| John ພຣະທັມໂຢຮັນ |
|
![]() |
|
ພຣະທັມໂຢຮັນ
ຂ່າວປະເສີດເຣື່ອງພຣະເຢຊູຄຣິດ
ຮຽບຮຽງໂດຍ
1
ເມື່ອຕົ້ນເດີມນັ້ນພຣະທັມຊົງເປັນຢູ່ແລ້ວ
ພຣະທັມນັ້ນຊົງສະຖິດຢູ່ກັບພຣະເຈົ້າ
ພຣະທັມນັ້ນແຫລະ,
ຊົງເປັນພຣະເຈົ້າ
2
ເມື່ອຕົ້ນເດີມນັ້ນພຣະທັມຊົງສະຖິດຢູ່ກັບພຣະເຈົ້າ
3
ພຣະເຈົ້າຊົງສ້າງສິ່ງທັງປວງຂຶ້ນມາໂດຍພຣະທັມ
ໃນບັນດາສິ່ງທີ່ເປັນມານັ້ນ
ບໍ່ມີຈັກສິ່ງທີ່ເປັນມາໂດຍນອກຈາກພຣະທັມ
4
ພຣະທັມນັ້ນຊົງມີຊີວິດຢູ່ໃນພຣະອົງເອງ
ແລະຊີວິດນັ້ນເປັນຄວາມສວ່າງຂອງມະນຸສໂລກ
5
ຄວາມສວ່າງກໍສ່ອງເຂົ້າມາໃນມືດ
ແລະຄວາມມືດນັ້ນບໍ່ໄດ້ຊະນະຕໍ່ຄວາມສວ່າງ
6
ແລະເກີດມີຊາຍຄົນນຶ່ງທີ່ພຣະເຈົ້າຊົງໃຊ້ມາ
ຊື່ວ່າ
ໂຢຮັນ
7
ທ່ານໄດ້ມາເປັນພຍານ
ເພື່ອອ້າງຄວາມພຍານເຣື່ອງຄວາມສວ່າງນັ້ນ
ເພື່ອຄົນທັງປວງຈະໄດ້ເຊື່ອໃນດ້ວຍທ່ານ
8
ທ່ານບໍ່ແມ່ນຄວາມສວ່າງ
ແຕ່ມາເປັນພຍານກ່ຽວເຣື່ອງຄວາມສວ່າງນັ້ນ
9
ອັນນີ້ຄືຄວາມສວ່າງອັນແທ້ຈິງ
ທີ່ຂນະນັ້ນກຳລັງເຂົ້າມາໃນໂລກແລະສ່ອງເຖິງຄົນທັງປວງ
10 ພຣະອົງຊົງສະຖິດຢູ່ໃນໂລກຊຶ່ງພຣະເຈົ້າຊົງສ້າງຂຶ້ນດ້ວຍພຣະອົງນັ້ນ
ແຕ່ໂລກບໍ່ໄດ້ຮູ້ຈັກພຣະອົງ
11 ພຣະອົງໄດ້ສະເດັດມາຍັງບ້ານເມືອງຂອງພຣະອົງ
ແລະຊາວບ້ານຊາວເມືອງຂອງພຣະອົງບໍ່ໄດ້ຕ້ອນຮັບພຣະອົງ
12 ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ
ຄືຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ ພຣະອົງຊົງປະທານສິດໃຫ້ກາຍເປັນບຸດຂອງພຣະເຈົ້າ
13 ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອ
ຫລືກາມ
ຫລືຄວາມປະສົງຂອງມະນຸດ
ແຕ່ເກີດຈາກພຣະເຈົ້າ
14 ພຣະທັມໄດ້ຊົງບັງເກີດເປັນມະນຸດ
ແລະຊົງອາໄສຢູ່ຖ້າມກາງເຮົາທັງຫລາຍບໍຣິບູນດ້ວຍພຣະຄຸນແລະຄວາມຈິງ
ເຮົາທັງຫລາຍໄດ້ເຫັນສະງ່າຣາສີຂອງພຣະອົງ
ຄືສະງ່າຣາສີອັນສົມກັບພຣະບຸດອົງດຽວຂອງພຣະອົງ
15 ໂຢຮັນໄດ້ເປັນພຍານໃຫ້ແກ່ພຣະອົງແລະຮ້ອງປະກາດວ່າ,
“ຜູ້ນີ້ແຫລະ,
ຄືຜູ້ທີ່ເຮົາໄດ້ກ່າວເຖິງວ່າ
“ຜູ້ທີ່ມາພາຍຫລັງເຮົາກໍຈະອອກກ່ອນຫນ້າເຮົາ
ເພາະທ່ານເປັນຢູ່ກ່ອນເຮົາ”
16 ແລະເຮົາທຸກຄົນໄດ້ຮັບຈາກຄວາມຄົບບໍຣິບູນຂອງພຣະອົງ
ເປັນພຣະຄຸນຊ້ອນພຣະຄຸນ
17 ເພາະວ່າພຣະເຈົ້າໄດ້ຊົງປະທານພຣະບັນຍັດນັ້ນດ້ວຍໂມເຊ
ສ່ວນພຣະຄຸນແລະຄວາມຈິງມາດ້ວຍພຣະເຢຊູຄຣິດ
18 ບໍ່ມີໃຜໄດ້ເຫັນພຣະເຈົ້າຈັກເທື່ອ
ແຕ່ພຣະບຸດອົງດຽວ
ຜູ້ຊົງເປັນພຣະເຈົ້າຊຶ່ງຊົງສະຖິດຢູ່ໃນພຣະຊວງຂອງພຣະບິດາ
ພຣະອົງນັ້ນແຫລະ,
ໄດ້ຊົງສະແດງໃຫ້ຮູ້
ຄຳພຍານຂອງໂຢຮັນບັບຕິສະໂຕ
(ມທ
3:1-12; ມຣກ 1:1-8; ລກ 3:1-20)
19 ນີ້ເປັນຄຳພຍານຂອງໂຢຮັນ
ຄືເມື່ອພວກຢິວໄດ້ໃຊ້ພວກປະໂຣຫິດແລະພວກເລວີຈາກກຸງເຢຣູຊາເລັມໄປຖາມທ່ານວ່າ,
“ທ່ານຄືຜູ້ໃດ”
20 ທ່ານກໍຍອມບໍ່ໄດ້ປະຕິເສດ
ຄືໄດ້ຍອມຮັບວ່າ
“ເຮົາບໍ່ແມ່ນພຣະຄຣິດ”
21 ເຂົາຈຶ່ງຖາມວ່າ,
“ຖ້າຢ່າງນັ້ນທ່ານຄືຜູ້ໃດ
ທ່ານແມ່ນເອລີຢາຫລື”
ທ່ານຕອບວ່າ,
“ເຮົາບໍ່ແມ່ນເອລີຢາ”
ທ່ານຄືຜູ້ປະກາດພຣະທັມຫລື”
ທ່ານຕອບວ່າ,
“ບໍ່ແມ່ນ”
22 ເຂົາຈຶ່ງຖາມອີກວ່າ,
“ທ່ານຄືໃຜ
ເພື່ອເຮົາຈະໄດ້ເອົາຄຳຕອບໄປບອກຄົນທີ່ໄດ້ໃຊ້ເຮົາມານັ້ນ
ຝ່າຍທ່ານ
ທ່ານເວົ້າຢ່າງໃດ”
23 ທ່ານຕອບວ່າ,
“ຝ່າຍເຮົາເປັນສຽງຂອງຜູ້ທີ່ຮ້ອງປະກາດໃນປ່າວ່າ
“ຈົ່ງເຮັດຫົນທາງຂອງອົງພຣະຜູ້ເປັນເຈົ້າໃຫ້ຊື່ໄປ”
ຕາມທີ່ເອຊາຢາຜູ້ປະກາດພຣະທັມໄດ້ກ່າວໄວ້
24 ຝ່າຍພວກທີ່ຮັບໃຊ້ມານັ້ນແມ່ນແຕ່ພັກພວກຟາຣີຊາຍ
25 ເຂົາຈຶ່ງຖາມໂຢຮັນວ່າ,
“ຖ້າທ່ານບໍ່ແມ່ນພຣະຄຣິດ
ບໍ່ແມ່ນເອລີຢາ
ຫລືບໍ່ແມ່ນຜູ້ປະກາດພຣະທັມນັ້ນ
ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ”
26 ໂຢຮັນໄດ້ຕອບເຂົາວ່າ,
“ຝ່າຍເຮົານີ້ໃຫ້ຮັບບັບຕິສະມາດ້ວຍນ້ຳ
ແຕ່ມີຜູ້ນຶ່ງທີ່ຢືນຢູ່ຖ້າມກາງພວກທ່ານ
ຊຶ່ງພວກທ່ານບໍ່ຮູ້ຈັກ
27 ຜູ້ນັ້ນແຫລະ,
ມາພາຍຫລັງເຮົາ
ເຖິງແມ່ນແຕ່ສາຍຮັດເກີບຂອງທ່ານ
ເຮົາກໍບໍ່ສົມຄວນຈະແກ້”
28 ເຫດການເຫລົ່ານີ້ໄດ້ບັງເກີດຂຶ້ນທີ່ບ້ານເບັດທາເນັຽ
ຟາກແມ່ນ້ຳຈໍແດນທາງທິດຕາເວັນອອກ
ເປັນບ່ອນທີ່ໂຢຮັນກຳລັງໃຫ້ຮັບບັບຕິສະມາຢູ່
ພຣະເມສານ້ອຍຂອງພຣະເຈົ້າ
(ມທ
3:13-17; ມຣກ 1:9-11; ລກ 3:21-22)
29 ລ່ວງໄປວັນນຶ່ງໂຢຮັນໄດ້ເຫັນພຣະເຢຊູກຳລັງສະເດັດມາຫາ
ທ່ານຈຶ່ງກ່າວວ່າ,
“ເບິ່ງແມ໋, ພຣະເມສານ້ອຍຂອງພຣະເຈົ້າ
ຜູ້ຊົງຮັບເອົາຄວາມຜິດບາບຂອງມະນຸສໂລກໄປເສັຽ
30 ຜູ້ນີ້ແຫລະ,
ທີ່ເຮົາກ່າວວ່າຈະມີຜູ້ນຶ່ງມາພາຍຫລັງເຮົາ
ຈະອອກກ່ອນຫນ້າເຮົາເພາະວ່າທ່ານເປັນຢູ່ກ່ອນເຮົາ
31 ເຮົາເອງກໍບໍ່ໄດ້ຮູ້ຈັກທ່ານ
ແຕ່ເພື່ອໃຫ້ທ່ານເປັນທີ່ປາກົດແຈ້ງແກ່ພວກອິສຣາເອນ
ເຮົາຈຶ່ງໄດ້ໃຫ້ຮັບບັບຕິສະມາໃນນ້ຳ”
32 ແລະໂຢຮັນກ່າວເປັນພຍານວ່າ,
“ເຮົາໄດ້ເຫັນພຣະວິນຍານເຫມືອນດັ່ງນົກເຂົາ
ສະເດັດລົງມາຈາກຟ້າສວັນແລະຊົງສະຖິດຢູ່ເທິງທ່ານ
33 ເຮົາເອງບໍ່ໄດ້ຮູ້ຈັກທ່ານ
ແຕ່ພຣະອົງຜູ້ຊົງໃຊ້ເຮົາມາໃຫ້ຮັບບັບຕິສະມາດ້ວຍນ້ຳນັ້ນ
ໄດ້ຊົງກ່າວກັບເຮົາວ່າ
“ເຈົ້າຈະເຫັນພຣະວິນຍານລົງມາສະຖິດຢູ່ເທິງຜູ້ໃດ
ຜູ້ນັ້ນແຫລະ,
ເປັນຜູ້ໃຫ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ”
34 ແລະເຮົາໄດ້ເຫັນແລ້ວ
ຈຶ່ງເປັນພຍານວ່າທ່ານຜູ້ນີ້ແຫລະ,
ເປັນພຣະບຸດຂອງພຣະເຈົ້າ
ສາວົກຫມວດທຳອິດ
35 ລ່ວງໄປອີກວັນນຶ່ງໂຢຮັນກຳລັງຢືນຢູ່ກັບລູກສິດຂອງຕົນສອງຄົນ
36 ແລະທ່ານໄດ້ເພ່ງເບິ່ງພຣະເຢຊູກຳລັງສະເດັດກາຍໄປ
ຈຶ່ງກ່າວວ່າ,
“ເບິ່ງແມ໋, ພຣະເມສານ້ອຍຂອງພຣະເຈົ້າ”
37 ລູກສິດສອງຄົນໄດ້ຍິນໂຢຮັນເວົ້າດັ່ງນັ້ນ
ເຂົາຈຶ່ງຕິດຕາມພຣະເຢຊູໄປ
38 ຝ່າຍພຣະເຢຊູຊົງຫລຽວຫລັງເຫັນເຂົາທັງສອງຕິດຕາມມາ
ຈຶ່ງຊົງຖາມເຂົາວ່າ,
“ພວກທ່ານຊອກຫາຫຍັງ”
ເຂົາທູນພຣະອົງວ່າ,
“ຮັບບີ
(ຊຶ່ງແປວ່າ
ອາຈານ) ທ່ານອາໄສຢູ່ທີ່ໃດ”
39 ພຣະອົງຊົງຕອບເຂົາວ່າ,
“ຈົ່ງມາເບິ່ງ”
ເຂົາກໍໄປແລະເຫັນບ່ອນຊຶ່ງພຣະອົງຊົງອາໄສ
ວັນນັ້ນເຂົາກໍໄດ້ພັກຢູ່ກັບພຣະອົງ
ເພາະເປັນເວລາປະມານສີ່ໂມງແລງແລ້ວ
40 ໃນສອງຄົນທີ່ໄດ້ຍິນໂຢຮັນເວົ້າ
ແລະຕິດຕາມພຣະເຢຊູໄປນັ້ນ
ຜູ້ນຶ່ງຄື
ອັນເດອານ້ອງຊາຍຂອງຊີໂມນເປໂຕ
41 ອັນເດອາກໍໄປຫາຊີໂມນອ້າຍຂອງຕົນກ່ອນແລະໄດ້ບອກວ່າ,
“ຫມູ່ເຮົາໄດ້ພົບເມຊີອາແລ້ວ”
(ທີ່ແປວ່າ ພຣະຄຣິດ)
42 ອັນເດອາຈຶ່ງພາຊີໂມນໄປເຝົ້າພຣະເຢຊູ
ເມື່ອຊົງທອດພຣະເນດແລ້ວພຣະອົງຈຶ່ງຊົງກ່າວວ່າ,
“ທ່ານຄືຊີໂມນລູກຂອງໂຢຮັນ
ທ່ານຈະໄດ້ຊຶ່ໃຫມ່ວ່າ
ເກຟາ”
(ທີ່ແປວ່າ
ເປໂຕ ຄືຫີນ)
ຊົງເອີ້ນເອົາຟີລິບແລະນະທານາເອນ
43 ລ່ວງໄປວັນນຶ່ງພຣະເຢຊູຊົງຕັ້ງພຣະທັຍຈະສະເດັດໄປແຂວງຄາລີເລ
ພຣະອົງຊົງພົບຟີລິບຈຶ່ງຊົງກ່າວວ່າ,
“ຈົ່ງຕາມເຮົາມາ”
44 ຟີລິບມາຈາກເບັດຊາອີດາເມືອງຂອງອັນເດອາ
ແລະເປໂຕ
45 ຟີລິບໄດ້ໄປຫານະທານາເອນບອກວ່າ,
“ເຮົາໄດ້ພົບຜູ້ທີ່ໂມເຊໄດ້ກ່າວເຖິງໃນຫນັງສືພຣະບັນຍັດ
ແລະທີ່ພວກຜູ້ປະກາດພຣະທັມໄດ້ກ່າວເຖິງເຫມືອນກັນ
ຄືເຢຊູລູກຂອງໂຢເຊັບໄທນາຊາເຣັດ”
46 ນະທານາເອນຖາມຟີລິບວ່າ,
“ສິ່ງດີອັນໃດຈະມາຈາກນາຊາເຣັດໄດ້ຫລື”
ຟີລິບຕອບວ່າ,
“ມາເບິ່ງເອົາ“
47 ພຣະເຢຊູຊົງເຫັນນະທານາເອນມາຫາພຣະອົງ
ກໍຊົງກ່າວເຖິງເຣື່ອງຂອງທ່ານວ່າ,
“ເບິ່ງແມ໋,
ຜູ້ນີ້ຄືຊົນຊາດອິສຣາເອນແທ້
ໃນຕົວທ່ານບໍ່ມີອຸບາຍ”
48 ນະທານາເອນໄດ້ທູນຖາມພຣະອົງວ່າ,
“ທ່ານຮູ້ຈັກຂ້ານ້ອຍໄດ້ຢ່າງໃດ”
ພຣະເຢຊູຊົງຕອບວ່າ,
“ເຮົາໄດ້ເຫັນທ່ານແລ້ວ
ເມື່ອທ່ານຢູ່ໃຕ້ຕົ້ນເດື່ອເທດ
ກ່ອນທີ່ຟີລິບໄດ້ເອີ້ນທ່ານນັ້ນ”
49 ນະທານາເອນທູນຕອບພຣະອົງວ່າ,
“ພຣະອາຈານເອີຍ,
ທ່ານເປັນພຣະບຸດຂອງພຣະເຈົ້າ
ທ່ານເປັນກະສັດຂອງຊາດອິສຣາເອນ”
50 ພຣະເຢຊູຊົງຕອບວ່າ,
“ທ່ານເຊື່ອເຮົາເພາະເຮົາໄດ້ບອກວ່າເຮົາໄດ້ເຫັນທ່ານຢູ່ໃຕ້ຕົ້ນເດື່ອເທດນັ້ນຫລື
ທ່ານຍັງຈະເຫັນເຫດການໃຫຍ່າກວ່ານັ້ນອີກ”
51 ພຣະອົງຊົງກ່າວແກ່ທ່ານວ່າ,
“ເຮົາບອກທ່ານຕາມຄວາມຈິງແກ່ທ່ານທັງຫລາຍວ່າ
ພວກທ່ານຈະໄດ້ເຫັນທ້ອງຟ້າແຫວກອອກ
ແລະບັນດາເທວະດາຂອງພຣະເຈົ້າຂຶ້ນແລະລົງຢູ່ເທິງບຸດມະນຸດ”
1
ວັນຖ້ວນສາມມີງານພິທີສົມຣົດທີ່ບ້ານການາແຂວງຄາລີເລ
ແລະມານດາຂອງພຣະເຢຊູກໍຢູ່ຫັ້ນ
2
ພຣະເຢຊູກັບພວກສາວົກໄດ້ຮັບເຊີນໄປໃນງານນັ້ນເຫມືອນກັນ
3
ເມື່ອເຫລົ້າແວງຫມົດແລ້ວ
ມານດາຂອງພຣະເຢຊູຈຶ່ງທູນພຣະອົງວ່າ,
“ເຫລົ້າແວງເຂົາບໍ່ມີແລ້ວ”
4
ພຣະເຢຊູຊົງຕອບມານດາວ່າ,
“ນາງເອີຍ, ປະໃຫ້ເປັນທຸຣະຂອງເຮົາເສັຽ
ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ”
5
ມານດາຂອງພຣະອົງຈຶ່ງບອກຕໍ່ຄົນໃຊ້ວ່າ,
“ເມື່ອທ່ານບອກພວກເຈົ້າໃຫ້ເຮັດອັນໃດ
ຈົ່ງເຮັດຕາມເນີ”
6
ທີ່ນັ້ນມີອ່າງຫີນຫົກຫນ່ວຍຕົ້ງຢູ່
ເພື່ອໃຊ້ຊຳຮະລ້າງຕາມທັມນຽມຂອງພວກຢິວ
ອ່າງຫນ່ວຍໃດກໍໃສ່ນ້ຳໄດ້ສີ່ຫລືຫ້າກະໂລ່ງ
7
ພຣະເຢຊູຊົງບອກຕໍ່ເຂົາວ່າ,
“ຈົ່ງຕັກນ້ຳໃສ່ອ່າງໃຫ້ເຕັມ”
ແລະເຂົາໄດ້ຕັກນ້ຳໃສ່ອ່າງເຫລົ່ານັ້ນເຕັມພຽງປາກ
8
ແລ້ວພຣະອົງຊົງບອກເຂົາວ່າ,
“ບັດນີ້ຈົ່ງຕັກສົ່ງໄປໃຫ້ພະນັກງານເນີ”
ເຂົາກໍຕັກສົ່ງໃຫ້
9
ເມື່ອພະນັກງານຊີມນ້ຳທີ່ກາຍເປັນເຫລົ້າແວງນັ້ນແລ້ວ
ແລະບໍ່ຮູ້ວ່າມາແຕ່ໃສ
(ແຕ່ຄົນໃຊ້ທີ່ຕັກນ້ຳກໍຮູ້)
ພະນັກງານຈຶ່ງເອີ້ນເຈົ້າບ່າວມາ,
10 ແລະກ່າວວ່າ,
“ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ
ແລະເມື່ອເຂົາດື່ມຫາຍແລ້ວຈຶ່ງເອົາອັນບໍ່ດີມາ
ແຕ່ຝ່າຍທ່ານໄດ້ກັກເຫລົ້າແວງອັນດີໄວ້ຈົນເຖິງບັດນີ້”
11 ການຫມາຍສຳຄັນເທື່ອຕົ້ນນີ້ພຣະເຢຊູຊົງເຮັດທີ່ບ້ານການາແຂວງຄາລີເລ
ພຣະອົງໄດ້ຊົງສະແດງສະງ່າຣາສີຂອງພຣະອົງໃຫ້ປາກົດ
ຝ່າຍພວກສາວົກກໍໄດ້ເຊື່ອໃນພຣະອົງ
12 ພາຍຫລັງນັ້ນມາພຣະອົງໄດ້ສະເດັດລົງໄປຍັງເມືອງກາເປນາອູມ
ກັບມານດາພ້ອມທັງພວກນ້ອງຊາຍແລະສາວົກຂອງພຣະອົງ
ກໍຊົງອາໄສຢູ່ທີ່ນັ້ນບໍ່ຫລາຍວັນ
ພຣະເຢຊູຊຳຮະພຣະວິຫານ
(ມທ
21:12-17; ມຣກ 11:15-19; ລກ 19:45-48)
13 ແລະເທສການປັສຄາຂອງພວກຢິວໃກ້ເຂົ້າມາແລ້ວ
ພຣະເຢຊູສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ
14 ຢູ່ໃນບໍຣິເວນພຣະວິຫານຂອງພຣະອົງໄດ້ພົບຄົນຂາຍງົວ
ຂາຍແກະ
ແລະຂາຍນົກເຂົາ
ກັບທັງພວກຄົນແລກເງິນທີ່ນັ່ງຢູ່ຫັ້ນ
15 ພຣະອົງຊົງເອົາເຊືອກເຮັດແສ້
ໄລ່ຄົນເຫລົ່ານັ້ນພ້ອມກັບແກະແລະງົວອອກໄປຈາກບໍຣິເວນພຣະວິຫານ
ຊົງຖອກເງິນແລະຂວ້ຳໂຕະຂອງຄົນແລກເງິນ
16 ແລ້ວພຣະອົງຊົງກ່າວແກ່ບັນດາຄົນທີ່ຂາຍນົກເຂົາວ່າ,
“ຈົ່ງເອົາຂອງເຫລົ່ານີ້ອອກໄປເສັຽ
ຢ່າເຮັດໃຫ້ທີ່ສະຖິດພຣະບິດາຂອງເຮົາເປັນບ່ອນຄ້າຂາຍ”
17 ພວກສາວົກຂອງພຣະອົງໄດ້ລະນຶກເຖິງຄຳທີ່ຂຽນໄວ້ວ່າ,
“ຄວາມຮ້ອນໃຈສຳລັບພຣະວິຫານຂອງພຣະອົງກໍໄຫມ້ຢູ່ພາຍໃນຂ້າພຣະອົງເສັຽ”
18 ພວກຢິວຈຶ່ງທູນພຣະອົງວ່າ,
“ເຈົ້າຈະສະແດງການສຳຄັນອັນໃດໃຫ້ພວກເຮົາເຫັນວ່າ
ເຈົ້າມີສິດເຮັດການຢ່າງນີ້”
19 ພຣະເຢຊູຊົງຕອບເຂົາວ່າ,
“ຖ້າມ້າງວິຫານນີ້ລົງເສັຽ
ເຮົາຈະສ້າງຂຶ້ນໃຫມ່ໃນສາມວັນ”
20 ພວກຢິວຈຶ່ງທູນວ່າ,
“ພຣະວິຫານນີ້ເຂົາໄດ້ສ້າງຂຶ້ນເຖິງສີ່ສິບຫົກປີຈຶ່ງສຳເຣັດ
ຝ່າຍເຈົ້າຈະສ້າງຂຶ້ນໃຫມ່ໃນສາມວັນຫລື”
21 ແຕ່ພຣະວິຫານທີ່ພຣະອົງຊົງກ່າວເຖິງນັ້ນ
ຄືພຣະກາຍຂອງພຣະອົງ
22 ເຫດສັນນັ້ນເມື່ອພຣະອົງຖືກຊົງບັນດານໃຫ້ເປັນຄືນມາແລ້ວ
ພວກສາວົກກໍລະນຶກໄດ້ວ່າພຣະອົງຊົງກ່າວດັ່ງນີ້
ແລະເຂົາກໍເຊື່ອພຣະຄັມພີກັບທັງພຣະທັມທີ່ພຣະເຢຊູໄດ້ຊົງກ່າວແລ້ວນັ້ນ
23 ເມື່ອພຣະອົງປະທັບຢູ່ໃນກຸງເຢຣູຊາເລັມເວລາເທສການປັສຄານັ້ນ
ມີຫລາຍໄດ້ເຊື່ອໃນພຣະນາມຂອງພຣະອົງ
ເພາະເຂົາໄດ້ເຫັນການສຳຄັນທີ່ພຣະອົງໄດ້ຊົງກະທຳຂຶ້ນ
ພຣະເຢຊູຊົງຮູ້ຈັກມະນຸດທຸກຄົນ
24 ແຕ່ພຣະເຢຊູບໍ່ໄດ້ຊົງວາງພຣະທັຍໃນຄົນເຫລົ່ານັ້ນ
ເພາະພຣະອົງຊົງຮູ້ຈັກມະນຸດທຸກຄົນແລ້ວ
25 ແລະພຣະອົງບໍ່ຊົງມີຄວາມຈຳເປັນທີ່ຈະມີພຍານໃນເຣື່ອງມະນຸດ
ດ້ວຍພຣະອົງເອງຊົງຊາບວ່າ
ອັນໃດມີຢູ່ໃນມະນຸດ
1
ມີຊາຍຄົນນຶ່ງໃນພວກຟາຣີຊາຍຊື່
ນິໂກເດມ ເປັນເຈົ້ານາຍຂອງພວກຢິວ
2
ຜູ້ນີ້ໄດ້ມາຫາພຣະເຢຊູໃນເວລາກາງຄືນທູນພຣະອົງວ່າ,
“ພຣະອາຈານເອີຍ,
ພວກຂ້ານ້ອຍຊາບຢູ່ວ່າທ່ານເປັນຄຣູທີ່ມາຈາກພຣະເຈົ້າ
ເພາະບໍ່ມີຜູ້ໃດອາດເຮັດຫມາຍສຳຄັນທີ່ທ່ານເຮັດຢູ່ນັ້ນ
ເວັ້ນແຕ່ພຣະເຈົ້າຊົງສະຖິດຢູ່ນຳ”
3
ພຣະເຢຊູຊົງຕອບວ່າ,
“ເຮົາບອກທ່ານຕາມຄວາມຈິງວ່າ
ຖ້າຜູ້ໃດບໍ່ບັງເກີດມາໃຫມ່
ຜູ້ນັ້ນຈະເຫັນຣາຊແຜ່ນດິນຂອງພຣະເຈົ້າບໍ່ໄດ້”
4
ນິໂກເດມທູນພຣະອົງວ່າ,
“ຄົນເຖົ້າແລ້ວຈະບັງເກີດໄດ້ຢ່າງໃດ
ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີ່ສອງແລ້ວເກີດມາໄດ້ຫລື”
5
ພຣະເຢຊູຊົງຕອບວ່າ,
“ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ
ຖ້າຜູ້ໃດບໍ່ໄດ້ບັງເກີດມາຈາກນ້ຳແລະຈາກພຣະວິນຍານ
ຜູ້ນັ້ນຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າບໍ່ໄດ້
6
ຊຶ່ງບັງເກີດຈາກເນື້ອກາຍກໍເປັນເນື້ອກາຍ
ແລະຊຶ່ງບັງເກີດມາຈາກພຣະວິນຍານກໍເປັນວິນຍານ
7
ຢ່າປລາດໃຈທີ່ເຮົາບອກທ່ານວ່າ
ທ່ານທັງຫລາຍຈຳເປັນຕ້ອງບັງເກີດມາໃຫມ່
8
ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ
ແລະທ່ານໄດ້ຍິນສຽງມັນ
ແຕ່ທ່ານບໍ່ຮູ້ວ່າມັນມາແຕ່ໃສຫລືໄປໃສ
ທຸກຄົນທີ່ບັງເກີດຈາກພຣະວິນຍານກໍເປັນດັ່ງນັ້ນແຫລະ”
9
ນິໂກເດມທູນພຣະອົງວ່າ,
“ເຫດການເຫລົ່ານີ້ຈະບັງເກີດຂຶ້ນໄດ້ຢ່າງໃດ”
10 ພຣະເຢຊູຊົງຕອບວ່າ,
“ທ່ານເປັນອາຈານຂອງພວກອິສຣາເອນ
ແລະຍັງບໍ່ຮູ້ຈັກສິ່ງເຫລົ່ານີ້ຫລື
11 ເຮົາບອກຄວາມຈິງແກ່ທ່ານວ່າ
ພວກເຮົາເວົ້າສິ່ງທີ່ເຮົາຮູ້
ແລະເປັນພຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ
ແຕ່ທ່ານທັງຫລາຍບໍ່ໄດ້ຮັບຄຳພຍານຂອງເຮົາ
12 ຖ້າເຮົາບອກທ່ານທັງຫລາຍເຖິງສິ່ງຝ່າຍໂລກ
ແລະທ່ານບໍ່ເຊື່ອ
ຖ້າເຮົາບອກທ່ານທັງຫລາຍເຖິງສິ່ງຝ່າຍສວັນ
ພວກທ່ານຈະເຊື່ອໄດ້ຢ່າງໃດ
13 ບໍ່ມີຜູ້ໃດຂຶ້ນໄປສູ່ສວັນ
ນອກຈາກຜູ້ທີ່ລົງມາຈາກສວັນຄື
ບຸດມະນຸດ”
14 ໂມເຊໄດ້ຍົກງູຂຶ້ນໃນປ່າສັນໃດ
ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ
15 ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະອົງຈະມີຊີວິດອັນຕລອດໄປເປັນນິດ
16 ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ
ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ
ແຕ່ມີຊີວິດອັນຕລອດໄປເປັນນິດ
17 ເພາະວ່າພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກ
ບໍ່ແມ່ນຈະຕັດສິນລົງໂທດມະນຸສໂລກ
ແຕ່ເພື່ອມະນຸສໂລກຈະພົ້ນໄດ້ດ້ວຍພຣະບຸດນັ້ນ
18 ຜູ້ທີ່ວາງໃຈໃນພຣະບຸດກໍບໍ່ຖືກຕັດສິນລົງໂທດ
ແຕ່ຜູ້ທີ່ບໍ່ວາງໃຈກໍໄດ້ຖືກຕັດສິນລົງໂທດແລ້ວ
ເພາະບໍ່ໄດ້ເຊື່ອໃນພຣະນາມຂອງພຣະບຸດອົງດຽວຂອງພຣະເຈົ້າ
19 ນີ້ແຫລະ,
ແມ່ນການຕັດສິນລົງໂທດ
ຄືວ່າຄວາມສວ່າງໄດ້ເຂົ້າມາໃນໂລກ
ແຕ່ມະນຸດໄດ້ຮັບຄວາມມືດຫລາຍກວ່າຮັກຄວາມສວ່າງເພາະກິຈການຂອງເຂົາຊົ່ວ
20 ດ້ວຍວ່າທຸກຄົນທີ່ເຮັດຊົ່ວກໍຊັງຄວາມສວ່າງ
ແລະບໍ່ມາເຖິງຄວາມສວ່າງ
ເພາະຢ້ານວ່າການເຮັດຂອງຕົນຈະເປີດເຜີຍ
21 ແຕ່ບຸກຄົນທີ່ເຮັດຕາມຄວາມຈິງກໍມາຫາຄວາມສວ່າງ
ເພື່ອໃຫ້ການຂອງຕົນປາກົດວ່າໄດ້ເຮັດດ້ວຍອາໄສພຣະເຈົ້າ
ພຣະເຢຊູກັບໂຢຮັນບັບຕິສະໂຕ
22 ຫລັງຈາກນັ້ນພຣະເຢຊູໄດ້ສະເດັດໄປຍັງແຂວງຢູດາຍພ້ອມກັບພວກສາວົກຂອງພຣະອົງ
ແລະປະທັບຢູ່ກັບເຂົາທີ່ນັ້ນ
ແລະຊົງໃຫ້ຮັບບັບຕິສະມາ
23 ຝ່າຍໂຢຮັນກໍໃຫ້ຮັບບັບຕິສະມາຢູ່ບ້ານໄອນົນໃກ້ບ້ານຊາລິມເຫມືອນກັນ
ເພາະທີ່ນັ້ນມີນ້ຳຫລາຍ
ແລະຝູງຄົນກໍພາກັນມາຮັບບັບຕິສະມາ
24 ດ້ວຍວ່າເວລານັ້ນໂຢຮັນຍັງບໍ່ທັນໄດ້ຕິດຄຸກ
25 ເກີດການໂຕ້ຖຽງກັນຂຶ້ນລະຫວ່າງລູກສິດຂອງໂຢຮັນກັບຢິວຄົນນຶ່ງ
ເຣື່ອງການຊຳຮະລ້າງ
26 ລູກສິດນັ້ນຈຶ່ງໄປຫາໂຢຣັນແລະເວົ້າວ່າ,
“ອາຈານເອີຍ,
ຜູ້ທີ່ຢູ່ນຳອາຈານທີ່ຟາກແມ່ນ້ຳຈໍແດນພຸ້ນ
ຄືຜູ້ທີ່ອາຈານເປັນພຍານເຖິງນັ້ນ
ເບິ່ງແມ໋,
ຜູ້ນ້ຳກຳລັງໃຫ້ຮັບບັບຕິສະມາ
ແລະຄົນທັງປວງກໍພາກັນໄປຫາທ່ານ”
27 ໂຢຮັນຕອບວ່າ,
“ມະນຸດຈະຮັບສິ່ງໃດບໍ່ໄດ້
ເວັ້ນໄວ້ແຕ່ທີ່ຊົງໂຜດປະທານຈາກສວັນໃຫ້ເຂົາ
28 ທ່ານທັງຫລາຍກໍເປັນພຍານຝ່າຍເຮົາວ່າເຮົາໄດ້ກ່າວແລ້ວວ່າ
“ເຮົາບໍ່ເປັນພຣະຄຣິດ
ແຕ່ເປັນຜູ້ຮັບໃຊ້ມາກ່ອນຫນ້າພຣະອົງ”
29 ຜູ້ທີ່ມີເຈົ້າສາວກໍແມ່ນເຈົ້າບ່າວນັ້ນແຫລະ
ແຕ່ສະຫາຍຂອງເຈົ້າບ່າວທີ່ຢືນຟັງເຈົ້າບ່າວຢູ່
ກໍມີຄວາມຍິນດີຫລາຍເພາະໄດ້ຍິນສຽງຂອງເຈົ້າບ່າວນັ້ນ
ຢ່າງນັ້ນແຫລະ,
ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ
30 ພຣະອົງນັ້ນຕ້ອງຊົງໃຫຍ່ຂຶ້ນ
ແຕ່ເຮົາຈະຕ້ອງນ້ອຍລົງ
ຜູ້ຊົງສະເດັດມາຈາກສວັນ
31 ພຣະອົງຜູ້ສະເດັດມາຈາກທາງເທິງຊົງຢູ່ເຫນືອທຸກສິ່ງ
ຜູ້ທີ່ເປັນແຕ່ແຜ່ນດິນໂລກກໍເປັນຝ່າຍໂລກ
ແລະຍອມກ່າວຝ່າຍໂລກ
ພຣະອົງຜູ້ສະເດັດຈາກສວັນຊົງຢູ່ເຫນືອທຸກສິ່ງ
32 ສິ່ງທີ່ພຣະອົງໄດ້ຊົງເຫັນແລະໄດ້ຍິນ
ພຣະອົງກໍຊົງເປັນພຍານຕໍ່ສິ່ງນັ້ນ
ແຕ່ບໍ່ມີຜູ້ໃດໄດ້ຮັບຄຳພຍານຂອງພຣະອົງ
33 ຜູ້ທີ່ຮັບຄຳພຍານຂອງພຣະອົງກໍປະທັບຕາລົງວ່າພຣະເຈົ້າຊົງສັດຈິງ
34 ເພາະພຣະອົງຜູ້ທີ່ພຣະເຈົ້າຊົງໃຊ້ມານັ້ນຊົງກ່າວພຣະທັມຂອງພຣະເຈົ້າ
ເພາະພຣະເຈົ້າບໍ່ໄດ້ປະທານພຣະວິນຍານໃຫ້ໂດຍຈຳກັດ
35 ພຣະບິດາຊົງຮັກພຣະບຸດ
ແລະຊົງມອບທຸກສິ່ງໄວ້ໃນພຣະຫັດຂອງພຣະອົງ
36 ຜູ້ທີ່ວາງໃຈໃນພຣະບຸດກໍມີຊີວິດຕລອດໄປເປັນນິດ
ຜູ້ທີ່ບໍ່ເຊື່ອຟັງພຣະບຸດກໍຈະບໍ່ໄດ້ເຫັນຊີວິດ
ແຕ່ພຣະພິໂຣດຂອງພຣະເຈົ້າປົກຄຸມຢູ່ເທິງຜູ້ນັ້ນ
1
ເມື່ອພຣະເຢຊູຊົງຊາບວ່າພວກຟາຣີຊາຍໄດ້ຍິນຂ່າວວ່າ
ພຣະອົງຊົງມີສາວົກ
ແລະຊົງໃຫ້ບັບຕິສະມາຫລາຍກວ່າໂຢຮັນ
2
(ຄວາມຈິງພຣະເຢຊູບໍ່ໄດ້ຊົງໃຫ້ບັບຕິສະມາເອງ
ແຕ່ພວກສາວົກຂອງພຣະອົງເປັນຜູ້ໃຫ້)
3
ພຣະອົງຈຶ່ງສະເດັດອອກຈາກແຂວງຢູດາຍແລະກັບໄປຍັງແຂວງຄາລີເລອີກ
4
ແລະພຣະອົງຕ້ອງສະເດັດຜ່ານແຂວງຊາມາເຣັຽໄປ
5
ພຣະອົງຈຶ່ງສະເດັດໄປເຖິງເມືອງນຶ່ງຊື່ຊີຂາ
ໃນແຂວງຊາມາເຣັຽ
ໃຫ້ທີ່ດິນຊຶ່ງຢາໂຄບໃຫ້ແກ່ໂຢເຊັບລູກຊາຍຂອງຕົນ
6
ນ້ຳສ້າງຂອງຢາໂຄບກໍຢູ່ທີ່ນັ້ນ
ພຣະເຢຊູຊົງເດີນທາງເມື່ອຍຈຶ່ງປະທັບລົງແຄມນ້ຳສ້າງເປັນເວລາປະມານທ່ຽງວັນ
7
ມີຍິງຊາວຊາມາເຣັຽຄົນນຶ່ງມາຕັກນ້ຳ
ພຣະເຢຊູຊົງກ່າວກັບນາງວ່າ,
“ຂໍໃຫ້ເຮົາດື່ມນ້ຳແດ່”
8
(ຂນະນັ້ນພວກສາວົກຂອງພຣະອົງເຂົ້າໄປຊື້ອາຫານໃນເມືອງ)
9
ຍິງຊາວຊາມາເຣັຽທູນພຣະອົງວ່າ,
“ດ້ວຍເຫດໃດທ່ານຜູ້ເປັນຊາດຢິວຈຶ່ງຂໍດື່ມນ້ຳນຳຂ້ານ້ອຍຜູ້ເປັນຊາດຊາມາເຣັຽ”
(ເພາະພວກຢິວກັບພວກຊາມາເຣັຽບໍ່ເຄີຍມີການກ່ຽວຂ້ອງກັນ)
10 ພຣະເຢຊູຊົງຕອບນາງວ່າ,
“ຖ້າເຈົ້າໄດ້ຮູ້ຈັກຂອງທີ່ພຣະເຈົ້າຊົງປະທານ
ແລະຮູ້ຈັກຜູ້ທີ່ກຳລັງເວົ້າກັບເຈົ້າວ່າ
“ຂໍໃຫ້ເຮົາດື່ມນ້ຳແດ່”
ເຈົ້າກໍຄົງຈະຂໍຈາກທ່ານ
ແລະຜູ້ນັ້ນກໍຄົວຈະໃຫ້ນ້ຳອັນປະກອບດ້ວຍຊີວິດໃຫ້ແກ່ເຈົ້າ”
11 ນາງທູນຕອບພຣະອົງວ່າ,
“ນາຍເອີຍ,
ນາຍບໍ່ມີຫຍັງຕັກແລະນ້ຳສ້າງນີ້ກໍເລິກ
ນາຍຈະໄດ້ນ້ຳປະກອບດ້ວຍຊີວິດນັ້ນມາແຕ່ໃສ
12 ນາຍໃຫຍ່ກວ່າຢາໂຄບບັນພະບຸຣຸດຂອງເຮົາ
ຜູ້ໄດ້ໃຫ້ນ້ຳສ້າງນີ້ແກ່ເຮົາຫລື
ແລະຢາໂຄບເອງກໍໄດ້ດື່ມແຕ່ນ້ຳສ້າງນີ້ຮວມທັງລູກຊາຍແລະຝູງສັດຂອງທ່ານ”
13 ພຣະເຢຊູຊົງຕອບນາງວ່າ,
“ທຸກຄົນທີ່ດື່ມນ້ຳນີ້ກໍຍັງຈະຢາກອີກ
14 ແຕ່ຜູ້ທີ່ດື່ມນ້ຳຊຶ່ງເຮົາຈະປະທານໃຫ້ນັ້ນຈະກາຍເປັນນ້ຳພຸໃນຕົວຜູ້ນັ້ນ
ແລະຈະພຸ່ງຂຶ້ນເຖິງຊີວິດອັນຕລອດໄປເປັນນິດ”
15 ນາງທູນພຣະອົງວ່າ,
“ນາຍເອີຍ,
ຂໍປະທານນ້ຳນັ້ນໃຫ້ຂ້ານ້ອຍ
ເພື່ອຂ້ານ້ອຍຈະບໍ່ຢາກແລະຈະບໍ່ໄດ້ມາຕັກທີ່ນີ້ອີກ”
16 ພຣະເຢຊູຊົງບອກນາງວ່າ,
“ຈົ່ງໄປເອີ້ນເອົາຜົວຂອງເຈົ້າມາທີ່ນີ້”
17 ນາງທູນວ່າ,
“ຂ້ານ້ອຍບໍ່ມີຜົວ”
ພຣະເຢຊູຊົງກ່າວວ່າ,
“ເຈົ້າເວົ້າຖືກແລ້ວວ່າເຈົ້າບໍ່ມີຜົວ
18 ເພາະເຈົ້າມີຜົວຫ້າຄົນແລ້ວ
ແລະຜູ້ທີ່ເຈົ້າມີຢູ່ດຽວນີ້ກໍບໍ່ແມ່ນຜົວຂອງເຈົ້າ
ທີ່ເຈົ້າເວົ້ານັ້ນເປັນຄວາມຈິງ”
19 ນາງທູນພຣະອົງວ່າ,
“ນາຍເອີຍ, ຂ້ານ້ອຍເຫັນຈິງແລ້ວວ່ານາຍເປັນຫມໍທຳນວາຍ
20 ບັນພະບຸຣຸດຂອງພວກຂ້ານ້ອຍກໍນະມັສການທີ່ພູນີ້
ແຕ່ພວກທ່ານວ່າສະຖານທີ່ນະມັສການ
ກໍຄືກຸງເຢຣູຊາເລັມນັ້ນແຫລະ”
21 ພຣະເຢຊູຊົງກ່າວກັບນາງວ່າ,
“ຍິງເອີຍ, ເຊື່ອເຮົາເທາະ
ຄົງມີວັນນຶ່ງທີ່ພວກເຈົ້າຈະບໍ່ໄດ້ນະມັສການທີ່ພູນີ້ຫລືທີ່ກຸງເຢຣູຊາເລັມ
22 ຊຶ່ງພວກເຈົ້ານະມັສການນັ້ນເຈົ້າບໍ່ຮູ້ຈັກ
ແຕ່ຝ່າຍພວກເຮົາ
ຊຶ່ງເຮົານະມັສການນັ້ນເຮົາກໍຮູ້ຈັກ
ເພາະຄວາມລອດພົ້ນນັ້ນມາຈາກຊາດຢິວ
23 ແຕ່ເວລານັ້ນໃກ້ເຂົ້າມາ
ແລະບັດນີ້ກໍມາເຖິງແລ້ວ
ຄືເມື່ອຜູ້ທີ່ນະມັສການຢ່າງຖືກຕ້ອງຈະນະມັສການພຣະບິດາດ້ວຍຈິດວິນຍານແລະຄວາມຈິງ
ເພາະວ່າພຣະບິດາຊົງສແວງຫາຄົນແນວນັ້ນນະມັສການພຣະອົງ
24 ພຣະເຈົ້າຊົງເປັນພຣະວິນຍານ
ແລະຜູ້ທີ່ນະມັສການພຣະອົງຕ້ອງນະມັສການດ້ວຍຈິດວິນຍານແລະຄວາມຈິງ”
25 ນາງທູນພຣະອົງວ່າ,
“ຂ້ານ້ອຍຊາບພຣະເມຊີອາ
(ທີ່ເອີ້ນວ່າພຣະຄຣິດ)
ຈະສະເດັດມາ
ເມື່ອພຣະອົງສະເດັດມາແລ້ວພຣະອົງຈະຊົງຊີ້ແຈງທຸກສິ່ງແກ່ພວກຂ້ານ້ອຍ”
26 ພຣະເຢຊູຊົງກ່າວກັບນາງວ່າ,
“ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ນີ້ແຫລະ,
ຄືທ່ານຜູ້ນັ້ນ”
27 ໃນຂນະນັ້ນພວກສາວົກຂອງພຣະອົງກໍມາເຖິງ
ເຂົາກໍປລາດໃຈເພາະພຣະອົງຊົງສົນທະນາກັບຜູ້ຍິງ
ເຖິງປານນັ້ນກໍບໍ່ມີໃຜຖາມວ່າ,
“ທ່ານປະສົງອັນໃດ”
ຫລື
“ເຫດໃດທ່ານຈຶ່ງສົນທະນາກັບນາງ”
28 ຍິງນັ້ນຈຶ່ງປະຫມໍ້ນ້ຳຂອງຕົນໄວ້
ແລະເຂົ້າໄປໃນເມືອງບອກຄົນທັງປວງວ່າ,
29 “ຈົ່ງມາເບິ່ງຊາຍຜູ້ນຶ່ງທີ່ບອກຂ້ອຍເຖິງສິ່ງສາຣະພັດທີ່ຂ້ອຍເຮັດມາແລ້ວ
ຜູ້ນີ້ບໍ່ແມ່ນພຣະຄຣິດຫລື”
30 ແລະຄົນທັງຫລາຍກໍພາກັນອອກຈາກເມືອງໄປຫາພຣະອົງ
31 ໃນລະຫວ່າງນັ້ນພວກສາວົກທູນພຣະອົງວ່າ,
“ພຣະອາຈານເອີຍ,
ເຊີນຮັບປະທານອາຫານ”
32 ແຕ່ພຣະອົງຊົງຕອບເຂົາວ່າ,
“ເຮົາມີອາຫານກິນທີ່ທ່ານທັງຫລາຍບໍ່ຮູ້”
33 ພວກສາວົກຈຶ່ງຕັ້ງເວົ້າກັນວ່າ,
“ບໍ່ມີໃຜເອົາມາໃຫ້ທ່ານຮັບປະທານດອກຕີ້”
34 ພຣະເຢຊູຊົງກ່າວກັບເຂົາວ່າ,
“ອາຫານຂອງເຮົາຄືການເຮັດຕາມນ້ຳພຣະທັຍຂອງພຣະອົງຜູ້ຊົງໃຊ້ເຮົາມາ
ແລະເຮັດໃຫ້ງານຂອງພຣະອົງສຳເຣັດ
35 ທ່ານທັງຫລາຍເວົ້າວ່າອີກສີ່ເດືອນຈະເຖິງຣະດູກ່ຽວເຂົ້າບໍ່ແມ່ນຫລື
ນີ້ແຫລະ,
ເຮົາບອກທ່ານທັງຫລາຍວ່າ
ຈົ່ງເງີຍຫນ້າເບິ່ງທົ່ງນາເພາະເຂົ້າກໍເຫລືອງພໍກ່ຽວແລ້ວ
36 ຜູ້ກ່ຽວກໍກຳລັງໄດ້ຮັບຄ່າຈ້າງ
ແລະກຳລັງຮີບໂຮມຜົນໄວ້ສຳລັບຊີວິດອັນຕລອດໄປເພື່ອທັງຜູ້ຫວ່ານແລະຜູ້ກ່ຽວຈະຊົມຊື່ນຍິນດີພ້ອມກັນ
37 ເພາະເຫດນີ້ແຫລະ,
ຄຳທີ່ວ່າ
“ຄົນນຶ່ງຫວ່ານແລະຄົນນຶ່ງກ່ຽວ”
ຈຶ່ງເປັນຄຳຈິງ
38 ເຮົາໃຊ້ທ່ານທັງຫລາຍໄປກ່ຽວອັນທີ່ທ່ານບໍ່ໄດ້ລົງແຮງເຮັດ
ຄົນອື່ນໄດ້ລົງແຮງເຣັດແລະພວກທ່ານໄດ້ຮັບປໂຍດຈາກງານຂອງເຂົາ”
39 ຊາວຊາມາເຣັຽຈຳນວນຫລວງຫລາຍທີ່ມາຈາກເມືອງນັ້ນໄດ້ເຊື່ອໃນພຣະອົງ
ເພາະຖ້ອຍຄຳຂອງຍິງຜູ້ນັ້ນກ່າວເປັນພຍານວ່າ,
“ທ່ານໄດ້ບອກຂ້ອຍເຖິງສິ່ງສາຣະພັດທີ່ຂ້ອຍໄດ້ເຣັດມາແລ້ວ”
40 ດັ່ງນັ້ນເມື່ອຊາວຊາມາເຣັຽມາເຖິງພຣະອົງ
ເຂົາຈຶ່ງທູນເຊີນພຣະອົງໃຫ້ປະທັບຢູ່ກັບເຂົາ
ແລະພຣະອົງກໍປະທັບຢູ່ທີ່ນັ້ນສອງວັນ
41 ແລະຄົນອື່ນອີກຈຳນວນຫລວງຫລາຍໄດ້ເຊື່ອດ້ວຍພຣະທັມຂອງພຣະອົງ
42 ຄົນເຫລົ່ານັ້ນໄດ້ກ່າວຕໍ່ຍິງນັ້ນວ່າ,
“ຕັ້ງແຕ່ນີ້ໄປທີ່ເຮົາເຊື່ອນັ້ນບໍ່ແມ່ນເພາະຄຳຂອງເຈົ້າ
ແຕ່ເພາະເຮົາໄດ້ຍິນເອງ
ແລະເຮົາຮູ້ວ່າທ່ານຜູ້ນີ້ແທ້ເປັນພຣະຜູ້ໂຜດມະນຸສໂລກໃຫ້ພົ້ນ”
ພຣະເຢຊູຊົງໂຜດລູກຊາຍເຈົ້ານາຍຄົນນຶ່ງໃຫ້ດີ
43 ຄັນສອງວັນນັ້ນລ່ວງໄປແລ້ວພຣະເຢຊູສະເດັດອອກຈາກທີ່ນັ້ນໄປຍັງແຂວງຄາລີເລ
44 ເພາະພຣະເຢຊູເອງຊົງເປັນພຍານວ່າ
ຜູ້ປະກາດພຣະທັມບໍ່ໄດ້ຮັບກຽດໃນບ້ານເມືອງຂອງຕົນ
45 ເມື່ອພຣະອົງສະເດັດໄປເຖິງແຂວງຄາລີເລ
ຊາວຄາລີເລໄດ້ຕ້ອນຮັບພຣະອົງ
ເພາະເຂົາໄດ້ເຫັນສິ່ງສາຣະພັດທີ່ພຣະອົງຊົງກະທຳໃນເທສການທີ່ກຸງເຢຣູຊາເລັມ
ດ້ວຍວ່າເຂົາໄດ້ໄປໃນເທສການເຫມືອນກັນ
46 ແລ້ວພຣະອົງໄດ້ສະເດັດໄປຍັງບ້ານການາໃນແຂວງຄາລີເລ
ຄືບ່ອນທີ່ພຣະອົງຊົງເຮັດໃຫ້ນ້ຳກາຍເປັນເຫລົ້າແວງນັ້ນ
ມີເສນາບໍດີຄົນນຶ່ງໃນເມືອງກາເປນາອຸມ
ຊຶ່ງລູກຊາຍຂອງທ່ານກໍປ່ວຍຢູ່
47 ເມື່ອທ່ານໄດ້ຍິນຂ່າວວ່າພຣະເຢຊູໄດ້ສະເດັດຈາກແຂວງຢູດາຍມາເຖິງແຂວງຄາລີເລແລ້ວ
ທ່ານຈຶ່ງໄປທູນອ້ອນວອນພຣະອົງໃຫ້ສະເດັດລົງໄປໂຜດລູກຂອງຕົນໃຫ້ດີ
ເພາະລູກນັ້ນໃກ້ຈະຕາຍແລ້ວ
48 ພຣະເຢຊູຊົງກ່າວກັບທ່ານວ່າ,
“ຖ້າທ່ານທັງຫລາຍບໍ່ເຫັນຫມາຍສຳຄັນແລະການອັດສະຈັນທ່ານຈະບໍ່ເຊື່ອ”
49 ເສນາບໍດີຜູ້ນັ້ນຈຶ່ງທູນພຣະອົງວ່າ,
“ນາຍເອີຍ,
ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້ານ້ອຍຈະຕາຍ”
50 ພຣະເຢຊູຊົງກ່າວກັບທ່ານວ່າ
ຈົ່ງກັບເມືອສາ
ລູກຂອງທ່ານຈະບໍ່ຕາຍ”
ແລະທ່ານໄດ້ເຊື່ອພຣະທັມທີ່ພຣະເຢຊູຊົງກ່າວແກ່ທ່ານ
ແລ້ວກໍທູນລາກັບເມືອ
51 ໃນຂນະທີ່ທ່ານກຳລັງກັບເມືອ
ພວກຂ້ອຍໃຊ້ໄດ້ມາຕ້ອນຮັບ
ບອກຂ່າວວ່າລູກຂອງທ່ານພົ້ນຊີວິດແລ້ວ
52 ທ່ານຈຶ່ງຖາມເຖິງເວລາທີ່ລູກຕັ້ງຕົ້ນມີແຮງມາ
ຄົນເຫລົ່ານັ້ນຕອບວ່າ,
“ໃຂ້ກໍຫາຍຈາກລາວວານນີ້ເວລາບ່າຍໂມງນຶ່ງ”
53 ບິດາຈຶ່ງຮູ້ວ່າຊົ່ວໂມງນັ້ນແຫລະ,
ເປັນເວລາທີ່ພຣະເຢຊູໄດ້ກ່າວກັບຕົນວ່າ,
“ລູກຂອງທ່ານຈະບໍ່ຕາຍ”
ແລະທ່ານເອງກໍເຊື່ອພ້ອມທັງຄົວເຣືອນຂອງຕົນ
54 ນີ້ເປັນຫມາຍສຳຄັນທີ່ສອງທີ່ພຣະເຢຊູຊົງກະທຳ
ເມື່ອພຣະອົງສະເດັດຈາກແຂວງຢູດາຍໄປຍັງແຂວງຄາລີເລ
1
ຫລັງຈາກນັ້ນກໍເຖິງເທສການຂອງຊາດຢິວ
ແລະພຣະເຢຊູກໍສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ
2
ໃນກຸງເຢຣູຊາເລັມທີ່ຮິມປະຕູແກະມີສະຫນ່ວຍນຶ່ງ
ພາສາເຮັບເຣີເອີ້ນສະນັ້ນວ່າ
ເບັດຊະທາ
ມີສາລາອ້ອມຢູ່ຫ້າຫລັງ
3
ໃນສາລາເຫລົ່ານັ້ນມີຄົນປ່ວຍເປັນຈຳນວນຫລາຍ
ຄືຄົນຕາບອດ
ຄົນຂາເສັ້ງ
ແລະຄົນອົງຄະລີບນອນຢູ່
(ຄອຍຖ້ານ້ຳເຟືອນ
4
ດ້ວຍວ່າມີເທວະດາຄົນນຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳສະນັ້ນເປັນຍາມໆ
ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພຍາດທີ່ຕົນເປັນຢູ່ນັ້ນ)
5
ທີ່ນັ້ນມີຊາຍຄົນນຶ່ງປ່ວຍຢູ່ໄດ້ສາມສິບແປດປີມາແລ້ວ
6
ເມື່ອພຣະເຢຊູຊົງເຫັນຄົນນັ້ນນອນຢູ່
ແລະຊົງຊາບວ່າເຂົາເປັນຢູ່ຢ່າງນັ້ນເຫິງແລ້ວ
ພຣະອົງຈຶ່ງຊົງຖາມວ່າ,
“ເຈົ້າຢາກດີຫລື”
7
ຄົນປ່ວຍນັ້ນຈຶ່ງທູນວ່າ,
“ນາຍເອີຍ,
ເວລານ້ຳເຟືອນຂຶ້ນບໍ່ມີໃຜຈະເອົາຂ້ານ້ອຍລົງໄປໃນສະ
ແລະເມື່ອຂ້ານ້ອຍກຳລັງລົງໄປຄົນອື່ນກໍລົງໄປກ່ອນແລ້ວ”
8
ພຣະເຢຊູຊົງບອກຄົນນັ້ນວ່າ,
“ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າຍ່າງໄປ”
9
ໃນທັນໃດນັ້ນຊາຍຄົນນັ້ນກໍດີພຍາດ
ຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ
10 ວັນນັ້ນເປັນວັນສະບາໂຕ
ດັ່ງນັ້ນພວກຢິວຈຶ່ງເວົ້າກັບຄົນທີ່ຖືກຊົງບັນດານໃຫ້ດີພຍາດນັ້ນວ່າ,
“ວັນນີ້ເປັນວັນສະບາໂຕ
ທີ່ເຈົ້າຈະຍົກເອົາບ່ອນນອນຂອງເຈົ້າໄປກໍຜິດພຣະບັນຍັດ”
11 ຄົນນັ້ນຈຶ່ງຕອບເຂົາວ່າ,
“ຜູ້ທີ່ໃຫ້ຂ້ານ້ອຍດີພຍາດນັ້ນໄດ້ບອກຂ້ານ້ອຍວ່າ
“ຈົ່ງຍົກເອົາບ່ອນນອນຂອງເຈົ້າຍ່າງໄປ”
12 ເຂົາຈຶ່ງຖາມຄົນນັ້ນວ່າ,
“ແມ່ນໃຜທີ່ບອກເຈົ້າວ່າ
“ຈົ່ງຍົກເອົາບ່ອນນອນຍ່າງໄປ”
13 ແຕ່ວ່າຄົນທີ່ໄດ້ດີພຍາດນັ້ນບໍ່ຮູ້ວ່າແມ່ນໃຜ
ດ້ວຍວ່າພຣະເຢຊູໄດ້ສະເດັດຫລົບໄປແລ້ວ
ເພາະວ່າຢູ່ທີ່ນັ້ນມີຫລາຍຄົນ
14 ພາຍຫລັງນັ້ນພຣະເຢຊູໄດ້ຊົງພົບຄົນນັ້ນໃນບໍຣິເວນພຣະວິຫານ
ແລ້ວຊົງບອກວ່າ,
“ນີ້ແຫລະ,
ເຈົ້າດີພຍາດແລ້ວ
ຢ່າເຮັດບາບຕໍ່ໄປ
ຢ້ານວ່າເຫດຮ້າຍກວ່ານັ້ນຈະເກີດກັບເຈົ້າອີກ”
15 ຊາຍຜູ້ນັ້ນກໍໄດ້ໄປບອກພວກຢິວວ່າ
ຜູ້ທີ່ໄດ້ເຮັດໃຫ້ຕົວດີພຍາດນັ້ນຄືພຣະເຢຊູ
16 ເຫດສັນນັ້ນພວກຢິວຈຶ່ງໄດ້ຂົ່ມເຫັງພຣະເຢຊູ
ເພາະພຣະອົງຊົງເຣັດການນັ້ນໃນວັນສະບາໂຕ
17 ແຕ່ພຣະເຢຊູຊົງຕອບເຂົາວ່າ,
“ພຣະບິດາຂອງເຮົາຍັງຊົງກະທຳກິຈການມາຈົນເຖິງບັດນີ້
ແລະຝ່າຍເຮົາກໍເຮັດຢູ່ເຫມືອນກັນ”
18 ເຫດສັນນັ້ນ
ພວກຢິວແຮ່ງຊອກໂອກາດຈະຂ້າພຣະອົງເສັຽ
ບໍ່ແມ່ນຍ້ອນພຣະອົງລ່ວງກົດວັນສະບາໂຕເທົ່ານັ້ນ
ແຕ່ຍັງໄດ້ຊົງເອີ້ນພຣະເຈົ້າວ່າພຣະບິດາຂອງຕົນ
ຊຶ່ງເປັນການເຮັດໃຫ້ຕົນສເມີກັນກັບພຣະເຈົ້າ
ອຳນາດຫນ້າທີ່ຂອງພຣະບຸດ
19 ພຣະເຢຊູຊົງກ່າວກັບເຂົາວ່າ,
“ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າພຣະບຸດຈະກະທຳສິ່ງໃດຕາມໃຈບໍ່ໄດ້
ນອກຈາກທີ່ໄດ້ເຫັນພຣະບິດາຊົງກະທຳ
ເພາະວ່າສິ່ງໃດທີ່ພຣະບິດາຊົງກະທຳ
ສິ່ງນັ້ນແຫລະ,
ພຣະບຸດຈຶ່ງຊົງກະທຳເຫມືອນກັນເພາະວ່າພຣະບິດາຊົງຮັກພຣະບຸດ
20 ແລະຊົງສະແດງໃຫ້ພຣະບຸດເຫັນທຸກສິ່ງທີ່ພຣະອົງເອງຊົງກະທຳ
ແລ້ວພຣະອົງຈະຊົງສະແດງໃຫ້ພຣະບຸດເຫັນການໃຫຍ່ກວ່ານັ້ນອີກ
ຊຶ່ງທ່ານທັງຫລາຍຈະອັດສະຈັນໃຈ
21 ເພາະພຣະບິດາຊົງບັນດານໃຫ້ຄົນທີ່ຕາຍແລ້ວຄືນມີຊີວິດສັນໃດ
ຖ້າພຣະບຸດປາຖນາຈະບັນດານໃຫ້ຜູ້ໃດມີຊີວິດກໍຈະເຮັດສັນນັ້ນເຫມືອນກັນ
22 ເພາະວ່າພຣະບິດາບໍ່ໄດ້ຊົງພິພາກສາຜູ້ໃດ
ແຕ່ພຣະອົງໄດ້ຊົງມອບການພິພາກສາທັງສິ້ນໄວ້ກັບພຣະບຸດ
23 ເພື່ອຄົນທັງປວງຈະໄດ້ຖວາຍກຽດແດ່ພຣະບຸດເຫມືອນທີ່ເຂົາຖວາຍກຽດແດ່ພຣະບິດາ
ຜູ້ໃດບໍ່ຖວາຍກຽດແດ່ພຣະບຸດ
ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະບິດາຜູ້ຊົງໃຊ້ພຣະບຸດມາ
24 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ
ຖ້າຜູ້ໃດຟັງຄຳຂອງເຮົາແລະວາງໃຈໃນພຣະອົງຜູ້ຊົງໃຊ້ເຮົາມາ
ຜູ້ນັ້ນກໍມີຊີວິດອັນຕລອດໄປເປັນນິດ
ແລະບໍ່ເຂົ້າໃນການພິພາກສາແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ
25 “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າເວລານັ້ນໃກ້ຈະເຖິງ
ແລະບັດນີ້ມາເຖິງແລ້ວ
ຄືເມື່ອຜູ້ຕາຍແລ້ວຈະໄດ້ຍິນພຣະສຸຣະສຽງແຫ່ງພຣະບຸດຂອງພຣະເຈົ້າ
ແລະບັນດາຜູ້ທີ່ໄດ້ຍິນຈະມີຊີວິດ
26 ເພາະວ່າພຣະບິດາຊົງພຣະຊົນໃນພຣະອົງເອງຢ່າງໃດ
ພຣະອົງກໍໄດ້ຊົງປະທານໃຫ້ພຣະບຸດຊົງພຣະຊົນໃນພຣະອົງເອງຢ່າງນັ້ນ
27 ຊ້ຳໄດ້ຊົງປະທານໃຫ້ພຣະອົງມີສິດອຳນາດທີ່ຈະພິພາກສາ
ເພາະພຣະອົງຊົງເປັນບຸດມະນຸດ
28 ຢ່າປລາດໃຈໃນຂໍ້ນີ້
ເພາະໃກ້ຈະເຖິງເວລາທີ່ບັນດາຜູ້ທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນພຣະສຸຣະສຽງຂອງພຣະອົງ
29 ແລະຈະໄດ້ອອກມາ
ບັນດາຜູ້ທີ່ໄດ້ເຮັດການດີກໍຄືນສູ່ຊີວິດ
ແລະບັນດາຜູ້ເຮັດການຊົ່ວກໍຄືນສູ່ການພິພາກສາ
ບັນດາພຍານຝ່າຍພຣະເຢຊູ
30 “ເຮົາຈະເຮັດສິ່ງໃດຕາມລຳພັງໃຈບໍ່ໄດ້
ເຮົາໄດ້ຍິນຢ່າງໃດເຮົາກໍພິພາກສາຢ່າງນັ້ນ
ແລະການພິພາກສາຂອງເຮົາກໍຍຸດຕິທັມ
ເພາະວ່າເຮົາບໍ່ໄດ້ພຍາຍາມເຣັດຕາມນ້ຳໃຈຂອງເຮົາ
ແຕ່ຕາມນ້ຳພຣະທັຍຂອງພຣະອົງຜູ້ຊົງໃຊ້ເຮົາມາ
31 ຖ້າເຮົາເປັນພຍານໃຫ້ຕົວເຮົາເອງ
ຄຳພຍານຂອງເຮົາກໍບໍ່ຈິງ
32 ມີອີກຜູ້ນຶ່ງທີ່ເປັນພຍານໃຫ້ແກ່ເຮົາ
ແລະເຮົາຮູ້ວ່າຄຳພຍານທີ່ຜູ້ນັ້ນເປັນພຍານໃຫ້ແກ່ເຮົາເປັນຄວາມຈິງ
33 ທ່ານທັງຫລາຍໄດ້ໃຊ້ຄົນໄປຫາໂຢຮັນ
ແລະໂຢຣັນກໍໄດ້ເປັນພຍານໃນເຣື່ອງຄວາມຈິງ
34 ແຕ່ຝ່າຍເຮົາ
ເຮົາບໍ່ໄດ້ຮັບຄຳພຍານຈາກມະນຸດ
ແຕ່ເຮົາກ່າວສິ່ງເຫລົ່ານີ້ເພື່ອທ່ານທັງຫລາຍຈະໄດ້ລອດພົ້ນ
35 ໂຢຣັນເປັນໂຄມທີ່ໄຕ້ສ່ອງສວ່າງຢູ່
ທ່ານທັງຫລາຍກໍພໍໃຈທີ່ຈະຍິນດີໃນຄວາມສວ່າງຂອງທ່ານຊົ່ວຂນະນຶ່ງ
36 ແຕ່ເຮົາມີຄໍາພຍານສຳຄັນກວ່າຄຳພຍານຂອງໂຢຮັນອີກ
ເພາະວ່າການງານທີ່ພຣະບິດາຊົງມອບໃຫ້ເຮົາເຣັດໃຫ້ສຳເຣັດ
ຄືງານທີ່ເຮົາກຳລັງເຮັດຢູ່ນີ້ແຫລະ,
ກໍເປັນພຍານໃຫ້ແກ່ເຮົາວ່າພຣະບິດາຊົງໃຊ້ເຮົາມາ
37 ພຣະບິດາຜູ້ຊົງໃຊ້ເຮົາມາ
ພຣະອົງເອງໄດ້ຊົງເປັນພຍານໃຫ້ແກ່ເຮົາ
ທ່ານທັງຫລາຍບໍ່ໄດ້ຍິນພຣະສຸຣະສຽງຂອງພຣະອົງ
ແລະບໍ່ເຫັນຮູບຮ່າງຂອງພຣະອົງຈັກເທື່ອ
38 ທ່ານທັງຫລາຍບໍ່ມີຄຳໂອວາດຂອງພຣະອົງຢູ່ໃນໃຈ
ເພາະວ່າທ່ານທັງຫລາຍບໍ່ໄດ້ວາງໃຈໃນພຣະອົງຜູ້ທີ່ພຣະບິດາຊົງໃຊ້ມານັ້ນ
39 ທ່ານທັງຫລາຍຄົ້ນຫາໃນພຣະທັມຄັມພີ
ເພາະພວກທ່ານຄຶດວ່າໃນພຣະທັມຄັມພີນັ້ນມີຊີວິດອັນຕລອດໄປເປັນນິດ
ແມ່ນພຣະຄັມພີນັ້ນແຫລະ,
ເປັນພຍານໃຫ້ແກ່ເຮົາ
40 ແຕ່ທ່ານທັງຫລາຍຍັງບໍ່ມີໃຈຢາກມາຫາເຮົາເພື່ອຈະໄດ້ຊີວິດ
41 ເຮົາບໍ່ຮັບເອົາຍົດສັກຈາກມະນຸດ
42 ແຕ່ເຮົາໄດ້ສັງເກດຮູ້ທ່ານທັງຫລາຍວ່າບໍ່ມີຄວາມຮັກພຣະເຈົ້າໃນໃຈຂອງພວກທ່ານ
43 ເຮົາໄດ້ມາໃນພຣະນາມພຣະບິດາຂອງເຮົາ
ແລະທ່ານທັງຫລາຍລບໍ່ໄດ້ຮັບເຮົາ
ຖ້າຜູ້ອື່ນມາໃນນາມຂອງຕົນເອງພວກທ່ານກໍຈະຮັບຜູ້ນັ້ນ
44 ທ່ານທັງຫລາຍທີ່ຣັບຍົດສັກຈາກກັນແລະກັນ
ແລະບໍ່ສແວງຫາຍົດສັກຊຶ່ງມາຈາກພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ
ພວກທ່ານຈະເຊື່ອໄດ້ຢ່າງໃດ
45 ຢ່າຄຶດວ່າເຮົາຈະຟ້ອງທ່ານທັງຫລາຍຕໍ່ພຣະບິດາ
ມີຜູ້ຟ້ອງພວກທ່ານແລ້ວ
ຄືໂມເຊຜູ້ຊຶ່ງພວກທ່ານຫວັງໃຈຢູ່
46 ຖ້າທ່ານທັງຫລາຍເຊື່ອໂມເຊ
ພວກທ່ານກໍຄົງຈະເຊື່ອເຮົາເຫມືອນກັນ
ເພາະໂມເຊໄດ້ຂຽນເຖິງເຣື່ອງເຮົາ
47 ແຕ່ຖ້າທ່ານທັງຫລາຍບໍ່ເຊື່ອເຣື່ອງທີ່ໂມເຊຂຽນແລ້ວ
ພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ”
(ມທ
14:13-21; ມຣກ 6:30-44; ລກ 9:10-17)
1
ຫລັງຈາກນັ້ນພຣະເຢຊູໄດ້ສະເດັດຂ້າມທະເລສາບຄາລີເລ
ຄືທະເລຕີເບເຣັຽ
2
ປະຊາຊົນເປັນຈຳນວນຫລວງຫລາຍຕິດຕາມພຣະອົງໄປ
ເພາະເຂົາໄດ້ເຫັນຫມາຍສຳຄັນທີ່ພຣະອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍ
3
ພຣະເຢຊູໄດ້ສະເດັດຂຶ້ນໄປຍັງພູແລະປະທັບນັ່ງລົງທີ່ນັ້ນກັບພວກສາວົກຂອງພຣະອົງ
4
ຂນະນັ້ນໃກ້ຈະເຖິງປັສຄາຊຶ່ງເປັນເທສການຂອງຊາດຢິວແລ້ວ
5
ຝ່າຍພຣະເຢຊູຊົງເງີຍພຣະພັກເຫັນຄົນຈຳນວນຫລວງຫລາຍມາຫາ ພຣະອົງຊົງກ່າວກັບຟີລິບວ່າ,
“ພວກເຮົາຈະຊື້ອາຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ”
6
ທີ່ພຣະອົງຊົງກ່າວຢາງນັ້ນກໍເພື່ອຈະລອງໃຈຟີລິບ
ເພາະພຣະອົງຊົງຊາບແລ້ວວ່າຈະຊົງເຮັດປະການໃດ
7
ຟີລິບທູນຕອບພຣະອົງວ່າ,
“ອາຫານຣາຄາສອງຮ້ອຍເດນາຣິອົນກໍບໍ່ພໍໃຫ້ທຸກຄົນກິນຜູ້ລະເລັກລະຫນ້ອຍດອກ”
8
ສາວົກຜູ້ນຶ່ງຄືອັນເດອານ້ອງຊາຍຂອງຊີໂມນເປໂຕ
ໄດ້ທູນພຣະອົງວ່າ,
9
“ຢູ່ທີ່ນີ້ມີເດັກນ້ອຍຄົນນຶ່ງມີເຂົ້າຈີ່ເຣັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ
ແຕ່ສິ່ງນີ້ຈະພໍໄດ້ຢ່າງໃດກັບຄົນຫລວງຫລາຍປານນີ້”
10 ພຣະເຢຊູຊົງສັ່ງວ່າ,
“ຈົ່ງໃຫ້ຄົນທັງຫລາຍນັ່ງລົງເສັຽ”
ທີ່ນັ້ນມີຫຍ້າຫລາຍ
ຄົນຫລົ່ານັ້ນຈຶ່ງນັ່ງລົງ
ນັບແຕ່ຜູ້ຊາຍມີປະມານຫ້າພັນຄົນ
11 ແລ້ວພຣະເຢຊູຊົງຈັບເຂົ້າຈີ່ນັ້ນ
ເມື່ອໂມທະນາພຣະຄຸນແລ້ວກໍຊົງແຈກແກ່ບັນດາຄົນທີ່ນັ່ງຢູ່ນັ້ນ
ສ່ວນປາກໍຊົງໃຫ້ເຫມືອນກັນຕາມທີ່ເຂົາຕ້ອງການ
12 ເມື່ອເຂົາກິນອີ່ມແລ້ວພຣະເຢຊູຊົງບອກພວກສາວົກວ່າ,
“ຈົ່ງເກັບເອົາຕ່ອນຫັກທີ່ເຫລືອນັ້ນເພື່ອບໍ່ໃຫ້ອັນໃດເສັຽ”
13 ເຂົາໄດ້ເກັບເອົາຕ່ອນຫັກທີ່ເຫລືອຈາກເຂົ້າຈີ່ທີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນ
ຊຶ່ງຄົນທັງຫລາຍໄດ້ກິນນັ້ນ
ໄດ້ເຕັມສິບສອງກະບຸງ
14 ເມື່ອຄົນທັງຫລາຍໄດ້ເຫັນຫມາຍສຳຄັນທີ່ພຣະອົງໄດ້ຊົງເຣັດນັ້ນ
ເຂົາກໍເວົ້າກັນວ່າ,
“ຈິງແທ້ທ່ານຜູ້ນີ້ເປັນຜູ້ປະກາດພຣະທັມນັ້ນທີ່ຊົງກຳນົດວ່າຈະມາໃນໂລກ”
15 ເມື່ອພຣະເຢຊູຊົງຊາບວ່າ
ເຂົາຈະມາຈັບເອົາໄປແຕ່ງຕັ້ງໃຫ້ພຣະອົງເປັນເຈົ້າແຜ່ນດິນ
ພຣະອົງຈຶ່ງສະເດັດອອກໄປຍັງພູເຂົາອີກແຕ່ອົງດຽວ
ພຣະເຢຊູຊົງດຳເນີນເທິງນໍ້າ
(ມທ
14:22-33; ມຣກ 6:45-52)
16 ເມື່ອຄ່ຳມາແລ້ວພວກສາວົກຂອງພຣະອົງໄດ້ລົງໄປເຖິງທະເລ
17 ແລ້ວລົງເຮືອຂ້າມຟາກໄປຍັງເມືອງກາເປນາອຸມ
ເມື່ອມືດແລ້ວພຣະເຢຊູກໍຍັງບໍ່ໄດ້ສະເດັດໄປເຖິງເຂົາ
18 ອັນນຶ່ງນ້ຳທະເລກໍກຳເຣີບຂຶ້ນເພາະລົມແດງພັດ
19 ເມື່ອເຂົາແຊວເຮືອໄປໄດ້ປະມານສອງພັນຫ້າຫລືສາມພັນວາ
ເຂົາກໍເຫັນພຣະເຢຊູຊົງຍ່າງເທິງນ້ຳມາໃກ້ເຮືອ
ເຂົາຈຶ່ງຕົກໃຈ
20 ແຕ່ພຣະເຢຊູຊົງບອກເຂົາວ່າ,
“ແມ່ນເຮົາເອງ
ຢ່າຊູ່ຢ້ານ”
21 ດັ່ງນັ້ນເຂົາຈຶ່ງພໍໃຈໃຫ້ພຣະອົງຂຶ້ນເຮືອ
ແລ້ວທັນໃດນັ້ນ
ເຮືອກໍເຖິງຝັ່ງບ່ອນເຂົາຈະໄປນັ້ນ
ປະຊາຊົນຕາມຊອກຫາພຣະອົງ
22 ມື້ຫນ້ານັ້ນປະຊາຊົນທີ່ເຫລືອຢູ່ທະເລຟາກນັ້ນ
ເຫັນວ່າກ່ອນນັ້ນມີເຮືອຢູ່ທີ່ນັ້ນພຽງແຕ່ລຳດຽວ
ແລະເຫັນວ່າພຣະເຢຊູບໍ່ໄດ້ສະເດັດລົງເຮືອລຳນັ້ນໄປກັບພວກສາວົກ
ມີແຕ່ພວກສາວົກຂອງພຣະອົງໄປເທົ່ານັ້ນ
23 ແຕ່ກໍມີເຮືອລຳອື່ນຈາກເມືອງຕີເບເຣັຽມາຈອດໃຫ້ບ່ອນທີ່ເຂົາໄດ້ກິນເຂົ້າຈີ່
ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງຂອບພຣະຄຸນແລ້ວ
24 ເຫດສັນນັ້ນເມື່ອປະຊາຊົນເຫັນວ່າພຣະເຢຊູແລະພວກສາວົກບໍ່ຢູ່ທີ່ນັ້ນ
ເຂົາຈຶ່ງພາກັນລົງໄປຕາມຫາພຣະເຢຊູທີ່ເມືອງກາເປນາອຸມ
ພຣະເຢຊູຄືອາຫານແຫ່ງຊີວິດ
25 ເມື່ອເຂົາໄດ້ພົບພຣະອົງຟາກທະເລສາບເບື້ອງນັ້ນແລ້ວ
ເຂົາໄດ້ທູນພຣະອົງວ່າ,
“ພຣະອາຈານເອີຍ,
ທ່ານມາທີ່ນີ້ເມື່ອໃດ?”
26 ພຣະເຢຊູຊົງຕອບເຂົາວ່າ,
“ເຮົາບອກພວກທ່ານຕາມຄວາມຈິງວ່າພວກທ່ານຊອກຫາເຮົາ
ບໍ່ແມ່ນຍ້ອນໄດ້ເຫັນຫມາຍສຳຄັນນັ້ນແຕ່ເພາະໄດ້ກິນເຂົ້າຈີ່ອີ່ມ
27 ຢ່າພຍາຍາມຫາອາຫານທີ່ສູນສິ້ນໄປ
ແຕ່ຈົ່ງຫາອາຫານທີ່ຕັ້ງຫມັ້ນຢູ່
ຄືອາຫານສຳລັບຊີວິດອັນຕລອດໄປເປັນນິດ
ຊຶ່ງບຸດມະນຸດຈະໃຫ້ແກ່ພວກທ່ານ
ເພາະແມ່ນພຣະອົງນີ້ແຫລະ,
ທີ່ພຣະເຈົ້າຄືພຣະບິດາໄດ້ຊົງປະທັບຕາຫມາຍໄວ້ແລ້ວ”
28 ແລ້ວເຂົາຈຶ່ງທູນພຣະອົງວ່າ,
“ພວກຂ້ານ້ອຍຈະຕ້ອງເຮັດປະການໃດ
ຈຶ່ງຈະເຮັດກິຈການຂອງພຣະອົງໄດ້”
29 ພຣະເຢຊູຊົງຕອບເຂົາວ່າ,
“ນີ້ແຫລະ,
ແມ່ນກິຈການຂອງພຣະເຈົ້າ
ຄືການທີ່ທ່ານທັງຫລາຍວາງໃຈໃນທ່ານທີ່ພຣະອົງຊົງໃຊ້ມາ”
30 ແລ້ວເຂົາຈຶ່ງທູນພຣະອົງວ່າ,
“ດັ່ງນັ້ນທ່ານຈະເຮັດຫມາຍສຳຄັນອັນໃດ
ເພື່ອພວກຂ້ານ້ອຍຈະໄດ້ເຫັນແລະວາງໃຈໃນທ່ານ
ມີການອັນໃດທີ່ທ່ານຈະເຮັດແດ່
31 ບັນພະບຸຣຸດຂອງພວກຂ້ານ້ອຍໄດ້ກິນມານາໃນປ່າ
ດັ່ງຄຳທີ່ຂຽນໄວ້ວ່າ,
“ພຣະອົງຊົງປະທານອາຫານຈາກສວັນໃຫ້ເຂົາກິນ”
32 ພຣະເຢຊູຊົງຕອບວ່າ,
“ເຮົາບອກພວກທ່ານຕາມຈິງວ່າ
ອາຫານທີ່ມາຈາກສວັນນັ້ນບໍ່ແມ່ນໂມເຊເອົາໃຫ້ພວກທ່ານ
ແຕ່ພຣະບິດາຂອງເຮົາຊົງເປັນຜູ້ປະທານອາຫານອັນແທ້
ຊຶ່ງມາຈາກສວັນໃຫ້ແກ່ທ່ານທັງຫລາຍ
33 ເພາະວ່າອາຫານທີ່ພຣະເຈົ້າຊົງປະທານນັ້ນ
ຄືທ່ານທີ່ລົງມາຈາກສວັນແລະປະທານຊີວິດໃຫ້ແກ່ໂລກ”
34 ເຂົາຈຶ່ງທູນພຣະອົງວ່າ,
“ນາຍເຈົ້າເອີຍ,
ຈົ່ງປະທານອາຫານນັ້ນໃຫ້ພວກຂ້ານ້ອຍມີຢູ່ສເມີ”
35 ພຣະເຢຊູຊົງຕອບເຂົາວ່າ,
“ເຮົາເປັນອາຫານທິບແຫ່ງຊີວິດ
ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າ
ແລະຜູ້ທີ່ວາງໃຈໃນເຮົາຈະບໍ່ຫິວນ້ຳຈັກເທື່ອ
36 ແຕ່ເຮົາບອກທ່ານທັງຫລາຍວ່າ
ພວກທ່ານໄດ້ເຫັນເຮົາແລ້ວແຕ່ກໍຍັງບໍ່ເຊື່ອ
37 ສາຣະພັດທີ່ພຣະບິດາຊົງປະທານໃຫ້ແກ່ເຮົາຈະມາຫາເຮົາ
ແລະຜູ້ທີ່ມາຫາເຮົາ
ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ
38 ເພາະວ່າເຮົາໄດ້ລົງມາຈາກສວັນ
ບໍ່ແມ່ນເພື່ອຈະເຮັດຕາມໃຈຂອງເຮົາເອງ
ແຕ່ເພື່ອເຮັດຕາມພຣະທັຍຂອງພຣະອົງຜູ້ຊົງໃຊ້ເຮົາມາ
39 ອັນນີ້ແຫລະ,
ແມ່ນນ້ຳພຣະທັຍຂອງຜູ້ຊົງໃຊ້ເຮົາມາ
ຄືໃຫ້ເຮົາຮັກສາທຸກສິ່ງທີ່ພຣະອົງຊົງມອບໄວ້ກັບເຮົານັ້ນ
ບໍ່ໃຫ້ສິ່ງໃດສູນຫາຍໄປແຕ່ໃຫ້ເປັນຄືນມາໃນວັນສຸດທ້າຍ
40 ເພາະນີ້ແຫລະ,
ເປັນນ້ຳພຣະທັຍພຣະບິດາ
ຄືໃຫ້ທຸກຄົນທີ່ເຫັນພຣະບຸດແລະວາງໃຈໃນພຣະບຸດນັ້ນ
ໄດ້ມີຊີວິດອັນຕລອດໄປເປັນນິດ
ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ”
41 ດັ່ງນັ້ນ
ພວກຢິວຈຶ່ງພາກັນຈົ່ມໃຫ້ພຣະອົງເພາະພຣະອົງຊົງກ່າວວ່າ,
“ເຮົາເປັນອາຫານທິບທີ່ລົງມາຈາກສວັນ”
42 ເຂົາໄດ້ກ່າວວ່າ,
“ຄົນນີ້ບໍ່ແມ່ນລູກຂອງໂຢເຊບຫລື
ພໍ່ແມ່ຂອງເຂົາເຮົາກໍຮູ້ຈັກ
ເຫດສັນໃດຄົນນີ້ຈຶ່ງເວົ້າວ່າ
“ເຮົາໄດ້ລົງມາຈາກສວັນ”
43 ພຣະເຢຊູຊົງຕອບເຂົາວ່າ,
“ຢ່າໄດ້ຈົ່ມເທາະ
44 ບໍ່ມີຜູ້ໃດມາຫາເຮົາໄດ້
ເວັ້ນໄວ້ແຕ່ພຣະບິດາຜູ້ຊົງໃຊ້ເຮົາມານັ້ນຈະຊົງຊັກນຳໃຫ້ເຂົາມາ
ແລະຝ່າຍເຮົາ,
ເຮົາຈະໃຫ້ຜູ້ນັ້ນຄືນມາໃນວັນສຸດທ້າຍ
45 ມີຄຳຂຽນໄວ້ໃນຄັມພີຜູ້ປະກາດພຣະທັມວ່າ
“ຄົນທັງຫລາຍຈະຮັບຄວາມສອນຈາກພຣະເຈົ້າ”
ທຸກຄົນທີ່ໄດ້ຍິນໄດ້ຟັງແລະໄດ້ຮຽນຮູ້ຈາກພຣະເຈົ້າກໍມາຫາເຮົາ
46 ບໍ່ມີຜູ້ໃດໄດ້ເຫັນພຣະບິດານອກຈາກຜູ້ທີ່ມາຈາກພຣະເຈົ້າ
ຜູ້ນັ້ນແຫລະ,
ໄດ້ເຫັນພຣະບິດາແລ້ວ
47 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ
ຜູ້ທີ່ວາງໃຈໃນເຮົາກໍມີຊີວິດອັນຕລອດໄປເປັນນິດ
48 ເຮົາເປັນອາຫານທິບຂອງຊີວິດ
49 ບັນພະບຸຣຸດຂອງທ່ານທັງຫລາຍໄດ້ກິນມານາໃນປ່າ
ແລະເຂົາໄດ້ຕາຍໄປ
50 ນີ້ແຫລະ,
ເປັນອາຫານທີ່ລົງມາຈາກສວັນເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ
51 ເຮົາເປັນອາຫານທີ່ມີຊີວິດຊຶ່ງລົງມາຈາກສວັນ
ຖ້າຜູ້ໃດກິນອາຫານນີ້ແລ້ວ
ຜູ້ນັ້ນຈະມີຊີວິດສືບໆໄປເປັນນິດ
ແລະອາຫານຝ່າຍເຮົາຈະໃຫ້ເພື່ອເປັນຊີວິດຂອງໂລກນັ້ນ
ກໍຄືເນື້ອກາຍຂອງເຮົາ”
52 ເຫດສັນນີ້ພວກຢິວຈຶ່ງຖາມກັນວ່າ, “ຜູ້ນີ້ຈະເອົາເນື້ອຕົວ