| Haggai |
|
![]() |
|
ພຣະທັມຮັກກັຍ
ຮັກກັຍ
1
ໃນວັນທີ່ນຶ່ງ
ເດືອນທີ່ຫົກ
ປີທີ່ສອງແຫ່ງຣັຊການກະສັດດາຣີອຸສ
ພຣະຄຳຂອງພຣະຜູ້ເປັນເຈົ້າມາໂດຍທາງ
ຮັກກັຍ
ຜູ້ປະກາດພຣະທັມ
ເຖິງເຊຣຸບບາເບນ
ບຸດເຊອັນຕິເອນ
ຜູ້ວ່າຣາຊການເມືອງຢູດາ
ແລະເຖິງໂຢຊວຍ
ບຸດເຢໂຮຊາດັກມະຫາປະໂຣຫິດວ່າ,
2
“ພຣະຜູ້ເປັນເຈົ້າຈອມໂຍທາໄດ້ສັ່ງດັ່ງນີ້ວ່າ
ປະຊາຊົນເຫລົ່ານີ້ກ່າວວ່າ
ເວລາທີ່ຈະສ້າງພຣະວິຫານຂອງພຣະຜູ້ເປັນເຈົ້ານັ້ນຍັງບໍ່ມາເຖິງ”
3
ແລ້ວພຣະຄຳຂອງພຣະຜູ້ເປັນເຈົ້າຈຶ່ງມາເຖິງໂດຍທາງຮັກກັຍຜູ້ປະກາດພຣະທັມວ່າ,
4
ເຖິງເວລາແລ້ວຫລືທີ່ຕົວເຈົ້າເອງອາໄສຢູ່ໃນບ້ານທີ່ມີໄມ້ບຸ
ແຕ່ສ່ວນພຣະວິຫານນີ້ຖິ້ມພັງທະລາຍ
5
ເພາະສະນັ້ນ
ບັດນີ້ພຣະຜູ້ເປັນເຈົ້າຈອມໂຍທາຈຶ່ງກ່າວວ່າ
ຈົ່ງພິຈາຣະນາເບິ່ງວ່າເຈົ້າມີຄວາມເປັນຢູ່ຢ່າງໃດ?
6
ເຈົ້າຫວ່ານຫລາຍ
ແຕ່ກ່ຽວຫນ້ອຍ
ເຈົ້າຮັບປະທານ
ແຕ່ບໍ່ເຄີຍອີ່ມ
ເຈົ້າດື່ມ
ແຕ່ກໍບໍ່ເຄີຍຫາຍຢາກ
ເຈົ້ານຸ່ງຫົ່ມ
ແຕ່ກໍບໍ່ມີໃຜອຸ່ນ
ຜູ້ທີ່ໄດ້ຄ່າຈ້າງ
ກໍໄດ້ຄ່າຈ້າງມາໃສ່ຖົງທີ່ມີຮູ
7
“ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ
ຈົ່ງພິຈາຣະນາເບິ່ງວ່າເຈົ້າມີຄວາມເປັນຢູ່ຢ່າງໃດ?
8
ພຣະຜູ້ເປັນເຈົ້າກ່າວວ່າ
ຈົ່ງຂຶ້ນໄປທີ່ເນີນເຂົາ
ແລະນຳໄມ້ມາສ້າງພຣະວິຫານນັ້ນ
ແລະເຮົາຈະໄດ້ຮັບກຽດ
9
ເຈົ້າທັງຫລາຍຫວັງໄດ້ຫລາຍ
ແຕ່ກໍໄດ້ຫນ້ອຍ
ແລະເມື່ອເຈົ້ານຳຜົນມາບ້ານຂອງເຈົ້າ
ເຮົາກໍເປົ່າມັນໄປເສັຽ
ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ເປັນຫຍັງຈຶ່ງເປັນຢ່າງນັ້ນ
ກໍເພາະວິຫານຂອງເຮົາພັງທະລາຍຢູ່
ຝ່າຍເຈົ້າຕ່າງກໍສາລະວົນຢູ່ກັບເຣື່ອງບ້ານຂອງຕົນ
10 ເພາະສະນັ້ນ
ທ້ອງຟ້າທີ່ຢູ່ເຫນືອເຈົ້າຈຶ່ງຢັ້ງນ້ຳຄ້າງໄວ້ເສັຽ
ແລະໂລກກໍຍຶດພຶດຜົນຂອງມັນໄວ້ເສັຽ
11 ແລະເຮົາກໍເອີ້ນຄວາມແຫ້ງແລ້ງມາສູ່ແຜ່ນດິນແລະເນີນເຂົາ
ມາສູ່ເຂົ້າ
ເຫລົ້າອະງຸ່ນ
ແລະນ້ຳມັນມາສູ່ສິ່ງຕ່າງໆຊຶ່ງດິນອຳນວຍຜົນ
ສູ່ມະນຸດແລະສັດ
ແລະມາສູ່ຜົນງານຊຶ່ງມືກະທຳໄວ້”
12 ແລ້ວເຊຣູບບາເບນ
ບຸດເຊອັນຕິເອນ
ແລະໂຢຊວຍບຸດເຢໂຮຊາດັກມະຫາປະໂຣຫິດພ້ອມກັບປະຊາຊົນທັງປວງທີ່ເຫລືອຢູ່ໄດ້ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍ
ແລະຖ້ອຍຄຳຂອງຮັກກັຍຜູ້ປະກາດພຣະທັມ
ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍໄດ້ຊົງໃຊ້ທ່ານມາ
ແລະປະຊາຊົນກໍເກງກົວພຣະຜູ້ເປັນເຈົ້າ
13 ແລ້ວຮັກກັຍ
ທູດຂອງພຣະຜູ້ເປັນເຈົ້າຈຶ່ງກ່າວແກ່ປະຊາຊົນຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າວ່າ,
“ພຣະຜູ້ເປັນເຈົ້າກ່າວວ່າ
ເຮົາຢູ່ກັບເຈົ້າທັງຫລາຍ”
14 ແລະພຣະຜູ້ເປັນເຈົ້າຊົງເຣົ້າໃຈເຊຣຸບບາເບນບຸດເຊອັນຕິເອນ
ຜູ້ວ່າຣາຊການເມືອງຢູດາ
ແລະຊົງເຣົ້າໃຈຂອງໂຢຊວຍບຸດເຢໂຮຊາດັກ
ມະຫາປະໂຣຫິດ
ແລະເຣົ້າໃຈປະຊາຊົນທັງປວງທີ່ເຫລືອຢູ່ນັ້ນ
ເຂົາທັງຫລາຍກໍມາສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າຈອມໂຍທາ
ພຣະຜູ້ເປັນເຈົ້າຂອງເຂົາທັງຫລາຍ
15 ໃນວັນທີ່ຊາວສີ່ຂອງເດືອນນັ້ນໃນເດືອນທີ່ຫົກ
1
ໃນປີທີ່ສອງແຫ່ງຣັຊການກະສັດດາຣີອຸສ
ໃນວັນທີ່ຊາວເອັດ
ເດືອນທີ່ເຈັດ
ພຣະຄຳຂອງພຣະຜູ້ເປັນເຈົ້າມາໂດຍຜ່ານທາງຮັກກັຍ
ຜູ້ປະກາດພຣະທັມວ່າ
2
“ຈົ່ງກ່າວແກ່ເຊຣຸບບາເບນ
ບຸດເຊອັນຕິເອນ
ຜູ້ວ່າຣາຊການເມືອງຢູດາ
ແລະແກ່ໂຢຊວຍບຸດເຢໂຮຊາດັກ
ມະຫາປະໂຣຫິດ
ແລະແກ່ປະຊາຊົນທີ່ເຫລືອຢູ່ເຖີດວ່າ
3
“ໃຜແດ່ທີ່ເຫລືອຢູ່ໃນຖ້າມກາງພວກທ່ານນີ້
ທີ່ເຫັນພຣະວິຫານນີ້ຄັ້ງເມື່ອມີສະງ່າຣາສີເດີມນັ້ນ
ບັດນີ້ທ່ານເຫລົ່ານັ້ນເຫັນເປັນຢ່າງໃດ
ເບິ່ງແມ໋,
ແລ້ວປຽບກັນບໍ່ໄດ້ເລີຍແມ່ນບໍ່?”
4
ພຣະເຈົ້າກ່າວວ່າ
ໂອ
ເຊຣຸບບາເບນເອີຍ
ຈົ່ງກ້າຫານເຖີດ
ໂອ ໂຢຊວຍ
ບຸດເຢໂຮຊາດັກ
ມະຫາປະໂຣຫິດເອີຍ
ຈົ່ງກ້າຫານເຖີດ
ປະຊາຊົນທັງສິ້ນເອີຍ
ຈົ່ງກ້າຫານເຖີດ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ
ຈົ່ງທຳງານເຖີດເພາະເຮົາຢູ່າກັບເຈົ້າ
5
ຕາມຄຳສັນຍາຊຶ່ງເຮົາກະທຳໄວ້ກັບເຈົ້າ
ເມື່ອເຈົ້າທັງຫລາຍອອກຈາກປະເທດເອຢິບ
ວິນຍານຂອງເຮົາຢູ່ຖ້າມກາງເຈົ້າ
ຢ່າກົວເລີຍ
6
ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ
ອີກຫນ້ອຍນຶ່ງເຮົາຈະສັ່ນທ້ອງຟ້າແລະໂລກ
ທະເລແລະແຜ່ນດິນແຫ້ງ
ອີກເທື່ອນຶ່ງ
7
ເຮົາຈະສັ່ນປະຊາຊາດທັງສິ້ນ
ເພື່ອຊັບສົມບັດຂອງປະຊາຊາດທັງສິ້ນຈະໄດ້ເຂົ້າມາ
ເຮົາຈະບັນຈຸວິຫານນີ້ໃຫ້ເຕັມດ້ວຍສະງ່າຣາສີ
ພຣະເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ
8
ເງິນເປັນຂອງເຮົາ
ແລະທອງຄຳເປັນຂອງເຮົາ
ພຣະເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ
9
ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ
ແລະເຮົາຈະໃຫ້ເກີດຄວາມສົມບູນພູນສຸກໃນສະຖານທີ່ນີ້”
ຕຳຫນິຄວາມບໍ່ຊື່ສັດຂອງປະຊາຊົນ
10 ເມື່ອວັນທີ່ຊາວສີ່
ເດືອນທີ່ເກົ້າ
ໃນປີທີ່ສອງຂອງຣັຊການດາຣິອຸສ
ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຮັກກັຍຜູ້ປະກາດພຣະທັມວ່າ,
11 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ
ຈົ່ງຖາມບັນດາປະໂຣຫິດໃນທັມບັນຍັດເຖີດວ່າ
12 “ຖ້າຜູ້ໃດພັບຊາຍເສື້ອຄຸມທຳເປັນພົກຫໍ່ຊີ້ນບໍຣິສຸດໄປ
ຫາກວ່າຊາຍເສື້ອໂຕນັ້ນໄປຖືກເຂົ້າຫນົມປັງ
ຫລືແກງ
ຫລືເຫລົ້າອະງຸ່ນ
ຫລືນ້ຳມັນ
ຫລືອາຫານໃດໆສິ່ງນັ້ນຈະບໍຣິສຸດໄປດ້ວຍຫລືບໍ?”
ປະໂຣຫິດຕອບວ່າ,
“ບໍ່ບໍຣິສຸດ”
13 ແລ້ວຮັກກັຍຈຶ່ງຖາມວ່າ,
“ຖ້າຄົນນຶ່ງຄົນໃດທີ່ມົນທິນ
ເພາະໄປຖືກສົບມາ
ແລ້ວມາຖືກສິ່ງເຫລົ່ານີ້ເຂົ້າ
ສິ່ງເຫລົ່ານີ້ຈະມົນທິນໄປດ້ວຍຫລືບໍ່?”
ປະໂຣຫິດຕອບວ່າ,
“ສິ່ງເຫລົ່ານີ້ກໍມົນທິນໄປດ້ວຍ”
14 ຮັກກັຍຈຶ່ງຕອບວ່າ,
“ພຣະຜູ້ເປັນເຈົ້າວ່າ
ໃນສາຍຕາຂອງເຮົາ
ຊົນຊາດນີ້ເປັນຢ່າງນັ້ນ
ແລະປະຊາຊາດນີ້ກໍເປັນຢ່າງນັ້ນ
ຜົນງານທຸກຢ່າງທີ່ມືຂອງເຂົາກະທຳເປັນຢ່າງນັ້ນດ້ວຍ
ແລະສິ່ງໃດໆທີ່ເຂົາຖວາຍບູຊາທີ່ນັ້ນ
ກໍເປັນມົນທິນ
15 ບັດນີ້
ຈົ່ງພິຈາຣະນາເບິ່ງເຖີດວ່າ
ຕັ້ງແຕ່ວັນນີ້ເປັນຕົ້ນໄປຈະເກີດເຫດໃດຂື້ນ
ຄືກ່ອນທີ່ສີລາກ້ອນນຶ່ງຈະວາງຊ້ອນເທິງສີລາອີກກ້ອນນຶ່ງ
ທີ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ
16 ກ່ອນສິ່ງເຫລົ່ານີ້ເກີດຂຶ້ນ
ເມື່ອຜູ້ໃດມາຍັງກອງເຂົ້າຄິດວ່າຈະຕວງໄດ້ຊາວຖັງ
ກໍມີແຕ່ສິບຖັງ
ເມື່ອຜູ້ນຶ່ງມາເຖິງບໍ່ເກັບນ້ຳອະງຸ່ນ
ເພື່ອຕັກເອົາຫ້າສິບຖັງ
ກໍມີແຕ່ຊາວຖັງ
17 ພຣະຜູ້ເປັນເຈົ້າກ່າວວ່າ
ເຣົາໄດ້ໂຈມຕີເຈົ້າ
ແລະຜົນງານຂອງເຈົ້າດ້ວຍໃຫ້ເຂົ້າມ້ານ
ແລະເປັນໂມະ
ແລະດ້ວຍຫມາກເຫັບ
ແຕ່ເຈົ້າທັງຫລາຍບໍ່ມາຫາເຮົາ
18 ເບິ່ງແມ໋,
ຈົ່ງພິຈາຣະນາຕັ້ງແຕ່ວັນນີ້ເປັນຕົ້ນໄປ
ຄືວັນທີ່ຊາວສີ່
ເດືອນທີ່ເກົ້າ
ຄືຕັ້ງແຕ່ວັນທີ່ວາງຮາກຖານແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ
ຈົ່ງພິຈາຣະນາເບິ່ງ
19 ຍັງມີເຂົ້າຕົກຄ້າງຢູ່ໃນບຸງຫລື
ເຄືອອະງຸ່ນ
ຕົ້ນຫມາກເດື່ອ
ແລະຕົ້ນພິລາ
ກັບຕົ້ນຫມາກກອກເທດຍັງບໍ່ເກີດຫມາກຫລື?
ຕັ້ງແຕ່ວັນນີ້ເປັນຕົ້ນໄປ
ເຮົາຈະອວຍພອນແກ່ເຈົ້າ”
ພຣະສັນຍາຂອງພຣະເຈົ້າຊຶ່ງມີຕໍ່ເຊຣຸບບາເບນ
20 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຮັກກັຍເປັນຄັ້ງທີ່ສອງເມື່ອວັນທີ່ຊາວສີ່ຂອງເດືອນນັ້ນວ່າ,
21 ຈົ່ງເວົ້າກັບເຊຣູບບາເບນ
ຜູ້ວ່າຣາຊການເມືອງຢູດາວ່າ
ເຮົາກຳລັງຈະສັ່ນທ້ອງຟ້າ
ແລະໂລກຢູ່ແລ້ວ
22 ແລະເຮົາກຳລັງຈະຄວ່ຳພຣະທີ່ນັ່ງຂອງບັນດາຣາຊອານາຈັກ
ເຮົາກຳລັງຈະທຳລາຍເຫື່ອແຮງຂອງບັນດາຣາຊອານາຈັກແຫ່ງປະຊາຊາດຢູ່ແລ້ວ
ແລະຄວ່ຳຣົດຮົບກັບຜູ້ຂັບຂີ່ມ້າ
ແລະຜູ້ຂັບຂີ່ຈະຕ້ອງລົ້ມລົງ
ຄືທຸກຄົນຈະຕ້ອງລົ້ມລົງດ້ວຍດາບແຫ່ງມິດສະຫາຍຂອງເຂົາ
23 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ
ໃນວັນນັ້ນເຮົາຈະຮັບເຈົ້າ
ໂອ
ເຊຣຸບບາເບນ
ບຸດເຊອັນຕິເອນ
ຜູ້ຮັບໃຊ້ຂອງເຮົາເອີຍ
ພຣະຜູ້ເປັນເຈົ້າກ່າວວ່າ
ເຮົາຈະກະທຳເຈົ້າໃຫ້ເປັນດັ່ງແຫວນຕາ
ເພາະເຮົາໄດ້ເລືອກເຈົ້າໄວ້ແລ້ວ
ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ