| Ecclesiastes |
|
![]() |
|
ພຣະທັມປັນຍາຈານ
ປັນຍາຈານ
1
ຖ້ອຍຄຳຂອງປັນຍາຈານ
ຜູ້ເປັນເຊື້ອສາຍຂອງດາວິດກະສັດໃນກຸງເຢຣູຊາເລັມ
2
ປັນຍາຈານກ່າວວ່າ
ອະນິຈັງ
ອະນິຈັງ
ອະນິຈັງ
ອະນິຈັງ
ສາຣະພັດອະນິຈັງ
3
ທີ່ມະນຸດທຳງານຫນັກກາງແດດ
ເຂົາໄດ້ປໂຍດອັນໃດຈາກງານທີ່ເຂົາທຳນັ້ນ
4
ຊົ່ວອາຍຸນຶ່ງຜ່ານໄປ
ແລະອີກຊົ່ວອາຍຸນຶ່ງຕ່າວມາ
ແຕ່ແຜ່ນດິນໂລກຄົງເດີມຢູ່ເປັນນິດ
5
ດວງອາທິດຂຶ້ນ
ແລະດວງອາທິດຕົກ
ແລ້ວເຄື່ອນໄປເຖິ່ງທີ່ຊຶ່ງຂຶ້ນມານັ້ນ
6
ລົມພັດໄປທາງທິດໃຕ້
ແລ້ວວຽນກັບໄປທາງເຫນືອ
ລົມພັດວຽນໄປວຽນມາ
ແລ້ວລົມພັດກັບຕາມທາງວຽນຂອງມັນ
7
ແມ່ນ້ຳທັງຫລາຍໄຫລໄປສູ່ທະເລ
ແຕ່ທະເລກໍບໍ່ເຕັມ
ແມ່ນ້ຳໄຫລໄປສູ່ທີ່ໃດກໍໄຫລໄປສູ່ທີ່ນັ້ນອີກ
8
ສາຣະພັດເມື່ອຍກັນຫມົດ
ຄົນໃດໆກໍປາກບໍ່ອອກ
ດວງຕາກໍເບິ່ງບໍ່ຮູ້ຈັກອີ່ມ
ຫລືຫູກໍຟັງບໍ່ເຕັມ
9
ສິ່ງທີ່ເປັນຂຶ້ນແລ້ວຄືສິ່ງທີ່ຈະເປັນຂຶ້ນອີກ
ສິ່ງທີ່ທຳກັນແລ້ວ
ຄືສິ່ງທີ່ຈະຕ້ອງທຳກັນອີກ
ແລະບໍ່ມີສິ່ງໃດໃຫມ່ພາຍໃຕ້ດວງອາທິດ
10 ມີອີກສິ່ງນຶ່ງຫລືທີ່ເຂົາຈະເວົ້າໄດ້ວ່າ,
“ເບິ່ງແມ໋,
ສິ່ງນີ້ໃຫມ່” ສິ່ງນັ້ນມີຢູ່ແລ້ວໃນສະໄຫມກ່ອນເຮົາທັງຫລາຍ
11 ບໍ່ມີການຈົດຈຳເຖິງສະໄຫມກ່ອນ
ແລະບໍ່ມີການຈົດຈຳສິ່ງຫລັງໆທີ່ຈະເກີດມາ
ໃນຖ້າມກາງບັນດາຜູ້ທີ່ມາພາຍຫລັງ
12 ຂ້າພະເຈົ້າ
ປັນຍາຈານ
ເຄີຍເປັນກະສັດເຫນືອອິສຣາເອນໃນກຸງເຢຣູຊາເລັມ
13 ແລະຂ້າພະເຈົ້າຕັ້ງໃຈຊອກ
ແລະສແວງຫາໂດຍສະຕິປັນຍາ
ສິ່ງທີ່ກະທຳກັນພາຍໃຕ້ຟ້າສວັນ
ເປັນເຣື່ອງຍາກລຳບາກຊຶ່ງພຣະເຈົ້າປະທານໃຫ້ມະນຸດທຳກັນຢູ່ນັ້ນ
14 ຂ້າພະເຈົ້າເຄີຍເຫັນການທັງປວງຊຶ່ງເຂົາກະທຳກັນພາຍໃຕ້ດວງອາທິດ
ແລະເບິ່ງແມ໋,
ສາຣະພັດກໍອະນິຈັງ
ຄືກິນລົມກິນແລ້ງ
15 ສິ່ງທີ່ຄົດຈະທຳໃຫ້ຊື່ບໍ່ໄດ້
ແລະສິ່ງທີ່ຂາດຢູ່ຈະນັບໃຫ້ຄົບບໍ່ໄດ້
16 ຂ້າພະເຈົ້າຣຳພັນກັບຕົນເອງວ່າ,
“ຂ້າພະເຈົ້າມີສະຕິປັນຍາຫລາຍຍິ່ງກວ່າຄົນອື່ນໆທີ່ຄອງຢູ່ເຫນືອກຸງເຢຣູຊາເລັມມາກ່ອນຂ້າພະເຈົ້າ
ໃຈຂ້າພະເຈົ້າກໍຊຳນິຊຳນານໃນສະຕິປັນຍາແລະຄວາມຮູ້ຢ່າງຍິ່ງ”
17 ຂ້າພະເຈົ້າກໍຕັ້ງໃຈຮູ້ສະຕິປັນຍາ
ຮູ້ຄວາມບ້າບໍ
ແລະຄວາມໂງ່
ຂ້າພະເຈົ້າສັງເກດເຫັນວ່າເຣື່ອງນີ້ກໍເປັນແຕ່ກີນລົມກິນແລ້ງດ້ວຍ
18 ເພາະໃນສະຕິປັນຍາຫລາຍໆ
ກໍມີຄວາມທຸກຣະທົມຫລາຍ
ແລະບຸກຄົນທີ່ເພີ້ມຄວາມຮູ້ກໍເພີ້ມຄວາມເສົ້າໂສກ
1
ຂ້າພະເຈົ້າຣຳພັນວ່າ,
“ມາເຖີດ
ມາລອງສນຸກສນານກັນເບິ່ງ
ຈົ່ງສນຸກສະບາຍໃຈໄປ”
ແຕ່ເບິ່ງດູ
ເຣື່ອງນີ້ກໍອະນິຈັງຄືກັນ
2
ຂ້າພະເຈົ້າເວົ້າກ່ຽວກັບການຫົວເລາະວ່າ,
“ບ້າໆ ບໍໆ”
ແລະກ່າວເຖິງຄວາມສນຸກສນານວ່າ
“ມີປໂຍດຫຍັງ”
3
ຂ້າພະເຈົ້າຄິດເບິ່ງວ່າຈະທຳຢ່າງໃດ
ກາຍຈຶ່ງຈະຄຶກຄັກດ້ວຍເຫລົ້າອະງຸ່ນ
ແລະໃຈຍັງຄົງແນະນຳຂ້າພະເຈົ້າດ້ວຍສະຕິປັນຍາ
ແລະຈະຍຶດຄວາມໂງ່ໄວ້ຢ່າງໃດ
ຈົນຂ້າພະເຈົ້າຈະເຫັນໄດ້ວ່າ
ແມ່ນຫຍັງຈະດີສຳລັບໃຫ້ບັນດາບຸດຂອງມະນຸດທຳພາຍໃຕ້ທ້ອງຟ້າຕລອດຊີວິດຂອງເຂົາ
4
ຂ້າພະເຈົ້າໄດ້ທຳສິ່ງທີ່ຍິ່ງໃຫຍ່
ຂ້າພະເຈົ້າໄດ້ສ້າງເຮືອນຫລາຍຫລັງ
ແລະທຳສວນອະງຸ່ນຫລາຍບ່ອນ
5
ຂ້າພະເຈົ້າທຳສວນຜົນລະໄມ້
ແລະສວນພັກຜ່ອນຢ່ອນໃຈຫລາຍບ່ອນ ປູກຕົ້ນໄມ້ມີຫມາກຫລາຍຢ່າງໄວ້ໃນສວນເຫລົ່ານັ້ນ
6
ຂ້າພະເຈົ້າສ້າງສະນ້ຳຫລາຍສຳລັບຕົນເອງ
ເພື່ອຈະໃຊ້ນ້າໃນສະນັ້ນຫົດຫມູ່ໄມ້ທີ່ກຳລັງງອກງາມ
7
ຂ້າພະເຈົ້າຊື້ທາດຊາຍຍິງໄວ້
ມີທາດເກີດຂຶ້ນໃນບ້ານ
ຂ້າພະເຈົ້າມີຝູງງົວ
ຝູງແບ້
ຝູງແກະເປັນສົມບັດຫລາຍກວ່າຂອງບັນດາຄົນທີ່ຢູ່ໃນກຸງເຢຣູຊາເລັມກ່ອນຂ້າພະເຈົ້າ
8
ຂ້າພະເຈົ້າສະສົມເງິນທອງໄວ້
ແລະສະສົມຊັບສົມບັດອັນຄວນຄູ່ກັບກະສັດ
ແລະຄວນຄູ່ກັບເມືອງທັງຫລາຍ
ຂ້າພະເຈົ້າມີນັກຮ້ອງຊາຍຍິງສຳລັບຕົນ
ແລະເມັຽນ້ອຍ
ຊຶ່ງເປັນສິ່ງທີ່ປາຖນາຜູ້ຊາຍ
9
ຂ້າພະເຈົ້າຈຶ່ງເປັນໃຫຍ່ເປັນໂຕກວ່າບັນດາຄົນທີ່ເຄີຍຢູ່ມາກ່ອນຂ້າພະເຈົ້າໃນເຢຣູຊາເລັມ
ແລະສະຕິປັນຍາຂອງຂ້າພະເຈົ້າຍັງຄົງຢູ່ກັບຂ້າພະເຈົ້າດ້ວຍ
10 ສິ່ງໃດໆທີ່ນັຍຕາຂອງຂ້າພະເຈົ້າຢາກເຫັນ
ຂ້າພະເຈົ້າກໍບໍ່ປິດບັງ
ຂ້າພະເຈົ້າບໍ່ໄດ້ຫ້າມໃຈຈາກຄວາມສນຸກໃດໆ
ເພາະໃຈຂ້າພະເຈົ້າຄວາມເພີດເພີນໃນບັນດາງານຂອງຂ້າພະເຈົ້າ
ແລະນີ້ເປັນຣາງວັນຈາກງານຂອງຂ້າພະເຈົ້າ
11 ແລ້ວຂ້າພະເຈົ້າຫັນມາເບິ່ງບັນດາສິ່ງທີ່ມືຂ້າພະເຈົ້າໄດ້ທຳ
ແລະຄວາມເມື່ອຍທີ່ຂ້າພະເຈົ້າທຸ່ມເທລົງໄປ
ແລະເບິ່ງແມ໋,
ທຸກສິ່ງກໍອະນິຈັງ
ຄືກິນລົມກິນແລ້ງ
ແລະບໍ່ມີປໂຍດອັນໃດພາຍໃຕ້ດວງອາທິດ
12 ຂ້າພະເຈົ້າຈຶ່ງຫັນມາພິເຄາະສະຕິປັນຍາ
ຄວາມບ້າບໍ
ແລະຄວາມໂງ່ຈ້າ
ເພາະຄົນທີ່ມາພາຍຫລັງກະສັດ
ຈະທຳສິ່ງໃດໄດ້ແດ່
ເຂົາກໍທຳສິ່ງທີ່ເຂົາທຳກັນມາດົນນານແລ້ວນັ້ນໄດ້
13 ຂ້າພະເຈົ້າເຫັນວ່າສະຕິປັນຍາວິເສດກວ່າຄວາມໂງ່ຈ້າ
ເຫມືອນຄວາມສວ່າງວິເສດກວ່າຄວາມມືດ
14 ຄົນມີສະຕິປັນຍາມີຕາຢູ່ໃນສະຫມອງ
ແຕ່ຄົນໂງ່ຈ້າເດີນໃນຄວາມມືດ
ແຕ່ຂ້າພະເຈົ້າຍັງເຫັນວ່າ
ເຄາະຢ່າງດຽວກັນເກີດຂຶ້ນແກ່ເຂົາທັງມວນ
15 ຂ້າພະເຈົ້ານຶກໃນໃຈວ່າ,
“ເຄາະກັມອັນໃດເກີດແກ່ຄົນໂງ່ຈ້າສັນໃດ
ກໍຄົງຈະເກີດກັບຂ້າພະເຈົ້າສັນນັ້ນ
ຖ້າເຊັ່ນນັ້ນແລ້ວຂ້າພະເຈົ້າຈະມີສະຕິປັນຍາຫລາຍເຮັດຫຍັງ”
ຂ້າພະເຈົ້ານຶກໃນໃຈເຣື່ອງນີ້ກໍອະນິຈັງເຫມືອນກັນ
16 ເພາະບໍ່ມີໃຜລະນຶກເຖິງຄົນມີສະຕິປັນຍາເຊັ່ນດຽວກັບຄົນໂງ່ຈ້າ
ດ້ວຍເຫັນວ່າໃນອານາຄົດກໍລືມກັນໄປຫມົດແລ້ວ
ຄົນມີສະຕິປັນຍາກໍຕາຍເຫມືອນຄົນໂງ່ຈ້າ
17 ຂ້າພະເຈົ້າຈຶ່ງຊັງຊີວິດ
ເພາະວ່າວຽກງານທີ່ເຂົາທຳກັນພາຍໃຕ້ດວງອາທິດ
ກໍ່ຄວາມສລົດໃຈໃຫ້ແກ່ຂ້າພະເຈົ້າ
ເພາະສາຣະພັດກໍອະນິຈັງຄືກິນລົມກິນແລ້ງ
18 ຂ້າພະເຈົ້າຊັງວຽກງານທັງສິ້ນຂອງຂ້າພະເຈົ້າ
ຊຶ່ງຂ້າພະເຈົ້າໄດ້ທຳຢູ່ພາຍໃຕ້ດວງອາທິດ
ເພາະຂ້າພະເຈົ້າຈະຕ້ອງປະສິ່ງເຫລົ່ານັ້ນໄວ້ໃຫ້ແກ່ຄົນທີ່ມາພາຍຫລັງຂ້າພະເຈົ້າ
19 ແລ້ວໃຜຈະໄປຮູ້ວ່າຄົນໆນັ້ນຈະເປັນຄົນມີສະຕິປັນຍາຫລືຄົນໂງ່ຈ້າ
ປານນັ້ນເຂົາກໍຄອບຄອງບັນດາການງານຂອງຂ້າພະເຈົ້າ
ທີ່ຂ້າພະເຈົ້າໄດ້ທຳຢ່າງຫນັກຫນ່ວງມາ
ແລະທີ່ຂ້າພະເຈົ້າໃຊ້ສະຕິປັນຍາທຳພາຍໃຕ້ດວງອາທິດ
20 ຂ້າພະເຈົ້າຈຶ່ງກັບອັດອັ້ນຕັນໃຈເຖິງເຣື່ອງການງານຂອງຂ້າພະເຈົ້າ
ຊຶ່ງຂ້າພະເຈົ້າໄດ້ທຳມາພາຍໃຕ້ດວງອາທິດ
21 ດ້ວຍວ່າມີຄົນທີ່ທຳງານໂດຍໃຊ້ສະຕິປັນຍາ
ຄວາມຮູ້
ແລະຄວາມຊຳນານ
ແຕ່ແລ້ວກໍປະສິ່ງເຫລົ່ານັ້ນໃຫ້ເປັນສ່ວນຂອງອີກຄົນນຶ່ງທີ່ບໍ່ໄດ້ອອກແຮງທຳເພື່ອການນັ້ນ
ນີ້ກໍອະນິຈັງດ້ວຍແລະບໍ່ຖືກຕ້ອງເລີຍ
22 ເພາະວ່າເຂົາໄດ້ອັນໃດຈາກບັນດາງານທີ່ທຳຫນັກຫນ່ວງ
ທັງວິຕົກກັງວົນທີ່ເຂົາຕ້ອງທຳພາຍໃຕ້ດວງອາທິດ
23 ດ້ວຍວ່າປີ
ເດືອນຂອງເຂົາມີແຕ່ຄວາມເຈັບປວດ
ແລະກິຈທຸຣະຂອງເຂົາກໍ່ຄວາມສລົດໃຈ
ເຖິງກາງຄືນຈິດໃຈຂອງເຂົາກໍບໍ່ໄດ້ຢຸດພັກສງົບ
ນີ້ກໍອະນິຈັງດ້ວຍ
24 ສຳລັບມະນຸດນັ້ນ
ບໍ່ມີອັນໃດດີໄປກວ່າກິນແລະດື່ມ
ກັບຫາຄວາມຊື່ນບານໃນການງານຂອງເຂົາ
ນີ້ແຫລະຂ້າພະເຈົ້າເຫັນວ່າເປັນມາຈາກພຣະຫັດຂອງພຣະເຈົ້າ
25 ຖ້າບໍ່ອາໄສພຣະອົງແລ້ວ
ໃຜຈະກິນໄດ້ບໍ່
ຫລືໃຜຈະມີຄວາມຊື່ນບານໄດ້
26 ເພາະວ່າພຣະເຈົ້າປະທານສະຕິປັນຍາ
ຄວາມຮູ້ ແລະຄວາມຍິນດີໃຫ້ແກ່ຄົນທີ່ພຣະອົງຊົງພໍພຣະທັຍ
ແຕ່ສ່ວນຄົນບາບພຣະອົງປະທານງານທີ່ຕ້ອງເກັບກ່ຽວແລະສະສົມ
ເພື່ອໃຫ້ແກ່ຜູ້ທີ່ພຣະເຈົ້າພໍພຣະທັຍ
ນິ້ກໍອະນິຈັງດ້ວຍຄືກິນລົມກິນແລ້ງ
1
ມີຣະດູການສຳລັບທຸກສິ່ງ
ແລະມີເວລາສຳລັບເຣື່ອງຣາວທຸກຢ່າງພາຍໃຕ້ຟ້າສວັນ
2
ມີເວລາເກີດ
ແລະເວລາຕາຍ
ມີເວລາປູກ
ແລະເວລາຖອນສິ່ງທີ່ປູກຖິ້ມ
3
ມີເວລາຂ້າ
ແລະເວລາຮັກສາໃຫ້ຫາຍ
ມີເວລາມ້າງລົງ
ແລະເວລາກໍ່ສ້າງຂຶ້ນ
4
ມີເວລາຮ້ອງໄຫ້
ແລະເວລາຫົວເລາະ
ມີເວລາໄວ້ທຸກ
ແລະເວລາເຕັ້ນຣຳ
5
ມີເວລາໂຍນຫີນຖິ້ມ
ແລະເວລາເກັບຮວບຮວມຫີນ
ມີເວລາສວມກອດ
ແລະເວລາງົດເວັ້ນການສວມກອດ
6
ມີເວລາສແວງຫາ
ແລະເວລາສູນເສັຽ
ເວລາເກັບຮັກສາໄວ້
ແລະເວລາໂຍນຖີ້ມໄປ
7
ມີເວລາຈີກຂາດ
ແລະເວລາຫຍີບ
ເວລາມິດ
ເວລາເວົ້າ
8
ມີເວລາຮັກ
ແລະເວລາຊັງ
ເວລາສົງຄາມ
ແລະເວລາສັນຕິ
9
ຄົນງານໄດ້ກຳໄລອັນໃດຈາກການງານຂອງເຂົາ
10 ຂ້າພະເຈົ້າເຫັນທຸຣະກິດຊຶ່ງພຣະເຈົ້າປະທານໃຫ້ມະນຸດທຳ
11 ພຣະອົງຊົງກະທຳໃຫ້ສັພສິ່ງງົດງາມຕາມຣະດູການຂອງມັນ
ພຣະອົງຊົງບັນຈຸນິຣັນດອນໄວ້ໃນຈິດໃຈຂອງມະນຸດ
ແຕ່ມະນຸດຍັງເບິ່ງບໍ່ເຫັນວ່າພຣະເຈົ້າຊົງກະທຳອັນໃດໄວ້
ຕັ້ງແຕ່ປະຖົມມະການຈົນເຖິງສຸດປາຍ
12 ຂ້າພະເຈົ້າຮູ້ແລ້ວວ່າສຳລັບເຂົາບໍ່ມີອັນໃດທີ່ຈະດີໄປກວ່າຄວາມຍິນດີແລະຣ່າເຣີງຕລອດຊີວິດ
13 ແລະວ່າເປັນຂອງປະທານຈາກພຣະເຈົ້າແກ່ມະນຸດ
ທີ່ຈະໃຫ້ມະນຸດໄດ້ກິນດື່ມແລະເພີດເພີນໃນບັນດາການງານຂອງເຂົາ
14 ຂ້າພະເຈົ້າຮູ້ຢູ່ວ່າສາຣະພັດທີ່ພຣະເຈົ້າຊົງກະທຳກໍດຳຣົງຢູ່ເປັນນິດ
ຈະເພີ້ມເຕີມສິ່ງໃດເຂົ້າໄປອີກກໍບໍ່ໄດ້
ຫລືຈະເອົາສິ່ງໃດອອກເສັຽກໍບໍ່ໄດ້
ພຣະເຈົ້າຊົງກະທຳເຊັ່ນນັ້ນ
ເພື່ອໃຫ້ຄົນທັງຫລາຍມີຄວາມຢຳເກງຕໍ່ພຣະພັກພຣະອົງ
15 ສິ່ງໃດໆຊຶ່ງເປັນຢູ່ໃນປະຈຸບັນກໍເປັນຢູ່ນານມາແລ້ວ
ສິ່ງໃດໆທີ່ຈະເປັນມາກໍເຄີຍເປັນຢູ່ນານມາແລ້ວ
ແລະພຣະເຈົ້າຊົງ ສແວງສິ່ງໃດໆທີ່ລ່ວງໄປນັ້ນ
16 ນອກຈາກນີ້
ທີ່ພາຍໃຕ້ດວງອາທິດຂ້າພະເຈົ້າເຫັນວ່າ
ໃນທີ່ຂອງຄວາມຍຸດຕິທັມມີຄວາມອະທັມຢູ່ດ້ວຍ
ແລະໃນທີ່ຂອງຄວາມຊອບທັມມີຄວາມອະທັມຢູ່ດ້ວຍ
17 ຂ້າພະເຈົ້ານຶກໃນໃຈຂອງຂ້າພະເຈົ້າວ່າ
ພຣະເຈົ້າຈະຊົງພິພາກສາຄົນຊອບທັມແລະຄົນອະທັມ
ເພາະມີການກຳນົດໄວ້ສຳລັບທຸກເຣື່ອງ
ແລະສຳລັບການງານທຸກຢ່າງ
18 ຂ້າພະເຈົ້ານຶກໃນໃຈຂອງຂ້າພະເຈົ້າກ່ຽວກັບບັນດາບຸດຂອງມະນຸດວ່າ
ພຣະເຈົ້າຊົງທົດສອບເຂົາເພື່ອຈະສຳແດງວ່າເຂົາບໍ່ດີລື່ນສັດ
19 ເພາະວ່າເຄາະຂອງບັນດາມະນຸດຊາດກັບເຄາະຂອງສັດເດັຽຣະສານນັ້ນເຫມືອນກັນ
ຝ່າຍນຶ່ງຕາຍ
ອີກຝ່າຍນຶ່ງກໍຕາຍເຫມືອນກັນ
ທັງສອງມີລົມຫາຍໃຈຢ່າງດຽວກັນ
ແລະມະນຸດບໍ່ມີຫຍັງດີກວ່າສັດເດັຽຣະສານ
ເພາະສາຣະພັດກໍອະນິຈັງ
20 ທຸກຢ່າງໄປຍັງທີ່ດຽວກັນ
ທຸກຢ່າງເປັນມາຈາກຜົງຂີ້ດິນ
ແລະທຸກຢ່າງກັບເປັນຜົງຂີ້ດິນອີກ
21 ໃຜຮູ້ວ່າຈິດວິນຍານຂອງມະນຸດໄປສູ່ເບື້ອງເທີງຫລືບໍ່
ແລະວິນຍານຂອງສັດເດັຽຣະສານລົງໄປສູ່ພິພົບໂລກຫລືບໍ່
22 ເຫດສັນນັ້ນຂ້າພະເຈົ້າຈຶ່ງເຫັນວ່າ
ບໍ່ມີສິ່ງໃດດີໄປກວ່າທີ່ມະນຸດຈະຍິນດີໃນການງານຂອງຕົນ
ດ້ວຍວ່ານັ້ນເປັນສ່ວນຂອງເຂົາ
ໃຜຈະນໍາເຂົາໃຫ້ເຫັນວ່າສິ່ງໃດຈະເປັນມາພາຍຫລັງເຂົາ
1
ຂ້າພະເຈົ້າເຫັນບັນດາການຂົ່ມເຫັງທີ່ເກີດຂຶ້ນພາຍໃຕ້ດວງອາທິດອີກ
ແລະເບິ່ງດູ
ນ້ຳຕາຂອງຜູ້ທີ່ຖືກຂົ່ມເຫັງບໍ່ມີຄົນເລົ້າໂລມເຂົາ
ຝ່າຍຜູ້ຂົ່ມເຫັງນັ້ນກຸມອຳນາດ
ແຕ່ບໍ່ມີຜູ້ໃດເລົ້າໂລມເຂົາ
2
ເພາະສະນັ້ນຂ້າພະເຈົ້າສະແດງຄວາມຍິນດີວ່າ
ຄົນຕາຍທີ່ຕາຍໄປແລ້ວມີໂຊກດີກວ່າຄົນເປັນທີ່ຍັງເປັນຢູ່
3
ຄົນທີ່ຍັງບໍ່ເປັນມາ
ທີ່ບໍ່ເຫັນການຊົ່ວທີ່ເກີດຂຶ້ນພາຍໃຕ້ດວງອາທິດ
ກໍຍິ່ງດີກວ່າຄົນທັງສອງຈຳພວກນັ້ນ
4
ແລ້ວຂ້າພະເຈົ້າເຫັນວ່າບັນດາການງານຫນັກຫນ່ວງ
ແລະບັນດາຝີມືໃນການງານມາຈາກຄວາມອິດສາຂອງຄົນທີ່ມີຕໍ່ເພື່ອນບ້ານຂອງຕົນ
ນີ້ກໍອະນິຈັງດ້ວຍ
ຄືກິນລົມກິນແລ້ງ
5
ຄົນໂງ່ງໍມື
ແລະກິນເນື້ອຂອງຕົນເອງ
6
ຄວາມສງົບສຸກກຳມືນຶ່ງຍັງດີກວ່າການງານຫນັກສອງກຳມືແລະການກິນລົມກິນແລ້ງ
7
ແລ້ວຂ້າພະເຈົ້າເຫັນອະນິຈັງພາຍໃຕ້ດວງອາທິດອີກ
8
ຄື
ຄົນນຶ່ງຢູ່ຕົວຄົນດຽວ
ບໍ່ມີບຸດ
ຫລືພີ່ນ້ອງ
ແຕ່ເຂົາທຳງານບໍ່ຢຸດຢ່ອນ
ຕາຂອງເຂົາບໍ່ເຄີຍອີ່ມຄວາມຮັ່ງມີ
ເຂົາບໍ່ເຄີຍຄິດວ່າ,
“ຂ້າພະເຈົ້າທຳງານຫນັກຫນ່ວງ
ແລະຕົວຂ້າພະເຈົ້າອົດໆ
ຢາກໆ ເພື່ອຜູ້ໃດ”
ນີ້ກໍອະນິຈັງດ້ວຍ
ແລະເປັນເຣື່ອງວິຕົກກັງວົນ
9
ສອງຄົນດີກວ່າຄົນດຽວ
ເພາະວ່າເຂົາທັງສອງໄດ້ຮັບຜົນຂອງງານດີ
10 ດ້ວຍວ່າຖ້າຄົນນຶ່ງລົ້ມລົງ
ອີກຄົນນຶ່ງຈະໄດ້ຈູງເພື່ອນຂອງຕົນໃຫ້ລຸກຂຶ້ນ
ແຕ່ວິບັດແກ່ຄົນນັ້ນທີ່ຢູ່ຄົນດຽວເມື່ອເຂົາລົ້ມລົງ
ແລະບໍ່ມີຜູ້ອື່ນຈູງຍົກເຂົາໃຫ້ລຸກຂຶ້ນ
11 ອັນນຶ່ງ
ຖ້າສອງຄົນນອນຢູ່ດ້ວຍກັນ
ເຂົາກໍອົບອຸ່ນ
ແຕ່ຖ້ານອນຄົນດຽວຈະອຸ່ນໄດ້ຢ່າງໃດ
12 ແມ້ຄົນນຶ່ງສູ້ຄົນດຽວໄດ້
ສອງຄົນຄົງສູ້ເຂົາໄດ້ແນ່ນອນ
ເຊືອກສາມກຽວຈະຂາດງ່າຍກໍບໍ່ໄດ້
13 ຄົນຫນຸ່ມຍາກຈົນແລະມີສະຕິປັນຍາກໍດີກວ່າກະສັດເຖົ້າຊະຣາ
ແລະໂງ່ຈ້າ
ຜູ້ຮັບຄຳແນະນຳອີກບໍ່ໄດ້ແລ້ວ
14 ເຖິງແມ່ນທ່ານອອກມາຈາກເຮືອນຈຳແລ້ວຂຶ້ນເປັນກະສັດ
ຫລືເກີດເປັນຄົນຍາກຈົນໃນຣາຊອານາຈັກຂອງທ່ານເອງ
15 ຂ້າພະເຈົ້າເຫັນບັນດາຄົນທີ່ມີຊີວິດເຄື່ອນໄຫວຢູ່ພາຍໃຕ້ດວງອາທິດ
ທັງຫນຸ່ມຄົນນັ້ນທີ່ຈະຂຶ້ນໄປແທນທ່ານ
16 ປະຊາຊົນຜູ້ຊຶ່ງທ່ານຢູ່ເຫນືອນັ້ນບໍ່ມີທີ່ສິ້ນສຸດ
ແຕ່ບັນດາຄົນທີ່ມາພາຍຫລັງກໍບໍ່ຍິນດີໃນທ່ານ
ແນ່ນອນ
ນີ້ກໍອະນິຈັງດ້ວຍ
ຄືກິນລົມກິນແລ້ງ
1
ເຈົ້າຈົ່ງລະວັງເທົ້າຂອງເຈົ້າ
ເມື່ອເຈົ້າໄປຍັງພຣະວິຫານຂອງພຣະເຈົ້າ
ເພາະການເຂົ້າໃກ້ຊິດເພື່ອຈະຟັງກໍດີກວ່າຄົນໂງ່ຖວາຍເຄື່ອງບູຊາ
ດ້ວຍວ່າເຂົາບໍ່ຮູ້ວ່າຕົນກຳລັງທຳຊົ່ວ
2
ຄິດກ່ອນຈຶ່ງເວົ້າ
ແລະຢ່າຟ້າວຕັດສິນໃຈຄຳສັນຍາໃດໆກັບພຣະເຈົ້າ
ເພາະວ່າພຣະເຈົ້າຊົງສະຖິດໃນສວັນ
ແລະເຈົ້າຢູ່ເທິງແຜ່ນດິນໂລກ
ເຫດສະນັ້ນເຈົ້າຈົ່ງເວົ້າຫນ້ອຍຄຳ
3
ຝັນເມື່ອມີງານຫລາຍ
ແລະມີສຽງຄົນໂງ່ຈ້າເມື່ອເວົ້າຫລາຍ
4
ເມື່ອເຈົ້າປະຕິຍານບົນໄວ້ຕໍ່ພຣະເຈົ້າ
ຢ່າຊ້າທີ່ຈະແກ້ບົນນັ້ນໃຫ້ສຳເຣັດ
ເພາະພຣະອົງບໍ່ພໍພຣະທັຍກັບຄົນໂງ່ຈ້າ
ຈົ່ງແກ້ບົນຕາມທີ່ເຈົ້າບົນໄວ້ເຖິດ
5
ທີ່ເຈົ້າຈະບໍ່ບົນກໍຍັງດີກວ່າທີ່ເຈົ້າບົນແລ້ວບໍ່ແກ້
6
ຢ່າໃຫ້ປາກຂອງເຈົ້າເປັນເຫດນຳຕົວເຈົ້າໃຫ້ກະທຳຜິດໄປ
ແລະຢ່າເວົ້າຕໍ່ຫນ້າຜູ້ນຳຂ່າວຂອງພຣະເຈົ້າວ່າ
ນີ້ແຫລະເປັນຄວາມເຜີຕົວໄປ
ເຫດໃດຈະໃຫ້ພຣະເຈົ້າຊົງພິໂຣດເພາະສຽງເວົ້າຂອງເຈົ້າ
ແລ້ວເລີຍຊົງທຳລາຍການງານແຫ່ງນ້ຳມືຂອງເຈົ້າເສັຽ
7
ເພາະວ່າເມື່ອຝັນຫລາຍ
ຄຳເວົ້າຖ່ອຍໆກໍຫລາຍ
ເຈົ້າຈົ່ງຢຳເກງພຣະເຈົ້າເຖີດ
ຄວາມອະນິຈັງແຫ່ງຊີວິດ
8
ຖ້າເຈົ້າເຫັນຄົນຈົນໃນເມືອງຖືກຂົ່ມເຫັງກໍດີ
ເຫັນຄວາມຍຸດຕິທັມ
ແລະສິດທິຖືກປະຕິເສດເອົາໄປເສັຽກໍດີ
ເຈົ້າຢ່າປລາດໃຈໃນເຣື່ອງນັ້ນ
ດ້ວຍວ່າມີເຈົ້າຫນ້າທີ່ຄອຍຈັບຕາເຈົ້າຫນ້າທີ່ຢູ່
ແລ້ວຍັງມີຜູ້ສູງກວ່າອີກຊັ້ນນຶ່ງຈັບຕາຢູ່ເຫນືອພວກເຂົາທັງສິ້ນ
9
ນອກຈາກນີ້
ຜົນປໂຍດແຫ່ງແຜ່ນດິນໂລກ
ກໍຢູ່ທີ່ເຂົາເຫລົ່ານັ້ນທັງຫມົດ
ໄຮ່ນາໃດໆກໍຍ່ອມມີກະສັດຢູ່ເຫນືອ
10 ຄົນຮັກເງິນຍ່ອມບໍ່ອີ່ມເງິນ
ແລະຄົນຮັກສົມບັດບໍ່ຮູ້ຈັກອີ່ມກຳໄລນີ້ກໍອະນິຈັງດ້ວຍ
11 ເມື່ອຂອງດີເພີ້ມພູນຂຶ້ນ
ຄົນກິນກໍມີຫລວງຫລາຍຂຶ້ນ
ຄົນທີ່ເປັນເຈົ້າຂອງຊັບຈະໄດ້ປໂຍດອັນໃດ
ນອກຈາກຈະໄດ້ຊົມຫລິ້ນເປັນຂວັນຕາເທົ່ານັ້ນ
12 ການຫລັບຂອງກໍາມະກອນກໍຜາສຸກບໍ່ວ່າເຂົາຈະໄດ້ກິນຫນ້ອຍຫລືໄດ້ກິນຫລາຍ
ແຕ່ຄວາມອີ່ມທ້ອງຂອງຄົນຮັ່ງມີກໍບໍ່ຊ່ອຍເຂົາໃຫ້ຫລັບ
13 ຍັງມີສິ່ງສາມານອັນຫນ້າສລົດໃຈອີກຢ່າງນຶ່ງ
ທີ່ຂ້າພະເຈົ້າເຫັນພາຍໃຕ້ດວງອາທິດ
ຄືຊັບສົມບັດທີ່ເຈົ້າຂອງໄດ້ເກັບໄວ້ຈົນເກີດເປັນໄພແກ່ຕົນ
14 ແລະຊັບສົມບັດນັ້ນສູນເສັຽໄປໂດຍການລົງທຶນທີ່ບໍ່ດີ
ແລະໄດ້ບຸດຊາຍຄົນນຶ່ງເຂົາກໍເປັນຄົນສິ້ນເນື້ອປະດາຕົວ
15 ເຂົາໄດ້ຄອດອອກຈາກທ້ອງມານດາຕົວເປື່ອຍກາຍສັນໃດ
ເຂົາຈະກັບໄປອີກເຊັ່ນດຽວກັນສັນນັ້ນ
ແລະເຂົາຈະເອົາອັນໃດຊຶ່ງເປັນຜົນງານຂອງເຂົາຕິດມືໄປບໍ່ໄດ້ຈັກຢ່າງດຽວ
16 ນີ້ເປັນສິ່ງອັນຫນ້າສລົດໃຈອີກ
ຄືເຂົາໄດ້ເກີດມາຢ່າງໃດເຂົາກໍຕ້ອງໄປຢ່າງນັ້ນ
ເຂົາຈະໄດ້ປໂຍດອັນໃດທີ່ເຂົາໄດ້ລົງແຮງເພື່ອລົມແລ້ງ
17 ອັນນຶ່ງ
ເຂົາມີຊີວິດຢູ່ໃນຄວາມມືດຕລອດປີເດືອນຂອງເຂົາ
ເຂົາມີຄວາມຫຍຸ້ງໃຈຢ່າງສາຫັດ
ມີຄວາມເຈັບໄຂ້
ແລະມີໂມໂຫໂທໂສ
18 ເບິ່ງແມ໋,
ທີ່ຂ້າພະເຈົ້າເຫັນຊອບ
ແລະສົມຄວນ
ຄືໃຫ້ກິນແລະດື່ມ
ກັບຍິນດີໃນບັນດາກິຈການຂອງຕົນ
ທີ່ຕົນກະທຳພາຍໃຕ້ດວງອາທິດ
ຕລອດຊົ່ວອາຍຸອັນສັ້ນໆຂອງຕົນທີ່ພຣະເຈົ້າປະທານແກ່ຕົນເພາະການນີ້ແຫລະເປັນສ່ວນຂອງຕົນ
19 ອັນນຶ່ງທຸກໆຄົນທີ່ພຣະເຈົ້າປະທານຊັບສົມບັດໃຫ້
ກໍໄດ້ຊົງໂຜດໃຫ້ຮັບປະທານຂອງເຫລົ່ານັ້ນໄດ້ຮັບສ່ວນຂອງຕົນ
ແລະຍິນດີໃນການງານຂອງຕົນໄດ້
ນີ້ແຫລະເປັນຂອງປະທານຈາກພຣະເຈົ້າ
20 ເຂົາຈະໄດ້ບໍ່ຕ້ອງນຶກເຖິງປີເດືອນແຫ່ງຊີວິດຂອງຕົນຫລາຍ
ເພາະພຣະເຈົ້າໃຫ້ໃຈເຂົາສາລະວົນຢູ່ກັບຄວາມຊື່ນໃຈ
1
ມີສິ່ງສາມານຢ່າງນຶ່ງທີ່ຂ້າພະເຈົ້າເຫັນພາຍໃຕ້ດວງອາທິດ
ແລະສິ່ງນັ້ນຫນັກແກ່ມະນຸດ
2
ຄືມະນຸດຄົນໃດທີ່ພຣະເຈົ້າປະທານຊັບສົມບັດ
ສິ່ງຂອງແລະຍົດຖາບັນດາສັກໃຫ້
ຈົນສິ່ງໃດໆທີ່ເຂົາປາຖນາສຳລັບຕົນ
ເຂົາກໍມີຄົບບໍ່ຂາດເລີຍ
ແຕ່ພຣະເຈົ້າບໍ່ໄດ້ຊົງໂຜດໃຫ້ເຂົາຊື່ນໃຈໃຊ້ສິ່ງນັ້ນ
ຄົນນອກບ້ານນອກເມືອງກັບເອົາໄປຊື່ນໃຈໃຊ້ເສັຽ
ນີ້ກໍເປັນອະນິຈັງ
ແລະເປັນຄວາມທຸກໃຈຢ່າງຮ້າຍແຮງ
3
ແມ້ວ່າມະນຸດຄົນໃດມີລູກເຖິງຮ້ອຍຄົນ
ແລະມີອາຍຸຢູ່ຫລາຍປີຈົນປີເດືອນຂອງເຂົາມີຫລວງຫລາຍ
ແຕ່ຈິດໃຈຂອງເຂົາບໍ່ໄດ້ອີ່ມດ້ວຍຂອງດີ
ນອກຈາກນີ້
ເຂົາບໍ່ມີງານຝັງສົບຂອງຕົນດ້ວຍ
ຂ້າພະເຈົ້າວ່າລູກທີ່ເກີດມາແທ້ງເສັຽຍັງດີກວ່າຄົນນັ້ນ
4
ເພາະເດັກນັ້ນເກີດມາອະນິຈັງ
ແລະຕາຍໄປໃນຄວາມມືດ
ແລະຊື່ຂອງເຂົາຖືກປິດໄວ້ໃນຄວາມມືດ
5
ນອກຈາກນີ້
ຍັງບໍ່ທັນເຫັນຕາເວັນ
ຫລືຍັງບໍ່ທັນຮູ້ເຣື່ອງຣາວອັນໃດ
ເດັກຄົນນີ້ມີຄວາມສງົບສຸກຍິ່ງກວ່າຜູ້ໃຫຍ່ນັ້ນເສັຽອີກ
6
ແມ້ວ່າເຂົາມີຊີວິດຢູ່ພັນປີທະວີອີກເທົ່າຕົວ
ແຕ່ບໍ່ໄດ້ເຫັນຂອງດີອັນໃດ
ທຸກຄົນບໍ່ໄດ້ລົງໄປທີ່ບ່ອນດຽວກັນຫມົດຫລື
7
ບັນດາການງານຂອງມະນຸດກໍເພື່ອປາກຂອງເຂົາ
ແຕ່ເຖິງປານນັ້ນເຂົາກໍບໍ່ຮູ້ຈັກອີ່ມ
8
ດ້ວຍວ່າຄົນມີສະຕິປັນຍາໄດ້ປຽບອັນໃດກວ່າຄົນໂງ່
ຫລືຄົນຍາກຈົນທີ່ຮູ້ຈັກປະພຶດຕົວຢູ່ຕໍ່ຫນ້າຄົນທີ່ມີຊີວິດກໍໄດ້ປຽບອັນໃດ
9
ເຫັນແລ້ວກັບນັຍຕາກໍດີກວ່າການປ່ອຍໄປຕາມຄວາມປາຖນາ
ນີ້ຄືອະນິຈັງດ້ວຍ
ຄືກິນລົມກິນແລ້ງ
10 ສິ່ງໃດຊຶ່ງມີຢູ່ດຽວນີ້
ເຂົາໄດ້ໃຊ້ຊື່ເອີ້ນສິ່ງນັ້ນນານມາແລ້ວ
ແລະກໍຮູ້ກັນແລ້ວວ່າມະນຸດຄືຫຍັງ
ແລະເຂົາບໍ່ອາດໂຕ້ຖຽງກັບພຣະອົງຜູ້ຊົງຣິດເດຊາກວ່າຕົນໄດ້
11 ເມື່ອເວົ້າຫລາຍກໍຍິ່ງອະນິຈັງຫລາຍແລ້ວຈະເປັນປໂຍດອັນໃດແກ່ມະນຸດ
12 ໃຜຄົນໃດຮູ້ວ່າສິ່ງໃດເປັນສິ່ງທີ່ດີສຳລັບມະນຸດ
ໃນຊີວິດນີ້
ຄືໃນລະຍະວັນເດືອນປີທັງຫລາຍແຫ່ງຊີວິດຂອງຕົນທີ່ໄດ້ເສັຽໄປດຸດດັ່ງເງົາ
ຫລືໃຜຜູ້ໃດອາດບອກກັບມະນຸດໄດ້ວ່າ
ສິ່ງນີ້ສິ່ງນັ້ນຈະເກີດຂຶ້ນພາຍຫລັງຕົນທີ່ພາຍໃຕ້ດວງອາທິດ
1
ຊື່ສຽງດີກໍປະເສີດກວ່ານ້ຳມັນຫອມຢ່າງວິເສດ
ແລະວັນຕາຍກໍດີກວ່າວັນເກີດ
2
ໄປຍັງເຮືອນທີ່ມີການໄວ້ທຸກ
ກໍດີກວ່າໄປຍັງເຮືອນທີ່ມີການລ້ຽງກັນ
ເພາະນັ້ນເປັນວາຣະສຸດທ້າຍຂອງມະນຸດທັງປວງ
ແລະຜູ້ທີ່ຍັງມີຊີວິດຢູ່ຈະເອົາເຫດການນັ້ນໃສ່ໄວ້ໃນໃຈ
3
ຄວາມໂສກເສົ້າກໍດີກວ່າການຫົວເລາະ
ເພາະຄວາມໂສກເສົ້າໃນໃບຫນ້າທຳໃຫ້ຈິດໃຈຍິນດີ
4
ຈິດໃຈຂອງຄົນທີ່ມີສະຕິປັນຍາ
ຍ່ອມຢູ່ໃນເຮືອນທີ່ມີຄວາມໂສກເສົ້າ
ແຕ່ຈິດໃຈຂອງຄົນໂງ່
ຍ່ອມຢູ່ໃນເຮືອນທີ່ມີການສນຸກສນານ
5
ຟັງຄຳຕຳຫນີຂອງຄົນທີ່ມີສະຕິປັນຍາ
ຍັງດີກວ່າຟັງເພງຂອງຄົນໂງ່
6
ມີສຽງແຕກຂອງຮຽວຫນາມຢູ່ໃຕ້ຫມໍ້ສັນໃດ
ສຽງຫົວເລາະຂອງຄົນໂງ່ຈ້າກໍສັນນັ້ນ
ນີ້ກໍອະນິຈັງດ້ວຍ
7
ແທ້ຈິງການກົດຂີ່ຂົ່ມເຫັງກະທຳໃຫ້ຜູ້ມີສະຕິປັນຍາໂງ່ໄປ
ແລະສິນບົນກໍກະທຳໃຫ້ຄວາມເຂົ້າໃຈເສັຽໄປ
8
ເບື້ອງປາຍແຫ່ງສິ່ງໃດໆກໍດີກວ່າເບື້ອງຕົ້ນແຫ່ງສິ່ງນັ້ນໆ
ມີໃຈອົດກັ້ນກໍດີກວ່າມີໃຈຈອງຫອງ
9
ຢ່າໃຫ້ໃຈຂອງເຈົ້າໂກດໄວ
ເພາະຄວາມໂກດມີປະຈຳຢູ່ໃຈຊວງເອີກຂອງຄົນໂງ່
10 ຢ່າວ່າ,
“ອັນໃດຫນໍເປັນເຫດໃຫ້ກາລກ່ອນດີກວ່າກາລບັດນີ້”
ເພາະທີ່ເຈົ້າໄດ້ຖາມນັ້ນບໍ່ໄດ້ຖາມດ້ວຍສະຕິປັນຍາ
11 ສະຕິປັນຍາປະກອບກັບມໍຣະດົກກໍເປັນຂອງດີ
ເປັນປໂຍດແກ່ຄົນທີ່ໄດ້ເຫັນດວງຕາເວັນ
12 ເງິນເປັນເຄື່ອງປ້ອງກັນສັນໃດ
ສະຕິປັນຍາກໍເປັນເຄື່ອງປ້ອງກັນສັນນັ້ນ
ແລະຜົນປໂຍດຂອງຄວາມຮູ້
ຄືສະຕິປັນຍາ
ຍ່ອມຮັກສາຊີວິດຂອງຜູ້ທີ່ມີສະຕິປັນຍານັ້ນ
13 ຈົ່ງພິຈາຣະນາພຣະຣາຊກິຈຂອງພຣະເຈົ້າ
ສິ່ງໃດໆທີ່ພຣະອົງຊົງກະທຳໃຫ້ຄົດຢູ່ແລ້ວ
ໃຜຈະຢຽດສິ່ງນັ້ນໆໃຫ້ຊື່ໄປໄດ້
14 ເມື່ອເວລາມີຄວາມຈະເຣີນກໍຈົ່ງຊື່ນຊົມຍິນດີ
ແຕ່ເມື່ອເຖິງເວລາອັນຈົນກໍຈົ່ງພິນິດພິຈາຣະນາ
ພຣະເຈົ້າຊົງບັນດານໃຫ້ມີທັງສອງຢ່າງເພື່ອມະນຸດຈະບໍ່ຄົ້ນໄດ້ວ່າເມື່ອເຂົາລ່ວງໄປແລ້ວຈະມີອັນໃດມາ
15 ຂ້າພະເຈົ້າເຫັນສິ່ງເຫລົ່ານີ້ທັງສິ້ນໃນຊີວິດອະນິຈັງຂອງຂ້າພະເຈົ້າ
ຄືຄົນຊອບທັມພິນາດໃນຄວາມຊອບທັມຂອງຕົນ
ແລະມີຄົນອະທັມມີຊີວິດຍືນຍາວໃນການກະທຳຊົ່ວ
16 ຢ່າເປັນຄົນຊອບທັມເກີນໄປ
ແລະຢ່າສລາດເກີນຕົວ
ເຫດໃດເຈົ້າຈະທຳຕົວໃຫ້ພິນາດເສັຽເລົ່າ
17 ຢ່າອະທັມມາກຫນັກ
ຫລືຢ່າເປັນຄົນໂງ່
ເປັນຫຍັງເຈົ້າຈະໄປຕາຍເສັຽກ່ອນເຖິງວາຣະຂອງເຈົ້າເລົ່າ
18 ກໍດີຢູ່ແລ້ວທີ່ເຈົ້າຈະຍຶດຖືສິ່ງເຫລົ່ານີ້ໄວ້
ເຈົ້າຢ່າແບມືປ່ອຍສິ່ງນັ້ນໃຫ້ຫລຸດລອຍເສັຽໄປ
ເພາະວ່າຜູ້ທີ່ເກງກົວພຣະເຈົ້າຈະພົ້ນຈາກບັນດາສິ່ງທີ່ກ່າວມານີ້
19 ສະຕິປັນຍາເປັນກຳລັງແກ່ຄົນສລາດດີກວ່າຜູ້ຄອບຄອງສິບຄົນທີ່ຢູ່ໃນເມືອງ
20 ແນ່ນອນ
ບໍ່ມີຄົນຊອບທັມຈັກຄົນດຽວເທິງແຜ່ນດິນໂລກ
ທີ່ໄດ້ປະພຶດລ້ວນແຕ່ຄວາມດີ
ແລະບໍ່ກະທຳບາບເລີຍ
21 ຢ່າສົນໃຈຟັງບັນດາຖ້ອຍຄຳທີ່ຄົນອື່ນກ່າວ
ຢ້ານວ່າເຈົ້າຈະໄດ້ຍິນທາດຂອງເຈົ້າແຊ່ງດ່າຕົວເຈົ້າ
22 ດ້ວຍວ່າເຈົ້າກໍແຈ້ງຢູ່ກັບໃຈຂອງເຈົ້າເອງຫລາຍຄັ້ງຫລາຍຫົນແລ້ວວ່າ
ຕົວເຈົ້າເອງໄດ້ແຊ່ງດ່າຄົນອື່ນເຫມືອນກັນ
ການສແວງຫາສະຕິປັນຍາ
23 ບັນດາຂໍ້ຄວາມເຫລົ່ານີ້ຂ້າພະເຈົ້າໄດ້ພິສູດດ້ວຍໃຊ້ສະຕິປັນຍາແລ້ວ
ຂ້າພະເຈົ້າວ່າ,
“ຂ້າພະເຈົ້າຈະໄດ້ປັນຍາ”
ແຕ່ປັນຍານັ້ນກັບຢູ່ຫ່າງໄກຈາກຂ້າພະເຈົ້າ
24 ສິ່ງທີ່ເປັນຢູ່ກໍຢູ່ໄກ
ແລະທີ່ເລິກກໍເລິກລ້ຳເຫລືອເກີນ
ໃຜຜູ້ໃດຈະຄົ້ນອອກມາໄດ້
25 ໃຈຂ້າພະເຈົ້າຫວນກັບຄືນມາຮຽນຮູ້
ແລະຊອກກັບສແວງຫາສະຕິປັນຍາ
ແລະມູນເຫດຂອງສິ່ງຕ່າງໆ
ເພື່ອໃຫ້ຮູ້ວ່າຄວາມອະທັມເປັນຄວາມໂງ່
ແລະຄວາມໂງ່ເປັນຄວາມບ້າບໍ
26 ຂ້າພະເຈົ້າໄດ້ພົບອີກສິ່ງນຶ່ງຊຶ່ງຂົມຂື່ນຍິ່ງກວ່າຄວາມຕາຍ
ຄືຜູ້ຍິງທີ່ມີໃຈເປັນບ່ວງແຮ້ວ
ແລະຕາຫນ່າງ
ມືຂອງນາງເປັນໂຊ່ທວນ
ຄົນໃດເປັນຄົນທີ່ພໍພຣະທັຍພຣະເຈົ້າຄົນນັ້ນຈະຫນີພົ້ນນາງ
ແຕ່ຄົນບາບຈະຖືກຜູ້ຍິງຄົນນັ້ນຈັບເອົາໄປ
27 ປັນຍາຈານກ່າວວ່າ
ເບິ່ງແມ໋,
ຂ້າພະເຈົ້າພົບດັ່ງຕໍ່ໄປນີ້
ໂດຍເອົາເຣື່ອງນຶ່ງມາປະດີດຕິດຕໍ່ເຂົ້າກັບອີກເຣື່ອງນຶ່ງ
ເພື່ອຫາມູນເຫດ
28 ຊຶ່ງຈິດໃຈຂອງຂ້າພະເຈົ້າຍັງກຳລັງຫາແລ້ວຫາອີກ
ແຕ່ຂ້າພະເຈົ້າຫາບໍ່ພົບເທື່ອ
ໃນຊາຍພັນຄົນຈະພົບຊາຍຈິງຈັກຄົນນຶ່ງ
ແຕ່ຈະຫາຍິງແທ້ຈັກຄົນນຶ່ງໃນຈຳນວນພັນຄົນກໍຫາພົບ
29 ເບິ່ງແມ໋,
ຂ້າພະເຈົ້າພົບແຕ່ຄວາມນີ້ຕ່າງຫາກ
ຄືພຣະເຈົ້າຊົງສ້າງມະນຸດໃຫ້ເປັນຄົນທ່ຽງທັມ
ແຕ່ມະນຸດທັງຫລາຍໄດ້ຄົ້ນກົນອຸບາຍຕ່າງໆອອກມາ
1
ໃຜຜູ້ໃດຈະເຫມືອນນັກປາດ
ຫລືໃຜເດ່ຈະອະທິບາຍສິ່ງອັນໃດກໍໄດ້
ສະຕິປັນຍາຂອງມະນຸດກະທຳໃຫ້ໃບຫນ້າຂອງເຂົາຜ່ອງໃສ
ແລະໃບຫນ້າຂອງເຂົາທີ່ແຂງກະດ້າງກໍປ່ຽນໄປ
ຈົ່ງເຊື່ອຟັງກະສັດ
2
ຈົ່ງຖືຮັກສາພຣະບັນຊາຂອງກະສັດ
ແລະທີ່ກ່ຽວຂ້ອງກັບຄຳປະຕິຍານອັນສັກສິດຂອງທ່ານນັ້ນ
ຢ່າເມີນເສີຍ
3
ຢ່າຟ້າວອອກໄປໃຫ້ພົ້ນພຣະພັກກະສັດ
ເມື່ອມີເຫດການບໍ່ດີເກີດຂຶ້ນ
ຢ່າຂັດຂືນ
ເພາະກະສັດຍ່ອມຊົງກະທຳສິ່ງໃດໆຕາມຊອບພຣະທັຍພຣະອົງ
4
ດ້ວຍວ່າພຣະດຳຣັດຂອງກະສັດນັ້ນມີອຳນາດ
ແລະໃຜຜູ້ໃດຈະກາບທູນຖາມພຣະອົງໄດ້ວ່າ,
“ຝ່າພຣະບາດຊົງກະທຳເຊັ່ນນັ້ນ”
5
ຜູ້ທີ່ກະທຳຕາມພຣະບັນຊາຈະບໍ່ປະສົບອັນຕະຣາຍ
ແລະຈິດໃຈຂອງຄົນທີ່ມີສະຕິປັນຍາກໍເຂົ້າໃຈ
ວາຣະແລະວິທີການ
ວິຖີຂອງພຣະເຈົ້າຫນືອສະຕິປັນຍາຂອງມະນຸດ
6
ດ້ວຍວ່າບໍ່ວ່າສິ່ງໃດທັງນັ້ນຍ່ອມມີວາຣະ
ແລະວິທີການ
ແມ້ວ່າຄວາມລຳບາກຂອງມະນຸດເປັນພາຣະຫນັກແກ່ຕົວເຂົາ
7
ດ້ວຍເຂົາບໍ່ຮູ້ວ່າສິ່ງໃດຈະເກີດຂຶ້ນ
ດ້ວຍໃຜຈະບອກແກ່ເຂົາໄດ້ວ່າສິ່ງນັ້ນຈະເກີດຂຶ້ນຢ່າງໃດ
8
ບໍ່ມີມະນຸດຄົນໃດຢັ່ງຈິດວິນຍານໄດ້
ຫລືບໍ່ມີອຳນາດໃດເຫນືອວັນຕາຍ
ການສົງຄາມຍ່ອມບໍ່ມີການປົດປ່ອຍ
ຄວາມອະທັມຍ່ອມບໍ່ຊ່ອຍຜູ້ທີ່ຖືກມອບໃຫ້ໄວ້
9
ບັນດາການນີ້ຂ້າພະເຈົ້າເຫັນຫມົດແລ້ວ
ເມື່ອຂ້າພະເຈົ້າສົນໃຈກິຈການທຸກຢ່າງທີ່ເຂົາກະທຳກັນພາຍໃຕ້ດວງອາທິດ
ມີວາຣະຊຶ່ງໃຫ້ຄົນນຶ່ງມີອຳນາດເຫນືອອີກຄົນນຶ່ງທີ່ຈະມາທຳອັນຕະຣາຍເຂົາ
10 ຂ້າພະເຈົ້າໄດ້ເຫັນເຂົາຝັງຄົນອະທັມ
ຜູ້ຊຶ່ງເຄີຍເຂົ້າອອກທີ່ສະຖານບໍຣິສຸດ
ແລະມີຄົນຍົກຍ້ອງເຂົາໃນເມືອງທີ່ຄົນອະທັມນັ້ນເອງກະທຳສິ່ງນັ້ນ
ນິ້ກໍອະນິຈັງ
11 ເພາະການຕັດສິນການກະທຳຊົ່ວນັ້ນ
ເຂົາບໍ່ໄດ້ລົງໂທດໂດຍໄວ
ເຫດສະນັ້ນໃຈບັນດາບຸດຂອງມະນຸດຈຶ່ງເຈຕນາມຸ່ງທີ່ຈະກະທຳຄວາມອະທັມ
12 ເຖິງແມ່ນວ່າຄົນບາບ
ທຳຊົ່ວຕັ້ງຮ້ອຍເທື່ອ
ແລະອາຍຸເຂົາຍັງຍັ້ງຍືນຢູ່ໄດ້
ເຖິງປານນັ້ນຂ້າພະເຈົ້າຍັງຮູ້ແນ່ວ່າຈະເປັນໄປໂດຍດີແກ່ເຂົາທັງຫລາຍທີ່ຢຳເກງພຣະເຈົ້າ
ຄືທີ່ມີຄວາມຢຳເກງຕໍ່ພຣະພັກພຣະອົງ
13 ແຕ່ວ່າຈະບໍ່ເປັນໄປໂດຍດີແກ່ຄົນອະທັມ
ອາຍຸຂອງເຂົາທີ່ເປັນດັ່ງເງົາກໍຈະບໍ່ຍືນຍາວອອກໄປໄດ້
ເພາະເຂົາບໍ່ມີຄວາມຢຳເກງຕໍ່ພຣະພັກພຣະເຈົ້າ
14 ຍັງມີອະນິຈັງອີກຢ່າງນຶ່ງທີ່ກະທຳກັນເທິງແຜ່ນດິນໂລກ
ຄືມີຄົນຊອບທັມຮັບເຄາະອັນເປັນເຄາະທີ່ຄົນອະທັມຄວນຮັບ
ແລະມີຄົນອະທັມຮັບເຄາະອັນເປັນເຄາະທີ່ຄົນຊອບທັມຄວນຮັບ
ຂ້າພະເຈົ້າກ່າວໄດ້ວ່າ
ນີ້ກໍເປັນອະນິຈັງດ້ວຍ
15 ແລ້ວຂ້າພະເຈົ້າຈຶ່ງສນັບສນູນໃຫ້ຫາຄວາມສນຸກສນານ
ດ້ວຍວ່າພາຍໃຕ້ດວງອາທິດ
ມະນຸດບໍ່ມີອັນໃດດີໄປກວ່າກິນແລະດື່ມກັບຊື່ນຊົມຍິນດີ
ດ້ວຍວ່າອາການນີ້ຮ່ວມໄປໃນການງານຂອງຕົນຕລອດຊີວິດຂອງຕົນ
ທີ່ພຣະເຈົ້າຊົງໂຜດປະທານແກ່ຕົນພາຍໃຕ້ດວງອາທິດ
16 ເມື່ອຂ້າພະເຈົ້າຕັ້ງໃຈຈະເຂົ້າໃຈສະຕິປັນຍາ
ແລະຮູ້ທຸຣກິຈທີ່ກະທຳກັນໃນໂລກ
ທີ່ເຂົາອົດຫລັບອົດນອນທຳກັນຕລອດວັນຕລອດຄືນ
17 ແລ້ວຂ້າພະເຈົ້າຈີ່ງເຫັນພາຣະກິຈຂອງພຣະເຈົ້າວ່າ
ມະນຸດຈະຄົ້ນຫາຄວາມເຂົ້າໃຈໃນພຣະພາຣະກິຈທີ່ບັງເກີດຢູ່ພາຍໃຕ້ດວງອາທິດຫາບໍ່ໄດ້
ເພາະວ່າມະນຸດຈະອອກແຮງຄົ້ນຫາປານໃດກໍຍັງຈະຄົ້ນຫາໃຫ້ພົບບໍ່ໄດ້
ນອກຈາກນີ້ແມ້ວ່ານັກປາດຄົນໃດນຶກເອົາວ່າເຂົາຈະເຂົ້າໃຈແລ້ວ
ເຂົາກໍຍັງຄົ້ນຫາບໍ່ພົບ
1
ຂ້າພະເຈົ້າໄດ້ນຳເຣື່ອງຣາວເຫລົ່ານີ້ມາຄິດ
ກວດພິຈາຣະນາເບິ່ງວ່າ
ຄົນຊອບທັມ
ແລະຄົນມີສະຕິປັນຍາຮວມທັງກິຈການຂອງເຂົາທັງຫລາຍ
ກໍຢູ່ໃນພຣະຫັດຂອງພຣະເຈົ້າ
ຈະຊົງຮັກຫລືຊົງກຽດຊັງກໍຕາມ
ມະນຸດກໍບໍ່ຮູ້
ທຸກຢ່າງກໍຢູ່ຕໍ່ຫນ້າເຂົາ
ທັງຫລາຍ
2
ເຄາະອັນດຽວກັນຕົກແກ່ຄົນທັງປວງເຫມືອນກັນຫມົດ
ຄືຕົກແກ່ຄົນຊອບທັມ
ແລະຄົນອະທັມ
ຕົກແກ່ຄົນດີ
ຕົກແກ່ຄົນສະອາດ
ແລະຄົນທີ່ມີມົນທິນ
ຕົກແກ່ຜູ້ທີ່ຖວາຍສັຕບູຊາ
ແລະແກ່ຜູ້ທີ່ບໍ່ຖວາຍ
ສັຕບູຊາ
ຕົກແກ່ຄົນດີຢ່າງໃດກໍຕົກແກ່ຄົນບາບຢ່າງນັ້ນ
ຕົກແກ່ຄົນສາບານຢ່າງໃດກໍຕົກແກ່ຄົນບໍ່ກ້າສາບານຢ່າງນັ້ນ
3
ນີ້ແຫລະເປັນສິ່ງສາມານທີ່ມີຢູ່ໃນບັນດາການທີ່ບັງເກີດຂຶ້ນພາຍໃຕ້ດວງອາທິດ
ຄືວ່າມີເຄາະອັນດຽວກັນທີ່ຕົກແກ່ຄົນທັງປວງ
ຈິດໃຈຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວ
ແລະຄວາມບ້າບໍຢູ່ໃນໃຈຂອງເຂົາເມື່ອມີຊີວິດ
ແລະຕໍ່ຈາກນັ້ນເຂົາກໍໄປຢູ່ກັບຄົນຕາຍ
4
ສ່ວນຄົນໃດທີ່ມົ້ວສຸມກັບຄົນທີ່ມີຊີວິດ
ຄົນນັ້ນກໍມີຄວາມຫວັງໃຈໄດ້
ດ້ວຍວ່າຫມາທີ່ມີຊີວິດກໍຍັງດີກວ່າສິ່ງທີ່ຕາຍແລ້ວ
5
ເພາະວ່າຄົນເປັນຍ່ອມຮູ້ວ່າເຂົາເອງຄົງຈະຕາຍ
ແຕ່ຄົນຕາຍແລ້ວກໍບໍ່ຮູ້ອັນໃດເລີຍ
ເຂົາບໍ່ໄດ້ຮັບຣາງວັນອີກ
ດ້ວຍວ່າໃຜໆກໍພາກັນລືມເຂົາເສັຽຫມົດ
6
ຄວາມຮັກຂອງເຂົາບໍ່ຫນ້ອຍກວ່າຄວາມຊັງ
ແລະຄວາມອິດສາຂອງເຂົາໄດ້ສາບສູນໄປຕາມກັນນານມາແລ້ວ
ໃນບັນດາການທີ່ບັງເກີດຂຶ້ນພາຍໃຕ້ດວງອາທິດ
ເຂົາທັງຫລາຍບໍ່ມີສ່ວນຮ່ວມອີກຕໍ່ໄປ
7
ໄປເຖີດ
ໄປຮັບປະທານອາຫານຂອງເຈົ້າດ້ວຍຄວາມຊື່ນຊົມ
ແລະໄປດື່ມເຫລົ້າອະງຸ່ນຂອງເຈົ້າດ້ວຍຄວາມຣ່າເຣີງ
ເພາະພຣະເຈົ້າຊົງເຫັນຊອບກັບການງານຂອງເຈົ້າແລ້ວ
8
ຈົ່ງໃຫ້ເສື້ອຜ້າຂອງເຈົ້າຂາວຢູ່ສເມີ
ແລະນ້ຳມັນທີ່ຫົວຂອງເຈົ້າກໍຢ່າໃຫ້ຂາດ
9
ເຈົ້າຈົ່ງຢູ່ກິນດ້ວຍຄວາມຊົມຊື່ນຍິນດີກັບພັຣຍາຊຶ່ງເຈົ້າຮັກຕລອດຊີວິດອະນິຈັງຂອງເຈົ້າ
ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຈົ້າພາຍໃຕ້ດວງອາທິດ
ຕລອດປີເດືອນອະນິຈັງຂອງເຈົ້າ
ດ້ວຍວ່ານັ້ນເປັນສ່ວນໃນຊີວິດ
ແລະໃນການງານຂອງເຈົ້າ
ຊຶ່ງເຈົ້າໄດ້ອອກແຮງກະທຳພາຍໃຕ້ດວງອາທິດ
10 ມືຂອງເຈົ້າຈັບທຳການງານອັນໃດ
ຈົ່ງກະທຳການນັ້ນດ້ວຍເຕັມກຳລັງຂອງເຈົ້າ
ເພາະວ່າໃນແດນຄົນຕາຍທີ່ເຈົ້າຈະໄປນັ້ນບໍ່ມີການງານຫລືແນວຄິດ
ຫລືຄວາມຮູ້
ຫລືສະຕິປັນຍາ
11 ຂ້າພະເຈົ້າໄດ້ເຫັນພາຍໃຕ້ດວງອາທິດອີກວ່າ
ຄົນໄວບໍ່ຊະນະໃນການແລ່ນແຂ່ງສເມີໄປ
ຫລືຄົນສລາດບໍ່ຮັບປະທານສເມີໄປ
ຫລືຄົນມີຄວາມເຂົ້າໃຈບໍ່ຮັ່ງມີສເມີໄປ
ຫລືຜູ້ທີ່ຊຳນານບໍ່ໄດ້ຮັບຄວາມໂປດປານສເມີໄປ
ແຕ່ວາຣະ
ແລະໂອກາດມີມາເຖິງເຂົາທຸກຄົນ
12 ເພາະວ່າມະນຸດບໍ່ຮູ້ວາຣະຂອງຕົນ
ດັ່ງປາທີ່ຖືກຕິດຢູ່ໃນມອງອັນຮ້າຍສັນໃດ
ແລະນົກຖືກດັກຕິດຢູ່ໃນບ້ວງແຮ້ວສັນໃດ
ວາຣະອັນຮ້າຍກໍມາເຖີງບັນດາບຸດຂອງມະນຸດ
ເຂົາກໍຖືກວາຣະອັນຮ້າຍນັ້ນດັກຈັບຊົ່ວບຶດດຽວເຫມືອນກັນສັນນັ້ນ
ສະຕິປັນຍາກໍດີກວ່າກຳລັງວັງຊາ
13 ຂ້າພະເຈົ້າເຫັນເຣື່ອງສະຕິປັນຍາພາຍໃຕ້ດວງອາທິດ
ເຫັນວ່າເປັນເຣື່ອງທີ່ໃຫຍ່ດັ່ງຕໍ່ໄປນີ້
14 ຍັງມີເມືອງນ້ອຍໆ
ເມືອງນຶ່ງມີຄົນຢູ່ໃນເມືອງຫນ້ອຍຄົນ
ແລ້ວມີມະຫາຣາຊາມາຕີເມືອງນັ້ນ
ແລະລ້ອມເມືອງນັ້ນໄວ້
ແລະສ້າງເຄື່ອງລ້ອມໄວ້ຮອບເມືອງ
15 ແຕ່ໃນເມືອງນັ້ນມີຊາຍສລາດແຕ່ຍາກຈົນຢູ່ຄົນນຶ່ງ
ແລະຊາຍຄົນນີ້ຊ່ອຍເມືອງນັ້ນໄວ້ໃຫ້ລອດດ້ວຍປັນຍາຂອງຕົນ
ແຕ່ຫາບໍ່ມີໃຜຈົດຈຳລະຣຶກເຖິງຊາຍຍາກຈົນຄົນນີ້
16 ແຕ່ຂ້າພະເຈົ້າວ່າ
ສະຕິປັນຍາກໍດີກວ່າກຳລັງວັງຊາ
ເຖິງສະຕິປັນຍາຂອງຊາຍຄົນນັ້ນຖືກດູຫມິ່ນ
ແລະຖ້ອຍຄຳຂອງເຂົາບໍ່ມີໃຜຟັງກໍຕາມ
17 ຖ້ອຍຄຳຂອງຄົນສລາດຊຶ່ງໄດ້ຍິນໃນທີ່ສງັດດີກວ່າຟັງສຽງຮ້ອງຂອງຜູ້ຄອບຄອງຄົນໂງ່
18 ສະຕິປັນຍາດີກວ່າເຄື່ອງອາວຸດ
ແຕ່ຄົນບາບຄົນດຽວຍ່ອມລຶບຄວາມດີໄດ້ຢ່າງຫລວງຫລາຍ
1
ແມງວັນຕາຍ
ຍ່ອມທຳໃຫ້ນຳມັນທີ່ກິ່ນຫອມບູດເຫມັນໄປ
ຄວາມໂງ່ຫນ້ອຍນຶ່ງ
ກໍຫນັກກວ່າສະຕິປັນຍາແລະກຽດຕິຍົດ
2
ຈິດໃຈຂອງຄົນທີ່ມີສະຕິປັນຍາ
ຍ່ອມຢູ່ຂ້າງຂວາມືຂອງຕົນ
ແຕ່ຈິດໃຈຂອງຄົນໂງ່
ຍ່ອມຢູ່ທີ່ຂ້າງມືຊ້າຍຂອງຕົນ
3
ເມື່ອຄົນໂງ່ກຳລັງຍ່າງໄປຕາມທາງ
ເຂົາກໍຂາດສຳນຶກ
ແລະຕົວເຂົາມັກສະແດງແກ່ທຸກຄົນວ່າ
ຕົນເປັນຄົນໂງ່
4
ຖ້າໃຈຂອງເຈົ້ານາຍເກີດໂມໂຫຂຶ້ນຕໍ່ທ່ານ
ຢ່າອອກເສັຽຈາກທີ່ຂອງທ່ານ
ເພາະວ່າອາຣົມເຢັນຍ່ອມລະງັບຄວາມຜິດອັນໃຫຍ່ຫລວງໄວ້ໄດ້
5
ມີສິ່ງສາມານທີ່ຂ້າພະເຈົ້າເຫັນພາຍໃຕ້ດວງອາທິດ
ເຫມືອນວ່າເປັນຄວາມຜິດຊຶ່ງຈາກຜູ້ມີອຳນາດ
6
ຄືຄົນໂງ່ຖືກແຕ່ງຕັ້ງໄວ້ໃນຕຳແຫນ່ງສູງໃຫຍ່
ແລະຄົນຮັ່ງມີຮັບຕຳແຫນ່ງຕ່ຳຕ້ອຍ
7
ຂ້າພະເຈົ້າເຫັນທາດຂີ່ມ້າ
ແລະເຈົ້ານາຍຍ່າງທີ່ພື້ນແຜ່ນດິນຢ່າງທາດ
8
ຜູ້ໃດຂຸດບໍ່ໄວ້
ຜູ້ນັ້ນຈະຕົກລົງໃນບໍ່ນັ້ນ
ຜູ້ໃດພັງກຳແພງທະລຸເຂົ້າໄປ
ງູຈະຕອດຜູ້ນັ້ນ
9
ຜູ້ໃດສະກັດຫີນ ຜູ້ນັ້ນອາດເຈັບເພາະຫີນນັ້ນ
ຜູ້ໃດຜ່າຂອນໄມ້
ຜູ້ນັ້ນຈະປະສົບອັນຕະຣາຍເພາະຂອນໄມ້ນັ້ນໄດ້
10 ຖ້າຂວານປູ້ແລ້ວ
ແລະເຂົາບໍ່ລັບໃຫ້ຄົມ
ເຂົາກໍຕ້ອງອອກແຮງຫລາຍ
ແຕ່ສະຕິປັນຍາຈະຊ່ອຍໃຫ້ບັນລຸຄວາມສຳເຣັດ
11 ຖ້າງູຕອດເສັຽກ່ອນທີ່ທຳໃຫ້ມັນເຊື່ອງ
ຫມໍງູກໍບໍ່ເປັນປໂຍດອັນໃດແລ້ວ
12 ຖ້ອຍຄຳຈາກປາກຂອງຜູ້ມີສະຕິປັນຍາກໍມີຄຸນ
ແຕ່ຮີມຝີປາກຂອງຄົນໂງ່ຈະເຜົາຜານຕົວເອງເສັຽ
13 ຖ້ອຍຄຳຈາກປາກຂອງເຂົາເປັນຄວາມໂງ່ຕັ້ງແຕ່ເລີ້ມເວົ້າ
ຕອນຈົບກໍເປັນຄວາມບ້າບໍຢ່າງຮ້າຍ
14 ຄົນໂງ່ເວົ້າຫລາຍຊ້ຳຊາກ
ມະນຸດຫາຮູ້ບໍ່ວ່າເຫດອັນໃດຈະບັງເກີດຂຶ້ນ
ໃຜເດ່ຈະບອກເຂົາໄດ້ວ່າມີຫຍັງເກີດຂຶ້ນເມື່ອເຂົາລ່ວງໄປ
15 ການງານຂອງຄົນໂງ່ກະທຳໃຫ້ເຂົາອິດເມື່ອຍ
ດ້ວຍວ່າເຂົາບໍ່ຮູ້ຈັກທາງທີ່ຈະເຂົ້າໄປໃນເມືອງ
16 ໂອ
ບ້ານເມືອງເອີຍ
ວິບັດແກ່ເຈົ້າ
ເມື່ອກະສັດຂອງເຈົ້າເປັນເດັກ
ແລະເຈົ້ານາຍທັງຫລາຍຂອງເຈົ້າມີການລ້ຽງກັນສນຸກສນານແຕ່ເຊົ້າ
17 ໂອ
ບ້ານເມືອງເອີຍ
ຄວາມສຳຣານຈະມີແກ່ເຈົ້າ
ເມື່ອກະສັດຂອງເຈົ້າເປັນເຊື້ອຂຸນນາງ
ແລະເຈົ້ານາຍຂອງເຈົ້າມີການ
ລ້ຽງຕາມກາຣະເທສະ
ເພື່ອຈະມີກຳລັງວັງຊາ
ບໍ່ແມ່ນຈະດື່ມໃຫ້ມືນເມົາ
18 ເພາະຄວາມຂີ້ຄ້ານ
ຫລັງຄາຈຶ່ງຫັກພັງລົງ
ແລະເພາະຄວາມຂີ້ຄ້ານເຮືອນຈຶ່ງຮົ່ວ
19 ເຂົາທຳອາຫານໄວ້ເພື່ອໃຫ້ຄົນຫົວເລາະ
ແລະເຫລົ້າອະງຸ່ນທຳໃຫ້ຊີວິດຊື່ນບານ
ແລະເງິນທີ່ຈັດໃຫ້ໄດ້ທຸກຢ່າງ
20 ຢ່າແຊ່ງດ່າພຣະຣາຊາ
ແມ້ແຕ່ຄິດແຊ່ງດ່າໃນໃຈກໍຢ່າເລີຍ
ແລະຢ່າແຊ່ງຄົນຮັ່ງມີທີ່ໃນຫ້ອງນອນຂອງເຈົ້າ
ເພາະນົກໃນອາກາດຈະຄາບສຽງຂອງເຈົ້າໄປ
ຫລືຕົວທີ່ມີປີກຈະເລົ່າເຣື່ອງນັ້ນ
1
ຈົ່ງໂຍນເຂົ້າຫນົມປັງຂອງເຈົ້າລົງເທິງນ້ຳອີກຫລາຍມື້ເຈົ້າຈະພົບມັນໄດ້
2
ຈົ່ງປັນສ່ວນນຶ່ງໃຫ້ແກ່ຄົນເຈັດຄົນ
ຫລືເຖິງແປດຄົນກໍໃຫ້ເຖີດ
ເພາະເຈົ້າບໍ່ຮູ້ວ່າສິ່ງສາມານຢ່າງໃດຈະບັງເກີດຂຶ້ນເທິງພື້ນແຜ່ນດິນ
3
ຖ້າບັນດາເມກມີຝົນຢູ່ເຕັມ
ມັນກໍຈະເທຫມົດລົງມາເທິງແຜ່ນດິນໂລກ
ແລະຖ້າຕົ້ນໄມ້ລົ້ມລົງທາງໃຕ້
ຫລືທາງເຫນືອ
ມັນລົ້ມລົງທາງໃດມັນກໍນອນຢູ່ທາງນັ້ນ
4
ຜູ້ໃດມົວສັງເກດລົມກໍຈະບໍ່ຫວ່ານພືດ
ແລຜູ້ທີ່ມອງເບິ່ງເມກກໍຈະບໍ່ກ່ຽວເຂົ້າ
5
ເຈົ້າບໍ່ຮູ້ທາງລົມວ່າໄປທາງໃດ
ແລະກະດູກມີຂຶ້ນໃນມົດລູກຂອງຍິງທີ່ມີຄັນຢ່າງໃດສັນໃດ
ເຈົ້າກໍຈະບໍ່ຮູ້ເຖິງກິຈການຂອງພຣະເຈົ້າຜູ້ຊົງກະທຳສິ່ງສາຣະພັດສັນນັ້ນ
6
ເວລາເຊົ້າເຈົ້າຈົ່ງຫວ່ານພືດຂອງເຈົ້າ
ແລະພໍເວລາຄໍ່າກໍຢ່າຫົດມືຂອງເຈົ້າເສັຽ
ເພາະເຈົ້າຫາຮູ້ບໍ່ວ່າການໃດຈະຈະເຣີນ
ການນີ້ຫລືການນັ້ນ
ຫລືການທັງສອງຈະຈະເຣີນດີເຫມືອນກັນ
7
ແສງສວ່າງເປັນທີ່ຊື່ນໃຈ
ແລະການທີ່ນັຍຕາເຫັນດວງຕາເວັນກໍເປັນທີ່ຊື່ນບານ
8
ຖ້າຄົນໃດມີຊີວິດຢູ່ໄດ້ຕັ້ງຫລາຍປີ
ຈົ່ງໃຫ້ເຂົາຍິນດີໃນປີເດືອນເຫລົ່ານັ້ນ
ແຕ່ໃຫ້ເຂົາລະຣຶກເຖິງວ່າ
ວັນມືດກໍມີຫລາຍ
ບັນດາເຫດການທີ່ເກີດຂຶ້ນມານັ້ນກໍອະນິຈັງ
9
ໂອ
ເຍົາວະຊົນ
ຈົ່ງຍິນດີໃນປະຖົມວັຍຂອງເຈົ້າ
ແລະໃຫ້ຈິດໃຈຂອງເຈົ້າກະທຳຕົວເຈົ້າຣ່າເຣີງໃນປະຖົມວັຍຂອງເຈົ້າ
ເຈົ້າຈົ່ງດຳເນີນໃນທາງແຫ່ງໃຈຂອງເຈົ້າ
ແລະຕາມສາຍຕາຂອງເຈົ້າ
ແຕ່ຈົ່ງຮູ້ວ່າເນື່ອງດ້ວຍກິຈການງານທັງປວງເຫລົ່ານີ້ພຣະເຈົ້າຈະຊົງນຳເຈົ້າເຂົ້າມາເຖິງການພິພາກສາ
10 ຈົ່ງຕັດຄວາມເສົ້າຫມອງເສັຽຈາກໃຈຂອງເຈົ້າ
ແລະຈົ່ງຖິ້ມຄວາມເຈັບປວດເສັຽຈາກເນື້ອຫນັງຂອງເຈົ້າເພາະຄວາມຫນຸ່ມສາວແລະວັຍສະກັນນັ້ນເປັນອະນິຈັງ
1
ໃນປະຖົມວັຍຂອງເຈົ້າ
ເຈົ້າຈົ່ງລະຣຶກເຖິງພຣະຜູ້ເນຣະມິດສ້າງຂອງເຈົ້າ
ກ່ອນທີ່ຍາມທຸກຮ້ອນຈະມາເຖິງ
ແລະປີເດືອນໃກ້ເຂົ້າມາ
ເມື່ອເຈົ້າຈະກ່າວວ່າ,
“ຂ້າບໍ່ມີຄວາມເພີດເພີນໃນປີເດືອນນັ້ນເລີຍ”
2
ກ່ອນທີ່ດວງອາທິດ
ແສງສວ່າງ
ດວງຈັນ ແລະດວງດາວທັງຫລາຍອັບແສງ
ແລະກ່ອນທີ່ເມກກັບມາເມື່ອຫມົດຝົນແລ້ວ
3
ໃນການເມື່ອຄົນຍາມເຝົ້າເຮືອນຈະຕົວສັ່ນ
ແລະຄົນແຂງແຮງຈະອ່ອນເພັຽລົງ
ແລະຍິງໂມ່ຈະເລີກໂມ່
ເພາະຈຳນວນລົດນ້ອຍລົງ
ແລະບັນດາຜູ້ທີ່ສ່ອງເບິ່ງປ່ອງອ້ຽມຈະມືດມົວໄປ
4
ແລະປະຕູຄູ່ທີ່ເປີດອອກຖນົນຈະປິດເສັຽ
ເມື່ອສຽງໂມ່ຄ່ອຍລົງມີສຽງນົກສຽງກາເຂົາຈະລຸກຂຶ້ນ
ແລະສຽງເພງກໍເບົາລົງ
5
ເຂົາທັງຫລາຍຢ້ານຄວາມສູງ
ແລະສິ່ງຫນ້າສະຍົດສຍອງກໍຢູ່ໃນຫົນທາງ
ຕົ້ນອັລມອນມີດອກ
ແລະຕັກແຕນໂມ່ເປັນພາຣະ
ຄວາມປາຖນາກໍເຊື່ອມລົງ
ເພາະມະນຸດກຳລັງໄປບ້ານອັນຖາວອນຂອງເຂົາ
ສ່ວນຜູ້ໄວ້ທຸກກໍວຽນໄປມາຕາມຖນົນ
6
ກ່ອນທີ່ສາຍເງິນຈະຂາດ
ຫລືຊາມຄຳຈະບັນລັຍ
ຫລືໄຫນ້ຳຈະແຕກເສັຽທີ່ນ້ຳພຸ
ຫລືລໍ້ຈະຫັກເສັຽໃນທີ່ຂັງນໍ້າ
7
ແລະຜົງຂີ້ດິນກັບເປັນດິນຢ່າງເດີມ
ແລະຈິດວິນຍານກັບໄປສູ່ພຣະເຈົ້າຜູ້ປະທານໃຫ້ມານັ້ນ
8
ປັນຍາຈານວ່າ
ອະນິຈັງ
ອະນິຈັງ
ສາຣະພັດອະນິຈັງ
ຫນ້າທີ່ທັງສິ້ນຂອງມະນຸດ
9
ນອກຈາກທ່ານເປັນຄົນສລາດແລ້ວ
ປັນຍາຈານຍັງສອນຄວາມຮູ້ໃຫ້ປະຊາຊົນອີກດ້ວຍ
ທ່ານພິເຄາະ
ທ່ານຄົ້ນຄວ້າ
ແລະທ່ານຮຽບຮຽງສຸພາສິດ
10 ປັນຍາຈານຊອກຫາຖ້ອຍຄຳທີ່ມ່ວນຫູ
ແລະທ່ານຂຽນຖ້ອຍຄຳແຫ່ງຄວາມຈິງໄວ້ຢ່າງທ່ຽງຕົງ
11 ຖ້ອຍຄຳຂອງນັກປາດເປັນໄມ້ເທົ້າອັນແຫລມຄົມ
ແລະຖ້ອຍຄຳທີ່ທ່ານຮວບຮວມໄວ້ກໍຕຶງແຫນ້ນຢ່າງຕະປູ
ທີ່ຄົນລ້ຽງແກະໃຊ້ເພື່ອນຳພາຝູງແກະ
12 ບຸດຊາຍຂອງຂ້າພະເຈົ້າເອີຍ
ຈົ່ງຮັບຄຳຕັກເຕືອນເຖີດ
ຊຶ່ງຈະທຳຫນັງສືຫລາຍກໍບໍ່ມີສິ້ນສຸດ
ແລະຮຽນຫລາຍກໍເມື່ອຍເນື້ອຫນັງ
13 ຈົບເຣື່ອງແລ້ວ
ໄດ້ຟັງກັນທັງຫມົດແລ້ວ
ຈົ່ງຢຳເກງພຣະເຈົ້າ
ແລະຮັກສາພຣະບັນຍັດຂອງພຣະອົງ
ເພາະນີ້ແຫລະເປັນຫນ້າທີ່ຂອງມະນຸດທັງປວງ
14 ດ້ວຍວ່າ
ພຣະເຈົ້າຈະຊົງເອົາການງານທຸກປະການເຂົ້າສູ່ການພິພາກສາ
ພ້ອມດ້ວຍສິ່ງເລິກລັບທຸກຢ່າງ
ບໍ່ວ່າດີຫລືຊົ່ວ