| 2 Kings |
|
![]() |
|
ພຣະທັມ
2
ປະຫວັດກະສັດ
ປະຫວັດກະສັດສະບັບທີ
2
1
ເມື່ອອາຮາບສິ້ນພຣະຊົນແລ້ວ
ເມືອງໂມອາບກໍກະບົດຕໍ່ຄົນອິສຣາເອນ
2
ຝ່າຍອາຮາຊີຢາຊົງຕົກລົງມາຈາກຊ່ອງພຣະແກຕາຂ່າຍທີ່ຫ້ອງຊັ້ນເທິງຂອງພຣະອົງໃນກຸງຊາມາເຣັຽ
ແລະຊົງປະຊວນຈຶ່ງຊົງໃຊ້ບັນດາຜູ້ສົ່ງຂ່າວໄປ
ຮັບສັ່ງວ່າ,
ຈົ່ງໄປຖາມບາອານເຊບູບ
ພຣະເຈົ້າແຫ່ງເອກໂຣນວ່າເຮົາຈະຫາຍຈາກຄວາມເຈັບປ່ວຍນີ້ໄດ້ຫລືບໍ່?
3
ແຕ່ທູດຂອງພຣະຜູ້ເປັນເຈົ້າເວົ້າກັບເອລີຢາ
ຊາວຕິສບີວ່າ,
ຈົ່ງລຸກຂຶ້ນໄປພົບບັນດາຜູ້ສົ່ງຂ່າວຂອງເຈົ້າຊີວິດແຫ່ງຊາມາເຣັຽ
ແລະຈົ່ງເວົ້າກັບເຂົາທັງຫລາຍວ່າ
ເພາະບໍ່ມີພຣະເຈົ້າໃນອິສຣາເອນແລ້ວຫລື
ທ່ານຈຶ່ງໄປຖາມພຣະບາອານເຊບູບ
ພຣະເຈົ້າຂອງເອກໂຣນ
4
ເພາະສະນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນິ້ວ່າ
ເຈົ້າຈະບໍ່ໄດ້ລົງມາຈາກບ່ອນນອນຊຶ່ງເຈົ້າຂຶ້ນໄປນັ້ນ
ແຕ່ເຈົ້າຈະຕ້ອງຕາຍແນ່ນອນ
ແລ້ວເອລີຢາກໍໄປ
5
ຜູ້ສົ່ງຂ່າວນັ້ນກໍກັບມາເຝົ້າເຈົ້າຊີວິດ
ພຣະອົງໄດ້ຖາມເຂົາທັງຫລາຍວ່າ,
ເປັນຫຍັງພວກເຈົ້າຈຶ່ງພາກັນກັບມາ?
6
ແລະເຂົາທັງຫລາຍທູນພຣະອົງວ່າ,
ມີຊາຍຄົນນຶ່ງມາພົບກັບພວກຂ້ານ້ອຍ
ແລະເວົ້າກັບພວກຂ້ານ້ອຍວ່າ
ຈົ່ງກັບໄປຫາພຣະຣາຊາຜູ້ໃຊ້ທ່ານມາ
ແລະທູນພຣະອົງວ່າ
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ
ເພາະບໍ່ມີພຣະເຈົ້າໃນອິສຣາເອນແລ້ວຫລື
ເຈົ້າຈຶ່ງໃຊ້ຄົນໄປຖາມພຣະບາອານເຊບູບພຣະເຈົ້າແຫ່ງເອກໂຣນ
ເພາະສະນັ້ນເຈົ້າຈະບໍ່ໄດ້ລົງມາຈາກບ່ອນນອນຊຶ່ງເຈົ້າໄດ້ຂຶ້ນໄປນັ້ນ
ແຕ່ເຈົ້າຈະຕ້ອງຕາຍແນ່ນອນ
7
ພຣະອົງໄດ້ຖາມເຂົາທັງຫລາຍວ່າ,
ຄົນທີ່ໄດ້ມາພົບເຈົ້າ
ແລະບອກສິ່ງເຫລົ່ານີ້ແກ່ເຈົ້ານັ້ນເປັນຄົນລັກສນະແບບໃດ?
8
ເຂົາທັງຫລາຍທູນຕອບພຣະອົງວ່າ,
ທ່ານສວມເສື້ອຂົນ
ແລະມີຫນັງຄາດແອວຂອງທ່ານໄວ້
ແລະພຣະອົງເວົ້າວ່າ,
ເປັນເອລີຢາ
ຊາວຕິສບີ
9
ແລ້ວເຈົ້າຊີວິດກໍຮັບສັ່ງໃຫ້ນາຍຫ້າສິບກັບທະຫານຫ້າສິບຄົນໄປຫາເອລີຢາ
ເຂົາໄດ້ຂຶ້ນໄປຫາທ່ານ
ເບິ່ງແມ໋,
ທ່ານນັ່ງຢູ່ເທິງຍອດພູເຂົາ
ແລະນາຍຫ້າສິບກ່າວແກ່ທ່ານວ່າ,
ຂ້າແດ່ຄົນແຫ່ງພຣະເຈົ້າ
ພຣະຣາຊາໄດ້ສັ່ງດັ່ງນີ້ວ່າ
ລົງມາ
10 ແຕ່ເອລີຢາຕອບນາຍຫ້າສິບວ່າ,
ຖ້າຂ້ອຍເປັນຄົນແຫ່ງພຣະເຈົ້າ
ກໍຂໍໃຫ້ໄຟລົງມາຈາກຟ້າສວັນເຜົາຜານເຈົ້າແລະຄົນທັງຫ້າສິບຄົນຂອງເຈົ້າເຖີດ
ແລ້ວໄຟກໍລົງມາຈາກຟ້າສວັນ
ແລະເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາເສັຽ
11 ເຈົ້າຊີວິດກໍຮັບສັ່ງໃຫ້ນາຍຫ້າສິບກັບທະຫານຫ້າສິບຄົນອີກພວກນຶ່ງໄປ
ແລະເຂົາກໍກ່າວແກ່ທ່ານວ່າ,
ຂ້າແດ່ຄົນແຫ່ງພຣະເຈົ້າ
ພຣະຣາຊາສັ່ງດັ່ງນີ້ວ່າ
ລົງມາ ໄວໆ
12 ແຕ່ເອລີຢາຕອບວ່າ,
ຖ້າຂ້ອຍເປັນຄົນແຫ່ງພຣະເຈົ້າ
ກໍຂໍໃຫ້ໄຟລົງມາຈາກຟ້າສວັນເຜົາຜານເຈົ້າ
ແລະຄົນທັງຫ້າສິບຂອງເຈົ້າເຖີດ
ແລະໄຟຂອງພຣະເຈົ້າລົງມາຈາກຟ້າສວັນແລະເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາເສັຽ
13 ເຈົ້າຊີວິດຮັບສັ່ງໃຫ້ນາຍຫ້າສິບຄົນທີສາມໄປພ້ອມກັບທະຫານຫ້າສິບຄົນຂອງເຂົາ
ແລະນາຍຫ້າສິບຄົນທີສາມກໍຂຶ້ນໄປ
ແລະຄຸເຂົ່າລົງຕໍ່ຫນ້າເອລີຢາ
ແລະວິງວອນທ່ານວ່າ,
ຂ້າແດ່ຄົນແຫ່ງພຣະເຈົ້າ
ຂໍຊີວິດຂອງຂ້າພະເຈົ້າ
ແລະຊີວິດຂອງຜູ້ຮັບໃຊ້ຂອງທ່ານອີກຫ້າສິບຄົນນີ້ໃຫ້ເປັນສິ່ງທີ່ປະເສີດໃນສາຍຕາຂອງທ່ານ
14 ເບິ່ງແມ໋,
ໄຟລົງມາຈາກຟ້າສວັນແລະໄດ້ເຜົາຜານນາຍຫ້າສິບທັງສອງຄົນກ່ອນນັ້ນເສັຽພ້ອມທັງທະຫານຫ້າສິບຄົນຂອງເຂົາດ້ວຍ
ແຕ່ບັດນີ້ຂໍໃຫ້ຊີວິດຂອງຂ້າພະເຈົ້າ
15 ເປັນສິ່ງທີ່ປະເສີດໃນສາຍຕາຂອງທ່ານ
ແລ້ວທູດຂອງພຣະຜູ້ເປັນເຈົ້າກ່າວແກ່ເອລີຢາວ່າ,
ຈົ່ງລົງໄປກັບເຂົາເຖີດ
ຢ່າຢ້ານເຂົາເລີຍ
ທ່ານກໍລຸກຂຶ້ນລົງໄປກັບເຂົາເຂົ້າເຝົ້າເຈົ້າຊີວິດ
16 ແລະທູນພຣະອົງວ່າ,
ພຣະເຈົ້າຊົງກ່າວດັ່ງນີ້ວ່າ,
ເພາະເຈົ້າໄດ້ສົ່ງຜູ້ສົ່ງຂ່າວໄປຍັງບາອານເຊບູບພຣະເຈົ້າແຫ່ງເອກໂຣນ
(ເພາະບໍ່ມີພຣະເຈົ້າໃນອິສຣາເອນທີ່ຈະທູນຖາມພຣະຄຳຂອງພຣະອົງຢ່າງນັ້ນຫລື)
ເພາະສະນັ້ນເຈົ້າຈະບໍ່ໄດ້ລົງມາຈາກບ່ອນນອນຊຶ່ງເຈົ້າໄດ້ຂຶ້ນໄປນັ້ນ
ແຕ່ເຈົ້າຈະຕ້ອງຕາຍແນ່ນອນ
ມໍຣະນະກັມຂອງອາຮາຊີຢາ
17 ທ່ານກໍສິ້ນຊີວິດຕາມພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງເອລີຢາກ່າວນັ້ນ
ແລະເຢໂຮຣາມກໍຂຶ້ນຄອງແທນ
ໃນປີທີ່ສອງແຫ່ງຣັຊການເຢໂຮຊາຟັດກະສັດແຫ່ງຢູດາ
ເພາະອາຮາຊີຢາບໍ່ມີໂອຣົດ
18 ສ່ວນພຣະຣາຊກິຈນອກນັ້ນຂອງອາຮາຊີຢາຊຶ່ງພຣະອົງຊົງກະທຳ
ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນ
1
ໃນຕອນທີ່ພຣະຜູ້ເປັນເຈົ້າຊົງບັນດານໃຫ້ລົມພະຍຸພັດ
ເອລີຢາຂຶ້ນສູ່ຟ້າສວັນນັ້ນ
ເຫດການໄດ້ເປັນມາດັ່ງນີ້
ເອລີຢາກັບເອລີຊາພາກັນເດີນທາງອອກຈາກເມືອງກິນການ
2
ເອລີຢາໄດ້ບອກເອລີຊາວ່າ,
ຂໍໃຫ້ເຈົ້າຢູ່ບ່ອນນີ້
ສ່ວນຂ້ອຍຈະໄປເມືອງເບັດເອນຕາມທີ່ພຣະເຈົ້າຊົງສັ່ງ
ແຕ່ເອລີຊາຕອບວ່າ,
ຂ້ານ້ອຍຂໍສາບານດ້ວຍຄວາມສັດຊື່ຕໍ່ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່
ແລະຕໍ່ທ່ານເອງວ່າ
ຂ້ານ້ອຍຈະບໍ່ພາກຈາກທ່ານໄປເລີຍ
ດັ່ງນັ້ນທັງສອງຈຶ່ງພາກັນເດີນທາງໄປຍັງເມືອງເບັດເອນ
3
ເມື່ອທັງສອງໄປຮອດແລ້ວ
ພວກຄນະຜູ້ປະກາດພຣະທັມທີ່ຢູ່ໃນເມືອງເບັດເອນໄດ້ມາຫາເອລີຊາ
ແລະເວົ້າຕໍ່ເຂົາວ່າ,
ເຈົ້າບໍ່ຮູ້ບໍວ່າ
ມື້ນີ້ພຣະຜູ້ເປັນເຈົ້າຈະຊົງຮັບເອົານາຍຂອງເຈົ້າໄປຈາກເຈົ້າ?
ເອລີຊາຕອບວ່າ,
ຢ່າສູ່ປາກ
ຂ້ອຍຮູ້ແລ້ວ
4
ເອລີຢາເວົ້າຕໍ່ເອລີຊາວ່າ,
ຂໍໃຫ້ເຈົ້າຢູ່ບ່ອນນີ້
ເພາະພຣະຜູ້ເປັນເຈົ້າຊົງສັ່ງຂ້ອຍໄປເມືອງເຢຣີໂກ
ແຕ່ເອລີຊາຕອບວ່າ,
ຂ້ານ້ອຍຂໍສາບານດ້ວຍຄວາມສັດຊື່ຕໍ່ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່
ແລະຕໍ່ທ່ານເອງວ່າ
ຂ້ານ້ອຍຈະບໍ່ພາກຈາກທ່ານໄປເລີຍ
ແລ້ວທັງສອງກໍພາກັນເດີນທາງໄປຍັງເມືອງເຢຣີໂກ
5
ພວກຄນະຜູ້ປະກາດພຣະທັມທີ່ຢູ່ໃນເມືອງເຢຣີໂກໄດ້ອອກມາພົບເອລີຊາ
ແລະເວົ້າຕໍ່ເຂົາວ່າ,
ເຈົ້າຮູ້ບໍວ່າ
ມື້ນີ້ພຣະຜູ້ເປັນເຈົ້າຈະຊົງຮັບເອົານາຍຂອງເຈົ້າໄປຈາກເຈົ້າ?
ເອລີຊາຕອບວ່າ,
ຢ່າສູ່ປາກ
ຂ້ອຍຮູ້ແລ້ວ
6
ເອລີຢາຈຶ່ງເວົ້າຕໍ່ເອລີຊາວ່າ,
ຂໍໃຫ້ເຈົ້າຢູ່ບ່ອນນີ້
ເພາະວ່າພຣະຜູ້ເປັນເຈົ້າຊົງສັ່ງໃຫ້ຂ້ອຍໄປແມ່ນ້ຳຈໍແດນ
ແຕ່ເອລີຊາຕອບຄືເກົ່າວ່າ,
ຂ້ານ້ອຍຂໍສາບານດ້ວຍຄວາມສັດຊື່ຕໍ່ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່
ແລະຕໍ່ທ່ານເອງວ່າ
ຂ້ານ້ອຍຈະບໍ່ພາກຈາກທ່ານໄປເລີຍ
ແລ້ວທັງສອງກໍພາກັນເດີນທາງຕໍ່ໄປນຳກັນ
7
ມີພວກຜູ້ປະກາດພຣະທັມຫ້າສິບຄົນຕິດຕາມພວກທ່ານໄປຈົນຮອດແມ່ນ້ຳຈໍແດນ
ແລ້ວພວກຜູ້ປະກາດພຣະທັມກຳພາກັນຢືນຢູ່ຫ່າງໆ
8
ເອລີຢາໄດ້ແກ້ເສື້ອຄຸມອອກແລ້ວບິດເຂົ້າກັນ
ແລະຕີລົງເທິງຫນ້ານ້ຳ
ນ້ຳນັ້ນກໍແຍກອອກ
ທັງສອງຈຶ່ງຍ່າງຂ້າມໄປສູ່ຝັ່ງນັ້ນ
9
ເມື່ອຂ້າມໄປແລ້ວ
ເອລີຢາຈຶ່ງເວົ້າຕໍ່ເອລີຊາວ່າ,
ກ່ອນທີ່ຂ້ອຍຈະຖືກຮັບຂຶ້ນໄປນີ້
ເຈົ້າຢາກໄດ້ຫຍັງ
ຈົ່ງຂໍມາເບິ່ງດູ
ເອລີຊາຕອບວ່າ,
ຂໍໃຫ້ຂ້ານ້ອຍໄດ້ເປັນຜູ້ສືບແທນຮັບເອົາຣິດເດດສ່ວນໃຫຍ່ຈາກທ່ານເທີນ
10 ເອລີຢາຈຶ່ງຕອບວ່າ,
ເຈົ້າຮ້ອງຂໍເອົາໃນຂໍ້ທີ່ເປັນໄປໄດ້ຍາກທີ່ສຸດ
ແຕ່ເຖິງຢ່າງໃດກໍຕາມ
ຖ້າວ່າເຈົ້າເຫັນຂ້ອຍໃນຂນະທີ່ຖືກຮັບຂຶ້ນໄປນັ້ນ
ເຈົ້າຈະໄດ້ຮັບຕາມຄຳຮ້ອງຂໍ
ຄັນຖ້າເຈົ້າບໍ່ເຫັນເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ
11 ແຕ່ແລ້ວ
ໃນຂນະທີ່ພວກທ່ານຍ່າງສົນທະນາກັນໄປນັ້ນ
ຣົດມ້າທີ່ມີແປວໄຟຫຸ້ມຫໍ່ແລ່ນຜ່ານທ່ານທັງສອງໄປ
ແລ້ວລົມພະຍຸກໍພັດເອົາເອລີຢາຂຶ້ນໄປສູ່ຟ້າສວັນ
12 ເອລີຊາຫລຽວເຫັນຈຶ່ງຣ້ອງຫາເອລີຢາ
ພໍ່ເອີຍ
ພໍ່ເອີຍ
ຜູ້ປ້ອງກັນຜູ້ຍິ່ງໃຫຍ່ແຫ່ງອິສຣາເອນເອີຍ
ທ່ານຈາກໄປແລ້ວຫນໍ
ເມື່ອເອລີຊາບໍ່ເຫັນເອລີຢາ
ເຂົາກໍຈີກເສື້ອຂອງຕົນຈົນຂາດເຄິ່ງ
13 ແລ້ວຈັບເອົາເສື້ອຄຸມຂອງເອລີຢາທີ່ຕົກລົງມານັ້ນ
ກັບຄືນໄປຢືນຢູ່ແຄມຝັ່ງແມ່ນ້ຳຈໍແດນ
14 ເຂົາເອົາເສື້ອຟາດລົງນ້ຳ
ແຕ່ນ້ຳກໍບໍ່ແຍກອອກຈາກກັນ
ເຂົາຈຶ່ງຮ້ອງຂຶ້ນວ່າ,
ພຣະຜູ້ເປັນເຈົ້າຂອງເອລີຢາຢູ່ໃສ?
ແລ້ວໄດ້ຟາດນ້ຳອີກເທື່ອນຶ່ງ
ນ້ຳຈຶ່ງແຍກອອກ
ເອລີຊາກໍຍ່າງຂ້າມໄປຝັ່ງນັ້ນ
15 ເມື່ອພວກຜູ້ປະກາດພຣະທັມຫ້າສິບຄົນຈາກເມືອງເຢຣີໂກຫລຽວເຫັນດັ່ງນັ້ນ
ຈຶ່ງເວົ້າຂຶ້ນວ່າ,
ຣິດເດດຂອງເອລີຢາໄດ້ຢູ່ນຳເອລີຊາແລ້ວ
ພວກເຂົາກໍພາກັນໄປຫາເອລີຊາ
ກົ້ມຂາບລົງຕໍ່ຫນ້າທ່ານ
16 ທັງເວົ້າວ່າ,
ພວກຂ້ານ້ອຍທັງຫ້າສິບຄົນຍັງຢູ່ທີ່ນີ້
ທຸກຄົນລ້ວນແຕ່ເປັນຜູ້ແຂງແຮງ
ຂໍໃຫ້ພວກຂ້ານ້ອຍອອກໄປຊອກຫານາຍຂອງທ່ານເທີນ
ບາງທີພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງເອົາທ່ານໄປປະໄວ້ເທິງຈອມພູ
ຫລືຕາມຮ່ອມພູບ່ອນໃດບ່ອນນຶ່ງກໍອາດເປັນໄປໄດ້
ເອລີຊາຕອບວ່າ,
ບໍ່
ພວກເຈົ້າບໍ່ຕ້ອງໄປດອກ
17 ແຕ່ພວກເຂົາໄດ້ຫນ່ຽວວອນຂໍຈົນທ່ານໄດ້ຍອມ
ໃຫ້ພວກເຂົາໄປ
ດັ່ງນັ້ນທັງຫ້າສິບຄົນຈຶ່ງອອກທ່ຽວຊອກຫາເປັນເວລາສາມວັນ
ແຕ່ກໍບໍ່ພົບເລີຍ
18 ແລ້ວພວກເຂົາໄດ້ພາກັນຄືນມາຫາເອລີຊາທີ່ຄອຍຖ້າຢູ່ເມືອງເຢຣີໂກ
ເອລີຊາຈຶ່ງເວົ້າຕໍ່ພວກເຂົາວ່າ,
ຂ້ອຍໄດ້ບອກພວກເຈົ້າແລ້ວວ່າບໍ່ຕ້ອງໄປ
19 ຊາວເມືອງເຢຣີໂກບາງຄົນໄດ້ເວົ້າຕໍ່ເອລີຊາວ່າ,
ເມືອງນີ້ເປັນຫນ້າຢູ່ຕາມທີ່ເຈົ້ານາຍເຫັນນີ້ແຫລະ
ຫາກແຕ່ວ່ານ້ຳໄດ້ເກີດເປັນພິດອັນເປັນເຫດໃຫ້ຍິງຫລາຍຄົນຫລຸລູກ
20 ເອລີຊາຈຶ່ງບອກກັບພວກເຂົາວ່າ,
ຈົ່ງໄປເອົາເກືອໃສ່ຊາມຫນ່ວຍໃຫມ່ໆມາ
ພວກເຂົາກໍປະຕິບັດຕາມ
21 ທ່ານໄດ້ໄປທີ່ບໍ່ນ້ຳຫວ່ານເກືອລົງນ້ຳ
ແລະເວົ້າວ່າ,
ພຣະຜູ້ເປັນເຈົ້າຊົງກ່າວໄວ້ວ່າ
ເຮົາທໍາໃຫ້ນ້ຳນີ້ສະອາດຕໍ່ໄປ
ຄວາມຕາຍແລະການຫລຸລູກຈະບໍ່ມີອີກ
22 ຕັ້ງແຕ່ນັ້ນມາຈົນເຖິງທຸກວັນນີ້
ນ້ຳກໍໄດ້ສະອາດດີເປັນຈິງຕາມເອລີຊາໄດ້ບອກໄວ້
23 ຈາກນັ້ນເອລີຊາກໍຈາກເມືອງເຢຣິໂກໄປສູ່ເມືອງເບັດເອນ
ໃນຂນະທີ່ທ່ານກຳລັງຍ່າງຕາມທາງນັ້ນໄດ້ມີພວກເດັກນ້ອຍຜູ້ຊາຍຈຳນວນນຶ່ງທີ່ອອກມາຈາກໃນເມືອງຮ້ອງເຍີ້ຍໃສ່ທ່ານວ່າ,
ຂຶ້ນໄປ
ຂຶ້ນໄປໂລດເຖົ້າຫົວລ້ານ
24 ເອລີຊາງວາກຫນ້າມາຈ້ອງເບິ່ງເຂົາ
ແລະສາບແຊ່ງພວກເຂົາໃນພຣະນາມຂອງພຣະຜູ້ເປັນເຈົ້າ
ແລ້ວໄດ້ມີຫມີແມ່ສອງໂຕອອກມາຈາກປ່າ
ຫມີນັ້ນໄດ້ຈີກເດັກນ້ອຍຈຳນວນສີ່ສິບຄົນຢູ່ທີ່ນັ້ນຕາຍຫມົດ
25 ສ່ວນເອລີຊາກໍເດີນທາງໄປຍັງພູກາຣ໌ເມນ
ແລະພາຍລຸນມາກໍກັບຄືນມາກຸງຊາມາເຣັຽ
1
ໃນປີທີ່ສິບແປດຂອງຣັຊການເຢໂຮຊາຟັດກະສັດແຫ່ງຢູດາ
ເຢໂຮຣາມໂອຣົດຂອງອາຮາບໄດ້ເລີ້ມປົກຄອງເຫນືອອິສຣາເອນໃນກຸງຊາມາເຣັຽ
ແລະຊົງປົກຄອງສິບສອງປີ
2
ພຣະອົງຊົງກະທຳສິ່ງທີ່ຊົ່ວໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ
ແຕ່ບໍ່ເຫມືອນບິດາແລະມານດາຂອງພຣະອົງ ພຣະອົງຊົງທຳລາຍເສົາສັກສິດແຫ່ງພຣະບາອານຊຶ່ງຣາຊບິດາຂອງພຣະອົງຊົງກະທໍາໄວ້ເສັຽ
3
ແຕ່ພຣະອົງຍັງຊົງເກາະຕິດຢູ່ກັບບາບຂອງເຢໂຣໂບອາມບຸດເນບັດ
ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳ
ດ້ວຍພຣະອົງບໍ່ໄດ້ຊົງພາກຈາກບາບນັ້ນ
4
ຝ່າຍເມຊາກະສັດແຫ່ງໂມອາບຊົງເປັນຜູ້ເສັຽສ່ວຍ
ແລະພຣະອົງຕ້ອງຖວາຍລູກແກະນຶ່ງແສນໂຕ
ແລະຂົນແກະເຖິກແສນໂຕໃຫ້ແກ່ກະສັດອິສຣາເອນ
5
ແຕ່ມາເມື່ອອາຮາບສິ້ນພຣະຊົນແລ້ວ
ກະສັດແຫ່ງໂມອາບກໍກະບົດຕໍ່ກະສັດແຫ່ງອິສຣາເອນ
6
ກະສັດເຢໂຮຣາມຈຶ່ງອອກຈາກຊາມາເຣັຽໃນຄັ້ງນັ້ນ
ແລະຊົງເກນຄົນອິສຣາເອນທັງສິ້ນ
7
ພຣະອົງຊົງສົ່ງສານໄປຍັງເຢຮົວຊາຟັດພຣະຣາຊາແຫ່ງຢູດາວ່າ,
ພຣະຣາຊາແຫ່ງໂມອາບໄດ້ກະບົດຕໍ່ຂ້າພະເຈົ້າ
ທ່ານຈະໄປຮົບກັບໂມອາບພ້ອມກັບຂ້າພະເຈົ້າໄດ້ຫລືບໍ?
ແລະທ່ານວ່າ,
ເຮົາຈະໄປ
ເຮົາກໍເປັນດັ່ງທີ່ທ່ານເປັນ
ແລະປະຊາຊົນຂອງເຮົາກໍເປັນດັ່ງປະຊາຊົນຂອງທ່ານ
ບັນດາມ້າຂອງເຮົາກໍເປັນດັ່ງມ້າຂອງທ່ານ
8
ແລ້ວທ່ານວ່າ,
ເຮົາຈະຂຶ້ນໄປທາງໃດ?
ເຢໂຮຣາມຊົງຕອບໄປວ່າ,
ໄປທາງຖິ່ນກັນດານເມືອງເອໂດມ
9
ພຣະຣາຊາແຫ່ງອິສຣາເອນຈຶ່ງສະເດັດໄປພ້ອມກັບພຣະຣາຊາແຫ່ງຢູດາ
ແລະພຣະຣາຊແຫ່ງເອໂດມ
ແລະເມື່ອທັງສາມກະສັດສະເດັດອ້ອມໄປໄດ້ເຈັດວັນແລ້ວກໍຫານ້ຳໃຫ້ກອງທັບແລະໃຫ້ສັດທີ່ຕິດຕາມມານັ້ນບໍ່ໄດ້
10 ແລ້ວເຈົ້າຊີວິດແຫ່ງອິສຣາເອນຈຶ່ງເວົ້າວ່າ,
ອະນິດຈາເອີຍ,
ພຣະຜູ້ເປັນເຈົ້າຊົງເອີ້ນສາມກະສັດນີ້ມາເພື່ອຈະມອບໄວ້ໃນມືຂອງໂມອາບ
11 ແລະເຢໂຮຊາຟັດເວົ້າວ່າ,
ບ່ອນນີ້ບໍ່ມີຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າ
ເພື່ອເຮົາຈະໃຫ້ທູນຖາມພຣະຜູ້ເປັນເຈົ້າຫລື
ແລ້ວຂ້າຣາຊການຄົນນຶ່ງຂອງກະສັດອິສຣາເອນຈຶ່ງທູນວ່າ,
ເອລີຊາບຸດຊາຟັດຢູ່ທີ່ນີ້
ເປັນຜູ້ເທນ້ຳໃສ່ມືເອລີຢາ
12 ແລ້ວເຢໂຮຊາຟັດເວົ້າວ່າ,
ພຣະຄຳຂອງພຣະຜູ້ເປັນເຈົ້າຢູ່ກັບທ່ານ
ເຈົ້າຊີວິດແຫ່ງອິສຣາເອນ
ແລະເຢໂຮຊາຟັດແລະເຈົ້າຊີວິດແຫ່ງເອໂດມຈຶ່ງສະເດັດລົງໄປຫາທ່ານ
13 ແລະເອລີຊາທູນເຈົ້າຊີວິດແຫ່ງອິສຣາເອນວ່າ,
ພຣະອົງມີເຣື່ອງໃດກ່ຽວຂ້ອງກັບຂ້ານ້ອຍ
ສະເດັດໄປຫາຜູ້ປະກາດພຣະທັມຂອງສະເດັດພໍ່
ແລະສະເດັດແມ່ຂອງພຣະອົງເຖີດ
ແຕ່ເຈົ້າຊີວິດແຫ່ງອິສຣາເອນເວົ້າກັບທ່ານວ່າ,
ບໍ່ໄດ້ດອກ
ດ້ວຍວ່າພຣະຜູ້ເປັນເຈົ້າຊົງເປັນຜູ້ເອີ້ນກະສັດທັງສາມນີ້ມາເພື່ອມອບໄວ້ໃນມືຂອງໂມອາບ
14 ແລະເອລີຊາທູນວ່າ,
ພຣະຜູ້ເປັນເຈົ້າຈອມໂຍທາ
ຊຶ່ງຂ້ານ້ອຍບົວຣະບັດຊົງພຣະຊົນຢູ່
ຖ້າຂ້ານ້ອຍບໍ່ໄດ້ເຄົາຣົບນັບຖືຕໍ່ເຢໂຮຊາຟັດ
ພຣະຣາຊາແຫ່ງຢູດາແລ້ວ
ຂ້ານ້ອຍຈະບໍ່ເບິ່ງພຣະພັກພຣະອົງຫລືດູແລພຣະອົງເລີຍ
15 ຂໍຊົງນຳຜູ້ຫລີ້ນເຄື່ອງສາຍມາໃຫ້ຂ້ານ້ອຍຈັກຄົນນຶ່ງ
ແລະເມື່ອຜູ້ຫລີ້ນສາຍບັນເລງແລ້ວຣິດທານຸພາບຂອງພຣະຜູ້ເປັນເຈົ້າກໍມາເຫນືອທ່ານ
16 ແລະທ່ານທູນວ່າ,
ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ,
ເຮັດຮ່ອມພູນີ້ໃຫ້ເປັນສະທົ່ວໄປຫມົດ
17 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ,
ເຈົ້າທັງຫລາຍຈະບໍ່ເຫັນລົມຫລືຝົນ
ເຖິງຢ່າງໃດກໍດີຫຸບເຂົານັ້ນຈະມີນ້ຳເຕັມໄປຫມົດ
ເພື່ອເຈົ້າຈະໄດ້ດື່ມ
ທັງເຈົ້າ
ຝູງສັດລ້ຽງແລະສັດໃຊ້ຂອງເຈົ້າ
18 ເຣື່ອງຢ່າງນີ້ເປັນເຣື່ອງນ້ອຍໃນສາຍພຣະເນດພຣະຜູ້ເປັນເຈົ້າ
ພຣະອົງຈະຊົງມອບຄົນໂມອາບໄວ້ໃນມືຂອງເຈົ້າດ້ວຍ
19 ເຈົ້າຈະໂຈມຕີເມືອງທີ່ມີປ້ອມທຸກເມືອງ
ແລະເມືອງເອກທຸກເມືອງ
ແລະຈະໂຄ່ນລົ້ມຕົ້ນໄມ້ທຸກຕົ້ນ
ແລະຈະຖົມນ້ຳພຸທຸກແຫ່ງເສັຽ
ແລະທຳໄຮ່ນາທີ່ດີທຸກຕອນໃຫ້ເສັຽດ້ວຍຫີນ
20 ແລະຢູ່ມາພໍຮຸ່ງເຊົ້າປະມານເວລາຖວາຍເຄື່ອງບູຊາ
ເບິ່ງແມ໋,ມີນ້ຳມາຈາກທາງເມືອງເອໂດມ
ຈົນແຜ່ນດິນມີນ້ຳເຕັມຫມົດ
21 ແລະເມື່ອຄົນໂມອາບທັງຫລາຍໄດ້ຍິນວ່າບັນດາພຣະຣາຊາຍົກໄປສູ້ຮົບກັບຕົນ
ຄົນທີ່ມີອາຍຸສວມເກາະແລະສູງຂຶ້ນໄປກໍໄດ້ຮວບຮວມກັນເຂົ້າ
ແລະຍົກໄປຕັ້ງທີ່ເຂດແດນ
22 ເມື່ອເຂົາຕື່ນຂຶ້ນໃນຕອນເຊົ້າ
ແລະດວງອາທິດສ່ອງແສງຢູ່ເທິງນ້ຳ
ຄົນໂມອາບເຫັນນ້ຳທີ່ຢູ່ກົງຂ້າມກັບຕົນແດງເຫມືອນເລືອດ
23 ເຂົາທັງຫລາຍກ່າວວ່າ,
ນີ້ແມ່ນເລືອດ
ບັນດາເຈົ້າຊີວິດທີ່ໄດ້ສູ້ຮົບກັນເອງ
ແລະຂ້າກັນເອງ
ໂມອາບເອີຍ,
ມາເຖີດ
ມາຍຶດເອົາເຄື່ອງຂອງຂອງເຂົາ
24 ແຕ່ເມື່ອເຂົາມາເຖິງຄ້າຍອິສຣາເອນ
ຄົນອິສຣາເອນກໍລຸກຂຶ້ນຕໍ່ສູ້ກັບຄົນໂມອາບຈົນເຂົາທັງຫລາຍຫນີໄປ
ແລະເຂົາກໍບຸກຫນ້າເຂົ້າໄປໃນແຜ່ນດິນຂ້າຟັນຄົນໂມອາບ
25 ເຂົາທັງຫລາຍໄດ້ຫລາຍຫົວເມືອງ
ແລະຕ່າງຄົນກໍຕ່າງໂຍນຫີນເຂົ້າໄປໃນໄຮ່ນາທີ່ດີທຸກຕອນ
ເຂົາຖົມນ້ຳພຸເສັຽທຸກແຫ່ງ
ແລະໂຄ່ນລົ້ມຕົນໄມ້ດີໆເສັຽຫມົດ
ຈົນໃນກີຣ໌ຮາເຣເຊທ
ມີແຕ່ຫີນຂອງເມືອງເຫລືອຢູ່
ບັນດານັກສະລິງໄດ້ລ້ອມເມືອງໄວ້ແລະໂຈມຕີໄດ້
26 ເມື່ອພຣະຣາຊາແຫ່ງໂມອາບຊົງເຫັນວ່າຈະສູ້ບໍ່ໄດ້
ພຣະອົງກໍຊົງພາພົນດາບເຈັດຮ້ອຍຄົນຈະຕີຝ່າອອກມາທາງດ້ານພຣະຣາຊາເມືອງເອໂດມ
ແຕ່ອອກມາບໍ່ໄດ້
27 ແລ້ວພຣະອົງຊົງນຳໂອຣົດຫົວປີ
ຜູ້ຊຶ່ງຄວນຈະຂຶ້ນຄອງແທນນັ້ນ
ຖວາຍເປັນເຄື່ອງເຜົາບູຊາເສັຽທີ່ເທິງກຳແພງ
ແລະມີພຣະພິໂຣດອັນໃຫຍ່ຍິ່ງຕໍ່ພວກອິສຣາເອນ
ເຂົາທັງຫລາຍກໍຍົກຖອຍໄປຈາກພຣະອົງແລະກັບບ້ານເມືອງຂອງຕົນ
1
ພັຣຍາຂອງຄົນນຶ່ງໃນພວກຜູ້ປະກາດພຣະທັມຣ້ອງຕໍ່ເອລີຊາວ່າ,
ຜູ້ຮັບໃຊ້ຂອງທ່ານ
ຄື
ຜົວຂອງຂ້ານ້ອຍສິ້ນຊີວິດເສັຽແລ້ວ
ແລະທ່ານກໍຮູ້ຢູ່ແລ້ວວ່າຜູ້ຮັບໃຊ້ຂອງທ່ານຢຳເກງພຣະຜູ້ເປັນເຈົ້າ
ແຕ່ເຈົ້າຫນີ້ໄດ້ມາ
ເພື່ອນຳເອົາບຸດສອງຄົນຂອງຂ້ານ້ອຍໄປເປັນທາດຂອງເຂົາ
2
ແລະເອລີຊາຕອບວ່າ,
ບອກຂ້ອຍມາດູວ່າ
ຈະໃຫ້ຂ້ອຍຊ່ອຍຫຍັງ
ເຈົ້າມີຫຍັງຢູ່ໃນບ້ານແດ່?
ແລະນາງຕອບວ່າ,
ສາວໃຊ້ຂອງທ່ານບໍ່ມີຫຍັງໃນບ້ານນອກຈາກນ້ຳມັນນຶ່ງໄຫ
3
ແລະທ່ານກ່າວວ່າ,
ຈົ່ງອອກໄປນອກບ້ານ
ຂໍຢືມພາຊນະຈາກເພື່ອນບ້ານທຸກຄົນຂອງເຈົ້າມາ
ເປັນພາຊນະເປົ່າ
ຢ່າໃຫ້ນ້ອຍ
4
ແລ້ວຈົ່ງເຂົ້າໄປໃນເຮືອນ
ປິດປະຕູຂັງຕົວເຈົ້າແລະລູກຊາຍຂອງເຈົ້າໄວ້
ແລະຈົ່ງເທນ້ຳມັນໃສ່ພາຊນະທັງຫມົດ
ເມື່ອອັນນຶ່ງໆເຕັມແລ້ວກໍຕັ້ງໄວ້ຕ່າງຫາກ
5
ນາງກໍລາໄປ
ແລະປິດປະຕູຂັງນາງແລະບຸດຂອງນາງໄວ້
ລູກຊາຍສົ່ງພາຊນະມາໃຫ້ແລະນາງກໍເທນ້ຳມັນ
6
ແລະຢູ່ມາເມື່ອພາຊນະເຕັມຫມົດແລ້ວ
ນາງຈຶ່ງບອກບຸດວ່າ,
ເອົາພາຊນະໃຫ້ແມ່ອີກໃບນຶ່ງ
ແລະເຂົາຕອບນາງວ່າ,
ບໍ່ມີອີກແລ້ວ
ແລ້ວນ້ຳມັນກໍຢຸດໄຫລ
7
ນາງກໍໄປເຮືອນໃຫ້ຄົນຂອງພຣະຜູ້ເປັນເຈົ້າຮູ້
ແລະທ່ານບອກວ່າ,
ໄປໂລດ
ຂາຍນ້ຳມັນເສັຽເອົາເງິນຊຳຮະຫນີ້ຂອງເຈົ້າ
ທີ່ເຫລືອນອກນັ້ນເຈົ້າແລະລູກຂອງເຈົ້າຈົ່ງໃຊ້ລ້ຽງຊີວິດ
8
ວັນນຶ່ງເອລີຊາໄດ້ເດີນທາງໄປຍັງເມືອງຊູເນມ
ມີຍິງຖານະດີຄົນນຶ່ງອາໄສຢູ່
ແລະນາງໄດ້ຫນ່ຽວເຊີນທ່ານໃຫ້ຮັບປະທານອາຫານ
ດັ່ງນັ້ນເມື່ອທ່ານຜ່ານທາງນັ້ນໄປເມື່ອໃດ
ທ່ານກໍແວະເຂົ້າໄປຮັບປະທານອາຫານ
9
ຍິງຄົນນີ້ໄດ້ເວົ້າກັບຜົວຕົນວ່າ,
ຂ້ອຍເຊື່ອແນ່ວ່າຊາຍຜູ້ນີ້ມາເຮືອນເຮົາເລື້ອຍໆ
ຈະຕ້ອງເປັນຄົນບໍຣິສຸດຂອງພຣະເຈົ້າ
10 ຂໍໃຫ້ພວກເຮົາຈັດແຈ່ງຫ້ອງນອນໆໄວ້ເທິງຫລັງຄາພຽງ
ແລ້ວຈັດເອົາຕຽງ
ໂຕະ ຕັ່ງ
ແລະຕະກຽງໄວ້ໃຫ້ທ່ານ
ເພື່ອວ່າເມື່ອໃດທ່ານມາຫາເຮົາ
ກໍໃຫ້ທ່ານພັກຢູ່ບ່ອນນັ້ນ
11 ວັນນຶ່ງເອລີຊາມາເມືອງຊູເນມອີກ
ທ່ານໄດ້ແວ່ຂຶ້ນໄປພັກເຊົາຢູ່ຫ້ອງນັ້ນຄືເກົ່າ
12 ທ່ານຈຶ່ງບອກເກຮາຊີຄົນໃຊ້ຂອງທ່ານວ່າ,
ໄປເອີ້ນຍິງຊາວຊູເນມຄົນນີ້ມາ
ເມື່ອເຂົາເອີ້ນນາງ
ນາງກໍມາຢືນຢູ່ຕໍ່ຫນ້າທ່ານ
13 ເອລີຊາກໍບອກໃຫ້ຄົນໃຊ້ຖາມນາງວ່າ,
ເຈົ້າໄດ້ຫຍຸ້ງຍາກລຳບາກຍ້ອນພວກເຮົາຫລາຍ
ເຣົາຂໍຖາມເຈົ້າວ່າ
ເຈົ້າຢາກໃຫ້ເຣົາຊ່ອຍຫຍັງແດ່?
ບາງທີເຈົ້າອາດຢາກໃຫ້ເຣົາໄປທູນຄຸນງາມຄວາມດີຂອງເຈົ້າຕໍ່ກະສັດ
ຫລືຣາຍງານຕໍ່ຜູ້ບັນຊາການກອງທັບອາດເປັນໄປໄດ້
ນາງຈຶ່ງຕອບວ່າ,
ຂ້ານ້ອຍຢູ່ນຳຍາດພີ່ນ້ອງ
ກໍພໍຢູ່ພໍກິນແລ້ວ
14 ແລະທ່ານກ່າວວ່າ,
ຖ້າຢ່າງນັ້ນຈະໃຫ້ເຮົາຊ່ອຍຫຍັງນາງ
ເກຮາຊີຕອບວ່າ,
ແທ້ຈິງເພາະນາງບໍ່ມີບຸດ
ແລະຜົວຂອງນາງກໍເຖົ້າແລ້ວ
15 ທ່ານຈຶ່ງບອກວ່າ,
ໄປເອີ້ນນາງມາ
ແລະເມື່ອເຂົາໄປເອີ້ນນາງ
ນາງກໍມາຢືນຢູ່ທີ່ປະຕູ
16 ທ່ານກ່າວວ່າ,
ປີຫນ້າໃນເວລາດຽວກັນນີ້
ເຈົ້າຈະໄດ້ອຸ້ມລູກຊາຍ
ແລະນາງອຸທານວ່າ,
ໂອຍ,
ທ່ານເອີຍ
ທ່ານເປັນຄົນຂອງພຣະເຈົ້າ
ກະຣຸນາຢ່າຕວົະຂ້ານ້ອຍເລີຍ
17 ແລ້ວຕໍ່ມາ
ຍິງຄົນນັ້ນກໍຖືພາ
ພໍເຖິງເວລາກຳນົດນາງກໍເກີດບຸດຊາຍຕາມທີ່ເອລີຊາໄດ້ບອກໄວ້
18 ເມື່ອເດັກນ້ອຍນີ້ໃຫຍ່ເຕີບໂຕຂຶ້ນ
ເຊົ້າມື້ນຶ່ງເຂົາກໍອອກໄປຫາພໍ່ຢູ່ທົ່ງນາ
ໃນບ່ອນທີ່ພວກກ່ຽວເຂົ້າຢູ່
19 ໃນເວລານັ້ນເຂົາຮ້ອງຂຶ້ນວ່າ,
ໂອຍ, ຂ້ານ້ອຍເຈັບຫົວ
ຂ້ານ້ອຍເຈັບຫົວ
ຜູ້ເປັນພໍ່ຈຶ່ງບອກຄົນໃຊ້ຂອງເຂົາວ່າ,
ອຸ້ມເຂົາໄປຫາແມ່ໄປ໋
20 ແລະເມື່ອເຂົາອຸ້ມມາໃຫ້ແມ່ຂອງເດັກ
ເດັກນັ້ນກໍນັ່ງຢູ່ເທິງຕັກແມ່ຈົນທ່ຽງວັນ
ແລ້ວລູກນັ້ນກໍສິ້ນໃຈຕາຍ
21 ຜູ້ເປັນແມ່ຈຶ່ງນຳລູກໄປປົງໄວ້ເທິງຕຽງນອນຂອງເອລີຊາຄົນຂອງພຣະເຈົ້າ
ແລ້ວນາງກໍອອກມາແລ້ວປິດປະຕູໄວ້
22 ນາງກໍໄປເອີ້ນຜົວຂອງນາງກ່າວວ່າ,
ບອກຄົນໃຊ້ເອົາລໍໂຕນຶ່ງມາໃຫ້ຂ້ອຍແດ່
ເພື່ອຂ້ອຍຈະໄດ້ຟ້າວໄປຫາຄົນຂອງພຣະເຈົ້າ
ແລະຈະກັບຄືນມາໄວເທົ່າທີ່ຈະໄວໄດ້
23 ແລະເຂົາຖາມວ່າ,
ເປັນຫຍັງຈຶ່ງໄປຫາທ່ານມື້ນີ້
ມັນບໍ່ແມ່ນຍາມເດືອນອອກໃຫມ່
ຫລືວັນບໍຣິສຸດຂອງພຣະເຈົ້າ
24 ນາງຕອບວ່າ,
ບໍ່ເປັນຫຍັງດອກ
ແລ້ວນາງໄດ້ບອກໃຫ້ຄົນໃຊ້ເອົາອ່ານໃສ່ຫລັງລໍ
ແລະເວົ້າວ່າ,
ພາຂ້ອຍໄປໃຫ້ໄວເທົ່າທີ່ຈະໄວໄດ້
ຢ່າຢຸດກາງທາງຈົນກວ່າຈະໄດ້ຮັບຄຳສັ່ງຈາກຂ້ອຍກ່ອນ
25 ແລ້ວນາງກໍອອກເດີນທາງ
ແລະມາເຖິງຄົນຂອງພຣະເຈົ້າທີ່ພູກາຣ໌ເມນ
ເມື່ອຄົນຂອງພຣະເຈົ້າເຫັນນາງມາ
ທ່ານກໍເວົ້າກັບເກຮາຊີຄົນໃຊ້ຂອງທ່ານວ່າ,
ເບິ່ງດູຫັ້ນ
ຍິງຊາວຊູເນມມາແມ່ນບໍ
26 ຮີບຟ້າວອອກຕ້ອນຮັບນາງ
ແລະຖາມນາງເບິ່ງວ່າ
ນາງທັງຜົວແລະລູກຍັງຄ່ອຍສະບາຍດີຢູ່ບໍ?
ແລະນາງກໍຕອບວ່າ,
ສະບາຍດີ
27 ແລະເມື່ອນາງມາຍັງພູ
ເຖິງຄົນຂອງພຣະເຈົ້ານາງກໍກົ້ມຂາບລົງກອດຕີນຂອງເອລີຊາ
ເກຮາຊີຈຶ່ງຍ່າງເຂົ້າມາຫາທ່ານຈະດຶງເອົານາງອອກໄປ
ແຕ່ເອລີຊາບອກວ່າ,
ປ່ອຍນາງເທີນ
ເຈົ້າບໍ່ເຫັນບໍວ່ານາງມີຄວາມທຸກໃຈອັນໃຫຍ່ຫລວງ
ພຣະຜູ້ເປັນເຈົ້າຊົງອຳເຣື່ອງນີ້ໄວ້
ໂດຍບໍ່ໄດ້ບອກໃຫ້ເຣົາຮູ້
28 ແລ້ວນາງຈຶ່ງເວົ້າວ່າ,
ຂ້ານ້ອຍເຄີຍຂໍຈາກທ່ານກ່ຽວກັບເຣື່ອງລູກຊາຍນັ້ນ
ແມ່ນບໍ?
ຂ້ານ້ອຍໄດ້ເວົ້າບໍ່ແມ່ນບໍວ່າ
ຢ່າຕົວະຢ່າຫລອກລວງຂ້ານ້ອຍເລີຍ?
29 ເມື່ອເປັນດັ່ງນັ້ນທ່ານຈຶ່ງເວົ້າຕໍ່ເກຮາຊີວ່າ,
ຈົ່ງຟ້າວຖືໄມ້ເທົ້າຂອງເຮົານີ້ລ່ວງຫນ້າໄປກ່ອນ
ຖ້າວ່າເຈົ້າພົບໃຜກໍຢ່າຖາມສະບາຍດີກັບເຂົາ
ແລະຖ້າໃຜສະບາຍດີກັບເຈົ້າກໍຢ່າຕອບເຂົາເດີ
ໃຫ້ເອົາໄມ້ເທົ້າຂອງເຮົານີ້ຢຽດໃສ່ເທິງຫນ້າຂອງເດັກນັ້ນ
30 ແລ້ວມານດາຂອງເດັກນັ້ນເວົ້າວ່າ,
ຂ້ານ້ອຍຂໍສາບານຢ່າງສັດຊື່ຕໍ່ພຣະຜູ້ເປັນເຈົ້າ
ຜູ້ຊົງພຣະຊົນຢູ່ແລະຕໍ່ທ່ານເອງວ່າ
ຂ້ານ້ອຍຈະບໍ່ຈາກທ່ານໄປ
ດັ່ງນັ້ນເອລີຊາແລະແມ່ຂອງເດັກຈຶ່ງພາກັນອອກເດີນທາງໄປຕາມຫລັງ
31 ເກຮາຊີໄດ້ມຸ່ງຫນ້າໄປກ່ອນແລະເອົາໄມ້ເທົ້າຢຽດໃສ່ເດັກນ້ອຍນັ້ນ
ແຕ່ບໍ່ມີສຽງຫລືຄຳຕອບຢ່າງໃດເລີຍ
ເຂົາຈຶ່ງກັບຄືນມາພົບທ່ານ
ແລະບອກເອລີຊາວ່າ,
ເດັກນ້ອຍຍັງບໍ່ທັນຟື້ນຕົວເທື່ອ
32 ເມື່ອເອລີຊາເຂົ້າມາໃນເຮືອນ
ທ່ານເຫັນເດັກນ້ອຍນອນຕາຍຢູ່ເທິງຕຽງຂອງທ່ານ
33 ທ່ານຈຶ່ງເຂົ້າໄປຂ້າງໃນອັດປະຕູໄວ້
ແລ້ວໄດ້ອ້ອນວອນຫາພຣະຜູ້ເປັນເຈົ້າ
34 ແລ້ວທ່ານຂຶ້ນເທິງຕຽງ
ແລະນອນຢຽດຕົວລົງເຕັງເດັກນ້ອຍ
ໂດຍເອົາປາກເຕັງປາກ
ຕາເຕັງຕາ
ແລະມືເຕັງມື
ແລະເມື່ອທ່ານຢຽດເຕັງເດັກນ້ອຍຢູ່ນັ້ນ
ເນື້ອຫນັງຂອງເດັກກໍຮູ້ສຶກອຸ່ນຂຶ້ນມາ
35 ແລ້ວທ່ານກໍລຸກຍ່າງໄປມາຢູ່ໃນຫ້ອງ
ແລ້ວໄປນອນຢຽດຕົວເຕັງເດັກນ້ອຍອີກເທື່ອນຶ່ງ
ຄັ້ງນີ້ເດັກນ້ອຍກໍຈາມເຖິງເຈັດເທື່ອ
ແລະມືນຕາຂຶ້ນ
36 ແລ້ວທ່ານກໍເອີ້ນເກຮາຊີມາບອກວ່າ,
ໄປເອີ້ນຍິງຊູເນມຄົນນີ້ມາ
ເຂົາຈຶ່ງໄປເອີ້ນນາງ
ແລະເມື່ອນາງມາຮອດທ່ານແລ້ວ
ທ່ານຈຶ່ງເວົ້າກັບນາງວ່າ,
ຈົ່ງອຸ້ມລູກຂອງເຈົ້າໄປເຖີດ
37 ນາງເຂົ້າໄປທາງໃນ
ກົ້ມຂາບຕີນເອລີຊາ
ແລະພາລູກຊາຍຂອງນາງອອກໄປ
38 ເອລີຊາມາເຖິງກິນການອີກ
ເມື່ອແຜ່ນດິນເກີດກັນດານອາຫານ
ແລະເມື່ອພວກຜູ້ປະກາດພຣະທັມນັ່ງຢູ່ຕໍ່ຫນ້າທ່ານ
ທ່ນາກໍບອກຄົນໃຊ້ຂອງທ່ານວ່າ,
ຈົ່ງຕັ້ງຫມໍ້ຫນ່ວຍໃຫຍ່ແລະຕົ້ມເຂົ້າໃຫ້ແກ່ພວກຜູ້ປະກາດພຣະທັມ
39 ຄົນນຶ່ງໃນພວກອອກໄປເກັບຜັກທີ່ໃນທົ່ງນາ
ແລະພົບໄມ້ເຄືອປ່າເຄືອນຶ່ງ
ເຂົາເກັບໄດ້ຫມາກນ້ຳເຕົ້າປ່າຈົນເຕັມຕັກ
ກັບມາຜ່າໃສ່ໃນຫມໍ້ເຂົ້າຕົ້ມໂດຍບໍ່ຣູ້ວ່າເປັນຫມາກຫຍັງ
40 ເຂົາກໍເທອອກໃຫ້ຄົນເຫລົ່ານັ້ນຮັບປະທານ
ຂນະທີ່ເຂົາກຳລັງຮັບປະທານເຂົ້າຕົ້ມຢູ່ນັ້ນ
ເຂົາຮ້ອງຂຶ້ນວ່າ,
ຂ້າແດ່ຄົນແຫ່ງພຣະເຈົ້າ
ມີຄວາມຕາຍຢູ່ໃນຫມໍ້ນີ້
ແລະເຂົາກໍຮັບປະທານກັນບໍ່ໄດ້
41 ທ່ານກໍວ່າ,
ຈົ່ງເອົາແປ້ງມາ
ທ່ານກໍໃສ່ແປ້ງລົງໃນຫມໍ້
ແລະບອກວ່າ,
ຈົ່ງເທອອກໃຫ້ຄົນເຫລົ່ານັ້ນຮັບປະທານ
ແລະບໍ່ມີອັນຕະຣາຍຢູ່ໃນຫມໍ້ນັ້ນ
42 ມີຊາຍຄົນນຶ່ງມາຈາກບ້ານບາອັນຊາລີຊາ
ນຳຂອງມາໃຫ້ຄົນແຫ່ງພຣະຜູ້ເປັນເຈົ້າ
ມີເຂົ້າຈີ່ເປັນຜົນທຳອິດຄື
ເຂົ້າຫນົມບເລຊາວກ້ອນ
ແລະຮວງເຂົ້າໃຫມ່ໃສ່ກະສອບຂອງເຂົາມາແລະເອລີຊາເວົ້າວ່າ,
ຈົ່ງໃຫ້ແກ່ຄົນເຫລົ່ານັ້ນຮັບປະທານ
43 ແຕ່ຄົນໃຊ້ຄົນນີ້ຕອບວ່າ,
ຂ້າພະເຈົ້າຈະຕັ້ງອາຫານເທົ່ານີ້
ໃຫ້ຄົນນຶ່ງຮ້ອຍຮັບປະທານໄດ້ຢ່າງໃດ?
ທ່ານຈຶ່ງສັ່ງຊ້ຳວ່າ,
ຈົ່ງໃຫ້ຄົນເຫລົ່ານັ້ນຣັບປະທານເຖີດ
ເພາະພຣະຜູ້ເປັນເຈົ້າກ່າວສັ່ງດັ່ງນີ້ວ່າ
ເຂົາທັງຫລາຍຈະໄດ້ຮັບປະທານແລະຍັງເຫລືອອີກ
44 ເຂົາຈຶ່ງຕັ້ງອາຫານໄວ້ຕໍ່ຫນ້າເຂົາທັງຫລາຍ
ເຂົາທັງຫລາຍກໍຮັບປະທານ
ແລະຍັງເຫລືອຢູ່ຈິງຕາມພຣະຄຳຂອງພຣະຜູ້ເປັນເຈົ້າ
1
ນາອາມານຜູ້ບັນຊາການທະຫານຊີເຣັຽ
(ອາຣາມ)
ເປັນບຸກຄົນສຳຄັນ
ແລະໄດ້ຮັບກຽດອັນສູງສົ່ງຈາກເຈົ້າຊີວິດແຫ່ງຊີເຣັຽ
ເພາະວ່າພຣະຜູ້ເປັນເຈົ້າຊົງໃຫ້ທ່ານເປັນຜູ້ນຳໄຊຊະນະມາສູ່ກອງທັບຊີເຣັຽ
ທ່ານເປັນນາຍທະຫານທີ່ເກັ່ງກ້າ
ແຕ່ທ່ານເປັນພຍາດຂີ້ທູດ
2
ມີຄັ້ງນຶ່ງ
ເມື່ອພວກຊີເຣັຽໄປຕໍ່ສູ້ກັບພວກອິສຣາເອນ
ເຂົາໄດ້ຈັບເອົາຍິງສາວຄົນນຶ່ງມາເປັນຄົນໃຊ້ຂອງເມັຽຂອງທ່ານນາອາມານ
3
ຄົນໃຊ້ຜູ້ນີ້ເວົ້າຕໍ່ນາຍຍິງຂອງນາງວ່າ,
ຂ້ານ້ອຍຢາກໃຫ້ນາຍຜູ້ຊາຍໄປຫາຜູ້ປະກາດພຣະທັມທີ່ຊາມາເຣັຽ
ຄົນຜູ້ນັ້ນສາມາດປົວພຍາດຂີ້ທູດຂອງເຈົ້ານາຍໃຫ້ດີໄດ້
4
ເມື່ອນາອາມານໄດ້ຍິນດັ່ງນັ້ນ
ທ່ານກໍໄປທູນເຈົ້າຊີວິດຕາມທີ່ຄົນໃຊ້ໄດ້ຣາຍງານໃຫ້ຟັງ
5
ເຈົ້າຊີວິດແຫ່ງຊີເຣັຽຈຶ່ງບອກນາອາມານວ່າ,
ຈົ່ງໄປຫາເຈົ້າຊີວິດແຫ່ງອິສຣາເອນ
ແລະຍື່ນຈົດຫມາຍນີ້ໃຫ້ພຣະອົງ
ນາອາມານໄດ້ນຳເອົາເງິນສາມສິບພັນຫລຽນ
ພ້ອມທັງເຄື່ອງນຸ່ງທີ່ສວຍງາມສິບຊຸດອອກເດີນທາງໄປ
6
ທ່ານໄດ້ຖວາຍສານໃຫ້ແກ່ເຈົ້າຊີວິດອິສຣາເອນ
ໃນຣາຊສານນັ້ນມີເນື້ອຄວາມດັ່ງນີ້
ນີ້ຄືນາອາມານ
ນາທະຫານຂອງຂ້າພະເຈົ້າ
ຂ້າພະເຈົ້າຢາກໃຫ້ພຣະອົງປົວພຍາດຂີ້ທູດໃຫ້ເຂົາ
7
ເມື່ອເຈົ້າຊີວິດອິສຣາເອນໄດ້ອ່ານພຣະຣາຊສານແລ້ວ
ພຣະອົງກໍຈີກເຄື່ອງສະຫລອງພຣະອົງອອກ
ແລະເວົ້າຂຶ້ນດ້ວຍຄວາມເສັຽພຣະທັຍວ່າ,
ເຣົາແມ່ນພຣະເຈົ້າຜູ້ມີອຳນາດທີ່ບອກໃຫ້ຕາຍ
ຫລືໃຫ້ເປັນໄດ້ຊັ້ນບໍ
ຈຶ່ງຢາກໃຫ້ເຮົາປົວພຍາດຂີ້ທູດໃຫ້?
ເຂົາຢາກຊອກເຣື່ອງຜິດກັນກັບເຮົາບໍ?
8
ເມື່ອຜູ້ປະກາດພຣະທັມເອລີຊາ
ຮູ້ຂ່າວເຫດການທີ່ເກີດຂຶ້ນ
ທ່ານກໍສົ່ງຄວາມໄປທູນເຈົ້າຊີວິດວ່າ,
ເປັນຫຍັງພຣະອົງຈຶ່ງຊົງທຸກພຣະທັຍຫນັກ
ຂໍຊົງສົ່ງຊາຍຄົນນັ້ນມາຫາຂ້ານ້ອຍ
ຂ້ານ້ອຍຈະແນະນຳໃຫ້ເຂົາຮູ້ຈັກວ່າ
ຢູ່ທີ່ອິສຣາເອນນີ້ມີຜູ້ປະກາດພຣະທັມ
9
ດັ່ງນັ້ນ
ນາອາມານພ້ອມທັງຄນະ
ແລະຣົດມ້າກໍມາຮອດເຮືອນຂອງເອລີຊາ
10 ຝ່າຍເອລີຊາໄດ້ສົ່ງຄົນມາບອກອານາມານວ່າ,
ຈົ່ງໄປອາບນ້ຳທີ່ແມ່ນ້ຳຈໍແດນເຈັດຄັ້ງ
ແລະເນື້ອຫນັງຂອງທ່ານຈະສະອາດເປັນປົກກະຕິ
11 ແຕ່ອານາມານໃຈຮ້າຍແລະຍ່າງອອກໄປພ້ອມທັງຈົ່ມວ່າ,
ເຮົາຄິດວ່າ
ຢ່າງນ້ອຍທ່ານຕ້ອງອອກມາພົບເຮົາ
ແລ້ວອ້ອນວອນຫາພຣະຜູ້ເປັນເຈົ້າຂອງທ່ານ
ໂດຍວາງມືໃສ່ເທິງບ່ອນທີ່ເປັນພຍາດໃຫ້ເຮົາດີຊັ້ນດອກ
12 ຕາມຈິງແລ້ວແມ່ນ້ຳອາບານາ
ແລະແມ່ນ້ຳຟາຣ໌ປາທີ່ເມືອງດາມັສກັສຍັງດີກວ່າແມ່ນ້ຳໃນອິສຣາເອນນີ້
ເຮົາໄປອາບໃນແມ່ນ້ຳເຫລົ່ານັ້ນກໍຄົງຈະຫາຍດີຢູ່ຕິ
ແລ້ວທ່ານກໍຫັນຫລັງຄືນໄປດ້ວຍຄວາມໂກດຮ້າຍ
13 ແຕ່ພວກຂ້າໃຊ້ຂອງທ່ານເຂົ້າມາເວົ້າກັບທ່ານວ່າ,
ຍາພໍ່ເອີຍ,
ຖ້າຫາກວ່າຜູ້ປະກາດພຣະທັມສັ່ງໃຫ້ທ່ານເຮັດສິ່ງທີ່ຍາກທ່ານຈະບໍ່ເຮັດຫລື
ແຕ່ດຽວນີ້
ທ່ານຜູ້ປະກາດພຣະທັມບອກໃຫ້ທ່ານພຽງແຕ່ໄປອາບນ້ຳ
ແລ້ວທ່ານກໍຈະສະອາດແລະດີພຍາດ
ເປັນຫຍັງທ່ານຈຶ່ງບໍ່ເຮັດ
14 ດັ່ງນັ້ນນາອາມານຈຶ່ງລົງໄປແຊ່ໃນແມ່ນ້ຳຈໍແດນເຈັດຄັ້ງຕາມທີ່ເອລີຊາໄດ້ບອກ
ແລ້ວເນື້ອຫນັງຂອງທ່ານຈຶ່ງສະອາດເປັນປົກກະຕິເຫມືອນເນື້ອຫນັງຂອງເດັກນ້ອຍ
15 ແລ້ວນາອາມານພ້ອມທັງພວກຕິດຕາມທຸກຄົນກໍກັບຄືນໄປຫາເອລີຊາແລ້ວເວົ້າວ່າ,
ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າ
ບໍ່ມີພຣະເຈົ້າອົງອື່ນນອກຈາກພຣະເຈົ້າຂອງອິສຣາເອນ
ບັດນີ້ຂໍທ່ານຈົ່ງຮັບເອົາຂອງຂວັນຈາກຂ້ານ້ອຍເທີນ
16 ແຕ່ເອລີຊາຕອບວ່າ,
ດ້ວຍພຣະນາມຂອງພຣະເຈົ້າຜູ້ຊົງພຣະຊົນຢູ່
ຜູ້ຊຶ່ງຂ້າພະເຈົ້າກຳລັງຮັບໃຊ້ຢູ່
ຂ້າພະເຈົ້າຈະບໍ່ຍອມຮັບເອົາຂອງຂວັນສິ່ງໃດຫມົດ
ສ່ວນນາອາມານກໍຂ້ຽວເຂັນໃຫ້ທ່ານຍອມຮັບເອົາ
ແຕ່ທ່ານກໍປະຕິເສດ
17 ແລ້ວນາອາມານຈຶ່ງເວົ້າວ່າ,
ຖ້າທ່ານບໍ່ຍອມຮັບເອົາຂອງຂວັນຈາກຂ້າພະເຈົ້າ
ຂໍອະນຸຍາດໃຫ້ຂ້າພະເຈົ້າເອົາດິນຈາກທີ່ນີ້ເມືອບ້ານນຳໃຫ້ພໍດີກັບລໍສອງໂຕບັນທຸກໄດ້
ເພາະວ່າຂ້າພະເຈົ້າຈະບໍ່ຖວາຍເຄື່ອງເຜົາບູຊາ
ຫລືການບູຊາໃດແກ່ພຣະອົງອື່ນ
ນອກຈາກພຣະຜູ້ເປັນເຈົ້າເທົ່ານັ້ນ
18 ແລະຂ້າພະເຈົ້າຂໍພຽງຢ່າງດຽວຄື
ເວລາທີ່ຂ້າພະເຈົ້າໄປນຳກະສັດເພື່ອນະມັສການພຣະຣິມໂມນຂອງຊາວຊີເຣັຽນັ້ນ
ຂ້າພະເຈົ້າຂໍຂາບລົງນຳກະສັດ
ສະນັ້ນຂໍພຣະຜູ້ເປັນເຈົ້າຊົງໂຜດອະພັຍຂ້ານ້ອຍດ້ວຍ
19 ເອລີຊາຕອບວ່າ,
ຂໍທ່ານຈົ່ງໄປເປັນສຸກເທີນ
ແລ້ວນາອາມານກໍຈາກໄປ
ຄົນໃຊ້ຂອງເອລີຊາທຳຜິດ
ພໍເມື່ອນາອາມານໄປບໍ່ໄດ້ໄກເທົ່າໃດ
20 ເກຮາຊີຄົນໃຊ້ຂອງເອລີຊາກໍຄິດໃນໃຈວ່າ,
ເອີ
ນາຍຂອງເຮົາບໍ່ຍອມຮັບເອົາສິ່ງໃດທີ່ນາອາມານຊາວຊີເຣັຽຄົນນີ້ມອບໃຫ້
ແລະປ່ອຍໃຫ້ເຂົາໄປລ້າໆ
ທ່ານຄວນຍອມຮັບເອົາສິ່ງເຫລົ່ານີ້ດ້ວຍພຣະນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່
ເຮົາຈະຕ້ອງແລ່ນໄປເອົາບາງສິ່ງບາງຢ່າງນຳທ່ານໃຫ້ໄດ້
21 ດັ່ງນັ້ນເກຮາຊີຈຶ່ງແລ່ນຕິດຕາມນາອາມານໄປ
ເມື່ອນາອາມານເຫັນເຂົາແລ່ນຕາມຫລັງມາ
ທ່ານຈຶ່ງລົງຈາກຣົດມ້າມາພົບເຂົາແລະຖາມວ່າ,
ເຈົ້າຕາມມາຫຍັງນໍ?
22 ເກຮາຊີຕອບວ່າ,
ທຸກສິ່ງຮຽບຮ້ອຍດີ
ແຕ່ນາຍຂອງຂ້ານ້ອຍໄດ້ສັ່ງຂ້ານ້ອຍມາບອກທ່ານວ່າ
ຫວ່າງກີ້ນີ້ມີຜູ້ປະກາດພຣະທັມຫນຸ່ມສອງຄົນເດີນທາງມາຈາກພູເອຟຣາອິມ
ຂໍທ່ານໂຜດໃຫ້ເງິນແກ່ເຂົາທັງຫລາຍຈັກນຶ່ງຕາລັນກັບເຄື່ອງນຸ່ງສອງຊຸດໃຫ້ພວກນັ້ນ
23 ນາອາມານຕອບວ່າ,
ຂໍໂຜດຮຮັບໄປສອງຕາລັນເຖີດ
ທ່ານບອກໃຫ້ເຂົາຟ້າວມັດເງິນໃສ່ຖົງສອງຖົງໄວ້ແລະເອົາເສື້ອສອງຊຸດໃຫ້
ທ່ານສັ່ງໃຫ້ຄົນໃຊ້ສອງຄົນຫາມໄປກ່ອນເກຮາຊີ
24 ເມື່ອມາຮອດພູນ້ອຍບ່ອນທີ່ເອລີຊາຢູ່
ເຂົາກໍເອົາຖົງໄປປະໄວ້ໃນເຮືອນ
ແລະບອກໃຫ້ຄົນໃຊ້ຂອງນາອາມານກັບຄືນເມືອ
25 ເມື່ອເກຮາຊີເຂົ້າໄປໃນເຮືອນ
ເອລີຊາໄດ້ຖາມວ່າ,
ເກຮາຊີ
ມື້ກີ້ນີ້ເຈົ້າໄປໃສມາ?
ເກຮາຊີຕອບວ່າ,
ບໍ່ໄດ້ໄປໃສ
26 ແຕ່ເອລີຊາເວົ້າກັບເຂົາວ່າ,
ເວລາຊາຍນັ້ນລົງຈາກຣົດມ້າມາຫາເຈົ້າ
ຈິດວິນຍານຂອງຂ້ອຍກໍຢູ່ທີ່ນັ້ນ
ດຽວນີ້ເຈົ້າໄດ້ເອົາເງິນນຳຜູ້ນັ້ນ
ເຈົ້າອາດຊື້ສວນຫມາກກອກເທດ
ຊື້ແກະ
ຊື້ງົວ
ແລະທາດຍິງຊາຍ
27 ແຕ່ວ່າພຍາດຂີ້ທູດຂອງນາອາມານຈະຕິດແປດເຈົ້າ
ແລະຕິດແປດເຊື້ອສາຍຂອງເຈົ້າຕລອດໄປ
ເກຮາຊີໄດ້ຫນີຈາກເອລີຊາໄປດ້ວຍມີພຍາດຂີ້ທູດຂາວດັ່ງນວນຝ້າຍເຕັມຮ່າງກາຍ
1
ພວກຜູ້ປະກາດພຣະທັມໃນຄະນະຂອງເອລີຊາໄດ້ຈົ່ມຕໍ່ທ່ານວ່າ,
2
ບ່ອນຂອງພວກເຂົານີ້ຄັບແຄບເກີນໄປ
ສະນັ້ນຂໍອະນຸຍາດໃຫ້ພວກເຂົາຕັດໄມ້ທີ່ແມ່ນ້ຳຈໍແດນ
ເພື່ອສ້າງທີ່ຢູ່ອາໄສຢູ່ບ່ອນນັ້ນ
ເອລີຊາຕອບວ່າ,
ໄປແມ໋
3
ຜູ້ນຶ່ງໃນຈຳນວນພວກເຂົາໄດ້ຂ້ຽວຂອດໃຫ້ເອລີຊາໄປນຳ
ທ່ານກໍຕົກລົງໄປນຳພວກເຂົາ
4
ເມື່ອໄປຮອດແມ່ນ້ຳຈໍແດນ
ພວກເຂົາໄດ້ເລີ້ມຕົ້ນລົງມືເຮັດວຽກ
ຄົນນຶ່ງໃນຫມູ່ພວກເຂົາໄດ້ເປັນຜູ້ຕັດໄມ້
5
ທັນໃດນັ້ນຂວານເຫລັກຂອງເຂົາໄດ້ຫລ່ອນຕົກລົງນ້ຳ
ເຂົາຈຶ່ງຮ້ອງຫາເອລີຊາວ່າ,
ນາຍເອີຍ, ຂວານຕົກນ້ຳແລ້ວ
ຈະໃຫ້ຂ້ານ້ອຍເຮັດແນວໃດ
ເພາະຂວານນັ້ນຂ້ານ້ອຍໄດ້ຢືມເຂົາມາຊ້ຳ
6
ເອລີຊາຈຶ່ງຖາມເຂົາວ່າ,
ຂວານນັ້ນຕົກຢູ່ໃສ?
ເຂົາໄດ້ຊີ້ບອກບ່ອນຂວານຕົກໃຫ້ທ່ານເບິ່ງ
ແລ້ວເອລີຊາໄດ້ຕັດໄມ້ທ່ອນນຶ່ງຖິ້ມລົງໃນບ່ອນນັ້ນ
ແລ້ວຂວານດວງນັ້ນກໍຟູຂຶ້ນມາ
7
ທ່ານໄດ້ບອກເຂົາວ່າ,
ໄປເອົາແມ໋
ຊາຍຄົນນັ້ນຈຶ່ງຍື້ມືໄປຈັບເອົາມາ
8
ເມື່ອເຈົ້າຊີວິດແຫ່ງຊີເຣັຽອອກໄປສູ້ຮົບພວກອິສຣາເອນ
ພຣະອົງໄດ້ປະຊຸມກັບພວກຂ້າຣາຊການຂອງພຣະອົງ
ແລະໄດ້ເລືອກເອົາບ່ອນນຶ່ງເປັນບ່ອນຕັ້ງຄ້າຍໄວ້
9
ແຕ່ເອລີຊາໄດ້ສົ່ງຂ່າວໄປບອກເຈົ້າຊີວິດອິສຣາເອນໃຫ້ລະວັງຕົວ
ບໍ່ໃຫ້ພຣະອົງຜ່ານໄປໃຫ້ທາງນັ້ນ
ເພາະວ່າພວກຊີເຣັຽໄດ້ຕັ້ງກອງຫລອນດັກສະກັດຢູ່ທີ່ນັ້ນ
10 ດັ່ງນັ້ນເຈົ້າຊີວິດອິສຣາເອນຈຶ່ງເຕືອນທະຫານໃຫ້ລະມັດລະວັງຕົວຢູ່ສເມີ
ໃນການລະວັງຕົວຢ່າງນີ້ໄດ້ມີມາສອງສາມຄັ້ງແລ້ວ
11 ຝ່າຍເຈົ້າຊີວິດຊີເຣັຽມີຈິດໃຈກະວົນກະວາຍໃນເຣື່ອງນີ້
ພຣະອົງຈຶ່ງເອີ້ນເອົາບັນດານາຍທະຫານມາຖາມວ່າ,
ຈົ່ງບອກເຮົາມາເບິ່ງວ່າ
ໃນພວກເຈົ້າແມ່ນໃຜເຂົ້າຂ້າງເຈົ້າຊີວິດແຫ່ງອິສຣາເອນແດ່?
12 ນາຍທະຫານຜູ້ນຶ່ງຈຶ່ງຕອບຂຶ້ນວ່າ,
ຂ້າແດ່ພຣະອົງ
ບໍ່ມີໃຜດອກ
ເຣື່ອງນີ້ເປັນເພາະຜູ້ປະກາດພຣະທັມເອລີຊາໄດ້ຣາຍງານຄວາມລັບທີ່ພຣະອົງເວົ້າໃນຫ້ອງນອນທັງຫມົດຕໍ່ເຈົ້າຊີວິດແຫ່ງອິສຣາເອນ
13 ເຈົ້າຊີວິດຈຶ່ງສັ່ງວ່າ,
ຈົ່ງໄປຊອກຫາບ່ອນເຂົາຢູ່
ແລະເຮົາຈະສົ່ງຄົນໄປຈັບເຂົາມາ
ຕໍ່ມາມີຄົນມາບອກທ່ານວ່າ
ເອລີຊາຢູ່ເມືອງໂດທານ
14 ດັ່ງນັ້ນພຣະອົງຈຶ່ງໄດ້ຈັດເອົາມ້າ
ຣົດຮົບພ້ອມທັງກຳລັງພົນອອກໄປ
ພວກເຂົາໄດ້ໄປຮອດທີ່ນັ້ນໃນເວລາກາງຄືນ
ແລະໄດ້ລ້ອມເມືອງໄວ້
15 ວັນຕໍ່ມາຄົນໃຊ້ຂອງເອລີຊາກໍໄດ້ລຸກຂຶ້ນແຕ່ເຊົ້າ
ແລະຍ່າງອອກໄປຂ້າງນອກ
ເຂົາໄດ້ເຫັນກຳລັງທະຫານຊີເຣັຽພ້ອມດ້ວຍຝູງມ້າແລະຣົດຮົບລ້ອມເມືອງຢູ່
ເຂົາຈຶ່ງຟ້າວມາຫາເອລີຊາແລະຮ້ອງຂຶ້ນວ່າ,
ຕາຍແລ້ວ ເຈົ້ານາຍ!
ພວກເຮົາຖືກອ້ອມແລ້ວ
ພວກເຮົາຊິເຮັດຈັ່ງໃດ?
16 ເອລີຊາຕອບວ່າ,
ບໍ່ຕ້ອງຢ້ານດອກ
ເພາະຝ່າຍເຮົາມີຫລາຍກວ່າຝ່າຍເຂົາ
17 ແລ້ວເອລີຊາກໍອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ,
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງເປີດຕາຂ້າໃຊ້ຂອງຂ້ານ້ອຍຜູ້ນີ້ໃຫ້ເຫັນກຳລັງຂອງຝ່າຍເຮົາແດ່ທ້ອນ
ພຣະຜູ້ເປັນເຈົ້າຈຶ່ງຊົງບັນດານໃຫ້ຄົນໃຊ້ເຫັນ
ເຂົາໄດ້ເຫັນຝູງມ້າແລະຣົດຮົບໄຟເຕັມຢູ່ເທິງພູກຳລັງອ້ອມເອລີຊາຢູ່
18 ໃນຂນະທີ່ພວກຊີເຣັຽໂຈມຕີເມືອງຢູ່ນັ້ນ
ເອລີຊາໄດ້ອ້ອນວອນຫາພຣະຜູ້ເປັນເຈົ້າວ່າ,
ຂ້ານ້ອຍຂໍຮ້ອງໃຫ້ພຣະອົງຊົງບັງຕາພວກເຫລົ່ານີ້ແດ່ທ້ອນ
19 ພຣະອົງຈຶ່ງຊົງບັງຕາພວກເຂົາຕາມຄຳຮ້ອງຂໍຂອງເອລີຊາ
ແລະເອລີຊາໄດ້ໄປຫາພວກເຂົາແລະເວົ້າວ່າ,
ພວກເຈົ້າມາຜິດທາງແລ້ວ
ອັນນີ້ບໍ່ແມ່ນເມືອງທີ່ພວກເຈົ້າຊອກຫາ
ຈົ່ງຕາມເຮົາມາ
ເຮົາຈະພາພວກເຈົ້າໄປຊອກຫາຊາຍທີ່ພວກເຈົ້າຊອກຫານັ້ນ
ແລ້ວເອລີຊາໄດ້ພາພວກເຂົາໄປເມືອງສະມາເຣັຽ
20 ເມື່ອເຂົ້າໄປໃນເມືອງມາເຣັຽ
ເອລີຊາກໍອ້ອນວອນຕໍ່ພຣະເຈົ້າວ່າ,
ຂ້າແດ່ພຣະຜູ້ເປັນເຈົ້າ
ຂໍພຣະອົງຊົງເປີດຕາພວກເຂົາໃຫ້ເຫັນເທີນ
ພຣະຜູ້ເປັນເຈົ້າຊົງເປີດຕາໃຫ້ພວກເຂົາເຫັນຮຸ່ງ
ແລະພວກເຂົາຈຶ່ງເຫັນວ່າພວກເຂົາໄດ້ຢູ່ໃນກຸງຊາມາເຣັຽເສັຽແລ້ວ
21 ເມື່ອເຈົ້າຊີວິດອິສຣາເອນເຫັນພວກເຂົາ
ພຣະອົງຈຶ່ງຖາມເອລີຊາວ່າ,
ຍາພໍ່ເອີຍ,
ໃຫ້ຂ້າພະເຈົ້າຂ້າພວກເຂົາບໍ?
22 ທ່ານຕອບວ່າ,
ຂໍພຣະອົງຢ່າຊົງຂ້າພວກເຂົາເລີຍ
ແມ່ນແຕ່ພວກຊະເລີຍທີ່ພຣະອົງຈັບມາດ້ວຍຕົນເອງ
ພຣະອົງກໍບໍ່ຕ້ອງຂ້າພວກເຂົາ
ຂໍພຣະອົງເອົາເຂົ້າຈີ່
ແລະນ້ຳໃຫ້ພວກເຂົາກິນ
ແລ້ວປ່ອຍໃຫ້ເຂົາກັບໄປຫາເຈົ້ານາຍຂອງພວກເຂົາສາ
23 ດັ່ງນັ້ນເຈົ້າຊີວິດຈຶ່ງຈັດງານກິນລ້ຽງອັນຍີ່ງໃຫຍ່ຂຶ້ນ
ເມື່ອພວກເຂົາກິນແລະດື່ມສິ້ນສຸດລົງແລ້ວ
ພຣະອົງກໍສົ່ງພວກເຂົາຫລົບຄືນເມືອ
ຫລັງຈາກທີ່ພວກເຂົາກັບຄືນເມືອຫາເຈົ້າຊີວິດແຫ່ງຊີເຣັຽແລ້ວ
ນັບຕັ້ງແຕ່ນັ້ນມາພວກຊີເຣັຽກໍບໍ່ໄດ້ທຳການປຸ້ນຍາດຊິງເອົາເຂດແດນອິສຣາເອນອີກເລີຍ
24 ແລະຢູ່ມາພາຍຫລັງເບນຮາດາດ
ພຣະຣາຊາແຫ່ງຊີເຣັຽຊົງຈັດກອງທັບທັງສິ້ນຂອງພຣະອົງ
ແລ້ວໄດ້ສະເດັດຂຶ້ນໄປລ້ອມກຸງຊາມາເຣັຽ
25 ມີການອຶດຢາກອາຫານຢ່າງຫນັກໃນຊາມາເຣັຽ
ຂນະເມື່ອເຂົາລ້ອມຢູ່ຈົນຫົວລໍໂຕນຶ່ງເຂົາຂາຍກັນເປັນເງິນແປດສິບເຊເກລ
ແລະຂີ້ນົກກາງແກ
200 ກຣາມເປັນເງິນຫ້າເຊເກລ
26 ຂນະທີ່ພຣະຣາຊາແຫງອິສຣາເອນຊົງຜ່ານໄປເທິງກຳແພງ
ມີຜູ້ຍິງຄົນນຶ່ງຮ້ອງທູນພຣະອົງວ່າ,
ຂ້າແດ່ພຣະອົງເຈົ້ານາຍຂອງຂ້ານ້ອຍ
ຂໍຊົງຊ່ອຍ
27 ພຣະອົງຊົງກ່າວວ່າ,
ຖ້າພຣະເຈົ້າບໍ່ໄດ້ຊົງຊ່ອຍເຈົ້າເຮົາຈະຊ່ອຍເຈົ້າໄດ້ຈາກໃສ
ຈາກລານນວດເຂົ້າ
ຫລືຈາກບໍ່ຢ່ຳຫມາກອະງຸ່ນຫລື
28 ແລະເຈົ້າຊີວິດຊົງຖາມນາງວ່າ,
ເຈົ້າມີຄວາມເດືອດຮ້ອນຫຍັງ?
ນາງທູນຕອບວ່າ,
ຍິງຄົນນີ້ບອກຂ້ານ້ອຍວ່າ
ເອົາລູກຂອງເຈົ້າມາ
ໃຫ້ພວກເຣົາກິນເສັຽວັນນີ້ເຖີດ
ແລະພວກເຣົາຈຶ່ງກິນລູກຂອງຂ້ອຍມື້ອື່ນ
29 ດັ່ງນັ້ນພວກເຮົາຈຶ່ງຕົ້ມລູກຂອງຂ້ານ້ອຍແລະກິນ
ແລະຮຸ່ງຂຶ້ນຂ້ານ້ອຍກໍເວົ້າກັບນາງວ່າ,
ເອົາລູກຂອງເຈົ້າມາ
ເພື່ອພວກເຮົາຈະໄດ້ກິນເສັຽ
ແລະນາງກໍເຊື່ອງລູກຂອງນາງເສັຽ
30 ແລະເມື່ອເຈົ້າຊີວິດຊົງໄດ້ຍິນຖ້ອຍຄຳຂອງຍິງນັ້ນ
ພຣະອົງກໍຈີກເຄື່ອງສລອງພຣະອົງ (ພຣະອົງກຳລັງຍ່າງຢູ່ເທິງກຳແພງ)
ປະຊາຊົນກໍໄດ້ເຫັນ
ເບິ່ງແມ໋, ພຣະອົງຊົງສລອງພຣະອົງທີ່ທຳດ້ວຍຜ້າກະສອບຢູ່ແນບກາຍ
31 ແລະພຣະອົງກ່າວວ່າ,
ຖ້າຫົວຂອງເອລີຊາບຸດຊາຟັດຍັງຢູ່ເທິງບ່າຂອງເຂົາໃນວັນນີ້
ກໍຂໍພຣະເຈົ້າຊົງລົງໂທດແກ່ເຮົາແລະຍິ່ງຫນັກກວ່າ
32 ແຕ່ເອລີຊານັ່ງຢູ່ໃນບ້ານຂອງທ່ານ
ແລະພວກຜູ້ໃຫຍ່ກໍນັ່ງຢູ່ດ້ວຍ
ພຣະຣາຊາຊົງໃຊ້ຄົນມາຈາກຕໍ່ເບື້ອງພຣະພັກພຣະອົງ
ແຕ່ກ່ອນທີ່ຜູ້ສົ່ງຂ່າວຈະມາເຖິງ
ເອລີຊາກໍເວົ້າກັບພວກຜູ້ໃຫຍ່ວ່າ,
ທ່ານທັງຫລາຍເຫັນຫລືບໍ
ທີ່ຜູ້ກະທຳຄາຕກັມຄົນນີ້ໃຊ້ຄົນມາເອົາຫົວຂອງຂ້າພະເຈົ້າ
ເບິ່ງດູເມື່ອຜູ້ສົ່ງຂ່າວມາ
ຈົ່ງອັດປະຕູ
ແລະຍຶດປະຕູໃຫ້ແຫນ້ນ
ກັນເຂົາໄວ້
ສຽງບາດຕີນຂອງນາຍຂອງເຂົາຕາມເຂົາມາບໍ່ແມ່ນບໍ?
33 ຂນະທີ່ທ່ານກຳລັງເວົ້າກັບເຂົາທັງຫລາຍຢູ່
ເບິ່ງແມ໋
ຜູ້ສົ່ງຂ່າວລົງມາຫາທ່ານ
ແລະເຈົ້າຊີວິດກ່າວວ່າ,
ເຫດຮ້າຍນີ້ມາຈາກພຣະເຈົ້າ
ຂ້າພະເຈົ້າຈະລໍຖ້າພຣະເຈົ້າອີກເຮັດຫຍັງ?
1
ແຕ່ເອລີຊາທູນວ່າ,
ຂໍຟັງພຣະຄຳຂອງພຣະຜູ້ເປັນເຈົ້າ
ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ
ມື້ອື່ນນີ້ປະມານເວລານີ້
ຍອດແປ້ງຖັງນຶ່ງເຂົາຈະຂາຍກັນນຶ່ງເຊເກລ
ແລະເຂົ້າບເລສອງຖັງເຊເກລ
ທີ່ປະຕູເມືອງສະມາເຣັຽ
2
ແລ້ວນາຍທະຫານຄົນສນິດຂອງພຣະຣາຊາຕອບຄົນຂອງພຣະເຈົ້າວ່າ,
ຖ້າວ່າພຣະເຈົ້າສ້າງປະຕູໃນຟ້າສວັນ
ສິ່ງນີ້ຈະເປັນຂຶ້ນໄດ້ຫລື
ແຕ່ທ່ານບອກວ່າ
ທ່ານຈະເຫັນກັບຕາຂອງທ່ານເອງ
ແຕ່ຈະບໍ່ໄດ້ກິນ
3
ມີຄົນໂຣກເຮື້ອນສີ່ຄົນຢູ່ທີ່ທາງເຂົ້າປະຕູເມືອງ
ເຂົາເວົ້າກັນວ່າ,
ເປັນຫຍັງເຮົາຈະນັ່ງຢູ່ບ່ອນນີ້ຈົນຕາຍ
4
ຖ້າເຮົາວ່າ
ໃຫ້ເຮົາເຂົ້າໄປໃນເມືອງ
ການອຶດຢາກກໍຢູ່ໃນເມືອງ
ແລະເຣົາກໍຈະຕາຍທີ່ນັ້ນ
ແລະຖ້າເຮົານັ່ງທີ່ນີ້ເຮົາກໍຕາຍເຫມືອນກັນ
ສັນນັ້ນຈົ່ງມາເຖີດ
ໃຫ້ເຮົາເຂົ້າໄປໃນຄ້າຍຂອງຄົນຊີເຣັຽ
ຖ້າກເຂົາໄວ້ຊີວິດຂອງເຮົາ
ເຮົາກໍຈະລອດຕາຍ
ຖ້າເຂົາຂ້າເຮົາ
ກໍໄດ້ແຕ່ຕາຍເທົ່ານັ້ນເອງ
5
ດັ່ງນັ້ນເຂົາຈຶ່ງລຸກຂຶ້ນໃນເວລາໃກ້ຈະຄ່ຳເພື່ອຈະໄປຍັງຄ້າຍຂອງຄົນຊີເຣັຽ
ແຕ່ເມື່ອເຂົາໄປເຖິງຄ້າຍຂອງຄົນຊີເຣັຽ
ເບິ່ງແມ໋
ບໍ່ມີໃຜຈັກຄົນຢູ່ທີ່ນັ້ນ
6
ເພາະພຣະຜູ້ເປັນເຈົ້າໄດ້ຊົງກະທໍາໃຫ້ກອງທັບຂອງຄົນຊີເຣັຽໄດ້ຍິນສຽງຣົດຮົບ
ສຽງມ້າ
ແລະສຽງກອງທັບໃຫຍ່
ເຂົາຈຶ່ງເວົ້າກັນແລະກັນວ່າ,
ເບິ່ງແມ໋,
ເຈົ້າຊີວິດແຫ່ງອິສຣາເອນໄດ້ຈ້າງບັນດາເຈົ້າຊີວິດແຫ່ງຄົນຮິດຕີ
ແລະບັນດາເຈົ້າຊີວິດແຫ່ງເອຢິບມາຮົບເຮົາແລ້ວ
7
ເຂົາຈຶ່ງລຸກຂຶ້ນຫນີໄປໃນເວລາຄ່ຳ
ແລະປະເຕັນ
ມ້າແລະລໍຂອງເຂົາ
ປະເຕັນໄວ້ຢ່າງນັ້ນເອງ
ແລະຫນີໄປເອົາຊີວິດລອດ
8
ແລະເມື່ອຄົນໂຣກເຮື້ອນເຫລົ່ານີ້ມາເຖິງຄ້າຍ
ເຂົາກໍເຂົ້າໄປໃນເຕັນ
ທັງກິນແລະດື່ມ
ແລະຂົນເງິນ
ທອງຄຳແລະເຄື່ອງນຸ່ງເອົາໄປເຊື່ອງໄວ້
ແລ້ວເຂົາກໍກັບມາເຂົ້າໄປໃນເຕັນອື່ນອີກ
ຂົນເອົາເຄື່ອງຂອງອອກໄປຈາກທີ່ນັ້ນດ້ວຍເອົາໄປເຊື່ອງໄວ້
9
ແລະເຂົາເວົ້າກັນແລະກັນວ່າ,
ເຮົາເຮັດບໍ່ຖືກເສັຽແລ້ວ
ວັນນີ້ເປັນວັນຂ່າວດີ
ຖ້າເຮົາງຽບຢູ່
ແລະຄອຍຈົນເຖິງມື້ເຊົ້າໂທດຈະຕົກຢູ່ກັບເຮົາ
ເຫດສັນນັ້ນມາເຖີດ
ໃຫ້ເຮົາໄປບອກຍັງສຳນັກພຣະຣາຊວັງ
10 ເຂົາຈຶ່ງເອີ້ນນາຍປະຕູເມືອງ
ແລະບອກເຣື່ອງຣາວແກ່ເຂົາວ່າ,
ເຮົາມາຍັງຄ້າຍຂອງຄົນຊີເຣັຽ
ແລະເບິ່ງແມ໋
ເຮົາບໍ່ເຫັນໃຜ
ແລະບໍ່ໄດ້ຍິນສຽງຜູ້ໃດຢູ່ທີ່ນັ້ນ
ມີແຕ່ມ້າຜູກຢູ່ແລະລໍຜູກຢູ່
ແລະເຕັນຕັ້ງຢູ່ຢ່າງນັ້ນເອງ
11 ແລ້ວນາຍປະຕູກໍເອີ້ນບອກໄປ
ແລະເຂົາກໍບອກກັນໄປເຖິງສຳນັກພຣະຣາຊວັງ
12 ພຣະຣາຊາກໍຊົງຕື່ນບັນທົມໃນກາງຄືນ
ແລະກ່າວກັບຂ້າຣາຊການວ່າ,
ເຮົາຈະບອກໃຫ້ວ່າຄົນຊີເຣັຽຕຽມສູ້ຮົບເຮົາຢ່າງໃດ
ເຂົາທັງຫລາຍຮູ້ຢູ່ວ່າເຮົາຫິວ
ເຂົາຈຶ່ງອອກໄປລີ້ຊ່ອນຕົວຢູ່ນອກຄ້າຍທີ່ກາງທົ່ງຄິດວ່າ
ເມື່ອເຂົາອອກມາຈາກໃນເມືອງເຮົາຈະຈັບເຂົາທັງເປັນ
ແລ້ວຈະເຂົ້າໄປໃນເມືອງ
13 ແລະຂ້າຣາຊການຄົນນຶ່ງທູນວ່າ,
ຂໍຮັບສັ່ງໃຫ້ຄົນເອົາມ້າທີ່ເຫລືອຢູ່ໃນເມືອງຈັກຫ້າໂຕ
(ບາງທີ່ມ້າເຫລົ່ານັ້ນຈະຍັງເປັນຢູ່
ຢ່າງຄົນອິສຣາເອນທີ່ເຫລືອຢູ່ໃນເມືອງ
ຫລືຈະເປັນຢ່າງຄົນອິສຣາເອນທີ່ໄດ້ພິນາດແລ້ວກໍຊ່າງເຖີດ)
ຂໍໃຫ້ເຮົາສົ່ງຄົນໄປເບິ່ງ
14 ເຂົາຈຶ່ງເອົາຣົດຮົບສອງຄັນພ້ອມກັບມ້າ
ແລະເຈົ້າຊີວິດຊົງສົ່ງໃຫ້ໄປຕິດຕາມກອງທັບຂອງຄົນຊີເຣັຽ
ກ່າວວ່າ,
ຈົ່ງໄປເບິ່ງ
15 ເຂົາທັງຫລາຍຈຶ່ງຕິດຕາມໄປຈົນເຖິງແມ່ນ້ຳຈໍແດນ
ຕລອດທາງມີເຄື່ອງນຸ່ງແລະເຄື່ອງໃຊ້
ຊຶ່ງຄົນຊີເຣັຽປະເມື່ອເຂົາຟ້າວຫນີໄປ
ຜູ້ສົ່ງຂ່າວກໍກັບມາທູນກະສັດ
16 ແລ້ວປະຊາຊົນກໍຍົກອອກໄປປຸ້ນຄ້າຍຂອງຄົນຊີເຣັຽ
ຍອດແປ້ງຈຶ່ງຂາຍກັນຖັງລະເຊເກລ
ແລະເຂົ້າບເລສອງຖັງຕໍ່ເຊເກລ
ຕາມພຣະຄຳຂອງພຣະຜູ້ເປັນເຈົ້າ
17 ຝ່າຍພຣະຣາຊາຊົງແຕ່ງຕັ້ງນາຍທະຫານຄົນສນິດໃຫ້ເປັນນາຍປະຕູ
ແລະປະຊາຊົນກໍຢຽບເທິງເຂົາໄປທີ່ປະຕູເມືອງ
ເຂົາຈຶ່ງສິ້ນຊີວິດຕາມຊຶ່ງຄົນຂອງພຣະເຈົ້າໄດ້ກ່າວໄວ້ໃນວັນເມື່ອເຈົ້າຊີວິດສະເດັດລົງມາຫາທ່ານ
18 ແລະເປັນໄປຕາມທີ່ຄົນແຫ່ງພຣະເຈົ້າໄດ້ທູນເຈົ້າຊີວິດວ່າ,
ເຂົ້າບເລສອງຖັງຂາຍນຶ່ງເຊເກລ
ແລະຍອດແປ້ງນຶ່ງຖັງນື່ງເຊເກລປະມານເວລານີ້ໃນມື້ອື່ນທີ່ປະຕູເມືອງມາເຣັຽ
19 ແລະນາຍທະຫານຄົນສນິດກໍໄດ້ຕອບຄົນແຫ່ງພຣະເຈົ້າວ່າ,
ຖ້າວ່າພຣະເຈົ້າຊົງສ້າງຫນ້າຕ່າງໃນຟ້າສວັນ
ສິ່ງນີ້ຈະເປັນຂຶ້ນໄດ້ຫລື
ແລະທ່ານໄດ້ຕອບວ່າ,
ທ່ານຈະເຫັນກັບຕາຂອງທ່ານເອງ
ແຕ່ຈະບໍ່ໄດ້ກິນ
20 ແລະຢູ່ມາກໍບັງເກີດເປັນດັ່ງນັ້ນແກ່ເຂົາ
ເພາະປະຊາຊົນຢຽບເທິງເຂົາໄປທີ່ປະຕູເມືອງແລະເຂົາກໍໄດ້ສິ້ນຊີວິດ
1
ຝ່າຍເອລີຊາໄດ້ບອກຍິງຄົນທີ່ທ່ານໄດ້ໃຫ້ບຸດຂອງນາງກັບຄືນຊີວິດມາວ່າ,
ຈົ່ງລຸກຂຶ້ນແລະອອກໄປທັງຄົວເຮືອນຂອງເຈົ້າ
ໄປອາໄສຢູ່ທີ່ໃດຊຶ່ງເຈົ້າຈະອາໄສຢູ່ໄດ້
ເພາະພຣະຜູ້ເປັນເຈົ້າຊົງເອີ້ນໃຫ້ເກີດການອຶດຢາກອາຫານ
ແລະຈະເປັນແກ່ແຜ່ນດິນນີ້ເຈັດປີ
2
ຍິງຄົນນັ້ນກໍລຸກຂຶ້ນກະທຳຕາມຖ້ອຍຄຳຂອງຄົນຂອງພຣະເຈົ້າ
ນາງຍົກອອກໄປທັງຄົວເຮືອນຂອງນາງໄປອາໄສຢູ່ໃນແຜ່ນດິນຟີລິສຕີນເຈັດປີ
3
ແລະຢູ່ມາເມື່ອຮອດເຈັດປີແລ້ວຍິງຄົນນັ້ນກໍກັບມາຈາກແຜ່ນດິນຟີລິສຕີນ
ແລະໄດ້ອອກໄປທູນອຸທອນຕໍ່ເຈົ້າຊີວິດເພື່ອຂໍບ້ານແລະທີ່ດິນຂອງນາງຄືນ
4
ຝ່າຍເຈົ້າຊີວິດກຳລັງກ່າວກັບເກຮາຊີຄົນໃຊ້ຂອງຄົນແຫ່ງພຣະເຈົ້າຢູ່ວ່າ,
ຈົ່ງບອກເຮົາເຖິງບັນດາການອັດສະຈັນທີ່ເອລີຊາໄດ້ກະທຳ
5
ແລະຢູ່ມາ
ເມື່ອເຂົາກຳລັງທູນກະສັດເຖິງເຣື່ອງທີ່ເອລີຊາໄດ້ເອີ້ນຊີວິດຂອງເດັກນັ້ນກັບຄືນມາ
ເບິ່ງແມ໋,
ຜູ້ຍິງຄົນທີ່ທ່ານໄດ້ໃຫ້ບຸດກັບຄືນຊີວິດມາໄດ້ອຸທອນຕໍ່ເຈົ້າຊີວິດ ເພື່ອຂໍບ້ານແລະທີ່ດິນຂອງນາງຄືນ
ແລະເກຮາຊີທູນວ່າ,
ຂ້າແດ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ
ນີ້ເປັນນາງຄົນນັ້ນ
ແລະຄົນນີ້ແຫລະເປັນບຸດຂອງນາງຊຶ່ງເອລີຊາໄດ້ໃຫ້ກັບຄືນຊີວິດມາ
6
ແລະເມື່ອເຈົ້າຊີວິດກ່າວຖາມຍິງຄົນນັ້ນນາງກໍທູນເຣື່ອງຖວາຍພຣະອົງ
ເຈົ້າຊີວິດຈຶ່ງຊົງຕັ້ງເຈົ້າຫນ້າທີ່ຄົນນຶ່ງໃຫ້ແກ່ນາງຮັບສັ່ງວ່າ,
ຈົ່ງຈັດການຄືນທຸກສິ່ງທີ່ເປັນຂອງນາງ
ພ້ອມທັງພືດຜົນຂອງນານັ້ນ
ຕັ້ງແຕ່ວັນທີ່ນາງອອກຈາກແຜ່ນດິນມາຈົນເຖິງບັດນີ້
7
ຝ່າຍເອລີຊາມາຍັງດາມັສກັສ
ເບນຮາດາດເຈົ້າຊີວິດແຫ່ງຊີເຣັຽຊົງປະຊວນ
ແລະເມື່ອມີຄົນທູນວ່າ,
ຄົນແຫ່ງພຣະເຈົ້າມາທີ່ນີ້
8
ເຈົ້າຊີວິດກ່າວກັບຮາຊາເອນວ່າ,
ຈົ່ງນຳຂອງຂວັນໄປພົບຄົນແຫ່ງພຣະເຈົ້າ
ໃຫ້ທູນຖາມພຣະເຈົ້າໂດຍທ່ານວ່າ
ຂ້າພະເຈົ້າຈະຫາຍປ່ວຍຫລືບໍ?
9
ຮາຊາເອນຈຶ່ງໄປພົບທ່ານນຳຂອງຂວັນໄປນຳ
ຄືສີນຄ້າທຸກຢ່າງຂອງເມືອງດາມັສກັສບັນທຸກໃສ່ຫລັງອູດສີ່ສິບໂຕ
ເມື່ອເຂົາມາຢືນຕໍ່ຫນ້າທ່ານເຂົາກ່າວວ່າ,
ບຸດຂອງທ່ານຄື
ເບນຮາດາດເຈົ້າຊີວິດແຫ່ງຊີເຣັຽໄດ້ຊົງໃຊ້ຂ້າພະເຈົ້າມາຫາທ່ານກ່າວວວ່າ
ຂ້າພະເຈົ້າຈະຫາຍປ່ວຍຫລືບໍ?
10 ແລະເອລີຊາຕອບເຂົາວ່າ,
ຈົ່ງໄປທູນເຈົ້າຊີວິດວ່າ
ພຣະອົງຈະຊົງຫາຍປະຊວນແນ່ນອນ
ແຕ່ພຣະຜູ້ເປັນເຈົ້າຊົງສຳແດງແກ່ຂ້າພະເຈົ້າວ່າ
ພຣະອົງຈະສິ້ນພຣະຊົນ
11 ແລະທ່ານກໍຈ້ອງເບິ່ງຕົວເຂົາຈົນອາຍ
ແລະຄົນແຫ່ງພຣະເຈົ້າກໍຮ້ອງໄຫ້
12 ແລະຮາຊາເອນຖາມວ່າ, ເຫດໃດເຈົ້ານາຍຂອງຂ້າພະເຈົ້າຈຶ່ງຮ້ອງໄຫ້ ທ່ານຕອບວ່າ, ເພາະຂ້າພະເຈົ້າຊາບເຖິງເຫດຮ້າຍ ຊຶ່ງທ່ານຈະກະທຳຕໍ່ປະຊາຊົນ