Matthew ພຣະທັມ​ມັດ​ທາຍ

 

ພຣະທັມ​ມັດ​ທາຍ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

28

 

 

 

ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ

ຮຽບ​ຮຽງ​ໂດຍ

ມັດ​ທາຍ

 

1. ລຳ​ດັບ​ເຊື້ອ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ

(ລກ 3:23-28)

1   ຫນັງ​ສື​ລຳ​ດັບ​ເຊື້ອ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ ຜູ້​ສືບ​ຕະ​ກູນ​ເນື່ອງ​ມາ​ຈາກ​ອັບ​ຣາ​ຮາມ

2   ອັບ​ຣາ​ຮາມ​ມີ​ບຸດ​ຊາຍ​ຊື່​ອີ​ຊາກ ອີ​ຊາກ​ມີ​ບຸດ​ຊາ​ຍ​ຊື່​ຢາ​ໂຄບ ຢາ​ໂຄບ​ມີ​ບຸດ​ຊາຍ​ຊື່​ຢູ​ດາ​ ແລະ​ອ້າຍ​ນ້ອງ​ຂອງ​ຕົນ

3   ຢູ​ດາ​ມີ​ບຸດ​ຊາຍ​ຊື່​ເປ​ເຣັດ​ ແລະ​ເຊ​ຣາ ເກີດ​ຈາກ​ນາງທາມາ ເປເຣັດ​ມີ​ບຸດ​ຊາຍ​ຊື່​ເຮສ​ໂຣນ ເຮສໂຣນ​ມີ​ບຸດ​ຊາຍ​ຊື່ຣາມ

4   ຣາມມີ​ບຸດ​ຊາຍ​ຊື່​ອາ​ມີ​ນາ​ດາບ ອາ​ມີ​ນາ​ດາບມີ​ບຸດ​ຊາຍ​ຊື່​ນາ​ໂຊນ ນາ​ໂຊນ​ມີ​ບຸດ​ຊາຍ​ຊື່​ຊັນ​ໂມນ

5   ຊັນ​ໂມນ​ມີ​ບຸດ​ຊາຍ​ຊື່​ໂບ​ອັດ ໂບ​ອັດ​ມີ​ບຸດ​ຊາຍ​ຊື່​ ໂອ​ເບດ ເກີດ​ຈາກ​ນາງ​ຣຸດ ໂອ​ເບດ​ມີ​ບຸດ​ຊາຍ​ຊື່​ເຈ​ສ​ຊີ

6   ເຈ​ສ​ຊີ​ມີ​ບຸດ​ຊາຍ​ຊື່​ດາ​ວິດ ຜູ້​ຊົງ​ເປັນ​ກະ​ສັດ ກະ​ສັດ​ດາ​ວິດ​ມີ​ບຸດ​ຊາຍ​ຊື່​ຊາໂລ​ໂມນ ຊົງ​ເກິດ​ຈາກ​ນາງ​ຊຶ່ງແຕ່​ກ່ອນ​ເປັນ​ເມັຽ​ຂອງ​ອູ​ຣີ​ຢາ

7   ກະ​ສັດ​ໂຊໂລໂມນ​ຊົງ​ມີ​ບຸດ​ຊາຍ​ຊື່​ ເຢໂຮໂບ​ອາມ ເຢໂຮໂບ​ອາມ​ມີ​ບຸດ​ຊາຍ​ຊື່​ອະ​ບີ​ຢາ ອະ​ບີ​ຢາ​ມີ​ບຸດ​ຊາຍ​ຊື່​ອາ​ສາຟ

8   ອາ​ສາ​ຟມີ​ບຸດ​ຊາຍ​ຊື່​ຢາ​ໂຮຊະ​ຟາດ ຢາ​ໂຮຊາຟັດມີ​ບຸດ​ຊາຍ​ຊື່​ໂຢ​ຣາມ ໂຢ​ຣາມ​ມີ​ບຸດ​ຊາຍ​ຊື່​ອຸ​ສ​ຊິ​ຢາ

9   ອຸສຊິ​ຢາ​ມີ​ບຸດ​ຊາຍ​ຊື່​ໂຢ​ທາມ ໂຢ​ທາມ​ມີ​ບຸດ​ຊາຍ​ຊື່​ອາ​ຮັ​ສ ອາ​ຣັ​ສ​ມີ​ບຸດ​ຊາຍ​ຊື່​ເຮ​ເຊ​ກີ​ຢາ

10 ເຮ​ເຊ​ກິ​ຢາ​ມີ​ບຸດ​ຊາຍ​ຊື່​ມາ​ນັ​ສ​ເຊ ມາ​ນັ​ສເຊ​ມີ​ບຸດ​ຊາຍ​ຊື່​ອາ​ໂມນ ອາ​ໂມນ​ມີ​ບຸ​ດຊາຍ​ຊື່​ໂຢ​ຊີ​ຢາ

11 ໂຢ​ຊີ​ຢາ​ມີ​ບຸດ​ຊາຍ​ຊື່​ເຢ​ໂຄ​ນີຢາ ກັບ​ພ​ວກ​ອ້າຍ​ນ້ອງ​ຂອງ​ຕົນ ເກິດ​ໃນ​ເວ​ລາ​ຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ

12 ຄັນ​ຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ​ແລ້ວ ເຢ​ໂຄ​ນິ​ຢາ​ກໍ​ມີ​ບຸດ​ຊາຍ​ຊື່​ຊາ​ລາ​ທິເອນ ຊາ​ລາທິເອນ​ມີ​ບຸດ​ຊາຍ​ຊື່​ເຊ​ຣູ​ບບາ​ເບນ

13 ເຊຣູ​ບບາ​ເບນ​ມີ​ບຸດ​ຊາ​ຍຊື່​ອາ​ບິອຸດ ອາ​ບິອຸດ​ມີ​ບຸດ​ຊາຍ​ຊື່​ເອລີອາ​ກິມ ເອລີອາ​ກິມ​ມີ​ບຸດ​ຊາຍ​ຊື່​ອາ​ໂຊຣ໌

14 ອາ​ໂຊ​ຣ໌ມີ​ບຸດ​ຊາຍ​ຊື່​ຊາ​ໂດກ ຊາ​ໂດກ​ມີ​ບຸດ​ຊາຍ​ຊື່​ອາ​ຄິມ ອາ​ຄິມ​ມີ​ບຸດ​ຊາຍ​ຊື່​ເອ​ລີ​ອຸດ

15 ເອ​ລີ​ອຸດ​ມີ​ບຸດ​ຊາຍ​ຊື່​ເອ​ເລ​ອາ​ຊາ ເອ​ເລ​ອາ​ຊາ​ມີ​ບຸດ​ຊາຍ​ຊື່​ມັດ​ທານ ມັດ​ທານ​ມີ​ບຸດ​ຊາຍ​ຊື່​ຢາ​ໂຄບ

16 ຢາ​ໂຄບ​ມີ​ບຸດ​ຊາຍ​ຊື່​ໂຢ​ເຊບ ຜູ້​ເປັນ​ສາ​ມີ​ຂອງ​ນາງ​ມາ​ຣິ​ອາ ພຣະ​ເຢ​ຊູ​ຜູ້​ທີ່​ເອີ້ນ​ວ່າ​ເປັນ​ພຣະ​ຄຣິດ ກໍ​ຊົງ​ບັງ​ເກິດມຈາກ​ນາງມາຣິ​ອາ​ຜູ້​ນີ້

17 ດັ່ງ​ນັ້ນ​ນັບ​ຕັ້ງ​ແຕ່​ອັບ​ຣາ​ຮາມ​ລົງ​ມາ​ຈົນ​ເຖິງ​ກະ​ສັດ​ດາ​ວິດ​ຈຶ່ງ​ເປັນ​ສິບ​ສີ່​ຊົ່ວ​ຄົນ ນັບ​ຕັ້ງ​ແຕ່​ກະ​ສັດ​ດາ​ວິດ​ຈົນ​ເຖິງ​ຄາວກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ ເປັນ​ເວລາ​ສິບ​ສີ່​ຊົ່ວ​ຄົນ ແລະ​ນັບ​ຕັ້ງ​ແຕ່ຄາວຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນຈົນ​ເຖິງ​ພຣະຄຣິດ ເປັນ​ເວ​ລາ​ສິ​ບສີ່​ຊົ່ວ​ຄົນ

ພຣະ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ

(ລກ 2:1-7)

18 ເຣື່ອງ​ພຣະ​ກຳ​ເນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ດັ່ງ​ນີ້:  ຄື​ນາງ​ມາ​ຣິ​ອາ​ຜູ້​ເປັນ​ມານ​ດາ​ຂອງ​ພຣະ​ເຢ​ຊູ​ນັ້ນ​ ໄດ້​ເປັນ​ຄູ່​ຫມັ້ນ​ກັບ​ໂຢ​ເຊບ​ແລ້ວ ກ່ອນ​ເວ​ລາ​ເຂົາ​ໄດ້​ເປັນ​ຄູ່​ຜົວ​ເມັຽກັນ​ກໍ​ປາ​ກົດ​ວ່າ ນາງ​ມີ​ທ້ອງ​ແລ້ວ​ດ້ວຍ​ຣິດ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

19 ຝ່າຍໂຢ​ເຊບຜູ້​ເປັນ​ຄູ່​ຫມັ້ນ​ຂອງ​ນາງ​ເປັນ​ຄົນ​ມີ​ສິນ​ທັມ ແຕ່​ປານ​ນັ້ນ​ທ່ານບໍ່​ຢາກ​ໃຫ້​ເຣື່ອງ​ນີ້​ເປັນ​ທີ່​ອັບ​ອາຍ​ຂາຍ​ຫນ້າ​ແກ່​ນາງ ຈຶ່ງ​ຕັດ​ສິນ​ໃຈ​ວ່າ​ຈະ​ຖອນ​ຫມັ້ນ​ເສັຽຢ່າງ​ລັບໆ

20 ແຕ່​ເມື່ອ​ໂຢ​ເຊບ​ຍັງ​ຄຶດ​ໃນ​ເຣື່ອງ​ນີ້​ຢູ່ ກໍ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ປາ​ກົດ​ແກ່​ໂຢເຊບ​ໃນ​ຄວາມ​ຝັນ​ວ່າ, “ໂຢ​ເຊບ​ບຸດ​ດາ​ວິດ​ເອີຍ, ຢ່າ​ຊູ່​ຢ້ານ​ທີ່​ຈະ​ຮັບ​ນາງ​ມາ​ຣິ​ອາ​ມາ​ເປັນ​ເມັຽ​ຂອງ​ເຈົ້າ ເພາະ​ວ່າ​ຜູ້​ຊຶ່ງ​ປະ​ຕິ​ສົນ​ທິ​ໃນ​ທ້ອງ​ຂອງ​ນາງ​ກໍ​ເປັນ​ໂດຍ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

21 ນາງຈະ​ປະ​ສູດ​ບຸດ ແລ້ວ​ເຈົ້າ​ຈົ່ງ​ຖວາຍ​ນາມ​ທ່ານ​ວ່າ ເຢ​ຊູ ເພາ​ວ່າ​ທ່ານ​ຜູ້​ນີ້​ແຫລະ, ຈະ​ເປັນ​ຜູ້​ໂຜດ​ໄພ່​ພົນ​ຂອງ​ຕົນ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ຜິດ​ບາບຂອງ​ເຂົ

22 ການ​ທັງ​ປວງ​ນີ້​ເກິດ​ຂຶ້ນ​ເພື່ອ​ຈະ​ໃຫ້​ສຳ​ເຣັດ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ,

23 “ເບິ່ງ​ແມ໋, ຍິງ​ພົມ​ມະຈາ​ຣິ​ນັ້ນ​ຈະ​ມີ​ທ້ອງ​ແລະ​ປະ​ສູດ​ບຸດ​ຄົນ​ນຶ່ງ ແລ​ເຂົາ​ຈະ​ເອີ້ນ​ບຸດ​ນັ້ນ​ວ່າ ເອ​ມາ​ນູ​ເອນ” ( ແປ​ວ່າ “ພຣະ​ເຈົ້າ​ຊົງ​ສະ​ຖິດຢູ່​ກັບ​ເຮົາ​ທັງ​ຫລາຍ”)

24 ເມື່ອ​ໂຢ​ເຊບ​ຕື່ນ​ຂຶ້ນ​ກໍ​ເຮັດ​ຕາມ​ຄຳ​ທີ່​ເທວະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ນັ້ນ ຄື​ຮັບ​ເອົາ​ນາງ​ມາຣິ​ອາ​ມາ​ເປັນ​ພັຣ​ຍາ​ຂອງ​ຕົນ

25 ແຕ່​ບໍ່​ໄດ້​ສົມ​ສູ່​ຢູ່​ກັບ​ນາງ​ຈົນ​ປະ​ສູດ​ບຸດ​ຊາຍ​ແລ້ວ ແລະ​ໂຢ​ເຊບ​ໄດ້​ເອີ້ນ​ຊື່​ບຸດ​ນັ້ນ​ວ່າ ເຢ​ຊູ

 

2. ພ​ວກ​ໂຫຣາ​ຈານ​ມາ​ຈາກ​ທິດ​ຕາ​ເວັນ​ອອກ

1   ເມື່ອ​ພຣະ​ເຢ​ຊູ​ຊົງ​ປະ​ສຸດ​ຢູ່​ບ້ນ​ເບດ​ເລ​ເຮັມ​ແຂວງ​ຢູ​ດາຍ​ໃນ​ສ​ໄຫມ​ຂອງ​ກະ​ສັດ​ເຮ​ໂຣດ ເບິ່ງ​ແມ໋, ມີ​ພວກ​ໂຫຣາ​ຈານ​ຈາກ​ທິດ​ຕາ​ເວັນ​ອອກ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ,

2   ຖາມ​ວ່າ, “ກຸມ​ມານ​ຜູ້​ເກີດ​ມາ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ນັ້ນ​ຢູ່​ທີ່​ໃດ ເພາະ​ເຮົາ​ໄດ້​ເຫັນ​ດາວ​ຂອງ​ທ່ານ​ປາ​ກົດ​ຂຶ້ນ ເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ຂາບ​ໄຫວ້​ທ່ານ”

3   ຄັນ​ກະ​ສັດ​ເຮ​ໂຣດຊົງ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ​ກໍ​ວຸ້ນ​ວາຍ​ພຣະ​ທັຍ ທັງ​ໄທ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ພ້ອມ​ກັນ​ວຸ້ນ​ວາຍ​ດ້ວຍ

4   ເມື່ອ​ກະ​ສັດ​ຊົງ​ຮັບ​ສັ່ງ​ໃຫ້​ປະ​ຊຸມ​ບັນ​ດາ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພ​ວກ​ນັກ​ທັມ​ຂອງ​ປະ​ຊາ​ຊົນ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຜູ້​ເປັນ​ພຣະຄຣິດ​ນັ້ນ​ຈະ​ບັງ​ເກິດ​ຢູ່​ທີ່​ໃດ”

5   ເຂົ​ທູນ​ຕອບ​ວ່າ, “ໃນ​ບ້ານ​ເບດ​ເລ​ເຮັມ​ແຂວງ​ຢູ​ດາຍ ເພາະ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ຂຽນ​ໄວ້​ດັ່ງ​ນີ້​ວ່າ,

6   “ບ້ານ​ເບດ​ເລ​ເຮັມ​ໃນ​ແຜ່ນ​ດິນ​ຢູ​ດາຍ​ເອີຍ ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ເລັກ​ນ້ອຍ​ທີ່​ສຸດ ໃນ​ຖ້າມ​ກາງ​ພວກ​ເຈົ້າ​ນາຍ​ຂອງ​ຢູ​ດາຍ ເພາະ​ວ່າ​ເຈົ້າ​ນາຍ​ຜູ້​ນຶ່ງ​ຈະ​ອອກ​ມາ​ຈາກ​ເຈົ້າ ຜູ້​ຊຶ່ງ​ຈະ​ປົກ​ຄອງ​ອິ​ສ​ຣາ​ເອນໄພ່​ພົນ​ຂອງ​ເຮົາ”

7   ແລ້ວ​ເຮ​ໂຣດ​ໄດ້​ຊົງ​ເອີ້ນ​ພວກ​ໂຫຣາ​ຈານ​ເຂົ້​ມາ​ເປັນ​ການ​ລັບ ຊົງ​ຖາມ​ເຂົາ​ໄດ້​ຄວາມ​ຖ້ວນ​ຖີ່​ເຖິງ​ເວ​ລາ​ທີ່​ດາວ​ນັ້ນ​ໄດ້​ປາ​ກົດ​ຂຶ້ນ

8   ແລ້ວ​ກະ​ສັດ​ໄດ້​ຊົງ​ໃຫ້​ພວກ​ໂຫ​ຣາ​ຈານ​ໄປ​ຍັງ​ບ້ານ​ເບດ​ເລ​ເຮັມ​ສັ່ງ​ວ່າ, “ຈົ່ງ​ໄປ​ຄົ້ນ​ຫາ​ກຸມ​ມານ​ນັ້ນ​ດ້ວຍ​ຄັກ​ແນ່ ເມື່​ອພົບ​ແລ້ວ​ຈົ່ງ​ກັບ​ມາ​ບອກ​ເຮົາ​ເພື່ອ​ເຮົາ​ຈະ​ໄດ້​ໄປ​ຂາບ​ໄຫວ້​ທ່ານ​ເຫມືອນ​ກັນ”

9   ເມື່ອ​ພວກໂຫຣາ​ຈານໄດ້​ຍິນ​ຄໍາ​ສັ່ງ​ດັ່ງ​ນີ້​ກໍ​ພາ​ກັນ​ອອກ​ໄປ ເບິ່ງ​ແມ໋, ດາວ​ທີ່​ເຂົາ​ໄດ້​ເຫັນ​ເມື່ອ​ປາ​ກົດ​ຂຶ້ນ​ນັ້ນ​ກໍ​ໄດ້​ນຳ​ຫນ້າ​ເຂົາ​ໄປ ຈົນ​ມາ​ຢຸດ​ຢູ່​ຊື່​ສະ​ຖານ​ທີ່​ກຸມ​ມານ​ຢູ່​ນັ້ນ

10 ເມື່ອ​ພວກ​ໂຫຣາ​ຈານ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ​ກໍ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່

11 ຄັນ​ເຂົ້​ໄປ​ໃນ​ເຮືອນ​ກໍ​ພົບ​ກຸມ​ມານ​ກັບ​ນງ​ມາ​ຣິອາ​ມານ​ດາ​ຂອງ​ທ່ານ ພວກ​ເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ​ໄຫວ້​ກຸມ​ມານ​ນັ້ນ ແລ້ວ​ໄຂ​ຫີບ​ເອົາ​ຊັບ​ຂອງ​ເຂົາ​ອອກ​ມາ​ຖວາຍ​ແກ່​ກຸມ​ມານ​ເປັນ​ເຄື່ອງ​ເຄົາຣົບ ຄື ຄຳ, ກຳ​ຍານ, ແລະ​ຢາງ​ໄມ້​ຫອມ

12 ພຣະ​ເຈົ້າ​ຊົງ​ເຕືອນ​ເຂົາ​ທາງ​ຄວາມ​ຝັນ​ບໍ່​ໃຫ້​ກັບ​ໄປ​ເຝົ້າ​ເຮ​ໂຣດ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກັບ​ໄປ​ຍັງ​ເມືອງ​ຂອງ​ຕົນ​ໂດຍ​ທາງ​ອື່ນ

ໂຢ​ເຊບ​ພາ​ກຸມ​ມານ​ໄປ​ປະ​ເທດ​ເອ​ຢິບ

13 ເມື່ອ​ເຂົາ​ໄປ​ແລ້ວ ເບິ່ງ​ແມ໋, ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້​ໄດ້​ມາ​ປາ​ກົດ​ແກ່​ໂຢ​ເຊ​ບ​ທາງຄວາມ​ຝັນ​ແລ້ວ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ພາ​ກຸມ​ມານ​ແລະ​ມານ​ດາ​ຫນີ​ໄປ​ຍັງ​ປະ​ເທດ​ເອ​ຢິບ ແລ້ວ​ຄອຍ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົ​ຈະ​ບອກ​ເຈົ້າ ເພາະ​ວ່າ​ເຮ​ໂຣດ​ຈະ​ຊອກ​ຫາ​ກຸມ​ມານ​ເພື່ອ​ຈະ​ປະ​ຫານ​ເສັຽ”

14 ໂຢ​ເຊບ​ໄດ້​ລຸກ​ຂຶ້ນ​ແລ້ວ​ພາ​ກຸມ​ມານ​ແລະ​ມານ​ດາ​ຫນີ​ໄປ​ຍັງ​ປະ​ເທດ​ເອຢິບໃນ​ເວ​ລາ​ກາງ​ຄືນ

15 ແລະ​ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮ​ໂຣດ​ສິ້ນ​ພຣະ​ຊົນ​ແລ້ວ ການ​ທີ່​ເກີດ​ຂຶ້ນ​ດັ່ງ​ນີ້​ກໍ​ເພື່ອ​ຈະ​ໃຫ້​ສຳ​ເຣັດ ຕາມ​ທີ່ພຣະ​ຜູ້​ເປັນ​ເຈົ້​ໄດ້​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ເຮົາ​ໄດ້​ເອີ້ນ​ບຸດ​ຂອງ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ”

ການປະຫານຊີວິດພວກເດັກນ້ອຍ

16 ຄັນ​ເຮ​ໂຣດ​ຊົງ​ເຫັນ​ວ່າ​ພວກ​ໂຫຣາ​ຈານ​ຫລອກ​ລວງ​ຕົນ​ກໍ​ຊົງ​ຮ້າຍ​ຫລາຍ ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທັງ​ຫມົດ​ໃນ​ບ້ານ​ເບດ​ເລ​ເຮັມ​ແລະ​ທີ່​ໃກ້​ຄຽງ​ທົ່ວ​ໄປ ຕັ້ງ​ແຕ່​ອາ​ຍຸ​ສອງ​ຂວບ​ລົງ​ມາ ຊຶ່ງ​ພໍ​ດີ​ກັບ​ເວ​ລາ​ທີ່​ກະ​ສັດ​ຊົງ​ຊາບ​ຈາກ​ພວກ​ໂຫຣາ​ຈານ​ນັ້ນ

17 ເມື່ອ​ນັ້ນ​ກໍ​ສຳ​ເຣັດ​ຕາ​ມທີ່​ຊົງ​ກ່າວໄວ້​ໂດຍ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາ​ດພຣະ​ທັມ​ວ່າ,

18 “ໄດ້​ຍິນ​ສຽງ​ໃນ​ບ້ານ​ຣາ​ມາ ເປັນ​ສຽງ​ຮ້ອງ​ໄຫ້​ແລະ​ໂອຍ​ຮ່ຳ​ໄຮ ຄື​ນາງ​ຣາ​ເຊນ​ຮ້ອງ​ໄຫ້​ນຳ​ລູກ​ທັງ​ຫລາຍ​ຂອງ​ຕົນ ນາງ​ບໍ່​ຮັບ​ຟັງ​ຄວາມ​ເລົ້າ​ໂລມ​ເພາະລູກ​ນັ້ນ​ບໍ່​ມີ​ແລ້ວ”

ກັບ​ຄືນ​ຈາກ​ເອ​ຢິບ

(ລກ 2:39)

19 ຄັນ​ເຮ​ໂຣດ​ສິ້ນ​ພຣະ​ຊົນ​ແລ້ວ ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ປາ​ກົດ​ແກ່​ໂຢ​ເຊບ ທາງ​ຄວາມ​ຝັນ​ທີ່​ປະ​ເທດ​ເອຢິບ, ສັ່ງ​ວ່າ,

20 “ຈົ່ງ​ລຸກ​ຂຶ້ນ​ພາ​ກຸມ​ມານ​ກັບ​ມານ​ດາ​ໄປ​ຍັງ​ແຜ່ນດິນອິ​ສ​ຣາ​ເອນ ເພາະ​ຜູ້​ທີ່​ຊອກ​ຫາ​ພຣະ​ກຸມ​ມານ​ນັ້ນ​ຕາຍ​ແລ້ວ”

21 ໂຢ​ເຊບ​ຈຶ່ງ​ລຸກ​ຂຶ້ນ​ພາ​ກຸມມນ​ກັ​ບ​ມານ​ດາ​ມາ​ຍັງ​ແຜ່ນ​ດິນ​ອິ​ສ​ຣາ​ເອນ

22 ແຕ່​ເມື່ອ​ໄດ້​ຍິນ​ຂ່າວ​ວ່າ ອາເຄ​ລາວໄດ້ຂຶ້ນ​ປົກ​ຄອງແຂວງ​ຢູ​ດາຍ​ແທນ​ເຮ​ໂຣດ​ຜູ້​ເປັນ​ບິ​ດາ,

ໂຢ​ເຊບກໍຢ້ານ​ບໍ່​ກ້າ​ໄປ​ທີ່​ນັ້ນ ແລະ​ເມື່ອ​ໄດ້​ຮັບ​ຄຳ​ເຕຶອນ​ຈາກ​ພຣະ​ເຈົ້າ​ທາງ​ຄວາມ​ຝັນ ໂຢ​ເຊບ​ກໍ​ເລີຍ​ໄປ​ຍັງ​ແຂວງ​ຄາ​ລີ​ເລ,

23 ຈຶ່ງ​ໄປ​ອາ​ໄສ​ຢູ່​ເມືອງນຶ່ງ​ຊື່​ນາ​ຊາ​ເຣັດ ເພື່ອ​ຈະ​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາ​ຊາ​ເຣັດ”

 

3. ການ​ປະ​ກາດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

 (ມ​ຣກ 1:2-8; ລກ 3:1-20, 15-17; ຢ​ຮ 1:19-28)

1   ຄາວ​ນັ້ນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ປະ​ກາດ​ໃນ​ປ່າ​ແຂວງ​ຢູ​ດາຍ​ວ່າ,

2   “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົ​ໃຈ​ໃຫມ່ ເພາະ​ວ່າ​ຣາ​ຊ​ອາ​ນາ​ຈັກ​ສວັນ​ໄດ້​ມາ​ໃກ້​ແລ້ວ.”

3   ແມ່ນ​ໂຢ​ຮັນ​ຜູ້​ນີ້​ແຫລະ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ, “ສຽງ​ຂອງ​ຜູ້​ຮ້ອງ​ໃນ​ປ່າ​ວ່າ ຈົ່ງ​ຈັດ​ແຈງ​ທາງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ພຣະ​ອົງ​ໃຫ້​ຊື່​ໄປ”

4   ໂຢ​ຮັນ​ຜູ້​ນີ້​ນຸ່ງ​ເສີ້ອ​ຜ້າ​ເຮັດ​ດ້ວຍ​ຂົນໂອດ​ໂອ, ໃຊ້​ສາຍ​ຫນັງ​ຮັດ​ແອວ, ອາ​ຫານ​ຂອງ​ທ່ານ​ຄື​ຕັກ​ແຕນ​ແລະ​ນ້ຳ​ເຜິ້ງ​ປ່າ

5   ຂ​ນະ​ນັ້ນໄທ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຄົນ​ທົ່ວ​ແຂວງ​ຢູ​ດາຍ​ ແລະ​ຄົນ​ທັງ​ປວງ​ທີ່​ຢູ່​ຕາມ​ລຳ​ນໍ້າ​ຈໍ​ແດນກໍ​ອອກ​ໄປ​ຫາ​ໂຢ​ຮັນ

6   ພວກ​ເຂົາ​ໄດ້​ສາ​ຣະ​ພາບ​ຄວາມ​ຜິດ​ບາບ​ຂອງ​ຕົນ ແລະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ

7   ຄັນ​ໂຢ​ຮັນ​ເຫັນ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ ພາ​ກັນ​ມາ​ຈຳ​ນວນຫລວງ​ຫ​ລາຍ​ເພື່ອ​ຈະ​ຮັບ​ບັບ​ຕິ​ສະ​ມາ ທ່ານຈຶ່ງ​ກ່າວແກ່​ເຂົາ​ວ່າ, “ອ້າຍ​ຊາດ​ງູ​ຮ້າຍ​ເຮີຍ, ໃຜ​ໄດ້​ບອກ​ສູ​ໃຫ້​ປົບ​ຫນີ​ຈາກ​ພຣະ​ພິ​ໂຣດ​ທີ່​ຈວນ​ຈະ​ມາ​ເຖິງ​ນັ້ນ

8   ເຫດ​ສັນ​ນັ້ນ​ຈົ່ງ​ປະ​ຕິ​ບັດ​ໃຫ້​ໄດ້​ຜົນ​ສົມກັບ​ການ​ຖິ້ມໃຈ​ເກົ່າ​ເອົາ​ໃຈ​ໃຫມ່

9   ແລະ​ຢ່າ​ຕັ້ງ​ນຶກ​ໃນ​ໃຈ​ວ່າ, “ພວກ​ເຮົາ​ມີ​ອັບ​ຣາ​ຮາມ​ເປັນ​ບິ​ດາ​ເຄົ້າ” ເພາະ​ເຮົາ​ບອກ​ພວກ​ສູ​ວ່າ

ພຣະ​ເຈົ້າ​ຊົງ​ຣິດ​ອາດ​ຈະ​ບັນ​ດານ​ໃຫ້​ລູກ​ຫລານ​ເກິດ​ຂຶ້ນ​ແກ່​ອັບ​ຣາ​ຮາມ​ຈາກ​ກ້ອນ​ຫີນ​ເຫລົ່າ​ນີ້​ກໍ​ໄດ້

10 ບັດ​ນີ້​ຂວານ​ວາງ​ໄວ້​ທີ່​ເຫງົ້​ຕົ້ນ​ໄມ້​ແລ້ວ ສັນ​ນັ້ນ​ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກິດ​ຜົນ​ດີ​ຈະ​ຖືກ​ປ້ຳ​ແລ້ວ​ໂຍນ​ຖິ້ມ​ໃສ່​ໄຟ​ເສັຽ

11 “ຝ່າຍ​ເຮົາ ເຮົ​ໃຫ້​ພວກ​ສູ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍນ້ຳ ຫມາຍ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ກໍ​ແມ່ນ ແຕ່​ຜູ້​ທີ່ຈະ​ມາ​ພາຍ​ຫລັງເຮົາ​ກໍ​ມີ​ຣິດກວ່າ​ເຮົາ​ອີກ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ຈັບ​ເກິບ​ຂອງ​ທ່ານໄປ ຝ່າຍ​ຜູ້​ນັ້ນ​ຈ​ໃຫ້ພວກ​ສູ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ດ້ວຍ​ໄຟ

12 ມື​ຂອງ​ຜູ້​ນັ້ນ​ຖື​ດົ້ງ​ຟັດ​ເຂົ້ ທ່ານ​ຈະ​ເຮັດ​ລານ​ເຂົ້າ​ຂອງ​ຕົນ​ໃຫ້​ກ້ຽງ​ດີ ແລະ​ຈະ​ຮວບ​ຮວມ​ເຂົ້າ​ເມັດ​ດີ​ຂອງ​ຕົນ​ມາ​ໃສ່​ໄວ້​ໃນ​ເລົ້າ ແຕ່​ເຂົ້າ​ລີບ​ນັ້ນ ທ່ານຈະ​ເຜົ​ເສັຽດ້ວຍ​ໄຟ​ທີ່​ບໍ່​ຮູ້ມອດ 

ພຣະ​ເຢ​ຊູ​ຊົງ​ຮັບ​ບັບ​ຕິ​ສະ​ມ

(ມ​ຣກ 1:9-11; ລກ 3:21-22; ຢ​ຮ 1:29-34)

13 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ແຂວງ​ຄາ​ລິ​ເລ​ມາ​ຫາ​ໂຢ​ຮັນ​ທີ່​ແມ່​ຈໍ​ແດນ ເພື່ອ​ຈະ​ຮັ​ບ​ບັບ​ຕິ​ສະ​ມາ​ຈາກ​ທ່ານ.

14 ແຕ່​ໂຢ​ຮັນ​ທູນ​ຫ້າມ​ພຣະ​ອົງ​ວ່າ, “ຂ້າ​ພຣະ​ອົງຕ້ອງ​ການ​ຈະ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ພຣະ​ອົງ ຄວນ​ຫລື​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາຫາ​ຂ້າ​ພຣະ​ອົງ​”

15 ແຕ່ພຣະ​ເຢຊູ​ຊົງ​ຕອບ​ໂຢ​ຮັນ​ວ່າ, “ບັດ​ນີ້​ຈົ່ງ​ຍອມ​ເທີນ ເພາະ​ສົມ​ຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງນີ້​ໃຫ້​ຖືກ​ກັບ​ຄວາມ​ຊອບ​ທັມ​ທຸກ​ປະ​ການ” ແລ້ວ​ໂຢ​ຮັນ​ກໍ​ຍອມ

16 ຄັນ​ພຣະ​ອົງ​ຊົງ​ຮັ​ບ​ບັບ​ຕິ​ສະ​ມາ ແລ້ວ​ກໍ​ສະ​ເດັດ​ຂຶ້ນ​ຈາກ​ນ້ຳ​ທັນ​ທີ ແລ້ວ​ເບິ່ງ​ແມ໋, ທ້ອງ​ຟ້າ​ກໍ​ໄຂ​ອອກ (ແກ່​ພຣະ​ອົງ) ແລະ​ພຣະ​ອົງ​ຊົງ​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເຫ​ມືອນດັ່ງ​ນົກ​ເຂົາ​ສະ​ເດັດ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ

17 ແລະ​ເບິ່ງ​ແມ໋, ມີ​ພຣະ​ສຸ​ຣະ​ສຽງ​ຈາກ​ຟ້າ​ສວັນ​ຊົງ​ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນທ່ານ”

 

4. ມານ​ທົດ​ລອງ​ພຣະ​ເຢ​ຊູ

(ມຣກ 1:12-13; ລກ 4:1-13)

1   ຕໍ່​ມາ​ພຣະ​ວິນ​ຍານ​ໄດ້​ຊົງ​ພາ​ພຣະ​ເຢ​ຊູ​ເຂົ້າ​ໄປ​ໃນ​ປ່າ ເພື່ອ​ພ​ຍາ​ມານ​ຈະ​ໄດ້​ທົດ​ລອງ​ພຣະ​ອົງ

2   ເມື່ອ​ພຣະ​ອົງ​ຊົງ​ອົດ​ອາ​ຫານ​ເປັນ​ເວ​ລາ​ສີ່​ສິບ​ວັນ​ສີ່​ສິບ​ຄືນ​ແລ້ວ ຫລັງ​ຈາ​ກ​ນັ້ນ​ພຣະ​ອົງ​ກໍ​ຊົງ​ຢາກ​ອາ​ຫານ

3   ສ່ວນ​ຜູ້​ທົດ​ລອງ​ມາຫາ​ພຣະ​ອົງ​ທູນ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນ​ຫີນ​ເຫລົ່າ​ນີ້​ໃຫ້​ກາຍ​ເປັນ​ອາ​ຫານ”

4   ຝ່າຍ​ພຣະ​ອົງ​ຊົງ​ຕອບວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄັມ​ພີ​ວ່າ “ມະ​ນຸດ​ຈະ​ບໍ່​ລ້ຽງ​ຊິ​ວິດ​ດ້ວຍ​ອາ​ຫານ​ສິ່ງດ​ຽວ ແຕ່​ລ້ຽງ​ດ້ວຍ​ພຣະ​ທັມ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ”

5   ແລ້ວ​ພຍາ​ມານ​ກໍ​ພາ​ພຣະ​ອົງ​ໄປ​ຍັງ​ນ​ຄອນ​ອັນ​ສັກ​ສິດ ແລະ​ໃຫ້​ພຣະ​ອົງ​ປະ​ທັບ​ຢູ່​ເທິງ​ຫລັງ​ຄາພຣະ​ວິ​ຫານ

6   ແລ້ວ​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ໂຕນ​ລົງ​ເບິ່ງ​ດູ ເພາະ​ມີ​ຄຳ​ຂຽ​ນ​ໄວ້​ໃນ​ພຣະຄັມດີ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຮັບ​ສັ່ງ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ເຣື່ອງ​ທ່ານ” ແລະ “ມື​ຂອງ​ເທວະ​ດາ​ເຫລົ່າ​ນັ້ນ​ຈະ​ຮັບ​ທ່ານ​ໄວ້ ຢ້ານ​ວ່າ​ຕີນຂອງ​ທ່ານ​ຈະ​ຕຳ​ຫີນ

7   ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄັມ​ພີອີກວ່າ “ຢ່າ​ທົດ​ລອງ​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ທ່ານ”

8   ອີກ​ເທື່ອ​ນຶ່ງ​ພ​ຍາ​ມານ​ໄດ້​ພາ​ພຣະ​ອົງ​ຂຶ້ນ​ເມື່ອ​ເທິງ​ພູ​ສູງໆ ແລະ​ໄດ້​ສະ​ແດງ​ບັນ​ດາ​ຣາ​ຊ​ແຜ່ນ​ດິນ​ໃນ​ໂລກ ທັງ​ສະ​ງ່າ​ຣາ​ສີ​ຂອງ​ຣາ​ຊ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ຊີ້​ໃຫ້​ພຣະ​ອົງ​ເຫັນ,

9   ລ້ວ​ໄດ້​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ຈະ​ຂບ​ລົງ​ໄຫວ້​ເຮົາ ເຮົາ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ທ່ານ”

10 ພຣະ​ເຢ​ຊູ​ຊົງ​ຕອບ​ມັນ​ວ່າ, “ອ້າຍ​ຊາ​ຕານ​ເຮິຍ, ຈົ່ງ​ຫນີ​ໄປ​ເສັຽ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄັມ​ພີ​ວ່າ, “ຈົ່ງ​ຂາບ​ໄຫວ້​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ​ປະ​ຕິ​ບັດພຣະ​ອົງ​ແຕ່​ຜູ້​ດຽວ”

11 ແລ້ວ​ພ​ຍາ​ມານ​ຈຶ່ງ​ຫນີຈາກ​ພຣະ​ອົງ​ໄປ ແລະ​ເບິ່ງ​ແມ໋, ມີ​ພວກ​ເທວະ​ດາ​ມາ​ປະ​ຕິ​ບັດ​ຮັບ​ໃຊ້​ພຣະ​ອົງ

ພຣະ​ເຢ​ຊູ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ໃນແຂວງຄາລີເລ

(ມ​ຣກ 1:14-15; ລກ 4:14-15)

12 ຄັນ​ພຣະ​ເຢ​ຊູ​ຊົງ​ຊາບ​ຂ່າວ​ວ່າ​ໂຢ​ຮັນ​ຖືກ​ຈັບ​ໄວ້​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ອອກ​ໄປ​ຍັງ​ແຂວງ​ຄາ​ລີ​ເລ

13 ແລ້ວ​ຍ້າຍ​ທີ່​ປະ​ທັບ​ຈາກ​ເມືອງ​ນາ​ຊາ​ເຣັດ​ໄປ​ຢູ່​ເມືອງ​ກາ​ເປ​ນາ​ອູມ ຊຶ່ງຢູ່​ຮີມ​ທະ​ເລ​ສາບ​ໃນ​ເຂດ​ແດນ​ເຊ​ບູ​ລູນ ແລະ​ເນັຟທາ​ລີ,

14 ເພື່ອ​ພຣະ​ທັມ​ທີ່​ຊົງ​ກ່ວ​ໄວ້​ດ້ວຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຈະ​ໄດ້​ສຳ​ເຣັດ​ຄື,

15 “ແຂວງເຊ​ບູ​ລູນ​ແລະ​ແຂວງ​ເນັຟ​ທາ​ລິ ຕາມ​ທາງ​ທະ​ເລ​ຟາກ​ແມ່​ນ້ຳ​ຈໍ​ແດນ​ພຸ້ນ ຄື​ແຂວງ​ຄາ​ລີ​ເລ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ

16 ພົລ​ເມືອງ​ຜູ້​ນັ່ງ​ຢູ່​ໃນ​ຄວາມ​ມືດ ໄດ້​ເຫັນ​ຄວາມ​ສວ່າ​ງ​ອັນ​ໃຫຍ່ ແລະ​ຜູ້​ທີ່​ນັ່ງ​ຢູ່​ໃນ​ແດນ​ແລະ​ເງົ​ແຫ່ງ​ຄວາມ​ຕາຍ​ແສງ​ສວ່າງ​ກໍ​ສ່ອງ​ຂຶ້ນ​ເທິງ​ເຂົາ​ແລ້ວ”

17 ຕັ້ງ​ແຕ່​ນັ້ນ​ມາ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ວ່າ, “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ເພາະ​ຣາ​ຊ​ອາ​ນາ​ຈັກ​ສວັນ​ໄດ້​ມາ​ໃກ້​ແລ້ວ”

ພຣະ​ເຢ​ຊູ​ຊົງ​ເອີ້ນ​ເອົາ​ສາ​ວົກ​ສີ່​ຄົນ

(ມຣກ 1:16-20; ລກ 5:1-11)

18 ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ລຽບ​ຕາມ​ແຄມ​ທະ​ເລ​ສາບ​ຄາ​ລິ​ເລ ກໍ​ຊົງ​ທອດ​ພຣະ​ເນດ​ເຫັນ​ອ້າຍ​ນ້ອງ​ສອງ​ຄົນ ຄື​ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ​ກັບ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຕົນ ກຳ​ລັງ​ຖິ້ມມອງ​ລົງ​ນ້ຳ​ທະ​ເລ​ເພາະ​ວ່າ​ເຂົາ​ເປັນ​ຊາວ​ຫາ​ປາ

19 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ​ແລະ​ເຮົາ​ຈະ​ບັນ​ດານ​ໃຫ້​ພວ​ກ​ເຈົ້າ​ເປັນ​ຜູ້​ຫາ​ຄົນ”

20 ໃນ​ທັນ​ໃດ​ນັ້ນ​ເຂົາ​ກໍ​ປະ​ມອງ​ແລ້ວ​ຕາມ​ພຣະ​ອົງ​ໄປ

21 ເມື່ອ​ພຣະ​ອົງ​ສະ​ເດັດ​ຕໍ່​ໄປ​ກໍ​ທອດ​ພຣະ​ເນດ​ເຫັນ​ອ້າຍນ້ອງ​ອີກ​ສອງ​ຄົນ ຄື​ຢາ​ໂກ​ໂບ​ບຸດ​ເຊ​ເບ​ດາຍກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຕົນ ກຳ​ລັງ​ຝູງມອງ​ຢູ່​ໃນ​ເຮືອ​ກັບ​ເຊ​ເບ​ດາຍ​ພໍ່ຂອງ​ເຂົາ​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ​ເຂົາ

22 ໃນ​ທັນ​ໃດ​ນັ້ນ​ເຂົາ​ທັງ​ສອງ​ກໍ​ປະ​ເຮືອ​ແລະ​ລາ​ພໍ່​ຂອງ​ເຂົາ​ຕາມ​ພຣະ​ອົງ​ໄປ

ພຣະ​ເຢ​ຊູ​ຊົງ​ໂຜດ​ປວງ​ຊົນ​ໃຫ້​ດີ​ພ​ຍາດ

(ມ​ຣກ 1:35-39; ລກ 4:44; 6:17-19)

23 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ທົ່ວ​ແຂວງ​ຄາ​ລີ​ເລ ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຊົງ​ປະ​ກາດຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນັ້​ນ ແລະ​ຊົງ​ໂຜດ​ພົ​ລ​ເມືອງ​ທີ່​ເຈັບ​ໄຂ້​ໄດ້​ພ​ຍາດ​ທຸກ​ຢ່າງ​ໃຫ້​ດີ​ຫມົດ

24 ກິດ​ຕິ​ສັ​ບ​ຂອງ​ພຣະ​ອົງ​ກໍ​ຊ່າ​ລື​ໄປ​ທົ່ວ​ປະ​ເທດ​ຊີ​ເຣັຽ ເຂົາ​ຈຶ່ງ​ພາ​ຄົນ​ປ່ວຍ​ໄຂ້​ໄດ້​ພ​ຍາດ​ຕ່າງໆ, ຄົນ​ທີ່​ທົນ​ທຸກ​ທໍ​ຣະ​ມານ, ຄົນ​ທີ່​ຜິ​ເຂົ້​ສິງ, ຄົນ​ບ້າ​ຫ​ມູ​ແລະ​ຄົນ​ເປັນ​ເປັ້ຽມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ເຂົດີ​ທຸກ​ຄົນ

25 ແລະ​ມີ​ຄົນ​ຫມູ່​ໃຫຍ່​ມາ​ຈາກ​ແຂວງ​ຄາ​ລີ​ເລ, ຈາກ​ແຂວງ​ເດ​ກາ​ໂປ​ລີ, ຈາກ​ກຸງ​ເຢ​ຣູ​ຊາ​ເລັມ, ແລະ​ຢູ​ເດັຽ ແລະຈາກ​ແມ່​ນ້ຳ​ຈໍ​ແດນຟາກ​ນັ້ນ​ຕິດ​ຕາມພຣະອົງ​ໄປ

 

5. ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ເທ​ສ​ນ​ຢູ່​ຈ້າຍ​ພູ

(ມ​​ທ 5-7)

 

ເຣື່ອງ​ຄວາມສຸກ

 (ລກ 6:20-26)

1   ເມື່ອ​ທອດ​ພຣະ​ເນດ​ເຫັນ​ຄົນ​ຫລວງ​ຫລາຍ​ດັ່ງ​ນັ້ນ ພຣະ​ອົງ​ກໍ​ສະ​ເດັດ​ຂຶ້ນ​ພູ ເມື່ອ​ປະ​ທັບ​ລົງ​ແລ້ວ​ພວກ​ສາ​ວົກ​ກໍ​ເຂົ້າ​ມາ​ເຝົ້າ

2   ພຣະ​ອົງ​ຈຶ່ງ​ຊົງ​ໄຂ​ພຣະ​ໂອດ ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ​ວ່າ,

3   “ຜູ້​ໃດ​ທີ່​ຍາກ​ຈົນ​ຝ່າຍ​ຈິດ​ວິນ​ຍານ​ກໍ​ເປັນ​ສຸກ ເພາະ​ວ່າ​ແຜ່ນ​ດິນ​ສວັນ​ເປັນ​ຂອງ​ຜູ້​ນັ້ນ

4   ຜູ້​ໃດ​ໂສກ​ເສົ້າ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັ​ບ​ການ​ຊົງ​ເລົ້າ​ໂລມ

5   ຜູ້​ໃດ​ມີ​ໃຈ​ອ່ອນ​ຫວານ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ​ມໍ​ຣະ​ດົກ

6   ຜູ້​ໃດ​ອືດ​ຫິວ​ຄວາມ​ຊອບ​ທັມ​ກໍ​ເປັນ​ສຸກ ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍ​ຣິ​ບູນ

7   ຜູ້​ໃດ​ມີ​ໃຈ​ກະ​ຣຸ​ນາ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບພຣະ​ກະ​ຣຸ​ນາ​ຕອບ

8   ຜູ້​ໃດ​ມີ​ໃຈ​ບໍ​ຣິ​ສຸດກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນພຣະ​ເຈົ້າ

9   ຜູ້​ໃດ​ສ້າງ​ຄວາມ​ສ​ງົບ​ສຸກ​ກໍ​ເປັນ​ສຸກ ເພາະ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້ນັ້ນ​ວ່າ​ເປັນ​ບຸດ

10 ຜູ້​ໃດ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ຄວາມ​ຊອບ​ທັມ​ກໍ​ເປັນ​ສຸກ ເພາະ​ວ່າ​ແຜ່ນ​ດິນ​ສວັນ​ເປັນ​ຂອງ​ຜູ້​ນັ້ນ

11 ເມື່ອ​ເຂົາ​ຈະ​ຕິ​ຕຽນ​ຂົ່ມ​ເຫັງ​ນິນ​ທາ​ວ່າ​ຮ້າຍ​ທ່າ​ນ​ທັງ​ຫລາຍ ເປັນ​ຄວາມ​ບໍ່​ຈິງ​ທຸກ​ຢ່າງ ເພາະ​ເຫັນ​ແກ່​ເຮົາ ພວກ​ທ່ານ​ກໍ​ເປັນ​ສຸກ

12 ຈົ່ງ​ຊົມ​ຊື່ນ​ຍິນ​ດີ ເພາະ​ວ່າ​ບຳ​ເຫນັດ​ຂອງ​ທ່ານ​ທັງ​ຫລາຍ​ມີ​ບໍ​ຣິ​ບູນ​ໃນ​ສວັນ ເຫມືອນ​ດັ່ງ​ນັ້ນ​ແຫລະ, ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຢູ່​ກ່ອນ​ທ່ານ​ທັງ​ຫລາຍ

ເຮື່ອງ​ເກືອ​ແລະ​ຄວາມ​ສວ່າງ

(ມຣກ 9:50; ລກ 14:34-35)

13 “ທ່ານ​ທັງ​ຫລາຍ​ຄື​ເກືອ​ສຳ​ລັບ​ໂລກ ແຕ່​ຖ້າ​ເກືອ​ນັ້ນ​ຈືດ​ຈາງ​ໄປ​ແລ້ວ ຈະ​ເຮັດ​ໃຫ້​ກັບ​ເຄັມ​ອີກ​ໄດ້​ຢ່າງ​ໃດ ແຕ່​ນັ້ນ​ໄປ​ກໍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ມີ​ແຕ່​ຈະ​ຖິ້ມ​ເສັຽ​ໃຫ້​ຄົນ​ຢຽບ​ເທົ່າ​ນັ້ນ

14 “ພວກ​ທ່ານ​ຄື​ແສງ​ສວ່າງ​ສຳ​ລັບ​ໂລກ ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ​ຈະ​ບັງ​ລັບ​ໄວ້​ບໍ່​ໄດ້

15 ບໍ່​ຫ່ອນ​ມີ​ຜູ້​ໃດ​ເມື່​ອໄຕ້​ໂຄມ​ແລ້ວ​ເອົາ​ບຸງ​ມາ​ກວບ ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ຮອງ​ຕິນ​ໂຄມ ແລະ​ມັນ​ສ່ອງ​ແຈ້ງ​ໄປ​ທົ່ວ​ທຸກ​ຄົນ​ທີ່​ຢູ່​ໃນ​ເຣືອນ​ນັ້ນ

16 ເຫມືອນ​ຢ່າງ​ນັ້ນ​ແຫລະ, ພວກ​ທ່ານ​ຈົ່ງ​ສ​ອ່ງ​ແຈ້ງ​ແກ່​ຄົນ​ທັງ​ປວງ ເພື່ອ​ວ່າ, ເມື່ອ​ເຂົາ​ເຫັນ​ການ​ດີ​ທີ່​ພວກ​ທ່ານ​ເຮັດ​ເຂົາ​ຈະ​ໄດ້​ສັຣ​ເສິນ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

ເຣື່ອງ​ພຣະ​ບັນ​ຍັດ

17  “ຢ່າ​ຄຶດ​ວ່າ​ເຮົາ​ມາ​ລຶບ​ລ້າງ​ພຣະ​ບັນ​ຍັດ ແລະ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ເສັຽ ເຮົາ​ບໍ່​ໄດ້​ມາ​ລຶບ​ລ້າງ ແຕ່​ມາ​ເຮັດ​ໃຫ້​ສຳ​ເຣັດ​ຄົບ​ຖ້ວນ

18 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຕາບ​ໃດ​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນ​ແຕ່​ຈຸດ​ຫລື​ຂິດ​ໃດໆ ກໍ​ຈະ​ບໍ່​ສູນ​ໄປ​ຈາກ​ພຣະ​ບັນ​ຍັດ​ຈົນ​ກ່​ວາສິ່ງ​ທັງ​ປວງ​ນັ້ນ​ຈະ​ເກິດ​ຂຶ້ນ​ຄົບ​ຖ້ວນ

19 ເຫດ​ສັນ​ນັ້ນ ຜູ້​ໃດ​ໄດ້​ເຮັດ​ໃຫ້​ຂໍ້​ເລັກ​ນ້ອຍ​ທີ່​ສຸດ​ໃນ​ບັນ​ດາ​ຄຳ​ສັ່ງ​ນີ້​ເບົ​ບາງ​ລົງ ທັງ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຢ່າງ​ນັ້ນ​ດ້ວຍ ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ຜູ້​ນ້ອຍ​ທີ່​ສຸດ​ໃນ​ແຜ່ນ​ດິນ​ສວັນ ແຕ່​ຜູ້​ໃດ​ທີ່​ປະ​ຕິ​ບັດ​ແລະ​ສອນ​ຕາມ​ພຣະ​ບັນ​ຍັດ ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ຜູ້​ໃຫຍ່​ໃນ​ແຜ່ນ​ດິນສວັນ

20 ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຖ້າ​ການ​ຖື​ສິນ​ທັມ​ຂອງ​ທ່ານ​ບໍ່​ລື່ນ​ກວ່າ​ການ​ຖື​ສິນ​ທັມ​ຂອງ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ພວກ​ທ່ານ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ສວັນ​ບໍ່​ໄດ້​ຈັກ​ເທື່ອ

ເຣື່ອງ​ຄວາມ​ຄຽດ​ຮ້າຍ

(ລກ 12:57-59)

21 “ທ່ານ​ທັງ​ຫລຍ​ໄດ້​ຍິນ​ຄຳ​ຊຶ່ງ​ກ່າວ​ໄວ້​ແກ່​ຄົນ​ບູ​ຮານ​ວ່າ “ຢ່າ​ຂ້າ​ຄົນ ຖ້າ​ຜູ້​ໃດ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ”

22 ແຕ່ຝ່າຍ​ເຮົາ ເຮົາ​ບອກ​ພວກ​ທ່ານ​ວ່າ​ ຜູ້​ໃດ​ຮ້າຍ​ອ້າຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖື​ກລົງ​ໂທດ ຜູ້​ໃດ​ຈະ​ເວົ້​ແກ່​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ ‘ອ້າຍ​ໂງ່’ ຜູ້​ນັ້ນ​ຈະ​​ຖືກ​ພິ​ພາກ​ສາ​ລົງໂທດຈາກ​ສານ​ສູງ ຜູ້​ໃດ​ຈະ​ເວົ້າ​​ວ່າ ‘ອ້າຍ​ບ້າ’ ຜູ້​ນັ້ນ​ຈະ​ມີ​ໂທດ​ເຖິງ​ໄຟ​ນະ​ຮົກ

23 ດັ່ງ​ນັ້ນ, ເມື່ອ​ທ່ານ​ກຳ​ລັງ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ມາ​ເຖິງ​ແທ່ນ​ບູ​ຊາ ແລ້ວ​ລະ​ນຶກຂຶ້ນ​ໄດ້​ວ່າ ທ່ານ​ມີ​ຂໍ້​ຂຸ່ນ​ເຄືອງກັ​ບ​ອ້າຍ​ນ້ອງຂອງ​ຕົນ​ດ້ວຍ​ເຣື່ອງ​ໃດ​ເຣື່ອງ​ນຶ່ງ

24 ຈົ່ງ​ວາງ​ເຄື່ອງ​ບູ​ຊາ​ໄວ້​ຕໍ່​ຫນ້າ​ແທ່ນ​ນັ້ນ​ກັບ​ໄປ​ຄືນ​ດີ​ກັບ​ອ້າຍ​ນ້ອງ​ຜູ້​ນັ້ນ​ເສັຽກ່ອນ ແລ້ວ​ຈຶ່ງ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ທ່ານ

25 ຈົ່ງ​ຮີບ​ປອງດອງ​ກັບ​ຄູ່​ໂຈດ​ຂອງ​ຕົນ ໃນ​ຂ​ນະ​ທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ທ່ານ​ໄວ້​ກັບ​ຕຸ​ລາ​ການ ແລະ​ຕຸ​ລາ​ການ​ຈະ​ມອບ ທ່ານ​ໄວ້​ກັບ​ທຳ​ມະ​ໂຮງ ແລ້ວ​ທ່ານ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ

26 ເຮົາ​ບອກ​ແກ່​ທ່ານ​ຕາມ​ຄວາມ​ຈິງວ່າ ທ່ານ​ຈະ​ອອກ​ຈາກ​ທີ່​ນັ້ນ​ບໍ່​ໄດ້​ກວ່າ​ຈະ​ໃຊ້​ຫນີ້​ຈົນ​ຄົບ​ທຸກ​ອັດ

ເຣື່ອງ​ການ​ຫລິ້ນ​ຊູ້

27  “ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມັຽ​ທ່ານ”

28 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ວ່າ ຜູ້​ໃດ​ເບິ່ງ​ແມ່​ຍິງ​ດ້ວຍ​ໃຈ​ກຳ​ຫນັດ​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ

29 ຖ້າ​ຕາ​ເບື້ອງ​ຂວາ​ຂອ​ງທ່ານ​ເຮັດ​ໃຫ້​ຕົວ​ຫລົງ​ຜິດ ຈົ່ງ​ຄວັດ​ອອກ​ຖິ້ມ​ເສັຽ ເພາະ​ການ​ທີ່​ເສັຽອະ​ວັຍ​ວະ​ສ່ວນ​ນຶ່ງ​ກໍ​ດີກວ່າ​ຫມົດ​ທັງ​ຕົວ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຫມໍ້​ນະ​ຮົກ

30 ແ​ລະ​ຖ້າ​ມື​ເບື້ອງ​ຂວາ​ຂອງ​ທ່ານ​ເຮັດ​ໃຫ້​ຫລົງ​ຜິດ ຈົ່ງ​ຕັດ​ຖິ້ມ​ເສັຽ ເພາະ​ການ​ທີ່​ມີ​ອະ​ວັຍ​ວະ​ສ່ວນ​ນຶ່ງກໍ​ດີ​ກວ່າ​ຫມົດ​ທັງ​ຕົວ​ຈະ​ຕ້ອງ​ຕົກ​ໃນ​ຫມໍ້ນະ​ຮົກ

ເຣື່ອງ​ການ​ຢ່າ​ຮ້າງ

(ມ​ທ 19:9; ມ​ຣກ 10:11-12; ລກ 16:18)

31 ຍັງ​ມີ​ຄຳ​ກ່າວ​ໄວ້​ວ່າ “ຖ້າ​ຜູ້​ໃດຈະ​ປະ​ຮ້າງ​ເມັຽ​ຂອງ​ຕົນ ກໍ​ໃຫ້​ເຮັດ​ຫນັງ​ສື​ຢ່າ​ຮ້າງ​ໃຫ້​ເມັຽນັ້ນ”

32 ແຕ່​ຝ່າຍເຮົາ, ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ວ່າ ຖ້າ​ຜູ້​ໃດ​ຈະ​ປະ​ເມັຽ​ຂອງ​ຕົນ​ເພາະ​ເຫດ​ອື່ນ ນອກ​ຈາກ​ການ​ຜິດ​ກັ​ບ​ຊາຍ​ອື່ນ ກໍ​ທໍ່​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ຍິງ​ນັ້ນ​ຖືກ​ຜິດ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ຖ້າ​ຜູ້​ໃດ​ຈະ​ຮັບ​ຍິງ​ຊຶ່ງ​ຢ່າ​ຮ້າງ​ຢ່າງ​ນັ້ນ​ມາ​ເປັນ​ເມັຽ ຜູ້​ນັ້ນ​ກໍ​ຖືກ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ

ເຣື່ອງ​ການ​ສາ​ບານ

33 ອີກ​ປະ​ການ​ນຶ່ງ ທ່ານ​ທັງ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ບູ​ຮານ​ວ່າ “ຢ່າ​ເສັຽ​ຄຳ​ສັດ​ສາ​ບານ ຄຳ​ສາ​ບານ​ທີ່​ທ່ານ​ຖວາຍ​ຕໍ່​ອົງ​ພຣະຜູ້ເປັນ​ເຈົ້​ແລ້ວ​ຕ້ອງ​ຮັກ​ສາ​ໄວ້​ໃຫ້​ຫມັ້ນ”

34 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍວ່າ ຢ່າ​ສາ​ບານ​ເລິຍ ໂດຍ​ອ້າງ​ເຖິງ​ສວັນ​ກໍ​ດີ, ເພາະ​ສວັນ​ເປັນ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ເຈົ້າ

35 ຫລື​ໂດຍ​ອ້າງ​ເຖິງ​ແຜ່ນ​ດິນ​ໂລກ​ກໍ​ດິ, ເພາະ​ແຜ່ນ​ດິນ​ໂລກ​ເປັນ​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ ຫລື​ໂດຍ​ອ້າງ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ດີ, ເພາະ​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ທີ່​ປະ​ທັບ​ຂອງ​ພຣະ​ມະ​ຫາ​ກະ​ສັດ

36 ຢ່າ​ສາ​ບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ຕົນ ເພາະ​ທ່ານ​ຈະ​ໃຫ້​ຜົມ​ຂາວຫລື​ດຳ​ຈັກ​ເສັ້ນ​ດຽວ​ກໍ​ບໍ່​ໄດ້

37 ແຕ່​ຈົ່ງ​ໃຫ້​ຖ້ອຍ​ຄໍາ​ຂອງ​ພວກ​ທ່ານ​ເປັນ​ດັ່ງ​ນີ້ “ແມ່ນ” ກໍ​ວ່າ “ແມ່ນ”  “ບໍ່​ແມ່ນ” ກໍ​ວ່າ “ບໍ່​ແມ່ນ” ເພາະ​ຄຳ​ເວົ້າ​ເກີນນີ້​ໄປ​ມາ​ຈາກ​ຄວາມ​ຊົ່ວ

ເຣື່ອງ​ການ​ຕອບ​ແທນ​ແກ້​ແຄ້ນ

(ລກ 6:29-30)

38 “ພວກ​ທ່ານ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຕາແທນ​ຕາ ແລະ​ແຂ້ວ​ແທນ​ແຂ້ວ”

39 ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ຕໍ່​ສູ້​ກັບ​ຄົນ​ຊົ່ວ ແຕ່​ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ທ່ານ ຈົ່ງ​ປິ່ນ​ແກ້ມ​ເບື້ອງ​ຊ້າຍ​ໃຫ້​ຜູ້​ນັ້ນ​ເຫມືອນ​ກັນ

40 ຖ້າ​ຜູ້​ໃດ​ຢາກ​ຟ້ອງ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ທ່ານ​ໄປ ກໍ​ຈົ່ງ​ໃຫ້​ເສື້ອ​ຊັ້ນ​ນອກ​ແກ່​ເຂົາ​ເຫມືອນ​ກັນ

41 ຖ້າ​ຜູ້​ໃດ​ຈະ​ເກນ​ທ່ານ​ໃຫ້​ຍ່າງ​ໄປ​ນຶ່ງ​ຫລັກ ກໍ​ໃຫ້​ທ່ານ​ໄປ​ກັບ​ເຂົາ​ເຖິງ​ສອງ​ຫລັກ

42 ຖ້າ​ຜູ້​ໃດ​ຈະ​ຂໍ​ນຳ​ທ່ານ​ກໍ​ຈົ່ງ​ໃຫ້ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຢາກ​ຢືມ​ຈາກ​ທ່ານ

ເຣື່ອງ​ຄວາມ​ຮັກ​ຕໍ່​ສັດ​ຕຣູ

(ລກ 6:27-28, 32-36)

43 ທ່ານ​ທັງ​ຫລາຍໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຈົ່ງ​ຮັກ​ເພື່ອນ​ບ້ານ​ແລະ​ຊັງ​ສັດ​ຕຣູ”

44 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ຮັກ​ສັດ​ຕຣູ​ຂອງ​ທ່ານ ຈົ່ງ​ອ້ອນວອນ​ສຳ​ລັບ​ຜູ້​ທີ່​ຂົ່ມ​ເຫັງ​ທ່ານ

45 ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ເກິດ​ເປັນບຸດ​ຂອງ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່ໃນ​ສວັນ ເພາະ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ດວງ​ຕາເວັນ​ຂອງ​ພຣະ​ອົງ​ຂຶ້ນ​ສ່ອງ​ສວ່າງ​ໃສ່​ຄົນ​ຊົ່ວ​ແລະ​ຄົນ​ດີ ແລະ​ຊົງ​ໃຫ້​ຝົນ​ຕົກ​ໃສ່​ຄົນ​ສິນ​ທັມ​ກັບ​ຄົນ​ບໍ່​ມີ​ສິນ​ທັມ​ສເມີ​ກັນ

46 ຖ້າ​ແມ່ນ​ວ່າ​ທ່ານ​ຮັກ​ຄົນ​ທັງ​ຫລາຍ​ທີ່​ຮັກ​ທ່ານ ທ່ານ​ຈະ​ໄດ້​ຮັບ​ບຳ​ເຫນັດ​ອັນ​ໃດ ເຖິງ​ພວກ​ເກັບ​ພາ​ສິ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ຫລື

47 ຖ້າ​ທ່ານ​ຄໍາ​ນັບ​ພີ່​ນ້ອງ​ຂອງ​ຕົນ​ແຕ່​ຝ່າຍ​ດຽວ ທ່ານ​ໄດ້​ເຮັດ​ສິ່ງ​ໃດ​ລື່ນ​ຄົນ​ອື່ນ​ທັງ​ປວງ ເຖິງ​ຄົນ​ຕ່າງ​ຊາດກໍຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ຫລື

48 ເຫດ​ສັນ​ນັ້ນ ທ່ານ​ທັງ​ຫລາຍ​ຕ້ອງ​ເປັນ​ຄົນ​ດີ​ທີ່​ສຸດ ເຫມືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຊົງ​ເປັນ​ຜູ້​ດີ​ທີ່​ສຸດ

 

6. ເຣື່ອງ​ການ​ທານ

1    “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ຖື​ສິນ​ກິນ​ທານ​ເພື່ອ​ອວດ​ຄົນ​ອື່ນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ທ່ານ​ຈະ​ບໍ່​ໄດ້​ຮັບ​ບຳ​ເຫນັດ​ຈາກ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

2   ເຫດ​ສັນ​ນັ້ນ ເມື່ອ​ທ່ານ​ໃຫ້​ທານ ຢ່າ​ເປົ່າ​ແກ​ໄປ​ກ່ອນ​ຫນ້າ​ທ່ານ ເຫມືອນ​ດັ່ງ​ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຄິຍ​ເຮັດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ຕາມ​ຖ​ນົນ ເພື່ອ​ໃຫ້​ມະ​ນຸດ​ສັຣ​ເສິນ ເຮົ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ

3   ຝ່າຍ​ພວກ​ທ່ານ, ເມື່ອ​ໃຫ້​ທານ​ຢ່າ​ໃຫ້​ມື​ຊ້າຍ​ຮູ້​ການ​ທີ່​ມື​ຂວາ​ກຳ​ລັງ​ເຮັດ​ນັ້ນ

4   ເພື່ອ​ທານ​ຂອງ​ທ່ານ​ຈະ​ໄດ້​ເປັນ​ການ​ລັບ​ ແລະ​ພຣະ​ບີ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້​ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

ເຣື່ອງ​ການ​ອ້ອນວອນ

(ລກ 11:2-4)

5   “ເມື່ອ​ທ່ານ​ທັງ​ຫລາຍ​ອ້ອນ​ວອນ​ຢ່າ​ໃຫ້​ເປັນ​ເຫມືອນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ເພາະ​ເຂົາ​ມັກ​ຢືນ​ອ້ອນວອນ​ໃນໂຮງ​ທັມມະ​ເທ​ສ​ນາ​ແລະ​ຕາມ​ແຈຖ​ນົນ ເພື່ອ​ຈະ​ໃຫ້​ມະ​ນຸດ​ເຫັນ ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ

6   ແຕ່​ຝ່າຍ​ທ່ານ, ເມື່ອ​ຈະ​ອ້ອນວອນ​ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ ຄັນ​ອັດ​ປະ​ຕູ​ແລ້ວ​ຈົ່ງອ້ອນວອນ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ທີ່​ລັ​ບ​ລີ້ ແລ້​ວ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້ ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

7   “ແຕ່​ເມື່ອ​ທ່ານ​ອ້ອນວອນ​ຢູ່ ຢ່າ​ເວົ້​ຊ້ຳ​ຄຳ​ເກົ່າ​ເຫມືອນ​ຄົນ​ຕ່າງ​ຊາດ​ເຄີຍ​ເຮັດ​ ເພາະ​ເຂົາ​ຄຶດ​ວ່າ ຖ້າ​ເວົ້າ​ຫລາຍ​ຄຳ​ພຣະ​ຈຶ່ງ​ຈະ​ຊົງ​ໂຜດຮັບ​ຟັງ

8   ສັນ​ນັ້ນ ຢ່າ​ເຣັດ​ຄື​ເຂົາ ເພາະ​ວ່າ​ສິ່ງ​ໃດ​ທີ່​ທ່ານ​ຕ້ອງ​ການ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຊົງ​ຊາບ​ກ່ອນ​ພວກ​ທ່ານ​ທູນ​ຂໍ

9   ເຫດ​ສັນ​ນີ້ ພວກ​ທ່ານ​ຈົ່ງ​ອ້ອນວອນ​ຕາມ​ຢ່າງ​ນີ້​ວ່າ, “ຂ້າ​ແດ່​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຜູ້​ຊົງ​ສະ​ຖິດໃນ​ສວັນ ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົ​ຣົບ​ບູ​ຊ

10 ຂໍ​ໃຫ້​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ໃນ​ສວັນ​ເປັນຢ່າງ​ໃດ​ກໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນ​ດິນ​ໂລກ

11 ຂໍ​ຊົງ​ໂຜດ​ປະ​ທານ​ອາ​ຫານ​ປະ​ຈໍາວັນ ໃຫ້​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃນ​ກາ​ລະ​ວັນ​ນີ້

12 ຂໍ​ຊົງ​ໂຜດ​ຍົກ​ໂທດ​ໃຫ້​ຂ້າ​ພຣະ​ອົງ ເຫມືອນ​ຂ້າ​ພຣະ​ອົງ​ຍົກ​ໂທດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣອົງ​ນັ້ນ

13 ແລະ​ຂໍ​ຢ່າ​ພາ​ຂ້າ​ພຣະອົງ​ເຂົ້​ໄປ​ໃນ​ການ​ທົດ​ລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກການ​ຊົ່ວ​ຮ້າຍ (ເຫດ​ວ່າ​ຣາ​ຊ​ອານ​ຈັກ, ຣິດອໍາ​ນາດ, ແລະ​ພຣະ​ຣັ​ສ​ມີ​ກໍ​ເປັນ​ຂອງ​ພຣະ​ອົງ​ສືບໆ ໄປ​ເປັນ​ນິດ ອາ​ແມນ)

14 ເພາະ​ວ່າ​ຖ້າ​ວ່າ​ທ່ານ​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ​ນຸດ ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ສວັນ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ດ້ວຍ

15 ແຕ່​ຖ້າ​ທ່ານ​ບໍ່​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ​ນຸດ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຈະ​ບໍ່​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ເຫມືອນ​ກັນ

ເຣື່ອງ​ສິນ​ອົດ​ອາຫານ

16  “ເມື່ອ​ທ່ານ​ຖື​ສິນ​ອົດ​ອາ​ຫານ ຢ່າ​ເຮັດ​ຫນ້າ​ເສົ້າ​ຫມອງ​ເຫມືອນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ດ້ວຍ​ວ່າ​ເຂົາ​ເຮັດ​ຫນ້າ​ຫມອງ​ເພື່ອ​ຈະ​ໃຫ້​ມະ​ນຸດ​ເຫັນ​ວ່າ​ເຂົາ​ຖື​ສິນ​ອົດ​ອາ​ຫານ ເຮົາ​ບອ​ກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ

17 ແຕ່​ຝ່າຍ​ທ່ານ, ເມື່ອ​ຖື​ສິນ​ອົດ​ອາ​ຫານ ຈົ່ງ​ລ້າງ​ຫນ້າ​ແລະ​ເອົາ​ນ້ຳ​ມັນ​ທາ​ຫົວ

18 ເພື່ອ​ຈະ​ບໍ່​ໃຫ້​ມະ​ນຸດ​ເຫັນ​ວ່າ​ທ່ານ​ຖື​ສິນ​ອົດ​ອາ​ຫານ ແຕ່​ໃຫ້​ປາ​ກົດ​ແກ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ທີ່​ລັບ​ລີ້ ແລະ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້ ກໍ​ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

ເຣື່ອງ​ຊັບ​ສົມ​ບັດ​ໃນ​ສວັນ

(ລກ 12:33-34)

19 “ຢ່າ​ຮີບ​ໂຮມ​ຊັບ​ສົມ​ບັດໄວ້​ສຳ​ລັບຕົນ​ໃນ​ໂລກ ຊຶ່ງ​ເປັນ​ບ່ອນມອດ​ແລະ​ຂີ້​ຫມ້ຽງ​ກັດ​ກິນ​ ແລະ​ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າ​ລັກ​ເອົາ​ໄດ້

20 ແຕ່​ຈົ່ງ​ຮີບ​ໂຮມ​ຊັບ​ສົມ​ບັດ​ສຳ​ລັບ​ຕົນ​ໄວ້​ໃນ​ສວັນ ບ່ອນມອດ​ແລະ​ຂີ້​ຫມ້ຽງ​ກັດ​ກິນ​ບໍ່​ໄດ້ ແລະ​ທັງ​ໂຈນ​ເຈາະ ແລະ​ລັກ​ເອົາ​ບໍ່​ໄດ້

21 ເພາະ​ວ່າ​ຊັບ​ສົມ​ບັດ​ຂອງ​ທ່ານ​ຢູ່​ທີ່​ໃດ ໃຈ​ຂອງ​ທ່ານ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ

ເຣື່ອງ​ຄວາມ​ສວ່າງ​ຂອງ​ຮ່າງ​ກາຍ

(ລກ 11:34-36)

22 “ຕາ​ເປັນ​ດວງ​ສວ່າງ​ຂອງ​ຮ່າງ​ກາຍ ຖ້າ​ຕາ​ຂອງ​ທ່ານ​ປົກ​ກະ​ຕິ​ດີ ຮ່າງ​ກາຍ​ທຸກ​ສ່ວນ​ກໍ​ສວ່າງ​ດີ

23 ແຕ່​ຖ້າ​ຕາ​ຂອງ​ທ່ານ​ບໍ່​ປົກ​ກະ​ຕິ​ດີ ຮ່າງ​ກາຍ​ທຸກ​ສ່ວນ​ຂອງ​ທ່ານ​ກໍ​ມືດ​ໄປ ເຫດ​ສັນ​ນັ້ນ ຖ້າ​ຄວາມ​ສວ່າງ​ທີ່​ຢູ່​ໃນ​ຕົວ​ຂອງ​ທ່ານ​ມືດ​ໄປ ຄວາມ​ມືດ​ນັ້ນ​ຈະ​ຫນາ​ທຶບ​ພຽງ​ໃດ​ຫນໍ

ເຣື່ອງ​ພຣະ​ເຈົ້າ​ແລະ​ເງິນ​ຄຳ

(ລກ 16:13)

24 “ບໍ່​ມີ​ຜູ້​ໃດ​ສາ​ມາດ​ເປັນ​ຂ້າ​ສອງ​ເຈົ້າ​ບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຊັງ​ນຍຜູ້​ນີ້​ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປ​ມາດ​ຜູ້ນັ້ນ ທ່ານ​ຈະ​ເປັນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ເປັນ​ຂ້ອຍ​ໃຊ້​ຂອງ​ເງິນ​ຄຳ​ພ້ອມ​ກັນ​ບໍ່​ໄດ້

ເຣື່ອງ​ຄວາມ​ກະ​ວົນ​ກະ​ວາຍ

(ລກ 12:22-31)

25 “ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຊີ​ວິດ​ຂອງ​ຕົນ​ວ່າ ຈະ​ກິນ​ຫຍັງ, ຈະ​ດື່ມ​ຫຍັງ, ແລະ​ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຮ່າງ​ກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງ​ຫຍັງ ຊີ​ວິດ​ກໍ​ລື່ນກວ່າອາ​ຫານ​ບໍ່​ແມ່ນ​ຫລື ແລະ​ຮ່າງ​ກາຍ​ກໍ​ລື່ນກວ່າ​ເຄື່ອງ​ນຸ່ງ​ຫົ່ມ​ບໍ່​ແມ່ນ​ຫລື

26 ຈົ່ງ​ເບິ່ງນົກ​ປ່າ ມັນບໍ່​ໄດ້​ຫວ່ານ, ບໍ່​ໄດ້​ກ່ຽວ, ບໍ່​ໄດ້​ເກັບ​ໂຮມ​ໃສ່​ເລົ້າ​ໄວ້ ແຕ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງສະ​ຖິດ​ຢູ່​ໃນ​ສວັນ​ກໍ​ຍັງ​ຊົງ​ລ້ຽງ​ນົກ​ນັ້ນ ພວກ​ທ່ານ​ກໍ​ປະ​ເສີດຫລາຍກວ່າ​ນົກ​ບໍ່​ແມ່ນ​ຫລື

27 ມີ​ໃຜ​ໃນ​ພວກ​ທ່ານ​ໂດຍ​ຄວາມ​ກະ​ວົນ​ກະ​ວາຍ​ອາດ​ຕໍ່​ຊີວິດ​ຂອງ​ຕົນ​ໃຫ້​ຍາວ​ອອກ​ໄປ​ອີກ​ຈັກ​ສອກ​ນຶ່ງ​ໄດ້​ຫລື

28 ເປັນ​ສັນ​ໃດ ທ່ານ​ທັງຫລາຍ​ຈຶ່ງ​ກະ​ວົນ​ກະ​ວາຍ​ເຖິງ​ຄວາມ​ນຸ່ງ​ຫົ່ມ ຈົ່ງ​ສັງ​ເກດ​ເບິ່ງດອກໄມ້​ໃນ​ທົ່ງ​ວ່າ ມັນ​ຈະ​ເຣິນ​ໃຫຍ່​ຂຶ້ນ​ຢ່າງ​ໃດ ມັນ​ບໍ່​ໄດ້​ເຮັດ​ການ, ບໍ່​ໄດ້​ເຂັນ​ຝ້າຍ

29 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຖິງ​ແມ່ນ​ກະ​ສັດ​ໂຊໂລ​ໂມນ, ເມື່ອ​ບໍ​ຣິ​ບູນ​ດ້ວຍ​ສະ​ງ່າ​ຣາ​ສິ ກໍ​ບໍ່​ໄດ້​ຊົງ​ເຄື່ອງ​ງາມ​ທໍ່​ດອກ​ໄມ້​ເຫລົ່າ​ນີ້​ດອກ​ນຶ່ງ

30 ຖ້າ​ພຣະເຈົ້າ​ຊົງ​ຕົກ​ແຕ່ງ​ຫຍ້າ​ທີ່​ທົ່ງ​ຢ່າງ​ນັ້ນ ຊຶ່ງ​ເປັນ​ມື້​ນີ້​ແລະ​ມື້​ຫນ້າ​ຕ້ອງ​ຖືກ​ຖິ້ມ​ໃສ່​ເຕົາ​ໄຟ

ໂອ​ ຜູ້​ມີ​ຄວາມ​ເຊື່ອນ້ອຍ​ເອີຍ, ພຣະ​ອົງ​ຈະ​ບໍ່​ຊົງ​ຕົກ​ແຕ່ງ​ທ່ານ​ຫລາຍກວ່າ​ນົກ​ນັ້ນ​ອີກ​ຫລື

31 ເຫດ​ສັນ​ນັ້ນ ຢ່າ​ກະ​ວົນ​ກະ​ວາຍ​ວ່າ “ພວກ​ເຮົາ​ຈະ​ກິນຫຍັງ, ຈະດື່ມຫຍັງ, ຫລື​ຈະ​ນຸ່ງ​ຫົ່ມ​ຫຍັງ”

32 ເພາະ​ວ່າ​ພວກ​ຕ່າງ​ຊາ​ດສ​ແວງ​ຫາ​ສິ່ງ​ທັງ​ປ​ວງ​ນີ້ ແຕ່​ວ່າ​ພຣະ​ບິ​ດາ​ຂອງທ່ານ​ທັງ​ຫລາຍ​ຜູ້​ຊົງ​ສະ​ຖິດ​ຢູ່ໃນ​ສວັນ ຊົງ​ຊາບ​ແລ້ວ​ວ່າ​ພວກ​ທ່ານ​ຕ້ອງ​ການ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້

33 ແຕ່​ກ່ອນ​ອື່ນ, ທ່ານ​ທັງ​ຫລາຍ​ຈົ່ງ​ສ​ແວງ​ຫ​ຣາ​ຊ​ອາ​ນາ​ຈັກ​ຂອ​ງ​ພຣະ​ເຈົ້ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊົງ​ເພີ້ມ​ເຕີມ​ສິ່ງທັງ​ປວງ​ເຫລົ່າ​ນີ້​ໃຫ້​ແກ່​ທ່ານ

34 ເຫດ​ສັນ​ນັ້ນ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ມື້ອື່ນ ເພາະ​ມື້​ອື່ນ​ຄົງ​ມີ​ການ​ກະ​ວົນ​ກະ​ວາຍ​ສຳ​ລັບ​ມັນ​ເອງຄວາມ​ທຸກ​ໃນ​ວັນ​ໃດ​ກໍ​ພໍ​ແລ້ວ​ໃນ​ວັນ​ນັ້ນ

 

7. ເຣື່ອ​ງການ​ກ່າວ​ໂທດ​ຜູ້​ອື່ນ

(ລກ 6:37-42)

1    “ຢ່າ​ກ່າວ​ໂທດ​ໃສ່​ເຂົາ​ເພື່​ອ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ກ່າວ​ໂທດ​ໃສ່​ທ່ານ

2   ເພາະວ່າ​ທ່ານ​ຈະ​ກ່າວ​ໂທດ​ໃສ່​ເຂົາ​ຢ່າງ​ໃດ ພຣະ​ເຈົ້າ​ຈະ​ຊົງ​ກ່າວ​ໂທດ​ໃສ່​ທ່ານ​ຢ່າງ​ນັ້ນ ພວກ​ທ່ານ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະ​ເຈົ້າ​ຈະ​ຊົງ​ຕວງ​ໃຫ້​ພວກ​ທ່ານ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ

3   ເປັນ​ຫຍັງ​ທ່ານ​ຈຶ່ງ​ຫລຽວເຫັນຂີ້​ເຫຍື້ອ​ທີ່ຢູ່ໃນ​ຕາ​ພີ່​ນ້ອງ​ຂອງ​ທ່ານ ແຕ່​ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ຕົນ​ທ່ານ​ບໍ່​ຮູ້​ສຶກ

4   ຫລື​ເປັນ​ສັນ​ໃດ​ ທ່ານ​ຈຶ່ງ​ກ່າວ​ແກ່ພີ່​ນ້ອງ​ຂອງ​ທ່ານ​ວ່າ “ໃຫ້​ຂ້ອຍ​ເຂັ່ຽ​ຂີ້​ເຫຍື້ອ​ອອກ​ຈາກ​​ຕາ​ຂອງ​ເຈົ້າ” ແຕ່​ເບິ່ງ​ແມ໋, ໄມ້​ທັງ​ທ່ອນມີ​ຢູ່​ໃນ​ຕາ​ຂອງ​ທ່ານ​ເອງ

5   ໂອ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ທ່ານ​ກ່ອນ ແລ້ວ​ທ່ານ​ຈະ​ເຫັນ​ໄດ້​ຄັກ ຈຶ່ງ​ຈະເຂັ່ຽຂີ້​ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ພີ່​ນ້ອງ​ຂອງ​ຕົນ​ໄດ້

6   “ຢ່າ​ເອົາ​ຂອງ​ປະ​ເສີດ​ໃຫ້​ແກ່​ຫມາ ຢ່າ​ໂຍນ​ໄຂ່​ມຸກ​ໃສ່​ຕໍ່​ຫນ້າ​ຫມູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢ່ຳ​ເສັຽ ແລະ​ຈະ​ຕ່າວ​ມາ​ຂົບ​ຈີກ​ທ່ານ​ດ້ວຍ

ເຣື່ອງ​ການ​ຂໍ, ການ​ຊອກ, ແລະ​ການ​ເຄາະ

(ລກ 11:9-13; 6:31)

7   “ຈົ່ງ​ຫມັ່ນ​ຂໍ​ແລ້ວ​ຈະ​ຊົງ​ປະ​ທານ​ໃຫ້ ຈົ່ງ​ຫມັ່​ນ​ຊອກ​ແລ້ວ​ຈະ​ພົບ ຈົ່ງ​ຫມັ່​ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້

8   ເພາະ​ວ່າ​ທຸກ​ຄົນ​ທີ່​ຫມັ່ນ​ຂໍ​ກໍ​ໄດ້​ຮັບ ທຸກ​ຄົນ​ທີ່​ຫມັ່ນ​ຊອກ​ກໍ​ພົບ ທຸກ​ຄົນ​ທີ່​ຫມັ່ນ​ເຄາະ​ກໍ​ຊົງ​ໄຂ​ໃຫ້

9   ໃນ​ພວກ​ທ່ານ​ມີ​ຜູ້​ໃດ​ແດ່ ຖ້າ​ລູກ​ຂໍເຂົ້າ​ປັ້ນ​ນຶ່ງ​ຈະ​ບໍ່​ໄດ້​ເອົາ​ກ້ອນ​ຫີນ​ໃຫ້​ຕີ້

10 ຫລື​ຖ້າ​ລູກ​ຂໍ​ປາ​ຈະ​ບໍ່​ໄດ້​ເອົາ​ງູ​ໃຫ້​ຕີ້

11 ເຫດ​ສັນ​ນັ້ນ ຖ້າ​ພວກ​ທ່ານ​ຜູ້​ເປັນ​ຄົນ​ຊົ່ວ ຍັງ​ຮູ້​ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະ​ບິ​ດ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຈະ​ຊົງ​ປະ​ທນ​ຂອງ​ດີ​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະ​ອົງ

12 ດັ່ງ​ນັ້ນ​ສິ່ງ​ໃດໆ ທີ່​ທ່ານ​ປາ​ຖນາ​ໃຫ້​ເຂົາ​ເຮັດ​ແກ່​ທ່ານ ທ່ານ​ຈົ່ງ​ເຮັດ​ກັບ​ເຂົາ​ທຸກ​ປະ​ການ​ເຫມືອນ​ກັນ ເພາະ​ອັນ​ນັ້ນ​ຄື​ພຣະ​ບັນ​ຍັດ ແລະ​ຄຳ​ສັ່ງ​ສອນ​ຂອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ

ເຣື່ອງ​ປະ​ຕູ​ຄັບ​ແຄບ

(ລກ 13:24)

13 “ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ​ແຄບ ເພາະ​ວ່າ​ປະ​ຕູ​ກໍ​ກວ້າງ​ແລະ​ທາງ​ກໍ​ກວ້າງ​ຂວາງ​ທີ່​ນຳ​ໄປ​ເຖິງ​ຄວາມ​ຈິບ​ຫາຍ​ນັ້ນ ມີ​ຫລາຍ​ຄົນ​ເຂົ້​ໄປ​ຕາມ​ທາງ​ນັ້ນ

14 ເພາະ​ວ່າ​ປະ​ຕູ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ກໍ​ຄັບ​ແຄບ​ແລະ​ທາງ​ກໍ​ແຄບ ບໍ່​ມີ​ຫລາຍ​ຄົນ​ພົບ​ທາງ​ນັ້ນ

ເຣື່ອງ​ຮູ້​ເຫດໄດ້​ດ້ວຍ​ຜົນ

(ມທ 12:33; ລກ 6:43-45)

15 “ພວກ​ທ່ານ​ຈົ່ງ​ລະ​ວັງ​ຜູ້​ປະ​ກາດ​ພຣະ​ທັມ​ບໍ່​ຈິງ ທີ່​ປອມ​ຕົວ​ຄື​ແກະ​ມາ​ຫາ​ທ່ານ ແຕ່​ພາຍ​ໃນ​ເຂົາ​ເປັນ​ຫມາ​ໃນ​ຕົວ​ຮ້າຍ

16 ​ທ່ານຈະ​ຮູ້​ຈັກ​ເຂົາ​ໄດ້​ດ້ວຍ​ຜົນ​ຂອງ​ເຂົາ ເຂົາ​ເຄີຍ​ເກັບ​ຫມາກ​ອະ​ງຸ່ນ​ຈາກ​ເຄືອ​ມີ​ຫນາມ​ຫລື ແລະ​ເຂົາ​ເຄິຍ​ເກັບ​ຫມາກ​ເດື່ອ​ເທດ​ຈາກ​ຕົ້ນ​ມີ​ຫນາມ​ຫລື

17  ດັ່ງ​ນັ້ນ​ໄມ້​ດີ​ທຸກ​ຕົ້ນ​ຍ່ອມ​ເກີດ​ຜົນ​ດີ ແຕ່​ຕົ້ນ​ໄມ້​ບໍ່​ດີ​ກໍ​ເກີດ​ຜົນ​ບໍ່​ດີ

18  ຕົ້ນ​ໄມ້​ດີ​ຈະ​ເກີດ​ຜົນ​ບໍ່​ດີ​ບໍ່​ໄດ້ ຫລື​ຕົ້ນ​ໄມ້​ບໍ່​ດີ​ຈະ​ເກີດ​ຜົນ​ດີ​ກໍ​ບໍ່​ໄດ້

19  ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກິດ​ຜົນ​ດີ​ຕ້ອງ​ຖືກ​ປ້ຳ​ຖິ້ມ​ໃສ່​ໄຟ​ເສັຽ

20  ເຫດ​ສັນ​ນັ້ນ ພວກ​ທ່ານ​ຈະ​ຮູ້​ຈັກ​ເຂົາ​ໄດ້​ດ້ວຍ​ຜົນ​ຂອງ​ເຂົາ.

ເຣື່ອງ​ການ​ຊົງ​ປະ​ຕິ​ເສດ

(ລກ 6:46; 13:26-27)

21  “ບໍ່​ແມ່ນ​ຫມົດ​ທຸກຄົນ​ທີ່​ກ່າວ​ແກ່​ເຮົາ​ວ່າ, “ພຣະ​ອົງ​ເຈົ້, ພຣະ​ອົງ​ເຈົ້າ,” ຈະ​ເຂົ້​ໃນ​ແຜ່ນ​ດິນ​ສວັນ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

22  ເມື່ອ​ເຖິງວັນ​ນັ້ນ​ຈະ​ມີ​ຫລາຍ​ຄົນ​ຮ້ອງ​ໃສ່​ເຮົາ​ວ່າ “ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ, ພວກ​ຂ້າ​ພຣະ​ອົງ​ໄດ້​ປະ​ກາດ​ພຣະ​ທັມ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ໄດ້​ຂັບ​ໄລ່​ຜີ​ອອກ​ໃນພຣະ​ນາມ​ຂອງ​ພຣະ​ອົງ ແລະ​ໄດ້​ເຮັດ​ການ​ອິດ​ທິ​ຣິດ​ຫລາຍ​ປະ​ການ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ຫລື”

23  ເມື່ອ​ນັ້ນ​ເຮົາ​ຈະ​ໄດ້​ປະ​ກາດ​ແກ່​ເຂົາ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ພວກ​ເຈົ້າ​ຈັກ​ເທື່ອ ເຈົ້​ຜູ້​ເຮັດ​ການ​ຊົ່ວ​ເຮິຍ, ຈົ່ງ​ຜ່າຍ​ຫນີ​ໃຫ້​ພົ້ນ​ຈາກ​ເຮົາ​ເສັຽ”

ເຣື່ອງ​ຮາກ​ຕຶກ​ສອງ​ຢ່າ​ງ

(ລກ 6:47-49)

24  “ເຫດ​ສັນ​ນັ້ນ ທຸກ​ຄົນ​ທີ່​ຟັງ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລະ​ປະ​ຕິ​ບັດ​ຕາມ ຄົນ​ນັ້ນ​ກໍ​ປຽບ​ເຫມືອນ​ຄົນ​ສ​ລາດ​ທີ່​ກໍ່​ສ້າງ​ຕຶກ​ຂອງ​ຕົນ​ເທິງ​ດານ​ຫີນ

25  ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ, ລົມ​ກໍ​ພັດ​ປະ​ທະ​ຕຶກ​ນັ້ນ ແຕ່​ຕຶກ​ນັ້ນ​ກໍ​ບໍ່​ພັງ​ເພ​ລົງ ເພາະ​ຮາກ​ມັນ​ຕັ້ງ​ຢູ່​ເທິງ​ຫີ

26  ແຕ່​ທຸກ​ຄົນ​ທີ່​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ເຮົ​ແລະ​ບໍ່​ປະ​ຕິບັດ​ຕາມ ຄົນ​ນັ້ນ​ກໍ​ປຽບ​ເຫມືອນ​ຄົນ​ໂງ່​ທີ່​ກໍ່​ສ້າງ​ຕຶກ​ຂອງ​ຕົນ​ເທິງ​ຫາດ​ຊາ​ຍ

27  ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ, ລົມ​ກໍ​ພັດ​ປະ​ທະ​ຕຶກ​ນັ້ນ ຕຶກ​ນັ້ນ​ກໍ​ເພ​ພັງ​ລົງ ແລະ​ການ​ເພ​ພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ”

ຊົງ​ສັ່ງ​ສອນ​ດ້ວຍ​ອຳ​ນາດ

28 ຢູ່​ມາ​ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່​ນີ້​ຈົບ​ລົງ​ແລ້ວ ປະ​ຊາ​ຊົນ​ທັງ​ປວງ​ກໍ​ປ​ລາດ​ໃຈໃນ​ການ​ສັ່ງ​ສອນ​ຂອງ​ພຣະ​ອົງ

29 ເພາະ​ວ່າ​ພຣະ​ອົງ​ຊົງ​ສັ່ງ​ສອນ​ເຂົາ​ເຫມືອນ​ຜູ້​ມີ​ຣິດ​ອຳ​ນາດ ແລະ​ບໍ່​ເຫມືອນ​ພວກ​ນັກ​ທັມ​ຂອງ​ເຂົາ

 

8. ເຣື່ອງ​ຄົນ​ຂີ້​ທູດ​ຜູ້​ນຶ່ງ​ດີ​ສະ​ອາດ

(ມ​ຣກ 1:40-45; ລກ 5:12-16)

1   ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ມາ​ຈາກ​ພູ​ແລ້ວ ປະ​ຊາ​ຊົນ​ຫລວງ​ຫ​ລາຍ​ໄດ້​ຕິດ​ຕາມ​ພຣະ​ອົງ

2   ແລະ​ເບິ່ງ​ແມ໋, ມີ​ຄົນ​ຂີ້​ທູດ​ຜູ້​ນຶ່ງ​ເຂົ້າ​ມາ​ຂາບ​ລົງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ດີ​ສະ​ອາດ​ໄດ້”

3   ພຣະ​ອົງ​ຈຶ່ງ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກ​ຄົນ​ນັ້ນ​ແລະ​ຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ” ແລ້ວພຍດ​ຂີ້​ທູດ​ຂອງ​ຜູ້​ນັ້ນ​ກໍ​ດີ​ສະ​ອາດ​ທັນ​ທີ

4    ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່ຜູ້​ນັ້ນ​ວ່າ, “ລະ​ວັງ​ຢ່າ​ບອກ​ໃຫ້​ຜູ້​ໃດ​ຟັງ ແຕ່​ຈົ່ງ​ໄປສະ​ແດງ​ຕົວ​ຕໍ່​ປະ​ໂຣ​ຫິດ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່ອ​ເປັນ​ຫລັກ​ຖານ​ຕໍ່​ເຂົາ”

ຊົງ​ໂຜດ​ຄົນ​ໃຊ້​ຂອງ​ນາຍ​ຮ້ອຍ

(ລກ 7:1-10)

5    ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ເຂົາ​ໄປ​ໃນ​ເມືອງ​ກາ​ເປ​ນາ​ອູມ ມີ​ນາຍ​ຮ້ອຍ​ທະ​ຫານ​ຜູ້​ນຶ່ງ​ມາ​ອ້ອນວອນ​ພຣະ​ອົງ

6    ທູນ​ວ່າ, “ນາຍ​ເອີຍ, ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ເປັນ​ເປັ້ຽນ​ອນ​ຢູ່​ເຮືອນ​ທົນ​ທຸກ​ເວ​ທະນາ​ຫລາຍ”

7    ພຣະ​ເຢ​ຊູ​ຊົງ​ບອກກັບ​ນາຍ​ຮ້ອຍ​ນັ້ນ​ວ່າ, “ເຮົາ​ຈະ​ໄປ​ຊ່ອຍ​ໃຫ້​ເຂົາ​ດີ”

8    ແຕ່​ຝ່າຍ​ນາຍ​ຮ້ອຍ​ຜູ້​ນັ້ນ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຄົນ​ບໍ່​ສົມ​ຄວນ​ທີ່​ຈະ​ໃຫ້​ທ່ານ​ເຂົ້​ໄປ​ລຸ່ມ​ຫລັງ​ຄາ​ເຮືອນ​ຂອງ​ຂ້າ​ພຣະ​ອົງ ແຕ່​ຂໍ​ທ່ານ​ກ່າວ​ເທົ່າ​ນັ້ນ​ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ກໍ​ຈະ​ດີ​ພ​ຍາດ

9    ເຫດ​ວ່າ​ຂ້າພຣະ​ອົງ​ເປັນ​ຄົນ​ຢູ່​ໃຕ້​ວິ​ນັຍ​ທະ​ຫານ ແລະ​ຍັງ​ມີ​ທະ​ຫານ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຂ້າ

ພຣະ​ອົງ​ອີກ ຂ້າ​ພຣະ​ອົງ​ສັ່ງ​ແກ່​ຄົນ​ນັ້ນ​ວ່າ “ໄປ” ມັນ​ກໍ​ໄປ ແລະ​ສັ່ງ​ຄົນ​ນີ້​ວ່າ “ມາ” ມັນ​ກໍ​ມາ ແລະ​ບອກ​ແກ່​ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ເຮັດ​ສິ່ງ​ນີ້” ມັນ​ກໍ​ເຮັດ”

10  ເມື່ອ​ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ປ​ລາດ​ພຣະ​ທັຍ ຈຶ່ງ​ຊົງ​ກ່າວ​ກັບ​ຄົນທັງ​ຫລາຍ​ທີ່​ຕິດ​ຕາມ​ພຣະ​ອົງ​ມາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ແມ່ນ​ໃນ​ພວກອິ​ສ​ຣາ​ເອນ​ເຮົາ​ກໍ​ບໍ່​ໄດ້​ພົບ​ຄວາມ​ເຊື່ອ​ໃຫຍ່​ທໍ່​ນີ້

11  ເຮົ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈະ​ມີ​ຫລາຍ​ຄົນ​ຈາກ​ທິດ​ຕາ​ເວັນ​ອອກ​ແລະ​ທິດ​ຕາ​ເວັນ​ຕົກ​ມາ​ນັ່ງ​ຮ່ວມ​ໂຕະ​ກັ​ບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ​ຢາ​ໂຄບ​ໃນ​ແຜ່ນ​ດິນ​ສວັນ

12  ແຕ່​ຝ່າຍ​ຊາວ​ແຜ່ນ​ດິນ​ນັ້ນ​ຈະ​ຖືກ​ຖິ້ມ​ອອກ​ໄປ​ໃນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ສຽງ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່”

13  ພຣະ​ເຢ​ຊູ​ຊົງ​ບອກ​ແກ່​ນາຍ​ຮ້ອຍຜູ້ນັ້ນ​ວ່າ, “ຈົ່ງ​ກັບ​ເມືອ​ເສັຽ ທ່ານ​ໄດ້​ເຊື່ອ​ຢ່າງ​ໃດ​ກໍ​ໃຫ້​ເປັນ​ແກ່​ທ່ານ​ຢ່າງ​ນັ້ນ” ແລ້ວ​ໃນ​ໂມງ​ນັ້ນ​ຄົນ​ໃຊ້​ຜູ້​ນັ້ນ​ກໍ​ໄດ້​ດີ​ເປັນ​ປົກ​ກະ​ຕິ

ຊົງ​ໂຜດ​ແມ່​ເມັຽ​ຂອງ​ເປ​ໂຕ

(ມຣກ 1:29-34; ລກ 4:38-41)

14  ເມື່ອ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້​ໄປ​ໃນ​ເຮືອນ​ຂອງ​ເປ​ໂຕ ກໍ​ຊົງ​ເຫັນ​ແມ່​ເມັຽ​ຂອງ​ເປ​ໂຕນອນ​ໄຂ້ຢູ່

15  ພຣະ​ອົງຊົງ​ບາຍ​ມື​ນາງ​ແລະ​ຄວາມ​ໄຂ້​ກໍ​ຫາ​ຍ ນາງ​ຈຶ່ງ​ລຸກ​ຂຶ້ນ​ບົວ​ລະ​ບັດ​ພຣະ​ອົງ

16  ແລ​ເມື່ອ​ຄ່ຳ​ມາ ເຂົາ​ໄດ້​ພາຄົນ​ທີ່​ມີ​ຜີ​ຮ້າຍ​ສິງ​ຢູ່​ຫລາຍ​ຄົນ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ຂັບ​ໄລ່​ຜີ​ຮ້າຍ​ເຫລົ່າ​ນັ້ນ​ອອກ​ດ້ວຍ​ຄຳ​ສັ່ງ​ຂອງ​ພຣະ​ອົງ ແລະ​ບັນ​ດາ​ຄົນ​ເຈັບ​ປ່ວຍ​ທັງ​ຫລາຍ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ໂຜດ​ໃຫ້​ດີ

17  ​ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ທ່ານ​ໄດ້​ແບກ​ຄວາມ​ເຈັບ​ໄຂ້​ຂອງ​ພວກ​ເຮົາ ແລະ​ຫອບ​ເອົາ​ພຍາດ​ຂອງ​ເຮົາ​ໄປ”

ຜູ້​ທີ່​ສ​ມັກ​ຈະ​ຕາມ​ພຣະ​ເຢ​ຊູ

(ລກ 9:57-62)

18  ຄັນ​ພຣະ​ເຢ​ຊູ​ຊົງ​ເຫັນ​ປະ​ຊາ​ຊົນ​ຫລວງ​ຫລາຍ​ຢູ່​ຮວມ​ຕົນ ກໍ​ໄດ້​ຊົງ​ສັ່ງ​ໃຫ້​ຂ້າມ​ໄປ​ຟາກ​ນັ້ນ

19  ມີ​ນັກ​ທັມ​ຜູ້​ນຶ່ງ​ມາ​ຫາ​ພຣະ​ອົງ​ທູວ່າ, “ອາ​ຈານ​ເອີຍ, ທ່ານ​ຈະ​ໄປ​ທີ່​ໃດ ຂ້າ​ພຣະ​ອົງ​ຈະ​ຕິດ​ຕາມ​ທ່ານ​ໄປ​ທີ່​ນັ້ນ”

20  ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຫມາ​ຈິກ​ຈອກ​ກໍ​ມີ​ຮູ ແລະ​ນົກ​ປ່າ​ກໍ​ຍັງ​ມີ​ຮັງ ແຕ່ບຸດ​ມະ​ນຸດ​ບໍ່​ມີ​ບ່ອນ​ຈະ​ວາງ​ຫົວ​ລົງ”

21  ອີກ​ຜູ້​ນຶ່ງ​ໃນ​ພວກ​ສິດ​ຂອງ​ພຣະ​ອົງ​ມາ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ອະ​ນຸ​ຍາດ​ໃຫ້​ຂ້າ​ພຣະ​ອົງ​ໄປ​ຝັງ​ສົບບິ​ດາຂອງ​ຂ້າ​ພຣະ​ອົງ​ເສັຽກ່ອນ”

22  ແຕ່​ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຈົ່ງ​ຕິດ​ຕາມ​ເຮົາ​ມາ​ເສັຽ ແລະ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ”

ຊົງ​ຫ້າມ​ລົມ​ແລະ​ທະ​ເລ

(ມ​ຣກ 4:35-41; ລກ 8:22-25)

23  ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ເຮືອ ພວກ​ສິດ​ຂອງ​ພຣະ​ອົງ​ກໍ​ຕິດ​ຕາມ​ພຣະ​ອົງ​ໄປ

24  ແລະ​ເບິ່ງ​ແມ໋, ບັງ​ເກິດ​ມີ​ການ​ເຄື່ອນ​ໄຫວ​ອັນ​ໃຫຍ່​ທີ່​ທະ​ເລ​ຈົນ​ຟອງ​ນ້ຳ​ກຳ​ລັງ​ຊັດ​ຖ້ວມ​ເຮືອ ແຕ່​ພຣະ​ອົງ​ຊົງ​ບັນ​ທົມ​ຫລັບ​ຢູ່

25  ພວກ​ສິດ​ໄດ້​ມາ​ປຸກ​ພຣະ​ອົງ​ທູນ​ວ່າ, “ນາຍ​ເອີຍ, ຂໍ​ຈົ່ງ​ຊ່ອຍ​ທ້ອນ ພວກ​ຂ້າ​ພຣະ​ອົງກຳ​ລັງ​ຈະ​ຈິບ​ຫາຍ​ຢູ່​ແລ້ວ”

26  ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ໂອ ຄົນ​ມີ​ຄວາມເຊື່ອ​ນ້ອຍ​ເອີຍ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ” ແລ້ວ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ຫ້າມ​ລົມ​ແລະ​ທະ​ເລ ລົມ​ກໍ​ເຊົາ​ແລະ​ຟອງ​ນ້ຳ​ກໍ​ສ​ງົບງຽບ​ທົ່ວ​ໄປ

27  ຄົນ​ເຫລົ່​ນັ້ນ​ກໍ​ພາ​ກັນ​ອັ​ດສຈັນ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ມາ​ຈາກ​ທີ່ໃດ​ຫນໍ ຈົນ​ວ່າ​ລົມ​ແລະ​ທະ​ເລ​ກໍ​ຍອມ​ຟັງ​ທ່ານ”

ຊົງ​ໂຜດ​ຊາວ​ກາ​ດາ​ຣາ​ຜູ້​ມີ​ຜີ​ສິງ

(ມ​ຣກ 5:1-20; ລກ 8:26-39)

28  ເມື່ອ​ພຣະ​ອົງ​ສະ​ເດັດ​ຂ້າມ​ຟາກ​ໄປ​ເຖິງ​ເຂດ​ແດນ​ຊາວ​ກາ​ດາ​ຣາ ມີ​ສອງ​ຄົນ​ທີ່​ມີ​ຜິ​ສິງ​ຢູ່​ອອກ​ຈາກ​ປ່າ​ຊ້າ​ມາ​ພົບ​ພຣະ​ອົງ ເຂົາ​ໂຫດ​ຮ້າຍ​ປານ​ນັ້ນ​ຈົນ​ບໍ່​ມີ​ຜູ້​ໃດ​ອາດ​ທຽວ​ທາງ​ນັ້ນ​ໄດ້

29  ເບິ່ງ​ແມ໋, ເຂົາ​ຮ້ອງ​ໃສ່​ພຣະ​ອົງ​ທູນ​ວ່າ, “ໂອ ບຸດພຣະ​ເຈົ້າ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຈະ​ມາ​ທໍ​ຣະ​ມານ​ເຮົາ​ກ່ອນ​ເວ​ລາ​ກຳ​ນົດ​ຫລື”

30  ໄກ​ຈາກ​ທີ່​ນັ້ນ​ມີ​ຫມູຝູງ​ໃຫຍ່​ກຳ​ລັງ​ຫາ​ກິນ​ຢູ່

31  ຜີ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ທູນ​ຂໍ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ຂັບ​ໄລ່​ພວກ​ເຮົ​ອອກ ກໍ​ຂໍ​ໃຫ້​ພວກ​ເຮົາ ​ເຂົ້​ໄປສິງ​ຢູ່​ໃນ​ຫມູ​ຝູງ​ນັ້ນ​ທ້ອນ”

32  ພຣະ​ອົງ​ຊົງ​ບອກ​ຜີ​ເຫລົ່າ​ນັ້ນ​ວ່າ, “ໄປ​ເສັຽ” ຜີ​ເຫລົ່າ​ນັ້ນ​ກໍ​ອອກ​ໄປ​ເຂົ້​ສິງ​ຢູ່​ໃນ​ຝູງ​ຫ​ມູ ແລະ​

ເບິ່ງ​ແມ໋, ຫມູ​ທັງ​ຝູງ​ນັ້ນ​ໄດ້​ຟ້າວ​ແລ່ນ​ລົງ​ຈາກຕາ​ລິ່ງ​ຊັນ​ໂຕນ​ໃສ່​ທະ​ເລ​ຕາຍ​ດຶກ​ນ້ຳ​ຫມົດ

33  ຝ່າຍ​ຄົນ​ລ້ຽງ​ຫມູ​ກໍ​ພາ​ກັນ​ປົບ​ຫນີ​ເຂົ້​ໄປ​ໃນ​ເມືອງ ເລົ່າ​ບັນ​ດາ​ເຫດ​ການ​ຊຶ່ງ​ເປັນ​ໄປ​ນັ້ນ​ກັບ​ເຫດ​ທີ່​ເກີດ​ຂຶ້ນ​ແກ່​ຄົນ​ທີ່​ມີ​ຜິ​ສິງ​ຢູ່

34  ແລະ​ເບິ່ງ​ແມ໋, ຄົນ​ທັງ​ເມືອງ​ກໍ​ພາ​ກັນ​ອອກ​ມາ​ຫາ​ພຣະ​ເຢ​ຊູ ເມື່ອ​ພົບ​ພຣະ​ອົງ​ແລ້ວ ເຂົາ​ຈຶ່ງ​ອ້ອນ​ວອນ​ທູນ​ຂໍ​ໃຫ້​ພຣະ​ອົງ​ອອກ​ໄປ​ເສັຽ​ຈາກ​ເຂດ​ແດນ​ຂອງ​ເຂົາ

 

9. ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ເປັ້ຽ

(ມຣກ 2:1-12; ລກ 5:17-26)

1    ຝ່າຍ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ຍັງ​ເມືອງ​ຂອງ​ຕົນ

2    ເບິ່ງ​ແມ໋, ເຂົາ​ຫາມ​ຄົນ​ເປັ້ຽຜູ້​ນຶ່ງ​ຊຶ່ງນອນ​ຢູ່​ເທິງ​ທີ່​ນອນ​ມາ​ຫາ​ພຣະ​ອົງ ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ ຈຶ່ງ​ຊົງ​ກ່າວແກ່​ຄົນ​ເປັ້ຽນັ້ນ​ວ່າ, “ລູກ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທີນ ​ຜີດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ”

3    ແລະ​ເບິ່ງ​ແມ໋, ພວກ​ນັກ​ທັມ​ບາງ​ຄົນ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ເວົ້າ​ຫມິ່ນ​ປມາດ​ພຣະ​ເຈົ້າ”

4    ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມຄຶດ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ຄຶດ​ຄວາມ​ຊົ່ວ​ໃນ​ໃຈ

5    ທີ່​ຈະ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອ​ພັຍ​ແລ້ວ” ຫລື​ຈະ​ວ່າ “ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ທຽວ​ໄປ” ອັນ​ໃດ​ຈະ​ງ່າຍກວ່າ​ກັນ

6    ແຕ່​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດ​ອຳ​ນາດ​ໃນ​ໂລກ​ໃຫ້​ອະ​ພັຍ​ຄວາມ​ຜິດ​ບາບ​ໄດ້” ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ຄົນ​ເປັ້ຽນັ້ນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ”

7    ຄົນ​ເປັ້ຽ​ຈຶ່ງ​ລຸກ​ຂຶ້ນ​ເມືອ​ເຮືອນ​ຂອງ​ຕົນ

8    ເມື່ອ​ປະ​ຊາ​ຊົນ​ເຫັນ​ດັ່ງ​ນັ້ນ​ກໍ​ຢ້ານ ຈຶ່ງ​ພາ​ກັນ​ສັຣ​ເສິນພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຣິດ​ອຳ​ນາດ​ດັ່ງ​ນັ້ນ​ແກ່​ມະ​ນຸດ

ຊົງ​ເອີ້ນ​ເອົາ​ມັດ​ທາຍ

(ມ​ຣກ 2:13-17; ລກ 5:27-32)

9    ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ໄປ ພຣະ​ອົງ​ຊົງ​ເຫັນ​ຊາຍ​ຜູ້​ນຶ່ງ​ຊື່ ມັດ​ທາຍ​ນັ່ງ​ຢູ່​ດ່ານ​ພາ​ສີ ຈຶ່ງ​ຊົງກ່າວ​ແກ່​ຜູ້​ນັ້ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” ເຂົາກໍ​ລຸກ​ຂຶ້ນ​ຕາມພຣະ​ອົງ​ໄປ

10  ເມື່ອ​ພຣະ​ອົງ​ປະ​ທັບ​ສ​ເວີຍ​ອາ​ຫານ​ຢູ່​ໃນ​ເຮືອນ ເບິ່ງ​ແມ໋, ມີ​ຄົນ​ເກັບ​ພາ​ສີ ​ແລະ​ຄົນ​ນອກ​ສິນ​ທັມ​ຫລາຍ​ຄົນ​ເຂົ້າ​ມາ​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະ​ເຢ​ຊູ​ ແລະ​ພວກ​ສິດ​ຂອງ​ພຣະ​ອົ​ງ

11  ເມື່ອ​ພວກ​ຟາ​ຣີ​ຊາຍ​ເຫັນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ຖາມ​ພວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ອາ​ຈານ​ຂອງ​ພວກ​ເຈົ້າ​ຈຶ່ງ​ຮັບ​ປະ​ທານ​ອາ​ຫານ ຮ່ວມ​ກັບ​ຄົນ​ເກັບ​ພາ​ສິ ແລະ​ຄົນ​ນອກ​ສິນ​ທັມ”

12