| Jude ພຣະທັມ ຢູດາ |
|
![]() |
|
ພຣະທັມ
ຢູດາ
ຈົດຫມາຍຂອງ
ຢູດາ
1
ຈາກ
ຢູດາ
ຜູ້ເປັນຂ້ອຍຂ້າຂອງພຣະເຢຊູຄຣິດ
ແລະເປັນນ້ອງຊາຍຂອງຢາໂກໂບ
ຮຽນ
ຄົນທັງຫລາຍທີ່ຊົງເອີ້ນໄວ້ແລ້ວ
ຜູ້ຊຶ່ງເປັນທີ່ຮັກໃນພຣະເຈົ້າພຣະບິດາ,
ແລະຜູ້ຊຶ່ງຊົງຮັກສາໄວ້ເພື່ອພຣະເຢຊູຄຣິດ
2
ຂໍພຣະເມດຕາ,
ສັນຕິສຸກ,
ແລະຄວາມຮັກຈົ່ງເພີ້ມທະວີຄູນແກ່ທ່ານທັງຫລາຍເທີນ
ການພິພາກສາລົງໂທດຄຣູສອນປອມ
(2 ປຕ 2:1-17)
3
ພວກທີ່ຮັກເອີຍ,
ຂ້າພະເຈົ້າພຍາຍາມຈະຂຽນມາເຖິງທ່ານທັງຫລາຍ
ກ່ຽວເຣື່ອງຄວາມລອດພົ້ນທີ່ພວກເຮົາມີຢູ່ຮ່ວມກັນ
ແຕ່ຂ້າພະເຈົ້າເຫັນວ່າຈະເປັນຈະຕ້ອງຂຽນເຕືອນສະຕິພວກທ່ານ
ໃຫ້ຕໍ່ສູ້ເພື່ອຫລັກຄຳສອນທີ່ໄດ້ຊົງມອບໄວ້ກັບໄພ່ພົນຂອງພຣະເຈົ້າເທື່ອດຽວເປັນການສິ້ນສຸດ
4
ເພາະວ່າມີລາງຄົນໄດ້ແອບແຝງເຂົ້າມາ
ຊຶ່ງພຣະຄັມພີໄດ້ບົ່ງໄວ້ແຕ່ດົນນານແລ້ວວ່າ
ເຂົາຈະຖືກພິພາກສາລົງໂທດຢ່າງນີ້
ເຂົາເຫລົ່ານັ້ນເປັນຄົນບໍ່ນັບຖືພຣະເຈົ້າ,
ທີ່ຖືເອົາພຣະຄຸນແຫ່ງພຣະເຈົ້າຂອງເຮົາທັງຫລາຍເປັນເຫດໃຫ້ເຮົາຕາມກິເລດຕັນຫາ,
ແລະປະຕິເສດພຣະເຢຊູຄຣິດຜູ້ຊົງເປັນເຈົ້ານາຍແລະອົງພຣະຜູ້ເປັນເຈົ້າຂອງພວກເຮົາແຕ່ອົງດຽວ
5
ເຖິງແມ່ນວ່າທ່ານທັງຫລາຍຮູ້ຈັກຄວາມເຫລົ່ານີ້ຕລອດແລ້ວກໍຕາມ
ຂ້າພະເຈົ້າກໍປະສົງຢາກໃຫ້ພວກທ່ານລະນຶກເຖິງວ່າ
ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໄພ່ພົນຊາດນຶ່ງພົ້ນຈາກແຜ່ນດິນເອຢິບແລ້ວ
ພາຍຫລັງຕໍ່ມາໄດ້ຊົງທຳລາຍຄົນເຫລົ່ານັ້ນທີ່ບໍ່ເຊື່ອພຣະອົງເສັຽ
6
ແລະບັນດາເທວະດາທີ່ບໍ່ພໍໃຈຮັກສາອຳນາດອະທິປະໄຕທີ່ຊົງປະທານແກ່ຕົນ
ແຕ່ໄດ້ປະຖິ້ມຖານອັນເຫມາະສົມຂອງຕົນເສັຽ
ພຣະອົງໄດ້ຊົງເອົາໂສ້ອັນຕລອດໄປລ່າມເຂົາໄວ້ແລະຂັງໄວ້ໃຕ້ທີ່ມືດ
ຈົນກວ່າຈະເຖິງເວລາພິພາກສາໃນວັນສຳຄັນອັນໃຫຍ່ນັ້ນ
7
ຢ່າງດຽວກັນກັບເມືອງໂຊໂດມແລະເມືອງໂກໂມຣາທັງເມືອງທີ່ຢູ່ອ້ອມຮອບນັ້ນ
ທີ່ໄດ້ມອບຕົວໄວ້ແກ່ຣາຄະຕັນຫາຕິດຕາມການຜິດຊາຍຍິງອັນຜິດທັມມະດາ
ກໍປາກົດເປັນຕົວຢ່າງໂດຍທົນທຸກທໍຣະມານໃນໄຟອັນຕລອດໄປເປັນນິດ
8
ເຖິງປານນັ້ນເຂົາເຫລົ່ານັ້ນກໍຍັງມົວຝັນ
ເຮັດໃຫ້ເນື້ອກາຍຂອງຕົນຊົ່ວມົວຫມອງ,
ຫມິ່ນປມາດຕໍ່ອຳນາດຂອງຜູ້ໃຫຍ່,
ແລະເວົ້າຫຍາບຊ້າຕໍ່ຜູ້ມີຍົດສັກ
9
ແຕ່ເຖິງແມ່ນ
ມີຄາເອນ
ຜູ້ເປັນອັຄເສນາບໍດີຝ່າຍເທວະດາ
ຄັ້ງເມື່ອຖຽງກັນກັບມານ
ຄືຕໍ່ວ່າເຣື່ອງສົບຂອງໂມເຊນັ້ນ
ທ່ານກໍຍັງບັງອາດກ່າວໂທດດ້ວຍຄຳຫຍາບຊ້າຕໍ່ມານ
ແຕ່ໄດ້ກ່າວວ່າ,
“ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງຕິເຈົ້າເທີນ”
10 ແຕ່ຝ່າຍຄົນເຫລົ່ານີ້,
ເຂົາເວົ້າຫຍາບຊ້າຕໍ່ທຸກສິ່ງທີ່ເຂົາບໍ່ຮູ້
ແລະທຸກສິ່ງທີ່ເຂົາຮູ້ສຶກຕາມວິສັຍເຫມືອນສັດເດັຽຣະສານທີ່ບໍ່ມີຄວາມຄຶດ
ເຂົາຈະຕ້ອງເສື່ອມສູນໄປດ້ວຍສິ່ງນັ້ນ
11 ວິບັດຈົ່ງມີແກ່ເຂົາ
ເພາະເຂົາໄດ້ຕິດຕາມທາງຂອງກາອິນໄປ
ເຂົາໄດ້ປ່ອຍຕົວໄປຕາມທາງຜິດຂອງບາລາອາມເພາະເຫັນແກ່ສິນຈ້າງ
ແລະໄດ້ຈິບຫາຍໄປດ້ວຍການກະບົດຕາມຢ່າງໂກຣາ
12 ຄົນເຫລົ່ານີ້ເປັນດ່າງພ້ອຍໃນການກິນລ້ຽງຜູກພັນຄວາມຮັກຂອງທ່ານທັງຫລາຍ
ເພາະເຂົາຮ່ວມລ້ຽງກັນຢາງເຖິງໃຈໂດຍບໍ່ມີຄວາມລະອາຍ
ເຂົາເປັນຜູ້ລ້ຽງແກະທີ່ລ້ຽງແຕ່ຕົວເອງ,
ເປັນເຫມືອນເມກບໍ່ມີນ້ຳທີ່ຖືກໄຫລໄປຕາມລົມ,
ເປັນເຫມືອນຕົ້ນໄມ້ບໍ່ມີຜົນໃນທ້າຍຣະດູ
ທີ່ຕາຍໄປສອງເທື່ອແລ້ວ
ແລະທີ່ກົ່ນແລ້ວ
13 ເຂົາເປັນເຫມືອນຟອງນ້ຳອັນຮ້າຍແຮງໃນມະຫາສມຸດ
ທີ່ພົ່ນຄວາມຂີ້ດຽດຂອງຕົນອອກດັ່ງປູມປວກ,
ເປັນດາວທີ່ຫລົງທາງໄປນອກວົງໂຄຈອນ
ມີຄວາມມືດອັນຫນາແຫນ້ນໄດ້ຊົງຈັດໄວ້ຖ້າເຂົາຕລອດໄປເປັນນິດ
14 ດ້ວຍວ່າເອໂນກ
ຜູ້ທີ່ເຈັດນັບຈາກອາດາມມາ
ໄດ້ທຳນວາຍເຖິງຄົນເຫລົ່ານີ້ເຫມືອນກັນວ່າ,
“ເບິ່ງແມ໋,
ອົງພຣະຜູ້ເປັນເຈົ້າໄດ້ສະເດັດມາພ້ອມກັບໄພ່ພົນຂອງພຣະອົງນັບເປັນຫມື່ນໆ
15 ເພື່ອຊົງພິພາກສາລົງໂທດຄົນທັງປວງ
ແລະຊົງບັນດານໃຫ້ຝູງຄົນທີ່ບໍ່ຢຳເກງພຣະເຈົ້າຮູ້ສຶກຕົວ
ເຖິງບັນດາການອະທັມທີ່ເຂົາໄດ້ເຮັດໃນການບໍ່ຢຳເກງພຣະເຈົ້ານັ້ນ
ແລະຮູ້ສຶກຕົວເຖິງຄຳຫຍາບຊ້າທີ່ຄົນບາບເຫລົ່ານັ້ນຜູ້ບໍ່ຢຳເກງພຣະເຈົ້າໄດ້ກ່າວໃສ່ຮ້າຍຕໍ່ພຣະອົງ
16 ຄົນເຫລົ່ານີ້ເປັນຄົນມັກຈົ່ມມັກວ່າ,
ເປັນຄົນເຮັດຕາມຄວາມປາຖນາອັນຊົ່ວຂອງຕົນ
ປາກຂອງເຂົາກໍອວດອ້າງດ້ວຍຄຳໃຫຍ່ເກີນສ່ວນ
ແລະຍ້ອງຍໍຜູ້ອື່ນເພື່ອຫວັງປໂຍດຂອງຕົນ
ຄຳເຕືອນແລະຄຳຊັກຊວນ
17 ແຕ່ຝ່າຍທ່ານທັງຫລາຍເອີຍ,
ຈົ່ງລະນຶກເຖິງຂໍ້ຄວາມທີ່ພວກອັຄສາວົກຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍໄດ້ກ່າວໄວ້ກ່ອນ
18 ຄືເຂົາເຄີຍບອກພວກທ່ານວ່າ,
“ໃນສະໄຫມສຸດທ້າຍຈະມີຄົນເຍາະເຍີ້ຍບັງເກີດຂຶ້ນ
ທີ່ຈະເຮັດຕາມຄວາມປາຖນາຂອງຕົນເອງຢ່າງບໍ່ຢຳເກງພຣະເຈົ້າ
19 ແມ່ນຄົນເຫລົ່ານີ້ແຫລະ,
ທີ່ເຮັດໃຫ້ແຕກແຍກຈາກກັນ
ເປັນຄົນມີນິສັຍຕາມທຳມະດາໂລກ
ແລະບໍ່ມີພຣະວິນຍານ
20 ແຕ່ຝ່າຍທ່ານທີ່ຮັກທັງຫລາຍເອີຍ,
ຈົ່ງສ້າງຕົວເອງຂຶ້ນເທິງຄວາມເຊື່ອອັນສັກສິດທີ່ສຸດຂອງພວກທ່ານ
ແລະຈົ່ງອ້ອນວອນໃນພຣະວິນຍານບໍຣິສຸດ
21 ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພຣະເຈົ້າ
ລໍຄອຍພຣະກະຣຸນາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຈົນກວ່າຈະໄດ້ຊີວິດອັນຕລອດໄປເປັນນິດ
22 ຈົ່ງສະແດງຄວາມເມດຕາຕໍ່ລາງຄົນທີ່ຍັງສົງສັຍ
23 ຈົ່ງຍາດບາງຄົນໃຫ້ພົ້ນດ້ວຍດຶງເຂົາອອກຈາກໄຟ
ຈົ່ງເມດຕາອີກບາງຄົນດ້ວຍຄວາມຈຽມຕົວ
ແລະຈົ່ງຫນ່າຍຊັງຍັງເສື້ອຜ້າທີ່ເປື້ອນເປິດ້ວຍຣາຄະຕັນຫາ
ຄຳຖວາຍພຣະກຽດ
24 ອັນນຶ່ງ,
ຈົ່ງມີພຣະກຽດ,
ພຣະເດຊານຸພາບ,
ພຣະອານຸພາບ,
ແລະສັກດານຸພາບແດ່ພຣະອົງ
ຜູ້ຊົງສາມາດປ້ອງກັນຮັກສາທ່ານທັງຫລາຍບໍ່ໃຫ້ສະດຸດລົ້ມລົງ
ແລະຊົງສາມາດຕັ້ງທ່ານທັງຫລາຍ
ໃຫ້ຫມັ້ນຢູ່ຕໍ່ພຣະພັກອັນຮຸ່ງເຮືອງຂອງພຣະອົງໃຫ້ປາສຈາກຕຳຫນິແລະມີຄວາມຍິນດີອັນເຫລືອລົ້ນ
25 ຄືແດ່ພຣະອົງຜູ້ຊົງເປັນພຣະເຈົ້າອົງດຽວ
ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ
ດ້ວຍພຣະເຢຊູຄຣິດ
ພຣະຜູ້ເປັນເຈົ້າຂອງພວກເຮົາ
ທັງໃນອະດີດ,
ປັດຈຸບັນ,
ແລະໃນອະນາຄົດຕລອດໄປເປັນນິດ ອາແມນ