2 Samuel ພຣະທັມ 2 ຊາ​ມູ​ເອນ

 

ພຣະທັມ 2 ຊາ​ມູ​ເອນ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

 

 

 

 

 

 

 

ຊາ​ມູ​ເອນ ສະ​ບັບ​ທີສອງ

1. ດາ​ວິດ​ຮູ້​ຂ່າວ​ການ​ຕາຍ​ຂອງ​ຊາ​ອູນ

1   ໃນ​ເວລາ​ທີ່​ຊາ​ອູນ​ເສັຽ​ຊີ​ວິດ​ນັ້ນ ພໍ​ດີ​ດາ​ວິດ​ຜູ້​ຮົບ​ຊະ​ນະ​ພວກ​ອາ​ມາ​ເລກ​ໄດ້​ກັບ​ມາ​ເມືອງ​ຊິກ​ລາກ ແລະ​ພັກຢູ່​ທີ່​ນນີ້​ສອງ​ວັນ

2   ເຂົ​ໄດ້​ຈີກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ເອົາ​ດິນ​ໃສ່​ຫົວ ເພາ​ຄວາມ​ເສັຽ​ໃຈ ເມື່ອ​ມາ​ຮອດ​ເຂົາ​ຈຶ່ງ​ພົບ​ດາ​ວິດ ແລະ​ກົ້ມ​ຂາບ​ລົງ​ດ້ວຍ​ຄວາມ​ນັບ​ຖື

3   ດາ​ວິດ​ຈຶ່ງ​ຖາມ​ເຂົາ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ເຂົາ​ຕອ​ບ​ວ່າ, “ຂ້າ​ພະ​ເຈົ້າ​ຫນີ​ມາ​ຈາກ​ຄ້າຍ​ທະ​ຫານອິສ​ຣາ​ເອນ”

4   ດາ​ວິດ​ຈຶ່ງ​ເວົ້າ​ວ່າ, “ບອກ​ຂ້ອຍ​ເບິ່ງ​ດູ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ?” ເຂົາ​ເວົ້າ​ຂຶ້ນວ່າ, “ທະ​ຫານ​ຂອງ​ພວກ​ເຮົາ​ໄດ້​ປົບ​ຫນີ​ຈາກ​ສະ​ຫນາມ​ຮົບ ເພາະ​ເຫັນ​ວ່າ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ ຮວມ​ທັງ​ຊາ​ອູນ​ແລະ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ພຣະ​ອົງ​ດ້ວຍ”

5   ດາ​ວິດ​ຖາມ​ເຂົາ​ອີກວ່າ, “ເຫດ​ໃດ​ເຈົ້າ​ຈຶ່ງ​ຮູ້​ວ່າ​ກະ​ສັດ​ຊາ​ອູນ ແລະ​ໂຢ​ນາ​ທານ​ຕາຍ​ແລ້ວ?”

6   ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ພໍ​ດີ​ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ເທິງ​ພູ​ກິນ​ໂບ​ອາ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະ​ສັດ​ຊາ​ອູນ​ກຳ​ລັງ​ຢືນ​ຄ້ຳ​ຫອກ​ຂອງ​ພຣະ​ອົງ​ຢູ່ ໃນ​ເວ​ລາ​ນັ້ນ​ທະ​ຫານ​ຣົດ​ຮົບ ແລະ​ທະ​ຫານ​ມ້າ​ຂອງ​ສັດ​ຕ​ຣູ​ກຳ​ລັງ​ແລ່ນ​ເຂົ້າ​ມາ​ໃກ້​ພຣະ​ອົງ

7   ແລ້ວ​ພຣະ​ອົງ​ໄດ້​ຫັນ​ມາ​ເຫັນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງໃສ່​ຂ້າ​ພະ​ເຈົ້າ ຂ້າ​ພ​ເຈົ້າ​ກໍ​ທູນ​ຕອບ​ວ່າ “ໂດຍ ຂ້າ​ນ້ອຍ”

8   ພຣະ​ອົງ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?”  ຂ້າ​ພະ​ເຈົ້າ​ບອກ​ພຣະ​ອົງ​ຂ້າ​ພ​ເຈົ້າ​ເປັນ​ຄົນ​ອາ​ມາ​ເລກ

9   ພຣະ​ອົງ​ກໍ​ກ່າວ​ຕໍ່​ໄປ​ວ່າ ເຮົາ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ສ​ຫັດ ເຮົາ​ໃກ້​ຈະ​ຕາຍ​ແລ້ວ ເຈົ້າ​ມາ​ພີ້​ແດ່ ແລະ​ຂ້າ​ເຮົາ​ຖິ້ມ​ເສັຽ

10 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ໃນ​ຂ​ນະ​ທີ່​ພຣະ​ອົງ​ລົ້ມ​ລົງ​ນັ້ນ ພຣະ​ອົງ​ກໍ​ຈະ​ຕ້ອງ​ຕາຍ ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ປົດ​ເອົາ​ກະ​ໂຈມ​ອອກ​ຈາກ​ຫົວຂອງ​ພຣະ​ອົງ ແລະ​ຖອດ​ເອົາ​ສາຍ​ແຂນ​ຂອງ​ພຣະ​ອົງ ນຳ​ມາ​ມອບ​ໃຫ້​ທ່ານ​ນີ້​ແຫລະ”

11 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ດ້ວຍ​ຄວາມ​ເສັຽ​ໃຈ ແລະ​ທະ​ຫານ​ຂອງ​ທ່ານ​ທຸກ​ຄົນ​ກໍ​ກະ​ທຳ​ເຊັ່ນ​ດຽວ​ກັນ

12 ພວກ​ເຂົາ​ໄດ້​ອົດ​ອາ​ຫານ​ເພື່ອ​ໄວ້​ທຸກ​ໃຫ້​ແກ່​ຊາ​ອູນ ແລະ​ໂຢ​ນາ​ທານ​ຈົນ​ເຖິງ​ຄ່ຳ ແລະ​ເພື່ອ​ຊາວ​ອິສ​ຣາ​ເອນ​ຊຶ່ງ​ເປັນ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ມີ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະ​ຫນາມ​ຮົບ

13 ດາ​ວິດ​ໄດ້​ຖາມ​ຊາຍ​ຫນຸ່ມ​ທີ່​ນຳ​ຂ່າວ​ມາ​ບອກ​ທ່ານນັ້ນ​ວ່າ, “ເຈົ້າ​ເປັນ​ຄົນ​ຊາດ​ໃດ” ເຂົາ​ຈຶ່ງ​ຕອບວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ອາ​ມາ​ເລກ ແຕ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ”

14 ດາ​ວິດ​ໄດ້​ຖາມ​ອີກວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະ​ສັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້?”

15 ແລ້ວ​ດາວິດ​ກໍ​ເອີ້ນ​ເອົາ​ທະ​ຫານ​ຂອງ​ທ່ານ​ຜູ້​ນຶ່ງ​ອອກ​ມາ​ ແລະ​ບອກວ່າ, “ຈົ່ງ​ຂ້າ​ມັນ​ຖິ້ມ​ເສັຽ” ທະ​ຫານ​ຄົນ​ນັ້ນ​ກໍ​ໃຊ້​ດາບ​ຟັນ​ຊາຍ​ຫນຸ່ມ​ອາ​ມາ​ເລ​ກ​ຄົນ​ນັ້ນ​ໃຫ້​ຕາຍ

16 ແລ້ວ​ດາ​ວິດ​ໄດ້​ເວົ້າ​ວ່າ, “ຊາຍ​ຫນຸ່ມ​ເອີຍ ໂທດ​ນີ້​ເຈົ້າ​ໄດ້​ນຳ​ມາ​ສູ່​ໂຕ​ເຈົ້າ​ເອງ ເມື່ອ​ເຈົ້າ​ຍອມ​ວ່າ​ເຈົ້າ​ໄດ້​ຂ້າ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້​ເປັນ​ກະ​ສັດ​ນັ້ນ ເຈົ້າ​ກໍ​ຈະ​ມີ​ໂທດ​ແລ້ວ”

ດາ​ວິດ​ໂສກ​ເສົ້າ​ເສັຽ​ໃຈ ຍ້ອນ​ຊາ​ອູນ​ແລະ​ໂຢ​ນາ​ທານ

17 ດາ​ວິດ​ໄດ້​ຮ້ອງ​ເພງ​ໂສກ​ເສົ້າ​ນີ້​ເພື່ອ​ໄວ້​ອາ​ລັຍ​ ຊາ​ອູນ​ແລະ​ໂຢ​ນາ​ທານ

18 (ທ່ານ​ໄດ້​ສັ່ງ​ໃຫ້​ສອນ​ເພງ​ນີ້​ແກ່​ຊາວ​ຢູ​ດາ ເພາະ​ນີ້​ໄດ້​ບັນ​ທຶກ​ໄວ້​ໃນ​ປື້ມ​ຂອງ ຢາ​ຊາ) ວ່າ,

19 “ຜູ້​ນຳ​ທີ່​ຍອດ​ຢ້ຽມ​ຂອງ​ພວກ​ເຮົາ​ໄດ້​ຕາຍ​ຢູ່​ເທິງ​ພູ​ນ້ອຍ ອິສ​ຣາ​ເອນ ທະ​ຫານ​ຜູ້​ເກັ່ງ​ກ້າ​ຂອງພວກ​ເຮົາ​ໄດ້​ລົ້ມ​ລົງ

20 ຢ່າ​ບອກ​ເຣື່ອງ​ນີ້​ແກ່​ຊາວ​ເມືອງ​ກາດ ຫລື​ຕາມຖ​ນົນ​ຫົນ​ທາງ​ໃນ​ເມືອງອັສ​ເກ​ໂລນ ຢ່າ​ທຳ​ໃຫ້​ຜູ້​ຍິງ​ເມືອງ​ຟີ​ລິສ​ຕິນ​ດີ​ໃຈ ຢ່າ​ໃຫ້​ພວກ​ລູກ​ສາວ​ຂອງ​ຄົນ​ຊົ່ວ​ຮ້າຍ​ຊົມ​ຊື່ນ​ຍິນ​ດີ

21 ຂໍ​ຢ່າ​ໃຫ້​ຝົນ ຫລື​ນ້ຳ​ຫມອກ​ຕົກ​ລົງ​ໃສ່​ພູ​ນ້ອຍ​ກິນ​ໂບ​ອາ ຂໍ​ໃຫ້​ທົ່ງ​ນາ​ທີ່​ນັ້ນ​ແຫ້ງແລ້ງ​ຢູ່​ເລື້ອຍໆ ຜູ້​ກ້າ​ຫານ​ໄດ້​ປະ​ຖິ້ມ​ແຜ່ນ​ເຫລັກ​ຕ້ານ​ທາຍ​ຂອງ​ຕົນ​ໄວ້ ໃນ​ບ່ອນ​ນັ້ນ​ຢ່າງ​ຫນ້າ​ລະ​ອາຍ ແຜ່ນ​ເຫລັກ​ຕ້ານ​ທານ​ຂອງ​ຊາ​ອູນ​ກໍ​ເຂົ້າ​ຂີ້​ຫມ້ຽງ

22 ຄັນ​ທະ​ນູ​ຂອງ​ໂຢ​ນາ​ທານ​ເປັນ​ຫນ້າ​ຢ້ານ​ຫລາຍ ດາບ​ຂອງ​ຊາ​ອູນ​ບໍ່​ມີ​ຄວາມ​ເມດ​ຕາ​ປາ​ນີ ໄດ້ຂ້າ​ສັດ​ຕ​ຣູ​ຜູ້ເກັ່ງ​ກ້າ

23 ຊາ​ອູນ ແລະ​ໂຢ​ນາ​ທານ​ເປັນ​ຄົນ​ປະ​ເສີດ ແລະ​ຫນ້າ​ຮັກ​ຫລາຍ ພຣະ​ອົງ​ຊົງ​ຢູ່​ດ້ວຍ​ກັນ​ແລະ​ຕາຍ​ດ້ວຍ​ກັນ ເປັນ​ຄົນ​ວ່ອງ​ໄວ​ເຫມືອນ​ນົກ​ອີ​ນຊີ ແລະ​ແຂງ​ແຮງ​ເຫມືອນ​ສິງ

24 ຍິງ​ຊາວ​ອິສ​ຣ​ເອນ​ເອີຍ ຈົ່ງ​ພາ​ກັນ​ໄວ້​ທຸກ​ໃຫ້​ຊາ​ອູນ ພຣະ​ອົງ​ໄດ້​ໃຫ້​ພວກ​ເຈົ້າ​ນຸ່ງ​ຫົ່ມ​ເສື້ອ​ຍາວ​ສີ​ແດງ​ເຂັ້ມ ທັງ​ໃຫ້​ປະ​ດັບ​ເພັດ​ພອຍ​ແລະ​ຄຳ​ໃສ່​ຕົວ​ຂອງ​ເຈົ້າ

25 ທະ​ຫານ​ຜູ້​ເກັ່ງ​ກ້າ​ກໍ​ເສັຽ​ໄຊ ພວກ​ເຂົາ​ໄດ້​ຖືກ​ຂ້າ​ໃນ​ສະ​ຫນາມ​ຮົບ ສ່ວນ​ໂຢ​ນາ​ທານ​ກໍ​ນອນ​ຕາຍ​ຢູ່​ເທິງ​ພູ​ນ້ອຍ

26 ໂຢ​ນາ​ທານ​ອ້າຍ​ຂອງ​ເຣົາ​ເອີຍ ຂ້າ​ພະ​ເຈົ້າ​ໄວ້​ທຸກ​ແກ່​ທ່ານ ຄວາມ​ຮັກ​ທີ່​ຂ້​ພະ​ເຈົ້າ​ມີ​ຕໍ່​ທ່ານ​ນັ້ນ​ຫລວງ​ຫລາຍ ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ຂ້າ​ພະ​ເຈົ້າ​ກໍ​ປະ​ເສີດ​ຫລາຍ​ເຫນືອກວ່າ​ຄວາມ​ຮັກ​ຂອງ​ພວກ​ຜູ້​ຍິງ​

27 ທະ​ຫານ​ຜູ້​ເກັ່ງ​ກ້າ​ໄດ້​ເສັຽ​ໄຊ ອາ​ວຸດ​ຂອງ​ພວກ​ເຂົາ​ໃຊ້​ການ​ຫຍັງ​ບໍ່​ໄດ້

 

2. ຕັ້ງ​ດາ​ວິດ​ເປັນ​ກະ​ສັດ​ເຫນືອ​ຢູ​ດາ

1    ຄັນ​ເຣື່ອງ​ນີ້​ສິ້ນ​ສຸດ​ລົງ​ໄປ​ແລ້ວ ດາ​ວິດ​ຈຶ່ງ​ທູນ​ຖາມ​ພຣະ​ເຈົ້າ​ວ່າ, “ສົມ​ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຂຶ້ນ​ໄປ​ຍັງ​ຫົວ​ເມືອງ​ນຶ່ງ​ເມືອງ​ໃດ​ໃນ​ຢູ​ດາ​ຫລືບໍ?” ແລະພຣະ​ຜູ້​ເເປັນນ​ເຈົ້າ​ຊົງ​ຕອບ​ທ່ານ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເຖີດ” ດາ​ວິດ​ທູນ​ຖາມ​ວ່າ, “ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຂຶ້ນ​ໄປ​ທີ່​ໃດ?” ພຣະ​ອົງ​ຊົງ​ກ່າວ​ວ່າ, “ເມືອງ​ເຮໂບ​ຣນ”

2    ດາ​ວິດ​ຈຶ່ງ​ຂຶ້ນ​ໄປ​ທີ່​ນັ້ນ​ພ້ອມກັບ​ພັ​ຣ​ຍາ​ທັງ​ສອງ​ຂອງ​ທ່ານ​ດ້ວຍ​ຄື ອາ​ຮິໂນອາມ ຊາວ​ຢິສ​ເຣ​ເອນ ແລະ​ອາ​ບິ​ກາ​ອີນ​ແມ່​ຫມ້າຍ​ຂອງ​ນາ​ບານ ຊາວກາ​ຣ໌​ເມ

3    ດາ​ວິດ​ກໍ​ນຳ​ຄົນ​ທີ່​ຢູ່​ກັບ​ທ່ານ​ຂຶ້ນ​ໄປ​ທຸກ​ຄົນ​ພາຄອບ​ຄົວ​ໄປ​ນຳ ແລະ​ເຂົາ​ທັງ​ຫລາຍ​ກໍ​ຢູ່​ໃນ​ຫົວ​ເມືອງ​ຂອງ​ເຮ​ໂບ​ຣນ

4    ຄົນ​ຢູ​ດາ​ກໍ​ພາ​ກັນ​ມາ​ເຈີມ​ຕັ້ງ​ດາ​ວິດ​ໄວ້​ເປັນພຣະຣາຊາ​ເຫນືອເຊື້ອ​ສາຍ​ຢູ​ດາ ເມື່ອ​ມີ​ຄົນ​ມາ​ທູນ​ດາ​ວິດ​ວ່າ, “ຊາວ​ຢາ​ເບ​ສ​ກິເລ​ອາດ​ເປັນ​ຜູ້​ທີ່ຝັງ​ພຣະ​ສົບ​ຊາ​ອູນ​ໄວ້”

5    ດາ​ວິດ​ກໍ​ມີ​ຮັບ​ສັ່ງ​ໃຫ້​ຜູ້​ນຳ​ຂ່າວ​ໄປ​ຫາ​ຊາວ​ຢາ​ເບ​ສ​ກິ​ເລ​ອາດ​ນັ້ນ ເວົ້າ​ກັບ​ເຂົາ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ທ່ານ​ທັງ​ຫລາຍ​ໃນ​ການ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ສຳ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຢ່າງ​ນີ້​ຕໍ່​ຊາ​ອູນ​ເຈົ້າ​ນາຍ​ຂອງ​ທ່ານ ແລ​ໄດ້​ຝັງ​ສົບ​ພຣະ​ອົງ​ໄວ້

6    ບັດ​ນີ້​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ຄວາມ​ທ່ຽງ​ທັມ​ແກ່​ທ່ານ ແລະ​ຂ້າ​ພະ​ເຈົ້າ​ຈະ​ກະ​ທຳ​ຄວາມ​ດີ​ຕໍ່​ທ່ານ​ທັງ​ຫລາຍ​ເພາະ​ທ່ານ​ໄດ້​ກະ​ທຳ​ການ​ນີ້

7    ເພາະ​ສະ​ນັ້ນ ຂໍ​ໃຫ້​ມື​ຂອ​ງທ່ານ​ທັງ​ຫລາຍ​ເຂັ້ມ​ແຂງ ແລະ​ຂໍ​ໃຫ້​ທ່ານ​ກ້າ​ຫານ​ເຖີດ ເພາະ​ວ່າ​ຊາ​ອູນ​ເຈົ້າ​ນາຍ​ຂອງ​ທ່ານ​ສິ້ນ​ພຣະ​ຊົນ​ເສັຽ​ແລ້ວ ແລະ​ເຊື້ອ​ສາຍ​ຢູ​ດາ​ໄດ້​ເຈີມ​ຕັ້ງ​ຂ້າ​ພະ​ເຈົ້າ​ໄວ້​ເປັນ​ກະ​ສັດ​ເຫນືອ​ເຂົາ​ທັງ​ຫລາຍ

ອິສ​ໂບ​ເຊ​ທ​ຂຶ້ນ​ເປັນ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ

8    ຝ່າຍ​ອັບ​ເນີບຸດ​ເນີ​ແມ່​ທັບ​ຂອງກອງ​ທັບ​ຊາ​ອູນ​ໄດ້​ພາ​ອິສ​ໂບ​ເຊ​ທ ບຸດ​ຊາຍ​ຂອງ​ຊາ​ອູນ​ຂ້າມ​ໄປ​ທີ່​ເມືອງ​ມາ​ຮາ​ນາ​ອິມ

9    ແລະ​ໄດ້​ສະ​ຖາ​ປະ​ນາ​ທ່ານ​ໃຫ້​ເປັນ​ກະ​ສັດ​ເຫນືອ​ເມືອງ​ກິ​ເລ​ອາດ ແລະ​ຄົນ​ອາ​ຊູ​ຣ໌ ແລະ​ຄົນ​ຢິສ​ເຣ​ເອນ ແລະ​ຄົນ​ເອຟ​ຣາ​ອິມ ແລະ​ຄົນ​ເບັນ​ຢາ​ມິນ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ

10 ເມື່ອ​ອິສ​ໂບ​ເຊ​ທ​ບຸດ​ຊາຍ​ຂອງ​ຊາ​ອູນ​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ນັ້ນ​ມີ​ພຣະ​ຊົນ​ຢູ່​ສີ່​ສິບ​ປີ ຊົງ​ປົກ​ຄອງ​ຢູ່​ສອງ​ປີ ແຕ່​ເຊື້ອ​ສາຍ​ຂອງ​ຢູ​ດາ​ກໍ​ຕິດ​ຕາມດາ​ວິດ

11 ເວ​ລາ​ທີ່​ດາ​ວິດ​ຊົງ​ເປັນ​ກະ​ສັດ​ເຫນືອ​ເຊື້ອ​ສາຍ​ຢູ​ດາ​ໃນ​ເຮ​ໂບ​ຣນ​ນັ້ນ​ເປັນ​ຈຳ​ນວນ​ເຈັດ​ປີ​ກັບ​ຫົກ​ເດືອນ

ເສິກ​ລະ​ຫວ່າງ​ອິສ​ຣາ​ເອນ​ແລະ​ຢູ​ດາ

12 ອັບ​ເນີ ບຸດ​ເນີ ແລະ​ພວກ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ອິສ​ໂບ​ເຊ​ທ ບຸດ​ຊາ​ຍ​ຂອງ​ຊາ​ອູນ​ໄດ້​ອອກ​ຈາກ​ມາ​ຮາ​ນາ​ອິມ​ໄປ​ຍັງ​ເມືອງ​ກິ​ເບ​ໂອນ

13 ແລະ​ໂຢ​ອາບ ບຸດ​ນາງເຊ​ຣູຢາກັບ​ພວກ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ກໍ​ອອກ​ໄປ​ພົບ​ກັບ​ເຂົາ​ທີ່​ສະນ້ຳ​ເມືອງກິເບ​ໂອນ ແລະ​ເຂົາ​ທັ​ງ​ຫລາຍ​ກໍ​ນັ່ງ​ຢູ່​ທີ່​ຂອບ​ສະ ພວກ​ນຶ່ງ​ຢູ່​ທີ່​ຂອບ​ສະ​ຂ້າງ​ນີ້ ອີກ​ພວກ​ນຶ່ງ​ຢູ່​ຂອບ​ສະ​ຂ້າງ​ນັ້ນ

14 ອັບ​ເນີ ຈຶ່ງ​ເວົ້າ​ກັບໂຢ​ອາບ​ວ່າ, “ຂໍ​ໃຫ້​ພວກ​ຄົນ​ຫນຸ່ມ​ລຸກ​ຂຶ້ນ​ຮົບ​ຫລີ້ນ​ກັນ​ໃຫ້​ເຮົາ​ເບິ່ງ​ເຖີດ” ແລະ​ໂຢ​ອາບ​ຕອບ​ວ່າ, “ໃຫ້​ເຂົາ​ລຸກ​ຂຶ້ນ​ຫລິ້ນ​ໂລດ”

15 ເຂົາ​ກໍ​ລຸກ​ຂຶ້ນ​ໄປ​ຕາມ​ທີ່​ນັບ​ໄວ້ ຝ່າຍ​ເບັນ​ຢາ​ມິນ ແລະ​ຝ່າຍ​ອິສ​ໂບ​ເຊທ ບຸດ​ຊາຍ​ຂອງ​ຊາ​ອູນ​ມີ​ສິບ​ສອງ​ຄົນ ແລະ​ຂ້າຣາຊ​ການ​ທະ​ຫານ​ຂອງດາ​ວິດ​ກໍ​ມີ​ສິບ​ສອງ​ຄົນ

16 ຕ່າງ​ກໍ​ຈັບ​ຫົວ​ຄູ່​ຕໍ່​ສູ້ ແລະ​ປັກ​ດາບ​ເຂົ້າ​ທີ່​ສີ່​ຂ້າງ​ຂອງ​ຄູ່​ຕໍ່​ສູ້ ລົ້ມ​ຕາຍ​ດ້ວຍ​ກັນ​ຫມົດ ເຂົາ​ຈຶ່ງ​ເອີ້ນທີ່​ນັ້ນ​ວ່າ “ເຮນ​ກາດ​ຮັ​ສ​ຊູ​ຣິມ” ຊຶ່ງ​ຢູ່​ໃນ​ກິເບ​ໂອນ

17 ການ​ສູ້​ຮົບ​ໃນ​ວັນ​ນັ້ນ​ດຸເດືອດ ອັບ​ເນີ​ແລະ​ພວກ​ຄົນ​ອິສ​ຣາ​ເອນ​ກໍ​ຜ່າຍ​ແພ້​ຕໍ່​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ

18 ບຸດ​ທັງ​ສາມ​ຂອງ​ນາງ​ເຊ​ຣູ​ຢາ​ກໍ​ຢູ່​ທີ່​ນັ້ນຄື ໂຢ​ອາບ ອາ​ບິ​ຊັຍ ແລະ​ອາ​ຊາເຮນ ຝ່າຍ​ອາ​ຊາ​ເຮນ​ນັ້ນ​ມີ​ຕີນໄວຢ່າງ​ກັບ​ເຍືອງ

19 ແລະ​ອາ​ຊາ​ເຮນກໍ​ໄລ່​ຕິດ​ຕາມ​ອັ​ບ​ເນີ​ໄປ ເມື່ອ​ຕາມ​ໄປ​ນັ້ນ​ກໍ​ບໍ່​ໄດ້​ລ້ຽວ​ທາງ​ຂວາ​ມື ຫລື​ທາງ​ຊ້າຍ​ມື​ຈາກ​ການ​ໄລ່​ຕາມ​ອັບ​ເນີ

20 ອັບ​ເນີ​ຫລຽວ​ມາ​ເບິ່ງ​ຈຶ່ງ​ເວົ້າ​ວ່າ, “ນັ້ນ​ອາ​ຊາ​ເຮນແມ່ນ​ບໍ?” ເຂົາ​ຕອບ​ວ່າ, “ຂ້າ​ເອງ”

21 ອັບ​ເນີ​ຈຶ່ງບອກ​ເຂົາ​ວ່າ, “ຈົ່ງ​ລ້ຽວ​ໄປ​ທາງ​ຂວາ ຫລື​ທາງ​ຊ້າຍ ແລະ​ຈັບ​ເອົາ​ຄົນ​ຫນຸ່ມ​ຄົນ​ໃດ​ຄົນ​ນຶ່ງ ແລ້ວ​ກໍ​ຍຶດ​ເອົາ​ສິ່ງ​ຂອງ​ຂອງ​ເຂົາ​ໄປ” ແຕ່​ອາ​ຊາ​ເຮນ​ບໍ່​ລ້ຽວ​ຈາກ​ໄລ່​ຕາມ​ອັບ​ເນີ

22 ອັບ​ເນີ​ຈຶ່ງບອກ​ອາ​ຊາ​ເຮນ​ອີກ​ຄັ້ງ​ນຶ່ງວ່າ, “ຈົ່ງ​ຫັນ​ກັບຈາກ​ການ​ຕາມ​ຂ້າ​ເສັຽ​ເຖີດ ເປັນ​ຫຍັງ​ຈຶ່ງ​ຢາ​ກ​ໃຫ້​ຂ້າ​ຟາດ​ເຈົ້າ​ລົງ​ດິນ ແລ້ວ​ຂ້າ​ຈະ​ເງີຍ​ຫນ້າ​ຂຶ້ນ​ເບິ່ງ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ຢ່າງ​ໃດ?”

23 ແຕ່​ເຂົາ​ກໍ​ປະ​ຕິ​ເສດ​ບໍ່​ຍອມ​ຫັນ​ກັບ ເພາະ​ສະ​ນັ້ນ ອັບ​ເນີ​ກໍ​ເອົາ​ໂຄນ​ຫອກ​ແທງ​ທ້ອງ​ອາ​ຊາ​ເຮນ ຫອກ​ກໍ​ທະ​ລຸ​ອອກ​ຂ້າງ​ຫລັງ​ຂອງ​ເຂົາ ເຂົາ​ກໍ​ລົ້ມ​ລົງ​ຕາຍ​ຢູ່​ທີ່​ນັ້ນ ແລະ​ທຸກ​ຄົນ​ຊຶ່ງ​ມາ​ເຫັນ​ບ່ອນ​ທີ່​ອາ​ຊາ​ເຮນ​ລົ້ມ​ຕາຍ​ຢູ່​ກໍ​ຢືນ​ນິ່ງ

24 ແຕ່ໂຢ​ອາບ​ກັບ​ອາ​ບິ​ຊັຍ​ໄລ່​ຕາມ​ອັບ​ເນີ​ໄປ ດວງ​ຕາ​ເວັນ​ກໍ​ຕົກ​ເມື່ອ​ເຂົາ​ມາ​ເຖິງ​ເນີນ​ເຂົາ​ອັມມາ ຊຶ່ງ​ຢູ່​ຊື່ກິຢາ ຕາມ​ທາງ​ທີ່​ຈະ​ໄປ​ຖິ່ນ​ກັນ​ດານ​ເມືອງ​ກິ​ເບ​ໂອນ

25 ແລະ​ຄົນ​ເບັນ​ຢາ​ມິນ​ກໍ​ຮວມກັນ​ຕາມ​ອັບ​ເນີ​ໄປ​ເປັນ​ກຸ່ມ​ດຽວ​ກັນ​ຕັ້ງ​ຢູ່​ທີ່​ຍອດ​ພູແຫ່ງ​ນຶ່ງ

26 ແລ້ວ​ອັບ​ເນີ​ຮ້ອງ​ຖາມ​ໂຢ​ອາບ​ວ່າ, “ຈະ​ໃຫ້​ດາບ​ກິນ​ເລື້ອຍ​ໄປ​ຫລື ທ່ານ​ບໍ່​ຮູ້​ຫລື​ວ່າ​ຕອນ​ປາຍ​ມື​ກໍ​ຂົມ ອີກ​ເຫິງ​ປານ​ໃດ​ທ່ານ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ທ່ານ​ໃຫ້​ຢຸດ​ໄລ່​ຕາມ​ພີ່​ນ້ອງ​ຂອງ​ເຂົາ

27 ແລະ​ໂຢ​ອາບ​ຈຶ່ງ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ຖ້າ​ທ່ານ​ບໍ່​ເວົ້າ​ຂຶ້ນ​ພວກ​ທະ​ຫານ​ກໍ​ຈະ​ເລິກ​ໄລ່​ຕາມ​ພວກ​ພີ່​ນ້ອງ​ຂອງ​ເຂົາ​ມື້​ອື່ນ​ເຊົ້າ​“

28 ໂຢອາບ​ຈຶ່ງ​ເປົ່າ​ເຂົາ​ສັດ​ຂຶ້ນ ຄົນ​ທັງ​ປວງ​ກໍ​ຢຸດ ບໍ່​ໄລ່​ຕາມ​ອິສ​ຣາ​ເອນ​ອີກ ແລະ​ບໍ່​ສູ້​ຮົບ​ກັນ​ອີກ

29 ອັບ​ເນີ​ກັບ​ຄົນ​ຂອງ​ທ່ານ​ກໍ​ເດີ​ນທາງ​ຕລອດ​ຄືນ​ນັ້ນ​ໃນ​ອາ​ຣາ​ບາ ເຂົາ​ຂ້າມ​ແມ່​ນ້ຳ​ຈໍ​ແດນ ແລະ​ເດີນ​ໄປ​ຕາມ​ຫຸບ​ເຂົາ​ກໍ​ມາ​ເຖິງ​ມາ​ຮາ​ນາ​ອິມ

30 ໂຢ​ອາບ​ກໍ​ກັບ​ຈາກ​ໄລ່​ຕາມ​ອັບ​ເນີ ແລະ​ເມື່ອ​ທ່ານ​ຮວບ​ຮວມ​ພົນ​ເຂົ້​ດ້ວຍ​ກັນ​ແລ້ວ ຂ້າຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ກໍ​ຂາດ​ໄປ​ສິບ​ເກົ້າ​ຄົນ​ບໍ່​ນັບ​ອາ​ຊາ​ເຮນ

31 ແຕ່​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ໄດ້​ຂ້າ​ຄົນ​ເບັນ​ຢາ​ມິນ ແລະ​ຄົນ​ຂອງ​ອັບ​ເນີ​ຕາຍ​ໄປ​ສາມ​ຮ້ອຍ​ຫົກ​ສິບ​ຄົນ

32 ​ເຂົາ​ກໍ​ຍົກ​ສົບ​ອາ​ຊາ​ເຮນ​ໄປ​ຝັງ​ໄວ້​ໃນ​ອຸບ​ໂມງ​ບິ​ດາ​ຂອງ​ເຂົາ​ຊຶ່ງ​ຢູ່​ທີ່​ເມືອງ​ເບັດ​ເລ​ເຮັມ ໂຢ​ອາບ​ແລະ​ຄົນ​ຂອງ​ທ່ນ​ກໍ​ເດີນ​ທາງ​ຕລອດ​ຄືນ​ໄປ​ສວ່າງ​ທີ່​ເມືອງ​ເຮ​ໂບ​ຣນ

 

3.

1    ມີ​ສົງ​ຄາມ​ລະ​ຫວ່າງ​ເຊື້ອ​ສາຍ​ຂອງ​ຊາ​ອູນ​ກັບເຊື້​ອ​ສາຍ​ຂອງ​ດາ​ວິດ​ຢູ່​ນານ ແລະ​ດາ​ວິດ​ກໍ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ ຝ່າຍ​ເຊື້ອ​ສາຍ​ຂອງ​ຊາ​ອູນ​ກໍ​ເສື່ອມ​ກຳ​ລັງ​ລົງ​ທຸກ​ຂ​ນະ

ບຸດ​ຊາຍ​ຂອງ​ດາ​ວິດຜູ້ເກີດ​ທີ່​ເມືອງ​ເຮ​ໂບ​ຣນ

(1 ຂຄວ 3:1-4)

2    ດາ​ວິດ​ຊົງ​ມີ​ບຸດ​ຊາຍ​ເກີດ​ຫລາຍ​ຄົນ​ທີ່​ເມືອງ​ເຮໂບ​ຣນ ບຸດ​ຫົວ​ປີຊື່ ອັມ​ໂນນ ບຸດ​ອາ​ຮີ​ໂນ​ອາມ ຊາວ​ຢິ​ສ​ເຣ​ເອນ

3    ຄົນ​ທີ່​ສອງ​ຊື່ ຄີ​ເລ​ອາບ ບຸດ​ນາງ​ອາ​ບິ​ກາ​ອິນ​ແມ່​ຫມ້າຍ​ຂອງ​ນາບານ​ຊາວ​ກາ​ຣ໌​ເມນ ແລະ​ຄົນ​ທີ່​ສາມ​ຊື່ ອັບ​ຊາ​ໂລມ ບຸດ​ນາງ​ມາ​ອາ​ກາ ຣາຊ​ທິ​ດາ​ຂອງ​ຕັນ​ມັຍ​ກະ​ສັດ​ເມືອງ​ເກ​ຊູ​ຣ໌

4    ຄົນ​ທີ່​ສີ່​ຊື່ ອາ​ໂດ​ນີ​ຢາ ບຸດ​ຂອງ​ຮັກ​ກິດ ຄົນ​ທີ່​ຫ້າ​ຊື່ ເຊຟາ​ຕິ​ຢາບຸດ​ນາງ​ອາ​ບິ​ຕັນ

5    ​ຄົນ​ທີ່​ຫົກ​ຊື່ ອິ​ທ​ເຣ​ອາມ ບຸດ​ນາງ​ເອກ​ລາ ເມັຽຂອງ​ດາ​ວິດ ບຸດ​ຊາຍ​ເຫລົ່າ​ນີ້​ເກີດ​ແກ່​ດາ​ວິດທີ່​ເມືອງ​ເຮ​ໂບ​ຣນ

ອັບ​ເນີ​ປອງ​ທຳ​ຄຳ​ສັນ​ຍາ​ກັບ​ດາ​ວິດ

6    ຢູ່າ​ເມື່ອ​ມີ​ການ​ຕໍ່​ສູ້​ລະ​ຫວ່າງ​ເຊື້ອ​ສາຍ​ຂອງ​ຊາ​ອູນ​ກັບ​ເຊື້ອ​ສາ​ຍຂອງ​ດາ​ວິດ​ນັ້ນ ອັບ​ເນີ​ໄດ້​ກະ​ທຳ​ຕົວ​ໃຫ້​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ ໃນ​ເຊື້ອ​ສາຍ​ຂອງ​ຊາອູນ

7    ຝ່າຍ​ຊາ​ອູນ​ນັ້ນ​ມີ​ນາງ​ສ​ນົມ​ຄົນ​ນຶ່ງ​ຊື່ ຣິ​ສ​ປາ ບຸດ​ຕ​ຣີ​ຂອງ​ອັຍ​ຢາ ແລະ​ອິສ​ໂບ​ເຊ​ທ​ຈຶ່ງ​ກ່າວ​ກັບ​ອັບ​ເນີ​ວ່າ, “ເຫດ​ໃດ​ທ່ານ​ຈຶ່ງ​ເຂົ້າ​ຫາ​ນາງ​ສ​ນົມ​ຂອງ​ສະ​ເດັດ​ພໍ່​ຂອງ​ເຮົາ”

8    ຝ່າຍ​ອັບ​ເນີ​ກໍ​ຄຽດ​ອິສ​ໂບ​ເຊ​ທ​ເພາະ​ຖ້ອຍ​ຄຳ​ນີ້​ຫລາຍ ຈຶ່ງ​ທູນ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຫົວ​ຫມາ​ຂອງ​ຢູ​ດາ​ຫລື ທຸກ​ມື້​ນີ້​ຂ້າ​ພຣະ​ອົງ​ໄດ້​ສຳ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ເຊື້ອ​ສາຍ​ຂອງ​ຊາ​ອູນ​ສະ​ເດັດ​ພໍ່​ຂອງ​ພຣະ​ອົງ ແລະ​ຕໍ່​ພີ່​ນ້ອງ​ແລະ​ຕໍ່​ມິດ​ສະ​ຫາຍ​ຂອງ​ສະ​ເດັດ​ພໍ່​ທ່ານ ບໍ່​ໄດ້​ມອບ​ຂ້າ​ພຣະ​ອົງ​ໄວ້​ໃນ​ມື​ຂອງ​ດາ​ວິດ ວັນ​ນີ້​ພຣະ​ອົງ​ຍັງ​ຫາ​ຄວາມ​ຕໍ່​ຂ້າ​ພຣະ​ອົງ​ດ້ວຍ​ເຣື່ອງ​ຜູ້​ຍິງ​ຄົນ​ນີ້

9    ຖ້າ​ຂ້າ​ພຣະ​ອົງ​ຈະບໍ່​ໄດ້​ກະ​ທຳ​ເພື່ອ​ດາ​ວິດ​ໃຫ້​ສຳ​ເຣັດ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຕິ​ຍານ​ໄວ້​ຕໍ່​ທ່ານ​ແລ້ວ ກໍ​ຂໍ​ພຣະຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອັບ​ເນີ​ແລະ​ຍິ່ງ​ຫນັກ​ກວ່າ

10 ຄື​ຂ້າ​ພຣະ​ອົງ​ຈະ​ຍ້າຍ​ຣາຊ​ອາ​ນາ​ຈັກ​ຈາກ​ເຊື້ອ​ສາຍ​ຂອງ​ຊາ​ອູນ ແລະ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງດາ​ວິດ​ເຫນືອ​ອິສ​ຣາ​ເອນ ແລະ​ເຫນືອ​ຢູ​ດາ ຕັ້ງ​ແຕ່​ດານ​ເຖິງ​ເບ​ເອີ​ເຊ​ບາ”

11 ແລະ​ອິສ​ໂບ​ເຊທ​ກໍ​ບໍ່​ຊົງ​ສາ​ມາດ​ຕອບ​ອັບ​ເນີ​ຈັກ​ຄຳດຽວ ເພາະ​ພຣະ​ອົງ​ຊົງ​ຢ້ານ​ກົວອັບ​ເນີ

12 ອັບ​ເນີ​ກໍ​ສົ່ງ​ຜູ້​ນຳ​ຂ່າວແທນ​ຕົນ​ໄປ​ຍັງ​ດາ​ວິດ​ທີ່​ເຮ​ໂບ​ຣນ​ທູນ​ວ່າ, “ແຜ່ນ​ດິນ​ນີ້​ເປັນ​ຂອງ​ຜູ້​ໃດ?” ແລະ​ທູນ​ອີກວ່າ, “ຂໍ​ຊົງ​ທຳ​ຄຳ​ສັນ​ຍາ​ກັບ​ຂ້າ​ພຣະ​ອົງ ແລະ​ເບິ່ງ​ແມ໋, ມື​ຂອງ​ຂ້າ​ພຣະ​ອົງ​ຈະ​ຢູ່​ຝ່າຍ​ພຣະ​ອົງ ແລະ​ນຳ​ອິສ​ຣາ​ເອນ​ທັງສິ້ນ​ມາ​ມອບ​ແດ່​ພຣະ​ອົງ”

13 ດາ​ວິດ​ກ່າວວ່າ, “ດີ​ແລ້ວ ເຮົາ​ຈະ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ທ່ານ ແຕ່​ເຮົາ​ຂໍ​ຈາກ​ທ່ານ​ຈັກ​ຢ່າງ​ນຶ່ງ​ຄື​ວ່າ ເມື່ອ​ທ່ານ​ຈະ​ມາ​ເຫັນ​ຫນ້າ​ເຮົາ​ອີກ​ຂໍ​ທ່ານ​ນຳ​ມີ​ຄານ ບຸດ​ຕ​ຣີ​ຂອງ​ຊາ​ອູນ​ມາ​ໃຫ້​ເຮົາ​ກ່ອນ ບໍ່​ດັ່ງ​ນັ້ນ​ທ່ານ​ຈະ​ບໍ່​ໄດ້​ເຫັນ​ຫນ້າ​ເຮົາ”

14 ແລ້ວ​ດາ​ວິດ​ກໍ​ສົ່ງ​ຜູ້​ນຳ​ຂ່າວໄປ​ຍັງອິສ​ໂບ​ເຊ​ທ​ບຸດ​ຊາຍ​ຂອງ​ຊາ​ອູນ​ວ່າ, “ຂໍ​ມອບ​ມີ​ຄານ​ເມັຽ​ຂອງ​ຂ້າ​ພະ​ເຈົ້າ​ແກ່​ຂ້າ​ພະ​ເຈົ້າ​ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຫມັ້ນ​ໄວ້​ດ້ວຍ​ຫນັງ​ປາຍ​ອະ​ວັຍ​ວະ​ຂອງ​ຄົນ​ຟີ​ລິສ​ຕິນ​ນຶ່ງ​ຮ້ອຍ​ອັນ”

15 ອິສ​ໂບ​ເຊ​ທ​ຈຶ່ງ​ຊົງ​ໃຫ້​ຄົນ​ໄປ​ພາ​ມີ​ຄານ​ມາ​ຈາກ​ຜົວ​ຂອງ​ນາງ ຄື​ປັນ​ຕິ​ເອນ​ບຸດ​ຊາຍ​ຂອງ​ລາ​ອິສ

16 ແຕ່​ຜົວ​ຂອງ​ນາງ​ກໍ​ຍ່າງ​ທັງ​ຮ້ອງ​ໄຫ້​ໄປ​ກັບ​ນາງ​ຈົນ​ເຖິງ​ບາ​ຮູ​ຣິມ ແລ້ວ​ອັບ​ເນີ​ຈຶ່ງບອກ​ເຂົາ​ວ່າ, “ກັບ​ໄປ​ເສັຽ​ເຖີດ” ແລະ​ເຂົາ​ກໍ​ກັບ​ໄປ

17 ອັບ​ເນີ​ຈຶ່ງ​ປຶກ​ສາ​ກັບ​ພວ​ກ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ​ວ່າ, “ເມື່ອ​ກ່ອນ​ນີ້​ທ່ານ​ທັງ​ຫລາຍ​ຢາກ​ໃຫ້​ດາ​ວິດ​ເປັນ​ກະ​ສັດ​ເຫນືອ​ທ່ານ

18 ບັດ​ນີ້​ຈົ່ງ​ໃຫ້​ເປັນ​ຈິງ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ໄວ້​ກັບ​ດາ​ວິດ​ວ່າ “ເຮົາ​ຈະ​ຊ່ອຍ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ດ້ວຍ​ມື​ຂອງ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຟີ​ລິສ​ຕິນ ແລະ​ໃຫ້​ພົ້ນ​ຈາກ​ມືສັດ​ຕ​ຣູ​ທັງ​ສິ້ນ​ຂອງ​ເຂົາ”

19 ອັບ​ເນີ​ກໍ​ເວົ້າ​ກັບ​ຄົນ​ເບັນ​ຢາ​ມິນ​ນຳ ແລະ​ອັບ​ເນີ​ກໍ​ໄປ​ທູນ​ດາ​ວິດ​ທີ່​ເມືອງ​ເຮ​ໂບ​ຣນ​ເຖິງ​ບັນ​ດາ​ສິ່ງ​ຕ່າງໆ ທີ່​ອິສ​ຣາ​ເອນ​ແລະ​ເຊື້ອ​ສາຍ​ທັງ​ສິ້ນ​ຂອງ​ເບັນ​ຢາ​ມິນ​ເຫັນ​ສົມ​ຄວນ​ທີ່​ຈະ​ກະ​ທຳ

20 ອັບ​ເນີ​ຈຶ່ງ​ມາ​ເຝົ້າ​ດາ​ວິດ​ທີ່ເມືອງ​ເຮ​ໂບ​ຣນ​ພ້ອມ​ກັບ​ຄົນ​ອີກ​ຊາວ​ຄົນ ດາ​ວິດ​ຊົງ​ຈັດ​ການ​ລ້ຽງ​ອັບ​ເນີ​ກັບ​ຄົນ​ທີ່​ຢູ່​ກັບ​ທ່ານ

21 ແລະ​ອັບ​ເນີ​ທູນ​ດາ​ວິດ​ວ່າ, “ຂ້າ​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ກັບ​ໄປ ແລະ​ຈະ​ຮວບ​ຮວມ​ຄົນ​ອິສ​ຣ​ເອນ​ທັງ​ສິ້ນ​ມາ​ຍັງ​ພຣະຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ຊົງ​ປົກ​ຄອງ​ໃຫ້​ກວ້າງ​ຂວາງ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ” ດາ​ວິດ​ກໍ​ຊົງ​ສົ່ງ​ອັບ​ເນີ​ກັບ​ໄປ ແລະ​ເຂົາ​ກໍ​ໄປ​ໂດຍ​ສະ​ວັດ​ດີ​ພາບ

ໂຢ​ອາບ​ຂ້າ​ອັບ​ເນີ

22 ຂ​ນະ​ນັ້ນ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ກັບ​ໂຢ​ອາບ​ກັບ​ມາ​ຈາກ​ການ​ໄປ​ປຸ້ນ​ແລະ​ນຳ​ສິ່ງ​ຂອງ​ທີ່​ຍຶດ​ໄດ້​ຫລວງ​ຫລາຍ​ນັ້ນ​ມາ​ດ້ວຍ ແຕ່​ອັບ​ເນີ​ບໍ່​ໄດ້​ຢູ່​ກັບ​ດາ​ວິດ​ທີ່​ເຮ​ໂບ​ຣນ​ແລ້ວ ເພາະ​ພຣະອົງ​ຊົງ​ສົ່ງ​ທ່ານ​ກັບ​ໄປ ແລະ​ທ່ານ​ກໍ​ໄປ​ໂດຍ​ສະ​ວັດ​ດີ​ພາບ

23 ເມື່ອ​ໂຢ​ອາບ​ກັບ​ກອງ​ທັບ​ທັງ​ສິ້ນ​ທີ່​ຢູ່​ກັບ​ທ່ານ​ມາ​ເຖິງ ກໍ​ມີ​ຄົນ​ບອກ​ໂຢອາບ​ວ່າ, “ອັບ​ເນີ​ບຸດ​ເນີ​ມາ​ເຝົ້າ​ພຣະຣາຊາ ແລະ​ພຣະ​ອົງ​ຊົງ​ໃຫ້​ເຂົາ​ກັບ​ໄປ ເຂົາ​ກໍ​ກັບ​ໄປ​ໂດຍ​ສະ​ວັດ​ດີ​ພາບ”

24 ແລ້ວ​ໂຢ​ອາບ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ທູນ​ວ່າ, “ເປັນ​ຫຍັງ​ພຣະ​ອົງ​ຊົງ​ກະ​ທຳ​ເຊັ່ນ​ນີ້ ເບິ່ງ​ແມ໋, ອັບ​ເນີ​ມາ​ເຝົ້າ​ພຣະ​ອົງ ເຫດ​ໃດ​ພຣະ​ອົງ​ຈຶ່ງ​ປ່ອຍ​ເຂົາ​ໄປ ເຂົາ​ກໍ​ຫລຸດ​ມື​ໄປ​ແລ້ວ

25 ພຣະ​ອົງ​ຊົງ​ຊາບ​ແລ້ວ​ວ່າ​ອັບ​ເນີ ບຸດ​ເນີ​ມາ​ເພື່ອ​ລໍ້​ລວງ​ພຣະ​ອົງ ແລະ​ເພື່ອ​ຊາບ​ເຖິງ​ການ​ສະ​ເດັດ​ເຂົ້າ​ອອກ​ຂອງ​ພຣະ​ອົງ ແລະ​ເພື່ອ​ຊາບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ

26 ເມື່ອ​ໂຢ​ອາບ​ອອກ​ມາ​ຈາກ​ການ​ເຂົ້າ​ເຝົ້າ​ດາ​ວິດ ຈຶ່ງ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ຕາມ​ອັບ​ເນີ ເຂົາ​ທັງ​ຫລາຍ​ກໍ​ນຳ​ທ່ານ​ກັບ​ມາ​ຈາກ​ທີ່​ຍັງ​ນ້ຳ​ຊື່​ຊີ​ຣາ ແຕ່​ດາ​ວິດ​ບໍ່​ໄດ້​ຊົງ​ຊາ​ບ​ໃນ​ເຣື່ອງ​ນີ້

27 ເມື່ອ​ອັບ​ເນີ​ກັບ​ມາ​ເຖິງ​ເຮ​ໂບ​ຣນ​ແລ້ວ ໂຢ​ອາບ​ກໍ​ພາ​ທ່ານ​ຫລົບ​ເຂົ້າ​ໄປ​ທີ່​ກາງ​ປະ​ຕູ​ເມືອງ​ເພື່ອ​ຈະ​ເວົ້າ​ກັບ​ທ່ານ​ເປັນ​ການ​ລັບ ແລະ​ໂຢ​ອາບ​ແທງ​ທ້ອງ​ຂອງ​ທ່ານ​ເສັຽ​ທີ່​ນັ້ນ ທ່ານ​ກໍ​ສິ້ນ​ຊິ​ວິດ ໂຢ​ອາບ​ແກ້​ແຄ້ນ​ໂລ​ຫິດ​ຂອງ​ອາ​ຊາ​ເຮ​ນ​ນ້ອງ​ຊາຍ​ຂອງ​ຕົນ

28 ພາຍ​ຫລັງ​ເມື່ອ​ດາ​ວິດ​ຊົງ​ຊບ​ເຣື່ອງ​ນີ້ ພຣະ​ອົງ​ຊົງ​ກ່າວ​ວ່າ, “ຕົວ​ເຮົາ​ແລະ​ຣາຊ​ອາ​ນາ​ຈັກ​ຂອງ​ເຮົາ​ປາ​ສ​ຈາກ​ຄວາມ​ຜິດ​ສືບ​ໄປ​ເປັນ​ນິດ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ເຣື່ອງ​ໂລ​ຫິດ​ຂອງ​ອັບ​ເນີ​ບຸດ​ເນີ

29 ຂໍ​ໃຫ້​ໂທດ​ນັ້ນ​ຕົກ​ເຫ​ນືອ​ຫົວ​ຂອງ​ໂຢ​ອາບ ແລະ​ເຫນືອ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຂົາ​ທັງ​ສິ້ນ ຂໍ​ຢ່າ​ໃຫ້​ຄົນ​ທີ່​ມີ​ສິ່ງ​ໄຫລ​ອອກ ຄົນ​ທີ່​ເປັນ​ໂຣກ​ເຮື້ອນ ຄົນ​ທີ່​ຖື​ໄມ້​ເທົ້າ ຄົນ​ທີ່​ຖືກ​ປະ​ຫານ​ດ້ວຍ​ດາບ ຫລື​ຄົນ​ຂາດ​ເຂົ້າ​ຈີ່ ຂາດ​ຈາກ​ເຊື້ອ​ສາຍ​ຂອງ​ໂຢ​ອາບ”

30 ນີ້​ແຫລະ​ ໂຢ​ອາບ​ແລະ​ອາ​ບິ​ຊັຍ​ນ້ອງ​ຊາຍ​ຂອງ​ເຂົາ​ໄດ້​ຂ້າ​ອັບ​ເນີ ເພາະ​ອັບ​ເນີ​ໄດ້​ຂ້າ​ອາ​ຊາ​ເຮນ​ນ້ອງ​ຊາຍ​ເຂົາ​ເມື່ອ​ຮົບ​ກັນ​ທີ່​ກິ​ເບ​ໂອນ

31 ແລ້ວ​ດາ​ວິດ​ກໍ​ກ່າວ​ກັບ​ໂຢ​ອາບ ແລະ​ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ຢູ່ກັບ​ພຣະ​ອົງ​ວ່າ, “ຈົ່ງ​ຈີກ​ເສື້ອ​ຜ້າ​ຂອງ​ທ່ານ​ທັງ​ຫລາຍ ແລະ​ເອົາ​ຜ້າ​ກະ​ສອບ​ຄາດ​ແອວ​ໄວ້ ແລະ​ຈົ່ງ​ໄວ້​ທຸກ​ໃຫ້​ອັບ​ເນີ” ແລະ​ກະ​ສັດ​ດາ​ວິດ​ສະ​ເດັດ​ຕາມ​ສົບ​ອັບ​ເນີ​ໄປ

32 ເຂົາ​ກໍ​ຝັງ​ສົບ​ອັບ​ເນີ​ໄວ້​ທີ່​ເຮ​ໂບ​ຣນ ແລະ​ກະ​ສັດ​ກໍ​ສົ່ງ​ພຣະ​ສຸ​ຣະ​ສຽງ​ກັນ​ແສງ​ໃນ​ທີ່​ຝັງ​ສົບ​ຂອງອັບ​ເນີ ແລະ​ປະ​ຊາ​ຊົນ​ທັງ​ປວງກໍ​ຮ້ອງ​ໄຫ້

33 ແລະ​ກະ​ສັດ​ຊົງ​ຄ່ຳ​ຄວນ​ດ້ວຍ​ເຣື່ອງ​ອັບ​ເນີ​ວ່າ, “ຄວນ​ຫລື​ທີ່​ອັບ​ເນີ​ຈະ​ຕາຍ ຢ່າງ​ຄົນ​ໂງ່​ຕາຍ”

34 ມື​ຂອງ​ທ່ານ​ກໍ​ບໍ່​ໄດ້​ຖືກ​ມັດ ຕີນ​ຂອງ​ທ່ານ​ກໍ​ບໍ່​ໄດ້​ຕິດ​ໂຊ່ ທ່ານ​ໄດ້​ລົ້ມ​ລົງ​ເຫມືອນ​ຢ່າງ​ຄົນ​ລົ້​ມ​ລົງ​ຕໍ່​ຫນ້າ​ຄົນ​ຊົ່ວ​ຮ້າຍ ແລະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຮ້ອງ​ໄຫ້​ເຖິງ​ອັບ​ເນີ​ອີກ

35 ແລ້ວ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ມາ​ທູນ​ຊວນ​ເຊີນ​ໃຫ້​ດາ​ວິດ​ສະ​ເຫວີຍ​ພຣະ​ກະ​ຍາ​ຫານ​ເມື່ອ​ເວ​ລາ​ຍັງ​ເວັນ​ຢູ່ ແຕ່​ດາ​ວິດ​ຊົງ​ປະ​ຕິ​ຍານ​ວ່າ, “ຖ້າ​ເຮົາ​ຊິມ​ຣົດ​ເຂົ້າ​ຈິ່ ຫລື​ສິ່ງ​ໃດໆ​ກ່ອນ​ຕາ​ເວັນ​ຕົກ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໂທດ​ເຮົາ​ແລະ​ຍິ່ງ​ຫນັກ​ກວ່າ”

36 ປະ​ຊາ​ຊົນ​ທັງ​ປ​ວງສັງ​ເກດ​ເຫັນ​ເຊັ່ນ​ນັ້ນ​ກໍ​ພໍ​ໃຈ​ ດັ່ງ​ທີ່​ປະ​ຊາ​ຊົນ​ພໍ​ໃຈ​ທຸກ​ສິ່ງ​ທີ່​ກະ​ສັດ​ຊົງ​ກະ​ທຳ

37 ປະ​ຊາ​ຊົນ​ທັງ​ສິ້ນ​ແລະ​ຊົນ​ອິສ​ຣາ​ເອນ​ທັງ​ປວງ​ຈຶ່ງ​ເຂົ້າ​ໃຈ​ໃນ​ວັນ​ນັ້ນ​ວ່າ ບໍ່​ແມ່ນ​ພຣະ​ປະ​ສົງ​ຂອງ​ກະ​ສັດ​ທີ່​ຈະ​ໃຫ້​ຂ້າ​ອັບ​ເນີ​ບຸດ​ເນີ​ເສັຽ

38 ກະ​ສັດ​ກ່າວ​ກັບ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ວ່າ, “ທ່ານ​ບໍ່​ຊາບ​ຫລື​ວ່າ ວັນ​ນີ້​ເຈົ້າ​ນາຍ​ແລະ​ຄົນ​ສຳ​ຄັນ​ຍິ່ງ​ຄົນ​ນຶ່ງ​ສິ້ນ​ຊີ​ວິດ​ໃນ​ອິສ​ຣາ​ເອນ

39 ເຖິງ​ແມ່ນ​ເຮົາ​ໄດ້​ຮັບ​ການ​ເຈີມ​ເປັນ​ກະ​ສັດ ແລ້ວ​ເຮົາ​ກໍ​ອ່ອນ​ກຳ​ລັງ​ໃນ​ວັນ​ນີ້ ຊາຍ​ເຫລົ່າ​ນີ້​ຊຶ່ງ​ເປັນ​ບຸດ​ຂອງ​ນາງ​ເຊ​ຣູ​ຢາ​ຫນັກ​ແກ່​ເຮົາ​ເກີນ​ໄປ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສນອງ​ຜູ້​ກະ​ທຳ​ຜິດ​ຕາມ​ຄວາມ​ຜິດ​ຂອງ​ເຂົາ​ເຖີດ”

 

4. ການ​ຄາ​ຕະ​ກຳອິສໂບ​ເຊ​ທ

1    ເມື່​ອອິສ​ໂບ​ເຊ​ທ​ບຸດ​ຊາຍ​ຂອງ​ຊາ​ອູນ​ໄດ້​ຊົງ​ຊາບ​ຂ່າວ​ວ່າ​ອັບ​ເນີ​ສິ້ນ​ຊີ​ວິດ​ເສັຽ​ທີ່​ເຮ​ໂບ​ຣນແລ້ວ ພຣະ​ຫັດ​ຂອງ​ພຣະ​ອົງ​ກໍ່​ອ່ອນ​ລົງ ແລະ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ທໍ້​ໃຈ

2    ຝ່ຍ​ບຸດ​ຊາຍ​ຂອງ​ຊາ​ອູນ​ຍັງ​ມີ​ອີກ​ສອງ​ຄົນ​ເປັນ​ຫົວ​ຫນ້າ​ຂອງກອງ​ປຸ້ນ ຄົນ​ນຶ່ງ​ຊື່​ບາອ​ນາ ອີກ​ຄົນ​ນຶ່ງ​ຊື່​ເຣ​ຄັບ​ບຸດ​ຂອງ​ຣິມ​ໂມນ ຄົນ​ເບັນ​ຢາ​ມິນ ຊາວ​ເມືອງ​ເບ​ເອີ​ໂຢດ (ເພາະ​ວ່າ​ເບ​ເອີ​ໂຢດກໍ​ນັບ​ເຂົ້າ​ເປັນ​ຂອງ​ເບັນ​ຢາ​ມິນ​ດ້ວຍ

3    ຊາວ​ເບ​ເອີ​ໂຢດ​ຫນີ​ໄປ​ຍັງ​ເມືອງ​ກິດ​ຕາ​ອິມ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ​ຈົນ​ເຖິງ​ທຸກວັນ​ນີ້)

4    ໂຢ​ນາ​ທານ​ບຸ​ດ​ຊາ​ຍ​ຂອງ​ຊາ​ອູນ ມີ​ບຸດ​ຊາຍ​ຄົນ​ນຶ່ງ​ເປັນ​ງ່ອຍ ເມື່ອ​ມີ​ຂ່າວ​ເຣື່ອງ​ຊາ​ອູນ​ກັບ​ໂຢ​ນາ​ທານ​ມາ​ຈາກ​ຢິ​ສ​ເຣ​ເອນ​ນັ້ນ ເດັກ​ຄົນ​ນີ້​ມີ​ອາ​ຍຸ​ຫ້າ​ປີ ເອື້ອຍ​ລ້ຽງ​ກໍ​ອຸ້ມ​ລຸກ​ຫນີ​ໄປ ເມື່ອນາງ​ຟ້າວຫນີ​ນັ້ນ ເດັກ​ນັ້ນ​ກໍ​ຫລົ່ນ​ລົງ ແລະ​ເປັນ​ງ່ອຍ ທ່ານ​ຊື່​ເມ​ຟີ​ໂບ​ເຊ​ທ

5    ຝ່າຍ​ບຸດ​ທັງ​ສອງ​ຂອງ​ຣິມ​ໂມນ ຊາວ​ເບ​ເອີ​ໂຢດ ທີ່​ຊື່​ເຣ​ຄັບ ແລະ​ບາອ​ນາ​ນັ້ນ ໄດ້​ອອກ​ເດີນ​ທາງ ພໍ​ແດດ​ອອກຮ້ອນ​ກໍ​ມາ​ເຖິງ​ຕຳ​ນັກ​ຂອງ​ອິສ​ໂບ​ເຊ​ທ ຂ​ນະ​ເມື່ອ​ພຣະ​ອົງ​ກຳ​ລັງ​ບັນ​ທົມ​ພັກ​ທ່ຽງ ​

6    ແລະ​ເຂົາ​ເຂົ້າ​ໄປ​ກາງ​ຕຳ​ນັກ ເຮັດ​ເຫມືອນ​ຈະ​ຂົນ​ເຂົ້າ​ສາ​ລີ​ແລະ​ເຂົາ​ກໍ​ແທງ​ພຣະ​ອົງ ເຣ​ຄັບ​ແລະບາ​ອາ​ນາ​ອ້າຍ​ແຫ່ງ​ຕົນກໍ​ຫນີ​ໄປ

7    ເມື່ອ​ເຂົາ​ທັງ​ສອງ​ເຂົ້າ​ໄປ​ໃນ​ຕຳ​ນັກ​ນັ້ນ ພຣະ​ອົງ​ບັນ​ທົມ​ຫລັບ​ຢູ່​ເທິງ​ບ່ອນ ເຂົາ​ກໍ​ທຸບ​ຕີ​ພຣະ​ອົງ​ແລະ​ປະ​ຫານ​ພຣະ​ອົງ​ເສັຽ ນຳ​ພຣະ​ສຽນ​ນັ້ນ​ເດີນ​ທາງ​ໄປ​ທາງ​ອາ​ຣາ​ບາ​ທັງ​ກາງ​ຄືນ

8    ​ເຂົາ​ນຳ​ພຣະ​ສຽນ​ຂອງ​ອິສ​ໂບ​ເຊ​ທ​ໄປ​ຖ​ວຍ​ດາ​ວິດ​ທີ່​ເມືອ​ງເຮ​ໂບ​ຣນ ເຂົາ​ທັງ​ສອງ​ກາບ​ທູນ​ພຣະຣາຊາ​ວ່າ, “ນີ້​ຫົວ​ຂອງ​ອິສ​ໂບ​ເຊ​ທ​ບຸດ​ຂອງ​ຊາ​ອູນ​ສັດ​ຕ​ຣູ​ຂອງ​ພຣະ​ອົງ ຜູ້​ສ​ແວງ​ຫາ​ຊີ​ວິດ​ຂອງ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ແກ້​ແຄ້ນ​ແທນ​ພຣະຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ​ໃນ​ວັນ​ນີ້​ເຫນືອ​ຊາ​ອູນ ແລະ​ພືດ​ພັນ​ຂອງ​ຊາ​ອູນ”

9    ແຕ່ດ​ວິດ​ກ່າວ​ຕອບ​ເຣ​ຄັບ​ແລະ​ບາ​ອາ​ນາ​ອ້າຍແຫ່ງ​ຕົນ​ ບຸດ​ຂອງ​ຣີມ​ໂມນ​ຊາວ​ເບ​ເອໂຢດ​ວ່າ,

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ຄື​ພຣະ​ອົງ​ຜູ້​ຊົງ​ໄຖ່​ຊີ​ວິດ​ຂອງ​ເຮົາ​ຈາກ​ບັນ​ດາ​ຄວາມ​ທຸກ​ຍາກ

10 ເມື່ອ​ຜູ້​ນຶ່ງ​ຜູ້​ໃດ​ບອກ​ເຮົາ​ວ່າ, “ເບິ່ງ​ແມ໋, ຊາ​ອູນ​ສິ້ນ​ຊີ​ວິດ​ແລ້ວ” ແລະ​ຄິດ​ວ່າ​ຕົນ​ນຳ​ຂ່າວ​ດີ​ມາ ເຮົາ​ກໍ​ຈັບ​ຄົນ​ນັ້ນ​ຂ້າ​ເສັຽ​ທີ່​ຊິກ​ລາກ ຊຶ່ງ​ເປັນ​ຣາງວັນ​ທີ່​ເຮົາ​ໃຫ້​ແກ່​ເຂົາ​ສຳ​ລັບ​ຂ່າວ​ນັ້ນ

11 ນອກ​ຈາກ​ນີ້​ເທົ່າ​ໃດ​ເມື່ອ​ຄົນ​ອະ​ທັມ​ໄດ້​ຂ້າ​ຄົນ​ຊອບ​ທັມ​ທີ່​ໃນ​ບ້ານ ແລະ​ເທິງ​ບ່ອນນອນ​ຂອງ​ຄົນ​ຊອບ​ທັມ​ນັ້ນ ເຮົາ​ຈະ​ບໍ່​ລົງ​ໂທດ​ເຈົ້າ​ທັງ​ສອງ​ເພາະ​ຄວາມ​ຕາຍ​ຂອງ​ເຂົາ​ຫລື ແລະ​ທຳ​ລາຍ​ເຈົ້າ​ເສັຽ​ຈາກ​ພິ​ພົບ”

12 ດາ​ວິດກໍ​ຊົງ​ສັ່ງ​ຄົນ​ຫນຸ່ມ​ຂອງ​ພຣະ​ອົງ ແລະ​ເຂົາ​ທັງ​ຫລາຍ​ກໍ​ພາກ​ເຂົາ​ທັງ​ສອງ​ໄປ​ຂ້າ​ເສັຽ ຕັດ​ມື​ຕັດ​ຕີນ​ອອກ ແຂວນ​ສົບ​ນັ້ນ​ໄວ້​ທີ່​ຂ້າງ​ສະ​ທີ່ເມືອງ​ເຮ​ໂບຣນ ແຕ່​ເຂົາ​ນຳ​ພຣະ​ສຽນ​ຂອງ​ອິສ​ໂບ​ເຊ​ທ​ໄປ​ຝັງ​ໄວ້​ໃນ​ທີ່​ຝັງ​ສົບ​ຂອງ​ອັບ​ເນີ​ໃນ​ເມືອງ​ເຮ​ໂບ​ຣນ

 

5. ດາ​ວິດ​ເປັນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ

 (1 ຂ​ຄວ 11:1-3)

1    ຕໍ່​ມາ​ອີກ ພວກ​ຕະ​ກູນ​ອິສ​ຣາ​ເອນ ໄດ້​ມາ​ຫາ​ດາ​ວິດ​ທີ່​ເມືອງ​ເຮໂບ​ຣນ ແລະ​ທູນ​ຕໍ່​ພຣະ​ອົງ​ວ່າ, “ພວກ​ຂ້າ​ພຣະອົງ​ເປັນ​ເພື່ອນ​ຮ່ວມ​ຊາດ​ດຽວ​ກັນ​ກັບ​ພຣະ​ອົງ

2    ໃນ​ຄາວ​ກ່ອນ​ເມື່ອ​ຊາ​ອູນ​ເປັນ​ເຈົ້າ​ຊີ​ວິດ ແມ່ນ​ພຣະ​ອົງ​ນີ້​ແຫລະ​ໄດ້​ນຳ​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຢູ່​ໃນ​ສະ​ຫນາມ​ຮົບ ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ບອກ​ໃຫ້​ພຣະ​ອົງ​ເປັນ​ຜູ້​ນຳ​ຫນ້າ ແລະ​ປົກຄອງ​ໄພ່​ພົນ​ຂອງ​ພຣະ​ອົງ

3    ດ້ວຍ​ເຫດ​ນີ້ ພວກ​ຂ້າ​ພຣະ​ອົງ​ຜູ້​ນຳ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ ຈຶ່ງ​ເຂົ້​ເຝົ້າ​ພຣະ​ອົງ​ທີ່​ເມືອງ​ເຮ​ໂບ​ຣນ​ນີ້” ຝ່າຍ​ດາ​ວິດ​ກໍ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ກັບ​ພວກ​ເຂົາ ແລະ​ພວກ​ເຂົາ​ກໍ​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ​ພຣະ​ອົງ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຣາຊ​ອາ​ນາ​ຈັກ​ອິສ​ຣາ​ເອນ

4    ເວ​ລາ​ທີ່​ດາ​ວິດ​ໄດ້​ຂຶ້ນ​ສະ​ເຫວີຍ​ຣາຊ​ນັ້ນ ພຣະ​ອົງ​ມີ​ອາ​ຍຸ​ສາ​ມສິບ​ປີ ແ​ລະ​ພຣະອົງປົກ​ຄອງ​ເປັນ​ເວ​ລາ​ສີ່​ສິບ​ປີ

5    ຄື​ປົກ​ຄອງ​ຊາວ​ຢູ​ດາ​ທີ່​ເຮ​ໂບ​ຣນ​ເປັນ​ເວ​ລາ​ເຈັດ​ປີກັ​ບ​ຫົກ​ເດືອນ ແລະ​ໄດ້​ປົກ​ຄອງ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ທົ່ວ​ທັງ​ອິສ​ຣາ​ເອນ​ແ​ລະ​ຢູ​ດາ ເປັນ​ເວ​ລາ​ສາມ​ສິບ​ປີ

6    ຕໍ່​ມາ​ກະ​ສັດ​ດາ​ວິດ​ ແລະ​ທະ​ຫານ​ຂອງ​ພຣະ​ອົງ ໄດ້​ໄປ​ສູ້​ຮົບ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຊາວ​ເຢ​ບຸສທີ່​ຢູ່​ໃນ​ທີ່​ນັ້ນ ຄິດ​ວ່າດາ​ວິດ​ບໍ່​ສາ​ມາດ​ຈະ​ຕີ​ເອົາ​ເມືອງ​ນີ້​ໄດ້ ພວກ​ເຂົາ​ຈຶ່ງ​ເວົ້າ​ຕໍ່​ພຣະ​ອົງ​ວ່າ, “ພຣະອົງ​ຈະ​ເຂົ້າ​ມາ​ໃນ​ບ່ອນ​ນີ້​ບໍ່​ໄດ້​ດອກ ແມ່ນ​ແຕ່​ຄົນ​ຕາ​ບອດ ແລະ​ຄົນ​ເສັຽອົງ​ຄະ​ກໍ​ຈະ​ສາ​ມາດ​ປ້ອງ​ກັນ​ເມືອງ​ນີ້​ໄວ້​ໄດ້”

7    ແຕ່​ດາ​ວິດ​ກໍ​ໄດ້​ຍຶດ​ເອົາ​ປ້ອມ​ຍາມ​ເມືອງ​ຊີ​ໂອນ ແ​ລະ​ບ່ອນ​ນີ້​ກໍ​ກາຍ​ເປັນ​ເມືອງ​ຂອງດາ​ວິດ

8    ໃນ​ວັນ​ນັ້ນ ດາ​ວິດເວົ້າ​ກັບ​ທະ​ຫານ​ຂອງ​ພຣະ​ອົງ​ວ່າ, “ຜູ້​ໃດ​ຈະ​ໂຈມ​ຕີ​ຄົນ​ເຢ​ບຸ​ສ ກໍ​ໃຫ້​ຜູ້​ນັ້ນ​ຂຶ້ນ​ໄປ​ຕາມ​ທາງ​ນ້ຳ​ໄຫລ​ໄປ​ສູ້​ຄົນ​ຫງ່ອຍ ແລະ​ຄົນ​ຕາ​ບອ​ດຜູ້​ຊຶ່ງ​ຈິດ​ໃຈ​ຂອງ​ດາ​ວິດ​ກຽດ​ຊັງ” ດ້ວຍ​ເຫດ​ນີ້ ​ເຂົາ​ຈຶ່ງວ່າ​ກັນ​ວ່າ, “ຢ່າ​ໃຫ້​ຄົນ​ຕາ​ບອດ ແລະ​ຄົນ​ຫງ່ອຍ​ເຂົ້​ມ​ໃນ​ພຣະ​ວິ​ຫານ”

9    ສ່ວນ​ດາ​ວິດ​ກໍ​ຢູ່​ໃນ​ເມືອ​ງທີ່​ມີ​ປ້ອມ​ຍາມ​ນັ້ນ ທີ່​ພຣະ​ອົງ​ໄດ້​ໃສ່​ຊື່​ວ່າ “ເມືອງ​ຂອງ​ດາ​ວິດ” ພຣະ​ອົງ​ໄດ້​ສ້າງ​ກຳ​ແພງ​ປ້ອງ​ກັນ​ອ້ອມ​ໄວ້ ຕັ້ງ​ແຕ່​​ມິນໂລ​ຈົນ​ເຖິງ​ພຣະຣາຊວັງ

10 ດາ​ວິດ​ເຂັ້ມ​ແຂງ ແລະ​ຈະ​ເຣີນ​ຂຶ້ນ​ຕລອດ​ມາ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້​ແຫ່ງ​ຈັກ​ກະ​ວານ ໄດ້​ຊົງ​ສະ​ຖິດ​ຢູ່ກັບ​ພຣະ​ອົງ

ຮີ​ຣາມ​ຮັບ​ຣອງ​ຖາ​ນະ​ດາ​ວິດ

11 ຢູ່​ມາ ກະ​ສັດ​ຮີ​ຣາມ​ທີ່​ເມືອງ​ຕີ​ເຣ ໄດ້​ສົ່ງ​ພວກ​ຣາຊ​ທູດ​ມາ​ຫາ​ດາ​ວິດ ພ້ອມ​ທັງ​ໄມ້​ສົນ​ຊ່າງ​ໄມ້​ຊ່າງ​ກໍ່​ມາ​ສ້າງ​ພຣະຣາຊວັງ​ຂອງ​ດາ​ວິດ

12 ດາ​ວິດ​ຈຶ່ງ​ພິ​ຈາຣະ​ນາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ຕົນ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ ແລະ​ຊົງ​ແຕ່ງ​ຕັ້ງ​ຣາຊ​ອາ​ນາ​ຈັກ​ຂອງ​ຕົນ​ໃຫ້​ມັ່ງ​ຄັ່ງ​ຮຸ່ງ​ເຮືອງ ເພື່ອ​ເຫັນ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ

ບຸດ​ຊາຍ​ຂອງ​ດາ​ວິດ​ຊຶ່ງ​ເກີດ​ທີ່​ເຢ​ຣູ​ຊາ​ເລັມ

13 ຫລັງ​ຈາກຍ້າຍ​ຫນີ​ຈາກ​ເມືອງ​ເຮ​ໂບ​ຣນ​ແລ້ວ ດາ​ວິດ​ກໍ​ເອົາ​ເມັຽ​ນ້ອຍ​ຫລາຍ​ຄົນ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ຈຶ່ງ​ມີ​ບຸດ​ຊາຍ ບຸດ​ສາວ​ຕື່ມ​ອີກ​ຫລາຍ​ຂຶ້ນ

14 ບຸດ​ທີ່​ເກີດ​ຢູ່​ນະ​ຄອນ​ເຢຣູ​ຊາ​ເລັມ​ມີ​ຄື ຊັມ​ມູ​ອາ ໂຊ​ບັບ ນາ​ທານ ໂຊ​ໂລ​ໂມນ

15 ອິບ​ຮາ​ຣ໌ ເອ​ລີ​ຊູ​ອາ ເນ​ເຟກ ຢາ​ຟີ​ອາ

16 ເອ​ລີ​ຊາ​ມາ ເອ​ລີ​ອາ​ດາ ແລະ​ເອ​ລີ​ເຟ​ເລທ

ດາ​ວິດ​ຊົງ​ຮົບ​ຊະ​ນະ​ຄົນ​ຟີ​ລິສ​ຕິນ

 (1 ຂ​ຄວ 14:8-17)

17 ເມື່ອ​ພວກ​ຟີ​ລິສ​ຕິນ​ໄດ້​ຍິນ​ຂ່າວ ດາ​ວິດ​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ ພວກ​ເຂົາ​ກໍ​ແຫ່​ກັນ​ມາ​ເພື່ອ​ຈັບ​ເອົາ​ຕົວ​ດາ​ວິດ ເມື່ອ​ດາ​ວິດ​ໄດ້​ຍິນ​ຂ່າວ​ນັ້ນ​ ພຣະ​ອົງ​ໄດ້​ລົ​ງ​ໄປ​ຢູ່​ໃນ​ປ້ອມ

18 ເມື່ອ​ພວກ​ຟີ​ລິສ​ຕິນ​ເຄື່ອນ​ກຳ​ລັງ​ມາ​ເຖິງ​ຮ່ອມ​ພູ​ເຣ​ຟ​ອິມ ກໍ​ໄດ້ຍຶດ​ເອົ​ບ່ອນ​ນັ້ນ​ໄວ້

19 ​ວິດ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ຈະ​ຕ້ອງ​ໄປ​ສູ້​ຮົບ​ກັບ​ພວກ​ຟີ​ລິສ​ຕິນ​ຫລື​ບໍ ພຣະ​ອົງ​ຈະ​ຊົງ​ປະ​ທານ​ໄຊ​ຊນະ​ໃຫ້​ຂ້າ​ພຣະ​ອົງ​ບໍ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ໄປ​ເທີນ ເຮົາ​ຈະ​ໃຫ້​ເຈົ້າ​ຊະ​ນະ”

20 ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ມຸ່ງ​ຫນ້າ​ໄປ​ເມືອງ​ບາ​ອານ​ເປ​ຣາ​ຊິມ ແລະ​ກໍ​ຊນະ​ພວກ​ຟີ​ລິສ​ຕິນ​ຢູ່​ທີ່​ນັ້ນ ພຣະ​ອົງ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ສັດ​ຕ​ຣູ​ຂອງ​ຂ້າ​ພະ​ເຈົ້າ​ແຕກ​ແຍກ​ກັນ ເຫມືອນ​ດັ່ງ​ນ້ຳ​ໄຫລເຊາ​ຄູ​ກັ້ນ​ນັ້ນ” ແລະ​ບ່ອນ​ນັ້ນ​ກໍ​ເອີ້ນ​ວ່າ ບາ​ອານ​ເປ​ຣາ​ຊິມ

21 ພວກ​ຟີ​ລິສ​ຕິນ​ໄດ້​ປະ​ຮູບ​ພຣະ​ຂອງ​ພວກ​ເຂົາ​ໄວ້​ໃນ​ບ່ອນ​ນັ້ນ ດາ​ວິດ ແລະ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ເອົາ​ຮູບ​ພຣະ​ນັ້ນ​ອອກ​ຫນີ​ໄປ

22 ແລ້ວ​ພວກ​ຟີ​ລິສ​ຕິນ​ໄດ້​ກັບ​ຄືນ​ສູ່​ຮ່ອມ​ພູ​ເຣ​ຟ​ອິມ ແລະ​ຍຶດ​ເອົາ​ບ​ອ່ນ​ນັ້ນ​ໄວ້​ອີກ

23 ດາ​ວິດ​ກໍ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ເທື່ອ​ນຶ່ງ ຈຶ່ງ​ໄດ້​ຮັບ​ຄຳ​ຕອບ​ວ່າ ,”ຢ່າ​ຕໍ່​ສູ້​ພວກ​ເຂົາ​ຢູ່​ບ່ອນ​ນີ້ ແຕ່​ໃຫ້​ອ້ອມ​ໄປ​ຕໍ່​ສູ້​ທາງ​ດ້ານ​ຫລັງ ຊຶ່ງ​ຢູ່​ໃກ້ໆ​ກັບ​ຕົ້ນ​ມອນ​ນັ້ນ

24 ເມື່ອ​ພ​ວກ​ເຈົ້າ​ໄດ້​ຍິນ​ສຽງ​ຄື​ຄົນ​ຍ່າງ​ຢູ່​ເທິງ​ປາຍ​ໄມ້ ຈົ່ງ​ຟ້າວ​ອອກ​ໄປ​ຕໍ່​ສູ້​ໂລດ ເພາະ​ການ​ນັ້ນ​ຫມາຍ​ເຖິງວ່າ ເຮົາ​ໄດ້​ອອກ​ໄປ​ກ່ອນ​ຫນ້າ​ພວກ​ເຈົ້າ​ແລ້ວ ເພື່ອ​ທຳ​ໃຫ້​ກອງ​ທັບ​ພວກ​ຟີ​ລິສ​ຕິນ​ເສັຽ​ໄຊ”

25 ດາ​ວິດກໍ​ໄດ້​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້​ຊົງ​ສັ່ງ​ໄວ້ ພຣະ​ອົງ​ໄດ້​ໄລ່​ພວກ​ຟີ​ລິສ​ຕິນ​ໄປ​ຕລອດ​ທາງ ແຕ່​ເມືອງ​ເກ​ລາ​ຈົນ​ເຖິງ​ເມືອງ​ເກ​ເຊີ

 

6. ຫີ​ບຄຳ​ສັນ​ຍາ​ຖືກ​ນຳ​ໄປ​ນະ​ຄອນ​ເຢຣູ​ຊາ​ເລັມ

 (1 ຂ​ຄວ 13:1-14; 15:25-16:3)

1    ດາ​ວິດ​ໄດ້​ເອີ້ນ​ເອົາ​ທະ​ຫານ​ຜູ້​ເກັ່ງ​ກ້າ​ທີ່​ສຸດ​ໃນ​ອິສ​ຣາ​ເອນ​ມາ​ໂຮມ​ກັນ​ອີກ​ເທື່ອ​ນຶ່ງ ຊຶ່ງ​ມີ​ຈຳ​ນວນ​ຢູ່​ສາມ​ສິບ​ພັນ​ຄົນ

2    ພຣະ​ອົງ​ໄດ້​ພາພວກ​ເຂົາ​ໄປ​ເມືອງ​ບາ​ອາ​ເລ​ຢູ​ດາ​ ເພື່ອໄປ​ນຳ​ເອົາ​ຫີບ​ຄຳ​ສັນ​ຍາ​ຊຶ່ງ​ມີ​ຊື່​ຕາມ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈອມ​ໂຍ​ທາ ຜູ້​ຊົງ​ນັ່ງ​ຢູ່ເທິງ​ພຣະ​ທີ່​ນັ່ງ​ລະ​ຫວ່າງ​ກາງ​ເຊ​ຣູ​ບິມ

3    ພວກ​ເຂົາ​ໄດ້ເອົາ​ຫີບ​ຄຳ​ສັນ​ຍາ​ນັ້ນ​ໃສ່​ຣົດລໍ້​ໃຫມ່​ໄປ​ຈາກ​ເຮືອນ​ຂອງ​ອາ​ບິ​ນາ​ດາບ​ຢູ່​ເທິງ​ພູ​ນ້ອຍ ສ່ວນ​ອູ​ສ​ຊາ ແລະ​ອາ​ຮີ​ໂອ ບຸ​ດຊາຍ​ຂອງ​ອາບີນາ​ດາບ​ເປັນ​ຄົນ​ຈູງ​ຣົດ​ລໍ້

4    ເວ​ລາ​ທີ່​ແກ່​ຫີບ​ຄຳ​ສັນ​ຍາ​ນັ້ນ ອາຮີ​ໂອ​ເປັນ​ຜູ້​ຍ່າງ​ອອກ​ຫນ້າ

5    ດາ​ວິດ​ແລະ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ພາ​ກັນ​ຟ້ອນ​ແລະ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ສຸດ​ອົກ​ສຸດ​ໃຈ ພວ​ກເຂົາ​ໄດ້​ດີດ​ພີນ ຕີ​ກອງ ຕົບ​ແຊ່ງ ແລະ​ຫລິ້ນ​ເຄື່ອງ​ດົນ​ຕ​ຣີ​ອື່ນໆ​ອີກ​ປະ​ກອບ

6    ເມື່ອ​ພວກ​ເຂົາ​ມາຮອດ​ລານ​ຟາດ​ເຂົ້າ​ຂອງ​ນາ​ໂກນ ງົວ​ກໍ​ຕຳ​ສະ​ດຸດ ອູ​ສ​ຊາ​ຢ້ານ​ວ່າ​ຫີບ​ຄຳ​ສັນ​ຍາ​ນັ້ນ​ຈະ​ຕົກ​ຈາກກວຽນ ຈຶ່ງ​ເດ່​ມື​ໄປ​ຈັບ​ໄວ້

7    ໃນ​ທັນ​ໃດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ພຣະ​ພິ​ໂຣດ​ອູ​ສ​ຊາ ເພາະ​ເຂົາ​ຂາດ​ຄວາມ​ເຄົາ​ຣົບ ອູ​ສ​ຊາ​ຈຶ່ງ​ຕາຍ​ຢູ່​ຂ້າງ​ຫີບ​ຄຳ​ສັນ​ຍາໃນ​ບ່ອນ​ນັ້ນ

8    ສ່ວນ​ດາ​ວິດ​ກໍ​ໃຈ​ຮ້າຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອູ​ສ​ຊາ​ດ້ວຍ​ຄວາມ​ພິ​ໂຣດ ດັ່ງ​ນັ້ນ ທ່ານ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ “ເປ​ເຣສ​ອູ​ສ​ຊາ” ຈົນ​ເຖິງ​ທຸກວັນ​ນີ້

9    ​ວິດ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, “ບັດ​ນີ້ ຂ້ອຍ​ຈະ​ຫາມ​ຫີບ​ຄຳ​ສັນ​ຍາ​ໄປ​ໄດ້​ຢ່າງ​ໃດ?”

10 ດັ່ງ​ນັ້ນ ພຣະ​ອົງຈຶ່ງບໍ່​ຍອມ​ທີ່​ຈະ​ນຳ​ຫີບ​ຂອງ​ພຣະ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ດາ​ວິດ​ໃຫ້​ຢູ່​ກັບ​ຕົນ ແຕ່​ດາ​ວິດໄດ້​ນຳ​ເອົາ​ໄປ​ເຮືອນ​ຂອງ ໂອ​ເບດ​ເອໂດ​ມ ຊາວ​ກິດຕີ

11 ຫີບ​ຄຳ​ສັນ​ຍາ​ຈຶ່ງ​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ​ສາມ​ເດືອນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ອວຍ​ພອນ​ໂອ​ເບດ​ເອ​ໂດມ ແລະ​ຄົວ​ເຮືອນ​ຂອງ​ເຂົາ​ທັງ​ສິ້ນ

ຊົງ​ນຳ​ຫີບ​ຄຳ​ສັນ​ຍາ​ມາ​ສູ່​ເຢ​ຣູ​ຊາ​ເລັມ

12 ມີ​ຄົນ​ໄປ​ກາບ​ທູນ​ກະ​ສັດ​ດາ​ວິດ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ຄົວ​ເຮືອນ​ຂອງ​ໂອ​ເບດ​ເອ​ໂດ​ມ ແລະ​ທຸກ​ສິ່ງ​ທີ່​ເຂົາ​ມີ​ຍ້ອນ​ຫີບ​ຄຳ​ສັນ​ຍາ​ຢູ່​ໃນ​ເຮືອນ​ຂອງ​ເຂົາ ດາ​ວິດ​ຈຶ່ງ​ເອົາ​ຫີບ​ນັ້ນ​ອອກ​ຈາກ​ເຮືອນ​ຂອງ​ໂອ​ເບດ​ເອ​ໂດມ ແລະ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພ້ອມ​ທັງ​ທຳ​ພິ​ທີ​ສ​ລອງ​ກັນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ

13 ເມື່ອ​ພວກ​ທີ່​ມາ​ຫາມ​ຫີບ​ຄຳ​ສັນ​ຍາ​ຍ່າງ​ອອກ​ໄປ​ໄດ້​ຫົກ​ກ້າວ​ແລ້ວ ດາ​ວິດ​ກໍ​ເອົາ​ງົວ​ເຖິກ ແລະ​ແບ້​ໂຕຕຸ້ຍ​ພີ ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແກ່​ພຣະ​ຜູ້​ເປັນ​ເຈົ້

14 ດາ​ວິດ​ນຸ່ງ​ແຕ່​ຜ້າ​ຟ້ອນ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ສຸດ​ອົກ​ສຸດ​ໃຈ

15 ແລ້ວ​ພຣະ​ອົງ​ກັບ​ຊາວ​ອິສ​ຣາເອນ​ທຸກ​ຄົນ ກໍ​ນຳ​ຫີບ​ຄຳ​ສັນ​ຍາ​ຂຶ້ນ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ດ້ວຍ​ສຽງ​ໂຮ່ຮ້ອງ​ຍິນ​ດີ ແລະ​ທັງ​ສຽງ​ເປົ່າ​ແກ​ດ້ວຍ

16 ເມື່ອ​ຫີບ​ຄຳ​ສັນ​ຍາ​ເຂົ້າ​ມາ​ຮອດ​ເມືອງ ມີຄານ​ຣາຊ​ທິ​ດາ​ຂອງຊາ​ອູນ ຜູ້​ເປັນ​ມະ​ເຫ​ສີ​ໄດ້​ຫລຽວ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ ກໍ​ເຫັນ​ກະ​ສັດ​ດາ​ວິດ​ກຳ​ລັງ​ຟ້ອນ ແລະ​ກະ​ໂດດ​ເຕັ້ນ​ຊ້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ນາງ​ກໍ​ຄິດ​ດູ​ຖູກ​ດາ​ວິດ​ໃນ​ໃຈ

17 ພວກ​ເຂົາ​ໄດ້​ນຳ​ເອົາ​ຫີບ​ຄຳ​ສັນ​ຍາ​ມາ​ວາງ​ໄວ້​ໃນ​ຕູບ​ຜ້າ​ເຕັນ​ບ່ອນ​ທີ່​ດາ​ວິດ​ປຸກ​ຕຽມ​ໄວ້ ແລ້ວ​ດາ​ວິດ​ກໍ​ຖວາຍ​ເຄື່ອງ​ເຜົ​ບູ​ຊາ ແລະ​ເຄື່ອງ​ບູ​ຊາ​ເພື່ອ​ຄວາມ​ສາ​ມັກ​ຄີ​ແກ່​ພຣະ​ຜູ້​ເປັນ​ເຈົ້າ

18 ເມື່ອ​ການ​ຖວາຍ​ເຄື່ອງ​ບູ​ຊາ​ຜ່ານ​ໄປ​ແລ້ວ ພຣະ​ອົງ​ກໍ​ອວຍ​ພອນ​ແກ່​ປະ​ຊາ​ຊົນ ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ

19 ແລ້ວ​ພຣະ​ອົງ​ກໍ​ເອົາ​ເຂົ້າ​ຈີ່ ຊີ້ນ​ປີ້ງ ແລະ​ຫມາກ​ອະ​ງຸ່ນ ຢ່າຍ​ໃຫ້​ພວກ​ຜູ້​ຊາຍ ແລະ​ພວກ​ຜູ້​ຍິງ​ຊາວ​ອິສ​ຣາ​ເອນ​ກິນ​ຫມົດ​ທຸກ​ຄົນ ແລ້ວ​ຈຶ່ງ​ໄດ້​ກັບ​ເມືອ​ເຮືອນ

20 ສ່ວນ​ດາ​ວິດ​ກໍ​ກັບ​ເມືອ​ເຮືອນ ເພື່ອ​ອວຍໄຊ​ໃຫ້​ພອນ​ແກ່​ຄອບ​ຄົວ​ຂອງ​ຕົນ ມີ​ຄານ​ບຸດ​ສາວ​ຂອງ​ຊາ​ອູນ​ກໍ​ອອກ​ມາ​ພົບ​ພຣະ​ອົງ ນາງ​ເວົ້າຂຶ້ນ​ວ່າ, “ວັນ​ນີ້ ກະ​ສັດ​ອິສ​ຣາ​ເອນ​ໄດ້​ສ້າງ​ຊື່​ສຽງ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ຕົນ​ເອງ ພຣະ​ອົງ​ໄດ້​ທຳ​ດັ່ງ​ຄົນ​ຜີ​ບ້າ​ຕໍ່​ສາຍ​ຕາ​ພວກ​ສາວ​ໃຊ້ ຂອ​ງບັນ​ດາ​ຂ້າ​ຣາຊ​ການ​ຂອງ​ຕົນ”

21 ດາ​ວິດ​ກໍ​ຕອບ​ວ່າ, “ເຮົາ​ຟ້ອນ​ຖວາຍກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເລືອກ​ເອົາ​ເຮົາ​ໃຫ້​ເປັນ​ຜູ້ເຫນືອກວ່າ​ພໍ່ຂອງ​ເຈົ້າ ແລະ​ຄອບ​ຄົວ​ຂອງ​ທ່ານ ເພື່ອ​ແຕ່ງ​ຕັ້ງ​ໃຫ້​ເຮົາ​ເປັນ​ຜູ້​ນຳ​ອິສ​ຣາເອນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະເຮົາ​ຈະ​ຟ້ອນ​ຖວາຍ​ກຽດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ

22 ແລ້ວ​ຈະ​ພຍາ​ຍາມ​ຖ່ອມ​ຕົວ​ລົງ​ຫລາຍກວ່າ​ນີ້​ອີກ ເຈົ້​ອາດ​ຄິດ​ວ່າ​ເຮົາ​ບໍ່​ມີ​ຄວາມ​ຫມາຍ​ຫຍັງ​ຫມົດ ແຕ່​ສາວ​ໃຊ້​ເຫລົ່າ​ນັ້ນ​ອາດ​ຈະ​ຄິດ​ໃຫ້ກຽດ​ແກ່​ເຮົາ​ກໍ​ໄດ້”

23 ນາງ​ມີ​ຄານ​ບຸດ​ສາວ​ຂອງ​ຊາ​ອູນ ກໍ​ບໍ່​ມີ​ບຸດ​ຈົນ​ເຖິງວັນ​ສິ້​ນ​ຊີ​ວິດ

 

7. ນາ​ທານ​ນຳ​ຂ່າວ​ມາ​ໃຫ້​ດາ​ວິດ

 (1 ຂ​ຄວ 17:1-15)

1    ເມື່ອ​ກະ​ສັດ​ດາ​ວິດ​ປະ​ທັບ​ຢູ່​ໃນ​ພຣະຣາຊວັງ​ຂອງ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ອວຍ​ພອນ​ໃຫ້​ດາ​ວິດ ໄດ້​ຮັບ​ຄວາມ​ປອດ​ພັຍ​ຈາກ​ສັດ​ຕ​ຣູ​ທັງ​ຫລາຍ​

2    ແລ້ວ​ກະ​ສັດ​ດາ​ວິດ​ເວົ້າ​ຕໍ່​ນາ​ທານ​ຜູ້ປະ​ກາດ​ພຣະ​ທັມ​ວ່າ, “ເບິ່ງ​ແມ໋, ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄດ້​ເອົາ​ໄວ້​ໃນ​ຕູ​ບ​ຜ້າ​ເຕັນ”

3    ນາ​ທານ​ຈຶ່ງ​ຕອບ​ວ່າ, “ຂໍ​ພຣະ​ອົງ​ຈົ່ງ​ທຳ​ຕາມສິ່ງ​ທີ່​ພຣະ​ອົງ​ພໍ​ພຣະ​ທັຍ​ເທີນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ພຣະ​ອົງ”

4    ແຕ່​ໃນ​ຄືນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ນາ​ທານ​ວ່າ,

5    “ຈົ່ງ​ໄປ​ບອກ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວ່າ “ພຣະ​ເຈົ້າ​ກ່າວ​ດັ່ງ​ນີ້ວ່າ ເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ຈະ​ສ້າງວິ​ຫານ​ໃຫ້​ເຮົາ​ຢູ່

6    ນັບ​ຕັ້ງ​ແຕ່​ເຮົາ​ໄດ້​ນຳ​ເອົາ​ຊາວ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ເອ​ຢິບ​ຈົນ​ເທົ່າ​ເຖິງ​ທຸກວັນ​ນີ້ ເຮົາບໍ່​ໄດ້​ຢູ່​ໃນ​ວິ​ຫານ​ເລີຍ

7    ເຮົ​ໄດ້​ຍົກ​ຍ້າຍ​ໄປ​ມາ​ນຳ​ພວກ​ເຈົ້າ​ຕລອດ​ທີ່​ເຮົາ​ເດີນ​ທາງ​ໄປ​ມາ​ນຳ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ເຮົາ​ບໍ່​ໄດ້​ຖາມ​ພ​ວກ​ຜູ້​ປົກ​ຄອງ ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ດູ​ແລ​ໄພ່​ພົນ​ຂອງ​ເຮົາ​ເລີຍ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງບໍ່​ສ້າງວິ​ຫານ​ດ້ວຍ​ໄມ້​ສົນ​ໃຫ້​ເຮົາ​ຢູ່

8    ດັ່ງ​ນັ້ນ ຈົ່ງ​ບອກແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຣົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ກ່າ​ວດັ່ງ​ນີ້​ ເຈົ້າ​ເປັນ​ຄົນ​ລ້ຽງ​ແກະ​ຢູ່​ຕາມ​ທົ່ງ​ນາ​

9    ເຮົາ​ໄດ້​ນຳ​ເຈົ້າ​ໃນ​ທຸກ​ທີ່​ທຸກ​ບ່ອນ​ທີ່​ເຈົ້າ​ໄປ ແລະ​ໄດ້​ທຳ​ໃຫ້​ສັ​ດ​ຕ​ຣູ​ທງ​ຫລາຍ​ຂອງ​ເຈົ້າ​ຜ່າຍ​ແພ້ ເຮົາ​ໄດ້​ສ້າງເຈົ້າ​ໃຫ້​ຍິ່ງ​ໃຫຍ່​ເທົ່າ​ກັບຜູ້ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ໂລກ​ນີ້

10 ເຮົ​ຈະ​ເລືອກ​ບ່ອນ​ສຳ​ລັບ​ຊາວ​ອິສ​ຣາເອນ​ໄພ່​ພົນ​ຂອງ​ເຮົາ ແລະ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ບ່ອນ​ນັ້ນ ໂດຍ​ປາ​ສ​ຈາກ​ການ​ຮົບ​ກວນ​ທຸກໆ​ຢ່າງ

11 ນັບ​ຕັ້ງ​ແຕ່​ພວກ​ເຂົາ​ເຂົ້າ​ມາ​ຢູ່​ໃນ​ແຜ່ນ​ດິນ​ນີ້ ພວກ​ເຂົາ​ຖືກ​ພວກ​ທະ​ຫານ​ຜູ້​ເກັ່ງ​ກ້າ​ມາ​ສູ້​ຮົບ ແຕ່​ວ່າ​ດຽວ​ນີ້​ຈະ​ບໍ່​ມີ​ເຫດ​ການ​ຢ່າງ​ໃດ​ເກີດ​ຂຶ້ນ​ອີກ ເຮົາ​ຂໍ​ສັນ​ຍາ​ວ່າເຮົາ​ຈະ​ຮັກ​ສາ​ເຈົ້າ​ໃຫ້​ພົ້ນ​ຈາກ​ສັດ​ຕ​ຣູ​ທັງ​ຫລາຍ​ຂອງ​ເຈົ້ ແລະ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ສືບ​ຕໍ່​ກັນ​ໄປ

12 ເມື່ອ​ເຈົ້າຕາຍ​ໄປ ແລະ​ຖືກ​ຝັງ​ໄວ້​ກັບ​ພວກ​ບັນ​ພະບຸ​ຣຸດ​ຂອງ​ເຈົ້າ ເຮົາ​ຈະ​ແຕ່ງ​ຕັ້ງ​ຜູ້​ນຶ່ງ​ຈາກ​ເຊື້ອ​ສາຍ​ຂອງເຈົ້າ​ໃຫ້​ເປັນ​ກະ​ສັດ ແລະ​ຈະ​ໃຫ້​ຣາຊ​ອາ​ນາ​ຈັກ​ຂອງ​ຜູ້​ນັ້ນ​ເຂັ້ມ​ແຂງ​ຂຶ້ນ

13 ເຮົາ​ຂໍ​ບອກ​ຢ່າງ​ແນ່ນອນ​ວ່າ ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ປົກ​ຄອງ​ຕລອດ​ໄປ ແລະ​ເຂົາ​ກໍ​ຈະ​ສ້າງວິ​ຫານ​ໃຫ້​ແກ່​ເຮົາ

14 ເຮົາ​ຈະ​ເປັນ​ພໍ່​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ລູກຊາຍ​ຂອງ​ເຮົາ ເມື່ອ​ເຂົາ​ທຳ​ຜິດ ເຮົາ​ຈະ​ລົງ​ໂທດ​ເຫມືອນ​ດັ່ງ​ພໍ່​ລົງ​ໂທດ​ລູກ

15 ແຕ່​ວ່າ ເຮົາ​ຈະ​ບໍ່​ເຊົາ​ຮັກ​ເຂົາ​ ເຫມືອນ​ດັ່ງ​ເຮົາ​ເຊົາ​ຮັກ​ຊາ​ອູນ ຜູ້​ທີ່​ເຮົາ​ໄດ້​ປົດ​ຕຳ​ແຫນ່ງ​ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ກະ​ສັດ

16 ເຈົ້າ​ຈະ​ມີ​ເຊື້ອ​ສາຍ​ຢູ່​ຕລອດ​ໄປ ແລະ​ເຮົາ​ຈະ​ໃຫ້​ຣາຊ​ອາ​ນາ​ຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຊົ່ວ​ນິ​ຣັນ​ດອນ ຕຳ​ແຫນ່ງ​ຂອງ​ເຈົ້າ​ຈະ​ບໍ່​ມີ​ທີ່​ສິ້ນ​ສຸດ”

17 ນາ​ທານ​ໄດ້​ບອກ​ດາ​ວິດ​ທຸກ​ສິ່ງ ຕາມ​ທີ່​ພຣະ​ເຈົ້າ​ຊົງ​ບອກ

ດາ​ວິດ​ອ້ອນວອນ​ຂອບ​ພຣະ​ຄຸນ

 (1 ຂ​ຄວ 17:16-27)

18 ຕໍ່​ມາກະ​ສັດ​ດາ​ວິດ​ໄດ້​ເຂົ້າ​ໄປ​ອ້ອນວອນ​ຢູ່​ໃນ​ຫໍ​ເຕັນ​ສັກ​ສິດ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ ແລະ​ຄອບ​ຄົວ​ບໍ່​ມີ​ຄຸນ​ຄ່າ​ຢ່າງ​ໃດ​ຕໍ່​ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່ຂ້າພຣະ​ອົງ​ນັ້ນ

19 ເຖິງ​ປານ​ນັ້ນ​ພຣະ​ອົງ​ກໍ​ຍັງ​ຊົງ​ກະ​ທຳ​ຕໍ່​ຂ້າ​ພຣະ​ອົງ​ຕື່ມ​ອີກ ຄື​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ໄດ້​ສືບ​ບັນ​ລັງ​ຢູ່​ຕໍ່ໆ​ໄປ ໂອ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ອະ​ນຸ​ຍາດ​ໃຫ້​ຂ້າ​ພຣະ​ອົງ​ຜູ້​ເປັນ​ມະ​ນຸດ​ຮູ້​ຈັກ​ເຣື່ອງ​ນີ້​ໄດ້

20 ຂ້າ​ພຣະ​ອົງ​ຈະ​ເວົ້າ​ຢ່າງ​ໃດ​ຕໍ່​ພຣະ​ອົງອີກ ເພາະ​ພຣະ​ອົງ​ຊົງ​ຮູ້​ຈັກ​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ແລ້ວ

21 ມັນ​ເປັນ​ນ້ຳ​ພຣະ​ທັຍ ແລະ​ພຣະຣາຊ​ປະ​ສົງ​ຂອງ​ພຣະ​ອົງ​ທີ່​ເຮັດ​ການ​ນີ້ ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ຈັກ​ສິ່ງ​ຍິ່ງ​ໃຫຍ່​ເຫລົ່າ​ນີ້​ທັງ​ຫມົດ

22 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະອົງ​ຊົງ​ຍິ່ງ​ໃຫຍ່ທີ່​ສຸດ ຕາມ​ທີ່​ພວກ​ຂ້າ​ພຣະ​ອົງ​ເອົງ​ໄດ້​ຍິນ ບໍ່​ມີ​ຜູ້​ໃດ​ເຫມືອນ​ດັ່ງ​ພຣະ​ອົງ ແລະ​ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ພຣະ​ອົງ

23 ໃນ​ໂລກ​ນີ້ ບໍ່​ມີ​ຊົນ​ຊາ​ດອື່ນ​ໃດ​ເຫມືອນ​ດັ່ງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ພວກ​ທີ່​ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ໄວ້ ແລະ​ຊົງ​ໃຫ້​ເປັນ​ພວກ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ທຳ​ໃຫ້​ຄົນ​ທັງ​ຫລາຍ​ເຫັນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ​ໃຫ້​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່ ແລະ​ອັດ​ສະ​ຈັນ​ໃຫ້​ແກ່​ພວກ​ເຂົາ ພຣະ​ອົງ​ຊົງ​ຂັບ​ໄລ່​ຊົນ​ຊາດ​ຕ່າງໆ ແລະ​ພຣະ​ຂອງ​ເຂົາ​ອອກ​ໄປ​ຕໍ່​ຫນ້າ​ໄພ່​ພົນ​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ພວກ​ທີ່​ພຣະ​ອົງ​ຊົງ​ໄຖ່​ເຂົາ​ອອກ​ຈກ​ປະ​ເທດ​ເອ​ຢິບ ແລະ​ຊົງ​ໃຫ້​ເປັນ​ພວກ​ຂອງ​ພຣະ​ອົງ

24 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ທຳ​ໃຫ້​ໄພ່​ພົນອິສ​ຣາ​ເອນ​ເປັນ​ພວກ​ຂອງ​ພຣະ​ອົງ​ຕລອດ​ໄປ ແລະ​ພຣະ​ອົງ​ກໍ​ຊົງ​ເປັນ​ພຣະ​ເຈົ້​ຂອງ​ພວກ​ເຂົາ

25 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດຽວ​ນີ້ ຂໍ​ພຣະ​ອົງ​ຊົງ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ມີ​ໄວ້​ກັບ​ຂ້າ​ພຣະ​ອົງ ພ້ອມດ້ວຍ​ຄອບ​ຄົວ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ໄປ ແລະ​ຂໍ​ຊົງ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້

26 ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຊົງ​ຍິ່ງ​ໃຫ​ຍ່​ຕລອດ​ໄປ ແລະ​ປະ​ຊາ​ຊົນ​ກໍ​ຈະ​ເວົ້າ​ວ່າ “ພຣະຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ເປັນ​ພຣະ​ເຈົ້າ​ປົກ​ຄອງ​ພວກ​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຈະ​ໃຫ້​ຄຳ​ຫມັ້ນ​ໃຈ​ວ່າ ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ຈະ​ເປັນ​ເຈົ້​ຊີ​ວິດ​ຕລອດ​ໄປ

27 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ພຣະ​ເຈົ້າ​​ຂອງ​ພວກ​ອິສ​ຣາ​ເອນ ດ້ວຍ​ວ່າ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮູ້​ຈັກການ​ນີ້ ໂດຍ​ໄດ້​ບອກ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ຈັກ​ກ່ອນ​ວ່າ ພຣະ​ອົງ​ຈະ​ຊົງ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ເປັນ​ເຈົ້າ​ຊີ​ວິດ ຂ້າ​ພຣະ​ອົງ​ຈຶ່ງ​ກ້າ​ອ້ອນວອນ​ຕໍ່​ພຣະ​ອົງ

28 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະອົງ​ຊົງ​ເປັນ​ພຣະ​ເຈົ້າ ຄຳ​ເວົ້າ​ຂອງ​ພຣະ​ອົງ​ຊົງ​ເປັນ​ຈິງ ແລະ​ພຣະ​ອົງ​ຊົງ​ໃຫ້​ຄຳ​ສັນ​ຍາ​ຢ່າງ​ອັດ​ສະ​ຈັນ​ນີ້​ແກ່​ຂ້າ​ພຣະ​ອົງ

29 ດຽວ​ນີ້ ຂໍ​ພຣະ​ອົງ​ຊົງ​ອວຍ​ພອນ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ເທີນ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ດຳ​ຣົງ​ຫມັ້ນ​ຄົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ຢູ່​ບໍ່​ຂາດ ພຣະອົງຜູ້​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້​ຢ່າງ​ນີ້ ຂໍ​ໃຫ້​ພຣະ​ພອນ​ຂອງ​ພຣະ​ອົງ​ເຫລືອ​ຢູ່​ໃນ​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ໄປ​ເທີນ”

 

8. ດາ​ວິດ​ຊົງ​ຂະ​ຫຍາຍ​ຣາຊ​ອາ​ນາ​ຈັກຂອງ​ພຣະ​ອົງ

 (1 ຂ​ຄວ 18:1-13)

1    ຢູ່​ມາ​ພາຍ​ຫລັງ ດາ​ວິດ​ຊົງ​ໂຈມ​ຕີພວກ​ຟີ​ລິສ​ຕິນ ແລະ​ປາ​ບ​ປາມ​ໄດ້ ແລະ​ດາ​ວິດ​ຊົງ​ຍຶດ​ເມືອງ​ເມ​ເທກ​ອາມ​ມາ ໄດ້​ຈາກ​ມື​ຄົນ​ຟີ​ລິສ​ຕິນ

2    ພຣະ​ອົງ​ຊົງ​ຊະ​ນະ​ໂມ​ອາບ ຊົງ​ວັດ​ເຂົາ​ດ້ວຍ​ເຊືອກວັດ ຄື​ບັງ​ຄັບ​ໃຫ້ຣຽງ​ຕົວ​ເຂົ້າ​ແຖວນອນ​ລົງ​ທີ່​ພື້ນ​ດິນຊົງ​ວັດ​ເບິ່ງ​ແລ້ວ​ໃຫ້​ປະ​ຫານ​ເສັຽ​ສອງ​ແຖວ ແລະ​ໄວ້​ຊີ​ວິດ​ເຕັມ​ນຶ່ງ​ແຖວ ຄົນ​ໂມ​ອາບ​ກໍ​ຕົກ​ຢູ່​ໃຕ້​ອຳ​ນາດ​ຂອງ​ດາ​ວິດ ແລະ​ໄດ້​ນຳ​ເຄື່ອງ​ບັນ​ນາ​ການ​ມາຖວາຍ

3    ດາ​ວິດ​ຊົງ​ຮົບ​ຊະ​ນະ​ຮາ​ດາເດ​ເຊີ ບຸດ​ເຣ​ໂຮບ ກະ​ສັດ​ເມືອງ​ໂຊ​ບາ ເມື່ອ​ສະ​ເດັດ​ໄປ​ຟື້ນ​ອຳ​ນາດ​ຂອງ​ພຣະ​ອົງ​ທີ່​ແມ່​ນ້ຳ​ເອີຟ​ຣາດ

4    ​ດາ​ວິ​ດຊົງ​ຍຶດ​ພົນ​ມ້າ​ນຶ່ງ​ພັນ​ເຈັດ​ຮ້ອຍ​ຄົນ ທະ​ຫານ​ຣາບ​ສອງ​ຫມື່ອຄົນ ແລະ​ດາ​ວິດ​ຮັບ​ສັ່ງ​ໃຫ້​ຕັດ​ເອັນ​ຂາ​ມ້າ​ຣົດ​ຮົບເສັຽ​ໃຫ້​ຫມົດ ເຫລືອ​ໄວ້​ໃຫ້​ພໍ​ແກ່​ຣົດ​ຮົບ​ນຶ່ງ​ຮ້ອຍ​ຄັນ

5    ແລະ​ເມື່ອ​ຄົນ​ຊີ​ເຣັຽ (ອາ​ຣາມ) ຊາວ​ເມືອງ​ດາ​ມັ​ສ​ກັ​ສ​ມາ​ຊ່ອຍ​ຮາ​ດາ​ເດ​ເຊີກະ​ສັດ​ເມືອງ​ໂຊ​ບາດາ​ວິດ​ຊົງ​ປະ​ຫານ​ຄົນຊີ​ເຣັຽ​ເສັຽ​ສອງ​ຫມື່ນສອງ​ພັນ​ຄົນ

6    ແລ້ວ​ດາ​ວິດ​ຊົງ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ໄວ້​ເຫນືອ​ຄົນ​ຊີ​ເຣັຽ​ຊາວ​ເມືອງ​ດາ​ມັ​ສກັ​ສ​ຫລາຍກອງ ແລະ​ຄົນ​ຊີ​ເຣັຽກໍ​ຕົກ​ຢູ່ໃຕ້​ອຳ​ນາດຂອງ​ດາ​ວິດ ແລະ​ນຳ​ເຄື່ອງບັນ​ນາ​ການ​ໄປ​ຖວາຍ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະ​ນະ​ແກ່​ດາ​ວິດ​ບໍ່​ວ່າ​ຈະ​ໄປ​ຮົບ​ທີ່​ໃດໆ

7    ແລະ​ດາ​ວິດ​ຊົງ​ນຳ​ໂລ່​ທອງ​ຄຳ​ທີ່​ຂ້າ​ຣາຊ​ການ​ຂອງ​ຮາ​ດາ​ເດ​ເຊີ​ຖື​ນັ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ

8    ​ກະ​ສັດ​ດາ​ວິດ​ຊົງ​ຍຶດ​ທອງ​ສຳ​ຣິດ​ເປັນ​ຈຳ​ນວນ​ຫລາຍ​ໄປ​ຈາກ​ເມືອງ​ເບ​ຕາ ແລະ​ເມືອງ​ເບ​ໂຣ​ທັຍ​ຫົວ​ເມືອງ​ຂອງ​ຮາ​ດາ​ເດ​ເຊີ

9    ເມື່ອ​ໂຕ​ອີ​ກະ​ສັດ​ເມືອງ​ຮາ​ມັ​ທ​ຊາບ​ວ່າ​ດາ​ວິດ​ຮົບ​ຊະ​ນະ​ກອງ​ທັບ​ທັງ​ສິ້ນ​ຂອງ​ຮາ​ດາ​ເດ​ເຊີ

10 ໂຕ​ອີ​ກໍ​ສົ່ງ​ໂຢ​ຣາມ​ບຸດ​ຊາຍ​ຂອງ​ຕົນ​ໄປ​ເຝົ້າ​ກະ​ສັດ​ດາ​ວິດ ຖວາຍ​ພຣະ​ພອນ​ແລະ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ດາ​ວິດ​ຊົງ​ຮົບ​ຊະ​ນະ​ຮາ​ດາ​ເດ​ເຊີ ເພາະ​ວ່າ​ຮາ​ດາ​ເດ​ເຊີ​ເຄີຍ​ທຳ​ສົງ​ຄາມ​ກັບ​ໂຕ​ອີ ແລະ​ໂຢ​ຣາມ​ໄດ້​ນຳ​ເຄື່ອງ​ເງິນ ເຄື່ອງ​ທອງ​ຄຳ ແລະ​ເຄື່ອງ​ທອງ​ສຳ​ຣິດ​ໄປ​ຖວາຍ

11 ສິ່ງ​ເຫລົ່າ​ນີ້ ກະ​ສັດ​ດາ​ວິດ​ຊົງ​ນຳ​ມອບ​ຖວາຍ​ແດ່​ພຣະ​ຜູ້ເປັນ​ເຈົ້າ ພ້ອມ​ກັບ​ບັນ​ດາ​ເງິນ​ແລະທອງ​ຄຳ ຊຶ່ງ​ພຣະ​ອົງ​ຊົງ​ໄດ້​ມາ​ຈາກ​ບັນ​ດາ​ປະ​ຊາ​ຊາດ​ທີ່​ພຣະ​ອົງ​ຊົງ​ຮົບ​ຊະ​ນະ​ແລະ​ຍຶດ​ຄອງ ແລະ​ຊົງ​ນຳ​ມາ​ມອບ​ຖວາຍຄື​ໄດ້​ມາ​ຈາກ​ເອ​ໂດມ ໂມ​ອາບ ຄົນ​ອັມ​ໂມນ ຄົນ​ຟີ​ລິສ​ຕິນ ອາ​ມາ​ເລກ ແລະ​ຈາກ​ຂອງ​ທີ່​ຍຶດ​ມາ​ຈາກ​ຮາ​ດາ​ເດ​ເຊີ​ບຸດ​ຊາຍຂອງ​ເຣ​ໂຮບ ກະ​ສັດ​ເມືອງ​ໂຊ​ບາ

12 ເມື່ອ​ດາ​ວິດ​ສະ​ເດັດ​ກັບ​ຈກ​ການ​ປະ​ຫານ ຄົນ​ເອ​ໂດມ​ເສັຽ​ໃນ​ຫຸບ​ເຂົາ​ເກືອ​ນຶ່ງ​ຫມື່ນ​ແປດ​ພັນ​ຄົນ

13 ພຣະ​ອົງ​ຊົງ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ຂຶ້ນ​ເຫນືອ​ເມືອງ​ເອ​ໂດມ ພຣະ​ອົງ​ຊົງ​ຕັ້ງທະ​ຫານ​ປະ​ຈຳ​ປ້ອມ​ໃນ​ເອ​ໂດມ​ທົ່ວ​ໄປ​ຫມົດ ແລະ​ຄົນ​ເອ​ໂດມ​ທັງ​ສິ້ນ​ຈຶ່ງ​ຕົກ​ຢູ່ໃຕ້​ອຳ​ນາດ​ຂອງ​ດາ​ວິດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະ​ນະ​ແກ່​ດາ​ວິດ ບໍ່ວ່າ​ຈະ​ສະ​ເດັດ​ໄປ​ຮົບ​ໃນ​ທີ່​ໃດ

14 ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ຊົງ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ທັງ​ສິ້ນ ແລະ​ດາ​ວິດ​ຊົງ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແລະ​ຄວາມ​ທ່ຽງທັມ​ແກ່​ຊົນ​ຊາດ​ຂ​ອງ​ພຣະ​ອົງ​ທັງ​ສິ້ນ

15 ໂຢ​ອາບ​ບຸ​ດ​ນາງ​ເຊ​ຣູ​ຢາ​ເປັນ​ແມ່​ທັບ​ແລະ​ເຢ​ໂຮ​ຊາຟັດ ບຸດ​ອາ​ຮີ​ລຸດ​ເປັນ​ຜູ້​ກຳ​ກັບ​ເອ​ກກະ​ສານ

16 ຊາ​ໂດກ ບຸດ​ອາ​ຮີ​ຕຸບ ແລະ​ອາ​ຮີ​ເມ​ເລກ ບຸດ​ອາ​ບີ​ອາ​ທາ​ເປັນ​ປະ​ໂຣ​ຫິດ ແລະ​ເຊ​ຣັຍ​ຢາ​ເປັນ​ຣາຊ​ເລ​ຂາ

17 ​ເບ​ນັຍ​ຢາ​ ບຸດ​ເຢຮົວ​ອາ​ດາ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຄົນ​ເຄ​ເຣ​ທີ ແລະຄົນ​ເປ​ເລ​ທ ແລະບັນ​ດາ​ບຸດ​ຊາຍ​ຂອງ​ດາ​ວິດ​ເປັນ​ປະ​ໂຣ​ຫິດ

    9. ດາ​ວິດ ແລະ​ເມ​ຟີ​ໂບ​ເຊ​ທ

1    ດາ​ວິດ​ຖາມ​ຂຶ້ນ​ວ່າ, “ໃນ​ຄອບ​ຄົວ​ຂອງ​ຊາ​ອູນ​ຍັງ​ມີ​ຄົນ​ເຫລືອ​ຢູ່​ອີກ​ບໍ ຖ້າ​ວ່າ​ມີ​ຂ້າ​ພະ​ເຈົ້າ​ຢາກ​ຊ່ອ​ຍ​ເຫລືອ​ເກີ້ອ​ກູນ​ເຂົາ​ເພື່ອ​ເຫັນ​ແກ່​ໂຢ​ນາ​ທານ”

2    ແລ້ວ​ຊີ​ບາ ຄົນ​ໃຊ້​ໃນ​ຄອບ​ຄົວ​ຂອງ​ຊາ​ອູນ ກໍ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ມາ​ເຝົ້າ​ດາ​ວິດ ເຈົ້າ​ຊີ​ວິດ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ແມ່ນ​ຊີ​ບາ​ບໍ?” ເຂົາ​ກໍ​ທູນ​ຕອບ​ວ່າ, “ໂດຍ, ຂ້າ​ນ້ອຍ”

3    ເຈົ້າ​ຊີ​ວິດ​ຖາມ​ເຂົາ​ອີກວ່າ, “ຍັງ​ມີບງ​ຄົນ​ເຫລືອ​ຢູ່​ໃນ​ຄອບ​ຄົວ​ຊາ​ອູນ​ບໍ? ເພາະ​ວ່າ​ເຮົາ​ຢາ​ກສະ​ແດງ​ຄວາມ​ເມດ​ຕາ ແລະ​ຊ່ອຍ​ເຫລື​ອ​ເກື້ອ​ກູນ​ເຂົາ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ” ຊີ​ບາ​ທູນ​ຕອບ​ວ່າ, “ຍັງ​ມີ​ລູກ​ຊາຍ​ຂອງ​ໂຢ​ນາ​ທານ​ຄົນ​ນຶ່ງ ແຕ່​ເຂົາ​ເປັນ​ຄົນ​ເສັຽອົງ​ຄະ”

4    ຝ່າຍ​ເຈົ້າ​ຊີ​ວິດ​ກໍ​ຖາມ​ວ່າ, “ດຽວ​ນີ້ ເຂົາ​ຢູ່​ໃສ” ຊີ​ບາ​ຈຶ່ງ​ທູນ​ຕອບ​ວ່າ, “ເຂົາ​ຢູ່​ໃນ​ເຮືອນ​ຂອງ​ມາ​ຄີ ບຸດ​ອັມ​ມີ​ເອນ ຢູ່​ທີ່​​ໂລ​ເດ​ບາ​ຣ໌

5    ແລ້ວ​ເຈົ້າ​ຊີ​ວິດ​ກໍ​ສົ່ງ​ຄົນ​ໄປ​ນຳ​ເອົາ​ເຂົາ​ມາ​ຈກ​ເຮືອນ​ຂອງ​ມາ​ຄີ ບຸດ​ອັມ​ມີ​ເອນ​ທີ່​ໂລ​ເດ​ບາ​ຣ໌

6    ເມື່ອ​ເມ​ຟີ​ໂບ​ເຊ​ທ ບຸດ​ຊາຍ​ຂອງ​ໂຢ​ນາ​ທານ​ຜູ້​ເປັນ​ຫລານ​ຊາຍ​ຂອງ​ຊາ​ອູນ​ມາ​ຮອດ ເຂົາ​ກໍ​ກົ້ມ​ຂາບ​ລົງ​ສະ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ດາ​ວິດ ດາ​ວິດ​ໄດ້​ກ່າວ​ວ່າ, “ເມ​ຟີ​ໂບ​ເຊ​ທ” ເມ​ຟີ​ໂບ​ເຊ​ທ​ຈຶ່ງ​ທູນ​ຕອບ​ວ່າ, “ໂດຍ, ຂ້າ​ນ້ອຍ”

7    ດາ​ວິດ​ເວົ້າ​ຕໍ່​ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ ເພື່ອ​ເຫັນ​ແກ່​ໂຢ​ນາ​ທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດ​ຕາ​ເຈົ້າ ເຮົາ​ຈະ​ເອົາ​ທີ່​ດິນ​ທັງ​ຫມົດທີ່​ເປັນ​ຂອງ​ຊາ​ອູນ​ພໍ່​ປູ່​ຂອງ​ເຈົ້າ​ມອບ​ຄືນ​ໃຫ້​ແກ່​ເຈົ້າ ແລະ​ເຮົາ​ຍິນ​ດີ​ໃຫ້​ເຈົ້າ​ມາ​ຮ່ວ​ມ​ຮັບ​ປະ​ທານ​ອາ​ຫານ​ກັບ​ເຣົາ​ເລື້ອຍໆ”

8    ເມ​ຟີ​ໂບ​ເຊ​ທ​ກໍ​ກົ້ມ​ຂາບ​ລົງ​ອີກ​ເທື່ອ​ນຶ່ງ ແລະ​ທູນ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ພຣະ​ອົງ​ບໍ່​ມີ​ຄຸນ​ຄ່າ​ຊ່ຳ​ຊາກ​ຫມາ​ຕາຍ​ຊ້ຳ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ດີ​ກັບ​ຂ້າ​ພຣະ​ອົງ​ຢ່າງ​ນີ້”

9    ແລ້ວ​ເຈົ້າ​ຊີ​ວິດກໍ​ເອີ້​ນ​ຊີ​ບາ​ຄົນ​ໃຊ້​ຂອງ​ຊາ​ອູນ​ມາ ແລະ​ເວົ້າ​ວ່າ, “ເຮົາ​ໄດ້​ມອບ​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ຊາ​ອູນ ແລະ​ຂອງ​ຄອບ​ຄົວ​ທ່ານ​ຄືນ​ໃຫ້ແກ່​ເມ​ຟີ​ໂບ​ເຊ​ທ​ຫລາຍ​ຊາຍ​ນາຍ​ຂອງ​ເຈົ້າ​ແລ້ວ

10 ສ່ວນ​ເຈົ້າ ລູ​ກ​ຊາຍ​ເຈົ້າ​ພ້ອມ​ທັງ​ຄົນ​ໃຊ້​ເຈົ້າ ຈົ່ງ​ເຮັດ​ໄຮ່​ໄຖ່​ນາ​ໃສ່​ຜືນ​ແຜ່ນ​ດິນ​ນີ້ ໃຫ້​ຄອບ​ຄົວ​ຂອງ​ຊາ​ອູນ​ນາຍ​ຂອງ​ເຈົ້າ ແລະ​ເກັບ​ເອົາ​ຜົນ​ລະ​ປູກ​ມາ​ໃຫ້​ພວກ​ເຂົາ ເພື່ອ​ໃຫ້​ມີ​ອາ​ຫານ​ການ​ກິນ ສ່ວນ​ເມ​ຟີ​ໂບ​ເຊ​ທ​ນັ້ນ ຈະ​ຕ້ອງ​ເປັນ​ແຂກ​ປະ​ຈຳ​ໂຕະ​ອາ​ຫານ​ຂອງ​ເຮົາ​ສ​ເມີ” ຊີ​ບາ​ມີ​ບຸດ​ຊາຍ​ສິບ​ຫ້າ​ຄົນ ແ​ລະ​ຄົນ​ໃຊ້​ຊາວ​ຄົນ

11 ຊີ​ບາ​ທູນ​ຕອບ​ວ່າ, “ຂ້າ​ພຣະອົງ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພຣະ​ອົງ​ຊົງ​ສັ່ງ” ດັ່ງ​ນັ້ນ​ເມ​ຟີ​ໂບ​ເຊ​ທ​ຈຶ່ງ​ໄດ້​ຮັບ​ປະ​ທານ​ອາ​ຫານ​ຮ່ວມ​ໂຕະ​ກັບ​ເຈົ້າ​ຊີ​ວິດ​ເຫມືອນ​ດັ່ງ​ເປັນ​ຣາຊ​ໂອ​ຣົດ​ອົງ​ນຶ່ງ​ຂອງ​ພຣະ​ອົງ

12 ເມ​ຟີ​ໂບ​ເຊ​ທ ມີ​ບຸ​ດ​ຊາຍ​ຊື່ວ່າ ມີ​ກາ ທຸກ​ຄົນ​ໃນ​ຄອບ​ຄົວ​ຊີ​ບາ​ກໍ​ມາ​ເປັນ​ຄົນ​ໃຊ້​ຂອ​ງ​ເມ​ຟີ​ໂບ​ເຊ​ທ​ຫມົດ

13 ເມ​ຟີ​ໂບ​ເຊ​ທ​ຜູ້​ທີ່​ມີ​ຕີນ​ລ່ອຍ​ທັງ​ສອງ​ເບື້ອງ​ກໍ​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ກິນ​ເຂົ້າ​ຮ່ວມ​ໂຕະ​ກັບ​ເຈົ້າ​ຊີ​ວິດ​ທຸກໆ​ຄາບ

 

10. ຄົນ​ອັມ​ໂມນ ແລະ​ຊີ​ເຣັຽ​ຜ່າຍ​ແພ້

 (1 ຂ​ຄວ 19:1-19)

1    ຢູ່​ມາ​ພາຍ​ຫລັງ​ກະ​ສັດ​ແຫ່ງ​ຄົນ​ອັມ​ໂມນ​ກໍ​ສິ້ນ​ພຣະ​ຊົນ ແລະ​ຮາ​ນູນ​ບຸດ​ຊາຍ​ໄດ້​ສະ​ເວີຍ​ຣາຊ​ສົມ​ບັດ​ແທນ

2    ດາວິດ​ຈຶ່ງ​ກ່າ​ວ​ວ່າ, “ເຮົາ​ຈະ​ຊື່​ສັດ​ຕໍ່​ຮາ​ນູນ​ບຸດ​ຊາຍ​ຂອງ​ນາ​ຮັ​ສ ດັ່ງ​ທີ່​ບິ​ດາ​ຂອງ​ເຂົາ​ຊື່​ສັດ​ຕໍ່​ເຮົາ” ດາ​ວິດ​ຈຶ່ງ​ສົ່ງ​ພວກ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ໄປ​ເລົ້າ​ໂລມ​ທ່ານ​ກ່ຽວ​ດ້ວຍ​ເຣື່ອງ​