| Philemon ພຣະທັມ |
|
![]() |
|
ຈົດຫມາຍຂອງໂປໂລ
ທີ່ມີໄປເຖິງ
ຟີເລໂມນ
1.
1
ໂປໂລ
ຜູ້ຖືກຈຳຈອງຢູ່ເພາະພຣະເຢຊູຄຣິດ
ແລະຕີໂມທຽວນ້ອງຂອງເຮົາ
2
ເຖິງ
ຟີເລໂມນ
ເພື່ອນຮ່ວມງານທີ່ຮັກຂອງເຮົາ
ກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ
ແລະອັບເຟັຽນ້ອງສາວ
ແລະກັບອາຂີໂປ
ຜູ້ເປັນເພື່ອນທະຫານດ້ວຍກັນກັບເຮົາ
3
ຂໍພຣະຄຸນ
ແລະສັນຕິສຸກ
ຈາກພຣະບິດາເຈົ້າຂອງເຮົາທັງຫລາຍ
ແລະຈາກພຣະເຢຊູຄຣິດເຈົ້າ
ຈົ່ງມີຢູ່ກັບເຈົ້າທັງຫລາຍເທີນ
ຄວາມຮັກ
ແລະຄວາມເຊື່ອຂອງຟີເລໂມນ
4
ຟີເລໂມນເອີຍ
ເຮົາຂອບພຣະຄຸນພຣະຜູ້ເປັນເຈົ້າຂອງເຮົາຢູ່ສເມີ
ໄດ້ລະນຶກເຖິງເຈົ້າເມື່ອເຮົາອ້ອນວອນ
5
ເພາະເຮົາໄດ້ຮັບຂ່າວເຣື່ອງຄວາມຮັກ
ແລະຄວາມເຊື່ອຂອງເຈົ້າ
ທີ່ເຈົ້າມີຕໍ່ພຣະເຢຊູເຈົ້າ
ແລະຕໍ່ບັນດາໄພ່ພົນທັງປວງຂອງພຣະເຈົ້າ
6
ເຮົາໄດ້ອ້ອນວອນຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ
ຈົ່ງໄດ້ເກີດຜົນ
ຄືເພີ້ມພູນຄວາມສັງເກດຮູ້ໃນການດີທຸກຢ່າງທີ່ພວກເຮົາມີໃນພຣະຄຣິດ
7
ນ້ອງເອີຍ,
ເຮົາມີຄວາມຍິນດີຫລາຍ
ແລະໄດ້ຮັບຊູໃຈເພາະຄວາມຮັກຂອງເຈົ້າ
ຈິດໃຈຂອງໄພ່ພົນຂອງພຣະເຈົ້າໄດ້ຊຸ່ມເຢັນຂຶ້ນເພາະເຈົ້າ
8
ເຫດສັນນັ້ນ
ເຖິງແມ່ນວ່າຍ້ອນເຮົາເປັນພີ່ນ້ອງກັນໃນພຣະຄຣິດ
ເຮົາມີໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດສິ່ງທີ່ຄວນເຮັດ
9
ແຕ່ເພາະເຫັນແກ່ຄວາມຮັກ
ເຮົາຈຶ່ງຂໍຮ້ອງເຈົ້າກໍດີກວ່າ
ເຮົາ
ຄືໂປໂລ
ຜູ້ເປັນຣາຊທູດຂອງພຣະເຢຊູຄຣິດ
ແລະບັດນີ້ໄດ້ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງດ້ວຍ
10 ເຮົາຂໍຮ້ອງເຈົ້າດ້ວຍເຣື່ອງໂອເນຊີໂມ
ລູກຂອງເຮົາ
ທີ່ເຮົາໄດ້ເກີດເປັນພໍ່ຂອງເຂົາຝ່າຍຄວາມເຊື່ອ
ເມື່ອເຮົາຖືກຈຳຈອງຢູ່
11 ເມື່ອກ່ອນ
ເຂົາບໍ່ເປັນປໂຍດແກ່ເຈົ້າ
ແຕ່ບັດນີ້ກໍເປັນປໂຍດແກ່ເຈົ້າ
ແລະແກ່ເຮົາເຫມືອນກັນ
12 ບັດນີ້ເຮົາໄດ້ໃຊ້ເຂົາຄືນມາຫາເຈົ້າ
ໂອເນຊີໂມຜູ້ນີ້ທໍ່ກັບຫມາກຫົວໃຈຂອງເຮົາ
13 ເຮົາຢາກໃຫ້ເຂົາຢູ່ກັບເຮົາ
ເພື່ອເຂົາຈະໄດ້ບົວລະບັດເຮົາແທນເຈົ້າ
ໃນລະຫວ່າງເຮົາຖືກຈຳຈອງຢູ່ເພາະຂ່າວປະເສິດນັ້ນ
14 ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນໄດ້ຮັບຄວາມເຫັນຈາກເຈົ້າ
ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ
ແຕ່ໃຫ້ເປັນຕາມຄວາມປະສົງຂອງເຈົ້າດ້ວຍ
15 ເພາະວ່າບາງທີ່ອາດຈະເປັນເພາະເຫດນີ້
ທີ່ໃຫ້ເຂົາໄດ້ພາກຈາກໄປຈັກຄາວນຶ່ງ
ເພື່ອເຈົ້າຈະໄດ້ຮັບເຂົາກັບຄືນມາຢູ່ອິກຕໍ່ໄປ
16 ບໍ່ແມ່ນເຂົາຈະເປັນຂ້ອຍຂ້າຕໍ່ໄປ
ແຕ່ດີກວ່າຂ້ອຍຂ້າອີກ
ຄືເປັນອ້າຍນ້ອງທີ່ຮັກ
ເຂົາເປັນທີ່ຮັກຂອງເຮົາ
ແຕ່ຄົງຈະເປັນທີ່ຮັກຂອງເຈົ້າຫລາຍກວ່ານັ້ນອີກ
ທັງໃນຖານະເປັນເພື່ອນມະນຸດ
ແລະເປັນເພື່ອນຄຣິສະຕຽນດ້ວຍກັນ
17 ເຫດສັນນັ້ນຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າ
ກໍຈົ່ງຮັບເຂົາໄວ້ເຫມືອນຮັບຕົວເຮົາເອງ
18 ແລະຖ້າເຂົາໄດ້ເຮັດຜິດພາດຕໍ່ເຈົ້າປະການໃດ
ຫລືໄດ້ເປັນຫນີ້ເຈົ້າກໍໃຫ້ເຈົ້າຄິດເອົານຳເຮົາ
19 ຝ່າຍເຮົາໄດ້ລົງມືຂຽນໄວ້ວ່າ,
“ເຮົາ ໂປໂລ
ຈະໃຊ້ແທນໃຫ້”
ແຕ່ສ່ວນເຈົ້າເປັນຫນີ້ເຮົານັ້ນ
ຄືຊີວິດຂອງເຈົ້າເອງ
ເຮົາຈະບໍ່ອ້າງເຖິງ
20 ດັ່ງນີ້ແຫລະ,
ນ້ອງເອີຍ
ຂໍໃຫ້ເຮົາໄດ້ຮັບປໂຍດຈາກເຈົ້າເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ
ໃຫ້ໃຈຂອງເຮົາຊຸ່ມເຢັນຂຶ້ນໃນຖານະເປັນຄຣິສະຕຽນຮ່ວມກັນ
21 ເຮົາມີຄວາມຫມັ້ນໃຈວ່າເຈົ້າຈະເຊື່ອຟັງເຮົາ
ຈຶ່ງໄດ້ຂຽນຈົດຫມາຍມາເຖິງເຈົ້າ
ເພາະຮູ້ວ່າເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ
22 ແຕ່ຢ່າງໃດກໍດີ
ເຈົ້າຈົ່ງຈັດແຈ່ງທີ່ພັກໄວ້ຖ້າເຮົາ
ເພາະເຮົາຫວັງໃຈວ່າພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າອີກ
ຕາມຄວາມອ້ອນວອນຂອງພວກເຈົ້າ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
23 ເອປາຟາ
ຜູ້ຖືກຈຳຈອງດ້ວຍກັນກັບເຮົາ
ເພາະເຫັນແກ່ພຣະເຢຊູຄຣິດ
ກໍຝາກຄວາມຄິດເຖິງມາຍັງເຈົ້າ
24 ມາຣະໂກ
ອາຣິດຕາໂຂ
ເດມາ
ແລະລູກາ ເພື່ອນຮ່ວມງານຂອງເຮົາ
ກໍຝາກຄວາມຄິດເຖິງມາຍັງເຈົ້າດ້ວຍ
25 ຂໍພຣະຄຸນຂອງພຣະເຢຊູຄຣິດເຈົ້າ
ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າທັງຫລາຍເທີນ