Isaiah ພຣະທັມ​ເອຊາ​ຢາ

 

ພຣະທັມ​ເອຊາ​ຢາ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

28

29

30

31

32

33

34

35

36

37

38

39

40

41

42

43

44

45

46

47

48

49

50

51

52

53

54

55

56

57

58

59

60

61

62

63

64

65

66

 

 

 

 

 

 

ເອຊາ​ຢາ

 

        1. ປະ​ຊາ​ຊາດ​ທີ່​ບາບ​ຫນາ

1   ຫນັງ​ສື​ພຣະ​ທັມ​ນີ້ ແມ່ນ​ຖ້ອຍ​ຄຳ​ທີ່​ເວົ້າ​ເຖິງ​ພວກ​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ຕໍ່​ເອ​ຊາ​ຢາ​ບຸດ​ຂອງ​ອາ​ໂມ​ສ, ໃນ​ລະ​ຫວ່າງ​ເວ​ລາ​ອຸ​ສ​ຊີ​ຢາ, ໂຢ​ທາມ, ອາ​ຮັ​ສ, ແລະ​ເຮເຊ​ກີ​ຢາ, ເປັນ​ກະ​ສັດ​ຂອງ​ຢູ​ດາ.

 

ພຣະ​ເຈົ້າ​ຊົງ​ເຕືອນ​ໄພ່​ພົນ​ຂອງ​ພຣະ​ອົງ

2   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າ​ວວ່າ, “ໂລ​ກ​ແລະ​ຟ້າ​ສວັນ​ເອີຍ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ: ພວກ​ເດັກ​ນ້ອຍ​ທີ່​ເຮົາ​ລ້ຽງ​ໃຫຍ່​ແລ້ວ​, ໄດ້​ເປັນ​ກະ​ບົດ​ຕໍ່​ສູ້​ເຣົາ.

3   ງົວ​ຄວາຍ​ມັນ​ຍັງ​ຮູ້​ຈັກ​ເຈົ້າ​ຂອງ ລໍ​ກໍຮູ້​ຈັກ​ບ່ອນ​ນາຍ​ມັນ​ເອົາ​ໄປ​ລ້ຽງ ແຕ່​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ

4   ຊົນ​ຊາດ​ບາບ ໃຈ​ຊົ່ວ​ແລະ​ໂຫດຮ້າຍ​ເອີຍ ພວກ​ເຈົ້າ​ຈະ​ໄດ້​ຮັບ​ເຄາະ​ກັມ​ດອກ ບາບ​ໄດ້​ລາກ​ຄໍ​ພວກ​ເຈົ້າ​ແລ້ວ ເພາະ​ວ່າ​ພວກ ​ເຈົ້​ໄດ້​ປະ​ຖິ້ມ​ແລະ​ຫັນ​ຫນີ​ຈາກ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣ​ເອນ

5   ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເປັນ​ກະ​ບົດ​ຢູ່​ຕໍ່​ໄປ ຢາກ​ຈະ​ໃຫ້​ເຮົາ​ລົງ​ໂທດ​ຫນັກ​ຂຶ້ນຊັ້ນ​ບໍ ອິສຣາ​ເອນ​ເອີຍ ຫົວ​ຂອງ​ເຈົ້າ​ມີ​ແຕ່​ບາດ ຈິດ​ໃຈ​ກໍ​ເຈັບ​ຊ້ຳ

6   ຕັ້ງ​ແຕ່​ຕີ​ນ​ເຖິງ​ຫົວ​ທົ່ວ​ຮ່າງກາຍ​ຂອງ​ເຈົ້າ​ບໍ່ມີ​ບ່ອນ​ໃດ​ປອດ ມັນ​ມີ​ແຕ່​ບ່ອນ​ຟົກ​ຊ້ຳ​ດຳ​ຂຽວ ແລະ​ເປັນ​ແຜ ບາດ​ແຜ​ກໍ​ບໍ່​ໄດ້​ຫໍ່​ພັນ ບໍ່​ໄດ້​ຮັກ​ສາ​ໃຫ້​ສະ​ອາດ ແລະ​ໃສ່​ຢາ​ເລີຍ

7   ທົ່ວ​ປະ​ເທດ​ຂອງ​ເຈົ້າ​ຮ້າງ​ເປົ່ ຫົວ​ເມືອງ​ທັງ​ຫລາຍ​ຖືກ​ເຜົາ​ໄຫ​ມ້​ຍັງ​ແຕ່​ດິນ ຊາວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ຍຶດ​ຄອງ ແລະ​ທຳ​ລາຍ​ທຸກ​ໆ​ສິ່ງ​ຖິ້ມ​ຕໍ່​ຫນ້າ​ພວກ​ເຈົ້າ

8   ນະ​ຄອນ​ເຢ​ຣູ​ຊາ​ເລັມ​ກໍ​ປະ​ຖິ້ມ​ໄວ້ ເປັນ​ນະ​ຄອນ​ຖືກ​ເຂົາ​ປິດ​ລ້ອມ​ແລະ​ປ​ສ​ຈາກ​ແນວ​ປ້ອງ​ກັນ​ເຫມືອນ​ຕູບ​ຄົນ​ເຝົ້​ສວນ​ອະ​ງຸ່ນ ຫລື​ເຫມືອນ​ຖຽງ​ໄຮ່​ຫມາກ​ແຕ່ງກວາ

9   ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ບໍ່​ໂຜດ​ໃຫ້​ບາງ​ຄົນ​ລອດ​ຊີ​ວິດ​ຢູ່​ແລ້ວ ນະ​ຄອນ​ເຢ​ຣູ​ຊາ​ເລັມກໍ​ຈະ​ຖືກ​ທຳ​ລາຍ​ຢ່າງ​ສິ້ນ​ເຊີງ ມັນ​ຈະ​ເປັນ​ຄື​ດັ່ງ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ

10 ເຢຣູ​ຊາ​ເລັມ​ເອີຍ ພວກ​ຜູ້​ປົກ​ຄອງ​ແລະ​ປະ​ຊາ​ຊົນ​ຂອງ​ເຈົ້​ຈະ​ເປັນ​ເຫມືອນ​ຊາວ​ໂຊ​ໂດມ​ແລະ​ໂກ​ໂມ​ຣາ ຈົ່ງ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​  ພຣະຜູ້ເປັນ​ເຈົ້າ​ຈະ​ບອກ​ສອນ​ເຈົ້າ

11 ພຣະ​ອົງ​ຊົງ​ກ່າວ​ວ່າ ເຈົ້າ​ຄິດ​ວ່າ​ເຮົາ​ຢາກ​ໄດ້​ສິ່ງ​ຂອງ​ທີ່​ເຈົ້າ​ເອົາ​ເຜົາ​ຖວາຍ​ບູ​ຊາ​ໃຫ້​ເຮົາ​ນັ້ນ​ຊັ້ນ​ບໍ ເຮົາ​ອີ່ມ​ພໍ​ແລ້ວ​ສຳ​ລັບ​ແກະ​ທີ່​ເຈົ້າ​ເຜົາ​ບູ​ຊາ ພ້ອມ​ທັງ​ນັ້ນ​ມັນ​ສັດ​ໂຕ​ອ້ວນ​ພີ​ຂອງ​ເຈົ້າ ເຮົາ​ເປິດ​ຫນ່າຍ​ເລືອດ​ງົວ ເລືອດ​ແກະ​ແລະ​ເລືອດ​ແບ້​ແລ້ວ

12 ເມື່ອ​ເຈົ້າ​ມາ​ຂບ​ໄຫວ້​ເຮົາ ໃຜ​ບອກ​ໃຫ້​ນຳ​ເອົາ​ສິ່ງ​ເຫລົ່າ​ນັ້ນ​ມາ​ໃຫ້​ເຮົາ ໃຜ​ບອກ​ໃຫ້​ເຂົ້າ​ມາ​ຢຽບ​ຢ່ຳ​ພຣະ​ວິ​ຫານ​ຂອງ​ເຣົາ

13 ເຣົາ​ບໍ່​ຢາກ​ໄດ້​ອີກ​ແລ້ວ​ຂອງ​ຖວາຍ​ອັນ​ຕາຍໆ​ນັ້ນ ເຮົາ​ກຽດ​ຊັງ​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ເຈົ້າ ແລະ​ຫົນ​ຕໍ່​ງານ​ສ​ລອງວັນ​ເດືອນ​ອອກ​ໃຫມ່ ວັນ​ສະ​ບາ​ໂຕ ແລະ​ງານ​ຊຸມ​ນຸມ​ທາງ​ສາ​ສ​ນາ​ຂອງ​ເຈົ້າ​ບໍ່​ໄດ້ ງານ​ທັງ​ຫມົດ​ນີ້​ຊົ່ວ​ຮ້າຍ​ລົງ​ຍ້ອນ​ບາບ​ຂອງ​ເຈົ້

14 ເຮົາ​ກຽດ​ຊັງ​ງານ​ສ​ລອງວັນ​ເດືອນ​ອອກໃຫມ່ ແລະ​ວັນ​ບໍ​ຣິ​ສຸດ​ຂອງ​ເຈົ້າ ມັນ​ເປັນ​ພາ​ຣະ​ອັນ​ຫນັກ​ຫນ່ວງ​ສຳ​ລັບ​ເຮົາ

15 ເມື່ອ​ເຈົ້າ​ຍົກ​ຍໍ​ມື​ຂຶ້ນ​ອ້​ອນວອນ​ຕໍ່​ເຮົາ ເຮົາ​ຈະ​ບໍ່​ຫລຽວ​ເບິ່ງ ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ອ້ອນວອນ​ຍຶດ​ຍາວ​ປານ​ໃດ​ກໍ​ຕາມ ເຮົາ​ກໍ​ຈະ​ບໍ່​ຟັງ ເພາະ​ວ່າ​ມື​ຂອງ​ເຈົ້າ​ເປິ​​ເປື້ອນ​ດ້ວຍ​ເລືອດ

16 ຈົ່ງ​ຊຳ​ຮະ​ລ້າງ​ຕົວ​ເຈົ້າ​ໃຫ້​ສະ​ອາດ ໃຫ້​ຢຸດ​ການ​ກະ​ທຳ​ຊົ່ວ​ຮ້າຍ​ທີ່​ເຮົາ​ເຫັນຢູ່​ນີ້​ເສັຽ

17 ໃຫ້​ຝຶກແອບ​ກະ​ທຳ​ຄວາມ​ດີ ສ​ແວງ​ຫາ​ຄວາມ​ຍຸດ​ຕິ​ທັມ ຊ່ອຍ​ເຫລືອ​ຜູ້​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ຄຸ້​ມ​ຄອງ​ຮັກ​ສາ​ລູກ​ກຳ​ພ້າ ແລະ​ຊ່ອຍ​ເບິ່ງ​ແຍງ​ພວກ​ແມ່​ຫມ້າຍ

18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ມາ​ເວົ້າ​ກັນ​ເທາະ ຄື​ເຖິງ​ແມ່ນ​ບາບ​ຂອງ​ເຈົ້າ​ຈະ​ເປັນ​ສີ​ແດງ ເຮົາ​ກໍ​ຈະ​ລ້າງ​ໃຫ້​ຂາວ​ສະ​ອາດ​ເຫມືອນນວນ​ຝ້າຍ ແລະ​ເຖິງມັນ​ຈະ​ແດງ​ເຂັ້ມ ເຮົ​ກໍ​ຈະ​ເຮັດ​ໃຫ້​ຂາວ​ເຫມືອນ​ຂົນ​ແກະ

19 ຖ້າ​ເຈົ້າ​ເຊື່ອ​ຟັງ​ເຮົາ ເຈົ້າ​ຈະ​ໄດ້​ກິນ​ຂອງ​ດີ​ໃນ​ແຜ່ນ​ດິນ

20 ແຕ່​ຖ້າ​ປະ​ຕິ​ເສດ​ແລະ​ດື້​ດຶງ ເຈົ້າ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ”

ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ບາບ

21 ນະ​ຄອນ​ທີ່​ເຄີຍ​ສັດ​ຊື່​ໃນ​ຄັ້ງ​ນຶ່ງ ແຕ່​ບັດ​ນີ້​ເປັນ​ເຫມືອນ​ແມ່​ຈ້າງ ຄັ້ງ​ນຶ່ງ​ມີ​ຄົນ​ຊອບ​ທັມ​ອາ​ໄສ​ຢູ່ແຕ່​ບັດ​ນີ້​ມີ​ແຕ່​ພວກ​ອາດ​ຊະ​ຍາ​ກອນ​ອາ​ໄສ​ຢູ່

22 ເຢ​ຣູ​ຊາ​ເລັມ​ເອີຍ ຄັ້ງ​ນຶ່ງ​ເຈົ້າ​ເປັນ​ເຫມືອນ​ເງິນ ແຕ່​ບັດ​ນີ້​ເຈົ້າ​ບໍ່​ມີຄຸນ​ຄ່າ​ເລີຍ ເຈົ້າ​ເຄີຍ​ເປັນເຫມືອນເຫລົ້າ​ອະ​ງຸ່ນ​ຊັ້ນ​ດີ ແຕ່​ບັດ​ນີ້​ເປັນ​ນ້ຳ​ລ້າໆ​

23 ພວກ​ເຈົ້າ​ນາຍຂອງ​ເຈົ້າ​ກໍ​ເປັນ​ກະ​ບົດ ເປັນ​ມິດ​ກັບ​ຄົນ​ຂີ້​ລັກ ຮັບ​ສິນ​ບົນ​ແລະ​ສິນ​ຈ້າງ​ຮາງວັນ ເຂົາ​ບໍ່​ເຄີຍ​ຊ່ອຍ​ເຫລືອ​ລູກ​ກຳ​ພ້າ​ອາ​ນາ​ຖາ​ເພື່ອ​ສູ້​ຄະ​ດີ​ໃນ​ສານ ຫລື​ບໍ່​ຟັງ​ຄຳ​ໃຫ້​ການ​ໃດໆ​ຂອງ​ແມ່​ຫມ້າຍ​ເລີຍ

24 ດັ່ງ​ນັ້ນ ຈົ່ງ​ຟັງ​ຖ້ອຍ​ຄຳ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ແຫ່ງ​ຈັກ​ກະ​ວານ​ຂອງ​ອິສ​ຣາ​ເອນ ຊຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ແກ້​ແຄ້ນ​ເຈົ້າ​ຜູ້​ເປັນ​ສັດ​ຕຣູ​ຂອງ​ເຮົາ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ທຳ​ໃຫ້​ເຮົາ​ຫຍຸ້ງ​ຍາກ​ອີກ

25 ເຮົາ​ຈະ​ຕໍ່​ສູ້​ຂັດ​ຂວາງ​ເຈົ້າ ຈະ​ທຳ​ໃຫ້​ເຈົ້າ​ສະ​ອາດ​ເຫມືອນ​ທໍາ​ໃຫ້​ເຫລັກ​ຂີ້​ຫມ້ຽງ​ກ້ຽງ​ສະ​ອາດ​ຄື​ເກົ່ ແລະ​ຈະ​ເອົາ​ຂອງ​ເປິ​ເປື້ອນ​ທັງ​ຫມົດ​ໃນ​ຕົວ​ເຈົ້າ​ອອກ​ຫນີ​ໄປ

26 ເຮົາ​ຈະ​ໃຫ້​ເຈົາ​ມີ​ຜູ້​ນຳ ແລະ​ມີ​ທີ່​ປຶກ​ສາ​ເຫມືອນ​ເຄີຍ​ມີ​ມາ​ແຕ່​ກ່ອ​ນ​ແລ້ວ ເມື່ອ​ນັ້ນ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ເອີ້ນ​ວ່າ ນະ​ຄອນ​ທີ່​ຊອບ​ທັມ​ແລະ​ສັດ​ຊື່”

27 ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊອບ​ທັມ​ນັ້ນ​ແຫລະ ພຣະ​ອົງ​ຈຶ່ງ​ຈະ​ຊ່ອຍ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ແລະ​ທຸກໆ​ຄົນ​ທີ່​ກັບ​ໃຈ​ໃຫມ່ ໃນ​ທີ່​ນັ້ນ​ໃຫ້​ໄດ້​ຮັບ​ຄວາມ​ປອດ​ພັຍ

28 ແຕ່​ຈະ​ຊົງ​ທຳ​ລາຍ​ທຸກ​ຄົນ​ທີ່​ທຳບາບ​ແລະ​ກະ​ບົດ​ຕໍ່​ສູ້​ພຣະ​ອົງ ພ້ອມ​ທັງ​ຈະ​ຊົງ​ຂ້າ​ທຸກ​ຄົນ​ທີ່​ປະ​ຖິ້ມ​ພຣະ​ອົງ

29 ເຈົ້າ​ຈະ​ເສັຽ​ໃຈ​ທີ່​ໄດ້​ຂາບ​ໄຫວ້​ກົກ​ໄມ້ ແລະ​ໄດ້​ປຸກ​ສ້າງ​ບ່ອນ​ຂາ​ບໄຫວ້​ໄວ້​ໃນ​ສວນ

30 ເຈົ້າ​ຈະ​ຫ່ຽວ​ແຫ້ງ​ເຫມືອນ​ກົກ​ສົນ​ຕາຍ​ ແລະ​ເຫມືອນ​ຫນ້າ​ດີນ​ທີ່​ຂາດ​ນ້ຳ

31 ສະ​ເກັດ​ໄຟ​ຍ່ອມ​ໄຫມ້​ໄມ້​ແຫ້ງ​ໄດ້​ສັນ​ໃດ ຄົນ​ແຂງ​ແຮງກໍ​ຈະ​ຖືກ​ຄວາມ​ຊົ່ວ​ຂອງ​ເຂົາ​ເອງ​ທຳ​ລາຍ​ໄດ້​ສັນ​ນັ້ນ ແລະ​ຈະ​ບໍ່​ມີ​ໃຜ​ສາ​ມາດ​ຢຸດ​ຢັ້ງ​ການ​ທຳ​ລາຍ​ນັ້ນ​ໄດ້

 

2. ສັນ​ຕິ​ສຸກ​ຕລອດ​ໄປ​ເປັນ​ນິດ

 (ມີ​ກາ 4:1-5)

1   ຕໍ່​ໄປ​ນີ້ ແມ່ນ​ເຣື່ອງ​ທີ່​ກ່ຽວ​ກັບ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ເອ​ຊາ​ຢາ ບຸດ​ຊາຍ​ອາ​ໂມ​ສວ່າ,

2   “ໃນ​ເວ​ລາ​ວັນ​ນັ້ນ​ມາ​ເຖິງ ພູ​ບ່ອນ​ຕັ້ງ​ພຣະ​ວິ​ຫານ ຈະ​ສູງ​ກວ່າ​ພູ​ທຸກໆ​ຫນ່ວຍ ຫລາຍໆ​ຊາດ​ຈະ​ຫລັ່ງ​ໄຫລ​ກັນ​ມາ​ຍັງ​ພູ​ນັ້ນ

3   ແລະ​ຊົນ​ຊາດ​ເຫລົ່າ​ນັ້ນ​ຈະ​ເວົ້າ​ວ່າ, “ໃຫ້​ພວກ​ເຣົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທາະ ໄປ​ຍັງ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ ເພື່ອ​ພວກ​ເຮົາ​ຈະ​ຮູ້​ວ່າ​ພຣະ​ອົງ​ຊົງ​ປະ​ສົງ​ໃຫ້​ເຮົາ​ເຮັດ​ຫຍັງ ແລ້ວ​ເຮົາ​ກໍ​ຈະ​ໄດ້​ທຳ​ຕາມ​ພຣະ​ປະ​ສົງ​ນັ້ນ” ເພາະ​ວ່າ​ພຣະ​ທັມຈະ​ອອກ​ມາ​ຈາກ​ຊີ​ໂອນ ແລະ​ພຣະ​ຄຳ​ຂອງ​ພຣະຜູ້​ເປັ​ນເຈົ້າ​ຈະ​ອອກ​ມາ​ຈາກ​ເຢ​ຣູ​ຊາ​ເລັມ

4   ພຣະ​ອົງ​ຈະ​ຊົງ​ຕັດ​ສິນ​ພິ​ພາກ​ສາ​ຊົນ​ຊາດ​ໃຫຍ່​ທັງ​ຫລາຍ ພວກ​ເຂົາ​ຈະ​ເອົາ​ດາບ​ຕີ​ເປັນ​ຫມາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ກ່ຽວ ຊາດ​ທັງ​ຫລາຍ​ຈະ​ບໍ່​ມີ​ສົງ​ຄາມ​ອີກ ຈະ​ບໍ່​ຈັດ​ຕຽມ​ເພື່ອ​ທຳ​ສົງ​ຄາມ​ອີກ

ການ​ທີ່​ພຣະ​ເຈົ້າ​ພິ​ພາກ​ສາ​ຄົນ​ຈອງ​ຫອງ

5   ໂອ ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ເອີຍ ມາ​ເຖີດໃຫ້​ພວກ​ເຮົາ​ດຳ​ເນີນ​ໄປ​ໃນ​ຄວາມ​ສວ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ນັ້ນ​ເທີນ

6   ເພາພຣະ​ອົງ​ຊົງ​ປະ​ຖິ້ມ​ຊົນ​ຊາດ​ຂອງ​ພຣະ​ອົງ​ເສັຽ ຄື​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ເພາະ​ວ່າ​ເຂົ​ເຕັມ​ດ້ວຍ​ຜູ້​ທຳ​ນ​ວາຍ​ຈາກ​ຕາ​ເວັນ​ອອກ ແລະ​ດ້ວຍ​ຫມໍ​ດູ​ຢ່າງ​ຄົນ​ຟີ​ລິ​ສ​ຕິນ ແລະ​ເຂົາ​ຕີ​ສ​ນິດ​ກັບ​ຄົນ​ຕ່າງ​ຊາດ

7   ແຜ່ນ​ດິນ​ຂອງ​ເຂົາ​ເຕັມ​ດ້ວຍ​ເງິນ ແລະ​ທອງ​ຄຳ ຊັບ​ສົມ​ບັດ​ຂອງ​ເຂົາບໍ່​ມີ​ສິ້ນ​ສຸດ ແຜ່ນ​ດິນ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ມ້າ ຣົດ​ຮົບ​ຂອງ​ເຂົາ​ບໍ່​ມີ​ສິ້ນ​ສຸດ

8   ແຜ່ນ​ດິນ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຮູບ​ເຄົາ​ຣົບ ເຂົາ​ຂາບ​ໄຫວ້​ຜົນ​ງານ​ແຫ່ງ​ມື​ຂອງ​ເຂົາ ຕໍ່​ສິ່ງ​ຊຶ່ງ​ນີ້ວ​ມື​ຂອງ​ເຂົາ​ໄດ້​ກະ​ທຳ

9   ມະ​ນຸດ​ຈຶ່ງ​ຕົກ​ຕ່ຳ​ລົງ ແລະ​ຄົນ​ກໍ​ດ້ອຍ​ລົງ ຢ່າ​ອະ​ພັຍ​ເຂົາ​ເລີຍ

10 ຈົ່ງ​ຫລົບ​ເຂົ້​ໄປ​ໃນ​ຫີນ ແລະ​ລີ້​ຊ່ອນ​ຢູ່​ໃນ​ຝຸ່ນ​ຂີ້​ດິນ ໃຫ້​ພົ້ນ​ຈາກ​ຄວາມ​ຫນ້າ​ຢ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ພຣະ​ສ​ງ່າ​ຣາ​ສີ​ແຫ່ງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ

11 ແລະ​ທ່າ​ອັນ​ອວດ​ອົ່ງ​ຂອງ​ມະ​ນຸດ​ຈະ​ຕົກ​ຕ່ຳ​ລົງ ແລະ​ຄວາມ​ຈອງ​ຫອງ​ຂອງ​ຄົນ​ຈະ​ຖືກ​ປາບ​ລົງ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຈະ​ເປັນ​ຜູ້​ເທີດ​ທູນ​ໃນ​ວັນ​ນັ້ນ

12 ເພາະ​ວ່າ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ມີ​ວັນ​ນຶ່ງ​ທີ່​ສູ້​ສາ​ຣະ​ພັດ​ທີ່​ເຍີ້​ຍິ່ງ​ແລະ​ສູງ​ສົ່ງ ​ທີ່​ສູ້​ສາ​ຣະ​ພັດ​ທີ່​ຖືກ​ຍົກ​ຂຶ້ນ​ແລະ​ສູງ

13 ທີ່ສູ້​ຕົນ​ສົນ​ສີ​ດາ​ທັງ​ສິ້ນ​ຂອງ​ເລ​ບາ​ນອນ​ທີ່​ສູງ ແລະ​ທີ່​ຖືກ​ຍົກ​ຂຶ້ນ ແລະ​ທີ່​ສູ້​ຕົ້ນ​ກໍ່​ທັງ​ສິ້ນ​ຂອງ​ບາ​ຊານ

14 ທີ່​ສູ້​ພູ​​ສູງ​ທັງ​ສິ້ນ ແລະ​ທີ່​ສູ້​ເນີນ​ພູ​ທັງ​ປວງ​ທີ່​ຖືກ​ຍົກ​ຂຶ້ນ

15 ທີ່​ສູ້​ຫໍ​ຄອຍ​ສູງ​ທຸກ​ແຫ່ງ ທີ່​ສູ້​ກຳ​ແພງ​ທີ່​ເຂັ້ມ​ແຂງ​ທຸກ​ແຫ່ງ

16 ທີ່​ສູ້​ກຳ​ປັ່ນ​ທັງ​ສິ້ນ​ຂອງ​ຕາ​ຣ໌​ຊິດ ແລະ​ທີ່​ສູ້​ເຮືອ​ງົດ​ງາມ​ທັງສິ້ນ

17 ແລະ​ຄວາມອວດ​ອົ່ງ​ຂອງ​ມະ​ນຸດ​ຈະ​ຕ້ອງ​ຖືກ​ປາບ​ລົງ ແລະ​ຄວາມ​ຈອງ​ຫອງ​ຂອງ​ຄົນ​ຈະ​ຕົກ​ຕ່ຳ​ລົງ ໃນ​ວັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຈະ​ເປັນ​ທີ່​ເທີດ​ທູນ

18 ແລະ​ຮູບ​ເຄົາ​ຣົບ​ຈະດັບ​ສູນ​ສິ້ນ​

19 ແລະ​ຄົນ​ຈະ​ເຂົ້າ​ໄປ​ໃນ​ຖ້ຳ ແລະຂຸດ​ຮູ​ຢູ່​ໃນ​ດິນ ໃຫ້​ພົ້ນ​ຈາກ​ຄວາມ​ຫນ້າ​ຢ້າ​ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ພຣະ​ສະ​ງ່າ​ຣາ​ສີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ກະ​ທຳ​ໃຫ້​ໂລກ​ສັ່ນ​ສະ​ເທືອນ

20 ໃນ​ວັນ​ນັ້ນ​ຄົນ​ຈະ​ແກວ່ງ​ຮູບ​ເຄົ​ຣົບ​ຂອງ​ຕົນ​ອອກ​ໄປ​ຊຶ່ງ​ທຳ​ດ້ວຍ​ເງິນ​ແລະ​ຮູບ​ເຄົາ​ຣົບ​ຂອງ​ຕົນ​ຊຶ່ງ​ທຳ​ດ້ວຍ​ທອງ​ຄຳ ຊຶ່ງ​ເຂົາ​ທຳ​ໄວ້​ເພື່ອ​ຕົນ​ເອງ​ຈະ​ນະ​ມັ​ສ​ການ​ໄປ​ຍັງໂຕ​ຫ​ນູ​ແລະ​ໂຕ​ເຈັຽ

21 ເພື່ອ​ເຂົາ​ຈະ​ເຂົ້າ​ຖ້ຳ​ຫີນ ແລະ​ເຂົ້າ​ໄປ​ໃນ​ໂງ່ນ​ຫີນ ໃຫ້​ພົ້ນ​ຈາກ​ຄວາມ​ຫນ້າ​ຢ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ພຣະ​ສະ​ງ່າ​ຣ​ສີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ກະ​ທຳ​ໃຫ້​ໂລ​ກ​ສັ່ນ​ສະ​ເທືອນ

22 ຢ່າ​ເຊື່ອ​ຫມັ້ນ​ຕາຍ​ໃຈ​ໃນ​ມະ​ນຸດ​ທີ່​ຕາຍ​ເປັນ ຊຶ່ງ​ໃນ​ດັງ​ຂອງ​ເຂົາ​ມີ​ລົມ​ຫາຍ​ໃຈ ເພາະ​ເຂົາ​ບໍ່​ມີ​ຄຸນ​ຄ່າ​ຫຍັງ

 

3. ການ​ທີ່​ພຣະ​ເຈົ້າ​ພິ​ພາກ​ສາ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ

1   ບັດ​ນີ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາ ຊົງ​ນຳ​ອອກ​ໄປ​ເສັຽ​ຈາກ​ເຢ​ຣູ​ຊາ​ເລັມ​ແລະ​ຈາກ​ຢູ​ດາ ຊຶ່ງ​ເຄື່ອງ​ຄ້ຳ​ແລະ​ເຄື່ອງ​ຈຸນ ເຄື່ອງ​ຄ້ຳ​ອັນ​ເປັນ​ອາ​ຫານ​ທັງ​ຫມົດ ແລະ​ເຄື່ອງ​ຄ້ຳ​ອັນ​ເປັນ​ນ້ຳ​ທັງ​ຫມົດ

2   ທະ​ຫານ​ເອກ​ແລະ​ພວກ​ທະ​ຫານ ຜູ້​ປົກ​ຄອງ​ແລະ​ຜູ້​ປ​ກາດ​ພຣະ​ທັມ ຜູ້​ທຳ​ນ​ວາຍ ແລະ​ພວກ​ເຖົ້າ​ແກ່

3   ນາຍ​ຫ້າ​ສິບ ແລະ​ຜູ້​ມີ​ຍົດ ທີ່​ປຶກ​ສາ​ແລະ​ຄົນ​ຫລິ້ນ​ກົນ​ທີ່​ມີ​ຝີ​ມື ແລະ​ຄົນ​ຊຳ​ນານ​ການ​ທຳ​ອາ​ຖັນ

4   ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເດັກ​ນ້ອຍ​ເປັນ​ເຈົ້າ​ນາຍ​ຂອງ​ເຂົາ ແລະ​ເດັກ​ນ້ອຍ​ຈະ​ປົກ​ຄອງ​ເຂົາ

5   ແລະ​ປະ​ຊາ​ຊົນ​ຈະ​ບີບ​ບັງ​ຄັບ​ກັນແລະ​ກັນ ທຸກ​ຄົນ​ບີບ​ບັງ​ຄັບ​ເພື່ອນ​ຂອງ​ຕົນ ແລະ​ທຸ​ກ​ຄົນ​ບີບບັງ​ຄັບ​ເພື່ອນ​ບ້ານ​ຂອງ​ຕົນ ເດັກ​ນ້ອຍ​ຈະ​ທະ​ລຶ້ງ​ຕໍ່​ຜູ້​ໃຫຍ່ ແລະ​ຄົນ​ຖ່ອຍ​ຕໍ່​ຄົນ​ຜູ້​ມີ​ກຽດ

6   ເມື່ອ​ຄົນ​ຜູ້​ນຶ່ງ​ໄປ​ຍຶດ​ຕົວ​ພີ່​ນ້ອງ​ຂອງ​ເຂົາ ໃນ​ເຮືອນ​ຂອງ​ບິ​ດາ​ຂອງ​ເຂົາ​ກ່າວ​ວ່າ, “ເຈົ້າ​ມີ​ເສື້ອ​ຄຸມ​ຢູ່​ແລ້ວ ເຈົ້າ​ຈົ່ງ​ເປັນ​ຜູ້​ນຳ​ຂອງ​ເຮົາ ແລະ​ຊາກ​ທີ່​ຢູ່​ນີ້​ຈະ​ຢູ່​ໃຕ້​ກຳ​ມື​ຂອງ​ເຈົ້າ”

7   ໃນ​ຄັ້ງ​ນັ້ນ​ເຂົາ​ຈະ​ຄັດ​ຄ້ານ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ຍອມ​ເປັນ​ຜູ້​ສມານ ໃນ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ທັງ​ອາ​ຫານ​ແລະ​ເສື້ອ​ຄຸມ ທ່ານ​ຈະ​ຕັ້ງ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ຜູ້​ນຳ​ຂອງ​ປະ​ຊາ​ຊົນ​ບໍ່​ໄດ້”

8   ເພາະ​ເຢ​ຣູ​ຊາ​ເລັມ​ກໍ​ສະ​ດຸດ ແລະ​ຢູ​ດາ​ກໍ​ລົ້ມ​ຄວ່ຳ ເພາະ​ວ່າ​ວາ​ຈາ​ຂອງ​ເຂົາ​ແລະ​ການ​ກະ​ທຳ​ຂອງ​ເຂົາ​ກໍ​ຕໍ່​ສູ້​ພຣະ​ເຈົ້າ ກະ​ບົດ​ຕໍ່​ພຣະ​ພັກ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ

9   ຄວາມ​ລຳ​ອຽງ​ຂອງ​ເຂົາ​ເປັນ​ພຍານ​ປັກ​ປຳ​ເຂົ​ທັງ​ຫລາຍ ເຂົາ​ປ່າວ​ຮ້ອງ​ຄວາມ​ຜິດ​ຂອງ​ເຂົາ​ຢ່າງ​ໂຊ​ໂດມ ເຂົາ​ບໍ່​ໄດ້​ປິດ​ບັງ​ໄວ້ ວິ​ບັດ​ແກ່​ເຂົາ​ເພາະ​ວ່າ​ເຂົາ​ໄດ້​ນຳ​ຄວາມ​ຊົ່ວ​ຮ້າຍ​ມາ​ເຫນືອ​ຕົວ​ເຂົາ​ເອງ

10 ຈົ່ງ​ບອກ​ຄົນ​ຊອບ​ທັມ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ສຸກ ເພາະ​ເຂົາ​ຈະ​ໄດ້​ຮັບ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ເຂົາ

11 ວິບັດ​ແກ່​ຄົນ​ອະ​ທັມ ຄວາມ​ຮ້າຍ​ຈະ​ຕົກ​ແກ່​ເຂົາ ເພາະ​ວ່າ​ສິ່ງ​ໃດ​ທີ່​ມື​ເຂົາ​ໄດ້​ກະ​ທຳ ເຂົາ​ຈະ​ຖືກ​ກະ​ທຳ​ເຊັ່ນ​ກັນ

12 ສ່ວນ​ຊົນ​ຊາດ​ຂອງ​ເຣົາ ເດັກ​ນ້ອຍ​ເປັນ​ຜູ້​ບີບ​ບັງ​ຄັບ​ເຂົາ ແລະ​ຜູ້​ຍິງ​ປົກ​ຄອງ​ເຫນືອ​ເຂົາ ໂອ​ ຊົນ​ຊາດ​ຂອງ​ເຮົາ​ເອີຍ ຜູ້​ນຳ​ຂອງ​ເຈົ້າ​ທຳ​ເຈົ້າ​ໃຫ້​ຜິດ ແລະ​ກະ​ທຳ​ໃຫ້​ແນວ​ທາງຂອງ​ເຈົ້າ​ສັບ​ສົນ

13 ພຣະ​ເຈົ້າ​ຊົງ​ເຂົ້​ປະ​ທັບ​ສູ້​ຄວາມ​ ພຣະ​ອົງ​ປະ​ທັບ​ຢືນ​ພິ​ພາກ​ສາ​ຊົນ​ຊາດ​ຂອງ​ພຣະ​ອົງ

14 ພຣະ​ເຈົ້າ​ຊົງ​ເຂົ້າ​ພິ​ພາກ​ສາ ພວກ​ຜູ້​ໃຫຍ່​ແລະ​ເຈົ້າ​ນາຍ​ຊົນ​ຊາດ​ຂອງ​ພຣະ​ອົງ “ເຈົ້າ​ທັງ​ຫລາຍ​ນີ້​ແຫລະ ຊຶ່ງ​ໄດ້​ກືນ​ກິນ​ສວນ​ອະ​ງຸ່ນ​ເສັຽ ຂອງ​ທີ່​ຍຶດ​ມາ​ຈາກ​ຄົນ​ຍາກ​ຈົນ​ກໍ​ຢູ່​ໃນເຮືອນ​ຂອງ​ເຈົ້າ

15 ຊຶ່ງ​ເຈົ້າ​ໄດ້​ບີບ​ຄັ້ນ​ຊົນ​ຊາດ​ຂອງ​ເຮົາ ແລະ​ໄດ້​ບົດ​ບີ້​ຫນ້າ​ຂອງ​ຄົນ​ຈົນ​ນັ້ນ ເຈົ້າ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ” ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ

ການ​ຊົງ​ພິ​ພກ​ສາ​ບຸດ​ຕ​ຣີ​ຂອງ​ຊີ​ໂອນ

16 ພຣະ​ເຈົ້າ​ກ່າວ​ວ່າ ເພາະ​ທິ​ດາ​ທັງ​ຫລາຍ​ຂອງ​ຊີ​ໂອນ​ນັ້ນ​ກໍ​ຜຍອງ ແລະ​ເດີນ​ຄໍ​ຍືດ​ຄໍ​ຍາວ ຕາ​ຂອງ​ເຂົາ​ຊະ​ມ້ອຍ​ຊະ​ມ້າຍ ເດີນ​ກະ​ຕຸ້ງ​ກະ​ຕີ້ງ ຫຍັບ​ຕີນ​ໃຫ້​ມີ​ສຽງ​ກຸ່ງ​ກິ່ງ

17 ພຣະ​ເຈົ້​ຈະ​ຊົງ​ລົງ​ໂທດ​ທີ່​ຫົວຂອງ​ບັນ​ດາ​ທິ​ດາ​ຂອງ​ຊີ​ໂອນ ແລະ​ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ຫນ້າ​ຜາກ​ຂອງ​ເຂົາ​ທັງ​ຫລາຍ​ໂລ້ນ​ໄປ

18 ໃນ​ວັນ​ນັ້ນ​ພຣະ​ເຈົ້າ​ຈະ​ຊົງ​ນຳ​ເອົາ​ເຄື່ອງວິ​ຈິດ​ງົດ​ງາມ​ໄປ​ເສັຽ ຄືເຄື່ອງ​ເອ້​ທີ່​ພວກ​ເຂົາ​ໃສ່​ຕາມ​ຂໍ້​ຕີນ ຕາມ​ເທິງ​ຫົວ ຕາມ​ຄໍ

19 ຈີ້ ກຳ​ໄລມື ຜ້າ​ປົກ​ຫນ້າ

20 ຜ້າ​ມາ​ລາ ກຳ​ໄລ​ຕົ້ນ​ແຂນ ຜ້າ​ຄາດ​ແອວ ຫີບ​ເຄື່ອງ​ນ້ຳ​ຫອມ ແລະ​ກະ​ຕຸດທັງ​ຫລາຍ

21 ແຫວນ​ຕ ແລະ​ແຫວນໃສ່​ດັງ

22 ເສື້ອ​ງານ ແລະ​ເສື້ອ​ຄຸມ ຜ້າ​ຄຸມ ແລະ​ກະ​ເປົ່​ຖື

23 ເສື້ອ​ໃຫຍ່​ ເສື້ອ​ຜ້າ​ລີ​ນີນ ຜ້າ​ປົກຫົວ ແລະ​ຜ້າ​ຄຸມ​ຕົວ

24 ແທນ​ນ້ຳ​ຫອມຈ​ມີ​ແຕ່​ຄວາມ​ເນົ່າ ແທນ​ຜ້າ​ຄາດແອວ​ຈະ​ມີ​ເຊືອກ ແທນ​ຜົມ​ດັດ​ຈະ​ມີ​ແຕ່​ຫົວລ້ານ ແທນ​ເສື້ອ​ງາມ​ລ້ຳ​ຄ່າ ຈະ​ຄາດແອວ​ດ້ວຍ​ຜ້າ​ກະ​ສອບ ແທນ​ຄວາມ​ງົດ​ງາມ​ຈະ​ມີ​ແຕ່​ຄວາມ​ຂາຍ​ຫນ້າ

25 ພວກ​ຜູ້​ຊາຍ​ຂອງ​ເຈົ້​ຈະ​ລົ້ມ​ລົງ​ດ້ວຍ​ດາບ ແລະ​ທະ​ຫານ​ທີ່​ເກັ່ງ​ກ້າ​ທະ​ຫານ​ຂອງ​ເຈົ້າ​ຈະ​ລົ້ມ​ໃນ​ສົງ​ຄາມ

26 ປະ​ຕູ​ຂອງ​ນາງ​ຈະ​ຮ້ອງ​ທຸກ​ແລະ​ໄວ້​ທຸກ ນາງ​ຈະ​ຖືກ​ເປືອຍ​ແລ້ວ​ນັ່ງ​ຢູ່​ເທິງ​ດິນ

 

4.

1   ໃນ​ວັນ​ນັ້ນ​ຍິງ​ເຈັດ​ຄົນ​ຈະ​ຍຶດ​ຊາຍ​ຄົນ​ນຶ່ງ​ໄວ້ ກ່າວ​ວ່າ, “ເຮົາ​ຈະ​ຫາ​ກິນ​ຂອງ​ເຮົາ ຫາ​ນຸ່ງ​ຫາ​ຫົ່ມ​ຂອງ​ເຮົາ​ເອງ ຂໍ​ພຽງ​ໃຫ້​ເຂົາ​ເອີ້ນ​ເຮົາ​ດ້ວຍ​ຊື່ຂອງນາງ ຂໍ​ຈົ່ງ​ປົດ​ຄວາມ​ອັບ​ອາຍ​ຂອງ​ເຮົ​ເສັຽ”

ອາ​ນາ​ຄົດ​ອັນ​ຮຸ່ງ​ເຮືອງ​ຂອງ​ເຢ​ຣູ​ຊາ​ເລັມ

2   ໃນ​ວັນ​ນັ້ນ​ບັນ​ດາ​ສິ່ງ​ທີ່​ງອກ​ເພາະ​ພຣະ​ເຈົ້າຈະ​ງົດ​ງາມ​ແລະ​ຮຸ່ງ​ເຮືອງ ແລະ​ພືດ​ຜົນ​ຂອງ​ແຜ່ນ​ດິນ​ນັ້ນ​ຈະ​ເປັນ​ຄວາມ​ພູມ​ໃຈ ແລະ​ເປັນ​ກຽດ​ຂອງ​ອິສ​ຣາ​ເອນ​ຜູ້​ລອດ​ຕາຍ​ມາ

3   ແລະ​ຄົນ​ທີ່​ເຫລືອ​ຢູ່​ໃນ​ຊີ​ໂອນ​ແລະ​ຄ້າງຢູ່​ໃນ​ເຢ​ຣູ​ຊາ​ເລັມ ເຂົາ​ຈະ​ເອີ້ນ​ວ່າ​ບໍ​ຣິ​ສຸດ ຄື​ທຸກ​ຄົນ​ຜູ້​ມີ​ຊື່ໃນ​ທະ​ບຽນ​ຊີ​ວິດ​ໃນ​ເຢ​ຣູ​ຊາ​ເລັ

4   ໃນ​ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລ້ງ​ຄວາມ​ໂສ​ໂຄກ​ຂອງ​ທິ​ດາ​ທັງ​ຫລາຍ​ຂອງ​ຊີ​ໂອນ ແລະ​ຊຳ​ຮະຮອຍ​ໂລ​ຫິດ​ຂອງ​ເຢ​ຣູ​ຊາ​ເລັມ​ຈາກ​ຖ້າມ​ກາງ​ເມືອງ​ນັ້ນ​ ດ້ວຍ​ອາ​ນຸ​ພາບ​ແຫ່ງ​ການ​ພິ​ພາກ​ສາ​ແລະ​ດ້ວຍ​ອາ​ນຸ​ພາບ​ຂອງ​ການ​ເຜົາ

5   ແລະ​ພຣະ​ເຈົ້າ​ຈະ​ຊົງ​ສ້າງ​ເມກ​ເພື່ອ​ກາງ​ຄືນ ເຫ​ນືອ​ສະ​ຖານ​ທັງ​ສິ້ນ​ຂອງ​ພູ​ຊີ​ໂອນ ແລະ​ເຫນືອປະ​ຊຸມ​ຊົນ​ເມືອງ​ນັ້ນ ເພາະ​ຈະ​ມີ​ຫລັງ​ຄາ​ແລະ​ກະ​ໂຈມ​ເຫນືອ​ພຣະ​ສະ​ງ່າ​ຣາ​ສີ​ທົ່ວ​ທັງ​ສິ້ນ

6   ຈະ​ມີ​ຮົ່ມ​ກາງ​ເວັນ​ບັງ​ແດດ ແລະ​ເປັນ​ທີ່​ລີ້​ພັຍ ແລະ​ທີ່​ກຳ​ບັງ​ພະ​ຍຸ​ແລະ​ຝົນ

 

5. ຄຳ​ອຸ​ປ​ມາ​ເຣື່ອງ​ສວນ​ອະ​ງຸ່ນ

1   ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຮ້ອງ​ເພງ​ເຖິງ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ ເປັນ​ເພງ​ຂອງ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ສວນ​ອະ​ງຸ່ນ​ຂອງ​ເຂົາ ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ມີ​ສວນ​ອະ​ງຸ່ນ​ຕອນ​ນຶ່ງ ຢູ່​ເທິງ​ເນີນ​ພູອັນ​ອຸ​ດົມ​ສົມ​ບູນ

2   ເຂົ​ຂຸດ​ແລ້ວ​ເກັບ​ກ້ອນ​ຫີນ​ອອກ​ຫມົດ ປູກ​ເບັ້ຽອະ​ງຸ່ນ​ພັນ​ດີ​ທີ່​ສຸດ​ໃສ່ ເຂົາ​ປຸກ​ຫໍ​ຄອຍ​ໄວ້​ສຳ​ລັບ​ເຝົ້າ​ສວນ​ພ້ອມ​ທັງ​ສະ​ກັດ​ຫີນ​ສຳ​ລັບ​ບີບ​ຫມາກ​ອະ​ງ່ນ ເຂົາ​ຄິດ​ວ່າ​ຈະ​ໄດ້​ຫມາກ​ອະ​ງຸ່ນ​ດີ ແຕ່​ໄດ້​ຮັບ​ຫມາກ​ອະ​ງຸ່ນ​ສົ້ມ​ຫມົດ

3   ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ຊາວ​ເຢ​ຣູ​ຊາ​ເລັມ ແລະ​ຄົນ​ຢູ​ດາ​ເອີຍ ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ດູ​ວ່າ ລະ​ຫວ່າງ​ຂ້າ​ພະ​ເຈົ້າ​ກັບ​ສວນ​ອະ​ງຸ່ນ

4   ວ່າ​ຍັງ​ມີ​ອັນ​ໃດ​ອີກ​ແດ່​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ທຳ​ໃນ​ສວນ​ນີ້ ເປັນ​ຫຍັງ​ຫມາກ​ຂອງ​ມັນ​ຈຶ່ງ​ສົ້ມ ທັງ​ໆ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ຫວັງ​ວ່າ​ຈະ​ໄດ້​ຫມາ​ກຫວານ​ດີ

5   ບັດ​ນີ້ ສົມ​ຄວນ​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ຈະ​ທຳ​ກັບ​ສວນ​ອະ​ງຸ່ນ​ຂອງ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້ ຄື​ຈະ​ຮື້​ຫນາມ​ແລະ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ເພື່ອ​ໃຫ້​ສັດ​ປ່າ​ມາ​ກິນ​ແລະ​ຢຽບ​ຢ່ຳ​ຖິ້ມ​ເສັຽ

6   ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດ​ຂຶ້ນ​ຈົນ​ເຕັມ ຈະ​ບໍ່​ລິ​ແຫນງ​ຫລື​ພວນ​ດິນ ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ຫນາມ​ປົ່ງ​ຂຶ້ນ ຂ້າ​ພະ​ເຈົ້າ​ຈະ​ບໍ່​ໃຫ້​ຝົນ​ຕົກ​ລົງ​ມາ​ຮຳ​ສວນ​ນີ້”

7   ອິສ​ຣາ​ເອນ​ແມ່ນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ຄົນ​ຢູ​ດາ​ແມ່ນ​ເບັ້ຽອະ​ງຸ່ນ​ທີ່​ພຣະ​ອົງ​ຊົງ​ປູກ​ໄວ້ ພຣະ​ອົງ​ຊົງ​ມຸ່ງ​ຫວັງ​ໃຫ​ເຂົາ​ເຮັດ​ຊອບ​ທັມ ແຕ່​ຊົງ​ໄດ້​ຍິນ​ຄົນ​ຮ້ອງ​ຂໍ​ຄວາມ​ຍຸດ​ຕິ​ທັມ

ປະ​ກາດ​ວິ​ບັດເຫນືອ​ຄົນ​ອະ​ທັມ

8   ວິບັດ​ແກ່​ຜູ້​ເຫລົ່າ​ນັ້ນ​ທີ່​ເສີມ​ບ້ານ​ຫລັງ​ນຶ່ງ​ເຂົ້າ​ກັບ​ອີກ​ຫລັງ​ນຶ່ງ ແລະ​ເສີມ​ນາເຂົ້າ​ກັບ​ນາ​ຈົນ​ບໍ່​ມີ​ບ່ອນ​ອີກ​ແລ້ວ ແລະ​ເຈົ້າ​ທັ​ງ​ຫລາຍ​ຕ້ອງ​ຢູ່​ລຳ​ພັງ​ໃນ​ຖ້າມ​ກາງ​ແຜ່ນ​ດິນ​ນັ້ນ

9   ພຣະ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ຍິນ “ແນ່ນອນ​ບ້ານ​ຫລາຍ​ຫລັງ​ຈະ​ຕ້ອງ​ຮ້າງ​ເປົ່າ ບ້ານ​ໃຫຍ່​ບ້ານ​ງາມ​ຈະ​ບໍ່​ມີ​ຄົນ​ອາ​ໄສ

10 ເພາະ​ວ່າ​ສວນ​ອະ​ງຸ່ນ​ຊາວ​ຫ້າ​ໄຮ່​ຈະ​ໄດ້​ຜົນ​ແຕ່​ພຽງ​ບັທ​ ດຽວແລະ​ເມັດ​ພືດ​ໂຮ​ເມີ​ຈະ​ໃຫ້​ຜົນ​ແຕ່ເອ​ຟາ​ດຽວ”

11 ວິ​ບັດ​ແກ່​ຄົນ​ເຫລົ່​ນັ້ນ​ທີ່​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ເພື່ອ​ຕັ້ງ​ຕົ້ນ​ດື່ມ​ເຫລົ້າ ແລະ​ພວກ​ເຈົ້າ​ກໍ​ເມົາ​ເຫລົ້ຕລອດ​ຄືນ

12 ເຂົາ​ມີ​ພິນ​ເຂົາ​ຄູ່​ແລະ​ພິນ​ໃຫຍ່ ລຳມະ​ນາ ຂຸ່ຍ ແລະ​ເຫລົ້າ​ອະ​ງຸ່ນ​ໃນ​ການ​ລ້ຽງ​ສັດ​ຂອງ​ເຂົາ ແຕ່​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ໃນ​ພຣະ​ຣາ​ຊ​ກິຈຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ພິ​ຈາ​ຣະ​ນາ​ພຣະ​ຫັດ​ຖະ​ກິດ​ຂອງ​ພຣະ​ອົງ

13 ເພາະ​ສະ​ນັ້ນຊົ​ນ​ຊາດ​ຂອງ​ເຮົາ​ຈຶ່ງ​ຕົກ​ໄປ​ເປັນ​ຊະ​ເລີຍ​ເພາະ​ຂາດ​ຄວາມ​ຮູ້ ຜູ້​ມີ​ກຽດ​ຂອງ​ເຂົາ​ກໍ​ຫິວ ແລະ​ສາ​ມັນ​ທຳ​ມະ​ດາ​ຂອງ​ເຂົາກໍ​ຈະ​ຕາຍ​ຍ້ອນ​ຫິວ​ນ້ຳ

14 ເຫດ​ສະ​ນັ້ນ​ພິ​ພົບ​ຄົນ​ຕາຍ​ກໍ​ຂະ​ຫຍາຍ​ຄໍ​ຂອງ​ມັນ​ອອກ ແລະ​ອ້າ​ປາກ​ເສັຽ​ເກີນ​ຂະ​ຫນາດ ແລະ​ພວກ​ເຈົ້າ​ນາຍ​ຂອງ​ເຢ​ຣູ​ຊາ​ເລັມ ແລະ​ສາ​ມັນ​ຊົນ​ຂອງ​ເມືອງ​ນັ້ນ​ກໍ​ລົງ​ໄປ ທັງ​ຄົນ​ຂອງ​ເມືອງ​ນັ້ນ​ແລະ​ເຂົາ​ຜູ້​ຮ້ອງ​ສຽງ​ດັງ​ຢ່າງ​ອຶກ​ກະ​ທຶກຢູ່​ໃນ​ນັ້ນ

15 ມະ​ນຸດ​ຕ້ອງ​ຂບ​ລົງ​ແລະ​ຄົນ​ກໍ​ຕົກ​ຕ່ຳ ແລະ​ນັຍ​ຕາ​ຂອງ​ຜູ້​ຈອງ​ຫອງ​ກໍ​ຖືກ​ລົດ​ຕ່ຳ

16 ແຕ່​ພຣະ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຮັບ​ການ​ເທີດ​ທູນ​ໄວ້​ໂດຍ​ຄວາມ​ຍຸດ​ຕິ​ທັມ ແລະ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ໄດ້​ຊົງ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ສັກ​ສິດ​ໂດຍ​ຄວາມ​ຊອບ​ທັມ

17 ແລ້ວ​ລູກ​ແກະ​ຈະ​ທ່ຽວ​ຫາ​ກິນ​ທີ່​ນັ້ນ​ເຫມືອນ​ເປັນ​ລານ​ຫຍ້າ​ຂອງ​ມັນ ສັດ​ທີ່​ອ້ວນ​ແລະ​ລູກ​ແບ້​ຈະ​ຫາ​ກິນ​ຢູ່​ໃນ​ທີ່​ຮົກ​ຮ້າງ​ເພ​ພັງ

18 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ລາກ​ຄວາມ​ບາບ​ຜິດ​ດ້ວຍ​ສາຍ​ຂອງ​ຄວາມ​ເທັດ​ທຽ​ມ ຜູ້​ລາກ​ບາບ​ຢ່າງ​ກັບ​ໃຊ້​ເຊືອກ​ໂຍງກວຽນ

19 ຜູ້​ກ່າວ​ວ່າ, “ໃຫ້​ພຣະ​ອົງ​ຮີບ​ຮ້ອນ​ ໃຫ້​ພຣະ​ອົງ​ເລັ່ງ​ງານ​ຂອງ​ພຣະ​ອົງ ເພື່ອ​ເຮົາ​ຈະ​ໄດ້​ເຫັນ ໃຫ້​ພຣະ​ປະ​ສົງ​ຂອງ​ອົງ​ຜູ້​ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເ​ອນ​ສະ​ເດັດ​ມາໃກ້ ຂໍ​ໃຫ້​ມາ​ ເພື່ອ​ເຮົາ​ຈະ​ໄດ້​ຮູ້”

20 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ຮຽກຄວາມ​ຊົ່ວ​ຮ້າຍ​ວ່າ​ຄວາມ​ດີ ແລະ​ຄວາມ​ດີ​ວ່າ​ຄວາມ​ຊົ່ວ​ຮ້າຍ ຜູ້​ຖື​ເອົາ​ວ່າ​ຄວາມ​ມືດ​ເປັນ​ຄວາມ​ສວ່າງ ແລະ​ຄວາມ​ສວ່າງ​ເປັນ​ຄວາມມືດ ຜູ້​ຖື​ເອົາ​ວ່າ​ຄວາມ​ຂົມ​ເປັນ​ຄວາມ​ຫວານ​ແລະ​ຄວາມ​ຫວານ​ເປັນ​ຄວາມ​ຂົມ

21 ວິບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ສ​ລາດ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ ແລະ​ສຽບ​ແຫລມ​ໃນ​ສາຍ​ຕາ​ຂອງ​ຕົນ

22 ວິບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ວິ​ລະ​ຊົນ​ໃນ​ກາ​ນດື່ມ​ເຫລົ້າ​ອະ​ງຸ່ນ ແລະ​ເປັນ​ຄົນ​ເກັ່ງ​ໃນ​ການດື່ມ​ເຫລົ້

23 ຜູ້​ປ່ອຍ​ຕົວ​ຄົນ​ທຳ​ຜິດ​ເພາະ​ເຂົາ​ຮັບ​ສິນ​ບົນ ແລະ​ເອົາ​ຄວາມ​ຍຸດ​ຕິ​ທັມ​ໄປ​ຈາກ​ຜູ້​ປາ​ສ​ຈາກ​ຄວາມ​ຜິດ

24 ດັ່ງ​ນັ້ນ ແປວ​ໄຟ​ກືນ​ຕໍ​ເຂົ້າ​ສັນ​ໃດ ແລະ​ຫຍ້າ​ແຫ້ງ​ຍຸບ​ລົງ​ສັນ​ໃດ ຮາກ​ຂອງ​ເຂົາ​ກໍ​ຈະ​ເປັນ​ເຫມືອນ​ຄວາມ​ເນົ່າ​ເປື່ອຍ ແລະ​ດອກ​ບານ​ຂອ​ງ​ເຂົາ​ຈະ​ປິວ​ໄປ​ເຫມືອນ​ຝຸ່ນ​ຂີ້​ດິນ​ສັນ​ນັ້ນ ເພາະ​ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ຮັບ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຈອມ​ໂຍ​ທາ ແລະ​ໄດ້​ດູ​ຫມິ່ນ​ພຣະ​ຄຳ​ຂອງ​ອົງ​ບໍ​ຣິ​ສຸດ​ແຫ່ງອິສ​ຣາ​ເອນ

25 ເຫດ​ສັນ​ນັ້ນ ພຣະ​ພິ​ໂຣດຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ພຸ່ງ​ຂຶ້ນ​ຕໍ່​ຊົນ​ຊາດ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ສູ້​ເຂົາ​ແລະ​ຕີ​ເຂົາ ແລະ​ພູ​ທັງ​ຫລາຍ​ກໍ​ສັ່ນ​ສະ​ເທືອນ ແລະ​ຊາກ​ສົບ​ຂອງ​ເຂົ​ທັງ​ຫລາຍ​ກໍ​ເຫມືອນ​ຂີ້​ເຫຍື້ອ​ໃນ​ກາງ​ທາງ ເຖິງ​ປານ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຍັງເຊົາ​ໂກດ​ຮ້າຍ ແລະ​ພຣະ​ຫັດຂອງ​ພຣະ​ອົງ​ກໍ​ຍັງ​ຢຽດ​ອອກ​ຢູ່

26 ພຣະ​ອົງ​ຈະ​ຊົງທຳ​ສັນ​ຍາ​ໃຫ້​ແກ່​ປະ​ຊາ​ຊາດ​ທີ່​ຫ່າງ​ໄກ ແລະ​ຊົງ​ຜິວ​ພຣະ​ໂອດ​ຮຽກ​ເຂົາ​ມາ​ຈາກ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ ແລະ​ເຂົາ​ມາ​ຢ່າງ​ໄວ​ໂດຍ​ບໍ່​ຊັກ​ຊ້າ

27 ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ​ອ່ອນ​ເພັຽ ບໍ່​ມີ​ຜູ້​ໃດ​ສະ​ດຸດ ບໍ່​ມີ​ຜູ້​ໃດ​ຫລັບ​ສ​ນິດ​ຫລື​ງ້ວງນອນ ຜ້າ​ຄາດ​ແອວ​ຈັກ​ຜືນ​ນື່ງ​ກໍ​ບໍ່​ຫລຸດ​ອອກ​ ​ສາຍ​ຮັດເກີບ​ກໍ​ບໍ່​ຂາດ​ຈັກ​ສາຍນຶ່ງ

28 ລູກ​ທະ​ນູ​ຂອ​ງ​ເຂົາ​ກໍ​ແຫລມ ຄັນ​ທະ​ນູ​ຂອ​ງ​ເຂົາ​ກໍ​ກົ່ງ​ໄວ້ ກີບ​ຕີນ​ມ້ທັງ​ຫລາຍ​ຂອງ​ເຂົາ​ເຫມືອນ​ກັບ​ຫີນ​ເຫລັກ​ໄຟ ແລະ​ລໍ້​ຂອງ​ເຂົາ​ທັງ​ຫລາຍ​ເຫມືອນ​ລົມ​ບ້າ​ຫມູ

29 ສຽງ​ຄຳ​ຣາມ​ຂອງ​ເຂົາ​ເຫມືອນ​ສິງ ເຫມືອນ​ສິງ​ຫນຸ່ມ ເຂົາ​ເຫລົ່າ​ນັ້ນ​ຄຳ​ຣາມ ແລະ​ຄຸບ​ເຫຍື່ອ​ຂອງ​ເຂົາ ແລະ​ເຂົາ​ຈະ​ຂົນ​ເອົາ​ໄປເສັຽ ແລະ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ເຂົາ

30 ໃນວັນ​ນັ້ນ​ເຂົາ​ທັງ​ຫລາຍ​ຈະ​ໂຮ່​ຮ້ອງ​ ເຫມືອນ​ສຽງ​ຄື້ນ​ອຶກ​ກະ​ທຶກ​ຂອງ​ທະ​ເລ ແລະ​ຖ້າ​ມີ​ຜູ້​ນຶ່ງ​ຜູ້​ໃດ​ມອງເບິ່ງ​ທີ່​ແຜ່ນດິນ​ ເບິ່ງ​ແມ, ຄວາມ​ມືດ​ແລະ​ຄວາມ​ທຸກ​ໃຈ ແລະ​ສວ່າງ​ກໍ​ຖືກ​ເມກ​ຂອງ​ແຜ່ນ​ດິນ​ປິດ​ບັງ​ເສັຽ

 

6. ນິມິດ​ແລະ​ການ​ທີ່​ເອ​ຊາ​ຢາ​ຖືກ​ຊົງ​ເອີ້ນ

 (ອ​ຊກ 1:4-28)

1   ໃນ​ປີ​ທີ່​ກະ​ສັດ​ອຸ​ສ​ຊີ​ຢາ​ສິ້ນ​ພຣະ​ຊົນນັ້ນ ຂ້າ​ພະ​ເຈົ້າ​ໄດ້ເຫັນ​​ພຣະ​ຜູ້​ເປັນ​ເຈົ້າ​ຊົງປະ​ທັບ​ເທິງ​ບັນ​ລັງ​ສູງ​ແລະ​ສະງ່າ​ຣາ​ສີ ແລະ​ເຄື່ອງ​ສ​ຫລອງ​ຂອງ​ພຣະອົງໄດ້​ເຕັມ​ພຣະ​ວິ​ຫານ

2   ຢູ່ເຫນືອ​ພຣະ​ອົງມີ​ເຊ​ຣັຟຫລາຍ​ຕົນ​ຢືນ​ຢູ່ ແຕ່​ລະ​ຕົນ​ມີ​ປິກ​ຫົກ​ປີກ ໃຊ້​ສອງ​ປີກ​ປົກ​ຫນ້າ ແລະ​ສອງ​ປີ​ກ​ປົກ​ຕົວ ແລະ​ອີກສອງ​ປີກ​ບີນ​ໄປ

3   ຕ່າງ​ກໍ​ຮ້ອງ​ຕໍ່​ກັນ​ແລະ​ກັນ​ວ່າ, “ບໍ​ຣິ​ສຸດ ບໍ​ຣິ​ສຸດ ບໍ​ຣິ​ສຸດ ພຣະຜູ້​ເປັນ​ເຈົ້າແຫ່ງ​ຈັກ​ກະ​ວານ​ຊົງ​ບໍ​ຣິ​ສຸດ ພຣະ​ຣັ​ສ​ມີ​ຂອງ​ພຣະ​ອົງ​ແຜ່​ກະ​ຈາຍ​ໄປ​ທົ່ວ​ໂລກ”

4   ແລະສຽງ​ຮ້ອງ​ຂອງ​ພວກ​ທ່ານ​ໄດ້​ທຳ​ໃຫ້​ຮາກ​ຖານ​ພຣະ​ວິ​ຫານ​ສັ່ນ​ສະ​ເທືອນ​ ແລະ​ກໍ​ມີ​ຄວັນ​ເຕັມ​ໄປ​ຫມົດ

5   ແລະຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “​ຂ້າ​ພະ​ເຈົ້າໄດ້​ຮັບ​ເຄາະ​ກຳ​ແລະ​ຫມົດ​ຫວັງ​ແລ້ວ ຄຳ​ເວົ້າ​ທຸກໆ​ຄຳ​ທີ່​ອອກ​ຈາກ​ປາກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ເປັນ​ບາບ ແລະ​ຂ້າ​ພະ​ເຈົ້າ​ຢູ່​ນຳ​ຊົນ​ຊາດ​ທີ່​ເວົ້າ​ແຕ່​ບາບ​ຫຍາບ​ຊ້າ ບັດ​ນີ້ນັຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະ​ສັດ ຄື​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ກັບ​ຕາ​ຕົນ​ເອງ​ແລ້ວ”

6   ຕໍ່​ມາ ຕົນ​ນຶ່ງ​ໃນ​ເຊ​ຣັຟ​ບີນ​ມາ​ຫາ​ຂ້າ​ພະ​ເຈົ້າ ເທວະ​ດາ​ຕົນ​ນີ້​ໄດ້​ຄີບຖ່ານ​ໄຟ​​ແດງ​ມາ​ຈາກ​ແທ່ນ​ບູ​ຊາ

7   ແລະ​ເອົ​ຖ່ານ​ນັ້ນ​ແປະ​ໃສ່​​ປາກ​ຂອງ​ຂ້າ​ພະ​ເຈົ້າ​ພ້ອມ​ກັບເວົ້າ​ວ່າ, “ສິ່ງ​ນີ້​ໄດ້​ຖືກ​ຕ້ອງ​ປາກ​ຂອງ​ເຈົ້າ​ແລ້ວ ຄວາມ​ຜິດ​ຂອງ​ເຈົ້າ​ກໍ​ຖືກ​ຍົກ​ເລີກ ແລະ​​ບາບກໍ​ໄດ້​ຮັບ​ອະ​ພັຍ”

8   ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມວ່າ, “ເຮົາ​ຈະ​ໃຊ້​ຜູ້​ໃດ​ໄປ ແລະ​ໃຜ​ຈະ​ເປັນ​ຜູ້​ສົ່ງ​ຂ່າວ​ຕາງ​ເຮົາ” ແລ້ວ​ຂ້າ​ພະ​ເຈົ້າ​ທູນຕອບ​ວ່າ, “ຂ້າ​ພຣະ​ອົງ​ນີ້​ຈະ​ໄປ​ດອກ ໂຜດໃຊ້​ຂ້າ​ພຣະ​ອົງ​ທ້ອນ”

9   ດ້ວຍ​ເຫດ​ນີ້ ພຣະ​ອົງ​ຊົງ​ສັ່ງ​ຂ້າ​ພະ​ເຈົ້າ​ໄປ​ບອກ​ປະ​ຊາ​ຊົນ​ວ່າ, “ໍ​ເຖິງ​ພວກ​ເຈົ້າ​ຈະ​ຟັງ​ຫລາຍ​ປານ​ໃດ ພວກເຈັ້າ​ກໍ​ຈະ​ບໍ່​ເຂົ້າ​ໃຈ ຈະ​ເບິ່ງ​ຄັກ​ປນ​ໃດ ກໍ​ຈ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ”

10 ແລ້ວ​ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ທຳ​ໃຫ້​ຈິດ​ໃຈ​ຂອງ​ຊົນ​ຊາດ​ນີ້​ເປັນ​ມືດ​ມົນ ຫູ​ຫນວກ ຕາ​ບອດ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ເຫັນ​ຮຸ່ງ ຫລື​ໄດ້​ຍິນ ແລະ​ເຂົ້າ​ໃຈ​ໄດ້ ແລ້ວ​ພວກ​ເຂົາ​ຈະ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ ແລະ​ຖືກ​ຮັກ​ສາ​ໃຫ້​ດີ

11 ແລ້ວ​ຂ້າ​ພະ​ເຈົ້າ​ທູນ​ຖາມວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈ​ໃຫ້​ເປັນ​ຢູ່​ຢ່າງ​ນີ້​ດົນປານ​ໃດ” ແລະ​ພຣະ​ອົງຊົງ​ຕອບ​ວ່າ, “ຈົນເທົ່າ​ຫົວ​ເມືອງ​ທັງ​ຫລາຍ​ຖືກ​ທຳ​ລາຍຮ້າງ​ເປົ່າ​ ຫມູ່​ບ້ານ​ທັງ​ຫລາຍ​ບໍ່​ມີ​ຄົນ​ອາ​ໄສ​ຢູ່ ແລະ​ຜືນ​ແຜ່ນ​ດິນ​ງຽບ​ເຫງົາ​ເປົ່າ​ປ່ຽວ

12 ເຣົາ​ຈະ​ກວາດຕ້ອນ​ຝູງ​ຄົນ​ອອກ​ຫນີໄປ​ໄກໆ ໃຫ້​ດິນດອນ​ຕອນ​ຫຍ້າ​ໂສກ​ເສົ້າ​ເຫງົາ​ຫງອຍ

13 ເຖິງ​ແມ່ນ​ວ່າຍັງ​​​ເຫລືອຄົນ​ຢູ່​ໃນ​ນັ້ນ​ພຽງນຶ່ງ​ໃນ​ສິບ​ກໍ​ຈະ​ຖືກ​ທຳ​ລາຍ​ເຫມືອນ​ກັນ ຊຶ່ງ​ຈະ​ເປັນເຫມືອນ​ຕົ້ນ​ສົນທີ່​ຖືກ​ຕັດ​ເຫລືອ​ແຕ່​ຕໍ” ຕໍນັ້ນ​ຫມາຍ​ເຖິງ ການ​ຮື້​ຟື້ນ​ການ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃຫມ່​

 

7. ຂ່າວ​ແຣກ​ຂອງ​ເອ​ຊາ​ຢາ​ທີ່​ມີ​ເຖິງ​ອາ​ຮັ​ສ

 (2 ກ​ສດ 16:5; 2 ຂຄວ 28:5-15)

1   ໃນ​ຣັ​ຊ​ການ​ຂອງ​ອາ​ຮັ​ສ​ໂອ​ຣົດ​ຂອງ​ໂຢ​ທາມ ໂອ​ຣົດ​ຂອງ​ອຸ​ສ​ຊີ​ຢາ ກະ​ສັດ​ຂອງ​ຢູ​ດາ ເຣ​ຊີນ​ກະ​ສັດ​ແຫ່ງ​ຊີ​ເຣັຽ (ອາ​ຣາມ) ແລະ​ເປ​ກາ​ໂອ​ຣົດຂອງເຣ​ມາ​ລີ​ຢາ ກະ​ສັດ​ແຫ່ງ​ອິສ​ຣາ​ເອນ​ໄດ້​ເຂົ້າ​ໂຈມ​ຕີ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແຕ່​ພວກ​ທ່ານ​ບໍ່​ສາ​ມາດ​ຍຶດ​ເອົາ​ເມືອງ​ນີ້​ໄດ້

2   ເມື່ອ​ເຂົາ​ໄປ​ບ​ອກ​ທີ່​ຣາ​ຊ​ສຳ​ນັກ​ຂອງ​ດາ​ວິດ​ວ່າ, “ຊີ​ເຣັຽ​ໄປ​ຕັ້ງ​ຄ້າຍ​ຢູ່​ໃນ​ເຂດ​ເອ​ຟ​ຣາ​ອິມ​ແລ້ວ” ພຣະ​ອົງພ້ອມ​ທັງ​ປະ​ຊາ​ຊົນ​ກໍ​ຢ້ານ​ ແລະ​​ໃຈ​​ສັ່ນ​ແທບ​ຈະ​ຂດ​ໃຈ​ຕາຍ

3   ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງບອກ​ເອ​ຊາ​ຢາ​ວ່າ, “​ເຈົ້າ​ແລະ​ເຊ​ອາ​ຣ໌ຢາ​ຊຸບ ບຸດ​ຊາຍ​ຂອງ​ເຈົ້າ ຈົ່ງ​ໄປ​ເຝົ້າ​ກະ​ສັດ​ອາ​ຮັ​ສ ຢູ່​ບ່ອນ​ຮ່ອງນໍ້າ​ສະ​ໄຫລ​ມາ​ສຸດ​ເທິງ​ຖ​ນົນ​ບ່ອນ​ທຳ​ແຜ່ນ​ຜ້າ

4   ເພື່ອ​ບອກ​ໃຫ້​ພຣະ​ອົງ​ສ​ງົບ​ຈິ​ດ​ສ​ງົບ​ໃຈ ຢ່າ​ຢ້ານ​ຫລື​ເປັນ​ທຸກ​ໃຈ​ເລີຍ ຢ່າ​ໃຫ້​ພຣະ​ທັຍ​ຂອງ​ພຣະ​ອົງຢ້ານ​ດ້ວຍ​ເຫດ​ພວກ​ເຂົ​ທັງ​ສອງ​ເປັນ​ເຫມືອນ​ດົ້ນ​ໄຟ​ມອດ​ຊຶ່ງ​ຍັງ​ແຕ່​ຄວັນ ເພາະ​​ຄວາມ​ຄຽດ​ແຄ້ນ​ຂອງ​ກະ​ສັດ​ເຣ​ຊີນ ແລະ​ຊີ​ເຣັຽ ແລະ​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ

5   ເພາ​ວ່າ​ຊີ​ເຣັຽ​ພ້ອມ​ກັບ​ເອ​ຟ​ຣາ​ອິມ ແລະ​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ​ໄດ້​ຄິດ​ການ​ຊົ່ວ​ຮ້າຍຕໍ່​ພຣະ​ອົງ​ກ່າວ​ວ່າ,

6   “ໃຫ້​ເຣົາ​ທັງ​ຫລາຍ​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ຢູ​ດາ ແລະ​ເພື່ອ​ໃຫ້​ເຂົາ​ຢ້ານ​ແລະ​ຍຶດ​ເອົາ​ເປັນ​ເມືອງ​ຂຶ້ນ ແລະ​ຕັ້ງ​ບຸດ​ຊາຍ​ຂອງ​ຕາ​ເບ​ເອນ​ເປັນ​ກະ​ສັດ​ປົກ​ຄອງ​ປະ​ເທດ​ນີ້”

7   ແຕ່ເຮົາຄື​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ປະ​ກາດ​ວ່າ, “ເຣື່ອງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ດອກ

8   ເພາສຽນ​ຂອງ​ຊີ​ເຣັຽຄືດາ​ມັ​ສ​ກັ​ສ ແລະສຽນ​ຂອງ​ດາ​ມັ​ສ​ກັ​ສ​ຄື​ກະ​ສັດ​ເຣ​ຊີນ (ພາຍ​ໃນ​ຫົກ​ສິບ​ຫ້າ​ປີ ເອ​ຟ​ຣາ​ອິມ​ກໍ​ຈະ​ສິ້ນ​ສຸດ​ຄວາມ​ເປັນ​ຊາດ)

9   ເພາ​ສຽນຂອງ​ເອ​ຟ​ຣາ​ອິມ​ຄື​ຊາມາ​ເຣັຽ ແລະ​ສຽນ​ຂອງ​ຊາ​ມາ​ເຣັຽ​ຄື​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ ແນ່ນອນ ຖ້າ​ຄວາມ​ເຊື່ອ​ຂອງ​ເຈົ້າ​ບໍ່​ຫລາຍ ເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້

ຫມາຍ​ສຳ​ຄັນ​ກ່ຽວ​ກັບ​ເອ​ມາ​ນູ​ເອນ

10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ອາ​ຮັ​ສ​ອີກວ່າ,

11 “ຈົ່ງ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ສະ​ແດງ​ຫມາຍ​ສຳ​ຄັນ​ຈາ​ກພິ​ພົບ​ຄົນ​ຕາຍ ຫລື​ຈາກ​ຟ້າ​ສວັນ​ໃຫ້​ເຈົ້າ​ເຫັນ

12 ອາ​ຮັ​ສ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ຈະ​ບໍ່​ຂໍ​ໃຫ້​ສະ​ແດງ​ຫມາຍ​ສຳ​ຄັນ ແລະ​ຈະ​ບໍ່​ທົດ​ລອງ​ພຣະ​ຜູ້​ເປັນ​ເຈົ້າ

13 ເອ​ຊາ​ຢາ​ຈຶ່ງ​ເວົ້າ​ວ່າ, “ຣາ​ຊວົງ​ດາ​ວິດ​ເອີຍ ຈົ່ງ​ຟັງ​ເທີນ ແຕ່​ກີ້​ທ່ານ​ໄດ້​ທຳ​ໃຫ້​ຄົນ​ທັງ​ຫລາຍ​ບໍ່​ພໍ​ໃຈ​ຈົນ​ເຂົາ​ອົດ​ທົນ​ບໍ່​ໄດ້ ບັດ​ນີ້ ທ່ານໄດ້​ທຳ​ໃຫ້​ພຣະ​ເຈົ້າ​ຊົງ​ອົດ​ທົນ​ບໍ່​ໄດ້​ອີກ

14 ດ້ວຍ​ເຫດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ຊົງ​ສ​ແດງ​ຫມາຍ​ສຳ​ຄັນ​ໃຫ້​ເຈົ້າ​ເຫັນ​ດັ່ງ​ນີ້ ຄື​ຍິງ​ສາວ​ຜູ້​ນຶ່ງ​ຈະ​ຖື​ພາ ແລະ​ອອກ​ບຸດ​ມາ​ເປັນ​ຊາຍ ນາງ​ຈະ​ຕັ້ງ​ຊື່ໃຫ້​ບຸດ​ນີ້​ວ່າ “ເອມາ​ນູ​ເອນ”

15 ເມື່ອ​ເວ​ລາ​ທ່ານ​ໃຫຍ່​ພໍ​ຮູ້​ຈັກ​ຜິດ​ຈັກ​ຖືກ​ໄດ້​ແລ້ວ ທ່ານ​ຈະ​ຮັບ​ປະ​ທານ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ເປັນ​ອາ​ຫານ

16 ກ່ອນ​ເວ​ລາ​ທ່ານ​ຮູ້​ຈັກ​ຄວາມ​ນັ້ນ ແຜ່ນ​ດິນ​ຂອງ​ກະ​ສັດ​ສອງ​ອົງ​ທີ່​ເຈົ້າ​ຢ້ານ​ຈະ​ເພ​ພັງ​ຮ້າງ​ເປົ່າ

17 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ວັນ​ໂຫດ​ຮ້າຍ​ມາ​ຖືກພຣະ​ອົງ ຖືກ​ປະ​ຊາ​ຊົນ​ແລະ​ຖືກ​ເຊື້ອ​ສາຍ​ແຫ່ງບິ​ດາຂອງ​ພຣະ​ອົງ ວັນ​ນັ້ນ​ຈະ​ໂຫດ​ຮ້າຍກວ່າ​ທຸກໆ​ວັນ​ທີ່​ເຄີຍ​ມີ​ມາ ​ຕັ້ງ​ແຕ່​ວັນ​ທີ່​ເອ​ຟ​ຣາ​ອິມ​ແຍກ​ອອກ​ຈາກ​ຢູ​ດາ ຄື​ກະ​ສັດ​ອັສ​ຊີ​ເຣັຽ​”

18 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຜີວ​ພຣະ​ໂອດ​ເອົ​ຄົນ​ເອ​ຢິບ​ມາ​ຈາກ​ຕົ້ນ​ກຳ​ເນີດ​ແມ່ນ​ນ້ຳ​ນິນ​ເຫມືອນ​ຝູງ​ເຫລືອກ​ມາ ແລ​ເອີ້ນ​ເຜິ້ງ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ອັສຊີ​ເຣັຽ

19 ແລະ​ມັນ​ຈະ​ມາ​ເຕັມ​ຢູ່​ໃນ​ຮ່ອມ​ພູ ໃນ​ຖ້ຳ ໃນ​ໂງ່ນ​ຫີນ ໃນ​ພຸ່ມ​ໄມ້​ແລະ​ເດີ່ນ​ຫຍ້

20 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຈ້າງ​ເອົາ​ຊ່າງ​ຕັດ​ຜົມ​ຈາກຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ ຄື​ກະ​ສັດ​ອັສ​ຊີ​ເຣັຽ ທ່ານ​ຈະ​ແຖ​ຫນວດ​ ແຖຜົມ ແລະ​ແຖ​ຂົນ​ໃນ​ຕົນ​ຕົວ​ຂອງ​ເຈົ້​ນັ້ນ

21 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ແມ່ນ​ແຕ່​ຊາວ​ນາ​ທີ່​ມີ​ງົວ​ນ້ອຍ​ພຽງ​ໂຕ​ດຽວ ແລ​ມີ​ແບ້​ພຽງ​ສອງ​ໂຕ

22 ກໍ​ຈະ​ມີ​ນ້ຳ​ນົມ​ກິນ​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ ແລະ​ຄົນ​ທັງ​ປວງ​ທີ່​ລອດ​ຊີ​ວິດ​ເຫລືອ​ຢູ່​ໃນ​ປະ​ເທດ ຈະ​ໄດ້​ກິນ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ເປັນອາ​ຫານ

23 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ສວນ​ດີ​ທີ່​ມີ​ກົກ​ອະ​ງຸ່ນ​ພັນ​ກົກ ແລະ​ມີ​ຣາ​ຄາ​ພຽງ​ນຶ່ງ​ພັນ​ເຊເກ​ລ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຫນາມ​ແລະ​ໄມ້

24 ທັງ​ຈະ​ບໍ່​ມີ​ໃຜ​ກ້າ​ໄປ​ໃນ​ສວນ​ນັ້ນ ເວັ້ນ​ໄວ້​ແຕ່​ຜູ້​ທີ່​ມີ​ຫນ້າ​ທະ​ນູ​ເປັນ​ອາ​ວຸດ​ຈຶ່ງ​ຈະ​ໄປ​ໄດ້ ທົ່ວ​ທັງ​ປະ​ເທດ​ຈະ​ເຕັມ​ໄປ​ດ້ວຍ​ໄມ້​ແລະ​ກົກ​ຫນາມ

25 ພູ​ທຸກ​ຫນ່ວຍ​ທີ່​ເຄີຍ​ປູກ​ຢູ່​ກະ​ທຳ​ກິນ​ຈະ​ມີ​ແຕ່ຫນາມ ຈະ​ບໍ່​ມີ​ໃຜ​ຂຶ້ນ​ໄປ​ທີ່​ນັ້ນ ມັນ​ຈະ​ເປັນ​ບ່ອນ​ງົວ​ຄວາຍ ແລະ​ແກະ​ກິນ​ຫຍ້າ

 

8. ຊື່​ບຸດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ

1   ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ເອົາປ້າຍແຜ່ນ​ໃຫຍ່​ມາ​ແຜ່ນ​ນຶ່ງ ແລ້ວ​​ຂຽນ​ຫນັງ​ສື​ໂຕ​ໃຫຍ່ໆ​ລົງໃສ່​ວ່າ “ມາ​ເຮີ​ຊັ​ນ​ລັນ​ຮັ​ສ​ບັ​ສ”

2   ແລ້ວ​ໃຫ້​ເອົາ​ຄົນ​ທີ່​ໄວ້​ໃຈ​ໄດ້​ສອງ​ຄົນ​ຄື ປະ​ໂຣ​ຫິດ​ອູ​ຣີ​ຢາ ແລະ​ເຊຄາ​ຣີ​ຢາ​ບຸດ​ຂອງ​ໂຢ​ເບ​ເຣ​ຄີ​ຢາ​ມາເປັນ​ພ​ຍານ​ເພື່ອ​ຂ້າ​ພະ​ເຈົ້າ

3   ແລະ​ຂ້າ​ພະ​ເຈົ້​ໄດ້​ເຂົ້າ​ໄປ​ຫາ​ຍິງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ນາງ​ກໍ​ຕັ້ງ​ຄັນ ແລະ​ຄອດ​ບຸດ​ຊາຍ​ຄົນ​ນຶ່ງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້​ວ່າ, “ຈົ່ງ​ເອີ້​ນ​ຊື່​ບຸດ​ນັ້ນ​ວ່າ ບາ​ເຮີ​ຊັນ​ລັນ​ຮັ​ສ​ບັ​ສ

4   ເພາະ​ກ່ອນ​ເດັກ​ນ້ອຍ​ຜູ້​ນີ້​ໃຫຍ່​ຂຶ້ນ​ມາພໍ​ຮູ້​ຈັກເອີ້ນພໍ່ ແມ່ໄດ້​ ຊັບ​ສົມ​ບັດ​ຂອງ​ດາ​ມັ​ສ​ກັ​ສ ແລະ​ຂອງ​ທີ່​ຍາດ​ຊີງ​ມາ​​ໄດ້​ຈາກ​ຊາ​ມາ​ເຣັຽ​ຈະ​ຖືກ​ພຣະ​ຣາ​ຊາ​ອັ​ສ​ຊີ​ເຣັຽຍຶດ​ເອົາ​ໄປ​ຫມົດ”

5   ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກວ່າ,

6   “ເພາະ​ວ່າ​ຊົນ​ຊາດ​ນີ້​ໄດ້​ປະ​ຕິ​ເສດ​ນ້ຳ​ແຫ່ງ​ຊີ​ໂລ​ອາ​ອາ​ທີ່​ງຽບ​ສ​ງັດ ແລະ​ຢ້ານ​ກົວ​ຕໍ່​ກະ​ສັດ​ເຣ​ຊີນ ​ແລະ​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ

7   ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ໃຫ້​ກະ​ສັດ​ອັສຊີ​ເຮັຽ ພ້ອມກອງ​ທັບ​ທັງ​ຫມົດ​ຂອງ​ພຣະ​ອົງ​ມາ​ໂຈມ​ຕີ​ຢູ​ດາ ກອງທັບ​ນີ້​ຈະ​ບຸກ​ຣຸກ​ໄປ​ເຫມືອນ​ນ້ຳ​ເອີ​ຟ​ຣາດ​ໄຫລນອງລົ້ນ​ຕາ​ຝັ່ງ

8   ຄົນ​ຢູ​ດາ​ຈະ​ຖືກກວາດ​ເອົາ​ໄປ​ເຫມືອນ​ຖືກ​ກະ​ແສ​ນ້ຳ​ພັດ​ ກອງ​ທັບ​ນີ້​ຈະ​ຂະ​ຫຍາຍ​ໄປ​ທົ່ວ​ເຂດ​ແດນ ແລະ​ຄວບ​ຄຸມ​ທຸກໆ​ສິ່ງ” ແຕ່​ວ່າ​ພຣະ​ເຈົ້າ​ຊົງ​ຢູ່​ກັບ​ເຣົາ ປີກ​ຂອງ​ພຣະ​ອົງ​ຊົງ​ປົກ​ຄຸມ​ແຜ່ນ​ດິນ​ນັ້ນ​

9   ຊົນ​ຊາດ​ທັງ​ຫລາຍ​ເອີຍ ພວກ​ເຈົ້າ​ຈົ່ງ​ພາ​ກັນ​ຢ້ານ ບັນ​ດາ​ປະ​ເທດ​ໄກ​ທັງ​ຫມົດ​ຈົ່ງ​ຟັງ​ເຖີດ ຈົ່ງ​ຕຽມ​ຕົວ​ສູ້​ແຕ່​ຈົ່ງ​ຢ້ານ

10 ຈົ່ງ​ວາງ​ແຜນ​ໄວ້​ແຕ່​ຈະ​ບໍ່​ສຳ​ເຣັດ ຈົ່ງ​ປຶກ​ສາ​ຫາ​ລື​ກັນ ແຕ່​ມັນ​ຈະ​ບໍ່​ມີ​ປ​ໂຍດ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ກັບ​ເຮົາ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຕືອນ​ຜູ້​ປະ​ກາດ​ພຣະ​ທັມ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຕືອນ​ຂ້າ​ພະ​ເຈົ້າ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ວ່າ​ບໍ່​ໃຫ້​ທຳ​ຕາມ​ທາງ​ທີ່​ຊົນ​ຊາດ​ນີ້​ທຳ​ກັນ ພຣະ​ອົງ​ຊົງ​ບອກວ່າ,

12 “ຢ່າ​ຮ່ວມ​ແຜນ​ການ​ກະ​ບົດ​ນຳ​ປະ​ຊາ​ຊົນ​ນີ້ ແລະ​ຢ່າ​ຢ້ານ​ສິ່ງ​ທີ່​ເຂົ​ຢ້ານ

13 ຈົ່ງ​ລະ​ນຶກວ່າ ເຮົາ​ພຣະ​ຜູ້​ເປັນ​ເຈົ້​ແຫ່ງ​ຈັກ​ກະ​ວານ​ຊົງ​ບໍ​ຣິ​ສຸດ ເຮົາ​ຜູ້​ດຽວ​ທີ່​ເຈົ້າ​ຈະ​ຕ້ອງ​ຢ້ານ

14 ຍ້ອນ​ຄວາມ​ບໍ​ຣິ​ສຸດ​ອັ​ນ​ເຕັມ​ຂະ​ຫນາດ​ຂອງ​ເຮົາ​ນັ້ນ ເຮົາ​ຈຶ່ງ​ເປັນ​ເຫມືອນ​ຫີນ​ທີ່​ຕຳ​ຕີນ​ປະ​ຊາ​ຊົນ ແລະ​ເປັນ​ເຫມືອນ​ແຮ້ວ​ທີ່​ຫ້າງ​ໃສ່​ປະ​ຊາ​ຊົນ​ຢູ​ດາ ໃສ່​ອິສ​ຣາ​ເອນ ແລະ​ເຢ​ຣູ​ຊາ​ເລັມ

15 ມີ​ຫລາຍ​ຄົນ​ຈະ​ຕຳ​ສະ​ດຸດ​ລົ້ມ ພວກເຂົາ​ຈະ​ຖືກ​ບ້ວງ​ແຮ້ວ​ແລະ​ລົ້​ມ​ລົງ​ເປັນ​ບາດ​ແຜ”

ເຕືອນ​ບໍ່​ໃຫ້​ຖາມ​ເອົາ​ຄວາມ​ນຳ​ຜີ

16 ພວກ​ສາ​ວົກ​ທັງ​ຫລາຍ​ເອີຍ ຈົ່ງ​ປະ​ພຶດ​ປະ​ຕິ​ບັດ​ພຣະ​ທັມ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ​ນັ້ນ​

17 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລີ້​ບໍ່​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ເຫັນ ແຕ່​ຂ້າ​ພະ​ເຈົ້າ​ກໍ​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ

18 ຂ້າ​ພະ​ເຈົ້າ​ຢູ່​ທີ່​ນີ້​ກັບ​ພວກ​ລູກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ປະ​ທັບ​ຢູ່​ບັນ​ລັງ​ເທິງ​ພູ​ຊີ​ໂອນ ຂ້າ​ພະ​ເຈົ້າ​ກັບ​ພວກ​ລູກ​ເປັນ​ເຫມືອນ​ພຣະ​ທັມ​ທີ່​ເປັນ​ຫມາຍ​ສຳ​ຄັນ​ຕໍ່​ຊາວ​ອິສ​ຣາ​ເອນ

19 ປະ​ຊາ​ຊົນ​ຈະ​ບອກ​ໃຫ້​ພວກ​ທ່ານ ຖາມ​ເອົາ​ຄວາມ​ຈາກ​ພວກຫມໍ​ດູ ແລະ​ຫມໍ​ຜີ​ຊຶ່ງ​ເວົ້າ​ອອດໆ​ແອດໆ​ຢູ່​ໃນ​ລຳ​ຄໍ ພວກ​ເຂົາ​ຈະ​ບອກວ່າ, “ກ່ອນ​ອື່ນ​ຫມົດ ປະ​ຊາ​ຊົນ​ຄວນ​ຈະ​ຖາມ​ເອົາ​ຄວາມ​ນຳ​ຜີ ແລະ​ປຶກ​ສາ​ນຳ​ຄົນ​ຕາຍ​ແທນ​ຄົນ​ເປັນ”

20 ພວກ​ທ່ານ​ຈົ່ງ​ຕອບ​ເຂົາ​ວ່າ, “ຈົ່ງ​ຟັງ​ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປ​ທານ​ໃຫ້ ຢ່າ​ຟັງ​ຄວາມ​ຜີ ເພາະ​ວ່າ​ສິ່ງ​ທີ່​ເຂົາ​ບອກ​ໃຫ້​ເຈົ້າ​ທຳ​ນັ້ນ​ມັນ​ບໍ່​ດີ”

21 ປະ​ຊາ​ຊົນ​ຈະ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ທົ່ວ​ທັງ​ປະ​ເທດ​ດ້ວຍ​ຄວາມ​ຫມົດ​ຫວັງ ແລະ​ອຶດ​ຢາກ ເມື່ອ​ເຂົາ​ຫິວ​ຢາກ​ເຂົ້າ ເຂົາ​ຈະ​ຄຽດ​ແຄ້ນ ແລະ​ປ້ອຍ​ດ່າ​ກະ​ສັດ​ກັບ​ພຣະ​ເຈົ້າ​ຂອງ​ຕົນ ເຂົາ​ອາດ​ຈະ​ເງີຍ​ຫນ້າ​ຂຶ້ນ​ຟ້າ​

22 ຫລື​ກົ້ມ​ລົງ​ດິນ ແຕ່​ຈະ​ບໍ່​ທັນ​ເຫັນ​ຫຍັງ ຈະ​ມີ​ແຕ່​ຄວາມ​ທຸກ​ໃຈ ແລະ​ຄວາມ​ມືດ ເຂົາ​ຈະ​ຖືກ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຄວາມ​ມືດ​ອັນ​ຫນ້າ​ຢ້ານ​ນັ້ນ ຈະ​ຫນີ​ໄປ​ໃຫ້​ພົ້ນ​ຈາກ​ເວ​ລາ​ຍາກ​ລຳ​ບາກ​ນີ້​ບໍ່​ໄດ້

 

9. ກະ​ສັດ​ໃນ​ອານາ​ຄົດ

 (ອ​ຊຢ 11:1-9)

1   ແຜ່ນ​ດິນ​ຂອງ​ຕະ​ກູນ​ເຊ​ບູ​ລູນ ແລະ​ເນັຟທາ​ລີ​ເຄີຍ​ເຊື່ອມ​ເສັຽ​ສັກ​ສີ​ມາ​ເທື່ອ​ນຶ່ງ​ແລ້ວ ແຕ່​ໃນ​ພາຍ​ຄັ້ງ​ຫນ້າ​ແຜ່ນ​ດິນ​ນີ້​ຕັ້ງ​ແຕ່​ທະ​ເລ​ເມ​ດິເຕ​ຣາ​ເນ​ເບື້ອງ​ຕາ​ເວັນ​ອອກ​ເຖິງ​ຟາກ​ແມ່​ນ້ຳ​ຈໍ​ແດນ​ເບື້ອງ​ນັ້ນ ແລະ​ເຖິງ​ຄາ​ລີ​ເລ​ບ່ອນ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ຈະ​ໄດ້​ຮັບ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ

2   ປະ​ຊາ​ຊົນ​ຜູ້​ດຳ​ເນີນ​ຢູ່​ໃນ​ຄວາມ​ມືດ​ກໍ​ໄດ້​ຮັບ​ແສງ​ສວ່າງ​ຢ່າງ​ຫລວງ​ຫລາຍ ພວກ​ເຂົາ​ຢູ່​ໃນ​ແຜ່ນ​ດິນ​ມືດ ແຕ່​ບັດ​ນີ້​ແສງ​ສວ່າງ​ໄດ້​ສ່ອງ​ເຖິງ​ເຂົາ​ແລ້ວ

3   ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໃຫ້​ເຂົາ​ມີ​ຄວາມ​ມ່ວນ​ຊື່ນ​ຫລາຍ ຊົງ​ໃຫ້​ເຂົາ​ໄດ້​ຮັບ​ຄວມ​ສຸກ ພວກ​ເຂົາ​ຍິນ​ດີ​ໃນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ເຫມືອນ​ຄົນ​ຍິນ​ດີ​ເມື່ອ​ຍາມເກັບ​ກ່ຽວ ຫລື​ເຫມືອນ​ຄາວ​ທີ່​ພວກ​ເຂົາ​ແບ່ງ​ປັນ​ຂອງ​ທີ່​ຍຶດ​ມາ​ໄດ້

4   ເພາະ​ວ່າ​ພຣະ​ອົງ​ຊົງ​ຫັກ​ແອກ​ທີ່​ທຳ​ໃຫ້​ເຂົາ​ຫນັກ​ຫນ່ວງ​ກັບ​ໄມ້​ແສ້​ທີ່​ພາດ​ບ່າ​ເຂົາ​ນັ້ນ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ທຳ​ລາຍ​ຊົນ​ຊາດ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ອົງ ຢ່າງ​ດຽວ​ກັນ​ກັບ​ຊົງ​ທຳ​ລາຍກອງ​ທັບ​ຂອງ​ມາ​ດີ​ອານ​ແດ່​ດົນ​ນານ​ມາ​ແລ້ວ

5   ເກີບ​ທຸກ​ຄູ່​ຂອງ​ທະ​ຫານ​ທີ່​ຮຸກ​ຮານ ພ້ອມ​ທັງ​ເສື້ອ​ທຸກ​ຕົວ​ທີ່​ເປື້ອນ​ດ້ວຍ​ເລືອດ​ຈະ​ຖືກ​ເຜົ​ໄຟ​ທຳ​ລາຍ​ຖີ້ມ​ຫມົດ

6   ເດັກ​ນ້ອຍ​ຜູ້​ນຶ່ງ​ໄດ້​ເກີດ​ມາ​ໃຫ້​ເຮົາ​ແລ້ວ ຊົງ​ປະ​ທານ​ບຸດ​ຊາຍ​ຜູ້​ນຶ່ງ​ໃຫ້​ເຣົາ ແລະ​ພຣະ​ອົງ​ຈະ​ຊົງ​ເປັນ​ຜູ້​ປົກ​ຄອງ​ຂອງ​ເຮົາ ພຣະ​ນາມ​ຂອງ​ພຣະ​ອົງ ຄື “ຜູ້​ປຶກ​ສາ​ທີ່​ສ​ລາດ​ສ້ຽມ​ແຫລມ” ພຣະ​ເຈົ້າ​ຜູ້​ຊົງ​ຣິດ” ອົງ​ເປັນ​ພຣະ​ບິ​ດາ​ຕລອດ​ໄປ “ອົງ​ສັນ​ຕິ​ຣາດ”

7   ພຣະ​ຣາ​ຊ​ອຳ​ນາດ​ຂອງ​ພຣະ​ອົງ​ຈະ​ເພີ້ມ​ພູນ​ຂຶ້ນ​ເລື້ອຍໆ ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ມີ​ຄວາມ​ສ​ງົ​ບ​ສຸກ​ຕລອດ​ໄປ ພຣະ​ອົງ​ຈະ​ປົກ​ຄອງ​ສືບ​ຕໍ່​ກະ​ສັດ​ດາ​ວິດ ຈະ​ຊົງ​ໃຫ້​ອຳ​ນາດ​ຢ່າງ​ຖືກ​ຕ້ອງ​ແລະ​ຍຸດ​ຕິ​ທັມ ເລີ້ມ​ແຕ່​ບັດ​ນີ້​ຈົນ​ເຖິງ​ເທົ່າ​ອາ​ວະ​ສານ

ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຈະ​ຊົງ​ກະ​ທຳ​ການ​ນີ້​ທັງ​ຫມົດ​ດ້ວຍ​ຄວາມ​ຫວງ​ແຫນ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອິສ​ຣາ​ເອນ

8   ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ພິ​ພາກ​ສາ​ໂທດ​ຣາ​ຊອ​ນາຈັກອິສ​ຣາເອນ ຄື​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ແລ້ວ

9   ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ຮ່ວມ​ທັງ​ທຸກໆ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ຊາ​ມາ​ເຣັຽ ຈະ​ຮູ້​ວ່າ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ນີ້​ແລ້ວ ຄື​ພວກ​ເຂົາ​ໄດ້​ກ່າວ​ດ້ວຍ​ຄວາມເຍີ້ຍິ່ງ​ຈອງ​ຫອງວ່າ

10 “ຕຶກ​ທີ່​ສ້າ​ງ​ດ້ວຍ​ດິນ​ຈີ່​ໄດ້​ເພ​ພັງ​ລົງ​ແລ້ວ ແຕ່​ເຮົາ​ຈະ​ສ້າງ​ໃຫມ່​ດ້ວຍຫີນ ກົກ​ເດື່ອ​ຖືກ​ຕັດ​ລົງ​ແລ້ວ ແຕ່​ເຮົາ​ຈະ​ເອົາ​ກົກ​ສົນ​ໃສ່​ແທນ​ໄວ້”

11 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປຸກ​ປັ່ນ​ພວກ​ສັດ​ຕຣູ​ອິສ​ຣາ​ເອນ​ໃຫ້​ຕໍ່​ສູ້​ພວກ​ເຂົ

12 ຄື​ພວກ​ຊີ​ເຣັຽ (ອາ​ຣາມ) ຢູ່​ທາງ​ທິດ​ຕາ​ເວັນ​ອອກ ແລະ​ພວກ​ຟີ​ລິ​ສ​ຕິນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຈະ​ອ້າ​ປາກ​ກືນ​ກິນ​ອິສ​ຣາ​ເອນ ເຖິງ​ປານ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຈະ​ຍັງ​ບໍ່​ສິ້ນ​ສຸດ ແລະ​ພຣະ​ຫັດ​ກໍ​ຈະ​ຍັງ​ຢຽດ​ອອກ​ລົງ​ໂທດ​ພວກ​ເຂົາ​ຢູ່

13 ເຖິງ​ແມ່ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ລົງ​ໂທດ ອິສ​ຣ​ເອນ​ແລ້ວ​ກໍ​ຕາມ ພວກ​ເຂົາ​ກໍ​ບໍ່​ປ່ຽນ​ໃຈ​ກັບ​ຄືນ​ມາ​ຫາ​ພຣະ​ອົງ​ເລີຍ

14 ພຣະ​ຜູ້​ເປັນ​ເຈົ້າ​ຊົງລົງ​ໂທດ​ພວກ​ຜູ້​ນຳ​ອິສ​ຣາ​ເອນ ກັບ​ປະ​ຊາ​ຊົນ​ໃຫ້​ຫມົດ​ໄປ​ໃນ​ວັນ​ດຽວ ຄື​ຈະ​ຊົງ​ຕັດ​ຫົວຕັດ​ຕີນ​ພວກ​ເຂົາ​ຖິ້ມ

15 ຫົວນັ້ນ​ແມ່ນ​ອະ​ວຸ​ໂສ ແລະ​ຄົນ​ມີກຽດ ຕີນ​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ສອນ​ເທັດ

16 ພວກ​ເຂົາ​ໄດ້​ນຳ​ປະ​ຊາ​ຊົນ​ເຫລົ່​ນີ້​ໄປ​ໃນ​ທາງ​ຜິດ ແລະ​ສັບສົນ​ວຸ້ນ​ວາຍ

17 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ບໍ່​ຊົງ​ໃຫ້​ຄົນ​ຫນຸ່ມ​ຄົນ​ໃດ​ຫນີ​ພົ້ນ​ໄປ​ໄດ້ ທັງ​ຈະ​ບໍ່​ຊົງ​ເມດ​ຕາ​ສົງ​ສານ​ແມ່​ຫມ້າຍ​ແລະ​ລູກ​ກຳ​ພ້າ​ຄົນ​ໃດ​ເລີຍ ເພາະ​ວ່າ​ທຸກໆ​ຄົນ​ບໍ່​ມີ​ພຣະ​ເຈົ້າ ເຂົາ​ທຳ​ແລະ​ເວົ້າ​ທຸກ​ຢ່າງ​ຊົ່ວ​ຮ້າຍ ດ້ວຍ​ເຫດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງບໍ່​ເຊົາ​ພິ​ໂຣດ ແຕ່​ຈະ​ຍັງ​ຢຽດ​ພຣະ​ຫັດ​ອອກ​ມາ​ລົງ​ໂທດ​ເຂົາ​ຢູ່

18 ຄວາມ​ຊົ່ວ​ຮ້າຍ​ຂອງ​ປະ​ຊາ​ຊົນ​ນີ້​ໄດ້​ລຸກ​ລາມ​ຂຶ້ນ​ເປັນ​ແປວ​ເຫມືອນ​ໄຟ​ໄຫມ້​ປ່າ ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ພິ​ໂຣດ

19 ພຣະ​ອົງ​ຊົງ​ລົງ​ໂທດແຜ່ນ​ດິນ​ ແລະ​ປະ​ຊາ​ຊົນ​ນັ້ນ​ເຫມືອນ​ໄຟ​ເຜົາ​ຜານ ໂດຍ​ບໍ່​ມີ​ໃຜ​ຢາກ​ຊ່ອຍ​ເຫລືອ​ເລີຍ

20 ປະ​ຊາ​ຊົນ​ທົ່​ວ​ທັງ​ປະ​ເທດ​ໄດ້​ເກັບ​ເລັມ​ເອົາ​ອາ​ຫານ​ມາ​ກິນ​ບ່ອນ​ລະ​ນ້ອຍ​ຕາມ​ທີ່​ຫາ​ໄດ້ ແຕ່​ພວກ​ເຂົາ​ກໍ​ບໍ່​ອີ່ມພວກ​ເຂົາ​ຈຶ່ງ​ກິນ​ຮອດ​ອ້າຍ​ນ້ອງ​ຂອງ​ຕົນເອງ

21 ປະ​ຊາ​ຊົນ​ມາ​ນັສ​ເຊ​ໄດ້​ສູ້​ຮົບ​ກັບເອ​ຟ​ຣາ​ອີມ ແລະ​ທັງ​ສອງ​ຍັງ​ຮ່ວມ​ກັນ​ຕໍ່​ສູ້​ຢູ​ດາ​ອີກ ເຖິງ​ປານ​ນັ້ນ

ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ບໍ່​ເຊົາ​ພິ​ໂຣດ ແຕ່​ຍັງ​ຢຽດ​ພຣະ​ຫັດ​ມາ​ລົງ​ໂທດ​ເຂົາ​ຢູ່

 

10

1   ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ອອກ​ກົດ​ຫມາຍ​ອະ​ທັມ ແລະ​ແກ່​ຜູ້​ຂຽ​ນ​ທີ່​ຂຽນ​ແຕ່ການ​ບີບ​ຄັ້ນ​ເລື້ອຍ​ໄປ

2   ເພື່ອ​ຫັນ​ຄົນ​ຂັດ​ສົນ​ໄປ​ຈາກ​ຄວາມ​ຍຸດ​ຕິ​ທັມ ແລະ​ປຸ້ນ​ສິດ​ຂອງ​ຄົນ​ທຸກ​ຍາກ​ແຫ່ງ​ຊົນ​ຊາດ​ຂອງ​ເຮົາ​ເສັຽ ເພື່ອ​ວ່າ​ຍິງ​ຫມ້າຍ​ຈະ​ເປັນ​ຂອງ​ຍຶດ​ຂອງ​ເຂົາ ແລະ​ເພື່ອ​ເຂົາ​ຈະ​ກະ​ທຳ​ໃຫ້​ຄົນ​ກຳ​ພ້າ​ເປັນ​ເຫຍື່ອ​ຂອ​ງ​ເຂົາ

3   ພວກ​ເຈົ້າ​ຈະ​ກະ​ທຳ​ຢ່າງ​ໃດ​ໃນ​ວັນ​ລົງ​ໂທດ​ທັນ ໃນ​ວັນ​ໄພ​ວິ​ບັດ​ຊຶ່ງ​ມາ​ຈາກ​ທີ່​ໄກ ເຈົ້າ​ຈະ​ຫນີ​ໄປ​ເພິ່ງ​ໃຜ ແລະ​ເຈົ້າ​ຈະ​ຝາກ  ​ຊັ​ບ​ສົມ​ບັດ​ຂອງ​ເຈົ້າ​ໄວ້​ທີ່​ໃດ

4   ບໍ່​ມີ​ສິ່ງ​ໃດ​ເຫລືອນອກ​ຈາກ​ຈະ​ໄປ​ຫລັງ​ຄົດ​ຫລັງ​ງໍ​ຢູ່​ກັບ​ນັກ​ໂທດ ຫລື​ລົ້ມ​ລົງ​ໃນ​ຫມູ່​ພວກ​ຄົນ​ທີ່​ຖືກ​ຂ້າ ເຖິງ​ປານ​ນັ້ນ​ກໍ​ດີ ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຍັງ​ບໍ່​ໄດ້​ຫັນ​ກັບ ແລະ​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຢຽດ​ອອກ​ຢູ່

ພຣະ​ເຈົ້າ​ຊົງ​ໃຊ້​ອັ​ສ​ຊີ​ເຣັຽ

5   ວິ​ບັດ​ແກ່​ອັ​ສ​ຊີ​ເຣັຽ ຜູ້​ເປັນໄມ້​ຄ້ອນ​ແຫ່ງ​ຄວາມ​ກິ້ວ​ຂອງ​ເຮົາ ແລະ​ເປັນ​ໄມ້ຄ້ອນແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ເຮົາ

6   ເຮົາ​ຈະ​ໃຊ້​ເຂົາ​ໄປ​ສູ້​ປະ​ຊາ​ຊາດ​ທີ່​ປະ​ຕິ​ເສດ​ພຣະ​ເຈົ້າ ເຮົາ​ຈະ​ບັນ​ຊາ​ເຂົາ​ໃຫ້​ໄປ​ສູ້​ຊົນ​ຊາດ​ທີ່​ເຮົາ​ກິ້ວ ໄປ​ເອົາ​ຂອງ​ທີ່​ຍຶດ​ແລະ​ເອົາ​ຂອງ​ທີ່​ປຸ້ນ ແລະ​ໃຫ້​ຢຽບ​ຢ່ຳ​ເຫມືອນ​ຢຽບ​ຂີ້​ຝຸ່ນ​ໃນ​ຖ​ນົນ

7   ແຕ່​ເຂົາບໍ່​ໄດ້​ຕັ້ງ​ໃຈ​ຢ່າງ​ນັ້ນ ແລະ​ຈິດ​ໃຈ​ຂອງ​ເຂົາ​ກໍ​ບໍ່​ໄດ້​ຄິດ​ຢ່າງ​ນັ້ນ ແຕ່​ໃນ​ໃຈ​ຂອງ​ເຂົາ​ຄິດ​ຈະ​ທຳ​ລາຍ ແລະ​ຕັດ​ປະ​ຊາ​ຊາດ​ເສັຽບໍ່​ແມ່ນ​ຫນ້ອຍ

8   ເພາະ​ເຂົາ​ເວົ້າ​ວ່າ, “ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ເຮົາ​ເປັນ​ພຣະ​ຣາ​ຊາ​ຫມົດ​ບໍ່​ແມ່ນ​ຫລື

9   ເມືອງ​ຄານ​ໂນ​ກໍ​ເຫມືອນ​ເມືອງ​ກາ​ຣ໌​ເຄ​ມິ​ສ​ບໍ່​ແມ່ນ​ຫລື ເມືອງ​ຮາ​ມັ​ທກໍ​ເຫມືອນ​ເມືອງ​ອາ​ຣ໌​ປັ​ດ​ບໍ່​ແມ່ນ​ຫລື ເມືອງ​ຊາມາ​ເຣັຽກໍ​ເຫມືອນ​ເມືອງ​ດາ​ມັ​ສ​ກັ​ສ​ບໍ່​ແມ່ນຫລື

10 ເຫມືອນ​ຢ່າງ​ມື​ຂອງ​ເຣົາ​ໄປ​ເຖິງ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ຮູບ​ເຄົາ​ຣົບ ຊຶ່ງ​ຮູບ​ເຄົ​ຣົບ​ແກະ​ສ​ລັກ​ຂອງ​ເຂົາ​ນັ້ນ​ໃຫຍ່ກວ່າ​ຂອງ​ເຢ​ຣູ​ຊາ​ເລັມ ແລະ​ຊາມາ​ເຣັຽ

11 ເຣົາ​ກໍ​ຈະ​ບໍ່​ທໍາ​ແກ່​ເຢ​ຣູ​ຊາ​ເລັມກັບ​ຮູບ​ເຄົາ​ຣົບ​ຂອ​ງເຂົາ​ດອກ​ຫລື ດັ່ງທີ່​ເຮົາ​ໄດ້​ທຳ​ແກ່​ຊາ​ມາ​ເຣັຽແ​ລະ​ຮູບ​ເຄົາ​ຣົບ​ຂອງ​ເຂົາ”

12 ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງສຳ​ເຣັດ​ພຣະ​ຣາ​ຊ​ກິຈທັງ​ສິ້ນ​ຂອງ​ພຣະ​ອົງ​ທີ່​ພູ​​ຊີ​ໂອນ​ແລະ​ທີ່​ເຢ​ຣູ​ຊາ​ເລັມ​ແລ້ວ ພຣະ​ອົງ​ຈະ​ຊົງ​ລົງ​ທັນ​ແກ່​ຄວາມ​ໂອ້ອວດ​ອັນ​ຈອງ​ຫອງ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ ແລະ​ຄວາມເຍີ້ຍິ່ງ​ຢ່າງຍະ​ໂສ​ຂອງ​ເຂົາ

13 ເພາະ​ເຂົາ​ວ່າ, “ເຮົາ​ໄດ້​ກະ​ທຳ​ການ​ນີ້​ດ້ວຍ​ກຳ​ລັງ​ມື​ຂອງ​ເຮົາ ແລະ​ດ້ວຍ​ສະ​ຕິ​ປັນ​ຍາ​ຂອງ​ເຮົາ ເພາະ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ ເຮົາ​ຈະ​ຮື້​ເຂດ​ແດນ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ແລະ​ໄດ້​ປຸ້ນ​ຊັບ​ສົມ​ບັດ​ຂອງ​ເຂົາ ເຮົາໄດ້​ຂວິດ ຄົນ​ເຫລົ່າ​ນັ້ນ​ທີ່​ນັ່ງ​ເທິງພຣະ​ທີ່​ນັ່ງ​ລົງ​ມາ​ເຫມືອນ​ງົວ​ເຖິກ

14 ມື​ຂອງ​ເຮົາໄດ້​ສວຍ​ເອົ​ຊັບ​ສົມ​ບັດ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ເຫມືອນ​ສວຍເອົາຮັງ​ນົກ ແລະ​ຢ່າງ​ຄົນ​ເກັ​ບ​ໄຂ່​ຊຶ່ງ​ປະ​ຖິ້ມ​ໄວ້ ຂ້ອຍ​ກໍ​ຮວບ​ຮວມ​ແຜ່​ນດິນ​ໂລກ​ທັງ​ສິ້ນ​ດັ່ງນັ້ນ​ແຫລະ  ແລະ​ບໍ່​ມີ​ຜູ້​ໃດ​ຂະ​ຫຍັບ​ປີກ​ມາ​ປົກ ຫລື​ອ້າ​ປາກ​ຫລື​ຮ້ອງ​ສຽງ​ຈ໋ອກແຈ໋ກ

15 ເຫລັກ​ສະ​ກັດ​ຈະ​ຄຸຍ​ຂົ່ມ​ຄົນ​ທີ່​ໃຊ້​ມັນ​ສະ​ກັດ​ນັ້ນ​ຫລື ຫລື​ເລື່ອຍ​ຈະ​ທະ​ນົງ​ຕົວ​ເຫນືອ​ຜູ້​ທີ່​ໃຊ້​ມັນ​ເລື່ອຍ​ນັ້ນ​ຫລື ເຫມືອນ​ກັບ​ວ່າ​ກະ​ບອງ​ຈະ​ຍົກ​ຜູ້​ຊຶ່ງ​ຖື​ມັນ​ຂຶ້ນ​ຕີ ຫລື​ຢ່າງ​ໄມ້ຄ້ອນ​ບໍ່​ໄດ້​ຍົກ​ຄົນ​ຂຶ້ນ​ແຕ່​ຄົນ​ໄດ້​ຍົກ​ໄມ້​ຄ້ອນ​ຂຶ້ນ

16 ສະ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້​ຈອມ​ໂຍ​ທາ ຈະ​ຊົງ​ໃຫ້​ໂຣກ​ຜອມ​ແຫ້ງ​ມາ​ໃນ​ຫມູ່​ພວກ​ຄົນ​ອ້ວນ​ພີ​ຂອງ​ເຂົາ​ພາຍ​ໃຕ້​ກຽດ​ຂອງ​ເຂົາ​ຈະ​ມີ​ການ​ໄຫມ້​ໃຫຍ່​ໂຕ​ເຫມືອນ​ຢ່າງ​ໄຟ​ໄຫມ້​

17 ຄວາມ​ສວ່າງ​ແຫ່ງ​ອິສ​ຣາ​ເອນ​ຈະ​ເປັນ​ໄຟ ແລະ​ອົງ​ບໍ​ຣິ​ສຸດ​ຂອງ​ທ່ານ​ຈະ​ກາຍ​ເປັນ​ແປວ​ໄຟ ແລະ​ຈະ​ເຜົາ​ແລະ​ກິນ​ເສັຽ​ໃນ​ວັນ​ດຽວ ແມ່ນ​ແຕ່​ຕົ້ນ​ຫນາມ​ກັບ​ພຸ່ມ​ຫນາມ​ກໍ​ດີ

18 ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ສັກ​ສີ​ຂອງ​ປ່າ​ຂອງ​ເຂົາ​ແລະ​ແຫ່ງ​ສວນ​ຫມາກ​ໄມ້​ຂອງ​ເຂົາ ທັງ​ວິນ​ຍານ​ຈິດ​ແລະ​ຮ່າງກາຍ ແລະ​ຈະ​ເປັນ​ເຫມືອນ​ເວ​ລາ​ຄົນ​ເຈັບ​ຊູບ​ຊີດ​ລົງ​ໄປ

19 ຕົ້ນ​ໄມ້​ແຫ່ງ​ປ່າ​ຂອງ​ເຂົາ​ຈະ​ເຫລືອ​ຫນ້ອຍ​ເຕັມ​ທີ ຈົນ​ເດັກ​ນ້ອຍ​ຈະ​ຂຽນ​ລົງ​ໄດ້

ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່

20 ໃນ​ວັນ​ນັ້ນ ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່ ແລະ​ຄົນ​ລອດ​ຕາຍ​ແຫ່ງ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ຈະ​ບໍ່​ເພິ່ງ​ຜູ້​ທີ່​ຕີ​ເຂົາ​ອີກ ແຕ່ຈະ​ພັກ​ພິງ​ທີ່​ພຣະ​ເຈົ້າ ອົງ​ບໍ​ຣິສຸດ​ແຫ່ງ​ອິສ​ຣາ​ເອນ​ໂດຍ​ຄວາມ​ສັດ​ຈິງ

21 ສ່ວນ​ຄົນ​ທີ່​ເຫລືອ​ຢູ່​ຈະ​ກັບ​ມາ​ຍັງ​ພຣະ​ເຈົ້າ​ຜູ້​ຊົງ​ຍິ່ງ​ໃຫຍ່ ຄື​ຄົນ​ທີ່​ເຫລືອ​ຢູ່​ຂອງ​ຢາ​ໂຄບ

22 ອິສ​ຣາ​ເອນເອີຍ, ເພາະ​ແມ້​ວ່າ​ຊົນ​ຊາດຂອງ​ເຈົ້າ​ຈະ​ເປັນ​ດັ່ງ​ດິນ​ຊາຍ​ໃນ​ທະ​ເລ ຄົນ​ທີ່​ເຫລືອ​ຢູ່​ເທົ່າ​ນັ້ນ​ຈະ​ກັບ​ມາ ການ​ທຳ​ລາຍນັ້ນ​ກຳ​ນົດ​ໄວ້​ແລ້ວ ລົ້ນ​ລ່າມ​ໄປ​ດ້ວຍ​ຄວາມ​ຊອບ​ທັມ

23 ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ກະ​ທຳ​ໃຫ້​ສິ້ນ​ສຸດ​ລົງ​ຕາມ​ທີ່​ກຳ​ນົດ​ໄວ້​ແລ້ວ​ໃນ​ຖ້າມ​ກາງ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ

24 ສັນ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ​ ຕ​ຣັ​ດ​ດັ່ງ​ນີ້​ວ່າ, “ຊົນ​ຊາດ​ຂອງ​ເຮົາ​ເອີຍ, ຜູ້​ຢູ່​ໃນ​ຊີ​ໂອນ ຢ່າ​ຢ້ານ​ຄົນ​ອັ​ສ​ຊີ​ເຣັຽ ເມື່ອ​ເຂົາ​ຕີ​ດ້ວຍ​ໄມ້​ຄ້ອນ ແລະ​ຍົກ​ໄມ້​ຄ້ອນ​ຂອງ​ເຂົາ​ຂຶ້ນ​ສູ້​ເຈົ້າ​ຢ່າງ​ທີ່​ໃນ​ເອ​ຢິບ

25 ເພາະ​ອີກ​ບໍ່​ດົນ​ຄວາມ​ກິ້ວ​ຂອງ​ເຈົ້າ​ຈະ​ສິ້ນ​ສຸດ ແລະ​ຄວາມ​ໂກດ​ຂອງ​ເຮົາ​ຈະ​ມຸ່ງ​ຕົງ​ທີ່​ການ​ທຳ​ລາຍ​ເຂົາ

26 ແລະ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ໃຊ້​ໄມ້​ແສ້​ມາ​ສູ້​ເຂົາ ດັ່ງ​ທີ່​ພຣະ​ອົງ​ຊົງ​ໂຈມ​ຕີ​ຄົນ​ມີ​ດີ​ອານ​ໃນ​ສີ​ລາ​ໂອ​ເຣັບ ແ​ລະ​ໄມ້​ຄ້ອນ​ຂອງ​ພຣະ​ອົງ​ທີ່​ເຄີຍ​ຢູ່​ເຫນືອ​ທະ​ເລ ພຣະ​ອົງ​ຈະ​ຍົກ​ຂຶ້ນ​ຢ່າງ​ທີ່​ໃນ​ເອ​ຢິບ

27 ແລະ​ໃນ​ວັນ​ນັ້ນ​ພາ​ຣະ​ຂອງ​ເຂົາ​ຈະ​ພາກ​ໄປ​ຈາກ​ບ່າ​ຂອງ​ເຈົ້າ ແລ​ແອກ​ຂອງ​ເຂົາ​ຈະ​ຖືກ​ທຳ​ລາຍ​ເສັຽ​ຈາກ​ຄໍ​ຂອງ​ເຈົ້າ”

ຄົນ​ອັ​ສ​ຊີ​ເຣັຽ​ເຄື່ອນ​ທັບ

ເຂົາ​ຂຶ້ນ​ໄປ​ຈາກ​ຊາ​ມາ​ເຣັຽ​ແລ້ວ

28 ເຂົາ​ໄດ້​ມາ​ເຖິງອັຍ​ອາ​ທ​ແລ້ວ ເຂົາ​ໄດ້​ຂ້າມມິກ​ໂຣນ ເຂົາ​ເກັບ​ສັມ​ພາ​ຣະ​ຂອງ​ເຂົາ​ໄວ້​ທີ່​ມິກ​ມັ​ສ

29 ເຂົາ​ເຫລົ່າ​ນັ້ນ​ຜ່ານ​ຊ່ອງ​ຫວ່າງ​ເຂົາ​ມາ​ແລ້ວ ເກ​ບາ​ເປັນ​ທີ່​ເຂົາ​ຄ້າງ​ຄືນ ຣາ​ມາ​ສະ​ທົກ​ສະ​ທ້ານ ກິ​ເບ​ອາ​ຂອງ​ຊາ​ອູນ​ຫນີ​ໄປ​ແລ້ວ

30 ທິດາ​ຂອງ​ກັນ​ລິມ​ເອີຍ ສົ່ງ​ສຽງ​ຮ້ອງ​ເດີ ລາ​ອີ​ຊາ​ເອີຍ ຟັງ​ເດີ ອາ​ນາ​ໂທດ​ເອີຍ ຫນ້າ​ສົງ​ສານ​ແທ້

31 ມັດ​ເມ​ນາ​ກຳ​ລັງ​ຫນີ​ຢູ່ ຄົນ​ເກ​ບິມ​ຫນີ​ໃຫ້ພົ້ນພັຍ

32 ໃນ​ວັນ​ນີ້​ ເຂົາ​ຈະ​ຢຸດ​ຢູ່​ທີ່​ເມືອງ​ໂນບ ເຂົ​ຈະ​ສັ່ນ​ກຳ​ປັ້ນ​ຂອງ​ເຂົາ ເຂົ້າ​ໃສ່​ພູ​ແຫ່ງ​ທິ​ດາ​ຊີ​ໂອນ ເນີນ​ພູ​ຂອງ​ເຢ​ຣູ​ຊາ​ເລັມ

33 ເບິ່ງ​ແມ໋, ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ ຈະ​ຊົງ​ຕັດ​ກິ່ງ​ໄມ້​ດ້ວຍ​ກຳ​ລັງ​ອັນ​ຫນ້າ​ຢ້ານ​ກົວ ຕົ້ນ​ທີ່​ສູງ​ຍິ່ງ​ຈະ​ຖືກ​ໂຄ່ນ​ລົງ​ມາ ແລະ​ຕົ້ນ​ທີ່​ສູງ​ຈະ​ຕ້ອງ​ຖືກ​ທຳ​ລາຍ​ລົງ

34 ພຣະ​ອົງ​ຈະ​ຊົງ​ໃ