| Ezra |
|
![]() |
|
1
ໃນຣັຊການປີທີ່ນຶ່ງຂອງເຈົ້າໄຊຣັສ
ເຈົ້າຈັກກະພັດແຫ່ງເມືອງເປີເຊັຽ ພຣະຜູ້ເປັນເຈົ້າຊົງດົນບັນດານຈິດໃຈໃຫ້ພຣະອົງອອກຄໍາສັ່ງແລະຂຽນຂໍ້ຄວາມນັ້ນອອກ
ເພື່ອປະກາດທົ່ວທຸກຫົນທຸກແຫ່ງ
ທົ່ວຈັກກະພົບຂອງພຣະອົງ
ການກະທຳດັ່ງນີ້
ກໍເພື່ອໃຫ້ຄຳທີ່ພຣະຜູ້ເປັນເຈົ້າທີ່ຊົງກ່າວຜ່ານມາທາງຜູ້ປະກາດພຣະທັມ
ເຢເຣມີຢາ
ກາຍເປັນຄວາມຈິງ
2
ຄຳສັ່ງເຈົ້າຊີວິດໄຊຣັສແຫ່ງເປີເຊັຽມີດັ່ງນີ້ວ່າ,
“ພຣະຜູ້ເປັນເຈົ້າ
ພຣະເຈົ້າຜູ້ຊົງສະຖິດຢູ່ເທິງຟ້າສວັນ
ຊົງໃຫ້ຂ້າພະເຈົ້າປົກຄອງທົ່ວທັງໂລກນີ້
ແລະຊົງໃຫ້ຂ້າພະເຈົ້າຮັບຜິດຊອບສ້າງພຣະວິຫານສຳລັບພຣະອົງທີ່ນະຄອນເຢຣູຊາເລັມທີ່ປະເທດຢູດາ
3
ຂໍໃຫ້ພຣະເຈົ້າສະຖິດຢູ່ທ່ານ
ຜູ້ທີ່ເປັນໄພ່ພົນຂອງພຣະອົງ
ພວກທ່ານຈະຕ້ອງໄປນະຄອນເຢຣູຊາເລັມທີ່ປະເທດຢຸດາ
ເພື່ອສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງຊາວອິສຣາເອນ
ແລະພຣະເຈົ້າອົງທີ່ຕົນນະມັສການຢູ່ນະຄອນເຢຣູຊາເລັມ
4
ຖ້າວ່າ
ໄພ່ພົນຂອງພຣະອົງຄົນໃດທີ່ຢູ່ຕ່າງຖິ່ນຢາກກັບຄືນມາ
ຂໍໃຫ້ຄົນບ້ານໃກ້ເຮືອນຄຽງຊ່ອຍເຫລືອພວກເຂົາ
ພວກເຂົາຕ້ອງຈັດຫາເງິນຄຳ
ສະບຽງອາຫານ
ສັດສາວາສິ່ງພ້ອມທັງເຄື່ອງຖວາຍບູຊາ
ເພື່ອເປັນຂອງປະທານໃຫ້ແກ່ພຣະວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມ”
5
ແລ້ວຫົວຫນ້າຄອບຄົວຂອງຕະກູນຢູດາ
ແລະຕະກູນເບັນຢາມິນ
ພວກປະໂຣຫິດ
ພວກເລວີພ້ອມທັງບຸກຄົນທີ່ໄດ້ຮັບການດົນໃຈຈາກພຣະເຈົ້າກໍໃຫ້ພ້ອມກັນໄປສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ນະຄອນເຢຣູຊາເລັມ
6
ພວກບ້ານໃກ້ຄຽງໄດ້ຊ່ອຍເຫລືອພວກເຂົາຫລາຍສິ່ງຫລາຍຢ່າງ
ເຊັ່ນວ່າ ເຄື່ອງໃຊ້ເປັນເງິນ
ຄຳ
ສະບຽງອາຫານ
ສັດສາວາສິ່ງ
ສິ່ງຂອງອື່ນໆທີ່ມີຄ່າ
ພ້ອມທັງເຄື່ອງຖວາຍບູຊາເພື່ອເປັນການປະທານແກ່ພຣະວິຫານ
7
ເຈົ້າໄຊຣັສໄດ້ມອບຖ້ວຍ
ແລະຈອກໃຫ້ພວກເຂົາ
ຊຶ່ງເປັນຂອງທີ່ເຈົ້າເນບຸກາດເນສຊາຣ໌
ເອົາມາຈາກນະຄອນເຢຣູຊາເລັມ
ແລະໄດ້ເອົາໄປໄວ້ໃນວິຫານພຣະເຈົ້າຂອງພຣະອົງ
8
ພຣະອົງໄດ້ເອົາສິ່ງຂອງເຫລົ່ານີ້ສົ່ງຄືນໃຫ້ແກ່
ມິທເຣດາດ
ຫົວຫນ້າຄັງປະຈຳພຣະຣາຊວັງ
ເພື່ອໃຫ້ທ່ານເຮັດບັນຊີສິ່ງຂອງແລ້ວມອບໃຫ້ແກ່
ເຈົ້າເຊສບັສຊາຜູ້ປົກຄອງຢູດາ
9
ຊຶ່ງມີດັ່ງຕໍ່ລົງໄປນີ້ຄື
ອ່າງຄຳສາມສິບ
ອ່າງເງິນນຶ່ງພັນໃບ
ມີດຊາວເກົ້າອັນ
10 ຖ້ວຍຄຳສາມສິບ
ຖ້ວຍເງິນສີ່ຮ້ອຍສິບ
ພາຊນະອື່ນໆນຶ່ງພັນ
11 ພາຊນະທີ່ທຳດ້ວຍຄຳແລະທຳດ້ວຍເງິນທັງສິ້ນຮວມຫ້າພັນສີ່ຮ້ອຍ
ທັງຫມົດນີ້ເຈົ້າເຊສບັສຊາໄດ້ນຳຂຶ້ນມາ
ເມື່ອໄດ້ນຳພວກຊະເລີຍຂຶ້ນມາຈາກກຸງບາບີໂລນເຖິງກຸງເຢຣູຊາເລັມ
1
ຕໍ່ໄປນີ້ເປັນປະຊາຊົນແຫ່ງມົນທົນທີ່ຂຶ້ນມາຈາກການເປັນຊະເລີຍໃນພວກທີ່ຖືກກວາດໄປ
ຊຶ່ງເນບຸກາດເນສຊາຣ໌
ພຣະຣາຊາແຫ່ງບາບີໂລນໄດ້ກວາດເອົາໄປເປັນຊະເລີຍຍັງກຸງບາບີໂລນ
ແລະກັບໄປຍັງເຢຣູຊາເລັມ
ແລະຢູດາ
ຕ່າງກໍໄປຍັງເມືອງຂອງຕົນ
2
ເຂົາທັງຫລາຍມາກັບເຊຣຸບບາເບນ
ເຢຊູອາ
ເນເຫມີ
ເຊຣັຍຢາ
ເຣເອລັຍຢາ
ໂມເດກັຍ
ບີນຊານ
ມີສປາ
ບິກວັຍ ເຣຮູມ
ແລະບາອານາ
ຈໍານວນປະຊາຊົນອິສຣາເອນຄື
3
ເຊື້ອສາຍປາໂຣສ
ສອງພັນນຶ່ງຮ້ອຍເຈັດສິບສອງຄົນ
4
ເຊື້ອສາຍເຊຟາຕິຢາ
ສາມຮ້ອຍເຈັດສິບສອງຄົນ
5
ເຊື້ອສາຍອາຣາ
ເຈັດຮ້ອຍເຈັດສິບຫ້າຄົນ
6
ເຊື້ອສາຍປາຮັທໂມອາບ
ຄືເຊື້ອສາຍຂອງເຢຊູອາ
ແລະໂຢອາບ
ສອງພັນແປດຮ້ອຍສິບສອງຄົນ
7
ເຊື້ອສາຍເອລາມ
ນຶ່ງພັນສອງຮ້ອຍຫ້າສິບສີ່ຄົນ
8
ເຊື້ອສາຍຊັດຕູ
ເກົ້າຮ້ອຍສີ່ສິບຫ້າຄົນ
9
ເຊື້ອສາຍຊັກກັຍ
ເຈັດຮ້ອຍຫົກສິບຄົນ
10 ເຊື້ອສາຍບານີ
ຫົກຮ້ອຍສີ່ສິບສອງຄົນ
11 ເຊື້ອສາຍເບບັຍ
ຫົກຮ້ອຍຊາວສາມຄົນ
12 ເຊື້ອສາຍອັສກາດ
ນຶ່ງພັນສອງຮ້ອຍຊາວສອງຄົນ
13 ເຊື້ອສາຍອາໂດນີກາມ
ຫົກຮ້ອຍຫົກສິບຫົກຄົນ
14 ເຊື້ອສາຍບິກວັຍ
ສອງພັນຫ້າສິບຫົກຄົນ
15 ເຊື້ອສາຍອາດີນ
ສີ່ຣ້ອຍຫ້າສິບສີ່ຄົນ
16 ເຊື້ອສາຍອາເຕີ
ຄືເຮເຊກີຢາ
ເກົ້າສິບແປດຄົນ
17 ເຊື້ອສາຍເບຊັຍ
ສາມຮ້ອຍຊາວສາມຄົນ
18 ເຊື້ອສາຍໂຢຣາ
ນຶ່ງຮ້ອຍສິບສອງຄົນ
19 ເຊື້ອສາຍຮາຊູມ
ສອງຮ້ອຍຊາວສາມຄົນ
20 ເຊື້ອສາຍກິບບາ
ເກົ້າສິບຫ້າຄົນ
21 ເຊື້ອສາຍຊາວເບັດເລເຮັມ
ນຶ່ງຮ້ອຍຊາວສາມຄົນ
22 ຊາວເນໂທຟາ
ຫ້າສິບຫົກຄົນ
23 ຊາວອານາໂທດ
ນຶ່ງຮ້ອຍຊາວແປດຄົນ
24 ເຊື້ອສາຍອັສມາເວທ
ສີ່ສິບສອງຄົນ
25 ເຊື້ອສາຍຊາວກີຣີອາດອາຣິມ
ຊາວເກຟີຣາ ແລະຊາວເບເອໂຣທ
ເຈັດຮ້ອຍສີ່ສິບສາມຄົນ
26 ເຊື້ອສາຍຊາວຣາມາ
ແລະຊາວເກບາ
ຫົກຮ້ອຍຊາວເອັດຄົນ
27 ຊາວມິກມັສ
ນຶ່ງຮ້ອຍຊາວສອງຄົນ
28 ຊາວເບັດເອນ
ແລະຊາວອາອີ
ສອງຮ້ອຍຊາວສາມຄົນ
29 ເຊື້ອສາຍຊາວເນໂບ
ຫ້າສິບສອງຄົນ
30 ເຊື້ອສາຍຊາວມັກບິສ
ນຶ່ງຮ້ອຍຫ້າສິບຫົກຄົນ
31 ເຊື້ອສາຍເອລາມອີກຄົນນຶ່ງ
ນຶ່ງພັນສອງຮ້ອຍຫ້າສິບສີ່ຄົນ
32 ເຊື້ອສາຍຊາວຮາຣີມ
ສາມຮ້ອຍຊາວຄົນ
33 ເຊື້ອສາຍຊາວໂລດ
ຊາວຮາດີດ
ແລະຊາວໂອໂນ
ເຈັດຮ້ອຍຊາວຫ້າຄົນ
34 ເຊື້ອສາຍຊາວເຢຣີໂກ
ສາມຮ້ອຍສີ່ສິບຫ້າຄົນ
35 ເຊື້ອສາຍເຊເນອາສາມພັນຫົກຮ້ອຍສາມສິບຄົນ
36 ບັນດາປະໂຣຫິດຄື
ເຊື້ອສາຍເຢດັຍຢາ
ຕະກູນເຢຊູອາ
ເກົ້າຮ້ອຍເຈັດສິບສາມຄົນ
37 ເຊື້ອສາຍອິມເມີ
ນຶ່ງພັນຫ້າສິບສອງຄົນ
38 ເຊື້ອສາຍປັສເຮີ
ນຶ່ງພັນສອງຮ້ອຍສີ່ສິບເຈັດຄົນ
39 ເຊື້ອສາຍຮາຣິມ
ນຶ່ງພັນສິບເຈັດຄົນ
40 ຄົນເລວີ
ຄືເຊື້ອສາຍເຢຊູອາ
ແລະກັດມີເອນ
ຝ່າຍເຊື້ອສາຍໂຮດາວີຢາ
ເຈັດສິບສີ່ຄົນ
41 ພວກນັກຮ້ອງ
ຄືເຊື້ອສາຍອາສາຟ
ນຶ່ງຮ້ອຍຊາວແປດຄົນ
42 ເຊື້ອສາຍຄົນເຝົ້າປະຕູ
ຄືເຊື້ອສາຍຊັນລູມ
ເຊື້ອສາຍອາເຕີ
ເຊື້ອສາຍຕັນໂມນ
ເຊື້ອສາຍອັກກູບ
ເຊື້ອສາຍຮາຕິຕາ
ແລະເຊື້ອສາຍໂຊບັຍ
ຮວມກັນ
ນຶ່ງຮ້ອຍສາມສິບເກົ້າຄົນ
43 ຄົນໃຊ້ປະຈຳພຣະວິຫານ
ຄືເຊື້ອສາຍຊີຮາ
ເຊື້ອສາຍຮາຊູຟາ
ເຊື້ອສາຍຕັບບາໂອທ
44 ເຊື້ອສາຍເກໂຣສ
ເຊື້ອສາຍຊີອາຮາເຊື້ອສາຍປາໂດນ
45 ເຊື້ອສາຍເລບານາ
ເຊື້ອສາຍຮາກາບາ
ເຊື້ອສາຍອັກກູບ
46 ເຊື້ອສາຍຮາກາບ
ເຊື້ອສາຍຊາມລັຍ
ເຊື້ອສາຍຮານານ
47 ເຊື້ອສາຍກີດເດນ
ເຊື້ອສາຍກາຮາ
ເຊື້ອສາຍເຣອາຢາ
48 ເຊື້ອສາຍເຣຊີນ
ເຊື້ອສາຍເນໂກດາ
ເຊື້ອສາຍກັສຊາມ
49 ເຊື້ອສາຍອູສຊາ
ເຊື້ອສາຍປາເຊອາ
ເຊື້ອສາຍເບຊັຍ
50 ເຊື້ອສາຍອັສນາ
ເຊື້ອສາຍເມອູນິມ
ເຊື້ອສາຍເນຟີຊິມ
51 ເຊື້ອສາຍບັກບຸກ
ເຊື້ອສາຍຮາກູຟາ
ເຊື້ອສາຍຮາຮູ
52 ເຊື້ອສາຍບັສລູທ
ເຊື້ອສາຍເມຮີດາ
ເຊື້ອສາຍຮາຊາ
53 ເຊື້ອສາຍບາໂກສ
ເຊື້ອສາຍຊີເຊຣາ
ເຊື້ອສາຍເຕມາ
54 ເຊື້ອສາຍເນຊີຢາ
ແລະເຊື້ອສາຍຮາຕີຟາ
55 ເຊື້ອສາຍຂ້າຣາຊການຂອງໂຊໂລໂມນ
ຄືເຊື້ອສາຍໂຊຕັຍ
ເຊື້ອສາຍຮັສໂຊເຟເຣທ
ເຊື້ອສາຍເປຣູດາ
56 ເຊື້ອສາຍຢາອາລາ
ເຊື້ອສາຍດາໂກນ
ເຊື້ອສາຍກີດເດນ
57 ເຊື້ອສາຍເຊຟາຕີຢາ
ເຊື້ອສາຍຣັດຕີນ
ເຊື້ອສາຍໂປເຄເຣັດຮັສເຊບາອິມ
ແລະເຊື້ອສາຍອາມີ
58 ຄົນໃຊ້ປະຈຳພຣະວິຫານ
ແລະເຊື້ອສາຍຂອງຂ້າຣາຊການຂອງໂຊໂລໂມນທັງຫມົດເປັນສາມຮ້ອຍເກົ້າສິບສອງຄົນ
59 ຕໍ່ໄປນີ້ເປັນບັນດາຜູ້ທີ່ຂຶ້ນມາຈາກເຕນເມລາ
ເຕນຮາຊາ
ເຄຣຸບ ອັດດານ
ແລະອິມເມີ
ແມ້ເຂົາຈະພິສູດຕະກູນຂອງເຂົາຫລືເຊື້ອສາຍຂອງເຂົາບໍ່ໄດ້
ວ່າເຂົາເປັນຄົນອິສຣາເອນຫລືບໍ່
ຄື
60 ເຊື້ອສາຍເດລັຍຢາ
ເຊື້ອສາຍໂຕບີຢາ
ເຊື້ອສາຍເນໂກດາ
ຮວມຫົກຮ້ອຍຫ້າສິບສອງຄົນ
61 ແລະຈາກເຊື້ອສາຍປະໂຣຫິດດ້ວຍ
ຄືເຊື້ອສາຍຮາບາຢາ
ເຊື້ອສາຍຮັກໂກສ
ແລະເຊື້ອສາຍບາຊີນລັຍ
(ຜູ້ໄດ້ເມັຽຈາກທິດາຂອງບັນຊີນລັຍ
ຄົນກີເລອາດຈຶ່ງໄດ້ຊື່ຕາມນັ້ນ)
62 ຄົນເຫລົ່ານີ້ເມື່ອຄົ້ນຫາຊື່ໃນທະບຽນທີ່ເຂົາຂຶ້ນໄວ້ໃນສຳມະໂນຄົວເຊື້ອສາຍກໍບໍ່ພົບ
ຈຶ່ງຖືວ່າເປັນຄົນສາມັນ
ແລະຖືກຕັດອອກຈາກພວກປະໂຣຫິດ
63 ຜູ້ວ່າຣາຊການເມືອງສັ່ງເຂົາບໍ່ໃຫ້ຮັບອາຫານບໍຣິສຸດທີ່ສຸດຈົນກວ່າຈະມີປະໂຣຫິດທີ່ຈະປຶກສາກັບ
ອູຣິມ
ແລະທູມມິມເສັຽກ່ອນ
64 ຊຸມນຸມຊົນທັງຫມົດຮວມກັນມີສີ່ຫມື່ນສອງພັນສາມຮ້ອຍຫົກສິບຄົນ
65 ນອກເຫນືອຈາກຄົນໃຊ້ຊາຍຍີງຊຶ່ງມີຢູ່ເຈັດພັນສາມຮ້ອຍສາມສິບເຈັດຄົນ
66 ມ້າຂອງເຂົາມີເຈັດຮ້ອຍສາມສິບຫົກໂຕ
ລໍສອງຮ້ອຍສີ່ສິບຫ້າໂຕ
67 ອູດຂອງເຂົາສີ່ຮ້ອຍສາມສິບຫ້າໂຕ
ແລະລາຂອງເຂົາຫົກພັນເຈັດຮ້ອຍຊາວໂຕ
68 ຫົວຫນ້າຄອບຄົວບາງຄົນ
ເມື່ອເຂົາມາເຖິງທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ
ຊຶ່ງຢູ່ໃນເຢຣູຊາເລັມໄດ້ຖວາຍຕາມໃຈສມັກເພື່ອພຣະວິຫານຂອງພຣະເຈົ້າ
ເພື່ອຈະສ້າງພຣະວິຫານຂຶ້ນໃນທີ່ເດີມ
69 ເຂົາຖວາຍຕາມກຳລັງຂອງເຂົາແກ່ກອງທັບເພື່ອພຣະຣາຊກິຈ
ເປັນທອງຄຳຫົກຫມື່ນນຶ່ງພັນດາຣິກ ເງິນຫ້າພັນມີນັສ
ແລະເຄື່ອງແຕ່ງກາຍປະໂຣຫິດນຶ່ງຮ້ອຍໂຕ
70 ບັນດາປະໂຣຫິດ
ຄົນເລວີ
ແລະປະຊາຊົນສ່ວນນຶ່ງອາໄສໃນເຢຣູຊາເລັມ
ແລະທີ່ບໍຣິເວນອ້ອມຮອບ
ແລະນັກຮ້ອງຄົນເຝົ້າປະຕູ
ແລະຄົນໃຊ້ປະຈຳພຣະວິຫານຢູ່ຕາມເມືອງຂອງຕົນ
ແລະອິສຣາເອນທັງປວງຢູ່ຕາມເມືອງຂອງເຂົາ
ເຢຣູຊາເລັມ
1
ຕໍ່ມາໃນເດືອນທີ່ເຈັດ
ຊາວອິສຣາເອນກໍໄດ້ຕັ້ງຖິ່ນຖານຢູ່ຕາມບ້ານເມືອງຂອງເຂົາ
ແລ້ວທຸກໆຄົນໄດ້ໂຮມກັນທີ່ກຸງເຢຣູຊາເລັມ
2
ເຢຊູອາລູກຊາຍຂອງເຢຊາດັກ
ພ້ອມດ້ວຍຫມູ່ເພື່ອນທີ່ເປັນປະໂຣຫິດ
ເຊຮຸບບາເບນລູກຊາຍຂອງເຊອັນທິເອນພ້ອມທັງຍາດຕິພີ່ນ້ອງໄດ້ພາກັນສ້າງແທ່ນບູຊາສຳລັບພຣະເຈົ້າຂອງອິສຣາເອນ
ເພື່ອພວກເຂົາຈະໄດ້ຖວາຍເຄື່ອງບູຊາຕາມຄຳແນະນຳທີ່ຂຽນໄວ້ໃນພຣະທັມຂອງໂມເຊຄົນຂອງພຣະເຈົ້າ
3
ເຖິງແມ່ນວ່າພວກເຂົາຢ້ານຊົນຊາດອື່ນທີ່ອາໄສໃນປະເທດນັ້ນກໍຕາມ
ພວກເຂົາກໍຍັງຕັ້ງແທ່ນບູຊາໄວ້ບ່ອນເກົ່າຂອງມັນເອງທຸກໆເຊົ້າແລະແລງ
ພວກເຂົາໄດ້ເຜົາຖວາຍບູຊາຢູ່ເທິງແທ່ນບູຊານັ້ນເປັນປະຈຳ
4
ພວກເຂົາທຳພິທີວັນສະຫລອງຢູ່ຕູບຕາມທີ່ບັນທຶກໄວ້
ແລະຖວາຍເຄື່ອງເຜົາບູຊາປະຈຳວັນຕາມຈຳນວນທີ່ກຳນົດໄວ້ໃນແຕ່ລະມື້
5
ນອກຈາກນີ້ພວກເຂົາຍັງໄດ້ຖວາຍເຄື່ອງເຜົາບູຊາໃຫ້ສມ່ຳສເມີ
ທັງເຄື່ອງຖວາຍບູຊາໃນວັນເດືອນອອກໃຫມ່
ທັງທຸກສິ່ງທີ່ກຳນົດໄວ້ໃນເທສການທີ່ພຣະຜູ້ເປັນເຈົ້າຊົງກຳນົດໄວ້
ແລະຖວາຍເຄື່ອງບູຊາຕາມໃຈສມັກຂອງຕົນ
ປະຊາຊົນຍັງບໍ່ທັນຕັ້ງຕົ້ນສ້າງພຣະວິຫານ
6
ແຕ່ໃນມື້ທຳອິດຂອງເດືອນເຈັດນັ້ນ
ພວກເຂົາຍັງເລີ້ມຕົ້ນຖວາຍເຄື່ອງບູຊາແກ່ພຣະຜູ້ເປັນເຈົ້າຢູ່
7
ປະຊາຊົນໄດ້ຈ່າຍເງິນໃຫ້ແກ່ຊ່າງກໍ່ຫີນ
ຊ່າງໄມ້
ແລະໄດ້ເອົາອາຫານ
ເຄື່ອງດື່ມ
ນ້ຳມັນຫມາກກອກແກ່ຄົນຊີໂດນ
ແລະຄົນຕີໂຣ
ເພື່ອໃຫ້ນຳໄມ້ສົນຈາກເມືອງເລບານອນໄປເຖິງທະເລ
ເຖິງເມືອງໂຢບຟາຕາມທີ່ເຂົາໄດ້ຮັບອະນຸຍາດມາຈາກເຈົ້າຊີວິດໄຊຣັສແຫ່ງເປີເຊັຽ
ອິສຣາເອນລົງມືສ້າງພຣະວິຫານ
8
ໃນເດືອນທີ່ສອງຂອງປີທີສອງ
ຫລັງຈາກກັບມາຮອດກຸງເຢຣູຊາເລັມບ່ອນທີ່ມີພຣະວິຫານຂອງພຣະຜູ້ເປັນເຈົ້າແລ້ວ
ພວກເຂົາໄດ້ລົງມືເຣັດວຽກ
ເຊຣຸບບາເບນ
ເຢຊູອາພ້ອມທັງພວກຢູດາອື່ນໆອີກຄື
ພວກປະໂຣຫິດ
ແລະພວກເລວີໄດ້ມາຮ່ວມເຮັດວຽກນຳ
ຕາມຄວາມຈິງທຸກຄົນທີ່ມາຈາກບາບີໂລນໄດ້ຊ່ອຍໃນວຽກນີ້ຫມົດ
ຊາວເລວີທີ່ມີອາຍຸຊາວປີຂຶ້ນໄປໄດ້ບັນຈຸເຂົ້າເປັນຜູ້ດູແລວຽກການຢູ່ໃນພຣະວິຫານ
9
ດັ່ງນັ້ນ
ໂຢຊວຍຄົນເລວີພ້ອມທັງບຸດຊາຍແລະຍາດຕິພີ່ນ້ອງ
ກັດມີເອນພ້ອມທັງບຸດຊາຍຄືຄອບຄົວຂອງໂຮດາວີອາ
ໄດ້ດູແລວຽກການຢູ່ໃນພຣະວິຫານ
ຊາວເລວີໃນຕະກູນເຮນາດັດໄດ້ຊ່ອຍວຽການນີ້ຄືກັນ
10 ເມື່ອພວກເຂົາເລີ້ມຕົ້ນວາງຮາກຖານພຣະວິຫານ
ພວກປະໂຣຫິດຢູ່ໃນຊຸດເສື້ອຍ່າມຖືແກຢືນປະຈຳບ່ອນ
ສ່ວນພວກເລວີທີ່ເປັນຄອບຄົວດຽວກັນກັບອາສາຟໄດ້ຖືຊິງຢືນຢູ່ບ່ອນນັ້ນ
ພວກເຂົາສັຣເສີນພຣະຜູ້ເປັນເຈົ້າຕາມຄຳແນະນຳຂອງກະສັດດາວິດ
11 ພວກເຂົາພາກັນຮ້ອງເພງສັຣເສີນພຣະຜູ້ເປັນເຈົ້າໂດຍຫລຳໄປຫລຳມາວ່າ,
“ພຣະຜູ້ເປັນເຈົ້າ
ຊົງປະກອບດ້ວຍຄວາມດີ
ຄວາມຮັກຂອງພຣະອົງຊົງມີຕໍ່ພວກອິສຣາເອນຕລອດໄປ”
ທຸກໆຄົນໄດ້ຮ້ອງເພງສັຣເສີນພຣະຜູ້ເປັນເຈົ້າດ້ວຍຄວາມສຸດອົກສຸດໃຈ
ເພາະວ່າຮາກຖານຂອງພຣະວິຫານໄດ້ຕັ້ງຂຶ້ນແລ້ວ
12 ແຕ່ມີພວກປະໂຣຫິດອະວຸໂສ
ແລະພວກເລວີບາງຄົນ
ທັງພວກຫົວຫນ້າຄອບຄົວບາງຄົນທີ່ໄດ້ເຄີຍເຫັນພຣະວິຫານຕັ້ງທຳອິດກໍພາກັນຮ້ອງໄຫ້ຄ່ຳຄວນ
ພວກຄົນອື່ນໆທີ່ຢູ່ບ່ອນນັ້ນພາກັນຮ້ອງໂຮ່ຍິນດີ
ໃນຂນະທີ່ພວກເຂົາຄອຍຖ້າເບິ່ງຮາກຖານພຣະວິຫານຕັ້ງຂຶ້ນນັ້ນ
13 ບໍ່ມີໃຜສັງເກດຮູ້ໄດ້ໃນລະຫວ່າງການຮ້ອງຍິນດີ
ແລະການຮ້ອງໄດ້
ເພາະວ່າມັນດັງໂພດ
ແລະສຽງນັ້ນກໍໄດ້ຍິນໄປຫລາຍຫລັກ
1
ເມື່ອປໍຣະປັກຂອງຢູດາແລະເບັນຢາມິນໄດ້ຍິນວ່າພວກທີ່ຖືກກວາດໄປເປັນຊະເລີຍໄດ້ກັບມາ
ກຳລັງສ້າງພຣະວິຫານຖວາຍແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງອິສຣາເອນ
2
ເຂົາທັງຫລາຍໄດ້ເຂົ້າມາຫາເຊຣຸບບາເບນ
ແລະຫົວຫນ້າຂອງຕະກູນແລະເວົ້າກັບເຂົາວ່າ,
“ໃຫ້ເຮົາສ້າງດ້ວຍກັນກັບທ່ານ
ເພາະວ່າພວກເຮົານະມັສການພຣະເຈົ້າຂອງທ່ານຢ່າງທ່ານທັງຫລາຍ
ແລະເຮົາໄດ້ຖວາຍສັຕບູຊາແກ່ພຣະອົງ
ຕັ້ງແຕ່ວັນທີ່ເອຊາຮັດໂດນພຣະຣາຊາແຫ່ງອັສຊີເຣັຽໄດ້ນຳເຮົາມາທີ່ນີ້
3
ແຕ່ເຊຣຸບບາເບນ
ເຢຊູອາ
ແລະຄົນອື່ນໆທີ່ເປັນພວກຫົວຫນ້າຂອງຕະກູນທີ່ເຫລືອຢູ່ໃນອິສຣາເອນເວົ້າກັບເຂົາທັງຫລາຍວ່າ,
“ທ່ານທັງຫລາຍບໍ່ມີສ່ວນກັບເຮົາໃນການສ້າງພຣະວິຫານຖວາຍແດ່ພຣະເຈົ້າຂອງເຮົາ
ແຕ່ພວກເຮົາຈະສ້າງແຕ່ລຳພັງຖວາຍແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງອິສຣາເອນຕາມທີ່ກະສັດໄຊຣັສພຣະຣາຊາແຫ່ງເປີເຊັຽຊົງບັນຊາໄວ້ແກ່ເຮົາ”
4
ແລ້ວປະຊາຊົນແຫ່ງແຜ່ນດິນນັ້ນໄດ້ກະທຳໃຫ້ປະຊາຊົນຢູດາທໍ້ຖອຍ
ແລະກະທໍາໃຫ້ເຂົາຢ້ານທີ່ຈະສ້າງ
5
ແລະໄດ້ຈ້າງທີ່ປຶກສາໄວ້ຂັດຂວາງເຂົາບໍ່ໃຫ້ເຂົາສົມຫວັງຕາມຈຸດປະສົງຂອງເຂົາ
ຕລອດຣັຊສະໄຫມຂອງໄຊຣັສ
ພຣະຣາຊາແຫ່ງເປີເຊັຽ
ຈົນເຖິງຣັຊສະໄຫມຂອງດາຣິອຸສພຣະຣາຊາແຫ່ງເປີເຊັຽ
6
ແລະໃນຣັຊການອາຮາຊູເອຣັສ
ຕົ້ນຣັຊການຂອງພຣະອົງ
ເຂົາທັງຫລາຍໄດ້ຂຽນຟ້ອງຊາວຢູດາ
ແລະເຢຣູຊາເລັມ
7
ແລະໃນຣັຊສະໄຫມຂອງອາຕາເຊີຊີສນັ້ນ
ບິສລາມ
ແລະມິທເຣດາດ
ແລະທາເບເອນ
ແລະພວກຜູ້ຮ່ວມງານທັງຫມົດຂອງເຂົາໄດ້ຂຽນໄປທູນອາຕາເຊີເຊສພຣະຣາຊາແຫ່ງເປີເຊັຽ
ຈົດຫມາຍນີ້ໄດ້ຂຽນຂຶ້ນເປັນອັກສອນອາຣາມແລ້ວກໍແປເປັນພາສາອາຣາມ
8
ເຣຮູມຜູ້ບັງຄັບບັນຊາ
ແລະຊີມຊັຍເລຂາທີການໄດ້ຂຽນຫນັງສືປັກປຳເຢຣູຊາເລັມຖວາຍອາຕາເຊີເຊສພຣະຣາຊາດັ່ງຕໍ່ໄປນີ້
9
ແລ້ວເຮຣູມຜູ້ບັງຄັບບັນຊາ
ຊິມຊັຍເລຂາທິການ
ກັບຜູ້ຮ່ວມງານຂອງທ່ານ
ແລະບັນດາຜູ້ພິພາກສາ
ພວກທູດ ຂ້າຣາຊການ
ຊາວເປີເຊັຽ
ຄົນເອເຣກ
ຊາວບາບີໂລນ
ຊາວຊຸຊາ
ຄືຄົນເອລາມ
10 ແລະຄົນຂອງປະຊາຊາດອື່ນໆ
ຜູ້ຊຶ່ງໂອສນັປປາ
ເຈົ້ານາຍຜູ້ໃຫຍ່ໄດ້ສົ່ງມາໃຫ້ຕັ້ງຢູ່ໃນຫົວເມືອງຊາມາເຣັຽ
ແລະໃນສ່ວນທີ່ເຫລືອຂອງມົນທົນທາງຟາກແມ່ນ້ຳຂ້າງຕາເວັນຕົກ
11 ແລະນີ້ເປັນສໍາເນົາຈົດຫມາຍທີ່ເຂົາສົ່ງໄປວ່າ,
“ກາບທູນອາຕາເຊີເຊສພຣະຣາຊາ
ຂ້າຣາຊການຂອງພຣະອົງ
ຄືຄົນຂອງມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ
12 ບັດນີ້ຂໍພຣະຣາຊາຊົງຊາບວ່າ
ພວກຢິວຊຶ່ງມາຈາກພຣະອົງ
ມາຫາຂ້າພຣະອົງນັ້ນໄດ້ໄປຍັງເຢຣູຊາເລັມ
ເຂົາກຳລັງກໍ່ສ້າງເມືອງທີ່ມັກກະບົດ
ແລະຊົ່ວຮ້າຍຂຶ້ນໃຫມ່
ເຂົາກຳລັງຈະທຳກຳແພງເມືອງແລ້ວແລະຊ່ອມແຊມຮາກຖານ
13 ບັດນີ້ຂໍພຣະຣາຊາຊົງຊາບວ່າ
ຖ້າເມືອງນີ້ໄດ້ສ້າງຂຶ້ນໃຫມ່ແລະກຳແພງເມືອງສຳເຣັດ
ເຂົາຈະບໍ່ສົ່ງບັນນາການ
ຄ່າທັມນຽມ
ຫລືຄ່າພາສີ
ແລະເງິນລາຍໄດ້ຂອງຫລວງກໍຈະຂາດຕົກບົກພ່ອງໄປ
14 ເພາະເມື່ອຂ້າພຣະອົງໄດ້ສາບານວ່າຈະພັກດີຕໍ່ຣາຊບັນລັງ
ຈຶ່ງບໍ່ສົມຄວນທີ່ຂ້າພຣະອົງທັງຫລາຍຈະເຫັນການເສື່ອມກຽດຂອງພຣະຣາຊາ
ເພາະສະນັ້ນຂ້າພຣະອົງທັງຫລາຍຈຶ່ງສົ່ງມາກາບທູນແກ່ພຣະຣາຊາ
15 ເພື່ອວ່າຈະໄດ້ຄົ້ນດູໃນຫນັງສືບັນທຶກຂອງບັນພະບຸຣຸດຂອງພຣະອົງ ພຣະອົງຈະພົບໃນຫນັງສືບັນທຶກວ່າ
ເມືອງນີ້ເປັນເມືອງມັກກະບົດ
ເປັນໄພອັນຕະຣາຍໃຫ້ແກ່ບັນດາພຣະຣາຊາແລະມົນທົນທັງຫລາຍ
ແລະໄດ້ມີການປຸກປັ່ນຂຶ້ນຈາກສະໄຫມເກົ່າກ່ອນ
ເພາະເຫດນີ້ເອງເມືອງນີ້ຈຶ່ງຖືກທຳລາຍ
16 ຂ້າພຣະອົງທັງຫລາຍຂໍກາບທູນໃຫ້ພຣະຣາຊາຊົງຊາບວ່າ
ຖ້າເມືອງນີ້ໄດ້ສ້າງໃຫມ່ເສັດ
ແລະກຳແພງເມືອງກໍສຳເຣັດແລ້ວ
ພຣະອົງຈະບໍ່ມີກຳມະສິດໃນມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ”
17 ພຣະຣາຊາຊົງສົ່ງພຣະຣາຊສານຕອບໄປວ່າ,
“ເຖິງເຣຮູມຜູ້ບັງຄັບບັນຊາແລະຊີມຊັຍເລຂາທິການ
ແລະຜູ້ຮ່ວມງານທັງປວງຂອງເຂົາຜູ້ອາໄສໃນຊາມາເຣັຽ
ແລະໃນສ່ວນທີ່ເຫລືອຂອງມົນທົນທາງຟາກແມ່ນ້ຳຂ້າງຕາເວັນຕົກ
ຂໍຄຳນັບມາ
18 ບັດນີ້ຫນັງສືທີ່ທ່ານສົ່ງໄປຍັງເຮົາໄດ້ໃຫ້ແປຕໍ່ຫນ້າເຮົາ
19 ແລະເຮົາໄດ້ອອກຄຳສັ່ງ
ແລະໄດ້ສອບສວນແລ້ວ
ເຫັນວ່າເມືອງນີ້ແຕ່ກ່ອນນັ້ນໄດ້ລຸກຂຶ້ນຕໍ່ສູ້ພຣະຣາຊາ
ແລະການກະບົດແລະການປຸກປັ່ນໄດ້ເກີດຂຶ້ນໃນເມືອງນັ້ນ
20 ເຄີຍມີກະສັດຜູ້ຊົງອຳນາດໄດ້ຄອງເຢຣູຊາເລັມ
ເປັນຜູ້ຊົງປົກຄອງມົນທົນທັງສີ້ນຟາກແມ່ນ້ຳຂ້າງຕາເວັນຕົກຊຶ່ງເຂົາຖວາຍບັນນາການ
ຄ່າທັມນຽມແລະພາສີໃຫ້
21 ເພາະສະນັ້ນທ່ານທັງຫລາຍຈົ່ງອອກຄຳສັ່ງວ່າ
ໃຫ້ຄົນເຫລົ່ານີ້ຢຸດ
ແລະບໍ່ຕ້ອງເຮັດສ້າງເມືອງນີ້ໃຫມ່
ຈົນກວ່າເຮົາຈະອອກຄຳສັ່ງໃຫມ່
22 ແລະຂໍລະວັງຢ່າຢ່ອນໃນເຣື່ອງນີ້
ເປັນຫຍັງຈະໃຫ້ຄວາມເສື່ອມເສັຽເກີດຂຶ້ນເປັນໄພອັນຕະຣາຍຕໍ່ພຣະຣາຊາ”
23 ແລ້ວເມື່ອໄດ້ອ່ານສຳເນົາຣາຊສານຂອງກະສັດອາຕາເຊີເຊສຕໍ່ຫນ້າເຣຮູມແລະຊິມຊັຍເລຂາ
ແລະຜູ້ຮ່ວມງານທັງຫລາຍຂອງທ່ານ
ທ່ານທງັຫລາຍກໍຮິບໄປຫາຢິວທີ່ເຢຣູຊາເລັມ
ແລະໃຊ້ກຳລັງແລະອຳນາດກະທຳໃຫ້ເຂົາຢຸດ
24 ງານພຣະວິຫານແຫ່ງພຣະເຈົ້າ
ຊຶ່ງຢູ່ໃນເຢຣູຊາເລັມຈຶ່ງຢຸດຈົນເຖີງປີທີ່ສອງແຫ່ງຣັຊການດາຣິອຸສພຣະຣາຊາແຫ່ງເປີເຊັຽ
1
ຝ່າຍຜູ້ປະກາດພຣະທັມ
ມີຮັກກັຍ
ແລະເຊຄາຣີຢາບຸດອີດໂດ
ໄດ້ພຍາກອນແກ່ພວກຢິວຜູ້ຢູ່ໃນຢູດາແລະເຢຣູຊາເລັມໃນພຣະນາມຂອງພຣະເຈົ້າແຫ່ງອິສຣາເອນ
2
ແລ້ວເຊຣຸບບາເບນບຸດເຊອັນທິເອນແລະເຢຊູອາບຸດໂຢຊາດັກໄດ້ລຸກຂຶ້ນຕັ້ງຕົ້ນສ້າງພຣະວິຫານແຫ່ງພຣະເຈົ້າຊຶ່ງຢູ່ໃນເຢຣູຊາເລັມຂຶ້ນໃຫມ່
ແລະຜູ້ປະກາດພຣະທັມຂອງພຣະເຈົ້າໄດ້ຢູ່ກັບທ່ານຊ່ອຍເຫລືອທ່ານ
3
ໃນເວລາດຽວກັນນັ້ນຕັທເທນັຍ
ຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ
ແລະເຊທາ
ໂບເຊນັຍ
ແລະຄນະຂອງເຂົາໄດ້ມາຫາທ່ານ
ແລະເວົ້າກັບທ່ານດັ່ງນີ້ວ່າ,
“ຜູ້ໃດທີ່ສັ່ງໃຫ້ພວກເຈົ້າສ້າງພຣະວິຫານແລະໂຄງຮ່າງນີ້ຈົນສຳເຣັດ”
4
ເຂົາຖາມທ່ານຢ່າງນີ້ດ້ວຍວ່າ,
“ຜູ້ທີ່ກຳລັງສ້າງຕຶກນີ້ນັ້ນມີຊື່ໃຜແດ່”
5
ແຕ່ພຣະເນດຂອງພຣະເຈົ້າຂອງເຂົາທັງຫລາຍຢູ່ເຫນືອພວກຜູ້ໃຫຍ່ຂອງພວກຢິວ
ແລະເຂົາກໍຢັບຢັ້ງເຂົາທັງຫລາຍບໍ່ໄດ້ຈົນກວ່າເຣື່ອງນີ້ຈະຊາບເຖິງດາຣິອຸສ
ແລະມີຄຳຕອບເປັນຫນັງສືກ່ຽວກັບເຣື່ອງນີ້ມາ
6
ສຳເນົາຈົດຫມາຍຊຶ່ງຕັທເທນັຍຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ
ແລະເຊທາໂບເຊນັຍ
ແລະຄນະຂອງທ່ານຊຶ່ງເປັນຜູ້ກວດຣາຊການຢູ່ໃນມົນທົນຟາກແມ່ນ້ຳຂ້າງຕາເວັນຕົກສົ່ງໄປທູນດາຣິອຸສພຣະຣາຊາ
7
ທ່ານທັງຫລາຍໄດ້ສົ່ງຫນັງສືຊຶ່ງມີຂໍ້ຄວາມຕໍ່ໄປນີ້
“ກາບທູນດາຣິອຸສພຣະຣາຊາ
ຂໍຊົງພຣະຈະເຣີນ
8
ຂໍພຣະຣາຊາຊົງຊາບວ່າຂ້າພຣະອົງທັງຫລາຍໄປຍັງມົນທົນຢູດາ
ເຖິງພຣະວິຫານຂອງພຣະເຈົ້າຜູ້ຍິ່ງໃຫຍ່ຊຶ່ງກຳລັງສ້າງຂຶ້ນດ້ວຍຫີນ
ແລະວາງໄມ້ໄວ້ເທິງຜະນັງ
ງານນີ້ໄດ້ດຳເນີນໄປຢ່າງຂະຫຍັນຂັນແຂງແລະຈະເຣີນຂຶ້ນໃນມືຂອງເຂົາ
9
ແລ້ວຂ້າພຣະອົງທັງຫລາຍໄດ້ຖາມພວກຜູ້ໃຫຍ່ເຫລົ່ານັ້ນວ່າ,
“ຜູ້ໃດທີ່ໃຫ້ສ້າງພຣະວິຫານແລະທຳກຳແພງຈົນສຳເຣັດ”
10 ຂ້າພຣະອົງທັງຫລາຍໄດ້ຖາມຊື່ຂອງເຂົາດ້ວຍ
ເພື່ອກາບທູນໃຫ້ພຣະອົງຊົງຊາບ
ເພື່ອຂ້າພຣະອົງຈະໄດ້ຂຽນຊື່ບຸກຄົນເຫລົ່ານັ້ນທີ່ເປັນຫົວຫນ້າຂອງເຂົາລົງໄວ້
11 ແລະນີ້ເປັນຄຳຕອບຂອງເຂົາແກ່ຂ້າພຣະອົງ
“ເຮົາເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງຟ້າສວັນ
ແລະແຜ່ນດິນໂລກ
ແລະເຮົາກຳລັງສ້າງພຣະວິຫານຊຶ່ງໄດ້ສ້າງມາຫລາຍປີແລ້ວຂຶ້ນໃຫມ່
ຊຶ່ງພຣະຣາຊາຜູ້ຍິ່ງໃຫຍ່ຂອງອິສຣາເອນໄດ້ຊົງສ້າງໃຫ້ສຳເຣັດ
12 ແຕ່ເພາະວ່າບັນພະບຸຣຸດຂອງເຮົາໄດ້ກະທໍາໃຫ້ພຣະເຈົ້າແຫ່ງຟ້າສວັນຊົງກີ້ວ
ພຣະອົງຊົງມອບທ່ານເຫລົ່ານັ້ນໄວ້ໃນພຣະຫັດຂອງເນບູກາດເນສຊາຣ໌
ພຣະຣາຊາແຫ່ງບາບີໂລນ
ຄົນຄານເດອານຜູ້ຊົງທຳລາຍພຣະວິຫານນີ້
ແລະຊົງກວາດເອົາປະຊາຊົນໄປຍັງບາບີໂລນ
13 ເຖິງຢ່າງໃດກໍດີໃນປີຕົ້ນແຫ່ງຣັຊການໄຊຣັສ
ພຣະຣາຊາໄດ້ຊົງອອກຫນັງສືໃຫ້ສ້າງພຣະວິຫານຫລັງນີ້ຂອງພຣະເຈົ້າຂຶ້ນໃຫມ່
14 ແລະເຄື່ອງໃຊ້ທອງຄຳແລະເງິນຂອງພຣະວິຫານຂອງພຣະເຈົ້າ
ຊຶ່ງເນບຸກາດເນສຊາຣ໌ໄດ້ຊົງກວາດໄປຈາກພຣະວິຫານຊຶ່ງຢູ່ໃນເຢຣູຊາເລັມນັ້ນ
ແລະຊົງນໍາໄປຍັງພຣະວິຫານຂອງບາບີໂລນ
ສິ່ງເຫລົ່ານີ້ໄຊຣັສພຣະຣາຊາຊົງນຳອອກມາຈາກພຣະວິຫານຂອງບາບິໂລນ
ແລະຊົງມອບໄວ້ກັບຄົນນຶ່ງຊື່
ເຊສບັສຊາ
ຜູ້ຊຶ່ງພຣະອົງຊົງຕັ້ງໃຫ້ເປັນຜູ້ວ່າຣາຊການເມືອງ
15 ແລະພຣະອົງກ່າວກັບທ່ານດັ່ງນີ້ວ່າ,
“ຈົ່ງຮັບເຄື່ອງໃຊ້ເຫລົ່ານີ້ໄປເກັບໄວ້ໃນພຣະວິຫານຊຶ່ງຢູ່ໃນເຢຣູຊາເລັມ
ແລະຈົ່ງສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃຫມ່ໃນທີ່ເດີມນັ້ນ”
16 ແລ້ວເຊສບັສຊາຄົນນີ້ໄດ້ມາວາງຮາກພຣະວິຫານຂອງພຣະເຈົ້າຊຶ່ງຢູ່ໃນເຢຣູຊາເລັມ
ແລະຕັ້ງແຕ່ເວລານັ້ນຈົນບັດນີ້ກໍກຳລັງສ້າງຢູ່ແລະຍັງບໍ່ສຳເຣັດ”
17 ເພາະສະນັ້ນຖ້າພຣະຣາຊາຊົງເຫັນດີກໍຂໍຊົງໃຫ້ຄົ້ນເບິ່ງໃນທີ່ເກັບເອກສານທີ່ໃນບາບີໂລນ
ເພື່ອດູວ່າໄຊຣັສພຣະຣາຊາ
ຊົງອອກຫນັງສືໃຫ້ສ້າງພຣະວິຫານຫລັງນີ້ຂອງພຣະເຈົ້າຂຶ້ນໃຫມ່ໃນເຢຣູຊາເລັມຫລືບໍ່
ແລະຂໍພຣະຣາຊາຮັບສັ່ງແກ່ຂ້າພຣະອົງທັງຫລາຍຕາມພໍພຣະທັຍຂອງພຣະອົງໃນເຣື່ອງນີ້”
1
ເຈົ້າດາຣິອຸສໄດ້ອອກຄຳສັ່ງໃຫ້ຊອກຫາ
ເອກສານທີ່ມ້ຽນໄວ້ໃນຫ້ອງເກັບເອກສານທີ່ກຸງບາບີໂລນ
2
ແລ້ວພວກເຂົາກໍໄດ້ພົບຫນັງສືມ້ວນນຶ່ງຢູ່ໃນເມືອງເອກບາທານາແຂວງເມເດັຽ
ຊຶ່ງມີເນື້ອຄວາມດັ່ງຕໍ່ໄປນີ້
3
“ໃນຣັຊການປີທີ່ນຶ່ງຂອງເຈົ້າໄຊຣັສ
ພຣະອົງໄດ້ອອກຄຳສັ່ງໃຫ້ສ້າງພຣະວິຫານຂຶ້ນທີ່ນະຄອນເຢຣູຊາເລັມ
ແລະໃຫ້ມີບ່ອນຖວາຍເຄື່ອງເຜົາບູຊາຢູ່ໃນພຣະວິຫານ
ພຣະວິຫານສູງຫົກສິບສອກ
ແລະກວ້າງຫົກສິບສອກ
4
ໃຫ້ສ້າງຝາດ້ວຍຫີນເປັນສາມຊັ້ນ
ແລະໃຫ້ໃສ່ໄມ້ຢູ່ເທິງຫີນນັ້ນ
ຄ່າໃຊ້ຈ່າຍຕົກເປັນເງິນຂອງພຣະຄັງຫລວງ
5
ສ່ວນເຄື່ອງໃຊ້ເປັນເງິນເປັນຄຳທີ່ເຈົ້າເນບຸກາດເນສຊາຣ໌ໄດ້ນຳມາແຕ່ພຣະວິຫານນະຄອນເຢຣູຊາເລັມນັ້ນກໍໃຫ້ນຳເອົາກັບຄືນມາໄວ້ໃນບ່ອນເກົ່າຂອງມັນທີ່ພຣະວິຫານໃນນະຄອນເຢຣູຊາເລັມ”
6
ແລ້ວເຈົ້າຊີວິດດາຣິອຸສໄດ້ສັ່ງດັ່ງນີ້,
“ເຖິງຕັທເທນັຍຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ
ເຊທາໂບເຊນັຍແລະຜູ້ຮ່ວມງານຂອງທ່ານທີ່ເປັນກວດຣາຊການຊຶ່ງຢູ່ໃນມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ
ຈົ່ງໄປເສັຽໃຫ້ຫ່າງເຖີດ
7
ຢ່າຍື່ນມືເຂົ້າມາຫຍຸ້ງກ່ຽວໃນການກໍ່ສ້າງນີ້
ຈົ່ງປ່ອຍໃຫ້ຜູ້ປົກຄອງແລະພວກຜູ້ນຳຊາວຢູດາສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃຫມ່ໃນບ່ອນເກົ່າ
8
ດ້ວຍການນີ້
ຂ້າພະເຈົ້າຂໍສັ່ງໃຫ້ທ່ານຊ່ອຍເຫລືອໃນການກໍ່ສ້າງ
ຈົ່ງເອົາເງິນຈາກຄັງຫລວງທີ່ໄດ້ມາຈາກການເສັຽສ່ວຍໃນແຂວງເອີຟຣາດຕາເວັນຕົກຈ່າຍເປັນຄ່າແຮງງານໃຫ້ພວກເຂົາທັນທີໂລດ
ເພື່ອວ່າບໍ່ໃຫ້ວຽກຢຸດສະງັກລົງ
9
ສິ່ງໃດທີ່ພວກປະໂຣຫິດໃນນະຄອນເຢຣູຊາເລັມຕ້ອງການໃນແຕ່ລະມື້ນັ້ນ
ຈົ່ງເອົາໃຫ້ພວກທ່ານເຊັ່ນວ່າ
ງົວນ້ອຍ ແກະ
ຫລືແບ້ນ້ອຍ
ເພື່ອເຜົາຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າແຫ່ງຟ້າສວັນ
ພ້ອມທັງເຂົ້າບເລ
ເກືອ ເຫລົ້າອະງຸ່ນ
ແລະນ້ຳມັນຫມາກກອກ
10 ເພື່ອວ່າເຂົາຈະໄດ້ເອົາສິ່ງຂອງເຫລົ່ານີ້ຖວາຍບູຊາໃຫ້ຖືກຕາມນ້ຳພຣະທັຍຂອງພຣະເຈົ້າແຫ່ງຟ້າສວັນ
ແລະໃຫ້ເຂົາອ້ອນຂໍພຣະພອນຈາກພຣະເຈົ້າສຳລັບຂ້າພະເຈົ້າແລະພວກບຸດຊາຍ
11 ຂ້າພະເຈົ້າຂໍສັ່ງວ່າ
ຖ້າຜູ້ໃດບໍ່ປະຕິບັດຕາມຄຳສັ່ງນີ້
ໃຫ້ຖອນໄມ້ຂື່ເຮືອນຂອງຜູ້ນັ້ນອອກ
ແຫລມປາຍແລ້ວສຽບເຂົາເທິງໄມ້ນັ້ນ
ແລະເຮືອນຂອງເຂົາກໍຈະກາຍເປັນກອງຂີ້ເຫຍື່ອ
12 ຂໍໃຫ້ພຣະເຈົ້າຜູ້ຊົງເລືອກເອົາກຸງເຢຣູຊາເລັມເປັນບ່ອນປະທັບ
ເພື່ອໃຫ້ຄົນນະມັສການພຣະອົງນັ້ນຊົງກຳຈັດເຈົ້າຊີວິດທຸກຄົນ
ຫລືຊົນຊາດໃດໆທີ່ລະເມີດຄຳສັ່ງນີ້
ແລະພຍາຍາມທຳລາຍພຣະວິຫານ
ຂ້າພະເຈົ້າດາຣິອຸສອອກຄຳສັ່ງນີ້ທຸກຄົນຕ້ອງຟັງແລະປະຕິບັດຕາມດ້ວຍຄວາມຂະຫຍັນຂັນແຂງ
ອິສຣາເອນຈັດງານສລອງພຣະວິຫານ
13 ແລ້ວຜູ້ປົກຄອງຕັທເທນັຍຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ
ເຊທາໂບເຊນັຍ
ພ້ອມຂ້າຣາຊການຂອງທ່ານທັງສອງກໍປະຕິບັດຕາມຄຳສັ່ງຂອງພຣະຣາຊາຢ່າງເຄັ່ງຄັດ
14 ພວກຜູ້ນຳຊາວຢູດາໄດ້ກໍ່ສ້າງພຣະວິຫານຢ່າງກ້າວຫນ້າດີ
ຊຶ່ງເປັນໄປຕາມຄຳທຳນວາຍຂອງຮັກກັຍ
ຜູ້ປະກາດພຣະທັມແລະເຊຄາຣີຢາບຸດອິດໂດ
ພວກເຂົາໄດ້ສ້າງພຣະວິຫານສຳເຣັດລົງຕາມພຣະດຳຣັດຂອງພຣະເຈົ້າແຫ່ງອິສຣາເອນ
ແລະຂອງໄຊຣັສ
ດາຣີອຸສ
ແລະອາຕາເຊີເຊສ
ພຣະຣາຊາແຫ່ງເປີເຊັຽ
15 ພວກເຂົາໄດ້ສ້າງສຳເຣັດລົງໃນມື້ທີ່ສາມຂອງເດືອນສິບສອງ
ຊຶ່ງເປັນຣາຊການປີທີ່ຫົກຂອງເຈົ້າດາຣີອຸສ
16 ແລ້ວຊາວອິສຣາເອນ
ພວກປະໂຣຫິດ
ຊາວເລວີ
ແລະຄົນອື່ນໆທີ່ກັບຄືນມາຈາກຕ່າງຖິ່ນໄດ້ຮ່ວມກັນອຸທິດຖວາຍພຣະວິຫານຢ່າງມ່ວນຊື່ນໃນການອຸທິດຖວາຍນີ້
17 ພວກເຂົາໄດ້ເອົາງົວນ້ອຍຮ້ອຍໂຕ
ແກະສອງຮ້ອຍໂຕ
ແກະນ້ອຍສີ່ຮ້ອຍໂຕ
ຖວາຍບູຊາແລະເຂົາໄດ້ເອົາແບ້ຜູ້ສິບສອງໂຕຕາມຕະກູນເຜົ່າອິສຣາເອນຖວາຍສາລະພາບບາບ
18 ພວກເຂົາຍັງໄດ້ແຕ່ງຕັ້ງພວກປະໂຣຫິດ
ແລະພວກເລວີເປັນເຮັດວຽກໃນພຣະວິຫານທີ່ນະຄອນເຢຣູຊາເລັມ
ຕາມຄຳແນະນຳທີ່ບັນທຶກໄວ້ໃນປື້ມຂອງໂມເຊ
ງານເທສການປັສຄາ
(ພບຍ 16:1-8)
19 ພວກປະຊາຊົນທີ່ກັບມາແຕ່ການເປັນຊະເລີຍຢູ່ຕ່າງຖິ່ນ
ໄດ້ສະເຫລີມສະຫລອງເທສການປັສຄາໃນວັນທີ່ສິບສີ່ຂອງເດືອນທີ່ນຶ່ງ
20 ຝ່າຍປະໂຣຫິດແລະພວກເລວີ
ທຸກຄົນໄດ້ທຳຕົນໃຫ້ສະອາດບໍຣິສຸດຕາມປະເພນີ
ພວກເຂົາຂ້າສັດສຳລັບຖວາຍບູຊາປັສຄາແກ່ປະຊາຊົນທີ່ກັບຄືນມາແລະເພື່ອພວກປະໂຣຫິດອື່ນໆ
ແລະເພື່ອເຂົາເອງ
21 ປະຊາຊົນອິສຣາເອນທີ່ກັບຄືນມາຈາກການຖືກກວາດໄປເປັນຊະເລີຍ
ແລະຜູ້ທີ່ໄດ້ສົມທົບກັບພວກເຂົາ
ແລະແຍກຕົວອອກຈາກມົນທິນຂອງບັນດາປະຊາຊາດແຫ່ງແຜ່ນດິນນັ້ນ
ເພື່ອຈະນະມັສການພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ
ກໍໄດ້ພາກັນຮັບປະທານເຄື່ອງຖວາຍບູຊາ
22 ພວກເຂົາໄດ້ສະເຫລີມສະຫລອງເທສການເຂົ້າຈີ່ບໍ່ໃສ່ເຊື້ອແປ້ງເປັນເວລາເຈັດປີ
ພວກເຂົາມີຄວາມມ່ວນຊື່ນຢ່າງຍິ່ງ
ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ເຈົ້າຊີວິດແຫ່ງອັສຊີເຣັຽເພິ່ງພໍໃຈໃນພວກເຂົາ
ແລະພຣະອົງໄດ້ສນັບສນຸນໃຫ້ເຂົາສ້າງພຣະວິຫານພຣະເຈົ້າ
ພຣະເຈົ້າແຫ່ງອິສຣາເອນ
1
ຫລາຍປີຕໍ່ມາ
ເມື່ອອາຕາເຊີເຊສ
ເປັນເຈົ້າຈັກກະພັດແຫ່ງເປີເຊັຽ
ມີຊາຍຄົນນຶ່ງຊື່ວ່າ
ເອັຊຣາ
ເອັຊຣາເປັນບຸດຂອງເຊຣັຍຢາ
ຜູ້ເປັນບຸດຂອງອາຊາຣິຢາ
ຜູ້ເປັນບຸດຂອງຮີນກີຢາ
2
ຜູ້ເປັນບຸດຂອງຊັນລູມ
ຜູ້ເປັນບຸດຂອງຊາໂດກ
ຜູ້ເປັນບຸດຂອງອາຮີທູບ
3
ຜູ້ເປັນບຸດຂອງອາມາຣີຢາ
ຜູ້ເປັນບຸດຂອງອາຊາຣີຢາ
ຜູ້ເປັນບຸດຂອງເມຣາອີໂຢດ
4
ຜູ້ເປັນບຸດຂອງເຊຣາຮີຢາ
ຜູ້ເປັນບຸດຂອງອຸສຊີ
ຜູ້ເປັນບຸດຂອງບຸກກີ
5
ຜູ້ເປັນບຸດຂອງອາບີຊູອາ
ຜູ້ເປັນບຸດຂອງຟີເນຮັສ
ຜູ້ເປັນບຸດຂອງເອເລອາຊາ
ຜູ້ເປັນບຸດຂອງອາໂຣນມະຫາປະໂຣຫິດ
6
ເອັຊຣາເປັນຜູ້ຮັບຮູ້ໃນດ້ານພຣະທັມ
ທີ່ພຣະຜູ້ເປັນເຈົ້າແຫ່ງອິສຣາເອນໄດ້ປະທານໃຫ້ແກ່ໂມເຊ
ເຈົ້າຊີວິດໄດ້ໃຫ້ທຸກສິ່ງຕາມທີ່ເອັຊຣາຂໍ
ເພາະວ່າທ່ານເປັນຜູ້ມີພຣະພອນມາຈາກພຣະເຈົ້າ
ເອັຊຣາໄດ້ເດີນທາງຈາກບາບີໂລນສູ່ກຸງເຢຣູຊາເລັມ
7
ມີບາງຄົນໃນຄົນອິສຣາເອນ
ຊຶ່ງມີບັນດາປະໂຣຫິດ
ບັນດາຄົນເລວີ
ນັກດົນຕຣີປະຈຳວິຫານ
ຜູ້ເຝົ້າວິຫານແລະກໍາມະກອນ
ປີນີ້ແມ່ນປີທີ່ເຈັດທີ່ເຈົ້າອາຕາເຊີເຊສເປັນຜູ້ປົກຄອງເອງ
8
ແລະທ່ານໄດ້ມາຮອດກຸງເຢຣູຊາເລັມໃນວັນທີ່ນຶ່ງເດືອນຫ້າ
ຊຶ່ງເປັນປີທີ່ເຈັດຂອງພຣະຣາຊາ
9
ເພາະໃນວັນທີ່ນຶ່ງຂອງເດືອນທີ່ນຶ່ງທ່ານໄດ້ເລີ້ມຂຶ້ນໄປຈາກບາບີໂລນ
ແລະໃນວັນທີ່ນຶ່ງຂອງເດືອນທີ່ຫ້າທ່ານມາຍັງເຢຣູຊາເລັມ
ດ້ວຍຄວາມຊົດຊ່ອຍຂອງພຣະເຈົ້າ
10 ເອັຊຣາ
ອຸທິດຕົນເອງເລົ່າຮຽນພຣະທັມຂອງພຣະຜູ້ເປັນເຈົ້າ
ທັງຝຶກຝົນ
ແລະສັ່ງສອນພຣະທັມນີ້ເປັນປະຈຳແກ່ປະຊາຊົນອິສຣາເອນ
11 ເຈົ້າຊີວິດອາຕາເຊີເຊສ
ໄດ້ມອບເອກສານໃຫ້
ເອັຊຣາຜູ້ເປັນປະໂຣຫິດ
ແລະເປັນຜູ້ຮອບຮູ້ໃນດ້ານວິຊາຄວາມຮູ້ຝ່າຍພຣະທັມ
ແລະພຣະຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງມອບໃຫ້ແກ່ຊາວອິສຣາເອນ
ດັ່ງມີເນື້ອຄວາມຕໍ່ລົງໄປນີ້
12 “ຈາກພຣະມະຫາກະສັດອາຕາເຊີເຊສ
ເຖິງປະໂຣຫິດເອັຊຣາ
ຜູ້ຮອບຮູ້ໃນດ້ານພຣະທັມຂອງພຣະເຈົ້າເທິງຟ້າສວັນ
13 ຂ້າພະເຈົ້າໄດ້ສັ່ງໄປທົ່ວຈັກກະພົບໃຫ້ຊາວອິສຣາເອນທຸກຄົນ
ທັງພວກປະໂຣຫິດ
ແລະຄົນເລວີທີ່ອາສາສມັກໃຫ້ໄປຍັງກຸງເຢຣູຊາເລັມນຳທ່ານ
14 ຂ້າພະເຈົ້າຜູ້ເປັນເຈົ້າຊີວິດ
ພ້ອມທັງຜູ້ປຶກສາຂອງຂ້າພະເຈົ້າເຈັດທ່ານຂໍສົ່ງທ່ານໄປສືບສວນຫາຕົ້ນປາຍສາຍເຫດທີ່ກຸງເຢຣູຊາເລັມ
ແລະແຂວງຢູດາ
ເພື່ອເບິ່ງວ່າ
ພຣະທັມທີ່ພຣະຜູ້ເປັນເຈົ້າຂອງທ່ານໄດ້ມອບຫມາຍໃຫ້ແກ່ທ່ານນັ້ນເປັນຢ່າງໃດ
ຍັງມີຄົນເຊື່ອຟັງຢູ່ຫລືບໍ່
15 ທ່ານຈົ່ງນຳເອົາຄຳ
ແລະເງິນໄປຖວາຍດ້ວຍ
ເພາະຂ້າພະເຈົ້າພ້ອມທັງທີ່ປຶກສາຂອງຂ້າພະເຈົ້າປາຖນາຢາກຖວາຍໃຫ້ແກ່ພຣະເຈົ້າແຫ່ງອິສຣາເອນ
ຊຶ່ງມີພຣະວິຫານທີ່ນະຄອນເຢຣູຊາເລັມ
16 ສ່ວນຄຳ
ແລະເງິນທີ່ທ່ານຮວບຮວມໄດ້ທົ່ວແຂວງບາບີໂລນ
ພ້ອມທັງຂອງທີ່ຊາວອິສຣາເອນ
ແລະປະໂຣຫິດທັງຫລາຍຖວາຍໃຫ້ແກ່ພຣະວິຫານພຣະເຈົ້າຂອງພວກເຂົາທີ່ກຸງເຢຣູຊາເລັມນັ້ນ
17 ໃຫ້ທ່ານເອົາໄປຖວາຍບູຊາຄືກັນ
ໃຫ້ທ່ານຈ່າຍເງິນນີ້ຢ່າງລະມັດລະວັງ
ໃຫ້ຊື້ງົວ
ແກະ ແກະນ້ອຍ
ເຂົ້າ ນ້ຳອະງຸ່ນ
ແລະເອົາສິ່ງເຫລົ່ານີ້ຖວາຍຢູ່ເທິງແທ່ນບູຊາ
ທີ່ພຣະວິຫານໃນກຸງເຢຣູຊາເລັມ
18 ທ່ານອາດຈະເອົາເງິນ
ແລະຄຳທີ່ຍັງເຫລືອຢູ່ນີ້ໃຊ້ຕາມໃຈຂອງທ່ານ
ແລະເພື່ອນຮ່ວມປະເທດຂອງທ່ານຕາມຄວາມປາຖນາ
ແຕ່ໃຫ້ເປັນຕາມນ້ຳພຣະທັຍຂອງພຣະເຈົ້າ
19 ແລະເຄື່ອງໃຊ້ທຸກຢ່າງທີ່ໄດ້ມອບໃຫ້ແກ່ທ່ານ
ສຳລັບໃຊ້ສອຍໃນພິທີທີ່ພຣະວິຫານນັ້ນ
ໃຫ້ຖວາຍແກ່ພຣະຜູ້ເປັນເຈົ້າທີ່ກຸງເຢຣູຊາເລັມ
20 ຖ້າວ່າ
ທ່ານຕ້ອງການສິ່ງອື່ນໆອີກສຳລັບພຣະວິຫານ
ທ່ານຈົ່ງເອົາໄດ້ຈາກພຣະຄັງຫລວງ
21 ຂ້າພະເຈົ້າ
ເຈົ້າຊີວິດອາຕາເຊີເຊສ
ໄດ້ສັ່ງໃຫ້ບັນດາຂ້າຣາຊການພະແນກຄັງເງິນຕາມແຂວງເອີຟຣາດທິດຕາເວັນຕົກ
ໃຫ້ຈັດຫາທຸກສິ່ງຢ່າງຮີບດ່ວນແກ່ເອັຊຣາຜູ້ເປັນປະໂຣຫິດ
ແລະຜູ້ຮອບຮູ້ຝ່າຍພຣະທັມ
ແລະພຣະຄຳສັ່ງຂອງພຣະເຈົ້າເທິງຟ້າສວັນ
ໃນທຸກສິ່ງທີ່ທ່ານຮ້ອງຂໍຕາມຂອບເຂດຈຳກັດ
22 ເຖິງຈໍານວນເງີນນຶ່ງຮ້ອຍຕາລັນ
ເຂົ້າບເລເຖິງນຶ່ງຮ້ອຍໂກຣ໌
ເຫລົ້າອະງຸ່ນນຶ່ງຮ້ອຍບັທ
ນ້ຳມັນນຶ່ງຮ້ອຍບັທ
ແລະເກືອບໍ່ຈຳກັດຈຳນວນເທົ່າໃດ
23 ສິ່ງທີ່ພຣະເຈົ້າເທິງຟ້າສວັນຕ້ອງການສຳລັບພຣະວິຫານຂອງພຣະອົງ
ເພື່ອເປັນການຮູ້ຢ່າງແນ່ນອນວ່າ
ພຣະອົງຈະບໍ່ຊົງພຣະພິໂຣດຣາຊອານາຈັກຂອງຂ້າພະເຈົ້າ
ແລະຜູ້ທີ່ຈະຂຶ້ນຄອງຣາຊສົມບັດແທນຂ້າພະເຈົ້າ
24 ທ່ານບໍ່ຄວນເກັບຄ່າທັມນຽມຈາກບັນດາປະໂຣຫິດ
ຄົນເລວີ
ນັກດົນຕຣີ
ຄົນເຝົ້າປະຕູ
ຄົນໃຊ້ປະຈຳພຣະວິຫານ
ຫລືຜູ້ຮັບໃຊ້ອື່ນໆທີ່ມີສ່ວນກ່ຽວຂ້ອງໃນພຣະວິຫານຂອງພຣະເຈົ້ານີ້
25 “ສ່ວນເຈົ້າ
ເອັຊຣາເອີຍ
ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ແກ່ທ່ານນັ້ນ
ແຕ່ງຕັ້ງຜູ້ປົກຄອງ
ເພື່ອຄຸ້ມຄອງປະຊາຊົນທຸກຄົນທີ່ແຂວງເອີຟຣາດທິດຕາເວັນຕົກຄື
ທຸກຄົນທີ່ຮູ້ຈັກພຣະທັມຂອງພຣະເຈົ້າຂອງທ່ານ
ທ່ານຕ້ອງສັ່ງສອນພຣະທັມນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ
26 ຖ້າວ່າຜູ້ໃດບໍ່ຍອມເຊື່ອຟັງພຣະທັມພຣະເຈົ້າຂອງທ່ານ
ຫລືກົດບັນຍັດຂອງຈັກກະພົບ
ຜູ້ນັ້ນຕ້ອງຖືກລົງໂທດທັນທີ
ຄືປະຫານຊີວິດ
ຖືກເນຣະເທດ
ຖືກຍຶດຊັບ
ຫລືຖືກຄຸກກໍໄດ້”
27 ຂໍສັຣເສີນພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງບັນພະບຸຣຸດຂອງເຮົາ
ພຣະອົງໄດ້ຊົງທຳໃຫ້ເຈົ້າຊີວິດຖວາຍກຽດແດ່ພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ກຸງເຢຣູຊາເລັມ
28 ດ້ວຍພຣະຄຸນຂອງພຣະເຈົ້າ
ໄດ້ຊົງບັນດານຂ້າພະເຈົ້າໄດ້ຮັບຄວາມກະຣຸນາຈາກເຈົ້າຊີວິດ
ແລະທີ່ປຶກສາຂອງພຣະອົງ
ແລະຕໍ່ຫນ້າບັນດາຂ້າຣາຊການທັງຫມົດທີ່ມີອຳນາດຂອງພຣະຣາຊາ
ແລະຂ້າພະເຈົ້າມີໃຈກ້າຂຶ້ນ
ເພາະພຣະຫັດຂອງພຣະເຈົ້າຂອງຂ້າພະເຈົ້າຢູ່ກັບຂ້າພະເຈົ້າ
ແລະຂ້າພະເຈົ້າໄດ້ຮວບຮວມບຸກຄົນຊັ້ນຜູ້ນຳຈາກອິສຣາເອນຂຶ້ນໄປກັບຂ້າພະເຈົ້າ
1
ຕໍ່ໄປນີ້ເປັນຫົວຫນ້າຕະກູນຂອງເຂົາທັງຫລາຍ
ແລະນີ້ເປັນສຳມະໂນຄົວເຊື້ອສາຍຂອງບັນດາຜູ້ທີ່ຂຶ້ນໄປກັບຂ້າພະເຈົ້າຈາກບາບີໂລນ
ໃນຣັຊການອາຕາເຊີເຊສພຣະຣາຊາຄື
2
ຈາກເຊື້ອສາຍຟີເນຮັສ
ມີ ເກີໂຊມ
ຈາກເຊື້ອສາຍອີທາມາ
ມີ
ດານີເອນ
ຈາກເຊື້ອສາຍດາວິດ
ມີ ຮັດທຸສ
3
ຈາກເຊື້ອສາຍເຊການີຢາ
ຈາກເຊື້ອສາຍປາໂຣຊ
ມີເຊຄາຣີຢາ
ພ້ອມກັບທ່ານ
ມີຜູ້ຊາຍຂຶ້ນທະບຽນໄວ້ນຶ່ງຮ້ອຍຫ້າສິບຄົນ
4
ຈາກເຊື້ອສາຍປາຮັດໂມອາບ
ມີ
ເອລີເອໂຮເອນັຍ
ບຸດເຊຣາຮີຢາ
ພ້ອມກັບທ່ານ
ມີຜູ້ຊາຍສອງຮ້ອຍຄົນ
5
ຈາກເຊື້ອສາຍຊັດທູ
ມີ
ເຊຄາຣີຢາ
ບຸດຂອງຢາຮາຊີເອນ
ພ້ອມກັບທ່ານ
ມີຜູ້ຊາຍສາມຮ້ອຍຄົນ
6
ຈາກເຊື້ອສາຍອາດີນ
ມີ ເອເບດ
ບຸດຂອງໂຢນາທານ
ພ້ອມກັບທ່ານ
ມີຜູ້ຊາຍຫ້າສິບຄົນ
7
ຈາກເຊື້ອສາຍເອລາມ
ມີເຢຊາອີຢາ
ບຸດຂອງອາທາລີຢາ
ພ້ອມກັບທ່ານ
ມີຜູ້ຊາຍເຈັດສິບຄົນ
8
ຈາກເຊື້ອສາຍຂອງເຊຟາທີຢາ
ມີເຊບາດີຢາ
ບຸດຂອງມີຄາເອນ
ພ້ອມກັບທ່ານ
ມີຜູ້ຊາຍແປດສິບຄົນ
9
ຈາກເຊື້ອສາຍຂອງໂຢອາບ
ມີ
ໂອບາດີຢາ
ບຸດຂອງເຢຮີເອນ
ພ້ອມກັບທ່ານ
ມີຜູ້ຊາຍສອງຮ້ອຍສິບແປດຄົນ
10 ຈາກເຊື້ອສາຍບານີ
ມີ ເຊໂລມິທ
ບຸດຂອງໂຢຊີຟີຢາ
ພ້ອມກັບທ່ານ
ມີຜູ້ຊາຍນຶ່ງຮ້ອຍຫົກສິບຄົນ
11 ຈາກເຊື້ອສາຍຂອງເບບັຍ
ມີ
ເຊຄາຣີຢາ
ບຸດຂອງເບບັຍ
ພ້ອມກັບທ່ານ
ມີຜູ້ຊາຍຊາວແປດຄົນ
12 ຈາກເຊື້ອສາຍຂອງອັສກາດ
ມີ ເຢຮານານ
ບຸດຂອງຮັກກາທານ
ພ້ອມກັບທ່ານ
ມີຜູ້ຊາຍນຶ່ງຮ້ອຍສິບຄົນ
13 ຈາກເຊື້ອສາຍອາໂດນີກາມ
ມີຜູ້ທີ່ມານຳຫລັງ
ນີ້ເປັນຊື່ຂອງເຂົາຄື
ເອບີເຟເລທ
ເຢອູເອນ
ແລະເຊມັຍຢາ
ພ້ອມກັບພວກເຂົາ
ມີຜູ້ຊາຍຫົກສິບຄົນ
14 ຈາກເຊື້ອສາຍຂອງບິກວັຍ
ມີ ອູທັຍ
ແລະຊັກເກີ
ພ້ອມກັບພວກເຂົາ
ມີຜູ້ຊາຍເຈັດສິບຄົນ
15 ຂ້າພະເຈົ້າໄດ້ຮວບຮວມເຂົາທັງຫລາຍເຂົ້າມາຍັງແມ່ນ້ຳທີ່ໄຫລໄປສູ່ອາຮາວາ
ເຮົາຕັ້ງຄ້າຍຢູ່ທີ່ນັ້ນສາມມື້
ເມື່ອຂ້າພະເຈົ້າສຳຣວດເບິ່ງປະຊາຊົນ
ແລະປະໂຣຫິດ
ຂ້າພະເຈົ້າບໍ່ເຫັນເຊື້ອສາຍຂອງເລວີທີ່ນັ້ນເລີຍ
16 ແລ້ວຂ້າພະເຈົ້າຈຶ່ງໃຫ້ໄປເອີ້ນເອລີເອເຊີ
ອາຣີເອນ
ເຊມັຍຢາ
ເອນນາທານ
ຢາຣິບ ເອນນາທານ
ນາທານ
ເຊຄາຣີຢາ
ແລະເມຊູນລາມ
ບຸກຄົນຊັ້ນຫົວຫນ້າ
ແລະໃຫ້ຫາຢົວອາຣິບ
ແລະເອນນາທານ
ຜູ້ເປັນຄົນມີຄວາມຮອບຮູ້
17 ແລະສົ່ງເຂົາໄປຫາທ່ານອີດໂດ
ບຸກຄົນຊັ້ນຫົວຫນ້າຍັງສະຖານທີ່ບ່ອນຊື່ກາຊີຟີອາ
ຄືໃຫ້ບອກທ່ານອິດໂດ
ແລະພີ່ນ້ອງຂອງທ່ານຜູ້ເປັນຄົນໃຊ້ປະຈຳພຣະວິຫານວ່າ
ຂໍສົ່ງຜູ້ບົວລະບັດສຳລັບພຣະວິຫານຂອງພຣະເຈົ້າຂອງເຮົາມາຫາເຣົາ
18 ແລະໂດຍພຣະຫັດອົງຊົງພຣະຄຸນຂອງພຣະເຈົ້າຂອງເຮົາຢູ່ກັບເຮົາ
ເຂົາໄດ້ນຳຄົນທີ່ມີຄວາມສຸຂຸມມາໃຫ້ເຮົາ
ເປັນເຊື້ອສາຍຂອງມາລີ
ບຸດເລວີ
ຜູ້ເປັນບຸດອິສຣາເອນ
ຊື່ເຊເຣບິຢາ
ກັບບຸດຊາຍແລະຍາດຕິພີ່ນ້ອງ
ຮວມສິບແປດຄົນ
19 ທັງຮາຊາບິຢາ
ແລະເຢຊາອີຢາ
ເຊື້ອສາຍຂອງເມຣາຣີກັບຍາດຕິພີ່ນ້ອງ
ແລະບຸດຂອງເຂົາຮ່ວມຊາວຄົນ
20 ແລະຄົນໃຊ້ປະຈຳພຣະວິຫານ
ຊຶ່ງດາວິດແລະຂ້າຣາຊການຂອງພຣະອົງໄດ້ຈັດຕັ້ງຂຶ້ນໄວ້
ເພື່ອບົວລະບັດຄົນເລວີ
ມີຄົນໃຊ້ປະຈຳພຣະວິຫານສອງຮ້ອຍຊາວຄົນ
ບຸກຄົນເຫລົ່ານີ້ທັງຫມົດມີຊື່ຈົດໄວ້ທັງນັ້ນ
21 ແລ້ວຂ້າພະເຈົ້າກໍປະກາດໃຫ້ຖືສີນອົດອາຫານທີ່ນັ້ນ
ຄືທີ່ແມ່ນ້ຳອາຮາວາ
ເພື່ອເຮົາທັງຫລາຍຈະໄດ້ຖ່ອມຕົວລົງຕໍ່ພຣະເຈົ້າຂອງເຮົາ
ເພື່ອຈະທູນຂໍຫົນທາງອັນປອດພັຍຈາກພຣະອົງສຳລັບເຮົາ
ລູກຫລານຂອງເຣົາ
ແລະເຂົ້າຂອງທັງຫມົດຂອງເຮົາ
22 ເພາະຂ້າພະເຈົ້າລະອາຍທີ່ຈະທູນຂໍກອງທະຫານ
ແລະພົນມ້າຈາກພຣະຣາຊາເພື່ອຊ່ອຍເຮົາສູ້ສັດຕຣູຕາມທາງຂອງເຣົາ
ໃນເມື່ອເຮົາໄດ້ກາບທູນ
ພຣະຣາຊາແລ້ວວ່າ,
“ພຣະຫັດຂອງພຣະເຈົ້າຂອງເຮົາຢູ່ກັບບັນດາຜູ້ທີ່ສແວງພຣະອົງໃຫ້ໄດ້ຮັບຜົນດີ
ແຕ່ຣິດທານຸພາບແລະພຣະພິໂຣດຂອງພຣະອົງຕໍ່ສູ້ຄົນເຫລົ່ານັ້ນທີ່ປະຖິ້ມພຣະອົງ
23 ເຮົາຈຶ່ງອົດອາຫານແລະອ້ອນວອນພຣະເຈົ້າຂອງເຮົາເພື່ອເຣື່ອງນີ້
ແລະພຣະອົງຊົງຟັງສຽງຮ້ອງທູນຂອງເຮົາ
24 ແລະຂ້າພະເຈົ້າໄດ້ເລືອກຕັ້ງປະໂຣຫິດໃຫຍ່ສິບສອງຄົນ
ຄື ເຊເຣບີຢາ
ຮາຊາບີຢາ
ແລະຍາດຂອງເຂົາທີ່ຢູ່ກັບເຂົາສິບຄົນ
25 ແລະຂ້າພະເຈົ້າໄດ້ຊັ່ງເງິນ
ແລະຄຳ ແລະເຄື່ອງໃຊ້ກັບເຄື່ອງບູຊາສຳລັບພຣະວິຫານຂອງເຮົາມອບໃຫ້ເຂົາທັງຫລາຍຊຶ່ງພຣະຣາຊາແລະທີ່ປຶກສາແລະເຈົ້ານາຍຂອງພຣະອົງ
ແລະຄົນອິສຣາເອນທັງປວງທີ່ນັ້ນໄດ້ຖວາຍໄວ້
26 ຂ້າພະເຈົ້າໄດ້ຊັ່ງໃສ່ມືຂອງເຂົາເປັນເງິນຫົກຮ້ອຍຫ້າສິບຕະລັນ
ແລະເຄື່ອງໃຊ້ທີ່ທຳດ້ວຍເງິນມີຄ່ານຶ່ງຮ້ອຍຕະລັນ
ແລະຄຳນຶ່ງຮ້ອຍຕະລັນ
27 ຊາມຄຳຊາວໃບມີຄ່ານຶ່ງພັນດາຣິກ
ແລະເຄື່ອງໃຊ້ທອງສຳລິດເນື້ອລະອຽດສຸກໃສສອງໃບມີຄ່າເທົ່າກັບຄຳ
28 ແລະຂ້າພະເຈົ້າບອກເຂົາວ່າ,
“ທ່ານທັງຫລາຍບໍຣິສຸດຕໍ່ພຣະເຈົ້າ
ແລະເຄື່ອງໃຊ້ກໍບໍຣິສຸດ
ແລະເງິນກັບຄຳເປັນຂອງຖວາຍດ້ວຍໃຈສມັກແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍ
29 ຈົ່ງເຝົ້າດູແລໄວ້ຈົນກວ່າທ່ານຊັ່ງສິ່ງເຫລົ່ານັ້ນຕໍ່ຫນ້າປະໂຣຫິດໃຫຍ່ແລະຄົນເລວີ
ແລະຫົວຫນ້າຕະກູນອິສຣາເອນໃນເຢຣູຊາເລັມພາຍໃນຫ້ອງພຣະວິຫານຂອງພຣະເຈົ້າ
30 ບັນດາປະໂຣຫິດແລະຄົນເລວີຈຶ່ງຮັບເງິນແລະຄຳທີ່ໄດ້ຊັ່ງ
ແລະເຄື່ອງໃຊ້
ເພື່ອນຳໄປທີ່ເຢຣູຊາເລັມ
ທີ່ພຣະວິຫານຂອງພຣະເຈົ້າຂອງເຮົາ
31 ແລະເຮົາກໍອອກຈາກແມ່ນ້ຳອາຮາວາ
ໃນວັນທີ່ສິບສອງຂອງເດືອນຕົ້ນ
ເພື່ອໄປຍັງເຢຣູຊາເລັມ
ແລະພຣະຫັດຂອງພຣະເຈົ້າຂອງເຮົາຢູ່ກັບເຮົາ
ແລະພຣະອົງຊົງຊ່ອຍກູ້ເຮົາໃຫ້ພົ້ນຈາກມືຂອງສັດຕຣູແລະຈາກພວກຊຸ່ມຄອຍຢູ່ຕາມທາງ
32 ເຮົາມາເຖິງເຢຣູຊາເລັມ
ແລະພັກຢູ່ທີ່ນີ້ສາມມື້
33 ໃນວັນທີ່ສີ່ພາຍໃນພຣະວິຫານຂອງພຣະເຈົ້າຂອງເຮົາ
ກໍຊັ່ງຄຳ
ແລະເຄື່ອງໃຊ້ໃສ່ມືຂອງເມເຣໂມດປະໂຣຫິດ
ບຸດຂອງອູຣິອາ
ແລະຄົນທີ່ຢູ່ກັບເຂົາ
ຄືເອເລອາຊາບຸດຟີເນຮັສ
ແລະຄົນທີ່ຢູ່ກັບເຂົາທັງຫລາຍຄື
ໂຢຊາບາດ
ບຸດຂອງເຢຊູອາ
ແລະໂນອາດີຢາ
ບຸດຂອງບີນນູອີ
ຄົນເລວີ
34 ເຂົາຊັ່ງແລະນັບທັງຫມົດ
ແລະບັນທຶກນ້ຳຫນັກຂອງທຸກສິ່ງໄວ້
35 ໃນວັນນັ້ນບັນດາຜູ້ທີ່ຖືກກວາດໄປເປັນຊະເລີຍ
ຊຶ່ງມາຈາກການເປັນຊະເລີຍໄດ້ຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າແຫ່ງອິສຣາເອນ
ມີງົວເຖິກສິບສອງໂຕສຳລັບພວກອິສຣາເອນທັງປວງ
ແກະເຖິກເກົ້າສິບຫົກໂຕ
ແລະແກະເຈັດສິບເຈັດໂຕ
ແລະແບ້ຜູ້ສິບສອງໂຕເປັນເຄື່ອງບູຊາໄຖ່ບາບ
ທັງຫມົດນີ້ເປັນເຄື່ອງເຜົາບູຊາຖວາຍພຣະເຈົ້າ
36 ເຂົາທັງຫລາຍໄດ້ມອບພຣະຣາຊໂອງການໃຫ້ແກ່
ຜູ້ປົກຄອງຂອງພຣະຣາຊາ
ແລະແກ່ຜູ້ວ່າຣາຊການມົນທົນຟາກຕາເວັນຕົກຂອງແມ່ນ້ຳເອີຟຣາດ
ແລະທ່ານເຫລົ່ານີ້ໄດ້ຊ່ອຍເຫລືອປະຊາຊົນແລະພຣະວິຫານຂອງພຣະເຈົ້າ
1
ພາຍຫລັງເຫດການເຫລົ່ານີ້
ເຈົ້າຫນ້າທີ່ກໍເຂົ້າມາຫາຂ້າພະເຈົ້າກ່າວວ່າ,
“ຊົນຊາດອິສຣາເອນແລະບັນດາປະໂຣຫິດກັບຄົນເລວີບໍ່ໄດ້ຮັກສາຕົວ
ແຍກອອກຈາກຊົນຊາດທັງຫລາຍແຫ່ງແຜ່ນດິນເຫລົ່ານັ້ນເຂົາໄດ້ເຮັດໃນສິ່ງທີ່ຫນ້າກຽດຊັງດັ່ງດຽວກັນກັບພວກນີ້ໄດ້ເຮັດ
ຄືຈາກຄົນການາອານ
ຄົນຮິດຕີ
ຄົນເປຣິສຊີ
ຄົນເຢບຸສ
ຄົນອັມໂມນ
ຄົນໂມອາບ
ຄົນເອຢິບ
ແລະຄົນອາໂມຣິດ
2
ເພາະເຂົາຮັບບຸດຍິງຂອງຊົນຊາດເຫລົ່ານີ້ເປັນເມັຽຂອງເຂົາເອງ
ແລະຂອງລູກຊາຍຂອງເຂົາ
ດັ່ງນັ້ນເຊື້ອສາຍບໍຣິສຸດໄດ້ປະປົນກັບຊົນຊາດທັງຫລາຍຂອງແຜ່ນດິນເຫລົ່ານັ້ນ
ນີ້ແຫລະໃນຄວາມຜິດຂໍ້ນີ້
ມືຂອງເຈົ້າຫນ້າທີ່ຊັ້ນຫົວຫນ້າ
ແລະຜູ້ຄອງເມືອງໄດ້ເດັ່ນທີ່ສຸດ”
3
ເມື່ອຂ້າພະເຈົ້າໄດ້ຍິນຢ່າງນີ້
ຂ້າພະເຈົ້າກໍຈີກເສື້ອຂອງຂ້າພະເຈົ້າທັງເສື້ອຄຸມຂອງຂ້າພະເຈົ້າແລະດຶງຜົມອອກຈາກຫົວຂອງຂ້າພະເຈົ້າ
ແລະດຶງຫນວດ
ແລະນັ່ງລົງດ້ວຍຄວາມເປັນທຸກໃຈ
4
ແລ້ວບັນດາຄົນທີ່ສັ່ນສະທ້ານໄປດ້ວຍພຣະທັມຂອງພຣະເຈົ້າແຫ່ງອິສຣາເອນ
ເຫດດ້ວຍຄວາມຜິດຂອງພວກຊະເລີຍທີ່ໄດ້ກັບມາ
ໄດ້ມາປະຊຸມຕໍ່ຫນ້າຂ້າພະເຈົ້າ
ເມື່ອຂ້າພະເຈົ້ານັ່ງຕະລືງຢູ່ຈົນເຖິງເວລາຖວາຍເຄື່ອງບູຊາໃນຕອນແລງ
ຄຳອ້ອນວອນຂອງເອັຊຣາ
5
ໃນເວລາບູຊາຕອນແລງນັ້ນ
ຂ້າພະເຈົ້າໄດ້ລຸກຂຶ້ນຈາກການອົດອາຫານ
ມີເຄື່ອງແຕ່ງກາຍ
ແລະເສື້ອຄຸມຂອງຂ້າພະເຈົ້າຈີກຂາດ
ແລະຂ້າພະເຈົ້າກໍຄຸເຂົ່າລົງ
ແລະຊູມືຂຶ້ນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າ
6
ແລະຂ້າພະເຈົ້າທູນວ່າ,
“ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ
ຂ້າພຣະອົງລະອາຍທີ່ຈະເງີຍຫນ້າຫາພຣະອົງພຣະເຈົ້າຂອງຂ້າພຣະອົງ
ເພາະວ່າຄວາມບາບຊົ່ວຂອງຂ້າພຣະອົງທັງຫລາຍຂຶ້ນສູງກວ່າຫົວຂອງຂ້າພຣະອົງ
ແລະກັມຊົ່ວຂອງຂ້າພຣະອົງທັງຫລາຍກອງຂຶ້ນໄປເຖິງຟ້າສວັນ
7
ຂ້າພຣະອົງທັງຫລາຍມີກັມຊົ່ວຍິ່ງໃຫຍ່ຕັ້ງແຕ່ສະໄຫມບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ
ຈົນເຖິງທຸກວັນນີ້
ແລະເພາະຄວາມບາບຊົ່ວຂອງຂ້າພຣະອົງທັງຫລາຍ
ຂ້າພຣະອົງທັງຫລາຍ
ທັງບັນດາພຣະຣາຊາຂອງຂ້າພຣະອົງ
ແລະບັນດາປະໂຣຫິດຂອງຂ້າພຣະອົງທັງຫລາຍໄດ້ຖືກມອບໄວ້ໃນມືຂອງບັນດາພຣະຣາຊາແຫ່ງແຜ່ນດິນເຫລົ່ານັ້ນ
ໃຫ້ແກ່ດາບ
ແກ່ການເປັນຊະເລີຍ
ແກ່ການປຸ້ນ
ແລະແກ່ການອົດສູຢ່າງທີ່ສຸດ
ຢ່າງທຸກວັນນີ້
8
ແຕ່ບັດນີ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງທັງຫລາຍຊົງສຳແດງພຣະກະຣຸນາ
ພໍພຣະທັຍຊົ່ວບຶດນຶ່ງສັ້ນໆ
ແລະໄດ້ຊົງປະທານໃຫ້ຂ້າພຣະອົງທັງຫລາຍມີຄົນທີ່ເຫລືອຢູ່ແລະມີທີ່ຍຶດຫມັ້ນໃນທີ່ບໍຣິສຸດຂອງພຣະອົງ
ເພື່ອວ່າພຣະເຈົ້າຂອງຂ້າພຣະອົງຈະໄດ້ຊົງໃຫ້ຕາຂອງຂ້າພຣະອົງທັງລາຍແຈ້ງ
ພຣະອົງໄດ້ໂຜດໃຫ້ຂ້າພຣະອົງທັງຫລາຍຫນີພົ້ນຈາກການເປັນທາດມາໄດ້
ແລະທັງໃຫ້ຂ້າພຣະອົງທັງຫລາຍມີຊີວິດໃຫມ່
9
ເພາະວ່າຂ້າພຣະອົງທັງຫລາຍເປັນທາດ
ແຕ່ພຣະເຈົ້າຂອງຂ້າພຣະອົງບໍ່ໄດ້ຊົງປະປ່ອຍຂ້າພຣະອົງໄວ້ໃນຄວາມເປັນທາດ
ແຕ່ຊົງບັນດານໃຫ້ຂ້າພຣະອົງທັງຫລາຍມີຄວາມຊອບຕໍ່ພຣະພັກບັນດາພຣະຣາຊາແຫ່ງເປີເຊັຽ
ຊົງໃຫ້ຂ້າພຣະອົງທັງຫລາຍມີຊີວິດຢູ່ຕໍ່ໄປ
ເພື່ອຈະຕັ້ງພຣະວິຫານຂອງພຣະເຈົ້າຂອງຂ້າພຣະອົງທັງຫລາຍຂຶ້ນໄວ້
ເພື່ອຈະຊ່ອມທີ່ສະລັກຫັກພັງ
ເພື່ອຈະປະທານກຳແພງແກ່ຂ້າພຣະອົງທັງຫລາຍໃນຢູດາ
ແລະໃນເຢຣູຊາເລັມ
10 “ແລະບັດນີ້
ຂ້າແດ່ພຣະເຈົ້າຂອງຂ້າພຣະອົງທັງຫລາຍ
ຕໍ່ຈາກນີ້ຂ້າພຣະອົງຈະທູນສິ່ງໃດອີກ
ເພາະຂ້າພຣະອົງທັງຫລາຍໄດ້ປະຖິ້ມພຣະບັນຍັດຂອງພຣະອົງ
11 ຊຶ່ງພຣະອົງໄດ້ຊົງບັນຊາໄວ້
ໂດຍຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງພຣະອົງວ່າ
“ແຜ່ນດິນຊຶ່ງເຈົ້າກຳລັງເຂົ້າໄປເພື່ອຍຶດເປັນກຳມະສິດນັ້ນເປັນແຜ່ນດິນມົນທິນ
ດ້ວຍເຫດຄວາມມົນທິນຂອງຊົນຊາດທັງຫລາຍແຫ່ງແຜ່ນດິນເຫລົ່ານັ້ນ
ດ້ວຍການຫນ້າກຽດຫນ້າຊັງຂອງເຂົາ
ຊຶ່ງເຕັມໄປຫມົດຕັ້ງແຕ່ປາຍຂ້າງນີ້ເຖິງປາຍຂ້າງນັ້ນ
ດ້ວຍຄວາມມົນທິນຂອງເຂົາທັງຫລາຍ
12 ເພາະສະນັ້ນຢ່າມອບພວກລູກຍິງຂອງເຈົ້າແກ່ພວກບຸດຊາຍຂອງເຂົາ
ຫລືຢ່າຮັບພວກລູກຍິງຂອງເຂົາໃຫ້ພວກລູກຊາຍຂອງເຈົ້າ
ຫລືຢ່າເສີມສວັດດີພາບແລະຄວາມຈະເຣີນມັ່ງຄັ່ງຂອງເຂົາທັງຫລາຍເປັນນິດ
ເພື່ອເຈົ້າທັງຫລາຍຈະແຂງແຮງແລະກິນຂອງດີໆແຫ່ງແຜ່ນດິນນັ້ນ
ແລະມອບແຜ່ນດິນນັ້ນໄວ້ເປັນມໍຣະດົກແກ່ລູກຫລານຂອງເຈົ້າທັງຫລາຍເປັນນິດ
13 ແລະເມື່ອຂ້າພຣະອົງທັງຫລາຍຮັບໂທດເພາະການຊົ່ວຮ້າຍຂອງຂ້າພຣະອົງ
ແລະເພາະກັມຊົ່ວໃຫຍ່ຍິ່ງຂອງຂ້າພຣະອົງ
ແລະເມື່ອພຣະອົງ
ຄືພຣະເຈົ້າຂອງຂ້າພຣະອົງທັງຫລາຍໄດ້ຊົງລົງໂທດຂ້າພຣະອົງ
ເຫດຄວາມບາບຊົ່ວຂອງຂ້າພຣະອົງນ້ອຍກວ່າທີ່ຄວນຈະໄດ້ຣັບ
ແລະຊົງປະທານຄົນທີ່ເຫລືອຢູ່ແກ່ຂ້າພຣະອົງທັງຫລາຍຢ່າງນີ້
14 ສົມຄວນທີ່ຂ້າພຣະອົງທັງຫລາຍຈະຫັກພຣະບັນຍັດຂອງພຣະອົງອີກ
ແລະເຂົ້າແຕ່ງງານກັບຊົນຊາດທັງຫລາຍຜູ້ປະພຶດສິ່ງຫນ້າກຽດຊັງເຫລົ່ານີ້ຫລື
ພຣະອົງຈະບໍ່ຊົງກິ້ວຕໍ່ຂ້າພຣະອົງທັງຫລາຍຈົນພຣະອົງຜານຂ້າພຣະອົງທັງຫລາຍເສັຽ
ຈົນບໍ່ມີຄົນທີ່ເຫລືອຢູ່
ແລະບໍ່ມີຜູ້ໃດອົດໄດ້ເລີຍຫລື
15 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ພຣະອົງຊອບທັມ ເພາະຂ້າພຣະອົງທັງຫລາຍຢູ່ຕໍ່ພຣະພັກພຣະອົງ ມີກັມຊົ່ວຂອງຂ້າພຣະອົງຢູ່ ເພາະບໍ່ມີໃຜຈັກຄົນດຽວທີ່ຈະຢືນຢູ່ຕໍ່ພຣະພັກ