| 2 Chronicles |
|
![]() |
|
ພຣະທັມ
2 ຂ່າວຄາວ
2
ຂ່າວຄາວ
1
ໂຊໂລໂມນໂອຣົດຂອງດາວິດໄດ້ສະຖາປະນາຣາຊອານາຈັກຂອງພຣະອົງ
ແລະພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງຊົງສະຖິດກັບພຣະອົງ
ແລະຊົງກະທຳໃຫ້ພຣະອົງໃຫຍ່ໂຕຢ່າງຍິ່ງ
2
ໂຊໂລໂມນກ່າວກັບອິສຣາເອນທັງປວງກັບນາຍພັນແລະນາຍຮ້ອຍ
ທັງກັບຜູ້ປົກຄອງແລະກັບເຈົ້ານາຍທັງປວງໃນອິສຣາເອນທັງຫມົດ
ຜູ້ເປັນຫົວຫນ້າຂອງບັນດາຕະກູນຂອງເຂົາ
3
ແລະໂຊໂລໂມນກັບຊຸມນຸມຊົນທັງປວງທີ່ຢູ່ກັບພຣະອົງໄດ້ຂຶ້ນໄປທີ່ສະຖານນະມັສການທີ່ສູງຊຶ່ງຢູ່ທີ່ກິເບໂອນເພາະເຕັນນັດພົບຂອງພຣະເຈົ້າ
ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ສ້າງຂຶ້ນໃນຖິ່ນກັນດານຢູ່ທີ່ນັ້ນ
4
(ແຕ່ດາວິດໄດ້ຊົງນຳຫີບຂອງພຣະເຈົ້າມາຈາກກິຣິອາທເຢອາຣິມເຖິງສະຖານທີ່ຊຶ່ງດາວິດຊົງຕຽມໄວ້ໃຫ້ເພາະພຣະອົງໄດ້ຊົງຕັ້ງເຕັນໄວ້ໃຫ້ໃນກຸງເຢຣູຊາເລັມ)
5
ເຖິງປານນັ້ນ
ແທ່ນບູຊາທອງສຳຣິດ
ຊຶ່ງເບຊາເລນບຸດອຸຣີ
ບຸດຮູຣ໌ໄດ້ສ້າງໄວ້ນັ້ນກໍຢູ່ທີ່ຫນ້າຫໍເຕັນຂອງພຣະເຈົ້າ
ແລະໂຊໂລໂມນກັບຊຸມນຸມຊົນກໍໄດ້ສແວງຫາພຣະເຈົ້າ
6
ແລະໂຊໂລໂມນສະເດັດໄປທີ່ນັ້ນຍັງແທ່ນບູຊາທອງສຳຣິດຕໍ່ພຣະພັກພຣະຜູ້ເປັນເຈົ້າ
ຊຶ່ງຢູ່ທີ່ເຕັນນັດພົບ
ແລະຊົງຖວາຍເຄື່ອງເຜົາບູຊານຶ່ງພັນໂຕເທິງແທ່ນນັ້ນ
7
ໃນຄືນນັ້ນ
ພຣະເຈົ້າຊົງປາກົດແກ່ໂຊໂລໂມນ
ແລະກ່າວກັບພຣະອົງວ່າ,
“ເຈົ້າຢາກໃຫ້ເຮົາໃຫ້ຫຍັງແກ່ເຈົ້າ
ກໍຈົ່ງຂໍເຖີດ”
8
ແລະໂຊໂລໂມນທູນພຣະເຈົ້າວ່າ,
“ພຣະອົງໄດ້ຊົງສຳແດງຄວາມຮັກຫມັ້ນຄົງ
ແລະຍິ່ງໃຫຍ່ແກ່ດາວິດສະເດັດພໍ່ຂອງຂ້າພຣະອົງ
ແລະຊົງກະທຳໃຫ້ຂ້າພຣະອົງເປັນກະສັດແທນ
9
ຂ້າແດ່ພຣະເຈົ້າ ຂໍໃຫ້ພຣະສັນຍາຂອງພຣະອົງທີ່ມີຕໍ່ດາວິດສະເດັດພໍ່ຂອງຂ້າພຣະອົງເປັນຈິງໃນບັດນີ້
ເພາະພຣະອົງໄດ້ຊົງຕັ້ງໃຫ້ຂ້າພຣະອົງເປັນກະສັດເຫນືອຊົນຊາດທີ່ຫລາຍເຫມືອນຝຸ່ນຂີ້ດິນແຫ່ງແຜ່ນດິນໂລກ
10 ຂໍຊົງປະທານສະຕິປັນຍາແລະຄວາມຮູ້ແກ່ຂ້າພຣະອົງທີ່ຈະເຂົ້ານອກອອກໃນຕໍ່ຫນ້າຊົນຊາດນີ້
ເພາະຜູ້ໃດທີ່ຈະປົກຄອງໄພ່ພົນຂອງພຣະອົງໄດ້
ຊຶ່ງໃຫຍ່ຍິ່ງນັກ”
11 ພຣະເຈົ້າຊົງກ່າວຕອບໂຊໂລໂມນວ່າ,
“ຍ້ອນວ່າສິ່ງນີ້ຢູ່ໃນຈິດໃຈຂອງເຈົ້າ
ແລະເຈົ້າບໍ່ໄດ້ຂໍຊັບສົມບັດ
ຄວາມມັ່ງຄັ່ງ,
ກຽດ
ຫລືຊີວິດສັດຕຣູ
ແລະທັງບໍ່ໄດ້ຂໍຊີວິດຂອງຄົນເຫລົ່ານັ້ນຜູ້ກຽດຊັງເຈົ້າ
ແລະທັງບໍ່ໄດ້ຂໍຊີວິດຍືນຍາວ
ແຕ່ໄດ້ຂໍສະຕິປັນຍາແລະຄວາມຮູ້ເພື່ອຕົວເຈົ້າເອງ
ເພື່ອເຈົ້າຈະປົກຄອງໄພ່ພົນຂອງເຮົາ
ຜູ້ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເຫນືອເຂົານັ້ນ
12 ເຮົາຈະໃຫ້ສະຕິປັນຍາແລະຄວາມຮູ້ໃຫ້ແກ່ເຈົ້າ
ເຣົາຈະໃຫ້ຊັບສົມບັດຄວາມມັ່ງຄັ່ງ
ແລະກຽດຕິຍົດແກ່ເຈົ້າດ້ວຍຢ່າງທີ່ບໍ່ມີກະສັດອົງໃດຜູ້ຢູ່ກ່ອນເຈົ້າໄດ້ມີ
ແລະບໍ່ມີຜູ້ໃດພາຍຫລັງເຈົ້າຈະມີເຫມືອນ”
13 ໂຊໂລໂມນຈຶ່ງສະເດັດຈາກບ່ອນນະມັສການທີ່ກິເບໂອນ
ຈາກຕໍ່ຫນ້າເຕັນນັດພົບໄປຍັງກຸງເຢຣູຊາເລັມ
ແລະພຣະອົງຊົງປົກຄອງຢູ່ເຫນືອອິສຣາເອນ
14 ໂຊໂລໂມນຊົງຮວບຮວມຣົດຮົບ
ແລະພົນມ້າ ພຣະອົງຊົງມີຣົດຮົບນຶ່ງພັນສີ່ຮ້ອຍຄັນ
ແລະພົນມ້ານຶ່ງຫມື່ນສອງພັນຄົນ
ຊຶ່ງພຣະອົງຊົງໃຫ້ປະຈະຢູ່ທີ່ຫົວເມືອງຣົດຮົບ
ແລະຢູ່ກັບກະສັດໃນກຸງເຢຣູຊາເລັມ
15 ເຈົ້າຊີວິດຊົງກະທຳໃຫ້ເງິນແລະທອງຄຳເປັນຂອງສາມັນໃນກຸງເຢຣູຊາເລັມເຫມືອນກ້ອນຫີນ
ແລະຊົງກະທຳໃຫ້ມີໄມ້ສົນຫລວງຫລາຍເຫມືອນໄມ້ຫມາກເດື່ອແຫ່ງຖິ່ນເຊເຟລາ
16 ມ້າອັນເປັນສິນຄ້າເຂົ້າຂອງໂຊໂລໂມນມາຈາກເອຢິບ
ເປັນຝູງໆ
ແລະບັນດາພໍ່ຄ້າຂອງເຈົ້າຊີວິດຮັບມາເປັນຝູງໆຕາມຣາຄາ
17 ເຂົາທັງຫລາຍນຳຣົດຮົບເຂົ້າມາຈາກເອຢິບຄັນນຶ່ງເປັນເງິນຫົກຮ້ອຍເຊເກລເງິນ
ແລະມ້າໂຕນຶ່ງນື່ງຮ້ອຍຫ້າສິບ
ດັ່ງນັ້ນໂດຍທາງພວກພໍ່ຄ້າ
ເຂົາກໍສົ່ງອອກໄປຍັງບັນດາກະສັດຂອງຄົນຮິດຕີ
ແລະບັນດາກະສັດຂອງຄົນຊີເຣັຽ
(ອາຣາມ)
1
ຝ່າຍໂຊໂລໂມນຊົງຕັ້ງພຣະທັຍທີ່ຈະສ້າງພຣະວິຫານເພື່ອພຣະນາມມຂອງພຣະຜູ້ເປັນເຈົ້າ
ແລະສ້າງພຣະຣາຊວັງເພື່ອຣາຊອານາຈັກຂອງພຣະອົງ
2
ແລະໂຊໂລໂມນຊົງກຳນົດໃຫ້ເຈັດຫມື່ນຄົນເປັນຄົນຂົນເຄື່ອງ
ແລະໃຫ້ແປດຫມື່ນຄົນສະກັດຫີນທີ່ເນີນພູ
ແລະໃຫ້ສາມພັນຫົກຮ້ອຍຄົນດູແລເຂົາທັງຫລາຍ
3
ແລະໂຊໂລໂມນຊົງສົ່ງຣາຊສານໄປຍັງຮູຣາມກະສັດເມືອງຕີເຣວ່າ,
“ທ່ານໄດ້ກະທຳກິຈກັບດາວິດຣາຊບິດາຂອງຂ້າພະເຈົ້າ
ຄື
ໄດ້ສົ່ງໄມ້ສົນໃຫ້ພຣະອົງ
ເພື່ອສ້າງວັງໃຫ້ພຣະອົງອາໄສຢ່າງໃດ
ຂໍທ່ານໄດ້ກະທຳແກ່ຂ້າພະເຈົ້າຢ່າງນັ້ນ
4
ເບິ່ງແມ໋,
ຂ້າພະເຈົ້າກຳລັງຈະສ້າງພຣະວິຫານ
ເພື່ອພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າ
ແລະມອບຖວາຍແດ່ພຣະອົງເພື່ອເຜົາເຄື່ອງຫອມຕໍ່ພຣະພັກພຣະອົງ
ແລະເພື່ອເຂົ້າຈີ່ຕັ້ງຖວາຍຕລອດໄປ
ແລະເພື່ອເຄື່ອງເຜົາບູຊາທັງຕອນເຊົ້າແລະຕອນແລງໃນວັນສະບາໂຕ
ແລະໃນວັນຂ້າງຂຶ້ນ
ແລະວັນເທສການຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ
ຊຶ່ງເປັນກົດຫມາຍຕັ້ງໄວ້ເປັນນິດສຳລັບອິສຣາເອນ
5
ພຣະວິຫານຊຶ່ງຂ້າພະເຈົ້າຈະສ້າງນັ້ນໃຫຍ່ໂຕ
ເພາະວ່າພຣະເຈົ້າຂອງເຣົາໃຫຍ່ຍິ່ງກວ່າພຣະທັງປວງ
6
ແຕ່ຜູ້ໃດຫນໍທີ່ຈະສາມາດສ້າງພຣະວິຫານສຳລັບພຣະອົງໄດ້
ໃນເມື່ອຟ້າສວັນເຖິງແມ່ນວ່າຟ້າສວັນທີ່ສູງສຸດທີ່ສຸດ
ຮັບຮອງພຣະອົງໄວ້ບໍ່ໄດ້
ຂ້າພະເຈົ້າເປັນຜູ້ໃດຫນໍທີ່ຈະສ້າງພຣະວິຫານສໍາລັບພຣະອົງ
ນອກຈາກໃຫ້ເປັນທີ່ເຜົາເຄື່ອງຫອມຖວາຍພຣະອົງເທົ່ານັ້ນ
7
ເຫດສັນນັ້ນ
ບັດນີ້ຂໍສົ່ງຊາຍຄົນນຶ່ງຜູ້ຊຳນານການຊ່າງທອງຄຳ
ເງິນ ທອງສຳຣິດແລະເຫັລກ
ແລະຊຳນານໃນເຣື່ອງຜ້າສີມ່ວງ
ສີແດງເຂັ້ມ
ແລະສີຟ້າ
ທັງເປັນຜູ້ຊຳນານໃນການແກະສລັກ
ເພື່ອຈະຢູ່ກັບຊ່າງຝີມືຜູ້ຢູ່ກັບຂ້າພະເຈົ້າໃນຢູດາແລະໃນເຢຣູຊາເລັມ
ຜູ້ຊຶ່ງດາວິດຣາຊບິດາຂອງຂ້າພະເຈົ້າໄດ້ຈັດຫາໄວ້
8
ຂໍທ່ານສົ່ງໄມ້ສົນ
ໄມ້ແປກ
ແລະໄມ້ດູ່ຈາກເລບານອນໃຫ້ຂ້າພະເຈົ້າດ້ວຍ
ເພາະຂ້າພຣະເຈົ້າເຂົ້າໃຈວ່າຂ້າຣາຊການຂອງທ່ານຮູ້ຈັກການຕັດໄມ້ໃນເລບານອນ
ແລະເບິ່ງແມ໋,
ຂ້າຣາຊການຂອງຂ້າພະເຈົ້າຈະຢູ່ກັບຂ້າຣາຊການຂອງທ່ານ
9
ເພື່ອຈັດຕຽມຕົວໄມ້ໃຫ້ແກ່ຂ້າພະເຈົ້າໃຫ້ຫລວງຫລາຍ
ເພາະວ່າພຣະວິຫານທີ່ຂ້າພະເຈົ້າຈະສ້າງນີ້ຈະໃຫຍ່ໂຕແລະແປກປລາດ
10 ແລະເບິ່ງແມ໋,
ສ່ວນຂ້າຣາຊການຂອງທ່ານ
ຄືຜູ້ທີ່ຕັດຕົ້ນໄມ້ນັ້ນ
ຂ້າພະເຈົ້າຈະໃຫ້ເຂົ້າສາລີນວດແລ້ວສອງຫມື່ນໂກຣ໌
ເຂົ້າບເລສອງຫມື່ນໂກຣ໌
ເຫລົ້າອະງຸ່ນສອງຫມື່ນບັທ
ແລະນ້ຳມັນສອງຫມື່ນບັທແກ່ເຂົາທັງຫລາຍ”
11 ແລ້ວຮູຣາມພຣະຣາຊາແຫ່ງເມືອງຕີເຣຊົງຕອບເປັນລາຍພຣະຫັດ
ຊຶ່ງພຣະອົງຊົງມີໄປເຖິງໂຊໂລໂມນວ່າ,
“ເພາະວ່າພຣະເຈົ້າຊົງຮັກປະຊາກອນຂອງພຣະອົງ ພຣະອົງຈຶ່ງຊົງກະທຳໃຫ້ທ່ານເປັນພຣະຣາຊາເຫນືອເຂົາທັງຫລາຍ”
12 ຮູຣາມກ່າວອີກວ່າ,
“ສາທຸການແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງອິສຣາເອນ
ຜູ້ຊົງສ້າງຟ້າສວັນແລະແຜ່ນດິນໂລກ
ຜູ້ໄດ້ປະທານໂອຣົດທີ່ສລາດຄົນນຶ່ງແກ່ດາວິດປະກອບດ້ວຍຄວາມສລຽວສລາດແລະຄວາມເຂົ້າໃຈ
ຜູ້ຊຶ່ງຈະສ້າງພຣະວິຫານຖວາຍພຣະເຈົ້າ
ແລະສ້າງພຣະຣາຊວັງເພື່ອກິຈອານາຈັກຂອງພຣະອົງ
13 “ບັດນີ້ຂ້າພະເຈົ້າໄດ້ສົ່ງຊ່າງຝີມືຄົນນຶ່ງ
ປະກອບດ້ວຍຄວາມເຂົ້າໃຈ
ຄືຮູຣາມາບີທີ່ປຶກສາອາວຸໂສ
14 ບຸດຊາຍຂອງຍິງເຜົ່າດານບິດາຂອງເຂົາເປັນຊາວເມືອງຕີເຣ
ເຂົາຊຳນານງານຊ່າງທອງຄຳ
ເງິນ
ທອງສຳຣິດ
ເຫລັກ
ຫີນແລະໄມ້
ແລະທຳງານຊ່າງຜ້າສີມ່ວງ
ສີຟ້າ
ຜ້າປ່ານ
ແລະຜ້າສີແດງເຂັ້ມ
ແລະທຳການແກະສລັກທຸກຊະນິດ
ແລະສ້າງຕາມແບບລວດລາຍໃດໆທີ່ຈະກຳນົດໃຫ້ແກ່ເຂົາ
ພ້ອມກັບຊ່າງຝີມືຂອງທ່ານ
ຄືຊ່າງຝີມືຂອງດາວິດຣາຊບິດາຂອງທ່ານຜູ້ເປັນເຈົ້ານາຍຂອງຂ້າພະເຈົ້າ
15 ເຫດສັນນັ້ນເຣື່ອງເຂົ້າສາລີ
ເຂົ້າບເລ
ນ້ຳມັນ
ແລະເຫລົ້າອະງຸ່ນ
ຊຶ່ງເຈົ້ານາຍຂອງຂ້າພະເຈົ້າໄດ້ກ່າວເຖິງນັ້ນ
ຂໍທ່ານໄດ້ສົ່ງໄປໃກ້ພວກເຮົາຜູ້ຮັບໃຊ້ທ່ານ
16 ແລະພວກເຮົາຈະຕັດໄມ້ເທົ່າທີ່ທ່ານຕ້ອງການຈາກເລບານອນ
ແລະນຳມາໃຫ້ທ່ານໂດຍແພທາງທະເລເຖິງເມືອງໂຢບປາເພື່ອວ່າທ່ານຈະໄດ້ນຳຂຶ້ນໄປຍັງກຸງເຢຣູຊາເລັມ”
17 ແລ້ວໂຊໂລໂມນຊົງທຳບັນຊີສຳມະໂນຄົວຊົນຕ່າງດ້າວທັງສິ້ນຜູ້ຢູ່ໃນແຜ່ນດິນອິສຣາເອນ
ພາຍຫລັງບັນຊີສຳມະໂນຄົວຊຶ່ງດາວິດຣາຊບິດາຂອງພຣະອົງໄດ້ຊົງກະທຳໄວ້
ແລະປາກົດວ່າມີຄົນນຶ່ງແສນຫ້າຫມື່ນສາມພັນຫົກຮ້ອຍຄົນ
18 ພຣະອົງຊົງກຳນົດໃຫ້ເຈັດຫມື່ນຄົນເປັນຄົນຂົນຂອງ
ແລະໃຫ້ແປດຫມື່ນຄົນສະກັດຫີນທີ່ຖິ່ນພູດອຍ
ແລະຄົນສາມພັນຫົກຮ້ອຍຄົນເປັນຜູ້ດູແລໃຫ້ປະຊາຊົນທຳງານ
1
ແລ້ວໂຊໂລໂມນຊົງເລີ້ມສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ກຸງເຢຣູຊາເລັມເທິງພູໂມຣິຢາ
ຊຶ່ງພຣະຜູ້ເປັນເຈົ້າຊົງປາກົດແກ່ດາວິດຣາຊບິດາຂອງພຣະອົງ
ເປັນບ່ອນຊຶ່ງດາວິດຊົງກຳນົດໄວ້ທີ່ລານນວດເຂົ້າຂອງໂອຣ໌ນານ
ຄົນເຢບຸສ
2
ພຣະອົງຊົງເລີ້ມສ້າງໃນວັນທີ່ສອງເດືອນທີ່ສອງຂອງປີທີ່ສີ່ແຫ່ງຣັຊການຂອງພຣະອົງ
3
ຕໍ່ໄປນີ້ເປັນຮາກຖານຊຶ່ງໂຊໂລໂມນຊົງວາງເພື່ອສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ
ສ່ວນລວງຍາວຕາມສອກບູຮານ
ຫົກສິບສອກ
ແລະລວງກວ້າງຊາວສອກ
4
ແຈດ້ານຫນ້າຂອງພຣະວິຫານນັ້ນຍາວຊາວສອກ
ເທົ່າກັບດ້ານກວ້າງຂອງພຣະວິຫານ
ແລະສ່ວນລວງສູງນຶ່ງຮ້ອຍຊາວ
ພຣະອົງຊົງໂອບດ້ານໃນດ້ວຍທອງຄຳບໍຣິສຸດ
5
ຫ້ອງໂຖງພຣະອົງຊົງແອ້ມດ້ວຍໄມ້ສົນ
ແລະໂອບດ້ວຍທອງຄຳ
ແລະແກະສລັກເອ້ຄວັດລາຍເປັນຮູບນ້ຳເຕົ້າ
ແລະຮູບດອກອັລພລັມແລະມີໂສ້ຄຳປະດັບໄວ້ເທິງນັ້ນ
6
ພຣະອົງຊົງແຕ່ງພຣະວິຫານດ້ຍຝັງເພັດພອຍ
ທອງຄຳນັ້ນເປັນທອງຄຳເມືອງປາຣ໌ວາອິມ
7
ພຣະອົງຊົງໂອບພຣະວິຫານນັ້ນດ້ວຍທອງຄຳ
ຄືທີ່ຄານ
ທາງເຂົ້າປະຕູ
ຝາ
ປະຕູກັບແກະສລັກຮູບເຊຣູບິມໄວ້ເທິງຝາ
8
ແລະພຣະອົງຊົງສ້າງຫ້ອງສັກສິດທີ່ສຸດ
ຄືລວງຍາວຂອງທີ່ນັ້ນຕາມລວງກວ້າງຂອງພຣະວິຫານ
ເປັນຊາວສອກ
ແລະລວງກວ້າງຊາວສອກ
ພຣະອົງຊົງໂອບດ້ວຍທອງຄຳຫນັກຫົກຮ້ອຍຕະລັນ
9
ນ້ຳຫນັກຂອງຕະປູຫ້າສິບເຊເກລທອງຄຳ
ແລະພຣະອົງຊົງໂອບຫ້ອງຊັ້ນເທິງດ້ວຍທອງຄຳ
10 ໃນຫ້ອງສັກສິດທີ່ສຸດນັ້ນ
ພຣະອົງຊົງສ້າງຮູບເຊຣູບິມໄວ້ສອງຮູບດ້ວຍໄມ້ໂອບທອງຄຳ
11 ປີກຂອງເຊຣູບິມທັງສອງນັ້ນກາງອອກຊາວສອກ
ປີກຂ້າງນຶ່ງຂອງເຊຣູບິມຮູບນຶ່ງຍາວຫ້າສອກຈຸຝາພຣະວິຫານ
ແລະອີກປີກນຶ່ງຫ້າສອກຕິດຕໍ່ກັບປີກຂອງເຊຣູບິມອີກຮູບນຶ່ງ
12 ປີກຂອງເຊຣູບິມເຫລົ່ານີ້ກາງອອກຊາວສອກ
ເຊຣູບິມທັງສອງນັ້ນຢືນຫັນຫນ້າໄປທາງຫ້ອງໂຖງ
13 ແລະພຣະອົງຊົງສ້າງຜ້າກັ້ງດ້ວຍສີຟ້າ
ສີມ່ວງ
ແລະສີແດງເຂັ້ມ
ແລະຜ້າປ່ານ
ແລະປັກຮູບເຊຣູບິມໄວ້ເທິງນັ້ນ
14 ຂ້າງຫນ້າພຣະວິຫານພຣະອົງຊົງສ້າງເສົາຫານສອງຕົ້ນ
ສູງສາມສິບຫ້າສອກ
ມີບົວຄວ່ຳສູງຫ້າສອກຢູ່ເທິງຍອດເສົາຫານແຕ່ລະຕົ້ນ
ງານຂອງຮູຣາມໃນພຣະວິຫານ
15 ພຣະອົງຊົງທຳໂສ້ເຫມືອນສ້ອຍຄໍຕິດໄວ້ທີ່ຍອດເສົາຫານ
ແລະພຣະອົງຊົງທຳຫມາກພິລານຶ່ງຮ້ອຍຫມາກແຂວນໄວ້ທີ່ໂສ້
16 ພຣະອົງຊົງຕັ້ງເສົາຫານໄວ້ຫນ້າພຣະວິຫານ
ຂ້າງຂວາຕົ້ນນຶ່ງແລະອີກຕົ້ນນຶ່ງຂ້າງຊ້າຍ
ຕົ້ນຂ້າງຂວານັ້ນພຣະອົງຊົງໃສ່ຊື່ວ່າຢາຄີນ
ແລະຕົ້ນຂ້າງຊ້າຍວ່າໂບອັສ
1
ພຣະອົງຊົງສ້າງແທ່ນບູຊາດ້ວຍທອງສຳຣິດ
ຍາວຊາວສອກ
ແລະກວ້າງຊາວສອກ
ສູງສິບສອກ
2
ແລ້ວພຣະອົງຊົງສ້າງຂັນທີ່ຫລໍ່
ເປັນຂັນກົມ
ແທກຈາກຂອບນຶ່ງໄປເຖິງອີກຂອບນຶ່ງໄດ້ສິບສອກ
ສູງຫ້າສອກ
ແລະແທກຮອບໄດ້ສາມສິບສອກ
3
ພາຍໃຕ້ຂັນນີ້
ມີຮູບງົວຢູ່ຮອບຂັນ
ລະຍະສິບສອກຢູ່ຮອບຂັນ
ງົວເຫລົ່ານີ້ເປັນສອງແຖວ
ຫລໍ່ພ້ອມກັບເມື່ອຫລໍ່ຂັນ
4
ຂັນນັ້ນວາງຢູ່ເທິງງົວສິບສອງໂຕຫັນຫນ້າໄປທິດເຫນືອສາມໂຕ
ຫັນຫນ້າໄປທິດຕາເວັນຕົກສາມໂຕ
ແລະຫັນຫນ້າໄປທິດຕາເວັນອອກສາມໂຕ
ຂັນນັ້ນວາງຢູ່ເທິງງົວນີ້
ສ່ວນເບື້ອງຫລັງຂອງມັນທັງສິ້ນຢູ່ຂ້າງໃນ
5
ຂັນຫນານຶ່ງຄືບ
ທີ່ຂອບຂອງມັນທຳເຫມືອນຂອບຖ້ວຍ
ເຫມືອນຢ່າງດອກບົວ
ບັນຈຸໄດ້ສາມພັນບັທ
6
ພຣະອົງຊົງທຳຂັນສິບຫນ່ວຍ
ວາງຢູ່ດ້ານຂວາຫ້າຫນ່ວຍແລະດ້ານຊ້າຍຫ້າຫນ່ວຍ
ເພື່ອໃຊ້ລ້າງຂອງໃນນັ້ນ
ເຂົາຈະລ້າງຂອງຊຶ່ງໃຊ້ເປັນເຄື່ອງເຜົາບູຊາໃນນີ້
ຂັນນັ້ນສຳລັບປະໂຣຫິດລ້າງໃນນັ້ນ
7
ແລ້ວພຣະອົງຊົງສ້າງເຄື່ອງຮອງຕີນໂຄມທອງຄຳສິບອັນຕາມທີ່ກຳນົດກ່ຽວກັບເຄື່ອງຮອງຕີນໂຄມນັ້ນ
ແລະພຣະອົງຊົງຕັ້ງໄວ້ໃນພຣະວິຫານ
ຢູ່ດ້ານຂວາຫ້າແລະດ້ານຊ້າຍຫ້າ
8
ພຣະອົງຊົງສ້າງໂຕະສິບຫນ່ວຍ
ແລະຕົງໄວ້ໃນພຣະວິຫານ
ຢູ່ດ້ານຂວາຫ້າຕົ້ນ
ດ້ານຊ້າຍຫ້າຕົ້ນ
ແລະພຣະອົງຊົງທຳຊາມທອງຄຳນຶ່ງຮ້ອຍໃບ
9
ພຣະອົງຊົງສ້າງລານແຫ່ງປະໂຣຫິດ
ແລະບານໃຫຍ່ແລະປະຕູລານ
ແລະຊົງໂອບປະຕູນັ້ນດ້ວຍທອງສຳຣິດ
10 ພຣະອົງຊົງວາງຂັນໄວ້ທີ່ດ້ານຂວາພຣະວິຫານທາງທິດຕາເວັນອອກສ່ຽງໃຕ້
11 ຮູຣາມໄດ້ສ້າງຫມໍ້
ຊວ້ານ
ແລະຊາມ ດັ່ງນັ້ນຮູຣາມຈຶ່ງທຳງານຊຶ່ງທ່ານກະທຳໃຫ້ກະສັດໂຊໂລໂມນເຣື່ອງພຣະວິຫານຂອງພຣະຜູ້ເປັນເຈົ້າສຳເຣັດ
12 ຄື
ເສົາຫານສອງຕົ້ນ
ຄີ້ວ
ແລະບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານທັງສອງ
ແລະຕາຂ່າຍສອງຜືນຊຶ່ງຄຸມຄິ້ວທັງສອງຂອງບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານ
13 ແລະຫມາກພິລາສີ່ຮ້ອຍຫມາກສຳລັບຕາຂ່າຍທັງສອງຜືນ
ຕາຂ່າຍຜືນນຶ່ງມີຫມາກພິລາສອງແຖວ
ເພື່ອຄຸມຄີ້ວທັງສອງຂອງບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານ
14 ເຂົາທຳແທ່ນດ້ວຍ
ແລະທຳຂັນໄວ້ເທິງແທ່ນ
15 ແລະຂັນຫນ່ວຍນຶ່ງ
ແລະງົວສິບສອງຕົວຮອງຢູ່ນັ້ນ
16 ຫມໍ້
ຊວ້ານ
ແລະສ້ອມ
ແລະເຄື່ອງປະກອບທັງສິ້ນນີ້
ຮູຣາມອາບີໄດ້ທຳຂຶ້ນດ້ວຍທອງສຳຣິດສຸກຖວາຍກະສັດໂຊໂລໂມນສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າ
17 ເຈົ້າຊີວິດຊົງຫລໍ່ສິ່ງເຫລົ່ານີ້ໃນທີ່ຮາບແມ່ນ້ຳຈໍແດນ
ໃນທີ່ດິນຫນຽວລະຫວ່າງຊຸກໂກດແລະເຊເຣດາ
18 ໂຊໂລໂມນຊົງສ້າງສິ່ງເຫລົ່ານີ້ເປັນຈຳນວນມາກ
ຈຶ່ງບໍ່ໄດ້ຫານ້ຳຫນັກຂອງທອງສຳຣິດ
19 ໂຊໂລໂມນຈຶ່ງຊົງກະທຳເຄື່ອງໃຊ້ທັງສິ້ນຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ
ຄືແທ່ນບູຊາທອງຄຳ
ໂຕະເຂົ້າຈີ່ຕໍ່ຫນ້າພຣະພັກ
20 ເຄື່ອງຮອງຕີນໂຄມແລະຕະກຽງທຳດ້ວຍທອງຄຳບໍຣິສຸດ
ເພື່ອໃຊ້ໄຕ້ຢູ່ຕໍ່ຫນ້າບ່ອນສັກສິດທີ່ສຸດ
ຕາມກົດຫມາຍ
21 ດອກໄມ້
ຕະກຽງ
ແລະຄີມທຳດ້ວຍທອງຄຳຄືທອງຄຳບໍຣິສຸດທີ່ສຸດ
22 ມີດຕັດໃສ້ຕະກຽງ
ຊາມ
ຖ້ວຍແລະກະຖາງໄຟທຳດ້ວຍທອງຄຳບໍຣິສຸດ
ສ່ວນທາງເຂົ້າຂອງພຣະວິຫານຄື
ປະຕູທາງໃນຂອງບ່ອນສັກສິດທີ່ສຸດ
ແລະປະຕູພຣະວິຫານ
ຄືປະຕູຫ້ອງໂຖງທຳດ້ວຍທອງຄຳ
1
ບັນດາກິຈການຊຶ່ງໂຊໂລໂມນຊົງກະທຳສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າກໍສຳເຣັດດັ່ງນີ້
ແລະໂຊໂລໂມນຊົງນຳບັນດາສິ່ງຊຶ່ງດາວິດຣາຊບິດາຊົງຖວາຍໄວ້ເຂົ້າມາ
ຄືເຄື່ອງເງິນ
ເຄື່ອງທອງຄຳ
ແລະເຄື່ອງໃຊ້ຕ່າງໆ
ແລະເກັບໄວ້ໃນຄັງພຣະວິຫານຂອງພຣະຜູ້ເປັນເຈົ້າ
ໂຊໂລໂມນຊົງນຳຫີບຄຳສັນຍາເຂົ້າໃນ
ພຣະວິຫານ
(1
ກສດ 8:1-11)
2
ແລ້ວໂຊໂລໂມນຊົງປະຊຸມພວກຜູ້ໃຫຍ່ຂອງອິສຣາເອນ
ແລະບັນດາຫົວຫນ້າຂອງເຜົ່າ
ແລະບັນດາປະມຸກຂອງຕະກູນຊົນອິສຣາເອນ
ໃນກຸງເຢຣູຊາເລັມ
ເພື່ອນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂຶ້ນມາຈາກນະຄອນດາວິດ
ຄືເມືອງຊີໂອນ
3
ແລະຜູ້ຊາຍທັງສິ້ນຂອງອິສຣາເອນກໍປະຊຸມຕໍ່ພຣະພັກເຈົ້າຊີວິດໃນງານລ້ຽງໃນເດືອນທີ່ເຈັດ
4
ພວກຜູ້ໃຫຍ່ທັງສິ້ນຂອງອິສຣາເອນມາ
ແລະຄົນເລວີກໍຍົກຫີບ
5
ເຂົາທັງຫລາຍກໍນຳຫີບເຕັນນັດພົບແລະຄື່ອງໃຊ້ບໍຣິສຸດທັງສິ້ນຊຶ່ງຢູ່ໃນເຕັນຂຶ້ນມາ
ຂອງເຫລົ່ານີ້ບັນດາປະໂຣຫິດ
ແລະຄົນເລວີຫາມຂຶ້ນມາ
6
ກະສັດໂຊໂລໂມນກັບຊຸມນຸມຊົນອິສຣາເອນທັງສິ້ນ
ທີ່ໄດ້ປະຊຸມກັນຢູ່ກັບພຣະອົງຕໍ່ຫນ້າຫີບ
ໄດ້ຖວາຍແກະແລະງົວມາກມາຍ
ຊຶ່ງເຂົາຈະນັບຫລືເອົາຈຳນວນກໍບໍ່ໄດ້
7
ແລ້ວປະໂຣຫິດກໍນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າມາຍັງທີ່ຂອງຫີບໃນທີ່ຢູ່ໃນຫ້ອງຫລັງຂອງພຣະວິຫານຄືໃນສະຖານທີ່ສັກສິດ
ພາຍໃຕ້ປີກເຊຣູບິມ
8
ເພາະວ່າເຊຣູບິມນັ້ນກາງປີກອອກເຫນືອທີ່ຂອງຫີບເຊຣູບິມຈຶ່ງເປັນເຄື່ອງຄຸມເຫນືອຫີບ
ແລະໄມ້ຄານຂອງຫີບ
9
ຄານຫາມຂອງຫີບນັ້ນຍາວຫລາຍຈຶ່ງເຫັນປາຍຄານຫາມໄດ້ຈາກສະຖານທີ່ສັກສິດຊຶ່ງຢູ່ຂ້າງຫນ້າຫ້ອງຫລັງ
ແຕ່ເຂົາຈະເຫັນຈາກຂ້າງນອກບໍ່ໄດ້
ແລະຄານຫາມກໍຍັງຢູ່ທີ່ນັ້ນຈົນເທົ່າທຸກວັນນີ້
10 ບໍ່ມີສິ່ງໃດໃນຫີບນອກຈາກສີລາສອງແຜ່ນຊຶ່ງໂມເຊເກັບໄວ້ໃນພູໂຮເຣັບ
ເມື່ອພຣະຜູ້ເປັນເຈົ້າຊົງກະທຳຄຳສັນຍາກັບຄົນອິສຣາເອນ
ເມື່ອເຂົາທັງຫລາຍອອກມາຈາກແຜ່ນດິນເອຢິບ
11 ຢູ່ມາເມື່ອປະໂຣຫິດອອກມາຈາກສະຖານທີ່ສັກສິດ
(ເພາະປະໂຣຫິດທັງປວງຜູ້ຢູ່ທີ່ນັ້ນໄດ້ຊຳຮະຕົນໃຫ້ບໍຣິສຸດແລ້ວແລະບໍ່ຄຳນຶງເຖິງເວນ
12 ແລະບັນດາພວກເລວີທີ່ເປັນນັກຮ້ອງທັງຫມົດ
ທັງອາສາຟ
ເຮມານ
ແລະເຢດູທູນ
ທັງບຸດຊາຍແລະຍາດຂອງເຂົາທັງຫລາຍ
ນຸ່ງເຄື່ອງດ້ວຍຜ້າປ່ານ
ມີແສ່ງ
ພິນໃຫຍ່ແລະພິນເຂົາຄູ່
ຢືນຢູ່ທາງຕາເວັນອອກຂອງແທ່ນບູຊາ
ພ້ອມກັບປະໂຣຫິດຄົນເປົ່າແກນຶ່ງຮ້ອຍຊາວຄົນ)
13 ພວກຄົນເປົ່າແກ
ແລະພວກນັກຮ້ອງຈະທຳໃຫ້ຄົນໄດ້ຍິນເຂົາທັງຫລາຍຮ້ອງເພງສັຣເສີນແລະເພງໂມທະນາພຣະຄຸນເປັນສຽງດຽວກັນ
ແລະເມື່ອເຂົາຮ້ອງຂຶ້ນພ້ອມກັບແກແລະແຊ່ງກັບເຄື່ອງດົນຕຣີຢ່າງອື່ນໃນການຖວາຍສັຣເສີນແດ່ພຣະຜູ້ເປັນເຈົ້າວ່າ,
“ເພາະພຣະອົງປະເສີດ
ເພາະຄວາມຮັກຫມັ້ນຄົງຂອງພຣະອົງດໍາຣົງຢູ່ເປັນນິດ”
ພຣະວິຫານ
ຄືພຣະວິຫານຂອງພຣະຜູ້ເປັນເຈົ້າກໍມີເມກເຕັມໄປຫມົດ
14 ຈົນປະໂຣຫິດຈະຢືນບົວຣະບັດບໍ່ໄດ້
ດ້ວຍເຫດເມກນັ້ນ
ເພາະສະງ່າຣາສີຂອງພຣະຜູ້ເປັນເຈົ້າເຕັມພຣະວິຫານຂອງພຣະເຈົ້າ
1
ແລ້ວໂຊໂລໂມນກ່າວວ່າ,
“ພຣະຜູ້ເປັນເຈົ້າໄດ້ກ່າວວ່າ
ພຣະອົງຈະປະທັບໃນຄວາມມືດຕຶບ
2
ຂ້າພຣະອົງໄດ້ສ້າງພຣະວິຫານອັນເປັນທີ່ປະທັບສຳລັບພຣະອົງ
ເປັນສະຖານທີ່ເພື່ອພຣະອົງຈະຊົງສະຖິດຢູ່ເປັນນິດ”
3
ແລ້ວເຈົ້າຊີວິດກໍຊົງຫັນມາ
ແລະຊົງໃຫ້ພອນແກ່ຊຸມນຸມຊົນອິສຣາເອນທັງປວງຢືນຢູ່
4
ພຣະອົງກ່າວວ່າ,
“ສາທຸການແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງອິສຣາເອນຜູ້ຊົງກະທຳໃຫ້ສຳເຣັດດ້ວຍພຣະຫັດຂອງພຣະອົງ
ຕາມທີ່ພຣະອົງຊົງສັນຍາໄວ້ດ້ວຍພຣະໂອດຕໍ່ດາວິດພຣະຣາຊບິດາຂອງຂ້າພະເຈົ້າ
5
“ຕັ້ງແຕ່ວັນທີ່ເຮົາໄດ້ນຳໄພ່ພົນຂອງເຮົາອອກຈາກເອຢິບ
ເຮົາບໍ່ໄດ້ເລືອກເມືອງນຶ່ງເມືອງໃດໃນເຜົ່າອິສຣາເອນທັງສິ້ນເພື່ອຈະສ້າງພຣະວິຫານ
ເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ
ແລະເຮົາບໍ່ໄດ້ເລືອກຊາຍຄົນໃດໃຫ້ເປັນເຈົ້ານາຍເຫນືອອິສຣາເອນໄພ່ພົນຂອງເຮົາ
6
ແຕ່ເຮົາໄດ້ເລືອກເຢຣູຊາເລັມແລ້ວເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ
ແລະເຮົາໄດ້ເລືອກດາວິດແລ້ວໃຫ້ຢູ່ເຫນືອອິສຣາເອນໄພ່ພົນຂອງເຮົາ”
7
ດາວິດພຣະຣາຊບິດາຂອງຂ້າພະເຈົ້າຊົງຕັ້ງພຣະທັຍ
ທີ່ຈະສ້າງພຣະວິຫານສຳລັບພຣະນາມແຫ່ງພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງອິສຣາເອນ
8
ແຕ່ພຣະຜູ້ເປັນເຈົ້າກ່າວກັບດາວິດພຣະຣາຊບິດາຂອງຂ້າພະເຈົ້າວ່າ
“ທີ່ເຈົ້າຕັ້ງໃຈສ້າງພຣະວິຫານສໍາລັບນາມຂອງເຮົານັ້ນ
ເຈົ້າກໍທຳດີຢູ່ແລ້ວ
ໃນເຣື່ອງຄວາມຕັ້ງໃຈຂອງເຈົ້າ
9
ຢ່າງໃດກໍຕາມ
ເຈົ້າຈະບໍ່ສ້າງພຣະວິຫານ
ແຕ່ບຸດຂອງເຈົ້າຜູ້ຊຶ່ງຈະເກີດແກ່ເຈົ້າຈະສ້າງພຣະວິຫານ
ເພື່ອນາມຂອງເຮົາ”
10 ບັດນີ້
ພຣະຜູ້ເປັນເຈົ້າຊົງໃຫ້ພຣະສັນຍາຂອງພຣະອົງ
ຊຶ່ງພຣະອົງຊົງກະທຳນັ້ນສຳເຣັດ
ເພາະຂ້າພະເຈົ້າໄດ້ຂຶ້ນມາແທນດາວິດຣາຊບິດາຂອງຂ້າພະເຈົ້າແລະນັ່ງຢູ່ເທິງບັນລັງຂອງອິສຣາເອນ
ດັ່ງທີ່ ພຣະຜູ້ເປັນເຈົ້າໄດ້ຊົງສັນຍາໄວ້
ແລະຂ້າພະເຈົ້າໄດ້ສ້າງພຣະວິຫານສຳລັບພຣະນາມຂອງພຣະຜູ້ເປັນ
ເຈົ້າ ພຣະເຈົ້າແຫ່ງອິສຣາເອນ
11 ແລະຂ້າພະເຈົ້າໄດ້ວາງຫີບໄວ້ທີ່ນັ້ນ
ຊຶ່ງຄຳຫມັ້ນສັນຍາຂອງພຣະຜູ້ເປັນເຈົ້າຢູ່ໃນນັ້ນ
ຊຶ່ງພຣະອົງໄດ້ຊົງກະທຳກັບຊົນອິສຣາເອນ”
12 ແລ້ວໂຊໂລໂມນປະທັບຢືນຫນ້າແທ່ນບູຊາຂອງພຣະຜູ້ເປັນເຈົ້າ
ຕໍ່ຫນ້າຂຸມນຸມຊົນອິສຣາເອນທັງປວງ
ແລະກາງພຣະຫັດຂອງພຣະອົງອອກ
13 (ເພາະໂຊໂລໂມນໄດ້ຊົງສ້າງແທ່ນທອງສຳຣິດຍາວຫ້າສອກ
ກວ້າງຫ້າສອກ
ສູງສາມສອກ
ແລະຊົງຕັ້ງໄວ້ກາງເດີ່ນ
ແລະພຣະອົງຊົງປະທັບຢູ່ເທິງນັ້ນ
ແລ້ວພຣະອົງຊົງຄຸເຂົ່າລົງຕໍ່ຫນ້າຊຸມນຸມອິສຣາເອນທັງປວງແລະກາງພຣະຫັດຂອງພຣະອົງສູ່ຟ້າສວັນ)
14 ພຣະອົງຊົງທູນວ່າ,
“ຂ້າແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງອິສຣາເອນ
ບໍ່ມີພຣະເຈົ້າອົງໃດເຫມືອນພຣະອົງ
ໃນຟ້າສວັນເບື້ອງເທິງ
ຫລືທີ່ແຜ່ນດິນເບື້ອງລຸ່ມ
ຜູ້ຊົງຮັກສາຄຳຫມັ້ນສັນຍາແລະຊົງສຳແດງຄວາມຮັກຫມັ້ນຄົງແກ່ຜູ້ຮັບໃຊ້ຂອງພຣະອົງ
ຜູ້ດໍາເນີນຢູ່ຕໍ່ພຣະພັກພຣະອົງດ້ວຍສິ້ນສຸດໃຈຂອງເຂົາ
15 ພຣະອົງໄດ້ຊົງກະທຳກັບດາວິດບິດາຂອງຂ້າພຣະອົງ
ຜູ້ຮັບໃຊ້ຂອງພຣະອົງ
ຕາມບັນດາສິ່ງຊຶ່ງພຣະອົງຊົງສັນຍາໄວ້ແກ່ທ່ານ
ພຣະອົງຕຣັສດ້ວຍພຣະໂອດຂອງພຣະອົງ
ແລະພຣະອົງໄດ້ຊົງກະທຳໃຫ້ສຳເຣັດໃນວັນນີ້ດ້ວຍພຣະຫັດຂອງພຣະອົງ
16 ຂ້າແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າແຫ່ງອິສຣາເອນ
ເພາະສະນັ້ນຂໍຊົງດຳຣົງຢູ່ກັບຜູ້ຮັບໃຊ້ຂອງພຣະອົງຄືດາວິດຣາຊບິດາຂອງຂ້າພຣະອົງ
ຕາມຊຶ່ງພຣະອົງຊົງສັນຍາໄວ້ກັບທ່ານວ່າ
“ຖ້າພຽງແຕ່ລູກຫລານທັງຫລາຍຂອງເຈົ້າລະມັດລະວັງໃນທາງດຳເນີນຂອງເຂົາ
ທີ່ຈະດໍເນີນໄປຕໍ່ຫນ້າເຮົາ
ຢ່າງທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ
ເຈົ້າຈະບໍ່ຂາດຊາຍຜູ້ນຶ່ງຕໍ່ຫນ້າເຮົາທີ່ຈະນັ່ງເທິງບັນລັງຂອງອິສຣາເອນ”
17 ເພາະສະນັ້ນຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ
ຂໍພຣະວັຈນະຂອງພຣະອົງຈົ່ງດຳຣົງຢູ່
ຊຶ່ງພຣະອົງໄດ້ຕຣັດກັບຜູ້ຮັບໃຊ້ຂອງພຣະອົງ
ຄືດາວິດບິດາຂອງຂ້າພຣະອົງ
18 “ແຕ່ພຣະເຈົ້າຈະຊົງປະທັບກັບມະນຸດທີ່ແຜ່ນດິນໂລກຫລື
ເບິ່ງແມ໋,
ຟ້າສວັນແລະຟ້າສວັນອັນສູງທີ່ສຸດຍັງຮັບພຣະອົງຢູ່ບໍ່ໄດ້
ພຣະວິຫານຊຶ່ງຂ້າພຣະອົງໄດ້ສ້າງຈະຮັບພຣະອົງບໍ່ໄດ້ຍິ່ງກວ່ານັ້ນຈັກເທົ່າໃດ
19 ແຕ່ຂໍພຣະອົງຊົງສົນພຣະທັຍໃນຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງແລະໃນຄຳວິງວອນນີ້
ຂ້າແດ່ພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງຂ້າພຣະອົງ
ຂໍຊົງສະດັບສຽງຮ້ອງແລະຄຳອ້ອນວອນ
ຊຶ່ງຜູ້ຮັບໃຊ້ຂອງພຣະອົງອ້ອນວອນຕໍ່ພຣະອົງ
20 ເພື່ອວ່າພຣະເນດຂອງພຣະອົງຈະຊົງລືມຢູ່ເຫນືອພຣະວິຫານນີ້ທັງກາງເວັນແລະກາງຄືນ
ຄືສະຖານທີ່ຊຶ່ງພຣະອົງໄດ້ຕຣັສວ່າຈະຕັ້ງພຣະນາມຂອງພຣະອົງໄວ້ທີ່ນັ້ນ
ເພື່ອວ່າພຣະອົງຈະຊົງສະດັບຄຳອ້ອນວອນ
ຊຶ່ງຜູ້ຮັບໃຊ້ຂອງພຣະອົງຈະໄດ້ອ້ອນວອນຕົງຕໍ່ສະຖານທີ່ນີ້
21 ຂໍພຣະອົງຊົງສະດັບຄຳວິງວອນຂອງຜູ້ຮັບໃຊ້ຂອງພຣະອົງ
ແລະຂອງອິສຣາເອນປະຊາກອນຂອງພຣະອົງ
ເມື່ອເຂົາອ້ອນວອນຕົງຕໍ່ສະຖານທີ່ນີ້
ຂໍພຣະອົງຊົງສະດັບຢູ່ໃນຟ້າສວັນອັນທີ່ປະທັບຂອງພຣະອົງ
ແລະເມື່ອພຣະອົງຊົງສະດັບແລ້ວ
ກໍຂໍພຣະອົງຊົງປະທານອະພັຍ
22 “ເມື່ອຊາຍຄົນໃດກະທຳບາບຕໍ່ເພື່ອນບ້ານຂອງເຂົາແລະຖືກບັງຄັບໃຫ້ທຳສັຕສາບານແລະເຂົາມາໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນພຣະວິຫານ
23 ຂໍພຣະອົງຊົງສະດັບຈາກຟ້າສວັນແລະຂໍຊົງກະທຳ
ຂໍຊົງພິພາກສາຜູ້ຮັບໃຊ້ຂອງພຣະອົງທັງຫລາຍ
ລົງໂທດຜູ້ກະທຳຄວາມຜິດ
ແລະຊົງນຳຄວາມປະພຶດຂອງເຂົາໃຫ້ກັບຕົກເທິງຫົວຂອງຕົວເຂົາເອງ
ແລະຂໍຊົງປະກາດຄວາມບໍຣິສຸດຂອງຜູ້ຊອບທັມ
ສນອງແກ່ເຂົາຕາມຄວາມຊອບທັມຂອງເຂົາ
24 “ຖ້າອິສຣາເອນໄພ່ພົນຂອງພຣະອົງຜ່າຍແພ້ຕໍ່ສັດຕຣູເພາະເຂົາໄດ້ກະທຳບາບຕໍ່ພຣະອົງ
ແລະເຂົາຫັນກັບມາຫາພຣະອົງອີກ
ຍອມຮັບພຣະນາມຂອງພຣະອົງ
ແລະອ້ອນວອນແລະກະທຳການວິງວອນຕໍ່ພຣະອົງໃນພຣະວິຫານນີ້
25 ກໍຂໍພຣະອົງອົງຊົງສະດັບຟັງໃນຟ້າສວັນ
ແລະປະທານອະພັຍແກ່ບາບຂອງອິສຣາເອນໄພ່ພົນຂອງພຣະອົງ
ແລະຂໍຊົງນໍາເຂົາກັບມາຍັງແຜ່ນດິນຊຶ່ງພຣະອົງໄດ້ພຣະຣາຊທານແກ່ບັນພະບຸຣຸດຂອງເຂົາທັງຫລາຍ
26 “ເມື່ອຟ້າສວັນປິດຢູ່ແລະບໍ່ມີຝົນ
ເພາະເຂົາທັງຫລາຍໄດ້ກະທຳບາບຕໍ່ພຣະອົງ
ຖ້າເຂົາທັງຫລາຍໄດ້ອ້ອນວອນຕໍ່ສະຖານທີ່ນີ້
ແລະຍອມຮັບພຣະນາມຂອງພຣະອົງ
ແລະຫັນກັບເສັຽຈາກບາບຂອງເຂົາທັງຫລາຍ
ເມື່ອພຣະອົງຊົງໃຫ້ໃຈເຂົາທັງຫລາຍຮັບຄວາມທຸກໃຈ
27 ກໍຂໍພຣະອົງຊົງສະດັບໃນຟ້າສວັນ
ແລະຂໍປະທານອະພັຍແກ່ບາບຂອງຜູ້ຮັບໃຊ້ຂອງພຣະອົງ
ແລະຂອງອິສຣາເອນໄພ່ພົນຂອງພຣະອົງ
ເມື່ອພຣະອົງຊົງສອນທາງດີແກ່ເຂົາຊຶ່ງເຂົາຄວນຈະດຳເນີນ
ແລະຂໍຊົງປະທານຝົນເທິງແຜ່ນດິນຂອງພຣະອົງ
ຊຶ່ງພຣະອົງພຣະຣາຊທານແກ່ໄພ່ພົນຂອງພຣະອົງເປັນມໍຣະດົກນັ້ນ
28 “ຖ້າມີການອຶດຢາກໃນແຜ່ນດິນ
ຖ້າມີໂຣກລະບາດ
ພືດຜົນຖືກທຳລາຍຍ້ອນລົມຮ້ອນພັດ
ຫລືຕັກແຕນວັຍບິນ
ຫລືຕັກແຕນວັຍຄານ
ຫລືສັດຕຣູຂອງເຂົາທັງຫລາຍອ້ອມເມືອງຂອງເຂົາໄວ້ຮອບດ້ານ
ຈະເປັນໄພວິບັດຢ່າງໃດ
ຫລືຄວາມເຈັບຢ່າງໃດມີຂຶ້ນກໍດີ
29 ບໍ່ວ່າຄຳອ້ອນວອນຢ່າງໃດ
ຫລືຄຳວິງວອນປະການໃດ
ຊຶ່ງປະຊາຊົນຄົນໃດ
ຫລືອິສຣາເອນໄພ່ພົນຂອງພຣະອົງທັງສິ້ນທູນ
ຕ່າງກໍປະຈັກໃນໄພວິບັດແລະຄວາມທຸກໃຈຂອງເຂົາ
ແລະໄດ້ກາງມືຂອງເຂົາສູ່ພຣະວິຫານນີ້
30 ຂໍພຣະອົງຊົງສະດັບໃນຟ້າສວັນອັນເປັນທີ່ປະທັບຂອງພຣະອົງ
ແລະພຣະຣາຊທານອະພັຍ
ແລະຊົງປະທານແກ່ທຸກຄົນຊຶ່ງພຣະອົງຊົງຊາບຈິດໃຈຕາມການປະພຶດທັງສິ້ນຂອງເຂົາ
(ເພາະພຣະອົງ
ຄືພຣະອົງເທົ່ານັ້ນທີ່ຊົງຊາບຈິດໃຈຂອງມະນຸດຊາດທັງສິ້ນ)
31 ເພື່ອວ່າເຂົາທັງຫລາຍຈະໄດ້ຢຳເກງພຣະອົງ
ແລະດໍາເນີນໃນທາງຂອງພຣະອົງຕລອດວັນເວລາທີ່ເຂົາມີຊີວິດອາໄສໃນແຜ່ນດິນ
ຊຶ່ງພຣະອົງພຣະຣາຊທານແກ່ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ
32 “ນອກຈາກນີ້ກ່ຽວກັບຊົນຕ່າງດ້າວ
ຜູ້ຊຶ່ງບໍ່ແມ່ນອິສຣາເອນໄພ່ພົນຂອງພຣະອົງ
ເມື່ອເຂົາມາຈາກປະເທດເມືອງໄກ
ເພາະເຫັນແກ່ພຣະນາມຂອງພຣະອົງ ພຣະຫັດອັນຊົງຣິດອຳນາດຂອງພຣະອົງ
ແລະພຣະກອນທີ່ຢຽດອອກຂອງພຣະອົງ
ເມື່ອເຂົາມາອ້ອນວອນຕົງຕໍ່ພຣະວິຫານນີ້
33 ກໍຂໍພຣະອົງຊົງສະດັບໃນຟ້າສວັນອັນເປັນທີ່ປະທັບຂອງພຣະອົງ
ແລະຂໍຊົງກະທຳຕາມທຸກສິ່ງ
ຊຶ່ງຊົນຕ່າງດ້າວໄດ້ທູນຂໍຕໍ່ພຣະອົງ
ເພື່ອວ່າຊົນຊາດທັງຫລາຍແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຂອງພຣະອົງ
ແລະຢຳເກງພຣະອົງ
ດັ່ງອິສຣາເອນໄພ່ພົນຂອງພຣະອົງຢຳເກງພຣະອົງຢູ່ນັ້ນ
ແລະເພື່ອເຂົາທັງຫລາຍຈະຊາບວ່າພຣະວິຫານນີ້ຊຶ່ງຂ້າພຣະອົງໄດ້ສ້າງໄວ້
ເຂົາເອີ້ນກັນດ້ວຍພຣະນາມຂອງພຣະອົງ
34 “ຖ້າໄພ່ພົນຂອງພຣະອົງອອກໄປກະທຳການສົງຄາມຕໍ່ສູ້ສັດຕຣູຂອງເຂົາທັງຫລາຍ
ຈະເປັນໂດຍທາງໃດໆທີ່ພຣະອົງຊົງໃຊ້ເຂົາອອກໄປກໍຕາມ
ແລະເຂົາທັງຫລາຍໄດ້ອ້ອນວອນຕໍ່ພຣະອົງຕົງຕໍ່ເມືອງນີ້ຊຶ່ງພຣະອົງຊົງເລືອກສັນໄວ້
ແລະຕົງຕໍ່ພຣະວິຫານຊຶ່ງຂ້າພຣະອົງໄດ້ສ້າງເພື່ອພຣະນາມຂອງພຣະອົງ
35 ແລ້ວຂໍພຣະອົງຊົງສະດັບຄຳອ້ອນວອນຂອງເຂົາແລະຄຳວິງວອນຂອງເຂົາໃນຟ້າສວັນ
ແລະຂໍຊົງໃຫ້ສິດອັນຊອບທັມຂອງເຂົາຄົງຢູ່
36 “ຖ້າເຂົາທັງຫລາຍກະທຳບາບຕໍ່ພຣະອົງ
(ເພາະບໍ່ມີມະນຸດຈັກຄົນນຶ່ງຊຶ່ງບໍ່ໄດ້ກະທຳບາບ)
ແລະພຣະອົງຊົງກິ້ວຕໍ່ເຂົາ
ແລະພຣະອົງຊົງມອບເຂົາໄວ້ກັບສັດຕຣູ
ເຂົາຈຶ່ງຖືກຈັບໄປເປັນຊະເລີຍຍັງແຜ່ນດິນນຶ່ງບໍ່ວ່າໄກຫລືໃກ້
37 ແຕ່ຖ້າເຂົາສຳນຶກຜິດໃນໃຈໃນແຜ່ນດິນຊຶ່ງໄດ້ຖືກຈັບໄປເປັນຊະເລີຍແລະໄດ້ກັບໃຈແລະໄດ້ທຳການອ້ອນວອນຕໍ່ພຣະອົງໃນແຜ່ນດິນທີ່ເຂົາໄປເປັນຊະເລີຍ
ທູນວ່າ “ຂ້າພຣະອົງທັງຫລາຍໄດ້ກະທຳບາບ
ແລະໄດ້ປະພຶດຊົ່ວຮ້າຍແລະຢ່າງອະທັມ
38 ຖ້າເຂົາທັງຫລາຍກັບມາຫາພຣະອົງດ້ວຍສຸດຈິດສຸດໃຈຂອງເຂົາໃນແຜ່ນດິນທີ່ເຂົາໄປເປັນຊະເລີຍ
ທີ່ຊຶ່ງສັດຕຣູກວາດເຂົາໄປເປັນຊະເລີຍ
ແລະອ້ອນວອນຕໍ່ພຣະອົງຕົງຕໍ່ແຜ່ນດິນຂອງເຂົາ
ຊຶ່ງພຣະອົງພຣະຣາຊທານແກ່ບັນພະບຸຣຸດຂອງເຂົາທັງຫລາຍ
ຄືເມືອງຊຶ່ງພຣະອົງໄດ້ຊົງເລືອກສັນໄວ້
ແລະພຣະວິຫານຊຶ່ງຂ້າພຣະອົງໄດ້ສ້າງໄວ້ໃນພຣະນາມຂອງພຣະອົງ
39 ແລ້ວຂໍພຣະອົງຊົງສະດັບຄຳອ້ອນວອນແລະຄຳວິງວອນຂອງເຂົາໃນຟ້າສວັນອັນເປັນທີ່ປະທັບຂອງພຣະອົງ
ແລະຂໍຊົງໃຫ້ສິດອັນຊອບທັມຂອງເຂົາຄົງຢູ່
ແລະຂໍຊົງປະທານອະພັຍແກ່ປະຊາກອນຂອງພຣະອົງຜູ້ໄດ້ກະທຳບາບຕໍ່ພຣະອົງ
40 ຂ້າແຕ່ພຣະເຈົ້າຂອງຂ້າພຣະອົງ
ບັດນີ້ຂໍພຣະເນດຂອງພຣະອົງຊົງລືມຢູ່ແລະຂໍພຣະກັນຂອງພຣະອົງສະດັບຄຳອ້ອນວອນແຫ່ງສະຖານທີ່ນີ້
41 “ຂ້າແຕ່ພຣະເຈົ້າ
ຂໍຊົງລຸກຂຶ້ນ
ສະເດັດໄປຍັງທີ່ພຳນັກຂອງພຣະອົງ
ທັງພຣະອົງແລະຫີບແຫ່ງຣິດທານຸພາບຂອງພຣະອົງ
ຂ້າແຕ່ພຣະເຈົ້າ
ຂໍໃຫ້ປະໂຣຫິດຂອງພຣະອົງ
ສວມຄວາມລອດ
ແລະໃຫ້ໄພ່ພົນຂອງພຣະອົງຍິນດີໃນຄວາມປະເສີດຂອງພຣະອົງ
42 ຂ້າແຕ່ພຣະເຈົ້າ
ຂໍຢ່າຊົງຫັນຫນ້າຂອງຜູ້ທີ່ພຣະອົງຊົງເຈີມໄວ້ນັ້ນໄປເສັຽ
ຂໍພຣະອົງຊົງລະນຶກເຖິງຄວາມຮັກຫມັ້ນຄົງຂອງພຣະອົງ
ອັນມີຢູ່ຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງ”
1
ເມື່ອໂຊໂລໂມນຊົງຈົບຄຳອະທິຖານຂອງພຣະອົງແລ້ວ
ໄຟໄດ້ລົງມາຈາກຟ້າສວັນໄຫມ້ເຄື່ອງເຜົາບູຊາ
ແລະເຄື່ອງສັຕບູຊາເສັຽ
ແລະສະງ່າຣາສີຂອງພຣະຜູ້ເປັນເຈົ້າກໍເຕັມພຣະວິຫານ
2
ປະໂຣຫິດເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າບໍ່ໄດ້
ເພາະວ່າພຣະສະງ່າຣາສີຂອງພຣະເຈົ້າເຕັມພຣະວິຫານຂອງພຣະເຈົ້າ
3
ເມື່ອບັນດາຊົນອິສຣາເອນໄດ້ເຫັນໄຟລົງມາແລະພຣະສະງ່າຣາສີຂອງພຣະເຈົ້າຢູ່ເທິງພຣະວິຫານ
ເຂົາທັງຫລາຍກໍກາບຊົບຫນ້າລົງເຖິງພື້ນດິນ
ແລະໄດ້ນະມັສການກ່າວໂມທະນາພຣະເຈົ້າວ່າ,
“ເພາະພຣະອົງປະເສີດ
ເພາະຄວາມຮັກຫມັ້ນຄົງຂອງພຣະອົງດໍາຣົງຢູ່ເປັນນິດ”
4
ແລ້ວເຈົ້າຊີວິດ
ແລະບັນດາປະຊາຊົນທັງຫລາຍໄດ້ຖວາຍເຄື່ອງສັຕບູຊາຕໍ່ພຣະຜູ້ເປັນເຈົ້າ
5
ກະສັດໂຊໂລໂມນຊົງຖວາຍເຄື່ອງສັຕບູຊາເປັນງົວສອງຫມື່ນສອງພັນໂຕແລະແກະນຶ່ງແສນສອງຫມື່ນໂຕ
ດັ່ງນີ້ແຫລະພຣະຣາຊແລະປະຊາຊົນທັງປວງໄດ້ອຸທິດຖວາຍພຣະວິຫານແຫ່ງພຣະເຈົ້າ
6
ບັນດາປະໂຣຫິດກໍຢືນປະຈຳຕຳແຫນ່ງຂອງຕົນ
ທັງຄົນເລວີດ້ວຍພ້ອມກັບເຄື່ອງດົນຕຣີຖວາຍແດ່ພຣະຜູ້ເປັນເຈົ້າ
ຊຶ່ງກະສັດດາວິດໄດ້ຊົງກະທຳເພື່ອຖວາຍໂມທະນາແດ່ພຣະຜູ້ເປັນເຈົ້າ
ເມື່ອດາວິດໄດ້ຖວາຍສາທຸການດ້ວຍຝີມືຂອງເຂົາທັງຫລາຍ
(ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ)
ແລະປະໂຣຫິດກໍເປົ່າແກຂ້າງຫນ້າເຂົາ
ແລະອິສຣາເອນທັງປວງຢືນຢູ່
7
ໂຊໂລໂມນຊົງທຳພິທີຊຳຮະສ່ວນກາງຂອງລານຊຶ່ງຢູ່ຂ້າງຫນ້າພຣະວິຫານຂອງພຣະເຈົ້າໃຫ້ເປັນສ່ວນບໍຣິສຸດ
ເພາະພຣະອົງຊົງຖວາຍເຄື່ອງເຜົາບູຊາແລະໄຂມັນຂອງເຄື່ອງສານຕິບູຊາທີ່ນັ້ນ
ເພາະວ່າແທ່ນທອງສຳຣິດຊຶ່ງໂຊໂລໂມນຊົງສ້າງໄວ້ນັ້ນ
ບໍ່ພໍຈຸເຄື່ອງເຜົາບູຊາ
ເຄື່ອງທັນຍາບູຊາ
ແລະໄຂມັນ
8
ໃນຄັ້ງນັ້ນໂຊໂລໂມນຊົງຖືເທສການຢູ່ເຈັດວັນ
ແລະອິສຣາເອນທັງປວງຢູ່ກັບພຣະອົງດ້ວຍ
ເປັນຊຸມນຸມຊົນຍິ່ງໃຫຍ່
ຕັ້ງແຕ່ທາງເຂົ້າເມືອງຮາມັທຈົນເຖິງລຳທານແຫ່ງເອຢິບ
9
ໃນວັນທີ່ແປດເຂົາທັງຫລາຍໄດ້ມີງານມອບຖວາຍແທ່ນບູຊາມາເຈັດວັນແລະຖືເທສການລ້ຽງມາເຈັດວັນແລ້ວ
10 ເມື່ອວັນທີ່ຊາວສາມຂອງເດືອນທີ່ເຈັດ
ພຣະອົງຊົງໃຫ້ປະຊາຊົນກັບໄປບ້ານຂອງຕົນ
ມີໃຈຊື່ນບານແລະຍິນດີດ້ວຍຄວາມດີຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງສຳແດງແກ່ດາວິດແລະແກ່ໂຊໂລໂມນແລະແກ່ອິສຣາເອນໄພ່ພົນຂອງພຣະອົງ
11 ດັ່ງນີ້ແຫລະ,ໂຊໂລໂມນຊົງສ້າງພຣະວິຫານຂອງພຣະເຈົ້າແລະພຣະຣາຊວັງສຳເຣັດ
ຄືທຸກຢ່າງຊຶ່ງພຣະອົງຊົງດຳຣິຈະກະທຳໃນເຣື່ອງພຣະວິຫານຂອງພຣະເຈົ້າ
ແລະໃນເຣື່ອງພຣະຣາຊສຳນັກຂອງພຣະອົງ ພຣະອົງຊົງກະທຳໃຫ້ສຳເຣັດສິ້ນ
12 ແລ້ວພຣະຜູ້ເປັນເຈົ້າຊົງປາກົດແກ່ໂຊໂລໂມນເວລາກາງຄືນແລະກ່າວກັບທ່ານວ່າ,
“ເຮົາໄດ້ຍິນຄຳອ້ອນວອນຂອງເຈົ້າ
ແລະໄດ້ເລືອກສະຖານທີ່ນີ້ສຳລັບເຮົາໃຫ້ເປັນວິຫານແຫ່ງເຄື່ອງສັຕບູຊາ
13 ຖ້າເຮົາປິດຟ້າສວັນບໍ່ໃຫ້ຝົນຕົກຫລືເຣົາບັນຊາໃຫ້ຕັກແຕນມາກິນແຜ່ນດິນ
ຫລືສົ່ງໂຣກລະບາດມາຖ້າມກາງໄພ່ພົນຂອງເຮົາ
14 ຖ້າໄພ່ພົນຂອງເຮົາຜູ້ຊຶ່ງເຂົາເອີ້ນກັນໂດຍຊື່ຂອງເຮົານັ້ນຈະຖ່ອມຕົວລົງ
ແລະອ້ອນວອນ
ແລະສແວງຫາຫນ້າຂອງເຮົາ
ແລະຫັນເສັຽຈາກການຊົ່ວຂອງເຂົາ
ເຮົາກໍຈະຟັງຈາກສວັນ
ແລະຈະໃຫ້ອະພັຍແກ່ບາບຂອງເຂົາແລະຈະຮັກສາແຜ່ນດິນຂອງເຂົາໃຫ້ຫາຍ
15 ແລະຕາຂອງເຮົາຈະເຝົ້າເບິ່ງແລະຫູຂອງເຮົາຈະຟັງຄຳອ້ອນວອນຊຶ່ງເຂົາທັງຫລາຍອ້ອນວອນໃນສະຖານທີ່ນີ້
16 ເພາະບັດນີ້ເຮົາໄດ້ເລືອກສັນແລະກະທຳໃຫ້ວິຫານເປັນບ່ອນທີ່ບໍຣິສຸດເພື່ອນາມຂອງເຮົາຈະຢູ່ທີ່ນັ້ນເປັນນິດ
ຕາຂອງເຮົາແລະໃຈຂອງເຮົາຈະຢູ່ທີ່ນັ້ນຕລອດເວລາ
17 ສ່ວນເຈົ້າ
ຖ້າເຈົ້າດຳເນີນຕໍ່ຫນ້າເຮົາຢ່າງດາວິດບິດາຂອງເຈົ້າດຳເນີນນັ້ນ
ກະທຳຕາມທຸກສິ່ງຊຶ່ງ
ເຮົາໄດ້ບັນຊາແກ່ເຈົ້າແລະຮັກສາກົດເກນຂອງເຮົາແລະກົດຫມາຍຂອງເຮົາ
18 ແລ້ວເຮົາຈະສະຖາປະນາບັນລັງຂອງເຈົ້າ
ດັ່ງທີ່ເຮົາໄດ້ກະທຳຄຳຫມັ້ນສັນຍາໄວ້ກັບດາວິດບິດາຂອງເຈົ້າວ່າ
“ເຈົ້າຈະບໍ່ຂາດຊາຍຜູ້ນຶ່ງທີ່ຈະປົກຄອງເຫນືອອິສຣາເອນ”
19 ແຕ່ຖ້າເຈົ້າຫັນໄປແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ
ແລະບັນຍັດຂອງເຮົາຊຶ່ງເຮົາຕັ້ງໄວ້ຕໍ່ຫນ້າເຈົ້າ
ແລະໄປປົນນິບັດພຣະອື່ນແລະນະມັສການພຣະເຫລົ່ານັ້ນ
20 ແລ້ວເຮົາຈະຖອນຮາກເຂົາທັງຫລາຍຈາກແຜ່ນດິນຂອງເຮົາ
ຊຶ່ງໄດ້ໃຫ້ແກ່ເຂົາແລະວິຫານຊຶ່ງເຮົາກະທຳໃຫ້ເປັນສະຖານບໍຣິສຸດເພື່ອນາມຂອງເຮົາ
ເຮົາຈະແກວ່ງອອກໄປຈາກສາຍຕາຂອງເຮົາ
ແລະເຣົາຈະທຳໃຫ້ເປັນພາສິດແລະຂີ້ປາກຖ້າມກາງຊົນຊາດທັງຫລາຍ
21 ແລະວິຫານນີ້ຊຶ່ງສູງສົ່ງ
ທຸກຄົນທີ່ຜ່ານໄປຈະປະຫລາດໃຈ
ແລະກ່າວວ່າ
“ເຫດໃດພຣະເຈົ້າຈຶ່ງຊົງກະທຳເຊັ່ນນີ້ແກ່ແຜ່ນດິນນີ້ແລະແກ່ພຣະວິຫານນີ້”
22 ແລ້ວເຂົາທັງຫລາຍຈະຕອບວ່າ
“ເພາະເຂົາທັງຫລາຍປະຖິ້ມພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ
ຜູ້ຊົງນຳເຂົາອອກຈາກແຜ່ນດິນເອຢິບແລະໄດ້ຍຶດພຣະອື່ນ
ແລະໄດ້ນະມັສການພຣະເຫລົ່ານັ້ນທັງບົວລະບັດດ້ວຍ
ສະນັ້ນພຣະອົງຈຶ່ງໄດ້ຊົງນຳເຫດຮ້າຍທັງຫມົດນີ້ມາເຖິງເຂົາທັງຫລາຍ”
1
ແລະຕໍ່ມາເມື່ອສິ້ນຊາວປີ
ທີ່ໂຊໂລໂມນໄດ້ຊົງສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ
ແລະພຣະຣາຊວັງສ່ວນພຣະອົງ
2
ໂຊໂລໂມນໄດ້ຊົງເສີມສ້າງຫົວເມືອງຊຶ່ງຮູຣາມໄດ້ຖວາຍແດ່ພຣະອົງ
ແລ້ວໃຫ້ຄົນອິສຣາເອນຕັ້ງຢູ່ໃນນັ້ນ
3
ແລະໂຊໂລໂມນໄດ້ສະເດັດໄປຍັງຮາມັທໂຊບາ
ແລະຍຶດເມືອງນັ້ນໄດ້
4
ພຣະອົງໄດ້ຊົງສ້າງເມືອງຕາດໂມຣ໌ໄວ້ໃນຖິ່ນກັນດານ
ແລະຫົວເມືອງຄັງຫລວງທັງສິ້ນຊຶ່ງພຣະອົງຊົງສ້າງໄວ້ໃນຮາມັທ
5
ພຣະອົງໄດ້ຊົງສ້າງເມືອງເບັດໂຮໂຣນທາງເທິງແລະເບັດໂຮໂຣນທາງລຸ່ມດ້ວຍເປັນເມືອງທີ່ຫມັ້ນຄົງ
ມີກຳແພງ
ປະຕູເມືອງແລະດ່ານ
6
ແລະຊົງສ້າງເມືອງບາອາລັທ
ແລະຫົວເມືອງຄັງຫລວງທັງປວງທີ່ໂຊໂລໂມນຊົງມີຢູ່
ແລະເມືອງທັງປວງສຳລັບຣົດຮົບຂອງພຣະອົງ
ແລະເມືອງທັງປວງສຳລັບພົນມ້າຂອງພຣະອົງ
ແລະສິ່ງໃດໆຊຶ່ງພຣະອົງປະສົງຈະສ້າງໃນເຢຣູຊາເລັມ
ໃນເລບານອນ
ແລະໃນແຜ່ນດິນທັງຫມົດຊຶ່ງຢູ່ໃນຄອບຄອງຂອງພຣະອົງ
7
ປະຊາຊົນທັງປວງທີ່ເຫລືອຢູ່ໃນເຫລົ່າຮິດຕີ
ຄົນອາໂມຣິດ
ເປຣິສຊີ
ຄົນຮີວີ
ແລະຄົນເຢບຸສ
ຜູ້ຊຶ່ງບໍ່ແມ່ນອິສຣາເອນ
8
ຈາກເຊື້ອສາຍຂອງຊົນເຫລົ່ານີ້ຜູ້ເຫລືອຕໍ່ມາໃນແຜ່ນດິນ
ຜູ້ຊຶ່ງປະຊາຊົນອິສຣາເອນບໍ່ໄດ້ທໍາລາຍ
ໂຊໂລໂມນໄດ້ຊົງກະທໍາໃຫ້ປະຊາຊົນເຫລົ່ານີ້ເປັນທາດແຮງງານ
ແລະເຂົາທັງຫລາຍກໍເປັນຢູ່ຈົນທຸກວັນນີ້
9
ແຕ່ສ່ວນຄົນອິສຣາເອນນັ້ນໂຊໂລໂມນບໍ່ໄດ້ຊົງກະທຳໃຫ້ທາດແຮງງານ
ເຂົາທັງຫລາຍເປັນທະຫານແລະເປັນນາຍທະຫານຂອງພຣະອົງ
ເປັນຜູ້ບັງຄັບບັນຊາຣົດຮົບຂອງພຣະອົງ
ແລະພົນມ້າຂອງພຣະອົງ
10 ແລະຄົນຕໍ່ໄປນີ້ເປັນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງກະສັດໂຊໂລໂມນມີສອງຮ້ອຍຫ້າສິບຄົນ
ເປັນຜູ້ປົກຄອງປະຊາຊົນ
11 ໂຊໂລໂມນຊົງນຳທິດາຂອງຟາໂຣຂຶ້ນມາຈາກນະຄອນດາວິດຍັງພຣະຣາຊວັງ
ຊຶ່ງພຣະອົງຊົງສ້າງໄວ້ໃຫ້ພຣະນາງເພາະພຣະອົງກ່າວວ່າ,
“ມະເຫສີຂອງເຮົາບໍ່ຄວນຢູ່ໃນວັງຂອງດາວິດພຣະຣາຊາແຫ່ງອິສຣາເອນ
ເພາະສະຖານທີ່ທັງຫລາຍຊຶ່ງຫີບຂອງພຣະເຈົ້າມາເຖິງເປັນທີ່ບໍຣິສຸດ””
12 ແລ້ວໂຊໂລໂມນຊົງຖວາຍເຄື່ອງເຜົາບູຊາແດ່ພຣະເຈົ້າເທິງແທ່ນບູຊາຂອງພຣະເຈົ້າ
ຊຶ່ງພຣະອົງຊົງສ້າງໄວ້ທີ່ຫນ້າມຸກ
13 ຕາມຫນ້າທີ່ປະຈຳວັນທີ່ຕ້ອງທຳເປັນການຖວາຍບູຊາຕາມບັນຍັດຂອງໂມເຊ
ໃນວັນສະບາໂຕ
ໃນວັນຂຶ້ນຄ່ຳນຶ່ງ
ແລະໃນວັນເທສການປະຈຳປີສາມເທສການ
ຄືເທສການກິນລ້ຽງເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ
ເທສການສັປດາ
ແລະເທສການປຸກຕູບຢູ່
14 ຕາມກົດຫມາຍຂອງດາວິດຣາຊບິດາຂອງພຣະອົງ ພຣະອົງຊົງກຳນົດແບ່ງເວນປະໂຣຫິດສຳລັບການປົນນິບັດແລະ
ແບ່ງເວນຊົນເລວີໃຫ້ປະຈຳຫນ້າທີ່ການສັຣເສີນແລະການປົນນິບັດຕໍ່ຫນ້າປະໂຣຫິດຕາມຫນ້າທີ່ປະຈຳວັນທີຕ້ອງທຳແລະຄົນເຝົ້າປະຕູເປັນເວນເຝົ້າທຸກປະຕູ
ເພາະວ່າດາວິດບຸຣຸດຂອງພຣະເຈົ້າຊົງບັນຊາໄວ້ເຊັ່ນນັ້ນ
15 ແລະເຂົາທັງຫລາຍບໍ່ໄດ້ຫັນໄປເສັຽຈາກສິ່ງຊຶ່ງພຣະຣາຊາໄດ້ຊົງບັນຊາປະໂຣຫິດແລະຄົນເລວີຊຶ່ງກ່ຽວກັບເຣື່ອງໃດໆແລະກ່ຽວກັບເຣື່ອງຄັງ
16 ພຣະຣາຊກິຈຂອງໂຊໂລໂມນກໍລຸລ່ວງໄປຕັ້ງແຕ່ວັນທີ່ວາງຮາກພຣະວິຫານຂອງພຣະເຈົ້າຈົນເຖິງວັນສຳເຣັດງານ
ດັ່ງນັ້ນພຣະວິຫານຂອງພຣະເຈົ້າກໍສຳເຣັດຄົບຖ້ວນ
17 ແລ້ວໂຊໂລໂມນສະເດັດໄປຍັງເອຊີໂອນເກເບີ
ແລະເມືອງເອໂລທທີ່ຊາຍທະເລໃນແຜ່ນດິນເອໂດມ
18 ແລະຮູຣາມກໍໃຫ້ຂ້າຣາຊການຂອງພຣະອົງສົ່ງເຮືອ
ແລະຂ້າຣາຊການທີ່ຄຸ້ນເຄີຍກັບທະເລໄປໃຫ້ໂຊໂລໂມນ
ແລະເຂົາທັງຫລາຍໄປເຖິງເມືອງໂອຟີຣ໌ພ້ອມກັບຂ້າຣາຊການຂອງໂຊໂລໂມນ
ແລະນຳເອົາທອງຄໍາຈາກທີ່ນັ້ນຫນັກສີ່ຣ້ອຍຫ້າສິບຕະລັນມາຍັງກະສັດໂຊໂລໂມນ
1
ເມື່ອພຣະຣາຊີນີແຫ່ງເຊບາຊົງໄດ້ຍິນກິດຕິສັພແຫ່ງໂຊໂລໂມນ
ພຣະນາງກໍສະເດັດມາຍັງເຢຣູຊາເລັມ
ເພື່ອທົດລອງພຣະອົງດ້ວຍປັນຫາຫຍຸ້ງຍາກຕ່າງໆພ້ອມດ້ວຍຂ້າຣາຊບໍຣິພານມາກມາຍ
ກັບອູດບັນທຸກເຄື່ອງເທດແລະທອງຄຳເປັນອັນມາກ
ແລະເພັດພອຍຕ່າງໆ
ແລະເມື່ອພຣະນາງສະເດັດມາເຖິງໂຊໂລໂມນແລ້ວ
ພຣະນາງທູນເຣື່ອງໃນໃຈຂອງພຣະນາງທຸກປະການ
2
ແລະໂຊໂລໂມນກ່າວຕອບປັນຫາຂອງພຣະນາງທັງສິ້ນ
ບໍ່ມີສິ່ງໃດທີ່ເຊື່ອງໄວ້ຢູ່ພົ້ນໂຊໂລໂມນຊຶ່ງພຣະອົງຈະຊົງອະທິບາຍແກ່ພຣະນາງບໍ່ໄດ້
3
ເມື່ອພຣະຣາຊິນີແຫ່ງເຊບາຊົງເຫັນພຣະສະຕິປັນຍາຂອງໂຊໂລໂມນແລະພຣະຣາຊວັງທີ່ພຣະອົງຊົງສ້າງ
4
ທັງອາຫານທີ່ໂຕະສະເວີຍ
ກັບບັນດາຂ້າຣາຊການປະຈຳຢູ່
ແລະມະຫາດເລັກທີ່ຄອຍຮັບໃຊ້ຢູ່ຕລອດທັງເຄື່ອງແຕ່ງກາຍແລະພະນັກງານເຊີນຖ້ວຍຂອງພຣະອົງ
ເຄື່ອງແຕ່ງກາຍ
ແລະເຄື່ອງເຜົາບູຊາຂອງພຣະອົງ
ຊຶ່ງພຣະອົງຖວາຍບູຊາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ
ພຣະທັຍຂອງພຣະນາງກໍສລົດລົງ
5
ພຣະນາງທູນເຈົ້າຊີວິດວ່າ,
“ທຸກສິ່ງກ່ຽວກັບເຣື່ອງຂອງພຣະອົງ
ທັງຄວາມສລຽວສລາດຂອງພຣະອົງ
ທີ່ຂ້ານ້ອຍໄດ້ຍິນເວລາທີ່ຂ້ານ້ອຍຍັງຢູ່ໃນເມືອງຂອງຂ້ານ້ອຍກໍເປັນຄວາມຈິງຫມົດ
6
ແຕ່ຂ້ານ້ອຍບໍ່ໄດ້ເຊື່ອໃນຄຳເວົ້າຂອງເຂົາ
ຈົນຂ້ານ້ອຍໄດ້ມາເຫັນດ້ວຍຕົນເອງ
ສະຕິປັນຍາແລະຄວາມມັ່ງຄັ່ງສົມບູນຂອພຣະອົງທີ່ຂ້ານ້ອຍໄດ້ຍິນມາ
ມີພຽງເຄິ່ງນຶ່ງໃນສິ່ງທີ່ຂ້ານ້ອຍໄດ້ຮູ້ແລະໄດ້ເຫັນໃນເວລານີ້
7
ບັນດາຄົນຂອງພຣະອົງກໍເປັນສຸກ
ບັນດາຂ້າຣາຊການເຫລົ່ານີ້ຂອງພຣະອົງກໍເປັນສຸກ
ຜູ້ທີ່ຢູ່ງານປະຈຳຕໍ່ພຣະພັກພຣະອົງແລະຟັງພຣະສະຕິປັນຍາຂອງພຣະອົງກໍເປັນສຸກ
8
ສາທຸການແດ່ພຣະຜູ້ເປັນເຈົ້າຂອງພຣະອົງ
ຜູ້ຊົງມອບຄວາມສະງ່າຣາສີ
ແລະໃຫ້ພຣະອົງປະທັບເທິງພຣະທີ່ນັ່ງຂອງອິສຣາເອນ
ຍ້ອນພຣະຜູ້ເປັນເຈົ້າຊົງມີຄວາມຮັກຕໍ່ອິສຣາເອນຕລອດໄປ
ຈຶ່ງໄດ້ແຕ່ງຕັ້ງພຣະອົງໃຫ້ເປັນເຈົ້າຊີວິດ
ເພື່ອປົກຄອງຢ່າງຍຸດຕິທັມແລະຖືກຕ້ອງ
9
ແລ້ວພຣະຣາຊີນີກໍຖວາຍທອງຄຳນຶ່ງຮ້ອຍຊາວຕະລັນແກ່ພຣະຣາຊາ
ພ້ອມທັງເຄື່ອງຫອມແລະເພັດພອຍຕ່າງໆ
ບໍ່ມີເຄື່ອງຫອມໃດໆເຫມືອນຢ່າງທີ່ພຣະຣາຊີນີແຫ່ງເຊບາຖວາຍແດ່ເຈົ້າຊີວິດໂຊໂລໂມນ
10 ນອກຈາກນີ້ຍັງມີຂະບວນກຳປັ່ນຂອງເຈົ້າຮູຣາມໄດ້ບັນທຸກຄຳມາຈາກໂອຟີຣ໌
ທັງໄດ້ນຳໄມ້ຈັນຢ່າງຫລວງຫລາຍ
ແລະເພັດພອຍຕ່ງໆ
11 ເຈົ້າຊີວິດໄດ້ເອົາໄມ້ຈັນນີ້ເຮັດເສົາຄ້ຳພຣະວິຫານ
ເສົາຄ້ຳພຣະຣາຊວັງ
ແລະເຮັດພິນໃຫ້ນັກດົນຕຣີ
ຕລອດທຸກວັນນີ້
ບໍ່ເຄີຍເຫັນໄມ້ຈັນຢ່າງນີ້ຈັກເທື່ອ
12 ເຈົ້າຊີວິດໂຊໂລໂມນໄດ້ພຣະຣາຊທານຫລາຍຢ່າງໃຫ້ພຣະຣາຊີນີແຫ່ງເຊບາ
ຕາມເຄື່ອງອັນອຸດົມສົມທີ່ພຣະອົງມີຢູ່
ແລະພຣະອົງຍັງໄດ້ພຣະຣາຊທານຕື່ມອີກຕາມທີ່ພຣະນາງຕ້ອງການ
ແລ້ວພຣະນາງພ້ອມທັງບັນດາເສນາອາມາດກໍກັບຄືນເມືອສູ່ປະເທດຂອງຕົນ
ຄວາມມັ່ງຄັ່ງແລະພຣະກຽດເລື່ອງລືຂອງໂຊໂລໂມນ
(1 ກສດ 10:14-29; 2
ຂຄວ 1:14-17)
13 ນ້ຳຫນັກທອງຄຳທີ່ນຳມາສົ່ງໂຊໂລໂມນໃນປີນຶ່ງນັ້ນ ເປັ%