Esther ພຣະທັມ​ເອສ​ເທີ

 

ພຣະທັມ​ເອສ​ເທີ

 

1

2

3

4

5

6

7

8

9

10

 

ເອ​ສ​ເທີ

1. ພຣະ​ຣາ​ຊີ​ນີ​ຊົງ​ຂັດ​ຂືນ​ຮັບ​ສັ່ງ​ຂອງ​ພຣະ​ຣາ​ຊາ​ອາ​ຮາ​ຊູ​ເອ​ຣູສ

1   ຢູ່​ມາ​ໃນຣັຊ​ສະ​ໄຫມ​ຂອງ​ອາ​ຮາ​ຊູ​ເອ​ຣູສ (ອາ​ຮາ​ຊູ​ເອ​ຣູສຜູ້​ຊົງ​ປົກ​ຄອງ​ຕັ້ງ​ແຕ່​ປະ​ເທດ​ອິນ​ເດັຽ​ເຖິງ​ປະ​ເທດ​ເອ​ທິ​ໂອ​ເປັຽ​ເຫນືອ​ນຶ່ງ​ຮ້ອຍ​ຊາວ​ເຈັດ​ມົນ​ທົນ​ນັ້ນ)

2   ໃນ​ສະ​ໄຫມເມື່ອ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ປະ​ທັບ​ເທິງ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ໃນ​ຊູ​ຊາ​ເມືອງ​ປ້ອມ

3   ໃນ​ປີ​ທີ່​ສາມ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ ພຣະ​ອົງ​ພຣະ​ຣ​ຊ​ທານ​ການ​ລ້ຽງ​ແກ່​ເຈົ້າ​ນາຍ ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ນາຍ​ທັບ​ນາຍກອງ​ທັບ​ແຫ່ງ​ເປີ​ເຊັຽ​ແລະ​ເມ​ເດັຽ ແລະ​ຂຸນ​ນາງ​ກັບ​ຜູ້​ວ່າ​ຣາ​ຊ​ການ​ມົນ​ທົນ​ເຝົ້າ​ຢູ່​ຕໍ່​ພຣະ​ພັກ​ພຣະອົງ

4   ຂ​ນະ​ທີ່​ພຣະ​ອົງ​ຊົງ​ສະ​ແດງ​ຣາ​ຊ​ສົມ​ບັດ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ທັງ​ຄວາມ​ໂອ່​ອ່າ​ຕະ​ການ​ອັນ​ຮຸ່ງ​ໂຣດ​ຂອງ​ພຣະ​ອົງ​ຢູ່​ເປັນ​ເວ​ລາ​ຫລາຍ​ວັນ​ເຖິງ​ນຶ່ງ​ຮ້ອຍ​ແປດ​ສິບ​ວັນ

5   ເມື່ອ​ພົ້ນ​ວັນ​ເຫລົ່າ​ນີ້​ແລ້ວ​ພຣະ​ອົງ​ປະ​ທານ​ການ​ລ້ຽງ​ແກ່​ປະ​ຊາ​ຊົນ​ຜູ້​ຢູ່​ໃນ​ຊູ​ຊາ​ເມືອງ​ປ້ອມ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ເຈັດ​ວັນ​ທີ່​ໃນ​ເດີ່ນ​ອຸ​ທ​ຍານ​ແຫ່ງ​ຣາ​ຊ​ສຳ​ນັກ

6   ມີ​ຜ້າ​ກັ້ງ​ຝ້າຍ​ສີ​ຂາວ​ແລະ​ສີ​ມ່ວງ​ຄ້ຳ ມີ​ສາຍ​ປ່ານ ແລະ​ເຊືອກ​ຂົນ​ແກະ ສີ​ມ່ວງ​ຄ້ອງ​ຮ່ວງ​ເງິນ​ແລະ​ເສົາ​ຫີນ​ອ່ອນ ທັງ​ຕຽງ​ທອງ​ຄຳ​ແລະ​ເງິນ​ເທິງ​ພື້ນ​ລາດ​ປູນ ຝັງ​ຫີນ​ແດງ ຫີນ​ອ່ອນ ມຸກ​ດາ ແລະ​ຫີນ​ອ່ອນ​ສີ​ດຳ

7   ເຄື່ອງ​ດື່ມ​ກໍ​ໃສ່​ຖ້ວຍ​ທອງ​ຄຳ​ສົ່ງ​ເປັນ​ຖ້ວຍ​ຫລາຍຊະ​ນິດ ແລະ​ເຫລົ້າ​ອະ​ງຸ່ນ​ຂອງ​ຣາຊ​ສຳ​ນັກ​ມາກ​ມາຍ​ຕາມ​ພຣະ​ທັຍ​ກວ້າງ​ຂວາງ​ຂອງ​ພຣະ​ຣາ​ຊາ

8   ການ​ດື່ມ​ກໍ​ກະ​ທຳ​ກັນ​ຕາມ​ກົດ​ຫມາຍທີ່​ບໍ່​ມີ​ການ​ບັງ​ຄັບ ເພາະ​ພຣະ​ຣ​ຊາ​ຊົງ​ມີ​ພຣະ​ກະ​ແສ​ຮັບ​ສັ່ງ​ໄປ​ຍັງ​ພະ​ນັກ​ງານ​ວ່າ ໃຫ້​ທຸກ​ຄົນ​ທຳ​ໄດ້​ຕາມ​ໃຈ​ປາ​ຖ​ນາ

9   ພຣະ​ຣາ​ຊີ​ນີ​ວັ​ຊ​ຕີ​ກໍ​ພຣະ​ຣາ​ຊ​ທານ​ການ​ລ້ຽງ​ແກ່​ສະ​ຕ​ຣີ​ໃນ​ຣາ​ຊ​ສຳ​ນັກ​ຊຶ່ງ​ເປັນ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ດ້ວຍ

10 ໃນ​ວັນ​ທີ່​ເຈັດ​ເມື່ອ​ພຣະ​ທັຍ​ຂອງ​ພຣະ​ຣາ​ຊາ​ລື້ນ​ເຣີງ​ດ້ວຍ​ເຫລົ້າ​ອະ​ງຸ່ນ ພຣະ​ອົງ​ຊົງ​ບັນ​ຊາ ເມຮູ​ມານ ບິ​ສທາ ຮາ​ຣ໌​ໂບ​ນາ ບິກ​ທາ ແລະ​ອາ​ບັກ​ທາ ເຊ​ທາ​ຣ໌ ແລະ​ຄາ​ຣ໌​ກັ​ສ ຂັນ​ທີ ​(ຄົນ​ທີ່​ຖືກ​ຕ່ອນ) ທັງ​ເຈັດຜູ້​ປົນ​ນິ​ບັດ​ເຈົ້າ​ຊີວິດ​ອາ​ຮາ​ຊູ​ເອ​ຣູສ

11 ໃຫ້​ໄປ​ເຊີນ​ພຣະ​ຣາ​ຊີນີ​ວັ​ຊ​ຕີ​ສວມ​ມົງ​ກຸດ​ມາ​ເຝົ້າ​ພຣະ​ຣາ​ຊາ ເພື່ອ​ຈະ​ໃຫ້​ປະ​ຊາ​ຊົນ​ແລະ​ເຈົ້າ​ນາຍ​ຂອງ​ພຣະ​ອົງ​ໄດ້​ຊົມ​ພຣະສິ​ຣິ​ໂສມ​ຂອງ​ພຣະ​ນາງ​ເພາະ​ພຣະ​ນາງ​ງາມ​ຫລາຍ

12 ແຕ່​ພຣະ​ນາງວັ​ຊ​ຕີ​ຊົງປະ​ຕິ​ເສດບໍ່​ມາຕາມ​ພຣະ​ບັນ​ຊາ​ຂອງ​ພຣະຣາ​ຊາ​ທີ່​ຮັບ​ສັ່ງ​ໄປ​ກັບ​ຂັນ​ທີ ເມື່ອ​ເປັນ​ເຊັ່ນ​ນີ້​ພຣະ​ຣາ​ຊາ​ຊົງ​ເດືອດ​ດານ ແລະ​ພຣະ​ພິ​ໂຣດຂອງ​ພຣະ​ອົງ​ຣະ​ອຸ​ຢູ່​ໃນ​ພຣະ​ອຸ​ຣະ

13 ຝ່າຍ​ເຈົ້າ​ຊີ​ວິດຈຶ່ງ​ສັ່ງ​ກັບ​ຄົນ​ທີ່​ມີ​ປັນ​ຍາຜູ້​ຊາບ​ກາລະ (ເພາ​ນີ້​ເປັນ​ວິ​ທີ​ດຳ​ເນີນ​ການ​ຂອງ​ພຣະຣາ​ຊາ​ຕໍ່​ບັນ​ດາ​ຜູ້​ທີ່​ເຈນ​ຈັດ​ໃນ​ກົດ​ຫມາຍແລະ​ການພິ​ພາກ​ສາ

14 ຜູ້​ທີ່​ຮອງ​ພຣະ​ອົງ ຄື ຄາ​ຣ໌​ເຊ​ນາ ເຊ​ທາ​ຣ໌ ອັດ​ມາ​ທາ ຕາ​ຣ໌​ຊິດ ເມ​ເຣ​ສ ມາ​ຣ໌​ເຊ​ນາ ແລະ​ເມ​ມູ​ການ ເຈົ້າ​ນາຍ​ທັງ​ເຈັດ​ຂອງ​ເປີເຊັຽ ແລະເ​ມເດັຽ ຜູ້​ເຄີຍ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ແລະ​ນັ່ງ​ກ່ອນ​ໃນ​ຣາ​ຊ​ອາ​ນາ​ຈັກ)

15 ວ່າ, “ຕາມ​ກົດ​ຫມາຍ​ຈະ​ຕ້ອງ​ກະ​ທຳ​ສິ່ງ​ໃດ​ຕໍ່​ພຣະ​ຣາ​ຊີ​ນີ​ວັ​ຊ​ຕີ ເພາະ​ວ່າ​ພຣະ​ນາງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຊາ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ຊຶ່ງ​ຮັບ​ສັ່ງ​ໄປ​ກັບ​ຂັນ​ທີ”

16 ເມມູການ​ຈຶ່​ງ​ທູນ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ​ແລະ​ເຈົ້າ​ນາຍ​ທັງ​ປວງວ່າ, “ພຣະ​ຣາ​ຊີນີ​ໄດ້​ຊົງ​ກະ​ທຳ​ຜິດ​ບໍ່​ໃຊ່​ພຣະ​ຣາ​ຊາ​ເທົ່າ​ນັ້ນ ແຕ່​ຕໍ່​ເຈົ້າ​ນາຍ​ທັງ​ປວງ​ແລະ​ປະ​ຊາ​ຊົນທັງ​ປວງ​ຜູ້​ຢູ່​ໃນ​ມົນ​ທົນ​ທັງ​ສິ້ນ​ຂອງ​ກະ​ສັ​ດ​ອາ​ຮາ​ຊູ​ເອ​ຣູສ

17 ເພາະ​ສິ່ງ​ທີ່​ພຣະ​ຣາ​ຊີ​ນີ​ຊົງ​ກະ​ທຳ​ນີ້​ຈະ​ເປັນ​ທີ່​ຊາບ​ແກ່​ສະ​ຕ​ຣີ​ທັງ​ປວງ ເຮັດ​ໃຫ້​ເຂົາ​ມອງ​ເບິ່ງ​ຜົວ​ຂອງ​ເຂົາ​ດ້ວຍ​ຄວາມ​ປ​ມາດ ເພາະ​ເຂົ​ຈະ​ເວົ້າ​ວ່າ “ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ມີ​ພຣະ​ບັນ​ຊາ​ໃຫ້​ນຳ​ພຣະ​ຣາ​ຊີ​ນີ​ມາ​ຕໍ່​ພຣະ​ພັກ​ພຣະ​ອົງ ແຕ່​ພຣະ​ນາງ​ບໍ່​ສະ​ເດັດ​ມາ

18 ໃນ​ບັດ​ນີ້​ເຈົ້າ​ນາຍ​ຜູ້​ຍິງ​ແຫ່ງ​ເປີ​ເຊັຽ ແລະ​ເມເດັຽ​ຊຶ່ງ​ໄດ້​ຍິນ​ເຖິງ​ມາ​ຣະ​ຍາດ​ຂອງ​ພຣະ​ຣາ​ຊີ​ນີ ກໍ​ຈະ​ເລົ່າ​ໃຫ້​ເຈົ້າ​ນາຍ​ທັງ​ປວງ​ຂອງ​ພຣະ​ຣາ​ຊາ​ຮູ້​ທົ່ວ​ກັນ ເຮັດ​ໃຫ້​ມີ​ຄວມ​ປມາດ​ແລະ​ຄວາມ​ໂກດ​ຂຶ້ນ​ເປັນ​ອັນ​ມາກ

19  ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ໃຫ້​ມີ​ພຣະ​ຣາ​ຊ​ໂອງ​ການ​ຈາກ​ພຣະ​ອົງ ແລະ​ໃຫ້​ບັນ​ທຶກ​ໄວ້​ໃນ​ກົດ​ຫມາຍ​ຂອງ​ຄົນ​ເປີ​ເຊັຽ​ແລະ​ຄົນ​ເມ​ເດັຽ ຢ່າງ​ທີ່​ຄືນ​ຄຳ​ບໍ່​ໄດ້​ວ່າ ວັ​ຊ​ຕີ​ຈະ​ເຂົ້າ​ເຝົ້າ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ບໍ່​ໄດ້ ແລະ​ຂໍ​ພຣະ​ຣາ​ຊາ​ປະ​ທານ​ຕຳ​ແຫນ່ງ​ຣາ​ຊີ​ນີ​ໃຫ້​ແກ່​ຍິງ​ອື່ນ​ທີ່​ດີກວ່າ​ພຣະ​ນາງ

20 ດັ່ງ​ນັ້ນ​ເມື່ອ​ເຈົ້າ​ຊີ​ວິດ​ຊົງ​ຂຽນ​ຄຳ​ປະ​ກາດ ຕລອດພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ (ອັນ​ກວ້າງ​ໃຫຍ່​ຢ່າງ​ຍິ່ງ​ນັ້ນ) ສະ​ຕ​ຣີ​ທັງ​ປວງຈະ​ຕ້ອງ​ໃຫ້​ກຽດ​ຜົວ​ຂອງ​ຕົນ ບໍ່​ວ່າ​ສູງ​ຫລື​ຕ່ຳ”

21 ຄຳ​ທູນ​ແນະ​ນຳ​ນີ້​ເປັນ​ທີ່​ພໍ​ພຣະ​ທັຍ​ເຈົ້າ​ຊີ​ວິດ​ແລະ​ເຈົ້ນາຍ ເຈົ້​ຊີ​ວິດ​ຈຶ່ງ​ຊົງ​ກະ​ທຳ​ຕາມ​ທີ່​ເມ​ມູ​ການ​ທູ​ນ​ສ​ເນີ

22 ພຣະ​ອົງ​ຊົງ​ມີ​ພຣະ​ອັກ​ສອນ​ໄປ​ທົ່ວ​ແຂວງ​ຂອງ​    ພຣະ​ອົງ ເຖິງ​ທຸກ​ແຂວງຕາມ​ວິ​ທີ​ຂຽ​ນ​ຂອງ​ແຂວງ​ນັ້ນ ແລະ​ເຖິງ​ທຸກ​ຊົນ​ຊາດ​ຕາມ​ພາ​ສາ​ຂອງ​ເຂົາ ໃຫ້​ຊາຍ​ທຸກ​ຄົນ​ເປັນ​ເຈົ້າ​ເປັນ​ນາຍ​ໃນ​ເຮືອນ​ຂອງ​ຕົນ ແລະ​ເວົ້າ​ຕາມ​ພາ​ສາ​ຊາດ​ຂອງ​ຕົນ

 

2. ຊົງ​ສະ​ຖາ​ປະ​ນາ​ເອ​ສ​ເທີ​ເປັນ​ພຣະ​ຣາຊີນີ

1   ຍ​ຫລັງ​ເຫດ​ການ​ເຫລົ່າ​ນີ້ ເມື່ອ​ພຣະ​ພິ​ໂຣດ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ສ​ງົບ​ລົງ ພຣະ​ອົງ​ຊົງ​ລະ​ຣຶກ​ເຖິງວັ​ຊ​ຕີ​ແລະ​ສິ່ງ​ພຣະ​ນາ​ງ​ຊົງ​ກະ​ທຳ ແລະ​ຄຳ​ປະ​ກາດ​ທີ່​ພຣະ​ອົງ​ຊົງ​ອອກ​ເຣື່ອງ​ຂອງ​ນາງ

2   ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ​ຊີ​ວິດ​ຜູ້​ປົນ​ນິ​ບັດ​ພຣະ​ອົງ​ຢູ່​ຈຶ່ງ​ທູນ​ວ່າ, “ຂໍ​ຊົງ​ໃຫ້​ຫາ​ຍິງ​ພົມມະ​ຈາ​ຣີ​ສາວ​ສວຍ​ມາ​ຖວາຍ​ພຣະ​ຣາ​ຊາ

3   ແລະ​ຂໍ​ພຣະ​ຣາ​ຊາ​ຊົງ​ແຕ່ງ​ຕັ້ງ​ເຈົ້າ​ຫນ້າທີ່​ທຸກແຂ​ວງ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ໃຫ້​ຫາ​ຍິງ​ພົມ​ມະ​ຈາ​ຣີ​ສາວ​ງາມ​ມາ​ຍັງ​ຮາ​ເຣັມ​ໃນ​ຊູ​ຊາ​ເມືອງ​ປ້ອມ ໃຫ້​ຢູ່​ໃນ​ອາ​ຣັກ​ຂາ​ຂອງ​ເຮ​ກັຍ​ຂັນ​ທີ​ຂອງ​ພຣະ​ຣາ​ຊາ​ຜູ້​ດູ​ແລ​ສະ​ຕ​ຣີ ແລະ​ຂໍ​ປະ​ທານ​ເຄື່ອງ​ປະ​ເທືອງ​ຜິວ​ສຳ​ລັບ​ຍິງ​ເຫລົ່​ນັ້ນ

4   ແລະ​ຂໍ​ໃຫ້​ຍິງ​ສາວ​ຄົນ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ໄດ້​ເປັນ​ພຣະ​ຣ​ຊີ​ນີ​ແທນ​ວັ​ຊ​ຕີ” ຂໍ້​ນີ້​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ພຣະ​ອົງ​ຈຶ່ງ​ຊົງ​ກະ​ທຳ​ຕາມ​ນັ້ນ

5   ຍັງ​ມີ​ຢິວ​ຄົນ​ນຶ່ງ​ໃນ​ຊູ​ຊາ​ເມືອງ​ປ້ອມ​ຊື່ ໂມ​ຣ໌​ເດ​ກັຍ ບຸດ​ຢາ​ອີ​ຣ໌ ຜູ້​ເປັ​ນ​ບຸດ​ຂອງ​ຄິ​ສ ຄົນ​ເບັນ​ຢາ​ມິ

6   ຜູ້​ຖືກກວາດ​ຕ້ອນ​ຈາກ​ເຢ​ຣູ​ຊາ​ເລັມ​ໃນ​ຫມູ່​ຊະ​ເລີຍ​ທີ່​ຖືກກວາດ​ຕ້ອນ​ໄປ​ພ້ອມ​ກັບ​ເຢ​ໂກ​ນິ​ຢາ​ເຈົ້າ​ຊີ​ວິດ​ຂອງ​ຢູ​ດາຜູ້​ຊຶ່ງ​ເນ​ບຸ​ກາດ​ເນ​ສ​ຊາ​ພຣະ​ຣາ​ຊາຂອງ​ບາ​ບິ​ໂລນໄດ້​ກວາດ​ຕ້ອນ​ໄປ​ນັ້ນ

7   ທ່ານ​ໄດ້​ລ້ຽງ​ດູ​ຮາ​ດາ​ຊາ​ຄື​ ເອ​ສ​ເທີບຸດ​ສາວ​ລຸງ​ຂອງ​ທ່ານ ເພາະ​ນາງ​ບໍ່​ມີ​ພໍ່​ແມ່ ຍິງສາວ​ຄົນ​ນີ້​ຮູ​ບ​ງາມ​ແລະ​ຫນ້າ​ເບິ່ງ ເມື່ອ​ບິ​ດາ​ມາ​ນດາ​ຂອງ​ນາງສິ້ນ​ຊີ​ວິດ​ແລ້ວ ໂມ​ຣ໌​ເດ​ກັຍ​ກໍ​ຮັບ​ນາງ​ມາ​ລ້ຽງ​ເປັນ​ບຸດ​ຕ​ຣີ

8   ເມື່ອ​ຮັບ​ສັ່ງ​ຂອງ​ພຣະ​ຣາ​ຊາ​ແລະ​ຄຳ​ປະ​ກາດ​ຂອງ​ພຣະ​ອົງ​ປະ​ກາດ​ອອກ​ໄປ ແລະ​ເມື່ອ​ເຂົາ​ຮວບ​ຮວມ​ຍິງ​ສາວ​ທັງ​ຫລາຍ​ເຂົ້າ​ມາ​ໃນ​ຊູ​ຊາ​ເມືອງ​ປ້ອມ ເອ​ສ​ເທີ​ກໍ​ຖືກ​ນຳ​ເຂົ້າ​ມາ​ໄວ້​ໃນ​ຣາ​ຊ​ສຳ​ນັກ​ຢູ່​ໃນ​ອາ​ຣັກ​ຂາ​ຂອງ​ເຮ​ກັຍ​ຜູ້​ດູ​ແລ​ສະ​ຕ​ຣີ

9   ຍິງ​ນັ້ນ​ເປັນ​ທີ່​ພໍ​ໃຈ​ເຂົາ ແລະ​ນາງ​ກໍ​ເປັນ​ທີ່​ໂປດ​ປານ​ແກ່​ເຂົາ ເຂົາ​ຈຶ່ງ​ຮີບ​ຈັດ​ຫາ​ເຄື່ອງ​ປະ​ເທືອງ​ຜິວ ແລະ​ສ່ວນ​ອາ​ຫານ​ຂອງ​ນາງ​ໃຫ້​ນາງ ພ້ອມ​ກັບ​ສາວ​ໃຊ້​ທີ່​ຄັດ​ເລືອກ​ແລ້ວ​ເຈັດ​ຄົນ​ຈາກ​ຣາ​ຊ​ສຳ​ນັກ ແລ້ວ​ກໍ​ເລື່ອນ​ນາງ​ແລະ​ສາວ​ໃຊ້​ຂອງ​ນາງ​ຂຶ້ນ​ໄປ​ຍັງ​ສະ​ຖານ​ທີ່​ດີ​ທີ່​ສຸດ​ໃນ​ຮາ​ເຣັມ

10 ເອ​ສ​ເທີ​ບໍ່​ໄດ້​ບອກ​ໃຫ້​ຊາບ​ເຖິງ​ຊາດ​ແລະ​ຍາດ​ຂອງ​ນາງ ເພາະ​ໂມ​ຣ໌​ເດ​ກັຍ​ກຳ​ຊັບ​ນາງ​ບໍ່​ໃຫ້​ໃຜ​ຮູ້

11 ທຸກໆ​ວັນ​ໂມ​ຣ໌​ເດກັຍ​ເດີນ​ມາ​ຫນ້າເດີ່ນ​ຂອງ​ຮາ​ເຣັມ ເພື່ອ​ຟັງ​ຂ່າວ​ເອ​ສ​ເທີ​ວ່າ​ເປັນ​ຢ່າງ​ໃດ ແລະ​ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ແກ່​ນາງ

12 ເມື່ອເຖິງ​ເວນທີ່​ສາວໆ​ທຸກ​ຄົນ​ຈະ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ ຫລັງ​ຈາກ​ໄດ້​ຕຽມ​ຕົວ​ຕາມ​ຣະ​ບຽບ​ຂອງ​ຍິ​ງ​ສິບ​ສອງ​ເດືອນ​ແລ້ວ (ແລະ​ນີ້​ເປັນ​ເວ​ລາ​ປົກ​ກະ​ຕິ​ສໍາ​ລັບ​ປະ​ເທືອງ​ຜິວ ຄື​ຊະ​ໂລມ​ກາຍ​ຍິງ​ດ້ວຍ​ນ້ຳ​ມັນ​ກຳ​ຍານ​ຫົກ​ເດືອນ ແລະ​ຫົກ​ເດືອນ​ດ້ວຍ​ເຄື່ອງ​ເທດ​ແລະ​ນ້ຳ​ມັນ​ປະ​ເທືອງ​ຜິວ)

13 ເມື່ອ​ຜູ້​ຍິງ​ຈະ​ເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ຢ່າງ​ນີ້ ນາງ​ຈະ​ຕ້ອງ​ການ​ເອົາ​ສິ່ງ​ໃດ​ຈາກ​ຮາ​ເຣັມ​ໄປ​ຍັງ​ຣາ​ຊ​ສຳ​ນັກ ກໍ​ເອົາ​ໄປ​ໄດ້

14 ນາງ​ເຂົ້າ​ໄປ​ເຝົ້າ​ໃນ​ເວ​ລາ​ຄ່ຳ ແລະ​ໃນ​ເວ​ລາ​ຕອນ​ເຊົ້​ນາງ​ກັບ​ອອກ​ມາ​ໃນ​ຮາ​ເຣັມ​ທີ່​ສອງ​ໃນ​ອາ​ຣັກ​ຂາ​ຂອງ​ຊາ​ອັ​ຊ​ກັ​ສ ຂັນ​ທີ​ຂອງ​ພຣະ​ຣາ​ຊາ​ຜູ້​ດູ​ແລ​ນາງ​ຫ້ອງ ນາງ​ບໍ່​ໄດ້​ເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ອີກ ນອ​ກ​ຈາກ​ພຣະ​ຣາ​ຊາ​ຈະ​ພໍ​ພຣະ​ທັຍ​ໃນ​ນາງ ແລະ​ຊົງ​ເອີ້ນ​ຊື່​ນາງ​ໃຫ້​ເຂົ້​ເຝົ້າ

15 ເມື່ອ​ເຖິງ​ເວນ​ຂອງ​ເອ​ສ​ເທີ ບຸດ​ສາວ​ຂອງ​ອາ​ບິ​ຮາ​ອິນ ລຸງ​ຂອງ​ໂມ​ຣ໌​ເດ​ກັຍ​ຜູ້​ຊຶ່ງ​ຮັບ​ນາງ​ໄວ້​ເປັນ​​ບຸດ​ຕ​ຣີ ຈະ​ເຂົ້​ເຝົ້າ​ພຣະ​ຣາ​ຊາ ນາງ​ບໍ່​ໄດ້​ຂໍ​ສິ່ງ​ໃດ ນອກ​ຈາກ​ສິ່ງ​ທີ່​ເຮ​ກັຍ​ຂັນ​ທີ​ຂອງ​ພຣະ​ຣາ​ຊາ​ດູ​ແລ​ຜູ້​ຍິງ​ແນະ​ນຳ ຝ່າຍ​ເອ​ສ​ເທີ​ເປັນ​ທີ່​ຖືກ​ຕາ​ທຸກ​ຄົນ​ທີ່​ເຫັນ​ນາງ

16 ເມື່ອ​ເຂົາ​ພາ​ເອ​ສ​ເທີ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ອາ​ຮາ​ຊູ​ເອຣູສ​ ໃນ​ພຣະ​ຣາ​ຊ​ສຳ​ນັກ ໃນ​ເດືອນ​ທີ່​ສິບ​ຊຶ່ງ​ເປັນ​ເດືອນ​ເຕ​ເບທ ໃນ​ປີ​ທີ່​ເຈັດ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ

17 ພຣະ​ຣາ​ຊາ​ຊົງ​ຮັກ​ເອ​ສ​ເທີ​ຍິ່ງກວ່າ​ຍິງ​ອື່ນ​ທັງ​ສິ້ນ ແລະ​ນາງ​ໄດ້​ຮັບ​ພຣະ​ກະ​ຣຸ​ນາ​ແລະ​ຄວາມ​ໂປດປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ມາກກວ່າ​ຍິງ​ພົມ​ມະ​ຈາ​ຣີ​ທັງ​ສິ້ນ ພຣະ​ອົງ​ຈຶ່ງ​ຊົງ​ສວມ​ມົງ​ກຸດ​ເທິງ​ຫົວ​ຂອງ​ນາງ ແລະ​ຊົງ​ຕັ້ງ​ນາງ​ໃຫ້​ເປັນ​ພຣະ​ຣາ​ຊີ​ນີ​ແທນ​ວັ​ຊ​ຕີ

18 ແລ້ວ​ພຣະ​ຣາ​ຊາ​ພຣະ​ຣາ​ຊ​ທານ​ການ​ລ້ຽງ​ແກ່​ເຈົ້າ​ນາຍ​ແລະ​ຂ້າ​ຣາ​ຊ​ການ​ທັງ​ປວງ​ຂອງ​ພຣະ​ອົງ ເປັນ​ການ​ລ້ຽງ​ຂອງ​ພຣະ​ນາງ​ເອ​ສ​ເທີ ພຣະ​ອົງ​ຊົງ​ອະ​ນຸ​ມັດ​ໃຫ້​ຊົງ​ສ່ວຍ​ແກ່​ແຂວງ​ທັງ​ຫລາຍ ແລະ​ ພຣະ​ຣາ​ຊ​ທານ​ຂອງ​ກຳ​ນັນ​ດ້ວຍ​ພຣະ​ທັຍ​ກວ້າງ​ຂວາງ

19 ເມື່ອ​ເຂົາ​ຮວ​ບ​ຮວມ​ຍິງ​ພົມ​ມະ​ຈາ​ຣີ​ມາ​ຄັ້ງ​ທີ່​ສອງ ໂມ​ຣ໌​ເດ​ກັຍ​ນັ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ

20 ຝ່າຍ​ພຣະ​ນາງ​ເອ​ສ​ເທີ​ນັ້ນ​ບໍ່​ໄດ້​ຊົງ​ໃຫ້​ໃຜ​ຊາບ​ເຖິງ​ພຣະ​ຍາດ​ຫລື​ຊົນ​ຊາດ​ຂອງ​ພຣະ​ນາງ​ດັ່ງ​ທີ່​ໂມ​ຣ໌​ເດ​ກັຍ​ກຳ​ຊັ​ບ​ພຣະ​ນາງ​ໄວ້ ເພາະ​ພຣະ​ນາງ​ເອ​ສ​ເທີ​ຊົງ​ເຊື່ອ​ຟັງ​ໂມ​ຣ໌​ເດ​ກັຍ ເຊັ່ນ​ດຽວ​ກັບ​ເມື່ອ​ເຂົາ​ລ້ຽງ​ດູ​  ພຣະ​ນາງ​ມາ

21 ໃນ​ຄັ້ງ​ນັ້ນ​ເມື່ອ​ໂມ​ຣ໌​ເດ​ກັຍ​ນັ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ ບິກ​ທານ​ແລະ​ເຕ​ເຣສ ຂັນ​ທີ​ສອງ​ຄົນ​ຂອງ   ພຣະ​ຣາ​ຊາ ຜູ້​ເຝົ້າ​ປະ​ຕູ​ຫ້ອງນອນ ມີ​ຄວາມ​ໂກດ​ແລະ​ຊອກ​ຫາ​ທາງ​ທີ່​ຈະ​ທຳ​ຮ້າຍ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ

22 ເຣື່ອງ​ນີ້​ຮູ້​ເຖິງ​ໂມ​ຣ໌​ເດ​ກັຍ ແລະ​ທ່ານ​ກໍ​ທູນ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ ພຣະ​ນາງ​ເອ​ສ​ເທີ​ກາບ​ທູນ​ພຣະ​ຣາ​ຊາ​ໃນ​ນາມ​ຂອງ​ໂມ​ຣ໌​ເດ​ກັຍ

23 ເມື່ອ​ມີ​ການ​ສອບ​ສວນ​ເຣື່ອງ​ນີ້​ວ່າ​ເປັນ​ຄວາມຈິງ​ແລ້ວ ພຣະ​ຣາ​ຊາ​ກໍ​ຊົງ​ໃຫ້​ແຂວນ​ຄໍສອງ​ຄົນ​ນັ້ນ​ເສັຽ​ທີ່​ຫລັກ ແລະ​ບັນ​ທຶກ​ເຣື່ອງ​ໄວ້​ໃນ​ຫນັງ​ສື​ພົ​ງ​ສາ​ວະ​ດານ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ

 

3. ແຜນ​ການ​ປອງ​ຮ້າຍ​ຂອງ​ຮາ​ມານທີ່​ຈະ​ທຳ​ລາຍ​ພວກ​ຢິວ

1   ພາຍຫລັງ​ເຫດ​ການ​ເຫລົ່າ​ນີ້ ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ຊົງ​ເລື່ອນ​ຍົດ​ຮາ​ມານ​ບຸດ​ຮັມ​ເມ​ດາ​ທາ ຄົນ​ອາ​ກັກ ພຣະຣາ​ຊາ​ຊົງ​ເລື່ອນ​ທ່ານ​ແລະ​ຊົງ​ຕັ້ງ​ເກົ້າ​ອີ້​ຂອງ​ທ່ານ​ໄວ້​ເຫນືອກວ່າ​ຂອງ​ເຈົ້າ​ນາຍ​ທັງ​ປວງ​ທີ່​ຢູ່​ກັບ​ພຣະ​ອົງ

2   ຂ້າ​ຣາ​ຊ​ການ​ຊຶ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ​ກໍ​ກາບ​ລົງ​ສ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ຮາ​ມານ ເພາະ​ພຣະ​ຣາ​ຊາ​ຊົງ​ບັນ​ຊາ​ໃຫ້​ສະ​ແດງ​ຄວາມ​ເຄົ​ຣົບ​ຕໍ່​ທ່ານ​ເຊັ່ນ​ນັ້ນ ແຕ່​ໂມຣ໌ເດ​ກັຍ​ບໍ່​ໄດ້​ກາບ​ຫລື​ສະ​ແດງ​ຄວາມ​ເຄົາ​ຣົບ

3   ຂ້າ​ຣາ​ຊ​ການ​ຊຶ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ​ຈຶ່ງ​ເວົ້າ​ກັບ​ໂມ​ຣ໌​ເດ​ກັຍວ່າ, “ເປັນ​ຫຍັງ​ທ່ານ​ລະ​ເມີດ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ”

4   ຢູ່​ມາ​ເມື່ອ​ເຂົາ​ທັ​ງ​ຫລາຍ​ເວົ້​ກັບ​ທ່ານ​ມື້​ແລ້ວມື້​ເລົ່າ ແລະ​ທ່ານ​ບໍ່​ຟັງ​ເຂົາ ເຂົາ​ກໍ​ໄປ​ບອກ​ຮາ​ມານ​ເພື່ອ​ຈະ​ເບິ່ງວ່າ​ຖ້ອຍ​ຄຳ​ຂອງ​ໂມ​ຣ໌ເດ​ກັຍ​ຈະ​ຊະ​ນະ​ຫລື​ບໍ່ ເພາະ​ທ່ານບອກ​ເຂົາ​ວ່າ​ທ່ານ​ເປັນ​ຄົນ​ຢິວ

5   ເມື່ອ​ຮາ​ມານ​ເຫັນ​ວ່າ​ໂມ​ຣ໌​ເດ​ກັຍ​ບໍ່​ກບ​ລົງ​ຫລື​ສ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ທ່ານ ກໍ​ເດືອດ​ດານ

6   ແຕ່​ທ່ານເຫັນ​ວ່າ​ເປັນ​ການ​ເສັຽກຽດ​ທີ່​ຈະ​ຈັບ​ກຸມ​ໂມ​ຣ໌​ເດ​ກັຍ​ຄົນ​ດຽວ ຮາມານ​ຈຶ່ງ​ຫາ​ຊ່ອງ​ທາງ​ທີ່​ຈະ​ທຳ​ລາຍ​ຢິວ​ທັງ​ຫມົດ ຄື​ຊົນ​ຊາດ​ຂອງ​ໂມ​ຣ໌​ເດ​ກັຍ​ທົ່ວ​ຣາ​ຊ​ອາ​ນາ​ຈັກ​ຂອງ​ອາ​ຮາ​ຊູ​ເອ​ຣູສ

7   ໃນ​ເດືອນ​ທຳ​ອິດ​ຊຶ່ງ​ເປັນ​ເດືອນ​ນິ​ສານ ປີ​ທີ່​ສິບ​ສອງ​ແຫ່ງ​ຣັຊ​ການກະ​ສັດ​ອາ​ຮາ​ຊູ​ເອ​ຣູສ ເຂົາ​ພາ​ກັນ​ໃຊ້​ສ​ຫ​ລາກ (ຊຶ່ງ​ເອີ້ນກັນ​ວ່າ ປູ​ລິມ) ຕໍ່​ຫນ້າ​ຮາ​ມານ​ເພື່ອ​ຫາ​ມື້​ດີ​ເດືອນ​ດີ​ໃນ​ການ​ດຳ​ເນີນ​ແຜນ​ປອງ​ຮ້າຍ​ຂອງ​ຕົນໄດ້​ວັນ​ທີ່​ສິບ​ສາມ​ແລະ​ເດືອນ​ທີ່​ສິບ​ສອງ ຄືເປັນ​ເດືອນ​ອາ​ດາ​ຣ໌

8   ແລ້ວ​ຮາ​ມານ​ທູນ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສວ່າ, “ມີ​ຊົນ​ຊາດ​ນຶ່ງ​ກະ​ຈາຍ​ຢູ່​ທົ່ວ ແລ​ແຍ​ກ​ກັນ​ຢູ່​ຖ້າມກງ​ຊົນ​ຊາດ​ທັງຫລາຍ​ໃນ​ມົນ​ທົນ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ ກົດ​ຫມາຍ​ຂອງ​ເຂົາ​ຜິດ​ກັບ​ກົດ​ຫມາຍ​ຂອງ​ຊົນ​ຊາດ​ອື່ນ​ທັງ​ສິ້ນ ແລະ​ພວກ​ນີ້​ບໍ່​ຮັກ​ສາ​ກົດ​ຫມາຍ​ຂອງ​ພຣະ​ຣາ​ຊາ ການ​ທີ່​ພຣະ​ຣາ​ຊາ​ຊົງ​ປ່ອຍ​ເຂົາ​ໄວ້​ນີ້​ບໍ່​ບັງ​ເກີດ​ປ​ໂຍດ​ແກ່​ພຣະ​ອົງ

9   ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ຊົງ​ອອກ​ຄຳ​ສັ່ງ​ໃຫ້​ທຳ​ລາຍ​ລ້າງ​ເຂົາ​ເສັຽ​ເຖີດ ແລະ​ຂ້າ​ນ້ອຍ​ຈະ​ຖວາຍ​ເງິນ​ນຶ່ງ​ຫມື່ນ​ຕະ​ລັນ​ໃສ່​ມື​ບັນ​ດາ​ຜູ້​ທີ່​ດູ​ແລ​  ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ຣາ​ຊາ​ເພື່ອ​ເຂົາ​ຈະ​ໄດ້​ໃສ່​ໃນ​ພຣະ​ຄັງ​ຂອງ​ພຣະ​ຣາ​ຊາ”

10 ເຈົ້າ​ຊີ​ວິດ​ຈຶ່ງ​ຖອດ​ແຫວນ​ຕາ​ອອກ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ​ມອບ​ແກ່ຮາ​ມານ​ບຸດ​ຮັມ​ເມ​ດາ​ທ ຄົນ​ອາ​ກັກ ສັດ​ຕ​ຣູ​ຂອງ​ພວກ​ຢິວ

11 ແລະ​ກ່າວ​ກັບ​ຮາ​ມານ​ວ່າ, “ເຣົາມອບ​ເງິນ​ນັ້ນ​ໃຫ້​ແກ່​ທ່ານ ແລະ​ມອບ​ປະ​ຊາ​ຊົນ​ແກ່​ທ່ານ​ດ້ວຍ ເພື່ອ​ຈະ​ທຳ​ແກ່​ເຂົາ​ຕາມ​ທີ່​ທ່ານ​ເຫັນ​ດີ”

12 ແລ້ວ​ຊົງ​ເອີ້ນ​ຣາ​ຊ​ອາ​ຣັກ​ເຂົ້​ມາ​ໃນ​ວັນ​ທີ່​ສິບ​ສາມ​ເດືອນ​ຕົ້ນ ໃຫ້​ຂຽນ​ປະ​ກາດ​ຕາມ​ທີ່​ຮາ​ມານ​ສັ່ງ​ໄວ້​ທຸກ​ປະ​ການ ສົ່ງ​ໄປ​ຍັງ​ຜູ້ປົກ​ຄອງ​ແຂວງຂອງ​ພຣະ​ຣາ​ຊາ ເຖິງປົກ​ຄອງ​ເມືອງມົນ​ທົນ​ທັງ​ປວງ ແລະ ເຖິງ​ເຈົ້​ນາຍ​ແຫ່ງ​ຊົ​ນ​ຊາດ ເຖິງ​ທຸ​ກ​ມົ​ນ​ທົນ​ເປັນ​ຕົວ​ອັກ​ສອນ​ຂອງ​ມົນ​ທົນ​ນັ້ນ ແລະ​ເຖິງ​ຊົນ​ທຸກ​ຊາດ​ເປັນ​ພາ​ສາ​ຂອງ​ເຂົາ ຂຽນ​ໃນ​ພຣະ​ນາມ​ຂອງ​ກະ​ສັດ​ອາ​ຮາ​ຊູ​ອາ​ຮັ​ສ ແລະ​ປະ​ທັບ​ຕາ​ດ້ວຍ​ແຫວນ​ຂອງ​ພຣະ​ຣາ​ຊາ

13 ໃຫ້​ຄົນ​ເດີນ​ຂ່າວ​ຈົດ​ຫມາຍ​ເຫລົ່າ​ນີ້​ໄປ​ເຖິງ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ທັງ​ສິ້ນ ສັ່ງ​ໃຫ້​ທຳ​ລາຍ  ສັງ​ຫານ ແລະ​ລ້າງຢິວ​ທັງ​ປວງ ທັງ​ຫນຸ່ມແລະ​ຜູ້​ເຖົ້າ ເດັກ​ນ້ອຍ​ແລະ​ຜູ້​ຍິງ​ໃນ​ວັນ​ດຽວ​ກັນ ຄື​ວັນ​ທີ່​ສິບ​ສາມ​ເດືອນ​ທີ່​ສິບ​ສອງ ຊຶ່ງ​ເປັນ​ເດືອນ​ອາ​ດາ​ຣ໌ ແລະ​ໃຫ້​ຍຶດ​ເຂົ້​ຂອງ​ຂອງ​ເຂົ​ໄປ​ຫມົດ

14 ໃຫ້​ອອກ​ສຳ​ເນົ​ເອກ​ກະ​ສານ​ນັ້ນ​ເປັນ​ຄຳ​ປະ​ກາດ​ໃນ​ທຸກ​ມົນ​ທົນ ນຳ​ໄປ​ປ່າວຮ້ອງ​ໃຫ້​ຊົນ​ຊາດ​ທັງ​ປວງ​ຕຽມ​ພ້ອມ​ເພື່ອ​ວັນ​ນັ້ນ

15 ບັນ​ດາ​ຄົນ​ເດີນ​ຂ່າວ​ກໍ​ຮີບ​ໄປ​ຕາມ​ຮັບ​ສັ່ງ​ຂອງ​ພຣະ​ຣາ​ຊາ ແລະ​ອອກ​ປະ​ກາດ​ນັ້ນ​ໃນ​ຊູ​ຊາ​ເມືອງ​ປ້ອມ ພຣະ​ຣາ​ຊາ​ກໍ​ປະ​ທັບ​ດື່ມ​ກັບ​ຮາ​ມານ ສ່ວນ​ຊາ​ວ​ນະ​ຄອ​ນຊູ​ຊາ​ກໍ​ພາ​ກັນ​ຮ້ອນ​ໃຈ

 

4. ເອ​ສ​ເທີ​ສັນ​ຍາ​ທີ່​ຈະ​ກາບ​ທູນ​ອ້ອນວອນ​ເພື່ອ​ປະ​ຊາ​ຊົນ​ຂອງ​ພຣະນາງ

1   ເມື່ອ​ໂມ​ຣ໌​ເດ​ກັຍ​ຊາບ​ທຸກ​ຢ່າງ​ທີ່​ໄດ້​ກະ​ທຳ​ໄປ​ແລ້ວ ກໍ​ຈີກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ສວມ​ຜ້າ​ກະ​ສອບ​ແລະ​ໃສ່​ຂີ້​ເຖົ່ ແລະ​ອອກ​ໄປ​ກາງ​ນະ​ຄອນ ຄ່ຳ​ຄວນ​ດ້ວຍ​ສຽງ​ດັງ​ຢ່າງ​ຂົ່ມ​ຂື່ນ

2   ທ່ານ​ຂຶ້ນ​ໄປ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ຂອງ​ພຣະ​ຣາ​ຊາ ເພາະ​ບໍ່​ມີ​ຜູ້​ໃດ​ທີ່​ສວມ​ຜ້າ​ກະ​ສອບ​ເຂົ້າ​ປະ​ຕູ​ຂອງ​  ພຣະ​ຣາ​ຊາ​ໄດ້

3   ແລະ​ໃນ​ທຸກ​ມົນ​ທົນ​ທີ່​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ແລະ​ການ​ປະ​ກາດ​ຂອງ​ພຣະ​ອົງ​ໄປ​ເຖິງ ກໍ​ມີ​ການ​ໄວ້​ທຸກ​ຢ່າງ​ໃຫຍ່​ຫລວງ​ຖ້າມ​ກາງ​ພວກ​ຢິວ ດ້ວຍ​ການ​ອົດ​ອາ​ຫານ ຮ້ອງ​ໄຫ້​ແລະ​ຄ່ຳ​ຄວນ ແລະ​ຄົນ​ເປັນ​ຈຳ​ນວນ​ຫລາຍ​ນອນ​ໃນ​ຜ້າ​ກະ​ສອບ​ແລະ​ມີ​ຂີ້​ເຖົ່າ

4   ເມື່ອ​ສາວ​ໃຊ້​ແລະ​ຂັນ​ທີ​ຂອງ​ພຣະ​ນາງ​ເອ​ສ​ເທີ​ມາ​ທູນ​ພຣະ​ນາງ ພຣະ​ຣາ​ຊີ​ນີ​ກໍ​ເປັນ​ທຸກ​ໃນ​ພຣະ​ທັຍ​ຍິ່ງ​ນັກ ພຣະ​ນາງ​ຊົງ​ສົ່ງ​ເຄື່ອງ​ນຸ່ງ​ໄປ​ໃຫ້​ແກ່​ໂມ​ຣ໌​ເດ​ກັຍ ເພື່ອ​ທ່ານ​ຈະ​ໄດ້​ຖອດ​ຜ້າ​ກະ​ສອບ​ຂອງ​ທ່ານ​ອອກ​ເສັຽ ແຕ່​ທ່ານ​ບໍ່​ຍອມ​ຮັບ​ຜ້າ​ນັ້ນ

5   ແລ້ວ​ພຣະ​ນາງ​ເອ​ສ​ເທີ​ກໍ​ເອີ້ນ​ຮາ​ທາກ​ຂັນ​ທີ​ຄົນ​ນຶ່ງ​ຂອງ​ພຣະ​ຣາ​ຊາ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ໃຫ້​ບົວ​ລະ​ບັດ​ພຣະ​ນາງ​ກ່າວ​ສັ່ງ​ໃຫ້​ໄປ​ຫາ​ໂມ​ຣ໌​ເດ​ກັຍ ເພື່ອ​ຈະ​ຊົງ​ຊາບ​ວ່າ ເຣື່ອງ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ທຳ​ເຊັ່ນ​ນັ້ນ

6   ຮາ​ທາກອອກ​ໄປ​ຫາ​ໂມ​ຣ໌​ເດ​ກັຍ​ທີ່​ລາ​ນກວ້າງກາງ​ແຈ້ງ​ທີ່​ໃນ​ນະ​ຄອນ ຂ້າງ​ຫນ້າ​ປະ​ຕູ​ຂອງ​ພຣະ​ຣາ​ຊາ​

7   ໂມ​ຣ໌​ເດ​ກັຍ​ກໍ​ເລົ່າ​ເຣື່ອງ​ທັງ​ສິ້ນ​ທີ່​ເກີດ​ແກ່​ທ່ານ ແລະ​ຈຳ​ນວນ​ເງິນ​ຖືກ​ຕ້ອງ​ທີ່​ຮາ​ມານ​ສັນ​ຍາ​ຖວາຍ​ແກ່​ພຣະ​ຄັງ​ຂອງ​ພຣະ​ຣາ​ຊາ​ເພື່ອກນ​ທຳ​ລາຍ​ພວກ​ຢິວ

8   ໂມ​ຣ໌​ເດ​ກັຍ​ຍັງ​ໄດ້​ໃຫ້​ສຳ​ເນົາ​ປະ​ກາດ​ຂຽນ​ທີ່​ອອກ​ໃນ​ຊຸ​ຊາ​ສັ່ງ​ໃຫ້​ທຳ​ລາຍ​ເຂົາ​ທັງ​ຫລາຍ​ເພື່ອ​ນຳ​ໄປ​ສະ​ແດງ​ແກ່​ພຣະ​ນາງ​ເອ​ສ​ເທີ ອະ​ທິ​ບາຍ​ເຣື່ອງ​ໃຫ້​ພຣະ​ນາງ ແລະ​ກຳ​ຊັບ​ໃຫ້​ພຣະ​ນາງ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ເພື່ອ​ທູນ​ອ້ອນວອນ​ພຣະ​ອົງ ແລະ​ວິງວອນ​ພຣະ​ອົງ​ເພື່ອ​ເຫັນ​ແກ່​ຊົນ​ຊາດ​ຂອງ​ພຣະ​ນາງ

9   ຮາ​ທາກ​ກໍ​ກັບ​ໄປ​ທູນ​ພຣະ​ນາງ​ເອ​ສ​ເທີ​ເຖິງ​ສິ່ງທີ່​ໂມ​ຣ໌​ເດກັຍ​ໄດ້​ບອກ​ໄວ້

10 ແລ້ວ​ພຣະ​ນາງ​ເອ​ສ​ເທີ​ກໍ​ບອກ​ຮາ​ທາກ​ໃຫ້​ສົ່ງ​ຂ່າວ​ໄປ​ໃຫ້​ໂມ​ຣ໌​ເດ​ກັຍ​ວ່າ,

11 “ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ທັງ​ສິ້ນ ແລະ​ປະ​ຊາ​ຊົນ​ໃນ​ບັນ​ດາ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ຊາບ​ຢູ່​ວ່າ ຖ້າ​ຊາຍ​ຫລື​ຍິງ​ຄົນ​ໃດ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ​ພາຍ​ໃນ​ພຣະ​ລານ​ຊັ້ນ​ໃນ​ໂດຍ​ບໍ່​ໄດ້​ຊົງ​ເອີ້ນ ກໍ​ມີ​ກົດ​ຫມາຍ​ຢູ່​ຂໍ້​ດຽວ​ເຫມືອນ​ກັນ​ຫມົດ ໃຫ້​ລົງ​ໂທດ​ເຖິງ​ຕາຍ ເວັ້ນ​ເສັຽ​ແຕ່​ຜູ້​ຊຶ່ງ​ພຣະ​ຣາ​ຊາ​ຍື່​ນ​ໄມ້​ເທົ້າ​ຄຳ​ອອກ​ຮັບ​ຄົນ​ນັ້ນ​ຈຶ່ງ​ຈະ​ມີ​ຊີ​ວິດ​ຢູ່​ໄດ້ ສ່ວນ​ຂ້ອຍ​ພຣະ​ຣາ​ຊາ​ກໍ​ບໍ່​ໄດ້​ຕຣັດເອີ້ນ​ໃຫ້​ເຂົ້​ເຝົ້າ​ມາ​ສາມ​ສິບ​ວັນ​ແລ້ວ”

12 ເຂົ​ທັງ​ຫລາຍ​ກໍ​ມາ​ບອກ​ໂມ​ຣ໌​ເດ​ກັຍ​ເຖິງ​ສິ່ງທີ່ ​ພຣະ​ນາງ​ເອ​ສ​ເທີ​ຕຣັ​ດນັ້ນ

13 ໂມ​ຣ໌​ເດ​ກັຍ​ຈຶ່ງ​ບອກ​ເຂົາ​ໃຫ້​ກັບ​ໄປ​ທູນ​ຕອບ​ພຣະ​ນາງ​ເອ​ສ​ເທີ​ວ່າ, “ຢ່າຄິດ​ວ່າ​ນາງ​ຢູ່​ໃນ​ຣາ​ຊ​ສຳ​ນັກ​ຈະ​ລອດ​ພົ້ນ​ໄດ້​ດີກວ່າ​ພວກ​ຢິວ​ອື່ນໆ

14 ເພາະ​ຖ້າ​ນາງ​ງຽບ​ຢູ່​ໃນ​ເວ​ລາ​ນີ້ ຄວາມ​ຊ່ອຍ​ເຫລືອ​ແລະ​ການ​ຊ່ອຍ​ກູ້​ຈະ​ມາ​ເຖິງ​ພວກ​ຢິວ​ຈາກ​ທີ່​ອື່ນ ແຕ່​ນາງ​ແລະ​ຄົວ​ເຮືອນ​ບິ​ດາ​ຂອງ​ນາງ​ຈະ​ພິ​ນາດ ທີ່​ຈິງ​ນາງ​ມາ​ຮັບ​ຕຳ​ແຫນ່ງ​ຣາ​ຊີນີ​ກໍ​ເພື່ອ​ຍາມ​ເຊັ່ນ​ນີ້​ກໍ​ເປັນ​ໄດ້ ໃຜ​ຈະ​ຮູ້”

15 ແລ້ວ​ເອ​ສ​ເທີ​ຕ​ຣັ​ດບອກ​ເຂົາ​ໃຫ້​ໄປ​ບອກ​ໂມ​ຣ໌​ເດ​ກັຍ​ວ່າ,

16 “ໄປ​ເຖີດ ໃຫ້​ຮວບ​ຮ​ວມ​ພວກ​ຢິວ​ທັງ​ສິ້ນ​ທີ່​ຫາ​ພົບ​ໃນ​ຊູ​ຊາ ແລະ​ຖື​ອົດ​ອາ​ຫານ​ເພື່ອ​ຂ້ອຍ ຢ່າ​ຮັບ​ປະ​ທານ ຢ່າ​ດື່ມ​ສາມ​ວັນ​ກາງ​ຄືນ​ຫລື​ກາງ​ເວັນ ຂ້ອຍ​ແລະ​ສາວ​ໃຊ້​ຂອງ​ຂ້ອຍ​ຈະ​ອົດ​ອາ​ຫານ​ຢ່າງ​ທ່ານ​ດ້ວຍ ແລ້ວ​ຂ້ອຍ​ຈະ​ເຂົ້າ​ເຝົ້ພຣະ​ຣາ​ຊາ ແມ້​ວ່າ​ເປັນ​ການ​ຝ່າ​ຝືນ​ກົດ​ຫມາຍ ຖ້າ​ຂ້ອຍ​ພິ​ນາດ ຂ້ອຍ​ກໍ​ພິ​ນາດ”

17 ໂມ​ຣ໌​ເດ​ກັຍ​ກໍ​ໄປ​ກະ​ທຳ​ທຸກ​ຢ່າງ​ຕາມ​ທີ່​ພຣະ​ນາງ​ເອ​ສ​ເທີ​ຮັບ​ສັ່ງ​ແກ່​ທ່ານ

 

5. ເອ​ສ​ເທີ​ຊົງ​ເຊີນ​ພຣະ​ຣາ​ຊາ​ແລະ​ຮາ​ມານ​ໄປ​ສະ​ເຫວີຍ​ທີ່​ຕຳ​ນັກ

1   ຢູ່​ມາ​ໃນ​ວັນ​ທີ່​ສາມ​ພຣະ​ນາງ​ເອ​ສ​ເທີ​ຊົງ​ສ​ລອງ​   ພຣະ​ອົງ​ແລະ​ປະ​ທັບ​ຢືນ​ທີ່​ໃນ​ລານ​ຊັ້ນ​ໃນ​ຂອງ​    ພຣະ​ຣາ​ຊ​ສຳ​ນັກ​ກົງ​ກັນ​ຂ້າມ​ກັບ​ທ້ອງ​ພຣະ​ໂຮງ​ໃຫຍ່ຂອງ​ພຣະ​ຣາ​ຊາ ພຣະ​ຣາ​ຊາ​ປະ​ທັບ​ເທິງ​ຣາ​ຊ​ບັນ​ລັງ ພາຍ​ໃນ​ພຣະ​ຣາ​ຊວັງ​ກົງ​ຂ້າມ​ທາງ​ເຂົ້າ​   ພຣະ​ຣາ​ຊວັງ

2   ເມື່ອ​ພຣະ​ຣາ​ຊາ​ທອດ​ພຣະ​ເນດ​ເຫັນ​ພຣະ​ຣາ​ຊີ​ນີ​  ເອ​ສ​ເທີ​ປະ​ທັບ​ຢືນ​ຢູ່​ໃນ​ພຣະ​ລານ ພຣະ​ນາງ​ກໍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ພຣະ​ອົງ​ຈຶ່ງ​ຊົງ​ຍື່ນ​ໄມ້​ເທົ້າ​ຄຳ​ຊຶ່ງ​ຢູ່​ໃນ​ພຣະ​ຫັດ​ຂອງ​   ພຣະ​ອົງ​ແກ່​ພຣະ​ນາງ​ເອ​ສ​ເທີ ພຣະ​ນາງ​ກໍ​ສະ​ເດັດ​ເຂົ້າ​ມາ​ແຕະ​ຍອດ​ໄມ້​ເທົ້າ

3   ພຣະ​ຣາ​ຊາ​ກ່າວ​ກັບ​ພຣະ​ນາງວ່າ, “ພຣະ​ຣາ​ຊີ​ນີ​  ເອ​ສ​ເທີ ມີ​ເຣື່ອງ​ຫຍັງ ພຣະ​ນາງ​ຕ້ອງ​ການ​ສິ່ງ​ໃດ ກໍ​ຈະ​ປະ​ທານ​ໃຫ້​ແກ່​ພຣະ​ນາງ​ເຖິງ​ເຄິ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຣົາ”

4   ແລະ​ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ພຣະ​ຣາ​ຊາ​ສະ​ເດັດ​ມາ​ພ້ອມ​ກັບ​ຮາ​ມານ​ໃນ​ວັນ​ນີ້​ເພື່ອ​ສະ​ເຫວີຍ​ພຣະ​ກະ​ຍາ​ຫານ​ທີ່​ຂ້າ​ນ້ອຍ​ຕຽມ​ໄວ້​ເພື່ອ​ໃຕ້​ຝ່າ​ພຣະ​ບາດ”

5   ພຣະ​ຣາ​ຊາ​ຈຶ່ງ​ກ່າວ​ວ່າ, “ໃຫ້​ຮາມານ​ຮີບ​ມາ ເຮົາ​ຈະ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ນາງ​ເອ​ສ​ເທີ​ປາ​ຖ​ນາ”   ພຣະ​ຣາ​ຊາ​ຈຶ່ງ​ສະ​ເດັດ​ໄປ​ໃນການ​ລ້ຽງ​ກັບ​ຮາ​ມານ​ຊຶ່ງ​ພຣະ​ນາງ​ເອ​ສ​ເທີ​ໄດ້​ຊົງ​ຕຽມ​ໄວ້

6   ຂ​ນະ​ເມື່ອ​ສະ​ເຫວີຍ​ເຫລົ້າ​ອະ​ງຸ່ນ​ຢູ່​ພຣະ​ຣາ​ຊາ​ກ່າວ​ກັບ​ເອ​ສ​ເທີ​ວ່າ, “ຄຳ​ຂໍ​ຂອງ​ພຣະ​ນາງວ່າ​ແນວ​ໃດ ເຮົາ​ຈະ​ໃຫ້ ແມ້​ຈະ​ເຖິງ​ເຄິ່ງ​ຣາ​ຊ​ອາ​ນາ​ຈັກ​ຂອ​ງ​ເຮົາ​ກໍ​ຈະ​ສຳ​ເຣັດ”

7   ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຄຳ​ຮ້ອງ​ຂໍ​ຂອງ​ຂ້າ​ນ້ອຍ​ແລະ​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍ

8   ຄື​ຖ້າ​ຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນສາຍ​ພຣະ​ເນດ​ຂອງ​ພຣະ​ຣາ​ຊາ ແລະ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ​ທີ່​ຈະ​ປະ​ທານ​ຕາມ​ຄຳຮ້ອງ​ຂໍ​ຂອງ​ຂ້າ​ນ້ອຍ ແລະ​ໃຫ້​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍ​ສໍາ​ເຣັດ​ນີ້ ຂໍ​ພຣະ​ຣາ​ຊາ​ສະ​ເດັດ​ມາ​ຍັງ​ການ​ລ້ຽງ​ຊຶ່ງ​ຂ້​ນ້ອຍ​ຈະ​ຕຽ​ມ​ໄວ້​ພ້ອມ​ກັບ​ຮາ​ມານ ​ແລະ​ມື້​ອື່ນ​ຂ້າ​ນ້ອຍ​ຈະ​ກະ​ທຳ​ຕາມ​ທີ່​ພຣະ​ຣາ​ຊາ​ກ່າວ​ນັ້ນ”

9   ວັນ​ນັ້ນ​ຮາ​ມານ​ກໍ​ອອກ​ໄປ​ດ້ວຍ​ໃຈ​ຊື່ນ​ບານ​ແລະ​ຍິນ​ດີ ແຕ່​ເມື່ອ​ຮາ​ມານ​ເຫັນ​ໂມຣ໌​ເດ​ກັຍ​ທີ່​ປະ​ຕູ​ຂອງ​ພຣະ​ຣາ​ຊາ ບໍ່​ຢືນ​ຂຶ້ນ​ຫລື​ຕົວ​ສັ່ນ​ຢູ່​ຕໍ່​ຫນ້າ​ທ່ານ ທ່ານ​ກໍ​ກິ້ວ​ຕໍ່​ໂມ​ຣ໌​ເດ​ກັຍ

10 ເຖິງ​ຢ່າງນັ້ນ​ກໍ​ດີ ຮາ​ມານ​ກໍ​ອົດ​ກັ້ນ​ໄວ້ ກັບ​ໄປ​ບ້ານ​ໃຊ້​ໃຫ້​ຄົນ​ໄປ​ຕາມ​ບັນ​ດາ​ເພື່ອ​ນ​ຂອງ​ຕົນ ​ແລະ​ເຊ​ເຣ​ສ​ເມັຽ​ຂອງ​ຕົນ

11 ຮາ​ມານ​ພັນ​ລະ​ນາ​ເຖິງ​ຄວາມ​ໂອ່​ໂຖງ​ແຫ່ງ​ຄວາມ​ຮັ່ງ​ມີ​ຂອງ​ທ່ານ​ຈຳ​ນວນ​ບຸດ​ຂອງ​ທ່ານ​ແລະ​ກຽດ​ຕິ​ຍົດ​ຕ່າງໆ​ຊຶ່ງ​ພຣະ​ຣາ​ຊາ​ພຣະ​ຣາ​ຊ​ທານ​ແກ່​ທ່ານ ແລະ​ເຖິງ​ເຣື່ອງວ່າ​ພຣະ​ຣາ​ຊາ​ໄດ້​ເລື່ອນ​ທ່ານ​ຂຶ້ນ​ເຫນືອ​ເຈົ້າ​ນາຍ ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ຢ່າງ​ໃດ

12 ແລ້ວ​ຮາ​ມານ​ເສີມ​ວ່າ, “ແມ້​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ກໍ​ບໍ່​ໄດ້​ຊົງ​ໃຫ້​ຜູ້​ໃດ​ໄປ​ກັບ​ພຣະ​ຣາ​ຊາ ໃນ​ການ​ລ້ຽງ​ຊຶ່ງ​ພຣະ​ນາ​ງຊົງ​ຈັດ​ຂຶ້ນນອກ​ຈາກ​ຕົວ​ຂ້ອຍ ແລະ​ມື້​ອື່ນ​ພຣະ​ນາງ​ຊົງ​ເຊີນ​ຂ້ອຍ​ກັບ​ພຣະ​ຣາ​ຊາ​ອີກ

13 ແຕ່​ສິ່ງ​ເຫ​ລົ່​ນີ້​ບໍ່​ມີ​ປ​ໂຍດ​ສຳ​ລັບ​ຂ້ອຍ ຕາບ​ໃດ​ທີ່​ຂ້ອຍ​ເຫັນ​ໂມ​ຣ໌​ເດກັຍ​ຄົນ​ຢິວ​ນັ່ງ​ຢູ່​ທີ່​ປະ​ຕູ​ຂອງ​ພຣະ​ຣາ​ຊາ”

14 ເຊ​ເຣ​ສ​ເມັຽ​ຂອງ​ທ່ານ ແລະ​ສະ​ຫາຍ​ທັງ​ສິ້ນ​ຂອງ​ທ່ານ​ຈຶ່ງ​ເວົ້າ​ກັບ​ທ່ານ​ວ່າ, “ຂໍ​ເຮັດ​ບ່ອນ​ແຂວນ​ຄໍ​ສູງ​ຫ້າ​ສິບ​ສອກ ມື້​ອື່ນ​ເຊົ້າ​ກໍ​ທູນ​ພຣະ​ຣາ​ຊາ​ໃຫ້​ແຂວນ​ໂມ​ຣ໌​ເດ​ກັຍ​ເສັຽ​ທີ່​ນັ້ນ ແລ້ວ​ກໍ​ໄປ​ກິນ​ລ້ຽງ​ຢ່າງ​ລ່າ​ເລີງ​ກັບ​ພຣະ​ຣາ​ຊາ” ຄຳ​ແນະ​ນຳ​ນີ້​ເປັນ​ທີ່​ພໍ​ໃຈ​ຮາ​ມານ​ທ່ານ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຫລັກ​ແຂວນ​ຄໍ

 

6. ຮາ​ມານ​ຖືກ​ບັງ​ຄັບ​ໃຫ້​ການ​ໃຫ້ກຽດ​ແກ່​ໂມ​ຣ໌​ເດ​ກັຍ

1   ຄືນ​ວັນ​ນັ້ນ​ພຣະ​ຣາ​ຊາ​ບັນ​ທົມ​ບໍ່​ຫລັບ ແລະ​ພຣະ​ອົງ​ຮັບ​ສັ່ງ​ໃຫ້​ນຳ​ຫນັງ​ສື​ບັນ​ທຶກ​ເຫດ​ທີ່​ຫນ້າ​ຈົດ​ຈຳ​ຄື​ພຣະ​ຣາ​ຊພົງ​ສາ​ວະ​ດານ​ມາ ເຂົາ​ກໍ​ອ່ານ​ຖວາຍ​ ພຣະ​ຣາ​ຊາ

2   ພຣະ​ອົງ​ຊົງ​ເຫັນ​ຂຽນ​ໄວ້​ວ່າ​ໂມ​ຣ໌​ເດ​ກັຍ​ໄດ້​ທູນ​ເຣື່ອງ​ບິກ​ທາ​ນາ​ແລະ​ເຕເຣ​ສຢ່າງ​ໃດ ຄື​ເຣື່ອງ​ຂັນ​ທີ​ສອງ​ຄົນ​ຂອງ​ພຣະ​ຣາ​ຊາ​ຜູ້​ເຝົ້າ​ປະ​ຕູ​ຫາ​ຊ່ອງ​ຈະ​ປົງ​ພຣະ​ຊົນ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ

3   ພຣະ​ຣາ​ຊາ​ກ່າວ​ວ່າ, “ໄດ້​ໃຫ້​ກຽດ​ແລະ​ຍົດ​ຫຍັງ​ແກ່​ໂມ​ຣ໌​ເດ​ກັຍ​ເພາະ​ເຣື່ອງ​ນີ້​ແດ່” ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ຜູ້​ບົວ​ລະ​ບັດ​ພຣະ​ອົງ​ທູນ​ວ່າ, “ຍັງ​ບໍ່​ໄດ້​ໃຫ້​ສິ່ງ​ໃດ​ເລີຍ”

4   ເຈົ້າ​ຊີ​ວິດ​ກ່າວ​ວ່າ, “ໃຜ​ຢູ່​ໃນ​ລານບ້ານ” ຝ່າຍ​ຮາ​ມານ​ຫາ​ກໍ​ເຂົ້​ມາ​ເຖິງ​ພຣະ​ລານ​ຊັ້ນ​ນອກ​ແຫ່ງ​  ຣາ​ຊ​ສຳ​ນັກ​ເພື່ອ​ຈະ​ທູນ​ພຣະ​ຣາ​ຊາ​ເອົາ​ໂມ​ຣ໌​ເດ​ກັຍ​ແຂວນ​ຄໍເທິງ​ຫລັກ​ ຊຶ່ງ​ທ່ານ​ໄດ້​ຕຽມ​ໄວ້​ສຳ​ລັບ​ເຂົາ

5   ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນັ້ນ​ຮາ​ມານ ກຳ​ລັງ​ຢືນ​ຢູ່​ໃນ​ພຣະ​ລານ​ຢູ່” ແລະ​  ພຣະ​ຣາ​ຊາ​ສັ່ງ​ວ່າ, “ໃຫ້​ທ່ານ​ເຂົ້າ​ມາ​ນີ້”

6   ຮາ​ມານ​ຈຶ່ງ​ເຂົ້າ​ມາ ພຣະ​ຣາ​ຊາ​ສັ່ງ​ກັບທ່ານ​ວ່າ, “ຫາກ​ພຣະ​ຣາ​ຊາ​ມີ​ພຣະ​ປະ​ສົງ​ຈະ​ປະ​ທານ​ກຽດ​  ຕິ​ຍົດ​ແກ່​ບຸກຄົນ​ໃດຜູ້​ໃດ​ແລ້ວ ພຣະ​ຣາ​ຊາ​ຄວນ​ຈະ​ທຳ​ແກ່​ເຂົາ​ປະ​ການ​ໃດ” ແລະ​ຮາ​ມານ​ຮຳ​ພຶງ​ໃນ​ໃຈ​ວ່າ, “ຜູ້​ໃດ​ຫນໍ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ຫລາຍ​ກວ່າ​ຂ້າ”

7   ແລ້ວ​ຮາ​ມານ​ຈຶ່ງ​ທູນ​ພຣະ​ຣາ​ຊາ​ວ່າ, “ເພື່ອ​ໃຫ້​ກຽດ​ແກ່​ຄົນ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ນັ້ນ

8   ຂໍ​ນຳ​ສ​ລອງ​ພຣະ​ອົງ​ຊຶ່ງ​ພຣະ​ຣາ​ຊາ​ຊົງ ແລະ​ມ້າ​ຊຶ່ງ​ພຣະ​ຣາ​ຊາ​ຊົງ ແລະ​ຊຶ່ງ​ມີ​ຜ້າ​ໂພກ​ຫົວ

9   ຂໍ​ຊົງ​ມອບ​ສ​ລອງ​ພຣະ​ອົງ​ແລະ​ມ້າ​ແກ່​ເຈົ້າ​ນາຍ​ຜູ້​ໃຫຍ່​ຍິ່ງ​ທີ່​ສຸດ​ຄົນ​ນຶ່ງ​ຂອງ​ພຣະ​ຣາ​ຊາ ຂໍ​ໃຫ້​ແຕ່ງ​ຄົນ​ທີ່​ພຣະ​ຣາ​ຊາ​ພໍພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ແລະ​ຂໍ​ໃຫ້​ຊາຍ​ນັ້ນ​ຂຶ້ນ​ນັ່ງ​ຫລັງ​ມ້າ​ໄປ​ຕາມ​ຖ​ນົນ​ຂອງ​ກຸງ ແລະ​ປ່າວ​ຮ້ອງ​ໄປ​ຂ້າງ​ຫນ້າ​ເຂົາ​ວ່າ “ຜູ້​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ກໍ​ເປັນ​ເຊັ່ນ​ນີ້​ແຫລະ”

10 ພຣະ​ຣາ​ຊາ​ຈຶ່ງ​ກ່າວ​ກັບ​ຮາ​ມານ​ວ່າ, “ຈົ່ງ​ຟ້າວ​ໄປ​ເອົາ​ເສື້ອ​ແລະ​ມ້າ​ຢ່າງ​ທີ່​ທ່ານ​ວ່າ ແລ້ວ​ໃຫ້​ກຽດ​ແກ່​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ​ຊຶ່ງ​ນັ່ງ​ທີ່​ປະ​ຕູ​ພຣະ​ຣາ​ຊວັງ ຢ່າເວັ້ນ​ສິ່ງ​ໃດ​ທີ່​ທ່ານ​ກ່າວ​ມາ​ນັ້ນ​ເລີຍ”

11 ຮາ​ມານຈຶ່ງ​ນຳ​ສ​ລອງ​ພຣະ​ອົງ​ກັບ​ມ້າ ແລະ​ຕົບ​ແຕ່ງ​ໂມ​ຣ໌​ເດ​ກັຍ ແລະ​ໃຫ້​ທ່ານ​ຂຶ້ນ​ມ້າ​ໄປ​ຕາມ​ຖ​ນົນ​ໃນ​ກຸງ ປ່າວ​ຮ້ອງ​ໄປ​ວ່າ “ຄົນ​ທີ່​ພຣະ​ຣາ​ຊາ​ພໍພຣະ​ທັຍ​ຈະ​ປະ​ທານ​ກຽດ​ກໍ​ເປັນ​ຢ່າງ​ນີ້​ແຫລະ”

12 ແລ້ວ​ໂມ​ຣ໌​ເດກັຍ​ກໍ​ກັບ​ມາ​ຍັງ​ປະ​ຕູ​ພຣະ​ຣາ​ຊວັງ ແຕ່​ຮາ​ມານ​ຟ້າວ​ກັບ​ໄປ​ບ້ານຂອງ​ທ່ານ ຄຸມ​ຫົວ​ແລະ​ຄ່ຳ​ຄວນ

13 ແລະ​ເລົ່າ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ແກ່​ທ່ານ​ໃຫ້​ເຊ​ເຣ​ສ​ເມັຽຂອງ​ທ່ານ​ ແລະ​ສະ​ຫາຍ​ທັງ​ຫລາຍ​ຂອງ​ທ່ານ​ຟັງ ຄົນ​ສລາດ​ຂອງ​ທ່ານ​ແລະ​ເຊ​ເຣ​ສ​ເມັຽ​ຂອງ​ທ່ານ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ທ່ານ​ເລີ້ມ​ລົ້ມ​ລົງ​ຕໍ່​ຫນ້າ​  ໂມ​ຣ໌​ເດ​ກັຍ​ຊຶ່ງ​ເປັນ​ຊາດ​ຢິວ ທ່ານ​ຈະ​ບໍ່​ຊະ​ນະ​ເຂົາ ແຕ່​ຈະ​ລົ້ມ​ລົງ​ຕໍ່​ຫນ້າ​ເຂົາ​ແນ່ນອນ”

14 ຂ​ນະ​ເມື່ອ​ເຂົາ​ທັງ​ຫລາຍ​ກຳ​ລັງ​ເວົ້າ​ກັບ​ທ່ານ​ຢູ່ ຂັນ​ທີ​ຂອງ​ພຣະ​ຣາ​ຊາກໍ​ມາ​ເຖິງ​ຟ້າວ​ນຳ​ຮາ​ມານ​ໄປ​ຍັງ​ການ​ລ້ຽງ​ຊຶ່ງ​ພຣະ​ນາງ​ເອ​ສ​ເທີ​ຊົງ​ຈັດ​ນັ້ນ

 

7. ຮາ​ມານ​ຖືກ​ແຂວນ​ຄໍ

1   ພຣະ​ຣາ​ຊາ​ຈຶ່ງ​ສະ​ເດັດ​ກັບ​ຮາ​ມານ​ໄປ​ໃນ​ການ​ລ້ຽງ​ກັບ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ

2   ໃນ​ວັນ​ທີ່​ສອງ​ເມື່ອ​ກຳ​ລັງ​ດື່ມ​ເຫລົ້າ​ອະ​ງຸ່ນ​ຢູ່ ພຣະ​ຣາ​ຊາ​ຕຣັດ​ກັບ​ເອ​ສ​ເທີ​ວ່າ “ພຣ​ຣາ​ຊີ​ນີ​ເອ​ສ​ເທີ  ຄຳ​ຮ້ອງ​ຂໍ​ຂອງ​ພຣະ​ນາງ​ຄື​ຫຍັງ ແລະ​ຄຳ​ທູນ​ຂໍ​ຂອງ​ພຣະ​ນາງ​ຄື​ຫຍັງ ເຮົາ​ຈະ​ປະ​ທານ​ໃຫ້ ແມ້​ເຖິງເຄິ່ງຣາ​ຊ​ອາ​ນາ​ຈັກ​ຂອງ​ເຮົາ ກໍ​ຈະ​ສຳ​ເຣັດ”

3   ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ທູນ​ຕອບ​ວ່າ, “ຂ້າ​ແຕ່​ພຣະ​ຣາ​ຊາ ຖ້າ​ຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ແລະ​ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ພຣະ​ຣາ​ຊ​ທານ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ຂອງ​ຊົນ​ຊາດ​ຕາມ​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍ

4   ເພາະ​ພວກ​ເຮົາ​ຖືກ​ຂາຍ​ທັງ​ຂ້າ​ນ້ອຍ​ແລະ​ຊົນ​ຊາດ​ຂອງ​ຂ້າ​ນ້ອຍ​ໃຫ້​ຖືກ​ທຳ​ລາຍ ໃຫ້​ຖືກ​ສັງ​ຫານ​ແລະ​ໃຫ້​ຖືກ​ລ້າງ​ຜານ ຖ້າ​ພວກ​ເຮົາ​ຖືກ​ຂາຍ​ພຽງ​ໃຫ້​ເປັນ​ທາດ​ຊາຍ​ແລະ​ຍິງ ຂ້າ​ນ້ອຍ​ກໍ​ຈະ​ອົດ​ກັ້ນ​ສ​ງົບ​ໄວ້ ເພາະ​ຄວາມ​ທຸກ​ຍາກ​ຂອງ​ເຮົາ​ຈະ​ປຽບ​ກັບ​ຜົນ​ເສັຽ​ຫາຍ​ຂອງ​ພຣະ​ຣາ​ຊາ​ນັ້ນ​ກໍ​ບໍ່​ໄດ້”

5   ກະສັດ​ອາ​ຮາ​ຊູ​ເອ​ຣູ​ສ​ຈຶ່ງ​ກ່າວ​ກັບ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ວ່າ, “ຜູ້​ນັ້ນ​ຄື​ໃຜ ຢູ່​ທີ່​ໃດ ຈຶ່ງ​ບັງ​ອາດ​ຄິດ​ການ​ກະ​ທຳ​ເຊັ່ນ​ນີ້”

6   ແລະ​ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຄູ່​ອະ​ຣິ ​ແລະ​ສັດ​ຕ​ຣູ​ຄື​ຮາ​ມານ​ຄົນ​ໂຫດ​ຮ້າຍ​ຜູ້​ນີ້​ແຫລະ” ຮາ​ມານ​ກໍ​ຢ້ານ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ​ແລະ​ພຣະ​ຣາ​ຊີ​ນີ

7   ພຣະ​ຣາ​ຊາ​ຊົງ​ລຸກ​ຂຶ້ນ​ຈາ​ການ​ລ້ຽງ​ດ້ວຍ​ຊົງ​ພຣະ​ພິ​ໂຣດ ແລ​ສະ​ເດັດ​ເຂົ້າ​ໄປ​ໃນ​ຣາ​ຊ​ອຸ​ທ​ຍານ ແຕ່​ຮາ​ມານ​ຍັງ​ຢູ່​ເພື່ອ​ທູນ​ຂໍ​ຊີ​ວິດ​ຈາກ​ພຣະ​ຣາ​ຊີນີ​ເອສ​ເທີ ເພາະ​ທ່ານ​ເຫັນ​ວ່າ​ພຣະ​ຣາ​ຊາ​ຊົງ​ມຸ່ງ​ຮ້າຍ​ຕໍ່​ທ່ານ​ແລ້ວ

8   ເມື່ອ​ພຣະ​ຣາ​ຊາ​ສະ​ເດັດ​ກັບ​ຈາກ​ຣາ​ຊ​ອຸ​ທ​ຍານ​ມາ​ຍັງ​ທີ່​ຊຶ່​ງ​ດື່ມ​ເຫລົ້າ​ອະ​ງຸ່ນ ຝ່າຍ​ຮາ​ມານ​ຍັງ​ກາບ​ຢູ່​ທີ່​ພຣະ​ແທ່ນ​ຊຶ່ງ​ພຣະ​ນາງ​ເອ​ສ​ເທີ​ປະ​ທັບ​ຢູ່​ນັ້ນ     ພຣະ​ຣາ​ຊາ​ກ່າວ​ວ່າ, “ເຂົາ​ຍັງ​ຈະ​ຂົ່ມ​ຂືນ​ພຣະ​ຣາ​ ຊີ​ນີ​ຕໍ່​ຫນ້າ​ຕໍ່​ຕາ​ເຣົາ​ໃນ​ບ້ານ​ຂອງ​ເຮົາ​ຫລື” ພໍ​ພຣະ​ຣາ​ຊາ​ເວົ້າ​ບໍ່​ທັນ​ຂາດ​ຄຳ​ຊ້ຳ ເຂົາ​ກໍ​ມາ​ຄຸມ​ຫນ້າ​ຮາ​ມານ

9   ຮາ​ຣ໌​ໂບ​ນາ​ຂັນ​ທີ​ຄົນ​ນຶ່ງ​ທີ່​ບົວ​ລະ​ບັດ​ພຣະ​ຣາ​ຊາ​ຢູ່​ຈຶ່ງ​ທູນ​ວ່າ, “ອີກ​ປະ​ການ​ນຶ່ງ ຫລັ​ກ​ແຂວນ​ຄໍ​ ຊຶ່ງ​ຮາ​ມານ​ຕຽມ​ໄວ້​ສຳ​ລັບ​ໂມ​ຣ໌​ເດ​ກັຍ ຊຶ່ງ​ຣາຍ​ງານ​ຊ່ອຍ​ຊີ​ວິດພຣະ​ຣາ​ຊາ ກໍ​ຍັງ​ຕັ້ງ​ຢູ່​ທີ່​ບ້ານ​ຂອງ​ຮາ​ມານ ສູງ​ຫ້າ​ສິບ​ສອກ” ພຣະ​ຣາ​ຊາ​ຕ​ຣັດ​ວ່າ, “ແຂວນ​ມັນ​ເທິງ​ນັ້ນ​ແຫລະ”

10 ເຂົາ​ກໍ​ແຂວນ​ຮາ​ມານ​ເທິງ​ບ່ອນ​ແຂວນ​ຄໍ​ຊຶ່ງ​ທ່ານ​ໄດ້​ຕຽມ​ໄວ້​ສຳ​ລັບ​ໂມ​ເດ​ກັຍ ແລ້ວ​ພຣະ​ພິ​ໂຣດ​ຂອງ​ພຣະ​ຣາ​ຊາ​ກໍ​ສ​ງົ​ບ​ລົງ

 

8. ພວກ​ຢິວ​ຮັບ​ມອບ​ອຳ​ນາດ​ໃຫ້​ຕໍ່​ຕ້ານ

1   ໃນ​ວັນ​ນັ້ນ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ​ພຣະ​ຣາ​ຊ​ທານ​ບ້ານ​ເຮືອນ​ຂອງ​ຮາ​ມານ​ສັດ​ຕ​ຣູ​ຂອງ​ພວກ​ຢິວ​ແກ່​ພຣະ​ຣາ​ຊີ​ນີ​ເອສ​ເທີ ໂມ​ຣ໌​ເດ​ກັຍ​ກໍ​ເຂົ້​ເຝົ້າ​ພຣະ​ຣາ​ຊາ ເພາະ​ພຣະ​ນາງ​ເອ​ສ​ເທີ​ໄດ້​ທູນ​ວ່າ​ທ່ານ​ເປັນ​ຫຍັງ​ກັບ​ພຣະ​ນາງ

2   ພຣະ​ຣາ​ຊາ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ຕາ​ປະ​ທັບ ຊຶ່ງ​ພຣະ​ອົງ​ຊົງ​ເອົາ​ມາ​ຈາກ​ຮາ​ມານ​ພຣະ​ຣາ​ຊ​ທານ​ໃຫ້​  ໂມ​ຣ໌​ເດກັຍ ພຣະ​ນາງ​ເອ​ສ​ເທີ​ກໍ​ຊົງ​ຕັ້ງ​ໂມ​ຣ໌​ເດ​ກັຍ​ເປັນ​ໃຫຍ່​ເຫນືອ​ບ້ານ​ເຮືອນ​ຂອງ​ຮາ​ມານ

3   ແລ້ວ​ພຣະ​ນາງ​ເອ​ສ​ເທີ​ກາບ​ທູນ​ພຣະ​ຣາ​ຊາ​ອີກ    ພຣະ​ນາງກາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ ແລະ​ວິງວອນ​ພຣະ​ອົງ​ດ້ວຍ​ນ້ຳ​ພຣະ​ເນດ ຂໍ​ໃຫ້​ແຜນ​ການ​ຮ້າຍ​ຂອງ​ຮາ​ມານ ຄົນ​ອາ​ກັກ ແລະ​ການ​ປອງ​ຮ້າຍ​ຊຶ່ງ​ທ່ານ​ໄດ້​ຄິດ​ຂຶ້ນ​ຕໍ່​ພວກ​ຢິວ​ນັ້ນ​ພົ້ນ​ ໄປ​ເສັຽ

4   ພຣະ​ຣາ​ຊາ​ຈຶ່ງ​ຊົງ​ຍື່ນ​ໄມ້​ເທົ້າ​ແກ່​ພຣະ​ນາງ​ເອ​ສ​ເທີ ພຣະ​ນາງ​ເອ​ສ​ເທີ​ກໍ​ຊົງລຸກ​ຂຶ້ນ​ປະ​ທັບ​ຢືນ​ເຝົ້າ​ພຣະ​ຣາ​ຊາ

5   ພຣະ​ນາງ​ທູນ​ວ່າ, “ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ແລະ​ຖ້າຂ້​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ຖ້າ​ສິ່ງ​ນັ້ນ​ເປັນສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ ແລະ​ຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ຂໍ​ຊົງ​ໃຫ້​ມີ​ພຣະອັກ​ສອນ​ຮັບສັ່ງ​ໃຫ້​ກັບ​ຄວາມ​ໃນ​ຈົດ​ຫມາຍ​ຊຶ່ງ​ຮາ​ມານ ຄົນ​ອາ​ກັກ​ ບຸດ​ຮາມ​ເມ​ດາ​ທາ​ໄດ້​ຄິດ​ຂຶ້ນ ແລະ​ຂຽນ​ເພື່ອ​ທຳ​ລາຍ​ພວກ​ຢິວ​ທີ່​ຢູ່​ໃນ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ

6   ເພາະ​ຂ້າ​ນ້ອຍ​ຈະ​ອົດ​ທົນ​ເບິ່ງ​ໄພ​ວິ​ບັດ​ມາ​ເຖິງ​ຊາດ​ຂອງ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ ຂ້າ​ນ້ອຍ​ຈະ​ທົນ​ເບິ່​ງ​ການ​ທຳ​ລາຍ​ຍາດພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ໄດ້ຢ່າງ​ໃດ”

7   ກະ​ສັດ​ອາ​ຮາ​ຊູເອ​ຣູ​ສຈຶ່ງ​ຕ​ຣັ​ດ​ກັບ​ພຣະ​ຣາ​ຊີ​ນີ​ເອສ​ເທີ​ແລະ​ແກ່​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ​ວ່າ, “ເບິ່ງແມ໋, ເຮົາ​ມອບ​ບ້ານ​ເຮືອນ​ຂອງ​ຮາ​ມານແກ່​ພຣະ​ນາງ​ເອ​ສ​ເທີ​ແລ້ວ ແລະ​ເຂົາ​ກໍ​ແຂວນ​ມັນ​ເທິງ​ຫລັກ ເພາະ​ມັນ​ຈະ​ທຳ​ອັນ​ຕະ​ຣາຍ​ແກ່​ພວກ​ຢິວ

8   ທ່ານ​ຈົ່ງ​ຂຽນ​ຕາມ​ທີ່​ທ່ານ​ພໍ​ໃຈ​ກ່ຽວ​ກັບ​ເຣື່ອງ​ຢິວ​ໃນ​ນາມ​ຂອງ​ພຣະ​ຣາ​ຊາ ເພາະ​ວ່າ​ການ​ປະ​ກາດ​ທີ່​ຂຽນ​ໃນ​ນາມ​ຂອງ​ພຣະ​ຣາ​ຊາ​ແລະ​ປະ​ທັບ​ຕາ​​ຂອງ​ກະ​ສັດຈະ​ປ່ຽນ​ກັບ​ບໍ່​ໄດ້”

9   ແລ້ວ​ພຣະ​ອົງ​ຊົງ​ເອີ້​ນ​ຣາ​ຊ​ອາ​ຣັກ​ເຂົ້າ​ມາ​ໃນ​ເວ​ລາ​ນັ້ນ ໃນ​ເດືອນ​ທີ່​ສາມ​ຊຶ່ງ​ເປັນ​ເດືອນ​ຊີ​ວັນ ໃນ​ວັນ​ທີ່​ຊາວ​ສາມ ແລະ​ໃຫ້​ຂຽນ​ປະ​ກາດ​ຕາມ​ທີ່​ໂມ​ຣ໌​ເດ​ກັຍ​ບັນ​ຊາ​ທຸກ​ຢ່າງ​ກ່ຽວ​ກັບ​ພວກ​ຢິວ ເຖິງ​ບັນ​ດາຜູ້​ປົກຄອງ​ແຂວງ ຜູ້​ປົ​ກຄອງ​ເມືອງ ແລະ​ຜູ້​ວ່າ​ຣາ​ຊ​ການ​ແລະ​ເຈົ້າ​ຫນ້າ​ທີ່​ຂອງ​ມົນ​ທົນ ຕັ້​ງ​ແຕ່​ອິ​ນ​ເດັຽ​ເຖິງ​ເອ​ທິ​ໂອ​ເປັຽນຶ່ງ​ຮ້ອຍ​ຊາວ​ເຈັດ​ມົນ​ທົນ ໄປ​ເຖິງ​ທຸກ​ມົນ​ທົນ​ເປັນ​ພາ​ສາ​ແລະ​ວິ​ທີ​ຂຽນ​ຂອງ​ມົນ​ທົນ​ນັ້ນ ແລະ​ເຖິງ​ຊົນ​ທຸກ​ຊາດ​ເປັນ​ພາ​ສາ​ຂອງ​ເຂົາ ແລະ​ເຖິງ​ຊົນ​ທຸກ​ຊາດ​ເປັນ​ພາ​ສາ​ຂອງ​ເຂົາ ແລະ​ເຖິງ​ພວກ​ຢິວ​ເປັນ​ພາ​ສາ​ຂຽນ​ແລະ​ໃນ​ພາ​ສາ​ຂອງ​ເຂົາ

10 ແລະ​ເຂົາ​ຂຽນ​ໃນ​ພຣະ​ນມ​ຂອງ​ກະ​ສັດ​ອາ​ຮາ​ຊູ​ ເອ​ຣູສ​ ແລະ​ປະ​ທັບ​ຕາ​ຂອງ​ກະ​ສັດ​ໃສ່ ແລະ​ສົ່ງ​ຈົດ​ຫມາຍ​ນັ້ນ​ໄປ​ທາງ​ຜູ້​ເດີນ​ຂ່າວ​ຂຶ້ນ​ມ້າ​ໄວ ຊຶ່ງ​ເຄີຍ​ໃຊ້​ໃນ​ຣາ​ຊາກາ​ນຂອງ​ພຣະ​ຣາ​ຊາ ອັນ​ເປັນ​ເຊື້ອ​ມ້າ​ຫລວງ

11 ຕາມ​ຈົດ​ຫມາຍ​ເຫລົ່າ​ນີ້​ພຣະ​ຣາ​ຊາ​ຊົງ​ອະ​ນຸ​ຍາດ​ໃຫ້​ພວກ​ຢິວ​ຜູ້​ຢູ່​ໃນ​ທຸກ​ມົນ​ທົນ​ຊຸມ​ນຸມ​ກັນ​ແລະ​ປ້ອງ​ກັນ​ຊີ​ວິດ​ຂອງ​ຕົນ ໃຫ້​ທຳ​ລາຍ ໃຫ້​ສັງ​ຫານ​ແລະ​ໃຫ້​ລ້າງ​ຜານ​ກຳ​ລັງ​ພົນ​ໃດໆ​ຂອງ​ປະ​ຊາ​ຊົນ​ຫລື​ມົນ​ທົນ​ໃດໆ​ຊຶ່ງ​ຈະ​ມາ​ທຳ​ຮ້າຍ​ທັງ​ເດັກ​ແລະ​ຜູ້​ຍິງ ແລະ​ປຸ້ນ​ເອົາ​ສິ່ງຂອງ​ຂອງ​ເຂົາ

12 ໃນ​ວັນ​ດຽວຕລອດ​ທົ່ວ​ທຸກ​ມົນ​ທົນ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ ຄື​ວັນ​ທີ່​ສິບ​ສາມ​ເດືອນ​ທີ່​ສິບ​ສອງ ຊຶ່ງ​ເປັນ​ເດືອນ​ອາ​ດາ​ຣ໌

13 ສຳ​ເນົາ​ຂອງ​ຫນັງ​ສື​ທີ່​ຂຽນ​ນັ້ນ​ຈະ​ຕ້ອງ​ປະ​ກາດ​ໃນ​ທຸກ​ມົນ​ທົນ ແລະ​ອອກ​ໂດຍ​ການ​ປ່າວ​ຮ້ອງ​ແກ່​ຊົນ​ຊາດ​ທັງ​ປວງ ພວກ​ຢິວ​ຈະ​ຕ້ອງ​ພ້ອມ​ກັນ​ໃນ​ວັນ​ນັ້ນແກ້​ແຄ້ນ​ສັດ​ຕ​ຣູ​ຂອງ​ຕົນ

14 ຄົນ​ເດີນ​ຂ່າວ​ຊຶ່ງ​ຂຶ້ນ​ມ້າ​ໄວ​ຊຶ່ງ​ໃຊ້​ໃນ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ ຮີບ​ເລັ່ງ​ຂີ່​ໄປ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ ປະ​ກາດ​ນັ້ນ​ອອກໃນ​ຊູ​ຊາ​ເມືອງ​ປ້ອມ

15 ເມື່ອ​ໂມຣ໌​ເດ​ກັຍ​ອອກ​ໄປ​ພົ້ນ​ພຣະ​ພັກ​ພຣະ​ຣາ​ຊາ ສວມ​ສ​ລອງ​ພຣະ​ອົງ​ສີ​ຟ້າ​ແລະ​ສີ​ຂາວ ພ້ອມ​ກັບ​ມົງ​ກຸດ​ທອງ​ຄຳ​ໃຫຍ່​ແລະ​ເສື້ອ​ຄຸມ​ຜ້າ​ປ່ານ​ສີ​ມ່ວງ ຝ່າຍ​ຊາວ​ນະ​ຄອນ​ຊູ​ຊາ​ກໍ​ໂຮ່ຮ້ອງ​ຊົມ​ຊື່ນ​ຍິນ​ດີ

16 ພວກ​ຢິວ​ມີ​ສະ​ວັດ​ດີ​ພາບ ຄວາມ​ຍິນ​ດີ ຊື່ນ​ບານ​ແລະ​ມີ​ກຽດ

17 ທຸກ​ມົນ​ທົນ​ທຸກ​ເມືອງ ບໍ່​ວ່າ​ບ່ອນ​ໃດ​ທີ່​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ແລະ​ປະ​ກາດ​ຂອງ​ພຣະ​ອົງ​ມາ​ເຖິງ ກໍ​ມີ​ຄວາມ​ຍິນ​ດີ​ແລະ​ຄວາມຊື່ນ​ບານ​ຖ້າມ​ກາງ​ພວກ​ຢິວ ມີ​ການ​ລ້ຽງ​ແລະ​ວັນ​ລື້ນ​ເຣີງ ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຈາກ​ຊົນ​ຊາດ​ຂອງ​ປະ​ເທດກໍ​ປະ​ກາດ​ຕົວ​ເປັນ​ພວກ​ຢິວ ເພາະ​ຄວາມ​ຢ້ານ​ພວກ​ຢິວ​ມາ​ຄອບ​ງຳ​ເຂົາ

 

9. ພວກ​ຢິວ​ທຳ​ລາຍ​ບັນ​ດາ​ສັດ​ຕ​ຣູ​ຂອງ​ຕົນ

1   ໃນ​ເດືອນ​ທີ່​ສິບ​ສອງ​ຊຶ່ງ​ເປັນ​ເດືອນ​ອາ​ດາ​ຣ໌ ວັນ​ທີ່​ສິບ​ສາມ​ເດືອນ​ນັ້ນ ເມື່ອ​ຈະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາທີ່​ປະ​ກາດ​ເປັນ​ທາງ​ການ ໃນ​ວັນ​ນັ້ນ​ເອງ​ທີ່​ສັດ​ຕ​ຣູ​ຂອງ​ພວກ​ຢິວ​ຫວັງ​ຈະ​ເປັນ​ໃຫຍ່​ເຫນືອ​ພວກ​ຢິວ (ແຕ່​ຊຶ່ງ​ຖືກ​ປ່ຽນ​ໄປ​ເປັນ​ວັນ​ທີ່​ພວກ​ຢິວ​ໄດ້​ຄວາມ​ເປັນ​ໃຫຍ່​ເຫນືອ​ພວກ​ທີ່​ກຽດ​ຊັງ​ເຂົາ)

2   ພວກ​ຢິວ​ກໍ​ຊຸມ​ນຸມ​ກັນ​ໃນ​ບັນ​ດາ​ຫົວ​ເມືອງ​ຕລອດ​ທົ່ວ​ທຸກ​ມົນ​ທົນ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ​ເພື່ອ​ຈະ​ຂ້າ​ພວກ​ທີ່​ຫາ​ຊ່ອງ​ທຳ​ຮ້າຍ​ເຂົາ ບໍ່​ມີ​ຜູ້​ໃດ​ຕໍ່​ຕ້ານ​ພວກ​ເຂົາ​ໄດ້ ເພາະ​ຄວາມ​ຢ້ານ​ເຂົ​ຄອບ​ງຳ​ເຫນືອ​ຊົນ​ຊາດ​ທັງ​ປວງ

3   ບັນ​ດາ​ເຈົ້າ​ນາຍ​ທັງ​ປວງ​ຂອງ​ມົນ​ທົນ​ແລະ​ຜູ້​ປົກ​ຄອງ​ແຂວງ​ແລະຜູ້​ວ່າ​ຣາ​ຊ​ການ​ເມືອງ​ແລະ​ເຈົ້າ​ຫນ້າ​ທີ່​ຣາ​ຊ​ການ​ກໍ​ຊ່ອຍພວກ​ຢິວ​ດ້ວຍ ເພາະ​ຄວາມ​ຢ້ານ​ໂມ​ຣ໌​ເດ​ກັຍ​ຄອບ​ງຳ​ເຂົາ

4   ເຫດ​ວ່າ​ໂມ​ຣ໌​ເດ​ກັຍ​ເປັນ​ໃຫຍ່​ຢູ່​ໃນ​ສຳ​ນັກ​ຂອງ​ພຣະ​ຣາ​ຊາ​ແລະ​ຊື່​ສຽງ​ຂ​ອງ​ທ່ານ​ຊ່າ​ລື​ໄປ​ທົ່ວ​ທຸກ​ມົນ​ທົນ ເພາະ​ຊາຍ​ທີ່​ຊື່​ໂມ​ຣ໌​ເດ​ກັຍ​ນັ້ນ​ມີ​ອຳ​ນາດ​ຫລາ​ຍ​ຍິ່ງຂຶ້ນທຸກທີ

5   ພວກ​ຢິວ​ຈຶ່ງ​ໂຈມຕີ​ສັດ​ຕ​ຣູ​ທັງ​ຫມົດ​ຂອງ​ຕົນ​ດ້ວຍ​ດາບ ຂ້າ​ແລະ​ທຳ​ລາຍ​ເຂົາ ແລະ​ທຳ​ແກ່​ຜູ້​ທີ່​ກຽດ​ຊັງ​ເຂົາ​ຕາມ​ໃຈ​ຊອບ

6   ໃນ​ຊູ​ຊາ​ເມືອງ​ປ້ອມ​ພວກ​ຢິວ​ໄດ້​ຂ້າ​ແລະ​ທຳ​ລາຍ​ລ້າງ​ເສັຽ​ຫ້າ​ຮ້ອຍ​ຄົນ

7   ໄດ້​ຂ້າ​ປາ​ຣ໌​ຊານ​ດາ​ທາ ດັນ​ໂຟນ ອັ​ສ​ຊາ​ທາ

8   ໂປ​ຣາ​ທາ ອາ​ດາ​ລິອາ ອຣີ​ດາ​ທາ

9   ປາ​ຣ໌​ມັ​ສຕາ ອາ​ຣີ​ຊັຍ ອຣີ​ດັຍ ວັຍ​ຊາ​ທາ

10 ບຸດ​ຊາຍ​ທັງ​ສິບ​ຂອງ​ຮາ​ມານ​ບຸດ​ຮາມ​ເມ​ດາ​ທາ ສັດ​ຕ​ຣູ​ຂອງ​ພວກ​ຢິວ ແຕ່​ເຂົາ​ບໍ່​ໄດ້​ປຸ້ນ​ເຂົ້າ​ຂອງ

11 ໃນ​ວັນ​ນັ້ນ​ຈຳ​ນ​ວນ​ຄົນ​ທີ່​ຖືກ​ຂ້າ​ໃນ​ຊູ​ຊາ​ເມືອງ​ປ້ອມ​ກໍ​ຖືກ​ນຳ​ມາ​ສ​ເນີ​ພຣະ​ຣາ​ຊາ

12 ເຈົ້າ​ຊີ​ວິດຈຶ່ງ​ສັ່ງ​ກັບ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ວ່າ, “ພວກ​ຢິວ​ໄດ້​ຂ້າ​ເສັຽ​ຫ້າ​ຮ້ອຍ​ຄົນ​ໃນ​ຊູ​ຊາ​ເມືອງ​ປ້ອມ ຮວມ​ທັງ​ບຸດ​ຊາຍ​ທັງ​ສິບ​ຄົນ​ຂອງ​ຮາ​ມານ​ດ້ວຍ ໃນ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ໄດ້​ທຳ​ຫຍັງ​ກັນ ບັດນີ້​ຄຳ​ຮ້ອງ​ຂອງ​ພຣະ​ນາງຄື​ຫຍັງ ເຣົາ​ຈະ​ປະ​ທານ​ໃຫ້ ຄຳ​ທູນ​ຂອງ​ພຣະ​ນາງ​ຕໍ່​ໄປ​ມີ​ຫຍັງ​ອີກ ເຮົາ​ກໍ​ຈະ​ກະ​ທຳ​ໃຫ້​ສຳ​ເຣັດ

13 ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​   ພຣະ​ຣາ​ຊາ ຂໍ​ໃຫ້​ພວກ​ຢິວ​ທີ່​ຢູ່​ໃນ​ຊູ​ຊາ ໄດ້​ກະ​ທຳ​ຕາມ​ຄຳ​ປະ​ກາດ​ຂອງວັນ​ນີ້​ໃນ​ມື້​ອື່ນ​ອີກ ແລະ​ຂໍ​ໃຫ້​ແຂວນຄໍ​ບຸດ​ຊາຍ​ທັງ​ສິບ​ຂອງ​ຮາ​ມານ​ເທິງ​ຫລັກ​​ນັ້ນ”

14 ພຣະ​ຣາ​ຊາ​ໄດ້​ຊົງ​ບັນ​ຊາ​ໃຫ້​ກະ​ທຳ​ເຊັ່ນ​ນັ້ນ ມີ​ປະ​ກາດ​ອອກ​ໃນ​ຊູ​ຊາ ແລະ​ບຸດ​ທັງ​ສິບ​ຂອງ​ຮາ​ມານ ​ກໍ​ຖືກ​ແຂວນຄໍ​ເທິງ​ຫລັກ

15 ພວກ​ຢິວ​ທີ່ຢູ່ໃນ​ຊູ​ຊາ​ຊຸມ​ນຸມ​ກັນ​ໃນ​ວັນ​ທີ່​ສິບ​ສີ່​ເດືອນ​ອາ​ດາ​ຣ໌​ດ້ວຍ ແລະ​ໄດ້​ຂ້າ​ສາມ​ຮ້ອຍ​ຄົນ​ໃນ​ຊູ​ຊາ ແຕ່​ເຂົາ​ບໍ່​ໄດ້ຍຶດ​ສິ່ງ​ຂອງເທ​ສ​ການ​ປູ​ຣິ​ມ

16 ຝ່າຍ​ພວກ​ຢິວ​ອື່ນໆ​ຊຶ່ງ​ຢູ່​ໃນ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ກໍ​ຊຸມ​ນຸມ​ກັນ​ປ້ອງ​ກັນຊີ​ວິດ ແລະ​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ເຂົາ ເຂົາ​ຂ້າ​ຜູ້​ທີ່​ກຽດຊັງ​ເຂົາ​ເສັຽ​ເຈັດ​ຫມື່ນ​ຫ້າ​ພັນ​ຄົນ ແຕ່​ເຂົາ​ບໍ່​ໄດ້​ຍຶດ​ສິ່ງ​ຂອງ

17 ເຫດ​ນີ້​ເກີດ​ຂຶ້ນ​ໃນ​ວັນ​ທີ່​ສິບ​ສາມ​ເດືອນ​ອາ​ດາ​ຣ໌ ແລະ​ໃນ​ວັນ​ທີ່​ສິບ​ສີ່​ເຂົາຢຸດ​ພັກ ແລະ​ກະ​ທຳ​ວັນ​ນັ້ນ​ໃຫ້​ເປັນ​ວັນ​ກິນ​ລ້ຽງ​ແລະ​ຍິນ​ດີ

18 ແຕ່​ພວກ​ຢິວ​ທີ່​ຢູ່​ໃນ​ຊູ​ຊາ​ຊຸມ​ນຸມ​ກັນ​ໃນ​ວັນ​ທີ່​ສິບ​ສາມ​ແລະ​ວັນ​ທີ່​ສິບ​ສີ່ ແລະ​ຢຸດ​ພັກ​ໃນ​ວັນ​ທີ່​ສິບ​ຫ້າ ທຳ​ໃຫ້​ວັນ​ນັ້ນ​ເປັນ​ວັນ​ກິນ​ລ້ຽງ​ແລະ​ຍິນ​ດີ

19 ເຫດ​ສັນ​ນັ້ນ​ພວກ​ຢິວ​ໃນ​ຊົນ​ນະ​ບົດ ທີ່​ຢູ່​ຕາມ​ຫົວ​ເມືອງ​ທີ່​ມີ​ກຳ​ແພງ​ຖື​ວັນ​ແຫ່ງ​ຄວາມ​ຍິນ​ດີ​ແລະ​ກິນ​ລ້ຽງ ແລະ​ຖື​ເປັນ​ວັນ​ລື້ນ​ເຣີງ ແລະ​ເປັນ​ວັນ​ທີ່​ເຂົາ​ສົ່ງ​ຂອງ​ຂວັນ​ໄປ​ໃຫ້​ກັນ​ແລະ​ກັນ

20 ແລະ​ໂມ​ຣ໌​ເດ​ກັຍ​ບັນ​ທຶກ​ເຣື່ອງ​ນີ້​ແລະ​ສົ່ງ​ຈົດ​ຫມາຍ​ໄປ​ຍັງ​ພວກ​ຢິວ​ທັງ​ປວງ​ຜູ້​ຢູ່​ໃນ​ມົນ​ທົນ​ທັງ​ປວງ​ຂອງ​ກະ​ສັດ​ອາ​ຮາ​ຊູ​ອາ​ຮັສ ທັງ​ໃກ້​ແລະ​ໄກ

21 ຊັກ​ຊວນ​ເຂົາ​ໃຫ້​ຖື​ວັນ​ທີ່​ສິບ​ສີ່​ເດືອນ​ອາດ​ຣ໌ ແລ​ວັນ​ທີ່​ສິບ​ຫ້າ​ເດືອນ​ດຽວ​ກັນ​ທຸກໆ​ປີ

22 ເປັນ​ວັນ​ທີ່​ພວກ​ຢິວ​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ເຂົ ແລະ​ເປັນ​ເດືອນ​ທີ່​ປ່ຽນ​ຄວາມ​ໂສກ​ເສົ້າ​ເປັນ​ຄວາມ​ຍິນ​ດີ ແລະ​ການ​ຄ່ຳ​ຄວນ​ເປັນ​ວັນ​ລື້ນ​ເຣີງໃຫ້​ແກ່​ເຂົາ ແລະ​ໃຫ້​ເຂົາ​ຖື​ເປັນ​ວັນ​ກິນ​ລ້ຽງ​ແລະ​ວັນ​ຍິນ​ດີ ເປັນ​ວັນ​ທີ່​ສົ່ງ​ຂອງ​ຂວັນ​ແກ່​ກັນ​ແລະ​ກັນ ແລະ​ໃຫ້​ຂອງ​ຂວັນ​ແກ່​ຄົນ​ຈົນ

23 ພວກ​ຢິວ​ຈຶ່ງ​ຕົກ​ລົງ​ກະ​ທຳ​ຕາມ​ທີ່​ເຂົາ​ຕັ້ງ​ຕົ້ນ​ແລ້ວ ແລະ​ຕາມ​ທີ່​ໂມ​ຣ໌​ເດ​ກັຍ​ຂຽນ​ໄປ​ເຖິງ​ເຂົາ

24 ເພາະ​ຮາ​ມານ​ບຸດ​ຮາມ​ເມ​ດາ​ທາ ຄົນ​ອາກາກ ສັດ​ຕ​ຣູ​ຂອງ​ພວກ​ຢິວ​ທັງ​ປວງ ໄດ້​ປອງ​ຮ້າຍ​ຕໍ່​ພວກ​ຢິວ​ເພື່ອ​ທຳ​ລາຍ​ເຂົາ ໄດ້​ໃຊ້​ສະ​ຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ ປູ​ຣິມ) ເພື່ອ​ລ້າງ​ຜານ​ແລະ​ທຳ​ລາຍ​ເຂົາ

25 ແຕ່​ເມື່ອ​ພຣະ​ນາງ​ເອ​ສ​ເທີ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ພຣະ​ອົງ​ຊົງ​ຮັບ​ສັ່ງ​ເປັນ​ລາຍ​ລັກ​ອັ​ກ​ສອນ​ໃຫ້​ແຜນ​ການ​ມຸ່ງ​ຮ້າຍ​ຂອງ​ທ່ານ ຊຶ່ງ​ທ່ານ​ໄດ້​ຄຶດ​ຕໍ່​ພວກ​ຢິວ​ນັ້ນ​ກັບ​ຕົກ​ລົງ​ເທິງ​ຫົວ​ຂອງ​ທ່ານ​ເອງ ແລະ​ໃຫ້​ຕົວ​ທ່ານ​ກັ​ບ​ບຸດ​ຂອງ​ທ່ານ​ຖືກ​ແຂວນຄໍ​ເທິງ​ຫລັກ

26 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ວັນ​ເຫລົ່າ​ນີ້​ວ່າ ປູ​ຣິມ ຕາມ​ຄຳ​ປູ​ຣ໌ ດັ່ງ​ນັ້ນ​ເພາະ​ທຸກ​ຢ່າງ​ທີ່​ຂຽ​ນ​ໄວ້​ໃນ​ຈົດ​ຫມາຍ​ນີ້ ແລະ​ເພາະ​ສິ່ງ​ທີ່​ພວກ​ຢິວ​ຕ້ອງ​ຜະ​ເຊີນ​ໃນ​ເຣື່ອງ​ນີ້ ແລະ​ສິ່ງ​ທີ່​ອຸ​ບັດ​ແກ່​ເຂົາ

27 ພວກ​ຢິວ​ກໍ​ກຳ​ນົດ​ແລະ​ຮັບ​ວ່າ​ຕົວ​ເຂົ​ເອງ ເຊື້ອ​ສາຍ​ຂອງ​ເຂົາ ແລະ​ບັນ​ດາ​ຜູ້​ທີ່​ຈະ​ເປັນ​ຢິວ​ວ່າ ຢິວ​ຈະ​ຖື​ສອງວັນ​ນີ້​ດັ່ງ​ທີ່​ຂ​ຽນ​ໄວ້ ແລະ​ຕາມ​ເວ​ລາ​ກຳ​ນົດ​ໄວ້​ທຸກ​ປີ​ບໍ່​ໄດ້​ຂາດ

28 ແລະ​ວ່າ​ຈະ​ຈົດ​ຈຳ​ວັນ​ເຫລົ່າ​ນີ້ ແລະ​ຖື​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ ທຸກ​ຕະ​ກູນ ມົນ​ທົນ​ແລະ​ເມືອງ ວັນ​ເທ​ສ​ການ​ປູ​ຣິມ​ນີ້​ຈະ​ບໍ່​ເລີກ​ໃນ​ຖ້າມ​ກາງ​ພວກ​ຢິວ ຫລື​ການ​ຣະ​ລຶກ​ເຖິງວັນ​ເຫລົ່າ​ນີ້​ຈະ​ບໍ່​ສິ້ນ​ລົງ​ໃນ​ເຊື້ອ​ສາຍ​ຂອງ​ເຂົາ​ເລີຍ

29 ແລ້ວ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ທິ​ດາ​ຂອງ​ອາ​ບີ​ຮາ​ອິນ ກັບ​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ ກໍ​ຂຽນ​ເປັນ​ລາຍ​ລັກ​ອັກ​ສອນ​ຮັບ​ຮອງ​ຈົດ​ຫມາຍ​ສະ​ບັບ​ທີ່​ສອງ​ນີ້​ເຣື່ອງ  ​ເທ​ສ​ການ​ປູ​ຣິມ

30 ໃຫ້​ສົ່ງ​ຈົດ​ຫມາຍ​ໄປ​ເຖິງ​ຢິວ​ທັງ​ປວງ​ໃນ​ນຶ່ງ​ຮ້ອຍ​ຊາວ​ເຈັດ​ມົນ​ທົນ​ຂອງ​ອາ​ຮາ​ຊູ​ອາ​ຮັສ ເປັນ​ຄຳ​ອວຍ​ພອນ​ໃຫ້​ຢູ່​ເຢັນ​ເປັນ​ສຸ​ກ

31 ແລະ​ໃຫ້​ຖື​ວັນ​ເທ​ສ​ການ​ປູ​ຣິມ​ເຫລົ່າ​ນີ້​ຕາມ​ກຳ​ນົດ​ຣະ​ດູ​ການ ດັ່ງ​ທີ່​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ ແລະ​ພຣະ​ຣາ​ ຊີ​ນີ​ເອ​ສ​ເທີ​ມີ​ຄຳ​ສັ່ງ​ພວກ​ຢິວ ແລະ​ຕາມ​ທີ່​ເຂົາ​ຕັ້ງ​ໄວ້​ສຳ​ລັບ​ຕົນ​ເອງ​ແລະ​ສຳ​ລັບ​ເຊື້ອ​ສາຍ​ຂອງ​ເຂົາ​ກ່ຽວ​ກັບ​ການ​ອົດ​ອາ​ຫານ​ແລະ​ການ​ຮ້ອງ​ທຸກ​ຂອງ​ເຂົາ​

32 ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ຕັ້ງ​ລະ​ບຽບ​ການ​ເທ​ສ​ການ​ປູ​ຣິມ​ໄວ້ ແລະ​ມີ​ບັນ​ທຶກ​ໄວ້​ເປັນ​ລາຍ​ລັກ​ອັກ​ສອນ

 

10. ຄວາມ​ຍິ່ງ​ໃຫຍ່​ຂອງ​ໂມຣ໌​ເດ​ກັຍ

1   ກະ​ສັດ​ອາ​ຮາ​ຊູ​ເອ​ຮູສ​ມີ​ຮັບ​ສັ່ງ​ໃຫ້​ເກັບ​ບັນ​ນາ​ການ​ທົ່ວ​ຣາ​ຊ​ອາ​ນາ​ຈັກ ແລະ​ຕາມ​ແຜ່ນ​ດິນ​ຊາຍ​ທະ​ເລ

2   ພຣະ​ຣາ​ຊ​ກິ​ຈ​ອັນ​ປະ​ກອບ​ດ້ວຍ​ພຣະ​ຣາ​ຊ​ອຳ​ນາດ​ແລະ​ອາ​ນຸ​ພາບ ກັບ​ເຣື່ອງ​ຣາວ​ລະ​ອຽດ​ຂອງ​ຍົດ​ສັກ​ອັນ​ສູງ​ຂອງ​ໂມ​ຣ໌​ເດ​ກັຍ ຊຶ່ງ​ພຣະ​ຣາ​ຊາ​ຊົງ​ເລື່ອນ​ທ່ານ​ຂຶ້ນ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ເມເດັຽ ແລະ​ເປີ​ເຊັຽ​ຫລື

3   ເພາະ​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ​ມີ​ຕຳ​ແຫນ່ງ​ຮອງ​ກະ​ສັດ​ອາ​ຮາ​ຊູ​ອາ​ຮູສ ແລະ​ທ່ານ​ເປັນ​ໃຫຍ່​ຖ້າມ​ກາງ​ພວກ​ຢິວ ແລະ​ເປັນ​ທີ່​ຊອບ​ພໍ​ຂອງມວນ​ຍາດ​ພີ່​ນ້ອງ​ຂອງ​ທ່ານ ເພາະ​ທ່ານ​ສ​ແວງ​ຫາ​ຄວາມ​ສຸກ​ໃຫ້​ຊົນ​ຊາດ​ຂອງ​ທ່ານ ແລະ​ເວົ້າ​ໃຫ້​ເກີດ​ສັນ​ຕິ​ສຸກ​ແກ່​ເຊື້ອ​ສາຍ​ທັງ​ປວງ​ຂອງ​ທ່ານ