| Genesis ພຣະທັມປະຖົມມະການ |
go back/ກັບຄືນ
|
![]() |
|
ປະຖົມມະການ
(ປຖກ 2:4-9;
ໂຢບ 38:4-11; ຢຮ 1:1-5)
1 ເມື່ອພຣະເຈົ້າຊົງເລີ້ມຕົ້ນນິລະມິດສ້າງແຜ່ນດິນ
ແລະສັພສິ່ງໃນທ້ອງຟ້ານັ້ນ
2
ໂລກບໍ່ທັນມີຮູບຮ່າງເທື່ອ
ຄວາມມືດຫຸ້ມຫໍ່
ມະຫາສະຫມຸດອັນກ້ວາງໃຫຍ່ໄພສານ
ແລະພຣະວິນຍານຂອງພຣະເຈົ້າຊົງເວີ່ນວຽນຢູ່ເທິງນ້ຳ
3
ພຣະເຈົ້າຊົງສັ່ງວ່າ,
“ໃຫ້ແສງສວ່າງເກີດມີຂຶ້ນ”
ແສງສວ່າງກໍມີຂຶ້ນ
4
ພຣະອົງຊົງທອດພຣະເນດແສງສວ່າງດ້ວຍຄວາມພໍພຣະທັຍ
5
ດັ່ງນັ້ນ
ຈຶ່ງຊົງແຍກແສງສວ່າງອອກຈາກມືດ
ພຣະອົງຊົງເອີ້ນແສງສວ່າງນັ້ນວ່າ
“ກາງເວັນ”
ແລະຊົງເອີ້ນມືດນັ້ນວ່າ
“ກາງຄືນ”
ມື້ຄືນຜ່ານໄປແລະມື້ເຊົ້າຕ່າວມາ
ແມ່ນມື້ທີ່ນຶ່ງ
6
ຕໍ່ມາ
ພຣະເຈົ້າຊົງສັ່ງວ່າ
“ໃຫ້ມີວົງໂຄ້ງແຍກນ້ຳອອກຈາກກັນເປັນສອງສ່ວນ
7
ຄື:
ນ້ຳຢູ່ເທິງວົງໂຄ້ງແລະນ້ຳຢູ່ລຸ່ມວົງໂຄ້ງ”
ແລ້ວສິ່ງນັ້ນກໍເກີດມີມາ
8
ດັ່ງນັ້ນ
ພຣະເຈົ້າຊົງເຮັດວົງໂຄ້ງ
ແລະຊົງເອີ້ນວົງໂຄ້ງນັ້ນວ່າ
“ຟ້າ”
ມື້ຄືນຜ່ານໄປແລະມື້ເຊົ້າຕ່າວມາ
ແມ່ນມື້ທີ່ສອງ
9
ຕໍ່ມາອີກ
ພຣະເຈົ້າຊົງສັ່ງວ່າ,
“ໃຫ້ນ້ຳທີ່ຢູ່ລຸ່ມທ້ອງຟ້າໂຮມເຂົ້າກັນຢູ່ບ່ອນດຽວ
ເພື່ອໃຫ້ມີວັດຖຸແຫ້ງປາກົດຂຶ້ນ”
ແລ້ວສິ່ງນັ້ນກໍເກີດມາ
10 ພຣະອົງຊົງເອີ້ນວັດຖຸແຫ້ງນັ້ນວ່າ
“ແຜ່ນດິນ”
ແລະຊົງນ້ຳທີ່ໂຮມກັນນັ້ນວ່າ
“ມະຫາສະຫມຸດ”
ພຣະອົງຊົງຊົມສິ່ງທີ່ນີລະມິດສ້າງຂຶ້ນມາແລ້ວນັ້ນກໍຊົງພໍພຣະທັຍ
11 ຈຶ່ງຊົງສັ່ງວ່າ,
“ໃຫ້ແຜ່ນດິນເກີດພືດທຸກຊະນິດ
ທັງແນວເປັນເມັດແລະແນວເປັນຫມາກ”
ແລ້ວສິ່ງນັ້ນກໍເກີດມີມາ
11 ດັ່ງນັ້ນ
ພືດທຸກຊະນິດຈຶ່ງເກີດມີຂຶ້ນຕາມທີ່ພຣະອົງຊົງສັ່ງ
ພຣະອົງຊົງທອດພຣະເນດສິ່ງທີ່ຊົງນິລະມິດສ້າງກໍຊົງພໍພຣະທັຍ
12 ມື້ຄືນຜ່ານໄປ
ແລະມື້ເຊົ້າຕ່າວມາ
ແມ່ນມື້ທີ່ສາມ
13 ຕໍ່ມາ
ພຣະເຈົ້າຊົງສັ່ງວ່າ,
“ໃຫ້ມີດວງແຈ້ງໃນທ້ອງຟ້າ
ແຍກກາງເວັນແລະກາງຄືນ
ແລະໃຫ້ກຳນົດເວລາຂອງມື້
ຂອງປີ
ແລະຂອງຣະດູການ
14 ພ້ອມທັງສົ່ງແສງລົງມາເທິງແຜ່ນດິນໂລກ
ແລ້ວສິ່ງນັ້ນກໍເກີດມີມາ
15 ດັ່ງນັ້ນ
ພຣະເຈົ້າຈຶ່ງຊົງສ້າງດວງແຈ້ງໃຫຍ່ສອງດວງ
ຄືດວງຕາເວັນ
ສຳລັບຄອບຄອງກາງເວັນ
ແລະດວງຈັນສຳລັບຄອບຄອງກາງຄືນ
ພຣະອົງຍັງໄດ້ຊົງສ້າງຫມູ່ດວງດາວຕ່າງໆອີກ
16 ພຣະອົງໄດ້ຕັ້ງດວງຕາເວັນ
ດວງຈັນ ແລະດວງດາວຕ່າງໆທີ່ຢູ່ເທິງຟ້າໃຫ້ສົ່ງແສງສວ່າງລົງມາສູ່ແຜ່ນດິນໂລກ
17 ເພື່ອກໍານົດກາງເວັນກາງຄືນ
ແລະແຍກແສງສວ່າງອອກຈາກມືດ
ພຣະອົງຊົງທອດພຣະເນດສິ່ງທີ່ນິລະມິດກໍຊົງພໍພຣະທັຍ
18 ມື້ຄືນຜ່ານໄປ
ແລະມື້ເຊົ້າຕ່າວມາ
ແມ່ນມື້ທີ່ສີ່
19 ແລ້ວຕໍ່ມາ
ພຣະອົງຊົງສັ່ງວ່າ,
“ໃຫ້ສັດຫລາຍແນວເກີດຂຶ້ນໃນນ້ຳແລະໃຫ້ມີນົກບິນໄປມາໃນທ້ອງຟ້າອາກາດ”
ແລ້ວກໍໄດ້ເປັນດັ່ງນັ້ນ
20 ສະນັ້ນ
ພຣະເຈົ້າຈຶ່ງຊົງນິລະມິດສ້າງສັດທະເລຂະຫນາດໃຫຍ່ແລະສິ່ງທີ່ມີຊີວິິດທຸກຊະນິດເກີດຂຶ້ນມາໃນນ້ຳ
ແລະຊົງສ້າງນົກທຸກຊະນິດໃນທ້ອງຟ້າອາກາດ
ພຣະອົງຊົງທອດພຣະເນດສິ່ງທີ່ນິລະມິດສ້າງກໍຊົງພໍພຣະທັຍ
21 ແລ້ວຊົງອວຍພອນແກ່ສັດເຫລົ່ານັ້ນວ່າ,
“ຈົ່ງອອກແມ່ແຜ່ລູກໃຫ້ເຕັມມະຫາສະຫມຸດ
ແລະໃຫ້ມີຝູງນົກແຜ່ຜາຍຂະຫຍາຍພັນຫລາຍຂຶ້ນເທິງແຜ່ນດິນໂລກ”
22 ມື້ຄືນຜ່ານໄປ
ແລະມື້ເຊົ້າຕ່າວມາ
ແມ່ນມື້ທີ່ຫ້າ
23 ຄັນຕໍ່ມາ
ພຣະເຈົ້າຊົງສັ່ງອີກວ່າ,
“ໃຫ້ສັດຕ່າງຄືສັດບ້ານ
ສັດປ່າ ແລະສັດເລືອຄານເກີດມີຂຶ້ນທົ່ວໂລກ”
ແລ້ວສິ່ງນັ້ນກໍເກີດມີມາ
24 ດັ່ງນັ້ນ
ພຣະເຈົ້າຈຶ່ງຊົງນິລະມິດສ້າງສັດບ້ານ
ສັດປ່າ
ແລະສັດເລືອຄານທຸກຊະນິດ
ພຣະອົງຊົງທອດພຣະເນດສັດເຫລົ່ານັ້ນ
ກໍຊົງພໍພຣະທັຍ
25 ຄັນແລ້ວ
ພຣະເຈົ້າຈຶ່ງຊົງກ່າວວ່າ,
“ບັດນີ້ເຮົາຈະສ້າງມະນຸດໃຫ້ມີຮູບຮ່າງຄ້າຍຄືເຮົາເອງ
ເຂົາຈະມີອຳນາດເຫນືອກວ່າປາ
ນົກ ສັດປ່າ
ແລະສັດເລືອຄານຕ່າງໆ”
26 ດັ່ງນັ້ນ
ພຣະເຈົ້າຈຶ່ງຊົງສ້າງມະນຸດ
ໃຫ້ມີຮູບຮ່າງຄ້າຍຄືກັນກັບພຣະອົງ
ພຣະອົງໄດ້ສ້າງຊາຍແລະຍິງ
27 ຄັນສ້າງແລ້ວກໍຊົງອວຍພອນໃຫ້ແກ່ເຂົາວ່າ,
“ຈົ່ງມີລູກເຕົ້າໃຫ້ມາກຫລາຍ
ໃຫ້ເຊື້ອສາຍຂອງພວກເຈົ້າມີຢູ່ທົ່ວທຸກແຫ່ງເພື່ອຄຸ້ມຄອງໂລກເຮົາ
ໃຫ້ພວກເຈົ້າມີອຳນາດເຫນືອກວ່າປາ
ນົກ ສັດປ່າ
ແລະສັດເລືອຄານທຸກຊະນິດ”
28 ພຣະເຈົ້າຊົງກ່າວຕໍ່ໄປວ່າ,
“ສຳລັບພວກເຈົ້າເຮົາໄດ້ໃຫ້ພືດ
ແລະຫມາກໄມ້ທຸກຊະນິດເປັນອາຫານ
29 ແຕ່ສຳລັບສັດປ່າ
ສັດເລືອຄານ
ແລະຝູງນົກນັ້ນເຮົາໄດ້ໃຫ້ຫຍ້າເປັນອາຫານ”
ແລ້ວສິ່ງນັ້ນກໍເກີດມີມາ
30 ພຣະເຈົ້າຊົງທອດພຣະເນດສັພສິ່ງທີ່ຊົງນິລະມິດສ້າງ
ກໍຊົງພໍພຣະທັຍຫລາຍ
ມື້ຄືນຜ່ານໄປມື້ເຊົ້າຕ່າວມາ
ແມ່ນມື້ທີ່ຫົກ
1
ດັ່ງນັ້ນ
ແຜ່ນດິນໂລກ
ທ້ອງຟ້າ
ສັພສິ່ງໃນໂລກ
ແລະໃນທ້ອງຟ້າກໍສຳເຣັດເສັດສິ້ນ
2
ໃນມື້ທີ່ເຈັດ
ສັພສິ່ງກໍສຳເຣັດຫມົດແລ້ວ
ໃນວັນນີ້
ພຣະເຈົ້າຊົງພັກຜ່ອນ
ແລະຢຸດກິຈການທັງປວງ
3
ພຣະອົງຊົງອວຍພອນແກ່ມື້ທີ່ເຈັດ
ແລ້ວຕັ້ງເປັນວັນຂອງພຣະເຈົ້າ
ເພາະໃນວັນນັ້ນການນິລະມິດສ້າງກໍສຳເຣັດຫມົດແລ້ວ
ແລະພຣະອົງຊົງຢຸດກິຈການທັງປວງກົກເຄົ້າຂອງແຜ່ນດິນ
4
ເຣື່ອງຟ້າສວັນແລະແຜ່ນດິນທີ່ພຣະເຈົ້າຊົງສ້າງມີດັ່ງນີ້
ມະນຸດໃນສວນເອເດັນ
(ປຖກ 1:26-30)
ເມື່ອພຣະຜູ້ເປັນເຈົ້າໄດ້ຊົງສ້າງແຜ່ນດິນໂລກ
ແລະທ້ອງຟ້າສຳເຣັດແລ້ວ
5
ຕົ້ນໄມ້ກໍ່ຫຍ້າກໍຍັງບໍ່ທັນມີເລີຍ
ເພາະວ່າພຣະເຈົ້າຍັງບໍ່ທັນທຳໃຫ້ຝົນຕົກ
ແລະບໍ່ມີຄົນທຳມາຫາກິນເທິງແຜ່ນດິນໂລກເທື່ອ
6
ເຖິງແມ່ນວ່າຈະບໍ່ມີຝົນຕົກກໍດີ
ກໍຍັງມີອາຍນ້ຳຂຶ້ນມາຈາກດິນ
ເພື່ອທຳໃຫ້ພື້ນດິນເກີດຄວາມຊຸ່ມຊື່ນທົ່ວໄປ
7
ເມື່ອນັ້ນ
ພຣະຜູ້ເປັນເຈົ້າໄດ້ເອົາດິນມາປັ້ນເປັນຮູບຄົນແລ້ວເປົ່າລົມຫາຍໃຈໃສ່ຮູດັງໃຫ້ມີຊິວິດ
ຮູບປັ້ນນັ້ນກໍກັບກາຍເປັນຄົນທີ່ມີຊີວິດຈິດໃຈ
8
ຕໍ່ມາ
ພຣະຜູ້ເປັນເຈົ້າຊົງສ້າງສວນຂຶ້ນແຫ່ງນຶ່ງ
ໃນເອເດນທາງທິດຕາເວັນອອກ
ເມື່ອສ້າງແລ້ວກໍຊົງເອົາຄົນທີ່ພຣະອົງໄດ້ປັ້ນນັ້ນມາອາໄສຢູ່
9
ໃນສວນນັ້ນ
ພຣະອົງຊົງໄດ້ນິລະມິດໃຫ້ກົກໄມ້ເກີດຂຶ້ນ
ຊຶ່ງມີໃບຂຽວງາມດີ
ແລະຜົນລະໄມ້ກໍເປັນຫນ້າຢາກກິນ
ໃນກາງສວນມີຕົ້ນໄມ້ພິເສດຢູ່ສອງຕົ້ນ
ຄືຕົ້ນໄມ້ທີ່ໃຫ້ມີຊິວິດ
ແລະຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ
ແລະຄວາມຊົ່ວ
10 ນອກນີ້
ຍັງມີແມ່ນ້ຳສາຍນຶ່ງໄຫລອອກຈາກເອເດນມາຊຸບລ້ຽງສວນນີ້
ແມ່ນ້ຳນີ້ແບ່ງອອກເປັນສີ່ສາຍ
11 ສາຍທີ່ນຶ່ງຊື່ວ່າ
ປິໂຊນ
ຊຶ່ງໄຫລອ້ອມປະເທດຮາວິລາ
ທີ່ນັ້ນມີແຮ່ທອງຄໍາ
12 ໃນປະເທດນີ້ມີບໍ່ຄຳຊັ້ນດີ
ມີແກ້ວປະເສີດໂມລາ
ແລະຕົ້ນຢາງຫອມທີ່ມີຄ່າ
13 ສາຍທີ່ສອງຊື່ວ່າ
ກິໂຮນ
ຊື່ງໄຫລອ້ອມປະເທດກູຊ
14 ສາຍທີ່ສາມຊື່ວ່າ
ຕິກຣິສ
ຊື່ງໄຫລຜ່ານປະເທດອັສຊີເຣັຽທາງທິດຕາເວັນອອກ
ແລະສາຍທີ່ສີ່ຊື່ວ່າ
ເອີຟຣາດ
15 ພຣະຜູ້ເປັນເຈົ້າໄດ້ເອົາຄົນທີ່ພຣະອົງສ້າງນັ້ນ
ມາເຝົ້າຮັກສາແລະເບິ່ງແຍງສວນ
16 ພຣະອົງຊົງສັ່ງແກ່ຊາຍຜູ້ນັ້ນວ່າ,
“ຫມາກໄມ້ທຸກໆກົກໃນສວນນີ້ເຈົ້າກິນໄດ້ຫມົດ
17 ເວັ້ນໄວ້ແຕ່ກົກທີ່ໃຫ້ຮູ້ຈັກຄວາມດີ
ແລະຄວາມຊົ່ວ
ເຈົ້າຢ່າກິນ
ຖ້າເຈົ້າຂືນກິນຫມາກໄມ້ໃນກົກນີ້
ເຈົ້າຈະຕ້ອງເຖິງແກ່ຄວາມຕາຍ”
18 ພຣະຜູ້ເປັນເຈົ້າຊົງກ່າວອີກວ່າ,
“ບໍ່ເປັນການສົມຄວນທີ່ໃຫ້ຜູ້ຊາຍຢູ່ໂດດດ່ຽວເຊັ່ນນີ້
ເຮົາຄວນຫາຜູ້ຊົດຊ່ອຍທີ່ເຫມາະສົມໃຫ້ເຂົາ”
19 ຄັນແລ້ວ
ພຣະອົງຈຶ່ງເອົາຂີ້ດິນປັ້ນເປັນສັດ
ແລະນົກຕ່າງໆ
ແລ້ວເອົາສັດ
ແລະນົກທີ່ປັ້ນນັ້ນໃຫ້ຊາຍຜູ້ຮັກສາສວນເບິ່ງ
ເພື່ອຢາກຮູ້ວ່າເຂົາຈະໃສ່ຊື່ຫຍັງໃຫ້
ຄັນແລ້ວຊື່ທີ່ເຂົາຕັ້ງໃຫ້ນັ້ນກໍເປັນຊື່ຂອງສັດຕ່າງໆຕໍ່ໆມາ
20 ຫລັງຈາກຜູ້ຊາຍນັ້ນໄດ້ຕັ້ງຊື່ໃຫ້ສັດຕ່າງໆແລ້ວ
ສັດເຫລົ່ານັ້ນກໍບໍ່ໄດ້ເປັນຜູ້ຊົດຊ່ອຍເຂົາຫຍັງຫມົດ
21 ເມື່ອເປັນດັ່ງນັ້ນ
ພຣະຜູ້ເປັນເຈົ້າຈຶ່ງຊົງທຳໃຫ້ຊາຍຜູ້ນັ້ນນອນຫລັບສນິດ
ໃນຂນະນອນຫລັບຢູ່ນັ້ນ
ພຣະອົງຊົງເອົາກະດູກຂ້າງຊີກນຶ່ງຂອງເຂົາອອກມາ
ແລ້ວຊົງທຳໃຫ້ເນື້ອຫນັງຈອດຕິດກັນດັ່ງເດີມ
22 ພຣະອົງຊົງເອົາກະດູກຂ້າງນັ້ນມາສ້າງເປັນຜູ້ຍິງ
ເມື່ອສ້າງແລ້ວພຣະອົງກໍຊົງມອບຍິງນັ້ນໃຫ້ແກ່ເຂົາ
23 ຊາຍຜູ້ນັ້ນຈຶ່ງເວົ້າວ່າ,
“ໃນທີ່ສຸດ ນີ້ເດ
ຜູ້ຊຶ່ງມີຮູບຮ່າງຄືເຮົາ
ກະດູກຂອງນາງ
ມາຈາກກະດູກຂອງເຮົາ
ເນື້ອຫນັງຂອງນາງ
ມາຈາກເນື້ອຫນັງຂອງເຮົາ
ນາງຊື່ວ່າ
ຜູ້ຍິງ
ເພາະນາງມາຈາກຜູ້ຊາຍ”
24 ດ້ວຍເຫດນີ້
ຜູ້ຊາຍຈຶ່ງຕ້ອງລາຈາກບິດາມານດາຂອງຕົນໄປຕິດພັນຢູ່ກັບພັຣຍາ
ແລ້ວເຂົາທັງສອງກໍກາຍເປັນຄົນຄົນດຽວກັນ
25 ຜູ້ຊາຍແລະຜູ້ຍິງນັ້ນເປືອຍກາຍຢູ່
ໂດຍບໍ່ຮູ້ສຶກລະອາຍກັນເລີຍ
1
ງູເປັນສັດທີ່ຫລັກແຫລມກວ່າສັດທັງຫລາຍ
ທີ່ພຣະຜູ້ເປັນເຈົ້າໄດ້ສ້າງໄວ້
ງູໄດ້ຖາມຜູ້ຍິງວ່າ,
“ຈິງຫລື ທີ່ພຣະເຈົ້າຊົງຫ້າມບໍ່ໃຫ້ພວກເຈົ້າກິນຫມາກໄມ້ໃນສວນນີ້?”
2
ຜູ້ຍິງນັ້ນຕອບວ່າ,
“ຫມາກໄມ້ທຸກໆກົກໃນສວນນີ້
ພວກເຮົາກິນໄດ້
3
ເວັ້ນໄວ້ແຕ່ຫມາກໄມ້ໃນກົກທີ່ຢູ່ກາງສວນນັ້ນ
ເພາະພຣະເຈົ້າບອກບໍ່ໃຫ້ພວກເຮົາກິນ
ຫລືກະທັ່ງແຕະຕ້ອງເປັນເດັດຂາດ
ຖ້າພວກເຮົາຂືນກິນພວກເຮົາຕ້ອງຕາຍ”
4
ງູຈິ່ງຕອບວ່າ,
“ບໍ່ເປັນຄວາມຈິງ,
ພວກເຈົ້າຈະບໍ່ຕາຍດອກ
5
ພຣະເຈົ້າເວົ້າເຊັ່ນນັ້ນກໍເພາະພຣະອົງຊົງຮູ້ດີວ່າ
ເມື່ອໃດເຈົ້າກິນຫມາກໄມ້ນັ້ນ
ເຈົ້າຈະຮູ້ແຈ້ງເຫັນຈິງກັບຈະຮູ້ການດີ
ແລະການຊົ່ວເຫມືອນດັ່ງພຣະອົງ”
6
ຜູ້ຍິງເຫັນວ່າຫມາກໄມ້ໃນກົກນັ້ນຊ່າງງາມ
ແລະເປັນຫນ້າຢາກກິນອີ່ຫລີ
ນອກນີ້ນາງຍັງຄິດວ່າຈະມີສະຕິປັນຍາອີກ
ດັ່ງນັ້ນນາງຈຶ່ງຕັດສິນໃຈປິດເອົາຫມາກໄມ້ແລ້ວກິນ
7
ຄັນແລ້ວ
ຈຶ່ງເອົາຫມາກໄມ້ນັ້ນໃຫ້ຜົວນາງກິນນຳ
ຫລັງຈາກກິນຫມາກໄມ້ແລ້ວ
ໃນທັນໃດນັ້ນ
ພວກເຂົາກໍຮູ້ແຈ້ງເຫັນຈິງ
ເພາະສະນັ້ນ
ພວກເຂົາຈຶ່ງຮູ້ວ່າ
ພວກຕົນກໍາລັງເປືອຍກາຍຢູ່
ດັ່ງນັ້ນ
ພວກເຂົາຈຶ່ງພາກັນເອົາໃບໄມ້ມາຫຍິບເຂົ້າກັນທຳເປັນເຄື່ອງນຸ່ງ
8
ໃນຄືນວັນນັ້ນ
ພວກເຂົາໄດ້ຍິນສຽງຍ່າງຂອງພຣະຜູ້ເປັນເຈົ້າໃນສວນ
ພວກເຂົາຈຶ່ງພາກັນຫລົບລີ້ຊ່ອນຢູ່ໃນຖ້າມກາງກົກໄມ້
9
ແຕ່ພຣະຜູ້ເປັນເຈົ້າໄດ້ຊົງເອີ້ນຫາຊາຍຜູ້ນັ້ນວ່າ,
“ເຈົ້າຢູ່ໃສ?”
10 ເຂົາຈຶ່ງຕອບວ່າ,
“ຂ້າພຣະອົງໄດ້ຍິນສຽງຍ່າງຂອງພຣະອົງໃນສວນ
ຂ້າພຣະອົງຢ້ານຈຶ່ງຫລົບລີ້ຊ່ອນຕົວຢູ່ເພາະວ່າຂ້າພຣະອົງກຳລັງເປືອຍກາຍ”
11 ພຣະເຈົ້າຈຶ່ງຖາມວ່າ,
“ໃຜບອກວ່າເຈົ້າເປືອຍກາຍ
ບໍ່ແມ່ນເຈົ້າກິນຫມາກໄມ້ທີ່ເຮົາໄດ້ຫ້າມນັ້ນຫລື?”
12 ຊາຍຜູ້ນັ້ນທູນຕອບວ່າ,
“ໂດຍ,
ແມ່ນຜູ້ຍິງທີ່ພຣະອົງປະທານໃຫ້ນັ້ນເອົາຫມາກໄມ້ໃຫ້ຂ້າພຣະອົງກິນ”
13 ແລ້ວພຣະຜູ້ເປັນເຈົ້າຊົງຖາມຜູ້ຍິງນັ້ນວ່າ,
“ເປັນຫຍັງເຈົ້າຈຶ່ງທຳເຊັ່ນນັ້ນ”
ນາງທູນຕອບວ່າ,
“ງູໄດ້ຍົວະໃຫ້ຂ້າພຣະອົງກິນ”
14 ຕໍ່ມາ
ພຣະຜູ້ເປັນເຈົ້າຊົງບອກງູວ່າ,
“ດ້ວຍເຫດວ່າ
ເຈົ້າໄດ້ຫລອກລວງຜູ້ຍິງນັ້ນ
ແມ່ນເຈົ້າເທົ່ານັ້ນທີ່ຈະໄດ້ຮັບການສາບແຊ່ງໃນຈຳນວນສັດທັງປວງ
ແຕ່ບັດນີ້ໄປ
ເຈົ້າຈະລີເລືອດ້ວຍທ້ອງ
ແລະຈະເອົາຂີ້ດິນເປັນອາຫານ
15 ເຈົ້າກັບແມ່ຍິງຈະຕ້ອງກຽດຊັງກັນ
ມະນຸດແລະງູຈະຕ້ອງເປັນສັດຕຣູກັນ
ມະນຸດຈະພຍາຍາມຢຽບຫົວເຈົ້າໃຫ້ແຕກ
ແລະເຈົ້າກໍຈະພຍາຍາມຕອດສົ້ນຫນ່ອງຂອງພວກເຂົາ”
16 ແລ້ວພຣະອົງຊົງກ່າວກັບຜູ້ຍິງນັ້ນວ່າ,
“ເຣົາຈະເພີ້ມຄວາມຫຍຸ້ງຍາກໃຫ້ແກ່ເຈົ້າເວລາມີທ້ອງ
ແລະຈະໃຫ້ເຈົ້າຄອດບຸດດ້ວຍຄວາມເຈັບປວດ
ເຖິງປານນັ້ນເຈົ້າກໍຍັງຢາກໄດ້ຜົວຢູ່
ແລະຜົວນັ້ນຈະເປັນນາຍປົກຄອງເບິ່ງແຍງເຈົ້າ”
17 ຄັນແລ້ວ
ພຣະຜູ້ເປັນເຈົ້າຊົງກ່າວກັບອາດາມວ່າ,
“ເຈົ້າໄດ້ເຊື່ອຟັງພັຣຍາຂອງເຈົ້າ
ເຈົ້າກິນຫມາກໄມ້ຊຶ່ງເຮົາໄດ້ຫ້າມ
ຍ້ອນສິ່ງທີ່ເຈົ້າໄດ້ກະທຳມານັ້ນ
ຂີ້ດິນຈະຖືກສາບແຊ່ງ
ກ່ອນຈະໄດ້ອາຫານມາລ້ຽງຊີບ
ເຈົ້າຈະຕ້ອງເຮັດວຽກຢ່າງຫນັກ
ຂຸດດິນຟັນໄມ້ຈົນຫນ້າແຫລ້ຫນ້າກ່ຳເທົ່າສ້ຽງຊີວິດ
18 ກົກໄມ້ແລະພືດຕ່າງໆທີ່ມີຫນາມຈະເກີດຂຶ້ນສຳລັບເຈົ້າ
ແລະຈະກິນພືດນັ້ນເປັນອາຫານ
19 ເຈົ້າຈະຕ້ອງຫາລ້ຽງຊີບດ້ວຍເຫື່ອໄຫລໄຄຍ້ອຍ
ຈົນກວ່າເຈົ້າຈະສິ້ນຊີວິດກັບຄືນໄປສູ່ດິນບ່ອນທີ່ເຈົ້າມາ
ເຈົ້າມາແຕ່ດິນ
ເຈົ້າຈະຕ້ອງກັບໄປໃນດິນອີກ”
20 ອາດາມໃສ່ຊື່ໃຫ້ພັຣຍາຂອງເຂົາວ່າ
“ເອວາ”
ຊຶ່ງມີຄວາມຫມາຍວ່າ
ນາງເປັນມານດາຂອງມະນຸດທັງປວງ
21 ຕໍ່ມາ
ພຣະຜູ້ເປັນເຈົ້າໄດ້ປະທານເສື້ອທີ່ທຳດ້ວຍຫນັງສັດໃຫ້ອາດາມ
ແລະເມັຽຂອງເຂົານຸ່ງຫົ່ມ
ອາດາມແລະເອວາຖືກໄລ່ອອກຈາກສວນ
22 ຫລັງຈາກນັ້ນຕໍ່ມາ
ພຣະຜູ້ເປັນເຈົ້າຊົງກ່າວວ່າ,
“ບັດນີ້
ມະນຸດໄດ້ກາຍເປັນເຫມືອນພວກເຮົາໄດ້ຮູ້ຈັກການດີ
ແລະການຊົ່ວ
ເຂົາຈະບໍ່ໄດ້ກິນຫມາກໄມ້ທີ່ໃຫ້ມີຊີວິດຕລອດໄປເປັນນິດອີກ”
23 ດັ່ງນັ້ນ
ພຣະຜູ້ເປັນເຈົ້າຈຶ່ງຂັບໄລ່ເຂົາອອກຈາກສວນເອເດນ
ໃຫ້ເຮັດວຽກຂຸດດິນຟັນໄມ້
ແລະທຳມາຫາກິນໃນດິນບ່ອນທີ່ກຳເນີດມາ
24 ເມື່ອພຣະເຈົ້າໄດ້ຂັບໄລ່ມະນຸດອອກຈາກສວນແລ້ວ
ພຣະອົງໄດ້ຊົງແຕ່ງຕັ້ງເທວະດາ
ເຊຣູບິມ
ທາງທິດຕາເວັນອອກຂອງສວນ
ແລະດາບທີ່ມີແສງໄຟແກວ່ງໄປທົ່ວທຸກທິດ
ເພື່ອປ້ອງກັນບໍ່ໃຫ້ຜູ້ນຶ່ງຜູ້ໃດເຂົ້າໄປໃກ້ກົກໄມ້ທີ່ໃຫ້ມີຊີວິດຕລອດໄປເປັນນິດນັ້ນ
1
ຄັນຕໍ່ມາ
ອາດາມໄດ້ສົມສູ່ຮ່ວມກັບພັຣຍາຂອງຕົນ
ນາງຈຶ່ງຖືພາແລ້ວໄດ້ເກີດບຸດຊາຍຜູ້ນຶ່ງ
ນາງຈຶ່ງເວົ້າວ່າ,
“ຂ້າພຣະອົງໄດ້ບຸດຊາຍຍ້ອນພຣະຜູ້ເປັນເຈົ້າເປັນຜູ້ຊົດຊ່ອຍ”
2
ດັ່ງນັ້ນ
ນາງຈຶ່ງຕັ້ງຊື່ໃຫ້ເດັກນ້ອຍວ່າ
ກາອິນ
ຕໍ່ມານາງໄດ້ບຸດຊາຍອີກຜູ້ນຶ່ງຊື່ວ່າ
ອາເບນ ຊຶ່ງມີອາຊີບເປັນຜູ້ລ້ຽງແກະ
ສ່ວນກາອິນເປັນພໍ່ນາ
3
ຄັນຕໍ່ມາວັນນຶ່ງ
ກາອິນກໍເອົາຜົນລະປູກມາຖວາຍພຣະຜູ້ເປັນເຈົ້າ
4
ສ່ວນອາເບນກໍເອົາສັດເກີດແຕ່ຫົວປີທີ່ຕຸ້ຍພີດີງາມໃນຝູງສັດມາຂ້າ
ແລ້ວເອົາເນື້ອສ່ວນທີ່ດີໆມາຖວາຍແກ່ພຣະຜູ້ເປັນເຈົ້າ
ພຣະອົງຊົງພໍພຣະທັຍໃນການກະທຳຂອງອາເບນ
5
ສ່ວນການຖວາຍຂອງກາອິນນັ້ນບໍ່ເປັນທີ່ຊອບພຣະທັຍຂອງພຣະຜູ້ເປັນເຈົ້າເລີຍ
ກາອິນຈຶ່ງຄຽດແຄ້ນ
ແລະເຕັມໄປດ້ວຍຄວາມບໍ່ພໍໃຈ
6
ເມື່ອພຣະຜູ້ເປັນເຈົ້າຊົງເຫັນດັ່ງນັ້ນ
ຈຶ່ງຊົງຖາມການອິນວ່າ,
“ກາອິນເອີຍ
ເປັນຫຍັງເຈົ້າຈຶ່ງຄຽດແຄ້ນ
ແລະເຕັມໄປດ້ວຍຄວາມບໍ່ພໍໃຈ?
7
ຖ້າເຈົ້າກະທຳດີ
ເຈົ້າຄວນເງີຍຫນ້າຂຶ້ນດ້ວຍຄວາມຍີ້ມແຍ້ມ
ແຕ່ດ້ວຍວ່າເຈົ້າກະທຳຊົ່ວ
ຄວາມຊົ່ວກໍເຫມືອນດັ່ງສັດຮ້າຍທີ່ກຳລັງລໍຄອຍຖ້າຄຸບເຈົ້າ
ມັນຕ້ອງຄຸບກິນເຈົ້າ
ແຕ່ເຈົ້າຄວນເອົາຊະນະມັນໄດ້”
8
ຕໍ່ມາ
ກາອິນຈຶ່ງເວົ້າກັບອາເບນຜູ້ເປັນນ້ອງຊາຍວ່າ,
“ເຮົາພາກັນໄປຍ່າງຫລິ້ນໃນທົ່ງນາເທາະ”
ເມື່ອສອງອ້າຍນ້ອງ
ອອກໄປເຖິງທົ່ງນາແລ້ວ
ກາອິນຜູ້ເປັນອ້າຍກໍປ້ຳນ້ອງຊາຍລົງດິນແລ້ວຂ້າຖິ້ມ
9
ເມື່ອເປັນເຊັ່ນນີ້
ພຣະຜູ້ເປັນເຈົ້າຈຶ່ງຊົງຖາມກາອິນວ່າ,
“ກາອິນເອີຍ
ນ້ອງຊາຍເຈົ້າຢູ່ໃສ?”
ເຂົາໄດ້ຕອບວ່າ,
“ຂ້າພຣະອົງບໍ່ຮູ້ຈັກ
ຫລືວ່າພຣະອົງໃຫ້ຂ້າພຣະອົງເປັນຜູ້ຮັກສານ້ອງຊາຍຂອງຂ້າພຣະອົງຊັ້ນບໍ່?”
10 ພຣະຜູ້ເປັນເຈົ້າຊົງຖາມອີກວ່າ,
“ກາອິນ
ເປັນຫຍັງເຈົ້າຈຶ່ງທຳເຣື່ອງໂຫດຮ້າຍເຊັ່ນນີ້?
ນ້ອງຊາຍເຈົ້ານອນເລືອດອາບຕົວຢູ່ໃນທົ່ງນາ
ກິ່ນເລືອດຂອງເຂົາຂຶ້ນມາຫາເຮົາເຫມືອນສຽງຮ້ອງຂໍແກ້ແຄ້ນ
11 ເຈົ້າຈະຖືກດ່າ
ຖືກສາບແຊ່ງ
ແລະຖືກເນຣະເທດອອກຈາກທົ່ງນາບ່ອນຊຶ່ງດູດກິນເລືອດຂອງນ້ອງຊາຍຊຶ່ງເຈົ້າໄດ້ຂ້າ
12 ຖ້າເຈົ້າເຮັດໄຮ່ທຳນາດິນນັ້ນຈະບໍ່ນຳຄວາມອຸດົມສົມບູນມາໃຫ້
ເຈົ້າຈະເປັນຄົນບໍ່ມີຫລັກແຫລ່ງຈະຊັດເຊພະເນຈອນໄປໃນໂລກນີ້”
13 ກາອິນຈຶ່ງກາບທູນຂໍຕໍ່ພຣະຜູ້ເປັນເຈົ້າວ່າ,
“ໂທດນີ້ຫນັກຫລາຍເກີນກວ່າຂ້າພຣະອົງຈະທົນໄດ້
14 ພຣະອົງໄລ່ຂ້າພຣະອົງໃຫ້ຫນີຈາກທີ່ທຳມາຫາກິນແລະຈາກພຣະພັກຂອງພຣະອົງ
ໃຫ້ຂ້າພຣະອົງບໍ່ມີທີ່ພັກອາໄສ
ແລະໃຫ້ຫອບໄປໃນໂລກນີ້
ຖ້າໃຜພົບຂ້າພຣະອົງກໍຈະຂ້າຂ້າພຣະອົງເສັຽ”
15 ພຣະຜູ້ເປັນເຈົ້າຊົງຕອບກາອິນວ່າ,
“ບໍ່ດອກ,
ຖ້າຜູ້ໃດຂ້າເຈົ້າ
ຜູ້ນັ້ນກໍຈະໄດ້ຮັບໂທດເຈັດເທົ່າ”
ດ້ວຍເຫດນີ້
ພຣະຜູ້ເປັນເຈົ້າຈຶ່ງທຳເຄື່ອງຫມາຍໄວ້ໃນຕົວກາອິນເພື່ອວ່າ
ເມື່ອຜູ້ໃດພົບຈະບໍ່ໄດ້ຂ້າເຂົາ
16 ກາອິນຈຶ່ງຫນີໄກຈາກພຣະພັກຂອງພຣະຜູ້ເປັນເຈົ້າ
ໄປອາໄສຢູ່ໃນດິນແດນແຫ່ງນຶ່ງທີ່ມີຊື່ວ່າ
ໂນດ ຢູ່ທາງທິດຕາເວັນອອກຂອງເອເດນ
17 ຕໍ່ມາ
ກາອິນໄດ້ສົມສູ່ຢູ່ຮ່ວມກັບພັຣຍາຂອງເຂົາ
ນາງຈຶ່ງໄດ້ຖືພາແລ້ວເກີດບຸດຊາຍຜູ້ນຶ່ງຊື່
ເອໂນກ ກາອິນໄດ້ສ້າງເມືອງນຶ່ງຂຶ້ນແລ້ວເອົາຊື່ບຸດຊາຍຂອງຕົນເປັນຊື່ເມືອງນັ້ນ
18 ເອໂນກມີບຸດຊາຍຊື່
ອີຣາດ
ຊຶ່ງເປັນບິດາຂອງເມຮູຢາເອນ
ເມຮູຢາເອນເປັນບິດາຂອງເມທູຊາເອນ
ແລະເມທູຊາເອນມີບຸດຊາຍຊື່ວ່າ
ລາເມກ
19 ລາເມກໄດ້ພັຣຍາສອງຄົນ
ຜູ້ທີ່ນຶ່ງຊື່
ອາດາ
ແລະຜູ້ທີ່ສອງຊື່
ຊິນລາ
20 ອາດາໃຫ້ກຳເນີດບຸດຊາຍຜູ້ນຶ່ງຊື່
ຢາບານ ຊຶ່ງເປັນບັນພະບຸຣຸດຂອງພວກລ້ຽງສັດທີ່ອາໄສຢູ່ໃນຜ້າເຕັນ
21 ຢູບານນ້ອງຂອງຢາບານເປັນບັນພະບຸຣຸດຂອງນັກຫລິ້ນພິນ
ແລະນັກເປົ່າຂຸ່ຍ
22 ຕໍ່ມາອີກ
ຊິນລາກໍເກີດບຸດຊາຍຊື່
ຕູບາກາອິນ
ທ່ານເປັນບັນພະບູຣຸດຂອງຊ່າງຕີໂລຫະ
ຊຶ່ງມີອາຊີບໃນການຕີເຫລັກ
ແລະທອງສຳລິດ
ຕູບາກາອິນມີນ້ອງຊາຍຊື່
ນາອາມາ
23 ທ່ານມັກເວົ້າອວດກັບພັຣຍາທັງສອງວ່າ,
“ອາດາ
ແລະຊິນລາເອິຍ
ຈົ່ງຟັງເຣື່ອງອ້າຍເລົ່າໃຫ້ດີ
ອ້າຍໄດ້ຂ້າຊາຍຜູ້ນຶ່ງ
ກໍເພາະວ່າເຂົາຕີອ້າຍໃຫ້ອ້າຍເຈັບຊ້ຳ
24 ຖ້າຜູ້ໃດຕີກາອິນ
ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ
ແຕ່ວ່າ
ຖ້າຜູ້ໃດຕີອ້າຍ
ຜູ້ນັ້ນຈະໄດ້ຮັບໂທດເຈັດສິບເທົ່າ”
25 ອາດາມໄດ້ສົມສູ່ຢູ່ກັບພັຣຍາຈຶ່ງໄດ້ບຸດຊາຍອີກຜູ້ນຶ່ງ
ເອວາໄດ້ເວົ້າວ່າ,
“ພຣະເຈົ້າຊົງໂຜດໃຫ້ຂ້າພຣະອົງມີບຸດຊາຍອີກ
ເພື່ອທົດແທນອາເບນຜູ້ຊຶ່ງກາອິນໄດ້ຂ້າ”
26 ດັ່ງນັ້ນ
ນາງຈຶ່ງໃຫ້ຊື່ບຸດຊາຍນັ້ນວ່າ
ເຊດ ຕໍ່ມາ
ເຊດມີບຸດຊາຍຜູ້ນຶ່ງຊື່ວ່າ
ເອໂນສ
ຕັ້ງແຕ່ເວລານັ້ນມາ
ມະນຸດໄດ້ເລີ້ມຕົ້ນນະມັສການອອກພຣະນາມພຣະຜູ້ເປັນເຈົ້າ
1
ອັນນີ້ແມ່ນຫນັງສືປະຫວັດເຊື້ອສາຍຂອງອາດາມ
ເມື່ອພຣະເຈົ້າໄດ້ສ້າງອາດາມ
ພຣະອົງໄດ້ສ້າງຕາມພຣະສາຍາຂອງພຣະເຈົ້າ
2
ພຣະອົງໄດ້ຊົງສ້າງຜູ້ຊາຍແລະຜູ້ຍິງ
ເມື່ອສ້າງແລ້ວກໍຊົງອວຍພອນໃຫ້
ແລະຕັ້ງຊື່ໃຫ້ພວກເຂົາວ່າ
“ມະນຸດ”
3
ເມື່ອອາດາມອາຍຸໄດ້ຮ້ອຍສາມສິບປີ
ທ່ານມີບຸດ
ຊາຍຄ້າຍຄືກັນກັບເຂົາ
ຊື່ ເຊດ
4
ຫລັງຈາກນັ້ນ
ອາດາມກໍມີອາຍຸຍືນຍາວມາຮອດແປດຮ້ອຍປີ
ແລະມີບຸດຊາຍຍິງອີກຫລາຍຄົນ
5
ແລ້ວໄດ້ເຖິງແກ່ກຳໄປ
ເມື່ອອາຍຸເກົ້າຮ້ອຍສາມສິບປີ
6
ເມື່ອເຊດອາຍຸໄດ້ຣ້ອຍຫ້າປີ
ມີບຸດຊາຍຊື່
ເອໂນສ
7
ຫລັງຈາກນັ້ນ
ເຊດມີອາຍຸຍືນຍາວມາອີກແປດຮ້ອຍເຈັດປີ
ແລະມີບຸດຊາຍຍິງຫລາຍຄົນ
8
ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸ
ເກົ້າຮ້ອຍສິບສອງປີ
9
ເມື່ອເອໂນສ
ອາຍຸໄດ້ເກົ້າສິບປີ
ມີບຸດຊາຍຊື່
ເກນານ
10 ຫລັງຈາກນັ້ນ
ເອໂນສມີອາຍຸຍາວມາອີກຮອດແປດຮ້ອຍສິບຫ້າປີ
ແລະມີບຸດຊາຍຍິງອີກຫລາຍຄົນ
11 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸໄດ້ເກົ້າຮ້ອຍຫ້າປີ
12 ເມື່ອເກນານອາຍຸໄດ້ເຈັດສິບປີ
ມີບຸດຊາຍຜູ້ຊື່
ມາຫາລາເລນ
13 ຫລັງຈາກນັ້ນ
ເກນານມີອາຍຸຍືນຍາວອີກຮອດແປດຮ້ອຍສີ່ສິບປີ
ແລະມີບຸດຊາຍຍິງອີກຫລາຍຄົນ
14 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸເກົ້າຮ້ອຍສິບປີ
15 ເມື່ອມາຫາລາເລນອາຍຸໄດ້ຫົກສິບຫ້າປີ
ມີບຸດຊາຍຊື່
ຢາເຣດ
16 ຫລັງຈາກນັ້ນ
ມາຫາລາເລນມີອາຍຸຍືນຍາວອີກມາຮອດແປດຮ້ອຍສາມສິບປີ
ແລະມີບຸດຊາຍຍິງອີກຫລາຍຄົນ
17 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸແປດຮ້ອຍເກົ້າສິບຫ້າປີ
18 ເມື່ອຢາເຣດອາຍຸໄດ້ຮ້ອຍຫົກສິບສອງປີ
ມີບຸດຊາຍຊື່
ເອໂນກ
19 ຫລັງຈາກນັ້ນ
ຢາເຣດມີອາຍຸຍືນຍາວມາຮອດແປດຮ້ອຍປີ
ແລະມີບຸດຊາຍຍິງອີກຫລາຍຄົນ
20 ແລ້ວກໍເຖິງແກ່ກຳໄປເມື່ອອາຍຸເກົ້າຮ້ອຍຫົກສິບສອງປີ
21 ເມື່ອເອໂນກອາຍຸໄດ້ຫົກສິບຫ້າປີ
ມີບຸດຊາຍຊື່
ເມທູເຊລາ
22 ຫລັງຈາກນັ້ນ
ເອໂນກໄດ້ຕິດຕາມພຣະເຈົ້າໄປຕື່ມອີກສາມຮ້ອຍປີ
ແລະມີບຸດຊາຍຍິງອີກຫລາຍຄົນ
23 ແລ້ວມີອາຍຸທັງຫມົດສາມຮ້ອຍຫົກສິບຫ້າປີ
24 ເອໂນກໄດ້ຕິດຕາມພຣະເຈົ້າໄປຈົນຊົ່ວຊີວິດ
ແລ້ວພຣະອົງກໍໄດ້ຊົງຮັບເອົາເຂົາໄປຢູ່ນຳ
25 ເມື່ອເມທູເຊລາອາຍຸໄດ້ຮ້ອຍແປດສິບເຈັດປີ
ມີບຸດຊາຍຜູ້ຊື່
ລາເມກ
26 ຫລັງຈາກນັ້ນເມທູເຊລາມີອາຍຸຍືນຍາວມາອີກຮອດເຈັດຮ້ອຍແປດສິບສອງປີ
ແລະມີບຸດຊາຍຍິງອີກຫລາຍຄົນ
27 ແລ້ວກໍເຖິງແກ່ກຳໄປເມື່ອອາຍຸເກົ້າຮ້ອຍຫົກສິບເກົ້າປີ
28 ເມື່ອລາເມກອາຍຸໄດ້ຮ້ອຍແປດສິບສອງປີ
ຈິ່ງມີບຸດຊາຍຜູ້ນຶ່ງ
29 ແລະເວົ້າວ່າ,
“ເດັກນ້ອຍຜູ້ນີ້ຈະເປັນຜູ້ເລົ້າໂລມໃຫ້ຫາຍຄວາມອິດເມື່ອຍຈາກການອັນທຸກຍາກຂອງພວກເຮົາ
ອັນສືບເນື່ອງມາຈາກ
ພຣະຜູ້ເປັນເຈົ້າໄດ້ສາບແຊ່ງດິນ”
ສະນັ້ນ
ເຂົາຈິ່ງໃສ່ຊື່ເດັກນ້ອຍນັ້ນວ່າ
ໂນອາ
30 ຫລັງຈາກນັ້ນ
ລາເມກມີອາຍຸຍືນຍາວມາອີກຮອດຫ້າຮ້ອຍເກົ້າສິບຫ້າປີ
ແລະມີບຸດຊາຍຍິງອີກຫລາຍຄົນ
31 ແລ້ວກໍເຖິງແກ່ກຳໄປເມື່ອອາຍຸໄດ້ເຈັດຮ້ອຍເຈັດສິບເຈັດປີ
32 ເມື່ອໂນອາອາຍຸໄດ້ຫ້າຣ້ອຍປີ
ມີບຸດຊາຍສາມຄົນຄື
ເຊມ ຮາມ
ແລະຢາເຟດ
1
ຢູ່ມາ
ເມື່ອມະນຸດໄດ້ເພີ້ມທະວີຫລາຍຂຶ້ນໃນແຜ່ນດິນໂລກ
ຜູ້ສາວກໍມີຫລາຍ
2
ດັ່ງນັ້ນ
ເທວະບຸດທັງຫລາຍທີ່ເຫັນຄວາມງາມຂອງຍິງເຫລົ່ານັ້ນກໍຫາຊອກເລືອກແຕ່ງງານຕາມໃຈມັກ
3
ເມື່ອພຣະຜູ້ເປັນເຈົ້າຊົງເຫັນເປັນເຊັ່ນນີ້
ກໍຊົງກ່າວວ່າ,
“ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຕລອດໄປເປັນນິດດ້ວຍເຫດວ່າ
ເຂົາເປັນມະນຸດ
ເຂົາຈຳເປັນຕ້ອງຕາຍ
ແຕ່ບັດນີ້ໄປ
ພວກເຂົາຈະມີອາຍຸບໍ່ກາຍຮ້ອຍຊາວປີ
4
ໃນເວລານັ້ນ
ມີຄົນຮູບຮ່າງໃຫຍ່
ແລະມີຄວາມສາມາດຫລາຍ
ຄົນພວກນີ້ເກີດມາຈາກຜູ້ຍິງ
ແລະເທວະບຸດ
ພວກເຂົາເປັນວີຣະບຸຣຸດຜູ້ມີຊື່ສຽງໃນອະດີດຕະການ
5
ເມື່ອພຣະຜູ້ເປັນເຈົ້າເຫັນວ່າ
ມະນຸດໂຫດຮ້າຍສາມານມີຢູ່ທຸກຫົນທຸກແຫ່ງ
ແລະຄວາມຄິດຊົ່ວກໍບັງຄັບຈິດໃຈເຂົາຢູ່ທຸກເວລາ
6
ພຣະອົງຈຶ່ງເສັຽພຣະທັຍຫລາຍ
ແລະມີຄວາມກິນແຫນງຢ່າງຍິ່ງໃຫຍ່ທີ່ໄດ້ສ້າງພວກເຂົາຂຶ້ນມາຢູ່ໃນໂລກນີ້
7
ດ້ວຍເຫດນີ້
ພຣະອົງຈຶ່ງກ່າວວ່າ,
“ເຮົາຈະທຳລາຍມະນຸດທຸກໆຄົນທີ່ເຮົາໄດ້ສ້າງຂຶ້ນແລ້ວໃນທຸກຫົນທຸກແຫ່ງ
ເຮົາຈະທຳລາຍຝູງສັດ
ແລະຝູງນົກຕ່າງໆ
ເພາະວ່າເຣົາເສັຽໃຈທີ່ໄດ້ສ້າງມັນມາ”
8
ແຕ່ພຣະຜູ້ເປັນເຈົ້າຊົງພໍພຣະທັຍນຳໂນອາເທົ່ານັ້ນ
9
ຕໍ່ໄປນີ້ຄືເຊື້ອສາຍຂອງໂນອາ
ໂນອາເປັນຄົນຊອບທັມ
ດີພ້ອມໃນສະໄຫມຂອງເຂົາ
ໂນອາຕິດສນິດຢູ່ກັບພຣະເຈົ້າ
10 ໂນອາມີບຸດຊາຍສາມຄົນຄື
ເຊມ ຮາມ ແລະຢາເຟດ
11 ແຕ່ວ່າຄົນທັງຫລາຍໄດ້ກະທຳຜິດຕໍ່ນ້ຳພຣະທັຍຂອງພຣະອົງ
ແລ້ວຄວາມຊົ່ວຂອງມະນຸດກໍໄດ້ມີຢູ່ທຸກທີ່ທຸກບ່ອນ
12 ພຣະເຈົ້າຊົງເຫັນວ່າ
ໂລກນີເຕັມໄປດ້ວຍຄວາມຊົ່ວ
ກໍຍ້ອນວ່າມະນຸດທັງປວງກະທຳແຕ່ຄວາມຊົ່ວ
13 ຄັນຕໍ່ມາ
ພຣະເຈົ້າຊົງກ່າວກັບໂນອາວ່າ,
“ເຮົາໄດ້ຕັດສິນໃຈຈະທຳລາຍມະນຸດສະໂລກແລ້ວ
ເຮົາຈະທຳລາຍພວກເຂົາຈົນຫມົດສິ້ນ
ເພາະວ່າໂລກນີ້ເຕັມໄປດ້ວຍການຊົ່ວຮ້າຍຂອງເຂົາ
14 ເຈົ້າຈົ່ງສ້າງເຮືອດ້ວຍໄມ້ແກ່ນອັນແຫນ້ນຫນາສຳລັບເຈົ້າ
ຈົ່ງສ້າງເປັນຫລາຍຫ້ອງແລ້ວເອົາຂີ້ຊີຢາທາງໃນແລະທາງນອກໃຫ້ດີ
15 ຈົ່ງສ້າງເຮືອດັ່ງກ່າວນີ້ທາງຍາວໃຫ້ໄດ້ສາມຮ້ອຍສອກ
ທາງກວ້າງຫ້າສິບສອກ
ແລະທາງສູງສາມສິບສອກ
16 ຈົ່ງທຳປ່ອງຢ້ຽມຈຸຫລັງຄາສູງນຶ່ງສອກ
ຍາວຕາມຝາແລະປະຕູທາງຂ້າງເຮືອ
ແລ້ວທຳທາງໃນເຮືອໃຫ້ເປັນສາມຊັ້ນ
17 ເຮົາຈະໃຫ້ນ້ຳມາຖ້ວມໂລກ
ແລະທຳລາຍທຸກສິ່ງທີ່ມີຊີວິດຢູ່ທຸກໆສິ່ງໃນໂລກນີ້ຈະຕາຍໄປ
18 ແຕ່ວ່າ
ເຮົາຈະຕັ້ງຄຳຫມັ້ນສັນຍາໄວ້ກັບເຈົ້າ
ສະນັ້ນ
ຈົ່ງເອົາພັຣຍາ
ບຸດຊາຍ
ແລະບຸດສະໃພ້ຂອງເຈົ້າເຂົ້າໄປໃນເຮືອ
19 ພ້ອມທັງເອົາສັດທຸກໆຊະນິດແນວລະຄູ່
20 ນົກທຸກໆຊະນິດແນວລະຄູ່
ສັດລາກ ສັດເລືອ
ສັດໃຫຍ່
ສັດນ້ອຍທຸກໆຊະນິດແນວລະຄູ່
ເພື່ອໃຫ້ສັດເຫລົ່ານັ້ນມີຊິວິດຢູ່
21 ຢ່າລືມເອົາອາຫານຫລາຍໆຊະນິດສຳລັບຄອບຄົວຂອງເຈົ້າ
ແລະສຳລັບສັດເຫລົ່ານັ້ນດ້ວຍ
22 ໂນອາກໍທຳທຸກຢ່າງຕາມທີ່ພຣະເຈົ້າໄດ້ສັ່ງໄວ້
1
ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂນອາວ່າ,
“ເຈົ້າພ້ອມຄອບຄົວຂອງເຈົ້າທັງຫມົດຈົ່ງເຂົ້າໄປໃນເຮືອເຖີດ
ເຮົາໄດ້ເຫັນວ່າ
ເຈົ້າເປັນຜູ້ຊອບທັມ
ແລະແມ່ນເຈົ້າຜູ້ດຽວໃນຈຳນວນພວກປະຊາຊົນເຫລົ່ານັ້ນທີ່ເຮົາພໍໃຈ
2
ຈົ່ງເອົາສັດທີ່ບໍ່ມີມົນທິນແນວລະເຈັດຄູ່
ແລະເອົາສັດທີ່ມີມົນທິນແນວລະຄູ່
3
ນົກຊະນິດລະເຈັດຄູ່
ເພາະເຮົາຢາກໃຫ້ສັດເຫລົ່ານີ້ມີຊີວິດຢູ່
ແລະອອກແມ່ແຜ່ລູກຕໍ່ໄປໃນໂລກ
4
ໃນເຈັດວັນຂ້າງຫນ້ານີ້
ເຮົາຈະໃຫ້ຝົນຕົກລົງມາໃນໂລກສີ່ສິບວັນສີ່ສິບຄືນ
ແລ້ວເຮົາຈະໃຫ້ທຸກໆສິ່ງທີ່ມີຊີວິດຊື່ງເຣົາໄດ້ສ້າງມານັ້ນຈິບຫາຍໄປ”
5
ໂນອາກໍໄດ້ທຳທຸກສິ່ງທຸກຢ່າງຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງ
6
ຄາວນ້ຳຖ້ວມໂລກຢູ່ນັ້ນ
ໂນອາມີອາຍຸຫົກຮ້ອຍປີ
7
ໂນອາພ້ອມດ້ວຍບຸດຊາຍ
ພັຣຍາແລະບຸດສະໃພ້ທັງຫລາຍ
8
ຕລອດທັງສັດທີ່ບໍ່ມີມົນທິນ
ແລະສັດທີ່ມີມົນທິນ
ນົກແລະສັດນ້ອຍທຸກຊະນິດແນວລະຄູ່
9
ໄດ້ພາກັນເຂົ້າໄປໃນເຮືອເພື່ອຫລີກເວັ້ນຈາກນ້ຳຖ້ວມ
ຕາມທີ່ພຣະເຈົ້າໄດ້ຊົງສັ່ງໄວ້
10 ຫລັງຈາກເຈັດວັນແລ້ວ
ຝົນກໍໄດ້ຕົກລົງຖ້ວມໂລກ
11 ໃນວັນທີ່ສິບເຈັດເດືອນທີ່ສອງ
ເມື່ອໂນອາມີອາຍຸຫົກຮ້ອຍປີ
ຟ້າກໍມືດຄຶ້ມແລ້ວຖອກເທຫ່າຝົນລົງມາສູ່ໂລກ
ນ້ຳໃນບໍ່
ໃນເຫວແລະຫ້ວຍຮ່ອງກໍພຸ່ງຂຶ້ນ
12 ຝົນຕົກບໍ່ຂາດສາຍໃນແຜ່ນດິນໂລກ
ສີ່ສິບວັນສີ່ສິບຄືນ
13 ໃນວັນຝົນເລີ້ມຕົກນັ້ນ
ໂນອາພ້ອມດ້ວຍພັຣຍາ
ແລະບຸດຊາຍສາມຄົນຄື
ເຊມ ຮາມ
ແລະຢາເຟດກັບພັຣຍາຂອງເຂົາໄດ້ພາກັນເຂົ້າໄປໃນເຮືອ
14 ຄົນເຫລົ່ານັ້ນພ້ອມທັງສັດທຸກຊະນິດສັດປ່າ
ສັດບ້ານ
ສັດໃຫຍ່
ສັດນ້ອຍ
ແລະນົກ
ຫນູທຸກຊະນິດແນວລະຄູ່
15 ບັນດາສັດທີ່ມີລົມຫາຍໃຈກໍພາກັນເຂົ້າຢູ່ໃນເຮືອກັບໂນອາແນວລະຄູ່ໆ
16 ສັດທັງຫລາຍທີ່ເຂົ້າໄປນັ້ນມີທັງຕົວຜູ້
ແລະຕົວແມ່ທຸກຢ່າງຕ່າງເຂົ້າໄປຕາມທີ່ພຣະເຈົ້າຊົງສັ່ງແລ້ວ ພຣະອົງກໍຊົງອັດປະຕູເຮືອ
17 ຄັນແລ້ວຝົນກໍເລີ້ມຕົກບໍ່ຂາດສາຍຕລອດສີ່ສິບວັນສີ່ສິບຄືນ
18 ນ້ຳກໍມາກຂຶ້ນເລື້ອຍໆ
ເຮືອຂອງໂນອາຟູ່ຢູ່ເທິງຫນ້ານ້ຳ
19 ນ້ຳກໍມາກຂຶ້ນເລື້ອຍຈົນພູຜາຫນ່ວຍສູງໆກໍຖືກນ້ຳຖ້ວມ
20 ແລະນ້ຳຍັງໄດ້ຖ້ວມພູຜາເຫລົ່ານັ້ນຂຶ້ນໄປອີກສິບຫ້າສອກ
21 ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກຄື
ນົກ
ສັດທຸກຊະນິດຕລອດທັງຄົນກໍຈົມນ້ຳຕາຍ
22 ບັນດາສັດທີ່ມີລົມຫາຍໃຈເຂົ້າອອກທາງດັງ
ຄືສັດທີ່ອາໄສຢູ່ເທິງແຜ່ນດິນກໍຕາຍຫມົດ
23 ທຸກໆສິ່ງທີ່ມີຊິວິດຢູ່ໃນໂລກຄື
ນົກ
ສັດທຸກຊະນິດຕລອດທັງຄົນກໍຈົມນ້ຳຕາຍ
ເວັ້ນໄວ້ແຕ່ຄອບຄົວຂອງໂນອາ
ແລະສັດທີ່ມີຢູ່ໃນເຮືອທໍ່ນັ້ນ
24 ນ້ຳຖ້ວມໂລກຢູ່ເປັນເວລາຮ້ອຍຫ້າສິບວັນ
1
ຫລັງຈາກນ້ຳຖ້ວມໂລກໄດ້ຮ້ອຍຫ້າສິບວັນແລ້ວພຣະເຈົ້າຍັງບໍ່ລືມໂນອາພ້ອມທັງສັດຕ່າງໆທີ່ຢູ່ໃນເຮືອ
ພຣະອົງຊົງທໍາໃຫ້ລົມພັດມາເທິງຫນ້າໂລກ
2
ແລ້ວນ້ຳກໍຄ່ອຍບົກລົງທ້ອງຟ້າກໍເລີ້ມແຈ່ມໃສຂຶ້ນ
ຝົນກໍເຊົາຕົກ
3
ນ້ຳໃນບໍ່ນ້ຳໃນເຫວ
ແລະຫ້ວຍຮ່ອງກໍລົດນ້ອຍຖອຍລົງເປັນລຳດັບ
4
ໃນມື້ວັນທີ່ສິບເຈັດຂອງເດືອນເຈັດ
ເຮືອຂອງໂນອາໄດ້ຄ້າງຢູ່ເທິງພູ
ອາຣາຣັດ
5
ນ້ຳໄດ້ບົກລົງເລື້ອຍໆ
ຈົນມື້ວັນທີ່ນື່ງຂອງເດືອນສິບຍອດພູທັງຫລາຍຈຶ່ງໄດ້ປາກົດຂຶ້ນ
6
ຢູ່ຕໍ່ມາອີກສີ່ສິບວັນ
ໂນອາໄດ້ໄຂປ່ອງຢ້ຽມເຮືອອອກ
7
ແລ້ວໄດ້ປ່ອຍກາຕົວນຶ່ງອອກໄປ
ກາຕົວນັ້ນໄດ້ບິນໄປເລີຍຈົນນ້ຳແຫ້ງຈາກແຜ່ນດິນ
8
ໂນອາກໍໄດ້ປ່ອຍນົກກາງແກຕົວນຶ່ງອອກໄປອີກ
ເພື່ອຈະໄດ້ຮູ້ວ່ານ້ຳບົກແລ້ວຫລືຍັງ
9
ແຕ່ວ່ານົກກາງແກຕົວນັ້ນບໍ່ມີບ່ອນຈະຈັບຈຶ່ງໄດ້ກັບຄືນມາຫາໂນອາເພາະວ່ານ້ຳຍັງຖ້ວມໂລກຢູ່
ພໍເຫັນນົກບິນກັບມາ
ໂນອາໄດ້ເດ່ມືອອກໄປຈັບເອົານົກກາງແກຕົວນັ້ນມາໄວ້ໃນເຮືອນຳຫມູ່
10 ເຈັດວັນຕໍ່ມາ
ທ່ານໄດ້ປ່ອຍນົກກາງແກອອກໄປອີກ
11 ນົກກາງແກຕົວນັ້ນໄດ້ບິນກັບມາໃນຕອນແລງພ້ອມທັງຄາບເອົາໃບຫມາກກອກມານຳ
ເມື່ອເຫັນເຊັ່ນນີ້
ທ່ານຈຶ່ງຮູ້ຈັກຄັກແນ່ວ່ານ້ຳໄດ້ບົກລົງແລ້ວ
12 ເຈັດວັນຕໍ່ມາ
ທ່ານໄດ້ປ່ອຍນົກກາງແກອອກໄປອີກ
ແຕ່ເທື່ອນີ້ນົກຕົວນັ້ນບໍ່ເຫັນກັບມາເລີຍ
13 ເມື່ອໂນອາມີອາຍຸໄດ້ຫົກຮ້ອຍນຶ່ງປີ
ໃນວັນທີນຶ່ງຂອງເດືອນທີນຶ່ງຂອງປີນັ້ນ
ນ້ຳກໍໄດ້ແຫ້ງລົງຫມົດ
ຫລັງຈາກທ່ານໄດ້ເປີດຫລັງຄາເຮືອອອກແລ້ວ
14 ກໍມອງເຫັນວ່າຫນ້າດິນໄດ້ແຫ້ງແລ້ວ
ສະນັ້ນໃນວັນທີ່ຊາວເຈັດຂອງເດືອນທີ່ສອງ
ແຜ່ນດິນໂລກກໍແຫ້ງຢ່າງສິ້ນເຊີງ
15 ແລ້ວພຣະເຈົ້າຊົງກ່າວແກ່ໂນອາວ່າ,
16 “ເຈົ້າພ້ອມທັງພັຣຍາ
ບຸດຊາຍແລະບຸດສະໃພ້
ຈົ່ງພາກັນອອກຈາກເຮືອນັ້ນເຖີດ
17 ຈົ່ງປ່ອຍສັດທັງຫລາຍທີ່ຢູ່ໃນເຮືອຄື
ສັດບ້ານ
ສັດປ່າ
ສັດເລືອຄານ
ນົກ ຫນູອອກມາເພື່ອໃຫ້ມັນອອກແມ່ແຜ່ລູກຫລາຍຂຶ້ນຢູ່ໃນໂລກນີ້”
18 ດັ່ງນັ້ນ
ໂນອາພ້ອມທັງພັຣຍາ
ບຸດຊາຍແລະບຸດສະໃພ້ກໍພາກັນອອກຈາກເຮືອ
19 ສ່ວນສັດບ້ານ
ສັດປ່າ
ສັດເລືອຄານ
ແລະນົກຫນູກໍພາກັນອອກມາຈາກເຮືອ
ຕາມເຊື້ອຊາດຂອງມັນເຫມືອນກັນ
20 ຄັນຕໍ່ມາ
ໂນອາໄດ້ສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າ
ແລະເລືອກເອົາສັດແລະນົກທີ່ບໍ່ມີມົນທິນມາຂ້າເຜົາຖວາຍເທິງແທ່ນບູຊານັ້ນ
21 ເມື່ອພຣະຜູ້ເປັນເຈົ້າຊົງໄດ້ຮັບກິ່ນຫອມຫວນຊວນພຣະທັຍເຊັ່ນນັ້ນແລ້ວພຣະອົງຊົງຄິດວ່າ,
“ເຮົາຈະບໍ່ດ່າສາບແຊງໂລກນີ້ຍ້ອນມະນຸດອີກ
ເພາະເຮົາຮູ້ແລ້ວວ່າ
ຄວາມຄິດຊົ່ວຊ້າຂອງມະນຸດມີມາແຕ່ເວລາຍັງນ້ອຍ
ເຣົາຈະບໍ່ທຳລາຍສິ່ງທີ່ມີຊີວິດເຫມືອນດັ່ງທີ່ເຮົາໄດ້ທຳລາຍມາແລ້ວ
22 ຕາບໃດທີ່ໂລກຍັງຄົງຢູ່
ຍາມຫວ່ານກ້າແລະຍາມເກັບກ່ຽວ
ຣະດູຫນາວ
ແລະຣະດູຮ້ອນ
ກາງເວັນແລະກາງຄືນຈະມີສືບໆໄປ
1
ພຣະເຈົ້າຊົງອວຍໄຊໃຫ້ພອນແກ່ໂນອາ
ພ້ອມທັງບຸດຊາຍທັງສາມຄົນຂອງເຂົາວ່າ,
2
“ໃຫ້ພວກເຈົ້າມີລູກເຕົ້າມາກທະວີຂຶ້ນທົ່ວໂລກເທີນ
ສັດທຸກໆຊະນິດໃນໂລກຄື
ສັດລາກ
ສັດເລືອຄານ
ສັດໃຫຍ່ ສັດນ້ອຍນົກຫນູ
ແລະປູປານາໆຊະນິດ
ຈະຢ້ານກົວ
ແລະຢູ່ໃຕ້ອຳນາດຂອງເຈົ້າ
3
ແຕ່ບັດນີ້ໄປສັດທຸກໆຊະນິດ
ແລະພືດທຸກໆຢ່າງ
ພວກເຈົ້າກິນໄດ້ເພາະເຮົາໄດ້ປະທານສິ່ງນັ້ນໃຫ້ເປັນອາຫານແກ່ພວກເຈົ້າ
4
ແຕ່ມີສິ່ງທີ່ເຈົ້າບໍ່ຄວນກິນຄື
ເລືອດຊຶ່ງເປັນຫລັກສຳຄັນຂອງຊີວິດ
5
ຖ້າຜູ້ໃດຂ້າເຈົ້າ
ເຮົາຈະລົງໂທດຜູ້ນັ້ນເຖິງຕາຍ
ເຮົາຈະທຳລາຍສັດທຸກຕົວທີ່ຂ້າເຈົ້າ
ແລະເຮົາຈະລົງໂທດທຸກໆຄົນທີ່ຂ້າເພື່ອນມະນຸດດ້ວຍກັນ
6
ຜູ້ໃດຂ້າເພື່ອນສັນໃດ
ຜູ້ນັ້ນຈະຖືກເພື່ອນຂ້າສັນນັ້ນ
ເພາະວ່າພຣະເຈົ້າໄດ້ຊົງສ້າງມະນຸດຕາມຮູບຮ່າງຂອງພຣະອົງ
7
ສະນັ້ນ
ພວກເຈົ້າຈົ່ງສືບຫນໍ່ແທນແນວໃຫ້ມາກຫລາຍ
ເພື່ອໃຫ້ເຊື້ອສາຍຂອງພວກເຈົ້າແຜ່ຜາຍໄປທົ່ວທຸກແຫ່ງໃນໂລກ”
8
ພຣະເຈົ້າຊົງສັນຍາກັບໂນອາ
ແລະບຸດຊາຍຂອງທ່ານວ່າ,
9
“ແຕ່ບັດນີ້ເປັນຕົ້ນໄປ
ເຮົາສັນຍາຕໍ່ເຈົ້າ
ເຊື້ອສາຍຂອງເຈົ້າ
10 ແລະສັດທຸກຊະນິດທີ່ອອກມາຈາກເຮືອເຊັ່ນ
ນົກຫນູ ສັດບ້ານ
ສັດປ່າວ່າ
11 ດ້ວຍຄຳຫມັ້ນສັນຍາທີ່ເຮົາຕັ້ງໄວ້ເຮົາຈະບໍ່ທຳລາຍທຸກໆສິ່ງທີ່ມີຊີວິດດ້ວຍນ້ຳ
ນ້ຳຖ້ວມໂລກເຊັ່ນນີ້ຈະບໍ່ມີອີກຈັກເທື່ອ
12 ພຣະເຈົ້າຊົງກ່າວຕື່ມອີກວ່າ,
“ເຮົາຕັ້ງຮຸ້ງກິນນ້ຳໄວ້ເພື່ອເປັນເຄື່ອງຫມາຍສຳຄັນຂອງຄຳຫມັ້ນສັນຍາຕລອດໄປເປັນນິດຊຶ່ງເຮົາໄດ້ກະທຳຕໍ່ເຈົ້າ
ແລະສັດຕ່າງໆ
13 ຮຸ້ງກິນນ້ຳຈະເປັນເຄື່ອງຫມາຍສຳຄັນຂອງຄຳຫມັ້ນສັນຍາທີ່ເຮົາໄດ້ຕັ້ງໄວ້ກັບໂລກ
14 ຫາກເມື່ອໃດເຮົາໄດ້ທຳໃຫ້ມີເມກປົກຫຸ້ມທົ່ວແຜ່ນດິນໂລກ
ແລະທຳໃຫ້ມີຮຸ້ງປາກົດຂຶ້ນໃນເມກ
15 ແລ້ວເຮົາກໍຈະຄິດເຖິງຄຳຫມັ້ນສັນຍາຂອງເຮົາທີ່ໄດ້ໃຫ້ແກ່ເຈົ້າ
ແລະສັດທັງປວງວ່າຈະບໍ່ທຳລາຍທຸກໆສິ່ງທີ່ມີຊີວິດດ້ວຍນ້ຳອີກ
16 ເມື່ອຮຸ້ງປາກົດຂຶ້ນໃນເມກເຮົາກໍຈະໄດ້ເຫັນ
ແລະຈະໄດ້ລະນຶກເຖິງຄຳຫມັ້ນສັນຍາຕລອດໄປເປັນນິດລະຫວ່າງເຮົາກັບທຸກໆສິ່ງທີ່ມີຊີວິດຢູ່ໃນໂລກ”
17 ພຣະເຈົ້າໄດ້ກ່າວຕໍ່ໂນອາອີກວ່າ,
“ນີ້ແຫລະເຄື່ອງຫມາຍສຳຄັນຂອງຄຳຫມັ້ນສັນຍາຊຶ່ງເຮົາໄດ້ກະທຳຕໍ່ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກ”
18 ບຸດຊາຍຂອງໂນອາທີ່ໄດ້ອອກມາຈາກເຮືອຄື
ເຊມ ຮາມ
ແລະຢາເຟດ
ຮາມເປັນບິດາຂອງການາອານ
19 ບຸດຊາຍທັງສາມຂອງທ່ານໄດ້ເປັນບັນພະບຸຣຸດຂອງປະເທດຊາດທັງປວງໃນໂລກ
20 ໂນອາຊຶ່ງມີອາຊີບຊາວໄຮ່
ເປັນຜູ້ທຳອິດທີ່ປູກຕົ້ນອະງຸ່ນ
21 ວັນນຶ່ງ
ທ່ານດື່ມນ້ຳອະງຸ່ນຫລາຍຈົນມືນເມົາ
ຈົນຫລົງແກ້ເຄື່ອງນຸ່ງຫົ່ມຂອງຕົນອອກ
ແລ້ວນອນເປືອຍກາຍຢູ່ໃນຜ້າເຕັນ
22 ເມື່ອຮາມຜູ້ເປັນບິດາຂອງການາອານ
ເຫັນບິດາຂອງຕົນນອນເປືອຍກາຍຢ່າງມືນເມົາຢູ່ເຊັ່ນນັ້ນກໍຟ້າວໄປບອກອ້າຍທັງສອງມາ
23 ເຊມ
ແລະຢາເຟດກໍເອົາຜ້າພາດບ່າແລ້ວທັງສອງຄົນກໍເດີນຫັນຫລັງເຂົ້າໄປປົກປິດກາຍຂອງບິດາທີ່ເປືອຍກາຍຢູ່
ໂດຍບໍ່ໄດ້ຫັນຫນ້າເບິ່ງກາຍຂອງບິດາທີ່ເປືອຍຢູ່ນັ້ນ
24 ເມື່ອໂນອາ
ຕື່ນແຕ່ນອນແລະຊວ່າງເຫລົ້າແລ້ວ
ກໍຮູ້ຈັກສິ່ງທີ່ບຸດຊາຍຫລ້າໄດ້ກະທໍາຕໍ່ຕົນ
25 ທ່ານຈຶ່ງຮ້ອງຂຶ້ນວ່າ,
“ກູຂໍສາບແຊ່ງການາອານ
ມັນຈະເປັນຂ້ອຍຂ້າຂອງອ້າຍມັນ”
26 ທ່ານກ່າວອີກວ່າ,
“ຂໍສັຣເສີນພຣະຜູ້ເປັນເຈົ້າ
ຜູ້ເປັນພຣະເຈົ້າຂອງເຊມ
ການາອານ
ຈະເປັນຂ້ອຍຂ້າຂອງເຊມ
27 ຂໍພຣະເຈົ້າຊົງໂຜດໃຫ້ຢາເຟດ
ຈະເຣີນມັ່ງຄັ່ງສົມບູນຂຶ້ນ
ແລະຂໍໃຫ້ເຊື້ອສາຍຂອງເຂົາ
ຈົ່ງຢູ່ຮ່ວມກັນກັບປະຊາຊົນຂອງເຊມ
ການາອານຈົ່ງຕົກເປັນຂ້ອຍຂ້າຂອງຢາເຟດ”
28 ຫລັງຈາກນ້ຳຖ້ວມໂລກແລ້ວ
ໂນອາມີອາຍຸຕໍ່ມາອີກສາມຮ້ອຍຫ້າສິບປີ
29 ທ່ານຈຶ່ງເຖິງແກ່ກຳໄປເມື່ອອາຍຸໄດ້ເກົ້າຮ້ອຍຫ້າສິບປີ
1
ຕໍ່ໄປນີ້ແມ່ນເຊື້ອສາຍບຸດຊາຍທັງຫລາຍຂອງໂນອາຄື
ເຊມ ຮາມ ແລະຢາເຟດ
ບຸດຊາຍຂອງເຂົາໄດ້ເກີດຫລັງຈາກນ້ຳ
ຖ້ວມໂລກ
2
ບຸດຊາຍຂອງຢາເຟດຊື່
ໂກເມີ ມາກົກ
ມາດັຍ
ຢາວານ
ຕູບານ
ເມເຊກ
ແລະຕີຣັສ
3
ບຸດຊາຍຂອງໂກເມີຊື່
ອັສເກນັຊ
ຣິຟັທ ແລະໂຕກາຣ໌ມາ
4
ບຸດຊາຍຂອງຢາວານຊື່
ເອລິຊາ
ຕາຣ໌ຊິສ
ຊາວກິດຕິມ
ແລະຊາວໂຣດານິມ
5
ພວກເຂົາເຫລົ່ານີ້ເປັນບັນພະບຸຣຸດຂອງປະຊາຊົນທີ່ອາໄສຢູ່ຕາມແຄມດອນ
ແລະຕາມແຄມທະເລ
ພວກນີ້ເປັນເຊື້ອສາຍຂອງຢາເຟດຊຶ່ງອາໄສຢູ່ໃນເຜົ່າ
ແລະໃນປະເທດແຕກຕ່າງກັນ
ແຕ່ລະຫມວດຫມູ່
ປາກພາສາຂອງພວກເຂົາເອງ
6
ບຸດຊາຍຂອງຮາມຊື່
ກູຊ ເອຢິບ
ປູທ ແລະການາອານ
7
ບຸດຊາຍຂອງກູຊ
ຊື່ເຊບາ
ຮາວິລາ ຊັບຕາ
ຣາອາມາ
ແລະຊັບເຕກາ
8
ບຸດຊາຍຂອງຣາອາມາຊື່
ເຊບາ
ແລະເດດານກູຊມີບຸດຊາຍອີກຜູ້ນຶ່ງຊື່
ນິມໂຣດ
ນິມໂຣດເປັນຜູ້ປົກຄອງຜູ້ຍິ່ງໃຫຍ່ຄົນທຳອິດໃນໂລກ
9
ທ່ານຍັງເປັນນາຍພານຜູ້ຍິ່ງໃຫຍ່ໃນໂລກອີກ
ດ້ວຍເຫດນີ້
ຈິ່ງມີຄຳເວົ້າເລົ່າລືກັນມາວ່າ
“ເປັນນາຍພານຜູ້ຍິ່ງໃຫຍ່ຫມືອນດັ່ງນິມໂຣດ”
10 ຣາຊອານາຈັກທຳອິດທີ່ນິມໂຣດປົກຄອງມີຄື
ບາເບນ
ເອເຣກ ແລະອັກກາດ
ຣາຊອານາຈັກເຫລົ່ານີ້ຢູ່ໃນປະເທດຊິນາກ
11 ອັສຊີເຣັຽ
ອອກຈາກປະເທດຊິນາກໄປ
ສ້າງເມືອງນິເນເວ
ເຣໂຮໂບທອິຣ໌
ກາລາ
12 ແລະເຣເຊນຊື່ງຢູ່ລະຫວ່າງເມືອງນິເນເວ
ແລະເມືອງກາລາ
ເມືອງນີ້ເປັນເມືອງໃຫຍ່
13 ເອຢິບເປັນບິດາຂອງລູດິມ
ອານາມິມ
ເລຮາບິມເນັຟຕູຮິມ
14 ປັທຣູຊິມ
ກັສລູຮິມ
ແລະເກັຟໂຕຣິມ
ພວກນີ້ໄດ້ສືບເຊື້ອສາຍໃຫ້ຄົນຟີລິສຕິນ
15 ບຸດຊາຍກົກຂອງການາອານຊື່
ຊິໂດນ ແລະຜູ້ຕໍ່ມາແມ່ນ
ເຮທ
16 ແລະຊາວເຢບຸສ
ຊາວອາໂມຣິດ
ຊາວກີຣ໌ກາຊິດ
17 ຊາວຮິວິ
ຊາວອາຣ໌ກິດ
ຊາວຊີນິດ
18 ຊາວອາຣ໌ວາດິດ
ຊາວເຊມາຣິດ
ແລະຊາວຮາມັທ
ພາຍລຸນມາເຊື້ອສາຍຂອງການາອານໄດ້ແຜ່ກວ້າງອອກໄປ
19 ຈົນເຂດແດນຂອງພວກເຂົາຮອດຊິໂດນທາງເບື້ອງເມືອງເກຣາ
ເມືອງກາຊາ
ແລະຂ້າງເມືອງໂຊໂດມ
ຮອດເມືອງໂກໂມຣາ
ເມືອງອັດມາ
ແລະເຊບົວອິມຮອດເມືອງລາຊາ
20 ພວກເຫລົ່ານີ້ແມ່ນເຊື້ອສາຍຂອງຮາມ
ຊຶ່ງອາໄສຢູ່ເປັນຫມູ່ຫມວດເຜົ່າແລະປະເທດ
ແຕ່ລະຫມູ່ຫມວດປາກເວົ້າພາສາຂອງຕົນເອງ
21 ເຊມຜູ້ຊຶ່ງເປັນບັນພະບຸຣຸດຂອງເດັກນ້ອຍຊາວເອເບີ
ແລະຜູ້ຊຶ່ງເປັນອ້າຍກົກຂອງຢາເຟດກໍມີບຸດຫລາຍຄົນເຊັ່ນດຽວກັນ
22 ບຸດຊາຍຂອງເຊມຊື່
ເອລາມ
ອັສຊູຣ໌
ອາກປັກສາດ
ລູດ ແລະອາຣາມ
23 ບຸດຊາຍຂອງອາຣາມຄື
ອຸຊ ຮຸນ
ເກເທີ ແລະມັສ
24 ອາກປັກສາດເປັນບິດາຂອງເຊລາ
ແລະເຊລາເປັນບິດາຂອງເອເບີ
25 ເອເບີມີບຸດຊາຍສອງຄົນ
ຜູ້ອ້າຍຊື່
ເປເລກ
ກ່ອນຈະໃສ່ຊື່ນີ້ກໍເພາະວ່າ
ໃນສະໄຫມຂອງທ່ານປະຊາຊົນໃນໂລກຖືກແບ່ງແຍກກັນ
ນ້ອງຊາຍຂອງເປເລກຊື່
ໂຢກທານ
26 ໂຢກທານມີບຸດຊາຍຫລາຍຄົນຊື່
ອັນໂມດາດ
ເຊເລຟ
ຮາຊາມາເວທ
ເຢຣາ
27 ຮາໂດຣາມ
ອຸຊານ ດິກລາ
28 ໂອບານ
ອາບິມາເອນ
ເຊບາ
29 ໂອຟີຣ໌
ຮາວີລາ
ແລະໂຢບັບ
30 ດິນແດນທີ່ພວກເຂົາອາໄສຢູ່ນັ້ນມີຕັ້ງແຕ່ເມຊາຂ້າງເບື້ອງເຊຟາກ
ຈົນເຖິງພູເຂົາທາງທິດຕາເວັນອອກ
31 ພວກເຫລົ່ານີ້ແມ່ນເຊື້ອສາຍຂອງເຊມ
ຊຶ່ງໄດ້ອາໄສຢູ່ເປັນຫມູ່ຫມວດເຜົ່າແລະປະເທດ
ແຕ່ລະຫມູ່ຫມວດນັ້ນປາກເວົ້າພາສາຂອງຕົນເອງ
32 ທຸກໆເຜົ່າແລະຫມູ່ຫມວດທີ່ກ່າວມານັ້ນ
ແມ່ນເຊື້ອສາຍຈາກບຸດຊາຍທັງຫລາຍຂອງໂນອາທີ່ມາຈາກເຊື້ອສາຍຕ່າງໆກັນປະຊາຊົນທຸກໆຄົນໃນຊາດຕ່າງໆໃນໂລກນີ້
ແມ່ນສືບເຊື້ອສາຍມາຈາກໂນອາ
ແລະຈາກບຸດຊາຍຂອງທ່ານ
ພາຍຫລັງຈາກນ້ຳຖ້ວມໂລກ
1
ແຕ່ທຳອິດ
ມະນຸດໃນໂລກເວົ້າພາສາດຽວກັນແລະໃຊ້ຄຳເວົ້າແບບດຽວກັນ
2
ຢູ່ມາເມື່ອພວກເຂົາໄດ້ຍົກຍ້າຍໄປທາງທິດຕາເວັນອອກ
ພວກເຂົາຈຶ່ງພົບທົ່ງຮາບພຽງແຫ່ງນຶ່ງໃນປະເທດຊິນາກ
ແລ້ວໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ
3
ແລ້ວພວກເຂົາໄດ້ເວົ້າວ່າ,
“ເອົາເທາະ!
ພວກເຮົາພາກັນປັ້ນດິນຈີ່
ແລ້ວເຜົາໃຫ້ມັນແຂງດີ”
ດັ່ງນັ້ນ
ພວກເຂົາຈຶ່ງມີດິນຈີ່ສຳລັບກໍ່ສ້າງ
ແລະມີຢາງໃຊ້ຕາງປະທາຍ
4
ແລ້ວພວກເຂົາເວົ້າວ່າ,
“ບັດນີ້
ພວກເຮົາມາພາກັນສ້າງເມືອງຂອງພວກເຮົາ
ພ້ອມທັງກໍ່ຫໍຄອຍໃຫ້ມີຍອດສູງຈຸຟ້າ
ພວກເຮົາຄວນສ້າງຊື່ສຽງໄວ້
ເພື່ອເຮົາຈະບໍ່ໄດ້ພັດພາກຈາກກັນໄປໃນໂລກນີ້”
5
ແລ້ວພຣະອົງຈຶ່ງສະເດັດລົງມາທອດພຣະເນດເມືອງແລະຫໍຄອຍສູງທີ່ມະນຸດໄດ້ສ້າງຂຶ້ນ
6
ພຣະອົງຊົງກ່າວວ່າ,
“ບັດນີ້
ມະນຸດທ້ອນໂຮມກັນເປັນອັນນຶ່ງອັນດຽວ
ເຂົາເວົ້າພາສາດຽວກັນ
ນີ້ກໍເປັນພຽງຂັ້ນເລີ້ມຕົ້ນທີ່ເຂົາໄດ້ກະທຳມາ
ໃນຂັ້ນຕໍ່ໄປ
ພວກເຂົາກໍຈະສາມາດທຳທຸກສິ່ງທຸກຢ່າງທີ່ເຂົາປາຖນາຢາກທຳ
7
ສະນັ້ນ
ເຮົາຕ້ອງລົງໄປທຳໃຫ້ພາສາຂອງເຂົາແຕກຕ່າງກັນ
ເພື່ອພວກເຂົາຈະເວົ້າບໍ່ເຂົ້າໃຈກັນອີກ”
8
ແລ້ວພຣະຜູ້ເປັນເຈົ້າຊົງທໍາໃຫ້ພວກເຂົາພັດພາກຈາກກັນໄປຢູ່ທົ່ວທຸກແຫ່ງໃນໂລກ
ພວກເຂົາຈຶ່ງເຊົາສ້າງເມືອງນັ້ນ
9
ດ້ວຍເຫດນັ້ນ
ເມືອງນີ້ຈຶ່ງມີຊື່ວ່າ
ບາເບນ
ເພາະວ່າບ່ອນນີ້ເປັນບ່ອນທີ່ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ພາສາຂອງພວກເຂົາແຕກຕ່າງກັນ
ແລະທຳໃຫ້ມະນຸດພັດພາກຈາກກັນໄປທົ່ວທຸກແຫ່ງໃນໂລກ
10 ເຊື້ອສາຍຂອງເຊມມີຄວາມເປັນມາດັ່ງນີ້
ເມື່ອເຊມມີອາຍຸໄດ້ຮ້ອຍປີ
ກໍມີບຸດຊາຍຊື່
ອາກປັກສາດ
ເມື່ອສອງປີຫລັງຈາກນ້ຳຖ້ວມໂລກ
11 ຕັ້ງແຕ່ເຊມມີບຸດຊາຍຄືອາກປັກສາດມາ
ກໍມີອາຍຸຕໍ່ມາອີກຫ້າຮ້ອຍປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
12 ເມື່ອອາກປັກສາດມີອາຍຸໄດ້ສາມສິບຫ້າປີ
ກໍມີບຸດຊາຍຊື່
ເຊລາ
13 ຕັ້ງແຕ່ໄດ້ເຊລາມາ
ກໍມີອາຍຸຕໍ່ມາອີກສີ່ຮ້ອຍສາມປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
14 ເມື່ອເຊລາມີອາຍຸໄດ້ສາມສິບປີ
ມີບຸດຊາຍຊື່
ເອເບີ
15 ຕັ້ງແຕ່ໄດ້ເອເບີມາ
ກໍມີອາຍຸຕໍ່ມາອີກສີ່ຮ້ອຍສາມປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
16 ເມື່ອເອເບີມີອາຍຸໄດ້ສາມສິບສີ່
ກໍມີບຸດຊາຍຊື່
ເປເລກ
17 ຕັ້ງແຕ່ໄດ້ເປເລກມາ
ກໍມີອາຍຸຕໍ່ມາອີກສີ່ຮ້ອຍສາມສິບປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
18 ເມື່ອເປເລກມີອາຍຸໄດ້ສາມສິບປີ
ກໍມີບຸດຊາຍຊື່
ເຣອູ
19 ຕັ້ງແຕ່ໄດ້ເຣອູມາ
ກໍມີຊີວິດຕໍ່ມາອີກສອງຮ້ອຍເກົ້າປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
20 ເມື່ອເຣອູມີອາຍຸໄດ້ສາມສິບສອງປີ
ກໍມີບຸດຊາຍຊື່
ເຊຣຸກ
21 ຕັ້ງແຕ່ໄດ້ເຊຣຸກມາ
ກໍມີຊີວິດຕໍ່ມາອີກສອງຮ້ອຍເຈັດປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
22 ເມື່ອເຊຣຸກມີອາຍຸໄດ້ສາມສິບປີ
ກໍມີບຸດຊາຍຊື່
ນາໂຮຣ໌
23 ຕັ້ງແຕ່ໄດ້ນາໂຮຣ໌ມາ
ກໍມີຊີວິດຕໍ່ມາອີກຕື່ມສອງຮ້ອຍປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
24
ເມື່ອນາໂຮຣ໌ມີອາຍຸໄດ້ຊາວເກົ້າປີກໍມີບຸດຊາຍຊື່
ເຕຣາ
25 ຕັ້ງແຕ່ໄດ້ເຕຣາມາ
ກໍມີຊີວິດຕໍ່ມາອີກຮ້ອຍສິບເກົ້າປີ
ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ
26 ເມື່ອເຕຣາມີອາຍຸໄດ້ເຈັດສິບປີ
ກໍມີບຸດຊາຍສາມຄົນແລ້ວຄື
ອັບຣາມ
ນາໂຮຣ໌
ແລະຮາຣານ
ເຊື້ອສາຍຂອງເຕຣາ
27 ຕໍ່ໄປນີ້ແມ່ນເຊື້ອສາຍຂອງເຕຣາຄື
ເຕຣາມີບຸດຊາຍສາມຄົນຊື່
ອັບຣາມ
ນາໂຮຣ໌ ແລະຮາຣານ
ຮາຣານມີບຸດຊາຍຊື່
ໂລດ
28 ຮາຣານໄດ້ສິ້ນຊີວິດກ່ອນເຕຣາຜູ້ເປັນບິດາໃນບ້ານເກີດເມືອງນອນຂອງຕົນ
ຄືເມືອງອູຣ໌ແຂວງຄັນເດອານ
29 ອັບຣາມ
ແລະນາໂຮຣ໌ຕ່າງກໍໄດ້ແຕ່ງງານ
ພັຣຍາຂອງອັບຣາມຊື່
ຊາຣາຍ ພັຣຍາຂອງນາໂຮຣ໌ຊື່
ມິລະກາ
ມິລະກາເປັນບຸດຕຣີຂອງຮາຣານ
ຮາຣານເປັນບິດາຂອງ
ມິລະກາ
ແລະອິສກາ
30 ນາງຊາຣາຍບໍ່ມີບຸດເພາະນາງເປັນຫມັນ
31 ເຕຣາພ້ອມບຸດຊາຍຄື
ອັບຣາມກັບຫລານຊາຍຄືໂລດບຸດຊາຍຂອງຮາຣານ
ແລະຊາຣາຍພັຣຍາຂອງອັບຣາມໄດ້ພາກັນຫນີຈາກເມືອງອູຣ໌
ປະເທດຄັນເດອາເຂົ້າໄປອາໄສຢູ່ໃນປະເທດການາອານພວກເຂົາພາກັນໄປເຖິງເມືອງຮາຣານແລະຕັ້ງຖິ່ນຖານຢູ່ທີ່ນັ້ນ
32 ເຕຣາໄດ້ເຖິງແກ່ກຳຢູ່ທີ່ນັ້ນ
ເມື່ອອາຍຸໄດ້ສອງຮ້ອຍຫ້າປີ
1
ຄັນຕໍ່ມາ
ພຣະຜູ້ເປັນເຈົ້າໄດ້ຊົງບອກແກ່ອັບຣາມວ່າ,
“ຈົ່ງອອກຈາກປະເທດຂອງເຈົ້າ
ຈາກຍາດພີ່ນ້ອງແລະຈາກບ້ານຂອງເຈົ້າແລ້ວໄປໃນປະເທດທີ່ເຮົາຈະບອກເຈົ້າ
2
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍຂຶ້ນແລ້ວເກີດເປັນຊົນຊາດໃຫຍ່
ເຮົາຈະອວຍພອນໃຫ້ເຈົ້າເປັນຜູ້ທີ່ມີຊື່ສຽງ
ແລະຜູ້ອື່ນຈະໄດ້ຮັບພອນຍ້ອນເຈົ້າ
3
ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ
ແຕ່ເຮົາຈະສາບແຊ່ງຜູ້ທີ່ສາບແຊ່ງເຈົ້າ
ທຸກໆຊົນຊາດໃນໂລກຈະຂໍໃຫ້ເຮົາອວຍພອນພວກເຂົາເຫມືອນດັ່ງເຮົາໄດ້ອວຍພອນໃຫ້ພວກເຈົ້າ”
4
ເມື່ອອັບຣາມອາຍຸໄດ້ເຈັດສິບຫ້າປີ
ທ່ານກໍອອກຈາກເມືອງຮາຣານໄປຕາມທີ່ພຣະຜູ້ເປັນເຈົ້າຊົງບອກ
ໂລດກໍໄປນຳທ່ານ
ດ້ວຍ
5
ອັບຣາມພາຊາຣາຍພັຣຍາຂອງຕົນກັບໂລດຫລານຊາຍ
ພ້ອມທັງຊັບສິ່ງຂອງທີ່ໄດ້ສະສົມໄວ້ໃນເມືອງຮາຣານ
ແລະພວກຂ້ອຍຂ້າໄປນໍາດ້ວຍ
ພວກເຂົາອອກເດີນທາງມຸ່ງຫນ້າໄປຍັງປະເທດການາອານ
6
ເມື່ອຮອດປະເທດການາອານແລ້ວ
ອັບຣາມຍັງເດີນທາງຜ່ານປະເທດໄປຈົນເຖິງບ່ອນສັກສີດຂອງເມືອງເຊເຄມ
ຄືຕົ້ນໄມ້ສັກສິດທີ່ໂມເຣ
(ໃນເວລານັ້ນ
ຊາວການາອານກໍໄດ້ອາໄສຢູ່ໃນດິນແດນນັ້ນແລ້ວ)
7
ພຣະຜູ້ເປັນເຈົ້າໄດ້ຊົງປາກົດຕໍ່ອັບຣາມແລະກ່າວຕໍ່ທ່ານວ່າ,
“ນີ້ແມ່ນດິນແດນທີ່ເຮົາຈະມອບໃຫ້ແກ່ເຊື້ອສາຍຂອງເຈົ້າ”
ສະນັ້ນ
ໃນບ່ອນນີ້ອັບຣາມໄດ້ສ້າງແທ່ນບູຊາຖວາຍພຣະຜູ້ເປັນເຈົ້າທີ່ໄດ້ປາກົດຂຶ້ນແກ່ຕົນ
8
ຫລັງຈາກນັ້ນ
ທ່ານໄດ້ຍົກຍ້າຍໄປທາງທິດໃຕ້
ຄືໄປເທິງພູທາງທິດຕາເວັນອອກຂອງເມືອງເບັດເອນ
ແລະໄດ້ຕັ້ງທີ່ພັກອາໄສຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີ
ໃນທີ່ນັ້ນອັບຣາມໄດ້ສ້າງແທ່ນບູຊາ
ແລະນະມັສການພຣະຜູ້ເປັນເຈົ້າ
9
ຕໍ່ຈາກນັ້ນ
ທ່ານກໍຍົກຍ້າຍໄປທາງທິດໃຕ້ອອກເດີນທາງເປັນລະຍະໆໄປສູ່ດິນແດນເນເກັບ
ອັບຣາມໃນປະເທດເອຢິບ
10 ໃນເວລານັ້ນ ມີການອຶດຢາກຢ່າງແສນສາຫັດເກີດຂຶ້ນໃນປະເທດການາອານ ຈຶ່ງເປັນເຫດໃຫ