Romans ພຣະທັມ​ໂຣມ

 

ພຣະທັມ​ໂຣມ

 

1

2

3

4

5

6

7

8

9

10

11

12

13

14

15

16

 

 

 

 

 

ຈົດ​ຫມາຍ​ຂອງ​ໂປໂລ

ທີ່​ມີ​ໄປ​ເຖິງ​ຄຣິດ​ຕະ​ຈັກ​ໃນ​ກຸງ

 

ໂຣມ

 

1. ຕົ້ນ​ເຫດ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໂປ​ໂລ​ເຂົ້າ​ຮັບ​ໃຊ້​ປະ​ກາດ​ຂ່າວ​ປະ​ເສີດ

1   ໂປ​ໂລ ຜູ້​ຣັບ​ໃຊ້​ຂອງ​ພຣະຄຣິດ​ຄື​ພຣະ​ເຢ​ຊູ ຜູ້​ທີ່​ພຣະ​ອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັ​ຄ​ສາ​ວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ

2   ຄື​ຂ່າວ​ປະ​ເສີດ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ລ່ວງ​ຫນ້າ ໂດຍ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ​ໃນ​ພຣະ​ຄັມ​ພີ​ອັນ​ສັກ​ສິດ

3   ຂ່າວ​ປະ​ເສີດ​ນັ້ນ​ກ່ຽວ​ກັບ​ພຣະ​ຣາ​ຊ​ບຸດ​ຂອງ​ພຣະ​ອົງ​ຄື​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ຊົງ​ບັງ​ເກີດ​ໃນ​ເຊື້ອ​ວົງ​ຂອງ​ດາ​ວິດ​ຝ່າຍ​ເນື້ອກາຍ

4   ແຕ່​ຝ່າຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ບໍ​ຣິ​ສຸດ​ນັ້ນ ຊົງ​ບົ່ງ​ໄວ້​ດ້ວຍ​ຣິດ​ທາ​ນຸພາບ ຄື​ໂດຍ​ການ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

5   ໂດຍ​ທາງ​ພຣະ​ອົງ​ນີ້​ແຫ​ລະ, ເຮົາ​ໄດ້​ຮັບ​ພຣະ​ຄຸນ​ແລະ​ຕຳ​ແຫນ່ງ​ເປັນ​ອັ​ຄ​ສາ​ວົກ​ເພື່ອ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ໃຫ້​ໄປ​ປະ​ກາດ​ຖ້າມ​ກາງ​ຊົນ​ຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອ​ຟັງ

6   ຮ່ວມ​ທັງ​ພວກ​ເຈົ້າ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຫມືອນ​ກັນ

7   ເຖິງ ບັນ​ດາ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ກຸງ​ໂຣມ ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ຮັກ​ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນ​ຂອງພຣະ​ອົງ ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຈົ່ງມີ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

ຂອບ​ພຣະ​ຄຸນ​ໂດຍ​ທາງ​ການ​ອ້ອ​ນວອນ

8   ກ່ອນ​ອື່ນ​ເຮົາ​ຂໍ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຂອງ​ເຮົາ​ໂດຍທາງ​ພຣະ​ເຢ​ຊູ​ຄຣິດ​ເພາະ​ພວກ​ເຈົ້າ ດ້ວຍ​ວ່າ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ກຳ​ລັງ​ຊ່າ​ລື​ໄປ​ທົ່ວ​ໂລກ

9   ເພາະ​ພຣະ​ເຈົ້າ​ຜູ້​ທີ່​ເຮົາ​ຮັບ​ໃຊ້​ດ້ວຍຊີວິດ​ຈິດ​ໃຈ ໃນ​ການ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ບຸດ​ຂອງ​ພຣະ​ອົງ​ນັ້ນ ພຣະ​ອົງ​ຊົງ​ເປັນ​ພຍານ​ຝ່າຍ​ເຮົ​ວ່າ ເມື່ອ​ເຮົາ​ອ້ອນວອນ​ນັ້ນ​ເຮົາ​ກໍ​ລະ​ນຶກ​ເຖິງ​ພວກ​ເຈົ້າ​ຢູ່​ສເມີ​ບໍ່​ຂາດ

10 ເຮົາ​ທູນ​ຂໍ​ວ່າ​ຖ້າ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ແລ້ວ ໃຫ້​ເຮົາ​ໄດ້​ມີ​ໂອກາດ​ທີ່​ສຸດ​ນີ້​ໄປ​ຢາມ​ພວກ​ເຈົ້າ​ໄດ້​ດ້ວຍ​ວິ​ທີນຶ່ງວິ​ທີ​ໃດ

11 ດ້ວຍ​ວ່າ​ເຮົາ​ປາ​ຖ​ນາ​ຢາກ​ເຫັນ​ເຈົ້າ​ທັງ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ຂອງ​ປະ​ທານ​ຝ່າຍ​ຈິດ​ວິນ​ຍານ​ບາງ​ຢ່າງ​ມາ​ໃຫ້​ພວກ​ເຈົ້າ ເພື່ອ​ເສີມ​ກຳ​ລັງ​ໃຈ​ຂອງ​ພວກ​ເຂົາ

12 ຄື​ວ່າ​ດ້ວຍ​ຄວາມ​ເຊື່ອ​ຂອງ​ເຮົາ​ທັງ​ສອງ​ຝ່າຍ​ນັ້ນ​ຈະ​ໄດ້​ຫນຸນ​ໃຈ​ກັນ​ແລະ​ກັນ

13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງ​ໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາ​ງ​ຢ່າງ​ໃນ​ຖ້າມ​ກາງ​ພວກ​ເຈົ້ ເຫມືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ຖ້າມ​ກາງ​ຊາດ​ຕ່າງ​ປະ​ເທດ​ແລ້ວ ແຕ່​ຈົນ​ເຖິງ​ບັດ​ນີ້​ກໍ​ຍັງ​ມີ​ເຫດ​ຂັດ​ຂວາງ​ຢູ່

14 ເຮົາ​ເປັນ​ຫນີ້​ພວກ​ທີ່​ສີ​ວິ​ໄລ​ແລະ​ພວກ​ຕ່ຳ​ຊ້າ ເປັນ​ຫນີ້​ທັງ​ພວກ​ນັກ​ປາດ​ແລະ​ພວກ​ຄົນ​ໂງ່​ດ້ວຍ

15 ເພາະ​ເຫດນັ້ນ, ເຮົາ​ຮີບ​ຮ້ອນ​ທີ່​ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ເຈົ້າທັງ​ຫລາຍ​ທີ່​ຢູ່​ໃນ​ກຸງໂຣມ​ເຫມືອນ​ກັນ

ຣິດເດດ​ຂອງ​ຂ່າວ​ປະ​ເສີດ

16 ເພາະ​ວ່າ​ເຮົາ​ບໍ່​ມີ​ຄວາມ​ລະ​ອາຍ​ໃນ​ຂ່າວ​ປະ​ເສີດ ດ້ວຍ​ວ່າ​ຂ່າວ​ປະ​ເສີດ​ນັ້ນ​ເປັນ​ຣິດ​ເດດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມພົ້ນ ພວກ​ຢິວ​ກ່ອນ​ແລະ​ພວກ​ຕ່າງ​ຊາດ​ດ້ວຍ

17 ເພາ​ໃນ​ຂ່າວ​ປະ​ເສີດ​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ໃຫ້​ມີ​ຄວາມ​ຊອບ​ທັມ​ດ້ວຍ​ອາ​ໄສ​ຄວາມເຊື່ອ​ແຕ່​ສິ່ງດຽວ ເຫມືອນ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ດ້ວຍ​ຄວາມ​ເຊື່ອ ຜູ້​ນັ້ນ​ແຫລະ, ຈະ​ໄດ້​ຊີ​ວິດ”

ໂທດ​ຂອງ​ມະ​ນຸດ​ຊາດ

18 ດ້ວຍ​ວ່າ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ປາ​ກົດ​ມາ​ຈາກ​ສວັນ ຕໍ່​ສູ້​ບັນ​ດາ​ຄວາມຫມິ່ນ​ປມາດ​ພຣະ​ອົງ​ແລະ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ຂອງ​ມະ​ນຸດ ຄື​ມະ​ນຸດ​ພວກ​ນັ້ນ​ທີ່​ເອົາ​ຊົ່ວ​ຮ້າຍ​ມາ​ຂັດ​ຂວາງ​ຄວາມ​ຈິ

19 ເຫດ​ວ່າ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ​ກໍ​ໄດ້​ປາ​ກົດ​ແຈ້ງ​ຄັກ​ໃນ​ໃຈ​ເຂົາ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ສະ​ແດງ​ໃຫ້​ເຂົາ​ຮູ້​ແລ້ວ

20 ຕັ້ງ​ແຕ່​ແຣກ​ສ້າງ​ໂລກ​ມາ​ສະ​ພາບ​ທີ່​ບໍ່​ປາ​ກົດ​ຂອງ​ພຣະ​ເຈົ້າ ຄື​ຣິດ​ທາ​ນຸ​ພາບ​ອັນ​ຖາ​ວອນ​ແລະ​ຄວາມ​ເປັນ​ພຣະ​ຂອງ​ພຣະ​ອົງ ກໍ​ໄດ້​ປາ​ກົດ​ແຈ້ງ​ໃນ​ສັ​ພ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສ້າງ ສັນ​ນັ້ນ​ເຂົາ​ທັງ​ຫລາຍ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ຕົວ​ໄດ້

21 ເພາະ​ເຖິງ​ແມ່ນ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ຮຼ້​ຈັກ​ພຣະ​ເຈົ້າ​ແລ້ວ ເຂົາ​ກໍ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ​ໃຫ້​ສົມ​ກັບ​ການ​ຊົງ​ເປັນ​ພຣະ​ເຈົ້າ ທັງບໍ່​ໄດ້​ໂມ​ທະ​ນາ​ພຣະ​ຄຸນ ແຕ່​ວ່າ​ຄວາມ​ຄຶດ​ຂອງ​ເຂົາ​ກາຍ​ເປັນ​ສິ່ງ​ທີ່​ເສັຽ​ປ​ໂຍດ ແລະ​ໃຈ​ຂອງ​ເຂົາ​ກໍ​ມືດ​ມົວ​ໄປ

22 ເຂົາ​ອ້າງ​ຕົວ​ວ່າເປັນຄົນ​ສ​ລາດ ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ​ໂງ່ໄປ

23 ເຂົາ​ໄດ້​ຮັບ​ມະ​ນຸດ​ຜູ້​ຕາຍ​ເປັນ​ກັບ​ຮູບ​ນົກຮູບ​ສັດ​ສີ່​ຕີນ ແລະ​ສັດ​ເລືອ​ຄານ​ມາ​ປ່ຽນ​ແທນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຕາຍ​ບໍ່​ເປັນ

24 ເພາະ​ສັນ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ເຮັດ​ການ​ຊົ່ວ​ຊ້າ ຕາມ​ຣາ​ຄະ​ຕັນ​ຫາ​ໃນ​ໃຈ​ຂອງ​ເຂົາ ເຂົາ​ຈຶ່ງ​ເຮັດ​ສິ່ງ​ຫນ້າ​ອັບ​ອາຍ​ທາງ​ຮ່າງ​ກາຍ​ຕໍ່​ກັນ

25 ເຂົາ​ໄດ້​ເອົາ​ຄວາມ​ຈິງ​ເຣື່ອງ​ພຣະ​ເຈົ້າ​ມາ​ປ່ຽນ​ເປັນ​ຄວາມ​ບໍ່​ຈິງ ແລະ​ໄດ້​ນະ​ມັ​ສ​ການ​ທັງ​ບົວ​ຣະ​ບັດ​ສິ່ງ​ທີ່​ຊົງ​ສ້າງ​ໄວ້​ນັນ​ແທນ​ພຣະ​ອົງ​ຜູ້​ຊົງ​ສ້າງ ຄື​ຜູ້​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ​ຄວາມ​ສັຣ​ເສີນ​ເປັນ​ນິດ ອາ​ແມນ

26 ເພາະ​ເຫດ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ມີ​ຣາ​ຄະ​ຕັນ​ຫາ​ອັນ​ຫນ້າ​ອັບ​ອາຍ ພວກ​ຜູ້​ຍິງ​ຂອງ​ເຂົາ​ກໍ​ປ່ຽນ​ການ​ສັມ​ພັນ​ຕາມ​ທຳ​ມະ​ຊາດ​ໃຫ້​ຜິດ​ທຳມະ​ຊາດໄປ

27 ຝ່າຍ​ຜູ້​ຊາຍ​ກໍ​ເຫມືອນ​ກັນ ໄດ້​ເລີກ​ການ​ສັມ​ພັນ​ກັບ​ຜູ້​ຍິງ​ຕາມ​ທຳ​ມະ​ຊາດ ແລະ​ຮີບ​ຮ້ອນ​ດ້ວຍໄຟ​ແຫ່ງ​ຣາ​ຄະ​ຕັນ​ຫາ​ທີ່​ມີ​ຕໍ່​ກັນ ຜູ້​ຊາຍ​ກັບ​ຜູ້​ຊາຍ​ພາ​ກັນ​ເຣັດ​ການ​ຊົ່ວ​ຫນ້າ​ອັບ​ອາຍຕໍ່​ກັນ ເຂົາ​ຈຶ່ງ​ໄດ້​ຮັບ​ຜົນ​ກັມ​ອັນ​ສົມ​ຄວນ​ກັບ​ຄວາມ​ຜິດ​ຂອງ​ເຂົາ​ໃນ​ຕົວ​ເຂົາ​ເອງ

28 ເຂົາ​ບໍ່​ເຫັນ​ດີ​ທີ່​ຈະ​ຮັບ​ຮູ້​ພຣະ​ເຈົ້ ພຣະ​ອົງ​ຈຶ່ງ​ຊົງ​ປ່ອຍ​ໃຫ້​ເຂົາ​ມີ​ໃຈ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສົມ​ຄວນ

29 ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ການ​ອະ​ທັມ​ທຸກ​ຢ່າງ ການ​ຊົ່ວ​ຮ້າຍ ຄວາມ​ໂລບ ຄວາມ​ປອງ​ຮ້າຍ ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ ການ​ຂ້າ​ຟັນ ການ​ວິ​ວາດ ການ​ລໍ້​ລວງ ການ​ຜູກ​ພ​ຍາ​ບາດ ການ​ສັບ​ສໍ່

30 ການ​ເວົ້າ​ນິນ​ທາ ການ​ກຽດ​ຊັງ​ພຣະ​ເຈົ້າ ຂີ້​ອົ່ງ​ຫມິ່ນ​ປມາດ ຈອງ​ຫອງ ອວດ​ຕົວ ປະ​ດິດ​ຄຶດ​ແຕ່ງ​ການ​ຊົ່ວ​ຂຶ້ນ ບໍ່​ຟັງ​ຄວາມ​ພໍ່​ແມ່

31 ໃຈ​ບໍ່​ສັງ​ເກດ​ການ​ດີ​ແລະ​ຊົ່ວ ບໍ່​ຖື​ຄຳ​ຫມັ້ນ​ສັນ​ຍາ ຂາດ​ຄວາມ​ຮັກ​ທຳ​ມະ​ດາ ບໍ່​ມີ​ຄວາມ​ເມດ​ຕາ​ເອັນ​ດູ

32 ເຖິງ​ແມ່ນ​ວ່າ​ເຂົາ​ຮູ້​ຈັກ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຄັກ ທີ່​ກ່າວ​ວ່າ​ຄົນ​ທັງ​ປວງ​ທີ່​ເຮັດ​ຢ່າງ​ນັ້ນ​ກໍ​ສົມ​ຄວນ​ຈະ​ຕາຍ ເຖິງ​ປານ​ນັ້ນ​ເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນ​ພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ດ້ວຍ

 

2. ການ​ຊົງ​ພິ​ພາກ​ສາ​ອັນ​ຍຸດ​ຕິ​ທັມ

1   ເຫດ​ສັນ​ນັ້ນ​ມະ​ນຸດ​ເອີຍ, ບໍ່​ວ່າ​ເຈົ້າ​ຈະ​ແມ່ນ​ໃຜ ເມື່ອ​ເຈົ້າ​ກ່າວ​ໂທດ​ໃສ່​ຜູ້​ອື່ນ ເຈົ້າ​ບໍ່​ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້ ເພາະ​ໃນ​ເມື່ອ​ເຈົ້າ​ກ່າວ​ໂທດ​ໃສ່​ຜູ້​ອື່​ນນັ້ນ ເຈົ້າ​ກໍ​ກ່າ​ວ​ໂທດ​ໃສ່​ຕົນ​ເອງ ເພາະ​ວ່າ​ເຈົ້າ​ທີ່​ກ່າວ​ໂທດ​ໃສ່​ເຂົາ​ກໍ​ຍັງ​ເຮັດ​ຢູ່​ຢ່າງ​ດຽວ​ກັນ​ກັບ​ເຂົາ

2   ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຄົນ​ທັງ​ຫລາຍ​ທີ່​ເຮັດ​ການ​ຢ່າງ​ນັ້ນ ກໍ​ຖືກ​ຕ້ອງ​ຢູ່​ແລ້ວ

3   ແຕ່​ມະ​ນຸດ​ເອີຍ, ເຈົ້າ​ຜູ້​ກ່າວໂທດ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ ແຕ່​ເຈົ້າ​ເອງ​ຍັງ​ເຮັດ​ຢ່າງດຽວ​ກັນ​ກັບ​ເຂົາ ເຈົ້າ​ຄຶດ​ຫລື​ວ່າ​ຈະ​ພົ້ນ​ຈາກ​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຂອງ​ພຣະ​ເຈົ້າ​ໄດ້

4   ຫລື​ວ່າ​ເຈົ້າ​ປມາດ​ພຣະ​ກະ​ຣຸ​ນາ​ຄຸນ​ອັນ​ສົມ​ບູ​ນ ແລະ​ຄວາມ​ອົດ​ກັ້ນ​ພຣະ​ທັຍ​ກັບ​ຄວາມ​ອົດ​ທົນ​ຂອງ​ພຣະ​ອົງ ເຈົ້າ​ບໍ່​ຮູ້​ຫລື​ວ່າ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ເຈົ້​ນັ້ນ ຊົງ​ປະ​ສົງ​ຈະ​ນຳ​ເຈົ້າ​ໃຫ້​ກັບ​ໃຈ​ເສັຽ​ໃຫມ່

5   ແຕ່​ໃຈ​ຂອງ​ເຈົ້າ​ແຂງ​ກະ​ດ້າງ​ແລະ​ບໍ່​ຍອມ​ກັບ​ຕົວ ເຈົ້າ​ຈຶ່ງ​ກຳ​ລັງ​ສ້າງ​ສົມ​ພຣະ​ພິ​ໂຣດ​ໄວ້​ໃຫ້​ຕົວ​ເອງ​ໃນ​ວັນ​ຂອງ​ຄວາມ​ຮ້າຍ​ຂາດ​ນັ້ນ ຄື​ວັນ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຢ່າງ​ຍຸດ​ຕິ​ທັມ​ໃຫ້​ປາ​ກົດ​ແຈ້ງ​ນັ້ນ

6   ເພາະ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຕອບ​ແທນ​ຕາມ​ການ​ເຮັດ​ຂອງ​ເຂົາ​ທຸກ​ຄົນ

7   ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພ​ຍາ​ຍາມ​ເຮັດ​ການ​ດີ ສ​ແວງ​ຫາ​ສະ​ງ່າ​ຣາ​ສີ ຍົດ​ສັກ ແລະ​ຄວາມ​ບໍ່​ຮູ້​ຕາຍ​ນັ້ນ ພຣະ​ອົງ​ຈະ​ຊົງ​ປະ​ທານ​ຊີ​ວິດ​ອັນ​ຕລອດໄປ​ເປັນ​ນິດ​ໃຫ້​ແກ່​ເຂົາ

8   ແຕ່​ພຣະ​ອົງ​ຈະ​ຊົງ​ສະ​ແດງ​ພຣະ​ພິ​ໂຣດ​ອັນ​ເຜັດ​ຮ້ອນ​ແກ່​ຄົນ​ທັງ​ຫລາຍ​ທີ່​ຄຶດ​ໃຫຍ່​ໄຝ່​ສູງ ແລະ​ແກ່​ຜູ້​ທີ່​ເຊື່ອ​ຟັງ​ຄວາມຈິງ​ແຕ່ຍອມ​ເຮັດ​ຕາມ​ຄວາມ​ຊົ່ວ

9   ຄວາ​ມ​ທຸກ​ຂະ​ເວ​ທະ​ນາ​ຈະ​ເກີດ​ມີ​ແກ່​ມະ​ນຸດ​ທຸກ​ຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ເກ​ດີ​ແກ່​ຊາດ​ຢິວ​ກ່ອນ ແລະ​ແກ່​ຄົນ​ຕ່າງ​ຊາດ​ດ້ວຍ

10 ແຕ່​ສະ​ງ່າ​ຣາ​ສີ​ແລະ​ຍັດ​ສັກ​ກັບ​ຄວາມ​ສຸກ​ສຳ​ຣານ​ຈະ​ເກີດ​ມີ​ແກ່​ທຸກ​ຄົນ​ທີ່​ເຮັດ​ການ​ດີ ຄື​ແກ່​ຊາດ​ຢິວ​ກ່ອນ​ແລະ​ແກ່​ຄົນ​ຕ່າງ​ຊາດ​ດ້ວຍ

11 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ຜູ້​ໃດ​ເລີຍ

12 ຄົນທັງ​ຫລາຍ​ທີ່ບໍ່​ມີ​ພຣະ​ບັນ​ຍັດ​ແລະ​ເຮັດ​ຜິດ​ບາບ ຈະ​ຕ້ອງ​ຈິບ​ຫາຍ​ໄປ​ໂດຍບໍ່​ອ້າງ​ພຣະ​ບັນ​ຍັດ ແຕ່​ຄົນ​ທັງ​ຫລາຍ​ທີ່​ມີພຣະ​ບັນ​ຍັດ​ແລະ​ເຮັດ​ຜິດ​ບາບ ກໍ​ຈະ​ຕ້ອງ​ຖືກ​ໂທດ​ຕາມ​ພຣະ​ບັນ​ຍັດ​ນັ້ນ

13 ດ້ວຍ​ວ່າ​ບໍ່​ແມ່ນ​ພວກ​ຄົນ​ທີ່​ຟັງ​ພຣະ​ບັນ​ຍັດ​ຈະ​ເປັນ​ຜູ້​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແຕ່​ແມ່ນ​ຜູ້​ທີ່​ໄດ້​ຂັ​ບ​ຕາມ​ພຣະ​ບັນ​ຍັດ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ຊອ​ບທັມ

14 ເມື່ອ​ພວກ​ຕ່າງ​ຊາດ​ຜູ້​ບໍ່​ມີ​ພຣະ​ບັນ​ຍັດ​ຫາກ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ໄປ ໂດຍ​ນິ​ສັຍ​ປົກ​ກະ​ຕິ ຄົນ​ເຫລົ່າ​ນັ້ນ ເຖິງ​ແມ່ນ​ເຂົາ​ບໍ່​ມີ​ພຣະ​ບັນ​ຍັດ ແຕ່​ກໍ​ຍັງ​ເປັນ​ພຣະ​ບັນ​ຍັດ​ໃນ​ຕົວ​ເຂົາ​ເອງ

15 ເຂົາ​ສະ​ແດງ​ໃຫ້​ເຫັນ​ວ່າ​ຫລັກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ ກໍ​ຈາ​ຣຶກ​ໄວ້​ໃນ​ໃຈ​ຂອງ​ເຂົາ​ແລ້ວ ແລະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຂົາ​ກໍ​ເປັນ​ພຍານ​ເຫມືອນ​ກັນ ແມ່ນ​ຄວາມ​ຄຶດ​ຂອງ​ເຂົາ​ນັ້ນ​ແຫລະ, ທີ່​ກ່າວ​ໂທດ​ຕົວ​ເຂົາ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ເຂົາ

16 ໃນ​ວັນ​ທີ່​ພຣະ​ເຈົ້​ຈະ​ຊົງ​ໃຫ້​ພຣະ​ເຢ​ຊູ​ຄ​ຣີດ ພິ​ພາກ​ສາ​ຄວາມ​ເລິກ​ລັບ​ຂອງ​ມະ​ນຸດ​ທັງ​ຫລາຍ ຕາມ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແລ້ວ​ນັ້ນ

ພວກຢິວ ແລະ ພຣະບັນຍັດ

17 ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຊາດ​ຢິວ ຈຶ່ງ​ເພິ່ງ​ພາ​ອາ​ໄສ​ພຣະ​ບັນ​ຍັດ, ແລະ​ອວດ​ວ່າ​ມີ​ພຣະ​ເຈົ້າ

18 ແລະ​ຮູ້​ຈັກ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະ​ເສີດ​ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ພຣະ​ບັນ​ຍັດ

19 ແລະ​ຖ້າ​ເຈົ້​ຖື​ຫມັ້ນ​ວ່າ​ຕົວ​ເປັນ​ຜູ້​ນຳ​ຄົນ​ຕາ​ບອດ ເປັນ​ແສງ​ສວ່າງ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ຄວາມ​ມືດ

20 ເປັນ​ຜູ້​ອົບ​ຮົມ​ຄົນ​ໂງ່ ເປັນ​ຄ​ຣູ​ສອນ​ເດັກ​ນ້ອຍ ເປັນ​ຜູ້​ມີ​ແບບ​ແຜນ​ອັນ​ສົມ​ບູນ​ຂອງ​ຄວາມ​ຮູ້​ແລະ​ຄວາມ​ຈິງ​ໃນ​ພຣະ​ບັນ​ຍັດ,

21 ສັນ​ນັ້ນ​ເຈົ້​ຊຶ່ງ​ເປັນ​ຜູ້​ສອນ​ຄົນ​ອື່ນ​ຈະ​ບໍ່​ສອນ​ຕົວ​ເອງ​ຫລື ເຈົ້າ​ຜູ້​ທີ່​ປະ​ກດ​ວ່າ, “ຢ່າ​ລັກຊັບ” ເຈົ້າ​ເອງ​ລັກ​ຢູ່​ຫລື​ບໍ່

22 ເຈົ້າ​ຜູ້​ທີ່​ໄດ້​ບອກວ່າ, “ຢ່າ​ຫລິ້ນ​ຊູ້” ເຈົ້​ເອງ​ຍັງ​ຫລິ້ນ​ຢູ່​ຫລື​ບໍ່ ເຈົ້າ​ຜູ້​ກຽດ​ຊັງ​ພຣະ​ທຽມ ຕົວ​ຍັງ​ຍັງ​ລັກ​ປົ້ນ​ວິ​ຫານ​ຫລື​ບໍ່

23 ເຈົ້າ​ຜູ້ອວດ​ອ້າງ​ໃນ​ພຣະ​ບັນ​ຍັດ ຕົວ​ເຈົ້າ​ຍັງ​ຫລູ່ກຽດ​ແກ່​ພຣະ​ເຈົ້າ​ໂດຍ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ຫລື​ບໍ່

24 ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຖືກ​ຫມິ່ນ​ປມາດ​ໃນ​ຖ້າມ​ກາງ​ຄົນ​ຕ່າງ​ຊາດ ກໍ​ເພາະ​ເຈົ້າ​ທັງ​ຫລາຍ”

25 ຖ້າ​ເຈົ້​ເຮັດ​ຕາມ​ພຣະ​ບັນ​ຍັດ ພິ​ທີ​ຕັດ​ນັ້ນ​ເປັນ​ປ​ໂຍດ​ແທ້ ແຕ່​ຖ້າ​ເຈົ້າ​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ ການ​ທີ່​ເຈົ້າ​ຮັບ​ພິ​ທີ​ຕັດ​ກໍ​ເຫມືອນ​ບໍ່​ໄດ້​ຮັບ

26 ສັນ​ນັ້ນ​ຖ້າ​ໄດ້​ຊົງ​ຖື​ເຫມືອນ​ກັບ​ວ່າ ຜູ້​ນັ້ນ​ໄດ້​ຮັບ​ພິ​ທີ​ຕັດ​ແລ້ວ​ບໍ່​ແມ່ນ​ຫລື

27 ເຖິງ​ແມ່ນ​ວ່າ​ເຈົ້າ​ທັງ​ຫລາຍ​ມີ​ພຣະ​ບັນ​ຍັດ​ທີ່​ຈາ​ຣຶກ​ໄວ້ ແລະ​ໄດ້​ຮັບ​ພິ​ທີ​ຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະ​ເມີດ​ຕໍ່​ພຣະ​ບັນ​ຍັດ​ນັ້ນ ຝ່າຍ​ຄົນ​ທຳ​ມະ​ດາ​ສາ​ມັນ​ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ເຂົາ​ກໍ​ຍັງ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ຢູ່ ເຂົາ​ພວກ​ນັ້ນ​ແຫລະ, ຈະ​ກ່າວ​ໂທດ​ໃສ່​ເຈົ້າ

28 ເພາະ​ວ່າ​ຄົນ​ຢິວ​ແທ້​ບໍ່​ແມ່ນ​ຄົນ​ທີ່​ເປັນ​ຢິວ​ແຕ່​ພາຍນອກ​ເທົ່າ​ນັ້ນ ແລະ​ການ​ຮັບ​ພິ​ທີ​ຕັດ​ແທ້​ກໍ​ບໍ່​ແມ່ນ​ອັນ​ທີ່​ປາ​ກົດ​ໃນ​ເນື້ອ​ກາຍ​ເທົ່າ​ນັ້ນ

29 ແຕ່​ວ່າ​ຄົນ​ທີ່​ເປັນ​ຊາດ​ຢິວ​ແທ້ ຄື​ຄົນ​ທີ່​ເປັນ​ຊາດ​ຢິວ​ພາຍ​ໃນ ແລະ​ການ​ຮັບ​ພິ​ທີ​ຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດ​ໃຈ​ຊຶ່ງ​ເປັນ​ໄປ​ຕາມ​ພຣະ​ວິນຍານ ບໍ່​ແມ່ນ​ເປັນ​ໄປ​ຕາມ​ບົດ​ບັນ​ຍັດ ຄົນຢ່າງ​ນັ້ນ​ພຣະ​ເຈົ້າ​ຊົງ​ສັຣ​ເສີນ ບໍ່​ແມ່ນ​ມະ​ນຸດ​ສັຣ​ເສີນ

 

3.

1   ຖ້າ​ຢ່າງ​ນັ້ນ​ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນ​ອື່ນ​ຢ່າງ​ໃດ ຫລື​ການ​ຮັບ​ພິ​ທີ​ຕັດ​ຈະ​ມີປໂຍດ​ອັນ​ໃດ

2   ກໍ​ມີ​ປ​ໂຍດ​ຫລາຍ​ໃນ​ທຸກ​ສິ່ງ ເປັນ​ຕົ້ນ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ມອບ​ພຣະ​ທັມ​ໂອ​ວາດ​ໃຫ້​ພວກ​ຢິວ​ຮັກ​ສາ

3   ເຖິງ​ແມ່ນ​ມີ​ບາງ​ຄົນ​ບໍ່​ສັດ​ຊື່ ຄວາມ​ບໍ່​ສັດ​ຊື່​ຂອງ​ເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດ​ຊື່​ຂອງ​ພຣະ​ເຈົ້າ​ເສັຽ​ປ​ໂຍດ​ຫລື

4   ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເຖິງ​ແມ່ນ​ວ່າ​ທຸກ​ຄົນ​ເປັນ​ຄົນ​ຕົວະ​ກໍ​ຕາມ ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ສັດ​ຊື່​ທ່ຽງ​ທັມ ຕາມ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ເພື່ອ​ພຣະ​ອົງ​ຈະ​ໄດ້​ປາ​ກົດ​ວ່າ​ຊົງ​ເປັນ​ຜູ້​ທ່ຽງ​ທັມ ໃນ​ຖ້ອຍ​ຄຳ​ທັງ​ຫລາຍ​ຂອງ​ພຣະ​ອົງ ແລະ​ຊົງ​ມີ​ໄຊ​ເມື່ອ​ເຂົາ​ກ່າວ​ໂທດ​ໃສ່​ພຣະ​ອົງ”

5   ແຕ່​ຖ້າ​ວ່າ​ຄວາມ​ອະ​ທັມ​ຂອງ​ພວກ​ເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ​ແລ້ວ ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ໂດຍ​ບໍ່​ຍຸດ​ຕິ​ທັມ​ຢ່າງ​ນັ້ນ​ຫລື (ເຮົາ​ເວົ້າ​ຢ່າງ​ມະ​ນຸດ)

6   ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ຖ້າ​ແມ່ນ​ຢ່າງ​ນັ້​ນ​ແລ້ວ​ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ໄດ້​ຢ່າງ​ໃດ

7   ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ລ່າຍ​ຂອງ​ເຮົາ​ເປັນ​ເຫ​ດ​ໃຫ້​ຄວາ​ມ​ທ່ຽງ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ປາ​ກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດ​ຕິ​ຍົດ​ແກ່​ພຣະ​ອົງ ເປັນ​ຫຍັງ​ເຮົາ​ຈຶ່ງ​ຍັງ​ຖືກ​ຊົງ​ລົງ​ໂທດ​ເຫມືອນ​ເປັນ​ຄົນ​ຜິດ​ບາບ

8   ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງບໍ່​ເຮັດ​ຊົ່ວ​ເພື່ອ​ຄວາມ​ດີ​ຈະ​ເກີດ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ນັ້ນ ຕາມ​ທີ່​ບາງ​ຄົນ​ເລົ່າ​ລື​ແລະ​ນິນ​ທາ​ຫາ​ວ່າ​ເຮົາ​ໄດ້​ກ່າວ​ຢ່າງ​ນັ້ນ​ແລ້ວ ການ​ລົງ​ໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດ​ຕິ​ທັມ​ແລ້ວ

ບໍ່ມີຄົນຊອບທັມ

(ພ​ສ​ສ 14:1-3; 53:1-4)

9   ຖ້າດັ່ງ​ນັ້ນ​ແລ້ວ​ຈະ​ເປັນ​ຢ່າງ​ໃດ ເຮົາ​ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຫລື​ບໍ່ ບໍ່​ແມ່ນ​ຢ່າງນັ້ນ​ດອກ ດ້ວຍ​ວ່າ​ເຮົາ​ໄດ້​ຟ້ອງ​ແລ້ວ​ວ່າ ທັງ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດກໍ​ຢູ່​ໃຕ້​ອຳ​ນາດ​ຂອງ​ຄວາມ​ຜິດ​ບາບ​ທຸກ​ຄົນ

10 ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ບໍ່​ມີ​ຄົນ​ຊອບ​ທັມ​ຈັກ​ຄົນ​ນຶ່ງ​ຄົນ​ດຽວ

11 ບໍ່​ມີ​ຄົນ​ທີ່​ເຂົ້າ​ໃຈ ບໍ່​ມີ​ຄົນ​ທີ່​ສ​ແວງ​ຫາ​ພຣະ​ເຈົ້າ

12 ທຸກ​ຄົນ​ໄດ້​ຫລົງ​ເວັ້ນ​ໄປ ເຂົາ​ພາ​ກັນ​ເປັນ​ຄົນ​ຊົ່ວ​ໄປ​ຫມົດ ຜູ້​ເຮັດ​ການ​ດີ​ບໍ່​ມີຈັກ​ຄົນ​ດຽວ

13 ລຳ​ຄໍ​ຂອງ​ເຂົາ​ຄື​ຂຸມ​ຝັງ​ຊາກ​ສົ​ບ​ທີ່​ໄຂ​ຢູ່ ເຂົາ​ໃຊ້​ລີ້ນ​ຂອງ​ເຂົາ​ໃນ​ການ​ລໍ້​ລວງ ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ເຂົາ

14 ປາກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ປ້ອຍ​ດ່າ​ແລະ​ຄຳ​ຂົມ​ຂື່ນ

15 ຕີນ​ຂອງ​ເຂົາ​ວ່ອງ​ໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ

16 ເຂົາ​ຍ່ອມ​ຖິ້ມ​ຄວາມ​ເສັຽ​ຫາຍ​ແລະ​ຄວາມ​ທຸກ​ໄວ້​ໃນ​ທາງ​ທີ່​ເຂົາ​ເດີນ​ໄປ

17 ແລະ​ເຂົາບໍ່​ໄດ້​ຮູ້​ຈັກ​ຫົນ​ທາງ​ແຫ່ງ​ຄວາມ​ສ​ງົບ​ສຸກ

18 ເຂົາ​ບໍ່​ເຄີຍ​ຄຶດ​ທີ່​ຈະຢຳ​ເກງ​ພຣະ​ເຈົ້າ”

19 ແຕ່​ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ພຣະ​ບັນ​ຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ ກໍ​ກ່າວ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ​ເພື່ອ​ອັດ​ປາກ​ທຸກ​ຄົນ ແລະ​ເພື່ອ​ໃຫ້​ມະ​ນຸດ​ທຸກ​ຄົນ​ໃນ​ໂລກ​ຢູ່ໃຕ້​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້

20 ເພາະ​ວ່າ​ໃນສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຜູ້​ຊອບ​ທັມ​ດ້ວຍ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ​ພຣະ​ບັນ​ຍັດ​ໄດ້​ເຮັດ​ໃຫ້​ສັງ​ເກດ​ຮູ້​ຈັກ​ຄວາມ​ບາບ

ຄວາມຊອບທັມໂດຍທາງຄວາມເຊື່ອ

21 ແຕ່​ບັດ​ນີ້​ຄວາມ​ຊອບ​ທັມ​ຊຶ່ງ​ມາ​ຈກ​ພຣະ​ເຈົ້າ ໄດ້​ປາ​ກົດ​ນອກ​ຈາກ​ພຣະ​ບັນ​ຍັດ (ມີ​ພຣະ​ບັນ​ຍັດ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ເປັນ​ພຍານ​ຢູ່)

22 ຄື​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ຊົງ​ປະ​ທານ​ແກ່​ຜູ້​ທີ່​ເຊື່ອ​ທຸກ​ຄົນ ດ້ວຍ​ອາ​ໄສ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ເພາະ​ວ່າ​ຄົນ​ທັງ​ຫລາຍ​ສເມີ​ກັນ​ທຸກ​ຄົນ

23 ດ້ວຍ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ຜິດ​ບາບ ແລະ​ຂາດ​ຈາກ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ

24 ແຕ່​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເຂົາ​ເປັນ​ຄົນຊອບ​ທັມ ດ້ວຍ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ອົງ​ທີ່​ບໍ່​ຄິດ​ຄ່າ ຄື​ດ້ວຍ​ການ​ຊົງ​ໄຖ່​ໄວ້​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ

25 ທີ່​ພຣະ​ເຈົ້າໄດ້​ຊົງ​ໃຫ້​ປາ​ກົດ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບ​ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ໂລ​ຫິດ​ຂອງ​ພ​ຣ​ອົງ ອັນ​ນີ້​ກໍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ ໃນ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້ ແລະ​ບໍ່​ໄດ້​ຊົງ​ລົງ​ໂທ​ດມະ​ນຸດ​ທີ່​ເຮັດ​ຜິດ​ບາບ​ໄປ​ແລ້ວ​ນັ້ນ

26 ແລະ​ເພື່ອ​ຊົງ​ສະ​ແດງ​ໃນ​ປັດ​ຈຸ​ບັນ​ວ່າ​ພຣະ​ອົງ​ຊົງ​ເປັນ​ຜູ້​ຍຸດ​ຕິ​ທັມ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ເປັນ​ຜູ້​ຊອບ​ທັມ​ດ້ວຍ

27 ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ​ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ ກໍ​ຫມົດ​ຫົນ​ທາງ ຈະ​​ອ້າງ​ຫລັກ​ອັນ​ໃດ​ວ່າ​ຫມົດ​ຫົນ​ທາງ ຈະ​ອ້າງ​ຫລັກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ບໍ່​ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມ​ເຊື່ອ

28 ດ້ວຍ​ວ່າ​ພ​ວກ​ເຮົາ​ເຫັນ​ວ່າ​ຄົນ​ນຶ່ງ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ຊອບ​ທັມ​ໄດ້ ກໍ​ໂດຍ​ອາ​ໄສ​ຄວາມ​ເຊື່ອນອກ​ຈາ​ກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ

29 ຫລື​ວ່າ​ພຣະ​ເຈົ້າ​ນັ້ນ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຊາດ​ຢິວ​ຊາດ​ດຽວ​ເທົ່າ​ນັ້ນ​ຫລື ພຣະ​ອົງ​ບໍ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ດ້ວຍ​ຫລື ແມ່ນ​ແລ້ວ​ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ດ້ວຍ

30 ເຫດ​ວ່າ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ແຕ່ອົງ​ດຽວ ແລະ​ພຣະ​ອົງ​ຊົງ​ໂຜດ​ຖື​ວ່າ​ຄົນ​ທີ່​ບໍ່​ຮັບ​ພິ​ທີ​ນັ້ນ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ຄວາມ​ເຊື່ອ​ເຫມືອນ​ກັນ

31 ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ລຶບ​ລ້າງ​ພຣະ​ບັນ​ຍັດ​ດ້ວຍ​ຄວາມ​ເຊື່ອ​ຫລື ບໍ່​ແມ່ນ​ຢ່າງນັ້ນ​ດອກ ແຕ່​ພວກ​ເຮົາ​ຍັງ​ເປັນ​ຜູ້​ສ​ນັບ​ສ​ນຸນ​ພຣະ​ບັນ​ຍັດ​ອີກ

 

4. ອັບ​ຣາ​ຮາມ​ເປັນ​ແບບ​ຢ່າງ

(ປ​ຖກ 17:10)

1   ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດເຖິງ​ເຣື່ອງ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຕາມ​ສາຍ​ເລືອດ

2   ຖ້າ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ອັບ​ຣາ​ຮາມ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ການ​ປະ​ຕິ​ບັດ ທ່ານ​ກໍ​ມີ​ທາງ​ທີ່​ຈະ​ອວດ​ໄດ້ ແຕ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ທ່ານ​ບໍ່​ມີ​ທາງ​ຢ່າງ​ນັ້ນ

3   ພຣະ​ຄັມ​ພີ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ກໍ​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ”

4   ຝ່າຍ​ຄົນ​ທີ່​ເຮັດ​ການ​ກໍ​ບໍ່​ຖື​ວ່າ​ຄ່າ​ຈ້າງ​ທີ່ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳ​ເຫນັດ ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງ​ງານ​ທີ່​ຕົນ​ເຮັດ

5   ສ່ວນ​ຄົນ​ທີ່​ບໍ່​ອາ​ໄສ​ການ​ປະ​ຕິ​ບັດ ແຕ່​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ຊົງ​ໂຜດ​ຄົນ​ຜິດ​ໃຫ້​ເປັນ​ຄົນ​ຊອບ​ທັມ ຄວາມ​ເຊື່ອ​ຂອງ​ຄົນ​ນັ້ນ​ກໍ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັ

6   ດັ່ງ​ດາ​ວິດ​ໄດ້​ກ່າວ​ເຖິງ​ຄວາມ​ສຸກ​ຂອງ​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ໂດຍ​ບໍ່​ໄດ້​ອາ​ໄສ​ການ​ປະ​ຕິ​ບັດ,

7   ວ່າ, “ຜູ້​ຊຶ່ງ​ໄດ້​ຮັບ​ຄວາມ​ອະ​ພັຍ​ແກ່​ການ​ລ່ວງ​ລະ​ເມີດ​ຂອ​ງຕົນ ແລະ​ການ​ຜິດ​ບາບ​ຂອງ​ຕົນ​ໄດ້​ຊົງ​ໂຜດ​ປົກ​ບັງ​ໄວ້​ແລ້ວ ຜູ້​ນັ້ນ​ແຫລະ, ເປັນ​ສຸກ

8   ບຸກ​ຄົນ​ທີ່ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ”

9   ຖ້າ​ເປັນ​ດັ່ງ​ນັ້ນ, ຄວາມ​ສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິ​ທີ​ຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່​ດ້​ຮັບ​ພິ​ທີ​ຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ​ແລະ​ເພາະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ຊົງ​ຖື​ວ່າ​ທ່ານ​ເປັນ​ຄົນ​ຊອບ​ທັມ”

10 ແຕ່​ພຣະ​ເຈົ້າ​ຊົງ​ຖື​ເມື່ອ​ໃດ ເມື່ອ​ທ່ານ​ຮັບ​ພິ​ທີ​ຕັດ​ແລ້ວ​ຫລື ຫລື​ວ່າ​ເມື່ອຍັງ​ບໍ່​ທັນ​ໄດ້​ຮັບ​ເທື່ອ ບໍ່​ແມ່ນ​ເມື່ອ​ຮັບ​ແລ້ວ ແຕ່​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ເທື່ອ

11 ແລະ​ທ່ານ​ໄດ້​ຮັບ​ພິ​ທີ​ຕັດ​ນັ້ນເປັນ​ເຄື່ອງ​ຫມາຍ​ສຳ​ຄັນ ຄື​ເປັນ​ກາ​ປະ​ທັບ​ຂອງ​ຄວາມ​ຊອບ​ທັມ​ຊຶ່ງ​ເກີດ​ດ້ວຍ​ຄວມ​ເຊື່ອ​ທີ່​ທ່ານ​ໄດ້​ມີ​ຢູ່ ເມື່ອ​ທ່ານ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ເທື່ອນັ້ນ ເພື່ອ​ທ່ານ​ຈະ​ໄດ້​ເປັນ​ບິ​ດາ​ຂອງ​ຄົນ​ທັງ​ປ​ວງ​ທີ່​ເຊື່ອ ຊຶ່ງ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ກໍ​ຕາມ

12 ແລະ​ເພື່ອ​ທ່ານ​ຈະ​ເປັນ​ບິ​ດາ​ຂອງ​ຄົນ​ທັງ​ປວງ​ທີ່​ຮັບ​ພິ​ທີ​ຕັດ ແລະບໍ່​ພຽງ​ແຕ່​ຮັບ​ພິ​ທີ​ຕັດ​ເທົ່າ​ນັ້ນ ແຕ່​ມີ​ຄວາມ​ເຊື່ອ​ຕາມ​ແບບ​ຂອງ​ອັບ​ຣາ​ຮາມ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ຊຶ່ງ​ທ່ານ​ມີ​ຄ​ວາມ​ເຊື່ອເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບພິ​ທີ​ຕັດ​ນັ້ນ

ໂດຍ​ຄວາມ​ເຊື່ອ​ພຣະ​ສັນ​ຍາ​ຈຶ່ງ​ເກີດ​ຜົນ

13 ດ້ວຍ​ວ່າ​ພຣະ​ສັນ​ຍາ​ທີ່​ຊົງ​ປະ​ທານ​ແກ່​ອັບ​ຣາ​ຮາມ​ແລະ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ວ່າ​ຈະ​ໄດ້​ທັງ​ພິ​ພົບ​ໂລກ​ເປັນ​ມໍ​ຣະ​ດົກ​ນັ້ນ ກໍ​ບໍ່​ໄດ້​ມາ​ທາງ​ພຣະ​ບັນ​ຍັດ ແຕ່​ໄດ້​ມາ​ທາງ​ຄວາມ​ຊອບ​ທັມ​ທີ່​ເກີດ​ຈກ​ຄວາມ​ເຊື່ອງ

14 ຖ້າ​ຄົນ​ທີ່​ຖື​ຕາມ​ພຣະ​ບັນ​ຍັດນັ້ນ​ຈະ​ເປັນ​ເຈົ້າ​ຂອງມໍ​ຣະ​ດົກ ແລ້ວ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ແລະພຣະ​ສັນ​ຍາ​ກໍ​ເສັຽ​ປ​ໂຍດ​ເຫມືອນ​ກັນ

15 ເພາະ​ວ່າ​ພຣະ​ບັນ​ຍັດ​ເປັນ​ເຫດ​ໃຫ້​ມີ​ການ​ຊົງ​ພຣະ​ພິ​ໂຣດ ແຕ່​ບ່ອນ​ໃດ​ບໍ່​ມີ​ພຣະ​ບັນ​ຍັດ ບ່ອນນັ້ນ​ກໍ​ບໍ່​ມີ​ການ​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ

16 ເພາະ​ເຫດ​ນັ້ນ​ແຫລະ, ການ​ທີ່​ໄດ້​ຮັບ​ມໍ​ຣະ​ດົກ​ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມ​ເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະ​ຄຸນ ເພື່ອ​ພຣະ​ສັນ​ຍາ​ນັ້ນຈະ​ເປັນ​ທີ່​ໄວ້​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ທ່ານ​ທຸກ​ຄົນ ບໍ່​ໃຊ່​ແກ່​ຜູ້​ທີ່​ສືບ​ເຊື້ອ​ສາຍ​ທີ່ຖື​ພຣະ​ບັນ​ຍັດ​ພວກ​ດຽວ ແຕ່​ແກ່​ບັນ​ດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວ​ກັນ​ກັບ​ອັບ​ຣາ​ຮາມ ຜູ້​ເປັນ​ບິ​ດາ​ຂອງ​ເຮົາ​ທັງ​ຫມົດ

17 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ໃຫ້​ເຈົ້າ​ເປັນ​ບິ​ດາ​ຂອງມວນ​ປະ​ຊາ​ຊາດ” ຕັ້ງ​ໄວ້​ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ​ທີ່​ທ່ານໄດ້​ເຊື່ອ​ນັ້ນ ຄື​ພຣະ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ມີ​ຊີ​ວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ

18 ຝ່າຍ​ອັບ​ຣາ​ຮາມ​ນັ້ນ​ເມື່ອ​ບໍ່​ມີ​ຫວັງ​ທີ່​ຫນ້າໄວ້​ວາງ​ໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້​ວາງ​ໃຈ ມີ​ຄວາມ​ຫວັງ​ວ່າ​ຈະ​ເປັນ “ບິ​ດາ​ຂອງມວນ​ປະ​ຊາ​ຊາດ” ຕາມ​ຄຳ​ທີ່​ຊົງ​ກ່າວໄວ້​ແລ້ວ​ວ່າ, “ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ”

19 ຄວາມ​ເຊື່ອ​ຂອງ​ທ່ານບໍ່​ໄດ້​ລົດ​ນ້ອຍ​ຖອຍ​ລົງ​ເລີຍ ເຖິ​ງ​ແມ່ນ​ວ່າ​ອາ​ຍຸ​ສັງ​ຂານ​ຂອງ​ຕົນ​ໄດ້​ປະ​ມານ​ຮ້ອຍ​ປີ​ແລ້ວ​ກໍ​ຕາມ ທ່ານ​ກໍ​ບໍ່​ໄດ້​ຄຶດ​ວ່າ​ຮ່າງ​ກາຍ​ຂອງ​ຕົນ​ປຽບ​ເຫມືອນ​ກັບ​ຕາຍ​ແລ້ວ ແລະ​ບໍ່​ໄດ້​ຄຶດ​ວ່າ​ທ້ອງ​ຂອງ​ນາງ​ຊາ​ຣາ​ເປັນ​ຫມັນ

20 ທ່ານ​ບໍ່​ໄດ້​ສົງ​ສັຍ​ໃນ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແຕ່​ຄວາມ​ເຊື່ອ​ຂອງ​ທ່ານ​ໄດ້​ເພີ້ມ​ກຳ​ລັງ​ໃຫ້​ແຂງ​ແຮງ​ຂຶ້ນ ທ່ານ​ຈຶ່ງ​ໄດ້​ຖວາຍ​ກຽດ​ຕິ​ຍົດ​ແກ່​ພຣະ​ເຈົ້າ

21 ທ່ານ​ເຊື່ອ​ຫມັ້ນ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອຳ​ນາດ ອາດ​ເຮັດ​ໃຫ້​ສຳ​ເຣັດ​ໄດ້​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້​ແລ້ວ

22 ດ້ວຍ​ເຫດ​ນີ້​ແຫລະ, ຄວາມ​ເຊື່ອ​ນັ້ນ “ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ”

23 ແຕ່​ຄຳ​ວ່າ, “ຊົງ​ຖື​ວາ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” ນັ້ນ ກໍບໍ່ໄດ້​ຂຽນ​ໄວ້​ສຳ​ລັບ​ທ່ານ​ຜູ້​ດຽວ

24 ແຕ່​ສຳ​ລັບ​ເຮົາ​ທັງ​ຫລາຍ​ດ້ວຍ ຄື​ຈະ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ພວກ​ເຮົາ ຄື​ເຮົາ​ທີ່​ເຊື່ອ​ໃນ​ພຣະ​ອົງ ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ

25 ຄື​ພຣະ​ເຢ​ຊູ​ຜູ້​ຊົງ​ຖືກມອບ​ໄວ້​ໃຫ້​ເຖິງ​ສິ້ນ​ພຣະ​ຊົນ​ແລ້ວ ເພາະ​ການ​ເຮັດ​ຜິດ​ຂອງ​ເຮົາ​ທັ​ງຫລາຍ​ແລະ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ເພື່​ອໃຫ້​ເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ

 

5. ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ

1   ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ຄວາມ​ເຊື່ອ​ແລ້ວ ພວກ​ເຮົາ​ຈຶ່ງ​ມີ​ສັນ​ຕິ​ສຸກ​ກັບ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ

2   ໂດຍ​ທາງ​ພຣະ​ອົງ​ເຮົາ​ທັງ​ຫລາຍ​ຈຶ່ງ​ໄດ້​ຮັບ​ຄວາມ​ແນະ​ນຳ​ເຂົ້າ​ໄປ​ໃນ​ຮົ່ມ​ພຣະ​ຄຸນ ທີ່​ພວກ​ເຮົາ​ຢືນ​ຢູ່​ດ້ວຍ​ຄວາມ​ເຊື່ອ ແລະ​ພວກ​ເຮົາ​ຊົມ​ຊື່ນ​ຍິນ​ດີ ໃນ​ຄວາມ​ຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ

3   ຫລາຍກວ່າ​ນັ້ນ​ອີກ​ພວກ​ເຮົາກໍ​​ຊົມ​ຊື່ນ​ຍິນ​ດີໃນ​ຄວາມ​ຍາກ​ລຳ​ບາກ​ດ້ວຍ ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳ​ບກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ອົດ​ທົນ

4   ແລະ​ຄວາມ​ອົດ​ທົນ​ນັ້ນ​ເຣັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ ແລະ​ການ​ທີ່​ຊົງ​ເຫັນ​ຊອບ​ນັ້ນ​ເຮັດ​ໃຫ້​ມີ​ຄວາມ​ໄວ້​ວາງ​ໃຈ

5   ແລະ​ຄວາມ​ໄວ້​ວາງ​ໃຈ​ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສັຽ​ໃຈ​ເພາະ​ຜິດ​ຫວັງ ເພາະ​ພຣະ​ເຈົ້​ໄດ້​ຊົງ​ເປັ່ງ​ຄວາມ​ຮັກ​ຂອງ​ພຣະ​ຣ​ອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກ​ເຮົາ ດ້ວຍ​ທາງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ​ທັງ​ຫລາຍ​ແລ້ວ

6   ຂ​ນະ​ທີ່​ເຮົ​ທັງ​ຫລາຍ​ຍັງ​ຂາດ​ກຳ​ລັງ ພຣະຄຣິດ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ເພື່ອ​ແທນ​ຄວາມ​ຊົ່ວ​ອະ​ທັມ​ຕາມ​ເວ​ລາອັນ​ເຫມາະ​ສົມ

7   ດ້ວຍ​ວ່າ​ບໍ່​ສູ້​ຈະ​ມີ​ໃຜ​ຍອມ​ຕາຍ​ແທນ​ຄົນ​ຊອບ​ທັມ ແຕ່​ບາງ​ທີ່​ອາດ​ຈະ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍ​ໄດ້​

8   ແຕ່​ຝ່າຍ​ພຣະ​ເຈົ້າ​ຊົງ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແກ່​ເຮົາ​ທັງ​ຫລາຍ ຄື​ຂ​ນະ​ທີ່​ພວກ​ເຮົາ​ຍັງ​ເປັນຄົນ​ຜິດບາບ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຊົງ​ຍອມ​ສິ້ນ​ພຣະ​ຊົນ​ແທນ​ເຮົ​ທັງ​ຫລາຍ

9   ເຫດ​ສັນ​ນັ້ນ​ເມື່ອ​ພວກ​ເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບ​ທັມ​ແລ້ວ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຫລາຍກວ່າ​ນັ້ນ​ອີກ​ເຮົາ​ທັງ​ຫລາຍ​ຈະ​ພົ້ນ​ຈາກ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ໂດຍ​ພຣະ​ອົງ

10 ດ້ວຍ​ວ່າ​ຖ້າ​ເມື່ອ​ເຮົາ​ທັງ​ຫລາຍຍັງ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ພວກ​ເຮົາ​ໄດ້​ກັບ​ຄືນ​ດີ​ກັບ​ພຣະ​ອົງ ໂດຍ​ທີ່​ພຣະ​ບຸດ​ຂອງ​ພຣະ​ອົງຊົງ​ສິ້ນ​ພຣະ​ຊົນ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ກັບ​ຄືນ​ດີ​ແລ້ວ​ພວກ​ເຮົາ​ກໍ​ຈະ​ໄດ້​ພົ້ນ​ດ້ວຍ​ການ​ຊົງ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ

11 ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ເຮົາ​ທັງ​ຫລາຍ​ຍັງ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ເຈົ້າ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງ​ຫລາຍ​ໄດ້​ກັບ​ຄືນ​ດີ​ກັບ​ພຣະ​ເຈົ້າ

ອາ​ດາມ​ກັບ​ພຣະຄຣິດ

(ປ​ຖມ 3:1-19)

12 ເຫດ​ສັນ​ນັ້ນ​ຄວາມ​ຜິດ​ບາບ​ໄດ້​ເຂົ້​ມາ​ໃນໂລກເພາະ​ດ້ວຍ​ມະ​ນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍ​ໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດ​ບາບ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະ​ນຸດ​ທຸກ​ຄົນ ເພາະ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ບາບ​ແລ້ວ

13 ທີ່​ຈິງ, ຄວາມ​ຜິດ​ບາບ​ໄດ້​ມີ​ຢູ່​ໃນ​ໂລກ​ແລ້ວ​ກ່ອນ​ມີ​ພຣະ​ບັນ​ຍັດ ແຕ່​ວ່າ​ເມື່ອ​ບໍ່​ມີ​ພຣະ​ບັນ​ຍັດ​ກໍ​ບໍ່​ຖື​ວ່າ​ມີ​ຜິດ

14 ເຖິງ​ຢ່າງ​ໃດ​ກໍ​ດີ, ຄວາມ​ຕາຍ​ກໍ​ໄດ້​ຄອບງວຳ​ຕລອດ​ມາ ຕັ້ງ​ແຕ່​ອາ​ດາມ​ຈົນ​ເຖິງ​ໂມ​ເຊ ເຖິງ​ແມ່ນ​ວ່າ​ເຂົາ​ບໍ່​ໄດ້​ເຮັດ​ຜິດ​ບາບ​ເຫມືອນ​ຢ່າງ​ການ​ລະ​ເມີດ​ຂອງ​ອາ​ດາມ ຜູ້​ຊຶ່ງ​ເປັນ​ແບບ​ຫມາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ສະ​ເດັດ​ມາ​ພາຍ​ຫລັງ​ນັ້ນ

15 ແຕ່​ວ່າ​ຂອງ​ປະ​ທານ​ທີ່​ມາ​ດ້ວຍ​ພຣະ​ຄຸນ​ນັ້ນ​ບໍ່​ເຫມືອນ​ຢ່າງ​ການ​ລະ​ເມີດ ເພາະ​ຖ້າ​ຄົນ​ຈໍາ​ນວນ​ຫລາຍ​ຕ້ອງ​ຕາຍ​ເພາະ​ການ​ລະ​ເມີດ​ຂອງ​ມະ​ນຸດ​ຄົນ​ດຽວ ຫລາຍກວ່າ​ນັ້ນ​ອີກ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ແລະ​ຂອງ​ປະ​ທານ​ທີ່​ມາ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຜູ້​ດຽວ ຄືພຣະ​ເຢ​ຊູ​ຄຣິດ ກໍ​ມີ​ບໍ​ຣິ​ບູນ​ແກ່​ຄົນ​ຈຳ​ນວນ​ຫລາຍ​ດ້ວຍ

16 ແລະ​ຂອງ​ປະ​ທານ​ນັ້ນ​ກໍ​ບໍ່​ເຫມືອນ​ກັບ​ຜົນ​ທີ່​ເກີດ​ຈາກ​ຄວາມ​ຜິດ​ບາບ​ຂອງ​ຄົນ​ນັ້ນ​ຜູ້​ດຽວ ເພາະ​ວ່າ​ການ​ຊົງ​ພິ​ພາກ​ສາ​ທີ່​ເກີດ​ຂຶ້ນ​ເນື່ອງ​ຈາກ​ການ​ລະ

​ເມີ​ດພຽງ​ເທື່ອ​ດຽວ ໄດ້​ນຳ​ໄປ​ສູ່​ການ​ລົງ​ໂທດ ແຕ່​ຂອ​ງ​ປະທານ​ນັ້ນ​ໄດ້​ມີ​ຂຶ້ນ​ພາຍ​ຫລັງ​ການ​ລະ​ເມີດ​ຫລາຍ​ເທື່ອ​ນັ້ນ​ນໍາ​ໄປ​ສູ່​ການ​ປົດ​ປ່ອຍ

17 ເພາະ​ຖ້າ​ການ​ລະ​ເມີດ​ຂອ​ງມະ​ນຸດ​ຄົນ​ດຽວ​ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ຄອບງວຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ຄົນ​ຈຳ​ນວນ​ຫລາຍ​ທີ່​ຮັບ​

ພຣະ​ຄຸນ​ອັນ​ບໍ​ຣິ​ບູນ ແລະ​ຣັບ​ຄວາມ​ຊອບ​ທັມ​ຊຶ່ງ​ເປັນ​ຂອງ​ປະ​ທານ ກໍ​ຈະ​ຄຸ້ມ​ຄອງ​ຢູ່​ໃນ​ຊີ​ວິດ​ໂດຍ​ພຣະ​ອົງ​ຜູ້​ດຽວ ຄື​ພຣະ​ເຢ​ຊູ​ຄຣິດ

18 ເຫ​ດດັ່ງ​ນີ້​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ໄດ້​ມາ​ເຖິງ​ຄົນ​ທັງ​ປວງ ເພາະ​ການ​ລະ​ເມີດ​ເທື່ອ​ດຽວ​ສັນ​ໃດ ການ​ຊົງ​ກະ​ທຳ​ອັນ​ຊອ​ບທັມເທື່ອ​ດຽວກໍ​ນຳ​ການ​ປົດ​ປ່ອຍ​ແລະ​ຊີ​ວິດ​ມາ​ເຖິງ​ຄົນ​ທັງ​ປວງ​ສັນ​ນັ້ນ

19 ດ້ວຍ​ວ່າ​ຄົນ​ຈຳ​ນວນ​ຫລາຍ​ຕົກ​ເປັນ​ຄົນ​ຜິດ​ບາບ​ເພາະ​ມະ​ນຸດ​ຄົນ​ດຽວ​ທີ່​ບໍ່​ເຊື່ອ​ຟັງ​ສັນ​ໃດ ຄົນ​ຈຳ​ນວນ​ຫລາຍ​ກໍ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ເພາະ​ພຣະ​ອົງ​ຜູ້​ດຽວ​ທີ່​ໄດ້​ຊົງ​ເຊື່ອ​ຟັງ​ສັນ​ນັ້ນ

20 ພຣະ​ບັນ​ຍັດ​ໄດ້​ມີ​ຂຶ້ນ​ກໍ​ເພື່ອ​ຄວາມ​ຜິດ​ຈະ​ໄດ້​ປາ​ກົດ​ຫລາຍ​ຂຶ້ນ ແຕ່​ທີ່​ໃດ​ມີ​ຄວາມ​ຜິດ​ບາບ​ປາ​ກົດ​ຫລາຍ​ຂຶ້ນ ພຣະ​ກະ​ຣຸ​ນາ​ຄຸນ​ກໍ​ຈະ​ມີ​ຫລາ​ຍລື່ນ​ຂຶ້ນ​ໃນ​ທີ່​ນັ້ນ

21 ເພື່ອ​ວ່າ​ຄວາມຜິດ​ບາບ​ໄດ້​ຄອບງວຳ​ໃຫ້​ເຖິງ​

ຄວມ​ຕາຍ​ສັນ​ໃດ ພຣະ​ກະ​ຣຸ​ນາ​ຄຸນ​ກໍ​ຈະ​ໄດ້​ຄອບງວຳ​ດ້ວຍ​ຄວາມ​ຊອບ​ທັມ ໃຫ້​ເຖິງ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ອົງ

ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ສັນ​ນັ້ນ

 

6. ການ​ຕາຍ​ແກ່​ຄວາມ​ຜິດ​ບາບ​ແຕ່​ດຳ​ເນີນຊີ​ວິດ​ໃນ​ພຣະຄຣິດ

1   ຖ້າ​ຢ່າງ​ນັ້ນ​ແລ້ວ​ພວກ​ເຮົ​ຈະ​ວ່າ​ຢ່າງ​ໃດ ຄວນ​ທີ່​ເຮົາ​ທັງ​ຫລາຍ​ຈະ​ຢູ່​ໃນ​ຄວາມ​ຜິດ​ບາບ​ຕໍ່​ໄປ ເພື່ອ​ໃຫ້​ພຣະ​ຄຸນ​ມີ​ຫລາຍ​ຂຶ້ນ​ຫລື

2   ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກ​ເຮົາ​ຜູ້​ຕາຍ​ຕໍ່​ຄວາມ​ຜິດ​ບາບ​ແລ້ວ ຈະ​ດຳ​ເນີນ​ຊີ​ວິດ​ໃນ​ຄວາມ​ຜິດ​ບາບ​ຕໍ່​ໄປ​ໄດ້​ຢ່າງ​ໃດ

3   ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ ພວກ​ເຮົາ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ພຣະ​ເຢ​ຊູຄຣິດ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະ​ອົງ

4   ເຫດ​ສັນນັ້ນພວກ​ເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະ​ອົງ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ສ່ວນ​ໃນ​ການ​ສິ້ນ​ພຣະ​ຊົນ​ນັ້ນ ເພື່ອ​ວ່າ​ພຣະຄຣິດ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ໂດຍ​ຣິດ​ເດດ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ບິດ​ສັນ​ໃດ ເຮົາ​ທັງຫລາຍ​ກໍ​ຈະ​ໄດ້​ດຳ​ເນີນ​ຕາມ​ຊີ​ວິດ​​ໃຫມ່​ເຫມືອນ​ກັນ​ສັນ​ນັ້ນ

5   ເພາະ​ວ່າ​ຖ້າ​ເຮົທັງ​ຫລາຍ​ເຂົ້າ​ຕິດ​ສ​ນິດ​ກັບ​ພຣະ​ອົງແລ້ວ​ໃນ​ການ​ຕາຍ​ຢ່າງ​ພຣະ​ອົງ ເຮົາ​ກໍ​ຈະ​ເຂົ້າ​ສ​ນິດ​ກັບ​ພຣະ​ອົງ​ໃນ​ການ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ຢ່າງ​ພຣະ​ອົງ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ

6   ເຮົາ​ທັງ​ຫລາຍ​ຮູ້​ສິ່ງ​ນີ້​ແລ້ວວ່າ ເພດ​ຄົນ​ເກົ່າ​ຂອງ​ພວກ​ເຮົາ​ນັ້ນ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະ​ອົງ​ແລ້ວ ເພື່ອ​ເພດ​ຄົນ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ຄວາມ​ຜິ​ດ​ບາບ​ນັ້ນ ຈະ​ໄດ້​ຖືກ​ທຳ​ລາຍ​ເສັຽ ແລະ​ພວກ​ເຮົາ​ຈຶ່ງ​ຈະ​ບໍ່​ໄດ້​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ​ອີກ​ຕໍ່​ໄປ

7   ດ້ວຍ​ວ່າ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ກໍ​ພົ້ນ​ຈາກ​ຄວາມ​ຜິດ​ບາບ

8   ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ຕາຍ​ແລ້ວ​ກັບ​ພຣະຄຣິດ ພວກ​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ກັນ​ກັບ​ພຣະ​ອົງ

9   ເຮົາ​ທັ​ງ​ຫລາຍ​ຮູ້​ຢູ່​ວ່າ​ພຣະຄຣິດ​ທີ່​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ​ນັ້ນ ຈະ​ບໍ່​ມີ​ການ​ສິ້ນ​ພຣະ​ຊົນ​ອີກ ຄວາມ​ຕາຍ​ກໍ​ຈະ​ບໍ່​ມີ​ອຳ​ນາດ​ບັງ​ຄັບ​ພຣະ​ອົງ​ຕໍ່​ໄປ

10 ດ້ວ​ຍ​ວ່າ​ທີ່​ພຣະ​ອົງ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ກໍ​ສິ້ນ​ພຣະ​ຊົນ​ຕໍ່​ຄວາມ​ຜິດ​ບາບແຕ່​ເທື່ອດຽວ ແຕ່​ທີ່​ພຣະ​ອົງ​ຊົງ​ມີ​ພຣະ​ຊົນ​ຢູ່​ນັ້ນ​ພຣະ​ອົງ​ກໍ​ຊົງ​ມີ​ພຣະ​ຊົນ​ຢູ່​ເພື່ອ​ພຣະ​ເຈົ້າ

11 ເຫມືອນ​ກັນ​ນັ້ນ​ແຫລະ, ເຈົ້າ​ທັງ​ຫລາຍ​ຈົ່ງ​ຖື​ວ່າ​ພວກ​ເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ຜິດ​ບາບ​ແລ້ວ ແລະ​ມີ​ຊີ​ວິດ​ເພື່ອ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ

12 ເຫດ​ສັນ​ນັ້ນ, ຕໍ່​ໄປ​ຢ່າ​ໃຫ້​ຄວາມ​ຜິດ​ບາບ​ປົກ​ຄອງ​ຮ່າງ​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ເຈົ້າ​ທັງ​ຫລາຍ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອ​ຟັງ​ຕັນ​ຫາ​ຂອງ​ກາຍ​ນັ້ນ

13 ຢ່າ​ມອບອະ​ວັຍ​ວະ​ຂອງ​ພວກ​ເຈົ້​ໃຫ້​ແກ່​ຄວາມ​ຜິດ​ບາບ​ຕໍ່​ໄປ ເພື່​ອ​ໃຫ້​ເປັນ​ເຄື່ອງ​ໃຊ້​ໃນ​ການ​ອະ​ທັມ ແຕ່​ຈົ່ງ​ມອບ​ຕົວ​ຂອງ​ເຈົ້າ​ຖວາຍ​ແກ່​ພຣະ​ເຈົ້າ​ເປັນ​ການ​ສິ້ນ​ສຸດ ເຫມືອນ​ກັບ​ບຸກ​ຄົນ​ທີ່​ເປັນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະ​ວັຍ​ວະ​ຂອງ​ເຈົ້າ​ຖວາຍ​ແກ່​ພຣະ​ເຈົ້​ເປັນ​ການ​ສິ້ນ​ສຸດ ເພື່ອ​ເປັນ​ເຄື່ອງ​ໃຊ້​ໃນ​ການ​ຊອບ​ທັມ​ຕໍ່​ໄປ

14 ດ້ວຍ​ວ່າ​ຕໍ່​ໄປ​ຄວາມ​ຜິດ​ບາບ​ຈະ​ບໍ່​ບັງ​ຄັບ​ພວກ​ເຈົ້າ​ອີກ ເພາະ​ວ່າ​ເຈົ້າ​ທັງ​ຫລາຍບໍ່​ໄດ້​ຢູ່​ໃຕ້​ພຣະ​ບັນ​ຍັດ​ແຕ່​ຢູ່​ໃຕ້​ພຣະ​ຄຸນ

ຂ້ອຍຂ້າຂອງຄວາມຊອບທັມ

15 ຖ້າ​ດັ່ງ​ນັ້ນ​ແລ້ວ, ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ ພວກ​ເຈົາ​ຈະ​ພາ​ກັນ​ເຮັດ​ຜິດ​ບາບ ເພາະ​ບໍ່​ຢູ່ໃຕ້​ພຣະ​ບັນ​ຍັດ​ແຕ່​ຢູ່​ໃຕ້​ພຣະ​ຄຸນ​ຢ່າງ​ນັ້ນ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ

16 ເຈົ້າ​ທັ​ງຫລາຍ​ບໍ່​ຮູ້​ຫລື​ວ່າ ຖ້າ​ພວກ​ເຈົ້າ​ເຄີຍມອບ​ຕົວ​ເຈົ້າ​ຮັບ​ໃຊ້​ເຊື່ອ​ຟັງ​ຜູ້​ໃດເຈົ້າ​ກໍ​ເປັນ​ຂ້ອຍຂອງ

ຜູ້​ທີ່​ເຈົ້າ​ເຊື່ອ​ຟັງ​ນັ້ນ ຄື​ເປັນ​ຂ້ອຍ​ຂອງ​ຄວາມ​ຜິດ​ບາບ​ທີ່ນໍາ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ຂ້ອຍ​ຂ້າ​ຂອງ​ການ​ເຊື່ອ​ຟັງ​ຈົນ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ກໍ​ດີ

17 ແຕ່​ວ່າ​ຈົ່ງ​ໂມທະ​ນາ​ພຣະ​ຄຸນ​ຕໍ່​ພຣະ​ເຈົ້າ ເພາະ​ເມື່ອ​ກ່ອນ​ນັ້ນ​ເຈົ້າ​ທັ​ງ​ຫລາຍ​ເຄີຍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ ແຕ່​ບັດ​ນີ້​ພວກ​ເຈົ້າ​ມີ​ໃຈ​ເຊື່ອ​ຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄຸ້ມ​ຄ​ອງ​ພວກ​ເຈົ້າ

18 ເມື່ອ​ພວກ​ເຈົາ​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ຜິດ​ບາບ​ແລ້ວ ພວກ​ເຈົ້າ​ໄດ້​ກັບ​ມາ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊອບ​ທັມ

19 (ເຮົາ​ຍົກ​ເອົາ​ຕົວ​ຢ່າງ​ມະ​ນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ບົກ​ພ່ອງ​ຢ່າງ​ມະ​ນຸດ​ທຳ​ມະ​ດາ​ຂອງ​ພວກ​ເຈົ້າ) ເພາະ​ເຈົ້​ເຄີຍມອບ​ອະ​ວັຍ​ວະ​ຂອງ​ພວກ​ເຈົ້າ ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊົ່ວ​ມົວ​ຫມອງ​ແລະ​ການ​ອະ​ທັມ ເພື່ອ​ເຮັດ​ການ​ອະ​ທັມ​ສັນ​ໃດ ບັດ​ນີ້​ເຈົ້າ​ທັງ​ຫລາຍ​ຈົ່ງ​ມອບ​ອະ​ວັຍ​ວະ​ຂອງ​ພວກ​ເຈົ້າ​ໃຫ້​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊອບ​ທັມ​ເປັນ​ການ​ສິ້ນ​ສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ສັນ​ນັ້ນ

20 ເມື່ອ​ເຈົ້າ​ທັງ​ຫລາຍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ​ຢູ່​ນັ້ນ ຄວາມ​ຊອບ​ທັມ​ກໍ​ບໍ່​ໄດ້​ຄຸ້ມ​ຄອງ​ພວກ​ເຈົ້າ

21 ຂ​ນະ​ນັ້ນ​ພວກ​ເຈົ້າ​ໄດ້​ປ​ໂຍດ​ອັນ​ໃດ​ໃນ​ການ​ເຫລົ່າ​ນັ້ນ​ຊຶ່ງ​ບັດ​ນີ້​ພວກ​ເຈົ້າ​ກໍ​ລະ​ອາຍ ດ້ວຍ​ວ່າ​ຜົນ​ສຸດ​ທ້າຍ​ຂອງ​ການ​ເຫລົ່​ນັ້ນ​ກໍ​ຄື​ຄວາມ​ຕາຍ

22 ແຕ່​ບັດ​ນີ້​ເຈົ້​ທັງ​ຫລາຍ ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາ​ກການ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດບາບ ແລະ​ກັບ​ມາ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ​ເຈົ້າ​ແລ້ວ ຜົນ​ຕອບ​ແທນ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ນັ້ນ​ຄື​ໃຈ​ບໍ​ຣິ​ສຸດ ແລະ​ຜົນ​ສຸດ​ທ້າຍ​ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ

23 ດ້ວຍ​ວ່າ​ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະ​ຣາ​ຊ​ທານ​ອັນ​ໂຜດ​ມາ​ແຕ່​ພຣະ​ເຈົ້າ ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃນ​ພຣະຄຣິດ ຄື​ພຣະ​ເຢ​ຊູ​ເຈົ້​ຂອງ​ພວກ​ເຮົາ

 

7. ຍົກ​ເຣື່ອງ​ການ​ແຕ່ງ​ງານ​ມາ​ເປັນ​ຂໍ້​ປຽບ​ທຽບ

1   ພວກ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຈົ້າ​ບໍ່​ຮູ້​ຫລື​ (ເຮົາ​ກຳ​ລັງ​ເວົ້າ​ກັບ​ຄົນ​ທີ່​ຮູ້​ຈັກ​ກົດ​ລະ​ບຽບ​ແລ້ວ) ວ່າ​ກົດ​ຫມາຍ​ອັນ​ໃດ​ມີ​ອຳ​ນາດ​ເຫນືອ​ມະ​ນຸດ ກໍ​ໃນ​ຂ​ນະ​ທີ່​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່​ເທົ່າ​ນັ້ນ

2   ເປັນ​ຕົ້ນ​ວ່າ​ຜູ້​ຍິງ​ທີ່​ຜົວ​ຍັງ​ມີ​ຊີ​ວິດ​ຢູ່​ນັ້ນ​ຕ້ອງ​ຢູ່​ໃນ​ກົດ​ລະ​ບຽບ​ຜົວ​ເມັຽ ແຕ່​ຖ້າ​ຜົວ​ຕາຍ​ຍິງ​ນັ້ນ​ກໍ​ພົ້ນ​ຈາກ​ກົດ​ອັນ​ນັ້ນ

3   ສັນ​ນັ້ນ​ຖ້າ​ຍິງ​ນັ້ນ​ຍອມ​ເປັນ​ຂອງ​ຊາຍ​ອື່ນ​ໃນ​ເມື່ອ​ຜົວ​ຍັງ​ມີ​ຊີ​ວິດ​ຢູ່ ຍິງ​ນັ້ນ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນ​ຊູ້ ແຕ່ຖ້າ​ຜົວ​ຕາຍ​ແລ້ວ​ຍິງ​ນັ້ນ​ກໍ​ພົ້ນ​ຈາກ​ກົດ​ລະ​ບຽບ​ຜົວ​ເມັຽ ຖ້າ​ແມ່ນ​ຍິງ​ນັ້ນ​ໄປ​ເປັນ​ຂອງ​ຊາຍ​ອື່ນ​ກໍ​ບໍ່​ມີ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​

4   ຢ່າງ​ນັ້ນ​ແຫລະ, ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ພວກ​ເຈົ້​ໄດ້​ຕາຍ​ຈາກ​ພຣະ​ບັນ​ຍັດ​ເຫມືອນ​ກັນ ໂດຍ​ທາງ​ພຣະ​ກາຍ​ຂອງ​ພຣະຄຣິດ ເພື່ອ​ເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະ​ອົງ​ຜູ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເກີດ​ຜົນ​ຖວາຍ​ແກ່​ພຣະ​ເຈົ້າ

5   ເພາະ​ວ່າ​ເມື່ອ​ພວກ​ເຮົາ​ດຳ​ເນີນ​ຊີ​ວິດ​ຢູ່​ຕາມ​ຢ່າງ​ມະ​ນຸດ ຕັນ​ຫາ​ຊົ່ວ​ທີ່​ປາ​ກົດ​ໂດຍ​ທາງ​ພຣະ​ບັນ​ຍັດ​ນັ້ນ​ໄດ້​ເຮັດ​ໃຫ້​ອະ​ວັຍ​ວະ​ຂອງ​ເຮົາ​ເກີດ​ຜົນ​ນຳ​ໄປ​ສູ່​ຄວາມ​ຕາຍ

6   ແຕ່​ວ່າ​ບັນ​​ນີ້​ເຮົາ​ທັງ​ຫລາຍ​ໄດ້​ພົ້ນ​ຈາກ​ພຣະ​ບັນ​ຍັດ​ແລ້ວ ຄື​ໄດ້​ຕາຍ​ຈາກ​ສິ່ງ​ທີ່​ເຄີຍ​ຜູກ​ມັດ​ເຮົາ​ໄວ້​ເມື່ອ​ກ່ອນ​ນັ້ນ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ບົວ​ລະ​ບັດ​ຕາມ​ຢ່າງ​ເກົ່ ຄື​ຕາມ​ຕົວ​ອັກ​ສອນ​ໃນ​ພຣະ​ບັນ​ຍັດ ແຕາ​ຈະ​ໄດ້​ບົວ​ລະ​ບັດ​ຕາມ​ຢ່າງ​ໃຫມ່ ຄື​ຕາມ​ລັກ​ສະ​ນະ​ພຣະ​ວິນ​ຍານ​

ເຣື່ອງ​ພຣະ​ບັນ​ຍັດ​ແລະ​ຄວາມ​ຜິດ​ບາບ

7   ຖ້າ​ຢ່າງ​ນັ້ນ​ແລ້ວ​ເຮົ​ຈະ​ວ່າ​ຢ່າງ​ໃດ ພຣະ​ບັນ​ຍັດ​ນັ້ນ​ຄື​ບາບ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ຖ້າ​ພຣະ​ບັນ​ຍັດ​ບໍ່​ໄດ້​ບົ່ງ​ໄວ້ ເຮົາ​ກໍ​ຄົງ​ບໍ່​ໄດ້ຮູ້​ວ່າ​ອັນ​ໃດ​ເປັນ​ຄວາມ​ຜິດ​ບາບ ເພາະ​ວ່າ​ຖ້າ​ພຣະ​ບັນ​ຍັດ​ບໍ່​ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ຄົງ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ

8   ແຕ່​ວ່າ​ຄວາມ​ຜິດ​ບາບ​ໄດ້​ຖື​ເອົາ​ຂໍ້​ພຣະ​ບັນ​ຍັດ​ເປັນ​ຊ່ອງ​ທາງ​ເຮັດ​ໃຫ້​ຕັນ​ຫາ​ຊົ່ວ​ທຸກ​ຢ່າງ​ເກີດ​ຂຶ້ນ​ໃນ​ຕົວ​ເຮົ ເພາະ​ວ່າ​ຖ້າ​ບໍ່​ມີ​ພຣະ​ບັນ​ຍັດ ຄວາມ​ຜິດ​ບາບ​ກໍ​ຕາຍ​ເສັຽ​ແລ້ວ

9   ເມື່ອ​ກ່ອນ​ນັ້ນເຮົາ​ກໍ​ດຳ​ເນີນ​ຊີ​ວິດ​ຢູ່​ໂດຍ​ບໍ່​ມີ​ພຣະ​ບັນ​ຍັດ ແຕ່​ເມື່ອ​ມີ​ພຣະ​ບັນ​ຍັດ​ແລ້ວ​ຄວາມ​ຜິດ​ບາບ​ກໍ​ເກີດ​ຂຶ້ນ

10 ແລະ​ເຮົາ​ກໍ​ຕາຍ ພຣະ​ບັນ​ຍັດ​ຊຶ່ງ​ຊົງ​ປະ​ທານ​ເພື່ອ​ໃຫ້​ມີ​ຊີ​ວິດ​ນັ້ນ ກໍ​ປາ​ກົດ​ແລ້ວ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ

11 ເພາະ​ວ່າ​ຄວາມ​ຜິດ​ບາບໄດ້​ຖື​ເອົາ​ພຣະ​ບັນ​ບັດ​ເປັນ​ຊ່ອງ​ທາງ​ລໍ້​ລວງ​ເຮົາ ແລະ​ຂ້າ​ໃຫ້​ເຮົາ​ຕາຍ​ດ້ວຍ​ພຣະ​ບັນ​ຍັດ​ນັ້ນ

12 ດ້ວຍ​ເຫດ​ນັ້ນ​ພຣະ​ບັນ​ຍັດ​ຈຶ່ງ​ເປັນ​ສິ່ງ​ສັ​ກ​ສິດ ແລະ​ຂໍ້​ບັນ​ຍັດ​ກໍ​ສັກ​ສິດ​ທັງ​ຍຸດ​ຕິ​ທັມ​ແລະ​ດີ​ງາມ

13 ຖ້າ​ຢ່າງ​ນັ້ນ​ແລ້ວ​ສິ່ງ​ອັນ​ດີ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ​ຫລື ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດ​ບາບ​ນັ້ນ​ແຫລະ, ຄື​ບາບ​ທີ່​ອາ​ໄສ​ສິ່ງ​ດີ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ ເພື່ອ​ໃຫ້​ປາ​ກົດ​ວ່າ​ຄວາມ​ຜິດ​ບາບ​ນັ້ນ​ເປັນ​ຜິດ​ບາບ​ອັນ​ແທ້​ຈິງ ແລະ​ດ້ວຍ​ອາ​ໄສ​ພຣະ​ບັນ​ຍັດ​ນັ້ນ​ຄວາມ​ຜິດ​ບາບ​ຈຶ່ງ​ໄດ້​ປາ​ກົດ​ວ່າ​ຊົ່ວ​ຮ້າຍ​ເຫລືອເກີນ​

ເຣື່ອງ​ທຳ​ມະ​ດາ​ສອງ​ຢ່າງ​ຂອງ​ມະ​ນຸດ

14 ພວກ​ເຮົາຮູ້​ແລ້ວ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ເປັນ​ມາ​ໂດຍ​ຝ່າຍ​ພຣະ​ວິນ​ຍານ ແຕ່​ວ່າ​ເຮົາ​ນີ້​ເປັນ​ແຕ່​ມະ​ນຸດ​ທຳ​ມະ​ດາ​ຊຶ່ງ​ຖືກ​ຂາຍ​ໄວ້​ໃຫ້​ຢູ່​ໃຕ້​ຄວາມ​ຜິດ​ບາບ

15 ເຮົາ​ບໍ່​ເຂົ້າ​ໃຈ​ການ​ທີ່​ເຮົ​ເຄີຍ​ເຮັດ​ຢູ່ ເພາະ​ວ່າ​ເຮົາ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ປາຖ​ນາ ແຕ່​ເຮົາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ເຮົ​ກຽດ​ຊັງ​ນັ້ນ

16 ບັດ​ນີ້​ຖ້າ​ເຮົ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ປາ​ຖ​ນາ​ນັ້ນ ເຮົາ​ຍອມ​ຮັບ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ດີ

17 ສັນ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ເຮົາ​ເປັນ​ຜູ້​ເຮັດ ແຕ່​ແມ່ນ​ຄວາມ​ຜິດ​ບາບ​ທີ່​ອາ​ໄສ​ຢູ່​ໃນ​ຕົວ​ເຮົ​ເປັນ​ຜູ້​ເຮັດ

18 ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ​ກໍ​ມີ​ຢູ່ ແຕ່​ທີ່​ຈະ​ເຮັດ​ການ​ດີ​ນັ້ນ​ເຮົາ​ບໍ່​ໄດ້​ເຮັດ

19 ດ້ວຍ​ວ່າ​ການ​ດີ​ຊຶ່ງ​ເຮົາ​ປາ​ຖ​ນາ​ນັ້ນ ເຮົາ​ບໍ່​ໄດ້​ເຮັດ ແຕ່​ການ​ຊົ່ວ​​ທີ່​ເຮົາບໍ່​ປາ​ຖ​ນາ​ເຮັດ ເຮົາ​ກໍ​ຍັງ​ເຮັດ​ຢູ່

20 ຖ້າ​ແມ່ນ​ເຮົາ​ຍັງ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ປາ​ຖ​ນາ​ຈະ​ເຮັດ​ນັ້ນ ກໍ​ບໍ່​ແມ່ນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ ແຕ່ແມ່ນ​ຄວາມ​ຜິດ​ບາບ​ທີ່​ອາ​ໄສ​ຢູ່​ໃນ​ຕົວ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ

21 ດັ່ງ​ນັ້ນ​ເຮົາ​ຈຶ່ງ​ເຫັນ​ວ່າ​ເປັນ​ກົດ​ທຳ​ມະ​ດາ​ຢ່າງ​ນຶ່ງ ຄື​ເມື່ອ​ໃດ​ເຮົາ​ຕັ້ງ​ໃຈ​ຈະ​ເຮັດ​ການ​ດີ​ຄວາມ​ຊົ່ວ​ກໍ​ມາ​ຕັນ​ເຮົາ

22 ເພາະ​ວ່າ​ສ່ວນ​ເລິກ​ໃນ​ໃຈ​ຂອງ​ເຮົາ​ນັ້ນ ກໍ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ

23 ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ນຶ່ງ​ມີ​ຢູ່​ໃນ​ອະ​ວັຍ​ວະ​ຂອງ​ເຮົາ​ຊຶ່ງ​ຕໍ່​ສູ້​ກັບ​ກົດ​ແຫ່ງ​ຈິດ​ໃຈ​ຂອງ​ເຮົາ ແລະ​ຜູກ​ເຮົາ​ໄວ້​ໃຕ້​ບັງ​ຄັບ​ກົດ​ແຫ່ງ​ຄວາມ​ຜິດ​ບາບ​ຊຶ່ງ​ຢູ່​ໃນ​ອະ​ວັຍ​ວະ​ຂອງ​ເຮົາ

24 ໂອ, ເຮົາ​ນີ້​ຊ່າງ​ເປັນ​ຄົນ​ທຸກ​ຍາກ​ເຂັນ​ໃຈ​ແທ້​ຫນໍ ໃຜ​ແດ່​ຈະ​ຊ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງ​ກາຍ​ທີ່​ຕ້ອງ​ຕາຍ​ນີ້

25 ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູຄຣິດ​ເຈົ້າ​ຂອງ​ເຮົາ​ທັ​ງຫລາຍ ເຫດ​ດັ່ງ​ນີ້​ທາງ​ດ້ານ​ຈິດ​ໃຈ​ເຮົາ​ກໍ​ຍອມ​ຮັບ​ໃຊ້​ຕາມ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແຕ່​ດ້ານ​ຮ່າງ​ກາຍ​ຂອງ​ເຮົາ​ກໍ​ເປັນ​ຂ້ອຍ​ຂ້າ​ຢູ່​ໃຕ້​ກົດ​ແຫ່ງ​ຄວາມ​ຜິດ​ບາບ

 

8. ຊີ​ວິດ​ຝ່າຍ​ພຣະ​ວິ​ນ​ຍານ

1   ບັດ​ນີ້​ການ​ລົງ​ໂທດ​ຈຶ່ງ​ບໍ່​ແມ່​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ

2   ເພາະ​ວ່າ​ກົດ​ຂອງ​ພຣະ​ວິ​ນ​ຍານ​ອັນ​ເຮັດ​ໃຫ້​ມີ​ຊີ​ວິດ​ໃນ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ພົ້ນ​ຈາກ​ກົດ​ຂອງ​ຄວາມ​ຜິດ​ບາບ​ແລະ​ຄວາມ​ຕາຍ

3   ດ້ວຍ​ວ່າ​ສິ່ງ​ທີ່​ພຣະ​ບັນ​ຍັດ​ເຮັດ​ບໍ່​ໄດ້​ເພາະ​ເນື້ອ​ກາຍ​ເຮັດ​ໃຫ້​ອ່ອນ​ກຳ​ລັງ​ເສັຽ ພຣະ​ເຈົ້າ​ກໍ​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ໃນ​ສະ​ພາບ​ເຫມືອນ​ເນື້ອ​ກາຍ​ທີ່​ຜິດ​ບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດ​ບາບ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ລົງ​ໂທດ​ບາບ​ໃນ​ເນື້​ອກາຍ​ນັ້ນ​

4   ເພື່ອ​ໃຫ້​ຂໍ້​ຄຳ​ສັ່ງ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ບັນ​ຍັດ​ສຳ​ເຣັດ​ໃນ​ຕົວ​ພວກ​ເຮົາ ທີ່​ບໍ່​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ມະ​ນຸດ​ແຕ່​ຕາມ​ຝ່າຍ​ພຣະ​ວິນ​ຍານ

5   ເພາະ​ວ່າ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ມະ​ນຸດ​ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ມະ​ນຸດ ແຕ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ພຣະ​ວິນ​ຍານ​ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະ​ວິນ​ຍານ

6   ດ້ວຍ​ວ່າ​ການ​ໃສ່​ໃຈ​ຢູ່​ກັບ​ຝ່າຍ​ມະ​ນຸດ​ນັ້ນ​ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະ​ວິນ​ຍານ​ນັ້ນກໍ​ຄື​ຊີ​ວິດ​ແລະ​ສັນ​ຕິສຸກ

7   ເຫດ​ວ່າກນ​ທີ່​ໃສ່​ໃຈ​ກັບ​ຝ່າຍ​ມະ​ນຸດ​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ບັງ​ຄັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ທີ່​ຈິງ, ຈະ​ຢູ່​ໃຕ້​ບັງ​ຄັບພຣະ​ບັນ​ຍັດ​ນັ້ນ​ກໍ​ບໍ່​ໄດ້

8   ແລະ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ມະ​ນຸດ​ຈະ​ເປັນ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ກໍ​ບໍ່​ໄດ້

9   ອັນ​ນຶ່ງ, ຖ້າ​ແມ່ນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ໃນ​ເຈົ້າ​ທັງ​ຫລາຍ​ຢ່າງ​ແທ້​ຈິງ​ແລ້ວ ພວ​ກ​ເຈົ້າ​ກໍ​ບໍ່​ຢູ່​ຝ່າຍ​ມະ​ນຸດ​ແຕ່​ຢູ່​ຝ່າຍ​ພຣະ​ວິນ​ຍານ ແຕ່​ຖ້າ​ຜູ້​ໃດ​ບໍ່​ມີ​ພຣະ​ວິນ​ຍານ​ຂອງ​ພຣະ

ຄຣິດ ຜູ້​ນັ້ນ​ກໍ​ບໍ່​ເປັນ​ຂອງ​ພຣະ​ອົງ

10 ແຕ່​ຖ້າ​ພຣະຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັ​ງຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ​ເນື້ອ​ຕົວ​ຂອງ​ພວກ​ເຈົ້າ​ຕາຍ​ແລ້ວ​ເພາະ​ຄວາມ​ຜິດ​ບາບ ແຕ່​ວິນ​ຍານ​ຂອງ​ເຈົ້າ​ກໍ​ມີ​ຊີ​ວິດ​ຢູ່​ເພາະ​ຄວາມ​ຊອບ​ທັມ

11 ຖ້າ​ພຣະ​ວິນຍານ​ຂອງ​ພຣະ​ອົງ ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຊົງ​ຄືນ​ພຣະ​ຊົນ​ນັ້ນ ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ ພຣະ​ອົງ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ຊົງ​ຄືນ​ພຣະ​ຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນ​ດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກ​ເຈົ້າ​ຄືນ​ມີ​ຊີວິດໃຫມ່ ດ້ວຍ​ຣິດ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ທີ່​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ

12 ເຫດ​ດັ່ງ​ນັ້ນ​ພີ່​ນ້ອງ​ທັງ​ຫລາຍ​ອີຍ, ພວກ​ເຮົາ​ໄດ້​ເປັນ​ຫນີ້ ແຕ່​ບໍ່​ແມ່ນ​ຫນີ້​ໃນ​ທາງເນື້ອ​ກາຍ​ຊຶ່ງ​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ມະ​ນຸດນັ້ນ

13 ເພາະ​ຖ້າ​ເຈົ້າ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດ​ຕາມ​ຝ່າຍ​ເນື້ອ​ກາຍ ພວກ​ເຈົ້າ​ຄົງ​ຈະ​ຕາຍ ແຕ່​ຖ້າ​ໂດຍ​ຣິດ​ພຣະ​ວິ​ນ​ຍານ​ພວກ​ເຈົ້າ​ໄດ້​ທຳ​ລາຍ​ການ​ຂອງ​ຝ່າຍ​ເນື້ອ​ກາຍ​ເສັຽ ເຈົ້າ​ຄົງ​ຈະ​ມີ​ຊີ​ວິດ​ຢູ່

14 ເພາະ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ນຳ​ພາຜູ້​ໃດ ຜູ້​ນັ້ນ​ແຫລະ, ເປັນ​ບຸດ​ຂອ​ງ​ພຣະ​ເຈົ້າ

15 ເຫດ​ວ່າ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຮັບ​ວິນ​ຍານ​ທີ່​ໃຫ້​ມີ​ນິ​ສັຍ​ຢ່າງ​ຂ້ອຍ​ຂ້າ ຊຶ່ງ​ນຳ​ເຖິງ​ຄວາ​ມ​ຢ້ານ​ກົວ​ອີກ ແຕ່​ພວກ​ເຈົ້າ​ໄດ້​ຮັບ​ພຣະ​ວິ​ນຍານ​ຜູ້​ຊົງ​ໃຫ້​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ໃຫ້​ເຮົາ​ທັງ​ຫລາຍ​ຮ້ອງ​ເອີ້ນ​ພຣະ​ເຈົ້າ​ວ່າ, “ອັບ​ບາ” ຄື​ພຣະ​ບິ​ດາ

16 ຝ່າຍ​ພຣະ​ວິນ​ຍານ​ນັ້ນ​ຊົງ​ຮ່ວມ​ເປັນ​ພຍານ​ກັບ​ວິນ​ຍານ​ຂອງ​ເຮົາ​ທັ​ງ​ຫລາຍ​ວ່າ ພວກ​ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ

17 ແລະ​ຖ້າ​ເຮົາ​ທັງ​ຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະ​ດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຈກ​ພຣະ​ເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍ​ຣະ​ດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ທົນ​ທຸກ​ທໍ​ຣະ​ມານ​ດ້ວຍ​ກັນ​ກັບ​ພຣະ​ອົງ​ນັ້ນ ພວກ​ເຮົ​ກໍ​ຈະ​ໄດ້​ຮັບ​ສະ​ງ່າ​ຣາ​ສີ​ກັບ​ພຣະ​ອົງ​ເຫມືອນ​ກັນ

ຄວາມສະງ່າຣາສີທີ່ຈະມີມາໃນພາຍໜ້າ

18 ເພາະ​ເຮົ​ເຫັນ​ວ່າ​ຄວາມ​ທຸກ​ລຳ​ບາກ​ໃນ​ສ​ໄຫມ​ປັດ​ຈຸ​ບັນ ບໍ່​ສົມ​ຄວນ​ທີ່​ຈະ​ເອົາ​ປຽບ​ກັບ​ສະ​ງ່າ​ຣາ​ສີ​ທີ່​ຈະ​ເຜີຍ​ໃຫ້​ເຮົາ​ທັງ​ຫລາຍ​ເຫັນ

19 ດ້ວຍ​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍ​ຖ້າ​ປາ​ຖ​ນາ​ໃຫ້​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ປາ​ກົດ

20 ເພະ​ວ່າສັ​ພ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ຕົກ​ຢູ່​ໃຕ້​ອຳ​ນາດ​ຂອງ​ອະ​ນິດ​ຈັງ ບໍ່​ໃຊ່​ຕາມ​ໃຈ​ຊອບ​ຂອງ​ມັນ​ເອງ ແຕ່​ວ່າ​ເປັນ​ໄປ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ໃຫ້​ມັນ​ຕົກ​ຢູ່​ນັ້ນ ດ້ວຍ​ມີ​ຄວາມ​ຫວັງ​ໃຈ​ວ່າ,

21 “ສັ​ພ​ສິ່ງ​ເຫລົ່າ​ນັ້ນ​ຈະ​ໄດ້​ພົ້ນ​ຈາກ​ອຳ​ນາດ​ຂອງ​ຄວາມ​ເສື່ອມ​ສູນ ແລະ​ຈະ​ໄດ້​ເຂົ້າ​ໃນ​ເສ​ຣີ​ພາບ​ອັນ​ຮຸ່ງ​ເຮືອງ​ແຫ່ງ​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ

22 ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ມາ​ນັ້ນ ກໍ​ກຳ​ລັງ​ໂອ່ຍ​ຄາງ​ແລະ​ເປັນທຸກ​ເຈັບ​ປວດ​ດ້ວຍ​ກັນ​ມາ​ຈົນ​ທຸກວັນ​ນີ້​

23 ແລະ​ບໍ່​ໃຊ່​ແຕ່​ເທົ່າ​ນັ້ນ ແຕ່​ພວກ​ເຮົາ​ຜູ້​ໄດ້​ຮັບ​ພຣະ​ວິນ​ຍານ​ເປັນ​ຜົນ​ຫົວ​ທີ ຕົວ​ເຮົາ​ເອງ​ກໍ​ເຫມືອນ​ກັນ ຍັງ​ໂອ່ຍ​ຄາງ​ຄອຍ​ຖ້າ​ການ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອ​ກາຍ​ຂອງ​ພວກ​ເຮົາ​ພົ້ນ​ຈາກ​ຕາຍ

24 ເຫດ​ວ່າ​ເຮົາ​ທັງ​ຫລາຍ​ໄດ້​ພົ້ນ​ກໍ​ເພາະ​ດ້ວຍ​ຄວາມ​ຫວັງ​ນີ້ ແຕ່​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ບໍ່​ແມ່ນ​ຄວາມ​ຫວັງ ດ້ວຍ​ວ່າ​ໃຜ​ແດ່​ຈະ​ຍັງ​ຫ​ວັງ​ໃນ​ສິ່ງ​ທີ່​ຈົນ​ເຫັນ​ແລ້ວ​

25 ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ຄອຍ​ຫວັງ​ໃນ​ສິ່ງ​ທີ່​ເຮົາ​ຍັງ​ບໍ່​ໄດ້​ເຫັນ ເຮົາ​ຈຶ່ງ​ມີ​ຄວາມ​ພາກ​ພຽນ​ຄອຍ​ຖ້າ​ສິ່ງ​ນັ້ນ

26 ໃນ​ທຳ​ນອງດຽວ​ກັນ​ນັ້ນ​ແຫລະ, ພຣະ​ວິນ​ຍານ​ຊົງ​ຊ່ອຍ​ຊູ​ເຮົາທັງ​ຫລາຍ​ເມື່ອ​ພວກ​ເຮົາ​ອ່ອນ​ກຳ​ລັງ​ລົງ ເພາະ​ເຮົາ​ທັງ​ຫລາຍ​ບໍ່​ຮູ້​ວ່າ​ພວກ​ເຮົາ​ຄວນ​ຈະ​ອ້ອນວອນ​ຂໍ​ສິ່ງ​ໃດ ແຕ່​ອົງ​ພຣະ​ວິນ​ຍານ​ຊົງ​ຊ່ອ​ຍຂໍ​ແທນ​ພວກ​ເຮົາ ດ້ວຍ​ການ​ຖອດ​ຫຸ່ນ​ຢ່າງ​ຫາ​ຄຳ​ເວົ້າ​ບໍ່​ໄດ້​

27 ແລະ​ພຣະ​ອົງ​ຜູ້​ຊົງ​ສ​ອດ​ສ່ອງ​ຮູ້​ໃຈ​ມະ​ນຸດ ກໍ​ຊົງ​ຊາບ​ຄວາມນຶກ​ຄຶດ​ຂອງ​ພຣະ​ວິນ​ຍານ ເພາະ​ວ່າ​

ພຣະ​ວິ​ນ​ຍານ​ຊົງ​ອ້​ອນວອນ​ຂໍ​ສຳ​ລັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ອົງ

28 ພວກ​ເຮົາ​ຮູ້​ແລ້ວ​ວ່າ​ພຣະ​ເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ ຄື​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ

29 ດ້ວຍ​ວ່າ​ຄົນ​ທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ສັງ​ເກດ​ຮູ້​ລ່ວງ​ຫນ້າ​ແລ້ວ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ກຳ​ນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກ​ສນະ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ເພື່ອ​ພຣະ​ບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ຖ້າມ​ກາງ​ພວກ​ນ້ອງ​ຫລາຍ​ຄົນ

30 ແລະ​ບັນ​ດາ​ຜູ້​ທີ່​ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ໄວ້​ລ່ວງ​ຫນ້າ​ແລ້ວ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ