1 Chronicles ພຣະທັມ 1 ຂ່າວ​ຄາວ

 

ພຣະທັມ 1 ຂ່າວ​ຄາວ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

28

29

 

 

1 ຂ່າວ​ຄາວ

1. ເຊື້ອ​ສາຍ​ຂອງ​ອາ​ດາມ

 (ປຖກ 5:1-32; ລກ 3:34-38)

1 ອາ​ດາມ ເຊດ ເອ​ໂນ​ສ

2   ເກ​ນານ ມາ​ຫາ​ລາ​ເລ​ນ ຢາ​ເຣດ

3   ເອ​ໂນກ ເມທູ​ເຊ​ລາ ລາ​ເມ​ກ

4   ໂນ​ອາ ເຊມ ຮາມ ແລະ​ຢາ​ເຟດ

ເຊື້​ອ​ສາຍ​ຂອງ​ລູກ​ຊາຍ​ໂນ​ອາ

(ປຖກ 10:1-32)

5   ຢາ​ເຟດມີ​ບຸດ​ຊາຍ​ຊື່ ໂກ​ເມີ​ ມາ​ກົກ ມາ​ດັຍ ຢາ​ວານ ຕູບານ ເມ​ເຊກ ແລະ​ຕີ​ຣັ​ສ

6   ໂກ​ເມີມີ​ບຸ​ດ​ຊາຍ​ຊື່ ອັສເກ​ນັ​ຊ ດີຟາດ ແລະ​ໂຕ​ກາ​ມາ

7   ​ຢາ​ວານມີ​ບຸດ​ຊາຍ​ຊື່ ເອ​ລີ​ຊາ ຕາ​ຣ໌ຊິດ ກິດ​ຕີມ ແລະ​ໂຣ​ດາ​ນີມ

8   ​ຮາມ​ມີ​ບຸດ​ຊາຍຊື່ ກູ​ຊ ເອ​ຢິບ ປູ​ທ ກາ​ນາ​ອານ

9   ​ກູ​ຊມີ​ບຸດ​ຊາຍຊື່ ເຊ​ບາ ຮາ​ວິ​ລາ ຊັບ​ຕາ ຣາ​ອາ​ມາ ແລະ​ຊັບ​ເຕກາ ຣາອາ​ມາມີ​ບຸດ​ຊາຍ​ຊື່ ເຊ​ບາ ແລະ​ເດ​ດານ

10 ກູຊ​ເປັນ​ບິ​ດາ​ຂອງ​ນິມ​ໂຣດ​ເປັນ​ຄົນ​ທຳ​ອິດ​ທີ່​ເກັ່ງ​ກ້າ​ໃນ​ແຜ່ນ​ດິນ​ໂລກ

11 ເອ​ຢິບ​ເປັນ​ບິ​ດາ​ຂອງ​ ລູ​ດິມ ອາ​ນາ​ມິມ ເລ​ຣາບິມ ເນັ​ຟ​ຕູ​ຮິມ

12 ປັທຣູ​ຊິມ ກັສ​ລູ​ຮິມ ເກັຟໂຕ​ຮິມ ຊຶ່ງ​ສືບ​ເຊື້ອ​ສາຍ​ໃຫ້​ຊາວ​ຟີ​ລິ​ສ​ຕີນ

13 ກາ​ນາ​ອານ​ເປັນ​ບິ​ດາ​ຂອງ ຊີ​ໂດນ​ຜູ້​ເປັນ​ບຸດ​ຫົວ​ປີ ແລະ​ເຮທ

14 ແລະ​ຊາວ​ເຢ​ບຸສ ຊາວ​ອາ​ໂມ​ຣິດ ຊາວ​ກີ​ຣ໌ກາ​ຊິດ

15 ຊາວ​ຮີ​ວີ ຊາວ​ອາຣ໌ກິດ ແລະ​ຊາວ​ຊີ​ນິດ

16 ຊາວອາກວາ​ດິດ ຊາວ​ເຊ​ມາ​ຣິດ ແລະ​ຊາວ​ຮາ​ມາດ

17 ​ເຊມມີ​ບຸດ​ຊາຍ​ຊື່ ເອ​ລາມ ອັສ​ຊູ​ຣ໌​ ອາກ​ປັກສາດ ລູດ ອາ​ຣາມ ອູ​ຊ ຮູນ ເກ​ເທີ ແລະ​ເມ​ເຊກ

18 ອາກ​ປັກ​ສາດ​ເປັນ​ບິ​ດາ​ຂອງ​ເຊ​ລາ​ ແລະ​ເຊ​ລາ​ເປັນ​ບິດຂອງ​ເອ​ເບີ

19 ບຸດ​ຊາຍ​ສອງ​ຄົນ​ເກີດໃຫ້​ແກ່​ເອ​ເບີ ຄົນ​ນຶ່ງ​ຊື່ ເປ​ເລກ (ມີ​ການ​ແບ່ງ​ແຜ່ນ​ດິນ​ໃນ​ສ​ໄຫມ​ຂອງ​ເຂົາ) ແລະ​ນ້ອງ​ຊາຍ​ຂອງ​ເຂົາ​ຊື່ ໂຢກ​ທານ

20 ໂຢກ​ທານ​ເປັນ​ບິ​ດາ​ຂອງ​ອັນ​ໂມ​ດາດ ເຊ​ເລັຟ ຮາ​ຊາ​ມາ​ເວດ ແລະ​ເຢ​ຣາ

21 ຮາ​ໂດຣາມ ອູ​ຊນ ແລະ​ດິກ​ລາ

22 ເອ​ບານ ອາ​ບິ​ມາ​ເອນ​ ເຊ​ບາ

23 ໂອ​ຟີ ຮາ​ວິ​ລາ ແລະ​ໂຢ​ບັບ ຄົນ​ເຫລົ່ນີ້​ເປັນ​ບຸດ​ຊາຍ​ຂອງ​ໂຢກ​ທານ

ເຊື້ອ​ສາຍ​ຂອງ​ເຊມ

(ປຖກ​ 11:10-26)

24 ເຊ​ມ ອາກປັກສາດ ເຊ​ລາ

25 ເອ​ເບີ ເປ​ເລກ  ເຣ​ອູ

26 ເຊ​ຣຸກ ນ​ໂຮ ເຕ​ຣາ

27 ອັບ​ຣາມ ຄື​ອັບ​ຣາ​ຮາມ

ເຊື້ອ​ສາຍ​ຂອງ​ອິ​ຊ​ມາ​ເອນ ແລະ ເຄ​ທູ​ຣາ

 (ປຖ​ກ 25:1-4,12-16;36:1-​​30)

28 ອັບ​ຣາ​ຮາມມີ​ບຸດ​ຊາຍ​ຊື່ ອີ​ຊາກ ແລະ​ອິ​ຊ​ມາ​ເອນ

29 ຕໍ່​ໄປ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ ບຸດຊາຍ​ຜູ້​ກົກ​ຂອງ​ອິ​ຊ​ມາ​ເອນຄື ເນ​ບາ​ໂຢດ ຕໍ່​ມາ​​ ເກ​ດາ ອາດ​ເບເອນ ມິບ​ຊາມ

30 ມິ​ສມາ ດູ​ມາ ມັສ​ຊາ ຮາ​ດາດ ເຕ​ມາ

31 ເຢ​ຕູ​ຣ໌ ນາ​ຟິສ ແລະ​ເກເດ​ມາ ພວກ​ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ອິ​ຊ​ມາ​ເອນ

32 ບຸດຊາຍ​ຂອງ​​ເກ​ຕຸ​ຣາ​ພັ​ຣ​ຍານ້ອຍ​ຂອງ​ອັບ​ຣາ​ຮາມ​ຄື ຊິມ​ຣານ ໂຢກ​ຊານ ເມ​ດານ ມີ​ດີ​ອານ ອິສ​ບາກ ແລະຊູ​ອາ ແລະ​​ໂຢກ​ຊານມີ​ບຸດ​ຊາຍ​ຊື່ ເຊ​ບາ ແລະ​ເດ​ດານ

33 ​ມີ​ດີ​ອານ​ມີ​ບຸດ​ຊາຍຊື່ ເອ​ຟາ ເອ​ເຟີ ຮາໂນກ ອາ​ບີ​ດາ ເອນ​ດາ​ອາ ທັງ​ຫມົດ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເກ​ຕຸ​ຣາ

ເຊື້ອ​ສາຍ​ຂອງເອ​ຊາວ

(ປຖກ 36:1-30)

34 ອັບ​ຣາ​ຮາມ​ເປັນ​ບິດາ​ຂອງ​ອິ​ຊາກ ອິ​ຊາກມີ​ບຸດ​ຊາຍ​ຊື່ ເອ​ຊາວ ແລະ​ອິສ​ຣາ​ເອນ

35 ​ເອ​ຊາວມີ​ບຸດ​ຊາຍ​ຊື່ ເອລີ​ຟັ​ສ ຣູ​ເອນ ເຢ​ອູສ ຢາ​ລາມ ແລະ​ໂກ​ຣາ

36 ​ເອ​ລີ​ຟັ​ສ​ມີ​ບຸດ​ຊາຍຊື່ ເຕມານ ໂອມກ ເຊ​ຟີ ກາ​ຕາມ ເກ​ນັ​ສ ຕິ​ມ​ນາ ແລະ​ອາ​ມາ​ເລກ

37 ຣູ​ເອນມີ​ບຸດ​ຊາຍ​ຊື່ ນາ​ຮາດ ເຊ​ຣາ ຊາມ​ມາ ແລະ​ມິສ​ຊາ

38 ເຊ​ອີ​ຣ໌​ມີ​ບຸ​ດ​ຊາຍຊື່ ໂລ​ຕານ ໂຊ​ບານ ຊີ​ເບ​ໂອນ ອາ​ນາ ​ດີ​ໂຊນ ເອ​ເຊີ ແລະ​ດີ​ຊານ

39 ໂລ​ຕານ​ມີ​ບຸດ​ຊາຍຊື່ ໂຮ​ຣິ ໂຮ​ມາມ ແລະ​ນ້ອງ​ສາວ​ຂອງ​ໂລ​ຕານ​ຄື ຕິມ​ນາ

40 ​ໂຊບນ​ມີ​ບຸດ​ຊາຍຊື່ ເອ​ລີ​ອານ ມາ​ນາ​ຮາດ ເອ​ບານ ເຊ​ຟີ ແລະ​ໂອ​ນາມ ຊີ​ເບໂອນມີ​ບຸດ​​​ຊື່ ອັຍຢາ ແລະ​ອາ​ນາ

41 ​ອາ​ນາມີ​ບຸດ​ຊາຍ​ຊື່ ດີ​ໂຊນ ​ດີ​ໂຊນມີ​ບຸດ​ຊາຍ​ຊື່ ຮາມ​ຣານ ເອສ​ບານ ອິທ​ຣານ ເຄ​ຣານ

42 ​ເອ​ເຊີມີ​ບຸດ​ຊາຍຊື່ ບີນ​ຮານ ຊາ​ອາ​ວານ ຢາ​ອາ​ການ ​ດີ​ຊານມີ​ບຸດ​ຊາຍ ອູ​ຊ ແລະ​ອາ​ຣານ

43 ຕໍ່​ໄປ​ນີ້​ເປັນ​ກະ​ສັດ​ຜູ້ຊົງ​ປົກຄອງ​ຢູ່​ໃນ​ແຜ່ນ​ດິນເອ​ໂດມ ກ່ອນ​ທີ່​ມີ​ກະ​ສັດ​ປົກ​ຄອງ​ຢູ່​ເຫນືອ​ຊາວ​ອິສ​ຣາ​ເອນ​ຄື ເບ​ລາ​ບຸດ​ຊາຍ​ຂອງ​ເບ​ໂອຣ໌ ເມືອງຂອງ​ທ່ານ​ຊື່ ດິນ​ຮາ​ບາ

44 ເມື່ອ​ເບ​ລາ​ສິ້ນພຣະ​ຊົນ ໂຢ​ບັບ​ບຸດ​ຊາ​ຍ​ຂອງ​ເຊ​ຣາ ແຫ່ງ​ເມືອງ​ໂບ​ສຣາ​ໄດ້​ຂື້ນ​ປົກ​ຄອງ​ແທນ​ທ່ານ

45 ເມື່ອ​ໂຢ​ບັບ​ສິ້ນພຣະ​ຊົນ ຮູ​ຊາມ​ແຫ່ງ​ແຜ່ນ​ດິນ​ຂອງ​ຊາວ​ເຕ​ມານກໍ​ຂື້​ນ​ປົກ​ຄອງ​ແທນ​ທ່ານ

46 ເມື່ອ​ຮູ​ຊາມ​ສິ້ນພຣະ​ຊົນ ຮາ​ດາດ​ບຸດ​ຊາຍ​ຂ​ອງ​ເບ​ດາດ​ຜູ້​ຮົບ​ຊະ​ນະ​ມີ​ດີ​ອານ​ໃນ​ດິນ​ແດນ​ໂມ​ອາບ​ໄດ້​ຂື້ນ​ປົກຄອງ​ແທນ​ທ່ານ ແລະ​ເມືອງ​ຂອງ​ທ່ານ​ຊື່ ອາວິ​ທ

47 ເມື່ອ​ຮາ​ດາດ​ສິ້ນພຣະ​ຊົນ ຊາມ​ລາ​ແຫ່ງ​ເມືອງ​ມັສ​ເຣ​ກາ​ກໍ​ຂື້​ນ​ປົກ​ຄອງ​ແທນ​ທ່ານ

48 ເມື່ອ​ຊາມ​ລາ​ສິ້ນພຣະ​ຊົນ ຊາ​ອູນ​ແຫ່ງ​ເມືອງ​ເຣ​ໂຮໂບທ​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ​ໄດ້​ຂື້​ນ​ປົກ​ຄອງແທນ​ທ່ານ

49 ເມື່ອ​ຊາ​ອູນ​ສິ້ນພຣະ​ຊົນ ບາ​ອານ​ຣາ​ນານ​ບຸດ​ຊາຍ​ຂອງ​ອັກ​ໂບຣ໌​ໄດ້​ຂື້ນ​ປົກ​ຄອງ​ແທນ​ທ່ານ

50 ເມື່ອ​ບາ​ອານ​ຮານານ​ສິ້ນ​ພຣະ​ຊົນ ຮາ​ດາດ​ໄດ້ຂື້ນ​ປົກ​ຄອງ​ແທນ​ທ່ານ ແລະ​ເມືອງ​ຂອງ​ທ່ານ​ຊື່​ປາ​ອີ ແລະ​ມະ​ເຫ​ສີ​ມີ​ພຣະ​ນາມ​ວ່າ ເມ​ເຮ​ຕາ​ເບນ ທິ​ດາ ​ຂອງ​ມາ​ເຕ​ຣ​ດ ທິ​ດາຂອງ​ເມ​ຊາ​ຮັບ

51 ແລະ​ຣາ​ດາດ​ສິ້ນພຣະ​ຊົນ ເຈົ້າ​ນາຍ​ຂອງ​ເອ​ໂດມ​ຄື ຕິມ​ນາ ອາ​ລີ​ຢາ ເຢ​ເທດ

52 ໂອ​ໂຮ​ລີບາ​ມາ ເອ​ລາ ປີ​ໂນນ

53 ເກ​ນັ​ສ  ເຕ​ມານ ມີບ​ຊາ

54 ມັກ​ດີ​ເອນ ອີ​ຣາມ ພວກ​ເຫລົ່າ​ນີ້​ເປັນ​ເຈົ້​ນາຍ​ຂອງ​ເອ​ໂດມ

 

2. ບຸດ​ຂອງ​ອິສ​ຣາ​ເອນ

 (ປຖກ 29:31-30:24; 35:16-18; 46:8-25; ຣູດ 4:18-22; ມທ1:2-6)

1   ຕໍ່​ໄປ​ນີ້​ເປັນ​ບຸດ​ຊາຍ​ຂອງ​ອິສ​ຣາ​ເອນ​ຄື ຣູ​ເບນ ຊີ​ເມ​ໂອນ ເລ​ວີ ຢູ​ດາ ອິສ​ຊາ​ຄາ ເຊ​ບູ​ລຸນ

2   ດານ ໂຢ​ເຊັບ ເບັນ​ຢາ​ມິນ ເນັຟ​ທາ​ລີ ກາດ ແລະ ອາ​ເຊີ

ເຊື້ອ​ສາຍ​ຂອງ​ຢູ​ດາ

3   ຢູ​ດາ​ມີ​ບຸດ​ຊາຍຊື່ ເອ​ຣ໌ ໂອ​ນານ ແລະ​ເຊ​ລາ ທັງ​ສາມ​ຄົນ​ນີ້​ ເກີດ​ຈາກນາງ​ບັທ​ຊູ​ອາ​ຊາວ​ກາ​ນາ​ອານ​ມີ​ໃຫ້​ແກ່​ທ່ານ ເອ​ຣ໌​ບຸດ​ຊາຍ​ກົກ​ຂອງ​ຢູ​ດາ​ນັ້ນ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ປະ​ຫານ​ເສັຽ

4   ທາ​ມາ​ບຸດ​ສະ​ໃພ້​ຂອງ​ທ່ານ​ກໍ​ເກີດ​ບຸດ​ຊາຍ​ຊື່ ເປ​ເຣສ ແລະ​ເຊ​ຣາ​ໃຫ້​ແກ່​ທ່ານ​ດ້ວຍ ຢູ​ດາ​ມີ​ບຸດ​ຊາຍ​ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ

5   ​ເປ​ເຣສ​ມີ​ບຸດ​ຊາຍຊື່ ເຮສ​ໂຣນ ແລະ​ຮາ​ມູນ

6   ​ເຊ​ຣາ​ມີ​ບຸດ​ຊາຍຄື ຊິມ​ຣີ ເອ​ທານ ເຮ​ມານ ກັນ​ໂກນ ດາ​ຣາ​ ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ

7   ກາຣ໌ມີ​ມີ​ບຸດ​ຊາຍຊື່ ອາ​ຄາ​ ຜູ້​ນຳ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ອິສ​ຣາ​ເອນ ຜູ້ລະ​ເມິດ​ໃນ​ເຣື່ອງ​ຂອງ​ທີ່​ຕ້ອງ​ຫ້າມ​ນັ້ນ

8   ແລະ​​ເອ​ທານ​ມີ​ບຸດ​ຊາຍຊື່ ອາ​ຊາ​ຣິ​ຢາ

9   ບຸດ​​ເຮັສ​ໂຣນ​ຊຶ່ງ​ເກີດ​ແກ່​ທ່ານ​ນັ້ນ​ຄື ເຢ​ຣາ​ເມ​ເອນ ຣາມ ແລະເຄລູ​ບັຍ

10 ຣາມ​ເປັນ​ບິ​ດາ​ຂອງອັມ​ມີນ​ດາບ ແລະ​ອັມ​ມີນາ​ດາບ​ເປັນ​ບິ​ດາ​ຂອງ​ນາ​ໂຊນ ເຈົ້າ​ນາຍໃນ​ບຸດ​ຂອງ​ຢູ​ດາ

11 ນາ​ໂຊນ​ເປັນ​ບິ​ດາ​ຂອງ​ຊັນ​ມາ ຊັນ​ມາ​ເປັນ​ບິ​ດາ​ຂອງ​ໂບ​ອັ​ສ

12 ໂບ​ອັ​ສເປັນ​ບິ​ດາ​ຂອງ​ໂອ​ເບດ ໂອ​ເບດ​ເປັນ​ບິ​ດາ​ຂອງ​ເຈ​ສ​ຊີ

13 ເຈ​ສ​ຊີ​ເປັນ​ບິ​ດາ​ຂອງ​ເອລີ​ອາບ​ບຸດ​ຊາຍ​ກົກ​ຂອງ​ທ່ານ ອາ​ບີ​ນາ​ດາບ​ທີ່​ສອງ ຊີ​ເມ​ອາ​ທີ່​ສາມ

14 ນາ​ທານ​ເອນ​ທີ່​ສີ່ ຣັດ​ດັຍ​ທີ່​ຫ້າ

15 ໂອ​ເຊມ​ທີ່​ຫົກ ເດ​ວິດ​ທີ່​ເຈັດ

16 ແລະ​ເອື້ອຍ​ຂອງ​ເຂົາ​ຄື​ ເຊ​ຣູ​ຢາ ແລະ​ອາ​ບີ​ກາ​ອີນ ​ນາງ​ເຊ​ຣູ​ຢາມີ​ບຸດ​ຊາຍ​ຊື່ ອາ​ບີ​ຊັຍ ໂຢ​ອາບ ແລະ​ອາ​ຊາ​ເຮນ ມີສາມ​ຄົນດ້ວຍ​ກັນ

17 ອາ​ບີ​ກາ​ອີນ​ໄດ້​ເກີດ ອາ​ມາ​ສາ ແລະ​ບີ​ດາ​ຂອງ​ອາ​ມາ​ສາ​ຊື່ ເຢ​ເທີ ເປັນ​ຊາວ​ອິສ​ຣາ​ເອນ

18 ກາ​ເລັບ​ບຸດ​ຊາຍ​ຂອງ​ເຮສ​ໂຣນ​ມີ​ບຸດ​ກັບ​ນາງ​ອາ​ຊູ​ບາ​ພັ​ຣ​ຍາ​ຂອງ​ຕົນ ແລະ​ນາງ​ເຢ​ຣີ​ໂອດ ຕໍ່​ໄປ​ນີ້​ເປັນ​ບຸດ​ຂອງ​ນາງ​ຄື ເຢ​ເຊີ ໂຊ​ບັບ ແລະ​ອາຣ໌​ໂດນ

19 ເມື່ອ​ອາ​ຊຸ​ບາ​ສິ້ນ​ຊີ​ວິດ ກາ​ເລັບ​ກໍ​ແຕ່ງ​ງານ​ກັບ​ເອ​ຟ​ຣາດ​ມີ​ບຸດ​ຊາຍ​ຊື່ ຮູຣ໌​ ໃຫ້​ແກ່​ທ່ານ

20 ຮູ​ຣ໌​ເປັນ​ບິ​ດາ​ຂອງ​ອູ​ຣີ ແລະ​ອູ​ຣີ​ເປັນ​ບິ​ດາ​ຂອງ​ເບ​ຊາ​ເລັນ

21 ພາຍ​ຫລັງ​ເຮັ​ສ​ໂຣນ​ໄດ້​ເຂົ້າ​ຫາ​ທິ​ດາ​ຂອງ​ມາ​ຄີຣ໌ບິ​ດາ​ຂອງ​ກີ​ເລ​ອາດ ແລະ​ໄດ້​ແຕ່ງ​ງານ​ນຳ ​ເມື່ອ​ທ່ານ​ມີ​ອາ​ຍຸ​ຫົກ​ສິບ​ປີ ແລະ​ນາງ​ກໍ​ມີ​ບຸດຊາຍ​ໃຫ້​ທ່ານ​ຊື່ ເຊ​ກຸບ

22 ແລະ​ເຊກຸບ​ເປັນ​ບິ​ດາ​ຂອງ​ຢາ​ອີ​ຣ໌ ຜູ້​ມີ​ຫົວ​ເມືອງ​ຊາວ​ສາມ​ຫົວ​ເມືອງ​ໃນ​ແຜ່ນ​ດິນ​ກີ​ເລ​ອາດ

23 ແຕ່​ຈາກ​ຫົວ​ເມືອງ​ເຫລົ່າ​ນັ້ນ ເກ​ຊູຣ໌ ແລະ​ອາ​ຣາມ​ໄດ້​ຍຶດ​ຫົວ​ເມືອງຮາວ​ໂວດ​ຢາ​ອີ​ຣ໌ ແລະ​ຫົວ​ເມືອງ​ເກ​ນາດ ​ແລະ​ບັນ​ດາ​ຊົນ​ນະ​ບົດ​ຂອງ​ຫົວ​ເມືອງ​ຫົກ​ສິບ​ຊົນ​ນະ​ບົດ​ດ້ວຍກັນ ທັງ​ຫມົດ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ມາ​ຄີ​ຣ໌ບິ​ດາ​ຂອງ​ກີ​ເລ​ອາດ

24 ພາຍ​ຫລັງ​ເຮັສ​ໂຣນ​ສິ້ນ​ຊີ​ວິດ​ໃນ​ກາ​ເລັບ​ເອ​ຟ​ຣາ​ທາ ແລ້ວ​ອາ​ບີ​ຢາ​ພັ​ຣ​ຍາ​ຂອງ​ເຮສ​ໂຣນກໍ​ມີ​ ອັ​ສຮູ​ຣ໌ໃຫ້​ແກ່​ເຂົາ ເປັນ​ບິ​ດາ​ຂອງ​ເຕ​ໂກ​ອາ

25 ບຸດ​​ເຢ​ຣາ​ເມ​ເອນ​ ບຸດ​ຊາຍ​ກົກ​ຂອງ​ເຮສ​ໂຣນ​ຄື ຣາມ ​ບຸດ​ຊາຍ​ກົກ​ຂອງ​ທ່ານ ບູນາ ໂອ​ເຣນ ໂອ​ເຊມ ແລະອາ​ຮິ​ຢາ

26 ເຢ​ຣາ​ເມເອນ​ມີ​ພັ​ຣ​ຍາ​ອີກ​ຄົນ​ນຶ່ງ​ຊື່ ອາ​ຕາ​ຣາ ນາງເປັນ​ມານດາ​ຂອງ​ໂອ​ນາມ

27 ບຸດຊາຍ​ຂອງ​ຣາມ​ ບຸດ​ຊາຍກົກຂອງ​ເຢ​ຣາ​ເມເອນ​ຊື່ ມາ​ອັ​ສ ຢາ​ມິນ ແລະ​ເອ​ເກີ

28 ບຸດ​ຊາຍ​ຂອງ​ໂອ​ນາມ​ຊື່ ຊາມ​ມັຍ ແລະ​ຢາ​ດາ ບຸດ​ຊາຍ​ຂອງ​ຊັມ​ມັຍ​ຊື່ ນາ​ດາບ ແລະ​ອາ​ບີ​ຊູຣ໌

29 ພັ​ຣ​ຍາຂອງ​ອາ​ບີ​ຊູ​ຣ໌ຊື່ ອາ​ບີ​ຮາ​ອີນ ແລະ​ນາງມີ ​ອາ​ບານ ແລະ​ໂມ​ລິດ​ໃຫ້​ທ່ານ

30 ​ນາ​ດາບມີ​ບຸດ​ຊາຍ​ຊື່ ເຊ​ເລດ ແລະ​ອັ​ປ​ປາ​ອິມ ແລະ​ເຊ​ເລດ​ໄດ້​ສິ້ນ​ຊີ​ວິດ ບໍ່​ມີ​ບຸດ

31 ​ອັ​ປ​ປາ​ອິມ​ມີ​ບຸດ​ຊາຍຊື່ ອິສ​ອີ ​ອິສ​ອີ​ມີ​ບຸດ​ຊາຍຊື່ ເຊ​ຊານ ​ເຊ​ຊານມີ​ບຸດ​ຊາຍ​ຊື່ ອາ​ລັຍ​

32 ບຸດ​ຊາຍ​ຂອງ​ຢາ​ດາ ນ້ອງ​ຊາຍ​ຂອງ​ຊັມ​ມັຍ​ຊື່ ເຢ​ເທີ ແລະ​ໂຢ​ນາ​ທານ ແລະ​ເຢ​ເທີ​ໄດ້​ສິ້ນ​ຊີ​ວິດ ບໍ່​ມີ​ບຸດ

33 ​ໂຢ​ນາ​ທານມີ​ບຸດ​ຊາຍ​ຊື່ ເປ​ເລທ ແລະ​ຊາ​ຊາ ຄົນ​ເຫລົ່​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເຢ​ຣາ​ເມ​ເອນ

34 ຝ່າຍ​ເຊ​ຊານ​ບໍ່​ມີ​ບຸດ​ຊາຍ​ມີ​ແຕ່​ບຸດ​ຍິງ ແຕ່​ເຊ​ຊານ​ມີ​ທາດ​ຊາວ​ເອ​ຢິບ​ຢູ່​ຄົນ​ນຶ່ງ​ຊື່ ຢາ​ຮາ

35 ເຊ​ຊານ​ຈຶ່ງ​ຍົກ​ບຸດ​ຍິງ​ຂອງ​ຕົນ​ໃຫ້​ເປັນ​ພັຣຍາ​ຂອງ​ຂອງ​ຢາ​ຮາ ທາດ​ຂອງ​ຕົນ ແລະ​ນາງ​ກໍ​ມີ​ບຸດ​ໃຫ້​ເຂົາ​ຊື່ ອັດ​ຕັຍ

36 ອັດ​ຕັຍ​ເປັນ​ບິ​ດາ​ຂອງນາ​ທານ ແລະ​ນາ​ທານ​ເປັນ​ຂອງບິ​ດາ​​ຊາ​ບັດ

37 ຊາ​ບັດ​ເປັນ​ບິ​ດາຂອງ​​ເອັ​ຟ​ລານ ແລະ​ເອັຟ​ລານ​ເປັນບິ​ດາ​ຂອງໂອ​ເບດ

38 ໂອ​ເບດ​ເປັນ​ບິ​ດາຂອງ​ເຢ​ຮູ ແລະ​ເຢ​ຮູ​ເປັນ​ບິ​ດາຂອງ​​ອາ​ຊາ​ຣິ​ຢາ

39 ອາ​ຊາຣິ​ຢາ​ເປັນ​ບິ​ດາ​ຂອງ​ເຮເລສ ແລະ​ເຮ​ເລ​ສ​ເປັນ​ບິ​ດາ​ຂອງ​ເອເລ​ອາ​ຊາ

40 ເອ​ເລ​ອາ​ຊາ​ເປັນ​ບິ​ດາຂອງ​ຊິສມັຍ ແລະ​ຊິ​ສ​ມັຍ​ເປັນ​ບິ​ດາ​ຂອງ ຊານ​ລູມ

41 ຊານ​ລູມ​ເປັນ​ບິ​ດາ​ຂອງ​ເຢ​ກາ​ມີ​ຢາ ແລະ​ເຢ​ກາ​ມີ​ຢາ​ເປັນ​ບິ​ດາ​ຂອງເອ​ລີ​ຊາ​ມາ

42 ບຸດ​ຂອງ​ກາ​ເລັບນ້ອງ​ຊາຍ​ຂອງ​ເຢ​ຣາ​ເມ​ເອນຊື່ ເມ​ຊາ​ ບຸດ​ຊາຍ​ກົກ​ຂອງ​ທ່ານ​ເປັນ​ບິ​ດາ​ຂອງ​ຊິ​ຟ ​ເມ​ເຣ​ຊາມີ​ບຸດ​ຊາຍ​ຄື ເຮ​ໂບ​ຣນ

43 ​ເຮ​ໂບ​ຣນມີ​ບຸດ​ຊາຍ​ຊື່ ໂກ​ຣາ ຕັບ​ປູ​ອາ ເຣ​ເກມ ແລະ​ເຊ​ມາ

44 ເຊ​ມາ​ເປັນ​ບິ​ດາ​ຂອງ​ຣາ​ຮາມ ຜູ້​ເປັນ​ບິ​ດາຂອງ​​ໂຢຣ໌ເກ​ອາມ ແລະ​ເຣ​ເຄມ ເປັນ​ບິ​ດາ​ຂອງ​ຊັມ​ມັຍ

45 ​ຊັມມັຍ​ມີ​ບຸດ​ຊາຍຄື ມາໂອນ ແລະ​ມາ​ໂອນ​ເປັນ​ບິ​ດາ​ຂອງ​ເບັທຊູຣ໌

46 ເອ​ຟາ ພັ​ຣ​ຍາ​ນ້ອຍ​ຂອງ​ກາ​ເລັບ​ມີ​ຮາ​ຣານ ໂມ​ຊາ ກາ​ເຊສ ແ​ລະ​ຮາ​ຣານ​ເປັນ​ບິ​ດາ​ຂອງ​ກາ​ເຊ​ສ

47 ຢາ​ດັຍ​ມີ​ບຸດ​ຊາຍຊື່ ເຣ​ເກມ ໂຢ​ທາມ ເກ​ຊານ ເປ​ເລດ ເອ​ຟາ ແລະ​ຊາ​ອາ​ຟ

48 ມາ​ອາ​ກາ​ ພັ​ຣ​ຍານ້ອຍ​ຂອງ​ກາ​ເລັບ​ມີ ເຊ​ເບີ ແລະ​ຕີ​ຣ໌​ຮາ​ນາ

49 ນາງໄດ້​ມີ​ ຊາ​ອາຟບິ​ດາ​ຂອງ​ມັດ​ມານ​ນາ ເຊວາ​ບິ​ດາ​ຂອງ​ມັກ​ເບ​ນາ ແລະ​ບິ​ດາ​ຂອງ​ກິ​ເບ​ອາ​ດ້ວຍ ບຸດ​ຍິງ​ຂອງ​ກາ​ເລັບ​ຊື່ ອັກ​ສາ

50 ຄົນ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ກາ​ເລັບ ບຸດ​ຂອງຮູ​ຣ໌ ບຸດ​ຊາຍ​ຫົວ​ປີ​ຂອງ​ເອ​ຟ​ຣາ​ທາ​ຊື່ ໂຊ​ບານ ບິ​ດາ​ຂອງ​ກິ​ຣີ​ອາດ​ເຢ​ອາ​ຣິມ

51 ຊັນ​ມາບິ​ດາ​ຂອງ​ ເບັດ​ເລ​ເຮັມ ແລະ​ຮາ​ເຣັ​ຟບິ​ດາ​ຂອງ​ເບັດ​ກາ​ເດີ

52 ໂຊ​ບານ​ບິ​ດາ​ຂອງ​ກິ​ຣີ​ອາດ​ເຢ​ອາ​ຣິມ​ມີ​ບຸດ​ອິ​ກຊື່ ຮາ​ໂຣ​ເອ ເຄິ່ງ​ນຶ່ງ​ຂອງ​ຕະ​ກູນ​ເມ​ນູ​ໂຮທ

53 ແ​ລະ​ຕະ​ກູນ​ຂອງ​ກິ​ຣິ​ອາດ​ເຢ​ອາຣິ​ມ​ຄື ຕະ​ກູນອິທ​ຣິດ​ ຕະ​ກູນ​ປູ​ທິດ ຕະ​ກູນ​ຊູ​ມາ​ທິດ ແລະ​ຕະ​ກູນມິ​ສ​ຣາທິດ​ ຈາກ​ຄົນ​ເຫລົ່າ​ນີ້​ບັງ​ເກີດ​ຊາວ​ໂຊ​ຣາ ແລະ​ເອັ​ສ​ຕາ​ໂອລິດ

54 ​ຊັນ​ມາມີ​ບຸດ​ຊາຍ​ຄື ເບັດ​ເລ​ເຮັມ ຊາວ​ເນ​ໂຕ​ຟ ອັດ​ໂຣດ​ເບັດ​ໂຢ​ອາບ ແລະ​ເຄິ່ງ​ນຶ່ງ​ຂອງ​ຕະ​ກູນມາ​ນາຮາ​ທິດ​ ຜູ້​ເປັນ​ຊາວ​ໂຊ​ຣິດ

55 ທັງ​ຕະ​ກູນ​ຕ່າງໆ​ຂອງ​ຜູ້​ຊ່ຽວ​ຊານ​ທາງການ​ຂຽ​ນ ແລະ​ລອກ​ເອກ​ກະ​ສານ ທີ່​ອາ​ໄສ​ຢູ່​ຕາມ​ເມືອງ​ຢາ​ເບສຄື ຕະ​ກູນ​ຕິ​ຣາ​ທິດ ຊິ​ເມ​ອາ​ທິດ ແລະ​ຕະ​ກູນ​ຊູ​ກາທິດ ເຫລົ່​ນີ້​ເປັນ​ຄົນ​ເກ​ນິດ​ຜູ້​ມາ​ຈາກ​ຮາມ​ມັດ ບິ​ດາ​ຂອງ​ເຊື້ອ​ສາຍ​ເຣ​ຄັບ​

 

3. ເຊື້​ອສາຍ​ຂອງ​ດາ​ວິດ ແລະ​ຊາ​ໂລ​ໂມນ

 (2 ຊມອ 3:2-5; 5:13-16; 1 ຂຄວ 14:3-7 ; ມທ 1:6-12)

1   ຕໍ່​ໄປ​ນີ້​ແມ່ນ​ບຸ​ດ​ຊາຍຂອງ​ດາ​ວິດ​ທີ່​ເກີດໃຫ້​ແກ່​ພຣະ​ອົງ​ໃນ​ກຸງ​ເຮ​ໂບ​ຣນ ອັມ​ໂນນ​ ບຸດ​ຊາຍ​ກົກ ເກີດ​ຈາກ​ນາງ​ອາ​ຮິ​ໂນ​ອາມ​ ຊາວ​ເຢສ​ເຣ​ເອລິດ​ ​ທີ່​ສອງ​ຄື ດານີ​ເອນ ເກີດ​ຈາກນາງ​ອາ​ບີ​ກາ​ອີນ ຊາວ​ກາ​ເມລິດ

2   ທີ່​ສາມ​ຄື ອັບ​ຊາ​ໂລມ ບຸດ​ຊາຍ​ຂອງ​ນາງມາ​ອາ​ກາ ຣາ​ຊ​ທິ​ດາ​ຂອງຕັນ​ມັຍ ພຣະ​ຣາ​ຊາ​ຂອງ​ເມືອງ​ເກ​ຊູ​ຣ໌ ທີ່​ສີ່ຄື ອາ​ໂດ​ນີ​ຢາ ບຸດ​ຊາຍ​ຂອງ​ນາງຮັກ​ກິທ

3   ​ທີ່​ຫ້າຄື ເຊ​ຟາ​ຕີ​ຢາ ເກີດ​ຈາກນາງອາ​ບີ​ຕັນ ​ທີ່​ຫົກ​ຄື ອິທ​ເຣ​ອາມ ເກີດ​ຈາກ​ນາງເອກ​ລາ​

4   ທັງ​ຫົກ​ເກີດ​ໃຫ້​ແກ່ພຣະ​ອົງໃນ​ກຸງ​ເຮໂບ​ຣນ ທີ່​ນັ້ນ​ພຣະ​ອົງ​ຊົງ​ປົກ​ຄອງ​ເຈັດ​ປີ​ກັບ​ຫົກ​ເດືອນ ແລະພຣະ​ອົງຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສາມ​ສິ​ບສາມ​ປີ

5   ຕໍ່​ໄປ​ນີ້​ແມ່ນ​ບຸ​ດ​ຊາຍທີ່ເກີດໃຫ້​ແກ່​ພຣະ​ອົງໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຄື ຊີ​ເມ​ອາ ໂຊ​ບັບ ນາ​ທານ ແລະ​ໂຊ​ໂລໂມນ ທັງສີ່​​ເກີດ​ຈາກນາງ​ບັທຊູ​ອາ ບຸດ​ຕ​ຣີ​ຂອງ​ອັມ​ມີ​ເອນ​

6   ແລ້ວ​ກໍ​ມີ ອິບ​ຮັກ ເອ​ລີ​ຊ​ມາ ເອ​ລີ​ເຟ​ເລ​ທ

7   ໂນ​ກາ ເນ​ເຟກ ຢາ​ຟີ​ອາ

8   ເອ​ລີຊາ​ມາ ເອ​ລີ​ອາ​ດາ ແລະ​ເອ​ລີເຟ​ເລ​ທ ເກົ້າ​ອົງ​ດ້ວຍ​ກັນ

9   ທັງ​ຫມົດນີ້​ເປັນ​ບຸດ​ຊາຍຂອງ​ດາ​ວິດ ນອກ​ເຫນືອ​ຈາກ​ບຸດ​ຊາຍ​ຂອງ​ນາງ​ສນົມ ແລະຕາ​ມາ​ເປັນນ້ອງ​ສາວ​ຂອງ​ພວກ​ເຂົາ

ເຊື້ອ​ສາຍ​ຂອງ​ໂຊ​ໂລ​ໂມນ

10 ​ໂຊ​ໂລ​ໂມນມີ​ບຸດ​ຊາຍ​ຄື ເຣ​ໂຮ​ໂບ​ອາມ ເຣ​ໂຮ​ໂບ​ອາມມີ​ບຸດ​ຊາຍ​ຄື ອາ​ບີ​ຢາ ອາ​ບີ​ຢາ​ມີ​ບຸດ​ຊາຍ​ຄື ອາ​ຊາ ອາ​ຊາ​ມີ​ບຸດ​ຊາຍ​ຄື ເຢ​ໂຮ​ຊາ​ຟັດ

11 ເຢໂ​ຮາຊາ​ຟັດ​ມີ​ບຸດ​ຊາຍ​ຄື ໂຢ​ຮາມ ໂຢ​ຮາມ​ມີ​ບຸດ​ຊາຍ​ຄື ອາ​ຮາ​ຊີ​ຢາ​ມີ​ບຸດ​ຊາຍ​ຄື​ໂຢ​ອັ​ສ

12 ໂຢ​ອັ​ສ​ມີ​ບຸ​ດ​ຊາຍ​ຄື ອາ​ມາ​ຊີ​ຢາ ອາ​ມາ​ຊີ​ຢາ​ມີບຸດ​ຊາຍ​ຄື​ໂຢ​ທາມ

13 ໂຢ​ທາມ​ມີ​ບຸດ​ຊາຍ​ຄື ອາ​ຮັ​ສ ອາ​ຮັ​ສ​ມີ​ບຸດ​ຊາຍ​ຄື​ ເຮ​ເຊ​ກີ​ຢາ ເຮ​ເຊ​ກີ​ຢາ​ມີ​ບຸ​ດ​ຊາຍ​ຄື​ ມາ​ນັ​ສ​ເຊ

14 ມາ​ນັສ​ເຊ​ມີ​ບຸດ​ຊາຍ​ຄື ອາ​ໂມນ ອາ​ໂມນ​ມີ​ບຸດ​ຊາຍ​ຄື ໂຢຊິ​ຢາ

15 ໂຢ​ຊິ​ຢາ​ມີ​ບຸດ​ຊາຍ​ຄື ໂຢ​ຮາ​ນານ ບຸດ​ຊາຍ​ກົກ ​ທີ່​ສອງ​ຄື ເຢ​ຮົວ​ອາ​ກິມ ທີ່​ສາມ​ຄື​ ເຊ​ເດ​ກີ​ຢາ ທີ່​ສີ່​ຄື​ ຊັນ​ລູມ

16 ເຢ​ຮົວ​ອາ​ກິມ​ມີ​ບຸດ​ຊາຍ​ຄື ເຢ​ໂກ​ນິ​ຢາ ເຢ​ໂກ​ນິ​ຢາ​ມີ​ບຸດ​ຊາຍ​ຄື ເຊ​ເດ​ກີ​ຢາ

17 ແລະ​ບຸດ​ຊາຍ​ຂອງ​ເຢ​ໂກ​ນິ​ຢາ​ ຊະ​ເລີຍ​ນັ້ນ​ຊື່ ເຊ​ອັນ​ຕີ​ເອນບຸດ​ຊາຍ​ຂອງ​ພຣະ​ອົງ

18 ມັນ​ຄີ​ຣາມ ເປ​ດັຍຢາ ເຊ​ນັ​ສ​ຊາ ເຢ​ກາ​ມີ​ຢາ ໂຮ​ຊາ​ມາ ເນ​ດາ​ບີ​ຢາ

19 ແລະ​ເປ​ດັຍ​ຢາ​ມີ​ບຸດ​ຊາຍ​ຄື ເຊ​ຣຸບ​ບາ​ເບນ ແລະ​ຊີ​ເມ​ອີ ແລະ​ເຊ​ຣຸບ​ບາ​ເບນ​ມີ​ບຸດ​ຊາຍ​ຄື ເມ​ຊຸນ​ລາມ ຮາ​ນາ​ນີ​ຢາ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຊື່​ ເຊ​ໂລ​ມິ​ທ

20 ຮາ​ຊຸ​ບາ ໂອ​ເຮນ ເບ​ເຣ​ຄີ​ຢາ ຮາຊາ​ດີ​ຢາ ແລະ​ຢູສັບ​ເຮ​ເສດ ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ

21 ຮາ​ນາ​ນິ​ຢາມີ​ບຸດ​ຊາຍ​ຄື ປາ​ລາ​ຕີ​ຢາ ເຢ​ຊັຍຢາ ລູກ​ຫ​ລານ​ຂອງ​ເຣ​ຟັຍຢາ ລູກຫລານ​ຂອງ​ອາກ​ນານ ລູກ​ຫລານ​ຂອງ​ໂອ​ບາ​ດີ​ຢາ ລູກ​ຫລານ​ຂອງ​ເຊ​ກາ​ນີ​ຢາ

22 ເຊ​ກາ​ນີ​ຢາ​ມີ​ບຸດ​ຊາຍ​ຄື ເຊ​ມັຍຢາ ແລະ​ເຊ​ມັຍ​ຢາ​ມີ​ບຸດ​ຊາຍຄື ຮັດ​ຕູສ ອີ​ການ ບຣີ​ຢາ ເນ​ອາ​ຣີ​ຢາ ຊາຟດ ທັງ​ຫມົດ​ຫົກ​ຄົນ​ດ້ວຍ​ກັນ

23 ເນ​ອາ​ຣີ​ຢາ​ມີ​ບຸດ​ຊາຍ​ຊື່ ເອ​ລີ​ໂອ​ເອນັຍ ຮີ​ສ​ກີ​ຢາ ແລະອັ​ສ​ຣີ​ຄາມ ທັງ​ຫມົດ​ສາມ​ຄົນ​ດ້ວຍກັ

24 ເອ​ລີ​ໂອ​ເອ​ນັຍ​ມີ​ບຸດ​ຊາຍ​ຄື ໂຮ​ດາ​ວີ​ຢາ ເອ​ລີ​ອາ​ຊີບ ເປ​ລັຍ​ຢາ ອັກ​ຄຸບ ໂຢ​ຮາ​ນານ ເດລັຍຢາ ແລະ​ອາ​ນາ​ນີ ທັງ​ຫມົດ​ມີ​ເຈັດ​ຄົນ​ດ້ວຍ​ກັນ

 

4. ເຊື້ອ​ສາຍ​ຂ​ອງ​ຢູ​ດາ

1   ຢູ​ດາ​ມີ​ບຸດ​ຊາຍ​ຄື ເປ​ເຣສ ເຮັ​ສ​ໂຣນ ກາ​ຣ໌ມີ ຮູ​ຣ໌ ແລະ​ໂຊ​ບັນ

2   ເຣ​ອັຍ​ຢາ​ບຸດ​ຂອງ​ໂຊ​ບັນເປັນ​ບິ​ດາ​ຂອງ ຢາ​ຮາດ ແລະ​ຢາ​ຮາດ​ເປັນ​ບິ​ດາ​ຂອງ​ອາ​ຮູ​ມັຍ ແລະ​ລາ​ຮາດ ເຫ​ລົ່​ນີ້​ເປັນ​ຕະ​ກູນ​ຂອງ​ຊາວ​ໂຊ​ຣາດ

3   ຕໍ່​ໄປ​ນີ້​ເປັນ​ບິ​ດາ​ບຸດ​ຂອງ​ເອ​ທາມ​ຄື ເຢສ ເຣ​ເອນ ອິສ​ມາ ແລະ​ອິດ​ບັສ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຊື່ ຮັ​ສ​ເຊ​ເລນ​ໂປ​ນີ

4   ແລະ​ເປ​ນູ​ເອນ​ຜູ້​ເປັນ​ບິ​ດາ​ຂອງ ເກ​ໂດຣ໌ ແລະ​ເອ​ເຊີ ​ຜູ້​ເປັນ​ບິ​ດາ​ຂອງຮູ​ຊາ ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ຮູ​ຣ໌ ບຸດ​ຊາຍ​ກົກ​ຂອງ​ເອ​ຟຣາ​ທາ​ຜູ້​ເປັນ​ບິ​ດາ​ຂອງ​ເບັດ​ເລ​ເຮັມ

5   ອັ​ສຣູ​ຣ໌ບິ​ດາ​ຂອງເຕ​ໂກ​ອາ ມີ​ພັ​ຣ​ຍາ​ສອງ​ຄົນ​ຄື ນາງ​ເຮ​ລາ ແລະ​ນາງນາ​ອາ​ຣາ

6   ນາງ​ນາ​ອາ​ຣາເກີດ ອ​ຮູ​ສ​ຊາມ ເຮ​ເຟີ ເຕ​ເມນີ ແລະ​ຮາ​ອາ​ຮັ​ສຕາ​ຣີ​ໃຫ້​ແກ່​ເຂົາ ເຫລົ່​ນີ້​ເປັນ​ບຸດ​ຂອງ​ນາງ​ນາ​ອາ​ຣາ

7   ບຸດ​ຂອງ​ນາງ​ເຮລາ​ຄື ເຊ​ເຣທ ອິສ​ຮາ ເອດ​ນານ

8   ໂກ​ສ​ເປັນ​ບິ​ດາ​ຂອງ ອາ​ນູບ ໂຊ​ເບ​ບາ ແລະ​ບັນ​ດາ​ຕະ​ກູນ​ຂອງ​ອາ​ຮາຣ໌​ເຮນ​ບຸດ​ຊາຍ​ຂອງ​ຮາ​ຣູມ

9   ຝ່າຍ​ຢາ​ເບສ​ເປັນ​ຜູ້​ມີ​ກຽດ​ກວ່າ​ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຂົ ມານ​ດາ​ຂອງ​ເຂົ​ເອີ້ນ​ຊື່​ເຂົາ​ວ່າ ຢາ​ເບ​ສ ກ່າວ​ວ່າ, “ເພາະ​ເຮົາ​ຄອດ​ເຂົາ​ດ້ວຍ​ຄວາມ​ເຈັບ​ປວດ”

10 ຢາ​ເບ​ສ​ທູນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ວ່າ, “ຂໍ​ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ຂ້າ​ພຣະ​ອົງ ແລະ​ຂະ​ຫຍາຍ​ເຂດ​ແດນ​ຂອງ​ຂ້າ​ພຣະ​ອົງ ແລະ​ຂໍ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ກັບ​ຂ້າ​ພຣະ​ອົງ ແລະ​ຂໍ​ພຣະ​ອົງ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງໃຫ້​ພົ້ນ​ຈາກ​ເຫດ​ຮ້າຍ ເພື່ອ​ບໍ່​ໃຫ້​ຂ້າ​ພຣະ​ອົງ​ເຈັບ​ໃຈ​ປວດ​ກາຍ” ແລະ​ພຣະ​ເຈົ້າ​ຊົງ​ໃຫ້​ສີ່ງ​​ທີ່​ເຂົາ​ທູນ​ຂໍ

11 ເຄລູບ ອ້າຍ​ຂອງ​ຊູ​ຮາ ເປັນ​ບິ​ດາ​ຂອງ​ເມ​ຮີ​ຣ໌ຜູ້​ເປັນ​ບິ​ດາ​ຂອງ​ເອັ​ສ​ໂຕນ

12 ເອັ​ສ​ໂຕນ​ເປັນ​ບິ​ດາ​ຂອງ​ເບັດ​ຣາ​ຟາ ປາ​ເຊ​ອາ ເຕ​ຮີນ​ນາ​ຜູ້​ເປັນ​ບິ​ດາ​ຂອງ​ອິ​ຣ໌ນາ​ຮັ​ສ ເຫລົ່າ​ນີ້​ເປັນ​ຄົນ​ຂອງ​ເຣ​ກາ

13 ເກ​ນັ​ສ​ມີ​ບຸດ​ຊາຍ​ຄື ໂອດ​ທາ​ນີ ເສຣັຍ​ຢາ ແລະ​ໂອດ​ນີ​ເອນມີ​ບຸດ​ຊາຍ​ຄື ຮາ​ທັດ ແລະ​ເມ​ໂອ​ໂນ​ທັຍ

14 ເມ​ໂອ​ໂນ​ທັຍ​ເປັນ​ບິ​ດາ​ຂອງ​ໂອ​ຟ​ຣາ  ແລະ​ເຊຣັຍຢາເປັນ​ບິ​ດາ​ຂອງ​ໂຢ​ອັບ ​ຜູ້​ເປັນ​ບິ​ດາ​ຂອງ​ເກ​ຮາ​ຣາຊິມ ເພາ​ເຂົາ​ເປັນ​ຊ່າງ​ຝີ​ມື

15 ບຸດ​ກາ​ເລັບ​ຜູ້​ເປັນ​ບຸດຊາຍ​ຂອງ​ເຢ​ຟຸນ​ເນຄື ອີ​ຣູ ເອ​ລາ ແລະນາ​ອາມ ແລະ​ເອ​ລາ​ມີ​ບຸດ​ຊາຍ​ຄື​ ເກ​ນັ​ສ

16 ເຢ​ຮັນ​ເລ​ເລນ​ມີ​ບຸດ​ຊາຍ​ຄື  ຊິ​ຟ ຊີ​ຟາ ຕີ​ຣີ​ອາ ແລະອາ​ຊາ​ເຣນ

17 ອັສ​ຣາ​ມີ​ບຸດ​ຊາຍ​ຄື ເຢ​ເທີ ເມ​ເຣດ ເອ​ເຟີ ແລະ​ຢາ​ໂລ​ນ ເຫລົ່າ​ນີ້​ເປັນ​ບຸດ​ຊາຍ​ຂອງ​ນາງ​ບິທິຢາ ທິ​ດາ​ຂອງ​ຟາ​ຣາ​ໂອ​ຜູ້​ຊຶ່ງ​ເມ​ເຣັດ​ໄດ້​ແຕ່ງ​ງານດ້ວຍ ແລະ​ນາງ​ໄດ້​ມີ​ບຸດ​​ຄື ມີ​ຣີ​ອາມ ຊັມ​ມັຍ ແລະ​ອິສ​ບາ ບິ​ດາ​ຂອງ​ເອັສ​ເຕ​ໂມ​ອາ

18 ແລະ​ພັ​ຣ​ຍາ​ຊາວ​ຢູ​ດາຂອງ​ທ່ານ​ເກີດ ເຢ​ເຣດ​ບິ​ດາ​ຂອງ​ເກ​ໂດຣ໌ ເຮ​ເບີບິ​ດາ​ຂອງ​ໂຊ​ໂກ ແລະ​ເຢ​ກູທີ​ເອນ​ບິ​ດາ​ຂອ​ງຊາ​ໂນ​ອາ

19 ບຸດ​ຊາຍ​ພັ​ຣ​ຍາຂອງ​ໂຮ​ດີ​ຢາ ນ້ອງ​ສາວ​ຂອງ​ນາ​ຮາມ​ເປັນ​ບິ​ດາ​ຂອງ​ເກ​ອີ​ລາ ຜູ້​ເປັນ​ຕະ​ກູນ​ກາຣ໌​ມີດ ແລະເອັສ​ເຕ​ໂມ​ອາຜູ້ເປັນ​ຕະ​ກູນ​ມາ​ອາ​ກາທິດ​

20 ຊີ​ໂມນ​ມີ​ບຸດ​ຊາຍ​ຄື  ອັມ​ໂນນ ຣີນ​ນາ ເບ​ນ​ຮາ​ນານ ແລະ​ຕີ​ໂລນ ອິສ​ອີ​ມີ​ບຸດ​ຊາຍ​ຄື ໂຊ​ເຮທ ແລະ​ເບນ​ໂຊ​ເຮທ

21 ບຸດຂອງ​ເຊ​ລາ​ຜູ້​ເປັນ​ບຸດ​ຂອງ​ຢູ​ດາ​ຄື ເອ​ຣ໌ ບີ​ດາ​ຂອງເລ​ກາ ລາ​ອາ​ດາ​ບິ​ດາ​ຂອງ​ມາ​ເຣ​ຊາ ແລະ​ບັນ​ດາ​ຕະ​ກູນ​ຂອງ​ຜູ້​ທຳ​ຜ້າ​ປ່ານ​ແຫ່ງເບັດອັ​ສ​ເບ​ອາ

22 ແລະ​ໂຢ​ກິມ ແລະ​ຄົນ​ເມືອງ​ໂກ​ເຊ​ບາ ແລະ​ໂຢ​ອັ​ສ ແລະ​ຊາ​ຣັ​ຟ​ຜູ້​ປົກ​ຄອງ​ໃນເມືອງ​ໂມ​ອາບ ແລະ​ກັບ​ມາ​ຍັງ​ເມືອງ​ເລ​ເຮັມ (ເປັນ​ເຣື່ອງ​ແຕ່​ໂບ​ຮານ​ນະ​ການ)

23 ຄົນ​ເຫລົ່​ນີ້​ເປັນ​ຊ່າງ​ຫມໍ້ ເປັນ​ຊາວ​ເມືອງ​ເນ​ຕາ​ອິມ ແລະ​ເກ​ເດ​ຣາ ທີ່​ນັ້ນ​ເຂົາ​ອາ​ໄສ​ຢູ່​ກັບ​ພຣະ​ຣາ​ຊາ​ຮັບ​ຣາ​ຊ​ການ

ເຊື້ອ​ສາຍ​ຂອງ​ຊີ​ເມ​ໂອນ

 (ປຖກ 46:10)

24 ຊີ​ເມ​ໂອນ​ມີ​ບຸດ​ຊາຍ​ຊື່ ເນ​ມູ​ເອນ ຢາ​ມິນ ຢາ​ຣິບ ເຊ​ຣາ ແລະຊາ​ອູນ

25 ຊາ​ອູນມີບຸດ​ຊາຍ​ຊື່ ຊາ​ນລູມ ຊາ​ນລູມ​ມີ​ບຸດ​ຊາຍ​ຄື ມິບ​ຊາມ ມິບ​ຊາມ​ມີ​ບຸດ​ຊາຍ​ຊື່ ມິ​ສ​ມາ

26 ມິ​ສ​ມາ​ມີ​ບຸດ​ຊາຍ​ຄື ຮາມ​ມູ​ເອນ ຮາມ​ມູ​ເອນ​ມີ​ບຸດ​ຊາຍ​ຄື ຊັກ​ກູ​ຣ໌ ຊັກ​ກູ​ຣ໌​ມີ​ບຸດ​ຊາຍ​ຊື່ ຊີ​ເມ​ອີ

27 ຊີ​ເມ​ອີ​ມີ​ບຸດ​ຊາຍ​ສິບຫົກ​ຄົນ ແລະ​ບຸດ​ຍິງ​ຫົກ​ຄົນ ແຕ່​ພີ່​ນ້ອງ​ຂອງ​ຊິ​ເມ​ອີ​ບໍ່​ມີ​ລູກ​ຫລາຍ ຕະ​ກູນ​ຂອງ​ເຂົາກໍ​ບໍ່​ທະ​ວີ​ຫລາຍ​ຂື້​ນ​ຢ່າງ​ກັບ​ຊາວ​ເຜົ່​ຢູ​ດາ

28 ເຂົາທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ເມືອງເບ​ເອີ​ເຊ​ບາ ໂມ​ລາດາ ຮາ​ຊາກ​ຊູ​ອັນ

29 ແລະ​ທີ່​ບີນ​ຮາ ເອ​ເຊມ ໂຕ​ລາດ

30 ເບ​ທູ​ເອນ ໂຮ​ມາ ຊິກ​ລັກ

31 ເບັທ​ມາຣ໌​ກາ​ໂບດ ຮາ​ຊາຣ໌ຊູຊິມ ເບັດ​ບີ​ຣີ ແລະ​ຊາ​ອາ​ຣາ​ອິມ ເຫລົ່າ​ນີ້​ເປັນ​ຫົວ​ເມືອງ​ຂອງ​ເຂົາ ຈົນ​ເຖິງ​ດາ​ວິດ​ຂື້ນ​ປົກ​ຄອງ

32 ແລະ​ຊົນ​ນະ​ບົດ​ຂອງ​ເຂົາ​ທັງ​ຫລາຍ​ຄື​ເອ​ທາມ ອາ​ອິນ ຣິມ​ໂມນ ໂຕ​ເຄນ ແລະອາ​ຊານ ຫ້າ​ຫົວ​ເມືອງ

33 ຮວມ​ຢູ່​ກັບ​ຊົນ​ນະ​ບົດ​ຂອງ​ເຂົາ​ຊຶ່ງ​ຢູ່​ຮອບ​ຫົວ​ເມືອງ​ເຫລົ່າ​ນີ້​ໄກ​ໄປຈົນ​ເຖິງເມືອງບາ​ອານ ເຫລົ່າ​ນີ້​ເປັນ​ພູມ​ລຳ​ເນົາ​ຂອງ​ເຂົາ ແລະ​ເຂົາ​ມີ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ

34  ເມ​ໂຊ​ບັບ ຢາມ​ເລກ ໂຢ​ຊາ ອາ​ມາ​ຊີ​ຢາ

35 ໂຢ​ເອນ ເຢ​ຮູ​ບຸດ​ຊາຍໂຢ​ຊີ​ບີ​ຢາ ຜູ້ເປັນ​ບຸດ​ຂອງ​ເຊຣັຍຢາ ຜູ້​ເປັນ​ບຸດ​ຂອງ​ອາ​ຊີ​ເອນ

36 ເອລີ​ໂອ​ເອ​ນັຍ ຢາ​ອາ​ໂກ​ບາ ເຢ​ໂຊ​ຮັຍ​ຢາ ອາ​ຊັຍຢາ ອາ​ດີ​ເອນ ເຢ​ຊີ​ມີ​ເອນ ເບ​ນັຍ​ຢາ

37 ຊີ​ຊາ​ບຸດ​ຊາຍ​ຂອງຊີ​ຟີ ຜູ້​ເປັ​ນບຸດຂອງອັນ​ໂລນ ຜູ້​ເປັນ​ບຸດ​ຂອງ​ເຢ​ດັຍຢາ ຜູ້ເປັນ​ບຸດ​ຂອງ​ຊິມ​ຣີ ຜູ້​ເປັນ​ບຸດເຊ​ມັຍ​ຢາ

38 ທ່ານ​ທີ່​ກ່າວ​ຊື່ມາ​ນີ້​ເປັນ​ເຈົ້າ​ນາຍ​ໃນ​ຕະ​ກູນ​ຂອງ​ທ່ານ ແລະ​ຄອບ​ຄົວຂອງ​ເຂົາ​ທັງ​ຫລາຍ​ກໍ​ເພີ້ມ​ຂື້ນ​ມາກ​ມາຍ

39 ເຂົາ​ທັງ​ຫລາຍ​ໄດ້​ເດິນ​ທາງ​ໄປ​ເຖິງ​ທາງ​ເຂົ້າ​ເມືອງ​ທີ່​ເກ​ໂດຣ໌ ເຖິງ​ຂ້າງ​ທິດ​ຕາ​ເວັນ​ອອກ​ຂອງ​ທີ່​ລຸ່ມ​ເພື່ອ​ຫາ​ທົ່ງ​ຫຍ້າ​ໃຫ້​ຝູງ​ແບ້ແກະ​ຂອງ​ເຂົາ

40 ເຂົ​ທັງ​ຫລາຍ​ກໍ​ພົບ​ທົ່ງ​ຫຍ້າ​ອັນ​ອຸ​ດົມ​ດີ ແລະ​ແຜ່ນ​ດິນ​ນັ້ນ​ກໍ​ກວ້າງ​ຂວາງ​ງຽບ​ແລະ​ສ​ງົບ​ສັນ​ຕິ ເພາະ​ຊາວ​ເມືອງ​ທີ່​ຢູ່ກ່ອນ​ນັ້ນ​ເປັນ​ເຜົ່າເຊື້ອ​ສາຍ​ຂອງ​ຮາມ

41 ແລ້ວ​ຄົນ​ເຫລົ່​ນີ້​ຊຶ່ງ​ມີ​ຊື່​ໃນ​ສຳ​ມະ​ໂນ​ຄົວ​ໄດ້​ເຂົ້າ​ມາ​ໃນ​ສະ​ໄຫມ​ຂອງ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ແລະ​ໂຈມ​ຕີ​ເຕັນ​ຂອງ​ເຂົ ແລະ​ພວກ​ເມ​ອູ​ນິມ​ທີ່​ພົບ​ຢູ່​ທີ່​ນັ້ນ ແລະ​ກວາດ​ລ້າງ​ເຂົາ​ເສັຽ​ຈົນ​ເຖິງ​ທຸກວັນ​ນີ້ ແລ້ວ​ກໍ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ໃນ​ທີ່​ຂອງ​ເຂົ ເພາະ​ທີ່​ນັ້ນ​ມີ​ທົ່ງ​ຫຍ້າ​ໃຫ້​ຝູງ​ແບ້ແກະ​ຂອງ​ເຂົາ

42 ສ່ວນ​ນຶ່ງ​ຂອງ​ເຂົາ​ເຫລົ່າ​ນັ້ນ​ຄື​ສ່ວນ​ຄົນ​ຊິ​ເມ​ໂອນິດ​ຫ້າ​ຮ້ອຍ​ຄົນ​ພາ​ກັນ​ໄປ​ທີ່​ເຂົາ​ເຊ​ອີ​ຣ໌ ມີ​ຫົວ​ຫນ້າ​ຊື່​ເປ​ລາ​ຕິ​ຢາ ເນ​ອາ​ຣີ​ຢາ ເຣ​ຟັຍ​ຢາ ແລະ​ອຸ​ສ​ຊີ​ເອນ ບຸດ​ຊາຍ​ທັງ​ຫລາຍ​ຂອງ​ອິສ​ອີ

43 ແລະ​ເຂົາ​ໄດ້​ໂຈມ​ຕີ​ຄົນ​ອ​ມາ​ເລກ​ສ່ວນ​ທີ່​ເຫລືອ​ຢູ່​ຊຶ່ງ​ຫນີ​ລອດ​ໄປ ແລ້ວ​ເຂົາ​ທັງ​ຫລາຍ​ກໍ​ອາ​ໄສ​ຢູ່​ທີ່​ນັ້ນ​ຈົນ​ທຸກວັນ​ນີ້

 

5. ເຊື້ອ​ສາຍ​ຂອງ​ຣູ​ເບນ

 (ປຖກ 46:8-9)

1   ບຸດ​ຣູ​ເບນ​ ບຸດ​ຊາຍ​ກົກ​ຂອງ​ອິສ​ຣາ​ເອນ(ເຂົາ​ເປັນ​ບຸດ​ຊາຍ​ກົກ​ກໍ​ຈີງ ແຕ່​ເພາະ​ເຂົາ​ໄດ້​ກະ​ທຳ​ໃຫ້​ທີ່​ນອນ​ຂອງ​ບິ​ດາ​ຂອງ​ເຂົາ​ມີ​ມົນ​ທິນ ສິດ​ທິ​ບຸດ​ຫົວ​ປີ​ຂອງ​ເຂົາ​ຈຶ່ງ​ຕົກ​ຢູ່​ກັບ​ບຸດ​ໂຢ​ເຊັບ​ຜູ້​ເປັນ​ບຸດ​ອິສ​ຣາ​ເອນ ແຕ່​ໂຢ​ເຊັບບໍ່​ໄດ້​ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຕາມ​ສິດ​ທີ​ບຸດ​ຫົວ​ປີ

2   ເຖິງ​ແມ່ນວ່າ​ຢູ​ດາ​ມີ​ກຳ​ລັງ​ຫລາຍ​ໃນ​ພວກ​ພີ່​ນ້ອງ​ຂອງ​ຕົນ ແລະ​ເຈົ້າ​ນາຍ​ອົງ​ນຶ່ງ​ກໍ​ມາ​ຈາກ​ເຂົາ ແຕ່​ສິດ​ທິ​ບຸດ​ຫົວ​ປີກໍ​ຍັງ​ເປັນ​ຂອງ​ໂຢ​ເຊັບ)

3   ບຸດ​ຣູ​ເບນ ບຸດ​ຊາຍ​ກົກ​ຂອງ​ອິສ​ຣາ​ເອນ​ຄື ຮາ​ໂນກ ປັນ​ລູ ເຮສໂຣນ ແລະ​ກາຣ໌​ມີ

4   ໂຢ​ເອນ​ມີ​ບຸດ​ຊາຍ​ຄື ເຊ​ມັຍ​ຢາ ເຊ​ມັຍ​ຢາ​ມີ​ບຸດ​ຊາຍ​ຄື ໂກກ ໂກກ​ມີ​ບຸດ​ຊາຍ​ຄື ຊີ​ເມ​ອີ

5   ຊີ​ເມ​ອີມີ​ບຸດ​ຊາຍ​ຄື ມີ​ກາ ມີ​ກາ​ມີ​ບຸດ​ຊາຍ​ຄື ເຣ​ອັຍ​ຢາ ເຣ​ອັຍ​ຢາ​ມີ​ບຸດ​ຊາຍ​ຄື ບາ​ອານ

6   ບາ​ອານ​ມີ​ບຸດ​ຊາຍ​ຄື ເບ​ເອີຣາ ຜູ້​ຊຶ່ງ​ທີນກດປີ​ນ

ເນເຊີ ກະ​ສັດ​ເມືອງ​ອັສ​ຊີ​ເຣັຽ​ໄດ້​ກວາດ​ໄປ​ເປັນ​ຊະ​ເລີຍ ທ່ານ​ເປັນ​ເຈົ້າ​ນາຍ​ຂອງ​ຄົນ​ຣູ​ເບນ

7   ແລະ​ຍາດ​ຂອງ​ທ່ານ​ຕາມ​ຕະ​ກູນ​ເມື່ອ​ຂື້​ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ໄວ້​ນັ້ນ​ຄື ເຢ​ອີ​ເອນ ແລະ​ເຊ​ຄາ​ຣີ​ຢາ

8   ແລະ​ເບ​ລາ​ບຸດ​ຂອງ​ອາ​ຊັ​ສ​ ບຸດ​ເຊ​ມາ ບຸດ​ໂຢ​ເອນ ຜູ້​ອາ​ໄສ​ຢູ່​ໃນ​ອາ​ໂຣ​ເອີ ໄກ​ໄປເຖິງ​ເມືອງ​ເນ​ໂບ ແລະ​ບາ​ອານ​ເມ​ໂອນ

9   ທ່ານ​ອາ​ໄສຢູ່​ທາງ​ທິດ​ຕາ​ເວັນ​ອອກ​ໄກ​ອອກ​ໄປ​ເຖິງ​ທາງ​ເຂົ້າ​ຖິ່ນ​ກັນ​ດານ ຊຶ່ງ​ຢູ່​ຟາກ​ຂ້າງ​ນີ້​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ​ດ້ວຍ ເພາະ​ສັດ​ລ້ຽງ​ຂອງ​ເຂົາ​ທະ​ວີ​ຫລາຍ​ຂື້​ນ​ໃນ​ແຜ່ນ​ດິນ​ກີ​ເລ​ອາດ

10 ໃນ​ຣັ​ຊ​ການ​ຂອງ​ຊາ​ອູນ​ເຂົາ​ທັງ​ຫລາຍ​ທຳ​ສົງ​ຄາມ​ກັບ​ຄົນ​ຮັ​ກຣິດ​ຜູ້​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ມື​ຂອງ​ເຂົາ ເຂົາ​ທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ເຕັນ​ຂອ​ງ​ເຂົາ​ຕລອດ​ແຖບ​ຕະ​ເວັນ​ອອກ​ຂອງ​ກີ​ເລ​ອາດ

ເຊື້ອ​ສາຍ​ຂອງ​ກາດ

11 ລູກ​ຫລານຂອງກດ ອາ​ໄສ​ຢູ່ທາງ​ພາກ​ເຫນືອ​ຂອງ​ເຜົ່າ​ຣູ​ເບນ​ໃນ​ແຜ່ນ​ດິນ​ຂອງ​ບາ​ຊານ​ໄປ​ຈົນ​ເຖິງ​ເມືອງ​ຊາ​ເລ​ກາ

12 ໂຢ​ເອນ​ເປັນ​ຫົວຫນ້າ ຊາ​ຟາມ​ເປັນ​ທີ່​ສອງ ຢ​ນັຍ ແລະ​ຊາຟັ​ດ​ໃນ​ບາ​ຊານ

13 ແລະ​ວົງ​ຍາດ​ຂອງ​ເຂົາ​ຕາມ​ຕະ​ກູນ​ຂອງ​ເຂົາ​ຄື ມີ​ຄາ​ເອນ ເມ​ຊູນ​ລາມ ເຊ​ບາ ໂຢ​ຣັຍ ຢາ​ການ ຊີ​ອາ ແລະ​ເອ​ເບີ ທັງ​ຫມົດເຈັດ​ຄົນ​ດ້ວຍ​ກັ​ນ

14 ຄົນ​ເຫລົ່າ​ນີ້​ເປັນ​ບຸດຂອງ​ອາ​ບິ​ຮາ​ອີນ ຜູ້​ເປັນ​ບຸດ​ຮູ​ຣີ ຜູ້​ເປັນ​ບຸດ​​ຢາ​ໂຣ​ອາ ຜູ້​ເປັນ​ບຸດ​​ກິ​ເລ​ອາດ ຜູ້​ເປັນ​ບຸດ​​ມີ​ຄາ​ເອນ ຜູ້​ເປັນ​ບຸດ​ເຢ​ຊິ​ຊັຍ ຜູ້​ເປັນ​ບຸດ​ຢາ​ໂດ ຜູ້​ເປັນ​ບຸດ​​ບູສ

15 ອາ​ຮິ​ເປັນ​ບຸດ​ອັບ​ດີ​ເອນ ​ຜູ້​ເປັນ​ບຸດ​ກູນີ ເປັນ​ຫົວ​ຫນ້າໃນ​ຕະ​ກູນ​ຂອງ​ເຂົາ

16 ແລະ​ເຂົາ​ທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ກິ​ເລ​ອາດ ໃນ​ບາ​ຊານ ແລະ​ຕາມ​ຫົວ​ເມືອງ ແລະ​ໃນ​ເຂດ​ທົ່ງ​ຫຍ້າ​ທັງ​ຫມົດ​ຂອງ​ຊາ​ໂຣນ​ຈົນ​ສຸດ​ເຂດ

17 ຄົນ​ເຫລົ່າ​ນີ້​ທັງ​ຫມົດ​ຂື້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ໄວ້​ໃນ​ຣັ​ຊ​ການ​ຂອງ​ໂຢ​ທາມ​ກະ​ສັດ​ແຫ່ງ​ຢູ​ດາ ແລະ​ໃນ​ຣັ​ຊ​ການ​ຂອງ​ເຢ​ໂຣ​ໂບ​ອາມກະ​ສັດ​ແຫ່ງ​ອິສ​ຣາ​ເອນ

18 ຄົນຣູ​ເບນ ຄົນ​ກາດ ແລະ​ຄົນ​ເຜົ່າ​ມາ​ນັ​ສ​ເຊເຄິ່ງ​ນຶ່ງ​ມີ​ຄົນ​ເກັ່ງ​ກ້າ ຜູ້​ຖື​ໂລ້ ແລະ​ດາບ ແລະ​ໂກ່ງ​ທະ​ນູ ຊຳ​ນານ​ໃນ​ການ​ເສິກ​ສີ່​ຫມື່​ນ​ສີ່​ພັນ​ເຈັດ​ຮ້ອຍຫົກ​ສິບ​ຄົນ ພ້ອມ​ທີ່​ຈະ​ເຂົ້າ​ຮົບ

19 ເຂົາ​ທຳ​ເສິກ​ກັບ​ຊາວ​ຮັກຣິດ ເຢ​ຕູ​ຣ໌ ນາ​ຟິ​ສ ແລະໂນ​ດາບ

20 ແລະ​ເມື່ອ​ເຂົາ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ ຄົນຮັກຣິດ ແລະພວກ​ທີ່​ຢູ່​ດ້ວຍ​ກໍຖືກມອບ​ໄວ້​ໃນ​ມື​ຂອງ​ເຂົາ ເພາະ​ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ໃນ​ການ​ສົງ​ຄາມ ແລະ​ພຣະ​ອົງ​ຊົງ​ໄດ້​ຕອບ​ຕາມ​ຄຳ​ທູນ​ຂອງ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ວາງ​ໃຈ​ໃນ​ພຣະ​ອົງ

21 ເຂົາ​ໄດ້​ກວາດ​ເອົາ​ຝູງ​ສັດ​ຂອງ​ຂ້າ​ເສິກ​ໄປ ຄື​ອູດ​ຫ້າຫມື່ນ​ໂຕ ແກະ​ສອງ​ແສນ​ຫ້າ​ຫມື່ນ​ໂຕ ລາ​ສອງ​ພັນ ແລະ​ຄົນ​ນື່ງ​ແສນ

22 ເພາະ​ເຂົາ​ໄດ້​ຕາຍ​ຢ່າງ​ຫລວງ​ຫລາຍ ດ້ວ​ຍ​ການ​ເສິກ​ຄັ້ງ​ນັ້ນ​ເປັນ​ມາ​ຈາກ​ພຣະ​ເຈົ້າ ແລະ​ເຂົ​ທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ທີ່​ຂອງ​ເຂົາ​ຈົນ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ

ຄົນ​ສອງ​ເຜົ່​ເຄິ່ງ​ຂອງ​ມາ​ນັ​ສ​ເຊ

23 ຄົນ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ ເຂົາ​ມີ​ຫລາຍ​ດ້ວຍ​ກັນ​ຕັ້ງ​ແຕ່​ເມືອງ​ບາ​ຊານ​ເຖິງ​ເມືອງ​ບາ​ອານ​ເຮີ​ໂມນ ເຊ​ນີຣ໌ ແລະ​ພູເຂົາ​ເຮີ​ໂມນ

24 ຕໍ່​ໄປ​ນີ້​ແມ່ນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຂອງ​ເຂົາ​ຄື ເອ​ເຟີ ອິສ​ອີ ເອ​ລີເອນ ອັ​ສ​ຣີ​ເອນ ເຢເຣ​ມີ​ຢາ ໂຮ​ດາ​ວີ​ຢາ ແລະ​ຢາ​ດີ​ເອນ ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ ຄົນ​ມີ​ຊື່​ສຽງ​ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ

25 ແຕ່​ເຂົາ​ທັງ​ຫລາຍ​ລະ​ເມີດ​ຕໍ່​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ໄດ້​ໄປ​ຂາບ​ໄຫວ້​ກັບ​ບັນ​ດາພຣະ​ຂອງ​ຊົນ​ຊາດ​ທັ​ງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ນັ້ນ ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ທຳ​ລາຍ​ເສັຽ​ຕໍ່​ຫນ້າ​ເຂົາ​ທັງ​ຫລາຍ

26 ເພາະ​ສະ​ນັ້ນ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ຊົງ​ບັນດານ​ຈິດ​ໃຈຂອງ​ ປູນ ກະ​ສັດ​ແຫ່ງ​ອັສຊີ​ເຣັຽ ແລະ​ຈິດ​ໃຈ​ຂອງ​ທີນ​ກາດ​ປີນ​ເນ​ເຊີ ກະ​ສັດ​ແຫ່ງ​ອັສ​ຊີ​ເຣັຽ ແລະ​ພຣະ​ອົງ​ຊົງ​ກວາດ​ເຂົາ​ໄປ​ເສັຽ​ຄື ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນ​ເຜົ່​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ ແລະ​ພາ​ເຂົາ​ທັງ​ຫລາຍ​ມາ​ຍັງ​ຮາ​ລາ ຮາ​ໂບຣ໌ ຮາ​ຣາ ແລະ​ແມ່​ນ້ຳ​ເມືອງ​ໂກຊານ​ຈົນ​ເຖິງທຸກວັນ​ນີ້

 

6. ເຊຶ້​ອສາຍ​ຂອງ​ເລ​ວີ

 (ປຖກ 46:11)

1   ເລ​ວີ​ມີ​ບຸດ​ຊາຍ​ຄື ເກີໂຊມ ໂກ​ຮາດ ແລະ​ມາ​ຣາ​ຣີ

2   ໂກ​ຮາດ​ມີບຸດ​ຊາຍ​ຊື່ ອັມ​ຣາມ ອິສ​ຮາ ເຮ​ໂບ​ຣນ ແລະ​ອຸ​ສ​ຊີ​ເອນ

3   ອັມ​ຣາມ​ມີ​ບຸດ​ຊາຍ​ຄື ອາ​ໂຣນ ໂມ​ເຊ  ແລະ​ນາງ​ມີ​ຣີ​ອາມ ອາ​ໂຣນ​ມີ​ບຸດ​ຊາຍ​ຄື ນາ​ດາບ ອ​ບີ​ຮູ ເອ​ເລ​ອາ​ຊາ ແລະ​ອິທາ​ມາ

4   ເອ​ເລ​ອາ​ຊາ​ເປັນ​ບິ​ດາ​ຂອງ​ຟີ​ເນ​ຮັ​ສ ຟີ​ເນ​ຮັ​ສ​ເປັນບິ​ດາ​ຂອງ​ອາ​ບີ​ຊູ​ອາ

5   ອາ​ບີ​ຊູ​ອາ​ເປັນ​ບິ​ດາ​ຂອງ​ບຸກ​ຄີ ບຸກ​ຄີ​ເປັນ​ບິ​ດາ​ຂອງ​ອຸ​ສ​ຊີ

6   ອຸ​ສ​ຊີ​ເປັນ​ບິ​ດາ​ຂອງ​ເຊ​ຣາ​ຮີ​ຢາ ເຊ​ຣາ​ຮີ​ຢາ​ເປັນ​ບິ​ດາ​ຂອງ​ເມຣາໂຢດ

7   ເມ​ຣາໂຢດ​ເປັນ​ບິ​ດາ​ຂອງ​ອາ​ມາ​ຣີ​ຢາ ອາ​ມາ​ຣິ​ຢາ​ເປັນ​ບິ​ດາ​ຂອງ​ອາ​ຮີ​ທູບ

8   ອາ​ຮີ​ທູບ​ເປັນ​ບິ​ດາ​ຂອງ​ຊາ​ໂດກ ຊາ​ໂດກ​ເປັນ​ບິ​ດາ​ຂອງ​ອາ​ຮີ​ມາ​ອັ​ສ

9   ອາ​ຮີ​ມາ​ອັ​ສ​ເປັນ​ບິ​ດາ​ຂອງ​ອາ​ຊາ​ຣີ​ຢາ ອາ​ຊາ​ຣິ​ຢາ​ເປັນ​ບິ​ດາ​ຂອງ​ໂຢ​ຮາ​ນານ

10 ແລະ​ໂຢ​ຮາ​ນານ​ເປັນ​ບິ​ດາ​ຂອງ​ອາ​ຊາ​ຣິ​ຢາ (ທ່ານ​ນີ້​ແຫລະ​ທີ່​ທຳ​ຫນ້າ​ທີ່​ປະ​ໂຣ​ຫິດ​ຢູ່​ໃນ​ພຣະ​ວິ​ຫານ ຊື່ງ​ໂຊ​ໂລ​ໂມນ​ຊົງ​ສ້າງ​ໃນ​ເຢ​ຣູ​ຊາ​ເລັມ)

11 ອາ​ຊາ​ຣິ​ຢາ​ເປັນ​ບິ​ດາ​ຂອງ​ອາ​ມາ​ຣີ​ຢາ ອາ​ມາ​ຣີ​ຢາ​ເປັນ​ບິ​ດາ​ຂອງ​ອາ​ຮີ​ທູບ

12 ອາ​ຮີ​ທູບ​ເປັນ​ບິ​ດາ​ຂອງ​ຊາ​ໂດກ ຊາ​ໂດກ​ເປັນ​ບິ​ດາ​ຂອງ​ຊັນ​ລູ​ມ

13 ຊັນ​ລູມ​ເປັນ​ບິ​ດາ​ຂອງ​ຮີນ​ຄີ​ຢາ ຮີນ​ຄີຢາ​ເປັນບິ​ດາ​ຂອງ​ອາ​ຊາ​ຣິ​ຢາ

14 ອາ​ຊາ​ຣິ​ຢາ​ເປັນ​ບິ​ດາ​ຂອງ ເຊ​ຣັຍ​ຢາ ເຊ​ຣັຍຢາ​ເປັນ​ບິ​ດາ​ຂອງເຢ​ໂຮ​ຊາ​ດັກ

15 ແລະ​ເຢ​ໂຮ​ຊາ​ດັກ​ເປັນ​ບິ​ດາ​ຂອງ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ເມື່ອ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ​ເຂົ້າ​ສູ່​ການ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ດ້ວຍ​ຫັດ​ຂອງ​ເນ​ບູ​ຄາດ​ເນສ​ຊ

16 ເລ​ວີມີ​ບຸດ​ຊາຍ​ຄື ເກີ​ໂຊມ ໂກ​ຮາດ ແລະ​ເມ​ຣາ​ຣີ

17 ຕໍ່​ໄປ​ນີ້​ເປັນ​ຊື່​ບຸດ​ຂອງ​ເກີໂຊມ ​ຄື ລິບ​ນີ​ ແລະ​ຊີເມ​ອີ

18 ໂກ​ຮາດ​ມີ​ບຸດຊາຍ​ຊື່ ອັມ​ຣາມ ອິສ​ຮາ ເຮ​ໂບ​ຣນ ແລະ​ອຸ​ສ​ຊີ​ເອນ

19 ເມ​ຣາ​ຣີມີ​ບຸດ​ຊາຍ​ຄື ມາ​ລີ ແລະ​ມູ​ຊີ ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຄົນ​ເລ​ວີ​ຕາມ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຂົາ

20 ບຸດ​ຂອງ​ເກີໂຊມ ຄື​ ລິບ​ນີ ລິບ​ນີ​ມີ​ບຸດ​ຊາຍ​ຄື ຢາ​ຮາດ ຢາ​ຮາດມີ​ບຸດ​ຊາຍ​ຄື ຊິ​ມ​ມາ

21 ຊິມ​ມາ​ມີ​ບຸດ​ຊາຍ​ຄື ໂຢ​ອາ ໂຢ​ອາ​ມີ​ບຸດ​ຊາຍ​ຄື ອິດ​ໂດ ອິດ​ໂດ​ມີ​ບຸດ​ຊາຍ​ຄື ເຊ​ຣາ ເຊ​ຣາ​ມີ​ບຸ​ດ​ຊາຍ​ຄື ເຢ​ອາເທ​ຣັຍ

22 ໂກ​ຮາດ​ມີ​ບຸດ​ຊາຍ​ຄື ອັມ​ມີ​ນາ​ດາບ ອັມ​ມີ​ນາ​ດາບ​ມີ​ບຸດ​ຊາຍ​ຄື ໂກ​ຣາ ໂກ​ຣາ​ມີ​ບຸດ​ຊາຍ​ຄື ອັ​ສ​ຊີຣ໌

23 ອັສ​ຊີ​ຣ໌ມີ​ບຸດ​ຊາຍ​ຄື ເອນ​ກາ​ນາ ເອນ​ກາ​ນາ​ມີ​ບຸດ​ຊາຍ​ຄື ເອ​ບີ​ຢາ​ສາຟ ເອ​ບີ​ຢາ​ສາ​ຟ​ມີ​ບຸດ​ຊາຍ​ຄື ອັ​ສ​ຊີຣ໌

24 ອັ​ສ​ຊີຣ໌ມີ​ບຸດ​ຊາຍ​ຄື ຕາ​ຮາດ ຕາ​ຮາດ​ມີ​ບຸດ​ຊາຍ​ຄື ອູ​ຣີ​ເອນ ອູ​​ຣີ​ເອນ​ມີ​ບຸດ​ຊາຍ​ຄື ອຸ​ສ​ຊີ​ຢາ ອຸ​ສ​ຊີ​ຢາ​ມີ​ບຸດ​ຊາຍ​ຄື ຊາ​ອູນ

25 ເອນ​ກາ​ນາ​ມີ​ບຸດ​ຊາຍ​ຄື ອາ​ມາ​ຊັຍ ແລະ​ອາ​ຮີ​ໂມທ

26 ​ເອນ​ກາ​ນາມີ​ບຸດ​ຊາຍຄື ໂຊ​ຟັຍ ໂຊຟັຍ​ມີ​ບຸດ​ຊາຍ​ຄື ນາ​ຮາດ

27 ນາ​ຮາດມີ​ບຸດ​ຊາຍ​ຄື ເອ​ລີ​ອາບ ເອ​ລີ​ອາບ​ມີ​ບຸດ​ຊາຍ​ຄື ເຢ​ໂຣ​ຮາມ ເຢ​ໂຣ​ຮາມ​ມີ​ບຸ​ດ​ຊາຍ​ຄື ເອນ​ກາ​ນາ​

28  ຊາ​ມູ​ເອນ​ມີ​ບຸດ​ຊາຍ​ຄື ໂຢເອນ​ບຸດ​ຊາຍ​ຫົວ​ປີ ຄົນ​ທີ່​ສອງ​ຄື ອາ​ບີ​ຢາ

29 ເມ​ຣາ​ຣີ​ມີ​ບຸດ​ຊາຍ​ຄື ມາ​ລີ ມາ​ລີ​ມີ​ບຸດ​ຊາຍ​ຄື ລິບ​ນີ ລິບ​ນີ​ມີ​ບຸດ​ຊາຍ​ຄື ຊີ​ເມ​ອາ ຊີ​ເມ​ອາ​ມີ​ບຸດ​ຊາຍ ອຸ​ສ​ຊາ

30 ອຸ​ສ​ຊາ​ມີ​ບຸດ​ຊາຍ​ຄື ຊີ​ເມ​ອາ ຊີ​ເມ​ອາ​ມີ​ບຸດ​ຊາຍ​ຄື ຮັກ​ກີ​ຢາ ຮັກ​ກີ​ຢາ​ມີ​ບຸດ​ຊາຍ​ຄື ອາ​ຊັຍຢາ

ດາ​ວິດ​ຊົງ​ແຕ່ງ​ຕັ້ງ​ນັກ​ຮ້ອງ​ປະ​ຈຳ​ພຣະ​ວິ​ຫານ

31 ເຫລົ່າ​ນີ້​ເປັນ​ບຸກ​ຄົນ​ທີ່​ດາ​ວິດ​ຊົງ​ແຕ່ງ​ຕັ້ງ​ໃຫ້​ດູ​ແລ​ການ​ຮ້ອງ​ເພງ​ໃນ​ພຣະວິ​ຫານ​ຂອງ​ພຣະ​ເຈົ້າ ຫລັງ​ຈາກ​ທີ່​ຫີບ​ຄຳ​ສັນ​ຍາ​ມາ​ຕັ້ງ​ຢູ່​ທີ່​ນັ້ນ​ແລ້ວ

32 ເຂົາ​ທັງ​ຫລາຍ​ທຳ​ການ​ບົວ​ລະບັດ​ດ້ວຍ​ເພງ ຂ້າງ​ຫນ້າຫໍ​ເຕັນ​ນັດ​ພົບ ຈົນ​ໂຊ​ໂລໂມນ​ໄດ້​ຊົງ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ໄດ້​ປະ​ຕິ​ບັດ​ຫນ້າ​ທີ່​ຂອງ​ເຂົາ​ຕາມ​ຕຳ​ແຫນ່ງ

33 ຕໍ່​ໄປ​ນີ້​ເປັນ​ບຸກ​ຄົນ​ທີ່​ປະ​ຕີ​ບັດ​ງານ​ຢູ່​ພ້ອມ​ກັບ​ບຸດ​ຂອງ​ເຂົາ ພວກ​ບຸດ​ຄົນ​ໂກ​ຮາດ​ຄື ເຮ​ມານນັກ​ຮ້ອງ​ຜູ້​ເປັນ​ບຸດ​ໂຢ​ເອນ ຜູ້​ເປັນ​ບຸດ​ຂອງ​ຊາ​ມູ​ເອນ

34 ຜູ້​ເປັນ​ບຸດ​ເອນ​ກາ​ນາ ຜູ້​ເປັນ​ບຸດ​ເຢ​ໂຣ​ຮາມ ຜູ້​ເປັນ​ບຸດ​ເອ​ລີ​ເອນ ຜູ້​ເປັນ​ບຸດ​ໂຕ​ອາ

35 ຜູ້​ເປັນ​ບຸດ​ຊູ​ຟ ຜູ້​ເປັນ​ບຸດ​ເອນ​ກາ​ນາ ຜູ້​ເປັນ​ບຸ​ດມາ​ຮັ​ທ ຜູ້​ເປັນ​ບຸດ​ອາ​ມາ​ຊັຍ

36 ຜູ້ເປັນ​ບຸດ​ເອນ​ກາ​ນາ ຜູ້​ເປັນ​ບຸ​ດໂຢ​ເອ​ນ ຜູ້​ເປັນ​ບຸດ​ອາ​ຊາ​ຣີ​ຢາ ຜູ້​ເປັນ​ບຸດ​ເຊຟັນ​ຢາ

37 ຜູ້​ເປັນ​ບຸດ​ຕາ​ຮາດ ຜູ້​ເປັນ​ບຸດ​ອັ​ສ​ຊີ​ຣ໌ ຜູ້​ເປັນ​ບຸດ​ເອ​ບີ​ອາ​ສາ​ຟ​ ຜູ້​ເປັນ​ບຸດ​ໂກ​ຣາ

38 ຜູ້​ເປັນ​ບຸດ​ອີ​ສ​ຮາ ຜູ້​ເປັນ​ບຸດ​ໂກ​ຮາດ ຜູ້​ເປັນ​ບຸດ​ເລ​ວີ ຜູ້​ເປັ​ນ​ບຸດ​ອິສ​ຣາ​ເອນ

39 ກັບ​ອາ​ສາ​ຟພີ່​ນ້ອງ​ຂອງ​ເຂົາ ຜູ້​ຊຶ່ງ​ຢືນ​ຢູ່​ຂ້າງ​ຂວາ​ມື​ຂອ​ງ​ເຂົາຄື ອາ​ສາ​ຟ​ບຸດ​ເບ​ເຣ​ຄີ​ຢາ ຜູ້​ເປັນ​ບຸດ​ຊີ​ເມ​ອີ

40 ຜູ້​ເປັນ​ບຸດ​​ມີ​ກາເອນ ຜູ້​ເປັນ​ບຸດ​ບາ​ອາ​ເຊ​​ຢາ ຜູ້​ເປັນ​ບຸດ​ມັ​ນ​ຄີ​ຢາ

41 ຜູ້​ເປັນ​ບຸດ​ເອທນີ ຜູ້​ເປັນ​ບຸດເຊ​ຣາ ຜູ້​ເປັນ​ບຸດ​ອາ​ດັຍ​ຢາ

42 ຜູ້​ເປັນ​ບຸດ​ເອ​ທານ ຜູ້​ເປັນ​ບຸດ​ຊີມ​ມາ ຜູ້​ເປັນ​ບຸດ​ຊີເມ​ອີ

43 ຜູ້​ເປັນ​ບຸດ​ຢາ​ຮາດ ຜູ້​ເປັນ​ບຸດເກີໂຊມ ຜູ້​ເປັນບຸດ​ເລ​ວີ

44 ທີ່​ຂ້າງ​ຊ້າຍ​ມື​ມີ​ບຸດ​ຂອງ​ເມ​ຣາ​ຣີ ພີ່​ນ້ອງ​ຂອງ​ເຂົາ​ຄື ເອ​ທານ​ຜູ້​ເປັນ​ບຸດ​ກີ​ຊີ ຜູ້​ເປັນ​ບຸດ​ອັບ​ດີ ຜູ້​ເປັນ​ບຸດ​ມັນ​ລຸກ

45 ຜູ້​ເປັນ​ບຸດຮາ​ຊາບີ​ຢາ ຜູ້​ເປັນ​ບຸດ​ອາ​ມາ​ຊີ​ຢາ ຜູ້​ເປັນ​ບຸດ​ຮີນ​ກີ​ຢາ

46 ຜູ້​ເປັນ​ບຸດ​ອັມ​ຊີ ຜູ້​ເປັນ​ບຸດບາ​ນີ ຜູ້​ເປັນ​ບຸດ​ເຊ​ເມີ

47 ຜູ້​ເປັນ​ບຸດ​ມາ​ລີ ຜູ້​ເປັນ​ບຸດ​ມູ​ຊີ ຜູ້​ເປັນ​ບຸດ​ເມ​ຣາ​ຣີ ຜູ້​ເປັນ​ບຸດ​ເລ​ວີ

48 ແລະ​ຄົນ​ເລ​ວີ​ພີ່​ນ້ອງ​ຂອງ​ເຂົາ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ປະ​ຕິ​ບັດ​ງານ​ທຸກ​ຢ່າງ​ທີ່ຫໍ​ເຕັນ​ຂອງ​ພຣະວິ​ຫານ​ຂອງ​ພຣະ​ເຈົ້າ

ເຊື້ອ​ສາຍ​ຂອງ​ອາ​ໂຣນ

49 ແຕ່​ອາ​ໂຣນ​ກັບ​ບຸດ​ຊາຍ​ຂອງ​ທ່ານ​ຖວາຍ​ເຄື່ອງ​ບູ​ຊາ​ເທິງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເທິງ​ແທ່ນ​ເຄື່ອງ​ຫ​ອມ ແລະ​ປະ​ຕິ​ບັດ​ງານ​ໃນບ່ອນ​ສັກ​ສິດ​ທີ່​ສຸດ ແລະ​ກະ​ທຳ​ການ​ລ້າງມົນ​ທິນ​ບາບ​ຂອງ​ອິສ​ຣາ​ເອນ​ຕາມ​ຢ່າງ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ໄວ້

50 ຕໍ່​ໄປ​ນີ້​ເປັນ​ບຸດ​ອາ​ໂຣນ​ຄື ເອ​ເລ​ອາ​ຊາ ເອ​ເລ​ອາ​ຊາ​ມີ​ບຸດ​ຊາຍ​ຄື ຟີ​ເນ​ຮັ​ສ ຟີ​ເລ​ຮັ​ສມີ​ບຸດ​ຊາຍ​ຄື ອາ​ບີ​ຊູ​ອາ

51 ອາ​ບີ​ຊູ​ອາ​ມີ​ບຸດ​ຊາຍ​ຄື ບຸກ​ຄີ ບຸກ​ຄີມີ​ບຸດ​ຊາ​ຍຄື ອຸ​ສ​ຊີ ອຸສ​ຊີ​ມີ​ບຸ​ດ​ຊາຍ​ຄື ເຊ​ຣາ​ຮີ​ຢາ

52 ເຊຮາ​ຣີ​ຢາ​ມີ​ບຸດ​ຊາຍ​ຄື ເມ​ຣາໂຢດ ເມ​ຣາໂຢດ​ມີ​ບຸດ​ຊາຍ​ຄື ອາ​ມາ​ຣີ​ຢາ ອ​ມາ​ຣີ​ຢາ​ມີ​ບຸດ​ຊາຍ​ຄື ອາ​ຮີ​ທູບ

53 ອາ​ຮີ​ທູບ​ມີ​ບຸດ​ຊາຍ​ຄື ຊາ​ໂດກ ຊາ​ໂດກ​ມີ​ບຸດ​ຊາຍ​ຄື ອາ​ຮີ​ມາ​ອັ​ສ

ຫົວ​ເມືອງ​ຂອງ​ຄົນ​ເລ​ວີ

 (ຢ​ຊຍ 21:1-42)

54 ຕໍ່​ໄປ​ນີ້​ເປັນ​ທີ່​ອາ​ໄສ​ຂອງ​ເຂົາ​ຕາມ​ພູມ​ລຳ​ເນົາ​ໃນ​ເຂດ​ແດນ​ຂອງ​ເຂົາ​ຄື ເຊື້ອ​ສາຍ​ຂອງ​ອາ​ໂຣນ​ຕະ​ກູນ​ຄົນ​ໂກ​ຮາດ (ເພາະ​ສ​ຫລາກ​ຕົກ​ເປັນ​ຂ​ອງ​ເຂົາ​ກ່ອນ)

55 ເຂົາ​ໄດ້​ຮັບ​ເມືອງ​ເຮ​ໂບ​ຣນ​ໃນ​ແຜ່ນ​ດິນ​ຢູ​ດາ ແລະ​ທົ່ງ​ຫຍ້າ​ຊຶ່ງ​ຢູ່​ລ້ອມ​ຮອບ​ນັ້ນ

56 ແຕ່​ທົ່ງ​ນາ ແລະ​ຕາມ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ເຂົາ​ຍົກ​ໃຫ້​ແກ່​ກາ​ເລັບ​ບຸດ​ເຢ​ຟຸນ​ເນ

57 ເຂົາ​ໃຫ້​ເມືອງ​ລີ້​ພັຍ​ແກ່​ເຊື້ອ​ສາຍ​ຂອງ​ອາ​ໂຣນ​ຄື ເມືອງ​ເຮ​ໂບຣນ ເມືອງ​ລິບ​ນາ​ກັບ​ທົ່ງ​ຫຍ້າ ເມືອງຢັດ​ທີ​ຣ໌ ເມືອງ​ເອສ​ເຕ​ໂມ​ອາກັບ​ທົ່ງ​ຫຍ້າ

58 ຮີ​ເລນ​ພ້ອມ​ກັບ​ທົ່ງ​ຫຍ້າ ເດ​ບີ​ຣ໌​ພ້ອມ​ກັບ​ທົ່ງ​ຫຍ້າ

59 ອາ​ຊານ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ເບັດ​ເຊ​ເມສ​ພ້ອມ​ກັບ​ທົ່ງ​ຫຍ້າ

60 ແລະ​ຈາກ​ດິນ​ແດນ​ເຜົ່າ​ເບັນ​ຢາ​ມິນ​ກໍ​ມອບ​ເມືອງເກ​ບາ​ພ້ອມ​ກັບ​ທົ່ງ​ຫຍ້າ ອາເລ​ເມ​ທ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ອາ​ນາ​ໂທດ​ພ້ອມກັບ​ທົ່ງ​ຫຍ້າ​ພ້ອມ​ກັບ​ທົ່ງ​ຫຍ້າ ຫົວ​ເມືອງ​ທັງ​ຫມົດ​ຂອງ​ເຂົາ​ທຸກ​ຕະ​ກູນ​ເປັນ​ສິ​ບສາມ​ຫົວ​ເມືອງ​ດ້ວຍ​ກັນ

61 ສ່ວນ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່​ນັ້ນ​ໄດ້​ຮັບ​ສ່ວນມອບ​ໂດຍ​ສະ​ຫ​ລາກ​ທີ່​ໄດ້​ຈາກ​ຕະ​ກູນ​ຂອງ​ເຜົ່າ ຈາກ​ເຜົ່​ມານັ​ສ​ເຊ​ເຄິ່ງ​ນຶ່ງ​ມີ​ສິບ​ຫົວ​ເມືອງ

62 ຕະ​ກູນ​ເກີໂຊມ​ແຕ່​ລະ​ຄອບ​ຄົວ​ໄດ້​ຮັບ​​ມອບ​ສິບ​ສາມ​ຫົວ​ເມືອງ​ຈາກ​ເຜົ່າ​ອິສ​ຊາ​ຄາ ເຜົ່າ​ອາ​ເຊີ ເຜົ່າເນັຟ​ທາ​ລີ ແລະ​ຈາກ​ເຜົ່າ​ມາ​ນັ​ສ​ເຊໃນ​ບາ​ຊານ

63 ຕະ​ກູນ​ເມ​ຣາ​ຣີ​ໄດ້​ຮັບ​ມອບ​ສິບ​ສອງ​ຫົວ​ເມືອງ​ຈາກເຜົ່າ​ຣູເບນ ເຜົ່າ​ກາດ ແລະ​ເຜົ່າ​ເຊ​ບູ​ລູນ

64 ດັ່ງ​ນີ້​ແຫລະ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ມອບ​ຫົວ​ເມືອງ​ພ້ອມ​ກັບ​ທົ່ງ​ຫຍ້າ​ໃຫ້​ແກ່​ຄົນ​ເລ​ວີ

65 ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ຈັບ​ສ​ຫລາກ​ໃຫ້​ຫົວ​ເມືອງ​ຈາກ​ເຜົ່າ​ຢູ​ດາ ເຜົ່າ​ຊີ​ເມ​ໂອນ ແລະ​ເຜົ່າ​ເບັນ​ຢາ​ມິນ ຕາມ​ທີ່​ກ່າວຊື່​ໄວ້​ນັ້ນ​ດ້ວຍ

66 ແລະ​ຕະ​ກູນ​ຄົນ​ໂກ​ຮາດ​ບາງ​ຕະ​ກູນ​ມີ​ຫົວ​ເມືອງ​ອັນ​ເປັນ​ດິນ​ແດນ​ຂອງ​ເຂົາ​ຈາກ​ເຜົ່າ​ເອ​ຟ​ຣາ​ອິມ

67 ຄົນ​ອິສ​ຣາ​ເອນ​ໄດ້​ໃຫ້​ຫົວ​ເມືອງ​ລີ້​ພັຍຄື ເມືອງເຊ​ເຄມ​ພ້ອ​ມ​ກັບ​ທົ່ງ​ຫຍ້າ​ໃນ​ຖີ່ນ​ພູ​ເຂົາ​ເອ​ຟ​ຣາ​ອິມ ເມືອງ​ເກ​ເຊີ​ພ້ອມ​ກັບ​ທົ່ງ​ຫຍ້າ

68 ເມືອງ​ໂຢກ​ເມ​ອາມ​ພ້ອມ​ກັບ​ທົ່ງ​ຫຍ້າ ເມືອງ​ເບັດ​ໂຮ​ໂຣນ​ພ້ອມ​ກັບ​ທົ່ງ​ຫຍ້າ

69 ເມືອງ​ອັຍ​ຢາ​ໂລນ​ພ້ອມ​ກັບ​ທົ່ງ​ຫຍ້າ ເມືອງ​ກາດ​ຣີມ​ໂມນ​ພ້ອມ​ກັບ​ທົ່ງ​ຫຍ້າ

70 ແລະ​ມອບ​ເມືອງ​ຈາກ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ​ຄື ເມືອງ​ອາ​ເນີ​ພ້ອມ​ກັບ​ທົ່ງ​ຫຍ້າ ເມືອງ​ບີ​ເລ​ອາມ​ພ້ອມ​ກັບ​ທົ່ງ​ຫຍ້າ​ໃຫ້​ແກ່​ຕະ​ກູນ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່

71 ດິນ​ແດນ​ຂອງ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ທີ່​ມອບ​ໃຫ້​ແກ່​ຄົນເກີໂຊມ​ຄື ໂກ​ລານ​ໃນ​ເມືອງ​ບາ​ຊານ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ອັ​ສຕາ​ໂຣທ​ພ້ອມ​ກັບ​ທົ່ງ​ຫຍ້າ

72 ແລະ​ຈາກ​ເຜົ່າ​ອິສ​ຊາ​ຄາຄື ເມືອງ​ເກ​ເດສພ້ອມ​ກັບ​ທົ່ງ​ຫຍ້າ ເມືອ​ງດາ​ເບ​ຣາດ​ພ້ອມກັບ​ທົ່ງ​ຫຍ້າ

73 ແລະ​ຣາ​ໂມທ​ພ້ອມກັບ​ທົ່ງ​ຫ​ຍ້າ ແລະ​ອາ​ເນມ​ພ້ອມ​ກັບ​ທົ່ງ​ຫຍ້າ

74 ຈາກ​ເຜົ່າ​ອາ​ເຊີຄື ມາ​ຊັນ​ພ້ອມ​ກັບ​ທົ່ງ​ຫຍ້າ ອັບ​ໂດນ​ພ້ອມ​ກັບທົ່ງ​ຫຍ້າ

75 ຮູ​ໂກກ​ພ້ອມ​ກັບ​ທົ່ງ​ຫ​ຍ້າ ແລະ​ເຣ​ໂຮບ​ພ້ອມ​ທັງ​ທົ່ງ​ຫຍ້າ

76 ແລະ​ຈາກ​ເຜົ່າ​ເນັຟ​ທາ​ລີ​ຄື ເກ​ເດສ​ໃນ​ຄາ​ລິ​ເລ​ພ້ອມ​ກັບ​ທົ່ງ​ຫຍ້າ ຮັມ​ໂມນ​ພ້ອມ​ກັບ​ທົ່ງ​ຫ​ຍ້າ ກີ​ຣີ​ອາ​ທາ​ອິມ​ພ້ອມ​ກັບ​ທົ່ງ​ຫຍ້າ

77 ສ່ວນ​ຄົນ​ເມ​ຣາ​ຣີ​ທີ່​ເຫລືອ​ຢູ່​ນັ້ນ​ໄດ້​ຮັບ​ຈາກ​ເຜົ່າ​ເຊ​ບູ​ລູນ​ຄື ຣິມ​ໂມ​ໂນ​ພ້ອມ​ກັບ​ທົ່ງ​ຫຍ້າ ຕາ​ໂບຣ໌​ພ້ອມ​ກັບ​ທົ່ງ​ຫຍ້າ

78 ແລະ​ຟາກ​ແມ່​ນ້ຳ​ຈໍ​ແດນ​ຂ້າງ​ຂອງ​ເຢ​ຣີໂກ ຄື​ຟາກ​ຕະ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ນັ້ນ ຈາກ​ເຜົ່າ​ຣູ​ເບນ ຄື​ເບ​ເຊີ​ໃນ​ຖິ່ນ​​ກັນ​ດານ​ພ້ອມ​ກັບ​ທົ່ງ​ຫຍ້າ ຢາ​ຊາ​ພ້ອມ​ກັບ​ທົ່ງ​ຫຍ້າ

79 ເກ​ເດ​ໂມທພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ເມ​ຟາ​ອາດ​ພ້ອມ​ກັບ​ທົ່ງ​ຫຍ້າ

80 ແລະ​ຈາກ​ເຜົ່າ​ກາດ​ຄື ຣາ​ໂມທ​ໃນ​ກິ​ເລ​ອາດ​ພ້ອມ​ກັບ​ທົ່ງ​ຫຍ້າ ມາ​ຮາ​ນາ​ອິມ​ພ້ອມ​ກັບ​ທົ່ງ​ຫຍ້າ

81 ເຮສໂບນ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ຢາ​ເຊີ​ພ້ອມ​ກັບ​ທົ່ງ​ຫຍ້າ

 

7. ເຊື້ອ​ສາຍ​ຂອງອິສຊາ​ຄາ

 (ປະ​ຖົມ​ມະ​ການ 46:13)

1   ອິສ​ຊາ​ຄາ​ມີ​ບຸດ​​ຄື ໂຕ​ລາ ປູ​ອາ ເຢ​ຊັບ ແລະຊີມ​ໂຣນ ທັງ​ຫມົດ​ສີ່ຄົນ​ດ້ວຍ​ກັນ

2   ໂຕ​ລາ​ມີ​ບຸດ​​ຄື ອູ​ສ​ຊີ ເຣ​ຟັຍ​ຢາ ເຢ​ຣີ​ເອນ ຢາມັຍ ອິບ​ຊາມ ແລະ​ເຊ​ມູ​ເອນ ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ​ ຄື​ຂອງ​ໂຕ​ລາ ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ​ຂອງ​ຊາດ​ເຊື້ອ​ຂອງ​ເຂົາ ແລະ​ຈໍາ​ນວນ​ຂອງ​ຄົນ​ເຫລົ່າ​ນີ້​ໃນ​ຣັ​ຊ​ສະ​ໄຫມ​ຂອງ​ດາ​ວິດ​ເປັນ​ສອງ​ຫມື່ນ​ສອງ​ພັນ​ຫົກ​ຮ້ອຍ​ຄົນ

3   ອຸ​ສ​ຊີມີ​ບຸດຄື ອິສ​ຣາ​ຮິ​ຢາ ແລະ​ຊີ​ສ​ຣາ​ຮີ​ຢາ​ມີ​ບຸດ​ຊາຍ​ຄື​ ມີ​ຄາ​ເອນ ໂອ​ບາ​ດີ​ຢາ ໂຢ​ເອນ ແລະ​ອິສ​ຊີ​ຢາ ຫ້າ​ຄົນ​ດ້ວຍ​ກັນ ທັງ​ຫມົດ​ເປັນ​ຫົວ​ຫນ້າ

4   ແລະ​ພ້ອມ​ກັບ​ຄົນ​ເຫລົ່​ນີ້​ເຊື້ອ​ສາຍ​ຂອງ​ເຂົາ​ ຕາມ​ຕະ​ກູນ​ຂອງ​ເຂົາ ມີ​ຫນ່ວຍ​ທະ​ຫານ​ເສິກ​ສາມ​ຫມື່ນ​ຫົກ​ພັນ​ຄົນ ເພາະ​ເຂົາ​ມີ​ພັ​ຣ​ຍາແລະ​ບຸດ​ຫລາຍ

5   ຍາດ​ພີ່ນ້ອງ​ຂອງ​ເຂົາ​ຊຶ່ງ​ເປັນ​ຄົນ​ໃນ​ບັນ​ດາ​ຕະ​ກູນ​ຂອງ​ອິສ​ຊາ​ຄາ ມີ​ທັງ​ຫມົດ​ດ້ວຍ​ກັນ​ທີ່​ເປັນທະຫານ​ເກັ່ງ​ກ້າ​ແປດ​ຫມື່ນ​ເຈັດ​ພັນ​ຄົນ ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ

ເຊື້ອ​ສາຍ​ຂອງ​ເບັນ​ຢາ​ມິນ

 (ປຖກ 46:21)

6   ​ເບັນ​ຢາ​ມິນມີ​ບຸດ​ຄື ເບລາ ເບ​ເຄີ ແລະເຢ​ດີ​ອາ​ເອນ ທັງ​ຫມົດ​ສາມ​ຄົນ​ດ້ວຍ​ກັນ

7   ເບ​ລາ​ມີ​ບຸດ​ຄື ເອສໂບນ ອຸ​ສ​ຊີ ອຸ​ສ​ຊີ​ເອນ ເຢ​ຣີ​ໂມທ ແລະ​ອີ​ຣີ ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ ເປັນທະ​ຫານທີ່ເກັ່ງ​ກ້າທີ່​ມີ​ຊື່​ສຽງ ແລະ​ຈຳ​ນວນ​ທີ່​ຂື້ນ​ທະ​ບ​ຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຂອງ​ເຂົາ ສອງ​ຫມື່ນ​ສອງ​ພັນ​ສາມສິບ​ສີ່​ຄົນ

8   ເບ​ເຄີ​ມີ​ບຸດ​ຄື ເຊ​ມີ​ຣາ ໂຢ​ອັ​ສ ເອ​ລີ​ເອ​ເຊີ ເອ​ລີໂອ​ເອ​ນັຍ ໂອມ​ຣີ ເຢ​ຣີ​ໂມທ ອາ​ບີ​ຢາ ອາ​ນາ​ໂທດ ແລະ ອາ​ເລ​ເມທ ທັງ​ຫມົດ​ນີ້​ເປັນ​ບຸດ​ເບ​ເຄີ

9   ແລະ​ຈຳ​ນວນ​ທີ່​ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ ຕາມ​ຊາດ​ພັນເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ເປັນ​ທະ​ຫານ​ທີ່ເກັ່ງ​ກ້າ ​ສອງ​ຫມື່ນ​ສອງ​ຮ້ອຍ​ຄົນ

10 ເຢ​ດີ​ອາ​ເອນ​ມີ​ບຸດ​ຄື ບີນ​ຮານ ແລະ​ບີນ​ຮານ​ມີ​ບຸດ​ຄື ເຢ​ອູ​ສ ເບັນ​ຢາ​ມິນ ເອ​ຮູດ ​ເຄ​ນາ​ອາ​ນາ ເຊ​ທານ ຕາ​ຣ໌ຊິດ ແລະ​ອາ​ຣິ​ຊາ​ຮາກ

11 ທັງຫມົດ​ນີ້​ເປັນ​ບຸດ​ເຢ​ດີອ​ເອນ​ຕາມ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ເປັນ​ທະ​ຫານ​ເກັ່ງກ້າ​ທີ່​ມີ​ຊື່​ສຽງ ​​ນຶ່ງ​ຫມື່ນ​ເຈັດ​ພັນ​ສອງ​ຮ້ອຍ​ຄົນ ພ້ອມ​ທີ່​ຈະຮັບ​ຣາ​ຊ​ການ​ສົງ​ຄາມ

12 ແລະ​ຊຸປ​ປິມ ແລະ​ຮຸປ​ປິມ​ເປັນ​ບຸດຂອງ​ອິ​ຣ໌ ຮູ​ຊິມ​ບຸດ​ຂອງ​ອາ​ເຮີ

ເຊື້ອ​ສາຍ​ຂອງ​ເນັຟ​ທາ​ລີ

 (ປຖກ 46:24)

13 ເນັຟທາ​ລີ​ມີ​ບຸດ​ຊາຍ​ຄື ຢາ​ຊີ​ເອນ ກູ​ນີ ເຢ​ເຊີ ແລະ​ຊັນ​ລູມ ເຊື້ອ​ສາຍ​ຂອງ​ນາງບີນ​ຮາ

ເຊື້ອ​ສາຍ​ຂອງ​ມາ​ນັ​ສ​ເຊ

14 ມາ​ນັ​ສ​ເຊ​ມີ​ບຸດ​ຊາຍ​ຄື ອັ​ສຣີ​ເອນ ຊຶ່ງ​​ພັ​ຣ​ຍານ້ອຍ​ຊາວ​ອາ​ຣາ​ເມ​ອານ ນາງ​ໄດ້​ມີ ມາ​ຄີ​ບິ​ດາ​ຂອງ​ກິ​ເລ​ອາດ

15 ມາ​ຄີ​ກໍ​ຮັບ​ພັ​ຣ​ຍາຈາກ​ຮຸປ​ປິມ ແລະ​ຊຸປ​ປິມ ເອື້ອຍ​ຂອງ​ເຂົາ​ຊື່ ນາງ​ມາ​ອາ​ກາ ແລະ​ຄົນ​ທີ່​ສອງ​ຊື່ ເຊ​ໂລ​ເຟ​ຮັດ ແລະ​ເຊ​ໂລ​ເຟ​ຮັດ​ມີ​ບຸດ​ຍິງ

16 ແລະ​ມາ​ອາ​ກາ​ພັ​ຣ​ຍາມາ​ຄີ​ມີ​ບຸດ​ຊາຍ​ຄົນ​ນຶ່ງ ນາງເອີ້ນ​ເຂົາ​ວ່າ ເປ​ເຣ​ສ ແລະ​ນ້ອງ​ຊາຍ​ຂອງ​ເຂົາ​ຊື່ ເຊ​ເຣ​ສ ແລະ​ບຸດ​ຂອງ​ເຂົາ​ຄື ອູລາມ ແລະ​ເຣ​ເຄມ

17 ອູ​ລາມ​ມີບຸດ​ຊາຍ​ຄື ເບ​ດານ ເຫລົ່າ​ນີ້​ເປັນ​ບຸດ​ກິ​ເລ​ອາດ ຜູ້​ເປັນ​ບຸດ​ມາ​ຄີ ຜູ້​ເປັນ​ບຸດ​ມາ​ນັ​ສ​ເຊ

18 ແລະຮັມໂມ​ເລ​ເຄທ​ນ້ອງ​ສາວ​ຂອງ​ເຂົາ​ມີ ອິສ​ໂຮດ ອາ​ບີ​ເອ​ເຊີ ແລະ​ມາ​ລາ

19 ເຊ​ມິ​ດາ​ມີ​ບຸດ​ຊາຍ​ຄື ອາ​ຮິ​ອາ​ນ ເຊ​ເຄມ ລິກຮີ ແລະ​ອາ​ນີ​ອາມ

ເຊື້ອ​ສາຍ​ຂອງ​ເອ​ຟ​ຣາ​ອິມ

20 ເອ​ຟ​ຣາ​ອິມ​ມີ​ບຸດ​ຊາຍ​ຄື ຊູ​ເທ​ລາ ແລະຊູ​ເທ​ລາ​ມີ​ບຸດ​ຊາຍ​ຄື ​ເບ​ເຣດ ເບ​ເຣດ​ມີ​ບຸດ​ຊາຍ​ຄື ຕາ​ຮາດ ຕາ​ຮາດ​ມີ​ບຸດ​ຊາຍ​ຄື ເອ​ເລ​ອາ​ດາ ເອເລ​ອາ​ດາ​ມີ​ບຸດ​ຊາຍ​ຄື ຕາ​ຮາດ

21 ຕາ​ຮາດ​ມີ​ບຸດ​ຊາຍ​ຄື ຊາ​ບັດ ຊາ​ບັດ​ມີ​ບຸດ​ຊາຍ​ຄື ຊູ​ເທ​ລາ ເອ​ເຊີ ແລະ​ເອ​ເລອັດ ຊຶ່ງ​ຄົນ​ຂອງ​ກາດຜູ້​ທີ່​ເກີດ​ໃນ​ເມືອງ​ນັ້ນໄດ້​ຂ້າ​ເສັຽ ເພາະ​ເຂົາ​ທັງ​ຫລາຍ​ລົງ​ມາ​ປຸ້ນ​ສັດ​ລ້ຽງ​ຂອງ​ເຂົາ

22 ແລະ​ເອ​ຟ​ຣາ​ອິມບິດາ​ຂອງ​ເຂົ​ໄວ້​ທຸ​ກໂສກ​ເສົ້າ​ເປັນ​ຫລາຍ​ວັນ ແລະ​ພີ່​ນ້ອງ​ຂອງ​ເຂົາ​ກໍ​ມາ​ເລົ້​ໂລມ​ເຂົາ

23 ແລະ​ເອ​ຟ​ຣາ​ອິມ​ກໍ​ເຂົ້າ​ໄປ​ຫາ​ພັ​ຣ​ຍາ ແລະ​ນາງ​ກໍ​ຕັ້ງ​ທ້ອງມີ​ບຸ​ດຊາຍ​ຄົນ​ນຶ່ງ ນາງ​ເອີ້ນ​ເຂົາ​ວ່າ ເບ​ຣີ​ຢາ ເພາະ​ເຫ​ດ​ການ​ຊົ່ວ​ຮ້າຍ​ຕົກ​ຢູ່​ກັບ​ເຮືອນ​ຂອງ​ເຂົາ

24 ບຸດ​ຍິງ​ຂອງ​ເຂົາ​ຊື່ ນາງ​ເຊ​ເອ​ຣາ ຜູ້​ຊຶ່ງ​ສ້າງ​ເມືອງ​ເບັດ​ໂຮ​ໂຣນ ທັງ​ລຸ່ມ​ແລະ​ເທິງ ແລະ​ເມືອງອຸສເຊນເຊ​ເອ​ຣາ

25 ເອ​ຟຣາ​ອິມ​ມີ​ບຸດຊາຍ​ຊື່​ ເຣ​ຟາ ເຣ​ຟາ​ມີ​ບຸດຄື ເຣເຊ​ຟ ເຣ​ເຊ​ຟ​ມີ​ບຸດ​ຊາຍ​ຄື ເຕ​ລາ ເຕ​ລາ​ມີ​ບຸດ​ຊາຍ​ຄື ຕາ​ຮານ

26 ຕາ​ຮານ​ມີ​ບຸດ​ຊາຍ​ຄື ລາ​ດານ ລາ​ດານ​ມີ​ບຸດ​ຊາຍ​ຄື​ອາມ​ມີ​ຮູດ  ອັມ​ມີ​ຮູດ​ມີ​ບຸດ​ຊາຍ​ຄື ເອ​ລີ​ຊາ​ມາ

27 ເອ​ລີ​ຊາ​ມາ​ມີ​ບຸດ​ຊາຍ​ຄື ນູນ ນູນ​ມີ​ບຸດ​ຊາຍ​ຄື ໂຢ​ຊວຍ

28 ທີ່ດິນ​ກຳ​ມະ​ສິດ ແລະ​ພູມ​ລຳ​ເນົາ​ຂອງ​ເຂົາ​ຄື ເບັດ​ເອນ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ແລະ​ນາ​ອາຣານດ້ານຕາ​ເວັນ​ອອກ ແ​ລະ​ເກ​ເຊີ​ດ້ານ​ຕາ​ເວັນ​ຕົກ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງເຊເຄມ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ແລະ​ອັຍ​ຢາ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ

29 ແລະ​ຕາມ​ພົມ​ແດນ​ຂອງ​ຄົນ​ມາ​ນັ​ສ​ເຊ ມີ​ເມືອງ​ເບັດ​ເຊ​ອານພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ຕາ​ອາ​ນັກ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ເມ​ກິດ​ໂດ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ໂດ​ຣ໌​ພ້ອມ​ກັບ​ຫົວ​ເມືອງ ເຊື້ອ​ສາຍ​ໂຢ​ເຊັບ​ບຸດ​ອິສ​ຣາ​ເອນ​ໄດ້​ອາ​ໄສ​ຢູ່​ໃນ​ທີ່​ເຫລົ່າ​ນີ້

 

ເຊື້ອ​ສາຍ​ຂອງ​ເອ​ເຊີ

 (ປຖກ 46:17)

30 ອາ​ເຊີ​ມີ​ບຸດ​ຊາຍ​ຄື ອິມ​ນາ ອິສວາ ອິສວີ ເບ​ຣີ​ຢ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຄື ເຊ​ຣາ

31 ເບ​ຣີ​ອາ​ມີ​ບຸດ​ຊາຍ​ຄື ເຮ​ເບີ ແລະ ມັນ​ຄີ​ເອນ ຜູ້ເປັນ​ບິ​ດາ​ຂອງ​ບີ​ຊາ​ອິທ

32 ເຮ​ເບີ​ເປັນ​ບິ​ດາ​ຂອງ​ຢັຟເ​ລທ ໂຊ​ເມີ ໂຮ​ທາມ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຄື ຊູ​ອາ

33 ຢັຟ​ເລທມີ​ບຸດ​ຊາຍ​ຄື ປາ​ສັກ ບິມ​ຮັນ ແລະ​ອັ​ສວັ​ທ ເຫລົ່​ນີ້​ເປັນ​ບຸດ​ຢັ​ຟ​ເລທ

34 ບຸດ​ເຊ​ເມີ​ນ້ອງ​ຊາຍ​ຂອງ​ເຂົາ​ຄື ອ​ຮິ ໂຣ​ກາ ຮຸບ​ບາ ແລະ​ອາ​ຣາມ

35 ບຸດ​ເຮ​ເລມ​ນ້ອງ​ຊາຍ​ຂອງ​ເຂົາ​ຄື ໂຊ​ຟາ ອິມ​ນາ ເຊ​ເລ​ສ ແລະ ອາ​ມັນ

36 ໂຊ​ຟາ​ມີ​ບຸດ​ຊາຍ​ຄື ຊູ​ອາ ຮາ​ເນ​ເຟີ ຊູ​ອັນ ເບ​ຣີ ອິມ​ຣາ

37 ເບ​ເຊີ ໂຮດ ຊັມ​ມາ ຊີລຊາ ອິ​ທ​ຣານ ແລະ​ເບ​ເອ​ຣາ

38 ບຸດ​​ເຢ​ເທີຄື ເຢ​ຟູນ​ເນ ປິ​ສ​ປາ ແລະ ອາ​ຣາ

39 ບຸດ​ອູນ​ລາ​ຄື ອາ​ຣາ ຮາ​ນນີ​ເອນ ແລະຣີ​ຊີ​ອາ

40 ທັງ​ຫມົດ​ເຫລົ່າ​ນີ້​ເປັນ​ຄົນ​ຂອງ​ອາ​ເຊີ ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ເປັນທະ​ຫານ​ທີ່​ຄັ​ດ​ເລືອກ​ໄວ້ ເປັນ​ເຈົ້າ​ນາຍ​ໃຫຍ່​ຈຳ​ນວນ​ທີ່​ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ເພື່​ອ​ເຂົ້າ​ຮັບ​ຣາ​ຊ​ການ​ສົງ​ຄາມ​ເປັນ​ສອງ​ຫມື່ນ​ຫົກ​ພັນ​ຄົນ

 

8. ເຊື້ອ​ສາຍ​ຂອງ​ເບັນ​ຢາ​ມິນ

 (ປຖກ 46:21)

1   ເບັນ​ຢາ​ມິນ​ເປັນ​ບິ​ດາ​ຂອງ​ເບ​ລາ​ບຸດ​ຫົວ​ປີ​ຂອງ​ເຂົາ ອັ​ສ​ເບນ​ທີ່​ສອງ ອາ​ຮາ​ຣາ​ທີ່​ສາມ

2   ໂນ​ຮາ​ທີ່​ສີ່ ແລະ​ຣາ​ຟາ​ທີ່​ຫ້າ

3   ແລະ​ເບ​ລາ​ມີ​ບຸດ​ຄື ອັດ​ດາ ເກ​ຣາ ອາ​ບີ​ຮູດ

4   ອາ​ບີ​ຊູ​ອາ ນາ​ອາ​ມານ ອາ​ໂຮ​ອາ

5   ເກ​ຣາ ເຊ​ຟູ​ຟານ ແລະ​ຮູ​ຣາມ

6   ຕໍ່​ໄປ​ນີ້​ເປັນ​ບຸດ​ເອ​ຮູດ (ເຂົາ​ທັງ​ຫລາຍ​ເປັນ​ຫົວ​ຫນ້າ​ບັນ​ດາ​ຕະ​ກູນ​ທີ່​ເປັນ​ຊາວ​ເມືອງ​ເກ​ບາ ແລະ​ເຂົາ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ຍັງ​ເມືອງ​ມາ​ນາ​ຮາດ)

7   ຄື​ນາ​ອາ​ມານ ອາ​ຮີ​ຢາ ແລະ​ເກ​ຣາ ເຂົາ​ທັງ​ຫລາຍ​ຖືກກວາດ​ເປັນ​ເປັນ​ຊະ​ເລີຍ ແລະເຮັກ​ລາມ​ທ່ານ​ເປັນ​ບິ​ດາ​ຂອງອຸ​ສ​ຊາ​ ແລະ​ອາ​ຮີ​ຮູດ

8   ແລະ​ຊາ​ຮາຣາ​ອິມ​ມີ​ບຸດ​ຊາຍ​ໃນ​ດິນ​ແດນ​ໂມ​ອາບ ພາຍ​ຫລັງ​ຈາກ​ທີ່​ເຂົາ​ໄດ້​ໄລ່​ຮູ​ຊີມ ແລະ​ບາ​ອາ​ຣາພັ​ຣ​ຍາ​ຂອງ​ເຂົາ​ໄປ​ແລ້ວ

9   ເຂົາ​ມີ​ບຸດ​ກັບ​ໂຮ​ເດສ​ພັ​ຣ​ຍາ​ຂອງ​ເຂົາ ຄື​ໂຢ​ບັບ ຊີ​ບີ​ອາ ເມ​ຊາ ມັນ​ເກມ

10 ເຢ​ອູ​ສ ຊາ​ຄີ​ອາ ແລະ​ມີ​ຣ໌​ມາ ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ເຂົາ ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ

11 ເຂົາ​ມີ​ບຸດ​ກັບ​ຮູ​ຊີມ​ດ້ວຍ ຄື​ອາ​ບີ​ຕູບ ແລະ​ເອນ​ປາ​ອັນ

12 ບຸດ​ເອັນ​ປາ​ອັນ ຄື​ເອ​ເບີ ມີ​ຊາມ ແລະ​ເຊ​ເມດ ຜູ້​ສ້າງ​ເມືອງ​ໂອ​ໂນ ແລະ​ເມືອງ​ໂລດ​ພ້ອມ​ກັບ​ຫົວ​ເມືອງ

13 ແລະ​ເບ​ຣີ​ຢາ ແລະ​ເຊ​ມາ (ເຂົາ​ທັງ​ຫລາຍ​ເປັນ​ຫົວ​ຫນ້າ​ບັນ​ດາ​ຕະ​ກູນ​ທີ່​ເປັນ​ຊາວ​ເມືອງ​ອັຍ​ຢາ​ໂລນ ຜູ້​ຊຶ່ງ​ຂັບ​ໄລ່​ຊາວ​ເມືອງ​ກາດ​ໄປ​ເສັຽນັ້ນ)

14 ແລະ​ອາ​ຮີ​ໂອ ຊາ​ຊັກ ແລະ​ເຢ​ເຣ​ໂມທ

15 ເຊ​ບາ​ດີ​ຢາ ອ​ຣາດ ເອ​ເດີ

16 ມີ​ຄາ​ເອນ ອິສ​ປາ ແລະ​ໂຢ​ຮາ ເປັນ​ບຸດ​ເບ​ຣີ​ຢາ

17 ເຊ​ບາ​ດີ​ຢາ ເມ​ຊູນ​ລາມ ຮີ​ສ​ຄີ ເຮ​ເບີ

18 ອິສ​ເມ​ຣັຍ ອິສລີ​ຢາ ແລະ​ໂຢ​ບັບ ເປັນ​ບຸດ​ເອນ​ປາ​ອັນ

19 ເຢ​ກີມ ຊິກ​ຣີ ຊັບ​ດີ

20 ເອ​ລີ​ເອ​ນັຍ ຊີນ​ເລ​ທັຍ ເອ​ລີ​ເອນ

21 ອາ​ດັຍ​ຢາ ເບ​ຣາ​ຢາ ແລະ​ຊິ​ມ​ຣັ​ທ ເປັນ​ບຸດ​ຊີ​ເມ​ອີ

22 ອີສ​ປານ ເອ​ເບີ ເອ​ລີ​ເອນ

23 ອັບ​ໂດນ ຊີກ​ຣີ ຮາ​ນານ

24 ຮາ​ນາ​ນີ​ຢາ ເອ​ລາມ ອານ​ໂທ​ທີ​ຢາ

25 ອີ​ຟເດ​ຢາ ແລະເປ​ນູ​ເອນ ເປັນ​ບຸດ​ຊາ​ຊັກ

26 ຊັມ​ເຊ​ຣັຍ ເຊ​ຮາ​ຣີ​ຢາ ອາ​ທາ​ລີ​ຢາ

27 ຢາ​ອາ​ເຣ ຊີ​ຢາ ເອ​ລີ​ຢາ ແລະ​ຊີກ​ຣີ ເປັນ​ບຸດ​ເຢ​ໂຣ​ຮາມ

28 ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ຕາມ​ຊາດ​ເຊື້ອ​ສາຍ​ເປັນ​ຊັ້ນ​ຫົວ​ຫນ້າ ຄົນ​ເຫ​ລົ່​ນີ້​ຢູ່​ໃນ​ເຢ​ຣູ​ຊາ​ເລັມ

ວົງ​ວານ​ຂອງ​ຊາ​ອູນ

29 ແລະ​ໃນ​ກີ​ເບ​ໂອນກໍມີ​ບິ​ດາ​ຂອງ​ກິ​ເບ​ໂອນ​ອາ​ໄສ​ຢູ່ ແລະ​ພັ​ຣ​ຍາ​ຂອງ​ທ່ານ​ຊື່ ມາ​ອາ​ກາ

30 ບຸດ​ຫົວ​ປີ​ຂອງ​ທ່ານ​ຊື່ ອັບ​ໂດ​ນ ຊູ​ຣ໌ ກີ​ສ ບາ​ອັນ ນາ​ດາບ

31 ເກ​ໂດ​ຣ໌ ອາ​ຮີ​ໂອ ເຊ​ເຄີ

32 ແລ​ມີກ​ໂລທ (ເຂົາ​ເປັນ​ບິ​ດາ​ຂອງ​ຊີ​ເມ​ອາ) ຄົນ​ເຫລົ່າ​ນີ້​ອາ​ໄສ​ຢູ່​ກົງ​ຂ້າມ​ກັບ​ຍາດ​ຂອງ​ເຂົາ​ໃນ​ເຢ​ຣູ​ຊາ​ເລັມ​ ເຂົາ​ຢູ່​ກັບ​ຍາດຂອງ​ເຂົາ

33 ເນີ ເປັນ​ບິ​ດາ​ຂອງ​ຄີສ ຄີສ​ເປັນ​ບິ​ດາ​ຂອງ​ຊາ​ອູນ ຊາ​ອູນ​ເປັນ​ບິ​ດາ​ໂຢ​ນາ​ທານ ມັນຄີ​ຊູ​ວາ ອາ​ບີ​ນາ​ດາບ ແລະ ເອສ​ບາ​ອັ​ນ

34 ແລະ​ບຸດ​ໂຢ​ນາ​ທານ ຄື​ເມ​ຣິບ​ບາ​ອັ​ນ ແລະ​ເມ​ຣີບ​ບາ​ອັ​ນ​ເປັນ​ບິ​ດາ​ຂອງ​ມີ​ຄາ

35