Amos ພຣະທັມ​ອາ​ໂມ​ສ

 

ພຣະທັມ​ອາ​ໂມ​ສ

 

1

2

3

4

5

6

7

8

9

 

ອາ​ໂມ​ສ

1.

1   ຕໍ່​ໄປ​ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ອາ​ໂມ​ສ ຊຶ່ງ​ເປັນ​ຜູ້​ລ້ຽງ​ແກະ​ຄົນ​ນຶ່ງ​ໃນ​ເມືອງ​ເຕ​ໂກ​ອາ ກ່ອນ​ແຜ່ນ​ດິນ​ໄຫວ​ສອງ​ປີ ພຣະ​ເຈົ້າ​ໄດ້​ນຳ​ຂ່າວ​ມາ​ໃຫ້​ອາ​ໂມ​ສ​ທາງ​

ນິ​ມິດ ຊຶ່ງ​ເປັນ​ຄາວ​ອຸ​ສ​ຊີ​ຢາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ຢູ​ດາ ແລະ​ໃນ​ຄາວ​ທີ່​ເຢ​ໂຣ​ໂບ​ອາມ​ບຸດ​ຂອງ​ໂຢ​ອັ​ສ ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ

ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ປະ​ເທດ​ໃກ້ຄຽງ​ຂອງ

ອິສ​ຣາ​ເອນ ປະ​ເທດຊີ​ເຣັຽ

2   ອາ​ໂມ​ສ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສົ່ງ​ສຽງ​ຮ້ອງ​ມາ​ຈາກ​ພູ​ຊີໂອນ ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ຍັງ​ດັງ​ກ້ອງ​ຈາກ​ເມືອງ​ເຢ​ຣູ​ຊາ​ເລັມ ໃນ​ເວລາ​ນັ້ນ ປ່າ​ຫຍ້າ​ທັງ​ຫລາຍ​ກໍ​ຫ່ຽວ​ແຫ້ງ ແລະ​ຫຍ້າ​ຂຽວ​ສົດ​ຢູ່​ເທິງ​ຈອມ​ພູ​ກາຣ໌​ເມນ​ກໍ​ລ່າ​ເຫລືອງ​ລົງ

3   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ດາ​ມັ​ສ​ກັ​ສ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່​ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ທຳ​ການ​ໂຫດ​ຮ້າຍ​ຕໍ່​ພວກ​ກິ​ເລ​ອາດ

4   ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້​ຣາ​ຊ​ອາ​ນາ​ຈັກຊີ​ເຣັຽ (ຮາ​ຊາ​ເອນ)  ແລະ​ພຣະ​ຣາ​ຊວັງ​ຂອງ​ເຈົ້າ​ຊີ​ວິດ​ເບນ​ຮາ​ດັດ

5   ເຮົາ​ຈະ​ທຳ​ລາຍ​ປະ​ຕູ​ເມືອງ​ດາ​ມັ​ສ​ກັ​ສ​ໃຫ້​ແຕກ​ທະ​ລາຍ​ລົງ ເຮົາ​ຈະ​ຂັບ​ໄລ່​ພວກຜູ້​ປົກ​ຄອງ​ຮ່ອມ​ພູ​ອາ​ເວນ ແລະ​ເບດ​ເອເດນ​ອອກ​ຫນີ ແລ້ວ​ພວກ​ຊີ​ເຣັຽ​ຈະ​ຖືກກວາດ​ລ້າງ​ໄປ​ເປັນ​ຊະ​ເລີຍ​ຢູ່​ໃນ​ເມືອງ ກີ​ຣ໌

ປະ​ເທດ​ຟີ​ລິ​ສ​ຕິນ

6   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ພວກ​ກາ​ຊາ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວ​ກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ຍາດ​ເອົາ​ຊົນ​ຊາດ​ອື່ນໆ

7   ແລ້ວມອບ​ເຂົາ​ໄວ້​ໃນ​ກຳ​ມື​ຂອງ​ຊາວ​ເອ​ໂດມ ດັ່ງ​ນັ້ນ ເຣົາ​ຈະ​ທຳ​ໃຫ້​ກຳ​ແພງ​ເມືອງ​ກາ​ຊາ

8   ຮວມ​ທັງ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ອັ​ສ​ໂດດ ແລະ​ເມືອງ​ອັ​ສ​ເກ​ໂຣນອອກ​ຫນີ ເຮົາ​ຈະ​ໃຊ້​ກຳ​ລັງ​ຕໍ່​ສູ້​ເມືອງ​ເອກ​ໂຣນ ແລະ​ຊາວ​ຟີ​ລິ​ສ​ຕິນ​ທຸກ​ຄົນ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ​ຕ້ອງ​ຕາຍ”

ເມືອງ​ຕີ​ເຣ

9   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ເມືອງ​ຕີ​ເຣ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຣົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ເພາະ​ວ່າ​ພວ​ກ​ເຂົາ​ໄດ້​ຈັບ​ປະ​ຊາ​ຊົນ​ໄປ​ເປັນ​ຊະ​ເລີຍ​ທີ່​ເມືອງ​ເອ​ໂດມ ພວ​ກເຂົາ​ບໍ່​ໄດ້​ຖື​ສັນ​ຍາ​ມິດ​ຕະ​ພາບ​ທີ່​ພວກ​ເຂົາ​ໄດ້​ທຳ​ເອົາ​ໄວ້​ກັບ​ປະ​ຊາ​ຊົນ​ເຫລົ່າ​ນີ້

10 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ກຳ​ແພງ​ເມືອງ​ຕີ​ເຣ ຮວມ​ທັງ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ນັ້ນ​ຖືກ​ເຜົາ​ຜານ​ທຳ​ລາຍ​ດ້ວຍ​ໄຟ​ອຸ​ບາດ

ປະ​ເທດ​ເອໂດມ

11 ພຣະ​ຜູ້​ເປັນ​ເຈົ້ຊົງ​ກ່າວ​ວ່າ, “ຊາວ​ເອ​ໂດມ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພກວ​ເຂົາ​ໄດ້​ໄລ່​ຕິດ​ຕາມ​ຂ້າ​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ ຄື​ອິສ​ຣາ​ເອນ ພວກ​ເຂົາ​ຂາດ​ຄວາມ​ເມດ​ຕາ​ຈິດ ແລະ​ບໍ່​ຍອມ​ລະ​ຖິ້ມ​ຄວາມ​ໂຫດ​ຮ້າຍ​ຂອງ​ພວກ​ເຂົາ​ຈັກ​ເທື່ອ

12 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້ ເຕ​ມານ ແລະ​ຈູດ​ທຳ​ລາຍ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ໂບ​ຊຣາ

ຊາ​ວ​ອັມ​ໂມ​ນ

13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ອັມ​ໂມນ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຣົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ຜ່າ​ຕັດ​ທ້ອງ​ຜູ້​ຍິງ​ແມ່​ມານ​ໃນ​ເມືອງ​ກີ​ເລ​ອາດ ແລະ​ໂລ​ບ​ເອົາ​ດິນ​ແດນ​ຂອງ​ແຂວງ​ນັ້ນ

14 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ກຳ​ແພງ​ເມືອງ​ຣັບ​ບາ ຮວມ​ທັງ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ນັ້ນ​ຖືກ​ເຜົາ​ຜານ​ທຳ​ລາຍ​ດ້ວຍໄຟ​ອຸ​ບາດ ໃນ​ມື້​ຂອງ​ການສູ້​ຮົບ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງ​ສະ​ຫນັ່ນ ແລະ​ການ​ສູ້​ຮົບ​ຈະ​ດຸ​ເດືອດ​ດັ່ງ​ລົມ​ພະ​ຍຸ

15 ຄັນ​ແລ້ວ​ເຈົ້າ​ຊີ​ວິດ​ພ້ອມ​ທັງ​ນາຍ​ທະ​ຫານ​ທັງ​ຫມົດ​ຂອງ​ເຂົາ ກໍ​ຈະ​ກາຍ​ໄປ​ເປັນ​ຊະ​ເລີຍ​ເສິກ”

 

2.

ປະ​ເທດ​ໂມ​ອາບ

1   ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ໂມ​ອາບ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວ​ກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ເຜົາ​ກະ​ດູກ​ເຈົ້າ​ຊີ​ວິດ​ປະ​ເທດ​ເອໂດມ​ຈົນ​ເປັນ​ຝຸ່ນ​ຄື​ປູນ

2   ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້​ພຣະ​ຣາ​ຊວັງ​ຂອງ​ເມືອງ​ເກ​ຣີ​ໂອ​ທ​ປະ​ເທດ​ໂມ​ອາບ ແລະ​ຊາວ​ໂມ​ອາບ​ຈະ​ຕາຍ​ໄປ​ໃນ​ຖ້າມ​ກາງ​ອຶກ​ກະ​ທຶກ​ຄຶກ​ໂຄມ ຂອງ​ການ​ສູ້ຮົບ ສ່ວນ​ພວກ​ທະ​ຫານ​ກໍ​ໂຮ່​ຮ້ອງ​ໂວຍ​ວາຍ ແລະ​ສຽງ​ແກ​ດັ່ງ​ສະ​ຫນັ່ນ​ຫວັ່ນ​ໄຫວ​ຂຶ້ນ

3   ແລ້ວ​ເຮົາ​ຈະ​ຂ້າ​ຜູ້​ປົກ​ຄອງ​ປະ​ເທດ​ໂມອບ ພ້ອມ​ທັງ​ຜູ້​ນຳ​ທຸກໆ​ຄົນ​ໃນ​ປະ​ເທດ​ນັ້ນ

ປະ​ເທດ​ຢູ​ດາ

4   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່​ວວ່າ, “ຊາວ​ຢູ​ດາ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ປະ​ຫມາດ​ຂໍ້​ບັນ​ຍັດ​ແລະ​ບໍ່​ຖື​ຮັກ​ສາ​ຄຳ​ສັ່ງ​ຂອງ​ເຮົາ ພວກ​ເຂົາ​ຫລົງ​ເດີນ​ທາງ​ຜິດ ຄື​ຕິດ​ຕາມ​ພຣະ​ອື່ນ​ທີ່​ພວກ​ບັນ​ພະ​ບຸ​ຣຸດ​ເຄີ​ຍຖື​ມາ

5   ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້​ພຣະ​ຣາ​ຊວັງ​ກຸງເຢ​ຣູ​ຊາ​ເລັມ ໃນ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ​ນີ້

ພຣະ​ເຈົ້າ​ຊົງ​ຕັດ​ສິນ​ປະ​ເທດ​ອິສ​ຣາ​ເອນ

6   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ພວກ​ອິສ​ຣາ​ເອນ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ຂາຍ​ຄົນ​ຊອບ​ທັມ​ທີ່​ພຽງ​ແຕ່​ເປັນ​ຫນີ້​ເຂົາ​ເທົ່າ​ນັ້ນ ແລະ​ຂາຍ​ຄົນ​ທຸກ​ຍາກ​ໄປ​ເປັນ​ທາດ ເພາະ​ວ່າ​ເຂົາ​ບໍ່​ມີ​ເງິນ​ຄ່າ​ເກີບ​ພ​ຽງ​ຄູ່​ດຽວ

7   ພວກ​ເຂົາ​ຢຽບ​ຢໍ່າ​ຜູ້​ທີ່​ອ່ອນ​ແອ ແລະ​ຜູ້​ທີ່​ສິ້ນ​ເນື້ອ​ປະ​ດາ​ຕົວ ພ້ອມ​ທັງ​ລັກ​ໂລບ​ເອົາ​ທີ່​ທຳ​ມາ​ຫາ​ກິນ​ຂອງ​ຄົນ​ທຸກ​ຈົນ ສ່ວນ​ພວກ​ຄົນ​ຫນຸ່ມ​ແລະ​ຄົນ​ເຖົ້າ​ແກ່​ກໍ​ພາ​ກັນ​ໄປ​ພົບ​ຍິ​ງໂສ​ເພ​ນີ​ທີ່​ວິ​ຫານ ຊຶ່ງ​ເປັນ​ການ​ຫມິ່ນ​ປມາດ​ນາມ​ຊື່​ອັນ​ບໍ​ຣິ​ສຸດ​ຂອງ​ເຮົາ

8   ໃນ​ສະ​ຖານ​ທີ່​ນະ​ມັ​ສ​ການ ພວກ​ເຂົາ​ພາກັນ​ນອນ​ເຕັງ​ເສື້ອ​ຜ້າ​ທີ່​ຄົນ​ມາ​ຈຳ​ນຳ ແລະ​ໄດ້​ໂລບ​ເອົາ​ເຫລົ້າ​ອະ​ງຸ່ນ​ຈາກ​ລູກ​ຫນີ້​ມາ​ດື່ມ​ພາຍ​ໃນ​ວິ​ຫານ

9   ຍ້ອນ​ພວກ​ເຂົາ​ເຫລົ່າ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ທຳ​ລາຍ​ຊາວ​ອາ​ໂມ​ຣິດ​ທີ່​ສູງ​ດັ່ງ​ຕົ້ນ​ໄມ້ ແລະ​ແຂງ​ດັ່ງ​ຕົ້ນ​ກໍ່​ໃຫ້​ຫມົດ​ສິ້ນ​ໄປ

10 ປະ​ຊາ​ຊົນ​ຂອງ​ເຮົາ​ເອີຍ, ເຣົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ໂດຍ​ພາ​ພວກ​ເຈົ້າ​ທ່ອງ​ທ່ຽວ​ໄປ​ມາ​ໃນ​ຖິ່ນ​ກັນ​ດານ​ເປັນ​ເວ​ລາ​ສີ່​ສິບ​ປີ ແລ້ວ​ເຮົາ​ໄດ້​ມອບ​ແຜ່ນ​ດິ​ນຂອງ​ຊາວ​ອາ​ໂມ​ຣິດ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ພວກ​ເຈົ້າ

11 ເຮົາ​ໄດ້​ເລືອກ​ເອົາ​ລູກ​ຊາຍ​ຂອງ​ພວກ​ເຈົ້າບາງ​ຄົນ​ໃຫ້​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໃຫ້ຊາຍ​ຫນຸ່ມ​ບາງ​ຄົນ​ໃນ​ພວກ​ເຈົ້າ​ເປັນ​ຄົນ​ນາ​ຊີ​ຣີ ຊາວ​ອິສ​ຣາ​ເອນ​ເອີຍ, ສິ່ງ​ນີ້​ເປັນ​ຄວາມ​ຈິງ​ຫລື​ບໍ? ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ

12 ແຕ່​ວ່າ​ພວກ​ເຈົ້າ​ໃຫ້​ຄົນ​ນາ​ຊີ​ຣີ​ດື່ມ​ເຫລົ້າ ແລະ​ຫ້າມ​ປາມ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ບໍ່​ໃຫ້​ປະ​ກາດ​ຂ່າວ​ຂອງ​ເຮົາ

13 ແລະ​ບັດ​ນີ້ ເຮົາ​ຈະ​ບີບ​ບັງ​ຄັບ​ພວກ​ເຈົ້າ​ດັ່ງ​ກວຽນ​ໃສ່​ເຂົ້າ​ຫນັກ​ຢຽບ​ເຕັງ​ດິນ

14 ໃນ​ມື້​ນັ້ນ ພວກ​ທີ່​ແລ່ນ​ວ່ອງ​ໄວ​ກໍ​ບໍ່​ສາມາດ​ແລ່ນ​ຫນີ​ພົ້ນ​ໄປ​ໄດ້ ຜູ້​ທີ່​ແຂງ​ແຮງ​ກໍ​ຈະ​ສູນ​ເສັຽກຳ​ລັງ ແລະ​ພວກ​ທີ່​ອົງ​ອາດ​ກ້າ​ຫານ​ກໍ​ບໍ່​ສາ​ມາດ​ຊ່ອຍ​ຊີ​ວິດ​ຂອງ​ຕົນ​ເອງ​ໃຫ້​ພົ້ນ​ພັຍ​ໄດ້

15 ສ່ວນ​ຄົນ​ຍິງ​ທະ​ນູ​ກໍ​ບໍ່​ສ​ມາດ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ຂອງ​ຕົນ​ເອງ​ໄດ້ ນັກ​ແລ່ນ​ໄວ້​ກໍ​ບໍ່​ຫນີ​ຫວິດ​ໄປ​ໄດ້ ແລະ​ຄົນ​ຂີ່​ມ້າ​ກໍ​ບໍ່​ສາ​ມາດ​ຫອບ​ເອົາ​ຊີ​ວິດ​ຂອງ​ຕົນ​ຫວິດ​ໄປ​ໄດ້​ເຊັ່ນ​ດຽວ

16 ແມ່ນ​ແຕ່​ທະ​ຫານ​ຜູ້​ອົງ​ອາດກ້າ​ຫານ​ທີ່​ສຸດ​ກໍ​ຕ້ອງ​ເປືອຍ​ຕົວ​ປົບ​ຫນີ​ໄປ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ

 

3.

1   ຊາວ​ອິສ​ຣາ​ເອນ​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້​ກ່ຽວ​ກັບ​ພວກ​ເຈົ້​ວ່າ, “ເຈົ້​ເປັນ​ຄອບ​ຄົວ​ຂອງ​ເຣົາ ທີ່​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ​ໃນ​ຈຳ​ນວນ​ຄອບ​ຄົວ​ທັງ​ຫລາຍ​ໃນ​ໂລກ​ນີ້

2   ພວກ​ເຈົ້​ເປັນ​ຄອບ​ຄົວ​ດຽວ​ທີ່​ເຮົາ​ຮູ້​ຈັກ​ແລະ​ໄດ້​ປົກ​ປັ​ກ​ຮັ​ກ​ສາ​ມາ ສະ​ນັ້ນ​ເຮົາ​ຈະ​ລົງ​ໂທດ​ພວກ​ເຈົ້າ ຍ້ອນ​ຄວາມ​ຜິດ​ທັງ​ຫລາຍ​ທີ່​ພວກ​ເຈົ້າ​ໄດ້​ເຮັດ”

ວຽກ​ງານ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ

3   ສອງ​ຄົນ​ທີ່​ອອກ​ເດີນ​ທາງ​ໄປ​ນຳ​ກັນ​ໂດຍ​ປ​ສ​ຈາກ​ການ​ຕົກ​ລົງ​ກັນ​ກ່ອນ​ຈະ​ໄດ້​ຫລື​ບໍ?

4   ຖ້າ​ສິງ​ບໍ່​ໄດ້​ພົບ​ເຫຍື່ອ ມັນ​ຈະ​ຮ້ອງ​ບໍ? ສິງ​ຫນຸ່ມ​ຈະ​ຮ້ອງ​ຄາງ​ໃນຖ້ຳ​ຫລື​ບໍ ຖ້າ​ມັນບໍ່​ໄດ້​ຈັບ​ຄຸບ​ສິ່ງ​ໃດ?

5   ນົກ​ຈະ​ຖືກ​ກັບ​ດັກ​ເທິງ​ດິນ​ໄດ້​ບໍ ຖ້າບໍ່​ມີ​ເຫຍື່ອ​ລໍ້​ມັນ? ກັບ​ດັກ​ຈະ​ລັ່ນ​ບໍ ຖ້າ​ວ່າ​ບໍ່​ມີ​ສິ່ງ​ໃດ​ເຂົ້ໄປ​ໃນ​ກັບ​ນັ້ນ?

6   ສຽງ​ແກ​ບຸກ​ໂຈມ​ຕີ​ດັງ​ຂຶ້ນ​ໃນ​ກາງ​ເມືອງ ໂດຍ​ບໍ່​ໃຫ້​ປະ​ຊາ​ຊົນ​ຢ້ານ​ກົວ​ຈະ​ເປັນ​ໄປ​ໄດ້​ບໍ? ເຫດ​ການ​ອັນ​ຫນ້າ​ຢ້ານ​ເກີດ​ຂຶ້ນ​ໃນ​ເມືອງ​ນຶ່ງ ໂດຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ກະ​ທຳ​ຈະ​ເປັນ​ໄປ​ໄດ້​ບໍ?

7   ຕາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ກະ​ທຳ​ສິ່ງ​ໃດ ໂດຍ​ບໍ່​ໄດ້​ບອ​ກ​ແຜນ​ການຂອງ​ພຣະ​ອົງ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮູ້​ກ່ອນ

8   ເມື່ອ​ໄດ້​ຍິນ​ສຽງ​ສິງ​ຮ້ອງ​ຂຶ້ນ ແມ່ນ​ໃຜ​ຈະ​ລະ​ງັບ​ຄວາມ​ຢ້ານ​ໄວ້​ໄດ້? ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ແລ້ວ ໃຜ​ຈະ​ກ້າ​ປະ​ຕິ​ເສດ​ການ​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ?

ກຸງ​ຊາ​ມາ​ເຣັຽ​ຖືກ​ພິ​ນາດ​ຈິບ​ຫາຍ

9   ຈົ່ງ​ຖະ​ແຫລງຖ້ອຍ​ຄຳໃຫ້​ຜູ້​ທີ່​ຢູ່​ໃນ​ພຣະ​ຣາ​ຊວັງ​ເມືອງອັ​ສ​ໂດດ ແລະ​ປະ​ເທດ​ເອຢິບ​ຊາບ​ວ່າ, “ຈົ່ງ​ພາ​ກັນ​ທ້ອນ​ໂຮມ​ຢູ່​ກຸງ​ຊາມາ​ເຣັຽ​ເສັຽກ່ອນ ເພື່ອ​ພິ​ຈາ​ຣະ​ນາ​ເບິ່ງ​ເຫດກນ​ວຸ້ນ​ວາຍ​ອັນ​ຍິ່ງ​ໃຫຍ່​ຢູ່​ທີ່​ນັ້ນ ພ້ອມ​ທັງການ​ກົດ​ຂີ່​ຂົ່ມ​ເຫັງ​ທ່​ມີ​ຢູ່ໃນ​ເມືອງ​ນັ້ນ”

10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ຊາ​ຊົນ​ເຫລົ່າ​ນີ້​ໄດ້​ຢູ່​ໃນ​ຫໍ​ໂຮງ​ຫລັງ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ຂອງ​ທີ່​ປຸ້ນ​ແລະ​ລັກ​ເອົາ​ມາ ພວກ​ເຂົາ​ບໍ່​ຮູ້​ຈັກ​ປະ​ພຶດ​ຕົວ​ຢ່າງ​ສັດ​ຊື່​ເລີຍ

11 ເພາະ​ສະ​ນັ້ນ ພວກ​ສັດ​ຕ​ຣູ​ຈະ​ມາ​ອ້ອມ​ປະ​ເທດ​ຂອງ​ເຂົາ ແລ​ທຳ​ລາຍ​ກຳ​ແພງ​ປ້ອງ​ກັນ ແລ້ວ​ປຸ້ນ​ເອົາ​ສິ່ງ​ຂອງ​ໃນ​ຫໍ​ໂຮງ​ຫລັງ​ໃຫຍ່​ນັ້ນ​ໄປ”

12 ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ວ່າ, “ເມື່ອ​ແກະ​ຕົວ​ນຶ່ງ​ຖືກ​ສິງ​ກັດ​ກິນ ຜູ້​ລ້ຽງ​ແກະ​ຍາດ​ເອົາ​ພຽງ​ແຕ່​ຂ​ສອງ​ເບື້ອງ​ແລະ​ຫູ​ໃບນຶ່ງ​ໄດ້​ສັ​ນ​ໃດ ຝ່າຍ​ພຣະ​ເຈົ້າ​ກໍ​ຈຊ່ອຍ​ເຫລືອ​ຊາວ​ອິສ​ຣາ​ເອນ​ພຽງ​ແຕ່​ສ່ວນ​ນ້ອຍໆ​ທີ່​ອາ​ໄສຢູ່​ໃນ​ກຸງ​ຊາ​ມາ​ເຣັຽ​ໃຫ້​ພົ້ນ​ພັຍ​ໄດ້​ສັນ​ນັ້ນ”

13 ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ບັດ​ນີ້​ຈົ່ງ​ຟັງ​ແລະ​ບອກ​ເຕືອນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ວ່າ

14 ໃນ​ມື້​ທີ່​ເຮົາ​ລົງ​ໂທດ​ພວກ​ອິສ​ຣາ​ເອນ​ຍ້ອນ​ຄວາມ​ບາບ​ຂອງ​ເຂົາ ເຣົາ​ຈະ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ເມືອງ​ເບັດ​ເອນ ຄື​ທຳ​ລາຍ​ແຈ​ທັງ​ສີ່​ຂອງ​ແທ່ນ​ນັ້ນ

15 ເຮົາ​ຈະ​ທຳ​ລາຍ​ເຮືອນ​ພັກ​ຣະ​ດູ​ຫນາວ ແລະ​ເຮືອນ​ພັກ​ຣະ​ດູ​ຮ້ອນ ສ່ວນ​ເຮືອນ​ທີ່​ຕົກ​ແຕ່ງ​ດ້ວຍງ່າ​ຈະ​ລົ້ມ​ລົງ​ເປັນ​ເຮືອນ​ຮ້າງ ແລະ​ເຮືອນ​ໃຫຍ່​ທຸກໆ​ຫລັງ​ຈະ​ຖືກ​ທຳ​ລາຍ”

 

4.

1   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຍິງ​ຊາວ​ຊາ​ມາ​ເຣັຽ​ເອີຍ ຈົ່ງ​ຟັງ​ເທີນ ພວ​ກ​ເຈົ້າ​ໄດ້​ອ້ວນ​ພີ​ເຫມືອນ​ງົວ​ທີ່​ລ້ຽງ​ໄວ້​ຢ່າງ​ດີ ພວກ​ເຈົ້າ​ຂົ່ມ​ເຫັງ​ຄົນ​ອ່ອນ​ແອ ຢຽບ​ຢໍ່າ​ຄົນ​ຈົນ ແລະ​ບອກ​ຜົວ​ໃຫ້​ເອົາ​ເຫລົ້າ​ມາ​ກິນ”

2   ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບໍ​ຣິ​ສຸດ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ຢ່າງ​ເດັດ​ຂາດ​ວ່າ “ວັນ​ທັງ​ຫລາຍ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ຄື​ພວກ​ສັດ​ຕ​ຣູ​ຈະ​ເອົາ​ຂໍ​ເກາະລາກ​ແກ່​ພວກ​ເຈົ້າ​ໄປ ແຕ່​ລະ​ຄົນ​ໃນ​ພວກ​ເຈົ້​ຈະ​ເປັນ​ເຫມືອນປາ​ຖືກ​ເບັດ

3   ແລ້ວ​ພວກ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ​ທາງ​ບ່ອນ​ກຳ​ແພງ​ທີ່​ແຕກ​ເພ ແລະ​ຈະ​ຖືກ​ໂຍນ​ຖິ້ມ​ອອກນອກ” ນີ້​ແຫລະ, ຄື​ຖ້ອຍຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້

ພວ​ກອິສ​ຣາ​ເອນ​ບໍ່​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

4   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ, ໃຫ້​ພ​ກັນ​ໄປ​ເຣັດ​ຜິດ​ສາ ຄື​ເຮັດ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ເມືອງ​ເບັດ​ເອນ ແລະ​ໄປ​ເຮັດ​ຜິດ​ທີ່​ເມືອງ​ກິນກນ​ຫລາຍກວ່າ​ເກົ່າ​ອີກ ໃຫ້​ພວກ​ເຈົ້າ​ນຳ​ເອົາ​ສັດ​ມາ​ຖວາຍ​ທຸກໆ​ມື້​ໃນ​ຕອນ​ເຊົ້ ແລະ​ທຸກໆ​ສາມ​ມື້​ໃດ​ໃຫ້​ນຳ​ເອົາ​ສິ່ງ​ຂອງ​ນຶ່ງ​ສ່ວນ​ສິບ​ຂອງ​ເຈົ້າ​ເຂົ້າ​ມາ​ຖວາຍ​ຄື​ກັນ

5   ​ໃຫ້​ເອົາເຂົ້​ຈີ່​ມາ​ຖວາຍ​ເປັນ​ການ​ຂອບ​ພຣະ​ຄຸນ​ແລະ​ໃຫ້​ຖວາຍ​ຕາມ​ໃຈ​ສ​ມັກ​ຂອງ​ພວກ​ເຈົ້າ​ສາ ເພາະ​ພວກ​ເຈົ້າ​ອວດ​ຕົວ ແລະ​ກາ​ນເຮັດ​ຢ່າງ​ນີ້​ມັນ​ກໍ​ຖືກ​ໃຈ​ພວກ​ເຈົ້າ”

6   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ແມ່ນ​ເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ນຳ​ເອົາ​ຄວາມ​ອຶດ​ຢາກ​ມາ​ສູ່​ເມືອງ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ ເພື່ອ​ວ່າ​ບໍ່​ໃຫ້​ພວກ​ເຈົ້າ​ມີ​ອາ​ຫານ​ກິນ ແຕ່​ພວກ​ເຈົ້າ​ກໍບໍ່​ຍອມ​ກັບ​ຄືນ​ມາ​ຫາເຮົາ

7   ເຮົາ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ຝົນ​ຕົກ​ຕາມ​ຕົ້ນ​ເຂົ້າ​ຕ້ອງ​ການ ເຮົາ​ໄດ້​ເຮັດ​ໃຫ້​ຝົນ​ຕົກ​ລົງ​ໃສ່​ແຕ່​ບາງ​ເມືອງ​ເທົ່າ​ນັ້ນ ໂດຍ​ບໍ່​ໃຫ້​ຕົກ​ໃສ່​ເມືອງ​ອື່ນ ສ່ວນ​ຕາມ​ທົ່ງ​ນາ​ກໍ​ຈະ​ຖືກ​ຝົນ​ຕົກ​ລົງ​ເປັນ​ບາງ​ບ່ອນ ແຕ່​ວ່າ​ບ່ອນ​ໃດ​ທີ່​ບໍ່​ມີ​ນ້ຳ​ຝົນ ຜົນ​ລະ​ປູກ​ກໍ​ບໍ່​ງອກ​ງາມ​ຂຶ້ນ​ໄດ້ ຍ້ອນຂາດ​ນ້ຳ

8   ປະ​ຊາ​ຊົນ​ໃນ​ສອງ​ສາມ​ຫົວ​ເມືອງ​ກໍ​ພາ​ກັນ​ໄປ​ຊອກ​ຫາ​ດື່ມ​ນ້ຳ​ໃນ​ເມືອງໃກ້​ຄຽງ ແຕ່​ນ້ຳ​ກໍ​ບໍ່​ມີ​ພຽງ​ພໍ​ຈະ​ກິນ ແຕ່​ເຖິງ​ປານ​ນັ້ນ ພວກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາ​ເຣົາ”

9   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ໃຫ້​ພ​ຍາດ​ນາໆ​ຊະ​ນິດ​ຂອງ​ຕົ້ນ​ໄມ້ ຄື​ເພັ້ຽດຳ​ແລະ​ເພັ້ຽ​ແດງ​ມາ​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ພວກ​ເຈົ້າ ຝູງ​ຕັກ​ແຕນ​ໄດ້​ກິນ​ຜັກ​ແລະ​ຕົ້ນ​ອະ​ງຸ່ນ​ຂອງ​ພວກ​ເຈົ້ ພ້ອມ​ທັງ​ຕົ້ນ​ເດື່ອ​ເທດ ຕົ້ນ​ຫມາກກອກ ແຕ່​ເຖິງ​ປານ​ນັ້ນ​ພວກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ

10 ເຣົາ​ໄດ້​ທຳ​ໃຫ້​ໂຣກ​ລະ​ບາດ​ຕົກ​ຖ້າມ​ກາງ​ພວກ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ທຳ​ກັບ​ພວກ​ເອ​ຢິບ​ມາ​ຄັ້ງ​ນຶ່ງ​ແລ້ວ ເຮົາ​ໄດ້​ຂ້າ​ຊາຍ​ຫນຸ່ມ​ຫລາຍ​ຄົນ​ໃນ​ສ​ນາມ​ຮົບ​ແລະ​ຈັບ​ເອົາ​ມ້າ​ຂອງ​ພວກ​ເຈົ້າ ພາຍ​ໃນ​ຄ້າຍ​ພັກ​ອາ​ໄສ​ຂອງ​ພວກ​ເຈົ້າ ເຮົາ​ໄດ້​ເຮັດ​ໃຫ້​ເກີດ​ມີ​ກິ່ນ​ເຫມັນ​ເພື່ອ​ໃຫ້​ພວກ​ເຈົ້າ​ດົມ ແຕ່​ເຖິງ​ປານ​ນັ້ນ ພວກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາ​ເຮົ

11 ພຣະ​ຜູ້​ເປັນ​ເຈົ້​ຊົງ​ກ່າວ​ວ່າ, “ເຣົາ​ໄດ້​ທຳ​ລາຍ​ບາງ​ຄົນ​ໃນ​ພວກ​ເຈົ້າ ດັ່ງ​ທຳ​ລາຍ​ເມືອງ​ໂຊ​ໂດມ​ແລະ​ເມືອງ​ໂກ​ໂມ​ຣາ ພວກ​ເຈົ້​ປຽບ​ເຫມືອນດົ້ນ​ຟືນ​ທີ່​ເອົາ​ມາ​ຈາກກອງ​ໄຟ​ກຳ​ລັງ​ໄຫມ້​ຢູ່ ເຖິງ​ປານ​ນັ້ນ​ພວ​ກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາເຮົາ

12 ດັ່ງ​ນັ້ນ ຊາວ​ອິສ​ຣາ​ເອນ​ເອີຍ, ເຮົາ​ກຳ​ລັງ​ຈະ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ກັບ​ພວກ​ເຈົ້າ ດ້ວຍ​ເຫດ​ນີ້ ພວ​ກ​ເຈົ້າ​ຈຶ່ງ​ຕຽມ​ຕົວ​ເຂົ້າ​ເຝົ້າ​ຊ້ອ​ງ​ພຣະ​ພັກ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ”

13 ພຣະ​ເຈົ້າ​ເປັນ​ພຣະ​ຜູ້​ສ້າງ​ພູ​ທັງ​ຫລາຍ​ແລະ​ບັນ​ດານ​ໃຫ້​ເກີດ​ລົມ ພຣະ​ອົງຊົງ​ໃຫ້​ມະ​ນຸດ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ພຣະ​ອົງ ຊົງ​ປ່ຽນ​ກາງ​ເວັນ​ໃຫ້​ເປັນ​ກາງ​ຄືນ ຊົງ​ເປັນ​ມະ​ຫາ​ກະ​ສັດ​ປົກ​ຄອງ​ທົ່ວ​ທັງ​ໂລກນີ້ ພຣະ​ນາມ​ຂອງ​ພຣະ​ອົງ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຈັກ​ກະ​ວານ

 

5. ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ອິສ​ຣາ​ເອນ​ກັບ​ໃຈ

1   ຊາວ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ເພງ​ໄວ້​ອາ​ໄລ​ນີ້​ເທີນ

2   ອິສ​ຣ​ເອນ​ເຫມືອນ​ຍິງ​ສາວ​ທີ່​ລົ້ມ​ແລ້ວ​ຈະ​ລຸກ​ຂຶ້ນ​ມາ​ອີກ​ບໍ່​ໄດ້ ນາງນອນ​ຢຽດ​ຢູ່​ເທິງ​ດິນ​ໂດຍ​ບໍ່ມີ​ຜູ້​ໃດ​ຊ່ອຍ​ດຶງ​ລຸກ​ຂຶ້ນ”

3   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມືອງ​ນຶ່ງ​ໃນ​ອິສ​ຣາ​ເອນ ທ່ານ​ໄດ້​ສົ່ງ​ທະ​ຫານ​ພັນ​ຄົນ​ອອກ​ໄປ ແຕ່​ມີ​ພຽງ​ຮ້ອຍ​ຄົນ​ເທົ່າ​ນັ້ນ​ທີ່​ກັບ​ຄືນ​ມາ ແລະ​ເມືອງ​ອື່ນໆ​ກໍ​ສົ່ງ​ທະ​ຫານ​ຮ້ອ​ຍຄົນ​ອອກ​ໄປ ແຕ່​ມີ​ພຽງ​ສິບ​ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ກັບ​ຄືນ​ມາ”

4   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າຕໍ່​ພວກ​ອິສ​ຣາ​ເອນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ ແລະ​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່

5   ຢ່າ​ພາ​ກັນ​ໄປ​ນະ​ມັ​ສ​ການ​ທີ່ເມືອງ​ເບ​ເອີ​ເຊ​ບາ ແລະ​ຢ່າ​ໄປ​ຊອກ​ຫາ​ເຮົາ​ທີ່​ເບັ​ດ​ເອນ ເພາະ​ວ່າ​ເບັດ​ເອນ​ຈະ​ບໍ່​ມີ ຢ່າ​ໄປ​ເມືອງ​ກິນ​ການ ເພາ​ວ່າ​ຄົນ​ໃນ​ເມືອງ​ນັ້ນ​ໄດ້​ຖືກ​ເນ​ຣະ​ເທດ​ຫນີ​ຫມົດ​ແລ້ວ”

6   ຊາວ​ໂຢ​ເຊັບ​ເອີຍ, ຈົ່ງ​ໄປ​ຫພຣະ​ຜູ້​ເປັ​ນ​ເຈົ້າ ແລ້ວ​ພວກ​ເຈົ້​ຈະ​ມີ​ຊີ​ວິດ​ຢູ່ ຖ້າ​ວ່າ​ພວກ​ເຈົ້າ​ບໍ່​ຍອມ​ໄປ ພຣະ​ອົງ​ຈະ​ກຳ​ຈັດ​ພວກ​ເຈົ້​ເຫມືອນ​ໄຟ​ເຜົາ​ຜານ ໄຟ​ນັ້ນ​ຈະ​ລຸກ​ໄຫມ້​ຊາວ​ເບັດ​ເອນ ແລະ​ບໍ່​ມີ​ໃຜ​ຈະ​ມອດ​ມັນ​ໄດ້

7   ຄວາມ​ທຸກລຳ​ບາກ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ຜູ້​ທີ່​ບໍ່​ສັດ​ຊື່​ແລະ​ຜູທີ່​ເຮັດ​ໃຫ້​ຜູ້​ຖືກ​ກາຍ​ເປັນ​ຜູ້​ຜິດ

8   ພຣະ​ຜູ້​ເປັນ​ເຈົ້າ​ຊົງສ້າງດວງ​ດາວ ເປັນ​ຕົ້ນ​ວ່າ​ດາວ​ລູກ​ໄກ່ ແລະ​ດາວ​ໄຖ ພຣະ​ອົງ​ຊົງໃຫ້​ຄວາມ​ມືດ​ກັບ​ກາຍ​ເປັນ​ຄວາມ​ສວ່າງ ແລະ​ໃຫ້​ກາງ​ເວັນ​ກາຍ​ເປັນ​ກາງ​ຄືນ ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ເອົາ​ນ້ຳ​ຂຶ້ນ​ມາ​ຈາກ​ທະ​ເລ ແລະ​ຊົງ​ຖ​ອກ​ເທ​ນ້ຳ​ນັ້ນ​ລົງ​ເທິງ​ແຜ່ນ​ດິນ​ໂລກ ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ

9   ພຣະ​ອົງ​ຊົງ​ນຳ​ເອົາ​ການ​ທຳ​ລາຍ​ມາ​ສູ່​ບ່ອນ​ຍາມ​ປ້ອງ​ກັນ ແລະ​ທີ່​ຫມັ້ນ​ອັນ​ສຳ​ຄັນ

10 ພວກ​ເຈົ້າ​ໄດ້​ກຽດ​ຊັງ​ຜູ້​ທີ່​ຍຶດ​ຫມັ້ນ​ຢູ່​ໃນ​ຄວາມ​ຊອບ​ທັມ ແລະ​ຜູ້​ທີ່​ໃຫ້​ການ​ຕາມ​ຄວາມ​ຈິງ​ທຸກ​ຢ່າງ​ຢູ່​ໃນ​ສານ

11 ພວກ​ເຈົ້າ​ໄດ້​ຂົ່ມ​ເຫັງ​ຄົນ​ທຸກ​ຍາກ ແລະ​ລັກ​ເອົາ​ເຂົ້າ​ຂອງ​ພ​ວກ​ເຂົາ ດ້ວຍ​ເຫດ​ນີ້ ພວກ​ເຈົ້າ​ຈຶ່ງ​ໄດ້​ກໍ່​ເຮືອນ​ໄວ້​ແຕ່​ບໍ່​ມີ​ໂອ​ກາດ​ຈະ​ໄດ້​ຢູ່ ຫລື​ບໍ່​ໄດ້​ດື່ມ​ນ້ຳ​ອະ​ງຸ່ນ​ທີ່​ມາ​ຈາກ​ສວນ​ທີ່​ພວກ​ເຈົ້າ​ປູກ​ໄວ້

12 ເພາ​ເຣົາ​ຮູ້​ຈັກ​ວ່າຄວາມ​ບາບຂອງ​ພວກ​ເຈົ້າ ຄື​ຄວາມ​ຊົ່ວ​ຊ້າ​ທີ່​ພວກ​ເຈົ້າ​ໄດ້​ສ້າງ​ຂຶ້ນມາ​ນັ້ນ​ຮ້າຍ​ແຮງ​ຫລາຍ​ທີ່​ສຸດ ພວກ​ເຈົ້າ​ບຽດ​ບຽນ​ຄົນ​ດີ​ຮັບ​ເງິນ​ສິນ​ບົນ​ແລະບໍ່​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ຄົນ​ທຸກ​ຈົນ​ຢູ່​ໃນ​ສານ

13 ສະ​ໄຫມ​ນີ້​ເປັນ​ສະ​ໄຫມ​ຊົ່ວ​ຊ້າ ສະ​ນັ້ນ​ພວກ​ທີ່​ມີ​ຄວາມ​ສ​ລາດ​ຫລັກ​ແຫລມ​ຈຶ່ງ​ຕ້ອງ​ມິດ​ງຽບ​ຢູ່

14 ເພື່ອ​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ ຈົ່ງ​ພ​ຍາ​ຍາມ​ເຮັດ​ແຕ່​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ​ຢ່າ​ສ​ແວງ​ຫາ​ຄວາມ​ຊົ່ວ ແລ້ວ​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຈະ​ຊົງ​ສະ​ຖິດ​ຢູ​ກັບ​ພ​ວກ​ເຈົ້າ ຕາມ​ທີ່​ພວກ​ເຈົ້າ​ໄດ້​ເວົ້າ​ອ້າງ​ເຖິງ​ພຣະ​ອົງ

15 ຈົ່ງ​ກຽດ​ຊັງ​ຄວາມ​ຊົ່ວ​ແລະ​ຮັກ​ແຕ່​ຄວາມ​ດີ ແລ້ວ​ໃຫ້​ການ​ຢ່າງ​ສັດ​ຊື່​ຢູ່​ໃນ​ສານ ບາງ​ທີ​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຈະ​ຊົງ​ເມດ​ຕາ​ຕໍ່​ເຊື້ອ​ສາຍ​ໂຢ​ເຊັບ​ທີ່​ຍັງ​ເຫລືອ​ຢູ່​ນີ້

16 ດັ່ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຈຶ່ງ​ຊົງ​ກ່າວ​ວ່າ, “ຕໍ່​ໄປ​ຕາມ​ຖ​ນົນ​ຕ່າງໆ​ໃນ​ເມືອງ​ຈະ​ມີ​ແຕ່​ການ​ຮ້ອງ​ໄຫ້ ແລະ​ຄວາມ​ຄາງ​ດ້ວຍ​ຄວາມ​ທຸກ​ລຳ​ບາກ ພວ​ກ​ເຂົາ​ຈະ​ເອີ້ນ​ຄົນ​ຕາມ​ເຂດ​ຊົນ​ນະ​ບົດ ມາ​ຮ່ວມ​ຮ້ອງ​ໄຫ້​ຄວນ​ຄາງ​ດ້ວຍ​ກັນ​ກັບ​ຜູ້​ທີ່​ຮັບ​ຈ້າງ​ຮ້ອງ​ໄຫ້​ນັ້ນ

17 ແລ້ວ​ການ​ຮ້ອງ​ໄຫ້​ຄວນ​ຄາງ​ກໍ​ຈະ​ເກີດ​ຂຶ້ນ​ໃນ​ສວນ​ອະ​ງຸ່ນ​ທຸກໆ​ແຫ່ງ ເພາະ​ວ່າ​ເຮົາ​ຈະ​ມາ​ລົງ​ໂທດ​ພວກ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້​ດັ່ງ​ນີ້

18 ໃນ​ມື້​ນັ້ນ ຄວາມ​ທຸກ​ລຳ​ບາກ​ຈະ​ເກີດ​ຂຶ້ນ ແກ່​ຜູ້​ທີ່​ຄອຍ​ຖ້າ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມື້​ນັ້ນ​ຈະ​ມີ​ຫຍັງ​ດີ​ສຳ​ລັບ​ພວກ​ເຈົ້າ ເພາະ​ວ່າ​ມື້​ນັ້ນ​ຈະ​ເປັນ​ມື້​ແຫ່ງ​ຄວາມ​ມືດ​ມົນ ແລະບໍ່​ແມ່ນ​ມື້​ແຫ່ງ​ແສງ​ສວ່າງ

19 ມື້​ນັ້ນ​ຈະ​ເປັນ​ເຫມືອນ​ຄົນ​ທີ່​ແລ່ນ​ປົບ​ຫນີ​ຈາກ​ສິງ​ແລວ​ໄປ​ພົບ​ຫມີ ຫລື​ກັບ​ຄືນ​ເມືອ​ເຮືອນ​ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ເຮືອນ​ຖືກ​ງູ​ກັດ

20 ມື້​ຂອງ​ພຣະຜູ້ເປັນ​ເຈົ້າ​ຈະ​ນຳ​ເອົາ​ຄວາມ​ມືດ​ມົນ​ມາ ບໍ່​ແມ່ນ​ນຳ​ເອົາ​ແສງ​ສວ່າງ ມັນ​ເປັນ​ມື້​ແຫ່ງ​ຄວາມ​ໂສກ​ເສົ້າ​ໂດຍ​ບໍ່​ມີ​ແສງ​ສວ່າງ​ເກີດ​ຂຶ້ນ​ເລີຍ

21 ເຮົາ​ກຽດ​ຊັງ​ງານ​ສ​ລອງ​ສາ​ສ​ນາ​ຂອງ​ພວກ​ເຈົ້າ ເຮົາ​ບໍ່​ພໍ​ໃຈ​ໃນ​ການ​ຢ່າງ​ນີ້

22 ເວ​ລາ​ເຈົ້າ​ນຳ​ເອົາ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ຜົນ​ລະ​ປູກ​ມາ​ຖວາຍ​ໃຫ້​ເຮົາ ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ ແລະ​ສົດ​ໂຕ​ຕຸ້ຍໆ​ທີ່​ພວກ​ເຈົ້າ​ນຳ​ມາຖວາຍ​ບູ​ຊາຂອບ​ພຣະ​ຄຸນ ເຮົາ​ກໍ​ຈະ​ບໍ່​ຍອມ​ຮັບ​ເອົາ

23 ຈົ່ງ​ເຊົາ​ຮ້ອງ​ເພງ ເຮົາ​ບໍ່​ຢາກ​ຟັງ​ເຄື່ອງ​ເສບ​ດົນ​ຕ​ຣີ​ຂອງ​ພວກ​ເຈົ້າ

24 ຈົ່ງ​ໃຫ້​ຄວາມ​ສັດ​ຊື່ ແລະ​ຄວາມ​ຊອບ​ທັມ​ຫລັ່ງ​ໄຫລ​ໄປ​ຢ່າງ​ສະ​ບາຍ ເຫມືອນ​ດັ່ງ​ສາຍ​ລຳ​ນ້ຳ​ທີ່ບໍ່​ມີ​ວັນ​ແຫ້ງ​ຫມົດ​ໄປ

25 ຊາວ​ອິສ​ຣ​ເອນ​ເອີຍ, ໃນ​ເວ​ລາ​ຢູ່​ໃນ​ຖິ່ນ​ກັນ​ດານ​ສີ່​ສິບ​ປີ​ນັ້ນ ພວກ​ເຈົ້າ​ບໍ່​ໄດ້​ນຳ​ເອົາ​ເຄື່ອງ​ບູ​ຊາ​ຖວາຍ​ແກ່​ເຮົາ​ແມ່ນ​ບໍ?

26 ແຕ່​ຕໍ່​ໄປ​ນີ້​ພວກ​ເຈົ້າ​ຈະ​ຖື​ເອົາ​ຮູບ​ເຄົາ​ຣົບ ຄື​ຊັກ​ກຸ​ທ ແລະ​ໄກວານ ຊຶ່ງ​ພວກ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ​ສຳ​ລັບ​ຕົນ​ເອງ

27 ແລະ​ເຮົາ​ຈະ​ເນ​ຣະ​ເທດ​ພວ​ກ​ເຈົ້າ​ອອກ​ຫນີ​ໄປ​ກາຍ​ເມືອງ​ດາ​ມັ​ສ​ກັສ” ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ນາມ​ວ່າ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ

 

6. ພວກອິສ​ຣາ​ເອນ​ຖືກ​ທຳ​ລາຍ

1   ພວກ​ເຈົ້າ​ນາຍໃນ​ຣາ​ຊ​ອາ​ນາ​ຈັກ​ອັນ​ຍິ່ງໃຫ​ຍ່​ຂອງ​ອິສ​ຣາ​ເອນ ຄື​ຜູ້​ທີ່ໃຊ້​ຊີ​ວິດ​ຢ່າງ​ສນຸກ​ສ​ບາຍ​ໃນ​ເມືອງ​ຊີ​ໂອນ ຜູ້​ທີ່​ຢູ່​ຢ່າງ​ປອດ​ພັຍ​ທີ່​ກຸງ​ຊາ​ມາ​ເຣັຽ ແລະ​ຜູ້​ທີ່​ປະ​ຊາ​ຊົນ​ໄດ້​ໄປ​ຂໍ​ຄວາມ​ຊ່ອຍ​ເຫລືອ ຈະ​ໄດ້​ຮັບ​ຄວາມ​ທຸກຍກ​ລຳ​ບາກ ຈົ່ງ​ໄປ​ເບິ່ງ​ເມືອງ​ການ​ເນ​ແລະ​ນະ​ຄອນ​ຮາ​ມັ​ທ

2   ແລ້ວ​ລົງ​ໄປ​ເມືອງ​ກາດ ຊຶ່ງ​ເປັນ​ເມືອງ​ຂອງ​ພວກຟີ​ລິ​ສ​ຕິນ ບ່ອນ​ເຫລົ່​ນີ້​ດີກວ່າ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ​ແລະ​ອິສ​ຣາ​ເອນ​ຫລື​ບໍ? ແລະ​ເຂົາ​ດິນ​ແດນ​ເຫລົ່າ​ນີ້​ໃຫຍ່​ກວ່າ​ເຂດ​ແດນ​ຂອງ​ພວກ​ເຈົ້າ​ຫລື​ບໍ?

3   ພວກ​ເຈົ້າ​ພ​ຍາ​ຍາມ​ຢັບ​ຢັ້ງ​ບໍ່​ໃຫ້​ຄວາມ​ຫລົ້ມ​ຈົມ​ມາ​ຮອດ​ພວກ​ເຈົ້​ໄວ ແຕ່​ພວກ​ເຈົ້າ​ກໍ​ຍັງ​ສນັບ​ສນຸນຄົນ​ເຮັດ​ຊົ່ວ​ຢູ່

4   ຄວາມ​ທຸກ​ລຳ​ບາກ​ຈະ​ເກີດ​ແກ່​ພວກ​ເຈົ້າ​ຜູ້​ທີ່​ນອນ​ເທິງ​ຕຽງ​ທີ່​ຕົກ​ແຕ່ງ​ດ້ວຍ​ງາ​ຊ້າງ​ຢ່າງ​ສຸກ​ສະ​ບາຍ ທີ່​ນອນ​ຢຽດ​ຢ່າງ​ມີ​ຄວາມ​ສຸກ​ທີ່​ເທິງ​ເກົ້​ອີ້​ນວມ ແລະ​ຈັດ​ງານ​ລ້ຽງ​ດ້ວຍ​ອາ​ຫານ​ຊັ້ນ​ດີ ຄື​ຊີ້ນ​ງົວ​ແລະ​ຊີ້​ນ​ແກະ​ຊະ​ນິດ​ທີ່​ນຶ່ງ

5   ພວກ​ເຈົ້າ​ມັກ​ແຕ່ງ​ເພງ​ຮ້ອງ​ຫລິ້​ນ​ດ້ວຍ​ພິນ​ດັ່ງ​ດາ​ວິດ ແລະ​ປະ​ດິດ​ເຄື່ອງ​ດົນ​ຕ​ຣີ

6   ດື່ມ​ເຫ​ລົ້​ແລະ​ທາ​ນ້ຳ​ມັນ​ຫອມ​ຢ່າງ​ດີ ບໍ່​ໄດ້​ເສົ້າ​ເສັຽ​ໃຈ​ຕໍ່​ການ​ຮ້າງ​ເປົ່າ​ຂອງ​ຣາ​ຊ​ອາ​ນາ​ຈັກ​ອິສຣາ​ເອນ​ເລີຍ

7   ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ທໍາ​ອິດ​ທີ່​ຖືກ​ເນ​ຣະ​ເທດ ສ່ວນ​ການ​ກິນ​ລ້ຽງ​ຕ່າງໆ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ

8   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສາ​ບານ​ໄວ້​ຢ່າງ​ຫນັກ​ແຫນ້ນ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ເຮົາ​ກຽດ​ຊັງ​ຄວາມ​ຈອງ​ຫອງ​ຂອງ​ພວກ​ອິສ​ຣາ​ເອນ ແລະ​ກຽດ​ຊັງ​ຫໍ​ໂຮງ​ໃຫຍ່​ຂອງ​ພວກ​ເຂົາ ເຮົ​ຈະ​ມອບ​ເມືອງ​ນີ້​ກັບ​ທຸກໆ​ສິ່ງ​ໃນ​ເມື​ອງ​ນີ້​ໄວ້​ໃນ​ກຳ​ມື​ຂອງ​ສັດ​ຕ​ຣູ

9   ຖ້າຫາກວ່າ​ໃນ​ຄອບ​ຄົວ​ນຶ່ງ​ມີ​ຄົນ​ຢູ່​ສິບ​ຄົນ ພວກ​ເຂົາ​ຈະ​ຕ້ອງ​ຕາຍ​ຫມົດ

10 ເວ​ລາ​ທີ່​ຍາດ​ພີ່​ນ້ອງ​ຂອງ​ຜູ້​ຕາຍ​ຜູ້​ນຶ່ງ​ມາ​ເອົາ​ສົບ​ໄປ​ຈູດ ເຂົາ​ໄດ້​ຮ້ອງ​ຫາ​ຜູ້​ທີ່​ກຳ​ລັງ​ລີ້​ຢູ່​ໃນ​ແຈ​ເຮືອນ​ນັ້ນ​ວ່າ, “ຢູ່​ນີ້​ມີ​ຄົນ​ຕາຍ​ອີກ​ບໍ?” ຜູ້​ລີ້​ນັ້ນ​ກໍ​ຕອບ​ວ່າ “ບໍ່​ມີ​ດອກ” ແລະ​ບອກ​ຜູ້​ຖາມ​ອີກວ່າ “ຢ່າ​ປາກ​ເດີ ພວກ​ເຮົາ​ຕ້ອງ​ລະ​ວັງ ຢ່າ​ໃຫ້​ຜູ້​ໃດ​ອອກ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

11 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອອກ​ຄຳ​ສັ່ງ​ແລ້ວ ເຮືອນ​ໃຫຍ່​ແລະ​ເຮືອນ​ນ້ອຍ​ທັງ​ຫລາຍ​ຈະ​ຖືກ​ເພ​ພັງ​ລົງ​ເປັນ​ທ່ອນໆ

12 ຝູງ​ມ້າ​ຈະ​ແລ່ນ​ຂຶ້ນ​ຫນ້າ​ຜາ​ບໍ ແລະ​ພວກຄົນ​ຈະ​ເອົາ​ງົວ​ໄປ​ໄຖ​ນ້ຳ​ທະ​ເລ​ບໍ ແຕ່​ພວ​ກ​ເຈົ້າ​ກໍ​ຍັງ​ປ່ຽນ​ຄວາມ​ຍຸດ​ຕິ​ທັມ​ເປັນ​ຄວາມ​ອະ​ທັມ ແລະ​ເຣັດ​ໃຫ້​ຄວາມ​ຖືກ​ຕ້ອງ​ກາຍ​ເປັນ​ຄວາມ​ຜິດ

13 ພວກ​ເຈົ້າ​ທັງ​ຫລາຍ​ຍິນ​ດີ​ຍ້ອນ​ຍຶດ​ເອົາ​ເມືອງ​ໂລ​ເດ​ບາ​ຣ໌​ໄດ້ ແລະ​ຍັງ​ເວົ້າ​ວ່າ, “ພວກ​ເຮົາ​ມີ​ກຳ​ລັງ​ພຽງ​ພໍ​ທີ່​ຈະ​ຍຶດ​ເອົາ​ເມືອງ​ກາ​ຣ໌​ນາ​ອິມ​ອີກ”

14 ພຣະ​ເຈົ້​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ຕອບ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ, ເຣົາ​ກຳ​ລັງ​ຈະ​ສົ່ງ​ຊົນ​ຊາດ​ນຶ່ງ​ມາ​ຕໍ່​ສູ້​ພວກ​ເຈົ້າ ພວ​ກ​ເຂົາ​ຈະ​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເຈົ້າ​ຕັ້ງ​ແຕ່​ທາງ​ຫວ່າງ​ພູ​ເລ​ໂບ​ຮາ​ມັ​ທ​ຈົນ​ເຖິງ​ຮ່ອມ​ພູ​ອາ​ຣາ​ບາ

 

7. ພຣະ​ເຈົ້າ​ຊົງ​ໃຫ້​ອາ​ໂມ​ສ​ເຫັນ​ຕັກ​ແຕນ​ທາງ​ນິມິ

1   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ຝູງ​ຕັກ​ແຕ​ນ​ກິນ​ຫຍ້າ​ທີ່​ກໍາ​ລັງ​ປົ່ງ​ໃຫມ່

2   ຫລັງ​ຈາກ​ການ​ເກັບ​ກ່ຽວ​ຖວາຍ​ໃຫ້​ເຈົ້າ​ຊີ​ວິດ​ແລ້ວ ໃນ​ນິ​ມິດ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຕັກ​ແຕນ​ກິນ​ຫມົດ​ທຸກ​ຢ່ງ​ທີ່​ມີ​ສີ​ຂຽວ​ສົດຢູ່​ໃນ​ເຂດ​ແດນ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໂຜດອະ​ພັຍ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ເທີນ ພວກ​ນີ້​ຈະ​ສືບ​ຊີ​ວິດ​ຕໍ່​ໄປ​ໄດ້​ຢ່າງ​ໃດ ເພາະ​ວ່າ​ພວກ​ເຂົາ​ຍັງ​ເປັນ​ກຸ່ມ​ນ້ອຍ​ແລະ​ກຸ່​ມອ່ອນ​ແອ​ຢູ່”

3   ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປ່ຽນ​ພຣະ​ທັຍ​ແລະ​ຊົງ​ກ່າວວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່ບັງ​ເກີດ​ຂຶ້ນ​ມາ”

ພຣະ​ເຈົ້າ​ຊົງ​ໃຫ້​ອາ​ໂມ​ສ​ເຫັນ​ໄຟ​ທາງ​ນິ​ມິດ

4   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ​ຢ່າງ​ນີ້ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຈັດ​ຕຽມ​ກາ​ນລົງ​ໂທ​ດໄພ່​ພົນ​ຂອງ​ພຣະ​ອົງ ໄຟ​ໄດ້​ລຸກ​ໄຫມ້​ມະ​ຫາ​ສະ​ຫມຸດ​ຢູ່​ໃຕ້​ພື້ນ​ໂລກ ແລະ​ເລີ້ມ​ໄຫມ້​ຜືນ​ແຜ່ນ​ດິນ

5   ຄັນ​ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ເຫດ​ການ​ນີ້​ຍຸດ​ຕິ​ລົງ​ເທີນ ພວກ​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ສືບ​ຊີ​ວິດ​ຕໍ່​ໄປ​ໄດ້​ຢ່າງ​ໃດ ເພາະ​ວ່າ​ພວກ​ເຂົາ​ຍັງ​ເປັນ​ກຸ່ມ​ນ້ອຍ​ແລະ​ອ່ອນ​ແອ​ຢູ່”

6   ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ປ່ຽນ​ພຣະ​ທັຍ​ແລະ​ກ່າວ​ວ່າ, “ສິ່ງ​ນີ້​ຈະ​ບໍ່​ບັງ​ເກີດ​ຂຶ້ນ​ມາ​ອີກ​ເຫມືອນ​ກັນ”

ພຣະ​ເຈົ້າ​ຊົງ​ໃຫ້​ອາ​ໂມ​ສ​ເຫັນ​ສາຍ​ເນັ່ງ​ທາງ​ນິ​ມິດ

7   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ​ຢ່າງ​ນີ້ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຢືນ​ຢູ່​ເທິງ​ກຳ​ແພງທີ່​ສ້າງ​ຂຶ້ນ​ດ້ວຍ​ການ​ໃຊ້​ສາຍ​ເນັ່ງ ແລະ​ພຣະ​ອົງ​ກໍ​ຊົງ​ຖື​ສາຍ​ເນັ່ງ​ນັ້ນ​ໄວ້​ໃນ​ພຣະ​ຫັດ

8   ລ້ວ​ພຣະ​ອົງ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ອາ​ໂມ​ສ​ເອີຍ, ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າ​ພະ​ເຈົ້າ​ຕອ​ບວ່າ, “ເຫັນ​ສາຍ​ເນັ່ງ” ແລ້ວ​ພຣະ​ອົງ​ຊົງກ່າວ​ວ່າ, “ຈົ່ງ​ເບິ່ງ​ນີ້ເທີນ ເຮົາ​ກຳ​ລັງ​ໃຊ້​ມັນ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ຜິດ​ຂອງ​ໄພ່​ພົນ​ທີ່​ກະ​ທຳ​ມາ ເຮົາ​ຈະ​ປ່ຽນ​ໃຈ​ໃນ​ການ​ລົງ​ໂທດ​ພວກ​ເຂົາ

9   ບ່ອນ​ທີ່​ເຊື້ອ​ສາຍ​ຂອງ​ອີ​ຊາກ​ນະ​ມັ​ສ​ການ​ຈະ​ຖືກ​ທຳ​ລາຍ​ລົງ ແລະ​ບ່ອນ​ສັກ​ສິດ​ຂອງ​ພວກ​ອິສ​ຣາ​ເອນ​ຈະ​ຮ້າງ​ເປົ່າ ເພາະ​ວ່າ​ເຣົາ​ຈະ​ໃຫ້​ເສິກ​ເກີດ​ຂຶ້ນ ຕໍ່​ສູ້​ຄອບ​ຄົວ​ຂອງ​ເຈົ້າ​ຊີ​ວິດ​ເຢ​ໂຣ​ໂບ​ອາມອາ​ມາ​ຊີ​ຢາ​ຣາຍ​ງານ​ຕໍ່​ເຈົ້າ​ຊີ​ວິດ

10 ຄັນ​ຕໍ່​ມາ ອາ​ມາ​ຊີຢ​ປະ​ໂຣຫິດ​ຂອງ​ເມືອງ​ເບັດ​ເອນ ໄດ້​ຣາຍ​ງານ​ໃຫ້​ເຢ​ໂຣ​ໂບ​ອາມ​ເຈົ້​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ​ຊາບ​ວ່າ ອາ​ໂມ​ສ​ກຳ​ລັງ​ມີ​ແຜນ​ອຸ​ບາຍ​ກະ​ບົດ​ຕໍ່ສູ້​ພຣະ​ອົງ​ຢູ່​ໃນ​ອິສ​ຣາ​ເອນ ຄວາມ​ເວົ້າ​ຂອງ​ເຂົາ​ຈະ​ທຳ​ລາຍ​ປະ​ເທດ​ນີ້

11 ເຂົາ​ເວົ້​ວ່າ, “ເຢ​ໂຣ​ໂບ​ອາມ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ສະ​ຫນາມ​ຮົບ ແລະ​ພວກ​ອິສ​ຣາ​ເອນ​ຈະ​ຕ້ອງ​ຖືກ​ເນ​ຣະ​ເທດ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ”

12 ອາ​ມາ​ຊີ​ຢາ​ຈຶ່ງ​ເວົ້າ​ຕໍ່​ອາ​ໂມ​ສວ່າ, “ຫມໍ​ມໍ​ເອີຍ, ຈົ່ງ​ກັບ​ຄືນ​ເມືອ​ຣາ​ຊ​ອານ​ຈັກ​ຢູ​ດາ ແລະ​ຫາ​ລ້ຽງ​ຊີບ​ດ້ວຍ​ການ​ປະ​ກາ​ດ​ພຣະ​ທັມ​ຢູ່​ທີ່​ນັ້ນ​ເທີນ ຢ່າ​ປະ​ກາດ​ພຣະ​ທັມ​ຢູ່​ທີ່​ເມືອງ​ເບັດ​ເອນ​ນີ້​ເລີຍ

13 ເພາະ​ວ່າ​ເປັນ​ບ່ອນ​ເຈົ້າ​ຊີ​ວິດ​ນະ​ມັສການ ແລະ​ເປັນ​ວິ​ຫານ​ຂອງ​ປະ​ເທດ​ຊາດ”

14 ອາ​ໂມ​ສ​ຈຶ່ງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ການ​ປະ​ກາດ​ພຣະ​ທັມ​ນີ້​ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ຂ້າ​ພ​ເຈົ້າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ລ້ຽງ​ສັດ​ແລະ​ເປັນ​ຜູ້​ປູກ​ຫມາກ​ເດື່ອ​ເທດ​ເທົ່າ​ນັ້ນ

15 ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ເຊົາ​ລ້ຽງ​ແກະ​ຊຶ່ງ​ເປັນ​ວຽກ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ເປັນ​ຜູ້​ເວົ້າ​ຕໍ່​ພວກ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ຕາງ​ພຣະ​ອົງ

16 ດ້ວຍ​ເຫດ​ນີ້ ຈົ່ງ​ຟັງ​ຖ້ອຍ​ຄຳ​ຂອງ​ພຣະຜູ້ເປັນ​ເຈົ້າ​ເທີນ ທ່ານ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ເຊົາ​ປະ​ກາດ​ພຣະ​ທັມ​ຕໍ່​ສູ້​ພວກ​ອິສ​ຣາ​ເອນ ແລະ​ບໍ່​ໃຫ້​ເວົ້າ​ໂຈມ​ຕີ​ເຊື້ອ​ສາຍ​ອີ​ຊາກ

17 ເພາະ​ສະ​ນັ້ນ ພຣະຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມັ​ຽ​ຂອງ​ທ່ານ​ຈະ​ເປັນ​ຍິງ​ໂສ​ເພ​ນີໃນ​ເມືອງ​ນີ້ ບຸດ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ຢູ່​ໃນສົງ​ຄາມ ແລະ​ຜືນ​ແຜ່ນ​ດິນ​ຂອງ​ເຈົ້າ​ຈະ​ຖືກ​ແບ່ງ​ປັນ​ໃຫ້​ຄົນ​ອື່ນ ແລ້ວ​ເຈົ້າ​ຈະ​ຕາຍ​ຢູ່​ໃນ​ດິນ​ແດນ​ຂອງ​ຄົນ​ນອກ​ສາ​ສ​ນາ ຝ່າຍ​ປະ​ຊາ​ຊົນ​ອິສ​ຣເອນ​ຈະ​ຖືກ​ເນ​ຣະ​ເທດ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ”

 

8. ພຣະ​ເຈົ້າ​ຊົງ​ໃຫ້​ອາໂມ​ສ​ເຫັນ​ກະ​ຕ່າ​ຫມາກ​ໄມ້​ທາງ​ນິມິດ

1   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ​ດັ່ງ​ນີ້ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະ​ຕ່າ​ຫມາກ​ໄມ້

2   ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ວ່າ “ອາ​ໂມ​ສ ເຈົ້າ​ໄດ້​ເຫັນ​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ກະ​ຕ່າ​ຫມາກ​ໄມ້” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້​ວ່າ “ມື້​ສຸດ​ທ້າຍ​ຂອງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ຫມຸນ​ວຽນ​ມາ​ຮອດ​ແລ້ວ ເຮົາ​ຈະ​ບໍ່​ປ່ຽນ​ພຣະ​ທັຍ​ໃນ​ການ​ລົງ​ໂທດ​ພວກ​ເຂົາ

3   ໃນ​ວັນ​ນັ້ນ​ສຽງ​ຮ້ອງ​ເພງ​ໃນ​ພຣະ​ຣາ​ຊວັງ​ກໍ​ຈະ​ກາຍ​ເປັນ​ສຽງ​ໂອ່ຍ​ຄາງ ແລະ​ຈະ​ມີ​ຊາກ​ສົບ​ຄົນ​ຕາຍ​ຢູ່​ທຸກໆ​ບ່ອນ ແຕ່​ຈະ​ບໍ່​ມີ​ຜູ້​ໃດ​ຈົ່ມ​ເປັນ​ທຸກ​ເສັຽ​ໃຈ​ເລີຍ”

4   ຈົ່ງ​ຟັງ​ເດີ ພວກ​ທີ່​ຢຽບ​ຢ່ຳ​ຄົນ​ຂັດ​ສົນ ແລະ​ພ​ຍາ​ຍາມ​ທຳ​ລາຍ​ຄົນ​ທຸກ​ຍາກ​ຢູ່​ໃນ​ປະ​ເທດ​ນີ້​

5   ພວກ​ເຈົ້າ​ເວົ້​ກັບ​ຕົວ​ເອງວ່າ, “ເພື່ອ​ຈະ​ຂາຍ​ເຂົ້າ​ຂອງ​ເຮົາ ພວກ​ເຮົາ​ເກືອບ​ບໍ່​ສ​ມາດ​ລໍ​ຄອຍ​ຖ້າ​ໃຫ້​ຫມົດ​ວັນ​ພັກ​ເຫລົ່າ​ນີ້​ໄດ້ ຍັງ​ດົນ​ປານ​ໃດ​ວັນ​ພັກ​ຈະ​ຫມົດ​ໄປ ເພາະ​ວ່າ​ພວກ​ເຮົາ​ຈະ​ເອົາ​ເຂົ້າ​ບ​ເລ​ອອກ​ໄປ​ຂາຍ ແລ້ວ​ພວກ​ເຮົ​ຈະ​ຕ້ອງ​ໂກ່ງ​ຣາ​ຄາ​ແພງໆ ແລະ​ໃຊ້​ເຄື່ອງ​ຜອງ​ແບບ​ດັດ​ແປງ​ເອົາ​ເອງ​ເພື່ອ​ສໍ້​ໂກງ​ຜູ້​ມາ​ຊື້

6   ພວກ​ເຮົາ​ຈະ​ຊື້​ເອົາ​ຄົນ​ທຸກ​ຍາກ​ມາ​ເປັນ​ທາດ​ໃນ​ຣາ​ຄາ​ເທົ່າ​ກັບ​ເກີບ​ຄູ່​ດຽວ ແລະ​ພວກ​ເຮົ​ຈະ​ຂາຍ​ເຂົ້າ​ບ​ເລ​ທີ່​ບໍ່​ດີ​ໃນ​ຣາ​ຄາ​ແພງໆ”

7   ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວ​ກອິສ​ຣາ​ເອນ​ຊົງ​ກ່າວ​ຢ່າງ​ເດັດ​ຂດ​ວ່າ, “ເຮົາ​ຈະ​ບໍ່​ລືມ​ການ​ກະ​ທຳ​ອັນ​ຊົ່ວ​ຊ້າ​ຂອງ​ພວກ​ເຂົາ

8   ດັ່ງ​ນັ້ນ ໂລກ​ນີ້​ຈະ​ສະ​ທ້ານ​ຫວັ່ນ​ໄຫວ ແຜ່ນ​ດິນ​ຈ​ພຸ່ງ​ຂຶ້ນ​ແລະ​ເຈື່ອນ​ລົງ​ດັ່ງ​ດຽວ​ກັບ​ແມ່​ນ້ຳ​ນິນ ທຸກໆ​ຄົນ​ໃນ​ຜືນ​ແຜ່ນ​ດິນ​ຈະ​ຕ້ອງ​ໂສກ​ເສົ້າ​ເສັຽ​ໃຈ

9   ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ຕາ​ເວັນ​ຕົກ​ໃນ​ເວ​ລ​ທ່ຽງ​ວັນ​ ແລະ​ໂລກ​ຈະ​ມືດ​ມົນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ

10 ເຮົາ​ຈະ​ໃຫ້​ງານ​ສ​ລອງ​ຕ່າງໆ​ກາຍ​ເປັນ​ງານ​ແຫ່​ສົບ​ແລະ​ຈະ​ປ່ຽນ​ແປງ​ເພງ​ສ​ນຸກ​ສ​ນານ​ໃຫ້​ເປັນ​ສຽງ​ຮ້ອງ​ໄຫ້​ທີ່​ໂສກ​ເສົ້າ​ເສັຽ​ໃຈ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ນຸ່ງ​ເຄື່ອງ​ໄວ້​ທຸກ​ແລະ​ແຖ​ຜົມ ພວກ​ເຈົ້າ​ຈະ​ເປັນ​ເຫມືອນ​ດັ່ງ​ພໍ່​ແມ່​ທີ່​ເສົ້າ​ເສັຽ​ໃຈ​ນຳ​ລູກ​ຊາຍ​ໂທນ​ທີ່​ຕາຍ​ໄປ ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມ​ຂື່ນ​ຕລອດ​ໄປ

11 ເວ​ລາ​ທີ່​ເຮົາ​ຈະ​ໃຫ້​ກາ​ນອຶດ​ຢາກ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ກໍ​ເຂົ້າ​ມາ​ໃກ້​ແລ້ວ​ ປະ​ຊາ​ຊົນ​ຈະ​ອຶດ​ຢາກ ແຕ່​ບໍ່​ແມ່ນ​ຫິວ​ເຂົ້າ​ຈີ່​ຫລື​ນ້ຳ ແຕ່​ພວກ​ເຂົາ​ຈະ​ອຶດ​ຫິວ​ພຣະ​ຄຳ​ທີ່​ມາ​ຈາກ​ພຣະ​ເຈົ້າ ເຮົາພຣະ​ຜູ້​ເປັນ​ເຈົ້​ຊົງ​ກ່າວ​ດັ່ງ​ນີ້

12 ປະ​ຊາ​ຊົນຈະ​ໄປ​ທ່ອງ​ທ່ຽວ​ໄປ​ມາ​ຢ່າງ​ອິດ​ເມື່ອຍ​ແຕ່​ເຫນືອ​ຕລອດ​ໃຕ້ ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາ​ເວັນ​ຕົກ ຈົນ​ເຖິງ​ທຸກ​ທີ່​ທຸກ​ບ່ອນ ເພື່ອ​ຊອກ​ຫາ​ພຣະ​ຄຳ​ທີ່​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້

13 ແຕ່​ພວກ​ເຂົາ​ຈະ​ບໍ່​ພົບ ໃນ​ວັນ​ນັ້ນ​ຜູ້​ສາວ​ທີ່​ສວຍ​ງາມ ແລະ​ຊາຍ​ຫນຸ່ມ​ທັງ​ຫລາຍ​ຈະ​ລົ້ມ​ສະ​ຫລົບ​ລົງ​ຍ້ອນ​ການ​ຫິວ​ນ້ຳ

14 ສ່ວນ​ຜູ້​ທີ່​ສາ​ບານ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງກຸງ​ຊາ​ມາ​ເຣັຽ​ທີ່​ວ່າ ໃນ​ນາມ​ພຣະ​ເຈົ້າ​ຂອງ​ເມືອງ​ດານ ຫລື​ໃນ​ນາມ​ພຣະ​ເຈົ້າ​ຂອງ​ເມືອງ​ເບ​ເອີ​ເຊ​ບາ ປະ​ຊາ​ຊົນ​ເຫລົ່າ​ນີ້​ຈະ​ຈິບ​ຫາຍ​ຫມົດ”

 

9. ພຣະ​ເຈົ້າ​ຊົງ​ຕັດ​ສິນພວກ​ອິສ​ຣາ​ເອນ

1   ຂ້າ​ພ​ເຈົ້​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢືນ​ຢູ່​ຂ້າງ​ແທ່ນ​ບູ​ຊາ ພຣະ​ອົງ​ຊົງ​ສັ່ງ​ວ່າ, “ຈົ່ງ​ທຸບ​ຕີ​ຍອດ​ເສົາ​ວິ​ຫານ ເພື່ອ​ໃຫ້​ທົ່ວ​ທັງ​ລະ​ບຽງ​ສະ​ທ້ານ​ຫວັ່ນ​ໄຫວ ແລະ​ໃຫ້​ເສົາ​ຫັກ​ລົງ​ເປັນ​ທ່ອນໆ​ທັບ​ຫົວ​ປະ​ຊາ​ຊົນ ສ່ວນ​ເຮົາ​ຈະ​ຂ້າ​ທຸກໆ​ຄົນ​ທີ່​ເຫລືອ​ນັ້ນ​ໃນ​ສະ​ຫ​ນາມ​ຮົບ ໂດຍ​ບໍ່​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ແລ່ນ​ປົບ​ຫນີ​ໄປ​ໄດ້ ເຖິງວ່າ​ພວກ​ເຂົາ​ຈະ​ຂຸດ​ຄົ້ນ​ຊ່ອງ​ທາງ​ໄປ​ສູ່​ພິ​ພົບ​ຄົນ​ຕາຍ

2   ເຣົາ​ກໍ​ຈະ​ລັດ​ຈັບ​ເອົາ​ພວກ​ເຂົາ​ຄືນ​ມາ ຖ້າ​ພວກ​ເຂົາ​ຂຶ້ນ​ເມືອ​ຟ້າສວັນເຮົາ​ກໍ​ຈະ​ດຶງ​ເຂົາ​ລົງ​ມາ

3   ຖ້າ​ວ່າ​ພວກ​ເຂົາ​ຈະ​ລີ້​ຢູ່​ເທິງຍອດ​ພູ​ກາ​ຣ໌​ເມນ ເຮົາ​ກໍ​ຈ​ຄົ້ນ​ຫາ​ແລະ​ຈັ​ບ​ເອົາ​ເຂົາ​ມາ ເຖິງ​ຖ້າ​ວ່າ​ພວກ​ເຂົາ​ລີ້​ເຣົາ​ຢູ່​ພື້ນ​ນ້ຳ​ທະ​ເລ ເຮົາ​ກໍ​ຈະ​ສັ່ງ​ນາ​ກ​ໃນ​ທະ​ເລ​ກັດ​ກິນ​ເຂົາ

4   ແລະ​ຖ້າ​ວ່າ​ພວ​ກ​ເຂົາ​ເປັນ​ຊະ​ເລີຍ​ເສິ​ກ​ຂອງ​ສັດ​ຕ​ຣູ ເຮົາ​ກໍ​ຈະ​ອອກ​ຄຳ​ສັ່ງ​ໃຫ້​ສັດ​ຕ​ຣູ​ຂ້າ​ເຂົາ ເຣົາ​ໄດ້​ຕັດ​ສິນ​ໃຈ​ທຳ​ລາຍ​ເຂົາ ແລະ​ບໍ່​ໄດ້​ຊ່ອຍ​ເຫລືອ​ເຂົາ”

5   ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ແຕະ​ຕ້ອງ​ແຜ່ນ​ດິນ​ໂລກ​ໃຫ້​ເຈື່ອນ​ເພ​ພັງ​ລົງ ແຜ່ນ​ດິນ​ຈະ​ພຸ່ງ​ຂຶ້ນ ແລະ​ເຈື່ອນ​ລົງ​​ດັ່ງ​ດຽວ​ກັບ​ແມ່ນ້ຳ​ນິນ ທຸ​ກໆ​ຄົນ​ທີ່ອ​ໄສ​ຢູ່​ກໍ​ໂສກ​ເສົ້າ​ເສັຽ​ໃຈ

6   ພຣະ​ຜູ້​ເປັນ​ເຈົ້າຊົງ​ສ້າງພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ຢູ່​ເທິງ​ສວັນ ແລະ​ໃຫ້​ວົງ​ໂຄ້ງ​ຂອງ​ທ້ອງ​ຟ້າ​ກວມ​ໂລກ​ຢູ່ ພຣະ​ອົງ​ຊົງ​ເອີ້ນ​ເອົາ​ນ້ຳ​ຂຶ້ນ​ທະ​ເລ ແລະ​ຊົງ​ຖອກ​ເທ​ນ້ຳ​ນັ້ນ​ລົງ​ເທິງ​ແຜ່ນ​ດິນ​ໂລກ ພຣະ​ອົງ​ຊົງພຣະ​ນາມ​ວ່າ ພຣະ​ຜູ້​ເປັນ​ເຈົ້

7   ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ, ເຮົາ​ໄດ້​ປະ​ຕິ​ບັດ​ຕໍ່​ພວກ​ເຈົ້າ​ດັ່ງ​ໄດ້​ປະ​ຕິ​ບັດ​ຕໍ່​ພວກ​ເອ​ທິ​ໂອ​ເປັຽ ເຮົາ​ໄດ້​ພາ​ພວກ​ຟີ​ລິ​ສ​ຕິນ​ອອກ​ຈາກ​ເກາະ​ຄັ​ຟ​ໂຕ​ຣ໌ ແລະ​ພາ​ພວກ​ຊີ​ເຣັຽ​ອອກ​ຈາກ​ເມືອງ​ກີ​ຣ໌ ດັ່ງ​ດຽວ​ກັນ​ກັບ​ທີ່​ເຮົາ​ໄດ້​ນຳ​ພາ​ພວກ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອ​ຢິບ

8   ເຮົາ​ກຳ​ລັງ​ສັງ​ເກດ​ເບິ່ງ​ຣາ​ຊ​ອາ​ນາ​ຈັກ​ອິສ​ຣາ​ເອນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບາບ​ແລະ​ຈະ​ທຳ​ລາຍ​ມັນ ແຕ່​ວ່າ​ຈະ​ບໍ່​ທຳ​ລາຍ​ຫມົດ​ຈາກ​ແຜ່ນ​ດິນ​ໂລກ​ນີ້”

9   ຍ້ອນ​ຄຳ​ສັ່ງ​ຂອງ​ເຮົາ ເຮົາ​ຈະ​ຮ່ອນ​ພວກ​ອິສ​ຣາ​ເອນ​ໃຫ້​ກະ​ວົນ​ກະ​ວຍ​ຢູ່​ຖ້າມ​ກາງ​ຊົນ​ຊາດ​ຕ່າງໆ ເຫມືອນ​ຮ່ອນ​ເຂົ້າ​ຢູ່​ໃນ​ກະ​ດົ້ງ​ເຂິງ ເພື່ອ​ແຍກ​ຜູ້​ທີ່​ບໍ່​ມີ​ຄຸນ​ຄ່າ​ອອກ

10 ຜູ້​ທີ່​ເຮັດ​ຜິດ​ຢູ່​ຖ້າມ​ກາງ​ປະ​ຊາ​ຊົນ​ຂອງ​ເຮົາ ທີ່​ຍັງ​ເວົ້າ​ວ່າ “ພຣະ​ເຈົ້າ​ຈະ​ບໍ່​ໃຫ້​ໄພ​ອັນ​ຕະ​ຣາຍ​ຢ່າງ​ໃດ​ມາ​ໃກ້​ພວກ​ເຮົາ ຄົນ​ເຫລົ່​ນີ້​ຈະ​ຕ້ອງ​ຖືກ​ຂ້າ

11 ໃນ​ວັນ​ນັ້ນ ເຮົາ​ຈະ​ສ້າງ​ຄອບ​ຄົ​ວ​ດາ​ວິດ ຊຶ່ງ​ເປັນ​ເຫມືອນ​ເຮືອນ​ທີ່​ຮ້າງ​ເພພັງ​ຂຶ້ນ​ໃຫມ່ ເຮົາ​ຈະ​ແປງ​ຝາ​ເຮືອນ​ນັ້ນ ແລະ​ສ້າງເຮືອນ​ໃຫ້​ມີ​ສະ​ພາບ​ເຫມືອນ​ແຕ່​ກ່ອນ

12 ດັ່ງ​ນັ້ນ​ພວກ​ອິສ​ຣາ​ເອນ​ຈະ​ໄດ້​ຍຶດ​ຄອງ​ພວກ​ທີ່​ຍັງ​ເຫລືອ​ຢູ່​ໃນ​ປະ​ເທດ​ເອ​ໂດມ ແລະ​ຊົນ​ຊາດ​ອື່ນໆ​ທີ່​ເປັນ​ຝ່າຍ​ເຣົາ​ມາ​ກ່ອນ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ໃຫ້​ສິ່ງ​ນີ້​ບັງ​ເກີດ​ຂຶ້ນ​ມາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້​ແຫລະ

13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ວັນ​ນັ້ນ​ກຳ​ລັງ​ມາ ເມື່ອ​ຊາວ​ນາ​ໄຖ​ນາ​ໃນ​ຂ​ນະ​ທີ່​ຄົນ​ພວກ​ອື່ນ​ຍັງ​ກຳ​ລັງ​ເກັບ​ກ່ຽວ​ຢູ່ ແລະ​ຜູ້​ທີ່ບີບ​ເອົາ​ນ້​ອະງຸ່ນ​ກໍ​ກຳ​ລັງ​ບີບ​ຢູ່ ໃນ​ເວ​ລາ​ຜູ້​ຫວ່ານ​ເຂົ້າ​ເລີ້ມ​ຕົ້ນ​ຫວ່ານ​ໃຫມ່ ນ້ຳ​ອະ​ງຸ່ນ​ຈະ​ຍ້ອຍ​ລົງ​ຈາກ​ພູ​ເຂົາ ແລະ​ຈະ​ໄຫລ​ລົງ​ຈາກ​ພູ​ນ້ອຍ

14 ເຣົາ​ຈະ​ນຳ​ເອົາ​ປະ​ຊາ​ຊົນ​ຂອງ​ເຮົາ​ກັບ​ຄືນ​ສູ່​ແຜ່ນ​ດິນ​ຂອງ​ພວກ​ເຂົາ ພວກ​ເຂົາ​ຈະ​ກໍ່​ສ້າງ​ເມືອງ​ຮ້າງ​ຂຶ້ນໃຫມ່ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ ຈະ​ເຮັດ​ສວນ​ອະ​ງຸ່ນ​ແລະ​ດື່ມ​ເຫລົ້​ອະ​ງຸ່ນ ຈະ​ເຮັດ​ສວນ​ແລະ​ກິນ​ຜົນ​ລະ​ປູກ​ນັ້ນ

15 ເຣົາ​ຈະ​ປູກ​ພວກ​ເຂົາ​ໄວ້​ໃນ​ແຜ່ນ​ດິນ​ທີ່​ເຮົາ​ໃຫ້​ແກ່​ເຂົາ ແລະ​ພວກ​ເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ອີກ​ຈັກ​ເທື່ອ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ