| Ezekiel |
|
![]() |
|
|
|
|
1
ເມື່ອວັນທີ່ຫ້າ
ເດືອນສີ່ປີທີ່ສາມສິບ
ຂນະທີ່ຂ້າພະເຈົ້າຢູ່ກັບພວກຊະເລີຍຊາວຢູດາ
ທີ່ແມ່ນ້ຳເຄບາຣ໌
ໃນປະເທດບາບິໂລນ
ທ້ອງຟ້າໄດ້ຍະອອກ
ແລ້ວຂ້າພະເຈົ້າກໍເຫັນພຣະເຈົ້າທາງນີມິດ
2
ໃນເວລານັ້ນພໍດີກົງກັບເວລາທີ່ກະສັດເຢຮົວອາຄິນຖືກຈັບໄປເປັນຊະເລີຍໄດ້ຫ້າປີ
3
ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າຄື
ເອເຊກຽນບຸດຂອງປະໂຣຫິດບູຊີ
ຢູ່ແຄມແມ່ນ້ຳເຄບາຣ໌ໃນປະເທດບາບິໂລນ
ໃນທີ່ນັ້ນຣິດທານຸພາບຂອງພຣະອົງໄດ້ຖືກຕ້ອງຕົວຂ້າພະເຈົ້າ
4
ຂ້າພະເຈົ້າໄດ້ເງີຍຫນ້າຂຶ້ນ
ແລ້ວເຫັນລົມພະຍຸພັດມາແຕ່ທາງເຫນືອ
ມີແສງສວ່າງສ່ອງຮຸ່ງເຮືອງອອກມາຈາກເມກກ້ອນໃຫຍ່
ແລະທ້ອງຟ້າກໍລຸກ
ເປັນໄຟອ້ອມຮອບເມກນັ້ນ
ຢູ່ທີ່ນັ້ນແສງສວ່າງສ່ອງແສງເຫລື້ອມເຫມືອນທອງສຳຣິດໃນຖ້າມກາງພະຍຸນັ້ນ
5
ຂ້າພະເຈົ້າໄດ້ເຫັນສິ່ງນຶ່ງເຫມືອນສັດສີ່ຕົວ
ມັນມີຮູບຮ່າງເຫມືອນມະນຸດ
6
ແຕ່ລະຕົວມີສີ່ຫນ້າ
ແລະສີ່ປີກ
ຂາຂອງມັນຊື່
ແຕ່ຕີນຂອງມັນມີເລັບເຫມືອນເລັບງົວ
7
ສັດທັງສີ່ນັ້ນມີແສງເຫລື້ອມເຫມືອນທອງສຳຣິດ
8
ຢູ່ລຸ່ມປີກທັງສີ່ຂອງມັນ
ຍັງມີມືສີ່ມືເຫມືອນມືມະນຸດ
9
ປີກທັງສອງຂອງແຕ່ລະຕົວ
ໄດ້ພືອອກໄປຈຸກັນກັບປີກສັດຕົວອື່ນເປັນຮູບສີ່ຫລ່ຽມ
ແລ້ວບິນໄປທາງດຽວກັນໂດຍບໍ່ຫັນເຫໄປຕ່າງທິດທາງກັນ
10 ຫນ້າທັງສີ່ຂອງສັດແຕ່ລະຕົວບໍ່ຄືກັນ
ຄືຫນ້າຢູ່ຂ້າງຫນ້າເຫມືອນມະນຸດ
ຫນ້າຂ້າງຂວາເຫມືອນຫນ້າສິງ
ຫນ້າຂ້າງຊ້າຍເຫມືອນຫນ້າງົວ
ແລະຫນ້າຂ້າງຫລັງເຫມືອນຫນ້ານົກອິນຊີ
11 ປີກທັງສອງຂອງສັດແຕ່ລະຕົວພືອອກໄປຈຸກັບປາຍປີກຂອງຕົວອື່ນ
ແລະອີກປີກສອງປີກໄດ້ປົກຫຸ້ມຕົວມັນໄວ້
12 ສັດທຸກຕົວໄດ້ປິ່ນຫນ້າໄປສູ່ທິດທັງສີ່
ເມື່ອມັນປະສົງຈະໄປທາງໃດ
ກໍບິນໄປພ້ອມກັນບໍ່ປິ່ນຫນ້າໄປທາງອື່ນເລີຍ
13 ຢູ່ໃນສັດເຫລົ່ານັ້ນ
ມີສິ່ງນຶ່ງເບິ່ງຄ້າຍຄື
ໂຄມໄຟເຄື່ອນໄຫວຢູ່ເປັນນິດ
ເປັນສຸກໃສ
ແລະມີແສງຟ້າແມບເຫລື້ອມ
14 ສັດເຫລົ່ານັ້ນພຸ່ງໄປມາເຫມືອນຟ້າແມບເຫລື້ອມ
15 ຂນະທີ່ຂ້າພະເຈົ້າຫລຽວເບິ່ງສັດທັງສີ່ຕົວນັ້ນ
ຂ້າພະເຈົ້າໄດ້ເຫັນກົງລໍ້ສີ່ອັນຢູ່ເທິງດິນແປະຢູ່ຂ້າງສັດແຕ່ລະຕົວ
16 ລໍ້ແຕ່ລະອັນສ່ອງແສງເຫມືອນເພັດເບິ່ງເຫມືອນກັນຫມົດທັງສີ່ລໍ້
ແຕ່ລະລໍ້ມີລໍ້ອີກອັນນຶ່ງຕັດຜ່ານທາງກາງ
17 ເພື່ອວ່າພວກມັນຈະຍ້າຍໄປໄດ້ໃນທຸກທີ່ທຸກທາງ
18 ແລະລໍ້ນັ້ນໃຫຍ່ເປັນຕາຢ້ານ
ມີຫນ່ວຍຕາຕິດຢູ່ອ້ອມຮອບ
19 ເມື່ອໃດສັດເຫລົ່ານັ້ນຍ້າຍໄປ
ລໍ້ກໍຍ້າຍໄປນຳ
ເມື່ອສັດນັ້ນເຫາະຂຶ້ນຈາກພື້ນດິນ
ລໍ້ກໍເຫາະຂຶ້ນນຳ
20 ເມື່ອສັດເຫລົ່ານັ້ນໄປທີ່ໃດ
ລໍ້ກໍໄປນຳທັນທີ
ເພາະວ່າສັດເປັນຜູ້ຄວບຄຸມລໍ້
21 ທຸກໆເວລາທີ່ສັດນັ້ນເຄື່ອນຍ້າຍໄປ
ເມື່ອຢຸດເຊົາຫລືເຫາະຂຶ້ນເທິງອາກາດ
ລໍ້ກໍເຄື່ອນຍ້າຍໄປນຳທັນທີ
22 ຢູ່ເທິງຫົວຂອງສັດມີສິ່ງນຶ່ງເບິ່ງຄ້າຍຍອດຊໍ່ຟ້າແກ້ວຜະລຶກສີສຸກໃສຢູ່ລຸ່ມຍອດຊໍ່ຟ້ານັ້ນ
23 ສັດແຕ່ລະຕົວໄດ້ພືສອງປີກອອກໄປຈຸກັບປາຍປີກຕົວອື່ນ
ແຕ່ອີກສອງປີກໄດ້ປົກຫຸ້ມຕົວມັນໄວ້
24 ເມື່ອສັດເຫລົ່ານີ້ບິນໄປ
ຂ້າພະເຈົ້າໄດ້ຍິນສຽງປີກຂອງມັນດັງເຫມືອນສຽງຄື້ນທະເລ
ເຫມືອນສຽງກອງທັບໃຫຍ່ເດີນໄປ
ແລະເຫມືອນພຣະສຸຣະສຽງຂອງພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່
25 ເມື່ອພວກມັນເຊົາບິນມັນກໍຫຸບປີກໄວ້
ແຕ່ຍັງມີສຽງອີກຢ່າງນຶ່ງດັງມາຈາກຍອດຊໍ່ຟ້າເຫນືອຫົວຂອງສັດນັ້ນ
26 ຢູ່ເທິງຍອດຊໍ່ຟ້າ
ມີສິ່ງນຶ່ງເບິ່ງຄ້າຍບັນລັງແກ້ວມໍລະກົດ
ແລະມີຮູບຮ່າງອັນນຶ່ງເບິ່ງຄືມະນຸດນັ່ງຢູ່ເທິງບັນລັງ
27 ເທິງແອວຂອງຮູບຮ່າງນັ້ນສ່ອງແສງເຫລື້ອມເຫມືອນທອງສຳຣິດຢູ່ໃນກາງກອງໄຟ
ແລະລຸ່ມແອວລົງມາມັນສອ່ງແສງເຫລື້ອມເຫມືອນໄຟໄປທົ່ວທຸກແຫ່ງ
28 ລັກສະນະແສງສວ່າງນີ້ສ່ອງແສງເຫມືອນຮຸ້ງກິນນ້ຳຢູ່ໃນເມກເມື່ອຝົນຕົກ
ລັກສະນະແຫ່ງພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າເປັນດັ່ງນີ້ແຫລະ ແລະເມື່ອຂ້າພະເຈົ້າເຫັນແລ້ວ
ຂ້າພະເຈົ້າກໍກົ້ມຫນ້າລົງເຖິງດິນ
ແລະຂ້າພະເຈົ້າໄດ້ຍິນສຽງທ່ານຜູ້ນຶ່ງກ່າວ
1
ພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ຢືນຂຶ້ນ
ເຮົາຈະເວົ້າກັບເຈົ້າ”
2
ແລະເມື່ອພຣະອົງກ່າວກັບຂ້າພະເຈົ້າພຣະວິນຍານໄດ້ເຂົ້າໄປໃນຂ້າພະເຈົ້າແລະຕັ້ງຂ້າພະເຈົ້າໃຫ້ຢືນຂຶ້ນ
ແລະຂ້າພະເຈົ້າໄດ້ຍິນພຣະອົງນັ້ນຜູ້ກ່າວກັບຂ້າພະເຈົ້າ
3
ແລະພຣະອົງກ່າວແກ່ຂ້າພະເຈົ້າວ່າ,
“ມະນຸດເອີຍ,
ເຮົາຈະສົ່ງເຈົ້າໄປຫາອິສຣາເອນ
ຜູ້ເປັນກະບົດຕໍ່ສູ້ເຮົາ
ພວກເຂົາຍັງເປັນກະບົດເຊັ່ນດຽວກັບບັນພະບຸຣຸດຂອງເຂົາເທົ່າທຸກວັນນີ້
4
ພວກເຂົາເປັນຄົນຫົວດື້
ແລະບໍ່ເຄົາຣົບນັບຖືເຮົາ
ເຮົາຈະສົ່ງເຈົ້າໄປບອກສິ່ງທີ່ເຮົາຈະເວົ້າກັບເຂົາ
5
ພວກເຂົາຈະຟັງຫລືບໍ່ຟັງກໍຕາມ
ແຕ່ເຂົາກໍຈະຮູ້ວ່າ
ມີຜູ້ປະກາດພຣະທັມຄົນນຶ່ງຢູ່ຖ້າມກາງເຂົາ
6
ແຕ່ເຈົ້າຜູ້ເປັນມະນຸດເອີຍ,
ຢ່າຢ້ານເຂົາຫລືຢ້ານສິ່ງທີ່ເຂົາເວົ້າ
ເຖິງແມ່ນເຂົາຈະເປັນເຫມືອນຫນາມປິດລ້ອມເຈົ້າ
ແລະເປັນເຫມືອນແມງງອດຢູ່ອ້ອມຮອບເຈົ້າ
ກໍຢ່າຢ້ານພວກກະບົດເຫລົ່ານັ້ນ
ຫລືຢ້ານຄຳເວົ້າຂອງເຂົາເລີຍ
7
ຈົ່ງບອກເຂົາສິ່ງທີ່ເຮົາບອກ
ຢ່າເປັນກະບົດເຫມືອນເຂົາ
ຈົ່ງອ້າປາກແລ້ວກິນສິ່ງທີ່ເຮົາຈະໃຫ້ເຈົ້ານີ້”
8
“ບຸດແຫ່ງມະນຸດເອີຍ,
ຈົ່ງຟັງສິ່ງທີ່ເຮົາບອກ
ຢ່າເປັນກະບົດເຫມືອນພວກເຂົາ
ຈົ່ງອ້າປາກແລ້ວກິນສິ່ງທີ່ເຮົາຈະໃຫ້ເຈົ້ານິ້”
9
ຕໍ່ມາ
ຂ້າພະເຈົ້າໄດ້ເຫັນມືເບື້ອງນຶ່ງ
ຖືຫນັງສືມ້ວນຢຽດອອກມາທາງຂ້າພະເຈົ້າ
10 ມືນັ້ນໄດ້ພືຫນັງສືມ້ວນ
ແລ້ວຂ້າພະເຈົ້າກໍໄດ້ເຫັນຄຳຂຽນໄວ້ທັງສອງຫນ້າແລະອ່ານໄດ້ຄວາມວ່າ,
“ມີບົດຄ່ຳຄວນ
ຄຳໄວ້ທຸກ ແລະຄຳວິບັດຂຽນຢູ່ເທິງນັ້ນ”
1
ພຣະອົງຊົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ຈົ່ງຮັບປະທານສິ່ງທີ່ເຈົ້າໄດ້ພົບ
ຈົ່ງຮັບປະທານຫນັງສືມ້ວນນີ້ແລ້ວ
ໄປເວົ້າກັບປະຊາຊົນອິສຣາເອນ”
2
ດັ່ງນັ້ນ
ຂ້າພະເຈົ້າຈຶ່ງໄດ້ອ້າປາກກິນຫນັງສືມ້ວນ
ທີ່ພຣະອົງຊົງຍື່ນໃຫ້
ພຣະອົງຊົງກ່າວອີກວ່າ,
3
“ບຸດແຫ່ງມະນຸດເອີຍ,
ຈົ່ງກິນຫນັງສືມ້ວນທີ່ເຮົາໄດ້ໃຫ້ເຈົ້ານັ້ນໃຫ້ອີ່ມ”
ຂ້າພະເຈົ້າກໍກິນຫນັງສືມ້ວນນັ້ນ
ມັນມີຣົດຫວານເຫມືອນນ້ຳເຜີ້ງ
4
ຕໍ່ມາພຣະເຈົ້າຊົງກ່າວວ່າ,
“ບຸດແຫ່ງມະນຸດເອີຍ,
ຈົ່ງໄປບອກສິ່ງທີ່ເຮົາບອກແກ່ເຈົ້າແກ່ປະຊາຊົນອິສຣາເອນ
5
ເຮົາຈະບໍ່ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດແລະພາສາທີ່ຍາກ
ແຕ່ຈະສົ່ງໄປຫາພວກອິສຣາເອນ
6
ຖ້າສົ່ງໄປຫາປະເທດໃຫຍ່ຊຶ່ງເວົ້າພາສາທີ່ຍາກ
ໂດຍທີ່ເຈົ້າບໍ່ເຂົ້າໃຈຊົນຊາດນັ້ນອາດຟັງເຈົ້າຢູ່
7
ແຕ່ຈະບໍ່ມີປະຊາຊົນອິສຣາເອນຄົນໃດມີນ້ຳໃຈຢາກຟັງເຈົ້າ
ແມ່ນແຕ່ເຮົາເຂົາກໍຈະບໍ່ຟັງຄືກັນ
ເພາະວ່າເຂົາເປັນຄົນຫົວດື້ແລະໃຈແຂງ
8
ບັດນີ້
ເຮົາຈະທຳໃຫ້ເຈົ້າເປັນຄົນຫົວດື້ແລະໃຈແຂງເຫມືອນເຂົາ
ຈະທຳໃຫ້ແຂງກວ່າຫີນແລະເພັດ
9
ສະນັ້ນ
ເຈົ້າຢ່າຢ້ານ
ພວກກະບົດເຫລົ່ານີ້ເລີຍ
10 ພຣະເຈົ້າຊົງກ່າວຕໍ່ໄປວ່າ,
“ບຸດແຫ່ງມະນຸດເອີຍ,
ຈົ່ງຈົດຈຳ ແລະເອົາໃຈໃສ່ຢ່າງແທ້ຈິງ
ໃນສິ່ງທີ່ເຮົາໄດ້ບອກນັ້ນ
11 ແລ້ວໃຫ້ໄປຫາຊົນຊາດຂອງເຈົ້າທີ່ຕົກເປັນຊະເລີຍ
ແລະໃຫ້ບອກເຂົາເຖິງສິ່ງທີ່ເຮົາຈະບອກເຈົ້າ
ເຖິງເຂົາຈະຟັງຫລືບໍ່ຟັງກໍຕາມ”
12 ຕໍ່ມາ
ພຣະວິນຍານຂອງພຣະເຈົ້າໄດ້ຍົກຂ້າພະເຈົ້າຂຶ້ນ
ແລ້ວມີພຣະສຽງຢ່າງນຶ່ງດັງກ້ອງອອກມາເຫມືອນສຽງແຜ່ນດິນໄຫວ
ຢູ່ທາງຫລັງຂ້າພະເຈົ້າສຽງນັ້ນ
13 ຂ້າພະເຈົ້າໄດ້ຍິນສຽງປີກສັດດັງໃນອາກາດ
ແລະສຽງລໍ້ດັງກ້ອງເຫມືອນແຜ່ນດິນໄຫວ
14 ຂນະພຣະວິນຍານຂອງພຣະເຈົ້າຊົງຍົກຂ້າພະເຈົ້າຂຶ້ນນັ້ນ
ຂ້າພະເຈົ້າຮູ້ສຶກຂົມຂື່ນ
ແລະຄຽດແຄ້ນ
ເພາະວ່າຣິດທານຸພາບຂອງພຣະອົງໄດ້ຊົງບັງຄັບຢູ່
15 ຂ້າພະເຈົ້າໄດ້ໄປເຖິງບ່ອນພວກຊະເລີຍອາໄສຢູ່ທີ່ເມືອງເທນອາບິບ
ແຄມແມ່ນ້ຳເຄບາຣ໌ທີ່ປະເທດບາບິໂລນ
ແລະໄດ້ພັກຢູ່ທີ່ນັ້ນດ້ວຍຄວາມຕົກຕະລຶງເປັນເວລາເຈັດວັນ
ພຣະເຈົ້າຊົງແຕ່ງຕັ້ງເອເຊກຽນເປັນຄົນຍາມອິສຣາເອນ
16 ພໍຄົບເຈັດວັນແລ້ວ ພຣະຄຳຂອງພຣະຜູ້ເປັນເຈົ້າກໍມາເຖິງຂ້າພະເຈົ້າວ່າ,
17 “ບຸດແຫ່ງມະນຸດເອີຍ,
ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຄົນຍາມຊົນຊາດອິສຣາເອນ
ຈົ່ງຕັກເຕືອນເຂົາດ້ວຍຖ້ອຍຄຳທີ່ເຣົາໄດ້ບອກເຈົ້າ
18 ຖ້າເຮົາປະກາດວ່າ
ຄົນຊົ່ວຜູ້ນຶ່ງຈະຕ້ອງຕາຍ
ແຕ່ຖ້າເຈົ້າບໍ່ຕັກເຕືອນໃຫ້ເຂົາປ່ຽນທາງເພື່ອຊ່ອຍຊີວິດເຂົາໄວ້
ຄົນຊົ່ວຜູ້ນັ້ນກໍຈະຕາຍເສັຽຍ້ອນບາບຂອງຕົນເອງ
ແລ້ວເຮົາຈະຖືວ່າການຕາຍຂອງຜູ້ນັ້ນເປັນຄວາມຜິດຂອງເຈົ້າ
19 ຖ້າວ່າເຈົ້າໄດ້ຕັກເຕືອນຄົນຊົ່ວຮ້າຍແລ້ວ ແຕ່ເຂົາບໍ່ເຊົາທຳບາບ
ເຂົາກໍຈະຕາຍຍ້ອນບາບນັ້ນ
ແຕ່ຊີວິດຂອງເຈົ້າຈະປອດພັຍ
20 ຖ້າຄົນດີມີສິນທັມຜູ້ນຶ່ງເລີ້ມທຳບາບ
ເຮົາຈະທຳໃຫ້ເຂົາຕົກຢູ່ໃນອັນຕະຣາຍ
ແລະຖ້າເຈົ້າບໍ່ເຕືອນເຂົາ
ເຂົາກໍຈະຕາຍຍ້ອນການທຳບາບນັ້ນ
ເຮົາຈະບໍ່ລະນຶກເຖິງຄຸນງາມຄວາມດີທີ່ເຂົາໄດ້ທຳມາ
ແຕ່ຈະຖືວ່າເປັນຄວາມຜິດຂອງເຈົ້າ
21 ຖ້າເຈົ້າຫາກຕັກເຕືອນບໍ່ໃຫ້ເຂົາທຳບາບ
ເຂົາກໍຈະເຊື່ອຟັງບໍ່ທຳບາບນັ້ນ
ແລະຊີວິດຂອງເຈົ້າແລະຊີວິດຂອງເຂົາກໍຈະປອດພັຍ”
22 ເມື່ອຕົກຢູ່ໃນອຳນາດຂອງພຣະຜູ້ເປັນເຈົ້ານັ້ນ
ຂ້າພະເຈົ້າໄດ້ຍິນພຣະອົງຊົງກ່າວວ່າ,
“ຈົ່ງລຸກຂຶ້ນ
ແລ້ວອອກໄປຍັງຮ່ອມພູ
ເຮົາຈະເວົ້າກັບເຈົ້າຢູ່ທີ່ນັ້ນ”
23 ດັ່ງນັ້ນ
ຂ້າພະເຈົ້າຈຶ່ງອອກໄປໃນທີ່ນັ້ນ
ຂ້າພະເຈົ້າໄດ້ເຫັນພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ
ເປັນຢ່າງດຽວກັນກັບຄາວທີ່ເຫັນຢູ່ແຄມແມ່ນ້ຳເຄບາຣ໌
ແລະຂ້າພະເຈົ້າໄດ້ຫມູບລົງດິນ
24 ແຕ່ພຣະວິນຍານໄດ້ສະເດັດເຂົ້າສິງໃນຕົວຂ້າພະເຈົ້າແລະເຮັດໃຫ້ຢືນຂຶ້ນ
ພຣະວິນຍານນັ້ນຊົງບອກຂ້າພະເຈົ້າວ່າ,
“ຫລົບເມືອບ້ານສາ
ແລ້ວລີ້ຢູ່ໃນເຮືອນຂອງເຈົ້າ
25 ເຈົ້າ
ບຸດແຫ່ງມະນຸດເອີຍ,
ເບິ່ງແມ໋,
ເຈົ້າຈະຖືກມັດດ້ວຍເຊືອກໄປໃສບໍ່ໄດ້
26 ແລະເຮົາຈະທຳໃຫ້ລີ້ນຂອງເຈົ້າແຂງຈົນປາກບໍ່ໄດ້
ເພື່ອບໍ່ໃຫ້ຕັກເຕືອນພວກກະບົດເຫລົ່ານັ້ນໄດ້
27 ເມື່ອເຮົາຈະເວົ້າກັບເຈົ້າອີກ
ເຮົາກໍຈຶ່ງຈະໃຫ້ເຈົ້າເວົ້າໄດ້
ແລ້ວເຈົ້າຈຶ່ງບອກເຂົາວ່າ
ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້
“ພວກເຂົາບາງຄົນຈະເຊື່ອຟັງເຮົາ
ແຕ່ບາງຄົນຈະບໍ່ເຊື່ອຟັງເຣົາ
ເພາະວ່າພວກເຂົາເປັນຊົນຊາດກະບົດ”
1
“ເຈົ້າ,
ບຸດແຫ່ງມະນຸດເອີຍ,
ເຈົ້າຈົ່ງເອົາກ້ອນຫີນມາວາງໄວ້ຂ້າງຫນ້າເຈົ້າ
ແລະແກະຮູບເມືອງນຶ່ງໄວ້ເທິງນັ້ນຄືນະຄອນເຢຣູຊາເລັມ
2
ຈົ່ງລ້ອມນະຄອນນັ້ນໄວ້
ແລະກໍ່ກຳແພງລ້ອມໄວ້ຮອບນະຄອນນັ້ນດ້ວຍ
ແລະຄູນດິນໄວ້ສູງສູ້ນະຄອນນັ້ນ
ແລະຕັ້ງຄ້າຍຮອບນະຄອນໄວ້
ແລະຕັ້ງເຄື່ອງທະລວງກຳແພງໄວ້ຮອບນະຄອນ
3
ຈົ່ງຫາເຫລັກແຜ່ນມາ ແລະວາງເຫລັກແຜ່ນນັ້ນຕ່າງເປັນກຳແພງເຫລັກລະຫວ່າງເຈົ້າກັບນະຄອນນັ້ນ
ແລະເຈົ້າຈົ່ງຫັນຫນ້າສູ່ນະຄອນນັ້ນ
ໃຫ້ນະຄອນນັ້ນຖືກລ້ອມ
ແລ້ວເຈົ້າເອງເປັນຜູ້ປິດລ້ອມເມືອງ
ນີ້ເປັນຫມາຍສຳຄັນສຳລັບເຊື້ອສາຍອິສຣາເອນ
4
“ແລ້ວເຈົ້າຈົ່ງນອນຕະແຄງຂ້າງຊ້າຍ
ແລະເຮົາຈະວາງການລົງທັນເຊື້ອສາຍອິສຣາເອນໄວ້ເຫນືອເຈົ້າ
ເຈົ້ານອນທັບຢູ່ຈັກມື້
ເຈົ້າຈະແບກການລົງທັນຂອງນະຄອນນັ້ນເທົ່ານັ້ນມື້
5
ເພາະເຣົາໄດ້ກຳນົດວັນໃຫ້ແກ່ເຈົ້າແລ້ວ
ຄືສາມຮ້ອຍເກົ້າສິບວັນເທົ່າກັບຈຳນວນປີແຫ່ງການລົງທັນຂອງເຂົາ
ເຈົ້າຈະຕ້ອງແບກການລົງທັນເຊື້ອສາຍອິສຣາເອນນານເທົ່ານັ້ນ
6
ແລະເມື່ອເຈົ້າກະທຳເຊັ່ນນີ້ຄົບວັນແລ້ວ
ເຈົ້າຈະຕ້ອງນອນລົງເປັນຄັ້ງທີ່ສອງ
ແຕ່ນອນຕະແຄງຂ້າງຂວາ
ແລະແບກການລົງທັນເຊື້ອສາຍຂອງຢູດາ
ເຮົາກຳນົດໃຫ້ເຈົ້າສີ່ສິບວັນ
ວັນແທນປີ
7
ແລະເຈົ້າຕ້ອງຕັ້ງຫນ້າເຈົ້າສູ່ການລ້ອມເຢຣູຊາເລັມໄວ້ດ້ວຍແຂນເປືອຍເປົ່າ ແລະເຈົ້າຈົ່ງປະກາດພຣະທັມສູ້ນະຄອນນັ້ນ
8
ເບິ່ງແມ໋,
ເຮົາຈະເອົາເຊືອກມັດເຈົ້າໄວ້
ເຈົ້າຈະພິກຈາກຂ້າງນີ້ໄປຂ້າງນັ້ນບໍ່ໄດ້ຈົນກວ່າເຈົ້າຈະຄົບການລ້ອມນະຄອນຕາມກຳນົດວັນຂອງເຈົ້າ
9
“ເຈົ້າຈົ່ງເອົາເຂົ້າເດື່ອຍ
ເຂົ້າບເລ
ຫມາກຖົ່ວຂຽວ
ແລະຫມາກຖົ່ວແດງ
ເຂົ້າຟາງ ແລະເຂົ້າບເລແຂງ
ຈົ່ງປົນສິ່ງທັງຫມົດເຂົ້າກັນແລະເຮັດເຂົ້າຈີ່ໃຫ້ເຈົ້າ
ລະຫວ່າງທີ່ເຈົ້ານອນຕະແຄງຕາມກຳນົດວັນສາມຮ້ອຍເກົ້າສິບວັນນັ້ນ
ເຈົ້າຈົ່ງຮັບປະທານອາຫານນີ້
10 ແລະອາຫານທີ່ເຈົ້າກິນຈະຕ້ອງຊັ່ງ
ເປັນວັນລະຊາວເຊເກລ
ເຈົ້າຈົ່ງຮັບປະທານຕາມເວລາກຳນົດ
11 ແລະນ້ຳເຈົ້າຕ້ອງຕວງດື່ມ
ຄືນຶ່ງໃນຫົກຂອງຮິນນຶ່ງ
ເຈົ້າຈົ່ງດື່ມນ້ຳຕາມເວລາກຳນົດ
12 ແລະເຈົ້າຈະຕ້ອງຣັບປະທານເຂົ້າຈີ່
ເຂົ້າບເລ
ໂດຍໃຊ້ໄຟດັງດ້ວຍອາຈົມຂອງມະນຸດທີ່ແຫ້ງແລ້ວປີ້ງ
ຕໍ່ຫນ້າຕໍ່ຕາເຂົາທັງຫລາຍ”
13 ແລະພຣະຜູ້ເປັນເຈົ້າກ່າວວ່າ,
“ປະຊາຊົນອິສຣາເອນຈະຕ້ອງຮັບປະທານເຂົ້າຈີ່ຂອງເຂົາທີ່ເປັນມົນທິນຢ່າງນີ້ແຫລະໃນຖ້າມກາງປະຊາຊາດ
ຊຶ່ງເຮົາຈະຂັບໄລ່ເຂົາໄປຢູ່”
14 ແລ້ວຂ້າພະເຈົ້າຈຶ່ງກ່າວວ່າ,
“ພຣະເຈົ້າຂ້າ
ອະນິຈາ ຂ້າພຣະອົງບໍ່ເຄີຍກະທຳຕົວໃຫ້ເປັນມົນທິນເລີຍ
ຕັ້ງແຕ່ຍັງຫນຸ່ມມາຈົນບັດນີ້
ຂ້າພຣະອົງບໍ່ເຄີຍຮັບປະທານສິ່ງທີ່ຕາຍເອງ
ຫລືທີ່ຖືກສັດຈີກກັດຕາຍ
ບໍ່ມີຊີ້ນສັດມົນທິນເຂົ້າໄປໃນປາກຂອງຂ້າພຣະອົງ”
15 ແລ້ວພຣະອົງຈຶ່ງກ່າວກັບຂ້າພະເຈົ້າວ່າ,
“ເອົາເຖີດ
ເຮົາຈະຍອມໃຫ້ເຈົ້າໃຊ້ຂີ້ງົວແທນອາຈົມຊຶ່ງເຈົ້າຈະໃຊ້ຕຽມເຂົ້າຈີ່ຂອງເຈົ້າ”
16 ພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ເບິ່ງແມ໋,
ເຮົາຈະທຳລາຍອາຫານຫລັກໃນເຢຣູຊາເລັມເສັຽ
ເຂົາຈະຕ້ອງຊັ່ງເຂົ້າຈີ່ຮັບປະທານ
ທັງຮັບປະທານດ້ວຍຄວາມຢ້ານກົວ
ແລະເຂົາຈະຕວງນ້ຳດື່ມ
ທັງດື່ມດ້ວຍອາການອົກສັ່ນຂວັນຫາຍ
17 ເພື່ອໃຫ້ຂາດເຂົ້າຈີ່ແລະນ້ຳ
ໃຫ້ຕ່າງຄົນຕ່າງອົກສັ່ນຂວັນຫາຍ
ແລະຊູບຜອມໄປເພາະໂທດບາບຂອງເຂົາທັງຫລາຍ
1
“ເຈົ້າ,
ບຸດແຫ່ງມະນຸດເອີຍ,
ເຈົ້າຈົ່ງເອົາດາບຄົມເຫລັ້ມນຶ່ງ
ຈົ່ງໃຊ້ດາບນັ້ນເຫມືອນດັ່ງມີດໂກນຂອງຊ່າງຕັດຜົມ
ຈົ່ງແຖຫົວແລະແຖຫນວດຂອງເຈົ້າ
ເອົາຕາຊັ່ງສຳລັບຊັ່ງມາແບ່ງຜົມນັ້ນອອກ
2
ເມື່ອວັນການລ້ອມຄົບຖ້ວນແລ້ວ
ເຈົ້າຈົ່ງເຜົານຶ່ງໃນສາມສ່ວນເສັຽໃນໄຟທີ່ກາງເມືອງ
ແລະເອົານຶ່ງໃນສາມສ່ວນນຶ່ງມາ
ເອົາດາບຟັນໃຫ້ຮອບເມືອງ
ແລະນຶ່ງໃນສາມອີກສ່ວນນຶ່ງນັ້ນ
ເຈົ້າຈົ່ງໃຫ້ລົມພັດກະຈາຍໄປ
ແລະເຮົາຈະຊັກດາບອອກຕາມໄປ
3
ແລະເຈົ້າຈົ່ງເອົາເສັ້ນຜົມນັ້ນມາຫນ້ອຍນຶ່ງມັດຕິດໄວ້ທີ່ເສື້ອຄຸມຂອງເຈົ້າ
4
ແລະເຈົ້າຈົ່ງເອົາຜົມເຫລົ່ານີ້ມາອີກຈົ່ງໂຍນເຂົ້າໄປໃນໄຟໃຫ້ໄຫມ້ເສັຽໃນໄຟນັ້ນ
ຈາກທີ່ນັ້ນຈະມີໄຟເຂົ້າໄປໃນເຊື້ອສາຍອິສຣາເອນທັງຫມົດ
5
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ນີ້ຄືເຢຣູຊາເລັມ
ເຮົາຕັ້ງນາງໄວ້ໃນຖ້າມກາງປະຊາຊາດທັງຫລາຍ
ມີຫລາຍປະເທດຢູ່ອ້ອມຮອບ
6
ແລະເຢຣູຊາເລັມໄດ້ກະບົດຕໍ່ກົດຫມາຍຂອງເຮົາຢ່າງຮ້າຍກາດຍິ່ງກວ່າປະຊາຊາດໃດໆ
ແລະກະບົດຕໍ່ກົດເກນຂອງເຮົາຫລາຍຍິ່ງກວ່າປະເທດທີ່ຢູ່ອ້ອມຮອບ
ໂດຍປະຕິເສດບໍ່ຮັບກົດຫມາຍຂອງເຮົາ
ແລະບໍ່ດຳເນີນຕາມກົດເກນຂອງເຮົາ
7
ເຫດສັນນັ້ນ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ເພາະເຫດວ່າເຈົ້າດື້ດ້ານຍິ່ງກວ່າປະຊາຊາດທີ່ຢູ່ຮອບເຈົ້າ
ແລະບໍ່ໄດ້ດຳເນີນຕາມກົດເກນ
ຫລືຮັກສາກົດຫມາຍຂອງເຮົາ
ແຕ່ໄດ້ປະພຶດຕາມກົດຫມາຍຂອງປະຊາຊາດທີ່ຢູ່ຮອບເຈົ້າ
8
ເຫດສັນນັ້ນ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ເບິ່ງແມ໋,
ເຣົາ
ເຖິງວ່າເຮົານີ້ແຫລະເປັນປໍຣະປັກກັບເຈົ້າ
ເຮົາຈະພິພາກສາລົງໂທດຖ້າມກາງເຈົ້າຕໍ່ຫນ້າປະຊາຊາດທັງຫລາຍ
9
ແລະເພາະສິ່ງຫນ້າກຽດຊັງທັງສິ້ນຂອງເຈົ້າ
ເຮົາຈະກະທຳ
ແລະເຮົາຈະກະທຳແກ່ເຈົ້າຢ່າງທີ່ເຮົາບໍ່ເຄີຍກະທຳ
ແລະເຮົາຈະບໍ່ກະທຳຢ່າງນັ້ນຕໍ່ໄປອີກ
10 ເຫດສັນນັ້ນພໍ່ຈະກິນລູກຂອງຕົນຖ້າມກາງເຈົ້າທັງຫລາຍ
ແລະບັນດາລູກຈະກິນບັນດາພໍ່ຂອງເຂົາທັງຫລາຍ
ແລະເຮົາຈະພິພາກສາລົງໂທດເຈົ້າ
ຜູ້ໃດໃນພວກເຈົ້າທີ່ເຫລືອຢູ່
ເຮົາຈະໃຫ້ກະຈັດກະຈາຍໄປຕາມລົມທຸກທິດ
11 ເຫດສັນນັ້ນພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ
ເຮົາມີຊີວິດຢູ່ສັນໃດ
ເພາະເຈົ້າໄດ້ກະທຳໃຫ້ສະຖານນະມັສການຂອງເຮົາເປັນມົນທິນໄປດ້ວຍສິ່ງທີ່ຫນ້າລັງກຽດທັງສິ້ນຂອງເຈົ້າ
ແລະດ້ວຍສິ່ງທີ່ຫນ້າກຽດຊັງທັງສິ້ນຂອງເຈົ້າ
ເຫດສັນນັ້ນເຮົາຈະຕັດເຈົ້າລົງ
ນັຍຕາຂອງເຮົາຈະບໍ່ປານີ
ເຮົາຈະບໍ່ສົງສານເຫມືອນກັນ
12 ພວກເຈົ້ານຶ່ງໃນສາມສ່ວນຈະລົ້ມຕາຍເພາະໂຣກລະບາດ
ແລະຖືກຜານດ້ວຍຄວາມອຶດຢາກ
ໃນຫມູ່ພວກເຈົ້າ
ອີກນຶ່ງໃນສາມສ່ວນຈະລົ້ມຕາຍດ້ວຍດາບຢູ່ຮອບເຈົ້າ ແລະອີກນຶ່ງໃນສາມສ່ວນເຮົາຈະໃຫ້ກະຈັດກະຈາຍໄປຕາມລົມທຸກທິດແລະເຮົາຈະຊັກດາບອອກໄລ່ຕາມເຂົາທັງຫລາຍໄປ
13 “ເຊັ່ນນີ້ແຫລະ
ຄວາມກິ້ວຂອງເຮົາຈະມອດລົງ
ແລະເຮົາຈະລະບາຍຄວາມໂກດຂອງເຮົາຈົນຫມົດ
ແລະພໍໃຈແລ້ວ
ເຂົາທັງຫລາຍຈະໄດ້ຊາບວ່າ
ເຮົາຄືພຣະຜູ້ເປັນເຈົ້າໄດ້ກ່າວເຊັ່ນນີ້ດ້ວຍຄວາມຫວງແຫນ
ເມື່ອຄວາມໂກດຂອງເຮົາຕໍ່ເຂົາມອດລົງແລ້ວ
14 ເຮົາຈະກະທຳໃຫ້ເຈົ້າຮ້າງເປົ່າ
ແລະເປັນທີ່ເຂົາປະນາມກັນຖ້າມກາງປະຊາຊາດທີ່ຢູ່ອ້ອມຮອບເຈົ້າແລະໃນສາຍຕາຂອງຜູ້ທີ່ຜ່ານໄປ
15 ເຈົ້າຈະເປັນທີ່ເຂົາປະນາມແລະເຍີ້ຍຫຍັນ
ເປັນຄຳເຕືອນ
ແລະເປັນທີ່ຫນ້າລັງກຽດແກ່ປະຊາຊາດທີ່ຢູ່ອ້ອມຮອບເຈົ້າ
ເມື່ອເຮົາຈະພິພາກສາລົງໂທດເຈົ້າ
ດ້ວຍຄວາມກິ້ວ
ແລະຄວາມກ້ຽວກາດ
ແລະການຕີສອນຢ່າງໂກດຮ້າຍຂອງເຮົາ
ເຮົາພຣະຜູ້ເປັນເຈົ້າໄດ້ລັ່ນວາຈາເຊັ່ນນີ້ແລ້ວ
16 ເມື່ອເຮົາປ່ອຍລູກທະນູແຫ່ງຄວາມອຶດຢາກ
ຄືລູກທະນູແຫ່ງການທຳລາຍໃນຖ້າມກາງເຈົ້າ
ຊຶ່ງເຣົາຈະປ່ອຍໄປທຳລາຍເຈົ້າ
ແລະເມື່ອເຮົາເພີ້ມຄວາມອຶດຢາກໃຫ້ເຈົ້າ
ແລະທຳລາຍອາຫານຫລັກຂອງເຈົ້າເສັຽ
17 ເຮົາຈະສົ່ງຄວາມອຶດຢາກແລະສັດປ່າຮ້າຍມາສູ້ເຈົ້າ
ແລະມັນຈະເອົາລູກຫລານຂອງເຈົ້າໄປເສັຽ
ໂຣກລະບາດ ແລະໂລຫິດຈະຜ່ານເຈົ້າ
ແລະເຮົາຈະນຳດາບມາເຫນືອເຈົ້າ
ເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາເຊັ່ນນີ້ແລ້ວ”
1
ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ,
2
“ບຸດແຫ່ງມະນຸດເອີຍ,
ຈົ່ງມຸ່ງຫນ້າຂອງເຈົ້າຊື່ພູທັງຫລາຍຂອງອິສຣາເອນ
ແລະຈົ່ງປະກາດພຣະທັມກ່າວໂທດພູນັ້ນ
3
ແລະກ່າວວ່າ,
“ພູທັງຫລາຍຂອງອິສຣາເອນເອີຍ,
ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແກ່ພູທັງຫລາຍ
ແລະແກ່ເນີນພູ
ແລະຫ້ວຍແລະຮ່ອມພູທັງຫລາຍວ່າ
ເບິ່ງແມ໋,
ເຣົາຈະນຳດາບມາເຫນືອເຈົ້າ
ແລະເຮົາຈະທຳລາຍ
ບ່ອນສູງຕ່າງໆທີ່ປະຊາຊົນຂາບໄຫວ້ເສັຽ
4
ແທ່ນບູຊາຂອງເຈົ້າຈະຮ້າງເປົ່າ
ແລະແທ່ນບູຊາເຄື່ອງຫອມຂອງເຈົ້າຈະພັງທະລາຍ
ແລະຄົນທີ່ຖືກຂ້າເທິງເຈົ້ານັ້ນ
ເຮົາຈະແກວ່ງລົງຕໍ່ຫນ້າຮູບເຄົາຣົບຂອງເຈົ້າ
5
ເຮົາຈະວາງສົບຄົນອິສຣາເອນໄວ້ຫນ້າຮູບເຄົາຣົບຂອງເຂົາ
ແລະເຮົາຈະກະຈາຍກະດູກຂອງເຈົ້າຮອບແທ່ນບູຊາຂອງເຈົ້າ
6
ເຈົ້າອາໄສຢູ່ທີ່ໃດ
ເມືອງຂອງເຈົ້າຈະຮ້າງ
ແລະບ່ອນສູງທັງຫລາຍຂອງເຈົ້າຈະພັງທະລາຍ
ດັ່ງນັ້ນແຫລະ ແທ່ນບູຊາຂອງເຈົ້າຈະຮ້າງແລະຖືກທຳລາຍ
ຮູບເຄົາຣົບຂອງເຈົ້າຈະຫັກແລະຖືກທຳລາຍ
ແທ່ນບູຊາເຄື່ອງຫອມຂອງເຈົ້າຈະຖືກຕັດລົງ
ແລະການງານຂອງເຈົ້າຈະຖືກກວາດຖິ້ມເສັຽສິ້ນ
7
ແລະຄົນທີ່ຖືກຂ້າຈະລົ້ມລົງຖ້າມກາງເຈົ້າ
ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ
8
“ແຕ່ເຮົາຈະໃຫ້ເຈົ້າເຫລືອຢູ່ບາງຄົນ
ເມື່ອເຈົ້າມີບາງຄົນຖ້າມກາງປະຊາຊາດທີ່ຫນີພົ້ນດາບໄປ
ແລະເມື່ອເຈົ້າກະຈາຍໄປຢູ່ໃນປະເທດຕ່າງໆ
9
ແລ້ວຄົນໃນພວກເຈົ້າທີ່ຫນີໄປໄດ້ນັ້ນ
ຈະຣະລຶກເຖິງເຣົາຖ້າມກາງປະຊາຊາດ
ຊຶ່ງເຂົາຖືກກວາດໄປເປັນຊະເລີຍນັ້ນ
ເມື່ອເຮົາທຳລາຍໃຈຣິສຍາຊຶ່ງໄດ້ພາກຈາກເຮົາໄປນັ້ນແລ້ວ ແລະທຳລາຍຕາທີ່ມອງເບິ່ງຮູບເຄົາຣົບຢ່າງໃຈອິດສານັ້ນເສັຽ
ແລະເຂົາຈະກຽດຕົວເອງ
ເຫດດ້ວຍຄວາມຊົ່ວຊຶ່ງເຂົາໄດ້ກະທຳ
ແລະສິ່ງທີ່ຫນ້າກຽດຫນ້າຊັງທັງສິ້ນຂອງເຂົາດ້ວຍ
10 ເຂົາຈະຊາບວ່າເຣົາຄືພຣະຜູ້ເປັນເຈົ້າ
ເຣົາບໍ່ໄດ້ເວົ້າພ່ອຍໆວ່າ
ເຮົາຈະກະທຳການຮ້າຍນີ້ແກ່ເຂົາ”
11 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ,
“ຈົ່ງຕົບມືແລະກະທືບຕີນຂອງເຈົ້າ
ແລະກ່າວວ່າ
ອະນິຈາເອີຍ
ເພາະຄວາມຊົ່ວທີ່ຫນ້າກຽດຫນ້າຊັງແຫ່ງເຊື້ອສາຍອິສຣາເອນຫນໍ
ເຫດວ່າເຂົາທັງຫລາຍຈະລົ້ມລົງດ້ວຍດາບ
ດ້ວຍຄວາມອຶດຢາກແລະດ້ວຍໂຣກລະບາດ
12 ຜູ້ທີ່ຢູ່ຫ່າງໄກອອກໄປຈະຕາຍດ້ວຍໂຣກລະບາດ
ຜູ້ທີ່ຢູ່ໃກ້ກໍຈະລົ້ມຕາຍດ້ວຍດາບ
ແລະຜູ້ທີ່ເຫລືອຢູ່ຍັງບໍ່ຕາຍຈະຕາຍດ້ວຍຄວາມອຶດຢາກ
ເຮົາຈະໃຫ້ຄວາມກ້ຽວກາດຂອງເຮົາມີເຫນືອເຂົາຈົນກວ່າຈະມອດລົງ
ເຊັ່ນນີ້ແຫລະ
13 ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ
ເມື່ອຄົນທີ່ຖືກຂ້ານອນຢູ່ຖ້າມກາງຮູບເຄົາຣົບຂອງເຂົາຮອບແທ່ນບູຊາຂອງເຂົາເທິງເນີນພູສູງທຸກແຫ່ງເທິງຍອດພູທັງຫລາຍ
ທີ່ໃຕ້ຕົ້ນໄມ້ຂຽວທຸກຕົ້ນ
ແລະໃຕ້ຕົ້ນກໍ່ຫລວງໃບດົກທຸກຕົ້ນບໍ່ວ່າຢູ່ທີ່ໃດໆ
ທີ່ເຂົາຖວາຍກິ່ນທີ່ພໍໃຈແກ່ຮູບເຄົາຣົບທັງສິ້ນຂອງເຂົາ
14 ແລະເຮົາຈະຍື່ນມືຂອງເຮົາອອກຕໍ່ສູ້ເຂົາ
ແລະກະທຳໃຫ້ແຜ່ນດິນນັ້ນຮ້າງເປົ່າ
ແລະຖິ້ມຮ້າງຕລອດທີ່ອາໄສທັງສິ້ນຂອງເຂົາ
ຄືຕັ້ງແຕ່ຖິ່ນກັນດານເຖິງດິບລາ
ແລ້ວເຂົາຈຶ່ງຈະຮູ້ວ່າ
ເຮົາຄືພຣະຜູ້ເປັນເຈົ້າ”
1
ຖ້ອຍຄຳຂອງພຣະເຈົ້າມາເຖິງຂ້າພະເຈົ້າອີກວ່າ,
2
“ເຈົ້າ,
ບຸດແຫ່ງມະນຸດເອີຍ,
ພຣະເຈົ້າກ່າວກັບແຜ່ນດິນອິສຣາເອນດັ່ງນີ້ວ່າ
ອາວະສານ
ຄວາມສິ້ນສຸດໄດ້ມາເຖິງທັງສີ່ມຸມຂອງແຜ່ນດິນແລ້ວ
3
ບັດນີ້ຄວາມສິ້ນສຸດກໍມາເຖິງເຈົ້າ
ແລະເຮົາຈະປ່ອຍໃຫ້ຄວາມກິ້ວຂອງເຮົາມາເຫນືອເຈົ້າທັງຫລາຍ
ແລະຈະພິພາກສາເຈົ້າໃຫ້ສົມກັບທາງປະພືດຂອງເຈົ້າ
ແລະເຮົາຈະລົງໂທດເຈົ້າເພາະຄວາມລາມົກທັງຫລາຍຂອງເຈົ້າ
4
ນັຍຕາຂອງເຮົາຈະບໍ່ປານີເຈົ້າ
ແລະເຣົາກໍຈະບໍ່ສົງສານ
ແຕ່ເຮົາຈະລົງທັນເຈົ້າໃຫ້ສົມກັບທາງປະພຶດຂອງເຈົ້າ
ຂນະເມື່ອສິ່ງທີ່ຊົ່ວຮ້າຍຍັງຢູ່ຖ້າມກາງເຈົ້າ
ແລ້ວເຈົ້າຈະຊາບວ່າ
ເຮົາຄືພຣະຜູ້ເປັນເຈົ້າ
5
“ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ວິບັດແລ້ວ
ວິບັດອີກ
ເບິ່ງແມ໋,
ວິບັດມາເຖິງແລ້ວ
6
ຄວາມສິ້ນສຸດມາເຖິງແລ້ວ
ອາວະສານນັ້ນມາເຖິງ
ມັນຕື່ນຂຶ້ນຕໍ່ສູ້ເຈົ້າ
ເບິ່ງແມ໋,
ວິບັດມາເຖິງແລ້ວ
7
ຊາວແຜ່ນດິນໂລກເອີຍ,
ຊາຕາຮ້າຍຂອງເຈົ້າມາເຖິງແລ້ວ
ເວລາມາເຖິງແລ້ວ
ວັນກໍໃກ້ເຂົ້າມາ
ຄືວັນແຫ່ງຄວາມໂກລາຫົນ
ແລະບໍ່ແມ່ນສຽງໂຮ່ຮ້ອງຍິນດີທີ່ເທິງພູ
8
ບັດນີ້
ບໍ່ດົນເຮົາຈະລະບາຍຄວາມພິໂຣດຂອງເຮົາອອກເຫນືອເຈົ້າ
ແລະປ່ອຍໃຫ້ຄວາມກິ້ວຂອງເຮົາມີຕໍ່ເຈົ້າຈົນມອດລົງ
ແລະພິພາກສາເຈົ້າໃຫ້ສົມກັບການປະພຶດຂອງເຈົ້າ
ແລະເຮົາຈະລົງໂທດເຈົ້າເພາະຄວາມຫນ້າກຽດຫນ້າຊັງທັງສິ້ນຂອງເຈົ້າ
9
ນັຍຕາຂອງເຮົາຈະບໍ່ປານີ
ແລະເຮົາຈະບໍ່ສົງສານ
ເຣົາຈະລົງໂທດເຈົ້າໃຫ້ສົມກັບການປະພຶດຂອງເຈົ້າ
ຂນະເມື່ອສິ່ງຫນ້າກຽດຫນ້າຊັງຂອງເຈົ້າຍັງຢູ່ຖ້າມກາງເຈົ້າ ແລ້ວເຈົ້າຈະຮູ້ວ່າ
ເຮົາຄືພຣະຜູ້ເປັນເຈົ້າຜູ້ທຳໂທດ
10 “ວັນນັ້ນ
ເບິ່ງແມ໋,
ມາເຖິງແລ້ວ
ຊາຕາຮ້າຍຂອງເຈົ້າອອກມາແລ້ວ
ຄວາມຮຸນແຮງຈະເພີ້ມຂຶ້ນ
ຄວາມເຍີ້ຍິ່ງກໍສູງຂຶ້ນສຸດຍອດ
11 ຄວາມທາຣຸນໄດ້ຈະເຣີນເປັນຄວາມຮຸນແຮງ
ຈະບໍ່ມີຜູ້ໃດເຫລືອຢູ່ເລີຍ
ຄວາມອຸດົມສົມບູນຂອງເຂົາກໍບໍ່ມີ
ຄວາມມັ່ງຄັ່ງຂອງເຂົາກໍບໍ່ມີ
ຄວາມເປັນຜູ້ໃຫຍ່ໃນພວກເຂົາກໍບໍ່ມີ
12 ເວລານັ້ນມາເຖິງແລ້ວ
ວັນນັ້ນກໍໃກ້ເຂົ້າ
ຢ່າໃຫ້ຜູ້ຊື້ດີໃຈ
ຢ່າໃຫ້ຜູ້ຂາຍເສັຽໃຈ
ເພາະພຣະພິໂຣດຢູ່ເຫນືອໄພ່ພົນຂອງນາງ
13 ເພາະວ່າຜູ້ຂາຍຈະບໍ່ໄດ້ກັບໄປຍັງສິ່ງທີ່ເຂົາໄດ້ຂາຍໄປ
ຂນະເມື່ອເຂົາຍັງມີຊີວິດຢູ່
ເພາະວ່ານິມິດນັ້ນກໍກ່ຽວຂ້ອງກັບໄພ່ພົນທັງຫລາຍ
ແລະຈະບໍ່ຫັນກັບ ແລະເພາະຄວາມບາບຜິດຂອງເຂົາ
ຈຶ່ງບໍ່ມີຜູ້ໃດຮັກສາຊີວິດໄວ້ໄດ້
14 “ເຂົາໄດ້ເປົ່າແກແລ້ວ
ແລະໄດ້ຕຽມທຸກຢ່າງໄວ້ພ້ອມ
ແຕ່ບໍ່ມີໃຜເຂົ້າສົງຄາມ
ເພາະວ່າພຣະພິໂຣດຂອງເຮົາຢູ່ເຫນືອໄພ່ພົນຂອງນາງ
15 ດາບກໍຢູ່ຂ້າງນອກ
ໂຣກລະບາດແລະຄວາມອຶດຢາກແລະໂຣກລະບາດກໍກິນເສັຽ
16 ແລະຖ້າມີຜູ້ນຶ່ງຜູ້ໃດລອດຕາຍຫນີໄປໄດ້ເຂົາຈະຢູ່ເທິງພູ
ເຫມືອນນົກກາງແກແຫ່ງຮ່ອມພູ
ທຸກຄົນກໍຮ້ອງຄ່ຳຄວນເພາະຄວາມບາບຜິດຂອງຕົນ
17 ມືທັງສິ້ນກໍອ່ອນແອ ແລະເຂົ່າທັງຫມົດກໍອ່ອນເປັ້ຽ
18 ເຂົາທັງຫລາຍຄາດແອວໄວ້ດ້ວຍຜ້າກະສອບ
ແລະຄວາມສັ່ນສະທ້ານຄອບງຳເຂົາໄວ້
ຄວາມລະອາຍຢູ່ທີ່ໃບຫນ້າຂອງເຂົາທຸກຄົນ
ແລະຫົວຂອງເຂົາກໍລ້ານຫມົດ
19 ເຂົາໂຍນເງິນຂອງເຂົາໄປໃນຖນົນ
ແລະທອງຄຳຂອງເຂົາກໍເຫມືອນສິ່ງທີ່ມົນທິນ
ເງິນແລະທອງຂອງເຂົາບໍ່ອາດທີ່ຈະຊ່ອຍກູ້ເຂົາໄວ້ໃນວັນແຫ່ງພຣະພິໂຣດຂອງພຣະຜູ້ເປັນເຈົ້າ
ເຂົາຈະໃຫ້ເຊົາຫິວ
ຫລືບັນຈຸໃຫ້ເຕັມທ້ອງດ້ວຍເງິນທອງກໍບໍ່ໄດ້
ເພາະວ່າເປັນສິ່ງທີ່ສະດຸດໃຫ້ເຂົາທຳບາບຜິດ
20 ຄວາມໂອ່ອ່າຂອງສິ່ງເຫລົ່ານັ້ນ
ເຂົາໃຊ້ເພື່ອກຽດຈອມປອມ
ເຂົາໃຊ້ສ້າງຮູບເຄົາຣົບອັນຫນ້າກຽດຫນ້າຊັງແລະຫນ້າລັງກຽດຂອງເຂົາ
ເຫດສັນນັ້ນຈະກະທຳສິ່ງເຫລົ່ານັ້ນໃຫ້ເປັນສິ່ງທີ່ມົນທິນແກ່ເຂົາ
21 ແລະເຮົາຈະມອບສິ່ງເຫລົ່ານັ້ນໄວ້ໃນມືຂອງຊົນຕ່າງດ້າວໃຫ້ເປັນຂອງຍຶດ
ແລະມອບຄົນອະທັມໃນແຜ່ນດິນໂລກໃຫ້ເປັນຂອງປຸ້ນໄດ້
ແລະເຂົາທັງຫລາຍຈະກະທຳໃຫ້ເປັນມົນທິນ
22 ເຮົາຈະຫັນຫນ້າຂອງເຮົາໄປເສັຽຈາກເຂົາດ້ວຍ
ເຂົາຈຶ່ງຈະກະທຳສະຖານປະເສີດຂອງເຮົາໃຫ້ເປັນມົນທິນ
ໂຈນຈະເຂົ້າມາກະທຳໃຫ້ເປັນມົນທິນ
23 ແລະທຳໃຫ້ເປັນທີ່ຮ້າງເປົ່າ
“ເພາະວ່າແຜ່ນດິນນັ້ນເຕັມດ້ວຍຄະດີທີ່ເປິເປື້ອນດ້ວຍໂລຫິດ
ແລະເມືອງກໍເຕັມດ້ວຍຄວາມທາຣຸນ
24 ສັນນັ້ນເຮົາຈະນຳປະຊາຊາດ
ທີ່ຊົ່ວຮ້າຍທີ່ສຸດມາຖືກຳມະສິດບ້ານເຮືອນຂອງເຂົາ
ແລະເຮົາຈະໃຫ້ທິຖິຂອງຄົນທີ່ແຂງແຮງນັ້ນສິ້ນສຸດລົງ
ແລະສະຖານທີ່ບໍຣິສຸດຂອງເຂົາຈະເປັນມົນທິນ
25 ເມື່ອຄວາມວິຕົກມາເຖິງ
ເຂົາຈະສແວງຫາສັນຕິພາບ
ແຕ່ກໍບໍ່ມີເລີຍ
26 ວິບັດມາເຖິງແລ້ວ
ວິບັດມາເຖິງອີກ
ກິດຕິສັບເກີດຕາມກິດຕິສັບ
ເຂົາສແວງຫານິມິດຈາກຜູ້ປະກາດພຣະທັມ ແຕ່ພຣະທັມກໍພິນາດໄປຈາກປະໂຣຫິດ
ແລະບັນດາເຖົ້າແກ່ກໍຈະບໍ່ໃຫ້ຄຳປຶກສາຫຍັງ
27 ເຈົ້າຊີວິດກໍໄວ້ທຸກ
ແລະເຈົ້ານາຍກໍຄຸມກາຍດ້ຍຄວາມທອດອາລັຍ
ແລະມືຂອງຣາສດອນກໍສັ່ນເຊັນ
ເຮົາຈະກະທຳເຂົາຕາມທາງຂອງເຂົາ
ແລະເຣົາຈະພິພາກສາເຂົາຕາມຫລັກການພິພາກສາຂອງເຂົາ
ແລະເຂົາຈະຊາບວ່າເຣົາຄືພຣະຜູ້ເປັນເຈົ້າ”
1
ເມື່ອວັນທີ່ຫ້າເດືອນທີ່ຫົກ
ໃນປີທີ່ຫົກ
ຂນະທີ່ຂ້າພະເຈົ້ານັ່ງຢູ່ໃນເຮືອນຂອງຂ້າພະເຈົ້າ
ແລະພວກຜູ້ໃຫຍ່ຂອງພວກຢູດານັ່ງຢູ່ຫນ້າຂ້າພະເຈົ້າ
ພຣະຫັດຂອງພຣະເຈົ້າລົງມາເທິງຂ້າພະເຈົ້າໃນທີ່ນັ້ນ
2
ແລ້ວຂ້າພະເຈົ້າກໍມອງເບິ່ງ
ແລະມີລັກສະນະດັ່ງຊາຍຄົນນຶ່ງ
ເບື້ອງລຸ່ມຂອງສ່ວນທີ່ເຫດເປັນແອວນັ້ນ
ເປັນໄຟ
ເຫນືອຂຶ້ນໄປເປັນຄືແຈ້ງເຫລື້ອມຄືທອງສຳຣິດອັນເຫລື້ອມໃສ
3
ທ່ານຢຽດຮູບປະພັນມືນັ້ນອອກມາຈັບຜົມຂອງຂ້າພະເຈົ້າປອຍນຶ່ງ
ແລະພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນລະຫວ່າງພິພົບແລະສວັນ ແລະນຳຂ້າພະເຈົ້າມາເຖິງເຢຣູຊາເລັມໃນນິມິດຂອງພຣະເຈົ້າ
ມາຍັງທາງເຂົ້າປະຕູດ້ານເຫນືອຂອງລານຊັ້ນໃນ
ຊຶ່ງເປັນທີ່ຕັ້ງຮູບຂອງຄວາມຫວງແຫນ
ຊຶ່ງກະທຳໃຫ້ບັງເກີດຄວາມຫວງແຫນ
4
ເບິ່ງແມ໋, ພຣະຣັສມີຂອງພຣະເຈົ້າຂອງອິສຣາເອນກໍຢູ່ທີ່ນັ້ນເຫມືອນດັ່ງນິມິດທີ່ຂ້າພະເຈົ້າໄດ້ໃນທີ່ຮ່ອມນັ້ນ
5
ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ບັດນີ້ຈົ່ງເງີຍຫນ້າຂຶ້ນໄປເບິ່ງທາງທິດເຫນືອ”
ຂ້າພະເຈົ້າຈຶ່ງເງີຍຫນ້າຂຶ້ນມອງໄປເບິ່ງທາງທິດເຫນືອ
ແລະເບິ່ງແມ໋,
ທາງທິດເຫນືອຂອງປະຕູແທ່ນບູຊາໃນທາງເຂົ້າ
ຮູບຄວາມຫວງແຫນນີ້ຢູ່ທີ່ນັ້ນ
6
ແລະພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ເຈົ້າເຫັນຫລືບໍ່ວ່າເຂົາເຮັດຫຍັງຢູ່
ຄືການຫນ້າກຽດຫນ້າຊັງອັນໃຫຍ່
ຊຶ່ງເຊື້ອສາຍອິສຣາເອນກະທຳກັນຢູ່ທີ່ນີ້ອັນທີ່ຈະໃຫ້ເຣົາໄປໄກຈາກສະຖານນະມັສການຂອງເຮົາ
ແຕ່ເຈົ້າຍັງຈະໄດ້ເຫັນການຫນ້າກຽດຫນ້າຊັງອັນໃຫຍ່ກວ່ານີ້ອີກ”
7
ແລະພຣະອົງຊົງນຳຂ້າພະເຈົ້າມາເຖິງປະຕູລານ
ແລະເມື່ອຂ້າພະເຈົ້າມອງດູ
ເບິ່ງແມ໋,
ກໍເຫັນປ່ອງນຶ່ງຢູ່ໃນກຳແພງ
8
ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ຈົ່ງເຈາະເຂົ້າໄປໃນກຳແພງ” ແລະເມື່ອຂ້າພະເຈົ້າໄດ້ເຈາະເຂົ້າໄປໃນກຳແພງແລ້ວ
ມີປະຕູຢູ່ປະຕູນຶ່ງ
9
ແລະພຣະອົງກ່າວກັບຂ້າພະເຈົ້າວ່າ,
“ເຂົ້າໄປເລີຍ
ໄປເບິ່ງການຫນ້າກຽດຫນ້າຊັງຢ່າງຮ້າຍແຮງຊຶ່ງເຂົາກະທຳທີ່ນີ້”
10 ດັ່ງນັ້ນ
ຂ້າພະເຈົ້າຈຶ່ງເຂົ້າໄປແລະໄດ້ເຫັນ
ເບິ່ງແມ໋,
ເປັນພາບເທິງຝາຜະນັງໂດຍຮອບ
ມີສັດເລື້ອຍຄານທຸກຊະນິດ
ແລະສັດທີ່ຫນ້າຂີ້ດຽດ
ແລະຮູບເຄົາຣົບທັງສິ້ນຂອງເຊື້ອສາຍອິສຣາເອນ
11 ແລະມີພວກຜູ້ໃຫຍ່ແຫ່ງເຊື້ອສາຍອິສຣາເອນເຈັດສິບຄົນຢືນຢູ່ຂ້າງຫນ້າຮູບເຫລົ່ານັ້ນ
ແລະມີຢາອັສອານິຢາບຸດຊາຟານຢືນຢູ່ໃນຫມູ່ພວກເຂົາທັງຫລາຍ
ຕ່າງກໍມີຫມໍ້ຂາງໄຟຢູ່ໃນມື
ແລະຄວັນຫອມແຫ່ງເຄື່ອງບູຊາກໍຂຶ້ນໄປຂ້າງເທິງ
12 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ເຈົ້າໄດ້ເຫັນແລ້ວບໍ່ແມ່ນຫລືວ່າພວກຜູ້ໃຫຍ່ຂອງເຊື້ອສາຍອິສຣາເອນກະທຳສິ່ງໃດຢູ່ໃນທີ່ມືດທຸກຄົນຕ່າງກໍຢູ່ໃນຫ້ອງຮູບພາບຂອງຕົນ
ເພາະເຂົາທັງຫລາຍເວົ້າວ່າ,
“ພຣະຜູ້ເປັນເຈົ້າບໍ່ທອດພຣະເນດເຫັນເຮົາ
ພຣະຜູ້ເປັນເຈົ້າຊົງປະຖິ້ມແຜ່ນດິນນີ້ເສັຽແລ້ວ”
13 ພຣະອົງກ່າວກັບຂ້າພະເຈົ້າດ້ວຍວ່າ
“ເຈົ້າຍັງຈະເຫັນການຫນ້າກຽດຫນ້າຊັງຊຶ່ງເຂົາກະທຳຍິ່ງກວ່ານີ້ອີກ”
14 ແລ້ວພຣະອົງຊົງນຳຂ້າພະເຈົ້າມາເຖິງທາງເຂົ້າປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າດ້ານເຫນືອແລະ
ເບິ່ງແມ໋,
ທີ່ນັ້ນມີຜູ້ຍິງຫລາຍຄົນນັ່ງຮ້ອງໄຫ້ອາລັຍຍ້ອນທາມມູສ
ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ,
15 “ບຸດແຫ່ງມະນຸດເອີຍ,
ເຈົ້າເຫັນແລ້ວຫລື
ເຈົ້າຍັງຈະເຫັນການຫນ້າກຽດຫນ້າຊັງອັນຍິ່ງໃຫຍ່ກວ່າສິ່ງເຫລົ່ານີ້ອີກ”
16 ແລ້ວພຣະອົງຊົງນຳຂ້າພະເຈົ້າເຂົ້າມາໃນລານຊັ້ນໃນແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ
ເບິ່ງແມ໋,
ທາງປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ
ລະຫວ່າງມຸກແລະແທ່ນບູຊາ
ມີຜູ້ຊາຍປະມານຊາວຫ້າຄົນຫັນຫລັງໃຫ້ພຣະວິຫານແຫ່ງພຣະເຈົ້າ
ຫນ້າຂອງເຂົາຫັນໄປທາງທິດຕາເວັນອອກ
ກຳລັງນະມັສການພຣະອາທິດດ້ານຕາເວັນອອກນັ້ນ
17 ແລ້ວພຣະອົງຊົງກ່າວກັບຂ້າພະເຈົ້າວ່າ,
“ບຸດແຫ່ງມະນຸດເອີຍ,
ເຈົ້າເຫັນແລ້ວຫລືທີ່ເຊື້ອສາຍຢູດາກະທຳການຫນ້າກຽດຫນ້າຊັງຊຶ່ງເຂົາກະທຳຢູ່ທີ່ນີ້
ເປັນສິ່ງເລັກນ້ອຍຫລື
ເຂົາຈຶ່ງກະທຳໃຫ້ແຜ່ນດິນເຕັມໄປດ້ວຍຄວາມທາຣຸນແລະກະທຳໃຫ້ເຮົາກິ້ວຍິ່ງຂຶ້ນ
ເຂົາທັງຫລາຍເອົາກິ່ງໄມ້ມາແຕະດັງຂອງເຂົາ
18 ເຫດສັນນັ້ນ
ເຮົາຈະກະທຳດ້ວຍຄວາມພິໂຣດ
ນັຍຕາຂອງເຮົາຈະບໍ່ປານີ
ແລະເຣົາຈະບໍ່ສົງສານ
ເຖິງເຂົາຈະຮ້ອງດ້ວຍສຽງອັນດັງໃສ່ຫູຂອງເຮົາ
ເຮົາຈະບໍ່ຟັງເຂົາ”
1
ແລ້ວພຣະອົງຊົງເປັ່ງພຣະສຸຣະສຽງດັງເຂົ້າຫູຂ້າພະເຈົ້າວ່າ,
“ເຈົ້າທັງຫລາຍຜູ້ເປັນພະນັກງານທຳໂທດປະຈຳເມືອງ
ຈົ່ງເຂົ້າມາໃກ້
ໃຫ້ຕ່າງຄົນຖືເຄື່ອງມືທຳລາຍມາດ້ວຍ”
2
ແລະເບິ່ງແມ໋,
ມີຊາຍຫົກຄົນເຂົ້າມາຈາກປະຕູເທິງ
ຊຶ່ງຫັນຫນ້າໄປທາງເຫນືອ
ແຕລະຄົນຖືອາວຸດທຸກຄົນ
ມີຊາຍຄົນນຶ່ງນຸ່ງຫົ່ມຜ້າປ່ານຖືເຄື່ອງຂຽນມາກັບຄົນເຫລົ່ານັ້ນດ້ວຍ
ແລະເຂົາທັງຫລາຍເຂົ້າໄປຢືນຢູ່ທີ່ຂ້າງແທ່ນທອງສຳຣິດ
3
ພຣະຣັສມີຂອງພຣະເຈົ້າຂອງອິສຣາເອນໄດ້ເຫາະຂຶ້ນໄປຈາກເຊຣູບິມ ແລ້ວຊຶ່ງເປັນທີ່ເຄີຍສະຖິດ
ໄປຍັງປະຕູພຣະວິຫານແລະພຣະອົງກ່າວເອີ້ນຊາຍຜູ້ທີ່ນຸ່ງຫົ່ມຜ້າປ່ານ
ຜູ້ທີ່ຖືເຄື່ອງຂຽນ
4
ແລະພຣະຜູ້ເປັນເຈົ້າຊົງສັ່ງວ່າ,
“ຈົ່ງໄປຕລອດນະຄອນຄືຕລອດເຢຣູຊາເລັມ
ແລະທຳເຄື່ອງຫມາຍໄວ້ທີ່ຫນ້າຜາກ
ຂອງປະຊາຊົນທີ່ຖອນຫາຍໃຈແລະຄ່ຳຄວນ
ເພາະຄວາມຫນ້າກຽດຫນ້າຊັງທັງສິ້ນທີ່ກະທຳກັນໃນເມືອງ”
5
ແລະພຣະຜູ້ເປັນເຈົ້າກ່າວກັບຄົນອື່ນໆ
ຊຶ່ງຂ້າພະເຈົ້າໄດ້ຍິນວ່າ,
“ຈົ່ງຜ່ານໄປຕລອດນະຄອນຕາມຊາຍຄົນນັ້ນໄປ
ແລະຂ້າຟັນເສັຽ
ນັຍຕາຂອງເຈົ້າຢ່າໄດ້ປານີ
ແລະເຈົ້າຢ່າສົງສານເລີຍ
6
ຈົ່ງຂ້າຄົນເຖົ້າແກ່
ຄົນຫນຸ່ມສາວ
ທັງເດັກນ້ອຍແລະຜູ້ຍິງ
ແຕ່ຢ່າແຕະຕ້ອງຜູ້ທີ່ມີເຄື່ອງຫມາຍ
ແລະຈົ່ງເລີ້ມຕົ້ນທີ່ສຸດການນະມັສການຂອງເຮົາ”
ດັ່ງນັ້ນເຂົາຈຶ່ງຕັ້ງຕົ້ນກັບພວກຄົນເຖົ້າຜູ້ຊຶ່ງຢູ່ຫນ້າພຣະວິຫານ
7
ແລ້ວພຣະອົງກ່າວກັບເຂົາວ່າ,
“ຈົ່ງກະທຳໃຫ້ພຣະວິຫານເປັນມົນທິນ
ຈົ່ງຖິ້ມຜູ້ທີ່ຖືກຂ້າໃຫ້ເຕັມລານ
ຈົ່ງໄປເທີນ”
ເຂົາທັງຫລາຍຈຶ່ງອອກໄປແລະຂ້າຟັນທີ່ໃນນະຄອນ
8
ຂນະທີ່ເຂົາກຳລັງຂ້າຟັນຢູ່ນັ້ນເຫລືອຂ້າພະເຈົ້າແຕ່ຜູ້ດຽວ
ຂ້າພະເຈົ້າກໍຊົບຫນ້າລົງດິນຮ້ອງວ່າ,
“ອະນິຈາ ພຣະຜູ້ເປັນເຈົ້າ ພຣະອົງຈະຊົງທຳລາຍຄົນອິສຣາເອນທີ່ເຫລືອຢູ່ນັ້ນທັງສິ້ນໃນການທີ່ພຣະອົງຊົງລະບາຍຄວາມກິ້ວຂອງພຣະອົງເຫນືອເຢຣູຊາເລັມຫລື”
9
ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ,
“ບາບຂອງເຊື້ອສາຍອິສຣາເອນແລະຢູດາຍິ່ງໃຫຍ່ນັກ
ແຜ່ນດິນກໍເຕັມໄປດ້ວຍໂລຫິດ
ແລະຄວາມອະຍຸດຕິທັມກໍເຕັມນະຄອນ
ເພາະເຂົາກ່າວວ່າ
“ພຣະຜູ້ເປັນເຈົ້າຊົງປະຖິ້ມແຜ່ນດິນນີ້ແລ້ວ ແລະພຣະຜູ້ເປັນເຈົ້າບໍ່ທອດພຣະເນດອີກ”
10 ສຳລັບເຣົາ
ນັຍຕາຂອງເຣົາຈະບໍ່ປານີ
ແລະເຮົາຈະບໍ່ສົງສານ
ແຕ່ເຮົາຈະລົງໂທດທັນຕາມການປະພຶດຂອງເຂົາເຫນືອຫົວຂອງເຂົາທັງຫລາຍ”
11 ແລະເບິ່ງແມ໋,
ຊາຍຄົນທີ່ນຸ່ງຫົ່ມຜ້າປ່ານທີ່ຖືເຄື່ອງຂຽນນັ້ນ
ໄດ້ນຳຖ້ອຍຄຳກັບມາກ່າວວ່າ,
“ຂ້າພຣະອົງໄດ້ກະທຳຕາມທີ່ພຣະອົງຊົງສັ່ງຂ້າພຣະອົງໄວ້ນັ້ນແລ້ວ”
1
ແລ້ວຂ້າພະເຈົ້າກໍມອງດູ
ເບິ່ງແມ໋,
ທີ່ທ້ອງຟ້າຊຶ່ງຢູ່ເຫນືອຫົວຂອງເຫລົ່າເຊຣຸບບິມ
ມີສິ່ງນຶ່ງປາກົດຂຶ້ນເຫນືອເຊຣຸບິມນັ້ນເຫມືອນໄພທູນ
2
ແລະພຣະອົງກ່າວກັບຊາຍທີ່ນຸ່ງຫົ່ມຜ້າປ່ານວ່າ,
“ຈົ່ງເຂົ້າໄປຖ້າມກາງວົງລໍ້ຊຶ່ງຢູ່ພາຍໃຕ້ເຊຣູບິມ
ຈົ່ງເອົາມືກອບເອົາຖ່ານຄຸຈາກຖ້າມກາງເຫລົ່າເຊຣູບິມ
ນຳໄປໂຮຍເຫນືອນະຄອນນັ້ນ”
ແລະຊາຍຄົນນັ້ນກໍເຂົ້າໄປຕໍ່ຫນ້າຕໍ່ຕາຂ້າພະເຈົ້າ
3
ຝ່າຍເຫລົ່າເຊຣູບິມນັ້ນຢືນທີ່ດ້ານໃຕ້ຂອງພຣະວິຫານ
ຂນະເມື່ອຊາຍຄົນນັ້ນເຂົ້າໄປ
ແລະເມກກໍຄຸມຢູ່ເຕັມລານຊັ້ນໃນ
4
ແລະພຣະຣັສມີຂອງພຣະຜູ້ເປັນເຈົ້າກໍຂຶ້ນຈາກເຊຣູບິມໄປຍັງປະຕູພຣະວິຫານ
ແລະພຣະວິຫານກໍເຕັມໄປດ້ວຍຄວາມສຸກໃສແຫ່ງພຣະຣັສມີຂອງພຣະຜູ້ເປັນເຈົ້າ
5
ແລະສຽງປີກຂອງເຫລົ່າເຊຣູບິມກໍໄດ້ຍິນໄປເຖິງລານຊັ້ນນອກ
ເຫມືອນພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ເມື່ອພຣະອົງຊົງກ່າວ
6
ແລະເມື່ອພຣະອົງມີພຣະບັນຊາສັ່ງຊາຍທີ່ນຸ່ງຫົ່ມຜ້າປ່ານວ່າ,
“ຈົ່ງໄປເອົາໄຟມາຈາກກາງວົງລໍ້
ແລະຈາກກອງເຫລົ່າເຊຣູບິມ”
ຊາຍຄົນນັ້ນກໍເຂົ້າໄປຢືນຢູ່ຂ້າງໆວົງລໍ້ອັນນຶ່ງ
7
ເຊຣູບິມຕົນນຶ່ງໄດ້ຢຽດມືຂອງຕົນອອກມາລະຫວ່າງເຫລົ່າເຊຣູບິມໄປຍັງໄຟຊຶ່ງຢູ່ລະຫວ່າງເຫລົ່າເຊຣູບິມ
ຈັບໄຟຂຶ້ນມາ
ແລະໃສ່ມືຂອງຊາຍທີ່ນຸ່ງຫົ່ມຜ້າປ່ານ
ຊາຍນັ້ນກໍນຳໄຟອອກໄປ
8
ປາກົດວ່າໃນເຫລົ່າເຊຣູບິມນັ້ນມີຫຍັງຢູ່ໃຕ້ປີກເຫມືອນດັ່ງມືມະນຸດ
9
ແລະຂ້າພະເຈົ້າມອງເບິ່ງ
ເບິ່ງແມ໋,
ມີວົງລໍ້ຢູ່ສີ່ອັນຂ້າງໆເຫລົ່າເຊຣູບິມ
ຢູ່ຂ້າງເຊຣູບິມຕົນລະນຶ່ງວົງລໍ້
ລັກສະນະຂອງວົງລໍ້ນັ້ນເຫມືອນແສງແກ້ວປະເສີດ
10 ລັກສະນະກົງຈັກວົງລໍ້ທັງສີ່ນັ້ນກໍເຫມືອນກັນ
ເຫມືອນວົງລໍ້ຊ້ອນໃນວົງລໍ້