Mark ພຣະທັມມາຣະ​ໂກ

 

ພຣະທັມມາຣະ​ໂກ

 

1

2

3

4

5

6

7

8

9

10

11

12

13

14

15

16

 

 

 

 

 

ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ

ຮຽບ​ຮຽງ​ໂດຍ

​ຣະ​ໂກ

 

1. ການ​ເທ​ສ​ນາ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

(ມ​ທ 3:1-12; ລກ 3:1-18; ຢ​ຮ 1:19-28)

1   ຕົ້ນ​ເດີມ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ (ພຣະ​ບຸດ​ຂອງ​ພຣະ​ເຈົ້າ)

2   ກໍແມ່ນ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ຫນັງ​ສື​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ໄດ້​ໃຊ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ລ່ວງ​ຫນ້າ​ທ່ານ ຜູ້​ນັ້ນ​ຈະ​ຈັດ​ແຈງ​ທາງ​ຂອງ​ທ່ານ​ໄວ້”

3   “ແມ່ນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ປ່າ​ວ່າ “ຈົ່ງ​ຈັດ​ແຈງ​ທາງ​ແຫ່ງ​ພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດຫົນ​ທາງ​ຂອງພຣະ​ອົງ​ໃຫ້​ຊື່​ໄປ”

4   ໂຢ​ຮັນບັບ​ຕິ​ສະ​ໂຕ​ໄດ້​ປາ​ກົດ​ຕົວ​ໃນ​ປ່າ ແລະ​ໄດ້​ປະ​ກາດ​ສິນ​ບັບ​ຕິ​ສ​ມາ​ກ່ຽວເຣື່ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ສຳ​ລັບ​ການ​ຍົກ​ບາບ​ໂທດ​ເສັຽ

5   ຄົນ​ທົ່ວ​ແຂວງ​ຢູ​ດາຍ​ກັບ​ຊາວ​ກຸງ​ເຢຣູ​ຊາ​ເລັມ​ທັງ​ຫມົດ ໄດ້​ພາ​ກັນ​ອອກ​ໄປ​ຫາ​ໂຢ​ຮັນ ສາ​ລະ​ພາບຄວາມ​ຜິດ​ບາບ​ຂອງ​ຕົນ ແລ້ວ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ

6   ໂຢຮັນ​ແຕ່ງ​ກາຍ​ດ້ວຍ​ຜ້າ​ຂົນ​ໂອດ​ໂອ ໃຊ້​ສາຍ​ຫນັງ​ຮັດ​ແອວ ແລະ​ກິນ​ຕັກ​ແຕນ​ກັບ​ນ້ຳ​ເຜິ້ງ​ປ່າ​ເປັນ​ອາ​ຫານ

7   ທ່ານໄດ້​ປ່າວ​ປະ​ກາດ​ວ່າ, “ຈະ​ມີ​ຜູ້​ມີ​ຣິດ​ກວ່າ​ເຮົາ​ຜູ້​ນຶ່ງ​ມາ​ພາຍ​ຫລັງ​ເຮົາ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ກົ້ມ​ລົງ​ແກ້​ສາຍ​ຮັດ​ເກິບ​ຂອງ​ທ່ານ

8   ຝ່າຍ​ເຮົາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແຕ່ສ່ວນ​ທ່ານ​ຜູ້​ນັ້ນ​ຈະ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

ພຣະ​ເຢ​ຊູ​ຊົງ​ຮັບ​ບັບ​ຕິ​ສະ​ມາ

(ມ​ທ 3:13-17; ລກ 3:21-22)

9   ຕໍ່​ມາ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ຈາກ​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ ແລະ​ໄດ້​ຊົງ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ

10 ພໍ​ພຣະ​ອົງສະ​ເດັດ​ຂຶ້ນ​ຈາກ​ນ້ຳ ໃນ​ທັນ​ໃດ​ນັ້ນ​ກໍ​ຊົງ​ເຫັນ​ທ້ອງ​ຟ້າ​ກຳ​ລັງ​ແຫວກ​ອອກ ແລະ​ພຣະ​ວິນ​ຍານ​ເຫມືອນ​ດັ່ງ​ນົກ​ເຂົາ​ສະ​ເດັດ​ລົງ​ມາ​ສູ່​ພຣະ​ອົງ

11 ແລ້ວ​ມີ​ພຣະ​ສຸ​ຣະ​ສຽງ​ມາ​ຈາກ​ຟ້າ​ສວັນ​ວ່າ, “ທ່ານ​ເອີຍ, ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນ​ທ່ານ”

ມານ​ທົດ​ລອງ​ພຣະ​ເຢ​ຊູ

(ມ​ທ 4:1-11; ລກ 4:1-13)

12 ໃນ​ທັນ​ໃດ​ນັ້ນ​ພຣະ​ວິນ​ຍານ​ໄດ້​ຊົງ​ບັງ​ຄັບ​ພຣະ​ອົງ​ໃຫ້​ສະ​ເດັດ​ເຂົ້​ໄປ​ໃນ​ປ່າ​ກັນ​ດານ.

13 ທີ່ນັ້ນ​ຊາ​ຕານ​ໄດ້​ທົດ​ລອງ​ພຣະ​ອົງ​ເຖິງ​ສີ່​ສິບ​ວັນ ພຣະ​ອົງ​ຊົງ​ຢູ່​ຖ້າມ​ກາງ​ສັດ​ປ່າ ແລະ​ມີ​ພວກ​ເທວະ​ດາ​ມາ​ບົວ​ລະ​ບັດ​ພຣະ​ອົງ

ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ແຂວງ​ຄາລີ​ເລ

(ມ​ທ 4:12-22; ລກ 4:14-15)

14 ຄັນ​ໂຢ​ຮັນ​ຖືກ​ຈັບ​ແລ້ວ ພຣະ​ເຢຊູ​ໄດ້​ສະ​ເດັດ​ໄປ​ຍັງ​ແຂວງ​ຄາ​ລີ​ເລ ຊົງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຈົ້າ

15 ແລະ​ຊົງ​ບອກວ່າ, “ເວ​ລາ​ກຳ​ນົດ​ມາ​ເຖິງ​ແລ້ວ​ ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້ໄດ້​ມາ​ໃກ້​ແລ້ວ ຈົ່ງ​ຖີ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ແລະ​ເຊື່ອ​ໃນ​ຂ່າ​ວ​ປະ​ເສີດ

ພຣະ​ເຢ​ຊູ​ຊົງ​ເອີ້ນ​ສາ​ວົກ​ສີ່​ຄົນ

(ມ​ທ 4:18-22; ລກ 5:1-11)

16 ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ຕາມ​ແຄມ​ທະ​ເລ​ສາບ​ຄ​ລີ​ເລ ກໍ​ທອດ​ພຣະ​ເນດ​ເຫັ​ນ​ຊີ​ໂມນ​ແລະ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຊີ​ໂມນ​ກຳ​ລັງ​ຖີ້ມມອງ​ລົງ​ນ້ຳ​ເພາະ​ວ່າ​ເຂົາ​ເປັນ​ຊາວ​ຫາ​ປາ

17 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ​ແລະ​ເຮົາ​ຈະ​ບັນ​ດານ​ໃຫ້​ເຈົ້າ​ກາຍ​ເກິດ​ເປັນ​ຜູ້​ຫາ​ຄົນ”

18 ທັນທີ​ນັ້ນ​ເຂົາ​ກໍ​ປະ​ມອງ​ຂອງ​ເຂົາ​ຕາ​ມພຣະ​ອົງ​ໄປ

19 ເມື່ອ​ສະ​ເດັດ​ໄປ​ອີກ​ຫນ້ອຍ​ນຶ່ງ ພຣະ​ອົງ​ກໍ​ທອດ​ພຣະ​ເນດ​ເຫັນ​ຢາ​ໂກ​ໂບ​ລູກ​ຊາຍ​ຂອງ​ເຊ​ເບ​ດາຍ ກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ເຂົາກຳ​ລັງ​ຝູງມອງ​ຢູ່​ໃນ​ເຮືອ

20 ໃນ​ທັນ​ໃດ​ນັ້ນ​ພຣະ​ອົງ​ໄດ້​ເອີ້ນ​ເອົາ​ເຂົາ ເຂົາ​ຈຶ່ງ​ປະ​ເຊ​ເບ​ດາຍ​ພໍ່​ຂອງ​ເຂົາ​ກັບ​ລູກ​ຈ້າງ​ໄວ້​ໃນ​ເຮືອ​ແລະ​ຕາມ​ພຣະ​ອົງ​ໄປ

ຊາຍ​ທີ່ມີຜີ​ຖ່ອຍ​ຮ້າຍ​ສິງ

(ລກ 4:31-37)

21 ພຣະ​ອົງ​ໄດ້​ສະເດັດ​ເຂົ້​ໄປ​ໃນ​ເມືອງ​ກາ​ເປ​ນາ​ອູມ ພ້ອມ​ກັບ​ພວກ​ຂອງ​ພຣະ​ອົງ ແລະ​ເມື່ອ​ເຖິງວັນ​ສະ​ບາ​ໂຕ ພຣະອົງ​ໄດ້​ສະ​ເດັດ​ເຂົ້​ໄປ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ

22 ຄົນ​ທັງ​ຫລາຍກໍ​ປ​ລາດ​ໃຈ​ໃນ​ການ​ສອນຂອງ​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ຊົງ​ສັ່ງ​ສອນ​ເຂົາ​ເຫມືອນ​ຜູ້​ມີ​ສິດ​ອຳ​ນາດ ບໍ່​ເຫມືອນ​ພວກນັກ​ທັມ

23 ຂ​ນະ​ນັ້ນ​ໃນ​ໂຮງ​ທັມ​ມີ​ຄົນ​ທີ່​ມີ​ຜິຖ່ອຍ​ຮ້າຍ​ສິງ​ຢູ່

24 ແລະ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ພວກ​ເຮົາ​ເຮັດ​ຫຍັງ ທ່ານ​ມາ​ທຳ​ລາຍ​ພວກ​ເຮົາ​ຫລື ທ່ານ​ແມ່ນ​ຜູ້​ໃດ​ພວກ​ເຮົາ​ກໍ​ຮູ້​ແລ້ວ ທ່ານ​ຄື​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້”.

25 ພຣະ​ເຢຊູ​ຊົງ​ຫ້າມ​ມັນ​ວ່າ, “ມິດ​ແມ໋, ອອກ​ຈາກ​ຄົນ​ນີ້​ເສັຽ”

26 ແລະເມື່ອ​ຜີ​ຖ່ອຍ​ຮ້າຍ​ເຮັດ​ໃຫ້​ຄົນ​ນັ້ນ​ຊັກ​ແລະ​ຮ້ອງ​ສຽງ​ດັງ​ແລ້ວ ມັນ​ກໍ​ອອກ​ຈາກ​ເຂົາໄປ

27 ຄົນ​ທັງ​ປວງ​ກໍ​ງຶດ​ປ​ລາດ​ໃຈ​ຫລາຍ ຈຶ່ງ​ຖາມ​ກັນ​ວ່າ, “ການ​ນີ້​ເປັນ​ຢ່າງ​ໃດ​ຫນໍ ຄົງ​ເປັນ​ຄວາມ​ສັ່ງ​ສອນ​ໃຫມ່​ແທ້ ທ່ານ​ສັ່ງ​ຜີ​ຖ່ອຍ​ຮ້າຍ​ດ້ວຍ​ຣິດ​ອຳ​ນາດ​ແລະ​ມັນ​ກໍ​ຍອມ​ຟັງ​“

28 ມື່ອ​ນັ້ນ​ກິ​ຕິ​ສັບ​ຂອງ​ພຣະ​ອົງ​ກໍ​ຊ່າ​ອອກ​ໄປ​ທົ່ວ​ເຂດ​ທີ່​ອ້ອມ​ແຂວງ​ຄາ​ລີ​ເລ​ນັ້ນ

ພຣະ​ເຢ​ຊູຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ດີ​ພ​ຍາດ

(ມ​ທ 8:14-17; ລກ 4:38-41)

29 ເມື່ອ​ສະ​ເດັດ​ອອກ​ຈາກ​ໂຮງ​ທັມ​ແລ້ວ ພຣະ​ອົງ​ກັບ​ພວກ​ຂອງ​ພຣະ​ອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຊີ​ໂມນ​ແລະ​ອັນ​ເດ​ອາ ພ້ອມ​ກັບ​ຢາ​ໂກ​ໂບ​ແລະ​ໂຢ​ຮັນ

30 ແມ່​ເມັຽ​ຂອງ​ຊີ​ໂມນນອນ​ໄຂ້​ຢູ່ ໃນ​ທັນ​ໃດ​ນັ້ນ​ເຂົາ​ຈຶ່ງ​ມາ​ທູນ​ພຣະ​ອົງ​ໃຫ້​ຊາບ​ດ້ວຍ​ເຣື່ອງ​ຂອງ​ນາງ

31 ແລ້ວ​ພຣະ​ອົງ​ກໍ​ສະ​ເດັດ​ໄປ​ຈັບ​ມື​ນາງ​ໃຫ້​ລຸກ​ຂຶ້ນ ແລະ​ອາ​ການ​ໄຂ້​ກໍ​ຫາຍ ນາງ​ຈຶ່ງ​ບົວ​ລະ​ບັດ​ພຣະ​ອົງ​ພ້ອມ​ທັງ​ພວກ​ຂອງ​ພຣະ​ອົງ

32 ແລະ​ພໍ​ຕາ​ເວັນ​ຕົກ ເມື່ອ​ຄ່ຳ​ແລ້ວ​ເຂົາ​ໄດ້​ພາ​ບັນ​ດາ​ຄົນ​ເຈັບ​ປ່ວຍ​ແລະ​ທີ່​ມີ​ຜິ​ຮ້າຍ​ສິງ​ມາ​ຫາ​ພຣະ​ອົງ​

33 ແລະ​ຄົນ​ທັງ​ເມືອງ​ກໍ​ພາ​ກັນ​ມາ​ອັ່ງ​ອໍ​ຢູ່​ຫນ້າ​ປະ​ຕູ

34 ພຣະ​ອົງ​ຈຶ່ງ​ຊົງ​ໂຜດ​ຄົນ​ທີ່​ເຈັບ​ປ່ວຍ​ດ້ວຍ​ພ​ຍາດ​ຕ່າງໆ ໃຫ້​ດີ​ຫລາຍ​ຄົນ ແລະ​ຊົງ​ຂັບ​ໄລ່​ຜີ​ຮ້າຍ​ຫລາຍ​ໂຕ​ອອກ​ເສັຽ ສ່ວນ​ຜິ​ຮ້າຍ​ເຫລົ່າ​ນັ້ນ​ພຣະ​ອົງ​ບໍ່​ຊົງ​ອ​ນຸ​ຍາດ​ໃຫ້​ປາກ​ເພາະ​ວ່າ​ມັນ​ຮູ້​ຈັກ​ພຣະ​ອົງ

ພຣະ​ເຢ​ຊູ​ສະ​ເດັດ​ອອກ​ໄປ​ປະ​ກາດ

(ລກ 4:42-44)

35 ກ່ອນ​ຮຸ່ງ​ເຊົ້​ເວ​ລາ​ຍັງ​ມືດ​ຢູ່ ພຣະ​ອົງ​ໄດ້​ຊົງ​ລຸກ​ຂຶ້ນ​ສະ​ເດັດ​ອອກ​ໄປ​ຍັງ​ປ່າ​ບ່ອນ​ສ​ງັດ ແລະ​ຊົງ​ອ້ອນວອນ​ຢູ່​ທີ່​ນັ້ນ

36 ຝ່າຍ​ຊີ​ໂມນ​ແລະ​ພວກ​ທີ່ຢູ່​ດ້ວຍ​ກັນ​ກໍ​ຕາມ​ຫາ​ພຣະ​ອົງ

37 ເມື່ອ​ພົບ​ແລ້ວ​ເຂົາ​ຈຶ່ງ​ທູນ​ວ່າ, “ຄົນ​ທັງ​ຫລາຍ​ກໍ​ຊອກ​ຫາ​ທ່ານ​ຢູ່”

38 ພຣະ​ອົງ​ຊົງ​ຕອບວ່າ, “ໃຫ້​ເຮົາ​ທັງ​ຫລາຍ​ໄປ​ໃນ​ເຂດ​ບ້ານ​ເມືອງ​ໃກ້​ຄຽງ ເພື່ອ​ເຮົາ​ຈະ​ປະ​ກາດ​ທີ່​ນັ້ນ​ດ້ວຍ ເພາະ​ເຫດ​ການ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ອອກ​ມາ”

39 ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ປະ​ກາດ​ໃນ​ໂຮງ​ທັມ​ຂອງເຂົາຕລອດ​ທົ່ວ​ແຂວງ​ຄາ​ລີເລ ແລະ​ໄດ້​ຂັບ​ໄລ່​ຜີ​ຫລາຍ​ໂຕ​ອອກ​ເສັຽ

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ຂີ້​ທູດ​ໃຫ້​ດີ​ສະ​ອາດ

(ມ​ທ 8:1-4; ລກ 5:12-16)

40 ຄົນ​ຂີ້​ທູດ​ຜູ້​ນຶ່ງ​ໄດ້​ມາ​ຫາ​ພຣະ​ອົງ​ຂໍ​ໃຫ້​ພຣະ​ອົງ​ຊົງ​ໂຜດ​ຊ່ອຍ ເຂົາ​ໄດ້​ຄຸ​ເຂົ່າ​ລົງ​ທູນ​ວ່າ, “ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຣັດ​ໃຫ້​ຂ້າ​ນ້ອຍ​ດີ​ສະ​ອາດ​ໄດ້”

41 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ມີ​ພຣະ​ທັຍ​ສົງ​ສານ​ຄົນ​ນັ້ນ ແລ້ວ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກເຂົາຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ”

42 ແລະ​ໃນ​ທັນ​ໃດ​ນັ້ນ​ພ​ຍາດ​ຂີ້​ທູດ​ກໍ​ຫາຍ​ແລະ​ຄົນ​ນັ້ນ​ກໍ​ສະ​ອາດ

43 ແລ້ວ​ພຣະ​ອົງ​ໄດ້​ຊົງ​ສັ່ງ​ຄົນ​ນັ້ນ​ຢ່າງ​ເຂັ້ມ​ແຂງ ໃຫ້​ຫນີ​ໄປ​ທັນ​ທີ

44 ໂດຍ​ຊົງ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ລະ​ວັງ, ຢ່າ​ບອກ​ສິ່ງ​ໃດ​ໃຫ້​ຜູ້​ໃດ​ຟັງ ແຕ່​ຈົ່ງໄປ​ສະ​ແດງ​ຕົວ​ຕໍ່​ປະ​ໂຣຫີດ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ທີ່​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່ອ​ເປັນ​ຫລັກ​ຖານ​ຕໍ່​ເຂົາ​ວ່າ​ເຈົ້າ​ດີ​ສະ​ອາດ​ແລ້ວ”

45 ແຕ່​ຄົນ​ນັ້ນ ເມື່ອ​ອອກ​ໄປ​ແລ້ວ​ກໍ​ຕັ້ງ​ຕົ້ນ​ປ່າວ​ຮ້ອງ​ຢ່າງ​ຫລວງ​ຫລາຍ​ໃຫ້​ເຣື່ອງ​ນັ້ນ​ຊ່າ​ລື​ໄປ ຈົນ​ພຣະ​ອົງ​ຈະ​ສະ​ເດັດ​ເຂົ້າ​ໄປ​ໃນ​ເມືອງ​ໂດຍ​ເປີດ​ເຜີຍ​ຕໍ່​ໄປ​ບໍ່​ໄດ້ ແຕ່​ປະ​ທັບ​ຢູ່​ພາຍນອກ​ໃນ​ບ່ອນ​ສ​ງັດ​ຕ່າງໆ ແລະ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະ​ອົງ

 

2. ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ເປັ້ຽ​ໃຫ້​ຄືນ​ດີ​ປົກ​ກະ​ຕິ

(ມ​ທ 9:1-8; ລກ 5:17-26)

1   ຄັນ​ລ່ວງ​ໄປ​ບໍ່​ເຫິງ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ​ເມືອງ​ກາ​ເປນາ​ອູມ​ອີກ ແລະ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ຂ່າວ​ວ່າ​ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ເຮືອນ

2   ຂ​ນະ​ນັ້ນ​ມີ​ຄົນ​ຫລວງ​ຫລາຍ​ມາ​ໂຮມ​ກັນ​ຈົນ​ບໍ່​ມີບ່ອນ​ຢູ່ ແມ່ນ​ຈະ​ເຂົ້າ​ໄປ​ໃກ້​ປະ​ຕູ​ກໍ​ບໍ່​ໄດ້ ແລ້ວ​

ພຣະ​ອົງ​ຊົງ​ກ່າວ​ພຣະ​ທັມ​ໃຫ້​ເຂົາ​ຟັງ

3   ສ່ວນ​ຄົນ​ຈຳ​ພວກ​ນຶ່ງ​ໄດ້​ນຳ​ຄົນ​ເປັ້ຽ​ຜູ້​ນຶ່ງ​ມາ​ຫາ​ພຣະ​ອົງ ມີ​ສີ່​ຄົນ​ຫາມ

4   ເມື່ອ​ເຂົາ​ເຂົ້າ​ໄປ​ເຖິງ​ພຣະ​ອົງ​ບໍ່​ໄດ້​ເພາະ​ຄົນ​ຫລາຍ ເຂົາ​ຈຶ່ງ​ຮື້​ຫລັງ​ຄາ​ຊື່​ບ່ອນ​ພຣະ​ອົງ​ປະ​ທັບ​ນັ້ນ ເມື່ອ​ຮື້​ເປັນ​ປ່ອງ​ແລ້ວ ເຂົາ​ກໍ​ຢ່ອນ​ບ່ອນນອນ​ທີ່​ຄົນ​ເປັ້ຽນ​ອນ​ຢູ່​ນັ້ນ​ລົງ

5   ເມື່ອ​ພຣະ​ເຢ​ຊູ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ ກໍ​ຊົງ​ກ່າວ​ແກ່​ຄົນ​ເປັ້ຽນັ້ນ​ວ່າ, “ລູກ​ເອີຍ, ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ”

6   ແຕ່​ມີ​ພວກ​ນັກ​ທັມ​ບາງ​ຄົນ​ນັ່ງ​ຢູ່​ທີ່​ນັ້ນ​ໄດ້​ຄຶດ​ໃນ​ໃຈ​ວ່າ,

7   “ເປັນ​ຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ແນວ​ນັ້ນ ເປັນ​ການ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ​ແທ້ ໃຜ​ຈະ​ຍົກ​ຄວາມ​ຜິດ​ບາບ​ໄດ້ ເວັ້ນ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ”

8   ແລະໃນ​ທັນ​ໃດ​ນັ້ນ ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ໃນ​ພຣະ​ທັຍ​ວ່າ ເຂົາ​ກຳ​ລັງ​ຄຶດ​ໃນ​ໃຈ​ຢ່າງ​ນັ້ນ ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຫດ​ສັນ​ໃດ ທ່ານ​ທັງ​ຫລາຍ​ຈຶ່ງ​ຄຶດ​ໃນ​ໃຈ​ຢ່າງ​ນີ້

9   ​ຈ​ບອກ​ແກ່​ຄົນ​ເປັ້ຽນັ້ນ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ບອກວ່າ “ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ຍ່າງ​ໄປ” ອັນ​ໃດ​ຈະ​ງ່າຍ​ກວ່າ​ກັນ

10 ແຕ່​ເພື່ອ​ທ່ານທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດ​ອຳ​ນາດ​ໃນ​ໂລ​ກ ໃຫ້​ອະ​ພັຍ​ຄວາມ​ຜິດ​ບາບໄດ້” ພຣະ​ອົງ​ຈຶ່ງ​ກ່າວ​ແກ່​ຄົນ​ເປັ້ຽນັ້ນ​ວ່າ,

11 ເຮົາ​ສັ່ງ​ເຈົ້າ ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ”

12 ຄົນ​ເປັ້ຽກໍ​ລຸກ​ຂຶ້ນ​ຍົກ​ເອົາບ່ອນນອນ​ຂອງ​ຕົນ​ອອກ​ໄປ​ຕໍ່​ຫນ້າ​ຄົນ​ທັງ​ປວງ​ທັນ​ທີ ເຂົາ​ທັງ​ປວງ​ກໍ​ງຶດ​ປ​ລາດ​ໃຈ​ຫລາຍ​ຈຶ່ງ​ສັຣ​ເສີນ​ພຣະ​ເຈົ້າ​ ແລະ​ເວົ້າ​ວ່າ, “ເຮົາ​ບໍ່​ເຄີຍ​ເຫັນ​ຢ່າງ​ນີ້​ຈັກ​ເທື່ອ”

ພຣະ​ເຢ​ຊູ​ຊົງ​ເອີ້ນ​ເລ​ວີ

(ມ​ທ 9:9-13; ລກ 5:27-32)

13 ຝ່າຍ​ພຣະ​ອົງ​ໄດ້​ສະ​ເດັດ​ອອ​ກ​ໄປ​ຕາມ​ແຄມ​ທະ​ເລ​ສາບ​ອີກ ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ໄດ້​ຊົງ​ສັ່ງ​ສອນ​ເຂົາ

14 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ໄປ​ນັ້ນ ກໍ​ຊົງ​ເຫັນ​ເລ​ວີ​ລູກ​ອາ​ລາ​ຟາຍນັ່ງ​ຢູ່​ດ່ານ​ພາ​ສີ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” ເຂົາກໍ​ລຸກ​ຂຶ້ນ​ຕາມ​ພຣະ​ອົງ​ໄປ

15 ເມື່ອ​ພຣະ​ອົງ​ໄປ​ປະ​ທັບ​ສ​ເວີຍ​ອາ​ຫານ​ຢູ່​ໃນ​ເຮືອນ​ຂອງ​ເລ​ວີ ມີ​ຄົນ​ເກັບ​ພາ​ສີ​ແລະ​ຄົນ​ນອກ​ສິນ​ທັມ​ຫລາຍ​ຄົນ​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະ​ເຢ​ຊູ​ແລະ​ພວກ​ສິດ​ຂອງ​ພຣະ​ອົງ ເພາະ​ມີ​ຄົນ​ຕິດ​ຕາມ​ພຣະ​ອົງ​ໄປ​ຫລາຍ

16 ແລະ​ມີ​ພວກ​ນັກ​ທັມ​ຝ່າຍ​ຟາ​ຣີ​ຊາຍ ເມື່ອ​ເຫັນ​ພຣະ​ອົງ​ຊົງ​ສ​ເວີຍ​ອາ​ຫານ​ກັບ​ຄົນ​ນອກ​ສິນ​ທັມ​ແລະ​ຄົນ​ເກັບ​ພາ​ສີ ໄດ້​ທ້ວງ​ຖາມ​ພວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ຫນໍ ທ່ານ​ຈຶ່ງຍອມ​ຮັບ​ປະ​ທານ​ຮ່ວມ​ກັບ​ຄົນ​ນອກ​ສິນ​ທັມ​ແລະ​ຄົນ​ເກັບ​ພາ​ສີ”

17 ຄັນ​ພຣະ​ເຢ​ຊູ​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ຊົງ​ກ່າວແກ່​ເຂົາ​ວ່າ, “ຄົນ​ທີ່​ສະ​ບາຍ​ບໍ່​ຕ້ອງ​ການ​ຫມໍ​ຢາ ແຕ່​ຄົນ​ເຈັບ​ຕ້ອງ​ການ​ຫມໍ ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ເອົາ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທັມ”

ບັນ​ຫາ​ການ​ຖື​ສິນ​ອົດ​ອາຫານ

(ມທ 9:14-17; ລກ 5:33-39)

18 ມີ​ພວກສິດ​ຂອງ​ໂຢ​ຮັນ​ແລະ​ພວກ​ຟາ​ຣີ​ຊາຍ​ກຳ​ລັງ​ຖື​ສິນ​ອົດ​ອາ​ຫານ ແລ້ວ​ມີບາງ​ຄົນ​ມາ​ທູນ​ພຣະ​ອົງ​ວ່າ, “ເຫດ​ສັນ​ໃດ​ພວກ​ສິດ​ຂອງ​ໂຢ​ຮັນ​ແລະ​ສິດ​ຂອງ​ຟາ​ຣີ​ຊາຍ​ເຄີຍ​ຖື​ສິນ​ອົດ​ອາ​ຫານ ແຕ່​ພວກ​ສິດ​ຂອງ​ທ່ານ​ບໍ່​ຖື”

19 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເມື່ອ​ເຈົ້າ​ບ່າວ​ຍັງ​ຢູ່​ນຳ​ເຂົາ ພວກ​ເພື່ອນ​ຂອງ​ເຈົ້າ​ບ່າວ​ນັ້ນ​ຈະ​ຖື​ສິນ​ອົດ​ອາ​ຫານ​ຢູ່ບໍ່​ໄດ້​ຕີ້ ເຈົ້າ​ບ່າວ​ຢູ່​ນຳ​ເຂົາ​ນານ​ເທົ່າ​ໃດ ເຂົາ​ຈະ​ຖືສິນ​ອົດ​ອາ​ຫານ​ນານ​ເທົ່າ​ນັ້ນ​ບໍ່​ໄດ້

20 ແຕ່​ຈະ​ມີ​ວັນ​ນຶ່ງ​ເຈົ້າ​ບ່າວ​ຕ້ອງ​ຖືກ​ຍົກ​ຍ້າຍ​ຈາກ​ເຂົາ​ໄປ ເມື່ອ​ນັ້ນ​ແຫລະ, ເຂົ​ຈຶ່ງ​ຈະ​ຖືສິນ​ອົດ​ອາ​ຫານ

21 “ບໍ່​ຫ່ອນ​ມີ​ຜູ້ໃດ​ເອົາ​ຕ່ອນ​ຜ້າ​ໃຫມ່​ມາ​ຕາບ​ເສື້ອເກົ່າ ຖ້າ​ເຣັດ​ຢ່າງ​ນັ້ນ ເມື່ອ​ຕ່ອນ​ຜ້າໃຫມ່​ຫົດ​ກໍ​ຈະ​ເຣັດ​ໃຫ້​ເສື້ອ​ເກົ່າ​ນັ້ນ​ຂາດ ແລະ​ບ່ອນ​ຂາດ​ນັ້ນ​ກໍ​ຈະ​ກວ້າງ​ອອກ​ອີກ

22 ແລະ​ບໍ່​ມີ​ຜູ້​ໃດ​ເອົາ​ເຫລົ້​ແວງ​ໃຫມ່​ມາ​ໃສ່​ໄວ້​ໃນ​ຖົງ​ຫນັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ເຫລົ້າ​ແວງ​ໃຫມ່​ກໍ​ຈະ​ເຮັດ​ໃຫ້​ຖົງ​ຫນັງ​ນັ້ນ​ຂາດ​ໄປ ທັງ​ເຫລົ້າ​ແວງ​ແລະ​ຖົງ​ຫນັງ​ກໍ​ຈະ​ເສັຽ​ໄປ​ນຳ​ກັນ ​ແຕ່​ເຫລົ້​ແວງ​ໃຫມ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ຫນັງ​ໃຫມ່”

ບັນ​ຫາ​ເຣື່ອງວັນ​ສະ​ບາ​ໂຕ

(ມ​ທ 12:1-8; ລກ 6:1-5)

23 ຢູ່​ມາ​ໃນ​ວັນ​ສະ​ບາ​ໂຕວັນ​ນຶ່ງ ພຣະ​ອົງ​ກໍາ​ລັງ​ສະ​ເດັດ​ຜ່ານ​ທົ່ງ​ນາ​ໄປ ແລະ​ເມື່ອ​ພວກ​ສິດ​ຂອງ​ພຣະ​ອົງ​ຍ່າງ​ຕິດ​ຕາມ​ໄປ ກໍ​ຕັ້ງ​ຕົ້ນ​ເດັດ​ຮວງ​ເຂົ້າ​ໄປ​ນຳ

24 ຝ່າຍ​ພວກ​ຟາ​ຣີ​ຊາຍ​ຈີ່ງ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ເປັນ​ແນວ​ໃດ​ພວກ​ສິດ​ຂອງ​ທ່ານ​ຈຶ່ງ​ເຮັດ​ຜິດ​ຕໍ່​ກົດ​ຂອງວັນ​ສະ​ບາ​ໂຕ”

25 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ໄດ້​ອ່ານ​ຈັກ​ເທື່ອ​ຫລື ຊຶ່ງ​ດາ​ວິດ​ໄດ້​ເຮັດ​ເມື່ອ​ອຶດ​ຢາກ​ຂາດ​ອາ​ຫານ ທັງ​ທ່ານ​ແລະ​ພັກ​ພວກ​ຂອງ​ຕົນ

26 ຄື​ຄາວ​ເມື່ອ​ອະ​ບີ​ອາ​ທາ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ດາ​ວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ ແລະ​ຮັບປະ​ທານ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ຕໍ່​ພຣະ​ພັກ ທີ່​ພຣະ​ບັນ​ຍັດ​ຫ້າມ​ບໍ່​ໃຫ້​ໃຜ​ກິນ ເວັ້ນ​ແຕ່​ພວກ​ປະ​ໂຣ​ຫິດ​ເທົ່າ​ນັ້ນ ແລະ​ຊ້ຳ​ຍັງ​ຍື່ນ​ໃຫ້​ພັກ​ພວກ​ຮັບ​ປະ​ທານ​ເຫມືອນ​ກັນ”

27 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ວັນ​ສະ​ບາ​ໂຕ​ຊົງ​ຕັ້ງ​ໄວ້​ເພື່ອ​ມະ​ນຸດ ບໍ່​ແມ່ນ​ຊົງ​ສ້າງ​ມະ​ນຸດ​ໄວ້​ສຳ​ລັບ​ວັນ​ສະ​ບາ​ໂຕ

28 ເພາະ​ເຫດ​ນັ້ນບຸດ​ມະ​ນຸດ​ຈຶ່ງ​ເປັນ​ເຈົ້​ຂອງວັນ​ສະ​ບາ​ໂຕ​ເຫມືອນ​ກັນ”

 

3. ຊາຍ​ມື​ລີບ​ເບື້ອງ​ນຶ່ງ

(ມທ 12:9-14; ລກ 6:6-11)

1   ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ເຂົ້າ​ໂຮ​ງ​ທັມ​ມະ​ເທ​ສ​ນາ​ອີກ ແລະ​ທີ່​ນັ້ນ​ມີ​ຄົນ​ນຶ່ງ​ມື​ເບື້ອງ​ນຶ່ງ​ລີບ

2   ເຂົາ​ຊອມ​ເບິ່ງວ່າ​ພຣະ​ອົງຈະ​ຊົງ​ໂຜດ​ໃຫ້​ຄົນ​ນັ້ນ​ດີ​ໃນ​ວັນ​ສະ​ບາ​ໂຕ ຫລື​ເພື່ອ​ເຂົາ​ຈະ​ຟ້ອງ​ພຣະ​ອົງ​ໄດ້

3   ສ່ວນ​ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ມື​ລີບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ມາ​ຢືນ​ຂ້າງ​ຫນ້າ​ສາ”

4   ແລ້ວ​ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ໃນ​ວັນ​ສະ​ບາ​ໂຕ​ຄວນ​ຈະ​ເຮັດ​ການ​ດີ ຫລື​ຄວນ​ຈະ​ເຮັດ​ການ​ຮ້າຍ ຈະ​ເອົາ​ຊີ​ວິດ​ໄວ້​ຫລື​ຈະ​ຕັດ​ຊີ​ວິດ​ເສັຽ” ແຕ່​ເຂົາ​ກໍ​ມິດ​ຢູ່

5   ເມື່ອ​ທອດ​ພຣະ​ເນດ​ເບິ່ງ​ອ້ອມ​ເຂົາ​ດ້ວຍ​ຄວາມ​ເຄືອງ​ພຣະ​ທັຍ ພຣະ​ອົງ​ກໍ​ຊົງ​ເປັນ​ທຸກ​ພຣະ​ທັຍ​ເພາະ​ໃຈ​ເຂົາ​ແຂງ​ກະ​ດ້າງ​ປຶກ​ຕັນ ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ອອກ” ຄົນ​ນັ້ນ​ກໍ​ຢຽດ​ມື​ອອກ ແລະ​ມື​ຂອງ​ຕົນ​ກໍ​ດີ​ເປັນ​ປົກ​ກະ​ຕິ

6   ຝ່າຍ​ພວກຟ​ຣີ​ຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ​ໃນ​ທັນ​ໃດ​ນັ້ນ​ເຂົາ​ໄດ້​ປຶກ​ສາ​ກັນ​ກັບ​ພັກ​ພວກ​ຂອງ​ເຮ​ໂຣດ​ເຣື່ອງ​ພຣະ​ອົງ​ວ່າຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ຂ້າ​ພຣະ​ອົງ​ໄດ້

ປະ​ຊາ​ຊົນ​ທັງ​ຫລາຍ​ແຄມ​ຝັ່ງ​ທະ​ເລ​ສາບ

(ມ​ທ 12:15-21)

7   ຝ່າຍ​ພຣະ​ເຢ​ຊູ​ສະ​ເດັດ​ອອກ​ມາ​ທີ່​ນັ້ນ​ໄປ​ສູ່​ທະ​ເລ​ສາບ ພ້ອມ​ກັບ​ພວກ​ສິດ​ຂອງ​ພຣະ​ອົງ ແລະ​ຄົນ​ເປັນ​ຈຳ​ນວນ​ຫລາຍ​ຈາກ​ແຂວງ​ຄາ​ລີ​ເລ​ໄດ້​ຕາມ​ໄປ ທັງ​ຈາກ​ແຂວງ​ຢູ​ດາຍ

8   ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ຈກ​ເມືອງ​ອີ​ດູເມ​ອາ ຈາກ​ແມ່​ນ້ຳ​ຈໍ​ແດນ​ຟາກ​ຕາ​ເວັນ​ອອກ ແລະ​ຈາກ​ອ້ອມ​ແອ້ມ​ເມືອງ​ຕີ​ເຣ ກັບ​ຊີ​ໂດນ ພ​ວກ​ເຫລົ່າ​ນີ້​ໄດ້​ມາ​ຫາ​ພຣະ​ອົງ ເພາະ​ເຂົາ​ໄດ້​ຍິນ​ເຖິງ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທໍາ​ຢູ່​ນັ້ນ

9   ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ພວກ​ສິດ​ໃຫ້​ເອົາ​ເຮືອ​ນ້ອຍ​ມາ​ຄອຍ​ຮັບ​ພຣະ​ອົງ ເພື່ອ​ບໍ່​ໃຫ້​ປວງ​ຊົນ​ບຽດ​ພຣະ​ອົງ

10 ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ດີ​ພ​ຍາດ ຈົນ​ບັນ​ດາ​ຜູ້​ມີ​ພ​ຍາດ​ຕ່າງໆ​ໄດ້​ບຽດ​ກັນ​ເຂົ້າ​ຫາ​ພຣະ​ອົງ​ເພື່ອ​ຈະ​ຈັບ​ບາຍ​ພຣະ​ອົງ

11 ແລະ​ຜີ​ຖ່ອຍ​ຮ້າຍ​ທີ່​ສິງ​ຢູ່​ໃນ​ຄົນ​ຫລາຍ​ຄົນ ເມື່ອ​ໄດ້​ເຫັນ​ພຣະ​ອົງ​ກໍ​ໄດ້​ຫມູບ​ລົງ​ຂາບ​ພຣະ​ອົງ​ແລ້ວ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ”

12 ຝ່າຍ​ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ຫ້າມ​ຢ່າງ​ເດັດ​ຂາດ ບໍ່​ໃຫ້​ມັນ​ປະ​ກາດ​ພຣະ​ນາມ​ຂອງ​ພຣະ​ອົງ

ພຣະ​ເຢ​ຊູ​ຊົງ​ເລືອກ​ຕັ້ງ​ສາ​ວົກ​ສິບ​ສອງ​ຄົນ

(ມທ 10:1-4; ລກ 6:12-16)

13 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ພູ​ເຂົາ ແລະ​ພໍພຣະ​ທັຍ​ຈະ​ເອີ້ນ​ຜູ້​ໃດ​ມາ​ພຣະ​ອົງ​ກໍ​ຊົງ​ເອີ້ນ​ຜູ້​ນັ້ນ ແລ້ວ​ເຂົາ​ກໍ​ໄດ້​ມາ​ຫາ​ພຣະ​ອົງ

14 ພຣະ​ອົງ​ຊົງ​ຕັ້ງ​ສິດ​ສິບ​ສອງ​ຄົນ​ໄວ້ (ຈຶ່ງ​ຊົງ​ເອີ້ນ​ເຂົາ​ວ່າ​ອັ​ຄ​ສາ​ວົກ) ໃຫ້​ຢູ່​ກັບ​ພຣະ​ອົງ​ເພື່ອ​ຊົງ​ໃຊ້​ເຂົາ​ໄປ​ປະ​ກາດ

15 ແລະ​ຊົງ​ໃຫ້​ມີ​ອຳ​ນາດ​ຂັບ​ໄລ່​ອອກ​ໄດ້

16 (ສິບ​ສອງ​ຄົນ​ນີ້​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້) ຄື​ຊີ​ໂມນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ຊື່​ອີກວ່າ​ເປ​ໂຕ

17 ແລ​ຢາ​ໂກ​ໂບ​ລູກ​ເຊ​ເບ​ດາຍ ກັບ​ໂຢ​ຮັນນ້ອງ​ຊາຍ​ຂອງເຂົາ (ທັງ​ສອງຄົນ​ນີ້ ພຣະ​ອົງ​ຊົງ​ປະ​ທານ​ຊື່​ອີ​ກວ່າ​ໂບ​ອະ​ເນ​ເຄ ແປ​ວ່າ​ຄົນ​ໃຈ​ຮຸນ​ແຮງ)

18 ອັນ​ເດ​ອາ ຟີ​ລິບ ບາ​ຣະ​ໂທ​ໂລມາຍ ​ມັດ​ທາຍ ໂທ​ມາ ຢາ​ໂກ​ໂບ​ລູກ​ອາລາ​ຟາຍ ທາ​ດາຍ ຊີ​ໂມນ ພັ​ກ​ຊາດ​ນິຍົ

19 ແລະ​ຢູ​ດາ​ອິ​ສະ​ກາ​ຣີ​ອົດ ຜູ້​ໄດ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ນັ້ນ

ພຣະ​ເຢ​ຊູ​ກັບ​ເບ​ເອນ​ເຊ​ບູນ

(ມ​ທ 12:22-32; ລກ 11:14-23)

ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນ​ທີ່​ຢູ່

20 ແລະ​ປະ​ຊາ​ຊົນ​ກໍ​ມາ​ອັ່ງ​ອໍ​ກັນ ຈົນ​ພຣະ​ເຢ​ຊູ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຮັບ​ປະ​ທານ​ອາ​ຫານ​ບໍ່​ໄດ້

21 ເມື່ອ​ຍາດ​ມິດ​ຂອງ​ພຣະ​ອົງ​ໄດ້​ຍິນ​ເຫດ​ການ​ນັ້ນ ເຂົາ​ກໍ​ອອກ​ໄປ​ເພື່ອ​ຈະ​ຈັບ​ພຣະ​ອົງ​ໄວ້ ເພາະ​ເຂົາ​ຄຶດ​ວ່າ​ ທ່ານ​ເສັຽ​ຈິດ​ແລ້ວ

22 ພວກ​ນັກ​ທັມຊຶ່ງ​ລົງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ກ່າວ​ວ່າ, “ຜູ້​ນີ້​ມີ​ຜີ​ເບ​ເອນ​ເຊ​ບູນ​ສິງ​ຢູ່ ແລະ​ທີ່​ທ່ານ​ຂັບ​ໄລ່​ຜີ​ອອກ​ໄດ້​ກໍ​ເພາະ​ໃຊ້​ອຳ​ນາດ​ນາຍ​ຜີ​ນັ້ນ”

23 ຝ່າຍ​ພຣະ​ອົງ​ຈຶ່ງ​ຊົງ​ເອີ້ນ​ຄົນ​ເຫລົ່​ນັ້ນ​ມາ​ກ່າວ​ແກ່​ເຂົາ​ເປັນ​ຄຳ​ອຸປມາ​ວ່າ, “ຊາ​ຕານ​ຈະ​ຂັບ​ໄລ່​ຕົວ​ມັນ​ເອງ​ໃຫ້​ອອກ​ໄດ້​ຢ່າງ​ໃດ

24 ຖ້າ​ອາ​ນາ​ຈັກ​ໃດ​ເກີດແຕກ​ແຍກ​ຈາກ​ກັນ ອານາ​ຈັກ​ນັ້ນ​ຈະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ບໍ່​ໄດ້

25 ຖ້າ​ຄົວ​ເຮືອນ​ໃດ​ເກີດ​ແຕກ​ແຍກ​ຈາກ​ກັນ ຄົວ​ເຮືອນ​ນັ້ນ​ຈະ​ຕັ້ງ​ຫມັ້ນ​ຢູ່​ບໍ່​ໄດ້

26 ແລະ​ຖ້າ​ຊາ​ຕານ​ຈະ​ຕໍ່​ສູ້​ກັບ​ຕົວ​ມັນ​ເອງ ແລະ​ແຕກ​ແຍກ​ກັນ ມັນ​ຈະ​ຕັ້ງ​ຢູ່​ບໍ່​ໄດ້ ມີ​ແຕ່​ຈະ​ສູນ​ຫາຍ​ໄປ

27 ບໍ່​ມີ​ຜູ້​ໃດ​ອາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ແຂງ​ແຮງ ແລະ​ປຸ້ນ​ເອົາ​ຊັບ​ໄດ້ ເວັ້ນ​ແຕ່​ຈະ​ມັດ​ຄົນ​ແຂງ​ແຮງ​ນັ້ນ​ໄວ້​ເສັຽກ່ອນ ແລ້ວ​ຈຶ່ງ​ຈະ​ປຸ້ນ​ເຮືອນ​ນັ້ນ​ໄດ້

28 “ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຄວາມ​ຜິດ​ບາບ​ທຸກ​ຢ່າງ​ກັ​ບ​ຄຳ​ຫມິ່ນ​ປ​ມາດ​ທີ່​ເຂົາ​ກ່າວນັ້ນ ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ມະ​ນຸດ​ໄດ້

29 ແຕ່​ຖ້າ​ຜູ້​ໃດ​ຈະ​ກ່າວ​ຄຳ​ຫມິ່ນ​ປ​ມາດ​ຕໍ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ຜູ້​ນັ້ນ​ບໍ່​ໄດ້​ຈັກ​ເທື່ອ ແຕ່​ຜູ້​ນັ້ນ​ຈະ​ມີ​ໂທດ​ຕລອດ​ໄປ​ເປັນ​ນິດ”

30 ທີ່ຊົງ​ກ່າວ​ຢ່າງ​ນັ້ນ​ກໍ​ເພາະ​ເຂົາ​ກ່າວ​ວ່າ, “ທ່ານ​ມີ​ຜີ​ຮ້າຍສິງ​ຢູ່”

ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ຂອງພຣະ​ເຢ​ຊູ

(ມ​ທ 12:46-50; ລກ 8:19-21)

31 ເວ​ລາ​ນັ້ນ​ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ​ມາ​ຢືນຢູ່​ຂ້າງນອກ ແລ້ວ​ໃຊ້​ຄົນ​ເຂົ້າ​ໄປ​ທູນ​ເຊີນ​ພຣະ​ອົງ

32 ແລະ​ປະ​ຊາ​ຊົນ​ກໍ​ນັ່ງ​ອ້ອມ​ພຣະ​ອົງ ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ຂອງ​ທ່ານ​ມາ​ຫາ​ທ່ານ ຄອຍ​ຢູ່​ຂ້າງນອກ”

33 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ໃຜ​ເປັນ​ມານ​ດາ​ແລະ​ເປັນ​ນ້ອງ​ຊາຍ​ຂອງ​ເຮົາ”

34 ພຣະ​ອົງ​ທອດ​ພຣະ​ເນດ​ຄົນ​ທັງ​ປວງ​ທີ່​ນັ່ງ​ຢູ່​ອ້ອມ ແລ້ວ​ຊົງ​ກ່າວ​ວ່າ, “ນີ້​ຄື​ມານ​ດາ​ແລະ​ນ້ອງ​ຊາຍ​ຂອງ​ເຮົາ

35 ດ້ວຍ​ວ່າ​ຜູ້​ໃດ​ຈະ​ເຮັດ​ຕາມ​ນ້ຳ​ພຣະ​ທັຍພຣະ​ເຈົ້າ ຜູ້​ນັ້ນ​ແຫລະ ເປັນ​ນ້ອງ​ຊາຍ ນ້ອງ​ສາວ ແລະ​ເປັນ​ມນ​ດາ​ຂອງ​ເຮົ

 

4. ຄຳ​ອຸປ​ມາ​ເຣື່ອງ​ຜູ້​ຫວ່ານ​ພືດ

(ມ​ທ 13:1-23; ລກ 8:4-15)

1   ແລ້ວ​ພຣະ​ອົງ​ຊົງ​ຕັ້ງ​ຕົ້ນ​ສັ່ງ​ສອນ​ຢູ່​ແຄມ​ທະ​ເລ​ອີກ ປະ​ຊາ​ຊົນ​ຫລວງ​ຫລາຍ​ໄດ້​ພາ​ກັນ​ມາ​ຫາ​ພຣະ​ອົງ ຈົນ​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ປະ​ທັບ​ໃນ​ເຮືອ​ທີ່​ທະ​ເລ ແລະ​ປະ​ຊາ​ຊົນ​ຢູ່​ບົກ​ແຄມ​ຝັ່ງ

2   ພຣະ​ອົງ​ໄດ້​ຊົງ​ສອນ​ເຂົາ​ຫລາຍ​ປະ​ການ​ເປັນ​ຄຳ​ອຸປມາ ແລະ​ໃນ​ການ​ສອນ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ,

3   “ຈົ່ງ​ຟັງ​ເທີນ ມີ​ຄົນ​ນຶ່ງ​ອອກ​ໄປ​ຫວ່ານ​ພືດ

4   ແລະ​ເມື່ອ​ກຳ​ລັງ​ຫວ່ານ​ຢູ່​ນັ້ນ ລາງ​ເມັດ​ກໍ​ຕົກ​ຕາມ​ທາງ​ແລ້ວ​ນົກ​ກໍ​ມາ​ກິນ​ເສັຽ

5   ກໍ​ຕົກ​ໃສ່​ບ່ອນ​ຫີນ​ຫລາຍ​ດິນ​ຫນ້ອຍ​ຈຶ່ງງອກ​ຂຶ້ນ​ໂລດ​ເພາະ​ດິນ​ບໍ່​ເລິກ

6   ເມື່ອ​ຕາ​ເວັນ​ອອກ​ມາກໍ​ແຫ້ມ ຈຶ່ງ​ຫ່ຽວ​ແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ

7   ລາງ​ເມັດ​ກໍ​ຕົກກາງ​ພຸ່ມ​ຫນາມ ຫນາມກໍ​ປົ່ງ​ຂຶ້ນ​ຫຸ້ມ​ຮັດ​ເສັຽ ຈຶ່ງ​ບໍ່​ເກີດ​ຜົນ

8   ລາງ​ເມັດ​ກໍ​ຕົກ​ໃສ່​ດິນ​ດີ ແລ້ວງອກ​ງາມ​ຈະ​ເຣີນ​ຂຶ້ນ ເກີດ​ຜົນ​ໄດ້​ສາມ​ສິ​ບ​ຕໍ່ ຫົກ​ສິບ​ຕໍ່ ແລະ​ຮ້ອຍ​ຕໍ່

9   ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຜູ້​ໃດ​ມີ​ຫູ​ຢາກ​ຟັງ ຈົ່ງ​ຟັງ​ເອົາ”

ຈຸດ​ປະ​ສົງ​ຂອງ​ຄຳ​ອຸປມາ

(ມ​ທ 13:10-17; ລກ 8:9-10)

10 ເມື່ອ​ຫວ້າງ​ຄົນ​ແລ້ວ ພວກ​ທີ່​ຕິດ​ຕາມ​ພຣະ​ອົງ​ພ້ອມ​ດ້ວຍ​ສາ​ວົກ​ສິບ​ສອງ​ຄົນ ໄດ້​ທູນ​ຖາມ​ພຣະ​ອົງ​ເຖິງ​ເຣື່ອງ​ຄຳອຸປ​ມາ

11 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຂໍ້​ຄວາມ​ລັບ​ເລິກ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຊົງ​ໂຜດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ໄດ້ ແຕ່​ຝ່າຍ​ຄົນ​ນອກ​ນັ້ນ ບັນ​ດາ​ຂໍ້​ຄວາມ​ເຫລົ່າ​ນີ້​ຈະ​ແຈ້ງ​ໃຫ້​ຮູ້​ດ້ວຍ​ຄຳ​ອຸປມາ​ທັງ​ຫມົດ​

12 ເພື່ອ “ເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ ແຕ່​ຈະ​ບໍ່​ໄດ້​ເຫັນແລະ​ຟັງ​ແລ້ວ​ຟັງ​ອີກ ແຕ່​ບໍ່​ເຂົ້າ​ໃຈ ຢ້ານ​ວ່າ​ເຂົາ​ຈະ​ຫັນ​ກັບ​ມາ​ຫາ​ພຣະ​ເຈົ້າ ແລະ​ຈະ​ຮັບ​ການ​ຊົງ​ອະ​ພັຍ”

ພຣະ​ເຢ​ຊູ​ຊົງ​ອະ​ທິ​ບາຍ​ຄຳ​ອຸປມາ​ເຣື່ອງ​

ຄົນ​ຫວ່ານ​ພືດ

13 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຄຳ​ອຸປມາ​ນັ້ນ​ພວກ​ທ່ານ​ຍັງ​ບໍ່​ເຂົ້າ​ໃຈ​ຫລື ແລ້ວ​ພວກ​ທ່ານ​ຈະ​ເຂົ້າ​ໃຈ​ຄຳ​ອຸປມາ​ທັງ​ປວງ​ນັ້ນ​ໄດ້​ຢ່າງ​ໃດ

14 ຜູ້​ຫວ່ານ​ນັ້ນ​ກໍ​ຫວ່ານ​ພຣະ​ທັມ

15 ເມັດ​ທີ່​ຕົກ​ຕາມ​ທາງ​ນັ້ນ​ໄດ້​ແກ່​ພຣະ​ທັມ​ທີ່​ຫວ່ານ​ແລ້ວ ແລະ​ເມື່ອ​ບຸກ​ຄົນ​ໃດ​ຟັງ​ແລ້ວ ໃນ​ທັນ​ໃດ​ນັ້ນ​ຊາ​ຕານກໍ​ມາ​ຊິງ​ເອົາ​ພຣະ​ທັມ​ທີ່​ຫວ່ານ​ໃນ​ໃຈ​ເຂົາ​ນັ້ນ​ໄປ​ເສັຽ

16 ແລະ​ເມັດ​ທີ່​ຕົກ​ບ່ອນ​ມີ​ຫີນ​ຫລາຍ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ​ກໍ​ຮັບ​ເອົາ​ທັນ​ທີ​ດ້ວຍ​ຄວາມ​ຍິນ​ດີ

17 ແຕ່​ບໍ່​ມີ​ຮາກ​ໃນ​ຕົວ​ເອງຈຶ່ງ​ທົນ​ຢູ່ຊົ່ວ​ຄາວ ແລະ​ເມື່ອ​ເກີດ​ຄວາມ​ຍາກ​ລຳ​ບາກ​ຫລື​ການ​ຂົ່ມ​ເຫັງ​ເພາະ​ພຣະ​ທັມ​ນັ້ນ ຕົນ​ກໍ​ທໍ້​ຖອຍ​ໃຈ​ທັນ​ທີ

18 ແລະ​ເມັດ​ທີ່​ຕົກ​ກາງ​ພຸ່ມ​ຫນາມ​ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ

19 ແລ້ວ​ຄວາມ​ກັງ​ວົນ​ຕາມ​ທຳ​ມະ​ດາ​ໂລກ ແລະ​ຄວາມ​ຫລອກ​ລວງ​ແຫ່ງ​ຊັບ​ສົມ​ບັດ​ກັບ​ຄວາມ​ໂລບ​ໃນ​ສິ່ງ​ອື່ນໆ​ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະ​ທັມ​ນັ້ນ​ເສັຽ ຈຶ່ງ​ບໍ່​ເກີດ​ຜົນ

20 ສ່ວນ​ເມັດ​ທີ່​ຕົກ​ໃນ​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ​ແລະ​ຮັບ​ໄວ້ ຈຶ່ງ​ເກີດ​ຜົນ​ໄດ້​ສາມ​ສິບ​ຕໍ່ ຫົກ​ສິບ​ຕໍ່ ແລະ​ຮ້ອຍ​ຕໍ່”

ຄຳ​ອຸປມາ​ເຣື່ອງ​ໂຄມ​ໄຟ

(ລກ 8:16-18)

21 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຂົ​ບໍ່​ຫ່ອນ​ເອົາ​ໂຄມ​ໄຟ​ມາ​ເພື່ອ​ຕັ້ງ​ໄວ້​ລຸ່ມ​ບຸງ ຫລືລຸ່ມ​ຕຽງ​ນອນຕີ້ ບໍ່​ແມ່ນ​ເພື່ອ​ຕັ້ງ​ໄວ້​ເທິງ​ເຄື່ອງ​ຮອງ​ຕີນ​ໂຄມ​ຫລື

22 ເພາະ​ວ່າ​ທຸກ​ສິ່ງ​ທີ່​ເຊື່ອງ​ໄວ້​ຈະ​ຕ້ອງ​ປາ​ກົດ​ແຈ້ງ ແລະ​ທຸກ​ສິ່ງ​ທີ່​ປິດ​ບັງ​ໄວ້​ຈະ​ຕ້ອງ​ເປີດ​ເຜີຍ​ອອກ

23 ຖ້າ​ໃຜ​ມີ​ຫູ​ຢາກ​ຟັງ ໃຫ້​ຟັງ​ເອົາ​ສາ”

24 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ເອົາ​ໃຈ​ໃສ່​ໃນສິ່ງ​ທີ່​ຕົນ​ໄດ້​ຟັງ ທ່ານ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ຈະ​ຊົງ​ຕວງ​ທ່ານ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ ທັງ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ອີກ ດ້ວຍ​ວ່າຜູ້​ໃດ​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕັມ​ໃຫ້​ຜູ້​ນັ້ນ​ອີກ

25 ແຕ່​ຜູ້​ໃດ​ບໍ່​ມີ​ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່​ນັ້ນ​ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ຜູ້​ນັ້ນ​ເສັຽ”

ຄຳ​ອຸປມ​ເຣື່ອງ​ເມັດ​ທີ່​ຈະ​ເຣີ​ນ​ຂຶ້ນ

26 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ປຽບ​ເຫມືອນ​ຄົນ​ນຶ່ງ​ທີ່​ຫວ່ານ​ກ້າ​ລົງ​ໃນ​ດີນ

27 ແລ້ວ​ກາງ​ຄືນ​ກໍ​ນອນ​ຫລັບ ກາງ​ເວັນ​ກໍ​ຕື່ນ​ຂຶ້ນ ຝ່າຍ​ກ້າ​ນັ້ນ​ມັນ​ງອກ​ຈະ​ເຣີນ​ຂຶ້ນ​ຢ່າງ​ໃດ​ເຂົາກໍ​ບໍ່​ຮູ້​ຈັກ

28 ເພາະ​ຂີ້​ດິນ​ເອງ​ເຮັດ​ໃຫ້​ເກີດ​ຜົນ​ຄື​ເປັນ​ລຳ​ຕົ້ນ​ກ່ອນ ພາຍ​ຫລັງ​ກໍ​ອອກ​ຮວງ ແລ້ວກໍ​ມີ​ເມັດ​ເຕັມ​ຮວງ

29 ຄັນ​ສຸກ​ແລ້ວ​ເຂົາກໍໃຊ້​ຄົນ​ໄປ​ກ່ຽວ​ທັນ​ທີ ເພາະ​ວ່າ​ເຖິງ​ຣະ​ດູ​ກ່ຽວ​ແລ້ວ”

ຄຳ​ອຸປມາ​ເຣື່ອງ​ແກ່ນ​ຜັກ​ກາດ

(ມ​ທ 13:31-32; ລກ 13:18-19)

30 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ປຽບ​ເຫມືອນ​ສິ່ງ​ໃດ ຫລື​ຈະ​ສະ​ແດງ​ດ້ວຍ​ຄຳ​ອຸປມາ​ຢ່າງ​ໃດ

31 ກໍ​ປຽບ​ເຫມືອນ​ແກ່ນ​ຜັກ​ກາດ​ເມັດ​ນຶ່ງ ເມື່ອ​ຫວ່ານ​ເມັດ​ລົງ​ໃນ​ດິນກໍ​ນ້ອຍ​ກວ່າ​ເມັດ​ທັງ​ປວງ​ທົ່ວໂລກ

32 ແຕ່​ເມື່ອ​ຫວ່ານ​ແລ້ວ​ກໍ​ງອກ​ຈະ​ເຣີນ​ໃຫຍ່​ຂຶ້ນກວ່າ​ຜັກ​ທັງ​ປວງ ແລະ​ແຕ່​ກິ່ງ​ກ້ານ​ໃຫຍ່​ຈົນ​ນົກ​ປ່າ​ມາ​ເຮັດ​ຄອນ​ຢູ່​ໃນ​ຮົ່ມ​ນັ້ນ​ໄດ້”

ການ​ໃຊ້​ຄຳ​ອຸປມາ

33 ພຣະ​ອົງ​ໄດ້​ຊົງ​ກ່າວ​ພຣະ​ທັມ​ເປັນ​ຄຳ​ອຸປມາ​ຢ່າງ​ນັ້ນ​ຫລາຍ​ປະ​ການ​ໃຫ້​ເຂົາ​ຟັງ​ຕາມ​ທີ່​ຈະ​ສາ​ມາດ​ເຂົ້າ​ໃຈ​ໄດ້

34 ແລະ​ນອກ​ຈາກ​ຄຳ​ອຸປມາ ພຣະ​ອົງ​ບໍ່​ໄດ້​ຊົງ​ກ່າວ​ກັບ​ເຂົາ ແຕ່​ເມື່ອຫວ້າງ​ຄົນ​ແລ້ວ ຈຶ່ງ​ຊົງ​ອະ​ທິ​ບາຍ​ສິ່ງ​ສາ​ຣະ​ພັດ​ນັ້ນ​ໃຫ້​ແກ່​ພວກສິດ​ຟັງ​ແຕ່​ຈຳ​ເພາະ

ພຣະ​ເຢ​ຊູ​ຊົງ​ຫ້າມ​ລົມ​ພະ​ຍຸ

(ມ​ທ 8:23-27; ລກ 8:22-25)

35 ໃນ​ເວ​ລາ​ແລງ​ມື້​ນັ້ນ ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ຈົ່ງ​ພາ​ກັນ​ຂ້າມ​ໄປ​ຟາກ​ນັ້ນ​ເທາະ”

36 ເມື່ອລາ​ປະ​ຊາ​ຊົນ​ແລ້ວ ເຂົາ​ຈຶ່ງ​ເຊີນ​ພຣະ​ອົງ​ສະ​ເດັດ​ໄປ​ໃນ​ເຮືອ​ທີ່​ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ນັ້ນ ແລະ​ມີ​ເຮືອອື່ນ​ຫລາຍ​ລຳ​ໄປ​ພ້ອມ

37 ແລ້ວ​ລົມ​ພະ​ຍຸ​ໃຫຍ່​ໄດ້​ບັງ​ເກີດ​ຂຶ້ນ ແລະ​ຟອງ​ນ້ຳ​ໄດ້​ຊັດ​ເຂົ້າ​ຈົນ​ເຮືອ​ຈວນ​ຈະ​ເຕັມ

38 ຝ່າຍ​ພຣະ​ອົງ​ຊົງ​ບັນ​ທົມ​ຫມູບ​ຫມອນ​ຫລັ​ບ​ຢູ່​ທ້າຍ​ເຮືອ ພວກ​ສິດ​ຈຶ່ງ​ມາ​ປຸກ​ພຣະ​ອົງ​ທູນ​ວ່າ, “ອາ​ຈານເອີຍ, ທ່ານ​ບໍ່​ເປັນ​ຫ່ວງດອກ​ຫລື ພວກ​ຂ້າ​ນ້ອຍກຳ​ລັງ​ຈະ​ຈິບ​ຫາຍ​ຢູ່​ແ​ລ້ວ”

39 ພຣະ​ອົງ​ຈຶ່ງ​ຊົງ​ຕື່ນ​ຂຶ້ນ​ຫ້າມ​ລົມ ແລະ​ຊົງ​ກ່າວ​ແກ່​ທະ​ເລ​ວ່າ, “ມິດ​ສ​ງົບ​ແມ໋” ແລ້ວ​ລົມ​ກໍ​ເຊົາ ຟອງ​ນ້ຳ​ກໍ​ສ​ງົບ​ງຽບ​ທົ່ວ​ໄປ

40 ແລ້ວ​ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຢ້ານ ພວກ​ທ່ານ​ຍັງ​ບໍ່​ມີ​ຄວາມ​ເຊື່ອ​ຫລື”

41 ຝ່າຍ​ເຂົາ​ກໍ​ຕົກ​ໃຈ​ຫລາຍ​ແລະ​ເວົ້າ​ຕໍ່​ກັນ​ວ່າ, “ທ່ານ​ຜູ້​ນີ້​ແມ່ນ​ຜູ້​ໃດ​ຫນໍ ຈົນ​ວ່າ​ລົມ​ແລະ​ທະ​ເລກໍ​ຍອມ​ຟັງ​ທ່ານ”

 

5. ຄົນ​ທີ່​ຜີ​ຮ້າຍ​ສິງ ຢູ່​ເຂດ​ແດນ​ຊາວ​ເຄຣະ​ຊ​ຄີນ

ຄືນ​ດີ​ປົກ​ກະ​ຕິ

(ມ​ທ 8:28-9:1; ລກ 8:26-39)

1   ຝ່າຍ​ພຣະ​ອົງ​ກັບ​ພວກ​ສິດ​ໄດ້​ຂ້າມ​ທະ​ເລ​ໄປ​ເຖິງ​ເຂດ​ແດນ​ຊາວ​ເຄຣະ​ຊາ​ຄີນ

2   ພໍ​ພຣະ​ອົງ​ສະ​ເດັດ​ຂຶ້ນ​ຈາກ​ເຮືອ ກໍ​ມີ​ຄົນ​ນຶ່ງ​ທີ່​ມີ​ຜີຖ່ອຍ​ຣ້າຍ​ສິງ​ຢູ່​ໄດ້​ອອກ​ຈາກ​ປ່າ​ຊ້າ​ມາ​ພົບ​ພຣະ​ອົງ

3   ຄົນ​ນັ້ນເຄີຍ​ອາ​ໄສ​ຢູ່​ຕາມ​ປ່າ​ຊ້າ ແລະ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ມັດ​ມັນ​ໄວ້​ໄດ້ ແມ່ນ​ຈະ​ເອົ​ໃສ່​ໂສ້​ລ່າມ​ມັນ​ໄວ້​ກໍ​ບໍ່​ຢູ່

4   ເພາະ​ວ່າ​ໄດ້​ໃສ່​ຊີກ​ໃສ່​ໂສ້​ລ່າມ​ມັນ​ໄວ້​ຫລາຍ​ເທື່ອ​ແລ້ວ ແຕ່​ໂສ້​ນັ້ນ​ມັນ​ກໍ​ເຮັດ​ຂາດ ແລະ​ຊີກ​ກໍ​ເຮັດ​ຫັກ​ຫມຸ່ນ​ໄປ ບໍ່​ມີ​ຜູ້​ໃດ​ມີ​ແຮງພໍ​ທີ່​ຈະ​ບັງ​ຄັບ​ມັນ​ໄວ້

5   ມັນ​ກໍ​ຮ້ອງ​ຢູ່​ເລື້ອຍ​ຕາມ​ປ່າ​ຊ້າ​ແລະ​ທີ່​ພູ​ເຂົາ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ແລະ​ເອົາ​ຫມາກ​ຫີນ​ປາດ​ຕົວ​ເອງ

6   ຄັນ​ມັນ​ເຫັນ​ພຣະ​ເຢ​ຊູ​ແຕ່​ໄກ​ກໍ​ແລ່ນ​ເຂົ້າ​ມາ​ຂາບ​ໄຫວ້​ພຣະ​ອົງ

7   ແລ້​ວ​ຮ້ອງ​ສຽງ​ດັງ​ຂຶ້ນ​ທູນ​ວ່າ, “ເຢ​ຊູ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຂໍ​ໃຫ້​ທ່ານ​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ວ່າ​ຈະ​ບໍ່​ທໍ​ຣະ​ມານ​ເຮົາ”

8   ມັນ​ເວົ້າ​ດັ່ງ​ນັ້ນ​ກໍ​ເພາະ​ພຣະ​ອົງ​ຊົງ​ບອກ​ມັນ​ວ່າ, “ອ້າຍ​ຜີ​ຖ່ອຍ​ຮ້າຍ​ອອກ​ມາ​ຈາກ​ຄົນ​ນີ້​ແມ໋”​

9   ແລ້ວ​ພຣະ​ອົງ​ຊົງ​ຖາມ​ວ່າ, “ມຶງ​ຊື່​ຫຍັງ”  ມັ​ນ​ຕອບ​ວ່າ, “ຊື່​ກອງ​ທັບ​ເພາະ​ພວກ​ເຮົາ​ມີ​ຫລາຍ​ຕົວ​ນຳ​ກັນ”

10 ມັນ​ຈຶ່ງ​ຫນ່ວງ​ຫນ່ຽວ​ອ້ອນວອນ​ພຣະ​ອົງ​ບໍ່​ໃຫ້​ຂັບ​ໄລ່​ມັນ​ອອກ​ຈາກ​ເຂດ​ແດນ​ເມືອງ​ນັ້ນ

11 ມີ​ຫມູ​ຝູງ​ໃຫຍ່​ກຳ​ລັງ​ຫາ​ກິນ​ຢູ່​ຕາມ​ຈ້າຍ​ພູ​ນັ້ນ

12 ຜີ​ເຫລົ່າ​ນັ້ນ​ໄດ້​ທູນ​ຂໍ​ພຣະ​ອົງ​ວ່າ, “ຂໍ​ໂຜດ​ໃຫ້​ພວກ​ເຮົາ​ເຂົ້​ສິງ​ຢູ່​ໃນ​ຫມູຝູງ​ນີ້​ທ້ອນ”

13 ພຣະ​ອົງ​ກໍ​ຊົງ​ອະ​ນຸ​ຍາດ​ໃຫ້ ແລ້ວ​ຜີ​ຖ່ອຍ​ຮ້າຍ​ເຫລົ່າ​ນັ້ນ​ຈຶ່ງ​ອອກ​ໄປ​ເຂົ້າ​ສິງຢູ່​ໃນ​ຝູງ​ຫມູ ຫມູ​ທັງ​ຝູງ​ປະ​ມານ​ສອງ​ພັນ​ໂຕ ກໍ​ຟ້າວ​ແລ່ນ​ລົງ​ຈາກ​ຕາ​ລິ່ງ​ຊັນ​ໂຕນ​ໃສ່​ທະ​ເລ​ຈົມ​ນ້ຳ​ຕາຍ​ທັນ​ທີ

14 ຝ່າຍ​ຄົນ​ລ້ຽງ​ຫມູ​ນັ້ນ​ຕ່າງ​ຄົນ​ຕ່າງ​ຫນີ​ໄປ ເລົ່າ​ເຣື່ອງ​ທັງ​ໃນ​ເມືອງ​ແລະ​ນອກ​ເມືອງ ແລ້ວ​ຄົນ​ທັງ​ປວງ​ກໍ​ອອກ​ມາ​ເບິ່ງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ

15 ເມື່ອ​ເຂົາ​ມາ​ເຖິງ​ພຣະ​ເຢ​ຊູກໍເຫັນ​ຄົນ​ທີ່​ຜີ​ທັງ​ກອງ​ທັບ​ສິງ​ຢູ່​ນັ້ນ ນຸ່ງ​ຫົ່ມ​ເສື້ອ​ຜ້າ​ມີ​ສະ​ຕິ​ອາ​ຣົມ​ດີ ເຂົາ​ຈຶ່ງ​ມີ​ໃຈ​ຢ້ານ

16 ແລະ​ພວກ​ຄົນ​ທີ່​ໄດ້​ເຫັນ​ກໍ​ເລົ່າ​ເຫດ​ການ​ຊຶ່ງ​ບັງ​ເກີດ​ແກ່​ຄົນ​ທີ່​ມີ​ຜີ​ສິງ​ຢູ່​ນັ້ນ ກັບ​ເຫດ​ການ​ຊຶ່ງ​ບັງ​ເກີດ​ແກ່​ຝູງ​ຫມູ​ໃຫ້​ເຂົາ​ຟັງ

17 ຄົນ​ທັງ​ຫລາຍ​ກໍ​ຕັ້ງ​ຕົ້ນ​ອ້ອນວອນ​ທູນ​ຂໍ​ໃຫ້​ພຣະ​ອົງ​ອອກ​ໄປ​ເສັຽ​ຈາກ​ເຂດແດນ​ຂອງ​ເຂົາ

18 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ລົງ​ເຮືອ ຄົນ​ທີ່​ຜີສິງ​ຢູ່​ແຕ່​ກ່ອນ​ນັ້ນ​ໄດ້​ອ້ອນວອນ​ຂໍ​ຢູ່​ກັບ​ພຣະ​ອົງ

19 ພຣະ​ອົງ​ບໍ່​ໄດ້​ຊົງ​ອະ​ນຸ​ຍາດ ແຕ່​ຊົງ​ກ່າວ​ແກ່​ເຂົາວ່າ, “ໃຫ້​ເຈົ້​ເມືອ​ບ້ານ​ຫາ​ຍາດ​ພີ່​ນ້ອງ ແລ້ວ​ບອກ​ເຂົາ​ເຖິງ​ເຣື່ອງ​ເຫດ​ການ​ອັນ​ໃຫຍ່​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ ແລະ​ຊົງ​ພຣະ​ເມດ​ຕາ​ແກ່​ເຈົ້າ​ແລ້ວ”

20 ຝ່າຍ​ຄົນ​ນັ້ນ​ກໍ​ທູນ​ລາ ແລ້ວ​ຕັ້ງ​ຕົ້ນ​ປ​ກາດ​ໃນ​ແຂວງ​ເດ​ກາ​ໂປ​ລີ ເຖິງ​ເຫດ​ການ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ໂຜດ​ແກ່​ຕົນ ແລະ​ຄົນ​ທັງ​ປວງກໍ​ງຶດ​ປ​ລາດ​ໃຈ​ຫລາຍ

ລູກ​ສາວ​ຂອງ​ຢາ​ອີ​ໂຣແລະ​ຍິງ​ຜູ້ຢື້​ຈັບ​ເຄື່ອງ​ທົງ​ຂອງ​ພຣະ​ເຢ​ຊູ

(ມ​ທ 9:18-26; ລກ 8:40-56)

21 ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ລົງ​ເຮືອ​ຂ້າມຟາກ​ກັບ​ໄປ​ແລ້ວ ມີ​ຄົນ​ຫລວງ​ຫລາຍ​ມາ​ຫາ​ພຣະ​ອົງ ຝ່າຍ​ພຣະ​ອົງ​ຍັງ​ຊົງ​ປະ​ທັບ​ຢູ່​ແຄມ​ທະ​ເລ

22 ມີ​ນາຍ​ໂຮງ​ທັມ​ມະ​ເທ​ສ​ນາ​ຜູ້​ຊຶ່ງ​ຊື່ ຢາ​ອີ​ໂຣຍ່າງ​ມາ ແລະ​ເມື່ອ​ທ່ານ​ເຫັນ​ພຣະ​ເຢ​ຊູກໍ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ

23 ແລ້ວ​ທູນ​ອ້ອນວອນ​ຫນ່ວງ​ຫນ່ຽວ​ພຣະ​ອົງ​ວ່າ, “ລູກ​ສາວ​ນ້ອຍ​ຂອງ​ຂ້າ​ພ​ເຈົ້າ​ເຈັບ​ຈວນ​ຈະ​ຕາຍ​ແລ້ວ ຂໍ​ເຊີນ​ທ່ານ​ໄປ​ຢຽດ​ມື​ວາງ​ລົງ​ໃສ່​ມັນ ເພື່ອ​ມັນ​ຈະ​ໄດ້​ພົ້ນ​ຕາຍ​ມີ​ຊີ​ວິດ​ຢູ່”

24 ຝ່າຍ​ພຣະ​ອົງ​ກໍ​ສະ​ເດັດ​ໄປ​ກັບ​ຄົນນັ້ນ ມີ​ຄົນ​ຫລວງ​ຫລຍ​ຕາມ​ໄປ​ແລະ​ບຽດ​ພຣະ​ອົງ

25 ມີ​ຍິງ​ຄົນ​ນຶ່ງ​ເປັນ​ພ​ຍາດ​ເລືອດ​ຕົກ​ໄດ້​ສິບ​ສອງ​ປີ​ມາ​ແລ້ວ

26 ນາງ​ໄດ້​ທົນ​ທຸກ​ລຳ​ບາກ​ຫລາຍ​ເຕັມ​ທີ ເຖິງ​ມີ​ຫມໍ​ຫລາຍ​ຄົນ​ໄດ້​ປິ່ນ​ປົວ​ແລະ​ໄດ້​ເສັຽ​ຊັບ​ທັງ​ຫມົດ​ພ​ຍາດ​ນັ້ນ​ກໍ​ບໍ່​ໄດ້​ທຸ​ເລົາ​ລົງ​ແຕ່​ແຮ່ງ​ກຳ​ເລີບ​ຂຶ້ນ

27 ເມື່ອ​ຍິງ​ນັ້ນໄດ້ຍິນ​ເຖິງ​ເຣື່ອງ​ພຣະ​ເຢ​ຊູ ນາງ​ກໍ​ຍ່າງເຂົ້າ​ປົນ​ກັບ​ປະ​ຊາ​ຊົນ​ທີ່​ເບື້ອງ​ຫລັງ​ພຣະ​ອົງ ແລ້ວ​ບາຍ​ເຄື່ອງ​ທົງ​ຂອງ​ພຣະ​ອົງ

28 ເພາະ​ນາງ​ເວົ້າ​ວ່າ, “ຖ້​ເຮົາ​ໄດ້​ບາຍ​ເສື້ອ​ຂອງ​ທ່ານ​ແຕ່​ເທົ່າ​ນັ້ນ​ເຮົາ​ກໍ​ຈະ​ດີ​ພ​ຍາດ”

29 ໃນ​ທັນ​ໃດ​ນັ້ນ​ເລືອດ​ທີ່​ຕົກ​ນັ້ນ​ກໍ​ຢຸດ​ແຫ້ງ​ໄປ ແລະ​ຍິງ​ຄົນ​ນັ້ນ​ກໍ​ຮູ້​ສຶກ​ຕົວ​ວ່າ​ໄດ້​ດີ​ພຍາດ​ແລ້ວ

30 ບັດ​ດຽວ​ນັ້ນ​ພຣະ​ເຢ​ຊູ​ຊົງ​ຮູ້​ສຶກວ່າ​ຣິດ​ໄດ້​ອອກ​ຈາກ​ພຣະ​ອົງ​ແລ້ວ ຈຶ່ງ​ທອດ​ພຣະ​ເນດ​ທາງ​ປະ​ຊາ​ຊົນ​ຖາມ​ວ່າ, “ແມ່ນ​ໃຜ​ໄດ້​ບາຍ​ເສື້ອ​ຂອງ​ເຮົາ”

31 ຝ່າຍ​ພວກ​ສິດ​ກໍ​ທູນ​ວ່າ, “ທ່ານ​ເຫັນ​ແລ້ວ​ປະ​ຊາ​ຊົນ​ກຳ​ລັງ​ບຽດ​ທ່ານ​ຢູ່ ແລະ​ຍັງ​ຈະ​ຖາມ​ອີກ​ຫລື​ວ່າ ໃຜ​ໄດ້​ບາຍ​ເຮົາ”

32 ແລະ​ພຣະ​ເຢ​ຊູ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ອ້ອມ ປະ​ສົງ​ຈະ​ເຫັນ​ຜູ້​ທີ່​ໄດ້​ເຮັດ​ການ​ນັ້ນ

33 ຝ່າຍຜູ້ຍິງ​ນັ້ນກໍ​ຢ້ານ​ຈົນ​ຕົວ​ສັ່ນ ເພາະ​ຮູ້​ເຣື່ອງ​ທີ່​ເກີດ​ແກ່​ຕົນ ຈຶ່ງ​ມາ​ຂາບລົງ​ທູນ​ຕໍ່​ພຣະ​ອົງ​ຕາມ​ຄວາມ​ຈິງ​ທັງ​ສິ້ນ

34 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ລູກ​ຍິງ​ເອີຍ, ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ແລະ​ດີ​ພ​ຍາດ​ເທີນ”

35 ໃນ​ຂ​ນະ​ທີ່​ພຣະ​ເຢ​ຊູ​ຍັງ​ຊົງ​ກ່າວ​ຢູ່​ນັ້ນ ມີ​ບາງ​ຄົນ​ມາ​ຈາກ​ເຮືອນ​ນາຍ​ໂຮງ​ທັມ​ບອກວ່າ, “ລູກ​ສາວ​ຂອງ​ທ່ານ​ຕາຍ​ເສັຽ​ແລ້ວ ຍັງ​ຈະ​ຮົບ​ກວນ​ອາ​ຈານ​ອີກ​ເຮັດ​ຫຍັງ”

36 ຝ່າຍ​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ຟັງ​ຄວາມ​ເຂົາ​ເວົ້າ​ນັ້ນ ຈຶ່ງ​ຊົງ​ກ່າວ​ແກ່​ນາຍ​ໂຮງ​ທັມ​ວ່າ, “ຢ່າ​ວິ​ຕົກ​ເທາະ ຈົ່ງ​ເຊື່ອ​ເທົ່າ​ນັ້ນ”

37 ພຣະ​ອົງ​ບໍ່​ໄດ້​ຊົງ​ອະ​ນຸ​ຍາດ​ໃຫ້​ຜູ້​ໃດ​ໄປ​ນຳ ເວັ້ນ​ແຕ່​ເປ​ໂຕ ຢາ​ໂກ​ໂບ ແລະ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຢາ​ໂກ​ໂບ

38 ຄັນ​ພຣະ​ອົງ​ສະ​ເດັດ​ພ້ອມ​ກັບ​ຄົນ​ເຫລົ່າ​ນັ້ນ​ໄປ​ເຖິງ​ເຮືອນ​ນາຍ​ໂຮງ​ທັມ​ແລ້ວ ກໍ​ຊົງ​ເຫັນ​ການ​ວຸ້ນ​ວາຍ​ທັງ​ຄົນ​ຮ້ອງ​ໄຫ້​ແຜດ​ສຽງ​ຮ່ຳ​ໄຮ​ຫລາຍ​ຢູ່

39 ແລະ​ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ເຖິງ​ແລ້ວ​ກໍ​ຊົງ​ຖາມ​ວ່າ, “ພວກ​ເຈົ້າ​ພາກ​ກັນ​ວຸ້ນ​ວາຍ​ຮ້ອງ​ໄຫ້​ເຮັດ​ຫຍັງ ເດັກ​ນ້ອຍ​ນັ້ນ​ບໍ່​ຕາຍດອກ​ແຕ່​ຫລັບ​ຢູ່​ເທົ່າ​ນັ້ນ”

40 ເຂົາ​ກໍ​ພາກັນ​ຫົວ​ຂວັນ​ພຣະ​ອົງ ແຕ່​ເມື່ອ​ພຣະ​ອົງ​ຊົງ​ໄລ່​ຄົນ​ທັງ​ປວງ​ອອກ​ແລ້ວ ຈຶ່ງ​ພາພໍ່​ແມ່​ກັບ​ສິດ​ທັງ​ສາມ​ທີ່​ຕາມ​ພຣະ​ອົງ​ມາ​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ເດັກ​ນ້ອຍ​ຢູ່

41 ພຣະ​ອົງ​ຊົງ​ຈັບ​ມື​ເດັກ​ນ້ອຍ​ນັ້ນ​ແລ້ວ​ຊົງ​ກ່າວ​ວ່າ, “ຕາ​ລີທາ​ກຸມ” ແປ​ວ່າ “ຍິງ​ນ້ອຍ​ເອີຍ, ເຮົາ​ບອກ​ເຈົ້າ​ຈົ່ງ​ລຸກ​ຂຶ້ນ​ແມ໋”

42 ໃນ​ທັນ​ໃດ​ນັ້ນ​ເດັກ​ນ້ອຍ​ນັ້ນ​ກໍ​ລຸກ​ຂຶ້ນ​ຍ່າງ​ໄປ​ມາ ເພາະ​ວ່າ​ອາ​ຍຸ​ເຂົາ​ໄດ້​ສິບ​ສອງ​ປີ​ແລ້ວ ໃນ​ບັດ​ດຽວ​ນັ້ນ​ຄົນ​ທັງ​ປວງ​ກໍ​ງຶດ​ປລາດ​ໃຈ​ຫລາຍ

43 ພຣະ​ອົງ​ກໍ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ເດັດ​ຂາດ ບໍ່​ໃຫ້​ຜູ້​ໃດ​ບອກ​ຮູ້​ເຫດ​ການ​ນີ້​ແລ້ວ​ຈຶ່ງ​ຊົງ​ສັ່ງ​ເຂົາ​ໃຫ້​ເອົາ​ອາ​ຫານ​ມາ​ໃຫ້​ເດັກ​ນ້ອຍ​ນັ້ນ​ກິນ

 

6. ຊາວ​ນາ​ຊາ​ເຣັດ​ບໍ່​ຮັບ​ພຣະ​ເຢ​ຊູ

(ມທ 13:54-58; ລກ 4:16-30)

1   ຝ່າຍ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ເດີມ​ຂອງ​ພຣະ​ອົງ ແລະ​ພວກສິດ​ກໍ​ຕາມ​ພຣະ​ອົງ​ໄປ

2   ເມື່ອ​ເຖິງວັນ​ສະ​ບາ​ໂຕ​ແລ້ວ ພຣະ​ອົງ​ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ ແລະ​ຫລາຍໆ​ຄົນ​ທີ່​ໄດ້​ຍິນ​ພຣະ​ອົງ​ກໍ​ງຶດ​ປ​ລາດ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ໄດ້​ສິ່ງ​ເຫລົ່າ​ນີ້​ມາ​ແຕ່​ໃສ ສະ​ຕິ​ປັນ​ຍາ​ທີ່​ໄດ້​ປະ​ທານ​ແກ່​ຄົນ​ນີ້​ແມ່ນ​ປັນ​ຍາ​ຢ່າງ​ໃດ ເພາະ​ວ່າ​ການ​ອິດ​ທິ​ຣິດ​ຢ່າງ​ນີ້​ກໍ​ຍັງ​ສຳ​ເຣັດ​ໄດ້​ດ້ວຍ​ມື​ຂອງ​ເຂົາ​ເອງ

3   ຄົນ​ນີ້​ເປັນ​ຊ່າງ​ໄມ້​ລູກ​ນາງ​ມາ​ຣິ​ອາ​ບໍ່​ແມ່ນ​ຫລື ຢາ​ໂກ​ໂບ, ໂຢ​ເຊ, ຢູ​ດາ ແລະ​ຊີ​ໂມນ ເປັນ​ນ້ອງ​ຊາຍ​ຂອງ​ເຂົາ​ບໍ່​ແມ່ນ​ຫລື ພວກ​ນ້ອງ​ສາວ​ຂອງ​ເຂົາ​ກໍ​ຢູ່​ທີ່​ນີ້​ກັບ​ພວກ​ເຮົາ​ບໍ່​ແມ່ນ​ຫລື” ເຂົາ​ຈຶ່ງ​ມີ​ໃຈຫນ່າຍ​ແຫນ່ງ​ພຣະ​ອົງ

4   ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຜູ້​ປະ​ກາດພຣະ​ທັມ​ຈະ​ບໍ່​ຂາດ​ຄວາມ​ນັບ​ຖື ເວັ້ນ​ແຕ່​ໃນ​ເມືອງ​ເດີມ​ຂອງ​ຕົນ ຖ້າມ​ກາງ​ຍາດ​ພີ່​ນ້ອງ ແລະ​ໃນ​ຄົວ​ເຮືອນ​ຂອງ​ຕົ​ນ”

5   ພຣະ​ອົງ​ຈະ​ກະ​ທຳ​ການ​ອິດ​ທິ​ຣິດ​ທີ່​ນັ້ນ​ບໍ່​ໄດ້ ເວັ້ນ​ແຕ່​ໄດ້​ຊົງ​ວາງ​ພຣະ​ຫັດ​ເທິງ​ຄົນ​ເຈັບ​ປ່ວຍ​ບາງ​ຄົນ​ໃຫ້​ດີ​ພ​ຍາດ

6   ພຣະ​ອົງ​ກໍ​ປ​ລາດ​ພຣະ​ທັຍ​ເພາະ​ເຂົາ​ບໍ່​ມີ​ຄວາມ​ເຊື່ອ

ຊົງ​ໃຊ້​ສາ​ວົກ​ສິບ​ສອງ​ຄົນ​ໄປ

(ມ​ທ 10:5-15; ລກ 9:1-6)

ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ສັ່ງ​ສອນ​ທົ່ວ​ທຸກ​ບ້ານ​ຮອບ​ເຂດ​ນັ້ນ

7   ພຣະ​ອົງ​ໄດ້​ຊົງ​ເອີ້ນ​ສິບ​ສອງ​ຄົນ​ນັ້ນ​ມາ ແລ້ວ​ຊົງ​ຕັ້ງ​ຕົ້ນ​ໃຊ້​ເຂົາ​ໃຫ້​ອອກ​ໄປ​ເປັນ​ຄູ່ໆແລະ​ຊົງ​ປະ​ທານ​ໃຫ້​ເຂົາ​ມີ​ອຳ​ນາດ​ເຫນືອ​ຜີ​ຖ່ອຍ​ຮ້າຍ

8   ແລ້ວ​ຊົງ​ສັ່ງ​ເຂົາ​ບໍ່​ໃຫ້​ເອົາ​ສິ່ງ​ໃດ​ໄປ​ໃຊ້​ຕາມ​ທາງ ເວັ້ນ​ແຕ່​ໄມ້​ເທົ້າ​ສິ່ງ​ດຽວ ຫ້າມ​ບໍ່​ໃຫ້​ເອົາ​ອາ​ຫານ​ຫລື​ຖົງ ຫລື​ເອົາ​ເງິນ​ໃສ່​ກະ​ເປົ​ສາຍ​ຮັດ​ແອວ​ໄປ

9   ຫ້​ໃສ່​ເກີບ ແຕ່​ບໍ່​ໃຫ້​ໃສ່​ເສື້ອ​ສອງ​ໂຕ

10 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​​ເຂົາ​ວ່າ, “ຖ້າ​ໄປ​ບ່ອ​ນ​ໃດ ເມື່ອ​ເຂົ້າ​ອາ​ໄສ​ໃນ​ເຮືອນ​ຫລັງ​ໃດ ກໍ​ໃຫ້​ອາ​ໄສ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ​ກວ່າ​ຈະ​ຈາກ​ບ່ອນ​ນັ້ນ​ໄປ

11 ແລະ​ຖ້າ​ບ່ອນ​ໃດ​ບໍ່​ຕ້ອນ​ຮັບ​ຫລື​ບໍ່​ຟັງ​ທ່ານ​ທັງ​ຫລາຍ ຈົ່ງ​ອອກ​ຈາກ​ບ່ອນ​ນັ້ນ​ໄປ ແລະ​ຈົ່ງ​ສັ່ນ

​ຂີ້​ຝຸ່ນ​ທີ່​ຕິດ​ຝາ​ຕີນ​ຂອງ​ພວກ​ທ່ານ​ອອກ​ເສັຽ ເພື່ອ​ເປັນ​ພຍານ​ຕໍ່​ເຂົາ”

12 ຝ່າຍ​ພວກ​ສິດ​ກໍ​ພາ​ກັນ​ອອກ​ໄປ​ປະ​ກາດ​ໃຫ້​ຄົນ​ທັງ​ຫລາຍ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່

13 ເຂົາ​ໄດ້​ຂັບ​ໄລ່​ຜີ​ຮ້າຍ​ອອກ​ເສັຽ​ຫລາຍ​ໂຕ ແລະ​ເອົາ​ນ້ຳ​ມັນ​ທາ​ຄົນ​ເຈັບ​ປ່ວຍ​ຫລາຍ​ຄົນ​ໃຫ້​ດີ​ພຍາດ

ຄວາມມໍ​ຣະ​ນາ​ພາບ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

(ມ​ທ 14:1-12; ລກ 9:7-9)

14 ຝ່າຍ​ກະ​ສັດເຮ​ໂຣດ​ຊົງ​ຊາບ​ເຣື່ອງ​ຂອງ​ພຣະ​ເຢ​ຊູ ເພາະ​ວ່າ​ພຣະ​ນາມ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ ມີ​ບາງ​ຄົນ​ເວົ້າ​ກັນ​ວ່າ, “ໂຢ​ຮັນ​ບັບ​ຕິ​ສະໂຕ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ດ້ວຍ​ເຫດ​ນີ້​ຣິດ​ອຳ​ນາດ​ນີ້​ຈຶ່ງ​ສ​ແດງ​ອອກມ​ໃນ​ທ່ານ”

15 ແຕ່​ຄົນ​ອື່ນ​ວ່າ, “ເປັນ​ເອ​ລີ​ຢາ” ແລະ​ຄົນ​ອື່ນໆ​ວ່າ, “ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ຄົນ​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ແຕ່​ກ່ອນ”

16 ຝ່າຍ​ກະ​ສັດ​ເຮ​ໂຣດ ເມື່ອ​ຊາບ​ແລ້ວ​ກໍ​ຊົງ​ກ່າວ​ວ່າ, “ແມ່ນ​ໂຢ​ຮັນ​ຜູ້​ເຮົາ​ໄດ້​ຕັດ​ຫົວ ຜູ້​ນັ້ນ​ແຫລະ, ໄດ້​ຄືນ​ມາ​ແລ້ວ”

17 ເພະ​ແມ່ນ​ເຮ​ໂຣດ​ນີ້​ເອງ​ໄດ້​ຊົງ​ໃຊ້​ຄົນ​ໄປ​ຈັບ​ໂຢ​ຮັນ​ຜູກ​ມັດ​ຂອງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮ​ໂຣເດັຽ ພັຣ​ຍາ​ຂອງ​ຟີ​ລິບ​ນ້ອງ​ຊາຍ​ຕົນ ດ້ວຍ​ວ່າ​ເຮໂຣດ​ໄດ້​ຮັບ​ເອົາ​ນາງ​ນັ້​ນ​ມາ​ເປັນ​ພັຣ​ຍາ​ຂອງ​ຕົ​ນ

18 ເພາະ​ໂຢ​ຮັນ​ເຄີຍ​ທູນ​ເຮ​ໂຣດ​ວ່າ, “ທີ່​ທ່ານ​ຈະ​ເອົາ​ພັຣ​ຍາ​ຂອງ​ນ້ອງ​ມາ​ເປັນ​ພັຣ​ຍາຂອງ​ຕົນ​ນັ້ນ​ກໍ​ຜິດ​ຕໍ່​ກົດ”

19 ແລະ​ນາງ​ເຮໂຣ​ເດັຽກໍ​ຜູກ​ພ​ຍາ​ບາດ​ໂຢ​ຮັນ ມີ​ໃຈ​ຢາກ​ຂ້າ​ທ່ານ​ເສັຽ ແຕ່​ຂ້າ​ບໍ່​ໄດ້

20 ເພາະ​ເຮໂຣດ​ຊົງ​ຢຳ​ເກງ​ໂຢ​ຮັນ ດ້ວຍ​ຊາບ​ວ່າ​ໂຢ​ຮັນ​ເປັນ​ຄົນ​ບໍ​ຣິ​ສຸດ​ແລະ​ສັດ​ຊື່ ເຮໂຣດ​ຈຶ່ງ​ຊົງ​ປ້ອງ​ກັນ​ໂຢ​ຮັນ​ໄວ້ ເມື່ອ​ເຮ​ໂຣດ​ໄດ້​ຍິນ​ຄຳ​ສັ່ງ​ສອນ​ຂອງ​ທ່ານ ກໍ​ຊົງ​ລັ່ງ​ເລ​ພຣະ​ທັຍ​ຢ່າງ​ນັກ ແຕ່​ກໍ​ຍັງ​ຍອມ​ຟັງ​ດ້ວຍ​ຄວາມ​ຍິນ​ດີ

21 ຄັນ​ຢູ່ມາ​ວັນ​ນຶ່ງ​ເປັນ​ໂອ​ກາດ​ດີ ຄື​ເປັນ​ວັນ​ສລອງວັນ​ກຳ​ເນີດ​ຂອງ​ເຮ​ໂຣດ ເຮ​ໂຣດ​ໄດ້​ຊົງ​ຈັດ​ການ​ກິນ​ລ້ຽງ​ພວກ​ເສ​ນາ​ບໍ​ດີ​ກັບ​ນາຍ​ທະ​ຫານ​ຊັ້ນ​ຜູ້​ໃຫຍ່ ແລະ​ບັນ​ດາ​ຄົນ​ສຳ​ຄັນ​ໃນ​ແຂວງ​ຄາ​ລີ​ເລ

22 ເມື່ອ​ບຸດ​ຍິງ​ຂອງ​ນາງ​ເຮ​ໂຣ​ເດັຽ​ຜູ້​ນັ້ນ​ເຂົ້າ​ມາ​ຟ້ອນ​ລຳ​ກໍ​ເຮັດ​ໃຫ້​ກະ​ສັດ​ເຮ​ໂຣດ​ຊອບ​ພຣະ​ທັຍ ແລະ​ແຂກ​ທີ່​ມາ​ຮ່ວ​ມ​ຊອບ​ໃຈ​ເຫມືອນ​ກັນ ກະ​ສັດ​ຈຶ່ງ​ຊົງ​ກ່າວ​ແກ່​ຍິງ​ສາວ​ນັ້ນ​ວ່າ, “ເຈົ້າ​ຈະ​ຂໍ​ສິ່ງ​ໃດ​ກໍ​ຈະ​ໃຫ້​ສິ່ງ​ນັ້ນ”

23 ແລະ​ກະ​ສັດຈຶ່ງ​ຊົງ​ສາ​ບານ​ປະ​ຕິ​ຍານ​ຕົວ​ວ່າ, “ເຈົ້າ​ຈະ​ຂໍ​ສິ່ງ​ໃດ ເຮົາ​ຈະ​ໃຫ້​ສິ່ງ​ນັ້ນ ຈົນ​ເຖິງ​ເຄິ່ງ​ຣາ​ຊ​ສົມ​ບັດ​ຂອງ​ເຮົາ”

24 ຍິງ​ສາວ​ນັ້ນ​ຈຶ່ງ​ອອກ​ໄປ​ຖາມ​ມານ​ດາ​ວ່າ, “ລູກ​ຈະ​ຂໍ​ສິ່ງ​ໃດ​ຈຶ່ງ​ຈະ​ດີ” ມານ​ດາ​ຈຶ່ງ​ຕອບ​ວ່າ, “ຂໍ​ຫົວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ສາ”

25 ໃນທັນ​ໃດ​ນັ້ນ​ຍິງ​ສາວ​ກໍ​ຮີບ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ທູນ​ວ່າ, “ທ່ານ​ໂທດ​ທານ​ຊີ​ວິດ ຂໍ​ປະ​ທານ​ຫົວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃສ່​ຖາດ​ມາ​ໃຫ້​ຂ້າ​ນ້ອຍ​ດຽວ​ນີ້​ເທີນ”

26 ພຣະ​ອົງ​ຊົງ​ທຸກ​ພຣະ​ທັຍ​ຢ່າງ​ນັກ ແຕ່​ເພາະ​ເຫດ​ໄດ້​ຊົງ​ສາ​ບານ​ຕົວ​ໄວ້ ແລະ​ເພາະ​ເຫັນ​ແກ່​ຫນ້າ​ແຂກ​ທີ່​ມາ​ຮ່ວມ​ກໍ​ບໍ່​ຢາ​ກຂັດ​ຂືນ​ນາງ

27 ໃນ​ຂ​ນະ​ນັ້ນ​ກະ​ສັດ​ຈຶ່ງ​ຊົງ​ຮັບ​ສັ່ງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຜູ້ນຶ່ງ ໃຫ້​ໄປ​ເອົາ​ຫົວ​ໂຢ​ຮັນ​ມາ ທະ​ຫານ​ຜູ້​ນັ້ນ​ຈຶ່ງ​ໄປ​ຕັດ​ເອົາ​ຫົວ​ໂຢ​ຮັນ​ໃນ​ຄຸກ​

28 ໃສ່​ຖາດ​ມາ​ໃຫ້​ແກ່​ຍິງ​ສາວ​ນັ້ນ ແລະ​ນາງ​ກໍ​ສົ່ງ​ໃຫ້​ມານ​ດາ​ຂອງ​ຕົນ

29 ເມື່ອ​ພວກ​ສິດ​ຂອງ​ໂຢ​ຮັນຮູ້​ເຫ​ດການ​ນັ້ນ​ແລ້ວ ກໍ​ມາ​ຮັບ​ເອົາ​ສົບ​ຂອງ​ທ່ານ​ໄປ​ວາງ​ໄວ້​ໃນ​ອຸບ​ໂມງ

ພຣະ​ເຢ​ຊູ​ຊົງ​ລ້ຽງ​ຫ້າ​ພັນ​ຄົນ

(ມ​ທ 14:13-21; ລກ 9:10-17; ຢ​ຮ 6:1-14)

30 ຝ່າຍ​ອັ​ຄ​ສາ​ວົກ​ໄດ້​ພາ​ກັນ​ມາ​ເຝົ້າ​ພຣະ​ເຢ​ຊູ ທູນ​ຣາຍ​ງານ​ທັງ​ຫມົດ​ທີ່​ເຂົາ​ໄດ້​ເຣັດ ແລະ​ໄດ້​ສັ່ງ​ສອນ​ໃຫ້​ພຣະ​ອົງ​ຊົງ​ຊາບ

31 ແລ້ວ​ພຣະ​ອົງຊົງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ເຮົາ​ຈົ່ງ​ພາກັນ​ໄປ​ໃນ​ບ່ອນ​ສ​ງັດ ໃຫ້​ພວກ​ທ່ານ​ພັກ​ເຊົາ​ເມື່ອຍ​ຈັກ​ຫນ້ອຍ​ນຶ່ງ” ເພາະ​ມີ​ຄົນ​ຫລວງ​ຫລາຍ​ທຽວ​ໄປ​ມາ ຈົນ​ບໍ່​ມີ​ເວ​ລາ​ຫວ້າງ​ພໍ​ຈະ​ຮັບ​ປະ​ທານອ​ຫານ​ໄດ້

32 ພຣະ​ອົງ​ຈຶ່ງ​ສະ​ເດັດ​ລົງ​ເຮືອພ້ອມ​ກັບ​ສາ​ວົກ​ໄປ​ຍັງ​ບ່ອນ​ສ​ງັດ​ຢູ່​ຕ່າງ​ຫາ​ກ

33 ຫລາຍ​ຄົນ​ໄດ້​ເຫັນ​ພຣະ​ອົງ​ກັບ​ພວກ​ສາ​ວົກ​ພວມ​ໄປ ເຂົາ​ກໍ​ສັງ​ເກດ​ຮູ້​ຈຶ່ງ​ຮີບ​ພາ​ກັນ​ອອກ​ຈາກ​ທຸກ​ບ້ານ​ທຸກ​ເມືອງ​ຍ່າງ​ໄປ​ເຖິງ​ທີ່​ນັ້ນ​ກ່ອນ

34 ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນຈາກ​ເຮືອນ​ແລ້ວ ກໍ​ຊົງ​ເຫັນ​ປະ​ຊາ​ຊົນ​ຫມູ່​ໃຫຍ່ ແລະ​ຊົງ​ສົງ​ສານ​ເຂົາ ເພາະ​ວ່າ​ເຂົາ​ເປັນ​ເຫມືອນ​ຝູງ​ແກະ​ບໍ່​ມີ​ຜູ້​ລ້ຽງ ພຣະ​ອົງ​ຈຶ່ງ​ຊົງ​ຕັ້ງຕົ້​ນ​ສັ່ງ​ສອນ​ເຂົາ​ເປັນ​ຫລາຍ​ຂໍ້​ຫລາຍ​ປະ​ການ

35 ເມື່ອ​ຄ້າຍ​ຄ່ຳ​ມາ​ແລ້ວ ພວກ​ສາ​ວົກ​ມາ​ທູນ​ພຣະ​ອົງ​ວ່າ, “ບ່ອນ​ນີ້​ແມ່ນ​ປ່າ ແລະ​ບັດ​ນີ້​ກໍ​ຄ້າຍ​ຄ່ຳ​ແລ້ວ

36 ຂໍ​ທ່ານ​ຈົ່ງ​ໃຫ້​ເຂົາ​ເລີກ​ໄປ​ເສັຽ ເພື່ອ​ເຂົາ​ຈະ​ໄດ້​ໄປ​ຊື້​ອາ​ຫານ​ຮັບ​ປະ​ທານ​ຕາມ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້”

37 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ລ້ຽງ​ເຂົາ​ສາ” ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຈະ​ໃຫ້​ພວກ​ຂ້​ນ້ອຍ​ໄປ​ຊື້​ອາ​ຫານ​ເຖິງ​ສອງ​ຮ້ອຍ​ຫລຽນ​ເດ​ນາ​ຣິ​ອົນ​ໃຫ້​ເຂົາ​ກິນ​ຫລື”

38 ພຣະ​ອົງ​ຊົງ​ກ່າວ​ວ່າ, “ພວກ​ທ່ານ​ມີ​ເຂົ້າ​ຈີ່​ຈັກ​ກ້ອນ ຈົ່ງ​ໄປ​ເບິ່ງ​ດູ” ແລະ​ເມື່ອ​ຮູ້​ແລ້ວ ເຂົາ​ຈຶ່ງ​ທູນ​ວ່າ, “ມີ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ”

39 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ພວກ​ສາ​ວົກ​ໃຫ້​ຈັດ​ຄົນ​ທັງ​ປວງ​ນັ່ງ​ຮ່ວມ​ກັນ​ທີ່​ປ່າ​ຫຍ້າ​ສົດ​ເປັນ​ຫມູ່ໆ

40 ແລະ​ປະ​ຊາ​ຊົນ​ໄດ້​ນັ່ງ​ລົງ​ເປັນ​ແຖວ ແຖວ​ລະ​ຮ້ອຍ​ຄົນ​ແລະ​ແຖວ​ລະ​ຫ້າ​ສິບ​ຄົນ

41 ເມື່ອ​ພຣະ​ອົງ​ຊົງ​ຮັບ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ​ແລ້ວ ກໍ​ຊົງ​ເງີຍ​ພຣະ​ພັກ​ເບິ່ງ​ຟ້າສວັນ ​ຂໍ​ພຣະ​ພອນ ແລ້ວ​ຊົງ​ຫັກ​ເຂົ້າ​ຈີ່​ຍຶ່ນ​ໃຫ້​ພວກ​ສາ​ວົກ​ໄປ​ແຈກ​ແກ່​ຄົນ​ທັງ​ປວງ ແລະ​ປ​ສອງ​ໂຕ​ນັ້ນ​ກໍ​ຊົງ​ແບ່ງ​ໃຫ້​ທົ່ວ​ເຖິງ​ກັນ​ເຫມືອນ​ກັນ

42 ເຂົາ​ໄດ້​ກິນ​ອີ່ມ​ທຸກ​ຄົນ

43 ສ່ວນ​ຕ່ອນ​ຫັກ​ແລະ​ປາ​ທີ່​ເຫລືອ​ນັ້ນ ເຂົາ​ເກັບ​ໄດ້​ເຕັມ​ສິບ​ສອງ​ບຸງ

44 ໃນ​ຈຳ​ນວນ​ຄົນ​ທີ່​ໄດ້​ຮັບ​ປະ​ທານ​ເຂົ້າ​ຈີ່​ນັ້ນ ມີ​ຜູ້​ຊາຍ​ຫ້າ​ພັນ​ຄົນ

ພຣະ​ເຢ​ຊູ​ຊົງ​ດຳ​ເນີນ​ເທິງ​ນ້ຳ

(ມ​ທ 14:22-33; ຢ​ຣ 6:15-21)

45 ໃນ​ທັນ​ໃດ​ນັ້ນພຣະ​ອົງ​ຊົງ​ສັ່ງ​ໃຫ້​ພວກ​ສາ​ວົກ​ລົງ​ເຮືອຂ້າມ​ຟາກ​ໄປ​ຍັງ​ເມືອງ​ເບັດ​ຊາ​ອີ​ດາ​ກ່ອນ

ຂ​ນະ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ເລີກ​ໄປ

46 ເມື່ອ​ຊົງ​ລາ​ຈາກ​ເຂົາ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ເມືອ​ພູ​ເພື່ອ​ໄຫ​ວ້ວອນ

47 ເມື່ອ​ຄ່ຳ​ມາ​ແລ້ວ​ເຮືອ​ນັ້ນ​ກໍ​ຢູ່​ກາງ​ທະ​ເລ ສ່ວນ​ພຣະ​ອົງ​ຊົງ​ຢູ່​ບົກ​ແຕ່​ຕົນ​ດຽວ

48 ແລະ​ພຣະ​ອົງ​ທອດ​ພຣະ​ເນດ​ເຫັນ​ພວກ​ສາ​ວົກກຳ​ລັງ​ແຊວ​ເຣືອ​ດ້ວຍ​ຄວາມ​ລຳ​ບາກ​ຫລາຍ ເພາະ​ເຮືອ​ຕ້ານ​ທວນ​ລົມ​ຢູ່ ຄັນ​ປະ​ມນ​ຍາມ​ສີ່​ກາງ​ຄືນ ພຣະ​ອົງ​ຈຶ່ງ​ຊົງ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ພວກ​ສາ​ວົກ ແລະ​ພຣະ​ອົງ​ຊົງ​ຍ່າງ​ດັ່ງ​ຈະ​ກາຍ​ເຂົາ​ໄປ

49 ແຕ່​ເມື່ອ​ພວກ​ສາ​ວົກ​ໄດ້​ເຫັນ​ພຣະອົງ​ຊົງ​ຍ່າງ​ເທິງ​ນ້ຳ ເຂົາ​ກໍ​ຄຶດ​ວ່າ​ແມ່ນ​ຜີ ແລ້ວ​ຈຶ່ງ​ພາ​ກັນ​ຮ້ອງ​ຂຶ້ນ

50 ເພາະ​ວ່າ​ທຸກ​ຄົນ​ເຫັນ​ແລ້ວ​ກໍ​ຕົກ​ໃຈ ໃນ​ທັນ​ໃດ​ນັ້ນ​ພຣະ​ອົງ​ຊົງ​ອອກ​ພຣະ​ໂອດ​ກ່າ​ວ​ແກ່​ເຂົາ​ວ່າ, “ຢ່າ​ນ້ອຍ​ໃຈ​ເທາະ ແມ່ນ​ເຮົາ​ເອງ ຢ່າ​ຊູ່​ຢ້ານ”

51 ພຣະ​ອົງ​ຈຶ່ງ​ສະ​ເດັດ​ຂຶ້ນ​ໄປ​ຫາ​ເຂົາ​ເທິງ​ເຮືອ ແລ້ວ​ລົມ​ກໍ​ງຽບ​ລົງ ພວກ​ສາ​ວົກ​ກໍ​ປ​ລາດ​ອັດ​ສະ​ຈັນ​ໃຈ​ເຫລືອເກີນ

52 ເພາະ​ວ່າ​ເຣື່ອງ​ເຂົ້າ​ຈີ່​ນັ້ນ​ເຂົາ​ຍັງ​ບໍ່​ໄດ້​ເຂົ້າ​ໃຈ ແຕ່​ໃຈ​ຂອງ​ເຂົາ​ຍັງ​ແຂງ​ກະ​ດ້າງ​ປຶກ​ຕັນ​ຢູ່

ພຣະ​ເຢຊູ​ຊົງໂຜດ​ຄົນ​ເຈັບ​ປ່ວຍ​ໃນ​ເຄນ​ເນ​ຊາ​ເຣັດ

(ມ​ທ 14:34-36)

53 ຄັນ​ຂ້າມ​ຟາກ​ໄປ​ເຖິງ​ແລ້ວ ເຂົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ເຄນ​ເນ​ຊາ​ເຣັດ

54 ເມື່ອພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນ​ຈາກ​ເຮືອ​ພ້ອມ​ດ້ວຍ​ສາ​ວົກ​ແລ້ວ ຄົນ​ທັງ​ປວງ​ກໍ​ຈຳ​ພຣະ​ອົງ​ໄດ້​ທັນ​ທີ

55 ແລະ​ເຂົາ​ຮີບ​ໄປ​ທົ່ວ​ຂົງ​ເຂດ​ນັ້ນ ຕັ້ງ​ຕົ້ນ​ເອົາ​ຄົນ​ເຈັບ​ປ່ວຍ​ໃສ່​ບ່ອນນອນ​ຫາມ​ມາ​ຍັງ​ບ່ອນ​ທີ່​ເຂົາ​ໄດ້​ຍິນຂ່າວ​ວ່າ​ພຣະ​ອົງ​ປະ​ທັບ​ຢູ່

56 ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ທີ່​ໃດ​ໃນ​ເມືອງ​ຫລື​ ບ້ານນອກ​ບ້ານ​ນາ​ກໍ​ດີ ເຂົາ​ກໍ​ເອົາ​ຄົນ​ເຈັບ​ປ່ວຍ​ມາ​ວາງ​ໄວ້​ຕາມ​ແຄມ​ທາງ​ບ່ອນ​ຊຸມ​ຊົນ ແລ້ວ​ທູນ​ຂໍ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບ​ປ່ວຍ​ໄດ້​ບາຍແຕ່​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ແລະ​ຜູ້​ໃດ​ໄດ້​ບາຍ​ແລ້ວ​ກໍ​ຖືກ​ຊົງ​ໂຜດ​ໃຫ້​ດີ​ພ​ຍາດ​ທຸກ​ຄົນ

 

7. ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ

(ມ​ທ 15:1-20)

1   ເມື່ອ​ນັ້ນ​ພວກ​ຟາ​ຣີ​ຊາຍ​ແລະ​ນັກ​ທັມ​ບາງ​ຄົນ​ຊຶ່ງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ພາ​ກັນ​ມາ​ຫາ​ພຣະ​ອົງ

2   ເຂົາ​ໄດ້​ເຫັນ​ສາ​ວົກ​ຂອງ​ພຣະ​ອົງ​ລາງ​ຄົນ​ຮັບ​ປະ​ທານ​ອາ​ຫານ​ດ້ວຍ​ມື​ບໍ່​ສະ​ອາດ ຄື​ບໍ່​ລ້າງ​ມື​ຕາມ​ພິ​ທີ​ກ່ອນ

3   ເພາະ​ວ່າ​ພວກ​ຟາ​ຣີ​ຊາຍ​ກັບ​ຊາວ​ຢິວ​ທັງ​ຫມົດ ເຄີຍ​ຖື​ຕາມ​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ​ວ່າ ຖ້າ​ບໍ່​ໄດ້​ລ້າງ​ມື​ຕາມ​ພິ​ທີ​ຄື​ແຕ່​ມື​ເຖິງ​ຄໍ່ ເຂົາ​ກໍ​ບໍ່​ຮັບ​ປະ​ທານ​ອາ​ຫານ

4   ແລະ​ເມື່ອ​ເຂົາ​ມາ​ຈາກ​ຕ​ລາດ ຖ້າ​ບໍ່​ໄດ້​ທຳ​ພິ​ທີ​ຊຳ​ຮະ​ຕົວ​ກ່ອນ ເຂົາ​ກໍ​ບໍ່​ຮັບ​ປະ​ທານ​ອາ​ຫານ ແລະ​ເຂົາ​ຍັງ​ຖື​ທັມ​ນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ ຄື​ການ​ລ້າງ​ຖ້ວຍ​ຊາມ ລ້າງ​ພ​ຊນະ​ທອງ​ແດງ​ທອງເຫລືອງ (ແລະ​ຕຽງ​ນອນ)

5   ພວກ​ຟາ​ຣີ​ຊາຍ​ກັບ​ພວກ​ນັກ​ທັມ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ພວກ​ສິດ​ຂອງ​ທ່ານ​ຈຶ່ງ​ບໍ່​ຕິດ​ຕາມ​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮນ ແຕ່​ຍັງ​ຮັບ​ປະ​ທານ​ອາ​ຫານ​ດ້ວຍ​ມື​ບໍ່​ສະ​ອາດ”

6   ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເອ​ຊາ​ຢາ​ໄດ້​ທຳ​ນ​ວາຍ​ຄັກ​ແນ່​ເຖິງ​ພວກ​ເຈົ້າ ຜູ້​ເປັນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ຕາມ​ທີ່​ຂຽນ​ໄວ້​ວ່າ, “ພົ​ລ​ເມືອງ​ເຫລົ່​ນີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ ສ່ວນ​ໃຈ​ຂອງ​ເຂົາ​ຫ່າງ​ໄກ​ຈາກ​ເຮົາ

7   ເຂົ​ນະ​ມັ​ສ​ການ​ເຮົາ​ໂດຍ​ອັ​ປ​ໂຍດ ດ້ວຍ​ເອົາ​ບົດ​ບັນ​ຍັດ​ຂອງ​ມະ​ນຸດ​ມາ​ຕູ່​ວ່າ ເປັນ​ພຣະ​ໂອ​ວາດ”

8   ເຈົ້າທັງ​ຫລາຍ​ປະ​ລະ​ພຣະ​ບັ​ນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ກັບ​ໄປ​ຍຶດ​ຖື​ຕາມ​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ມະ​ນຸດ”

9   ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ອີກວ່າ, “ເກີ​ນ​ວ່າ​ດີແທ້​ຫນໍ ທີ່​ເຈົ້​ທັງ​ຫລາຍ​ໄດ້​ລະ​ຖິ້ມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ໄປ​ຖື​ຕາ​ມຄຳ​ສອນ​ທີ່​ສືບ​ຕໍ່​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ

10 ເພາະ​ວ່າ​ໂມ​ເຊ​ໄດ້​ສັ່ງ​ໄວ້​ວ່າ “ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາຂອງ​ເຈົ້າ” ແລະ “ຜູ້​ໃດ​ຫມິ່ນ​ປ​ມາດ​ບິ​ດາ​ມານ​ດາ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ”

11 ແຕ່​ຝ່າຍ​ພວກ​ເຈົ້າ​ກັບ​ເວົ້າ​ວ່າ “ຖ້າ​ຜູ້​ໃດ​ຈະ​ເວົ້າ​ກັບ​ບິ​ດາ​ມານ​ດາວ່າ ສິ່ງ​ໃດ​ຂອງ​ຂ້ອຍ​ທີ່​ອາດ​ຊ່ອຍ​ເຫລືອ​ເຈົ້າ​ໄດ້ ສິ່ງ​ນັ້ນ​ເປັນ​ໂກ​ຣະ​ບານ” (ຄື​ເປັນ​ຂອງ​ຖວາຍ​ແດ່​ພຣະ​ເຈົ້າ​ແລ້ວ)

12 ເຈົ້າ​ທັງ​ຫລາຍ​ກໍ​ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ນັ້ນ​ເຮັດ​ສິ່ງ​ໃດ​ຕໍ່​ໄປ ເພື່ອ​ຊ່ອຍ​ບຳ​ຣຸງ​ບິ​ດາ​ມານ​ດາ​ຂອງ​ຕົນ

13 ເຈົ້າ​ທັ​ງ​ຫລາຍ​ຈຶ່ງ​ລຶບ​ລ້າງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄຳ​ສອນ​ທີ່​ຕົກ​ທອດ​ສືບ​ຕໍ່​ກັນ​ມາ ແລະ​ສອນ​ຕໍ່ໆ​ກັນ​ໄປ ແລະ​ການ​ອື່ນໆ​ແນວ​ນີ້​ອີກ​ຫລາຍ​ຢ່າງ​ເຈົ້າ​ທັງ​ຫລາຍ​ກໍ​ເຮັດ​ຢູ່”

ສິ່ງ​ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

14 ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ປະ​ຊາ​ຊົນ​ມາ​ອີກ ຊົງ​ກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ຟັງ​ເຮົາ​ແລະ​ເຂົ້າ​ໃຈ​ສາ

15 ບໍ່​ມີ​ສິ່ງ​ໃດ​ທີ່​ຢູ່​ພາຍນອກ ເມື່ອ​ເຂົ້າ​ໄປ​ພາຍ​ໃນ​ມະ​ນຸດ​ຈະ​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ​ໄດ້ ແຕ່​ສິ່ງ​ຊຶ່ງ​ອອກ​ມາ​ຈາກ​ພາຍ​ໃນ​ມະ​ນຸດ​ນັ້ນ​ແຫລະ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

16 (ຖ້າ​ຜູ້​ໃດ​ມີ​ຫູ​ຈົ່ງ​ຢາກ​ຟັງ ໃຫ້​ຟັງ​ເອົາ​ສາ)”

17 ຄັນ​ພຣະ​ອົງໄດ້​ສະ​ເດັດ​ຈາກ​ປະ​ຊາ​ຊົນ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາ​ວົກ​ໄດ້​ທູນ​ຖາມ​ພຣະ​ອົງ​ເຖິງ​ຄຳ​ອຸປມາ​ນັ້ນ

18 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຖິງ​ພວກ​ທ່ານ​ກໍ​ຍັງ​ຂາດ​ຄວາມ​ເຂົ້າ​ໃຈ​ເຫມືອນ​ກັນ​ຫລື ພວກ​ທ່ານ​ບໍ່​ໄດ້​ສັງ​ເກດ​ຫລື​ວ່າ ສິ່ງ​ໃດ​ແຕ່​ພາຍນອກ​ທີ່​ເຂົ້າ​ໄປ​ພາຍ​ໃນ​ມະ​ນຸດ ຈະ​ເຮັດ​ໃຫ້​ມະ​ນຸດ​ເປັນ​ຊົ່ວ​ມົວ​ຫມອງ​ບໍ່​ໄດ້

19 ເພາ​ວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ ແຕ່​ລົງ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ” (ທີ່​ຊົງ​ສອນ​ຢ່າງ​ນີ້​ກໍ​ເປັນ​ການ​ປະ​ກາດ​ວ່າ ອາ​ຫານ​ທຸກ​ຢ່າງ​ເປັນ​ຂອງ​ສະ​ອາດ)

20 ພຣະ​ອົງ​ຊົງ​ກ່າວ​ວ່າ, “ສິ່ງ​ທີ່​ອອກ​ມາ​ຈາກ​ພາຍ​ໃນ​ມະ​ນຸດ​ນັ້ນ​ແຫລ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

21 ເພາະ​ວ່າ​ຈກ​ພາຍ​ໃນ ຄື​ຈາກ​ຈິດ​ໃຈ​ມະ​ນຸດ​ມີ​ຄວາມ​ຄຶດ​ຊົ່ວ​ບໍ່​ດີ ການ​ຜິດຊາຍ​ຍິງ ການ​ລັກ​ຊັບ ການ​ຂ້າ​ຄົນ

22 ການ​ຫລິ້ນ​ຊູ້​ຈາກ​ຜົວ​ເມັຽ ການ​ໂລບ ການ​ອະ​ທັມ ການ​ລໍ້​ລວງ ຣາ​ຄະ​ຕັນ​ຫາ ການ​ອິດ​ສາ ການ​ນິນ​ທາ ຄວາມ​ຈອງ​ຫອງ ຄວາມ​ໂງ່​ທີ່​ປ່ອຍ​ຕົວ​ໄປ​ຕາມ​ລຳ​ພັງ​ໃຈ

23 ສາ​ຣະ​ພັດ​ການ​ຊົ່ວ​ເຫລົ່າ​ນີ້​ເກີດ​ມາ​ຈາກ​ພາຍ​ໃນ ແລະ​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

ຄວາມ​ເຊື່ອ​ຂອງ​ຍິງ​ຊີ​ເຣັຽ​ຟອຍ​ນິ​ເກ

(ມ​ທ 15:21-28)

24 ພຣະ​ອົງຊົງ​ລຸກ​ຂຶ້ນ​ຈາກ​ທີ່​ນັ້ນ ສະ​ເດັດ​ໄປ​ຍັງ​ເຂດ​ແດນ​ເມືອງ​ຕີ​ເຣ ແລ້ວ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ນຶ່ງ​ໂດຍ​ມີ​ພຣະ​ປະ​ສົງ​ວ່າ​ຈະ​ບໍ່​ໃຫ້​ຜູ້​ໃດ​ຮູ້ ແຕ່​ຊົງລີ້ຢູ່​ບໍ່​ໄດ້

25 ໃນ​ທັນ​ໃດ​ນັ້ນ​ຍິງ​ຄົນນຶ່ງ​ຊຶ່ງ​ມີລູກ​ສາວ​ທີ່​ຜີ​ຖ່ອຍ​ຮ້າຍ​ເຂົ້າ​ສິງ ເມື່ອ​ນາງ​ໄດ້​ຍິນ​ຂ່າວ​ເຖິງ​ເຣື່ອງ​ພຣະ​ອົງ ກໍ​ມາ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ

26 ຍິງ​ຄົນ​ນັ້ນ​ເປັນ​ຊາວກ​ຣີກ ເກີດ​ໃນ​ແຂວງ​ຊີ​ເຣັຽ​ຟອຍ​ນິ​ເກ ນາງ​ໄດ້​ທູນ​ອ້ອນວອນ​ຂໍ​ໃຫ້​ພຣະ​ອົງ​ຂັບ​ໄລ່​ຜີ​ອອກ​ຈາກ​ລູກ​ສາວ​ຂອງ​ຕົນ

27 ຝ່າຍ​