| Jeremiah |
|
![]() |
|
|
|
|
|
|
|
|
|
|
1
ຕໍ່ໄປນີ້ແມ່ນຖ້ອຍຄຳ
ແລະການກະທຳຂອງເຢເຣມີຢາ
ບຸດຂອງຮິນກີຢາ
ຜູ້ເປັນປະໂຣຫິດຄົນນຶ່ງໃນເມືອງອານາໂທດ
ໃນແຜ່ນດິນຂອງເບັນຢາມິນ
2
ພຣະຜູ້ເປັນເຈົ້າໄດ້ຊົງກ່າວຕໍ່ເຢເຣມີຢາໃນຣັຊການໂຢຊີຢາ
ໂອຣົດຂອງອາໂມນ
ກະສັດແຫ່ງຢູດາໃນປີທີ່ສິບສາມຂອງຣັຊການນີ້
3
ແລະມີມາໃນຣັຊການຂອງເຢຮົວອາກິມ
ໂອຣົດຂອງໂຢຊີຢາກະສັດແຫ່ງຢູດາ
ຈົນເຖິງປາຍປີທີ່ສິບເອັດແຫ່ງຣັຊການເຊເດກີຢາ
ໂອຣົດຂອງໂຢຊີຢາກະສັດແຫ່ງຢູດາ
ຈົນເຖິງການກວາດເຢຣູຊາເລັມໄປເປັນຊະເລີຍໃນເດືອນທີ່ຫ້າ
4
ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ,
5
“ເຮົາໄດ້ຮູ້ຈັກເຈົ້າ
ກ່ອນທີ່ເຮົາໄດ້ເຮັດໃຫ້ເຈົ້າເປັນຕົວຕົນຢູ່ໃນທ້ອງແມ່
ເຮົາໄດ້ເລືອກເຈົ້າໄວ້ແລ້ວ
ກ່ອນເຈົ້າເກີດ
ເຮົາໄດ້ແຕ່ງຕັ້ງເຈົ້າເປັນຜູ້ບໍຣິສຸດແລ້ວ
ແລະໄດ້ສະຖາປະນາໃຫ້ເຈົ້າເປັນຜູ້ປະກາດພຣະທັມແກ່ນາໆຊາດ”
6
ແລ້ວຂ້າພະເຈົ້າໄດ້ທູນຕອບວ່າ,
“ຂ້າແດ່ພຣະຜູ້ເປັນເຈົ້າ
ຂ້າພຣະອົງບໍ່ຮູ້ວ່າຈະເວົ້າຢ່າງໃດ
ເພາະວ່າ
ຂ້າພຣະອົງຍັງນ້ອຍ”
7
ແຕ່ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ,
“ຢ່າເວົ້າວ່າເຈົ້າຍັງນ້ອຍ
ເພາະວ່າເຮົາຈະໃຊ້ເຈົ້າໄປຫາປະຊາຊົນ
ແລ້ວຈົ່ງບອກທຸກສິ່ງທີ່ເຮົາຈະສັ່ງເຈົ້າແກ່ພວກເຂົາ
8
ເຈົ້າຢ່າສູ່ຢ້ານຄົນເຫລົ່ານັ້ນ
ເພາະວ່າເຮົາຈະຢູ່ປົກປັກຮັກສາເຈົ້າ
ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
9
ຄັນແລ້ວ
ພຣະຜູ້ເປັນເຈົ້າໄດ້ຊົງເດ່ພຣະຫັດມາໃສ່ປາກຂ້າພະເຈົ້າ
ແລະຊົງກ່າວຕໍ່ຂ້າພະເຈົ້າວ່າ,
“ເບິ່ງດູ
ເຮົາໄດ້ເອົາຄຳເວົ້າຂອງເຮົາໃສ່ໃນປາກຂອງເຈົ້າແລ້ວ
10 ມື້ນີ້ເຮົາໃຫ້ເຈົ້າມີອຳນາດເຫນືອປະຊາຊາດ
ແລະຣາຊອານາຈັກທັງຫລາຍ
ເພື່ອຖອນຮາກແລະຮື້ຖິ້ມເສັຽ
ເພື່ອທຳລາຍແລະເຮັດໃຫ້ລົ້ມລົງ
ເພື່ອກໍ່ຂຶ້ນແລະປູກຝັງໄວ້”
11 ພຣະຜູ້ເປັນເຈົ້າຊົງຖາມຂ້າພະເຈົ້າວ່າ,
“ເຢເຣມີຢາເອີຍ
ເຈົ້າໄດ້ເຫັນຫຍັງ”
ຂ້າພະເຈົ້າໄດ້ທູນຕອບວ່າ,
“ຂ້າພຣະອົງໄດ້ເຫັນງ່າຂອງກົກອັລມັນ”
12 ແລ້ວພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ,
“ຖືກແລ້ວ
ເຮົາກຳລັງເຝົ້າບັງຄັບໃຫ້ຄຳເວົ້າຂອງເຣົາເປັນຈິງຂຶ້ນ”
13 ຕໍ່ມາພຣະຜູ້ເປັນເຈົ້າຊົງຖາມຂ້າພະເຈົ້າວ່າ,
“ເຈົ້າໄດ້ເຫັນຫຍັງອີກບໍ”
ຂ້າພະເຈົ້າໄດ້ທູນຕອບວ່າ,
“ຂ້າພຣະອົງໄດ້ເຫັນຫມໍ້ຫນວ່ຍນຶ່ງຢູ່ທາງທິດເຫນືອ
ມັນກຳລັງຟົດແລະປາກຫມໍ້ນັ້ນປິ່ນມາທາງພີ້”
14 ແລ້ວພຣະອົງຊົງກ່າວຕໍ່ຂ້າພະເຈົ້າວ່າ,
“ເຫດຮ້າຍຈະເກີດຂຶ້ນທາງທິດເຫນືອ
ແລ້ວຈະລຸກລາມເຜົາຜານຄົນທັງປວງທີ່ອາໄສຢູ່ໃນແຜ່ນດິນນີ້
15 ຈົ່ງຟັງສິ່ງທີ່ເຮົາກ່າວ
ຄືເຮົາຈະເອີ້ນຊົນຊາດທີ່ຢູ່ທາງເຫນືອນັ້ນມາຫມົດ
ກະສັດທັງຫລາຍຂອງເຂົາກໍຈະມາ
ກະສັດແຕ່ລະອົງຈະຕັ້ງກອງບັນຊາການຂອງຕົນໄວ້ຕໍ່ຫນ້າປະຕູກຸງເຢຣູຊາເລັມຕິດກັບກຳແພງ
ແລະຕໍ່ຫນ້າປະຕູຫົວເມືອງອື່ນໆໃນຣາຊອານາຈັກຢູດາ
16 ເຣົາຈະລົງໂທດຄົນທັງຫລາຍດ້ວຍວ່າເຂົາໄດ້ເຮັດບາບ
ຄືໄດ້ປະຖິ້ມເຮົາ
ໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ພຣະອື່ນ
ແລະໄດ້ຂາບໄຫວ້ຮູບເຄົາຣົບທີ່ເຂົາເອງສ້າງຂຶ້ນ
17 ເຈົ້າຈົ່ງກ້າຫານ
ແລະຈົ່ງໄປບອກທຸກໆສິ່ງທີ່ເຮົາສັ່ງເຈົ້ານັ້ນແກ່ເຂົາ
ບັດນີ້
ເຈົ້າຢ່າສູ່ຢ້ານເຂົາ
ບໍ່ດັ່ງນັ້ນເຮົາຈະເຣັດໃຫ້ເຈົ້າຢ້ານເຂົາຫລາຍຂຶ້ນເມື່ອເຈົ້າຢູ່ນຳເຂົາ
18 ຈົ່ງຟັງ
ເຢເຣມີຢາເອີຍ
ຄືທຸກໆຄົນໃນປະເທດນີ້
ທັງກະສັດຂອງຊາວຢູດາ
ຂ້າຣາຊການ
ປະໂຣຫິດ
ແລະປະຊາຊົນທັງປວງ
19 ເຂົາທັງຫລາຍຈະຕໍ່ສູ້ເຈົ້າ
ແຕ່ມື້ນີ້ເຮົາຈະເຮັດໃຫ້ເຈົ້າສາມາດຕໍ່ສູ້ຂັດຂວາງເຂົາໄດ້
ເຈົ້າຈະເປັນເຫມືອນນະຄອນທີ່ມີການປ້ອງກັນຢ່າງດີ
ຈະເປັນເຫມືອນເສົາເຫລັກ
ແລະກຳແພງທອງເຫລືອງ
ພວກເຂົາຈະບໍ່ຊະນະເຈົ້າ
ເພາະວ່າເຮົາຈະຢູ່ປົກປັກຮັກສາເຈົ້າ
ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
1
ພຣະຄໍາຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ,
“
2
ຈົ່ງໄປປະກາດໃສ່ຫູຂອງກຸງເຢຣູຊາເລັມວ່າ
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ວ່າ
ເຮົາລະນຶກເຖິງຄວາມຊື່ສັດ
ຄາວເມື່ອເຈົ້າຍັງຫນຸ່ມ
ລະນຶກເຖິງຄວາມຮັກທີ່ເຈົ້າມີຕໍ່ເຮົາຄາວມື້ແຕ່ງງານ
ພວກເຈົ້າຕິດຕາມເຮົາໄປທົ່ວຖິ່ນກັນດານ
ຄືພູມີປະເທດທີ່ບໍ່ໄດ້ປູກຝັງ
3
ຊາວອິສຣາເອນເອີຍ
ໃນເວລານັ້ນພວກເຈົ້າເປັນຂອງເຮົາທັງຫມົດ
ເປັນຫມາກຜົນອັນດີທີ່ສຸດຈາກການເກັບກ່ຽວຂອງເຮົາ
ເຮົາເຮັດໃຫ້ທຸກຄົນທີ່ທຳຮ້າຍເຈົ້າໄດ້ຮັບຄວາມເດືອດຮ້ອນ
ແລະໃຫ້ເຂົາໄດ້ຮັບຄວາມທຸກຍາກລຳບາກ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
ບາບຂອງບັນພະບຸຣຸດຊາວອິສຣາເອນ
4
ເຊື້ອສາຍຂອງຢາໂຄບ
ແລະບັນດາຄອບຄົວອິສຣາເອນເອີຍ
ຈົ່ງຟັງຖ້ອຍຄຳຂອງພຣະຜູ້ເປັນເຈົ້າເທີນ
5
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ບັນພະບຸຣຸດຂອງພວກເຈົ້າເຫັນວ່າເຮົາໄດ້ເຮັດຜິດຫຍັງ
ຈຶ່ງໄດ້ພາກັນຫນີຈາກໄປ
ພວກເຂົາໄດ້ນັບຖືຮູບອັນໄຮ້ປໂຍດ
ຈຶ່ງກາຍເປັນຄົນທີ່ບໍ່ມີປໂຍດ
6
ເຖິງແມ່ນວ່າເຮົາໄດ້ຊ່ອຍເຂົາໃຫ້ອອກຈາກປະເທດເອຢິບ
ໄດ້ນຳພາເຂົາຜ່ານຖິ່ນກັນດານ
ຜ່ານປະເທດທີ່ມີພູແລະໂສກເຫວ
ຜ່ານປະເທດທີ່ແຫ້ງແລ້ງແລະມີອັນຕະຣາຍ
ໃນບ່ອນທີ່ບໍ່ມີຄົນຜ່ານໄປແລະອາໄສຢູ່
ພວກເຂົາກໍບໍ່ໄດ້ເອົາໃຈໃສ່ໃນເຮົາ
7
ເຮົາໄດ້ນຳພວກເຂົາເຂົ້າໄປຢູ່ໃນແຜ່ນດິນທີ່ອຸດົມສົມບູນ
ເພື່ອກິນຜົນລະປູກແລະສິ່ງອື່ນໆໃນແຜ່ນດິນນັ້ນ
ແຕ່ພວກເຂົາໄດ້ເຂົ້າມາສໍ້ໂກງແຜ່ນດິນຂອງເຮົາ
ໄດ້ເຮັດໃຫ້ແຜ່ນດິນທີ່ເຮົາຍົກໃຫ້ແກ່ເຂົາເຊື່ອມເສັຽໄປ
8
ພວກປະໂຣຫິດບໍ່ໄດ້ສົນໃຈໃນພຣະຜູ້ເປັນເຈົ້າ
ພວກນັກທັມກໍບໍ່ຣູ້ຈັກເຮົາ
ຜູ້ປົກຄອງກໍເປັນກະບົດຕໍ່ສູ້ເຮົາ
ຜູ້ປະກາດພຣະທັມກໍປະກາດໃນພຣະນາມຂອງພຣະບາອານ
ແລະໄດ້ຂາບໄຫວ້ຮູບພຣະທີ່ຊ່ອຍຫຍັງບໍ່ໄດ້
ພຣະຜູ້ເປັນເຈົ້າຊົງພິພາກສາໂທດໄພ່ພົນຂອງພຣະອົງ
9
ດ້ວຍເຫດນີ້
ເຮົາພຣະຜູ້ເປັນເຈົ້າຈຶ່ງຈະນຳຄະດີມາຕໍ່ສູ້ໄພ່ພົນຂອງເຮົາອີກ
ແລະມາຕໍ່ສູ້ພວກຫລານເຫລັນຂອງເຂົາດ້ວຍ
10 ຈົ່ງຂ້າມໄປເຖິງເກາະໄຊປຣັສ
ແລ້ວກໍເບິ່ງ
ຫລືໃຊ້ຄົນໄປເຖິງເມືອງເກດາຣ໌
ແລ້ວພິຈາຣະນາເບິ່ງຄັກໆວ່າເຄີຍມີຫຍັງເກີດຂຶ້ນເຫມືອນສິ່ງນີ້ຫລືບໍ່
11 ໃນໂລກນີ້ມີຊາດໃດແດ່ເຄີຍມີພຣະຂອງຕົນ
ເຖິງແມ່ນວ່າພຣະເຫລົ່ານັ້ນບໍ່ແມ່ນພຣະແທ້ກໍດີ
ແຕ່ໄພ່ພົນຂອງເຣົາໄດ້ປະເຮົາແລ້ວ
ຄືປະພຣະເຈົ້າອົງນຳກຽດມາໃຫ້ເຂົາ
ໄປຫາພຣະທີ່ຊ່ອຍເຫລືອຫຍັງບໍ່ໄດ້
12 ດັ່ງນັ້ນ
ເຮົາພຣະຜູ້ເປັນເຈົ້າຈຶ່ງສັ່ງໃຫ້ທ້ອງຟ້າຫວັ່ນໄຫວຢ່າງຮຸນແຮງ
ເພື່ອໃຫ້ຄົນເກີດການອັດສະຈັນແລະຕື່ນຕົກໃຈ
13 ໄພ່ພົນຂອງເຮົາໄດ້ເຮັດບາບສອງຢ່າງຄື
ໄດ້ປະຖິ້ມເຣົາຜູ້ເປັນນ້ຳບໍ່ທີ່ມີຊີວິດ
ແລະໄດ້ຂຸດນ້ຳສ້າງສຳລັບຕົນເອງ
ແຕ່ສ້າງນັ້ນບໍ່ມີນ້ຳ”
ຜົນແຫ່ງຄວາມບໍ່ເຊື່ອຟັງຂອງຊາວອິສຣາເອນ
14 “ຊາວອິສຣາເອນບໍ່ໄດ້ເປັນຂ້ອຍທາດ
ບໍ່ໄດ້ເກີດມາເປັນຂ້ອຍທາດ
ຖ້າຢ່າງນັ້ນເປັນຫຍັງສັດຕຣູຈຶ່ງຕາມລ່າຈັບເຂົາ
15 ສັດຕຣູໄດ້ຮ້ອງແຜດສຽງໃສ່ເຂົາເຫມືອນດັ່ງສິງ
ພວກເຂົາໄດ້ແຜດສຽງໃສ່ຢ່າງຮຸນແຮງ
ແລະໄດ້ເຮັດໃຫ້ແຜ່ນດິນຂອງອິສຣາເອນເປັນຖິ່ນກັນດານ
ຫົວເມືອງຂອງເຂົາກໍຖືກທຳລາຍແລະບໍ່ມີຄົນອາໄສຢູ່
16 ນອກຈາກນີ້ຊາວເມືອງເມັມຟິສ
ແລະເມືອງຕາປານເຮສ
ຍັງໄດ້ທຸບຕີຫົວຂອງຊາວອິສຣາເອນແຕກ
17 ພວກເຈົ້າໄດ້ນຳສິ່ງນີ້ມາໃສ່ພວກເຈົ້າເອງ
ໃນຂນະທີ່ເຮົາພາເຈົ້າໄປຕາມທາງ
ເຈົ້າໄດ້ປະຖິ້ມເຮົາ
ຄືພຣະຜູ້ເປັນເຈົ້າຂອງເຈົ້າ
18 ບັດນີ້
ເຈົ້າຫວັງປໂຍດອັນໃດທີ່ຈະໄປປະເທດເອຢິບ
ຫວັງຈະດື່ມນ້ຳໃນແມ່ນ້ຳນິນບໍ
ຫວັງປໂຍດອັນໃດທີ່ຈະໄປປະເທດອັສຊີເຣັຽ
ຫວັງຈະດື່ມນ້ຳໃນແມ່ນ້ຳເອີຟຣາດບໍ
19 ພວກເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ
ແລະຍ້ອນປະຖິ້ມເຮົາ
ທີ່ພວກເຈົ້າປະຖິ້ມພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ
ແລະບໍ່ຢ້ານກົວເຮົາອີກຕໍ່ໄປນັ້ນ
ພວກເຈົ້າຈະຮູ້ດອກວ່າມັນຂົມຂື່ນແລະຊົ່ວຮ້າຍພຽງໃດ
ເຮົາພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາໄດ້ກ່າວດັ່ງນີ້ແຫລະ”
ອິສຣາເອນບໍ່ຍອມຂາບໄຫວ້ພຣະຜູ້ເປັນເຈົ້າ
20 “ເຫິງນານມາແລ້ວທີ່ເຈົ້າບໍ່ຍອມຢູ່ໃຕ້ອຳນາດຂອງເຮົາ
ບໍ່ຍອມເຊື່ອຟັງເຮົາແລະເວົ້າວ່າ
ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ
ແຕ່ຢູ່ເທິງພູແລະໃຕ້ກົກໄມ້ສັກສິດ
ພວກເຈົ້າໄດ້ເຮັດປມາດເຫມືອນຍິງໂສເພນີ
21 ເຮົາໄດ້ປູກເຈົ້າໄວ້ເຫມືອນເຄືອອະງຸ່ນພັນດີ
ເຫມືອນແນວພືດຢ່າງດີທີ່ສຸດ
ແຕ່ແລ້ວເປັນຫຍັງເຈົ້າຈຶ່ງກາຍເປັນເຫມືອນອະງຸ່ນພັນບໍ່ດີທີ່ເຮົາບໍ່ສົນໃຈອີກຕໍ່ໄປແລ້ວ
22 ເຖິງແມ່ນເຈົ້າຈະລ້າງຕົວຂອງເຈົ້າດ້ວຍນ້ຳຢາ
ແລະໃສ່ສະບູຫລາຍໆ
ເຮົາກໍຍັງເຫັນຄວາມເປິະເປື້ອນອັນເນື່ອງມາຈາກບາບຂອງເຈົ້າຢູ່
ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
23 ເຈົ້າຈະເວົ້າໄດ້ຢ່າງໃດວ່າບໍ່ໄດ້ເຮັດຜິດ
ແລະເວົ້າວ່າເຄີຍຂາບໄຫວ້ພຣະບາອານ
ຈົ່ງຄິດເບິ່ງດູວ່າ
ເຈົ້າໄດ້ເຮັດບາບໃນຮ່ອມພູຢ່າງໃດແດ່
ຈົ່ງສຳນຶກໃນສິ່ງທີ່ໄດ້ເຮັດນັ້ນ
ເຈົ້າເປັນເຫມືອນອູດແມ່ທີ່ກຳລັງຄຶກຄະນອງທີ່ປ່ອຍໃຫ້ມັນໄປໄດ້ຕາມໃຈ
24 ເຈົ້າເປັນເຫມືອນລໍແມ່ທີ່ແລ່ນຖືເຊີງຢູ່ໃນຖິ່ນກັນດານ
ເມື່ອມັນຢາກຖືເຊີງຢ່າງຮຸນແຮງ
ໃຜຈະບັງຄັບມັນໄດ້
ລໍເຖິກກໍປະສົມພັນກັບມັນໄດ້ງ່າຍ
ລໍແມ່ຈະປາກົດໃຫ້ເຫັນເລື້ອຍໆໃນຣະດູຕິດເຊີງ
25 ຢ່າແລ່ນຈົນເກີບເຮັ່ຽແລະຄໍແຫ້ງ
ແຕ່ເຈົ້າໄດ້ເວົ້າວ່າ,
“ບໍ່ເປັນຫຍັງດອກ
ຂ້າພະເຈົ້າຍິນດີນັບຖືພຣະຕ່າງປະເທດແລະຈະຕິດຕາມໄປ”
26 “ຂະໂມຍນັ້ນເມື່ອຖືກຈັບຍ່ອມລະອາຍສັນໃດ
ພວກເຈົ້າປະຊາຊົນອິສຣາເອນທັງຫມົດຮວມທັງກະສັດ
ເຈົ້ານາຍ
ປະໂຣຫິດ
ແລະຜູ້ປະກາດພຣະທັມກໍຈະລະອາຍສັນນັ້ນ
27 ພວກເຈົ້າຈະລະອາຍທີ່ເວົ້າກັບກົກໄມ້ວ່າ,
“ອາດຍາເປັນພໍ່ຂອງຂ້ານ້ອຍ”
ແລະເວົ້າກັບກ້ອນຫີນວ່າ,
“ອາດຍາເປັນແມ່ຂອງຂ້ານ້ອຍ”
ເຣື່ອງນີ້ຈະເກີດຂຶ້ນຍ້ອນເຈົ້າປະຖິ້ມເຮົາ
ແລະບໍ່ຕ່າວມາຫາເຮົາ
ແຕ່ເມື່ອເຈົ້າຕົກທຸກໄດ້ຍາກ
ເຈົ້າຈະຮ້ອງຂໍໃຫ້ເຮົາມາຊ່ອຍ
28 ພຣະທີ່ເຈົ້າເຮັດຂຶ້ນສຳລັບຕົວເອງນັ້ນຢູ່ໃສ
ເມື່ອຕົກທຸກໄດ້ຍາກ
ຈົ່ງໃຫ້ມັນຊ່ອຍຕີ້ຖ້າວ່າຈະຊ່ອຍໄດ້
ຊາວຢູດາເອີຍ
ພວກເຈົ້ານັ້ນມີພຣະຫລາຍທໍ່ກັບມີເມືອງ
29 ເຮົາພຣະຜູ້ເປັນເຈົ້າຂໍຖາມວ່າ
ເປັນຫຍັງເຈົ້າຈຶ່ງຮ້ອງທຸກຕໍ່ເຮົາ
ພວກເຈົ້າທັງຫມົດໄດ້ກະບົດຕໍ່ສູ້ເຮົາ
30 ເຮົາໄດ້ລົງໂທດເຈົ້າ
ແຕ່ພວກເຈົ້າບໍ່ຫລາບ
ເຈົ້າບໍ່ຍອມຮັບເອົາການດັດສັນດານນັ້ນ
ແລະໄດ້ຂ້າຜູ້ປະກາດພຣະທັມຂອງຕົນເຫມືອນສິງຕົວຮ້າຍກາດ
31 ຄົນຣຸ່ນນີ້ເອີຍ
ພວກເຈົ້າທັງຫລາຍຈົ່ງຕັ້ງໃຈຟັງສິ່ງທີ່ເຮົາຈະເວົ້າ
ເຮົາເປັນເຫມືອນຖິ່ນກັນດານແກ່ອິສຣາເອນຫລື
ແລະເຫມືອນແຜ່ນດິນທີ່ເປັນອັນຕະຣາຍຕໍ່ພວກເຈົ້າບໍ
ໄພ່ພົນຂອງເຮົາ
ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ
ຈະເຮັດຕາມໃຈຂອງຕົນ
ແລະຈະບໍ່ມາຫາເຮົາອີກຕໍ່ໄປ”
32 ຍິງສາວຈະລືມເຄື່ອງເອ້ຂອງຕົນໄດ້ບໍ
ແລະເຈົ້າສາວຈະລືມເຄື່ອງແຕ່ງຕົວໃນງານສົມຣົດໄດ້ບໍ
ແຕ່ໄພ່ພົນຂອງເຮົາໄດ້ລືມເຮົາເປັນເວລາດົນນານແລ້ວ
33 ເຈົ້າຮູ້ຈັກວິທີຍົວະເຍົ້າໃຫ້ຄົນມາຫລົງຮັກ
ແມ່ນແຕ່ແມ່ຈ້າງກໍຍັງຮຽນນຳເຈົ້າ
34 ເສື້ອຂອງເຈົ້າໄດ້ເປິະເປື້ອນດ້ວຍເລືອດຂອງຄົນທຸກຍາກທີ່ບໍ່ມີຄວາມຜິດ
ແລະເລືອດຂອງຄົນທີ່ບໍ່ເຄີຍລັກຂອງໃນເຮືອນເຈົ້າ
35 ແຕ່ທັງໆທີ່ເປັນດັ່ງນີ້ພວກເຈົ້າກໍຍັງເວົ້າວ່າ,
“ຕົນບໍ່ມີຄວາມຜິດ
ແລະວ່າພຣະຜູ້ເປັນເຈົ້າບໍ່ຄຽດຮ້າຍພວກເຈົ້າອີກຕໍ່ໄປ
ແຕ່ເຮົາພຣະຜູ້ເປັນເຈົ້າຈະລົງໂທດເຈົ້າຍ້ອນເຈົ້າເວົ້າວ່າບໍ່ໄດ້ເຮັດບາບ
36 ດ້ວຍເຫດໃດເຈົ້າຈຶ່ງປ່ຽນເສັ້ນທາງເດີນຢ່າງງ່າຍດາຍ
ເຈົ້າຈະຜິດຫວັງຍ້ອນປະເທດເອຢິບ
ເຫມືອນເຄີຍຜິດຫວັງຍ້ອນປະເທດອັສຊີເຣັຽມາແລ້ວ
37 ເຈົ້າຈະໄດ້ອອກໄປຈາກເອຢິບດ້ວຍ
ຈະລະອາຍຄົນທັງຫລາຍຈົນເບິ່ງຫນ້າໃຜບໍ່ໄດ້
ເຮົາພຣະຜູ້ເປັນເຈົ້າໄດ້ປະຖິ້ມຄົນທັງຫລາຍທີ່ເຈົ້າໄວ້ໃຈ
ແລະພວກເຂົາຈະບໍ່ນຳຄວາມສຳເຣັດມາສູ່ເຈົ້າ”
1
ຖ້າຊາຍຄົນໃດຢ່າຮ້າງພັຣຍາຂອງຕົນ
ແລະນາງກໍໄປຈາກເຂົາເສັຽ
ແລະໄປເປັນພັຣຍາຂອງຊາຍອີກຄົນນຶ່ງ
ເຂົາຈະກັບໄປຫານາງຫລື
ແຜ່ນດິນນັ້ນຈະບໍ່ເປິະເປື້ອນຫລາຍຫລື
ເຈົ້າໄດ້ຫລີ້ນຊູ້ກັບຄົນຮັກຫລາຍແລ້ວ
ແລະເຈົ້າຈະກັບມາຫາເຮົາຫລື
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
2
ຈົ່ງແຫງນຫນ້າຂຶ້ນສູ່ຈອມພູສູງພຸ້ນດູ
ມີບ່ອນໃດແດ່ທີ່ບໍ່ມີຄົນມານອນ
ເຈົ້າໄດ້ນັ່ງຄອຍຄົນຮັກຂອງເຈົ້າຢູ່ທີ່ຮິມທາງຢ່າງຄົນອາຣັບໃນຖິ່ນກັນດານ
ເຈົ້າໄດ້ກະທຳໃຫ້ແຜ່ນດິນເປິະເປື້ອນດ້ວຍການເປັນຍິງແມ່ຈ້າງຢ່າງຊົ່ວຮ້າຍຂອງເຈົ້າ
3
ເຫດສັນນັ້ນຝົນຈຶ່ງບໍ່ໄດ້ຕົກຕາມຣະດູການ
ແລະຝົນຍາມຣະດູໃບໄມ້ປົ່ງຈຶ່ງຂາດໄປ
ແຕ່ເຈົ້າມີຫນ້າຜາກຂອງຍິງແມ່ຈ້າງ
ເຈົ້າປະຕິເສດບໍ່ຍອມອາຍ
4
ບັດນີ້ເຈົ້າຮ້ອງເອີ້ນເຮົາບໍ່ແມ່ນຫລືວ່າ,
“ພຣະບິດາຂອງຂ້າພຣະອົງ ພຣະອົງຊົງເປັນສະຫາຍຕັ້ງແຕ່ຂ້າພຣະອົງຍັງສາວ
5
ພຣະອົງຈະຊົງພຣະພິໂຣດຢູ່ເປັນນິດຫລື
ພຣະອົງຈະຊົງກິ້ວຢູ່ຈົນເຖິງທີ່ສຸດປາຍຫລື
“ເຈົ້າລັ່ນວາຈາແລ້ວ
ແຕ່ເຈົ້າກໍຍັງກະທຳຄວາມຊົ່ວຊ້າທຸກຢ່າງຊຶ່ງເຈົ້າກະທຳໄດ້”
ຊົງອ້ອນວອນໃຫ້ອິສຣາເອນແລະຢູດາກັບໃຈໃຫມ່
6
ພຣະຜູ້ເປັນເຈົ້າຊົງກ່າວກັບຂ້າພະເຈົ້າໃນຣັຊການຂອງກະສັດໂຢຊີຢາວ່າ,
“ເຈົ້າບໍ່ເຫັນຫລືວ່າເຂົາເຮັດຫຍັງ
ຄືອິສຣາເອນຜູ້ບໍ່ສັດຊື່
ເຂົາຂຶ້ນໄປເທິງພູເຂົາສູງທຸກຫນ່ວຍ
ແລະໃຕ້ກົກໄມ້ຂຽວສົດທຸກກົກ
ແລ້ວກໍໄປຫລີ້ນຊູ້ຢູ່ທີ່ນັ້ນ
7
ແລະເຣົາຄິດວ່າ
“ເມື່ອເຂົາເຮັດຢ່າງນີ້ຈົນຫມົດແລ້ວ
ເຂົາຈະກັບມາຫາເຮົາ”
ແຕ່ເຂົາກໍບໍ່ກັບມາ
ແລະຢູດານ້ອງສາວທີ່ທໍຣະຍົດນັ້ນກໍເຫັນ
8
ນາງເຫັນວ່າເພາະການລ່ວງປະເວນີທັງສິ້ນຂອງອິສຣາເອນຜູ້ບໍ່ສັດຊື່
ເຮົາໄດ້ໄລ່ນາງໄປພ້ອມກັບໃຫ້ຫນັງສືຢ່າຮ້າງ
ແຕ່ຢູດານ້ອງສາວທີ່ທໍຣະຍົດນັ້ນກໍບໍ່ຢ້ານກົວ
ນາງກໍກັບໄປຫລີ້ນຊູ້ດ້ວຍ
9
ເພາະການແພສຍາເປັນການເບົາແກ່ເຂົາຫລາຍ
ເຂົາກໍກະທຳໃຫ້ແຜ່ນດິນເປິະເປື້ອນໄປ
ໂດຍໄປລ່ວງປະເວນີກັບໂງ່ນຫີນແລະຕົ້ນໄມ້
10 ເຖີງແມ່ນເຂົາໄດ້ເຮັດສິ່ງທັງຫມົດຢ່າງນີ້ແລ້ວຢູດານ້ອງສາວທີ່ທໍຣະຍົດຂອງເຂົາກໍບໍ່ໄດ້ຫັນກັບມາຫາເຮົາດ້ວຍສິ້ນສຸດໃຈ
ແຕ່ແກ້ງເຮັດເປັນກັບມາ
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
11 ແລ້ວພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ,
“ອິສຣາເອນຜູ້ບໍ່ສັດຊື່ຍັງສຳແດງຕົວວ່າ
ມີຜິດນ້ອຍກວ່າຢູດາທີ່ທໍຣະຍົດ
12 ຈົ່ງໄປປະກາດຖ້ອຍຄຳເຫລົ່ານີ້ໄປທາງເຫນືອກ່າວວ່າ,
“ພຣະຜູ້ເປັນເຈົ້າກ່າວວ່າ
ອິສຣາເອນຜູ້ບໍ່ຊື່ສັດເອີຍ
ກັບມາເຖິດ ເຮົາຈະບໍ່ເບິ່ງເຈົ້າດ້ວຍຄວາມກິ້ວ
ເພາະເຮົາປະກອບດ້ວຍພຣະກະຣຸນາຄຸນ
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
ເຮົາຈະບໍ່ກິ້ວເປັນນິດ
13 ພຽງແຕ່ຍອມຮັບຄວາມຜິດຂອງເຈົ້າວ່າເຈົ້າໄດ້ກະບົດຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ
ແລະທ່ຽວເອົາໃຈພຣະອື່ນທີ່ໃຕ້ກົກໄມ້ຂຽວສົດທຸກກົກ
ແລະເຈົ້າບໍ່ໄດ້ຟັງສຽງຂອງເຮົາ
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
14 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ,
ລູກຫລານທີ່ບໍ່ສັດຊື່
ກັບມາເຖີດ
ເພາະເຮົາເປັນນາຍຂອງເຈົ້າ
ເຮົາຈະຮັບເຈົ້າຈາກເມືອງແລະຈາກຕະກູນລະຄົນສອງຄົນ
ແລະເຮົາຈະນຳເຈົ້າມາເຖິງຊີໂອນ
15 “ແລະເຮົາຈະໃຫ້ຜູ້ລ້ຽງແກະຄົນທີ່ພໍໃຈເຮົາແກ່ເຈົ້າ
ຜູ້ຊຶ່ງຈະລ້ຽງເຈົ້າດ້ວຍຄວາມຮູ້ແລະຄວາມເຂົ້າໃຈ
16 ແລະເມື່ອເຈົ້າທະວີແລະເພີ້ມຂຶ້ນໃນແຜ່ນດິນນັ້ນ
ໃນຄັ້ງນັ້ນ
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ
ເຂົາທັງຫລາຍຈະບໍ່ກ່າວອີກວ່າ,
“ຫິບຄຳສັນຍາແຫ່ງພຣະເຈົ້າ”
ເຣື່ອງນີ້ຈະບໍ່ມີຂຶ້ນໃນໃຈ
ບໍ່ມີໃຜກ່າວເຖິງ
ບໍ່ມີໃຜນຶກເຖິງ
ຈະບໍ່ທຳກັນຂຶ້ນອີກເລີຍ
17 ໃນຄັ້ງນັ້ນຈະເອີ້ນກຸງເຢຣູຊາເລັມວ່າເປັນພຣະທີ່ນັ່ງຂອງພຣະຜູ້ເປັນເຈົ້າ
ແລະບັນດາປະຊາຊາດຈະຮວບຮວມກັນເຂົ້າມາຫາຍັງພຣະພັກຂອງ
ພຣະຜູ້ເປັນເຈົ້າໃນກຸງເຢຣູຊາເລັມ
ແລະເຂົາຈະບໍ່ຕິດຕາມໃຈອັນຊົ່ວຂອງເຂົາຢ່າງດື້ດ້ານອີກຕໍ່ໄປ
18 ໃນສະໄຫມນັ້ນເຊື້ອສາຍຂອງຢູດາຈະເດີນມາກັບເຊື້ອສາຍຂອງອິສຣາເອນ
ເຂົາທັງສອງຈະຮວມກັນມາຈາກແຜ່ນດິນຝ່າຍເຫນືອມາຍັງແຜ່ນດິນຊຶ່ງເຮົາມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າໃຫ້ເປັນມໍຣະດົກ
19 “ເຮົາຄິດວ່າ
ເຮົາຈະຕັ້ງເຈົ້າໄວ້ຖ້າມກາງບຸດທັງຫລາຍຂອງເຮົາຢ່າງໃດດີຫນໍ
ແລະໃຫ້ແຜ່ນດິນທີ່ຫນ້າປາຖນາແກ່ເຈົ້າ
ເປັນມໍຣະດົກທີ່ສວຍງາມທີ່ສຸດໃນບັນດາປະຊາຊາດ
ແລະເຮົາຄິດວ່າເຈົ້າຈະເອີ້ນເຣົາວ່າພຣະບິດາຂອງຂ້າພຣະອົງ
ແລະຈະບໍ່ຫັນກັບຈາກການຕິດຕາມເຮົາ
20 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ,
“ເຊື້ອສາຍອິສຣາເອນເອີຍ
ແນ່ນອນທີ່ພັຣຍາທໍຣະຍົດປະຖິ້ມຜົວຂອງນາງສັນໃດ
ເຈົ້າກໍໄດ້ທໍຣະຍົດຕໍ່ເຮົາສັນນັ້ນ”
21 ເຂົາໄດ້ຍິນສຽງມາຈາກທີ່ພູສູງ
ເປັນສຽງຮ້ອງໄຫ້ແລະສຽງວິງວອນຂອງບຸດທັງຫລາຍຂອງອິສຣາເອນ
ເພາະເຂົາໄດ້ປ່ຽນວິຖີຂອງເຂົາເສັຽແລ້ວ
ເຂົາໄດ້ລືມພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ
22 “ບັນດາບຸດທີ່ບໍ່ສັດຊື່ເອີຍ
ຈົ່ງກັບມາເຖີດ
ເຮົາຈະຮັກສາໃຫ້ດີ
ແລະເຮັດໃຫ້ສັດຊື່”
ເບິ່ງແມ໋
ຂ້າພຣະອົງທັງຫລາຍມາຫາພຣະອົງແລ້ວ
ເພາະພຣະອົງຊົງເປັນພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງ”
23 ແທ້ຈິງ
ເນີນເຂົາກໍເປັນແຕ່ສິ່ງຫລອກລວງ
ແລະການສັບສົນອົນລະຫມ່ານເທິງພູເຂົາກໍເປັນດ້ວຍ
ແທ້ຈິງ
ຄວາມລອດຂອງອິສຣາເອນນັ້ນຢູ່ໃນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ
24 “ແຕ່ວ່າສິ່ງທີ່ຫນ້າອາຍນັ້ນໄດ້ກັດກິນສິ່ງທັງປວງທີ່ບັນພະບຸຣຸດຂອງເຣົາໄດ້ລົງແຮງທຳໄວ້
ຕັ້ງແຕ່ເຣົາຍັງເປັນເດັກນ້ອຍຢູ່
ຄືຝູງແກະ
ຝູງງົວ
ບຸດຊາຍ
ແລະບຸດຍິງທັງຫລາຍຂອງເຂົາ
25 ໃຫ້ເຮົານອນລົງຈົມໃນຄວາມອາຍຂອງເຮົາ
ແລະໃຫ້ຄວາມອັບອາຍຂາຍຫນ້າຄຸມເຮົາໄວ້
ເພາະເຮົາໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາ
ທັງຕົວເຣົາແລະບັນພະບຸຣຸດຂອງເຮົາຕັ້ງແຕ່ເຮົາເປັນເດັກນ້ອຍຢູ່ຈົນທຸກວັນນີ້
ແລະເຣົາບໍ່ໄດ້ເຊື່ອຟັງພຣະສຸຣະສຽງແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາ”
1
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ປະຊາຊົນອິສຣາເອນເອີຍ
ຖ້າພວກເຈົ້າຢາກຈະກັບຄືນມາກໍຈົ່ງກັບມາຫາເຣົາເທີນ
ໃຫ້ຖິ້ມຮູບເຄົາຣົບທີ່ເຮົາກຽດຊັງນັ້ນເສັຽ
ແລະຢ່າຫນີຫ່າງຈາກເຮົາໄປ
2
ຖ້າພວກເຈົ້າສາບານໃນນາມຂອງພຣະຜູ້ເປັນເຈົ້າຜູ້ມີຊີວິດຢູ່ດ້ວຍຄວາມຈິງ
ຄວາມຍຸດຕິທັມແລະຄວາມສັດຊື່
ຊາດທັງປວງກໍຈະອ້ອນວອນໃຫ້ເຮົາອວຍພອນເຂົາ
ແລະເຂົາທັງຫລາຍກໍຈະສັຣເສີນເຮົາ”
3
ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຊາວຢູດາ
ແລະຊາວເຢຣູຊາເລັມວ່າ,
“ຈົ່ງໄຖນາເຮື້ອຂອງເຈົ້າ
ຢ່າຫວ່ານເມັດເຂົ້າລົງໃນກໍຫນາມ
4
ຊາວຢູດາ
ແລະເຢຣູຊາເລັມເອີຍ
ຈົ່ງຮັກສາຄຳຫມັ້ນສັນຍາທີ່ເຈົ້າມີຕໍ່ເຮົາພຣະຜູ້ເປັນເຈົ້າຂອງເຈົ້າ
ແລະຈົ່ງມອບຈິດໃຈຂອງເຈົ້າໃຫ້ແກ່ເຮົາ
ຢ້ານວ່າຄວາມຄຽດຮ້າຍຂອງເຮົາຈະເຜົາໄຫມ້ເຫມືອນໄຟ
ເນື່ອງຈາກຄວາມຊົ່ວທີ່ພວກເຈົ້າໄດ້ກະທຳ
ໄຟນັ້ນຈະເຜົາໄຫມ້ແລະຈະບໍ່ມີໃຜມອດໄດ້
ຊາວຢູດາຖືກບຸກຮຸກ
5
ຈົ່ງເປົ່າແກໃຫ້ດັງໄປທົ່ວປະເທດ
ໃຫ້ຮ້ອງສຽງດັງຊັດແຈ້ງ
ເພື່ອບອກປະຊາຊົນຢູດາແລະເຢຣູຊາເລັມ
ແລ່ນເຂົ້າໄປໃນເມືອງທີ່ມີປ້ອມປ້ອງກັນ
6
ໃຫ້ຍົກທຸງມຸ່ງຫນ້າໄປຍັງເມືອງຊີໂອນ
ຈົ່ງແລ່ນໄປໃຫ້ພົ້ນ
ຢ່າຊ້າຢູ່ ພຣະຜູ້ເປັນເຈົ້າຈະນໍາເອົາຄວາມຮ້າຍ
ແລະການທຳລາຍອັນຍິ່ງໃຫຍ່ມາຈາກທາງທິດເຫນືອ
7
ສິງໄດ້ອອກມາຈາກບ່ອນລີ້ຂອງມັນແລ້ວ
ຜູ້ທຳລາຍນາໆຊາດໄດ້ເດີນອອກມາຈາກບ່ອນຂອງມັນ
ເພື່ອທຳລາຍຊາວຢູດາໃຫ້ຫມົດສິ້ນໄປ
ຫົວເມືອງທັງຫລາຍຂອງຊາວຢູດາຈະເພພັງຮ້າງເປົ່າ
ແລະຈະບໍ່ມີໃຜອາໄສຢູ່ໃນເມືອງເຫລົ່ານັ້ນ
8
ດ້ວຍເຫດນີ້
ຈົ່ງນຸ່ງເຄື່ອງໄວ້ທຸກແລະຮ້ອງໄຫ້ຄວນຄາງ
ເພາະວ່າພຣະພິໂຣດອັນຮຸນແຮງຂອງພຣະຜູ້ເປັນເຈົ້າບໍ່ໄດ້ຫັນຫນີໄປຈາກຊາວຢູດາເລີຍ”
9
ພຣະຜູ້ເປັນເຈົ້າກ່າວວ່າ,
“ໃນວັນນັ້ນທັງກະສັດແລະພວກເຈົ້ານາຍຈະຫມົດກຳລັງໃຈ
ບັນດາປະໂຣຫິດຈະຕົກຕະລຶງແລະຜູ້ປະກາດພຣະທັມກໍຈະອັດສະຈັນໃຈ”
10 ແລ້ວຂ້າພະເຈົ້າຈຶ່ງທູນວ່າ,
“ຂ້າແດ່ພຣະເຈົ້າ
ພຣະອົງຊົງລໍ້ລວງຊົນຊາດນີ້
ແລະກຸງເຢຣູຊາເລັມຢ່າງຫມົດສິ້ນວ່າ
“ເຈົ້າທັງຫລາຍຈະຢູ່ເຢັນເປັນສຸກ”
ແຕ່ທີ່ຈິງດາບໄດ້ມາເຖິງຊີວິດຂອງເຂົາທັງຫລາຍ”
11 ໃນຄັ້ງນັ້ນ
ເຂົາຈະກ່າວແກ່ຊົນຊາດນີ້
ແລະແກ່ກຸງເຢຣູຊາເລັມວ່າ
ລົມຮ້ອນຈາກທີ່ພູສູງໃນຖິ່ນກັນດານພັດມາສູ່ບຸດຕຣີປະຊາຊົນຂອງເຣົາ
ບໍ່ແມ່ນຈະມາຝັດຫລືມາຊຳຮະ
12 ກະແສລົມທີ່ແຮງເກີນແກ່ການນີ້ໄດ້ມາເຖິງຕາມຄຳຂອງເຮົາ
ຜູ້ທີ່ກ່າວຄຳຕັດສິນເຂົານີ້ຄື
ເຮົາເອງ”
13 ເບິ່ງແມ໋,
ເຂົາຂຶ້ນມາເຫມືອນເມກ
ຣົດຮົບຂອງເຂົາເຫມືອນລົມບ້າຫມູ
ມ້າທັງຫລາຍຂອງເຂົາໄວຍິ່ງກວ່ານົກອິນຊີ
ວິບັດແກ່ເຮົາທັງຫລາຍ
ເພາະວ່າເຮົາຈະຕ້ອງພິນາດ
14 ກຸງເຢຣູຊາເລັມເອີຍ
ຈົ່ງລ້າງຈິດໃຈຂອງເຈົ້າໃຫ້ພົ້ນຈາກຄວາມຊົ່ວຮ້າຍ
ເພື່ອເຈົ້າຈະລອດໄດ້
ຄວາມຄິດຊົ່ວຮ້າຍຂອງເຈົ້ານັ້ນຈະສິງຢູ່ໃນໃຈຂອງເຈົ້າເຫິງປານໃດ
15 ເພາະວ່າມີສຽງປະກາດມາຈາກເມືອງດານ
ແລະໂຄສະນາຄວາມຊົ່ວຮ້າຍຈາກພູເຂົາເອຟຣາອິມ
16 ຈົ່ງເຕືອນບັນດາປະຊາຊາດວ່າ
ເຂົາກຳລັງມາແລ້ວ
ຈົ່ງກ່າວແກ່ກຸງເຢຣູຊາເລັມວ່າ
ບັນດາຜູ້ລ້ອມມາຈາກແຜ່ນດິນໄກ
ເຂົາທັງຫລາຍໂຮ່ຮ້ອງເຂົ້າໃສ່ຫົວເມືອງຢູດາ
17 ເຂົາທັງຫລາຍລ້ອມຢູດາໄວ້ຮອບເຫມືອນຜູ້ດູແລເຝົ້ານາ
ເພາະວ່າຢູດາໄດ້ກະບົດຕໍ່ເຮົາ
ພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້ແຫລະ
18 ວິຖີແລະການກະທຳທັງຫລາຍຂອງເຈົ້າ
ໄດ້ນຳເຣື່ອງນີ້ມາເຫນືອເຈົ້າ
ນີ້ແຫລະເປັນເຄາະກັມຂອງເຈົ້າແລະມັນຂົມຂື່ນ
ມັນຈຶ່ງແທງຈິດໃຈຂອງເຈົ້າໃຫ້ຊອດ”
19 ແສນຣະທົມ
ແສນຣະທົມ
ຂ້າກໍບິດຕົວດ້ວຍຄວາມເຈັບປວດ
ໂອ
ຜນັງດວງໃຈຂອງຂ້າເອີຍ
ຈິດໃຈຂອງຂ້າກໍວຸ້ນວາຍ
ຂ້າຈະມິດງຽບຢູ່ບໍ່ໄດ້
ເພາະຂ້າໄດ້ຍິນສຽງເຂົາສັດ
ສຽງປຸກຂອງສົງຄາມ
20 ຄວາມຫາຍນະໄລ່ຕິດຕາມຄວາມຫາຍນະ
ແຜ່ນດິນທັງສິ້ນກໍຖືກປະຮ້າງ
ບັນດາເຕັນຂອງຂ້າກໍຖືກທຳລາຍໃນທັນທີທັນໃດ
ມ່ານທັງຫລາຍຂອງຂ້າກໍຖືກທຳລາຍຢ່າງໄວໆ
21 ຂ້າຈະຕ້ອງມອງເບິ່ງທຸງ
ແລະຟັງສຽງເຂົາສັດເຫິງນານປານໃດ
22 “ເພາະປະຊາຊົນຂອງເຮົາໂງ່ຈ້າ
ເຂົາທັງຫລາຍບໍ່ຮູ້ຈັກເຮົາ
ເຂົາທັງຫລາຍເປັນລູກຫລານທີ່ໂງ່
ເຂົາທັງຫລາຍບໍ່ມີຄວາມເຂົ້າໃຈ
ເຂົາທັງຫລາຍທຳຄວາມຊົ່ວເກັ່ງ
ແຕ່ເຂົາບໍ່ເຂົ້າໃຈທີ່ຈະທຳດີ”
23 ຂ້າພະເຈົ້າມອງເບິ່ງພື້ນດິນໂລກ
ແລະເຫັນເປັນບ່ອນຮ້າງແລະວ່າງເປົ່າ
ແລະມອງເບິ່ງຟ້າສວັນ
ໃນນັ້ນກໍບໍ່ມີຄວາມສວ່າງ
24 ຂ້າພະເຈົ້າມອງເບິ່ງພູເຂົາ
ເຫັນມັນກຳລັງສັ່ນຢູ່
ເນີນເຂົາກໍແກວ່ງໄປແກວ່ງມາ
25 ຂ້າພະເຈົ້າມອງເບິ່ງ
ແລະເຫັນບໍ່ມີມະນຸດເລີຍ
ນົກທັງປວງແຫ່ງທ້ອງອາກາດໄດ້ຫນີໄປແລ້ວ
26 ຂ້າພະເຈົ້າມອງເບິ່ງ
ເຫັນດິນແດນທີ່ແຕ່ກ່ອນເປັນດິນທີ່ອຸດົມສົມບູນກໍກາຍເປັນຖິ່ນກັນດານ
ແລະຫົວເມືອງທັງສິ້ນກໍສລັກຫັກພັງໄປ
ຕໍ່ພຣະພັກພຣະຜູ້ເປັນເຈົ້າ
ຕໍ່ພຣະພິໂຣດອັນຮ້ອນແຮງຂອງພຣະອົງ
27 ເພາະພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ວ່າ,
“ແຜ່ນດິນທັງຫມົດຈະເປັນທີ່ຮົກຮ້າງ
ຫວ່າງເປົ່າ
ແຕ່ພຣະອົງຈະບໍ່ທຳລາຍແຜ່ນດິນໂລກໃຫ້ຈົນກ້ຽງ
28 ເພາະເຣື່ອງນີ້ໂລກຈະໄວ້ທຸກ
ແລະຟ້າສວັນເບື້ອງເທິງຈະດຳມືດ
ເພາະເຣົາໄດ້ລັ່ນວາຈາແລ້ວ
ເຮົາໄດ້ຫມາຍໃຈໄວ້ແລ້ວ
ເຮົາຈະບໍ່ປ່ຽນໃຈຫລືຫັນກັບ”
29 ເມື່ອໄດ້ຍິນສຽງພົນມ້າແລະນັກທະນູ
ຊາວເມືອງທຸກແຫ່ງກໍຫນີໄປ
ເຂົາເຂົ້າໄປຢູ່ໃນພຸ່ມໄມ້
ແລະປີນປ່າຍໄປຖ້າມກາງໂງ່ນຫີນ
ຫົວເມືອງທຸກແຫ່ງກໍຖືກປະຖິ້ມ
ແລະບໍ່ມີມະນຸດອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ
30 ເຈົ້າຜູ້ທີ່ຖືກປະຮ້າງເອີຍ
ທີ່ເຈົ້າແຕ່ງຕົວສີແດງນັ້ນເຈົ້າເຮັດຫຍັງກັນ
ແລະທີ່ເຈົ້າປະດັບຕົວດ້ວຍອາພອນທອງຄຳ
ທີ່ເຈົ້າຂະຫຍາຍດວງຕາໃຫ້ກວ້າງດ້ວຍແຕ້ມສີ
ເຈົ້າແຕ່ງຕົວໃຫ້ງາມເສັຽເປົ່າ
ຄົນຮັກຂອງເຈົ້າດູຫມິ່ນເຈົ້າ
ເຂົາທັງຫລາຍສແວງຫາຊີວິດຂອງເຈົ້າ
31 ເພາະເຮົາໄດ້ຍິນສຽງເຫມືອນສຽງຍິງຄອດບຸດຮ້ອງ
ແສນເຈັບປວດຢ່າງກັບຈະຄອດບຸດຫົວປີ
ສຽງຮ້ອງແຫ່ງບຸດຕຣີຊີໂອນນັ້ນແທບຈະຂາດໃຈ
ຢຽດແຂນຂອງນາງອອກຮ້ອງວ່າ
“ວິບັດແກ່ຂ້າ
ຂ້າອ່ອນເປັ້ຽຢູ່ຕໍ່ຫນ້າຜູ້ຂ້າຄົນ”
1
ຈົ່ງແລ່ນໄປແລ່ນມາຢູ່ໃນຖນົນກຸງເຢຣູຊາເລັມ
ຈົ່ງມອງແລະສັງເກດ
ຈົ່ງຄົ້ນຕາມລານເມືອງເບິ່ງດູວ່າ
ຈະຫາມະນຸດຈັກຄົນນຶ່ງໄດ້ຫລືບໍ
ຄືຄົນທີ່ກະທຳການຍຸດຕິທັມແລະສແວງຫາຄວາມຈິງ
ເພື່ອເຮົາຈະໄດ້ອະພັຍໂທດໃຫ້ແກ່ເມືອງນັ້ນ
2
ເຖິງເຂົາທັງຫລາຍເວົ້າວ່າ,
“ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ແນ່”
ເຂົາກໍຍັງສາບານຢ່າງເທັດ
3
ຂ້າແດ່ພຣະເຈົ້າ
ພຣະເນດຂອງພຣະອົງຊົງຫາຄວາມສັດຊື່ບໍ່ແມ່ນຫລື
ພຣະອົງຊົງຂ້ຽນຕີເຂົາທັງຫລາຍ
ແຕ່ເຂົາກໍບໍ່ຮູ້ສຶກສຳນຶກ
ພຣະອົງຊົງລ້າງຜານເຂົາ
ແຕ່ເຂົາທັງຫລາຍປະຕິເສດບໍ່ຍອມດີຂຶ້ນ
ເຂົາໄດ້ກະທຳໃຫ້ຫນ້າຂອງເຂົາກະດ້າງຍິ່ງກວ່າຫີນ
ເຂົາປະຕິເສດບໍ່ຍອມກັບໃຈ
4
ແລ້ວຂ້າພະເຈົ້າທູນວ່າ,
“ຄົນເຫລົ່ານີ້ເປັນແຕ່ຜູ້ນ້ອຍ
ເຂົາບໍ່ມີຄວາມຄຶດ
ເພາະເຂົາບໍ່ຮູ້ຈັກພຣະມັນຄາຂອງພຣະເຈົ້າ
ບໍ່ຮູ້ຈັກພຣະທັມຂອງພຣະເຈົ້າຂອງເຂົາ
5
ຂ້າພຣະອົງຈະໄປຫາພວກຜູ້ໃຫຍ່
ແລະຈະເວົ້າກັບເຂົາທັງຫລາຍ
ເພາະເຂົາຮູ້ຈັກພຣະມັນຄາຂອງພຣະເຈົ້າ
ແລະຮູ້ຈັກພຣະທັມຂອງພຣະເຈົ້າຂອງເຂົາ”
ແຕ່ເຂົາທັງຫລາຍທຸກຄົນໄດ້ຫັກແອກເສັຽ
ເຂົາທັງຫລາຍໄດ້ປະຕິເສດທີ່ຈະເຊື່ອຟັງພຣະອົງອີກດ້ວຍ
6
ເຫດສັນນັ້ນ
ສິງຈາກປ່າຈະມາສັງຫານເຂົາ
ຫມາປ່າຈາກປ່າດົງຈະທຳລາຍເຂົາ
ທຸກຄົນທີ່ໄປຈາກເມືອງເຫລົ່ານັ້ນຈະຖືກຈີກເປັນຕອນໆ
ເພາະວ່າຄວາມທໍຣະຍົດຂອງເຂົາຫລວງຫລາຍ
ການກັບສັຕຂອງເຂົາກໍໃຫຍ່ຍິ່ງ
7
“ເຮົາຈະໃຫ້ອະພັຍເຈົ້າໄດ້ຢ່າງໃດ
ລູກຫລານຂອງເຈົ້າໄດ້ປະຖິ້ມເຮົາແລ້ວ
ແລະໄດ້ອ້າງຜູ້ທີ່ບໍ່ແມ່ນພຣະເຈົ້າໃນການທຳສັຕສາບານ
ເມື່ອເຮົາລ້ຽງເຂົາໃຫ້ອີ່ມ
ເຂົາກໍທຳການລ່ວງປະເວນີ
ແລ້ວກໍຍົກຂະບວນກັນໄປທີ່ເຮືອນຂອງຍິງໂສ
ເພນີ
8
ເຂົາທັງຫລາຍເຫມືອນມ້າເຖິກພັນທີ່ກັດມັນ
ທຸກຄົນກໍຮ້ອງຫາພັຣຍາຂອງເພື່ອນບ້ານ
9
ພຣະຜູ້ເປັນເຈົ້າກ່າວວ່າ
ເພາະສິ່ງຢ່າງນີ້
ເຮົາຈະບໍ່ທຳໂທດເຂົາຫລື
ແລະເຮົາບໍ່ຄວນທີ່ຈະແກ້ແຄ້ນປະຊາຊາດທີ່ເປັນຢ່າງນີ້ຫລື
10
“ໄປເຖີດ
ໄປຕາມແຖວຕົ້ນຫມາກອະງຸ່ນຂອງມັນແລະທຳລາຍເສັຽ
ແຕ່ຢ່າໄປເຖິງອາວະສານທີ່ດຽວ
ຕັດກິ່ງກ້ານຂອງມັນອອກ
ເພາະນັ້ນບໍ່ແມ່ນເປັນຂອງພຣະຜູ້ເປັນເຈົ້າ
11
ເພາະເຊື້ອສາຍຂອງອິສຣາເອນ
ແລະເຊື້ອສາຍຂອງຢູດາໄດ້ທໍຣະຍົດຕໍ່ເຮົາຢ່າງສິ້ນເຊີງແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
12
ເຂົາທັງຫລາຍເວົ້າມຸສາໃນເຣື່ອງພຣະຜູ້ເປັນເຈົ້າ
ແລະໄດ້ກ່າວວ່າ,
“ພຣະອົງບໍ່ໄດ້ຊົງກະທຳປະການໃດ
ບໍ່ມີການຮ້າຍອັນໃດຈະເກີດຂຶ້ນແກ່ເຮົາ
ເຮົາກໍຈະບໍ່ເຫັນດາບຫລືການອຶດຢາກ
13
ຜູ້ປະກາດພຣະທັມກໍຈະເປັນແຕ່ລົມໆ
ພຣະວັຈນະບໍ່ມີໃນຄົນເຫລົ່ານັ້ນ
ຂໍໃຫ້ເປັນຢ່າງນັ້ນແກ່ເຂົາເຖີດ”
14
ເຫດສັນນັ້ນ
ພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາຈຶ່ງກ່າວດັ່ງນີ້ວ່າ,
“ເພາະເຂົາທັງຫລາຍກ່າວຖ້ອຍຄຳເຫລົ່ານີ້
ເບິ່ງແມ໋,
ເຮົາຈະທຳຖ້ອຍຄຳຂອງເຮົາທີ່ຢູ່ໃນປາກຂອງເຈົ້າໃຫ້ເປັນໄຟ
ແລະຊົນຊາດນີ້ເປັນຟືນ
ແລະໄຟນັ້ນຈະເຜົາຜານເຂົາເສັຽ
15
ເບິ່ງແມ໋,
ປະຊາອິສຣາເອນເອີຍ,
ເຮົາຈະນຳປະຊາຊາດຈາກແດນໄກມາສູ້ເຈົ້າທັງຫລາຍ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ເປັນປະຊາຊາດທີ່ທົນທານ
ເປັນປະຊາຊາດດຶກດຳບັນ
ເປັນປະຊາຊາດທີ່ເຈົ້າບໍ່ຮູ້ພາສາຂອງເຂົາ
ເຂົາຈະເວົ້າຫຍັງເຈົ້າກໍບໍ່ເຂົ້າໃຈ
16
ແຫລ່ງທະນູຂອງເຂົາເຫມືອນອຸບໂມງເປີດເຂົາເປັນທະຫານທີ່ເກັ່ງກ້າທຸກຄົນ
17
ເຂົາຈະກິນຊຶ່ງເຈົ້າກ່ຽວໄດ້
ແລະກິນອາຫານຂອງເຈົ້າເສັຽ
ເຂົາຈະກິນບຸດຊາຍແລະບຸດຍິງຂອງເຈົ້າເສັຽ
ເຂົາຈະກິນຝູງແກະຝູງງົວຂອງເຈົ້າເສັຽ
ເຂົາຈະກິນເຄືດອະງຸ່ນແລະຕົ້ນຫມາກເດື່ອຂອງເຈົ້າເສັຽ
ເຂົາຈະທຳລາຍຕົວເມືອງທີ່ມີປ້ອມຂອງເຈົ້າ
ຊຶ່ງເຈົ້າວາງໃຈນັ້ນເສັຽດ້ວຍດາບ”
18
ພຣະຜູ້ເປັນເຈົ້າກ່າວວ່າ,
“ເຖິງແມ່ນໃນວັນເຫລົ່ານັ້ນ
ເຮົາກໍຍັງກະທຳແກ່ເຈົ້າໃຫ້ເຖິງອາວະສານ
19
ແລະເມື່ອເຈົ້າທັງຫລາຍກ່າວວ່າ,
“ເປັນຫຍັງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທັງຫລາຍຈຶ່ງກະທຳບັນດາສິ່ງເຫລົ່ານີ້ແກ່ເຮົາ”
ເຈົ້າຈົ່ງກ່າວແກ່ເຂົາວ່າ,
“ເພາະເຈົ້າໄດ້ປະຖິ້ມເຣົາໄປບົວລະບັດພຣະຕ່າງດ້າວໃນແຜ່ນດິນຂອງເຈົ້າ
ເຫດສັນນັ້ນເຈົ້າຈະຕ້ອງໄປບົວລະບັດຄົນຕ່າງຊາດໃນແຜ່ນດິນຊຶ່ງບໍ່ແມ່ນຂອງເຈົ້າ”
20
ຈົ່ງປະກາດຂໍ້ຄວາມຕໍ່ໄປນີ້ໃນປະຊາຢາໂຄບ
ຈົ່ງໂຄສະນາເຣື່ອງນີ້ໃນຢູດາ
21
“ຊົນຊາດທີ່ໂງ່ຈ້າແລະໄຮ້ຄວາມຄິດເອີຍ,
ຜູ້ມີຕາ
ແຕ່ເບິ່ງບໍ່ເຫັນ
ຜູ້ມີຫູ
ແຕ່ຟັງບໍ່ໄດ້ຍິນ
ຈົ່ງຟັງຂໍ້ຄວາມນີ້
22
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ເຈົ້າບໍ່ຢຳເກງເຮົາຫລື
ເຈົ້າບໍ່ຕົວສັ່ນຢູ່ຕໍ່ຫນ້າເຮົາຫລື
ຄືເຣົາຜູ້ວາງກອງຊາຍໄວ້ເປັນເຂດລ້ອມທະເລ
ເປັນເຄື່ອງກີດຂວາງເປັນນິດບໍ່ໃຫ້ຜ່ານໄປໄດ້
ແມ້ວ່າຄື້ນຈະຊັດ
ກໍເອົາຊະນະບໍ່ໄດ້
ແມ້ຄື້ນຈະຄະນອງ
ກໍຂ້າມໄປບໍ່ໄດ້
23
ແຕ່ຊົນຊາດນີ້ມີໃຈດື້ດ້ານແລະກະບົດ
ເຂົາໄດ້ຫັນຫນີແລະຈາກໄປເສັຽ
24
ຂໍ້ຄວາມນີ້ເຂົາບໍ່ຄີຍຄິດຢູ່ໃນໃຈຂອງເຂົາທັງຫລາຍວ່າ
“ໃຫ້ເຮົາຢຳເກງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ
ຜູ້ຊົງປະທານຝົນຕາມຣະດູຂອງມັນ
ຄືຝົນຕົ້ນຣະດູແລະຝົນຊຸກປາຍຣະດູ
ແລະຊົງຮັກສາສັປດາທີ່ກຳນົດການກ່ຽວເຂົ້າໄວ້ໃຫ້ແກ່ເຮົາ”
25
ບາບຊົ່ວຂອງເຈົ້າໄດ້ກະທຳໃຫ້ສິ່ງເຫລົ່ານີ້ຫັນໄປເສັຽ
ແລະບາບຂອງເຈົ້າທັງຫລາຍກໍກັນຄວາມດີໄວ້ເສັຽຈາກເຈົ້າ
26
ເພາະຖ້າມກາງໄພ່ພົນຂອງເຮົາຈະພົບຄົນອະທັມ
ເຂົາຊຸ່ມຄອຍເຫມືອນຄົນດັກນົກຊຸ່ມຢູ່
ເຂົາວາງກັບໄວ້ເຂົາດັກຄົນ
27
ເຮືອນຂອງເຂົາເຕັມດ້ວຍການທໍຣະຍົດເຫມືອນຖາດທີ່ມີນົກເຕັມ
ເຫດສັນນັ້ນເຂົາຈຶ່ງໃຫຍ່ໂຕແລະຮັ່ງມີ
28
ເຂົາຈຶ່ງອ້ວນພີຈົນຕົວກ້ຽງ
ໃນເຣື່ອງການກະທຳຄວາມອະທັມເຂົາລ້ຳຫນ້າ
ເຂົາບໍ່ໄດ້ຕັດສິນດ້ວຍຄວາມຍຸດຕິທັມ
ໃນຄະດີຂອງລູກກຳພ້າ
ເພື່ອໃຫ້ຄະດີນັ້ນເຖິງທີ່ສຸດ
ເຂົາບໍ່ໄດ້ປ້ອງກັນສິດຂອງຄົນຂັດສົນ
29
ພຣະຜູ້ເປັນເຈົ້າກ່າວວ່າ
ເພາະສິ່ງຢ່າງນີ້
ເຮົາຈະບໍ່ທຳໂທດເຂົາຫລື
ແລະບໍ່ຄວນທີ່ເຮົາຈະແກ້ແຄ້ນປະຊາຊາດທີ່ເປັນຢ່າງນີ້ຫລື
30
ສິ່ງທີ່ຫນ້າຕົກຕະລຶງແລະຫນ້າຫວາດສຽວໄດ້ເກີດຂຶ້ນໃນແຜ່ນດິນນີ້
31
ຄືຜູ້ປະກາດພຣະທັມໄດ້ປະກາດພຣະທັມເທັດ
ແລະບັນດາປະໂຣຫິດກໍປົກຄອງຕາມການຊີ້ນິ້ວຂອງເຂົາ
ແລະໄພ່ພົນຂອງເຮົາມັກທີ່ມີການຢ່າງນີ້
ແຕ່ເຈົ້າທັງຫລາຍຈະກະທຳສິ່ງໃດເມື່ອການສຸດປາຍມາເຖິງ
1
ປະຊາຊົນເບັນຢາມິນເອີຍ
ຈົ່ງຫນີໄປເພື່ອຄວາມປອດພັຍ
ຈາກກາງກຸງເຢຣູຊາເລັມ
ຈົ່ງເປົ່າເຂົາສັດໃນເມືອງເຕໂກອາ
ແລະຍົກສັນຍາຂຶ້ນໄວ້ເທິງເບທຮັກເຄເຣມ
ເພາະເຫດຮ້າຍໂຜ່ອອກມາຈາກທິດເຫນືອ
ຄືການທຳລາຍຢ່າງໃຫຍ່ຫລວງ
2
ເຮົາຈະທຳລາຍສາວງາມແລະບອບບາງ
ຄືບຸດຕຣີຂອງຊີໂອນເສັຽ
3
ຜູ້ລ້ຽງແກະພ້ອມກັບຝູງແກະຈະມາສູ້ນາງ
ເຂົາຈະຕັ້ງເຕັນໄວ້ຮອບນາງ
ຕ່າງກໍຈະຫາກິນຢູ່ໃນທີ່ຂອງມັນ
4
“ຈົ່ງຕຽມທຳສົງຄາມກັບນາງ
ລຸກຂຶ້ນ ໃຫ້ເຮົາໂຈມຕີເວລາກາງເວັນ”
ວິບັດແກ່ພວກເຣົາ
ເພາະວ່າກາງເວັນຄ້ອຍເສັຽແລ້ວ
ເງົາຂອງເວລາຄ່ຳກໍຍາວອອກໄປ”
5
“ລຸກຂຶ້ນ
ໃຫ້ເຮົາເຂົ້າຕີເວລາກາງຄືນ
ແລະທຳລາຍບັນດາວັງຂອງນາງເສັຽ”
6
ເພາະພຣະເຈົ້າຈອມໂຍທາກ່າວດັ່ງນີ້ວ່າ,
“ຈົ່ງປ້ຳຕົ້ນໄມ້ຂອງນາງລົງ
ຈົ່ງຄູນດິນຂຶ້ນອ້ອມໄວ້ສູ້ກຸງເຢຣູຊາເລັມ
ນີ້ແຫລະນະຄອນທີ່ຕ້ອງຖືກທຳໂທດ
ພາຍໃນນາງບໍ່ມີສິ່ງໃດນອກຈາກການບີບບັງຄັບ
7
ບໍ່ນ້ຳຍັງນ້ຳເຢັນໃຫ້ມີຢູ່ສເມີສັນໃດ
ນາງກໍຍັງຄວາມອະທັມໃຫ້ເກີດຂຶ້ນເລື້ອຍໆສັນນັ້ນ
ໄດ້ຍິນເຖິງຄວາມທາຣຸນແລະການທຳລາຍມີພາຍໃນນາງ
ຄວາມເຈັບປວດແລະຄວາມບາດເຈັບກໍປາກົດຕໍ່ເຮົາສເມີ
8
ກຸງເຢຣູຊາເລັມເອີຍ
ຈົ່ງຮັບຄຳຕັກເຕືອນເຖີດ
ຢ້ານວ່າເຮົາຈະພາກຮັກຈາກເຈົ້າໄປເສັຽ
ຢ້ານວ່າເຮົາຈະກະທຳເຈົ້າໃຫ້ເປັນບ່ອນຮົກຮ້າງ
ເປັນແຜ່ນດິນປາສຈາກຄົນອາໄສ”
9
ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວດັ່ງນີ້ວ່າ,
“ເຂົາທັງຫລາຍຈະກວາດຊົນອິສຣາເອນ
ຊົນທີ່ເຫລືອຢູ່ນັ້ນເສັຽໃຫ້ກ້ຽງຢ່າງເລັມເຄືອອະງຸ່ນ
ເຫມືອນຄົນເກັບຫມາກອະງຸ່ນເອົາມືເກັບຫມາກຕາມກິ່ງຂອງມັນອີກເທື່ອນຶ່ງ
10 ຂ້າພະເຈົ້າຄວນຈະເວົ້າແລະໃຫ້ຄຳຕັກເຕືອນແກ່ຜູ້ໃດດີຫນໍ
ເພື່ອເຂົາຈະໄດ້ເຊື່ອຟັງ
ເບິ່ງແມ໋,
ຫູຂອງເຂົາຕັນເສັຽແລ້ວ
ເຂົາຟັງບໍ່ໄດ້
ເບິ່ງແມ໋, ພຣະວັຈ
ນະຂອງພຣະຜູ້ເປັນເຈົ້າເປັນສິ່ງທີ່ເຂົາດູແຄນ
ເຂົາບໍ່ພໍໃຈຟັງ
11 ເຫດສັນນັ້ນ
ຂ້າພະເຈົ້າຈຶ່ງມີພຣະພິໂຣດຂອງພຣະຜູ້ເປັນເຈົ້າເຕັມໄປຫມົດ
ຂ້າພະເຈົ້າຈະເກັບໄວ້ອີກບໍ່ໄຫວແລ້ວ
“ຈົ່ງເທອອກຫົດເດັກນ້ອຍທີ່ຕາມຖນົນ
ແລະຫົດພວກຫນຸ່ມໆທີ່ຊຸມນຸມກັນຢູ່ດ້ວຍ
ທັງຜົວແລະເມັຽກໍຈະຕ້ອງເອົາໄປ
ທັງຄົນແກ່ແລະຄົນເຖົ້າຊະຣາດ້ວຍ
12 ບ້ານເຮືອນຂອງເຂົາຈະຕ້ອງຍົກໃຫ້ເປັນຂອງຄົນອື່ນ
ທັງໄຮ່ນາແລະເມັຽຂອງເຂົາດ້ວຍ
ເພາະເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ຊາວແຜ່ນດິນ”
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
13 ເພາະວ່າ
ຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ
ທຸກຄົນໂລບຢາກໄດ້ກຳໄລ
ແລະທຸກຄົນກໍກະທຳການດ້ວຍຄວາມເທັດ
ຕັ້ງແຕ່ຜູ້ປະກາດພຣະທັມຄລອດເຖິງປະໂຣຫິດ
14 ເຂົາທັງຫລາຍໄດ້ຮັກສາແຜແຫ່ງໄພ່ພົນຂອງເຮົາແຕ່ເລັກນ້ອຍກ່າວວ່າ
“ສັນຕິສຸກ ສັນຕິສຸກ”
ເມື່ອບໍ່ມີສັນຕິສຸກເລີຍ
15 ເມື່ອເຂົາກະທຳການຫນ້າລັງກຽດຊັງ
ເຂົາລະອາຍຫລື
ບໍ່ເລີຍ
ເຂົາບໍ່ລະອາຍເສັຽເລີຍ
ເຂົາບໍ່ຮູ້ຈັກວ່າຢ່າງໃດຈຶ່ງຈະຂາຍຫນ້າ
ເພາະສະນັ້ນເຂົາຈະລົ້ມລົງຖ້າມກາງພວກທີ່ລົ້ມແລ້ວ
ເມື່ອເຮົາລົງໂທດເຂົາທັງຫລາຍ
ເຂົາຈະຄວ່ຳ”
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
16 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄພ່ພົນຂອງພຣະອົງວ່າ,
“ພວກເຈົ້າຈົ່ງຢືນຢູ່ໃນທາງສີ່ແຍກ
ໃຫ້ຖາມຫາທາງດີ
ຄືທາງເກົ່ານັ້ນຢູ່ໃສ
ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນພວກເຈົ້າຈະມີຄວາມສງົບສຸກ
ແຕ່ພວກເຈົ້າໄດ້ເວົ້າວ່າ
ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ
17 ເຮົາໄດ້ແຕ່ງຄົນເຝົ້າຍາມ
ເພື່ອເປົ່າແກເຕືອນບອກພວກເຈົ້າ
ແຕ່ພວກເຈົ້າໄດ້ເວົ້າວ່າ
ພວກເຮົາຈະບໍ່ຟັງ
18 ດ້ວຍເຫດນັ້ນ
ຊາດຕ່າງໆເອີຍ,
ຈົ່ງຟັງແລະຊາບເທີນວ່າອັນໃດຈະເກີດຂຶ້ນແກ່ໄພ່ພົນຂອງເຣົາ
19 ໂລກເອີຍ,
ຈົ່ງຟັງເທີນ
ເຣົາຈະນຳເອົາໄພວິບັດມາຍັງປະຊາຊົນເຫລົ່ານີ້
ຄືໄພວິບັດທີ່ເຂົາສົມຄວນໄດ້ຮັບ
ເພາະວ່າເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ
ແລະບໍ່ໄດ້ສົນໃຈຄຳສອນຂອງເຮົາ
20 ຈະເປັນປໂຍດອັນໃດແກ່ເຮົາ
ທີ່ໄດ້ທູບຫອມມາແຕ່ເມືອງເຊບາ
ຫລືໄດ້ເຄື່ອງຫອມມາຈາກທາງໄກ
ເຮົາຈະບໍ່ຍິນດີຮັບເອົາເຄື່ອງບູຊາຂອງເຂົາ
21 ດັ່ງນັ້ນ
ເຮົາພຣະຜູ້ເປັນເຈົ້າຈະທຳໃຫ້ຄົນເຫລົ່ານີ້ຕຳສະດຸດ
ບິດາແລະບຸດທັງຫລາຍຂອງເຂົາຈະຕາຍ
ມິດສະຫາຍແລະເພື່ອນບ້ານກໍຈະຕາຍເຫມືອນກັນ”
22 ພຣະຜູ້ເປັນເຈົ້າຊົງກ່າວວ່າ
“ປະຊາຊົນຈະມາຈາກປະເທດທາງທິດເຫນືອ
ຊາດຍິ່ງໃຫຍ່ທີ່ຢູ່ຫ່າງໄກກຳລັງຕຽມຕົວມາຕໍ່ສູ້
23 ພວກເຂົາຖືຫນ້າທະນູແລະຫອກ
ເປັນຄົນໂຫດຮ້າຍຂາດເມດຕາຈິດ
ພວກເຂົາຂີ່ມ້າແລະຮ້ອງ
ສຽງດັງເຫມືອນສຽງຄື້ນທະເລ
ແລະຕຽມພ້ອມສຳລັບຮົບເສິກຕໍ່ສູ້ເມືອງຊີໂອນ”
24 ປະຊາຊົນເຢຣູຊາເລັມໄດ້ເວົ້າວ່າ,
“ເມື່ອພວກເຮົາໄດ້ຍິນຂ່າວນັ້ນ
ມືຂອງພວກເຣົາໄດ້ອ່ອນເພັຽ
ມີຄວາມຢ້ານກົວ
ແລະເຈັບປວດເຫມືອນຜູ້ຍິງກຳລັງຄອດບຸດ
25 ພວກເຣົາບໍ່ກ້າອອກໄປຕາມບ້ານນອກ
ຫລືຍ່າງໄປຕາມຖນົນຫົນທາງ
ເພາະວ່າສັດຕຣູໄດ້ຕຽມໂຈມຕີຢູ່
ແລະຄວາມຢ້ານກົວກໍມີຢູ່ທຸກດ້ານ”
26 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ໄພ່ພົນຂອງເຮົາເອີຍ
ຈົ່ງນຸ່ງເຄື່ອງໄວ້ທຸກ
ແລະກິ້ງເກືອກຢູ່ໃນຂີ້ເທົ່າໄຟ
ຈົ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນເຫມືອນລູກຊາຍຄົນດຽວຕາຍ
ເພາະວ່າຜູ້ທຳລາຍຈະເຂົ້າໂຈມຕີເຮົາໃນທັນທີທັນໃດ
27 “ເຮົາໄດ້ກະທຳໃຫ້ເຈົ້າເປັນຜູ້ໄປທົດລອງເບິ່ງໄພ່ພົນຂອງເຮົາ
ແລະສຶກສາເບິ່ງຄວາມປະພຶດທັງຫລາຍຂອງເຂົາ
28 ເຂົາທັງຫລາຍເປັນກະບົດທີ່ດຶ້ດ້ານ
ເປັນຄົນມັກກ່າວຂວັນນິນທາຄົນອື່ນ
ເຂົາຫົວແຂງເຫມືອນທອງເຫລືອງແລະເຫລັກກ້າ
ເປັນຄົນສໍ້ໂກງທັງສິ້ນ
29 ເຕົາເຜົາເງິນກໍຮ້ອນແຮງແລ້ວ
ແຕ່ສິ່ງບໍ່ດີທີ່ປົນຢູ່ນຳເງິນບໍ່ໄດ້ເປື່ອຍສູນໄປ
ວຽກນັ້ນຈຶ່ງບໍ່ເປັນປໂຍດ
ຄົນຊົ່ວກໍຢ່າງດຽວກັນນັ້ນ
ຄືຍັງບໍ່ໄດ້ສູນຫາຍໄປເລີຍ
30 ຄົນທັງປວງຈະເອີ້ນເຂົາວ່າເປັນເງິນໃຊ້ບໍ່ໄດ້
ເພາະວ່າເຮົາພຣະຜູ້ເປັນເຈົ້າໄດ້ປະຖິ້ມເຂົາແລ້ວ”
1
ພຣະຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາວ່າ,
2
“ເຈົ້າຈົ່ງຢືນຢູ່ໃນປະຕູກຳແພງພຣະວິຫານຂອງພຣະຜູ້ເປັນເຈົ້າແລະໂຄສະນາຖ້ອຍຄຳເຫລົ່ານີ້ທີ່ນັ້ນວ່າ
ບັນດາຄົນຢູດາທັງປວງຜູ້ເຂົ້າມາໃນປະຕູກຳແພງນີ້ເພື່ອນະມັສການພຣະຜູ້ເປັນເຈົ້າ
ຈົ່ງຟັງພຣະວັຈນະພຣະຜູ້ເປັນເຈົ້າ
3
ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າຂອງອິສຣາເອນຊົງກ່າວດັ່ງນີ້ວ່າ,
“ຈົ່ງປ່ຽນທາງດຳເນີນຊີວິດແລະການກະທຳຂອງພວກເຈົ້າເສັຽ
ເພື່ອເຮົາຈະໃຫ້ເຈົ້າອາໄສຢູ່ໃນທີ່ນີ້
4
ຢ່າເຊື່ອຄຳຕົວະທີ່ວ່າ
ນີ້ແມ່ນພຣະວິຫານຂອງພຣະຜູ້ເປັນເຈົ້າ
ພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະວິຫານຂອງພຣະຜູ້ເປັນເຈົ້າ”
5
ຈົ່ງປ່ຽນທາງດຳເນີນຊີວິດ
ແລະການກະທຳຂອງພວກເຈົ້າເສັຽໃຫ້ເຮັດຕໍ່ກັນແລະກັນຢ່າງຍຸດຕິທັມ
6
ຢ່າເອົາປຽບຄົນຕ່າງດ້າວພ້ອມທັງລູກກຳພ້າແລະແມ່ຫມ້າຍ
ໃຫ້ຢຸດປະຫັດປະຫານຜູ້ບໍ່ມີຄວາມຜິດໃນສະຖານທີ່ສັກສິດນີ້
ແລະໃຫ້ຢຸດຂາບໄຫວ້ພຣະອື່ນເສັຽ
ເພາະວ່າການກະທຳເຊັ່ນນີ້ຈະເປັນການທຳລາຍພວກເຈົ້າເອງ
7
ແລ້ວເຮົາຈະໃຫ້ພວກເຈົ້າອາໄສຢູ່ໃນທີ່ນີ້ຕໍ່ໄປ
ຄືຢູ່ໃນດິນແດນທີ່ເຮົາໄດ້ຍົກໃຫ້ບັນພະບຸຣຸດຂອງພວກເຈົ້າເປັນເຈົ້າຂອງຄລອດໄປເປັນນິດນັ້ນ
8
ເບິ່ງດູ
ພວກເຈົ້າໄວ້ໃຈໃນຄຳຕົວະ
9
ເຈົ້າຈະລັກສິ່ງຂອງ
ຂ້າຄົນ
ລ່ວງເກີນຜົວເມັຽຜູ້ອື່ນ
ສາບົດສາບານດ້ວຍຄຳບໍ່ຈິງ
ຖວາຍບູຊາແກ່ພຣະບາອານ
ແລະຂາບໄຫວ້ພຣະອື່ນທີ່ພວກເຈົ້າບໍ່ຮູ້ຈັກ
10 ທຳແຕ່ສິ່ງທີ່ເຮົາກຽດຊັງ
ແລະມາຢືນຢູ່ຕໍ່ຫນ້າເຮົາໃນພຣະວິຫານຂອງເຮົາ
ແລ້ວກໍເວົ້າວ່າພວກເຮົາປອດພັຍແລ້ວ
11 ພວກເຈົ້າຄິດວ່າພຣະວິຫານຂອງເຮົາເປັນບ່ອນຫລົບລີ້ຂອງພວກເຈົ້າຊັ້ນບໍ
ເຮົາໄດ້ເຫັນສິ່ງທີ່ພວກເຈົ້າກະທຳແລ້ວ
ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
12 ຈົ່ງໄປເມືອງຊີໂລບ່ອນທີ່ເຮົາເລືອກໄວ້ເປັນບ່ອນຂາບໄຫວ້ແຕ່ກ່ອນ
ແລ້ວຈົ່ງເບິ່ງສິ່ງທີ່ເຮົາໄດ້ກະທຳຕໍ່ເມືອງນັ້ນ
13 ຍ້ອນຄວາມຊົ່ວຂອງອິສຣາເອນໄພ່ພົນຂອງເຮົາ
ພວກເຈົ້າໄດ້ກະທຳບາບທີ່ເຮົາໄດ້ກ່າວນີ້ທັງຫມົດ
ເຖິງແມ່ນເຮົາໄດ້ເວົ້າກັບພວກເຈົ້າຫລາຍເທື່ອຫລາຍທີແລ້ວກໍດີ
ພວກເຈົ້າກໍຍັງບໍ່ຍອມຟັງ
ແລະເມື່ອເຮົາເອີ້ນພວກເຈົ້າ
ພວກເຈົ້າກໍບໍ່ຕອບ
ເຮົາ
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
14 ດ້ວຍເຫດນີ້ເຮົາຈະກະທຳຕໍ່ບ່ອນທີ່ເຮົາໄດ້ຍົກໃຫ້ບັນພະບຸຣຸດຂອງເຈົ້າ
ຄືພຣະວິຫານທີ່ພວກເຈົ້າໄດ້ອາໄສຢູ່ນີ້
ເຫມືອນກັບໄດ້ກະທຳທີ່ເມືອງຊີໂລນັ້ນ
15 ຈະຂັບໄລ່ພວກເຈົ້າອອກໄປຈາກສາຍຕາຂອງເຮົາເຫມືອນໄດ້ກະທຳຕໍ່ຊາວເອຟຣາອິມຍາດພີ່ນ້ອງຂອງພວກເຈົ້ານັ້ນ
ຄວາມບໍ່ເຊື່ອຟັງຂອງປະຊາຊົນ
16 ຝ່າຍເຈົ້າ
ເຈົ້າຢ່າອ້ອນວອນສຳລັບປະຊາຊົນເຫລົ່ານີ້
ຢ່າຮ້ອງໄຫ້ຫລືອ້ອນວອນຂໍເພື່ອເຂົາ
ຢ່າຂໍອະພັຍໂທດນຳເຮົາເພາະວ່າເຮົາຈະບໍ່ຟັງເຈົ້າ
17 ເຈົ້າບໍ່ເຫັນສິ່ງທີ່ເຂົາທັງຫລາຍກຳລັງກະທຳໃນເມືອງທັງຫລາຍຂອງຢູດາ
ແລະຕາມຖນົນໃນກຸງເຢຣູຊາເລັມຫລື
18 ຄື
ເດັກນ້ອຍກໍເກັບເອົາຟືນ
ພວກຜູ້ຊາຍກໍດັງໄຟ
ແລະພວກຜູ້ຍິງກໍນວດແປ້ງ
ເຮັດເຂົ້າຫນົມຫວານຖວາຍເຈົ້າຍິງເທິງຟ້າສວັນ
ພວກເຂົາໄດ້ເທເຄື່ອງດື່ມຖວາຍແກ່ພຣະອື່ນ
ເພື່ອທຳໃຫ້ເຮົາເສັຽໃຈ
19 ແມ່ນເຮົາແທ້ບໍເປັນຜູ້ໄດ້ຣັບຄວາມເສັຽໃຈ
ເຮົາກ່າວວ່າ
ບໍ່ແມ່ນເຮົາດອກມັນແມ່ນເຂົາເອງເປັນຜູ້ເສັຽໃຈ
ແລະຈະນຳຄວາມລະອາຍມາສູ່ເຂົາເອງ
20 ດ້ວຍເຫດນັ້ນ
ເຮົາພຣະຜູ້ເປັນເຈົ້າຈະເທຄວາມຮ້າຍອັນຮຸນແຮງຂອງເຮົາລົງໃສ່ບ່ອນນີ້
ຈະເທລົງໃສ່ທັງຄົນ
ສັດເດັຽຣະສານ
ກົກໄມ້ແລະເຄື່ອງປູກ
ຄວາມຮ້າຍຂອງເຮົາຈະລຸກໄຫມ້ເຫມືອນໄຟ
ຊຶ່ງບໍ່ມີໃຜຈະມອດໄດ້
21 ໄພ່ພົນຂອງເຮົາເອີຍ,
ໃຫ້ພວກເຈົ້າກິນເຄື່ອງເຜົາບູຊາເຫມືອນກິນເຄື່ອງບູຊາອື່ນໆນັ້ນເສັຽ
ເຮົາພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ຂອງອິສຣາເອນໄດ້ກ່າວດັ່ງນີ້ແຫລະ
22 ເມື່ອເຮົານຳບັນພະບຸຣຸດຂອງພວກເຈົ້າອອກຈາກປະເທດເອຢິບນັ້ນ
ເຮົາບໍ່ໄດ້ໃຫ້ຄຳສັ່ງກ່ຽວກັບເຄື່ອງເຜົາບູຊາຫລືເຄື່ອງບູຊາຊະນິດອື່ນໆແກ່ເຂົາເລີຍ
23 ແຕ່ໄດ້ສັ່ງໃຫ້ເຂົາເຊື່ອຟັງເຮົາ
ເພື່ອເຮົາຈະໄດ້ເປັນພຣະເຈົ້າຂອງເຂົາ
ແລະເຂົາຈະໄດ້ເປັນໄພ່ພົນຂອງເຣົາ
ເຮົາໄດ້ບອກໃຫ້ເຂົາປະພຶດຕາມທາງທີ່ໄດ້ສັ່ງນັ້ນ
ເພື່ອສິ່ງທັງຫລາຍຈະໄດ້ເປັນຜົນດີແກ່ພວກເຂົາ
24 ແຕ່ພວກເຂົາບໍ່ເຊື່ອຟັງຫລືເອົາໃຈໃສ່ເລີຍ
ມີແຕ່ປະພຶດໄປຕາມທາງຄວາມດື້ດ້ານແລະໃຈຊົ່ວຂອງເຂົາເອງ
25 ສະນັ້ນພວກເຂົາຈຶ່ງຊົ່ວຫນັກລົງແທນທີ່ຈະດີຂຶ້ນ
ຕັ້ງແຕ່ວັນທີ່ບັນພະບຸຣຸດຂອງພວກເຈົ້າອອກຈາກເອຢິບຈົນເຖິງທຸກມື້ນີ້
ເຣົາໄດ້ໃຊ້ບັນດາພວກຜູ້ປະກາດພຣະທັມຂອງເຮົາໄປຫາພວກເຈົ້າຢູ່ສເມີ
26 ແຕ່ພວກເຈົ້າບໍ່ຟັງຫລືເອົາໃຈໃສ່ເລີຍ
ແຮງເປັນຄົນຫົວດື້
ແລະປະພຶດຊົ່ວກວ່າບັນພະບຸຣຸດຂອງພວກເຈົ້າເສັຽອີກ
27 ດ້ວຍເຫດນັ້ນ
ເຈົ້າຈະກ່າວຖ້ອຍຄຳເຫລົ່ານີ້ສູ່ເຂົາຟັງ
ແຕ່ເຂົາຈະບໍ່ຟັງ
ເຈົ້າຈະເອີ້ນເຂົາແຕ່ເຂົາຈະບໍ່ຕອບເຈົ້າ
28 ເຈົ້າຈະບອກວ່າພວກເຂົາເປັນຊົນຊາດທີ່ບໍ່ເຊື່ອຟັງເຣົາ
ທັງບໍ່ຍອມຮັບເອົາຄວາມຕັກເຕືອນຂອງເຮົາ
ຄວາມສັດຊື່ໄດ້ສູນຫາຍໄປຈາກເຂົາ
ພວກເຂົາບໍ່ເວົ້າເຖິງຄວາມສັດຊື່ອີກເລີຍ
29 ຈົ່ງຮ້ອງໄຫ້ເສັຽໃຈ
ແລະໄວ້ທຸກເທີນ
ຈົ່ງແຖຜົມຂອງພວກເຈົ້າຖິ້ມເສັຽ
ແລະຈົ່ງຮ້ອງໄຫ້ອາລັຍເຖິງຈອມພູທີ່ສູງ
ເພາະວ່າເຮົາພຣະຜູ້ເປັນເຈົ້າໄດ້ປະຖິ້ມປະຊາຊົນເຫລົ່ານີ້ດ້ວຍຄວາມຮ້າຍຂອງເຮົາ
30 ປະຊາຊົນຢູດາໄດ້ກະທຳສິ່ງທີ່ຊົ່ວຮ້າຍ
ເຂົາໄດ້ເອົາຮູບພຣະຂອງເຂົາທີ່ເຮົາກຽດຊັງມາວາງໄວ້ໃນວິຫານຂອງເຮົາ
ທຳໃຫ້ວິຫານນັ້ນເຊື່ອມເສັຽ
ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
31 ພວກເຂົາໄດ້ສ້າງແທ່ນບູຊາຊຶ່ງເອີ້ນວ່າ
ໂຕເຟທໄວ້ໃນຮ່ອມພູແຫ່ງບຸດຊາຍຂອງ
ຮີນໂນມ
ເພື່ອຈະໄດ້ເອົາບຸດຊາຍຍິງຂອງເຂົາມາເຜົາບູຊາ
ເຮົາບໍ່ເຄີຍນຶກບໍ່ເຄີຍສັ່ງໃຫ້ເຂົາກະທຳຢ່າງນີ້ເລີຍ
32 ດ້ວຍເຫດນີ້
ເວລານັ້ນຈະຕ້ອງມາເຖິງແນ່ນອນ
ເມື່ອນັ້ນຈະບໍ່ໄດ້ເອີ້ນວ່າໂຕເຟທ
ຫລືຮ່ອມພູບຸດຊາຍຂອງຮີນໂນມອີກຕໍ່ໄປ
ແຕ່ຈະໄດ້ເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ
ເພາະວ່າເຂົາຈະໄດ້ຝັງສົບຄົນໄວ້ໃນໂຕເຟທຈົນ
ເພາະແຫ່ງອື່ນບໍ່ມີບ່ອນວ່າງແລ້ວ
33 ແລະສົບຂອງຊົນຊາດນີ້ຈະເປັນອາຫານຂອງນົກໃນອາກາດ
ແລະແກ່ສັດແຫ່ງແຜ່ນດິນໂລກ
ແລະບໍ່ມີໃຜຈະຂັບໄລ່ໃຫ້ມັນໄປເສັຽໄດ້
34 ເຮົາຈະທຳໃຫ້ສຽງຂອງຄວາມມ່ວນຊື່ນຍິນດີ
ແລະສຽງຂອງເຈົ້າບ່າວເຈົ້າສາວໃນເມືອງທັງຫລາຍຂອງຢູດາ
ແລະໃນຖນົນກຸງເຢຣູຊາເລັມສິ້ນສຸດລົງ”
1
ພຣະຜູ້ເປັນເຈົ້າຊົງກ່າວວ່າ
ໃນການຄັ້ງນັ້ນ
ກະດູກຂອງບັນດາກະສັດຢູດາ
ກະດູກເຈົ້ານາຍຂອງຢູດາ
ກະດູກປະໂຣຫິດ
ກະດູກຜູ້ປະກາດພຣະທັມ
ແລະກະດູກຂອງຊາວເມືອງເຢຣູຊາເລັມຈະມີຄົນເອົາອອກມາຈາກອຸບໂມງຂອງເຂົາທັງຫລາຍ
ເຫລົ່ານັ້ນ
2
ແລະເຂົາກະຈາຍກະດູກເຫລົ່ານັ້ນອອກຕໍ່ຫນ້າດວງອາທິດ
ດວງຈັນ
ແລະບໍຣິວານແຫ່ງຟ້າສວັນທັງສິ້ນ
ຊຶ່ງເຂົາທັງຫລາຍຮັກແລະບົວຣະບັດ
ຊຶ່ງເຂົາໄດ້ຕິດສອຍຫ້ອຍຕາມ
ຊຶ່ງເຂົາໄດ້ສແວງຫາແລະນະມັສການ
ຈະບໍ່ມີໃຜຮວບຮວມຫລືຝັງກະດູກເຫລົ່ານີ້
ແຕ່ຈະເປັນເຫມືອນຝຸ່ນຢາຍເດັຽຣະດາດຢູ່ຕາມຫນ້າດິນ
3
ບັນດາຄົນທີ່ເຫລືອຢູ່ຈາກຄອບຄົວຮ້າຍນີ້
ຊຶ່ງຕົກຄ້າງຢູ່ໃນສະຖານທີ່ທັງສິ້ນຊຶ່ງເຮົາໄດ້ຂັບໄລ່ເຂົາໄປ
ຈະນິຍົມຄວາມຕາຍຍິ່ງກວ່າທີ່ຈະມີຊີວິດຢູ່
ພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້
ບາບແລະການພິພາກສາລົງໂທດ
4
“ເຈົ້າຈົ່ງເວົ້າກັບເຂົາທັງຫລາຍວ່າ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ເມື່ອມະນຸດລົ້ມລົງ
ເຂົາຈະບໍ່ລຸກຂຶ້ນອີກຫລື
ຖ້າຜູ້ນຶ່ງຜູ້ໃດຫັນໄປ
ເຂົາຈະບໍ່ກັບມາຫລື
5
ເປັນຫຍັງຊົນຊາດນີ້ຄືເຢຣູຊາເລັມຈຶ່ງໄດ້ຫັນໄປ
ເປັນການກັບສັຕຢູ່ເປັນນິດ
ເຂົາຍຶດການຫລອກລວງໄວ້ຫມັ້ນ
ເຂົາທັງຫລາຍປະຕິເສດບໍ່ຍອມກັບ
6
ເຮົາໄດ້ຕັ້ງໃຈແລະຄອຍຟັງ
ແຕ່ເຂົາທັງຫລາຍກໍເວົ້າບໍ່ຖືກຕ້ອງ
ບໍ່ມີຄົນໃດກັບໃຈຈາກການອະທັມຂອງຕົນ
ກ່າວວ່າ,
“ຂ້າໄດ້ເຮັດຫຍັງແດ່”
ທຸກຄົນຫັນໄປຕາມທາງຂອງເຂົາເອງເຫມືອນມ້າແລ່ນຫົວທຶ່ມເຂົ້າໄປໃນສົງຄາມ
7
ແມ້ວ່ານົກກະສາດຳເທິງຟ້າ
ຍັງຮູ້ຈັກເວລາກຳນົດຂອງມັນ
ແລະນົກເຂົາ
ນົກນາງແອ່ນ
ແລະນົກກຽນ
ໄດ້ຮັກສາເວລາມາຂອງມັນ
ແຕ່ປະຊາກອນຂອງເຮົາ
ບໍ່ຮູ້ຈັກກົດຫມາຍຂອງພຣະຜູ້ເປັນເຈົ້າ
8
“ເຈົ້າຈະເວົ້າໄດ້ຢ່າງໃດວ່າ
ເຮົາມີປັນຍາ
ແລະພຣະທັມຂອງພຣະຜູ້ເປັນເຈົ້າກໍຢູ່ກັບເຮົາ”
ແຕ່ເບິ່ງແມ໋,
ປາກກາຂອງພວກອາຣັກໄດ້ກະທຳໃຫ້ພຣະທັມເປັນຄຳຕົວະ
9
ຄົນມີປັນຍາຈະໄດ້ຮັບຄວາມອາຍ
ເຂົາຈະຢ້ານກົວແລະຖືກຈັບຕົວໄປ
ເຂົາໄດ້ປະຕິເສດພຣະວັຈນະຂອງພຣະຜູ້ເປັນເຈົ້າ
ແລະປັນຍາຢ່າງໃດມີໃນຕົວເຂົາ
10 ເຫດສັນນັ້ນ
ເຮົາຈະໃຫ້ເມັຽຂອງເຂົາຕົກໄປເປັນຂອງຄົນອື່ນ
ໃຫ້ໄຮ່ນາຂອງເຂົາຕົກແກ່ຜູ້ທີ່ຈະໄດ້ຮັບ
ເພາະວ່າຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດເຖິງຄົນທີ່ໃຫຍ່ທີ່ສຸດ
ທຸກຄົນໂລບຢາກໄດ້ກຳໄລ
ຕັ້ງແຕ່ຜູ້ປະກາດພຣະທັມເຖິງປະໂຣຫິດ
ທຸກຄົນກໍທຳການສໍ້ໂກງເຂົາ
11 ເຂົາໄດ້ຮັກສາແຜແຫ່ງປະຊາກອນຂອງເຮົາແຕ່ເລັກນ້ອຍ ກ່າວວ່າ, “ສັນຕິສຸກ ສັກຕິສຸກ” ໃນເມື່ອບໍ່ມີສັ