| Deuteronomy |
|
![]() |
|
ພຣະທັມພຣະບັນຍັດທີສອງ
ພຣະບັນຍັດທີສອງ
1
ຫນັງສືພຣະທັມນີ້
ແມ່ນຖ້ອຍຄຳທີ່ໂມເຊໄດ້ບອກປະຊາຊົນອິສຣາເອນ
ເມື່ອຄາວພວກເຂົາຢູ່ໃນຖິ່ນກັນດານຟາກຕາເວັນອອກຂອງແມ່ນ້ຳຈໍແດນ
ຄືໃນຮ່ອມພູຈໍແດນໃກ້ໆສູຟລະຫວ່າງເມືອງປາຣານ
ແລະໂຕເຟນ
ລາບານ ຮາເຊໂຣທ
ແລະດີຊາຮັບ
2
ຫົນທາງຈາກໂຮເຣັບ
ຕັ້ງແຕ່ພູຊີນາອີໄປເຖິງກາເດສບາເນອາ
ເປັນລະຍະທາງເດີນສີບເອັດມື້
3
ພາຍຫລັງທີ່ພວກເຂົາອອກຈາກເອຢິບແລ້ວ
ໃນວັນທີ່ນຶ່ງເດືອນທີ່ສິບເອັດປີທີສີ່ສິບ
ໂມເຊໄດ້ບອກຊາວອິສຣາເອນທຸກຢ່າງຕາມທີ່ພຣະເຜູ້ເປັນເຈົ້າຊົງບັນຊາໄວ້
4
ຄືພາຍຫລັງທີ່ຕີຊະນະຊີໂຮນ
ກະສັດອາໂມຣິດຜູ້ຊົງປົກຄອງເມືອງເຮສໂບນ
ແລະກະສັດໂອກຂອງຊາວບາຊານ
ຜູ້ຊົງປົກຄອງເມືອງອັຊຕາໂຣທ
ແລະເມືອງເອດເຣອີແລ້ວ
5
ໂມເຊໄດ້ເລີ້ມອະທິບາຍພຣະທັມ
ແລະຄຳສອນນີ້ໃຫ້ແກ່ປະຊາຊົນຢູ່ໃນເຂດແດນໂມອາບ
ຟາກຕາເວັນອອກຂອງແມ່ນ້ຳຈໍແດນວ່າ,
6
“ເມື່ອພວກເຮົາຢູ່ທີ່ພູຊີນາອີ
ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາໄດ້ຊົງບອກວ່າ,
7
“ພວກເຈົ້າໄດ້ພັກຢູ່ພູນີ້ເຫິງນານແລ້ວ
ບັດນີ້
ຈົ່ງເລີກຄ້າຍແລ້ວອອກເດີນທາງໄປຍັງດິນແດນພູດອຍຂອງຊາວອາໂມຣິດ
ຕາມບ່ອນຕ່າງໆທີ່ເພື່ອນບ້ານຂອງເຂົາອາໄສຢູ່ຄື
ຮ່ອມພູຈໍແດນພູດອຍນ້ອຍບ່ອນດິນຕ່ຳ
ດິນແດນພາກໃຕ້ແລະຢູ່ແຄມທະເລເມດິເຕຣາເນຈົນເຖິງດິນແດນຂອງຊາວການາອານ
ແລະເທິງພູເລບານອນເລີຍໄປຈົນເຖິງແມ່ນ້ຳໃຫຍ່ເອີຟຣາດ
8
ຈົ່ງເບິ່ງດູ
ນັ້ນແມ່ນດິນແດນທີ່ເຮົາໄດ້ສັນຍາວ່າຈະຍົກໃຫ້
ອັບຣາຮາມ ອີຊາກ
ແລະຢາໂຄບ
ບັນພະບຸຣຸດຂອງພວກເຈົ້າ
ແລະເຊື້ອສາຍທັງຫລາຍຂອງພວກເຂົາ
ພວກເຈົ້າຈົ່ງເຂົ້າໄປຍຶດຄອງເອົາເທີນ”
9
“ຂ້າພະເຈົ້າໄດ້ບອກທ່ານທັງຫລາຍວ່າ
ຂ້າພະເຈົ້າຜູ້ດຽວແບກພວກທ່ານທັງຫລາຍບໍ່ໄດ້
10 ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານໄດ້ຊົງໃຫ້ທ່ານທັງຫລາຍເພີ້ມທະວີຫລາຍຂຶ້ນ
ແລະເບິ່ງແມ໋,
ທຸກວັນນີ້ທ່ານທັງຫລາຍມີຈຳນວນຫລາຍເຫມືອນດັ່ງດວງດາວທັງຫລາຍໃນທ້ອງຟ້າ
11 ຂໍພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍຊົງກະທຳໃຫ້ທ່ານທັງຫລາຍທະວີຂຶ້ນພັນເທົ່າ
ແລະຊົງອໍານວຍພຣະພອນແກ່ພວກທ່ານ
ດັ່ງທີ່ພຣະອົງໄດ້ຊົງສັນຍາໄວ້ແກ່ທ່ານທັງຫລາຍແລ້ວນັ້ນ
12 ຂ້າພະເຈົ້າຄົນດຽວຈະແບກທ່ານທັງຫລາຍຜູ້ເປັນພາລະແລະເປັນຄວາມຍາກລຳບາກ
ແລະການຖົກຖຽງຂອງທ່ານທັງຫລາຍໄດ້ຢ່າງໃດໄດ້
13 ຈົ່ງເລືອກຄົນທີ່ມີປັນຍາ
ມີຄວາມຮູ້
ແລະປະສົບການຕາມເຜົ່າຂອງທ່ານທັງຫລາຍ
ແລະຂ້າພະເຈົ້າຈະຕັ້ງເຂົາໃຫ້ເປັນຫົວຫນ້າຂອງທ່ານທັງຫລາຍ”
14 ທ່ານທັງຫລາຍໄດ້ຕອບຂ້າພະເຈົ້າວ່າ,
“ສິ່ງທີ່ທ່ານກ່າວນັ້ນດີແລ້ວ
ຄວນທີ່ຂ້າພະເຈົ້າທັງຫລາຍຈະກະທຳ”
15 ຂ້າພະເຈົ້າຈຶ່ງໄດ້ເລືອກຫົວຫນ້າຈາກທຸກເຜົ່າ
ຊຶ່ງເປັນຄົນມີປັນຍາ
ແລະປະສົບປະການຕັ້ງໄວ້ເປັນໃຫຍ່ເຫນືອທ່ານທັງຫລາຍໃຫ້ເປັນນາຍພັນ
ນາຍຮ້ອຍ
ນາຍຫ້າສິບ
ນາຍສິບ
ແລະພະນັກງານຕ່າງໆຕາມເຜົ່າຂອງທ່ານ
16 ເວລານັ້ນ
ຂ້າພະເຈົ້າໄດ້ແນະນຳພວກຜູ້ປົກຄອງຂອງທ່ານທັງຫລາຍວ່າ
“ຈົ່ງພິຈາຣະນາຄະດີຂອງພີ່ນ້ອງແລະຕັດສິນຄວາມຕາມຍຸດຕິທັມລະຫວ່າງຊາຍຄົນນຶ່ງແລະພີ່ນ້ອງຂອງຕົນ
ຫລືຄົນຕ່າງດ້າວທີ່ອາໄສຢູ່ກັບທ່ານ
17 ທ່ານທັງຫລາຍຢ່າລຳອຽງໃນການພິພາກສາ
ຈົ່ງຟັງຜູ້ນ້ອຍແລະຜູ້ໃຫຍ່ໃຫ້ເຫມືອນກັນ
ທ່ານທັງຫລາຍຢ່າຢ້ານກົວຫນ້າມະນຸດເລີຍ
ເພາະການພິພາກສານັ້ນເປັນການຂອງພຣະຜູ້ເປັນເຈົ້າ
ແລະຄະດີໃດທີ່ຍາກຈົ່ງນຳມາໃຫ້ຂ້າພະເຈົ້າ
ຂ້າພະເຈົ້າຈະພິຈາຣະນາເອງ”
18 ຂ້າພະເຈົ້າໄດ້ສັ່ງທ່ານທັງຫລາຍເຖິງບັນດາສິ່ງທີ່ທ່ານທັງຫລາຍຄວນກະທຳ
ສົ່ງຜູ້ສອດແນມອອກໄປ
(ຈຊບ 13:1-33)
19 “ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາໄດ້ຊົງສັ່ງເຮົາໄວ້
ພວກເຮົາໄດ້ອອກຈາກໂຮເຣັບ
ແລະເດີນທາງຜ່ານຖິ່ນກັນດານອັນເປັນທີ່ຫນ້າຢ້ານຕາມທີ່ທ່ານທັງຫລາຍໄດ້ເຫັນນັ້ນ
ເດີນໄປຕາມແດນເທືອກພູຂອງຊາວອາໂມຣິດ
ແລະພວກເຮົາໄດ້ມາເຖິງກາເດສມາເນອາ
20 ຂ້າພະເຈົ້າໄດ້ກ່າວແກ່ທ່ານທັງຫລາຍວ່າ,
“ທ່ານທັງຫລາຍມາເຖິງແດນພູດອຍຂອງຊາວອາໂມຣິດແລ້ວ
ຊຶ່ງເປັນບ່ອນທີ່ພຣະຜູ້ເປັນເຈົ້າຂອງເຣົາປະທານແກ່ເຮົາທັງຫລາຍ
21 ເບິ່ງແມ໋,
ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານ
ໄດ້ຊົງຕັ້ງແຜ່ນດິນນັ້ນໄວ້ຊື່ຫນ້າທ່ານແລ້ວ
ຈົ່ງຂຶ້ນໄປຍຶດແຜ່ນດິນນັ້ນ
ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບຸຣຸດຂອງພວກທ່ານໄດ້ສັ່ງໄວ້
ຢ່າຢ້ານຫລືຢ່າຕົກໃຈໄປເລີຍ”
22 ແລ້ວທ່ານທັງຫລາຍທຸກຄົນໄດ້ເຂົ້າມາຫາຂ້າພະເຈົ້າເວົ້າວ່າ,
“ໃຫ້ເຮົາທັງຫລາຍໃຊ້ຄົນໄປກ່ອນເຮົາ
ແລະສອດແນມເບິ່ງແຜ່ນດິນນັ້ນແທນເຮົາ
ນຳຂ່າວເຣື່ອງທາງທີ່ເຮົາຈະຕ້ອງຂຶ້ນໄປ
ແລະເຣື່ອງຫົວເມືອງທີ່ເຮົາຈະໄປນັ້ນມາໃຫ້ເຮົາ”
23 ເຣື່ອງນັ້ນຂ້າພະເຈົ້າເຫັນດີດ້ວຍ
ຂ້າພະເຈົ້າຈຶ່ງໄດ້ເລືອກສິບສອງຄົນມາຈາກທ່ານທັງຫລາຍ
ເຜົ່າລະຄົນ
24 ແລ້ວຄົນເຫລົ່ານັ້ນໄດ້ໄປຂຶ້ນແດນພູດອຍ
ມາເຖິງຫ້ວຍຊື່ເອສໂກນ
ແລະສອດແນມເບິ່ງຢູ່ທີ່ນັ້ນ
25 ເຂົາທັງຫລາຍໄດ້ເກັບເອົາຫມາກໄມ້ເມືອງນັ້ນຕິດມືມາໃຫ້ເຮົາທັງຫລາຍ
ແລະນຳຂ່າວມາໃຫ້ເຮົາວ່າ
“ທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາປະທານແກ່ເຮົານັ້ນເປັນແຜ່ນດິນທີ່ດີ”
26 “ແຕ່ປານນັ້ນ
ທ່ານທັງຫລາຍກໍບໍ່ຍອມຂຶ້ນໄປ
ໄດ້ຂັດຂືນພຣະບັນຊາຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ
27 ແລະທ່ານໄດ້ຈົ່ມຢູ່ໃນເຕັນຂອງຕົນ
ແລະວ່າ,
“ເພາະພຣະເຈົ້າຊົງຊັງພວກເຮົາ
ພຣະອົງຈຶ່ງຊົງພາເຮົາທັງຫລາຍອອກມາຈາກແຜ່ນດິນເອຢິບ
ຈະໄດ້ມອບເຮົາໄວ້ໃນມືຊາວອາໂມຣິດ
ເພື່ອຈະທຳລາຍເຮົາເສັຽ
28 ເຮົາທັງຫລາຍຈະຂຶ້ນໄປທາງໃດ
ພວກພີ່ນ້ອງຂອງເຮົາໄດ້ທຳໃຫ້ໃຈຂອງເຮົາທໍ້ຖອຍໄປໂດຍທີ່ວ່າ,
“ຄົນເຫລົ່ານັ້ນໃຫຍ່ກວ່າ
ແລະສູງກວ່າພວກເຮົາອີກ
ເມືອງເຫລົ່ານັ້ນກໍໃຫຍ່ມີກຳແພງສູງທຽມຟ້າ
ແລະນອກຈາກນີ້ເຮົາໄດ້ເຫັນພວກຊາວອານາກິມຢູ່ທີ່ນັ້ນດ້ວຍ“
29 ແລ້ວຂ້າພະເຈົ້າຈຶ່ງໄດ້ເວົ້າກັບທ່ານທັງຫລາຍວ່າ,
“ຢ່າຢ້ານຄົນເຫລົ່ານີ້ເລີຍ
30 ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຜູ້ນຳຫນ້າທ່ານທັງຫລາຍ
ພຣະອົງຈະຊົງຕໍ່ສູ້ເພື່ອທ່ານທັງຫລາຍ
ດັ່ງທີ່ພຣະອົງໄດ້ຊົງກະທຳໃຫ້ແກ່ທ່ານທັງຫລາຍໃນເອຢິບຕໍ່ຫນ້າຕໍ່ຕາທ່ານທັງຫລາຍ
31 ແລະໃນຖິ່ນກັນດານ
ຊຶ່ງໃນທີ່ນັ້ນພວກທ່ານໄດ້ເຫັນພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງອູ້ມຊູພວກທ່ານ
ດັ່ງພໍ່ອຸ້ມລູກຂອງຕົນຕລອດທາງທີ່ທ່ານໄດ້ໄປນັ້ນ
ຈົນທ່ານທັງຫລາຍໄດ້ມາເຖິງທີ່ນີ້”
32 ແຕ່ຢ່າງໃດກໍຕາມ
ທ່ານທັງຫລາຍບໍ່ໄດ້ເຊື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ
33 ຜູ້ໄດ້ຊົງນຳທາງຂ້າງຫນ້າທ່ານ
ເພື່ອຈະຫາທີ່ໃຫ້ທ່ານທັງຫລາຍຕັ້ງເຕັນຂອງທ່ານ
ເປັນໄຟໃນຍາມກາງຄືນ
ເພື່ອໂຜດໃຫ້ທ່ານທັງຫລາຍເຫັນທາງທີ່ຄວນຈະໄປ
ແລະເປັນເມກໃນຍາມກາງເວັນ
ພຣະເຈົ້າຊົງລົງໂທດອິສຣາເອນ
(ຈຊບ 14:20-45)
34 “ພຣະຜູ້ເປັນເຈົ້າໄດ້ຊົງສະດັບສຽງຄຳເວົ້າຂອງທ່ານທັງຫລາຍ
ຈຶ່ງຊົງພຣະພິໂຣດ
ແລະສາບານວ່າ,
35 “ແທ້ຈິງຈະບໍ່ມີຜູ້ໃດໃນຊາດເຊື້ອທີ່ຊົ່ວນີ້ຈັກຄົນດຽວທີ່ຈະໄດ້ເຫັນແຜ່ນດິນດີນັ້ນ
ທີ່ເຮົາໄດ້ສັນຍາວ່າຈະໃຫ້ແກ່ບັນພະບຸຣຸດຂອງເຈົ້າທັງຫລາຍ
36 ເວັ້ນແຕ່
ກາເລັບບຸດຊາຍຂອງເຢຟຸນເນ
ເຂົາຈະເຫັນເມືອງນັ້ນ
ແລະເຣົາຈະໃຫ້ແຜ່ນດິນທີ່ເຂົາໄດ້ຢຽບນັ້ນແກ່ເຂົາ
ແລະແກ່ລູກຫລານ
ເພາະເຂົາໄດ້ຕາມພຣະຜູ້ເປັນເຈົ້າຢ່າງສຸດໃຈ
37 ເພາະເຫດທ່ານທັງຫລາຍພຣະຜູ້ເປັນເຈົ້າກໍຊົງພິໂຣດເຮົາດ້ວຍ
ກ່າວວ່າ,
“ເຈົ້າຈະບໍ່ໄດ້ເຂົ້າໄປໃນທີ່ນັ້ນເຫມືອນກັນ
38 ໂຢຊວຍບຸດຊາຍຂອງນູນຜູ້ຢືນຢູ່ຕໍ່ຫນ້າເຈົ້າ
ຈະໄດ້ເຂົ້າໄປ
ຈົ່ງສນັບສນຸນເຂົາ
ເພາະເຂົາຈະພາຄົນອິສຣາເອນໄປຖືກຳມະສິດພື້ນດິນນັ້ນ
39 ແລະເດັກນ້ອຍຂອງເຈົ້າທັງຫລາຍວ່າຈະຕົກເປັນເຫຍື່ອ
ແລະເດັກນ້ອຍຂອງເຈົ້າທີ່ໃນວັນນີ້ຍັງບໍ່ຮູ້ຈັກຜິດແລະຊອບ
ຈະໄດ້ເຂົ້າໄປທີ່ນັ້ນ
ເຮົາຈະໃຫ້ແຜ່ນດິນນັ້ນແກ່ເຂົາ
ແລະເຂົາຈະຖືກຳມະສິດຢູ່ທີ່ນັ້ນ
40 ແຕ່ຝ່າຍເຈົ້າທັງຫລາຍຈົ່ງກັບເດີນເຂົ້າຖິ່ນກັນດານ
ຕາມທາງທີ່ໄປສູ່ທະເລແດງເຖີດ”
ອິສຣາເອນຜ່າຍແພ້ທີ່ໂຮມາ
41 “ທ່ານທັງຫລາຍໄດ້ຕອບຂ້າພະເຈົ້າວ່າ,
“ເຮົາທັງຫລາຍໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າແລ້ວ
ເຮົາທັງຫລາຍຈະຂຶ້ນໄປສູ້ຮົບຕາມພຣະດຳຣັດ
ທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທັງຫລາຍໄດ້ຊົງສັ່ງນັ້ນ”
ແລະທ່ານທັງຫລາຍໄດ້ຄາດອາວຸດຕຽມຕົວໄວ້ທຸກຄົນ
ຄິດວ່າທີ່ຈະຂຶ້ນໄປຍັງແດນພູດອຍນັ້ນເປັນເຣື່ອງງ່າຍ
42 ພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າວ່າ,
“ຢ່າຂຶ້ນໄປສູ້ຮົບເລີຍ
ຢ້ານວ່າເຈົ້າທັງຫລາຍຈະຜ່າຍແພ້ສັດຕຣູ
ເພາະເຮົາບໍ່ໄດ້ຢູ່ຖ້າມກາງເຈົ້າທັງຫລາຍ”
43 ຂ້າພະເຈົ້າຈຶ່ງໄດ້ກ່າວແກ່ທ່ານດັ່ງນັ້ນ
ແລະທ່ານທັງຫລາຍບໍ່ຍອມເຊື່ອຟັງ
ແຕ່ໄດ້ຂັດຂືນພຣະບັນຊາຂອງພຣະຜູ້ເປັນເຈົ້າ
ມີໃຈອົງອາດແລະໄດ້ຂຶ້ນໄປທີ່ແດນພູດອຍນັ້ນ
44 ແລະຄົນອາໂມຣິດທີ່ຢູ່ໃນແດນພູດອຍນັ້ນໄດ້ອອກມາຕໍ່ສູ້
ແລະໄລ່ຕີທ່ານທັງຫລາຍດັ່ງຝູງເຜີ້ງໄລ່
ແລະໄດ້ຂ້າທ່ານທັງຫລາຍໃນເມືອງເຊອີຣ໌ຈົນເຖິງໂຮຣ໌ມາ
45 ແລະທ່ານທັງຫລາຍໄດ້ມາຮ້ອງໄຫ້ຕໍ່ພຣະຜູ້ເປັນເຈົ້າ
ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ຊົງຟັງສຽງຮ້ອງ
ຫລືສົນໃຈຟັງທ່ານທັງຫລາຍ
46 ທ່ານທັງຫລາຍຈຶ່ງພັກເຊົາຢູ່ທີ່ກາເດສຫລາຍວັນຕາມວັນທີ່ທ່ານທັງຫລາຍໄດ້ຢູ່ນັ້ນ
1
“ພວກເຮົາທັງຫລາຍໄດ້ກັບເດີນເຂົ້າຖິ່ນກັນດານຕາມທາງໄປສູ່ທະເລແດງ
ຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າ
ແລະພວກເຮົາທັງຫລາຍໄດ້ເດີນວົນວຽນພູເຂົາເຊອີຣ໌ຫລາຍມື້
2
ແລ້ວພຣະຜູ້ເປັນເຈົ້າສັ່ງຂ້າພະເຈົ້າວ່າ,
3
“ເຈົ້າທັງຫລາຍໄດ້ເດີນວົນວຽນທີ່ແດນພູດອຍນີ້ນານພໍແລ້ວ
ຈົ່ງຫັນເດີນໄປທາງທິດເຫນືອເຖີດ
4
ແລະຈົ່ງບັນຊາຄົນທັງຫລາຍວ່າ
ເຈົ້າທັງຫລາຍໃກ້ຈະເດີນຜ່ານເຂດແດນເມືອງພີ່ນ້ອງຂອງເຈົ້າ
ຄືລູກຫລານຂອງເອຊາວທີ່ຢູ່ເມືອງເຊອີຣ໌ແລ້ວ
ແລະເຂົາທັງຫລາຍຈະຢ້ານພວກເຈົ້າ
ສະນັ້ນເຈົ້າທັງຫລາຍຈົ່ງລະວັງຕົວ
5
ຢ່າຕໍ່ສູ້ເຂົາ
ເພາະເຮົາຈະບໍ່ໃຫ້ທີ່ຂອງເຂົາແກ່ເຈົ້າ
ຈະບໍ່ໃຫ້ທີ່ດີນແມ້ພຽງຝ່າເທົ້າຢຽບໄດ້
ດ້ວຍວ່າພູເຂົາເຊອີຣ໌ນັ້ນເຮົາໄດ້ໃຫ້ເອຊາວຍຶດຄອງແລ້ວ
6
ເຈົ້າທັງຫລາຍຈົ່ງເອົາເງິນຊື້ສະບຽງອາຫານຈາກເຂົາເພື່ອຈະໄດ້ກິນ
ແລະຈົ່ງເອົາເງິນຊື້ນ້ຳຈາກເຂົາດ້ວຍເພື່ອຈະໄດ້ດື່ມ
7
ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ
ໄດ້ອວຍພຣະພອນແກ່ບັນດາການທີ່ມືຂອງພວກເຈົ້າໄດ້ກະທຳ
ພຣະອົງຊົງຊາບທາງທີ່ເຈົ້າໄດ້ເດີນໃນຖິ່ນກັນດານໃຫຍ່ນີ້
ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າໄດ້ຢູ່ກັບເຈົ້າສີ່ສິບປີນີ້ມາແລ້ວ
ພວກເຈົ້າບໍ່ໄດ້ຂັດສົນສິ່ງໃດເລີຍ”
8
ແລ້ວເຮົາທັງຫລາຍໄດ້ເດີນໄປເລີຍໄປຈາກພີ່ນ້ອງຂອງເຮົາພວກລູກຫລານເອຊາວ
ຜູ້ຢູ່ທີ່ເຊອີຣ໌ໄປຈາກທາງອາຣາບາ
ຈາກເອລັດ
ແລະຈາກເອຊີໂອນເກເບີ
ແລະເຮົາໄດ້ລ້ຽວໄປເດີນຕາມທາງຖິ່ນກັນດານໂມອາບ
9
ແລະພຣະຜູ້ເປັນເຈົ້າໄດ້ສັ່ງແກ່ເຮົາວ່າ,
“ເຈົ້າທັງຫລາຍຢ່າສ້າງຄວາມເດືອດຮ້ອນແກ່ພວກໂມອາບ
ຫລືສູ້ຮົບກັບເຂົາ
ເພາະເຣົາຈະບໍ່ໃຫ້ທີ່ຂອງເຂົາແກ່ພວກເຈົ້າເພື່ອຍຶດຄອງ
ດ້ວຍເຮົາໄດ້ໃຫ້ທີ່ເມືອງ
ອາຣ໌ນັ້ນແກ່ເຊື້ອສາຍໂລດໃຫ້ປົກຄອງແລ້ວ
10 (ແຕ່ກ່ອນຄົນຄົນເອມິມຢູ່ທີ່ນັ້ນ
ເປັນຊົນຊາດໃຫຍ່
ແລະຫລາຍ
ແລະສູງຢ່າງຄົນອານາກິມ
11 ຄົນເຫລົ່ານີ້ໄດ້ຊື່ອີກວ່າເອຟາອິມເຫມືອນຄົນອານາກິມ
ແຕ່ຄົນໂມອາບເອີ້ນຊື່ພວກນີ້ວ່າເອມິມ
12 ເມື່ອກ່ອນພວກໂຮຣີມໄດ້ຢູ່ທີ່ເຊອີຣ໌ດ້ວຍ
ແຕ່ລູກຫລານເອຊາວໄດ້ມາຢູ່ແທນເຂົາ
ແລະໄດ້ທຳລາຍເຂົາເສັຽໃຫ້ພົ້ນຫນ້າ
ແລະໄດ້ອາໄສຢູ່ໃນທີ່ຂອງເຂົາເຫມືອນພວກອິສຣາເອນໄດ້ກະທຳແກ່ເມືອງທີ່ພຣະຜູ້ເປັນເຈົ້າປະທານໃຫ້ເຂົາຍຶດຄອງນັ້ນ)
13 “ບັດນີ້ເຈົ້າທັງຫລາຍຈົ່ງຍົກເດີນຂ້າມຫ້ວຍເຊເຣດ”
ເຮົາທັງຫລາຍຈຶ່ງຂ້າມຫ້ວຍ
ເຊເຣດ
14 ແລະນັບຕັ້ງແຕ່ເຮົາມາຈາກກາເດສບາເນອາ
ຈົນເຖິງໄດ້ຂ້າມລຳທານເຊເຣດນັ້ນໄດ້ສາມສິບແປດປີ
ຈົນສິ້ນຊາດເຊື້ອສາຍນັ້ນ
ຄືຄົນທັງຫລາຍທີ່ຈະອອກເສິກໄດ້ນັ້ນຕາຍຫມົດ
ຕາມທີ່ພຣະຜູ້ເປັນເຈົ້າຊົງສັນຍາກັບເຂົາໄວ້
15 ແທ້ຈິງພຣະຫັດພຣະຜູ້ເປັນເຈົ້າໄດ້ຊົງຕໍ່ສູ້ເຂົາ
ຊົງທຳລາຍເຂົາຈາກຖ້າມກາງຄ້າຍ
ຈົນເຂົາທັງຫລາຍສູນເສັຽຫມົດ
16 “ເຫດສະນັ້ນເມື່ອຄົນທີ່ອອກເສິກໄດ້ມາຕາຍເສັຽຫມົດຈາກຖ້າມກາງຄົນເຫລົ່ານັ້ນແລ້ວ
17 ພຣະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ,
18 ວັນນີ້ເຈົ້າທັງຫລາຍຈະເດີນຂ້າມເມືອງອາຣ໌
ເຂດແດນຂອງຄົນໂມອາບ
19 ແລະເມື່ອເຂົ້າໃກ້ແນວຫນ້າຂອງຄົນອັມໂມນ
ຢ່າຮາວີຫລືຮົບກັບເຂົາເລີຍ
ເພາະເຮົາຈະບໍ່ໃຫ້ທີ່ຢູ່ຂອງລູກຫລານຄົນອັມໂມນແກ່ເຈົ້າໃຫ້ຍຶດຄອງເລີຍ
ດ້ວຍເຮົາໄດ້ໃຫ້ທີ່ນັ້ນແກ່ເຊື້ອສາຍໂລດເປັນຜູ້ຍຶດຄອງແລ້ວ”
20 (ທັງທີ່ນັ້ນກໍນັບວ່າເປັນແຜ່ນດິນຂອງພວກເຣຟາອິມ
ແຕ່ກ່ອນຄົນເຣຟາອິມໄດ້ຢູ່ໃນນັ້ນ
ແຕ່ຄົນອັມໂມນໄດ້ເອີ້ນຊື່ຂອງເຂົາວ່າຊັມຊຸມມິມ
21 ຄົນເຫລົ່ານັ້ນໃຫຍ່ແລະຫລວງຫລາຍ
ແລະສູງຢ່າງຄົນອານາກິມ
ແຕ່ພຣະຜູ້ເປັນເຈົ້າໄດ້ຊົງທຳລາຍເຂົາເສັຽໃຫ້ພົ້ນຫນ້າ
ແລະພວກອັມໂມນໄດ້ເຂົ້າຍຶດທີ່ຂອງເຂົາ
ແລະຕັ້ງຢູ່ແທນ
22 ເຫມືອນພຣະອົງໄດ້ຊົງກະທຳໃຫ້ແກ່ພວກລູກຫລານເອຊາວຜູ້ຢູ່ທີ່ເຊອີຣ໌
ເມື່ອພຣະອົງຊົງທຳລາຍພວກໂຮຣີມເສັຽໃຫ້ພົ້ນຫນ້າ
ແລະເຂົາໄດ້ຍຶດທີ່ຂອງພວກໂຮຣິມ
ແລ້ວຕັ້ງຢູ່ແທນຈົນທຸກວັນນີ້
23 ສ່ວນພວກອາວວິມທີ່ຢູ່ໃນຊົນນະບົດຈົນເຖິງກາຊາ
ຄົນເກັບໂຕຣິມຊຶ່ງມາຈາກເມືອງເກັບໂຕກໍໄດ້ທຳລາຍເຂົາແລະຕັ້ງຢູ່ແທນ)
24 “ພວກເຈົ້າຈົ່ງລຸກເດີນທາງໄປຂ້າມລຸ່ມແມ່ນ້ຳອາຣ໌ໂນນ
ເບິ່ງແມ໋,
ເຮົາໄດ້ມອບ
ຊີໂຮນຊາວອາໂມຣິດຜູ້ເປັນກະສັດເມືອງເຮສໂບນ
ແລະເມືອງຂອງເຂົາໄວ້ໃນມືຂອງພວກເຈົ້າ
ເຈົ້າທັງຫລາຍຕັ້ງຕົ້ນຍຶດເມືອງນັ້ນແລະສູ້ຮົບກັບເຂົາ
25 ຕັ້ງແຕ່ມື້ນີ້ໄປເຮົາຈະໃຫ້ຊົນຊາດທັງຫລາຍທົ່ວໃຕ້ຟ້າເກງຂາມຕໍ່ພວກເຈົ້າແລະຢ້ານເຈົ້າ
ຄົນປະເທດຜູ້ໄດ້ຍິນຂ່າວເຣື່ອງເຈົ້າຈະຢ້ານຕົວສັ່ນ
ແລະມີຄວາມຣະທົມເພາະເຈົ້າ”
26 “ສະນັ້ນ
ຂ້າພະເຈົ້າຈຶ່ງໃຊ້ຜູ້ນຳຂ່າວຈາກຖິ່ນກັນດານເກເດໂມທໄປເຝົ້າຊີໂຮນກະສັດເມືອງເຮສໂບນນັ້ນ
ທູນຖ້ອຍຄຳອັນສັນຕິວ່າ
27 “ຂໍໃຫ້ຂ້າພະເຈົ້າເດີນຂ້າມແຜ່ນດິນຂອງທ່ານ
ຂ້າພະເຈົ້າຈະເດີນໄປຕາມທາງຫລວງ
ຈະບໍ່ລ້ຽວໄປທາງຂວາມື
ຫລືທາງຊ້າຍມືເລີຍ
28 ຂໍທ່ານໄດ້ຂາຍສະບ່ຽງເອົາເງິນຂອງຂ້າພະເຈົ້າ
ເພື່ອຂ້າພະເຈົ້າຈະມີອາຫານກິນ
ແລະຂໍຂາຍນ້ຳເອົາເງິນຂອງຂ້າພະເຈົ້າ
ເພື່ອຂ້າພະເຈົ້າຈະໄດ້ດື່ມ
ຂໍໃຫ້ຂ້າພະເຈົ້າເດີນຍ່າງຂ້າມປະເທດຂອງທ່ານເທົ່ານັ້ນ
29 ເຫມືອນດັ່ງພວກລູກຫລານເອຊາວທີ່ຢູ່ເມືອງເຊອີຣ໌
ແລະພວກໂມອາບທີ່ຢູ່ເມືອງອາຣ໌
ໄດ້ກະທຳແກ່ຂ້າພະເຈົ້ານັ້ນ
ຈົນຂ້າພະເຈົ້າຈະຂ້າມແມ່ນ້ຳຈໍແດນເຂົ້າໄປໃນປະເທດທີ່ພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍໄດ້ຊົງປະທານແກ່ຂ້າພະເຈົ້າ
30 ແຕ່ຊີໂຮນກະສັດເມືອງເຮສໂບນ
ບໍ່ຍອມໃຫ້ເຮົາທັງຫລາຍຂ້າມປະເທດຂອງທ່ານ
ເພາະພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງພວກທ່ານໄດ້ຊົງກະທຳໃຫ້ຈິດໃຈຂອງທ່ານໃຫ້ແຂງໄປ
ເພື່ອຈະໄດ້ຊົງມອບເຂົາໄວ້ໃນມືຂອງພວກທ່ານດັ່ງເປັນຢູ່ທຸກວັນນີ້
31 ແລະພຣະຜູ້ເປັນເຈົ້າໄດ້ສັ່ງແກ່ຂ້າພະເຈົ້າວ່າ,
“ເບິ່ງແມ໋,
ເຮົາໄດ້ເລີ້ມມອບຊີໂຮນ
ແລະເມືອງຂອງເຂົາໄວ້ກັບເຈົ້າ
ຈົ່ງເຂົ້າຍຶດຄອງທີ່ນັ້ນ
ເພື່ອເຈົ້າຈະໄດ້ແຜ່ນດິນຂອງເຂົາເປັນກຳມະສິດ”
32 ແລ້ວຊີໂຮນຍົກອອກມາຕໍ່ສູ້ກັບເຮົາ
ທັງທ່ານແລະພົນໂຍທາທັງຫລາຍຂອງທ່ານທີ່ເມືອງຢາຮັສ
33 ແລະພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງເຮົາທັງຫລາຍໄດ້ຊົງມອບທ່ານໄວ້ໃນມືຂອງເຮົາ
ແລະເຮົາໄດ້ຕີທຳລາຍທ່ານກັບໂອຣົດ
ແລະພົນໂຍທາທັງຫລາຍຂອງທ່ານເສັຽ
34 ຄັ້ງນັ້ນເຮົາໄດ້ຍຶດເມືອງທັງປວງຂອງທ່ານ
ແລະເຮົາໄດ້ທຳລາຍທຸກໆເມືອງເສັຽສິ້ນ
ເຮົາທຳລາຍຜູ້ຊາຍຜູ້ຍິງແລະເດັກທັງຫລາຍໃນທຸກເມືອງບໍ່ໃຫ້ມີເຫລືອເລີຍ
35 ແຕ່ຝູງສັດເຮົາໄດ້ຍຶດມາເປັນຂອງເຮົາທັງຂອງຍຶດໄດ້ໃນເມືອງເຫລົ່ານັ້ນທີ່ເຮົາຕີມາ
36 ຕັ້ງແຕ່ອາໂຣເອີ
ທີ່ຢູ່ລຸ່ມແມ່ນ້ຳອາຣ໌ໂນນ
ແລະຕັ້ງແຕ່ເມືອງທີ່ຢູ່ໃນລຸ່ມແມ່ນ້ຳນັ້ນຈົນເຖິງເມືອງກີເລອາດ
ບໍ່ມີເມືອງໃດທີ່ຕໍ່ຕ້ານເຮົາໄດ້
ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາໄດ້ຊົງມອບທັງຫມົດໄວ້ໃນມືຂອງເຮົາ
37 ແຕ່ທ່ານທັງຫລາຍບໍ່ໄດ້ເຂົ້າໃກ້ແຜ່ນດິນຄົນອັມໂມນ
ຄືຝັ່ງແມ່ນ້ຳຢັບໂບກ
ແລະເມືອງທີ່ຢູ່ເທິງພູເຂົາ
ແລະທີ່ໃດໆຊຶ່ງພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງເຮົາໄດ້ສັ່ງຫ້າມເຮົານັ້ນ
1
“ເຮົາທັງຫລາຍຈີ່ງໄດ້ຫັນໄປຂຶ້ນທາງສູ່ເມືອງບາຊານ
ແລ້ວກະສັດໂອກເມືອງບາຊານກໍອອກມາສູ້ຮົບກັບເຮົາ
ຕົວໂອກເອງແລະພົນໂຍທາຂອງທ່ານມາຮົບກັບເຮົາທີ່ເມືອງເອັດເຣອີ
2
ແຕ່ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ,
“ເຈົ້າຢ່າຢ້ານເຂົາເລີຍ
ເພາະເຮົາຈະມອບເຂົາກັບພົນໂຍທາທັງຫມົດຂອງເຂົາ
ແລະແຜ່ນດິນຂອງເຂົາໄວ້ໃນມືຂອງເຈົ້າ
ເຈົ້າຈະກະທຳແກ່ເຂົາເຫມືອນເຈົ້າໄດ້ກະທຳແກ່ຊີໂຮນກະສັດຂອງຄົນອາໂມຣິດຊຶ່ງຢູ່ເມືອງເຮສໂບນນັ້ນ”
3
ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາຈຶ່ງໄດ້ຊົງມອບໄວ້ໃນມືຂອງເຮົາ
ທັງກະສັດໂອກເມືອງບາຊານ
ແລະພົນໂຍທາທັງຫລາຍຂອງທ່ານ
ແລະເຮົາທັງຫລາຍໄດ້ຂ້າຕີເຂົາຈົນບໍ່ມີເຫລືອ
4
ຄັ້ງນັ້ນເຮົາທັງຫລາຍໄດ້ຕີເອົາບ້ານເມືອງທັງຫລາຍຂອງເຂົາຈົນບໍ່ມີເຫລືອຈັກເມືອງດຽວຊຶ່ງເຮົາບໍ່ໄດ້ຍຶດມາຮ່ວມຫົກສິບເມືອງ
ດິນແດນອາຣ໌ໂກບທັງຫມົດ
ຊຶ່ງເປັນຣາຊອານາຈັກຂອງກະສັດໂອກເມືອງບາຊານ
5
ບັນດາເມືອງເຫລົ່ານີ້ເປັນເມືອງທີ່ມີກຳແພງສູງໂດຍຮອບ
ມີປະຕູ
ມີດານປະຕູ
ແລະຍັງມີຊົນນະບົດອີກຫລາຍທີ່ບໍ່ມີກຳແພງ
6
ເຣົາໄດ້ຕີທຳລາຍຫມົດ
ໄດ້ທຳລາຍທຸກໆເມືອງເສັຽສິ້ນ
ຮວມທັງຜູ້ຊາຍຜູ້ຍິງແລະເດັກນ້ອຍທັງຫລາຍເຫມືອນເຮົາໄດ້ທຳລາຍຊີວິດກະສັດຊີໂຮນເມືອງເຮສໂບນນັ້ນ
7
ແຕ່ຝູງສັດທັງຫມົດ
ແລະຂອງຍຶດໄດ້ໃນເມືອງເຫລົ່ານັ້ນເຮົາໄດ້ຍຶດມາເປັນຂອງເຣົາ
8
ຄັ້ງນັ້ນເຮົາໄດ້ຍຶດແຜ່ນດິນເສັຽຈາກມືຂອງກະສັດທັງສອງ
ຂອງຄົນອາໂມຣິດ
ຜູ້ຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນ
ຕັ້ງແຕ່ລຸ່ມແມ່ນນ້ຳອາຣ໌ໂນນເຖິງພູເຂົາເຮີໂມນ
9
(ພູເຂົາເຮີໂມນນັ້ນຊາວຊີໂດນເອີ້ນຊື່ວ່າ
ຊີຣີໂອນ
ແລະຊາວອາໂມຣິດເອີ້ນຊື່ວ່າ
ເຊນີ)
10 ຄືເມືອງທັງຫລາຍໃນທີ່ຮາບສູງແລະກີເລອາດທັງຫມົດ
ແລະບາຊານທັງຫມົດ
ຈົນເຖິງຊາເລກາ
ແລະເອັດເຣອີ
ຊຶ່ງເປັນຫົວເມືອງແຫ່ງຣາຊອານາຈັກໂອກໃນເມືອງບາຊານ
11 (ຍັງເຫລືອຢູ່ແຕ່ກະສັດໂອກເມືອງບາຊານ
ຊຶ່ງເປັນພວກເຣຟາອິມ
ເບິ່ງແມ໋,
ຕຽງນອນຂອງທ່ານທຳດ້ວຍເຫລັກ
ຕຽງນອນນັ້ນບໍ່ຢູ່ໃນເມືອງຣັບບາແຫ່ງຄົນອັມໂມນດອກຫລື
ຍາວຕັ້ງເກົ້າສອກ
ກວ້າງສີ່ສອກ
ຂະຫນາດສອກຄົນເຣົາ)
ຣູເບນ
ກາດ
ແລະເຄິ່ງເຜົ່າມານັສເຊ
ຕັ້ງຢູ່ທາງຕາເວັນອອກຂອງແມ່ນ້ຳຈໍແດນ
(ຈຊບ
32:1-42)
12 “ແຜ່ນດິນນີ້ທີ່ເຮົາຕີໄດ້ຄັ້ງນັ້ນ
ຄືຕັ້ງແຕ່ອາໂຣເອີ
ຊຶ່ງຢູ່ລຸ່ມນ້ຳອາຣ໌ໂນນ
ແລະແດນພູດອຍກິເລອາດເຄິ່ງນຶ່ງກັບຫົວເມືອງທັງຫລາຍເຫລົ່ານັ້ນ
ເຮົາກໍໄດ້ໃຫ້ແກ່ເຜົ່າຣູເບນ
ແລະເຜົ່າກາດ
13 ສ່ວນກິເລອາດທີ່ຍັງເຫລືອຢູ່ກັບເມືອງບາຊານທັງຫມົດ
ຊຶ່ງເປັນແຜ່ນດິນຂອງໂອກ
ຄືດີນແດນອາຣ໌ໂກບທັງຫມົດ
ເຮົາກໍໄດ້ໃຫ້ໄວ້ກັບເຄິ່ງນຶ່ງຂອງຄົນເຜົ່າມານັສເຊ
(ທັງຫມົດເມືອງບາຊານນັ້ນເອີ້ນວ່າດິນແດນຂອງພວກເຣຟາອິມ
14 ຢາອີຣ໌
ຄົນເຜົ່າມານັສເຊກໍຕີໄດ້ດິນແດນອາຣ໌ໂກບທັງຫມົດ
ຄືເມືອງບາຊານ
ຈົນເຖິງເຂດແດນເມືອງຊາວເກຊູ
ແລະເມືອງຕະກູນມາອາກາ
ແລະໄດ້ເອີ້ນຊື່ເມືອງເຫລົ່ານັ້ນຕາມຊື່ຂອງຕົນວ່າຮາວໂວດຢາອີ
ຈົນເຖິງທຸກວັນນີ້)
15 ເມືອງກິເລອາດນັ້ນເຮົາໃຫ້ແກ່ມາຄີຣ໌
16 ແຕ່ເຜົ່າຣູເບນ
ແລະກາດນັ້ນເຮົາໃຫ້ເມືອງຕັ້ງແຕ່ກິເລອາດເຖິງລຸ່ມນ້ຳອາຣ໌ໂນນ
ຖືກເອົາກາງລຸ່ມນ້ຳເປັນແດນມາເຖິງແມ່ນ້ຳຢັບໂບກອັນເປັນແດນຂອງຄົນອັມໂມນ
17 ທັງແຖບອາຣາບາ
ມີແມ່ນ້ຳຈໍແດນເປັນເຂດແດນ
ຕັ້ງແຕ່ທະເລຄິນເນເຣທຈົນເຖິງທະເລແຫ່ງອາຣາບາ
ຄືທະເລຕາຍທີ່ຮາບແຖບເນີນເຂົາປິສກາ
ຊຶ່ງຢູ່ທິດຕາເວັນອອກ
18 ຄັ້ງນັ້ນ
ຂ້າພະເຈົ້າໄດ້ສັ່ງທ່ານທັງຫລາຍວ່າ
“ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ຊົງໃຫ້ທ່ານທັງຫລາຍຍຶດຄອງແຜ່ນດິນນີ້
ທະຫານທີ່ເກັ່ງກ້າທັງຫມົດຂອງທ່ານ
ຈົ່ງຖືກອາວຸດຍົກຂ້າມໄປກ່ອນຄົນອິສຣາເອນຜູ້ເປັນພີ່ນ້ອງຂອງທ່ານ
19 ແຕ່ພັຣຍາຂອງທ່ານ
ບຸດນ້ອຍໆທັງຫລາຍຂອງທ່ານ
ກັບຝູງສັດຂອງທ່ານ
(ເພາະຂ້າພະເຈົ້າຊາບຢູ່ແລ້ວວ່າ
ທ່ານທັງຫລາຍມີຝູງສັດເປັນຈໍານວນຫລວງຫລາຍ)
ຈົ່ງຢູ່ໃນເຂດເມືອງທີ່ເຮົາຍົກໃຫ້ນັ້ນກ່ອນ
20 ຈົນກວ່າພຣະຜູ້ເປັນເຈົ້າຈະໂຜດໃຫ້ພີ່ນ້ອງຂອງທ່ານໄດ້ຢຸດພັກເຫມືອນໄດ້ປະທານແກ່ທ່ານແລ້ວ
ຈົນເຂົາທັງຫລາຍຈະຍຶດຄອງແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງທ່ານປະທານແກ່ເຂົາທີ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ
ແລ້ວທ່ານທັງຫລາຍຕ່າງຈຶ່ງຈະກັບມາຍັງທີ່ຢູ່ຂອງຕົນ
ຊຶ່ງຂ້າພະເຈົ້າໄດ້ໃຫ້ແກ່ທ່ານທັງຫລາຍ”
21 ຄັ້ງນັ້ນ
ຂ້າພະເຈົ້າໄດ້ສັ່ງໂຢຊວຍວ່າ
“ນັຍຕາຂອງທ່ານໄດ້ເຫັນບັນດາກິຈການຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍໄດ້ຊົງກະທຳແກ່ກະສັດທັງສອງນັ້ນແລ້ວ
ດັ່ງນັ້ນພຣະເຈົ້າຈະຊົງກະທຳແກ່ເມືອງທັງປວງຊຶ່ງທ່ານຈະຂ້າມໄປຢູ່ເຊັ່ນດຽວກັນ
22 ທ່ານທັງຫລາຍຢ່າໄດ້ຢ້ານເຂົາເລີຍ
ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ
ພຣະອົງນັ້ນຊົງສູ້ຮົບເພື່ອທ່ານທັງຫລາຍ”
ບໍ່ຊົງອະນຸຍາດໃຫ້ໂມເຊເຂົ້າການາອານ
23 “ຄັ້ງນັ້ນຂ້າພະເຈົ້າໄດ້ອ້ອນວອນພຣະຜູ້ເປັນເຈົ້າວ່າ,
24 “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງສຳແດງອານຸພາບ
ແລະຣິດພຣະຫັດຂອງພຣະອົງແກ່ຜູ້ຮັບໃຊ້ຂອງພຣະອົງ
ເພາະມີພຣະເຈົ້າອົງໃດໃນສວັນ
ໃນແຜ່ນດິນໂລກຊຶ່ງອາດກະທຳຕາມການສຳຄັນ
ແລະການອິດທິຣິດດັ່ງພຣະອົງໄດ້
25 ຂໍພຣະອົງຊົງໂຜດອະນຸຍາດໃຫ້ຂ້າພຣະອົງຂ້າມໄປເບິ່ງແຜ່ນດິນອັນດີທີ່ຢູ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ
ເບິ່ງແດນພູດອຍງົດງາມ
ແລະເລບານອນດ້ວຍ”
26 ແຕ່ພຣະຜູ້ເປັນເຈົ້າໄດ້ພິໂຣດຕໍ່ຂ້າພະເຈົ້າ
ເພາະທ່ານທັງຫລາຍເປັນເຫດ
ພຣະອົງຈຶ່ງບໍ່ໄດ້ຊົງໂຜດ
ແລະພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ
“ພໍແລ້ວ ເຈົ້າຢ່າໄດ້ເວົ້າກັບເຮົາໃນເຣື່ອງນີ້ຕໍ່ໄປເລີຍ
27 ເຈົ້າຈົ່ງຂຶ້ນໄປເຖິງຍອດປິສກາ
ແລະເພ່ງຕາຂອງເຈົ້າເບິ່ງທິດຕາເວັນອອກ
ແລະເບິ່ງແຜ່ນດິ
ນນັ້ນດ້ວຍນັຍຕາຂອງເຈົ້າ
ເພາະເຈົ້າຈະຂ້າມແມ່ນ້ຳຈໍແດນນີ້ໄປບໍ່ໄດ້ເລີຍ
28 ແຕ່ເຈົ້າຈົ່ງບອກໂຢຊວຍ
ຈົ່ງສນັບສນຸນ
ແລະຊູໃຈຂອງເຂົາໃຫ້ເຂັ້ມແຂງ
ເພາະເຂົາຈະຕ້ອງນຳຫນ້າຊົນຊາດນີ້ຂ້າມໄປ
ແລະຈະໃຫ້ເຂົາທັງຫລາຍເຂົ້າຖືກຳມະສິດໃນແຜ່ນດິນທີ່ເຈົ້າແລເຫັນນັ້ນ”
29 ສະນັ້ນເຣົາທັງຫລາຍຈຶ່ງຢັບຢັ້ງຢູ່ໃນຮ່ອມພູຕໍ່ຫນ້າເບັດເປໂອຣ໌
1
ໂມເຊໄດ້ກ່າວຕໍ່ປະຊາຊົນວ່າ,
“ພຣະທັມທັງຫມົດທີ່ຂ້າພະເຈົ້າບອກສອນນັ້ນ
ພວກທ່ານຈົ່ງປະຕິບັດຕາມເພື່ອວ່າຈະໄດ້ມີຊີວິດຢູ່
ແລະເພື່ອຈະໄດ້ເຂົ້າຍຶດຄອງເອົາແຜ່ນດິນທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບຸຣຸດຂອງພວກທ່ານກຳລັງຈະປະທານໃຫ້
2
ຢ່າເພີ້ມເຕີມ
ຫລືຕັດຖ້ອຍຄຳໃດໆທີ່ຂ້າພະເຈົ້າສັ່ງນັ້ນອອກ
ໃຫ້ເຊື່ອຟັງທັງຫມົດ
ເພາະວ່າເປັນຄຳສັ່ງແຫ່ງພຣະຜູ້ເປັນເຈົ້າຂອງພວກທ່ານ
3
ພວກທ່ານເອງກໍເຫັນແລ້ວສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳໃນພູເປໂອຣ໌ນັ້ນ
ຄືຊົງທຳລາຍທຸກຄົນທີ່ຂາບໄຫວ້ພຣະບາອານຢູ່ໃນທີ່ນັ້ນ
4
ແຕ່ຄົນທັງຫລາຍທີ່ຍຶດຖືພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານກໍຍັງມີຊີວິດຢູ່ທຸກວັນນີ້
5
ຂ້າພະເຈົ້າໄດ້ສອນພຣະທັມທັງຫມົດນີ້ແກ່ພວກທ່ານ
ເຫມືອນດັ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າໄດ້ບອກສອນຂ້າພະເຈົ້າ
ສະນັ້ນຢູ່ໃນດິນແດນທີ່ພວກເຈົ້າກຳລັງຈະບຸກເຂົ້າໄປຍຶດຄອງນັ້ນ
6
ຈົ່ງໄດ້ປະຕິບັດຕາມພຣະທັມເຫລົ່ານີ້ດ້ວຍຄວາມສັດຊື່
ເພາະວ່າການກະທຳເຊັ່ນນີ້ຈະເປັນເຄື່ອງສະແດງໃຫ້ຊົນຊາດອື່ນໆ
ເຫັນສະຕິປັນຍາ
ແລະຄວາມຮອບຮູ້ຂອງພວກທ່ານ
ອັນນຶ່ງ
ເມື່ອຊົນຊາດເຫລົ່ານັ້ນໄດ້ຟັງພຣະທັມນີ້ທັງຫມົດ
ພວກເຂົາກໍຈະພາກັນເວົ້າວ່າຊົນຊາດໃຫຍ່ນີ້ມີສະຕິປັນຍາ
ແລະຄວາມຮອບຮູ້ແທ້
7
ບໍ່ມີຊົນຊາດໃຫຍ່ອື່ນໃດມີພຣະຢູ່ໃກ້ເຫມືອນກັບພວກເຮົາມີພຣະຜູ້ເປັນເຈົ້າຢູ່ໃກ້ຄືເມື່ອໃດພວກເຮົາຣ້ອງຂໍໃຫ້ຊົງຊ່ອຍເຫລືອ
ພຣະອົງກໍຊົງຕອບ
8
ບໍ່ມີປະເທດໃຫຍ່ອື່ນໃດມີພຣະທັມທີ່ຍຸດຕິທັມຄືດັ່ງທີ່ຂ້າພະເຈົ້າໄດ້ສອນພວກທ່ານໃນມື້ນີ້
ທົບທວນເຫດການຊຶ່ງອິສຣາເອນປະສົບທີ່ໂຮເຣັບ
9
ຈົ່ງເຝົ້າລະວັງຢູ່
ແລະລະມັດລະວັງໃຫ້ດີຕລອດຊົ່ວຊີວິດຂອງພວກທ່ານນັ້ນ
ຢ່າໄດ້ຫລົງລືມສິ່ງທີ່ພວກທ່ານໄດ້ເຫັນກັບຕາມາແລ້ວ
ຈົ່ງບອກໃຫ້ພວກລູກຫລານຂອງພວກທ່ານຮູ້
10 ເຖິງເຣື່ອງເຫດການໃນມື້ທີ່ພວກເຈົ້າໄດ້ເຂົ້າເຝົ້າພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າທີ່ໂຮເຣັບ
ໃນວັນນັ້ນ ພຣະອົງຊົງບອກຂ້າພະເຈົ້າວ່າ,
“ຈົ່ງບອກໃຫ້ປະຊາຊົນມາໂຮມກັນ
ເພາະວ່າເຮົາຢາກເວົ້າໃຫ້ເຂົາຟັງເພື່ອເຂົາທັງຫລາຍ
ຈະໄດ້ຮູ້ຈັກການເຄົາຣົບຢຳເກງເຮົາຈົນຕລອດຊີວິດແລະເພື່ອຈະໄດ້ບອກສອນລູກຫລານຂອງເຂົາໃຫ້ຢຳເກງເຮົາ”
11 ໃນວັນນັ້ນເອງ
ພວກເຈົ້າໄດ້ຫຍັບເຂົ້າມາຢືນຢູ່ໃນຕີນພູ
ຊຶ່ງມີເມກເປັນຄວັນຫນາຕຶບປົກຄຸມຢູ່
12 ແລ້ວພຣະຜູ້ເປັນເຈົ້າໄດ້ໃຫ້ພວກທ່ານຮູ້ວ່າ
ພຣະອົງໄດ້ຊົງເວົ້າແນວໃດແດ່ກັບພວກທ່ານອອກມາຈາກໄຟນັ້ນ
ທັງໆທີ່ພວກທ່ານບໍ່ເຫັນຮູບຮ່າງໃດໆຂອງພຣະອົງເລີຍ
13 ພຣະອົງຊົງບອກໃຫ້ທ່ານທັງຫລາຍທຳຕາມຄຳຫມັ້ນສັນຍາທີ່ຊົງໃຫ້ໄວ້ແລະຊົງໃຫ້ເຊື່ອຟັງພຣະບັນຍັດສິບປະການ
ທີ່ຊົງຈາລຶກໄວ້ໃນສີລາສອງແຜ່ນ
14 ພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າ
ສອນພຣະທັມທັງຫມົດນີ້ແກ່ພວກທ່ານ
ເພື່ອຈະໄດ້ນຳໄປປະພຶດປະຕິບັດຢູ່ໃນແຜ່ນດິນທີ່ກຳລັງຈະເຂົ້າຍຶດຄອງນັ້ນ
ຕັກເຕືອນບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ
15 ເມື່ອພຣະຜູ້ເປັນເຈົ້າຊົງກ່າວຕໍ່ພວກທ່ານອອກມາຈາກໄຟຢູ່ເທິງພູຊີນາອີນັ້ນ
ພວກທ່ານບໍ່ໄດ້ເຫັນຮູບຮ່າງໃດໆ
ມັນຈຶ່ງເປັນການດີສຳລັບພວກທ່ານ
16 ສະນັ້ນ
ຈົ່ງລະວັງໃຫ້ດີ
ຢ່າໄດ້ທຳບາບດ້ວຍການສ້າງຮູບເຄົາຣົບໃດໆຂຶ້ນມາເລີຍ
ບໍ່ວ່າຮູບຜູ້ຊາຍຫລືຜູ້ຍິງ
17 ບໍ່ວ່າຮູບສັດເດັຽລະສານ
ຮູບນົກທີ່ມີປີກບິນໄປໃນອາກາດ
18 ຮູບສັດເລືອຄານຢູ່ເທິງດິນ
ຮູບປາຢ່າງໃດທີ່ຢູ່ໃນນ້ຳໃຕ້ແຜ່ນດິນໂລກ
19 ຢ່າຫລົງຂາບໄຫວ້
ຫລືບົວລະບັດສິ່ງທີ່ເຫັນໃນທ້ອງຟ້າ
ຄືພຣະອາທິດ
ພຣະຈັນ
ແລະດວງດາວທັງຫລາຍ
ສິ່ງເຫລົ່ານີ້ພຣະຜູ້ເປັນເຈົ້າຂອງພວກເຮົາຊົງປະທານໃຫ້ຊົນຊາດອື່ນທັງຫມົດຂາບໄຫວ້
20 ແຕ່ພວກທ່ານນັ້ນບໍ່ຕ້ອງຂາບໄຫວ້
ເພາະວ່າພວກທ່ານເປັນປະຊາຊົນທີ່ພຣະອົງຊົງນໍາອອກມາຈາກເຕົາໄຟໃນປະເທດເອຢິບ
ເພື່ອໃຫ້ເປັນໄພ່ພົນຂອງພຣະອົງ
ຢ່າງທີ່ພວກທ່ານກຳລັງເປັນຢູ່ໃນທຸກວັນນີ້
21 ຍ້ອນພວກທ່ານນັ້ນແຫລະ
ພຣະຜູ້ເປັນເຈົ້າຂອງພວກເຣົາ
ຈຶ່ງຊົງພຣະພິໂຣດຂ້າພະເຈົ້າ
ຄືພຣະອົງຊົງປະກາດຢ່າງຫນັກແຫນ້ນວ່າ
ຈະບໍ່ໃຫ້ຂ້າພະເຈົ້າຂ້າມແມ່ນ້ຳຈໍແດນໄປຍັງແຜ່ນດິນອັນອຸດົມສົມບູນຊຶ່ງພຣະອົງຊົງປະທານໃຫ້ແກ່ພວກທ່ານ
22 ຂ້າພະເຈົ້າຈະຕ້ອງຕາຍຢູ່ໃນແຜ່ນດິນນີ້
ຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ
ແຕ່ພວກທ່ານນັ້ນຈະໄດ້ຂ້າມໄປຍຶດເອົາແຜ່ນດິນອັນອຸດົມສົມບູນນັ້ນເປັນກຳມະສິດ
23 ຈົ່ງລະວັງໃຫ້ດີ
ຢ່າໄດ້ລືມຄຳຫມັ້ນສັນຍາທີ່ພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ຊົງໃຫ້ໄວ້
ໃຫ້ເຊື່ອຟັງຄຳສັ່ງຂອງພຣະອົງຊົງສັ່ງຫ້າມບໍ່ໃຫ້ທຳຮູບເຄົາຣົບໃດໆຂາບໄຫວ້
24 ເພາະວ່າ
ພຣະຜູ້ເປັນເຈົ້າຂອງທ່ານທັງຫລາຍເປັນພຣະເຈົ້າຜູ້ຊົງຫວງແຫນພວກທ່ານ
ແລະຊົງເປັນເຫມືອນໄຟທີ່ລຸກໄຫມ້ເຜົາຜານ
25 ເມື່ອພວກທ່ານມີລູກຫລານ
ແລະໄດ້ເຂົ້າໄປຢູ່ໃນແຜ່ນດິນນັ້ນເຫິງນານແລ້ວ
ຢ່າໄດ້ທຳບາບດ້ວຍການສ້າງຮູບເຄົາຣົບໃດໆຂຶ້ນມາເລີຍ
ເພາະໃນສາຍພຣະເນດຂອງພຣະຜູ້ເປັນເຈົ້ານັ້ນ
ຊົງຖືວ່າການກະທຳຢ່າງນີ້ຊົ່ວຮ້າຍຫລາຍ
ແລະເປັນການກະທຳທີ່ພຣະອົງຊົງພິໂຣດ
26 ຖ້າພວກທ່ານທຳຢ່າງນີ້
ຂ້າພະເຈົ້າຈະອັນເຊີນເອົາຟ້າດີນມາເປັນພຍານກ່າວໂທດທ່ານໃນວັນນີ້ວ່າ
ພວກທ່ານຈະຈິບຫາຍຈາກແຜ່ນດິນນີ້ໃນບໍ່ຊ້າ
ຈະບໍ່ໄດ້ຢູ່ເຫິງນານໃນແຜ່ນດິນທີ່ທ່ານກຳລັງຈະຂ້າມແມ່ນ້ຳຈໍແດນໄປຍຶດຄອງນັ້ນ
ແຕ່ຈະຖືກທຳລາຍຈົນຫມົດສິ້ນ
27 ພຣະຜູ້ເປັນເຈົ້າຈະທຳໃຫ້ພວກທ່ານແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ
ແລ້ວຈະໃຫ້ເຫລືອຢູ່ທີ່ນັ້ນພຽງຈຳນວນຫນ້ອຍ
28 ພວກທ່ານຈະຮັບໃຊ້ພຣະໄມ້
ແລະພຣະຫີນທີ່ມະນຸດທຳຂຶ້ນ
ພຣະເຫລົ່ານີ້
ເບິ່ງ ຟັງ ກິນ
ແລະດົມກິ່ນບໍ່ໄດ້
29 ຖ້າວ່າຢູ່ທີ່ນັ້ນ
ພວກທ່ານສແວງຫາພຣະຜູ້ເປັນເຈົ້າຂອງພວກທ່ານດ້ວຍຄວາມເຕັມໃຈພວກທ່ານກໍຈະພົບພຣະອົງ
30 ແຕ່ເມື່ອໃດຫາກພວກທ່ານມີຄວາມລໍາບາກໃຈໃນພາຍຄັ້ງຫນ້າ
ຍ້ອນສິ່ງເຫລົ່ານີ້ທັງຫມົດໄດ້ມາຖືກທ່ານ
ພວກທ່ານກໍຈະກັບຄືນມາຫາພຣະຜູ້ເປັນເຈົ້າ
ແລະເຊື່ອຟັງພຣະອົງ
31 ເພາະວ່າຊົງເປັນພຣະເຈົ້າທີ່ເຕັມໄປດ້ວຍພຣະເມດຕາ
ຈະບໍ່ຊົງປະຖິ້ມ
ຫລືທຳລາຍພວກທ່ານ
ແລະຈະບໍ່ຊົງຫລົງລືມຄຳຫມັ້ນສັນຍາທີ່ພຣະອົງຊົງໃຫ້ໄວ້ກັບບັນພະບຸຣຸດຂອງພວກທ່ານ
32 ໃຫ້ຖາມທົ່ວໂລກນີ້ເບິ່ງດູວ່າ
ໃນອະດີດຕະການກ່ອນພວກທ່ານເກີດ
ຕັ້ງແຕ່ຄາວພຣະເຈົ້າຊົງສ້າງມະນຸດໃນໂລກ
ເຄີຍມີເຣື່ອງໃຫຍ່ໂຕເຫມືອນຢ່າງນີ້ເກີດຂຶ້ນມາແລ້ວຫລືບໍ່
ມີໃຜເຄີຍໄດ້ຍິນເຣື່ອງຢ່າງນີ້ຫລືບໍ່
33 ມີຊົນຊາດໃດແດ່
ເມື່ອໄດ້ຍິນພຣະເຈົ້າເວົ້າອອກມາຈາກໄຟແລ້ວກໍຍັງບໍ່ຕາຍເຫມືອນຢ່າງພວກທ່ານ
34 ມີພຣະເຈົ້າອົງໃດອີກ
ທີ່ກ້າໄປເອົາຄົນອອກມາຈາກຊາດນຶ່ງມາຕັ້ງເປັນຊາດຂອງພຣະອົງເອງ
ເຫມືອນຢ່າງພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ກະທຳເພື່ອທ່ານໃນປະເທດເອຢິບນັ້ນ
ພຣະອົງໄດ້ຊົງໃຊ້ອຳນາດ
ແລະຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງທຳໃຫ້ເກີດມີໂລກແລະສົງຄາມ
ທຳການອັດສະຈັນ
ແລະຫມາຍສຳຄັນຕ່າງໆພ້ອມທັງທຳສິ່ງທີ່ຫນ້າຢ້ານໃຫ້ພວກທ່ານເຫັນຕໍ່ຫນ້າຕໍ່ຕາ
35 ພຣະຜູ້ເປັນເຈົ້າຊົງສຳແດງສິ່ງເຫລົ່ານີ້ໃຫ້ພວກທ່ານເຫັນ
ກໍເພື່ອໃຫ້ພວກທ່ານຮູ້ວ່າ ພຣະອົງ
ອົງດຽວເທົ່ານັ້ນທີ່ຊົງເປັນພຣະເຈົ້າ
ບໍ່ມີອົງອື່ນອີກເລີຍ
36 ພຣະອົງຊົງໂຜດໃຫ້ພວກທ່ານໄດ້ຍິນສຽງຂອງພຣະອົງຈາກສວັນນັ້ນໄດ້
ກໍເພື່ອສັ່ງສອນທ່ານ
ແລະຍັງຊົງໂຜດໃຫ້ພວກທ່ານໄດ້ເຫັນໄຟອັນສັກສິດຂອງພຣະອົງຢູ່ໃນໂລກ
ພ້ອມທັງຊົງກ່າວອອກມາຈາກໄຟນັ້ນ
37 ເພາະວ່າພຣະອົງຊົງຮັກບັນພະບຸຣຸດຂອງພວກທ່ານ
ຊົງເລືອກເອົາເຊື້ອສາຍຂອງເຂົາທັງຫລາຍ
ແລະຊົງນຳພາພວກທ່ານອອກຈາກປະເທດເອຢິບ
ດ້ວຍຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງເອງ
38 ໃນເວລາພວກທ່ານກ້າວໄປຂ້າງຫນ້ານັ້ນ
ພຣະອົງໄດ້ຊົງຂັບໄລ່ຊົນຊາດໃຫຍ່
ແລະມີກຳລັງເຫນືອກວ່າພວກທ່ານອອກຫນີໄປ
ເພື່ອນຳທ່ານເຂົາມາຢູ່ໃນແຜ່ນດິນນັ້ນຊຶ່ງຍັງເປັນຂອງພວກທ່ານຢູ່ຈົນເທົ່າທຸກມື້ນີ້
39 ດັ່ງນັ້ນແຫລະ,
ໃຫ້ຈື່ຈຳໄວ້
ແລະຢ່າລືມວ່າ
ພຣະຜູ້ເປັນເຈົ້າແມ່ນພຣະເຈົ້າເທິງຟ້າສວັນ
ແລະເທິງແຜ່ນດິນ
ບໍ່ມີພຣະເຈົ້າອົງອື່ນອີກນອກຈາກພຣະອົງ
40 ຈົ່ງທຳຕາມພຣະທັມ
ແລະກົດບັນຍັດທັງຫມົດຂອງພຣະອົງ
ຊຶ່ງຂ້າພະເຈົ້າໄດ້ບອກພວກທ່ານແລ້ວໃນວັນນີ້
ເພື່ອທຸກສິ່ງທຸກຢ່າງຈະເປັນໄປໂດຍດີສຳລັບພວກທ່ານ
ແລະພວກລູກຫລານ
ແລ້ວພວກທ່ານຈະມີຊີວິດຫມັ້ນຢືນຢູ່ໃນແຜ່ນດິນທີ່ພຣະຜູ້ເປັນເຈົ້າຂອງພວກທ່ານຊົງປະທານໃຫ້ເປັນເຈົ້າຂອງຕລອດໄປເປັນນິດນັ້ນ”
ຫົວເມືອງລີ້ພັຍທາງຕາເວັນອອກຂອງແມ່ນ້ຳຈໍແດນ
41 ແລ້ວໂມເຊກຳຫນົດຫົວເມືອງທາງທິດຕາເວັນອອກຟາກແມ່ນ້ຳຈໍແດນສາມຫົວເມືອງ
42 ເພື່ອຜູ້ໃດທີ່ຂ້າຄົນຈະໄດ້ຫລົບຫນີໄປຢູ່ທີ່ນັ້ນ
ຄືຜູ້ທີ່ຂ້າເພື່ອນບ້ານໂດຍບໍ່ໄດ້ເຈຕນາ
ໂດຍບໍ່ໄດ້ເປັນສັດຕຣູກັນມາແຕ່ກ່ອນ
ແລະເມື່ອຫນີໄປຢູ່ໃນເມືອງນີ້ເມືອງໃດເມືອງນຶ່ງກໍຈະລອດຊີວິດ
43 ຫົວເມືອງເຫລົ່ານີ້
ຄືເມືອງເບເຊີ
ຢູ່ໃນຖິ່ນກັນດານ
ເທິງທີ່ຮາບສູງສຳລັບຄົນເຜົ່າຣູເບນ
ແລະເມືອງຣາໂມທທີ່ກິເລອາດສຳລັບຄົນເຜົ່າກາດ
ແລະເມືອງໂກລານໃນບາຊານສຳລັບຄົນເຜົ່າມານັສເຊ
ຄຳນຳກ່ອນທົບທວນທັມບັນຍັດຂອງ
ຄົນອິສຣາເອນ
44 ຕໍ່ໄປນີ້ເປັນທັມບັນຍັດທີ່ໂມເຊໄດ້ຕັ້ງໄວ້ຕໍ່ຊາວອິສຣາເອນ
45 ເຫລົ່ານີ້ເປັນພຣະໂອວາດ
ເປັນກົດລະບຽບ
ແລະກົດຫມາຍ
ຊຶ່ງໂມເຊກ່າວແກ່ຊາວອິສຣາເອນ
ເມື່ອເຂົາອອກຈາກປະເທດເອຢິບ
46 ທາງຕາເວັນອອກຂອງແມ່ນ້ຳຈໍແດນທີ່ພູກົງກັນຂ້າມເບັດເປໂອຣ໌
ໃນແຜ່ນດິນຂອງຊີໂຮນ
ກະສັດຊາວອາໂມຣິດ
ຜູ້ຢູ່ທີ່ເຮສໂບນ
ຊຶ່ງໂມເຊແລະຊາວອິສຣາເອນໄດ້ຕີຜ່າຍຫນີໄປຄັ້ງເມື່ອອອກມາຈາກປະເທດເອຢິບ
47 ຊາວອິສຣາເອນໄດ້ເຂົ້າຍຶດແຜ່ນດິນຂອງທ່ານ
ແລະແຜ່ນດິນຂອງໂອກ
ກະສັດເມືອງບາຊານ
ເປັນກະສັດສອງອົງຂອງຊາວອາໂມຣິດ
ຜູ້ຢູ່ທາງທິດຕາເວັນອອກຟາກແມ່ນ້ຳຈໍແດນຂ້າງນັ້ນ
48 ຕັ້ງແຕ່ອາໂຣເອີ
ທີ່ຢູ່ລຸ່ມນ້ຳອາຣ໌ໂນນໄປຈົນເຖິງພູຊີຣີໂອນ
(ຄືເຮີໂມນ)
49 ຮວມກັບອາຣາບາທັງຫມົດຊຶ່ງຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນໄກໄປຈົນເຖິງທະເລອາຣາບາ
ທີ່ຮາບແຖບເນີນພູປິສກາ
1
ໂມເຊໄດ້ເອີ້ນຊາວອິສຣາເອນທັງຫລາຍເຂົ້າມາແລ້ວກ່າວແກ່ພວກເຂົາທັງຫລາຍວ່າ,
“ດູກ່ອນ
ທ່ານທັງຫລາຍຈົ່ງຟັງກົດລະບຽບ
ແລະກົດຫມາຍ
ຊຶ່ງຂ້າພະເຈົ້າກ່າວໃຫ້ເຂົ້າຫູຂອງພວກທ່ານໃນວັນນີ້
ເພື່ອທ່ານທັງຫລາຍຈະໄດ້ຈົດຈຳ
ແລະກະທຳຕາມດ້ວຍຄວາມລະມັດລະວັງ
2
ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຊົງກະທຳຄຳຫມັ້ນສັນຍາກັບເຮົາທັງຫລາຍທີ່ໂຮເຣັບ
3
ບໍ່ແມ່ນພຣະຜູ້ເປັນເຈົ້າຈະຊົງກະທຳຄຳຫມັ້ນສັນຍາກັບບັນພະບຸຣຸດຂອງເຮົາທັງຫລາຍເທົ່ານັ້ນ
ແຕ່ຊົງກະທຳກັບພວກເຮົາ
ຄືເຮົາທັງຫລາຍຜູ້ມີຊີວິດຢູ່ໃນວັນນີ້
4
ພຣະຜູ້ເປັນເຈົ້າໄດ້ສັ່ງກັບເຮົາທັງຫລາຍທີ່ພູຈາກຖ້າມກາງໄຟ
ຫນ້າຕໍ່ຫນ້າ
5
ຂ້າພະເຈົ້າຢືນຢູ່ລະຫວ່າງພຣະຜູ້ເປັນເຈົ້າກັບທ່ານທັງຫລາຍ
ເພື່ອຈະປະກາດພຣະວັຈນະຂອງພຣະຜູ້ເປັນເຈົ້າແກ່ທ່ານທັງຫລາຍ
ເພາະທ່ານທັງຫລາຍຢ້ານໄຟ
ຈຶ່ງບໍ່ໄດ້ຂຶ້ນໄປເທິງພູ
ພຣະອົງສັ່ງວ່າ,
6
“ເຮົາແມ່ນພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ
ຜູ້ໄດ້ນຳພວກເຈົ້າອອກຈາກປະເທດເອຢິບ
ຄືອອກຈາກປະເທດທີ່ພວກເຈົ້າໄດ້ຕົກເປັນທາດ
7
“ພວກເຈົ້າຢ່າມີພຣະເຈົ້າອື່ນນອກຈາກເຣົາ
8
“ພວກເຈົ້າຢ່າທຳຮູບເຄົາຣົບສໍາລັບຕົນ
ຫລືຮູບສິ່ງນຶ່ງສິ່ງໃດທີ່ມີຢູ່ໃນຟ້າສວັນ
ໃນແຜ່ນດິນຫລືໃນນ້ຳລຸ່ມແຜ່ນດິນ
9
ຢ່າຂາບໄຫວ້ຮູບເຫລົ່ານັ້ນ
ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າຂອງພວກເຈົ້າ
ແລະເປັນພຣະເຈົ້າຜູ້ຫວງແຫນພວກເຈົ້າ
ເຮົາຈະລົງໂທດລູກຫລານຂອງຜູ້ທີ່ຊັງເຮົາເຖິງສາມສີ່ຊົ່ວອາຍຸຄົນ
10 ແຕ່ຈະສະແດງຄວາມຮັກຫມັ້ນຄົງຕໍ່ຜູ້ທີ່ຮັກເຮົາ
ແລະຕໍ່ຜູ້ທີ່ປະພຶດຕາມພຣະບັນຍັດຂອງເຮົາສືບໄປຫລາຍຊົ່ວອາຍຸພັນຄົນ
11 ພວກເຈົ້າຢ່າໃຊ້ຊື່ພຣະຜູ້ເປັນເຈົ້າຂອງເຈົ້າ
ໄປໃນທາງທີ່ຜິດ
ເພາະເຮົາຈະລົງໂທດຜູ້ທີ່ໃຊ້ຊື່ເຮົາໄປໃນທາງທີ່ຜິດ
12 ພວກເຈົ້າຈົ່ງນັບຖືວັນສິນ
ໃຫ້ຖືເປັນວັນສັກສິດຂອງພຣະຜູ້ເປັນເຈົ້າ
13 ຈົ່ງເຮັດວຽກທັງປວງຂອງເຈົ້າແຕ່ໃນຫົກວັນ
14 ແຕ່ວັນຖ້ວນເຈັດໃຫ້ຖືເປັນວັນສັກສິດຂອງພຣະເປັນເຈົ້າຂອງເຈົ້າ
ໃນວັນນີ້ໃຫ້ເຈົ້າເອງ
ພ້ອມດ້ວຍລູກຊາຍຍິງ
ຂ້ອຍທາດແລະສັດລ້ຽງຂອງພວກເຈົ້າຕລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າຢຸດເຮັດວຽກທັງຫມົດ
15 ຈົ່ງລະນຶກວ່າເຈົ້າເຄີຍເປັນທາດຢູ່ໃນປະເທດເອຢິບ
ແລະພຣະຜູ້ເປັນເຈົ້າຂອງເຈົ້າໄດ້ພາເຈົ້າອອກມາຈາກທີ່ນັ້ນດ້ວຍພຣະຫັດອັນຊົງຣິດ
ແລະດ້ວຍພຣະກອນທີ່ຢຽດອອກ
ເຫດສັນນີ້ພຣະຜູ້ເປັນເຈົ້າໄດ້ຊົງບັນຊາໃຫ້ເຈົ້າຮັກສາວັນສະບາໂຕ
16 “ຈົ່ງນັບຖືບິດາມານດາຂອງເຈົ້າ
ເພື່ອເຈົ້າຈະມີອາຍຸຫມັ້ນຍືນຢູ່ໃນແຜ່ນດີນທີ່ພຣະຜູ້ເປັນເຈົ້າຂອງເຈົ້າໄດ້ມອບໃຫ້
17 “ພວກເຈົ້າຢ່າຂ້າຄົນ
18 “ຢ່າລ່ວງເກີນຜົວເມັຽຜູ້ອື່ນ
19 “ຢ່າລັບຊັບ
20 “ຢ່າເປັນພຍານເທັດ
ໃສ່ຣ້າຍເພື່ອນບ້ານຂອງຕົນ
21 “ຢ່າອິດສາຢາກໄດ້ເຮືອນຂອງຜູ້ອື່ນ
ຢ່າອິດສາຢາກໄດ້ຜົວ
ຫລືເມັຽ
ຢາກໄດ້ຂ້ອຍທາດ
ຢາກໄດ້ງົວຄວາຍ
ຢາກໄດ້ລໍ
ຫລືສິ່ງອື່ນໃດທີ່ເປັນຂອງຄົນອື່ນ
22 “ພຣະທັມເຫລົ່ານີ້
ພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຊຸມນຸມຊົນທັງປວງຂອງທ່ານທີ່ພູ
ອອກມາຈາກຖ້າມກາງໄຟ
ເມກອັນຫນາຕຶບ
ດ້ວຍພຣະສຸຣະສຽງອັນດັງ
ແລະບໍ່ໄດ້ຊົງເພີ້ມເຕີມສິ່ງໃດອີກ
ແລະພຣະອົງຊົງຈາລຶກໄວ້ເທິງແຜ່ນສີລາສອງແຜ່ນ
ແລະປະທານໃຫ້ແກ່ຂ້າພະເຈົ້າ
23 ເມື່ອພວກທ່ານໄດ້ຍິນພຣະສຸຣະສຽງອອກມາຈາກຄວາມມືດ
ຂນະເມື່ອພູນັ້ນມີໄຟລຸກຢູ່
ທ່ານທັງຫລາຍເຂົ້າມາຫາຂ້າພະເຈົ້າ
ຄືຫົວຫນ້າເຜົ່າຂອງທ່ານທັງຫມົດ
ແລະພວກຜູ້ໃຫຍ່ຂອງທ່ານ
24 ແລະທ່ານທັງຫລາຍໄດ້ເວົ້າວ່າ,
“ເບິ່ງແມ໋, ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາໄດ້ຊົງສຳແດງພຣະສະງ່າຣາສີແລະຄວາມຍິ່ງໃຫຍ່ຂອງພຣະອົງ
ແລະເຮົາໄດ້ຍິນພຣະສຸຣະສຽງຂອງພຣະອົງຈາກຖ້າມກາງໄຟ
ໃນວັນນີ້ເຮົາໄດ້ເຫັນພຣະເຈົ້າຕຣັສກັບມະນຸດ
ແລະມະນຸດຍັງຄົງມີຊີວິດຢູ່ໄດ້
25 ເປັນຫຍັງພວກເຮົາຈະຕ້ອງສ່ຽງກັບຄວາມຕາຍຢ່າງນີ້ອີກ
ໄຟອັນຫນ້າຢ້ານນີ້ຈະເຜົາຜານເຮົາ
ຖ້າເຮົາໄດ້ຍິນພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າອີກ
ເຮົາກໍຈະຕ້ອງຕາຍ
26 ເພາະໃນບັນດາມະນຸດທັງຫລາຍ
ມີໃຜແດ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າຜູ້ຊົງພຣະຊົນກ່າວອອກມາຈາກຖ້າມກາງໄຟຢ່າງທີ່ເຮົາໄດ້ຍິນ
ແລະຍັງມີຊີວິດຢູ່ໄດ້
27 ທ່ານຈົ່ງເຂົ້າໄປໃກ້
ແລະຟັງທຸກສິ່ງຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາໄດ້ສັ່ງແກ່ທ່ານນັ້ນມາກ່າວແກ່ເຣົາທັງຫລາຍ
ແລະເຣົາທັງຫລາຍຈະຟັງ
ແລະກະທຳຕາມ”
28 “ເມື່ອທ່ານທັງຫລາຍເວົ້າກັບຂ້າພະເຈົ້ານັ້ນ
ພຣະຜູ້ເປັນເຈົ້າຊົງຊາບຖ້ອຍຄຳຂອງທ່ານທັງຫລາຍ
ແລະພຣະເຈົ້າກ່າວກັບຂ້າພະເຈົ້າວ່າ
“ເຣົາໄດ້ຍິນຖ້ອຍຄຳຂອງຊົນຊາດຊຶ່ງເຂົາເວົ້າກັບເຈົ້າແລ້ວ
ຊຶ່ງເຂົາເວົ້າກັບເຈົ້າເຊັ່ນນັ້ນກໍດີຢູ່
29 ຢາກໃຫ້ມີຈິດໃຈເຊັ່ນນີ້ຢູ່ສເມີໄປ
ຄືທີ່ຈະຢຳເກງເຮົາ
ແລະຮັກສາບັນຍັດທັງຫມົດຂອງເຮົາ
ເຂົາທັງຫລາຍກໍຈະສຸກຈະເຣີນຢູ່ຕລອດຊົ່ວລູກຫລານຂອງເຂົາເປັນນິດ
30 ຈົ່ງກັບໄປບອກແກ່ເຂົາວ່າ
“ເຈົ້າຈົ່ງກັບໄປເຕັນຂອງເຈົ້າທຸກຄົນເຖິດ”
31 ແຕ່ຕົວເຈົ້າ
ຈົ່ງຢືນຢູ່ທີ່ນີ້ໃກ້ເຮົາ
ແລະເຮົາຈະບອກຂໍ້ບັນຍັດ
ແລະກົດລະບຽບແລະກົດຫມາຍທັງສິ້ນແກ່ເຈົ້າ
ຊຶ່ງເຈົ້າຈະຕ້ອງສອນເຂົາທັງຫລາຍ
ເພື່ອເຂົາທັງຫລາຍຈະກະທຳຕາມໃນແຜ່ນດິນຊຶ່ງເຮົາໃຫ້ເຂົາຍຶດຄອງນັ້ນ”
32 ເຫດສະນັ້ນທ່ານທັງຫລາຍຈົ່ງລະວັງທີ່ຈະກະທຳດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍໄດ້ຊົງບັນຊາໄວ້ນັ້ນ
ທ່ານທັງຫລາຍຢ່າຫັນໄປທາງຂວາມື
ຫລືທາງຊ້າຍເລີຍ
33 ທ່ານຈົ່ງດຳເນີນຕາມວິຖີທາງທັງສິ້ນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ຊົງບັນຊາທ່ານໄວ້ເພື່ອທ່ານຈະມີຊີວິດຢູ່
ແລະເພື່ອທ່ານຈະໄປດີມາດີ
ແລະມີຊີວິດຍືນນານຢູ່ໃນແຜ່ນດິນຊຶ່ງທ່ານຈະຍຶດຄອງນັ້ນ
1
ຕໍ່ໄປນີ້ແມ່ນກົດບັນຍັດ
ພຣະທັມ
ແລະຮີດຄອງປະເພນີທັງຫມົດທີ່ພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າສອນພວກທ່ານ
ສະນັ້ນເມື່ອພວກທ່ານຢູ່ໃນແຜ່ນດິນທີ່ກຳລັງຈະເຂົ້າຍຶດຄອງນັ້ນ
ຈົ່ງໄດ້ທຳຕາມພຣະທັມເຫລົ່ານີ້
2
ທ່ານກັບພວກລູກຫລານຂອງທ່ານຈະຕ້ອງຢໍາເກງພຣະຜູ້ເປັນເຈົ້າຈົນຕລອດຊີວິດ
ແລະປະພຶດຕາມພຣະທັມທັງຫມົດຂອງພຣະອົງ
ຊຶ່ງຂ້າພະເຈົ້າໄດ້ບອກທ່ານທັງຫລາຍແລ້ວນັ້ນ
ເພື່ອວ່າພວກທ່ານຈະມີອາຍຸຫມັ້ນຍືນ
3
ຊາວອິສຣາເອນເອີຍ
ຈົ່ງສະດັບຮັບຟັງພຣະທັມແລະປະພຶດຕາມເທີນ
ເພື່ອກິຈການທຸກຢ່າງຂອງພວກທ່ານຈະລຸລ່ວງໄປດ້ວຍດີ
ແລ້ວພວກທ່ານກໍຈະກາຍເປັນຄົນຊົນຊາດໃຫຍ່ຢູ່ໃນແຜ່ນດິນທີ່ອຸດົມສົມບູນເຫມືອນຢ່າງພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງພວກທ່ານທັງຫລາຍໄດ້ຊົງສັນຍາໄວ້
4
ອິສຣາເອນເອີຍ
ຈົ່ງຟັງເທີນ
ພຣະຜູ້ເປັນເຈົ້າອົງດຽວທໍ່ນັ້ນທີ່ເປັນພຣະເຈົ້າຂອງເຮົາ
5
ຈົ່ງຮັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໃຫ້ສຸດຈິດສຸດໃຈ
ແລະສຸດສະຕິກຳລັງຂອງທ່ານ
6
ຢ່າລືມສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກທ່ານໃນວັນນີ້
7
ໃຫ້ບອກສອນລູກຫລານດ້ວຍ
ເມື່ອພວກທ່ານຢູ່ໃນເຮືອນຫລືອອກຫນີໄປກໍດີ
ເມື່ອທຳງານ
ຫລືຢຸດພັກກໍດີ
ໃຫ້ທ່ອງຈຳຄຳສັ່ງນີ້
8
ໃຫ້ຕິດມັນໄວ້ໃນແຂນ
ແລະເທິງຫນ້າຜາກ
9
ພ້ອມທັງໃຫ້ຂຽນໄວ້ຕາມປະຕູເຮືອນຂອງທ່ານດ້ວຍ
ເພື່ອເປັນສິ່ງເຕືອນໃຈ
ຕັກເຕືອນໃຫ້ເຊື່ອຟັງ
10 ພຣະຜູ້ເປັນເຈົ້າຂອງເຣົາທັງຫລາຍໄດ້ຊົງສັນຍາແກ່ບັນພະບຸຣຸດຂອງພວກທ່ານ
ຄືອັບຣາຮາມ
ອີຊາກ
ແລະຢາໂຄບວ່າ
ພຣະອົງຈະຊົງມອບແຜ່ນດິນຊຶ່ງມີຫົວເມືອງທີ່ຈະເຣີນຮຸ່ງເຮືອງຊຶ່ງທ່ານເອງບໍ່ໄດ້ສ້າງໃຫ້ແກ່ພວກທ່ານ
11 ໃນເຮືອນທັງຫລາຍກໍຈະເຕັມໄປດ້ວຍຂອງດີທີ່ທ່ານບໍ່ໄດ້ຫາໄວ້
ມີນ້ຳສ້າງທີ່ພວກທ່ານບໍ່ໄດ້ຂຸດໄວ້
ພ້ອມທັງມີສວນອະງຸ່ນ
ແລະສວນຫມາກກອກເທດທີ່ປູກໄວ້ແລ້ວ
ສະນັ້ນເມື່ອພຣະຜູ້ເປັນເຈົ້າຊົງນຳພວກທ່ານເຂົ້າໄປໃນແຜ່ນດິນນີ້ແລ້ວ
ກໍຈະມີອາຫານການກິນທຸກຢ່າງຕາມຄວາມຕ້ອງການ
12 ແຕ່ພວກທ່ານຕ້ອງລະວັງໃຫ້ດີ
ຈົ່ງຢ່າລືມພຣະຜູ້ເປັນເຈົ້າຜູ້ຊົງນຳພວກທ່ານອອກຈາກເອຢິບບ່ອນຕົກເປັນທາດ
13 ໃຫ້ຢຳເກງແລະຂາບໄຫວ້ແຕ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານອົງດຽວ
ກັບທັງໃຫ້ສາບານໂດຍອອກພຣະນາມຂອງພຣະອົງເທົ່ານັ້ນ
14 ຢ່າຂາບໄຫວ້ພຣະຂອງຊົນຊາດອື່ນໃດທີ່ຢູ່ອ້ອມແອ້ມທ່ານ
15 ຖ້າພວກທ່ານຫາກດື້ດ້ານຂາບໄຫວ້ພຣະນັ້ນ ພຣະຜູ້ເປັນເຈົ້າຈະຊົງພຣະພິໂຣດທ່ານຢ່າງຮຸນແຮງ
ແລະຈະທຳລາຍພວກທ່ານຈົນຫມົດສິ້ນ
ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງຫວງແຫນພວກທ່ານ
16 ຢ່າທົດລອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ
ດັ່ງທີ່ພວກທ່ານເຄີຍໄດ້ທົດລອງກັບພຣະອົງມາແລ້ວຢູ່ທີ່ມັດສານັ້ນ
17 ຈົ່ງເອົາໃຈໃສ່ທຳຕາມກົດບັນຍັດພຣະທັມ
ແລະຮິດຄອງປະເພນີທັງຫມົດທີ່ພຣະອົງໄດ້ຊົງສອນທ່ານ
18 ໃຫ້ທຳແຕ່ສິ່ງທີ່ພຣະຜູ້ເປັນເຈົ້າຊົງເຫັນວ່າດີ
ແລະຖືກຕ້ອງ
ເພື່ອທຸກສິ່ງທຸກຢ່າງຈະໄດ້ເປັນໄປໂດຍດີ
ແລະເພື່ອຈະໄດ້ເປັນເຈົ້າຂອງແຜ່ນດິນທີ່ອຸດົມສົມບູນ
ຊຶ່ງພຣະຜູ້ເປັນເຈົ້າຊົງສັນຍາວ່າຈະປະທານໃຫ້ແກ່ບັນພະບຸຣຸດຂອງທ່ານທັງຫລາຍ
19 ແລະຈະຂັບໄລ່ສັດຕຣູຂອງພວກທ່ານຫນີຕາມທີ່ຊົງສັນຍາໄວ້
20 ໃນພາຍຄັ້ງຫນ້າ
ເມື່ອລູກຫລານຂອງທ່ານຖາມວ່າ
ເປັນຫຍັງພຣະຜູ້ເປັນເຈົ້າຂອງເຮົາຈຶ່ງສັ່ງໃຫ້ທຳກົດບັນຍັດ
ພຣະທັມ
ແລະຮີດຄອງປະເພນີເຫລົ່ານີ້
21 ຈົ່ງບອກເຂົາວ່າ
ເມື່ອພວກເຮົາເປັນທາດຂອງກະສັດເອຢິບ ພຣະຜູ້ເປັນເຈົ້າໄດ້ຊົງຊ່ອຍເຫລືອເອົາພວກເຮົາໃຫ້ລອດພົ້ນດ້ວຍຣິດທານຸພາບອັນຍິ່ງໃຫຍ່
22 ກັບທັງໄດ້ເຫັນພຣະອົງຊົງກະທຳການອັດສະຈັນແລະສິ່ງອັນເປັນຕາຢ້ານຕໍ່ຫນ້າຕໍ່ຕາພວກເຮົາທັງຫລາຍຕໍ່ຊາວເອຢິບ
ຕໍ່ກະສັດຟາຣາໂອ
ແລະຂ້າຣາຊການທັງຫມົດ
23 ພຣະອົງຊົງນຳພາພວກເຮົາອອກມາຈາກເອຢິບ
ແລະຊົງມອບແຜ່ນດິນນີ້ໃຫ້ເຮົາຢູ່ອາໄສ
ດັ່ງພຣະອົງໄດ້ຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຮົານັ້ນ
24 ແລ້ວພຣະຜູ້ເປັນເຈົ້າຂອງເຮົາໄດ້ຊົງສັ່ງໃຫ້ເຊື່ອຟັງພຣະທັມທັງຫມົດນີ້
ແລະໃຫ້ເຄົາຣົບຢຳເກງ
ພຣະອົງ
25 ຖ້າພວກເຮົາປະຕິບັດຕາມທຸກສິ່ງທຸກຢ່າງທີ່ພຣະອົງຊົງສັ່ງນັ້ນ
ກໍຈະເປັນການຖືກຕ້ອງດີ
ແລະພຣະອົງກໍຈະຊົງຮັກແພງ
ແລະເບິ່ງແຍງພວກເຮົາຕໍ່ໄປ
ພ້ອມທັງທຳໃຫ້ປະເທດຊາດຂອງເຮົາຈະເຣີນຮຸ່ງເຮືອງຕລອດໄປ
1
ພຣະຜູ້ເປັນເຈົ້າຊົງນຳພວກທ່ານໄປຍັງແຜ່ນດິນທີ່ພວກທ່ານກຳລັງຈະເຂົ້າຍຶດຄອງ
ແລະຈະຊົງຂັບໄລ່ຫລາຍຊົນຊາດອອກຫນີໄປ
ເມື່ອພວກທ່ານໄປເຖິງ
ພຣະອົງຈະຊົງຂັບໄລ່ຊາດໃຫຍ່
ແລະມີອຳນາດອອກຫນີໄປ
ຄືຊາວຮິດຕີ
ກີຣ໌ກາຊີ
ອາໂມຣິດ
ເປຣີສຊີ
ຮີວີ
ແລະເຢບຸສ
2
ເມື່ອພຣະຜູ້ເປັນເຈົ້າຊົງໃຫ້ຊົນຊາດເຫລົ່ານີ້ປຣາໄຊ
ແລະຢູ່ໃຕ້ອຳນາດຂອງທ່ານແລ້ວ
ພວກເຂົາກໍຈະຕ້ອງຖືກພວກທ່ານລົງໂທດເຖິງຕາຍ
ຢ່າໄດ້ເມດຕາ
ແລະທຳສັນຍາກັບພວກເຂົາ
3
ພວກທ່ານຕລອດທັງລູກຫລານຂອງທ່ານ
ຢ່າໄດ້ແຕ່ງງານກັບພວກເຂົາ
4 ເພາະວ່າເຂົາຈະພາລ