| Hosea |
|
![]() |
|
ພຣະທັມໂຮເຊອາ
ໂຮເຊອາ
1
ຫນັງສືສະບັບນິ້ບັນຈຸພຣະຄັມຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານແກ່
ໂຮເຊອາ ບຸດຊາຍຂອງເບເອຣີ
ໃນເວລາ
ອຸສຊີຢາ ໂຢທາມ
ອາຮັສ
ແລະເຣເຊກີຢາ
ເປັນກະສັດຢູດາ
ແລະໃນເວລາເຢໂຣໂບອາມ
ບຸດຊາຍຂອງໂຢອັສເປັນກະສັດອິສຣາເອນ
2
ເມື່ອພຣະຜູ້ເປັນເຈົ້າຊົງກ່າວຕໍ່ອິສຣາເອນ
ຜ່ານທາງໂຮເຊອາທຳອິດນັ້ນ
ພຣະອົງຊົງກ່າວກັບທ່ານວ່າ,
“ຈົ່ງໄປແຕ່ງງານກັບຍິງໂສເພນີ
ແລ້ວເຮັດໃຫ້ນາງມີບຸດ
ເພາະວ່າປະຊາຊົນຂອງປະເທດນິ້ບໍ່ສັດຊື່ຕໍ່ເຮົາ
ແລະຂາບໄຫວ້ພຣະອື່ນ”
3
ດ້ວຍເຫດນິ້
ໂຮເຊອາຈຶ່ງແຕ່ງງານກັບນາງໂກເມີ
ບຸດສາວຂອງດິບລາອິມ
ແລ້ວນາງໄດ້ຖືພາແລະອອກບຸດມາເປັນຊາຍ
4 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ຈົ່ງຕັ້ງຊື່ໃຫ້ເຂົາວ່າ
ຢິສເຣເອນ
ເພາະວ່າຍັງອີກບໍ່ເຫີງ
ເຮົາຈະລົງໂທດເຊື້ອສາຍຂອງເຢຮູ
ເນື່ອງດ້ວຍເຣື່ອງໂລຫິດຂອງຢິສເຣເອນ
ເຮົາຈະໃຫ້ຣາຊອານາຈັກຂອງເຊື້ອສາຍອິສຣາເອນສິ້ນສຸດລົງ
5
ແລະໃນເວລານັ້ນ
ເຮົາຈະຫັກທະນູຂອງອິສຣາເອນໃນຮ່ອມພູຢິສເຣເອນ”
6
ຕໍ່ມາ
ນາງໂກເມີໄດ້ຖືພາອີກ
ແລະໄດ້ຄອດບຸດມາເປັນຍິງ
ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວຕໍ່ໂຮເຊອາວ່າ,
“ຈົ່ງຕັ້ງຊື່ໃຫ້ບຸດຍິງນັ້ນວ່າ
ໂລຣຸຮາມາ
ເພາະວ່າເຮົາຈະບໍ່ເມດຕາເຊື້ອສາຍອິສຣາເອນອີກຕໍ່ໄປ
ເຮົາຈະອະພັຍໃຫ້ເຂົາອີກເລີຍ
7
ແຕ່ເຮົາຈະເມດຕາເຊຶ້ອສາຍຢູດາ
ເຮົາຄືພຣະຜູ້ເປັນເຈົ້າຂອງພວກເຂົາຈະຊ່ອຍເຂົາໃຫ້ພົ້ນ
ແຕ່ບໍ່ແມ່ນດ້ວຍສົງຄາມ
ບໍ່ແມ່ນດ້ວຍດາບຫລືຫນ້າທະນູ
ແລະບໍ່ແມ່ນດ້ວຍມ້າຫລືເຫລົ່າທະຫານມ້າ
8
ຫລັງຈາກນາງໂກເມີໄດ້ໃຫ້ນາງໂລຣຸຮາມາ
ຢ່ານົມ
ແລ້ວນາງກໍຖືພາແລະໄດ້ບຸດຊາຍອີກຜູ້ນຶ່ງ
9
ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ,
“ຈົ່ງຕັ້ງຊື່ໃຫ້ເຂົາວ່າ
ໂລອັມມີ
ເພາະພວກເຈົ້າຊາວອິສຣາເອນບໍ່ແມ່ນໄພ່ພົນຂອງເຮົາ
ແລະເຮົາກໍບໍ່ແມ່ນພຣະເຈົ້າຂອງພວກເຈົ້າ”
ການສ້າງອິສຣາເອນຂຶ້ນໃຫມ່
10 ປະຊາຊົນອິສຣາເອນຈະມາກຫລາຍເຫມືອນເມັດຊາຍແຄມທະເລຊຶ່ງເກີນທີ່ຈະນັບຫລືຕັກຕວງໄດ້
ດຽວນິ້ພຣະເຈົ້າຊົງກ່າວຕໍ່ພວກເຂົາວ່າ,
“ພວກເຈົ້າບໍ່ແມ່ນໄພ່ພົນຂອງເຮົາ”
ແຕ່ໃນມື້ນຶ່ງຈະຊົງກ່າວຕໍ່ພວກເຂົາວ່າ,
“ພວກເຈົ້າເປັນບຸດຂອງພຣະເຈົ້າອົງຊົງພຣະຊົນຢູ່”
11 ປະຊາຊົນຢູດາ
ແລະອິສຣາເອນຈະຮ່ວມເຂົ້າກັນໃຫມ່
ພວກເຂົາຈະເລືອກເອົາຜູ້ນຳຄົນນຶ່ງເປັນຜູ້ນຳຂອງຕົນ
ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອນຶ່ງ
ສະໄຫມຂອງຢິສເຣເອນຈະຍິ່ງໃຫຍ່
1
ຈົ່ງເອີ້ນນ້ອງຊາຍຂອງເຈົ້າວ່າ,
“ອາມມີ”
ຈົ່ງເອີ້ນນ້ອງສາວຂອງເຈົ້າວ່າ,
“ຣູຮາມາ”
ນາງໂກເມີແລະອິສຣາເອນບໍ່ສັດຊື່
2
ລູກເອີຍ,
ຈົ່ງຮ້ອງຂໍຕໍ່ມານດາຂອງເຈົ້າ
ເຖິງແມ່ນວ່ານາງບໍ່ເປັນເມັຽຂອງເຮົາອິກຕໍ່ໄປ
ແລະເຮົາກໍບໍ່ເປັນຜົວຂອງນາງອີກກໍດີ
ຈົ່ງຮ້ອງຂໍໃຫ້ນາງເຊົາຫລິ້ນຊູ້ແລະເປັນໂສເພນີເສັຽ
3
ຖ້ານາງບໍ່ເຊົາເຮົາຈະເປືອຍກາຍນາງໃຫ້ເຫມືອນກັບມື້ນາງເກີດ
ຈະເຮັດໃຫ້ເປັນເຫມືອນດິນທີ່ແຫ້ງແລ້ງ
ແລະກັນດານ
ນາງຈະຫິວນ້ຳຕາຍ
4
ເຮົາຈະບໍ່ສົງສານບຸດຂອງນາງເພາະພວກເຂົາເປັນບຸດຂອງການຫລິ້ນຊູ້
5
ນາງເປັນໂສເພນີທີ່ບໍ່ມີຄວາມອາຍ
ແລະເວົ້າວ່າ,
“ຂ້າພະເຈົ້າຈະຕິດຕາມຄົນຮັກຂອງຂ້າພະເຈົ້າໄປ
ເພາະວ່າເຂົາໄດ້ເອົາອາຫານ
ນ້ຳດື່ມ
ເຄື່ອງຂົນແກະ
ຜ້າໄຫມ
ນ້ຳນົມ ແລະເຄື່ອງດື່ມໃຫ້ແກ່ຂ້າພະເຈົ້າ”
6
ດ້ວຍເຫດນັ້ນ
ເຮົາຈະປິດກັ້ນນາງດ້ວຍຫນາມ
ຈະສ້າງກຳແພງອ້ອມບໍ່ໃຫ້ນາງອອກໄປໄດ້
7
ນາງຈະແລ່ນຕິດຕາມພວກຄົນຮັກໄປ
ແຕ່ຈະບໍ່ທັນພວກເຂົາ
ນາງຈະຊອກຫາພວກເຂົາແຕ່ຈະບໍ່ພົບ
ແລ້ວນາງເວົ້າວ່າ,
“ຂ້າພະເຈົ້າຈະກັບຄືນໄປຫາຜົວເກົ່າຂອງຂ້າພະເຈົ້າ
ເພາະແຕ່ກ່ອນນັ້ນຂ້າພະເຈົ້າສຸກສະບາຍກວ່າດຽວນີ້”
8
ນາງບໍ່ຮູ້ເລີຍວ່າ
ເຮົາເປັນຜູ້ທີ່ເອົາເຂົ້າ
ເຫລົ້າອະງຸ່ນແລະນ້ຳມັນສົດໃຫ້ແກ່ນາງ
ເຮົາໄດ້ໃຫ້ເງິນຄຳແກ່ນາງເປັນຈຳນວນຫລາຍ
ແຕ່ນາງໄດ້ເອົາໄປໃຊ້ສຳລັບພຣະບາອານເສັຽ
9
ດັ່ງນັ້ນ
ໃນເວລາເກັບກ່ຽວເຮົາຈະເອົາເຂົ້າແລະເຫລົ້າອະງຸ່ນທີ່ເຮົາໃຫ້ແກ່ນາງຄືນມາ
ຈະເອົາຂົນແກະແລະຜ້າໄຫມທີ່ເຮົາໃຫ້ນາງນຸ່ງຫົ່ມຫນີໄປ
10 ແລ້ວຈະເປືອຍກາຍນາງຕໍ່ຫນ້າພວກຄົນຮັກຂອງນາງ
ແລະຈະບໍ່ມີໃຜຊ່ອຍນາງໃຫ້ພົ້ນຈາກອຳນາດຂອງເຮົາ
11 ເຮົາຈະເຮັດໃຫ້ຄວາມມ່ວນຊື່ນທັງປວງ
ເຮັດໃຫ້ງານກິນລ້ຽງ
ວັນສັກສິດປະຈຳເດືອນງານສລອງປະຈຳສັປດາ
ແລະງານຊຸມນຸມທາງສາສນາທັງປວງຂອງນາງສີ້ນສຸດລົງ
12 ຈະທຳລາຍກົກອະງຸ່ນແລະກົກເດື່ອເທດຂອງນາງ
ຊຶ່ງນາງໄດ້ເວົ້າວ່າ
ພວກຄົນຮັກໄດ້ໃຫ້ຂ້າພະເຈົ້າເພື່ອເປັນຄ່າຮັບໃຊ້ພວກເຂົາ
ເຮົາຈະເອົາສວນອະງຸ່ນແລະເຮັດໃຫ້ສວນທັງຫລາຍຂອງນາງເປັນປ່າໃຫ້ພວກສັດປ່າທຳລາຍເສັຽ
13 ຍ້ອນນາງເຜົາເຄື່ອງຫອມບູຊາພຣະບາອານ
ແລະໃສ່ເຄື່ອງເພັດຕິດຕາມຄົນຮັກໄປ
ເຮົາຈຶ່ງຈະລົງໂທດນາງ
ເພາະວ່ານາງໄດ້ລືມເຮົາໃນເວລານັ້ນ
ພຣະຜູ້ເປັນເຈົ້າຊົງກ່າວດັ່ງນິ້ແຫລະ
ພຣະຜູ້ເປັນເຈົ້າຊົງຮັກໄພ່ພົນຂອງພຣະອົງ
14 ດ້ວຍເຫດນັ້ນ
ເຮົາຈະເກັ້ຽກ່ອມນາງດ້ວຍຄຳອ່ອນຫວານ
ແລ້ວຈະພານາງໄປຍັງຖິ່ນກັນດານອິກ
ແລະຈະເວົ້າກັບນາງຢ່າງເປີດອົກວ່າ
ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ
15 ແລະຈະເຮັດໃຫ້ຮ່ອມພູຍາກລຳບາກເປັນປະຕູແຫ່ງຄວາມຫວັງ
ນາງຈະເຮັດຕອບແທນເຮົາຢູ່ທີ່ນັ້ນເຫມືອນຄາວຍັງສາວ
ຄືເມື່ອຄາວຫນີອອກຈາກປະເທດເອຢິບນັ້ນ
16 ແລ້ວນາງຈະເອີ້ນເຮົາວ່າ
ຜົວຂອງນາງອີກ
ຈະບໍ່ເອີ້ນວ່າພຣະບາອານຂອງນາງຕໍ່ໄປ
17 ເຮົາຈະບໍ່ໃຫ້ນາງອອກປາກເວົ້າວ່າພຣະບາອານອິກເລີຍ
18 ໃນເວລານັ້ນ
ເຮົາຈະທຳສັນຍາກັບສັດປ່າ
ຝູງນົກທັງປວງແລະສັດເລືອຄານເທິງແຜ່ນດິນ
ເພື່ອບໍ່ໃຫ້ມັນທຳຮ້າຍໄພ່ພົນຂອງເຮົາ
ເຮົາຈະເອົາດາບແລະລູກທະນູທັງປວງຫນິຈາກແຜ່ນດິນໄປ
ແລະບໍ່ໃຫ້ມີເສິກສົງຄາມອີກຕໍ່ໄປ
ເພື່ອໃຫ້ໄພ່ພົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍ
ແລະປອດພັຍ
19 ອິສຣາເອນເອີຍ,
ເຮົາຈະຫມັ້ນເຈົ້າໄວ້ເປັນເຈົ້າສາວຂອງເຮົາ
ເຮົາຈະຫມັ້ນເຈົ້າໄວ້ຢ່າງຖືກຕ້ອງແລະທ່ຽງທັມ
ໂດຍຈະສະແດງຄວາມຮັກຫມັ້ນຄົງແລະຄວາມກະຣຸນາຕໍ່ເຈົ້າ
ຈະໃຫ້ເຈົ້າເປັນຂອງເຮົາຕລອດໄປ
20 ເຮົາຈະຮັກສາຄຳຫມັ້ນສັນຍາຂອງເຮົາໄວ້
ແລະໃຫ້ເຈົ້າເປັນຂອງເຮົາ
ເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າ
21 ພຣະເຈົ້າຊົງກ່າວວ່າ,
“ໃນວັນນັ້ນ
ເຮົາຈະຕອບຟ້າສວັນ
ແລະຟ້າສວັນຈະຕອບແຜ່ນດິນໂລກ
22 ແລະແຜ່ນດິນໂລກຈະຕອບເຂົ້າ
ຫມາກອະງຸ່ນ
ແລະຫມາກກອກເທດ
ສິ່ງເຫລົ່ານີ້ຈະຕອບຢິສເຣເອນ
23 ເຣົາຈະຫວ່ານເຂົາໄວ້ໃນແຜ່ນດິນສຳລັບເຮົາ
ເຮົາຈະເມດຕາ
ໂລຣູຮາມາ ແລະເຮົາຈະເວົ້າກັບ
ໂລອາມມີວ່າ,
“ເຈົ້າເປັນໄພ່ພົນຂອງເຮົາ”
ແລະເຂົາຈະກ່າວວ່າ,
“ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ”
1
ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າອິກວ່າ,
“ຈົ່ງໄປຕິດຕໍ່ຮັກໄຄ່ກັບຍິງຫລິ້ນຊູ້ຄົນນຶ່ງ
ຊຶ່ງມີຄູ່ຮັກຄົນນຶ່ງແລ້ວ
ຈົ່ງຮັກນາງເຫມືອນຢ່າງເຮົາຮັກປະຊາຊົນອິສຣາເອນ
ເພາະເຖິງແມ່ນວ່າເຂົາຄືນໄປຫາພຣະອື່ນ
ແລະນິຍົມກັນຖວາຍຫມາກອະງຸ່ນແຫ້ງແກ່ຮູບເຄົາຣົບທັງຫລາຍກໍຕາມ
ເຮົາກໍຍັງຮັກເຂົາຢູ່”
2
ດັ່ງນັ້ນແຫລະ
ຂ້າພະເຈົ້າຈຶ່ງໄດ້ຊື້ເອົານາງມາເປັນເງິນສິບຫ້າເຊເກລ
ກັບເຂົ້າບາລີນຶ່ງໂຮເມີ
3
ຂ້າພະເຈົ້າໄດ້ບອກນາງວ່າ
ນາງຈະຕ້ອງບໍ່ເປັນໂສເພນີອີກຈະຕ້ອງບໍ່ສົມສູ່ຢູ່ຮ່ວມກັບຊາຍອື່ນ
ຈະຕ້ອງຢູ່ກັບຂ້າພະເຈົ້າດົນໆແຕ່ຈະນອນນຳຂ້າພະເຈົ້າບໍ່ໄດ້
4
ເຣື່ອງນິ້ຫມາຍຄວາມວ່າປະຊາຊົນອິສຣາເອນຈະຢູ່ຢ່າງບໍ່ມີກະສັດຫລືຜູ້ນຳເປັນເວລາເຫິງນານ
ແລະຈະບໍ່ມີເຄື່ອງເຜົາບູຊາຫລືຫີນສັກສິດ
ບໍ່ມີຮູບເຄົາຣົບ
ຫລືຮູບບູຊາບອກເຣື່ອງອະນາຄົດ
5
ພາຍຫລັງເຊື້ອສາຍອິສຣາເອນຈະກັບຄືນມາ
ແລະສແວງຫາພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງເຂົາແລະສແວງຫາດາວິດກະສັດຂອງເຂົາທັງຫລາຍ
ແລະໃນການຕໍ່ໄປເຂົາຈະມີຄວາມຢຳເກງຕໍ່ພຣະຜູ້ເປັນເຈົ້າ
ແລະສແວງຄວາມດີຂອງພຣະອົງ
1
ຊາວອິສຣາເອນເອີຍ,
ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ
ເພາະວ່າພຣະເຈົ້າຊົງກ່າວໂທດປະຊາຊົນທີ່ອາໄສຢູ່ໃນປະເທດນິ້ວ່າ
ບໍ່ມີຄວາມສັດຊື່ສຸດຈະຣິດ
ຫລືຄວາມຮັກຄວາມເມດຕາ
ຫລືຄວາມຮູ້ໃນເຣື່ອງພຣະເຈົ້າ
2
ເຂົາໄດ້ທຳສັນຍາໄວ້ແຕ່ເຂົາລະເມີດເອງ
ພວກເຂົາຂີ້ຕົວະ
ຄາດຕະກຳ ຂະໂມຍແລະລ່ວງເກີນຜົວເມັຽຜູ້ອື່ນ
ມີອາດຊະຍາກອນເພີ້ມຂຶ້ນ
ແລະຂ້າລ້າງຜານຊຶ່ງກັນແລະກັນສືບຕໍ່ໄປ
3
ດັ່ງນັ້ນ
ປະເທດນິ້ຈຶ່ງແຫ້ງແລ້ງ
ທຸກໆສິ່ງທີ່ມີຊີວິດຈະຕາຍຫມົດ
ສັດແລະນົກທັງປວງແມ່ນກະທັ່ງແຕ່ປາກໍຈະຕາຍເສັຽ
ພຣະຜູ້ເປັນເຈົ້າຊົງກ່າວໂທດພວກປະໂຣຫິດ
4
ແຕ່ຢ່າໃຫ້ຜູ້ໃດໃສ່ຄວາມ
ຫລືຢ່າໃຫ້ຜູ້ໃດຟ້ອງ
ເພາະຄະດີຂອງເຮົາກໍຢູ່ກັບທ່ານເດີ
ປະໂຣຫິດ
5
ເວລາກາງເວັນທ່ານຈະສະດຸດ
ແລະຜູ້ເຜີຍພຣະວັຈນະຈະສະດຸດກັບທ່ານໃນເວລາກາງຄືນ
ແລະ
ເຮົາຈະທຳລາຍແມ່ຂອງທ່ານ
6
ໄພ່ພົນຂອງເຮົາຖືກທຳລາຍ
ເພາະຂາດຄວາມຮູ້
ເພາະເຈົ້າປະຕິເສດບໍ່ຮັບຄວາມຮູ້
ເຮົາກໍປະຕິເສດເຈົ້າບໍ່ໃຫ້ຮັບເປັນປະໂຣຫິດຂອງເຣົາ
ເພາະເຈົ້າຫລົງລືມພຣະບັນຍັດແຫ່ງພຣະເຈົ້າຂອງເຈົ້າ
ເຮົາກໍຈະລືມເຊື້ອສາຍຂອງເຈົ້າເສັຽ
7
ຈຳນວນປະໂຣຫິດຫລາຍຂຶ້ນເທົ່າໃດ
ການເຮັດບາບຕໍ່ສູ້ເຮົາກໍຫລາຍຂຶ້ນເທົ່ານັ້ນ
ເຮົາຈະທຳລາຍຊື່ສຽງຂອງເຂົາໃຫ້ຫມົດໄປ
8
ພວກເຂົາຮັ່ງມີຂຶ້ນຍ້ອນໄພ່ພົນຂອງເຮົາກະທຳບາບ
ແລະພວກເຂົາຢາກໃຫ້ໄພ່ພົນຂອງເຮົາເຮັດບາບຫລາຍຂຶ້ນອີກ
9
ປະໂຣຫິດໄດ້ຮັບໂທດຢ່າງໃດ
ປະຊາຊົນກໍຈະໄດ້ຮັບໂທດຢ່າງນັ້ນ
ເຮົາຈະລົງໂທດແລະຕອບແທນຄວາມຊົ່ວທີ່ພວກເຂົາໄດ້ກະທຳ
ແມ່ນວ່າພວກເຂົາໄດ້ກິນແຕ່ກໍຍັງຢາກຢູ່
10
ພວກເຂົາຂາບໄຫວ້ພຣະທີ່ໃຫ້ເກີດຄວາມອຸດົມສົມບູນແຕ່ກໍຍັງບໍ່ມີບຸດ
ເພາະພວກເຂົາຫນີຈາກເຮົາໄປບົວຣະບັດພຣະອື່ນ”
11 ເຫລົ້າອະງຸ່ນໄດ້ເຣັດໃຫ້ໄພ່ພົນຂອງເຮົາລືມຕົວ
ພວກເຂົາຂໍຣ້ອງໃຫ້ສິ່ງທີ່ເຮັດດ້ວຍໄມ້ຫລືໄມ້ເທົ້າເປີດເຜີຍໃຫ້ຮູ້
ພຣະຜູ້ເປັນເຈົ້າຊົງຕິຕຽນການຂາບໄຫວ້ພຣະຕ່າງໆ
12 ເຂົາໄດ້ປະຖິ້ມເຮົາແລະຖວາຍຕົວເອງແກ່ພຣະອື່ນເຫມືອນຜູ້ຍິງກາຍເປັນໂສເພນີ
13 ພວກເຂົາຖວາຍເຄື່ອງເຜົາບູຊາທີ່ສະຖານສັກສິດຢູ່ເທິງຈອມພູ
ໄດ້ເຜົາເຄື່ອງຫອມບູຊາຢູ່ເທິງພູນ້ອຍແລະຢູ່ໃຕ້ກົກໄມ້ສູງເພາະມີຮົ່ມເຢັນດີ
ດ້ວຍເຫດນິ້ແຫລະ,
ພວກບຸດຍິງຂອງເຈົ້າຈຶ່ງເປັນໂສເພນີ
ແລະພວກລູກສະໃພ້ກໍຫລິ້ນຊູ້
14 ເຮົາຈະຍັງບໍ່ລົງໂທດພວກເຂົາຍ້ອນການເຣັດດັ່ງນິ້
ເພາະວ່າພວກເຈົ້າເອງກໍຫລົງໄປກັບຍິງໂສເພນີທີ່ມີຢູ່ໃນວິຫານຂອງພຣະບາອານ
ແລະເຜົາເຄື່ອງບູຊາຖວາຍພຣະບາອານຮ່ວມກັບພວກເຂົາ
ດັ່ງສຸພາສິດກ່າວວ່າ,
“ປະຊາຊົນທີ່ຂາດປັນຍາຈະເຖິງຄວາມຈິບຫາຍ”
15 ເຖິງແມ່ນປະຊາຊົນອິສຣາເອນບໍ່ສັດຊື່ຕໍ່ເຮົາ
ກໍຂໍໃຫ້ປະຊາຊົນຢູດາຢ່າເຮັດຜິດໃນສິ່ງດຽວກັນນັ້ນ
ຢ່າໄປຂາບໄຫວ້ໃນເມືອງກິນການ
ຫລືເບທາເວນ
ແລະຢ່າທຳສັນຍາຢູ່ທີ່ນັ້ນໃນນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່
16 ປະຊາຊົນອິສຣາເອນນັ້ນດື້ດຶງເຫມືອນລໍປ່າ
ດັ່ງນັ້ນ
ເຮົາຈະລ້ຽງພວກເຂົາເຫມືອນລ້ຽງແກະໃນທົ່ງຫຍ້າໄດ້ຢ່າງໃດ
17 ພວກເຂົາຢູ່ໃຕ້ອຳນາດຮູບເຄົາຣົບທັງຫລາຍ
18 ໄດ້ເຂົ້າຮ່ວມກັບກຸ່ມຄົນຂີ້ເມົາ
ຍ່າງໄປກັບໂສເພນີ
ແລະມັກເຮັດໃຫ້ເສັຽຊື່ສຽງຫລາຍກວ່າມີຊື່ສຽງ
19 ພວກເຂົາເຮັດໄປຍ້ອນໃຈຊົ່ວ
ຄວາມຊົ່ວນັ້ນຈະກວາດເຂົາໄປເຫມືອນລົມພະຍຸ
ແລະພຣະທີ່ພວກເຂົາຂາບໄຫວ້ຈະຊ່ອຍເຫລືອຫຍັງເຂົາບໍ່ໄດ້
1
ປະໂຣຫິດເອີຍ,
ຈົ່ງຟັງຂໍ້ນີ້ປະຊາຊົນອິສຣາເອນເອີຍ,
ຈົ່ງລະມັດລະວັງເດີ
ພວກເຈົ້າຜູ້ເປັນເຊື້ອກະສັດຈົ່ງຟັງເດີ
ພວກເຈົ້າຄວນເປັນຜູ້ໃຫ້ຄວາມຍຸດຕິທັມ
ບັດນິ້
ພວກເຈົ້າເປັນເຫມືອນແຮ້ວທີ່ເມືອງມີສປາເປັນເຫມືອນຂ່າຍກາງຢູ່ເທິງພູຕາໂບຣ໌
2
ແລະເປັນເຫມືອນຂຸມເລິກທີ່ເມືອງຊິດຕີມ
ເຮົາຈະລົງໂທດພວກເຈົ້າທັງຫມົດ
3
ເຣົາຮູ້ວ່າເອຟຣາອິມແລະອິສຣາເອນກໍບໍ່ໄດ້ປິດບັງໄວ້ຈາກເຮົາ
ໂອເອຟຣາອິມເອີຍ
ເຈົ້າຫລິ້ນຊູ້
ອິສຣາເອນກໍເປັນມົນທິນ
4
ຄວາມຊົ່ວທີ່ປະຊາຊົນກະທຳນັ້ນ
ໄດ້ກີດກັ້ນບໍ່ໃຫ້ພວກເຂົາກັບຄືນໄປຫາພຣະເຈົ້າຂອງເຂົາ
ພວກເຂົາຍອມຢູ່ໃຕ້ອຳນາດຮູບເຄົາຣົບ
ເຂົາຈຶ່ງບໍ່ຮູ້ຈັກພຣະຜູ້ເປັນເຈົ້າ
5
ຄວາມອວດອ້າງຈອງຫອງຂອງອິສຣາເອນກໍປາກົດເປັນພຍານຕໍ່ຫນ້າເຂົາແລ້ວອິສຣາເອນແລະເອຟຣາອິມຈຶ່ງຈະສະດຸດເພາະຄວາມຜິດຂອງຕົນ
ຢູດາກໍຈະລົ້ມລົງໄປກັບເຂົາທັງຫລາຍເຫມືອນກັນ
6
ຝູງແກະແລະງົວຄວາຍຈະຖືກເຂົານຳໄປເຜົາບູຊາແດ່ພຣະຜູ້ເປັນເຈົ້າ
ແຕ່ພວກເຂົາຈະບໍ່ພົບພຣະອົງ
ແລະບໍ່ໄດ້ປໂຍດຫຍັງ
ເພາະວ່າພຣະອົງຊົງຫນີຫ່າງຈາກພວກເຂົາໄປແລ້ວ
7
ພວກເຂົາໄດ້ເຮັດບໍ່ສັດຊື່
ແລະທໍຣະຍົດຕໍ່ພຣະຜູ້ເປັນເຈົ້າ
ລູກຂອງພວກເຂົາກໍບໍ່ເປັນຂອງພຣະອົງ
ດັ່ງນັ້ນແຫລະ,
ມໍຣະດົກຂອງພວກເຂົາແລະພວກເຂົາເອງຈຶ່ງຈະຖືກທຳລາຍ
8
ຊາວເບັນຢາມິນເອີຍ,
ຈົ່ງເປົ່າແກເຕືອນບອກສົງຄາມທີ່ເມືອງກີເບອາ
ແລະທີ່ເມືອງຮາມາດ້ວຍ
ຈົ່ງຟັງສຽງສັນຍານໄພໃນສນາມຮົບທີ່ເບທາເວນ
9
ເມື່ອການພິພາກສາລົງໂທດມາເຖິງ
ຊາວອິສຣາເອນຈະຈິບຫາຍໃນມື້ນັ້ນ
ອິສຣາເອນເອີຍ,
ສິ່ງນັ້ນຈະເກີດຂຶ້ນແນ່ນອນ”
10 ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ເຮົາຮ້າຍຍ້ອນວ່າພວກຜູ້ນຳຊາວຢູດາໄດ້ລັກໂລບເອົາຊາວອິສຣາເອນ
ເຮົາຈະລົງໂທດພວກເຂົາເຫມືອນກັບນ້ຳຖ້ວມ
11 ເອຟຣາອິມຖືກບີບບັງຄັບ
ແລະຖືກຕົກຢູ່ໃນຄວາມຍາກລຳບາກດ້ວຍການທຳໂທດ
ເພາະເຂົາຕັ້ງຈິດຕັ້ງໃຈທີ່ຈະຕິດຕາມອະນິຈັງ
12 ດັ່ງນັ້ນ
ເຮົາຈຶ່ງຈະນຳເອົາການທຳລາຍມາສູ່
ເອຟຣາອິມ
ແລະເປັນເຫມືອນໄພພິບັດຕໍ່ເຊື້ອສາຍຢູດາ
13 ເມື່ອໃດເອຟຣາອິມເຫັນຄວາມເຈັບໄຂ້ຂອງຕົນ
ແລະຢູດາເຫັນບາດແຜຂອງຕົນ
ເມື່ອນັ້ນເອຟຣາອິມກໍໄປຍັງປະເທດອັສຊີເຣັຽ
ເພື່ອຂໍໃຫ້ມະຫາກະສັດຊົງຊ່ອຍເຫລືອ
ແຕ່ພຣະອົງຈະບໍ່ສາມາດຮັກສາຫລືປິ່ນປົວບາດແຜໃຫ້ດີໄດ້
14 ເຮົາຈະໂຈມຕີປະຊາຊົນເອຟຣາອິມ
ແລະຢູດາເຫມືອນສິງຕົວແຂງແຮງ
ຈະຈີກເຂົາເປັນຕ່ອນໆແລ້ວແກ່ຫນີໄປ
ຈະບໍ່ມີໃຜຊ່ອຍເຫລືອເຂົາໄດ້
15 ເຮົາຈະຫນີຈາກໄພ່ພົນຂອງເຮົາໄປຈົນກວ່າພວກເຂົາໄດ້ທົນທຸກຍ້ອນບາບຂອງຕົນແລະສແວງຫາເຮົາ
ແລ້ວບາງທີຍ້ອນຄວາມທຸກນັ້ນພວກເຂົາອາດຈະກັບຄືນມາຫາເຮົາ
1
ໃຫ້ພວກເຮົາກັບຄືນໄປຫາພຣະຜູ້ເປັນເຈົ້າເທາະ
ພຣະອົງໄດ້ຊົງທຸບຕີພວກເຣົາ
ແຕ່ຈະຊົງຮັກສາພວກເຮົາໃຫ້ດີ
ຊົງເຮັດໃຫ້ພວກເຮົາມີບາດແຜ
ແຕ່ຈະຊົງພັນບາດແຜໃຫ້
ຫລືວ່າພຣະອົງຈະບໍ່ກະທຳບໍ
2
ຫລັງຈາກນັ້ນສອງມື້
ພຣະອົງຈະຊົງໃຫ້ພວກເຮົາຄ່ອຍດີຂຶ້ນ
ໃນມື້ທີ່ສາມຈະທຳໃຫ້ດີຢ່າງເດີມ
ແລ້ວພວກເຮົາກໍຈະມີຊີວິດຢູ່ຊ້ອງພຣະພັກຂອງພຣະອົງ
3
ໃຫ້ພວກເຮົາພຍາຍາມຮູ້ຈັກພຣະຜູ້ເປັນເຈົ້າແນ່ນອນພຣະອົງຈະສະເດັດມາຫາເຮົາເຫມືອນຮຸ່ງອະລຸນ
ຈະສະເດັດມາເຫມືອນດັ່ງຝົນຕົກແນ່ນອນເຫມືອນດັ່ງຫ່າຝົນທີ່ຕົກລົງໃສ່ແຜ່ນດິນ
ຄຳຕອບຂອງພຣະຜູ້ເປັນເຈົ້າ
4
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ເອຟຣາອິມ
ແລະຢູດາເອີຍ,
ເຮົາຈະເຮັດແນວໃດຫນໍກັບພວກເຈົ້າ
ຄວາມຮັກທີ່ພວກເຈົ້າມີຕໍ່ເຮົາກໍຈືດຈາງ
ແລະເຫີນຫ່າງໄປເຫມືອນນ້ຳຫມອກໃນຍາມເຊົ້າເມື່ອຮຸ່ງອະລຸນ
5
ດັ່ງນັ້ນແຫລະ
ເຮົາຈຶ່ງໃຊ້ຜູ້ປະກາດພຣະທັມຂອງເຮົານໍາເອົາຄຳພິພາກສາໂທດ
ແລະການທຳລາຍຂອງເຮົາມາສູ່ພວກເຈົ້າ
ການພິພາກສາຂອງເຮົາກໍສ່ອງອອກມາເຫມືອນແສງສວ່າງ
6
ສິ່ງທີ່ເຮົາຕ້ອງການຫລາຍທີ່ສຸດກໍຄືໃຫ້ພວກເຈົ້າມີຄວາມຮັກຫມັ້ນຄົງ
ບໍ່ແມ່ນແຕ່ດ້ວຍການຖວາຍບູຊາ
ແຕ່ຢາກໃຫ້ພວກເຈົ້າຮູ້ຈັກເຮົາຫລາຍກວ່າເຄື່ອງເຜົາບູຊານັ້ນອີກ
7
ແຕ່ເຂົາລະເມີດຄຳສັນຍາທີ່ດິນແດນ
ອາດາມ
ໃນທີ່ນັ້ນ
ເຂົາທໍຣະຍົດຕໍ່ເຮົາ
8
ກີເລອາດເປັນນະຄອນທີ່ເຕັມໄປດ້ວຍຄົນທຳຄວາມຊົ່ວ
ແລະອາດຊະຍາກອນ
9
ພວກປະໂຣຫິດກໍເຫມືອນກຸ່ມໂຈນທີ່ຄ່ອຍດັກທຳຮ້າຍຄົນ
ແມ່ນແຕ່ຕາມຖນົນໄປຍັງສະຖານທີ່ສັກສິດທີ່ເຊເຄມກໍມີການຂ້າຄົນ
10 ເຮົາໄດ້ເຫັນສິ່ງທີ່ຫນ້າກຽດຊັງໃນວິຫານຂອງອິສຣາເອນ
ການຫລິ້ນຊູ້ຂອງເອຟຣາອິມກໍຢູ່ທີ່ນັ້ນອິສຣາເອນເປັນມົນທິນ
11 ສຳລັບຊາວຢູດານັ້ນ
ເຮົາໄດ້ກຳນົດເວລາສຳລັບລົງໂທດໄວ້ແລ້ວ
ຍ້ອນວ່າພວກເຂົາໄດ້ເຮັດການຊົ່ວເຫມືອນກັນ
1
ເມື່ອເຮົາຈະຮັກສາອິສຣາເອນໃຫ້ດີຄືນເປັນປົກກະຕິ
ແລະເກີດມັ່ງຄັ່ງສົມບູນອີກ
ຄວາມເສື່ອມຊາມຂອງເອຟຣາອິມກໍເຜີຍອອກ
ທັງການທຳທີ່ຊົ່ວຮ້າຍຂອງຊາມາເຣັຽກໍແດງຂຶ້ນ
ເພາະວ່າເຂົາໄດ້ສໍ້ໂກງ
ໄດ້ມ້າງເຮືອນເຂົ້າໄປລັກເອົາສິ່ງຂອງແລະລັກເອົາຄົນຕາມຖນົນໄປ
2
ພວກເຂົາບໍ່ເຄີຍຄິດວ່າເຮົາຈະຈົດຈຳຄວາມຊົ່ວທັງປວງທີ່ເຂົາທຳໄວ້
ບາບຂອງພວກເຂົາໄດ້ໂອບລ້ອມເຂົາຢູ່
ແລະຈະພົ້ນຈາກສາຍຕາຂອງເຮົາໄປບໍ່ໄດ້”
ພວກຄົນໃນພຣະຣາຊວັງຮວມກັນເປັນກະບົດ
3
ເຂົາກະທຳໃຫ້ກະສັດຊື່ນຊົມຍິນດີດ້ວຍຄວາມຊົ່ວຮ້າຍຂອງເຂົາ
ກະທຳໃຫ້ຂ້າຣາຊການພໍໃຈດ້ວຍການອຸບາຍຊົ່ວຮ້າຍຂອງເຂົາ
4
ພວກເຂົາທັງຫມົດເປັນຄົນທໍຣະຍົດແລະບໍ່ສັດຊື່
ຄວາມຊົ່ວຂອງເຂົາເປັນເຫມືອນເຕົາອົບເຂົ້າຈີ່ທີ່ຫຸ້ມຄວາມຮ້ອນໄວ້ໂດຍບໍ່ຕ້ອງການຈຸໄຟຕື່ມອີກຈົນແປ້ງໂພງອອກ
5
ໃນງານພຣະຣາຊພິທີຂອງກະສັດນັ້ນ
ພວກເຂົາໄດ້ເອົາເຫລົ້າອະງຸ່ນໃຫ້ກະສັດແລະຂ້າຣາຊການຂອງພຣະອົງດື່ມຈົນມືນເມົາແລະເສັຽສະຕິໄປ
6
ໃຈຂອງພວກເຂົາຮ້ອນຮົນດ້ວຍເລ່ຫລ່ຽມເຫມືອນເຕົາອົບ
ຄວາມຮ້າຍໄດ້ມີຢູ່ໃນໃຈຂອງເຂົາຕລອດຄືນ
ແລະໃນຕອນເຊົ້າກໍລຸກວາບຂຶ້ນດັ່ງແປວໄຟ
7
ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນດ້ວຍຄວາມຄຽດແຄ້ນ
ກະສັດທັງຫລາຍຂອງພວກເຂົາກໍຖືກລອບປົງພຣະຊົນຕິດຕໍ່ກັນໄປ
ແຕ່ບໍ່ມີກະສັດອົງໃດອ້ອນວອນຂໍໃຫ້ເຮົາຊ່ອຍເຫລືອເລີຍ”
ອິສຣາເອນກັບຊົນຊາດທັງຫລາຍ
8
ເອຟຣາອິມເອົາຕົວເຂົ້າປົນກັບຊົນຊາດທັງຫລາຍ
ເອຟຣາອິມເຫມືອນເຂົ້າຈີ່ປີ້ງທີ່ບໍ່ໄດ້ພິກກັບ
9
ດ້ວຍການໄວ້ເນື້ອເຊື່ອໃຈຂອງຊາວຕ່າງປະເທດນັ້ນ
ພວກເຂົາຈຶ່ງໄດ້ສູນເສັຽເຫື່ອແຮງໄປໂດບໍ່ຮູ້ສຶກຕົວແມ່ນແຕ່ຜົມຂອງຕົນຫງອກ
ແລະພວກເຂົາໃກ້ຈະຕາຍພວກເຂົາກໍບໍ່ຮູ້ຈັກ
10 ຄວາມອວດອ້າງຖືຕົວຂອງອິສຣາເອນໄດ້ຮ້ອງຕໍ່ສູ້ເຂົາ
ເຖິງປານນັ້ນ
ພວກເຂົາກໍບໍ່ກັບຄືນມາຫາເຮົາທີ່ເປັນພຣະຜູ້ເປັນເຈົ້າຂອງພວກເຂົາ
11 ເອຟຣາອິມເປັນເຫມືອນນົກກາງແກທີ່ໂງ່ງ່າວ
ປະຊາຊົນອິສຣາເອນຮ້ອງຂໍຄວາມຊ່ອຍເຫລືອຈາກເອຢິບກ່ອນແລ້ວແລ່ນໄປຫາອັສຊີເຣັຽ
12 ເມື່ອເຂົາໄປ
ເຮົາກໍຈະກາງຂ່າຍອອກຄຸບເອົາເຂົາເຫມືອນດັ່ງຄຸບນົກ
ເຮົາຈະລົງໂທດພວກເຂົາ
ຍ້ອນຄວາມຊົ່ວທີ່ເຂົາໄດ້ກະທຳນັ້ນ
13 ພວກເຂົາຖືກຕັດສິນລົງໂທດຍ້ອນປະຖິ້ມເຮົາ
ແລະເປັນກະບົດຕໍ່ສູ້ເຮົາ
ພວກເຂົາຈະຖືກທຳລາຍ
ເຮົາຢາກຊ່ອຍພວກເຂົາໃຫ້ພົ້ນ
ແຕ່ພວກເຂົາໄດ້ຂາບໄຫວ້ເຣົາຢ່າງບໍ່ຖືກຕ້ອງ
14 ບໍ່ໄດ້ອ້ອນວອນຣໍ່ເຮົາດ້ວຍຄວາມຈິງໃຈ
ແຕ່ໄດ້ນອນລົງແລ້ວຮ້ອງໄຫ້
ເມື່ອອ້ອນວອນຂໍເຂົ້າແລະເຫລົ້າອະງຸ່ນກໍປາດຕົວເອງເຫມືອນຄົນນອກສາສນາ
ພວກເຂົາເປັນກະບົດ
15 ເຖິງແມ່ນວ່າເຮົາໄດ້ອົບຮົມ
ແລະເຮັດໃຫ້ເຂົາແຂງແຮງຂຶ້ນ
ພວກເຂົາກໍຍັງຄິດກະບົດຕໍ່ສູ້ເຮົາຢູ່
ໄດ້ຫນີຈາກເຮົາໄປຫາພຣະອື່ນທີ່ບໍ່ມີຣິດເດດ
16 ຈະຝາກຄວາມໄວ້ໃຈໃນພວກເຂົາບໍ່ໄດ້
ເພາະເຂົາເປັນເຫມືອນລູກທະນູຄົດ
ເພາະວ່າພວກຜູ້ນຳຂອງເຂົາຄຸຍອວດຢ່າງຈອງຫອງ
ພວກເຂົາຈະຕາຍຢ່າງທາລຸນແລະຊາວເອຢິບຈະຫົວຂວັນເຂົາ”
1
“ຈົ່ງເປົ່າແກປຸກ
ພວກສັດຕຣູກຳລັງເຕັ້ນເຂົ້າສວບເອົາແຜ່ນດິນຂອງເຮົາເຫມືອນນົກອິນຊີ
ໄພ່ພົນຂອງເຮົາໄດ້ລະເມີດຄຳຫມັ້ນສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ
ແລະໄດ້ຝ່າຝືນພຣະທັມບັນຍັດຂອງເຮົາ
2
ເຖິງແມ່ນວ່າພວກເຂົາເອີ້ນເຮົາວ່າເປັນເຈົ້າຂອງເຂົາ
ແລະເວົ້າວ່າພວກເຂົາເປັນໄພ່ພົນຂອງເຮົາກໍຕາມ
3
ພວກເຂົາກໍປະຖິ້ມສິ່ງທີ່ດີງາມ
ດ້ວຍເຫດນິ້
ສັດຕຣູຂອງພວກເຂົາຈຶ່ງຈະໄລ່ຕິດຕາມໄປ
4
ໄພ່ພົນຂອງເຮົາໄດ້ເລືອກເອົາພວກກະສັດ
ກັບພວກຜູ້ນຳໂດຍປາສຈາກການເຫັນດີຈາກເຮົາ
ພວກເຂົາໄດ້ສ້າງຮູບເຄົາຣົບດ້ວຍເງິນແລະຄຳເພື່ອທຳລາຍເຂົາເອງ
5
ເຮົາບໍ່ຍອມຮັບເອົາຮູບງົວຄຳທີ່ຊາວກຸງຊາມາເຮັຽຂາບໄຫວ້
ເຮົາຄຽດແຄ້ນພວກເຂົາ
ສະນັ້ນ
ເຂົາຍັງຈະຖືກໂທດຢູ່ເຫິງປານໃດຫນໍ
6
ນາຍຊ່າງອິສຣາເອນໄດ້ສ້າງຮູບເຄົາຣົບ
ຮູບນັ້ນບໍ່ແມ່ນພຣະເຈົ້າ
ຮູບລູກງົວຂອງຊາວຊາມາເຣັຽຂາບໄຫວ້ຈະຖືກດັບສູນຫມຸ່ນທະລາຍໄປ
7
ເມື່ອພວກເຂົາຫວ່ານລົມ
ພວກເຂົາກໍເກັບກ່ຽວລົມພະຍຸ
ກົກເຂົ້າທີ່ບໍ່ເກີດຮ່ວງກໍໃຫ້ແປ້ງຫລືເຂົ້າຈີ່ບໍ່ໄດ້
ແຕ່ຖ້າມັນມີຮວງແລະເຮັດເຂົ້າຈີ່ໄດ້
ຊາວຕ່າງປະເທດກໍຈະກິນເສັຽ
8
ຊາວອິສຣາເອນທັງຫມົດຈະຖືກເຂົາກືນກິນແລະທຳລາຍເສັຽ
ບັດນີ້
ຊົນຊາດທັງຫລາຍຖືພວກເຂົາເປັນເຫມືອນໄຫແຕກທີ່ດື້ດ້ານເຫມືອນລໍປ່າແລະປະພຶດຕາມໃຈຂອງຕົນເອງ
9
ເຂົາທັງຫລາຍໄປຂໍຄວາມຊ່ອຍເຫລືອຈາກປະເທດອັສຊີເຣັຽ
ດັ່ງລາປ່າທີ່ທ່ອງທ່ຽວຕາມລຳພັງ
ເອຟຣາອິມໄດ້ຈ້າງຄົນຮັກມາ
10 ເຖິງແມ່ນວ່າເຂົາຈ້າງປະຊາຊາດອື່ນໃຫ້ເປັນພັນທະມິດ
ບໍ່ນານເຮົາຈະຕ້ອນເຂົາໃຫ້ຮວມກັນ
ເຂົາມີຄວາມຫວັງນ້ອຍຈາກຄຳຂອງກະສັດຈອມເຈົ້ານາຍ
11 ຊາວເອຟຣາອິມໄດ້ກໍ່ສ້າງ
ແທ່ນບູຊາສຳລັບລ້າງບາບຕື່ມຂຶ້ນເທົ່າໃດ ສະຖານທີ່ເຮັດບາບກໍຈະມີຕື່ມຂຶ້ນເທົ່ານັ້ນ
12 ເຣົາໄດ້ຂຽນພຣະທັມບັນຍັດຫລາຍໆຂໍ້ໄວ້ຈົນນັບບໍ່ຖ້ວນສຳລັບປະຊາຊົນ
ແຕ່ພວກເຂົາໄດ້ປະຖິ້ມເສັຽໂດຍຖືເປັນຂອງປະຫລາດແລະແປກປອມ
13 ພວກເຂົາມັກເຜົາສັຕຖວາຍບູຊາແລະກິນຊີ້ນນັ້ນ
ແຕ່ເຮົາຄືພຣະຜູ້ເປັນເຈົ້າບໍ່ພໍໃຈໃນການກະທຳເຊັ່ນນັ້ນ
ບັດນິ້ເຮົາຈະຈົດຈຳບາບລົງໂທດພວກເຂົາຍ້ອນການນິ້
ໂດຍຈະສົ່ງພວກເຂົາຄືນໄປຍັງປະເທດເອຢິບອີກ
14 ປະຊາຊົນອິສຣາເອນໄດ້ສ້າງພຣະຣາຊວັງທັງຫລາຍ
ແຕ່ພວກເຂົາໄດ້ລືມຜູ້ສ້າງຕົນເອງ
ປະຊາຊົນຢູດາກໍສ້າງນະຄອນທັງຫລາຍທີ່ມີກຳແພງປ້ອງກັນ
ເຮົາຈະສົ່ງໄຟມາເຜົາຜານນະຄອນແລະທຳລາຍພຣະຣາຊວັງພວກເຂົາຖິ້ມ”
1
ປະຊາຊົນອິສຣາເອນເອີຍ,
ຈົ່ງເຊົາສເລີມສລອງງານມະຫໍຣະສົບຕ່າງໆເຫມືອນຄົນຕ່າງຊາດເຄີຍປະຕິບັດມາ
ພວກເຈົ້າໄດ້ຫນີຈາກພຣະເຈົ້າຂອງຕົນ
ເຮັດບໍ່ສັດຊື່ຕໍ່ພຣະອົງ
ແລະໄດ້ຂາຍຕົວເອງໃຫ້ພຣະບາອານທົ່ວທັງປະເທດເຫມືອນຍິງໂສເພນີ
ພວກເຈົ້າຮັກແພງເຂົ້າທີ່ເຂົາຈ່າຍໃຫ້ເປັນຄ່າຕອບແທນ
2
ແຕ່ພວກເຈົ້າຈະບໍ່ມີເຂົ້າພໍກິນ
ບໍ່ມີນ້ຳມັນສົດແລະເຫລົ້າອະງຸ່ນ
3
ເຂົາທັງຫລາຍຈະບໍ່ເຫລືອຢູ່ໃນແຜ່ນດິນຂອງພຣະຜູ້ເປັນເຈົ້າ
ແຕ່ເອຟຣາອິມຈະຕ້ອງກັບຄືນໄປຍັງປະເທດເອຢິບ
ແລະຈະຕ້ອງໄດ້ກິນອາຫານທີ່ມີມົນທິນໃນປະເທດອັສຊີເຣັຽຢູ່ໃນດິນແດນຕ່າງປະເທດ
4
ພວກເຂົາຈະຖວາຍເຫລົ້າອະງຸ່ນຕໍ່ພຣະຜູ້ເປັນເຈົ້າບໍ່ໄດ້
ຫລືຈະບໍ່ສາມາດນຳເຄື່ອງເຜົາບູຊາໄປຖວາຍຕໍ່ພຣະອົງໄດ້
ຄົນທັງປວງທີ່ກິນອາຫານຂອງພວກເຂົາຈະມີມົນທິນ
ຈະເປັນເຫມືອນກິນອາຫານໃນພິທີສົບ
ອາຫານຂອງພວກເຂົາໃຊ້ສຳລັບກິນແກ້ຫີວເທົ່ານັ້ນຈະນໍາໄປຍັງພຣະວີຫານຂອງພຣະຜູ້ເປັນເຈົ້າບໍ່ໄດ້
5
ສະນັ້ນເມື່ອເຖິງມື້ເທສການກິນລ້ຽງຖວາຍພຣະຜູ້ເປັນເຈົ້າ
ພວກເຂົາຈະເຮັດແນວໃດເມື່ອໄພວິບັດມາເຖິງ
6
ປະຊາຊົນຈະແຕກກະຈັດກະຈາຍໄປຊາວເອຢິບຈະທ້ອນໂຮມພວກເຂົາຝັງໄວ້ໃນເມືອງເມມຟິສ
ກໍ່ຫຍ້າແລະຟຸ່ມຫນາມຈະປົກຫຸ້ມຊັບສົມບັດແລະບ້ານເຮືອນຂອງພວກເຂົາ
7
ເມື່ອໃດເວລາລົງໂທດໄດ້ມາເຖິງ
ເມື່ອນັ້ນປະຊາຊົນຈະໄດ້ສິ່ງທີ່ສົມຄວນຈະໄດ້ຮັບ
ອິສຣາເອນຈະຮູ້ຈັກມັນເມື່ອສີ່ງນັ້ນເກີດຂື້ນ
ເຈົ້າເວົ້າວ່າ,”
ຜູ້ປະກາດພຣະທັມຄົນນິ້ໂງ່
ຄົນທີ່ມີວິນຍານກໍບ້າ”
ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດກໍເພາະວ່າບາບຂອງພວກເຈົ້າມີຫລາຍທີ່ສຸດ
8
ພຣະເຈົ້າໄດ້ຊົງສັ່ງເຮົາມາໃນຖານະເປັນຜູ້ປະກາດພຣະທັມເຕືອນອິສຣາເອນໄພ່ພົນຂອງພຣະອົງ
ແຕ່ບ່ອນໃດກໍຕາມທີ່ເຮົາໄປພວກເຈົ້າກໍພຍາຍາມດັກຈັບເຮົາເຫມືອນດັກຈັບນົກໃນແຜ່ນດິນຂອງພຣະເຈົ້າເອງ
ປະຊາຊົນໄດ້ເປັນສັດຕຣູກັບຜູ້ປະກາດພຣະທັມ
9
ພວກເຂົາກະທຳຊົ່ວຮ້າຍຢ່າງຫມົດຫວັງເປັນຢ່າງດຽວກັນກັບທີ່ເມືອງກີເບອາ
ພຣະເຈົ້າຈະຊົງຈົດຈຳບາບແລະລົງໂທດພວກເຂົາ
ບາບແລະຜົນບາບຂອງຊາວອິສຣາເອນ
10 “ເຮົາພົບເຫັນອິສຣາເອນທຳອິດ
ເຂົາເປັນເຫມືອນເຄືອອະງຸ່ນທີ່ກຳລັງງອກຂຶ້ນໃນຖິ່ນກັນດານ
ແລະເມື່ອເຫັນບັນພະບຸຣຸດທັງຫລາຍຂອງພວກເຈົ້າທຳອິດກໍເຫັນເຂົາເປັນເຫມືອນຫມາກເດື່ອເລີ້ມສຸກທຳອິດໃນຣະດູການ
ແຕ່ເມື່ອພວກເຂົາມາເຖິງພູບາອານເປໂອຣ໌
ແລ້ວກໍເລີ້ມຂາບໄຫວ້ພຣະບາອານ
ເຮົາກຽດຊັງພວກເຂົາເທົ່າກຽດຊັງຮູບພຣະທີ່ເຂົາຮັກ
11 ຄວາມຍິ່ງໃຫຍ່ຂອງເອຟຣາອິມຈະບີນຫນີເຫມືອນນົກ
ຈະບໍ່ມີຜູ້ຍິງຖືພາແລະບໍ່ມີຜູ້ມາເກີດ
12 ຖ້າຫາກພວກເຂົາລ້ຽງລູກໄວ້ເຮົາກໍຈະເອົາຫນິເສັຽ
ຈະບໍ່ປ່ອຍໃຫ້ຜູ້ໃດມີຊີວິດຢູ່
ເມື່ອເຮົາປະຖິ້ມປະຊາຊົນເຫລົ່ານິ້ສິ່ງທີ່ຫນ້າຢ້ານຈະເກີດຂຶ້ນກັບພວກເຂົາ
13 ເຊື້ອສາຍຂອງເອຟຣາອິມ
ດັ່ງທີ່
ເຮົາເຫັນກໍຖືກກໍນົດໃຫ້ເປັນເຫຍື່ອ
ເອຟຣາອິມຕ້ອງນຳເຊື້ອສາຍຂອງຕົນໄປມອບໃຫ້ຜູ້ຂ້າ”
14 ຂ້າແດ່ພຣະຜູ້ເປັນເຈົ້າ
ຂ້າພຣະອົງຈະທູນຂໍໃຫ້ພຣະອົງປະທານສິ່ງໃດຫນໍແກ່ປະຊາຊົນພວກນິ້
ຂໍພຣະອົງຊົງໂຜດໃຫ້ມົດລູກຂອງເຂົາຕັນ
ແລະໃຫ້ຫົວນົມແຫ້ງ
ການພິພາກສາໂທດຂອງພຣະຜູ້ເປັນເຈົ້າໃນ
ອິສຣາເອນ
15 “ການທຳຊົ່ວທັງປວງຂອງພວກເຂົາໄດ້ເລິ້ມຕົ້ນທີ່ເມືອງກິນການ
ແມ່ນບ່ອນນັ້ນແຫລະທີ່ເຮົາເລິ້ມຕົ້ນກຽດຊັງພວກເຂົາ
ຍ້ອນວ່າເຂົາກະທຳຊົ່ວ
ເຮົາຈະຂັບໄລ່ພວກເຂົາອອກຈາກແຜ່ນດິນຂອງເຮົາ
ຈະບໍ່ຮັກແພງພວກເຂົາອີກ
ຜູ້ນຳທັງຫມົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ
16 ເອຟຣາອິມຖືກທຳລາຍເສັຽແລ້ວ
ເປັນເຫມືອນຮາກພືດທີ່ຕາຍແລ້ວ
ຊຶ່ງຈະບໍ່ເກີດຫມາກອີກ
ພວກເຂົາຈະບໍ່ມີລູກຫລານ
ແຕ່ຖ້າມີເຮົາກໍຈະຂ້າລູກຫລານທີ່ຮັກນັ້ນຖິ້ມເສັຽ”
ຜູ້ປະກາດພຣະທັມເວົ້າເຖິງອິສຣາເອນ
17 ພຣະເຈົ້າອົງທີ່ຂ້າພະເຈົ້າຮັບໃຊ້ຈະປະຖິ້ມໄພ່ພົນຂອງພຣະອົງ
ເພາະວ່າພວກເຂົາບໍ່ເຊື່ອຟັງພຣະອົງ
ແລະຈະກາຍເປັນຄົນພະເນຈອນຢູ່ໃນຖ້າມກາງຊົນຊາດທັງຫລາຍ
1
ປະຊາຊົນອິສຣາເອນເປັນເຫມືອນກົກອະງຸ່ນທີ່ມີຫມາກດົກ
ພວກເຂົາຮັ່ງມີຫລາຍຂຶ້ນເທົ່າໃດກໍສ້າງແທ່ນບູຊາຫລາຍຂຶ້ນເທົ່ານັ້ນ
ແຜ່ນດິນຂອງພວກເຂົາໄດ້ຜົນດີຂຶ້ນເທົ່າໃດກໍສ້າງເສົາສັກສິດສຳລັບຂາບໄຫວ້ໃຫ້ງາມຂຶ້ນເທົ່ານັ້ນ
ໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍການສໍ້ໂກງ
2
ບັດນິ້
ພວກເຂົາຈະຕ້ອງໄດ້ຮັບທຸກຍ້ອນບາບຂອງຕົນ
ພຣະເຈົ້າຈະຊົງມ້າງເພແທ່ນບູຊາແລະທຳລາຍເສົາສັກສິດຂອງພວກເຂົາຖິ້ມ
3
ອີກບໍ່ເຫິງປະຊາຊົນເຫລົ່ານິ້ຈະເວົ້າວ່າ,
“ພວກເຮົາບໍ່ມີກະສັດ
ເພາະວ່າພວກເຮົາບໍ່ຢຳເກງພຣະຜູ້ເປັນເຈົ້າ
ແຕ່ຖ້າມີກະສັດ
ທ່ານຈະເຮັດຫຍັງສຳລັບໃຫ້ພວກເຮົາໄດ້ແດ່?
4
ບໍ່ມີຫຍັງດອກນອກຈາກເວົ້າ
ກັບການໃຫ້ສັນຍາເທັດແລະບໍ່ມີປໂຍດ
ຄວາມຍຸດຕິທັມກໍກາຍເປັນອະຍຸດຕິທັມຊຶ່ງງອກງາມຂຶ້ນເຫມືອນພືດທີ່ມີພິດທົ່ວທັງປະເທດ”
5
ປະຊາຊົນທີ່ອາໄສຢູ່ໃນນະຄອນຊາມາເຣັຽ
ຈະຢ້ານກົວເປັນທຸກຍ້ອນວ່າສູນເສັຽຮູບງົວຄຳທີ່ເມືອງເບທາເວນ
ພວກເຂົາກັບພວກປະໂຣຫິດຜູ້ຮັບໃຊ້ຮຸບນັ້ນຈະໄວ້ທຸກແລະຮ້ອງຄາງ
ຍ້ອນວ່າຮູບນັ້ນສູນເສັຽຄຸນນະພາບເພາະຄຳທີ່ຫຸ້ມຫໍ່ກໍຖືກລອກອອກ
6
ຮູບນັ້ນຈະຖືກນໍາໄປຍັງປະເທດອັສຊີເຣັຽ
ເພື່ອເປັນເຄື່ອງບັນນາການແກ່ກະສັດອົງຍິ່ງໃຫຍ່
ເອຟຣາອິມຈະໄດ້ຮັບຄວາມເສື່ອມເສັຽ
ແລະອັບອາຍຂາຍຫນ້າຍ້ອນແຜນການທີ່ເຂົາປະພຶດນັ້ນ
7
ກະສັດຂອງຊາມາເຣັຽຈະດັບສູນໄປ
ເຫມືອນງ່າໄມ້ທີ່ຖືກນ້ຳພັດໄປບ່ອນທີ່ພວກອິສຣາເອນຂາບໄຫວ້ຮູບຈະຖືກທຳລາຍຖິ້ມ
8
ວິຫານສະຖານສູງຂອງເມືອງອາເວນ
ອັນເປັນບາບຂອງອິສຣາເອນຈະຕ້ອງຖືກທຳລາຍຕົ້ນໄມ້ແລະພືດທີ່ມີຫນາມຈະປົ່ງຂຶ້ນມາປົກຫຸ້ມແທ່ນບູຊາຂອງເຂົາ
ປະຊາຊົນຈະເວົ້າຕໍ່ພູທັງຫລາຍວ່າ,
“ຈົ່ງປິດບັງເຮົາໄວ້”
ແລະເວົ້າຕໍ່ພູນ້ອຍວ່າ,
“ຈົ່ງລົ້ມທັບເຮົາເສັຽ”
9
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ປະຊາຊົນອິສຣາເອນໄດ້ເຮັດບາບຕໍ່ສູ້ເຮົາຕັ້ງແຕ່ຄາວຢູ່ທີ່ເມືອງກີເບອາ
ດັ່ງນັ້ນ
ສົງຄາມຈຶ່ງຈະເກີດຂຶ້ນກັບພວກເຂົາທີ່ກີເບອາ
10 ເຮົາຈະໂຈມຕີແລະລົງໂທດຄົນບາບເຫລົ່ານິ້
ຊົນຊາດທັງຫລາຍຈະຮ່ວມກັນຕໍ່ສູ້ແລະລົງໂທດພວກເຂົາຍ້ອນຄວາມບາບຫນາສາໂຫດທີ່ພວກເຂົາໄດ້ກະທຳນັ້ນ
11 ເອຟຣາອິມເປັນເຫມືອນງົວນ້ອຍທີ່ຝຶກແອບດີແລ້ວ
ແລະສາມາດຢຽບເຂົ້າໄດ້ດີ
ແຕ່ເຮົາໄດ້ຕົກລົງໃຈເອົາແອກໃສ່ຄໍອັນງົດງາມຂອງມັນ
ເພື່ອໃຫ້ເອຟຣາອິມເຂົ້າທຽມແອກ
ຢູດາກໍຕ້ອງໄຖ
ຢາໂຄບຕ້ອງດຶງຄາດສຳລັບຕົນເອງ
12 ຈົ່ງປູກຄວາມຊອບທັມໄວ້ສຳລັບຕົນ
ແລ້ວຈົ່ງເກັບກ່ຽວຜົນຂອງຄວາມຮັກຫມັ້ນຄົງ
ເຈົ້າຈົ່ງຂຸດກົ່ນເອົາດິນໃຫມ່
ເພາະມັນເຖິງເວລາທີ່ເຈົ້າຈະສແວງຫາພຣະຜູ້ເປັນເຈົ້າ
ເພື່ອວ່າພຣະອົງຈະສະເດັດມາເທພຣະພອນລົງໃສ່ເຈົ້າ
13 ແຕ່ແທນທີ່ຈະເປັນດັ່ງນັ້ນ
ພວກເຈົ້າກັບປູກຄວາມຊົ່ວ
ແລະເກັບກ່ຽວຜົນຊົ່ວ
ພວກເຈົ້າໄດ້ຢູ່ໄດ້ກິນຍ້ອນການຕົວະ
ເພາະວ່າພວກເຈົ້າໄວ້ວາງໃຈໃນທາງປະພຶດ
ແລະໃນຈຳພວກທະຫານອັນຫລວງຫລາຍຂອງພວກເຈົ້າ
14 ສົງຄາມຈຶ່ງຈະເກີດຂຶ້ນກັບປະຊາຊົນຂອງເຈົ້າ
ປ້ອມທັງຫມົດຈະຖືກທຳລາຍ
ມັນຈະເປັນຄືກັນກັບມື້ກະສັດຊັນມານຮົບແລະທຳລາຍນະຄອນເບທາເບນນັ້ນ
ຈົນເປັນເຫດໃຫ້ພວກແມ່ຍິງແລະເດັກນ້ອຍຖືກບົດທຳລາຍໃຫ້ຫມົດກ້ຽງຕາຍຫມົດ
15 ຊາວເບັດເອນເອີຍ,
ສິ່ງນິ້ແຫລະຈະເກີດຂຶ້ນກັບພວກເຈົ້າ
ຍ້ອນຄວາມຊົ່ວອັນຮ້າຍແຮງທີ່ພວກເຈົ້າໄດ້ກະທຳ
ພໍສົງຄາມເລີ້ມລະເບີດຂຶ້ນກະສັດອິສຣາເອນກໍຈະຖືກຕັດຂາກເສັຽຫມົດສິ້ນ”
1
“ຄາວເມື່ອອິສຣາເອນຍັງເປັນເດັກນ້ອຍ
ເຮົາກໍຮັກແພງເຂົາ
ຕັ້ງແຕ່ຄາວເຮົານຳເຂົາອອກມາຈາກປະເທດເອຢິບ
ເຮົາໄດ້ເອີ້ນເຂົາວ່າບຸດຊາຍຂອງເຮົາ
2
ແຕ່ເມື່ອເຮົາຍິ່ງເອີ້ນພວກເຂົາມາຫາເຮົາຫລາຍເທົ່າໃດ
ເຂົາຍິ່ງຫນີຫ່າງຈາກເຮົາຫລາຍຂຶ້ນເທົ່ານັ້ນ
ໄພ່ພົນຂອງເຮົາໄດ້ຖວາຍສັຕບູຊາແກ່ພຣະບາອານ
ແລະໄດ້ເຜົ່າເຄື່ອງຫອມບູຊາຮູບເຄົາຣົບ
3
ເຮົານິ້ແຫລະ,
ທີ່ສອນເອຟຣາອິມໃຫ້ຍ່າງ
ແລະອຸ້ມພວກເຂົາ
ແຕ່ພວກເຂົາບໍ່ຍອມຮັບຮູ້ວ່າເຮົາເປັນຜູ້ລ້ຽງດູເຂົາ
4
ເຮົາໄດ້ໃຊ້ຄວາມອ່ອນຫວານແລະຄວາມຮັກເປັນເຄື່ອງຊັກຈູງໃຫ້ເຂົາມາຫາເຮົາ
ໄດ້ໂຊມເຂົາລຸກຂຶ້ນແລ້ວກອດແນບໃສ່ແກ້ມ
ແລະໄດ້ຖ່ອມຕົວລົງມາລ້ຽງດູເຂົາ
5
ພວກເຂົາຈະບໍ່ກັບຄືນໄປຍັງປະເທດເອຢິບອີກ
ແຕ່ວ່າກະສັດອັສຊີເຣັຽຈະປົກຄອງເຂົາ
ເພາະວ່າເຂົາປະຕິເສດບໍ່ຍອມຄືນໄປຫາເຮົາ
6
ສົງຄາມຈະທຳລາຍຫົວເມືອງແລະໄລປະຕູເມືອງຖິ້ມ
ມັນຈະລ້າງຜານໄພ່ພົນຂອງເຮົາດ້ວຍ
ເພາະວ່າພວກເຂົາໄດ້ເຮັດຕາມແນວທາງຊົ່ວ
7
ພວກເຂົາໄດ້ຫນີຈາກເຮົາໄປ
ເຫດສັນນັ້ນ
ພວກເຂົາຈຶ່ງຫນີຈາກຜົນຂອງການກະທຳນັ້ນບໍ່ໄດ້
ເຂົາຈະຮ້ອງໄຫ້ຍ້ອນແອກໃນຄໍ
ແລະຈະບໍ່ມີໃຜເອົາມັນອອກໃຫ້ເຂົາ
8
ໂອ
ເອຟຣາອິມເອີຍ,
ເຮັດແນວໃດເຮົາຈຶ່ງຈະເຊົາກ່ຽວຂ້ອງເຈົ້າໄດ້ ໂອ ອິສຣາເອນເອີຍ,
ຈະປະຖິ້ມເຈົ້າໄດ້ດ້ວຍວີທີໃດ
ຈະທຳລາຍເຈົ້າເຫມືອນເຮົາທຳລາຍເມືອງອັດມາໄດ້ບໍ
ຫລືຈະກະທຳຕໍ່ເຈົ້າເຫມືອນເຮົາກະທຳກັບເມືອງເຊບົວອິມນັ້ນບໍ່
ເຮົາຈະບໍ່ເຮັດດັ່ງນັ້ນດອກ
ຈິດໃຈເຮົາແສນກະວົນກະວາຍ
ເພາະວ່າສົງສານພວກເຈົ້າ
9
ຈະບໍ່ລົງໂທດພວກເຈົ້າດ້ວຍຄວາມຄຽດແຄ້ນ
ຈະບໍ່ທຳລາຍເອຟຣາອິມອິກ
ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າບໍ່ແມ່ນມະນຸດ
ເຮົາຄືຜູ້ບໍຣິສຸດທີ່ຢູ່ກັບເຈົ້າ
ຈະບໍ່ມາຫາພວກເຈົ້າດ້ວຍຄວາມຄຽດແຄ້ນ
10 ເຮົາຈະຮ້ອງກຳຮາບເຫມືອນສິງໃສ່ສັດຕຣູຂອງພວກເຂົາ
ໄພ່ພົນຂອງເຮົາຈະຕິດຕາມເຮົາໄປ
ພວກເຂົາຈະຟ້າວມາຫາເຮົາຈາກທິດຕາເວັນຕົກ
11 ມາຈາກປະເທດເອຢິບວ່ອງໄວເຫມືອນນົກ
ແລະມາຈາກອັສຊີເຣັຽເຫມືອນນົກເຂົາ
ເຮົາຈະນຳພວກເຂົາໄປຍັງບ້ານເຮືອນອີກ
ເຮົາຄືພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນິ້ແຫລະ”
ອິສຣາເອນແລະຢູດາຖືກລົງໂທດ
12 “ເອຟຣາອິມໄດ້ໃຊ້ການຕົວະແລະການຫລອກລວງປິດລອ້ມເຮົາ
ແລະຊາວຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່
ຄືຕໍ່ສູ້ຜູ້ທ່ຽງທັມ
ແລະບໍຣິສຸດ
1
ທຸກສິ່ງທີ່ເອຟຣາອິມໄດ້ກະທຳຕັ້ງແຕ່ເຊົ້າຈົນຮອດຄ່ຳນັ້ນລ້ວນແຕ່ບໍ່ມີປໂຍດ
ແລະເສັຽຫາຍທັງນັ້ນ
ການຕົວະ
ແລະການກະທຳທີ່ຮຸນແຮງໄດ້ມີເພີ້ມຂຶ້ນໃນທ່າມກາງພວກເຂົາ
ພວກເຂົາຜູກສຳພັນທະໄມຕຣິກັບອັສຊີເຣັຽ
ແລະຕິດຕໍ່ຊື້ຂາຍກັບເອຢິບ”
2
ພຣະຜູ້ເປັນເຈົ້າຊົງຟ້ອງຮ້ອງປະຊາຊົນຢູດາ ພຣະອົງຊົງລົງໂທດຢາໂຄບຍ້ອນຄວາມປະພຶດຂອງເຂົານັ້ນດ້ວຍ
ຈະຊົງຕອບແທນຜົນການກະທຳຂອງພວກເຂົາ
3
ເມື່ອຄາວຢາໂຄບບັນພະບຸຣຸດຂອງເຂົາຍັງຢູ່ໃນທ້ອງແມ່
ເຂົາຈັບສົ້ນຕີນອ້າຍຂອງຕົນ
ເມື່ອເຂົາໃຫຍ່ແລ້ວກໍສູ້ກັບພຣະເຈົ້າ
ແລະໄດ້ສູ້ກັບທູດຂອງພຣະເຈົ້າ
4
ເຂົາຕໍ່ສູ້ກັບທູດສວັນແລະມີໄຊຊະນະ
ເຂົາໄດ້ຮ້ອງໄຫ້ແລະທູນຂໍພຣະພອນ ພຣະເຈົ້າຈຶ່ງສະເດັດມາຫາຢາໂຄບທີ່ເບັດເອນ
ແລະຊົງກ່າວກັບເຂົາຢູ່ທີ່ນັ້ນ
5
ພຣະເຈົ້າແຫ່ງພົນໂຍທາ
ພຣະຜູ້ເປັນເຈົ້າເປັນພຣະນາມຂອງພຣະອົງ
6
ໂດຍພຣະອະນຸເຄາະຂອງພຣະເຈົ້າ
ເຈົ້າຈົ່ງກັບມາ
ຍຶດຄວາມຮັກຫມັ້ນຄົງ
ແລະຄວາມຍຸດຕິທັມໄວ້ໃຫ້ຫມັ້ນ
ແລະຄອຍຖ້າພຣະເຈົ້າຂອງເຈົ້າດ້ວຍ
ຄວາມອົດທົນ
ການພິພາກສາໂທດຄາວຕໍ່ໄປ
7
ເຂົາເປັນພໍ່ຄ້າ
ໃນມືຂອງເຂົາມີຊີງປອມແລະມັກສໍ້ໂກງ
ເຂົາຮັກທີ່ຈະບີບບັງຄັບ
8
ເອຟຣາອິມເວົ້າວ່າ,
“ຂ້າພະເຈົ້າຮັ່ງມີ
ເປັນຄົນໂຊກດີ
ແລະບໍ່ມີໃຜສາມາດຟ້ອງຂ້າພະເຈົ້າທີ່ຮັ່ງມີຍ້ອນຄວາມບໍ່ສັດຊື່ໄດ້”
ແຕ່ຊັບສົມບັດທັງຫມົດຂອງເຂົາບໍ່ພໍທີ່ຈະຊຳຮະຄວາມຜິດບາບທີເຂົາໄດ້ກະທຳໄວ້ແລ້ວນັ້ນ
9
ເຮົາເປັນພຣະຜູ້ເປັນເຈົ້າຂອງພວກເຈົ້າ
ຜູ້ຊຶ່ງນຳພວກເຈົ້າອອກຈາກເອຢິບ
ເຣົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຕູບຜ້າເຕັນອີກເຫມືອນເຄີຍຢູ່ຄາວເຮົາມາຫາພວກເຈົ້າໃນຖິ່ນກັນດານນັ້ນ
10 ເຮົາໄດ້ເວົ້າກັບພວກຜູ້ປະກາດພຣະທັມ
ແລະໄດ້ໃຫ້ເຂົາເຫັນນີມິດຫລາຍຢ່າງ
ບັດນິ້ເຮົາຈະນຳໄພວິບັດຜ່ານມາທາງຜູ້ປະກາດພຣະທັມ
11 ມີຄວາມຊົ່ວໃນກີເລອາດຈິງ
ເຂົາທັງຫລາຍກໍເປັນອະນິຈັງ
ເຂົາເອົາງົວເຖິກຖວາຍບູຊາໃນກິນການ
ດັ່ງນັ້ນແທ່ນບູຊາຂອງເຂົາຈະກາຍເປັນກອງຫີນຢູ່ໃນທົ່ງກວ້າງ”
12 (ຢາໂຄບຫນີໄປຍັງປະເທດອາຮາມ
ອິສຣາເອນໄດ້ທຳງານເພື່ອຈະໄດ້ເມັຽທີ່ນັ້ນ
ທ່ານລ້ຽງແກະເພື່ອໃຫ້ໄດ້ເມັຽ)
13 ພຣະຜູ້ເປັນເຈົ້າຊົງໃຊ້ຜູ້ປະກາດພຣະທັມຄົນນຶ່ງນຳຊາວອິສຣາເອນອອກຈາກຄວາມເປັນທາດໃນປະເທດເອຢິບ
ຊົງໃຊ້ຜູ້ປະກາດພຣະທັມຄົນນຶ່ງລ້ຽງດູພວກເຂົາ
14 ເອຟຣາອິມໄດ້ເຮັດໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດຢ່າງຂົມຂື່ນ
ພວກເຂົາສົມຄວນຕາຍຍ້ອນການທຳຊົ່ວນັ້ນ
ພຣະເຈົ້າຈະບໍ່ຊົງໃຫ້ອະພັຍເຂົາ
ຈະຊົງລົງໂທດທີ່ເຂົານຳຄວາມເສື່ອມເສັຽມາໃຫ້ພຣະອົງ
1
ເມື່ອເອຟຣາອິມເວົ້າດ້ວຍຕົວສັ່ນ
ພຣະອົງໄດ້ຊົງຮັບການຍົກຍ້ອງໃນອິສຣາເອນ
ແຕ່ເມື່ອເອຟຣາອິມໄດ້ກະທຳຜິດຍ້ອນຂາບໄຫວ້ພຣະບາອານ
ເຂົາຈະຕາຍຍ້ອນການກະທຳນິ້
2
ເພາະວ່າເຂົາຍັງດຳເນີນຢູ່ໃນທາງບາບ
ແລະຍັງຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້
ຄືຫລໍ່ຮູບເງິນໄວ້ບູຊາຕາມຄວາມຄິດຂອງມະນຸດ
ຮູບອັນນັ້ນເຮັດດ້ວຍມືຂອງມະນຸດ
ແລ້ວພວກເຂົາກໍເວົ້າວ່າ,
“ຈົ່ງຖວາຍເຄື່ອງເຜົາບູຊາແກ່ຮູບເຫລົ່ານິ້”
ເບິ່ງແມ໋,
ມະນຸດຈູບຮູບລູກງົວ
3
ດັ່ງນັ້ນ
ປະຊາຊົນເຫລົ່ານິ້ຈຶ່ງເຫມືອນນ້ຳຫມອກໃນເວລາເຊົ້າ
ຫລືເຫມືອນນ້ຳຄ້າງທີ່ຫາຍໄປຕັ້ງແຕ່ເຊົ້າ
ພວກເຂົາຈະເປັນເຫມືອນເຂົ້າລີບທີ່ລົມພັດມາຈາກລານຟາດເຂົ້າ
ແລະເຫມືອນຄວັນທີ່ອອກມາຈາກປ່ອງຢ້ຽມ
4
ເຮົາຄື ພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງເຈົ້າ
ຊຶ່ງໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ
ໃນເວລານັ້ນພວກເຈົ້າບໍ່ຮູ້ຈັກພຣະເຈົ້າອົງໃດນອກຈາກເຮົາ
ເຮົາເປັນພຣະຜູ້ຊ່ອຍໃຫ້ພົ້ນອົງດຽວຂອງພວກເຈົ້າ
5
ໄດ້ລ້ຽງດູພວກເຈົ້າໃນປະເທດແຫ້ງແລ້ງແລະຖິ່ນກັນດານ
6
ແຕ່ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນດີໄດ້ກິນອີ່ມບໍຣິບູນແລ້ວ
ພວກເຈົ້າກໍກາຍເປັນຄົນອວດດີຈອງຫອງ
ແລະລືມເຮົາ
7
ດ້ວຍເຫດນັ້ນ
ເຮົາຈຶ່ງຈະໂດດກັດພວກເຈົ້າເຫມືອນດັ່ງສິງ
ເຮົາຈະນອນຄອຍຢູ່ຕາມທາງໄປຂອງເຈົ້າເຫມືອນເສືອດາວ
8
ຈະຄຸບພວກເຈົ້າເຫມືອນຫມີທີ່ສູນເສັຽລູກຂອງມັນ
ຈະຈິກກິນພວກເຈົ້າທັນທີເຫມືອນສິງ
ແລະຈະຈີກພວກເຈົ້າອອກເປັນຕ່ອນໆເຫມືອນສັດປ່າຈີກ
9
ໂອ
ອິສຣາເອນເອີຍ,
ເຮົາຈະທຳລາຍພວກເຈົ້າແລ້ວແມ່ນໃຜຈະຊ່ອຍພວກເຈົ້າໄດ້
10 ພວກເຈົ້າໄດ້ຮ້ອງຂໍເອົາກະສັດ
ແລະພວກຜູ້ນຳ
ແຕ່ພວກເຂົາຈະຊ່ອຍພວກເຈົ້າໄດ້ຢ່າງໃດ
11 ເຮົາໄດ້ໃຫ້ພວກເຈົ້າມີກະສັດ
ແລະເອົາຫນິໄປເສັຽ
ກໍຍ້ອນຄວາມຮ້າຍຢ່າງຮຸນແຮງຂອງເຮົາ
12 ບາບແລະຄວາມຜິດຂອງເອຟຣາອິມໄດ້ບັນທຶກໄວ້ແລ້ວ
ການບັນທຶກນິ້ໄດ້ເກັບໄວ້ເປັນຢ່າງດີ
13 ຄວາມເຈັບປວດຂອງຍິງພວກອອກລູກຈະມາເຖິງເຂົາ
ແຕ່ເຂົາເປັນບຸດທີ່ໂງ່ຈ້າ
ດ້ວຍວ່າເຖິງເວລາແລ້ວ
ເຂົາກໍບໍ່ຍອມຄອດອອກມາ
14 ເຮົາຈະບໍ່ຊ່ອຍປະຊາຊົນນິ້ໃຫ້ພົ້ນຈາກພິພົບຄົນຕາຍ
ຫລືຊ່ອຍພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ
ໂອ ຄວາມຕາຍເອີຍ,
ຈົ່ງມາພ້ອມກັບໄພວິບັດຂອງເຈົ້າ
ໂອ
ພິພົບຄົນຕາຍເອີຍ,
ຈົ່ງມາພ້ອມກັບການທຳລາຍຂອງເຈົ້າ
ຄວາມເມດຕາເອັນດູໄດ້ຖືກປິດບັງໄວ້ພົ້ນສາຍຕາຂອງເຮົາແລ້ວ
15 ເຖິງແມ່ນເຂົາຈະອຸດົມສົມບູນຂຶ້ນເຫມືອນຫຍ້າ
ເຮົາກໍຈະສົ່ງລົມຮ້ອນຈາກແສງຕາເວັນອອກພັດມາຈາກຖິ່ນກັນດານ
ລົມນິ້ຈະເຮັດໃຫ້ນ້ຳສ້າງແລະນ້ຳພຸຂອງພວກເຂົາແຫ້ງຫມົດ
ມັນຈະພັດເອົາຂອງມີຄ່າທຸກສິ່ງໄປ
16 ຊາມາເຣັຽຕ້ອງຮັບໂທດຍ້ອນຄວາມຜິດຂອງຕົນ
ເພາະໄດ້ກະບົດຕໍ່ພຣະເຈົ້າຂອງເຂົາ
ເຂົາທັງຫລາຍຈະລົ້ມລົງດ້ວຍດາບ
ພວກເດັກນ້ອຍຈະຖືກໂຍນລົງດິນ
ແລະພວກແມ່ມານກໍຈະຖືກຂ້າດ້ວຍການຜ່າທ້ອງ”
1
ປະຊາຊົນອິສຣາເອນເອີຍ,
ຈົ່ງກັບຄືນມາຫາພຣະຜູ້ເປັນເຈົ້າຂອງເຈົ້າ
ບາບຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າຕຳສະດຸດລົ້ມລົງ
2
ຈົ່ງນຳຖ້ອຍຄຳມານຳ
ແລະກັບມາຫາພຣະເຈົ້າ
ຈົ່ງທູນພຣະອົງວ່າ,
“ຂໍຊົງໂຜດຍົກຄວາມຜິດບາບທັງຫມົດ
ຂໍຊົງຮັບສິ່ງດີ
ຂ້າພຣະອົງຈຶ່ງຈະນຳຜົນຮີມຝີປາກມາຖວາຍ
3
ອັສຊີເຣັຽບໍ່ເຄີຍຊ່ອຍພວກຂ້າພຣະອົງເລີຍ
ຣົດຮົບກໍໃຫ້ຄວາມຄຸ້ມຄອງພວກຂ້າພຣະອົງບໍ່ໄດ້
ພວກຂ້າພຣະອົງຈະບໍ່ກ່າວຕໍ່ຮູບບູຊາຂອງພວກຂ້າ
ພຣະອົງອີກວ່າ,
“ພຣະອົງເປັນພຣະເຈົ້າຂອງພວກຂ້າພຣະອົງ”
ພວກຂ້າພຣະອົງຂໍສາຣະພາບວ່າ
ພວກຂ້າພຣະອົງເປັນເຫມືອນລູກກຳພ້າ
ແຕ່ພຣະອົງຊົງເມດຕາຊ່ອຍເຫລືອພວກຂ້າພຣະອົງ
ພຣະຜູ້ເປັນເຈົ້າຊົງສັນຍາວ່າຈະໃຫ້
ອິສຣາເອນມີຊີວິດໃຫມ່
4
ເຮົາຈະນຳໄພ່ພົນຂອງເຮົາຄືນມາຫາເຮົາ
ຈະຮັກພວກເຂົາດ້ວຍສຸດຈິດສຸດໃຈ
ເພາະວ່າເຮົາເຊົາຮ້າຍພວກເຂົາແລ້ວ
5
ເຮົາຈະເປັນຄືຝົນທີ່ຕົກລົງມາຍັງດິນແຫ້ງຕໍ່ປະຊາຊົນອິສຣາເອນ
ພວກເຂົາຈະເບີກບານເຫມືອນ
ດອກໄມ້
ແລະຮາກຈະຢັ່ງລົງຢ່າງຫມັ້ນຄົງ
ຫມືອນກົກໄມ້ໃນປະເທດເລບານອນ
6
ພວກເຂົາຈະມີຊີວິດຢູ່ໃນຄວາມຈະເຣີນໃຫມ່ຈະຈົບງາມເຫມືອນກົກຫມາກກອກເທດ
ຈະມີກິ່ນຫອມເຫມືອນກົກສົນໃນປະເທດເລບານອນ
7
ຈະມີຊີວິດຢູ່ພາຍໄຕ້ຄວາມຄຸ້ມຄອງຂອງເຣົາອີກເທື່ອນຶ່ງ
ຈະອຸດົມສົມບູນເຫມືອນສວນອຸທະຍານ
ຈະມີຫມາກຫລາຍເຫມືອນກົກອະງຸ່ນ
ແລະມີຊື່ສຽງເຫມືອນເຫລົ້າອະງຸ່ນຂອງປະເທດເລບານອນ
8
ເອຟຣາອິມຈະບໍ່ກ່ຽວຂ້ອງກັບຮູບບູຊາອີກ
ເຮົາຈະຕອບສນອງຄຳອ້ອນວອນຂອງພວກເຂົາ
ຈະດູແລຮັກສາພວກເຂົາ
ຈະເປັນທີ່ກຳບັງແດດໃຫ້ພວກເຂົາເຫມືອນກົກໄມ້ທີ່ມີໃບຂຽວສົດ
ເຮົາເປັນບໍ່ເກີດແຫ່ງພອນທັງຫລາຍຂອງພວກເຂົາ
ຂໍ້ຄວາມສຸດທ້າຍ
9
ຂໍໃຫ້ຜູ້ສລາດທັງຫລາຍເຂົ້າໃຈສິ່ງທີ່ຂຽນໄວ້ນິ້
ໃຫ້ນຳເຂົ້າເຖິງໃຈ
ທາງຂອງພຣະຜູ້ເປັນເຈົ້ານັ້ນຖືກຕ້ອງ
ຜູ້ຊອບທັມທັງຫລາຍຍອມດຳເນີນຊີວິດຢູ່ຕາມທາງນິ້
ສ່ວນຄົນບາບທັງຫລາຍຈະຕຳສະດຸດລົ້ມ
ຍ້ອນວ່າເຂົາບໍ່ເຮັດຕາມທາງນິ້