| Revelation ພຣະທັມພຣະນິມິດ |
|
![]() |
|
ພຣະທັມພຣະນິມິດ
ພຣະນິມິດ
ຊຶ່ງຊົງສະແດງ
ຕໍ່ ໂຢຣັນ
1
ການຊົງສະແດງຂອງພຣະເຢຊູຄຣິດ
ຊຶ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ
ເພື່ອຊົງຊີ້ແຈງໃຫ້ບັນດາຂ້ອຍໃຊ້ຂອງພຣະອົງຮູ້ເຖິງເຫດການທັງຫລາຍ
ທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້
ພຣະຄຣິດໄດ້ຊົງໃຊ້ເທວະດາຂອງພຣະອົງໄປສະແດງຫມາຍສຳຄັນແກ່ໂຢຮັນ
ຂ້ອຍໃຊ້ຂອງພຣະອົງ
2
ໂຢຣັນເປັນພຍານຝ່າຍພຣະທັມຂອງພຣະເຈົ້າ
ແລະຝ່າຍຄຳພຍານຂອງພຣະເຢຊູຄຣິດ
ທ່ານເປັນພຍານໃນເຫດການທັງສິ້ນຊຶ່ງທ່ານໄດ້ເຫັນນັ້ນ
3
ບັນດາຜູ້ອ່ານແລະຜູ້ຟັງຄຳທຳນວາຍເຫລົ່ານີ້ແລະບັນດາຜູ້ທີ່ຖືຮັກສາຂໍ້ຄວາມທີ່ຂຽນໄວ້ນີ້ກໍເປັນສຸກ
ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ
ຄຳສະແດງຄວາມນັບຖືເຖິງຄຣິສຕະຈັກທັງເຈັດ
4
ຈາກ
ໂຢຮັນ
ຮຽນ ຄຣິສຕະຈັກທັງເຈັດຢູ່ໃນແຂວງອາເຊັຽ
ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນ ແລະສັນຕິສຸກຈາກພຣະອົງ
ຜູ້ຊົງດຳຣົງຢູ່ໃນປັດຈຸບັນ
ຜູ້ຊົງດຳຣົງຢູ່ໃນອະດີດ
ຜູ້ຈະສະເດັດມາໃນອະນາຄົດ
ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ຫນ້າຣາຊບັນລັງຂອງພຣະອົງ
5
ແລະຈາກພຣະເຢຊູຄຣິດຜູ້ຊົງເປັນພຍານທີ່ສັດຊື່
ແລະຊົງເປັນຜູ້ແຣກທີ່ໄດ້ຄືນມາຈາກຄວາມຕາຍ
ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ
ພຣະອົງຊົງຮັກເຮົາທັງຫລາຍ
ແລະໄດ້ຊົງປົດປ່ອຍພວກເຮົາພວກເຮົາຈາກການຜິດບາບດ້ວຍພຣະໂລຫິດຂອງພຣະອົງ
6
ພຣະອົງຊົງຕັ້ງເຮົາທັງຫລາຍໄວ້ໃຫ້ເປັນອານາຈັກ
ແລະເປັນປະໂຣຫິດຂອງພຣະອົງ ພຣະກຽດແລະພຣະອານຸພາບຈົ່ງມີແດ່ພຣະອົງສືບໆໄປເປັນນິດ
ອາແມນ
7
ເບິ່ງແມ໋,
ພຣະອົງຈະສະເດັດມາມີເມກເປັນຂະບວນແຫ່
ຕາທຸກຫນ່ວຍຈະເຫັນພຣະອົງ ແລະຄົນເຫລົ່ານັ້ນທີ່ແທງພຣະອົງຈະເຫັນເຫມືອນກັນ
ມະນຸດຊາດທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ
ຈະເປັນໄປຢ່າງນັ້ນ
ອາແມນ
8
ອົງພຣະຜູ້ເປັນເຈົ້າ
ຜູ້ຊົງດຳຣົງຢູ່ໃນປັດຈຸບັນ
ຜູ້ຊົງດຳຣົງຢູ່ໃນອະດີດ
ຜູ້ຈະສະເດັດມາໃນອະນາຄົດ
ແລະຜູ້ຊົງຣິດທານຸພາບສູງສຸດ
ຊົງກ່າວວ່າ,
“ຝ່າຍເຮົາຄື
ອາລະຟາ
ໂອເມຄາ”
ນິມິດເຫັນບຸດມະນຸດ
9
ຂ້າພະເຈົ້າ
ຄືໂຢຮັນ
ພີ່ນ້ອງຂອງທ່ານທັງຫລາຍ
ຜູ້ເປັນເພື່ອນຮ່ວມການຍາກລຳບາກ
ຮ່ວມຣາຊອານາຈັກ
ແລະຮ່ວມຄວາມພຽນອົດທົນຊຶ່ງເປັນປະສົບການໃນພຣະເຢຊູ
ຂ້າພະເຈົ້າໄດ້ມາຢູ່ທີ່ເກາະປັດໂມ
ເນື່ອງດ້ວຍພຣະທັມຂອງພຣະເຈົ້າແລະເນື່ອງດ້ວຍການເປັນພຍານຝ່າຍພຣະເຢຊູ
10 ໃນວັນຂອງອົງພຣະຜູ້ເປັນເຈົ້າ
ຂ້າພະເຈົ້າປະກອບໄປດ້ວຍພຣະວິນຍານ
ແລ້ວໄດ້ຍິນພຣະ
ສຸຣະສຽງດັງມາເບື້ອງຫລັງຂ້າພະເຈົ້າເຫມືອນດັ່ງສຽງແກ
11 ຊົງກ່າວວ່າ,
“ອັນທີ່ທ່ານໄດ້ເຫັນນັ້ນຈົ່ງຂຽນໄວ້ໃນຫນັງສືມ້ວນ
ແລ້ວຝາກໄປໃຫ້ຄຣິສຕະຈັກທັງເຈັດ
ຄືຄຣິສຕະຈັກທີ່ເມືອງເອເຟໂຊ
ເມືອງຊະມີນາ
ເມືອງເປຄາໂມທົວເຕຣາ
ເມືອງຊາເດ
ເມືອງຟີລາເດັນເຟັຽ
ແລະທີ່ເມືອງລາວດີເກອາ”
12 ຂ້າພະເຈົ້າຈຶ່ງຫລຽວຫລັງເບິ່ງທາງພຣະສຸຣະສຽງທີ່ຊົງກ່າວແກ່ຂ້າພະເຈົ້ານັ້ນ
ຄັນແລ້ວຂ້າພະເຈົ້າກໍເຫັນເຄື່ອງຮອງຕີນໂຄມທອງຄຳເຈັດອັນ
13 ໃນຖ້າມກາງເຄື່ອງຮອງຕີນໂຄມເຫລົ່ານັ້ນມີຜູ້ນຶ່ງເຫມືອນບຸດມະນຸດ
ຊົງສວມເຄື່ອງສລອງກວມພຣະບາດ
ແລະຊົງຮັດສາຍປະຄົດທອງຄຳທີ່ພຣະອຸຣະຂອງພຣະອົງ
14 ພຣະສຽນແລະພຣະເກສາຂອງພຣະອົງຂາວເຫມືອນຂົນແກະສີຂາວ
ແລະເຫມືອນດັ່ງຫິມະ
ພຣະເນດຂອງພຣະອົງເຫມືອນດັ່ງແປວໄຟ
15 ພຣະບາດຂອງພຣະອົງເຫມືອນດັ່ງທອງເຫລືອງກ້ຽງ
ເຫມືອນກັບວ່າໄດ້ຫລອມໃຫ້ບໍຣິສຸດແລ້ວ
ພຣະສຸຣະສຽງຂອງພຣະອົງເຫມືອນສຽງນ້ຳມາກ
16 ພຣະຫັດກ້ຳຂວາຂອງພຣະອົງຊົງຖືດາວເຈັດດວງ
ມີພຣະແສງສອງຄົມອອກມາຈາກພຣະໂອດ
ແລະພຣະພັກຂອງພຣະອົງເຫມືອນດັ່ງດວງອາທິດທີ່ສ່ອງແສງກ້າ
17 ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າໄດ້ກົ້ມລົງແທບພຣະບາດຂອງພຣະອົງ
ເຫມືອນດັ່ງຄົນທີ່ຕາຍແລ້ວ
ແຕ່ພຣະອົງຊົງຢຽດພຣະຫັດກ້ຳຂວາບາຍຂ້າພະເຈົ້າ
ແລ້ວຊົງກ່າວວ່າ,
“ຢ່າຊູ່ຢ້ານ,
ຝ່າຍເຮົາເປັນຜູ້ຕົ້ນ
ແລະເປັນເປັນຜູ້ປາຍ
ແລະມີເປັນຜູ້ມີຊີວິດຢູ່
18 ເຮົາໄດ້ຕາຍແລ້ວ
ແຕ່ເບິ່ງແມ໋,
ເຮົາກໍມີຊີວິດຢູ່ຕລອດໄປເປັນນິດ
ແລະເຮົາຖືຂໍກະແຈແຫ່ງຄວາມຕາຍແລະແຫ່ງແດນມໍຣະນາ
19 ສັນນີ້ຈົ່ງຂຽນເຫດການທັງຫລາຍທີ່ເຈົ້າໄດ້ເຫັນ
ຄືເຫດການທັງຫລາຍທີ່ໄດ້ເຫັນ
ຄືເຫດການທີ່ເປັນຢູ່ດຽວນີ້ກັບທັງເຫດການທີ່ຈະເກີດຂຶ້ນໃນພາຍຫນ້າເຫມືອນກັນ
20 ສ່ວນຄວາມເລິກລັບຂອງດາວທັງເຈັດນັ້ນ
ກໍຄືດາວເຈັດດວງນັ້ນໄດ້ແກ່ທູດຂອງພຣະເຈົ້າໃນຄຣິສຕະຈັກທັງເຈັດ
ແລະເຄື່ອງຮອງຕີນໂຄມທັງເຈັດນັ້ນໄດ້ແກ່ຄຣິສຕະຈັກທັງເຈັດ
1
“ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງເອເຟໂຊວ່າ,
“ພຣະອົງຜູ້ຊົງຖືດາວທັງເຈັດໄວ້ໃນພຣະຫັດເບື້ອງຂວາ
ແລະສະເດັດໄປມາໃນຖ້າມກາງເຄື່ອງຮອງຕີນໂຄມທອງຄຳທັງເຈັດນັ້ນ
ຊົງກ່າວດັ່ງນີ້ວ່າ,
2
“ເຮົາຮູ້ຈັກການກະທຳຂອງເຈົ້າ
ຮູ້ຈັກຄວາມເມື່ອຍຍາກ
ແລະຄວາມພຽນອົດທົນຂອງເຈົ້າ
ແລະຮູ້ຈັກເຈົ້າບໍ່ສາມາດທົນຕໍ່ຄົນຊົ່ວ
ເຈົ້າໄດ້ລອງໃຈຄົນເຫລົ່ານັ້ນທີ່ອວດວ່າເປັນອັຄສາວົກ
ແຕ່ເຂົາບໍ່ເປັນ
ແລະເຈົ້າເຫັນວ່າເຂົາເປັນຄົນປອມ
3
ເຮົາຮູ້ວ່າເຈົ້າຍັງມີຄວາມອົດທົນ
ແລະໄດ້ອົດເອົາເພາະເຫັນແກ່ນາມຂອງເຮົາ
ແລະບໍ່ໄດ້ເມື່ອຍລ້າໄປ
4
ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ
ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າເສັຽ
5
ເຫດສັນນັ້ນຈົ່ງລະນຶກວ່າເຈົ້າໄດ້ຕົກຈາກສະພາບໃດ
ແລ້ວຈົ່ງກັບໃຈເສັຽໃຫມ່
ແລະທຳຕາມຢ່າງເດີມ
ຖ້າບໍ່ດັ່ງນັ້ນເຮົາຈະມາຫາເຈົ້າ
ແລະຈະຍົກເຄື່ອງຮອງຕີນໂຄມຂອງເຈົ້າອອກຈາກບ່ອນມັນ
ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສັຽໃຫມ່
6
ດີແຕ່ເຈົ້າຍັງມີສິ່ງນີ້
ຄືເຈົ້າກຽດຊັງກິຈການຂອງພວກນີໂກລາຍເຕ
ຊຶ່ງເຮົາເອງກໍກຽດຊັງເຫມືອນກັນ
7
ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ
ຜູ້ໃດມີຊັຍຊະນະ
ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ສຳລັບຊີວິດຊຶ່ງຢູ່ໃນເທພອຸທຍານຂອງພຣະເຈົ້າ”
ຂຽນໄປເຖິງຄຣິສຕະຈັກເມືອງຊະມີນາ
8
“ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊະມີນາວ່າ,
“ພຣອົງຜູ້ຊົງເປັນຜູ້ຕົ້ນແລະຜູ້ປາຍ
ຜູ້ຊົງສິ້ນພຣະຊົນແລ້ວແລະກັບຄືນມາອີກ
ໄດ້ຊົງກ່າວດັ່ງນີ້ວ່າ,
9
ເຮົາຮູ້ວ່າພວກເຈົ້າມີຄວາມທຸກລຳບາກແລະຍາກຈົນ
(ແຕ່ວ່າເຈົ້າກໍຮັ່ງມີ)
ແລະຮູ້ຄວາມຫມິ່ນປມາດຂອງຄົນເຫລົ່ານັ້ນທີ່ເວົ້າວ່າເຂົາເປັນພວກຢິວ
ແລະເຂົາບໍ່ເປັນ
ແຕ່ພວກເຂົາເປັນພັກພວກຂອງຊາຕານ
10 ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ເຈົ້າຈວນຈະໄດ້ຮັບນັ້ນ
ເບິ່ງແມ໋, ພຍາມານຈວນຈະຈັບພວກເຈົ້າບາງຄົນຖິ້ມໃສ່ຄຸກເພື່ອທົດລອງໃຈພວກເຈົ້າ
ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ
ແຕ່ເຈົ້າຈົ່ງມີໃຈສັດຊື່ສຸຈຣິດຈົນເຖິງວັນຕາຍ
ແລ້ວເຮົາຈະເອົາພວງມາລັຍແຫ່ງຊີວິດໃຫ້ແກ່ເຈົ້າ
11 ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ
ຜູ້ທີ່ມີຊັຍຊະນະຈະບໍ່ຖືກອັນຕະຣາຍຈາກຄວາມຕາຍຄັ້ງທີ່ສອງ”
ຂຽນໄປເຖິງຄຣິສຕະຈັກເມືອງເປຄາໂມ
12 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງເປຄາໂມວ່າ,
“ພຣະອົງຜູ້ຊົງພຣະແສງສອງຄົມນັ້ນ
ຊົງກ່າວດັ່ງນີ້ວ່າ,
13 “ເຮົາຮູ້ຈັກທີ່ຢູ່ຂອງເຈົ້າ
ຮູ້ວ່າທີ່ນັ້ນເປັນບັນລັງຂອງຊາຕານ
ເຈົ້າຍັງຍຶດຖືນາມຂອງເຮົາໄວ້ຫມັ້ນ
ແລະບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ
ແມ່ນວ່າໃນເວລາທີ່
ອັນຕີປາ
ຜູ້ເປັນພຍານທີ່ສັດຊື່ຂອງເຮົາ
ໄດ້ຖືກຂ້າເສັຽໃນຖ້າມກາງພວກເຈົ້າໃນບ່ອນທີ່ຊາຕານຢູ່ກໍຕາມ
14 ແຕ່ເຮົາມີຂໍ້ທີ່ຈະຕໍ່ວ່າເຈົ້າບາງຂໍ້
ທີ່ນັ້ນມີບາງຄົນໃນພວກເຈົ້າທີ່ຖືຕາມຄຳສອນຂອງບາລາອາມ
ຜູ້ໄດ້ສອນໃຫ້ກະສັດບາລາກກໍ່ເຫດການຕໍ່ຫນ້າພວກອິສຣາເອນ
ເພື່ອໃຫ້ເຂົາຫລົງຜິດ
ຄືໃຫ້ເຂົາກິນຂອງທີ່ໄດ້ບູຊາແກ່ພຣະທຽມແລ້ວ
ແລະໃຫ້ເຂົາລ່ວງຜິດຊາຍຍິງ
15 ຢ່າງດຽວກັນໃນພວກເຈົ້າມີບາງຄົນທີ່ໄດ້ຖືຕາມຄຳສອນແຫ່ງພວກນິໂກລາຍເຕ
16 ເຫດສັນນັ້ນ
ຈົ່ງກັບໃຈໃຫມ່
ຖ້າບໍ່ດັ່ງນັ້ນເຮົາຈະຮີບມາຫາເຈົ້າ
ແລະຈະສູ້ຮົບກັບເຂົາເຫລົ່ານັ້ນດ້ວຍດາບຈາກປາກຂອງເຮົາ
17 ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ
ເຮົາຈະໃຫ້ມານາທີ່ເຊື່ອງໄວ້ແກ່ຜູ້ທີ່ມີຊັຍຊະນະ
ແລະຈະໃຫ້ຫີນຂາວແກ່ຜູ້ນັ້ນ
ໃນຫີນນັ້ນມີຊື່ໃຫມ່ຈາຣຶກໄວ້
ຊຶ່ງບໍ່ມີຜູ້ໃດຮູ້ນອກຈາກຜູທີ່ຮັບເທົ່ານັ້ນ”
ຂຽນໄປເຖິງຄຣິສຕະຈັກທີ່ເມືອງທົວເຕຣາ
18 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງທົວເຕຣາວ່າ,
“ພຣະບຸດຂອງພຣະເຈົ້າ
ຜູ້ຊົງມີພຣະເນດເຫມືອນດັ່ງແປວໄຟ
ແລະມີພຣະບາດເຫມືອນດັ່ງທອງເຫລືອງກ້ຽງ
ຊົງກ່າວດັ່ງນີ້ວ່າ,
19 “ເຮົາຮູ້ຈັກການກະທຳຂອງເຈົ້າ
ຮູ້ຄວາມຮັກ
ຄວາມເຊື່ອ
ການປະຕິບັດ
ແລະຄວາມພຽນອົດທົນຂອງເຈົ້າ
ຮູ້ວ່າການເບື້ອງປາຍຂອງເຈົ້າມີຫລາຍກວ່າການເບື້ອງຕົ້ນ
20 ແຕ່ເຮົາມີຂໍ້ທີ່ຈະຕໍ່ວ່າເຈົ້າ
ຄືເຈົ້າຍອມທົນຟັງຜູ້ຍິງຊື່ເຢເຊເບນ
ທີ່ອ້າງຕົວເປັນຜູ້ປະກາດພຣະທັມ
ຍິງນັ້ນສອນແລະລໍ້ລວງພວກຂ້ອຍໃຊ້ຂອງເຮົາໃຫ້ລ່ວງຜິດຊາຍຍິງ
ແລະໃຫ້ກິນຂອງທີ່ບູຊາແກ່ພຣະທຽມແລ້ວ
21 ເຮົາໄດ້ໃຫ້ຍິງນັ້ນມີໂອກາດທີ່ຈະກັບໃຈໃຫມ່
ແຕ່ນາງບໍ່ຢາກກັບໃຈຈາກການຜິດຊາຍຍິງຂອງຕົນ
22 ດັ່ງນີ້ເຮົາຈະຖິ້ມຍິງນັ້ນໄວ້ເທິງບ່ອນນອນ
ແລະຄົນທັງຫລາຍທີ່ລ່ວງຜິດຊາຍຍິງກັບຍິງນັ້ນ
ເຮົາຈະຖິ້ມໄວ້ໃນຄວາມທຸກລຳບາກອັນຫນັກ
ເວັ້ນໄວ້ແຕ່ຄົນເຫລົ່ານັ້ນຈະກັບໃຈເສັຽໃຫມ່ຈາກບັນດາການກະທຳຂອງຍິງນັ້ນ
23 ຝ່າຍລູກຂອງຍິງນັ້ນ
ເຮົາຈະປະຫານເຂົາໃຫ້ຕາຍເສັຽ
ແລະຄຣິສຕະຈັກທັງປວງຈະໄດ້ຮູ້ວ່າເຮົານີ້ເປັນຜູ້ຊັນນະສູດເບິ່ງຈິດໃຈ
ເຮົາຈະໃຫ້ຮາງວັນແກ່ເຈົ້າທັງຫລາຍທຸກຄົນຕາມການກະທຳຂອງຕົນ
24 ແຕ່ພວກເຈົ້າທີ່ຍັງເຫລືອຢູ່ທີ່ເມືອງທົວເຕຣາ
ຄືຜູ້ທີ່ບໍ່ໄດ້ຖືຄຳສອນນີ້
ແລະບໍ່ຮູ້ຈັກສິ່ງທີ່ເຂົາເອີ້ນວ່າຄວາມເລິກລັບຂອງຊາຕານນັ້ນ
ເຮົາຂໍບອກວ່າເຮົາບໍ່ເອົາພາຣະອື່ນໃດວາງໃສ່ພວກເຈົ້າ
25 ແຕ່ສິ່ງທີ່ເຈົ້າທັງຫລາຍມີຢູ່ແລ້ວນັ້ນ
ຈົ່ງຍຶດຖືໄວ້ໃຫ້ຫມັ້ນຈົນກວ່າເຮົາຈະມາ
26 ຜູ້ທີ່ມີຊັຍຊະນະແລະຖືກຮັກສາກິຈການຂອງເຮົາໄວ້ຈົນເຖິງທີ່ສຸດ
ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ
27 ແລະຜູ້ນັ້ນຈະບັງຄັບບັນຊາເຂົາດ້ວຍຄ້ອນເຫລັກ
ເຫມືອນດັ່ງຊ່າງຫມໍ້ທຳລາຍຫມໍ້ດິນໃຫ້ແຕກຫມຸ່ນເສັຽ
ຕາມທີ່ເຮົານີ້ໄດ້ຮັບອຳນາດຈາກພຣະບິດາຂອງເຮົາເຫມືອນກັນ
28 ແລະເຮົາຈະປະທານດາວເພັກໃຫ້ແກ່ຜູ້ນັ້ນ
29 ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ”
1
“ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງຊາເດວ່າ,
ພຣະອົງຜູ້ຊົງມີພຣະວິນຍານທັງເຈັດຂອງພຣະເຈົ້າ
ແລະຊົງມີດາວທັງເຈັດດວງນັ້ນ
ຊົງກ່າວດັ່ງນີ້ວ່າ,
“ເຮົາຮູ້ຈັກການກະທຳຂອງເຈົ້າ
ເຈົ້າຜູ້ຊື່ວ່າມີຊີວິດຢູ່ແຕ່ວ່າເຈົ້າຕາຍເສັຽແລ້ວ
2
ເຈົ້າຈຶ່ງຕື່ນຂຶ້ນ
ແລະເຊີດຊູສ່ວນທີ່ເຫລືອ
ຊຶ່ງຈວນຈະຕາຍແລ້ວນັ້ນໃຫ້ແຂງແຮງຂຶ້ນ
ເພາະວ່າເຮົາບໍ່ພົບການກະທຳຂອງເຈົ້າສຳເຣັດດີ
ຕໍ່ພຣະພັກພຣະເຈົ້າຂອງເຮົາ
3
ເຫດສັນນັ້ນເຈົ້າຈົ່ງຈຳໄວ້ວ່າເຈົ້າໄດ້ຮັບແລະໄດ້ຍິນຢ່າງໃດ
ຈົ່ງຖືກຮັກສາແລະກັບໃຈເສັຽໃຫມ່
ຖ້າເຈົ້າບໍ່ຕື່ນຂຶ້ນ
ເຮົາຈະມາຫາເຈົ້າເຫມືອນດັ່ງຂະໂມຍ
ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ
4
ແຕ່ວ່າໃນເມືອງຊາເດ
ເຈົ້າກໍຍັງມີຄົນຈຳນວນຫນ້ອຍທີ່ບໍ່ໄດ້ເຮັດເສື້ອຜ້າຂອງຕົນເປື້ອນເປິ
ຄົນເຫລົ່ານັ້ນຈະນຸ່ງເຄື່ອງຂາວຍ່າງໄປກັບເຮົາ
ເພາະເຂົາເປັນຄົນສົມຄວນຢູ່ແລ້ວ
5
ຜູ້ທີ່ມີຊັຍຊະນະ
ຜູ້ນັ້ນຈະຫົ່ມເຄື່ອງຂາວແລະເຮົາຈະບໍ່ລຶບຊື່ຂອງຜູ້ນັ້ນອອກເສັຽຈາກທະບຽນແຫ່ງຊີວິດຈັກເທື່ອ
ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຕໍ່
ພຣະພັກພຣະບິດາຂອງເຮົາ
ແລະຕໍ່ຫນ້າຝູງເທວະດາຂອງພຣະອົງ
6
ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ”
ຂຽນໄປເຖິງຄຣິສຕະຈັກເມືອງຟີລາເດັນເຟັຽ
7
“ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຟີລາເດັນເຟັຽວ່າ
“ພຣະອົງບໍຣິສຸດ
ຜູ້ສັດຈິງ
ຜູ້ຊົງຖືຂໍກະແຈຂອງດາວິດ
ຜູ້ຊົງໄຂແລ້ວຈະບໍ່ມີຜູ້ໃດອັດ
ຜູ້ຊົງອັດແລ້ວຈະບໍ່ມີຜູ້ໃດໄຂ
ຊົງກ່າວດັ່ງນີ້ວ່າ,
8
“ເຮົາຮູ້ຈັກການກະທຳຂອງເຈົ້າ
ເບິ່ງແມ໋, ເຮົາໄດ້ໃຫ້ມີປະຕູໄຂຢູ່ຕໍ່ຫນ້າເຈົ້າ
ຊຶ່ງບໍ່ມີຜູ້ໃດອັດໄດ້
ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ
ແຕ່ກໍຍັງໄດ້ຖືຮັກສາຄຳຂອງເຮົາ
ແລະບໍ່ໄດ້ປະຕິເສດນາມຂອງເຮົາ
9
ເບິ່ງແມ໋,
ເຮົາຈະໃຫ້ພັກພວກຂອງຊາຕານທີ່ຕົວະວ່າເຂົາເອງເປັນຊາດຢິວ
ແຕ່ບໍ່ໄດ້ເປັນນັ້ນ
ມາຂາບລົງແທບຕີນຂອງເຈົ້າ
ແລະຈະໃຫ້ເຂົາຮູ້ວ່າຝ່າຍເຮົາໄດ້ຣັກເຈົ້າ
10 ເພາະວ່າເຈົ້າໄດ້ຖືຮັກສາຕາມຄຳຂອງເຮົາ
ຊຶ່ງໃຫ້ມີຄວາມພຽນອົດທົນ
ຝ່າຍເຮົາຈະປ້ອງກັນເຈົ້າເຫມືອນກັນ
ໃຫ້ພົ້ນຈາກການທົດລອງທີ່ຈວນຈະມີມາທົ່ວໂລກ
ເພື່ອຈະລອງໃຈຄົນທັງປວງທີ່ຢູ່ເຫນືອຫນ້າແຜ່ນດິນ
11 ເຮົາຈະມາໃນໄວໆນີ້
ຈົ່ງຍຶດຫມັ້ນຢູ່ໃນສິ່ງທີ່ເຈົ້າມີນັ້ນ
ເພື່ອບໍ່ໃຫ້ຜູ້ໃດຍາດຊິງເອົາພວງມາລັຍຂອງເຈົ້າໄປໄດ້
12 ຜູ້ທີ່ມີຊັຍຊະນະ
ເຮົາຈະໃຫ້ຜູ້ນັ້ນເປັນເສົາໃນພຣະວິຫານພຣະເຈົ້າຂອງເຮົາ
ແລະຜູ້ນັ້ນແຫລະ
ບໍ່ອອກໄປນອກພຣະວິຫານຈັກເທື່ອ
ເຮົາຈະຈາຣຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ
ກັບທັງຊື່ມະຫານະຄອນແຫ່ງພຣະເຈົ້າຂອງເຮົາ
ຄືກຸງເຢຣູຊາເລັມໃຫມ່
ຈຶ່ງລົງມາແຕ່ສວັນຈາກພຣະເຈົ້າຂອງເຮົາ
ແລະເຮົາຈະຈາຣຶກນາມໃຫມ່ຂອງເຮົາໃສ່ຜູ້ນັ້ນເຫມືອນກັນ
13 ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ”
ຂຽນໄປເຖິງຄຣິສຕະຈັກເມືອງລາວດີເກອາ
14 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ,
“ພຣະອົງຜູ້ຊົງເປັນອາແມນນັ້ນ
ຊົງເປັນພຍານທີ່ສັດຊື່ແລະທ່ຽງທັມ
ຊົງເປັນປະຖົມເຫດແຫ່ງສິ່ງສາຣະພັດຊຶ່ງພຣະເຈົ້າໄດ້ຊົງສ້າງ
ໄດ້ຊົງກ່າວດັ່ງນີ້ວ່າ,
15 “ເຮົາຮູ້ຈັກການກະທຳຂອງເຈົ້າ
ເຈົ້າບໍ່ເຢັນບໍ່ຮ້ອນ
ເຮົາຢາກໃຫ້ເຈົ້າເຢັນຫລືຮ້ອນ
16 ເພາະເຈົ້າພຽງແຕ່ອຸ່ນໆບໍ່ເຢັນບໍ່ຮ້ອນ
ດັ່ງນັ້ນເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ
17 ເພາະເຈົ້າເວົ້າວ່າ,
“ຂ້ອຍຮັ່ງມີແລ້ວ
ໄດ້ຊັບສິ່ງຂອງທະວີຂຶ້ນ
ຂ້ອຍບໍ່ຕ້ອງການສິ່ງໃດ”
ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ
ເປັນຄົນຫນ້າສົງສານ
ເປັນຄົນຂັດສົນ
ເປັນຄົນຕາບອດ
ແລະເປືອຍກາຍຢູ່
18 ເຫດນັ້ນເຮົາເຕືອນສະຕິເຈົ້າໃຫ້ຊື້ຄຳທີ່ຫລອມໃຫ້ບໍຣິສຸດແລ້ວຈາກເຮົາ
ເພື່ອເຈົ້າຈະໄດ້ເປັນຄົນຮັ່ງມີ
ແລະໃຫ້ເຈົ້າຊື້ເສື້ອຜ້າຂາວນຸ່ງຫົ່ມຕົວ
ເພື່ອປົກບັງຄວາມລະອາຍຂອງການເປືອຍກາຍຂອງເຈົ້າບໍ່ໃຫ້ປາກົດ
ແລະຊື້ຢາໃສ່ຕາຂອງເຈົ້າເພື່ອເຈົ້າຈະໄດ້ເຫັນຮຸ່ງ
19 ຝ່າຍເຮົາ
ເຮົາຮັກຜູ້ໃດເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ
ເຫດສັນນັ້ນ
ຈຶ່ງມີໃຈຮ້ອນຮົນແລະຕັ້ງໃຈເສັຽໃຫມ່
20 ເບິ່ງແມ໋,
ເຮົາຢືນເຄາະຢູ່ທີ່ປະຕູ
ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ
ແລະໄຂປະຕູ
ເຮົາຈະເຂົ້າໄປຫາຜູ້ນັ້ນ
ເຮົາຈະຮັບປະທານອາຫານຮ່ວມກັບຜູ້ນັ້ນ
ແລະຜູ້ນັ້ນຈະຮັບປະທານອາຫານຮ່ວມກັບເຮົາ
21 ຜູ້ທີ່ຊັຍຊະນະ
ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ
ເຫມືອນກັບທີ່ເຮົາມີຊັຍຊະນະແລ້ວ
ແລະໄດ້ນັ່ງກັບພຣະບິດາຂອງເຮົາເທິງຣາຊບັນລັງຂອງພຣະອົງ
22 ຜູ້ໃດມີຫູ
ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົບກ່າວແກ່ຄຣິສຕະຈັກທັງຫລາຍ”
1
ພາຍຫລັງເຫດການທັງຫລາຍນີ້
ຂ້າພະເຈົ້າໄດ້ເບິ່ງ
ແລະດັ່ງນີ້
ມີປະຕູໄຂຢູ່ໃນສວັນ
ແລະພຣະສຸຣະສຽງທຳອິດທີ່ຂ້າພະເຈົ້າໄດ້ຍິນ
ຊົງກ່າວກັບຂ້າພະເຈົ້າເຫມືອນດັ່ງສຽງແກວ່າ,
“ຈົ່ງຂຶ້ນມາທີ່ນີ້
ແລະເຮົາຈະສະແດງໃຫ້ເຈົ້າເຫັນເຫດການທີ່ຕ້ອງເກີດຂຶ້ນໃນພາຍຫນ້າ”
2
ໃນທັນໃດນັ້ນ
ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ
ແລະເບິ່ງແມ໋,
ມີຣາຊບັນລັງຕັ້ງຢູ່ໃນສວັນ
ມີທ່ານອົງນຶ່ງປະທັບເທິງບັນລັງນັ້ນ
3
ທ່ານຜູ້ປະທັບເທິງບັນລັງນັ້ນມີລັກສະນະເຫມືອນແກ້ວມະນີໂຊດ
ແລະແກ້ວພິລາ
ມີຮຸ້ງກິນນ້ຳລ້ອມຮອບຣາຊບັນລັງນັ້ນຄ້າຍຄືແສງແກ້ວມໍຣະກົດ
4
ລ້ອມຮອບຣາຊບັນລັງນັ້ນມີບັນລັງອີກຊາວສີ່ອັນ
ແລະມີຜູ້ອາວຸໂສຊາວສີ່ທ່ານນັ່ງເທິງບັນລັງເຫລົ່ານັ້ນ
ທຸກທ່ານນຸ່ງເຄື່ອງຂາວແລະມີພວງມາລັຍຄຳສວມຫົວ
5
ມີຟ້າແມບຮ້ອງແລະສຽງຕ່າງໆດັງອອກມາຈາກຣາຊບັນລັງນັ້ນ
ແລະມີໂຄມໄຟເຈັດຫນ່ວຍໄຕ້ໄວ້ຕໍ່ຫນ້າຣາຊບັນລັງນັ້ນ
ໂຄມໄຟເຫລົ່ານັ້ນຄືວິນຍານທັງເຈັດຂອງພຣະເຈົ້າ
6
ຢູ່ຕໍ່ຫນ້າຣາຊບັນລັງເປັນເຫມືອນທະເລແກ້ວມະນີ
ຢູ່ອ້ອມຮອບຣາຊບັນລັງທຸກດ້ານມີສັຕໂລກສີ່ໂຕ
ຊຶ່ງມີຕາເຕັມທັງຂ້າງຫນ້າແລະຂ້າງຫລັງ
7
ສັດໂຕທີ່ນຶ່ງເຫມືອນສິງ
ໂຕທີ່ສອງເຫມືອນງົວນ້ອຍ
ໂຕທີ່ສາມມີຫນ້າເຫມືອນມະນຸດ
ແລະໂຕທີ່ສີ່ເຫມືອນນົກອິນຊີກຳລັງບິນ
8
ສັດທັງສີ່ໂຕ
ທຸກໂຕມີປີກຫົກປີກ
ແລະມີຕາເຕັມຂ້າງນອກແລະຂ້າງໃນ
ສັດເຫລົ່ານັ້ນຮ້ອງຕລອດເວັນ
ຕລອດຄືນ
ບໍ່ຢຸດບໍ່ເຊົາວ່າ,
“ບໍຣິສຸດ ບໍຣິສຸດ
ບໍຣິສຸດ
ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບສູງສຸດ
ຜູ້ຊົງດຳຣົງຢູ່ໃນອະດີດ
ຜູ້ຊົງດຳຣົງຢູ່ໃນປັດຈຸບັນ
ແລະຜູ້ຈະສະເດັດມາ”
9
ຄັນສັດເຫລົ່ານັ້ນຖວາຍຄຳສັຣເສີນ
ຖວາຍພຣະກຽດ
ແລະໂມທະນາພຣະຄຸນແດ່ພຣະອົງ
ຜູ້ປະທັບເທິງຣາຊບັນລັງ
ຜູ້ຊົງມີພຣະຊົນດຳຣົງຢູ່ຕລອດໄປເປັນນິດເມື່ອໃດ
10 ເມື່ອນັ້ນບັນດາຜູ້ອາວຸໂສຊາວສີ່ທ່ານກໍຂາບລົງຖວາຍບັງຄົມພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນ
ນະມັສການພຣະອົງ
ຜູ້ຊົງພຣະຊົນຢູ່ຕລອດໄປເປັນນິດ
ແລ້ວຖອດພວງມາລັຍອອກວາງລົງຕໍ່ຫນ້າຣາຊບັນລັງຮ້ອງວ່າ,
11 “ຂ້າແດ່ອົງພຣະຜູ້ເປັນເຈົ້າ
ພຣະຜູ້ເປັນເຈົ້າຂອງຂ້າພຣະອົງທັງຫລາຍ
ພຣະອົງຊົງສົມຄວນທີ່ຈະໄດ້ຣັບຄຳສັຣເສີນ ພຣະກຽດ
ແລະຣິດເດດ
ເພາະວ່າພຣະອົງໄດ້ຊົງສ້າງສັພສິ່ງທັງປວງ
ແລະສັພສິ່ງທັງປວງນັ້ນກໍຊົງສ້າງຂຶ້ນແລ້ວ
ແລະດຳຣົງຢູ່ຕາມຊອບພຣະທັຍພຣະອົງ”
1
ໃນພຣະຫັດເບື້ອງຂວາຂອງພຣະອົງ
ຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ
ຂ້າພະເຈົ້າໄດ້ເຫັນຫນັງສືມ້ວນນຶ່ງຂຽນໄວ້ທັງຂ້າງໃນແລະຂ້າງນອກ
ຕີຕາປະທັບໄວ້ເຈັດດວງ
2
ແລະຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດຕົນນຶ່ງປະກາດດ້ວຍສຽງອັນດັງວ່າ,
“ຜູ້ໃດຫນໍເປັນຜູ້ສົມຄວນຈະແກະຕາປະທັບແລະມາຍມ້ວນຫນັງສືມ້ວນນີ້ອອກ”
3
ບໍ່ມີຜູ້ໃດໃນສວັນ
ເທິງແຜ່ນດິນໂລກ
ຫລືໃຕ້ແຜ່ນດິນກໍດີ
ທີ່ສາມາດມາຍຫນັງສືມ້ວນນັ້ນອອກ
ຫລືເບິ່ງຫນັງສືນັ້ນໄດ້
4
ຂ້າພະເຈົ້າໄດ້ຮ້ອງໄຫ້ຮ່ຳໄຮຫລາຍ
ເພາະບໍ່ມີຜູ້ໃດສົມຄວນຈະມາຍຫນັງສືນັ້ນອອກຫລືເບິ່ງໄດ້
5
ແລ້ວມີຜູ້ນຶ່ງໃນພວກອາວຸໂສນັ້ນ
ບອກຂ້າພະເຈົ້າວ່າ,
“ຢ່າຮ້ອງໄຫ້
ເບິ່ງແມ໋,
ສິງແຫ່ງຕະກູນຢູດາ
ຫນໍ່ເຊື້ອຂອງດາວິດໄດ້ຊັຍຊະນະແລ້ວ
ຈຶ່ງສາມາດແກະຕາທັງເຈັດແລະມາຍຫນັງສືນັ້ນອອກໄດ້”
6
ໃນລະຫວ່າງພຣະຣາຊບັນລັງກັບສັດທັງສີ່
ແລະໃນຖ້າມກາງພວກອາວຸໂສເຫລົ່ານັ້ນ
ຂ້າພະເຈົ້າໄດ້ເຫັນພຣະເມສານ້ອຍປະທັບຢືນຢູ່ເຫມືອນຖືກຂ້າແລ້ວ
ພຣະເມສານ້ອຍນັ້ນມີເຂົາເຈັດອັນ
ມີຕາເຈັດຫນ່ວຍຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ
ທີ່ຊົງໃຊ້ອອກໄປທົ່ວແຜ່ນດິນໂລກ
7
ແລະພຣະເມສານ້ອຍນັ້ນໄດ້ເຂົ້າມາຮັບຫນັງສືມ້ວນນັ້ນຈາກພຣະຫັດເບື້ອງຂວາຂອງພຣະອົງ
ຜູ້ຊົງປະທັບເທິງຣາຊບັນລັງນັ້ນ
8
ເມື່ອພຣະອົງຊົງຮັບຫນັງສືນັ້ນແລ້ວ
ສັດທັງສີ່ກັບພວກອາວຸໂສຊາວສີ່ທ່ານນັ້ນ
ກໍຂາບລົງຖວາຍບັງຄົມພຣະເມສານ້ອຍ
ທຸກທ່ານຖືພີນແລະຂັນຄຳເຕັມດ້ວຍເຄື່ອງຫອມ
ຊຶ່ງເປັນຄຳໄຫວ້ວອນຂອງໄພ່ພົນທັງປວງຂອງພຣະເຈົ້າ
9
ເຂົາໄດ້ຮ້ອງເພງໃຫມ່ວ່າ,
“ພຣະອົງຊົງເປັນຜູ້ສົມຄວນຈະຊົງຮັບມ້ວນຫນັງສື
ແລະແກະຕາມ້ວນ
ຫນັງສືອອກເພາະວ່າພຣະອົງຊົງຖືກຂ້າແລ້ວ
ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ
ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າທຸກພາສາທຸກຊາດແລະທຸກປະເທດສຳລັບພຣະເຈົ້າ
10 ພຣະອົງໄດ້ຊົງບັນດານໃຫ້ເຂົາເປັນຣາຊອານາຈັກ
ແລະເປັນປະໂຣຫິດທີ່ປະຕິບັດພຣະເຈົ້າຂອງພວກເຮົາ
ແລະເຂົາເຫລົ່ານັ້ນຈະໄດ້ປົກຄອງແຜ່ນດິນໂລກ”
11 ແລ້ວຂ້າພະເຈົ້າໄດ້ຫລຽວເບິ່ງ
ແລະໄດ້ຍິນສຽງເທວະດາ
ເປັນຈຳນວນຫລວງຫລາຍນັບເປັນໂກດໆ
ແສນໆ
ຊຶ່ງຢູ່ອ້ອມຮອບພຣະຣາຊບັນລັງ
ຣອບສັດ
ແລະຮອບຜູ້ອາວຸໂສທັງຫລາຍນັ້ນ
12 ຮ້ອງສຽງດັງວ່າ,
“ພຣະເມສານ້ອຍຜູ້ຖືກຂ້າແລ້ວນັ້ນ
ເປັນຜູ້ທີ່ສົມຄວນໄດ້ຮັບຣິດເດດ
ຊັບສົມບັດ
ສະຕິປັນຍາ
ອານຸພາບ
ກຽດຕິຍົດ
ສະງ່າຣາສີ
ແລະຄຳສັຣເສີນ”
13 ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງຫມົດ
ທັງໃນສວັນ
ເທິງແຜ່ນດິນໂລກ
ໃຕ້ແຜ່ນດິນ
ແລະໃນມະຫາສະຫມຸດ
ຄືສິ່ງທັງປວງຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ,
“ຂໍໃຫ້ຄຳສັຣເສີນ
ກຽດຕິຍົດ
ສະງ່າຣາສີ
ແລະຣິດທານຸພາບ
ຈົ່ງມີແດ່ພຣະອົງ
ຜູ້ຊົງປະທັບເທິງພຣະຣາຊບັນລັງ
ແລະແດ່ພຣະເມສານ້ອຍຕລອດໄປເປັນນິດ”
14 ສັດທັງສີ່ນັ້ນກໍຮ້ອງວ່າ,
“ອາແມນ”
ແລະຜູ້ອາວຸໂສເຫລົ່ານັ້ນກໍຂາບລົງນະມັສການ
1
ເມື່ອພຣະເມສານ້ອຍຊົງແກະຕາດວງນຶ່ງໃນເຈັດດວງນັ້ນອອກແລ້ວ
ຂ້າພະເຈົ້າໄດ້ເບິ່ງແລະໄດ້ຍິນສັດໂຕນຶ່ງໃນສີ່ໂຕນັ້ນຮ້ອງສຽງດັງເຫມືອນສຽງຟ້າຮ້ອງວ່າ,
“ມາເທາະ”
2
ຂ້າພະເຈົ້າໄດ້ເບິ່ງແລະດັ່ງນີ້,
ມີມ້າສີຂາວໂຕນຶ່ງອອກມາ
ຜູ້ທີ່ຂີ່ມ້ານັ້ນຖືທະນູ
ແລະໄດ້ຮັບພຣະຣາຊທານພວງມາລັຍ
ແລ້ວກໍຂີ່ມ້າອອກໄປຢ່າງມີຊັຍເພື່ອຈະຊັຍຊະນະ
3
ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສອງນັ້ນແລ້ວ
ຂ້າພະເຈົ້າໄດ້ຍິນສຽງສັດໂຕທີ່ສອງຮ້ອງວ່າ,
“ມາເທາະ”
4
ແລະມີມ້າສີແດງເຂັ້ມໂຕນຶ່ງອອກມາອີກ
ຜູ້ທີ່ຂີ່ມ້າໂຕນີ້ໄດ້ຮັບພຣະຣາຊອະນຸຍາດໃຫ້ນຳສັນຕິສຸກໄປຈາກໂລກ
ເພື່ອໃຫ້ຄົນທັງປວງຮົບຮາຂ້າຟັນກັນ
ແລະທັງໄດ້ພຣະຣາຊທານດາບໃຫຍ່ດວງນຶ່ງໃຫ້ແກ່ຜູ້ນັ້ນ
5
ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສາມນັ້ນແລ້ວ
ຂ້າພະເຈົ້າໄດ້ຍິນສຽງສັດໂຕທີ່ສາມຮ້ອງວ່າ,
“ມາເທາະ” ຂ້າພະເຈົ້າໄດ້ເບິ່ງ
ແລະດັ່ງນີ້,
ມີມ້າສີດຳໂຕນຶ່ງອອກມາ
ຜູ້ທີ່ຂີ່ມ້ານັ້ນຖືຄັນຊັ່ງ
6
ຂ້າພະເຈົ້າໄດ້ຍິນເຫມືອນກັບສຽງທີ່ດັງອອກມາຈາກຖ້າມກາງສັດທັງສີ່ນັ້ນວ່າ,
“ເຂົ້າບເລຣາຄາລິດນຶ່ງຕໍ່ນຶ່ງເດນາຣິອົນ
ເຂົ້າເດືອຍສາມລິດຕໍ່ນຶ່ງເດນາຣິອົນ
ແຕ່ຢ່າເຮັດອັນຕະຣາຍຕໍ່ນ້ຳມັນແລະເຫລົ້າແວງ”
7
ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສີ່ຮ້ອງວ່າ,
“ມາເທາະ”
8
ຂ້າພະເຈົ້າໄດ້ເຫັນ
ແລະດັ່ງນີ້,
ມີມ້າສີຂຽວອ່ອນໂຕນຶ່ງອອກມານັ້ນແລ້ວ
ຜູ້ທີ່ຂີ່ມ້ານັ້ນມີຊື່ວ່າ
ມັດຈຸຣາຊ
ແລະແດນມໍຣະນາກໍຕິດຕາມມານຳ
ເຂົາທັງສອງໄດ້ຮັບພຣະຣາຊທານອຳນາດລ້າງຜານແຜ່ນດິນໂລກໄດ້ນຶ່ງສ່ວນສີ່ດ້ວຍຄົມດາບ
ດ້ວຍຄວາມອຶດຢາກ
ດ້ວຍຄວາມຕາຍ
ແລະດ້ວຍສັດຮ້າຍຕ່າງໆໃນແຜ່ນດິນໂລກ
9
ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ຫ້ານັ້ນແລ້ວ
ຂ້າພະເຈົ້າໄດ້ເຫັນດວງວິນຍານຢູ່ໃຕ້ແທ່ນບູຊາ
ເປັນວິນຍານຂອງຄົນທັງຫລາຍທີ່ຖືກຂ້າເພາະພຣະທັມຂອງພຣະເຈົ້າ
ແລະເພາະຄຳພຍານທີ່ເຂົາຍຶດຖືນັ້ນ
10
ເຂົາເຫລົ່ານັ້ນໄດ້ຮ້ອງດັງຂຶ້ນວ່າ,
“ຂ້າແດ່ອົງພຣະຜູ້ເປັນເຈົ້າ
ຜູ້ບໍຣິສຸດແລະທ່ຽງແທ້
ຍັງດົນປານໃດຫນໍ
ພຣະອົງຈຶ່ງຈະຊົງພິພາກສາຕອບສນອງຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກທີ່ໄດ້ຂ້າພວກຂ້າພຣະອົງນັ້ນ”
11
ແລ້ວເຂົາທຸກຄົນໄດ້ຮັບພຣະຣາຊທານເສື້ອສີຂາວແລະຊົງສັ່ງໃຫ້ເຂົາລໍໄປຈັກຫນ້ອຍ
ຈົນກວ່າຈຳນວນເພື່ອນຂ້ອຍໃຊ້ແລະພີ່ນ້ອງຂອງເຂົາຈະຄົບຖ້ວນແລ້ວ
ຄືພວກທີ່ຈວນຈະຖືກຂ້າເຫມືອນກັບເຂົານັ້ນ
12
ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ຫົກນັ້ນແລ້ວ
ຂ້າພະເຈົ້າໄດ້ເບິ່ງແລະດັ່ງນີ້,
ເກີດແຜ່ນດິນຫວັ່ນໄຫວອັນໃຫຍ່
ດວງອາທິດກໍເກີດມືດດຳເຫມືອນດັ່ງຜ້າຂົນສັດຫຍາບ
ດວງຈັນວັນເພັງກໍກັບເກີດເປັນສີເລືອດ
13
ດວງດາວທັງຫລາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນເຫມືອນກັບຕົ້ນເດື່ອເທດທີ່ຖືກລົມກ້າພັດຈົນຫມາກທີ່ຍັງບໍ່ທັນສຸກຫລົ່ນລົງຫມົດ
14
ທ້ອງຟ້າກໍຫົດເຂົ້າເສັຽເຫມືອນດັ່ງຫນັງສືທີ່ເຂົາມ້ວນ
ພູທຸກຫນ່ວຍແລະເກາະທຸກເກາະກໍເຄື່ອນໄປຈາກບ່ອນເດີມ
15
ແລ້ວກະສັດທັງຫລາຍໃນແຜ່ນດິນໂລກ
ພວກເຈົ້ານາຍ
ພວກນາຍພັນນາຍພົນ
ພວກເສດຖີ
ພວກຜູ້ມີອຳນາດ
ແລະທຸກຄົນທັງທີ່ເປັນຂ້ອຍຂ້າແລະມີເສຣີກໍພາກັນໄປລີ້ຊ່ອນຢູ່ໃນຖ້ຳແລະໃນຫວ່າງຫີນຕາມພູ
16
ເຂົາຮ້ອງບອກພູແລະໂງ່ນຫີນວ່າ,
“ຂໍໃຫ້ເນີ້ງມາບັງພວກເຮົາໄວ້
ໃຫ້ພົ້ນຈາກພຣະພັກຂອງພຣະອົງ
ຜູ້ຊົງປະທັບເທິງພຣະຣາຊບັນລັງແລະຈາກພຣະພິໂຣດຂອງພຣະເມສານ້ອຍນັ້ນ
17
ເພາະວ່າວັນສຳຄັນແຫ່ງພຣະພິໂຣດຂອງພຣະອົງໄດ້ມາເຖິງແລ້ວ
ແລະຜູ້ໃດຫນໍ
ຈະອາດທົນຢູ່ໄດ້”
1
ຫລັງຈາກນັ້ນຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນ
ຢືນຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ
ຫ້າມລົມໃນແຜ່ນດິນທັງສີ່ທິດໄວ້ບໍ່ໃຫ້ພັດມາໃສ່ບົກ
ໃສ່ທະເລ
ຫລືຕົ້ນໄມ້ໃດໆ
2
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງ
ປາກົດຂຶ້ນມາຈາກທິດຕາເວັນອອກ
ຖືຕາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່
ເທວະດາຕົນນັ້ນປະກາດສຽງດັງແກ່ເທວະດາທັງສີ່
ຜູ້ຊຶ່ງໄດ້ຮັບພຣະຣາຊທານອຳນາດໃຫ້ເຮັດອັນຕະຣາຍແກ່ແຜ່ນດິນແລະທະເລນັ້ນ
3
ວ່າ,
“ຢ່າເຮັດອັນຕະຣາຍແກ່ແຜ່ນດິນ
ແກ່ທະເລ
ຫລືຕົ້ນໄມ້
ຈົນກວ່າເຮົາຈະໄດ້ປະທັບຕາໄວ້ທີ່ຫນ້າຜາກບັນດາຂ້ອຍຂ້າຂອງພຣະເຈົ້າຂອງເຮົາເສັຽກ່ອນ”
4
ແລະຂ້າພະເຈົ້າໄດ້ຍິນຈຳນວນຂອງຜູ້ທີ່ໄດ້ຮັບປະທັບຕາແລ້ວ
ຄືຜູ້ທີ່ມາຈາກທຸກຕະກູນໃນພວກອິສຣາເອນ
ມີແສນສີ່ຫມື່ນສີພັນຄົນ
5
ຈາກຕະກູນຢູດາ
ມີຫມື່ນສອງພັນຄົນ
ຈາກຕະກູນຣູເບນ
ຫມື່ນສອງພັນຄົນ
ຈາກຕະກູນກາດ
ຫມື່ນສອງພັນຄົນ
6
ຈາກຕະກູນອາເຊີ
ຫມື່ນສອງພັນຄົນ
ຈາກຕະກູນເນັຟທາລີ
ຫມື່ນສອງພັນຄົນ
ຈາກຕະກູນມານັສເຊ
ຫມື່ນສອງພັນຄົນ
7
ຈາກຕະກູນຊີເມໂອນ
ຫມື່ນສອງພັນຄົນ
ຈາກຕະກູນເລວີ
ຫມື່ນສອງພັນຄົນ
ຈາກຕະກູນອິສຊາຄາ
ຫມື່ນສອງພັນຄົນ
8
ຈາກຕະກູນເຊບູລູນ
ຫມື່ອສອງພັນຄົນ
ຈາກຕະກູນໂຢເຊັບ
ຫມື່ອສອງພັນຄົນ
ຈາກຕະກູນເບັນຢາມີນ
ຫມື່ອສອງພັນຄົນ
ມວນຊົນຈາກທຸກປະຊາຊາດ
9
ຫລັງຈາກນັ້ນຂ້າພະເຈົ້າເບິ່ງ
ແລະດັ່ງນີ້,
ມີຝູງຄົນຫລວງຫລາຍເຫລືອຄະນານັບ
ມາຈາກທຸກປະເທດ
ທຸກຕະກູນ
ທຸກຊາດ
ແລະທຸກພາສາ
ຄົນເຫລົ່ານັ້ນນຸ່ງເຄື່ອງສີຂາວ
ຖືກ້ານຕານ
ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງແລະຕໍ່ພຣະພັກພຣະເມສານ້ອຍນັ້ນ
10 ຮ້ອງສຽງດັງວ່າ,
“ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ
ຜູ້ຊົງປະທັບເທິງພຣະຣາຊບັນລັງ
ແລະຂຶ້ນຢູ່ກັບພຣະເມສານ້ອຍ”
11 ແລະເທວະດາທັງປວງທີ່ຢືນອ້ອມພຣະຣາຊບັນລັງ
ອ້ອມອາວຸໂສ
ແລະອ້ອມສັດທັງສີ່ນັ້ນ
ກົ້ມລົງຕໍ່ຫນ້າພຣະຣາຊບັນລັງ
ນະມັສການພຣະເຈົ້າ
12 ໂດຍກ່າວວ່າ,
“ອາແມນ ຄວາມສັຣເສີນ
ສະງ່າຣາສີ
ສະຕິປັນຍາ
ຄຳໂມທະນາ ພຣະກຽດຕິຍົດ
ອຳນາດ
ແລະຣິດເດດ
ຈົ່ງມີແດ່ພຣະເຈົ້າຂອງພວກຂ້າພຣະອົງຕລອດໄປເປັນນິດ
ອາແມນ”
13 ແລ້ວຜູ້ນຶ່ງໃນພວກອາວຸໂສນັ້ນຖາມຂ້າພະເຈົ້າວ່າ,
“ຄົນທີ່ນຸ່ງເຄື່ອງສີຂາວເຫລົ່ານັ້ນແມ່ນໃຜ
ແລະມາແຕ່ໃສ”
14 ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ,
“ທ່ານເອີຍ,
ທ່ານກໍຊາບຢູ່ແລ້ວ”
ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ,
“ຄົນເຫລົ່ານີ້ແຫລະ,
ທີ່ມາຈາກຄວາມທຸກຂະເວທນາອັນໃຫຍ່
ເຂົາໄດ້ຊຳຮະລ້າງເສື້ອຜ້າຂອງເຂົາໃຫ້ຂາວສະອາດດ້ວຍພຣະໂລຫິດຂອງພຣະເມສານ້ອຍນັ້ນ
15 ເພາະເຫດນັ້ນເຂົາຈຶ່ງໄດ້ຢູ່ຕໍ່ຫນ້າພຣະຣາຊບັນລັງຂອງພຣະເຈົ້າ
ແລະປະຕິບັດພຣະອົງໃນພຣະວິຫານຂອງພຣະອົງທັງກາງເວັນແລະກາງຄືນ
ແລະພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ
ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງເຂົາ
16 ຕໍ່ໄປເຂົາຈະບໍ່ອຶດເຂົ້າຢາກນ້ຳອີກຈັກເທື່ອ
ແສງແດດແລະຄວາມຮ້ອນຢ່າງນຶ່ງຢ່າງໃດຈະບໍ່ສ່ອງຖືກເຂົາ
17 ເພາະວ່າພຣະເມສານ້ອຍ
ທີ່ປະທັບຢູ່ຖ້າມກາງພຣະຣາຊບັນລັງນັ້ນ
ຈະຊົງເປັນຜູ້ດູແລເຂົາແລະຈະຊົງນຳເຂົາໄປເຖິງນ້ຳພຸອັນປະກອບດ້ວຍຊີວິດ
ແລະພຣະເຈົ້າຈະຊົງເຊັດນ້ຳຕາທຸກຢົດຈາກຕາຂອງເຂົາ”
1
ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ເຈັດ
ຄວາມສງັດງຽບກໍເກີດຂຶ້ນໃນສວັນປະມານເຄິ່ງຊົ່ວໂມງ
2
ແລ້ວຂ້າພະເຈົ້າກໍເຫັນເທວະດາເຈັດຕົນທີ່ຢືນຢູ່ຕໍ່ພຣະພັກພຣະເຈົ້ານັ້ນ
ໄດ້ຮັບພຣະຣາຊທານແກ່ເຈັດອັນ
3
ມີເທວະດາອີກຕົນນຶ່ງຖືຫມໍ້ຄຳຫນ່ວຍນຶ່ງອອກມາຢືນຢູ່ຕໍ່ຫນ້າແທ່ນ
ໄດ້ຣັບພຣະຣາຊທານເຄື່ອງຫອມຈໍານວນຫລາຍ
ເພື່ອຈະຖວາຍຮ່ວມກັບຄຳໄຫວ້ວອນຂອງໄພ່ພົນທັງປວງຂອງພຣະເຈົ້າ
ເທິງແທ່ນຄຳທີ່ຢູ່ຕໍ່ຫນ້າພຣະຣາຊບັນລັງນັ້ນ
4
ແລະຄວັນເຄື່ອງຫອມນັ້ນກໍລອຍຂຶ້ນໄປ
ພ້ອມກັບຄຳໄຫວ້ວອນຂອງພວກໄພ່ພົນຂອງພຣະເຈົ້າ
ຈາກມືເທວະດາຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ
5
ແລ້ວເທວະດາຕົນນັ້ນໄດ້ຖືຫມໍ້ໄປເອົາໄຟຈາກແທ່ນໃສ່ໃຫ້ເຕັມ
ໂຍນຫມໍ້ນັ້ນລົງເທິງແຜ່ນດິນໂລກ
ກໍເກີດມີສຽງຟ້າຮ້ອງ
ສຽງຕ່າງໆ
ມີຟ້າແມບແລະແຜ່ນດິນຫວັ່ນໄຫວ
6
ແລະເທວະດາຕົນທີ່ຖືແກທັງເຈັດນັ້ນ
ຕ່າງກໍຕຽມພ້ອມທີ່ຈະເປົ່າ
7
ເມື່ອເທວະດາຕົນແຣກເປົ່າແກຂຶ້ນ
ຫມາກເຫັບແລະໄຟປົນເລືອດຖືກຖິ້ມລົງມາຍັງແຜ່ນດິນ
ແຜ່ນດິນໂລກຖືກໄຫມ້ເສັຽນຶ່ງສ່ວນສາມ
ຕົ້ນໄມ້ກໍຖືກໄມ້ເສັຽນຶ່ງສ່ວນສາມ
ແລະຫຍ້າຂຽວສົດຖືກໄຫມ້ເສັຽທັງຫມົດ
8
ເມື່ອເທວະດາຕົນທີ່ສອງເປົ່າແກຂຶ້ນ
ກໍມີສິ່ງນຶ່ງເຫມືອນພູຫນ່ວຍໃຫຍ່ທີ່ໄຟກຳລັງໄຫມ້ຢູ່
ຖືກຖິ້ມລົງໃນທະເລ
ແລະທະເລນັ້ນໄດ້ກາຍເປັນເລືອດເສັຽນຶ່ງສ່ວນສາມ
9
ສາຣະພັດໃນທະເລທີ່ມີຊີວິດຢູ່ກໍຕາຍເສັຽນຶ່ງສ່ວນສາມ
ແລະບັນດາເຮືອສະເພົາກໍຖືກທຳລາຍເສັຽນຶ່ງສ່ວນສາມ
10 ເມື່ອເທວະດາຕົນທີ່ສາມເປົ່າແກຂຶ້ນ
ກໍມີດາວໃຫຍ່ດວງນຶ່ງລຸກເປັນໄຟເຫມືອນກະບອງຕົກຈາກທ້ອງຟ້າ
ດາວນັ້ນຕົກໃສ່ແມ່ນ້ຳນຶ່ງສ່ວນສາມ
ແລະຕົກໃສ່ນ້ຳພຸທັງຫລາຍ
11 ດາວດວງນີ້ມີຊື່ວ່າ
ອັບຊິນໂຕ ຣົດຂອງນ້ຳຈຶ່ງກາຍເປັນຣົດຂົມນຶ່ງສ່ວນສາມ
ແລະຄົນຈຳນວນຫລວງຫລາຍໄດ້ຕາຍເພາະນ້ຳນັ້ນມີຣົດຂົມ
12 ເມື່ອເທວະດາຕົນທີ່ສີ່ເປົ່າແກຂຶ້ນ
ດວງອາທິດກໍຖືກທຳລາຍເສັຽນຶ່ງສ່ວນສາມ
ດວງຈັນແລະດວງດາວທັງຫລາຍກໍເຫມືອນກັນ
ຈຶ່ງມືດໄປເຖິງນຶ່ງສ່ວນສາມ
ກາງເວັນບໍ່ສວ່າງນຶ່ງສ່ວນສາມ
ແລະກາງຄືນກໍເຫມືອນກັນ
13 ແລ້ວຂ້າພະເຈົ້າກໍເບິ່ງ
ແລະໄດ້ຍິນນົກອິນຊີໂຕນຶ່ງທີ່ບິນຢູ່ໃນທ້ອງຟ້າ
ຮ້ອງດັງຂຶ້ນວ່າ,
“ວິບັດ
ວິບັດ
ວິບັດຈະມີແກ່ຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກ
ເພາະສຽງແກທີ່ເຫລືອ
ຊຶ່ງເທວະດາສາມຕົນຈວນຈະເປົ່ານັ້ນ”
1
ເມື່ອເທວະດາຕົນທີ່ຫ້າເປົ່າແກຂຶ້ນ
ຂ້າພະເຈົ້າກໍເຫັນດາວດວງນຶ່ງຕົກຈາກຟ້າລົງມາຍັງແຜ່ນດິນໂລກ
ໄດ້ຮັບພຣະຣາຊທານຂໍກະແຈສຳລັບປ່ອງເຫວເລິກ
2
ເມື່ອດາວດວງນັ້ນໄຂປ່ອງເຫວອອກ
ກໍມີຄວັນພຸ່ງຂຶ້ນມາຈາກເຫວນັ້ນເຫມືອນຄວັນທີ່ເຕົາໃຫຍ່
ດວງອາທິດແລະອາກາດກໍມືດໄປເພາະເຫດຄວັນທີ່ຂຶ້ນມາຈາກເຫວນັ້ນ
3
ມີຝູງຕັກແຕນບິນອອກຈາກຄວັນນັ້ນມາຍັງແຜ່ນດິນໂລກ
ພຣະເຈົ້າຊົງພຣະຣາຊທານອຳນາດແກ່ຕັກແຕນນັ້ນ
ເຫມືອນກັບອຳນາດແມງງອດທີ່ແຜ່ນດິນໂລກ
4
ພຣະເຈົ້າຊົງຫ້າມມັນບໍ່ໃຫ້ທຳຮ້າຍຫຍ້າເທິງແຜ່ນດິນໂລກ
ສິ່ງຂຽວສົດຫລືຕົ້ນໄມ້ໃດໆ
ແຕ່ໃຫ້ທຳຮ້າຍຄົນເຫລົ່ານັ້ນທີ່ບໍ່ມີປະທັບຕາຂອງພຣະເຈົ້າທີ່ຫນ້າຜາກຂອງເຂົາເທົ່ານັ້ນ
5
ພຣະອົງບໍ່ຊົງອະນຸຍາດໃຫ້ມັນຂ້າຄົນເຫລົ່ານັ້ນ
ແຕ່ໃຫ້ທໍຣະມານເຂົາໃນລະຫວ່າງຫ້າເດືອນ
ການທໍຣະມານນັ້ນເຫມືອນກັບແມງງອດຕອດ
6
ໃນລະຫວ່າງນັ້ນຄົນທັງຫລາຍຈະສແວງຫາຄວາມຕາຍ
ແຕ່ຈະບໍ່ພົບຈັກເທື່ອ
ເຂົາປາຖນາຈະຕາຍ
ແຕ່ຄວາມຕາຍຈະປົບຫນີໄປຈາກເຂົາ
7
ລັກສະນະອາການຕັກແຕນເຫລົ່ານັ້ນເຫມືອນມ້າທີ່ຫ້າງໄວ້ແລ້ວສຳລັບການເສິກ
ເທິງຫົວມັນມີສິ່ງນຶ່ງເຫມືອນພວງມາລັຍຄຳ
ຫນ້າຂອງມັນເຫມືອນຫນ້າມະນຸດ
8
ຜົມມັນເຫມືອນຜົມຜູ້ຍິງ
ແລະແຂ້ວມັນເຫມືອນແຂ້ວສິງ
9
ມັນມີສິ່ງນຶ່ງເຫມືອນເຄື່ອງເຫລັກປ້ອງກັນຫນ້າເອິກ
ສຽງປີກຂອງມັນເຫມືອນສຽງຣົດທຽມມ້າຈຳນວນຫລາຍແລ່ນເຂົ້າຮົບເສິກ
10 ມັນມີຫາງເຫມືອນຫາງແມງງອດ
ມີໄລຕອດໃນຫາງນັ້ນ
ມັນມີອຳນາດທີ່ຈະທຳຮ້າຍມະນຸດ
ຕລອດຫ້າເດືອນ
11 ມັນມີກະສັດອົງນຶ່ງຄຸ້ມຄອງ
ກະສັດນັ້ນຄືບໍຣິວານຂອງເຫວເລິກນັ້ນ
ບໍຣິວານນັ້ນຕາມພາສາເຣັບເຣີເອີ້ນວ່າ
ອາໂປລີໂອນ
12 ວິບັດອັນຕົ້ນຜ່ານໄປແລ້ວ
ເບິ່ງແມ໋, ຍັງຈະມີວິບັດສອງປະການທີ່ຈະເກີດຂຶ້ນໃນພາຍຫນ້າ
13 ເມື່ອເທວະດາຕົນທີ່ຫົກເປົ່າແກຂຶ້ນ
ຂ້າພະເຈົ້າໄດ້ຍິນສຽງອອກມາຈາກຮູບເຂົາທີ່ແຈທັງສີ່ຂອງແທ່ນຄຳ
ຊຶ່ງຢູ່ຕໍ່ພຣະພັກພຣະເຈົ້ານັ້ນ
14 ສັ່ງແກ່ເທວະດາຕົນທີ່ຫົກທີ່ຖືແກນັ້ນວ່າ,
“ຈົ່ງແກ້ປ່ອຍເທວະດາທັງສີ່
ຊຶ່ງຖືກມັດໄວ້ທີ່ແມ່ນ້ຳເອີຟຣາດນັ້ນເສັຽ”
15 ເທວະດາເຫລົ່ານັ້ນຖືກປ່ອຍໄປແລ້ວ
ຄືເທວະດາທັງສີ່ທີ່ພຣະເຈົ້າຊົງຈັດໄວ້ແລ້ວສຳລັບຊົ່ວໂມງ
ວັນ ເດືອນ
ແລະປີນັ້ນ
ເພື່ອໄປຂ້າມະນຸດນຶ່ງສ່ວນສາມເສັຽ
16 ມີພົນທະຫານມ້າສອງຮ້ອຍລ້ານຄົນ
ຕາມຈຳນວນທີ່ຂ້າພະເຈົ້າໄດ້ຍິນ
17 ໃນນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນກໍເປັນດັ່ງນີ້
ມີຝູງມ້າ ແລະຜູ້ທີ່ຂີ່ມ້ານັ້ນມີເຄື່ອງປ້ອງກັນເອິກເປັນສີໄຟ
ສີນ້ຳເງິນ
ແລະມີມາດ
ຫົວມ້າເຫລົ່ານັ້ນເຫມືອນຫົວສິງ
ມີໄຟແລະຄວັນກັບມາດພຸ່ງອອກມາຈາກປາກມັນ
18 ມະນຸດຖືກຂ້າເສັຽນຶ່ງສ່ວນສາມດ້ວຍພັຍອັນຕະຣາຍສາມຢ່າງນີ້ຄື
ໄຟ ຄວັນ
ແລະມາດ
ທີ່ພຸ່ງອອກມາຈາກປາກມ້ານັ້ນ
19 ເພາະຣິດຂອງມ້ານັ້ນມີຢູ່ໃນປາກ
ແລະໃນຫາງຂອງມັນຄືກັບງູ
ແລະມີຫົວ
ສິ່ງເຫລົ່ານີ້ເຂົາໃຊ້ທຳຮ້າຍມະນຸດໄດ້
20 ສ່ວນມະນຸດທັງຫລາຍທີ່ຍັງເຫລືອຢູ່
ຊຶ່ງບໍ່ໄດ້ຖືກຂ້າດ້ວຍໄພອັນຕະຣາຍເຫລົ່ານັ້ນ
ກໍບໍ່ໄດ້ກັບໃຈເສັຽໃຫມ່ຈາກກິຈການທີ່ຕົນໄດ້ເຮັດ
ບໍ່ໄດ້ເລີກບູຊາຜີ
ບູຊາພຣະທຽມທີ່ເຮັດດ້ວຍຄຳ
ເງິນ
ທອງເຫລືອງ ດ້ວຍຫີນແລະໄມ້
ຊຶ່ງບໍ່ສາມາດຈະເຫັນ
ຈະໄດ້ຍິນ
ຫລືຈະຍ່າງໄປໄດ້
21 ເຂົາບໍ່ໄດ້ກັບໃຈເສັຽໃຫມ່
ເລີກຈາກການຂ້າຟັນກັນ
ການເຊື່ອເວດມົນຄາຖາ
ການຜິດຊາຍຍິງ
ແລະການລັກຂອງຕົນ
1
ຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດອີກຕົນນຶ່ງລົງມາຈາກສວັນ
ມີເມກປົກຄຸມຕົວໄວ້ແລະມີຮຸ້ງກິນນ້ຳຢູ່ເທິງຫົວ
ຫນ້າຂອງທ່ານເຫມືອນດວງອາທິດແລະຂາກໍເຫມືອນເຕົາໄຟ
2
ທ່ານຖືຫນັງສືມ້ວນນ້ອຍນຶ່ງມ້ວນທີ່ພືຢູ່ໃນມື
ຕີນເບື້ອງຂວາຢຽບນ້ຳທະເລແລະຕີນເບື້ອງຊ້າຍຢຽບບົກ
3
ທ່ານຮ້ອງດັງເຫມືອນດັ່ງສິງຮ້ອງ
ເມື່ອທ່ານຮ້ອງ
ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ
4
ເມື່ອສຽງຟ້າຮ້ອງທັງເຈັດດັງຂຶ້ນແລ້ວ
ຂ້າພະເຈົ້າກໍລົງມືຈະຂຽນ
ແຕ່ຂ້າພະເຈົ້າໄດ້ຍິນພຣະສຸຣະສຽງຈາກສວັນຊົງກ່າວວ່າ,
“ສິ່ງທີ່ຟ້າຮ້ອງທັງເຈັດໄດ້ຮ້ອງແລ້ວນັ້ນ
ຈົ່ງປະທັບຕາອັດໄວ້
ຢ່າໄດ້ຂຽນ”
5
ຝ່າຍເທວະດາຕົນທີ່ຂ້າພະເຈົ້າໄດ້ເຫັນຢືນເທິງທະເລແລະເທິງບົກນັ້ນໄດ້ຍໍມືຂວາຂຶ້ນໃສ່ຟ້າ
6
ແລະສາບານໂດຍອ້າງອອກພຣະນາມຂອງພຣະອົງຜູ້ຊົງຢູ່ເປັນນິດ
ຜູ້ຊົງສ້າງຟ້າສວັນແລະສັພສິ່ງທີ່ຢູ່ໃນສວັນນັ້ນ
ຊົງສ້າງແຜ່ນດິນໂລກແລະສັພສິ່ງທີ່ມີຢູ່ໃນແຜ່ນດິນໂລກນັ້ນ
ແລະຊົງສ້າງທະເລກັບສັພສິ່ງທິ່ມີຢູ່ໃນທະເລນັ້ນ
ວ່າຈະບໍ່ມີການຊ້ານານອີກຕໍ່ໄປແລ້ວ
7
ແຕ່ໃນເວລາເທວະດາຕົນທີ່ເຈັດອອກສຽງ
ຄືເວລາເປົ່າແກນັ້ນ
ຄວາມເລິກລັບຂອງພຣະເຈົ້າ
ທີ່ພຣະອົງໄດ້ຊົງປະກາດເປັນຂ່າວປະເສີດແກ່ພວກຂ້ອຍໃຊ້ຂອງພຣະອົງຄືພວກຜູ້ທຳນວາຍນັ້ນກໍຈະສຳເຣັດ
8
ແລ້ວພຣະສຸຣະສຽງທີ່ຂ້າພະເຈົ້າໄດ້ຍິນຈາກສວັນນັ້ນຊົງກ່າວກັບຂ້າພະເຈົ້າອີກວ່າ,
“ຈົ່ງໄປຮັບເອົາຫນັງສືມ້ວນນັ້ນ
ທີ່ພືຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລແລະເທິງບົກນັ້ນ”
9
ຂ້າພະເຈົ້າຈຶ່ງໄປຫາເທວະດາຕົນນັ້ນ
ແລະຂໍເອົາຫນັງສືມ້ວນນ້ອຍນັ້ນ
ທ່ານໄດ້ຕອບຂ້າພະເຈົ້າວ່າ,
“ເອົາໄປກິນເສັຽ
ມັນຈະເຮັດໃຫ້ທ້ອງເຈົ້າຂົມ
ແຕ່ໃນປາກຂອງເຈົ້າຈະຫວານເຫມືອນນ້ຳເຜິ້ງ”
10 ຂ້າພະເຈົ້າໄດ້ຮັບເອົາຫນັງສືມ້ວນນ້ອຍຈາກມືເທວະດາແລ້ວກໍກິນເສັຽ
ໃນປາກຂ້າພະເຈົ້າມັນກໍຫວານເຫມືອນນ້ຳເຜິ້ງ
ແຕ່ເມື່ອກິນແລ້ວທ້ອງຂອງຂ້າພະເຈົ້າກໍຂົມ
11 ແລ້ວຂ້າພະເຈົ້າໄດ້ຮັບສັ່ງວ່າ,
“ເຈົ້າຕ້ອງທຳນວາຍອີກເຖິງເຣື່ອງຊົນຊາດທັງຫລາຍ
ບັນດາປະຊາຊາດ
ພາສາ ແລະກະສັດທັງຫລາຍ”
1
ມີຜູ້ນຶ່ງໄດ້ເອົາໄມ້ແທກອັນນຶ່ງເຫມືອນໄມ້ຄ້ອນເທົ້າໃຫ້ຂ້າພະເຈົ້າ
ແລ້ວສັ່ງວ່າ,
“ຈົ່ງລຸກຂຶ້ນໄປແທກພຣະວິຫານຂອງພຣະເຈົ້າກັບແທ່ນບູຊາ
ແລະນັບຈຳນວນຄົນທັງຫລາຍທີ່ນະມັສການຢູ່ທີ່ນັ້ນ
2
ແຕ່ບໍຣິເວນຂ້າງນອກພຣະວິຫານນັ້ນຈົ່ງເວັ້ນເສັຽ
ຢ່າໄດ້ແທກ
ເພາະວ່າບ່ອນນັ້ນໄດ້ຊົງມອບໃຫ້ຄົນຕ່າງຊາດແລ້ວ
ເຂົາຈະຢຽບຢ່ຳນະຄອນສັກສິດໃນລະຫວ່າງສີ່ສິບສອງເດືອນ
3
ເຮົາຈະອະນຸຍາດໃຫ້ພຍານທັງສອງຂອງເຮົາ
ແລະເຂົາຈະນຸ່ງຫົ່ມຜ້າຫຍາບ
ແລະປະກາດພຣະທັມໄປຕລອດພັນສອງຮ້ອຍຫົກສິບວັນ”
4
ພຍານທັງສອງນັ້ນຄືຕົ້ນຫມາກກອກເທດສອງຕົ້ນ
ແລະເຄື່ອງຮອງຕີນໂຄມສອງອັນທີ່ຕັ້ງຢູ່ພຣະພັກພຣະຜູ້ເປັນເຈົ້າຂອງແຜ່ນດິນໂລກ
5
ຖ້າຜູ້ໃດຢາກທຳຮ້າຍພຍານທັງສອງນັ້ນ
ໄຟກໍຈະພຸ່ງອອກຈາກປາກຂອງເຂົາເຜົາຜານສັດຕຣູນັ້ນເສັຽ
ແມ່ນແລ້ວ, ຖ້າຜູ້ໃດຢາກທໍາຮ້າຍເຂົາ
ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ
6
ຝ່າຍພຍານທັງສອງນັ້ນມີສິດອຳນາດອັດທ້ອງຟ້າໄວ້
ເພື່ອບໍ່ໃຫ້ຝົນຕົກໃນລະຫວ່າງວັນເຫລົ່ານັ້ນ
ທີ່ເຂົາກຳລັງປະກາດພຣະທັມ
ແລະມີສິດອຳນາດໃຫ້ນ້ຳກາຍເປັນເລືອດໄດ້
ທັງມີສິດອຳນາດບັນດານໃຫ້ໄພອັນຕະຣາຍທຸກຢ່າງທໍຣະມານແຜ່ນດິນໂລກໄດ້ທຸກເວລາຕາມຄວາມປາຖນາ
7
ເມື່ອການພຍານຂອງເຂົາສິ້ນສຸດແລ້ວ
ສັດຮ້າຍທີ່ຂຶ້ນມາຈາກເຫວເລິກນັ້ນ
ກໍຈະສູ້ຮົບກັບເຂົາຈະຊະນະເຂົາ
ແລະຈະຂ້າເຂົາເສັຽ
8
ແລະສົບຂອງເຂົາຈະຢູ່ທີ່ຖນົນໃນມະຫານະຄອນນັ້ນ
ຊຶ່ງຕາມຄວາມປຽບທຽບເອີ້ນວ່າເມືອງໂຊໂດມແລະເອຢິບ
ອັນເປັນເມືອງທີ່ອົງພຣະຜູ້ເປັນເຈົ້າຂອງເຂົາຊົງຖືກຄຶງໄວ້ທີ່ໄມ້ກາງແຂນ
9
ຄົນຫລາຍຊາດ
ຫລາຍຕະກູນ
ຫລາຍພາສາ
ແລະຫລາຍປະເທດ
ຈະເປັນສົບຂອງເຂົາຕລອດສາມວັນເຄິ່ງ
ແລະຈະບໍ່ຍອມໃຫ້ເອົາສົບເຫລົ່ານັ້ນບັນຈຸໄວ້ໃນອຸບໂມງ
10 ແລະບັນດາຊາວໂລກຈະຊົມຊື່ນຍິນດີເພາະເຂົາ
ຈະສນຸກມ່ວນຊື່ນ
ຈະໃຫ້ຂອງຂວັນຊຶ່ງກັນແລະກັນ
ເພາະຜູ້ປະກາດພຣະທັມທັງສອງນີ້ໄດ້ທໍຣະມານຊາວໂລກທັງຫລາຍ
11 ເມື່ອສາມວັນເຄິ່ງຜ່ານພົ້ນໄປແລ້ວ
ລົມຊີວິດຊຶ່ງມາຈາກພຣະເຈົ້າໄດ້ເຂົ້າໃນສົບຂອງເຂົາ
ເຂົາກໍລຸກຢືນຂຶ້ນ
ແລະຄົນທັງຫລາຍທີ່ໄດ້ເຫັນເຂົາກໍມີຄວາມຢ້ານກົວຢ່າງໃຫຍ່ຫລວງ
12 ຄົນເຫລົ່ານັ້ນໄດ້ຍິນພຣະສຸຣະສຽງດັງມາຈາກສວັນ
ຊົງກ່າວແກ່ເຂົາວ່າ,
“ຈົ່ງຂຶ້ນມາທີ່ນີ້”
ແລະພວກສັດຕຣູກໍໄດ້ເຫັນເຂົາຂຶ້ນເມືອໃນເມກເຂົ້າສູ່ສວັນ
13 ໃນເວລາໂມງນັ້ນບັງເກີດແຜ່ນດິນໄຫວຢ່າງໃຫຍ່
ແລະນຶ່ງສ່ວນສິບຂອງນະຄອນນັ້ນກໍເພພັງລົງ
ຈຳນວນຄົນຕາຍເພາະແຜ່ນດິນໄຫວນັ້ນມີເຈັດພັນຄົນ
ແລະຄົນທີ່ຍັງເຫລືອຢູ່ກໍເກີດມີຄວາມຢ້ານຢ່າງໃຫຍ່ຫລວງ
ຈຶ່ງພາກັນຖວາຍພຣະກຽດແດ່ພຣະເຈົ້າແຫ່ງສວັນ
14 ວິບັດຖ້ວນສອງກໍຜ່ານໄປແລ້ວ
ເບິ່ງແມ໋,
ວິບັດຖ້ວນສາມກໍຈະມາເຖິງໃນໄວໆນີ້ແຫລະ
ແກ ທີ່
ເຈັດ
15 ເມື່ອເທວະດາຕົນທີ່ເຈັດໄດ້ເປົ່າແກຂຶ້ນແລ້ວ
ມີຫລາຍສຽງໃນສວັນກ່າວດັງຂຶ້ນວ່າ,
“ຣາຊອານາຈັກແຫ່ງພິພົບນີ້
ໄດ້ກາຍເປັນກຳມະສິດແຫ່ງອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ
ແລະເປັນຂອງພຣະຄຣິດຂອງພຣະອົງ ພຣະອົງຈະຊົງສເວີຍຣາດຕລອດໄປເປັນນິດ”
16 ສ່ວນອະວຸໂສຊາວສີ່ທ່ານນັ້ນ
ຊຶ່ງນັ່ງຢູ່ທີ່ບັນລັງຂອງຕົນຕໍ່ພຣະພັກພຣະເຈົ້າ
ກໍຫມູບລົງນະມັສການພຣະເຈົ້າ
ກາບທູນວ່າ,
17 “ຂ້າແດ່ອົງພຣະຜູ້ເປັນເຈົ້າ
ຜູ້ຊົງຣິດທານຸພາບສູງສຸດ
ຜູ້ຊົງດຳຣົງຢູ່ໃນປັດຈຸບັນນີ້
ແລະໄດ້ຊົງດຳຣົງຢູ່ໃນຄາວກ່ອນ
ພວກຂ້າພຣະອົງໂມທະນາພຣະເດດພຣະຄຸນຂອງພຣະອົງ
ເພາະພຣະອົງໄດ້ຊົງໃຊ້ຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ
ຈຶ່ງໄດ້ຊົງຕັ້ງຕົ້ນສເວີຍຣາດແຜ່ນດິນໂລກ
18 ຝ່າຍນາໆຊາດກໍມີຄວາມເຄືອງແຄ້ນ
ແຕ່ພຣະພິໂຣດຂອງພຣະອົງກໍມາເຖິງແລ້ວ
ເຖິງເວລາທີ່ຈະຊົງປະທານຮາງວັນ
ແກ່ພວກຂ້ອຍໃຊ້ຂອງພຣະອົງ
ຄືພວກຜູ້ປະກາດພຣະທັມແລະພວກໄພ່ພົນຂອງພຣະອົງ
ແລະແກ່ທຸກຄົນທີ່ຢຳເກງພຣະນາມຂອງພຣະອົງ
ທັງຜູ້ນ້ອຍແລະຜູ້ໃຫຍ່
ແລະເຖິງເວລາແລ້ວທີ່ພຣະອົງຈະຊົງທຳລາຍພວກຄົນທີ່ທຳລາຍແຜ່ນດິນໂລກ”
19 ແລ້ວພຣະວິຫານຂອງພຣະເຈົ້າໃນມະຫາສວັນກໍໄຂອອກ
ໃນພຣະວິຫານນັ້ນກໍເຫັນມີຫີບພຣະສັນຍາຂອງພຣະອົງ
ແລ້ວກໍບັງເກີດມີຟ້າແມບ
ສຽງຕ່າງໆກັບຟ້າຮ້ອງ
ແຜ່ນດິນໄຫວ
ທັງຫມາກເຫັບຢ່າງຫລວງຫລາຍ
1
ມີຫມາຍສຳຄັນອັນໃຫຍ່ປາກົດໃນສວັນ
ຄືຜູ້ຍິງຄົນນຶ່ງມີດວງອາທິດຄຸມຕົວເຫມືອນອາພອນ
ມີດວງຈັນຢູ່ໃຕ້ຕີນ
ມີດາວສິບສອງດວງຢູ່ເທິງຫົວເຫມືອນພວງມາລັຍ
2
ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່
ກຳລັງຈະເກີດລູກ
3
ມີຫມາຍສຳຄັນອີກຢ່າງນຶ່ງປາກົດໃນສວັນດັ່ງນີ້
ມີພຍານາກໃຫຍ່ສີແດງໂຕນຶ່ງ
ມີເຈັດຫົວ
ສິບເຂົາ
ຢູ່ເທິງຫົວນັ້ນມີມົງກຸດເຈັດອັນ
4
ຫາງພຍານາກໄດ້ຟາດດວງດາວໃນທ້ອງຟ້ານຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ
ແລະພຍານາກໂຕນັ້ນຢືນຢູ່ຕໍ່ຫນ້າຜູ້ທີ່ຈວນຈະເກີດລູກ
ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ
5
ຜູ້ຍິງນັ້ນໄດ້ເກີດລູກຊາຍ
ຜູ້ຊຶ່ງຈະປົກຄອງປະຊາຊາດທັງປວງດ້ວຍຄ້ອນເຫລັກ
ແລະລູກນັ້ນໄດ້ຖືກຊົງຍົກຂຶ້ນເມືອເຖິງພຣະເຈົ້າ
ແລະເຖິງພຣະຣາຊບັນລັງຂອງພຣະອົງ
6
ຝ່າຍຍິງນັ້ນໄດ້ຫນີເຂົ້າໄປອາໄສຢູ່ໃນປ່າ
ທີ່ນາງມີບ່ອນຢູ່
ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມໄວ້ໃຫ້ເພື່ອນາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນລະຫວ່າງພັນສອງຮ້ອຍຫົກສິບວັນ
7
ຂນະນັ້ນໄດ້ເກີດສົງຄາມຂຶ້ນໃນຟ້າສວັນ
ມີຄາເອນກັບເທພບໍຣິວານຂອງຕົນໄດ້ສູ້ຮົບກັບພຍານາກ
ພຍານາກກັບບໍຣິວານຂອງມັນກໍຕໍ່ສູ້
8
ແຕ່ຝ່າຍພຍານາກບໍ່ອາດຊັຍຊະນະໄດ້
ແລະພວກພຍານາກຈຶ່ງບໍ່ມີບ່ອນຢູ່ໃນສວັນຕໍ່ໄປອີກ
9
ພຍານາກໃຫຍ່ຊຶ່ງເປັນງູແຕ່ເດິກດຳບັນທີ່ເຂົາເອີ້ນວ່າ
ເດັຽໂບໂລ
ແລະ
ຊາຕານ
ຜູ້ຫລອກລວງມະນຸດທັງໂລກ
ກໍຖືກຊັດຖິ້ມລົງເສັຽ
ພຍານາກກັບບໍຣິວານຂອງມັນກໍຖືກຖິ້ມລົງເທິງແຜ່ນດິນໂລກ
10 ແລະຂ້າພະເຈົ້າໄດ້ຍິນສຽງດັງຂຶ້ນໃນສວັນວ່າ,
“ບັດນີ້ຄວາມລອດພົ້ນ
ຣິດເດດ
ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍກັບທັງອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ
ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາຕໍ່
ພຣະພັກພຣະເຈົ້າຂອງເຮົາທັງກາງເວັນແລະກາງຄືນ
ກໍໄດ້ຖືກຖິ້ມລົງເສັຽແລ້ວ
11 ເຂົາເຫລົ່ານັ້ນໄດ້ຊະນະພຍານາກດ້ວຍພຣະໂລຫິດຂອງພຣະເມສານ້ອຍ
ແລະເພາະຄໍາພຍານຂອງເຂົາເອງ
ເພາະເຖິງແມ່ນວ່າເຂົາຈະຕາຍກໍບໍ່ເສັຽດາຍຊີວິດຂອງຕົນ
12 ເພາະເຫດນັ້ນແຫລະ,
ສວັນກັບບັນດາຜູ້ທີ່ຢູ່ໃນສວັນ
ຈຶ່ງຊົມຊື່ນຍິນດີ
ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນ້ຳທະເລ
ເພາະວ່າມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່
ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ”
13 ເມື່ອພຍານາກນັ້ນເຫັນວ່າຕົນຖືກຖິ້ມລົງເທິງແຜ່ນດິນໂລກແລ້ວ
ມັນກໍໄລ່ຕິດຕາມຍິງທີ່ເກີດລູກຜູ້ຊາຍນັ້ນ
14 ແຕ່ພຣະເຈົ້າໄດ້ຊົງປະທານປີກນົກອິນຊີໃຫຍ່ສອງປີກໃຫ້ແກ່ຍິງນັ້ນ
ເພື່ອໃຫ້ນາງບິນຫນີຈາກຫນ້າງູນັ້ນເຂົ້າໄປໃນປ່າ
ເຖິງບ່ອນທີ່ນາງຈະໄດ້ຮັບການລ້ຽງດູໃນຊົ່ວເວລານຶ່ງ
ສອງເວລາ
ກັບເຄິ່ງເວລາ
15 ງູນັ້ນໄດ້ພົ່ນນ້ຳອອກຈາກປາກເຫມືອນແມ່ນ້ຳໄຫລຕາມຍິງນັ້ນເພື່ອຈະໃຫ້ພັດຍິງນັ້ນໄປ
16 ແຕ່ແຜ່ນດິນໄດ້ຊ່ອຍຍິງນັ້ນໄວ້
ໂດຍໄດ້ຍະຊ່ອງຮັບກືນເອົານ້ຳທີ່ພຍານາກໄດ້ພົ່ນອອກມານັ້ນ
17 ຝ່າຍພຍານາກກໍຄຽດແຄ້ນຍິງນັ້ນ
ຈຶ່ງອອກໄປສູ້ຮົບກັບເຊື້ອສາຍຂອງຍິງນັ້ນທີ່ເຫລືອຢູ່
ຄືພວກທີ່ຖືຮັກສາຂໍ້ບັນຍັດຂອງພຣະເຈົ້າ
ແລະທີ່ຍຶດຖືຄຳພຍານຝ່າຍພຣະເຢຊູ
ມັນໄດ້ຢືນຢູ່ທີ່ຫາດຊາຍທະເລ
1
ແລະຂ້າພະເຈົ້າໄດ້ເຫັນສັດຣ້າຍໂຕນຶ່ງຂຶ້ນມາຈາກທະເລ
ມີສິບເຂົາເຈັດຫົວທີ່ເຂົາທັງສິບມີມົງກຸດສິບອັນ
ແລະທີ່ຫົວທັງເຈັດນັ້ນມີຊື່ເປັນຄຳຫມິ່ນປມາດ
2
ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ
ໂຕເຫມືອນເສືອດາວ
ຕີນເຫມືອນຕີນຫມີ
ແລະປາກເຫມືອນປາກສິງ
ພຍານາກໄດ້ໃຫ້ຣິດເດດແລະບັນລັງກັບອຳນາດອັນໃຫຍ່ຫລວງຂອງຕົນແກ່ສັດຮ້າຍນັ້ນ
3
ຫົວຂອງສັດຮ້າຍນັ້ນຫົວນຶ່ງປະກົດເໝືອນກັບວ່າຖືກຟັນເຖິງຕາຍແລ້ວ
ແຕ່ບາດແຜອັນໜ້າຈະຕາຍນັ້ນໄດ້ຖືກປົວໃຫ້ດີແລ້ວ
ຄົນທັງໂລກໄດ້ຕິດຕາມສັດຮ້າຍນັ້ນໄປດ້ວຍຄວາມອັສຈັນໃຈ
4
ເຂົາບູຊາພຍານາກເພາະມັນໄດ້ໃຫ້ອຳນາດແກ່ສັດຮ້າຍນັ້ນ
ແລະເຂົາໄດ້ບູຊາສັດຮ້າຍນັ້ນໂດຍກ່າວວ່າ,
“ໃຜຈະປຽບປານກັບສັດນີ້ໄດ້
ແລະໃຜຈະສາມາດສູ້ຮົບກັບສັດນີ້ໄດ້.”
5
ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີປາກເວົ້າຄຳຈອງຫອງແລະໝິ່ນປມາດ
ແລະຊົງຍອມໃຫ້ມັນມີອຳນາດເຮັດຢ່າງນັ້ນຕລອດສີ່ສິບສອງເດືອນ
6
ມັນຕັ້ງຕົ້ນກ່າວຄຳໝິ່ນປມາດພຣະເຈົ້າ,
ຕໍ່ພຣະນາມຂອງພຣະອົງ,
ຕໍ່ສະຖານທີ່ສະຖິດຂອງພຣະອົງ,
ແລະຕໍ່ຜູ້ທີ່ຢູ່ໃນສວັນ
7
ແລະໄດ້ຊົງຍອມໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າແລະຊະນະເຂົາ
ຍັງຊົງປະທານໃຫ້ມັນມີອຳນາດເໜືອຊົນທຸກກະກຸນ,
ທຸກຊາດ,
ທຸກພາສາ,
ແລະທຸກປະເທດ
8
ບັນດາຄົນທັງປວງທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ
ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ
ຕັ້ງແຕ່ຊົງສ້າງໂລກຄືທະບຽນຂອງພຣະເມສານ້ອຍທີ່ຊົງຖືກຂ້າເສັຽນັ້ນ
9
ຖ້າຜູ້ໃດມີຫູ
ຈົ່ງຟັງເອົາເທີນ
10 “ຜູ້ໃດທີ່ກຳນົດໄວ້ໃຫ້ໄປເປັນຊະເລີຍ ຜູ້ນັ້ນກໍຈະຕ້ອງໄປເປັນຊະເລີຍ ຜູ້ໃດທີ່ກຳນົດໄວ້ໃຫ້ຕາຍດ້ວຍດາບ ຜູ້ນັ້ນກໍຈະຕ້ອງຖືກຂ້າດ້ວຍດາບ” ນີ້ແຫລະ, ຄືຄວາມອົດທົນແລະຄວາມເຊື່ອທີ່ພວກໄພ່ພົນ