Habakkuk ພຣະທັມ​ຮາ​ບາກ​ກຸກ

 

ພຣະທັມ​ຮາ​ບາກ​ກຸກ

 

1

2

3

 

ຮາ​ບາ​ກກຸກ

1.

1   ຕໍ່​ໄປ​ນີ້ ແມ່ນ​ຖ້ອຍ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຊົງສະ​ແດງ​ຕໍ່​ຜູ້​ປະ​ກາດ​ພຣະ​ທັມ ຮາ​ບາກ​ກຸກ

ຮາ​ບາ​ກກຸກ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ

2   ໂອ ພຣະ​ຜູ້​ເປັນ​ເຈົ້ ກ່ອນ​ພຣະ​ອົງ​ຈະ​ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ຈາກ​ການ​ທຳ​ລາຍ ຂ້າ​ພຣະ​ອົງ​ຈະ​ຕ້ອງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ​ອີກ​ດົນ​ປານ​ໃດ? ພຣະ​ອົງ​ຈຶ່ງ​ຈະ​ຮັບ​ຟັງ​ຂ້າ​ພຣະ​ອົງ

3   ເປັນ​ຫຍັງ​ພຣະ​ອົງ​ຈຶ່ງຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງພົບ​ພໍ້​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ​ເຄາະ​ເຂັນ​ເຊັ່ນ​ນິ້ ການ​ທຳ​ລາຍ ແລະ​ການ​ເຂັນ​ຂ້າ​ທາ​ລຸນຢູ່​ອ້ອມ​ຮອບ​ຂ້າ​ພຣະ​ອົງ ການ​ສູ້​ຮົບ​ຕົບ​ຕີ ແລະ​ການ​ທະ​ເລາະ​ວີ​ວາດ​ກັນ​ມີຢູ່ທົ່ວ​ທຸກ​ຫົນ​ທຸກ​ແຫ່ງ

4   ກົດ​ຫມາຍ​ຂາດ​ຄວາມ​ສັກ​ສິດ ແລະ​ໄຣ້​ປ​ໂຍດ ຄວາມ​ຍຸ​ດຕີ​ທັມ​ບໍ່​ເຄີຍ​ມີ​ເລີຍ ສະ​ນັ້ນ ຄົນ​ຊົ່ວ​ຈຶ່ງ​ໃຊ້​ອຳ​ນາດ​ຂົ່ມ​ເຫັງ​ຄົນ​ດີ ໂດຍ​ບິດ​ເບືອນ​ຄວາມ​ຍຸດ​ຕິ​ທັມ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ຄວາມ​ຮ້ອງ​ທຸ

5   ຕໍ່​ມາ ພຣະຜູ້​ເປັນ​ເຈົ້​ຊົງ​ເວົ້າ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ເບິ່ງ ຊົນ​ຊາດ​ທັງ​ຫລາຍ​ອ້ອມ​ແອ້ມ​ເຈົ້າ ແລະ​ເຈົ້າ​ຈະ​ປລາດ​ໃຈ​ຕໍ່​ສິ່ງ​ທີ່​ເຈົ້າ​ເຫັນ ເພາະ​ວ່າ​ໃນ​ສະ​ໄຫມ​ຂອ​ງ​ເຈົ້າ ເຮົາ​ຈະ​ໃຫ້​ບາງ​ສິ່ງ​ເກີດ​ຂຶ້ນ ແລະ​ເມື່ອ​ພວກ​ເຈົ້າ​ໄດ້​ຍິ​ນສິ່ງ​ນັ້ນ​ພວກ​ເຈົ້າ​ກໍ​ຈະ​ບໍ່​ເຊື່ອ

6   ເຮົາ​ພວມ​ນຳ​ຊາວ​ບາ​ບີ​ໂລນ​ຄື ພວກ​ທີ່​ໂຫດ​ຮ້າຍ​ແລະ​ໃຈ​ຮ້ອນ​ມາ​ໃຫ້​ມີ​ອຳ​ນາດ ພວກ​ມັນ​ກຳ​ລັງ​ອອກ​ໄປ​ຍຶດ ແລະ​ຄອບ​ຄອງປະ​ເທດ​ທັງ​ຫລາຍທົ່ວ​ໂລກ

7   ສ້າງ​ຄວາມ​ຫວາດ​ກົວ ແລະ​ຄວາມ​ອົນ​ລະ​ຫົນ​ຂຶ້ນ​ທົ່ວ​ໄປ ໂດຍ​ເປັນ​ຜູ້​ອອກ​ກົດ​ຫມາຍ​ແລະ​ໃຊ້​ກົດ​ຫມາຍ​ເອງ

8   ມ້າ​ຂອງ​ພວກ​ມັນ​ແລ່ນ​ໄວ​ກວ່າ​ເສືອ​ດາວ ແລະ​ຮ້າຍ​ກາດກວ່າ​ຫມາ​ໄນ​ທີ່​ຫິວ​ເຫຍື່ອ ທະ​ຫານ​ຂອງ​ພວກ​ມັນ​ຂີ່​ມ້າ​ຫອບ​ມາ​ແຕ່​ໄກ​ໆ​ໄວ​ເຫມືອນ​ແຫລວ​ເຈີ​ດ​ໄປ​ກິນ​ເຫຍື່ອ

9   ກອງ​ທັບ​ຂອງ​ພວ​ກ​ມັນ​ບຸກ​ເຂົ້າ​ຄອບ​ຄອງ​ຢ່າງ​ຮ້າຍກາດ ເມື່ອ​ມັນ​ບຸກ​ເຂົ້າ​ມາ​ໃກ້ ທຸກໆ​ຄົນ​ກໍ​ຢ້ານ​ກົວ​ຕົວ​ສັ່ນ​ຈົນ​ຂວັນ​ເສັຽ ຊະ​ເລີຍ​ທີ່​ມັນ​ຈັບ​ໄດ້​ມີ​ຫລາຍ​ເຫມືອນ​ດັ່ງ​ເມັດ​ຊາຍ ຊຶ່ງ​ບໍ່​ສາ​ມາດ​ຄະ​ນາ​ນັບ​ໄດ້

10 ພວກ​ມັນ​ດູ​ຖູກ​ບັນ​ດາ​ກະ​ສັດ ແລະ​ຫົວ​ເຍາະ​ເຍີ້ຍໃສ່​ບັນ​ດາ​ມະ​ຫາ​ເສ​ນາ​ອາ​ມາດ ບໍ່​ມີ​ປ້​ອມ​ປ້ອງ​ກັນ​ບ່ອນ​ໃດ​ສາ​ມາດ​ຕ້ານ​ທານ​ການ​ບຸ​ກລຸກ​ຂອງ​ພວກ​ມັນ​ໄດ້ ມັນ​ໃຊ້​ວິ​ທີ​ການ​ຍຶດ​ປ້ອມ ໂດຍກອງ​ດິນ​ຂຶ້ນ​ໃຫ້​ສູງ​ເທົ່າ​ປ້ອມ​ແລ້ວ​ກໍ​ເຂົ້າ​ຍຶດ

11 ເມື່ອ​ຍຶດ​ໄດ້​ແລ້ວ ພວກ​ມັນ​ກໍ​ກວາດ​ເອົາ​ສິ່ງຂອງ​ໄປ​ຫມົດ​ເຫມືອນ​ລົມ​ພັດ​ຜ່ານ​ເອົາ​ໄປ ຄົນ​ພວກ​ນິ້​ບູ​ຊາ​ອຳ​ນາດ​ຂອ​ງຕົນ​ເອງ

ຮາ​ບາ​ກກຸກ​ຮ້ອງ​ທຸກ​ຂໍ​ຄວາມ​ເປັນ​ທຳ

12 ໂອ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ເປັນ​ພຣະ​ເຈົ້​ຕັ້ງ​ແຕ່​ໃດໆ​ມາ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເປັນ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ແລະ​ອົງ​ຊົງ​ເປັນ​ຢູ່​ສືບໆ​ໄປ ໂອ ​ພຣະຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ອົງ​ປົກ​ປັກ​ຮັກ​ສາ​ຂອງ​ຂ້າ​ພຣະ​ອົງ​ ພຣະ​ອົງ​ໄດ້​ເລືອກ​ເອົາ​ພວກ​ບາ​ບິໂລນ ແລະ​ໄດ້​ທຳ​ໃຫ້​ພວກ​ມັນ​ມີ​ອຳ​ນາດ​ເພື່ອ​ລົງ​ໂທດ​ພວກ​ຂ້າ​ພຣະ​ອົງ

13 ແຕ່​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ມິດ​ງຽບ​ຢູ່​ໃນ ເມື່ອ​ພວກ​ມັນ​ທຳ​ຮ້າຍ​ຄົນ​ດີໆ​ກວ່າ​ພວກ​ມັນ?

14 ດ້ວຍ​ເຫ​ດໃດ ພຣະ​ອົງ​ຈຶ່ງ​ຖື​ປະ​ຊາ​ຊົນ​ເຫມືອນ​ປາ ແລະ​ເຫມືອນ​ສັດ​ເລືອ​ຄນ?

15 ຊາວ​ບາ​ບິໂລນ​ໄດ້​ຈັບ​ປ​ຊາ​ຊົນ​ເຫມືອນ​ຕຶກ​ເບັດ​ເອົາ​ປາ ພວກ​ເຂົາ​ເອົາ​ມອງກວາດ​ເອົາ​ປະ​ຊາ​ຊົນ​ເຫມືອນ​ລາກ​ປາ​ໃນ​ມອງ​ຂື້ນ​ມາ​ຈາກ​ນ້ຳ​ດ້ວຍ​ສຽງ​ໂຮ່ຮ້ອງ​ຍິນ​ດີ

16 ພວກ​ເຂົາ​ບູ​ຊາ​ມອງ ແລະ​ຖວາຍ​ເຄື່ອງ​ບະ​ບົນ​ໃຫ້​ມັນ ເພາະ​ວ່າ​ມອງ​ພາ​ໃຫ້​ພວກ​ເຂົາ​ໄດ້​ໃຊ້​ຊີ​ວິດ​ຢູ່​ຢ່າງ​ຟູມ​ເຟື່ອຍ

17 ພວກ​ເຂົາ​ຈະ​ໃຊ້​ດາບ​ທຳ​ຮ້າຍ​ຊົນ​ຊາດ​ຕ່າງໆ ໄຮ້​ຄວາມ​ເມດ​ຕາ ດັ່ງ​ນີ້​ຕ​ລອດ​ໄປ​ຫລື?

 

2. ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຄຳ​ຮ້ອງ​ທຸກ​ຂອງ​ຮາ​

ບາ​ກກຸກ

1   ຂ້າ​ພະ​ເຈົ້າ​ຈະ​ຂຶ້ນ​ໄປ​ຢືນ​ທີ່​ຫໍ​ຄອຍ ແລະ​ຖ້າ​ຊອມ​ເບິ່ງວ່າ ພຣະ​ຜູ້​ເປັນ​ເຈົ້​ຈະ​ເວົ້າ​ຫຍັງ​ຕໍ່​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພ​ເຈົ້າ​ຈະ​ໄດ້​ຮັບ​ຄຳຕອບ​ຢ່າງ​ໃດ​ຈາກ

ພຣະ​ອົງ​ກ່ຽວ​ກັບ​ການ​ຮ້ອງ​ທຸກ​ນັ້ນ

2   ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຄຳ​ຕອບ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ຂຽນ​ເຣື່ອງ​ທີ່​ເຮົ​ບອກ​ແກ່​ເຈົ້າ​ທາງ​ນີ​ມິດ​ໃສ່​ແຜ່ນ​ປ້າຍ ໃຫ້​ທຸກ​ຄົນ​ອ່ານ​ເຂົ້​ໃຈ​ໄດ້​ງ່າຍ​

3   ຂຽນ​ນີມິດ​ນິ້​ໄວ້ ກໍ​ເພາະ​ວ່າ​ສິ່ງ​ທີ່​ເຮົາບອກ​ມາ​ນັ້ນ​ຍັງ​ບໍ່​ເຖິງ​ເວ​ລາ​ທີ່​ຈະ​ເກີດ​ຂຶ້ນ​ເປັນ​ຈິງ​ມາເທື່ອ ແຕ່​ກຳ​ນົດ​ນັ້ນ​ຈະ​ມາ​ເຖິງ​ໃນ​ໄວໆ​ນິ້ ແລະ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ກັບ​ເຈົ້າ​ກໍ​ຈະ​ກາຍ​ເປັນ​ຈິງ ເຈົ້​ອາດ​ຈະ​ຄິດ​ວ່າ​ມັນ​ມາ​ຊ້າ​ແຕ່​ໃຫ້​ຄອຍ​ເບິ່ງ​ເທາະ ມັນ​ຈະ​ມາ​ຮອດ​ຕາມ​ເວ​ລາ​ທີ່​ເຮົາ​ໄດ້ກຳ​ນົດ​ໄວ້

4   ຍັງ​ຈະ​ບໍ່​ດົນດອກ ຂໍ້​ຄວາມ​ທີ່​ເຈົ້າ​ຂຽນ​ນັ້ນ​ມີ​ດັ່ງ​ນິ້​ຄື, “ຜູ້​ທີ່​ກະ​ທຳ​ຊົ່ວ​ຈະ​ບໍ່​ມີ​ຊີ​ວິດ ແຕ່​ຜູ້​ທີ່​ກະ​ທຳ​ດີ​ຈະ​ມີ​ຊີ​ວິດ ເພາະ​ວ່າ​ເຂົາ​ເຊື່ອ​ຟັງ​ພຣະ​ເຈົ້າ”

5   ຄວາມ​ມັ່ງ​ມີ​ເປັນ​ສິ່ງ​ຫລອກ​ລວງ ຄົນ​ພາໂລ​ຈອງ​ຫອງ ​ແລະ​ມີ​ໃຈ​ຢາກ​ໄດ້​ເຫມືອນ​ຄວາມ​ຢາກ​ຕາຍ​ທີ່​ບໍ່​ຮູ້​ຈັກ​ອີ່ມ​ເລີຍ ດັ່ງ​ນັ້ນ​ແຫລະ, ພວກ​ເຂົາ​ຈຶ່ງ

​ເຂົ້າ​ຄອບ​ຄອງ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ເພື່ອ​ຜົນ​ປ​ໂຍດ​ຂອງ​ພວກ​ເຂົາ

ເຄາະ​ກຳ​ຂອງ​ຄົນ​ຊົ່ວ​ມາ​ເຖິງ

6   ບັນ​ດາ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ​ຈະ​ບໍ່​ຍົກ​ຄຳ​ເຍີ້ຍ​ຫຍັນ​ກ່າວ​ຕໍ່​ເຂົາ​ຫລື ແລະ​ຍົກ​ສຸ​ພາ​ສິດ​ກ່າວ​ເຍາະ​ເຍີ້ຍເຂົາວ່າ, “ວິບັດ​ແກ່​ຜູ້​ທີ່​ສະ​ສົມ​ສິ່ງຂອງ​ທີ່​ບໍ່​ແມ່ນ​ຂອງ​ຕົນ​ໄວ້ (ຈະ​ທຳ​ແບບນີ້​ໄດ້​ດົນ​ປານ​ໃດ​ຫນໍ) ແລະ​ບັນທຸກ​ຂອງ​ທີ່​ຍຶດ​ເປັນ​ປະ​ກັນໄວ້​ເຕັມ​ຕົວ

7   ກ່ອນ​ພວກ​ເຈົ້າ​ຮູ້​ເມືອ ພວກ​ລູກ​ຫນິ້​ກໍ​ຈະ​ບຸກ​ມາບີບ​ບັງ​ຄັບ ແລ້ວ​ເອົາ​ເຄື່ອງ​ຄືນ​ໄປ ສັດ​ຕຣູ​ຈະ​ບຸກ​ເຂົ້າ​ມາ​ທຳໃຫ້​ພວກ​ເຈົ້າ​ຢ້ານ​ຈົນ​ຕົວ​ສັ່ນ​ຂວັນ​ເສັຽ ພວກ​ເຂົາ​ຈະ​ປຸ້ນ​ເອົາ​ຂອງ​ພວກ​ເຈົ້າ

8   ພວກ​ເຈົ້າ​ໄດ້​ປຸ້ນ​ປະ​ຊາ​ຊົນ​ທັງ​ຫລາຍ​ຄື ໄດ້​ຂ້າ​ແລະ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ຊາວ​ໂລກ​ແລະ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ ບັດ​ນິ້ ຜູ້​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ກໍ​ຈະ​ປຸ້ນ​ເຈົ້າຄື​ກັນ

9   ເຄາະ​ກຳ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ ພວກ​ເຈົ້າ​ໄດ້​ທຳ​ໃຫ້​ຄອບ​ຄົວ​ຮັ່ງ​ມີ​ເປັນ​ດີ​ຂຶ້ນ​ຍ້ອນ​ເຂັນ​ຂ້າ​ທາ​ລຸນ​ຄົນ​ອື່ນ ແລ້ວ​ພຍາ​ຍາມ​ທຳ​ໃຫ້​ຄອບ​ຄົວ​ຢູ່​ຢ່າງສ​ງົບ​ສຸກ​ແລະ​ປອດ​ພັຍ

10 ເລ່​ກົນ​ຂອງ​ພວ​ກ​ເຈົ້າ​ໄດ້​ນຳ​ຄວາມ​ອັບ​ອາຍ​ມາ​ສູ່​ຄອບ​ຄົວ​ຂ​ອງ​ພວກ​ເຈົ້າ​ແລ້ວ ການ​ທຳ​ລາຍ​ບັນ​ດາ​ຊົນ​ຊາດ​ຕ່າງໆ​ນັ້ນ​ມັນ​ກໍ​ເປັນ​ແຕ່​ພຽງ​ການ​ນຳ​ເອົາ​ຄວາມ​ຈິບ​ຫາຍ​ມາ​ສູ່ພວກ​ເຈົ້າ​ເອງ

11 ແມ່ນ​ແຕ່​ກ້ອນ​ຫີນໃນ​ກຳ​ແພງ​ກໍ​ຈະ​ຮ້ອງ​ດ່າ​ຕໍ່​ສູ້​ພວກ​ເຈົ້ ແລະ​ໄມ້​ກອນ​ເຮືອນ​ກໍ​ຈະ​ສົ່ງ​ສຽງ​ດັງ​ກຶກ​ກ້ອງ​ອອກ​ມາ

12 ເຄາະ​ກຳ​ຂອງ​ພວກ​ເຈົ້​ມາ​ເຖິງ​ແລ້ວ ພວກ​ເຈົ້າ​ວາງ​ຮາກ​ຖານ​ເມືອງ​ດ້ວຍ​ອາຊະຍາ​ກຳ ແລະ​ສ້າງ​ເມືອງ​ຂຶ້ນ​ດ້ວຍ​ຄາ​ຕະ​ກຳ

13 ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ທີ່​ພວກ​ເຈົ້​ເຂົ້າ​ຄອບ​ຄອງ​ເຮັດ​ວຽກ​ໄຮ້​ປ​ໂຍດ​ຊື່ໆ ເພາະ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ສ້າງ​ຂຶ້ນ​ນັ້ນ​ກໍ​ຖືກ​ໄຟ​ໄຫມ້​ຫມົດ ບໍ່​ໄດ້​ເປັນ​ເຊັ່ນ​ນີ້​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ດອກ​ຫລື?

14 ທະ​ເລ​ມີ​ນ້ຳ​ເຄັມ​ຢູ່​ສັນ​ໃດ ຄວາມ​ຮູ້​ກ່ຽວ​ກັບ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ເຕັມ​ຢູ່​ໃນ​ໂລກ​ນິ້​ສັນ​ນັ້ນ

15 ເຄາ​ກຳ​ຂອງ​ພວກ​ເຈົ້າ​ມາ​ເຖິງ​ແລ້ວ ເວ​ລາ​ພວກ​ເຈົ້າ​ໂກດ​ຮ້າຍ​ຫຍໍ້​ຫຍັນ​ເພື່ອນ​ບ້ານ ແລະ​ທຳ​ໃຫ້​ພວກ​ເຂົາ​ເຊື່ອມ​ເສັຽ ແລະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ

16 ພວ​ກ​ເຈົ້າ​ຈະ​ອັບ​ອາຍ​ຂາຍ​ຫນ້າ​ແທນ​ທີ່​ຈະ​ໄດ້​ຮັບ​ກຽດ​ຕິ​ຍົດ ພຣະ​ຜູ້​ເປັນ​ເຈົ້​ຈະ​ມອບ​ຈອກ​ຊຶ່ງ​ເປັນ​ການ​ລົງ​ໂທດ​ນິ້​ໃຫ້​ພວກ​ເຈົ້າ​ດື່ມ ແລ້ວ​ກຽດ​ຕິ​ຍົດ​ຂອງ​ພວກ​ເຈົ້າ​ກໍ​ຈະ​ເຊື່ອມ​ເສັຽ​ໄປ

17 ພວກ​ເຈົ້າ​ໄດ້​ຂ້າ​ສັດ​ປ່າ ແລະ​ບັດ​ນິ້​ສັດ​ນັ້ນ​ກໍ​ຈະ​ທຳ​ໃຫ້​ພວກ​ເຈົ້​ຢ້ານ ເຫດ​ການ​ເຫລົ່າ​ນີ້​ແຫລະ​, ຈະ​ເກິດ​ຂຶ້ນກໍ​ຍ້ອນ​ວ່າ ພວກ​ເຈົ້າ​ໄດ້​ຂ້າ ​ແລະ​ກົດ​ຂີ່​ຂົ່ມ​ເຫັງ​ຊາວ​ໂລກ ແລະ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ

18 ຮູບ​ເຄົາ​ຣົບ​ໃຫ້​ຜົນ​ປ​ໂຍດ​ຫຍັງ​ແດ່? ມັນ​ເປັນພຽງ​ແຕ່​ຮູບ​ທີ່​ມະ​ນຸດ​ຜູ້​ນຶ່ງ​ໄດ້​ເຮັດ​ຂຶ້ນ​ເທົ່າ​ນັ້ນ ແລະ​ກໍ​ບໍ່​ສ​ມາດບອກ​ຄວາມ​ຈິງ​ຕໍ່​ພວກ​ເຈົ້າ​ໄດ້​ ມັນ​ດີ​ແນວ​ໃດ?  ຜູ້​ສ້າງ​ຮູບ​ຈຶ່ງ​ປົງ​ໃຈ​ໃນ​ຮູບ​ທີ່​ປາກບໍ່​ໄດ້​ນັ້ນ

19 ເຄາະ​ກຳ​ພວກ​ເຈົ້​ມາ​ເຖິງ​ແລ້ວ ພວກ​ເຈົ້າ​ເວົ້າ​ຕໍ່​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ໋” ຫລື​ເວົ້າ​ຕໍ່​ກ້ອນ​ຫີນ​ວ່າ, “ຢືນ​ຂື້ນ​ແມ໋” ແຕ່​ຮູບ​ເຄົາ​ຣົບ​ນັ້ນ​ສອນ​ຫຍັງ​ແດ່? ຮູບ​ນັ້ນ​ຈະ​ໂອບ​ດ້ວຍ​ເງິນ​ຫລື​ຄຳ​ ແຕ່​ມັນ​ກໍ​ບໍ່​ມີ​ຊີ​ວິດ​ຈິດ​ໃຈ​ເລີຍ

20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທັບ​ຢູ່​ໃນ​ວິ​ຫານ​ອັນ​ສັກ​ສິດ ມະ​ນຸດ​ທຸກ​ຄົນ​ໃນ​ໂລກ​ນິ້​ຈົ່ງ​ມິດ​ງຽບ​ຢູ່​ຕໍ່​ຫນ້າ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ

 

3.

1   ຄຳ​ອ້ອນວອນ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ຮາ​ບາກກຸກ

ຄຳ​ອ້ອນວອນ​ຂອງ​ຮາ​ບາ​ກກຸກ

2   ໂອ ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ຍິນ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ທຳ ແລະ​ຂ້າ​ພຣະ​ອົງໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ເກງ​ກົວ ບັດ​ນິ້ ຂໍ​ຊົງ​ຮື້​ຟື້ນ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ອົງ​ຂຶ້ນ​ໃຫມ່ ໃນ​ເວ​ລາ​ທີ່​ພວກ​ຂ້າພຣະ​ອົງຍັງ​ມີ​ຊີ​ວິດ​ຢູ່ ຄື​ການ​ກະ​ທຳ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ເຄີຍ​ທຳ​ແຕ່​ສະ​ໄຫມ​ກ່ອນ ແມ່ນ​ວ່າ​ຍາມ​ພຣະ​ອົງ​ພຣະ​ພິ​ໂຣດ ຂໍ​ຊົງ​ເມດ​ຕາ​ແດ່​ຖ້ອນ

3   ພຣະ​ເຈົ້າ​ຈະ​ກັບ​ມາ​ຈາກ​ເມືອງ​ເອ​ໂດມ​ອີກ ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດຈະ​ມາ​ແຕ່​ພູ​ປາ​ຣານ ຄວາມ​ສງ່າ​ຣາ​ສີ​ຂອງ​ພຣະ​ອົງ​ປົກ​ຄຸມ​ທົ່ວ​ຟ້າ​ສວັນ ທົ່ວ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ການ​ສັ​ຣເສີນ​ພຣະ​ອົງ

4   ພຣະ​ອົງ​ສະ​ເດັດ​ມາ​ພ້ອມ​ແສງ​ສວ່າງ​ຂອງ​ຟ້າ​ແມບ​ເຫລື້ອມ ພຣະ​ຫັດ​ຂອງ​ພຣະ​ອົງ​ມີ​ແສງ​ເຫລື້ອມ​ມາບໆ ຊຶ່ງ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ໄດ້​ເຊື່ອງ​ໄວ້​ໃນ​ທີ່​ນັ້ນ

5   ພຣະ​ອົງ​ໃຫ້​ໂຣກ​ລະ​ບາດ​ມາ​ກ່ອນ ແລະ​ໃຫ້​ຄວາມ​ຕາຍ​ມາ​ຕາມ​ຫລັງ

6   ເມື່ອພຣະ​ອົງ​ຊົງ​ຢຸດ​ໂລກ​ກໍ​ເກີດ​ຫວັ່ນ​ໄຫວ ເມື່ອພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ບັນ​ດາ​ຊົນ​ຊາດ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ​ຂວັນ​ເສັຽ ບັນ​ດາ​ພູ​ເຂົາ​ທີ່​ຫມັ້ນ​ຄົງ​ກໍ​ແຕກ​ສ​ລາຍ​ໄປ ແລະ​ເນີນ​ພູ​ທີ່​ຕັ້ງ​ຢູ່​ຕ​ລອດ​ການກໍ​ຍຸບ​ລົງ ຄື​ເນີນ​ພູ​ບ່ອນ​ທີ່​ພຣະ​ອົງ​ໄດ້​ຍ່າງ​ແຕ່​ສະ​ໄຫມ​ດຶກ​ດຳ​ບັນ

7   ຂ້າ​ພຣະ​ອົງ​ໄດ້​ເຫັນ​ພົນ​ລະ​ເມືອງ​ກູ​ຊານ​ຢ້ານ​ກົວ ແລະ​ພົນ​ລະ​ເມືອງ​ມີ​ດີ​ອານ​ຕົວ​ສັ່ນ​ຂວັນ​ເສັຽ

8   ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ຊົງ​ຣົດ​ມ້າ​ທີ່​ເປັນ​ເຝື້​ອຜ່ານ​ໄປ​ທ່າມ​ທາງ​ກ້ອນ​ເມກ ເພື່ອ​ນຳ​ຊັຍ​ຊະນະ​ມາ​ສູ່​ໄພ່​ພົນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ແມ່​ນ້ຳ​ຫລື  ຫລື​ວ່າ​ຊົງ​ກີ້ວ​ໂກດ​ນ້ຳ​ທະ​ເລ

9   ພຣະ​ອົງ​ຊົງ​ພ້ອມ​ທີ່​ຈະ​ໃຊ້​ຫນ້າ​ທະ​ນູ​ຂອງ​ພຣະ​ອົງ​ທຸກ​ເວ​ລາ ລູກ​ຫນ້າ​ຂອງ​ພຣະ​ອົງ​ກໍ​ເຕັມ​ບັ້ງ​ຢູ່​ສ​ເມີ ຟ້າ​ຜ່າ​ແຍກ​ແຜ່ນ​ດິນ​ໂລກ​ອອກ​ຈາກ​ກັນ​ໄດ້

10 ເມື່ອ​ພູ​ເຂົາ​ທັງ​ຫລາຍ​ໄດ້​ເຫັນ​ພຣະ​ອົງ​ກໍ​ສັ່ນ​ສະ​ເທືອນ ແລ້ວ​ຝົນ​ກໍ​ຫລັ່ງ​ລົງ​ຈາກ​ທ້ອງ​ຟ້າ ນ້ຳ​ຢູ່​ໃຕ້​ພື້ນ​ພິ​ພົບ​ກໍ​ຊັດ​ຂື້ນ​ສຽງ​ດັງ​ສ​ນັ່ນ ແລະ​ຟອງຂອງ​ມັນ​ກໍ​ຟົ້ງ​ຂຶ້ນ​ສູງ

11 ດວງ​ຕາ​ເວັນ​ແລະ​ດວງ​ເດືອນ​ຍັງ​ຢູ່​ກັບ​ບ່ອນ​ຂອງ​ມັນ ເມື່ອ​ແສງ​ແວວ​ວາບ​ຂອງ​ທະ​ນູ ແລະ​ແສງ​ສະ​ທ້ອນ​ຂອງ​ຫອກ​ຂອງ​ພຣະ​ອົງ​ພຸ້ງ​ຜ່ານ​ໄປ

12 ພຣະ​ອົງ​ສະ​ເດັດ​ເທິງ​ໂລກ​ດ້ວຍ​ຄວາມ​ພິ​ໂຣດ ແລະ​ຢຽບ​ຢ່ຳ​ຊົນ​ຊາດ​ທັງ​ຫ​ລາຍ​ດ້ວຍ​ຄວາມ​ກິ້ວ​ໂກດ

13 ພຣະ​ອົງ​ສະ​ເດັດ​ອອກ​ໄປ​ຊ່ອຍ​ໄພ່​ພົນ ແລະ​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ພຣະ​ອົງ​ຊົງ​ທຳ​ລາຍ​ຜູ້​ນຳ​ຂອງ​ຄົນ​ຊົ່ວ ແລະ​ລ້າງ​ຜານ​ພັກ​ພວກ​ຂອງ​ມັນ​ຈົນ​ຫມົດ​ກ້ຽງ

14 ລູກ​ຫນ້າ​ທະ​ນູ​ຂອງ​ພຣະ​ອົງ​ແທງ​ຫົວ​ຫນ້າ​ນັກ​ຮົບ​ຂອງ​ເຂົາ ຊຶ່ງ​ບຸກ​ເຂົ້າ​ມາ​ເຫມືອນ​ລົມ​ພະ​ຍຸ​ພັດ ແລະ​ເຫມືອນ​ຄົນ​ມັກ​ຂົ່ມ​ເຫັງ​ຄົນ​ຍາກ​ຈົນ​ຢ່າງ​ລັບໆ ເພື່ອ​ທຳໃຫ້​ພວກ​ເຮົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ

15 ມ້າ​ຂອງ​ພຣະ​ອົງ​ຢຽບ​ຢ່ຳ​ນ້ຳ​ທະ​ເລ ນ້ຳ​ເລິກ​ແລະ​ກວ້າງ​ອັນ​ມະ​ຫາ​ສານ​ຟົດ​ຟຸ້ງ​ຂຶ້ນ

16 ເມື່ອ​ຂ້າ​ພຣະ​ອົງ​ໄດ້​ຍິນ​ເຣື່ອງ​ເຫລົ່າ​ນີ້ ຂ້າ​ພຣະ​ອົງ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ​ຂວັນ​ເສັຽ ຮິມ​ສົບ​ຂອງ​ຂ້າພຣະ​ອົງ​ກໍ​ສັ່ນ​ດ້ວຍ​ຄວາມ​ຢ້ານ ຕົນ​ຕົວ​ຂອງ​ຂ້າ​ພຣະ​ອົງສັ່ນ​ຄອນ​ໄປ ແລະ​ຕີນ​ຂອງ​ຂ້າ​ພຣະ​ອົງ​ກໍ​ເຕະ​ສະ​ດຸດ ຂ້າ​ພຣະ​ອົງຈະ​ລໍ​ຄອຍ​ວັນ​ແຫ່ງ​ພຣະ​ອົງ​ຈະ​ມາ​ຢ່າງ​ມິດໆ ວັນ​ຊຶ່ງ​ພຣະ​ເຈົ້າ​ຈະ​ລົງ​ໂທດ​ຜູ້​ທີ່​ໂຈມ​ຕິ​ພວກ​ຂ້າພຣະ​ອົງ

17 ເຖິງ​ແມ່ນ​ວ່າ​ຕົ້ນ​ຫມາກ​ເດື່ອ​ບໍ່​ມີ​ຫມາກ ແລະ​ຕົ້ນ​ຫມາກອະ​ງຸ່ນ​ບໍ່​ມີ​ຮວງ ກົກ​ຫມາກກອກ​ເທດ​ບໍ່​ມີ​ຜົນ ແລະ​ທົ່ງ​ນາ​ບໍ່​ມີ​ເຂົ້າ ເຖິງ​ແມ່ນ​ວ່າ ແກະ​ໃນ​ຝູງ​ຈະ​ຕາຍ​ຫມົດ ແລະ​ຄອກ​ງົວ​ເປົ່​ວ່າງ

18 ຂ້າ​ພຣະ​ອົງຍັງ​ຈະ​ຊົມ​ຊື່ນ​ປິ​ຕິຍິນ​ດີ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້​ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພຣະ​ອົງ

19 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ເຫື່ອ​ແຮງ​ໃຫ້​ຂ້າ​ພຣະ​ອົງ ພຣະ​ອົງ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ແລ່ນ​ໄວ​ເຫມືອນກວາງ ແລະ​ໃຫ້​ຂ້າ​ພຣະ​ອົງຍ່າງ​ເທິງ​ພູ​ຢ່າງ​ປ​ອດ​ພັຍ