1 Kings ພຣະທັມ 1 ປະຫວັດ​ກະສັດ

 

ພຣະທັມ 1 ປະຫວັດ​ກະສັດ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

 

 

 

 

 

 

 

 

 

ປະ​ຫ​ວັດ​ກະ​ສັດ​ສບັບ​ຕົ້ນ

1. ນາງ​ອາ​ບີ​ຊາກ​ບົວ​ລະ​ບັດ​ຮັບ​ໃຊ້​ກະ​ສັດ​ດາ​ວິດ

1   ກະ​ສັດ​ດາ​ວິດ​ໄດ້​ເຖົ້າ​ແກ່​ຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ​ຈະ​ຫົ່ມ​ຜ້າ​ໃຫ້​ພຣະ​ອົງ​ຫລາຍ​ຜືນກໍ​ຍັງ​ບໍ່​ອົບ​ອຸ່ນ

2   ດັ່ງ​ນັ້ນ ບັນ​ດາ​ຂ້າ​ຣາ​ຊ​ການ​ຈຶ່ງ​ກາບ​ທູນ​ພຣະ​ອົງ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ຈົ່ງ​ຊົງ​ອະ​ນຸ​ຍາດ​ໃຫ້​ພວກ​ຂ້າ​ພຣະ​ອົງ​ໄປ​ຊອກຫາ​ຍິງ​ສາວ​ມາ​ຢູ່ກັບ​ພຣະ​ອົງ ເພື່ອ​ນາງ​ຈະ​ຄອຍ​ຮັບ​ໃຊ້​ແລະ​ບົວ​ລະ​ບັດ​ພຣະ​ອົງ ນາງ​ຈະ​ນອບ​ແນບ​ອົກ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮັບ​ຄວາ​ມອົບ​ອຸ່ນ​ຈາກ​ນາງ”

3   ຄັນ​ຊອກ​ຍິງ​ສາວ​ທີ່​ສວຍ​ງາມ​ທົ່ວ​ທັງ​ດີນ​ແດນ​ອິສ​ຣາ​ເອນ​ແລ້ວ ພວກ​ເຂົາ​ຈຶ່ງ​ໄດ້​ພົບ​ນາງ​ອາ​ບີ​ຊາກ​ທີ່​ເມືອງ​ຊູ​ນາມ ແລ້ວ​ຈຶ່ງ​ນຳ​ເອົ​ນາງ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ

4   ຖິງ​ແມ່ນ​ວ່າ​ຍິງ​ສາວ​ຜູ້​ນີ້​ເປັນ​ຄົນ​ງາມ​ທີ່​ສຸດ ແລະ​ໄດ້ບົວ​ລະ​ບັດ​ຮັບ​ໃຊ້​ພຣະ​ຣາ​ຊາ​ເປັນຢ່າງ​ດີ​ກໍ​ຕາມ ແຕ່​ພຣະ​ອົງ​ກໍ​ບໍ່​ໄດ້​ສົມ​ສູ່​ຢູ່​ຮ່ວມ​ກັບ​ນາງ​ເລີຍ

5   ຝ່າຍ​ອາ​ໂດ​ນີ​ຢາ ຣາ​ຊ​ໂອ​ຣົດຂອງ​ນາງ​ຮັກ​ກິດ ໄດ້​ຍົກ​ຕົວ​ເອງ​ຂຶ້ນ​ກ່າວ​ວ່າ, “ເຮົາ​ເອງ​ຈະ​ເປັນ​ພຣະ​ຣາ​ຊາ” ແລະ​ທ່ານ​ໄດ້​ຕຽມ​ຣົດ​ຮົບ​ແລະ​ພົນ​ມ້າກັບ​ພົນ​ແລ່ນ​ນຳ​ຫ້າ​ສິບ​ຄົນ​ໄວ້​ເພື່ອ​ຕົນ​ເອງ

6   ແລະ​ກະ​ສັດ​ດາ​ວິດ​ກໍ​ບໍ່​ເຄີຍ​ໄດ້​ຕຳ​ຫນິ​ຕິ​ຕຽນ​ທ່ານໃນ​ເຣື່ອງ​ໃດ​ທັງ​ຫມົດວ່າ “ເປັນ​ຫຍັງເຈົ້າ​ກະ​ທຳ​ເຊັ່ນ​ນີ້​ເຊັ່ນ​ນັ້ນ” ທ່ານເປັນ​ຄົນ​ເຈົ້າ​ຊູ້ ແລະ​ທະ​ເຍີ​ທະ​ຍານ​ຢາກ​ເປັນ​ເຈົ້າ​ຊີ​ວິດ ເຂົາ​ເກີດ​ນຳ​ຫລັງ​ອັບຊາ​ໂລມ

7   ທ່ານ​ໄດ້​ປຶກ​ສາ​ກັບ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ ແລະ​ກັບ​​ປະ​ໂຣ​ຫິດອາ​ບີ​ອາ​ທາ ເຂົາ​ທັງ​ສອງ​ຄົນ​ນີ້​ໄດ້​ຕົກ​ລົງ​ສ​ນັບ​ສນຸນ ອາ​ໂດ​ມີ​ຢາ

8   ແຕ່​ປະ​ໂຣ​ຫິດຊາ​ໂດກ​ ເບ​ນັຍ​ຢາບຸດ​ເຢ​ຮົວ​ອາ​ດາ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ຊີ​ເມ​ອີ ແລະ​ເຣ​ອີ ພ້ອມ​ທັງ​ທະ​ຫານ​ອາ​ຣັກ​ຂາ​ກະ​ສັດ​ດາ​ວິດ​ບໍ່​ໄດ້​ສ​ນັບ​ສ​ນຸນ​ອາ​ໂດ​ນີ​ຢາ​ເລີຍ

9   ຢູ່​ມາ​ວັນ​ນຶ່ງ ເມື່ອ​ອາ​ໂດ​ນີ​ຢາ​ຖວາຍ ແກະ ງົວ ແລະ​ງົວ​ນ້ອຍ​ໂຕ​ອ້ວນ​ພີ​ເປັນ​ເຄື່ອງ​ບູ​ຊາ​ທີ່​ກ້ອນ​ຫີນ​ໂຊ​ເຮ​ເລ​ທ ຊຶ່ງ​ຢູ່​ຂ້າງໆ​ເອນ​ໂຣເກ​ນ ທ່ານ​ໄດ້​ເຊີນ​ພ​ວກນ້ອງທຸກ​ຄົນ​ແລະ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ກະ​ສັດ​ດາ​ວິດ​ທີ່ມ​ຈາກ​ຢູ​ດາ​ມາ​ຮ່ວມ​ສະ​ເຫລີມ​ສ​ຫລອງນຳ

10 ແຕ່​ທ່ານ​ບໍ່​ໄດ້​ເຊີນ​ໂຊ​ໂລ​ໂມນ​ນ້ອງ​ຊາ​ຍ​ຂອງ​ທ່ານ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ເບ​ນັຍ​ຢາທະ​ຫານ​ອາ​ຣັກ​ຂາ​ຂອງ​ກະ​ສັດ​ດາ​ວິດ​ມາ​ຮ່ວມ​ນຳ

ນາ​ທານ​ ແລະ​ນາງ​ບັທເຊ​ບາ​ເຂົ້າ​ກາບ​ທູນ​ພຣະ​ຣາ​ຊາ

11 ແລ້ວ​ນາ​ທານ​ໄດ້​ທູນ​ພຣະ​ນາງ​ບັ​ທ​ເຊ​ບາ ພຣະ​ມານ​ດາ​ຂອງ​ໂຊໂລ​ໂມນ​ວ່າ, “ພຣະ​ນາງ​ບໍ່​ຮູ້​ບໍ​ວ່າ​ອາ​ໂດ​ນີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ນາງ​ຮັກ​ກິດ​ໄດ້​ປະ​ກາດ​ຕົວ​ເອງ​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ ແລະ​ກະ​ສັດ​ດາ​ວິດກໍ​ບໍ່​ຮູ້​ຈັກ​ໃນ​ເຣື່ອງ​ນີ້​ເລີຍ

12 ຖ້າ​ວ່າ ພຣະ​ນາງ​ຢາກ​ຊ່ອຍ​ຊີ​ວິດ​ຂອງ​ຕົນ​ເອງ ແລະ​ຊີ​ວິດ​ຂອງ​ເຈົ້າ​ໂຊ​ໂລ​ໂມນ​ຣາ​ຊ​ໂອ​ຣົດ​ຂອງພຣະ​ນາງ​ແລ້ວ ຂ້າ​ພຣະ​ອົງ​ຂໍ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ໃຫ້​ພຣະ​ນາງ​ປະ​ຕິ​ບັດ​ດັ່ງ​ນີ້

13 ຂໍ​ພຣະ​ນາງສະ​ເດັດ​ໄປ​ທູນ​ກະ​ສັດ​ດາ​ວິດ​ວ່າ “ຂ້າ​ແດ່​ພຣະ​ຣາ​ຊາ ບໍ່​ແມ່ນ​ພຣະ​ອົງ​ເອງ​ບໍ ທີ່​ສັນ​ຍາ​ຢ່າງ​ເດັດ​ດ່ຽວ​ກັບ​ຂ້າ​ນ້ອຍ​ວ່າ ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ຂ້າ​ນ້ອຍ​ຈະ​ເປັນ​ເຈົ້າ​ຊີ​ວິດ​ແທນ​ພຣະ​ອົງ ແລະ​ເປັນ​ຫຍັງ​ອາ​ໂດ​ນີ​ຢາ​ຈຶ່ງ​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ”

14 ແລະ​ນາ​ທານ​ເວົ້າ​ຕໍ່​ໄປ​ອີກວ່າ, “ໃນ​ຂ​ນະ​ທີ່​ພຣະ​ນາງ​ກຳ​ລັງ​ເວົ້າ​ກັບ​ເຈົ້າ​ຊີ​ວິດ​ຢູ່​ນັ້ນ ຂ້າ​ພຣະ​ອົງ​ຈະ​ຕາມ​ພຣະ​ນາງ​ເຂົ້າ​ໄປ ແລະ​ຈະ​ຢືນ​ຢັນ​ຄຳ​ທີ່​ພຣະ​ນາງ​ເວົ້າ”

15 ດັ່ງ​ນັ້ນ ບັທເຊ​ບາ​ຈຶ່ງ​ເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ຢູ່​ໃນ​ຫ້ອງ​ບັນ​ທົມ ພຣະ​ອົງ​ຊົງ​ເຖົ້​ຣາ​ຫລາຍ​ແລ້ວ ແລະ​ນາງ​ອາ​ບີ​ຊາກ​ຄົນ​ຊູ​ນາມ​ກໍ​ຄອຍ​ຮັບ​ໃຊ້​ພຣະ​ອົງ​ຢູ່​ທີ່​ນັ້ນ

16 ນາງ​ບັທ​ເຊ​ບາ​ຄຸ​ເຂົ່າ​ລົງ​ສະ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລ້ວ​ພຣະອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ເຈົ້າ​ຕ້ອງ​ການ​ສິ່ງ​ໃດ”

17 ພຣະ​ນາງ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ຣາ​ຊາ​ຂອງ​ຂ້າ​ນ້ອຍ ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ຢ່າງ​ເດັດ​ດ່ຽວ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ຂ້າ​ນ້ອຍ​ຈະ​ເປັນ​ເຈົ້າ​ຊີ​ວິດ​ແທນ​ພຣະ​ອົງ

18 ແຕ່​ດຽວ​ນີ້ ອາ​ໂດ​ນີ​ຢາ​ເປັນ​ເຈົ້າ​ຊີ​ວິດ​ແລ້ວ ສ່ວນ​ພຣະ​ອົງ​ບໍ່​ຮູ້​ຈັກ​ເຣື່ອງ​ນີ້​ເລີຍ

19 ເຂົາ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ງົວ​ຫລາຍ​ໂຕ ແກະ ແລະ​ງົວ​ນ້ອຍ​ໂຕ​ອ້ວນ​ພີ ເຂົາ​ເຊີນ​ຣາ​ຊ​ໂອ​ຣົດ​ທຸກ​ຄົນ​ຂອງ​ພຣະ​ອົງ ປະ​ໂຣຫິດອາ​ບີ​ອາ​ທາແລະ​ໂຢ​ອາບ​ຜູ້​ບັນຊາ​ການກອງ​ທັບ​ມາ​ຮ່ວມ ແຕ່​ເຂົາ​ບໍ່​ໄດ້​ເຊີນ​ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ພຣະ​ອົງ​ເລີຍ

20 ຂ້າ​ແດ່​ພຣະ​ຣາ​ຊາ​ຂອງ​ຂ້າ​ນ້ອຍ ດຽວ​ນີ້​ ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ຊີງ​ຊອມ​ເບີ່ງ​ພຣະ​ອົງ ເພື່ອ​ຢາກ​ຮູ້​ວ່າ​ພຣະ​ອົງ​ຈະ​ໃຫ້​ຜູ້​ໃດ​ຂຶ້ນ​ນັ່ງ​ພຣະ​ຣາ​ຊ​ບັນ​ລັງ​ແທນ​ພຣະ​ອົງ ຖ້າ​ພຣະ​ອົງ​ບໍ່​ປະ​ຕິ​ບັດ​ໃນ​ເຣື່ອງ​ນີ້

21 ເມື່ອ​ພຣະ​ອົງ​ສວັນ​ນະ​ຄົດ​ໄປ​ຢູ່​ນຳ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພຣະ​ອົງ​ແລ້ວ ຂ້າ​ນ້ອຍ ​ແລະ​ບຸດ​ຊາຍ​ໂຊ​ໂລ​ໂມນ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ”

22 ໃນ​ເວ​ລາ​ທີ່​ພຣະ​ນາງ​ບັທ​ເຊ​ບາ​ກຳ​ລັງ​ເວົ້າ​ຢູ່​ນັ້ນ ນາ​ທານ​ກໍ​ເຂົ້າ​ມາ

23 ເຂົາ​ທັງ​ຫລາຍ​ຈຶ່ງ​ກາບທູນ​ພຣະ​ຣາ​ຊາ​ວ່າ, “ເບິ່ງ​ແມ໋, ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ” ເມື່ອ​ນາ​ທາ​ນເຂົ້າ​ມາ​ຕໍ່​ພຣະ​ພັກ​ເຈົ້າ​ຊີ​ວິດ​ເຂົາ​ກົ້ມ​ຂາບ​ລົງ​ພື້ນ​ຖວາຍ​ຄຳ​ນັບ​ພຣະ​ຣາ​ຊາ

24 ແລ້ວ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ໄດ້ຊົງ​ບັນ​ຊາວ່າ ອາ​ໂດ​ນີ​ຢາ​ຈະ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ແທນ​ພຣະ​ອົງ​ແມ່ນ​ບໍ”

25 ເພາະ​ວ່າ ໃນ​ວັນ​ນີ້​ເຂົາ​ໄດ້​ລົງ​ໄປ​ຖ​ວາຍ​ບູ​ຊາງົວ ແລະ​ແກະ ງົວນ້ອຍ​ໂຕ​ອ້ວນ​ພີ​ຈຳ​ນວນ​ຫລາຍ​ໂຕ ເຂົາ​ໄດ້​ເຊີນ​ພວກຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ ໂຢ​ອາບ​ຜູ້​ບັນ​ຊາ​ການ​ທະ​ຫານ​ຂອງ​ພຣະ​ອົງ ແລະປະ​ໂຣ​ຫິດ​ອາ​ບີ​ອາ​ທາ​ໄປຮ່ວ​ມ​ນຳ ດຽວ​ນີ້ ພວກ​ເຫລົ່າ​ນັ້ນ​ກຳ​ລັງ​ຮັບ​ປະ​ທານ​ແລະ​ດື່ມ​ຢູ່​ກັບ​ເຂົາ ທັງ​ພາ​ກັນ​ຮ້ອງ​ຂຶ້ນ​ວ່າ “ຂໍ​ໃຫ້​ເຈົ້າ​ຊີ​ວິດ​ອາ​ໂດ​ນີ​ຢາ​ ຈົ່ງຊົງ​ພຣະ​ຈະ​ເຣີນ”

26 ແຕ່​ເຂົາ​ບໍ່​ໄດ້​ເຊີນ​ຂ້າ​ພຣະ​ອົງ ປະ​ໂຣ​ຫິດຊາ​ໂດກ ​ເບ​ນັຍ​ຢາ ແລະ​ໂຊ​ໂລ​ໂມນ​ເລີຍ ເຣື່ອງ​ນີ້​ແມ່ນ​ພຣະ​ອົງ​ໄດ້​ເຫັນ​ດີ​ນຳ​ບໍ?

27 ພຣະ​ອົງ​ບໍ່​ໄດ້ບອກ​ພວກ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຮູ້​ນຳ​ບໍ​ວ່າ ໃຜ​ຈະ​ຂຶ້ນ​ຄອງ​ພຣະ​ຣາ​ຊ​ບັນ​ລັງ​ແທນ​ພຣະ​ອົງ

ກະ​ສັດ​ດາ​ວິດ​ແຕ່ງ​ຕັ້ງ​ໂຊ​ໂລ​ໂມນ ເປັນ​ຜູ້​ຄອບ​ຄອງ​ຣາ​ຊ​ສົມ​ບັດ

 (1 ຂຄວ 29:22-25)

28 ແລ້​ວ​ກະ​ສັດ​ດາ​ວິດ ບອກ​ໃຫ້​ເຂົາ​ເອີ້ນ​ພຣະ​ນາງ​ບັທ​ເຊ​ບາ​ເຂົ້າ​ມາ ພຣະ​ນາງ​ຈຶ່ງ​ເຂົ້າ​ເຝົ້າ​ແລະ​ຢືນ​ຢູ່​ຊ້ອງ​ພຣະ​ພັກ​ພຣະ​ອົງ

29 ເຈົ້າ​ຊີ​ວິດ​ຈຶ່ງ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ຂໍ​ສັນ​ຍາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຜູ້​ຊົງ​ໄຖ່​ເຮົາ​ອອກ​ຈາກ​ຄວາມ​ທຸກ​ລຳ​ບາກ​ທັງ​ປວງ

30 ວ່າ​ວັນ​ນີ້ ເຮົ​ຂໍ​ທຳ​ຕາມ​ຄຳ​ສັນ​ຍາທີ່​ເຮົາ​ໄດ້​ມີ​ຕໍ່​ເຈົ້າ ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າຂອງ​ຊາວ​ອິສ​ຣາ​ເອນ​ວ່າ ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ເຈົ້າ​ຈະ​ຕ້ອງ​ໄດ້​ເປັນ​ເຈົ້າ​ຊີ​ວິດ”

31 ພຣະ​ນາງ​ບັທ​ເຊ​ບາ​ຄຸ​ເຂົ່າ​ກົ້ມ​ຂບ​ລົງ ຖວາຍ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ເຈົ້າ​ຊີ​ວິດ ແລະ​ກ່າວ​ວ່າ, ຂໍ​ໃຫ້​ກະ​ສັດ​ດາ​ວິດ​ຂອງ​ຂ້າ​ນ້ອຍ​ຈົ່ງ​ຊົງ​ພຣະຈະ​ເຣີນ”

32 ແລ້ວ​ກະ​ສັດ​ດາ​ວິດ​ຊົງ​ອອກ​ຄຳ​ສັ່ງ​ວ່າ, “ຈົ່ງ​ເອີ້ນ​ປະ​ໂຣ​ຫິດຊາ​ໂດກ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເບ​ນັຍ​ຢາ​ມາ​ຫາ​ເຮົາ” ດັ່ງ​ນັ້ນ ພວກ​ເຂົາ​ເຫລົ່າ​ນີ້​ກໍ​ເຂົ້າ​ເຝົ້າ​ເຈົ້າ​ຊີ​ວິດ

33 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ເອົາ​ບັນ​ດາ​ນາຍ​ທະ​ຫານ​ປະ​ຈຳ​ພຣະ​ຣາ​ຊວັງ​ໄປ​ນຳ​ພວກ​ເຈົ້າ ແລ້ວ​ໃຫ້​ບຸດ​ຊາຍ​ໂຊ​ໂລ​ໂມນ​ຂີ່​ລໍ​ຂອງ​ເຮົາ ພວກ​ທ່ານ​ຈົ່ງ​ແຫ່​ແຫນ​ຕາມ​ເຂົາ​ລົງ​ໄປ​ຫາ​ແມ່​ນ້ຳກີ​ໂຮນ

34 ໃນ​ທີ່​ນັ້ນ​​ປ​ໂຣ​ຫິດຊາ​ໂດກ ແລະ​ນາ​ທານຜູ້​ປະ​ກາດ​ພຣະ​ທັມ​​ເອົາ​ນ້ຳ​ມັນຊະ​ໂລມ​ຫົດ​ສົງ ແລະ​ແຕ່ງ​ຕັ້ງ​ເຂົາ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ແລ້ວ​ຈົ່ງ​ເປົ່າ​ແກ​ແລະ​ຮ້ອງ​ຂຶ້ນ​ວ່າ, “ກະ​ສັດ​ໂຊ​ໂລ​ໂມນ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ”

35 ເມື່ອ​ແລ້ວໆ​ພວກ​ເຈົ້າ​ຈົ່ງ​ນຳ​ເຂົາ​ຂຶ້ນ​ມາ​ນັ່ງ​ເທິງ​ບັນ​ລັງ ໃຫ້​ເປັນ​ເຈົ້າ​ຊີ​ວິດ​ແທນ​ເຮົາ ເພາະ​ວ່າ​ເຂົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປົກ​ຄອງ​ອິສ​ຣາ​ເອນ ແລະ​ຢູ​ດາ

36 ເບ​ນັຍ​ຢາ​ຈຶ່ງ​ກ່າວ​ທູນ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ດັ່ງ​ນີ້​ເຖີດ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້​ຊົງ​ເຫັນ​ດີ​ນຳ​ໃນ​ເຣື່ອງ​ນີ້

37 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ​ຢ່າງ​ໃດ ຂໍ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ໂຊ​ໂລ​ໂມນ​ສັນ​ນັ້ນ ແລະ​ຂໍ​ໃຫ້​ບັນ​ລັງ​ຂອງ​ໂຊ​ໂລ​ໂມນຍິ່ງ​ໃຫຍ່ກວ່າ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ເທີນ”

38 ຕໍ່​ມາ ປະ​ໂຣ​ຫິດຊາ​ໂດກ​ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ພ້ອມ​ທັງ​ທະ​ຫານ​ອາ​ຣັກ​ຂາ​ຂອງ​ກະ​ສັດ​ດາ​ວິດ​ກໍ​ຈັດ​ໃຫ້​ໂຊ​ໂລ​ໂມນ​ຂຶ້ນ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະ​ສັດ​ດາ​ວິດ​ແລ້ວ​ພາ​ກັນ​ແຫ່​ຕິດ​ຕາມ​ທ່ານ​ລົງ​ໄປ​ໃນ​ບໍ່​ນ້ຳກີ​ໂຮນ

39 ປະ​ໂຣ​ຫິດຊາ​ໂດກ​​ເອົາ​ນ້ຳ​ມັນເຈີມ​ມາ​ຈາກ​ຜ້າ​ເຕັ​ນ​ສັກ​ສິດ​ແລ້ວຊະ​ໂລມຫົດ​ສົງ​ໂຊ​ໂລ​ໂມນ ເມື່ອ​ສຽງ​ແກ​ດັງ​ປ​ຊາ​ຊົນ​ທຸກ​ຄົນ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະ​ສັດ​ໂຊ​ໂລ​ໂມນ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ”

40 ແລ້ວ​ປະ​ຊາ​ຊົນ​ກໍ​ແຫ່​ພຣະ​ອົງ​ຂຶ້ນ​ມາ​ພ້ອມ​ທັງ​ເປົ່າ​ປີ່​ຢ່າງ​ມ່ວນ​ຊື່ນ ແລະ​ຮ້ອງ​ໂຮ່ດັງ​ກ້ອງ​ກັງ​ວນ​ຈົນ​ແຜ່ນ​ດີນ​ສັ່ນ​ສະ​ເທືອນ

41 ໃນ​ຂ​ນະ​ທີ່​ອາ​ໂດ​ນີ​ຢາ​ພ້ອມ​ທັງ​ແຂກ​ທີ່​ຖືກ​ເຊີນ​ມາ​ກຳ​ລັງ​ຮັບ​ປະ​ທານອາ​ຫານ​ແລ້ວ​ທຸກ​ຄົນກໍ​ໄດ້​ຍິນ​ສຽງ​ດັງ ພໍ​ເມື່ອ​ໂຢ​ອາບ​ໄດ້​ຍິນ​ສຽງ​ເປົ່າ​ແກ ເຂົາ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ສຽງ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມ​ຢູ່​ໃນ​ເມືອງ​ນັ້ນ​ແມ່ນ​ສຽງ​ຫຍັງ​ກັນ?”

42 ເວ​ລາ​ທີ່​ເຂົ​ກຳ​ລັງ​ເວົ້າ​ຢູ່​ນັ້ນ ໂຢ​ນາ​ທານ​ບຸດປະ​ໂຣ​ຫິດ​ອາ​ບີ​ອາ​ທາ​ກໍ​ມາ​ຮອດ ອາ​ໂດ​ນີ​ຢາ​ຈຶ່ງ​ເວົ້າ​ວ່າ, “ເຂົ້າ​ມາ​ເຖີດ ເພາະເຈົ້າ​ເປັນ​ຄົນ​ດີ ເຈົ້າ​ຄົງ​ນຳ​ຂ່າວ​ດີ​ມາ​“

43 ໂຢ​ນາ​ທານ​ທູນ​ຕອບ​ວ່າ, “ມັນ​ບໍ່​ເປັນດັ່ງ​ນັ້ນ ກະ​ສັດ​ດາ​ວິດ​ໄດ້​ແຕ່ງ​ຕັ້ງ​ໂຊ​ໂລ​ໂມນ​ເປັນ​ເຈົ້າ​ຊີ​ວິດ​ແລ້ວ

44 ພຣະ​ອົງ​ສັ່ງ​ປະ​ໂຣ​ຫິດຊາ​ໂດກ​ ນາ​ທານຜູ້​ປະ​ກາດ​ພຣະ​ທັມ  ເບ​ນັຍ​ຢາບຸດ​ເຢ​ຮົວ​ອາ​ດາ ແລະ​ຄົນ​ເຄ​ເຣ ແລະ​ຄົນ​ເປ​ເຣັດ​ ແຫ່​ແຫນໂຊ​ໂລ​ໂມນ ແລະ​ພວກ​ນີ້​ໄດ້​ໃຫ້​ໂຊ​ໂລ​ໂມນ​ຂຶ້ນ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະ​ສັດ​ດາ​ວິດ

45 ປະ​ໂຣ​ຫິດຊາ​ໂດກ ແລະນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ​ທ່ານ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຢູ່​ທີ່​ບໍ່​ນ້ຳ​ກີ​ໂຮນ ແລ້ວ​ທຸກ​ຄົນ​ໄດ້​ຄືນ​ສູ່​ພຣະ​ຣາ​ຊວັງ​ດ້ວຍ​ສຽງ​ຮ້ອງ​ໂຮຢ່າງ​ມ່ວນ​ຊື່ນ ດຽວ​ນີ້​ຢູ່​ໃນ​ເມືອງ​ກຳ​ລັງ​ອຶກ​ກະ​ທຶກ​ຄຶກ​ໂຄມ​ຊຶ່ງ​ແມ່ນ​ສຽງ​ທີ່​ພຣະ​ອົງ​ຊົງ​ໄດ້​ຍິນ​ນັ້ນ​ແຫລະ

46 ດຽວ​ນີ້​ ໂຊ​ໂລ​ໂມນ​ຊົງ​ນັ່ງ​ເທິງພຣະ​ຣາ​ຊ​ບັນ​ລັງ​ແລ້ວ

47 ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ກະ​ສັດ​ດາ​ວິດ ຍັງ​ໄດ້​ຖວາຍ​ພຣະ​ພອນ​ແດ່​ກະ​ສັດ​ດາ​ວິດ​ວ່າ, “ຂໍ​ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ນາມ​ຂອງ​ໂຊ​ໂລ​ໂມນ​ມີ​ສະງ່າ​ຣາ​ສີຫລາຍກວ່າ​ພຣະ​ນາມ​ຂອງ​ເຈົ້າ​ຊີ​ວິດ ແລະ​ຂໍ​ໃຫ້​ບັນ​ລັງ​ຂອງ​ໂຊ​ໂລ​ໂມນ​ສູງ​ສົ່ງ​ເຫນືອກວ່າ​ບັນ​ລັງ​ຂອງ​ພຣະ​ອົງ” ແລ້ວ​ກະ​ສັດ​ດາ​ວິດກໍ​ກົ້ມ​ຂາບ​ລົງ​ເທິງ​ຕຽງ​ນອນ​ຂອງ​ພຣະ​ອົງ

48 ແລະ​ຊົງ​ອ້ອນວອນ​ວ່າ, “ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້​ຂອງ​ອິສ​ຣາ​ເອນ ເພາະ​ໃນ​ວັນ​ນີ້ ພຣະ​ອົງ​ຊົງ​ໂຜດ​ໃຫ້​ຜູ້​ນຶ່ງ​ໃນ​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ນັ່ງ​ເທິງ​ບັນ​ລັງ ແລະ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່​ຈົນ​ໄດ້​ເຫັນ​ກັບ​ຕາ

49 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ ແຂກ​ທີ່​ຮັບ​ເຊີນ​ທຸກ​ຄົນ​ຂອງອາ​ໂດ​ນີ​ຢາ​ກໍ​ຢ້ານ​ສັ່ນ ຕ່າງ​ຄົນ​ໄດ້​ລຸກ​ຂຶ້ນ​ແລະ​ແຕກ​ຫນີ​ໄປ​ຕາມ​ທາງ​ຂອງ​ຕົນ

50 ສ່ວນ​ອາ​ໂດ​ນີ​ຢາ​ກໍ​ຢ້ານ​ໂຊ​ໂລ​ໂມນ​ເຊັ່ນ​ດຽວ​ກັນ

51 ເຂົາ​ໄດ້​ແລ່ນ​ໄປ​ຈັບແຈ​ແທ່ນ​ບູ​ຊາ ແລ້ວ​ມີ​ຄົນ​ມາ​ກາບ​ທູນ​ໂຊ​ໂລ​ໂມນ​ວ່າ, “ດຽ​ວ​ນີ້ ອາ​ໂດ​ນີ​ຢາ​ຢ້ານ​ກົວ​ພຣະ​ອົງ ແລະ​ເຂົາ​ກຳ​ລັງ​ຈັບ​ແຈ​ແທ່ນ​ບູ​ຊາ​ທັງ​ເວົ້າ​ວ່າ “ກ່ອນອື່ນໃດ ຂໍ​ໃຫ້​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ຊົງ​ສາ​ບານ​ກັບ​ຂ້າ​ພະ​ເຈົ້າ​ວ່າ ທ່ານ​ຈະ​ບໍ່​ປະ​ຫານ​ຜູ້​ຮັບ​ໃຊ້​ຂອງ​ທ່ານດ້ວຍ​ດາບ”

52 ແລ້ວ​ໂຊ​ໂລ​ໂມນ​ຈຶ່ງ​ຕອບ​ວ່າ, “ຖ້າ​ວ່າ​ເຂົາ​ສະ​ແດງ​ຕົວ​ໄດ້​ວ່າ​ເຂົາ​ເປັນ​ຄົນ​ສັດ​ຊື່​ແທ້ ແມ່ນ​ແຕ່​​ຜົມເສັ້ນ​ນຶ່ງ​ຂອງ​ເຂົາ​ກໍ​ຈະ​ບໍ່​ຖືກ​ແຕະ​ຕ້ອງ ແຕ່​ຖ້າ​ເຂົາ​ຍັງ​ຄິດ​ຜູກ​ພຍາ​ບາດຢູ່ ເຂົາ​ຈະ​ຕ້ອງ​ຕາຍ”

53 ແລ້ວ​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ກໍ​ສົ່ງ​ຄົນ​ໄປ​ນຳ​ເຂົາ​ມາ​ຈາກ​ແທ່ນ​ບູ​ຊາ ເມື່ອ​ອາ​ໂດ​ນີ​ຢາ​ມາ​ຮອດ​ເຂົາ​ກໍ​ກົ້ມ​ຂາບ​ໂຊ​ໂລ​ໂມນ ໂຊ​ໂລ​ໂມນ​ຈຶ່ງ​ກ່າວ​ຕໍ່ເຂົາ​ວ່າ, “ເຈົ້າ​ຈົ່ງ​ກັບ​ຄືນ​ເມືອ​ຫໍ​ໂຮງ​ຂອງ​ເຈົ້າ​ເທີນ”

 

2. ກະ​ສັດ​ດາ​ວິດ​ຊົງ​ມອບ​ຫນ້າ​ທີ່​ໃຫ້​ໂຊ​ໂລ​ໂມນ

1   ເມື່ອ​ກະ​ສັດ​ດາ​ວິດ​ໃກ້​ຈະ​ສິ້ນ​ພຣະ​ຊົນ​ແລ້ວ ພຣະ​ອົງ​ຊົງ​ຮັບ​ສັ່ງ​ໃຫ້​ໂຊ​ໂລ​ໂມນ​ເຂົ້າ​ເຝົ້າ ແລະ​ສັ່ງ​ສອນ​ວ່າ,

2   “ຄວາມ​ຕາຍ​ຂອງ​ພໍ່​ໄດ້​ມາ​ຮອດ​ແລ້ວ ລູກ​ຈົ່ງ​ເຂັ້ມ​ແຂງ​ແລະ​ຫມັ້ນ​ໃຈ​ໃນ​ຕົວ​ເອງ ຈົ່ງ​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ລູກ​ຊົງ​ສັ່ງ​ໃຫ້​ກະ​ທຳ

3   ຈົ່ງ​ເຊື່ອ​ຟັງ​ພຣະ​ບັນ​ຍັດ ແລະ​ພຣະ​ຄຳ​ສັ່ງ​ຂອງ​ພຣະ​ອົງ ຕາມ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ພຣະ​ທັມ​ຂອງ​ໂມ​ເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳ​ເຣັດ​ຜົນ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ທຳ ແລະ​ໃນ​ທຸກ​ບ່ອນ​ທີ່​ເຈົ້າ​ໄປ

4   ຖ້າ​ວ່າ​ລູກ​ປະ​ຕິ​ບັດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ໃຫ້​ໄວ້​ກັບ​ພໍ່​ວ່າ “ຖ້າ​ລູກ​ຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ປະ​ພຶດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ເຮົາ ແລ​ດຳ​ເນີນ​ຊີ​ວິດ​ຢ່າງ​ສັດ​ຊື່​ຕໍ່​ຫນ້າ​ເຮົາ​ດ້ວຍ​ຄວາມ​ສຸດ​ອົກ​ສຸດ​ໃຈ ເຂົ​ຈະ​ໄດ້ປົກ​ຄອງ​ອິສ​ຣາ​ເອນ​ເປັນ​ເວ​ລາ​ຍາວ​ນານ”

5   ເຈົ້າ​ກໍ​ຮູ້​ເຫມືອນ​ກັນ​ວ່າ ໂຢອາບ​ບຸດນາງ​ເຊ​ຣູ​ຢາປະ​ຕິ​ບັດ​ຕໍ່​ພໍ່ຢ່າງ​ໃດ ເຂົາ​ໄດ້​ຂ້າຜູ້​ບັນ​ຊາ​ການ​ຂອງ​ອິສ​ຣາ​ເອນ​ສອງ​ຄົນ ຄື​ອັບ​ເນີ​ບຸດ​ຂອງ​ເນີ ອາ​ມາ​ຊາ​ບຸດ​ຂອງ​ເຢ​ເທີ ໂດຍ​ໄດ້​ແກ້​ແຄ້ນ​ພວກ​ເຂົາ​ໃນ​ເວ​ລາ​ທີ່​ບໍ່​ມີ​ການ​ເສິກ​ເສືອ ເພື່ອ​ແກ້​ແຄ້ນ​ຕ່າງ​ຍາດ​ພີ່​ນ້ອງ​ທີ່​ຕາຍ​ໃນ​ສະ​ຫນາມ​ຮົບ ເຂົາ​ໄດ້​ຂ້າ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ ພໍ່​ຕ້ອງ​ຮັບ​ຜິດ​ຊອບ​ຢ່າງ​ຫນັກ​ຕໍ່​ການ​ກະ​ທຳ​ຂອງ​ເຂົາ ພໍ່​ຕ້ອງ​ທໍ​ຣະ​ມານ​ຕໍ່​ເຫດ​ການ​ຢ່າງ​ນີ້

6   ເພາະ​ສະ​ນັ້ນເຈົ້າຈົ່ງ​ກະ​ທຳ​ໃຫ້​ເຫມາ​ສົມ​ຕາມ​ປັ​ນ​ຍາ​ຂອງ​ເຈົ້າ ຢ່າ​ປ່ອຍ​ໃຫ້​ຫົວ​ຫງອກ​ຂອງ​ເຂົາ​ລົງ​ໄປ​ສູ່​ແດນ​ຄົນ​ຕາຍ​​ຢ່າງ​ສ​ງົບ​ສຸກ

7   ຝ່າຍ​ພວກ​ບຸດ​ຊາຍ​ຂອງ​ບາກ​ຊີນ​ລັຍ ຊາວ​ກິ​ເລ​ອາດ ຈົ່ງ​ລ້ຽງ​ດູ​ເຂົາດ້ວຍ​ຄວາມ​ເມດ​ຕາ​ປາ​ນີ ຈົ່ງ​ອະ​ນຸ​ຍາ​ດ​ໃຫ້​ເຂົາ​ຮັບ​ປະ​ທານ​ຮ່ວມ​ໂຕະກັບ​ເຈົ້າ ເພາະ​ພວກ​ເຂົາ​ທຳ​ດີ​ຕໍ່​ພໍ່ ຕອນພໍ່​ປົບ​ຫນີ​ຈາກ​ອັບ​ຊາ​ໂລມ

8   ແລະ​ຊີ​ເມ​ອີ​ບຸດ​ຊາຍ​ຂອງ​ເກ​ຣາ ຊາວ​ເບັນ​ຢາ​ມິນ​ທີ່​ມາ​ຈາກ​ບາ​ຮູ​ລິມ ເຂົາ​ໄດ້​ຮ້ອງ​ດ່າ​ສາບ​ແຊ່ງ​ພໍ່​ຢ່າງ​ໃຫຍ່ ເມື່​ອພໍ່​ໄດ້​ໄປ​ເມືອງ​ມາ​ຮາ​ນາ​ອິມ ແຕ່​ຕອນ​ພໍ່​ກັບ​ມາ​ເຂົາ​ໄດ້​ລົງ​ມາ​ຕ້ອນ​ຮັບ​ພໍ່​ທີ່​ແມ່​ນ້ຳ​ຈໍ​ແດນ ພໍ່​ຈຶ່ງ​ໄດ້ສາ​ບານໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າພໍ່ຈະ​ບໍ່​ຂ້າ​ເຂົາ

9   ແຕ່​ເຈົ້າ​ຄົງ​ຮູ້​ຈັກ​ວ່າ ເຈົ້າ​ຈະ​ຕ້ອງ​ທຳ​ຢ່າງ​ໃດ ເຈົ້າ​ຈົ່ງ​ຂ້າ​ເຂົາ​ເສັຽ”

ກະ​ສັດດາ​ວິດ​ສີ້ນ​ພຣະ​ຊົນ

 (1 ຂຄວ 3:4; 29:26-28)

10 ແລ້ວ​ກະ​ສັດ​ດາ​ວິດ​ກໍ​ສິ້ນ​ລົມ​ຫາຍ​ໃຈ ເຂົາ​ຝັງ​ສົບ​ຂອງ​ພຣະ​ອົງ​ໄວ້​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ

11 ກະ​ສັດ​ດາ​ວິດ​ໄດ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈົກ​ອິສ​ຣາ​ເອນ​ເປັນ​ເວ​ລາ​ສີ່​ສິບ​ປິ ຄື​ພຣະ​ອົງ​ປະ​ທັບ​ທີ່​ເມືອງ​ເຮໂບ​ຣນ​ເຈັດ​ປີ ແລະ​ປະ​ທັບ​ທີ່​ເຢ​ຣູ​ຊາ​ເລັມ​ສາ​ມ​ສິບ​ສາມ​ປີ

12 ໂຊ​ໂລ​ໂມນ​ໄດ້​ປະ​ທັບ​ເທີ​ງ​ພຣະ​ຣາ​ຊ​ບັນ​ລັງ​ຂອງກະ​ສັດ​ດາ​ວິດ ແລະ​ພຣະ​ຣາ​ຊ​ອຳ​ນາດ​ຂອງພຣະອົງ​ກໍ​ດຳ​ຣົງ​ຢູ່​ຢ່າງ​ຫມັ້ນ​ຄົງ​ຖາ​ວອນ

ໂຊ​ໂລ​ໂມນ​ສະ​ຖາ​ປະ​ນາ​ຣາຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ

13 ແລ້ວ​ອາ​ໂດນີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະນາງ​ຮັກ​ກິດ​ໄດ້​ເຂົ້າ​ເຝົ້າພຣະ​ນາງ​ບັທ​ເຊ​ມາພຣະ​ຊົນ​ນີ​ຂອງ​ໂຊ​ໂລ​ໂມນ ​ພຣະນາງ​ໄດ້​ຖາມ​ວ່າ, “ເຈົ້າ​ມາ​ຢ່າງ​ສັນ​ຕິ​ຫລື” ທ່ານ​ທູນ​ວ່າ, “ຢ່າງ​ສັນ​ຕິ”

14 ແລ້ວ​ທ່ານ​ທູນ​ວ່າ, “ຂ້າ​ພຣະ​ອົງ​ມີ​ເຣື່ອງ​ທີ່​ຈະ​ທູນ​ຖາມ​“ ​ພຣະນາງ​ໄດ້​ຖາມ​ວ່າ, “ຈົ່ງ​ເວົ້າ​ໄປ​ເຖີດ”

15 ທ່ານຈຶ່ງ​ທູນ​ວ່າ, “ຝ່າ​ພຣະ​ບາດຊົງ​ຊາບ​ແລ້ວ​ວ່າ​ຣາ​ຊ​ອາ​ນາ​ຈັກ​ນັ້ນ​ເປັນ​ຂອງ​ຂ້າ​ພຣະ​ອົງ ແລະ​ວ່າ​ບັນ​ດາ​ຊົນ​ອິສ​ຣາ​ເອນ​ທັງ​ສິ້ນ​ກໍ​ຫມາຍ​ໃຈ​ວ່າ ຂ້າ​ພຣະ​ອົງ​ຈະ​ໄດ້​ຄອບ​ຄອງ ຢ່າງ​ໃດ​ກໍ​ດີ​ຣາ​ຊອ​ນາ​ຈັກ​ກໍກັບ​ກາຍ​ມາ​ເປັນ​ຂອງນ້ອງ​ຊາຍ​ຂອງ​ຂ້າ​ພຣະ​ອົງ ເພາະ​ເປັນ​ຄວາມ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

16 ບັດ​ນີ້​ ຂ້າ​ພຣະ​ອົງ​ທູນ​ຂໍ​ແຕ່​ປະ​ການ​ດຽວ ຂໍ​ຢ່າ​ໄດ້​ປະ​ຕິ​ເສດ​ເລີຍ” ພຣະນາງ​ຈຶ່ງ​ຖາມ​ຕໍ່​ທ່ານ​ວ່າ, “ຈົ່ງ​ເວົ້າ​ໄປ​ເຖີດ”

17 ແລະ​ທ່ານ​ທູນ​ວ່າ, “ກະ​ຣຸ​ນາ​ຂໍ​ນຳ​ກະ​ສັດ​ໂຊ​ໂລ​ໂມນ​ໃຫ້​ຂ້າ​ພຣະ​ອົງ​ເອົາ​ນາງ​ອາ​ບີ​ຊາກ​ຍິງ​ສາວ​ຊາວ​ເມືອງ​ຊູນາມ​ມາ​ເປັນ​ພັ​ຣ​ຍາ”

18 ນາງ​ບັ​ທ​ເຊ​ມາໄດ້​ຕອບ​ວ່າ, “ດີ​ແລ້ວ ເຮົາ​ຈະ​ທູນພຣະ​ຣາ​ຊາ​ແທນ​ເຈົ້າ”

19 ພຣະນາງ​ບັ​ທ​ເຊ​ບາ​ຈຶ່ງ​ເຂົ້າ​ເຝົ້າ​ກະ​ສັດ​ໂຊ​ໂລ​ໂມນ ເພື່ອ​ທູນ​ພຣະອົງ​ໃຫ້​ອາ​ໂດ​ນີ​ຢາ ແລະ​ກະ​ສັດ​ຊົງ​ລຸກ​ຂຶ້ນ​ຕ້ອນ​ຮັບ​ພຣະ​ນາງ ແລະ​ຊົງ​ຄຳ​ນັບ​ພຣະ​ນາງ ແລ້ວກໍ​ສະ​ເດັດ​ປະ​ທັບ​ເທິງພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ ຮັບ​ສັ່ງ​ໃຫ້​ນຳ​ພຣະ​ເກົ້າ​ອີ້​ມາ​ຖວາຍ​ພຣະ​ມານດາ ພຣະ​ນາງ​ກໍ​ສະ​ເດັດ​ປະ​ທັບ​ທີ່​ເບື້ອງ​ຂວາ​ຂອງ​ພຣະ​ອົງ

20 ແລ້ວ​ພຣະ​ນາງ​ທູນ​ວ່າ, “ແມ່​ຈະ​ຂໍ​ຈາກ​ເຈົ້າ​ຈັກ​ປະ​ການ​ນຶ່ງ ຂໍ​ຢ່າ​ປະ​ຕິ​ເສດ​ແມ່​ເລີຍ” ແລະ​ກະ​ສັດ​ທູນ​ພຣະ​ນາງວ່າ, “ຂໍ​ມາ​ເຖີດ ລູກ​ຈະ​ບໍ່​ປະ​ຕິ​ເສດ​ແມ່​ເລີຍ”

21 ພຣະ​ນາງ​ທູນ​ວ່າ, “ຂໍ​ຍົກ​ອາ​ບີ​ຊາກຊາວ​ຊູ​ນາມ​ໃຫ້​ກັບ​ອາ​ໂດ​ນີ​ຢາ​ອ້າຍ​ຂອງ​ເຈົ້າ​ໃຫ້​ເປັນ​ພັ​ຣ​ຍາ​ເຖີດ”

22 ກະ​ສັດໂຊ​ໂລ​ໂມນ​ຊົງ​ຕອບ​ພຣະ​ມານ​ດາ​ຂອງພຣະ​ອົງ​ວ່າ, “ເປັນ​ຫຍັງ​ແມ່​ຈຶ່ງ​ຂໍ​ອາ​ບີ​ຊາກ ຊາວຊູ​ນາມ​ໃຫ້​ແກ່​ອາ​ໂດ​ນີ​ຢາ ຫນ້າ​ຈະ​ຂໍ​ອາ​ນາ​ຈັກ​ໃຫ້​ເຂົາ​ນຳ ເພາະ​ເຂົາ​ເປັນ​ອ້າຍ​ຂອງ​ລູກ ແລະ​ຝ່າຍ​ເຂົາ​ມີ​ປະ​ໂຣ​ຫິດ​ອາ​ບີ​ອາ​ທາ ແລະ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ”

23 ແລ້ວ​ກະ​ສັດ​ໂຊ​ໂລ​ໂມນ​ໄດ້​ສາ​ບານ​ໃນ​ພຣະ​ນາມຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຖ້າ​ຖ້ອຍ​ຄຳ​ນີ້​ບໍ່​ເປັນ​ເຫດ​ໃຫ້ອ​ໂດ​ນີ​ຢາ​ເສັຽ​ຊີ​ວິດ​ຂອງ​ເຂົາ​ແລ້ວ ກໍຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໂທດ​ຂ້າ​ພຣະ​ອົງ ແລະ​ຍິ່ງ​ຫນັກ​ກວ່າ

24 ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ​ພຣະ​ອົງ​ຜູ້​ຊົງ​ສະ​ຖາ​ປະ​ນາ​ຂ້າ​ພຣະ​ອົງ​ໄວ້ ແລະ​ຕັ້ງ​ຂ້າ​ພຣະ​ອົງ​ໄວ້​ເທິງ​ບັນ​ລັງ​ຂອງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ຕັ້ງ​ໄວ້​ເປັນ​ຣາ​ຊວົງດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ ອາ​ໂດ​ນີ​ຢາ​ຈະ​ຕ້ອງ​ຕາຍ​ໃນ​ວັນ​ນີ້​ສັນ​ນັ້ນ”

25 ດັ່ງ​ນັ້ນ ກະ​ສັດ​ໂຊ​ໂລ​ໂມນ​ຈຶ່ງ​ຮັບ​ສັ່ງ​ໃຊ້​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ ເຂົາ​ກໍ​ໄປ​ປະ​ຫານ​ຊີ​ວິດ​ອາ​ໂດ​ນີ​ຢາ​ເສັຽ ແລະ​ທ່ານ​ກໍ​ຕາຍ

26 ສ່ວນ​ປະ​ໂຣ​ຫິດອາບີ​ອາ​ທານັ້ນ ພຣະ​ຣາ​ຊາ​ຮັບ​ສັ່ງ​ວ່າ, “ຈົ່ງ​ໄປ​ຢູ່​ທີ່​ອາ​ນາ​ໂທດ ໄປ​ສູ່​ໄຮ່​ນາ​ຂອງ​ເຈົ້າ​ເພາະ​ເຈົ້າ​ຄວນ​ທີ່​ຈະ​ຕາຍ ແຕ່​ໃນ​ເວ​ລາ​ນີ້​ເຮົາ​ຈະບໍ່​ປະ​ຫານ​ຊີວິດ​ເຈົ້າ ເພາະ​ວ່າ​ເຈົ້າ​ຫາມ​ຫີບຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ໄປ​ຂ້າງ​ຫນ້າ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ເຣົາ ແລະ​ເພາະ​ເຈົ້າ​ໄດ້​ເຂົ້າ​ສ່ວນ​ໃນ​ບັນ​ດາ​ຄວາມ​ທຸກ​ໃຈ​ຂອງ​ຣາ​ຊ​ບິ​ດາ​ຂອງ​ເຮົາ”

27 ໂຊ​ໂລ​ໂມນ​ຈຶ່ງ​ຊົງ​ຂັ​ບ​ໄລ່​ອາ​ບີ​ອາ​ທາ​ເສັຽ​ຈາກ​ຫນ້າ​ທີ່​ປະ​ໂຣ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກະ​ທຳ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ສັ່ງ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ເອ​ລີ​ທີ່​ເມືອງຊີ​ໂລ

28 ເມື່ອ​ຂ່າວ​ນີ້​ຊາບ​ໄປ​ເຖິງ​ໂຢ​ອາບ ເພາະ​ເຖິງວ່າ​ໂຢ​ອາບ​ບໍ່​ໄດ້​ສ​ນັບ​ສ​ນຸນ​ອັບ​ຊາ​ໂລມ ທ່ານ​ໄດ້​ສ​ນັບ​ສນຸນ​ອາ​ໂດ​ນີ​ຢາ ໂຢອບ​ກໍ​ຫນີ​ໄປ​ທີ່​ເຕັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈັບເຊີງຍອດ​ແທ່ນ​ບູ​ຊາ​ໄວ້

29 ເມື່ອ​ມີ​ຄົນ​ໄປ​ກາບ​ທູນ​ກະ​ສັດ​ໂຊ​ໂລ​ໂມນ​ວ່າ,“ໂຢ​ອາບ​ໄດ້​ຫນີ​ໄປ​ທີ່​ເຕັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເບີ່ງ​ແມ໋, ເຂົາ​ຢູ່​ຂ້ງ​ແທ່ນບູ​ຊາ​ນັ້ນ” ໂຊ​ໂລ​ໂມນ​ຮັບ​ສັ່ງ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ສັ່ງ​ວ່າ, “ຈົ່ງ​ໄປ ປະ​ຫານ​ຊີ​ວິດ​ເຂົາ​ເສັຽ”

30 ເບ​ນັຍ​ຢາ​ກໍ​ກັບ​ມາ​ຍັງ​ເຕັນ​ຂ​ອງ​ພຣະ​ຜູ້​ເປັນ​ເຈົ້າ​ເວົ້າກັບ​ທ່ານ​ວ່າ, “ພຣະ​ຣາ​ຊາ​ມີ​ຮັບ​ສັ່ງ​ວ່າ ຈົ່ງ​ອອກ​ມາ​ເຖີດ” ທ່ານ​ຕອບ​ວ່າ, “ບໍ່​ອອກ​ໄປ ຂ້າ​ຈະ​ຕາຍ​ທີ່​ນີ້”

31 ເຈົ້າ​ຊີ​ວິດ​ສັ່ງ​ຕອບ​ເຂົາ​ວ່າ, “ຈົ່ງ​ກະ​ທຳ​ຕາມ​ທີ່​ເຂົາ​ບອກ ຈົ່ງ​ປະ​ຫານ​ເຂົາ​ເສັຽ ແລະ​ຝັງ​ເຂົາ​ໄວ້ ທັງ​ນີ້​ຈະ​ໄດ້​ເອົາ​ໂທດ​ຂອງ​ຄວາມ​ຜິດ​ຊຶ່ງໂຢ​ອາບ​ໄດ້​ກະ​ທຳ​ໃຫ້​ເຂົາ​ຕາຍ​ໂດຍ​ບໍ່​ມີ​ເຫດ​ຜົນ​ສົມ​ຄວນ​ນັ້ນ​ໄປ​ເສັຽ​ຈາກ​ເຣົາ ແລະ​ຈາກ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຮົາ

32 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ການ​ກະ​ທຳ​ອັນ​ນອງ​ເລືອດ​ຂອງ​ເຂົາ​ກັບ​ມາ​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ ເພາະ​ວ່າ​ເຂົາ​ໄດ້​ໂຈມ​ຕີ ແລະ​ຂ້າ​ຊາຍ​ສອງ​ຄົນ​ທີ່​ຊອບ​ທັມ ແລະ​ດີກວ່າ​ຕົວ​ເຂົາ​ດ້ວຍ​ດາບ​ໂດຍ​ທີ່​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ເຮົ​ຫາ​ບໍ່​ໄດ້ຊົງ​ຊາບ ຄື​ອັບ​ເນີ​ບຸດ​ເນີ ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ອິສ​ຣາ​ເອນ ແລະ​ອາ​ມາ​ຊາ​ບູດ​ເຢ​ເທີ​ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ຢູ​ດາ

33 ດັ່ງ​ນັ້ນ​ທີ່​ເຂົາ​ທັງ​ຫລາຍ​ຕ້ອງ​ຕາຍ​ນັ້ນ ໂຢ​ອາບ​ແລະ​ເຊື້ອ​ສາຍ​ຂອງ​ເຂົ​ຕ້ອງ​ຮັບ​ຜິດ​ຊອບ​ເປັນ​ນິດ ແຕ່​ສ່ວນ​ດາ​ວິດ​ແລະ​ເຊື້ອ​ສາຍ​ຂອງ​ພຣະ​ອົງ ແລະ​ຣາ​ຊວົງ​ຂອງ​ພຣະ​ອົງ ແລະ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ຈະ​ມີ​ສວັດ​ດີ​ພາບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເປັນ​ນິດ”

34 ແລ້ວ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ກໍ​ຂຶ້ນ​ໄປ​ປະ​ຫານ​ຊີ​ວິດ​ເຂົາ​ເສັຽ ແລະ​ຝັງ​ເຂົາ​ໄວ້​ໃນ​ບ້ານ​ຂອ​ງ​ເຂົາ​ເອງ​ຊຶ່ງ​ຢູ່​ໃນ​ຖິ່ນ​ກັນ​ດານ

35 ກະ​ສັດ​ໄດ້​ຊົງ​ແຕ່ງ​ຕັ້ງ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ເຫນືອກອງ​ທັບ​ແທນ​ໂຢ​ອາບ ແລະ​ກະ​ສັດກໍ​ຊົງ​ແຕ່ງ​ຕັ້ງປະ​ໂຣ​ຫິດ​ຊາ​ໂດກ​ໄວ້​ໃນ​ຕຳ​ແຫນ່ງ​ຂອງ​ອາ​ບີ​ອາ​ທາ

36 ແລ້ວ​ກະ​ສັດ​ຊົງ​ໃຊ້​ຄົນ​ໄປ​ເອີ້ນ​ຊີ​ເມ​ອີ​ໃຫ້​ເຂົ້າ​ມາ​ເຝົ້າ ແລະ​ສັ່ງ​ກັບ​ເຂົາ​ວ່າ, “ທ່ານ​ຈົ່ງ​ສ້າງ​ບ້ານ​ທີ່ໃນ​ກູງ​ເຢ​ຣູ​ຊາ​ເລັມ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ ຢ່າ​ອອກຈາກ​ທີ່​ນັ້ນ​ໄປ​ທີ່​ໃດ​ເລີຍ

37 ເພາະ​ໃນ​ວັນ​ທີ່​ທ່ານ​ອອກ​ໄປ ແລະ​ຂ້າມ​ລຳ​ທານກິດ​ໂຣນ​ນັ້ນ ທ່ານ​ຈົ່ງ​ຮູ້​ເປັນ​ແນ່​ເຖີດ​ວ່າ ທ່ານ​ຈະ​ຕ້ອງ​ຕາຍ ທີ່​ທ່ານ​ຕ້ອງ​ຕາຍ​ນັ້ນ​ທ່ານ​ເອງ​ກໍ​ຮັບ​ຜິດ​ຊອບ”

38 ແລະຊີ​ເມ​ອີ​ທູນ​ພຣະ​ຣາ​ຊາ​ວ່າ, “ທີ່​ພຣະ​ອົງ​ຊົງ​ສັ່ງ​ນັ້ນ​ກໍ​ດີ​ແລ້ວ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ກະ​ທຳ​ຕາມ​ທີ່​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ​ສັ່ງ​ນັ້ນ” ແລ້ວ​ຊີ​ເມ​ອີ​ຈຶ່ງ​ໄດ້​ອາ​ໄສ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ເວ​ລາ​ນານ

39 ເມື່ອ​ລ່ວງ​ໄປ​ສາມ​ປີ​ກໍ​ເກີດ​ເຣື່ອງ​ຂຶ້ນ ຄື​ທາດ​ສອງ​ຄົນ​ຂອງ​ຊີ​ເມ​ອີ​ໄດ້​ຫລົບ​ຫນີ​ໄປ​ຍັງ​ອາ​ຄີ​ສ ໂອ​ຣົດ​ຂອງ​ມາ​ອາ​ກາ​ກະ​ສັດ​ເມືອງ​ກາດ ແລະ​ເມື່ອ​ເຂົາ​ມາ​ບອກ​ຊີ​ເມ​ອີ​ວ່າ, “ເບີ່ງ​ແມ໋, ທາດ​ຂອງ​ທ່ານ​ຢູ່​ໃນ​ເມືອງ​ກາດ”

40 ຊີ​ເມ​ອີ​ກໍ​ລຸກ​ຂຶ້ນ​ຜູກ​ອານ​ຂີ່​ລໍ​ໄປ​ເຝົ້າ​ອາ​ຄິ​ສ​ທີ່​ເມືອງ​ກາດ ເພື່ອ​ຊອກ​ຫາ​ທາດ​ຂອງ​ຕົນ ຊີ​ເມ​ອີ​ໄດ້​ໄປ​ນຳ​ທາດ​ຂອງ​ຕົນ​ມາ​ຈາກ​ເມືອງ​ກາດ

41 ແລະ​ເມື່ອ​ມີ​ຜູ້​ກາບ​ທູນ​ໂຊ​ໂລ​ໂມນ​ວ່າ​ຊີ​ເມ​ອີ​ໄດ້​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງ​ເມືອງ​ກາດ ແລະ​ກັບ​ມາ​ແລ້ວ

42 ພຣະ​ຣາ​ຊາກໍ​ຊົງ​ໃຊ້​ໃຫ້​ເອີ້ນ​ຊີ​ເມ​ອີ​ມາ​ເຝົ້າ ແລະ​ສັ່ງ​ກັບ​ເຂົາ​ວ່າ, “ເຮົາ​ໄດ້​ໃຫ້​ທ່ານ​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ແມ່ນ​ຫລື ແລະ​ໄດ້​ຕັກ​ເຕືອນ​ທ່ານ​ແລ້ວ​ວ່າ “ທ່ານ​ຈົ່ງ​ຮູ້​ເປັນ​ແນ່​ວ່າ ໃນ​ວັນ​ທີ່​ທ່ານ​ອອກ​ໄປ ບໍ່​ວ່າ​ໄປ​ທີ່​ໃດໆ​ທ່ານ​ຈະ​ຕ້ອງ​ຕາຍ” ແລະ​ທ່ານ​ກໍ​ໄດ້​ຕອບ​ເຮົາ​ວ່າ “ທີ່​ພຣະ​ອົງ​ສັ່ງ​ນັ້ນ​ກໍ​ດີ​ແລ້ວ ຂ້າ​ພຣະ​ອົງ​ຈະ​ເຊື່ອ​ຟັງ”

43 ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ຮັກ​ສາ​ຄຳ​ສາ​ບານ​ໄວ້​ຕໍ່​ພຣະ​ຜູ້​ເປັນ​ເຈົ້​ແລະ​ຮັກ​ສາ​ຄຳ​ບັນຊາ​ຊຶ່ງ​ເຮົາ​ໄດ້​ກຳ​ຊັບ​ທ່ານ​ນັ້ນ”

44 ພຣະ​ຣາ​ຊາສັ່ງ​ກັ​ບ​ຊີ​ເມ​ອີ​ວ່າ, “ທ່ານ​ເອງ​ຮູ້​ເຣື່ອງ​ເຫດ​ຮ້າຍ​ທັງ​ສິ້ນ ຊຶ່ງ​ທ່ານ​ໄດ້​ກະ​ທຳ​ຕໍ່​ດາ​ວິດ​ຣາ​ຊບິ​ດາ​ຂອງ​ເຮົາ ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ເຫດ​ຮ້າຍ​ມາ​ສ​ນອງ​ເຫນືອ​ຫົວຂອງ​ທ່ານ​ເອງ

45 ແຕ່​ກະ​ສັດ​ໂຊ​ໂລ​ໂມນ​ຈະ​ໄດ້​ຮັບ​ພຣະ​ພອນ ແລະ​ພຣະ​ທີ່​ນັ່ງ​ຂອງ​ດາ​ວິ​ດ​ຈະ​ຕັ້ງ​ຫມັ້ນ​ຄົງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ

46 ແລ້ວ​ພຣະ​ຣາ​ຊາ​ຊົງ​ບັນ​ຊາ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ ແລະ​ເຂົາ​ກໍ​ອອກ​ໄປ​ປະ​ຫານ​ຊີ​ວິດ​ຊີ​ເມ​ອີ​ເສັຽ ດັ່ງ​ນັ້ນ​ຣາ​ຊ​ອາ​ນາ​ຈັກ​ກໍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ຫັດ​ຂອງ​ໂຊ​ໂລ​ໂມນ

 

3. ໂຊ​ໂລ​ໂມນ​ຊົງ​ອະ​ພິ​ເສກ​ສົມ​ຣົດ ກັບ​ທິ​ດາ​ກະ​ສັດ​ຟາ​ຣາ​ໂອ

 (2 ຂຄວ 1:2-13)

1   ໂຊ​ໂລ​ໂມນ​ໄດ້​ຜູກ​ສຳ​ພັນ​ທະ​ໄມ​ຕ​ຣີ​ກັນ​ກັບ​ເຈົ້າ​ຊີ​ວິດ​ຟາ​ຣາ​ໂອ​ແຫ່ງ​ເອ​ຢິບ ໂດຍ​ໄດ້​ແຕ່ງ​ງານ​ກັບ​ຣາ​ຊ​ທິ​ດາ​ຂອງ​ພຣະ​ອົງ​ແລະ​ພາ​ນາງ​ໄປ​ຢູ່​ທີ່​ເມືອງ​ຂອງ​ດາ​ວິດ ຈົນ​ເທົ່າ​ພຣະ​ອົງ​ສ້າງ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ເອງ ສ້າງ​ພຣະ​ວິ​ຫານ​ຂອງ​ພຣະຜູ້​ເປັນ​​ເຈົ້າ ແລະ​ກຳ​ແພງ​ອ້ອມ​ເມືອງ​ເຢ​ຣູ​ຊາ​ເລັມ​ສຳ​ເຣັດ

2   ໃນ​ເວ​ລາ​ນັ້ນບ່ອນ​ນະ​ມັ​ສ​ການ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ສ້າງ​ຂຶ້ນ​ເທື່ອ ປະ​ຊາ​ຊົນ​ຈຶ່ງ​ຍັງ​ຖວາຍ​ບູ​ຊາ​ຢູ່​ຕາມ​ແທ່ນ​ບູ​ຊາ​ຕ່າງໆ​ຢູ່

3   ໂຊ​ໂລ​ໂມນ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕິດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ກະ​ສັດ​ດາ​ວິດ​ຜູ້​ເປັນ​ບິ​ດາ ແຕ່​ວ່າ​ທ່ານ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ ແລະ​ເຄື່ອງ​ຫອມ​ຢູ່​ຕາມ​ແທ່ນ​ບູ​ຊາ​ຕ່າງໆ​ເຊັ່ນ​ດຽວ

4   ວັນ​ນຶ່ງ ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ສະ​ເດັດ​ໄປ​ເມືອງ​ກີ​ເບ​ໂອນ ເພື່ອ​ຖ​ວາຍ​ເຄື່ອງ​ສັ​ຕບູ​ຊາ​ຢູ່​ທີ່​ນັ້ນ ເພາະ​ເປັນ​ສະ​ຖານ​ທີ່​ສູງ​ສຸດ​ທີ່​ສຳ​ຄັນ​ທີ່​ໂຊ​ໂລ​ໂມນ​ໄດ້​ຖວາຍ​ເຄື່ອງເຜົາ​ບູ​ຊາ​ພັນ​ໂຕ​ຖວາຍ​ຢູ່​ເທິງ​ແທ່ນ​​ນັ້ນ

5   ຢູ່​ທີ່​ເມືອງ​ກີ​ເບ​ໂອນ​ໃນ​ຕອນ​ກາງ​ຄືນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປາ​ກົດ​ທາງ​ຄວາມ​ຝັນ​ໃຫ້​ໂຊ​ໂລ​ໂມນ​ເຫັນ ແລະ​ຊົງ​ກ່າວ​ວ່າ, “ເຈົ້າ​ຕ້ອງ​ການ​ຫຍັງ​ຈາກ​ເຮົາ”

6   ໂຊ​ໂລ​ໂມນ​ທູນ​ຕອບ​ວ່າ, “ພຣະ​ອົງ​ຊົງ​ສ​ແດງ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ແກ່​ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເມື່ອຄາວ​ທ່ານ​ດຳ​ເນີນ​ຊີ​ວິດ​ດ້ວຍ​ຄວາມ​ສັດ​ຊື່ ຍຸດ​ຕິ​ທັມ ແລະ​ມີ​ຈິດ​ໃຈ​ຊື່​ຕົງ​ຕໍ່​ພຣະ​ອົງ ພຣະ​ອົງ​ຊົງ​ມີ​ຄວາມ​ກະ​ຣຸ​ນາ​ອັນ​ຍິ່ງ​ໃຫຍ່​ຕໍ່​ທ່ານ ໂດຍ​ຍິນຍອມ​ໃຫ້​ບຸດ​ຊາຍ​ຂອງ​ທ່ານ​ຂຶ້ນ​ນັ່ງ​ບັນ​ລັງ​ໃນ​ວັນ​ນີ້

7   ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ຂ້າ​ພຣະ​ອົງ ດຽວ​ນີ້ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ເຈົ້າ​ຊີ​ວິດ​ແທນ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ທັງໆ​ທີ່​ຂ້າ​ພຣະ​ອົງ​ຍັງ​ຫນຸ່ມ​ຢູ່ ແລະ​ບໍ່​ມີ​ຄວາມ​ຊຳ​ນິ​ຊຳ​ນານດ້ານ​ການ​ປົກ​ຄອງ

8   ຂ້າ​ໃຊ້​ຂອງ​ພຣະ​ອົງ​ໄດ້​ໃຊ້​ຊີ​ວິດ​ໃນ​ຖ້າມ​ກາງ​ໄພ່​ພົນ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ເປັນ​ຊົນ​ຊາດ​ໃຫຍ່​ມີ​ຈຳ​ນວນ​ຄົນ​ຫລວງ​ຫລາຍ​ຈົນ​ບໍ່​ອາດ​ນັບ​ໄດ້

9   ຂ້າ​ພຣະ​ອົງ​ຢາກ​ປົກ​ຄອງ​ໄພ່​ພົນ​ຂອງ​ພຣະ​ອົງ​ຢ່າງ​ຍຸດ​ຕິ​ທັມ ແລະ​ຖືກ​ຕ້ອງ ສະ​ນັ້ນ​ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​​ສ​ລຽວສ​ລາດ​ໃຫ້​ຂ້າ​ພຣະ​ອົງ​ແດ່​ທ້ອນ ບໍ່​ດັ່ງ​ນັ້ນ​ຂ້າ​ພຣະ​ອົງ​ຈະ​ບໍ່​ອາດ​ສາ​ມາດ​ປົກ​ຄອງ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ຈຳ​ນວນ​ຫລວງຫ​ລາຍ​ຢ່າງ​ນີ້​ໄດ້

10 ຄຳ​ຮ້ອງ​ຂໍ​ຂອງ​ໂຊ​ໂລ​ໂມນ​ພໍ​ພຣະ​ທັຍ​ພຣະ​ຜູ້​ເປັນ​ເຈົ້າ

11 ພຣະ​ເຈົ້າຈຶ່ງ​ຊົງ​ກ່າວ​ວ່າ, “ຍ້ອນ​ເຈົ້າ​ບໍ່​ໄດ້​ຂໍ​ຊີ​ວິດ​ຍືນ​ຍາວ ບໍ່​ໄດ້​ຂໍ​ຄວາມ​ຮັ່ງ​ມີ ຫລື​ຂໍ​ຊີ​ວິດ​ຂອງ​ສັດ​ຕ​ຣູ​ແຕ່​ວ່າ​ເຈົ້າ​ໄດ້​ທູນ​ຂໍ​ຄວາມ​ສ​ລຽວ​ສ​ລາດ​ໃນ​ການ​ປົກ​ຄອງ

12 ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ທູນ​ຂໍ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ຄິດ​ສ​ລຽວ​ສ​ລາດ​ຢ່າງທີ່​ບໍ່​ມີ​ໃຜ​ເຄີຍ​ມີ​ມາ​ກ່ອນ ແລະ​ຈະ​ບໍ່​ມີ​ໃຜ​ມີ​ຄື​ເຈົ້າ​ອີກ

13 ສິ່ງ​ທີ່​ເຈົ້າ​ບໍ່​ໄດ້​ຂໍ ເຮົ​ກໍ​ຈະ​ເພີ້ມ​ຕື່ມ​ໃຫ້​ແກ່​ເຈົ້າ ເຊັ່ນ​ຄວາມ​ຮັ່ງ​ມີ ແລະ​ສ​ງ່າ​ຣາ​ສີ​ຕ​ລອ​ດຊົ່ວ​ຊີ​ວິດ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ເຈົ້າ​ຊີ​ວິດ​ອົງ​ໃດ​ມີ​ເຫມືອນ​ເຈົ້າ

14 ຖ້າ​ວ່າ​ເຈົ້າ​ເຊື່ອ​ຟັງ​ເຮົາ ແລະ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ແລະ​ຄຳ​ສັ່ງ​ຂອງ​ເຮົາ ເຫມືອນ​ດັ່ງ​ດາ​ວິດ​ຜູ້​ເປັນ​ບິ​ດາ​ຂອງ​ເຈົ້າ​ໄດ້​ປະ​ຕິ​ບັດ​ມາ ເຣົາ​ຈະ​ໃຫ້​ເຈົ້າ​ມີ​ຊີ​ວິດ​ຍືນ​ຍາວ​ຢູ່​ຕໍ່​ໄປ”

15 ແລ້ວ​ໂຊ​ໂລ​ໂມນ​ກໍ​ຮູ້​ເມືອ ຈຶ່ງ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ທ່ານ​ທາງ​ຄວາມ​ຝັນ ຈາກ​ນັ້ນ ພຣະ​ອົງ​ໄດ້​ກັບ​ຄືນ​ເມືອ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແ​ລ້ວ​ຢື​ນຢູ່​ຕໍ່​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ເຜົາ​ຖວາຍ​ເຄື່ອງ​ບູ​ຊາ ແລະ​ການ​ບູ​ຊາ​ເພື່ອ​ຄວາມ​ສາ​ມັກ​ຄີ ​ທັງ​ໄດ້​ຈັດ​ງານ​ກິນ​ລ້ຽງ​ຢ່າງ​ໃຫຍ່​ໂຕ​ສຳ​ລັບ​ຂ້າ​ຣາ​ຊ​ການ​ທຸກ​ຄົນ​ຂອງ​ພຣະ​ອົງ

ໂຊ​ໂລ​ໂມນ​ຕັດ​ສີນ​ຄວາມ​ຢ່າງ​ຍຸດ​ຕິທັມ

16 ຢູ່​ມາ ມີ​ຍິງ​ໂສ​ເພ​ນີ​ສອງ​ຄົນ​ເຂົ້າ​ມາ​ເຝົ້​ເຈົ້​ຊີ​ວິດ​ໂຊ​ໂລ​ໂມນ

17 ຍິງ​ຄົນ​ນຶ່ງ​ຈຶ່ງ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຍິງ​ຄົນ​ນີ້ແລະ​ຂ້າ​ພຣະ​ອົງ​ຢູ່​ເຮືອນ​ຫລັງ​ດຽວກັນ ໃນ​ຂ​ນະ​ທີ່​ຂ້າ​ນ້ອຍ​ຄອດ​ລູກ​ເຂົາ​ກໍ​ຢູ່​ທີ່​ນັ້ນ

18 ຫລັງ​ຈາກ​ຂ້າ​ນ້ອຍ​ຄອດ​ລູກ​ໄດ້​ສາມ​ວັນ​ແລ້ວ ຍິງ​ຄົນ​ນີ້ກໍ​ຄອດ​ລູກເຫມືອນ​ກັນ ພວກ​ຂ້າ​ນ້ອຍ​ຢູ່​ນຳ​ກັນ​ພຽງ​ສອງ​ຄົນ​ເທົ່​ນີ້ ແລະ​ບໍ່​ມີ​ໃຜ​ຢູ່​ໃນ​ເຮືອນ​ນຳ​ພວກ​ຂ້າ​ນ້ອຍ​ເລີຍ

19 ຢູ່​ມາ​ຄືນ​ນຶ່ງ ຍິງ​ຜູ້​ນີ້​ໄດ້​ນອນ​ເຕັງ​ລູກ​ຈົນ​ລູກ​ຕາຍ

20 ແລ້ວ​ໃນ​ຕອນ​ທ່ຽງ​ຄືນ ຂ​ນະ​ທີ່​ຂ້າ​ນ້ອຍ​ຍັງ​ນອນ​ຫລັບ​ຢູ່ ເຂົາ​ໄດ້​ລຸກ​ຂຶ້ນ​ໄປ​ອູ້ມ​ເອົາ​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ຫນີ​ຈາກ​ຂ້າ​ນ້ອຍ ແລະ​ເອົາ​ໄປ​ໄວ້​ໃນ​ຕຽງ​ນອນ​ຂອງ​ເຂົາ ແລ້ວ​ເອົາ​ລູກ​ຊາຍ​ຂອງ​ເຂົາ​ທີ່​ຕາຍ​ແລ້ວ​ນັ້ນ​ມາ​ໃສ່​ຕຽງ​ໃຫ້​ຂ້​ນ້ອຍ

21 ພໍ​ຕື່ນ​ເຊົ້າ​ມາ ເວ​ລາ​ຂ້າ​ນ້ອຍ​ລຸກ​ຂຶ້ນ​ເອົາ​ນົມ​ໃຫ້​ລູກ​ນ້ອຍກິນ ຂ້າ​ນ້ອຍກໍເຫັນ​ວ່າລູກ​ຂ້າ​ນ້ອຍ​ໄດ້​ຕຍ​ເສັຽແລ້ວ ຂ້າ​ນ້ອຍ​ຈຶ່ງ​ສັງ​ເກດ​ເບິ່ງ​ຄັກໆ​ຈຶ່ງ​ຮູ້​ວ່າ​ເດັກ​ນ້ອຍ​ທີ່​ຕາຍ​ນັ້ນ​ບໍ່​ແມ່ນ​ລູກ​ຂອງ​ຂ້າ​ນ້ອຍ​ເລີຍ

22 ແລ້ວ​ຍິງ​ຜູ້​ສອງເວົ້າ​ຂຶ້ນ​ວ່າ, “ບໍ່​ແມ່ນ​ຜູ້​ຍັງ​ແມ່ນ​ລູກ​ຂ້ອຍ ແລະ​ຜູ້​ຕາຍ​ແມ່ນ​ລູກ​ເຈົ້ຍິງ​ຜູ້​ທຳ​ອິດ​ກໍ​ເວົ້າ​ຕອບ​ວ່າ, “ບໍ່​ແມ່ນດອກ ຜູ້​ຕາຍ​ແມ່ນ​ລູກ​ເຈົ້າ ຜູ້​ຍັງ​ແມ່ນ​ລູກ​ຂ້ອຍ” ທັງ​ສອງ​ໄດ້​ຖົກ​ຖຽງ​ກັນ​ຊ້ອງ​ພຣະ​ພັກ​ເຈົ້າ​ຊີ​ວິດ

23 ສ່ວນ​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ຈຶ່ງ​ເວົ້າ​ວ່າ, “ແຕ່​ລະ​ຄົນ​ໃນ​ພວກ​ເຈົ້າ​ຕ່າງ​ກໍ​ພາ​ກັນ​ທ້ວງວ່າ ຜູ້​ຍັງ​ເປັນ​ລູກ​ຂອງ​ຕົນ​ເອງ ແລະ​ຜູ້​ຕາຍ​ເປັນ​ລູກ​ຂອງ​ຄົນ​ອື່ນ

24 ເຈົ້າ​ຊີ​ວິດ​ຊົງ​ກ່າວ​ຕໍ່​ໄປ​ອີກວ່າ , “ດັ່ງ​ນັ້ນ​ ຈົ່ງ​ໄປ​ເອົາ​ດາ​ບມາ​ໃຫ້​ເຮົາ ແລ້ວ​ເຂົາ​ກໍ​ນຳ​ເອົາ​ດາບ​ນັ້ນ​ມາ​ວາງ​ໄວ້​ຕໍ່​ພຣະ​ພັກ​ພຣະ​ອົງ

25 ເຈົ້າ​ຊີ​ວິດ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ຕັດ​ເດັກ​ນ້ອຍ​ທີ່​ຍັງ​ນັ້ນ​ອອກ​ເປັນ​ສອງ​ທ່ອນ ແລະ​ເອົາ​ແບ່ງ​ໃຫ້​ຍິງ​ສອງ​ຄົນ​ນີ້​ຜູ້​ລະ​ທ່ອນ”

26 ຍິງ​ຜູ້​ເປັນ​ແມ່​ແທ້​ຂ​ອງ​ເດັກ​ນ້ອຍ​ນັ້ນ ໄດ້​ມີ​ຄວາມ​ສົງ​ສານ​ລູກ​ຂອງ​ຕົນ​ເຫລືອ​ຫລາຍ ຈຶ່ງ​ໄດ້​ກາບ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ​ຂອງ​ຂ້າ​ນ້ອຍ ຖ້າ​ພຣະ​ອົງ​ຊົງ​ກະ​ຣຸ​ນາ ຈົ່ງ​ເອົາ​ເດັກ​ນ້ອຍ​ນັ້ນ​ໃຫ້​ເຂົາ​ເສັຽ​ເທີນ ຂ້າ​ນ້ອຍ​ຂໍ​ພຽງ​ສິ່ງ​ດຽວ​ຄື​ຢ່າ​ຂ້າ​ມັນ ແຕ່​ຜູ້​ທີ່​ສອງ​ເວົ້າ​ວ່າ, “ຈົ່ງ​ຕັດ​ມັນ​ສາເພື່ອ​ມັນ​ຈະ​ບໍ່​ໄດ້​ເປັນ​ລູກ​ຂອງ​ຜູ້​ໃດ”

27 ແລ້ວ​ເຈົ້າ​ຊີ​ວິດ​ຈຶ່ງ​ຕັດ​ສີນ​ວ່າ, “ຢ່າ​ຂ້າ​ເດັກ​ນ້ອຍ​ນັ້ນ ຈົ່​ງ​ເອົາ​ມັນ​ໃຫ້​ຍິງ​ຜູ້​ທີ່​ນຶ່ງ​ສາ ເພາະ​ເຂົາ​ເປັນ​ແມ່​ທີ່​ແທ້​ຈີງ​ຂອງ​ມັນ”

28 ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ຍິນ​ຄຳ​ຕັດ​ສີນ​ຂອງ​ເຈົ້າ​ໂຊ​ໂລ​ໂມນ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເຄົາ​ຣົບ​ນັບ​ຖື​ພຣະ​ອົງ​ຢ່າງ​ເລິກ​ຊື້ງ ເພາະ​ພວກ​ເຂົາ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສິດ​ປັນ​ຍາ​ໃຫ້​ແກ່​ພຣະ​ອົງ ເພື່ອ​ພິ​ຈາ​ຣະ​ນາ​ຕັດ​ສິນ​ຢ່າງ​ຍຸດ​ຕິທັມ

 

4. ຂ້າ​ຣາ​ຊ​ການ​ແລະ​ເຈົ້າ​ຫນ້າ​ທີ່​ຂອງ​ໂຊ​ໂລ​ໂມນ

1   ເຈົ້າ​ໂຊ​ໂລ​ໂມນ​ເປັນ​ກະ​ສັດ​ເຫນືອ​ອິສຣາ​ເອນ​ທັງ​ສິ້ນ

2   ແລະ​ຄົນ​ຕໍ່​ໄປ​ນີ້​ເປັນ​ຂ້າ​ຣາ​ຊ​ການ​ຜູ້​ໃຫຍ່​ຂອງ​ພຣະ​ອົງ ຄື​ ອາ​ຊາ​ຣິ​ຢາບຸດ​ຊາ​ໂດກ​ເປັນ​ປະ​ໂຣ​ຫິດ

3   ເອ​ລີ​ໂຣ​ເຣັ​ຟ ແລະ​ອາ​ຮີ​ຢາ​ບຸດ​ຊີ​ຊາ​ເປັນ​ຣາ​ຊ​ເລ​ຂາ ເຢ​ໂຮ​ຊາ​ຟັ​ສ​ບຸດ​ອາ​ຮີ​ລູດ​ເປັນ​ເຈົ້າ​ກົມ​ສາ​ຣະ​ບັນ

4   ເບ​ນັຍ​ຢາ​ບຸດ​ເຢຮົວ​ອາ​ດາ ເປັນ​ຜູ້​ບັນ​ຊາ​ການກອງ​ທັບ ຊາ​ໂດກ​ ແລະ​ອາ​ບີ​ອາ​ທາ​ເປັນ​ປະ​ໂຣ​ຫິດ

5   ອາ​ຊາ​ຣີ​ຢາ​ບຸດ​ນາ​ທານ​ເປນ​ຫົວ​ຫນ້າ​ຂ້າ​ຫລວງ ຊາ​ບຸດ​ບຸດ​ນາ​ທານ​ເປັນ​ປະ​ໂຣ​ຫິດ ແລະ​ເປັນ​ພຣະ​ສະ​ຫາຍ​ຂອງ​ພຣະ​ຣາ​ຊາ

6   ອາ​ຮີ​ຊາຣ໌​ເປັນ​ເຈົ້າ​ກົມ​ວັງ ແລະ​ອາ​ໂດ​ນີ​ຣາມ​ບຸດ​ອັບ​ດາ​ເປັນ​ຜູ້​ຄວບ​ຄຸມ​ຄົນ​ທີ່​ທຳ​ງານ​ໂຍ​ທາ (ຜູ້​ຄວບ​ຄຸມ​ແຮງ​ງານ)

7   ໂຊ​ໂລ​ໂມນ​ຊົງ​ມີ​ຂ້າ​ຫລວງ​ສິບ​ສອງ​ຄົນ​ຢູ່​ເຫນືອອິສ​ຣາ​ເອນ​ທັງ​ປວງ ເປັນ​ຜູ້​ຈັດ​ຫາ​ສະ​ບ່ຽງ​ອາ​ຫານ​ສຳ​ລັບ​ພຣະ​ຣາ​ຊາ​ ແລະ​ສຳ​ລັບ​ພຣະ​ຣາ​ຊ​ສຳ​ນັກ ຂ້າ​ຫລວງ​ຄົນ​ນຶ່ງ​ຈັດ​ຫາ​ສະ​ບ່ຽງ​ອາ​ຫານ​ສຳ​ລັບ​ເດືອນ​ນື່ງ​ໃນ​ນຶ່ງ​ປີ

8   ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ເຂົາ​ຄື ເບນ​ເຮີ ປະ​ຈຳ​ແດນ​ເທືອກ​ເຂົາ​ເອ​ຟ​ຣາ​ອິມ

9   ເບນ​ເດ​ເຄີ ປະ​ຈຳ​ໃນ​ມາ​ກັ​ສ ແລະ​ໃນ​ຊາ​ອັນ​ບີມ ເບັດ​ເຊ​ມັ​ສ ແລະ​ເອ​ໂລນ​ເບັດ​ຮາ​ນານ

10 ເບນ​ເຮ​ເສດ​ ປະ​ຈຳ​ໃນ​ອາ​ຣຸບ​ໂບດ (ໂຊ​ໂກ ແລະ​ແຜ່ນ​ດີນ​ເຮ​ເຟີ​ຂຶ້ນ​ຢູ່​ກັບ​ເຂົາ)

11 ເບນ​ອາ​ບີ​ນາ​ດາບ ປະ​ຈຳ​ໃນ​ນາ​ຟາ​ທ​ໂດ​ຮ໌ທັງ​ຫມົດ (ເຂົາ​ມີຕາ​ຟັທ​ທິ​ດາ​ຂອງໂຊ​ໂລ​ໂມນ​ເປັນ​ພັ​ຣ​ຍາ)

12 ບາ​ອາ​ນາ​ບຸດ​ອາ​ຮິ​ລູດ ປະ​ຈຳ​ໃນ​ຕາ​ອາ​ນັກ ເມ​ກິດ​ໂດ ແລະ​ເບັດ​ເຊ​ອານ​ທັງ​ຫມົດ​ຊຶ່ງ​ຢູ່​ຂ້າງເຊ​ເຣ​ທານ​ທາງ​ທິດໃຕ້​ເມືອງ​ເຢສ​ເຣ​ເອນ ແລະ​ຕັ້ງ​ແຕ່​ເບັດ​ເຊ​ອານ​ເຖິງອາ​ເບນ​ເມ​ໂຮ​ລາໄປ​ຈົນ​ເຖິງ​ທິດ​ເຫນືອ​ຂອງໂຢກ​ເມ​ອາມ

13 ເບນ​ເກີ​ເບີ ປະ​ຈຳ​ໃນ​ຣາ​ໂມທ​ກິ​ເລ​ອາດ (ເຂົາ​ມີ​ຊົນ​ນະ​ບົດ​ທັງ​ຫລາຍ​ຂອງຢາ​ອີ​ຣ໌ບຸດ​ມາ​ນັ​ສ​ເຊ ຊຶ່ງ​ຢູ່​ໃນກິ​ເລ​ອາດ ແລະ​ເຂົາ​ມີ​ທ້ອງ​ຖິ່ນອາ​ຣ໌​ໂກ​ບ ຊຶ່ງ​ຢູ່​ໃນບາ​ຊານ ຫົວ​ເມືອງ​ໃຫຍ່​ຫົກ​ສິບ​ຫົວ​ເມືອງ​ຊຶ່ງ​ມີ​ກຳ​ແພງ​ເມືອງ ແລະ​ດານ ທອງ​ສຳ​ຣິດ​ຂຶ້ນ​ຢູ່​ກັບ​ເຂົາ)

14 ອາ​ຮີ​ນາ​ດາບ​ບຸດ​ອິດ​ໂດ ປະ​ຈຳ​ໃນ​ມາ​ຮາ​ນາ​ອິມ

15 ອາ​ຮີ​ມາ​ອັ​ສ ປະ​ຈຳ​ໃນ​ເນັຟ​ທາ​ລີ (ທ່ານ​ກໍ​ເຫມືອນ​ກັນ​ໄດ້​ບາ​ເຊ​ມັ​ທທິ​ດາ​ຂອງ​ໂຊໂລ​ໂມນ​ເປັນ​ພັ​ຣ​ຍາ)

16 ບາ​ອາ​ນາ​ບຸດ​ຮູ​ຊັຍ ປະ​ຈຳ​ໃນ​ອາ​ເຊີ ແລະ​ເບ​ອາ​ໂລທ

17 ເຢ​ໂຮ​ຊາ​ຟັ​ດບຸດ​ປາ​ຣູ​ອາ ປະ​ຈຳ​ໃນ​ອິສ​ຊາ​ຄາ

18 ຊີ​ເມ​ອີ​ບຸດ​ເອລາ ປະ​ຈຳ​ໃນ​ເບັນ​ຢາ​ມິນ

19 ເກ​ເບີ​ບຸດ​ອູ​ຣີ ປະ​ຈຳ​ໃນ​ແຜ່ນ​ດີນ​ກິ​ເລ​ອາດ ແຜ່ນ​ດີນ​ໃນ​ຊີ​ໂຮນ​ກະ​ສັດ​ຂອງ​ຄົນ​ອາ​ໂມ​ຣິດ ແລະ​ຂອງ​ໂອກ​ກະ​ສັດ​ແຫ່ງ​ເມືອງ​ບາ​ຊານ ມີ​ຂ້າ​ຫລວງ​ຄົນ​ດຽວ​ທີ່​ປະ​ຈຳ​ໃນ​ແຜ່ນ​ດີນ​ນັ້ນ

ພຣະ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ມັ່ງ​ຄັ່ງ​ຂອງ​ໂຊ​ໂລ​ໂມນ

20 ຄົນ​ຢູ​ດາ​ແລະ​ຄົນ​ອິສ​ຣາ​ເອນ​ນັ້ນ​ມີ​ຈຳ​ນວນຫລວງ​ຫລາຍ​ດັ່ງ​ເມັດ​ຊາຍ​ຕາມ​ຊາຍ​ທະ​ເລ ເຂົາ​ທັງ​ຫລາຍ​ກິນ​ແລະ​ດື່ມ​ແລະ​ມີ​ຈິດ​ໃຈ​ມ່ວນ​ຊື່ນ

21 ແລະ​ໂຊ​ໂລ​ໂມນ​ຊົງ​ປົກ​ຄອງ​ເຫນືອ​ຣາ​ຊ​ອາ​ນາ​ຈັກ​ທັງ​ສີ້ນ ຕັ້ງ​ແຕ່​ແມ່​ນ້ຳ​ຢູ​ຟຣາດ​ໄປ​ຈົນ​ເຖິງ​ແຜ່ນ​ດີນ​ຟີ​ລິ​ສ​ຕີນ ແລະ​ເຖິງ​ເຂດ​ແດນເອ​ຢິບ ເຂົາ​ທັງ​ຫລາຍ​ຖວາຍ​ສ່ວຍ​ອາ​ກອນ ແລະ​ບົວ​ລະ​ບັດ​ໂຊ​ໂລ​ໂມນ​ຕລອດ​ວັນ​ເວ​ລາ​ແຫ່ງ​ພຣະ​ຊົນ​ຊີ​ພ​ຂອງ​ພຣະ​ອົງ

22 ສະ​ບ່ຽງ​ອາ​ຫານ​ສຳ​ລັບ​ໂຊ​ໂລ​ໂມນ​ໃນ​ວັນ​ນຶ່ງ​ນັ້ນ ຄື​ຍອດ​ແປ້ງ​ສາມ​ສິບ​ໂກ​ຣ໌ ແລະ​ແປ້ງ​ຫົກ​ສິບ​ໂກ​ຣ໌

23 ງົວ​ອ້ວນ​ສິບ​ໂຕ ງົວ​ຈາກ​ທົ່ງ​ຫຍ້າ​ຊາວ​ໂຕ ແກະ​ນຶ່ງ​ຮ້ອຍ​ໂຕ ນອກ​ຈາກ​ນີ້​ມີກວາງ​ໂຕ​ເຖິກ ຊີ້ນ​ມັ່ງ ໂອງ ແລະ​ໄກ່​

24 ເພາະ​ພຣະ​ອົງ​ຊົງ​ຄອບຄອງ​ເຫນືອ​ທ້ອງ​ຖິ່ນ​ທັງ​ສີ້ນ​ຟາກ​ຕາ​ເວັນຕົກ​ຂອງ​ເແມ່​ນ້ຳ​ເອີ​ຟ​ຣາດ ຕັ້ງ​

ແຕ່​ຕິ​ຟ​ຊາ​ຈົນ​ເຖິງ​ກາ​ຊາ ແລະ​ຊົງ​ຄອບ​ຄອງ​ເຫນືອ​ບັນ​ດາ​ກະ​ສັດ​ທີ່​ຢູ່​ຟາກ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ​ນັ້ນ ແລະ​ພຣະ​ອົງ​ຊົງ​ມີ​ສັນ​ຕິ​ພາບຢູ່​ທຸກ​ດ້ານ​ຮອບ​ພຣະ​ອົງ

25 ຢູດາ ແລະ​ອິສຣາເອນ​ກໍ​ຢູ່​ຢ່າງ​ປອດ​ພັຍ ທຸກ​ຄົນ​ກໍ​ນັ່ງ​ຢູ່​ໃຕ້​ຮົ່ມ​ຊຸ່ມ​ອະ​ງຸ່ນ ແລະ​ໃຕ້​ຕົ້ນ​ຫມາກ​ເດື່ອ​ຂອງ​ຕົນ ຕັ້ງ​ແຕ່​ເມືອງ​ດານ​ຈົນ​ເຖິງ​ເມືອງ​ເບ​ເອີ​ເຊ​ບາ​ຕລອດ​ວັນ​ເວ​ລາ​ຂອງ​ໂຊ​ໂລ​ໂມນ

26 ໂຊ​ໂລ​ໂມນ​ຍັງ​ມີ​ຄອກ​ຂັງ​ມ້າ​ດ່ຽ​ວ​ອີກ​ສີ່​ຫມື່ນ​ສຳ​ລັບ​ຣົດ​ຮົບ​ຂອງ​ພຣະ​ອົງ ແລະ​ພົນ​ມ້າ​ນຶ່ງ​ຫມື່ນ​ສອງ​ພັນ​ຄົນ

27 ແລະ​ບັນ​ດາ​ຂ້າ​ຫລວງ​ເຫລົ່​ນັ້ນ​ກໍ​ຈັດ​ສະ​ບ່ຽງ​ອາ​ຫານ​ສົ່ງ​ກະ​ສັດໂຊ​ໂລ​ໂມນ ແລະ​ເພື່ອ​ທຸ​ກຄົນ​ທີ່​ມາ​ຍັງ​ໂຕະ​ສະ​ເວີຍ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ ຕ່າງ​ກໍ​ສົ່ງ​ຂອງ​ຕາມ​ເດືອນ​ຂອງ​ຕົນ ເຂົາ​ທັງ​ຫລາຍ​ບໍ່​ໃຫ້​ສີ່ງ​ນຶ່ງ​ສິ່ງ​ໃດ​ຂາດ​ໄປ​ເລີຍ

28 ທັງ​ເຂົ້າ​ບ​ເລ ແລະ​ຟາງ​ເຂົ້​ສຳ​ລັບ​ມ້າປະ​ຈຳ​ຣົດ ແລະ​ສຳ​ລັບ​ໃຫ້​ສັດ​ໃຊ້​ໃນ​ບ່ອນ​ຕ່າງໆ ຕາມ​ທີ່​ໄດ້​ມີ​ຣັບ​ສັ່ງ​ແກ່​ທຸກ​ຄົນ

29 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ເຂົ້າ​ໃຈ​ແກ່​ໂຊ​ໂລ​ໂມນ​ຢ່າງ​ເຫລືອ​ປະ​ມານ ທັງ​ພຣະ​ທັຍ​ອັນ​ກວ້າງ​ຂວາງ​ດຸດ​ດັ່ງ​ທະ​ເລ​ຊາຍ​ທີ່​ຊາຍ​ທະ​ເລ

30 ແລະ​ສະ​ຕິ​ປັນ​ຍາ​ຂອງ​ໂຊ​ໂລ​ໂມນ​ລ້ຳ​ກວ່າ​ສະ​ຕິ​ປັນ​ຍາ​ທັງ​ສີ້ນ​ຂອງ​ຊາວ​ຕາ​ເວັນ​ອອກ ແລະ​ກວ່າ​ບັນ​ດາ​ສະ​ຕິ​ປັນ​ຍາ​ຂອງ​ເອ​ຢິບ

31 ເພາະ​ພຣະ​ອົງ​ຊົງ​ມີ​ສະ​ຕິ​ປັນ​ຍາ​ສ​ລາດກວ່າ​ຄົນອື່ນ​ທຸກ​ຄົນ ຊົງ​ສ​ລາດກວ່າ ເອ​ທານ​ຕະ​ກູນ​ເອັ​ສ​ຣາ ແລະ​ເຮ​ມານ ກັນ​ໂກນ ແລະດາ​ຣ໌ດາ ບັນ​ດາ​ບຸດ​ຂອງ​ມາ​ໂຮນ ແລະ​ພຣະ​ນາມ​ຂອງ​ກໍ​ເລື່ອງ​ລື​ໄປ​ໃນ​ທຸກ​ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ

32 ພຣະ​ອົງ​ກ່າວ​ສຸ​ພາ​ສິດ ສາມ​ພັນ​ຂໍ້​ດ້ວຍ ແລະ​ບົດ​ເພງ​ຂອງ​ພຣະ​ອົງ​ມີ​ນຶ່ງ​ພັນ​ຫ້າ​ບົດ

33 ພຣະ​ອົງ​ກ່າວ​ເຖິງ​ຕົ້ນ​ໄມ້​ຕັ້ງ​ແຕ່​ຕົ້ນ​ສົນ​ສີ​ດາ ຊຶ່ງ​ຢູ່​ໃນ​ເລ​ບາ​ນອນ ຈົນ​ເຖິງ​ຕົ້ນ​ຫູ​ສົບ​ຊຶ່ງງອກ​ອອກ​ມາ​ຈາກ​ກຳ​ແພງ ພຣະ​ອົງ​ກ່າວ​ເຖິງ​ສັດ​ປ່າ​ດ້ວຍ ທັງ​ບັນ​ດາ​ນົກ​ແລະ​ສັດ​ເລື້ອຍ​ຄານ​ແລະ​ປາ

34 ແລະ​ຄົນ​ມາ​ຈາກ​ຊົນ​ຊາດ​ທັງ​ຫລາຍ ເພື່ອ​ຟັງ​ສະ​ຕິ​ປັນ​ຍາ​ຂອງ​ໂຊ​ໂລ​ໂມນ ແລະ​ມາ​ຈາກ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ແຜ່ນດີນ​ໂລກ ຜູ້​ໄດ້​ຍິນເຖິງ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ

 

5. ການ​ຕຽມ​ສ້າງ​ພຣະ​ວິ​ຫານ

 (2 ຂຄວ 2:1-18)

1   ເມື່ອ​ຮີ​ຣາມ​ກະ​ສັດ​ເມືອງ​ຕີ​ເຣ​ໄດ້​ຍິນ​ຂ່າວ ໂຊ​ໂລ​ໂມນ​ຖືກ​ຫົດ​ສົງ​ດ້ວຍ​ນ້ຳ​ມັນ​ຊະ​ໂລມ ແລະ​ແຕ່ງ​ຕັ້ງ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ແທນ​ບິ​ດາ​ແລ້ວ ທ່ານ​ກໍ​ສົ່ງ​ທູດ​ໄປ​ຫາ​ພຣະ​ອົງ ເພາະ​ວ່າ​ຮີ​ຣາມ ແລະ​ດາ​ວິດ​ເຄີຍ​ເປັນ​ເພື່ອນ​ດີ​ຕໍ່​ກັນ​ຕລອດ​ມາ

2   ສ່ວນ​ໂຊ​ໂລ​ໂມນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ບອກ​ເຈົ້າ​ຮີ​ຣາມ​ດັ່ງ​ນີ້​ວ່າ​ດັ່ງ​ນີ້​ວ່າ,

3   ພຣະ​ອົງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ໄດ້ ເພາະ​ວ່າ​ມີ​ສັດ​ຕຣູ​ກໍ່ກຳ​ທຳ​ເສິກ​ຕໍ່​ທ່ານ​ຢູ່​ຮອບ​ດ້ານ ຈົນ​ພຣະ​ຜູ້​ເປັນ​ເຈົ້​ໄດ້​ໃຫ້​ທ່ານ​ຊນະ​ສັດ​ຕຣູ​ທັງ​ຫມົດ​ຂອງ​ທ່ານ

4   ແຕ່​ວ່າ​ດຽວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສ​ງົບ​ສຸກ​ທົ່ວ​ປະ​ເທດ ບໍ່​ມີ​ສັດ​ຕຣູ ບໍ່​ມີ​ການ​ທຳ​ລາຍ

5   ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ແຜນ​ການ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ “ລູກ​ຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ຂຶ້ນ​ນັ່ງບັນລັງ​ແທນ​ເຈົ້າ​ນັ້ນ ຈະ​ເປັນ​ຜູ້​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ນະ​ມັ​ສ​ການ​ເຮົາ”

6   ດັ່ງ​ນັ້ນ ຂໍ​ພຣະ​ອົງ​ຈົ່ງ​ຊົງ​ພຣະ​ກະ​ຣຸ​ນາ​ສົ່ງ​ຄົນ​ຂອງ​ພຣະ​ອົງ​ມາ​ຍັງ​ພູ​ເລ​ບາ​ນອນ ເພື່ອ​ຕັດ​ໄມ້​ສົນ​ໃຫ້​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ຄົນ​ຂອງ​ພຣະ​ອົງ​ຕາມ​ທີ່​ພຣະ​ອົງ​ຊົງ​ເຫັນ​ດີ ພຣະ​ອົງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ໃຜ​ຊ່າງ​ຕັດ​ຕົ້ນ​ໄມ້​ເຫມືອນ​ຄົນຂອງ​ພຣະ​ອົງ”

7   ເມື່ອ​ຮີຣາມ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ໂຊ​ໂລ​ໂມນ ພຣະ​ອົງ​ກໍ​ຊົມ​ຊື່ນ​ຍິນ​ດີ ແລະ​ກ່າວ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນ​ລະ​ເສີນ ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ເຈົ້າ​ຊີ​ວິດ​ດາ​ວິດ ມີ​ຣາ​ຊ​ໂອ​ຣົດ​ສ​ລາດ​ຫລັກ​ແຫລມ​ໃນ​ການ​ປົກ​ຄອງ​ປະ​ຊາຊົນ​ອັນ​ຫລວງ​ຫລາຍ​ນີ້”

8   ແ​ລະ​ເຈົ້າ​ຮີ​ຣາມ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ເຈົ້າ​ໂຊ​ໂລ​ໂມນ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ຂອງ​ພຣະ​ອົງ​ແລ້ວ ສ່ວນ​ຂ້າ​ພະ​ເຈົ້າ​ຈະ​ໃຫ້​ທຸກ​ສິ່ງ​ຕາມ​ທີ່​ຕ້ອງ​ການ ຂ້າ​ພະ​ເຈົ້າ​ຈະ​ຈັດ​ຫາ​ໄມ້​ສົນ ແລະ​ໄມ້​ແປກ​ນັ້ນ

9   ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ຈະ​ນຳ​ໄມ້​ເຫລົ່າ​ນີ້ ມາ​ຈາກ​ພູ​ເລບ​ນອນ​ລົງ​ສູ່​ທະ​ເລ ເຂົ​ຈະ​ມັດ​ມັນ​ເປັນ​ແພ​ລ່ອງ​ຕາມ​ທະ​ເລ ໄປ​ຍັງ​ບ່ອນ​ທີ່​ພຣະ​ອົງ​ຄາດ​ຄະ​ເນ​ໄວ້ ​ເມື່ອ​ຮອດ​ບ່ອນ​ດັ່ງ​ກ່າວຂ້າ​ພະ​ເຈົ້າ​ຈະ​ໃຫ້​ເຂົາ​ແກ້​ມັດ​ອອກ ແລະ​ພຣະ​ອົງ​ກໍ​ຈະ​ເອົາ​ໄມ້​ເຫລົ່າ​ນີ້​ໄປ ສ່ວນ​ພາ​ຣະ​ຂອງ​ພຣະ​ອົງ​ຂໍ​ໃຫ້​ຈັດ​ຫາ​ອາ​ຫານ​ການ​ກິນ​ສຳ​ລັບ​ຄົນ​ຂອງ​ຂ້າ​ພະ​ເຈົ້າ”

10 ຮີ​ຣາມ​ຈຶ່ງ​ຈັດ​ສົ່ງ​ໄມ້​ສົນ​ແລະ​ໄມ້​ແປກ​ທັງ​ຫມົດ​ຕາມ​ທີ່​ໂຊ​ໂລ​ໂມນ​ຕ້ອງ​ການ

11 ຝ່າຍ​ໂຊ​ໂລ​ໂມນກໍ​ສົ່ງ​ເຂົ້າ​ບ​ເລ​ສອງ​ຫມື່ນ​ໂກ​ຣ໌ (ເຈັດ​ພັນ​ໂຕ​ນ) ພ້ອມ​ທັງ​ນ້ຳ​ມັນ​ສົດ​ຊາວ​ໂກ​ຣ໌ (ສີ່​ຮ້ອຍ​ໂຕນ) ເພື່ອ​ໄປ​ລ້ຽງ​ພວກ​ໃນ​ວັງ​ຂອງ​ຮີ​ຣາມ ໂຊ​ໂລ​ໂມນ​ຈັດ​ສົ່ງ​ໃຫ້​ຮີ​ຣາມ​ທຸກໆ​ປີ

12 ພຣະ​ຜູ້​ເປັນ​ເຈົ້​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ​ແກ່​ໂຊ​ໂລ​ໂມນ ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ທ່ານ ໂຊ​ໂລ​ໂມນ​ກັບ​ຮີ​ຣາມກໍ​ຜູ​ກສຳ​ພັນ​ທະ​ໄມ​ຕຣີ ແລະ​ທຳ​ຄຳ​ສັນ​ຍາ​ໄວ້​ຕໍ່​ກັນ​ເປັນຢ່າງ​ດີ

13 ກະ​ສັດ​ໂຊ​ໂລ​ໂມນ​ໄດ້​ຮວບ​ຮວມ​ຄົນ​ງານ​ທົ່ວ​ທັງອິສ​ຣາ​ເອນ ເພື່ອ​ເປັນ​ກຳ​ລັງ​ໃນ​ການ​ເຮັ​ດວ​ຽກ ຈຳ​ນວນ​ແຮງ​ງານ​ທີ່​ເກນ​ມາ​ມີ​ສາມ​ຫມື່ນ​ຄົນ

14 ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ອາ​ໂດ​ນີ​ຣາມ​ເປັນ​ຜູ້​ກຳ​ກັບ​ພວກ​ເຂົາ ພຣະ​ອົງ​ໄດ້​ຜັດ​ປ່ຽນ​ຄົນ​ເຫລົ່າ​ນີ້​ໄປ​ມາທີ່​ພູ​ເລ​ບາ​ນອນ​ເດືອນ​ນຶ່ງ​ມີ​ນຶ່ງ​ຫມື່ນ​ຄົນ ພວກ​ເຂົາ​ຢູ່​ພູເລບ​ນອນ​ນຶ່ງ​ເດືອນ ແລະ​ກັບ​ຄືນ​ມາ​ຢູ່​ບ້ານ​ສອງ​ເດືອນ

15 ກະ​ສັດ​ໂຊ​ໂລ​ໂມນ​ຍັງ​ມີ​ພວກ​ຕັດ​ຫີນ​ຢູ່​ເທິງ​ພູ​ແປດ​ສິບ​ພັນ​ຄົນ ແລະ​ພວກ​ຂົນ​ຫີນເຈັດສິບ​ພັນ​ຄົນ

16 ນອກ​ຈາກ​ນີ້​ຍັງ​ມີ​ພວກ​ຂ້າ​ຣາ​ຊ​ການ​ປົກ​ຄອງ​ເປັນ​ຜູ້​ດູ​ແລ​ວຽກ​ການ​ສາມ​ພັນ​ສາມ​ຮ້ອຍ​ຄົນ ເພື່ອ​ກຳ​ກັບ​ຄົນ​ງານ​ເຮັດ​ວຽກ

17 ​ມ​ຄຳ​ຮັບ​ສັ່ງ​ຂອງ​ເຈົ້າ​ຊີ​ວິດ ພວກ​ເຂົາ​ໄດ້​ຂຸດ​ເອົາ​ຫີນ​ກ້ອນ​ໃຫຍ່ໆ ເພື່ອ​ເອົາ​ໄປ​ວາງ​ເປັນ​ຮາກ​ຖານ​ຂອງ​ພຣະ​ວິ​ຫານ

18 ຄົນ​ງານ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ ແລະ​ຄົນ​ງານ​ຂອງ​ກະ​ສັດ​ຮີ​ຣາມ ແລະ​ຊາວ​ເກ​ບານ​ໄດ້​ຕັດ​ໄມ້ ແລະ​ກ້ອນ​ຫີນ​ໂຮມ​ກັນ​ໄວ້ ເພື່ອກໍ່​ສ້າງ​ພຣະ​ວິ​ຫານ

 

6. ກະ​ສັດ​ໂຊ​ໂລ​ໂມນ​ສ້າງ​ພຣະວິ​ຫານ

 (2 ຂຄວ 3:1-14)

1   ໃນ​ປີ​ທີ່​ສີ່​ຣ້ອຍ​ແປດ​ສິບ ຫລັງ​ຈາກ​ພວກ​ອິສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ເອ​ຢິບ ຊຶ່ງ​ເປັນ​ປີ​ທີ່​ສີ່​ທີ່​ໂຊ​ໂລ​ໂມນ​ຂຶ້ນ​ປົກ​ຄອງ​ອິສ​ຣາ​ເອນ ໃນເດືອນ​ຊີ​ຟ ຊຶ່ງ​ເປັນ​ເດືອນ​ທີ່​ສອງ ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ຕັ້ງ​ຕົ້ນ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

2   ຂ້າງ​ພຣະ​ວິ​ຫານ​ມີ​ລວງ​ຍາວ​ຫົກ​ສິບ​ສອກ ລວງ​ກວ້າງ​ຊາວ​ສອກ ແລະສູງ​ສາມ​ສິບ​ສອກ

3   ຫ້ອງ​ທາງ​ເຂົ້າ​ກວ້າງ​ຊາວ​ສອກ ແລະ​ເລິກ​ເຂົ້າ​ໄປ​ຮອດ​ຫ້ອງກາງ​ສິບ​ສອກ

4   ພຣະ​ອົງ​ໄດ້​ທຳ​ຂອບ​ໃສ່​ປ່ອງ​ຢ້ຽມ ແລະ​ທຳ​ລີກ​ໄມ້​ໃສ່

5   ພຣະ​ອົງ​ສ້າງ​ຫ້ອງ​ແຖວ​ຕິດ​ຝາ​ພຣະ​ວິ​ຫານ ອ້ອມ​ຫ້ອງ​ກາງ​ແລະ​ຫ້ອງ​ສັກ​ສິດ​ທີ່​ສຸດ ພຣະ​ອົງ​ໄດ້​ສ້າງ​ຫ້ອງ​ລ່ວງ​ຫາ​ກັນ​ອ້ອມ​ຮອບ​ທີ່​ນັ້ນ

6   ຫ້ອງ​ລຸ່ມ​ກວ້າງ​ຫ້າ​ສອກ ຫ້ອງ​ຊັ້ນ​ກາງກວ້າງ​ຫົກ​ສອກ ແລະ​ຊັ້ນ​ທີ່​ສາມກວ້າງ​ເຈັດ​ສອກ ທາງ​ດ້ານອ້ອ​ມ​ຮອບ​ຝາ​ພຣະ​ວິ​ຫານ​ຂ້າງນອກ ທ່ານ​ໄດ້​ສ້າງ​ເປັນ​ພັກ​ເພື່ອ​ບໍ່​ໃຫ້​ໄມ້​ຂາງ​ຂອງ​ຫ້ອງ​ແຖວ​ສອດ​ເຂົ້າ​ໃນ​ຝາ

7   ຫີນ​ທີ່​ນຳ​ມາ​ສ້າງ​ພຣະ​ວິ​ຫານ​ນີ້ ໄດ້​ຈັດ​ຕຽມ​ຮຽບ​ຮ້ອຍ​ມາ​ແຕ່​ບ່ອນ​ຂຸດ​ດີ​ນພຸ້ນ ດັ່ງ​ນັ້ນ​ໃນ​ຂ​ນະ​ທີ່​ກຳ​ລັງ​ກໍ່​ສ້າງ​ຢູ່​ຈີ່ງ​ບໍ່​ໄດ້​ຍິນ​ສຽງ​ຄ້ອນ​ຕີ ສຽງ​ເຫລັກ​ແກະ​ຈີ້ມ ຫລື​ເຫລັກ​ຫລາຍ​ຢ່າງ​ໃດ​ຫມົດ

8   ສ່ວນ​ທາງ​ເຂົ້າ​ເບື້ອງ​ຂວາ​ພຣະ​ວິ​ຫານ ມີ​ຂັ້ນ​ໄດ​ວຽນ​ຂຶ້ນ​ໄປ​ຫາ​ຫ້ອງ​ຊັ້ນ​ກາງ ແລະ​ຂຶ້ນ​ຕໍ່​ໄປ​ຫາ​ຫ້ອງ​ຊັ້ນ​ສາມກໍເຊັ່ນ​ດຽ​ວ​ກັນ

9   ພຣະ​ອົງ​ໄດ້​ໃຊ້ໄມ້​ສົນ​ທຳ​ເພ​ດານ ແລ້ວ​ພຣະ​ອົງ​ໄດ້​ສ້າງ​ພຣະ​ວິ​ຫານ​ສຳ​ເຣັດ​ລົງ

10 ຫ້ອງ​ແຖວ​ອ້ອມ​ພຣະ​ວິ​ຫານ​ຊຶ່ງ​ມີ​ຮາວ​ສູງ​ຊັ້ນ​ລະ​ຫ້າ​ສອກ ໄດ້​ມີ​ທ່ອນ​ໄມ້​ສົນ​ແນບ​ຕິດ​ໃສ່​ຝພຣະ​ວິ​ຫານ

11 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂຊ​ໂລ​ໂມນ​ວ່າ,

12 “ກ່ຽວ​ກັບ​ຫໍ​ໂຮງ​ທີ່​ເຈົ້າ​ກຳ​ລັງ​ສ້າງ​ຢູ່​ນີ້ ຖ້າ​ເຈົ້າ​ທຳ​ຕາມ​ຂໍ້ຄໍາ​ສັ່ງ​ຂອງ​ເຮົາ ເຊື່ອ​ຟັງ​ກົດ​ລະ​ບຽບ​ຂອງ​ເຮົາ ແລະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ເຮົາ​ຢ່າງ​ສັດ​ຊື່ ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບ​ຕາມ​ຄຳ​ສັນ​ຍາ​ທີ່​ເຮົາ​ໄດ້​ທຳ​ໄວ້​ກັບ​ບິ​ດາ​ຂອ​ງ​ເຈົ້າ

13 ຄື ເຮົາ​ຈະ​ຢູ່​ນຳ​ພວ​ກໄພ່​ພົນ​ອິສ​ຣາ​ເອນ​ຂອງ​ເຮົາ ໃນ​ພຣະ​ວິ​ຫານ​ທີ່​ເຈົ້າ​ກໍາ​ລັງ​ສ້າງ​ຢູ່​ນີ້ ແລະ​ເຮົາ​ຈະ​ບໍ່​ປະ​ຖີ້ມ​ພວກ​ເຂົາ​ຈັກ​ເທື່ອ

14 ເຈົ້າ​ໂຊ​ໂລ​ໂມນ​ໄດ້​ສ້າງ​ພຣະວິ​ຫານ​ຕໍ່​ໄປ​ຈົນ​ສຳ​ເຣັດ

15 ພຣະ​ອົງ​ໄດ້​ເອົາ​ໄມ້​ສົ​ນ​ແອ້ມ​ຝາ​ທາງ​ໃນ ຕັ້ງ​ແຕ່​ພື້ນ​ພຣະ​ວິ​ຫານ​ຈົນ​ຈຸ​ເພ​ດານ ແລະ​ພື້ນ​ພຣະ​ວິ​ຫານກໍ​ປູ​ດ້ວຍ​ໄມ້​ແປກ

16 ທາງ​ດ້ານ​ໃນ​ສຸດ ພຣະ​ອົງ​ເອົາ​ໄມ້​ສົນ​ແອ້ມ​ແຕ່​ພື້ນ​ຈົນ​ຈຸ​ເພ​ດານ ຫ້ອງ​ນີ້​ແທກ​ໄດ້​ຊາວ​ສອກ ພຣະ​ອົງ​ໄດ້​ກະ​ຫ້ອງ​ນີ້​ໄວ້​ເປັນ​ບ່ອນ​ສັກ​ສິດ​ທີ່​ສຸດ

17 ຕົວ​ພຣະ​ວິ​ຫານ​ຄື​ຫ້ອງ​ໂຖງ​ຊຶ່ງ​ຢູ່ສ່ວນ​ຫນ້າ ຫ້ອງ​ຫລັງ​ນັ້ນຍາວ​ໄດ້​ສີ່​ສິບ​ສອກ

18 ຫ້ອງ​ນີ້ແອ້ມ​ດ້ວຍ​ໄມ້​ສົນ​ທີ່​ແກະ​ສ​ລັກ​ເອ້​ຄວັດ​ລາຍ​ເປັນ​ຮູບ​ນ້ຳ​ເຕົ້ ແລະ​ຮູບດອກ​ໄມ້ ດັ່ງ​ນັ້ນ​ຝານັ້ນ​ຈຶ່ງ​ມີ​ແຕ່​ໄມ້​ສົນ​ໂດຍ​ບໍ່​ເຫັນ​ກ້ອນ​ຫີນ​ເລີຍ

19 ພຣະ​ອົງ​ສ້າງ​ຫ້ອງ​ສັກ​ສິດ​ທີ່​ສຸດ​ໃນ​ພຣະ​ວິ​ຫານ​ເປັນ​ບ່ອນບັນ​ຈຸ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້

20 ຫ້ອງ​ນີ້​ຍາວ​ຊາວ​ສອກ ກວ້າງ​ຊາວ​ສອກ ແລະ​ສູງ​ຊາວ​ສອກ ພຣະ​ອົງ​ໄດ້​ໂອບ​ທອງ​ຄຳບໍ​ຣິ​ສຸດ​ໃສ່​ທົ່ວ​ທັງ​ຫ້ອງ​ນີ້ ພຣະ​ອົງ​ໄດ້​ສ້າງ​ແທ່ນ​ບູ​ຊາ​ດ້ວຍ​ໄມ້​ສົນ

21 ແລະໂຊ​ໂລ​ໂມນ​ຊົງໂອບຂ້າງ​ໃນ​ພຣະ​ວິ​ຫານ​ໂອບ​ດ້ວຍ​ທອງ​ຄຳ ແລະ​ມີ​ໂສ້​ຄຳ​ຜູກ​ຜ່ານ​ທາງ​ຫນ້າ​ຫ້ອງ​ສັກ​ສິດ​ທີ່​ສຸດ

22 ພຣະ​ອົງ​ໄດ້​ເອົາ​ທອງ​ຄຳ​ໂອບ​ທົ່ວ​ທັງ​ຫມົດ​ວິ​ຫານ ຈົນ​ພຣະ​ວິ​ຫານ​ນັ້ນ​ສຳ​ເຣັດ​ທັງ​ສີ້ນ ແທ່ນ​ບູ​ຊາ​ທັງ​ແທ່ນ​ທີ່​ເປັນ​ຂອງ​ຫ້ອງ​ຄັງ ພຣະ​ອົງ​ກໍ​ຊົງ​ເຄືອບດ້ວຍ​ທອງ​ຄຳ

23 ທາງ​ໃນ​ຫ້ອງ​ສັກ​ສິດ​ທີ່​ສຸດ ພຣະ​ອົງ​ໄດ້​ສ້າງ​ຮູບ​​ເຊ​ຣູ​ບິມ ດ້ວຍ​ໄມ້​ຫມາກກອກ​ຊຶ່ງ​ສູງ​ສິບ​ສອກ

24 ປີກ​ແຕ່​ລະ​ຂ້າງ​ຂອງ​ຮູບ​​ເຊ​ຣູ​ບິມ​ຍາວ​ຫ້າ​ສອກ ນັບ​ແຕ່​ສົ້ນ​ປີກ​ຊ້າຍ​ຫາ​ສົ້ນ​ປີກ​ຂວາ​ຍາວ​ສິບ​ສອກ

25 ຮູບ​​ເຊ​ຣູ​ບິມ​ອົງ​ນຶ່ງ​ອີກ​ກໍ​ແທກ​ໄດ້​ສິບ​ສອກ​ຄື​ກັນ ຮູບ​​ທັງ​ສອງ​ອົງ​ແຕ່​ລະ​ຮູບ​ໄດ້ເທົ່າ​ກັນ

26 ແລະ​ມີ​ຮູບ​ຮ່າງ​ລັກ​ສ​ນະ​ຢ່າງ​ດຽວ​ກັນ ລວງ​ສູງ​ຂອງ​ແຕ່​ລະ​ຮູບ​ກໍ​ເທົ່າ​ກັນ

27 ພຣະ​ອົງ​ເອົາ​ຮູບ​​ເຊ​ຣູ​ບິມ​ໄວ້​ໃຈ​ກາງ​ຫ້ອງ​ສັກ​ສິດ​ທີ່​ສຸດ ປີກ​ເບື້ອງ​ນຶ່ງ​ຂອງ​ເຊ​ຣູ​ບິມ​ແຕ່​ລະ​ອົງ​ໄດ້​ເດ່​ອອກ​ຈຸ​ຝາ ແລະ​ປີກ​ເບື້ອງ​ນຶ່ງ​ກໍ​ເດ່​ຈຸ​ກັນ

28 ຮູບ​ເຊ​ຣູ​ບິມ​ນີ້​ໂອບ​ດ້ວຍທອງ​ຄຳ

29 ພຣະ​ອົງ​ຊົງ​ສ​ລັກ​ຝາ​ຂອງ​ພຣະ​ວິ​ຫານ​ໂດຍ​ຮອບ ດ້ວຍ​ຮູບ​ແກະ​ສ​ລັກ​ເປັນ​ຮູບເຊ​ຣູ​ບິມ ແລະ​ຕົ້ນ​ຕານ ແລະ​ດອກ​ໄມ້​ບານ​ທັງ​ຂ້າງ​ໃນ ​ແລະ​ຂ້າງນອກ

30 ພື້ນ​ຂອງ​ພຣະ​ວິ​ຫານ​ນັ້ນ ພຣະ​ອົງ​ຊົງ​ໂອບດ້ວຍ​ທອງ​ຄຳ​ທັງ​ຂ້າງ​ໃນ ແລະ​ຂ້າງນອກ

31 ສຳ​ລັບ​ທາງ​ເຂົ້າ​ສູ່​ຫ້ອງ​ຫລັງ ພຣະ​ອົງ​ຊົງ​ສ້າງ​ປະ​ຕູ​ດ້ວຍ​ໄມ້ຫມາກກອກ​ຂອບ​ປະ​ຕູ​ເບື້​ອງ​ເທິງ ແລະ​ວົງ​ກົບ​ປະ​ຕູ​ຮວມ​ເຂົ້າ​ເປັນ​ຮູບ​ຫ້າ​ຫລ່ຽມ

32 ພຣະ​ອົງ​ຊົງ​ສ້າງບານ​ປະ​ຕູ​ທັງ​ສອງ​ດ້ວຍ​ໄມ້​ຫມາກກອກ​ແກະ​ຮູບ​​ເຊ​ຣູ​ບິມ​ຕົ້ນ​ອິ​ນ​ພ​ລັມ ແລະ​ດອກ​ໄມ້​ບານ​ຊົງ​ໂອບດ້ວຍ​ທອງ​ຄຳ ພຣະ​ອົງຊົງ​ແຜ່​ທອງ​ຄຳ​ຫຸ້ມ​ເຊ​ຣູ​ບິມ ແລະ​ຫຸ້ມ​ຕົ້ນ​ຕານ

33 ພຣະ​ອົງ​ຊົງ​ສ້າງວົງ​ກົບ​ປະ​ຕູ​​ທາງ​ເຂົ້າ​ຫ້ອງ​ໂຖງ​ດ້ວຍ​ໄມ້​ຫມາກກອກ​ເປັນຮູບ​ສີ່​ຫລ່ຽມ

34 ແລະ​ປະ​ຕູ​ສອງ​ບານ​ດ້ວຍ​ໄມ້​ແປກ ບານສອງ​ບານ​ຂອງບານ​ປະ​ຕູ​ນຶ່ງ​ກໍ​ຫມຸນ​ໄດ້

35 ພຣະ​ອົງ​ຊົງ​ແກະ​ເຊ​ຣູ​ບິມ​ຕົ້ນ​ຕານ ແລະ​ດອກ​ໄມ້​ບານ​ບົນ​ບານ​ປະ​ຕູ​ນັ້ນ ແລະ​ພຣະ​ອົງ​ຊົງ​ໂອບດ້ວຍ​ທອງ​ຄຳ​ສ​ມ່ຳ​ສ​ເມີ​ກັບ​ທັງ​ງານ​ແກະ​ສ​ລັກ​ນັ້ນ

36 ພຣະ​ອົງ​ຊົງ​ສ້າງ​ລານ​ພາຍ​ໃນ​ດ້ວຍ​ກໍາ​ແພງ​ຫີນ​ສະກັດ​ສາມ​ຊັ້ນ ແລະ​ດ້ວຍ​ໄມ້​ສົນ​ຊັ້ນ​ນຶ່ງ

37 ໃນ​ປີ​ທີ່​ສີ່​ກໍ​ໄດ້​ວາງ​ຮາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ເດືອນ​ຊິ​ຟ

38 ແລະ​ໃນ​ປີ​ທີ່​ສິບ​ເອັດ​ໃນ​ເດືອນ​ບູນ ຊຶ່ງ​ເປັນ​ເດືອນ​ທີ່​ແປດ ພຣະ​ວິ​ຫານ​ນັ້ນ​ກໍ​ສຳ​ເຣັດ​ຫມົດ​ທຸກໆ​ສ່ວນ ແລະ​ສຳ​ເຣັດ​ຕາມ​ຣາຍ​ການ​ທັງ​ສີ້ນ ພຣະ​ອົງ​ຊົງ​ສ້າງ​ພຣະ​ວິ​ຫານ​ນັ້ນ​ເຈັດ​ປີ

 

7. ສີ່ງ​ກໍ່​ສ້າງ​ອື່ນໆ​ຂອງ​ໂຊ​ໂລ​ໂມນ

1   ໂຊ​ໂລ​ໂມນ​ຊົງ​ສ້າງ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ສິບ​ສາມປີ ແລະ​ພຣະ​ອົງ​ຊົງ​ໃຫ້​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ສຳ​ເຣັດ​ທັງ​ສີ້ນ

2   ພຣະ​ອົງ​ຊົງ​ສ້າງ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລ​ບາ​ນອນ ຍາວ​ນຶ່ງ​ຮ້ອຍ​ສອກ​ແລະ​ກວ້າງ​ຫ້າ​ສິບ​ສອກ ແລະ​ສູງ​ສາມ​ສິບ​ສອກ​ຢູ່​ເທິງ​ເສົາ​ໄມ້​ສົນ​ສີ​ດາ​ສີ່​ແຖວ ມີ​ຄານ​ໄມ້​ສົນ​ສີ​ດາ​ຢູ່​ເທິງ​ເສົາ

3   ຊັ້ນ​ເທິງ​ມຸງ​ດ້ວຍ​ໄມ້​ສົນ​ສີ​ດາ ເທິງ​ຫ້ອງ​ຊຶ່ງ​ຢູ​ເທິງ​ເສົາ​ສີ່​ສິບ​ຫ້າ​ຫ້ອງ​ແຖງ​ລະ​ສິບ​ຫ້າ​ຫ້ອງ

4   ມີ​ຂອບ​ຫ​ນ້​ຕ່າງ​ສາມແຖບ ຫນ້າ​ຕ່າງ​ຢູ່​ກົງ​ຂ້າມ​ຫນ້າ​ຕ່າງ​ທັງ​ສາມ​ແຖວ

5   ປະ​ຕູ​ແລະ​ຫນ້າ​ຕ່າງ​ທັງ​ຫມົ&