ຈະ​ຊົງ​ໄລ່​ຂຸບ​ຂ້າ​ພຣະ​ອົງ​ເຫມືອນ​ດັ່ງ​ສິງ​ທີ່​ດຸ​ຮ້າຍ ແລະ​ຊົງ​ທຳ​ການ​ອັ​ດ​ສະ​ຈັນ​ສູ້​ຂ້າ​ພຣະ​ອົງ​ອີກ

17 ພຣະ​ອົງ​ຊົງ​ມີພຍານ​ຂອງ​ພຣະ​ອົງປັກ​ປຳ​ຂ້າ​ພຣະ​ອົງ​ໃຫມ່ ແລະ​ຊົງ​ເພີ້ມ​ຄວາມ​ຮ້ອນ​ພຣະ​ທັຍ​ຂອງ​ພຣະ​ອົງ​ໃນ​ຂ້າ​ພຣະ​ອົງພຣະ​ອົງ​ຊົງ​ນຳ​ພົນ​ໂຍ​ທາ​ໃຫມ່ໆ​ມາ​ສູ້​ຂ້າ​ພຣະ​ອົງ

18 “ເປັນ​ຫຍັງ​ພຣະ​ອົງ​ຊົງ​ນຳ​ຂ້າ​ພຣະ​ອົງ​ອອກ​ມາ​ຈາກ​ທ້ອງ​ແມ່ ບໍ່​ດັ່ງ​ນັ້ນ​ຂ້າ​ພຣະ​ອົງ​ຄົງ​ຕາຍ​ກ່ອນ​ຕາ​ໃດໆ​ໄດ້​ເຫັນ​ຂ້າ​ພຣະ​ອົງ

19 ເຫມືອນ​ຢ່າງ​ກັບ​ວ່າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ເກີດ​ມາ ຂ້າ​ພຣະ​ອົງ​ຄົງ​ຖືກ​ນຳ​ຈາກ​ທ້ອງ​ແມ່​ໄປ​ເຖິງ​ຫລຸມ​ຝັງ​ສົບ​ແລ້ວ

20 ວັນ​ຄືນ​ຊີ​ວິດຂອງ​ຂ້າ​ພຣະ​ອົງ​ບໍ່​ຫນ້ອຍ​ຫລື ຂໍ​ໃຫ້​ຂ້າ​ພຣະ​ອົງ​ຢູ່ຄົນ​ດຽວ ເພື່ອ​ຂ້າ​ພຣະ​ອົງຈະ​ຍິນດີກັບ​ເວ​ລາ​ທີ່​ຍັງ​ເຫລືອຫນ້ອຍ​ນື່ງ

21 ກ່ອນ​ທີ່​ຂ້າ​ພຣະ​ອົງ​ຈະ​ໄປ​ຍັງ​ບ່ອນ​ທີ່​ຂ້າ​ພຣະ​ອົງ​ບໍ່​ກັບ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄວາມ​ມືດ​ແລະ​ເງົ​ມັດຈຸ​ຣາ​ຊ

22 ແຜ່ນ​ດິນ​ແຫ່ງ​ຄວາມ​ມືດ​ເຫຍີງ​ຫຍຸ່ງ​ເຕັມ​ແຕ່​ເງົາ​ມັດ​ຈຸ​ຣາ​ຊ​ບໍ່​ມີ​ລະ​ບຽບ ທີ່​ຄວາມ​ສວ່າງ​ເປັນ​ເຫມືອນ​ຄວາມ​ມືດ​ດຳ​ຄລອດ

 

11. ໂຊ​ຟາ​ກ່າວ​ໂທດ​ໂຢບ​

1   ແລ້ວ​ໂຊ​ຟາ​ ຊາວ​ນາ​ອາ​ມາ​ຕອບ​ວ່າ,

2   “ຄວ​ນ​ທີ່​ຈະ​ຟັງມວນ​ຖ້ອຍ​ຄຳ​ໂດຍ​ບໍ່​ມີ​ໃຜ​ຕອບ​ຫລື ແລະ​ຄົນ​ທີ່​ເວົ້​ຫລາຍ​ຄວນ​ຖື​ວ່າ​ຊອບ​ທັມ​ຫລື

3   ຄວນ​ທີ່​ຄຳ​ເວົ້າ​ອັນ​ປາ​ສ​ຈາກ​ເຫດ​ຜົນ​ຂອງ​ທ່ານເຮັດໃຫ້​ຄົນ​ມິດ ແລະ​ເມື່ອ​ທ່ານ​ເຍາະ​ເຍີ້ຍ​ບໍ່​ຄວນ​ມີ​ຜູ້​ໃດ​ເຮັດໃຫ້​ທ່ານອັບ​ອາຍ​ຫລື

4   ເພາະ​ທ່ານ​ວ່າ “ຄຳ​ສອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ​ຣິ​ສຸດ ແລະ​ຂ້າ​ພະ​ເຈົ້າ​ກໍ​ສະ​ອາດ​ໃນສາຍ​ພຣະ​ເນດ​ພຣະ​ເຈົ້າ”

5   ແຕ່​ວ່າ ໂອ ຢາກໃຫ້​ພຣະ​ເຈົ້າ​ບອກ ແລະ​ຊົງ​ເປີດ​ຮີມ​ພຣະ​ໂອດ​ຂອງ​ພຣະ​ອົງສັ່ງ​​ກັບ​ທ່ານ

6   ຢາກ​ຈະ​ໃຫ້​ພຣະ​ອົງ​ຊົງ​ສຳ​ແດງ​ສິ່ງ​ເລິກ​ລັບ​ຂອງ​ສະ​ຕິ​ປັນ​ຍາ​ໃຫ້​ທ່ານ ເພາ​ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ​ມີ​ຫລາຍ​ສິ່ງ​ເລິກ​ໂພດ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ເຂົ້າ​ໃຈ ຈົ່ງ​ຮູ້​ເຖີດ​ວ່າພຣະ​ເຈົ້າ​ຊົງ​ຮຽກ​ຮ້ອງ​ຈາກ​ທ່ານ​ຫນ້ອຍກວ່າກັ​ມ​ຊົ່ວ​ຂອງ​ທ່ານຄວນ​ຈະໄດ້​ຮັບ

7   “ທ່ານ​ຈະ​ຢັ່ງ​ຮູ້​ສະ​ພາບ​ຂອງ​ພຣະ​ເຈົ້າ​ໄດ້​ຫລື ທ່ານ​ຢັ່ງ​ຮູ້​ອົງ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ໄດ້​ຫມົດ​ຫລື

8   ນັ້ນ​ສູງກວ່າ​ຟ້າ​ສວັນ ທ່ານຈະ​ທຳ​ສິ່ງ​ໃດ​ໄດ້ ເລິກກວ່າ​ແດນມໍ​ຣະ​ນາ ທ່ານ​ຈະ​ຮູ້​ໄດ້​ຢ່າງ​ໃດ

9   ວັດ​ແທກ​ເບິ່ງກໍ​ຍາວກວ່າ​ໂລກ ແລກວ້າງກວ່າ​ທະ​ເລ​

10 ຖ້າ​ພຣະ​ອົງ​ຊົງ​ຜ່ານ​ໄປ ແລະ​ຊົງ​ຄຸມ​ຂັງ ແລະ​ຊົງ​ເອີ້ນ​ມາ​ພິ​ພາກ​ສາ ໃຜ​ຈະ​ຂັດ​ຂວາງ​ພຣະ​ອົງ​ໄດ້

11 ເພາະ​ພຣະ​ອົງ​ຊົງ​ຮູ້​ຄົນ​ໄຮ້​ຄ່າ ເມື່ອ​ພຣະ​ອົງ​ຊົງ​ເຫັນ​ຄວາມ​ຜິດ​ບາບ ພຣະ​ອົງ​ຈະ​ບໍ່​ຊົງ​ພິ​ຈາ​ຣະ​ນາ​ຫລື

12 ແຕ່​ຄົນ​ໂງ່​ຈະ​ໄດ້​ຄວາມ​ເຂົ້າ​ໃຈ​ກໍ​ເມື່ອ​ລູກ​ລໍ​ປ່າ​ເກີດ​ມາ​ເປັນ​ຄົນ

13 “ຖ້າ​ທ່ານ​ຕຽມ​ໃຈ​ຂອງ​ທ່ານ​ໄວ້ ແລະ​ທ່ານ​ຢຽດ​ແຂນ​ຂອງ​ທ່ານ​ອອກ​ໄປ​ຫາ​ພຣະ​ອົງ

14 ຖ້າ​ຄວາມ​ບາບຊົ່ວ​ຢູ່ໃນ​ມື​ຂອງ​ທ່ານ​ຖິ້ມ​ເສັຽ​ໃຫ້​ໄກ ແລະ​ຢ່າ​ໃຫ້​ຄວາມ​ອະ​ທັມ​ອາ​ໄສ​ຢູ່​ໃນ​ເຕັນ​ຂອງ​ທ່ານ

15 ແລ້ວ​ທ່ານ​ຈະ​ເງີຍ​ຫນ້າ​ຂຶ້​ນ​ໂດຍ​ປາ​ສ​ຈາກ​ຕຳ​ຫນິ ທ່ານ​ຈະ​ປອດ​ໄພ ແລະບໍ່​ຕ້ອງ​ຢ້ານ

16 ທ່ານ​ຈະລືມ​ຄວາມ​​ຍາກ​ລຳ​ບາກຂອງ​ທ່ານ ທ່ານ​ຈະ​ຈົດ​ຈຳ​ໄດ້​ເຫ​ມືອນ​ນ້ຳ​ທີ່​ໄດ້​ໄຫລ​ຜ່ານ​ພົ້ນ​ໄປ

17 ແລ້ວ​ຊີ​ວິດ​ຂອງ​ທ່ານ​ຈະ​ສຸກ​ໄສ​ຍິ່ງກວ່າ​ເວ​ລາ​ທ່ຽງ​ວັນ ເຖິງ​ແມ່ນ​ຈະ​ມີ​ຄວາມ​ມືດ​ກໍ​ຈະ​ເຫມືອນ​ເວ​ລາ​ຮຸ່ງ​ເຊົ້າ

18 ແລະ​ທ່ານ​ຈະ​ຮູ້​ສຶກ​ປອດ​ໄພ ເພາະ​ມີ​ຄວາມ​ຫວັງ ທ່ານ​ຈະ​ສຳ​ລວດ​ເບິ່ງ ແລະ​ນອນ​ພັກ​ຢ່າງ​ປອດ​ໄພ

19 ທ່ານຈະ​ນອນ​ລົງ ແລະ​ບໍ່​ມີ​ໃຜ​ທຳ​ໃຫ້​ທ່ານ​ຢ້ານ ຄົນ​ເປັນ​ຈຳ​ນວນ​ຫລາຍ​ຈະ​ມາ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ທ່ານ

20 ແຕ່​ຕາ​ຂອງ​ຄົນ​ອະ​ທັມ​ຈະ​ມືດ​ມົວ ຫົນ​ທາງ​ທີ່​ລອດ​ພົ້ນ​ຈະ​ອັນ​ຕະ​ທານ​ຫາຍ​ໄປ​ຈາກ​ເຂົາ ແລະ​ຄວາມ​ຫວັງ​ຂອງ​ເຂົາ​ກໍ​ຄື​ຄວາມ​ຕາຍ​ນັ້ນ​ເອງ”

 

12. ໂຢບ​ຢືນ​ຢັນ​ເຖິງພຣະກຳ​ລັງ​ ແລະ​ພຣະສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ

1   ແລ້ວ​ໂຢບ​ຕອບ​ວ່າ,

2   “ບໍ່​ຕ້ອງ​ສົງ​ໄສ​ເລີຍວ່າ​ທ່ານ​ທັງ​ຫລາຍ​ເປັນ​ສຽງ​ຂອງ​ປະ​ຊາ​ຊົນ ແລະ​ສະ​ຕິ​ປັນ​ຍາ​ຈະ​ຕາຍ​ໄປ​ພ້ອມ​ກັບ​ທ່ານ

3<