Exodus ພຣະທັມ​ອົບ​ພະຍົບ

 

ພຣະທັມ​ອົບ​ພະຍົບ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

28

29

30

31

32

33

34

35

36

37

38

39

40

 

ອົບ​ພະ​ຍົບ

1. ຊາວ​ອິ​ສ​ຣາ​ເອນ​ຕົກ​ເປັນ​ທາດ​

ໃນ​ປະ​ເທດເອຢິບ

1   ຕໍ່​ໄປ​ນີ້ ແມ່ນ​ລາຍ​ຊື່​ບຸດຊາຍ​ຂອງ​ຢາ​ໂຄບ ທີ່​ໄດ້​ອົບ​ພະ​ຍົບ​ໄປ​ຢູ່​ປະ​ເທດ​ເອຢິບ

2   ຄື ຣູ​ເບນ, ຊີ​ເມ​ໂອນ, ເລ​ວີ,  ແລະຢູ​ດາ,

3   ອິ​ສ​ຊາ​ຄາ, ເຊ​ບູ​ລູນ, ແລະເບັນ​ຢາ​ມິນ,

4   ດານ, ແລະເນັຟ​ທາ​ລີ, ກາດ, ແລະ​ອາ​ເຊີ

5   ຄົນ​ທັງ​ປວງ​ທີ່​ເປັນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ​ມີທັງ​ຫ​ມົດ​ເຈັດ​ສິບ​ຄົນ ສ່ວນ​ບຸດ​ອີກ​ຜູ້​ນຶ່ງ​ຂອງ​ຢາ​ໂຄບ​ຄື​ ໂຢ​ເຊັບ​ນັ້ນໄດ້​ໄປ​ຢູ່ໃນ​ປະ​ເທດ​ເອ​ຢິບ​ກ່ອນ​ແລ້ວ

6   ພາຍ​ລຸນ​ມາ​ໂຢເຊັບ​ກັບ​ພວກອ້າຍ​ນ້ອງ ແລະ​​ບັນ​ດາ​ຄົນ​ໃນ​ສະ​ໄຫມ​ດຽວ​ກັນ​ກໍ​ໄດ້​ຕາຍໄປ

7   ແຕ່​ເນຶ່ອງ​ຈາກ​ຊາວ​ອິສ​ຣາ​ເອນ ເປັນ​ຄົນ​ມີ​ບຸດໄວ ປະ​ຊາ​ຊົນ​ຈຶ່ງ​ເພີ້ມ​ທະ​ວີ​ແລະ​ມີ​ກຳ​ລັງ​ແຜ່​ຜາຍ​ໄປ​ທົ່ວ​ທັງ​ປະ​ເທດ​ນັ້ນ

8   ຕໍ່​ມາ ໄດ້​ມີ​ກະ​ສັດ​ອົງ​ໃຫມ່​ຂຶ້ນ​ສະ​ເຫວີຍ​ຣາ​ຊ​ສົມ​ບັດ​ໃນ​ປະ​ເທດ​ເອ​ຢິບ ກະ​ສັດ​ອົງ​ນີ້ບໍ່​ຊົງ​ຮູ້​ເຣື່ອງ​ຫຍັງ​ກ່ຽວກັບ​ໂຢ​ເຊັບ

9   ພຣະ​ອົງໄດ້​ຊົງ​ປະ​ກາດ​ຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ວ່າ “ເບິ່ງ​ດູ, ຄົນ​ອິສ​ຣາ​ເອນ​ນັບ​ມື້​ເພີ້ມ​ທະ​ວີ​ມີ​ກຳ​ລັງ​ຫລາຍ​ຂຶ້ນ ຊຶ່ງ​ອາດ​ຈ​ມີ​ອັນ​ຕະ​ຣາຍ​ແກ່​ພວກ​ເຮົາ

10 ບັດ​ນີ້ ໃຫ້​ພວກ​ເຮົາ​ໃຊ້ອຸ​ບາຍ​ອັນ​ເລິກ​ແລບ ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ຄົນ​ພວກ​ນີ້ເພີ້ມ​ທະ​ວິ​ຫລາຍ​ຂຶ້ນ ເພາະ​ວ່າ​ຖ້າ​ຫາກ​ເກີດ​ສົງ​ຄາມ​ຂຶ້ນ​ເມື່ອ​ໃດ​ຄົນ​ພວກ​ນີ້​ກໍ​ອາດ​ຈະ​ເຂົ້າ​ຮ່ວມ​ມື​ກັບ​ສັດ​ຕຣູ​ຫັນ​ມາ​ຕໍ່​ສູ້​ເຮົາ ແລ້ວ​ພວກ​ເຂົາ​ກໍ​ຈະ​ຫນີ​ອອກ​ຈາກ​ປະ​ເທດ​ນີ້​ໄດ້”

11 ດ້ວຍ​ເຫດ​ນີ້ ຝ່າຍ​ກະ​ສັດ​ເອ​ຢິບ​ຈຶ່ງ​ແຕ່ງ​ຕັ້ງ​ຜູ້​ຄວບ​ຄຸມ​ຊາວ​ອິສ​ຣາ​ເອນ ເພື່ອ​ບັງ​ຄັບ​ໃຫ້​ພວກ​ເຂົາ​ເຮັດ​ວຽກ​ກນ​ຫນັກ ໃຫ້​ເຂົາ​ສ້າງ​ເມືອງ​ປິທົມ ​ແລະ​ເມືອງ​ຣາ​ເມ​ເຊສ ເພື່ອ​ໄວ້​ເກັບ​ຣາ​ຊ​ສົມ​ບັດ​ຂອງ​ກະ​ສັດ​ຟາ​ຣາ​ໂອ

12 ເຖິງ​ແມ່ນ​ວ່າ​ຊາວ​ເອ​ຢິບ​ຈະ​ຂົ່ມ​ເຫັງ​ເຂົາ​ຫລາຍ​ປານ​ໃດ ຊາວ​ອິສ​ຣາ​ເອນ​ກໍ​ແຮງ​ແຜ່​ຜາຍ​ທະ​ວີ​ຂຶ້ນ ຈົນ​ຝ່າຍ​ເອ​ຢິບ​ມີ​ຄວາມ​ຫວັ່ນ​ເກງ​ໃນ​ຈຳ​ນວນ​ຄົນພວກ​ນີ້

13 ດັ່ງ​ນັ້ນ ເພື່ອ​ໃຫ້​ຊີ​ວິດ​ຂອງ​ເຂົາ​ຂົ່ມ​ຂື່ນ ພວກ​ເຂົາ​ຈຶ່ງ​ຖືກບັງ​ຄັບ​​ໃຫ້​ເຮັດ​ວຽກ​ຫນັກຈົ​ນ​ເຫລືອ​ບ່າກວ່າ​ແຮງ

14 ເຊັ່ນ ໃຫ້​ນວດ​ດິນ, ປັ້ນ​ດິນ​ຈີ່, ແລະ​ເຮັດ​ວຽກ​ຫນັກ​ຕ່າງໆ​ຢູ່​ຕາມ​ທົ່ງ​ນ

15 ຕໍ່​ມາ ​ກະ​ສັດ​ເອ​ຢິບ​ ໄດ້​ຊົງ​ບອກ​ນາງ​ຜະ​ດຸງ​ຄັນ​ຊາວ​ເຮັບ​ເຣິ​ສອງ​ຄົນ ຄົນ​ນຶ່ງ​ຊື່ ຊິ​ຟ​ຣາ, ແລະອີກ​ຄົນ​ນຶ່ງ​ຊື່ ປູ​ອາ

16 ວ່າ, “ເມື່ອ​ພວກ​ເຈົ້າ​ໄປ​ເອົາ​ບຸດ​ອອກ​ໃຫ້​ຍິງ​ຊາວ​ເຮັບ​ເຣີ ຖ້າ​ເດັກ​ນ້ອຍ​ທີ່​ເກີດ​ມາ​ນັ້ນ​ຫາກ​ເປັນ​ຜູ້ຊາຍ ໃຫ້​ພວກ​ເຈົ້າ​ຂ້າ​ຖິ້ມ ຖ້າ​ເປັນ​ຜູ້​ຍິງ​ບໍ່​ໃຫ້​ຂ້າ”

17 ແຕ່​ນາງ​ຜະ​ດຸງ​ຄັນ​ທັງ​ສອງ​ຄົນ​ນັ້ນ​ເປັນ​ຜູ້ຢຳ​ເກງພຣະ​ເຈົ້າ​ ຈຶ່ງ​ບໍ່​ໄດ້​ທຳຕາມ​ພຣະ​ບັນ​ຊາ​ຂອງ​ກະ​ສັດ​ເອ​ຢິບ ພວກ​ນາງ​ໄດ້ປ່ອຍ​ໃຫ້​ເດັກ​ນ້ອຍ​ຜູ້​ຊາຍ​ມີ​ຊີ​ວິດ​ຢູ່

18 ເມື່ອ​ກະ​ສັດ​ເອ​ຢິບ​ຊົງ​ຊາບ​ດັ່ງ​ນີ້ ກໍ​ມີ​ພຣະ​ກະ​ແສ​ດຳ​ຣັດ​ສັ່ງ​ໃຫ້​ນາງ​ຜະ​ດຸງ​ຄັນ​ສອງ​ຄົນ​ເຂົ້າ​ເຝົ້ ແລ້ວ​ຊົງ​ຖາມ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ ຈຶ່ງ​ປ່ອຍ​ໃຫ້​ເດັກ​ນ້ອຍ​ຜູ້​ຊາຍ​ມີ​ຊີ​ວິດ​ຢູ່?”

19 ພວກນາງ​ຜະ​ດຸງ​ຄັນ​ທູນ​ຕອບ​​ວ່າ “ເພາະ​ຜູ້​ຍິງ​ຊາວເຮັບ​ເຣິ​ບໍ່​ເຫມືອນ​ຜູ້​ຍິງ​ຊາວເອ​ຢິບຄື​ພວກ​ເຂົາ​ໄດ້​ບຸດງ່າຍຫລາຍ​ ຈົນ​ນາງ​ຜະ​ດຸງ​ຄັນ​ໄປ​ບໍ່​ທັນ”

20 ດ້ວຍ​ວ່າ​ພວກ​ນາງ​ຜະ​ດຸງ​ຄັນ​ຢຳ​ເກງ​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ຊົງ​ພໍ​ພຣະ​ທັຍ​ພວກ​ນາງ

21 ແລະ​ຊົງ​ໂຜດ​ໃຫ້​ຄອບ​ຄົວ​ຂອງ​ນາງ​ມີ​ລູກ​ຫລານ​ຫລາຍ ປະ​ຊາ​ຊົນ​ອີ​ສ​ຣາ​ເອນ​ຈຶ່ງ​ເພີ້ມ​ທະ​ວີ​ມີ​ກຳ​ລັງ​ຫລາຍ​ຂຶ້ນ

22 ຕໍ່​ມາ ກະ​ສັດ​ຟາ​ຣາໂອ​ຊົງ​ຮັບ​ສັ່ງຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງວ່າ, “ບຸດ​ຊາຍ​ເຮັບ​ເຣີ​ທຸກ​ຄົນ​ທີ່​ເກີດ​ມາ​ໃຫ້​ເອົ​ໄປ​ຖິ້ມ​ເສັຽ​ໃນ​ແມ່​ນ້ຳ​ນິນເສັຽ ແຕ່​ບຸດຍິງ​ທຸກ​ຄົນ​ໃຫ້​ມີ​ຊີ​ວິດ​ຢູ່”

 

2. ໂມ​ເຊ​ເກີດ​ແ​ລະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ

 (ຮຣ 11:23)

1   ຍັງ​ມີ​ຊາຍ​ຕະ​ກຸນ​ເລ​ວິ​ຄົນ​ນຶ່ງ ໄດ້​ແຕ່ງງນ​ກັບ​ຍິງ​ສາວ​ຕະ​ກຸນ​ດຽວ​ກັນ

2   ຕໍ່​ມາ ຜູ້​ຍິງ​ຜູ້​ນີ້​ໄດ້​ຖື​ພາ​ແລະ​ຄອດ​ບຸດ​ເປັນຊາຍເມື່ອ​ນາງ​ເຫັນ​ວ່າ​ບຸດ​ທີ່​ເກີດ​ມາ​ນັ້ນ​ມີ​ຮູບ​ຮ່າງ​ງາມ ກໍ​ເຊຶ່ອງ​ບຸດ​ໄວ້​ເຖິງ​ສາມ​ເດືອນ

3   ເມື່ອ​ນາງ​ບໍ່​ສາ​ມາດ​ຈະ​ເຊຶ່ອງ​ໄວ້ຕໍ່​ໄປ​ອິກ​ ​ນາງກໍ​ເອົາ​ໄມ້​ມາ​ເຮັດ​ອູ່​​ທາ​ດ້ວຍ​ຢາງ​ມາ​ໃສ່​ບຸດນ້ອຍ​ນັ້ນ ແລ້ວ​ນຳ​ໄປ​​ໄວ້​ເທິງ​ນ້ຳບ່ອນທີ່​ມີ​ກໍ​ຫຍ້າ​ແຄມ​ຕາ​ຝັ່ງ

4   ແລ້​ວ​ເອື້ອຍ​ຂອງ​ເດັກ​ນ້ອຍ​ນັ້ນ​ໄດ້​ໄປ​ຢືນ​ຊອມ​ຢູ່​ຫ່າງ​ໄກ ເພື່ອ​ຢາກ​ຈະ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ນ້ອງ​ຂອງ​ຕົນ

5   ຕໍ່​ມາ ​ພຣະ​ຣາ​ຊ​ທິ​ດາ​ຂອງ​ກະ​ສັດ​ຟ​ໂຣ​ ໄດ້​ສະ​ເດັດ​ໄປ​ສົງ​ທີ່​ແມ່​ນ້ຳ ແລະໃນ​ຂ​ນະ​ທີ່​ພວກ​ສາວ​ໃຊ້​ຍ່າງ​​ໄປໃກ້​ຕາມ​ແມ່​ນ້ຳ ພຣະ​ນາງກໍ​ຊົງ​ຫລຽວ​ເຫັນ​ອູ່ຢູ່​ກາງ​ກໍຫຍ້າ ຈຶ່ງ​ຮັບ​ສັ່ງ​ໃຫ້ສາວ​ໃຊ້ໄປ​ນຳ​ເອົາ​ມາ

6   ເມື່ອ​ສາວ​ໃຊ້​ນໍາ​ມາ​ຖວາຍ ພຣະ​ນາງ​ກໍ​ຊົງ​ເປິດ​ເບິ່ງ ຈຶ່ງ​ຊົງ​ເຫັນ​ເດັກ​ນ້ອຍ​ຜູ້​ຊາຍນອນ​ຢູ່ ເດັກ​ນ້ອຍ​ນັ້ນ​ໄດ້​ຮ້ອງ​ໄຫ້​ຂຶ້ນ ພຣະ​ນາງ​ຊົງ​ເກີດຄວາມ​ສົງ​ສານ​ແລະ​ຊົງ​ກ່າວ​ວ່າ, “ນີ້ແມ່ນ​ບຸດຊາຍ​ຂອງ​ຊາວ​ເຮັບ​ເຣິ”

7   ຝ່າຍ​ເອື້ອຍ​ຂອງ​ເດັກ​ນ້ອຍ​ນັ້ນ​ໄດ້​ທູນ​ຖາມ​ພຣະຣາ​ຊທິ​ດາ​ຂອງ​ກະ​ສັດ​ຟາ​ໂຣ​ວ່າ “ພຣະ​ນາງ​ບໍ່​ຢາກ​ໃຊ້​ຂ້າພຣະ​ອົງ ໄປ​ຫາ​ແມ່​ຍິງ​ຊາວ​ເຮັບ​ເຣີ​ມາ​ລ້ຽງ​ເດັກ​ນ້ອຍ​ຜູ້​ນີ້​ແນ່ບໍ່?”

8   ພຣະ​ນາງ​ກໍ​ຊົງ​ຕອບ​ວ່າ, “ໄປ​ແມ໋” ຍິງ​ສາວ​ຜູ້​ນັ້ນ​ຈຶ່ງ​ໄປ​ເອີ້ນ​ເອົາ​ມານ​ດາຂອງ​ເດັກ​ນ້ອຍ​ນັ້ນ​ມາ

9   ຝ່າຍ​ພຣະ​ຣາ​ຊ​ທິ​ດາ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ໄດ້​ຊົງ​ຮັບ​ສັ່ງ​ແກ່​ຍິງ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ເອົາ​ເດັກ​ນ້ອຍ​ຜູ້​ນີ້ໄປ​ລ້ຽງ​ໃຫ້​ເຮົາ​ແດ່ ເຮົາຈະ​ໃຫ້​ຄ່າ​ຈ້າງ​ເຈົ້າ” ຍິງ​ຜູ້​ນັ້ນ​ຈຶ່ງ​ຮັບ​ເອົາ​ເດັກ​ນ້ອຍຊຶ່ງ​ເປັນ​ບຸດຂອງ​ຕົນ​ເອງ​ໄປ​ລ້ຽງ​ໄວ້

10 ເມື່ອ​ເດັກ​ນ້ອຍ​ນັ້ນ​ໃຫຍ່ສູງ​ຂຶ້ນ​ແດ່​ແລ້ວ  ນາງ​ກໍ​ນຳ​ມາ​ມອບ​ພຣະ​ຣາ​ຊ​ທິ​ດາ​ ພຣະ​ນາງ​ກໍ​ຊົງຮັບ​ເອົາ​ເປັນ​ພຣະ​ຣາ​ຊ​ບຸດ​ ແລະ​ຊົງປະ​ທານ​ຊື່​ໃຫ້​ວ່າ​ໂມ​ເຊ ໂດຍ​ພຣະ​ນາງ​ກ່າວ​ວ່າ, “ເພາະ​ເຮົາ​ໄດ້​ຍົກ​ຂຶ້ນ​ມາ​ຈາກ​ນ້ຳ”

ໂມ​ເຊ​ຫນີ​ຈາກ​ປະ​ເທດ​ເອ​ຢິບ

 (ຮຣ 11:24-25)

11 ຢູ່​ມາວັນ​ນຶ່ງ ເມື່ອ​ໂມ​ເຊ​ໃຫຍ່​ແລ້ວ ​ວັນ​ນຶ່ງຈຶ່ງອອກ​ໄປ​ຢ້ຽມ​ຢາມ​ພວກ​ພີ່​ນ້ອງທີ່​ເປັນ​ຊາດ​ດຽວ​ກັນ​ກັບ​ຕົນ ໂມ​ເຊໄດ້​ເຫັນ​ເຂົ​ຖືກ​ບັງ​ຄັບໃຫ້​ເຮັດ​ວຽກ​ຢ່າງ​ຫນັກ ແລະ​ເຫັນ​ຊາວ​ເອ​ຢິບ​ຄົນ​ນຶ່ງ​ຂ້າ​ຕີ​ຊາວ​ເຣັບ​ເຣິ​ຄົນ​ນຶ່ງ​ຊຶ່ງ​ເປັນ​​ຊາດ​ດຽວ​ກັນ​ກັບ​ຕົນ

12 ໂມ​ເຊ​ຈຶ່ງ​ຫລຽວ​ຫນ້າ​ຫລຽວ​ຫລັງ ເມື່ອ​ບໍ່​ເຫັນ​ຜູ້​ໃດ​ຢູ່​ທີ່​ນັ້ນ ກໍ​ຈັດ​ການ​ຂ້າ​ຄົນ​ເອ​ຢິບ​ຜູ້​ນັ້ນ​ເສັຽ ແລ້ວ​ຝັງ​ສົບ​ເຊຶ່ອງ​ໄວ້​ໃນ​ດິນ​ຊາຍ

13 ວັນ​ຕໍ່​ມາ ໂມ​ເຊ​ໄດ້​ອອກ​ໄປ​ອິກ ເທື່ອ​ນີ້​​ໄດ້​ພົບ​ຄົນ​ເຮັບ​ເຣີສອງ​ຄົນ​ກຳ​ລັງ​ຕີ​ກັນ​ຢູ່ ເຂົາ​ຈຶ່ງ​ຖາມ​ຜູ້​ທີ່​ຄິດ​ວ່າເປັນ​ຄົນ​ຜິດ​ນັ້ນ​ວ່າ “ເປັນ​ຫຍັງ​ຈຶ່ງ​ຕີ​ຄົນ​ຊາດ​ດຽວ​ກັນ?”

14 ຄົນ​ຜູ້​ນັ້ນ​ກໍ​ຕອບ​ວ່າ “ໃຜເປັນ​ຜູ້​ແຕ່ງ​ຕັ້ງ​​ໃຫ້​​ທ່າ​ນເປັນເຈົ້າ​ນາຍ ແລະ​ເປັນ​ຕຸ​ລາ​ການມາ​ຕັດ​ສິນ​ຂ້າ​ພະ​ເຈົ້າ ທ່ານຈະ​ຂ້າ​ຂ້າ​ພະ​ເຈົ້າ​ເຫມືອນ​ໄດ້​ຂ້າ​ຄົນ​ເອ​ຢິບ​ຜູ້​ນັ້ນ​ບໍ່?” ໂມ​ເຊ​ເລີຍ​ຕົກ​ໃຈ​ພ້ອມ​ກັບ​ຄິດ​ວ່າ, “ໂທ! ເຣື່ອງ​ນີ້​ໄດ້​ມີ​ຄົນ​ຮູ້​ເຫັນ​ແລ້ວ​ເປັນ​ແນ່”

15 ເມື່ອ​ກະ​ສັດ​ຟາ​ໂຣ​ໄດ້​ຊົງ​ຊາບ​ເຣື່ອງ​ນີ້​ກໍ​ພຍາ​ຍາມ​ຫາ​ຊ່ອງທາງ​ຂ້າ​ຊີ​ວິດ​ໂມ​ເຊເສັຽ ແຕ່​ໂມ​ເຊໄດ້​ເອົາ​ຕົວ​ຫນີ​​ໄປ​ຢູ່​ປະ​ເທດ​ມີດິອານເສັຽກ່ອນ ເວ​ລາ​ໂມ​ເຊ​ໄປ​ເຖິງ​ປະ​ເທດ​ມີດິ​ອານ ເຂົາໄດ້​ໄປ​ນັ່ງ​ຢູ່​ໃກ້​ນ້ຳ​ສ້າງ​ແຫ່ງ​ນຶ່ງ

16 ຝ່າຍ​ປະ​ໂຣ​ຫິດ​ຂອງ​ຄົນ​ມີ​ດິອານ​ມີ​ບຸດ​ຕ​ຣີ​ເຈັດ​ຄົນໄດ້​ພາ​ກັນ​ມາ​ຕັກ​ນ້ຳ​ ໃຫ້ຝູງ​ແບ້, ​ແລະ​ແກະ​ຂອງ​​ພວກ​ຕົນ​ກິນ

17 ແຕ່​ພວກ​​ລ້ຽງ​ສັດ​ໄດ້​ມາ​ຂັບໄລ່​ພວກ​ນາງ​ຫນີ ໂມ​ເຊ​ຈຶ່ງ​ເຂົ້າ​ໄປຊ່ອຍ​ຕັກ​ນ້ຳ​​ໃຫ້​ສັດ​​ພວກ​ນາງ​ກິນ

18 ເມື່ອ​ຍິງເຫລົ່າ​ນີ້​ກັບ​ຄືນໄປ​ຫາ​ຣູ​ເອນ​ບິ​ດາ​ຂອງ​ເຂົາ​ກໍ​ຖາມ​ວ່າ, “ເປັນ​ຫຍັງ​ມື້​ນີ້ຈຶ່ງ​ກັບ​ມາ​ໄວ​ແທ້?”

19 ຝ່າຍ​ບຸດ​ຕ​ຣີ​ກໍ​ຕອບ​ວ່າ, “ມີ​ຄົນ​ເອ​ຢິບ​ຜູ້​ນຶ່ງ ໄດ້​ຊ່ອຍ​ເຫລືອ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ການຂົ່ມ​ເຫັງ​ຂອງ​ຄົນ​ລ້ຽງ​ສັດ ທັງ​ໄດ້​ຊ່ອຍ​ຕັກ​ນ້ຳ​ໃຫ້​ສັດ​ພວກ​ເຮົາ​ກິນ​ດ້ວຍ”

20 ບິ​ດາໄດ້​ຖາມ​ບຸດ​ຕ​ຣີຕໍ່​ໄປ​ວ່າ, “ຊາຍ​ຜູ້​ນີ້ຢູ່​ໃສ? ເປັນ​ຫຍັງ​ຈຶ່ງ​ມາ​ປະ​ເຂົາ? ຮິບ​ໄປ​ເຊີນ​ເຂົາມາ​ກິນ​ເຂົ້າ​ນຳ​ເຮົາ”

21 ຝ່ຍ​ໂມ​ເຊ​ຈຶ່ງ​ໄດ້​ມາ​ຫາ​ຣູ​ເອນ ແລະ​ຍິນ​ດີ​ຢູ່​ນຳ​ເລີຍ ຣູເອນ​ໄດ້​ຍົກ​ຊິບ​ໂປ​ຣາ​ບຸດ​ຕ​ຣີ​ຂອງ​ຕົນ​ໃຫ້​ເປັນ​ພັ​ຣ​ຍາໂມ​ເຊ

22 ນາງ​ຊິບ​ໂປ​ຣາ​ໄດ້​ຄອດ​ບຸດຊາຍ​ຜູ້​ນຶ່ງ ໂມ​ເຊ​ຈື່ງ​ໃສ່ໃຫ້ບຸດຊາຍ​ຜູ້​ນີ້​ວ່າ ເກີໂຊມ ເພາະ​ໂມ​ເຊ​ຄິດ​ວ່າ, “ຂ້າ​ພະ​ເຈົ້າ​ເປັນຄົນ​ຕ່າງ​ປະ​ເທດ​ທີ່​ມາ​ອາ​ໄສຢູ່ໃນ​ປະ​ເທດ​ນີ້

23 ເມື່ອ​ຫລາຍ​ປີ​ຜ່ານ​ໄປ ກະ​ສັດ​ເອ​ຢິບ​ກໍ​ສິ້ນພຣະ​ຊົນ ຊາວ​ອີ​ສ​ຣາ​ເອນ​ກໍ​ຍັງ​ຮ້ອງ​ຄ່ຳ​ຄວນ​ຍ້ອນ​ຄວາມ​ເປັນ​ທາດ​ນັ້ນ​ຢູ່ ເຂົາ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ ສຽງ​ຣ້ອງ​ຂໍ​ຂອງ​ເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະ​ເຈົ້າ

24 ເມື່ອ​ພຣະ​ເຈົ້​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ຄ່ຳ​ຄວນ​ຂອງ​ເຂົາ ກໍ​ຊົງ​ລະ​ນຶກ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ຊົງ​ໃຫ້​ໄວ້​ກັບ​ອັບ​ຣາ​ຮາມ, ອີຊາກ, ແລະ​ຢາ​ໂຄບ

25 ພຣະ​ອົງ​ໄດ້​ຊົງ​ຫລິງ​ເຫັນ​ແລະ​ສົນ​ພຣະ​ທັຍ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ຊາວ​ອິ​ສ​ຣາ​ເອນ​ເຫລົ່າ​ນັ້ນ.

 

3. ພຣະ​ເຈົ້າ​ຊົງ​ເອີ້ນ​ໂມ​ເຊ

 (ອພຍ 6:2-7. 7; 11:1-4; 12:35-36)

1   ວັນ​ນຶ່ງ​ເມື່ອ​ໂມ​ເຊ​ລ້ຽງ​ຝູງ​ແກະ​ຂອງ​ເຢດ​ໂຣ ພໍ່​ເຖົ້າ​ຂອງ​ຕົນ​ຜູ້​ເປັນ​ປະ​ໂຣ​ຫິດ​ຂອງ​ຊາວ​ມີ​ດິອານ ເຂົາ​ໄດ້​ພາ​ຝູງ​ສັດ​ນັ້ນ​ຂ້າມ​ຖິ່ນ​ກັນ​ດານ​ມາ​ຍັງ​ໂຮ​ເຣັບ​ພູ​ຂອງ​ພຣະ​ເຈົ້

2   ຂ​ນະ​ນັ້ນທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້​ໄດ້​ປາ​ກົດ​ເປັນ​ແປວ​ໄຟ​ໃຫ້​ໂມ​ເຊ​ເຫັນ​ຢູ່​ໃນ​ກາງ​ພຸ່ມ​ໄມ້ ໂມ​ເຊ​ຈຶ່ງ​ຫລຽວ​ເບິ່ງ​ໄຟ​ນັ້ນ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ແຕ່​ບໍ່​ເຫັນ​ວ່າ​ພຸ່ມ​ໄມ້​ນັ້ນ​ຖືກ​ໄຫມ້

3   ໂມ​ເຊ​ຈຶ່ງ​ເວົ້າ​ກັບ​ຕົວ​ເອງວ່າ, “ບ໋ະ! ຕ້ອງ​ເຂົ້າ​ໄປ​ເບິ່ງ​ແສງ​ປ​ລດນີ້​ໃກ້ໆ ເສັຽກ່ອນ ເພາະ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ໄຟ​ລຸກ​ຢູ່​ພຸ່ມ​ໄມ້​ຈື່ງ​ບໍ່​ໄຫມ້”

4   ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ໂມ​ເຊ​ຍ່າງ​ເຂົ້າ​ມາ​ໃກ້ ພຣະ​ອົງ​ກໍ​ຊົງ​ເອີ້ນ​ອອກ​ມາ​ຈາກ​ພຸ່ມ​ໄມ້​ນັ້ນ​ວ່າ, “ໂມ​ເຊ, ໂມ​ເຊ​ເອີຍ!” ໂມ​ເຊໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງຢູ່​ທີ່​ນີ້”

5   ພຣະ​ເຈົ້າຈຶ່ງຊົງ​ບອກວ່າ, “ຢ່າ​ຫຍັບ​ເຂົ້າ​ມາ​ໃກ້ ຈົ່ງ​ຖອດ​ເກີບ​ອອກ​ເສັຽ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ສັກ​ສິດ”

6   ພຣະ​ອົງ​ຊົງ​ບອກ​ຕໍ່​ໄປ​ອີກວ່າ, “ເຣົາ​ເປັນ​ພຣະ​ເຈົ້າ​ຂອງບິ​ດາ​ເຈົ້ ເປັ​ນ​ພຣະ​ເຈົ້າຂອງ​ອັບ​ຣາ​ຮາມ, ຂອງ​ອີ​ຊາກ, ແລະ​ຂອງ​ຢາ​ໂຄບ” ແລ້ວ​ໂມ​ເຊ​ໄດ້​ເຊຶ່ອງ​ຫນ້າ​ເພາະ​ບໍ່​ກ້າ​ຫລຽວ​ເບິ່ງ​ພຣະ​ເຈົ້າ

7   ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້​ໄດ້​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ເຫັນ​ຄວາມ​ຕົກ​ທຸກ​ໄດ້​ຍາກ​ແຫ່ງ​ໄພ່​ພົນ​ຂອງ​ເຮົາ​ໃນ​ເອ​ຢິບ​ຢ່າງ​ຄັກ​ແນ່​ແລ້ວ ແລະ​ທັງ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຂົາ​ຍ້ອນ​ນາຍ​ຄຸມຂົ່ມ​ເຫັງ​ດ້ວຍ ເຮົາ​ຮູ້​ຈັກ​ຄວາມ​ທຸກ​ຍາກ​ຂອງ​ເຂົາ​ທີ່​ສຸດ

8   ເຮົາ​ລົງ​ມາ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ຊາວ​ເອ​ຢິບ ເພື່ອ​ນຳ​ພາ​ພວກ​ເຂົາ​ໄປ​ຍັງ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູນ​ແລະ​ກວ້າງ​ຂວາງ ຄື​ແຜ່ນ​ດິນ​ຂອງ​ຊາວ​ກາ​ນາ​ອານ, ຊາວ​ຮິດ​ຕິ, ຊາວ​ອາ​ໂມ​ຣິດ, ຊາວ​ເປ​ຣີ​ສ​ຊີ, ຊາວ​ຮີ​ວີ, ແລະ​ຊາວ​ເຢ​ບຸສ

9   ສຽງ​ຣ້ອງ​ຂໍ​ຂອງ​ຊາວ​ອິ​ສ​ຣາ​ເອນ​ໄດ້​ມາ​ເຖິງ​ເຮົາ​ແລ້ວ ເຮົາ​ໄດ້​ເຫັນ​ຊາວ​ອີ​ສ​ຣາ​ເອນ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ

10 ບັດ​ນີ້ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ເພື່ອ​ໃຫ້​ເຈົ້​ເປັນ​ຜູ້​ນຳ​ພາ​ອີ​ສ​ຣາ​ເອນ ໄພ່​ພົນ​ຂອງ​ເຮົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ”

11 ຝ່າຍ​ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຄົນ​ທຳ​ມະ​ດາ​ຈະ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ແລະ​ນໍາ​ຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ​ໄດ້​ແນວ​ໃດ?”

12 ພຣະ​ອົງ​ຊົງ​ຕອບວ່າ, “ເຮົາ​ຈະ​ຢູ່​ນຳ​ເຈົ້າ ຫມາຍ​ສຳ​ຄັນ​ຕໍ່​ໄປ​ນີ້ຈະ​ບອກ​ໃຫ້​ເຈົ້​ຮູ້​ວ່າ​ແມ່ນ​ເຮົາ​ແທ້​ໄດ້​ສົ່ງ​ເຈົ້​ໄປ ຄື​ເມື່ອ​ເຈົ້າ​ນຳ​ພາ​ຊາວ​ອິສ​ຣາ​ເອນ​ອອກ​ຈາກ​ເອ​ຢິ​ບ​ແລ້ວ ພວກ​ເຈົ້າ​ຈະ​ໄດ້​ຂບ​ໄຫວ້​ເຮົາ​ຢູ່​ເທິງ​ພູ​ນີ້”

13 ແລ້ວ​ໂມ​ເຊ​ໄດ້​ທູນ​ຖາມ​ພຣະ​ເຈົ້​ວ່າ, “ເມື່ອ​ຂ້າ​ພຣະ​ອົງໄປ​ເຖິງ​ຊາວ​ອິ​ສ​ຣາ​ເອນ​ແລະ​ບອກ​ເຂົາ​ວ່າ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ພວກ​ທ່ານ ພວກ​ເຂົາ​ກໍ​ຈະ​ຖາມ​ຂ້າ​ພຣະ​ອົງວ່າ ພຣະ​ເຈົ້າອົງ​ນັ້ນ​ຊົງ​ພຣະ​ນາມ​ວ່າ​ແນວ​ໃດ? ແລ້ວ​ຂ້າ​ພຣະ​ອົງ​ຈະ​ຕອບເຂົ​ວ່າ​ຈັ່ງ​ໃດ? ຖ້າ​ພຣະ​ອົງ​ບໍ່​ບອກ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພຣະ​ອົງຮູ້​ເສັຽກ່ອນ”

14 ພຣະ​ເຈົ້​ຈຶ່ງ​ຊົງ​ບອກ​ໂມ​ເຊວ່າ, “ເຮົາ​ເປັນ​ຜູ້​ຊຶ່ງ​ເຮົາ​ເປັນ” ພຣະ​ອົງ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ໃຫ້​ເຈົ້​ໄປ​ບອກ​ຊາວ​ອິ​ສ​ຣາ​ເອນ​ວ່າ ຜູ້​ຊົງ​ພຣະ​ນາມ​ວ່າ “ເຮົາ​ເປັນ” ໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ທ່ານທັງ​ຫລາຍ”

15 ພຣະ​ເຈົ້າ​ຍັງ​ຊົງ​ບອກ​ໂມ​ເຊ​ອີກວ່າ, “ໃຫ້​ເຈົ້​ບອກ​ຊາວ​ອິ​ສ​ຣາ​ເອນດັ່ງ​ນີ້ ພຣະ​ຜູ້​ເປັນ​ເຈົ້​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ ຄື​ພຣະ​ເຈົ້​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າຂອງອີຊາກ, ແລະພຣະ​ເຈົ້າ​ຂ​ອງ​ຢາ​ໂຄບ ໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ທ່ານ​ທັງ​ຫລາຍ ອັນ​ນີ້​ແຫລະ, ແມ່ນ​ນາມຂອງ​ເຮົາ ຊື່​ອັນ​ນີ້​ຈະ​ບໍ່​ປ່ຽນ​ແປງ​ຕລອດ​ໄປ​ເປັນ​ນິດ ແຕ່​ຈະ​ເປັນ​ຢູ່​ຢ່າງນີ້ທຸກ​ຊົ່ວ​ອ​ຍຸ​ຄົນ

16 ເຈົ້າ​ຈົ່ງ​ໄປ​ຮ່ວມ​ປະ​ຊຸມ​ກັບ​ພວກ​ເຖົ້າ​ແກ່​ອິ​ສ​ຣາ​ເອນ​ແລະ​ບອກ​ເຂົາ​ວ່າ ພຣະເຈົ້​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ ຄື​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ຂອງ​ອີ​ຊາກ, ແລະ​ຂ​ອງ​ຢາ​ໂຄບ​ໄດ້​ປາ​ກົດ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ ບອກ​ຂ້າ​ພະ​ເຈົ້າ​ວ່າ​ເຮົາ​ໄດ້​ມາ​ຫາ​ເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອ​ຢິບ​ປະ​ພຶດ​ຕໍ່​ພວກ​ເຈົ້​ແລ້ວ

17 ເຮົາ​ສັນ​ຍ​ໄວ້​ແລ້ວ​ວ່າ ຈະ​ນຳ​ພວກ​ເຈົ້າ​ອອກ​ຈາ​ກ​ປະ​ເທດ​ເອ​ຢິບ​ ຄື​ບ່ອນ​ທີ່​ພວກ​ເຈົ້າ​ທຸກ​ຍາກ​ລຳ​ບາກ​ນີ້ ໄປ​ຍັງ​ແຜ່ນ​ດິນ​ຂອງ​ຊາວ​ກາ​ນາ​ອານ, ຊາວ​ຮິດ​ຕິ, ຊາວ​ອາ​ໂມ​ຣິດ, ຊາວ​ເປ​ຣິ​ສຊີ, ຊາວ​ຮິ​ວີ, ແລະ​ຊາວ​ເຢ​ບຸສ ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ ແລ້ວ​ເຂົາ​ຈະ​ເຊື່ອ​ຟັງ​ຄຳ​ຂອງ​ເຈົ້

18 ເຂົ​ຈະ​ເຊື່ອ​ຟັຄໍາ​ຂອງ​ເຈົ້າ ແລ້ວເຈົ້າ​ກັບ​ພວກ​ເຖົ້າ​ແກ່​ຊາວ​ອິ​ສ​ຣາ​ເອນ ຈົ່ງ​ພາ​ກັນ​ໄປ​ເຝົ້າ​ກະ​ສັດ​ຂອງ​ເອ​ຢິບ​ແລະ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ ພຣະເຈົ້​ຂອງ​ຊາວ​ເຮັບ​ເຣີ​ໄດ້​ຊົງ​ປາ​ກົດ​ຕໍ່​ພວກ​ຂ້າ​ພຣະ​ອົງ​ທັງ​ຫລາຍ ບັດ​ນີ້ ຂໍພຣະ​ອົງ​ຊົງ​ໂຜດ​ໃຫ້​ພວກ​ຂ້າ​ພຣະ​ອົງເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ ຊຶ່ງ​ເປັນ​ໄລ​ຍະ​ທາງ​ເດີນ​ສາມ​ວັນ ເພື່ອ​ຖວາຍ​ສັຕ​ບູ​ຊາ​ແກ່ພຣະ​ຜູ້​ເປັນເຈົ້​ຂອງ​ພວກ​ຂ້າ​ພຣະ​ອົງ

19 ເຮົາ​ຮູ້​ແລ້ວ​ວ່າ ກະ​ສັດ​ເອ​ຢິບ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ໄປ ເວັ້ນ​ໄວ້​ແຕ່​ຈະ​ໃຊ້​ອຳ​ນາດ​ບັງ​ຄັບ​ກະ​ສັດ​ຈຶ່ງ​ຈະ​ຍອມ

20 ຄື​ເຮົາ​ຈະ​ໃຊ້​ຣິດ​ອຳ​ນາດ​ກະ​ທຳ​ການ​ອັດສຈັນ​ລົງ​ໂທດ​ຄົນ​ເອຢິບ ແລ້ວ​ກະ​ສັດ​ເອ​ຢິບ​ກໍ​ຈະ​ຍອມ​ປ່ອຍ​ໃຫ້​ພວກເຈົ້​ໄປ

21 ເຮົາ​ຈະ​ທຳ​ໃຫ້​ໄພ່​ພົນ​ຂອງ​ເຮົາ ໄດ້​ຮັບ​ຄວາມ​ນັບ​ຖື​ຈາກ​ຊາວ​ເອ​ຢິບ ເພື່ອ​ບໍ່​ໃຫ້​ພວກ​ເຈົ້​ໄປ​ດ້​ວຍ​ມື​ເປົ່າໆ

22 ໃຫ້​ຜູ້​ຍິງ​ທຸກ​ຄົນ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ ແລະ​ຂໍ​ເສື້ອ​ຜ້າ​ຈາກ​ຜູ​ຍິງ​ທີ່​ຢູ່​ໃນ​ເຮືອນ ຫລື​ຈາກ​ເພື່ອນ​ບ້ານ​ຂອງ​ຕົນ ແລ້ວ​ໃຫ້​ເອົາ​ເຄື່ອງເອ້​ເຫລົ່າ​ນີ້ໄປ​ຕົກ​ແຕ່ງ​ໃຫ້​ບຸດຊາຍ​ຍິງ​ຂອງ​ພວກ​ເຈົ້າ ດ້ວຍ​ການ​ກະ​ທຳ​ຢ່າງ​ນີ້ ພວກ​ເຈົ້າ​ຈຶ່ງ​ຈະ​ໄດ້​ສິ່ງ​ຂອງ​ຈາກ​ຊາວເອ​ຢິບ”

4.

1   ໂມ​ເຊ​ໄດ້​ທູນ​ຕອບ​ວ່າ “ຖ້າ​ສົມ​ມຸດ​ວ່າ​ຄົນ​ອິ​ສ​ຣາ​ເອນ​ບໍ່​ເຊື່ອ​ຟັງ​ຂ້າ​ພຣະ​ອົງ ຄື​ບໍ່​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ປາ​ກົດ​ຕໍ່​ຂ້າ​ພຣະ​ອົງ ແລ້ວ​ຂ້າ​ພຣະ​ອົງຈະ​ທຳ​ຢ່າງໃດ?”

2   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ໂມ​ເຊວ່າ, “ແມ່ນ​ຫຍັງ​ທີ່​ເຈົ້າ​ຖື​ຢູ່​ນັ້ນ?”

3   ໂມ​ເຊ​ກາບ​ທູນ​ວ່າ, “ໄມ້​ເທົ້າ​ ພຣະ​ເຈົ້າ​ຂ້າ” ພຣະ​ຜູ້​ເປັນ​ເຈົ້​ຈຶ່ງ​ຊົງ​ບອກວ່າ, “ຖິ້ມ​ມັນ​ລົງ​ດິນ​ເບິ່ງ​ດູ” ພໍ​ໂມ​ເຊ​ຖິ້ມ​ລົງ ໄມ້ເທົ້າ​ນັ້ນ​ກໍ​ກາຍ​ເປັນ​ງູ ໂມ​ເຊ​ຢ້ານ​ຈຶ່ງ​ແລ່ນ​ຫນີ​ໄປ

4   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ກົ້ມ​ລົງ​ຈັບ​ຫາງ​ງູ​ໄວ້” ພໍ​ໂມ​ເຊ​ກົ້ມ​ລົງ​ຈັບ ງູ​ນັ້ນ​ກໍ​ກາຍ​ເປັນ​ໄມ້​ເທົ້າ​ຕາມ​ເດີມ

5   ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ໃຫ້​ເຈົ້າ​ທຳຢ່າງ​ນີ້ ເພື່ອ​ຈະ​ໃຫ້​ຊາວ​ອີ​ສ​ຣາ​ເອນ​ເຊື່ອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຄື​ພຣະ​ເຈົ້​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າຂອງ​ອິ​ຊາກ, ແລະ​ພຣະ​ເຈົ້າຂອງ​ຢາ​ໂຄບ​ໄດ້​ປາ​ກົດ​ຕໍ່​ຫນ້າ​ເຈົ້າ​ແທ້”

6   ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້​ຊົງ​ບອກ​ໂມ​ເຊ​ອິກວ່າ, “ຈົ່ງ​ເອົາມື​ສອດ​ເຂົ້າ​ໄປ​ໃນ​ເສື້ອ​ຜ້າ​ຫນ້າ​ເອິກ” ໂມ​ເຊ​ກໍ​ທຳ​ຕາມ ເມື່ອ​ໂມ​ເຊ​ເອົາ​ມື​ອອກ​ມາ​ກໍ​ເຫັນ​ວ່າ​ມື​ຂອງ​ຕົນ​ເປັນພ​ຍາດ ຄື ເປັນດອກຂາວເຫມືອນນວນ​ຝ້າຍ

7   ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກວ່າ, “ໃຫ້​ເອົາ​ມື​ສອດເຂົ້ໄປ​ໃນ​ເສື້ອ​ຜ້າ​ຫນ້າ​ເອິກ” ໂມ​ເຊ​ກໍ​ສອດ​ເຂົ້າ​ໄປ ເມື່ອ​ເຂົາເອົາ​ມື​ອອກ​ມາ ກໍເຫັນ​ມື​ຂອງ​ຕົນ​ສະ​ອາດ​ດີ​ຄື​ເກົ່າ

8   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຖ້າ​ເຂົາ​ບໍ່​ເຊື່ອ​ເຈົ້າ ຫລື​ບໍ່​ເຊື່ອ​ການ​ກະ​ທຳ​ເທື່ອ​ທີ່​ນຶ່ງ ເຂົາ​ອາດ​ຈະ​ເຊື່ອ​ການ​ກະ​ທຳ​ເທື່ອ​ທີ່​ສອງ

9   ຖ້າ​ເຂົາ​ບໍ່​ເຊື່ອ​ການ​ກະ​ທຳ​ທັງ​ສອງ​ຢ່າງ​ນີ້ ທັງ​ບໍ່​ຍອມ​ຟັງ​ສຽງ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຕັກ​ເອົາ​ນ້ຳ​ໃນ​ແມ່​ນ້ຳ​ໄປ​ເທ​ໃສ່​ດິນ​ແຫ້ງ ແລ້ວ​ນ້ຳ​ນັ້ນ​ຈະ​ກາຍ​ເປັນ​ເລືອດ”

10 ຝ່າຍ​ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໄປ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ຄື​ໃນ​ຄາວ​ກ່ອນ​ກໍ​ດິ ຫລື​ຕັ້ງ​ແຕ່​ເວ​ລາ​ທີ່​ພຣະ​ອົງ​ຊົງ​ກ່າວ​ກັບ​ຂ້າ​ພຣະ​ອົງ​ແລ້ວ​ກໍ​ດີ ຂ້າ​ພຣະ​ອົງ​ເປັນ​ຄົນ​ເວົ້​ບໍ່​ລ່ຽນ​ໄຫ​ລ​ເລີຍ”

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ໂມ​ເຊວ່າ, “ໃຜ​ສ້າງ​ປາກ​ມະ​ນຸດ? ໃຜ​ທຳໃຫ້​ເຂົາ​ປາກ​ກືກ, ຫູ​ຫ​ນວກ, ຕາ​ດິ, ຕາ​ບອດ, ບໍ່ແມ່ນ​ເຮົາ​ບໍ່?

12 ດ້ວຍ​ເຫດ​ນີ້ ເຈົ້​ຈົ່ງ​ໄປ​ເສັຽ ເຮົ​ຈະ​ຊ່ອຍ​ເຈົ້າ​ເວົ້າ ແລະ​ຈະ​ບອກ​ເຣື່ອງ​ໃຫ້​ເຈົ້າ​ເວົ້າ”

13 ແຕ່​ໂມ​ເຊ​ທູນ​ຂໍ​ອິກວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍພຣະ​ອົງ​ຊົງສົ່ງ​ຜູ້​ອື່ນ​ໄປ​ທ້ອນ

14 ພໍ​ໂມ​ເຊ​ເວົ້າ​ດັ່ງ​ນີ້ ພຣະ​ຜູ້​ເປັນ​ເຈົ້​ກໍ​ຊົງ​ພິ​ໂຣດ​ໂດຍ​ຊົງ​ກ່າວ​ວ່າ, “ອາ​ໂຣນ​ຄົນ​ເລ​ວິ​ເປັນ​ອ້າຍ​ຂອງ​ເຈົ້າ​ແມ່ນ​ບໍ? ເຮົາ​ຮູ້​ວ່າ​ເຂົາ​ເປັນ​ຄົນ​ເວົ້າ​ເກັ່ງ ບັດ​ນີ້ ເຂົາກໍາ​ລັງ​ຍ່າງ​ມາ​ພົບ​ເຈົ້າ ເຂົາ​ຈະ​ດີ​ໃຈ​ຫລາຍ​ທີ່​ໄດ້​ພົບ​ເຈົ້າ ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ ແລະ​ບອກ​ເຣື່ອງ​ໃຫ້​ເຂົາ​ເວົ້າ

15 ຝ່າຍ​ເຮົາ​ຈະ​ຊ່ອຍ​ພວກ​ເຈົ້າ​ເວົ້າ ກັບທັງ​ຈະ​ຊ່ອຍ​ພວກເຈົ້​ທັງ​ສອງ​ໃຫ້​ຮູ້​ວ່າ​ຄວນ​ຈະ​ເຮັດ​ແນວ​ໃດ?

16 ອາ​ໂຣນ​ຈະ​ເປັນ​ຜູ້​ເວົ້າ​ກັບ​ປະ​ຊາ​ຊົນ​ແທນ​ເຈົ້າ ເຂົາຈະ​ເປັນ​ໂຄ​ສົກ​ຂອງ​ເຈົ້າ ເຈົ້​ຈະ​ເປັນ​ເຫມືອນ​ພຣະ​ເຈົ້າ ເພື່ອບອກ​ສິ່ງ​ທີ່​ຄວນ​ເວົ້າ​ແກ່​ເຂົາ

17 ເຈົ້າ​ຈົ່ງ​ຖື​ໄມ້​ເທົ້າ​ນີ້ ເພື່ອ​ກະ​ທຳ​ການ​ອັ​ດສະ​ຈັນ​ເຫລົ່າ​ນັ້ນ”

ໂມ​ເຊ​ກັບ​ຄືນ​ເອ​ຢິບ

18 ຫລັງ​ຈາ​ກ​ນັ້ນ ໂມ​ເຊກໍ​ກັ​ບ​ຄືນ​ໄປ​ຫາ​ເຢດ​ໂຣ​ພໍ່​ເຖົ້າ​ຂອງ​ຕົນ ເພື່ອ​ຂໍ​ລາ​ກັບ​ຄືນ​ໄປ​ຍັງ​ເອ​ຢິບ ໂມ​ເຊ​ເວົ້າ​ວ່າ, “ຂໍ​ລາ​ກັບ​ຄືນ​ໄປ​ຢ້​ຽມ​ຢາມ​ພີ່​ນ້ອງ​ໃນ​ເອ​ຢິບ ເພື່ອ​ຢາກ​ຮູ້​ວ່າ​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່​ຫລື​ບໍ່” ຝ່າຍ​ເຢດ​ໂຣ​ກໍ​ບອກ​ບຸດ​ເຂີຍ​ວ່າ, “ໄປ​ດີ”

19 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ໃນ​ເມືອງ​ມີ​ດິ​ອານ​ວ່າ, “ຈົ່ງ​ກັບ​ຄືນ​ໄປ​ຍັງ​ເອ​ຢິບ​ເສັຽ ເພາະ​ຈຳ​ພວກ​ຄົນ​ທີ່​ຢາກ​ຂ້າ​ເຈົ້​ກໍ​ຕາຍ​ຫມົດ​ແລ້ວ”

20 ໂມ​ເຊ​ຈຶ່ງ​ຈັດ​ແຈ່ງ​ໃຫ້​ພັ​ຣ​ຍາແລະ​ບຸດ​ຊາຍ​ຂຶ້ນ​ຂີ່​ລໍ​ກັບ​ຄືນ​ໄປ​ເອ​ຢິບ ສ່ວນ​ໂມ​ເຊ​ກໍ​ຖື​ໄມ້​ເທົ້າ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້

21 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, “ເມື່ອ​ເຈົ້າ​ກັບ​ຄືນ​ໄປ​ເຖິງ​ເອ​ຢິບ ເຈົ້​ຈົ່ງ​ກະ​ທຳ​ການ​ອັດ​ສະ​ຈັນ​ຕໍ່​ຫນ້າ​ກະ​ສັດ​ຟາ​ຣາ​ໂອ​ຕາມ​ສິດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້​ນັ້ນ ຝ່າຍ​ເຮົາ​ຈະ​ທຳໃຫ້​ກະ​ສັດ​ຟາ​ຣາ​ໂອ​ດື້​ດ້ານ​ບໍ່​ຍອມ​ປ່ອຍ​ປະ​ຊາ​ຊົນ​ໄປ

22 ແລ້ວ​ເຈົ້​ບອກ​ກະ​ສັດ​ຟາ​ຣາ​ໂອ​ວ່າ, “ພຣະ​ຜູ້​ເປັນ​ເຈົ້​ຊົງ​ກ່າວ​ດັ່ງ​ນີ້ ຄົນ​ອີ​ສ​ຣາ​ເອນ​ເປັນ​ບຸດ​ຫົວ​ປີ​ຂອງ​ເຮົ

23 ເຮົາ​ບອກ​ເຈົ້​ວ່າ ຈົ່ງ​ປ່ອຍ​ບຸດ​ຂອງ​ເຮົ​ໄປ​ບົວ​ລະ​ບັດ​ເຣົາ ຖ້າເຈົ້າ​ບໍ່​ຍອມ​ໃຫ້​ບຸດເຮົາ​ໄປ ເຮົາ​ຈະ​ຂ້າ​ບຸດ​​ຫົວ​ປີ​ຂອງ​ເຈົ້າ​ເສັຽ”

24 ຄັນ​ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້​ໄດ້​ພົບ​ໂມ​ເຊ​ໃນ​ທີ່​ພັກ​ກາງ​ທາງ ແລະ​ຈະ​ຊົງຂ້າ​ໂມ​ເຊ​ເສັຽ

25 ແຕ່​ນາງ​ຊິບ​ໂປ​ຣາ​ໄດ້​ເອົາ​ຫີນ​ຄົມ​ປາດ​ຫນັງ​ອະ​ວັຍະ​ວະ​ລັບ​ບຸດຊາຍ​ຂອງ​ຕົນ​ອອກ ແລ້ວ​ເອົາ​ໄປ​ແປະ​ໃສ່ຕີນຂອງ​ໂມ​ເຊ ນາງ​ເວົ້າ​ວ່າ, “ເຈົ້​ເປັນ​ຜົວ​ແຫ່ງ​ເລືອດ”

26 ພຣະ​ຜູ້​ເປັນ​ເຈົ້​ຈຶ່ງ​ຊົງ​ໂຜດ​ໃຫ້​ໂມ​ເຊ​ມີ​ຊີ​ວິດຢູ່ຕໍ່​ໄປ ແລະ​ຝ່າຍ​ນາງ​ຊິບ​ໂປ​ຣາ​ກໍ​ເວົ້າ​ວ່າ, “ເຈົ້​ເປັນ​ຜົວ​ແຫ່ງ​ເລືອດ​ດ້ວຍ​ການ​ຕັດ​ປາຍ​ອະ​ໄວ​ຍະ​ວະ​ລັບ​ນັ້ນ”

27 ຕໍ່​ມາ ພຣະ​ຜູ້​ເປັ​ນ​ເຈົ້​ຊົງ​ບອກ​ອາ​ໂຣນ​ວ່າ, “ຈົ່ງ​ໄປ​ຫາ​ໂມ​ເຊ​ໃນ​ຖິ່ນ​ກັນ​ດານ” ອາ​ໂຣນ​ຈຶ່ງ​ໄປ​ຫາ​ໂມ​ເຊ​ຢູ່​ທີ່​ພູ​ຂອງ​ພຣະ​ເຈົ້າ ເມື່ອ​ທັງ​ສອງ​ພົບ​ກັນ​ກໍ​ກອດ​ຈູບ​ກັນ

28 ເວລາ​ນັ້ນ ໂມ​ເຊ​ໄດ້​ເລົ່າ​ເຣື່ອງ​ການ​ອັດສະ​ຈັນ​ທັງ​ປວງ​ທີ່ພຣະ​ອົງ​ຊົງ​ບອກ​ໃຫ້​ໂມ​ເຊ​ທຳ

29 ຫລັງ​ຈາກ​ນັ້ນ​ ໂມ​ເຊ​ກັບ​ອາ​ໂຣນໄດ້​ໄປ​ປະ​ຊຸມ​ຮ່ວມ​ກັນ​ກັບ​ບັນ​ດາ​ພວກ​ເຖົ້າ​ແກ່​ຊາວ​ອິ​ສ​ຣາ​ເອນ

30 ໃນ​ທີ່​ນັ້ນ ອາ​ໂຣນ​ກໍ​ໄດ້​ເລົ່າ​ເຣື່ອງ​ທັງ​ຫມົດ​ທີ່​ພຣະຜູ້ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊໃຫ້​ທີ່​ປະ​ຊຸມ​ຟັງ ແລະໂມ​ເຊ​ກໍ​ໄດ້​ທຳ​ການ​ອັ​ດສະຈັນ​ຕ່າງໆ ຕໍ່​ຫນ້າ​ປະ​ຊາ​ຊົນ

31 ຝ່າຍ​ປະ​ຊາ​ຊົນ​ກໍ​ເຊື່ອ ແລະ​ເມື່ອ​ເຂົາ​ໄດ້​ຍິນ​ວ່າພຣະ​ຜູ້ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ ເພື່ອ​ທອດ​ພຣະ​ເນດ​ເບິ່ງ​ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ ພວກ​ເຂົາ​ກໍ​ພາ​ກັນ​ຂາບ​ລົງ​ນະ​ມັ​ສການ​ພຣະ​ອົງ

 

5. ໂມ​ເຊ​ແລະ​ອາ​ໂຣນ​ເຂົ້າ​ເຝົ້າ​ກະ​ສັດຟາ​ຣາ​ໂອ

1   ຕໍ່​ມາ​ ໂມ​ເຊ​ກັບ​ອາ​ໂຣນ​ໄດ້​ພາ​ກັນ​ເຂົ້​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ອິ​ສ​ຣາ​ເອນ​ຊົງ​ກ່າວ​ວ່າ ຈົ່ງ​ປ່ອຍ​ໃຫ້​ໄພ່​ພົນ​ຂອງ​ເຮົ​ໄປ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຈັດ​ພິ​ທີ​ກິນ​ລ້ຽງ​ຖວາຍ​ເຮົາ​ໃນ​ຖິ່ນ​ກັນດານ”

2   ກະ​ສັດ​ຟຣາ​ໂອ​ຈຶ່ງ​ຊົງ​ຖາມ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຄື​ໃຜ? ຈຳ​ເປັນ​ຫຍັງ​ທີ່​ໃຫ້​ປ່ອຍ​ຄົນ​ອິ​ສ​ຣາ​ເອນ​ໄປ? ເຮົາ​ບໍ່​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້​ດອກ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໄປ​ເດັດ​ຂາດ”

3   ຝ່າຍ​ໂມ​ເຊ​ກັບ​ອາ​ໂຣນ​ກໍ​ທູນ​ຕໍ່​ໄປ​ວ່າ, “ພຣະ​ເຈົ້າ​ຂອງ​ຊາວ​ເຮັບ​ເຣີ​ໄດ້​ຊົງ​ປາ​ກົດ​ຕໍ່​ພວກ​ຂ້ານ້ອຍ ​ດັ່ງ​ນັ້ນຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້າ​ນ້ອຍໄປ​ໃນ​ຖິ່ນ​ກັນ​ດານ​ຊຶ່ງ​ເປັນ​ໄລ​ຍະ​ທາງ​ເດີນ​ສາມ​ວັນ ເພື່ອ​ຖວຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ ຖ້າບໍ່​ໄປ​ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ຂ້າ​ນ້ອຍ​ດ້ວຍໂຣກ​ໄພ ຫລື​ເສິກ​ສົງ​ຄາມ”

4   ກະ​ສັດ​ເອ​ຢິບ​ຊົງ​ຕອບ​ວ່າ, “ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ປະ​ຊາ​ຊົນ​ປະ​ຖິ້ມ​ວຽກ​ຂອງ​ເຂົາ? ເຈົ້​ຈົ່ງ​ຄືນ​ໄປ​ເຮັດ​ວຽກ​ຂອງພວກ​ເຈົ້າ​ດຽວ​ນີ້”

5   ກະ​ສັດ​ຟາ​ຣາ​ໂອ​ຊົງ​ກ່າວ​ຕໍ່​ໄປ​ອິກວ່າ, “ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ກໍ​ມີ​ຈຳ​ນວນ​ຫລາຍ​ແລ້ວໃນ​ປະ​ເທດ​ນີ້ ເຈົ້າ​ທັງ​ສອງ​ຢາກ​ໃຫ້​ພວກ​ເຂົາ​ປະ​ວຽກ​ການ​ຫລື”

6   ແລ້ວ​ໃນ​ວັນ​ນັ້ນ​ເອງ ກະ​ສັດ​ຟາ​ຣາ​ໂອ​ຊົງ​ສັ່ງ​ຜູ້​ຄວບ​ຄຸມ​ງານ​ຊຶ່ງ​ເປັນ​ຄົນ​ເອ​ຢິບ ກັບ​ຫົວ​ຫນ້າ​ຄົນ​ງານ​ຊຶ່ງ​ເປັນ​ຄົນ​ອິ​ສ​ຣາ​ເອນ​ວ່າ,

7   ຕັ້ງ​ແຕ່​ວັນ​ນີ້​ໄປ ພວກ​ເຈົ້າ​ຢ່າ​ເອົາ​ເຟືອງ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໃຊ້​ເຮັດ​ດິນ​ຈີ່​ອິກ ໃຫ້​ເຂົາ​ໄປ​ຫາ​ເກັບ​ເອົາ​ເອງ

8   ຕ່​ດິນ​ຈີ່​ນັ້ນ​ໃຫ້​ເຂົາ​ທຳໃຫ້​ໄດ້​ທໍ່​ເກົ່າ ຢ່າ​ໃຫ້​ຫລຸດ​ລົງ​ເພາະ​ວ່າ​ເຂົາ​ເປັນ​ຄົນ​ຂີ້​ຄ້ານ ເຂົາ​ຈຶ່ງ​ພາ​ກັນ​ໄປ​ຮ້ອງ​ຂໍ​ຖວາຍ​ສັຕບູ​ຊາ​ແດ່​ພຣະ​ເຈົ້​ຂອງ​ເຂົາ

9   ຈົ່ງ​ໃຫ້​ເຂົາ​ເຮັດ​ວຽກ​ຫນັກ​ຂຶ້ນ​ກ່​ວາ​ເກົ່ ເພື່ອ​ເຂົາ​ຈະ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ ແລ້ວ​ຈະ​ບໍ່​ມີ​ເວ​ລາ​ຟັງ​ຄຳ​ຕົວະ​ຍົວະ”

10 ຫລັງ​ຈາກ​ນັ້ນ ຜູ້​ຄວບ​ຄຸມ​ງານ​ແລະ​ຫົວ​ຫນ້າ​ຄົນ​ງານ​ກໍ​ອອກ​ໄປ​ເວົ້າ​ກັບ​ຄົນ​ອິສ​ຣາ​ເອນ​ວ່າ “ບັດ​ນີ້ ກະ​ສັດ​ຟາ​ຣາ​ໂອ​ຈະ​ບໍ່​ໃຫ້​ເຟືອງ​ແກ່​ພວກ​ເຈົ້າ​ອິກ

11 ໃຫ້​ພວ​ກ​ເຈົ້າ​ໄປ​ຊອກ​ຫາ​ເອົາ​ເອງ ແຕ່​ຈຳ​ນວນ​ດິນ​ຈີ່​ຕ້ອງ​ໃຫ້​ໄດ້​ທໍ່​ເກົ່າ”

12 ດັ່ງ​ນັ້ນ ພວກ​ຄົນ​ອິ​ສ​ຣາ​ເອນ​ຈຶ່ງ​ແຕກ​ກະ​ຈັດ​ກະ​ຈາຍ​ກັນ​ໄປ​ຫາ​ເອົາ​ເຟືອງ​ທົ່ວ​ປະ​ເທດ​ເອ​ຢິບ​

13 ຝ່າຍ​ພວກ​ຄວບ​ຄຸມ​ງານ​ກໍ​ບັງ​ຄັບ​ບີບ​ບີ້​ຄົນ​ອິ​ສ​ຣາເອນ​ຫນັ​ກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ແຕ່​ລະ​ມື້​ພວກ​ເຈົ້າ​ຕ້ອງ​ເຮັດ​ດິນ​ຈີ່​ໃຫ້​ໄດ້​ທໍ່​ກັບ​ຄາວ​ມີ​ເຟືອງ​ຢູ່”

14 ພວກ​ຄວບ​ຄຸມ​ງານ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ເຫລົ່າ​ນີ້ ໄດ້ຂ້ຽ​ນ​ຕີ​ຫົວ​ຫນ້າ​ຄົນ​ງານ​ຂອງ​ຊາວ​ອິ​ສ​ຣາ​ເອນ​ພ້ອມ​ກັບ​ຖາມ​ວ່າ, “ເປັນ​ຫຍັງ ວານ​ນີ້​ກັບ​ມື້​ນີ້ຈຶ່ງ​ບໍ່​ໄດ້​ດິນ​ຈີ່​ເຕັມ​ຈຳ​ນວນ​ຄື​ແຕ່​ກ່ອນ?”

15 ແລ້ວ​ພວກ​ຫົວ​ຫນ້າ​ຄົນ​ງານ​ຂອງ​ອິ​ສ​ຣາ​ເອນ​ໄດ້​ເຂົ້າ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ວ່າ, “ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ທຳດັ່ງ​ນີ້ກັບ​ພວກ​ຂ້າ​ນ້ອຍ?

16 ຄື​ພຣະ​ອົງ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ຂ້າ​ນ້ອຍ​ຮັບເຟືອງເຫມືອນ​ແຕ່​ກ່ອນ ແຕ່​ຍັງ​ສັ່ງ​ໃຫ້​ພວກ​ຂ້າ​ນ້ອຍ​ເຮັດ​ດິນ​ຈີ່​ຢູ່ ແລະ​ດຽວ​ນີ້ຜູ້​ຄວບ​ຄຸມງານ​ຂອງ​ພຣະ​ອົງ​ໄດ້​ຂ້ຽນ​ຕິ​ພວກ​ຂ້ານ້ອຍ ເຣື່ອງ​ນີ້​ແມ່ນ​ພຣະ​ອົງ​ເອງ​ເປັນ​ຝ່າຍ​ຜິດ”

17 ກະ​ສັດ​ຟ​ຣາ​ໂອ​ຊົງ​ຕອບ​ວ່າ, “ພວກ​ເຈົ້​ຂີ້​ຄ້ານ​ຫລາຍ​ແທ້ໆ! ດ້ວຍ​ເຫດ​ນີ້ແຫລະ, ພວກ​ເຈົ້​ຈຶ່ງ​ມາ​ຮ້ອງ​ຂໍ​ຕໍ່​ເຮົາວ່າ​ຢາ​ກ​ໄປ​ຖວຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

18 ພວ​ກ​ເຈົ້​ຕ້ອງ​ກັບ​ໄປ​ເຮັດ​ວຽກ​ດຽວ​ນີ້ ເຮົາ​ບໍ່​ມິ​ເຟືອງ​ໃຫ້​ພວກ​ເຈົ້າ​ດອກ ແຕ່​ດິນ​ຈີ່​ນັ້ນ​ຕ້ອງ​ໃຫ້​ໄດ້​ຄົບ​ຕາມ​ຈຳ​ນວນ”

19 ເມື່ອ​ຫົວ​ຫນ້າ​ຄົນ​ງານ​ອິ​ສ​ຣາ​ເອນ​ຮູ້​ວ່າ ພວກ​ເຂົາ​ຖືກ​ບັງ​ຄັບ​ໃຫ້​ເຮັດ​ດິນ​ຈີ່​ໃຫ້​ໄດ້​ແຕ່​ລະ​ມື້​ຄົບ​ຕາມ​ຈຳ​ນວນ ພວກ​ເຂົາ​ກໍ​ມີ​ຄວາມ​ທຸກ​ຫລາຍ

20 ຄັນ​ພວກ​ເຂົາ​ອອກ​ມາ​ແຕ່​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ກໍ​ພົບ​ເຫັນ​ໂມ​ເຊ​ກັບ​ອາ​ໂຣນ​ຢືນ​ຖ້າ​ພວກ​ເຂົາ​ຢູ່ ຈຶ່ງ​ເວົ້າ​ກັບ​ໂມ​ເຊ​ແລ​ອາ​ໂຣນ​ວ່າ,

21 “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ພວກ​ທ່ານ ທີ່​ພວກ​ທ່ານ​ໄດ້​ເຮັດ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຄຽດ​ຊັງ​ພວກ​ຂ້າ​ພະ​ເຈົ້າ ພວກ​ທ່ານ​ໄດ້​ເຮັດ​ເຊັ່ນ​ນີ້ກໍ​ເຫມືອນ​ກັບ​ເອົາ​ດາບ​ໃຫ້​ພວກ​ທ່ານມາ​ຂ້າ​ພວກ​ຂ້າ​ພະ​ເຈົ້າ​ເສັຽ”

ໂມ​ເຊ​ອ້ອນວອນ​ພຣະ​ເຈົ້າ

22 ຕໍ່​ມາ ໂມ​ເຊ​ໄດ້​ຄືນ​ໄປ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້​ອີກວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ລົງ​ໂທດ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ? ແລະ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ຂ້າ​ພຣະ​ອົງມາ?

23 ຄື​ຕັ້ງ​ແຕ່​ຂ້າ​ພຣະ​ອົງ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ໃນ​ນາມ​ຂອງ​ພຣະ​ອົງ​ແລ້ວ ກະ​ສັດ​ຟາ​ຣາ​ໂອ​ຍັງ​ຊົງ​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ອົງ​ເລື້ອຍ​ມາ ບໍ່​ເຫັນວ່າ​ພຣະ​ອົງ​ໄດ້​ຊ່ອຍ​ເຫລືອ​ອັນ​ໃດ​ເຂົາ​ເລີຍ”

 

6.

1   ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ບັດ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ເຫດ​ການ ​ທີ່​ເຮົ​ຈະ​ທຳຕໍ່​ກະ​ສັດ​ຟາ​ຣາ​ໂອ ຄືເຮົ​ຈະ​ບັງ​ຄັບ​ໃຫ້​ກະ​ສັດ​ຟາ​ຣາ​ໂອດ້ວຍ​ມື​ອັນ​ຊົງ​ຣິດ ໃຫ້​ປ່ອຍ​ປະ​ຊາ​ຊົນໄປ​ ດ້ວຍ​ມື​ອັນ​ເຂັ້ມ​ແຂງ​ຂອງ​ເຮົາ​ນັ້ນ​ແຫລະ ເຂົາ​ຈະ​ໄລ່​ປະ​ຊາ​ຊົນ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ເຂົາ”

ພຣະ​ເຈົ້າ​ຊົງ​ເອີ້ນ​ໂມ​ເຊ​ອີກ

2   ພຣະ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ອິກວ່າ, “ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ

3   ເຮົາ​ໄດ້​ປາ​ກົດ​ໃຫ້​ແກ່ອັບ​ຣາ​ຮາມ, ແກ່ອີຊາກ, ແລະ​ແກ່ຢາ​ໂຄບ ​ເຫັນ​ໃນ​ຖາ​ນະ​ເປັນ​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ ແຕ່​ເຮົາ​ບໍ່​ໄດ້​ສຳ​ແດງ​ໃຫ້​ເຂົາ​ຮູ້​ຈັກ​ເຮົາ​ໃນ​ນາມ​ພຣະ​ຜູ້​ເປັ​ນ​ເຈົ້

4   ແລະ​ເຮົາ​ໄດ້​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ແກ່​ເຂົາ​ດ້ວຍ​ວ່າ ເຮົາ​ຈະ​ຍົກ​ແຜ່ນ​ດິນກາ​ນາ​ອານ ທີ່​ເຂົາ​ເຄິຍ​ອາ​ໄສຢູ່​ຄາວ​ເປັນຄົນ​ຕ່າງ​ດ້າວ​ນັ້ນ​ໃຫ້​ແກ່​ເຂົາ

5   ບັດ​ນີ້ ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄ່ຳ​ຄວນຂອງ​ຊາວ​ອິ​ສ​ຣາ​ເອນ ຊຶ່ງ​ຖືກ​ຊາວ​ເອ​ຢິບ​ບັງ​ຄັບ​ໃຫ້​ເປັນ​ທາດ ແລະ​ເຮົາ​ລະ​ນຶກ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ

6   ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງບອກ​ຄົນ​ອິ​ສ​ຣາ​ເອນ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ຊ່ອຍ​ໃຫ້​ພວກ​ເຈົ້າ​ລອດ​ພົ້ນ​ຈາກ​ຊາວ​ເອ​ຢິບ ບັງ​ຄັບ​ໃຫ້​ເຮັດ​ວຽກ​ຫນັ​ກ​ໃຫ້​ພົ້ນ​ຈກ​ການ​ເປັນ​ທາດ​ຂອງ​ພວກ​ເຂົາ ຈະ​ໄຖ່​ເອົາ​ພວກ​ເຈົ້າ​ດ້ວຍ​ແຂນ​ອັນ​ມີ​ຣິດ​ຂອງ​ເຮົ ແລະ​ດ້ວຍ​ການ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ຮຸນ​ແຮງ

7   ເຮົາ​ຈະ​ຮັບ​ເອົາ​ພວກ​ເຈົ້າ​ເປັນໄພ່​ພົນ​ຂອງ​ເຮົາ ແລະ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້ ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄືພຣະ​ຜູ້​ເປັນ​ເຈົ້າ ພຣະ​​ເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອ​ຢິບບີບ​ບັງ​ຄັບ​ໃຫ້​ເຣັດ​ວຽກ​ຫນັກ

8   ເຮົາ​ຈະ​ນຳ​ພວກ​ເຈົ້າ​ເຂົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້​ວ່າ​ຈະ​ຍົກ​ໃຫ້​ແກ່​ອັບ​ຣາ​ຮາມ, ແກ່​ອີ​ຊາກ, ແລະ​ແກ່ຢາ​ໂຄບ ເຮົາ​ຈະ​ຍົກ​ແຜ່ນ​ດິນ​ນັ້ນ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ພວກ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

9   ຝ່າຍ​ໂມ​ເຊ​ຈຶ່ງ​ນຳ​ຄວາມ​ນັ້ນ​ໄປ​ບອກ​ຊາວ​ອິ​ສ​ຣາ​ເອນ ແຕ່​ເນື່ອງ​ຈາກວ່າ​ຊາວ​ອິ​ສ​ຣາເອນ​ໄດ້​ອິດ​ເມື່ອຍ ​ແລະ​ເບື່ອ​ຫນ່າຍ​ໃນ​ວຽກ​ການ​ອັນ​ຫ້ຽມ​ໂຫດ ພວກ​ເຂົ​ຈຶ່ງ​ບໍ່​ເຊື່ອ​ຟັງ​ຄວາມ​ເວົ້າ​ຂອງ​ໂມ​ເຊ

10 ຕໍ່​ມາ ພຣະຜູ້​ເປັນ​ເຈົ້​ຊົງ​ບອກ​ໂມ​ເຊ​ອິກວ່າ,

11 “ຈົ່ງ​ໄປ​ບອກ​ໃຫ້​ຟ​ຣາ​ໂອ​ກະ​ສັດ​ຂອ​ງເອ​ຢິບ​ປ່ອຍ​ຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ”

12 ແຕ່​ໂມ​ເຊ​ກາບ​ທູນພຣະ​ຜູ້​ເປັນ​ເຈົ້​ວ່າ, “ແມ່ນ​ແຕ່​ຊາວອິ​ສ​ຣາ​ເອນ​ເອງ​ກໍ​ບໍ່​ເຫັນ​ເຊື່ອ​ຟັງ​ຂ້າພຣະ​ອົງ ແລ້ວ​ກະ​ສັດ​ຟາ​ຣາ​ໂອ​ຈະ​ເຊື່ອ​ຟັງ​ຂ້າ​ພຣະ​ອົງໄດ້​ແນວ​ໃດ? ເພາະ​ຂ້າ​ພຣະ​ອົງເປັນ​ຄົນ​ເວົ້າ​ບໍ່​ເກັ່ງ”

13 ພຣະ​ຜູ້​ເປັນ​ເຈົ້​ຊົງ​ສັ່ງ​ໃຫ້​ໂມ​ເຊ ​ແລະ​ອາ​ໂຣນ ບອກ​ຊາວ​ອິ​ສ​ຣາ​ເອນ​ກັບ​ກະ​ສັດ​ຟ​ຣາ​ໂອ​ວ່າ ເຂົາ​ທັງ​ສອງ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ນໍາຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ຈາ​ກ​ເອ​ຢິບ

ເຊື້ອ​ສາຍ​ຂອງ​ໂມ​ເຊ​ແລະ​ອ​ໂຣນ

 (ປຖກ 46:8-27)

14 ຕໍ່​ໄປ​ນີ້​ເປັນ​ຕົ້ນ​ຕະ​ກູນ​ຂອງພ​ວກ​ເຂົາ ບຸດ​ຊາຍ​ຂອງຣູ​ເບນ​ຜູ້​ເປັນ​ບຸດຫົວ​ປີ​ຂອງ​ອິ​ສ​ຣາ​ເອນ​ຊື່ ຮາ​ໂນກ, ປານລູ, ເຮ​ສໂຣນ, ແລະ​ກາຣ໌​ມີ ເຫລົ່າ​ນີ້​ເປັນ​ຕະ​ກູນເຜົ່າ​ຣູ​ເບນ

15 ບຸດ​ຊາຍ​ຂອງ​ຊີ ເມ​ໂອນ​ຊື່ ​ເຢ​ມູ​ເອນ ຢາ​ມີນໂອ​ຮັດ ຢາ​ຄີນ ໂຊ​ຮາຣ໌ ແລະ​ຊາ​ອູນ​ ຜູ້​ມາ​ຈາກ​ຍິງ​ກາ​ນາ​ອານ ເຫລົ່າ​ນີ້​ເປັນ​ຕະ​ກູນ​ເຜົ່າ​ຊີເມ​ໂອນ

16 ຕໍ່​ໄປ​ນີ້​ເປັນ​ຊື່​ບຸດຊາຍຂອງ​ເລ​ວິ​ຕາມ​ເຊື້ອ​ສາຍ​ຂອງ​ເຂົາ​ຄື ເກີ​ໂຊ​ນ ໂກ​ຮາດ ແລະ​ເມ​ຣາຣີ ເລ​ວີ​ນັ້ນ​ມີ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ເຈັດ​ປີ

17 ບຸດຊາຍ​ຂອງ​ເກີ​ໂຊນ​ຊື່ ລິບ​ນີ ແລະ​ຊິ​ເມ​ອີ ຕາມຕະ​ກູນຂອງ​ເຂົາ

18 ບຸດ​ຊາຍ​​ຂ​ອງ​ໂກ​ຮາດ​ຊື່ ອັມ​ຣາມ ອິ​ສຮາ ເຮ​ໂບຣນ, ແລະ​ອຸ​ສ​ຊີ​ເອນ ໂກ​ຮາດ​ມີ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ສາມ​ປີ

19 ບຸດຊາຍ​​ຂອງ​ເມ​ຣາ​ຣິ​ຊື່ ມາ​ລີ ແລະ​ມູ​ຊີ ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຄົນ​ເລ​ວີຕາມ​ເຊື້ອ​ສາ​ຍ​ຂອງ​ເຂົາ

20 ຝ່າຍ​ອັມ​ຣາມ​ໄດ້​ແຕ່ງ​ງານ​ກັບ​ນາງໂຢ​ເຄເບດ ນ້ອງບິ​ດາ​ຂອງ​ຕົນ​ເປັນພັ​ຣ​ຍາ ແລ້ວ​ນາງ​ໃຫ້​ກຳ​ເນິດ​ບຸດ​ຊຍ​​ແກ່​ເຂົາ​ຊື່ ​ອາໂຣນ,ແລະ​ໂມ​ເຊ ອັມ​ຣາມ​ມີ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ເຈັດ​ປີ

21 ບຸດ​ຊາຍຂອງ​ອິ​ສຮາ​ຊື່ ໂກຣາ, ເນ​ເຟກ, ແລະຊິກ​ຣີ

22 ບຸດ​ຊຍ​​ຂອງ​ອຸ​ສ​ຊີ​ເອນ​ຊື່ ມິ​ຊາ​ເອນ ເອນ​ຊາຟານ ແລະ​ຊິດ​ຣີ

23 ຝ່ຍ​ອາ​ໂຣນ​ໄດ້​ນາງ​ເອ​ລິ​ເຊ​ບາ​ ບຸດ​ຕ​ຣີ​ຂອງ​ອັມ​ມີ​ນາ​ດາບ ນ້ອງ​ສາວ​ຂອງ​ນາ​ໂຊນ​ເປັນ​ພັ​ຣ​ຍາ ນາງ​ມີ​ບຸດ​ຊາຍກັບ​ທ່ານ​ຊື່ ນາ​ດາບ ອາ​ບິຮູ ເອເ​ລ​ອາ​ຊາ, ແລະ​ອິ​ທາ​ມາ

24 ບຸດຊາຍ​ຂອງ​ໂກ​ຣາ​ຊື່ ອັ​ດຊິ ເອນ​ກາ​ນາ ແລະ​ອາ​ບິ​ອາ​ສາຟ ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຄົນ​ໂກ​ຣາ

25 ຝ່າຍ​ເອ​ເລ​ອາ​ຊາ​ບຸດຊາຍ​ຂອງ​ອາ​ໂຣນ ໄດ້​ຮັບ​ບຸດ​ຕ​ຣີ ຄົນ​ນຶ່ງ​ຂອງ​ປູ​ທິ​ເອນ​ເປັນ​ພັ​ຣ​ຍາ ນາງ​ມີ​ບຸດ​ຊາຍ​ກັບ​ທ່ານ​ຊື່ ຟີເນຮັສ ຄົນ​ເຫລົ່າ​ນີ້ເປັນ​ຕົ້ນ​ຕະ​ກູນ​ຂອງ​ຄົນ​ເລ​ວີ​ຕາມ​ຕະ​ກູນ​

ພຣະ​ຜູ້​ເປັນ​ເຈົ້​ຊົງ​ສັ່ງ​ໂມ​ເຊ​ແລະ​ອາ​ໂຣນ

26 ແມ່ນ​ໂມ​ເຊ​ແລະ​ອາ​ໂຣນ​ນີ້​ແຫລະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກວ່າ, “ຈົ່ງ​ພາຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ເອ​ຢິບ​ເປັນ​ຫມວດ​ເປັນ​ຫ​ມູ່

27 ສອ​ງຄົນ​ນີ້​ແຫລະ​ທີ່​ໄດ້​ບອກ​ໃຫ້​ກະ​ສັດ​ຟ​ຣາ​ໂອ​ປ່ອຍ​ຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ

ໂມ​ເຊ​ແລະ​ອາ​ໂຣນເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ

28 ໃນ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ກ່າວ​ກັບ​ໂມ​ເຊ​ໃນ​ປະ​ເທດ​ເອ​ຢິບ​ນັ້ນ​ ພຣະ​ອົງ​ຊົງ​ກ່າວ​ວ່າ,

29 “ເຮົາ​ຄື​ພຣະ​ຜູ້​ເປັນເຈົ້າ ພວກ​ເຈົ້າ​ຈົ່ງ​ເລົ່າ​ຂໍ້​ຄວາມທັງ​ຫມົດ​ທີ່​ເຮົາ​ໄດ້​ບອກ​ແກ່​ເຈົ້​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ຟັງ”

30 ແຕ່​ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້​ວ່າ, “ພຣະ​ອົງ​ຊົງ​ຊາບ​ແລ້ວ​ວ່າ ຂ້າ​ພຣະ​ອົງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລ້ວ​ກະ​ສັດຟ​ຣາ​ໂອ​ຈະ​ເຊື່ອ​ຂ້າ​ພຣະ​ອົງໄດ້​ຢ່າງ​ໃດ?”

 

7.

1   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ເບິ່ງ​ແມ໋ ເຮົາ​ຈະ​ທຳໃຫ້​ເຈົ້າ​ເປັນ​ເຫມືອນ​ພຣະ​ເຈົ້າ​ຕໍ່​ຫນ້າ​ຟາ​ຣາ​ໂອ ແລະ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ປະ​ກາດພຣະ​ທັມ​ແກ່​ກະ​ສັດ​ຟາ​ຣາ​ໂອ​ແທນ​ເຈົ້າ

2   ເຈົ້າ​ຈົ່ງ​ບອກ​ຂໍ້​ຄວາມ​ທັງ​ຫມົດ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ​ແກ່ອ​ໂຣນ ແລ້ວ​ອາ​ໂຣນ​ຈະ​ບອກ​ໃຫ້​ຟາ​ຣາ​ໂອ​ປ່ອຍ​ຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ໄປ​ຈາກ​ປະ​ເທດ​ເອ​ຢິບ

3   ແຕ່​ເຮົາ​ຈະ​ທຳ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ໃຈ​ແຂງ ແມ້ວ່າ​ເຮົາ​ຈ​ທຳ​ການ​ອັ​ດສະຈັນ​ຫລວງ​ຫລາຍ ຊຶ່ງ​ເປັນ​ຫມາຍ​ສຳ​ຄັນ​ໃນ​ປະ​ເທດ​ເອ​ຢິບ​ແລ້ວ​ກໍ​ຕາມ

4   ຟາ​ຣາ​ໂອ​ກໍ​ຈະ​ບໍ່​ເຊື່ອ​ຟັງ​ເຈົ້າ ຫລັງ​ຈາກ​ນັ້ນ​ເຮົາ​ຈະ​ໃຊ້​ອຳ​ນາດ​ບີບ​ບັງ​ຄັບ​ຄົນ​ເອ​ຢິບ​ແລະ​ລົງ​ໂທດ​ຄົນ​ເອ​ຢິບ​ຢ່າງ​ຫນັ​ກ ເພື່ອ​ນຳ​ພາ​ກອງ​ທັບ​ຂອງ​ເຮົາ ຄື​ປະ​ຊາ​ຊົນອິ​ສຣາ​ເອນ​ອອກ​ຈາກ​ປະ​ເທດ​ເອ​ຢິບ

5   ເມື່ອ​ເຮົາ​ຢຽດ​ມື​ອອກ​ຕໍ່​ສູ້​ຄົນ​ເອ​ຢິບ​ແລະ​ນຳ​ພາ​ຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ນັ້ນ​ແລ້ວ ຊາວ​ເອ​ຢິບ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້

6   ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ທຳ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້

7   ເມື່ອ​ເຂົາ​ທັງ​ສອງ​ໄປ​ທູນ​ກະ​ສັດ​ຟາ​ຣາ​ໂອ​ນັ້ນ ໂມ​ເຊ​ມີ​ອາ​ຍຸ​ແປດ​ສິບ​ປີ ສ່ວນ​ອາ​ໂຣນ​ມີ​ອາ​ຍຸ​ແປດ​ສິບ​ສາມ​ປີ

ໄມ້​ເທົ້າ​ຂອງ​ອາ​ໂຣນ

 (ອພຍ 4:1-5)

8   ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້​ຊົງ​ກ່າ​ວ​ແກ່​ໂມ​ເຊ​ ແລະອາ​ໂຣນວ່າ,

9   ເມື່ອຟາ​ຣາ​ໂອສັ່ງ​ເຈົ້ວ່າ ຈົ່ງ​ສະ​ແດງ​ການ​ອັດສະຈັນ​ພິ​ສູດ​ງານ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ບອກ​ອາ​ໂຣນວ່າ ​“ຖິ້ມ​ໄມ້​ເທົ້າ​ຂອງ​ຕົນ​ລົງ​ຕໍ່​ຫນ້າ​ຟາ​ຣາ​ໂອ ແລ້ວ​ໄມ້​ເທົ້າ​ນັ້ນ​ຈະ​ກາຍ​ເປັນ​ງູ”

10 ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ພາກັນ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ຟ​ຣາ​ໂອ​ແລະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໄວ້ ຄື​ອາ​ໂຣນ​ໄດ້​ຖິ້ມ​ໄມ້​ເທົ້າ​ນັ້ນ​ລົງ​ຊ້ອງ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ​ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂ​ອງ​ພຣະ​ອົງ ແລ້ວ​ໄມ້​ເທົ້າ​ນັ້ນ​ກໍ​ກາຍ​ເປັນ​ງູ

11 ຂ​ນະ​ນັ້ນ ກະ​ສັດ​ຟາ​ຣາ​ໂອ​ໄດ້​ຊົງ​ເອີ້ນ​ພວກ​ນັກ​ປາດ​ແລະ​ຫມໍ​ມົນ​ຂອງ​ພຣະ​ອົງ​ມາ ພວກ​ເຂົ​ເຫລົ່າ​ນີ້​ຕ່າງ​ກໍ​ທຳ​ເຊັ່ນ​ນັ້ນ​ໄດ້​ເຫມືອນ​ກັນ

12 ພວກ​ເຂົາ​ໄດ້​ຖິ້ມ​ໄມ້​ເທົ້າ​ຂອງ​ຕົນ​ລົງ ໄມ້​ເທົ້າ​ເຫລົ່າ​ນັ້ນ​ກໍ​ກາຍ​ເປັນ​ງູ ແຕ່​ງູ​ຂອງ​ອາ​ໂຣນ​ໄດ້​ກືນ​ກິນ​ງູ​ຂອງ​ເຂົາ​ທັງ​ຫມົດ

13 ເຖິງ​ປານ​ນັ້ນ​ກະ​ສັດ​ຟາ​ຣາ​ໂອ​ກໍ​ຍັງ​ແຂງ​ພຣະ​ທັຍ​ຢູ່ ບໍ່ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້​ໄດ້​ຊົງ​ບອກ​ໄວ້

ນ້ຳ​ກຍ​ເປັນ​ເລືອດ

14 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງບອກ​ໂມ​ເຊວ່າ, “ຟາຣາໂອ​ນັ້ນ​ດື້​ດ້ານ​ບໍ່​ຍອມ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ໄປ

15 ເຈົ້າ​ຈົ່ງ​ໄປ​ຫາ​ກະ​ສັດ​ຟາ​ຣາ​ໂອ​ໃນ​ຕອນ​ເຊົ້າ ລະ​ຫວ່າງ​ເຂົາອອກ​ໄປ​ຍັງ​ແມ່​ນ້ຳ​ນິນ ໃຫ້​ເຈົ້າ​ຢືນ​ຄອຍຢູ່​ແຄມ​ຕາ​ຝັ່ງ ໃຫ້​ຖື​ໄມ້​ເທົ້າ​ທີ່​ໄດ້​ກາຍ​ເປັນ​ງູ​ນັ້ນ​ໄປ​ນຳ​ດ້ວຍ

16 ໃຫ້​ເຈົ້າ​ເວົ້າ​ຕໍ່​ກະ​ສັດ​ຟາ​ຣາ​ໂອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວເຮັບ​ເຣິ​ໄດ້​ໃຊ້​ໃຫ້​ຂ້າ​ພຣະ​ອົງ​ມາ ເພື່ອບອກ​ໃຫ້ພຣະ​ອົງ​ປ່ອຍ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ ເພື່ອ​ເຂົາ​ຈະ​ໄດ້​ຂາບ​ໄຫວ້​ບູ​ຊາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ຖິ່ນ​ກັນ​ດານ ແຕ່​ຈົນ​ກະ​ທັ້ງ​ບັດ​ນີ້ ພຣະ​ອົງ​ກໍ​ຍັງ​ບໍ່​ເຊື່ອ​ຟັງ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ

17 ພຣະຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ ພຣະ​ອົງ​ຈະ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ກະ​ທຳ ດັ່ງ​ນີ້ ເບິ່ງ​ເດີ, ຂ້າ​ພຣະ​ອົງຈະ​ເອົາ​ໄມ້​ເທົ້າ​ຟາດ​ລົງ​ໃນ​ແມ່​ນ້ຳ​ນິນ ແລ້ວ​ພຣະ​ເຈົ້​ຈະ​ໃຫ້​ແມ່​ນ້ຳ​ນັ້ນ​ກາຍ​ເປັນ​ເລືອດ​

18 ປາ​ທັງ​ຫລາຍ​ຈະ​ຕາຍ ນ້ຳ​ຈະ​ເຫມັນ​ເນົ່ ຊາວ​ເອ​ຢິບ​ຈະ​ດື່ມ​ນ້ຳ​ນັ້ນ​ບໍ່​ໄດ້”

19 ພຣະ​ຜູ້​ເປັ​ນ​ເຈົ້​ຊົງ​ກ່າວ​ກັບ​ໂມ​ເຊວ່າ, “ຈົ່ງ​ບອກ​ໃຫ້​ອາ​ໂຣນເດ່​ໄມ້​ເທົ້າ​ຂອງ​ເຂົາໃສ່​ແມ່​ນ້ຳ​ລຳ​ຄອງ ໃສ່​ຫນອງ​ບຶງ​ແລະ​ອ່າງ​ນ້ຳ​ໃນ​ປະ​ເທດ​ເອ​ຢິບ ເພື່ອ​ໃຫ້​ນ້ຳ​ເຫລົ່າ​ນັ້ນ​ກາຍ​ເປັນ​ເລືອດ ຕລອດ​ທົ່ວ​ທັງ​ແຜ່ນ​ດິນ​ຈະ​ມີ​ແຕ່​ເລືອດ ທັງ​ທີ່​ຢູ່​ໃນ​ພາ​ຊ​ນະ​ໄມ້​ແລະ​ພາ​ຊ​ນະ​ຫີນ”

20 ໂມ​ເຊ​ກັບ​ອາ​ໂຣນ​ໄດ້​ທຳຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ ຄື​ອາ​ໂຣນ​ໄດ້​ຍົກ​ໄມ້​ເທົ້າ​ຂຶ້ນ​ຕີ​ນ້ຳ​ໃນ​ແມ່​ນ້ຳ​ນິນ​ຊ້ອງ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ​ແລະ​ພວກ​ຂ້າ ​ຣາ​ຊ​ການ ແລ້ວ​ນ້ຳ​ໃນ​ແມ່​ນ້ຳ​ກໍ​ກາຍ​ເປັນ​ເລືອດ​ທັງ​ຫມົດ

21 ຝູງ​ປາ​ກໍ​ຕາຍ ແມ່​ນ້ຳ​ກໍເຫມັນ​ເນົ່າ ຊາວ​ເອ​ຢິບ​ກໍ​ດື່ມ​ນ້ຳ​ນັ້ນ​ບໍ່​ໄດ້ ເພາະ​ມີ​ເລືອດ​ທົ່ວ​ປະ​ເທດ​ເອ​ຢິບ

22 ຝ່າຍ​ພວກ​ຫມໍ​ມົນ​ຂອງ​ເອ​ຢິ​ບ​ກໍ​ໃຊ້​ຄາ​ຖາ​ອາ​ຄົມ​ຂອງ​ເຂົາ ເຮັດ​ສິ່ງ​ນັ້ນ​ໄດ້​ເຫມືອນ​ກັນ ສະ​ນັ້ນ​ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຊົງ​ແຂງ​ພຣະ​ທັຍ​ຢູ່​ຕາມ​ເດີມ ພຣະ​ອົງ​ບໍ່​ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ​ເລີຍ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້​ຊົງ​ບອກ​ໄວ້

23 ກະ​ສັດ​ຟາ​ຣາ​ໂອ​ໄດ້​ສະ​ເດັດ​ກັບ​ຄືນ​ສູ່​ພຣະ​ຣາ​ຊວັງ​ບໍ່​ໄດ້​ສົນ​ພຣະ​ທັຍ​ໃນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​ແຕ່​ຢ່າງ​ໃດ

24 ຊາວ​ເອ​ຢິບ​ທັງ​ຫມົດ​ຕ່າງ​ກໍ​ພາ​ກັນ​ຂຸດນ້ຳ​ສ້າງ​ຕາມ​ແຄມ​ແມ່​ນ້ຳ​ນິນ ເພາະ​ວ່າ​ພວກ​ເຂົາ​ດື່ມ​ນ້ຳ​ໃນ​ແມ່​ນ້ຳ​ນິນ​ບໍ່​ໄດ້

25 ເຈັດ​ວັນ​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ພຣະ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ແມ່​ນ້ຳ​ນິນ​ກາຍ​ເປັນ​ເລືອດ

 

8. ເຣື່ອງ​ກົບ

1   ພຣະຜູ້​ເປັນ​​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ຈົ່ງ​ໄປ​ຫາ​ຟາ​ຣາ​ໂອບອກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ປ່ອຍ​ຊົນ​ຊາດ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະ​ອົງ

2   ຖ້າ​ບໍ່​ຍອມ​ພຣະ​ຜູ້​ເປັນ​ເຈົ້​ຈະ​ໃຫ້​ຝູງ​ກົບຂຶ້ນ​ມາ​ຮົບກວນ​ທົ່ວ​ປະ​ເທດ​ເອ​ຢິບ

3   ແມ່​ນ້ຳ​ນິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ ມັນ​ຈະ​ຂຶ້ນ​ມາຢູ່​ໃນພຣະ​ຣາ​ຊວັງ​ ໃນ​ຫ້ອງ​ບັນ​ທົມ ໃນ​ແທ່ນ​ບັນ​ທົມ ໃນ​ເຮືອນ​ຂອງ​ພວກ​ຂ້າ​ຣາ​ຊ​ການ ໃນ​ເຮືອນ​ປ​ຊາ​ຊົນ ໃນ​ເຕົາ​ອົບ​ເຂົ້າ​ຫນົມ​ແລະ​ໃນ​ຮາງ​ນວດ​ແປ້ງ

4   ຝູງ​ກົບ​ນັ້ນ​ຈະ​ຂຶ້ນ​ມາ​ເທິງ​ພຣະ​ກາຍ​ຂອງ​ພຣະ​ອົງ ແລະ​ຂຶ້ນ​ເທິງ​ຕົນ​ຕົວ​ປະ​ຊາ​ຊົນ​ກັບ​ຂ້າ​ຣາ​ຊ​ການ​ທັງ​ຫມົດ”

5   ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບ​ອກ​ໂມ​ເຊວ່າ, “ຈົ່ງ​ບອກ​ໃຫ້​ອາ​ໂຣນ​ເດ່​ໄມ້​ເທົ້າ​ໄປ​ຕາມ​ແມ່​ນ້ຳ​ລຳ​ຄອງ ​ແລະ​ຫນອງ​ບຶງ​ທັງ​ຫລາຍ ເພື່ອ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ປະ​ເທດ​ເອ​ຢິບ”

6   ອາ​ໂຣນ​ຈຶ່ງ​ເດ່​ໄມ້​ເທົ້າ​ຊີ້​ໄປ​ທາງ​ແມ່​ນ້ຳ​ທັງ​ຫລາຍ​ໃນ​ປະ​ເທດ​ເອ​ຢິບ ຝູງ​ກົບ​ກໍ​ຂຶ້ນ​ມາ​ທົ່ວ​ປະ​ເທດ​ເອ​ຢິບ

7   ຝ່າຍພວກ​ຫມໍ​ມົນ​ກໍ​ທຳໃຫ້​ມີ​ຝູງ​ກົບ​ຂຶ້ນ​ມາ​ເທິງ​ແຜ່ນ​ດິນ​ໄດ້​ເຫມືອນ​ກັນ

8   ຕໍ່​ມາ ກະ​ສັດ​ຟາ​ຣາ​ໂອ​ຊົງ​ເອີ້ນ​ໂມ​ເຊ​ກັບ​ອາ​ໂຣນ​ມາ​ແລະ​ບອກວ່າ “ພວກ​ເຈົ້າ​ຈົ່ງ​ອ້ອນວອນ​ໃຫ້​ພຣະຜູ້​ເປັນ​ເຈົ້​ບອກ​ຝູງ​ກົບ​ໄປ​ເສັຽ​ຈາກ​ເຮົາ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ເຮົາ ແລ້ວ​ເຮົາ​ຈະ​ປ່ອຍ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

9   ໂມ​ເຊ​ໄດ້​ທູນ​ຕອບ​ກະ​ສັດ​ຟາ​ຣາ​ໂອ​ວ່າ “ສຸດ​ແລ້ວ​ແຕ່ພຣະ​ອົງ​ຈະ​ກຳ​ນົດ​ເວ​ລາ​ໃຫ້​ຂ້າ​ພຣະ​ອົງ​ອ້ອນວອນ​ສຳ​ລັບ​ພຣະ​ອົງ ສຳ​ລັບ​ຂ້າ​ຣາ​ຊ​ການ​ແລະ​ປະ​ຊາ​ຊົນ​ຂອ​ງພຣະ​ອົງ ເພື່ອ​ໃຫ້​ຝູງ​ກົບ​ຫນີ​ໄປ​ຈາກ​ຄົນ​ແລະ​ຈາກ​ບ່ອນ​ຢູ່​ອາ​ໄສ ໃຫ້​ມັນ​ມີ​ແຕ່​ໃນ​ແມ່​ນ້ຳ​ນິນ​ທໍ່​ນັ້ນ”

10 ກະ​ສັດ​ຟາ​ຣາ​ໂອ​ຊົງ​ຕອບ​ວ່າ, “ໃຫ້​ທຳໃນ​ມື້​ອື່ນ​ນີ້” ໂມ​ເຊ​ຈຶ່ງທູນ​ວ່າ, “ຈະ​ເປັນ​ໄປ​ຕາມ​ທີ່​ພຣະ​ອົງຕ້ອງ​ການ​ນັ້ນ ເພື່ອ​ພຣະ​ອົງ​ຈະ​ໄດ້​ຊາບ​ວ່າ ບໍ່​ມີ​ພຣະ​ອົງ​ໃດ​ເຫມືອນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ

11 ຝູງ​ກົບ​ຈະ​ຫນີໄປ​ຈາກ​ພຣະ​ອົງ ຈາກ​ພຣະ​ຣາ​ຊ​ສຳ​ນັກ ຈາກ​ຂ້າ​ຣາ​ຊ​ການ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ຈະ​ມີ​ເຫລືອ​ຢູ່​ແຕ່​ໃນ​ແມ່​ນ້ຳ​ນິນ​ທໍ່​ນັ້ນ”

12 ແລ້ວ​ໂມ​ເຊ​ກັບ​ອາ​ໂຣນ​ໄດ້​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ​ໄປ ໂມ​ເຊ​ໄດ້​ອ້ອນວອນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລີກ​ໃຊ້​ຝູງ​ກົບ​ທໍ​ຣະ​ມານ​ກະ​ສັດ​ເອ​ຢິບ

13 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ທຳ​ຕາມ​ຄຳ​ທູນ​ຂອງ​ໂມ​ເຊ ຝູງ​ກົບ​ທີ່​ຢູ່​ໃນ​ບ້ານ​ເຮືອນ ໃນ​ເດີ່ນ​ບ້ານ​ແລະ​ທົ່ງ​ນາ​ຈຶ່ງ​ໄດ້​ຕາຍ​ຫມົດ

14 ຊາວ​ເອ​ຢິບ​ໄດ້​ກອງ​ກົບ​ຕາຍ​ໄວ້​ເປັນ​ກອງ​ໃຫຍ່ ແລ້ວ​ແຜ່ນ​ດິນ​ນັ້ນ​ກໍ​ເຫມັນ​ເນົ່​ທົ່ວ​ໄປ

15 ເມື່ອ​ກະ​ສັດ​ຟາ​ຣາ​ໂອ​ຊົງ​ເຫັນ​ວ່າ​ຄວາມ​ທຸກ​ຮ້ອນ​ນັ້ນ​ເບົ​ບາງ​ລົງ​ແລ້ວ ກໍ​ກັບ​ມີ​ພຣະ​ທັຍ​ແຂງກ້າວ​ຂຶ້ນ​ອີກ ຄື​ບໍ່​ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້

16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ບອກ​ໃຫ້​ອາ​ໂຣນ​ຈັບ​ໄມ້​ເທົ້າ​ຂຶ້ນ​ມາ​ຕີ​ດິນ ເພື່ອ​ໃຫ້​ຝຸ່ນ​ດິນ​ກາຍ​ເປັນ​ຮີ້ນ​ແລະ​ຍຸງ​ທົ່ວ​ປະ​ເທດ​ເອ​ຢິບ

17 ເຂົາ​ທັງ​ສອງ​ກໍ​ໄດ້​ທຳ​ຕາມ ອາ​ໂຣນ​ໄດ້​ຈັບ​ໄມ້​ເທົ້າ​ຂຶ້ນ​ຕີດິນ ແລ້ວ​ຝຸ່ນ​ດິນ​ທັງ​ຫມົດ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ກາຍ​ເປັນ​ຮີ້ນ​ແລະ​ຍຸງ​ມາ​ຕອມ​ມະ​ນຸດ ແລະ​ສັດ

18 ພວກ​ຫມໍ​ມົນ​ກໍ​ພ​ຍາຍາມ​ທຳຢ່າງ​ນັ້ນ​ເຫມືອນ​ກັນ ແຕ່​ພວກ​ທຳ​ບໍ່​ໄດ້

19 ຂ​ນະ​ນັ້ນ ພວກ​ຫມໍ​ມົນ​ໄດ້​ທູນ​ກະ​ສັດ​ຟ​ຣາ​ໂອ​ວ່າ, “ສິ່ງ​ທີ່​ເກີດ​ຂຶ້ນ​ນີ້ແມ່ນ​ການ​ກະ​ທຳ​ຂອງ​ພຣະ​ເຈົ້າ” ແຕ່​ກະ​ສັດ​ຟາ​ຣາ​ໂອ​ຊົງ​ມີ​ພຣະ​ທັຍ​ແຂງ​ຢູ່​ຄື​ເກົ່າ​ບໍ່​ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່ວ​ໄວ້

ເຣື່ອງ​ເຫລືອກ

20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ມື້​ອື່ນ​ແຕ່​ເຊົ້າ ຈົ່ງ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ຂ​ນະ​ທີ່ກະ​ສັດ​ຟ​ຣາ​ໂອ​ໄປ​ຍັງ​ແມ່​ນ້ຳ​ໃຫ້ເຈົ້​ບອກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ປ່ອຍ​ຊົນ​ຊາດ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະອົ

21 ຖ້າ​ບໍ່​ຍອມ​ປ່ອຍ​ໄປ​ພຣະຜູ້​ເປັນ​ເຈົ້​ຈະ​ທຳ​ໃຫ້​ຝູງ​ເຫລືອກ​ມາ​ຕອມ​ພຣະ​ກາຍ​ຂອງ​ພຣະ​ອົງ ຕອມ​ຂ້າ​ຣາ​ຊ​ການ ຕອມ​ປະ​ຊາ​ຊົນ​ ແ​ລະ​ຕອມ​ພຣະ​ຣາ​ຊ​ສຳ​ນັ​ກ​ຂອງພຣະ​ອົງ ຕາມ​ບ້ານ​ເຮືອນ​ຂອງ​ຊາວ​ເອ​ຢິບ​ແລະ​ຕາມ​ພື້ນ​ດິນ​ຈະ​ເຕັມ​ໄປ​ດ້ວຍ​ເຫລືອກ

22 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນເຈົ້​ຈະ​ບໍ່​ໃຫ້​ແຄວ້ນໂກ​ເຊັນ ບ່ອນ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ອາ​ໄສ​ຢູ່​ມີ​ເຫລືອກ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ພາ​ລະ​ກິດ​ຢູ່​ໃນ​ປະ​ເທດ​ນີ້

23 ພຣະ​ຜູ້​ເປັນເຈົ້​ຈະ​ຊົງ​ແບ່ງ​ເຂດ​ລະ​ຫວ່າງ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ກັບ​ປະ​ຊາ​ຊົນ​ເອ​ຢິບ ເຫດກນ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ມື້​ອື່ນ​ນີ້

24 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ຢ່າງ​ນັ້ນ ຝູງ​ເຫລືອກ​ອັນ​ມະ​ຫາ​ສານ​ໄດ້​ເຂົ້​ໄປ​ໃນ​ພຣະຣາ​ຊວັງ​ຂອງ​ກະ​ສັດ​ຟາ​ຣາ​ໂອ ໃນ​ເຮືອນ​ຂ້າ​ຣາ​ຊ​ການ ແລະ​ທົ່ວ​ປະ​ເທດ​ເອ​ຢິບ ປະ​ເທດ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ທໍ​ຣະ​ມານ​ທີ່​ສຸດ​ຍ້ອນ​ຝູງ​ເຫລືອກ​ນັ້ນ

25 ຕໍ່​ມາ ກະ​ສັດ​ຟາ​ຣາ​ໂອ​ຊົງ​ເອີ້ນ​ໂມ​ເຊ​ກັບ​ອາ​ໂຣນ​ເຂົ້າ​ເຝົ້າ​ແລະ​ຊົງ​ສັ່ງ​ວ່າ, “ຈົ່ງ​ພາ​ກັນ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໃນ​ດິນ​ແດນ​ປະ​ເທດ​ນີ້”

26 ໂມເຊ​ທູນ​ຕອບ​ວ່າ, “ເປັນ​ການ​ບໍ່​ຖືກ​ຕ້ອງ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ເພາະ​ຖ້າ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ​ໃຫ້​ຊາວ​ເອ​ຢິບ​ເຫັນ ຊຶ່ງ​ເຂົາ​ຖື​ວ່າ​ເປັນ​ຂອງ​ຫນ້າ​ຂີ້​ດຽດ ເຂົາ​ກໍ​ຈະ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ພວກ​ຂ້າ​ພຣະ​ອົງ

27 ສະ​ນັ້ນ ພວກ​ຂ້າ​ພຣະ​ອົງຈຶ່ງ​ຈຳ​ເປັນ​ຕ້ອງ​ເຂົ້າ​ໄປ​ຖວາຍ​ສັຕ​ບູ​ຊາ​ໃນ​ຖິ່ນ​ກັນ​ດານ ຊຶ່ງ​ເປັນ​ໄລ​ຍະ​ທາງ​ເດີນ​ສມ​ວັນຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງຊົງ​ສັ່ງ​ໄວ້”

28 ກະ​ສັດ​ຟາ​ຣາ​ໂອ​ຊົງ​ຮັບ​ສັ່ງ​ຕໍ່​ໄປ​ວ່າ, “ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ເຈົ້າ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະຜູ້​ເປັນ​ເຈົ້​ຂອງ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຈະ​ຕ້ອງ​ບໍ່​ໄປ​ໄກ ແລະ​ໃຫ້​ອ້ອນວອນ​ສຳ​ລັບ​ເຮົາ”

29 ໂມ​ເຊ​ທູນ​ຕອບ​ວ່າ, “ພໍ​ຂ້າ​ພຣະ​ອົງ​ທູນ​ລາ​ພຣະ​ອົງ​ໄປ ຂ້າ​ພຣະ​ອົງກໍ​ຈະ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ຝູງ​ເຫລືອກ​ຫນີ​ໄປ​ຈາກ​ພຣະ​ອົງ ຈາກ​ຂ້າ​ຣາ​ຊ​ການ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ໃນ​ມື້​ອື່ນ​ນີ້ ແຕ່​ພຣະ​ອົງ​ຢ່າ​ໄດ້​ຫລອກ​ລວງ​ພວກ​ຂ້າ​ພຣະ​ອົງ​ຕໍ່​ໄປ​ອີກ  ຄື​ຢ່າ​ຂັດ​ຂວງ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໃນ​ການ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

30 ແລ້ວ​ໂມ​ເຊ​ໄດ້​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ ໄປ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ

31 ພຣະ​ຜູ້​ເປັນ​ເຈົ້​ຊົງ​ໄດ້​ທຳຕາມ​ຄຳ​ທູນ​ຂໍ​ຂອງ​ໂມ​ເຊ​ຄື​ ໄດ້​ຊົງ​ທຳ​ໃຫ້​ຝູງ​ເຫລືອກ​ຫນີ​ໄປ​ເສັຽ​ຈາກ​ກະ​ສັດ​ຟາ​ຣາ​ໂອ ຈາກ​ຂ້າ​ຣາ​ຊ​ການ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ພຣະອົ​ງບໍ່​ໃຫ້​ເຫລືອກ​ເຫລືອ​ຢູ່​ຈັກ​ໂຕ​ເລີຍ

32 ແຕ່ແລ້ວ​ກະ​ສັດ​ຟາ​ຣາ​ໂອກໍ​ຍັງ​ມີ​ພຣະ​ທັຍ​ແຂງຢູ່​ຄື​ເກົ່າ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ປ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ

 

9. ເຣື່ອງ​ສັດ​ທັງ​ຫລາຍ​ຕາຍ

1   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ໄປ​ຫາ​ຟາ​ຣາ​ໂອ​ແລ້ວເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ເຮັບ​ເຣີຊົງ​ສັ່ງ​ໃຫ້​ປ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະ​ອົງ

2   ຖ້າ​ບໍ່​ຍອມ​ປ່ອຍ​ໄປ​ ຍັງ​ຫນ່ວງ​ຫນ່ຽວ​ເຂົາ​ໄວ້​ອີກ

3   ພຣະ​ຜູ້​ເປັນ​ເຈົ້ຈະ​ໃຫ້​ເກີດ​ໂຣກ​ລະ​ບາດ​ຢ່າງ​ຮ້າຍ​ແຮງແກ່ຝູງ​ສັດ​ຊາວ​ເອ​ຢິບ​ຄື ແກ່​ຝູງ​ມ້າ, ຝູງ​ລໍ, ຝູງ​ອູດ, ຝູງ​ງົວ​ຄວາຍ, ແລະ​ຝູງແກະ​ແບ້

4   ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳໃຫ້​ຝູງສັດ​ຊາວ​ເອ​ຢິບ​ຕາຍ​ແລະ​ຈິບ​ຫາຍ​ໄປ ແຕ່​ຈະ​ໃຫ້​ຝູງ​ສັດ​ອິ​ສ​ຣາ​ເອນ​ມີ​ຊີ​ວິດ​ຢູ່

5   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ນົດ​ວ່າ​ຈະ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ໃນ​ມື້​ອື່ນ​ນີ້

6   ຄັນ​ມື້​ອື່ນ​ມາ ພຣະ​ຜູ້​ເປັນ​ເຈົ້​ກໍ​ຊົງ​ກະ​ທຳ​ຕາມ​ທີ່​ຊົງ​ກ່າວ​ໄວ້ ຄື​ໄດ້​ຊົງ​ທຳ​ສັດ​ທັງ​ປວງ​ຂອງ​ເອຢິບ​ຕາຍ ແຕ່​ສັດ​ຂອງ​ຊາວ​ອິ​ສ​ຣາ​ເອນ​ບໍ່​ໄດ້​ຕາຍ​ຈັກ​ໂຕ

7   ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຊົງ​ໃຊ້​ຄົນ​ໄປ​ເບິ່ງ ແລ້ວ​ກໍ​ຊົງ​ຊາບ​ວ່າ​ສັດ​ຂອງ​ຊາວ​ອິ​ສ​ຣາ​ເອນ​ບໍ່​ໄດ້​ຕາຍ​ເລີຍ ເມື່ອ​ຊົງ​ຊາບ​ດັ່ງ​ນີ້ ກໍ​ຊົງ​ມີ​ພຣະ​ທັຍ​ແຂງ​ຢູ່​ຕາມ​ເດີມ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ

ເຣື່ອງ​ຝີ

 (ພບຍ 28:27)

8   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊ​ແລະ​ອາ​ໂຣນ​ວ່າ, “ພວກ​ເຈົ້​ຈົ່ງ​ກຳ​ເອົາ​ຂີ້​ເທົ່າ​ໄຟ​ເຕັມ​ກຳ​ມື ແລ້ວ​ໃຫ້​ໂມ​ເຊ​ຫວ່ານ​ຂຶ້ນ​ໄປ​ເທິງ​ອາ​ກາດ​ຕໍ່​ຫນ້າ​ຟາ​ຣາ​ໂອ

9   ຂີ້​ເທົ່າ​ໄຟ​ນັ້ນ​ຈະ​ກາຍ​ເປັນ​ຝຸ່ນ​ດິນ​ປິວ​ໄປ​ທົ່ວ​ປະ​ເທດ​ເອ​ຢິບ​ຈະ​ຕົກ​ຖືກມ​ນຸດ​ແລະ​ສັດ​ເດັຽ​ຣະ​ສານ ແລ້ວ​ຈະ​ເກີດ​ເປັນ​ຝີແຕກ​ເປັນ​ບາດ​ໃນ​ຕົນ​ຕົວ”

10 ດັ່ງ​ນັ້ນ ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ກຳ​ເອົາ​ຂີ້​ເທົ່າ​ໄຟ​ຢືນ​ຢູ່​ຊ້ອງ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ ແລ້ວ​ໂມ​ເຊ​ໄດ້​ຫວ່ານ​ຂຶ້ນ​ໄປ​ເທິງ​ອາ​ກາດ ຂີ້​ເທົ່າ​ໄຟ​ນັ້ນ​ກໍ​ປິວ​ໄປ​ຕົກ​ຖືກ​ມະ​ນຸດ​ແລະ​ສັດ​ເດັຽ​ລະ​ສານ ເປັນ​ເຫດ​ໃຫ້​ມະ​ນຸດ​ແລະ​ສັດ​ເກີດ​ເປັນ​ຝີ​ແຕກ​ເປັນ​ບາດ​ໃນ​ຕົນ​ຕົວ

11 ພວກ​ຫມໍ​ມົນ​ຊາວ​ເອ​ຢິບ​ບໍ່​ສາ​ມາດ​ຈະ​ເຮັດ​ແຂ່ງ​ຂັນ​ໂມ​ເຊ​ໄດ້ ເພາະ​ວ່າ​ຝິ​ນັ້ນ​ໄດ້​ເກີດ​ກັບ​ເຂົາ​ເອງ​ເຫມືອນ​ຊາວ​ເອ​ຢິບທັງ​ປ​ວງ

12 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳໃຫ້​ກະ​ສັດ​ຟາ​ຣາ​ໂອ​ມີພຣະ​ທັຍ​ແຂງ​ຢູ່ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ຄົນ​ອິ​ສ​ຣາ&#