Luke ພຣະທັມ​ລູກາ

 

ພຣະທັມ​ລູກາ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

 

 

 

 

 

 

 

ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ

ຮຽບ​ຮຽງ​ໂດຍ

ລູ​ກາ

 

1. ຄຳ​ຄຳ​ນັບ​ແກ່​ເທ​ໂອ​ຟີ​ໂລ

1   ມີ​ຫລາຍ​ຄົນ​ໄດ້​ລົງ​ມື​ຮຽບ​ຮຽງ​ເຣື່ອງ​ເຫດ​ການ​ເຫລົ່າ​ນັ້ນ ຊຶ່ງ​ສຳ​ເຣັດ​ແລ້ວ​ໃນ​ຖ້າມ​ກາງ​ເຮົາ​ທັງ​ຫລາຍ

2   ຕາມ​ທີ່​ເຂົາ​ຜູ້​ໄດ້​ເຫັນ​ກັບ​ຕາ​ເອງ​ຕັ້ງ​ແຕ່​ຕົ້ນ​ແລະ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່​ມາ​ໃຫ້​ຫມູ່​ເຮົາ​ຮູ້

3   ເຫດ​ສັນ​ນັ້ນທ່ານ​ເທ​ໂອ​ຟິ​ໂລ​ທີ່​ນັບ​ຖື​ເອີຍ ເນື່ອງ​ຈາກ​ຂ້າ​ພະ​ເຈົ້າ​ເອງ​ໄດ້​ສືບ​ສວນ​ຖ້ວນ​ຖີ່​ຕັ້ງ​ແຕ່​ຕົ້ນ​ມາ​ໃນ​ສິ່ງ​ເຫລົ່າ​ນັ້ນ ຈຶ່ງ​ເຫັນ​ດີ​ຈະ​ຮຽບ​ຮຽງ​ເຣື່ອງ​ຕາມ​ລຳ​ດັບ​ເພື່ອ​ປ​ໂຍດ​ແດ່​ທ່ານ

4   ເພື່ອ​ທ່ານ​ຈະ​ໄດ້​ຮູ້​ຢ່າງ​ຄັກ​ແນ່​ໃນ​ຄວາມ​ອັນ​ເປັນ​ແກ່ນ​ເປັນສານ​ຂອງ​ເຣື່ອງ​ເຫລົ່າ​ນັ້ນ ຊຶ່ງ​ມີ​ຜູ້​ແຈ້ງ​ໃຫ້​ທ່ານ​ຊາບ

ທຳ​ນ​ວາຍ​ເຣື່ອງ​ກຳ​ເນີດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

5   ໃນ​ຣັຊ​ການ​ຂອງ​ເຮ​ໂຣດ​ກະ​ສັດ​ເມືອງ​ຢູ​ດາຍ ມີ​ປະ​ໂຣຫິດ​ຕົນ​ນຶ່ງ​ຊື່ ເຊ​ຄາ​ຣີ​ຢາ ຢູ່ໃນ​ຜຽນ​ຂອງ​ອາ​ບີ​ຢາ ພັຣ​ຍາ​ຂອງ​ເຊ​ຄາ​ຣີ​ຢາ​ຢູ່​ໃນ​ເຊື້ອ​ສາຍ​ອາ​ໂຣນ​ຊື່​ວ່າ​ເອ​ລີ​ຊາ​ເບັ

6   ເຂົາ​ທັງ​ສອງ​ເປັນ​ຄົນ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ບ່ອນ​ຕິ​ເລີຍ

7   ເຂົາ​ບໍ່​ມີ​ລູກ​ເພາະ​ເອ​ລີ​ຊາ​ເບັດເປັນ​ຍິງ​ຫມັນ ແລະ​ເຂົ​ທັງ​ສອງກໍ​ແກ່​ຊະ​ຣາ​ແລ້ວ

8   ເມື່ອ​ເຊ​ຄາ​ຣີ​ຢາ​ຖືກ​ຜຽນ ກຳ​ລັງ​ປະ​ຕິ​ບັດ​ຕາມ​ຫນ້າ​ທີ່​ປະ​ໂຣ​ຫິດ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ

9   ສ​ລາກ​ໄດ້​ຕົກ​ໃສ່​ຕາມ​ທັມ​ນຽມ​ປະ​ໂຣ​ຫິດ ໃຫ້​ທ່ານ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ເຜົາ​ເຄື່ອງ​ຫອມ​ບູ​ຊາ

10 ສ່ວນ​ພົ​ລ​ເມືອງ​ກໍ​ໄຫວ້ວອນ​ຢູ່​ຂ້າງນອກ​ໃນ​ເວ​ລາ​ເຜົາ​ເຄື່ອງ​ຫອມ​ນັ້ນ

11 ແລ້ວ​ມີ​ເທວະ​ດາ​ຕົນ​ນຶ່ງຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ແກ່​ເຊ​ຄາ​ຣີ​ຢາ ຢືນ​ຢູ່​ເບື້ອງ​ຂວາ​ແທ່ນ​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ນັ້ນ

12 ເມື່ອ​ເຊ​ຄາ​ຣີ​ຢາ​ໄດ້​ເຫັນກໍ​ຢ້ານ​ແລະ​ຕົກ​ໃຈ

13 ແຕ່​ເທວະ​ດາ​ຕົນ​ນັ້ນ​ໄດ້​ບອກວ່າ, “ເຊ​ຄາ​ຣີ​ຢາ​ເອີຍ, ຢ່າ​ຊູ່​ຢ້ານ ເພາະ​ຄຳ​ອ້ອນວອນ​ຂອງ​ທ່ານ​ໄດ້​ຊົງ​ຟັງ​ແລ້ວ ນາງ​ເອ​ລີ​ຊາ​ເບັດ​ພັຣ​ຍາ​ຂອງ​ທ່ານ​ຈະ​ປະ​ສູດ​ບຸດ​ຊາຍ​ໃຫ້​ທ່ານ ແລ້ວ​ທ່ານ​ຈົ່ງ​ໃສ່​ຊື່​ບຸດ​ນັ້ນ​ວ່າ ໂຢ​ຮັນ

14 ທ່ານ​ຈະ​ມີ​ຄວາມຊົມ​ຊື່ນ​ຍິນ​ດີ ແລະ​ຫລາຍ​ຄົນ​ຈະ​ຍິນ​ດີ​ເພາະ​ບຸດ​ນັ້ນ​ເກີດ​ມາ

15 “ເພາະ​ວ່າ​ບຸດ​ນັ້ນ​ຈະ​ໄດ້​ເປັນ​ໃຫຍ່​ຕໍ່​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ຈະ​ບໍ່​ດື່ມ​ເຫລົ້າ​ແວງ​ແລະ​ເຫລົ້າ​ປຸກ​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຕັ້ງ​ແຕ່​ຈາກ​ທ້ອງ​ມານ​ດາ​ມາ

16 ທ່ານ​ຈະ​ນຳ​ລູກ​ຫລານ​ຂອງ​ອິສ​ຣາ​ເອນ​ຫລາຍ​ຄົນ​ຫລົບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ

17 ທ່າ​ນຈະ​ອອກ​ກ່ອນ​ຫນ້າ​ຂອງ​ພຣະ​ອົງ ໂດຍ​ສະ​ແດງອ​ຣົມ​ແລະ​ຣິດ​ເດດ​ຂອງ​ເອ​ລີ​ຢາ ຈະ​ໃຫ້​ບັນ​ດາ​ພໍ່​ກັບ​ຄືນ​ດີ​ກັບ​ລູກ ແລະ​ໃຫ້ບັນ​ດາ​ຄົນ​ທີ່​ດື້​ດ້ານ​ກັບ​ມາ​ຫາ​ປັນ​ຍາຂອງ​ຄົນ​ສິນ​ທັມ ເພື່ອ​ຈັດ​ຕຽມ​ພົ​ລ​ເມືອງ​ໄວ້​ພ້ອມ​ສຳ​ລັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ”

18 ເຊ​ຄາ​ຣີ​ຢາ​ທູນ​ເທວະ​ດາ​ຕົນ​ນັ້ນ​ວ່າ, “ຂ້າ​ນ້ອຍ​ຈະ​ຮູ້​ເຫດ​ການ​ນີ້​ໄດ້​ຢ່າງ​ໃດ ເພາະ​ຂ້າ​ນ້ອຍ​ກໍ​ເຖົ້າ​ແລ້ວ ແລະ​ພັຣ​ຍາ​ຂອງ​ຂ້າ​ນ້ອຍ​ກໍ​ອາ​ຍຸ​ສູງ​ຫລາຍ​ແລ້ວ”

19 ຝ່າຍ​ເທວະ​ດາ​ຕົນ​ນັ້ນ​ຈຶ່​ງ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບ​ຣີ​ເອນ​ຊຶ່ງ​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ເຈົ້ ແລະ​ຊົງ​ໃຊ້​ໃຫ້​ມາ​ກ່າວ​ກັບ​ທ່ານ​ແລະ​ນຳ​ຂ່າວ​ດີ​ນີ້​ມາບອກ​ແກ່​ທ່ານ

20 ເບິ່ງ​ແມ໋, ທ່ານ​ຈະ​ເປັນ​ຄົນ​ໃບ້​ແລະ​ປາກ​ບໍ່​ໄດ້ ຈົນ​ເຖິງວັນ​ທີ່​ເຫດການ​ເຫ​ລົ່​ນັ້ນ​ຈະ​ເກີດ​ຂຶ້ນ ເພາະ​ທ່ານ​ບໍ່​ໄດ້​ເຊື່ອ​ຖ້ອຍ​ຄຳ​ຂອງ​ເຮົາ​ທີ່​ຈະ​ສຳ​ເຣັດ​ຕາມ​ກຳ​ນົດ”

21 ຝ່າຍ​ພົ​ລ​ເມືອງ​ກໍ​ຄອຍ​ຖ້າ​ເຊ​ຄາຣີ​ຢາ​ດ້ວຍ​ຄວາມປ​ລາດ​ໃຈ ເພາະ​ທ່ານ​ຊັກ​ຊ້າ​ຢູ່​ໃນ​ພຣະ​ວິ​ຫານ

22 ເມື່ອ​ທ່ານ​ອອກ​ມາ​ແລ້ວ​ກໍ​ປາກ​ນຳ​ເຂົາ​ບໍ່​ໄດ້ ເຂົາ​ຈຶ່ງ​ສັງ​ເກດ​ຮູ້​ວ່າ​ທ່ານ​ໄດ້​ເຫັນ​ນິ​ມິດ​ໃນ​ພຣະວິ​ຫານ ທ່າ​ນໄດ້​ສະ​ແດງ​ທ່າ​ທີ​ພາ​ສາ​ໃບ້​ຕໍ່​ເຂົາ​ແລະ​ຍັງ​ເປັນ​ໃບ້​ຢູ່

23 ເມື່ອ​ຫມົດ​ຜຽນ​ຂອງ​ທ່ານ​ແລ້ວ​ທ່ານ​ກໍ​ກັບ​ບ້ານ

24 ພາຍ​ລຸນ​ມາ​ເອ​ລີ​ຊາ​ເບັດ​ພັຣ​ຍາ​ຂອງ​ທ່ານ​ກໍ​ມີ​ທ້ອງ ແລ້ວ​ຈຶ່ງ​ໄປ​ລີ້​ຕົວ​ຢູ່​ໃນ​ລະ​ຫວ່າງ​ຫ້າ​ເດືອນ​ຈຶ່ງ​ເວົ້າ​ວ່າ,

25 “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຣັດ​ຢ່າງ​ນີ້​ແກ່ຂ້າ​ນ້ອຍ ໃນ​ວັນ​ທີ່​ພຣະ​ອົງ​ໄດ້​ທອ​ດ​ພຣະ​ເນດ​ຂ້າ​ນ້ອຍ ເພື່ອ​ຊົງ​ຍົກ​ຄວາມ​ນິນ​ທາ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຢູ່​ຖ້າມ​ກາງ​ຄົນ​ທັງ​ຫລາຍ​ອອກ​ເສັຽ”

26 ເມື່​ອ​ເຖິງ​ເດືອນ​ຖ້ວນ​ຫົກ​ເທວະ​ດາ​ຄັບ​ຣີ​ເອນ​ໄດ້​ຣັບ​ໃຊ້​ຈາກ​ພຣະ​ເຈົ້າ ມາ​ຍັງ​ເມືອງ​ນຶ່ງ​ໃນ​ແຂ​ວງ​ຄາ​ລີ​ເລ​ຊື່ນ​ຊາ​ເຣັດ

27 ມາ​ຫາ​ຍິງ​ພົມ​ຈາ​ຣີ​ຄົນ​ນຶ່ງ ຊຶ່ງ​ເປັນ​ຄູ່​ຫມັ້ນ​ຂອງ​ຊາຍ​ຄົນ​ນຶ່ງ​ຊື່​ໂຢ​ເຊບ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ກະ​ສັດ​ດາ​ວິດ ນາງ​ນັ້ນ​ຊື່​ມາ​ຣິ​ອາ

28 ເມື່ອ​ເທວະ​ດາ​ມາ​ເຖິງ​ນາງ​ແລ້ວ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ຈະ​ເຣີນ​ເທີນ, ເຈົ້າ​ຜູ້​ທີ່​ຊົງ​ໂຜດ​ພຣະ​ກະ​ຣຸ​ນາ​ປາ​ນີ​ຫລາຍ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ”

29 ຝ່າຍ​ມາ​ຣິ​ອາ​ກໍ​ຕົກ​ສະ​ທ້ານ​ໃຈ​ເພາະ​ຖ້ອຍ​ຄຳ​ຂອ​ງ​ເທວະ​ດາ​ນັ້ນ ຈຶ່ງ​ຣຳ​ພຶງວ່າ​ຄຳ​ທັກ​ທາຍ​ນີ້​ຈະ​ຫມາຍ​ຄວາມ​ວ່າຢ່າງ​ໃດ

30 ແລ້ວ​ເທວະ​ດາ​ໄດ້​ກ່າວ​ກັບ​ນາງວ່າ, “ມາ​ຣິ​ອາ​ເອີຍ, ຢ່າຊູ່​ຢ້ານ ເພາະ​ວ່າ​ເຈົ້າ​ເປັນ​ທີ່​ຊົງ​ພຣະ​ກະ​ຣຸ​ນາ​ໂຜດແລ້ວ

31 ບິ່ງ​ແມ໋, ເຈົ້​ຈະ​ມີ​ທ້ອງ​ແລະ​ປະ​ສູດ​ບຸດ​ຊາຍ ຈົ່ງ​ຕັ້ງ​ຊື່​ບຸດ​ນັ້ນ​ວ່າ​ ເຢ​ຊູ

32 ບຸດ​ນັ້ນ​ຈະ​ໄດ້​ເປັນ​ໃຫຍ່ ແລະ​ຈະ​ຊົງເອີ້ນ​ວ່າ​ພຣະ​ບຸດ​ຂອງ​ຜູ້ສູງ​ສຸດ ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ປະ​ທານ​ພຣະ​ທີ່​ນັ່ງ​ຂອງ​ກະ​ສັດ​ດາ​ວິດ ຜູ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ ໃຫ້​ແກ່​ທ່ານ

33 ແລະ​ທ່ານ​ຈະ​ສ​ເວີຍ​ຣາຊ​ຄຸ້ມ​ຄອງ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ສືບໆ​ໄປ​ເປັນ​ນິດ ແລະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ທ່ານ​ຈະ​ບໍ່​ຮູ້​ສິ້ນ​ສຸດ”

34 ຝ່າຍ​ມາ​ຣິ​ອາ​ຈຶ່ງ​ທູນ​ເທວະ​ດາ​ນັ້ນ​ວ່າ, “ເຫດ​ການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ ເພາະ​ຂ້​ນ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ຮູ້​ກັບ​ຊາຍ​ຈັກ​ເທື່ອ”

35 ເທວະ​ດາ​ໄດ້​ຕອບ​ນາງວ່າ, “ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ສະ​ເດັດ​ລົງ​ມາ​ເຖິງ​ເຈົ້າ ແລະ​ຣິດ​ເດດ​ຂອງ​ຜູ້​ສູງ​ສຸດ​ຈະ​ປົກ​ຄຸມ​ເຈົ້າ​ໄວ້ ເຫ​ດສັນ​ນີ້​ບຸດ​ທີ່​ຈະ​ເກີດ​ມາ​ນັ້ນ​ຈະ​ໄດ້​ເອີ້ນ​ວ່າ​ບໍ​ຣິ​ສຸດ ຄື​ພຣະ​ບຸດຂອງ​ພຣະ​ເຈົ້າ

36 ເບິ່​ງ​ແມ໋, ເຖິງ​ນາງ​ເອ​ລີ​ຊາ​ເບັດ​ພີ່​ນ້ອງ​ຂອງ​ເຈົ້າ​ຜູ້​ແກ່​ຊະ​ຣາ​ແລ້ວ ກໍ​ຍັງ​ມີ​ທ້ອງ​ຈະ​ເກີດ​ບຸດ​ຊາຍ​ເຫມືອນ​ກັນ ບັດ​ນີ້​ນາງ​ທີ່​ເຂົາ​ຖື​ວ່າ​ເປັນ​ຍິງ​ຫມັນ​ກໍ​ມີ​ທ້ອງ​ໄດ້​ຫົກ​ເດືອນ​ແລ້ວ

37 ເພາະ​ວ່າ​ຝ່າຍ​ພຣະ​ເຈົ້າ​ບໍ່​ມີ​ສິ່ງ​ໃດ​ທີ່​ເຫລືອ​ພຣະ​ກຳ​ລັງ”

38 ສ່ວນ​ມາ​ຣິ​ອາ​ກໍ​ທູນ​ວ່າ, “ຂ້​ນ້ອຍ​ນີ້​ແຫລະ, ເປັນ​ຂ້ອຍ​ຍິງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ບັງ​ເກີດ​ແກ່​ຂ້າ​ນ້ອຍ​ຕາມ​ຄຳ​ຂອງ​ເຈົ້າ​ກູ​ເທີນ” ແລ້ວ​ເທວະ​ດາ​ຕົນ​ນັ້ນ​ໄດ້​ຈາກ​ນາງ​ໄປ

ມາ​ຣິ​ອາ​ໄປ​ຢ້ຽມ​ຢາມ​ເອ​ລີ​ຊາ​ເບັດ

39 ຄາວ​ນັ້ນ​ມາ​ຣິ​ອາ​ໄດ້​ລຸກ​ຂຶ້ນແລ້ວ​ຮີບ​ໄປ​ຍັງ​ເຂດ​ພູ​ເຂົາ ຄື​ໄປ​ເຖິງ​ເມືອງ​ນຶ່ງ​ໃນ​ແຂວງ​ຢູ​ດາຍ

40 ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງເຊ​ຄາ​ຣີ​ຢາ​ທັກ​ທາຍ​ນາງ​ເອ​ລີ​ຊາ​ເບັດ

41 ພໍ​ເມື່ອ​ເອ​ລີ​ຊາ​ເບັດ​ໄດ້​ຍິນ​ຄຳ​ທັກ​ທາຍ​ຂອ​ງມາ​ຣິ​ອາ ບຸດ​ໃນ​ທ້ອງ​ຂອງ​ຕົນ​ກໍ​ດີ້ນ ແລະ​ເອ​ລີ​ຊາ​ເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

42 ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ນາງ​ໄດ້​ຮັບ​ພຣະ​ພອນ​ໃນ​ລະ​ຫວ່າງ​ພວກ​ຜູ້​ຍິງ ແລະ​ບຸດ​ໃນ​ທ້ອງ​ຂອງ​ນາງ​ໄດ້​ຮັບ​ພຣະ​ພອນ​ດ້ວຍ

43 ເປັນ​ສັນ​ໃດ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ເມດ​ຕາ​ຢ່າງ​ນີ້ ຄື​ມານ​ດາ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ​ໄດ້​ມາ​ຫາ​ຂ້າ​ນ້ອຍ

44 ເພາະ​ວ່າ ເບິ່ງ​ແມ໋, ພໍ​ສຽງ​ທັກ​ທາຍ​ຂອງ​ນາງ​ເຂົ້າ​ຫູຂ້າ​ນ້ອຍ ລູກ​ໃນ​ທ້ອງ​ຂອງ​ຂ້າ​ນ້ອຍ​ໄດ້​ດີ້ນ​ດ້ວຍ​ຄວາມ​ຍິນ​ດີ

45 ຄວາມ​ສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳ​ເຣັດ​ຕາມ​ພຣະ​ຄັມ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​“

ເພງ​ສັຣ​ເສີນ​ຂອງ​ມາ​ຣິ​ອາ

46 ສ່ວນ​ມາ​ຣິ​ອາ​ກໍ​ກ່າວ​ວ່າ, “ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສັຣ​ເສີນ​ຍ້ອ​ງ​ຍໍ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ

47 ແລະ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະເຈົ້າ​ກໍ​ເກີດ​ຄວາມ​ຍິນ​ດີ​ໃນ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ໃຫ້​ຂ້າ​ພະເຈົ້າ​ພົ້ນ

48 ເພາະ​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ຖາ​ນະ​ອັນ​ຍາກ​ຕ່ຳ​ຕ້ອຍ​ແຫ່ງ​ຂ້ອຍ​ຍິງ​ຂອງ​ພຣະ​ອົງ ເບິ່ງ​ແມ໋, ຕັ້ງ​ແຕ່​ນີ້​ໄປ​ຄົນ​ທຸກ​ສະ​ໄຫມ​ຈະ​ເອີ້ນ​ຂ້າພະ​ເຈົ້າ​ວ່າ​ຜາ​ສຸກ

49 ເພາ​ວ່າ​ຜູ້​ຊົງ​ຣິດ​ໄດ້​ຊົງ​ກະ​ທຳ​ການ​ໃຫຍ່​ແກ່​ຂ້າ​ພະ​ເຈົ້າ ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ບໍ​ຣິ​ສຸດ

50 ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ​ກໍ​ມີ​ແກ່ບັ​ນ​ດາ​ຜູ້​ຢຳ​ເກງ​ພຣະ​ອົງ ທັງ​ຊົ່ວ​ນີ້​ແລະ​ຊົ່ວ​ຫນ້າ​ສືບໆ​ໄປ

51 ພຣະ​ອົງ​ຊົງ​ສະ​ແດງ​ຣິດ​ດ້ວຍ​ພຣະ​ກອນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຄົນ​ທີ່​ມີ​ໃຈ​ຄຶດ​ຈອງ​ຫອງ​ພັດ​ພາກ​ຈາກ​ກັນ

52 ພຣະ​ອົງ​ຊົງ​ຖອດ​ເຈົ້າ​ນາຍ​ລົງ​ຈາກ​ພຣະ​ທີ່​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຍາກ​ຕ່ຳ​ຂຶ້ນ

53 ພຣະ​ອົງ​ຊົງ​ໂຜດ​ໃຫ້​ຄົນ​ອຶດ​ຢາກ​ອີ່ມ​ດ້ວຍ​ຂອງ​ດີ ແລະ​ຊົງ​ກະ​ທຳ​ໃຫ້​ຄົນ​ຮັ່ງ​ມີ​ຫນີ​ໄປ​ມື​ເປົ່າ

54 ພຣະ​ອົງ​ຊົງ​ຊ່ອຍ​ອິສ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຄື​ພຣະ​ອົງ​ຊົງ​ຈື່ຈຳ​ພຣະ​ເມດ​ຕາ​ຂອງ​ພຣະ​ອົງ

55 ທີ່​ມີ​ຕໍ່​ອັບ​ຣາ​ຮາມ​ແລະ​ຕໍ່​ເຊື້ອ​ສາຍ​ຂອງ​ທ່ານ​ເປັນ​ນິດ ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ບອກ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ”

56 ແລ້ວ​ມາ​ຣິ​ອາ​ໄດ້​ອາ​ໄສ​ຢູ່​ກັບ​ນາງ​ເອ​ລີຍ​ຊາ​ເບັດ​ປະ​ມານ​ສາມ​ເດືອນ ຈຶ່ງ​ໄດ້​ກັບ​ຄືນ​ໄປ​ເຮືອນ​ຂອງ​ຕົນ

ເຣື່ອງ​ກຳ​ເນີດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

57 ຄັນ​ຖ້ວນ​ວັນ​ເວ​ລາ​ທີ່​ນາງ​ເອ​ລີ​ຊາ​ເບັດ​ຈະ​ໄດ້​ລູກ​ແລ້ວ ນາງ​ກໍ​ໄດ້​ປະ​ສູດ​ລູກ​ເປັນ​ຜູ້​ຊາຍ

58 ເມື່ອ​ເພື່ອນ​ບ້ານ​ແລະ​ພວກ​ຍາດ​ຕິ​ພີ່​ນ້ອງ​ໄດ້​ຍິນ​ຂ່າວ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ພຣະ​ມະ​ຫາ​

ກະ​ຣຸ​ນາ​ແກ່​ນາງ ເຂົາ​ກໍ​ພາ​ກັນ​ຊົມ​ຊື່ນ​ຍິນ​ດີ​ຮ່ວມ​ກັນ​ກັບ​ນາງ

59 ຄັນ​ເຖິງວັນ​ຖ້ວນ​ແປດ​ເຂົາ​ກໍ​ພາ​ກັນ​ມາ​ໃຫ້​ເດັກ​ນ້ອຍ​ນັ້ນ​ຮັບ​ພິ​ທີ​ຕັດ ແລະ​ເຂົາ​ຈະ​ໃສ່​ຊື່​ເດັກ​ນ້ອຍ​ວ່າ​ເຊ​ຄາ​ຣິ​ຢາ ຕາມ​ຊື່​ຂອງ​ບິ​ດາ

60 ຝ່າຍ​ມານ​ດາ​ຈຶ່ງ​ຕອບ​ວ່າ, “ບໍ່​ແມ່ນ ແຕ່​ຕ້ອງ​ໃສ່​ຊື່​ວ່າ ໂຢ​ຮັນ”

61 ເຂົາ​ພາ​ກັນ​ກ່າວ​ແກ່​ນາງວ່າ, “ໃນ​ພວ​ກພີ່​ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ໃຜ​ທີ່​ມີ​ຊື່​ຢ່າງ​ນັ້ນ”

62 ແລ້ວ​ເຂົາ​ຈຶ່ງ​ສະ​ແດງ​ທ່າ​ທີ​ພາ​ສາ​ໃບ້​ຖາມ​ບິ​ດາ​ວ່າ, “ຢາກ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ​ຢ່າງ​ໃດ”

63 ທ່ານ​ຈຶ່ງ​ຂໍ​ເອົາ​ກະ​ດານ​ມາ​ຂຽນ​ວ່າ, “ຊື່​ຂອງ​ເດັກ​ນ້ອຍ​ນັ້ນ​ຄື ໂຢ​ຮັນ” ຄົນ​ທັງ​ປວງ​ກໍ​ປ​ລາດ​ໃຈ

64 ໃນ​ທັນ​ໃດ​ນັ້ນ​ທ່ານ​ອອກ​ສຽງ​ໄດ້ ແລະ​ລີ້ນ​ກໍ​ອ່ອນ ແລ້ວ​ທ່ານ​ໄດ້​ກ່າວ​ສັຣ​ເສີນ​ພຣະ​ເຈົ້າ

65 ເພື່ອນ​ບ້ານ​ທັງ​ປວງ​ກໍ​ເກີດ​ຄວາມ​ຢ້ານ ແລ​ເຫດ​ການ​ທັງ​ປວງ​ນັ້ນ​ກໍ​ຊ່າ​ລື​ໄປ​ທົ່ວ​ເຂດ​ພູ​ແຂວງ​ຢູ​ດາຍ

66 ບັນ​ດາ​ຄົນ​ທີ່​ໄດ້​ຍິນ​ຂ່າວ​ເຫລົ່າ​ນີ້​ກໍ​ເກັບ​ໄວ້​ໃນ​ໃຈ​ແລະ​ເວົ້າ​ວ່າ, “ລູກ​ນ້ອຍ​ນັ້ນ​ຈະ​ເປັນ​ຢ່າງ​ໃດ​ຫນໍ” ດ້ວຍ​ວ່າ​ພຣະຫັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສະ​ຖິດ​ຢູ່​ນຳ​ເດັກ​ນ້ອຍ​ນັ້ນ

ຄຳ​ທຳ​ນ​ວາຍ​ຂອງ​ເຊ​ຄາ​ຣີ​ຢາ

67 ຝ່າຍ​ເຊ​ຄາ​ຣິ​ຢາ​ຜູ້​ເປັນ​ບິ​ດາ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ໄດ້​ທຳ​ນ​ວາຍ​ວ່າ,

68 “ຈົ່ງ​ສັຣ​ເສີນ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ດ້ວຍ​ພຣະ​ອົງ​ໄດ້​ຊົງ​ຢ້ຽມ​ຢາມ​ແລະ​ໄດ້​ຊົງ​ໄຖ່​ເອົາ​ພົ​ລ​ເມືອງ​ຂອງ​ພຣະ​ອົງ

69 ແລະ​ໄດ້​ຊົງ​ໃຫ້​ຜູ້​ຊົງ​ຣິດ​ຜູ້​ນຶ່ງ​ເກີດ​ຂຶ້ນ ໃນ​ວົງ​ສາ​ຂອງ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ເປັນ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກ​ເຮົາ

70 ຕາ​ມ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ຕັ້ງ​ແຕ່​ບູ​ຮານ ໂດຍ​ປາກ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ

71 ຄື​ຊົງ​ໃຫ້​ພົ້​ນ​ຈາກ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ພວກ​ເຮົາ ແລະ​ພົ້ນ​ຈາກ​ມື​ຄົນ​ທັງ​ປວງ​ທີ່​ຊັງ​ເຮົາ

72 ດັ່ງ​ນັ້ນ​ຈຶ່ງ​ສະ​ແດງພຣະ​ກະ​ຣຸ​ນາ ຊຶ່ງ​ຊົງ​ສັນ​ຍາ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ແລະ​ຊົງ​ລະ​ນຶກ​ເຖິງ​ພຣະ​ສັນ​ຍາ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ

73 ຄື​ຄຳ​ສາ​ບານ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ສາ​ບານ​ໄວ້​ກັບ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ວ່າ,

74 “ເມື່ອ​ເຮົາ​ໄດ້​ພົ້ນ​ຈາກ​ມື​ສັດ​ຕຣູ​ທັງ​ຫລາຍ​ຂອງ​ເຮົາ​ແລ້ວ ຈະ​ຊົງ​ໂຜດ​ໃຫ້​ເຮົາ​ໄດ້​ບົວ​ລະ​ບັດ​ພຣະ​ອົງ ໂດຍ​ປາ​ສ​ຈາກ​ຄວາມ​ຢ້ານ

75 ດ້ວຍ​ໃຈສັດ​ຊື່​ແລະ​ດ້ວຍ​ຄວາມ​ຊອບ​ທັມ ຕໍ່​ພຣະ​ພັກ​ພຣະ​ອົງ​ຕ​ລອດ​ຊີ​ວິດ​ຂອງ​ພວກ​ເຮົາ

76 ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ຜູ້​ສູງ​ສຸດ ເພາະ​ວ່າ​ເຈົ້າ​ຈະ​ໄປ​ກ່ອນ​ຫນ້າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈັດ​ແຈງ​ບັນ​ດາ​ທາງ​ຂອງ​ພຣະ​ອົງ

77 ເພື່ອ​ຈະ​ໃຫ້​ພົ​ລ​ເມືອງ​ຂອງ​ພຣະ​ອົງ​ຮູ້​ເຖິງ​ຄວາມ​ພົ້ນ ໂດຍ​ການ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ

78 ດ້ວຍ​ພຣະ​ທັຍ​ເມດ​ຕາ​ກະ​ຣຸ​ນາ​ແຫ່ງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ແສງ​ສວ່າງ​ໃນ​ຍາມ​ຮຸ່ງ​ເຊົ້າ​ຈາກ​ທີ່​ສູງ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ເຮົາ

79 ເພື່ອ​ຈະ​ສ​ອ່ງ​ສວ່າງ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳ​ພາ​ຕີນ​ຂອງ​ເຮົາ​ໄປ​ໃນ​ທາງ​ສງົ​ບ​ສຸກ”

80 ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່ຂຶ້ນ​ແລະ​ຈິດ​ວິນ​ຍານ​ກໍ​ມີ​ກຳ​ລັງ​ທະ​ວີ​ຂຶ້ນ ທ່ານ​ໄດ້​ອາ​ໄສ​ຢູ່​ໃນ​ປ່າ​ຈົນ​ເຖິງວັນ​ທີ່​ຈະ​ໄດ້​ມາ​ປາ​ກົດ​ແກ່​ພວກ​ອິສ​ຣ​ເອນ

 

2. ພຣະ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ

(ມ​ທ 1:18-25)

1   ຢູ່​ມາ​ໃນ​ຄາວ​ນັ້ນ​ມີ​ຄຳ​ສັ່ງ​ຈາກ​ກາຍ​ຊາ​ໂອ​ຄຸ​ໂຕ​ໃຫ້​ຈົດ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ທົ່ວ​ແຜ່ນ​ດິນ

2   ການ​ຈົດ​ທະ​ບຽນ​ສຳ​ມະ​ໂນຄົວ​ເທື່ອ​ຕົ້ນ​ນີ້ ເກີດ​ຂຶ້ນ​ເມື່ອ​ເວ​ລາ​ກິ​ເຣ​ນີ​ໂອ​ເປັນ​ຜູ້​ປົກ​ຄອງ​ເມືອງ​ຊີ​ເຣັຽ

3   ຄົນ​ທັງ​ປວງ​ຕ່າງ​ຄົນ​ກໍ​ຕ່າງ​ໄປ​ຂຶ້ນ​ທະ​ບຽນ​ຍັງ​ເມືອງ​ຂອງ​ຕົນ

4   ຝ່າຍ​ໂຢ​ເຊບ​ກໍ​ຂຶ້ນ​ໄປ​ຈາກ​ເມືອງ​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ ເຖິງ​ເມືອງ​ຂອງ​ດາ​ວິດ​ຊື່ ເບັດ​ເລ​ເຮັມ​ແຂວງ​ຢູ​ດາຍ ເພາະ​ທ່ານ​ເປັນ​ເຊື້ອ​ສາຍ​ແລະ​ວົງ​ຕະ​ກູນ​ດຽວ​ກັນ​ກັບ​ດາ​ວິດ

5   ເພື່ອ​ຈະ​ຂຶ້ນທະ​ບຽນ​ສໍາ​ມະ​ໂນ​ຄົ​ວ​ພ້ອມ​ກັບ​ນາງ​ມາ​ຣິ​ອາ​ຄູ່​ຫມັ້ນ​ຂອງ​ຕົນ ສ່ວນ​ມາ​ຣິ​ອາກໍ​ກຳ​ລັງ​ມີ​ທ້ອງ​ຢູ່

6   ເມື່ອ​ເຂົາ​ທັງ​ສອງ​ຍັງ​ຢູ່​ທີ່​ນັ້ນ​ກໍ​ເຖິງ​ເວ​ລາ​ທີ່ມ​ຣິ​ອາ​ຈະ​ປະ​ສູດ​ບຸດ

7   ນາງ​ຈຶ່ງ​ໄດ້​ປະ​ສູດ​ບຸດ​ຜູ້​ກົກ ເອົາ​ຜ້າ​ອ້ອມ​ພັນ​ແລະ​ວາງ​ໄວ້​ໃນ​ຮາງ​ຫຍ້າ ເພາະ​ບໍ່​ມີ​ບ່ອນ​ຫວ້າງ​ສຳ​ລັບ​ເຂົາ​ໃນ​ໂຮງ​ແຮມ

ເທວະ​ດາ​ປາ​ກົດ​ແກ່​ບັນ​ດາ​ຜູ້​ລ້ຽງ​ແກະ

8   ໃນ​ແຖບ​ນັ້ນ​ມີ​ພວກ​ລ້ຽງ​ແກະ​ທີ່​ນອນ​ເຝົ້າ​ຝູງ​ແກະ​ຂອງ​ເຂົາ​ຢູ່​ທົ່ງ​ໃນ​ເວ​ລາ​ກາງ​ຄືນ

9   ແລະ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ອົງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ແກ່​ເຂົາ ແລະ​ຣັ​ສ​ມີ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ່ອງ​ຮອບ​ເຂົາ ແລະ​ເຂົາ​ໄດ້​ຕົກ​ສະ​ທ້ານ​ໃຈ​ຫລາຍ

10 ຝ່າຍ​ເທວະ​ດາ​ຕົນ​ນັ້ນ​ກໍ​ກ່າວ​ແກ່​ຕໍ່​ເຂົາ​ວ່າ, “ຢ່າ​ຊູ່​ຢ້ານ ເພາະ​ນີ້​ແຫ​ລະ, ເຮົາ​ນຳ​ເອົາ​ຂ່າວ​ດີ​ມາ​ປະ​ກາດ​ໃຫ້​ພວກ​ເຈົ້າ​ຮູ້ ຊຶ່ງ​ເປັນ​ທີ່​ຊື່ນ​ຊົມ​ຍິນດີ​ອັນ​ໃຫຍ່​ແກ່​ພົ​ລ​ເມືອງ​ທັງ​ຫມົດ

11 ເພາະ​ວ່າ​ໃນ​ວັນ​ນີ້​ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ອົງ​ນຶ່ງ ຄື​ພຣະຄຣິດ​ເຈົ້າ ມາ​ບັງ​ເກີດ​ໃນ​ເມືອງ​ດາ​ວິດ​ສຳ​ລັບ​ເຈົ້າ​ທັງ​ຫລາຍ

12 ອັນ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ແກ່​ເຈົ້າ​ທັງ​ຫລາຍ ຄື​ພວກ​ເຈົ້າ​ຈະ​ໄດ້​ພົບ​ພຣະ​ກຸມ​ມານ​ຕົນ​ນຶ່ງ​ພັນ​ຜ້າ​ອ້ອມນອນ​ຢູ່​ໃນ​ຮາງ​ຫຍ້າ”

13 ໃນ​ທັນ​ໃດ​ນັ້ນ​ມີ​ກອງ​ທັບ​ສວັນ​ຫມູ່​ໃຫຍ່​ມາ​ຢູ່​ກັບ​ເທວະ​ດາ​ຕົນ​ນັ້ນ ຮ່ວ​ມ​ສັຣ​ເສີນ​ພຣະ​ເຈົ້າ​ວ່າ,

14 ພຣະ​ຣັ​ສ​ມີ​ຈົ່ງ​ມີ​ແດ່​ພຣະ​ເຈົ້າ​ໃນ​ທີ່​ສູງ​ສຸດ ແລະ​ທີ່​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ ແກ່​ມະ​ນຸດ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ຊອບ​ພຣະ​ທັຍ​ນັ້ນ”

15 ເມື່ອ​ເທວະ​ດາ​ເຫລົ່າ​ນັ້ນ​ໄປ​ຈາກ​ເຂົາ​ຂຶ້ນ​ສູ່​ສວັນ​ແລ້ວ ພວກ​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, “ເຮົາ​ພາ​ກັນ​ໄປ​ເມືອງ​ເບັດ​ເລ​ເຮັມ​ເທາະ ໄປ​ເບິ່ງເຫດ​ການ​ທີ່​ເກີດ​ຂຶ້ນ ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ແຈ້ງ​ແກ່​ເຮົາ​ນັ້ນ”

16 ເຂົາ​ກໍ​ຮີບ​ໄປ​ແລ້ວ​ພົບ​ມາ​ຣິ​ອາ​ກັບ​ໂຢ​ເຊບ ແລະ​ເຫັນ​ພຣະ​ກຸມ​ມານ​ນັ້ນ​ນອນ​ຢູ່​ໃນ​ຮາງ​ຫຍ້າ

17 ເມື່​ອເຂົາ​ໄດ້​ເຫັນ​ແລ້ວ​ກໍ​ເລົ່າ​ເຣື່ອງ​ທີ່​ເຂົາ​ໄດ້​ຍິນ​ເຖິງ​ພຣະ​ກຸມ​ມານ​ນັ້ນ

18 ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ກໍ​ປ​ລາດ​ໃຈ​ດ້ວຍ​ຖ້ອຍ​ຄໍາ​ທີ່​ພວກ​ລ້ຽງ​ແກະ​ໄດ້​ບອກ​ແກ່ເຂົາ

19 ຝ່າຍ​ມາ​ຣິ​ອາ​ກໍ​ເກັບ​ບັນ​ດາ​ສິ່ງ​ເຫລົ່​ນີ້​ໄວ້​ໃນ​ໃຈ ແລະ​ຄຶດ​ຮ່ຳ​ເພິງຢູ່

20 ພວກ​ລ້ຽງ​ແກະ​ຈຶ່ງ​ກັບ​ໄປ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ເຈົ້າ ເພາະ​ເຫດ​ການ​ທັງ​ປວງ​ທີ່​ເຂົາ​ໄດ້​ຍິນ​ແລະ​ໄດ້​ເຫັນ ຕາ​ມ​ທີ່​ໄດ້​ບອກ​ໄວ້​ກັບ​ເຂົາ​ນັ້ນ

21 ເມື່ອ​ຄົບ​ແປດ​ວັນ​ແລ້ວ ເປັນ​ວັນ​ໃຫ້​ພຣະກຸມ​ມານ​ນັ້ນ​ຮັບ​ພິ​ທີ​ຕັດ ເຂົາ​ຈຶ່ງ​ໃສ່​ຊື່​ພຣະ​ກຸມ​ມານ​ນັ້ນ​ວ່າ​ເຢ​ຊູ ຕາມ​ທີ່​ເທວະ​ດາ​ໄດ້​ບອກ​ໄວ້​ກ່ອນ ເມື່ອ​ພຣະ​ກຸມ​ມານ​ນັ້ນ​ຍັງ​ບໍ່​ໄດ້​ປະ​ຕິ​ສົນ​ທິ​ໃນ​ທ້ອງ

ການ​ຖວາຍ​ພຣະ​ກຸມ​ມານ​ເຢ​ຊູ​ໃນ​ພຣະ​ວິ​ຫານ

22 ເມື່ອ​ເຖິງ​ເວ​ລາ​ທີ່​ຈະ​ທຳ​ພິ​ທີ​ຊຳ​ຮະ​ຕົວ​ໃຫ້​ສະ​ອາດ ເຂົາ​ຈຶ່ງ​ເອົາ​ພຣະ​ກຸມ​ມານ​ໄປຍັງ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຖວາຍ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ

23 (ຕາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ພຣະ​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ລູກ​ຊາຍ​ກົກ​ທຸກ​ຄົນ​ຈະ​ໄດ້​ເອີ້ນ​ວ່າ ເປັນ​ລູກ​ທີ່​ຖວາຍ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ”)

24 ແລະ​ເພື່ອ​ຖວາຍ​ຂອງ​ບູ​ຊາ​ຕາມ​ທີ່​ຊົງ​ກ່າວ​ໄວ້​ແລ້ວ​ໃນ​ພຣະ​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື “ນົກ​ເຂົາ​ຄູ່​ນຶ່ງ​ຫລື​ນົກ​ກາງ​ແກຫນຸ່ມ​ສອງ​ໂຕ”

25 ນີ້​ແຫລະ, ມີ​ຊາຍ​ຄົນ​ນຶ່ງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຊື່ ຊີ​ເມ​ໂອນ ເປັນ​ຄົນ​ສິນ​ທັມ​ແລະ​ຢຳ​ເກງ​ພຣະ​ເຈົ້າ ທ່ານ​ໄດ້​ຄອຍ​ຖ້າ​ວັນ​ທີ່​ພວກ​ອິສ​ຣາ​ເອນ​ຈະ​ໄດ້​ຣັບ​ຄວາມ​ບັນ​ເທົາ​ທຸກ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ສະ​ຖິດ​ຢູ່​ກັບ​ທ່ານ

26 ພຣະ​ວິນ​ຍານບໍ​ຣິ​ສຸດ​ໄດ້​ຊົງ​ສະ​ແດງ​ແກ່​ທ່ານ​ແລ້ວ​ວ່າ ທ່ານ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະຄຣິດ​ຜູ້​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

27 ຊີ​ເມ​ໂອນ​ໄດ້​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ໂດຍ​ພຣະ​ວິນ​ຍານ​ຊົງ​ນຳ ແລະ​ເມື່ອ​ບິ​ດາ​ມານ​ດາ​ໄດ້​ນຳ​ເອົາ​ພຣະ​ກຸມ​ມານ​ເຢ​ຊູ​ເຂົ້າ​ໄປ ເພື່ອ​ຈະ​ກະ​ທຳ​ແກ່​ພຣະ​ກຸມ​ມານ​ຕາມກົດ​ລະບຽບ​ແຫ່ງ​ພຣະ​ບັນ​ຍັດ

28 ຊີ​ເມ​ໂອນ​ຈົ່ງ​ອຸ້ມ​ເອົາ​ພຣະ​ກຸມ​ມານ ​ແລະ​ສັຣ​ເສີນ​ພຣະ​ເຈົ້າ​ວ່າ,

29 “ຂ້າ​ແດ່​ພຣະ​ອົງ​ເຈົ້າ ບັດ​ນີ້​ພຣະ​ອົງ​ໄດ້​ຊົງ​ໃຫ້​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ​ໄປ​ເປັນ​ສຸກ ຕາມ​ພຣະ​ທັມ​ຂອງ​ພຣະ​ອົງ​

30 ເພາະ​ວ່າ​ຕາ​ຂ້າ​ພຣະ​ອົງ​ໄດ້​ເຫັນ​ຄວາມ​ພົ້ນ​ທີ່​ມາ​ຈາກ​ພຣະ​ອົງ​ແລ້ວ

31 ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຈັດ​ຕຽມ​ໄວ້​ຕໍ່​ຫນ້າ​ໄພ່​ພົນ​ທັງ​ຫລາຍ

32 ເປັນ​ຄວມ​ສວ່າງ​ສ່ອງ​ແສງ​ແກ່​ບັນ​ດາ​ປະ​ຊາ​ຊາດ ແລະ​ເປັນ​ສະ​ງ່າ​ຣາ​ສີ​ແກ່​ພວກ​ອິສ​ຣາ​ເອນ​ພົ​ລ​ເມືອງຂອງ​ພຣະ​ອົງ”

33 ຝ່າຍ​ບິ​ດາ​ມານ​ດາ​ຂອງ​ພຣະ​ກຸມ​ມານກໍ​ປ​ລາດ​ໃຈ ດ້​ວຍ​ຖ້ອຍ​ຄຳ​ທີ່​ຊີ​ເມ​ໂອນ​ໄດ້​ກ່າວ​ເຖິງ​ພຣະ​ກຸມ​ມານ​ນັ້ນ

34 ຊີ​ເມ​ໂອນ​ໄດ້​ອວຍ​ພອນ​ແກ່​ເຂົາ ແລ້ວ​ກ່າວ​ແກ່​ມາ​ຣິ​ອາ​ມານ​ດາ​ພຣະ​ກຸມ​ມານ​ນັ້ນ​ວ່າ, “ເບິ່ງ​ແມ໋, ພຣະ​ກຸ​ມມນ​ນີ້​ຊົງ​ຕັ້ງ​ໄວ້​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ໃນ​ພວກ​ອິສ​ຣາ​ເອນ​ລົ້ມ​ລົງ​ແລະ​ລຸກ​ຂຶ້ນ​ໃຫມ່ ແລະ​ເປັນ​ຫມາຍ​ສຳ​ຄັນ​ທີ່​ເຂົາ​ຈະ​ກ່າວ​ຕໍ່​ສູ້

35 ເພື່ອ​ຄວາມ​ຄຶດ​ໃນ​ໃຈ​ຂອງ​ຄົນ​ຈຳ​ນວນ​ຫລາຍ​ຈະ​ໄດ້​ປາ​ກົດ​ແຈ້ງ​ ສ່ວນ​ນາງ ດາບ​ຈະ​ແທງ​ຫົວ​ໃຈ​ຂອງ​ນາງ​ເອງ​ໃຫ້​ຊອດ”

36 ຍັງ​ມີ​ຫມໍ​ທຳ​ນ​ວາຍ​ຍິງ​ຄົນ​ນຶ່ງ​ຊື່​ອາ​ນາ ເປັນ​ລູກ​ຂອງ​ຟາ​ນູ​ເອນ​ໃນ​ຕະ​ກູນ​ອາ​ເຊີ ນາງ​ເປັນ​ຄົນ​ແກ່​ຊະ​ຣາ​ຫລາຍ​ແຫລ້ວ ມີ​ຜົວ​ຕັ້ງ​ແຕ່​ເປັນ​ສາວ​ຫນຸ່ມ ແລະ​ຢູ່​ນຳ​ຜົວ​ໄດ້​ເຈັດ​ປີ

37 ແລ້ວ​ກໍ​ເປັນ​ຫມ້າຍ​ຢູ່​ລະ​ຫວ່າງ​ແປດ​ສິບ​ສີ່​ປີ ນາງ​ບໍ່​ຫນີ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແຕ່​ໄດ້​ຢູ່​ປະ​ຕິ​ບັດ​ພຣະ​ເຈົ້າ ຮັກ​ສາສິນ​ດ້ວຍ​ອົດ​ອາ​ຫານ​ແລະ​ໄຫວ້ວອນ​ທັງ​ກາງ​ເວັນ​ແລະ​ກາງຄືນ

38 ໃນ​ຂນະ​ນັ້ນ​ນາງ​ໄດ້​ເຂົ້າ​ມາ​ໂມ​ທະ​ນາ​ພຣະ​ຄຸນ​

ພຣະ​ເຈົ້າ ແລະ​ກ່າວ​ເຖິງ​ພຣະ​ກຸມ​ມານ​ໃຫ້​ຄົນ​ທັງ​ປວງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຟັງ ຊຶ່ງ​ເຂົາ​ກຳ​ລັງ​ຄອຍ​ຖ້າ​ການ​ຊົງ​ໄຖ່​ໃຫ້​ພົ້ນ​ນັ້ນ

ການກັບເມືອນາຊາເຣັດ

39 ຄັນ​ໂຢ​ເຊບ​ກັບ​ມາ​ຣິ​ອາ​ໄດ້​ເຮັດ​ທຸກ​ສິ່ງ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ກໍ​ໄດ້​ກັບ​ເມືອ​ຍັງ​ເມືອງ​ຂອງ​ຕົນ ຄື​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ

40 ພຣະ​ກຸມ​ມານ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ແລະ​ແຂງ​ແຮງ ເຕັມ​ໄປ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ພຣະ​ຄຸ​ນ​ຂອງ​ພຣະ​ເຈົ້າ​ກໍ​ສະ​ຖິດ​ຢູ່​ນຳ

ພຣະກຸມມານເຢຊູໃນພຣະວິຫານ

41 ຝ່າຍ​ບິ​ດາ​ມານ​ດາ​ຂອງ​ພຣະ​ກຸມ​ມານ ເຄີຍ​ຂຶ້ນ​ເມືອ​ກຸງ​ເຢຣູ​ຊາ​ເລັມ​ໃນ​ເທ​ສ​ການ​ປັ​ສ​ຄາ​ທຸກ​ປີ

42 ເມື່ອ​ພຣະກຸມ​ມານ​ມີ​ພຣະ​ຊົນ​ສິບ​ສອງ​ພັນ​ສາ ເຂົາ​ກໍ​ຂຶ້ນ​ເມືອ​ຕາມ​ທັມ​ນຽມ​ເທ​ສ​ການ​ນັ້ນ

43 ເມື່ອ​ຄົບ​ກຳ​ນົດ​ວັນ​ປັ​ສ​ຄາ​ນັ້ນ​ແລ້ວ​ ຂ​ນະ​ທີ່​ເຂົາ​ກຳ​ລັງ​ກັບ​ເມືອ ພຣະກຸມ​ມານ​ເຢ​ຊູ​ກໍ​ຍັງ​ຄ້າງ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ຝ່າຍ​ບິ​ດາ​ມານ​ດາ​ກໍ​ບໍ່​ຮູ້​ຈັກ

44 ເພາະ​ເຂົາ​ທັງ​ສອງ​ຄຶດ​ວ່າ​ພຣະກຸມ​ມານ​ນັ້ນ​ຢູ່​ນຳ​ຄົນ​ທີ່​ມາ​ດ້ວຍ​ກັນ ເຂົາ​ຈຶ່ງ​ເດີນ​ທາງ​ໄປ​ໄດ້​ມື້​ນຶ່ງ ຈຶ່ງ​ຕັ້ງ​ຊອກ​ຫາ​ພຣະ​ກຸມ​ມານ​ໃນ​ຫມູ່​ພີ່​ນ້ອງ​ແລະ​ຄົນ​ທີ່​ຮູ້​ຈັກ​ກັນ

45 ເມື່ອ​ບໍ່​ພົບຈຶ່ງ​ກັບ​ຄືນ​ໄປ​ຊອກ​ຫາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ

46 ຄັນ​ຊອກ​ຫາ​ໄດ້​ສາມ​ວັນ​ແລ້ວ ຈຶ່ງ​ພົບ​ພຣະ​ກຸມ​ມານ​ນັ່ງ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຖ້າມ​ກາງ​ພວກ​ອາ​ຈານ ກຳ​ລັງ​ຟັງ​ແລະ​ໄຕ່​ຖາມພວກ​ອາ​ຈານ​ເຫລົ່າ​ນັ້ນ​ຢູ່

47 ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ກໍ​ປ​ລາດ​ໃຈ​ໃນ​ສະ​ຕິ​ປັນ​ຍາ​ແລະ​ຄຳ​ຕອບ​ຂອງ​ພຣະ​ກຸມ​ມານ​ນັ້ນ

48 ຝ່າຍ​ບິ​ດາ​ມານ​ດາ​ເມື່ອ​ໄດ້​ເຫັນ​ແລ້ວ​ກໍ​ອັ​ດ​ສະ​ຈັນ​ໃຈ ມານ​ດາ​ຈຶ່ງກ່າວ​ວ່າ, “ລູກ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຢ່າງ​ນີ້​ແກ່​ເຮົາ ເບິ່ງ​ແມ໋, ພໍ່​ກັບ​ແມ່​ໄດ້​ຊອກ​ຫາ​ເຈົ້າ​ເປັນ​ທຸກ​ໃຈ​ຫລາຍ”

49 ຝ່າຍ​ພຣະ​ກຸມ​ມານ​ຕອບ​ວ່າ, “ເຈົ້າ​ທັງ​ສ​ອງ​ຊອກ​ຫາ​ເຮົາ​ເຣັດ​ຫຍັງ ຍັງ​ບໍ່​ຮູ້​ຫລື​ວ່າ​ເຮົາ​ຈະ​ຕ້ອງ​ຢູ່​ໃນ​ທີ່​ສະ​ຖິດ​ແຫ່ງ​ພຣະ​ບິ​ດາ​ຂອງ​ເຮົາ”

50 ແຕ່​ບິ​ດາ​ມານ​ດາ​ກໍ​ບໍ່​ໄດ້​ເຂົ້າ​ໃຈຄຳ​ຕອບ​ຂອງ​ພຣະກຸມມາ​ນນັ້ນ

51 ແລ້ວ​ພຣະ​ກຸມ​ມານ​ກໍ​ລົງ​ໄປ​ກັບ​ເຂົາ​ໄປ​ຍັງ​ເມືອງ​ນາ​ຊາ​ເຣັດ​ແລະ​ຍອມ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ເຂົາ ສ່ວນ​ມານ​ດາ​ກໍ​ເກັບ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ໄວ້​ໃນ​ໃຈ

52 ພຣະ​ເຢ​ຊູ​ກໍ​ໄດ້​ຈະ​ເຣີນ​ຂຶ້ນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ ໃນ​ດ້ານ​ຮ່າ​ງ​ກາຍ ເປັນ​ທີ່​ຊອບ​ຕໍ່​ພຣະ​ເຈົ້າ​ແລະ​ຕໍ່​ມະ​ນຸດ​ເຫມືອນ​ກັນ

 

3. ການ​ປະ​ກາດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

(ມ​ທ 3,1-12; ມ​ຣກ 1:1-8; ຢ​ຮ 1:19-28)

1   ເມື່ອ​ປີ​ທີ່​ສິບ​ຫ້າ​ໃນ​ຣັຊ​ການ​ກາ​ຊາ​ຕີ​ເບ​ຣີ​ໂອ ຄາວ​ເມື່ອ​ປົນ​ອີ​ໂອ​ປີ​ລາດ​ເປັນ​ຜູ້​ຄຸ້ມ​ຄອງ​ແຂວງ​ຢູ​ດາຍ ເຮ​ໂຣດ​ເປັນ​ຜູ້​ຄຸ້​ມ​ຄອງ​ແຂວງ​ຄາ​ລີ​ເລ ຟິ​ລິບ​ນ້ອງ​ຊາຍ​ຂອງ​ເຮ​ໂຣດ​ເປັນຜູ້​ຄຸ້ມ​ຄອງ​ແຂວງ​ອີ​ຕູ​ຣາຍ​ກັບ​ອາ​ນາ​ເຂດ​ທາ​ໂຄ​ນິດ ລິ​ຊາ​ເນັຽ​ເປັນ​ຜູ້​ຄຸ້ມ​ຄອງ​ແຂວງ​ອາ​ບິ​ເລນ

2   ແລະ​ອັນ​ນາ​ກັບ​ກາ​ຢະ​ຟາ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ຄາວ​ນັ້ນ​ພຣະ​ທັມ​ຂອງ​ພຣະ​ເຈົ້​ໄດ້ມ​ເຖິງ​ໂຢ​ຮັນ​ບຸດ​ຊາ​ຄາ​ຣິ​ຢາ​ໃນ​ກາງ​ປ່າ

3   ແລ້ວ​ໂຢ​ຮັນ​ໄດ້​ໄປ​ທົ່ວ​ເຂດ​ອ້ອມ​ແອ້ມ​ແມ່​ນ້ຳ​ຈໍ​ແດນ ປະ​ກາດ​ບັບ​ຕິ​ສະ​ມາ​ກ່ຽວ​ກັບ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ ເພື່ອ​ພຣະ​ເຈົ້າ​ຈະ​ຊົງ​ຍົກ​ຄວາມ​ຜິດ​ບາບ​ເສັຽ

4   ຕາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ຫນັງ​ສືຖ້ອຍ​ຄຳ​ຂອງ​ເອຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ສຽງ​ຜູ້​ທີ່​ຮ້ອງ​ໃນ​ປ່າ​ວ່າ ຈົ່ງ​ຈັດ​ແຈງ​ທາງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ພຣະ​ອົງ​ໃຫ້​ຊື່​ໄປ

5   ຮ່ອມ​ທຸກ​ຮ່ອມ​ຈະ​ໄດ້​ຖົມ​ໃຫ້​ເຕັມ ພູ​ແລະ​ໂນນ​ທຸກ​ຫນ່ວຍ​ຈະ​ເຮັດ​ໃຫ້​ຕ່ຳ​ລົງ ທາງ​ຄົດ​ຈະ​ເຮັດ​ໃຫ້​ຊື່ ແລະ​ທາງ​ມີ​ຕໍ​ກໍ​ຈະ​ເຮັດ​ໃຫ້​ກ້ຽງ

6   ມະ​ນຸດ​ທັງ​ປວງ​ຈະ​ເຫັນ​ການ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ”

7   ໂຢ​ຮັນ​ຈຶ່ງ​ກ່າວ​ແກ່​ປະ​ຊາ​ຊົນ​ທີ່​ອອກ​ມາ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ຕົນ​ວ່າ, “ອ້າຍ​ຊາດ​ງູ​ຮ້າຍ​ເຮີຍ, ໃຜ​ໄດ້​ບອກ​ສູ​ໃຫ້​ປົບ​ຫນີ​ຈາກ​ພຣະ​ພິ​ໂຣດ​ທີ່​ຈະ​ມາ​ເຖິງ​ນັ້ນ

8   ເຫດ​ສັນ​ນັ້ນ ຈົ່ງ​ປະ​ຕິ​ບັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ການ​ຖິ້ມ​ໃຈເກົ່າ​ເອົາ​ໃຈ​ໃຫມ່ ແລະ​ຢ່າ​ຕັ້ງ​ນຶກ​ໃນ​ໃຈ​ວ່າ “ພວກ​ເຮົາ​ມີ​ອັບ​ຣາ​ຮາມ​ເປັນ​ພໍ່​ເຄົ້າ” ເພາະ​ເຮົ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອາດ​ຈະ​ບັນ​ດານ​ໃຫ້​ລູກ​ຫລານ​ເກີດ​ແກ່​ອັບ​ຣາ​ຮາມ​ຈກ​ກ້ອນ​ຫີນ​ເຫລົ່າ​ນີ້​ກໍ​ໄດ້

9   ບັດ​ນີ້​ຂວນ​ວາງ​ໄວ້​ທີ່​ເຫງົ້າ​ຕົ້ນ​ໄມ້​ແລ້ວ ສັນ​ນັ້ນ​ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດ​ຜົນ​ດີ​ກໍ​ຈະ​ຖືກ​ປ້ຳ​ແລ້ວ​ໂຍນ​ຖິ້ມ​ໃສ່​ໄຟ​ເສັຽ”

10 ຝ່າຍ​ປະ​ຊາ​ຊົນຈຶ່ງ​ຖາມ​ໂຢ​ຮັນ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ເຣັດ​ແນວ​ໃດ”

11 ທ່ານ​ໄດ້​ຕອບ​ເຂົາ​ວ່າ, “ຜູ້​ໃດ​ທີ່​ມີ​ເສື້ອ​ສອງ​ໂຕ​ຈົ່ງ​ປັນ​ໃຫ້​ຜູ້​ບໍ່​ມີ​ແລະ​ຜູ້​ທີ່​ມີ​ອາ​ຫານ​ຈົ່ງ​ປັນ​ໃຫ້​ເຫມືອນ​ກັນ”

12 ແລະ​ພວກ​ເກັບ​ພາ​ສີ​ກໍ​ໄດ້​ມາ​ຮັບ​ບັບ​ຕິ​ສະ​ມາ​ເຫມືອນ​ກັນ ແລ້ວ​ຖາມທ່ານ​ວ່າ, “ອາ​ຈານ​ເອີ​ຍ, ພວກ​ຂ້າ​ນ້ອຍ​ຄວນ​ຈະ​ເຮັດ​ແນວ​ໃດ”

13 ທ່ານ​ຈຶ່ງ​ຕອບ​ວ່າ, “ຢ່າ​ໄດ້​ເກັບ​ພາ​ສີ​ເກີນ​ອັດ​ຕ​ຣາ”

14 ພວກ​ທະ​ຫານ​ກໍ​ຖາມ​ທ່ານ​ເຫມືອນ​ກັນ​ວ່າ, “ພວກ​ຂ້າ​ນ້ອຍເດ ຈະ​ເຣັດ​ແນວ​ໃດ” ທ່ານ​ຈຶ່ງ​ຕອບ​ເຂົາ​ວ່າ, “ຢ່າ​ຂົ່ມ​ເຫັງ​ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ ແຕ່​ຈົ່ງ​ພໍ​ໃຈ​ໃນ​ຄ່າ​ຈ້າງ​ຂອງ​ຕົນ”

15 ເມື່ອ​ພົ​ລ​ເມືອງ​ຫວັງ​ຖ້າ​ພຣະຄຣິດ​ຢູ່ ເຂົາ​ທຸກ​ຄົນ​ກໍ​ຄຶດ​ໄຕ່​ຕອງ​ເຖິງ​ໂຢ​ຣັນ​ວ່າ, “ຜູ້ນີ້​ອາດ​ຈະ​ແມ່ນ​ພຣະຄຣິດ​ຫລື”

16 ໂຢ​ຮັ​ນ​ຈຶ່ງ​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ, ເຮົາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແຕ່​ມີ​ທ່ານ​ຜູ້​ນຶ່ງ​ຈະ​ມາ​ເປັນ​ຜູ້​ມີ​ຣິດ​ກວ່າ​ເຮົາ​ອີກ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ທ່ານ ຝ່າຍ​ທ່າ​ນຈະ​ໃຫ້​ພວກ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິສຸດ​ແລະ​ດ້ວຍ​ໄຟ

17 ມື​ຂອງ​ທ່ານ​ຖື​ດົ້​ງ​ຝັດ​ເຂົ້າ ເພື່ອ​ຈະ​ເຮັດ​ລານ​ເຂົ້າ​ຂອງ​ຕົນ​ໃຫ້​ກ້ຽງ​ດີ ແລະ​ເພື່​ອ​ຮວບ​ຮວມ​ເຂົ້າ​ເມັດ​ດີ​ໃສ່​ໄວ້​ໃນ​ເລົ້າ​ຂອງ​ຕົນ ແຕ່​ເຂົ້າ​ລີບ​ນັ້​ນ​ທ່ານ​ຈະ​ເຜົາ​ເສັຽດ້ວຍ​ໄຟ​ທີ່​ບໍ່​ຮູ້ມອດ”

18 ດ້ວຍ​ເຫດ​ນີ້​ໂຢ​ຮັນ​ຈຶ່ງ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ພົ​ລ​ເມືອງ​ດ້ວຍ​ຄຳ​ເຕືອນ​ສະ​ຕິ​ຕ່າງໆ​ຫລາຍ​ຂໍ້

19 ຝ່າຍ​ເຮໂຣດ​ຜູ້​ປົກ​ຄອງ​ເມືອງ ເມື່ອ​ຖືກ​ໂຢ​ຮັນ​ກ່າວ​ຕິ​ຕຽນ​ເພາະ​ເຣື່ອງ​ນາງ​ເຮ​ໂຣ​ເດັຽ​ພັຣ​ຍາ​ນ້ອງ​ຊາຍ​ຂອງ​ຕົນ ແລະ​ເພາະ​ການ​ຊົ່ວ​ທັງ​ຫລາຍ​ທີ່​ເຮ​ໂຣດ​ໄດ້​ເຮັດ​ນັ້ນ

20 ເຣໂຣດ​ຍັງ​ເຮັດ​ການ​ຊົ່ວ​ນີ້​ເພີ້ມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ມາ​ແລ້ວ ຄື​ໄດ້​ຈັບ​ໂຢ​ຮັນ​ຂັງ​ໄວ້​ໃນ​ຄຸກ

ພຣະ​ເຢ​ຊູ​ຊົງ​ຮັບ​ບັບ​ຕິ​ສະ​ມາ

(ມ​ທ 3,13-17; ມ​ຣກ 1:9-11; ຢ​ຮ 1:29-34)

21 ຢູ່​ມາ​ເມື່ອ​ຄົນ​ທັງ​ປ​ວງ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ​ພຣະ​ເຢ​ຊູ​ກໍ​ຊົງ​ຮັບ​ບັບ​ຕິ​ສະ​ມາ​ເຫມືອນ​ກັນ ຂນະ​ເມື່ອ​ພຣະ​ອົງ​ຊົງ​ໄຫວ້ວອນ​ຢູ່ ທ້ອງ​ຟ້າ​ກໍ​ໄຂ​ອອກ

22 ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ຮູບ​ເຫມືອນ​ນົກ​ເຂົາ​ໄດ້​ສະ​ເດັດ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ ແລະ​ມີ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ຟ້າ​ສວັນ​ວ່າ, “ທ່ານ​ເອີຍ, ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນ​ທ່ານ”

ລຳ​ດັບ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ

(ປ​ຖກ 5:1-32; 11:10-26; ຣຸດ 4:18-22;

1 ຂຄວ1:1-4,24:-27, 34; 2:1-15; ມ​ທ 1:2-16)

23 ເມື່ອ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປະ​ຕິ​ບັດ​ຫນ້າ​ທີ່ ພຣະ​ອົງ​ມີ​ພຣະ​ຊົນ​ມາ​ຍຸ​ປະ​ມານ​ສາມ​ສິບ​ພັນ​ສາ (ຕາມ​ຄວາມ​ຄາດ​ຫມາຍ​ຂອງ​ຄົນ​ທັງ​ຫລາຍ​ເຂົ້າ​ໃຈ​ວ່າ) ເປັນ​ບຸດ​ຂອງ​ໂຢ​ເຊບ ຊຶ່ງ​ເປັນ​ບຸດ​ຂອງ​ເຮລີ

24 ເຮ​ລີ​ເປັນ​ບຸດ​ຂອງ​ມັດ​ທາດ  ມັດ​ທາດ​ເປັນ​ບຸດ​ຂອງ​ເລ​ວີ ເລ​ວີ​ເປັນ​ບຸດ​ຂອງ​ເມນ​ຄີ ເມ​ນ​ຄີ​ເປັນ​ບຸດ​ຂອງ​ຢານ​ນັຍ ຢານ​ນັຍ​ເປັນ​ບຸດ​ຂອງ​ໂຢ​ເຊບ

25 ໂຢເຊບ​ເປັນ​ບຸດ​ຂອງ​ມັດ​ຕາ​ທີ​ອັ​ສ ມັດ​ຕາ​ທີ​ອັ​ສ​ເປັນ​ບຸດ​ຂອງ​ອາ​ໂມ​ສ ອາ​ໂມ​ສ​ເປັນ​ບຸດ​ຂອງ​ນາ​ຮູມ ນາ​ຮູ​ມ​ເປັນ​ບຸດ​ຂອງ​ເອ​ສ​ລີ ເອ​ສ​ລີ​ເປັນ​ບຸດ​ຂອງ​ນາກ​ຄັຍ

26 ນາກ​ຄັຍ​ເປັນບຸດ​ຂອງມາ​ອາ​ທ ມາ​ອາ​ທ​ເປັນ​ບຸດ​ຂອງ​ມັດ​ຕາ​ທີ​ອັ​ສ ມັດ​ຕາ​ທີ​ອັ​ສ​ເປັນ​ບຸດ​ຂອງ​ເຊ​ເມ​ອິນ ເຊ​ເມ​ອິນ​ເປັນ​ບຸດ​ຂອງ​ໂຢ​ເຊກ ໂຢ​ເຊກ​ເປັນ​ບຸດ​ຂອງ​ໂຢດາ

27 ໂຢ​ດາ​ເປັນ​ບຸດ​ຂອງ​ໂຢ​ອາ​ນານ ໂຢ​ອາ​ນານ​ເປັນ​ບຸດ​ຂອງ​ເຣຊາ​ ເຣ​ຊາ​ເປັນ​ບຸດ​ຂອງ​ເຊ​ຣຸບ​ບາ​ເບ​ນ ເຊ​ຣຸບ​ບາເບ​ນ​ເປັນ​ບຸດ​ຂອງ​ເຊ​ອັນ​ຕີ​ເອນ ເຊ​ອັນ​ຕີ​ເອນ​ເປັນ​ບຸດ​ຂອງ​ເນ​ຣີ

28 ເນ​ຣີ​ເປັນ​ບຸດ​ຂອງ​ເມນ​ຄີ ເມນ​ຄີ​ເປັນ​ບຸດ​ຂອງ​ອັດ​ດີ ອັດ​ດີ​ເປັນ​ບຸ​ດຂອງ​ໂກ​ຊາມ ໂກຊມ​ເປັນ​ບຸດ​ຂອງ​ເອນ​ມາ​ດາມ ເອນ​ມາ​ດາມເປັນ​ບຸດ​ຂອງ​ເອ​ຣ໌

29 ເອ​ຣ໌​ເປັນ​ບຸດ​ຂອງ​ໂຢ​ຊວຍ ໂຢ​ຊວຍເປັນ​ບຸດ​ຂອງ​ເອລີ​ເອ​ເຊີ ເອ​ລີ​ເອ​ເຊີ​ເປັນ​ບຸດ​ຂອງ​ໂຢ​ຣິມ ໂຢ​ຣິມ​ເປັນ​ບຸດ​ຂອງ​ມັດ​ທາດ ມັດ​ທາດ​ເປັນ​ບຸດ​ຂອງ​ເລ​ວີ

30 ເລ​ວີ​ເປັນ​ບຸ​ດຂອງ​ຊີ​ເມ​ໂອນ ຊີ​ເມ​ໂອນ​ເປັນ​ບຸດ​ຂອງ​ຢູ​ດາ ຢູ​ດາ​ເປັນ​ບຸດ​ຂອງ​ໂຢ​ເຊບ ໂຢ​ເຊບ​ເປັນ​ບຸດ​ຂອງ​ໂຢ​ນາມ ໂຢ​ນາມ​ເປັນ​ບຸດ​ຂອງ​ເອ​ລີ​ອາ​ກິມ

31 ເອ​ລີ​ອາ​ກິມເປັນ​ບຸດ​ຂອງ​ເມ​ເລ​ອາ ເມ​ເລ​ອາ​ເປັນ​ບຸດ​ຂອງ​ເມນ​ນາ ເມນ​ນາເປັນ​ບຸດ​ຂອງ​ມັດ​ຕາ​ທາ ມັດ​ຕາ​ທາ​ເປັນ​ບຸດ​ນາ​ທານ ນາ​ທານ​ເປັນ​ບຸດ​ຂອງ​ດາ​ວິດ

32 ດາ​ວິດ​ເປັນ​ບຸດ​ຂອງ​ເຈ​ສ​ຊີ ເຈ​ສ​ຊີ​ເປັນ​ບຸດ​ຂອງ​ໂອ​ເບດ ໂອ​ເບດ​ເປັນ​ບຸດ​ຂອງ​ໂບ​ອັ​ສ ໂບ​ອັ​ສ​ເປັນ​ບຸດ​ຂອງ​ຊາ​ລາ ຊາ​ລາ​ເປັນ​ບຸດ​ຂອງ​ນາ​ໂຊນ

33 ນາ​ໂຊນ​ເປັນ​ບຸດຂອງ​ອັມ​ມີ​ນາ​ດາບ ອັມ​ມີ​ນາ​ດາບ​ເປັນ​ບຸດ​ຂອງ​ອັດ​ມິນ ອັດ​ມິນ​ເປັນ​ບຸດ​ຂອງ​ອາ​ຣ໌​ນີ ອາ​ຣ໌​ນີ​ເປັນ​ບຸດ​ຂອງ​ເຮ​ສ​ໂຣນ ເຮ​ສ​ໂຣນ​ເປັນ​ບຸດ​ຂອງ​ເປ​ເຣ​ສ ເປ​ເຣ​ສ​ເປັນ​ບຸດ​ຂອງ​ຢູ​ດາ

34 ຢູ​ດາ​ເປັນບຸດ​ຂອງ​ຢາ​ໂຄບ ຢາ​ໂຄບ​ເປັນ​ບຸດ​ຂອງ​ອີ​ຊາກ ອີຊາກ​ເປັນ​ບຸດ​ຂອງ​ອັ​ບ​ຣາ​ຮາມ ອັບ​ຣາ​ຮາມ​ເປັນ​ບຸດ​ຂອງ​ເຕ​ຣາ ເຕ​ຣາ​ເປັນ​ບຸດ​ຂອງ​ນາ​ໂຮ​ຣ໌

35 ນາ​ໂຮ​ຣ໌​ເປັນ​ບຸດ​ຂອງ​ເຊ​ຣູກ ເຊ​ຣູກ​ເປັນ​ບຸດ​ຂອງ​ເຣ​ອູ ເຣ​ອູ​ເປັນ​ບຸດ​ຂອງ​ເປ​ເລກ ເປເລກ​ເປັນ​ບຸດ​ຂອງ​ເອ​ເບີ ເອ​ເບີ​ເປັນບຸດຂອງ​ເຊ​ລາ

36 ເຊ​ລາ​ເປັນ​ບຸດ​ຂ​ອງ​ກັຍ​ນານ ກັຍ​ນານ​ເປັນ​ບຸດຂອງ​ອາ​ຣ໌​ຟາ​ຊັດ ອາ​ຣ໌​ຟາ​ຊັດ​ເປັນ​ບຸດ​ຂອງ​ເຊມ ເຊມ​ເປັນ​ບຸດ​ຂອງ​ໂນ​ອາ ໂນ​ອາ​ເປັນ​ບຸດ​ລາ​ເມກ

37 ລາ​ເມກ​ເປັນ​ບຸດ​ຂອງ​ເມ​ທູ​ເຊ​ລາ ເມ​ທູ​ເຊ​ລາ​ເປັນ​ບຸດ​ຂອ​ງເອໂນກ ເອ​ໂນກ​ເປັນ​ບຸດ​ຂອງ​ຢາ​ເຣດ ຢາ​ເຣດ​ເປັນ​ບຸດ​ຂອງ​ມາ​ຮາ​ລາ​ເລ​ເອນ ມາ​ຮາ​ລາ​ເລ​ເອນ​ເປັນ​ບຸດ​ຂອງ​ກັຍ​ນານ

38 ກັຍ​ນານ​ເປັນບຸດ​ຂອງ​ເອ​ໂນ​ສ ເອ​ໂນສ​ເປັນ​ບຸດ​ຂອງ​ເຊ​ດ ເຊດ​ເປັນ​ບຸດ​ຂອງ​ອາ​ດາມ ອາ​ດາມ​ເປັນ​ບຸດ​ຂອງ​ພຣະເຈົ້າ

 

4. ມານ​ທົດ​ລອງ​ພຣະ​ເຢ​ຊູ

(ມ​ທ 4:1-11; ມ​ຣກ 1:12-13)

1   ພຣະ​ເຢ​ຊູ​ເຕັມ​ໄປ​ດ້ວຍ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ ໄດ້​ສະ​ເດັດ​ກັບ​ຈາກ​ແມ່​ນ້ຳ​ຈໍ​ແດນ​ແລະ​ພຣະ​ວິນ​ຍານ​ໄດ້​ຊົງ​ນຳ​ພຣະ​ອົງ​ໄປ​ໃນ​ປ່າ

2   ພ​ຍາ​ມານ​ໄດ້​ທົດ​ລອງ​ພຣະ​ອົງ​ເປັ​ນເວລາ​ສີ່​ສິບ​ວັນ ໃນ​ວັນ​ເຫລົ່າ​ນັ້ນ​ພຣະ​ອົງ​ບໍ່​ໄດ້ຊົງ​ສ​ເວີຍ​ອາ​ຫານ​ສິ່ງ​ໃດ ແລະ​ເມື່ອ​ສິ້ນ​ສີ່​ສິບ​ວັນ​ແລ້ວ​ ພຣະ​ອົງ​ຊົງ​ຢາກ​ອາ​ຫານ

3   ພ​ຍາ​ມານ​ໄດ້​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ສັ່ງ​ຫີນ​ກ້ອນ​ນີ້​ໃຫ້​ກາຍ​ເປັນ​ອາ​ຫານ​ເບິ່ງ​ດູ”

4   ພຣະ​ເຢ​ຊູ​ຕອບ​ມັນ​ວ່າ, “ມີ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ ມະ​ນຸດ​ຈະ​ບໍ່​ລ້ຽງ​ຊີ​ວິດ​ດ້ວຍ​ອາ​ຫານ​ສິ່ງ​ດຽວ”

5   ແລ້ວ​ມານ​ໄດ້​ນຳ​ພຣະ​ອົງຂຶ້ນ​ເມືອ​ສະ​ແດງ​ບັນ​ດາ​ຣາ​ຊ​ແຜ່ນ​ດິນ​ທົ່​ວ​ພິ​ພົບ​ໃນ​ບັດ​ດຽວ​ຊີ້​ໃຫ້​ພຣະ​ອົງ​ເຫັນ

6   ແລະ​ມານ​ໄດ້​ທູນ​ພຣະ​ອົງ​ວ່າ, “ອຳ​ນາດ​ທັງ​ຫມົດ​ນີ້ ສະ​ງ່າ​ຣາ​ສີ​ຂອງ​ຣາ​ຊ​ແຜ່ນ​ດິນ​ນັ້ນ ເຮົ​ຈະ​ຍົກ​ໃຫ້​ແກ່​ທ່ານ ເພາະ​ວ່າ​ຊົງ​ມອບ​ເປັນ​ສິດ​ໄວ້​ແກ່​ເຮົາ​ແລ້ວ ແລະ​ເຮົາ​ປາ​ຖ​ນາ​ຈະ​ໃຫ້​ແກ່​ຜູ້​ໃດ​ກໍ​ໃຫ້​ແກ່​ຜູ້​ນັ້ນ

7   ເຫດ​ສັນ​ນີ້​ຖ້າ​ທ່ານ​ຂາບ​ໄຫວ້​ເຮົາ ສັ​ພ​ສິ່ງ​ນັ້ນ​ຈະ​ເປັນ​ຂອງ​ທ່ານ​ຫມົດ”

8   ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ມານ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຈົ່ງ​ຂບ​ໄຫວ້​ພຣະ​ອົງ​ຜູ້​ເປັນເຈົ້າ​ຂອງ​ເຈົ້າ ແລະ​ປະ​ຕິ​ບັດ​ພຣະ​ອົງ​ແຕ່​ຜູ້​ດຽວ”

9   ແລ້ວພ​ຍາ​ມານ​ໄດ້​ນຳ​ພຣະ​ອົງ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ໃຫ້​ພຣະ​ອົງ​ປະ​ທັບ​ຢູ່​ເທິງ​ຫລັງ​ຄາ​ພຣະ​ວິ​ຫານ ແລະ​ທູນ​ພຣະ​ອົງ​ວ່າ, “ຖ້​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ໂຕນ​ລົງ​ຈາກ​ທີ່​ນີ້​ເບິ່ງ​ດູ

10 ເພາະ​ວ່າ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຮັບ​ສັ່ງ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ເຣື່ອງ​ທ່ານ​ເພື່ອ​ໃຫ້​ເຂົາ​ເອົ​ໃຈ​ໃສ່​ຮັກ​ສາ​ທ່ານ​ໄວ້”

11 ແລະ “ມື​ຂອງ​ເທວະ​ດາ​ເຫລົ່າ​ນັ້ນ​ຈະ​ຮັບ​ທ່ານ​ໄວ້ ຢ້ານ​ວ່າ​ຕີນ​ຂອງ​ທ່ານ​ຈະ​ຕຳ​ຫີນ”

12 ພຣະ​ເຢ​ຊູ​ຊົງ​ຕອບມານວ່າ, ”ມີ​ຄຳ​ກ່າວ​ໄວ້​ວ່າ “ຢ່າ​ທົດ​ລອງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ”

13 ເມື່ອ​ມານ​ໄດ້​ທົດ​ລອງ​ພຣະ​ອົງ​ທຸກ​ປະ​ການ​ແລ້ວ ມັນ​ກໍ​ຫນີຈາກ​ພຣະ​ອົງ​ໄປ​ຈົນ​ເຖິງ​ເວ​ລາ​ທີ່​ມີ​ໂອ​ກາດ​ອີກ

ພຣະ​ເຢ​ຊູ​ຕັ້ງ​ຕົ້ນ​ເທ​ສ​ນາ​ໃນ​ແຂວງ​ຄາ​ລີ​ເລ

(ມ​ທ 4:17; ມ​ຣກ 1:14-15)

14 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ກັບ​ຄືນ​ແຂວງ​ຄາ​ລີ​ເລ​ດ້ວຍ​ຣິດ​ແຫ່ງ​ພຣະ​ວິນ​ຍານ ແລະ​ກິ​ຕິ​ສັບ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ​ທົ່ວ​ອ້ອມ​ເຂດ​ນັ້ນ

15 ພຣະອົງ​ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ແລະ​ໄດ້​ຊົງ​ຮັບ​ຄວາມ​ສັຣ​ເສີນ​ຈາກ​ຄົນ​ທັງ​ປວງ

ໄທ​ນາ​ຊາ​ເຣັດ​ບໍ່​ຕ້ອນ​ຮັບ​ພຣະ​ເຢ​ຊູ

(ມ​ທ 13:54-58; ມ​ຣກ 6:1-6)

16 ແລະ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ເມືອງ​ນາ​ຊາ​ເຣັດ ຄື​ບ່ອນ​ທີ່​ພຣະ​ອົງ​ຊົງ​ຈະ​ເຣີນ​ໃຫຍ່​ຂຶ້ນ ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ່​ເຂົ້າ​ໄປ​ໃນ​ໂຮງ​ທັມ​ໃນ​ວັນ​ສະ​ບາ​ໂຕ​ຕາມ​ເຄີຍ ແລະ​ຊົງ​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະ​ທັມ​ໃຫ້​ທີ່​ປະ​ຊຸມ​ຟັງ

17 ແລ້ວ​ເຂົາ​ໄດ້​ຍື່ນ​ພຣະ​ຄັມ​ພີ​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໃຫ້​ແກ່​ພຣະ​ອົງ ເມື່ອຊົງ​ພື​ຫນັງ​ສື​ພຣະ​ທັມ​ອອກ​ກໍ​ພົບ​ຂໍ້​ທີ່​ຂຽນ​ໄວ້​ວ່າ,

18 ພຣະ​ວິນ​ຍານ​ແຫ່ງ​ອົງ​ພຣະ​ຜູ້​ເປັນເຈົ້າ​ຊົງ​ສະ​ຖິດ​ຢູ່​ເທິງ​ຂ້າ​ພະ​ເຈົ້າ ເພາະ​ວ່າ​ພຣະ​ອົງໄດ້​ຫົດ​ສົງ​ຕັ້ງ​ຂ້າ​ພ​ເຈົ້າ​ໄວ້ ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ ພຣະ​ອົງ​ໄດ້​ຊົງ​ໃຊ້​ຂ້າ​ພະ​ເຈົ້​ປະ​ກາດ​ອິສ​ຣະ​ພາບ​ແກ່​ບັນດາ​ຊະ​ເລີຍ ໃຫ້​ປະ​ກາດ​ແກ່​ຄົນ​ຕາ​ບອດ​ວ່າ​ຈະ​ໄດ້​ເຫັນ​ຮຸ່​ງອີກ ໃຫ້​ປ່ອຍ​ຜູ້​ຖືກ​ບີບ​ບັງ​ຄັບ​ເປັນ​ອິສ​ຣະ

19 ແລະ​ໃຫ້​ປະ​ກາດ​ປີ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເມດ​ຕາ​ນັ້ນ”

20 ແລ້ວ​ພຣະ​ອົງ​ຊົງ​ຮຳ​ຫນັງ​ສື​ນັ້ນ​ສົ່ງ​ຄືນ​ໃຫ້​ເຈົ້າ​ຫນ້າ​ທີ່ ແລະ​ຊົງ​ນັ່ງ​ລົງ ຕາ​ຂອງ​ຄົນ​ທັງ​ປວງ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ກໍ​ເພ່ງ​ເບິ່ງ​ພຣະ​ອົງ

21 ພຣະ​ອົງ​ຈຶ່ງ​ຊົງ​ຕັ້ງ​ຕົນ​ກ່າວ​ກັບ​ເຂົາ​ວ່າ, “ພຣະ​ຄັມ​ພີ​ຕອນ​ນີ້​ກໍ​ສຳ​ເຣັດ​ໃນ​ວັນ​ນີ້ ຄື​ເມື່ອ​ຫູ​ຂອງ​ທ່ານ​ກຳ​ລັງ​ໄດ້​ຍິນ​ຢູ່​ນີ້”

22 ຄົນ​ທັງ​ປວງ​ກໍ​ກ່າວ​ຊົມ​ເຊີຍ​ພຣະ​ອົງ ແລະ​ປ​ລາດ​ໃຈ​ໃນ​ຖ້ອຍ​ຄຳ​ອ່ອນ​ຫວານ​ຊຶ່ງ​ອອກ​ມາຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ເຂົາ​ຈຶ່ງ​ເວົ້າ​ກັນວ່າ, “ຄົນ​ຜູ້​ນີ້​ເປັນ​ລູກ​ຂອງ​ໂຢ​ເຊບ​ບໍ່​ແມ່ນ​ຫລື”

23 ພຣະ​ອົງ​ຊົງ​ກ່າວແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລຍ​ຄົງ​ຈະ​ກ່າວ​ຄຳ​ສຸ​ພາ​ສິດ​ຂໍ້​ນີ້​ຕໍ່​ເຮົາ​ເປັນ​ແນ່ ຄື​ວ່າ “ນາຍ​ຫມໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ” ຄື “ບັນ​ດາ​ການ​ຊຶ່ງ​ພວກ​ເຮົາ​ໄດ້​ຍິນ​ວ່າ ທ່ານ​ໄດ້​ກະ​ທຳ​ໃນ​ເມືອງ​ກາ​ເປ​ນາ​ອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ທີ່​ນີ້​ເຫມືອນ​ກັນ”

24 ພຣະ​ອົງ​ຊົງ​ກ່າວ​ອີກວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມຈິງວ່າ ບໍ່​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ໃດ​ໄດ້​ຮັບ​ຄວາມ​ນັບ​ຖື​ໃນ​ບ້ານ​ເມືອງ​ຂອງ​ຕົນ

25 ແຕ່​ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ມີ​ແມ່​ຫມ້າຍ​ຫລາຍ​ຄົນ​ໃນ​ພວກ​ອິສ​ຣາ​ເອນ​ໃນ​ຄາວເອ​ລີ​ຢາ ເມື່ອ​ຊົງ​ອັດ​ທ້ອງ​ຟ້າ​ເສັຽ​ເຖິງ​ສາມ​ປີ​ກັບ​ຫົກ​ເດືອນ ກໍ​ເກີດ​ການ​ອຶດ​ຢາກ​ຫນັກ​ຫລາຍ​ທົ່ວ​ແຜ່ນ​ດິນ

26 ແຕ່​ເອ​ລີ​ຢາ​ກໍ​ບໍ່​ໄດ້​ຮັບ​ໃຊ້​ໃຫ້​ໄປ​ຫາ​ແມ່ຫມ້າຍ​ຄົນ​ໃດ ເວັ້ນ​ແຕ່​ແມ່​ຫມ້າຍ​ຄົນ​ນຶ່ງ​ໃນ​ເມືອງ​ຊາ​ເຣຟາ​ທ​ແຂວງ​ຊີ​ໂດນ

27 ແລະ​ໃນ​ຄາວ​ຂອງ​ເອ​ລີ​ຊາ​ຜູ້​ປະ​ກາດ​ພຣະ​ທັມ ໄດ້​ມີ​ຄົນ​ຂີ້​ທູດ​ຫລາຍ​ຄົນ​ໃນ​ພວກ​ອິສ​ຣາ​ເອນ ແຕ່​ບໍ່​ມີ​ຄົນ​ໃດ​ໄດ້ຮັບ​ການ​ຊົງ​ຊຳ​ຮະ​ໃຫ້​ດີ​ສະ​ອາດ ເວັ້ນ​ແຕ່​ນາ​ອາ​ມາ​ຊາວ​ຊີ​ເຣັຽ”

28 ເມື່ອ​ຄົນ​ທັງ​ປ​ວງ​ໃນ​ໂຮງ​ທັມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ

29 ເຂົາ​ຈຶ່ງ​ພາ​ກັນ​ລຸກ​ຂຶ້ນ​ຊຸກ​ພຣະ​ອົງ​ອອກ​ຈາກ​ເມືອງ ແລະ​ນຳ​ພຣະ​ອົງ​ໄປ​ຍັງ​ແງ່​ຜາ​ຊັນ​ບ່ອນ​ໂນນ​ເມືອງ​ເຂົາ​ຕັ້ງ​ຢູ່​ນັ້ນ ເພື່ອ​ຫມາຍ​ຈະ​ຊຸກ​ພຣະ​ອົງ​ລົງ

30 ແຕ່​ພຣະ​ອົງ​ຊົງ​ຍ່າງ​ຜ່ານ​ຖ້າມ​ກາງ​ເຂົາ​ພົ້ນ​ໄປ

ຊາຍ​ທີ່​ມີ​ຜີ​ຮ້າຍ​ສິງ

(ມ​ຣກ 1:21-28)

31 ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ໄປ​ເຖິງ​ເມືອງ​ກາ​ເປ​ນາ​ອູມ​ແຂວງ​ຄາ​ລີ​ເລ ແລະ​ໄດ້​ຊົງ​ສັ່ງ​ສອນ​ເຂົາ​ທັງ​ຫລາຍ​ໃນ​ວັນ​ສະ​ບາ​ໂຕ

32 ເຂົາ​ກໍ​ປ​ລາດ​ໃຈດ້ວຍ​ການ​ສັ່ງ​ສອນ​ຂອງ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ປະ​ກອບ​ດ້ວຍ​ອຳ​ນາດ

33 ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ນັ້ນ​ມີ​ຄົນ​ນຶ່ງ​ມີ​ຜີ​ຖ່ອຍ​ຮ້າຍ​ເຂົ້າ​ສິງ​ຢູ່​ແລະ​ໄດ້​ຮ້ອງ​ສຽງ​ດັງ​ວ່າ,

34 “ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເຮີຍ, ທ່າ​ນມາ​ຫຍັງ​ ຫຍຸ້ງ​ກ່ຽວ​ກັບ​ພວກ​ເຮົາ​ເຮັດ​ຫຍັງ ທ່ານ​ມາ​ທຳ​ລາຍ​ພວກ​ເຮົາ​ຫລື ທ່ານ​ແມ່ນ​ຜູ້​ໃດ​ພວກ​ເຮົາ​ກໍ​ຮູ້​ແລ້ວ ທ່ານ​ຄື​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ”

35 ພຣະ​ເຢຊູ​ຊົງ​ຫ້າມ​ມັນ​ວ່າ, “ມິດແມ໋, ອອກ​ຈາກ​ຄົນ​ນີ້​ເສັຽ ແລະ​ເມື່ອ​ຜີ​ໄດ້​ເຮັດ​ໃຫ້​ຄົນ​ນັ້ນ​ລົ້ມ​ລົງ​ຖ້າມ​ກາງ​ປະ​ຊາ​ຊົນ​ແລ້ວ​ກໍ​ອອກ​ມາ​ໂດຍ​ບໍ່​ໄດ້​ເຮັດ​ອັນ​ຕະ​ຣາຍ​ແກ່​ຄົນ​ນັ້ນ​ແຕ່​ຢ່າງ​ໃດ

36 ຄົນ​ທັງ​ປວງ​ກໍ​ປ​ລາດ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ຫນໍ ເພາະ​ວ່າ​ທ່ານ​ໄດ້​ສັ່ງ​ຜີ​ຖ່ອຍ​ຮ້າຍ​ດ້ວຍ​ອຳ​ນາດ​ແລະ​ຣິດ​ເດດ ມັນ​ກໍ​ອອກ​ມາ”

37 ແລ​ກິ​ຕິ​ສັບ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ​ທຸກ​ບ່ອນ​ທົ່ວ​ຂົງ​ເຂດ​ນັ້ນ

ຊົງ​ໂຜດ​ແມ່​ເມັຽ​ຂອງ​ເປ​ໂຕ​ໃຫ້​ດີ​ໄຂ້

(ມ​ທ 8:14-17; ມ​ຣກ 1:29-34)

38 ຝ່າຍ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ອອກ​ຈາກ​ໂຮງ​ທັມສະ​ເດັດ​ໄປ​ໃນ​ເຮືອນ​ຂອງ​ຊີ​ໂມນ ແລະ​ແມ່​ເມັຽ​ຂອງ​ຊີ​ໂມນ​ລຳ​ບາກ​ເປັນ​ໄຂ້​ແຮງ​ຫລາຍ ເຂົາ​ໄດ້​ອ້ອນວອນ​ພຣະ​ອົງ​ສຳ​ລັບ​ຍິງ​ນັ້ນ

39 ພຣະ​ອົງ​ຊົງ​ຢືນ​ຢູ່​ຂ້າງ​ຄົນ​ເຈັບ ຊົງ​ຫ້າມ​ໄຂ້ ແລະ​ໄຂ້​ກໍ​ເຊົາ ໃນ​ທັນ​ໃດ​ນັ້ນ​ນາງ​ກໍ​ລຸກ​ຂຶ້ນ​ບົວ​ລະ​ບັດ​ພຣະ​ອົງ​ກັບ​ທັງ​ພວກ​ຂອງ​ພຣະ​ອົງ

40 ເມື່ອ​ເວ​ລາ​ຕາ​ເວັນ​ຕົກ ຜູ້​ໃດ​ມີ​ຄົນ​ເຈັບ​ເປັນ​ພຍາດ​ຕ່າງໆ​ກໍ​ພາມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ວາງ​ພຣະຫັດ​ໃສ່​ເຂົ​ທຸກ​ຄົນ ໂຜດ​ໃຫ້​ເຂົາ​ດີ

41 ຜີ​ກໍ​ໄດ້​ອອກ​ມາ​ຈາກ​ຄົນຫລາຍ​ຄົນ​ເຫມືອນ​ກັນ ໂດຍ​ຮ້ອງວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” ແຕ່​ພຣະ​ອົງ​ຊົງ​ຫ້າມ​ບໍ່​ໃຫ້​ເຂົາ​ປາກ ເພາະ​ເຂົາ​ຮູ້ແລ້ວວ່າ​ພຣະອົງ​ຊົງ​ເປັນ​ພຣະຄຣິດ

ພຣະ​ເຢ​ຊູ​ຊົງ​ອອກ​ໄປ​ປະ​ກາດ

(ມ​ທ 4:23-25; ມຣກ 1:35-39)

42 ຄັນ​ຮຸ່ງ​ເຊົ້າ​ພຣະ​ອົງ​ສະ​ເດັດໄປ​ຍັງ​ປ່າ​ບ່ອນ​ສ​ງັດ ປະ​ຊາ​ຊົນ​ກໍ​ຊອກ​ຫາ​ພຣະ​ອົງ ເມື່ອ​ພົບ​ແລ້ວ​ກໍ​ຫນ່ວງ​ຫນ່ຽວ​ພຣະ​ອົງ​ໄວ້​ບໍ່​ໃຫ້​ໄປ​ຈາກ​ເຂົາ

43 ແຕ່​ພຣະ​ອົງ​ຊົງ​ກ່າ​ວ​ແກ່າ​ເຂົາ​ວ່າ, “ເຮົາ​ຕ້ອງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແກ່​ເມືອງ​ອື່ນໆ​ເຫມືອນ​ກັນ ເພາະ​ວ່າ​ທີ່​ເຮົາ​ໄດ້​ຮັບ​ໃຊ້​ມາ​ກໍ​ເພາະ​ເຫດ​ການ​ນີ້”

44 ແລ້ວ​ພຣະ​ອົງ​ໄດ້​ຊົງ​ປະ​ກາດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ທີ່​ແຂວງ​ຢູ​ດາຍ

 

5. ຈັບ​ປາ​ໄດ້​ຫລາຍ

(ມ​ທ 4:18-22; ມ​ຣກ 1:16-20)

1   ຢູ່​ມາ​ເມື່ອ​ປະ​ຊາ​ຊົນ​ກຳ​ລັງ​ບຸ​ບຽດ​ກັນ​ເຂົ້າ​ມາ ເພື່ອ​ຈະ​ໄດ້​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ພຣະ​ເຢຊູ​ຊົງ​ຢືນ​ຢູ່​ແຄມ​ທະ​ເລ​ສາບ​ເຄນ​ເນ​ຊາ​ເຣັດ

2   ຊົງ​ເຫັນ​ເຮືອ​ສອງ​ລຳ​ຈອດ​ຢູ່​ຮິມ​ຝັ່ງ​ທະ​ເລ​ສບ​ນັ້ນ​ ສ່ວນ​ພວກ​ຫາ​ປາ​ໄດ້​ອອກ​ໄປ​ຈາກ​ເຮືອ​ນັ້ນ​ແລ້ວ ເຂົາ​ກຳ​ລັງ​ລ້າງມອງ​ຢູ່

3   ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ນຶ່ງ ຄື​ເຮືອ​ຂອງ​ຊີ​ໂມນ ແລ້ວ​ຊົງ​ຂໍ​ໃຫ້​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ຫນ້ອຍ​ນຶ່ງ ຈຶ່ງ​ປະ​ທັບ​ລົງ​ສັ່ງ​ສອນ​ປະ​ຊາ​ຊົນ​ຈາກ​ເຮືອ​ນັ້ນ

4   ເມື່ອ​ຊົງ​ຢຸດ​ສອນ​ແລ້ວ​ພຣະ​ອົງ​ຊົງ​ກ່າວ​ຕໍ່​ຊີ​ໂມນ​ວ່າ, “ຈົ່ງ​ພາຍ​ອອກ​ໄປ​ບ່ອນ​ເລິກ ແລ້ວ​ຢ່ອນມອງ​ຂອງ​ພ​ວກ​ທ່ານ​ລົງ​ຈັບ​ປາ”

5   ຊີ​ໂມນ​ຕອບ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ນ້ອຍ​ໄດ້​ຫາ​ຈົນ​ອິ​ດ​ເມື່ອຍ​ຫມົດ​ຄືນ​ກໍ​ບໍ່​ໄດ້​ຫຍັງ ແຕ່​ຂ້າ​ນ້ອຍ​ຈະ​ຢ່ອນມອງ​ລົງ​ຕາມ​ຄຳ​ຂອງ​ນາຍ”

6   ເມື່ອ​ຢ່ອນ​ລົງ​ແລ້ວມອງ​ຂອງ​ເຂົາ​ກໍ​ຖືກ​ປາ​ຫລາຍ​ເຕັມ​ທີ ຈົນ​ມອງ​ຂອງ​ເຂົ​ພວມ​ຂາດ​ໄປ

7   ເຂົາ​ຈຶ່ງກວັກ​ມື​ເອົາ​ຫມູ່​ທີ່​ຢູ່​ເຮືອ​ລຳ​ອື່ນ​ໃຫ້​ມາ​ຊ່ອຍ ເມື່ອ​ເຂົາ​ມາ​ຊ່ອຍ​ແລ້ວ ກໍ​ໄດ້​ປາ​ເຕັມ​ເຮືອ​ທັງ​ສອງ​ລຳ ຈົນ​ເຮືອ​ເຂົາ​ແຊມ​ເກືອບ​ຫລົ້ມ

8   ເມື່ອ​ຊີ​ໂມນ​ເປ​ໂຕ​ໄດ້​ເຫັນ​ດັ່ງ​ນັ້ນ​ກໍ​ຂບ​ລົງ​ທີ່​ພຣະ​ຊາ​ນຸ​ຂອງ​ພຣະ​ເຢ​ຊູ​ທູ​ນວ່າ, “ນາຍ​ເອີຍ, ຂໍ​ເຊີນ​ໄປ​ໃຫ້ຫ່າງ​ຈາກ​ຂ້າ​ນ້ອຍ​ທ້ອນ ເພາະ​ຂ້າ​ນ້ອຍ​ເປັນ​ຄົນ​ບາບ”

9   ເພາະ​ເປ​ໂຕ​ກັບ​ຫມູ່​ທັງ​ຫມົດ​ທີ່​ຢູ່​ນຳ​ກັນ​ນັ້ນ ໄດ້​ງຶດ​ປ​ລາດ​ໃຈ​ດ້ວຍ​ປາ​ຫລາຍ​ທີ່​ເຂົາ​ຈັບ​ໄດ້​ນັ້ນ

10 ຢາ​ໂກ​ໂບ​ແລະ​ໂຢ​ຮັນ​ລູກ​ຊາຍ​ຂອງ​ເຊ​ເບດາຍ ທີ່​ເປັນ​ຫມູ່​ຮ່ວມ​ງານ​ກັບ​ຊີ​ໂມນກໍ​ປ​ລາດ​ໃຈ​ເຫມືອນ​ກັນ ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ຊີ​ໂມນ​ວ່າ, “ຢ່າ​ຊູ່​ຢ້ານ ຕັ້ງ​ແຕ່​ນີ້​ໄປ​ທ່ານ​ຈະ​ເປັນ​ຜູ້​ຫາ​ຄົນ”

11 ເມື່ອ​ໄດ້​ນຳ​ເຮືອ​ມາ​ເຖິງ​ຝັ່ງ​ແລ້ວ ເຂົາ​ກໍ​ສ​ລະ​ສິ່ງ​ສາ​ຣະ​ພັດ​ແລ້ວ​ຕມ​ພຣະ​ອົງ​ໄປ

ຊົງ​ໂຜດ​ຄົນ​ຂີ້​ທູດ​ໃຫ້​ດີ​ສະ​ອາດ

(ມ​ທ 8:1-4; ມ​ຣກ 1:40-45)

12 ເມື່ອ​ພຣະ​ເຢຊູ​ຊົງ​ຢູ່​ໃນ​ເມືອງ​ນຶ່ງ ເບິ່ງ​ແມ໋, ມີ​ຄົນຜູ້​ນຶ່ງ​ເປັນ​ຂີ້​ທູດ​ເຕັມ​ຕົວ ເມື່ອ​ຄົນ​ນັ້ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ກໍ​ກົ້ມ​ຊາບ​ລົງ​ອ້ອນວອນ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຣັດ​ໃຫ້​ຂ້າ​ນ້ອຍ​ດີ​ສະ​ອາດ​ໄດ້”

13 ພຣະ​ອົງ​ຈຶ່ງ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກ​ຄົນ​ນັ້ນ​ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ” ໃນ​ທັນ​ໃດ​ພ​ຍາດ​ຂີ້​ທູດ​ກໍ​ຫາຍ​ໄປ​ຈາກ​ຄົນ​ນັ້ນ

14 ພຣະ​ອົງ​ຈຶ່ງ​ຊົງສັ່ງ​ຫ້າມ​ຜູ້​ນັ້ນ​ບໍ່​ໃຫ້​ບອກ​ຜູ້​ໃດ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ໄປ​ສະ​ແດງ​ຕົວ​ຕໍ່​ປະ​ໂຣ​ຫິດ​ແລະ​ຖວາຍ​ເຄື່ອງ​ບູ​ຊາ ຕາມ​ທີ່​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່​ອເປັນ​ຫລັກ​ຖານ​ຕໍ່​ເຂົາ​ວ່າ ເຈົ້າ​ດີ​ສະ​ອາດ​ແລ້ວ”

15 ແຕ່​ກິ​ຕິ​ສັ​ບ​ຂອງ​ພຣະ​ອົງ​ແຮ່ງ​ຊ່າ​ລື​ໄປ​ອີກ ແລະ​ປະ​ຊາ​ຊົນ​ຈໍາ​ນວນ​ຫລາຍ​ໄດ້​ຊຸມ​ນຸມ​ກັນ​ເພື່ອ​ຟັງ​ພຣະ​ອົງ ແລະ​ເພື່ອ​ຊົງ​ເຣັດ​ໃຫ້​ພ​ຍາດ​ຕ່າງໆ​ຂອງ​ເຂົາ​ດີ

16 ແຕ່​ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ​ກາງ​ປ່າ​ແລະ​ໄຫວ້ວອນ​ຢູ່

ຊົງ​ໂຜດຄົນ​ເປັ້ຽ​ໃຫ້​ດີ

(ມ​ທ 9:2-8; ມ​ຣກ 2:1-12)

17 ຢູ່​ມາ​ວັນ​ນຶ່ງ​ເມື່ອ​ພຣະ​ອົງ​ຊົງ​ສັ່ງ​ສອນ​ຢູ່ ມີ​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ຄ​ຣູ​ບາ​ອາ​ຈາກ​ນັ່ງ​ຢູ່​ຫັ້ນ​ດ້ວຍ ຄົນ​ເຫລົ່​ນີ້​ໄດ້​ມາ​ຈາກ​ທຸກໆ​ບ້ານ​ໃນ​ແຂວງ​ຄາ​ລີ​ເລ ແຂວງ​ຢູ​ດາຍ ແລະ​ຈາກກຸງ​ເຢ​ຣູ​ຊາ​ເລັມ ແລະ​ຣິດ​ເດດ​ຂອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ຊົງ​ເຮັດ​ໃຫ້​ເຂົາ​ດີ​ພ​ຍາດ

18 ແລະ​ເບິ່ງ​ແມ໋, ມີ​ຜູ້​ຫາມ​ຄົນ​ເປັ້ຽ​ຜູ້ນຶ່ງນອນ​ເທິງ​ບ່ອນນອນ ແລະ​ເຂົາ​ພຍ​ຍາມ​ຈະ​ຫາມ​ຄົນ​ເປັ້ຽນັ້ນ​ເຂົ້າ​ມາ​ວາງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ

19 ​ເມື່ອ​ເຂົາ​ຫາ​ທາງ​ເຂົ້າ​ບໍ່​ໄດ້​ເພາະ​ມີ​ຄົນ​ຫລາຍ​ເຂົາ​ຈຶ່ງ​ຂຶ້ນ​ຫລັງ​ຄາ​ເຮືອນ ແລະ​ຢ່ອນ​ຄົນ​ເປັ້ຽກັບ​ທັງ​ບ່ອນນອນ​ລົງ​ມາ​ຕາມ​ປ່ອງ​ດິນ​ຂໍ​ຫວ່າງ​ກາງ​ຫມູ່​ຄົນ​ຕໍ່​ພຣະ​ພັກ​ພຣະ​ເຢ​ຊູ

20 ເມື່ອ​ພຣະ​ອົງ​ຊົງ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ​ແລ້ວ​ກໍ​ຊົງ​ກ່າວ​ກັບ​ຄົນ​ເປັ້ຽນັ້ນ​ວ່າ, “ຊາຍ​ເອີຍ, ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ”

21 ຝ່າຍ​ພວກນັກ​ທັມ​ແລະ​ພວກ​ຟ​ຣີ​ຊາຍ​ກໍ​ຕັ້ງ​ຕົ້ນ​ຄຶດ​ໃນ​ໃຈ​ວ່າ, “ຜູ້​ນີ້​ທີ່​ເວົ້າ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ ແມ່ນ​ໃຜ ໃຜ​ຈະ​ຍົກ​ຄວາມ​ຜິດ​ບາບ​ໄດ້​ເວັ້ນ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ”

22 ແຕ່​ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມ​ຄຶດຂອ​ງ​ເຂົາ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຫດ​ສັນ​ໃດ​ທ່າ​ນທັງ​ຫລາຍ​ຈຶ່ງ​ຄຶດ​ພິ​ຈາ​ຣະ​ນາ​ໃນ​ໃຈ

23 ທີ່​ຈະ​ວ່າ “ຜິດ​ບາບ​ຂອງ​ເຈົ້​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ວ່າ “ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ທຽວ​ໄປ” ອັນ​ໃດ​ຈະ​ງ່າຍກວ່າ​ກັນ

24 ແຕ່​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດອຳ​ນາດ​ໃນ​ໂລກ​ໃຫ້​ອະ​ພັຍ​ຄວາມຜິດ​ບາບ​ໄດ້” (ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ເປັ້ຽວ່າ) “ເຮົ​ສັ່ງ​ເຈົ້າ​ວ່າ ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ”

25 ໃນ​ທັນ​ໃດ​ນັ້ນ​ຄົນ​ເປັ້ຽ​ໄດ້​ລຸກ​ຂຶ້ນ​ຕໍ່​ຫນ້າ​ຄົນ​ທັງ​ປວງ ຍົກ​ເອົາ​ບ່ອນນອນ​ຊຶ່ງ​ຕົນ​ໄດ້​ນອນ​ນັ້ນ​ກັບ​ໄປ​ບ້ານ ໂດຍ​ຮ້ອງ​ສັຣເສີນ​ພຣະ​ເຈົ້າ

26 ແລະ​ຄົນ​ທັງ​ປວງ​ກໍ​ອັດ​ສະ​ຈັນ​ໃຈ​ຫລາຍ ແລະ​ພາ​ກັນ​ສັຣ​ເສີນ​ພຣະ​ເຈົ້າ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ຈຶ່ງ​ເວົ້າ​ກັນ​ວ່າ, “ວັນ​ນີ້​ພວກ​ເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອ​ເຊື່ອ”

ຊົງ​ເອີ້ນ​ເອົາ​ເລວີ

(ມ​ທ 9:9-13; ມ​ຣກ 2:13-​​17)

27 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນັ້ນ ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ ແລະ​ຊົງ​ເຫັນ​ຄົນ​ເກັບ​ພາ​ສີ​ຜູ້​ນຶ່ງ​ຊື່ ເລ​ວີ​ນັ່ງ​ຢູ່​ດ່ານ​ພາສີ ພຣະ​ອົງ​ຈຶ່ງ​ຊົງ​ບອກ​ທ່າ​ນວ່າ, “ຈົ່ງ​ຕາມ​ເຮົາ​ມາ”

28 ແລ້ວ​ເລ​ວີ​ກໍ​ສ​ລະ​ຖິ້ມ​ຫມົດ​ທຸກ​ສິ່ງ ລຸ​ກ​ຂຶ້ນ​ຕາມ​ພຣະ​ອົງ​ໄປ

29 ເລ​ວີ​ໄດ້​ຈັດ​ໃຫ້​ມີ​ງານ​ກິນ​ລ້ຽງ​ອັນ​ໃຫຍ່​ຂຶ້ນ​ໃນ​ເຮືອນຂອງ​ຕົນ ເພື່ອ​ເປັນ​ກຽດ​ແກ່​ພຣະ​ອົງ ມີ​ຫລາຍ​ຄົນ​ຄືຄົນ​ເກັບ​ພາ​ສີ​ແລະ​ຄົນອື່ນໆ​ໄດ້​ເຂົ້າ​ຮ່ວມ​ນຳ

30 ຝ່າຍ​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ນັກ​ທັມ​ຂອງ​ຝ່າຍ​ເຂົາ​ໄດ້​ຈົ່ມ​ຕິ​ຕຽນ​ພ​ວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ດ້ວຍ​ກັນ​ກັບ​ພວກ​ເກັບ​ພາ​ສີ​ແລະ​ພວກນອກ​ສິນ​ທັມ”

31 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຄົນ​ປົກ​ກະ​ຕິ​ບໍ່​ຕ້ອງ​ການ​ຫມໍ​ຢາ ແຕ່​ຄົນ​ເຈັບ​ຕ້ອງ​ການ​ຫມໍ​

32 ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທັມ​ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່”

ບັນ​ຫາ​ເຣື່ອງ​ສິນ​ອົດ​ອ​ຫານ

(ມ​ທ 9:14-17; ມຣກ 2:18-22)

33 ເຂົາ​ໄດ້​ທູນ​ພຣະ​ອົງ​ວ່າ, “ພວກ​ສິດ​ຂອງ​ໂຢ​ຮັນ​ຖື​ສິນ​ອົດ​ອາ​ຫານ​ຢູ່​ເລື້ອຍ ແລະ​ທຳ​ພິ​ທີ​ອ້ອນວອນ ແລະ​ສິດຂອງ​ພ​ວກ​ຟາ​ຣີ​ຊາຍ​ກໍ​ເຮັດ​ເຫມືອນ​ກັນ ແຕ່​ສິດ​ຂອງ​ທ່ານ​ກິນ​ແລະ​ດື່ມ”

34 ຝ່າຍ​ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ທ່ານ​ຈະ​ໃຫ້​ສະ​ຫາຍ​ຂອ​ງ​ເຈົ້​ບ່າວ​ອົດ​ອາ​ຫານ ເມື່ອ​ເຈົ້າ​ບ່າວ​ຍັງ​ຢູ່​ກັບ​ເຂົາ​ບໍ່​ໄດ້​ຕີ້

35 ແຕ່​ຈະ​ມີ​ວັນ​ນຶ່ງ​ເມື່ອ​ເຈົ້າ​ບ່າວ​ຖືກ​ຍົກ​ຍ້າຍ​ຈາກ​ເຂົາ​ໄປ ເມື່ອ​ນັ້ນ​ແຫລະ, ເຂົາ​ຈະ​ຖື​ສິນ​ອົດ​ອ​ຫານ”

36 ພຣະ​ອົງ​ຍັງ​ຊົງ​ກ່າວ​ຄຳ​ອຸປມາ​ຂໍ້​ນຶ່ງ​ແກ່​ເຂົາ​ວ່າ, “ບໍ່​ຫ່ອນ​ມີ​ຜູ້​ໃດ​ຈີກ​ເອົາ​ຜ້າ​ຈາກ​ເສື້ອ​ໃຫ​ມ່​ມາ​ຕາບ​ເສື້ອ​ເກົ່ ຖ້າ​ເຮັດ​ດັ່ງ​ນັ້ນ​ເສື້ອ​ໃຫມ່​ກໍ​ຂາດ​ເສັຽ​ໄປ ແລະ​ຜ້າ​ທີ່​ເອົາ​ມາ​ຈາກ​ເສື້ອ​ໃຫມ່​ກໍ​ຈະ​ບໍ່​ສົມ​ກັບ​ເສື້ອ​ເກົ່າ​ເຫມືອນ​ກັນ

37 ແລະ​ບໍ່​ມີ​ຜູ້​ໃດ​ເອົາ​ເຫລົ້າ​ແວງ​ໃຫມ່​ມາ​ໃສ່​ໄວ້​ໃນ​ຖົງ​ຫນັງ​ເກົ່າ ຖ້າ​ເຮັດ​ດັ່ງ​ນັ້ນ​ເຫລົ້າ​ແວງ​ໃຫມ່​ຈະ​ເຮັດ​ໃຫ້​ຖົງ​ຫນັງ​ນັ້ນ​ຂາດ​ໄປ ເຫລົ້າ​ແວງ​ຈະ​ໄຫລ​ອອກ ແລະ​ຖົງ​ຫນັງ​ກໍ​ຈະ​ເສັຽ​ໄປ​ເຫມືອນ​ກັນ

38 ແຕ່​ເຫລົ້າ​ແວງໃຫມ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ຫນັງ​ໃຫມ່

39 ແລະ​ບໍ່​ມີ​ຜູ້​ໃດ​ເມື່ອ​ກິນ​ເຫລົ້າ​ແວງ​ເກົ່າ​ແລ້ວ ຈະ​ຢາກ​ໄດ້​ເຫລົ້າ​ແວງ​ໃຫມ່ ເພາະ​ທ່ານ​ຍອມ​ເວົ້າ​ວ່າ “ອັນ​ເກົ່າ​ນັ້ນ​ແຫລະ, ດີ”

 

6. ບັນ​ຫາ​ເຣື່ອງວັນ​ສະ​ບາ​ໂຕ

(ມ​ທ 12:1-8; ມ​ຣກ 2:23-28)

1   ຢູ່​ມາ​ໃນ​ວັນ​ສະ​ຊາ​ໂຕວັນ​ນຶ່ງ ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຜ່ານ​ທົ່ງ​ນາ​ໄປ ສ່ວນ​ພວກ​ສິດ​ຂອງ​ພຣະ​ອົງ​ໄດ້​ເດັດ​ເອົ​ຮວງ​ເຂົ້າ​ມາ​ຍ່ອງ​ກິນ

2   ມີ​ພວກຟາ​ຣີ​ຊາຍ​ບາງ​ຄົນ​ທູນ​ຖາມ​ວ່າ, “ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຜິດ​ຕໍ່​ກົດ​ຂອງວັນ​ສະ​ບາ​ໂຕ”

3   ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ໄດ້​ອ່ານເຖິງ​ເຣື່ອງ​ທີ່​ດາ​ວິດ​ໄດ້​ເຮັດ​ຫລື ເມື່ອ​ທ່ານ​ກັບ​ພັກ​ພວກ​ຂອງ​ທ່ານ​ໄດ້​ອຶດ​ຢາກ

4   ຄື​ທ່ານ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ​ເອົາ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ຕໍ່​ພຣ​ພັກ​ມາ​ຮັບ​ປະ​ທານ ແລະ​ປັນ​ໃຫ້​ພັກ​ພວກ​ຂອງ​ຕົນ​ເຫມືອນ​ກັນ ຊຶ່ງ​ພຣະ​ບັນ​ຍັດ​ຫ້າມ​ບໍ່​ໃຫ້​ໃຜ​ກິນ ເວັ້ນ​ແຕ່​ປະ​ໂຣ​ຫິດ​ເທົ່າ​ນັ້ນ”

5   ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ບຸດ​ມະ​ນຸ​ດ​ເປັນ​ເຈົ້າ​ຂອງວັນ​ສະ​ບາ​ໂຕ​ເຫມືອນ​ກັນ”

6   ໃນ​ວັນ​ສະ​ບາ​ໂຕ​ອີກວັນ​ນຶ່ງ ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ສັ່ງ​ສອນ ທີ່​ນັ້ນ​ມີ​ຄົນ​ຜູ້​ນຶ່ງ​ມື​ເບື້ອງ​ຂ​ວາ​ລີບ

ຊົງ​ໂຜດ​ຄົນ​ມື​ລີບ

(ມ​ທ 12:9-14; ມ​ຣກ 3:1-6)

7   ຝ່າຍ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ​ຊອມ​ເບິ່ງວ່າ ພຣະ​ອົງ​ຈະ​ຊົງ​ໂຜດ​ໃຫ້​ດີ​ໃນ​ວັນ​ສະ​ບາ​ໂຕ​ຫລື ເພື່ອ​ພວກ​ເຂົາ​ຈະ​ຫາ​ເຫດ​ຟ້ອງ​ພຣະ​ອົງ​ໄດ້

8   ແຕ່​ພຣະ​ອົງ​ຊົງ​ຊາບ​ຄວາມ​ຄຶດ​ຂອງ​ເຂົາ ຈຶ່ງ​ຊົງ​ບອກ​ຄົນ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ລຸ​ກ​ຂຶ້ນ​ມາ​ຢືນ​ຢູ່​ຂ້າງ​ຫນ້າ​ສາ” ຄົນ​ນັ້ນ​ກໍ​ລຸ​ກ​ຢືນຂຶ້ນ​ຢູ່

9   ແລ້ວ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່າ​ເຂົາ​ວ່າ, “ເຮົາ​ຈະ​ຖາມ​ພວກ​ທ່ານ​ວ່າ ໃນ​ວັນ​ສະ​ບາ​ໂຕ​ຄວນ​ຈະ​ເຮັດ​ດີ ຫລື​ຄວນ​ຈະ​ເຮັດ​ຊົ່ວ ຈະ​ເອົາ​ຊີ​ວິດ​ໄວ້ ຫລື​ຈະ​ເຣັດ​ໃຫ້​ຊີ​ວິດ​ດັບ​ເສັຽ”

10 ພຣະ​ອົງ​ຈຶ່ງ​ທອດ​ພຣະ​ເນດ​ເບິ່ງອ້ອມ​ເຂົາ​ທຸກ​ຄົນ ແລະ​ຊົງ​ກ່າວ​ແກ່​ຄົນ​ມື​ລີບ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢຽດ​ມື​ອອກ” ຄົນ​ນັ້ນ​ກໍ​ເຣັດ​ຕາມ ແລະ​ມື​ຂອງ​ເຂົາ​ກໍ​ດີ​ເປັນ​ປົກ​ກະ​ຕິ