| 1 Samuelພຣະທັມ 1 ຊາມູເອນ
|
|
![]() |
|
ພຣະທັມ
1
ຊາມູເອນ
ຊາມູເອນ
ສະບັບຕົ້ນ
1.
ມີຊາຍຄົນນຶ່ງຊື່ວ່າເອນການາ
ເປັນຄົນຕະກູນເອຟຣາອິມ
ທ່ານຢູ່ເມືອງຮາມາທາອິມ
ເທິງພູດອຍເອຟຣາອິມ
ທ່ານເປັນບຸດຊາຍຂອງເຢໂຣຮາມ
2.
ເຢໂຣຮາມເປັນບຸດເອລີຮູ
ຫລານຂອງໂຕຮູ
ແລະເຫລັນຂອງຊູຟ
ຊາວເຜົ່າເອຟຣາອິມ
ເອນການາ
ມີເມັຽສອງຄົນຄື
ນາງຮັນນາ
ແລະນາງເປນິນນາ
ເປນິນນາມີບຸດ
ແຕ່ຮັນນາບໍ່ມີບຸດ
3. ທຸກໆປີເອນການາໄດ້ອອກຈາກເຮືອນຂອງຕົນຂຶ້ນໄປນະມັສການຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານທີ່ເມືອງຊີໂລ
ຢູ່ບ່ອນນີ້ແມ່ນໂຮບ
ແລະຟີເນຣາ
ບຸດຊາຍທັງສອງຂອງເອລີເປັນປະໂຣຫິດບົວລະບັດພຣະຜູ້ເປັນເຈົ້າ
4.
ທຸກໆເທື່ອທີ່ເອນການາຖວາຍເຄື່ອງບູຊາ
ທ່ານຈະຕ້ອງແບ່ງຂອງຖວາຍນີ້ໃຫ້ເປນິນນາ
ແລະບຸດຂອງທ່ານແຕ່ລະຄົນ
5.
ສໍາລັບຮັນນານັ້ນ
ທ່ານໄດ້ແບ່ງສ່ວນທີ່ດີໆກວ່າຫມູ່ໃຫ້ແກ່ນາງ
ເຖິງແມ່ນວ່າພຣະຜູ້ເປັນເຈົ້າບໍ່ຊົງອະນຸຍາດໃຫ້ນາງມີລູກກໍຕາມ
ແຕ່ເອນການາກໍຮັກນາງຫລາຍທີ່ສຸດ
6.
ຍ້ອນວ່າພຣະຜູ້ເປັນເຈົ້າບໍ່ຊົງໃຫ້ນາງມີບຸດ
ຄູ່ແຂ່ງຂອງນາງຄືເປນິນນາໄດ້ເຮັດໃຫ້ນາງທົນທຸກທໍຣະມານອັບອາຍຂາຍຫນ້າ
ແລະຂຸ້ນເຄືອງໃຈເລື້ອຍໆ
7.
ເຫດການຢ່າງນີ້ເກີດຂຶ້ນທຸກໆປີ
ຍາມເມື່ອເຂົາພາກັນຂຶ້ນໄປພຣະວິຫານຂອງພຣະຜູ້ເປັນເຈົ້າ
ເປນິນນາ ກໍເຣັດໃຫ້ຮັນນາເສົ້າໂສກເສັຽໃຈ
ນາງຈຶ່ງຮ້ອງໄຫ້ແລະບໍ່ຍອມກິນຫຍັງຫມົດ
8.
ເອນການາຜູ້ເປັນຜົວຈຶ່ງຖາມວ່າ, “ຮັນນາເປັນຫຍັງເຈົ້າຈຶ່ງຮ້ອງໄຫ້
ແລະບໍ່ຍອມກິນເຂົ້າກີນໍ້າເປັນຫຍັງເຈົ້າຈຶ່ງໂສກເສົ້າຢູ່ເລື້ອຍໆ
ຂ້ອຍບໍ່ມີຄວາມຫມາຍທໍ່ມີບຸດສິບຄົນຊັ້ນບໍ່”
ຮັນນາ
ແລະເອລີ
9.
ຄັ້ງນຶ່ງທີ່ຊີໂລ
ຫລັງຈາກເຂົາຮັບປະທານອາຫານແລ້ວ
ນາງຮັນນາກໍລຸກຂຶ້ນໃກ້ປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ
ປະໂຣຫິດເອລີກໍນັ່ງຢູ່ເທິງຕັ່ງອີ້
10.
ຮັນນາຮູ້ສຶກຂົ່ມຂື່ນໃນໃຈຫລາຍໃນຂນະທີ່ນາງອ້ອນວອນຫາພຣະຜູ້ເປັນເຈົ້າ
11.
ນາງໄດ້ຮ້ອງໄຫ້ດ້ວຍຄວາມທຸກໃຈ
ນາງໄດ້ສາບານຢ່າງຫນັກແຫນ້ນວ່າ, “ພຣະຜູ້ເປັນເຈົ້າແຫ່ງຈັກກະວານ
ຂໍພຣະອົງຊົງຫລິງເບິ່ງຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງເທີນ
ຂໍຊົງຫລິງເບິ່ງຄວາມໂສກເສົ້າຂອງຂ້າພຣະອົງ
ແລະຂໍຊົງຈົດຈໍາຢ່າຫລົງລືມຂ້າພຣະອົງ
ຖ້າວ່າ ພຣະອົງຊົງປະທານບຸດຊາຍໃຫ້ຂ້າພຣະອົງ
ຂ້າພຣະອົງຂໍສັນຍາວ່າ
ຈະອຸທິດຖວາຍເດັກນັ້ນໃຫ້ແກ່ພຣະອົງຕລອດຊົ່ວຊີວິດຂອງເຂົາ
ແລະຜົມຂອງເຂົາຈະບໍ່ຖືກຕັດຈັກເທື່ອ
12.
ນາງຮັນນາໄດ້ອ້ອນວອນພຣະຜູ້ເປັນເຈົ້າເປັນເວລາດົນນານ
ເອລີກໍສັງເກດເບິ່ງປາກຂອງນາງ
13.
ຝ່າຍຮັນນາອ້ອນວອນຢູ່ໃນໃຈ
ແຕ່ສົບຂອງນາງເຫນັງຕີງ
ບໍ່ໄດ້ຍິນສຽງຂອງນາງ
ເຫດສະນັ້ນເອລີຈຶ່ງຄິດວ່ານາງເມົາເຫລົ້າ
14.
ທ່ານເວົ້າຕໍ່ນາງວ່າ, “ຈົ່ງຍຸດຕິການເມົາເຫລົ້າ
ແລະຢັບຢັ້ງສະຕິໄວ້ເທີນ”
15.
ນາງຕອບຂຶ້ນວ່າ, “ບໍ່ແມ່ນດອກ
ຂ້ານ້ອຍບໍ່ໄດ້ເມົາເຫລົ້າ
ແລະບໍ່ໄດ້ດື່ມເຫລົ້າ
ແຕ່ຂ້ານ້ອຍຫມົດຄວາມຫວັງ
ຂ້ານ້ອຍຈຶ່ງມາອ້ອນວອນລະບາຍຄວາມໂສກເສົ້າຂອງຂ້ານ້ອຍອອກໃຫ້ພຣະຜູ້ເປັນເຈົ້າຟັງ
16.
ຂໍທ່ານຢ່າຄິດວ່າ
ຂ້ານ້ອຍເປັນຍິງທີ່ບໍ່ມີຄຸນຄ່າເລີຍ
ຂ້ານ້ອຍອ້ອນວອນຢູ່ຢ່າງນີ້ກໍເພາະວ່າ
ຂ້ານ້ອຍຕົກຢູ່ໃນຄວາມຍາກລໍາບາກ
ແລະຄວາມທຸກເສົ້າໂສກຫມອງໃຈ”
17.
ເອລີເວົ້າວ່າ, “ຈົ່ງໄປເປັນສຸກເທີນ
ຂໍພຣະເຈົ້າຂອງອິສຣາເອນປະທານພອນຕາມທີ່ເຈົ້າໄດ້ຮ້ອງຂໍຕໍ່ພຣະອົງ”
18.
ນາງຕອບວ່າ, “ຂໍທ່ານຈົ່ງຄິດເມດຕາປານີຂ້ານ້ອຍເລື້ອຍໆເທີນ”
ແລ້ວນາງກໍຈາກໄປ
ຕໍ່ຈາກນັ້ນມາ
ນາງຈຶ່ງກິນເຂົ້າ
ແລະຄວາມໂສກເສົ້າກໍທຸເລົາລົງ
ຊາມູເອນເກີດ
ແລະຖືກອຸທິດຖວາຍຕົວ
19.
ເຊົ້າວັນໃຫມ່ມາ
ເອນການາພ້ອມທັງຄອບຄົວກໍພາກັນໄປນະມັສການພຣະຜູ້ເປັນເຈົ້າແຕ່ເຊົ້າໆ
ແລ້ວກໍພາກັນກັບຄືນມາຍັງເມືອງຮາມາ
ເມື່ອເອນການາໄດ້ສົມສູ່ຢູ່ກັບນາງຮັນນາຜູ້ເປັນເມັຽ
ພຣະຜູ້ເປັນເຈົ້າກໍຊົງຕອບສນອງຄໍາອ້ອນວອນຂອງນາງ
20.
ດັ່ງນັ້ນ
ນາງຈຶ່ງຖືພາ
ແລະເກີດບຸດຊາຍຜູ້ນຶ່ງ
ນາງຕັ້ງຊື່ບຸດນັ້ນວ່າ
ຊາມູເອນ
ເພາະວ່ານາງໄດ້ຂໍເດັກຄົນນີ້ມາຈາກພຣະຜູ້ເປັນເຈົ້າ
21.
ຕໍ່ມາ
ເອນການາແລະຄອບຄົວກໍພາກັນໄປເມືອງຊີໂລ
ເພື່ອຂຶ້ນໄປຖວາຍເຄື່ອງບູຊາປະຈໍາປີ
ແລະຖວາຍເຄື່ອງບູຊາພິເສດແກ່ພຣະຜູ້ເປັນເຈົ້າຕາມທີ່ໄດ້ສັນຍາໄວ້
22.
ແຕ່ຮັນນາບໍ່ໄດ້ໄປນໍາ
ນາງຈຶ່ງໄດ້ເວົ້າຕໍ່ຜົວຂອງຕົນວ່າ, “ຖ້າເດັກນ້ອຍນີ້ຢ່ານົມຍາມໃດ
ຂ້ອຍຈະເອົາເຂົາໄປພຣະວິຫານຂອງພຣະເຈົ້າ
ຊຶ່ງເປັນບ່ອນທີ່ເຂົາຈະຢູ່ຕລອດຊົ່ວຊີວິດຂອງເຂົາ”
23.
ເອນການາກໍຕອບວ່າ, “ຈົ່ງເຮັດຕາມທີ່ເຈົ້າຄິດວ່າດີ
ແລະຢູ່ໃນເຮືອນຫລັງນີ້ຈົນກວ່າລູກຢ່ານົມ
ຂໍພຣະຜູ້ເປັນເຈົ້າຊົງບັນດານໃຫ້ຄໍາສັນຍາຂອງເຈົ້ານີ້ກາຍເປັນຈິງ”
ດັ່ງນັ້ນ
ນາງຮັນນາຈຶ່ງຢູ່ເຮືອນລ້ຽງລູກຂອງນາງຕໍ່ໄປ
24.
ຕໍ່ມາ
ຫລັງຈາກເດັກນ້ອຍຢ່ານົມແລ້ວ
ນາງຈຶ່ງຕຽມເອົາງົວເຖິກອາຍຸສາມຂວບ
ແປ້ງນຶ່ງກະປ່ອງ
ແລະເຫລົ້າອະງຸ່ນນຶ່ງຖົງຫນັງແລ້ວນາງພາບຸດທີ່ຍັງນ້ອຍໆຢູ່ມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ເມືອງຊີໂລ
25.
ແລ້ວເຂົາກໍຂ້າງົວເຖິກຕົວນັ້ນ
ແລະນໍາເອົາເດັກນ້ອຍນັ້ນມາຫາເອລີ
26.
ຮັນນາເວົ້າຕໍ່ອາລີວ່າ, “ຂໍໂທດທ່ານ
ທ່ານຈື່ຂ້ານ້ອຍໄດ້ບໍ່
ຂ້ານ້ອຍຄືຜູ້ຍິງທີ່ທ່ານເຄີຍເຫັນ
ຢືນອ້ອນວອນຕໍ່ພຣະຜູ້ເປັນເຈົ້າຢູ່ທີ່ນີ້
27.
ຂ້ານ້ອຍໄດ້ທູນຂໍລູກຈາກພຣະອົງ
ແລະພຣະອົງກໍຊົງປະທານໃຫ້ຕາມທີ່ຂ້ານ້ອຍໄດ້ທູນຂໍ
28.
ດັ່ງນັ້ນ
ຂ້ານ້ອຍຈຶ່ງຂໍອຸທິດຖວາຍເດັກນີ້ໃຫ້ແກ່ພຣະຜູ້ເປັນເຈົ້າຂໍໃຫ້ເຂົາເປັນຂອງພຣະອົງຕລອດຊົ່ວຊີວິດຂອງເຂົາເທີນ”
ແລ້ວເຂົາກໍພາກັນຂາບໄຫວ້ນະມັສການພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ
1
ນາງຮັນນາໄດ້ອ້ອນວອນວ່າ, “ພຣະຜູ້ເປັນເຈົ້າຊົງທໍາໃຫ້ຈິດໃຈຂ້າພຣະອົງເຕັມໄປດ້ວຍຄວາມມ່ວນຊື່ນ
ຂ້າພຣະອົງມີຄວາມສຸກໃຈຍ້ອນສິ່ງທີ່ພຣະອົງຊົງກະທໍາ
ຂ້າພຣະອົງຫົວທ້າທາຍໃສ່ສັດຕຣູຂອງຂ້າພຣະອົງ
ຂ້າພຣະອົງເຕັມໄປດ້ວຍຄວາມມ່ວນຊື່ນ
ເພາະພຣະເຈົ້າຊົງຊ່ອຍເຫລືອຂ້າພຣະອົງ
2
ບໍ່ມີຜູ້ໃດບໍຣິສຸດດັ່ງພຣະຜູ້ເປັນເຈົ້າ
ບໍ່ມີພຣະຜູ້ຄຸ້ມຄອງອົງໃດເຫມືອນພຣະເຈົ້າຂອງພວກຂ້າພຣະອົງ
3
ສຽງໂອ້ອວດຂອງເຈົ້ານັ້ນ
ຈົ່ງມິດ ຄໍາເວົ້າທີ່ຈອງຫອງຈົ່ງມິດເສັຽ
ເພາະພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າທີ່ຮູ້ແຈ້ງເຫັນຈິງ
ພຣະອົງຊົງຕັດສິນການກະທໍາທຸກຢ່າງຂອງມະນຸດ
4
ຄັນທະນູຂອງທະຫານຜູ້ເກັ່ງກ້າໄດ້ຫັກ
ແຕ່ຜູ້ທີ່ອ່ອນແອກໍມີແຮງຂຶ້ນ
5
ຜູ້ທີ່ເຄີຍຮັ່ງມີເປັນດີກໍອອກທ່ຽວຮັບຈ້າງຫາກິນ
ແຕ່ຜູ້ທີ່ຫິວກໍບໍ່ຫິວອີກຕໍ່ໄປ
ເມັຽທີ່ບໍ່ເຄີຍມີບຸດກໍຈະມີບຸດໄດ້ເຈັດຄົນ
ແຕ່ແມ່ທີ່ມີບຸດຫລາຍກໍບໍ່ມີບຸດຕໍ່ໄປ
6
ພຣະຜູ້ເປັນເຈົ້າຊົງເອົາຊີວິດ
ແລະໃຫ້ມີຊີວິດໃຫມ່
ພຣະອົງຊົງສົ່ງມະນຸດໄປສູ່ພິພົບຄົນຕາຍ
ແລະນໍາເຂົາກັບຄືນມາອີກ
7
ພຣະອົງຊົງທໍາໃຫ້ມະນຸດທຸກຍາກ
ຫລືຮັ່ງມີຂຶ້ນ
ພຣະອົງຊົງກະທໍາໃຫ້ພວກເຂົາຕົກຕໍ່າ
ຫລືມີກຽດ
8
ພຣະອົງຊົງຊຸກຍູ້ຄົນຈົນອອກຈາກຄວາມທຸກ
ແລະຄວາມຂັດສົນ
ພຣະອົງຊົງທໍາໃຫ້ເຂົາເປັນເພື່ອນກັບເຈົ້ານາຍ
ແລະໃຫ້ເຂົານັ່ງຢູ່ບ່ອນທີ່ມີກຽດ
ຮາກຖານຂອງແຜ່ນດິນໂລກຂຶ້ນຢູ່ກັບພຣະຜູ້ເປັນເຈົ້າ
ພຣະອົງຊົງສ້າງໂລກເທິງຮາກຖານນັ້ນ
9
ພຣະອົງຊົງຄຸ້ມຄອງການເປັນຢູ່ຂອງໄພ່ພົນທີ່ສັດຊື່ຂອງພຣະອົງ
ແຕ່ວ່າຄົນຊົ່ວຮ້າຍກໍດັບສາບສູນໄປ
ເພາະວ່າມະນຸດບໍ່ມີຜົນສໍາເຣັດໃນຊີວິດຍ້ອນກໍາລັງຂອງຕົນເອງ
10
ສັດຕຣູຂອງພຣະຜູ້ເປັນເຈົ້າຈະຖືກທໍາລາຍ
ພຣະອົງຈະຊົງແຜດສຽງຈາກຟ້າສວັນຕໍ່ສູ້ເຂົາ
ພຣະຜູ້ເປັນເຈົ້າຈະຕັດສິນຄົນທົ່ວທັງໂລກ
ພຣະອົງຈະປະທານອໍານາດໃຫ້ກະສັດນັ້ນໄດ້ຮັບໄຊຊະນະ
ລູກຊາຍຂອງເອລີ
11
ແລ້ວເອນການາກໍກັບຄືນເມືອເຮືອນທີ່ເມືອງຮາມາທາອິມ
ແຕ່ວ່າບຸດຊາຍນ້ອຍນັ້ນໄດ້ຢູ່ຮັບໃຊ້ພຣະຜູ້ເປັນເຈົ້ານໍາປະໂຣຫິດເອລີທີ່ເມືອງຊີໂລ
12
ຝ່າຍບຸດຊາຍທັງສອງຂອງເອລີເປັນຄົນຂີ້ໂກງ
ເພາະເຂົາບໍ່ນັບຖືພຣະຜູ້ເປັນເຈົ້າ
13
ແລະທໍາຜິດຕໍ່ລະບຽບທີ່ໃຫ້ປະໂຣຫິດມີສິດຂໍສ່ວນນຶ່ງຂອງເຄື່ອງຖວາຍ
ເຂົາໄດ້ເຮັດດັ່ງນີ້ຄື
ເມື່ອຜູ້ໃດຜູ້ນຶ່ງຂ້າສັດຖວາຍບູຊາ
ໃນຂນະທີ່ເຂົາກໍາລັງຕົ້ມຊີ້ນຖວາຍຢູ່ນັ້ນ
14
ຄົນໃຊ້ຂອງປະໂຣຫິດກໍຖືເຫລັກສາມງ່າມເຂົ້າມາ
ເອົາເຫລັກນັ້ນສັກລົງໄປໃນກະທະ
ຫລືຫມໍ້ຫູ
ຫລືຫມໍ້ທະນົນ
ຫລືຫມໍ້ທໍາມະດາ
ຖ້າວ່າເຫລັກນັ້ນສຽບໄດ້ຫຍັງຂຶ້ນມາ
ສິ່ງນັ້ນຕ້ອງເປັນຂອງປະໂຣຫິດ
ເຂົາທໍາຢ່າງນັ້ນກັບອິສຣາເອນທຸກຄົນທີ່ມາຖວາຍເຄື່ອງບູຊາທີ່ເມືອງຊີໂລ
15
ນອກຈາກນັ້ນ
ກ່ອນທີ່ຈະເອົາໄຂມັນຂຶ້ນມາເຜົາຄົນໃຊ້ຂອງປະໂຣຫິດຕ້ອງມາເວົ້າຕໍ່ຜູ້ທີ່ຖວາຍນັ້ນວ່າ, “ເອົາຊີ້ນດິບຕ່ອນນຶ່ງມາໃຫ້ປະໂຣຫິດແດ່
ເພາະທ່ານຢາກເອົາໄປປີ້ງ
ທ່ານບໍ່ຢາກກິນຊີ້ນຕົ້ມ”
16
ຖ້າຊາຍຄົນນັ້ນຕອບວ່າ, “ຂໍໃຫ້ເອົາໄຂມັນນີ້ເຜົາສາກ່ອນ
ແລ້ວຈຶ່ງເອົາຕາມທີ່ເຈົ້າຕ້ອງການ”
ຄົນໃຊ້ຂອງປະໂຣຫິດກໍເວົ້າວ່າ, “ບໍ່ ເອົາໃຫ້ຂ້ອຍດຽວນີ້ສາ
ຖ້າວ່າເຈົ້າບໍ່ໃຫ້ໂດຍດີ
ຂ້ອຍກໍຈະໃຊ້ກໍາລັງ”
17
ດັ່ງນັ້ນແຫລະ
ຄວາມບາບຂອງຄົນຫນຸ່ມທັງສອງຈຶ່ງໃຫຍ່ຫລວງທີ່ສຸດໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ
ເພາະວ່າເຂົາສະແດງການຫມິ່ນປມາດເຄື່ອງຖວາຍບູຊາແດ່ພຣະຜູ້ເປັນເຈົ້າ
ຊາມູເອນທີ່ເມືອງຊີໂລ
18
ເດັກຊາຍຊາມູເອນໄດ້ຮັບໃຊ້ພຣະຜູ້ເປັນເຈົ້າ
ຕໍ່ມາເຫມືອນດັ່ງປະໂຣຫິດ
ເຂົາໄດ້ນຸ່ງເຄື່ອງສະງ່າງາມ
19
ທຸກໆປີໃດ
ແມ່ຂອງຊາມູເອນຕ້ອງຫຍິບເສື້ອຍ່າມຕົວນ້ອຍໆມາໃຫ້ເຂົາ
ໃນເວລາທີ່ນາງແລະຜົວໄປຖວາຍເຄື່ອງບູຊາປະຈໍາປີ
20
ແລ້ວເອລີກໍອວຍພອນໃຫ້ແກ່ເອນການາກັບເມັຽຂອງເຂົາ
ພ້ອມກັບເວົ້າຕໍ່ເອນການາວ່າ, “ຂໍໃຫ້ພຣະຜູ້ເປັນເຈົ້າ
ຊົງປະທານລູກໃຫ້ແກ່ເຈົ້າກັບເມັຽຜູ້ນີ້ອີກ
ເພື່ອທົດແທນຜູ້ທີ່ເຈົ້າໄດ້ຖວາຍໃຫ້ເປັນຂອງພຣະອົງໄປແລ້ວ”
ແລ້ວເຂົາກໍພາກັນກັບບ້ານ
21
ຕໍ່ມາພຣະຜູ້ເປັນເຈົ້າໄດ້ອວຍພອນໃຫ້ນາງຮັນນາ
ນາງມີບຸດຊາຍຕື່ມອີກສາມຄົນ
ແລະບຸດສາວສອງຄົນ
ສ່ວນເດັກຊາຍຊາມູເອນນັ້ນກໍເຕີບໃຫຍ່ຂຶ້ນໃນການຮັບໃຊ້ພຣະຜູ້ເປັນເຈົ້າ
22
ດຽວນີ້
ເອລີໄດ້ເຖົ້າແກ່ຫລາຍແລ້ວ
ທ່ານໄດ້ຍິນຫລາຍເຣື່ອງທີ່ບຸດຊາຍຂອງທ່ານເຮັດຕໍ່ອິສຣາເອນ
ເປັນຕົ້ນເຂົາໄດ້ເປັນຊູ້ກັບຍິງທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ຫນ້າຫໍເຕັນສັກສິດ
23
ດັ່ງນັ້ນ
ທ່ານຈຶ່ງເວົ້າຕໍ່ເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫລົ່ານີ້
ຫລາຍຄົນໄດ້ບອກຂ້ອຍກ່ຽວກັບພຶດຕິການອັນຊົ່ວຊາມຂອງພວກເຈົ້າ
24
ລູກເອີຍ
ຈົ່ງເຊົາເຮັດການນີ້ສາຖ້ອນ
ໄພ່ພົນຂອງພຣະຜູ້ເປັນເຈົ້າໄດ້ເວົ້າກ່ຽວກັບເຣື່ອງບໍ່ດີນີ້ເລື້ອຍໆ
25
ຖ້າວ່າຜູ້ນຶ່ງທໍາຜິດຕໍ່ຄົນອື່ນ
ພຣະເຈົ້າຊົງປ້ອງກັນເຂົາໄວ້
ແຕ່ວ່າ
ເມື່ອຜູ້ນຶ່ງທໍາຜິດຕໍ່ສູ້ພຣະເຈົ້າ
ແມ່ນໃຜຈະສາມາດປ້ອງກັນເຂົາໄວ້ໄດ້”
ແຕ່ເຂົາທັງສອງບໍ່ໄດ້ຟັງຄວາມບິດາ
ເພາະວ່າພຣະຜູ້ເປັນເຈົ້າຊົງຕັດສິນພຣະທັຍແລ້ວວ່າຈະປະຫານຊີວິດຂອງພວກເຂົາ
26
ເດັກຊາຍຊາມູເອນໄດ້ໃຫຍ່ເຕີບໂຕຂຶ້ນ
ພຣະຜູ້ເປັນເຈົ້າ
ແລະມະນຸດກໍພໍໃຈນໍາເຂົາເລື້ອຍໆມາ
27
ມີຜູ້ປະກາດພຣະທັມຜູ້ນຶ່ງໄດ້ມາຫາອາລີ
ແລະບອກວ່າ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້, “ຄາວເມື່ອອາໂຣນບັນພະບຸຣຸດຂອງທ່ານພ້ອມທັງຄອບຄົວໄດ້ເປັນທາດຂອງຟາຣາໂອ
ກະສັດແຫ່ງປະເທດເອຢິບນັ້ນເຮົາໄດ້ປາກົດໃຫ້ທ່ານເຫັນຖ້າມກາງຕະກູນອິສຣາເອນ
28
ເຮົາໄດ້ເລືອກເອົາແຕ່ຄອບຄົວຂອງທ່ານໃຫ້ເປັນປະໂຣຫິດບົວຣະບັດເຮົາ
ເພື່ອເຮັດວຽກກ່ຽວກັບການຖວາຍບູຊາຄື
ການເຜົາເຄື່ອງຫອມ
ແລະນໍາເອົາຫີບສັກສິດມາຕໍ່ຫນ້າ
ຝ່າຍເຮົາກໍໃຫ້ເຂົາມີສິດເອົາສ່ວນນຶ່ງຂອງເຄື່ອງບູຊາທີ່ເຜົາຢູ່ເທິງແທ່ນບູຊານັ້ນ
29
ແລ້ວເປັນຫຍັງເຈົ້າຈຶ່ງໂລບມາກໃນເຄື່ອງບູຊາ
ແລະເຄື່ອງຖວາຍຕາມຄໍາສັ່ງຂອງເຮົາ
ແລະໃຫ້ກຽດແກ່ບຸດຊາຍທັງສອງຂອງເຈົ້າເຫນືອເຮົາ
ແລະກະທໍາໃຫ້ຕົວຂອງເຈົ້າທັງຫລາຍອ້ວນພີ
ດ້ວຍສ່ວນທີ່ດີທີ່ສຸດຈາກຂອງຖວາຍທຸກຣາຍຈາກອິສຣາເອນຊົນຊາດຂອງເຣົາ”
30
ເຮົາ ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນເຄີຍສັນຍາມາກ່ອນແລ້ວວ່າ
ຄອບຄົວຂອງເຈົ້າ
ແລະຜູ້ທີ່ຢູ່ໃນເຊື້ອສາຍດຽວກັນກັບເຈົ້າຕ້ອງເປັນປະໂຣຫິດຮັບໃຊ້ເຮົາຕລອດເວລາ
ແຕ່ດຽວນີ້
ເຮົາຂໍເວົ້າວ່າ
ຂໍໃຫ້ການນັ້ນຫ່າງໄກຈາກເຮົາ
ເພາະວ່າເຮົາຈະໃຫ້ກຽດແກ່ຜູ້ທີ່ໃຫ້ກຽດເຮົາ
ເຮົາຈະຫມິ່ນປມາດຕໍ່ຜູ້ທີ່ຫມິ່ນປມາດເຣົາ
31
ເບິ່ງແມ໋, ວາຣະນັ້ນຈະມາເຖິງຢູ່ແລ້ວ
ເມື່ອເຮົາຈະຕັດແຂນຂອງເຈົ້າອອກ
ແລະຕັດແຂນຂອງເຊື້ອສາຍບິດາຂອງເຈົ້າອອກ
ເພື່ອວ່າບໍ່ໃຫ້ມີຜູ້ໃດໃນຄອບຄົວນັ້ນມີອາຍຸຢູ່ຕໍ່ໄປຈົນເຖິງເຖົ້າແກ່
32 ເຈົ້າຈະຕົກທຸກຍາກລໍາບາກ
ແລະຈະອິດສາອິສຣາເອນ
ທີ່ໄດ້ຮັບຄວາມພອນທຸກຢ່າງ
ແຕ່ວ່າບໍ່ມີຜູ້ໃດໃນຄອບຄົວຂອງເຈົ້າມີຊີວິດຢູ່ຕໍ່ໄປຈົນເຖິງເຖົ້າແກ່
33 ແຕ່ເຮົາຍັງຈະໃຫ້ຜູ້ນຶ່ງໃນເຊື້ອສາຍຂອງເຈົ້າມີຊີວິດຢູ່ອີກ
ທ່ານຈະເປັນປະໂຣຫິດຮັບໃຊ້ເຮົາ
ແຕ່ທ່ານຈະກາຍເປັນຄົນຕາບອດ
ແລະສູນເສັຽຄວາມຫວັງທຸກຢ່າງ
ຝ່າຍເຊື້ອສາຍຄົນອື່ນໆຂອງເຈົ້າຈະຕາຍຢ່າງທາຣຸນ
34 ໃນເມື່ອບຸດຊາຍທັງສອງຂອງເຈົ້າຄື
ໂຮບນີ
ແລະຟີເນຮັສ
ຕາຍໄປໃນມື້ດຽວກັນນັ້ນແຫລະ
ດ້ວຍເຫດນີ້
ຈະສະແດງໃຫ້ເຈົ້າເຫັນວ່າ
ສິ່ງທີ່ເຮົາໄດ້ເວົ້ານີ້ເປັນຄວາມຈິງ
35 ເຣົາຈະເລືອກເອົາປະໂຣຫິດທີ່ຊື່ສັດຕໍ່ເຮົາ
ແລະຈະໃຫ້ທ່ານເຮັດທຸກສິ່ງທີ່ເຮົາຕ້ອງການ
ເຮົາຈະໃຫ້ທ່ານມີເຊື້ອສາຍເປັນຜູ້ຮັບໃຊ້ຕລອດໄປ
ຕໍ່ຫນ້າຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ
36 ບໍ່ວ່າໃຜກໍຕາມໃນເຊື້ອສາຍຂອງເຈົ້າທີ່ມີຊີວິດຢູ່ຕໍ່ໄປຈະມາຂາບໄຫວ້ເຂົາຂໍເງິນ
ແລະເຂົ້າຈີ່ກ້ອນນຶ່ງ
ແລະຈະກ່າວວ່າ,
“ຂໍທ່ານກະຣຸນາຕັ້ງຂ້າພະເຈົ້າໄວ້ໃນຕໍາແຫນ່ງປະໂຣຫິດອີກເທື່ອນຶ່ງເຖີດ
ເພື່ອຂ້າພະເຈົ້າຈະໄດ້ຮັບປະທານອາຫານຕື່ມອີກຫນ້ອຍນຶ່ງ”
1
ເດັກຊາຍຊາມູເອນໄດ້ຮັບໃຊ້ພຣະຜູ້ເປັນເຈົ້າພາຍໃຕ້ການນໍາພາຂອງເອລີ
ໃນເວລາທີ່ຮັບໃຊ້ຢູ່ນັ້ນ
ກໍບໍ່ຄ່ອຍມີຖ້ອຍຄໍາຈາກພຣະຜູ້ເປັນເຈົ້າປານໃດ
ແລະດົນໆກໍຄ່ອຍມີການນິມິດຄັ້ງນຶ່ງ
2
ໃນຄືນນຶ່ງ
ເອລີຊຶ່ງເປັນຄົນຕາບໍ່ດີຍ້ອນຄວາມຊະຣາ
ໄດ້ນອນຢູ່ທີ່ຫ້ອງສ່ວນຕົວຂອງທ່ານ
3
ສ່ວນຊາມູເອນໄດ້ນອນຢູ່ໃນພຣະວິຫານບ່ອນທີ່ມີຫີບຄໍາສັນຍາຂອງພຣະເຈົ້າ
ແລະຕະກຽງກໍໄຕ້ຢູ່
4
ໃນຂນະທີ່ນອນຢູ່ນັ້ນ
ພຣະຜູ້ເປັນເຈົ້າໄດ້ເອີ້ນຊາມູເອນ
ແລະທ່ານກໍຂານຕອບວ່າ, “ໂດຍ
ຂ້ານ້ອຍ”
5
ແລ້ວທ່ານກໍແລ່ນໄປເວົ້າຕໍ່ເອລີວ່າ, “ທ່ານເອີ້ນຂ້ານ້ອຍບໍ
ຂ້ານ້ອຍຢູ່ນີ້ແລ້ວ”
ແຕ່ເອລີຕອບວ່າ,
“ຂ້ອຍບໍ່ໄດ້ເອີ້ນເຈົ້າ
ຈົ່ງກັບຄືນໄປນອນສາ”
ຊາມູເອນກໍກັບຄືນໄປນອນ
6
ພຣະຜູ້ເປັນເຈົ້າຊົງເອີ້ນຊາມູເອນຄັ້ງທີ່ສອງ
ເດັກຊາຍຄົນນີ້ກໍລຸກຂຶ້ນອີກ
ແລະໄປເວົ້າຕໍ່ເອລີວ່າ, “ທ່ານເອີ້ນຂ້ານ້ອຍບໍ
ຂ້ານ້ອຍຢູ່ນີ້ແລ້ວ”
ແຕ່ເອລີຕອບວ່າ,
“ລູກເອີຍ
ພໍ່ບໍ່ໄດ້ເອີ້ນເຈົ້າດອກຈົ່ງກັບຄືນໄປນອນສາ”
7
ຊາມູເອນກໍຍັງບໍ່ທັນຮູ້ຈັກພຣະຜູ້ເປັນເຈົ້າ
ເພາະວ່າພຣະອົງຍັງບໍ່ເຄີຍເວົ້າກັບເຂົາມາກ່ອນ
8
ພຣະຜູ້ເປັນເຈົ້າເອີ້ນຊາມູເອນອີກເປັນຄັ້ງທີ່ສາມ
ເຂົາກໍລຸກຂຶ້ນອີກ
ແລະໄປຖາມເອລີວ່າ, “ທ່ານເອີ້ນຂ້ານ້ອຍບໍ
ຂ້ານ້ອຍຢູ່ນີ້ແລ້ວ”
ແລ້ວເອລີກໍເຂົ້າໃຈວ່າ
ແມ່ນພຣະຜູ້ເປັນເຈົ້າເປັນຜູ້ຊົງເອີ້ນເດັກຊາຍນີ້
9
ດັ່ງນັ້ນ
ທ່ານຈຶ່ງເວົ້າຕໍ່ຊາມູເອນວ່າ, “ຈົ່ງກັບຄືນໄປນອນສາ
ແລະຖ້າວ່າທ່ານເອີ້ນເຈົ້າອີກໃຫ້ເຈົ້າເວົ້າວ່າ
“ຜູ້ຮັບໃຊ້ຂອງພຣະອົງກໍາລັງຟັງຢູ່
ຂໍພຣະອົງຊົງຮັບສັ່ງເທີນ”
ແລ້ວຊາມູເອນກໍກັບຄືນໄປນອນ
10
ຕໍ່ມາອີກ
ພຣະຜູ້ເປັນເຈົ້າໄດ້ມາເອີ້ນຢູ່ບ່ອນນັ້ນຄືແຕ່ກ່ອນວ່າ, “ຊາມູເອນ
ຊາມູເອນ”
ຊາມູເອນກໍຕອບຂຶ້ນວ່າ,
“ຜູ້ຮັບໃຊ້ຂອງພຣະອົງກໍາລັງຟັງຢູ່
ຂໍພຣະອົງຊົງຮັບສັ່ງເທີນ”
11
ພຣະຜູ້ເປັນເຈົ້າຊົງກ່າວຕໍ່ເຂົາວ່າ, “ເຮົາຈະທໍາສິ່ງທີ່ຫນ້າຢ້ານຫລາຍຕໍ່ອິສຣາເອນ
ຖ້າທຸກຄົນໄດ້ຍິນເຣື່ອງນີ້ແລ້ວ
ຈະຕ້ອງຢ້ານກົວທີ່ສຸດ
12
ໃນວັນນັ້ນ
ເຮົາຈະທໍາຕາມຄໍາເວົ້າທັງຫມົດຂອງເຮົາທີ່ໄດ້ກ່າວໄວ້ຕໍ່ຄອບຄົວເອລີ
13
ເຣົາໄດ້ບອກເຂົາແລ້ວວ່າ
ເຮົາຈະລົງໂທດຄອບຄົວຂອງເຂົາຕລອດໄປ
ເພາະວ່າບຸດຊາຍທັງສອງຂອງເຂົາໄດ້ຢຽດຫຍາມພຣະເຈົ້າ
ເຂົາບໍ່ໄດ້ຫ້າມປາມ
14
ດ້ວຍເຫດນີ້
ເຮົາຈຶ່ງເວົ້າຢ່າງຫນັກແຫນ້ນຕໍ່ຄອບຄົວຂອງເອລີວ່າ
ບໍ່ມີການບູຊາ
ຫລືການຖວາຍໃດໆທີ່ຈະສາມາດທໍາໃຫ້ເຂົາພົ້ນຈາກຄວາມຜິດອັນຮ້າຍແຮງນີ້ໄດ້”
15
ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ
ແລ້ວເຂົາໄດ້ລຸກຂຶ້ນໄປໄຂປະຕູວິຫານ
ແຕ່ຊາມູເອນບໍ່ກ້າບອກນິມິດນີ້ແກ່ເອລີ
16
ເອລີໄດ້ເອີ້ນຊາມູເອນແລະກ່າວວ່າ, “ລູກເອີຍ”
ຊາມູເອນຕອບວ່າ,
“ໂດຍ ຂ້ານ້ອຍ”
17
ແລ້ວເອລີຈຶ່ງຖາມຂຶ້ນວ່າ, “ພຣະຜູ້ເປັນເຈົ້າໄດ້ບອກເຈົ້າວ່າຢ່າງໃດ
ຢ່າປິດບັງພໍ່ເລີຍ
ຖ້າເຈົ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງຊົງກ່າວແກ່ເຈົ້ານັ້ນ
ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງທີ່ສຸດ”
18
ດັ່ງນັ້ນ
ຊາມູເອນຈຶ່ງບອກທ່ານທຸກຢ່າງໂດຍບໍ່ໄດ້ປິດບັງຫຍັງຫມົດ
ແລ້ວເອລີຈຶ່ງເວົ້າວ່າ, “ພຣະອົງເປັນພຣະຜູ້ເປັນເຈົ້າ
ໃຫ້ພຣະອົງກະທໍາທຸກຢ່າງຕາມນໍ້າພຣະທັຍຂອງພຣະອົງເທີນ”
19
ໃນຂນະທີ່ຊາມູເອນໃຫຍ່ເຕີບໂຕຂຶ້ນນັ້ນ
ພຣະຜູ້ເປັນເຈົ້າກໍຊົງສະຖິດຢູ່ນໍາເຂົາ
ແລະຊົງທໍາໃຫ້ທຸກສິ່ງທີ່ຊາມູເອນໄດ້ເວົ້າອອກມານັ້ນໃຫ້ເປັນຄວາມຈິງ
20
ດັ່ງນັ້ນ
ອິສຣາເອນທຸກຄົນແຕ່ເຫນືອຕລອດໃຕ້
ຈຶ່ງຮູ້ຈັກວ່າ
ຊາມູເອນແມ່ນເປັນຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າແທ້
21
ແລ້ວພຣະຜູ້ເປັນເຈົ້າໄດ້ຊົງປາກົດອີກທີ່ເມືອງຊີໂລ
ເພາະພຣະຜູ້ເປັນເຈົ້າຊົງສໍາແດງພຣະອົງແກ່ຊາມູເອນທີ່ເມືອງຊີໂລ
ໂດຍພຣະດໍາຣັດຂອງພຣະຜູ້ເປັນເຈົ້າ
ແລະຖ້ອຍຄໍາຂອງຊາມູເອນມາເຖິງຄົນອິສຣາເອນທັງປວງ
1
ໃນເວລານັ້ນ
ຊາວອິສຣາເອນໄດ້ອອກຮົບເສິກກັບຊາວຟີລິສຕິນ
ຊາວອິສຣາເອນໄດ້ຕັ້ງຄ້າຍຢູ່ໃນເມືອງ
ເອເບນເອເຊີ
ສ່ວນຊາວຟີລິສຕິນໄດ້ຕັ້ງຄ້າຍຢູ່ທີ່ເມືອງອາເຟັກ
2
ຊາວຟີລິສຕິນໄດ້ຕຽມສູ້ຮົບ
ເຂົາໄດ້ຕໍ່ສູ້ຢ່າງດຸເດືອດຈົນຕີຊະນະຊາວອິສຣາເອນໄດ້
ໂດຍໄດ້ຂ້າເຂົາຕາຍໃນສະຫນາມຮົບປະມານສີ່ພັນຄົນ
3
ເມື່ອພວກທີ່ເຫລືອຕາຍໄດ້ກັບຄືນຄ້າຍພັກ
ຜູ້ນໍາຊາວອິສຣາເອນຈຶ່ງເວົ້າຂຶ້ນວ່າ, “ວັນນີ້
ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໃຫ້ຊາວຟີລິສຕິນຊະນະພວກເຮົາ
ຈົ່ງໄປເອົາຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າມາຈາກເມືອງຊີໂລ
ເພື່ອວ່າພຣະອົງຈະໄດ້ຢູ່ກັບພວກເຮົາ
ແລະຊ່ອຍພວກເຣົາໃຫ້ພົ້ນຈາກເງື້ອມມືຂອງສັດຕຣູ
4
ດັ່ງນັ້ນ
ເຂົາຈຶ່ງສົ່ງໄປເມືອງຊີໂລ
ເພື່ອນໍາຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າແຫ່ງຈັກກະວານ
ຜູ້ຊົງປະທັບຢູ່ເທິງພຣະທີ່ນັ່ງລະຫວ່າງກາງເຊຣູບິມນັ້ນມາ
ຝ່າຍໂຮບນີ
ແລະຟີເນຮັສບຸດຊາຍທັງສອງຂອງເອລີກໍມາພ້ອມຫີບຄໍາສັນຍາຂອງພຣະເຈົ້ານັ້ນ
5
ເມື່ອຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າມາຮອດ
ອິສຣາເອນກໍຮ້ອງສຽງດັງສະຫນັ່ນຂຶ້ນຈົນແຜ່ນດິນສັ່ນສະເທືອນ
6
ເມື່ອຊາວຟີລິສຕິນໄດ້ຍິນສຽງດັງສະຫນັ່ນຫວັ່ນໄຫວນັ້ນ
ຈຶ່ງເວົ້າຂຶ້ນວ່າ, “ຈົ່ງຟັງສຽງຮ້ອງໃນຄ້າຍຂອງຊາວເຮັບເຣີແມ໋
ມັນແມ່ນຫຍັງແທ້
ແຕ່ເມື່ອເຂົາໄດ້ຮູ້ວ່າຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າໄດ້ມາຮອດຄ້າຍພັກຊາວເຮັບເຣີແລ້ວ
7
ເຂົາກໍພາກັນຢ້ານ
ແລະເວົ້າວ່າ, “ພຣະເຈົ້າໄດ້ມາຊ່ອຍໃນຄ້າຍພັກຂອງພວກເຂົາແລ້ວ
ບັດນີ້ພວກເຮົາຈະຕ້ອງເສັຽໄຊແຫລະ
ເພາະພວກເຮົາບໍ່ເຄີຍພົບເຫັນແບບນີ້ມາກ່ອນເລີຍ
8
ແມ່ນໃຜຈະສາມາດຊ່ອຍພວກເຮົາໃຫ້ພົ້ນຈາກອໍານາດຂອງພຣະເຈົ້າອົງນີ້ໄດ້
ແມ່ນພຣະເຈົ້າອົງນີ້ແຫລະ
ທີ່ໄດ້ຂ້າຊາວເອຢິບດ້ວຍໄພວິບັດນາໆຊະນິດຢູ່ໃນຖິ່ນກັນດານ
9
ຊາວຟີລິສຕິນທັງຫລາຍເອີຍ
ຈົ່ງເຂັ້ມແຂງເທີນ
ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍ
ຫລືວ່າພວກເຮົາຈະເປັນທາດຂອງຊາວເຮັບເຣີ
ດັ່ງທີ່ພວກເຂົາເຄີຍເປັນທາດຂອງພວກເຮົາ
ດັ່ງນັ້ນຈົ່ງຕໍ່ສູ້ຢ່າງຜູ້ຊາຍເທີນ”
10
ຝ່າຍຊາວຟີລິສຕິນກໍຕໍ່ສູ້ຢ່າງພິລາດອາດຫານ
ອິສຣາເອນຈຶ່ງຜ່າຍແພ້
ແລະແຕກຫນີເມືອບ້ານເມືອງຂອງຕົນ
ທະຫານອິສຣາເອນໄດ້ຖືກຂ້າຕາຍສາມສິບພັນຄົນ
ຊຶ່ງເປັນການເສັຽໄຊຄັ້ງຍິ່ງໃຫຍ່
11
ສ່ວນຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າກໍຖືກຍຶດເອົາໄປ
ໂຮບນີ
ແລະຟີເນຮັສ
ບຸດຊາຍທັງສອງຂອງເອລີກໍຖືກຂ້າຕາຍ
ເອລີເສັຽຊີວິດ
12
ໃນວັນດຽວກັນນັ້ນ
ມີຊາຍຕະກູນເບັນຢາມີນຄົນນຶ່ງໄດ້ແລ່ນມາແຕ່ສະຫນາມຮົບ
ມາເມືອງຊີໂລດ້ວຍຄວາມໂສກເສົ້າ
ເຂົາໄດ້ຈີກເສື້ອ
ແລະເອົາຂີ້ດິນໂຮຍໃສ່ຫົວ
13
ຊາຍຄົນນັ້ນມາໃນເມືອງເພື່ອບອກຂ່າວ
ເມື່ອທຸກຄົນໄດ້ຍິນກໍຮ້ອງໄຫ້ດ້ວຍຄວາມເສັຽໃຈ
ສ່ວນ
ເອລີທີ່ກໍາລັງນັ່ງຄອຍຖ້າຢູ່ໃກ້ຫົນທາງພ້ອມທັງຄິດເປັນຫ່ວງນໍາຫີບຄໍາສັນຍາຂອງພຣະເຈົ້າ
14 ເມື່ອທ່ານໄດ້ຍິນສຽງອຶກກະທຶກນຶກນອງຈຶ່ງຖາມຂຶ້ນວ່າ, “ແມ່ນສຽງຫຍັງ”
ຊາຍຄົນນັ້ນກໍຟ້າວແລ່ນມາບອກຂ່າວແກ່ເອລີ
15
ໃນຂນະນີ້ເອລີມີອາຍຸໄດ້ເກົ້າສິບແປດປີ
ແລະຕາກໍບອດຫມົດ
16
ຊາຍຄົນນັ້ນຈຶ່ງເວົ້າວ່າ, “ວັນນີ້ຂ້າພະເຈົ້າຫນີມາຈາກສະຫນາມຮົບ
ແລະໄດ້ແລ່ນມາບ່ອນນີ້”
ເອລີຈຶ່ງຖາມເຂົາວ່າ,
“ລູກເອີຍ
ມີເຣື່ອງຫຍັງເກີດຂຶ້ນ”
17
ຄົນນໍາຂ່າວຜູ້ນັ້ນຈຶ່ງຕອບວ່າ, “ຊາວຟີລິສຕິນໄດ້ໄລ່ຊາວອິສຣາເອນແຕກພ່າຍຫນີໄປ
ມັນເປັນການຜ່າຍແພ້ຢ່າງຫນ້າຢ້ານທີ່ສຸດສໍາລັບພວກເຮົາ
ຢູ່ໃນເຫດການນັ້ນ
ໂຮບນີ
ແລະຟີເນຮັສ
ລູກທັງສອງຂອງທ່ານກໍຖືກຂ້າດ້ວຍ
ແລະຫີບຄໍາສັນຍາຂອງພຣະເຈົ້າກໍຖືກຍຶດໄປ”
18
ສ່ວນເອລີຊຶ່ງນັ່ງຢູ່ໃກ້ປະຕູວິຫານ
ພໍຊາຍຄົນນັ້ນເວົ້າເຖິງຫີບຄໍາສັນຍາ
ທ່ານກໍຫງາຍຫລັງລົງຈົນຄໍຫັກຕາຍ
ເພາະວ່າທ່ານເປັນຄົນເຖົ້າ
ແລະຕຸ້ຍ
ເອລີເປັນຜູ້ປົກຄອງພວກອິສຣາເອນເປັນເວລາສີ່ສິບປີ
ເມັຽຟີເນຮັສເສັຽຊີວິດ
19
ລູກໄພ້ຂອງເອລີ
ຜູ້ເປັນເມັຽຂອງຟີເນຮັສ
ຊຶ່ງກໍາລັງຖືພາ
ແລະໃກ້ຈະຄອດ
ເມື່ອນາງໄດ້ຍິນຂ່າວວ່າຫີບຄໍາສັນຍາຂອງພຣະເຈົ້າຖືກຍຶດ
ແລະພໍ່ປູ່ກັບຜົວຂອງຕົນກໍເສັຽຊີວິດແລ້ວ
ໃນທັນໃດນັ້ນ
ດ້ວຍຄວາມເສັຽໃຈນາງກໍເຈັບທ້ອງ
ແລະຄອດບຸດອອກມາ
20
ນາງກໍາລັງຈະສິ້ນໃຈຕາຍ
ແຕ່ພວກຜູ້ຍິງທີ່ພວມຊົດຊ່ອຍນາງນັ້ນໄດ້ເວົ້າວ່າ, “ເຈົ້າໄດ້ລູກຊາຍໃດ
ຈົ່ງເຮັດໃຈໃຫ້ເຂັ້ມແຂງເອົາໄວ້”
ແຕ່ນາງບໍ່ໄດ້ຟັງ
ຫລືຕອບຢ່າງໃດຫມົດ
21
ນາງໄດ້ໃສ່ຊື່ເດັກນັ້ນວ່າ
ອິສອາໂບດ
ຊຶ່ງແປວ່າ
“ຣັສມີຂອງພຣະເຈົ້າໄດ້ຈາກອິສຣາເອນໄປແລ້ວ”
ຊຶ່ງຫມາຍເຖິງຫີບຄໍາສັນຍາຖືກຍຶດໄປ
ແລະພໍ່ປູ່ກັບຜົວຂອງນາງກໍເສັຽຊີວິດ
ນາງໄດ້ກ່າວວ່າ, “ຣັສມີຂອງພຣະເຈົ້າໄດ້ຈາກພວກອິສຣາເອນໄປແລ້ວ
ເພາະວ່າ
ຫີບຄໍາສັນຍາຂອງພຣະເຈົ້າກໍໄດ້ຖືກຍຶດໄປ”
1
ເມື່ອຊາວຟີລິສຕິນໄດ້ຍຶດຫີບຄໍາສັນຍາຂອງພຣະເຈົ້າໄປນັ້ນ
ພວກເຂົານໍາໄປຈາກເອເບນເອເຊີເຖິງເມືອງອັສໂດດ
2
ຊາວຟີລີສຕິນກໍນໍາເອົາຫີບຄໍາສັນຍາຂອງພຣະເຈົ້າເຂົ້າໄປໄວ້ໃນໂບດຂອງພຣະດາໂກນ
ແລະວາງໄວ້ຂ້າງພຣະດາໂກນ
3
ເມື່ອປະຊາຊົນຊາວອັສໂດດຕື່ນເຊົ້າໃນວັນຮຸ່ງຂຶ້ນ
ເບິ່ງແມ໋, ພຣະດາໂກນໄດ້ລົ້ມຫນ້າຄວ່ໍາລົງມາຍັງພື້ນດິນຕໍ່ຫນ້າຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າ
ເຂົາທັງຫລາຍຈຶ່ງຍົກພຣະດາໂກນຂຶ້ນຕັ້ງໄວ້ໃນທີ່ເດີມ
4
ແຕ່ເມື່ອເຂົາທັງຫລາຍຕື່ນເຊົ້າໃນວັນຮຸ່ງຂຶ້ນ
ເບິ່ງແມ໋, ພຣະດາໂກນກໍລົ້ມຫນ້າຄວໍ່າລົງມາຍັງພື້ນດິນຕໍ່ຫນ້າຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າ
ສຽນຂອງພຣະດາໂກນ
ແລະມືທັງສອງກໍຫັກອອກຢູ່ທີ່ປະຕູ
ເຫລືອຢູ່ແຕ່ລໍາຕົວພຣະດາໂກນ
5
ເພາະເຫດນີ້ປະໂຣຫິດຂອງພຣະດາໂກນ
ແລະຜູ້ທີ່ເຂົ້າໄປໃນໂບດຂອງພຣະດາໂກນຈຶ່ງບໍ່ຢຽບປະຕູໂບດພຣະດາໂກນທີ່ເມືອງອັສໂດດຈົນເຖິງທຸກວັນນີ້
6
ພຣະຫັດຂອງພຣະຜູ້ເປັນເຈົ້າຢູ່ເຫນືອປະຊາຊົນອັສໂດດຢ່າງຫນັກ
ພຣະອົງຊົງກະທໍາໃຫ້ເຂົາຢ້ານກົວ
ແລະຊົງລົງໂທດເຂົາດ້ວຍຕຸ່ມຝີ
ທັງຊາວອັສໂດດ
ແລະເຂດແດນຂອງຊາວເມືອງນັ້ນ
7
ແລະເມື່ອຊາວເມືອງອັສໂດດເຫັນດັ່ງນັ້ນ
ເຂົາທັງຫລາຍກ່າວວ່າ, “ຢ່າໃຫ້ຫີບຄໍາສັນຍາຂອງ